1. ຄຣິສຕະຈັກຂອງພຣະເຈົ້າ ແລະ ກຸ່ມສາສະໜາແມ່ນຫຍັງ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ແລ້ວພຣະເຢຊູກໍເຂົ້າໄປໃນພຣະວິຫານຂອງພຣະເຈົ້າ ແລະ ຂັບໄລ່ທຸກຄົນທີ່ຊື້ ແລະ ຂາຍຢູ່ໃນພຣະວິຫານ, ແລະ ຂວ້ຳໂຕະຂອງຄົນແລກປ່ຽນເງິນ ແລະ ບ່ອນນັ່ງຂອງຄົນທີ່ຂາຍນົກເຂົາ ແລະ ເວົ້າຕໍ່ພວກເຂົາວ່າ ມັນຖືກຂຽນໄວ້ວ່າ ເຮືອນຂອງເຮົາຈະຖືກເອີ້ນວ່າ ເຮືອນແຫ່ງການອະທິຖານ; ແຕ່ພວກເຈົ້າໄດ້ເຮັດໃຫ້ມັນກາຍເປັນຖ້ຳຂອງຄົນຂີ້ລັກ” (ມັດທາຍ 21:12-13).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດໃດໆຂອງພຣະວິນຍານບໍລິສຸດ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມື ແລະ ບໍ່ສາມາດນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງນັ້ນເຂົ້າສູ່ການປະຕິບັດໃນເວລານີ້ໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນຈະຖືກພຣະວິນຍານບໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຈະຮັບເອົາຄວາມດູແລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ອາດເຖິງຂັ້ນຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ຖ້າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າກໍຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບພອນຂອງພຣະອົງ; ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນປະພິດຄືກັບພວກກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນພຽງເງື່ອນໄຂດຽວເທົ່ານັ້ນທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຈະບໍ່ເປັນແບບນັ້ນ: ພວກເຂົາຢູ່ນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດແມ່ນໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ ແລະ ການຄົ້ນຄວ້າດ້ວຍສະໝອງຂອງພວກເຂົາເອງ. ມັນບໍ່ແມ່ນເງື່ອນໄຂຂອງພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແຮງໄກທີ່ມັນຈະເປັນການຮ່ວມມືກັບພຣະເຈົ້າ. ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າແມ່ນປາສະຈາກການສະຖິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກພອນ ແລະ ການປົກປ້ອງຂອງພຣະເຈົ້າ. ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ຂອງພວກເຂົາແມ່ນຍຶດຕິດຢູ່ກັບເງື່ອນໄຂຂອງພາລະກິດໃນອະດີດຂອງພຣະວິນຍານບໍລິສຸດ; ພວກມັນເປັນຄຳສັ່ງສອນ ບໍ່ແມ່ນຄວາມຈິງ. ຄຳສັ່ງສອນ ແລະ ກົດລະບຽບດັ່ງກ່າວແມ່ນພຽງພໍທີ່ຈະພິສູດວ່າ ການຊຸມນຸມຂອງຜູ້ຄົນເຫຼົ່ານີ້ແມ່ນບໍ່ມີຫຍັງນອກຈາກດ້ານສາສະໜາ; ພວກເຂົາບໍ່ແມ່ນຄົນທີ່ຖືກເລືອກ ຫຼື ເປັນເປົ້າໝາຍຂອງພາລະກິດຂອງພຣະເຈົ້າ. ການຊຸມນຸມຂອງທຸກຄົນໃນທ່າມກາງພວກເຂົາ ສາມາດເອີ້ນໄດ້ວ່າ ສະພາໃຫຍ່ແຫ່ງສາສະໜາເທົ່ານັ້ນ ແລະ ບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ສິ່ງທີ່ພວກເຂົາເຮັດເບິ່ງຄືກັບວ່າເປັນການລະນຶກເຖິງສາສະໜາ, ສິ່ງທີ່ພວກເຂົາດຳລົງຊີວິດຕາມເບິ່ງຄືກັບວ່າເຕັມໄປດ້ວຍສາສະໜາ; ພວກເຂົາບໍ່ມີການສະຖິດ ແລະ ພາລະກິດຂອງພຣະວິນຍານບໍລິສຸດ ແຮງໄກທີ່ພວກເຂົາຈະມີສິດຮັບເອົາການລົງວິໄນ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຊາກສົບທີ່ບໍ່ມີຊີວິດ ແລະ ໜອນທີ່ປາສະຈາກຈິດວິນຍານ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບການກະບົດ ແລະ ການຕໍ່ຕ້ານຂອງມະນຸດ, ບໍ່ມີຄວາມຮູ້ກ່ຽວກັບການເຮັດຊົ່ວທຸກຢ່າງຂອງມະນຸດ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຄົນຊັ້ນຕໍ່າ, ພວກເຂົາຄືຄົນຕໍ່າຊ້າທີ່ບໍ່ສົມຄວນຖືກເອີ້ນວ່າຜູ້ເຊື່ອ! ບໍ່ມີຫຍັງທີ່ພວກເຂົາເຮັດມີຄວາມກ່ຽວພັນໃດໆກັບການຄຸ້ມຄອງຂອງພຣະເຈົ້າ ແຮງໄກທີ່ມັນຈະສາມາດທຳລາຍແຜນການຂອງພຣະເຈົ້າໄດ້. ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນຕາລັງກຽດເກີນໄປ, ເປັນຕາເວດທະນາເກີນໄປ ແລະ ບໍ່ສົມຄວນເອີຍເຖິງເລີຍ. ບໍ່ມີຫຍັງທີ່ປະຕິບັດໂດຍຄົນທີ່ບໍ່ໄດ້ຢູ່ໃນກະແສຂອງພຣະວິນຍານບໍລິສຸດ ມີສ່ວນກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍປາສະຈາກການລົງວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ແມ່ນປາສະຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍ້ອນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກເອີ້ນວ່າເປັນຄົນຊົ່ວຊ້າ ເພາະພວກເຂົາຍ່າງໃນເນື້ອໜັງ ແລະ ເຮັດຫຍັງກໍຕາມທີ່ພວກເຂົາພໍໃຈ ໂດຍພາຍໃຕ້ປ້າຍໂຄສະນາຂອງພຣະເຈົ້າ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາກໍຕັ້ງໃຈຕໍ່ຕ້ານພຣະອົງ ແລະ ແລ່ນໃນທາງກົງກັນຂ້າມກັບພຣະອົງ. ຄວາມລົ້ມເຫຼວຂອງມະນຸດໃນການຮ່ວມມືກັບພຣະເຈົ້າຄືການກະບົດໃນຕົວມັນເອງຢ່າງແຮງ, ສະນັ້ນ ຄົນເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າຈະບໍ່ໄດ້ຮັບຜົນກຳສະໜອງທີ່ພວກເຂົາສົມຄວນໄດ້ຮັບບໍ?

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

“ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” (ມັດທາຍ 12:6–8). ຄຳວ່າ “ພຣະວິຫານ” ໝາຍເຖິງຫຍັງໃນນີ້? ເວົ້າງ່າຍໆກໍຄື ມັນໝາຍເຖິງອາຄານທີ່ສູງ ແລະ ສະຫງ່າງາມ ແລະ ໃນຍຸກແຫ່ງພຣະບັນຍັດ, ພຣະວິຫານແມ່ນສະຖານທີ່ໆປະໂລຫິດນະມັດສະການພຣະເຈົ້າ. ເມື່ອພຣະເຢຊູເຈົ້າກ່າວວ່າ: “ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ”, “ຄົນ” ໝາຍເຖິງຜູ້ໃດ? ຊັດເຈນ “ຄົນ” ກໍຄືພຣະເຢຊູເຈົ້າທີ່ຢູ່ໃນເນື້ອໜັງ, ຍ້ອນມີພຽງພຣະອົງທີ່ຍິ່ງໃຫຍ່ກວ່າພຣະວິຫານ. ພຣະທຳເຫຼົ່ານີ້ບອກຫຍັງແດ່ແກ່ຜູ້ຄົນ? ພຣະທຳເຫຼົ່ານີ້ບອກຜູ້ຄົນໃຫ້ອອກມາຈາກພຣະວິຫານ, ພຣະເຈົ້າໄດ້ອອກຈາກພຣະວິຫານແລ້ວ ແລະ ບໍ່ໄດ້ປະຕິບັດພາລະກິດໃນນັ້ນອີກຕໍ່ໄປ, ສະນັ້ນຜູ້ຄົນກໍຄວນສະແຫວງຫາບາດກ້າວຂອງພຣະເຈົ້າ ເຊິ່ງຢູ່ນອກພຣະວິຫານ ແລະ ຕິດຕາມບາດກ້າວຂອງພຣະອົງໃນພາລະກິດໃໝ່ຂອງພຣະອົງ. ເມື່ອພຣະເຢຊູເຈົ້າກ່າວເຊັ່ນນີ້, ມັນກໍມີຫຼັກຖານຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ເຊິ່ງນັ້ນກໍຄື ພາຍໃຕ້ພຣະບັນຍັດ, ຜູ້ຄົນໄດ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າພຣະເຈົ້າເອງ. ນັ້ນກໍຄື ຜູ້ຄົນນະມັດສະການພຣະວິຫານແທນທີ່ຈະນະມັດສະການພຣະເຈົ້າ, ສະນັ້ນ ພຣະເຢຊູເຈົ້າຈຶ່ງເຕືອນພວກເຂົາບໍ່ໃຫ້ນະມັດສະການພະທຽມ, ແຕ່ກົງກັນຂ້າມໃຫ້ນະມັດສະການພຣະເຈົ້າ ເພາະວ່າພຣະອົງຍິ່ງໃຫຍ່ທີ່ສຸດ. ດັ່ງນັ້ນ ພຣະອົງຈຶ່ງກ່າວວ່າ: “ເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ”. ມັນຊັດເຈນແລ້ວວ່າ ໃນສາຍຕາຂອງພຣະເຢຊູເຈົ້າ ຜູ້ຄົນສ່ວນໃຫຍ່ທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດແມ່ນບໍ່ໄດ້ນະມັດສະການພຣະເຢໂຮວາອີກຕໍ່ໄປ, ພຽງແຕ່ທຳທ່າຖວາຍບູຊາ ແລະ ພຣະເຢຊູເຈົ້າກໍເຫັນວ່າ ສິ່ງນີ້ຄືການນະມັດສະການພະທຽມ. ຜູ້ທີ່ນະມັດສະການພະທຽມເຫຼົ່ານີ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າ ແລະ ສູງສົ່ງກວ່າພຣະເຈົ້າ. ໃນຫົວໃຈຂອງພວກເຂົາແມ່ນມີພຽງແຕ່ພຣະວິຫານ, ບໍ່ແມ່ນພຣະເຈົ້າ ແລະ ຖ້າພວກເຂົາຕ້ອງສູນເສຍພຣະວິຫານ, ແລ້ວພວກເຂົາກໍຈະສູນເສຍສະຖານທີ່ອາໄສຂອງພວກເຂົາ. ຫາກປາສະຈາກພຣະວິຫານ ພວກເຂົາກໍບໍ່ມີບ່ອນໃດໃຫ້ນະມັດສະການ ແລະ ບໍ່ສາມາດປະຕິບັດການຖວາຍບູຊາຂອງພວກເຂົາໄດ້. ສິ່ງທີ່ເອີ້ນວ່າ “ສະຖານທີ່ອາໄສ” ຂອງພວກເຂົາແມ່ນບ່ອນທີ່ພວກເຂົາທຳທ່ານະມັດສະການພຣະເຈົ້າເຢໂຮວາເພື່ອຈະໄດ້ຢູ່ໃນພຣະວິຫານ ແລະ ປະຕິບັດວຽກງານຂອງພວກເຂົາເອງ. ສິ່ງທີ່ເອີ້ນວ່າ “ການຖວາຍບູຊາ” ຂອງພວກເຂົາເປັນພຽງການດຳເນີນກິດຈະກໍາສ່ວນຕົວທີ່ເປັນຕາອັບອາຍຂອງພວກເຂົາເອງ ພາຍໃຕ້ການທໍາທ່າຮັບໃຊ້ຂອງພວກເຂົາໃນພຣະວິຫານ. ນີ້ແມ່ນເຫດຜົນທີ່ຜູ້ຄົນໃນເວລານັ້ນເຫັນວ່າພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ. ພຣະເຢຊູເຈົ້າກ່າວພຣະທຳເຫຼົ່ານີ້ເປັນຄຳເຕືອນຕໍ່ຜູ້ຄົນ, ຍ້ອນພວກເຂົາກຳລັງໃຊ້ພຣະວິຫານເພື່ອບັງໜ້າ ແລະ ການຖວາຍບູຊາເພື່ອຫຼອກລວງຜູ້ຄົນ ແລະ ຫຼອກລວງພຣະເຈົ້າ. ຖ້າເຈົ້ານໍາພຣະທຳເຫຼົ່ານີ້ມາໃຊ້ໃນປັດຈຸບັນ, ພຣະທຳເຫຼົ່ານີ້ກໍຍັງໃຊ້ໄດ້ຢູ່ ແລະ ກົງປະເດັນທີ່ສຸດ. ເຖິງແມ່ນຜູ້ຄົນໃນປັດຈຸບັນໄດ້ຜະເຊີນກັບພາລະກິດທີ່ແຕກຕ່າງຂອງພຣະເຈົ້າຫຼາຍກວ່າທີ່ຜູ້ຄົນໃນຍຸກແຫ່ງພຣະບັນຍັດໄດ້ຜະເຊີນ, ແກ່ນແທ້ຂອງທຳມະຊາດຂອງພວກເຂົາກໍຄືກັນ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ເປົ້າໝາຍ ແລະ ຄວາມສຳຄັນຂອງການທີ່ພຣະເຈົ້າບັງເກີດເປັນມະນຸດໃນປະເທດຈີນເພື່ອປະຕິບັດພາລະກິດໃນຍຸກສຸດທ້າຍ

ຕໍ່ໄປ: 2. ເປັນຫຍັງພຣະເຈົ້າຈຶ່ງອວຍພອນຄຣິສຕະຈັກທີ່ຍອມຮັບ ແລະ ເຊື່ອຟັງພາລະກິດຂອງພຣະອົງເທົ່ານັ້ນ ແລະ ເປັນຫຍັງໂລກແຫ່ງສາສະໜາຈຶ່ງຖືກສາບແຊ່ງໂດຍພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້