(III) ຄຳເຕືອນຂອງພຣະເຈົ້າຕໍ່ມະນຸດ

644. ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

645. ພວກເຮົາເຊື່ອວ່າ ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ, ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນທີ່ທ້າທາຍພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະລົກ; ປະເທດໃດກໍຕາມທີ່ທ້າທາຍພາລະກິດຂອງພຣະເຈົ້າຈະຖືກທຳລາຍ; ຊົນຊາດໃດກໍຕາມທີ່ລຸກຮືຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ. ເຮົາແນະນໍາໃຫ້ປະຊາຊົນຂອງທຸກຊົນຊາດ, ປະເທດ ແລະ ແມ່ນແຕ່ອຸດສາຫະກຳໃຫ້ຟັງສຽງຂອງພຣະເຈົ້າ, ເພື່ອເບິ່ງພາລະກິດຂອງພຣະເຈົ້າ, ເພື່ອສົນໃຈກັບຊະຕາກໍາຂອງມະນຸດຊາດ, ດ້ວຍວ່າ ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ເປັນຕານັບຖືທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງຈຸດມຸ້ງໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ຜູ້ເຊິ່ງດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງຖືກສ້າງໂດຍພຣະເຈົ້າແຕ່ດັ່ງເດີມ ທີ່ດຳລົງຊີວິດຢູ່ໃນສວນເອເດນ.

ພາລະກິດຂອງພຣະເຈົ້າເໝືອນກັບຄື້ນທະເລຊັດສາດ. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດກ້າວຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

646. ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປະກົດຕົວ. ພຣະອົງສະແຫວາງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດລືມຄໍາສັ່ງຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າບໍ່ມີອໍານາດໃດຂັດຂວາງເຈົ້າໃນການອຸທິດຕົວໃຫ້ກັບພຣະເຈົ້າ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງທີ່ເປັນຕາເຄົາລົບ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກຮ້ອງຂອງພຣະອົງ ແລະ ການບັນຊາຂອງພຣະອົງເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ສຳຄັນທີ່ສຸດເທິງແຜ່ນດິນໂລກ ແລະ ເປັນສິ່ງທີ່ຊອບທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ຈຸດປະສົງຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ກໍຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ ຫຼື ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນຫຼົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ຊອບທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຖອນມະນຸດອອກຈາກການປົກປ້ອງຂອງພຣະເຈົ້າ ແລະ ເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

647. ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າພະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍສາລະພາບມັນຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ່? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ຍຶດຖືເອົາທຳມະຊາດແຫ່ງການອວດດີຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຖືຄວາມຈິງນັ້ນບໍ?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

648. ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າ ຍ້ອນໝາຍສໍາຄັນ ແມ່ນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຢ່າງແນ່ນອນ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດ ແມ່ນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງຜຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ສ້າງຫົນທາງທີ່ແທ້ຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເຊື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທັງໝົດຄວນເປັນຄົນທີ່ມີເຫດຜົນ ແລະ ຍອມຮັບຄວາມຈິງ. ບາງເທື່ອ ການໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10,000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10,000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ໂຊກດີທີ່ໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າຟ້າວໃຈຮ້ອນ, ຈົ່ງໄຕ່ຕອງໃຫ້ດີໆ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເຫັນແກ່ຜົນປະໂຫຍດຂອງຈຸດໝາຍປາຍທາງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຄວາມຄາດຫວັງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຊີວິດຂອງເຈົ້າ ແລະ ຢ່າເຮັດລົ້ວກັບຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

