2. ເປັນຫຍັງພຣະເຈົ້າຈຶ່ງອວຍພອນຄຣິສຕະຈັກທີ່ຍອມຮັບ ແລະ ເຊື່ອຟັງພາລະກິດຂອງພຣະອົງເທົ່ານັ້ນ ແລະ ເປັນຫຍັງໂລກແຫ່ງສາສະໜາຈຶ່ງຖືກສາບແຊ່ງໂດຍພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ທຸກຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດກໍຄວນກ້າວໜ້າໃຫ້ເລິກເຊິ່ງຂຶ້ນ ແລະ ຄວນປ່ຽນແປງເທື່ອລະບາດກ້າວ. ພວກເຂົາບໍ່ຄວນຢຸດຢູ່ຂັ້ນຕອນໃດໜຶ່ງ. ມີພຽງແຕ່ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ຈະຍັງຄົງຢູ່ທ່າມກາງພາລະກິດທຳອິດຂອງພຣະອົງ ແລະ ບໍ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ມີພຽງແຕ່ຄົນທີ່ບໍ່ເຊື່ອຟັງເທົ່ານັ້ນທີ່ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ຖ້າການປະຕິບັດຂອງມະນຸດບໍ່ທັນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ, ແລ້ວການປະຕິບັດຂອງມະນຸດກໍຫ່າງເຫີນຈາກພາລະກິດແຫ່ງປັດຈຸບັນຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັບພາລະກິດແຫ່ງປັດຈຸບັນໄດ້ຢ່າງແນ່ນອນ. ຄົນປະເພດດັ່ງກ່າວທີ່ຫຼ້າຫຼັງແມ່ນບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້, ແຮງໄກທີ່ພວກເຂົາຈະສາມາດກາຍເປັນຄົນທີ່ຢືນເປັນພະຍານໃຫ້ກັບພຣະເຈົ້າໃນທີ່ສຸດ. ຍິ່ງໄປກວ່ານັ້ນ, ແຜນການຄຸ້ມຄອງທັງໝົດບໍ່ສາມາດຖືກເຮັດໃຫ້ສຳເລັດໄດ້ທ່າມກາງກຸ່ມຄົນດັ່ງກ່າວ. ສຳລັບຄົນທີ່ເຄີຍເຫັນພຣະບັນຍັດຂອງພຣະເຢໂຮວາ ແລະ ຄົນທີ່ເຄີຍທົນທຸກເພື່ອໄມ້ກາງແຂນ, ຖ້າພວກເຂົາບໍ່ສາມາດຍອມຮັບຂັ້ນຕອນຂອງພາລະກິດແຫ່ງຍຸກສຸດທ້າຍ, ແລ້ວທຸກສິ່ງທີ່ພວກເຂົາເຮັດກໍຈະສູນເປົ່າ ແລະ ບໍ່ມີປະໂຫຍດ. ການສະແດງອອກທີ່ຊັດເຈນທີ່ສຸດຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຕອນນີ້ ແລະ ໃນປັດຈຸບັນນີ້, ບໍ່ແມ່ນເກາະຕິດກັບອະດີດ. ຄົນທີ່ບໍ່ທັນພາລະກິດໃນປັດຈຸບັນ ແລະ ຄົນທີ່ຖືກແຍກອອກຈາກການປະຕິບັດໃນປັດຈຸບັນ ແມ່ນຄົນທີ່ຕໍ່ຕ້ານ ແລະ ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວທ້າທາຍພາລະກິດໃນປັດຈຸບັນຂອງພຣະເຈົ້າ. ເຖິງແມ່ນພວກເຂົາຍຶດຕິດກັບແສງສະຫວ່າງໃນອະດີດ, ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ເປັນຫຍັງຈຶ່ງມີການເວົ້າເຖິງການປ່ຽນແປງໃນການປະຕິບັດຂອງມະນຸດ, ເຖິງຄວາມແຕກຕ່າງໃນການປະຕິບັດລະຫວ່າງອະດີດ ແລະ ປັດຈຸບັນ, ເຖິງວິທີການປະຕິບັດໃນລະຫວ່າງຍຸກທີ່ຜ່ານມາ ແລະ ເຖິງວິທີການປະຕິບັດໃນປັດຈຸບັນ? ຄວາມແຕກຕ່າງດັ່ງກ່າວໃນການປະຕິບັດຂອງມະນຸດຖືກກ່າວເຖິງຕະຫຼອດກໍ ຍ້ອນພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ ແລະ ສະນັ້ນ ການປະຕິບັດຂອງມະນຸດຈຶ່ງຈຳເປັນຕ້ອງປ່ຽນແປງຢ່າງຕໍ່ເນື່ອງ. ຖ້າມະນຸດຍັງຕິດຄ້າງຢູ່ໃນຂັ້ນຕອນໃດໜຶ່ງ, ແລ້ວນີ້ກໍພິສູດວ່າ ເຂົາບໍ່ສາມາດນໍາທັນພາລະກິດໃໝ່ ແລະ ແສງສະຫວ່າງໃໝ່ຂອງພຣະເຈົ້າໄດ້; ມັນບໍ່ໄດ້ພິສູດວ່າ ແຜນການຄຸ້ມຄອງຂອງພຣະເຈົ້າບໍ່ໄດ້ປ່ຽນແປງ. ຄົນທີ່ຢູ່ນອກກະແສຂອງພຣະວິນຍານບໍລິສຸດຄິດວ່າພວກເຂົາຖືກຕ້ອງຢູ່ສະເໝີ ແຕ່ຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພວກເຂົາສິ້ນສຸດລົງແຕ່ດົນນານແລ້ວ ແລະ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫາຍໄປຈາກພວກເຂົາແລ້ວ. ພາລະກິດຂອງພຣະເຈົ້າແມ່ນໄດ້ຍ້າຍໄປສູ່ຄົນກຸ່ມອື່ນຕັ້ງແຕ່ດົນແລ້ວ ເຊິ່ງເປັນກຸ່ມທີ່ພຣະອົງເຈດຕະນາຈະເຮັດໃຫ້ພາລະກິດໃໝ່ຂອງພຣະອົງສຳເລັດ. ເພາະຄົນທີ່ຢູ່ໃນສາສະໜາກໍບໍ່ສາມາດຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ພຽງແຕ່ຍຶດຕິດກັບພາລະກິດເດີມໃນອະດີດ, ສະນັ້ນ ພຣະເຈົ້າຈຶ່ງປະຖິ້ມຄົນເຫຼົ່ານີ້ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງກັບຄົນທີ່ຍອມຮັບພາລະກິດໃໝ່ນີ້. ນີ້ແມ່ນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະອົງ ແລະ ພຽງແຕ່ໃນວິທີນີ້ເທົ່ານັ້ນ ການຄຸ້ມຄອງຂອງພຣະອົງຈຶ່ງຈະສາມາດເຮັດໃຫ້ສຳເລັດໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມສຳຄັນຫຼັກໃນການປະຕິບັດຕາມພຣະເຈົ້າກໍຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ການບັນລຸເຮັດສໍາເລັດຄວາມປະສົງຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າພົວພັນ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ປະຕິບັດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍຕາມ, ພຣະເຈົ້າກໍບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດຮັກສາສິ່ງເຫຼົ່ານັ້ນໄວ້ໄດ້ ແລ້ວພວກມັນກໍຈະເປັນອຸປະສັກທີ່ໃຫຍ່ຫຼວງໃນການເຂົ້າຫາຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາກໍປະຕິບັດຕາມບາດກ້າວຂອງພຣະເຈົ້າເຊັ່ນດຽວກັນ ແຕ່ພວກເຂົາບໍ່ສາມາດປະຕິບັດຕາມພຣະອົງຈົນຮອດປັດຈຸບັນ; ນີ້ຄືການໄດ້ຮັບພອນຂອງປະຊາຊົນແຫ່ງຍຸກສຸດທ້າຍ. ຄົນທີ່ສາມາດປະຕິບັດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າ ທີ່ພວກເຂົາຍອມປະຕິບັດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປທາງໃດກໍຕາມ ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແມ່ນບໍ່ໄດ້ເຂົ້າສູ່ພາລະກິດຂອງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍຕາມ ຫຼື ພວກເຂົາທົນທຸກທໍລະມານຫຼາຍພຽງໃດ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍຕາມ ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສແຫ່ງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ຂ້າງນອກຂອງກະແສແຫ່ງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ບໍ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍບໍ່ສາມາດເຮັດສິ່ງໃດໆທີ່ເໝາະສົມກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ອີງຕາມຄວາມປະສົງຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະອົງໄດ້. ພຣະເຈົ້າຕ້ອງການ ການຮັບໃຊ້ທີ່ເປັນໄປຕາມຫົວໃຈຂອງພຣະອົງເອງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດປະຕິບັດຕາມບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍມີຊີວິດຢູ່ທ່າມກາງແນວຄວາມຄິດຕ່າງໆນາໆ. ການຮັບໃຊ້ຂອງຄົນດັ່ງກ່າວແມ່ນຂັດຂວາງ ແລະ ລົບກວນ ແລະ ເປັນການຮັບໃຊ້ທີ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວພຣະເຈົ້າໄດ້ ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຮະເຈົ້າໄດ້. “ການປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ຄວາມສາມາດປະຕິບັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າໃນປັດຈຸບັນ, ມີຄວາມສາມາດໃນການເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ໃຫ້ສອດຄ່ອງກັບຖ້ອຍຄຳໃໝ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຖືວ່າຄົນນັ້ນໄດ້ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການເຫັນພຣະເຈົ້າ, ແຕ່ສາມາດຮູ້ຈັກຈິດໃຈຂອງພຣະເຈົ້າໂດຍຜ່ານພາລະກິດລ້າສຸດຂອງພຣະອົງໄດ້ເຊັ່ນກັນ ແລະ ສາມາດຮູ້ຈັກແນວຄວາມຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ທາດແທ້ຂອງມະນຸດຈາກພາລະກິດລ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດຮັບການປ່ຽນແປງອຸປະນິໄສເທື່ອລະໜ້ອຍໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ. ຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານແມ່ນຄົນທີ່ບໍ່ສາມາດປະຕິບັດພາລະກິດລ້າສຸດຂອງພຣະເຈົ້າໄດ້ ແລະ ຄົນທີ່ກະບົດຕໍ່ພາລະກິດລ້າສຸດຂອງພຣະເຈົ້າ. ເຫດຜົນທີ່ຄົນດັ່ງກ່າວຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍກໍຍ້ອນພຣະເຈົ້າໄດ້ສຳເລັດພາລະກິດໃໝ່ ແລະ ຍ້ອນພາບລັກຂອງພຣະເຈົ້າບໍ່ຄືກັນກັບສິ່ງທີ່ຢູ່ໃນແນວຄວາມຄິດຂອງພວກເຂົາ ເຊິ່ງຜົນຕາມມາກໍຄື ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ພິພາກສາພຣະອົງ, ເຊິ່ງການກະທໍາດັ່ງກ່າວໄດ້ນໍາໄປສູ່ຄວາມກຽດຊັງ ແລະ ການປະຕິເສດຈາກພຣະເຈົ້າ. ການມີຄວາມຮູ້ກ່ຽວກັບພາລະກິດລ້າສຸດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ, ແຕ່ຖ້າຄົນມີຈິດໃຈເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ສະແຫວງຫາພາລະກິດຂອງພຣະເຈົ້າ, ແລ້ວພວກເຂົາກໍຈະມີໂອກາດເຫັນພຣະເຈົ້າ ແລະ ຈະມີໂອກາດໄດ້ຮັບການນໍາພາໃໝ່ສຸດຂອງພຣະວິນຍານບໍລິສຸດ. ຄົນທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ່ສາມາດຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໄດ້ ຫຼື ການນໍາພາຈາກພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າຄົນສາມາດຮັບພາລະກິດລ້າສຸດຂອງພຣະເຈົ້າ ຫຼື ບໍ ແມ່ນຂຶ້ນຢູ່ກັບພຣະຄຸນຂອງພຣະເຈົ້າ, ມັນຂຶ້ນຢູ່ກັບການສະແຫວງຫາຂອງພວກເຂົາ ແລະ ມັນຂຶ້ນຢູ່ກັບເຈດຕະນາຂອງພວກເຂົາ.

ທຸກຄົນທີ່ສາມາດເຊື່ອຟັງພຣະທໍາຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດວຽກໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດລ້າສຸດແມ່ນໄດ້ຮັບພອນຢ່າງຫຼວງຫຼາຍ ແລະ ຄົນທີ່ບໍ່ສາມາດປະຕິບັດພາລະກິດລ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດລ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການກ່າວວ່າ ພວກເຈົ້າຕ້ອງເປັນຍິງພົມມະຈັນ? ຍິງພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນ ສາມາດນໍາສິ່ງທີ່ເປັນແນວຄວາມຄິດເກົ່າໆອອກໄປ ແລະ ປະຕິບັດພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດຂອງປັດຈຸບັນ ແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບການອວຍພອນຫຼາຍທີ່ສຸດ. ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເຫັນການປາກົດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວທຸກຍຸກ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າ, ເຊິ່ງເປັນຄົນກຸ່ມນີ້.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະ ຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດເຊົາຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ: ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ສືບຕໍ່ຕິດຕາມບາດກ້າວພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮ່າງໄມ້ພິເສດທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ເຊິ່ງມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ; ເມື່ອໄດ້ຮັບພຽງແຕ່ຄວາມຮູ້ຜິວເຜີນ, ມະນຸດກໍພູມໃຈຈົນເຂົາລືມຕົນເອງ ແລະ ເລີ່ມປະກາດແບບບໍ່ມີເຫດຜົນເຖິງອຸປະນິໄສ ແລະ ຄວາມເປັນຢູ່ຂອງພຣະເຈົ້າວ່າບໍ່ມີຢູ່ຈິງແທ້; ແລະ ເມື່ອໝັ້ນໃຈກ່ຽວກັບຂັ້ນຕອນໜຶ່ງໃນພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ວ່າຄົນທີ່ປະກາດພາລະກິດໃໝ່ຂອງພຣະເຈົ້າຈະເປັນຄົນປະເພດໃດກໍຕາມ, ມະນຸດກໍບໍ່ຍອມຮັບມັນ. ນີ້ແມ່ນຄົນທີ່ບໍ່ສາມາດຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ພວກເຂົາຫົວບູຮານເກີນໄປ ແລະ ບໍ່ສາມາດຍອມຮັບສິ່ງໃໝ່ໄດ້. ຄົນປະເພດດັ່ງກ່າວແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຍັງປະຕິເສດພຣະເຈົ້າ. ມະນຸດເຊື່ອວ່າ ຊາວອິດສະຣາເອັນແມ່ນຜິດທີ່ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ບໍ່ເຊື່ອໃນພຣະເຢຊູ” ແຕ່ຄົນສ່ວນໃຫຍ່ກໍສະແດງບົດບາດທີ່ພວກເຂົາ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ປະຕິເສດພຣະເຢຊູ” ແລະ “ປາຖະໜາການກັບມາຂອງພຣະເມຊີອາ, ແຕ່ຕໍ່ຕ້ານພຣະເມຊີອາຜູ້ທີ່ຖືກເອີ້ນວ່າ ພຣະເຢຊູ”. ແລ້ວບໍ່ແປກໃຈເລີຍທີ່ຜູ້ຄົນຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຫຼັງຈາກທີ່ຍອມຮັບໜຶ່ງຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຍັງບໍ່ໄດ້ຮັບພອນຂອງພຣະເຈົ້າ. ນີ້ບໍ່ແມ່ນຜົນຂອງການກະບົດຂອງມະນຸດບໍ? ຊາວຄຣິສຕຽນທົ່ວໂລກທີ່ນໍາບໍ່ທັນພາລະກິດໃໝ່ແຫ່ງປັດຈຸບັນ ລ້ວນແລ້ວແຕ່ຍຶດຕິດກັບຄວາມຫວັງທີ່ວ່າ ພວກເຂົາຈະໄດ້ໂຊກດີ ແລະ ສົມມຸດວ່າພຣະເຈົ້າຈະເຮັດໃຫ້ຄວາມປາຖະໜາແຕ່ລະຢ່າງຂອງພວກເຂົາສຳເລັດ. ແຕ່ພວກເຂົາບໍ່ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງພາພວກເຂົາຂຶ້ນສູ່ສະຫວັນຊັ້ນສາມ ຫຼື ພວກເຂົາບໍ່ໝັ້ນໃຈວ່າ ພຣະເຢຊູຈະມາເພື່ອຮັບເອົາພວກເຂົາຂີ່ເທິງເມກສີຂາວໄດ້ແນວໃດ, ແຮງໄກທີ່ພວກເຂົາຈະເວົ້າດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຢຊູຈະມາເທິງເມກສີຂາວແທ້ໆໃນມື້ທີ່ພວກເຂົາຈິນຕະນາການ ຫຼື ບໍ່. ພວກເຂົາທຸກຄົນວິຕົກກັງວົນ ແລະ ເຮັດຫຍັງບໍ່ຖືກ; ພວກເຂົາເອງຍິ່ງບໍ່ຮູ້ຈັກວ່າ ພຣະເຈົ້າຈະພາພວກເຂົາແຕ່ລະຄົນທີ່ເປັນຄົນກຸ່ມນ້ອຍໆທີ່ມີຄວາມຫຼາກຫຼາຍ ຜູ້ທີ່ມາຈາກແຕ່ລະນິກາຍຂຶ້ນໄປ ຫຼື ບໍ່. ພາລະກິດທີ່ພຣະເຈົ້າປະຕິບັດໃນຕອນນີ້, ໃນຍຸກປັດຈຸບັນ, ຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກນັບມື້ດ້ວຍນິ້ວມືຂອງພວກເຂົາ. ມີພຽງແຕ່ຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍຈົນເຖິງເວລາສຸດທ້າຍເທົ່ານັ້ນ ຈຶ່ງຈະສາມາດຮັບເອົາພອນສຸດທ້າຍໄດ້, ໃນຂະນະທີ່ “ຄົນສະຫຼາດ” ເຫຼົ່ານັ້ນ ທີ່ບໍ່ສາມາດຕິດຕາມຈົນເຖິງເວລາສຸດທ້າຍ ແຕ່ຍັງເຊື່ອວ່າພວກເຂົາຈະໄດ້ຮັບທັງໝົດ ແມ່ນບໍ່ສາມາດເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າໄດ້. ພວກເຂົາທຸກຄົນເຊື່ອວ່າ ພວກເຂົາເປັນຄົນສະຫຼາດທີ່ສຸດເທິງແຜ່ນດິນໂລກ ແລະ ພວກເຂົາຢຸດການພັດທະນາທີ່ສືບເນື່ອງຂອງພາລະກິດຂອງພຣະເຈົ້າໂດຍບໍ່ມີເຫດຜົນເລີຍ ແລະ ເບິ່ງຄືກັບວ່າ ພວກເຂົາເຊື່ອດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຈົ້າຈະພາພວກເຂົາຜູ້ທີ່ “ມີຄວາມຊື່ສັດທີ່ສຸດຕໍ່ພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ” ຂຶ້ນສູ່ສະຫວັນ. ເຖິງແມ່ນວ່າພວກເຂົາມີ “ຄວາມຊື່ສັດທີ່ສຸດ” ຕໍ່ພຣະທຳທີ່ພຣະເຈົ້າກ່າວ, ຄຳເວົ້າ ແລະ ການກະທຳຂອງພວກເຂົາກໍຍັງເປັນຕາລັງກຽດຫຼາຍ ເພາະພວກເຂົາຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດການຫຼອກລວງ ແລະ ການຊົ່ວຮ້າຍ. ຄົນທີ່ບໍ່ຕິດຕາມຈົນເຖິງເວລາສຸດທ້າຍ, ຄົນທີ່ນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ພຽງແຕ່ຍຶດຕິດກັບພາລະກິດເດີມ ແມ່ນບໍ່ພຽງແຕ່ບໍ່ສາມາດບັນລຸຄວາມຊື່ສັດຕໍ່ພຣະເຈົ້າ, ແຕ່ໃນທາງກົງກັນຂ້າມແມ່ນໄດ້ກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ໄດ້ກາຍເປັນຄົນທີ່ຖືກປະຕິເສດໃນຍຸກໃໝ່ ແລະ ເປັນຄົນທີ່ຈະຖືກລົງໂທດ. ມີຄົນທີ່ເປັນຕາເວດທະນາກວ່າພວກເຂົາຢູ່ບໍ? ຫຼາຍຄົນເຖິງກັບເຊື່ອວ່າ ທຸກຄົນທີ່ປະຕິເສດພຣະບັນຍັດເດີມ ແລະ ຍອມຮັບພາລະກິດໃໝ່ແມ່ນບໍ່ມີຄວາມສຳນຶກ. ຄົນເຫຼົ່ານີ້ ທີ່ພຽງແຕ່ເວົ້າເຖິງ “ຄວາມສຳນຶກ” ແລະ ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດຈະຖືກຄວາມສຳນຶກຂອງພວກເຂົາເອງຕັດຄວາມຄາດຫວັງຂອງພວກເຂົາໃນທີ່ສຸດ. ພາລະກິດຂອງພຣະເຈົ້າບໍ່ໄດ້ປະຕິບັດຕາມຄຳສັ່ງສອນ ແລະ ເຖິງແມ່ນວ່າມັນເປັນພາລະກິດຂອງພຣະອົງເອງ, ແຕ່ພຣະເຈົ້າກໍຍັງບໍ່ຍຶດຕິດກັບມັນ. ສິ່ງທີ່ຄວນຖືກປະຕິເສດກໍຖືກປະຕິເສດ, ສິ່ງທີ່ຄວນຖືກກຳຈັດກໍຖືກກຳຈັດ. ແຕ່ມະນຸດເຮັດໃຫ້ຕົນເອງເປັນສັດຕູກັບພຣະເຈົ້າໂດຍຍຶດຕິດພຽງແຕ່ສ່ວນເລັກນ້ອຍດຽວຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມບໍ່ມີເຫດຜົນຂອງມະນຸດບໍ? ນີ້ບໍ່ແມ່ນຄວາມໂງ່ຈ້າຂອງມະນຸດບໍ? ຍິ່ງຜູ້ຄົນບໍ່ກ້າ ແລະ ລະມັດລະວັງເກີນໄປຍ້ອນພວກເຂົາຢ້ານບໍ່ໄດ້ຮັບພອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ບໍ່ສາມາດໄດ້ຮັບພອນສຸດທ້າຍ. ຄົນເຫຼົ່ານີ້ທີ່ປະຕິບັດຕາມພຣະບັນຍັດຢ່າງທາດ ກໍລ້ວນແລ້ວແຕ່ສະແດງຄວາມຊື່ສັດທີ່ສຸດຕໍ່ພຣະບັນຍັດ ແລະ ຍິ່ງພວກເຂົາສະແດງຄວາມຊື່ສັດດັ່ງກ່າວຕໍ່ພຣະບັນຍັດຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນກະບົດທີ່ຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ຍ້ອນປັດຈຸບັນແມ່ນຍຸກແຫ່ງອານາຈັກ ແລະ ບໍ່ແມ່ນຍຸກແຫ່ງພຣະບັນຍັດ ແລະ ພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະດີດກໍບໍ່ສາມາດກ່າວໃນລົມຫາຍໃຈດຽວກັນ ຫຼື ພາລະກິດໃນອະດີດແມ່ນບໍ່ສາມາດປຽບທຽບກັບພາລະກິດໃນປັດຈຸບັນໄດ້. ພາລະກິດຂອງພຣະເຈົ້າໄດ້ປ່ຽນແປງໄປ ແລະ ການປະຕິບັດຂອງມະນຸດກໍໄດ້ປ່ຽນແປງໄປເຊັ່ນກັນ; ມັນບໍ່ແມ່ນການຍຶດຕິດກັບພຣະບັນຍັດ ຫຼື ແບກໄມ້ກາງແຂນ. ສະນັ້ນ ຄວາມຊື່ສັດຂອງຜູ້ຄົນຕໍ່ພຣະບັນຍັດ ແລະ ໄມ້ກາງແຂນແມ່ນຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກຜີສາດ ແລະ ວິນຍານຊົ່ວຮ້າຍໄດ້ແລ່ນອາລະວາດຢູ່ເທິງແຜ່ນດິນໂລກເປັນເວລາດົນນານ ແລະ ໄດ້ປິດກັ້ນຄວາມປະສົງ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າຢ່າງປຶກໜາຈົນບໍ່ສາມາດເຈາະຜ່ານພວກມັນໄດ້. ຈັ່ງແມ່ນເປັນຄວາມຜິດບາບຂອງມະນຸດແທ້ໆ! ພຣະເຈົາຈະບໍ່ຮູ້ສຶກກັງວົນໃຈໄດ້ແນວໃດ? ພຣະເຈົ້າຈະບໍ່ຮູ້ສຶກໂກດຮ້າຍໄດ້ແນວໃດ? ພວກເຂົາໄດ້ຂັດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງຮ້າຍແຮງ: ຊ່າງກະບົດແທ້ໆ! ແມ່ນແຕ່ພວກຜີສາດທັງໃຫຍ່ ແລະ ນ້ອຍຍັງພາກັນປະພຶດຄືໝາຈິ້ງຈອກຢູ່ໃຕ້ຕີນຂອງສິງ ແລະ ຕິດຕາມກະແສຄວາມຊົ່ວຮ້າຍ ສ້າງຄວາມວຸ້ນວາຍຢູ່ທຸກບ່ອນທີ່ພວກເຂົາໄປ. ເຖິງຈະຮູ້ຄວາມຈິງ ແຕ່ພວກເຂົາກໍຈົງໃຈຕໍ່ຕ້ານສິ່ງນັ້ນ, ພວກລູກຊາຍແຫ່ງການກະບົດເອີຍ! ມັນຄືກັບວ່າ ບັດນີ້ກະສັດແຫ່ງນາຮົກຂອງພວກເຂົາໄດ້ຂຶ້ນຄອງບັນລັງຂອງກະສັດແລ້ວ, ພວກເຂົາຈຶ່ງໄດ້ພໍໃຈ ແລະ ພູມໃຈກັບໂຕເອງ, ພາກັນປະຕິບັດຕໍ່ຄົນອື່ນດ້ວຍຄວາມດູໝິ່ນ. ມີຈັກຄົນທ່າມກາງພວກເຂົາທີ່ສະແຫວງຫາຄວາມຈິງ ແລະ ເຮັດຕາມຄວາມຊອບທໍາ? ພວກເຂົາທຸກຄົນລ້ວນແລ້ວແຕ່ເປັນສັດຮ້າຍທີ່ບໍ່ມີຫຍັງດີໄປກວ່າໝູ ແລະ ໝາທີ່ຢູ່ໃນແຖວໜ້າຂອງຝູງແມງວັນທີ່ເໝັນເນົ່າ, ແກວງຫົວຂອງພວກມັນຢ່າງພາກພູມໃຈກັບໂຕເອງ ແລະ ສ້າງບັນຫາທຸກປະເພດ.[1] ພວກມັນເຊື່ອວ່າ ກະສັດແຫ່ງນາຮົກຂອງພວກມັນແມ່ນກະສັດທີ່ຍິ່ງໃຫຍ່ທີ່ສຸດ ໂດຍທີ່ບໍ່ຮູ້ວ່າ ພວກມັນເອງບໍ່ແມ່ນສິ່ງອື່ນໃດນອກຈາກແມງວັນທີ່ເໝັນເນົ່າ. ແຕ່ເຖິງຢ່າງນັ້ນ ພວກມັນກໍຍັງຖືໂອກາດໃຊ້ອໍານາດຂອງໝູ ແລະ ໝາທີ່ພວກຖືກວ່າເປັນພໍ່ແມ່ເພື່ອໃສ່ຮ້າຍປ້າຍສີຕໍ່ການມີຢູ່ຂອງພຣະເຈົ້າ. ພວກແມງວັນໂຕນ້ອຍໆຄິດວ່າ ພໍ່ແມ່ຂອງພວກມັນໃຫຍ່ຊໍ່າກັບແຂ້ວປາວານ.[2] ພວກມັນບໍ່ຮູ້ເລີຍວ່າ ໃນຂະນະທີ່ພວກມັນເອງເປັນໂຕນ້ອຍໆ ແຕ່ພໍ່ແມ່ຂອງພວກມັນຄືໝູ ແລະ ໝາສົກກະປົກທີ່ໃຫຍ່ກວ່າພວກມັນຫຼາຍກວ່າຮ້ອຍລ້ານເທົ່າ? ການບໍ່ຮູ້ເຖິງຄວາມຕໍ່າຕ້ອຍຂອງພວກມັນ, ພວກມັນອາໄສກິ່ນເໝັນຂອງຄວາມເນົ່າເປື່ອຍຈາກພວກໝູ ແລະ ໝາເຫຼົ່ານັ້ນເພື່ອແລ່ນອາລະວາດໄປທົ່ວ ແລະ ມີແນວຄິດຢ່າງສິ້ນຫວັງທີ່ຈະໃຫ້ກໍາເນີດລູກຫຼານຮຸ່ນໃໝ່ໃນອະນາຄົດ. ມັນຊ່າງໜ້າອັບອາຍທີ່ສຸດ! ການມີປີກສີຂຽວຕິດຢູ່ບ່າຂອງພວກມັນ (ນີ້ໝາຍເຖິງຄໍາກ່າວອ້າງຂອງພວກມັນໃນການເຊື່ອພຣະເຈົ້າ), ພວກມັນທະນົງຕົວ ແລະ ໂອ້ອວດກັບຄວາມສວຍງາມ ແລະ ສະເໜ່ຂອງພວກມັນຢູ່ທຸກບ່ອນ ໃນຂະນະທີ່ພວກມັນໂຍນຄວາມບໍ່ບໍລິສຸດທີ່ຢູ່ໃນຮ່າງກາຍຂອງພວກມັນຢ່າງລັບໆໃຫ້ກັບມະນຸດ. ຍິ່ງໄປກວ່ານັ້ນ ພວກມັນຍັງພໍໃຈຫຼາຍກັບໂຕເອງ ຄືກັບວ່າ ພວກມັນສາມາດໃຊ້ປີກສີຮຸ້ງສອງປີກເພື່ອປົກປິດຄວາມບໍ່ບໍລິສຸດຂອງພວກມັນ ແລະ ດ້ວຍວິທີເຫຼົ່ານີ້ ພວກມັນຈິ່ງນໍາເອົາການກົດຂີ່ຂົ່ມເຫັງຂອງພວກມັນມາເປັນພາລະໃນການມີຢູ່ຂອງພຣະເຈົ້າທີ່ແທ້ຈິງ (ນີ້ໝາຍເຖິງສິ່ງທີ່ເກີດຂຶ້ນຢູ່ເບື້ອງຫຼັງໂລກສາສະໜາ). ມະນຸດຈະຮູ້ໄດ້ແນວໃດວ່າ ເຖິງວ່າປີກຂອງແມງວັນອາດຈະງົດງາມ ແລະ ເປັນຕາຫຼົງໄຫຼ ແຕ່ ແທ້ຈິງແລ້ວ ແມງວັນເອງກໍເປັນພຽງສິ່ງມີຊີວິດໂຕນ້ອຍໆທີ່ມີທ້ອງເຕັມໄປດ້ວຍສິ່ງເປິເປື້ອນ ແລະ ຮ່າງກາຍປົກຄຸມໄປດ້ວຍເຊື້ອໂລກ? ໂດຍອາໄສກໍາລັງຂອງໝູ ແລະ ໝາທີ່ພວກມັນຖືວ່າເປັນພໍ່ແມ່ຂອງພວກມັນ, ພວກມັນແລ່ນອາລະວາດທົ່ວດິນແດນ (ນີ້ໝາຍເຖິງວິທີທີ່ເຈົ້າໜ້າທີ່ທາງສາດສະໜາ ຜູ້ທີ່ຂົ່ມເຫັງພຣະເຈົ້າອາໄສການສະໜັບສະໜູນຢ່າງເຂັ້ມແຂງຈາກລັດຖະບານຂອງປະເທດເພື່ອກະບົດຕໍ່ພຣະເຈົ້າທີ່ແທ້ຈິງ ແລະ ຕໍ່ຄວາມຈິງ) ຢ່າງເປັນອິດສະຫຼະໃນຄວາມໂຫດຮ້າຍຂອງພວກມັນ. ມັນຄືກັບວ່າ ຜີຂອງພວກຟາຣີຊາຍທີ່ເປັນຊາວຢິວໄດ້ກັບຄືນມາປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ພ້ອມກັບພຣະເຈົ້າ, ໄດ້ກັບສູ່ຮັງເກົ່າຂອງພວກເຂົາ. ພວກເຂົາໄດ້ເລີ່ມພາລະກິດແຫ່ງການກົດຂີ່ຂົ່ມເຫັງຂອງພວກເຂົາອີກຄັ້ງ ໂດຍສືບຕໍ່ພາລະກິດຂອງພວກເຂົາທີ່ໄດ້ປະຕິບັດມາເປັນເວລາຫຼາຍພັນປີ. ໃນທີ່ສຸດ ກຸ່ມຄົນທີ່ເສື່ອມຊາມນີ້ຈະດັບສູນຢູ່ເທິງແຜ່ນດິນໂລກຢ່າງແນ່ນອນ! ມັນປາກົດວ່າ ພາຍຫຼັງຫຼາຍສະຫັດສະຫວັດ ວິນຍານທີ່ສົກກະປົກຍິ່ງມີເລ່ຫຼ່ຽມ ແລະ ມາຍາຫຼາຍຂຶ້ນ. ພວກເຂົາຄິດເຖິງວິທີທີ່ຈະທໍາລາຍພາລະກິດຂອງພຣະເຈົ້າຢ່າງລັບໆຕະຫຼອດ. ດ້ວຍເລ່ຫຼ່ຽມ ແລະ ກົນອຸບາຍຢ່າງຫຼວງຫູາຍ, ພວກເຂົາປາດຖະໜາທີ່ຈະເຮັດໃຫ້ມີເຫດການໂສກອະນາດຕະກໍາແຫ່ງຫຼາຍພັນປີຜ່ານມາເກີດຂຶ້ນອີກຄັ້ງໃນບ້ານເກີດເມືອງນອນຂອງພວກເຂົາ ໂດຍກະຕຸ້ນພຣະເຈົ້າເກືອບເຖິງຈຸດທີ່ຈະຮ້ອງໄຫ້ອອກມາເປັນສຽງດັງໆ. ພຣະອົງເກືອບຈະຢັບຢັ້ງຕົວພຣະອົງບໍ່ໄດ້ຈາກການກັບໄປສະຫວັນຊັ້ນສາມເພື່ອທໍາລາຍລ້າງພວກເຂົາ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ສ້າງບັນຫາທຸກປະເພດ” ໝາຍເຖິງການທີ່ຜູ້ຄົນທີ່ເປັນຜີສາດກໍ່ຄວາມວຸ້ນວາຍ, ກີດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າ.

2. “ແຂ້ວປາວານ” ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ. ມັນຄືຄໍາອຸປະມາທີ່ປຽບທຽບແມງວັນທີ່ເປັນໂຕນ້ອຍໆ ຈົນເຮັດໃຫ້ໝູ ແລະ ໝາປາກົດເບິ່ງຄືກັບວ່າ ໃຫຍ່ຊໍ່າກັບປາວານສໍາລັບພວກມັນ.

ກ່ອນນີ້: 1. ຄຣິສຕະຈັກຂອງພຣະເຈົ້າ ແລະ ກຸ່ມສາສະໜາແມ່ນຫຍັງ

ຕໍ່ໄປ: 1. ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງສາບແຊ່ງພວກຟາຣີຊາຍ ແລະ ແກ່ນແທ້ຂອງພວກຟາຣີຊາຍແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້