(I) ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ

605. ບັດນີ້ ພວກເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງອານາຈັກ. ໃນປັດຈຸບັນ ພວກເຈົ້າເລີ່ມຕົ້ນເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງພວກເຈົ້າກໍຈະບໍ່ໂລເລ ແລະ ບໍ່ເປັນລະບົບລະບຽບແບບທີ່ພວກເຂົາເປັນກ່ອນໜ້ານີ້; ຊີວິດເຊັ່ນນັ້ນບໍ່ສາມາດບັນລຸຕາມມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈຍອມຮັບການຝຶກຝົນດັ່ງກ່າວນີ້ບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມໝາຍຂອງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕິສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະປະຕິບັດຫຍັງແດ່ ໃນເວລາທີ່ພົບກັບຄວາມເປັນຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ໃນປັດຈຸບັນ, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງຊີວິດ ແລະ ສະແຫວງຫາການປ່ຽນແປງທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນແຫ່ງອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນຈາກອານາຈັກ ແລະ ສະແຫວງຫາການປ່ຽນແປງທັດສະນະຄະຕິກ່ຽວກັບຊີວິດຂອງພວກເຂົາ. ນີ້ຄືສຶ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນຂອງອານາຈັກ.

ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນຂອງອານາຈັກມີດັ່ງລຸ່ມນີ້:

1) ພວກເຂົາຕ້ອງຍອມຮັບໜ້າທີ່ມອບໝາຍຂອງພຣະເຈົ້າ ເຊິ່ງເວົ້າໄດ້ວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໃນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ.

2) ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ.

3) ພວກເຂົາຕ້ອງສະແຫວງຫາເພື່ອໃຫ້ຫົວໃຈໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທຳມະດາ ເຈົ້າຈະມີຊີວິດຢູ່ໃນອານາຈັກແຫ່ງອິດສະລະພາບ, ເຊິ່ງໝາຍຄວາມວ່າ ເຈົ້າຈະມີຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງແຫ່ງຄວາມຮັກຂອງພຣະເຈົ້າ. ມີພຽງແຕ່ເວລາທີ່ເຈົ້າມີຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ເຈົ້າຈຶ່ງຈະເປັນຄົນຂອງພຣະເຈົ້າ.

4) ພວກເຂົາຕ້ອງຖືກຮັບໂດຍພຮະເຈົ້າ.

5) ພວກເຂົາຕ້ອງສະແດງເຖິງລັດສະໝີຂອງພຣະເຈົ້າເທິງແຜ່ນດິນໂລກ.

ຫ້າຫົວຂໍ້ນີ້ແມ່ນໜ້າທີ່ເຮົາມອບໝາຍໃຫ້ກັບພວກເຈົ້າ. ພຣະທຳຂອງເຮົາໄດ້ກ່າວຕໍ່ປະຊາຊົນຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຕັມໃຈຍອມຮັບເອົາໜ້າທີ່ເຫຼົ່ານີ້, ເຮົາຈະບໍ່ບັງຄັບເຈົ້າ ແຕ່ຖ້າເຈົ້າຍອມຮັບສິ່ງເຫຼົ່ານັ້ນຢ່າງແທ້ຈິງ ເຈົ້າກໍຈະສາມາດປະຕິບັດຄວາມປະສົງຂອງພຣະເຈົ້າໄດ້. ໃນປັດຈຸບັນ ພວກເຈົ້າເລີ່ມຍອມຮັບໜ້າທີ່ມອບໝາຍຂອງພຣະເຈົ້າ ແລະ ສະແຫວງຫາເພື່ອກາຍເປັນປະຊາຊົນຂອງອານາຈັກ ແລະ ບັນລຸຕາມມາດຕະຖານທີ່ຈຳເປັນສຳລັບປະຊາຊົນຂອງອານາຈັກ. ນີ້ຄືບາດກ້າວທຳອິດຂອງການເຂົ້າສູ່. ຖ້າເຈົ້າປາດຖະໜາປະຕິບັດຄວາມປະສົງຂອງພຣະເຈົ້າຢ່າງສົມບູນ ແລ້ວເຈົ້າຕ້ອງຍອມຮັບາໜ້າທີ່ມອບໝາຍທັງຫ້າເຫຼົ່ານີ້ ແລະ ຖ້າເຈົ້າສາມາດເຮັດສຳເລັດຫ້າຂໍ້ນັ້ນໄດ້ ເຈົ້າຈະເປັນຄົນທີ່ຕາມໃຈພຣະເຈົ້າ ແລະ ຖືກພຣະເຈົ້າໃຊ້ໄປໃນທາງທີ່ດີຢ່າງແນ່ນອນ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

606. ສິ່ງທີ່ພວກເຈົ້າໄດ້ສືບທອດໃນມື້ນີ້ດີເກີນກວ່າສິ່ງທີ່ອັກຄະສາວົກ ແລະ ພະສາດສະດາທັງໝົດໄດ້ຮັບ ແລະ ຍິ່ງໃຫຍ່ກວ່າສິ່ງທີ່ໂມເຊ ແລະ ເປໂຕໄດ້ຮັບ. ບໍ່ສາມາດຮັບເອົາພຣະພອນພາຍໃນໜຶ່ງມື້ ຫຼື ສອງມື້; ສາມາດຮັບເອົາພຣະພອນຜ່ານການເສຍສະລະຢ່າງຫຼວງຫຼາຍ. ນັ້ນກໍຄື ພວກເຈົ້າຕ້ອງມີຄວາມຮັກທີ່ບໍລິສຸດ, ຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ຄວາມຈິງຫຼາຍໆຢ່າງທີ່ພຣະເຈົ້າຂໍໃຫ້ພວກເຈົ້າຮັບໄວ້; ນອກຈາກນັ້ນ, ພວກເຈົ້າຕ້ອງສາມາດເບິ່ງທີ່ຄວາມຍຸຕິທຳ ແລະ ບໍ່ສາມາດເຮັດໃຫ້ຢ້ານກົວ ຫຼື ຍອມແພ້ ແລະ ພວກເຈົ້າຕ້ອງມີຄວາມຮັກທີ່ໝັ້ນຄົງ ແລະ ບໍ່ລົດລະຕໍ່ພຣະເຈົ້າ. ພວກເຈົ້າຈຳເປັນຕ້ອງມີການປ່ຽນແປງ ຄືກັບການປ່ຽນແປງຂອງຈິດໃຈໃນຊີວິດ; ຄວາມເສື່ອມຊາມຂອງພວກເຈົ້າຕ້ອງຖືກແກ້ໄຂ ແລະ ພວກເຈົ້າຕ້ອງຍອມຮັບການຄວບຄຸມທຸກຢ່າງຈາກພຣະເຈົ້າໂດຍບໍ່ຈົ່ມ ແລະ ຍັງຕ້ອງເຊື່ອຟັງຈົນຕາຍ. ນີ້ຄືສິ່ງທີ່ພວກເຈົ້າຄວນເຮັດໃຫ້ສຳເລັດ. ນີ້ຄືຄວາມປະສົງສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ຄວາມຕ້ອງການທີ່ພຣະເຈົ້າຂໍຈາກຄົນກຸ່ມນີ້. ເມື່ອພຣະອົງປະທານໃຫ້ກັບພວກເຈົ້າ, ພຣະອົງກໍຈະຂໍສິ່ງຕອບແທນຈາກພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເໝາະສົມກັບຄວາມຕ້ອງການນັ້ນ. ດັ່ງນັ້ນ, ພາລະກິດທຸກຢ່າງຂອງພຣະເຈົ້າບໍ່ແມ່ນຈະປາດສະຈາກເຫດຜົນ ແລະ ຈາກສິ່ງນີ້ ຈຶ່ງສາມາດເຫັນໄດ້ວ່າ ເປັນຫຍັງພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດທີ່ມີມາດຕະຖານສູງ ແລະ ເງື່ອນໄຂທີ່ເຄັ່ງຄັດຊໍ້າແລ້ວຊໍ້າອີກ. ນີ້ຄືເຫດຜົນທີ່ພວກເຈົ້າຄວນມີຄວາມເຊື່ອໃນພຣະເຈົ້າ. ສະຫຼຸບກໍຄື ພາລະກິດທຸກຢ່າງຂອງພຣະເຈົ້າຖືກປະຕິບັດເພື່ອຜົນປະໂຫຍດຂອງພວກເຈົ້າ ເພື່ອພວກເຈົ້າຈະເໝາະສົມທີ່ຈະຮັບມໍລະດົກຂອງພຣະອົງ. ນີ້ບໍ່ແມ່ນເພື່ອຜົນປະໂຫຍດຂອງລັດສະໝີຂອງພຣະເຈົ້າເອງ ແຕ່ເພື່ອຜົນປະໂຫຍດຂອງການໄຖ່ບາບ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ທີ່ໄດ້ຮັບຄວາມເຈັບປວດໃນດິນແດນທີ່ບໍ່ບໍລິສຸດມີຄວາມສົມບູນ. ພວກເຈົ້າຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ສະນັ້ນ, ເຮົາກໍຂໍຕັກເຕືອນຜູ້ຄົນທີ່ໂງ່ຈ້າທັງຫຼາຍທີ່ບໍ່ມີຄວາມຮູ້ ແລະ ຄວາມສຳນຶກ: ຢ່າທົດສອບພຣະເຈົ້າ ແລະ ຢ່າຕໍ່ຕ້ານອີກເລີຍ. ພຣະເຈົ້າໄດ້ທົນທຸກກັບຄວາມທໍລະມານທັງໝົດທີ່ມະນຸດບໍ່ເຄີຍທົນທຸກມາກ່ອນ ແລະ ທົນທຸກຕໍ່ການເຍາະເຍີ້ຍຫຼາຍກວ່ານັ້ນແທນທີ່ຂອງມະນຸດ. ແມ່ນຫຍັງອີກທີ່ພວກເຈົ້າບໍ່ສາມາດປະຖິ້ມໄດ້? ແມ່ນຫຍັງທີ່ສຳຄັນໄປກວ່າຄວາມປະສົງຂອງພຣະເຈົ້າ? ແມ່ນຫຍັງທີ່ຍິ່ງໃຫຍ່ກວ່າຄວາມຮັກຂອງພຣະເຈົ້າ? ມັນເປັນໜ້າທີ່ທີ່ຍາກລຳບາກສອງເທົ່າ ເຊິ່ງພຣະເຈົ້າຕ້ອງປະຕິບັດພາລະກິດຂອງພຣະອົງໃນດິນແດນທີ່ບໍ່ບໍລິສຸດນີ້. ຖ້າມະນຸດລະເມີດໂດຍທີ່ຮູ້ ແລະ ຕັ້ງໃຈ, ພາລະກິດຂອງພຣະເຈົ້າກໍຕ້ອງໄດ້ຊັກຊ້າລົງ. ໃນເຫດການໃດກໍຕາມ, ນີ້ບໍ່ແມ່ນເລື່ອງທີ່ໜ້າສົນໃຈໃຫ້ກັບໃຜເລີຍ ແລະ ບໍ່ມີຜົນປະໂຫຍດໃຫ້ກັບໃຜຄືກັນ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

607. ພຣະທໍາທີ່ເຮົາກ່າວ ແມ່ນຄວາມຈິງທີ່ມີຕໍ່ ມວນມະນຸດ ແລະ ບໍ່ແມ່ນມີສະເພາະຕໍ່ກັບບຸກຄົນໃດຄົນໜຶ່ງ ຫຼື ຄົນບາງປະເພດເທົ່ານັ້ນ. ດັ່ງນັ້ນ ພວກເຈົ້າຄວນຕັ້ງໃຈຮັບເອົາພຣະທໍາ ຂອງເຮົາຈາກຈຸດຢືນ ຂອງຄວາມເປັນຈິງ ພ້ອມທັງຮັກສາທັດສະນະຄະຕິ ທີ່ມີຄວາມເອົາໃຈໃສ່ ແລະ ຄວາມຈິງໃຈ ຢ່າງໜັກແໜ້ນ. ບໍ່ເມີນເສີຍຕໍ່ພຣະທໍາແມ່ນແຕ່ຄໍາດຽວ ຫຼື ຄວາມຈິງທີ່ເຮົາເວົ້າ ແລະ ບໍ່ໃຫ້ດູຖູກພຣະທໍາທັງໝົດຂອງເຮົາ. ໃນຊີວິດຂອງພວກເຈົ້າ ເຮົາເຫັນຫຼາຍຢ່າງທີ່ ພວກເຈົ້າກະທຳທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ດ້ວຍເຫດນີ້ ເຮົາຈິ່ງຂໍຮ້ອງພວກເຈົ້າຢ່າງຈິງໃຈ ຂໍໃຫ້ພວກເຈົ້າເປັນຜູ້ຮັບໃຊ້ຄວາມຈິງ ແລະ ບໍ່ໃຫ້ເປັນທາດແຫ່ງຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດ. ບໍ່ໃຫ້ຢຽບຍໍ່າຄວາມຈິງ ຫຼື ເຮັດໃຫ້ມຸມໃດໜຶ່ງຂອງພຣະວິຫານຂອງ ພຣະເຈົ້າເປິເປື້ອນ. ນີ້ຄືຄໍາຕັກເຕືອນຂອງເຮົາທີ່ມີຕໍ່ພວກເຈົ້າ.

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

608. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມເຈັບປວດທີ່ເຮົາໄດ້ຮັບຕ້ອງເສຍເປົ່າ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງຄວາມຫ່ວງໃຍເຫັນອົກເຫັນໃຈທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາໃຈຮ້າຍຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຮູ້ຈັກພຣະທຳເຫຼົ່ານັ້ນດ້ວຍໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ຄວາມຄາດຫວັງຂອງເຮົາສຳລັບພວກເຈົ້າລົ້ມເຫຼວໄດ້. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນໝົກມຸ່ນຢູ່ກັບຊີວິດທີ່ມຶນເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າໃຊ້ພຣະທໍາຂອງເຮົາເພື່ອເພີ່ມພູນຫົວໃຈ ແລະ ວິນຍານຂອງພວກເຈົ້າ. ຍ້ອນເຫດຜົນນີ້ ເຮົາຈຶ່ງໄດ້ມາເຖິງຂໍ້ສະຫຼຸບກ່ຽວກັບໃບໜ້າແທ້ຈິງຂອງມະນຸດຊາດວ່າ: ມະນຸດສາມາດທໍລະຍົດຕໍ່ເຮົາໄດ້ທຸກເວລາ ແລະ ບໍ່ມີຜູ້ໃດສາມາດຊື່ສັດກັບພຣະທໍາຂອງເຮົາໄດ້ຢ່າງແນ່ນອນ.

(ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

609. ພຣະເຈົ້າຕ້ອງການຄວາມຮັກຢ່າງດຽວຈາກມະນຸດ ແລະ ພຣະອົງຕ້ອງການໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ ແລະ ຄວາມຮັກຕໍ່ພຣະອົງ. ການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ການຄົ້ນພົບສິ່ງທີ່ມະນຸດຄວນສະແຫວງຫາໃນພຣະທໍາຂອງພຣະອົງ, ການຮັກພຣະເຈົ້າເນື່ອງຈາກພຣະທໍາຂອງພຣະອົງ, ການເດີນທາງໄປມາເພື່ອພຣະທໍາຂອງພຣະເຈົ້າ ແລະ ການມີຊີວິດຢູ່ເພື່ອພຣະທໍາຂອງພຣະເຈົ້າ ທັງໝົດນີ້ເປັນສິ່ງທີ່ມະນຸດຕ້ອງບັນລຸໃຫ້ໄດ້. ທຸກສິ່ງຕ້ອງຕັ້ງຢູ່ບົນພື້ນຖານພຣະທໍາຂອງພຣະເຈົ້າ ແລະ ເມື່ອນັ້ນ ມະນຸດຈິ່ງຈະສາມາດປະຕິບັດຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ຖ້າມະນຸດບໍ່ກຽມພ້ອມດ້ວຍພຣະທໍາຂອງພຣະເຈົ້າ ມະນຸດກໍບໍ່ມີຫຍັງ ແຕ່ເປັນພຽງໜອນທີ່ຖືກຊາຕານຄວບຄຸມ. ຈົ່ງຊັ່ງຊາເບິ່ງວ່າ ຢູ່ໃນໃຈຂອງເຈົ້າມີພຣະທໍາຂອງພຣະເຈົ້າຈັກຂໍ້ທີ່ຝັງເລິກຢູ່ໃນຕົວເຈົ້າ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊີວິດທີ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊິວິດທີ່ບໍ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ຖ້າພຣະທຳຂອງພຣະເຈົ້າຍັງບໍ່ໄດ້ຍຶດຄອງຕົວເຈົ້າຢ່າງສົມບູນ, ແລ້ວແມ່ນຫຍັງແທ້ໆທີ່ຄອບງວໍາຫົວໃຈຂອງເຈົ້າ? ໃນຊີວິດປະຈໍາວັນຂອງເຈົ້າ ເຈົ້າຖືກຊາຕານຄວບຄຸມ ຫຼື ເຈົ້າຖືກຄອບງວໍາໂດຍພຣະທຳຂອງພຣະເຈົ້າ? ຄໍາອະທິຖານຂອງເຈົ້າອອກມາຈາກພຣະທໍາຂອງພຣະອົງບໍ? ເຈົ້າໄດ້ອອກມາຈາກສະພາບທີ່ບໍ່ດີ ຜ່ານແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າບໍ? ຈົ່ງຍຶດເອົາພຣະທໍາຂອງພຣະເຈົ້າເປັນຮາກຖານຊີວິດ; ນີ້ແມ່ນສິ່ງທີ່ທຸກຄົນຄວນກະທໍາ. ຖ້າພຣະທໍາຂອງພຣະເຈົ້າບໍ່ຢູ່ໃນຊີວິດຂອງເຈົ້າ ສະແດງວ່າເຈົ້າກໍາລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ, ເຈົ້າກະບົດຕໍ່ພຣະເຈົ້າ, ເຈົ້າຕໍ່ຕ້ານພຣະເຈົ້າ ແລະ ເຈົ້າໝິ່ນປະໝາດພຣະນາມຂອງພຣະອົງ; ຄວາມເຊື່ອຂອງຄົນລັກສະນະນີ້ຖືວ່າຊົ່ວຮ້າຍ ແລະ ສ້າງຄວາມວຸ້ນວາຍ. ເຈົ້າດໍາລົງຊີວິດສອດຄ່ອງກັບພຣະທໍາຂອງພຣະອົງຫຼາຍປານໃດ? ເຈົ້າດໍາລົງຊີວິດບໍ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າຫຼາຍປານໃດ? ພຣະທໍາຂອງພຣະເຈົ້າໄດ້ສໍາເລັດໃນເຈົ້າຫຼາຍປານໃດ? ພຣະທໍາຂອງພຣະເຈົ້າໄດ້ສູນເສຍໃນເຈົ້າຫຼາຍປານໃດ? ເຈົ້າໄດ້ພິຈາລະນາສິ່ງເຫຼົ່ານີ້ຢ່າງລະອຽດແລ້ວບໍ?

(ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

610. ພວກເຈົ້າເຕັມໃຈຮັບເອົາພອນຂອງເຮົາຢູ່ເທິງແຜ່ນດິນໂລກບໍ ເຊິ່ງເປັນພອນດຽວກັນກັບພອນໃນສະຫວັນ? ພວກເຈົ້າເຕັມໃຈທີ່ຈະຖະໜອມຄວາມເຂົ້າໃຈກ່ຽວກັບເຮົາ, ຄວາມສຸກຈາກພຣະທໍາຂອງເຮົາ ແລະ ຄວາມຮູ້ກ່ຽວກັບເຮົາດັ່ງສິ່ງທີ່ມີຄ່າ ແລະ ມີຄວາມໝາຍທີ່ສຸດໃນຊີວິດຂອງພວກເຈົ້າບໍ? ພວກເຈົ້າສາມາດອ່ອນນ້ອມຕໍ່ເຮົາຢ່າງສົມບູນໄດ້ຢ່າງແທ້ຈິງບໍ ໂດຍທີ່ບໍ່ຄິດໃສ່ຄວາມຄາດຫວັງຂອງພວກເຈົ້າເອງ? ພວກເຈົ້າສາມາດຍອມໃຫ້ພວກເຈົ້າເອງຖືກເຮົາເຮັດໃຫ້ຕາຍ ແລະ ຖືກເຮົານໍາພາຄືກັນກັບໂຕແກະໄດ້ແທ້ບໍ? ມີໃຜແດ່ໃນບັນດາພວກເຈົ້າທີ່ສາມາດເຮັດສໍາເລັດສິ່ງດັ່ງກ່າວນີ້ໄດ້? ເປັນໄປໄດ້ບໍ ທີ່ທຸກຄົນຖືກເຮົາຮັບເອົາ ແລະ ໄດ້ຮັບຄໍາໝັ້ນສັນຍາຈາກເຮົາ ແມ່ນຜູ້ທີ່ໄດ້ຮັບພອນຂອງເຮົາ? ພວກເຈົ້າໄດ້ເຂົ້າໃຈຫຍັງບໍຈາກພຣະທໍາເຫຼົ່ານີ້? ຖ້າເຮົາທົດສອບພວກເຈົ້າ, ພວກເຈົ້າຈະສາມາດເອົາພວກເຈົ້າເອງໄປຢູ່ໃນການປັ້ນແຕ່ງຂອງເຮົາໄດ້ບໍ ແລະ ໃນທ່າມກາງຂອກການທົດລອງເຫຼົ່ານີ້ ພວກເຈົ້າຈະສາມາດຄົ້ນຫາຈຸດປະສົງ ແລະ ເຂົ້າໃຈຫົວໃຈຂອງເຮົາໄດ້ບໍ? ເຮົາບໍ່ໄດ້ຕ້ອງການໃຫ້ເຈົ້າສາມາດເວົ້າດ້ວຍຄໍາເວົ້າທີ່ປະທັບໃຈ ຫຼື ເລົ່າເລື່ອງຕ່າງໆທີ່ໜ້າຕື່ນເຕັ້ນ; ກົງກັນຂ້າມ, ເຮົາຮຽກຮ້ອງໃຫ້ເຈົ້າສາມາດເປັນພະຍານທີ່ດີໃຫ້ແກ່ເຮົາ ແລະ ເພື່ອວ່າ ເຈົ້າຈະໄດ້ເຂົ້າສູ່ຄວາມເປັນຈິງຢ່າງສົມບູນ ແລະ ຢ່າງເລິກເຊິ່ງ. ຖ້າເຮົາບໍ່ເວົ້າໂດຍກົງ ແລ້ວເຈົ້າຈະສາມາດປະຖິ້ມທຸກຢ່າງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຍອມໃຫ້ເຮົາໃຊ້ເຈົ້າຢູ່ບໍ? ນີ້ບໍ່ແມ່ນຄວາມເປັນຈິງທີ່ເຮົາຕ້ອງການບໍ? ໃຜສາມາດເຂົ້າໃຈຄວາມໝາຍໃນພຣະທໍາຂອງເຮົາແດ່? ເຖິງຢ່າງໃດກໍຕາມ ເຮົາຮຽກຮ້ອງບໍ່ໃຫ້ພວກເຈົ້າຊັ່ງຊາດ້ວຍຄວາມສົງໄສອີກຕໍ່ໄປ ແລະ ຂໍໃຫ້ພວກເຈົ້າເອົາໃຈໃສ່ໃນການເຂົ້າສູ່ຂອງພວກເຈົ້າ ແລະ ເຂົ້າໃຈແກ່ນແທ້ຂອງພຣະທໍາຂອງເຮົາ. ສິ່ງນີ້ຈະປ້ອງກັນບໍ່ໃຫ້ເຈົ້າເຂົ້າໃຈພຣະທໍາຂອງເຮົາຜິດ ແລະ ບໍ່ໃຫ້ມີຄວາມບໍ່ຊັດເຈນຕໍ່ຄວາມໝາຍຂອງເຮົາ ເຊິ່ງມັນຈະເຮັດໃຫ້ເຈົ້າລະເມີດຕໍ່ບົດບັນຍັດແຫ່ງການປົກຄອງຂອງເຮົາ. ເຮົາຫວັງວ່າ ພວກເຈົ້າຈະເຂົ້າໃຈເຈດຕະນາໃນພຣະທໍາຂອງເຮົາສໍາລັບພວກເຈົ້າ. ບໍ່ໃຫ້ຄິດເຖິງຄວາມຄາດຫວັງຂອງພວກເຈົ້າເອງອີກຕໍ່ໄປ ແລະ ຈົ່ງປະຕິບັດຕາມທີ່ພວກເຈົ້າໄດ້ຕັ້ງໝັ້ນຢູ່ຕໍ່ໜ້າເຮົາ ເພື່ອຍອມຮັບເອົາການປັ້ນແຕ່ງຂອງພຣະເຈົ້າໃນທຸກສິ່ງ. ທຸກຄົນທີ່ຢືນຢູ່ພາຍໃນຄົວເຮືອນຂອງເຮົາຄວນເຮັດເທົ່າທີ່ພວກເຂົາສາມາດເຮັດໄດ້; ເຈົ້າຄວນຖວາຍສິ່ງທີ່ດີທີ່ສຸດຂອງເຈົ້າເອງໃຫ້ແກ່ຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ເຈົ້າເຕັມໃຈທີ່ຈະນໍາເອົາສິ່ງດັ່ງກ່າວໄປປະຕິບັດຢ່າງແທ້ຈິງບໍ?

(ຄັດຈາກ “ບົດທີ 4” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

611. ຕະຫຼອດເວລາ, ປະຊາຊົນຂອງເຮົາຄວນເຝົ້າລະວັງຕໍ່ແຜນຮ້າຍຂອງຊາຕານ, ປົກປ້ອງປະຕູເຮືອນຂອງເຮົາເພື່ອເຮົາ; ພວກເຂົາຄວນສາມາດສະໜັບສະໜູນກັນ ແລະ ກັນ ແລະ ສະໜອງໃຫ້ກັນ ແລະ ກັນ ເພື່ອຫຼີກລ່ຽງການຕິດແຫ້ວຂອງຊາຕານ ເຊິ່ງໃນເວລານັ້ນ ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ເປັນຫຍັງເຮົາຈຶ່ງຕ້ອງເຝິກອົບຮົມພວກເຈົ້າຢ່າງຮີບດ່ວນ? ເປັນຫຍັງເຮົາຈຶ່ງບອກຄວາມຈິງແກ່ພວກເຈົ້າກ່ຽວກັບໂລກວິນຍານ? ເປັນຫຍັງເຮົາຈຶ່ງເຕືອນ ແລະ ແນະນໍາພວກເຈົ້າຊໍ້າແລ້ວຊໍ້າອີກ? ພວກເຈົ້າເຄີຍຄິດກ່ຽວກັບເລື່ອງນີ້ບໍ? ການຄິດຂອງພວກເຈົ້າເຄີຍໄດ້ຮັບຄວາມຊັດເຈນບໍ? ສະນັ້ນ, ພວກເຈົ້າບໍ່ພຽງແຕ່ຈໍາເປັນຕ້ອງມີຄວາມສາມາດໃນການມີປະສົບການຫຼາຍ ໂດຍການສ້າງພື້ນຖານຂອງອະດີດເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນ ແມ່ນເພື່ອຂັບໄລ່ຄວາມບໍ່ບໍລິສຸດພາຍໃນພວກເຈົ້າ ພາຍໃຕ້ການຊີ້ນໍາຂອງພຣະທໍາແຫ່ງປັດຈຸບັນ ໂດຍຍອມໃຫ້ພຣະທໍາຂອງເຮົາແຕ່ລະຂໍ້ມີຮາກຖານ ແລະ ເຕີບໃຫຍ່ພາຍໃນຈິດໃຈຂອງເຈົ້າ ແລະ ທີ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ໄດ້ໝາກຜົນຫຼາຍຂຶ້ນ. ນີ້ກໍເພາະວ່າ ສິ່ງທີ່ເຮົາຂໍບໍ່ແມ່ນດອກໄມ້ທີ່ສົດໃສ ແລະ ຂຽວງາມ ແຕ່ເປັນໝາກໄມ້ທີ່ອຸດົມສົມບູນ ທີ່ບໍ່ສູນເສຍຄວາມສຸກຂອງມັນ. ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງເຮົາບໍ? ເຖິງວ່າ ດອກໄມ້ໃນເຮືອນແກ້ວແມ່ນມີຫຼາຍຄືກັບດວງດາວ ແລະ ດຶງດູດຝູງຊົນທີ່ຊື່ນຊົມ ແຕ່ເມື່ອພວກມັນແຫ່ວ ພວກມັນກໍຈະຖືກຈີກຂາດເປັນສິ້ນໆຄືກັບແຜນອັນຊົ່ວຮ້າຍຂອງຊາຕານ ແລະ ຈະບໍ່ມີໃຜສົນໃຈພວກມັນ. ແຕ່ສໍາລັບຜູ້ທີ່ຖືກລົມພັດ ແລະ ຖືກຕາເວັນເຮັດໃຫ້ແຫ້ງຈົນກອບ ທີ່ເປັນພະຍານໃຫ້ແກ່ເຮົາ, ເຖິງວ່າ ດອກໄມ້ເຫຼົ່ານີ້ຈະບໍ່ເບັ່ງບານຢ່າງສວຍງາມ ແຕ່ພວກມັນກໍຈະມີໝາກໄມ້ ເມື່ອດອກໄມ້ແຫ່ວ ເພາະວ່າ ເຮົາຕ້ອງການໃຫ້ພວກມັນເປັນເຊັ່ນນັ້ນ. ເມື່ອເຮົາກ່າວພຣະທໍາເຫຼົ່ານີ້, ພວກເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດ? ເມື່ອດອກໄມ້ໄດ້ແຫ່ວ ແລະ ອອກໝາກ ແລະ ເມື່ອສາມາດສະໜອງໝາກໄມ້ທັງໝົດນີ້ໃຫ້ກັບຄວາມສຸກຂອງເຮົາ, ເຮົາກໍຈະຈົບສິ້ນພາລະກິດທັງໝົດຂອງເຮົາຢູ່ເທິງແຜ່ນດິນໂລກ ແລະ ຈະເລີ່ມຊື່ນຊົມແກ້ວຜະລຶກແຫ່ງສະຕິປັນຍາຂອງເຮົາ!

(ຄັດຈາກ “ບົດທີ 3” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

612. ຜູ້ຄົນທີ່ເຊື່ອໃນພຣະເຈົ້າເປັນເວລາດົນນານ ໃນປັດຈຸບັນແມ່ນຫວັງມີປາຍທາງທີ່ງົດງາມ, ທຸກຄົນທີ່ເຊື່ອໃນພຣະເຈົ້າຫວັງວ່າ ໂຊກລາບທີ່ດີຈະມາເຖິງພວກເຂົາທັນທີ ແລະ ພວກເຂົາທຸກຄົນກໍຫວັງວ່າ ກ່ອນທີ່ພວກເຂົາຈະຮູ້ເຖິງສິ່ງນັ້ນ ພວກເຂົາແມ່ນຈະເຫັນຕົວເອງນັ່ງຢູ່ບ່ອນໜຶ່ງດ້ວຍຄວາມສະຫງົບສຸກ ຫຼື ອີກບ່ອນໜຶ່ງຢູ່ເທິງສະຫວັນ. ແຕ່ເຮົາຂໍເວົ້າວ່າ ຜູ້ຄົນເຫຼົ່ານີ້ພ້ອມກັບຄວາມຄິດທີ່ສວຍງາມຂອງພວກເຂົາ ແມ່ນບໍ່ເຄີຍຮູ້ຈັກວ່າ ພວກເຂົາມີຄຸນສົມບັດ ຫຼື ບໍ່ ໃນການໄດ້ຮັບໂຊກລາບດັ່ງກ່າວທີ່ຕົກລົງມາຈາກສະຫວັນ ຫຼື ເພື່ອຈະນັ່ງຢູ່ຕັ່ງເທິງສະຫວັນ. ພວກເຈົ້າໃນປະຈຸບັນ ແມ່ນມີຄວາມຮູ້ທີ່ດີກ່ຽວກັບຕົວເອງ ແຕ່ພວກເຈົ້າຍັງຫວັງວ່າ ພວກເຈົ້າຈະສາມາດໜີພົ້ນຈາກໄພພິບັດຂອງຍຸກສຸດທ້າຍ ແລະ ມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ທີ່ຈະລົງໂທດຜູ້ທີ່ຊົ່ວຮ້າຍ. ມັນເບິ່ງຄືວ່າ ການຝັນຫວານ ແລະ ການຕ້ອງການສິ່ງຕ່າງໆດັ່ງທີ່ພວກມັນເປັນແມ່ນລັກສະນະທົ່ວໄປຂອງທຸກຄົນທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມ ເຊິ່ງກໍບໍ່ແມ່ນຄວາມອັດສະລີຍະຂອງບາງບຸກຄົນ. ເຖິງຢ່າງນັ້ນ ເຮົາກໍຍັງຕ້ອງການຢຸດຕິຄວາມປາດຖະໜາທີ່ເກີນຂອບເຂດຂອງພວກເຈົ້າ ແລະ ຄວາມກະຕືລືລົ້ນຂອງພວກເຈົ້າໃນການໄດ້ຮັບພອນ. ເນື່ອງຈາກການເຮັດຜິດຂອງພວກເຈົ້າແມ່ນມີຫຼາຍ ແລະ ຄວາມຈິງກ່ຽວກັບຄວາມບໍ່ເຊື່ອຟັງຂອງພວກເຈົ້າກໍມີຫຼາຍ ແລະ ເພີ່ມຂຶ້ນເລື້ອຍໆ ແລ້ວສິ່ງເຫຼົ່ານີ້ຈະເໝາະກັບແຜນການອັນສວຍງາມສໍາລັບອະນາຄົດຂອງພວກເຈົ້າຢູ່ບໍ? ຖ້າເຈົ້າຕ້ອງການສືບຕໍ່ເຮັດຕາມໃຈຕົວເອງໃນທາງທີ່ຜິດ ໂດຍທີ່ບໍ່ມີຫຍັງດຶງເຈົ້າໄວ້ ແຕ່ກໍຍັງຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ເຮົາກໍຂໍສົ່ງເສີມໃຫ້ເຈົ້າສືບຕໍ່ຢູ່ໃນສະພາບທີ່ບໍ່ຮູ້ສຶກຕົວ ແລະ ບໍ່ໃຫ້ຕື່ນຂຶ້ນມາ ເພາະວ່າ ຄວາມຝັນຂອງເຈົ້າແມ່ນຄວາມຝັນທີ່ວ່າງເປົ່າ ແລະ ຢູ່ຕໍ່ໜ້າພຣະເຈົ້າຜູ້ຊອບທໍາ, ພຣະອົງຈະບໍ່ມີຂໍ້ຍົກເວັ້ນສໍາລັບເຈົ້າ ຖ້າເຈົ້າພຽງແຕ່ຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ກໍຈົ່ງຢາຝັນ ແຕ່ໃຫ້ຜະເຊີນກັບຄວາມຈິງ ແລະ ຜະເຊີນກັບຄວາມເປັນຈິງຕະຫຼອດໄປ. ນັ້ນແມ່ນວິທີດຽວທີ່ຈະຊ່ວຍໃຫ້ເຈົ້າລອດໄດ້. ຂັ້ນຕອນຕ່າງໆໃນວິທີການນີ້ທີ່ເປັນຮູບປະທໍາແມ່ນມີຫຍັງແນ່?

ສິ່ງທໍາອິດ ແມ່ນໃຫ້ກວດສອບການເຮັດຜິດທັງໝົດຂອງເຈົ້າ ແລະ ກວດສອບພຶດຕິກໍາ ແລະ ຄວາມຄິດທັງໝົດຂອງເຈົ້າ ທີ່ບໍ່ສອດຄ່ອງກັບຄວາມຈິງ.

ນີ້ແມ່ນສິ່ງທີ່ພວກເຈົ້າສາມາດນໍາໃຊ້ຢ່າງງ່າຍດາຍ ແລະ ເຮົາເຊື່ອວ່າ ຜູ້ຄົນທີ່ໃຊ້ຄວາມຄິດແມ່ນສາມາດເຮັດສິ່ງນີ້ໄດ້. ຢ່າງໃດກໍຕາມ, ຜູ້ຄົນເຫຼົ່ານັ້ນ ທີ່ບໍ່ເຄີຍຮູ້ຈັກຄວາມໝາຍຂອງການເຮັດຜິດ ແລະ ຄວາມຈິງ ແມ່ນຄົນທີ່ຖືກຍົກເວັ້ນ ຍ້ອນວ່າ ໂດຍພື້ນຖານແລ້ວ ພວກເຂົາບໍ່ແມ່ນຄົນທີ່ໃຊ້ຄວາມຄິດ. ເຮົາກໍາລັງເວົ້າເຖິງຜູ້ຄົນທີ່ພຣະເຈົ້າເຫັນດີນໍາ, ຜູ້ທີ່ຊື່ສັດ, ບໍ່ໄດ້ຝ່າຝືນພຣະດໍາລັດຢ່າງຮ້າຍແຮງ ແລະ ສາມາດຊອກຫາການເຮັດຜິດຂອງພວກເຂົາໄດ້ຢ່າງງ່າຍດາຍ. ເຖິງແມ່ນວ່າ ນີ້ຈະແມ່ນສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ ແຕ່ມັນກໍບໍ່ໄດ້ແມ່ນສິ່ງດຽວເທົ່ານັ້ນ ທີ່ເຮົາຕ້ອງການຈາກພວກເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະບໍ່ຫົວຂວັນລັບໆຕໍ່ຄວາມຕ້ອງການນີ້ ຫຼື ຍິ່ງໄປກວ່ານັ້ນກໍຄື ເຈົ້າຈະບໍ່ດູຖູກມັນ ຫຼື ບໍ່ຖືເບົາກັບມັນ. ຈົ່ງປະຕິບັດກັບມັນດ້ວຍຄວາມຈິງຈັງ ແລະ ຢ່າເມີນເສີຍຕໍ່ມັນ.

ສິ່ງທີ່ສອງ, ສໍາລັບການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງເຈົ້າແຕ່ລະຄົນ, ຈົ່ງຊອກຫາຄວາມຈິງທີ່ສອດຄ່ອງ ແລະ ນໍາໃຊ້ຄວາມຈິງເຫຼົ່ານີ້ ເພື່ອແກ້ໄຂພວກມັນ ແລ້ວຫຼັງຈາກນັ້ນໃຫ້ປ່ຽນການເຮັດຜິດ ແລະ ຄວາມຄິດທີ່ບໍ່ເຊື່ອຟັງຂອງເຈົ້າ ແລະ ການກະທໍາດ້ວຍການປະຕິບັດຄວາມຈິງ.

ສິ່ງທີສາມ, ຈົ່ງເປັນຄົນທີ່ຊື່ສັດ, ຢ່າເປັນຄົນທີ່ສະຫຼາດ ແລະ ມີເລ່ລ່ຽມຕະຫຼອດ. (ນີ້ ເຮົາຂໍຮ້ອງພວກເຈົ້າອີກຄັ້ງໃຫ້ເປັນຄົນຊື່ສັດ.)

ຖ້າເຈົ້າສາມາດບັນລຸທັງສາມສິ່ງນີ້ ເຈົ້າກໍຈະເປັນຄົນໂຊກດີ, ເປັນຄົນທີ່ຝັນກາຍເປັນຈິງ ແລະ ເປັນຄົນທີ່ໄດ້ຮັບໂຊກລາບທີ່ດີ. ບາງເທື່ອ ພວກເຈົ້າຈະປະຕິບັດກັບຄໍາສະເໜີທີ່ບໍ່ໜ້າດຶງດູດໃຈທັງສາມເຫຼົ່ານີ້ດ້ວຍຄວາມຈິງຈັງ ຫຼື ບາງເທື່ອປະຕິບັດກັບຄໍາສະເໜີເຫຼົ່ານີ້ ໂດຍບໍ່ມີຄວາມຮັບຜິດຊອບ. ຢ່າງໃດກໍຕາມ, ຈຸດປະສົງຂອງເຮົາແມ່ນເພື່ອເຮັດໃຫ້ຄວາມຝັນຂອງພວກເຈົ້າເປັນຈິງ, ນໍາເອົາອຸດົມການຂອງພວກເຈົ້າມາປະຕິບັດ, ບໍ່ແມ່ນເພື່ອເອົາພວກເຈົ້າມາລໍ້ຫຼິ້ນ ຫຼື ເພື່ອຫຼອກລວງພວກເຈົ້າ.

(ຄັດຈາກບົດ “ການເຮັດຜິດຈະນໍາພາມະນຸດໄປສູ່ນາຮົກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

613. ເຮົາມີຄວາມປາດຖະໜາຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ຈົ່ງສັດຊື່ເພື່ອປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ສໍາເລັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ເສຍສະລະຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆ. ຄວາມຫວັງທັງໝົດເຫຼົ່ານີ້ແມ່ນເກີດຈາກຄວາມຂາດເຂີນ, ຄວາມເສື່ອມຊາມ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ. ຖ້າການສົນທະນາແຕ່ລະຄັ້ງທີ່ເຮົາມີກັບພວກເຈົ້າ ແມ່ນບໍ່ພຽງພໍທີ່ຈະດຶງດູດຄວາມສົນໃຈຂອງພວກເຈົ້າ, ບາງເທື່ອສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄືບໍ່ເວົ້າຫຍັງອີກ. ຢ່າງໃດກໍຕາມ, ພວກເຈົ້າແມ່ນເຂົ້າໃຈຜົນຮັບຂອງສິ່ງນັ້ນ. ເຮົາບໍ່ເຄີຍພັກຜ່ອນ, ສະນັ້ນ ຖ້າເຮົາບໍ່ເວົ້າ ເຮົາກໍຈະເຮັດບາງສິ່ງ ເພື່ອໃຫ້ຜູ້ຄົນເບິ່ງ. ເຮົາສາມາດເຮັດໃຫ້ລິ້ນຂອງຄົນເນົ່າເປື່ອຍ ຫຼື ເຮັດໃຫ້ບາງຄົນຕາຍແບບຖືກຕັດອອກເປັນສິ້ນສ່ວນ ຫຼື ເຮັດໃຫ້ເສັ້ນປະສາດຂອງຄົນຜິດປົກກະຕິ ແລະ ເຮັດໃຫ້ພວກເຂົາເບິ່ງໜ້າລັງກຽດໃນທຸກວິທີທາງ. ເວົ້າອີກຄັ້ງກໍຄື ເຮົາສາມາດເຮັດໃຫ້ຄົນທົນທຸກກັບຄວາມເຈັບປວດທີ່ເຮົາໄດ້ຕົ້ມໄວ້ໂດຍສະເພາະພວກເຂົາ. ດ້ວຍວິທີນີ້ ເຮົາຈະຮູ້ສຶກຍິນດີ, ມີຄວາມສຸກຫຼາຍ ແລະ ພໍໃຈຫຼາຍ. ມັນຖືກເວົ້າຢູ່ສະເໝີວ່າ “ຄວາມດີແມ່ນຖືກຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ”, ແລ້ວເປັນຫຍັງໃນຕອນນີ້ຈຶ່ງບໍ່ເປັນແບບນັ້ນ? ຖ້າເຈົ້າຕ້ອງການຕໍ່ຕ້ານເຮົາ ແລະ ເຈົ້າຕ້ອງການຕັດສິນຕໍ່ບາງຢ່າງກ່ຽວກັບເຮົາ, ເຮົາກໍຈະເຮັດໃຫ້ປາກຂອງເຈົ້າເນົ່າເປື່ອຍ ແລະ ນັ້ນກໍຈະເຮັດໃຫ້ເຮົາດີໃຈຈົນບໍ່ມີສິ້ນສຸດ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ສິ່ງທີ່ເຈົ້າໄດ້ເຮັດບໍ່ແມ່ນຄວາມຈິງ, ແຮງໄກທີ່ມັນກ່ຽວຂ້ອງກັບຊີວິດ, ໃນຂະນະທີ່ທຸກສິ່ງທີ່ເຮົາກະທໍາແມ່ນຄວາມຈິງ; ທຸກການກະທໍາຂອງເຮົາແມ່ນກ່ຽວຂ້ອງກັບຫຼັກການຂອງພາລະກິດຂອງເຮົາ ແລະ ພຣະດໍາລັດທີ່ເຮົາໄດ້ວາງອອກ. ດັ່ງນັ້ນ, ເຮົາຂໍຊຸກຍູ້ໃຫ້ພວກເຈົ້າແຕ່ລະຄົນຈົ່ງສະສົມຄຸນງາມຄວາມດີ, ຢຸດເຮັດຄວາມຊົ່ວຕ່າງໆ ແລະ ເອົາໃຈໃສ່ກັບການຮຽກຮ້ອງຂອງເຮົາໃນເວລາຫວ່າງຂອງເຈົ້າ. ເມື່ອນັ້ນເຮົາກໍຈະມີຄວາມສຸກ. ຖ້າພວກເຈົ້າຕ້ອງປະກອບສ່ວນ (ຫຼື ບໍລິຈາກ) ຄວາມພະຍາຍາມເປັນພັນເທົ່າໃຫ້ກັບຄວາມຈິງ ຄືດັ່ງທີ່ພວກເຈົ້າເຮັດໃຫ້ກັບເນື້ອໜັງ, ເຮົາກໍຂໍເວົ້າວ່າ ເຈົ້າຈະບໍ່ເຮັດຜິດອີກຕໍ່ໄປ ແລະ ບໍ່ມີປາກທີ່ເນົ່າເປື່ອຍ. ນີ້ບໍ່ຊັດເຈນບໍ?

(ຄັດຈາກບົດ “ການເຮັດຜິດຈະນໍາພາມະນຸດໄປສູ່ນາຮົກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

614. ໃນຖານະທີ່ເປັນໜຶ່ງໃນສິ່ງຖືກສ້າງ, ມະນຸດຕ້ອງຮັກສາຕໍາແໜ່ງຂອງເຂົາເອງ ແລະ ປະພຶດຢ່າງຕັ້ງໃຈ. ເຝົ້າຮັກສາສິ່ງທີ່ພຣະຜູ້ສ້າງມອບໝາຍໃຫ້ກັບເຈົ້າຢ່າງເຊື່ອຟັງ. ບໍ່ປະຕິບັດນອກເສັ້ນ ຫຼື ເຮັດສິ່ງຕ່າງໆທີ່ຢູ່ນອກເໜືອຂອບເຂດຄວາມສາມາດຂອງເຈົ້າ ຫຼື ເຮັດສິ່ງຕ່າງໆທີ່ເປັນຕາລັງກຽດຕໍ່ພຣະເຈົ້າ. ຢ່າພະຍາຍາມເປັນຄົນຍິ່ງໃຫຍ່ ຫຼື ກາຍເປັນຍອດມະນຸດ ຫຼື ຢູ່ເໜືອຄົນອື່ນ ຫຼື ສະແຫວງຫາທີ່ຈະກາຍເປັນພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນບໍ່ຄວນປາຖະໜາທີ່ຈະເປັນ. ການສະແຫວງຫາເພື່ອຄວາມຍິ່ງໃຫຍ່ ແລະ ເປັນຍອດມະນຸດແມ່ນສິ່ງທີ່ໂງ່ຈ້າ. ການສະແຫວງຫາເພື່ອກາຍເປັນພຣະເຈົ້າຍິ່ງເປັນສິ່ງທີ່ອັບອາຍທີ່ສຸດ; ມັນເປັນສິ່ງທີ່ເປັນຕາໜ່າຍ ແລະ ເປັນຕາລັງກຽດທີ່ສຸດ. ສິ່ງທີ່ເປັນຕາຍົກຍ້ອງ ແລະ ສິ່ງທີ່ສິ່ງຖືກສ້າງຄວນຍຶດຖືເໜືອສິ່ງໃດກໍຄື ການເປັນສິ່ງຖືກສ້າງທີ່ແທ້ຈິງ; ນີ້ແມ່ນເປົ້າໝາຍດຽວທີ່ທຸກຄົນຄວນສະແຫວງຫາ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

615. ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າເອງດ້ວຍຄວາມສາມາດ ແລະ ດ້ວຍຫົວໃຈທີ່ເປີດເຜີຍ, ຊື່ສັດ ແລະ ເຕັມໃຈເຮັດທຸກຢ່າງ. ດັ່ງທີ່ພວກເຈົ້າໄດ້ເວົ້າ ເມື່ອມື້ນັ້ນມາເຖິງ ພຣະເຈົ້າຈະບໍ່ລະເລີຍກັບໃຜກໍຕາມທີ່ໄດ້ທົນທຸກ ຫຼື ເສຍສະລະເພື່ອພຣະອົງ. ຄວາມເຊື່ອໝັ້ນແບບນີ້ແມ່ນສົມຄວນແກ່ການຍຶດໝັ້ນ ແລະ ພວກເຈົ້າບໍ່ຄວນລືມມັນຈັກເທື່ອ. ດ້ວຍວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈກ່ຽວກັບພວກເຈົ້າ. ບໍ່ດັ່ງນັ້ນ ເຮົາຈະບໍ່ສະບາຍໃຈກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຈະເປັນສິ່ງທີ່ເຮົາເບື່ອໜ່າຍຕະຫຼອດໄປ. ຖ້າພວກເຈົ້າທຸກຄົນສາມາດປະຕິບັດຕາມຄວາມສຳນຶກຂອງພວກເຈົ້າ ແລະ ມອບທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃຫ້ກັບເຮົາ, ທຸ້ມເທຄວາມພະຍາຍາມໃຫ້ກັບພາລະກິດຂອງເຮົາ ແລະ ອຸທິດທັງຊີວິດເພື່ອພາລະກິດຂ່າວປະເສີດຂອງເຮົາ, ຖ້າພວກເຈົ້າເຮັດໄດ້ແບບນັ້ນ ແລ້ວຫົວໃຈຂອງເຮົາຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີໃຫ້ກັບພວກເຈົ້າຢູ່ຕະຫຼອດເວລາບໍ? ເຮົາຈະບໍ່ສາມາດສະບາຍໃຈກັບພວກເຈົ້າໄດ້ແທ້ບໍ?

(ຄັດຈາກບົດ “ວ່າດ້ວຍເລື່ອງຈຸດໝາຍປາຍທາງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

616. ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ສື່ເຖິງຄວາມສຳຄັນຂອງຍຸກດັ່ງກ່າວໄດ້ຢ່າງເໝາະສົມບໍ? ເຈົ້າ ຜູ້ທີ່ໄດ້ຜະເຊີນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຈະສາມາດບັນລະຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະຖ່າຍທອດສິ່ງທີ່ເຈົ້າໄດ້ເຫັນ ແລະ ຜະເຊີນໃຫ້ແກ່ຜູ້ເຊື່ອທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ຢ່າງພໍປະມານດັ່ງເຈົ້ານາຍໃນຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍເຖິງນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສິ່ງມີຊີວິດທີ່ຖືກສ້າງທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງສຳລັບຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າເພື່ອເປັນຄົນລ້ຽງດູຂອງພວກເຂົາ? ໜ້າທີ່ຂອງເຈົ້າແມ່ນໜ້າທີ່ໆໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງກໍບໍ່ຖືກ, ຮ້ອງໃຫ້ຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາປາຖະໜາຫາແສງສະຫວ່າງ ຄ້າຍຄືດາວຕົກ ໃຫ້ລົງມາໃນທັນທີ ແລະ ກຳຈັດກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ເຖິງຂອບເຂດສົມບູນທີ່ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ວິທີທີ່ພວກເຂົາປາຖະໜາຫາ ໃນກາງເວັນ ແລະ ກາງຄືນສຳລັບສິ່ງນີ້? ແມ່ນແຕ່ໃນມື້ທີ່ແສງສະຫວ່າງແວຍຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກເຊິ່ງຍັງຄົງຖືກຈ່ອງຈຳໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ເມື່ອໃດພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປ? ສິ່ງທີ່ເປັນຕາຢ້ານກໍຄືຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ທີ່ບໍ່ເຄີຍໄດ້ຮັບການພັກຜ່ອນ ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດໄຮ້ປານີ ແລະ ປະຫວັດສາດທີ່ແຂງກະດ້າງ. ແລ້ວໃຜເຄີຍໄດ້ຍິນສຽງຮ້ອງໄຫ້ຂອງພວກເຂົາ? ໃຜເຄີຍເບິ່ງສະພາວະທີ່ເປັນທຸກຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ໄຮ້ດຽງສາ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ? ໃນທີ່ສຸດແລ້ວ, ມະນຸດເປັນຜູ້ເຄາະຮ້າຍທີ່ຖືກໃສ່ພິດ. ແລ້ວເຖິງແມ່ນວ່າ ມະນຸດ ຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກໃສ່ພິດໂດຍຄົນທີ່ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ຈາກຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມຊ່ວຍຜູ້ລອດຊີວິດເຫຼົ່ານີ້ບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດກຳລັງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເມື່ອທຸກສິ່ງຖືກກ່າວ ແລະ ກະທຳ, ເຈົ້າຈະຕີຄວາມໝາຍການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈທີ່ຈະດຳລົງຊີວິດອັນມີຄວາມໝາຍຂອງບຸກຄົນເຫຼື້ອມໃສທີ່ ຮັບໃຊ້ພຣະເຈົ້າແທ້ໆບໍ?

(ຈາກບົດ “ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

617. ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ, ຄືກັນກັບເປໂຕ. ໃນໂລກນີ້, ມະນຸດສວມໃສ່ເຄື່ອງນຸ່ງຂອງຜີຮ້າຍ, ກິນອາຫານຈາກຜີຮ້າຍ ແລະ ເຮັດວຽກ ແລະ ຮັບໃຊ້ພາຍໃຕ້ນິ້ວໂປ້ຂອງຜີຮ້າຍ, ຖືກຢຽບຢໍ່າໃນຄວາມສົກກະປົກຂອງມັນຢ່າງສິ້ນເຊີງ. ຖ້າເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຊີວິດ ຫຼື ຮັບເອົາຫົນທາງທີ່ແທ້ຈິງ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດແບບນີ້? ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?

(ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

618. ພວກເຈົ້າຄວນສະແຫວງຫາຢ່າງສຸດຄວາມສາມາດເພື່ອທີ່ຈະຮັກພຣະເຈົ້າໃນສະພາບແວດລ້ອມທີ່ສະຫງົບສຸກນີ້. ໃນອະນາຄົດ ພວກເຈົ້າຈະບໍ່ມີໂອກາດທີ່ຈະຮັກພຣະເຈົ້າອີກແລ້ວ ຍ້ອນຜູ້ຄົນພຽງແຕ່ມີໂອກາດຮັກພຣະເຈົ້າໃນເນື້ອໜັງເທົ່ານັ້ນ; ເມື່ອພວກເຂົາດຳລົງຊີວິດຢູ່ໃນໂລກອື່ນ ກໍຈະບໍ່ມີຜູ້ໃດເວົ້າເຖິງການຮັກພຣະເຈົ້າອີກ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງຂຶ້ນບໍ? ແລ້ວພວກເຈົ້າຄວນຮັກພຣະເຈົ້າແນວໃດໃນຊ່ວງເວລາທີ່ພວກເຈົ້າຍັງມີຊີວິດຢູ່? ເຈົ້າເຄີຍຄິດເຖິງສິ່ງນີ້ບໍ? ເຈົ້າກຳລັງລໍຖ້າຈົນເຖິງຫຼັງຈາກທີ່ເຈົ້າຕາຍແລ້ວຈຶ່ງຈະຮັກພຣະເຈົ້າບໍ? ນີ້ບໍ່ແມ່ນການສົນທະນາທີ່ວ່າງເປົ່າບໍ? ໃນປັດຈຸບັນ, ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາທີ່ຈະຮັກພຣະເຈົ້າ? ການຮັກພຣະເຈົ້າໃນຂະນະທີ່ກຳລັງຫຍຸ້ງວຽກຈະສາມາດເປັນຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າບໍ? ເຫດຜົນທີ່ວ່າເປັນຫຍັງຈຶ່ງເວົ້າວ່າ ຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າຈະສິ້ນສຸດລົງໃນບໍ່ຊ້າ ກໍຍ້ອນວ່າ ພຣະເຈົ້າໄດ້ມີຄຳພະຍານຕໍ່ໜ້າຊາຕານແລ້ວ. ສະນັ້ນ ຈຶ່ງບໍ່ຈຳເປັນທີ່ຈະໃຫ້ມະນຸດເຮັດຫຍັງອີກເລີຍ; ມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ສະແຫວງຫາເພື່ອຮັກພຣະເຈົ້າໃນຊ່ວງເວລາທີ່ເຂົາມີຊີວິດຢູ່ເທົ່ານັ້ນ. ນີ້ແມ່ນກຸນແຈທີ່ສຳຄັນ. ຍ້ອນເງື່ອນໄຂຂອງພຣະເຈົ້າບໍ່ໄດ້ມີຫຼາຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມກັງວົນທີ່ເຜົາໄໝ້ໃນຫົວໃຈຂອງພຣະອົງ, ພຣະອົງຈຶ່ງໄດ້ເປີດເຜີຍບົດສະຫຼຸບຂອງຂັ້ນຕອນຕໍ່ໄປຂອງພາລະກິດກ່ອນຂັ້ນຕອນຂອງພາລະກິດນີ້ຈະສຳເລັດລົງ ເຊິ່ງສະແດງຢ່າງຊັດເຈນວ່າ ມີເວລາຫຼາຍສໍ່າໃດ; ຖ້າພຣະເຈົ້າບໍ່ກັງວົນໃນຫົວໃຈຂອງພຣະອົງ, ພຣະອົງຈະກ່າວພຣະທຳເຫຼົ່ານີ້ຢ່າງໄວແບບນັ້ນບໍ? ມັນເປັນຍ້ອນວ່າ ພຣະເຈົ້າມີເວລາສັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນລັກສະນະນີ້. ຫວັງວ່າພວກເຈົ້າຈະສາມາດຮັກພຣະເຈົ້າໝົດຫົວໃຈຂອງພວກເຈົ້າ, ໝົດຄວາມຄິດຂອງພວກເຈົ້າ ແລະ ໝົດກຳລັງຂອງພວກເຈົ້າ ຄືກັບພວກເຈົ້າຮັກຊີວິດຂອງພວກເຈົ້າເອງ. ນີ້ບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ? ພວກເຈົ້າຈະສາມາດຄົ້ນພົບຄວາມໝາຍຂອງຊີວິດໄດ້ຢູ່ໃສອີກ? ເຈົ້າບໍ່ແມ່ນຕາບອດເກີນໄປບໍ? ເຈົ້າເຕັມໃຈທີ່ຈະຮັກພຣະເຈົ້າບໍ? ພຣະເຈົ້າສົມຄວນແກ່ຄວາມຮັກຂອງມະນຸດບໍ? ຜູ້ຄົນສົມຄວນແກ່ຄວາມເຫຼື້ອມໃສຂອງມະນຸດບໍ? ແລ້ວເຈົ້າຄວນເຮັດແນວໃດ? ໃຫ້ຮັກພຣະເຈົ້າຢ່າງຈິຈັງ ໂດຍບໍ່ມີເງື່ອນໄຂ ແລະ ເບິ່ງວ່າພຣະເຈົ້າຈະເຮັດຫຍັງກັບເຈົ້າ. ເບິ່ງວ່າພຣະອົງຈະຂ້າເຈົ້າຖິ້ມ ຫຼື ບໍ່. ສະຫຼຸບກໍຄື ໜ້າທີ່ຂອງການຮັກພຣະເຈົ້າສຳຄັນໄປກວ່າການກ່າຍ ແລະ ການຂຽນສິ່ງຕ່າງໆລົງເພື່ອພຣະເຈົ້າ. ເຈົ້າຄວນໃຫ້ບຸລິມະສິດກັບສິ່ງທີ່ສຳຄັນທີ່ສຸດ ເພື່ອວ່າຊີວິດຂອງເຈົ້າຈະມີຄຸນຄ່າຫຼາຍຂຶ້ນ ແລະ ເຕັມໄປດ້ວຍຄວາມສຸກ ແລະ ຫຼັງຈາກນັ້ນ ເຈົ້າກໍຄວນລໍຖ້າ “ການພິພາສາກ” ຂອງພຣະເຈົ້າສຳລັບເຈົ້າ. ເຮົາສົງໄສວ່າແຜນການຂອງເຈົ້າຈະລວມມີການຮັກພຣະເຈົ້າ ຫຼື ບໍ່, ເຮົາປາຖະໜາໃຫ້ແຜນການຂອງທຸກຄົນກາຍເປັນສິ່ງທີ່ຖືກພຣະເຈົ້າເຮັດໃຫ້ສຳເລັດ ແລະ ສິ່ງເຫຼົ່ານັ້ນທັງໝົດຈະກາຍເປັນຄວາມຈິງ.

(ຄັດຈາກ “ບົດທີ 42” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

619. ມະນຸດຕ້ອງສະແຫວງຫາເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ບໍ່ຄວນພໍໃຈກັບສະຖານະການໃນປັດຈຸບັນຂອງເຂົາ. ເພື່ອດຳລົງຊີວິດຕາມລັກສະນະຂອງເປໂຕ, ເຂົາຕ້ອງປະກອບດ້ວຍຄວາມຮູ້ ແລະ ປະສົບການຂອງເປໂຕ. ມະນຸດຕ້ອງສະແຫວງຫາສິ່ງຕ່າງໆທີ່ສູງສົ່ງກວ່າເກົ່າ ແລະ ເລິກເຊິ່ງຫຼາຍຍິ່ງຂຶ້ນ. ເຂົາຕ້ອງສະແຫວງຫາຄວາມຮັກພຣະເຈົ້າທີ່ເລິກເຊິ່ງຂຶ້ນ ແລະ ບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊີວິດ; ມີແຕ່ເມື່ອນັ້ນ ມະນຸດຈຶ່ງຈະເປັນເໝືອນກັບເປໂຕ. ເຈົ້າຕ້ອງໃຫ້ຄວາມສຳຄັນກັບການມີທ່າທີຕໍ່ການເຂົ້າສູ່ດ້ານບວກຂອງເຈົ້າ ແລະ ຕ້ອງບໍ່ຍອມຈຳນົນໃຫ້ຕົນເອງຖອຍຫຼັງໂດຍເຫັນແກ່ຄວາມສະບາຍຊົ່ວໄລຍະໜຶ່ງ ໃນຂະນະທີ່ບໍ່ຫົວຊາກັບຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ, ເຈາະຈົງຍິ່ງຂຶ້ນ ແລະ ຕາມຄວາມເປັນຈິງຍິ່ງຂຶ້ນ. ຄວາມຮັກຂອງເຈົ້າຕ້ອງຕາມຄວາມເປັນຈິງ ແລະ ເຈົ້າຕ້ອງຄົ້ນຫາຫົນທາງທີ່ຈະປົດປ່ອຍຕົນເອງອອກຈາກຊີວິດທີ່ຊົ່ວຊ້ານີ້ ແລະ ມີຊີວິດທີ່ບໍ່ມີຫຍັງກັງວົນທີ່ບໍ່ແຕກຕ່າງຫຍັງຈາກຊີວິດຂອງສັດ. ເຈົ້າຕ້ອງດຳລົງຊີວິດທີ່ມີຄວາມໝາຍ, ຊີວິດທີ່ມີຄຸນຄ່າ ແລະ ເຈົ້າບໍ່ຕ້ອງຫຼອກລວງຕົນເອງ ຫຼື ປະຕິບັດກັບຊີວິດຂອງເຈົ້າເໝືອນກັບເຄື່ອງຫຼິ້ນສຳລັບຫຼິ້ນໄປມາ. ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນອ່ອນແອທີ່ບໍ່ມີຄວາມກ້າຫານ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ແລ້ວຫຼັງຈາກນັ້ນ ເຈົ້າຈະມີໂອກາດທີ່ຈະຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ. ໃນຖານະທີ່ເປັນມະນຸດ ແລະ ເປັນຄົນທີ່ສະແຫວງຫາພຣະເຈົ້າ, ເຈົ້າຕ້ອງສາມາດພິຈາລະນາຢ່າງລະມັດລະວັງ ວ່າເຈົ້າຈະປະຕິບັດກັບຊີວິດຂອງເຈົ້າແນວໃດ, ເຈົ້າຄວນຖວາຍຕົນເອງໃຫ້ກັບພຣະເຈົ້າແນວໃດ, ເຈົ້າຄວນມີຄວາມເຊື່ອທີ່ມີຄວາມໝາຍຂຶ້ນຕື່ມໃນພຣະເຈົ້າແນວໃດ ແລະ ໃນເມື່ອເຈົ້າຮັກພຣະເຈົ້າ ເຈົ້າຄວນຮັກພຣະອົງໃນວິທີທາງທີ່ບໍລິສຸດຍິ່ງຂຶ້ນ, ສວຍງາມຍິ່ງຂຶ້ນ ແລະ ດີຍິ່ງຂຶ້ນແນວໃດ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

620. ຂໍ້ຮຽກຮ້ອງທີ່ຖືກຕ້ອງຂອງພຣະເຈົ້າຕໍ່ມະນຸດ ແລະ ຕໍ່ບັນດາຜູ້ທີ່ຕິດຕາມພຣະເຈົ້າແມ່ນດັ່ງຕໍ່ໄປນີ້, ພຣະອົງຮຽກຮ້ອງຫ້າຢ່າງຈາກຜູ້ທີ່ຕິດຕາມພຣະອົງ: ຄວາມເຊື່ອທີ່ແທ້ຈິງ, ການຕິດຕາມທີ່ຈົງຮັກພັກດີ, ການນອບນ້ອມຢ່າງເດັດຂາດ, ຄວາມຮູ້ທີ່ແທ້ຈິງ ແລະ ຄວາມເຄົາລົບຢ່າງຈິງໃຈ.

ໃນຫ້າຢ່າງນີ້, ພຣະເຈົ້າຮຽກຮ້ອງໃຫ້ຄົນບໍ່ຕັ້ງຄຳຖາມພຣະອົງ ຫຼື ຕິດຕາມພຣະອົງໂດຍໃຊ້ຈິນຕະນາການ ຫຼື ມຸມມອງທີ່ເລື່ອນລອຍ ແລະ ເປັນນາມມະທຳຂອງພວກເຂົາອີກຕໍ່ໄປ; ພວກເຂົາຕ້ອງບໍ່ຕິດຕາມພຣະເຈົ້າອີງຕາມຈິນຕະນາການ ຫຼື ແນວຄິດໃດໆ. ພຣະອົງຮຽກຮ້ອງໃຫ້ທຸກຄົນທີ່ຕິດຕາມພຣະອົງປະຕິບັດຢ່າງຊື່ສັດ, ບໍ່ສອງຈິດສອງໃຈ ຫຼື ບໍ່ມີຄວາມມຸ່ງໝັ້ນ. ເມື່ອພຣະເຈົ້າຮຽກຮ້ອງຫຍັງຈາກເຈົ້າ, ທົດສອບເຈົ້າ, ຕັດສິນເຈົ້າ, ຈັດການເຈົ້າ ແລະ ລິຮານເຈົ້າ ຫຼື ລົງວິໄນ ແລະ ຕີເຈົ້າ, ເຈົ້າຄວນນອບນ້ອມຕໍ່ພຣະອົງຢ່າງເດັດຂາດ. ເຈົ້າບໍ່ຄວນຖາມຫາສາເຫດ ຫຼື ສ້າງເງື່ອນໄຂ, ແລ້ວເຈົ້າຍິ່ງບໍ່ຄວນເວົ້າເຖິງເຫດຜົນເລີຍ. ການເຊື່ອຟັງຂອງເຈົ້າຕ້ອງເດັດຂາດ. ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຂົງເຂດທີ່ຄົນຂາດເຂີນຫຼາຍທີ່ສຸດ. ພວກເຂົາມັກຈະຍັດຍຽດການເວົ້າ, ຄຳເວົ້າ ແລະ ຖ້ອຍຄໍາທີ່ບໍ່ກ່ຽວຂ້ອງກັບພຣະອົງໃຫ້ກັບພຣະອົງ, ເຊື່ອວ່າຄໍາເວົ້າດັ່ງກ່າວແມ່ນນິຍາມຂອງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຖືກຕ້ອງທີ່ສຸດ. ພວກເຂົາບໍ່ຮູ້ເລີຍວ່າຄຳເວົ້າເຫຼົ່ານີ້ເຊິ່ງມາຈາກຈິນຕະນາການຂອງມະນຸດ, ຈາກການໃຫ້ເຫດຜົນຂອງພວກເຂົາ ແລະ ຄວາມຮູ້ຂອງພວກເຂົາເອງບໍ່ໄດ້ມີຄວາມສຳພັນແມ່ນແຕ່ໜ້ອຍດຽວກັບທາດແທ້ຂອງພຣະເຈົ້າ. ສະນັ້ນ, ເຮົາຢາກບອກພວກເຈົ້າວ່າ, ເມື່ອເວົ້າເຖິງຄວາມຮູ້ທີ່ພຣະເຈົ້າປາຖະໜາຢາກໃຫ້ຄົນມີ, ພຣະອົງບໍ່ພຽງແຕ່ຂໍໃຫ້ເຈົ້າຮັບຮູ້ພຣະອົງ ຫຼື ພຣະທຳຂອງພຣະອົງ, ແຕ່ຍັງຂໍໃຫ້ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງນັ້ນຖືກຕ້ອງ. ເຖິງແມ່ນວ່າ ເຈົ້າສາມາດເວົ້າໄດ້ພຽງແຕ່ປະໂຫຍກດຽວເທົ່ານັ້ນ ຫຼື ຮູ້ພຽງເລັກນ້ອຍເທົ່ານັ້ນ, ຄວາມຮັບຮູ້ເລັກນ້ອຍນີ້ກໍໃຫ້ຖືກຕ້ອງ ແລະ ເປັນຄວາມຈິງ ແລະ ສອດຄ່ອງກັບທາດແທ້ຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າພຣະເຈົ້າກຽດຊັງການສັນລະເສີນ ຫຼື ການຍົກຍ້ອງພຣະອົງທີ່ບໍ່ເປັນຈິງ ຫຼື ບໍ່ພິຈາລະນາຢ່າງຮອບຄອບ. ຍິ່ງໄປກວ່ານັ້ນ, ພຣະອົງຊັງມັນເມື່ອຄົນປະຕິບັດຕໍ່ພຣະອົງຄືກັບອາກາດ. ພຣະອົງຊັງມັນເມື່ອຄົນເວົ້າຢ່າງບໍ່ມີຄວາມເຄົາລົບຕໍ່ຄວາມຈິງ, ເວົ້າຕາມໃຈ ແລະ ບໍ່ລັງເລໃຈ, ເວົ້າແນວໃດກໍຕາມທີ່ພວກເຂົາເຫັນວ່າເໝາະສົມໃນລະຫວ່າງການສົນທະນາເຖິງຫົວຂໍ້ຕ່າງໆກ່ຽວກັບພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພຣະອົງຊັງບັນດາຜູ້ທີ່ເຊື່ອວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ອວດອ້າງຄວາມຮູ້ຂອງພວກເຂົາກ່ຽວກັບພຣະອົງ, ສົນທະນາຫົວຂໍ້ທີ່ກ່ຽວຂ້ອງກັບພຣະອົງ ໂດຍບໍ່ມີຂໍ້ຈໍາກັດ ຫຼື ການສະຫງວນໃດໆເລີຍ. ຂໍ້ສຸດທ້າຍໃນບັນດາເງື່ອນໄຂຫ້າຂໍ້ທີ່ໄດ້ກ່າວມານັ້ນ ແມ່ນຄວາມເຄົາລົບນັບຖືຢ່າງຈິງໃຈ: ນີ້ແມ່ນຂໍ້ຮຽກຮ້ອງສູງສຸດຂອງພຣະເຈົ້າຕໍ່ບັນດາຜູ້ທີ່ຕິດຕາມພຣະອົງທັງໝົດ. ເມື່ອບາງຄົນມີຄວາມຮູ້ທີ່ຖືກຕ້ອງ ແລະ ແທ້ຈິງກ່ຽວກັບພຣະເຈົ້າ, ພວກເຂົາກໍຈະສາມາດເຄົາລົບນັບຖືພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງແທ້ຈິງ. ຄວາມເຄົາລົບນັບຖືນີ້ມາຈາກສ່ວນເລິກຂອງຫົວໃຈພວກເຂົາ; ຄວາມເຄົາລົບນັບຖືນີ້ຖືກມອບໃຫ້ຢ່າງເຕັມໃຈ ແລະ ບໍ່ແມ່ນຜົນຂອງການກົດດັນຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າເຮັດຂອງຂວັນຈາກທັດສະນະ, ການປະພຶດ ຫຼື ພຶດຕິກຳທາງພາຍນອກທີ່ດີແກ່ພຣະອົງ; ກົງກັນຂ້າມ, ພຣະອົງຂໍໃຫ້ເຈົ້າເຄົາລົບນັບຖືພຣະອົງ ແລະ ຢຳເກງພຣະອົງໃນສ່ວນເລິກຂອງຫົວໃຈເຈົ້າ. ຄວາມເຄົາລົບນັບຖືດັ່ງກ່າວນັ້ນບັນລຸໄດ້ກໍຍ້ອນຜົນຈາກການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ, ຜົນຈາກການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈຕໍ່ການກະທຳຂອງພຣະເຈົ້າ, ຜົນຈາກການໄດ້ເຂົ້າໃຈທາດແທ້ຂອງພຣະເຈົ້າ ແລະ ຄວາມຮັບຮູ້ຂອງເຈົ້າວ່າ ຄວາມຈິງແລ້ວ ເຈົ້າເປັນໜຶ່ງໃນສິ່ງຊົງສ້າງຂອງພຣະເຈົ້າ. ເພາະສະນັ້ນ, ຈຸດປະສົງຂອງເຮົາໃນການໃຊ້ຄຳວ່າ “ຈິງໃຈ” ເພື່ອໃຫ້ນິຍາມຄວາມເຄົາລົບນັບຖືນັ້ນແມ່ນເພື່ອໃຫ້ມະນຸດເຂົ້າໃຈວ່າ ຄວາມເຄົາລົບນັບຖືຂອງພວກເຂົາຕໍ່ພຣະເຈົ້ານັ້ນຄວນມາຈາກສ່ວນເລິກຂອງຫົວໃຈພວກເຂົາ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

621. ຕອນນີ້ ພວກເຈົ້າທຸກຄົນຄວນເບິ່ງຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ. ເຮົາກຳລັງລໍຖ້າການຕອບໂຕ້ຂອງພວກເຈົ້າຢ່າງໃຈຮ້ອນ. ຢ່າປະຕິບັດຕໍ່ເຮົາພໍເປັນພິທີ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າວ່າເຮົາຈະເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າແຕ່ລະຄົນຈະເປັນຄົນທີ່ຮັບເອົາພຣະທໍາຂອງເຮົາຢ່າງຈິງຈັງ ແລະ ບໍ່ຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນາວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຂອງເຮົາ ເຊິ່ງມີດັ່ງຕໍ່ໄປນີ້: 1. ຖ້າເຈົ້າແມ່ນຜູ້ໃຫ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດໃຫ້ບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ? 2. ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ໃຫ້ບໍລິການເຮົາຕະຫຼອດຊີວິດບໍ? 3. ຖ້າເຮົາຍັງເຢືອກເຢັນຫຼາຍຕໍ່ເຈົ້າ ເຖິງແມ່ນເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາຢ່າງສັບສົນໃຈຢູ່ບໍ? 4. ພາຍຫຼັງເຈົ້າໄດ້ເສຍສະລະເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການອັນເລັກນ້ອຍຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍ ແລະ ຮ້ອງດ່າບໍ? 5. ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກກັບຄວາມເຈັບເປັນ, ຄວາມທຸກຍາກ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ ຫຼື ຖ້າເຈົ້າອົດກັ້ນກັບຄວາມໂຊກຮ້າຍອື່ນໆໃນຊີວິດ, ຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາຍັງຈະສືບຕໍ່ຢູ່ບໍ? 6. ຖ້າສິ່ງທີ່ເຈົ້າຈິນຕະນາການໄວ້ໃນຫົວໃຈຂອງເຈົ້າບໍ່ກົງກັບສິ່ງທີ່ເຮົາໄດ້ເຮັດ, ເຈົ້າຈະຍ່າງຢູ່ເສັ້ນທາງໃນອະນາຄົດຂອງເຈົ້າໄດ້ແນວໃດ? 7. ຖ້າເຈົ້າບໍ່ໄດ້ຮັບສິ່ງທີ່ເຈົ້າຫວັງຈະໄດ້ຮັບ, ເຈົ້າຈະສາມາດສືບຕໍ່ເປັນຜູ້ຕິດຕາມເຮົາຢູ່ບໍ? 8. ຖ້າເຈົ້າບໍ່ເຄີຍເຂົ້າໃຈຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງເຮົາ, ເຈົ້າຈະສາມາດເປັນຄົນທີ່ເຊື່ອຟັງ ທີ່ບໍ່ຕັດສິນ ແລະ ສະຫຼຸບຕາມອໍາເພີໃຈໄດ້ບໍ? 9. ເຈົ້າສາມາດເຊີດຊູຂອງພຣະທໍາທຸກຂໍ້ທີ່ເຮົາໄດ້ເວົ້າ ແລະ ພາລະກິດທັງໝົດທີ່ເຮົາໄດ້ເຮັດບໍ ໃນຂະນະທີ່ເຮົາຢູ່ຮ່ວມກັບມະນຸດຊາດ? 10. ເຈົ້າສາມາດເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງເຮົາບໍ ທີ່ເຕັມໃຈທົນທຸກຕະຫຼອດຊີວິດເພື່ອເຮົາ ເຖິງແມ່ນວ່າ ເຈົ້າຈະບໍ່ໄດ້ຮັບຫຍັງກໍຕາມ? 11. ເພື່ອເຫັນແກ່ເຮົາ ເຈົ້າສາມາດທີ່ຈະປະຖິ້ມການພິຈາລະນາ, ການວາງແຜນ ຫຼື ການກະກຽມສຳລັບເສັ້ນທາງແຫ່ງຄວາມຢູ່ລອດໃນອະນາຄົດຂອງເຈົ້າບໍ? ຄໍາຖາມເຫຼົ່ານີ້ສະແດງເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າເປັນຄັ້ງສຸດທ້າຍ ແລະ ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດຕອບເຮົາໄດ້.

(ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

622. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນການສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອເຊື່ອຟັງຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າາທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ເຊື່ອຟັງເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກິດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະລະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ.

(ຄັດຈາກບົດ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: XIII ພຣະທຳກ່ຽວກັບຂໍ້ກໍານົດ, ຄຳແນະນຳ, ການປອບໃຈ ແລະ ຄຳເຕືອນຂອງພຣະເຈົ້າ

ຕໍ່ໄປ: (II) ຄຳແນະນຳ ແລະ ການປອບໃຈຂອງພຣະເຈົ້າຕໍ່ມະນຸດ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນລູກສະໝຸນຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່...

ກ່ຽວກັບການປະຕິບັດຂອງການອະທິຖານ

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ,...

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger