9. ເປັນຫຍັງມັນຈຶ່ງຈຳເປັນຕ້ອງຜະເຊີນກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍເພື່ອທີ່ຈະສາມາດຮັບຄວາມຮູ້ກ່ຽວກັບພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ຄວາມເປັນຈິງ ແລະ ຄວາມເປັນທໍາມະດາຂອງພຣະເຈົ້າ ແລະ ເພື່ອພາບຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບໃໝ່ຂອງພຣະເຈົ້າ. ທັນທີທີ່ພາບຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດຂັ້ນຕອນນັ້ນຂອງພາລະກິດ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ຍ້ອນພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງພຽງໜຶ່ງສ່ວນໃນແຕ່ລະຍຸກ. ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ທາດແທ້ແຫ່ງທຳມະຊາດຂອງມະນຸດ, ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ, ຄວາມຄິດທີ່ລ້າສະໄໝ ເຊິ່ງລວມທັງຄວາມຮູ້ ແລະ ວັດທະນະທຳຂອງມະນຸດ. ສິ່ງທັງໝົດນີ້ຕ້ອງຖືກປ່ອຍໄວ້ໃຫ້ຫວ່າງເປົ່າ ແລະ ເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ ແລະ ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈຈິດໃຈຂອງພຣະເຈົ້າ. ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາໄດ້ນໍາໂມເຊອອກຈາກປະເທດອີຢິບດ້ວຍພຣະທຳຂອງພຣະອົງ ແລະ ກ່າວພຣະທຳບາງຂໍ້ກັບຊາວອິດສະຣາເອັນ; ໃນເວລານັ້ນ ການກະທຳບາງສ່ວນຂອງພຣະເຈົ້າຖືກເຮັດໃຫ້ເຂົ້າໃຈໄດ້ງ່າຍ ແຕ່ຍ້ອນຄວາມສາມາດຂອງມະນຸດມີຂີດຈຳກັດ ແລະ ບໍ່ມີສິ່ງໃດທີ່ສາມາດເຮັດໃຫ້ຄວາມຮູ້ຂອງເຂົາສົມບູນໄດ້ ພຣະເຈົ້າຈຶ່ງສືບຕໍ່ກ່າວ ແລະ ປະຕິບັດພາລະກິດຂອງອົງ. ໃນຍຸກແຫ່ງພຣະຄຸນ ມະນຸດເຫັນການກະທຳບາງສ່ວນຂອງພຣະເຈົ້າອີກຄັ້ງ. ພຣະເຢຊູສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ, ສາມມື້ຫຼັງຈາກນັ້ນ ພຣະອົງຟື້ນຄືນມາ ແລະ ປາກົດຕົວຜ່ານເນື້ອໜັງຕໍ່ໜ້າມະນຸດ. ມະນຸດບໍ່ຮູ້ຫຼາຍໄປກວ່ານີ້ກ່ຽວກັບພຣະເຈົ້າ. ມະນຸດຮູ້ຫຼາຍເທົ່າທີ່ພຣະເຈົ້າສະແດງໃຫ້ເຂົາເຫັນ ແລະ ຖ້າພຣະເຈົ້າບໍ່ສະແດງໃຫ້ມະນຸດເຫັນຫຼາຍກວ່ານີ້ ແລ້ວສິ່ງດັ່ງກ່າວກໍເປັນຂອບເຂດທີ່ມະນຸດກຳນົດໄວ້ກ່ຽວກັບພຣະເຈົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງສືບຕໍ່ປະຕິບັດພາລະກິດຂອງພຣະອົງ ເພື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຈະເລິກເຊິ່ງຂຶ້ນ ແລະ ເພື່ອເຂົາຈະຄ່ອຍໆຮູ້ຈັກທາດແທ້ຂອງພຣະເຈົ້າຫຼາຍຂຶ້ນ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ. ຈິດໃຈທີ່ເສື່ອມໂຊມຂອງເຈົ້າຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ແນວຄວາມຄິດທາງສາສະໜາຂອງເຈົ້າຖືກແທນທີ່ໂດຍຄວາມເປັນຈິງຂອງພຣະເຈົ້າ. ພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ລົງມາ ໂດຍສະເພາະຢ່າງຍິ່ງແມ່ນເພື່ອປະຕິບັດຕາມພຣະທຳທີ່ກ່າວວ່າ “ພຣະທຳກາຍມາເປັນມະນຸດ, ພຣະທຳເກີດມາເປັນມະນຸດ ແລະ ພຣະທຳປາກົດໃນເນື້ອໜັງມະນຸດ” ແລະ ຖ້າເຈົ້າບໍ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບສິ່ງນີ້ ແລ້ວເຈົ້າຈະບໍ່ສາມາດຕັ້ງໝັ້ນໃນຕົວເອງໄດ້. ໃນລະຫວ່າງຍຸກສຸດທ້າຍ ສ່ວນຫຼາຍ ພຣະເຈົ້າປະສົງທີ່ຈະເຮັດສໍາເລັດຂັ້ນຕອນພາລະກິດຂອງພຣະທຳທີ່ປາໃນເນື້ອໜັງມະນຸດ ແລະ ນີ້ຄືສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນັ້ນ ຄວາມຮູ້ຂອງພວກເຈົ້າຕ້ອງຊັດເຈນ; ບໍ່ວ່າວິທີການປະຕິບັດພາລະກິດຂອງພຣະອົງຈະເປັນຢ່າງໃດກໍຕາມ, ພຣະເຈົ້າຈະບໍ່ອະນຸຍາດໃຫ້ມະນຸດກຳນົດຂອບເຂດພຣະອົງ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດນີ້ໃນລະຫວ່າງຍຸກສຸດທ້າຍ ແລ້ວຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ສາມາດສືບຕໍ່ໄດ້. ເຈົ້າພຽງແຕ່ຈະຮູ້ຈັກວ່າ ພຣະເຈົ້າຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ສາມາດທຳລາຍເມືອງໂຊໂດມ ແລະ ພຣະເຢຊູສາມາດຟື້ນຄືນຊີບໄດ້ ແລະ ປາກົດໃຫ້ເປໂຕເຫັນ, ແຕ່ເຈົ້າຈະບໍ່ມີທາງຮູ້ວ່າ ພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ທຸກຢ່າງສຳເລັດໄດ້ ແລະ ສາມາດເອົາຊະນະມະນຸດໄດ້. ມີພຽງແຕ່ການຜະເຊີນກັບພຣະທຳຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດກ່າວໄດ້ວ່າມີຄວາມຮູ້ກ່າວກັບພຣະເຈົ້າ ແລະ ເມື່ອເຈົ້າຜະເຊີນກັບພາລະກິດຂອງພຣະເຈົ້າຫຼາຍພຽງໃດ ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງກໍຈະຮອບຄອບຫຼາຍພຽງນັ້ນ. ມີພຽງແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຢຸດກຳນົດຂອບເຂດພຣະເຈົ້າໂດຍໃຊ້ແນວຄວາມຄິດຂອງເຈົ້າເອງ. ມະນຸດມາຮູ້ຈັກພຣະເຈົ້າໂດຍການຜະເຊີນກັບພາລະກິດຂອງພຣະອົງ ແລະ ບໍ່ມີວິທີທີ່ຖືກຕ້ອງໃນການຮູ້ຈັກພຣະເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນປັດຈຸບັນນີ້, ພຣະເຈົ້າໄດ້ບັງເກີດເປັນມະນຸດ ຕົ້ນຕໍແມ່ນເພື່ອສຳເລັດພາລະກິດຂອງ “ພຣະທໍາປາກົດໃນຮ່າງກາຍ”, ນໍາໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ມະນຸດຍອມຮັບເອົາການປະຕິບັດຂອງພຣະທໍາ ແລະ ການຊໍາລະລ້າງໃຫ້ບໍລິສຸດຈາກພຣະທໍາ. ໃນພຣະທໍາຂອງພຣະອົງ ພຣະອົງເຮັດໃຫ້ເຈົ້າໄດ້ຮັບການສະໜອງຊີວິດ; ໃນພຣະທໍາຂອງພຣະອົງ, ເຈົ້າຈະເຫັນພາລະກິດ ແລະ ການກະທຳຂອງພຣະອົງ. ພຣະເຈົ້າໃຊ້ພຣະທໍາເພື່ອຕິສອນ ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ. ດັ່ງນັ້ນ, ຖ້າເຈົ້າທົນທຸກກັບຄວາມຍາກລຳບາກ ກໍເປັນຍ້ອນພຣະທໍາຂອງພຣະເຈົ້ານັ້ນເອງ. ທຸກມື້ນີ້ ພຣະເຈົ້າບໍ່ໄດ້ກະທໍາພາລະກິດໂດຍການໃຊ້ຂໍ້ເທັດຈິງ, ແຕ່ໃຊ້ພຣະທໍາ. ພາຍຫຼັງທີ່ພຣະທໍາຂອງພຣະອົງໄດ້ມາເຖິງເຈົ້າເທົ່ານັ້ນ ພຣະວິນຍານບໍລິສຸດຈິ່ງຈະສາມາດປະຕິບັດພາລະກິດຢູ່ພາຍໃນຕົວເຈົ້າໄດ້ ແລະ ເຮັດໃຫ້ເຈົ້າທັງຮູ້ສຶກເປັນທຸກ ແລະ ສຸກຢ່າງແທ້ຈິງ. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດພາເຈົ້າໄປສູ່ຄວາມເປັນຈິງໄດ້. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເຈົ້າສົມບູນແບບໄດ້. ດັ່ງນັ້ນ, ຢ່າງໜ້ອຍເຈົ້າກໍຄວນເຂົ້າໃຈໃນສິ່ງນີ້: ພາລະກິດທີ່ພຣະເຈົ້າປະຕິບັດໃນໄລຍະຍຸກສຸດທ້າຍນີ້ ຕົ້ນຕໍແມ່ນການໃຊ້ພຣະທໍາຂອງພຣະອົງເພື່ອເຮັດໃຫ້ທຸກຄົນສົມບູນ ແລະ ເພື່ອນຳພາມະນຸດ. ພາລະກິດທັງໝົດທີ່ພຣະອົງກະທຳແມ່ນຜ່ານທາງພຣະທໍາ; ພຣະອົງບໍ່ໄດ້ໃຊ້ຄຳເທັດຈິງເພື່ອຕິສອນເຈົ້າ. ມີບາງເວລາທີ່ບາງຄົນຕໍ່ຕ້ານພຣະເຈົ້າ. ເຖິງພຣະເຈົ້າບໍ່ໄດ້ນໍາເອົາຄວາມບໍ່ສະບາຍໃຈອັນໃຫຍ່ຫຼວງມາໃຫ້ເຈົ້າ, ເນື້ອໜັງຂອງເຈົ້າບໍ່ໄດ້ຖືກຕິສອນ ຫຼື ເຈົ້າບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ແຕ່ພໍພຣະທໍາຂອງພຣະເຈົ້າມາຫາເຈົ້າ ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ, ເຈົ້າບໍ່ສາມາດທົນມັນໄດ້. ເຫດໃດຈຶ່ງເປັນແບບນັ້ນ? ໃນເວລາທີ່ຜູ້ຮັບໃຊ້ບໍລິການປະຕິບັດວຽກງານນັ້ນ, ພຣະເຈົ້າໄດ້ບອກໃຫ້ໂຍນມະນຸດລົງສູ່ຂຸມເລິກ. ແລ້ວມະນຸດໄດ້ລົງໄປຮອດຂຸມເລິກນັ້ນແທ້ບໍ? ມີພຽງຜ່ານການໃຊ້ພຣະທໍາເພື່ອຊໍາລະລ້າງມະນຸດໃຫ້ບໍລິສຸດເທົ່ານັ້ນ ມະນຸດຈຶ່ງຈະໄດ້ລອດພົ້ນ. ສະນັ້ນ, ໃນຍຸກສຸດທ້າຍນີ້, ເມື່ອພຣະເຈົ້າກາຍເປັນມະນຸດ, ຕົ້ນຕໍແມ່ນພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ທຸກສິ່ງສຳເລັດ ແລະ ເຮັດໃຫ້ທຸກສິ່ງແຈ່ມແຈ້ງຂຶ້ນ. ມີພຽງພຣະທໍາຂອງພຣະອົງເທົ່ານັ້ນເຈົ້າຈິ່ງຈະສາມາດເຫັນໄດ້ໃນສິ່ງທີ່ພຣະອົງເປັນ; ມີພຽງພຣະທໍາຂອງພຣະອົງເທົ່ານັ້ນເຈົ້າຈິ່ງຈະສາມາດເຫັນໄດ້ວ່າພຣະອົງເອງແມ່ນພຣະເຈົ້າ. ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດລົງມາໃນແຜ່ນດິນໂລກ, ພຣະອົງບໍ່ໄດ້ປະຕິບັດພາລະກິດອື່ນ ນອກຈາກກ່າວພຣະທໍາ, ດັ່ງນັ້ນ ບໍ່ຈຳເປັນຕ້ອງມີຂໍ້ເທັດຈິງ; ມີພຽງພຣະທໍາກໍ່ພຽງພໍແລ້ວ. ນັ້ນກໍຍ້ອນວ່າ ຕົ້ນຕໍແລ້ວພຣະອົງມາເພື່ອປະຕິບັດພາລະກິດນີ້, ເພື່ອເຮັດໃຫ້ມະນຸດເຫັນພະລັງ ແລະ ອຳນາດສູງສຸດຂອງພຣະອົງ, ເພື່ອເຮັດໃຫ້ມະນຸດເຫັນໃນພຣະທໍາຂອງພຣະອົງວ່າ ພຣະອົງໄດ້ປິດບັງພຣະອົງຢ່າງສຸພາບ ແລະ ອ່ອນນ້ອມຖ່ອມຕົນພຽງໃດ ແລະ ເພື່ອເຮັດໃຫ້ມະນຸດຮູ້ຈັກພຣະອົງຢ່າງແທ້ຈິງຈາກພຣະທໍາຂອງພຣະອົງ. ດ້ວຍວ່າ ທັງໝົດທີ່ພຣະອົງມີ ແລະ ເປັນແມ່ນຢູ່ໃນພຣະທໍາຂອງພຣະອົງ, ສະຕິປັນຍາຂອງພຣະອົງ ແລະ ສິ່ງມະຫັດສະຈັນທັງໝົດແມ່ນຢູ່ໃນພຣະທໍາຂອງພຣະອົງ. ສິ່ງນີ້ໄດ້ເຮັດໃຫ້ເຈົ້າເຫັນຫຼາຍວິທີການຂອງການກ່າວພຣະທໍາຂອງພຣະອົງ. ພາລະກິດຂອງພຣະເຈົ້າໃນຍຸກນີ້ສ່ວນໃຫຍ່ແມ່ນການສະໜອງ, ການເປີດເຜີຍ ແລະ ການຕິດຕໍ່ພົວພັນກັບມະນຸດ. ພຣະອົງບໍ່ໄດ້ສາບແຊ່ງມະນຸດແຕ່ຢ່າງໃດ ແລະ ເຖິງແມ່ນວ່າພຣະອົງສາບແຊ່ງກໍສາບແຊ່ງຜ່ານພຣະທໍາ. ດັ່ງນັ້ນ, ໃນຍຸກທີ່ພຣະເຈົ້າບັງເກີດເປັນມະນຸດນີ້, ຢ່າໄດ້ພະຍາຍາມເຫັນພຣະເຈົ້າປິ່ນປົວຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍອີກເລີຍ, ຢ່າໄດ້ພະຍາຍາມຊອກຫາເຄື່ອງໝາຍສໍາຄັນອີກຕໍ່ໄປ. ບໍ່ມີປະໂຫຍດຫຍັງ! ເຄື່ອງໝາຍເຫຼົ່ານັ້ນບໍ່ສາມາດເຮັດໃຫ້ມະນຸດສົມບູບແບບໄດ້! ເວົ້າຢ່າງຈະແຈ້ງກໍຄື: ປັດຈຸບັນນີ້, ພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດ ແມ່ນພຽງແຕ່ກ່າວພຣະທໍາ ແລະ ບໍ່ໄດ້ກະທຳໃນສິ່ງມະຫັດສະຈັນໃດໆ, ນີ້ແມ່ນຄວາມຈິງ! ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ເຈົ້າສົມບູນແບບ ແລະ ໃຊ້ພຣະທໍາເພື່ອລ້ຽງເກືອ ແລະ ໃຫ້ນ້ຳເຈົ້າ. ພຣະອົງໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ໃຊ້ພຣະທຳແທນຂໍ້ເທັດຈິງຕ່າງໆເພື່ອເຮັດໃຫ້ເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ. ຖ້າເຈົ້າສາມາດຮັບຮູ້ພາລະກິດແບບນີ້ຂອງພຣະເຈົ້າ, ເຈົ້າຈະບໍ່ຢູ່ລ້າງ. ແທນທີ່ຈະສຸມໃສ່ສິ່ງທີ່ເປັນທາງລົບ, ເຈົ້າຄວນສຸມໃສ່ສິ່ງທີ່ເປັນທາງບວກເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ເຖິງແມ່ນວ່າພຣະທໍາຂອງພຣະເຈົ້າຈະໄດ້ໍຖືກບັນລຸ ຫຼື ບໍ່ກໍ່ຕາມ ຫຼື ບໍ່ວ່າຈະມີຂໍ້ເທັດຈິງ ຫຼື ບໍ່ກໍ່ຕາມ, ພຣະເຈົ້າເຮັດໃຫ້ມະນຸດໄດ້ຮັບຊີວິດຈາກພຣະທໍາຂອງພຣະອົງ ແລະ ນີ້ແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດຂອງໝາຍສໍາຄັນທັງໝົດ, ແລະ ຍິ່ງໄປກວ່ານັ້ນ ມັນແມ່ນຄວາມຈິງທີ່ບໍ່ສາມາດປະຕິເສດໄດ້. ນີ້ແມ່ນຫຼັກຖານທີ່ດີທີ່ສຸດໃນການມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ເປັນໝາຍສໍາຄັນທີ່ຫຍິ່ງໃຫຍ່ກວ່າໝາຍສໍາຄັນໃດໆ. ມີພຽງພຣະທໍາເຫຼົ່ານີ້ເທົ່ານັ້ນທີ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ໆຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມບໍ່ເຊື່ອຟັງຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້ ຄວາມບໍລິສຸດຂອງພຣະອົງຈຶ່ງຖືກສະແດງອອກ. ຖ້າພຣະເຈົ້າເຫັນວ່າ ຄວາມສົກກະປົກ ແລະ ຄວາມກະບົດຂອງມະນຸດມີຫຼາຍເກີນໄປ ແຕ່ພຣະອົງບໍ່ໄດ້ກ່າວ ຫຼື ພິພາກສາເຈົ້າ ຫຼື ບໍ່ໄດຂ້ຽນຕີເຈົ້າ ຍ້ອນຄວາມບໍ່ຊອບທຳຂອງເຈົ້າ, ແລ້ວສິ່ງນີ້ກໍຈະພິສູດວ່າພຣະອົງບໍ່ແມ່ນພຣະເຈົ້າ, ຍ້ອນວ່າພຣະອົງຈະບໍ່ມີຄວາມກຽດຊັງຄວາມຜິດບາບ; ພຣະອົງຈະສົກກະປົກຄືກັບມະນຸດ. ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ແລະ ພວກເຈົ້າໄດ້ກາຍມາເປັນໝູທີ່ເກີດໃນມຸມທີ່ສົກກະປົກທີ່ສຸດຂອງໂລກ ແລະ ດ້ວຍເຫດນັ້ນ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ. ຍ້ອນພຣະອົງສາມາດເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງ ເມື່ອພຣະອົງເຫັນຄວາມກະບົດຂອງມະນຸດ ແລະ ຍ້ອນພຣະອົງສາມາດເປີດເຜີຍຄວາມບໍລິສຸດຂອງພຣະອົງ ເມື່ອພຣະອົງເຫັນຄວາມສົກກະປົກຂອງມະນຸດ, ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍລິສຸດ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ.

(ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມເຊື່ອຟັງຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ, ການຈັດການ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ເຂົ້າໃຈໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວຄວາມຕັ້ງໃຈຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ.

(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຖ້າຜູ້ຄົນຍັງຢູ່ໃນຍຸກພຣະຄຸນ ພວກເຂົາຈະບໍ່ຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຈັກເທື່ອ, ແຮງໄກທີ່ຈະຮູ້ຈັກອຸປະນິໄສໂດຍກໍາເນີດຂອງພຣະເຈົ້າ. ຖ້າຜູ້ຄົນດຳລົງຊີວິດໃນທ່າມກາງຄວາມອຸດົມສົມບູນຂອງຄວາມກະລຸນາຢູ່ສະເໝີ ແຕ່ບໍ່ມີວິທີຊີວິດທີ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ ຫຼື ເປັນທີ່ພໍໃຈຂອງພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບພຣະອົງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງຈັກເທື່ອ. ຄວາມເຊື່ອປະເພດນີ້ເປັນຕາສົມເພດແທ້ໆ. ເມື່ອເຈົ້າໄດ້ອ່ານປື້ມເຫຼັ້ມນີ້ສໍາເລັດແລ້ວ, ເມື່ອເຈົ້າໄດ້ຜະເຊີນກັບແຕ່ລະບາດກ້າວຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກແຫ່ງອານາຈັກນີ້ແລ້ວ, ເຈົ້າຈະຮູ້ສຶກວ່າ ຄວາມປາຖະໜາທີ່ເຈົ້າມີເປັນເວລາຫຼາຍປີນັ້ນຈະກາຍເປັນຈິງໃນທີ່ສຸດ. ເຈົ້າຈະຮູ້ສຶກວ່າ ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ເຫັນພຣະເຈົ້າເຊິ່ງໜ້າ; ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ແນມເບິ່ງໃບໜ້າພຣະເຈົ້າ, ໄດ້ຍິນພຣະຄໍາສ່ວນຕົວຂອງພຣະອົງ, ເຫັນຄຸນຄ່າສະຕິປັນຍາໃນການປະຕິບັດພາລະກິດຂອງພຣະອົງ ແລະ ຮູ້ສຶກຢ່າງແທ້ຈິງວ່າ ພຣະອົງເປັນຈິງ ແລະ ມີລິດທານຸພາບສູງສຸດພຽງໃດ. ເຈົ້າຈະຮູ້ສຶກວ່າ ເຈົ້າໄດ້ຮັບຫຼາຍສິ່ງທີ່ຜູ້ຄົນໃນອະດີດຜ່ານມາບໍ່ເຄີຍເຫັນ ຫຼື ເຄີຍມີ. ໃນເວລານີ້ ເຈົ້າຈະຮູ້ຢ່າງແທ້ຈິງວ່າ ການເຊື່ອໃນພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນຫຍັງ. ແນ່ນອນ ຖ້າເຈົ້າຍຶດຕິດກັບມຸມມອງໃນອະດີດ ແລະ ບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ແລ້ວເຈົ້າກໍຈະຍັງເຫຼືອແຕ່ມືເປົ່າ, ບໍ່ໄດ້ຮັບຫຍັງເລີຍ ແລະ ໃນທີ່ສຸດ ເຈົ້າກໍຈະຖືກພິພາກສາວ່າຜິດໃນກໍລະນີຕໍ່ຕ້ານພຣະເຈົ້າ. ຜູ້ທີ່ສາມາດເຊື່ອຟັງຄວາມຈິງ ແລະ ຍອມຮັບພາລະກິດຂອງພຣະເຈົ້າກໍຈະໄດ້ຮັບການຢືນຢັນພາຍໃຕ້ນາມຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ. ພວກເຂົາຈະສາມາດຮັບເອົາການຊີ້ນໍາສ່ວນຕົວຈາກພຣະເຈົ້າ, ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ສູງສົ່ງຫຼາຍຍິ່ງຂຶ້ນ ພ້ອມທັງຊີວິດທີ່ແທ້ຈິງ. ພວກເຂົາຈະເຫັນນິມິດທີ່ຜູ້ຄົນໃນອະດີດບໍ່ເຄີຍເຫັນມາກ່ອນ: “ແລະ ຂ້າພະເຈົ້າຫັນໄປຍັງສຽງທີ່ເວົ້າກັບຂ້າພະເຈົ້າ. ເມື່ອຂ້າພະເຈົ້າຫັນໄປກໍເຫັນຄັນທຽນຄໍາເຈັດອັນ; ໃນທ່າມກາງຄັນທຽນເຈັດຄັນເຫຼົ່ານັ້ນ ມີຜູ້ໜຶ່ງເໝືອນບຸດມະນຸດ, ນຸ່ງເສື້ອລ່າມລົງເຖິງຕີນ ແລະ ຄຽນເອິກດ້ວຍຜ້າບ່ຽງຄໍາ. ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນດັ່ງສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ” (ພຣະນິມິດ 1:12-16). ນິມິດດັ່ງກ່າວນີ້ແມ່ນເປັນການສະແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ ແລະ ການສະແດງອອກເຖິງອຸປະນິໄສທັງໝົດຂອງພຣະອົງກໍຍັງເປັນການສະແດງເຖິງພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນຂອງພຣະອົງ. ຢູ່ໃນສະພາວະທີ່ຫຼັ່ງໄຫຼແຫ່ງການຂ້ຽນຕີ ແລະ ການພິພາກສາ, ບຸດມະນຸດສະແດງອອກເຖິງອຸປະນິໄສໂດຍທໍາມະຊາດຂອງພຣະອົງຜ່ານວິທີການແຫ່ງພຣະຄຳ ເຊິ່ງເຮັດໃຫ້ທຸກຄົນທີ່ຍອມຮັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ທີ່ເປັນການພັນລະນາຢ່າງຊື່ສັດເຖິງໃບໜ້າຂອງບຸດມະນຸດທີ່ໂຢຮັນເຄີຍໄດ້ເຫັນ. (ແນ່ນອນ ທຸກສິ່ງນີ້ຈະບໍ່ສາມາດເຫັນໄດ້ໂດຍຜູ້ຄົນທີ່ບໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ). ໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດ ແລະ ດັ່ງນັ້ນ ພຣະເຈົ້າຈຶ່ງໃຊ້ວິທີການທີ່ພຣະອົງສະແດງອອກໃນອຸປະນິໄສໂດຍທໍາມະຊາດຂອງພຣະອົງເພື່ອສະແດງໃບໜ້າທີ່ແທ້ຈິງຂອງພຣະອົງໃຫ້ມະນຸດເຫັນ. ນັ້ນໝາຍຄວາມວ່າ ທຸກຄົນທີ່ໄດ້ເຫັນຄຸນຄ່າອຸປະນິໄສໂດຍທຳມະຊາດຂອງບຸດມະນຸດກໍຈະໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ເພາະວ່າພຣະເຈົ້າແມ່ນຍິ່ງໃຫຍ່ເກີນໄປ ແລະ ບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດໄດ້. ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ, ພວກເຂົາກໍຈະຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຄໍາເວົ້າຂອງໂຢຮັນ ທີ່ເພິ່ນເວົ້າເຖິງບຸດມະນຸດຢູ່ໃນທ່າມກາງຄັນໂຄມໄຟວ່າ: “ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ”.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ກ່ອນນີ້: 8. ພຣະເຈົ້ານໍາຈຸດສິ້ນສຸດມາສູ່ຍຸກມືດມົວແຫ່ງອຳນາດຂອງຊາຕານໃນຍຸກສຸດທ້າຍໄດ້ແນວໃດ

ຕໍ່ໄປ: 1. ເປັນຫຍັງພຣະເຈົ້າຈຶ່ງຍັງຕ້ອງການປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດແລ້ວ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້