(II) ຄຳແນະນຳ ແລະ ການປອບໃຈຂອງພຣະເຈົ້າຕໍ່ມະນຸດ

623. ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕິເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າ ອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ບໍ່ເຊື່ອຟັງ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕິທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຢູ່ພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດວ້ຍວິທີໃດກໍຕາມ, ທັງໝົດແມ່ນເພື່ອເຮັດໃຫ້ພວກເຂົາຫຼຸດພົ້ນອອກຈາກທຳມະຊາດອັນຊົ່ວຮ້າຍດັ່ງເດີມຂອງພວກເຂົາ; ນັ້ນກໍ່ຄື ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນໂດຍເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດດັ່ງກ່າວ ພວກເຂົາກໍ່ຈະບໍ່ມີທາງທີ່ຈະຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້. ການໄຖ່ບາບແມ່ນພາລະກິດຂອງພຣະເຈົ້າເອງ ແລະ ການສະແຫວງຫາຊີວິດຄືສິ່ງທີ່ມະນຸດຕ້ອງປະຕິບັດເພື່ອຮັບເອົາການໄຖ່ບາບນັ້ນ. ໃນສາຍຕາຂອງມະນຸດ, ການໄຖ່ບາບຄືຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າບໍ່ສາມາດເປັນການຂ້ຽນຕີ, ການຕັດສິນ, ແລະ ການສາບແຊ່ງໄດ້; ການໄຖ່ບາບຕ້ອງປະກອບດ້ວຍຄວາມຮັກ, ຄວາມເມດຕາ ແລະ ຍິ່ງໄປກວ່ານັ້ນ, ຕ້ອງມີຄຳເວົ້າປອບໃຈ ແລະ ພອນອັນໃຫຍ່ຫຼວງທີ່ປະທານໂດຍພຣະເຈົ້າ. ຄົນເຊື່ອວ່າ ເມື່ອພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງປະຕິບັດເຊັ່ນນັ້ນໂດຍສໍາພັດພວກເຂົາດ້ວຍພອນ ແລະ ພຣະຄຸນຂອງພຣະອົງ ເພື່ອວ່າ ພວກເຂົາຈະໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ. ໝາຍຄວາມວ່າ, ການສໍາພັດມະນຸດຂອງພຣະອົງກໍ່ຄືການຊ່ວຍພວກເຂົາໃຫ້ລອດພົ້ນ. ການລອດພົ້ນແບບນີ້ແມ່ນຖືກປະຕິບັດໂດຍການບັນລຸຕາມຂໍ້ຕົກລົງ. ມີພຽງເມື່ອພຣະເຈົ້າປະທານໃຫ້ພວກເຂົາເປັນຮ້ອຍເທົ່າເທົ່ານັ້ນ ມະນຸດຈິ່ງຈະຍອມຮັບນາມຂອງພຣະເຈົ້າ ແລະ ພະຍາຍາມເຮັດດີເພື່ອພຣະອົງ ແລະ ນຳສະຫງ່າລາສີມາໃຫ້ພຣະອົງ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າສໍາລັບມະນຸດ. ພຣະເຈົ້າລົງມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ; ສິ່ງນີ້ຄືຄວາມເປັນຈິງ. ຖ້າບໍ່ແມ່ນຄວາມຈິງ, ແນ່ນອນວ່າ ພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ. ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມຮັກ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນວ່າ ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕິສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການສິດສອນ ແລະ ເຮົາກໍ່ບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ ທຸກມື້ນີ້, ບໍ່ວ່າຈະເປັນການພິພາກສາຢ່າງຊອບທຳ ຫຼື ການຫຼໍ່ຫຼອມ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ທັງໝົດນີ້ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າໃນປັດຈຸບັນນີ້ຈະມີການຈັດແບ່ງຄົນຕາມປະເພດຂອງພວກເຂົາແບບໃດ ຫຼື ປະເພດຂອງມະນຸດຈະຖືກຈັດວາງອອກແບບໃດກໍຕາມ, ຈຸດປະສົງຂອງພຣະທໍາ ແລະ ພາລະກິດທັງໝົດຂອງພຣະເຈົ້າແມ່ນເພື່ອຊ່ວຍບັນດາຜູ້ທີ່ຮັກພຣະອົງຢ່າງແທ້ຈິງໃຫ້ລອດພົ້ນ. ການພິພາກສາຢ່າງຊອບທຳກໍ່ເພື່ອເຮັດໃຫ້ມະນຸດບໍລິສຸດ, ການຫຼໍ່ຫຼອມຢ່າງໄຮ້ຄວາມເມດຕາກໍ່ເພື່ອຊຳລະລ້າງພວກເຂົາ, ພຣະທຳ ຫຼື ການຂ້ຽນຕີຢ່າງຮຸນແຮງກໍ່ເພື່ອເຮັດໃຫ້ບໍລິສຸດ ແລະ ເພື່ອຄວາມລອດພົ້ນ. ສະນັ້ນ ວິທີການໄຖ່ບາບໃນປັດຈຸບັນນີ້ຈະບໍ່ຄືກັນກັບໃນອະດີດ. ປັດຈຸບັນ, ພວກເຈົ້າຖືກນໍາໄປສູ່ຄວາມລອດພົ້ນຜ່ານການພິພາກສາຢ່າງຊອບທຳ ແລະ ເປັນເຄື່ອງມືທີ່ດີສຳລັດຈັດແບ່ງພວກເຈົ້າແຕ່ລະຄົນອອກຕາມປະເພດຂອງຕົນ. ຍິ່ງໄປກວ່ານັ້ນ ການຂ້ຽນຕີຢ່າງໂຫດຮ້າຍຄືຫົນທາງແຫ່ງຄວາມລອດພົ້ນຢ່າງແທ້ຈິງຂອງພວກເຈົ້າ ແລ້ວພວກເຈົ້າຈະມີຫຍັງເວົ້າອີກໃນການຜະເຊີນກັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວນີ້? ພວກເຈົ້າບໍ່ໄດ້ມີຄວາມສຸກກັບຄວາມລອດພົ້ນຕັ້ງແຕ່ຕົ້ນຈົນຈົບບໍ? ພວກເຈົ້າໄດ້ເຫັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຮູ້ຈັກລິດທານຸພາບ ແລະ ສະຕິປັນຍາຂອງພຣະອົງ; ນອກຈາກນັ້ນ, ພວກເຈົ້າຍັງໄດ້ປະສົບກັບການຂ້ຽນຕີ ແລະ ການລົງວິໄນຂອງພຣະອົງຊ້ຳແລ້ວຊໍ້າອີກ. ເຖິງຢ່າງໃດກໍຕາມ ພວກເຈົ້າກໍ່ຍັງໄດ້ຮັບພຣະຄຸນຢ່າງສູງ ບໍ່ແມ່ນບໍ? ພອນຂອງພວກເຈົ້າບໍ່ຍິ່ງໃຫຍ່ກວ່າພອນຂອງຄົນອື່ນບໍ? ພຣະຄຸນຂອງພວກເຈົ້ານັ້ນຍິ່ງໃຫຍ່ກວ່າສະຫງ່າລາສີ ແລະ ຄວາມຮັ່ງມີທີ່ຊາໂລມອນໄດ້ຮັບອີກ! ໃຫ້ຄິດເບິ່ງ: ຖ້າເຈດຕະນາໃນການມາຂອງເຮົາແມ່ນເພື່ອກ່າວໂທດ ແລະ ລົງໂທດພວກເຈົ້າ ແຕ່ບໍ່ແມ່ນເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ, ແລ້ວວັນຂອງພວກເຈົ້າຈະລອດມາຮອດທຸກມື້ນີ້ບໍ? ພວກເຈົ້າ ເປັນຄົນຜິດບາບທີ່ມີເລືອດ ແລະ ເນື້ອຈະສາມາດມີຊີວິດລອດມາຮອດທຸກມື້ນີ້ບໍ? ຖ້າເປົ້າໝາຍຂອງເຮົາແມ່ນພຽງການລົງໂທດພວກເຈົ້າເທົ່ານັ້ນ, ແລ້ວເປັນຫຍັງເຮົາຈຶ່ງຕ້ອງບັງເກີດເປັນເນື້ອໜັງ ແລະ ເລີ່ມດຳເນີນກິດຈະການທີ່ຍິ່ງໃຫຍ່ດັ່ງກ່າວນັ້ນ? ເຮົາພຽງໃຊ້ພຣະທໍາຂໍ້ດຽວກໍສາມາດລົງໂທດພວກເຈົ້າໄດ້ແລ້ວ ບໍ່ແມ່ນບໍ? ເຮົາຍັງຈະຕ້ອງການທຳລາຍພວກເຈົ້າຫຼັງຈາກທີ່ໄດ້ກ່າວໂທດພວກເຈົ້າອີກບໍ? ພວກເຈົ້າຍັງບໍ່ເຊື່ອພຣະທຳເຫຼົ່ານີ້ຂອງເຮົາອີກບໍ? ເຮົາສາມາດຊ່ວຍມະນຸດໃຫ້ລອດພົ້ນພຽງຜ່ານຄວາມຮັກ ແລະ ຄວາມເມດຕາເທົ່ານັ້ນບໍ່? ຫຼື ເຮົາສາມາດພຽງໃຊ້ແຕ່ການຄຶງກາງເຂນເພື່ອຊ່ວຍມະນຸດໃຫ້ລອດພົ້ນເທົ່ານັ້ນບໍ? ອຸປະນິໄສອັນຊອບທຳຂອງເຮົາບໍ່ເອື້ອອຳນວຍໃນການເຮັດໃຫ້ມະນຸດເຊື່ອຟັງຢ່າງສົມບູນຫຼາຍຂຶ້ນບໍ? ມັນບໍ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້ຢ່າງສົມບູນຫຼາຍຂຶ້ນແທ້ບໍ?

(ຄັດຈາກບົດ “ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

624. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ ແລະ ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຝົ້າເບິ່ງພຣະເຈົ້າ, ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຂ້ຽນຕີ ແລະ ການພິພາກສາ, ພວກເຈົ້າໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງແທ້ໆ ນັ້ນໝາຍຄວາມວ່າ ພວກເຈົ້າໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ໃນທຸກສິ່ງທີ່ພຣະເຈົ້າເຮັດ, ພຣະເຈົ້າຮັກພວກເຈົ້າຢ່າງແທ້ຈິງ. ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ມັນເປັນຍ້ອນຄວາມຜິດບາບຂອງພວກເຈົ້າ, ພຣະອົງພິພາກສາພວກເຈົ້າ ເພື່ອວ່າພວກເຈົ້າຈະກວດສອບຕົນເອງ ແລະ ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້. ທັງໝົດນີ້ກໍເພື່ອຈຸດປະສົງໃນການເຮັດມະນຸດໃຫ້ສົມບູນ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດຂອງພຣະອົງ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ບໍ່ມີຄວາມປາຖະໜາທີ່ຈະທຳລາຍມະນຸດທີ່ພຣະອົງສ້າງຂຶ້ນມາດ້ວຍມືຂອງພຣະອົງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ມາຢູ່ທ່າມກາງພວກເຈົ້າເພື່ອປະຕິບັດພາລະກິດ ແລະ ຄວາມລອດພົ້ນຍິ່ງບໍ່ແມ່ນຄວາມລອດພົ້ນຫຼາຍກວ່າເກົ່າບໍ? ຖ້າພຣະອົງກຽດຊັງພວກເຈົ້າ, ພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດັ່ງນັ້ນເພື່ອນໍາພາພວກເຈົ້າດ້ວຍຕົວພຣະອົງເອງບໍ? ເປັນຫຍັງພຣະອົງຈຶ່ງຕ້ອງທົນທຸກແບບນັ້ນ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຜູ້ຄົນບໍ່ເຊື່ອຟັງ ພຣະອົງຈຶ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ຖ້າບໍ່ສະນັ້ນ, ການຊ່ວຍພວກເຂົາໃຫ້ລອດພ້ົນກໍເປັນໄປບໍ່ໄດ້. ຍ້ອນພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດ ແລະ ບໍ່ເຖິງຮູ້ເມືອເຖິງວິທີການດຳລົງຊີວິດ ແລະ ຍ້ອນພວກເຈົ້າດໍາລົງຊີວິດຢູ່ໃນດິນແດນທີ່ຜິດສິນທໍາ ແລະ ຜິດບາບນີ້ ແລະ ພວກເຈົ້າເອງເປັນຜີຮ້າຍທີ່ຜິດສິນທຳ ແລະ ສົກກະປົກ, ພຣະອົງຈຶ່ງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຊົ່ວຊ້າລົງກວ່າເກົ່າ, ພຣະອົງບໍ່ສາມາດທົນເຫັນພວກເຈົ້າດໍາລົງຊີວິດໃນດິນແດນທີ່ສົກກະປົກນີ້ດັ່ງທີ່ພວກເຈົ້າເຮັດໃນຕອນນີ້, ຖືກຊາຕານຢຽບຍໍ່າຢ່າງຕາມໃຈ ແລະ ພຣະອົງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຕົກລົງສູ່ດິນແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາຄົນກູ່ມນີ້ເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ, ມັນພຽງແຕ່ເພື່ອຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດເຫັນວ່າ ທຸກສິ່ງທີ່ປະຕິບັດໃນຕົວເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນ, ຖ້າເຈົ້າຄິດວ່າ ມັນເປັນພຽງວິທີການ, ວິທີທໍລະມານມະນຸດ ແລະ ເປັນບາງສິ່ງທີ່ເຊື່ອຖືບໍ່ໄດ້, ແລ້ວເຈົ້າກໍອາດຕ້ອງກັບໄປທີ່ໂລກຂອງເຈົ້າເພື່ອທົນທຸກກັບຄວາມເຈັບປວດ ແລະ ຄວາມລໍາບາກ! ຖ້າເຈົ້າເຕັມໃຈທີ່ຈະຢູ່ໃນກະແສນີ້ ແລະ ເພີດເພີນກັບການພິພາກສານີ້ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້, ເພີດເພີນກັບພອນທັງໝົດເຫຼົ່ານີ້, ພອນທີ່ບໍ່ສາມາດພົບເຫັນໄດ້ບ່ອນໃດບ່ອນໜຶ່ງຢູ່ໃນໂລກມະນຸດ ແລະ ເພີດເພີນກັບຄວາມຮັກນີ້, ແລ້ວໃຫ້ເຮັດດີໆ: ຢູ່ໃນກະແສນີ້ເພື່ອຍອມຮັບພາລະກິດແຫ່ງການເອົາຊະນະ ເພື່ອວ່າເຈົ້າຈະສາມາດຖືກເຮັດໃຫ້ສົມບູນ. ໃນມື້ນີ້ ເຈົ້າອາດທົນທຸກກັບຄວາມເຈັບປວດເລັກນ້ອຍ ແລະ ການຫຼໍ່ຫຼອມ ຍ້ອນການພິພາກສາຂອງພຣະເຈົ້າ, ແຕ່ມີຄຸນຄ່າ ແລະ ຄວາມໝາຍໃນການທົນທຸກກັບຄວາມເຈັບປວດນີ້. ເຖິງແມ່ນວ່າຜູ້ຄົນຖືກຫຼໍ່ຫຼອມ ແລະ ຖືກເປີດໂປງໂດຍການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງໄຮ້ປານີ, ເປົ້າໝາຍກໍແມ່ນເພື່ອລົງໂທດພວກເຂົາສຳລັບຄວາມຜິດບາບຂອງພວກເຂົາ, ລົງໂທດເນື້ອໜັງຂອງພວກເຂົາ, ບໍ່ມີຫຍັງໃນພາລະກິດນີ້ທີ່ມີເຈດຕະນາປະນາມເນື້ອໜັງໃຫ້ພັງທະລາຍ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນວ່າ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິແລະ ທັງໝົດນີ້ແມ່ນສາມາດບັນລຸໄດ້ໂດຍຄວາມເປັນມະນຸດປົກກະຕິຂອງເຈົ້າ. ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນອີງຕາມຄວາມຕ້ອງການຂອງເຈົ້າ, ຕາມຄວາມອ່ອນແອຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ມີພາລະທີ່ບໍ່ສາມາດທົນໄດ້ຖືກວາງໃສ່ພວກເຈົ້າ. ສິ່ງນີ້ບໍ່ໄດ້ຊັດເຈນຕໍ່ເຈົ້າໃນປັດຈຸບັນ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ ແລະ ແນ່ນອນ ເຈົ້າເຊື່ອຢູ່ສະເໝີວ່າ ເຫດຜົນທີ່ເຮົາຂ້ຽນຕີ, ພິພາກສາ ແລະ ຕໍານິຕິເຕືອນເຈົ້າທຸກມື້ແມ່ນຍ້ອນເຮົາກຽດຊັງເຈົ້າ. ແຕ່ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ທົນທຸກແມ່ນການຂ້ຽນຕີ ແລະ ການພິພາກສາ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ແມ່ນຄວາມຮັກສໍາລັບເຈົ້າ ແລະ ມັນຄືການປົກປ້ອງອັນຍິ່ງໃຫຍ່ທີ່ສຸດ. ຖ້າເຈົ້າບໍ່ສາມາດເຂົ້າໃຈຄວາມໝາຍຂອງພາລະກິດນີ້ຢ່າງເລິກເຊິ່ງຍິ່ງຂຶ້ນ, ມັນກໍຈະເປັນໄປບໍ່ໄດ້ທີ່ເຈົ້າຈະສືບຕໍ່ມີປະສົບການ. ຄວາມລອດພົ້ນນີ້ຄວນນໍາຄວາມສະບາຍໃຈມາສູ່ເຈົ້າ. ຢ່າປະຕິເສດທີ່ຈະມີສະຕິ. ເມື່ອໄດ້ມາໄກປານນີ້ແລ້ວ ຄວາມສໍາຄັນຂອງພາລະກິດແຫ່ງການເອົາຊະນະກໍຄວນເປັນທີ່ຊັດເຈນຕໍ່ເຈົ້າ ແລະ ເຈົ້າບໍ່ຄວນຍຶດຖືຄວາມຄິດເຫັນກ່ຽວກັບມັນໃນທາງໃດທາງໜຶ່ງອີກຕໍ່ໄປ!

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

625. ທຸກຄົນແມ່ນຂຶ້ນຢູ່ກັບການຫຼໍ່ຫຼອມຍ້ອນພຣະທຳຂອງພຣະເຈົ້າ. ຖ້າບໍ່ແມ່ນຍ້ອນພຣະເຈົ້າທີ່ບັງເກີດເປັນມະນຸດ ມະນຸດຊາດຈະບໍ່ໄດ້ຮັບພອນໃຫ້ທົນທຸກຜ່ານການຫຼໍ່ຫຼອມນີ້. ສາມາດເວົ້າໄດ້ ອີກວ່າຄົນທີ່ສາມາດຍອມຮັບເອົາການທົດລອງແຫ່ງພຣະທຳຂອງພຣະເຈົ້າແມ່ນໄດ້ຮັບການອວຍພອນ. ອີງຕາມຄວາມສາມາດດັ່ງເດີມຂອງຜູ້ຄົນ, ຄວາມປະພຶດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າແລ້ວ, ພວກເຂົາບໍ່ສົມຄວນທີ່ຈະໄດ້ຮັບເອົາການຫຼໍ່ຫຼອມແບບນີ້. ນັ້ນກໍຍ້ອນວ່າ ພວກເຂົາຖືກພຣະເຈົ້າຍົກຂຶ້ນຈຶ່ງເຮັດໃຫ້ພວກເຂົາໄດ້ຮັບການອວຍພອນນີ້. ຜູ້ຄົນເຄີຍເວົ້າວ່າ ພວກເຂົາບໍ່ສົມຄວນທີ່ຈະເຫັນໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະອົງ. ໃນປັດຈຸບັນ ທັງໝົດແມ່ນເປັນຍ້ອນການຍົກຂຶ້ນຂອງພຣະເຈົ້າ ແລະ ຄວາມກະລຸນາຂອງພຣະອົງທີ່ເຮັດໃຫ້ຜູ້ຄົນໄດ້ຮັບເອົາການຫຼໍ່ຫຼອມແຫ່ງພຣະທຳຂອງພຣະອົງ. ນີ້ແມ່ນການໄດ້ຮັບພອນຂອງແຕ່ລະຄົນທີ່ເກີດໃນຍຸກສຸດທ້າຍ, ພວກເຈົ້າໄດ້ຜະເຊີນກັບສິ່ງນີ້ດ້ວຍຕົນເອງແລ້ວບໍ? ໃນລັກສະນະທີ່ຜູ້ຄົນຄວນທົນທຸກ ແລະ ໄດ້ຮັບຄວາມລໍາບາກ ແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ໄດ້ອີງຕາມເງື່ອນໄຂຂອງຜູ້ຄົນ. ສິ່ງນີ້ແມ່ນຄວາມຈິງຢ່າງແນ່ນອນ. ຜູ້ທີ່ມີຄວາມເຊື່ອທຸກຄົນຄວນມີຄວາມສາມາດທີ່ຈະຍອມຮັບການທົດລອງແຫ່ງພຣະທຳຂອງພຣະເຈົ້າ ແລະ ທົນທຸກຢູ່ພາຍໃນພຣະທຳຂອງພຣະອົງ. ສິ່ງນີ້ຊັດເຈນກັບພວກເຈົ້າແລ້ວບໍ? ສະນັ້ນ ເພື່ອເປັນການແລກປ່ຽນສໍາລັບຄວາມທຸກທໍລະມານທີ່ພວກເຈົ້າໄດ້ຜ່ານພົ້ນມາ ເຈົ້າຈະໄດ້ຮັບພອນຂອງມື້ນີ້; ຖ້າເຈົ້າບໍ່ທົນທຸກເພື່ອພຣະເຈົ້າ, ເຈົ້າກໍບໍ່ສາມາດຮັບເອົາການຍົກຍ້ອງຈາກພຣະອົງໄດ້.

(ຄັດຈາກບົດ “ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

626. ເຫດຜົນທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຊໍາລະລ້າງຂອງພຣະທຳຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄື ເຈົ້າສາມາດຮັບໜ້າທີ່ມອບໝາຍຈາກພຣະເຈົ້າ ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າໃນເວລາເບື້ອງຕົ້ນແລ້ວ, ດ້ວຍເຫດນັ້ນ ເຈົ້າບໍ່ຕ້ອງກັງວົນເກີນໄປເວລາທີ່ເຈົ້າຖືກຕີສອນ. ບໍ່ມີໃຜທີ່ສາມາດນໍາພາລະກິດທີ່ຖືກເຮັດໃຫ້ສຳເລັດໃນຕົວພວກເຈົ້າໄປໃສໄດ້ ແລະ ພອນທີ່ໄດ້ມອບໃຫ້ກັບພວກເຈົ້າ ແລະ ບໍ່ມີໃຜສາມາດນໍາທຸກສິ່ງທີ່ມອບໃຫ້ກັບພວກເຈົ້າໄປໃສໄດ້. ຄົນແຫ່ງສາສະໜາບໍ່ມີທາງທຽບກັບພວກເຈົ້າໄດ້. ພວກເຈົ້າບໍ່ມີຄວາມຊ່ຽວຊານທີ່ຍິ່ງໃຫຍ່ໃນພຣະຄຳພີ ແລະ ບໍ່ມີຄວາມຮູ້ກ່ຽວກັບທິດສະດີທາງສາສະໜາດ, ແຕ່ຍ້ອນພຣະເຈົ້າໄດ້ປະຕິບັດພາລະກິດໃນຕົວພວກເຈົ້າ, ພວກເຈົ້າຈຶ່ງໄດ້ຮັບຫຼາຍກວ່າຄົນອື່ນໆໃນທົ່ວທຸກຍຸກ ແລະ ດັ່ງນັ້ນ, ນີ້ຄືການໄດ້ຮັບພອນທີ່ຍິ່ງໃຫຍ່ຂອງພວກເຈົ້າ. ຍ້ອນສິ່ງນີ້, ພວກເຈົ້າຈຶ່ງຕ້ອງອຸທິດຕົນໃຫ້ກັບພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ຊື່ສັດກັບພຣະເຈົ້າຫຼາຍຂຶ້ນ. ຍ້ອນພຣະເຈົ້າຍົກສະຖານະເຈົ້າຂຶ້ນ, ເຈົ້າຕ້ອງເພີ່ມຄວາມພະຍາຍາມຂອງເຈົ້າ ແລະ ກຽມພ້ອມວຸທິພາວະຂອງເຈົ້າເພື່ອຍອມຮັບເອົາໜ້າທີ່ມອບໝາຍຈາກພຣະເຈົ້າ. ເຈົ້າຕ້ອງຍຶດໝັ້ນໃນບ່ອນທີ່ພຣະເຈົ້າໄດ້ມອບໃຫ້ກັບເຈົ້າ, ສະແຫວງຫາເພື່ອກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ຍອມຮັບການຝຶກຝົນແຫ່ງອານາຈັກ, ຍອມຖືກຮັບໂດຍພຣະເຈົ້າ ແລະ ໃນທີ່ສຸດກໍກາຍເປັນພະຍານທີ່ຍິ່ງໃຫຍ່ໃຫ້ກັບພຣະເຈົ້າ. ເຈົ້າມີຄວາມຕັ້ງໃຈເຫຼົ່ານີ້ບໍ? ຖ້າເຈົ້າມີຄວາມຕັ້ງໃຈຕໍ່ສິ່ງດັ່ງກ່າວ ແລ້ວໃນທີ່ສຸດ ເຈົ້າກໍຈະຖືກຮັບໂດຍພຣະເຈົ້າຢ່າງແນ່ນອນ ແລະ ຈະກາຍເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າ ໜ້າທີ່ຫຼັກກໍຄືການຖືກຮັບໂດຍພຣະເຈົ້າ ແລະ ການເປັນພະຍານຢ່າງສະຫງ່າລາສີໃຫ້ກັບພຣະເຈົ້າ. ນີ້ຄືຄວາມປະສົງຂອງພຣະເຈົ້າ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

627. ເຖິງອ້າຍເອື້ອຍນ້ອງທຸກຄົນທີ່ໄດ້ຍິນສຽງຂອງເຮົາ, ພວກເຈົ້າໄດ້ຍິນສຽງແຫ່ງການພິພາກສາທີ່ຮຸນແຮງຂອງເຮົາ ແລະ ພວກເຈົ້າໄດ້ອົດທົນຕໍ່ການທົນທຸກຢ່າງຮຸນແຮງ. ເຖິງຢ່າງໃດກໍຕາມ, ພວກເຈົ້າຄວນຮູ້ວ່າ ຢູ່ເບື້ອງຫຼັງຂອງຄວາມໂກດຮ້າຍຂອງເຮົາຈະມີເຈດຕະນາທີ່ລີ້ລັບຂອງເຮົາ! ເຮົາລົງວິໄນພວກເຈົ້າເພື່ອວ່າ ພວກເຈົ້າຈະໄດ້ຮັບຄວາມລອດພົ້ນ. ພວກເຈົ້າຄວນຮູ້ວ່າ ສໍາລັບລູກຊາຍອັນເປັນທີ່ຮັກຂອງເຮົາ, ເຮົາຈະລົງວິໄນພວກເຈົ້າ, ລິຮານພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າສົມບູນໃນອີກບໍ່ດົນ. ຫົວໃຈຂອງເຮົາຮ້ອນຮົນຫຼາຍ, ແຕ່ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາ ແລະ ພວກເຈົ້າບໍ່ປະພຶດຕາມພຣະທຳຂອງເຮົາ. ພຣະທຳຂອງເຮົາໃນປັດຈຸບັນໄດ້ມາເຖິງພວກເຈົ້າແລ້ວ ແລະ ເຮັດໃຫ້ພວກເຈົ້າຮູ້ຢ່າງແທ້ຈິງວ່າ ພຣະເຈົ້າແມ່ນພຣະເຈົ້າແຫ່ງຄວາມຮັກ ແລະ ພວກເຈົ້າລ້ວນແລ້ວແຕ່ໄດ້ຜະເຊີນກັບຄວາມຮັກທີ່ແທ້ຈິງຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຍັງມີຄົນຈຳນວນໜຶ່ງທີ່ກຳລັງເຮັດທຳທ່າມີຄວາມຮັກ ແລະ ເມື່ອພວກເຂົາເຫັນຄວາມໂສກເສົ້າຂອງຄົນອື່ນ ພວກເຂົາກໍຈະມີນໍ້າຕາໄຫຼອອກຈາກຕາຂອງພວກເຂົາ. ແລ້ວກໍຍັງມີຄົນອື່ນທີ່ ເບິ່ງພາຍນອກຄືກັບວ່າຕິດໜີ້ບຸນຄຸນພຣະເຈົ້າ ແລະ ພວກເຂົາ ເບິ່ງຄືກັບວ່າ ພາກັນສຳນຶກຜິດ, ແຕ່ພາຍໃນພວກເຂົາ, ພວກເຂົາບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ພວກເຂົາບໍ່ໝັ້ນໃຈກ່ຽວກັບພຣະອົງເລີຍ; ກົງກັນຂ້າມ, ມັນເປັນພຽງສາກບັງໜ້າເທົ່ານັ້ນ. ເຮົາກຽດຊັງຄົນເຫຼົ່ານີ້ທີ່ສຸດ! ອີກບໍ່ດົນ, ຄົນເຫຼົ່ານີ້ກໍຈະຖືກຕັດອອກຈາກນະຄອນຂອງເຮົາ. ເຈດຕະນາຂອງເຮົາກໍຄື ເຮົາຕ້ອງການຄົນທີ່ຕ້ອງການເຮົາຢ່າງຈິງໃຈ ແລະ ມີພຽງແຕ່ຄົນທີ່ສະແຫວງຫາເຮົາດ້ວຍຫົວໃຈທີ່ແທ້ຈິງເທົ່ານັ້ນ ທີ່ຈະສາມາດເຮັດໃຫ້ເຮົາພໍໃຈໄດ້, ສຳລັບພວກເຂົາ ເຮົາຈະສະໜັບສະໜູນດ້ວຍມືຂອງເຮົາເອງຢ່າງແນ່ນອນ ແລະ ຮັບປະກັນວ່າ ພວກເຂົາຈະບໍ່ປະສົບກັບໄພພິບັດຢ່າງແນ່ນອນ. ຜູ້ຄົນທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ ຈະຄຳນຶງເຖິງຫົວໃຈຂອງພຣະເຈົ້າດ້ວຍຄວາມເຕັມໃຈ ແລະ ເຮັດຕາມຄວາມປະສົງຂອງເຮົາ. ສະນັ້ນ, ພວກເຈົ້າຄວນເຂົ້າສູ່ຄວາມເປັນຈິງໃນອີກບໍ່ດົນ ແລະ ຍອມຮັບພຣະທຳຂອງເຮົາໃຫ້ເປັນຊີວິດຂອງພວກເຈົ້າ, ນີ້ແມ່ນພາລະທີ່ຍິ່ງໃຫຍ່ສຸດຂອງເຮົາ. ຖ້າຄຣິສຕະຈັກ ແລະ ໄພ່ພົນທັງຫຼາຍລ້ວນແລ້ວແຕ່ເຂົ້າສູ່ຄວາມເປັນຈິງ ແລະ ລ້ວນແລ້ວແຕ່ສາມາດສົນທະນາກັບເຮົາໂດຍກົງ, ມາຢູ່ຕໍ່ໜ້າເຮົາ ແລະ ປະຕິບັດຄວາມຈິງ ແລະ ຄວາມຊອບທຳ, ເມື່ອນັ້ນ ພວກເຂົາກໍຈະເປັນລູກຊາຍອັນເປັນທີ່ຮັກຂອງເຮົາ, ຄົນທີ່ເຮົາພໍໃຈຢ່າງຍິ່ງ ແລະ ເຮົາຈະປະທານພອນປະເສີດທັງໝົດໃຫ້ກັບພວກເຂົາ.

(ຈາກ “ບົດທີ 23” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

628. ໃນປັດຈຸບັນ, ເຈົ້າບໍ່ສາມາດພໍໃຈແຕ່ກັບວິທີທີ່ເຈົ້າຖືກເອົາຊະນະ, ແຕ່ຕ້ອງພິຈາລະນາເສັ້ນທາງທີ່ເຈົ້າຈະຍ່າງໃນອະນາຄົດເຊັ່ນກັນ. ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມກ້າຫານທີ່ຈະຖືກເຮັດໃຫ້ສົມບູນ ແລະ ບໍ່ຄວນຄິດຢູ່ສະເໝີວ່າ ຕົວເຈົ້າເອງບໍ່ມີຄວາມສາມາດ. ຄວາມຈິງມີຄວາມລໍາອຽງບໍ? ຄວາມຈິງສາມາດຕໍ່ຕ້ານຄົນໂດຍເຈດຕະນາໄດ້ບໍ? ຖ້າເຈົ້າສະແຫວງຫາຄວາມຈິງ, ມັນສາມາດເຮັດໃຫ້ເຈົ້າເກີດຄວາມໜັກໃຈໄດ້ບໍ? ຖ້າເຈົ້າຍຶດໝັ້ນເພື່ອຄວາມຍຸຕິທຳ, ມັນຈະຕີໃຫ້ເຈົ້າລົ້ມລົງບໍ? ຖ້າມັນເປັນຄວາມປາຖະໜາຂອງເຈົ້າແທ້ໆທີ່ຈະສະແຫວງຫາຊີວິດ, ຊີວິດຈະສາມາດຫຼົບຫຼີກເຈົ້າໄດ້ບໍ? ຖ້າເຈົ້າປາສະຈາກຊີວິດ, ນັ້ນບໍ່ແມ່ນຍ້ອນວ່າ ຄວາມຈິງເບິ່ງຂ້າມເຈົ້າ, ແຕ່ຍ້ອນເຈົ້າຢູ່ຫ່າງຈາກຄວາມຈິງ; ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນຄວາມຍຸຕິທຳ, ນັ້ນບໍ່ແມ່ນຍ້ອນວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກັບຄວາມຍຸຕິທຳ, ແຕ່ຍ້ອນເຈົ້າເຊື່ອວ່າ ມັນອອກນອກເສັ້ນແຫ່ງຄວາມຈິງ; ຖ້າເຈົ້າບໍ່ໄດ້ຮັບຊີວິດຫຼັງຈາກທີ່ໄດ້ສະແຫວງຫາມັນເປັນເວລາຫຼາຍປີ, ນັ້ນບໍ່ແມ່ນຍ້ອນວ່າ ຊີວິດບໍ່ມີຄວາມສຳນຶກຕໍ່ເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ມີຄວາມສຳນຶກຕໍ່ຊີວິດ ແລະ ໄດ້ຂັບໄລ່ຊີວິດນັ້ນໃຫ້ອອກໄປ; ຖ້າເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ສາມາດຮັບເອົາແສງສະຫວ່າງ, ນັ້ນບໍ່ແມ່ນຍ້ອນວ່າ ແສງສະຫວ່າງບໍ່ສາມາດເຍືອງທາງໃຫ້ກັບເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ໄດ້ສົນໃຈກັບການມີຢູ່ຈິງຂອງແສງສະຫວ່າງ ແລະ ດ້ວຍເຫດນັ້ນ ແສງສະຫວ່າງຈຶ່ງໄດ້ຈາກເຈົ້າໄປຢ່າງງຽບໆ. ຖ້າເຈົ້າບໍ່ສະແຫວງຫາ, ສາມາດເວົ້າໄດ້ພຽງແຕ່ວ່າ ເຈົ້າເປັນຂີ້ເຫຍື້ອທີ່ບໍ່ມີຄ່າ ແລະ ບໍ່ມີຄວາມກ້າຫານໃນຊີວິດຂອງເຈົ້າ ແລະ ບໍ່ມີຈິດວິນຍານທີ່ຈະຕ້ານທານກຳລັງແຫ່ງຄວາມມືດ. ເຈົ້າອ່ອນແອເກີນໄປ! ເຈົ້າບໍ່ສາມາດຫຼົບໜີຈາກກຳລັງຂອງຊາຕານທີ່ອ້ອມລ້ອມເຈົ້າ ແລະ ເຈົ້າພຽງເຕັມໃຈທີ່ຈະໃຊ້ຊີວິດປະເພດທີ່ປອດໄພ, ໝັ້ນຄົງນີ້ ແລະ ຕາຍໄປກັບຄວາມໂງ່ເທົ່ານັ້ນ. ສິ່ງທີ່ເຈົ້າຄວນບັນລຸແມ່ນການສະແຫວງຫາເພື່ອຖືກເອົາຊະນະ; ນີ້ແມ່ນໜ້າທີ່ໆຈຳເປັນຂອງເຈົ້າ. ຖ້າເຈົ້າພໍໃຈທີ່ຈະຖືກເອົາຊະນະ, ເຈົ້າແມ່ນໄດ້ຂັບໄລ່ການເປັນຢູ່ຂອງຄວາມສະຫວ່າງ. ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ. ເຈົ້າບໍ່ຕ້ອງໂຍນຄວາມຈິງຖິ້ມເພື່ອເຫັນແກ່ຊີວິດຄອບຄົວທີ່ສະຫງົບສຸກ ແລະ ເຈົ້າບໍ່ຕ້ອງສູນເສຍສັກສີ ແລະ ຄວາມໝັ້ນຄົງໃນຊີວິດຂອງເຈົ້າເພື່ອເຫັນແກ່ຄວາມສຸກຊົ່ວໄລຍະໜຶ່ງ. ເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ຄວນສະແຫວງຫາເສັ້ນທາງໃນຊີວິດທີ່ມີຄວາມໝາຍຫຼາຍຍິ່ງຂຶ້ນ. ຖ້າເຈົ້າມີຊີວິດທີ່ຕໍ່າຊ້າແບບນີ້ ແລະ ບໍ່ສະແຫວງຫາຈຸດປະສົງໃດເລີຍ, ເຈົ້າບໍ່ໄດ້ເຮັດໃຫ້ຊີວິດຂອງເຈົ້າເສຍຖິ້ມຊື່ໆບໍ? ເຈົ້າຈະສາມາດຮັບເອົາຫຍັງແດ່ຈາກຊີວິດດັ່ງກ່າວ? ເຈົ້າຄວນປະຖິ້ມຄວາມສຸກທຸກຢ່າງຈາກຝ່າຍເນື້ອໜັງເພື່ອເຫັນແກ່ຄວາມຈິງ ແລະ ບໍ່ຄວນໂຍນຄວາມຈິງທັງໝົດຖິ້ມເພື່ອເຫັນແກ່ຄວາມສຸກເລັກນ້ອຍ. ຄົນແບບນີ້ບໍ່ມີຄວາມໝັ້ນຄົງ ຫຼື ສັກສີ; ຊ່າງບໍ່ມີຄວາມໝາຍໃນການເປັນຢູ່ຂອງພວກເຂົາເລີຍ!

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

629. ຢ່າຄິດວ່າການຕິດຕາມພຣະເຈົ້າງ່າຍປານນັ້ນ. ສິ່ງສຳຄັນຄືວ່າເຈົ້າຕ້ອງຮູ້ຈັກພຣະອົງ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງ ແລະ ເຈົ້າຕ້ອງມີຄວາມປະສົງທີ່ຈະທົນກັບຄວາມຍາກລຳບາກເພື່ອພຣະອົງ, ມີຄວາມປະສົງທີ່ຈະສະຫຼະຊີວິດຂອງເຈົ້າເພື່ອພຣະອົງ ແລະ ມີຄວາມປະສົງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ນີ້ຄືວິໄສທັດທີ່ເຈົ້າຄວນມີ. ມັນຈະບໍ່ໄດ້ຜົນຖ້າເຈົ້າຄິດໃສ່ແຕ່ການໄດ້ຮັບພຣະຄຸນຕະຫຼອດ. ຢ່າໄດ້ສົມມຸດວ່າ ພຣະເຈົ້າສະຖິດພຽງເພື່ອຄວາມສຸກຂອງຄົນ ແລະ ເພື່ອປະທານພຣະຄຸນໃຫ້ແກ່ຜູ້ຄົນ. ເຈົ້າຄິດຜິດແລ້ວ! ຖ້າຜູ້ຄົນບໍ່ສາມາດສ່ຽງຊີວິດຂອງພວກເຂົາເພື່ອຕິດຕາມ, ຖ້າຜູ້ຄົນບໍ່ສາມາດປະຖິ້ມທຸກຢ່າງທີ່ມີຢູ່ໃນໂລກເພື່ອຕິດຕາມແລ້ວ, ພວກເຂົາກໍ່ຈະບໍ່ສາມາດຕິດຕາມຈົນເຖິງທີ່ສຸດໄດ້ຢ່າງແນ່ນອນ! ເຈົ້າຕ້ອງມີວິໄສທັດເປັນດັ່ງຮາກຖານຂອງເຈົ້າ. ຖ້າມື້ຂອງການທົນທຸກທໍລະມານກັບໄພພິບັດຂອງເຈົ້າມາເຖິງ, ເຈົ້າຄວນເຮັດແນວໃດ? ເຈົ້າຍັງຈະສາມາດຕິດຕາມໄດ້ຢູ່ບໍ? ຢ່າເວົ້າແບບບໍ່ຈິງຈັງບໍ່ວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດກໍ່ຕາມ. ກ່ອນອື່ນ ເຈົ້າຄວນຈະມືນຕາຂອງເຈົ້າອອກໃຫ້ກວ້າງເພື່ອເບິ່ງວ່າ ເວລາປັດຈຸບັນນີ້ຄືຫຍັງ. ເຖິງແມ່ນວ່າປັດຈຸບັນນີ້ພວກເຈົ້າອາດເປັນຄືກັບເສົາຂອງວິຫານ, ວັນເວລາຈະມາເຖິງເມື່ອເສົາເຫຼົ່ານີ້ທັງໝົດຈະຖືກດ້ວງເຈາະເຮັດໃຫ້ວິຫານພັງທະລາຍລົງ ຍ້ອນວ່າປັດຈຸບັນນີ້ ມີຫຼາຍວິໄສທັດທີ່ເຈົ້າຍັງຂາດຢູ່. ສິ່ງທີ່ພວກເຈົ້າເອົາໃຈໃສ່ ມີພຽງແຕ່ໂລກນ້ອຍໆຂອງພວກເຈົ້າເອງເທົ່ານັ້ນ ແລະ ພວກເຈົ້າບໍ່ຮູ້ວ່າ ແມ່ນຫຍັງຄືສິ່ງທີ່ເຊື່ອຖືໄດ້ທີ່ສຸດ ແລະ ແມ່ນຫຍັງຄືເສັ້ນທາງຂອງການສະແຫວງຫາທີ່ເໝາະສົມທີ່ສຸດ. ພວກເຈົ້າບໍ່ໄດ້ໃສ່ໃຈກັບວິໄສທັດຂອງພາລະກິດໃນວັນນີ້ ແລະ ພວກເຈົ້າບໍ່ໄດ້ຍຶດຖືເອົາສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຈົ້າ. ພວກເຈົ້າເຄີຍຄິດບໍວ່າ ມື້ໜຶ່ງພຣະເຈົ້າຂອງພວກເຈົ້າຈະເອົາພວກເຈົ້າໄປໄວ້ໃນສະຖານທີ່ທີ່ພວກເຈົ້າບໍ່ຄຸ້ນເຄີຍທີ່ສຸດ? ພວກເຈົ້າສາມາດຈິນຕະນາການເຖິງວັນທີ່ເຮົາອາດຈະຍາດຊິງເອົາທຸກສິ່ງໄປຈາກພວກເຈົ້າ ແລ້ວພວກເຈົ້າຈະກາຍເປັນຫຍັງ? ພະລັງງານຂອງພວກເຈົ້າໃນມື້ນັ້ນຍັງຈະເປັນຄືຕອນນີ້ຢູ່ບໍ? ຄວາມເຊື່ອຂອງພວກເຈົ້າຈະມີອີກບໍ? ໃນການຕິດຕາມພຣະເຈົ້າ, ພວກເຈົ້າຕ້ອງຮູ້ນິມິດທີ່ຍິ່ງໃຫຍ່ທີ່ສຸດ ນັ້ນກໍຄື “ພຣະເຈົ້າ”. ນີ້ແມ່ນເລື່ອງທີ່ສຳຄັນທີ່ສຸດ.

(ຄັດຈາກບົດ “ພວກເຈົ້າຕ້ອງເຂົ້າໃຈພາລະກິດ, ຢ່າປະຕິບັດຕາມຢ່າງສັບສົນ!” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

630. ການມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ; ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ມະນຸດຄວນສະແຫວງຫາ. ເຈົ້າຄວນອຸທິດຄວາມພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະໄດ້ບັນລຸຜົນສຳເລັດໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າຈະສູນເປົ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງ ຄວາມເຊື່ອຂອງເຈົ້າກໍຈະຖືວ່າສົມບູນ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ໃນເສັ້ນທາງນີ້ ມະນຸດຫຼາຍຄົນສາມາດເວົ້າເຖິງຄວາມຮູ້ຕ່າງໆນາໆ ແຕ່ໃນເວລາແຫ່ງຄວາມຕາຍຂອງພວກເຂົາ ດວງຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ແລະ ພວກເຂົາຊັງໂຕເອງທີ່ໃຊ້ເວລາທັງຊີວິດຢ່າງສິ້ນເປືອງ ແລະ ດຳເນີນຊີວິດຢ່າງສູນເປົ່າ. ພວກເຂົາພຽງແຕ່ເຂົ້າໃຈທິດສະດີ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ ແລະ ເປັນພະຍານໃຫ້ກັບພຣະເຈົ້າໄດ້ ໂດຍທີ່ແລ່ນໄປນີ້ແດ່ຫັ້ນແດ່ຄືກັບເຜິ້ງທີ່ຫຍຸ້ງວຽກ; ເມື່ອພວກເຂົາໃກ້ຕາຍ ພວກເຂົາຈຶ່ງຮູ້ໃນຕອນສຸດທ້າຍວ່າ ພວກເຂົາຂາດຄຳພະຍານທີ່ແທ້ຈິງ ເຊິ່ງພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ ນີ້ບໍ່ແມ່ນເປັນສິ່ງທີ່ຊ້າເກີນໄປບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖືໂອກາດເວລາທີ່ມີຢູ່ ແລະ ສະແຫວງຫາຄວາມຈິງທີ່ເຈົ້າຮັກ? ເປັນຫຍັງຕ້ອງຖ້າໃຫ້ຮອດມື້ອື່ນ? ຖ້າໃນຊີວິດ ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ສະແຫວງຫາເພື່ອໄດ້ຮັບມັນມາ, ເປັນໄປໄດ້ບໍ່ວ່າ ເຈົ້າຕ້ອງການຄວາມຮູ້ສຶກເສຍໃຈໃນເວລາທີ່ກຳລັງຈະຕາຍ? ຖ້າເປັນດັ່ງນັ້ນ ເປັນຫຍັງຈຶ່ງຕ້ອງເຊື່ອໃນພຣະເຈົ້າ? ໃນຄວາມເປັນຈິງແລ້ວ ມີຫຼາຍຢ່າງທີ່ມະນຸດສາມາດເຮັດໄດ້ ພຽງແຕ່ເຂົາອຸທິດຄວາມພະຍາຍາມພຽງໜ້ອຍດຽວກໍສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ເປັນທີ່ພໍໃຈພຣະເຈົ້າໄດ້. ຫົວໃຈຂອງມະນຸດຖືກຄອບງໍາໂດຍຜີຮ້າຍ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສາມາດປະຕິບັດເພື່ອຜົນປະໂຫຍດຂອງພຣະເຈົ້າໄດ້. ກົງກັນຂ້າມ ເຂົາເດີນທາງໄປມາເພື່ອເນື້ອໜັງຂອງຕົນຢູ່ເລື້ອຍໆ ແລະ ບໍ່ໄດ້ຮັບຜົນປະໂຫຍດຫຍັງໃນທີ່ສຸດ. ຍ້ອນເຫດຜົນເຫຼົ່ານີ້ທີ່ມະນຸດມີບັນຫາ ແລະ ຄວາມທຸກທໍລະມານຢູ່ເລື້ອຍໆ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທໍລະມານຂອງຊາຕານບໍ? ນີ້ບໍ່ແມ່ນການເສື່ອມໂຊມຂອງເນື້ອໜັງບໍ? ເຈົ້າບໍ່ຄວນຫຼອກລວງພຣະເຈົ້າໂດຍການຮັບໃຊ້ແຕ່ປາກ. ກົງກັນຂ້າມ ເຈົ້າຕ້ອງເລີ່ມປະຕິບັດໃຫ້ມັນຈັບຕ້ອງໄດ້. ຢ່າຫຼອກລວງໂຕເອງ; ແບບນັ້ນຈະໄດ້ປະໂຫຍດຫຍັງ? ເຈົ້າຈະໄດ້ຮັບຫຍັງຈາກການດຳເນີນຊີວິດໂດຍເຫັນແກ່ເນື້ອໜັງຂອງໂຕເຈົ້າເອງ ແລະ ເຮັດວຽກໜັກເພື່ອຊື່ສຽງ ແລະ ຊັບສິນ?

(ຄັດຈາກບົດ “ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

631. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ? ຖ້າເປົ້າໝາຍຂອງການສະແຫວງຫາຂອງເຈົ້າບໍ່ແມ່ນເພື່ອສະແຫວງຫາຄວາມຈິງ, ແລ້ວເຈົ້າກໍຄວນສວາຍໃຊ້ໂອກາດນີ້ ແລະ ກັບຄືນສູ່ໂລກໃຫ້ຈົບສິ້ນໄປ. ການເສຍເວລາຂອງເຈົ້າແບບນີ້ບໍ່ຄຸ້ມຄ່າເລີຍແທ້ໆ, ເປັນຫຍັງຕ້ອງທໍລະມານຕົນເອງ? ມັນບໍ່ແມ່ນຄວາມຈິງບໍ່ທີ່ເຈົ້າສາມາດເພີດເພີນກັບທຸກສິ່ງຈາກໂລກທີ່ສວຍງາມນັ້ນ? ເງິນທອງ, ແມ່ຍິງທີ່ສວຍງາມ, ສະຖານະ, ຄວາມທະນົງຕົວ, ຄອບຄົວ, ລູກຫຼານ ແລະ ອື່ນໆອີກ, ຜົນຜະລິດເຫຼົ່ານີ້ຂອງໂລກບໍ່ແມ່ນສິ່ງທີ່ດີທີ່ສຸດທີ່ເຈົ້າສາມາດໄດ້ຮັບບໍ? ມັນຈະມີປະໂຫຍດຫຍັງທີ່ຕ້ອງພະເນຈອນໄປມາໃນນີ້ເພື່ອຊອກຫາສະຖານທີ່ໆເຈົ້າສາມາດມີຄວາມສຸກໄດ້? ຂະໜາດບຸດມະນຸດຍັງບໍ່ມີບ່ອນໃຫ້ວາງຫົວຂອງພຣະອົງລົງ, ແລ້ວເຈົ້າຈະສາມາດມີພື້ນທີ່ເພື່ອຄວາມສະບາຍໃຈໄດ້ແນວໃດ? ພຣະອົງຈະສ້າງສະຖານທີ່ສວຍງາມເພື່ອຄວາມສຸກສະບາຍໃຫ້ກັບເຈົ້າໄດ້ແນວໃດ? ນັ້ນເປັນໄປໄດ້ບໍ? ນອກຈາກການພິພາກສາຂອງເຮົາ, ມື້ນີ້ ເຈົ້າພຽງແຕ່ຮັບຄໍາສັ່ງສອນກ່ຽວກັບຄວາມຈິງ. ເຈົ້າບໍ່ສາມາດຮັບຄວາມສຸກສະບາຍຈາກເຮົາ ແລະ ເຈົ້າບໍ່ສາມາດໄດ້ຮັບຕຽງນອນແຫ່ງດອກກຸຫຼາບທີ່ເຈົ້າສະແຫວງຫາທັງເວັນ ແລະ ຄືນ. ເຮົາຈະບໍ່ປະທານຄວາມຮັ່ງມີຂອງແຜ່ນດິນໂລກໃຫ້ກັບເຈົ້າ. ຖ້າເຈົ້າສະແຫວງຫາຢ່າງແທ້ຈິງ, ແລ້ວ ເຮົາກໍເຕັມໃຈທີ່ຈະມອບຫົນທານແຫ່ງຊີວິດທັງໝົດໃຫ້ກັບເຈົ້າ, ເຮັດໃຫ້ເຈົ້າເປັນຄືກັບປາທີ່ກັບຄືນສູ່ແມ່ນໍ້າ. ຖ້າເຈົ້າບໍ່ສະແຫວງຫາຢ່າງແທ້ຈິງ, ເຮົາກໍຈະເອົາທຸກສິ່ງຄືນ. ເຮົາບໍ່ເຕັມໃຈທີ່ຈະມອບພຣະທຳຈາກປາກຂອງເຮົາໃຫ້ກັບຄົນເຫຼົ່ານັ້ນທີ່ໂລບມາກໂລພາເພື່ອຄວາມສຸກສະບາຍ, ຜູ້ ທີ່ເປັນຄືກັບໝູ ແລະ ໝາ!

(ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

632. ໃນປັດຈຸບັນ, ມັນແມ່ນຄວາມເຊື່ອທີ່ເຮັດໃຫ້ເຈົ້າຖືກເອົາຊະນະ ແລະ ມັນຄືການຖືກເອົາຊະນະທີ່ເຮັດໃຫ້ເຈົ້າເຊື່ອໃນການກະທຳທຸກຢ່າງຂອງພຣະເຢໂຮວາ. ຍ້ອນຄວາມເຊື່ອເທົ່ານັ້ນ ເຈົ້າຈຶ່ງໄດ້ຮັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວ. ຜ່ານການຂ້ຽນຕີ ແລະ ການພິພາກສານີ້, ເຈົ້າຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາແບບທີ່ເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້, ຄວາມເຊື່ອຂອງເຈົ້າກໍຈະສູນເປົ່າ, ເພາະເຈົ້າຈະບໍ່ຮູ້ຈັກພຣະເຈົ້າ; ບໍ່ວ່າເຈົ້າຈະເຊື່ອໃນພຣະອົງຫຼາຍສໍ່າໃດກໍຕາມ, ຄວາມເຊື່ອຂອງເຈົ້າຈະຍັງເປັນພຽງການສະແດງອອກທີ່ວ່າງເປົ່າເຊິ່ງບໍ່ໄດ້ມີພື້ນຖານໃນຄວາມເປັນຈິງ. ພຽງແຕ່ຫຼັງຈາກທີ່ເຈົ້າໄດ້ຮັບພາລະກິດແຫ່ງການເອົາຊະນະນີ້, ພາລະກິດທີ່ເຮັດໃຫ້ເຈົ້າເຊື່ອຟັງຢ່າງສົມບູນ, ຄວາມເຊື່ອຂອງເຈົ້າຈຶ່ງຈະກາຍເປັນຈິງ ແລະ ເພິ່ງພາໄດ້ ແລະ ຫົວໃຈຂອງເຈົ້າກໍຈະຫັນໄປຫາພຣະເຈົ້າ. ເຖິງແມ່ນເຈົ້າທົນທຸກກັບການພິພາກສາ ແລະ ການສາບແຊ່ງຢ່າງຫຼວງຫຼາຍຍ້ອນຄຳວ່າ “ຄວາມເຊື່ອ”, ເຖິງຢ່າງນັ້ນກໍຕາມ ເຈົ້າກໍມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າໄດ້ຮັບເອົາສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ລໍ້າຄ່າທີ່ສຸດ. ນີ້ແມ່ນຍ້ອນລະຫວ່າງການພິພາກສາເທົ່ານັ້ນທີ່ເຈົ້າເຫັນເຖິງຈຸດໝາຍປາຍທາງສຸດທ້າຍຂອງການເນລະມິດສ້າງຂອງພຣະເຈົ້າ; ຢູ່ໃນການພິພາກສານີ້, ເຈົ້າຈຶ່ງໄດ້ເຫັນວ່າ ພຣະຜູ້ສ້າງແມ່ນເປັນທີ່ຮັກ; ຢູ່ໃນພາລະກິດແຫ່ງການເອົາຊະນະດັ່ງກ່າວ ເຈົ້າຈຶ່ງໄດ້ເຫັນເຖິງແຂນຂອງພຣະເຈົ້າ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈຢ່າງສົມບູນເຖິງຊີວິດຂອງມະນຸດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງຮັບເອົາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ເລີ່ມເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງ “ມະນຸດ”; ຢູ່ໃນການເອົາຊະນະນີ້ເທົ່ານັ້ນ ເຈົ້າຈຶ່ງເຫັນເຖິງອຸປະນິໄສອັນຊອບທຳຂອງຜູ້ຊົງລິດທານຸພາບສູງສຸດ ແລະ ໃບໜ້າທີ່ສວຍງາມ ແລະ ສະຫງ່າງາມຂອງພຣະອົງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງຮຽນຮູ້ເຖິງຈຸດກຳເນີດຂອງມະນຸດ ແລະ ເຂົ້າໃຈເຖິງ “ປະຫວັດສາດທີ່ອຳມະຕະ” ຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈເຖິງບັນພະບຸລຸດຂອງມະນຸດຊາດ ແລະ ຈຸດກຳເນີດຂອງຄວາມເສື່ອມຊາມຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບເອົາຄວາມປິຕິຍິນດີ ແລະ ຄວາມສຸກສະບາຍ ພ້ອມກັບການຕີສອນທີ່ບໍ່ສິ້ນສຸດ, ການລົງວິໄນ ແລະ ພຣະທຳແຫ່ງການຕໍານິຕິເຕືອນຈາກພຣະຜູ້ສ້າງຕໍ່ມະນຸດຊາດທີ່ພຣະອົງສ້າງຂຶ້ງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບພອນ ພ້ອມກັບໄພພິບັດທີ່ມະນຸດຄວນຈະໄດ້ຮັບ... ນີ້ບໍ່ແມ່ນຍ້ອນຄວາມເຊື່ອທີ່ເລັກນ້ອຍຂອງເຈົ້າບໍ? ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ໄດ້ເຕີບໃຫຍ່ຫຼັງຈາກທີ່ເຈົ້າໄດ້ຮັບເອົາສິ່ງເຫຼົ່ານີ້ບໍ? ເຈົ້າບໍ່ໄດ້ຮັບເອົາຢ່າງຫຼວງຫຼາຍບໍ? ບໍ່ແມ່ນແຕ່ເຈົ້າໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ໄດ້ເຫັນເຖິງສະຕິປັນຍາຂອງພຣະເຈົ້າ, ແຕ່ເຈົ້າຍັງຜະເຊີນກັບແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງເປັນການສ່ວນຕົວ. ບາງເທື່ອເຈົ້າຈະເວົ້າວ່າ ຖ້າເຈົ້າບໍ່ມີຄວາມເຊື່ອ, ແລ້ວເຈົ້າກໍຈະບໍ່ທົນທຸກກັບການຂ້ຽນຕີແບບນີ້ ຫຼື ກັບການພິພາກສາແບບນີ້. ແຕ່ເຈົ້າຄວນຮູ້ວ່າ ຫາກປາສະຈາກຄວາມເຊື່ອ, ບໍ່ແມ່ນພຽງເຈົ້າຈະບໍ່ສາມາດຮັບເອົາການຂ້ຽນຕີແບບນີ້ ຫຼື ການດູແລແບບນີ້ຈາກຜູ້ຊົງລິດທານຸພາບສູງສຸດ, ແຕ່ເຈົ້າຍັງຈະສູນເສຍໂອກາດທີ່ຈະພົບກັບພຣະຜູ້ສ້າງຕະຫຼອດໄປ. ເຈົ້າຈະບໍ່ຮູ້ຈັກຕົ້ນກຳເນີດຂອງມະນຸດຊາດຈັກເທື່ອ ແລະ ບໍ່ເຂົ້າໃຈເຖິງຄວາມໝາຍຂອງຊີວິດມະນຸດຈັກເທື່ອ. ເຖິງແມ່ນຮ່າງກາຍຂອງເຈົ້າຕາຍໄປ ແລະ ວິນຍານຂອງເຈົ້າຈາກໄປ, ເຈົ້າກໍຍັງຈະບໍ່ເຂົ້າໃຈການກະທຳທັງໝົດຂອງພຣະຜູ້ສ້າງ, ແຮງໄກທີ່ເຈົ້າຈະຮູ້ຈັກວ່າພຣະຜູ້ສ້າງປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວເທິງແຜ່ນດິນໂລກ ຫຼັງຈາກທີ່ພຣະອົງສ້າງມະນຸດຊາດ. ໃນຖານະສະມາຊິກຂອງມະນຸດຊາດທີ່ພຣະອົງສ້າງຂຶ້ນມາ, ເຈົ້າເຕັມໃຈທີ່ຈະຕົກລົງສູ່ຄວາມມືດມິດໂດຍບໍ່ຮູ້ຈັກຫຍັງແບບນີ້ ແລະ ທົນທຸກກັບການລົງໂທດຊົ່ວນິດນິລັນບໍ? ຖ້າເຈົ້າແຍກຕົນເອງອອກຈາກການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນ, ແມ່ນຫຍັງຄືສິ່ງທີ່ເຈົ້າຈະໄດ້ພົບ? ເຈົ້າຄິດວ່າຫຼັງຈາກທີ່ອອກຈາກການພິພາກສາໃນປັດຈຸບັນ, ເຈົ້າຈະສາມາດຫຼົບໜີຈາກຊີວິດທີ່ຫຍຸ້ງຍາກນີ້ໄດ້ບໍ? ມັນບໍ່ແມ່ນຄວາມຈິງບໍວ່າ ຖ້າເຈົ້າອອກຈາກ “ບ່ອນນີ້” ໄປ, ສິ່ງທີ່ເຈົ້າຈະຜະເຊີນຄືຄວາມທໍລະມານຢ່າງເຈັບປວດ ຫຼື ການຂົ່ມເຫັງຢ່າງໂຫດຮ້າຍທີ່ເກີດຈາກຜີຮ້າຍ? ເຈົ້າອາດຜະເຊີນກັບກາງເວັນ ແລະ ກາງຄືນທີ່ບໍ່ສາມາດທົນໄດ້? ເຈົ້າຄິດວ່າ ພຽງແຕ່ຍ້ອນເຈົ້າຫຼົບໜີການພິພາກສານີ້ໃນມື້ນີ້, ເຈົ້າກໍສາມາດຫຼົບຫຼີກການທໍລະມານໃນອະນາຄົດໄດ້ບໍ? ແມ່ນຫຍັງຈະເກີດຂຶ້ນກັບເຈົ້າ? ມັນສາມາດເປັນ ແຊງກຣີລາ ແທ້ໆບໍທີ່ເຈົ້າຫວັງວ່າຈະໄດ້ຮັບ? ເຈົ້າຄິດວ່າເຈົ້າສາມາດຫຼົບໜີການຂ້ຽນຕີຊົ່ວນິດນິລັນໃນອະນາຄົດໂດຍພຽງແຕ່ແລ່ນໜີຈາກຄວາມເປັນຈິງແບບທີ່ເຈົ້າເຮັດໃນຕອນນີ້ບໍ? ຫຼັງຈາກມື້ນີ້, ເຈົ້າຈະສາມາດຄົ້ນພົບໂອກາດແບບນີ້ ແລະ ພອນແບບນີ້ອີກບໍ? ເຈົ້າຈະສາມາດຄົ້ນພົບສິ່ງເຫຼົ່ານັ້ນ ເມື່ອໄພພິບັດເກີດຂຶ້ນກັບເຈົ້າບໍ? ເຈົ້າຈະສາມາດຊອກຫາສິ່ງເຫຼົ່ານັ້ນ ເມື່ອມະນຸດຊາດທັງປວງເຂົ້າສູ່ຄວາມສະຫງົບບໍ? ຊີວິດທີ່ມີຄວາມສຸກຂອງເຈົ້າໃນປັດຈຸບັນ ແລະ ຄອບຄົວນ້ອຍໆທີ່ປອງດອງກັນຂອງເຈົ້າ, ພວກເຂົາສາມາດແທນຈຸດໝາຍປາຍທາງຊົ່ວນິດນິລັນໃນອະນາຄົດຂອງເຈົ້າບໍ? ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ຖ້າເຈົ້າໄດ້ຮັບຢ່າງຫຼວງຫຼາຍ ຍ້ອນຄວາມເຊື່ອຂອງເຈົ້າ, ແລ້ວທຸກສິ່ງນັ້ນກໍເປັນສິ່ງທີ່ເຈົ້າ ເຊິ່ງເປັນສິ່ງຖືກສ້າງ ຄວນຈະໄດ້ຮັບ ແລະ ຍັງເປັນສິ່ງທີ່ເຈົ້າຄວນມີຕັ້ງແຕ່ຕອນທຳອິດແລ້ວ. ບໍ່ມີຫຍັງທີ່ເປັນປະໂຫຍດຕໍ່ຄວາມເຊື່ອ ແລະ ຊີວິດຂອງເຈົ້າໄດ້ຫຼາຍກວ່າການເອົາຊະນະດັ່ງກ່າວ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

633. ເມື່ອໂມເຊຟາດໃສ່ຫີນ ແລະ ນໍ້າທີ່ພຣະເຢໂຮວາປະທານໃຫ້ນັ້ນພຸ່ງອອກມາ, ນັ້ນກໍຍ້ອນຄວາມເຊື່ອຂອງລາວ. ເມື່ອເດວິດຫຼິ້ນພິນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ, ນັ້ນກໍຍ້ອນຄວາມເຊື່ອຂອງລາວ. ເມື່ອໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີອັນມະຫາສານຈົນນັບບໍ່ຖ້ວນ ແລະ ຮ່າງກາຍຂອງລາວເຕັມໄປດ້ວຍຕຸ່ມໜອງ, ນັ້ນກໍຍ້ອນຄວາມເຊື່ອຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ, ນັ້ນກໍຍ້ອນຄວາມເຊື່ອຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດຍ້ອນຄວາມເຊື່ອຂອງລາວ. ລາວສາມາດຖືກຕອກຕະປູຄຶງໃສ່ໄມ້ກາງແຂນເພື່ອເຮົາ ແລະ ມອບປະຈັກພະຍານອັນສະຫງ່າລາສີໃຫ້ແດ່ເຮົາ ກໍຍ້ອນຄວາມເຊື່ອຂອງລາວເຊັ່ນກັນ. ເມື່ອໂຢຮັນເຫັນຮູບຮ່າງອັນສະຫງ່າລາສີຂອງບຸດມະນຸດ, ນັ້ນກໍຍ້ອນຄວາມເຊື່ອຂອງລາວ. ເມື່ອລາວໄດ້ເຫັນນິມິດຂອງຍຸກສຸດທ້າຍ, ນັ້ນກໍແຮງເປັນຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດທີ່ຜູ້ທີ່ເອີ້ນວ່າບັນດາປະເທດຕ່າງຊາດໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າ ເຮົາໄດ້ກັບຄືນມາໃນເນື້ອໜັງເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມເຊື່ອຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຕີດ້ວຍພຣະທໍາຂອງເຮົາທີ່ຮຸນແຮງ ແຕ່ຍັງໄດ້ຮັບການປອບໃຈຈາກພຣະທໍາເຫຼົ່ານັ້ນ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາເຮັດໄປແບບນັ້ນ ບໍ່ແມ່ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ທີ່ເຊື່ອໃນຕົວເຮົາ ແຕ່ຍັງທົນທຸກທໍລະມານຢູ່ກັບຄວາມທຸກຍາກຢູ່ນັ້ນ ພວກເຂົາບໍ່ໄດ້ຖືກປະຕິເສດຈາກໂລກນີ້ເຊັ່ນກັນບໍ? ຜູ້ທີ່ໃຊ້ຊີວິດຢູ່ນອກພຣະທໍາຂອງເຮົາ ໂດຍຫຼົບໜີການທໍລະມານແຫ່ງການທົດລອງ, ພວກເຂົາທຸກຄົນບໍ່ແມ່ນກໍາລັງລ່ອງລອຍທົ່ວໂລກນີ້ບໍ? ພວກເຂົາປຽບເໝືອນໃບໄມ້ຍາມລະດູໃບໄມ້ລົ່ນທີ່ຖືກລົມພັດໄປທົ່ວທຸກແຫ່ງຫົນ ໂດຍທີ່ບໍ່ມີບ່ອນໃຫ້ພັກ ແລ້ວແຮງໄກທີ່ຈະໄດ້ຮັບພຣະທໍາແຫ່ງການປອບໃຈຂອງເຮົາ. ເຖິງແມ່ນວ່າ ການຂ້ຽນຕີ ແລະ ການຫຼໍ່ຫຼອມຂອງເຮົາບໍ່ໄດ້ຕິດຕາມພວກເຂົາ ແຕ່ພວກເຂົາບໍ່ແມ່ນຄົນຂໍທານບໍ ທີ່ລ່ອງລອຍໄປບ່ອນນັ້ນບ່ອນນີ້ ໂດຍຍ່າງໄປມາຕາມຖະໜົນຢູ່ນອກອານາຈັກສະຫວັນ? ໂລກນີ້ເປັນບ່ອນທີ່ເຈົ້າພັກເຊົາແທ້ບໍ? ເຈົ້າສາມາດໄດ້ຮັບຮອຍຍິ້ມທີ່ເລື່ອນລາງທີ່ສຸດແຫ່ງຄວາມພໍໃຈຈາກໂລກນີ້ແທ້ບໍ ໂດຍການຫຼີກຫຼ່ຽງການຂ້ຽນຕີຂອງເຮົາ? ເຈົ້າສາມາດໃຊ້ຄວາມສຸກໄລຍະສັ້ນໆຂອງເຈົ້າເພື່ອປົກປິດຄວາມວ່າງເປົ່າໃນຫົວໃຈຂອງເຈົ້າ ເຊິ່ງເປັນຄວາມຫວ່າງເປົ່າທີ່ບໍ່ສາມາດປົກປິດໄດ້ແທ້ບໍ? ເຈົ້າອາດຈະສາມາດຫຼອກລວງທຸກຄົນໃນຄອບຄົວຂອງເຈົ້າໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເພາະວ່າ ຄວາມເຊື່ອຂອງເຈົ້າແມ່ນມີໜ້ອຍເກີນໄປ, ຈົນເຖິງປັດຈຸບັນນີ້ ເຈົ້າຈຶ່ງອ່ອນແອທີ່ຈະຄົ້ນຫາຄວາມສຸກທີ່ຊີວິດມີໃຫ້. ເຮົາຂໍກະຕຸ້ນໃຫ້ເຈົ້າ: ໃຊ້ເຄິ່ງຊີວິດຂອງເຈົ້າເພື່ອເຮົາຢ່າງຈິງໃຈຈະດີກວ່າການໃຊ້ຊີວິດທັງຊີວິດໃນສະພາບທໍາມະດາ ແລະ ວຸ້ນວາຍຢູ່ກັບເນື້ອໜັງ ໂດຍທົນທຸກກັບຄວາມຍາກລໍາບາກທີ່ມະນຸດບໍ່ອາດສາມາດທົນໄດ້. ມັນມີຈຸດປະສົງຫຍັງທີ່ຈະຍົກຄຸນຄ່າຕົນເອງສູງເຖິງຂະໜາດນັ້ນ ແລະ ຫຼົບໜີຈາກການຂ້ຽນຕີຂອງເຮົາ? ມັນມີຈຸດປະສົງຫຍັງທີ່ຈະເຊື່ອງຕົນເອງຈາກການຂ້ຽນຕີຊົ່ວຄາວຂອງເຮົາພຽງແຕ່ໄດ້ຮັບຄວາມອັບອາຍຂາຍໜ້າຊົ່ວນິດນິລັນ ແລະ ການຂ້ຽນຕີຕະຫຼອດໄປເທົ່ານັ້ນ? ໃນຄວາມຈິງແລ້ວ, ເຮົາບໍ່ໄດ້ບັງຄັບໃຫ້ໃຜເຮັດຕາມຄວາມປະສົງຂອງເຮົາ. ຖ້າຜູ້ໃດຜູ້ໜຶ່ງເຕັມໃຈຍອມອ່ອນນ້ອມຕໍ່ແຜນການທັງໝົດຂອງເຮົາຢ່າງແທ້ຈິງ, ເຮົາຈະບໍ່ປະຕິບັດຕໍ່ພວກເຂົາຢ່າງບໍ່ດີ. ແຕ່ເຮົາຕ້ອງການໃຫ້ທຸກຄົນເຊື່ອໃນຕົວເຮົາຄືດັ່ງໂຢບໄດ້ເຊື່ອໃນຕົວເຮົາ ເຊິ່ງນັ້ນກໍຄືພຣະເຢໂຮວາ. ຖ້າຄວາມເຊື່ອຂອງພວກເຈົ້າສູງກວ່າໂທມາ, ແລ້ວຄວາມເຊື່ອຂອງພວກເຈົ້າກໍຈະໄດ້ຮັບການຍ້ອງຍໍຈາກເຮົາ, ພວກເຈົ້າຈະພົບເຫັນຄວາມສຸກໃນຄວາມຈົງຮັກພັກດີຂອງພວກເຈົ້າ ແລະ ພວກເຈົ້າຈະໄດ້ຮັບສະຫງ່າລາສີຂອງເຮົາໃນວັນຂອງພວກເຈົ້າ.

