VIII ພຣະທຳກ່ຽວກັບການຮູ້ຈັກພາລະກິດຂອງພຣະເຈົ້າ

284. ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາດສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

285. ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ (ເຊິ່ງເປັນຍຸກທຳອິດ), ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປ ກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ປົກຄອງທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕ່ຳສຸດຂອງຄວາມຕ່ຳ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້, ມວນມະນຸດຊາດທີ່ຂາດສະຕິປັນຍາຈະສາມາດເປັນພະຍານໃຫ້ເຮົາວ່າມັນບໍ່ແມ່ນເຮົາເປັນຜູ້ເຮັດໃຫ້ມວນມະນຸດເສື່ອມໂຊມ ແລະ ມີພຽງແຕ່ເຮົາ ນັ້ນກໍຄື ພຣະຜູ້ສ້າງໂລກສາມາດຊ່ວຍມວນມະນຸດຊາດໃຫ້ພົ້ນໄດ້, ສາມາດສະໜອງສັບພະສິ່ງໃຫ້ມວນມະນຸດ ເພື່ອໃຫ້ເກີດຄວາມສຸກແກ່ພວກເຂົາ; ແລະ ພວກເຂົາຈະຮັບຮູ້ວ່າ ເຮົາເປັນຜູ້ປົກຄອງທຸກສິ່ງ ແລະ ຊາຕານເປັນພຽງແຕ່ຫນຶ່ງໃນຊີວິດທີ່ເຮົາສ້າງຂຶ້ນ ເຊິ່ງຕໍ່ມາມັນຫັນມາຕໍ່ຕ້ານເຮົາ. ແຜນການຄຸ້ມຄອງຫົກພັນປີຂອງເຮົາຖືກແບ່ງອອກເປັນສາມໄລຍະ ເພື່ອບັນລຸຜົນຮັບ ດັ່ງຕໍ່ໄປນີ້: ເພື່ອເຮັດໃຫ້ການສ້າງຂອງເຮົາກາຍເປັນພະຍານຝ່າຍເຮົາ, ເພື່ອໃຫ້ພວກເຂົາເຂົ້າໃຈຄວາມປະສົງຂອງເຮົາ ແລະ ຮູ້ວ່າເຮົາຄືຄວາມຈິງ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

286. ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນກ່ອນການເອົາຊະນະຊາຕານຄັ້ງດຽວ ແລະ ສໍາລັບທຸກຄົນ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ. ຄວາມຈິງກໍຄື ການຕໍ່ສູ້ກັບຊາຕານບໍ່ແມ່ນການໃຊ້ອາວຸດສູ້ຮົບກັບຊາຕານ ແຕ່ເປັນຄວາມລອດພົ້ນຂອງມະນຸດ, ການປະຕິບັດພາລະກິດເພື່ອຊີວິດຂອງມະນຸດ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ເພື່ອມະນຸດຈະໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ແມ່ນວິທີເອົາຊະນະຊາຕານ. ຊາຕານຜ່າຍແພ້ຍ້ອນການປ່ຽນແປງຈິດໃຈອັນເສື່ອມຊາມຂອງມະນຸດ. ເມື່ອຊາຕານໄດ້ຖືກເອົາຊະນະ ເຊິ່ງນັ້ນກໍຄື ເມື່ອມະນຸດໄດ້ລອດພົ້ນຢ່າງສົມບູນ ແລ້ວເມື່ອນັ້ນຊາຕານທີ່ອັບອາຍໃຈກໍຈະຖືກຜູກມັດໄວ້ຢ່າງສົມບູນ ແລະ ດ້ວຍວິທີນີ້ ມະນຸດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສະນັ້ນ ທາດແທ້ຂອງຄວາມລອດພົ້ນຂອງມະນຸດກໍຄື ການເຮັດສົງຄາມກັບຊາຕານ ແລະ ໂດຍສ່ວນໃຫຍ່ແລ້ວ ສົງຄາມນີ້ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ. ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ຜ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະຜ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນູດຊາດທັງໝົດຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

287. ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານຜ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ເມື່ອທຸກຍຸກຖືກນໍາພາໂດຍພຣະເຈົ້າ, ສ່ວນໜຶ່ງຂອງມະນຸດກໍຖືກເຮັດໃຫ້ລອດພົ້ນ ແລະ ສະນັ້ນ ມະນຸດຈຶ່ງກ້າວໜ້າໄປສູ່ຍຸກໃໝ່ພ້ອມກັບພາລະກິດຂອງພຣະເຈົ້າ. ໄຊຊະນະຂອງພຣະເຈົ້າໝາຍເຖິງໄຊຊະນະສຳລັບທຸກຄົນທີ່ຕິດຕາມພຣະອົງ. ຖ້າຊົນຊາດຂອງມະນຸດທີ່ຖືກສ້າງໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສິ້ນສຸດຍຸກດັ່ງກ່າວ, ແລ້ວບໍ່ວ່າມັນຈະມາຈາກມຸມມອງຂອງມະນຸດ ຫຼື ຂອງຊາຕານ, ສິ່ງນີ້ກໍຈະເປັນພຽງການກະທຳທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ໄດ້ເປັນຄວາມເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພາລະກິດຂອງມະນຸດກໍຈະເປັນເຄື່ອງມືສຳລັບຊາຕານ. ພຽງແຕ່ຖ້າມະນຸດເຊື່ອຟັງ ແລະ ຕິດຕາມພຣະເຈົ້າໃນຍຸກທີ່ພຣະເຈົ້າເອງໄດ້ລິເລີ່ມເທົ່ານັ້ນ ຊາຕານຈຶ່ງຈະຕາຍໃຈຢ່າງສົມບູນ ຍ້ອນນັ້ນຄືໜ້າທີ່ຂອງສິ່ງຖືກສ້າງ. ແລ້ວດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າພຽງແຕ່ຕ້ອງຕິດຕາມ ແລະ ເຊື່ອຟັງ ແລະ ບໍ່ໄດ້ມີການຮຽກຮ້ອງຫຍັງເພີ່ມເຕີ່ມຈາກພວກເຈົ້າ. ນີ້ແມ່ນຄວາມໝາຍຂອງການທີ່ແຕ່ລະຄົນຮັກສາໜ້າທີ່ຂອງເຂົາ ແລະ ແຕ່ລະຄົນປະຕິບັດໜ້າທີ່ຂອງໃຜລາວ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດແທນພຣະອົງ ຫຼື ພຣະອົງບໍ່ເຂົ້າຮ່ວມໃນພາລະກິດຂອງສິ່ງຖືກສ້າງ. ມະນຸດປະຕິບັດໜ້າທີ່ຂອງເຂົາເອງ ແລະ ບໍ່ເຂົ້າຮ່ວມໃນພາລະກິດຂອງພຣະເຈົ້າ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມເຊື່ອຟັງ ແລະ ການພິສູດຄວາມປະລາໄຊຂອງຊາຕານ. ຫຼັງຈາກທີ່ພຣະເຈົ້າເອງໄດ້ສຳເລັດໃນການລິເລີ່ມຍຸກໃໝ່, ພຣະອົງກໍບໍ່ລົງມາເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງອີກຕໍ່ໄປ. ພຽງແຕ່ເມື່ອນັ້ນ ມະນຸດຈຶ່ງຈະກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ປະຕິບັດພາລະກິດຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ປົກຄອງພາລະກິດ ເຊິ່ງບໍ່ມີໃຜສາມາດຝ່າຝືນໄດ້. ມີແຕ່ການປະຕິບັດພາລະກິດໃນລັກສະນະນີ້ເທົ່ານັ້ນຈຶ່ງເໝາະສົມ ແລະ ສົມເຫດສົມຜົນ. ພາລະກິດຂອງພຣະເຈົ້າແມ່ນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ພຣະອົງເປັນຜູ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ພຣະອົງເປັນຜູ້ວາງແຜນພາລະກິດ ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່ເຮັດໃຫ້ພາລະກິດນັ້ນບັນລຸຜົນ. ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີ “ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ເຮົາເປັນຜູ້ວ່ານ ແລະ ຜູ້ກ່ຽວ”. ທຸກສິ່ງທີ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ປົກຄອງແຜນການຄຸ້ມຄອງຫົກພັນປີ; ບໍ່ມີໃຜສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້ ແລະ ບໍ່ມີໃຜສາມາດນໍາພາລະກິດຂອງພຣະອົງໄປສູ່ຕອນຈົບໄດ້ ຍ້ອນວ່າ ພຣະອົງເປັນຜູ້ຖືທຸກສິ່ງຢູ່ໃນມືຂອງພຣະອົງ. ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍຈະນໍາພາໂລກທັງປວງໃຫ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ແລະ ພຣະອົງກໍຈະເຮັດໃຫ້ຍຸກທັງໝົດສິ້ນສຸດລົງເຊັ່ນກັນ ແລ້ວກໍເຮັດໃຫ້ແຜນການທັງໝົດຂອງພຣະອົງບັນລຸຜົນ!

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

288. ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນພາລະກິດຂອງຍຸກແຫ່ງພຣະບັນຍັດຫຼັງຈາກການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະເອົາຊະນະຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸ່ນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ. ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ທາດແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງເຂົາ. ພາລະກິດແຫ່ງການເອົາຊະນະແມ່ນຖືກປະຕິບັດທ່າມກາງມະນຸດໂດຍພຣະເຈົ້າເອງເຊັ່ນດຽວກັນ. ໃນລະຫວ່າງຂັ້ນຕອນນີ້ ຖ້າພຣະເຈົ້າພຽງແຕ່ຕ້ອງກ່າວຄຳທຳນາຍ ແລ້ວຜູ້ປະກາດພຣະທຳ ຫຼື ບາງຄົນທີ່ມີພອນສະຫວັນກໍສາມາດເຮັດໜ້າທີ່ແທນພຣະອົງໄດ້; ຖ້າມີພຽງແຕ່ກ່າວຄຳທຳນາຍ ມະນຸດກໍສາມາດເຮັດແທນພຣະເຈົ້າໄດ້. ແຕ່ຖ້າມະນຸດຕ້ອງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວເຂົາເອງ ແລະ ຕ້ອງປະຕິບັດພາລະກິດໃນຊີວິດຂອງມະນຸດ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະປະຕິບັດພາລະກິດນີ້. ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ພຣະເຈົ້າຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດນີ້. ໃນຍຸກແຫ່ງພຣະທຳ ຖ້າມີພຽງແຕ່ການກ່າວຄຳທຳນາຍ ແລ້ວເອຊາຢາ ຫຼື ເອລີຢາກໍສາມາດປະຕິບັດພາລະກິດນີ້ ແລະ ກໍຈະບໍ່ມີຄວາມຕ້ອງການໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ຍ້ອນພາລະກິດທີ່ປະຕິບັດໃນຂັ້ນຕອນນີ້ບໍ່ແມ່ນພຽງແຕ່ການກ່າວຄຳທຳນາຍ ແລະ ຍ້ອນມັນເປັນສິ່ງທີ່ສຳຄັນຫຼາຍທີ່ພາລະກິດແຫ່ງພຣະທຳຖືກນໍາໃຊ້ເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ຊາຕານຜ່າຍແພ້ ມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດນີ້ໄດ້ ແລະ ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ໃນຍຸກແຫ່ງພຣະບັນຍັດ ພຣະເຢໂຮວາປະຕິບັດສ່ວນຂອງພາລະກິດຂອງພຣະເຈົ້າ ຫຼັງຈາກນັ້ນພຣະອົງກໍກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດຜ່ານຜູ້ປະກາດພຣະທຳ. ນັ້ນກໍຍ້ອນມະນຸດສາມາດປະຕິບັດພາລະກິດຂອງພຣະເຢໂຮວາ ແລະ ຜູ້ທຳນາຍສາມາດພະຍາກອນລ່ວງໜ້າເຖິງສິ່ງຕ່າງໆ ແລະ ຕີຄວາມໝາຍຄວາມຝັນບາງຢ່າງແທນພຣະອົງໄດ້. ພາລະກິດທີ່ປະຕິບັດໃນຕອນເລີ່ມຕົ້ນບໍ່ແມ່ນພາລະກິດໃນການປ່ຽນແປງອຸປະນິໄສຂອງມະນຸດໂດຍກົງ ແລະ ບໍ່ກ່ຽວຂ້ອງກັບຄວາມບາບຂອງມະນຸດ ແລະ ມະນຸດຖືກຮຽກຮ້ອງໃຫ້ພຽງແຕ່ປະຕິບັດຕາມພຣະບັນຍັດເທົ່ານັ້ນ. ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ເປີດເຜີຍພຣະອົງເອງໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງກ່າວຕໍ່ໂມຊ ແລະ ຄົນອື່ນໆໂດຍກົງ, ເຮັດໃຫ້ພວກເຂົາກ່າວ ແລະ ປະຕິບັດພາລະກິດແທນພຣະອົງ ແລະ ເຮັດໃຫ້ພວກເຂົາປະຕິບັດພາລະກິດທ່າມກາງມະນຸດຊາດໂດຍກົງ. ຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນການນໍາພາມະນຸດ. ມັນເປັນຈຸດເລີ່ມຕົ້ນຂອງສົງຄາມກັບຊາຕານ ແຕ່ສົງຄາມນີ້ກໍຍັງບໍ່ໄດ້ເລີ່ມຕົ້ນຢ່າງເປັນທາງການ. ສົງຄາມທີ່ເປັນທາງການກັບຊາຕານເລີ່ມຕົ້ນດ້ວຍການບັງເກີດເປັນມະນຸດຂອງພຣະເຈົ້າຄັ້ງທໍາອິດ ແລະ ມັນໄດ້ສືບຕໍ່ຈົນມາເຖິງປັດຈຸບັນ. ການຕໍ່ສູ້ຄັ້ງທຳອິດຂອງສົງຄາມນີ້ກໍຄືຕອນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຖືກຄຶງທີ່ໄມ້ກາງແຂນ. ການຄຶງພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ໄມ້ກາງແຂນໄດ້ເອົາຊະນະຊາຕານ ແລະ ມັນເປັນຂັ້ນຕອນທຳອິດໃນສົງຄາມທີ່ປະສົບຜົນສຳເລັດ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນປະຕິບັດພາລະກິດໃນຊີວິດຂອງມະນຸດໂດຍກົງ, ນີ້ຄືການເລີ່ມຕົ້ນທີ່ເປັນທາງການຂອງພາລະກິດແຫ່ງການຮັບມະນຸດຄືນ ແລະ ຍ້ອນນີ້ແມ່ນພາລະກິດແຫ່ງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ມັນຈຶ່ງເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ຂັ້ນຕອນຂອງພາລະກິດທີ່ຖືກປະຕິບັດໂດຍພຣະເຢໂຮວາໃນຕອນເລີ່ມຕົ້ນແມ່ນພຽງແຕ່ການນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ. ມັນເປັນການເລີ່ມພາລະກິດຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ມັນຍັງບໍ່ກ່ຽວພັນເຖິງສົງຄາມໃດກໍຕາມ ຫຼື ພາລະກິດຫຼັກໆໃດກໍຕາມ ມັນກໍໄດ້ວາງພື້ນຖານໃຫ້ກັບພາລະກິດແຫ່ງສົງຄາມທີ່ຈະມາເຖິງ. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນກ່ຽວພັນເຖິງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າເອງໄດ້ສ້າງຊີວິດຂອງມະນຸດຂຶ້ນ. ນີ້ກໍຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ມັນຈຳເປັນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ. ຖ້າພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ກໍບໍ່ມີໃຜທີ່ສາມາດແທນພຣະອົງໄດ້ໃນຂັ້ນຕອນນີ້ຂອງພາລະກິດ ຍ້ອນມັນສະແດງເຖິງພາລະກິດແຫ່ງການຕໍ່ສູ້ກັບຊາຕານໂດຍກົງ. ຖ້າມະນຸດປະຕິບັດພາລະກິດນີ້ແທນພຣະເຈົ້າ, ເມື່ອມະນຸດຢືນຢູ່ຕໍ່ໜ້າຊາຕານ, ຊາຕານກໍຈະບໍ່ຍອມຜ່າຍແພ້ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະເອົາຊະນະຊາຕານ. ຕ້ອງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ເຊິ່ງມາເພື່ອເອົາຊະນະຊາຕານ ຍ້ອນທາດແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍັງຄົງມີຄວາມເປັນພຣະເຈົ້າ, ພຣະອົງຍັງເປັນຊີວິດຂອງມະນຸດ ແລະ ພຣະອົງຍັງເປັນພຣະຜູ້ສ້າງ; ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນ ຕົວຕົນ ແລະ ທາດແທ້ຂອງພຣະອົງຈະບໍ່ປ່ຽນແປງໄປ. ດ້ວຍເຫດນັ້ນ ພຣະອົງຈຶ່ງສວມໃສ່ເນື້ອໜັງ ແລະ ປະຕິບັດພາລະກິດເພື່ອເຮັດໃຫ້ຊາຕານຍອມແພ້ຢ່າງສົມບູນ. ໃນລະຫວ່າງຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍ ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລະ ຖືກສ້າງໃຫ້ກ່າວພຣະທຳໂດຍກົງ ແລ້ວເຂົາກໍຈະບໍ່ສາມາດກ່າວພຣະທຳເຫຼົ່ານັ້ນໄດ້ ແລະ ຖ້າກ່າວເຖິງການທຳນາຍ ແລ້ວຄໍາທໍານາຍນີ້ກໍຈະບໍ່ສາມາດເອົາຊະນະມະນຸດໄດ້. ດ້ວຍການຮັບເອົາເນື້ອໜັງ ພຣະເຈົ້າຈຶ່ງມາເພື່ອເອົາຊະນະຊາຕານ ແລະ ເຮັດໃຫ້ການຍອມແພ້ຂອງມັນສົມບູນ. ເມື່ອພຣະອົງເອົາຊະນະຊາຕານຢ່າງເດັດຂາດ, ເອົາຊະນະມະນຸດຢ່າງສິ້ນເຊີງ ແລະ ຮັບເອົາມະນຸດຢ່າງສົມບູນ, ຂັ້ນຕອນນີ້ຂອງພາລະກິດຈະຖືກເຮັດໃຫ້ສຳເລັດ ແລະ ຈະບັນລຸຄວາມສຳເລັດ. ໃນການຄຸ້ມຄອງຂອງພຣະເຈົ້າ ມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ໂດຍສະເພາະແລ້ວ ພາລະກິດແຫ່ງການນໍາພາຍຸກ ແລະ ການເລີ່ມຕົ້ນພາລະກິດໃໝ່ກໍຍິ່ງມີຄວາມຕ້ອງການຫຼາຍຂຶ້ນໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ການເປີດເຜີຍໃຫ້ກັບມະນຸດ ແລະ ການຈັດກຽມມະນຸດພ້ອມກັບຄຳທຳນາຍແມ່ນສາມາດຖືກປະຕິບັດໄດ້ໂດຍມະນຸດ ແຕ່ຖ້າເປັນພາລະກິດທີ່ຕ້ອງຖືກປະຕິບັດໂດຍພຣະເຈົ້າ ເຊິ່ງເປັນພາລະກິດແຫ່ງສົງຄາມລະຫວ່າງພຣະເຈົ້າເອງ ແລະ ຊາຕານ, ພາລະກິດນີ້ກໍຈະບໍ່ສາມາດຖືກປະຕິບັດໂດຍມະນຸດ. ໃນລະຫວ່າງຂັ້ນຕອນທຳອິດຂອງພາລະກິດ ເມື່ອຍັງບໍ່ມີສົງຄາມກັບຊາຕານ ພຣະເຢໂຮວາໄດ້ນໍາພາປະຊາຊົນອິດສະຣາແອນດ້ວຍຕົວພຣະອົງເອງໂດຍການໃຊ້ຄຳທຳນາຍທີ່ຜູ້ປະກາດພຣະທຳກ່າວໄວ້. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດແມ່ນການເຮັດສົງຄາມກັບຊາຕານ ແລະ ພຣະເຈົ້າກໍໄດ້ກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ໂດຍການເຂົ້າມາຢູ່ໃນເນື້ອໜັງເພື່ອປະຕິບັດພາລະກິດນີ້. ສິ່ງໃດກໍຕາມທີ່ກ່ຽວພັນເຖິງສົງຄາມກັບຊາຕານກໍຍັງກ່ຽວພັນເຖິງການບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ມະນຸດບໍ່ສາມາດສູ້ຮົບໃນສົງຄາມນີ້. ຖ້າມະນຸດຕ້ອງເຮັດສົງຄາມ ເຂົາຈະບໍ່ສາມາດເອົາຊະນະຊາຕານໄດ້. ເຂົາຈະມີກຳລັງເພື່ອຕໍ່ສູ້ກັບຊາຕານໄດ້ແນວໃດ ໃນຂະນະທີ່ຍັງຢູ່ພາຍໃຕ້ອຳນາດຂອງມັນ? ມະນຸດຢູ່ທາງກາງ ນັ້ນກໍຄື ຖ້າເຈົ້າອ່ຽງໄປທາງຊາຕານ ເຈົ້າກໍຈະເປັນຂອງຊາຕານ ແຕ່ຖ້າເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າມະນຸດຕ້ອງປະຕິບັດພາລະກິດແຫ່ງສົງຄາມນີ້ແທນພຣະເຈົ້າ ເຂົາຈະສາມາດປະຕິບັດມັນໄດ້ບໍ? ຖ້າເຂົາປະຕິບັດ ເຂົາຈະບໍ່ຈິບຫາຍຕັ້ງແຕ່ດົນນານມາແລ້ວບໍ? ເຂົາຈະບໍ່ໄດ້ເຂົ້າສູ່ໂລກເບື້ອງລຸ່ມເປັນເວລາດົນນານມາແລ້ວບໍ? ດ້ວຍເຫດນັ້ນ ມະນຸດຈະບໍ່ສາມາດແທນພຣະເຈົ້າໃນພາລະກິດຂອງພຣະອົງໄດ້ ເຊິ່ງເວົ້າໄດ້ວ່າ ມະນຸດບໍ່ມີທາດແທ້ຂອງພຣະເຈົ້າ ແລະ ຖ້າເຈົ້າເຮັດສົງຄາມກັບຊາຕານ ເຈົ້າກໍຈະບໍ່ສາມາດເອົາຊະນະມັນໄດ້. ມະນຸດພຽງແຕ່ສາມາດປະຕິບັດບາງພາລະກິດ; ເຂົາສາມາດເອົາຊະນະບາງຜູ້ຄົນ ແຕ່ເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະເຈົ້າໄດ້. ມະນຸດຈະສາມາດເຮັດສົງຄາມກັບຊາຕານໄດ້ແນວໃດ? ຊາຕານຈະຈັບເຈົ້າເປັນຊະເລີຍກ່ອນທີ່ເຈົ້າຈະເລີ່ມຕົ້ນດ້ວຍຊໍ້າ. ພຽງແຕ່ເມື່ອພຣະເຈົ້າເຮັດສົງຄາມກັບຊາຕານ ແລະ ມະນຸດຕິດຕາມ ແລະ ເຊື່ອຟັງພຣະເຈົ້າໂດຍຢູ່ໃນພື້ນຖານນີ້ ມະນຸດຈຶ່ງຈະສາມາດຖືກພຣະເຈົ້າຮັບເອົາ ແລະ ຫຼົບໜີອອກຈາກການເປັນທາດຂອງຊາຕານ. ສິ່ງທີ່ມະນຸດສາມາດບັນລຸໄດ້ດ້ວຍສະຕິປັນຍາ ແລະ ຄວາມສາມາດຂອງເຂົາເອງກໍມີຈຳກັດຫຼາຍ; ເຂົາບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດນໍາພາເຂົາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດເອົາຊະນະຊາຕານໄດ້. ຄວາມສະຫຼາດ ແລະ ສະຕິປັນຍາຂອງມະນຸດບໍ່ສາມາດຂັດຂວາງແຜນການຂອງຊາຕານໄດ້ ແລ້ວມະນຸດຈະສາມາດເຮັດສົງຄາມກັບມັນໄດ້ແນວໃດ?

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

289. ພາລະກິດທັງໝົດທີ່ດໍາເນີນມາຫຼາຍກ່ວາຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ ໂດຍອີງຕາມສະຖານະການໂດຍລວມຂອງໂລກ ແລະ ຕາມແນວໂນ້ມການພັດທະນາຂອງມະນຸດໂດຍລວມ; ພາລະກິດແຫ່ງການຄຸ້ມຄອງກໍພຽງແຕ່ປ່ຽນແປງຕາມນັ້ນເທື່ອລະໜ້ອຍ. ທັງໝົດບໍ່ໄດ້ມີການວາງແຜນໄວ້ໃນຕອນເລີ່ມຕົ້ນຂອງການສ້າງ. ກ່ອນທີ່ໂລກຈະຖືກສ້າງຂື້ນ ຫຼື ຫຼັງຈາກທີ່ຖືກສ້າງຂຶ້ນໃນບໍ່ດົນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນຂັ້ນຕອນທໍາອິດຂອງພາລະກິດ, ຂັ້ນຕອນແຫ່ງພຣະບັນຍັດ; ຂັ້ນຕອນທີສອງຂອງພາລະກິດ ແມ່ນຂັ້ນຕອນແຫ່ງພຣະຄຸນ; ຫຼື ຂັ້ນຕອນທີສາມຂອງພາລະກິດ ແມ່ນຂັ້ນຕອນແຫ່ງການເອົາຊະນະ, ເຊິ່ງພຣະອົງຈະເລີ່ມຕົ້ນດ້ວຍເຊື້ອສາຍຂອງໂມອາບກ່ອນ ແລະ ຜ່ານວິທີການນີ້ ພຣະອົງຈະເອົາຊະນະຈັກກະວານທັງປວງ. ຫຼັງຈາກທີ່ໄດ້ສ້າງແຜ່ນດິນໂລກ ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ ຫຼື ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກໂມອາບ; ແນ່ນອນກ່ອນໜ້າໂລດ ພຣະອົງກໍບໍ່ເຄີຍກ່າວພຣະທໍາເຫຼົ່ານີ້. ພາລະກິດທັງໝົດຖືກປະຕິບັດຢ່າງເປັນທໍາມະຊາດ. ນີ້ແມ່ນວິທີທີ່ພາລະກິດແຫ່ງການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ພັດທະນາ; ກ່ອນສ້າງໂລກ ພຣະອົງຈະເຄີຍຂຽນແຜນການດັ່ງກ່າວຂຶ້ນເປັນຮູບຮ່າງຄືກັບ “ຕາຕະລາງສະຫຼຸບສໍາລັບການພັດທະນາຂອງມະນຸດຊາດ”. ໃນພາລະກິດຂອງພຣະເຈົ້າ, ພຣະອົງສະແດງສິ່ງທີ່ພຣະອົງເປັນໂດຍກົງ; ພຣະອົງບໍ່ໄດ້ພະຍາຍາມຄິດຢ່າງໜັກເພື່ອສ້າງແຜນການຂຶ້ນ. ແນ່ນອນ ຜູ້ປະກາດພຣະທໍາຈຳນວນເລັກນ້ອຍຄົນໄດ້ກ່າວຄໍາທໍານາຍອັນຍິ່ງໃຫຍ່ຫຼາຍຢ່າງ ແຕ່ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນໜຶ່ງໃນການວາງແຜນການທີ່ຊັດເຈນຢູ່ສະເໝີ; ຄໍາທໍານາຍເຫຼົ່ານັ້ນຖືກສ້າງຂຶ້ນຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພາລະກິດທັງໝົດທີ່ພຣະອົງປະຕິບັດ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງຕາມການພັດທະນາໃນແຕ່ລະຍຸກສະໄໝ ແລະ ອີງພາລະກິດນັ້ນຕາມວິທີທີ່ສິ່ງຕ່າງໆປ່ຽນແປງ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການວາງຢາເພື່ອປິ່ນປົວຄວາມເຈັບປ່ວຍ; ໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ, ພຣະອົງສັງເກດການ ແລະ ສືບຕໍ່ພາລະກິດຂອງພຣະອົງຕາມການສັງເກດການຂອງພຣະອົງ. ໃນທຸກຂັ້ນຕອນ ຂອງພາລະກິດຂອງພຣະອົງ, ພຣະເຈົ້າແມ່ນສາມາດສະແດງສະຕິປັນຍາອັນອຸດົມສົມບູນ ແລະ ຄວາມສາມາດຂອງພຣະອົງ; ພຣະອົງເປີດເຜີຍສະຕິປັນຍາອັນຫຼວງຫຼາຍ ແລະ ອໍານາດຂອງພຣະອົງ ຕາມພາລະກິດຂອງຍຸກສະໄໝໃດໜຶ່ງ ແລະ ອະນຸຍາດໃຫ້ທຸກຄົນທີ່ພຣະອົງໄດ້ນໍາກັບຄືນມາໃນຍຸກເຫຼົ່ານີ້ໄດ້ເຫັນອຸປະນິໄສທັງໝົດຂອງພຣະອົງ. ພຣະອົງສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນຕາມພາລະກິດທີ່ຕ້ອງໄດ້ເຮັດໃນແຕ່ລະຍຸກ ໂດຍປະຕິບັດພາລະກິດໃດກໍຕາມທີ່ພຣະອົງຄວນປະຕິບັດ. ພຣະອົງສະໜອງໃຫ້ແກ່ຜູ້ຄົນດ້ວຍສິ່ງທີ່ພວກເຂົາຕ້ອງການ ໂດຍອີງຕາມລະດັບຂອງຄວາມເສື່ອມຊາມທີ່ຊາຕານໄດ້ເຮັດຕໍ່ພວກເຂົາ... ບໍ່ມີພາລະກິດໃດຂອງພຣະເຈົ້າທີ່ຢູ່ທ່າມກາງມະນຸດຊາດຖືກກະກຽມໄວ້ໃນຕອນສ້າງໂລກ; ໃນທາງກົງກັນຂ້າມ, ມັນແມ່ນການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະເຈົ້າປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດເທື່ອລະບາດກ້າວ ແລະ ໃນລັກສະນະທີ່ເປັນຈິງ ແລະ ໃນພາກປະຕິບັດຫຼາຍຂຶ້ນ. ຍົກຕົວຢ່າງ: ພຣະເຢໂຮວາບໍ່ໄດ້ສ້າງງູເພື່ອໃຫ້ມາລໍ້ລວງແມ່ຍິງ; ນັ້ນບໍ່ແມ່ນແຜນການສະເພາະຂອງພຣະອົງ ຫຼື ມັນບໍ່ແມ່ນສິ່ງທີ່ພຣະອົງໄດ້ຕັ້ງໃຈກຳນົດໄວ້ລ່ວງໜ້າ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການທີ່ບໍ່ໄດ້ຄາດການໄວ້ກ່ອນ. ສະນັ້ນ ມັນເປັນຍ້ອນເຫດນີ້ ພຣະເຢໂຮວາຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາອອກຈາກສວນເອເດນ ແລະ ສາບານທີ່ຈະບໍ່ສ້າງມະນຸດອີກເລີຍ. ເຖິງຢ່າງໃດກໍຕາມ ຜູ້ຄົນພຽງແຕ່ຄົ້ນພົບສະຕິປັນຍາຂອງພຣະເຈົ້າບົນພື້ນຖານນີ້. ມັນເປັນດັ່ງທີ່ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າ: “ເຮົາໃຊ້ສະຕິປັນຍາຂອງເຮົາ ໂດຍອີງຕາມກົນອຸບາຍຂອງຊາຕານ”. ບໍ່ວ່າມະນຸດຊາດຈະເສື່ອມຊາມເທົ່າໃດ ຫຼື ງູຈະລໍ້ລວງພວກເຂົາແນວໃດກໍຕາມ, ພຣະເຢໂຮວາກໍຍັງມີສະຕິປັນຍາຂອງພຣະອົງ; ເພາະສະນັ້ນ, ພຣະອົງຈຶ່ງໄດ້ກະທຳພາລະກິດໃໝ່ນັບຕັ້ງແຕ່ທີ່ພຣະອົງໄດ້ສ້າງໂລກ ແລະ ບໍ່ມີບາດກ້າວໃດໃນພາລະກິດນີ້ຖືກເຮັດຊ້ຳຄືນອີກ. ຊາຕານໄດ້ສືບຕໍ່ເຮັດກົນອຸບາຍຢ່າງຕໍ່ເນື່ອງ, ມະນຸດຊາດແມ່ນຖືກເຮັດໃຫ້ເສື່ອມຊາມຢ່າງຕໍ່ເນື່ອງໂດຍຊາຕານ ແລະ ພຣະເຈົ້າເຢໂຮວາກໍໄດ້ດຳເນີນພາລະກິດມີສະຕິປັນຍາຂອງພຣະອົງຢ່າງບໍ່ຢຸດຢັ້ງ. ພຣະອົງບໍ່ເຄີຍລົ້ມເຫຼວ ຫຼື ພຣະອົງກໍບໍ່ເຄີຍຢຸດປະຕິບັດພາລະກິດຂອງພຣະອົງ ນັບຕັ້ງແຕ່ທີ່ໂລກຖືກສ້າງຂຶ້ນ. ຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມ, ພຣະອົງກໍໄດ້ສືບຕໍ່ປະຕິບັດພາລະກິດທ່າມກາງພວກເຂົາເພື່ອເອົາຊະນະຊາຕານ, ສັດຕູທີ່ເປັນຕົ້ນກໍາເນີດແຫ່ງຄວາມເສື່ອມຊາມຂອງພວກເຂົາ. ການຕໍ່ສູ້ນີ້ໄດ້ລຸກລາມຕັ້ງແຕ່ຕອນເລີ່ມຕົ້ນ ແລະ ຈະສືບຕໍ່ຈົນເຖິງຕອນສິ້ນສຸດຂອງໂລກ. ໃນການປະຕິບັດພາລະກິດທັງໝົດນີ້, ພຣະເຈົ້າເຢໂຮວາບໍ່ພຽງແຕ່ໄດ້ເຮັດໃຫ້ມະນຸດ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໄດ້ຮັບການລອດພົ້ນທີ່ຍິ່ງໃຫຍ່ຂອງພຣະອົງ, ແຕ່ຍັງໄດ້ເຮັດໃຫ້ພວກເຂົາເຫັນສະຕິປັນຍາ, ລິດທານຸພາບສູງສຸດ ແລະ ສິດອໍານາດຂອງພຣະອົງອີກດ້ວຍ. ຍິ່ງໄປກວ່ານັ້ນ, ໃນທີ່ສຸດ, ພຣະອົງຈະເຮັດໃຫ້ພວກເຂົາໄດ້ເຫັນອຸປະນິໄສອັນຊອບທໍາຂອງພຣະອົງ ໂດຍລົງໂທດຄົນຊົ່ວຮ້າຍ ແລະ ໃຫ້ລາງວັນຄົນດີ. ພຣະອົງໄດ້ຕໍ່ສູ້ກັບຊາຕານຈົນຮອດທຸກມື້ນີ້ ແລະ ບໍ່ເຄີຍເສຍໄຊຈັກເທື່ອ. ນີ້ກໍເພາະວ່າພຣະອົງເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ພຣະອົງໃຊ້ສະຕິປັນຍາຂອງພຣະອົງ ໂດຍອີງຕາມກົນອຸບາຍຂອງຊາຕານ. ດ້ວຍເຫດນີ້, ພຣະເຈົ້າບໍ່ພຽງແຕ່ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນຕ້ອງຍອມຕໍ່ສິດອໍານາດຂອງພຣະອົງ, ແຕ່ພຣະອົງຍັງໄດ້ເຮັດໃຫ້ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກນອນຢູ່ໃຕ້ພຣະບາດຂອງພຣະອົງ ແລະ ບໍ່ແມ່ນແຕ່ສໍ່ານັ້ນ, ພຣະອົງຍັງເຮັດໃຫ້ຄົນຊົ່ວຮ້າຍທີ່ບຸກລຸກ ແລະ ຂົ່ມເຫັງມະນຸດຊາດຕົກຢູ່ພາຍໃຕ້ການຂ້ຽນຕີຂອງພຣະອົງ. ຜົນໄດ້ຮັບທັງໝົດຂອງພາລະກິດນີ້ເກີດຂຶ້ນຍ້ອນສະຕິປັນຍາຂອງພຣະອົງ. ພຣະອົງບໍ່ເຄີຍເປີດເຜີຍສະຕິປັນຍາຂອງພຣະອົງກ່ອນທີ່ຈະມີມະນຸດຊາດ ເພາະວ່າພຣະອົງບໍ່ມີສັດຕູຢູ່ເທິງສະຫວັນ, ຢູ່ເທິງແຜ່ນດິນໂລກ ຫຼື ຢູ່ທົ່ວຈັກກະວານທັງປວງ ແລະ ບໍ່ມີກອງກຳລັງອັນມືດມົວທີ່ບຸກລຸກສິ່ງຕ່າງໆທ່າມກາງທຳມະຊາດ. ຫຼັງຈາກທີ່ອັກຄະເທວະດາໄດ້ທໍລະຍົດພຣະອົງ, ພຣະອົງໄດ້ສ້າງມະນຸດຊາດຢູ່ເທິງແຜ່ນດິນໂລກ ແລະ ມັນເປັນຍ້ອນມະນຸດຊາດ ພຣະອົງຈຶ່ງໄດ້ເລີ່ມສົງຄາມພັນປີຂອງພຣະອົງກັບຊາຕານ ແລະ ກັບອັກຄະເທວະດາ ເຊິ່ງເປັນສົງຄາມທີ່ເພີ່ມທະວີຄວາມຮຸນແຮງຂຶ້ນໃນທຸກຂັ້ນຕອນທີ່ຕໍ່ມາ. ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງແມ່ນມີຢູ່ໃນແຕ່ລະຂັ້ນຕອນເຫຼົ່ານີ້. ພຽງແຕ່ເມື່ອນັ້ນ ທຸກສິ່ງທຸກຢ່າງທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກຈຶ່ງສາມາດເປັນພະຍານເຖິງສະຕິປັນຍາຂອງພຣະເຈົ້າ, ລິດທານຸພາບສູງສຸດ ແລະ ໂດຍສະເພາະແມ່ນຄວາມເປັນຈິງຂອງພຣະເຈົ້າ. ພຣະອົງຍັງດໍາເນີນພາລະກິດຂອງພຣະອົງໃນລັກສະນະທີ່ເປັນຈິງນີ້ຈົນເຖິງປັດຈຸບັນ; ນອກຈາກນັ້ນ, ໃນຂະນະທີ່ພຣະອົງດໍາເນີນພາລະກິດຂອງພຣະອົງ, ພຣະອົງຍັງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ. ພຣະອົງອະນຸຍາດໃຫ້ພວກເຈົ້າເຫັນຄວາມຈິງພາຍໃນແຕ່ລະຂັ້ນຕອນຂອງພາລະກິດ, ເຫັນເຖິງການອະທິບາຍກ່ຽວກັບລິດທານຸພາບຂອງພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນກໍເຫັນເຖິງການອະທິບາຍຢ່າງເດັດຂາດຂອງຄວາມເປັນຈິງຂອງພຣະເຈົ້າ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

290. ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດແບບທໍາມະຊາດສະເໝີ; ພຣະອົງສາມາດວາງແຜນພາລະກິດຂອງພຣະອົງໃນເວລາໃດກໍໄດ້ ແລະ ດໍາເນີນແຜນການນັ້ນໃນເວລາໃດກໍໄດ້. ເປັນຫຍັງເຮົາຈຶ່ງເວົ້າຢູ່ຕະຫຼອດວ່າ ພາລະກິດຂອງພຣະວິນຍານບໍລິສຸດຄືຄວາມເປັນຈິງ, ໃໝ່ສະເໝີ, ບໍ່ເຄີຍເກົ່າ ແລະ ສົດໃສທີ່ສຸດຕະຫຼອດ? ພາລະກິດຂອງພຣະອົງບໍ່ໄດ້ຖືກວາງແຜນໄວ້ໃນເວລາທີ່ໂລກຖືກສ້າງຂຶ້ນ; ນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນເລີຍ! ທຸກຂັ້ນຕອນຂອງພາລະກິດແມ່ນເຮັດເພື່ອບັນລຸຜົນທີ່ຖືກຕ້ອງສໍາລັບເວລານັ້ນ ແລະ ຂັ້ນຕອນຕ່າງໆກໍບໍ່ແຊກແຊງກັນ ແລະ ກັນ. ມີຫຼາຍຄັ້ງ ທີ່ແຜນການທີ່ຢູ່ໃນໃຈຂອງເຈົ້າບໍ່ສາມາດທຽບກັບພາລະກິດຫຼ້າສຸດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະອົງບໍ່ງ່າຍດາຍຄືກັບເຫດຜົນຂອງມະນຸດ ແລະ ມັນກໍບໍ່ຊັບຊ້ອນເທົ່າກັບຈິນຕະນາການຂອງມະນຸດ; ມັນປະກອບດ້ວຍການສະໜອງຜູ້ຄົນໃນເວລາ ແລະ ສະຖານທີ່ໃດກໍໄດ້ ຕາມຄວາມຕ້ອງການຂອງພວກເຂົາໃນປັດຈຸບັນ. ບໍ່ມີໃຜທີ່ຈະມີຄວາມຊັດເຈນກ່ຽວກັບທາດແທ້ຂອງມະນຸດຄືພຣະອົງ ແລະ ຍ້ອນເຫດຜົນນີ້ຈຶ່ງບໍ່ມີສິ່ງໃດສາມາດມີຄວາມແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນຄືກັບພາລະກິດຂອງພຣະອົງ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ພາລະກິດຂອງພຣະອົງຈຶ່ງເບິ່ງຄືກັບວ່າໄດ້ມີການວາງແຜນໄວ້ເປັນເວລາຫຼາຍພັນປີມາແລ້ວ. ໃນຂະນະທີ່ພຣະອົງປະຕິບັດພາລະກິດທ່າມກາງພວກເຈົ້າໃນປັດຈຸບັນ, ໃນຂະນະທີ່ກໍາລັງປະຕິບັດ ແລະ ກ່າວ ແລະ ເຝົ້າເບິ່ງສະພາບທີ່ພວກເຈົ້າເປັນ, ພຣະອົງກໍຈະມີພຣະທໍາທີ່ເໝາະສົມເພື່ອກ່າວຕໍ່ທຸກສະພາບການອີງຕາມຄວາມຕ້ອງການຂອງພວກເຈົ້າ. ຍົກຕົວຢ່າງຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງ ເຊັ່ນ: ເວລາຂອງການຂ້ຽນຕີ, ຫຼັງຈາກນັ້ນ ຜູ້ຄົນກໍຈະສະແດງພຶດຕິກໍາທຸກຮູບແບບ ແລະ ກະທໍາການຕໍ່ຕ້ານດ້ວຍວິທີການໃດໜຶ່ງ; ສະພາບທາງບວກຕ່າງໆກໍຈະເກີດຂື້ນ, ເຊັ່ນດຽວກັນ ສະພາບທາງລົບບາງຢ່າງກໍໄດ້ເກີດຂື້ນ. ພວກເຂົາໄປເຖິງຈຸດທາງລົບຈົນເຖິງກັບສະແດງອອກເຖິງຂອບເຂດທີ່ຕໍ່າທີ່ສຸດ ເຊິ່ງໃນທີ່ສຸດພວກເຂົາກໍຈະລົ້ມລົງ. ພຣະເຈົ້າໄດ້ດໍາເນີນພາລະກິດຂອງພຣະອົງ ອີງຕາມສິ່ງທັງໝົດເຫຼົ່ານີ້, ດ້ວຍເຫດນັ້ນ ຈຶ່ງໄດ້ຍຶດເອົາສິ່ງເຫຼົ່ານີ້ເພື່ອບັນລຸຜົນສໍາເລັດທີ່ດີກວ່າ ສໍາລັບພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະອົງປະຕິບັດພາລະກິດຂອງພຣະອົງອີງຕາມສະພາບການໃນປັດຈຸບັນຂອງພວກເຂົາ; ພຣະອົງດໍາເນີນທຸກຂັ້ນຕອນຂອງພາລະກິດຂອງພຣະອົງອີງຕາມສະພາບການຕົວຈິງຂອງຜູ້ຄົນ. ການຊົງສ້າງທັງໝົດແມ່ນຢູ່ໃນກໍາມືຂອງພຣະອົງ; ແລ້ວພຣະອົງຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນບໍ? ພຣະເຈົ້າດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດທີ່ຄວນເຮັດ ຢູ່ໃນເວລາ ແລະ ສະຖານທີ່ໃດກໍໄດ້ອີງຕາມສະພາບການຂອງຜູ້ຄົນ. ບໍ່ມີທາງທີ່ ພາລະກິດດັ່ງກ່າວນີ້ໄດ້ຖືກວາງແຜນໄວ້ກ່ອນລ່ວງໜ້າເປັນເວລາຫຼາຍພັນປີ; ນັ້ນແມ່ນຄວາມຄິດຂອງມະນຸດ! ພຣະອົງປະຕິບັດພາລະກິດໃນຂະນະທີ່ພຣະອົງສັງເກດເບິ່ງຜົນຂອງພາລະກິດຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນມີຄວາມເລິກເຊິ່ງ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ; ແຕ່ລະຄັ້ງ ຫຼັງຈາກໄດ້ສັງເກດເບິ່ງຜົນໄດ້ຮັບຈາກພາລະກິດຂອງພຣະອົງ, ພຣະອົງກໍດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະອົງໃຊ້ຫຼາຍສິ່ງຫຼາຍຢ່າງເພື່ອການປ່ຽນແປງເທື່ອລະໜ້ອຍ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດແນມເຫັນພາລະກິດໃໝ່ຂອງພຣະອົງຕາມການເວລາ. ການເຮັດພາລະກິດແບບນີ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ເພາະວ່າພຣະເຈົ້າຮູ້ຈັກຜູ້ຄົນດີ. ນີ້ແມ່ນວິທີທີ່ພຣະອົງດໍາເນີນພາລະກິດຂອງພຣະອົງຈາກສະຫວັນ. ໃນທໍານອງດຽວກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍໄດ້ກະທຳພາລະກິດຂອງພຣະອົງດ້ວຍວິທີນີ້ເຊັ່ນກັນ ໂດຍຈັດແຈງອີງຕາມສະພາບການຕົວຈິງ ແລະ ປະຕິບັດພາລະກິດທ່າມກາງມະນຸດ. ບໍ່ໄດ້ມີການຈັດແຈງພາລະກິດຂອງພຣະອົງກ່ອນການສ້າງໂລກ ແລະ ບໍ່ມີການວາງແຜນໄວ້ລ່ວງໜ້າຢ່າງລະອຽດ. ຫຼັງຈາກໂລກນີ້ຖືກສ້າງຂື້ນໄດ້ສອງພັນປີ, ພຣະເຢໂຮວາເຫັນວ່າ ມະນຸດໄດ້ເສື່ອມຊາມຫຼາຍຈົນພຣະອົງໄດ້ໃຊ້ປາກຂອງຜູ້ປະກາດພຣະທໍາເອຊາຢາເພື່ອທໍານວາຍວ່າ ພາຍຫຼັງຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ, ພຣະເຢໂຮວາຈະດໍາເນີນພາລະກິດເພື່ອໄຖ່ບາບໃຫ້ກັບມະນຸດຊາດໃນຍຸກຂອງພຣະຄຸນ. ນີ້ແມ່ນແຜນການຂອງພຣະເຢໂຮວາ, ແນ່ນອນ ແຜນການນີ້ແມ່ນໄດ້ສ້າງຂຶ້ນອີງຕາມສະພາບການທີ່ພຣະອົງໄດ້ສັງເກດເຫັນໃນເວລານັ້ນເຊັ່ນກັນ; ພຣະອົງບໍ່ໄດ້ຄົ້ນຄິດແຜນການນີ້ທັນທີຫຼັງຈາກໄດ້ສ້າງອາດາມຢ່າງແນ່ນອນ. ເອຊາຢາພຽງແຕ່ທໍານວາຍໄວ້, ແຕ່ພຣະເຢໂຮວາບໍ່ໄດ້ກະກຽມພາລະກິດນີ້ໄວ້ໃນຍຸກແຫ່ງພຣະບັນຍັດ; ໃນທາງກົງກັນຂ້າມ, ພຣະອົງເລີ່ມດໍາເນີນພາລະກິດນີ້ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ເມື່ອທູດສະຫວັນໄດ້ປາກົດຢູ່ໃນຄວາມຝັນຂອງໂຢເຊັບເພື່ອໃຫ້ແສງສະຫວ່າງແກ່ລາວດ້ວຍຂ່າວປະເສີດວ່າ ພຣະເຈົ້າຈະກາຍເປັນເນື້ອໜັງ ແລະ ພຽງເມື່ອນັ້ນ ພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງຈຶ່ງໄດ້ເລີ່ມຕົ້ນຂຶ້ນ. ພຣະເຈົ້າບໍ່ໄດ້ກະກຽມພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະອົງ ຫຼັງຈາກການສ້າງໂລກ ຕາມທີ່ມະນຸດໄດ້ຈິນຕະນາການໄວ້; ມັນພຽງໄດ້ຖືກຕັດສິນອີງ ຕາມລະດັບການພັດທະນາຂອງມະນຸດ ແລະ ສະຖານະຂອງສົງຄາມຂອງພຣະອົງກັບຊາຕານ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

291. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຍຸກ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ແມ່ນປະກອບດ້ວຍມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ການປາກົດແຫ່ງພຣະທໍາໃນເນື້ອຫນັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເງື່ອນໄຂຂອງມະນຸດໃນການເປັນປະຈັກພະຍານກໍຈະສູງຂຶ້ນເຊັ່ນກັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ເຂົາກໍຍິ່ງສັນລະເສີນພຣະເຈົ້າຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ ແລະ ເມື່ອພາລະກີດຂອງພຣະເຈົ້າເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດກໍຈະເຖິງຈຸດສູງສຸດ. ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ໃນປັດຈຸບັນ ມະນຸດຕ້ອງເຊື່ອຟັງ ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ໃນທີ່ສຸດ ບໍ່ວ່າຈະຢູ່ໃນສະພາບທຸກຍາກລໍ່າບາກພຽງໃດກໍຕາມ ເຂົາກໍ ຕ້ອງຍັງຮັກພຣະເຈົ້າສະເໝີ. ສາມຍຸກເຫຼົ່ານີ້ແມ່ນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເທື່ອລະບາດກ້າວ ຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງ. ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າເກົ່າ ແລະ ເງື່ອນໄຂຂອງມະນຸດໃນແຕ່ລະຂັ້ນຕອນກໍເລິກເຊິ່ງຂຶ້ນກວ່າເກົ່າ. ດ້ວຍວິທີນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ມັນແມ່ນຍ້ອນເງື່ອນໄຂຂອງມະນຸດສູງຂຶ້ນທີ່ເຮັດໃຫ້ອຸປະນິໄສຂອງມະນູດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງເລີ່ມຄ່ອຍໆຫຼຸດພົ້ນອອກຈາກອິທິພົນຂອງຊາຕານ, ຈົນກວ່າເມື່ອພາລະກິດຂອງພຣະເຈົ້າຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິທິພົນຂອງຊາຕານໄດ້. ເມື່ອເວລານັ້ນມາເຖິງ, ພາລະກິດຂອງພຣະເຈົ້າກໍຈະເຖິງຈຸດສິ້ນສຸດ ແລະ ການຮ່ວມມືຂອງມະນຸດກັບພຣະເຈົ້າເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາກໍຈະບໍ່ມີຢູ່ອີກ ແລະ ມະນຸດຊາດທັງປວງກໍຈະດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ຈາກນັ້ນເປັນຕົ້ນໄປ ກໍຈະບໍ່ມີການກະບົດ ຫຼື ການຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດອີກ ແລະ ຈະມີການຮ່ວມມືຢ່າງປອງດອງລະຫວ່າງມະນຸດ ແລະ ພຣະເຈົ້າຫຼາຍຂຶ້ນ ເຊິ່ງຈະເປັນຊີວິດຂອງມະນຸດ ແລະ ພຣະເຈົ້າຢູ່ຮ່ວມກັນ, ຊີວິດທີ່ມາຈາກການຄຸ້ມຄອງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສຳເລັດຢ່າງສົມບູນ ແລະ ຫຼັງຈາກທີ່ມະນຸດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຈາກການຈັບກຸມຂອງຊາຕານ. ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດແມ່ນບໍ່ສາມາດບັນລຸຊີວິດດັ່ງກ່າວໄດ້. ພວກເຂົາຈະປ່ອຍໃຫ້ຕົນເອງຕົກລົງສູ່ຄວາມມືດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ; ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຕິດຕາມພຣະອົງ ຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ເຊື່ອຟັງພາລະກິດທັງໝົດຂອງພຣະອົງ. ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະ ຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

292. ພຣະເຈົ້າເອງສະເດັດມາເພື່ອເປີດຍຸກໃໝ່ ແລະ ພຣະເຈົ້າເອງສະເດັດມາເພື່ອນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດ. ມະນຸດບໍ່ສາມາດປະຕິບັດພາລະກິດຂອງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກດັ່ງກ່າວໄດ້. ຖ້າພຣະເຢຊູບໍ່ໄດ້ນໍາພາລະກິດຂອງພຣະເຢໂຮວາມາສູ່ຈຸດສິ້ນສຸດຫຼັງຈາກທີ່ພຣະອົງສະເດັດມາ, ແລ້ວສິ່ງນ້ັນກໍຈະພິສູດໃຫ້ເຫັນວ່າ ພຣະອົງເປັນພຽງມະນຸດເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ແນ່ນອນ ຍ້ອນວ່າ ພຣະເຢຊູສະເດັດມາ ແລະ ໄດ້ສິ້ນສຸດພາລະກິດຂອງພຣະເຢໂຮວາ, ສືບຕໍ່ພາລະກິດຂອງພຣະເຢໂຮວາ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ປະຕິບັດພາລະກິດຂອງພຣະອົງເອງ ນັ້ນກໍຄື ພາລະກິດໃໝ່ ຈຶ່ງພິສູດໄດ້ວ່ານີ້ແມ່ນຍຸກໃໝ່ ແລະ ພຣະເຢຊູກໍຄືພຣະເຈົ້າເອງ. ພຣະອົງທັງສອງປະຕິບັດສອງຂັ້ນຕອນພາລະກິດທີ່ແຕກຕ່າງກັນ. ຂັ້ນຕອນທຳອິດແມ່ນຖືກປະຕິບັດໃນພຣະວິຫານ ແລະ ອີກຂັ້ນຕອນແມ່ນຖືກປະຕິບັດນອກພຣະວິຫານ. ຂັ້ນຕອນໜຶ່ງແມ່ນການຊີ້ນໍາຊີວິດຂອງມະນຸດຕາມກົດໝາຍ ແລະ ອີກຂັ້ນຕອນແມ່ນການຖວາຍເຄື່ອງບູຊາແທນຄວາມຜິດບາບ. ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນແຕກຕ່າງກັນຢ່າງສິ້ນເຊີງ; ມັນເປັນການແບ່ງຍຸກໃໝ່ອອກຈາກຍຸກເກົ່າ ແລະ ມັນຖືກຕ້ອງທີ່ສຸດທີ່ຈະເວົ້າວ່າ ພວກມັນແມ່ນສອງຍຸກທີ່ແຕກຕ່າງກັນ. ສະຖານທີ່ຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ. ເມື່ອເປັນແບບນັ້ນ ຈຶ່ງສາມາດແບ່ງອອກເປັນສອງຍຸກ ນັ້ນກໍຄື: ພຣະສັນຍາເດີມ ແລະ ໃໝ່ ເຊິ່ງໝາຍຄວາມວ່າ ຍຸກໃໝ່ ແລະ ເກົ່າ. ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ເຊິ່ງພິສູດໄດ້ວ່າ ຍຸກຂອງພຣະເຢໂຮວາໄດ້ຈົບສິ້ນລົງແລ້ວ. ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ກໍຍ້ອນວ່າ ພາລະກິດຂອງພຣະເຢໂຮວາທີ່ຢູ່ໃນພຣະວິຫານແມ່ນສຳເລັດລົງແລ້ວ ແລະ ບໍ່ຈຳເປັນຕ້ອງປະຕິບັດຄືນໃໝ່ອີກ ແລະ ຖ້າປະຕິບັດຄືນໃໝ່ ກໍຖືວ່າເປັນການເຮັດພາລະກິດນັ້ນຊໍ້າຄືນອີກຄັ້ງ. ການອອກຈາກພຣະວິຫານ, ການເລີ່ມຕົ້ນພາລະກິດໃໝ່ ແລະ ການເປີດເສັ້ນທາງໃໝ່ທີ່ຢູ່ນອກພຣະວິຫານເທົ່ານັ້ນ ພຣະອົງຈຶ່ງສາມາດນໍາພາລະກິດຂອງພຣະເຈົ້າໄປສູ່ຈຸດສູງສຸດ. ຖ້າພຣະອົງບໍ່ໄດ້ອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຈະຢຸດຢູ່ເທິງພີ້ນຂອງພຣະວິຫານ ແລະ ຈະບໍ່ມີການປ່ຽນແປງໃໝ່ໃດໆ. ດ້ວຍເຫດນັ້ນ ເມື່ອພຣະເຢຊູມາ ພຣະອົງຈຶ່ງບໍ່ໄດ້ເຂົ້າສູ່ພຣະວິຫານ ແລະ ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງໃນພຣະວິຫານ. ພຣະອົງປະຕິບັດພາລະກິດຂອງພຣະອົງຢູ່ນອກພຣະວິຫານ, ນໍາພາສາວົກຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງຢ່າງເປີດເຜີຍ. ການທີ່ພຣະເຈົ້າອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງໝາຍຄວາມວ່າ ພຣະເຈົ້າມີແຜນການໃໝ່. ພາລະກິດຂອງພຣະອົງແມ່ນຕ້ອງຖືກປະຕິບັດຢູ່ນອກພຣະວິຫານ ແລະ ມັນກໍເປັນພາລະກິດໃໝ່ທີ່ບໍ່ໄດ້ຖືກຈຳກັດຢູ່ໃນລັກສະນະຂອງການຈັດຕັ້ງປະຕິບັດຂອງພາລະກິດນັ້ນ. ທັນທີທີ່ພຣະເຢຊູສະເດັດມາເຖິງ, ພຣະອົງໄດ້ນໍາພາລະກິດຂອງພຣະເຢໂຮວາ ເຊິ່ງຢູ່ໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າ ພຣະອົງທັງສອງຖືກເອີ້ນໂດຍສອງພຣະນາມທີ່ແຕກຕ່າງກັນ, ມັນກໍເປັນພຣະວິນຍານອົງດຽວກັນທີ່ສຳເລັດພາລະກິດທັງສອງຂັ້ນຕອນ ແລະ ພາລະກິດກໍຖືກປະຕິບັດສືບຕໍ່ກັນຢ່າງຕໍ່ເນື່ອງ. ຍ້ອນວ່າ ພຣະນາມແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດກໍແຕກຕ່າງກັນ, ຍຸກຈຶ່ງແຕກຕ່າງກັນ. ເມື່ອພຣະເຢໂຮວາສະເດັດມາ, ນັ້ນແມ່ນຍຸກຂອງພຣະເຢໂຮວາ ແລະ ເມື່ອພຣະເຢຊູສະເດັດມາ, ນັ້ນກໍແມ່ນຍຸກຂອງພຣະເຢຊູ. ດ້ວຍເຫດນັ້ນ ໃນການມາແຕ່ລະຄັ້ງ, ພຣະເຈົ້າຈຶ່ງຖືກເອີ້ນເປັນຊື່ດຽວ, ພຣະອົງເປັນຕົວແທນໃຫ້ກັບຍຸກດຽວ ແລະ ພຣະອົງເປີດເສັ້ນທາງໃໝ່; ແລ້ວໃນເສັ້ນທາງໃໝ່ແຕ່ລະຢ່າງນັ້ນ ພຣະອົງນໍາໃຊ້ຊື່ໃໝ່ ເຊິ່ງສະແດງວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າຈັກເທື່ອ. ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງເປີດເສັ້ນທາງໃໝ່, ຕ້ອງເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່. ຕະຫຼອດເວລາ, ພຣະວິນຍານຂອງພຣະເຈົ້າແມ່ນປະຕິບັດພາລະກິດໃໝ່, ບໍ່ເຄີຍຍຶດຕິດກັບວິທີທາງ ແລະ ກົດລະບຽບເດີມໆ. ພາລະກິດຂອງພຣະອົງບໍ່ເຄີຍຢຸດ ແຕ່ປະຕິບັດຢູ່ທຸກຊ່ວງເວລາ... ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ເປັນພາລະກິດຂອງພຣະວິນຍານອົງດຽວທັງໝົດ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລິ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ບັດນີ້, ມັນຈໍາປັນສໍາລັບເຈົ້າທີ່ຕ້ອງເຂົ້າໃຈວ່າພາລະກິດທັງໝົດຕັ້ງແຕ່ຂັ້ນຕອນທຳອິດຈົນເຖິງປັດຈຸບັນແມ່ນພາລະກິດຂອງພຣະເຈົ້າອົງດຽວ, ເປັນພາລະກິດຂອງພຣະວິນຍານອົງດຽວ. ເລື່ອງນີ້ບໍ່ຈຳເປັນຕ້ອງສົງໄສ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

293. ເມື່ອພຣະເຢຊູເຈົ້າມາ, ພຣະອົງໃຊ້ການກະທຳຕົວຈິງຂອງພຣະອົງເພື່ອບອກແກ່ຜູ້ຄົນວ່າ ພຣະເຈົ້າໄດ້ອອກຈາກຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນພາລະກິດໃໝ່ແລ້ວ ແລະ ພາລະກິດໃໝ່ນີ້ບໍ່ຈຳເປັນຕ້ອງມີການຮັກສາວັນຊະບາໂຕ. ການທີ່ພຣະເຈົ້າອອກຈາກຂອບເຂດຂອງວັນຊະບາໂຕນັ້ນແມ່ນເປັນພຽງສັນຍານໃຫ້ຮູ້ລ່ວງໜ້າເຖິງ ພາລະກິດໃໝ່ຂອງພຣະອົງ; ພາລະກິດທີ່ເປັນຈິງ ແລະ ຍິ່ງໃຫຍ່ແມ່ນກຳລັງຈະມາ. ເມື່ອພຣະເຢຊູເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງ, ພຣະອົງກໍໄດ້ປະ “ໂສ້” ຂອງຍຸກແຫ່ງພຣະບັນຍັດໄວ້ຂ້າງຫຼັງແລ້ວ ແລະ ໄດ້ທຳລາຍກົດລະບຽບ ແລະ ຫຼັກການຂອງຍຸກນັ້ນໄປແລ້ວ. ໃນພຣະອົງ, ບໍ່ມີຮ່ອງຮອຍຂອງສິ່ງໃດເລີຍທີ່ກ່ຽວຂ້ອງກັບພຣະບັນຍັດ; ພຣະອົງໄດ້ໂຍນມັນຖິ້ມທັງໝົດ ແລະ ບໍ່ຮັກສາມັນອີກຕໍ່ໄປ ແລະ ພຣະອົງບໍ່ຮຽກຮ້ອງໃຫ້ມະນຸດຊາດຮັກສາມັນອີກຕໍ່ໄປ. ສະນັ້ນ ໃນນີ້ ເຈົ້າໄດ້ເຫັນພຣະເຢຊູເຈົ້າຜ່ານທົ່ງໝາກສາລີໃນວັນຊະບາໂຕ ແລະ ພຣະຜູ້ເປັນເຈົ້າບໍ່ໄດ້ພັກຜ່ອນ; ພຣະອົງຢູ່ຂ້າງນອກເພື່ອປະຕິບັດພາລະກິດ ແລະ ບໍ່ໄດ້ພັກຜ່ອນ. ການກະທຳນີ້ຂອງພຣະອົງເປັນສິ່ງທີ່ໜ້າຕົກໃຈແກ່ແນວຄິດຂອງຜູ້ຄົນ ແລະ ມັນສື່ສານແກ່ພວກເຂົາວ່າພຣະອົງບໍ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດອີກຕໍ່ໄປ ແລະ ພຣະອົງໄດ້ອອກຈາກຂອບເຂດຂອງວັນຊະບາໂຕ ແລະ ປາກົດຕົວຕໍ່ໜ້າມະນຸດຊາດ ແລະ ທ່າມກາງພວກເຂົາໃນລັກສະນະໃໝ່ ດ້ວຍວິທີການປະຕິບັດພາລະກິດແບບໃໝ່. ການກະທຳນີ້ຂອງພຣະອົງໄດ້ບອກໃຫ້ຜູ້ຄົນຮູ້ວ່າພຣະອົງໄດ້ນໍາພາລະກິດໃໝ່ມາກັບພຣະອົງ, ພາລະກິດທີ່ເລີ່ມຕົ້ນດ້ວຍການອອກຈາກພາຍໃຕ້ພຣະບັນຍັດ ແລະ ອອກຈາກວັນຊະບາໂຕ. ເມື່ອພຣະເຈົ້າປະຕິບັດພາລະກິດໃໝ່ຂອງພຣະອົງ, ພຣະອົງບໍ່ຍຶດຕິດກັບອະດີດອີກຕໍ່ໄປ ແລະ ພຣະອົງບໍ່ກັງວົນກ່ຽວກັບກົດລະບຽບຕ່າງໆຂອງຍຸກແຫ່ງພຣະບັນຍັດອີກຕໍ່ໄປ. ພຣະອົງບໍ່ໄດ້ຖືກກະທົບໂດຍພາລະກິດຂອງພຣະອົງໃນຍຸກຜ່ານມາ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດໃນວັນຊະບາໂຕດັ່ງທີ່ພຣະອົງປະຕິບັດໃນມື້ອື່ນໆ ແລະ ເມື່ອສາວົກຂອງພຣະອົງຫິວໃນວັນຊະບາໂຕ, ພວກເຂົາກໍສາມາດຫຼົກຮວງໝາກສາລີກິນ. ນີ້ເປັນເລື່ອງປົກກະຕິຫຼາຍໃນສາຍຕາຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ, ມັນເປັນສິ່ງທີ່ສາມາດອະນຸຍາດໄດ້ໃນການເລີ່ມຕົ້ນພາລະກິດໃໝ່ທີ່ພຣະອົງຕ້ອງການເຮັດ ແລະ ພຣະທຳໃໝ່ທີ່ພຣະອົງຕ້ອງການກ່າວ. ເມື່ອພຣະເຈົ້າເລີ່ມຕົ້ນບາງສິ່ງທີ່ໃໝ່, ພຣະອົງບໍ່ກ່າວເຖິງພາລະກິດຜ່ານມາຂອງພຣະອົງ ຫຼື ສືບຕໍ່ປະຕິບັດພາລະກິດນັ້ນ. ຍ້ອນພຣະເຈົ້າມີຫຼັກການຂອງພຣະອົງໃນພາລະກິດຂອງພຣະອົງເມື່ອພຣະອົງຕ້ອງການເລີ່ມຕົ້ນພາລະກິດໃໝ່, ເມື່ອພຣະອົງຕ້ອງການນໍາມະນຸດຊາດໄປສູ່ຂັ້ນຕອນໃໝ່ໃນພາລະກິດຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງຈະເຂົ້າສູ່ໄລຍະສູງຂຶ້ນ. ຖ້າຜູ້ຄົນສືບຕໍ່ປະຕິບັດຕາມຄຳເວົ້າ ຫຼື ກົດລະບຽບເດີມ ຫຼື ສືບຕໍ່ຍຶດໝັ້ນກັບສິ່ງເຫຼົ່ານັ້ນ, ພຣະອົງຈະບໍ່ຈື່ ຫຼື ເຫັນດີເຫັນພ້ອມກັບສິ່ງນັ້ນ. ນີ້ກໍຍ້ອນພຣະອົງໄດ້ນໍາເອົາພາລະກິດໃໝ່ມາແລ້ວ ແລະ ໄດ້ເຂົ້າສູ່ໄລຍະໃໝ່ໃນພາລະກິດຂອງພຣະອົງ. ເມື່ອພຣະອົງເລີ່ມຕົ້ນພາລະກິດໃໝ່, ພຣະອົງກໍປາກົດຕໍ່ມະນຸດຊາດດ້ວຍລັກສະນະໃໝ່ທັງສິ້ນ, ຈາກມຸມໃໝ່ທັງສິ້ນ ແລະ ດ້ວຍວິທີໃໝ່ທັງສິ້ນ ເພື່ອວ່າຜູ້ຄົນຈະສາມາດເຫັນລັກສະນະທີ່ແຕກຕ່າງກັນຂອງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ນີ້ແມ່ນໜຶ່ງໃນເປົ້າໝາຍຂອງພຣະອົງທີ່ຢູ່ໃນພາລະກິດໃໝ່ຂອງພຣະອົງ. ພຣະເຈົ້າບໍ່ໄດ້ຍຶດຕິດກັບສິ່ງເດີມໆ ຫຼື ຍ່າງໃນເສັ້ນທາງທີ່ຖືກຢຽບມາແລ້ວ; ເມື່ອພຣະອົງປະຕິບັດພາລະກິດ ແລະ ກ່າວ, ພຣະອົງບໍ່ໄດ້ມີຂໍ້ຫ້າມດັ່ງທີ່ຜູ້ຄົນຈິນຕະນາການ. ໃນພຣະເຈົ້າ, ທຸກສິ່ງແມ່ນເສລີ ແລະ ເປັນອິດສະຫຼະ ແລະ ບໍ່ມີການເກືອດຫ້າມ, ບໍ່ມີຂໍ້ຈຳກັດ, ສິ່ງທີ່ພຣະອົງນໍາມາສູ່ມະນຸດຊາດກໍຄືອິດສະຫຼະພາບ ແລະ ການປົດປ່ອຍ. ພຣະອົງເປັນພຣະເຈົ້າທີ່ມີຊີວິດ, ພຣະເຈົ້າທີ່ມີຢູ່ຢ່າງແທ້ຈິງ ແລະ ເປັນຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາ ຫຼື ຫຸ່ນດິນປັ້ນ ແລະ ພຣະອົງແຕກຕ່າງຈາກພະທຽມທີ່ຜູ້ຄົນບູຊາ ແລະ ນະມັດສະການຢ່າງສິ້ນເຊີງ. ພຣະອົງມີຊີວິດ ແລະ ຊີວາ. ສິ່ງທີ່ພຣະທຳ ແລະ ພາລະກິດຂອງພຣະອົງນໍາມາສູ່ມະນຸດຊາດກໍລ້ວນແລ້ວແຕ່ມີຊີວິດ ແລະ ແສງສະຫວ່າງ, ລ້ວນແລ້ວແຕ່ເປັນອິດສະຫຼະພາບ ແລະ ການປົດປ່ອຍ, ຍ້ອນພຣະອົງມີຄວາມຈິງ, ຊີວິດ ແລະ ຫົນທາງ, ພຣະອົງບໍ່ໄດ້ຖືກຈຳກັດໂດຍສິ່ງໃດສິ່ງໜຶ່ງໃນພາລະກິດໃດໜຶ່ງຂອງພຣະອົງ. ບໍ່ວ່າຜູ້ຄົນຈະເວົ້າຫຍັງກໍຕາມ ແລະ ບໍ່ວ່າພວກເຂົາຈະເຫັນ ຫຼື ປະເມີນພາລະກິດໃໝ່ຂອງພຣະອົງແນວໃດກໍຕາມ, ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງ ໂດຍປາສະຈາກຄວາມກັງວົນໃຈ. ພຣະອົງຈະບໍ່ກັງວົນກ່ຽວກັບແນວຄິດ ຫຼື ການຊີ້ມືຂອງຜູ້ໃດຜູ້ໜຶ່ງທີ່ກ່ຽວຂ້ອງກັບພາລະກິດ ແລະ ພຣະທຳຂອງພຣະອົງ ຫຼື ແມ່ນແຕ່ການຄັດຄ້ານ ແລະ ການຕໍ່ຕ້ານອັນແຮງກ້າຂອງພວກເຂົາຕໍ່ພາລະກິດໃໝ່ຂອງພຣະອົງ. ບໍ່ມີຜູ້ໃດໃນບັນດາສັບພະສິ່ງຖືກສ້າງທັງປວງສາມາດໃຊ້ເຫດຜົນຂອງມະນຸດ ຫຼື ຈິນຕະນາການ, ຄວາມຮູ້ ຫຼື ສິນທຳຂອງມະນຸດເພື່ອວັດແທກ ຫຼື ກຳນົດສິ່ງທີ່ພຣະເຈົ້າເຮັດ ເພື່ອເຮັດໃຫ້ເສື່ອມເສຍ, ຂັດຂວາງ ຫຼື ທຳລາຍພາລະກິດຂອງພຣະອົງ. ບໍ່ມີການເກືອດຫ້າມໃນພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະອົງເຮັດ; ມັນຈະບໍ່ຖືກຈຳກັດໂດຍມະນຸດຜູ້ໃດຜູ້ໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດສິ່ງໜຶ່ງ, ມັນຈະບໍ່ຖືກຂັດຂວາງໂດຍກອງກຳລັງໃດໜຶ່ງທີ່ເປັນປໍລະປັກ. ສໍາລັບພາລະກິດໃໝ່ຂອງພຣະອົງແລ້ວ, ພຣະອົງຄືກະສັດທີ່ມີໄຊຊະນະຢູ່ສະເໝີ ແລະ ກອງກຳລັງໃດທີ່ເປັນປໍລະປັກ, ມີຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດຊາດແມ່ນຖືກຢຽບຢໍ່າພາຍໃຕ້ຕັ່ງຮອງຕີນຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດຂັ້ນຕອນໃໝ່ອັນໃດໃນພາລະກິດຂອງພຣະອົງ, ມັນກໍຈະຖືກພັດທະນາຢ່າງແນ່ນອນ ແລະ ຂະຫຍາຍໄປໃນທ່າມກາງມະນຸດຊາດ ແລະ ມັນຈະຖືກປະຕິບັດຢ່າງແນ່ນອນໂດຍບໍ່ຖືກຂັດຂວາງທົ່ວຈັກກະວານທັງປວງຈົນພາລະກິດອັນຍິ່ງໃຫຍ່ຂອງພຣະອົງສຳເລັດ. ນີ້ແມ່ນລິດທານຸພາບສູງສຸດ, ສະຕິປັນຍາ, ສິດອຳນາດ ແລະ ລິດອຳນາດຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

