7. ຄົນໆໜຶ່ງຈະຮູ້ວ່າ ພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດໄດ້ແນວໃດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ” (ໂຢຮັນ 1:1).

“ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ ມະນຸດບໍ່ສາມາດບັນລຸໄດ້.

(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາດສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິດຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລິຍ ນອກຈາກເນື້ອໜັງ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດຈັດເປັນຄວາມຈິງ, ທິດສະດີຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງ ໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ “ພຣະທໍາ” ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕິສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງທີ່ສຳຄັນກໍຄື ຈາກຄວາມເປັນມະນຸດທີ່ປົກກະຕິນີ້ ເຈົ້າສາມາດຄົ້ນພົບວ່າພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະວິນຍານແຫ່ງຄວາມຈິງໄດ້ບັງເກີດໃນເນື້ອໜັງ ນັ້ນກໍຄື ຄວາມຈິງ, ຫົນທາງ ແລະ ຊີວິດທັງໝົດໄດ້ກາຍມາເປັນເນື້ອໜັງ, ໄດ້ຄົ້ນພົບວ່າ ພຣະວິນຍານຂອງພຣະເຈົ້າໄດ້ມາເຖິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພຣະວິນຍານໄດ້ກາຍມາເປັນເນື້ອໜັງ. ເຖິງແມ່ນວ່າໃນດ້ານຜິວເຜີນ ເບິ່ງຄືກັບວ່າ ສິ່ງນີ້ແມ່ນແຕກຕ່າງຈາກແນວຄວາມຄິດຂອງພຣະວິນຍານບໍລິສຸດ, ໃນພາລະກິດນີ້ ເຈົ້າຈະສາມາດເຫັນຢ່າງຊັດເຈນຍິ່ງຂຶ້ນວ່າ ພຣະວິນຍານຖືກເຮັດໃຫ້ເປັນຈິງໃນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ. ເຈົ້າສາມາດເຂົ້າໃຈຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ: “ໃນຕົ້ນເດີມນັ້ນຊົງມີພຣະທໍາຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ”. ຍິ່ງໄປກວ່ານັ້ນ ເຈົ້າຕ້ອງເຂົ້າໃຈວ່າພຣະທຳໃນປັດຈຸບັນແມ່ນພຣະເຈົ້າ ແລະ ເບິ່ງເຫັນວ່າພຣະທຳກາຍມາເປັນເນື້ອໜັງ. ສິ່ງນີ້ແມ່ນການເປັນພະຍານທີ່ດີທີ່ສຸດທີ່ເຈົ້າສາມາດເປັນໄດ້. ສິ່ງນີ້ພິສຸດວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ເຈົ້າບໍ່ພຽງແຕ່ສາມາດຮູ້ຈັກພຣະເຈົ້າ, ແຕ່ຍັງຮູ້ຈັກວ່າຫົນທາງທີ່ເຈົ້າຍ່າງໃນປັດຈຸບັນແມ່ນຫົນທາງແຫ່ງຊີວິດ ແລະ ຫົນທາງແຫ່ງຄວາມຈິງ. ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມເນື້ອຄວາມທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ພຣະອົງຄືການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ໃນຍຸກສຸດທ້າຍ, ພຣະອົງຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງຫົນທາງທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈກັບສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນຄຳພະຍານທີ່ເຈົ້າຕ້ອງເປັນ ເຊິ່ງທຸກຄົນຕ້ອງຮູ້.

(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຄັ້ງນີ້ ພຣະເຈົ້າສະເດັດມາເພື່ອດໍາເນີນພາລະກິດ ບໍ່ແມ່ນຜ່ານທາງພຣະວິນຍານ ແຕ່ຜ່ານຮ່າງກາຍທໍາມະດາ. ຮ່າງກາຍນັ້ນບໍ່ແມ່ນເປັນພຽງຮ່າງກາຍທີ່ພຣະເຈົ້າຊົງບັງເກີດຄັ້ງທີສອງເທົ່ານັ້ນ ແຕ່ເປັນຮ່າງກາຍທີ່ພຣະອົງສະເດັດມາ. ຮ່າງກາຍດັ່ງກ່າວເປັນຮ່າງກາຍເນື້ອໜັງທໍາມະດາ. ເຈົ້າຈະບໍ່ສັງເກດເຫັນຄວາມພິເສດໃດໆໃນຮ່າງກາຍນີ້ ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ເຈົ້າບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ເປັນສູນລວມຂອງພຣະທໍາແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ ເຊິ່ງເປັນຮ່າງກາຍທີ່ປະຕິບັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ທັງເປັນສິ່ງສະແດງໃຫ້ມະນຸດຮູ້ອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢາກເຫັນພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກເຂົ້າໃຈພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກຮູ້ຈຸດໝາຍປາຍທາງຂອງມະນຸດບໍ? ພຣະອົງຈະບອກຄວາມເລິກລັບທັງໝົດທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າໄດ້ ແລະ ພຣະອົງຍັງຈະບອກເຈົ້າໃຫ້ຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງເປັນປະຕູສູ່ອານາຈັກຂອງພຣະເຈົ້າ ແລະ ເປັນເຂັມທິດນໍາພາໄປສູ່ຍຸກໃໝ່. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ມີຄວາມເລິກລັບທັງປວງທີ່ຄົນເຮົາບໍ່ສາມາດຢັ່ງເຫັນ. ການກະທໍາຂອງພຣະອົງ ເຈົ້າອາດຈະບໍ່ສາມາດຢັ່ງຮູ້ໄດ້ ແຕ່ເປົ້າໝາຍຂອງພາລະກິດທັງໝົດຂອງພຣະອົງພຽງພໍທີ່ຈະໃຫ້ເຈົ້າຮູ້ໄດ້ວ່າ ພຣະອົງບໍ່ແມ່ນຄົນທໍາມະດາຕາມຄວາມເຊື່ອຂອງມະນຸດ. ເພາະວ່າພຣະອົງເປັນຕົວແທນຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າໄດ້ສະແດງຕໍ່ມະນຸດໃນຍຸກສຸດທ້າຍ. ເຖິງວ່າເຈົ້າບໍ່ສາມາດໄດ້ຍິນສຽງຂອງພຣະອົງທີ່ເຮັດໃຫ້ສະຫວັນ ແລະ ໂລກສັ່ນສະທ້ານ ຫຼື ເຫັນແປວໄພອອກມາຈາກຕາຂອງພຣະອົງ ແລະ ເຖິງວ່າເຈົ້າບໍ່ສາມາດສໍາພັດການຕີສອນດ້ວຍຄ້ອນເຫຼັກຂອງພຣະອົງ ເຈົ້າສາມາດສໍາພັດຄວາມຮ້າຍກາດຈາກຖ້ອຍຄໍາຂອງພຣະອົງໄດ້ ແລະ ຮູ້ວ່າ ພຣະເຈົ້າແມ່ນມີຄວາມເມດຕາຕໍ່ມະນຸດໂດຍແທ້ຈິງ. ເຈົ້າສາມາດເບິ່ງເຫັນອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດສໍາພັດໄດ້ເຖິງຄວາມຫ່ວງໄຍ ແລະ ການດູແລທີ່ພຣະອົງມີຕໍ່ມະນຸດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ ມະນຸດເຫັນພຣະເຈົ້າແຫ່ງຟ້າສະຫວັນຊົງດໍາລົງຢູ່ທ່າມກາງມະນຸດ ໃນໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ, ແລະ ຮັກພຣະອົງ. ດ້ວຍເຫດນີ້ ພຣະອົງຈິ່ງໄດ້ກັບມາເປັນມະນຸດຄັ້ງທີສອງ...

... ຄວາມຈິງແລ້ວ ພວກເຈົ້າມາຮອດມື້ນີ້ໄດ້ກໍຍ້ອນການບັງເກີດເປັນເນື້ອໜັງນີ້. ເປັນຍ້ອນພຣະເຈົ້າສະຖິດຢູ່ໃນເນື້ອໜັງນີ້ ພວກເຈົ້າຈິ່ງສາມາດມີຊີວິດຢູ່ໄດ້. ພອນປະເສີດທັງໝົດນີ້ໄດ້ມາກໍຍ້ອນມະນຸດທໍາມະດາຄົນນີ້. ບໍ່ພຽງເທົ່ານັ້ນ, ແຕ່ໃນທີ່ສຸດ ທຸກຊາດຈະນະມັດສະການມະນຸດທໍາມະດາຄົນນີ້ ພ້ອມທັງຂອບພຣະໄທ ແລະ ເຊື່ອຟັງມະນຸດທີ່ສໍາຄັນຄົ້ນນີ້. ເພາະວ່າຄວາມຈິງ, ຊີວິດ, ແລະ ຫົນທາງທີ່ພຣະອົງນໍາມາໄດ້ຊ່ວຍມະນຸດຊາດໃຫ້ລອດພົ້ນ, ໄດ້ກໍາຈັດຄວາມຄັດແຍ່ງລະຫວ່າງພຣະເຈົ້າກັບມະນຸດ, ເຮັດໃຫ້ມະນຸດກັບພຣະເຈົ້າຫຍັບເຂົ້າໃກ້ກັນ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດມະນຸດ ແລະ ພຣະເຈົ້າ. ພຣະອົງຍັງເປັນຜູ້ທີ່ນໍາສະຫງ່າລາສີຍິ່ງໃຫຍ່ກວ່າເກົ່າໄປສູ່ພຣະເຈົ້າ. ບໍ່ແມ່ນມະນຸດທໍາມະດາຄົນນີ້ບໍທີ່ສົມຄວນໄດ້ຮັບການໄວ້ວາງໃຈ ແລະ ສັກກະລະບູຊາຈາກເຈົ້າ? ມະນຸດທໍາມະດາຄົນນີ້ບໍ່ສົມຄວນໄດ້ຮັບນາມວ່າ ພຣະຄຣິດ ບໍ? ມະນຸດທໍາມະດາຄົນນີ້ບໍ່ແມ່ນພຣະເຈົ້າຊົງບັງເກີດໃນທ່າມກາງມະນຸດບໍ? ມະນຸດຄົນນີ້ທີ່ຊ່ວຍມະນຸດຊາດໃຫ້ພົ້ນຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຈາກພວກເຈົ້າ ແລະ ເປັນບ່ອນເພິ່ງພາຂອງພວກເຈົ້າບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກມາຈາກປາກຂອງພຣະອົງ ແລະ ກຽດຊັງການທີ່ມີພຣະອົງຢູ່ກັບພວກເຈົ້າ ແລ້ວຊະຕາກໍາຂອງພວກເຈົ້າຈະເປັນຢ່າງໃດ?

(ຄັດຈາກບົດ “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກເຮົາບໍ່ຮູ້ຈັກເລີຍວ່າ ມະນຸດທີ່ບໍ່ສຳຄັນຄົນນີ້ໄດ້ນໍາພາພວກເຮົາໜຶ່ງກ້າວເຂົ້າສູ່ອີກພາລະກິດໜຶ່ງຂອງພຣະເຈົ້າ. ພວກເຮົາໄດ້ຜ່ານການທົດລອງຫຼາຍຄັ້ງ, ແບກຮັບການຕີສອນຈົນນັບບໍ່ຖ້ວນ ແລະ ຖືກທົດສອບດ້ວຍຄວາມຕາຍ. ພວກເຮົາຮຽນຮູ້ເຖິງອຸປະນິໄສທີ່ຊອບທຳ ແລະ ສະຫງ່າງາມຂອງພຣະເຈົ້າ, ແລ້ວຍັງໄດ້ຮັບຄວາມຮັກ, ຄວາມເມດຕາຂອງພຣະອົງ, ໄດ້ຊື່ນຊົມລິດອຳນາດ ແລະ ສະຕິປັນຍາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ໄດ້ເປັນພະຍານຕໍ່ຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເບິ່ງຄວາມກະຕືລືລົ້ນຂອງພຣະອົງທີ່ປາຖະໜາຊ່ວຍມະນຸດໃຫ້ລອດພົ້ນ. ໃນພຣະທຳຂອງບຸກຄົນທຳມະດາຄົນນີ້ ພວກເຮົາຮູ້ເຖິງອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຮູ້ຈັກເຖິງທຳມະຊາດ ແລະ ທາດແທ້ຂອງມະນຸດ ແລະ ເຫັນຫົນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ພຣະທຳຂອງພຣະອົງເຮັດໃຫ້ພວກເຮົາ “ຕາຍ” ແລະ ເຮັດໃຫ້ພວກເຮົາ “ເກີດໃໝ່” ອີກຄັ້ງ; ພຣະທຳຂອງພຣະອົງນໍາຄວາມສຸກສະບາຍມາໃຫ້ພວກເຮົາ, ແຕ່ກໍຍັງປ່ອຍໃຫ້ພວກເຮົາຖືກທໍລະກໍາຢູ່ກັບຄວາມຮູ້ສຶກຜິດ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນ; ພຣະທຳຂອງພຣະອົງນໍາຄວາມຍິນດີ ແລະ ສັນຕິສຸກມາສູ່ພວກເຮົາ ແຕ່ຍັງນໍາຄວາມເຈັບປວດທີ່ບໍ່ມີບ່ອນສິ້ນສຸດມາເຊັ່ນກັນ. ບາງຄັ້ງ ພວກເຮົາເປັນຄືກັບລູກແກະທີ່ຈະຖືກຂ້າດ້ວຍກໍາມືຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບແກ້ວຕາດວງໃຈຂອງພຣະອົງ ແລະ ຮັບຄວາມຮັກທີ່ອ່ອນຫວານຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບສັດຕູຂອງພຣະອົງ ແລະ ພາຍໃຕ້ສາຍຕາຂອງພຣະອົງ ພວກເຮົາຖືກເຮັດໃຫ້ກາຍເປັນຂີ້ເທົ່າດ້ວຍຄວາມໂກດຮ້າຍຂອງພຣະອົງ. ພວກເຮົາເປັນມະນຸດຊາດທີ່ພຣະອົງຊ່ວຍໃຫ້ລອດພົ້ນ, ພວກເຮົາເປັນໜອນທີ່ຢູ່ໃນຕາຂອງພຣະອົງ ແລະ ພວກເຮົາເປັນແກະທີ່ຫຼົງທາງທີ່ພຣະອົງມຸ່ງໝັ້ນຊອກຫາທັງກາງເວັນ ແລະ ກາງຄືນ. ພຣະອົງເມດຕາຕໍ່ພວກເຮົາ, ພຣະອົງກຽດຊັງພວກເຮົາ, ພຣະອົງຍົກພວກເຮົາຂຶ້ນ, ພຣະອົງປອບໂຍນ ແລະ ແນະນໍາພວກເຮົາ, ພຣະອົງນໍາພາພວກເຮົາ, ພຣະອົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ, ພຣະອົງຕີສອນ ແລະ ຝຶກວິໄນພວກເຮົາ ແລະ ພຣະອົງຍັງສາບແຊ່ງພວກເຮົາອີກ. ພຣະອົງບໍ່ເຄີຍຢຸດເປັນຫ່ວງກັງວົນກ່ຽວກັບພວກເຮົາບໍ່ວ່າກາງເວັນ ແລະ ກາງຄືນ ແລະ ປົກປ້ອງ ດູແລພວກເຮົາທັງກາງເວັນ ແລະ ກາງຄືນ, ບໍ່ເຄີຍໜີຫ່າງຈາກຂ້າງພວກເຮົາຈັກເທື່ອ, ພຣະອົງສະລະເລືອດໃນຫົວໃຈຂອງພຣະອົງເພື່ອເຫັນແກ່ພວກເຮົາ ແລະ ຈ່າຍທຸກລາຄາໃຫ້ກັບພວກເຮົາ. ຈາກຖ້ອຍຄຳຂອງຮ່າງກາຍມະນຸດທີ່ນ້ອຍ ແລະ ທຳມະດານີ້, ພວກເຮົາໄດ້ຊື່ນຊົມຄວາມສົມບູນຂອງພຣະເຈົ້າ ແລະ ເຫັນຈຸດໝາຍປາຍທາງທີ່ພຣະເຈົ້າປະທານໃຫ້ກັບພວກເຮົາ. ເຖິງຈະເປັນແບບນີ້ກໍຕາມ ຄວາມທະນົງຕົວກໍຍັງສ້າງບັນຫາໃນຫົວໃຈຂອງພວກເຮົາ ແລະ ພວກເຮົາຍັງບໍ່ເຕັມໃຈທີ່ຈະຍອມຮັບບຸກຄົນດັ່ງກ່າວຢ່າງກະຕືລືລົ້ນໃຫ້ເປັນພຣະເຈົ້າຂອງພວກເຮົາໄດ້. ເຖິງແມ່ນພຣະອົງໄດ້ມອບອາຫານມານາໃຫ້ກັບພວກເຮົາຢ່າງຫຼວງຫຼາຍ, ຫຼາຍເກີນທີ່ຈະຊື່ນຊົມ, ຈົນບໍ່ມີຫຍັງສາມາດແທນທີ່ພຣະຜູ້ເປັນເຈົ້າໃນຫົວໃຈຂອງພວກເຮົາໄດ້. ແຕ່ພວກເຮົາກໍຍັງລັ່ງເລໃຈທີ່ຈະໃຫ້ກຽດຄວາມເປັນຕົວຕົນ ແລະ ສະຖານະທີ່ເປັນພິເສດຂອງບຸກຄົນນີ້. ຖ້າ ພຣະອົງບໍ່ເປີດປາກຂອງພຣະອົງເພື່ອຂໍຮ້ອງໃຫ້ພວກເຮົາຍອມຮັບວ່າ ພຣະອົງເປັນພຣະເຈົ້າ, ພວກເຮົາກໍຈະບໍ່ມີທາງຍອມຮັບພຣະອົງດ້ວຍຕົວເອງວ່າເປັນພຣະເຈົ້າ ຜູ້ທີ່ຈະມາເຖິງໃນໄວໆນີ້ ແລະ ຜູ້ທີ່ໄດ້ປະຕິບັດພາລະກິດທ່າມກາງພວກເຮົາເປັນເວລາດົນນານມາແລ້ວ.

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດໃນຂະນະດຽວກັນກໍເປັນສຽງໃຫ້ກັບຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊື້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງລັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມິ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນໃນທຳມະຊາດ ແລະ ທາດແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດທ່າມກາງພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນຮອດປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ! ພຣະອົງເຮັດໃຫ້ພວກເຮົາສາມາດມີຊີວິດຢູ່ໄດ້ອີກຄັ້ງ ແລະ ໄດ້ເຫັນແສງສະຫວ່າງ ແລະ ຢຸດຫົວໃຈຂອງພວກເຮົາຈາກການຫຼົງທາງ. ພວກເຮົາໄດ້ກັບມາສູ່ເຮືອນຂອງພຣະເຈົ້າ, ພວກເຮົາໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວກເຮົາໄດ້ຢູ່ຊ້ອງໜ້າພຣະອົງ, ພວກເຮົາໄດ້ປະຈັກໃບໜ້າຂອງພຣະອົງ ແລະ ພວກເຮົາໄດ້ເຫັນຫົນທາງທີ່ຢູ່ເບື້ອງໜ້າ.

(ຄັດຈາກບົດ “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີ່ຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເລັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

(ຄັດຈາກບົດ “ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 6. ເປັນຫຍັງຈຶ່ງມີການເວົ້າວ່າ ການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດລົງ

ຕໍ່ໄປ: 8. ພຣະເຈົ້ານໍາຈຸດສິ້ນສຸດມາສູ່ຍຸກມືດມົວແຫ່ງອຳນາດຂອງຊາຕານໃນຍຸກສຸດທ້າຍໄດ້ແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້