6. ເປັນຫຍັງຈຶ່ງມີການເວົ້າວ່າ ການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດລົງ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ຫຼັງຈາກນັ້ນ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະສິ້ນສຸດລົງທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງຈະບໍ່ເກີດເປັນມະນຸດເປັນຄັ້ງທີສາມເພື່ອປະຕິບັດພາລະກິດຂອງພຣະອົງ. ນັ້ນກໍຍ້ອນວ່າ ການຄຸ້ມຄອງທັງໝົດຂອງພຣະອົງແມ່ນເຖິງຈຸດສິ້ນສຸດແລ້ວ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍແມ່ນຈະຖືກແບ່ງອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງອີກ.
(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.
(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວໃນເນື້ອໜັງ. ໃນແກ່ນແທ້ແລ້ວ ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ, ເຖິງກັບທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍາລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ມັນຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດເລີຍ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ ແລະ ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພຣະອົງ ຄົນໆໜຶ່ງສາມາດເຫັນເຖິງແກ່ນແທ້ຂອງເນື້ອໜັງທີ່ບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລ້ວຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ມັນແມ່ນເນື້ອໜັງຂອງພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ, ເນື້ອໜັງຂອງພຣະອົງທີ່ຍອມສະລະເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ; ມັນແມ່ນດ້ວຍເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ. ແລ້ວມັນແມ່ນເນື້ອໜັງຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີສອງແທ້ໆທີ່ປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ເອົາຊະນະຊາຕານ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ການເອົາຊະນະມະນຸດຖືກເຮັດໃຫ້ມີປະສິດຕິພາບຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ ແລະ ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ ແລະ ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ ແລະ ກຳຈັດມະນຸດຢ່າງສົມບູນ. ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ. ພາລະກິດການໄຖ່ບາບໃນເບື້ອງຕົ້ນເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ. ກ່ຽວກັບເລື່ອງເພດ ຄົນໜຶ່ງເປັນຜູ້ຊາຍ ແລະ ອີກຄົນໜຶ່ງແມ່ນຜູ້ຍິງ; ດ້ວຍວິທີນີ້ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນໄດ້ຖືກເຮັດໃຫ້ສໍາເລັດ ແລະ ກຳຈັດແນວຄິດຂອງມະນຸດກ່ຽວກັບພຣະເຈົ້າ: ພຣະເຈົ້າສາມາດເປັນທັງຜູ້ຊາຍ ແລະ ຜູ້ຍິງ ແລະ ໃນແກ່ນແທ້ແລ້ວ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໄຮ້ເພດ. ພຣະອົງສ້າງທັງຜູ້ຊາຍ ແລະ ຜູ້ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີການຈຳແນກລະຫວ່າງເພດ. ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າພາລະກິດຈະບັນລຸຜົນຂອງມັນດ້ວຍວິທີແຫ່ງພຣະທຳ. ຍິ່ງໄປກວ່ານັ້ນ ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງມີແມ່ນການກ່າວພຣະທຳ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງຈຶ່ງເບິ່ງຄືວ່າທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພຣະອົງທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ໃນພຣະເຈົ້າທີ່ບັງເກີດເປັນມະນຸດນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ມັນບໍ່ແມ່ນພັນທະກິດຂອງພຣະອົງທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ຍ້ອນພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ເປັນຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ ແລະ ສະນັ້ນ ຂັ້ນຕອນນີ້ແມ່ນເພື່ອເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ.
(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເປັນຫຍັງເຮົາຈຶ່ງກ່າວວ່າ ຄວາມໝາຍຂອງການບັງເກີດເປັນມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນໃນພາລະກິດຂອງພຣະເຢຊູ? ຍ້ອນວ່າ ພຣະທຳບໍ່ໄດ້ກາຍເປັນເນື້ອໜັງຢ່າງສິ້ນເຊີງ. ສິ່ງທີ່ພຣະເຢຊູເຮັດແມ່ນເປັນພຽງສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າຜ່ານເນື້ອໜັງເທົ່ານັ້ນ; ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງການຮັບເອົາມະນຸດຢ່າງສົມບູນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງອີກຄັ້ງໃນຍຸກສຸດທ້າຍ. ຂັ້ນຕອນນີ້ຂອງພາລະກິດຍັງຖືກປະຕິບັດໃນເນື້ອໜັງທຳມະດາເຊັ່ນກັນ; ມັນຖືກປະຕິບັດທັງໝົດໂດຍມະນຸດທຳມະດາ, ເຊິ່ງທີ່ມີຄວາມເປັນມະນຸດທີ່ບໍ່ໄດ້ວິເສດຫຍັງແມ່ນແຕ່ໜ້ອຍດຽວ. ເວົ້າອີກຢ່າງກໍຄື ພຣະເຈົ້າກາຍເປັນມະນຸດໂດຍສົມບູນ; ພຣະອົງເປັນບຸກຄົນທີ່ມີຕົວຕົນຂອງພຣະເຈົ້າ, ເປັນມະນຸດທີ່ສົມບູນ, ເນື້ອໜັງທີ່ສົມບູນ, ຜູ້ທີ່ປະຕິບັດພາລະກິດ. ສາຍຕາຂອງມະນຸດເຫັນຮ່າງກາຍທີ່ເປັນເນື້ອໜັງທີ່ບໍ່ມີຄວາມພິເສດຫຍັງທັງໝົດ, ເປັນບຸກຄົນທຳມະດາສາມັນທີ່ສາມາດເວົ້າພາສາແຫ່ງສະຫວັນໄດ້, ຜູ້ເປັນຜູ້ທີ່ບໍ່ສະແດງໝາຍສຳຄັນທີ່ມະຫັດສະຈັນໃດໆ, ບໍ່ເຮັດສິ່ງອັດສະຈັນ, ແຮງໄກທີ່ຈະເປີດໂປ່ງຄວາມຈິງພາຍໃນກ່ຽວກັບສາສະໜາໃນຫ້ອງປະຊຸມໃຫຍ່ເລີຍ. ສຳລັບຜູ້ຄົນແລ້ວ ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເບິ່ງບໍ່ຄືກັບການບັງເກີດເປັນມະນຸດໃນຄັ້ງທຳອິດ ຫຼາຍເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພຣະອົງທັງສອງບໍ່ແມ່ນສິ່ງອັນໜຶ່ງອັນດຽວກັນ. ບໍ່ວ່າແຫຼ່ງກຳເນີດຂອງພຣະອົງທັງສອງຈະຄືກັນ ຫຼື ບໍ່ແມ່ນອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເປືອກນອກຂອງພຣະອົງທັງສອງ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນ ແລະ ກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນແທ້ໆ. ແນ່ນອນ ສິ່ງນີ້ແມ່ນຢູ່ເໜືອຄວາມສາມາດຂອງສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພຣະອົງ ພຣະອົງເປັນອັນໜຶ່ງອັນດຽວກັນ, ຍ້ອນພາລະກິດຂອງພຣະອົງເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື ບໍ່ກໍຕາມ ແມ່ນບໍ່ສາມາດຕັດສິນໄດ້ຈາກຍຸກ ແລະ ບ່ອນທີ່ພຣະອົງກຳເນີດ ຫຼື ປັດໃຈອື່ນໆ, ແຕ່ໂດຍພາລະກິດອັນສັກສິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ປະຕິບັດພາລະກິດໃດເລີຍທີ່ພຣະເຢຊູປະຕິບັດ, ຍ້ອນພາລະກິດຂອງພຣະເຈົ້າບໍ່ໄດ້ຍຶດໝັ້ນກັບທຳນຽມ, ແຕ່ເປີດເສັ້ນທາງໃໝ່ໃນແຕ່ລະຄັ້ງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ແນໃສ່ການລົງເລິກ ຫຼື ການເຮັດເກີດຄວາມປະທັບໃຈຂອງເນື້ອໜັງຄັ້ງທຳອິດໃນຄວາມຄິດຂອງຜູ້ຄົນ, ແຕ່ເພື່ອປະກອບເສີມ ແລະ ເຮັດໃຫ້ມັນສົມບູນຂຶ້ນ, ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຂຶ້ນ, ເພື່ອທຳລາຍກົດລະບຽບທຸກຂໍ້ທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ ແລະ ເພື່ອກຳຈັດພາບທີ່ຜິດກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ມັນສາມາດເວົ້າໄດ້ວ່າ ບໍ່ມີຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າເອງສາມາດມອບຄວາມຮູ້ກ່ຽວກັບພຣະອົງໃຫ້ແກ່ມະນຸດໄດ້ຢ່າງສົມບູນ; ແຕ່ລະຂັ້ນຕອນແມ່ນໃຫ້ຄວາມຮູ້ພຽງແຕ່ສ່ວນໜຶ່ງ, ບໍ່ແມ່ນທັງໝົດ. ເຖິງແມ່ນພຣະເຈົ້າສະແດງອຸປະນິໄສຂອງພຣະອົງຢ່າງຄົບຖ້ວນ, ແຕ່ຍ້ອນຄວາມສາມາດໃນການເຂົ້າໃຈຂອງມະນຸດມີຄວາມຈຳກັດ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຍັງຄົງບໍ່ສົມບູນ. ມັນເປັນໄປບໍ່ໄດ້ທີ່ຈະໃຊ້ພາສາມະນຸດເພື່ອສື່ສານອຸປະນິໄສທັງໝົດຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງຈະສະແດງເຖິງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ພຣະອົງປະຕິບັດພາລະກິດໃນເນື້ອໜັງພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ຄົນໆໜຶ່ງພຽງແຕ່ສາມາດຮູ້ຈັກພຣະອົງໄດ້ຜ່ານການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ, ບໍ່ແມ່ນຜ່ານເປືອກຮ່າງກາຍຂອງພຣະອົງ. ພຣະເຈົ້າມາສູ່ເນື້ອໜັງເພື່ອອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງຜ່ານຫຼາກຫຼາຍວິທີທາງຂອງພາລະກິດ ແລະ ບໍ່ມີຈັກເທື່ອທີ່ສອງຂັ້ນຕອນຂອງພາລະກິດຂອງພຣະອົງຈະຄືກັນ. ມີພຽງແຕ່ວິທີນີ້ທີ່ມະນຸດສາມາດມີຄວາມຮູ້ຢ່າງຄົບຖ້ວນກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ, ບໍ່ຈໍາກັດພຽງດ້ານໃດໜຶ່ງ.
(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມເນື້ອຄວາມທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ພຣະອົງຄືການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ໃນຍຸກສຸດທ້າຍ, ພຣະອົງຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງຫົນທາງທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈກັບສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນຄຳພະຍານທີ່ເຈົ້າຕ້ອງເປັນ ເຊິ່ງທຸກຄົນຕ້ອງຮູ້. ຍ້ອນນີ້ແມ່ນພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງ ແລະ ຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ມັນເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດຢ່າງສົມບູນ, ໄດ້ຖືກປະຕິບັດຢ່າງທົ່ວເຖິງ ແລະ ກໍ່ໃຫ້ເກີດພາລະກິດທັງໝົດຂອງພຣະເຈົ້າໃນເນື້ອໜັງ ແລະ ນໍາຍຸກຂອງການເປັນຢູ່ຂອງພຣະເຈົ້າໃນເນື້ອໜັງມາສູ່ຈຸດສູດທ້າຍ.
(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນຍຸກແຫ່ງອານາຈັກ, ພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາເພື່ອເອົາຊະນະບັນດາຜູ້ທີ່ເຊື່ອໃນພຣະອົງທັງໝົດ. ນີ້ແມ່ນ “ພຣະທໍາປາກົດໃນຮ່າງກາຍ”; ພຣະເຈົ້າໄດ້ມາໃນຍຸກສຸດທ້າຍເພື່ອປະຕິບັດພາລະກິດນີ້, ເຊິ່ງເວົ້າໄດ້ວ່າພຣະອົງໄດ້ມາເພື່ອສຳເລັດຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ພຣະອົງພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ບໍ່ມີການສະແດງເຖິງຂໍ້ເທັດຈິງ. ນີ້ແມ່ນແກ່ນແທ້ຂອງພຣະທໍາປາກົດໃນຮ່າງກາຍມະນຸດ ແລະ ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາຂອງພຣະອົງ ນີ້ແມ່ນການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ ແລະ ພຣະທໍາສະຖິດເຂົ້າສູ່ຮ່າງກາຍມະນຸດ. “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ”. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະປະຕິບັດໃຫ້ສຳເລັດໃນຍຸກສຸດທ້າຍ (ພາລະກິດການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ) ແລະ ແມ່ນບົດສຸດທ້າຍຂອງແຜນການຄຸ້ມຄອງທັງໝົດຂອງພຣະອົງ, ດັ່ງນັ້ນ ພຣະເຈົ້າຕ້ອງໄດ້ມາໃນແຜ່ນດິນໂລກ ແລະ ສະແດງພຣະທໍາຂອງພຣະອົງໃນຮ່າງກາຍມະນຸດ. ນັ້ນຄືສິ່ງທີ່ໄດ້ສຳເລັດໃນວັນນີ້, ນັ້ນຄືສິ່ງທີ່ຈະສຳເລັດໃນອະນາຄົດ, ນັ້ນແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດ, ບັນດາຜູ້ທີ່ຈະຖືກຊ່ວຍໃຫ້ລອດ, ບັນດາຜູ້ທີ່ຈະຖືກທຳລາຍ ແລະ ອື່ນໆ. ພາລະກິດທັງໝົດນີ້ທີ່ປະຕິບັດໃນຍຸກສຸດທ້າຍຖືກກ່າວໄວ້ຢ່າງຈະແຈ້ງແລ້ວ ແລະ ທັງໝົດນັ້ນແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ບົດບັນຍັດການປົກຄອງ ແລະ ກົດເກນທີ່ໄດ້ອອກກ່ອນໜ້ານີ້, ບັນດາຜູ້ທີ່ຈະຖືກທຳລາຍ, ບັນດາຜູ້ທີ່ຈະເຂົ້າໄປສູ່ການພັກຜ່ອນ ພຣະທໍາທັງໝົດເຫຼົ່ານີ້ຕ້ອງໄດ້ຖືກບັນລຸ. ນີ້ແມ່ນພາລະກິດຫຼັກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດໃນຍຸກສຸດທ້າຍ. ພຣະອົງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ບັນດາຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ ແລະ ບັນດາຜູ້ທີ່ພຣະເຈົ້າບໍ່ໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ, ວິທີທີ່ຜູ້ຄົນ ແລະ ບຸດຂອງພຣະອົງຈະຖືກຄັດແຍກ; ແມ່ນຫຍັງຈະເກີດຂຶ້ນກັບອິສຣາເອັນ, ແມ່ນຫຍັງຈະເກີດຂຶ້ນກັບເອຢິບໃນອະນາຄົດ, ທຸກຂໍ້ຄວາມຂອງພຣະທໍາເຫຼົ່ານີ້ແມ່ນຈະຖືກບັນລຸຜົນທັງໝົດ. ຂັ້ນຕອນຂອງພາລະກິດພຣະເຈົ້າກຳລັງກ້າວໜ້າຢ່າງຫ້າວຫັນ. ພຣະເຈົ້າໃຊ້ພຣະທໍາເປັນເຄື່ອງມືໃນການເປີດເຜີຍໃຫ້ມະນຸດຮູ້ວ່າມີຫຍັງແດ່ທີ່ຕ້ອງສຳເລັດໃນແຕ່ລະຍຸກ, ມີຫຍັງແດ່ທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ປະຕິບັດ ແລະ ພຣະທໍາທັງໝົດເຫຼົ່ານີ້ແມ່ນເພື່ອບັນລຸຄວາມສຳຄັນອັນແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ.
(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ
(ບົດຄັດເລືອກຈາກພຣະທຳຂອງພຣະເຈົ້າ)
ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງເປັນເພດຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ພຣະອົງເປັນເພດຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ເພື່ອເຫັນແກ່ພາລະກິດຂອງພຣະອົງ ພຣະເຈົ້າສ້າງທັງເພດຊາຍ ແລະ ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນຂັ້ນຕອນໃດກໍຕາມແມ່ນສໍາຄັນເທົ່າໆກັນ, ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ່ງກັນເອງ. ໃນເວລານັ້ນ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ ພຣະເຢຊູໄດ້ຖືກເອີ້ນວ່າພຣະບຸດອົງດຽວ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດອົງດຽວຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽງຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມທີ່ພຣະອົງປາຖະໜາຈະເຮັດ ແລະ ໃນການປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີເປັນພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນມີຄວາມສໍາຄັນທີ່ແທ້ຈິງຂອງມັນເອງ. ພຣະເຈົ້າໄດ້ກາຍເປັນເນື້ອໜັງສອງຄັ້ງ ແລະ ມັນຈະເຫັນໄດ້ຢ່າງຈະແຈ້ງເລີຍວ່າ ການບັງເກີດເປັນມະນຸດຂອງພຣະອົງໃນຍຸກສຸດທ້າຍນີ້ແມ່ນເປັນຄັ້ງສຸດທ້າຍ. ພຣະອົງມາເພື່ອເປີດເຜີຍການກະທໍາທັງໝົດຂອງພຣະອົງ. ຖ້າໃນຂັ້ນຕອນນີ້ທີ່ພຣະອົງບໍ່ໄດ້ກາຍເປັນເນື້ອໜັງເພື່ອກະທໍາພາລະກິດໂດຍພຣະອົງເອງເພື່ອໃຫ້ມະນຸດໄດ້ປະຈັກ ມະນຸດຈະຍຶດໝັ້ນໃນຄວາມຄິດຕະຫຼອດໄປວ່າ ພຣະເຈົ້າເປັນເພດຊາຍເທົ່ານັ້ນ, ບໍ່ແມ່ນເພດຍິງ. ກ່ອນໜ້ານີ້, ມວນມະນຸດຊາດເຊື່ອວ່າ ພຣະເຈົ້າສາມາດເປັນເພດຊາຍເທົ່ານັ້ນ ແລະ ເພດຍິງບໍ່ສາມາດເອີ້ນເປັນພຣະເຈົ້າໄດ້ ຍ້ອນວ່າມະນຸດຊາດທັງປວງຖືວ່າ ຜູ້ຊາຍມີສິດອໍານາດເໜືອຜູ້ຍິງ. ພວກເຂົາເຊື່ອວ່າບໍ່ມີຜູ້ຍິງຄົນໃດສາມາດປົກຄອງໄດ້, ມີແຕ່ຜູ້ຊາຍເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເວົ້າວ່າ ຜູ້ຊາຍເປັນຫົວໜ້າຜູ້ຍິງ ເຊິ່ງຜູ້ຍິງຕ້ອງເຊື່ອຟັງຜູ້ຊາຍ ແລະ ບໍ່ສາມາດຢູ່ເໜືອຜູ້ຊາຍໄດ້. ໃນອະດີດ, ການເວົ້າວ່າ ຜູ້ຊາຍຄືຫົວໜ້າຜູ້ຍິງນັ້ນແມ່ນໝາຍເຖິງອາດາມກັບເອວາ ຜູ້ທີ່ຖືກງູລໍ້ລວງ, ບໍ່ໄດ້ໝາຍເຖິງຜູ້ຊາຍ ແລະ ຜູ້ຍິງທີ່ຖືກສ້າງໂດຍພຣະເຢໂຮວາໃນເບື້ອງຕົ້ນ. ແນ່ນອນຢູ່ແລ້ວ ຜູ້ຍິງກໍຕ້ອງເຊື່ອຟັງ ແລະ ຮັກຜົວຂອງນາງ ແລະ ຜູ້ເປັນຜົວກໍຕ້ອງຮຽນຮູ້ທີ່ຈະລ້ຽງດູ ແລະ ສະໜັບສະໜູນຄອບຄົວຂອງຕົນ. ນີ້ແມ່ນກົດເກນ ແລະ ກົດບັນຍັດທີ່ວາງອອກໂດຍພຣະເຢໂຮວາ ເຊິ່ງມະນຸດຊາດຕ້ອງປະຕິບັດຕາມໃນການໃຊ້ຊີວິດຂອງພວກເຂົາຢູ່ເທິງແຜ່ນດິນໂລກນີ້. ພຣະເຢໂຮວາໄດ້ກ່າວຕໍ່ຜູ້ຍິງວ່າ “ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຜົວຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ.” ພຣະອົງກ່າວດັ່ງນັ້ນກໍເພື່ອວ່າມະນຸດ (ນັ້ນກໍຄື ທັງຜູ້ຊາຍ ແລະ ຜູ້ຍິງ) ຈະໄດ້ໃຊ້ຊີວິດເປັນປົກກະຕິຢູ່ພາຍໃຕ້ອຳນາດຂອງພຣະເຢໂຮວາ ແລະ ເພື່ອວ່າຊີວິດຂອງມະນຸດຈະໄດ້ມີໂຄງສ້າງ ແລະ ບໍ່ອອກຈາກຄວາມເປັນລະບົບລະບຽບທີ່ປົກກະຕິ. ດັ່ງນັ້ນ ພຣະເຢໂຮວາ ຈຶ່ງສ້າງກົດເກນທີ່ເໝາະສົມສໍາລັບຜູ້ຊາຍ ແລະ ຜູ້ຍິງຄວນປະຕິບັດຕົນແບບໃດ, ແຕ່ວ່າກົດເກນເຫຼົ່ານີ້ແມ່ນກໍານົດໃຊ້ສະເພາະກັບທຸກສິ່ງທີ່ຖືກສ້າງຂຶ້ນເທິງແຜ່ນດິນໂລກ ແລະ ບໍ່ມີຄວາມກ່ຽວຂ້ອງຫຍັງກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພຣະເຈົ້າຈະເປັນເໝືອນການສ້າງຂອງພຣະອົງໄດ້ແນວໃດ? ພຣະທໍາຂອງພຣະອົງແມ່ນແນໃສ່ມະນຸດຊາດທີ່ພຣະອົງສ້າງຂຶ້ນເທົ່ານັ້ນ ມັນແມ່ນເພື່ອໃຫ້ ມະນຸດຊາດໄດ້ດໍາລົງຊີວິດຢູ່ແບບປົກກະຕິທີ່ພຣະອົງສ້າງຂຶ້ນສໍາລັບຜູ້ຊາຍ ແລະ ຜູ້ຍິງ. ໃນຕົ້ນເດີມນັ້ນ ເມື່ອພຣະເຢໂຮວາເນລະມິດສ້າງມະນຸດຊາດ ພຣະອົງສ້າງມະນຸດສອງປະເພດ, ທັງເພດຊາຍ ແລະ ຍິງ. ສະນັ້ນ ຈຶ່ງມີການແບ່ງແຍກລະຫວ່າງເພດຊາຍ ແລະ ຍິງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ພຣະອົງບໍ່ໄດ້ຕັດສິນໃຈພາລະກິດຂອງພຣະອົງໂດຍອີງຕາມພຣະທໍາທີ່ພຣະອົງໄດ້ກ່າວຕໍ່ອາດາມ ແລະ ເອວາ. ໃນສອງຄັ້ງທີ່ພຣະອົງກາຍເປັນເນື້ອໜັງນັ້ນ ແມ່ນໄດ້ກໍານົດທັງໝົດອີງຕາມຄວາມຄິດຂອງພຣະອົງໃນເວລາທີ່ພຣະອົງສ້າງມະນຸດໃນຄັ້ງທໍາອິດ, ນັ້ນກໍຄື ພຣະອົງສໍາເລັດພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະອົງອີງຕາມເພດຊາຍ ແລະ ເພດຍິງກ່ອນທີ່ພວກເຂົາໄດ້ຖືກເສື່ອມໂຊມອີກ. ຖ້າມະນຸດຊາດຮັບເອົາພຣະທໍາທີ່ກ່າວໂດຍພຣະເຢໂຮວາຕໍ່ອາດາມ ແລະ ເອວາຜູ້ທີ່ຖືກງູລໍ້ລວງ ແລະ ໃຊ້ພຣະທໍາດັ່ງກ່າວນັ້ນເຂົ້າໃນພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ, ແລ້ວພຣະເຢຊູຈະບໍ່ໄດ້ຮັກພັນລະຍາຂອງພຣະອົງ ຕາມທີ່ພຣະອົງຄວນເຮັດບໍ? ດ້ວຍວີທີນີ້ ພຣະເຈົ້າກໍຍັງຈະເປັນພຣະເຈົ້າຢູ່ບໍ? ຖ້າເປັນດັ່ງນັ້ນ ພຣະອົງກໍຍັງຈະສາມາດສໍາເລັດພາລະກິດຂອງພຣະອົງໄດ້ຢູ່ບໍ? ຖ້າວ່າ ມັນຜິດສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າທີ່ຈະເປັນເພດຍິງ, ແລ້ວມັນຈະບໍ່ເປັນການຜິດພາດຢ່າງໃຫຍ່ຫຼວງເຊັ່ນດຽວກັນບໍ ທີ່ພຣະເຈົ້າໄດ້ສ້າງຜູ້ຍິງຂຶ້ນມາ? ຖ້າຜູ້ຄົນຍັງເຊື່ອວ່າ ມັນຜິດສໍາລັບພຣະເຈົ້າຈະບັງເກີດເປັນຜູ້ຍິງ, ແລ້ວພຣະເຢຊູ ຈະບໍ່ຜິດເຊັ່ນດຽວກັນກັບການບັງເກີດເປັນມະນຸດໃນປັດຈຸບັນບໍ ທີ່ພຣະອົງບໍ່ໄດ້ແຕ່ງດອງ ແລະ ດັ່ງນັ້ນບໍ່ສາມາດຮັກພັນລະຍາຂອງພຣະອົງໄດ້? ໃນເມື່ອເຈົ້າເອົາຂໍ້ພຣະທໍາທີ່ກ່າວຕໍ່ເອວາມາວັດແທກຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ເຈົ້າກໍຕ້ອງໃຊ້ຂໍ້ພຣະທໍາທີ່ພຣະເຢໂຮວາກ່າວຕໍ່ອາດາມນັ້ນມາຕັດສິນພຣະເຢຊູເຈົ້າ ຜູ້ກາຍເປັນເນື້ອໜັງໃນຍຸກແຫ່ງພຣະຄຸນ. ສິ່ງເຫຼົ່ານີ້ບໍ່ແມ່ນອັນໜຶ່ງອັນດຽວກັນແມ່ນບໍ? ໃນເມື່ອເຈົ້າຮັບເອົາການວັດແທກຂອງພຣະເຢຊູເຈົ້າອີງຕາມເພດຊາຍທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ, ແລ້ວເຈົ້າກໍບໍ່ຕ້ອງຕັດສິນຄວາມຈິງກ່ຽວກັບການບັງເກີດເປັນມະນຸດໃນປັດຈຸບັນ ໂດຍອີງຕາມເພດຍິງຜູ້ທີ່ຖືກລໍ້ລວງດ້ວຍງູ. ສິ່ງນີ້ບໍ່ຍຸຕິທໍາເລີຍ! ຖ້າເຈົ້າຕັດສິນພຣະເຈົ້າແບບນີ້ໄດ້ພິສູດໃຫ້ເຫັນວ່າເຈົ້າຂາດເຫດຜົນ. ເມື່ອພຣະເຢໂຮວາກາຍເປັນເນື້ອໜັງສອງຄັ້ງ, ເພດຂອງເນື້ອໜັງພຣະອົງກໍກ່ຽວຂ້ອງກັບຊາຍ ແລະ ຍິງຜູ້ທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ; ມັນກໍສອດຄ່ອງກັບຊາຍ ແລະ ຍິງທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ, ພຣະອົງຈຶ່ງກາຍເປັນເນື້ອໜັງມະນຸດສອງຄັ້ງ. ບໍ່ຕ້ອງຄິດວ່າ ຄວາມເປັນຜູ້ຊາຍຂອງພຣະເຢຊູແມ່ນຄືກັນກັບອາດາມຜູ້ທີ່ຖືກລໍ້ລວງດ້ວຍງູ. ທັງສອງແມ່ນບໍ່ກ່ຽວຂ້ອງກັນ ແລະ ທັງສອງເປັນຜູ້ຊາຍທີ່ມີທຳມະຊາດແຕກຕ່າງກັນຢ່າງສິ້ນເຊີງ. ແນ່ນອນ ຄວາມເປັນຜູ້ຊາຍຂອງພຣະເຢຊູຈະບໍ່ສາມາດພິສູດວ່າພຣະອົງເທົ່ານັ້ນຄືຫົວໜ້າຜູ້ຍິງທັງໝົດ ແຕ່ບໍ່ແມ່ນຫົວໜ້າຜູ້ຊາຍທັງໝົດ? ພຣະອົງບໍ່ແມ່ນກະສັດຂອງຊາວຍິວທັງໝົດບໍ (ລວມທັງຜູ້ຊາຍ ແລະ ຍິງ)? ພຣະອົງເອງຄືພຣະເຈົ້າ. ພຣະອົງບໍ່ແມ່ນຫົວໜ້າຜູ້ຍິງ ແຕ່ເປັນຫົວໜ້າຜູ້ຊາຍອີກດ້ວຍ. ພຣະອົງຄືພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ມີຊີວິດ ແລະ ເປັນຫົວໜ້າຂອງສິ່ງທີ່ມີຊີວິດທັງປວງ. ເຈົ້າຈະກຳນົດຄວາມເປັນຜູ້ຊາຍຂອງພຣະເຢຊູວ່າເປັນສັນຍາລັກໃນການເປັນຫົວໜ້າຂອງຜູ້ຍິງໄດ້ແນວໃດ? ນີ້ບໍ່ແມ່ນເປັນການໝິ່ນປະໝາດພຣະອົງບໍ? ພຣະເຢຊູເປັນເພດຊາຍທີ່ບໍ່ໄດ້ຖືກເສື່ອມໂຊມ. ພຣະອົງຄືພຣະເຈົ້າ, ພຣະອົງຄືພຣະຄຣິດ, ພຣະອົງຄືພຣະຜູ້ເປັນເຈົ້າ. ແລ້ວຈະໃຫ້ພຣະອົງເປັນຜູ້ຊາຍທີ່ຄືອາດາມ ຜູ້ທີ່ຖືກເສື່ອມໂຊມໄດ້ແນວໃດ? ພຣະເຢຊູຄືເນື້ອໜັງທີ່ສະຖິດໂດຍພຣະວິນຍານອັນບໍລິສຸດທີ່ສຸດຂອງພຣະເຈົ້າ. ແລ້ວເຈົ້າຈະຫາວ່າພຣະອົງມີຄວາມເປັນຜູ້ຊາຍຄືອາດາມໄດ້ແນວໃດ? ຖ້າເປັນດັ່ງນັ້ນ, ພາລະກິດຂອງພຣະເຈົ້າທັງໝົດຈະບໍ່ຜິດບໍ? ພຣະເຢໂຮວາຈະສາມາດລວມຄວາມເປັນຜູ້ຊາຍຂອງອາດາມທີ່ຖືກລໍ້ລວງໂດຍງູນັ້ນຢູ່ກັບພຣະເຢຊູໄດ້ບໍ? ການບັງເກີດເປັນມະນຸດໃນປັດຈຸບັນນີ້ບໍ່ແມ່ນພາລະກິດອີກສ່ວນນຶ່ງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີເພດແຕກຕ່າງຈາກພຣະເຢຊູ ແຕ່ມີທຳມະຊາດຄ້າຍຄືພຣະອົງ? ເຈົ້າຍັງຈະກ້າເວົ້າວ່າພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດເປັນຜູ້ຍິງໄດ້ ຍ້ອນວ່າຜູ້ຍິງຄືຜູ້ທໍາອິດທີ່ຖືກລໍ້ລວງດ້ວຍງູຢູ່ບໍ? ເຈົ້າຍັງຈະກ້າເວົ້າຢູ່ບໍ່ວ່າ ຍ້ອນຜູ້ຍິງເປັນເພດທີ່ບໍ່ສະອາດທີ່ສຸດ ແລະ ເປັນແຫຼ່ງກໍາເນີດຂອງການເສື່ອມຊາມຂອງມະນຸດ ສະນັ້ນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະກາຍມາກເປັນເນື້ອໜັງດັ່ງຜູ້ຍິງ? ເຈົ້າກ້າຍຶດໜັ້ນໃນຄໍາເວົ້າບໍວ່າ “ຜູ້ຍິງຈະຕ້ອງເຊື່ອຟັງຜູ້ຊາຍສະເໝີ ແລະ ບໍ່ສາມາດປາກົດຕົວ ຫຼື ເປັນຕົວແທນພຣະເຈົ້າໄດ້ໂດຍກົງ”? ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ຜ່ານມາ ແຕ່ເຈົ້າພັດດູໝິ່ນພາລະກິດຂອງພຣະເຈົ້າ ໂດຍສະເພາະໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ? ຖ້າເຈົ້າຍັງບໍ່ສາມາດເຫັນສິ່ງນີ້ຢ່າງຈະແຈ້ງ, ທາງທີ່ດີໃຫ້ເຈົ້າລະວັງລິ້ນຂອງເຈົ້າໃຫ້ດີ ເພາະຢ້ານວ່າຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງເຈົ້າຈະຖືກເປີດເຜີຍ ແລະ ຄວາມໜ້າກຽດຊຽງຂອງເຂົ້າຈະຖືກເປີດໂປ່ງ. ຢ່າຄິດວ່າເຈົ້າເຂົ້າໃຈທຸກສິ່ງ. ເຮົາຂໍບອກເຈົ້າວ່າ ທັງໝົດທີ່ເຈົ້າໄດ້ເຫັນ ແລະ ຜະເຊີນ ແມ່ນບໍ່ພຽງພໍສໍາລັບເຈົ້າທີ່ຈະເຂົ້າໃຈແມ່ນແຕ່ໜຶ່ງສ່ວນພັນຂອງແຜນການຄຸ້ມຄອງຂອງເຮົາ. ສະນັ້ນ ເຫດໃດເຈົ້າຈຶ່ງປະພຶດຢ່າງທະນົງຕົວແບບນີ້? ພອນສະຫວັນອັນເລັກນ້ອຍ ແລະ ຄວາມຮູ້ອັນເລັກນ້ອຍຂອງເຈົ້າບໍ່ພຽງພໍສໍາລັບພຣະເຢຊູທີ່ຈະນໍາໃຊ້ເຂົ້າໃນພາລະກິດຂອງພຣະອົງແມ່ນແຕ່ວິນາທີດຽວ. ແທ້ຈິງແລ້ວ ເຈົ້າມີປະສົບການຫຼາຍປານໃດ? ສິ່ງທີ່ເຈົ້າເຫັນ ແລະ ສິ່ງທັງໝົດທີ່ເຈົ້າໄດ້ຍິນຕະຫຼອດຊີວິດຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຈິນຕະນາການໄວ້ ແມ່ນນ້ອຍກວ່າພາລະກິດທີ່ເຮົາເຮັດໃນຊ່ວງເວລາດຽວອີກ! ທາງທີ່ດີ ເຈົ້າບໍ່ຄວນຫາເລື່ອງ ແລະ ຈັບຜິດ. ເຈົ້າສາມາດອວດດີສໍ່າທີ່ເຈົ້າຕ້ອງການ, ແຕ່ເຈົ້າກໍເປັນພຽງສິ່ງທີ່ມີຊີວິດ ເຊິ່ງບໍ່ແມ່ນແຕ່ທຽບເທົ່າກັບໂຕມົດ! ທັງໝົດທີ່ເຈົ້າມີຢູ່ໃນທ້ອງຂອງເຈົ້າແມ່ນນ້ອຍກວ່າສິ່ງທີ່ໂຕມົດມີຢູ່ໃນຕົວມັນອີກ! ຢ່າຄິດວ່າ ຍ້ອນເຈົ້າໄດ້ຮັບປະສົບການບາງຢ່າງ ແລະ ໄດ້ເປັນຜູ້ອາວຸໂສ ສະນັ້ນເຈົ້າຈຶ່ງມີສິດຊີ້ຕີນຊີ້ມື ແລະ ເວົ້າໃຫຍ່ໄດ້ຢ່າງຕາມໃຈ. ປະສົບການຂອງເຈົ້າ ແລະ ຄວາມອາວຸໂສຂອງເຈົ້າບໍ່ແມ່ນຜົນຮັບມາຈາກພຣະທໍາທີ່ເຮົາກ່າວບໍ? ເຈົ້າເຊື່ອວ່າເຈົ້າຊື້ພຣະທໍາເຫຼົ່ານັ້ນດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງເຈົ້າເອງບໍ? ປັດຈຸບັນນີ້ ເຈົ້າເຫັນວ່າ ເຮົາໄດ້ກາຍເປັນເນື້ອໜັງ ແລະ ພຽງສິ່ງນີ້ສິ່ງດຽວ ເຈົ້າກໍເຕັມໄປດ້ວຍແນວຄວາມຄິດຕ່າງໆນາໆ ແລະ ໄດ້ຮັບແນວຄິດຢ່າງຫຼວງຫຼາຍຈາກພວກມັນ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງເຮົາ, ເຖິງແມ່ນວ່າເຈົ້າຈະມີພອນສະຫວັນພິເສດ ເຈົ້າກໍຈະບໍ່ມີແນວຄວາມຄິດຫຼາຍປານນັ້ນ ແລະ ບໍ່ແມ່ນຍ້ອນສິ່ງເຫຼົ່ານີ້ບໍ ທີ່ກໍ່ໃຫ້ເກີດມີແນວຄິດຕ່າງໆຂອງເຈົ້າ? ຖ້າພຣະເຢຊູບໍ່ໄດ້ກາຍເປັນເນື້ອໜັງໃນຄັ້ງທໍາອິດນັ້ນ ເຈົ້າຈະເຖິງກັບຮູ້ກ່ຽວກັບການບັງເກີດເປັນມະນຸດຢູ່ບໍ? ບໍ່ແມ່ນເປັນຍ້ອນການບັງເກີດເປັນມະນຸດຄັ້ງທໍາອິດບໍ ທີ່ເຮັດໃຫ້ເຈົ້າມີຄວາມຮູ້ ເຊິ່ງເຈົ້າອວດດີທີ່ຈະພະຍາຍາມຕັດສິນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະອົງ? ເປັນຫຍັງ ແທນທີ່ຈະເປັນຜູ້ຕິດຕາມດ້ວຍຢ່າງເຊື່ອຟັງ ເຈົ້າຈຶ່ງຕ້ອງຄົ້ນຄວ້າສຶກສາມັນ? ເມື່ອເຈົ້າໄດ້ເຂົ້າສູ່ກະແສນີ້ ແລະ ມາຢູ່ຕໍ່ໜ້າພຣະເຈົ້າຜູ້ບັງເກີດເປັນມະນຸດ ພຣະອົງຈະປ່ອຍໃຫ້ເຈົ້າໄດ້ຄົ້ນຄວ້າກ່ຽວກັບພຣະອົງຢູ່ບໍ? ເຈົ້າສາມາດສຶກສາປະຫວັດຄອບຄົວຂອງເຈົ້າ, ແຕ່ວ່າ ຖ້າເຈົ້າພະຍາຍາມສຶກສາ “ປະຫວັດຄອບຄົວ” ຂອງພຣະເຈົ້າ, ພຣະເຈົ້າໃນປັດຈຸບັນຈະປ່ອຍໃຫ້ເຈົ້າດໍາເນີນການສຶກສາດັ່ງກ່າວຢູ່ບໍ? ເຈົ້າບໍ່ແມ່ນຕາບອດບໍ? ເຈົ້າບໍ່ແມ່ນນໍາເອົາຄວາມດູຖູກມາສູ່ຕົນເອງບໍ?
ຖ້າພາລະກິດຂອງພຣະເຢຊູພຽງແຕ່ສຳເລັດ ແລະ ບໍ່ໄດ້ຖືກເສີມຂະຫຍາຍດ້ວຍພາລະກິດໃນຂັ້ນຕອນນີ້ຂອງຍຸກສຸດທ້າຍ, ມະນຸດກໍຈະຍຶດໝັ້ນໃນແນວຄິດຕະຫຼອດໄປວ່າ ມີພຽງພຣະເຢຊູເທົ່ານັ້ນຄືພຣະບຸດຂອງພຣະເຈົ້າ, ໝາຍຄວາມວ່າ ພຣະເຈົ້າມີພຽງບຸດຊາຍອົງດຽວ ແລະ ທຸກຄົນທີ່ມາຕາມຫລັງໂດຍໃຊ້ຊື່ອື່ນຈະບໍ່ແມ່ນພຣະບຸດອົງດຽວຂອງພຣະເຈົ້າ, ແລ້ວແຮງໄກທີ່ຈະເປັນພຣະເຈົ້າເອງໄດ້. ມະນຸດມີແນວຄິດວ່າ ທຸກຄົນທີ່ຮັບໃຊ້ເປັນເຄື່ອງບູຊາບາບ ຫຼື ຜູ້ທີ່ມີອໍານາດຕາງໜ້າພຣະເຈົ້າ ແລະ ໄຖ່ບາບໃຫ້ມວນມະນຸດຊາດແມ່ນພຣະບຸດອົງດຽວຂອງພຣະເຈົ້າ. ມີບາງຄົນເຊື່ອວ່າ ຕາບໃດທີ່ເປັນຜູ້ທີ່ນັ້ນເປັນເພດຊາຍ ພຣະອົງນັ້ນອາດຖືວ່າເປັນພຣະບຸດອົງດຽວຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າ. ຍັງມີຜູ້ຄົນອີກຈໍານວນໜຶ່ງທີ່ເວົ້າວ່າ ພຣະເຢຊູເປັນພຣະບຸດຂອງພຣະເຢໂຮວາ, ເປັນພຣະບຸດອົງດຽວຂອງພຣະອົງ. ແນວຄິດດັ່ງກ່າວບໍ່ໂອ້ອວດເກີນໄປບໍ? ຄວາມເຊື່ອນອກເໜືອຄວາມເປັນຈິງຢ່າງຮ້າຍແຮງບໍ? ຖ້າຂັ້ນຕອນນີ້ຂອງພາລະກິດບໍ່ໄດ້ປະຕິບັດໃນຍຸກສຸດທ້າຍ ແລ້ວມະນຸດທຸກຄົນກໍຈະມືດມົວຢູ່ພາຍໃຕ້ເງົາມືດກ່ຽວກັບເລື່ອງຂອງພຣະເຈົ້າ. ຖ້າຫາກວ່າເປັນເຊັ່ນນີ້, ຜູ້ຊາຍຈະຄິດວ່າຕົນເອງສູງສົ່ງກວ່າຜູ້ຍິງ ແລະ ຜູ້ຍິງກໍຈະບໍ່ສາມາດເງີຍຫົວຂື້ນໄດ້ ແລະ ດ້ວຍເຫດນັ້ນ ກໍຈະບໍ່ມີຜູ້ຍິງຄົນໃດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ຜູ້ຄົນເຊື່ອວ່າພຣະເຈົ້າເປັນຜູ້ຊາຍສະເໝີ ແລະ ຍິ່ງໄປກວ່ານັ້ນ ພຣະອົງລັງກຽດຜູ້ຍິງ ແລະ ຈະບໍ່ປະທານຄວາມລອດພົ້ນໃຫ້ເຂົາ. ຖ້າຫາກວ່ານີ້ເປັນເຊັ່ນນີ້ ແລ້ວມັນຈະບໍ່ແມ່ນຄວາມຈິງບໍ ທີ່ວ່າຜູ້ຍິງທຸກຄົນທີ່ຖືກສ້າງໂດຍພຣະເຢໂຮວາ ແລະ ຜູ້ທີ່ຖືກເສື່ອມໂຊມຈະບໍ່ໄດ້ມີໂອກາດຖືກຊ່ວຍໃຫ້ລອດພົ້ນໄດ້? ຖ້າເປັນເຊັ່ນນັ້ນ ມັນຈະບໍ່ມີຄວາມໝາຍຫຍັງທີ່ພຣະເຢໂຮວາສ້າງຜູ້ຍິງ ນັ້ນກໍຄື ສ້າງເອວາຂຶ້ນມາ ແມ່ນບໍ່? ແລ້ວຜູ້ຍິງຈະບໍ່ຈິບຫາຍຊົ່ວກາລະນານບໍ? ຍ້ອນສາເຫດນີ້, ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍຈຶ່ງໄດ້ຖືກດໍາເນີນການເພື່ອຊ່ວຍມະນຸດທຸກຄົນໃຫ້ລອດພົ້ນ, ບໍ່ແມ່ນພຽງຊ່ວຍແຕ່ຜູ້ຍິງເທົ່ານັ້ນ. ຖ້າທຸກຄົນຄິດວ່າພຣະເຈົ້າຕ້ອງບັງເກີດເປັນຜູ້ຍິງ ມັນກໍພຽງແຕ່ຊ່ວຍໃຫ້ຜູ້ຍິງລອດພົ້ນເທົ່ານັ້ນ, ແນ່ນອນ ຄົນນັ້ນແມ່ນໂງ່ຈ້າ.
ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜັນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄືງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູ້ງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫິນແຫ່ງພາລະກິດການໄຖບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖຶກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສະມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ. ພາລະກິດໃນຂັ້ນຕອນນີ້ແມ່ນປະຕິບັດບົນພື້ນຖານຂອງພາລະກິດຂອງຍຸກແຫ່ງພຣະຄຸນ. ຖ້າສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ບໍ່ກ່ຽວຂ້ອງກັນ ແລ້ວເຫດໃດການຖືກຄຶງເທິງໄມ້ກາງແຂນຈຶ່ງບໍ່ເກີດຂຶ້ນອີກໃນຍຸກນີ້? ເປັນຫຍັງເຮົາຈຶ່ງບໍ່ແບກຮັບເອົາບາບຂອງມະນຸດ, ແຕ່ກົງກັນຂ້າມ ເຮົາໄດ້ມາເພື່ອພິພາກສາ ແລະ ຂ້ຽນຕີມະນຸດໂດຍກົງ? ຖ້າພາລະກິດຂອງເຮົາໃນການພິພາກສາ ແລະ ຂ້ຽນຕີມະນຸດ ແລະ ການມາເຖິງຂອງເຮົາໃນຕອນນີ້ທີ່ບໍ່ໄດ້ມາຍ້ອນແນວຄວາມຄິດຂອງພຣະວິນຍານບໍລິສຸດນັ້ນ ບໍ່ໄດ້ມາຫຼັງຈາກການຖືກຄຶງທີ່ໄມ້ກາງແຂນ, ແລ້ວເຮົາກໍຈະມີຄຸນສົມບັດໃຫ້ພິພາກສາ ແລະ ຂ້ຽນຕີມະນຸດ. ມັນເປັນຍ້ອນເຮົາເປັນຜູ້ທີ່ຢູ່ກັບພຣະເຢຊູແທ້ໆ ເຮົາຈຶ່ງມາເພື່ອຂ້ຽນຕີ ແລະ ພິພາກສາມະນຸດໂດຍກົງ. ພາລະກິດໃນຂັ້ນຕອນນີ້ແມ່ນສ້າງຂຶ້ນທັງໝົດອີງຕາມພາລະກິດໃນຂັ້ນຕອນຜ່ານມາ. ເພາະສະນັ້ນ ມີພຽງພາລະກິດປະເພດນີ້ເທົ່ານັ້ນທີ່ສາມາດນໍາພາມະນຸດເຂົ້າສູ່ຄວາມລອດພົ້ນໄດ້ ໂດຍເທື່ອລະກ້າວ. ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ; ເຖິງແມ່ນວ່າເນື້ອຫາຂອງສິ່ງທີ່ພວກເຮົາກະທໍາ ແລະ ພາລະກິດທີ່ພວກເຮົາດໍາເນີນຈະບໍ່ຄືກັນ, ແຕ່ພວກເຮົາແມ່ນຄືກັນໃນດ້ານແກ່ນແທ້; ເນື້ອໜັງຂອງພວກເຮົາແມ່ນຢູ່ໃນຮູບແບບທີ່ແຕກຕ່າງກັນ, ແຕ່ນີ້ແມ່ນຍ້ອນການປ່ຽນແປງໃນຍຸກ ແລະ ຄວາມຕ້ອງການຂອງພາລະກິດຂອງພວກເຮົາທີ່ແຕກຕ່າງກັນ; ພັນທະກິດຂອງພວກເຮົາບໍ່ຄືກັນ ດັ່ງນັ້ນພາລະກິດທີ່ພວກເຮົານໍາມາ ແລະ ອຸປະນິໄສທີ່ພວກເຮົາເປີດເຜີຍຕໍ່ມະນຸດແມ່ນແຕກຕ່າງເຊັ່ນກັນ. ນັ້ນຄືເຫດຜົນທີ່ມະນຸດເຫັນ ແລະ ເຂົ້າໃຈວ່າ ມື້ນີ້ແມ່ນບໍ່ຄືສິ່ງທີ່ຜ່ານມາ, ນີ້ເປັນຍ້ອນການປ່ຽນແປງໃນຍຸກ. ເຖິງວ່າພຣະອົງທັງສອງຈະມີຄວາມແຕກຕ່າງທາງເພດ ແລະ ຮູບຮ່າງດ້ານເນື້ອໜັງພຣະອົງທັງສອງ ເຊິ່ງພຣະອົງທັງສອງບໍ່ໄດ້ບັງເກີດຈາກຄອບຄົວດຽວກັນ, ແຮງໄກທີ່ຢູ່ໃນຊ່ວງເວລາດຽວກັນອີກ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະອົງທັງສອງແມ່ນເປັນອົງດຽວກັນ. ເຖິງວ່າເນື້ອໜັງຂອງພຣະອົງທັງສອງບໍ່ໄດ້ມີເລືອດ ຫຼື ຄວາມສຳພັນທາງຮ່າງກາຍຊະນິດໃດໜຶ່ງ, ແຕ່ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງທັງສອງຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໃນສອງຊ່ວງເວລາທີ່ແຕກຕ່າງກັນ. ການທີ່ພຣະອົງທັງສອງບັງເກີດເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ ເປັນຄວາມຈິງທີ່ໂຕ້ແຍ່ງບໍ່ໄດ້. ເຖິງແມ່ນວ່າ ພຣະອົງທັງສອງບໍ່ແມ່ນສາຍເລືອດດຽວກັນ ແລະ ບໍ່ໄດ້ເວົ້າພາສາດຽວກັນ (ຜູ້ໜຶ່ງເປັນເພດຊາຍທີ່ເວົ້າພາສາຢີວ ແລະ ອີກຄົນໜຶ່ງເປັນເພດຍິງທີ່ເວົ້າແຕ່ພາສາຈີນເທົ່ານັ້ນ). ຍ້ອນສາເຫດເຫຼົ່ານີ້ ທີ່ພຣະອົງທັງສອງຈຶ່ງໄດ້ດໍາລົງຊີວິດຢູ່ໃນປະເທດທີ່ແຕກຕ່າງກັນ ແລະ ໃນຊ່ວງເວລາທີ່ແຕກຕ່າງກັນເຊັ່ນກັນ ເພື່ອປະຕິບັດພາລະກິດທີ່ເຮັດໃຫ້ແຕ່ລະອົງໄດ້ປະຕິບັດ. ເຖິງແມ່ນວ່າ ພຣະອົງທັງສອງຈະເປັນພຣະວິນຍານອົງດຽວກັນກໍຕາມ, ມີແກ່ນແທ້ຄືກັນ, ແຕ່ຮູບຮ່າງພາຍນອກຂອງພຣະອົງທັງສອງແມ່ນບໍ່ມີຄວາມຄ້າຍຄືກັນຈັກໜ້ອຍເລີຍ. ສິ່ງທີ່ພຣະອົງທັງສອງມີຄວາມຄ້າຍຄືກັນກໍມີພຽງຄວາມເປັນມະນຸດເທົ່ານັ້ນ, ແຕ່ເທົ່າທີ່ກ່ຽວກັບລັກສະນະພາຍນອກຂອງເນື້ອໜັງຂອງພຣະອົງທັງສອງ ແລະ ສະພາບການກໍາເນີດຂອງພຣະອົງທັງສອງ, ພຣະອົງທັງສອງແມ່ນບໍ່ຄືກັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດໃຜລາວຂອງພຣະອົງທັງສອງ ຫຼື ຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງທັງສອງ, ຍ້ອນວ່າ ໃນການວິເຄາະຂັ້ນສຸດທ້າຍກໍຈະເຫັນວ່າ ພຣະອົງທັງສອງແມ່ນເປັນພຣະວິນຍານອົງດຽວກັນ ແລະ ບໍ່ມີໃຜສາມາດແຍກພຣະອົງທັງສອງອອກຈາກກັນໄດ້. ເຖິງແມ່ນວ່າພຣະອົງທັງສອງຈະບໍ່ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ຊີວິດທັງໝົດຂອງພຣະອົງທັງສອງແມ່ນຄວບຄຸມພຣະວິນຍານຂອງພຣະອົງທັງສອງ ເຊິ່ງມອບໝາຍພາລະກິດທີ່ແຕກຕ່າງກັນໃຫ້ພຣະອົງທັງສອງນໍາໄປປະຕິບັດຢູ່ໃນຊ່ວງເວລາທີ່ແຕກຕ່າງກັນ ແລະ ເນື້ອໜັງຂອງພຣະອົງທັງສອງກໍມາຈາກສາຍເລືອດທີ່ຕ່າງກັນ. ພຣະວິນຍານຂອງພຣະເຢໂຮວາກໍບໍ່ແມ່ນພໍ່ຂອງພຣະວິນຍານຂອງພຣະເຢຊູ ແລະ ພຣະວິນຍານຂອງພຣະເຢຊູກໍບໍ່ແມ່ນບຸດຊາຍຂອງພຣະວິນຍານຂອງພຣະເຢໂຮວາ: ພຣະອົງທັງສອງຄືໜຶ່ງດຽວ ແລະ ເປັນພຣະວິນຍານອົງດຽວກັນ. ໃນທຳນອງດຽວກັນ ພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນ ແລະ ພຣະເຢຊູບໍ່ໄດ້ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ພຣະອົງທັງສອງຄືອົງດຽວກັນ ນີ້ກໍຍ້ອນວ່າພຣະວິນຍານຂອງພຣະອົງທັງສອງແມ່ນອັນດຽວກັນ. ພຣະເຈົ້າສາມາດປະຕິບັດພາລະກິດແຫ່ງຄວາມເມດຕາ ແລະ ຄວາມຮັກກະລຸນາ ພ້ອມດ້ວຍການພິພາກສາທີ່ທ່ຽງທໍາ ແລະ ການຂ້ຽນຕີມະນຸດ ແລະ ການສາບແຊ່ງມະນຸດ; ແລະໃນທີ່ສຸດ ພຣະອົງສະມາດປະຕິບັດພາລະກິດແຫ່ງການທໍາລາຍໂລກ ແລະ ລົງໂທດຄົນຊົ່ວ. ພຣະອົງບໍ່ໄດ້ກະທໍາທັງໝົດນີ້ດ້ວຍຕົນເອງບໍ? ແລ້ວນີ້ບໍ່ແມ່ນອຳນາດອັນໄພສານຂອງພຣະເຈົ້າບໍ? ພຣະອົງສາມາດປະກາດໃຊ້ກົດເກນເພື່ອມະນຸດ ແລະ ອອກກົດບັນຍັດໃຫ້ແກ່ພວກເຂົາ ແລະ ພ້ອມນີ້ ພຣະອົງຍັງສາມາດນໍາພາຊາວອິດສະຣາເອັນຊ່ວງທຳອິດໃຊ້ຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ຊີ້ນໍາພວກເຂົາໃຫ້ສ້າງພຣະວິຫານ ແລະ ແທ່ນບູຊາ, ຄຸມຊາວອິດສະຣາເອັນທຸກຄົນໃຫ້ຢູ່ພາຍໃຕ້ອຳນາດຂອງພຣະອົງ. ດ້ວຍສິດອໍານາດຂອງພຣະອົງ, ພຣະອົງດໍາລົງຢູ່ເທິງແຜ່ນດິນໂລກນີ້ກັບຊາວອິດສະຣາເອັນເປັນເວລາສອງພັນປີ. ຊາວອິດສະຣາເອັນບໍ່ກ້າກະບົດຕໍ່ພຣະອົງ; ທຸກຄົນເຄົາລົບບູຊາພຣະເຢໂຮວາ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ນີ້ແມ່ນພາລະກິດທີ່ໄດ້ກະທໍາອີງຄຸນງາມຄວາມດີແຫ່ງສິດອໍານາດຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ. ຫລັງຈາກນັ້ນ ໃນລະຫວ່າງຍຸກແຫ່ງຄຸນ ພຣະເຢຊູລົງມາເພື່ອໄຖ່ບາບໃຫ້ກັບມະນຸດຊາດທີ່ເສື່ອມໂຊມ (ແລະ ບໍ່ມີແຕ່ຊົນຊາດອິສຣະເອນເທົ່ານັ້ນ). ພຣະອົງສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມະນຸດ. ພຣະເຢຊູທີ່ມະນຸດເຫັນໃນຍຸກແຫ່ງພຣະຄຸນນັ້ນ ແມ່ນເຕັມໄປດ້ວຍຄວາມຮັກກະລຸນາ ແລະ ມີຄວາມຮັກໄຄ່ຕໍ່ມະນຸດສະເໝີ ດ້ວຍວ່າພຣະອົງໄດ້ລົງມາເພື່ອຊ່ວຍມະນຸດໃຫ້ພົ້ນບາບ. ພຣະອົງສະມາດອະໄພບາບໃຫ້ແກ່ມະນຸດ ຈົນກວ່າການໄຖ່ບາບທີ່ຖືກຄຶງໄສ່ໄມ້ກາງແຂນຂອງພຣະອົງໄດ້ໄຖ່ມະນຸດຈາກຄວາມບາບຢ່າງສົມບູນ. ໃນໄລຍະນີ້ ພຣະເຈົ້າປາກົດຕົວຕໍ່ໜ້າມະນຸດດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ ນັ້ນກໍຄື ພຣະອົງກາຍເປັນຜູ້ຖວາຍບາບໃຫ້ແກ່ມະນຸດ ແລະ ຖືກຄືງໄສ່ໄມ້ກາງແຂນເພື່ອໄຖ່ບາບໃຫ້ແກ່ມະນຸດ ເພື່ອວ່າພວກເຂົາຈະໄດ້ຮັບການໃຫ້ອະໄພເປັນນິດລັນດອນ. ພຣະອົງມີຄວາມເມດຕາ, ຄວາມກະລຸນາ, ຄວາມອົດທົນ ແລະ ຄວາມຮັກ. ເຊັ່ນດຽວກັນ ຜູ້ຄົນທີ່ຕິດຕາມພຣະເຢຊູໃນຍຸກແຫ່ງພຣະຄຸນ ແມ່ນພາກັນສະແຫວງຫາຄວາມໝັ້ນຄົງ ແລະ ຄວາມຮັກໃນທຸກໆສິ່ງ. ພວກເຂົາໄດ້ທົນທຸກທໍມະມານ ແລະ ບໍ່ເຄີຍ ຕອບໂຕ້ຄືນເມື່ອຖືກຕົບຕີ, ຖືກປ້ອຍດ່າ ຫຼື ຖືກແກວ່ງໝາກຫີນໃສ່. ແຕ່ວາ, ໃນລະຫວ່າງຂັ້ນຕອນສຸດທ້າຍນີ້ຈະບໍ່ເປັນແບບນັ້ນອີກຕໍ່ໄປ. ເຖິງແມ່ນວ່າພຣະວິນຍານຂອງພຣະອົງທັງສອງຈະເປັນອົງດຽວກັນ, ແຕ່ພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາແມ່ນບໍ່ໄດ້ຄືກັນທັງໝົດ. ພາລະກິດຂອງພຣະເຢໂຮວາບໍ່ແມ່ນເພື່ອນໍາເອົາຍຸກໄປສູ່ການສິ້ນສຸດ ແຕ່ເພື່ອຊີ້ນໍາຍຸກ, ເລີ່ມຕົ້ນຊີວິດຂອງມະນຸດຊາດເທິງແຜ່ນດິນໂລກ ແລະ ພາລະກິດໃນມື້ນີ້ແມ່ນເພື່ອເອົາຊະນະຄົນທີ່ຢູ່ຕ່າງຊາດທີ່ຖືກເຮັດເສື່ອມຊາມຢ່າງຮຸນແຮງ ແລະ ບໍ່ພຽງແຕ່ເພື່ອນໍາພາຜູ້ຄົນທີ່ຖືກເລືອກໃນປະເທດຈີນ ແຕ່ຈັກກະວານທັງປວງ ແລະ ມະນຸດຊາດທັງປວງ. ເຈົ້າອາດເຫັນວ່າພາລະກິດນີ້ແມ່ນກໍາລັງປະຕິບັດຢູ່ໃນປະເທດຈີນເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ, ພາລະກິດດັ່ງກ່າວນີ້ໄດ້ເລີ່ມຂະຫຍາຍໄປຍັງຕ່າງປະເທດແລ້ວ. ເຫດໃດຜູ້ຄົນທີ່ຢູ່ນອກປະເທດຈີນຈຶ່ງສະແຫວງຫາຫົນທາງທີ່ແທ້ຈິງນີ້ຄັ້ງແລ້ວຄັ້ງເລົ່າ? ນັ້ນກໍຍ້ອນວ່າ ພຣະວິນຍານໄດ້ຕຽມພ້ອມປະຕິບັດພາລະກິດແລ້ວ ແລະ ພຣະທໍາທີ່ກໍາລັງກ່າວໃນປັດຈຸບັນແມ່ນແນໃສ່ຜູ້ຄົນທົ່ວຈັກກະວານ. ດ້ວຍວິທີນີ້ ເຄິ່ງໜຶ່ງຂອງພາລະກິດແມ່ນກໍາລັງດໍາເນີນການ. ເລີ່ມແຕ່ການສ້າງໂລກຈົນເຖິງປັດຈຸບັນ ພຣະວິນຍານຂອງພຣະເຈົ້າໄດ້ດຳເນີນພາລະກິດອັນຍິ່ງໃຫຍ່ນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງຍັງໄດ້ກະທໍາຕ່າງພາລະກິດທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ ແລະ ທ່າມກາງຊາດຕ່າງໆອີກດ້ວຍ. ຜູ້ຄົນໃນແຕ່ລະຍຸກຈະເຫັນອຸປະນິສໄຂອງພຣະອົງທີ່ແຕກຕ່າງກັນໄປ ເຊິ່ງຖືກເປີດເຜີຍຢ່າງທຳມະຊາດຜ່ານພາລະກິດແຕກຕ່າງກັນທີ່ພຣະອົງກະທໍາ. ພຣະອົງຄືພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ; ພຣະອົງເປັນເຄື່ອງບູຊາແທນຄວາມຜິດບາບໃຫ້ແກ່ມະນຸດ ແລະ ເປັນຜູ້ເບິ່ງແຍງດູແລມະນຸດ; ແຕ່ພຣະອົງຍັງເປັນການພິພາສາ, ການຂ້ຽນຕີ ແລະ ການສາບແຊ່ງຂອງມະນຸດອີກດ້ວຍ. ພຣະອົງສາມາດນໍາພາມະນຸດໃຊ້ຊີວິດຢູ່ໃນແຜ່ນດິນໂລກເປັນເວລາສອງພັນປີ ແລະ ພຣະອົງຍັງສາມາດໄຖ່ມະນຸດຊາດທີ່ເສື່ອມໂຊມຈາກຄວາມຜິດບາບ. ປັດຈຸບັນນີ້, ພຣະອົງຍັງສາມາດເອົາຊະນະມະນຸດຊາດຜູ້ທີ່ບໍ່ຮູ້ຈັກພຣະອົງ ແລະ ເຮັດໃຫ້ພວກເຂົາມາຢູ່ພາຍໃຕ້ອຳນາດຂອງພຣະອົງ ເພື່ອວ່າທຸກຄົນຈະຍອມອ່ອນນ້ອມຕໍ່ພຣະອົງຢ່າງສົມບູນ. ໃນທີ່ສຸດ ພຣະອົງຈະເຜົາທໍາລາຍທຸກສິ່ງທີ່ບໍ່ສະອາດ ແລະ ບໍ່ທ່ຽງທໍາໃນບັນດາມະນຸດທົ່ວຈັກກະວານ ເພື່ອສະແດງໃຫ້ພວກເຂົາເຫັນວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີຄວາມເມດຕາ ແລະ ຄວາມຮັກ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ຄວາມມະຫັດສະຈັນ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ສັກສິດ, ແຕ່ວ່າຍິ່ງໄປກວ່ານັ້ນ ພຣະອົງຄືພຣະເຈົ້າຜູ້ຕັດສິນມະນຸດ. ສໍາລັບຜູ້ທີ່ຊົ່ວຊ້າທັງຫຼາຍໃນບັນດາມະນຸດ ພຣະອົງຄືການເຜົາທໍາລາຍ, ການພິພາກສາ ແລະ ການລົງໂທດ; ສຳລັບຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ ພຣະອົງຄືຄວາມລຳບາກຍາກແຄ້ນ, ການຫຼໍ່ຫຼອມ ແລະ ການທົດລອງ ພ້ອມດ້ວຍໃຫ້ຄວາມອົບອຸ່ນ, ການສະໜັບສະໜູນ, ການສະໜອງແຫ່ງພຣະທໍາ, ການຈັດການ ແລະ ການລິຮານ; ແລະ ສໍາລັບຜູ້ທີ່ຈະຖືກກຳຈັດ, ພຣະອົງຄືການລົງໂທດ ແລະ ຄວາມລໍາບາກຍາກແຄ້ນ. ບອກເຮົາມາເບິ່ງວ່າ ພຣະເຈົ້າບໍ່ມີລິດທານຸພາບສູງສຸດບໍ? ພຣະອົງສາມາດກະທໍາໄດ້ທຸກສິ່ງຢ່າງ ແລະ ທຸກພາລະກິດ, ບໍ່ແມ່ນພຽງແຕ່ການຖືກຄຶງໃສ່ໄມ້ກາງແຂນທີ່ເຈົ້າຈິນຕະນາການເຫັນເທົ່ານັ້ນ. ເຈົ້າດູຖູກພຣະເຈົ້າເກີນໄປ! ເຈົ້າເຊື່ອວ່າພຣະອົງພຽງສາມາດໄຖ່ບາບໃຫ້ແກ່ມວນມະນຸດໂດຍຜ່ານການຄຶງໃສ່ໄມ້ກາງແຂນ ແລະ ມັນໝົດສໍ່ານັ້ນບໍ? ແລ້ວຫຼັງຈາກນັ້ນ, ເຈົ້າກໍຈະຕິດຕາມພຣະອົງໄປສູ່ສະຫວັນເພື່ອກິນໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ ແລະ ດື່ມຈາກແມ່ນໍ້າແຫ່ງຊີວິດບໍ? ມັນຈະງ່າຍດາຍປານນັ້ນພຸ້ນບໍ? ບອກເຮົາມາເບິ່ງ, ມີສິ່ງໃດແດ່ທີ່ເຈົ້າບັນລຸຜົນສໍາເລັດ? ເຈົ້າມີຊີວິດຂອງພຣະເຢຊູບໍ? ແນ່ນອນ ເຈົ້າຖືກໄຖ່ບາບໂດຍພຣະອົງ ແຕ່ການຖືກຄຶງໃສ່ໄມ້ກາງແຂນແມ່ນພາລະກິດຂອງພຣະເຢຊູເອງ. ເຈົ້າໄດ້ເຮັດສໍາເລັດໜ້າທີ່ຫຍັງແດ່ໃນຖານະທີ່ເປັນມະນຸດ? ເຈົ້າພຽງແຕ່ມີຄວາມສັດທາພາຍນອກ ແຕ່ເຈົ້າບໍ່ເຂົ້າໃຈຫົນທາງຂອງພຣະອົງ. ນັ້ນບໍ ຄືວິທີທີ່ເຈົ້າສະແດງເຖິງພຣະອົງ? ຖ້າເຈົ້າຍັງບໍ່ທັນໄດ້ຮັບຊີວິດຂອງພຣະເຈົ້າ ຫຼື ໄດ້ເຫັນອຸປະນິໄສທີ່ທ່ຽງທໍາທັງໝົດຂອງພຣະອົງ ເຈົ້າຈະບໍ່ສາມາດອ້າງວ່າຕົນເອງມີຊີວິດ ແລະ ເຈົ້າບໍ່ເໝາະສົມທີ່ຈະຜ່ານປະຕູໂຂງຂອງອານາຈັກແຫ່ງສະຫວັນນີ້ໄປ.
ພຣະເຈົ້າບໍ່ພຽງແຕ່ເປັນພຣະວິນຍານເທົ່ານັ້ນ ພຣະອົງຍັງສາມາດກາຍເປັນເນື້ອໜັງໄດ້; ຍິ່ງໄປກວ່ານັ້ນ, ພຣະອົງຄືຮ່າງກາຍຂອງຄວາມສະຫງ່າລາສີ. ເຖິງແມ່ນວ່າ ພວກເຈົ້າບໍ່ເຄີຍເຫັນພຣະເຢຊູ, ແຕ່ພຣະເຢຊູກໍໄດ້ເປັນທີ່ປະຈັກຕໍ່ຊາວອິດສະຣາເອັນ ເຊິ່ງກໍຄືພວກຢິວໃນເວລານັ້ນ. ທໍາອິດ ພຣະອົງເປັນພຽງຮ່າງກາຍຝ່າຍເນື້ອໜັງ, ແຕ່ຫລັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍກາຍເປັນຮ່າງກາຍແຫ່ງສະຫງ່າລາສີ. ພຣະອົງຄືພຣະວິນຍານທີ່ປົກຄຸມທຸກສິ່ງ ແລະ ສາມາດປະຕິບັດພາລະກິດໄດ້ໃນທຸກຫົນແຫ່ງ. ພຣະອົງສາມາດເປັນພຣະເຢໂຮວາ ຫຼື ເປັນພຣະເຢຊູ ຫຼື ພຣະເມຊີອາ; ໃນທີ່ສຸດ ພຣະອົງຍັງສາມາດເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດອີກດ້ວຍ. ພຣະອົງຄືຄວາມທ່ຽງທໍາ, ການພິພາກສາ ແລະ ການຂ້ຽນຕີ; ພຣະອົງຄືຄວາມສາບແຊ່ງ ແລະ ຄວາມໂກດຮ້າຍ; ແຕ່ພ້ອມນີ້ ພຣະອົງຍັງເປັນຄວາມເມດຕາ ແລະ ຄວາມຮັກກະລຸນາອີກດ້ວຍ. ພາລະກິດທຸກຢ່າງທີ່ພຣະອົງກະທໍາສາມາດເປັນຕົວແທນຂອງພຣະອົງໄດ້. ເຈົ້າຄິດວ່າພຣະອົງເປັນພຣະເຈົ້າໃນລັກສະນະແບບໃດ? ເຈົ້າບໍ່ສາມາດອະທິບາຍໄດ້. ຖ້າເຈົ້າບໍ່ສາມາດອະທິບາຍໄດ້ຢ່າງແທ້ຈິງ, ເຈົ້າກໍບໍ່ຄວນສະຫຼຸບກ່ຽວກັບພຣະເຈົ້າ. ບໍ່ຕ້ອງຟ້າວສະຫຼຸບວ່າພຣະເຈົ້າເປັນພຣະເຈົ້າຂອງຄວາມເມດຕາ ແລະ ຄວາມຮັກກະລຸນາຢູ່ຕະຫຼອດໄປ ຍ້ອນພຽງແຕ່ພຣະອົງກະທໍາພາລະກິດການໄຖ່ບາບໃນຂັ້ນຕອນດຽວເທົ່ານັ້ນ. ເຈົ້າໝັ້ນໃຈບໍ່ວ່າພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ? ຖ້າພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ, ແລ້ວເຫດໃດພຣະອົງຈຶ່ງຈະນໍາເອົາຍຸກໄປສູ່ຈຸດຈົບໃນຍຸກສຸດທ້າຍ? ເຫດໃດພຣະອົງຈຶ່ງສົ່ງໄພພິບັດມາຍັງໂລກນີ້ຢ່າງຫຼວງຫຼາຍ? ອີງຕາມແນວຄິດ ແລະ ຄວາມຄິດຂອງຜູ້ຄົນ, ພຣະອົງຄວນມີຄວາມເມດຕາ ແລະ ຄວາມຮັກຈົນເຖິງທີ່ສຸດ ເພື່ອວ່າສະມາຊິກຄົນສຸດທ້າຍຂອງມະນຸດຊາດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ແຕ່ໃນຍຸກສຸດທ້າຍ, ເປັນຫຍັງພຣະອົງຈຶ່ງຈະສົ່ງໄພພິບັດທີ່ໃຫຍ່ຫຼວງ ເຊັ່ນ: ແຜ່ນດິນໄຫວ, ໂຣກລະບາດ ແລະ ໄພອຶດຢາກມາເພື່ອທຳລາຍມະນຸດຊາດທີ່ຊົ່ວຮ້າຍນີ້ ທີ່ຖືວ່າພຣະເຈົ້າເປັນສັດຕູ? ເປັນຫຍັງພຣະອົງຈຶ່ງຍອມໃຫ້ມະນຸດທົນທຸກກັບໄພພິບັດເຫຼົ່ານີ້? ສໍາລັບພຣະອົງເປັນພຣະເຈົ້າໃນລັກສະນະແບບໃດນັ້ນ ບໍ່ມີໃຜໃນບັນດາພວກເຈົ້າກ້າເວົ້າ ແລະ ບໍ່ມີຜູ້ໃດອະທິບາຍໄດ້. ເຈົ້າກ້າເວົ້າບໍວ່າພຣະອົງຄືພຣະວິນວິນຍານຢ່າງແທ້ຈິງ? ເຈົ້າກ້າເວົ້າບໍວ່າ ພຣະອົງເປັນພຽງເນື້ອໜັງຂອງພຣະເຢຊູ? ແລ້ວເຈົ້າກ້າເວົ້າບໍ່ວ່າ ພຣະອົງຄືພຣະເຈົ້າຜູ້ທີ່ຈະຖືກຄຶງເທິງໄມ້ກາງແຂນເພື່ອເຫັນແກ່ຜົນປະໂຫຍດຂອງມະນຸດຕະຫຼອດໄປເປັນນິດ?
(ຈາກໜັງສື ພຣະທໍາປາກົດໃນຮ່າງກາຍ)