(ຄັດຈາກບົດ “ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

634. ຖ້າຕອນນີ້ເຮົາເອົາເງິນຈໍານວນໜຶ່ງມາວາງໄວ້ຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ໃຫ້ພວກເຈົ້າມີອິດສະຫຼະທີ່ຈະເລືອກ ແລະ ຖ້າເຮົາບໍ່ໄດ້ກ່າວໂທດພວກເຈົ້າສຳລັບການຕັດສິນໃຈຂອງພວກເຈົ້າ, ແລ້ວຄົນສ່ວນໃຫຍ່ກໍຈະເລືອກເງິນ ແລະ ປະຖິ້ມຄວາມຈິງ. ຜູ້ທີ່ມດີແດ່ໃນບັນດາພວກເຈົ້າກໍອາດຈະສະຫຼະເງິນ ແລະ ເລືອກຄວາມຈິງຢ່າງບໍ່ເຕັມໃຈ, ໃນຂະນະທີ່ ຜູ້ທີ່ຢູ່ໃນລະຫວ່າງກາງກໍຈະຄວ້າເອົາເງິນໄວ້ໃນມືຂ້າງໜຶ່ງ ແລະ ຄວາມຈິງໄວ້ອີກຂ້າງ. ເມື່ອເປັນເຊັ່ນນີ້ ທາດແທ້ຂອງພວກເຈົ້າຈະບໍ່ຊັດເຈນໃນຕົວມັນເອງບໍ? ເມື່ອກຳລັງເລືອກລະຫວ່າງຄວາມຈິງ ແລະ ສິ່ງໃດໜຶ່ງທີ່ພວກເຈົ້າຕ້ອງຈົງຮັກພັກດີ, ພວກເຈົ້າທຸກຄົນກໍຈະຕັດສິນໃຈໄປໃນທໍານອງນັ້ນ ແລະ ທ່າທີ່ຂອງພວກເຈົ້າກໍຈະຍັງຄືເກົ່າ. ມັນບໍ່ແມ່ນແບບນັ້ນບໍ? ບໍ່ໄດ້ມີຫຼາຍ ຄົນໃນບັນດາພວກເຈົ້າບໍທີ່ສັບໄປສັບມາລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ? ໃນການແຂ່ງຂັນລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ, ສີດໍາ ແລະ ສີຂາວ, ແນ່ນອນ ພວກເຈົ້າຈະຮູ້ຈັກເຖິງທາງເລືອກທີ່ພວກເຈົ້າໄດ້ຕັດສິນໃຈລະຫວ່າງຄອບຄົວ ແລະ ພຣະເຈົ້າ, ລູກໆ ແລະ ພຣະເຈົ້າ, ສັນຕິສຸກ ແລະ ຄວາມແຕກແຍກ, ຄວາມຮັ່ງມີ ແລະ ຄວາມທຸກຍາກ, ສະຖານະ ແລະ ຄວາມສາມັນທຳມະດາ, ການຖືກສະໜັບສະໜູນ ແລະ ການຖືກປະຖິ້ມ ແລະ ອື່ນໆ. ລະຫວ່າງຄອບຄົວທີ່ມີສັນຕິສຸດ ແລະ ຄອບຄົວທີ່ແຕກແຍກ, ພວກເຈົ້າກໍເລືອກອັນທີ່ຢູ່ກ່ອນໜ້າ ແລະ ເຈົ້າເລືອກໂດຍບໍ່ລັ່ງເລໃຈ; ລະຫວ່າງຄວາມຮັ່ງມີ ແລະ ໜ້າທີ່, ພວກເຈົ້າກໍເລືອກສິ່ງທີ່ມາກ່ອນໜ້າ ເຖິງກັບຂາດຄວາມເຕັມໃຈທີ່ຈະກັບຄືນຝັ່ງ;[ກ] ລະຫວ່າງຄວາມຫຼູຫຼາ ແລະ ຄວາມທຸກຍາກ, ພວກເຈົ້າກໍເລືອກອັນກ່ອນໜ້າ; ແລະ ລະຫວ່າງລູກຊາຍ, ລູກສາວ, ເມຍ ແລະ ຜົວ ແລະ ເຮົາ, ພວກເຈົ້າກໍເລືອກສິ່ງທີ່ຢູ່ກ່ອນໜ້າ; ແລະ ລະຫວ່າງແນວຄິດ ແລະ ຄວາມຈິງ, ພວກເຈົ້າກໍຈະເລືອກອັນກ່ອນໜ້າອີກ. ເມື່ອພົບພໍ້ກັບການກະທໍາອັນຊົ່ວຮ້າຍທຸກຮູບແບບຂອງພວກເຈົ້າ, ເຮົາພຽງແຕ່ແມ່ນໝົດສັດທາໃນຕົວຂອງພວກເຈົ້າ. ມັນພຽງແຕ່ເຮັດໃຫ້ເຮົາປະຫຼາດໃຈວ່າ ຫົວໃຈຂອງພວກເຈົ້ານັ້ນຕໍ່ຕ້ານທີ່ຈະຖືກເຮັດໃຫ້ອ່ອນໂຍນ. ການອຸທິດ ແລະ ຄວາມພະຍາຍາມເປັນເວລາຫຼາຍປີບໍ່ໄດ້ນໍາຫຍັງເລີຍມາເຖິງເຮົາ ນອກຈາກການປະຖິ້ມ ແລະ ຄວາມສິ້ນຫວັງຂອງພວກເຈົ້າ, ແຕ່ຄວາມຫວັງຂອງເຮົາທີ່ມີຕໍ່ພວກເຈົ້າກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ ເພາະມື້ຂອງເຮົາໄດ້ຖືກເປີດເຜີຍຕໍ່ໜ້າທຸກຄົນໝົດແລ້ວ. ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງສືບຕໍ່ສະແຫວງຫາສິ່ງທີ່ມືດມົວ ແລະ ຊົ່ວຮ້າຍ ແລະ ປະຕິເສດທີ່ຈະປ່ອຍວາງພວກມັນ. ດັ່ງນັ້ນ ຜົນໄດ້ຮັບຂອງພວກເຈົ້າຈະເປັນແນວໃດ? ພວກເຈົ້າໄດ້ພິຈາລະນາສິ່ງນີ້ຢ່າງລະອຽດກ່ອນແລ້ວບໍ? ຖ້າໃຫ້ພວກເຈົ້າເລືອກອີກຄັ້ງ, ແລ້ວຕໍາແໜ່ງຂອງພວກເຈົ້າຈະແມ່ນຫຍັງ? ພວກເຈົ້າຍັງຈະເລືອກອັນກ່ອນໜ້າຢູ່ບໍ? ພວກເຈົ້າຍັງຈະນໍາຄວາມຜິດຫວັງ ແລະ ຄວາມເສົ້າເສຍໃຈທີ່ເປັນຕາໜ້າສົມເພດມາສູ່ເຮົາຢູ່ບໍ? ຫົວໃຈຂອງພວກເຈົ້າຍັງຈະມີຄວາມອົບອຸ່ນພຽງເລັກນ້ອຍຢູ່ບໍ? ພວກເຈົ້າຈະຍັງບໍ່ຮູ້ຈັກສິ່ງທີ່ຈະຕ້ອງເຮັດເພື່ອເຮັດໃຫ້ເຮົາສະບາຍໃຈຢູ່ບໍ? ໃນຊ່ວງເວລານີ້ ພວກເຈົ້າຈະເລືອກຫຍັງ? ພວກເຈົ້າຈະຍອມຕໍ່ພຣະທໍາຂອງເຮົາ ຫຼື ຈະໝົດຄວາມສົນໃຈກັບມັນ? ມື້ຂອງເຮົາໄດ້ຖືກວາງອອກຕໍ່ສາຍຕາຂອງພວກເຈົ້າທຸກຄົນແລ້ວ ແລະ ສິ່ງທີ່ພວກເຈົ້າເຫັນກໍຄືຊີວິດໃໝ່ ແລະ ຈຸດເລີ່ມຕົ້ນໃໝ່. ຢ່າງໃດກໍຕາມ ເຮົາຕ້ອງບອກພວກເຈົ້າວ່າ ຈຸດເລີ່ມຕົ້ນໃໝ່ນີ້ບໍ່ແມ່ນການເລີ່ມຕົ້ນຂອງພາລະກິດໃໝ່ຈາກອະດີດ ແຕ່ເປັນການສິ້ນສຸດພາລະກິດເກົ່າ. ນັ້ນໝາຍຄວາມວ່າ ນີ້ແມ່ນການກະທຳຄັ້ງສຸດທ້າຍ. ເຮົາຄິດວ່າ ພວກເຈົ້າທຸກຄົນຈະເຂົ້າໃຈໃນສິ່ງທີ່ບໍ່ເປັນປົກກະຕິກ່ຽວກັບຈຸດເລີ່ມຕົ້ນນີ້. ເຖິງຢ່າງໃດກໍຕາມ ໃນມື້ໜຶ່ງອີກບໍ່ດົນ ພວກເຈົ້າຈະເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຈຸດເລີ່ມຕົ້ນນີ້, ສະນັ້ນ ພວກເຮົາຜ່ານຜ່າມັນໄປຮ່ວມກັນ ແລະ ຕ້ອນຮັບຕອນສຸດທ້າຍທີ່ຈະມາເຖິງ! ແນວໃດກໍຕາມ ສິ່ງທີ່ສືບຕໍ່ເຮັດໃຫ້ເຮົາເປັນກັງວົນກ່ຽວກັບພວກເຈົ້າກໍຄື ເມື່ອຜະເຊີນກັບກັບຄວາມບໍ່ຍຸຕິທໍາ ແລະ ຄວາມຍຸຕິທໍາ, ພວກເຈົ້າເລືອກອັນກ່ອນໜ້າຢູ່ສະເໝີ. ເຖິງແນວໃດກໍຕາມ ສິ່ງນັ້ນລ້ວນແລ້ວແຕ່ຢູ່ໃນອະດີດຂອງພວກເຈົ້າ. ເຮົາກໍຫວັງເຊັ່ນກັນວ່າ ຈະລືມທຸກສິ່ງໃນອະດີດຂອງພວກເຈົ້າ, ເຖິງວ່າສິ່ງນີ້ຈະເຮັດໄດ້ຍາກ. ເຖິງຢ່າງໃດກໍຕາມ ເຮົາກໍມີວິທີການທີ່ດີທີ່ຈະເຮັດໃຫ້ມັນສໍາເລັດ: ໃຫ້ອະນາຄົດມາທົດແທນອະດີດ ແລະ ປ່ອຍໃຫ້ເງົາມືດໃນອະດີດຂອງພວກເຈົ້າຖືກປັດເປົ່າອອກໄປເພື່ອແລກປ່ຽນກັບຕົວຕົນທີ່ແທ້ຈິງຂອງພວກເຈົ້າໃນມື້ນີ້. ດັ່ງນັ້ນ ເຮົາຕ້ອງລົບກວນໃຫ້ພວກເຈົ້າຕັດສິນໃຈອີກຄັ້ງ: ແລ້ວພວກເຈົ້າຈົງຮັກພັກດີຕໍ່ໃຜແທ້ໆ?

(ຄັດຈາກບົດ “ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

635. ຄົນໜຸ່ມບໍ່ຄວນປາສະຈາກອຸດົມການ, ຄວາມປະຖະໜາທີ່ທະເຍີທະຍານ ແລະ ກະຕືລືລົ້ນເພື່ອເຮັດໃຫ້ຕົນເອງດີຂຶ້ນ; ພວກເຂົາບໍ່ຄວນໝົດກຳລັງໃຈກ່ຽວກັບຄວາມຄາດຫວັງຂອງພວກເຂົາ ຫຼື ພວກເຂົາບໍ່ຄວນສູນເສຍຄວາມຫວັງໃນຊີວິດ ຫຼື ຄວາມໝັ້ນໃຈໃນອະນາຄົດ; ພວກເຂົາຄວນມີຄວາມພາກພຽນເພື່ອສືບຕໍ່ຕາມເສັ້ນທາງແຫ່ງຄວາມຈິງທີ່ພວກເຂົາໄດ້ເລືອກໃນຕອນນີ້ ນັ້ນກໍຄື ການປະຕິບັດຕາມຄວາມປາຖະໜາຂອງພວກເຂົາເພື່ອສະຫຼະຊີວິດທັງໝົດຂອງພວກເຂົາໃຫ້ແກ່ເຮົາ. ພວກເຂົາບໍ່ຄວນປາສະຈາກຄວາມຈິງ ຫຼື ພວກເຂົາບໍ່ຄວນເຊື່ອງຄວາມຫຼອກລວງ ແລະ ຄວາມບໍ່ຊອບທຳ, ພວກເຂົາຄວນຍຶດໝັ້ນໃນຈຸດຢືນທີ່ຖືກຕ້ອງ. ພວກເຂົາບໍ່ຄວນລ່ອງລອຍໄປມາເທົ່ານັ້ນ, ແຕ່ຄວນມີຈິດໃຈທີ່ຈະກ້າເສຍສະຫຼະ ແລະ ພະຍາຍາມຫາຄວາມຍຸຕິທຳ ແລະ ຄວາມຈິງ. ຄົນໜຸ່ມຄວນມີຄວາມກ້າຫານທີ່ຈະບໍ່ຍອມຈຳນົນຕໍ່ການກົດຂີ່ໂດຍອໍານາດແຫ່ງຄວາມມືດ ແລະ ເພື່ອປ່ຽນແປງຄວາມໝາຍຂອງການເປັນຢູ່ຂອງພວກເຂົາ. ຄົນໜຸ່ມບໍ່ຄວນຍອມຈໍານົນໃຫ້ແກ່ຄວາມລຳບາກຍາກແຄ້ນ, ແຕ່ຄວນເປີດເຜີຍ ແລະ ກົງໄປກົງມາ ດ້ວຍຈິດໃຈແຫ່ງການໃຫ້ອະໄພສຳລັບອ້າຍເອື້ອຍນ້ອງຂອງພວກເຂົາ. ແນ່ນອນ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາຮຽກຮ້ອງຈາກທຸກຄົນ ແລະ ຄຳແນະນໍາຂອງເຮົາສຳລັບທຸກຄົນ. ແຕ່ຍິ່ງໄປກວ່ານັ້ນ ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ປອບໂຍນຂອງເຮົາສຳລັບຄົນໜຸ່ມທຸກຄົນ. ພວກເຈົ້າຄວນປະຕິບັດຕາມພຣະທຳຂອງເຮົາ. ໂດຍສະເພາະແລ້ວ ຄົນໜຸ່ມບໍ່ຄວນປາສະຈາກຄວາມຕັ້ງໃຈທີ່ຈະແຍກແຍະໃນບັນຫາຕ່າງໆ ແລະ ສະແຫວງຫາຄວາມຍຸຕິທຳ ແລະ ຄວາມຈິງ. ພວກເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ພວກເຈົ້າຄວນຮັບເອົາຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ. ພວກເຈົ້າຄວນຮັບຜິດຊອບຊີວິດຂອງພວກເຈົ້າ ແລະ ພວກເຈົ້າຕ້ອງບໍ່ຖືເບົາ. ຜູ້ຄົນມາເທິງໂລກ ແລະ ມັນກໍຫາໄດ້ຍາກທີ່ຈະພົບພໍ້ກັບເຮົາ ແລະ ມັນຍັງຫາໄດ້ຍາກທີ່ຈະມີໂອກາດສະແຫວງຫາ ແລະ ຮັບເອົາຄວາມຈິງ. ເປັນຫຍັງພວກເຈົ້າຈຶ່ງບໍ່ປະເມີນຄ່າເວລາທີ່ສວຍງາມນີ້ວ່າເປັນເສັ້ນທາງທີ່ຖືກຕ້ອງເພື່ອສະແຫວງຫາໃນຊີວິດນີ້? ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ຄວາມສົນໃຈຕໍ່ຄວາມຈິງ ແລະ ຄວາມຍຸຕິທຳ? ເປັນຫຍັງພວກເຈົ້າຈຶ່ງຢຽບຢໍ່າ ແລະ ທຳລາຍຕົນເອງເພື່ອຄວາມບໍ່ຊອບທຳ ແລະ ຄວາມສົກກະປົກທີ່ຫຼິ້ນຕະຫຼົກກັບຜູ້ຄົນຢູ່ສະເໝີ? ແລ້ວເປັນຫຍັງເຈົ້າຈຶ່ງເຮັດຄືກັບຜູ້ເຖົ້າເຫຼົ່ານັ້ນທີ່ເຮັດໃນສິ່ງທີ່ຄົນບໍ່ຊອບທຳເຮັດ? ເປັນຫຍັງເຈົ້າຈຶ່ງຮ-ຽນແບບວິທີເດີມໆຂອງສິ່ງເດີມໆ? ຊີວິດຂອງພວກເຈົ້າຄວນເຕັມໄປດ້ວຍຄວາມຍຸຕິທຳ, ຄວາມຈິງ ແລະ ຄວາມບໍລິສຸດ; ຊີວິດຂອງພວກເຈົ້າບໍ່ຄວນເສື່ອມໂຊມຫຼາຍໃນອາຍຸໜຸ່ມນ້ອຍຂະໜາດນີ້, ເຊິ່ງມັນຈະນໍາພວກເຈົ້າໄປສູ່ແດນມໍລະນາ. ພວກເຈົ້າບໍ່ຮູ້ສຶກວ່າ ສິ່ງນີ້ຈະເປັນຄວາມໂຊກຮ້າຍຢ່າງໃຫຍ່ຫຼວງບໍ? ພວກເຈົ້າບໍ່ຮູ້ສຶກວ່າ ສິ່ງນີ້ບໍ່ຍຸຕິທຳຢ່າງໃຫຍ່ບໍ?

ພວກເຈົ້າທຸກຄົນຄວນປະຕິບັດພາລະກິດທີ່ສົມບູນແບບຂອງພວກເຈົ້າທັງໝົດ ແລະ ຖວາຍມັນເທິງແທ່ນບູຊາຂອງເຮົາ, ເຮັດໃຫ້ມັນເປັນການຖວາຍສຸດທ້າຍ ແລະ ມີເອກະລັກ ທີ່ພວກເຈົ້າຖວາຍໃຫ້ແກ່ເຮົາ. ພວກເຈົ້າທຸກຄົນຄວນຍຶດໝັ້ນໃນຈຸດຢືນຂອງພວກເຈົ້າເອງ ແລະ ບໍ່ພັດປິວໄປມາດ້ວຍສາຍລົມທຸກສາຍທີ່ພັດຜ່ານມາຄືກັບກ້ອນເມກໃນທ້ອງຟ້າ. ເຈົ້າເຮັດວຽກໜັກເປັນເວລາເຄິ່ງຊີວິດຂອງເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາຈຸດໝາຍປາຍທາງທີ່ເຈົ້າຄວນມີ? ເຈົ້າເຮັດວຽກໜັກເປັນເວລາເຄິ່ງຊີວິດ, ແຕ່ເຈົ້າປ່ອຍໃຫ້ພໍ່ແມ່ຂອງເຈົ້າທີ່ເປັນຄືກັບໝູ ແລະ ໝານັ້ນລາກຄວາມຈິງ ແລະ ຄວາມໝາຍຂອງການເປັນຢູ່ສ່ວນຕົວຂອງເຈົ້າເຂົ້າສູ່ຂຸມຝັງສົບ. ເຈົ້າບໍ່ຄິດບໍວ່າ ນີ້ແມ່ນຄວາມອະຍຸຕິທຳອັນໃຫຍ່ຫຼວງສໍາລັບເຈົ້າ? ເຈົ້າບໍ່ຮູ້ສຶກບໍວ່າ ການດຳລົງຊີວິດໃນລັກສະນະນີ້ແມ່ນບໍ່ມີຄວາມໝາຍຫຍັງທັງສິ້ນ? ການສະແຫວງຫາຄວາມຈິງ ແລະ ເສັ້ນທາງທີ່ຖືກຕ້ອງໃນລັກສະນະນີ້ຈະຈົບລົງດ້ວຍການສ້າງບັນຫາ, ເຮັດໃຫ້ເພື່ອນບ້ານອຶດອັດໃຈ ແລະ ຄອບຄົວທັງໝົດກໍບໍ່ມີຄວາມສຸກ ແລະ ມັນຈະນໍາໄປສູ່ໄພພິບັດທີ່ຮ້າຍແຮ້ງ. ຖ້າເຈົ້າດຳລົງຊີວິດແບບນີ້, ມັນຈະບໍ່ເທົ່າກັບການມີຊີວິດທີ່ບໍ່ມີຄວາມໝາຍທີ່ສຸດບໍ? ຊີວິດຜູ້ໃດຈະໂຊກດີໄປຫຼາຍກວ່າເຈົ້າ ແລະ ຊີວິດຜູ້ໃດຈະເປັນຕາຫົວໄປຫຼາຍກວ່າເຈົ້າ? ເຈົ້າບໍ່ໄດ້ສະແຫວງຫາເຮົາເພື່ອຮັບເອົາຄວາມຍິນດີຈາກເຮົາ ແລະ ພຣະທຳແຫ່ງການປອບໂຍນສຳລັບເຈົ້າບໍ? ແຕ່ຫຼັງຈາກທີ່ເຈົ້າໄດ້ແລ່ນໄປມາເປັນເວລາເຄິ່ງຊີວິດ, ເຈົ້າທ້າທາຍເຮົາ ຈົນເຮົາເຕັມໄປດ້ວຍຄວາມໂກດຮ້າຍ ແລະ ບໍ່ສົນໃຈກັບເຈົ້າ ຫຼື ສັນລະເສີນເຈົ້າ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ຊີວິດທັງໝົດຂອງເຈົ້າສູນເປົ່າບໍ? ເຈົ້າຈະມີໜ້າໄປພົບກັບວິນຍານຂອງໄພ່ພົນເຫຼົ່ານັ້ນໃນຍຸກຕ່າງໆ ຜູ້ທີ່ຖືກປ່ອຍອອກມາຈາກບ່ອນລ້າງບາບບໍ? ເຈົ້າບໍ່ໄດ້ສົນໃຈເຮົາ ແລະ ໃນທີ່ສຸດ ເຈົ້າເຮັດໃຫ້ເກີດໄພພິບັດທີ່ຮ້າຍແຮງ, ມັນຈະດີກວ່າທີ່ຈະນໍາໃຊ້ໂອກາດນີ້ ແລະ ເດີນທາງຢ່າງມີຄວາມສຸກໄປທົ່ວມະຫາສະໝຸດອັນກວ້າງໃຫຍ່ ແລະ ຫຼັງຈາກນັ້ນກໍເຊື່ອຟັງ “ການມອບໝາຍ” ຂອງເຮົາ. ເຮົາບອກພວກເຈົ້າແຕ່ດົນມາແລ້ວວ່າ ໃນປັດຈຸບັນຍ້ອນເຈົ້າບໍ່ສົນໃຈ ແຕ່ບໍ່ເຕັມໃຈທີ່ຈະຈາກໄປ ເຈົ້າຈຶ່ງຈະຖືກຈົມລົງໃນທີ່ສຸດ ແລະ ຖືກກືນກິນໂດຍຄື້ນທີ່ເຮົາໄດ້ສ້າງຂຶ້ນ. ພວກເຈົ້າສາມາດປົກປ້ອງຕົນເອງໄດ້ແທ້ບໍ? ເຈົ້າໝັ້ນໃຈແທ້ບໍວ່າ ວິທີການສະແຫວງຫາໃນປັດຈຸບັນຂອງເຈົ້າຈະຮັບປະກັນວ່າ ເຈົ້າຈະຖືກເຮັດໃຫ້ສົມບູນ? ຫົວໃຈຂອງເຈົ້າບໍ່ໄດ້ແຂງກະດ້າງບໍ? ການຕິດຕາມປະເພດນີ້, ການສະແຫວງຫາປະເພດນີ້, ຊີວິດປະເພດນີ້ ແລະ ບຸກຄະລິກປະເພດນີ້, ມັນຈະສາມາດໄດ້ຮັບການສັນລະເສີນຂອງເຮົາໄດ້ແນວໃດ?

(ຄັດຈາກບົດ “ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

636. ພຣະເຈົ້າບໍ່ຕ້ອງການເອົາຊະນະຜູ້ຄົນຜ່ານການຂ້ຽນຕີ, ພຣະອົງບໍ່ຕ້ອງການນໍາພາຜູ້ຄົນດ້ວຍການຈູງດັງຢູ່ສະເໝີ. ພຣະອົງຕ້ອງການໃຫ້ຜູ້ຄົນເຊື່ອຟັງພຣະທຳຂອງພຣະອົງ ແລະ ປະຕິບັດພາລະກິດໃນຮູບແບບທີ່ມີວິໄນ ແລະ ໂດຍຜ່ານສິ່ງນີ້ຈຶ່ງຈະພໍໃຈຄວາມປະສົງຂອງພຣະອົງ. ແຕ່ຜູ້ຄົນບໍ່ມີຄວາມລະອາຍ ແລະ ກະບົດຕໍ່ພຣະອົງຢູ່ຕະຫຼອດເວລາ. ເຮົາເຊື່ອວ່າມັນດີທີ່ສຸດສຳລັບພວກເຮົາທີ່ຈະຄົ້ນຫາວິທີທີ່ງ່າຍທີ່ສຸດໃນການເຮັດໃຫ້ພຣະອົງພໍໃຈ ນັ້ນກໍຄື ເພື່ອເຊື່ອຟັງການຈັດແຈງທັງໝົດຂອງພຣະອົງ. ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້ຢ່າງແທ້ຈິງ, ເຈົ້າກໍຈະຖືກເຮັດໃຫ້ສົມບູນ. ນີ້ບໍ່ແມ່ນສິ່ງທີ່ງ່າຍ ແລະ ໜ້າປະຕິຍິນດີບໍ? ໃຫ້ຍ່າງໃນເສັ້ນທາງທີ່ເຈົ້າຄວນຍ່າງ; ບໍ່ໃຫ້ໃສ່ໃຈກັບສິ່ງທີ່ຄົນອື່ນເວົ້າ ແລະ ບໍ່ໃຫ້ຄິດຫຼາຍເກີນໄປ. ອະນາຄົດຂອງເຈົ້າ ແລະ ໂຊກຊະຕາຂອງເຈົ້າຢູ່ໃນກໍາມືຂອງເຈົ້າເອງບໍ? ເຈົ້າພະຍາຍາມຫຼົບໜີຢູ່ສະເໝີ, ປາຖະໜາທີ່ຈະຍ່າງໃນເສັ້ນທາງໆໂລກ, ແຕ່ເປັນຫຍັງເຈົ້າຈຶ່ງບໍ່ສາມາດອອກໄປໄດ້? ເປັນຫຍັງເຈົ້າຈຶ່ງສອງຈິດສອງໃຈຢືນຢູ່ທາງແຍກເປັນເວລາຫຼາຍປີ ແລະ ຫຼັງຈາກນັ້ນກໍຈົບລົງດ້ວຍການເລືອກເອົາເສັ້ນທາງນີ້ອີກຄັ້ງ? ຫຼັງຈາກທີ່ໄດ້ພະເນຈອນເປັນເວລາຫຼາຍປີ, ເປັນຫຍັງບັດນີ້ ເຈົ້າຈຶ່ງໄດ້ກັບຄືນມາສູ່ເຮືອນຫຼັງນີ້ ເຖິງແມ່ນເຈົ້າເອງບໍ່ຕ້ອງການ? ສິ່ງນີ້ແມ່ນຂຶ້ນຢູ່ກັບເຈົ້າບໍ? ສຳລັບພວກເຈົ້າທີ່ຢູ່ໃນກະແສນີ້, ຖ້າເຈົ້າບໍ່ເຊື່ອເຮົາ ແລ້ວໃຫ້ຟັງສິ່ງນີ້: ຖ້າເຈົ້າວາງແຜນທີ່ຈະຈາກໄປ, ໃຫ້ເບິ່ງວ່າພຣະເຈົ້າຈະອະນຸຍາດເຈົ້າ ຫຼື ບໍ່, ໃຫ້ເບິ່ງວ່າພຣະວິນຍານບໍລິສຸດຈະດົນບັນດານເຈົ້າແນວໃດ, ໃຫ້ຜະເຊີນກັບມັນດ້ວຍຕົວເຈົ້າເອງ. ເວົ້າແບບກົງໄປກົງມາກໍຄື ເຖິງແມ່ນວ່າເຈົ້າໄດ້ທົນທຸກກັບຄວາມໂຊກຮ້າຍ, ເຈົ້າກໍຕ້ອງທົນທຸກມັນໃນກະແສນີ້ ແລະ ຖ້າມີການທົນທຸກ, ເຈົ້າກໍຕ້ອງທົນທຸກໃນທີ່ນີ້, ໃນມື້ນີ້; ເຈົ້າບໍ່ສາມາດໄປບ່ອນອື່ນໄດ້ອີກ. ສິ່ງນີ້ແມ່ນຊັດເຈນຕໍ່ເຈົ້າບໍ? ເຈົ້າຈະໄປໃສ? ນີ້ຄືບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າ. ເຈົ້າຄິດວ່າການທີ່ພຣະເຈົ້າຄັດເລືອກເອົາຜູ້ຄົນກຸ່ມນີ້ ແມ່ນບໍ່ມີຄວາມໝາຍຫຍັງບໍ? ໃນພາລະກິດຂອງພຣະອົງໃນປັດຈຸບັນ, ພຣະເຈົ້າບໍ່ໄດ້ໃຈຮ້າຍງ່າຍ, ແຕ່ຖ້າຜູ້ຄົນພະຍາຍາມລົບກວນແຜນການຂອງພຣະອົງ, ໃບໜ້າຂອງພຣະອົງກໍຈະປ່ຽນໄປທັນທີ, ປ່ຽນຈາກສົດໃສກາຍມາເປັນມືດຄຶ້ມ. ສະນັ້ນ ເຮົາຈຶ່ງແນະນໍາເຈົ້າໃຫ້ປັກຫຼັກ ແລະ ຍອມຕໍ່ການປັ້ນແຕ່ງຂອງພຣະເຈົ້າ ແລະ ຍອມໃຫ້ພຣະອົງເຮັດໃຫ້ເຈົ້າສົມບູນ. ມີແຕ່ຜູ້ຄົນທີ່ເຮັດແບບນີ້ເທົ່ານັ້ນຈຶ່ງຈະເປັນຄົນສະຫຼາດ.

(ຄັດຈາກບົດ “ເສັ້ນທາງ... (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

637. ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ ຖ້າພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ, ມັນກໍຈະເທົ່າກັບວ່າ ພວກເຈົ້າຂາດຈຸດໝາຍປາຍທາງ ແລະ ໂຊກຊະຕາກໍາຂອງພວກເຈົ້າກໍຈະພົບແຕ່ຄວາມພິນາດ. ແຕ່ພວກເຈົ້າເຄີຍຄິດຢູ່ບໍວ່າ ຖ້າຄົນໜຶ່ງພະຍາຍາມເສຍສະລະ ເພື່ອພຽງເຫັນແກ່ຈຸດໝາຍປາຍທາງຂອງຕົນ, ຄວາມພະຍາຍາມຂອງເຂົາແມ່ນຈະບໍ່ເກີດຜົນປະໂຫຍດຫຍັງ? ຄວາມພະຍາຍາມດັ່ງກ່າວແມ່ນບໍ່ຈິງໃຈ ນັ້ນກໍຄື ພວກມັນຈອມປອມ ແລະ ຫຼອກລວງ. ຖ້າເປັນແນວນັ້ນ ຄົນທີ່ປະຕິບັດພາລະກິດເພື່ອຈຸດໝາຍປາຍທາງຂອງພວກເຂົາກໍຈະໄດ້ຮັບຄວາມຜ່າຍແພ້ຢ່າງແນ່ນອນ ຍ້ອນວ່າ ຄວາມລົ້ມເຫຼວໃນຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າເກີດຂຶ້ນຍ້ອນການຫຼອກລວງ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ມັກທີ່ຜູ້ຄົນມາປະຈົບປະແຈງ ຫຼື ລູບແຂ່ງເລຍຂາ ຫຼື ປະຕິບັດຕໍ່ເຮົາດ້ວຍຄວາມຕື່ນເຕັ້ນດີໃຈຊື່ໆ. ເຮົາມັກຄົນທີ່ຊື່ສັດເພື່ອຕໍ່ສູ້ກັບຄວາມຈິງ ແລະ ຄວາມຄາດຫວັງຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາມັກເວລາທີ່ຄົນສາມາດສະແດງຄວາມລະອຽດອ່ອນທີ່ສຸດ ແລະ ຄຳນຶງເຖິງຫົວໃຈຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍຄື ເຮົາມັກເວລາທີ່ພວກເຂົາສາມາດເສຍສະລະທຸກສິ່ງທຸກຢ່າງເພື່ອເຫັນແກ່ເຮົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈ. ໃນປັດຈຸບັນນີ້ ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາບໍ່ມັກຫຼາຍສໍ່າໃດ? ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາມັກຫຼາຍສໍ່າໃດ? ໃນບັນດາພວກເຈົ້າບໍ່ມີໃຜເລີຍບໍ ທີ່ສຳນຶກເຖິງຄວາມໜ້າລັງກຽດທີ່ພວກເຈົ້າສຳແດງອອກມາເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ?

ໃນຫົວໃຈຂອງເຮົາ, ເຮົາບໍ່ປາຖະໜາທີ່ຈະທໍາລາຍຫົວໃຈຂອງຜູ້ຄົນທີ່ເປັນບວກ ແລະ ໄດ້ຮັບແຮງຈູງໃຈ, ໂດຍສະເພາະແລ້ວ ເຮົາບໍ່ປາຖະໜາທີ່ຈະເຮັດໃຫ້ຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຊື່ສັດນັ້ນໝົດກໍາລັງໃຈ; ຢ່າງໃດກໍຕາມ ເຮົາຕ້ອງເຕືອນພວກເຈົ້າແຕ່ລະຄົນໄວ້ກ່ອນກ່ຽວກັບຄວາມບົກຜ່ອງຂອງພວກເຈົ້າ ແລະ ຈິດວິນຍານສົກກະປົກທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ. ຈຸດປະສົງໃນການເຮັດແບບນີ້ກໍຫວັງວ່າ ພວກເຈົ້າຈະສາມາດຖວາຍຫົວໃຈທີ່ແທ້ຈິງເພື່ອຜະເຊີນກັບພຣະທຳຂອງເຮົາ ເພາະວ່າ ສິ່ງທີ່ເຮົາກຽດຊັງທີ່ສຸດກໍຄືການຫຼອກລວງຂອງຜູ້ຄົນ. ເຮົາພຽງແຕ່ຫວັງວ່າ ໃນພາລະກິດຂັ້ນຕອນສຸດທ້າຍຂອງເຮົານັ້ນ ພວກເຈົ້າຈະສາມາດປະຕິບັດໄດ້ຢ່າງໂດດເດັ່ນ, ອຸທິດຕົນຢ່າງເຕັມທີ່ ແລະ ບໍ່ເປັນຄົນທີ່ບໍ່ຈິງໃຈອີກຕໍ່ໄປ. ແນ່ນອນ ເຮົາຍັງຫວັງໃຫ້ພວກເຈົ້າທຸກຄົນມີຈຸດໝາຍປາຍທາງທີ່ດີ. ຢ່າງໃດກໍຕາມ ເຮົາຍັງມີເງື່ອນໄຂຂອງເຮົາ ເຊິ່ງນັ້ນກໍຄື ການໃຫ້ພວກເຈົ້າຕັດສິນໃຈຢ່າງດີທີ່ສຸດທີ່ຈະຖວາຍການອຸທິດຕົນຄັ້ງດຽວ ແລະ ຄັ້ງສຸດທ້າຍ. ຖ້າບາງຄົນບໍ່ມີການອຸທິດໃນຄັ້ງນີ້, ຄົນນັ້ນກໍຈະເປັນຊັບສົມບັດຂອງຊາຕານຢ່າງແນ່ນອນ ແລະ ເຮົາກໍຈະບໍ່ສືບຕໍ່ນໍາໃຊ້ເຂົາ. ເຮົາຈະສົ່ງເຂົາກັບເຮືອນເພື່ອໃຫ້ພໍ່ແມ່ຂອງເຂົາດູແລ.

(ຄັດຈາກບົດ “ວ່າດ້ວຍເລື່ອງຈຸດໝາຍປາຍທາງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

638. ໃນອະນາຄົດ ບໍ່ວ່າເຈົ້າຈະໄດ້ຮັບພອນ ຫລື ຖືກສາບແຊ່ງ ກໍຈະຖືກຕັດສິນຕາມການກະທຳທີ່ພວກເຈົ້າໄດ້ປະຕິບັດໃນມື້ນີ້. ຖ້າຫາກພວກເຈົ້າບໍ່ໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ມັນກໍຈະເກີດຂຶ້ນດຽວນີ້ ໃນຍຸກສະໄໝນີ້; ຍັງບໍ່ມີໂອກາດອື່ນອີກ ໃນອະນາຄົດ. ຕອນນີ້, ພຣະເຈົ້າຕ້ອງການເຮັດໃຫ້ພວກເຈົ້າສົມບູນຢ່າງແທ້ຈິງ ແລະ ນີ້ບໍ່ແມ່ນວິທີການເວົ້າ. ໃນອະນາຄົດ, ບໍ່ວ່າຈະເກີດການທົດລອງຢ່າງໃດກັບພວກເຈົ້າ, ຈະເກີດເຫດການຫຍັງຂຶ້ນ ຫຼື ເກີດໄພພິບັດອັນໃດກັບພວກເຈົ້າ ພຣະເຈົ້າຕ້ອງການເຮັດໃຫ້ພວກເຈົ້າສົມບູນ, ນີ້ແມ່ນຄວາມຈິງທີ່ເດັດຂາດ ແລະ ບໍ່ມີຂໍ້ສົ່ງໃສ. ສິ່ງນີ້ຈະເຫັນໄດ້ຈາກໃສ? ຈາກຄວາມຈິງທີ່ວ່າ ພຣະທຳຂອງພຣະເຈົ້າຜ່ານຍຸກ ແລະ ສະໄໝທີ່ບໍ່ເຄີຍບັນລຸໃນລະດັບສູງຫລາຍຄືດັ່ງທີ່ມີໃນທຸກມື້ນີ້ ເຊິ່ງມັນໄດ້ເຂົ້າເຖິງຂອບເຂດສູງສຸດ ແລະ ພາລະກິດຂອງພຣະວິນຍານບໍລິສຸດໃນທ່າມກາງມະນຸດທັງປວງ ປັດຈຸບັນແມ່ນບໍ່ເຄີຍເກີດຂື້ນມາກ່ອນ. ຄົນໃນສະໄໝຜ່ານມາບໍ່ມີໃຜທີ່ໄດ້ສຳພັດກັບສິ່ງນີ້. ແມ່ນແຕ່ຢູ່ໃນຍຸກແຫ່ງພຣະເຢຊູກໍບໍ່ໄດ້ມີການເປີດເຜີຍຄືກັບໃນປັດຈຸບັນ; ພຣະທໍາທີ່ໄດ້ກ່າວຕໍ່ພວກເຈົ້າໄດ້ບັນລຸເຖິງຂັ້ນສູງສຸດ, ທຸກສິ່ງທີ່ພວກເຈົ້າເຂົ້າໃຈ ແລະ ທຸກສິ່ງທີ່ພວກເຈົ້າໄດ້ຜະເຊີນ. ພວກເຈົ້າບໍ່ໄດ້ໜີໄປ ໃນລະຫວ່າງການທົດລອງ ແລະ ການຕີສອນ, ສິ່ງນີ້ ພຽງພໍແລ້ວທີ່ຈະພິສູດວ່າ ພາລະກິດຂອງພຣະເຈົ້າໄດ້ບັນລຸເຖິງຈຸດຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນ. ນີ້ບໍ່ແມ່ນສິ່ງທີ່ມະນຸດຈະສາມາດເຮັດໄດ້ ແລະ ມັນບໍ່ແມ່ນບາງສິ່ງທີ່ມະນຸດຮັກສາໄວ້ໄດ້, ແຕ່ມັນແມ່ນພາລະກິດຂອງພຣະເຈົ້າເອົງ. ດັ່ງນັ້ນ, ຈາກຄວາມຈິງຫຼາຍຢ່າງໃນພາລະກິດຂອງພຣະເຈົ້າສາມາດເຫັນໄດ້ວ່າ ພຣະເຈົ້າຕ້ອງການເຮັດໃຫ້ມະນຸດສົມບູນ ແລະ ແນ່ນອນວ່າ ພຣະອົງສາມາດເຮັດໃຫ້ພວກເຈົ້າສົມບູນໄດ້. ຖ້າຫາກພວກເຈົ້າສາມາດເຫັນໃນສິ່ງນີ້ໄດ້, ຖ້າຫາກພວກເຈົ້າສາມາດມີການຄົ້ນພົບສິ່ງໃໝ່ນີ້ໄດ້ ແລ້ວພວກເຈົ້າຈະບໍ່ລໍຖ້າການກັບມາຄັ້ງທີສອງຂອງພຣະເຢຊູ, ແຕ່ພວກເຈົ້າຈະອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ພວກເຈົ້າສົມບູນຢູ່ໃນຍຸກປັດຈຸບັນ. ດັ່ງນັ້ນ, ພວກເຈົ້າແຕ່ລະຄົນຄວນຈະເຮັດຢ່າງສຸດຂີດ ແລະ ສຸດຄວາມສາມາດ ເພື່ອວ່າພວກເຈົ້າອາດຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ.

(ຄັດຈາກບົດ “ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

639. ຄວາມປາຖະໜາຂອງພຣະເຈົ້າສຳລັບທຸກໆຄົນແມ່ນເພື່ອໃຫ້ທຸກຄົນຖືກເຮັດໃຫ້ສົມບູນ, ເພື່ອຖືກຮັບໂດຍພຣະອົງໃນທີ່ສຸດ, ເພື່ອຖືກຊໍາລະລ້າງໂດຍພຣະອົງຢ່າງສົມບູນ ແລະ ເພື່ອກາຍເປັນຄົນທີ່ພຣະອົງຮັກ. ມັນບໍ່ສຳຄັນທີ່ເຮົາຈະເວົ້າວ່າ ພວກເຈົ້າເປັນຄົນລ້າຫຼັງ ຫຼື ມີຄວາມສາມາດຕໍ່າ ເຊິ່ງສິ່ງນີ້ກໍເປັນຄວາມຈິງທັງໝົດ. ການທີ່ເຮົາເວົ້າແບບນີ້ບໍ່ໄດ້ພິສູດວ່າ ເຮົາເຈດຕະນາທີ່ຈະປະຖິ້ມເຈົ້າ ຫຼື ເຮົາສູນເສຍຄວາມຫວັງໃນພວກເຈົ້າ ຢ່າວ່າແຕ່ເຮົາບໍ່ເຕັມໃຈທີ່ຈະຊ່ວຍພວກເຈົ້າເລີຍ. ໃນປັດຈຸບັນ ເຮົາໄດ້ມາເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງພວກເຈົ້າ ເຊິ່ງເວົ້າໄດ້ວ່າ ພາລະກິດທີ່ເຮົາປະຕິບັດແມ່ນການສືບຕໍ່ຂອງພາລະກິດແຫ່ງຄວາມລອດພົ້ນ. ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ໂດຍມີເງື່ອນໄຂວ່າເຈົ້າຕ້ອງເຕັມໃຈ, ໂດຍມີເງື່ອນໄຂວ່າເຈົ້າຕ້ອງສະແຫວງຫາ ເຊິ່ງໃນທີ່ສຸດ ເຈົ້າກໍຈະສາມາດບັນລູຜົນຕາມມາດັ່ງກ່າວ ແລະ ບໍ່ມີພວກເຈົ້າແມ່ນແຕ່ຄົນດຽວທີ່ຈະຖືກປະຖິ້ມ. ຖ້າເຈົ້າມີຄວາມສາມາດຕໍ່າ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດຕໍ່າຂອງເຈົ້າ; ຖ້າເຈົ້າມີຄວາມສາມາດສູງ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດສູງຂອງເຈົ້າ; ຖ້າເຈົ້າຂາດຄວາມຮູ້ ແລະ ກືກໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມກືກໜັງສືຂອງເຈົ້າ; ຖ້າເຈົ້າຮູ້ໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມຈິງທີ່ເຈົ້າຮູ້ໜັງສຶ; ຖ້າເຈົ້າເປັນຜູ້ອາວຸໂສ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບອາຍຸຂອງເຈົ້າ; ຖ້າເຈົ້າສາມາດສະໜອງການຕ້ອນຮັບຢ່າງອົບອຸ່ນ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດນີ້; ຖ້າເຈົ້າເວົ້າວ່າ ເຈົ້າບໍ່ສາມາດສະເໜີການຕ້ອນຮັບຢ່າງອົບອຸ່ນ ແລະ ພຽງແຕ່ສາມາດປະຕິບັດໜ້າທີ່ບາງຢ່າງ ບໍ່ວ່າຈະເປັນການປະກາດຂ່າວປະເສີດ ຫຼື ການດູແລຄຣິສຕະຈັກ ຫຼື ການເຂົ້າຮ່ວມວຽກງານທົ່ວໄປອື່ນໆ, ຄວາມສົມບູນທີ່ເຮົາມີຕໍ່ເຈົ້າກໍຈະສອດຄ່ອງກັບໜ້າທີ່ທີ່ເຈົ້າປະຕິບັດ. ການເປັນຄົນທີ່ສັດຊື່, ເຊື່ອຟັງຈົນເຖິງທີ່ສຸດ ແລະ ສະແຫວງຫາເພື່ອຮັກພຣະເຈົ້າສູງສຸດ, ນີ້ຄືສິ່ງທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ ແລະ ບໍ່ມີການປະຕິບັດໃດທີ່ດີກວ່າທັງສາມຢ່າງນີ້. ໃນທີ່ສຸດ ມະນຸດກໍຈຳເປັນຕ້ອງບັນລຸທັງສາມສິ່ງເຫຼົ່ານີ້ ແລະ ຖ້າເຂົາສາມາດບັນລຸພວກມັນໄດ້ ເຂົາກໍຈະຖືກເຮັດໃຫ້ສົມບູນ. ແຕ່ທີ່ສຳຄັນຄື ເຈົ້າຕ້ອງສະແຫວງຫາຢ່າງແທ້ຈິງ, ເຈົ້າຕ້ອງກ້າວໄປຂ້າງໜ້າ ແລະ ຂ້າງເທິງຢ່າງຂະຫຍັນຂັນແຂງ ແລະ ຕ້ອງບໍ່ຢູ່ລ້າກັບສິ່ງນັ້ນ. ເຮົາໄດ້ກ່າວວ່າ ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ສາມາດຖືກເຮັດໃຫ້ສົມບູນ ແລະ ສິ່ງນີ້ກໍຄືຄວາມຈິງ, ແຕ່ ເຈົ້າບໍ່ພະຍາຍາມໃຫ້ຫຼາຍຂຶ້ນໃນການສະແຫວງຫາຂອງເຈົ້າ, ຖ້າເຈົ້າບໍ່ໄດ້ບັນລຸຕາມບັນທັດຖານທັງສາມຢ່າງນີ້, ໃນທີ່ສຸດ ເຈົ້າກໍຕ້ອງຖືກກຳຈັດ. ເຮົາຕ້ອງການໃຫ້ທຸກຄົນນໍາໃຫ້ທັນ, ຕ້ອງການໃຫ້ທຸກຄົນມີພາລະກິດ ແລະ ແສງສະຫວ່າງຈາກພຣະວິນຍານບໍລິສຸດ ແລະ ສາມາດເຊື່ອຟັງຈົນເຖິງທີ່ສຸດ ຍ້ອນນີ້ຄືໜ້າທີ່ທີ່ພວກເຈົ້າແຕ່ລະຄົນຄວນປະຕິບັດ. ເມື່ອພວກເຈົ້າທັງໝົດໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍຈະຖືກເຮັດໃຫ້ສົມບູນ, ພວກເຈົ້າກໍຈະມີພະຍານທີ່ດັງສະນັ່ນເຊັ່ນດຽວກັນ. ທຸກຄົນທີ່ມີພະຍານແມ່ນຄົນທີ່ມີໄຊຊະນະເໜືອຊາຕານ ແລະ ໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ຈະຍັງຄົງດຳລົງຊີວິດຢູ່ໃນປາຍທາງທີ່ມະຫັດສະຈັນ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

640. ມະນຸດທີ່ເຫີນຮ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸກພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາກຽມພ້ອມທີ່ຈະຍືດເຍືອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້ ໂດຍທໍາລາຍເນື້ອໜັງຢ່າງໄຮ້ຄວາມຮູ້ສຶກຕໍ່ຈິດວິນຍານຂອງຕົນເອງ. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້, ບໍ່ມີຄວາມຫວັງຄືດັ່ງຄົນອື່ນໆ ທີ່ປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ເຖິງປັດຈຸບັນນີ້ ຄວາມເຊື່ອດັ່ງກ່າວກໍຍັງບໍ່ໄດ້ຖືກບັນລຸຜົນໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ຄົນກໍຍັງສະແຫວງຫາມັນ. ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງກໍເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ໄຮ້ຄວາມຮູ້ສຶກ ເພາະພຣະອົງຕ້ອງໄດ້ລໍຖ້າດົນເກີນໄປສໍາລັບຄໍາຕອບຈາກມະນຸດ. ພຣະອົງປາຖະໜາເພື່ອຄົ້ນຫາ ແລະ ສະແຫວງຫາຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອປຸກເຈົ້າຕື່ນ ເພື່ອວ່າເຈົ້າຈະບໍ່ໄດ້ຫີວເຂົ້າ ແລະ ຫີວນໍ້າອີກຕໍ່ໄປ. ເມື່ອເຈົ້າເມື່ອຍໃຈ ແລະ ເມື່ອເຈົ່າເລີ່ມຮູ້ສຶກວ່າໂລກນີ້ເຕັມໄປດ້ວຍຄວາມໂດດດ່ຽວ ແລະ ດຽວດາຍ ກໍຈົ່ງຢ່າຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເບິ່ງແຍງ ຈະຍິນດີອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ ແລະ ລໍຖ້າການກັບຄືນມາຂອງເຈົ້າ. ພຣະອົງລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ ເຈົ້າມາຈາກພຣະເຈົ້າ ແລະ ໃນບາງເວລາໃດໜຶ່ງ ເຈົ້າໄດ້ຫຼົງທາງເດີນ, ໃນບາງເວລາໃດໜຶ່ງ ເຈົ້າໄດ້ເສຍສະຕິເທິງເສັ້ນທາງ ແລະ ໃນບາງເວລາໃດໜຶ່ງ ແມ່ນໄດ້ຮັບເອົາ “ບິດາ” ດັ່ງກ່າວນັ້ນ; ຍິ່ງໄປກວ່ານັ້ນ ເມື່ອເຈົ້າຮູ້ວ່າ ອົງຊົງລິດທານຸພາບສູງສຸດໄດ້ຄອຍເຝົ້າເບິ່ງແຍງ ແລະ ລໍຖ້າຢູ່ທີ່ນັ້ນເປັນເວລາດົນນານເພື່ອການກັບມາຂອງເຈົ້າ. ພຣະອົງໄດ້ເຝົ້າເບິ່ງດ້ວຍຄວາມຫວັງຢ່າງຍິ່ງ ແລະ ລໍຖ້າການຕອບທີ່ປາສະຈາກຄໍາຕອບ. ການເບິ່ງແຍງຂອງພຣະອົງແມ່ນມີລາຄາເນື້ອກວ່າສິ່ງອື່ນໃດ ແລະ ມັນກໍເພື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດ. ບາງເທື່ອການເຝົ້າເບິ່ງແຍງນີ້ອາດບໍ່ມີກໍານົດ ແລະ ບາງເທື່ອມັນອາດຈະສິ້ນສຸດ. ແຕ່ເຈົ້າຄວນຮູ້ຢ່າງແນ່ນອນວ່າ ຫົວໃຈ ແລະ ຈິດວິນຍານຂອງເຈົ້າຢູ່ໃສໃນປັດຈະບັນ.

(ຄັດຈາກບົດ “ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

641. ຄວາມຮັກ ແລະ ຄວາມສົງສານຂອງພຣະເຈົ້າຊື່ມຜ່ານທຸກລາຍລະອຽດໃນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ວ່າຜູ້ຄົນຈະສາມາດເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ ຫຼື ບໍ່, ພຣະອົງຍັງປະຕິບັດພາລະກິດທີ່ພຣະອົງຕັ້ງໃຈກະທໍາໃຫ້ສໍາເລັດຢ່າງບໍ່ອິດເມື່ອຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈກ່ຽວກັບການຄຸ້ມຄອງຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ຄວາມຊ່ວຍເຫຼືອ ແລະ ຜົນປະໂຫຍດທີ່ພາລະກິດຂອງພຣະເຈົ້າໄດ້ນໍາມາສູ່ມະນຸດ ແມ່ນສາມາດຊື່ນຊົມໂດຍທຸກຄົນ. ບາງຄັ້ງ, ໃນມື້ນີ້ ເຈົ້າບໍ່ໄດ້ຮູ້ສຶກກັບຄວາມຮັກ ຫຼື ຊີວິດທີ່ພຣະເຈົ້າສະໜອງໃຫ້, ແຕ່ຕາບໃດທີ່ເຈົ້າບໍ່ປະຖິ້ມພຣະເຈົ້າ ແລະ ບໍ່ຍອມແພ້ຕໍ່ຄວາມຕັ້ງໃຈຂອງເຈົ້າທີ່ຈະສະແຫວງຫາຄວາມຈິງ, ມັນກໍຈະມີມື້ທີ່ຮອຍຍິ້ມຂອງພຣະເຈົ້າຈະຖືກເປີດເຜີຍໃຫ້ແກ່ເຈົ້າ. ຍ້ອນວ່າຈຸດປະສົງຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອກອບກູ້ຜູ້ຄົນທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ, ບໍ່ແມ່ນເພື່ອປະຖິ້ມຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຕໍ່ຕ້ານພຣະເຈົ້າ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

642. ໃນຂະນະທີ່ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າ, ບັນດາຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນທັງໝົດຈະຖືກຊ່ວຍໃຫ້ລອດຈົນເຖິງທີ່ສຸດ, ບໍ່ມີໃຜໃນພວກເຂົາທີ່ຈະຖືກປະຖິ້ມ, ເນື່ອງຈາກວ່າວັດຖຸປະສົງຂອງພາລະກິດຂອງພຣະເຈົ້າແມ່ນເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ໃນລະຫວ່າງການໄຖ່ບາບມະນຸດຂອງພຣະເຈົ້າ, ບັນດາຜູ້ທີ່ບໍ່ສາມາດບັນລຸການປ່ຽນແປງນິໄສຂອງພວກເຂົາ ແລະ ບັນດາຜູ້ທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນທັງໝົດ, ຈະກາຍເປັນຜູ້ທີ່ຖືກລົງໂທດທັງໝົດ. ໃນຂັ້ນຕອນນີ້ຂອງພາລະກິດ, ພາລະກິດແຫ່ງພຣະທຳຈະເປີດເຜີຍໃຫ້ກັບມະນຸດທຸກເສັ້ນທາງ ແລະ ຄວາມເລິກລັບທີ່ພວກເຂົາບໍ່ເຂົ້າໃຈ, ເພື່ອວ່າ ມະນຸດຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ເພື່ອວ່າ ພວກເຂົາຈະສາມາດມີເງື່ອນໄຂນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ ແລະ ບັນລຸການປ່ຽນແປງນິໄສຂອງພວກເຂົາ. ພຣະເຈົ້າໃຊ້ແຕ່ພຣະທຳເທົ່ານັ້ນໃນການປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ໄດ້ລົງໂທດຄົນຍ້ອນວ່າພວກເຂົາມີການກະບົດພຽງເລັກນ້ອຍ, ຍ້ອນວ່າຕອນນີ້ແມ່ນເວລາຂອງພາລະກິດແຫ່ງຄວາມລອດພົ້ນ. ຖ້າທຸກຄົນທີ່ກະບົດຖືກລົງໂທດ, ກໍ່ຈະບໍ່ມີໃຜທີ່ຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນໄດ້; ພວກເຂົາທັງໝົດຈະຖືກລົງໂທດ ແລະ ຕົກສູ່ແດນມໍລະນາ. ວັດຖຸປະສົງຂອງພຣະທຳໃນການຕັດສິນມະນຸດແມ່ນເພື່ອໃຫ້ພວກເຂົາຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ຍອມເຊື່ອຟັງພຣະເຈົ້າ; ບໍ່ແມ່ນເພື່ອລົງໂທດພວກເຂົາດ້ວຍການພິພາກສາດັ່ງກ່າວ. ໃນລະຫວ່າງການປະຕິບັດພາລະກິດແຫ່ງພຣະທຳ, ຫຼາຍຄົນຈະເປີດເຜີຍການກະບົດ ແລະ ການຕໍ່ຕ້ານຂອງພວກເຂົາອອກມາ ພ້ອມທັງການບໍ່ເຊື່ອຟັງຂອງພວກເຂົາທີມີຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ. ແຕ່ເຖິງຢ່າງໃດກໍຕາມ ພຣະອົງຈະບໍ່ລົງໂທດຄົນເຫຼົ່ານີ້ທັງໝົດຍ້ອນສິ່ງນີ້, ແຕ່ ກົງກັນຂ້າມ ພຣະອົງພຽງແຕ່ຈະປະຖິ້ມບັນດາຜູ້ທີ່ເສື່ອມຊາມທີ່ສຸດ ແລະ ຜູ້ທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ພຣະອົງຈະເອົາເນື້ອໜັງຂອງພວກເຂົາໃຫ້ຊາຕານ ແລະ ໃນບາງກໍລະນີ ກໍຈະທໍາລາຍເນື້ອໜັງຂອງພວກເຂົາ. ສ່ວນຄົນທີ່ເຫຼືອແມ່ນຈະສືບຕໍ່ປະຕິບັດຕາມ ແລະ ປະສົບກັບການຈັດການ ແລະ ການລິຮານ. ຖ້າໃນຂະນະທີ່ພວກເຂົາປະຕິບັດຕາມ ພວກເຂົາຍັງບໍ່ສາມາດຍອມຮັບການຈັດການ ແລະ ການລິຮານ ແລະ ກາຍເປັນຄົນເສື່ອມຊາມຂຶ້ນເລື້ອຍໆ, ແລ້ວພວກເຂົາກໍ່ຈະສູນເສຍໂອກາດໃນຄວາມລອດພົ້ນຂອງພວກເຂົາ. ທຸກຄົນທີ່ຍອມຮັບການເອົາຊະນະດ້ວຍພຣະທຳຈະມີໂອກາດພຽງພໍເພື່ອຄວາມລອດພົ້ນ. ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ ຈະສະແດງໃຫ້ພວກເຂົາເຫັນເຖິງຄວາມເມດຕາປານີສູງສຸດຂອງພຣະອົງ. ເວົ້າອີກຢ່າງກໍຄື ພວກເຂົາຈະຖືກສະແດງໃຫ້ເຫັນເຖິງຄວາມອົດທົນສູງສຸດຂອງພຣະເຈົ້າ. ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ, ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນຂອງພຣະອົງ. ທໍາອິດ ເມື່ອຜູ້ຄົນກະບົດຕໍ່ພຣະເຈົ້າ, ພຣະອົງບໍ່ໄດ້ປາດຖະໜາເຮັດໃຫ້ພວກເຂົາເຖິງແກ່ຄວາມຕາຍ, ແຕ່ກົງກັນຂ້າມ ພຣະເອົງເຮັດທຸກວິທີທາງເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ. ຖ້າຫາກບາງຄົນບໍ່ມີພີ້ນທີ່ສຳລັບຄວາມລອດພົ້ນແທ້ໆ, ແລ້ວພຣະເຈົ້າກໍຈະປະຖິ້ມພວກເຂົາ. ເຫດພົ້ນທີ່ພຣະເຈົ້າຊັກຊ້າໃນການລົງໂທດບາງຄົນກໍ່ຍ້ອນວ່າພຣະອົງຕ້ອງການຊ່ວຍທຸກຄົນທີ່ສາມາດຊ່ວຍໄດ້. ພຣະອົງຕັດສິນ, ໃຫ້ແສງສະຫວ່າງ ແລະ ນຳພາຜູ້ຄົນດ້ວຍພຣະທຳເທົ່ານັ້ນ ແລະ ບໍ່ໄດ້ໃຊ້ໄມ້ຄ້ອນຕີພວກເຂົາໃຫ້ຕາຍ. ການໃຊ້ພຣະທຳເພື່ອຊ່ວຍມະນຸດໃຫ້ລອດພົ້ນແມ່ນວັດຖຸປະສົງ ແລະ ຄວາມໝາຍຂອງຂັ້ນຕອນສຸດທ້າຍຂອງພາລະກິດ.

(ຄັດຈາກບົດ “ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

643. ໃນໂລກທີ່ກວ້າງໃຫຍ່ໄພສານ, ການປ່ຽນແປງຫຼາຍຢ່າງທີ່ນັບບໍ່ຖ້ວນໄດ້ເກີດຂຶ້ນ, ມະຫາສະໝຸດຖືກຖົມດ້ວຍຂີ້ຕົມກາຍເປັນທົ່ງຫຍ້າ, ທົ່ງຫຍ້າຖືກນໍ້າຖ້ວມກາຍເປັນມະຫາສະໝຸດຊໍ້າແລ້ວຊໍ້າອີກ. ນອກຈາກພຣະອົງຜູ້ທີ່ປົກຄອງເໜືອທຸກສິ່ງໃນຈັກກະວານແລ້ວ, ບໍ່ມີໃຜສາມາດນໍາພາ ແລະ ຊີ້ນໍາມະນຸດຊາດນີ້ໄດ້. ບໍ່ມີຄົນຍິ່ງໃຫຍ່ຄົນໃດທີ່ສາມາດປະຕິບັດວຽກງານ ຫຼື ຈັດແຈງໃຫ້ກັບມະນຸດຊາດນີ້ ແຮງໄກທີ່ຈະມີໃຜສາມາດນໍາມະນຸດຊາດນີ້ໄປສູ່ຈຸດໝາຍປາຍທາງແຫ່ງແສງສະຫວ່າງ ແລະ ປົດປ່ອຍພວກເຂົາອອກຈາກຄວາມບໍ່ຍຸຕິທຳແຫ່ງແຜ່ນດິນໂລກນີ້ໄດ້. ພຣະເຈົ້າຄໍ່າຄວນເຖິງອານາຄົດຂອງມະນຸດຊາດ, ພຣະອົງໂສກເສົ້າເສຍໃຈກັບການພິນາດຂອງມະນຸດ ແລະ ເຈັບປວດທີ່ມະນຸດຊາດກຳລັງກ້າວໄປສູ່ຄວາມເນົ່າເປື່ອຍເທື່ອລະຂັ້ນ ແລະ ເຂົ້າສູ່ເສັ້ນທາງທີ່ຫວນກັບຄືນບໍ່ໄດ້. ມະນຸດຊາດທີ່ໄດ້ທຳລາຍຫົວໃຈຂອງພຣະເຈົ້າ ແລະ ປະຖິ້ມພຣະອົງເພື່ອສະແຫວງຫາສິ່ງທີ່ຊົ່ວຮ້າຍ: ມີໃຜແດ່ທີ່ເຄີຍຄຳນຶງເຖິງທິດທາງທີ່ມະນຸດຊາດດັ່ງກ່າວອາດຈະມຸ້ງໜ້າໄປສູ່? ມັນເປັນຍ້ອນເຫດຜົນນີ້ຢ່າງແນ່ນອນທີ່ບໍ່ມີໃຜຮູ້ສຶກເຖິງຄວາມໂກດຮ້າຍຂອງພຣະເຈົ້າ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ພະຍາຍາມທີ່ຈະເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາເພື່ອເຂົ້າໃຈເຖິງຄວາມໂສກເສົ້າ ແລະ ຄວາມເຈັບປວດຂອງພຣະເຈົ້າເລີຍ. ແມ່ນແຕ່ຫຼັງຈາກທີ່ໄດ້ຍິນສຽງຂອງພຣະເຈົ້າ ມະນຸດກໍຍັງສືບຕໍ່ໃນເສັ້ນທາງຂອງຕົນເອງ, ຢືນຢັນທີ່ຈະອອກຫ່າງຈາກພຣະເຈົ້າ, ຫຼົບຫຼີກພຣະຄຸນ ແລະ ການດູແລຂອງພຣະເຈົ້າ ແລະ ຫຼີກເວັ້ນຄວາມຈິງຂອງພຣະອົງ, ເລືອກທີ່ຈະຂາຍຕົນເອງໃຫ້ກັບຊາຕານ ເຊິ່ງເປັນສັດຕູຂອງພຣະເຈົ້າ. ຜູ້ໃດເຄີຍຄຳນຶງບໍ່ວ່າ ຖ້າມະນຸດຢືນຢັນໃນຄວາມດື້ດ້ານຂອງເຂົາ ແລ້ວພຣະເຈົ້າຈະປະຕິບັດຕໍ່ມະນຸດຊາດນີ້ທີ່ປ່ອຍຖິ້ມພຣະອົງໄປໂດຍບໍ່ຫຼຽວຫຼັງແນວໃດ? ບໍ່ມີໃຜຮູ້ວ່າເຫດຜົນສຳລັບການເຕືອນໃຈ ແລະ ການຕັກເຕືອນຊໍ້າແລ້ວຊໍ້າອີກຈາກພຣະເຈົ້າແມ່ນຍ້ອນພຣະອົງໄດ້ກຽມໄພພິບັດທີ່ບໍ່ເຄີຍມີມາກ່ອນໄວ້ໃນມືຂອງພຣະອົງແລ້ວ ເຊິ່ງຈະເປັນໄພພິບັດທີ່ເນື້ອໜັງ ແລະ ວິນຍານຂອງມະນຸດບໍ່ສາມາດທົນໄດ້. ໄພພິບັດນີ້ບໍ່ແມ່ນພຽງແຕ່ເປັນການລົງໂທດເນື້ອໜັງ ແຕ່ເປັນການລົງໂທດວິນຍານອີກດ້ວຍ. ເຈົ້າຈໍາເປັນຕ້ອງຮູ້ສິ່ງນີ້: ເມື່ອແຜນການຂອງພຣະເຈົ້າບໍ່ສຳເລັດ ແລະ ເມື່ອສິ່ງເຕືອນໃຈ ແລະ ການຕັກເຕືອນຂອງພຣະເຈົ້າບໍ່ໄດ້ຮັບການຕອບສະໜອງ, ພຣະອົງຈະປ່ອຍຄວາມໂກດຮ້າຍແບບໃດ? ມັນຈະເປັນສິ່ງທີ່ບໍ່ມີສິ່ງຖືກສ້າງໃດໆເຄີຍປະສົບ ຫຼື ໄດ້ຍິນມາກ່ອນ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າ ໄພພິບັດນີ້ແມ່ນບໍ່ເຄີຍມີມາກ່ອນ ແລະ ຈະບໍ່ຖືກເຮັດຊໍ້າອີກຈັກເທື່ອ. ເພາະວ່າ ແຜນການຂອງພຣະເຈົ້າແມ່ນເພື່ອສ້າງມະນຸດຊາດພຽງຄັ້ງດຽວເທົ່ານັ້ນ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນພຽງຄັ້ງດຽວເທົ່ານັ້ນ. ນີ້ຄືຄັ້ງທໍາອິດ ແລະ ມັນຍັງເປັນຄັ້ງສຸດທ້າຍ. ດ້ວຍເຫດນັ້ນ ບໍ່ມີໃຜສາມາດເຂົ້າໃຈເຈດຕະນາຢ່າງພາກພຽນ ແລະ ການຄາດຫວັງຢ່າງໃຫຍ່ຫຼວງທີ່ພຣະເຈົ້າຫວັງຊ່ວຍມະນຸດຊາດໃຫ້ລອດພົ້ນໃນຄັ້ງນີ້.

(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ກັບຄືນຝັ່ງ: ເປັນສໍານວນຂອງພາສາຈີ, ເຊິ່ງໝາຍເຖິງ “ກັບຕົວຈາກຫົນທາງທີ່ຊົ່ວຮ້າຍຂອງຜູ້ໃດຜູ້ໜຶ່ງ”.

ກ່ອນນີ້: (I) ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ

ຕໍ່ໄປ: (III) ຄຳເຕືອນຂອງພຣະເຈົ້າຕໍ່ມະນຸດ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່....

ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger