1. ເປັນຫຍັງພຣະເຈົ້າຈຶ່ງຍັງຕ້ອງການປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດແລ້ວ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ຈົ່ງຕິດຕາມມະນຸດທຸກຄົນຢ່າງສະຫງົບສຸກ ແລະ ຈົ່ງມີຄວາມບໍລິສຸດ, ຫາກປາສະຈາກສິ່ງນີ້ກໍຈະບໍ່ມີມະນຸດຄົນໃດ ເຫັນພຣະຜູ້ເປັນເຈົ້າໄດ້” (ເຮັບເຣີ 12:14)

“ພຣະເຢຊູຕອບພວກເຂົາວ່າ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ” (ໂຢຮັນ 8:34-35).

“ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ເຈົ້າພຽງແຕ່ຮູ້ວ່າ ພຣະເຢຊູຈະລົງມາໃນລະຫວ່າງຍຸກສຸດທ້າຍ, ແຕ່ພຣະອົງຈະລົງມາແນວໃດແທ້? ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ ແລະ ຍັງບໍ່ໄດ້ປ່ຽນແປງ ຫຼື ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຈະເປັນທີ່ພໍໃຈພຣະເຈົ້າໄດ້ບໍ? ສຳລັບເຈົ້າທີ່ຍັງມີຕົວຕົນເກົ່າຂອງເຈົ້າ, ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ ແລະ ເຈົ້າບໍ່ຖືກນັບວ່າເປັນຄົນບາບ ຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າບໍ່ມີຄວາມບາບ ແລະ ບໍລິສຸດແລ້ວ. ເຈົ້າຈະບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ປ່ຽນແປງ? ຢູ່ພາຍໃນຕົວເຈົ້າ, ເຈົ້າຖືກອ້ອມລ້ອມໄປດ້ວຍຄວາມບໍ່ບໍລິສຸດ, ຄວາມເຫັນແກ່ຕົວ ແລະ ຄວາມໂຫດຮ້າຍ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ, ເຈົ້າຄືຈະບໍ່ໂຊກດີຫຼາຍປານນັ້ນ! ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ: ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ຍັງບໍ່ໄດ້ຖືກປ່ຽນແປງ. ເພື່ອຈະໃຫ້ເຈົ້າເປັນທີ່ພໍໃຈພຣະເຈົ້າ, ພຣະເຈົ້າຕ້ອງປະຕິບັດພາລະກິດແຫ່ງການປ່ຽນແປງ ແລະ ການຊໍາລະເຈົ້າດ້ວຍຕົວພຣະອົງເອງ; ຖ້າເຈົ້າພຽງແຕ່ຖືກໄຖ່ບາບ, ເຈົ້າຈະບໍ່ສາມາດບັນລຸຄວາມຊອບທໍາໄດ້. ໃນວິທີນີ້ ເຈົ້າຈະບໍ່ມີຄຸນສົມບັດທີ່ຈະມີສ່ວນແບ່ງໃນພອນອັນປະເສີດຂອງພຣະເຈົ້າ, ຍ້ອນເຈົ້າໄດ້ພາດຂັ້ນຕອນໜຶ່ງໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນ. ດ້ວຍເຫດນັ້ນເຈົ້າເຊິ່ງເປັນຄົນບາບທີ່ຫາກໍຖືກໄຖ່ ແມ່ນບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໂດຍກົງ.

(ຄັດຈາກບົດ “ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ... ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊິວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ... ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມະນຸດທຸກຄົນກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ ແລະ ພຣະເຈົ້າກໍຈະບໍ່ສາມາດນໍາເອົາມວນມະນຸດເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດດັ່ງກ່າວກໍຈະບໍ່ສໍາເລັດຜົນ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງປວງກໍຈະເປັນຄົນບໍລິສຸດທັງໝົດ; ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້ຢ່າງສະຫງົບ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 9. ເປັນຫຍັງມັນຈຶ່ງຈຳເປັນຕ້ອງຜະເຊີນກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍເພື່ອທີ່ຈະສາມາດຮັບຄວາມຮູ້ກ່ຽວກັບພຣະເຈົ້າ

ຕໍ່ໄປ: 2. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້