VII ພຣະທຳກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ

255. ພຣະເຈົ້າເປັນສິ່ງທີ່ພຣະອົງເປັນ ແລະ ພຣະອົງກໍມີສິ່ງທີ່ພຣະອົງມີ. ທຸກສິ່ງທຸກຢ່າງທີ່ພຣະອົງສະແດງອອກ ແລະ ເປີດເຜີຍແມ່ນການສະແດງເຖິງທາດແທ້ຂອງພຣະອົງ ແລະ ຕົວຕົນຂອງພຣະອົງ. ສິ່ງທີ່ພຣະອົງເປັນ ແລະ ສິ່ງທີ່ພຣະອົງມີ ພ້ອມກັບທາດແທ້ ແລະ ຕົວຕົນຂອງພຣະອົງ ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດແທນທີ່ໄດ້. ອຸປະນິໄສຂອງພຣະອົງປະກອບດ້ວຍຄວາມຮັກທີ່ພຣະອົງມີຕໍ່ມະນຸດ, ການປອບໃຈມະນຸດ, ຄວາມກຽດຊັງມະນຸດ ແລະ ຍິ່ງໄປກວ່ານັ້ນຍັງມີຄວາມເຂົ້າໃຈມະນຸດຢ່າງລະອຽດ. ເຖິງຢ່າງໃດກໍຕາມ ບຸກຄະລິກຂອງມະນຸດອາດແມ່ນການເບິ່ງໂລກໃນແງ່ດີ, ມີຊີວິດຊີວາ ຫຼື ປາສະຈາກຄວາມຮູ້ສຶກ. ອຸປະນິໄສຂອງພຣະເຈົ້າເປັນຂອງພຣະຜູ້ປົກຄອງຂອງທຸກສິ່ງ ແລະ ທຸກຢ່າງທີ່ມີຊີວິດ ເຊິ່ງເປັນຂອງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງທັງໝົດ. ອຸປະນິໄສຂອງພຣະອົງສະແດງເຖິງກຽດຕິຍົດ, ລິດອຳນາດ, ຄວາມສະຫງ່າງາມ, ຄວາມຍິ່ງໃຫຍ່ ແລະ ເໜືອໄປກວ່ານັ້ນກໍຄືການມີລິດອໍານາດສູງສຸດ. ອຸປະນິໄສຂອງພຣະອົງແມ່ນສັນຍາລັກແຫ່ງສິດອຳນາດ, ສັນຍາລັກຂອງທຸກສິ່ງທີ່ຊອບທຳ, ສັນຍາລັກຂອງທຸກສິ່ງທີ່ສວຍງາມ ແລະ ດີ. ຍິ່ງໄປກວ່ານີ້ ມັນຍັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີຄວາມມືດ ແລະ ກອງກຳລັງຂອງສັດຕູໃດທີ່ສາມາດ[ກ] ເອົາຊະນະ ຫຼື ຮຸກຮານໄດ້ ພ້ອມທັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີສິ່ງຖືກສ້າງໃດທີ່ສາມາດລ່ວງເກີນໄດ້ (ຫຼື ພຣະອົງຈະບໍ່ອົດທົນຕໍ່ການເຮັດຜິດ)[ຂ]. ອຸປະນິໄສຂອງພຣະອົງເປັນສັນຍາລັກແຫ່ງລິດອໍານາດສູງສຸດ. ບໍ່ມີຄົນໃດ ຫຼື ກຸ່ມຄົນໃດທີ່ສາມາດ ຫຼື ອາດລົບກວນພາລະກິດຂອງພຣະອົງ ຫຼື ອຸປະນິໄສຂອງພຣະອົງ. ແຕ່ບຸກຄະລິກຂອງມະນຸດຄືສັນຍາລັກແຫ່ງອຳນາດເລັກນ້ອຍທີ່ມະນຸດມີເໜືອກວ່າສັດເທົ່ານັ້ນ. ມະນຸດໃນຕົວເຂົາ ແລະ ດ້ວຍຕົວເຂົາເອງແມ່ນບໍ່ມີສິດອຳນາດ, ບໍ່ມີການປົກຄອງຕົນເອງ ແລະ ບໍ່ມີຄວາມສາມາດຢູ່ເໜືອຕົນເອງ, ແຕ່ໃນທາດແທ້ຂອງເຂົາແລ້ວ ເຂົາເປັນຄົນທີ່ໝອບຢູ່ພາຍໃຕ້ຄວາມເມດຕາຂອງທຸກລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຂອງຕ່າງໆ. ຄວາມປິຕິຍິນດີຂອງພຣະເຈົ້າກໍເນື່ອງຈາກການມີຢູ່ ແລະ ການປາກົດຂອງຄວາມຊອບທຳ ແລະ ແສງສະຫວ່າງ, ຍ້ອນການທຳລາຍຄວາມມືດ ແລະ ສິ່ງຊົ່ວຮ້າຍ. ພຣະອົງຊື່ນຊົມຍິນດີ ໃນການນໍາແສງສະຫວ່າງ ແລະ ຊີວິດທີ່ດີມາໃຫ້ກັບມະນຸດຊາດ; ຄວາມຍິນດີຂອງພຣະອົງແມ່ນຄວາມຍິນດີທີ່ຊອບທຳ ເປັນສັນຍາລັກແຫ່ງການມີຢູ່ຂອງທຸກສິ່ງທີ່ຢູ່ໃນດ້ານບວກ ແລະ ຍິ່ງໄປກວ່ານັ້ນກໍຍັງເປັນສັນຍາລັກແຫ່ງຄວາມເປັນສິລິມົງຄຸນ. ຄວາມໂກດຮ້າຍຂອງພຣະເຈົ້າແມ່ນເນື່ອງຈາກຄວາມເສຍຫາຍທີ່ການເປັນຢູ່ ແລະ ການແຊກແຊງຂອງຄວາມບໍ່ຍຸຕິທຳໄດ້ນໍາມາສູ່ມະນຸດຊາດຂອງພຣະອົງ, ຍ້ອນການມີຢູ່ຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດ, ຍ້ອນການມີຢູ່ຂອງສິ່ງທີ່ຂັບໄລ່ຄວາມຈິງອອກ ແລະ ຍິ່ງໄປກວ່ານັ້ນ ຍ້ອນການມີຢູ່ຂອງສິ່ງທີ່ຕໍ່ຕ້ານສິ່ງທີ່ດີ ແລະ ສວຍງາມ. ຄວາມໂກດຮ້າຍຂອງພຣະອົງເປັນສັນຍາລັກບອກວ່າ ທຸກສິ່ງທີ່ຢູ່ໃນດ້ານລົບຈະບໍ່ມີຢູ່ອີກຕໍ່ໄປ ແລະ ຍິ່ງໄປກວ່ານັ້ນ ມັນຍັງເປັນສັນຍາລັກແຫ່ງຄວາມບໍລິສຸດຂອງພຣະອົງ. ຄວາມໂສກເສົ້າຂອງພຣະອົງແມ່ນເນື່ອງຈາກມະນຸດຊາດ ເຊິ່ງເປັນຄົນທີ່ພຣະອົງຄາດຫວັງໃຫ້ແກ່ພວກເຂົາ ແຕ່ໄດ້ຕົກຢູ່ໃນຄວາມມືດ, ຍ້ອນພາລະກິດທີ່ພຣະອົງປະຕິບັດໃນມະນຸດບໍ່ເປັນໄປຕາມຄວາມຄາດຫວັງຂອງພຣະອົງ ແລະ ຍ້ອນມະນຸດຊາດທີ່ພຣະອົງຮັກນັ້ນລ້ວນແລ້ວແຕ່ບໍ່ສາມາດດຳລົງຊີວິດໃນແສງສະຫວ່າງ. ພຣະອົງຮູ້ສຶກໂສກເສົ້າຕໍ່ມະນຸດຊາດທີ່ໄຮ້ດຽງສາ, ຕໍ່ມະນຸດທີ່ຊັດສື່ແຕ່ບໍ່ມີຄວາມຮູ້ ແລະ ຕໍ່ມະນຸດທີ່ດີແຕ່ຂາດມຸມມອງຂອງເຂົາເອງ. ຄວາມໂສກເສົ້າຂອງພຣະອົງເປັນສັນຍາລັກແຫ່ງຄວາມດີຂອງພຣະອົງ ແລະ ຄວາມເມດຕາຂອງພຣະອົງ, ເປັນສັນຍາລັກແຫ່ງຄວາມງົດງາມ ແລະ ຄວາມກະລຸນາ. ແນ່ນອນ ຄວາມສຸກຂອງພຣະອົງມາຈາກການເອົາຊະນະສັດຕູ ແລະ ຮັບເອົາຄວາມເຊື່ອທີ່ດີຂອງມະນຸດ. ຍິ່ງໄປກວ່ານີ້ ມັນເກີດຈາກການຂັບໄລ່ ແລະ ການທຳລາຍກອງກຳລັງສັດຕູທັງໝົດ ແລະ ຍ້ອນມະນຸດຊາດຮັບຊີວິດທີ່ດີ ແລະ ສະຫງົບສຸກ. ຄວາມສຸກຂອງພຣະເຈົ້າບໍ່ຄືກັນກັບຄວາມສຸກຂອງມະນຸດ; ກົງກັນຂ້າມ ມັນເປັນຄວາມຮູ້ສຶກໃນການເກັບກ່ຽວໝາກຜົນທີ່ດີ, ເປັນຄວາມຮູ້ສຶກທີ່ຍິ່ງໃຫຍ່ຫຼາຍກວ່າຄວາມປິຕິຍິນດີ. ຄວາມສຸກຂອງພຣະອົງເປັນສັນຍາລັກຂອງມະນຸດຊາດທີ່ເປັນອິດສະຫຼະຈາກຄວາມທົນທຸກທໍລະມານຕັ່ງແຕ່ເວລານີ້ເປັນຕົ້ນໄປ ແລະ ເປັນສັນຍາລັກຂອງມະນຸດທີ່ເຂົ້າສູ່ໂລກແຫ່ງແສງສະຫວ່າງ. ໃນທາງກົງກັນຂ້າມ ຄວາມຮູ້ສຶກທັງໝົດຂອງມະນຸດຊາດເກີດຂຶ້ນກໍເພື່ອຜົນປະໂຫຍດຂອງເຂົາເອງ ບໍ່ແມ່ນເພື່ອຄວາມຊອບທຳ, ແສງສະຫວ່າງ ຫຼື ສິ່ງທີ່ສວຍງາມ ແລະ ໜ້ອຍທີ່ສຸດກໍຄືເພື່ອຄວາມກະລຸນາທີ່ສະຫວັນປະທານໃຫ້. ຄວາມຮູ້ສຶກຂອງມະນຸດຊາດແມ່ນຄວາມເຫັນແກ່ຕົວ ແລະ ເປັນຂອງໂລກແຫ່ງຄວາມມືດມົວ. ສິ່ງເຫຼົ່ານັ້ນບໍ່ໄດ້ມີຢູ່ເພື່ອຜົນປະໂຫຍດແຫ່ງຄວາມປະສົງ ແຮງໄກທີ່ຈະແມ່ນເພື່ອແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດ ແລະ ພຣະເຈົ້າບໍ່ສາມາດກ່າວເຖິງໃນລົມຫາຍໃຈດຽວກັນໄດ້. ພຣະເຈົ້າສູງສົ່ງຕະຫຼອດໄປ ແລະ ສົມຄວນໄດ້ຮັບກຽດຕະຫຼອດໄປ, ໃນຂະນະທີ່ມະນຸດຕໍ່າຊ້າຕະຫຼອດໄປ, ໄຮ້ຄ່າຕະຫຼອດໄປ. ນີ້ກໍຍ້ອນວ່າ ພຣະເຈົ້າເສຍສະຫຼະຕະຫຼອດໄປ ແລະ ອຸທິດຕົວພຣະອົງເອງໃຫ້ກັບມະນຸດ; ເຖິງຢ່າງໃດກໍຕາມ ມະນຸດມີແຕ່ຮັບເອົາ ແລະ ພຽງແຕ່ອົດສູ້ເພື່ອຕົວເຂົາເອງເທົ່ານັ້ນ. ພຣະເຈົ້າຮັບເອົາຄວາມເຈັບປວດຕະຫຼອດໄປເພື່ອຄວາມຢູ່ລອດຂອງມະນຸດຊາດ ແຕ່ມະນຸດບໍ່ເຄີຍປະກອບສ່ວນຊ່ວຍຫຍັງເລີຍເພື່ອຜົນປະໂຫຍດແຫ່ງແສງສະຫວ່າງ ຫຼື ຄວາມຊອບທຳ. ເຖິງແມ່ນມະນຸດຈະພະຍາຍາມໃນຊ່ວງເວລາໃດໜຶ່ງ ແຕ່ອ່ອນແອຫຼາຍຈຶ່ງບໍ່ສາມາດຕ້ານທານຕໍ່ການໂຈມຕີແມ່ນແຕ່ຄັ້ງດຽວ ຍ້ອນຄວາມພະຍາຍາມຂອງມະນຸດແມ່ນເພື່ອຜົນປະໂຫຍດຂອງຕົວເຂົາເອງຢູ່ສະເໝີ ແລະ ບໍ່ແມ່ນເພື່ອຄົນອື່ນ. ມະນຸດເຫັນແກ່ໂຕຢູ່ສະເໝີ ໃນຂະນະທີ່ພຣະເຈົ້າເຫັນແກ່ຄົນອື່ນຕະຫຼອດໄປ. ພຣະເຈົ້າເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຍຸຕິທຳ, ດີ ແລະ ສວຍງາມ, ໃນຂະນະທີ່ມະນຸດເປັນຄົນທີ່ສືບສານຕໍ່ ແລະ ເຮັດຄວາມຂີ້ຮ້າຍ ແລະ ສິ່ງຊົ່ວຮ້າຍທັງໝົດປາກົດແຈ້ງ. ພຣະເຈົ້າບໍ່ມີທາງປ່ຽນແປງທາດແທ້ແຫ່ງຄວາມຊອບທຳ ແລະ ຄວາມສວຍງາມຂອງພຣະອົງ, ແຕ່ມະນຸດກໍຍັງສາມາດທໍລະຍົດຄວາມຊອບທຳຢ່າງບໍ່ຕ້ອງສົງໄສ ໃນທຸກເວລາ ແລະ ໃນທຸກສະຖານະການ ແລະ ຫຼົງທາງຫ່າງເຫີນຈາກພຣະເຈົ້າ.

(ຄັດຈາກບົດ “ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

256. ເຮົາຊອບທຳ, ເຮົາຊື່ສັດ, ເຮົາເປັນພຣະເຈົ້າທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ! ເຮົາຈະເປີດເຜີຍທັນທີວ່າ ແມ່ນໃຜເປັນຈິງ ແລະ ແມ່ນໃຜຈອມປອມ. ບໍ່ຕ້ອງຕື່ນຕົກໃຈ, ທຸກສິ່ງດຳເນີນໄປຕາມເວລາຂອງເຮົາ. ເຮົາຈະບອກພວກເຈົ້າວ່າ ແມ່ນໃຜຕ້ອງການເຮົາຢ່າງຈິງໃຈ, ແມ່ນໃຜບໍ່ຕ້ອງການເຮົາຢ່າງຈິງໃຈ. ພຽງແຕ່ກິນໃຫ້ດີ, ດື່ມໃຫ້ດີ, ມາຢູ່ຕໍ່ໜ້າເຮົາ ແລະ ຍັບເຂົ້າໃກ້ເຮົາ ແລະ ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍຕົນເອງ. ຢ່າໃຈຮ້ອນເກີນໄປກັບຜົນຕາມມາທີ່ໄວວາ, ພາລະກິດຂອງເຮົາບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດພ້ອມກັນທັນທີ. ມີບາດກ້າວຂອງເຮົາ ແລະ ສະຕິປັນຍາຂອງເຮົາຢູ່ພາຍໃນພາລະກິດນັ້ນ ເພື່ອວ່າສະຕິປັນຍາຂອງເຮົາຈະສາມາດຖືກເປີດເຜີຍໄດ້. ເຮົາຈະເຮັດໃຫ້ພວກເຈົ້າເຫັນວ່າ ແມ່ນຫຍັງທີ່ຖືກເຮັດໃຫ້ສຳເລັດໂດຍມືຂອງເຮົາ ນັ້ນກໍຄື ການລົງໂທດຄົນຊົ່ວຮ້າຍ ແລະ ການໃຫ້ລາງວັນຄົນດີ. ເຮົາບໍ່ເຂົ້າຂ້າງຄົນໃດຄົນໜຶ່ງຢ່າງແນ່ນອນ. ເຮົາຮັກເຈົ້າຢ່າງຈິງໃຈ ຜູ້ເຊິ່ງຮັກເຮົາຢ່າງຈິງໃຈ ແລະ ຄວາມໂກດຮ້າຍຂອງເຮົາຈະຢູ່ກັບຄົນທີ່ບໍ່ຮັກເຮົາຢ່າງຈິງໃຈ ເພື່ອວ່າພວກເຂົາຈະຈື່ໄວ້ຢູ່ສະເໝີວ່າ ເຮົາເປັນພຣະເຈົ້າທີ່ແທ້ຈິງ, ເປັນພຣະເຈົ້າຜູ້ທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ. ຢ່າປະພຶດຢ່າງໜຶ່ງເວລາຢູ່ຕໍ່ໜ້າຄົນອື່ນ ແຕ່ປະພຶດອີກຢ່າງເວລາທີ່ຢູ່ລັບຫຼັງພວກເຂົາ, ຍ້ອນເຮົາເຫັນທຸກສິ່ງທີ່ເຈົ້າເຮັດຢ່າງຊັດເຈນ ແລະ ເຖິງແມ່ນວ່າ ເຈົ້າອາດຫຼອກລວງຄົນອື່ນໄດ້ ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເຮົາເຫັນທຸກສິ່ງຢ່າງຊັດເຈນ. ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປົກປິດສິ່ງໃດສິ່ງໜຶ່ງ; ທຸກສິ່ງຢູ່ພາຍໃນກໍາມືຂອງເຮົາ. ຢ່າຄິດວ່າຕົນເອງສະຫຼາດຫຼາຍທີ່ເຮັດໃຫ້ການຄຳນວນເລັກໆນ້ອຍໆທີ່ບໍ່ສຳຄັນຂອງເຈົ້າເກີດປະໂຫຍດແກ່ເຈົ້າ. ເຮົາຈະບອກກັບເຈົ້າວ່າ: ມະນຸດສາມາດມີແຜນການຫຼາຍສໍ່າໃດກໍໄດ້ ພວກມັນອາດເປັນພັນ ຫຼື ເປັນໝື່ນແຜນການ, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດຫຼີກໜີຈາກຝ່າມືຂອງເຮົາໄດ້. ທຸກສິ່ງ ແລະ ທຸກເຫດການແມ່ນຖືກຈັດການດ້ວຍມືຂອງເຮົາ, ແລ້ວມະນຸດກໍຍິ່ງຈະຖືກຈັດການດ້ວຍມືຂອງເຮົາຢ່າງແນ່ນອນ! ຢ່າພະຍາຍາມຫຼີກເວັ້ນເຮົາ ຫຼື ລີ້, ຢ່າພະຍາຍາມຊັກຈູງ ຫຼື ປົກປິດ. ເຈົ້າບໍ່ເຫັນບໍວ່າ ໃບໜ້າທີ່ສະຫງ່າລາສີຂອງເຮົາ, ຄວາມໂກດຮ້າຍຂອງເຮົາ ແລະ ການພິພາກສາຂອງເຮົາຖືກເປີດອອກຢ່າງເປີດເຜີຍ? ເຮົາຈະພິພາກສາທຸກຄົນທີ່ບໍ່ຕ້ອງການເຮົາຢ່າງຈິງໃຈ ໂດຍທັນທີ ແລະ ໂດຍປາສະຈາກຄວາມເມດຕາ. ຄວາມສົງສານຂອງເຮົາໄດ້ມາເຖິງຈຸດສິ້ນສຸດແລ້ວ ແລະ ບໍ່ມີເຫຼືອອີກເລີຍ. ຈົ່ງຢ່າໜ້າຊື່ໃຈຄົດອີກຕໍ່ໄປ ແລະ ຈົງເຊົາວິທີທີ່ປ່າເຖື່ອນຂອງເຈົ້າ.

(ຄັດຈາກ “ບົດທີ 44” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

257. ເຮົາຄືການເລີ້ມຕົ້ນ ແລະ ເຮົາຄືຈຸດຈົບ. ເຮົາແມ່ນຜູ້ຟື້ນຄືນຊີບ ແລະ ເປັນພຣະເຈົ້າອົງທ່ຽງແທ້ຢ່າງສົມບູນ. ເຮົາກ່າວພຣະທຳຂອງເຮົາຕໍ່ໜ້າພວກກເຈົ້າ ແລະ ພວກເຈົ້າຕ້ອງເຊື່ອໝັ້ນສິ່ງທີ່ເຮົາກ່າວ. ສະຫວັນ ແລະ ແຜ່ນດິນໂລກອາດຈະຜ່ານພົ້ນໄປ ແຕ່ບໍ່ມີໜັງສືບົດໃດ ຫຼື ຂໍ້ຄວາມໃດທີ່ເຮົາກ່າວຈະຜ່ານພົ້ນໄປໄດ້. ຈົ່ງຈື່ຈຳສິ່ງນີ້ເອົາໄວ້! ຈົ່ງຈື່ຈຳສິ່ງນີ້ເອົາໄວ້! ເມື່ອເຮົາໄດ້ກ່າວແລ້ວ, ບໍ່ມີຄຳໃດທີ່ເຄີຍຖືກນຳກັບມາ ແລະ ທຸກຄຳຈະເກີດເປັນຈິງ.

(ຄັດຈາກ “ບົດທີ 53” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

258. ຈັກກະວານ ແລະ ທຸກສິ່ງແມ່ນຢູ່ພາຍໃນມືຂອງເຮົາ. ຖ້າເຮົາກ່າວມັນອອກມາ ມັນກໍຈະເປັນເຊັ່ນນັ້ນ. ຖ້າເຮົາກຳນົດມັນຂຶ້ນ ມັນກໍຈະເປັນເຊັ່ນນັ້ນ. ຊາຕານຢູ່ໃຕ້ຕີນຂອງເຮົາ; ມັນຢູ່ໃນຂຸມເລິກທີ່ບໍ່ສິ້ນສຸດ! ເມື່ອສຽງຂອງເຮົາເປັ່ງອອກມາ, ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແລະ ມາສູ່ຄວາມວ່າງເປົ່າ! ທຸກສິ່ງຈະຖືກສ້າງຂຶ້ນໃໝ່; ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ທີ່ຖືກຕ້ອງຢ່າງແນ່ນອນ. ເຮົາໄດ້ເອົາຊະນະໂລກ ພ້ອມທັງສິ່ງຊົ່ວຮ້າຍທັງໝົດແລ້ວ. ເຮົານັ່ງສົນທະນາກັບພວກເຈົ້າຢູ່ທີ່ນີ້ ແລະ ທຸກຄົນທີ່ມີຫູຄວນຟັງ ແລະ ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບ.

(ຄັດຈາກ “ບົດທີ 15” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

259. ສິ່ງທີ່ເຮົາໄດ້ເວົ້າຕ້ອງຖືກນັບໄວ້, ສິ່ງທີ່ຖືກນັບໄວ້ຕ້ອງຖືກເຮັດໃຫ້ສົມບູນ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້; ນີ້ເປັນສິ່ງທີ່ແນ່ນອນ. ບໍ່ວ່າມັນຈະເປັນສິ່ງທີ່ເຮົາເວົ້າໃນອະດີດ ຫຼື ສິ່ງທີ່ເຮົາຈະເວົ້າໃນອະນາຄົດ, ທຸກສິ່ງຈະເກີດຂຶ້ນ ແລະ ມະນຸດຊາດທຸກຄົນຈະເຫັນສິ່ງນີ້. ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງພຣະທຳ ແລະ ພາລະກິດຂອງເຮົາ... ຈາກທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ ແມ່ນບໍ່ມີສິ່ງໃດທີ່ຈະບໍ່ມີຄໍາຕັດສິນສຸດທ້າຍຂອງເຮົາ. ມີສິ່ງໃດແດ່ທີ່ບໍ່ໄດ້ຢູ່ໃນກໍາມືຂອງເຮົາ? ທຸກສິ່ງທີ່ເຮົາເວົ້າໄປ ແລະ ໃນທ່າມກາງມະນຸດ ມີໃຜບໍທີ່ສາມາດປ່ຽນແປງຄວາມຄິດຂອງເຮົາໄດ້? ມັນອາດຈະເປັນສັນຍາທີ່ເຮົາໄດ້ສ້າງຂຶ້ນເທິງແຜ່ນດິນໂລກບໍ? ບໍ່ມີຫຍັງສາມາດຂັດຂວາງແຜນການຂອງເຮົາ; ເຮົາຢູ່ໃນພາລະກິດຂອງເຮົາຕະຫຼອດໄປ ພ້ອມທັງຢູ່ໃນແຜນການແຫ່ງການຄຸ້ມຄອງຂອງເຮົາ. ແມ່ນຫຍັງທີ່ມະນຸດສາມາດແຊກແຊງໄດ້? ບໍ່ແມ່ນເຮົາບໍທີ່ໄດ້ປັ້ນແຕ່ງສິ່ງເຫຼົ່ານີ້ດ້ວຍຕົວເຮົາເອງ? ເມື່ອເຂົ້າສູ່ສະຖານະການແບບນີ້ ໃນປັດຈຸບັນມັນກໍຍັງບໍ່ໄດ້ອອກຫ່າງຈາກແຜນການຂອງເຮົາ ຫຼື ນອກເໜືອສິ່ງທີ່ເຮົາໄດ້ທໍານວາຍໄວ້; ມັນລ້ວນແລ້ວແຕ່ຖືກກຳນົດໂດຍເຮົາເປັນເວລາດົນນານມາແລ້ວ. ຜູ້ໃດທ່າມກາງພວກເຈົ້າທີ່ສາມາດຢັ່ງເຖິງແຜນການຂອງເຮົາໃນຂັ້ນຕອນນີ້? ປະຊາຊົນຂອງເຮົາຈະຟັງສຽງຂອງເຮົາ ແລະ ທຸກຄົນທີ່ຮັກເຮົາດ້ວຍຄວາມຈິງໃຈຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງເຮົາຢ່າງແນ່ນອນ.

(ຄັດຈາກ “ບົດທີ 1” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

260. ເຮົາຮັກທຸກຄົນທີ່ເສຍສະຫຼະຕົວເອງເພື່ອເຮົາ ແລະ ອຸທິດຕົນເພື່ອເຮົາຢ່າງຈິງໃຈ. ເຮົາກຽດຊັງທຸກຄົນທີ່ເກີດຈາກເຮົາ ແຕ່ບໍ່ຮູ້ຈັກເຮົາ ແລະ ເຖິງກັບຕໍ່ຕ້ານເຮົາ. ເຮົາຈະບໍ່ປະຖິ້ມຜູ້ໃດກໍຕາມທີ່ມີຄວາມຈິງໃຈກັບເຮົາ; ກົງກັນຂ້າມ, ເຮົາຈະປະທານພອນໃຫ້ຄົນໆນັ້ນເປັນສອງເທົ່າ. ເຮົາຈະລົງໂທດບັນດາຜູ້ທີ່ເນລະຄຸນ ແລະ ລະເມີດຄວາມເມດຕາຂອງເຮົາເປັນສອງເທົ່າ ແລະ ເຮົາຈະບໍ່ປ່ອຍພວກເຮົາໄປຢ່າງງ່າຍດາຍ. ໃນອານາຈັກຂອງເຮົາ ບໍ່ມີຄວາມຄົດໂກງ ຫຼື ຄວາມຫຼອກລວງ ແລະ ບໍ່ມີຄວາມຮອບຮູ້ໃນທາງໂລກ; ນັ້ນກໍຄື ບໍ່ມີກິ່ນແຫ່ງຄວາມຕາຍ. ກົງກັນຂ້າມ, ທັງໝົດແມ່ນຄວາມຖືກຕ້ອງ ແລະ ຄວາມທ່ຽງທຳ; ທັງໝົດແມ່ນຄວາມບໍລິສຸດ ແລະ ການເປີດເຜີຍ ໂດຍບໍ່ມີຫຍັງຖືກປິດບັງໄວ້ ຫຼື ປົກປິດໄວ້. ທຸກສິ່ງສົດໃໝ່, ທຸກສິ່ງແມ່ນຄວາມສຸກ ແລະ ທຸກສິ່ງແມ່ນການສັ່ງສອນ. ໃຜກໍຕາມທີ່ຍັງສົ່ງກິ່ນແຫ່ງຄວາມຕາຍອອກມາ ບໍ່ທີ່ທາງທີ່ຈະຢູ່ໃນອານາຈັກຂອງເຮົາໄດ້, ກົງກັນຂ້າມແມ່ນຈະຖືກປົກຄອງດ້ວຍທ່ອນເຫຼັກຂອງເຮົາ.

(ຄັດຈາກ “ບົດທີ 70” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

261. ເຮົາແມ່ນໄຟທີ່ເຜົາໄໝ້ ແລະ ເຮົາບໍ່ອົດກັ້ນຕໍ່ການກະທໍາຜິດ. ເພາະວ່າມະນຸດທຸກຄົນຖືກເຮົາສ້າງຂຶ້ນມາ, ພວກເຂົາກໍຕ້ອງເຊື່ອຟັງຕໍ່ສິ່ງທີ່ເຮົາເວົ້າ ແລະ ເຮັດ ແລະ ບໍ່ສາມາດເຮັດການກະບົດໄດ້. ຜູ້ຄົນບໍ່ມີສິດເຂົ້າມາຫຍຸ້ງກ່ຽວໃນພາລະກິດຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະມີຄຸນສົມບັດວິເຄາະສິ່ງທີ່ຖືກ ຫຼື ຜິດໃນພາລະກິດ ແລະ ພຣະທໍາຂອງເຮົາ. ເຮົາແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ ແລະ ສິ່ງທີ່ຖືກຊົງສ້າງຄວນບັນລຸທຸກສິ່ງທີ່ເຮົາຕ້ອງການດ້ວຍຫົວໃຈທີ່ເຄົາລົບບູຊາເຮົາ; ພວກເຂົາບໍ່ຄວນພະຍາຍາມໃຊ້ເຫດຜົນກັບເຮົາ ແລະ ພິເສດ ພວກເຂົາບໍ່ຄວນຕໍ່ຕ້ານເຮົາ. ເຮົາຄຸ້ມຄອງຜູ້ຄົນຂອງເຮົາດ້ວຍອໍານາດຂອງເຮົາ ແລະ ທຸກຄົນທີ່ເປັນສ່ວນໃນການຊົງສ້າງຂອງເຮົາຄວນຍອມຢູ່ພາຍໃຕ້ອໍານາດຂອງເຮົາ. ເຖິງວ່າໃນປະຈຸບັນ ພວກເຈົ້າຈະກ້າຫານ ແລະ ອວດດີຢູ່ຕໍ່ໜ້າເຮົາ, ເຖິງພວກເຈົ້າຈະບໍ່ເຊື່ອຟັງພຣະທໍາທີ່ເຮົາສັ່ງສອນພວກເຈົ້າ ແລະ ບໍ່ຮູ້ຈັກຢໍາເກງ, ເຮົາພຽງໄດ້ແຕ່ທົນກັບຄວາມກະບົດຂອງພວກເຈົ້າ; ເຮົາຈະບໍ່ຍອມເສຍອາລົມຂອງເຮົາ ແລະ ເຮັດໃຫ້ມີຜົນກະທົບຕໍ່ພາລະກິດຂອງເຮົາ ຍ້ອນໂຕໜອນນ້ອຍໆທີ່ບໍ່ມີຄວາມໝາຍຫຍັງໄດ້ພິກດິນໃນກອງຂີ້ສັດຂຶ້ນມາ. ເຮົາອົດທົນກັບການມີຢູ່ຢ່າງຕໍ່ເນື່ອງຂອງທຸກສິ່ງທີ່ເຮົາລັງກຽດ ແລະ ທຸກສິ່ງທີ່ເຮົາກຽດຊັງ ຍ້ອນຜົນປະໂຫຍດແກ່ຄວາມປະສົງຂອງພຣະບິດາຂອງເຮົາ ຈົນກວ່າພຣະຄໍາຂອງເຮົາຈະສົມບູນ ແລະ ຈົນເຖິງວາລະສຸດທ້າຍຂອງເຮົາ.

(ຄັດຈາກບົດ “ເມື່ອໃບໄມ້ທີ່ລົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

262. ໃນເມື່ອເຈົ້າໄດ້ກໍານົດຄວາມຕັ້ງໃຈຂອງເຈົ້າເພື່ອຮັບໃຊ້ເຮົາແລ້ວ, ເຮົາກໍຈະບໍ່ປ່ອຍໃຫ້ເຈົ້າໄປ. ເຮົາຄືພຣະເຈົ້າ ຜູ້ທີ່ກຽດຊັງຄວາມຊົ່ວຮ້າຍ ແລະ ເຮົາແມ່ນພຣະເຈົ້າ ຜູ້ທີ່ອິດສາມະນຸດ. ໃນເມື່ອເຈົ້າເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາແລ້ວ, ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະແລ່ນອອກຈາກສາຍຕາຂອງເຮົາ ແລະ ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະຮັບໃຊ້ເຈົ້ານາຍສອງຄົນ. ເຈົ້າຄິດວ່າ ເຈົ້າສາມາດມີຄວາມຮັກອີກ ຫຼັງຈາກທີ່ເຈົ້າໄດ້ເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາຂອງເຮົາ ແລະ ຫຼັງຈາກທີ່ເຈົ້າວາງຄໍາເວົ້າຂອງເຈົ້າໄວ້ຢູ່ຕໍ່ໜ້າຕໍ່ຕາຂອງເຮົາບໍ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ? ເຈົ້າຄິດວ່າ ເຈົ້າສາມາດປະຕິຍານ ແລະ ສາບານຕໍ່ເຮົາດ້ວຍລີ້ນຂອງເຈົ້າບໍ? ເຈົ້າສາມາດສາບານຕໍ່ບັນລັງຂອງເຮົາ ເຊິ່ງແມ່ນສິ່ງທີ່ສູງສຸດໄດ້ແນວໃດ? ເຈົ້າຄິດວ່າ ຄໍາສາບານຂອງເຈົ້າໄດ້ຕາຍໄປແລ້ວບໍ? ເຖິງແມ່ນວ່າ ເນື້ອໜັງຂອງພວກເຈົ້າຈະຕາຍໄປແລ້ວ ແຕ່ເຮົາຂໍບອກພວກເຈົ້າວ່າ ຄໍາສາບານຂອງພວກເຈົ້າບໍ່ສາມາດຕາຍໄດ້. ໃນທີ່ສຸດ, ເຮົາຈະຕັດສິນລົງໂທດພວກເຈົ້າ ໂດຍອີງໃສ່ຄໍາສາບານຂອງພວກເຈົ້າ. ແຕ່ພວກເຈົ້າກໍຍັງຄິດວ່າ ພວກເຈົ້າຈະສາມາດຍົກຄໍາເວົ້າຂອງພວກເຈົ້າຢູ່ຕໍ່ໜ້າເຮົາເພື່ອຮັບມືກັບເຮົາ ແລະ ໃຈຂອງພວກເຈົ້າຍັງສາມາດຮັບໃຊ້ຈິດວິນຍານທີ່ສົກກະປົກ ແລະ ຈິດວິນຍານທີ່ຊົ່ວຮ້າຍ. ຄວາມໂມໂຫຂອງເຮົາຈະສາມາດອົດທົນຕໍ່ຜູ້ຄົນເຫຼົ່ານັ້ນທີ່ຄືໝາ ແລະ ໝູທີ່ຫຼອກລວງເຮົາໄດ້ແນວໃດ? ເຮົາຕ້ອງປະຕິບັດພຣະດໍາລັດຂອງເຮົາ ແລະ ຍາດເອົາຜູ້ທີ່ “ເຊື່ອໃນສາສະໜາ” ຜູ້ທີ່ເຊື່ອໃນຕົວເຮົາມາຈາກກໍາມືຂອງວິນຍານສົກກະປົກ ເພື່ອວ່າພວກເຂົາອາດຈະ “ລໍຖ້າ” ເຮົາໃນລັກສະນະທີ່ມີວິໄນ, ເປັນງົວຂອງເຮົາ, ເປັນມ້າຂອງເຮົາ ແລະ ຢູ່ໃນອໍານາດແຫ່ງການສັງຫານຂອງເຮົາ. ເຮົາຈະເຮັດໃຫ້ເຈົ້າຍົກຄວາມຕັ້ງໃຈທີ່ຜ່ານມາຂອງເຈົ້ານັ້ນສູງຂຶ້ນ ແລະ ມາຮັບໃຊ້ເຮົາອີກຄັ້ງ. ເຮົາຈະບໍ່ອົດທົນຕໍ່ຜູ້ທີ່ຫຼອກລວງເຮົາ. ເຈົ້າຄິດວ່າ ເຈົ້າຈະສາມາດຮ້ອງຂໍ ແລະ ຕົວະແບບໜ້າດ້ານໆຢູ່ຕໍ່ໜ້າເຮົາບໍ? ເຈົ້າຄິດວ່າ ເຮົາບໍ່ໄດ້ຍິນ ຫຼື ເຫັນຄໍາເວົ້າ ແລະ ການກະທໍາຂອງເຈົ້າບໍ? ຄໍາເວົ້າ ແລະ ການກະທໍາຂອງເຈົ້າຈະບໍ່ຢູ່ໃນສາຍຕາຂອງເຮົາໄດ້ແນວໃດ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ?

(ຄັດຈາກບົດ “ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

263. ເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ ແລະ ຍິ່ງໄປກວ່ານັ້ນ ເຮົາຄືຕົວຕົນໜຶ່ງດຽວຂອງພຣະເຈົ້າ. ແຮງຍິ່ງໄປກວ່ານັ້ນ, ເຮົາແມ່ນທັງໝົດຂອງເນື້ອໜັງ ແລະ ເຮົາແມ່ນການສະແດງອອກທັງໝົດຂອງພຣະເຈົ້າ. ໃຜກໍຕາມທີ່ກ້າບໍ່ເຄົາລົບເຮົາ, ໃຜກໍຕາທີ່ກ້າສະແດງການຕໍ່ຕ້ານໃນສາຍຕາຂອງພວກເຂົາ ແລະ ໃຜກໍຕາມທີ່ກ້າກ່າວຄຳເວົ້າທ້າທາຍຕໍ່ເຮົາຈະຕ້ອງຕາຍຈາກການສາບແຊ່ງ ແລະ ຄວາມໂກດຮ້າຍຂອງເຮົາຢ່າງແນ່ນອນ (ຈະມີການສາບແຊ່ງຍ້ອນຄວາມໂກດຮ້າຍຂອງເຮົາ). ຍິ່ງໄປກວ່ານັ້ນ, ໃຜກໍຕາມກ້າທີ່ຈະບໍ່ຊື່ສັດ ຫຼື ກະຕັນຍູຕໍ່ເຮົາ ແລະ ໃຜກໍຕາມທີ່ກ້າພະຍາຍາມລໍ້ລວງເຮົາຈະຕາຍຈາກຄວາມກຽດຊັງຂອງເຮົາຢ່າງແນ່ນອນ. ຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາຂອງເຮົາຈະຄົງຢູ່ຕະຫຼອດໄປເປັນນິດ. ຕອນທຳອິດ, ເຮົາໜ້າຮັກ ແລະ ມີເມດຕາ, ແຕ່ນີ້ບໍ່ແມ່ນອຸປະນິໄສຂອງຄວາມເປັນພຣະເຈົ້າຢ່າງສົມບຸນຂອງເຮົາ; ຄວາມຊອບທຳ, ເດຊະນຸພາບ ແລະ ການພິພາກສາພຽງປະກອບໄປດ້ວຍອຸປະນິໄສຂອງເຮົາຜູ້ທີ່ເປັນພຣະເຈົ້າເອງຢ່າງສົມບູນ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ເຮົາໜ້າຮັກ ແລະ ມີເມດຕາ. ຍ້ອນພາລະກິດທີ່ເຮົາຕ້ອງເຮັດໃຫ້ສຳເລັດ, ເຮົາມີຄວາມຮັກກະລຸນາ ແລະ ຄວາມເມດຕາ; ຢ່າງໃດກໍຕາມ, ຫຼັງຈາກນັ້ນກໍບໍ່ຈຳເປັນສຳລັບສິ່ງນັ້ນອີກ (ແລະ ບໍ່ມີເຄີຍມີຕັ້ງແຕ່ນັ້ນມາ). ມັນລ້ວນແລ້ວແຕ່ແມ່ນຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາ ແລະ ນີ້ຄືອຸປະນິໄສທີ່ສົມບູນຂອງຄວາມເປັນມະນຸດທຳມະດາຂອງເຮົາ ຄຽງຄູ່ກັບຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ.

(ຄັດຈາກ “ບົດທີ 79” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

264. ເຮົາປົກຄອງທຸກສິ່ງ, ເຮົາແມ່ນພຣະເຈົ້າທີ່ມີສະຕິປັນຍາ ຜູ້ມີສິດອຳນາດເຕັມທີ່ ແລະ ເຮົາບໍ່ຜ່ອນຜັນໃຫ້ໃຜ; ເຮົາໂຫດຫ້ຽມທີ່ສຸດ ແລະ ໄຮ້ຄວາມຮູ້ສຶກສ່ວນຕົວຢ່າງສິ້ນເຊີງ. ເຮົາປະຕິບັດຕໍ່ຜູ້ໃດຜູ້ໜຶ່ງ (ບໍ່ວ່າເຂົາຈະເວົ້າດີປານໃດກໍຕາມ, ເຮົາກໍຈະບໍ່ປ່ອຍເຂົາໄປ) ດ້ວຍຄວາມຊອບທຳ, ຄວາມຖືກຕ້ອງ ແລະ ຄວາມສະຫງ່າງາມ, ໃນຂະນະດຽວກັນກໍເຮັດໃຫ້ ທຸກຄົນສາມາດເຫັນການກະທຳອັນມະຫັດສະຈັນຂອງເຮົາໄດ້ດີຂຶ້ນ ລວມທັງຄວາມໝາຍຂອງການກະທຳຂອງເຮົາ. ເຮົາລົງໂທດວິນຍານຊົ່ວຮ້າຍສຳລັບການກະທຳທຸກຮູບແບບທີ່ພວກມັນກະທຳ, ໂຍນພວກມັນແຕ່ລະຄົນລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ. ເຮົາໄດ້ສຳເລັດພາລະກິດນີ້ກ່ອນເວລາເລີ່ມຕົ້ນ, ປ່ອຍໃຫ້ພວກເຂົາບໍ່ມີຕຳແໜ່ງ, ປ່ອຍໃຫ້ພວກເຂົາບໍ່ມີບ່ອນເຮັດວຽກຂອງພວກເຂົາ. ບໍ່ມີຄົນທີ່ຖືກເລືອກຂອງເຮົາຄົນໃດ, ບັນດາຜູ້ທີ່ຖືກເຮົາກຳນົດໄວ້ລ່ວງໜ້າ ແລະ ຖືກຄັດເລືອກ ສາມາດຖືກຄອບງຳໂດຍວິນຍານຊົ່ວຮ້າຍ ແລະ ກົງກັນຂ້າມແມ່ນຈະບໍລິສຸດຢູ່ສະເໝີ. ແຕ່ສຳລັບບັນດາຜູ້ທີ່ບໍ່ໄດ້ຖືກເຮົາກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກນັ້ນ, ເຮົາຈະມອບພວກເຂົາໃຫ້ກັບຊາຕານ ແລະ ຈະບໍ່ອະນຸຍາດໃຫ້ພວກເຂົາຄົງຢູ່ອີກຕໍ່ໄປ. ພຣະບັນຍັດບໍລິຫານຂອງເຮົາປະກອບມີຄວາມຊອບທຳຂອງເຮົາ ແລະ ເດຊານຸພາບຂອງເຮົາໃນທຸກໆດ້ານ. ເຮົາຈະບໍ່ປ່ອຍຄົນທີ່ຊາຕານເຮັດວຽກໃສ່ແມ່ນແຕ່ຄົນດຽວ ແຕ່ຈະໂຍນພວກເຂົາຖິ້ມພ້ອມດ້ວຍຮ່າງກາຍຂອງພວກເຂົາລົງສູ່ດິນແດນມໍລະນາ ເພາະວ່າເຮົາກຽດຊັງຊາຕານ. ເຮົາຈະບໍ່ທາງປ່ອຍມັນໄປຢ່າງງ່າຍດາຍ ແຕ່ຈະທຳລາຍມັນຢ່າງສິ້ນເຊີງ, ເຮັດໃຫ້ມັນບໍ່ມີໂອກາດປະຕິບັດພາລະກິດຂອງມັນໄດ້ແມ່ນແຕ່ໜ້ອຍເລີຍ.

(ຄັດຈາກ “ບົດທີ 70” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

265. ເຮົາຈະຂ້ຽນຕີທຸກຄົນທີ່ເກີດຈາກເຮົາ ທີ່ຍັງບໍ່ຮູ້ຈັກເຮົາເທື່ອ ເພື່ອເຮັດໃຫ້ເປັນທີ່ປະຈັກເຖິງຄວາມໂກດຮ້າຍທັງໝົດຂອງເຮົາ, ອໍານາດທີ່ຍິ່ງໃຫຍ່ຂອງເຮົາ ແລະ ສະຕິປັນຍາທີ່ສົມບູນຂອງເຮົາ. ພາຍໃນຕົວເຮົາ ທຸກຢ່າງແມ່ນຊອບທໍາ ແລະ ບໍ່ມີຄວາມບໍ່ຊອບທໍາ, ບໍ່ມີການຫຼອກລວງ ແລະ ບໍ່ມີຄວາມຄົດໂກງຢ່າງແນ່ນອນ; ຜູ້ໃດກໍຕາມທີ່ຄົດໂກງ ແລະ ຫຼອກລວງຕ້ອງແມ່ນບຸດຊາຍຂອງນາຮົກ ເຊິ່ງເກີດໃນແດນມໍລະນະ. ພາຍໃນຕົວເຮົາ ທຸກຢ່າງແມ່ນເປີດເຜີຍ; ແມ່ນຫຍັງກໍຕາມທີ່ເຮົາກ່າວແມ່ນຈະຕ້ອງຖືກເຮັດໃຫ້ສໍາເລັດ ແລະ ຈະຖືກເຮັດໃຫ້ສໍາເລັດຢ່າງແນ່ນອນ; ແມ່ນຫຍັງກໍຕາມທີ່ເຮົາກ່າວແມ່ນຈະຖືກສ້າງຕັ້ງ, ຈະຖືກສ້າງຕັ້ງຂຶ້ນ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງ ຫຼື ຮຽນແບບສິ່ງເຫຼົ່ານີ້ໄດ້ ຍ້ອນວ່າເຮົາແມ່ນພຣະເຈົ້າພຽງຜູ້ດຽວ.

(ຄັດຈາກ “ບົດທີ 96” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

266. ເຮົາຈະລົງໂທດຄົນຊົ່ວ ແລະ ໃຫ້ລາງວັນແກ່ຄົນດີ ແລະ ເຮົາຈະບັງຄັບໃຊ້ຄວາມຊອບທໍາຂອງເຮົາ ແລະ ເຮົາຈະປະຕິບັດການພິພາກສາຂອງເຮົາ. ເຮົາຈະໃຊ້ພຣະທໍາຂອງເຮົາເພື່ອເຮັດໃຫ້ທຸກຢ່າງສໍາເລັດ, ເຮັດໃຫ້ທຸກຄົນ ແລະ ທຸກສິ່ງປະສົບກັບມືທີ່ຂ້ຽນຕີຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກຄົນເຫັນຄວາມສະຫງ່າລາສີທີ່ສົມບູນຂອງເຮົາ, ສະຕິປັນຍາທີ່ສົມບູນຂອງເຮົາ ແລະ ຄວາມໃຈບຸນທີ່ສົມບູນຂອງເຮົາ. ຈະບໍ່ມີຜູ້ໃດກ້າລຸກຂຶ້ນໃນການພິພາກສາ ເນື່ອງຈາກວ່າ ໃນຕົວເຮົາ ທຸກສິ່ງແມ່ນຖືກເຮັດໃຫ້ສໍາເລັດ; ແລະ ຢູ່ບ່ອນນີ້ ຈົ່ງໃຫ້ມະນຸດທຸກຄົນເຫັນກຽດທີ່ສົມບູນຂອງເຮົາ ແລະ ຊິມລົດຊາດແຫ່ງໄຊຊະນະທີ່ສົມບູນຂອງເຮົາ ເນື່ອງຈາກວ່າ ທຸກສິ່ງຖືກສະແດງອອກໃນຕົວເຮົາ. ຈາກສິ່ງນີ້, ມັນກໍເປັນໄປໄດ້ທີ່ຈະເຫັນພະລັງທີ່ຍິ່ງໃຫຍ່ຂອງເຮົາ ແລະ ສິດອໍານາດຂອງເຮົາ. ຈະບໍ່ມີຜູ້ໃດກ້າລ່ວງເກີນເຮົາ ແລະ ຈະບໍ່ມີຜູ້ໃດກ້າຂັດຂວາງເຮົາ. ທຸກສິ່ງຖືກເຮັດໃຫ້ເປີດອອກໃນຕົວເຮົາ. ແມ່ນໃຜກ້າທີ່ຈະເຊື່ອງສິ່ງໃດສິ່ງໜຶ່ງ? ເຮົາຈະບໍ່ສະແດງຄວາມເມດຕາໃຫ້ແກ່ຜູ້ນັ້ນຢ່າງແນ່ນອນ! ຄົນຊົ່ວເຊັ່ນນີ້ຕ້ອງໄດ້ຮັບການລົງໂທດທີ່ຮຸນແຮງຈາກເຮົາ ແລະ ຄົນຊັ້ນຕໍ່າເຊັ່ນນີ້ຕ້ອງຖືກກວາດລ້າງຈາກສາຍຕາຂອງເຮົາ. ເຮົາຈະປົກຄອງພວກເຂົາດ້ວຍທ່ອນເຫຼັກ ແລະ ເຮົາຈະໃຊ້ສິດອໍານາດຂອງເຮົາເພື່ອພິພາກສາພວກເຂົາ ໂດຍບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍ ແລະ ບໍ່ລະເວັ້ນຄວາມຮູ້ສຶກຂອງພວກເຂົາເລີຍ ເນື່ອງຈາກວ່າ ເຮົາຄືພຣະເຈົ້າ ຜູ້ທີ່ບໍ່ມີອາລົມ ແລະ ສະຫງ່າຜ່າເຜີຍ ແລະ ທີ່ບໍ່ສາມາດຖືກລ່ວງເກີນໄດ້. ທຸກຄົນຄວນເຂົ້າໃຈ ແລະ ເຫັນສິ່ງນີ້ ເພື່ອບໍ່ໃຫ້ພວກເຂົາຖືກເຮົາໂຈມຕີ ແລະ ກໍາຈັດ “ໂດຍບໍ່ມີສາເຫດ ຫຼື ເຫດຜົນ” ເນື່ອງຈາກວ່າ ທ່ອນເຫຼັກຂອງເຮົາຈະໂຈມຕີທຸກຄົນທີ່ລ່ວງເກີນເຮົາ. ເຮົາບໍ່ສົນໃຈວ່າ ພວກເຂົາຈະຮູ້ຈັກພຣະດໍາລັດແຫ່ງການປົກຄອງຂອງເຮົາ ຫຼື ບໍ່; ສິ່ງນັ້ນຈະບໍ່ມີຜົນຫຍັງຕໍ່ເຮົາ ໃນເມື່ອຕົວຕົນຂອງເຮົາບໍ່ອົດທົນຕໍ່ການຖືກລ່ວງເກີນໂດຍຄົນໃດໜຶ່ງ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງຈຶ່ງມີການເວົ້າວ່າ ເຮົາແມ່ນສິງໂຕ; ເຮົາໂຈມຕີຜູ້ໃດກໍຕາມທີ່ເຮົາຈັບຕ້ອງ. ນັ້ນແມ່ນເຫດຜົນທີ່ມີການເວົ້າວ່າ ໃນຕອນນີ້ ມັນກໍຄືການໝິ່ນປະໝາດ ທີ່ຈະເວົ້າວ່າເຮົາແມ່ນພຣະເຈົ້າແຫ່ງຄວາມເຫັນໃຈ ແລະ ຄວາມເມດຕາ. ໂດຍແກ່ນແທ້ແລ້ວ,​ ເຮົາບໍ່ແມ່ນລູກແກະ ແຕ່ພັດແມ່ນສິງໂຕ. ບໍ່ມີຜູ້ໃດກ້າລ່ວງເກີນເຮົາ; ໃຜກໍຕາມທີ່ລ່ວງເກີນເຮົາ, ເຮົາຈະລົງໂທດດ້ວຍຄວາມຕາຍ ຢ່າງທັນທີ ແລະ ໂດຍທີ່ບໍ່ມີຄວາມເມດຕາ.

(ຄັດຈາກ “ບົດທີ 120” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

267. ສຽງຂອງເຮົາແມ່ນການພິພາກສາ ແລະ ຄວາມໂກດຮ້າຍ; ເຮົາບໍ່ປະຕິບັດກັບຜູ້ໃດດ້ວຍຄວາມອ່ອນໂຍນ ແລະ ບໍ່ສະແດງຄວາມເມດຕາຕໍ່ຜູ້ໃດ ເພາະວ່າເຮົາແມ່ນພຣະເຈົ້າທີ່ຊອບທໍາ ແລະ ເຮົາມີຄວາມໂກດຮ້າຍ; ເຮົາມີການເຜົາຜານ, ການຊໍາລະລ້າງ ແລະ ການທໍາລາຍລ້າງ. ໃນຕົວເຮົາ ແມ່ນບໍ່ມີສິ່ງໃດທີ່ລີ້ລັບ ຫຼື ມີອາລົມ ແຕ່ໃນທາງກົງກັນຂ້າມ ທຸກສິ່ງແມ່ນເປີດເຜີຍ, ຊອບທໍາ ແລະ ຍຸຕິທໍາ. ຍ້ອນບຸດຊາຍກົກຂອງເຮົາແມ່ນຢູ່ກັບເຮົາທີ່ບັນລັງແລ້ວ ໂດຍທີ່ປົກຄອງທຸກຊາດ ແລະ ທຸກຄົນ, ສິ່ງຕ່າງໆ ແລະ ຜູ້ຄົນເຫຼົ່ານັ້ນທີ່ບໍ່ຍຸຕິທໍາ ແລະ ບໍ່ຊອບທໍາຈຶ່ງເລີ່ມຖືກພິພາກສາໃນຕອນນີ້. ເຮົາຈະສືບສວນພວກເຂົາເທື່ອລະຄົນ ໂດຍບໍ່ໃຫ້ພາດຫຍັງ ແລະ ຈະເປີດໂປງພວກເຂົາຈົນໝົດ. ເນື່ອງຈາກການພິພາກສາຂອງເຮົາໄດ້ຖືກເປີດໂປງຈົນໝົດ ແລະ ເປີດເຜີຍຈົນໝົດ ແລະ ເຮົາບໍ່ໄດ້ເກັບຫຍັງໄວ້ເລີຍ; ເຮົາຈະໂຍນທຸກສິ່ງທີ່ບໍ່ເຮັດຕາມຄວາມປະສົງຂອງເຮົາຖິ້ມ ແລະ ປ່ອຍໃຫ້ມັນດັບສູນໃນຂຸມເລິກຊົ່ວນິດນິລັນ. ຢູ່ບ່ອນນັ້ນ ເຮົາຈະປ່ອຍໃຫ້ມັນຖືກເຜົາໄໝ້ຕະຫຼອດການ. ນີ້ແມ່ນຄວາມຊອບທໍາຂອງເຮົາ ແລະ ນີ້ແມ່ນຄວາມຊື່ຕົງຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ທຸກຄົນຕ້ອງຢູ່ພາຍໃຕ້ການບັນຊາຂອງເຮົາ.

(ຄັດຈາກ “ບົດທີ 103” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

268. ທຸກປະໂຫຍກທີ່ເຮົາກ່າວມີສິດອຳນາດ ແລະ ການພິພາກສາ ແລະ ບໍ່ມີໃຜສາມາດປ່ຽນແປງພຣະທຳຂອງເຮົາໄດ້. ເມື່ອພຣະທຳຂອງເຮົາອອກມາ, ສິ່ງຕ່າງໆຈະສຳເລັດລົງຕາມພຣະທຳຂອງເຮົາຢ່າງແນ່ນອນ; ນີ້ແມ່ນອຸປະນິໄສຂອງເຮົາ. ພຣະທຳຂອງເຮົາແມ່ນສິດອຳນາດ ແລະ ຜູ້ໃດທີ່ແກ້ໄຂພຣະທໍາເຫຼົ່ານັ້ນແມ່ນໄດ້ລ່ວງເກີນການຂ້ຽນຕີຂອງເຮົາ ແລະ ເຮົາຈະຕ້ອງລົງມືກັບພວກເຂົາ. ໃນກໍລະນີຮ້າຍແຮງ ພວກເຂົານຳເອົາການທໍາລາຍມາສູ່ຊີວິດຂອງຕົນເອງ ແລະ ພວກເຂົາກໍ່ລົງສູ່ແດນມໍລະນະ ຫຼື ສູ່ຂຸມເລິກ. ນີ້ແມ່ນວິທີດຽວທີ່ເຮົາຈັດການກັບມວນມະນຸດ ແລະ ມະນຸດບໍ່ມີທາງທີ່ຈະປ່ຽນແປງມັນໄດ້ ເນື່ອງຈາກນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ຈົ່ງຈື່ຈຳສິ່ງນີ້ໄວ້! ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ລ່ວງເກີນພຣະດຳລັດຂອງເຮົາ; ສິ່ງຕ່າງໆຕ້ອງເປັນໄປຕາມຄວາມປະສົງຂອງເຮົາ! ໃນອະດີດ, ເຮົາງ່າຍກັບພວກເຈົ້າຫຼາຍເກີນໄປ ແລະ ພວກເຈົ້າກໍຜະເຊີນແຕ່ກັບພຣະທຳຂອງເຮົາເທົ່ານັ້ນ. ພຣະທຳທີ່ເຮົາກ່າວກ່ຽວກັບການລົງມືກັບຄົນນັ້ນຍັງບໍ່ທັນໄດ້ເກີດຂຶ້ນເທື່ອ. ແຕ່ນັບຈາກມື້ນີ້ໄປ, ໄພພິບັດທັງໝົດ (ສິ່ງເຫຼົ່ານີ້ກ່ຽວຂ້ອງກັບພຣະດຳລັດແຫ່ງການປົກຄອງຂອງເຮົາ) ຈະມາຕາມໆກັນເພື່ອລົງທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງຂອງເຮົາ. ຈະຕ້ອງມີການມາເຖິງຂອງຄວາມຈິງ, ບໍ່ດັ່ງນັ້ນ ຄົນກໍຈະບໍ່ສາມາດເຫັນຄວາມໂກດຮ້າຍຂອງເຮົາ ແຕ່ຈະເຮັດໃຫ້ຕົວເອງເສື່ອມຊາມຊ້ຳແລ້ວຊ້ຳອີກ. ນີ້ແມ່ນຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນວິທີເຊິ່ງເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດເຮົາ. ເຮົາກ່າວແບບນີ້ກັບພວກເຈົ້າລ່ວງໜ້າເພື່ອວ່າພວກເຈົ້າຈະສາມາດຫຼີກຫຼ່ຽງການກະທຳຄວາມຜິດ ແລະ ການທົນທຸກກັບການລົງໂທດທີ່ບໍ່ມີທີ່ສິ້ນສຸດຕະຫຼອດໄປ. ໝາຍຄວາມວ່າ ນັບແຕ່ມື້ນີ້ໄປ, ເຮົາຈະເຮັດໃຫ້ທຸກຄົນໄດ້ຮັບບ່ອນທີ່ເໝາະສົມຂອງພວກເຂົາຕາມຄວາມປະສົງຂອງເຮົາ ແລະ ເຮົາຈະຂ້ຽນຕີພວກເຂົາເທື່ອລະຄົນ ຍົກເວັ້ນແຕ່ບຸດຊາຍກົກຂອງເຮົາ. ເຮົາຈະບໍ່ປ່ອຍໃຫ້ພວກເຂົາຫຼຸດລອດໄປແມ່ນແຕ່ຄົນດຽວ. ພວກເຈົ້າກ້າເສເພອີກແມ້! ເຈົ້າກ້າກະບົດອີກແມ້! ເຮົາເຄີຍກ່າວມາກ່ອນແລ້ວວ່າເຮົາຊອບທໍາກັບທຸກຄົນ, ວ່າເຮົາບໍ່ມີເສດສ້ຽວຄວາມຮູ້ສຶກ ແລະ ນີ້ສະແດງໃຫ້ເຫັນວ່າອຸປະນິໄສຂອງເຮົາຕ້ອງບໍ່ຖືກລ່ວງເກີນ. ນີ້ແມ່ນຕົວຕົນຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ທຸກຄົນໄດ້ຍິນພຣະທຳຂອງເຮົາ ແລະ ທຸກຄົນເຫັນໂສມໜ້າທີ່ມີລັດສະໝີຂອງເຮົາ. ທຸກຄົນຕ້ອງເຊື່ອຟັງເຮົາຢ່າງຄົບຖ້ວນ ແລະ ຢ່າງແນ່ນອນ. ນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ທຸກຄົນທົ່ວຈັກກະວານ ແລະ ຈົນສຸດແຜ່ນດິນໂລກຄວນສັນລະເສີນ ແລະ ເຊີດຊູເຮົາ ຍ້ອນວ່າເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ, ຍ້ອນວ່າເຮົາແມ່ນຕົວຕົນຂອງພຣະເຈົ້າ. ບໍ່ມີໃຜສາມາດປ່ຽນແປງພຣະທຳ ແລະ ຄຳເວົ້າຂອງເຮົາ, ຄຳປາໄສ ແລະ ທ່າທາງຂອງເຮົາໄດ້ ຍ້ອນວ່າສິ່ງເຫຼົ່ານີ້ແມ່ນເລື່ອງຂອງເຮົາຜູ້ດຽວ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາໄດ້ມີມາແຕ່ສະໄໝບູຮານ ແລະ ຈະມີຢູ່ຕະຫຼອດໄປ.

(ຄັດຈາກ “ບົດທີ 100” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

269. ທຸກຄົນຈະຖືກເຮັດໃຫ້ສຳເລັດໂດຍພຣະທຳຂອງເຮົາ; ບໍ່ມີມະນຸດຄົນໃດອາດເຂົ້າຮ່ວມໄດ້ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດທີ່ເຮົາຈະປະຕິບັດໄດ້. ເຮົາຈະປັດເປົ່າອາກາດທີ່ຢູ່ໃນທຸກຫົນແຫ່ງຂອງແຜ່ນດິນໃຫ້ສະອາດ ແລະ ກຳຈັດທຸກຮ່ອງຮອຍຂອງຜີຮ້າຍທີ່ຢູ່ເທິງແຜ່ນດິນໂລກ. ເຮົາໄດ້ເລີ່ມຕົ້ນແລ້ວ ແລະ ເຮົາຈະເລີ່ມຕົ້ນຂັ້ນຕອນທຳອິດຂອງພາລະກິດແຫ່ງການຂ້ຽນຕີຂອງເຮົາໃນສະຖານທີ່ຂອງມັງກອນແດງໃຫຍ່ອາໄສຢູ່. ສະນັ້ນ ມັນຈຶ່ງສາມາດປະຈັກໄດ້ວ່າການຂ້ຽນຕີຂອງເຮົາໄດ້ເກີດຂຶ້ນທົ່ວທັງຈັກກະວານ ແລະ ມັງກອນແດງໃຫຍ່ ແລະ ທຸກຈຳພວກຂອງວິນຍານທີ່ບໍ່ສະອາດຈະບໍ່ມີອຳນາດຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້, ຍ້ອນເຮົາເບິ່ງເຫັນໄປທົ່ວແຜ່ນດິນ. ເມື່ອພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນກໍຄື ເມື່ອຍຸກແຫ່ງການພິພາກສາໄດ້ມາເຖິງຈຸດຈົບແລ້ວ, ເຮົາກໍຈະຂ້ຽນຕີມັງກອນແດງໃຫຍ່ຢ່າງເປັນທາງການ. ປະຊາຊົນຂອງເຮົາຈະໄດ້ເຫັນເຖິງການທີ່ເຮົາຂ້ຽນຕີມັງກອນແດງໃຫຍ່ຢ່າງຊອບທຳ, ແລ້ວຈະຖອກເທຄຳສັນລະເສີນຍ້ອນຄວາມຊອບທຳຂອງເຮົາ ແລະ ຈະຍົກຍ້ອງນາມອັນບໍລິສຸດຂອງເຮົາຕະຫຼອດໄປຍ້ອນຄວາມຊອບທຳຂອງເຮົາ. ສະນັ້ນ ພວກເຈົ້າຈົ່ງປະຕິບັດໜ້າທີ່ຂອງພວກເຈົ້າຢ່າງເປັນທາງການ ແລະ ຈົ່ງສັນລະເສີນເຮົາທົ່ວທັງແຜ່ນດິນຢ່າງເປັນທາງການ ຕະຫຼອດໄປເປັນນິດ!

(ຄັດຈາກ “ບົດທີ 28” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

270. ເວລານີ້ເປັນເວລາກໍານົດຈຸດຈົບຂອງມະນຸດແຕ່ລະຄົນ ບໍ່ແມ່ນເວລາທີ່ເຮົາເລີ່ມລົງໂທດມະນຸດເທື່ອ. ເຮົາຈະບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນໄວ້ໃນປຶ້ມບັນທຶກຂອງເຮົາ ລວມທັງວິທີການທີ່ພວກເຂົາຕິດຕາມເຮົາ ນິໄສໃຈຄໍແທ້ຈິງຂອງພວກເຂົາ ແລະ ຜົນງານບັ້ນສຸດທ້າຍຂອງພວກເຂົາ. ດ້ວຍວິທີນີ້ຈະບໍ່ມີມະນຸດຄົນໃດລອດພົ້ນຈາກກໍາມືຂອງເຮົາໄດ້ ແລະ ຄົນທັງໝົດຈະ ຕົກຢູ່ຕາມກຸ່ມທີ່ເຮົາກໍານົດໄວ້. ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ. ພວກເຈົ້າຕ້ອງຮູ້ເອົາໄວ້ວ່າ ຄົນທັງໝົດທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງພຣະເຈົ້າຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ ບັນດາຜູ້ທີ່ຖືກລົງໂທດກໍຖືກລົງໂທດຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນຕອບແທນຕາມຄວາມຜິດບາບທັງຫຼາຍຂອງພວກເຂົາ.

(ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

271. ຖ້າເຈົ້າມີຄວາມເຊື່ອເປັນເວລາຫຼາຍປີ ແລະ ໄດ້ພົວພັນກັບເຮົາເປັນເວລາດົນນານມາແລ້ວ ແຕ່ຍັງຄົງຫ່າງເຫີນຈາກເຮົາ ແລ້ວເຮົາກໍຈະເວົ້າວ່າ ມັນແມ່ນເຈົ້າທີ່ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຢູ່ເລື້ອຍໆ ແລະ ຈຸດຈົບຂອງເຈົ້າກໍຍາກຫຼາຍທີ່ຈະຄາດຄະເນໄດ້. ຖ້າການພົວພັນກັບເຮົາເປັນເວລາຫຼາຍປີບໍ່ພຽງແຕ່ລົ້ມເຫຼວທີ່ຈະປ່ຽນແປງໃຫ້ເຈົ້າກາຍເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຈິງໄດ້ ແຕ່ຍິ່ງໄປກວ່ານັ້ນ ມັນເຮັດໃຫ້ຝັງແໜ້ນວິທີການທີ່ຊົ່ວຮ້າຍຂອງເຈົ້າເຂົ້າໃນທຳມະຊາດຂອງເຈົ້າ ແລະ ເຈົ້າບໍ່ພຽງແຕ່ມີຄວາມອວດດີສອງເທົ່າກວ່າທີ່ມີແຕ່ກ່ອນ, ແຕ່ຄວາມເຂົ້າໃຈຜິດກ່ຽວກັບເຮົາຍິ່ງເພີ່ມທະວີຂຶ້ນ ຈົນເຈົ້າເຫັນເຮົາເປັນພຽງລູກນ້ອງຊັ້ນຕໍ່າຂອງເຈົ້າ ແລ້ວເຮົາຈະເວົ້າວ່າ ຄວາມເຈັບປວດຂອງເຈົ້າບໍ່ແມ່ນເລິກພຽງແຕ່ຢູ່ຜິວໜັງອີກຕໍ່ໄປ ແຕ່ມັນຈະຊຶມເຂົ້າໄປໃນກະດູກຂອງເຈົ້າ. ສິ່ງທີ່ຍັງເຫຼຸືອຢູ່ສໍາລັບເຈົ້າແມ່ນພຽງລໍຖ້າຈັດງານສົບຂອງເຈົ້າ. ເຈົ້າບໍ່ຕ້ອງອ້ອນວອນຂໍໃຫ້ເຮົາເປັນພຣະເຈົ້າຂອງເຈົ້າ ຍ້ອນເຈົ້າໄດ້ເຮັດບາບທີ່ສົມຄວນຕາຍ ເຊິ່ງເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້. ເຖິງແມ່ນວ່າ ເຮົາມີຄວາມເມດຕາຕໍ່ເຈົ້າ, ພຣະເຈົ້າທີ່ຢູ່ໃນສະຫວັນກໍຈະຢືນຢັນທີ່ຈະເອົາຊີວິດຂອງເຈົ້າ ຍ້ອນຄວາມຜິດຂອງເຈົ້າຕໍ່ອຸປະນິໄສຂອງພຣະເຈົ້ານັ້ນ ບໍ່ແມ່ນບັນຫາທຳມະດາ ແຕ່ເປັນບັນຫາມີທໍາມະຊາດອັນຮ້າຍແຮງຫຼາຍ. ເມື່ອເຖິງເວລານັ້ນ ຢ່າໂທດວ່າເຮົາບໍ່ໄດ້ແຈ້ງໃຫ້ເຈົ້າຮູ້ລ່ວງໜ້າ. ທຸກສິ່ງແມ່ນຈະລົງເອີຍດ້ວຍວິທີນີ້ ນັ້ນກໍຄື ເມື່ອເຈົ້າກ່ຽວພັນກັບພຣະຄຣິດ ຜູ້ເປັນພຣະເຈົ້າເທິງແຜ່ນດິນໂລກ ທີ່ເປັນມະນຸດທຳມະດາ ນັ້ນກໍຄື ເມື່ອເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ໄດ້ເປັນຫຍັງເລີຍນອກຈາກບຸກຄົນໜຶ່ງ ແລ້ວຕອນນັ້ນ ເຈົ້າກໍຈະພົບກັບຄວາມຈິບຫາຍ. ນີ້ເປັນພຽງການຕັກເຕືອນຂອງເຮົາຕໍ່ພວກເຈົ້າທຸກຄົນເທົ່ານັ້ນ.

(ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

272. ຄວາມເມດຕາຂອງເຮົາຊົງສໍາແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ເອົາຊະນະຕົວເອງ ແລະ ການລົງໂທດທີ່ຄົນຜິດບາບທີ່ໄດ້ຮັບກໍເປັນການພິສູດອຸປະນິໄສອັນຊອບທໍາຂອງເຮົາແລ້ວ ແລະ ຍິ່ງກວ່ານັ້ນ ກໍຍັງເປັນພະຍານຄວາມຮ້າຍກາດຂອງເຮົາ. ເມື່ອໄພພິບັດມາເຖິງ, ຄວາມອຶດຫິວອາຫານ ແລະ ໂລກລະບາດຈະຕົກຖືກທຸກຄົນທີ່ຕໍ່ຕ້ານເຮົາ ແລະ ພວກເຂົາຈະຮ້ອງໄຫ້ນໍ້າຕາໄຫຼ. ບັນດາຜູ້ທີ່ເຮັດບາບທຸກຮູບແບບ ເຖິງວ່າຈະຕິດຕາມເຮົາໄດ້ຫຼາຍປີກໍຕາມ ຈະບໍ່ພົ້ນຈາກການຈ່າຍຄ່າບາບຂອງພວກເຂົາ; ພ້ອມນັ້ນ ພວກເຂົາກໍຍັງຈະຖືກຕົກສູ່ໄພພິບັດທີ່ຮ້າຍແຮງກວ່າເຄີຍປະກົດໃຫ້ເຫັນໃນຫຼາຍລ້ານປີຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດຢູ່ກັບຄວາມຕື່ນຕົກໃຈ ແລະ ຢ້ານກົວ. ມີແຕ່ບັນດາຜູ້ທີ່ຕິດຕາມ ແລະ ຈົງຮັກພັກດີຕໍ່ເຮົາເທົ່ານັ້ນທີ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະໄດ້ພົບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ໄດ້ຮັບຄວາມເບີກບານໃຈທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າ ເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດ ຈິດໃຈເຮົາຈົດຈໍ່ສະແຫວງຫາຄົນທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ. ເຮົາບໍ່ເຄີຍລືມຜູ້ທີ່ບໍ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ, ຈິດໃຈຂອງເຮົາກຽດຊັງຄົນເຫຼົ່ານັ້ນ ລໍຄອຍໃຫ້ຮອດເວລາລົງໂທດພວກເຂົາ ເຮົາຈິ່ງຈະເພິ່ງພໍໃຈ. ເວລາຂອງເຮົາມາຮອດມື້ນີ້ແລ້ວ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

(ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

273. ເຮົາຈະແກ້ໄຂຄວາມບໍ່ຍຸຕິທຳໃນໂລກຂອງມະນຸດ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍມືຂອງເຮົາເອງທົ່ວແຜ່ນດິນໂລກ, ຫ້າມບໍ່ໃຫ້ຊາຕານທຳຮ້າຍປະຊາຊົນຂອງເຮົາອີກຕໍ່ໄປ, ຫ້າມບໍ່ໃຫ້ສັດຕູເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈອີກແລ້ວ. ເຮົາຈະກາຍເປັນກະສັດເທິງແຜ່ນດິນໂລກ ແລະ ຍ້າຍບັນລັງຂອງເຮົາໄປຢູ່ທີ່ນັ້ນ, ເຮັດໃຫ້ສັດຕູທຸກຄົນຂອງເຮົາລົ້ມລົງເທິງພື້ນດິນ ແລະ ສາລະພາບຄວາມຜິດຂອງພວກເຂົາຕໍ່ໜ້າເຮົາ. ໃນຄວາມໂສກເສົ້າຂອງເຮົາປະກອບດ້ວຍຄວາມໂມໂຫ, ເຮົາຈະຢຽບຢໍ່າຈັກກະວານທັງປວງໃຫ້ແປ, ບໍ່ປ່ອຍໃຫ້ເຫຼືອໃຜຈັກຄົນ ແລະ ໂຈມຕີສັດຕູຂອງເຮົາໃຫ້ເກີດຄວາມຕົກໃຈຢ້ານ. ເຮົາຈະທໍາລາຍແຜ່ນໂລກທັງໝົດໃຫ້ກາຍເປັນຊາກພັງທະລາຍ ແລະ ເຮັດໃຫ້ສັດຕູຂອງເຮົາຕົກລົງສູ່ຄວາມພິນາດ, ເພື່ອວ່າຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຂົາຈະບໍ່ເຮັດໃຫ້ມະນຸດຊາດເສື່ອມຊາມອີກຕໍ່ໄປ. ແຜນການຂອງເຮົາຖືກກຳນົດແນ່ນອນແລ້ວ ແລະ ບໍ່ມີໃຜ, ບໍ່ວ່າພວກເຂົາເປັນໃຜກໍຕາມ, ຈະສາມາດປ່ຽນແປງມັນໄດ້. ເມື່ອເຮົາທ່ອງທ່ຽວໄປມາດ້ວຍຄວາມສະຫງ່າຜ່າເຜີຍເໜືອຈັກກະວານ, ມະນຸດທຸກຄົນຈະຖືກສ້າງຂຶ້ນໃໝ່ ແລະ ທຸກສິ່ງຈະຖືກຟື້ນຄືນໃໝ່. ມະນຸດຈະບໍ່ຮ້ອງໄຫ້ອີກຕໍ່ໄປ ແລະ ເຂົາຈະບໍ່ຮ້ອງໄຫ້ຂໍຄວາມຊ່ວຍເຫຼືອຈາກເຮົາອີກຕໍ່ໄປ. ແລ້ວຫົວໃຈຂອງເຮົາກໍຈະຍິນດີ ແລະ ຜູ້ຄົນຈະກັບຄືນມາສະຫຼອງກັບເຮົາ. ຈັກກະວານທັງປວງ ຕັ້ງແຕ່ເທິງລົງລຸ່ມ ຈະຕື່ນເຕັ້ນດີໃຈ...

(ຄັດຈາກ “ບົດທີ 27” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

274. ພູເຂົາຊີໂອນເອີຍ! ຈົ່ງປິຕິຍິນດີເຖີດ! ພູເຂົາຊີໂອນເອີຍ! ຈົ່ງຮ້ອງເພງອອກມາ! ເຮົາໄດ້ກັບຄືນມາດ້ວຍຄວາມມີໄຊ, ເຮົາໄດ້ກັບຄືນມາດ້ວຍໄຊຊະນະ! ທຸກໆຄົນ! ຈົ່ງຟ້າວລຽນແຖວຢ່າງເປັນລະບຽບ! ສິ່ງຊົງສ້າງທັງໝົດເອີຍ! ຕອນນີ້ຈົ່ງພາກັນຢຸດນິ້ງ ເນື່ອງຈາກຕົວຕົນຂອງເຮົາກໍາລັງຜະເຊີນກັບຈັກກະວານທັງໝົດ ແລະ ປະກົດຕົວຢູ່ທິດຕາເວັນອອກຂອງໂລກ! ຜູ້ໃດກ້າທີ່ຈະບໍ່ຄູ້ເຂົ່າລົງເພື່ອນະມັດສະການ? ຜູ້ໃດກ້າທີ່ຈະບໍ່ເອີ້ນເຮົາວ່າພຣະເຈົ້າທີ່ແທ້ຈິງ? ຜູ້ໃດກ້າທີ່ຈະບໍ່ແນມເບິ່ງດ້ວຍຄວາມເຄົາລົບບູຊາ? ຜູ້ໃດກ້າທີ່ຈະບໍ່ສັນລະເສີນ? ຜູ້ໃດກ້າທີ່ຈະບໍ່ມີຄວາມປິຕິຍິນດີ? ປະຊາຊົນຂອງເຮົາຈະໄດ້ຍິນສຽງຂອງເຮົາ ແລະ ບຸດຊາຍຂອງເຮົາຈະຢູ່ລອດໃນອານາຈັກຂອງເຮົາ! ພູເຂົາ,​ແມ່ນໍ້າ ແລະ ທຸກສິ່ງຈະເຊີດຊູຢ່າງບໍ່ຈົບສິ້ນ ແລະ ໂດດໄປມາຢ່າງບໍ່ຢຸດເຊົາ. ໃນເວລານີ້, ບໍ່ມີຜູ້ໃດກ້າທີ່ຈະຖອຍຫຼັງ ແລະ ບໍ່ມີຜູ້ໃດກ້າທີ່ຈະລຸກຂຶ້ນເພື່ອຕໍ່ຕ້ານ. ນີ້ແມ່ນການກະທໍາທີ່ມະຫັດສະຈັນຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນພະລັງທີ່ຍິ່ງໃຫຍ່ຂອງເຮົາ! ເຮົາຈະເຮັດໃຫ້ທຸກສິ່ງເຄົາລົບບູຊາເຮົາໃນໃຈຂອງສິ່ງເຫຼົ່ານັ້ນ ແລະ ຫຼາຍໄປກວ່ານີ້ ແມ່ນເຮົາຈະເຮັດໃຫ້ທຸກສິ່ງສັນລະເສີນເຮົາ! ນີ້ແມ່ນເປົ້າໝາຍສູງສຸດຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ ແລະ ມັນແມ່ນສິ່ງທີ່ເຮົາໄດ້ບັນຍັດໄວ້. ຈະບໍ່ມີຄົນໃດ ຫຼື ວັດຖຸໃດ ຫຼື ເຫດການໃດທີ່ຈະກ້າລຸກຂຶ້ນເພື່ອຂັດຂືນເຮົາ ຫຼື ຕໍ່ຕ້ານເຮົາ. ປະຊາຊົນທັງໝົດຂອງເຮົາຈະລັ່ງໄຫຼໄປພູເຂົາຂອງເຮົາ (ເວົ້າອີກແບບໜຶ່ງກໍຄື ໂລກທີ່ເຮົາຈະສ້າງຂຶ້ນພາຍຫຼັງ) ແລະ ພວກເຂົາຈະອ່ອນນ້ອມຕໍ່ໜ້າເຮົາ ຍ້ອນເຮົາມີຄວາມສະຫງ່າ ແລະ ມີການພິພາກສາ ແລະ ເຮົາຖືສິດອໍານາດ. (ນີ້ໝາຍເຖິງເວລາທີ່ເຮົາຢູ່ໃນຮ່າງກາຍ. ເຮົາຍັງມີສິດອໍານາດໃນເນື້ອໜັງ ແຕ່ຍ້ອນຂໍ້ຈໍາກັດຂອງເວລາ ແລະ ສະຖານທີ່ບໍ່ສາມາດຢູ່ເໜືອເນື້ອໜັງໄດ້ ຈຶ່ງບໍ່ສາມາດເວົ້າໄດ້ວ່າ ເຮົາໄດ້ຮັບຄວາມສະຫງ່າລາສີຢ່າງສົມບູນ. ເຖິງເຮົາຈະໄດ້ຮັບບຸດຊາຍກົກໃນເນື້ອໜັງ ແຕ່ກໍບໍ່ສາມາດເວົ້າໄດ້ວ່າ ເຮົາໄດ້ຮັບຄວາມສະຫງ່າລາສີ. ເມື່ອເຮົາໄດ້ກັບຄືນໄປພູເຂົາຊີໂອນ ແລະ ປ່ຽນແປງການປະກົດຕົວຂອງເຮົາເທົ່ານັ້ນ ຈຶ່ງອາດເວົ້າໄດ້ວ່າ ເຮົາໄດ້ຖືສິດອໍານາດ ເຊິ່ງນັ້ນກໍຄື ເຮົາໄດ້ຮັບຄວາມສະຫງ່າລາສີ). ບໍ່ມີສິ່ງໃດທີ່ຈະຍາກສໍາລັບເຮົາ. ທຸກສິ່ງຈະຖືກທໍາລາຍດ້ວຍພຣະທໍາຈາກປາກຂອງເຮົາ ແລະ ທຸກສິ່ງຈະມີຊີວິດ ແລະ ຖືກເຮັດໃຫ້ສົມບູນດ້ວຍພຣະທໍາຈາກປາກຂອງເຮົາ. ສິ່ງດັ່ງກ່າວແມ່ນພະລັງທີ່ຍິ່ງໃຫຍ່ຂອງເຮົາ ແລະ ສິ່ງດັ່ງກ່າວແມ່ນສິດອໍານາດຂອງເຮົາ. ຍ້ອນເຮົາເຕັມໄປດ້ວຍພະລັງ ແລະ ອຸດົມສົມບູນໄປດ້ວຍສິດອໍານາດ ເຊິ່ງບໍ່ມີຜູ້ໃດກ້າທີ່ຈະຂັດຂວາງເຮົາ. ເຮົາໄດ້ມີໄຊເໜືອທຸກສິ່ງແລ້ວ ແລະ ເຮົາໄດ້ເອົາຊະນະບຸດຊາຍແຫ່ງການກະບົດທຸກຄົນແລ້ວ.

(ຄັດຈາກ “ບົດທີ 120” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

275. ພຣະເຈົ້າສ້າງມະນຸດຊາດ; ບໍ່ວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມ ຫຼື ບໍ່ວ່າພວກເຂົາຕິດຕາມພຣະເຈົ້າ ຫຼື ບໍ່ກໍຕາມ, ພຣະເຈົ້າປະຕິບັດຕໍ່ມວນມະນຸດດັ່ງຄົນທີ່ພຣະອົງຮັກຫຼາຍທີ່ສຸດ ຫຼື ດັ່ງທີ່ມະນຸດອາດຈະເວົ້າວ່າ ເປັນສຸດທີ່ຮັກຂອງພຣະອົງ ແລະ ບໍ່ແມ່ນຂອງຫຼິ້ນຂອງພຣະອົງ. ເຖິງແມ່ນພຣະເຈົ້າກ່າວວ່າພຣະອົງແມ່ນພຣະຜູ້ຊົງສ້າງ ແລະ ມະນຸດແມ່ນການຊົງສ້າງຂອງພຣະອົງ, ເຊິ່ງຟັງເບິ່ງຄືກັບວ່າ ມີຄວາມແຕກຕ່າງເລັກນ້ອຍໃນຕໍາແໜ່ງ, ຄວາມຈິງກໍຄື ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາເພື່ອມະນຸດແມ່ນໄກຈາກຄວາມສຳພັນໃນລັກສະນະນີ້ຫຼາຍ. ພຣະເຈົ້າຮັກມະນຸດ, ດູແລມະນຸດ ແລະ ສະໜອງໃຫ້ມະນຸດຊາດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ໃນໃຈຂອງພຣະອົງ, ພຣະອົງບໍ່ເຄີຍຮູ້ສຶກວ່າ ນີ້ແມ່ນພາລະກິດເພີ່ມເຕີມ ຫຼື ບາງສິ່ງທີ່ສົມຄວນໄດ້ຮັບຄວາມເຊື່ອຖືທີ່ສຸດ ແລະ ພຣະອົງກໍບໍ່ຮູ້ສຶກວ່າ ການຊ່ວຍຊີວິດມະນຸດໃຫ້ລອດພົ້ນ, ການສະໜອງໃຫ້ພວກເຂົາ ແລະ ປະທານທຸກສິ່ງໃຫ້ພວກເຂົາແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ມວນມະນຸດ. ພຣະອົງພຽງແຕ່ສະໜອງໃຫ້ມະນຸດຢ່າງງຽບໆດ້ວຍວິທີຂອງພຣະອົງເອງ ແລະ ຜ່ານທາດແທ້ຂອງພຣະອົງເອງ ແລະ ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ. ບໍ່ວ່າມະນຸດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກພຣະອົງຫຼາຍສໍ່າໃດ, ພຣະເຈົ້າບໍ່ເຄີຍຄິດໃສ່ໃຈ ຫຼື ພະຍາຍາມຫວັງໄດ້ຮັບການຍ້ອງຍໍສັນລະເສີນ. ນີ້ໄດ້ຖືກກຳນົດໂດຍທາດແທ້ຂອງພຣະເຈົ້າ ແລະ ຍັງເປັນການສະແດງເຖິງອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງອີກດ້ວຍ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

276. ພຣະເຈົ້າຕ້ອງອົດທົນຕໍ່ຫຼາຍໆຄໍ່າຄືນທີ່ອຶດຫຼັບອຶດນອນ ເພື່ອພາລະກິດຂອງມະນຸດຊາດ. ຈາກຈຸດສູງຫາຈຸດຕໍ່າສຸດ, ພຣະອົງໄດ້ສະເດັດລົງມາສູ່ນາຮົກເທິງດິນທີ່ມະນຸດອາໄສຢູ່ ເພື່ອໃຊ້ເວລາຂອງພຣະອົງຢູ່ກັບມະນຸດ ໂດຍທີ່ບໍ່ເຄີຍຈົ່ມກ່ຽວກັບຄວາມຊົ່ວຊ້າໃນທ່າມກາງມະນຸດ, ບໍ່ເຄີຍຕໍາໜິຕິເຕືອນມະນຸດຍ້ອນຄວາມບໍ່ເຊື່ອຟັງຂອງເຂົາ ແຕ່ໄດ້ອົດທົນຕໍ່ຄວາມອັບອາຍທີ່ສຸດ ໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ພຣະເຈົ້າຈະເປັນຂອງນາຮົກໄດ້ແນວໃດ? ພຣະອົງຈະສາມາດໃຊ້ຊີວິດຂອງພຣະອົງຢູ່ນາຮົກໄດ້ແນວໃດ? ແຕ່ເພື່ອເຫັນແກ່ມະນຸດຊາດທັງໝົດ ເພື່ອວ່າ ມະນຸດຊາດທັງມວນຈະສາມາດຊອກຫາຄວາມສະຫງົບໃຫ້ໄວຂຶ້ນ, ພຣະອົງຈຶ່ງໄດ້ອົດທົນຕໍ່ຄວາມອັບອາຍ ແລະ ໄດ້ທົນທຸກຕໍ່ຄວາມບໍ່ຍຸຕິທໍາໃນການສະເດັດມາແຜ່ນດິນໂລກ ແລະ ໄດ້ເຂົ້າໄປໃນ “ນາຮົກ” ແລະ “ແດນມໍລະນະ” ດ້ວຍຕົວພຣະອົງເອງ ແລະ ໄດ້ເຂົ້າໄປໃນຖໍ້າເສືອ ເພື່ອຊ່ວຍມະນຸດໃຫ້ພົ້ນ. ແລ້ວມະນຸດມີຄຸນສົມບັດຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ເຂົາມີເຫດຜົນຫຍັງ ທີ່ຈະຈົ່ມວ່າກ່ຽວກັບພຣະເຈົ້າ? ເຂົາສາມາດກ້າທີ່ຈະເບິ່ງພຣະເຈົ້າໄດ້ແນວໃດ? ພຣະເຈົ້າແຫ່ງສະຫວັນໄດ້ສະເດັດມາດິນແດນແຫ່ງຄວາມຊົ້ວຮ້າຍທີ່ສົກກະປົກທີ່ສຸດແຫ່ງນີ້ ແລະ ບໍ່ເຄີຍລະບາຍຄວາມບໍ່ພໍໃຈຂອງພຣະອົງ ຫຼື ຈົ່ມວ່າກ່ຽວກັບມະນຸດເລີຍ ແຕ່ກົງກັນຂ້າມ ພັດຍອມຮັບເອົາການທໍາລາຍລ້າງ[1] ແລະ ການກົດຂີ່ຂອງມະນຸດຢ່າງງຽບໆ. ພຣະອົງບໍ່ເຄີຍທີ່ຈະຕອບໂຕ້ຄວາມຮຽກຮ້ອງຕ້ອງການທີ່ບໍ່ສົມເຫດສົມຜົນຂອງມະນຸດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຫຼາຍເກີນໄປ ແລະ ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຢ່າງບໍ່ສົມເຫດສົມຜົນ; ພຣະອົງພຽງແຕ່ປະຕິບັດພາລະກິດທັງໝົດທີ່ມະນຸດຕ້ອງການໂດຍບໍ່ມີການຈົ່ມວ່າ: ການສັ່ງສອນ, ການໃຫ້ແສງສະຫວ່າງ, ການຕໍາໜິຕິເຕືອນ, ການເຮັດໃຫ້ພຣະທໍາບໍລິສຸດ, ການກ່າວເຕືອນ, ການແນະນໍາ, ການປອບໃຈ, ການຕັດສິນ ແລະ ການເປີດເຜີຍ. ມີບາດກ້າວໃດແດ່ຂອງພຣະອົງທີ່ບໍ່ໄດ້ເຮັດເພື່ອຊີວິດຂອງມະນຸດ? ເຖິງວ່າ ພຣະອົງຈະໄດ້ກໍາຈັດໂອກາດ ແລະ ຊາຕາກໍາຂອງມະນຸດ ແຕ່ມີບາດກ້າວໃດແດ່ທີ່ພຣະເຈົ້າປະຕິບັດ ບໍ່ແມ່ນເພື່ອຊາຕາກໍາຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການຢູ່ລອດຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການປົດປ່ອຍມະນຸດຈາກຄວາມທຸກທໍລະມານນີ້ ແລະ ຈາກການກົດຂີ່ຂອງອໍານາດມືດ ທີ່ມືດດໍາຄືກັບກາງຄືນ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ແມ່ນເພື່ອມະນຸດ? ໃຜສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ເຊິ່ງຄືກັນກັບຄວາມຮັກຂອງມານດາ? ໃຜສາມາດເຂົ້າໃຈຫົວໃຈທີ່ກະຕືລືລົ້ນຂອງພຣະເຈົ້າ?

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (9)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

277. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ ພຣະອົງບໍ່ໄດ້ມາຈາກໂລກ ແລະ ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອເພີດເພີນກັບໂລກ. ສະຖານທີ່ໆການປະຕິບັດພາລະກິດຈະເປີດເຜີຍອຸປະນິໄສຂອງພຣະອົງ ແລະ ມີຄວາມໝາຍທີ່ສຸດກໍຄືສະຖານທີ່ໆພຣະອົງກໍາເນີດ. ບໍ່ວ່າມັນຈະເປັນດິນແດນທີ່ບໍລິສຸດ ຫຼື ສົກກະປົກ ແລະ ບໍ່ວ່າພຣະອົງຈະປະຕິບັດພາລະກິດຢູ່ໃສ, ພຣະອົງກໍບໍລິສຸດ. ທຸກສິ່ງໃນແຜ່ນດິນໂລກຖືກສ້າງໂດຍພຣະອົງ; ພຽງແຕ່ວ່າທຸກສິ່ງຖືກຊາຕານເຮັດໃຫ້ເສື່ອມຊາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທຸກສິ່ງກໍຍັງເປັນຂອງພຣະອົງ; ພວກມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ. ພຣະອົງມາສູ່ດິນແດນທີ່ສົກກະປົກ ແລະ ປະຕິບັດພາລະກິດເພື່ອເປີດເຜີຍຄວາມບໍລິສຸດຂອງພຣະອົງ; ພຣະອົງພຽງເຮັດສິ່ງນີ້ເພື່ອເຫັນແກ່ພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງອົດກັ້ນຕໍ່ຄວາມອັບອາຍຢ່າງຫຼວງຫຼາຍເພື່ອປະຕິບັດພາລະກິດແບບນີ້ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນໃນດິນແດນທີ່ສົກກະປົກນີ້. ການເຮັດແບບນີ້ກໍເພື່ອເປັນພະຍານໃຫ້ກັບມະນຸດຊາດທັງປວງ. ສິ່ງທີ່ພາລະກິດດັ່ງກ່າວສະແດງໃຫ້ຜູ້ຄົນເຫັນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ມັນຍັງສາມາດສະແດງເຖິງຄວາມເລີດລໍ້າຂອງພຣະເຈົ້າໄດ້ດີກວ່າ. ຄວາມຍິ່ງໃຫຍ່ ແລະ ຄວາມທ່ຽງທໍາຂອງພຣະອົງຖືກສະແດງຜ່ານຄວາມລອດພົ້ນຂອງກຸ່ມຄົນທີ່ຕໍ່າຕ້ອຍທີ່ຄົນອື່ນລັງກຽດ. ການເກີດໃນດິນແດນທີ່ສົກກະປົກບໍ່ໄດ້ພິສູດເລີຍວ່າພຣະອົງຕໍ່າຕ້ອຍ; ມັນພຽງແຕ່ເຮັດໃຫ້ສິ່ງຊົງສ້າງທັງໝົດຂອງພຣະອົງໄດ້ເຫັນເຖິງຄວາມຍິ່ງໃຫຍ່ ແລະ ຄວາມຮູ້ທີ່ແທ້ຈິງທີ່ພຣະອົງມີໃຫ້ກັບມະນຸດຊາດ. ຍິ່ງພຣະອົງເຮັດແບບນີ້, ມັນຍິ່ງເປີດເຜີຍເຖິງຄວາມຮັກທີ່ບໍລິສຸດ ແລະ ຄວາມຮັກທີ່ບໍ່ມີຂໍ້ບົກຜ່ອງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະເຈົ້າບໍລິສຸດ ແລະ ຊອບທຳ. ເຖິງແມ່ນພຣະອົງເກີດໃນດິນແດນທີ່ສົກກະປົກ ແລະ ເຖິງແມ່ນພຣະອົງດຳລົງຊີວິດກັບຄົນທີ່ເຕັມໄປດ້ວຍຄວາມສົກກະປົກ ເໝືອນກັບທີ່ພຣະເຢຊູດຳລົງຊີວິດກັບຄົນບາບໃນຍຸກແຫ່ງພຣະຄຸນ, ພາລະກິດທັງໝົດຂອງພຣະອົງບໍ່ແມ່ນເພື່ອຄວາມຢູ່ລອດຂອງມວນມະນຸດຊາດບໍ? ມັນບໍ່ໄດ້ເປັນແບບນັ້ນເພື່ອມະນຸດຊາດຈະສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ບໍ? ສອງພັນປີກ່ອນ ພຣະອົງດຳລົງຊີວິດກັບຄົນບາບເປັນເວລາຫຼາຍປີ. ນັ້ນກໍເພື່ອການໄຖ່ບາບ. ໃນປັດຈຸບັນ, ພຣະອົງດຳລົງຊີວິດກັບກຸ່ມຄົນທີ່ສົກກະປົກ ແລະ ຕໍ່າຕ້ອຍ. ນີ້ແມ່ນເພື່ອຄວາມລອດພົ້ນ. ພາລະກິດທັງໝົດບໍ່ແມ່ນເພື່ອພວກເຈົ້າ, ມະນຸດທັງຫຼາຍບໍ? ຖ້າມັນບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງດຳລົງຊີວິດ ແລະ ທົນທຸກກັບຄົນບາບເປັນເວລາຫຼາຍປີຫຼັງຈາກທີ່ເກີດໃນຮາງຫຍ້າ? ແລ້ວຖ້າບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ, ເກີດໃນດິນແດນນີ້ທີ່ເຕັມໄປດ້ວຍຜີຮ້າຍຊຸມນຸມກັນ ແລະ ດຳລົງຊີວິດກັບຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ? ພຣະເຈົ້າບໍ່ຊື່ສັດບໍ? ມີພາລະກິດໃດແດ່ຂອງພຣະອົງທີ່ບໍ່ແມ່ນເພື່ອມະນຸດຊາດ? ມີພາລະກິດໃດທີ່ບໍ່ແມ່ນເພື່ອໂຊກຊະຕາຂອງພວກເຈົ້າ? ພຣະເຈົ້າບໍລິສຸດ. ສິ່ງນີ້ປ່ຽນແປງບໍ່ໄດ້! ພຣະອົງບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍຄວາມສົກກະປົກ ເຖິງແມ່ນພຣະອົງໄດ້ມາສູ່ດິນແດນທີ່ສົກກະປົກ; ທຸກສິ່ງເຫຼົ່ານີ້ພຽງແຕ່ໝາຍຄວາມວ່າ ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນບໍ່ເຫັນແກ່ຕົວເລີຍ, ການທົນທຸກ ແລະ ຄວາມອັບອາຍທີ່ພຣະອົງອົດກັ້ນກໍຍິ່ງໃຫຍ່ຫຼາຍ! ພວກເຈົ້າບໍ່ຮູ້ບໍວ່າພຣະອົງທົນທຸກກັບຄວາມອັບອາຍຢ່າງໃຫຍ່ຫຼວງເພື່ອພວກເຈົ້າທຸກຄົນ ແລະ ເພື່ອໂຊກຊະຕາຂອງພວກເຈົ້າ? ແທນທີ່ພຣະອົງຈະຊ່ວຍເຫຼືອຜູ້ຄົນທີ່ຍິ່ງໃຫຍ່ ຫຼື ລູກຊາຍຂອງຄອບຄົວທີ່ຮັ່ງມີ ແລະ ມີອຳນາດ, ແຕ່ພຣະອົງເນັ້ນຊ່ວຍເຫຼືອຄົນທີ່ຕໍ່າຕ້ອຍ ແລະ ຄົນທີ່ຖືກຄົນອື່ນດູຖູກ. ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມບໍລິສຸດຂອງພຣະອົງບໍ? ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມຊອບທຳຂອງພຣະອົງບໍ? ພຣະອົງຈະເລືອກເກີດໃນດິນແດນທີ່ສົກກະປົກ ແລະ ທົນທຸກກັບຄວາມອັບອາຍທັງໝົດເພື່ອເຫັນແກ່ຄວາມຢູ່ລອດຂອງມະນຸດຊາດ. ພຣະເຈົ້າເປັນຈິງຫຼາຍ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ. ພາລະກິດທຸກຂັ້ນຕອນຂອງພຣະອົງບໍ່ໄດ້ຮັບການປະຕິບັດຕາມຕົວຈິງບໍ? ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ໃສ່ຮ້າຍພຣະອົງ ແລະ ເວົ້າວ່າພຣະອົງນັ່ງຮ່ວມໂຕະກັບຄົນບາບ, ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ເຍາະເຍີ້ຍພຣະອົງ ແລະ ເວົ້າວ່າພຣະອົງດຳລົງຊີວິດຮ່ວມກັບລູກຊາຍແຫ່ງຄວາມສົກກະປົກ, ວ່າພຣະອົງດໍາລົງຊີວິດຢູ່ກັບຄົນທີ່ຕໍ່າຕ້ອຍທີ່ສຸດ, ພຣະອົງກໍຍັງອຸທິດຕົນເອງຢ່າງບໍ່ເຫັນແກ່ຕົວ ແລະ ເຖິງຢ່າງນັ້ນພຣະອົງກໍຍັງຖືກປະຕິເສດໃນທ່າມກາງມະນຸດຊາດ. ການທົນທຸກທີ່ພຣະອົງໄດ້ຮັບບໍ່ຫຼາຍກວ່າຂອງພວກເຈົ້າບໍ? ພາລະກິດຂອງພຣະອົງບໍ່ໄດ້ມີຫຼາຍກວ່າລາຄາທີ່ພວກເຈົ້າໄດ້ຈ່າຍບໍ?

(ຄັດຈາກບົດ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

278. ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ກາຍເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມຍາກລຳບາກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມຍາກລຳບາກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າຖືກຮັບຮູ້ໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ຄວາມຮູ້ສຶກ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນສະແດງໃຫ້ເຫັນວ່າພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ. ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມຍາກລຳບາກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດ, ສ່ວນຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດພາລະກິດກັບພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ຮ່ວມກັນກັບຜູ້ຄົນອີກດ້ວຍ. ພຣະເຈົ້າຖ່ອມຕົວຫຼາຍ, ໜ້າຮັກຫຼາຍ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

279. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ ແລະ ບໍ່ມີຫຍັງທີ່ພຣະອົງເຮັດວ່າງເປົ່າ. ພຣະເຈົ້າມາຢູ່ທ່າມກາງມະນຸດ, ຖ່ອມຕົວລົງມາເປັນບຸກຄົນທຳມະດາ. ພຣະອົງບໍ່ໄດ້ຈາກໄປຫຼັງຈາກທີ່ໄດ້ປະຕິບັດພາລະກິດສ່ວນໃດໜຶ່ງປະໄວ້ພຽງແຕ່ການປະຕິບັດສ່ວນໜຶ່ງຂອງພາລະກິດ ແລະ ຫຼັງຈາກທີ່ໄດ້ກ່າວພຣະທຳສອງສາມຂໍ້; ກົງກັນຂ້າມ ພຣະອົງມາຢູ່ທ່າມກາງມະນຸດແທ້ໆເພື່ອຜະເຊີນກັບການທົນທຸກໃນໂລກ. ພຣະອົງຈ່າຍລາຄາດ້ວຍປະສົບການແຫ່ງການທົນທຸກຂອງພຣະອົງເອງເພື່ອແລກປ່ຽນກັບຈຸດໝາຍປາຍທາງສຳລັບມະນຸດຊາດ. ສິ່ງນີ້ບໍ່ແມ່ນພາລະກິດທີ່ແທ້ຈິງບໍ? ພໍ່ແມ່ອາດຊໍາລະລາຄາຢ່າງຫຼວງຫຼາຍເພື່ອເຫັນແກ່ລູກໆຂອງພວກເຂົາ ແລະ ສິ່ງນີ້ກໍເປັນຕົວແທນໃຫ້ແກ່ຄວາມຈິງໃຈຂອງພວກເຂົາ. ໃນການເຮັດແບບນີ້, ແນ່ນອນ ພຣະເຈົ້າທີ່ບັງເກີດເປັນມະນຸດຈິງໃຈ ແລະ ຊື່ສັດທີ່ສຸດຕໍ່ມະນຸດຊາດ. ແກ່ນແທ້ຂອງພຣະເຈົ້ານັ້ນຊື່ສັດ; ພຣະອົງເຮັດສິ່ງທີ່ພຣະອົງເວົ້າ ແລະ ແມ່ນຫຍັງກໍຕາມທີ່ພຣະອົງເຮັດກໍບັນລຸຜົນ. ທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດແມ່ນຈິງໃຈ. ພຣະອົງບໍ່ພຽງແຕ່ກ່າວພຣະຄຳເທົ່ານັ້ນ; ເມື່ອພຣະອົງເວົ້າວ່າພຣະອົງຈະຈ່າຍລາຄາ, ພຣະອົງກໍຈ່າຍລາຄາແທ້ໆ. ເມື່ອພຣະອົງເວົ້າວ່າພຣະອົງຈະຮັບເອົາການທົນທຸກຂອງມະນຸດຊາດ ແລະ ທົນທຸກແທນພວກເຂົາ, ພຣະອົງກໍມາດຳລົງຊີວິດຢູ່ທ່າມກາງພວກເຂົາແທ້ໆ, ສຳຜັດ ແລະ ປະສົບກັບການທົນທຸກນີ້ເປັນການສ່ວນຕົວ. ຫຼັງຈາກນັ້ນ, ທຸກສິ່ງທີ່ຢູ່ໃນຈັກກະວານກໍຈະຮັບຮູ້ວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ ແລະ ຊອບທຳ, ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ: ນີ້ຄືສ່ວນ ຂອງຫຼັກຖານທີ່ມີພະລັງ. ນອກຈາກນັ້ນ, ມະນຸດຊາດຈະມີຈຸດໝາຍປາຍທາງທີ່ສວຍງາມໃນອະນາຄົດ ແລະ ທຸກຄົນທີ່ຍັງຄົງຢູ່ກໍຈະສັນລະເສີນພຣະເຈົ້າ; ພວກເຂົາຈະຍົກຍ້ອງວ່າການກະທຳຂອງພຣະເຈົ້າແມ່ນດຳເນີນຈາກຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດຊາດຢ່າງແທ້ຈິງ. ແກ່ນແທ້ແຫ່ງຄວາມສວຍງາມ ແລະ ຄວາມດີຂອງພຣະເຈົ້າສາມາດເຫັນໄດ້ໃນຄວາມສຳຄັນແຫ່ງການບັງເກີດເປັນມະນຸດຂອງພຣະອົງໃນເນື້ອໜັງ. ແມ່ນຫຍັງກໍຕາມທີ່ພຣະອົງເຮັດແມ່ນຈິງໃຈ; ແມ່ນຫຍັງກໍຕາມທີ່ພຣະອົງເວົ້າແມ່ນຈິງຈັງ ແລະ ຊື່ສັດ. ດ້ວຍທຸກສິ່ງທີ່ພຣະອົງເຈດຕະນາເຮັດ, ພຣະອົງເຮັດມັນແທ້ໆ ແລະ ເມື່ອຈ່າຍລາຄາ, ພຣະອົງກໍຈ່າຍມັນແທ້ໆ; ພຣະອົງບໍ່ພຽງແຕ່ກ່າວພຣະຄຳ. ສະນັ້ນ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ; ພຣະເຈົ້າເປັນພຣະເຈົ້າທີ່ຊື່ສັດ.

(“ລັກສະນະທີ່ສອງແຫ່ງຄວາມສຳຄັນຂອງການບັງເກີດເປັນມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

280. ພຣະເຈົ້າພິຈາລະນາກໍລະນີນີ້ໃນການຄຸ້ມຄອງມະນຸດຊາດຂອງພຣະອົງ ແລະ ໃນຄວາມລອດພົ້ນຂອງມະນຸດຊາດຂອງພຣະອົງ ເປັນສິ່ງທີ່ສຳຄັນເໜືອກວ່າສິ່ງອື່ນໃດ. ພຣະອົງເຮັດສິ່ງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ດ້ວຍຄວາມຄິດຂອງພຣະອົງ, ບໍ່ພຽງແຕ່ດ້ວຍພຣະທຳຂອງພຣະອົງ ແລະ ບໍ່ແມ່ນດ້ວຍລັກສະນະທີ່ບັງເອີນຢ່າງແນ່ນອນ, ພຣະອົງເຮັດທຸກສິ່ງເຫຼົ່ານີ້ດ້ວຍແຜນການ, ດ້ວຍເປົ້າໝາຍ, ດ້ວຍມາດຕະຖານ ແລະ ດ້ວຍຄວາມປະສົງຂອງພຣະອົງ. ມັນຊັດເຈນແລ້ວວ່າ ພາລະກິດນີ້ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບທັງພຣະເຈົ້າ ແລະ ມະນຸດ. ບໍ່ວ່າພາລະກິດຈະຍາກສໍ່າໃດກໍຕາມ, ບໍ່ວ່າອຸປະສັກຈະໃຫຍ່ສໍ່າໃດກໍຕາມ, ບໍ່ວ່າມະນຸດຈະອ່ອນແອສໍ່າໃດກໍຕາມ ຫຼື ຄວາມກະບົດຂອງມະນຸດຊາດຈະຮ້າຍແຮງສໍ່າໃດກໍຕາມ, ບໍ່ມີຫຍັງໃນສິ່ງນີ້ທີ່ຍາກສຳລັບພຣະເຈົ້າ. ພຣະເຈົ້າເຮັດໃຫ້ຕົນເອງບໍ່ຫວ່າງ, ເສຍສະຫຼະຄວາມພະຍາຍາມອັນເຈັບປວດຂອງພຣະອົງ ແລະ ຄຸ້ມຄອງພາລະກິດທີ່ພຣະອົງເອງຕ້ອງການປະຕິບັດສະເໝີ. ພຣະອົງຍັງຈັດກຽມທຸກສິ່ງ ແລະ ໃຊ້ອຳນາດອະທິປະໄຕຂອງພຣະອົງເໜືອທຸກຄົນທີ່ພຣະອົງຈະປະຕິບັດພາລະກິດນໍາ ແລະ ທຸກພາລະກິດທີ່ພຣະອົງຕ້ອງການເຮັດໃຫ້ສຳເລັດ, ບໍ່ມີຫຍັງໃນສິ່ງນີ້ທີ່ເຄີຍຖືກເຮັດມາກ່ອນ. ນີ້ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ວິທີການເຫຼົ່ານີ້ ແລະ ຈ່າຍລາຄາອັນຍິ່ງໃຫຍ່ແບບນີ້ ສຳລັບໂຄງການອັນໃຫຍ່ຫຼວງໃນການຄຸ້ມຄອງ ແລະ ຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນນີ້. ໃນຂະນະທີ່ພຣະເຈົ້າກຳລັງປະຕິບັດພາລະກິດນີ້, ພຣະອົງສຳແດງ ແລະ ເປີດເຜີຍຄວາມພະຍາຍາມອັນເຈັບປວດຂອງພຣະອົງ ສິ່ງທີ່ພຣະອົງມີ ແລະ ເປັນ, ສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ ແລະ ທຸກດ້ານໃນອຸປະນິໄສຂອງພຣະອົງ ໃຫ້ແກ່ມະນຸດຊາດເທື່ອລະໜ້ອຍໂດຍບໍ່ມີການສະຫງວນໃດໆ. ພຣະອົງເປີດເຜີຍ ແລະ ສະແດງສິ່ງເຫຼົ່ານີ້ດັ່ງທີ່ພຣະອົງບໍ່ເຄີຍເຮັດມາກ່ອນ. ສະນັ້ນ ໃນຈັກກະວານທັງປວງ ນອກຈາກຜູ້ຄົນທີ່ພຣະເຈົ້າຕັ້ງໃຈຈະຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນແລ້ວ ກໍບໍ່ມີສິ່ງມີຊີວິດໃດທີ່ໄດ້ໃກ້ຊິດກັບພຣະເຈົ້າແບບນີ້, ທີ່ມີຄວາມສຳພັນຢ່າງສະໜິດສະໜົມກັບພຣະອົງແບບນີ້. ໃນຫົວໃຈຂອງພຣະອົງ, ມະນຸດຊາດທີ່ພຣະອົງຕ້ອງການຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນ ແມ່ນສຳຄັນທີ່ສຸດ; ພຣະອົງເຊີດຊູມະນຸດຊາດນີ້ເໜືອສິ່ງອື່ນໃດ; ເຖິງແມ່ນພຣະອົງໄດ້ຈ່າຍລາຄາອັນຍິ່ງໃຫຍ່ສຳລັບພວກເຂົາ ແລະ ເຖິງແມ່ນພຣະອົງຖືກພວກເຂົາທຳຮ້າຍ ແລະ ບໍ່ເຊື່ອຟັງຢ່າງຕໍ່ເນື່ອງ, ພຣະອົງກໍບໍ່ເຄີຍປະຖິ້ມພວກເຂົາ ແລະ ສືບຕໍ່ພາລະກິດຂອງພຣະອົງຢ່າງບໍ່ອິດເມື່ອຍ, ໂດຍບໍ່ມີຄຳຕໍ່ວ່າ ຫຼື ຄວາມເສຍໃຈ. ນີ້ກໍຍ້ອນພຣະອົງຮູ້ວ່າ ໃນອີກບໍ່ດົນ ຜູ້ຄົນກໍຈະຕື່ນຕົວຕໍ່ການຮຽກເອີ້ນຂອງພຣະອົງ ແລະ ຖືກດົນບັນດານດ້ວຍພຣະທຳຂອງພຣະອົງ, ຮັບຮູ້ວ່າພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ກັບຄືນສູ່ຂ້າງຂອງພຣະອົງ...

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

281. ເມື່ອເຈົ້າສາມາດເຂົ້າໃຈຄວາມຄິດ ແລະ ທ່າທີຂອງພຣະເຈົ້າຕໍ່ມະນຸດຊາດຢ່າງແທ້ຈິງ, ເມື່ອເຈົ້າສາມາດເຂົ້າໃຈຄວາມຮູ້ສຶກ ແລະ ຄວາມກັງວົນຂອງພຣະເຈົ້າສຳລັບສິ່ງຖືກສ້າງແຕ່ລະຢ່າງ, ເຈົ້າກໍຈະສາມາດເຂົ້າໃຈເຖິງຄວາມອຸທິດ ແລະ ຄວາມຮັກທີ່ມີຕໍ່ທຸກຄົນທີ່ຖືກສ້າງຂຶ້ນໂດຍພຣະຜູ້ສ້າງ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າກໍຈະໃຊ້ສອງຄຳເວົ້າເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ແມ່ນຫຍັງຄືສອງຄຳເວົ້າເຫຼົ່ານັ້ນ? ບາງຄົນເວົ້າວ່າ “ບໍ່ເຫັນແກ່ຕົວ” ແລະ ບາງຄົນເວົ້າວ່າ “ໃຈບຸນ”. ໃນສອງຄຳເວົ້າເຫຼົ່ານີ້, “ໃຈບຸນ” ແມ່ນຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ໜ້ອຍທີ່ສຸດ. ນີ້ແມ່ນຄຳເວົ້າທີ່ຜູ້ຄົນໃຊ້ເພື່ອບັນຍາຍເຖິງຜູ້ໃດຜູ້ໜຶ່ງທີ່ເອື້ອເຟື້ອເພື່ອແຜ່ ຫຼື ໃຈກວ້າງ. ເຮົາກຽດຊັງຄຳເວົ້ານີ້, ຍ້ອນມັນໝາຍເຖິງການດຳເນີນການກຸສົນໂດຍບໍ່ມີເປົ້າໝາຍ, ໂດຍບໍ່ເລືອກໜ້າ, ໂດຍບໍ່ຄຳນຶງເຖິງຫຼັກການ. ມັນຄືນິໄສໃຈຄໍທີ່ອ່ອນໄຫວໄດ້ງ່າຍເກີນໄປ ເຊິ່ງເປັນສິ່ງປົກກະຕິສຳລັບຄົນທີ່ໂງ່ຈ້າ ແລະ ສັບສົນ. ເມື່ອຄຳເວົ້ານີ້ຖືກໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ມັນ ມີຄວາມໝາຍໃນທາງໝິ່ນປະໝາດ ຢ່າງຫຼີກຫຼ່ຽງບໍ່ໄດ້. ໃນນີ້ ເຮົາມີສອງຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ຢ່າງເໝາະສົມຍິ່ງກວ່າ. ພວກມັນແມ່ນຫຍັງ? ຄຳທຳອິດແມ່ນ “ມະຫາສານ”. ຄຳເວົ້ານີ້ບໍ່ເຮັດໃຫ້ຈົດຈໍາໄດ້ບໍ? ຄຳທີສອງແມ່ນ “ກວ້າງໃຫຍ່”. ມັນມີຄວາມໝາຍແທ້ຈິງຢູ່ເບື້ອງຫຼັງຄຳເວົ້າເຫຼົ່ານີ້ທີ່ເຮົາໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ເມື່ອເວົ້າຕາມຕົວອັກສອນ, “ມະຫາສານ” ບັນຍາຍເຖິງປະລິມານ ຫຼື ສະມັດຖະພາບຂອງສິ່ງໃດໜຶ່ງ, ແຕ່ໂດຍບໍ່ຄຳນຶງວ່າສິ່ງນັ້ນຈະໃຫຍ່ສໍ່າໃດ, ມັນແມ່ນສິ່ງທີ່ຜູ້ຄົນສາມາດສຳຜັດ ແລະ ເຫັນໄດ້. ນີ້ກໍຍ້ອນມັນມີຢູ່, ມັນບໍ່ແມ່ນສິ່ງທີ່ບໍ່ມີຕົວຕົນ, ແຕ່ເປັນສິ່ງທີ່ສາມາດມອບແນວຄິດໃນວິທີທີ່ຂ້ອນຂ້າງຖືກຕ້ອງ ແລະ ເປັນຈິງໃຫ້ແກ່ຜູ້ຄົນ. ບໍ່ວ່າເຈົ້າຈະເບິ່ງມັນຈາກທັດສະນະສອງ ຫຼື ສາມມິຕິ, ເຈົ້າກໍບໍ່ຈຳເປັນຕ້ອງຈິນຕະນາການເຖິງການເປັນຢູ່ຂອງມັນ, ຍ້ອນມັນແມ່ນສິ່ງທີ່ມີຢູ່ຢ່າງແທ້ຈິງ ໃນລັກສະນະທີ່ເປັນຈິງ. ເຖິງແມ່ນການໃຊ້ຄຳວ່າ “ມະຫາສານ” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າສາມາດຮູ້ສຶກຄືກັບພະຍາຍາມບອກປະລິມານຄວາມຮັກຂອງພຣະອົງ, ມັນຍັງໃຫ້ຄວາມຮູ້ສຶກວ່າຄວາມຮັກຂອງພຣະອົງແມ່ນບໍ່ສາມາດບອກປະລິມານໄດ້. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າສາມາດບອກປະລິມານໄດ້ ຍ້ອນຄວາມຮັກຂອງພຣະອົງບໍ່ໄດ້ວ່າງເປົ່າ ແລະ ມັນບໍ່ແມ່ນສິ່ງທີ່ເປັນເລື່ອງເລົ່າລື. ກົງກັນຂ້າມ, ມັນແມ່ນສິ່ງທີ່ທຸກສິ່ງພາຍໃຕ້ການປົກຄອງຂອງພຣະເຈົ້າມີຮ່ວມກັນ, ເປັນສິ່ງທີ່ສິ່ງມີຊີວິດທັງປວງໄດ້ຮັບໃນລະດັບໃດໜຶ່ງ ແລະ ຈາກທັດສະນະທີ່ແຕກຕ່າງກັນ. ເຖິງແມ່ນຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດມັນໄດ້, ຄວາມຮັກນີ້ກໍນໍາການບໍາລຸງລ້ຽງ ແລະ ຊີວິດມາສູ່ທຸກສິ່ງເມື່ອມັນຖືກເປີດເຜີຍໃນຊີວິດຂອງພວກເຂົາເທື່ອລະໜ້ອຍ ແລະ ພວກເຂົານັບ ແລະ ເປັນພະຍານໃຫ້ແກ່ຄວາມຮັກຂອງພຣະເຈົ້າທີ່ພວກເຂົາໄດ້ຮັບໃນທຸກນາທີທີ່ຜ່ານໄປ. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າບໍ່ສາມາດບອກປະລິມານໄດ້ ຍ້ອນຄວາມລຶກລັບທີ່ພຣະເຈົ້າສະໜອງ ແລະ ບໍາລຸງລ້ຽງທຸກຢ່າງແມ່ນສິ່ງທີ່ຍາກສຳລັບມະນຸດຈະຢັ່ງເຖິງໄດ້ ເຊັ່ນດຽວກັບຄວາມຄິດຂອງພຣະເຈົ້າສຳລັບສິ່ງທັງປວງ ແລະ ໂດຍສະເພາະແມ່ນສິ່ງເຫຼົ່ານັ້ນສຳລັບມະນຸດຊາດ. ນັ້ນໝາຍຄວາມວ່າ ບໍ່ມີຜູ້ໃດຮູ້ຈັກເລືອດ ແລະ ນໍ້າຕາທີ່ພຣະຜູ້ສ້າງໄດ້ຖອກເທສຳລັບມະນຸດຊາດ. ບໍ່ມີຜູ້ໃດສາມາດຢັ່ງເຖິງ, ບໍ່ມີຜູ້ໃດສາມາດເຂົ້າໃຈຄວາມເລິກ ຫຼື ນໍ້າໜັກຂອງຄວາມຮັກທີ່ພຣະຜູ້ສ້າງມີສຳລັບມະນຸດຊາດ ຜູ້ທີ່ພຣະອົງໄດ້ສ້າງດ້ວຍມືຂອງພຣະອົງເອງ. ການບັນຍາຍວ່າຄວາມຮັກຂອງພຣະເຈົ້າມະຫາສານແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຫັນຄຸນຄ່າ ແລະ ເຂົ້າໃຈຄວາມກວ້າງຂອງມັນ ແລະ ຄວາມຈິງຂອງການເປັນຢູ່ຂອງມັນ. ມັນຍັງແມ່ນເພື່ອຜູ້ຄົນຈະສາມາດຢັ່ງເຖິງຄວາມໝາຍຕົວຈິງຂອງຄຳວ່າ “ພຣະຜູ້ສ້າງ” ໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອວ່າຜູ້ຄົນຈະສາມາດຮັບເອົາຄວາມເຂົ້າໃຈອັນເລິກເຊິ່ງຂຶ້ນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງຄໍາວ່າ: “ການເນລະມິດສ້າງ”. ໂດຍປົກກະຕິແລ້ວ ຄຳວ່າ “ກວ້າງໃຫຍ່” ບັນຍາຍເຖິງຫຍັງ? ໂດຍທົ່ວໄປ ມັນແມ່ນຖືກໃຊ້ເພື່ອບັນຍາຍເຖິງມະຫາສະໝຸດ ຫຼື ຈັກກະວານ, ຕົວຢ່າງເຊັ່ນ: “ຈັກກະວານທີ່ກວ້າງໃຫຍ່” ຫຼື “ມະຫາສະໝຸດທີ່ກວ້າງໃຫຍ່”. ຄວາມກວ້າງຂວາງ ແລະ ຄວາມເລິກທີ່ງຽບຂອງຈັກກະວານແມ່ນຢູ່ເໜືອຄວາມເຂົ້າໃຈຂອງມະນຸດ; ມັນແມ່ນສິ່ງທີ່ຈັບເອົາຈິນຕະນາການຂອງມະນຸດ, ບາງສິ່ງທີ່ພວກເຂົາຮູ້ສຶກເຖິງການຍົກຍ້ອງອັນຍິ່ງໃຫຍ່. ຄວາມລຶກລັບ ແລະ ຄວາມເລິກເຊິ່ງຂອງມັນແມ່ນເບິ່ງເຫັນໄດ້, ແຕ່ຢູ່ເໜືອການເອື້ອມເຖິງ. ເມື່ອເຈົ້າຄິດເຖິງມະຫາສະໝຸດ, ເຈົ້າກໍຄິດເຖິງຄວາມກວ້າງຂອງມັນ, ມັນເບິ່ງຄືກັບວ່າໄຮ້ຂອບເຂດ ແລະ ເຈົ້າກໍສາມາດຮູ້ສຶກເຖິງຄວາມລຶກລັບຂອງມັນ ແລະ ຄວາມສາມາດອັນຍິ່ງໃຫຍ່ຂອງມັນທີ່ຈະບັນຈຸສິ່ງຕ່າງໆ. ນີ້ຄືເຫດຜົນທີ່ເຮົາໃຊ້ຄຳວ່າ “ກວ້າງໃຫຍ່” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກວ່າ ມັນລໍ້າຄ່າສໍ່າໃດ, ເພື່ອຮູ້ສຶກເຖິງຄວາມສວຍງາມທີ່ເລິກເຊິ່ງຂອງຄວາມຮັກຂອງພຣະອົງ ແລະ ລິດອຳນາດແຫ່ງຄວາມຮັກຂອງພຣະເຈົ້າແມ່ນບໍ່ສິ້ນສຸດ ແລະ ປົກຄຸມຢ່າງກວ້າງຂວາງ. ເຮົາໃຊ້ຄຳນີ້ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກເຖິງຄວາມບໍລິສຸດຂອງຄວາມຮັກຂອງພຣະອົງ ແລະ ກຽດສັກສີ ແລະ ຄວາມບໍ່ສາມາດທ້າທາຍໄດ້ຂອງພຣະເຈົ້າ ເຊິ່ງຖືກເປີດເຜີຍອອກຜ່ານຄວາມຮັກຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

282. ມີບາງສິ່ງໃນທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ອາດເບິ່ງຂ້າມໄດ້ງ່າຍ, ບາງສິ່ງທີ່ພຣະເຈົ້າມີ ແລະ ຄົນອື່ນບໍ່ມີ, ລວມເຖິງຄົນອື່ນໆທີ່ຄິດວ່າເປັນຄົນໃຫຍ່ໂຕ, ເປັນຄົນດີ ຫຼື ເປັນພຣະເຈົ້າແຫ່ງຈິນຕະນາການຂອງພວກເຂົາ. ສິ່ງນີ້ແມ່ນຫຍັງ? ມັນຄືຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ. ເມື່ອເວົ້າເຖິງຄວາມບໍ່ເຫັນແກ່ຕົວ, ເຈົ້າອາດຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນ ຍ້ອນວ່າເມື່ອເວົ້າເຖິງລູກໆຂອງເຈົ້າ, ເຈົ້າບໍ່ເຄີຍຕໍ່ລອງ ຫຼື ຖຽງກັບພວກເຂົາ, ຫຼື ເຈົ້າຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນເມື່ອເວົ້າເຖິງພໍ່ແມ່ຂອງເຈົ້າ. ບໍ່ວ່າເຈົ້າຈະຄິດແນວໃດກໍຕາມ, ຢ່າງໜ້ອຍເຈົ້າກໍມີແນວຄວາມຄິດກ່ຽວກັບຄຳວ່າ “ບໍ່ເຫັນແກ່ຕົວ” ແລະ ຄິດວ່າມັນເປັນດ້ານບວກ, ການເປັນຄົນບໍ່ເຫັນແກ່ຕົວເປັນສິ່ງທີ່ສູງສົ່ງຫຼາຍ. ເມື່ອເຈົ້າເປັນຄົນບໍ່ເຫັນແກ່ຕົວ, ເຈົ້ານັບຖືຕົວເອງຢ່າງສູງ. ແຕ່ບໍ່ມີໃຜສາມາດເຫັນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າໃນທຸກສິ່ງ, ທ່າມກາງທຸກຄົນ, ເຫດການ, ວັດຖຸ ແລະ ໃນພາລະກິດຂອງພຣະອົງ. ເປັນຫຍັງຈຶ່ງເປັນແບບນີ້? ຍ້ອນວ່າມະນຸດເຫັນແກ່ຕົວເກີນໄປ! ເປັນຫຍັງເຮົາຈິ່ງເວົ້າແບບນີ້? ມະນຸດອາໄສຢູ່ໃນໂລກວັດຖຸ. ເຈົ້າອາດຈະຕິດຕາມພຣະເຈົ້າ, ແຕ່ເຈົ້າບໍ່ເຄີຍເຫັນ ແລະ ຮູ້ຄຸນຄ່າວ່າພຣະເຈົ້າສະໜ້ອງໃຫ້ກັບເຈົ້າຫຼາຍສໍ່າໃດ, ຮັກເຈົ້າ ແລະ ສະແດງຄວາມຫ່ວງໃຍເຈົ້າສໍ່າໃດ. ແລ້ວເຈົ້າເຫັນຫຍັງ? ເຈົ້າເຫັນພີ່ນ້ອງຮ່ວມສາຍເລືອດຂອງເຈົ້າທີ່ຮັກເຈົ້າ ແລະ ຫຼົງໄຫຼໃນຕົວເຈົ້າ. ເຈົ້າເຫັນສິ່ງທີ່ເປັນປະໂຫຍດແກ່ເນື້ອໜັງຂອງເຈົ້າ, ເຈົ້າໃສ່ໃຈຄົນ ແລະ ສິ່ງທີ່ເຈົ້າຮັກ. ນີ້ແມ່ນສິ່ງທີ່ເອີ້ນວ່າ ຄວາມບໍ່ເຫັນແກ່ຕົວຂອງມະນຸດ. ແນວໃດກໍຕາມ, ຄົນ “ບໍ່ເຫັນແກ່ຕົວ” ດັ່ງກ່າວນີ້ບໍ່ເຄີຍກັງວົນກ່ຽວກັບພຣະເຈົ້າຜູ້ປະທານຊີວິດໃຫ້ກັບພວກເຂົາ. ກົງກັນຂ້າມກັບພຣະເຈົ້າ, ຄວາມບໍ່ເຫັນແກ່ຕົວຂອງມະນຸດກາຍເປັນຄວາມເຫັນແກ່ຕົວ ແລະ ໜ້າລັງກຽດທີ່ສຸດ. ຄວາມບໍ່ເຫັນແກ່ຕົວທີ່ມະນຸດເຊື່ອແມ່ນຫວ່າງເປົ່າ ແລະ ບໍ່ເປັນຈິງ, ເຈືອປົນ, ບໍ່ສອດຄຄ່ອງກັບພຣະເຈົ້າ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າ. ຄວາມບໍ່ເຫັນແກ່ຕົວຂອງມະນຸດແມ່ນເພື່ອຕົວພວກເຂົາເອງ, ໃນຂະນະທີ່ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າແມ່ນການເປີດເຜີຍທີ່ແທ້ຈິງເຖິງທາດແທ້ຂອງພຣະອົງ. ມັນແມ່ນຍ້ອນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເອງທີ່ມະນຸດຖືກສະໜອງໂດຍພຣະອົງຢູ່ຕະຫຼອດເວລາ. ພວກເຈົ້າອາດບໍ່ໄດ້ຮັບຜົນກະທົບຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ທີ່ເຮົາກຳລັງເວົ້າໃນມືນີ້ ແລະ ເປັນພຽງການງຶກຫົວເຫັນດີ, ແຕ່ເມື່ອເຈົ້າພະຍາຍາມເຫັນຄຸນຄ່າຫົວໃຈຂອງພຣະເຈົ້າ, ເຈົ້າຈະຄົ້ນພົບສິ່ງນີ້ຢ່າງບໍ່ໄດ້ເຈດຕະນາ: ທ່າມກາງທຸກຄົນ, ເລື່ອງ ແລະ ສິ່ງຕ່າງໆທີ່ເຈົ້າສາມາດສໍາຜັດໃນໂລກນີ້, ມີພຽງຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເທົ່ານັ້ນທີ່ເປັນຈິງ ແລະ ເປັນຮູບປະທຳ, ຍ້ອນວ່າມີພຽງຄວາມຮັກຂອງພຣະເຈົ້າເທົ່ານັ້ນທີ່ມີຕໍ່ເຈົ້າແບບບໍ່ມີເງື່ອນໄຂ ແລະ ບໍ່ມີມົນທິນ. ນອກຈາກພຣະເຈົ້າແລ້ວ, ຄົນອື່ນໆທີ່ເອີ້ນວ່າ ບໍ່ເຫັນແກ່ຕົວ ແມ່ນພາກັນຕັ້ງຕິເຮັດ, ເຮັດແບບຜິວເຜີນ ແລະ ບໍ່ແທ້ຈິງ; ມີຈຸດປະສົງ, ມີຄວາມຕັ້ງໃຈໃດໜຶ່ງ, ມີຂໍ້ແລກປ່ຽນ ແລະ ບໍ່ສາມາດທົນຕໍ່ການທົດສອບໄດ້. ເຈົ້າຍັງສາມາດເວົ້າໄດ້ວ່າ ມັນສົກກະປົກ ແລະ ໜ້າລັງກຽດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

283. ພຣະເຈົ້າໄດ້ດູໜິ່ນມະນຸດຍ້ອນມະນຸດເປັນສັດຕູກັບພຣະອົງ, ແຕ່ໃນໃຈຂອງພຣະອົງ, ການດູແລ, ຄວາມຫວ່ງໃຍ ແລະ ຄວາມເມດຕາຂອງພຣະອົງຕໍ່ມວນມະນຸດຍັງຄົງບໍ່ປ່ຽນແປງ. ແມ່ນແຕ່ເມື່ອພຣະອົງທຳລາຍມວນມະນຸດ, ຫົວໃຈຂອງພຣະອົງກໍຍັງບໍ່ປ່ຽນແປງ. ເມື່ອມວນມະນຸດເຕັມໄປດ້ວຍຄວາມເສື່ອມຊາມ ແລະ ຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າຈົນເຖິງຂັ້ນທີ່ຮ້າຍແຮງທີ່ສຸດ, ພຣະເຈົ້າຈຶ່ງຈໍາເປັນຕ້ອງໄດ້ທຳລາຍມະນຸດຊາດນີ້ດ້ວຍອຸປະນິໄສ ແລະ ທາດແທ້ຂອງພຣະອົງ ແລະ ອີງຕາມຫຼັກການຂອງພຣະອົງ. ແຕ່ຍ້ອນທາດແທ້ຂອງພຣະເຈົ້າ, ພຣະອົງຍັງສົງສານມະນຸດຢູ່ ແລະ ເຖິງຂັ້ນຢາກໃຊ້ຫຼາກຫຼາຍວິທີເພື່ອໄຖ່ບາບມວນມະນຸດເພື່ອໃຫ້ພວກເຂົາສາມາດສືບຕໍ່ມີຊີວິດຢູ່. ຢ່າງໃດກໍຕາມ, ມະນຸດຕໍ່ຕ້ານພຣະເຈົ້າ, ສືບຕໍ່ບໍ່ເຊື່ອຟັງພຣະເຈົ້າ ແລະ ປະຕິເສດທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ນັ້ນກໍຄື ປະຕິເສດທີ່ຈະຮັບເອົາເຈດຕະນາດີຂອງພຣະອົງ. ບໍ່ວ່າພຣະເຈົ້າໄດ້ເອີ້ນຫາມະນຸດແນວໃດກໍຕາມ, ຕັກເຕືອນພວກເຂົາ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ຫຼື ອົດທົນຕໍ່ພວກເຂົາ, ມະນຸດກໍບໍ່ເຂົ້າໃຈ ຫຼື ເຫັນຄຸນຄ່າມັນ ແລະ ພວກເຂົາກໍບໍ່ໄດ້ໃສ່ໃຈອີກດ້ວຍ. ໃນຄວາມເຈັບປວດຂອງພຣະອົງ, ພຣະເຈົ້າຍັງບໍ່ລືມທີ່ຈະປະທານຄວາມອົດທົນຢ່າງສູງຂອງພຣະອົງຕໍ່ມະນຸດ, ລໍຖ້າມະນຸດຫັນປ່ຽນເສັ້ນທາງ. ຫຼັງຈາກທີ່ພຣະອົງເຖິງຂີດຈຳກັດຂອງພຣະອົງ, ພຣະອົງກໍຈະເຮັດສິ່ງທີ່ພຣະອົງຕ້ອງເຮັດໂດຍບໍ່ລັງເລໃຈ. ເວົ້າອີກຢ່າງໜຶ່ງກໍຄື ມີໄລຍະເວລາໃດໜຶ່ງ ແລະ ຂະບວນການຈາກຊ່ວງເວລາທີ່ພຣະເຈົ້າວາງແຜນທຳລາຍມວນມະນຸດຈົນເຖິງຈຸດເລີ່ມຕົ້ນພາລະກິດຂອງພຣະອົງໃນການທຳລາຍມວນມະນຸດ. ຂະບວນການນີ້ມີຢູ່ເພື່ອຈຸດປະສົງໃນການເຮັດໃຫ້ມະນຸດຫັນປ່ຽນເສັນທາງ ແລະ ນີ້ແມ່ນໂອກາດສຸດທ້າຍທີ່ພຣະເຈົ້າມີໃຫ້ກັບມະນຸດ. ແລ້ວພຣະເຈົ້າເຮັດຫຍັງໃນຊ່ວງເວລານີ້ກ່ອນການທຳລາຍມວນມະນຸດ? ພຣະເຈົ້າໄດ້ກະທໍາພາລະກິດໃນການຕັກເຕືອນ ແລະ ແນະນຳທີ່ສຳຄັນເປັນຈຳນວນຫຼວງຫຼາຍ. ບໍ່ວ່າຫົວໃຈຂອງພຣະເຈົ້າຈະເຈັບປວດ ແລະ ໂສກເສົ້າຫຼາຍປານໃດກໍຕາມ, ພຣະອົງກໍສືບຕໍ່ມອບການດູແລ, ຄວາມຫ່ວງໃຍ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງໃຫ້ແກ່ມວນມະນຸດ. ພວກເຮົາເຫັນຫຍັງຈາກສິ່ງນີ້? ພວກເຮົາເຫັນວ່າຄວາມຮັກຂອງພຣະເຈົ້າຕໍ່ມວນມະນຸດນັ້ນຈິງແທ້ ແລະ ບໍ່ແມ່ນບາງສິ່ງທີ່ພຣະອົງພຽງເວົ້າແຕ່ປາກ. ມັນເປັນຈິງ, ຈັບຕ້ອງໄດ້ ແລະ ໜ້າຊື່ນຊົມ, ບໍ່ໄດ້ແກ້ງເຮັດ, ປອມແປງ, ຫຼອກລວງ ຫຼື ທໍາທ່າເຮັດ. ພຣະເຈົ້າບໍ່ເຄີຍໃຊ້ການຫຼອກລວງໃດໆ ຫຼື ສ້າງພາບຈອມປອມເພື່ອເຮັດໃຫ້ຄົນເຫັນວ່າພຣະອົງໜ້າຮັກ. ພຣະອົງບໍ່ເຄີຍໃຊ້ພະຍານເທັດເພື່ອເຮັດໃຫ້ຄົນເຫັນຄວາມໜ້າຮັກຂອງພຣະອົງ ຫຼື ເພື່ອອວດຄວາມໜ້າຮັກ ແລະ ຄວາມບໍລິສຸດຂອງພຣະອົງ. ອຸປະນິໄສດ້ານເຫຼົ່ານີ້ຂອງພຣະເຈົ້າບໍ່ຄູ່ຄວນກັບຄວາມຮັກຂອງມະນຸດບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະນະມັດສະການບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະຖະໜອມບໍ? ໃນຕອນນີ້, ເຮົາຢາກຖາມພວກເຈົ້າວ່າ: ຫຼັງຈາກທີ່ໄດ້ຍິນພຣະທໍາເຫຼົ່ານີ້ ພວກເຈົ້າຄິດວ່າຄວາມຍິ່ງໃຫຍ່ຂອງພຣະເຈົ້ານັ້ນເປັນພຽງຄໍາເວົ້າທີ່ຫວ່າງເປົ່າຢູ່ເທິງໜ້າເຈັ້ຍເທົ່ານັ້ນບໍ? ຄວາມໜ້າຮັກຂອງພຣະເຈົ້າເປັນພຽງຄຳເວົ້າຫວ່າງເປົ່າເທົ່ານັ້ນບໍ? ບໍ່! ແນ່ນອນວ່າບໍ່! ອຳນາດສູງສຸດ, ຄວາມຍິ່ງໃຫຍ່, ຄວາມບໍລິສຸດ, ຄວາມອົດທົນ, ຄວາມຮັກຂອງພຣະເຈົ້າ ແລະ ທຸກລາຍລະອຽດໃນແຕ່ລະລັກສະນະທີ່ຫຼາກຫຼາຍໃນອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າແມ່ນສາມາດພົບເຫັນຢູ່ໃນການສະແດງອອກທີ່ແທ້ຈິງທຸກຄັ້ງທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ, ຖືກຝັງຢູ່ໃນຄວາມປະສົງຂອງພຣະເຈົ້າຕໍ່ມວນມະນຸດ ແລະ ຍັງຖືກຕື່ມເຕັມ ແລະ ສະທ້ອນໃຫ້ເຫັນໃນທຸກຄົນອີກດ້ວຍ. ບໍ່ວ່າເຈົ້າເຄີຍຮູ້ສຶກເຖິງມັນມາກ່ອນ ຫຼື ບໍ່ກໍຕາມ, ພຣະເຈົ້າຊົງດູແລທຸກຄົນໃນທຸກວິທີທາງທີ່ເປັນໄປໄດ້, ໃຊ້ຫົວໃຈທີ່ແທ້ຈິງຂອງພຣະອົງ, ສະຕິປັນຍາ ແລະ ວິທີການຕ່າງໆເພື່ອເຮັດໃຫ້ຫົວໃຈແຕ່ລະຄົນອົບອຸ່ນ ແລະ ປຸກຈິດວິນຍານຂອງແຕ່ລະຄົນ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ການທໍາລາຍລ້າງ” ແມ່ນຖືກໃຊ້ເພື່ອເປີດເຜີຍຄວາມບໍ່ເຊື່ອຟັງຂອງມະນຸດຊາດ.

ກ. ຕົ້ນສະບັບເດີມອ່ານວ່າ “ມັນເປັນສັນຍາລັກຂອງຄວາມບໍ່ສາມາດເປັນ”.

ຂ. ຕົ້ນສະບັບເດີມອ່ານວ່າ “ພ້ອມກັບເປັນສັນຍາລັກແຫ່ງຄວາມບໍ່ສາມາດຖືກລ່ວງເກີນໄດ້ (ແລະ ບໍ່ອົດທົນຕໍ່ການຖືກລ່ວງເກີນ)”.

ກ່ອນນີ້: VI ພຣະທຳກ່ຽວກັບພຣະຄຳພີ

ຕໍ່ໄປ: VIII ພຣະທຳກ່ຽວກັບການຮູ້ຈັກພາລະກິດຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ...

ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ໃນໄລຍະເວລາທີ່ເປໂຕຢູ່ກັບພຣະເຢຊູນັ້ນ ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງກ່ຽວກັບພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ...

ກ່ຽວກັບການປະຕິບັດຂອງການອະທິຖານ

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger