8. ພຣະເຈົ້ານໍາຈຸດສິ້ນສຸດມາສູ່ຍຸກມືດມົວແຫ່ງອຳນາດຂອງຊາຕານໃນຍຸກສຸດທ້າຍໄດ້ແນວໃດ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ເມື່ອທຸກຄົນຖືກເຮັດໃຫ້ສົມບູນ ແລະ ທຸກປະເທດໃນແຜ່ນດິນໂລກໄດ້ກາຍເປັນອານາຈັກຂອງພຣະຄຣິດ, ມັນກໍຈະເປັນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ. ຍຸກປັດຈຸບັນກໍາລັງກ້າວໄປສູ່ຂັ້ນຕອນນັ້ນ; ການບຸກໂຈມຕີຖືກບຸກໄປສູ່ຍຸກນັ້ນແລ້ວ. ນີ້ແມ່ນແຜນການຂອງພຣະເຈົ້າ ແລະ ໃນອະນາຄົດອັນໃກ້ນີ້ ມັນກໍຈະບັນລຸຜົນ. ຢ່າງໃດກໍຕາມ, ພຣະເຈົ້າແມ່ນໄດ້ເຮັດທຸກຢ່າງທີ່ພຣະອົງໄດ້ກ່າວສໍາເລັດໝົດແລ້ວ. ສະນັ້ນ, ມັນຈຶ່ງຊັດເຈນວ່າ ບັນດາປະເທດຕ່າງໆໃນແຜ່ນດິນໂລກແມ່ນຜາສາດໃນດິນຊາຍ ສັ່ນສະເທືອນເມື່ອນໍ້ານອງໄຫຼເຂົ້າມາໃກ້: ຍຸກສຸດທ້າຍແມ່ນໃກ້ທີ່ຈະມາເຖິງ ແລະ ມັງກອນແດງທີ່ຍິ່ງໃຫຍ່ຈະລົ້ມລົງຢູ່ພາຍໃຕ້ພຣະທໍາຂອງພຣະເຈົ້າ. ເພື່ອຮັບປະກັນວ່າ ແຜນການຂອງພຣະອົງຖືກປະຕິບັດໃຫ້ສໍາເລັດ, ທູດສະຫວັນແມ່ນໄດ້ລົງມາສູ່ແຜ່ນດິນໂລກ ໂດຍເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກສົ່ງໄປຍັງສະໜາມຮົບ ເພື່ອຕໍ່ສູ້ກັບສັດຕູ. ຢູ່ບ່ອນໃດກໍຕາມທີ່ການບັງເກີດເປັນມະນຸດໄດ້ປາກົດຂຶ້ນ ແມ່ນບ່ອນທີ່ສັດຕູຈະຖືກກໍາຈັດ. ປະເທດຈີນຈະເປັນປະເທດທໍາອິດທີ່ຖືກທໍາລາຍລ້າງ; ມັນຈະຖືກທໍາລາຍດ້ວຍມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ໄວ້ຊີວິດທີ່ຢູ່ບ່ອນນັ້ນຢ່າງເດັດຂາດ. ຫຼັກຖານຂອງການພັງທະລາຍເທື່ອລະເລັກເທື່ອລະໜ້ອຍຂອງມັງກອນແດງທີ່ຍິ່ງໃຫຍ່ ສາມາດເຫັນໄດ້ໃນການເຕີບໃຫຍ່ຢ່າງຕໍ່ເນື່ອງຂອງຜູ້ຄົນ; ນີ້ແມ່ນສິ່ງທີ່ແນ່ນອນ ແລະ ໃຜກໍເຫັນໄດ້. ການເຕີບໃຫຍ່ຂອງຜູ້ຄົນແມ່ນສັນຍານຂອງການຕາຍຂອງສັດຕູ. ນີ້ແມ່ນການອະທິບາຍເລັກນ້ອຍ ກ່ຽວກັບຄວາມໝາຍທີ່ວ່າ “ຕໍ່ສູ້ກັບມັນ”.
(ຄັດຈາກ “ບົດທີ 10” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ທຸກຄົນຈະຖືກເຮັດໃຫ້ສຳເລັດໂດຍພຣະທຳຂອງເຮົາ; ບໍ່ມີມະນຸດຄົນໃດອາດເຂົ້າຮ່ວມໄດ້ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດທີ່ເຮົາຈະປະຕິບັດໄດ້. ເຮົາຈະປັດເປົ່າອາກາດທີ່ຢູ່ໃນທຸກຫົນແຫ່ງຂອງແຜ່ນດິນໃຫ້ສະອາດ ແລະ ກຳຈັດທຸກຮ່ອງຮອຍຂອງຜີຮ້າຍທີ່ຢູ່ເທິງແຜ່ນດິນໂລກ. ເຮົາໄດ້ເລີ່ມຕົ້ນແລ້ວ ແລະ ເຮົາຈະເລີ່ມຕົ້ນຂັ້ນຕອນທຳອິດຂອງພາລະກິດແຫ່ງການຂ້ຽນຕີຂອງເຮົາໃນສະຖານທີ່ຂອງມັງກອນແດງໃຫຍ່ອາໄສຢູ່. ສະນັ້ນ ມັນຈຶ່ງສາມາດປະຈັກໄດ້ວ່າການຂ້ຽນຕີຂອງເຮົາໄດ້ເກີດຂຶ້ນທົ່ວທັງຈັກກະວານ ແລະ ມັງກອນແດງໃຫຍ່ ແລະ ທຸກຈຳພວກຂອງວິນຍານທີ່ບໍ່ສະອາດຈະບໍ່ມີອຳນາດຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້, ຍ້ອນເຮົາເບິ່ງເຫັນໄປທົ່ວແຜ່ນດິນ. ເມື່ອພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນກໍຄື ເມື່ອຍຸກແຫ່ງການພິພາກສາໄດ້ມາເຖິງຈຸດຈົບແລ້ວ, ເຮົາກໍຈະຂ້ຽນຕີມັງກອນແດງໃຫຍ່ຢ່າງເປັນທາງການ. ປະຊາຊົນຂອງເຮົາຈະໄດ້ເຫັນເຖິງການທີ່ເຮົາຂ້ຽນຕີມັງກອນແດງໃຫຍ່ຢ່າງຊອບທຳ, ແລ້ວຈະຖອກເທຄຳສັນລະເສີນຍ້ອນຄວາມຊອບທຳຂອງເຮົາ ແລະ ຈະຍົກຍ້ອງນາມອັນບໍລິສຸດຂອງເຮົາຕະຫຼອດໄປຍ້ອນຄວາມຊອບທຳຂອງເຮົາ. ສະນັ້ນ ພວກເຈົ້າຈົ່ງປະຕິບັດໜ້າທີ່ຂອງພວກເຈົ້າຢ່າງເປັນທາງການ ແລະ ຈົ່ງສັນລະເສີນເຮົາທົ່ວທັງແຜ່ນດິນຢ່າງເປັນທາງການ ຕະຫຼອດໄປເປັນນິດ!
ເມື່ອຍຸກແຫ່ງການພິພາກສາໄດ້ໄປເຖິງຈຸດສູງສຸດ, ເຮົາຈະບໍ່ຟ້າວເຮັດໃຫ້ພາລະກິດຂອງເຮົາສຳເລັດລົງ, ແຕ່ຈະຮວບຮວມຫຼັກຖານກ່ຽວກັບຍຸກແຫ່ງການຂ້ຽນຕີເຂົ້າໃສ່ພາລະກິດນັ້ນ ແລະ ເຮັດໃຫ້ຫຼັກຖານນີ້ເປັນທີ່ປະຈັກຕໍ່ປະຊາຊົນຂອງເຮົາທຸກຄົນ; ແລ້ວໃນສິ່ງນີ້ຈະເກີດໝາກຜົນທີ່ຍິ່ງໃຫຍ່ຫຼາຍກວ່າ. ຫຼັກຖານນີ້ແມ່ນວິທີທີ່ເຮົາຂ້ຽນຕີມັງກອນແດງໃຫຍ່ ແລະ ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາເຫັນມັນດ້ວຍຕາຂອງພວກເຂົາເອງ ເພື່ອວ່າພວກເຂົາຈະຮູ້ຈັກເຖິງອຸປະນິໄສຂອງເຮົາດີຂຶ້ນ. ເວລາທີ່ປະຊາຊົນຂອງເຮົາມີຄວາມສຸກກັບເຮົາກໍເປັນເວລາທີ່ມັງກອນແດງໃຫຍ່ຖືກຂ້ຽນຕີ. ການເຮັດໃຫ້ປະຊາຊົນຂອງມັງກອນແດງໃຫຍ່ລຸກຂຶ້ນ ແລະ ກະບົດຕໍ່ມັນແມ່ນແຜນການຂອງເຮົາ ແລະ ເປັນວິທີທີ່ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາສົມບູນ ແລະ ເປັນໂອກາດທີ່ຍິ່ງໃຫຍ່ສຳລັບປະຊາຊົນຂອງເຮົາທຸກຄົນທີ່ຈະເຕີບໃຫຍ່ໃນຊີວິດ... ໃນປັດຈຸບັນນີ້, ເຮົາຄືບໜ້າໄປພ້ອມກັບມະນຸດສູ່ຍຸກແຫ່ງການຂ້ຽນຕີ, ກ່າວເດີນໄປຂ້າງໜ້າຄຽງຄູ່ກັບເຂົາ. ເຮົາກຳລັງປະຕິບັດພາລະກິດຂອງເຮົາ ເຊິ່ງໝາຍຄວາມວ່າ ເຮົາໂຈມຕີທ່າມກາງມະນຸດດ້ວຍໄມ້ຄ້ອນຂອງເຮົາ ແລະ ມັນກໍຟາດລົງໃສ່ຄວາມກະບົດໃນຕົວມະນຸດ. ໃນສາຍຕາຂອງມະນຸດ, ໄມ້ຄ້ອນຂອງເຮົາເບິ່ງຄືກັບວ່າມີພະລັງພິເສດ: ມັນຟາດໃສ່ທຸກຄົນທີ່ເປັນສັດຕູຂອງເຮົາ ແລະ ບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ; ໄມ້ຄ້ອນນັ້ນແມ່ນເຮັດໜ້າທີ່ຕາມທຳມະຊາດຂອງມັນທ່າມກາງທຸກຄົນທີ່ຕໍ່ຕ້ານເຮົາ; ທຸກຄົນທີ່ຢູ່ໃນກໍາມືຂອງເຮົາແມ່ນປະຕິບັດໜ້າທີ່ຂອງພວກເຂົາຕາມເຈດຕະນາຂອງເຮົາ ແລະ ພວກເຂົາບໍ່ເຄີຍຂັດຂືນຄວາມປາຖະໜາຂອງເຮົາ ຫຼື ປ່ຽນແປງແກ່ນແທ້ຂອງພວກເຂົາຈັກເທື່ອ. ຜົນຕາມມາກໍຄື ນໍ້າຈະແຜດສຽງດັງກ້ອງ, ພູເຂົາຈະພັງທະລາຍລົງ, ແມ່ນໍ້າທີ່ຍິ່ງໃຫຍ່ຈະແຕກສະຫຼາຍ, ມະນຸດຈະບໍ່ໄດ້ຮັບການປ່ຽນແປງຈັກເທື່ອ, ດວງຕາເວັນຈະເລີ່ມມືດລົງ, ດວງເດືອນຈະມືດລົງ, ມະນຸດຈະບໍ່ມີມື້ທີ່ຈະໄດ້ດຳລົງຊີວິດຢ່າງສະຫງົບສຸກອີກຕໍໄປ, ຈະບໍ່ມີເວລາແຫ່ງຄວາມສະຫງົບສຸກເທິງແຜ່ນດິນໂລກອີກຕໍ່ໄປ, ສະຫວັນຈະບໍ່ສະຫງົບ ແລະ ມິດງຽບອີກຈັກເທື່ອ ແລະ ຈະບໍ່ອົດກັ້ນອີກຕໍ່ໄປ. ທຸກສິ່ງຈະຖືກສ້າງໃໝ່ ແລະ ຈະຟື້ນຟູໃຫ້ເປັນຮູບແບບໃນລັກສະນະດັ່ງເດີມຂອງພວກມັນ. ທຸກຄົວເຮືອນເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກອອກຈາກກັນ ແລະ ປະຊາຊາດທັງປວງເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກຂາດສະບັ້ນ; ມື້ທີ່ຜົວ ແລະ ເມຍຈະກັບຄືນຫາກັນແມ່ນຈະຫາຍຈາກໄປ, ແມ່ ແລະ ລູກຊາຍຈະບໍ່ໄດ້ພົບກັນອີກຕໍ່ໄປ, ຈະບໍ່ມີການຢູ່ຮ່ວມກັນລະຫວ່າງພໍ່ ແລະ ລູກສາວອີກຕໍ່ໄປ. ທຸກສິ່ງທີ່ເຄີຍຢູ່ເທິງແຜ່ນດິນໂລກຈະຖືກເຮົາເຮັດໃຫ້ແຕກຫັກ.
(ຄັດຈາກ “ບົດທີ 28” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້. ສະນັ້ນ, ອຸປະນິໄສດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍຂອງຍຸກດັ່ງກ່າວ ແລະ ການເປີດເຜີຍ ແລະ ການສະແດງເຖິງອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ແຈ່ມແຈ້ງເພື່ອພາລະກິດຂອງແຕ່ລະຍຸກ. ບໍ່ແມ່ນວ່າ ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງຕາມອຳເພີໃຈ ແລະ ປາສະຈາກຄວາມໝາຍ. ລອງສົມມຸດວ່າ ໃນການເປີດເຜີຍຜົນໄດ້ຮັບຂອງມະນຸດໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຍັງຄົງປະທານຄວາມເມດຕາ ແລະ ຄວາມຮັກຢ່າງບໍ່ໝົດສິ້ນ ແລະ ສືບຕໍ່ຮັກເຂົາ, ບໍ່ເຮັດໃຫ້ມະນຸດປະສົບກັບການພິພາກສາທີ່ຊອບທຳ ແຕ່ກົງກັນຂ້າມ ພຣະອົງສະແດງໃຫ້ມະນຸດເຫັນເຖິງຄວາມອົດກັ້ນ, ອົດທົນ ແລະ ການອະໄພໂທດ ແລະ ການຍົກໂທດໃຫ້ກັບມະນຸດ ບໍ່ວ່າຄວາມຜິດບາບຂອງເຂົາຈະຮ້າຍແຮງສຳໃດກໍຕາມ, ບໍມີແມ່ນແຕ່ເສດສ່ວນຂອງການພິພາກສາທີ່ຊອບທຳ, ແລ້ວເມື່ອໃດການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຈະນໍາມາສູ່ການສິ້ນສຸດ? ເມື່ອໃດອຸປະນິໄສແບບນີ້ຈຶ່ງຈະສາມາດນໍາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ? ລອງຍົກຕົວຢ່າງ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກຢູ່ສະເໝີ, ຜູ້ພິພາກສາທີ່ມີໃບໜ້າເມດຕາ ແລະ ຫົວໃຈອ່ອນໂຍນ. ຜູ້ພິພາກສາທີ່ຮັກຜູ້ຄົນ ໂດຍບໍ່ສົນໃຈວ່າ ພວກເຂົາໄດ້ກໍ່ອາຊະຍາກຳຫຍັງກໍຕາມ ແລະ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກ ແລະ ປ້ອງກັນຄົນກະທໍາຜິດໂດຍບໍ່ສົນວ່າພວກເຂົາເປັນໃຜ. ໃນກໍລະນີນີ້, ເມື່ອໃດຜູ້ພິພາກສາດັ່ງກ່າວຈະສາມາດໃຫ້ຄຳຕັດສິນຢ່າງຍຸຕິທຳໄດ້. ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດຈັດແບ່ງມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ.
(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາດສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໄພພິບັດທັງໝົດຈະເກີດຂຶ້ນຢ່າງຕໍ່ເນື່ອງ; ທຸກຊາດ ແລະ ທຸກສະຖານທີ່ ຈະປະສົບກັບໄພພິບັດເຊັ່ນ: ໂລກລະບາດ, ໄພອຶດຫີວ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ແຜ່ນດິນໄຫວຈະເກີດຂື້ນຢູ່ທຸກບ່ອນ. ໄພພິບັດເຫຼົ່ານີ້ ຈະເກີດຂື້ນບໍ່ສະເພາະຢູ່ບ່ອນໜຶ່ງບ່ອນດຽວ ຫລື ສອງບ່ອນ ຫຼື ຈະບໍ່ເກີດຂື້ນພຽງແຕ່ພາຍໃນໜຶ່ງມື້ ຫຼື ສອງມື້, ແຕ່ພວກມັນຈະແຜ່ລາມໄປທົ່ວທຸກແຫ່ງຫົນ ແລະ ໄພພິບັດເຫຼົ່ານັ້ນ ຈະຮ້າຍແຮງຂຶ້ນເລື້ອຍໆ. ຢູ່ໃນໄລຍະນີ້ ຈະເກີດການລະບາດຂອງແມງໄມ້ທຸກຊະນິດເກີດຂື້ນຢ່າງຕໍ່ເນື່ອງກັນ ແລະ ຈະເກີດມີປະກົດການກິນຊີ້ນມະນຸດເກີດຂຶ້ນຢູ່ທຸກຫົນແຫ່ງ. ນີ້ແມ່ນການພິພາກສາຂອງເຮົາຕໍ່ທຸກຊາດ ແລະ ທຸກຊົນຊາດ.
(ຄັດຈາກ “ບົດທີ 65” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)
ສາມາດເວົ້າໄດ້ວ່າ ຖ້ອຍຄຳທັງໝົດໃນປັດຈຸບັນທຳນວາຍເຖິງບັນຫາໃນອະນາຄົດ; ຖ້ອຍຄໍາເຫຼົ່ານີ້ຄືວິທີທີ່ພຣະເຈົ້າຈັດແຈງສຳລັບຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະເຈົ້າໃກ້ຈະສຳເລັດພາລະກິດຂອງພຣະອົງໃນຜູ້ຄົນຂອງຄຣິສຕະຈັກ ແລະ ຫຼັງຈາກນັ້ນ ພຣະອົງກໍຈະປາກົດຕໍ່ໜ້າທຸກຄົນດ້ວຍຄວາມໂກດຮ້າຍ. ດັ່ງທີ່ພຣະເຈົ້າກ່າວວ່າ: “ເຮົາຈະເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກຮັບຮູ້ເຖິງການກະທຳຂອງເຮົາ ແລະ ການກະທໍາຂອງເຮົາຈະຕ້ອງຖືກພິສູດຢູ່ຕໍ່ໜ້າ “ທີ່ນັ່ງແຫ່ງການພິພາກສາ”, ເພື່ອວ່າພວກມັນຈະຖືກຮັບຮູ້ໃນທ່າມກາງຜູ້ຄົນທົ່ວແຜ່ນດິນໂລກ ເຊິ່ງເປັນຜູ້ທີ່ຈະຍິນຍອມ”. ພວກເຈົ້າເຫັນຫຍັງໃນພຣະທຳເຫຼົ່ານີ້ບໍ? ໃນນີ້ແມ່ນມີບົດສະຫຼຸບຂອງສ່ວນຕໍ່ໄປຂອງພາລະກິດຂອງພຣະເຈົ້າ. ກ່ອນອື່ນ, ພຣະເຈົ້າຈະເຮັດໃຫ້ໝາເຝົ້າຍາມທຸກໂຕທີ່ມີອຳນາດທາງການເມືອງເຊື່ອຢ່າງຈິງໃຈກ່ອນ ແລະ ພຣະອົງຈະເຮັດໃຫ້ພວກມັນກ້າວຖອຍອອກຈາກຂັ້ນຕອນປະຫວັດສາດດ້ວຍຕົວພວກມັນເອງ ໂດຍບໍ່ພາກັນຕໍ່ສູ້ເພື່ອສະຖານະ ຫຼື ວາງກົນອຸບາຍ ແລະ ວາງແຜນຮ້າຍອີກຕໍ່ໄປ. ພາລະກິດນີ້ຈະຖືກປະຕິບັດຜ່ານພຣະເຈົ້າໂດຍເຮັດໃຫ້ເກີດມີໄພພິບັດຕ່າງໆເທິງແຜ່ນດິນໂລກ. ແຕ່ພຣະເຈົ້າຈະບໍ່ປາກົດຕົວເລີຍ. ໃນເວລານີ້, ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຍັງຈະເປັນດິນແດນແຫ່ງຄວາມສົກກະປົກ ແລະ ສະນັ້ນ ພຣະເຈົ້າຈະບໍ່ປາກົດຕົວ, ແຕ່ຈະປາກົດຕົວຜ່ານການຂ້ຽນຕີເທົ່ານັ້ນ. ນັ້ນແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ເຊິ່ງບໍ່ມີຜູ້ໃດສາມາດຫຼົບໜີຈາກສິ່ງນັ້ນໄດ້. ໃນຊ່ວງເວລານີ້, ທຸກສິ່ງທີ່ອາໄສຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຈະທົນທຸກກັບໄພພິບັດຢ່າງໃຫຍ່ຫຼວງ ເຊິ່ງໂດຍທຳມະຊາດແລ້ວ ແມ່ນລວມເຖິງອານາຈັກເທິງແຜ່ນດິນໂລກເຊັ່ນກັນ (ຄຣິສຕະຈັກ). ນີ້ແມ່ນເວລາທີ່ຄວາມຈິງຈະປາກົດອອກຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ທຸກຄົນກໍຈະໄດ້ປະສົບກັບມັນ ແລະ ບໍ່ມີຜູ້ໃດຈະສາມາດຫຼົບໜີໄດ້. ສິ່ງນີ້ຖືກກຳນົດລ່ວງໜ້າໂດຍພຣະເຈົ້າແລ້ວ. ມັນເປັນຍ້ອນຂັ້ນຕອນນີ້ຂອງພາລະກິດ, ພຣະເຈົ້າຈຶ່ງກ່າວວ່າ: “ປັດຈຸບັນນີ້ແມ່ນເວລາທີ່ຈະປະຕິບັດແຜນການທີ່ຍິ່ງໃຫຍ່”. ຍ້ອນໃນອະນາຄົດ ແມ່ນຈະບໍ່ມີຄຣິສຕະຈັກເທິງແຜ່ນດິນໂລກອີກ ແລະ ເນື່ອງຈາກການມາເຖິງຂອງໄພພິບັດ, ຜູ້ຄົນຈະສາມາດຄິດເຖິງສິ່ງທີ່ຢູ່ຕໍ່ໜ້າພວກເຂົາເທົ່ານັ້ນ ແລະ ຈະເບິ່ງຂ້າມສິ່ງອື່ນໆ ແລະ ມັນກໍຈະຍາກສຳລັບພວກເຂົາທີ່ຈະຮັບເອົາພຣະເຈົ້າທ່າມກາງໄພພິບັດ. ສະນັ້ນ ຜູ້ຄົນຈຶ່ງຖືກຮຽກຮ້ອງໃຫ້ຮັກພຣະເຈົ້າຢ່າງໝົດຫົວໃຈຂອງພວກເຂົາໃນຊ່ວງເວລາທີ່ມະຫັດສະຈັນນີ້ ເພື່ອວ່າພວກເຂົາຈະບໍ່ພາດໂອກາດ. ເມື່ອຄວາມຈິງນີ້ຜ່ານໄປ, ພຣະເຈົ້າກໍຈະໄດ້ເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໂດຍສິ້ນເຊີງ ແລະ ສະນັ້ນ ພາລະກິດແຫ່ງການເປັນພະຍານຂອງຜູ້ຄົນຂອງພຣະເຈົ້າກໍຈະສິ້ນສຸດລົງ; ຫຼັງຈາກນັ້ນ ພຣະເຈົ້າກໍຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດ ໂດຍທຳລາຍປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ໃນທີ່ສຸດ ກໍຈະຕອກຕະປູຄຶງຜູ້ຄົນທົ່ວຈັກກະວານເທິງໄມ້ກາງແຂນທາງປີ້ນ ແລ້ວຫຼັງຈາກນັ້ນ ພຣະອົງຈະທຳລາຍມະນຸດຊາດທັງປວງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນໃນອະນາຄົດຂອງພາລະກິດຂອງພຣະເຈົ້າ.
(ຄັດຈາກ “ບົດທີ 42” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຢ່າງແຮງຂອງພຣະອົງອອກ ໂລກທັງໝົດກໍຈະປະສົບກັບໄພພິບັດທຸກຮູບແບບຍ້ອນຄວາມໂກດຮ້າຍນັ້ນ ເຊັ່ນ: ພູເຂົາໄຟລະເບີດ. ເມື່ອຢືນສູງຢູ່ໃນທ້ອງຟ້າ, ສາມາດເຫັນໄດ້ວ່າ ໄພພິບັດທຸກຮູບແບບຢູ່ເທິງແຜ່ນດິນໂລກແມ່ນເຂົ້າມາໃກ້ມະນຸດທຸກຄົນເທື່ອລະໜ້ອຍ. ເມື່ອແນມລົງລຸ່ມຈາກບ່ອນສູງ, ແຜ່ນດິນໂລກແມ່ນມີທິວທັດຕ່າງໆນາໆດັ່ງທິວທັດເຫຼົ່ານັ້ນທີ່ມີຢູ່ກ່ອນເກີດແຜ່ນດິນໄຫວ. ສາຍນໍ້າແຫ່ງໄຟໄຫຼໄປທົ່ວໂດຍບໍ່ຢຸດຍັ້ງ, ນໍ້າລາວາໄຫຼຢ່າງເປັນອິດສະຫຼະ, ພູເຂົາເຄື່ອນຍ້າຍ ແລະ ແສງເຢືອກເຢັນເຫຼື້ອມຍິບຍັບໄປທົ່ວທຸກບ່ອນ. ໂລກທັງໝົດໄດ້ຈົມລົງສູ່ກອງໄຟ. ນີ້ແມ່ນພາບຂອງການທີ່ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ມັນແມ່ນເວລາຂອງການພິພາກສາຂອງພຣະອົງ. ທຸກຄົນທີ່ເປັນເນື້ອໜັງ ແລະ ເລືອດຈະບໍ່ສາມາດໜີພົ້ນໄດ້. ສະນັ້ນ, ສົງຄາມລະຫວ່າງປະເທດຕ່າງໆ ແລະ ຄວາມຂັດແຍ້ງລະຫວ່າງຜູ້ຄົນກໍຈະບໍ່ມີຄວາມຈໍາເປັນໃນການທໍາລາຍໂລກທັງໝົດ; ກົງກັນຂ້າມ, ໂລກຈະ “ມີຄວາມສຸກກັບຕົວເອງ” ພາຍໃນຈຸດກໍາເກີດຂອງການຂ້ຽນຕີຂອງພຣະເຈົ້າ. ບໍ່ມີຜູ້ໃດຈະສາມາດໜີພົ້ນໄດ້; ແຕ່ລະຄົນ ແລະ ທຸກຄົນຕ້ອງຜ່ານການທໍລະມານນີ້ເທື່ອລະຄົນ. ຫຼັງຈາກນັ້ນ, ຈັກກະວານທັງໝົດຈະມີແສງບໍລິສຸດເຫຼື້ອມຍິບຍັບອີກຄັ້ງ ແລະ ມະນຸດທຸກຄົນຈະເລີ່ມຊີວິດໃໝ່ອີກຄັ້ງ. ພຣະເຈົ້າຈະພັກຜ່ອນຢູ່ເທິງຈັກກະວານ ແລະ ຈະໃຫ້ພອນແກ່ມະນຸດທຸກຄົນໃນແຕ່ລະມື້.
(ຄັດຈາກ “ບົດທີ 18” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ມະນຸດທຸກຄົນປາດຖະໜາທີ່ຈະເຫັນໜ້າຂອງເຮົາ ແຕ່ເມື່ອເຮົາລົງໄປຢູ່ແຜ່ນດິນໂລກດ້ວຍຕົວເອງ ພວກເຂົາທຸກຄົນກໍລັງກຽດການມາຮອດຂອງເຮົາ ແລະ ພວກເຂົາຂັບໄລ່ການມາຮອດຂອງແສງສະຫວ່າງ ຄືກັບວ່າ ເຮົາແມ່ນສັດຕູຂອງມະນຸດຢູ່ສະຫວັນ. ມະນຸດທັກທາຍເຮົາດ້ວຍແສງປ້ອງກັນໃນສາຍຕາຂອງເຂົາ ແລະ ຍັງລະມັດລະວັງຢູ່ຕະຫຼອດເວລາ ໂດຍຢ້ານຢູ່ເລິກໆວ່າ ເຮົາອາດຈະມີແຜນການອື່ນສໍາລັບເຂົາ. ຍ້ອນມະນຸດຖືວ່າ ເຮົາເປັນໝູ່ທີ່ບໍ່ຄຸ້ນເຄີຍ ພວກເຂົາຈຶ່ງຮູ້ສຶກຄືກັບວ່າ ເຮົາມີເຈດຕະນາຂ້າພວກເຂົາໂດຍບໍ່ເລືອກໜ້າ. ໃນສາຍຕາຂອງມະນຸດ ເຮົາແມ່ນຕົວປໍລະປັກທີ່ຮ້າຍກາດ. ຢ່າງໃດກໍຕາມ ຫຼັງຈາກໄດ້ຊິມຄວາມອົບອຸ່ນຂອງເຮົາໃນທ່າມກາງໄພພິບັດ ມະນຸດກໍຍັງບໍ່ຮູ້ເຖິງຄວາມຮັກຂອງເຮົາ ແລະ ຍັງຄົດທີ່ຈະຂັບໄລ່ເຮົາອອກຫ່າງ ແລະ ຕໍ່ຕ້ານເຮົາ. ເຮົາກອດມະນຸດໃນອ້ອມກອດດ້ວຍຄວາມອົບອຸ່ນ, ປ້ອນປາກເຂົາດ້ວຍຄວາມຫວານຊື່ນ ແລະ ປ້ອນອາຫານທີ່ຈໍາເປັນລົງໃສ່ທ້ອງຂອງເຂົາ ໂດຍບໍ່ໄດ້ສວຍໂອກາດຈາກສະພາບການຂອງເຂົາ ເພື່ອຈັດການກັບເຂົາ. ແຕ່ຍ້ອນຄວາມຂີ້ຢ້ານຂອງມະນຸດ, ເມື່ອຄວາມໂກດຮ້າຍຂອງເຮົາເຮັດໃຫ້ພູເຂົາ ແລະ ແມ່ນໍ້າສັ່ນສະເທືອນ ເຮົາຈະບໍ່ປະທານຄວາມຊ່ວຍເຫຼືອເຫຼົ່ານີ້ໃນຮູບແບບຕ່າງໆໃຫ້ເຂົາອີກຕໍ່ໄປ. ໃນຂະນະນີ້ ເຮົາຈະເພີ່ມຄວາມໃຈຮ້າຍ ໂດຍປະຕິເສດບໍ່ໃຫ້ສິ່ງມີຊີວິດທັງໝົດໄດ້ມີໂອກາດສໍານຶກ ແລະ ໂດຍປະຖິ້ມຄວາມຫວັງຂອງເຮົາທັງໝົດທີ່ມີຕໍ່ມະນຸດ ເຮົາຈະມອບຜົນກໍາສະໜອງໃຫ້ເຂົາຢ່າງສະສົມ. ໃນເວລານີ້ ຟ້າໄດ້ຮ້ອງ ແລະ ຟ້າແມບເຫຼື້ອມ ຄືກັບຄື້ນມະຫາສະໝຸດສັດສາດດ້ວຍຄວາມໂກດຮ້າຍ ແລະ ຄືກັບພູເຂົາສິບພັນໜ່ວຍທີ່ຕົກລົງມາ. ເນື່ອງຈາກຄວາມກະບົດຂອງເຂົາ ມະນຸດຈຶ່ງລົ້ມລົງໂດຍສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ ແລະ ສັບພະສິ່ງອື່ນໆກໍຖືກກວາດລ້າງດ້ວຍການໂຈມຕີຂອງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ ແລະ ຈັກກະວານທັງໝົດຕົກສູ່ຄວາມວຸ້ນວາຍຢ່າງກະທັນຫັນ ແລະ ສິ່ງຊົງສ້າງບໍ່ສາມາດຟື້ນຟູລົມຫາຍໃຈທີ່ສໍາຄັນແຫ່ງຊີວິດຄືນມາໄດ້. ມະນຸດນັບບໍ່ຖ້ວນບໍ່ສາມາດໜີພົ້ນຈາກສຽງແຜດຂອງຟ້າຮ້ອງ; ໃນທ່າມກາງແສງຟ້າແມບເຫຼື້ອມ ມະນຸດຖືກພັດລົ້ມລົງ ເທື່ອລະກຸ່ມສູ່ກະແສນໍ້າໄຫຼແຮງ, ຖືກກະແສນໍ້າທີ່ໄຫຼແຮງພັດຕົກຈາກພູເຂົາ. ທັນໃດນັ້ນ ໂລກຂອງ “ມະນຸດ” ກໍໄຫຼມາກອງກັນຢູ່ທີ່ “ປາຍທາງ” ຂອງມະນຸດ. ຊາກສົບໄຫຼໄປມາຢູ່ໜ້ານໍ້າມະຫາສະໝຸດ. ມະນຸດທຸກຄົນໄດ້ໄປໄກຈາກເຮົາ ຍ້ອນຄວາມໂກດຮ້າຍຂອງເຮົາ, ເພາະວ່າມະນຸດໄດ້ເຮັດບາບຕໍ່ແກ່ນແທ້ຂອງພຣະວິນຍານຂອງເຮົາ ແລະ ການກະບົດຂອງເຂົາກໍໄດ້ເຮັດຜິດຕໍ່ເຮົາ. ແຕ່ຢູ່ໃນບ່ອນທີ່ບໍ່ມີນໍ້າ, ມະນຸດຄົນອື່ນແມ່ນຍັງມີຄວາມສຸກໃນທ່າມກາງສຽງຫົວ ແລະ ສຽງເພງ ເຊິ່ງເປັນຄໍາສັນຍາທີ່ເຮົາໄດ້ມອບໃຫ້ພວກເຂົາ.
(ຄັດຈາກ “ບົດທີ 17” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ເມື່ອບັນດາເຊື້ອຊາດ ແລະ ຜູ້ຄົນທັງໝົດຂອງໂລກກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະໃຊ້ຄວາມເມດຕາທັງໝົດຂອງສະຫວັນ ແລະ ມອບໃຫ້ໂລກຂອງມະນຸດ. ສະນັນ ຈົ່ງຂໍຂອບໃຈເຮົາ, ເພາະມັນຈະເຕັມໄປດ້ວຍຄວາມເມດຕາກະລຸນາທີ່ບໍ່ມີສິ່ງໃດທຽບໄດ້. ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໄສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່າກ່າວນັ້ນ:
ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.
(ຄັດຈາກ “ບົດທີ 26” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)