294. ພຣະເຈົ້າກ່າວພຣະທໍາຂອງພຣະອົງ ແລະ ກະທໍາພາລະກິດຂອງພຣະອົງອີງຕາມຍຸກທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ, ພຣະອົງກ່າວພຣະທໍາທີ່ແຕກຕ່າງກັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ຫຼື ປະຕິບັດພາລະກິດດຽວທີ່ຊ້ຳກັນ ຫຼື ຮູ້ສຶກອຸກອັ່ງກັບສິ່ງຕ່າງໆໃນອະດີດ; ພຣະອົງແມ່ນພຣະເຈົ້າຜູ້ທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ທຸກມື້ນີ້ພຣະອົງກ່າວພຣະທໍາ ໃໝ່. ເຈົ້າຄວນປະຕິບັດຕາມສິ່ງທີ່ຄວນປະຕິບັດຕາມໃນວັນນີ້; ນີ້ແມ່ນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງມະນຸດ. ມັນສຳຄັນຢູ່ທີ່ການປະຕິບັດ, ໃຫ້ເນັ້ນໃສ່ແສງສະຫວ່າງ ແລະ ພຣະທໍາຂອງພຣະເຈົ້າໃນຍຸກປັດຈຸບັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນ, ພຣະອົງສາມາດກ່າວໄດ້ຈາກຫຼາຍດ້ານທີ່ແຕກຕ່າງກັນເພື່ອເຮັດໃຫ້ສະຕິປັນຍາ ແລະ ການມີອຳນາດໃນທຸກຢ່າງຂອງພຣະອົງນັ້ນຊັດເຈນ. ມັນບໍ່ສຳຄັນ ທີ່ພຣະອົງຈະກ່າວຈາກດ້ານຂອງພຣະວິນຍານ ຫຼື ຂອງມະນຸດ ຫຼື ຂອງບຸກຄົນທີສາມ ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ເຈົ້າບໍສາມາດເວົ້າວ່າພຣະອົງບໍ່ແມ່ນພຣະເຈົ້າ ດ້ວຍສາເຫດທີ່ພຣະອົງກ່າວຈາກດ້ານຂອງມະນຸດ. ໃນທ່າມກາງບາງຄົນຍັງມີຜູ້ທີ່ມີແນວຄິດຕ່າງໆນາໆ ຍ້ອນວ່າພຣະເຈົ້າກ່າວຈາກມຸມມອງຫຼາຍດ້ານ. ຄົນເຊັ່ນນັ້ນບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ. ຖ້າພຣະເຈົ້າໄດ້ກ່າວຈາກດ້ານດຽວຢູ່ສະເໝີ, ມະນຸດຈະບໍ່ວາງກົດເກນຕ່າງໆກ່ຽວກັບພຣະເຈົ້າບໍ? ພຣະເຈົ້າຈະປ່ອຍໃຫ້ມະນຸດເຮັດແບບນັ້ນໄດ້ບໍ? ບໍ່ວ່າພຣະເຈົ້າກ່າວຈາກດ້ານໃດກໍ່ຕາມ, ພຣະອົງກໍ່ມີຈຸດປະສົງໃນການກ່າວຂອງແຕ່ລະດ້ານ. ຖ້າພຣະເຈົ້າກ່າວຈາກດ້ານຂອງພຣະວິນຍານຢູ່ສະເໝີ, ເຈົ້າຈະສາມາດເຂົ້າຮ່ວມກັບພຣະອົງໄດ້ບໍ? ດັ່ງນັ້ນ, ບາງຄັ້ງພຣະອົງກ່າວໃນບຸກຄົນທີສາມເພື່ອສະໜອງພຣະທໍາຂອງພຣະອົງໃຫ້ກັບເຈົ້າ ແລະ ນຳພາເຈົ້າໄປສູ່ຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າກະທຳນັ້ນແມ່ນເໝາະສົມແລ້ວ, ເວົ້າແບບງ່າຍໆກໍ່ຄື ທັງໝົດແມ່ນໄດ້ກະທໍາໂດຍພຣະເຈົ້າ ແລະ ເຈົ້າບໍ່ຄວນສົງໄສກ່ຽວກັບສິ່ງນີ້ອີກຕໍ່ໄປ. ຖ້າພຣະອົງເປັນພຣະເຈົ້າ, ບໍ່ສຳຄັນວ່າພຣະອົງຈະກ່າວຈາກດ້ານໃດ, ພຣະອົງກໍ່ຍັງຄົງເປັນພຣະເຈົ້າຢູ່ສະເໝີ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ບໍ່ວ່າພຣະອົງຈະປະຕິບັດພາລະກິດແນວໃດກໍ່ຕາມ, ພຣະອົງກໍ່ຍັງເປັນພຣະເຈົ້າ ແລະ ທາດແທ້ຂອງພຣະອົງຈະບໍ່ປ່ຽນແປງເລີຍ! ເປໂຕຮັກພຣະເຈົ້າຫຼາຍ ແລະ ເປັນຄົນທີ່ເຮັດຕາມໃຈພຣະເຈົ້າ ແຕ່ພຣະເຈົ້າບໍ່ໄດ້ຖືວ່າເປໂຕເປັນພຣະເຈົ້າ ຫຼື ພຣະຄຣິດ, ເພາະວ່າທາດແທ້ຂອງເປໂຕກໍຄືສິ່ງທີ່ມີຊີວິດ ແລະ ນັ້ນຄືຄວາມເປັນຈິງທີ່ບໍ່ສາມາດປ່ຽນແປງໄດ້. ໃນພາລະກິດຂອງພຣະອົງ ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ແຕ່ພຣະອົງໃຊ້ຫຼາຍວິທີການທີ່ແຕກຕ່າງກັນ ເພື່ອເຮັດໃຫ້ພາລະກິດຂອງພຣະອົງນັ້ນມີປະສິດທິພາບ ແລະ ເພື່ອເຮັດໃຫ້ມະນຸດມາຮູ້ຈັກພຣະອົງຫຼາຍຂຶ້ນ. ທຸກວິທີການຂອງການປະຕິບັດພາລະກິດຂອງພຣະອົງຊ່ວຍໃຫ້ມະນຸດຮູ້ຈັກພຣະອົງ ແລະ ເພື່ອເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະໃຊ້ວິທີການປະຕິບັດພາລະກິດໃນຮູບແບບໃດກໍ່ຕາມ, ແຕ່ລະຮູບແບບແມ່ນເພື່ອສ້າງມະນຸດ ແລະ ເຮັດໃຫ້ມະນຸດສົມບູນແບບ. ເຖິງແມ່ນວ່າວິທີການປະຕິບັດພາລະກິດຂອງພຣະອົງອາດເສຍເວລາມາເປັນເວລາດົນນານແລ້ວກໍຕາມ, ນັ້ນກໍເພື່ອພິສູດຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະອົງ. ດັ່ງນັ້ນ ເຈົ້າບໍ່ຄວນສົງໄສອີກຕໍ່ໄປ. ນີ້ແມ່ນບາດກ້າວທັງໝົດຂອງພາລະກິດພຣະເຈົ້າ ແລະ ເຈົ້າຕ້ອງເຊື່ອຟັງ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

295. ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ, ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ, ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດທີ່ຍິ່ງໃຫຍ່ ແລະ ຄວາມອັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ. ຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ມະນຸດຈະໄດ້ເຫັນຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ເຫັນການຖ່ອມຕົວ, ຄວາມລີ້ລັບ ແລະ ຄວາມເປັນທໍາມະດາສາມັນຂອງພຣະອົງ. ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ, ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ ແລະ ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ. ດ້ວຍສິ່ງນີ້ ສາມາດເຫັນໄດ້ວ່າ ວິທີການຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ພຣະອົງເຮັດໃຫ້ມະນຸດເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ. ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍແມ່ນທັງທຳມະດາ ແລະ ເປັນຄວາມຈິງ ແລະ ດ້ວຍເຫດນັ້ນ ກຸ່ມຄົນໃນຍຸກສຸດທ້າຍຈະໄດ້ຜະເຊີນກັບການທົດລອງທີ່ຍິ່ງໃຫຍ່ທີ່ສຸດ. ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າ ທຸກຄົນຈຶ່ງໄດ້ເຂົ້າຢູ່ໃນລະຫວ່າງການທົດລອງດັ່ງກ່າວ; ມະນຸດດັ່ງກ່າວນັ້ນທີ່ຕົກຢູ່ໃນການທົດລອງຂອງພຣະເຈົ້າ ກໍຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າ. ໃນລະຫວ່າງຍຸກແຫ່ງພຣະເຢຊູ ບໍ່ມີແນວຄວາມຄິດ ຫຼື ການທົດລອງ. ຍ້ອນວ່າພາລະກິດສ່ວນໃຫຍ່ທີ່ພຣະເຢຊູປະຕິບັດແມ່ນສອດຄ່ອງກັບແນວຄວາມຄິດຂອງມະນຸດ, ຜູ້ຄົນຕິດຕາມພຣະອົງ ໂດຍບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະອົງ. ການທົດລອງໃນປັດຈຸບັນເປັນການທົດລອງທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍໄດ້ຜະເຊີນ ແລະ ເມື່ອເວລາເວົ້າເຖິງຜູ້ຄົນທີ່ອອກມາຈາກຄວາມລໍາບາກຍາກແຄ້ນທີ່ສຸດ, ນີ້ຄືຄວາມລຳບາກຍາກແຄ້ນທີ່ເວົ້າເຖິງ. ໃນປັດຈຸບັນ ພຣະເຈົ້າກ່າວເພື່ອສ້າງຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມເຊື່ອຟັງໃນຜູ້ຄົນເຫຼົ່ານີ້. ພຣະທຳທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍ ແມ່ນອີງຕາມທາດແທ້ແຫ່ງທຳມະຊາດຂອງມະນຸດ, ອີງຕາມການປະພຶດຂອງມະນຸດ ແລະ ອີງຕາມສິ່ງທີ່ມະນຸດຄວນເຂົ້າສູ່ໃນປັດຈຸບັນ. ພຣະທຳ ຂອງພຣະອົງທັງເປັນຈິງ ແລະ ທຳມະດາ: ພຣະອົງບໍ່ໄດ້ກ່າວເຖິງອະນາຄົດ ຫຼື ພຣະອົງບໍ່ໄດ້ຫັນເບິ່ງໃນອະດີດ; ພຣະອົງພຽງແຕ່ກ່າວເຖິງສິ່ງທີ່ຄວນເຂົ້າເຖິງມັນໄດ້, ນໍາໄປປະຕິບັດ ແລະ ເຂົ້າໃຈໃນປັດຈຸບັນເທົ່ານັ້ນ. ຖ້າໃນລະຫວ່າງຍຸກປັດຈຸບັນ ມີບຸກຄົນໃດໜຶ່ງປາກົດຂຶ້ນ ເຊິ່ງເປັນຄົນທີ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນຕ່າງໆ, ຂັບໄລ່ຜີຮ້າຍ, ຮັກສາຄົນປ່ວຍ ແລະ ເຮັດການອັດສະຈັນຫຼາຍຢ່າງ, ຖ້າບຸກຄົນນີ້ອ້າງວ່າ ພວກເຂົາແມ່ນພຣະເຢຊູທີ່ລົງມາ, ນີ້ແມ່ນເປັນພຽງສິ່ງທີ່ປອມຂຶ້ນໂດຍວິນຍານຊົ່ວຮ້າຍເທົ່ານັ້ນ ແລະ ການລອກແບບພຣະເຢຊູທີ່ພວກມັນມັກແຕ່ງຂຶ້ນມາ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ. ບາດກ້າວໃນພາລະກິດຂອງພຣະເຢຊູແມ່ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ພຣະເຈົ້າຈະບໍ່ປະຕິບັດບາດກ້າວໃນພາລະກິດນັ້ນອີກຈັກເທື່ອ. ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຂົ້າກັນໄດ້ກັບແນວຄວາມຄິດຂອງມະນຸດ; ຕົວຢ່າງເຊັ່ນ ພັນທະສັນຍາເດີມໄດ້ທຳນວາຍການມາຂອງພຣະເມຊີອາ, ແຕ່ກັບກາຍເປັນວ່າ ພຣະເຢຊູມາ, ສະນັ້ນ ມັນກໍຈະຜິດທີ່ຈະໃຫ້ພຣະເມຊີອາອີກອົງໜຶ່ງລົງມາ. ພຣະເຢຊູໄດ້ລົງມາແລ້ວຄັ້ງໜຶ່ງ ແລະ ມັນກໍຈະຜິດຖ້າຕ້ອງໃຫ້ພຣະເຢຊູກັບມາອີກໃນຄັ້ງນີ້. ມີຊື່ດຽວສຳລັບແຕ່ລະຍຸກ ແລະ ຍຸກນັ້ນໆກໍອະທິບາຍລັກສະນະຂອງແຕ່ລະຊື່. ໃນແນວຄວາມຄິດຂອງມະນຸດ ພຣະເຈົ້າຕ້ອງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນສະເໝີ, ຕ້ອງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍສະເໝີ ແລະ ຕ້ອງເປັນຄືກັບພຣະເຢຊູ ແຕ່ເວລານີ້ພຣະເຈົ້າບໍ່ໄດ້ເປັນແບບນັ້ນເລີຍ. ໃນລະຫວ່າງຍຸກສຸດທ້າຍ ຖ້າພຣະເຈົ້າຍັງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ຍັງຂັບໄລ່ຜີຮ້າຍ ແລະ ຮັກສາຄົນປ່ວຍ, ຖ້າພຣະອົງເຮັດສິ່ງດຽວກັນກັບທີ່ພຣະເຢຊູໄດ້ເຮັດ ແລ້ວພຣະເຈົ້າກໍເຮັດຊໍ້າພາລະກິດແບບດຽວກັນ ແລະ ພາລະກິດຂອງພຣະເຢຊູກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າເລີຍ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງປະຕິບັດໜຶ່ງບາດກ້າວຂອງພາລະກິດໃນແຕ່ລະຍຸກ. ເມື່ອແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກເຮັດໃຫ້ສົມບູນແລ້ວ ວິນຍານຊົ່ວຮ້າຍກໍຈະລອກແບບຢ່າງໄວ ແລະ ຫຼັງຈາກທີ່ຊາຕານເລີ່ມເຮັດຕາມພາລະກິດຂອງພຣະເຈົ້າທັນທີທັນໃດ ພຣະເຈົ້າກໍປ່ຽນເປັນວິທີການທີ່ແຕກຕ່າງ. ເມື່ອພຣະເຈົ້າໄດ້ເຮັດໃຫ້ບາດກ້າວຂອງພາລະກິດຂອງພຣະອົງສຳເລັດແລ້ວ ວິນຍານຊົ່ວຮ້າຍກໍຈະລອກແບບ. ພວກເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້. ເປັນຫຍັງພາລະກິດຂອງພຣະເຈົ້າໃນປັດຈຸບັນຈຶ່ງແຕກຕ່າງຈາກພາລະກິດຂອງພຣະເຢຊູ? ເປັນຫຍັງພຣະເຈົ້າໃນປັດຈຸບັນຈຶ່ງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ບໍ່ຂັບໄລ່ຜີຮ້າຍ ແລະ ບໍ່ຮັກສາຄົນປ່ວຍ? ຖ້າພາລະກິດຂອງພຣະເຈົ້າເປັນແບບດຽວກັນກັບພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ, ພຣະອົງຈະຕາງໜ້າໃຫ້ກັບພຣະເຈົ້າຂອງຍຸກແຫ່ງພຣະບັນຍັດໄດ້ແນວໃດ, ພຣະອົງຈະຕາງໜ້າໃຫ້ກັບພຣະເຈົ້າຂອງຍຸກແຫ່ງພຣະຄຸນໄດ້ແນວໃດ? ພຣະອົງຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດໄດ້ແນວໃດ? ໃນຍຸກແຫ່ງພຣະບັນຍັດ ຖ້າພຣະເຢຊູເຂົ້າໄປໃນວິຫານ ແລະ ຮັກສາວັນສະບາໂຕ ແລ້ວບໍ່ມີໃຜຂົ່ມເຫັງພຣະອົງ ແລະ ໝົດທຸກຄົນຮັບເອົາພຣະອົງ. ຖ້າເປັນດັ່ງນັ້ນ ພຣະອົງຈະສາມາດຖືກຄຶງໄວ້ທີ່ໄມ້ກາງແຂນໄດ້ແນວໃດ? ພຣະອົງຈະສາມາດເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດໄດ້ບໍ? ແມ່ນຫຍັງຄືຈຸດສຳຄັນ ຖ້າພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນຄືກັບພຣະເຢຊູ? ມີພຽງການປະຕິບັດອີກສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍເທົ່ານັ້ນ ເຊິ່ງເປັນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະອົງ, ມະນຸດຈຶ່ງຈະສາມາດຮັບຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບພຣະເຈົ້າ ແລະ ມີພຽງວິທີນີ້ເທົ່ານັ້ນ ແຜນການຄຸ້ມຄອງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

296. ໃນຍຸກສຸດທ້າຍ, ຕົ້ນຕໍແລ້ວ ພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ. ພຣະອົງບໍ່ໄດ້ໃຊ້ໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອບີບບັງຄັບມະນຸດ ຫຼື ເພື່ອລໍ້ໃຈມະນຸດ; ສິ່ງນີ້ບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຈະແຈ້ງຂຶ້ນໄດ້. ຖ້າພຣະເຈົ້າພຽງແຕ່ສະແດງໝາຍສໍາໝາຍ ແລະ ສິ່ງມະຫັດສະຈັນເທົ່ານັ້ນ ແມ່ນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄວາມເປັນຈິງຂອງພຣະເຈົ້ານັ້ນຊັດເຈນ, ເຊັ່ນດຽວກັນ ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດສົມບູນແບບ. ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບດ້ວຍເຄືອງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ແຕ່ໃຊ້ພຣະທໍາເພື່ອຫົດສົງ ແລະ ດູແລມະນຸດ ເຊິ່ງ ຫຼັງຈາກນັ້ນມະນຸດກໍຈະໄດ້ບັນລຸການເຊື່ອຟັງຢ່າງສົມບູນ ແລະ ມີຄວາມຮູ້ກ່ຽວກັບພຣະເຈົ້າ. ນີ້ແມ່ນເປົ້າໝາຍຂອງພາລະກິດທີ່ພຣະອົງປະຕິບັດ ແລະ ພຣະທໍາທີ່ພຣະອົງກ່າວ. ພຣະເຈົ້າບໍ່ໄດ້ໃຊ້ວິທີການສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອເຮັດໃຫ້ມະນຸດສົມບູນ ແຕ່ພຣະອົງໃຊ້ພຣະທໍາ ແລະ ໃຊ້ຫຼາກຫຼາຍວິທີການຂອງພາລະກິດທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າຈະເປັນການຊໍາລະລ້າງໃຫ້ບໍລິສຸດ, ການຕິດຕໍ່ພົວພັນ, ການລິຮານ ແລະ ການສະໜອງພຣະທໍາ, ພຣະເຈົ້າກ່າວຈາກຫຼາຍໆດ້ານທີ່ແຕກຕ່ງກັນເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເພື່ອໃຫ້ມະນຸດມີຄວາມຮູ້ເພີ່ມຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ, ກ່ຽວກັບສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າ. ເມື່ອມະນຸດຖືກເຮັດໃຫ້ສົມບູນໃນເວລາທີ່ພຣະເຈົ້າສິ້ນສຸດຍຸກຂອງຍຸກສຸດທ້າຍ, ພວກເຂົາຈະມີຄຸນສົມບັດເໝາະສົມທີ່ຈະເບິ່ງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໄດ້ຢ່າງສົມບູນ. ເມື່ອເຈົ້າມາຮູ້ຈັກພຣະເຈົ້າ ແລະ ສາມາດເຊື່ອຟັງພຣະເຈົ້າບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຈົ້າຈະບໍ່ມີຄວາມຄິດໃດກ່ຽວກັບພຣະເຈົ້າ ເມື່ອເຈົ້າເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ. ໃນເວລານີ້, ເຈົ້າເສື່ອມໂຊມ ແລະ ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ເຈົ້າມີຄຸນສົມບັດເໝາະສົມທີ່ຈະເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນແລ້ວບໍ? ເວລາທີ່ພຣະເຈົ້າສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນນັ້ນແມ່ນເວລາທີ່ພຣະເຈົ້າລົງໂທດມະນຸດ ແລະ ເປັນເວລະທີ່ຍຸກສະໄໝປ່ຽນແປງ ແລະ ຍິ່ງໄປກວ່ານັ້ນແມ່ນເປັນເວລາທີ່ຍຸກສະໄໝສິ້ນສຸດລົງ. ເມື່ອພາລະກິດຂອງພຣະເຈົ້າຖືກດຳເນີນການຢ່າງເປັນປົກກະຕິນັ້ນ ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃດໆ. ການສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນນັ້ນແມ່ນງ່າຍທີ່ສຸດ, ແຕ່ນັ້ນບໍ່ແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ແມ່ນເປົ້າໝາຍຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ. ຖ້າມະນຸດໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ແລະ ຖ້າຮ່າງກາຍຝ່າຍວິນຍານຂອງພຣະເຈົ້າປາກົດຕົວຕໍ່ມະນຸດ, ຜູ້ຄົນທັງໝົດຈະເຊື່ອໃນພຣະເຈົ້າບໍ່? ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ ກຸ່ມຂອງຜູ້ຄົນທີ່ໄດ້ຮັບໄຊຊະນະນັ້ນແມ່ນໄດ້ມາຈາກທິດຕາເວັນອອກ, ຜູ້ຊະນະທີ່ມາຈາກທ່າມກາງຄວາມຍາກລຳບາກອັນຫຍິ່ງໃຫຍ່. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນໝາຍເຖິງຫຍັງ? ມັນໝາຍເຖິງຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບການເຊື່ອຟັງຢ່າງແທ້ຈິງ ຫຼັງຈາກທີ່ໄດ້ຮັບການພິພາກສາ, ການຕິສອນ, ການຈັດການ, ການລິຮານ ແລະ ທຸກຮູບແບບຂອງການຊໍາລະລ້າງໃຫ້ບໍລິສຸດ. ຄວາມເຊື່ອຂອງຄົນເຫຼົ່ານັ້ນບໍ່ມືດມົວ ຫຼື ເປັນນາມມະທຳ, ແຕ່ແມ່ນຄວາມເຊື່ອທີ່ແທ້ຈິງ. ພວກເຂົາບໍ່ໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃດໆ ຫຼື ອັດສະຈັນໃດໆ; ພວກເຂົາບໍ່ເວົ້າເຖິງຕົວໜັງສື ແລະ ທິດສະດີທີ່ບໍ່ຈະແຈ້ງ, ຫຼື ການເຂົ້າໃຈຢ່າງເລິກເຊິ່ງ; ແຕ່ພວກເຂົາມີຄວາມຈິງ ແລະ ມີພຣະທໍາຂອງພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເປັນຈິງຂອງພຣະເຈົ້າ. ແລ້ວກຸ່ມຄົນເຫຼົ່ານີ້ຈະບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຊັດເຈນຂຶ້ນບໍ? ພາລະກິດຂອງພຣະເຈົ້າໃນໄລຍະຍຸກສຸດທ້າຍແມ່ນພາລະກິດແທ້ຈິງ. ໃນໄລຍະຍຸກຂອງພຣະເຢຊູ, ພຣະອົງບໍ່ໄດ້ມາເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ເພື່ອໄຖ່ບາບມະນຸດ, ດັ່ງນັ້ນ ພຣະອົງໄດ້ສະແດງອັດສະຈັນບາງຢ່າງເພື່ອເຮັດໃຫ້ຜູ້ຄົນຕິດຕາມພຣະອົງ. ເພາະວ່າຕົ້ນຕໍແລ້ວ ພຣະອົງມາເພື່ອສຳເລັດພາລະກິດແຫ່ງການຄຶງໃສ່ໄມ້ກາງແຂນ ແລະ ການສະແດງໝາຍສໍາຄັນນັ້ນ ບໍ່ແມ່ນພາກສ່ວນໜຶ່ງຂອງພາລະກິດແຫ່ງພັນທະກິດຂອງພຣະອົງ. ເຄື່ອງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເຫຼົ່ານັ້ນແມ່ນພາລະກິດທີ່ປະຕິບັດເພື່ອເຮັດໃຫ້ພາລະກິດຂອງພຣະອົງມີປະສິດທິພາບຂຶ້ນ; ມັນແມ່ນພາລະກິດພິເສດ ແລະ ບໍ່ໄດ້ສະແດງເຖິງພາລະກິດຂອງຍຸກທັງໝົດ. ໃນໄລຍະພັນທະສັນຍາເກົ່າຂອງຍຸກແຫ່ງພຣະບັນຍັດນັ້ນ ພຣະເຈົ້າກໍໄດ້ສະແດງບາງເຄື່ອງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເຊັ່ນກັນ ແຕ່ພາລະກິດທີ່ພຣະເຈົ້າປະຕິບັດໃນທຸກວັນນີ້ແມ່ນພາລະກິດແທ້ຈິງ ແລະ ແນ່ນອນ ພຣະອົງຈະບໍ່ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃດໆໃນຕອນນີ້. ຖ້າພຣະອົງໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ພາລະກິດທີ່ແທ້ຈິງຂອງພຣະອົງກໍຈະສ້າງຄວາມວຸ້ນວາຍ ແລະ ພຣະອົງກໍຈະບໍ່ສາມາດປະຕິບັດພາລະກິດໃດໆໄດ້ອີກຕໍ່ໄປ. ຖ້າພຣະເຈົ້າບອກວ່າ ການປາກົດຂອງພຣະທໍາແມ່ນເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ພຣະອົງພັດຍັງສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອລໍ້ໃຈມະນຸດຢູ່ ແລ້ວມະນຸດຈະເຊື່ອໃນພຣະອົງໄດ້ແນວໃດ? ດັ່ງນັ້ນ, ພຣະເຈົ້າບໍ່ໄດ້ກະທໍາໃນສິ່ງດັ່ງກ່າວນັ້ນ. ມະນຸດມີແນວຄວາມຄິດທາງດ້ານສາສະໜາຫຼາຍເກີນໄປໃນຕົວພວກເຂົາ; ພຣະເຈົ້າລົງມາໃນຍຸກສຸດທ້າຍກໍເພື່ອກໍາຈັດແນວຄວາມຄິດທາງສາສະໜາ ແລະ ສິ່ງເໜືອທຳມະຊາດທັງໝົດນີ້ອອກຈາກຕົວມະນຸດ ແລະ ເຮັດໃຫ້ມະນຸດຮູ້ຈັກຄວາມຈິງຂອງພຣະເຈົ້າ. ພຣະອົງມາເພື່ອລົບລ້າງຮູບພາບຂອງພຣະເຈົ້າທີ່ເປັນນາມມະທຳ ແລະ ເປັນພຽງຈິນຕະນາການ; ເປັນພາບທີ່ເລື່ອນລອຍ ເຊິ່ງເວົ້າໄດ້ອີກຢ່າງໜຶ່ງກໍຄື ເປັນພຣະເຈົ້າທີ່ບໍ່ມີຕົວຕົນ. ດັ່ງນັ້ນ, ໃນເວລານີ້ ພຽງສິ່ງດຽວທີ່ມີຄຸນຄ່າສຳລັບເຈົ້າ ກໍຄືການມີຄວາມຮູ້ກ່ຽວກັບຄວາມຈິງ! ຄວາມຈິງຈະລົບລ້າງທຸກສິ່ງ. ມື້ນີ້ເຈົ້າມີຄວາມຈິງຫຼາຍປານໃດ? ການສາມາດສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນແມ່ນພຣະເຈົ້າໝົດບໍ? ວິນຍານຊົ່ວຮ້າຍກໍ່ສາມາດສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນນັ້ນໄດ້ຄືກັນ; ພວກເຂົາທັງໝົດແມ່ນພຣະເຈົ້າບໍ? ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ຄືການຄົ້ນຫາຄວາມຈິງ, ສະແຫວງຫາຊີວິດ, ບໍ່ແມ່ນສະແຫວງຫາໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ. ນັ້ນຄວນຈະເປັນເປົ້າໝາຍຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

297. ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອັນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ນໍາມາດ້ວຍແສງສະຫວ່າງ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາລີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະດຳເນີນໄປໄດ້ດີກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

298. ພາລະກິດທັງໝົດຂອງພຣະເຈົ້າໃນຈັກກະວານທັງໝົດໃຫ້ຄວາມສຳຄັນກັບຄົນກຸ່ມນີ້. ພຣະອົງທຸ້ມເທຄວາມພະຍາຍາມທັງໝົດຂອງພຣະອົງໃຫ້ກັບພວກເຈົ້າ ແລະ ເສຍສະລະທຸກຢ່າງສຳລັບພວກເຈົ້າ; ພຣະອົງໄດ້ຮຽກພາລະກິດທັງໝົດຂອງພຣະວິນຍານທົ່ວທັງຈັກກະວານກັບຄືນ ແລະ ມອບໃຫ້ກັບພວກເຈົ້າ. ນີ້ຄືເຫດຜົນທີ່ເຮົາໄດ້ກ່າວວ່າ ພວກເຈົ້າເປັນຄົນທີ່ໂຊກດີ. ນອກຈາກນັ້ນ, ພຣະອົງໄດ້ຍ້າຍລັດສະໝີຂອງພຣະອົງຈາກອິດສະຣາແອນ ເຊິ່ງເປັນຊົນຊາດທີ່ພຣະອົງໄດ້ຊົງເລືອກ ແລະ ມອບໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ຄວາມປະສົງຂອງແຜນງານຂອງພຣະອົງປາກົດອອກມາຢ່າງສົມບູນຜ່ານກຸ່ມຄົນຂອງພວກເຈົ້າ. ດ້ວຍເຫດນັ້ນ, ພວກເຈົ້າເປັນຄົນເຫຼົ່ານັ້ນທີ່ຈະຮັບມໍລະດົກຂອງພຣະເຈົ້າ ແລະ ຍິ່ງກວ່ານັ້ນແມ່ນ ຜູ້ສືບທອດລັດສະໝີຂອງພຣະເຈົ້າ. ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: “ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ”. ໃນອະດີດ, ພວກເຈົ້າທຸກຄົນໄດ້ຍິນຖ້ອຍຄຳເຫຼົ່ານີ້ ແຕ່ບໍ່ມີໃຜເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳ. ໃນມື້ນີ້ພວກເຈົ້າໄດ້ຮູ້ດີເຖິງຄວາມໝາຍແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ. ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຮັບຄວາມໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນອາໄສຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ສະນັ້ນ, ໃນດິນແດນແຫ່ງນີ້ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າກໍຈະຖືກເຍາະເຍີ້ຍ ແລະ ຖືກຂົມເຫັງ. ນີ້ຄືເຫດຜົນທີ່ພຣະທຳເຫຼົ່ານີ້ຈະກາຍເປັນຄວາມຈິງໃນກຸ່ມຄົນຂອງພວກເຈົ້າ. ເມື່ອພາລະກິດຖືກປະຕິບັດໃນດິນແດນທີ່ຕໍ່ຕ້ານພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງກໍຈະພົບກັບອຸປະສັກທີ່ຫຼາຍເກີນຄວນ ແລະ ພຣະທຳຂອງພຣະອົງຫຼາຍຂໍ້ກໍຈະບໍ່ສາມາດຖືກເຮັດໃຫ້ສຳເລັດໃນເວລາທີ່ເໝາະສົມ; ດ້ວຍເຫດນີ້, ຜູ້ຄົນຈຶ່ງຖືກເຮັດໃຫ້ບໍລິສຸດ ຍ້ອນພຣະທຳຂອງພຣະເຈົ້າ. ນີ້ກໍແມ່ນອົງປະກອບຂອງຄວາມທົນທຸກທໍລະມານ. ມັນລຳບາກສຳລັບພຣະເຈົ້າຫຼາຍໃນການປະຕິບັດພາລະກິດຂອງພຣະອົງໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ກໍຍ້ອນຄວາມລຳບາກດັ່ງກ່າວທີ່ພຣະເຈົ້າເຮັດພາລະກິດຂອງພຣະອົງເປັນຂັ້ນຕອນ ເພື່ອເປີດເຜີຍໃຫ້ເຫັນເຖິງສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພຣະເຈົ້ານໍາໃຊ້ໂອກາດນີ້ເພື່ອເຮັດໃຫ້ກຸ່ມຄົນນີ້ສົມບູນແບບ. ຍ້ອນການທົນທຸກທໍລະມານຂອງຜູ້ຄົນ, ຄວາມສາມາດຂອງພວກເຂົາ ແລະ ຈິດໃຈທັງໝົດທີ່ຄືກັບຊາຕານຂອງຜູ້ຄົນໃນດິນແດນທີ່ບໍ່ບໍລິສຸດນີ້, ພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດການຊຳລະໃຫ້ບໍລິສຸດ ແລະ ການປົກຄອງ ເພື່ອວ່າ ພຣະອົງຈະໄດ້ຮັບລັດສະໝີຈາກສິ່ງນີ້ ແລະ ຮັບຄົນເຫຼົ່ານັ້ນທີ່ຢືນເປັນພະຍານແກ່ການກະທຳຂອງພຣະອົງ. ນີ້ແມ່ນຄວາມໝາຍທີ່ສົມບູນຂອງການເສຍສະລະທັງໝົດທີ່ພຣະເຈົ້າໄດ້ກະທຳເພື່ອກຸ່ມຄົນນີ້. ສະຫຼຸບໄດ້ວ່າ ພຣະເຈົ້າປະຕິບັດພາລະກິດແຫ່ງໄຊຊະນະພຽງແຕ່ຜ່ານຄົນເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ. ດ້ວຍການເຮັດແບບນີ້ ຈຶ່ງສາມາດເປີດເຜີຍອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້. ສາມາດເວົ້າໄດ້ວ່າ ມີພຽງແຕ່ຄົນເຫຼົ່ານັ້ນໃນດິນແດນທີ່ບໍ່ບໍລິສຸດ ທີ່ເໝາະສົມແກ່ການສືບທອດລັດສະໝີຂອງພຣະເຈົ້າ ແລະ ມີພຽງສິ່ງນີ້ ທີ່ສາມາດໃຫ້ກຽດກັບອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້. ນັ້ນຄືເຫດຜົນທີ່ເຮົາໄດ້ກ່າວວ່າ ໄດ້ມີການຮັບເອົາລັດສະໝີຂອງພຣະເຈົ້າໃນດິນແດນທີ່ບໍ່ບໍລິສຸດ ແລະ ຈາກຄົນເຫຼົ່ານັ້ນທີ່ອາໄສຢູ່ໃນດິນແດນນັ້ນ. ນັ້ນຄືຄວາມປະສົງຂອງພຮະເຈົ້າ. ນີ້ຄືກັບສິ່ງທີ່ຢູ່ໃນຂັ້ນຕອນຂອງພາລະກິດຂອງພຣະເຢຊູ; ພຣະອົງສາມາດຮັບຄໍາສັນລະເສີນຈາກໝູ່ພວກຟາລິຊາຍທີ່ຂົ່ມເຫັງພຣະອົງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນການຂົ່ມເຫັງ ແລະ ການທໍລະຍົດຂອງຢູດາ, ພຣະເຢຊູຈະບໍ່ຖືກເຍາະເຍີ້ຍ ຫຼື ຖືກກ່າວຮ້າຍ ໂດຍຖືກຄຶງໄວ້ທີ່ໄມ້ກາງແຂນເລີຍ ແລະ ດ້ວຍເຫດນັ້ນ ກໍຈະບໍ່ສາມາດໄດ້ຮັບລັດສະໝີ. ບໍ່ວ່າຢູ່ໃສກໍຕາມທີ່ພຣະເຈົ້າປະຕິບັດພາລະກິດໃນແຕ່ລະຍຸກ ແລະ ບໍ່ວ່າຢູ່ໃສກໍຕາມທີ່ພຣະອົງປະຕິບັດພາລະກິດໂດຍຜ່ານເນື້ອໜັງ, ພຣະອົງຈະຮັບລັດສະໝີຢູ່ທີ່ນັ້ນ ແລະ ຮັບຄົນເຫຼົ່ານັ້ນທີ່ພຣະອົງປະສົງທີ່ຈະຮັບ. ນີ້ເປັນແຜນງານຂອງພາລະກິດຂອງພຣະເຈົ້າ ແລະ ນີ້ເປັນການຄຸ້ມຄອງຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

299. ໃນແຜນງານຂອງພຣະເຈົ້າໃນເວລາຫຼາຍພັນປີ, ພາລະກິດທີ່ສຳເລັດໂດຍຜ່ານເນື້ອໜັງແມ່ນມີສອງສ່ວນ: ສ່ວນທຳອິດແມ່ນພາລະກິດຂອງການຖືກຄຶງທີ່ໄມ້ກາງແຂນ ເຊິ່ງພຣະອົງໄດ້ຮັບລັດສະໝີ; ອີກສ່ວນຄືພາລະກິດແຫ່ງໄຊຊະນະ ແລະ ຄວາມສົມບູນໃນຍຸກສຸດທ້າຍ ເຊິ່ງພຣະອົງຈະໄດ້ຮັບລັດສະໝີ. ນີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນີ້, ຢ່າຄິດວ່າ ພາລະກິດຂອງພຣະເຈົ້າ ຫຼື ພຣະບັນຊາຂອງພຣະເຈົ້າທີ່ໃຫ້ກັບພວກເຈົ້າງ່າຍດາຍເກີນໄປ. ພວກເຈົ້າເປັນຜູ້ສືບທອດມໍລະດົກແຫ່ງລັດສະໝີຂອງພຣະເຈົ້າທີ່ເໜືອກວ່າສິ່ງໃດຫຼາຍເທົ່າ ແລະ ເປັນນິລັນດອນ ແລະ ນີ້ຄືສິ່ງທີ່ຖືກບັນຊາໂດຍພຣະເຈົ້າ. ຈາກສອງສ່ວນຂອງລັດສະໝີຂອງພຣະອົງ, ສ່ວນໜຶ່ງແມ່ນຖືກເປີດເຜີຍໃນຕົວພວກເຈົ້າ; ສ່ວນໜຶ່ງທັງໝົດຂອງລັດສະໝີຂອງພຣະເຈົ້າຖືກປະທານໃຫ້ກັບພວກເຈົ້າ ເພື່ອມັນຈະເປັນມໍລະດົກຂອງພວກເຈົ້າ. ນີ້ຄືການສັນລະເສີນຈາກພຣະເຈົ້າ ແລະ ແຜນງານຂອງພຣະອົງທີ່ຖືກກຳນົດໄວ້ລ່ວງໜ້າດົນນານມາແລ້ວ. ເມື່ອເຫັນເຖິງຄວາມຍິ່ງໃຫຍ່ຂອງພາລະກິດຂອງພຣະເຈົ້າທີ່ໄດ້ກະທຳໃນດິນແດນທີ່ເປັນທີ່ຢູ່ອາໄສຂອງມັງກອນແດງທີ່ຍິ່ງໃຫຍ່, ພາລະກິດດັ່ງກ່າວ ຖ້າຍ້າຍໄປບ່ອນອື່ນ ກໍຈະເກີດຜົນຢ່າງໃຫຍ່ຫຼວງເປັນເວລາດົນແລ້ວ ແລະ ຖືກຍອມຮັບໂດຍມະນຸດຢ່າງງ່າຍດາຍ. ພາລະກິດດັ່ງກ່າວກໍຈະງ່າຍເກີນໄປ ທີ່ຈະຍອມຮັບເອົາຜູ້ສອນສາສະໜາໃນພາກຕະເວັນຕົກທີ່ເຊື່ອໃນພຣະເຈົ້າ ເນື່ອງຈາກວ່າ ຂັ້ນຕອນຂອງພາລະກິດ ທີ່ພຣະເຢຊູໄດ້ເຮັດເປັນແບບຢ່າງດັ່ງທີ່ເຄີຍມີມາ. ນີ້ຄືເຫດຜົນທີ່ພຣະອົງບໍ່ສາມາດສຳເລັດຂັ້ນຕອນຂອງພາລະກິດໃນການເຮັດໃຫ້ເກີດລັດສະໝີນີ້ຢູ່ໃນບ່ອນອື່ນ; ຍ້ອນວ່າ ເມື່ອມີການສະໜັບສະໜູນຈາກມະນຸດທຸກຄົນ ແລະ ມີການຍອມຮັບຈາກທຸກຊາດ, ມັນກໍຈະບໍ່ມີບ່ອນໃຫ້ລັດສະໝີຂອງພຮະເຈົ້າຕັ້ງຢູ່. ນີ້ຄືຄວາມໝາຍພິເສດທີ່ແຈ່ງແຈ້ງ ເຊິ່ງບາດກ້າວນີ້ຂອງພາລະກິດມີໃນດິນແດນແຫ່ງນີ້. ໃນບັນດາພວກເຈົ້າ, ບໍ່ມີມະນຸດຜູ້ໃດທີ່ໄດ້ຮັບການປົກປ້ອງຈາກພຣະບັນຍັດ; ໃນທາງກົງກັນຂ້າມ, ພວກເຈົ້າຖືກລົງໂທດໂດຍພຣະບັນຍັດ ແລະ ຄວາມລຳບາກທີ່ໜັກກວ່ານັ້ນກໍຄື ບໍ່ມີມະນຸດຄົນໃດເຂົ້າໃຈພວກເຈົ້າ, ບໍ່ວ່າຈະເປັນພີ່ນ້ອງຂອງພວກເຈົ້າ, ພໍ່ແມ່ຂອງພວກເຈົ້າ, ໝູ່ເພື່ອນຂອງພວກເຈົ້າ ຫຼື ເພື່ອນຮ່ວມງານຂອງພວກເຈົ້າ. ບໍ່ມີໃຜເຂົ້າໃຈພວກເຈົ້າເລີຍ. ເມື່ອພຣະເຈົ້າປະຕິເສດພວກເຈົ້າ, ກໍຈະບໍ່ມີທາງໃຫ້ພວກເຈົາສືບຕໍ່ອາໄສຢູ່ໃນໂລກ. ເຖິງແນວໃດກໍຕາມ, ຜູ້ຄົນກໍບໍ່ສາມາດໜີຈາກພຣະເຈົ້າໄດ້; ນີ້ແມ່ນຄວາມໝາຍແຫ່ງໄຊຊະນະຂອງພຣະເຈົ້າຕໍ່ຜູ້ຄົນ ແລະ ນີ້ແມ່ນລັດສະໝີຂອງພຣະເຈົ້າ. ສິ່ງທີ່ພວກເຈົ້າໄດ້ສືບທອດໃນມື້ນີ້ດີເກີນກວ່າສິ່ງທີ່ອັກຄະສາວົກ ແລະ ພະສາດສະດາທັງໝົດໄດ້ຮັບ ແລະ ຍິ່ງໃຫຍ່ກວ່າສິ່ງທີ່ໂມເຊ ແລະ ເປໂຕໄດ້ຮັບ. ບໍ່ສາມາດຮັບເອົາພຣະພອນພາຍໃນໜຶ່ງມື້ ຫຼື ສອງມື້; ສາມາດຮັບເອົາພຣະພອນຜ່ານການເສຍສະລະຢ່າງຫຼວງຫຼາຍ. ນັ້ນກໍຄື ພວກເຈົ້າຕ້ອງມີຄວາມຮັກທີ່ບໍລິສຸດ, ຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ຄວາມຈິງຫຼາຍໆຢ່າງທີ່ພຣະເຈົ້າຂໍໃຫ້ພວກເຈົ້າຮັບໄວ້; ນອກຈາກນັ້ນ, ພວກເຈົ້າຕ້ອງສາມາດເບິ່ງທີ່ຄວາມຍຸຕິທຳ ແລະ ບໍ່ສາມາດເຮັດໃຫ້ຢ້ານກົວ ຫຼື ຍອມແພ້ ແລະ ພວກເຈົ້າຕ້ອງມີຄວາມຮັກທີ່ໝັ້ນຄົງ ແລະ ບໍ່ລົດລະຕໍ່ພຣະເຈົ້າ. ພວກເຈົ້າຈຳເປັນຕ້ອງມີການປ່ຽນແປງ ຄືກັບການປ່ຽນແປງຂອງຈິດໃຈໃນຊີວິດ; ຄວາມເສື່ອມຊາມຂອງພວກເຈົ້າຕ້ອງຖືກແກ້ໄຂ ແລະ ພວກເຈົ້າຕ້ອງຍອມຮັບການຄວບຄຸມທຸກຢ່າງຈາກພຣະເຈົ້າໂດຍບໍ່ຈົ່ມ ແລະ ຍັງຕ້ອງເຊື່ອຟັງຈົນຕາຍ. ນີ້ຄືສິ່ງທີ່ພວກເຈົ້າຄວນເຮັດໃຫ້ສຳເລັດ. ນີ້ຄືຄວາມປະສົງສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ຄວາມຕ້ອງການທີ່ພຣະເຈົ້າຂໍຈາກຄົນກຸ່ມນີ້. ເມື່ອພຣະອົງປະທານໃຫ້ກັບພວກເຈົ້າ, ພຣະອົງກໍຈະຂໍສິ່ງຕອບແທນຈາກພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເໝາະສົມກັບຄວາມຕ້ອງການນັ້ນ. ດັ່ງນັ້ນ, ພາລະກິດທຸກຢ່າງຂອງພຣະເຈົ້າບໍ່ແມ່ນຈະປາດສະຈາກເຫດຜົນ ແລະ ຈາກສິ່ງນີ້ ຈຶ່ງສາມາດເຫັນໄດ້ວ່າ ເປັນຫຍັງພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດທີ່ມີມາດຕະຖານສູງ ແລະ ເງື່ອນໄຂທີ່ເຄັ່ງຄັດຊໍ້າແລ້ວຊໍ້າອີກ. ນີ້ຄືເຫດຜົນທີ່ພວກເຈົ້າຄວນມີຄວາມເຊື່ອໃນພຣະເຈົ້າ. ສະຫຼຸບກໍຄື ພາລະກິດທຸກຢ່າງຂອງພຣະເຈົ້າຖືກປະຕິບັດເພື່ອຜົນປະໂຫຍດຂອງພວກເຈົ້າ ເພື່ອພວກເຈົ້າຈະເໝາະສົມທີ່ຈະຮັບມໍລະດົກຂອງພຣະອົງ. ນີ້ບໍ່ແມ່ນເພື່ອຜົນປະໂຫຍດຂອງລັດສະໝີຂອງພຣະເຈົ້າເອງ ແຕ່ເພື່ອຜົນປະໂຫຍດຂອງການໄຖ່ບາບ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ທີ່ໄດ້ຮັບຄວາມເຈັບປວດໃນດິນແດນທີ່ບໍ່ບໍລິສຸດມີຄວາມສົມບູນ. ພວກເຈົ້າຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ສະນັ້ນ, ເຮົາກໍຂໍຕັກເຕືອນຜູ້ຄົນທີ່ໂງ່ຈ້າທັງຫຼາຍທີ່ບໍ່ມີຄວາມຮູ້ ແລະ ຄວາມສຳນຶກ: ຢ່າທົດສອບພຣະເຈົ້າ ແລະ ຢ່າຕໍ່ຕ້ານອີກເລີຍ. ພຣະເຈົ້າໄດ້ທົນທຸກກັບຄວາມທໍລະມານທັງໝົດທີ່ມະນຸດບໍ່ເຄີຍທົນທຸກມາກ່ອນ ແລະ ທົນທຸກຕໍ່ການເຍາະເຍີ້ຍຫຼາຍກວ່ານັ້ນແທນທີ່ຂອງມະນຸດ. ແມ່ນຫຍັງອີກທີ່ພວກເຈົ້າບໍ່ສາມາດປະຖິ້ມໄດ້? ແມ່ນຫຍັງທີ່ສຳຄັນໄປກວ່າຄວາມປະສົງຂອງພຣະເຈົ້າ? ແມ່ນຫຍັງທີ່ຍິ່ງໃຫຍ່ກວ່າຄວາມຮັກຂອງພຣະເຈົ້າ? ມັນເປັນໜ້າທີ່ທີ່ຍາກລຳບາກສອງເທົ່າ ເຊິ່ງພຣະເຈົ້າຕ້ອງປະຕິບັດພາລະກິດຂອງພຣະອົງໃນດິນແດນທີ່ບໍ່ບໍລິສຸດນີ້. ຖ້າມະນຸດລະເມີດໂດຍທີ່ຮູ້ ແລະ ຕັ້ງໃຈ, ພາລະກິດຂອງພຣະເຈົ້າກໍຕ້ອງໄດ້ຊັກຊ້າລົງ. ໃນເຫດການໃດກໍຕາມ, ນີ້ບໍ່ແມ່ນເລື່ອງທີ່ໜ້າສົນໃຈໃຫ້ກັບໃຜເລີຍ ແລະ ບໍ່ມີຜົນປະໂຫຍດໃຫ້ກັບໃຜຄືກັນ. ພຣະເຈົ້າບໍ່ໄດ້ຖືກຜູກໝັດກັບເວລາ; ພາລະກິດຂອງພຣະອົງ ແລະ ລັດສະໝີຂອງພຣະອົງແມ່ນມາກ່ອນ. ດ້ວຍເຫດນີ້, ເຖິງມັນຈະດົນພຽງໃດກໍຕາມ, ພຣະອົງຈະບໍ່ເສຍດາຍທີ່ຈະເສຍສະລະ ຖ້າຫາກມັນເປັນພາລະກິດຂອງພຣະອົງ. ນີ້ແມ່ນຈິດໃຈຂອງພຣະເຈົ້າ: ພຣະອົງຈະບໍ່ພັກຜ່ອນຈົນກວ່າພາລະກິດຂອງພຣະອົງຈະສຳເລັດ. ເມື່ອຮອດເວລາທີ່ພຣະອົງຈະຮັບສ່ວນທີສອງຂອງລັດສະໝີຂອງພຣະອົງ, ພາລະກິດຂອງພຣະອົງຈຶ່ງຈະສາມາດສິ້ນສຸດລົງໄດ້. ຖ້າພຣະເຈົ້າບໍ່ສາມາດສຳເລັດພາລະກິດສ່ວນທີສອງໃນການເຮັດໃຫ້ເກີດລັດສະໝີທົ່ວທັງຈັກກະວານ, ມື້ຂອງພຣະອົງກໍຈະບໍ່ມາຮອດຈັກເທື່ອ, ພຣະຫັດຂອງພຣະອົງກໍຈະບໍ່ຍັບອອກມາຈາກຄົນທີ່ພຣະອົງຊົງເລືອກຈັກເທື່ອ, ລັດສະໝີຂອງພຣະອົງຈະບໍ່ມາເຖິງອິດສະຣາແອນ ແລະ ແຜນງານຂອງພຣະອົງຈະບໍ່ສິ້ນສຸດລົງຈັກເທື່ອ. ພວກເຈົ້າຄວນເຫັນຄວາມປະສົງຂອງພຣະເຈົ້າ ແລະ ເຫັນວ່າ ພາລະກິດຂອງພຣະເຈົ້າບໍ່ງ່າຍດາຍຄືກັບການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກໆສິ່ງທຸກໆຢ່າງ. ເພາະພາລະກິດໃນມື້ນີ້ແມ່ນການປ່ຽນແປງຄົນເຫຼົ່ານັ້ນທີ່ເສື່ອມຊາມ, ຄົນທີ່ບໍ່ມີຄວາມຮູ້ສຶກຫຼາຍທີ່ສຸດ ແລະ ມັນແມ່ນເພື່ອເຮັດໃຫ້ຄົນເຫຼົ່ານັ້ນທີ່ຖືກສ້າງ ແຕ່ບໍ່ໄດ້ຖືກຈັດການໂດຍຊາຕານນັ້ນມີຄວາມບໍລິສຸດ, ໂດຍທີ່ບໍ່ແມ່ນເພື່ອສ້າງອາດາມ ຫຼື ເອວາ, ແມ່ນແຕ່ສ້າງແສງສະຫວ່າງ ຫຼື ສ້າງພືດ ແລະ ສັດທຸກປະເພດ. ພາລະກິດຂອງພຣະອົງໃນຕອນນີ້ແມ່ນເພື່ອເຮັດໃຫ້ທຸກສິ່ງທີ່ຊາຕານເຮັດໃຫ້ເສື່ອມຊາມກັບມາບໍລິສຸດອີກຄັ້ງ ເພື່ອພວກເຂົາຈະຖືກຮັບເປັນຂອງພຣະເຈົ້າ ແລະ ຕົກຢູ່ໃນການຄອບຄອງຂອງພຣະອົງ ແລະ ກາຍມາເປັນລັດສະໝີຂອງພຣະອົງ. ພາລະກິດດັ່ງກ່າວບໍ່ງ່າຍດາຍຄືກັບທີ່ມະນຸດຈິນຕະນາການເຖິງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ມັນບໍ່ຄ້າຍກັບພາລະກິດການສາບແຊ່ງຊາຕານໃຫ້ຕົກລົງໃນເຫວເລິກທີ່ບໍ່ມີບ່ອນສິ້ນສຸດຕາມທີ່ມະນຸດຈິນຕະນາການ. ໃນທາງກົງກັນຂ້າມ, ມັນແມ່ນການປ່ຽນແປງມະນຸດ, ປ່ຽນສິ່ງທີ່ເປັນດ້ານລົບໃຫ້ກາຍເປັນດ້ານບວກ ແລະ ຄອບຄອງສິ່ງທີ່ບໍ່ແມ່ນຂອງພຣະອົງ. ນີ້ແມ່ນເລື່ອງລາວພາຍໃນຂອງບົດບາດນີ້ໃນພາລະກິດຂອງພຣະເຈົ້າ. ພວກເຈົ້າຕ້ອງເຂົ້າໃຈມັນ ແລະ ບໍ່ຄວນຖືວ່າ ບັນຫາເຫຼົ່ານັ້ນງ່າຍດາຍເກີນໄປ. ພາລະກິດຂອງພຣະເຈົ້າບໍ່ແມ່ນພາລະກິດທຳມະດາທົ່ວໄປ. ສະໝອງຂອງມະນຸດບໍ່ສາມາດເຂົ້າໃຈຄວາມມະຫັດສະຈັນຂອງມັນໄດ້ ແລະ ບໍ່ສາມາດບັນລຸເຖິງສະຕິປັນຍາທີ່ມີຢູ່ໃນພາລະກິດດັ່ງກ່າວນັ້ນ. ໃນບາດກ້າວນີ້ຂອງພາລະກິດຂອງພຣະອົງ, ພຣະເຈົ້າບໍ່ໄດ້ສ້າງທຸກໆສິ່ງ ແລະ ພຣະອົງບໍ່ໄດ້ທຳລາຍພວກມັນ. ໃນທາງກົງກັນຂ້າມ, ພຣະອົງກຳລັງປ່ຽນແປງສິ່ງຊົງສ້າງທັງໝົດຂອງພຣະອົງ ແລະ ເຮັດໃຫ້ສິ່ງທີ່ຊາຕານເຮັດໃຫ້ເສຍຄວາມບໍລິສຸດກັບມາບໍລິສຸດອີກຄັ້ງ. ດ້ວຍເຫດນີ້, ພຣະເຈົ້າຈຶ່ງເລີ່ມຕົ້ນພາລະກິດທີ່ມີຄວາມສຳຄັນອັນຍິ່ງໃຫຍ່ ແລະ ນີ້ແມ່ນຄວາມໝາຍທັງໝົດຂອງພາລະກິດຂອງພຣະເຈົ້າ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

300. ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ຊາຕານນຳພາຊະຕາກຳຂອງຜູ້ຄົນໄປສູ່ຈຸດຈົບ ແລະ ກໍ່ກວນພາລະກິດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າທີ່ບໍ່ໄດ້ໝາຍເຖິງການຊ່ວຍມະນຸດຊາດໃຫ້ລອດພົ້ນ? ຂັ້ນຕອນໃດທີ່ບໍ່ໄດ້ໝາຍເຖິງການຊໍາລະລ້າງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາກະທຳສິ່ງທີ່ຊອບທໍາ ແລະ ດໍາລົງຊີວິດຕາມລັກສະນະຂອງຜູ້ທີ່ສາມາດຖືກຮັກ? ຢ່າງໃດກໍຕາມ, ຊາຕານບໍ່ໄດ້ເຮັດສິ່ງນີ້. ມັນເຮັດໃຫ້ມະນຸດເສື່ອມຊາມ; ມັນດຳເນີນວຽກງານຢ່າງຕໍ່ເນື່ອງເພື່ອເຮັດໃຫ້ມະນຸດເສື່ອມຊາມທົ່ວທັງຈັກກະວານ. ແນ່ນອນ, ພຣະເຈົ້າກໍເຮັດພາລະກິດຂອງພຣະອົງເອງເຊັ່ນກັນ. ພຣະອົງບໍ່ສົນໃຈຊາຕານ. ບໍ່ວ່າອໍານາດຂອງຊາຕານຈະມີຫຼາຍເທົ່າໃດກໍຕາມ, ອໍານາດທີ່ມັນມີກໍແມ່ນມາຈາກພຣະເຈົ້າ; ພຣະເຈົ້າບໍ່ໄດ້ມອບອໍານາດທັງໝົດຂອງພຣະອົງໃຫ້ມັນ ແລະ ດ້ວຍເຫດນັ້ນ ບໍ່ວ່າມັນຈະເຮັດຫຍັງກໍຕາມ, ມັນບໍ່ສາມາດເຮັດເໜືອພຣະເຈົ້າ ແລະ ຈະຢູ່ພາຍໃຕ້ກໍາມືຂອງພຣະເຈົ້າສະເໝີ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາໃດໆຂອງພຣະອົງເມື່ອຢູ່ໃນສະຫວັນ. ພຣະອົງພຽງແຕ່ມອບອຳນາດສ່ວນເລັກນ້ອຍໃຫ້ກັບຊາຕານ ແລະ ອະນຸຍາດໃຫ້ມັນໃຊ້ເພື່ອຄວບຄຸມທູດສະຫວັນອື່ນໆ. ເພາະສະນັ້ນ, ບໍ່ວ່າມັນຈະເຮັດຫຍັງ, ມັນກໍບໍ່ສາມາດເຮັດເໜືອອໍານາດຂອງພຣະເຈົ້າໄດ້ ເພາະວ່າອໍານາດທີ່ພຣະເຈົ້າມອບໃຫ້ມັນໃນເບື້ອງຕົ້ນແມ່ນມີຂໍ້ຈຳກັດ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ຊາຕານກໍລົບກວນ. ໃນຍຸກສຸດທ້າຍ, ການລົບກວນຂອງມັນຈະສິ້ນສຸດລົງ; ໃນກໍລະນີດຽວກັນ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ ແລະ ປະເພດຂອງມະນຸດທີ່ພຣະເຈົ້າຕ້ອງການເຮັດໃຫ້ສົມບູນກໍຈະສົມບູນ. ພຣະເຈົ້າຊີ້ນໍາຜູ້ຄົນໄປໃນທາງບວກ; ຊີວິດຂອງພຣະອົງຄືນ້ຳແຫ່ງຊີວິດ, ບໍ່ສາມາດວັດແທກໄດ້ ແລະ ບໍ່ມີຂອບເຂດ. ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມໃນລະດັບໜຶ່ງ; ສຸດທ້າຍ, ນ້ຳແຫ່ງຊີວິດຈະເຮັດໃຫ້ຜູ້ຄົນສົມບູນ ແລະ ມັນຈະເປັນໄປບໍ່ໄດ້ທີ່ຊາຕານຈະແຊກແຊງ ແລະ ດໍາເນີນວຽກງານຂອງມັນໄດ້ອີກ. ດັ່ງນັ້ນ, ພຣະເຈົ້າຈຶ່ງຈະຮັບເອົາຜູ້ຄົນເຫຼົ່ານີ້ທຸກຄົນຢ່າງສົມບູນ. ເຖິງຢ່າງນັ້ນ ໃນປັດຈຸບັນຊາຕານກໍຍັງປະຕິເສດທີ່ຈະຍອມຮັບສິ່ງນີ້; ມັນສືບຕໍ່ຕັ້ງຕົນເອງເປັນປໍລະປັກກັບພຣະເຈົ້າ ແຕ່ພຣະເຈົ້າບໍສົນໃຈມັນ. ພຣະອົງໄດ້ກ່າວວ່າ: “ເຮົາຈະເອົາຊະນະເໜືອອໍານາດມືດ ແລະ ອິດທິພົນມືດທັງໝົດຂອງຊາຕານ”. ນີ້ແມ່ນພາລະກິດທີ່ຕ້ອງໄດ້ປະຕິບັດໃນເນື້ອໜັງໃນຕອນນີ້ ແລະ ມັນຍັງເປັນສິ່ງທີ່ເຮັດໃຫ້ການກາຍເປັນເນື້ອໜັງມີຄວາມສໍາຄັນ: ນັ້ນກໍຄື ເພື່ອເຮັດສໍາເລັດຂັ້ນຕອນຂອງພາລະກິດໃນການເອົາຊະນະຊາຕານໃນຍຸກສຸດທ້າຍ ແລະ ເພື່ອທໍາລາຍລ້າງທຸກສິ່ງທີ່ເປັນຂອງຊາຕານ. ການເອົາຊະນະຂອງພຣະເຈົ້າເໜືອຊາຕານແມ່ນຫຼີກເວັ້ນບໍ່ໄດ້! ຄວາມຈິງແລ້ວ ຊາຕານໄດ້ລົ້ມເຫຼວມາແຕ່ດົນແລ້ວ. ເມື່ອພຣະກິດຕິຄຸນໄດ້ເລີ່ມແຜ່ຂະຫຍາຍໄປທົ່ວແຜ່ນດິນຂອງມັງກອນແດງທີ່ຍິ່ງໃຫຍ່, ນັ້ນກໍຄື ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນເຮັດພາລະກິດ ແລະ ພາລະກິດດັ່ງກ່າວນີ້ກໍໄດ້ເລີ່ມເຄື່ອນໄຫວ, ຊາຕານແມ່ນຖືກເອົາຊະນະຢ່າງສົມບູນແລ້ວ ເພາະວ່າຈຸດປະສົງຂອງການບັງເກີດເປັນມະນຸດແມ່ນເພື່ອທໍາລາຍລ້າງຊາຕານ. ທັນທີໃດທີ່ ຊາຕານໄດ້ເຫັນວ່າພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງ ເຊິ່ງບໍ່ມີອຳນາດໃດຈະສາມາດຢຸດຢັ້ງພາລະກິດນັ້ນໄດ້, ສະນັ້ນ, ຊາຕານຈຶ່ງໄດ້ແຕ່ຕົກສະເຫງີ້ເມື່ອເຫັນພາລະກິດດັ່ງກ່າວ ແລະ ບໍ່ກ້າທີ່ຈະເຮັດຄວາມຜິດອີກຕໍ່ໄປ. ໃນເບື້ອງຕົ້ນຊາຕານຄິດວ່າມັນມີສະຕິປັນຍາຢ່າງຫຼວງຫຼາຍ, ມັນຈຶ່ງຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ; ແຕ່ ມັນຄາດບໍ່ເຖິງເລີຍວ່າ ພຣະເຈົ້າຈະກາຍເປັນເນື້ອໜັງອີກເທື່ອຫນຶ່ງ ແລະ ໃນພາລະກິດຂອງພຣະອົງ, ພຣະເຈົ້າໄດ້ໃຊ້ການຕໍ່ຕ້ານຂອງຊາຕານ ເພື່ອເປັນການເປີດເຜີຍ ແລະ ການພິພາກສາມະນຸດຊາດເພື່ອປົກຄອງມະນຸດ ແລະ ເອົາຊະນະຊາຕານ. ພຣະເຈົ້າຊົງສະຫຼາດກວ່າຊາຕານ ແລະ ພາລະກິດຂອງພຣະອົງແມ່ນເໜືອກວ່າມັນຫຼາຍ. ເພາະສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານີ້ວ່າ: ພາລະກິດທີ່ເຮົາປະຕິບັດແມ່ນເພື່ອຕອບໂຕ້ກົນອຸບາຍຂອງຊາຕານ; ໃນທີ່ສຸດ ເຮົາຈະເປີດເຜີຍລິດທານຸພາບສູງສຸດຂອງເຮົາ ແລະ ຄວາມບໍ່ມີອຳນາດຂອງຊາຕານ”. ພຣະເຈົ້າກະທຳພາລະກິດຂອງພຣະອົງໃນແຖວໜ້າ ແລະ ຊາຕານຈະນຳຫຼັງພຣະອົງ, ຈົນກວ່າໃນທີ່ສຸດມັນກໍຈະຖືກທໍາລາຍ. ມັນຈະບໍ່ຮູ້ດ້ວຍຊ້ຳວ່າ ແມ່ນຫຍັງຕີມັນ! ເຊື່ອມັນຈະຮູ້ຄວາມຈິງແມ່ນມັນໄດ້ຖືກທຸບຕີ ແລະ ຢຽບຢໍ່າແລ້ວ; ເຖິງເວລານັ້ນ ມັນກໍຈະຖືກເຜົາໄໝ້ຢູ່ໃນທະເລສາບແຫ່ງແປວໄຟ. ແລ້ວໃນຕອນນັ້ນ ມັນຍັງຈະບໍ່ຍອມເຊື່ອຢ່າງເຕັມທີ່ບໍ? ເພາະວ່າມັນບໍ່ມີກົນອຸບາຍເຫຼືອໃຫ້ໃຊ້ອີກແລ້ວ!

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

301. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ. ໃນດິນແດນທີ່ມີຊາຕານພັກເຊົາ, ດິນແດນແຫ່ງຝຸ່ນລະອອງ, ໃນນັ້ນຍັງບໍ່ມີຄໍາບໍລິສຸດ, ມີແຕ່ດິນຊາຍ ແລະ ດັ່ງນັ້ນ ເຮົາຈຶ່ງພົບກັບສະພາບແວດລ້ອມເຫຼົ່ານີ້. ເຈົ້າຄວນຮູ້ວ່າສິ່ງທີ່ເຮົາຮັບເອົາ ຄືກ້ອນຄໍາທີ່ບໍລິສຸດ, ຄໍາທີ່ຖືກຫຼໍ່ຫຼອມໃຫ້ສະອາດ, ບໍ່ແມ່ນດິນຊາຍ. ແລ້ວຄົນຊົ່ວຮ້າຍຈະຢູ່ໃນເຮືອນຂອງເຮົາໄດ້ແນວໃດ? ເຮົາຈະສາມາດປ່ອຍໃຫ້ໝາຈອກເປັນໜອນໃນດິນແດນສະຫວັນຂອງເຮົາໄດ້ແນວໃດ? ເຮົາໃຊ້ທຸກວິທີການທີ່ພໍຈະຄິດໄດ້ເພື່ອຂັບໄລ່ສິ່ງເຫຼົ່ານີ້ໜີ. ກ່ອນຄວາມປະສົງຂອງເຮົາຈະຖືກເປີດເຜີຍ ບໍ່ມີໃຜຮູ້ໃນສິ່ງທີ່ເຮົາກໍາລັງຈະເຮັດ. ເຮົາຖືເອົາໂອກາດນີ້ ຂັບໄລ່ຄົນຊົ່ວຮ້າຍເຫຼົ່ານັ້ນໜີ ແລະ ພວກເຂົາຖືກບັງຄັບໃຫ້ໜີພົ້ນຈາກໜ້າເຮົາ. ນີ້ແມ່ນສິ່ງທີ່ເຮົາເຮັດຕໍ່ຄົນຊົ່ວຮ້າຍ ແຕ່ວ່າຍັງຈະມີມື້ໜຶ່ງທີ່ພວກເຂົາຈະໃຫ້ບໍລິການເຮົາ. ຄວາມປາຖະໜາຢາກໄດ້ພອນຂອງມະນຸດຍັງສູງຫຼາຍເກີນໄປ; ສະນັ້ນ ເຮົາຈຶ່ງຫັນກັບໄປ ແລະ ສະແດງໃບໜ້າອັນສະຫງ່າລາສີຂອງເຮົາຕໍ່ຊາວຕ່າງຊາດ ເພື່ອມະນຸດຈະໄດ້ດໍາລົງຊີວິດໃນໂລກຂອງພວກເຂົາ ແລະ ຕັດສິນຕົວເອງ, ໃນຂະນະທີ່ ເຮົາສືບຕໍ່ກ່າວພຣະທໍາທີ່ເຮົາຄວນກ່າວ ແລະ ສະໜອງສິ່ງທີ່ມະນຸດຕ້ອງການໃຫ້ແກ່ພວກເຂົາ. ເມື່ອມະນຸດຮູ້ສຶກຕົວ ເຮົາກໍຈະໄດ້ເຜີຍແຜ່ພຣະທໍາຂອງເຮົາໄປດົນນານແລ້ວ. ເມື່ອນັ້ນ, ເຮົາຈະສະແດງຄວາມປະສົງຂອງເຮົາຕໍ່ມະນຸດ ແລະ ເລິ່ມປະຕິບັດສ່ວນທີສອງພາລະກິດຂອງເຮົາໃນມະນຸດ, ເຮັດໃຫ້ມວນມະນຸດຕິດຕາມເຮົາຢ່າງໃກ້ຊິດ ເພື່ອປະສານງານກັບພາລະກິດຂອງເຮົາ ແລະ ໃຫ້ມະນຸດເຮັດທຸກຢ່າງດ້ວຍຄວາມສາມາດຂອງພວກເຂົາເພື່ອດໍາເນີນພາລະກິດກັບເຮົາ ທີ່ເຮົາຕ້ອງປະຕິບັດ.

(ຄັດຈາກບົດ “ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

302. ໃນແຜນການຂອງເຮົາ, ຊາຕານໄດ້ຍ່າງຢູ່ດ້ານຫຼັງທຸກບາດກ້າວຢ່າງມິດງຽບມາຕະຫຼອດ ແລະ ໃນຖານະທີ່ມັນເປັນຜູ້ຂັດຂວາງສະຕິປັນຍາຂອງເຮົາ ມັນໄດ້ພະຍາຍາມຊອກຫາວິທີທາງ ແລະ ວິທີການເພື່ອຂັດຂວາງແຜນການດັ່ງເດີມຂອງເຮົາຕະຫຼອດ. ແຕ່ເຮົາຈະສາມາດຍອມຈໍານົນຕໍ່ແຜນການອຸບາຍຂອງມັນໄດ້ບໍ? ທຸກຢ່າງຢູ່ສະຫວັນ ແລະ ແຜ່ນດິນໂລກແມ່ນຮັບໃຊ້ເຮົາ; ແຜນການອຸບາຍຂອງຊາຕານຈະມີຄວາມແຕກຕ່າງບໍ? ນີ້ແມ່ນຈຸດທີ່ສະຕິປັນຍາຂອງເຮົາຕັດຜ່ານຢ່າງແນ່ນອນ; ມັນແມ່ນສິ່ງທີ່ມະຫັດສະຈັນກ່ຽວກັບການກະທໍາຂອງເຮົາ ແລະ ມັນແມ່ນຫຼັກການຂອງການປະຕິບັດແຜນການຄຸ້ມຄອງທັງໝົດຂອງເຮົາ. ໃນຍຸກແຫ່ງການສ້າງອານາຈັກ, ເຮົາກໍຍັງບໍ່ຖືກລະເວັ້ນດ້ວຍແຜນການອຸບາຍຂອງຊາຕານ ແຕ່ເຮົາສືບຕໍ່ເຮັດພາລະກິດທີ່ເຮົາຕ້ອງເຮັດ. ໃນທ່າມກາງຈັກກະວານ ແລະ ທຸກສິ່ງ, ເຮົາໄດ້ເລືອກການກະທໍາຂອງຊາຕານເປັນສິ່ງກີດຂວາງຂອງເຮົາ. ນີ້ບໍ່ແມ່ນການສະແດງອອກຂອງສະຕິປັນຍາຂອງເຮົາບໍ? ນີ້ບໍ່ແມ່ນສິ່ງທີ່ມະຫັດສະຈັນຢ່າງແທ້ຈິງກ່ຽວກັບສະຕິປັນຍາຂອງເຮົາບໍ? ເນື່ອງໃນໂອກາດການເຂົ້າສູ່ຍຸກແຫ່ງອານາຈັກ, ທຸກສິ່ງຢູ່ສະຫວັນ ແລະ ແຜ່ນດິນໂລກແມ່ນຖືກປ່ຽນແປງຢ່າງສິ້ນເຊີງ, ສິ່ງເຫຼົ່ານັ້ນພາກັນສະເຫຼີມສະຫຼອງ ແລະ ປິຕິຍິນດີຢ່າງຍິ່ງ. ພວກເຈົ້າແຕກຕ່າງບໍ? ໃນຫົວໃຈຂອງໃຜທີ່ບໍ່ມີຄວາມຫວານຂອງນໍ້າເຜິ້ງແດ່? ແມ່ນໃຜທີ່ບໍ່ມີຄວາມສຸກແດ່? ແມ່ນໃຜທີ່ບໍ່ເຕັ້ນລໍາດ້ວຍຄວາມດີໃຈ? ແມ່ນໃຜທີ່ບໍ່ກ່າວຄໍາສັນລະເສີນ?

(ຄັດຈາກ “ບົດທີ 8” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

303. ເມື່ອທຸກຄົນຖືກເຮັດໃຫ້ສົມບູນ ແລະ ທຸກປະເທດໃນແຜ່ນດິນໂລກໄດ້ກາຍເປັນອານາຈັກຂອງພຣະຄຣິດ, ມັນກໍຈະເປັນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ. ຍຸກປັດຈຸບັນກໍາລັງກ້າວໄປສູ່ຂັ້ນຕອນນັ້ນ; ການບຸກໂຈມຕີຖືກບຸກໄປສູ່ຍຸກນັ້ນແລ້ວ. ນີ້ແມ່ນແຜນການຂອງພຣະເຈົ້າ ແລະ ໃນອະນາຄົດອັນໃກ້ນີ້ ມັນກໍຈະບັນລຸຜົນ. ຢ່າງໃດກໍຕາມ, ພຣະເຈົ້າແມ່ນໄດ້ເຮັດທຸກຢ່າງທີ່ພຣະອົງໄດ້ກ່າວສໍາເລັດໝົດແລ້ວ. ສະນັ້ນ, ມັນຈຶ່ງຊັດເຈນວ່າ ບັນດາປະເທດຕ່າງໆໃນແຜ່ນດິນໂລກແມ່ນຜາສາດໃນດິນຊາຍ ສັ່ນສະເທືອນເມື່ອນໍ້ານອງໄຫຼເຂົ້າມາໃກ້: ຍຸກສຸດທ້າຍແມ່ນໃກ້ທີ່ຈະມາເຖິງ ແລະ ມັງກອນແດງທີ່ຍິ່ງໃຫຍ່ຈະລົ້ມລົງຢູ່ພາຍໃຕ້ພຣະທໍາຂອງພຣະເຈົ້າ. ເພື່ອຮັບປະກັນວ່າ ແຜນການຂອງພຣະອົງຖືກປະຕິບັດໃຫ້ສໍາເລັດ, ທູດສະຫວັນແມ່ນໄດ້ລົງມາສູ່ແຜ່ນດິນໂລກ ໂດຍເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກສົ່ງໄປຍັງສະໜາມຮົບ ເພື່ອຕໍ່ສູ້ກັບສັດຕູ. ຢູ່ບ່ອນໃດກໍຕາມທີ່ການບັງເກີດເປັນມະນຸດໄດ້ປາກົດຂຶ້ນ ແມ່ນບ່ອນທີ່ສັດຕູຈະຖືກກໍາຈັດ. ປະເທດຈີນຈະເປັນປະເທດທໍາອິດທີ່ຖືກທໍາລາຍລ້າງ; ມັນຈະຖືກທໍາລາຍດ້ວຍມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ໄວ້ຊີວິດທີ່ຢູ່ບ່ອນນັ້ນຢ່າງເດັດຂາດ. ຫຼັກຖານຂອງການພັງທະລາຍເທື່ອລະເລັກເທື່ອລະໜ້ອຍຂອງມັງກອນແດງທີ່ຍິ່ງໃຫຍ່ ສາມາດເຫັນໄດ້ໃນການເຕີບໃຫຍ່ຢ່າງຕໍ່ເນື່ອງຂອງຜູ້ຄົນ; ນີ້ແມ່ນສິ່ງທີ່ແນ່ນອນ ແລະ ໃຜກໍເຫັນໄດ້. ການເຕີບໃຫຍ່ຂອງຜູ້ຄົນແມ່ນສັນຍານຂອງການຕາຍຂອງສັດຕູ. ນີ້ແມ່ນການອະທິບາຍເລັກນ້ອຍ ກ່ຽວກັບຄວາມໝາຍທີ່ວ່າ “ຕໍ່ສູ້ກັບມັນ”.

(ຄັດຈາກ “ບົດທີ 10” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

304. ເຮົາປົກຄອງໃນອານາຈັກ ແລະ ຍິ່ງໄປກວ່ານັ້ນ ເຮົາປົກຄອງທົ່ວຈັກກະວານທັງປວງ; ເຮົາເປັນທັງກະສັດ ແລະ ຫົວໜ້າຂອງຈັກກະວານ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ເຮົາຈະຮວບຮວມທຸກຄົນທີ່ບໍ່ແມ່ນຄົນຖືກເລືອກ ແລະ ຈະເລີ່ມຕົ້ນພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ແລະ ເຮົາຈະປະກາດບົດບັນຍັດແຫ່ງການບໍລິຫານຂອງເຮົາຕໍ່ຈັກກະວານທັງປວງ, ເພື່ອວ່າເຮົາຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາໄດ້ຢ່າງສຳເລັດ. ເຮົາຈະໃຊ້ການຂ້ຽນຕີເພື່ອເຜີຍແຜ່ພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ, ນັ້ນໝາຍຄວາມວ່າ ເຮົາຈະໃຊ້ກຳລັງຕໍ່ທຸກຄົນທີ່ເປັນຄົນຕ່າງຊາດ. ໂດຍທຳມະຊາດແລ້ວ ພາລະກິດນີ້ຈະຖືກປະຕິບັດໃນເວລາດຽວກັບພາລະກິດຂອງເຮົາທ່າມກາງຄົນຖືກເລືອກ. ເມື່ອຜູ້ຄົນຂອງເຮົາປົກຄອງ ແລະ ມີອຳນາດເທິງແຜ່ນດິນໂລກຈະເປັນມື້ທີ່ທຸກຄົນເທິງແຜ່ນດິນໂລກໄດ້ຖືກເອົາຊະນະອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ມັນກໍຈະເປັນເວລາທີ່ເຮົາພັກເຊົາ ແລະ ເມື່ອນັ້ນ ເຮົາຈຶ່ງຈະປາກົດຕົວຕໍ່ທຸກຄົນທີ່ຖືກເອົາຊະນະ. ເຮົາປາກົດຕົວຕໍ່ອານາຈັກທີ່ບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ. ທຸກຄົນທີ່ຖືກເອົາຊະນະ ແລະ ເຊື່ອຟັງຢູ່ຕໍ່ໜ້າເຮົາແມ່ນສາມາດເຫັນໜ້າຂອງເຮົາດ້ວຍຕາຂອງພວກເຂົາເອງ ແລະ ສາມາດໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາເອງ. ນີ້ແມ່ນພອນຂອງຄົນທີ່ເກີດໃນລະຫວ່າງຍຸກສຸດທ້າຍ, ນີ້ແມ່ນພອນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນລັກສະນະນີ້ກໍເພື່ອພາລະກິດໃນອະນາຄົດ. ພາລະກິດທັງໝົດຂອງເຮົາແມ່ນກ່ຽວພັນກັນ ໂດຍພາລະກິດທັງໝົດແມ່ນການເອີ້ນ ແລະ ການຂານຕອບ: ບໍ່ເຄີຍມີຂັ້ນຕອນໃດຢຸດສະງັກຢ່າງກະທັນຫັນຈັກເທື່ອ ແລະ ບໍ່ເຄີຍມີຂັ້ນຕອນໃດຖືກປະຕິບັດຢ່າງເປັນອິດສະຫຼະຈາກຂັ້ນຕອນອື່ນຈັກເທື່ອ. ແລ້ວມັນບໍ່ແມ່ນແບບນັ້ນບໍ? ພາລະກິດໃນອະດີດບໍ່ແມ່ນພື້ນຖານຂອງພາລະກິດໃນປັດຈຸບັນບໍ? ພຣະທຳທີ່ຢູ່ໃນອະດີດບໍ່ແມ່ນສິ່ງທີ່ມາກ່ອນພຣະທຳໃນປັດຈຸບັນບໍ? ຂັ້ນຕອນທີ່ຢູ່ໃນອະດີດບໍ່ແມ່ນຕົ້ນກຳເນີດຂອງຂັ້ນຕອນໃນປັດຈຸບັນບໍ? ເມື່ອເຮົາມາຍໜັງສືມ້ວນອອກຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ແມ່ນເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ ແລະ ມັນແມ່ນຈຸດສູງສຸດຂອງພາລະກິດຂອງເຮົາ; ທຸກຄົນດຳລົງຊີວິດຢູ່ໃນດິນແດນທີ່ປາສະຈາກແສງສະຫວ່າງ ແລະ ທຸກຄົນດຳລົງຊີວິດຢູ່ທ່າມກາງໄພຂົ່ມຂູ່ຂອງສະພາບແວດລ້ອມຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຊີວິດທີ່ມະນຸດບໍ່ເຄີຍຜະເຊີນຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທົ່ວຍຸກຕ່າງໆເຄີຍ “ໄດ້ຮັບ” ຊີວິດປະເພດນີ້ ແລະ ສະນັ້ນ ເຮົາຈຶ່ງເວົ້າວ່າ ເຮົາປະຕິບັດພາລະກິດທີ່ບໍ່ເຄີຍປະຕິບັດມາກ່ອນ. ນີ້ແມ່ນສະພາວະທີ່ແທ້ຈິງຂອງວຽກງານຕ່າງໆ ແລະ ນີ້ແມ່ນຄວາມໝາຍທີ່ແທ້ຈິງ. ເພາະວ່າ ມື້ຂອງເຮົາຍັບເຂົ້າໃກ້ມະນຸດຊາດທັງປວງ, ຍ້ອນມັນເບິ່ງຄືກັບວ່າບໍ່ໄດ້ຢູ່ໄກ, ແຕ່ມັນຢູ່ຕໍ່ໜ້າຕໍ່ຕາມະນຸດເອງ, ເປັນເຊັ່ນນັ້ນແລ້ວ ຜູ້ໃດຈະບໍ່ຢ້ານ? ແລ້ວຜູ້ໃດຈະບໍ່ຊື່ນຊົມໃນສິ່ງນີ້? ນະຄອນບາບີໂລນທີ່ສົກກະປົກ ໃນທີ່ສຸດກໍໄດ້ມາເຖິງຈຸດສຸດທ້າຍຂອງມັນແລ້ວ; ມະນຸດໄດ້ພົບກັບໂລກທີ່ໃໝ່ຫຼ້າສຸດອີກຄັ້ງ ແລະ ສະຫວັນ ແລະ ແຜ່ນດິນໂລກໄດ້ຖືກປ່ຽນແປງ ແລະ ສ້າງຄືນໃໝ່.

(ຄັດຈາກ “ບົດທີ 29” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

305. ເມື່ອດິນແດນສິນິມຖືກເຮັດໃຫ້ເປັນຈິງເທິງແຜ່ນດິນໂລກ, ເມື່ອອານາຈັກຖືກເຮັດໃຫ້ເປັນຈຶງ ກໍຈະບໍ່ມີສົງຄາມເທິງແຜ່ນດິນໂລກອີກຕໍ່ໄປ; ຈະບໍ່ມີຄວາມອຶດຢາກ, ໂຣກລະບາດ ແລະ ແຜ່ນດິນໄຫວອີກຕໍ່ໄປ; ຜູ້ຄົນຈະຢຸດຜະລິດອາວຸດ; ທຸກຄົນຈະດໍາລົງຊີວິດໃນຄວາມສະຫງົບ ແລະ ຄວາມໝັ້ນຄົງ; ແລະ ຈະມີການປະຕິບັດຢ່າງປົກກະຕິລະຫວ່າງປະຊາຊົນ ແລະ ລະຫວ່າງປະເທດຊາດຕ່າງໆ. ແຕ່ປັດຈຸບັນແມ່ນບໍ່ມີຫຍັງທີ່ຈະປຽບທຽບກັບສິ່ງນີ້ໄດ້. ທຸກສິ່ງທຸກຢ່າງທີ່ຢູ່ໃຕ້ສະຫວັນແມ່ນຢູ່ໃນຄວາມສັບສົນວຸ້ນວາຍ ແລະ ລັດຖະປະຫານກໍເລີ່ມເກີດຂຶ້ນໃນແຕ່ລະປະເທດເທື່ອລະໜ້ອຍ. ຫຼັງຈາກການກ່າວພຣະວັດຈະນະຂອງພຣະເຈົ້າ ຜູ້ຄົນກໍປ່ຽນແປງເທື່ອລະໜ້ອຍ ແລະ ທຸກປະເທດກໍຖືກທໍາລາຍຢູ່ຂ້າງໃນຢ່າງຊ້າໆ. ພື້ນຖານທີ່ໝັ້ນຄົງຂອງບາບີໂລນກໍເລີ່ມສັ່ນຄອນ ຄືກັບຜາສາດເທິງດິນຊາຍ ແລະ ເມື່ອຄວາມປະສົງຂອງພຣະເຈົ້າຜັນປ່ຽນ, ການປ່ຽນແປງທີ່ຍິ່ງໃຫຍ່ກໍເກີດຂື້ນໃນໂລກໂດຍບໍ່ມີໃຜສັງເກດເຫັນ ແລະ ປ້າຍທຸກຮູບແບບກໍປາກົດຂຶ້ນທຸກໆເວລາເຊິ່ງສະແດງໃຫ້ຜູ້ຄົນເຫັນວ່າ ຍຸກສຸດທ້າຍຂອງໂລກໄດ້ມາຮອດແລ້ວ! ນີ້ແມ່ນແຜນການຂອງພຣະເຈົ້າ; ສິ່ງເຫຼົ່ານີ້ແມ່ນຂັ້ນຕອນທີ່ພຣະອົງປະຕິບັດພາລະກິດ ແລະ ແຕ່ລະປະເທດຈະຖືກທໍາລາຍເປັນເສດສ່ວນຢ່າງແນ່ນອນ, ເມືອງໂຊດົມເກົ່າຈະຖືກທໍາລາຍລ້າງເປັນຄັ້ງທີສອງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ: “ແຜ່ນດິນໂລກກຳລັງຫຼົ້ມຈົມ! ບາບີໂລນກຳລັງເປັນອຳມະພາດ!” ບໍ່ມີຜູ້ໃດ ນອກຈາກພຣະເຈົ້າເອງ ທີ່ສາມາດເຂົ້າໃຈສິ່ງນີ້ຢ່າງຄົບຖ້ວນ; ແທ້ຈິງແລ້ວ ການຮັບຮູ້ຂອງຜູ້ຄົນແມ່ນມີຂໍ້ຈໍາກັດ. ຍົກຕົວຢ່າງ: ລັດຖະມົນຕີກະຊວງພາຍໃນອາດຈະຮູ້ວ່າ ສະຖານະການໃນປັດຈຸບັນແມ່ນບໍ່ໝັ້ນຄົງ ແລະ ສັບສົນວຸ້ນວາຍ ແຕ່ພວກເຂົາກໍບໍ່ສາມາດຈັດການກັບສິ່ງເຫຼົ່ານັ້ນໄດ້. ພວກເຂົາພຽງແຕ່ສາມາດຂີ່ຄື້ນກະແສເທົ່ານັ້ນ ໂດຍຫວັງຢູ່ໃນໃຈຂອງພວກເຂົາເຖິງມື້ ທີ່ພວກເຂົາສາມາດເງີຍຫົວຂຶ້ນສູງເພື່ອມື້ທີ່ຕາເວັນຂຶ້ນໃນທິດຕາເວັນອອກຈະມາເຖິງອີກຄັ້ງ ໂດຍສ່ອງແສງໄປທົ່ວດິນແດນ ແລະ ປ່ຽນແປງສະພາບຂອງເຫດການທີ່ຮ້າຍແຮງນີ້. ແຕ່ຢ່າງໃດກໍຕາມ ພວກເຂົາບໍ່ຮູ້ເລີຍວ່າ ເມື່ອຕາເວັນຂຶ້ນເປັນຄັ້ງທີສອງ ການຂຶ້ນຂອງມັນບໍ່ແມ່ນເພື່ອຟື້ນຟູຄວາມເປັນລະບຽບດັ່ງເດີມ ແຕ່ມັນແມ່ນການເກີດໃໝ່ ເຊິ່ງເປັນການປ່ຽນແປງຢ່າງທົ່ວເຖິງ. ສິ່ງດັ່ງກ່າວແມ່ນແຜນການຂອງພຣະເຈົ້າ ສໍາລັບຈັກກະວານທັງໝົດ. ພຣະອົງຈະເລີ່ມຕົ້ນໂລກໃໝ່ ແຕ່ເໜືອທຸກສິ່ງອື່ນໃດ ກ່ອນອື່ນໝົດ ພຣະອົງຈະສ້າງມະນຸດຄືນໃໝ່.

(ຄັດຈາກ “ບົດທີ 22 ແລະ 23” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

306. ສາມາດເວົ້າໄດ້ວ່າ ຖ້ອຍຄຳທັງໝົດໃນປັດຈຸບັນທຳນວາຍເຖິງບັນຫາໃນອະນາຄົດ; ຖ້ອຍຄໍາເຫຼົ່ານີ້ຄືວິທີທີ່ພຣະເຈົ້າຈັດແຈງສຳລັບຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະເຈົ້າໃກ້ຈະສຳເລັດພາລະກິດຂອງພຣະອົງໃນຜູ້ຄົນຂອງຄຣິສຕະຈັກ ແລະ ຫຼັງຈາກນັ້ນ ພຣະອົງກໍຈະປາກົດຕໍ່ໜ້າທຸກຄົນດ້ວຍຄວາມໂກດຮ້າຍ. ດັ່ງທີ່ພຣະເຈົ້າກ່າວວ່າ: “ເຮົາຈະເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກຮັບຮູ້ເຖິງການກະທຳຂອງເຮົາ ແລະ ການກະທໍາຂອງເຮົາຈະຕ້ອງຖືກພິສູດຢູ່ຕໍ່ໜ້າ “ທີ່ນັ່ງແຫ່ງການພິພາກສາ”, ເພື່ອວ່າພວກມັນຈະຖືກຮັບຮູ້ໃນທ່າມກາງຜູ້ຄົນທົ່ວແຜ່ນດິນໂລກ ເຊິ່ງເປັນຜູ້ທີ່ຈະຍິນຍອມ”. ພວກເຈົ້າເຫັນຫຍັງໃນພຣະທຳເຫຼົ່ານີ້ບໍ? ໃນນີ້ແມ່ນມີບົດສະຫຼຸບຂອງສ່ວນຕໍ່ໄປຂອງພາລະກິດຂອງພຣະເຈົ້າ. ກ່ອນອື່ນ, ພຣະເຈົ້າຈະເຮັດໃຫ້ໝາເຝົ້າຍາມທຸກໂຕທີ່ມີອຳນາດທາງການເມືອງເຊື່ອຢ່າງຈິງໃຈກ່ອນ ແລະ ພຣະອົງຈະເຮັດໃຫ້ພວກມັນກ້າວຖອຍອອກຈາກຂັ້ນຕອນປະຫວັດສາດດ້ວຍຕົວພວກມັນເອງ ໂດຍບໍ່ພາກັນຕໍ່ສູ້ເພື່ອສະຖານະ ຫຼື ວາງກົນອຸບາຍ ແລະ ວາງແຜນຮ້າຍອີກຕໍ່ໄປ. ພາລະກິດນີ້ຈະຖືກປະຕິບັດຜ່ານພຣະເຈົ້າໂດຍເຮັດໃຫ້ເກີດມີໄພພິບັດຕ່າງໆເທິງແຜ່ນດິນໂລກ. ແຕ່ພຣະເຈົ້າຈະບໍ່ປາກົດຕົວເລີຍ. ໃນເວລານີ້, ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຍັງຈະເປັນດິນແດນແຫ່ງຄວາມສົກກະປົກ ແລະ ສະນັ້ນ ພຣະເຈົ້າຈະບໍ່ປາກົດຕົວ, ແຕ່ຈະປາກົດຕົວຜ່ານການຂ້ຽນຕີເທົ່ານັ້ນ. ນັ້ນແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ເຊິ່ງບໍ່ມີຜູ້ໃດສາມາດຫຼົບໜີຈາກສິ່ງນັ້ນໄດ້. ໃນຊ່ວງເວລານີ້, ທຸກສິ່ງທີ່ອາໄສຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຈະທົນທຸກກັບໄພພິບັດຢ່າງໃຫຍ່ຫຼວງ ເຊິ່ງໂດຍທຳມະຊາດແລ້ວ ແມ່ນລວມເຖິງອານາຈັກເທິງແຜ່ນດິນໂລກເຊັ່ນກັນ (ຄຣິສຕະຈັກ). ນີ້ແມ່ນເວລາທີ່ຄວາມຈິງຈະປາກົດອອກຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ທຸກຄົນກໍຈະໄດ້ປະສົບກັບມັນ ແລະ ບໍ່ມີຜູ້ໃດຈະສາມາດຫຼົບໜີໄດ້. ສິ່ງນີ້ຖືກກຳນົດລ່ວງໜ້າໂດຍພຣະເຈົ້າແລ້ວ. ມັນເປັນຍ້ອນຂັ້ນຕອນນີ້ຂອງພາລະກິດ, ພຣະເຈົ້າຈຶ່ງກ່າວວ່າ: “ປັດຈຸບັນນີ້ແມ່ນເວລາທີ່ຈະປະຕິບັດແຜນການທີ່ຍິ່ງໃຫຍ່”. ຍ້ອນໃນອະນາຄົດ ແມ່ນຈະບໍ່ມີຄຣິສຕະຈັກເທິງແຜ່ນດິນໂລກອີກ ແລະ ເນື່ອງຈາກການມາເຖິງຂອງໄພພິບັດ, ຜູ້ຄົນຈະສາມາດຄິດເຖິງສິ່ງທີ່ຢູ່ຕໍ່ໜ້າພວກເຂົາເທົ່ານັ້ນ ແລະ ຈະເບິ່ງຂ້າມສິ່ງອື່ນໆ ແລະ ມັນກໍຈະຍາກສຳລັບພວກເຂົາທີ່ຈະຮັບເອົາພຣະເຈົ້າທ່າມກາງໄພພິບັດ. ສະນັ້ນ ຜູ້ຄົນຈຶ່ງຖືກຮຽກຮ້ອງໃຫ້ຮັກພຣະເຈົ້າຢ່າງໝົດຫົວໃຈຂອງພວກເຂົາໃນຊ່ວງເວລາທີ່ມະຫັດສະຈັນນີ້ ເພື່ອວ່າພວກເຂົາຈະບໍ່ພາດໂອກາດ. ເມື່ອຄວາມຈິງນີ້ຜ່ານໄປ, ພຣະເຈົ້າກໍຈະໄດ້ເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໂດຍສິ້ນເຊີງ ແລະ ສະນັ້ນ ພາລະກິດແຫ່ງການເປັນພະຍານຂອງຜູ້ຄົນຂອງພຣະເຈົ້າກໍຈະສິ້ນສຸດລົງ; ຫຼັງຈາກນັ້ນ ພຣະເຈົ້າກໍຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດ ໂດຍທຳລາຍປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ໃນທີ່ສຸດ ກໍຈະຕອກຕະປູຄຶງຜູ້ຄົນທົ່ວຈັກກະວານເທິງໄມ້ກາງແຂນທາງປີ້ນ ແລ້ວຫຼັງຈາກນັ້ນ ພຣະອົງຈະທຳລາຍມະນຸດຊາດທັງປວງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນໃນອະນາຄົດຂອງພາລະກິດຂອງພຣະເຈົ້າ.

(ຄັດຈາກ “ບົດທີ 42” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

307. ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້ ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້. ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ມະນຸດຜູ້ທີ່ຕິດຕາມເຮົາຄວນຮູ້ຈຸດປະສົງຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ເຮົາຍັງດຳເນີນພາລະກິດໃນແບບນີ້ຢູ່. ເຖິງແມ່ນວ່າຈະມີຫຼາຍລາຍການປະກອບເຂົ້າໃນພາລະກິດຂອງເຮົາຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຊັ່ນດຽວກັນ, ຕົວຢ່າງເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພິ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນປະສົບກັບຄວາມສິ້ນຫວັງທີ່ຍາວນານ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ພາລະກິດໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດເຊື່ອຟັງເຮົາ ແລະ ໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດປ່ຽນແປງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ເຖິງແມ່ນວ່າສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດແຫ່ງການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍເຮັດສິ່ງໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ. ນີ້ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິສຣາເອວເຊື່ອຟັງຄືກັນກັບຊາວຢິວ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີຖານທີ່ໝັ້ນຢູ່ໃນດິນແດນນອກອິສຣາເອວ. ນີ້ແມ່ນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດທີ່ເຮົາກຳລັງພະຍາຍາມບັນລຸຜົນຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້, ແຕ່ສົນໃຈແຕ່ອະນາຄົດ ແລະ ເປົ້າໝາຍຂອງເຂົາເຈົ້າເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ມະນຸດກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແຕ່ສຸມໃສ່ແຕ່ເປົ້າໝາຍຂອງເຂົາເຈົ້າໃນອະນາຄົດ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະຂະຫຍາຍອອກໄປໄດ້ແນວໃດ? ຄຳສອນຂອງເຮົາຈະເຜີຍແຜ່ໄປທົ່ວໂລກໄດ້ແນວໃດ? ພວກເຈົ້າຄວນຮູ້ວ່າ, ເມື່ອພາລະກິດຂອງເຮົາໄດ້ຂະຫຍາຍອອກໄປແລ້ວ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະລົງໂທດພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາລົງໂທດແຕ່ລະຊົນເຜົ່າໃນດີນແດນອິສຣາເອວ. ທັງໝົດນີ້ຈະຖືກເຮັດເພື່ອເຜີຍແຜ່ ຄຳສອນຂອງເຮົາໄປທົ່ວໂລກ ແລະ ເພື່ອເຜີຍແຜ່ພາລະກິດຂອງເຮົາໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ເພື່ອໃຫ້ຊື່ສຽງຂອງເຮົາໄດ້ຮັບການແຜ່ຂະຫຍາຍຜ່ານທັງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ຊື່ສຽງອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນຈາກປາກຜູ້ຄົນໃນທຸກຊົນຊາດຊົນເຝົ່າ. ໃນຍຸກສຸດທ້າຍນີ້, ເຮົາຈະໃຫ້ຊື່ສຽງຂອງເຮົາໄດ້ຮັບການຂະຫຍາຍໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮັດໃຫ້ຜູ້ທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ເພື່ອໃຫ້ພວກເຂົາເອີ້ນເຮົາວ່າພະຜູ້ຊົງລິດທານຸພາບອີງຕາມການກະທຳຂອງເຮົາ ແລະ ເຮັດໃຫ້ຄຳເວົ້າຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິສຣາເອວເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດທີ່ບໍ່ແມ່ນຊາວຢິວຮວມທັງຜູ້ທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າເຮົາແມ່ນພຣະເຈົ້າແຫ່ງການນິລະມິດສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ຕ້ອງບັນລຸໄດ້ໃນຍຸກສຸດທ້າຍນີ້.

(ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

308. ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ ມະນຸດຍັງຈະຕ້ອງປະຕິບັດຕາມພຣະວັດຈະນະຂອງພຣະອົງຕໍ່ໄປ ແລະ ໃນອະນາຄົດ ພຣະວັດຈະນະຂອງພຣະເຈົ້າກໍຍັງຈະນຳພາຊີວິດຂອງມະນຸດໂດຍກົງຢູ່ໃນດິນແດນທີດີແຫ່ງການາອານນີ້. ເມື່ອໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານ, ພຣະເຈົ້າໄດ້ແນະນຳ ແລະ ເວົ້າກັບລາວໂດຍກົງ. ພຣະເຈົ້າສົ່ງອາຫານ ສົ່ງນໍ້າ ແລະ ອາຫານມານາຈາກສະຫວັນມາໃຫ້ຜູ້ຄົນ ແລະ ທຸກມື້ນີ້ກໍຍັງເປັນແບບນັ້ນຢູ່: ພຣະເຈົ້າໄດ້ສົ່ງສິ່ງຕ່າງໆລົງມາໃຫ້ຜູ້ຄົນກິນ ແລະ ດື່ມໂດຍພຣະອົງເອງ ແລະ ພຣະອົງໄດ້ສົ່ງຄຳສາບເພື່ອຂ້ຽນຕີຜູ້ຄົນໂດຍພຣະອົງເອງເຊັ່ນກັນ. ສະນັ້ນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນຖືກດຳເນີນໂດຍຕົວພຣະເຈົ້າເອງ. ໃນທຸກມື້ນີ້ ຜູ້ສະແຫວງຫາການປະກົດຂອງຄວາມຈິງ, ພວກເຂົາສະແຫວງຫາສັນຍານບອກເຫດການ ແລະ ຄວາມມະຫັດສະຈັນ ແລະ ມັນອາດເປັນໄປໄດ້ທີ່ຄົນທັງໝົດດັ່ງກ່າວຈະຖືກປະຖິ້ມ ເພາະວ່າພາລະກິດຂອງພຣະເຈົ້າກຳປາກົດເປັນຈິງຫຼາຍຂຶ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນແລ້ວ, ພວກເຂົາຍັງບໍ່ຮູ້ຊໍ້າວ່າພຣະເຈົ້າໄດ້ສົ່ງອາຫານ ແລະ ຢາບຳລຸງຈາກສະຫວັນມາໃຫ້. ແຕ່ພຣະເຈົ້າມີຢູ່ຈິງ ແລະ ພາບທີ່ປຸກໃຈຂອງອານາຈັກພັນປີທີ່ຜູ້ຄົນຈິນຕະນາການເຖິງ ກໍເປັນພຣະວັດຈະນະສ່ວນຕົວຂອງພຣະເຈົ້າເຊັ່ນກັນ. ນີ້ເປັນຄວາມຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືກເອີ້ນວ່າເປັນການປົກຄອງກັບພຣະເຈົ້າຢູ່ເທິງແຜ່ນດິນໂລກ. ການປົກຄອງກັບພຣະເຈົ້າຢູ່ໃນແຜ່ນດິນໂລກແມ່ນໝາຍເຖິງເນື້ອໜັງມະນຸດ. ສິ່ງທີ່ບໍ່ແມ່ນເນື້ອໜັງມະນຸດບໍ່ມີຢູ່ຈິງຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ທຸກຄົນທີ່ສົນໃຈການໄປສະຫວັນທີສາມແມ່ນເຮັດໄປໂດຍທີ່ບໍ່ມີປະໂຫຍດຫຍັງ. ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ ແລະ ບາງຄົນຈະໃຊ້ເລເຊີເພື່ອຮັບເອົາພຣະວັດຈະນະຂອງພຣະເຈົ້າ. ທຸກຄົນຈະຮັກໄຄ່ ແລະ ເຕັມໄປດ້ວຍຄວາມປາດຖະໜາ, ພວກເຂົາທັງໝົດຈະມາໃກ້ພຣະເຈົ້າ, ຮວມກັນເຂົ້າຫາພຣະເຈົ້າ ແລະ ທຸກຄົນຈະນະມັດສະການພຣະເຈົ້າ. ທັງໝົດນີ້ຈະເປັນການກະທຳຂອງພຣະເຈົ້າ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າຈະບໍ່ເລີ່ມຕົ້ນຢູ່ບ່ອນອື່ນອີກຢ່າງແນ່ນອນ. ພຣະເຈົ້າຈະບັນລຸຄວາມຈິງນີ້: ພຣະອົງຈະເຮັດໃຫ້ທຸກຄົນໃນທົ່ວຈັກກະວານມາຢູ່ຕໍ່ໜ້າພຣະອົງ ແລະ ນະມັດສະການພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ພາລະກິດຂອງພຣະອົງຢູ່ບ່ອນອື່ນຈະຢຸດ ແລະ ຜູ້ຄົນຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ມັນຈະເປັນຄືໂຈເຊັບ: ທຸກຄົນມາຫາລາວເພື່ອຂໍອາຫານ ແລະ ກົ້ມກາບລາວ ເພາະລາວມີອາຫານໃຫ້ກິນ. ເພື່ອຫຼີກລ່ຽງຄວາມອຶດຫິວ ຜູ້ຄົນຈະຖືກບັງຄັບເພື່ອຊອກຫາຫົນທາງທີ່ແທ້ຈິງ. ຊຸມຊົນສາສະໜາທັງໝົດຈະປະສົບກັບຄວາມອຶດຫິວຢ່າງຮ້າຍແຮງ ແລະ ພຽງແຕ່ພຣະເຈົ້າໃນຍຸກປັດຈຸບັນເທົ່ານັ້ນທີ່ເປັນແຫຼ່ງນໍ້າແຫ່ງຊີວິດ ທີ່ມີແຫຼ່ງນໍ້າທີ່ໄຫຼຕະຫຼອດເພື່ອສະໜອງຄວາມສຸກໃຫ້ແກ່ມະນຸດ ແລະ ຜູ້ຄົນຈະມາຫາ ແລະ ເພິ່ງພາອາໄສພຣະອົງ. ນັ້ນຈະແມ່ນເວລາທີ່ການກະທຳຂອງພຣະເຈົ້າຖືກເປີດເຜີຍ ແລະ ພຣະເຈົ້າໄດ້ຮັບການສັນລະເສີນ; ທຸກຄົນໃນທົ່ວຈັກກະວານຈະນະມັດສະການ “ມະນຸດ” ທີ່ທຳມະດາຄົນນີ້. ນີ້ບໍ່ແມ່ນມື້ແຫ່ງລັດສະໝີຂອງພຣະເຈົ້າບໍ? ໃນມື້ໜຶ່ງ ນັກບວດທີ່ແກ່ຊະລາຈະສົ່ງໂທລະເລກໄປຂໍນໍ້າຈາກແຫຼ່ງນໍ້າແຫ່ງຊີວິດ. ເຖິງພວກເຂົາຈະເປັນຄົນແກ່ຊະລາ ແຕ່ພວກເຂົາຍັງຈະນະມັດສະການຄົນຜູ້ນີ້ຜູ້ທີ່ພວກເຂົາເຄີຍດູຖູກຢຽດຫຍາມ. ພວກເຂົາຈະຮັບຮູ້ພຣະອົງດ້ວຍປາກຂອງພວກເຂົາ ແລະ ຈະເຊື່ອໝັ້ນພຣະອົງດ້ວຍຫົວໃຈຂອງພວກເຂົາ ແລ້ວນີ້ບໍ່ແມ່ນສັນຍານບອກເຫດການ ແລະ ຄວາມມະຫັດສະຈັນບໍ? ເມື່ອອານາຈັກທັງໝົດມີຄວາມປິຕິຍິນດີ ນັ້ນກໍຄືມື້ແຫ່ງລັດສະໝີຂອງພຣະເຈົ້າ ແລະ ໃຜກໍຕາມທີ່ມາຫາພວກເຈົ້າ ແລະ ຮັບເອົາຂ່າວດີຈາກພຣະເຈົ້າຈະໄດ້ຮັບພອນຈາກພຣະເຈົ້າ ແລະ ປະເທດຕ່າງໆ ແລະ ຜູ້ຄົນທີ່ເຮັດເຊັ່ນນັ້ນຈະໄດ້ຮັບພອນ ແລະ ການດູແລເບິ່ງແຍງຈາກພຣະເຈົ້າ. ທິດທາງໃນອະນາຄົດຈະເປັນດັ່ງນີ້: ຜູ້ຄົນທີ່ໄດ້ຮັບພຣະວັດຈະນະຈາກປາກຂອງພຣະເຈົ້າຈະມີເສັ້ນທາງໃຫ້ຍ່າງຢູ່ເທິງແຜ່ນດິນໂລກ ແລະ ບໍ່ວ່າຈະເປັນນັກທຸລະກິດ ຫຼື ນັກວິທະຍາສາດ ຫຼື ຜູ້ໃຫ້ການສຶກສາ ຫຼື ນັກອຸດສາຫະກຳຕ່າງໆ, ຜູ້ຄົນທີ່ບໍ່ມີພຣະທຳຂອງພຣະເຈົ້າຈະມີຄວາມຍາກລຳບາກແມ່ນແຕ່ບາດກ້າວດຽວ ແລະ ຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ນີ້ຄືຄວາມໝາຍທີ່ວ່າ “ດ້ວຍຄວາມຈິງ ເຈົ້າຈະໄປໄດ້ທົ່ວໂລກ; ປາສະຈາກຄວາມຈິງ ເຈົ້າກໍຈະໄປໃສບໍ່ໄດ້”. ຄວາມຈິງມີດັ່ງນີ້: ພຣະເຈົ້າຈະໃຊ້ວິທີທາງ (ເຊິ່ງໝາຍເຖິງພຣະທຳຂອງພຣະອົງທັງໝົດ) ເພື່ອບັນຊາຈັກກະວານທັງໝົດ ແລະ ປົກຄອງ ແລະ ເອົາຊະນະມະນຸດ. ຜູ້ຄົນຫວັງສະເໝີເພື່ອໃຫ້ມີການປ່ຽນແປງທີ່ຍິ່ງໃຫຍ່ໃນການດໍາເນີນພາລະກິດຂອງພຣະເຈົ້າ. ເວົ້າງ່າຍໆກໍຄື ພຣະເຈົ້າຄວບຄຸມມະນຸດຜ່ານພຣະທຳ ແລະ ເຈົ້າຕ້ອງເຮັດໃນສິ່ງທີ່ພຣະອົງບອກ ບໍ່ວ່າເຈົ້າຈະຕ້ອງການ ຫຼື ບໍ່ກໍຕາມ; ນີ້ແມ່ນເປົ້າໝາຍທີ່ແທ້ຈິງ ແລະ ທຸກຄົນຕ້ອງໄດ້ເຊື່ອຟັງ ແລະ ເຊັ່ນດຽວກັນ ທຸກຄົນຕ້ອງຮູ້ວ່າມັນບໍ່ສາມາດຜ່ອນຜັນໄດ້.

(ຄັດຈາກບົດ “ອານາຈັກພັນປີມາຮອດແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

309. ພຣະທຳຂອງພຣະເຈົ້າຈະເຜີຍແຜ່ໄປຍັງເຮືອນຈຳນວນນັບບໍ່ຖ້ວນ, ພຣະທໍາຈະຖືກຮັບຮູ້ໂດຍທຸກຄົນ ແລະ ເມື່ອນັ້ນເທົ່ານັ້ນພາລະກິດຂອງພຣະອົງຈະເຜີຍແຜ່ໄປທົ່ວຈັກກະວານ. ນັ້ນໝາຍຄວາມວ່າ ຖ້າພາລະກິດຂອງພຣະເຈົ້າຈະຖຶກເຜີຍແຜ່ໄປທົ່ວທັງຈັກກະວານ ພຣະທຳຂອງພຣະອົງກໍຕ້ອງໄດ້ຮັບການເຜີຍແຜ່. ໃນມື້ແຫ່ງຄວາມສະງ່າລາສີຂອງພຣະເຈົ້າ ພຣະທຳຂອງພຣະເຈົ້າຈະສະແດງລິດເດດ ແລະ ອຳນາດ. ພຣະທຳທຸກຂໍ້ຂອງພຣະອົງ ຈາກເວລາທີ່ດົນນານມາແລ້ວາຈົນຮອດມື້ນີ້ຈະບັນລຸຜົນ ແລະ ຈະເກີດຂຶ້ນ. ດ້ວຍວິທີນີ້ ລັດສະໝີພາບຈະເປັນຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພຣະທຳຂອງພຣະອົງຈະປົກຄອງແຜ່ນດິນໂລກ. ທຸກຄົນທີ່ຊົ່ວຮ້າຍຈະຖືກຂ້ຽນຕີໂດຍພຣະທຳຈາກປາກຂອງພຣະເຈົ້າ, ທຸກຄົນທີ່ມີຄວາມຊອບທໍາຈະໄດ້ຮັບພອນຈາກພຣະທຳທີ່ກ່າວຈາກປາກຂອງພຣະອົງ ແລະ ທຸກຄົນຈະຖືກຈັດຕັ້ງ ແລະ ເຮັດໃຫ້ສົມບູນໂດຍພຣະທຳຈາກປາກຂອງພຣະອົງ. ພຣະອົງຈະບໍ່ສະແດງສັນຍານບອກເຫດການ ຫຼື ສະແດງຄວາມອັດສະຈັນໃດໆ; ທັງໝົດຈະບັນລຸຜົນໂດຍພຣະທຳຂອງພຣະອົງ ແລະ ພຣະທຳຂອງພຣະອົງຈະສ້າງຄວາມຈິງ. ທຸກຄົນໃນແຜ່ນດິນໂລກຈະສະເຫຼີມສະຫຼອງພຣະທຳຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ, ຜູ້ຊາຍ, ແມ່ຍິງ, ຄົນເຖົ້າ ຫຼື ຄົນໜຸ່ມ ທຸກຄົນຈະຍອມອ່ອນນ້ອມພາຍໃຕ້ພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງ ໂດຍທີ່ເຮັດໃຫ້ຜູ້ຄົນໄດ້ເຫັນພຣະທໍາເຫຼົ່ານັ້ນເທິງແຜ່ນດິນໂລກຢ່າງຈະແຈ້ງ ແລະ ໃນຮູບແບບທີ່ມີຊີວິດ. ນີ້ຄືຄວາມໝາຍທີ່ວ່າພຣະທຳກາຍເປັນເນື້ອໜັງ. ພຣະເຈົ້າໄດ້ມາຍັງແຜ່ນດິນໂລກໂດຍຕົ້ນຕໍແລ້ວແມ່ນເພື່ອບັນລຸຄວາມຈິງກ່ຽວກັບ “ພຣະທຳກາຍເປັນເນື້ອໜັງ” ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອໃຫ້ພຣະທຳຂອງພຣະອົງສາມາດກ່າວອອກມາຈາກເນື້ອໜັງ (ບໍ່ຄືກັນກັບຍຸກສະໄໝຂອງໂມເຊໃນພັນທະສັນຍາເກົ່າ ໃນຕອນທີ່ສຽງຂອງພຣະເຈົ້າດັງອອກມາມາຈາກທ້ອງຟ້າໂດຍກົງ). ຫຼັງຈາກນັ້ນ ພຣະທຳທຸກຂໍ້ຂອງພຣະອົງຈະບັນລຸຜົນໃນຊ່ວງຍຸກອານາຈັກພັນປີ, ພຣະທໍາຈະກາຍເປັນຄວາມຈິງທີ່ມະນຸດເບິ່ງເຫັນໄດ້ກັບຕາ ແລະ ຜູ້ຄົນຈະເຫັນພຣະທໍາດ້ວຍຕາຂອງຕົນເອງໂດຍບໍ່ມີຄວາມແຕກຕ່າງຫຍັງເລີຍ. ນີ້ແມ່ນຄວາມໝາຍສູງສຸດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະວິນຍານຈະບັນລຸຜົນຜ່ານເນື້ອໜັງ ແລະ ຜ່ານພຣະທຳ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ພຣະທຳກາຍເປັນເນື້ອໜັງ” ແລະ “ການປາກົດຕົວຂອງພຣະທຳໃນເນື້ອໜັງ”. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດກ່າວຄວາມປະສົງຂອງພຣະວິນຍານ ແລະ ມີແຕ່ພຣະເຈົ້າໃນເນື້ອໜັງມະນຸດເທົ່ານັ້ນທີ່ສາມາດກ່າວໃນນາມພຣະວິນຍານໄດ້; ພຣະທຳຂອງພຣະເຈົ້າໄດ້ສ້າງຂຶ້ນຢ່າງຈະແຈ້ງໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ທຸກຄົນຈະຖືກນໍາພາໂດຍພຣະທຳດັ່ງກ່າວ. ບໍ່ມີໃຜໄດ້ຮັບການຍົກເວັ້ນ, ພວກເຂົາທຸກຄົນຈະດໍາລົງຊີວິດຢູ່ພາຍໃນຂອບເຂດນີ້. ຜູ້ຄົນສາມາດຮູ້ໄດ້ຈາກພຣະວັດຈະນະເຫຼົ່ານີ້ເທົ່ານັ້ນ; ຜູ້ທີ່ບໍ່ໄດ້ຮັບການນໍາພາໂດຍວິທີນີ້ຄືຜູ້ຄົນທີ່ຝັນກາງເວັນເທົ່ານັ້ນ ຖ້າພວກເຂົາຄິດວ່າພວກເຂົາສາມາດໄດ້ຮັບພຣະວັດຈະນະຈາກສະຫວັນໄດ້. ສິ່ງດັ່ງກ່າວແມ່ນອຳນາດທີ່ສະແດງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ທຸກຄົນເຊື່ອໃນສິ່ງນີ້ດ້ວຍຄວາມເຊື່ອໝັ້ນ. ແມ່ນແຕ່ຜູ້ຊ່ຽວຊານ ແລະ ນັກບວດທີ່ໜ້ານັບຖືກໍບໍ່ສາມາດກ່າວພຣະທຳເຫຼົ່ານີ້ໄດ້. ພວກເຂົາທຸກຄົນຕ້ອງອ່ອນນ້ອມພາຍໃຕ້ພຣະທຳ ແລະ ບໍ່ມີໃຜຈະສາມາດເລີ່ມຕົ້ນໃໝ່ອີກໄດ້. ພຣະເຈົ້າຈະໃຊ້ພຣະທຳເພື່ອເອົາຊະນະຈັກກະວານ. ພຣະອົງຈະເຮັດສິ່ງນີ້ໂດຍທີ່ບໍ່ໄດ້ເຮັດຜ່ານເນື້ອໜັງຈາກການບັງເກີດເປັນມະນຸດຂອງພຣະອົງ ແຕ່ຜ່ານການໃຊ້ພຣະວັດຈະນະຈາກປາກຂອງພຣະເຈົ້າທີ່ກາຍເປັນເນື້ອໜັງມະນຸດເພື່ອເອົາຊະນະມະນຸດທຸກຄົນໃນທົ່ວຈັກກະວານ; ມີພຽງສິ່ງນີ້ເທົ້ານັ້ນທີ່ແມ່ນພຣະທໍາທີ່ກາຍເປັນເນື້ອຫນັງ ແລະ ມີພຽງສິ່ງນີ້ເທົ້ານັ້ນທີ່ແມ່ນການປາກົດຕົວຂອງພຣະທຳໃນເນື້ອໜັງ. ບາງເທື່ອ ສໍາລັບກັບມະນຸດແລ້ວ ມັນອາດຈະປາກົດວ່າພຣະເຈົ້າບໍ່ໄດ້ດຳເນີນພາລະກິດຫຼາຍພໍປານໃດ ແຕ່ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ແລະ ພວກເຂົາຈະເຊື່ອ ແລະ ຍໍາເກງຈົນໝົດ. ຖ້າບໍ່ມີ ຄວາມຈິງ ມະນຸດຈະຮ້ອງໂຮ່ ແລະ ກີດຮ້ອງ; ແຕ່ຖ້າມີພຣະທຳຂອງພຣະເຈົ້າ ພວກເຂົາຈະງຽບສະຫງົບ. ແນ່ນອນວ່າພຣະເຈົ້າຈະບັນລຸຄວາມຈິງນີ້ ເພາະວ່ານີ້ແມ່ນແຜນການຂອງພຣະເຈົ້າທີ່ກຳນົດໄວ້ແຕ່ດົນນານມາແລ້ວ: ການບັນລຸຄວາມຈິງກ່ຽວກັບການມາສູ່ໂລກຂອງພຣະທຳ. ຄວາມຈິງແລ້ວ ບໍ່ມີຄວາມຈຳເປັນທີ່ເຮົາຕ້ອງອະທິບາຍ ເພາະການມາຮອດຂອງອານາຈັກພັນປີໃນແຜ່ນດິນໂລກແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າໃນແຜ່ນດິນໂລກ. ການລົງມາໃໝ່ຂອງນະຄອນເຢຣູຊາເລັມຈາກສະຫວັນແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າເພື່ອດຳເນີນຊີວິດໃນທ່າມກາງມະນຸດ, ເພື່ອຕິດຕາມເບິ່ງທຸກການກະທຳຂອງມະນຸດ ແລະ ທຸກຄວາມຄິດທີ່ຝັງຢູ່ໃນຈິດໃຈຂອງມະນຸດ. ນີ້ແມ່ນອີກຄວາມຈິງທີ່ພຣະເຈົ້າຈະບັນລຸຜົນ; ນີ້ແມ່ນພາບທີ່ງົດງາມຂອງອານາຈັກພັນປີ. ນີ້ແມ່ນແຜນການທີ່ພຣະເຈົ້າກຳນົດໄວ້: ພຣະທຳຂອງພຣະອົງຈະປາກົດໃນແຜ່ນດິນໂລກເປັນເວລາໜຶ່ງພັນປີ ແລະ ພຣະທຳຈະສະແດງທຸກການກະທຳຂອງພຣະອົງ ເພື່ອເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນແຜ່ນດິນໂລກສໍາເລັດ ເຊິ່ງຫຼັງຈາກໄລຍະນີ້ແລ້ວ ມະນຸດຊາດກໍຈະຈົບສິ້ນ.

(ຄັດຈາກບົດ “ອານາຈັກພັນປີມາຮອດແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: VII ພຣະທຳກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ

ຕໍ່ໄປ: IX ພຣະທຳກ່ຽວກັບການເປີດເຜີຍຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ

ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາເຊື່ອວ່າບໍ່ມີອ້າຍເອື້ອຍນ້ອງຄົນໃດຈະບອກວ່າ...

ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!

ໃນປັດຈຸບັນນີ້ ມີຫຼາຍຄົນທີ່ເຊື່ອໃນລັກສະນະທີ່ສັບສົນ. ພວກເຈົ້າມີຄວາມຢາກຮູ້ຢາກເຫັນຫຼາຍເກີນໄປ, ມີຄວາມປາຖະໜາຢາກໄດ້ພອນຫຼາຍເກີນໄປ ແລະ...

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger