2. ເປົ້າໝາຍ ແລະ ຄວາມສຳຄັນຂອງການທີ່ພຣະເຈົ້າບັງເກີດເປັນມະນຸດໃນປະເທດຈີນເພື່ອປະຕິບັດພາລະກິດໃນຍຸກສຸດທ້າຍ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອັນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ນໍາມາດ້ວຍແສງສະຫວ່າງ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາລີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະດຳເນີນໄປໄດ້ດີກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ. ຄວາມຈິງແລ້ວ ເມື່ອພາລະກິດທ່າມກາງພວກເຈົ້າປະສົບຜົນສຳເລັດ, ສິ່ງນີ້ກໍເທົ່າກັບຄວາມສຳເລັດທົ່ວຈັກກະວານແລ້ວ. ນີ້ຄືຄວາມໝາຍທີ່ວ່າ ເປັນຫຍັງເຮົາຈຶ່ງໃຫ້ພວກເຈົ້າເຮັດໜ້າທີ່ເປັນແບບຢ່າງ ແລະ ຕົວຢ່າງ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ ແລະ ໜ້າເຊື່ອຖືທີ່ສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຮັບເອົາສະຫງ່າລາສີ, ນີ້ແມ່ນສະຫງ່າລາສີທີ່ພຣະເຈົ້າຕ້ອງການຮັບເອົາໃນຍຸກສຸດທ້າຍ. ເຖິງແມ່ນວ່າຄົນເຫຼົ່ານີ້ມີຖານະທີ່ຕໍ່າຕ້ອຍ ແລະ ບັດນີ້ ພວກເຂົາກໍສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຄືການຍົກຂຶ້ນຂອງພຣະເຈົ້າຢ່າງແທ້ຈິງ. ພາລະກິດນີ້ມີຄວາມໝາຍຫຼາຍ ແລະ ພຣະອົງກໍຮັບເອົາຄົນເຫຼົ່ານີ້ຜ່ານການພິພາກສາ. ມັນບໍ່ແມ່ນເຈດຕະນາຂອງພຣະອົງທີ່ຈະລົງໂທດພວກເຂົາ, ແຕ່ເພື່ອຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຖ້າພຣະອົງຍັງປະຕິບັດພາລະກິດແຫ່ງການເອົາຊະນະໃນອິດສະຣາເອັນໃນລະຫວ່າງຍຸກສຸດທ້າຍ ມັນກໍຈະບໍ່ມີຄ່າຫຍັງ; ເຖິງແມ່ນມັນຈະເກີດຜົນ, ມັນກໍຈະບໍ່ມີຄຸນຄ່າ ຫຼື ຄວາມສຳຄັນທີ່ຍິ່ງໃຫຍ່ໃດເລີຍ ແລະ ພຣະອົງຈະບໍ່ສາມາດຮັບເອົາສະຫງ່າລາສີທັງໝົດໄດ້. ພຣະອົງກຳລັງປະຕິບັດພາລະກິດໃນພວກເຈົ້າ ເຊິ່ງເປັນຄົນທີ່ໄດ້ຕົກຢູ່ໃນສະຖານທີ່ໆມືດມິດທີ່ສຸດ, ເປັນຄົນທີ່ຫຼ້າຫຼັງທີ່ສຸດ. ຄົນເຫຼົ່ານີ້ບໍ່ຮັບຮູ້ວ່າມີພຣະເຈົ້າ ແລະ ບໍ່ເຄີຍຮູ້ຈັກວ່າມີພຣະເຈົ້າ. ສັດໂລກເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມຈົນເຖິງຈຸດທີ່ວ່າ ພວກເຂົາໄດ້ລືມພຣະເຈົ້າແລ້ວ. ພວກເຂົາຖືກຊາຕານເຮັດໃຫ້ຕາບອດ ແລະ ບໍ່ຮູ້ຈັກເລີຍວ່າ ມີພຣະເຈົ້າຢູ່ໃນສະຫວັນ. ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າລ້ວນແລ້ວແຕ່ບູຊາພະທຽມ ແລະ ບູຊາຊາຕານ, ພວກເຈົ້າບໍ່ແມ່ນຄົນທີ່ຕໍ່າຕ້ອຍທີ່ສຸດ ແລະ ຫຼ້າຫຼັງທີ່ສຸດບໍ? ພວກເຈົ້າມາຈາກເນື້ອໜັງທີ່ຕໍ່າຕ້ອຍທີ່ສຸດ ໂດຍປາສະຈາກອິດສະຫຼະສ່ວນຕົວ ແລະ ພວກເຈົ້າກໍທົນທຸກກັບຄວາມລໍາບາກເຊັ່ນກັນ. ພວກເຈົ້າຍັງເປັນຄົນທີ່ຢູ່ໃນລະດັບຕໍ່າທີ່ສຸດໃນສັງຄົມນີ້ ໂດຍບໍ່ມີແມ່ນແຕ່ອິດສະຫຼະໃນດ້ານຄວາມເຊື່ອ. ນີ້ແມ່ນຄວາມສຳຄັນຂອງການປະຕິບັດພາລະກິດໃນພວກເຈົ້າ.

(ຄັດຈາກບົດ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ ພຣະອົງບໍ່ໄດ້ມາຈາກໂລກ ແລະ ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອເພີດເພີນກັບໂລກ. ສະຖານທີ່ໆການປະຕິບັດພາລະກິດຈະເປີດເຜີຍອຸປະນິໄສຂອງພຣະອົງ ແລະ ມີຄວາມໝາຍທີ່ສຸດກໍຄືສະຖານທີ່ໆພຣະອົງກໍາເນີດ. ບໍ່ວ່າມັນຈະເປັນດິນແດນທີ່ບໍລິສຸດ ຫຼື ສົກກະປົກ ແລະ ບໍ່ວ່າພຣະອົງຈະປະຕິບັດພາລະກິດຢູ່ໃສ, ພຣະອົງກໍບໍລິສຸດ. ທຸກສິ່ງໃນແຜ່ນດິນໂລກຖືກສ້າງໂດຍພຣະອົງ; ພຽງແຕ່ວ່າທຸກສິ່ງຖືກຊາຕານເຮັດໃຫ້ເສື່ອມຊາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທຸກສິ່ງກໍຍັງເປັນຂອງພຣະອົງ; ພວກມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ. ພຣະອົງມາສູ່ດິນແດນທີ່ສົກກະປົກ ແລະ ປະຕິບັດພາລະກິດເພື່ອເປີດເຜີຍຄວາມບໍລິສຸດຂອງພຣະອົງ; ພຣະອົງພຽງເຮັດສິ່ງນີ້ເພື່ອເຫັນແກ່ພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງອົດກັ້ນຕໍ່ຄວາມອັບອາຍຢ່າງຫຼວງຫຼາຍເພື່ອປະຕິບັດພາລະກິດແບບນີ້ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນໃນດິນແດນທີ່ສົກກະປົກນີ້. ການເຮັດແບບນີ້ກໍເພື່ອເປັນພະຍານໃຫ້ກັບມະນຸດຊາດທັງປວງ. ສິ່ງທີ່ພາລະກິດດັ່ງກ່າວສະແດງໃຫ້ຜູ້ຄົນເຫັນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ມັນຍັງສາມາດສະແດງເຖິງຄວາມເລີດລໍ້າຂອງພຣະເຈົ້າໄດ້ດີກວ່າ. ຄວາມຍິ່ງໃຫຍ່ ແລະ ຄວາມທ່ຽງທໍາຂອງພຣະອົງຖືກສະແດງຜ່ານຄວາມລອດພົ້ນຂອງກຸ່ມຄົນທີ່ຕໍ່າຕ້ອຍທີ່ຄົນອື່ນລັງກຽດ. ການເກີດໃນດິນແດນທີ່ສົກກະປົກບໍ່ໄດ້ພິສູດເລີຍວ່າພຣະອົງຕໍ່າຕ້ອຍ; ມັນພຽງແຕ່ເຮັດໃຫ້ສິ່ງຊົງສ້າງທັງໝົດຂອງພຣະອົງໄດ້ເຫັນເຖິງຄວາມຍິ່ງໃຫຍ່ ແລະ ຄວາມຮູ້ທີ່ແທ້ຈິງທີ່ພຣະອົງມີໃຫ້ກັບມະນຸດຊາດ. ຍິ່ງພຣະອົງເຮັດແບບນີ້, ມັນຍິ່ງເປີດເຜີຍເຖິງຄວາມຮັກທີ່ບໍລິສຸດ ແລະ ຄວາມຮັກທີ່ບໍ່ມີຂໍ້ບົກຜ່ອງຂອງພຣະອົງທີ່ມີຕໍ່ມະນຸດຊາດ.

(ຄັດຈາກບົດ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດທັງໝົດຂອງພຣະເຈົ້າໃນຈັກກະວານທັງໝົດໃຫ້ຄວາມສຳຄັນກັບຄົນກຸ່ມນີ້. ພຣະອົງທຸ້ມເທຄວາມພະຍາຍາມທັງໝົດຂອງພຣະອົງໃຫ້ກັບພວກເຈົ້າ ແລະ ເສຍສະລະທຸກຢ່າງສຳລັບພວກເຈົ້າ; ພຣະອົງໄດ້ຮຽກພາລະກິດທັງໝົດຂອງພຣະວິນຍານທົ່ວທັງຈັກກະວານກັບຄືນ ແລະ ມອບໃຫ້ກັບພວກເຈົ້າ. ນີ້ຄືເຫດຜົນທີ່ເຮົາໄດ້ກ່າວວ່າ ພວກເຈົ້າເປັນຄົນທີ່ໂຊກດີ. ນອກຈາກນັ້ນ, ພຣະອົງໄດ້ຍ້າຍລັດສະໝີຂອງພຣະອົງຈາກອິດສະຣາແອນ ເຊິ່ງເປັນຊົນຊາດທີ່ພຣະອົງໄດ້ຊົງເລືອກ ແລະ ມອບໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ຄວາມປະສົງຂອງແຜນງານຂອງພຣະອົງປາກົດອອກມາຢ່າງສົມບູນຜ່ານກຸ່ມຄົນຂອງພວກເຈົ້າ. ດ້ວຍເຫດນັ້ນ, ພວກເຈົ້າເປັນຄົນເຫຼົ່ານັ້ນທີ່ຈະຮັບມໍລະດົກຂອງພຣະເຈົ້າ ແລະ ຍິ່ງກວ່ານັ້ນແມ່ນ ຜູ້ສືບທອດລັດສະໝີຂອງພຣະເຈົ້າ. ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: “ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ”. ໃນອະດີດ, ພວກເຈົ້າທຸກຄົນໄດ້ຍິນຖ້ອຍຄຳເຫຼົ່ານີ້ ແຕ່ບໍ່ມີໃຜເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳ. ໃນມື້ນີ້ພວກເຈົ້າໄດ້ຮູ້ດີເຖິງຄວາມໝາຍແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ. ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຮັບຄວາມໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນອາໄສຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ສະນັ້ນ, ໃນດິນແດນແຫ່ງນີ້ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າກໍຈະຖືກເຍາະເຍີ້ຍ ແລະ ຖືກຂົມເຫັງ. ນີ້ຄືເຫດຜົນທີ່ພຣະທຳເຫຼົ່ານີ້ຈະກາຍເປັນຄວາມຈິງໃນກຸ່ມຄົນຂອງພວກເຈົ້າ. ເມື່ອພາລະກິດຖືກປະຕິບັດໃນດິນແດນທີ່ຕໍ່ຕ້ານພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງກໍຈະພົບກັບອຸປະສັກທີ່ຫຼາຍເກີນຄວນ ແລະ ພຣະທຳຂອງພຣະອົງຫຼາຍຂໍ້ກໍຈະບໍ່ສາມາດຖືກເຮັດໃຫ້ສຳເລັດໃນເວລາທີ່ເໝາະສົມ; ດ້ວຍເຫດນີ້, ຜູ້ຄົນຈຶ່ງຖືກເຮັດໃຫ້ບໍລິສຸດ ຍ້ອນພຣະທຳຂອງພຣະເຈົ້າ. ນີ້ກໍແມ່ນອົງປະກອບຂອງຄວາມທົນທຸກທໍລະມານ. ມັນລຳບາກສຳລັບພຣະເຈົ້າຫຼາຍໃນການປະຕິບັດພາລະກິດຂອງພຣະອົງໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ກໍຍ້ອນຄວາມລຳບາກດັ່ງກ່າວທີ່ພຣະເຈົ້າເຮັດພາລະກິດຂອງພຣະອົງເປັນຂັ້ນຕອນ ເພື່ອເປີດເຜີຍໃຫ້ເຫັນເຖິງສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພຣະເຈົ້ານໍາໃຊ້ໂອກາດນີ້ເພື່ອເຮັດໃຫ້ກຸ່ມຄົນນີ້ສົມບູນແບບ. ຍ້ອນການທົນທຸກທໍລະມານຂອງຜູ້ຄົນ, ຄວາມສາມາດຂອງພວກເຂົາ ແລະ ຈິດໃຈທັງໝົດທີ່ຄືກັບຊາຕານຂອງຜູ້ຄົນໃນດິນແດນທີ່ບໍ່ບໍລິສຸດນີ້, ພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດການຊຳລະໃຫ້ບໍລິສຸດ ແລະ ການປົກຄອງ ເພື່ອວ່າ ພຣະອົງຈະໄດ້ຮັບລັດສະໝີຈາກສິ່ງນີ້ ແລະ ຮັບຄົນເຫຼົ່ານັ້ນທີ່ຢືນເປັນພະຍານແກ່ການກະທຳຂອງພຣະອົງ. ນີ້ແມ່ນຄວາມໝາຍທີ່ສົມບູນຂອງການເສຍສະລະທັງໝົດທີ່ພຣະເຈົ້າໄດ້ກະທຳເພື່ອກຸ່ມຄົນນີ້. ສະຫຼຸບໄດ້ວ່າ ພຣະເຈົ້າປະຕິບັດພາລະກິດແຫ່ງໄຊຊະນະພຽງແຕ່ຜ່ານຄົນເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ. ດ້ວຍການເຮັດແບບນີ້ ຈຶ່ງສາມາດເປີດເຜີຍອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້. ສາມາດເວົ້າໄດ້ວ່າ ມີພຽງແຕ່ຄົນເຫຼົ່ານັ້ນໃນດິນແດນທີ່ບໍ່ບໍລິສຸດ ທີ່ເໝາະສົມແກ່ການສືບທອດລັດສະໝີຂອງພຣະເຈົ້າ ແລະ ມີພຽງສິ່ງນີ້ ທີ່ສາມາດໃຫ້ກຽດກັບອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້. ນັ້ນຄືເຫດຜົນທີ່ເຮົາໄດ້ກ່າວວ່າ ໄດ້ມີການຮັບເອົາລັດສະໝີຂອງພຣະເຈົ້າໃນດິນແດນທີ່ບໍ່ບໍລິສຸດ ແລະ ຈາກຄົນເຫຼົ່ານັ້ນທີ່ອາໄສຢູ່ໃນດິນແດນນັ້ນ. ນັ້ນຄືຄວາມປະສົງຂອງພຮະເຈົ້າ. ນີ້ຄືກັບສິ່ງທີ່ຢູ່ໃນຂັ້ນຕອນຂອງພາລະກິດຂອງພຣະເຢຊູ; ພຣະອົງສາມາດຮັບຄໍາສັນລະເສີນຈາກໝູ່ພວກຟາລິຊາຍທີ່ຂົ່ມເຫັງພຣະອົງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນການຂົ່ມເຫັງ ແລະ ການທໍລະຍົດຂອງຢູດາ, ພຣະເຢຊູຈະບໍ່ຖືກເຍາະເຍີ້ຍ ຫຼື ຖືກກ່າວຮ້າຍ ໂດຍຖືກຄຶງໄວ້ທີ່ໄມ້ກາງແຂນເລີຍ ແລະ ດ້ວຍເຫດນັ້ນ ກໍຈະບໍ່ສາມາດໄດ້ຮັບລັດສະໝີ. ບໍ່ວ່າຢູ່ໃສກໍຕາມທີ່ພຣະເຈົ້າປະຕິບັດພາລະກິດໃນແຕ່ລະຍຸກ ແລະ ບໍ່ວ່າຢູ່ໃສກໍຕາມທີ່ພຣະອົງປະຕິບັດພາລະກິດໂດຍຜ່ານເນື້ອໜັງ, ພຣະອົງຈະຮັບລັດສະໝີຢູ່ທີ່ນັ້ນ ແລະ ຮັບຄົນເຫຼົ່ານັ້ນທີ່ພຣະອົງປະສົງທີ່ຈະຮັບ. ນີ້ເປັນແຜນງານຂອງພາລະກິດຂອງພຣະເຈົ້າ ແລະ ນີ້ເປັນການຄຸ້ມຄອງຂອງພຣະອົງ.

ໃນແຜນງານຂອງພຣະເຈົ້າໃນເວລາຫຼາຍພັນປີ, ພາລະກິດທີ່ສຳເລັດໂດຍຜ່ານເນື້ອໜັງແມ່ນມີສອງສ່ວນ: ສ່ວນທຳອິດແມ່ນພາລະກິດຂອງການຖືກຄຶງທີ່ໄມ້ກາງແຂນ ເຊິ່ງພຣະອົງໄດ້ຮັບລັດສະໝີ; ອີກສ່ວນຄືພາລະກິດແຫ່ງໄຊຊະນະ ແລະ ຄວາມສົມບູນໃນຍຸກສຸດທ້າຍ ເຊິ່ງພຣະອົງຈະໄດ້ຮັບລັດສະໝີ. ນີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນີ້, ຢ່າຄິດວ່າ ພາລະກິດຂອງພຣະເຈົ້າ ຫຼື ພຣະບັນຊາຂອງພຣະເຈົ້າທີ່ໃຫ້ກັບພວກເຈົ້າງ່າຍດາຍເກີນໄປ. ພວກເຈົ້າເປັນຜູ້ສືບທອດມໍລະດົກແຫ່ງລັດສະໝີຂອງພຣະເຈົ້າທີ່ເໜືອກວ່າສິ່ງໃດຫຼາຍເທົ່າ ແລະ ເປັນນິລັນດອນ ແລະ ນີ້ຄືສິ່ງທີ່ຖືກບັນຊາໂດຍພຣະເຈົ້າ. ຈາກສອງສ່ວນຂອງລັດສະໝີຂອງພຣະອົງ, ສ່ວນໜຶ່ງແມ່ນຖືກເປີດເຜີຍໃນຕົວພວກເຈົ້າ; ສ່ວນໜຶ່ງທັງໝົດຂອງລັດສະໝີຂອງພຣະເຈົ້າຖືກປະທານໃຫ້ກັບພວກເຈົ້າ ເພື່ອມັນຈະເປັນມໍລະດົກຂອງພວກເຈົ້າ. ນີ້ຄືການສັນລະເສີນຈາກພຣະເຈົ້າ ແລະ ແຜນງານຂອງພຣະອົງທີ່ຖືກກຳນົດໄວ້ລ່ວງໜ້າດົນນານມາແລ້ວ. ເມື່ອເຫັນເຖິງຄວາມຍິ່ງໃຫຍ່ຂອງພາລະກິດຂອງພຣະເຈົ້າທີ່ໄດ້ກະທຳໃນດິນແດນທີ່ເປັນທີ່ຢູ່ອາໄສຂອງມັງກອນແດງທີ່ຍິ່ງໃຫຍ່, ພາລະກິດດັ່ງກ່າວ ຖ້າຍ້າຍໄປບ່ອນອື່ນ ກໍຈະເກີດຜົນຢ່າງໃຫຍ່ຫຼວງເປັນເວລາດົນແລ້ວ ແລະ ຖືກຍອມຮັບໂດຍມະນຸດຢ່າງງ່າຍດາຍ. ພາລະກິດດັ່ງກ່າວກໍຈະງ່າຍເກີນໄປ ທີ່ຈະຍອມຮັບເອົາຜູ້ສອນສາສະໜາໃນພາກຕະເວັນຕົກທີ່ເຊື່ອໃນພຣະເຈົ້າ ເນື່ອງຈາກວ່າ ຂັ້ນຕອນຂອງພາລະກິດ ທີ່ພຣະເຢຊູໄດ້ເຮັດເປັນແບບຢ່າງດັ່ງທີ່ເຄີຍມີມາ. ນີ້ຄືເຫດຜົນທີ່ພຣະອົງບໍ່ສາມາດສຳເລັດຂັ້ນຕອນຂອງພາລະກິດໃນການເຮັດໃຫ້ເກີດລັດສະໝີນີ້ຢູ່ໃນບ່ອນອື່ນ; ຍ້ອນວ່າ ເມື່ອມີການສະໜັບສະໜູນຈາກມະນຸດທຸກຄົນ ແລະ ມີການຍອມຮັບຈາກທຸກຊາດ, ມັນກໍຈະບໍ່ມີບ່ອນໃຫ້ລັດສະໝີຂອງພຮະເຈົ້າຕັ້ງຢູ່. ນີ້ຄືຄວາມໝາຍພິເສດທີ່ແຈ່ງແຈ້ງ ເຊິ່ງບາດກ້າວນີ້ຂອງພາລະກິດມີໃນດິນແດນແຫ່ງນີ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ

(ບົດຄັດເລືອກຈາກພຣະທຳຂອງພຣະເຈົ້າ)

ໜຶ່ງຂັ້ນຕອນຂອງພາລະກິດສອງຍຸກທີ່ຜ່ານມາແມ່ນຖືກປະຕິບັດຢູ່ໃນອິດສະຣາເອນ ແລະ ອີກຂັ້ນຕອນໜຶ່ງແມ່ນຖືກປະຕິບັດຢູ່ໃນຢູດາຍ. ເວົ້າລວມແລ້ວ, ບໍ່ມີຂັ້ນຕອນໃດຂອງພາລະກິດນີ້ອອກນອກອິດສະຣາເອນເລີຍ ແລະ ແຕ່ລະຂັ້ນຕອນແມ່ນຖືກປະຕິບັດໃນຜູ້ຄົນທີ່ຖືກເລືອກກຸ່ມທຳອິດ. ສະນັ້ນ, ຊາວອິດສະຣາເອນເຊື່ອວ່າ ພຣະເຈົ້າເຢໂຮວາແມ່ນພຣະເຈົ້າພຣະອົງດຽວຂອງຊາວອິດສະຣາເອນ. ເນື່ອງຈາກພຣະເຢຊູເຮັດພາລະກິດຢູ່ໃນຢູດາຍ ບ່ອນທີ່ພຣະອົງປະຕິບັດພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ, ຊາວຢິວເບິ່ງພຣະອົງເປັນພຣະຜູ້ໄຖ່ບາບຂອງຊາວຢິວ. ພວກເຂົາຄິດວ່າພຣະອົງແມ່ນກະສັດຂອງຊາວຢິວເທົ່ານັ້ນ ບໍ່ແມ່ນກະສັດຂອງຄົນຊາດອື່ນ; ວ່າພຣະອົງບໍ່ແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອັງກິດ ຫຼື ພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອາເມຣິກາ, ແຕ່ພຣະອົງແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຊາວອິດສະຣາເອນ. ແລະ ມີແຕ່ຊາວຢິວທີ່ພຣະອົງໄຖ່ບາບໃຫ້. ທີ່ຈິງແລ້ວ, ພຣະອົງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ພຣະອົງແມ່ນພຣະເຈົ້າຜູ້ສ້າງສັບພະສິ່ງທັງປວງ. ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວຢິວ. ພຣະ ອົງແມ່ນພຣະເຈົ້າຂອງສັບພະສິ່ງທັງປວງ. ສອງຂັ້ນຕອນຂອງພາລະກິດທີ່ຜ່ານມາຂອງພຣະອົງເກີດຂຶ້ນຢູ່ໃນອິດສະຣາເອນ ເຊິ່ງໄດ້ສ້າງຄວາມເຂົ້າໃຈໃນບາງຢ່າງພາຍໃນມະນຸດ. ພວກເຂົາເຊື່ອວ່າພຣະເຢໂຮວາດຳເນີນພາລະກິດຂອງພຣະອົງໃນອິດສະຣາເອນ, ພຣະເຢຊູດຳເນີນພາລະກິດຂອງພຣະອົງຢູ່ໃນຢູດາຍດ້ວຍຕົນເອງ ແລະ ພຣະອົງກໍກາຍເປັນມະນຸດເພື່ອດຳເນີນພາລະກິດ. ຈະຍ້ອນສາເຫດໃດກໍຕາມ, ພາລະກິດນີ້ແມ່ນບໍ່ໄດ້ຂະຫຍາຍອອກນອກອິດສະຣາເອນເລີຍ. ພຣະອົງບໍ່ໄດ້ດຳເນີນພາລະກິດກັບຊາວເອຢິບ ຫຼື ຊາວອິນເດຍ. ພຣະອົງເຄີຍແຕ່ດຳເນີນພາລະກິດກັບຊາວອິດສະຣາເອນເທົ່ານັ້ນ. ສະນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຕ່າງໆນາໆ ແລະ ວາງແຜນພາລະກິດຂອງພຣະເຈົ້າພາຍໃນບາງຂອບເຂດ. ພວກເຂົາເລົ່າຂານກັນວ່າເມື່ອພຣະເຈົ້າດຳເນີນພາລະກິດ, ພຣະອົງຕ້ອງດໍາເນີນພາລະກິດນັ້ນກັບບັນດາຜູ້ຄົນທີ່ຖືກເລືອກ ແລະ ຢູ່ໃນອິດສະຣາເອນ; ຮັກສາໄວ້ສໍາລັບຊາວອິດສະຣາເອນ ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດກັບຜູ້ອື່ນ ຫຼື ພຣະອົງບໍ່ມີພາລະກິດໃນຂອບເຂດອື່ນ. ພວກເຂົາຈຶ່ງເຄັ່ງຄັດເປັນພິເສດເພື່ອຮັກສາໃຫ້ພຣະບຸດພຣະເຈົ້າຍັງຄົງຢູ່ໃນເຊື້ອສາຍ ແລະ ບໍ່ອະນຸຍາດໃຫ້ພຣະອົງເຄື່ອນໄຫວອອກນອກດິນແດນອິດສະຣາເອນເລີຍ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຂົ້າໃຈຂອງມະນຸດທັງໝົດບໍ? ພຣະເຈົ້າສ້າງສະຫວັນ ແລະ ໂລກມະນຸດ ແລະ ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງກໍສ້າງສັບພະສິ່ງທັງປວງ; ແລ້ວພຣະອົງຈະຈຳກັດພາລະກິດຂອງພຣະອົງສະເພາະແຕ່ໃນອິດສະຣາເອນໄດ້ແນວໃດ? ຖ້າເປັນເຊັ່ນນັ້ນ, ຈະມີປະໂຫຍດຫຍັງສຳລັບພຣະອົງໃນການສ້າງສັບພະສິ່ງທັງປວງຂອງພຣະອົງຂຶ້ນມາ? ພຣະອົງສ້າງໂລກທັງໝົດ, ພຣະອົງໄດ້ດຳເນີນແຜນການຄຸ້ມຄອງຫົກພັນປີ ບໍ່ແມ່ນເພື່ອອິດສະຣາເອນເທົ່ານັ້ນ ແຕ່ເພື່ອທຸກຄົນໃນຈັກກະວານ. ບໍ່ວ່າພວກເຂົາຈະອາໄສຢູ່ປະເທດຈີນ, ສະຫະລັດອະເມຣິກາ, ສະຫະລາຊະອານາຈັກ ຫຼື ຣັດເຊຍ ທຸກຄົນແມ່ນລູກຫຼານຂອງອາດາມ. ພວກເຂົາທັງໝົດແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ມີບຸກຄົນໃດຈະສາມາດຫຼົບໜີອອກຈາກຂອບເຂດການສ້າງຂອງພຣະເຈົ້າໄດ້ ແລະ ບໍ່ມີບຸກຄົນໃດສາມາດແຍກອອກຈາກຄວາມເປັນ “ລູກຫຼານຂອງອາດາມ” ໄດ້. ພວກເຂົາທັງໝົດແມ່ນສິ່ງທີ່ພຣະເຈົ້າສ້າງຂຶ້ນ ພວກເຂົາແມ່ນລູກຫຼານຂອງອາດາມ ແລະ ພວກເຂົາກໍຍັງເປັນລູກຫຼານທີ່ຊົ່ວຊ້າຂອງອາດາມ ແລະ ເອວາອີກດ້ວຍ. ບໍ່ແມ່ນແຕ່ຊາວອິດສະຣາເອນເທົ່ານັ້ນ ທີ່ເປັນຜູ້ຄົນທີ່ພຣະເຈົ້າສ້າງຂຶ້ນ, ແຕ່ແມ່ນໝົດທຸກຄົນ. ພຽງແຕ່ວ່າບາງຄົນໄດ້ຖືກສາບ ແລະ ບາງຄົນໄດ້ຮັບພອນຈາກພຣະເຈົ້າ. ມີຫຼາຍສິ່ງທີ່ເປັນທີ່ເພິ່ງພໍໃຈກ່ຽວກັບຊາວອິດສະຣາເອນ. ເບື້ອງຕົ້ນພຣະເຈົ້າໄດ້ດໍາເນີນພາລະກິດກັບພວກເຂົາ ເພາະວ່າພວກເຂົາແມ່ນກຸ່ມຄົນທີ່ເສື່ອມເສຍໜ້ອຍທີ່ສຸດ. ຄົນຈີນບໍ່ອາດປຽບທຽບກັບພວກເຂົາໄດ້ ພວກເຂົາຕໍ່າຕ້ອຍກວ່າ. ສະນັ້ນ, ໃນເບື້ອງຕົ້ນ ພຣະເຈົ້າຈຶ່ງໄດ້ດໍາເນີນພາລະກິດກັບຊາວອິດສະຣາເອນກ່ອນ ແລະ ພາລະກິດໃນຂັ້ນຕອນທີ່ສອງຂອງພຣະອົງກໍດຳເນີນຢູ່ໃນຢູດາຍເທົ່ານັ້ນ ເຊິ່ງນໍາໄປສູ່ຄວາມເຂົ້າໃຈ ແລະ ກົດເກນຕ່າງໆທ່າມກາງມະນຸດ. ອັນທີ່ຈິງແລ້ວ, ຖ້າພຣະອົງດຳເນີນຕາມຄວາມເຂົ້າໃຈຂອງມະນຸດ, ພຣະອົງກໍຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ດັ່ງນັ້ນ ພຣະອົງຈະບໍ່ສາມາດຂະຫຍາຍພາລະກິດຂອງພຣະອົງໄປສູ່ຊາດທີ່ບໍ່ແມ່ນຊາວຢິວໄດ້, ເພາະວ່າພຣະອົງຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ໂດຍບໍ່ແມ່ນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ຄຳທຳນາຍໄດ້ກ່າວໄວ້ວ່າ ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນຊາດທີ່ບໍ່ແມ່ນຊາວຢິວ ເຊິ່ງມັນຈະແຜ່ຂະຫຍາຍໄປສູ່ຊາດທີ່ບໍ່ແມ່ນຊາວຢິວ. ເປັນຫຍັງຄຳທຳນາຍຈິ່ງກ່າວໄວ້ດັ່ງນັ້ນ? ຖ້າພຣະເຈົ້າພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ພຣະອົງກໍຈະດຳເນີນພາລະກິດຢູ່ໃນອິດສະຣາເອນເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພຣະອົງຈະບໍ່ຂະຫຍາຍພາລະກິດຂອງພຣະອົງ ແລະ ພຣະອົງກໍຈະບໍ່ສ້າງຄຳທຳນາຍນີ້ຂຶ້ນມາ. ຍ້ອນວ່າພຣະອົງໄດ້ສ້າງຄຳທຳນາຍນີ້ຂຶ້ນມາ, ພຣະອົງຈຶ່ງຕ້ອງຂະຫຍາຍພາລະກິດຂອງພຣະອົງໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ໄປສູ່ທຸກຊາດ ແລະ ທຸກແຜ່ນດິນ. ເພາະວ່າພຣະອົງໄດ້ກ່າວໃນສິ່ງນີ້ໄວ້ແລ້ວ, ພຣະອົງຈຶ່ງປະຕິບັດຕາມຄໍາກ່າວຂອງພຣະອົງ. ນີ້ແມ່ນແຜນການຂອງພຣະອົງ, ເພາະພຣະອົງຄືພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ, ສ້າງໂລກມະນຸດ, ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທັງປວງ. ບໍ່ວ່າພຣະອົງຈະດຳເນີນພາລະກິດກັບຊາວອິດສະຣາເອນ ຫຼື ໃນທົ່ວດິນແດນຢູດາຍກໍຕາມ, ພາລະກິດທີ່ພຣະອົງກະທໍາແມ່ນພາລະກິດຂອງທົ່ວຈັກກະວານ ແລະ ເປັນພາລະກິດຂອງມວນມະນຸດທັງໝົດ. ພາລະກິດທີ່ພຣະອົງດໍາເນີນໃນທຸກມື້ນີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືໃນຊາດທີ່ບໍ່ແມ່ນຊາວຢິວ ກໍຍັງແມ່ນພາລະກິດຂອງມວນມະນຸດທັງໝົດ. ອິດສະຣາເອນສາມາດເປັນຖານສຳລັບພາລະກິດຂອງພຣະອົງໃນໂລກ; ໃນທໍານອງດຽວກັນ, ປະເທດຈີນກໍສາມາດກາຍເປັນຖານສຳລັບພາລະກິດຂອງພຣະອົງໃນບັນດາຊາດທີ່ບໍ່ແມ່ນຊາວຢິວໄດ້ເຊັ່ນກັນ. ແລ້ວຕອນນີ້ພຣະອົງບໍ່ແມ່ນປະຕິບັດຕາມຄຳທຳນາຍທີ່ວ່າ “ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນປະເທດທີ່ບໍ່ແມ່ນຊາວຢິວນັ້ນບໍ? ” ຂັ້ນຕອນທຳອິດໃນພາລະກິດຂອງພຣະອົງທີ່ປະຕິບັດໃນບັນດາຊາດທີ່ບໍ່ແມ່ນຊາວຢິວແມ່ນໝາຍເຖິງພາລະກິດນີ້ ພາລະກິດທີ່ພຣະອົງກຳລັງປະຕິບັດໃນຊາດມັງກອນແດງທີ່ຍິ່ງໃຫຍ່ນີ້. ເພື່ອໃຫ້ພຣະບຸດຂອງພຣະເຈົ້າດຳເນີນພາລະກິດໃນດິນແດນນີ້ ແລະ ດຳເນີນພາລະກິດກັບຜູ້ຄົນທີ່ຖືກສາບເຫຼົ່ານີ້ ເຖິງແມ່ນວ່າມັນເປັນສິ່ງທີ່ຂ້ອນຂ້າງຈະກົງກັນຂ້າມກັບຄວາມເຂົ້າໃຈຂອງມະນຸດກໍຕາມ. ຜູ້ຄົນເຫຼົ່ານີ້ແມ່ນຊົ່ວຊ້າທີ່ສຸດ, ພວກເຂົາບໍ່ມີຄ່າ ແລະ ພວກເຂົາກໍຖືກພຣະເຢໂຮວາປະຖິ້ມໃນເບື້ອງຕົ້ນ. ຜູ້ຄົນສາມາດຖືກຄົນອື່ນປະຖິ້ມໄດ້, ແຕ່ຖ້າພວກເຂົາຖືກພຣະເຈົ້າປະຖິ້ມ, ຜູ້ຄົນເຫຼົ່ານີ້ຈະບໍ່ມີສະຖານະຫຍັງ ແລະ ພວກເຂົາຈະມີຄຸນຄ່າຕໍ່າທີ່ສຸດ. ສໍາລັບສ່ວນໜຶ່ງຂອງການຖືກສ້າງຂຶ້ນມາຂອງພຣະເຈົ້າທີ່ຖືກຄອບງຳໂດຍຊາຕານ ຫຼື ການທີ່ຖືກຄົນອື່ນປະຖິ້ມ ແມ່ນລ້ວນແລ້ວແຕ່ເປັນເລື່ອງທີ່ເຈັບປວດຢູ່ແລ້ວ, ແຕ່ຖ້າສ່ວນໜຶ່ງຂອງການຖືກສ້າງຂຶ້ນມາຖືກພຣະຜູ້ເປັນເຈົ້າທີ່ສ້າງສັບພະສິ່ງທັງປວງນັ້ນປະຖິ້ມ ໝາຍຄວາມວ່າ ສະຖານະຂອງບຸກຄົນນັ້ນແມ່ນຕໍ່າຕ້ອຍທີ່ສຸດ. ລູກຫຼານຂອງໂມອັບມີສະຖານະທີ່ຕໍ່າຕ້ອຍທີ່ສຸດ. ເພາະວ່າຜູ້ຄົນເຫຼົ່ານີ້ມີສະຖານະຕໍ່າທີ່ສຸດໃນອະດີດຜ່ານມາ, ພາລະກິດທີ່ປະຕິບັດເຮັດຕໍ່ພວກເຂົາແມ່ນສາມາດລົບລ້າງແນວຄວາມເຊື່ອຂອງມະນຸດໄດ້ ແລະ ຍັງເປັນພາລະກິດທີ່ເປັນປະໂຫຍດທີ່ສຸດຕໍ່ກັບແຜນການຄຸ້ມຄອງຫົກພັນປີຂອງພຣະອົງອີກ. ການດຳເນີນພາລະກິດກັບຜູ້ຄົນເຫຼົ່ານີ້ ແມ່ນການກະທຳທີ່ສາມາດລົບລ້າງແນວຄວາມເຊື່ອຂອງມະນຸດ. ດ້ວຍເຫດນີ້ພຣະອົງຈຶ່ງເປີດຍຸກໃໝ່, ດ້ວຍເຫດນີ້ພຣະອົງຈຶ່ງລົບລ້າງຄວາມເຊື່ອຂອງມະນຸດທັງໝົດ, ດ້ວຍເຫດນີ້ ພຣະອົງຈຶ່ງຢຸດຕິພາລະກິດຂອງຍຸກແຫ່ງຄວາມກະລຸນາທັງໝົດ. ພາລະກິດຂອງພຣະອົງແມ່ນໄດ້ດຳເນີນໃນຢູດາຍພາຍໃນຂອບເຂດຂອງອິດສະຣາເອນ, ໃນຊາດທີ່ບໍ່ແມ່ນຊາວຢິວ ພຣະອົງບໍ່ໄດ້ເຮັດພາລະກິດເປີດຍຸກໃໝ່ໃດໆທັງນັ້ນ. ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງບໍ່ພຽງແຕ່ຖືກດຳເນີນຕໍ່ກັບຜູ້ຄົນໃນຊາດທີ່ບໍ່ແມ່ນຊາວຢິວເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນຖືກດຳເນີນໃນຜູ້ຄົນທີ່ຖືກສາບອີກດ້ວຍ. ເຫດຜົນອັນດຽວນີ້ສາມາດເຮັດໃຫ້ຊາຕານຂາຍໜ້າໄດ້. ສະນັ້ນພຣະເຈົ້າຈຶ່ງ “ກາຍເປັນ” ພຣະເຈົ້າທີ່ສ້າງສັບພະສິ່ງທັງປວງໃນຈັກກະວານນີ້, ພຣະຜູ້ເປັນເຈົ້າຂອງທຸກສິ່ງ, ເປັນສິ່ງບູຊາສຳລັບທຸກສິ່ງທຸກຢ່າງໃນຊີວິດ.

ໃນປະຈຸບັນ ມີບາງຄົນທີ່ຍັງບໍ່ທັນເຂົ້າໃຈວ່າ ພຣະເຈົ້າໄດ້ດຳເນີນພາລະກິດໃໝ່ຫຍັງແນ່. ໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ພຣະເຈົ້າໄດ້ສ້າງການເລີ່ມຕົ້ນໃໝ່. ພຣະອົງໄດ້ເລີ່ມເປີດຍຸກໃໝ່ ແລະ ໄດ້ເລີ່ມພາລະກິດໃໝ່ອີກ ແລະ ພຣະອົງ ດຳເນີນພາລະກິດນີ້ໃນກຸ່ມລູກຫຼານຂອງໂມອັບ. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ສຸດຂອງພຣະອົງບໍ? ບໍ່ມີຜູ້ໃດໃນຍຸກໃດກໍຕາມທີ່ເຄີຍປະສົບກັບພາລະກິດແບບນີ້ມາກ່ອນ. ບໍ່ມີຄົນໃດເຄີຍໄດ້ຍິນກ່ຽວກັບວຽກງານດັ່ງກ່າວນີ້, ນັບພາສາຫຍັງຈະເຄີຍມີຄວາມປິຕິຍິນດີກັບມັນ. ສະຕິປັນຍາຂອງພຣະເຈົ້າ, ຄວາມມະຫັດສະຈັນຂອງພຣະເຈົ້າ, ຄວາມລໍ້າລຶກຂອງພຣະເຈົ້າທີ່ບໍ່ອາດເຂົ້າໃຈໄດ້, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ລັດສະໝີພາບຂອງພຣະເຈົ້າແມ່ນຖືກສໍາແດງຜ່ານຂັ້ນຕອນພາລະກິດໃນຍຸກສຸດທ້າຍນີ້. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ທີ່ລົບລ້າງຄວາມເຊື່ອຂອງມະນຸດບໍ? ຍັງມີຜູ້ຄົນເຫຼົ່ານັ້ນທີ່ຄິດແບບນັ້ນຢູ່ວ່າ: “ເພາະວ່າພຣະເຈົ້າໄດ້ສາບໂມອັບ ແລະ ບອກວ່າພຣະອົງຈະປະຖິ້ມລູກຫຼານຂອງໂມອັບ, ແລ້ວພຣະອົງຈະຊ່ວຍພວກເຂົາໃຫ້ລອດພົ້ນໄດ້ແນວໃດໃນຕອນນີ້?” ພວກເຂົາແມ່ນຜູ້ຄົນຈາກຊາດທີ່ບໍ່ແມ່ນຊາວຢິວທີ່ຖືກສາບ ແລະ ຖືກບັງຄັບໃຫ້ອອກຈາກອິດສະຣາເອນ. ຊາວອິດສະຣາເອນເອີ້ນພວກເຂົາວ່າ “ໝາຕ່າງຊາດ”. ໃນມຸມມອງຂອງທຸກຄົນ, ພວກເຂົາບໍ່ພຽງແຕ່ແມ່ນ ໝາຕ່າງຊາດເທົ່ານັ້ນ, ແຕ່ຮ້າຍໄປກວ່ານັ້ນ ພວກເຂົາຄືລູກແຫ່ງຄວາມວິນາດ. ເວົ້າອີກຢ່າງຄື ພວກເຂົາບໍ່ແມ່ນຜູ້ຄົນທີ່ພຣະເຈົ້າເລືອກ. ເຖິງແມ່ນວ່າພວກເຂົາຈະກຳເນີດຢູ່ພາຍໃນດິນແດນອິດສະຣາເອນກໍຕາມ, ພວກເຂົາກໍບໍ່ແມ່ນສ່ວນໜຶ່ງຂອງຄົນອິດສະຣາເອນ. ພວກເຂົາຖືກຂັບໄລ່ໄປຢູ່ຊາດທີ່ບໍ່ແມ່ນຊາດຢິວ. ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດ. ສາເຫດອັນແທ້ຈິງແມ່ນຍ້ອນວ່າ ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດທີ່ພຣະເຈົ້າດຳເນີນພາລະກິດຂອງພຣະອົງໃນການເປີດຍຸກໃໝ່ໃນໝູ່ພວກເຂົາ ເພາະວ່າພວກເຂົາເປັນຕົວແທນຄວາມຊົ່ວຮ້າຍຂອງມະນຸດຊາດ. ພາລະກິດຂອງພຣະເຈົ້າແມ່ນການຄັດເລືອກ ແລະ ມີຈຸດປະສົງ, ພາລະກິດທີ່ພຣະອົງດຳເນີນໃນກຸ່ມຄົນເຫຼົ່ານີ້ໃນທຸກມື້ນີ້ ແມ່ນສ່ວນໜຶ່ງຂອງພາລະກິດທີ່ດຳເນີນໃນທ່າມກາງການ ເນລະມິດສ້າງ. ໂນອາກໍແມ່ນສ່ວນໜຶ່ງຂອງການເນລິມິດສ້າງຂອງພຣະເຈົ້າ ເຊັ່ນດຽວກັນກັບລູກຫຼານຂອງເຂົາ. ທຸກຄົນໃນໂລກນີ້ທີ່ມີເນື້ອໜັງ ແລະ ເລືອດແມ່ນການເນລິມິດສ້າງຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າແມ່ນແນໃສ່ການເນລະມິດສ້າງທັງໝົດ. ບໍ່ແມ່ນດຳເນີນອີງຕາມວ່າ ຜູ້ໃດຖືກສາບ ຫຼື ບໍ່ຖືກສາບພາຍຫຼັງຖືກສ້າງ. ພາລະກິດການຄຸ້ມຄອງຂອງພຣະອົງແມ່ນແນໃສ່ການສ້າງສັບພະສິ່ງທັງປວງ, ບໍ່ແມ່ນສະເພາະແຕ່ຜູ້ທີ່ຖືກເລືອກເຫຼົ່ານັ້ນ ທີ່ບໍ່ໄດ້ຖືກສາບ. ໃນເມື່ອພຣະເຈົ້າຕ້ອງການດຳເນີນພາລະກິດຂອງພຣະອົງທ່າມກາງການເນລະມິດສ້າງຂອງພຣະອົງ, ພຣະອົງຈະດຳເນີນມັນໃຫ້ສຳເລັດຜົນແນ່ນອນ ແລະ ພຣະອົງຈະດຳເນີນພາລະກິດໃນບັນດາຜູ້ຄົນທີ່ເປັນປະໂຫຍດ ຕໍ່ພາລະກິດຂອງພຣະອົງ. ສະນັ້ນ, ພຣະອົງຈະລົບລ້າງທຸກວິທີການ ເມື່ອພຣະອົງປະຕິບັດພາລະກິດທ່າມກາງຜູ້ຄົນ. ສໍາລັບພຣະອົງ, ຄຳວ່າ “ຖືກສາບ”, “ຖືກລົງໂທດ” ແລະ “ໄດ້ຮັບພອນ” ແມ່ນບໍ່ມີຄວາມໝາຍ! ຊາວຢິວເປັນຄົນດີ ເໝືອນດັ່ງຜູ້ຄົນທີ່ຖືກເລືອກຂອງອິດສະຣາເອນ. ພວກເຂົາແມ່ນຄົນທີ່ມີຄວາມສາມາດ ແລະ ມີມະນຸດສະທຳທີ່ດີ. ໃນເບື້ອງຕົ້ນ ພຣະເຢໂຮວາໄດ້ເລີ່ມພາລະກິດຂອງພຣະອົງໃນກຸ່ມພວກເຂົາ ແລະ ໄດ້ດຳເນີນພາລະກິດເບື້ອງຕົ້ນຂອງພຣະອົງ, ແຕ່ການປະຕິບັດພາລະກິດແຫ່ງການເອົາຊະນະຈິດໃຈໃນຕອນນີ້ຈະບໍ່ມີຄວາມໝາຍຫຍັງ. ພວກເຂົາກໍເປັນສ່ວນໜຶ່ງຂອງການສ້າງເຊັ່ນກັນ ແລະ ມີຫຼາຍດ້ານທີ່ດີກ່ຽວກັບພວກເຂົາ, ແຕ່ມັນຈະບໍ່ມີຄວາມໝາຍຫຍັງໃນການດຳເນີນພາລະກິດໃນຂັ້ນຕອນນີ້ຕໍ່ພວກເຂົາເລີຍ. ພຣະອົງຈະບໍ່ສາມາດເອົາຊະນະໃຈຜູ້ຄົນໄດ້ ຫຼື ພຣະອົງຈະບໍ່ສາມາດເຮັດໃຫ້ສັບພະສິ່ງທັງປວງທີ່ຖືກສ້າງຂຶ້ນເຊື່ອພຣະອົງໄດ້. ນີ້ແມ່ນຈຸດສຳຄັນຂອງການເຜີຍແຜ່ພາລະກິດຂອງພຣະອົງໄປສູ່ຜູ້ຄົນເຫຼົ່ານີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່. ຄວາມໝາຍເລິກເຊິ່ງທີ່ແທ້ຈິງໃນທີ່ນີ້ແມ່ນການເປີດຍຸກໃໝ່ຂອງພຣະອົງ, ການລົບລ້າງກົດເກນທັງໝົດ ແລະ ການລົບລ້າງຄວາມເຊື່ອຂອງມະນຸດທັງໝົດຂອງພຣະອົງ ແລະ ການສິ້ນສຸດພາລະກິດຂອງຍຸກແຫ່ງຄວາມກະລຸນາທັງໝົດອີກດ້ວຍ. ຖ້າວ່າພາລະກິດໃນປະຈຸບັນຂອງພຣະອົງຖືກດຳເນີນຕໍ່ຊາວອິດສະຣາເອນ ຈົນເຖິງເວລາແຜນການຄຸ້ມຄອງຫົກພັນປີຂອງພຣະອົງສິ້ນສຸດລົງ, ທຸກຄົນກໍຄົງຈະເຊື່ອວ່າພຣະເຈົ້າແມ່ນເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ເປັນຜູ້ຄົນທີ່ພຣະເຈົ້າເລືອກ, ແລ້ວກໍມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ສົມຄວນໄດ້ຮັບພອນ ແລະ ຄໍາສັນຍາຂອງພຣະອົງ. ໃນລະຫວ່າງຍຸກສຸດທ້າຍ, ພຣະບຸດພຣະເຈົ້າໄດ້ກັບລົງມາປະຕິບັດພາລະກິດຂອງພຣະອົງໃນຊາດທີ່ບໍ່ແມ່ນຊາວຢິວໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່; ພຣະອົງໄດ້ສຳເລັດພາລະກິດຂອງພຣະອົງໃນຖານະເປັນພຣະເຈົ້າທີ່ສ້າງສັບພະສິ່ງທັງປວງ. ພຣະອົງໄດ້ສຳເລັດພາລະກິດຄຸ້ມຄອງຂອງພຣະອົງທັງໝົດ ແລະ ພຣະອົງຈະສຳເລັດສ່ວນສຳຄັນໃນພາລະກິດຂອງພະອົງໃນຊາດມັງກອນແດງທີ່ຍິ່ງໃຫຍ່. ສິ່ງອັນສຳຄັນຂອງສາມຂັ້ນຕອນຂອງພາລະກິດເຫຼົ່ານີ້ແມ່ນການໄຖ່ບາບໃຫ້ມະນຸດ, ເຊັ່ນ: ການເຮັດໃຫ້ສັບພະສິ່ງທັງປວງບູຊາພຣະຜູ້ເປັນເຈົ້າຜູ້ເຮັດການເນລະມິດສ້າງ. ສະນັ້ນ, ທຸກຂັ້ນຕອນຂອງພາລະກິດດັ່ງກ່າວນີ້ຈິ່ງມີຄວາມໝາຍສຳຄັນຫຼາຍ; ພຣະເຈົ້າຈະບໍ່ເຮັດໃນສິ່ງທີ່ທີ່ບໍ່ມີຄວາມໝາຍ ຫຼື ບໍ່ມີຄຸນຄ່າຢ່າງເດັດຂາດ. ໃນທາງກົງກັນຂ້າມ, ຂັ້ນຕອນພາລະກິດນີ້ປະກອບດ້ວຍການເປີດຍຸກໃໝ່ ແລະ ການສິ້ນສຸດສອງຍຸກທີ່ຜ່ານມາ; ໃນອີກດ້ານໜຶ່ງ ກໍປະກອບດ້ວຍການລົບລ້າງຄວາມເຊື່ອຂອງມະນຸດ ແລະ ລົບລ້າງຄວາມເຊື່ອ ແລະ ຄວາມເຂົ້າໃຈດັ່ງເດີມຂອງມະນຸດທັງໝົດ. ພາລະກິດຂອງສອງຂັ້ນຕອນໃນເມື່ອກ່ອນແມ່ນຖືກດຳເນີນໂດຍອີງຕາມຄວາມເຊື່ອຂອງມະນຸດໃນຍຸກນັ້ນ. ຢ່າງໃດກໍຕາມ, ຂັ້ນຕອນນີ້ແມ່ນເພື່ອລົບລ້າງຄວາມເຊື່ອຂອງມະນຸດໃຫ້ໝົດສິ້ນ ເພື່ອເອົາຊະນະໃຈຂອງມະນຸດຊາດທັງໝົດ. ໂດຍການນໍາໃຊ້ໄຊຊະນະ ທີ່ມີຕໍ່ລູກຫຼານຂອງໂມອັບ ແລະ ການນໍາໃຊ້ພາລະກິດທີ່ຖືກດໍາເນີນຕໍ່ລູກຫຼານຂອງໂມອັບ, ພຣະເຈົ້າຈະເອົາຊະນະໃຈຂອງມະນຸດທັງໝົດໃນທົ່ວຈັກກະວານ. ນີ້ແມ່ນຈຸດສຳຄັນເລິກເຊິ່ງທີ່ແທ້ຈິງຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ ແລະ ນີ້ຄືດ້ານໜຶ່ງທີ່ມີຄຸນຄ່າທີ່ສຸດຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ. ເຖິງແມ່ນວ່າ ຕອນນີ້ ພວກເຈົ້າຈະຮູ້ວ່າ ສະຖານະຂອງພວກເຈົ້າຕໍ່າຕ້ອຍ ແລະ ມີຄຸນຄ່າຕໍ່າກໍຕາມ, ແຕ່ພວກເຈົ້າຈະຮູ້ສຶກວ່າ ພວກເຈົ້າໄດ້ພົບກັບສິ່ງທີ່ໜ້າຍິນດີທີ່ສຸດ: ພວກເຈົ້າໄດ້ຮັບພອນທີ່ຍິ່ງໃຫຍ່, ໄດ້ຮັບການສັນຍາທີ່ດີເລີດ ແລະ ພວກເຈົ້າຈະສາມາດເຮັດສຳເລັດພາລະກິດທີ່ຍິ່ງໃຫຍ່ນີ້ຂອງພຣະເຈົ້າໄດ້ ແລະ ພວກເຈົ້າຈະສາມາດເຫັນໂສມໜ້າທີ່ແທ້ຈິງຂອງພຣະເຈົ້າ, ຮູ້ຈັກລັກສະນະນິໄສຂອງພຣະເຈົ້າ ແລະ ປະຕິບັດຕາມຈຸດປະສົງຂອງພຣະເຈົ້າ. ສອງຂັ້ນຕອນພາລະກິດຜ່ານມາຂອງພະເຈົ້າທີ່ໄດ້ດຳເນີນຢູ່ໃນ ອິດສະຣາເອນ. ຖ້າຂັ້ນຕອນພາລະກິດນີ້ຂອງພຣະອົງໃນຊ່ວງຍຸກສຸດທ້າຍຍັງດຳເນີນຕໍ່ຊາວອິດສະຣາເອນຢູ່ຄືເກົ່າ, ບໍ່ພຽງແຕ່ມະນຸດທີ່ຖືກສ້າງຂຶ້ນທຸກຄົນຈະເຊື່ອວ່າ ມີພຽງແຕ່ຊາວອິດສະຣາເອນເທົ່ານັ້ນແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ແຕ່ນອກນັ້ນແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າກໍຈະບໍ່ໄດ້ຮັບຜົນຕາມທີ່ປາດຖະໜາອີກດ້ວຍ. ໃນຊ່ວງສອງຂັ້ນຕອນພາລະກິດຂອງພຣະອົງທີ່ດຳເນີນຢູ່ໃນອິດສະຣາເອນນັ້ນ, ບໍ່ເຄີຍມີການດຳເນີນພາລະກິດໃໝ່ໃດໆ ຫຼື ບໍ່ມີພາລະກິດເປີດຍຸກໃດຂອງພຣະເຈົ້າໄດ້ຖືກດຳເນີນຢູ່ໃນຊາດທີ່ບໍ່ແມ່ນຊາວຢິວ. ຂັ້ນຕອນຂອງພາລະກິດທຸກມື້ນີ້ຄືພາລະກິດເປີດຍຸກໃໝ່ແມ່ນດໍາເນີນຄັ້ງທໍາອິດທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ແລະ ນອກນັ້ນ ກໍເປັນຂັ້ນຕອນທຳອິດທີ່ໄດ້ຖືກດຳເນີນຕໍ່ລູກຫຼານຂອງໂມອັບ. ນີ້ແປວ່າໄດ້ເປີດຂັ້ນຕອນຍຸກໃໝ່ທັງໝົດ. ພຣະເຈົ້າໄດ້ລົບລ້າງຄວາມເຊື່ອຕ່າງໆທີ່ມີຢູ່ໃນແນວຄວາມຄິດຂອງມະນຸດ ແລະ ບໍ່ອະນຸຍາດໃຫ້ມີຄວາມເຊື່ອໃດໆສືບຕໍ່ໄປອີກ. ໃນພາລະກິດຂອງພຣະອົງເພື່ອເອົາຊະນະໃຈ, ພຣະອົງໄດ້ລົບລ້າງຄວາມເຊື່ອຂອງມະນຸດ ເຊິ່ງກໍຄືຄວາມເຊື່ອເກົ່າ ແລະ ດັ່ງເດີມຂອງມະນຸດ. ພຣະອົງເຮັດໃຫ້ຜູ້ຄົນເຫັນວ່າ ເວລາຢູ່ກັບພຣະເຈົ້າແລ້ວແມ່ນບໍ່ມີກົດເກນໃດໆ, ບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ເປັນສິ່ງເກົ່າໆ, ພາລະກິດທີ່ພຣະອົງກະທໍາແມ່ນເປັນອິດສະຫຼະ, ເສລີ ແລະ ທຸກການກະທໍາຂອງພຣະອົງແມ່ນມີຄວາມຊອບທໍາສະເໝີ. ພວກເຈົ້າຕ້ອງຍອມຮັບໃນພາລະກິດທີ່ພຣະອົງກະທໍາຕໍ່ກັບທຸກສັບພະສິ່ງ. ພາລະກິດໃດໜຶ່ງທີ່ພຣະອົງກະທໍາລ້ວນແລ້ວແຕ່ມີຄວາມໝາຍ ແລະ ໄດ້ກະທໍາຕາມຄວາມປະສົງ ແລະ ສະຕິປັນຍາຂອງພຣະອົງ ແລະ ບໍ່ແມ່ນກະທໍາຕາມການຕັດສິນໃຈ ແລະ ຄວາມເຊື່ອຂອງມະນຸດ. ພຣະອົງກະທໍາໃນສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ; ຖ້າສິ່ງໃດທີ່ບໍ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ, ພຣະອົງຈະບໍ່ກະທໍາມັນ ບໍ່ວ່າສິ່ງເຫຼົ່ານັ້ນຈະດີພຽງໃດກໍຕາມ! ພຣະອົງດຳເນີນພາລະກິດ ແລະ ຄັດເລືອກເອົາຜູ້ຮັບ ແລະ ສະຖານທີ່ສຳລັບພາລະກິດຂອງພຣະອົງ ຕາມຄວາມໝາຍ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງ. ພຣະອົງບໍ່ຍຶດຕິດກັບກົດເກນໃນອະດີດ ແລະ ບໍ່ປະຕິບັດຕາມຫຼັກການເກົ່າ; ແຕ່ພຣະອົງຈະວາງແຜນພາລະກິດຂອງພຣະອົງ ຕາມຄວາມສຳຄັນຂອງພາລະກິດ. ໃນທີ່ສຸດ ພຣະອົງກໍຕ້ອງການບັນລຸຜົນທີ່ແທ້ຈິງ ແລະ ຈຸດປະສົງທີ່ຄາດໄວ້. ມາເຖິງຕອນນີ້ ຖ້າພວກເຈົ້າບໍ່ເຂົ້າໃຈໃນສິ່ງເຫຼົ່ານີ້, ພາລະກິດນີ້ກໍຈະບໍ່ບັນລຸຜົນໃດໆຕໍ່ກັບພວກເຈົ້າ.

(ຈາກໜັງສື ພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ພື້ນຖານສຳລັບການບັງເກີດເປັນມະນຸດຂອງພຣະເຈົ້າໃນປະເທດຈີນຕາມຄຳທຳນາຍໃນພຣະຄຳພີ ແລະ ໃນພຣະທຳຂອງພຣະເຈົ້າ

ຕໍ່ໄປ: 1. ຄຣິສຕະຈັກຂອງພຣະເຈົ້າ ແລະ ກຸ່ມສາສະໜາແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້