649. ໃນຍຸກສຸດທ້າຍ ພຣະຄຣິດຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ. ມີຫຼາຍຄົນຮູ້ສຶກບໍ່ດີກ່ຽວກັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ເພາະວ່າມະນຸດເຫັນວ່າມັນເປັນສິ່ງທີ່ເຊື່ອໄດ້ຍາກທີ່ພຣະເຈົ້າຈະກາຍເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງບອກເຈົ້າວ່າ ພາລະກິດຂອງພຣະເຈົ້າຢູ່ເໜືອຄວາມຄາດຫວັງຂອງມະນຸດຫຼາຍ ແລະ ຍາກທີ່ຄວາມຄິດຂອງມະນຸດຈະຍອມຮັບໄດ້. ຍ້ອນວ່າຜູ້ຄົນເປັນພຽງໂຕໜອນຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າເປັນຜູ້ຍິ່ງໃຫຍ່ທີ່ຄອບຄອງຈັກກະວານ; ຄວາມຄິດຂອງມະນຸດເປັນຄືກັບບວກນໍ້າເນົ່າເໝັນທີ່ເປັນພຽງບໍ່ເກີດຂອງໜອນເທົ່ານັ້ນ, ໃນຂະນະທີ່ແຕ່ລະຂັ້ນຕອນຂອງພາລະກິດທີ່ຖືກນໍາພາໂດຍຄວາມຄິດຂອງພຣະເຈົ້າຄືໝາກຜົນແຫ່ງສະຕິປັນຍາຂອງພຣະເຈົ້າ. ຜູ້ຄົນພະຍາຍາມທີ່ຈະແຂ່ງຂັນກັບພຣະເຈົ້າຢູ່ຕະຫຼອດ ເຊິ່ງເຮົາບອກວ່າມັນເຫັນຊັດໃນຕົວມັນເອງວ່າ ຜູ້ໃດຈະທົນທຸກກັບຄວາມສູນເສຍໃນທີ່ສຸດ. ເຮົາຂໍແນະນໍາພວກເຈົ້າທຸກຄົນ ບໍ່ຄວນຄິດວ່າຕົນເອງມີຄ່າຫຼາຍໄປກວ່າທອງຄຳ. ຖ້າຄົນອື່ນສາມາດຮັບເອົາຄໍາພິພາກສາຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຮັບເອົາຄໍາພິພາກສາຂອງພຣະອົງ? ເຈົ້າຢືນສູງກວ່າຄົນອື່ນຫຼາຍປານໃດ? ຖ້າຄົນອື່ນສາມາດກົ້ມຫົວລົງຕໍ່ໜ້າຄວາມເປັນຈິງ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຮັດຄືຜູ້ຄົນດັ່ງກ່າວນັ້ນໄດ້? ພາລະກິດຂອງພຣະເຈົ້າມີແຮງຜັກດັນທີ່ບໍ່ສາມາດຢຸດຢັ້ງໄດ້. ພຣະອົງຈະບໍ່ປິຕິບັດຊໍ້າພາລະກິດແຫ່ງການພິພາກສາເພື່ອເຫັນແກ່ “ຄວາມດີ” ທີ່ເຈົ້າໄດ້ສ້າງ ແລະ ເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈທີ່ປ່ອຍໃຫ້ໂອກາດດີດັ່ງກ່າວນັ້ນຫຼຸດໄປ. ຖ້າເຈົ້າບໍ່ເຊື່ອພຣະທໍາຂອງເຮົາ ແລ້ວຈົ່ງລໍຖ້າໃຫ້ບັນລັງຂາວທີ່ຍິ່ງໃຫຍ່ໃນທ້ອງຟ້າຕັດສິນລົງໂທດເຈົ້າ! ເຈົ້າຕ້ອງຮູ້ໄວ້ວ່າ ຊາວອິດສະຣາເອນທຸກຄົນໄດ້ກຽດຊັງ ແລະ ປະຕິເສດພຣະເຢຊູ, ແຕ່ເຖິງຢ່າງນັ້ນກໍຕາມ ຄວາມຈິງຂອງການທີ່ພຣະເຢຊູໄຖ່ບາບມະນຸດຍັງຂະຫຍາຍໄປທົ່ວຈັກກະວານ ແລະ ໄປຈົນສຸດແຜ່ນດິນໂລກ. ແລ້ວນີ້ບໍ່ແມ່ນຄວາມເປັນຈິງທີ່ພຣະເຈົ້າໄດ້ສ້າງມາແຕ່ດົນນານບໍ? ຖ້າເຈົ້າຍັງລໍຖ້າພຣະເຢຊູຮັບເອົາເຈົ້າໄປສູ່ສະຫວັນ, ເຮົາຂໍເວົ້າວ່າເຈົ້າຄືທ່ອນໄມ້ຕາຍທີ່ແຂງກະດ້າງທ່ອນໜຶ່ງ[ກ]. ພຣະເຢຊູຈະບໍ່ຮັບຮູ້ຜູ້ເຊື່ອຈອມປອມຄືກັບເຈົ້າ ຜູ້ທີ່ບໍ່ຊື່ສັດຕໍ່ຄວາມຈິງ ແລະ ຜູ້ທີ່ສະແຫວງຫາພຽງແຕ່ພອນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະອົງຈະບໍ່ສະແດງຄວາມເມດຕາໃນການໂຍນເຈົ້າລົງໄປໃນບຶງໄຟເພື່ອຖືກເຜົາໄໝ້ເປັນເວລາຫຼາຍສິບພັນປີ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

650. ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກການປະດິດສ້າງຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມການປະດິດສ້າງຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດ. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະສິ້ນສຸດລົງດ້ວຍຄວາມຫາຍຍະນະຢ່າງແນ່ນອນ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

651. ພວກເຈົ້າຄວນສະແຫວງຫາການຖືກ ຍອມຮັບໂດຍພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ ຊາຕາກໍາ ຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ເມື່ອພວກເຈົ້າຮັບຮູ້ວ່າ ພວກເຈົ້າຖືກຮັບເຂົ້າຮ່ວມໃນພຣະວິຫານຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີຄວາມສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ການກະທໍາຂອງເຈົ້າຕ້ອງມີສິນທໍາ ແລະ ສອດຄ່ອງກັບຄວາມຈິງ ທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວຫາກເກີນຄວາມສາມາດຂອງເຈົ້າ, ເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ນອກນັ້ນກໍຈະຖືກດູຖູກໂດຍມະນຸດທຸກຄົນ. ເມື່ອເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ ເຈົ້າກໍຈະບໍ່ສາມາດຖືກຮັບເຂົ້າຢູ່ໃນພຣະວິຫານ ຂອງພຣະເຈົ້າ. ນີ້ໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າ.

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

652. ຄວາມຮຽກຮ້ອງຂອງເຮົາອາດຈະທໍາມະດາ ແຕ່ສິ່ງທີ່ເຮົາກໍາລັງບອກພວກເຈົ້າແມ່ນບໍ່ທໍາມະດາຄືດັ່ງກັບໜຶ່ງບວກໜຶ່ງເທົ່າກັບສອງ. ຖ້າສິ່ງດຽວທີ່ພວກເຈົ້າເຮັດ ແມ່ນການເວົ້າກ່ຽວກັບສິ່ງນີ້ໂດຍບໍ່ມີເປົ້າໝາຍ, ເວົ້າເລື້ອຍເປື່ອຍແບບເປົ່າຫວ່າງ ແລະ ຟັງຄືສູງຊົ່ງ, ແບບແຜນ ແລະ ຄວາມປາດຖະໜາຂອງພວກເຈົ້າກໍຈະເປັນໜ້າເຈ້ຍທີ່ຫວ່າງເປົ່າຕະຫຼອດການ. ເຮົາຈະບໍ່ມີຄວາມຮູ້ສຶກສົງສານຜູ້ຄົນເຫຼົ່ານັ້ນໃນບັນດາພວກເຈົ້າທີ່ທົນທຸກທໍລະມານເປັນເວລາຫຼາຍປີ ແລະ ເຮັດວຽກຢ່າງໜັກໂດຍບໍ່ມີຫຍັງສະແດງໃຫ້ເຫັນເປັນຮູບປະທໍາ. ໃນທາງກົງກັນຂ້າມ, ເຮົາປະຕິບັດຕໍ່ຄົນທີ່ບໍ່ໄດ້ເຮັດຕາມຄວາມຮຽກຮ້ອງຂອງເຮົາໂດຍການລົງໂທດ, ບໍ່ແມ່ນໂດຍການໃຫ້ລາງວັນ ແລະ ຢ່າວ່າແຕ່ຄວາມເຫັນອົກເຫັນໃຈເລີຍ. ບາງເທື່ອພວກເຈົ້າຈິນຕະນາການວ່າ ໃນການເປັນຜູ້ຕິດຕາມເປັນເວລາຫຼາຍປີ ພວກເຈົ້າແມ່ນໄດ້ເຮັດວຽກຢ່າງໜັກບໍ່ວ່າໃນກໍລະນີໃດກໍຕາມ, ດ້ວຍເຫດນັ້ນ ເຖິງຢ່າງໃດກໍຕາມ ພວກເຈົ້າແມ່ນສາມາດເອົາຖ້ວຍເຂົ້າໃນເຮືອນຂອງພຣະເຈົ້າ ເພາະວ່າ ພວກເຈົ້າເປັນຜູ້ບໍລິການ. ເຮົາຈະເວົ້າວ່າ ພວກເຈົ້າສ່ວນໃຫຍ່ຄິດແບບນີ້ ຍ້ອນວ່າ ພວກເຈົ້າໄດ້ສະແຫວງຫາຫຼັກທໍາມາຕະຫຼອດຈົນຮອດປະຈຸບັນ ກ່ຽວກັບວິທີຫາຜົນປະໂຫຍດຈາກບາງສິ່ງບາງຢ່າງ ແລະ ວິທີທີ່ບໍ່ໃຫ້ຕົວເອງຖືກເອົາປຽບ. ດ້ວຍເຫດນັ້ນ ເຮົາຈິ່ງກໍາລັງບອກພວກເຈົ້າຕອນນີ້ດ້ວຍຄວາມຈິງຈັງວ່າ: ເຮົາບໍ່ສົນວ່າ ວຽກໜັກຂອງເຈົ້າແມ່ນຄວນໄດ້ຮັບການສັນລະເສີນສໍ່າໃດ, ຄຸນວຸດທິຂອງເຈົ້າແມ່ນເປັນສິ່ງທີ່ໜ້າປະທັບໃຈພຽງໃດ, ເຈົ້າໄດ້ຕິດຕາມເຮົາຢ່າງໃກ້ຊິດ, ເຈົ້າມີຊື່ສຽງ ຫຼື ທັດສະນະຄະຕິຂອງເຈົ້າໄດ້ປັບປຸງຂຶ້ນຊໍ່າໃດກໍຕາມ; ຖ້າເຈົ້າບໍ່ໄດ້ເຮັດຕາມທີ່ເຮົາຮຽກຮ້ອງ, ເຈົ້າກໍຈະບໍ່ສາມາດໄດ້ຮັບການຍ້ອງຍໍຈາກເຮົາ. ຈົ່ງຢຸດມີຄວາມຄິດ ແລະ ການຄໍານວນເຫຼົ່ານັ້ນຂອງພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ຈົ່ງເລີ່ມປະຕິບັດກັບຄວາມຮຽກຮ້ອງຂອງເຮົາດ້ວຍຄວາມຈິງຈັງ. ບໍ່ສະນັ້ນ, ເຮົາຈະຫັນປ່ຽນທຸກໆຄົນໃຫ້ເປັນຂີ້ເຖົ່າ ເພື່ອສິ້ນສຸດພາລະກິດຂອງເຮົາ ແລະ ຢ່າງໜ້ອຍກໍປ່ຽນແປງພາລະກິດ ແລະ ຄວາມທຸກທໍລະມານຂອງເຮົາທີ່ມີມາເປັນເວລາຫຼາຍປີໃຫ້ກາຍເປັນສິ່ງທີ່ໄຮ້ຄວາມໝາຍ ເນື່ອງຈາກວ່າ ເຮົາບໍ່ສາມາດນໍາສັດຕູ ແລະ ຜູ້ຄົນທີ່ມີກິ່ນອາຍຂອງຄວາມຊົ່ວຮ້າຍຄືດັ່ງຊາຕານເຂົ້າມາໃນອານາຈັກຂອງເຮົາ ແລະ ເຂົ້າໄປສູ່ຍຸກຕໍ່ໄປ.

(ຄັດຈາກບົດ “ການເຮັດຜິດຈະນໍາພາມະນຸດໄປສູ່ນາຮົກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

653. ດຽວນີ້ເຖິງເວລາແລ້ວທີ່ພຣະວິນຍານຂອງເຮົາຈະກະທໍາໃນສິ່ງທີ່ຍິ່ງໃຫຍ່ ແລະ ເຖິງເວລາແລ້ວທີ່ເຮົາຈະເລີ່ມພາລະກິດຂອງເຮົາຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ຍິ່ງກວ່ານັ້ນ, ມັນເຖິງເວລາແລ້ວທີ່ເຮົາຈະຈັດແບ່ງສິ່ງທີ່ສ້າງຂຶ້ນທັງໝົດໂດຍການຈັດແບ່ງເຂົ້າໃນປະເພດຂອງແຕ່ລະຄົນຕາມລຳດັບເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປໄດ້ໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ. ສະນັ້ນ, ສິ່ງທີ່ເຮົາຮ້ອງຂໍຈາກພວກເຈົ້າຍັງແມ່ນການໃຫ້ເຈົ້າອຸທິດຕົນທັງໝົດຂອງພວກເຈົ້າເພື່ອພາລະກິດຂອງເຮົາຄືເກົ່າ ແລະ ນອກຈາກນັ້ນເຈົ້າຄວນເຂົ້າໃຈຢ່າງແຈ່ມແຈ້ງ ແລະ ດຳເນີນວຽກງານທັງໝົດທີ່ເຮົາໄດ້ເຮັດໃນຕົວພວກເຈົ້າ ແລະ ໃຊ້ທຸກເຫື່ອແຮງຂອງເຈົ້າເຂົ້າໃນພາລະກິດຂອງເຮົາເພື່ອໃຫ້ມັນມີປະສິດທິຜົນເພິ່ມຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ຢຸດຕໍ່ສູ້ກັນເອງລະຫວ່າງພວກເຈົ້າທັງຫຼາຍ, ຢຸດຊອກວິທີ ຫຼື ຊອກຫາຄວາມສະບາຍທາງຮ່າງກາຍ ເຊິ່ງຈະເຮັດໃຫ້ພາລະກິດຂອງເຮົາຊັກຊ້າ ແລະ ທຳລາຍອະນາຄົດອັນສວຍງາມຂອງເຈົ້າ. ການເຮັດແບບນັ້ນແທນທີ່ຈະສາມາດໃຫ້ການປົກປ້ອງແກ່ເຈົ້າ ແຕ່ຈະເປັນການທຳລາຍຕົວເຈົ້າອີກຊໍ້າ. ນັ້ນຈະເປັນຄວາມໂງ່ຈ້າຂອງເຈົ້າເອງແມ່ນບໍ? ສິ່ງທີ່ເຈົ້າກຳລັງມີຄວາມສຸກຢ່າງໂລພາໃນທຸກມື້ນີ້ແມ່ນສິ່ງທີ່ກຳລັງທຳລາຍອະນາຄົດຂອງເຈົ້າ ແລະ ຄວາມເຈັບປວດທີ່ພວກເຈົ້າປະສົບໃນມື້ນີ້ກໍແມ່ນສິ່ງທີ່ກຳລັງປົກປ້ອງເຈົ້າ. ເຈົ້າຕ້ອງຮູ້ຈັກສິ່ງເຫຼົ່ານີ້ຢ່າງຈະແຈ້ງເພື່ອຫຼີກເວັ້ນຈາກການເປັນເຍື່ອຄວາມຫຼອກລວງທີ່ເຮັດໃຫ້ເຈົ້າລອດພົ້ນໄດ້ຍາກ ແລະ ຫຼີກເວັ້ນການຫຼົງທາງໄປສູ່ໝອກໜາ ແລະ ບໍ່ສາມາດຄົ້ນຫາແສງຕາເວັນ. ເມື່ອໝອກ ໜາແຈ້ງສະຫວ່າງອອກ, ເຈົ້າກໍຈະເຫັນຕົວເຈົ້າເອງໃນຄຳພິພາກສາຂອງມື້ທີ່ຍິ່ງໃຫຍ່ນັ້ນ. ເມື່ອເຖິງເວລານັ້ນ, ມື້ຂອງເຮົາແມ່ນຈະໃກ້ມາຮອດມະນຸດຊາດແລ້ວ. ເຈົ້າຈະຫຼົບໜີຈາກຄຳພິພາກສາຂອງເຮົາໄດ້ແນວໃດ? ເຈົ້າຈະສາມາດທົນກັບຄວາມຮ້ອນທີ່ເຜົາໄໝ້ຈາກດວງຕາເວັນໄດ້ແນວໃດ? ເມື່ອເວລາເຮົາມອບຄວາມອຸດົມສົມບູນໃຫ້ແກ່ມະນຸດແລ້ວ, ມະນຸດບໍ່ທະນຸຖະໜອມມັນໄວ້ໃນຫົວໃຈ, ແຕ່ປະຖິ້ມມັນໄວ້ໃນບ່ອນທີ່ບໍ່ມີໃຜຈະສັງເກດເຫັນມັນໄດ້. ເມື່ອຮອດມື້ຂອງເຮົາລົງມາຮອດມະນຸດ, ມະນຸດຈະບໍ່ສາມາດຄົ້ນພົບຄວາມສົມບູນຂອງເຮົາໄດ້ ຫຼື ເຫັນຄວາມຈິງທີ່ຂົມຂື່ນທີ່ເຮົາໄດ້ເວົ້າຕໍ່ມະນຸດໃນເມື່ອກ່ອນ. ມະນຸດຈະຄວນຄາງ ແລະ ຮ້ອງໄຫ້ ເພາະວ່າມະນຸດໄດ້ສູນເສຍຄວາມແສງສະຫວ່າງ ແລະ ຕົກຢູ່ໃນຄວາມມືດແລ້ວ. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ທັນເຄີຍເຫັນໄມ້ໃນມືຂອງເຮົາ ຫຼື ແປວໄຟທີ່ເຮົາເຜົາໄໝ້ມະນຸດ ແລະ ນັ້ນແມ່ນຍ້ອນຫຍັງພວກເຈົ້າຈິ່ງຍັງຈອງຫອງ ແລະ ບໍ່ໃສ່ໃຈຕໍ່ກັບການປະກົດຕົວຂອງເຮົາ. ນັ້ນແມ່ນເຫດຜົນຍ້ອນຫຍັງເຈົ້າຍັງຂັດຂືນກັບເຮົາຢູ່ໃນເຮືອນຂອງເຮົາ, ໂຕ້ຖຽງດ້ວຍຄໍາເວົ້າຈາກລີ້ນປາກຂອງມະນຸດກັບຄໍາເວົ້າຈາກປາກຂອງເຮົາທີ່ເຮົາໄດ້ເວົ້າໄປແລ້ວ. ມະນຸດບໍ່ຢ້ານກົວເຮົາ ແລະ ຍັງສືບຕໍ່ເປັນສັດຕູກັບເຮົາຈົນຮອດທຸກມື້ນີ້, ມະນຸດຍັງບໍ່ມີຄວາມຢ້ານກົວເລີຍ. ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປະກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປະກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ. ພາລະກິດຂອງເຮົາແມ່ນເພື່ອເຜົາທຳລາຍ, ເພື່ອກັ່ນຕອງຄຳເວົ້າ, ເພື່ອການກະທຳທັງໝົດຂອງມະນຸດທີ່ໄດ້ເວົ້າໄປ ແລະ ເພື່ອການກະທຳໄປໂດຍຜ່ານການປະກົດຕົວຂອງພຣະຈິດວິນຍານຂອງເຮົາ. ດ້ວຍວິທີນີ້[ຂ] ເມື່ອເຮົາອອກຈາກໂລກນີ້ໄປ, ຜູ້ຄົນຈະຍັງຮັກສາຄວາມຈົງຮັກພັກດີຕໍ່ເຮົາ ແລະ ຈະຍັງຮັບໃຊ້ເຮົາຄືກັນກັບຜູ້ຮັບໃຊ້ອັນບໍລິສຸດຂອງເຮົາທີ່ປະຕິບັດໃນພາລະກິດຂອງເຮົາໃນຕອນນີ້ ແລະ ຈະເຮັດໃຫ້ພາລະກິດຂອງເຮົາໃນໂລກນີ້ສືບຕໍ່ໄປຈົນກວ່າມື້ສຳເລັດ.

(ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

654. ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ. ປະຊາຊົນຂອງເຮົາເອີຍ! ພວກເຈົ້າຕ້ອງຄົງຢູ່ພາຍໃນການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ. ຈົ່ງຢ່າໄຮ້ສິນທໍາເດັດຂາດ! ຈົ່ງຢ່າປະພຶດຕົນໂດຍບໍ່ລະວັງ! ເຈົ້າຄວນຖວາຍຄວາມຈົງຮັກພັກດີຂອງເຈົ້າໃນເຮືອນຂອງເຮົາ ແລະ ດ້ວຍຄວາມຈົງຮັກພັກດີເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕອບໂຕ້ຕໍ່ກົນອຸບາຍຂອງຜີຮ້າຍໄດ້. ພວກເຈົ້າບໍ່ຄວນປະພຶດດັ່ງທີ່ພວກເຈົ້າເຮັດໃນອະດີດ ບໍ່ວ່າ ຈະຢູ່ພາຍໃຕ້ສະຖານະການໃດກໍຕາມ ໂດຍເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລ້ວເຮັດອີກສິ່ງລັບຫຼັງເຮົາ; ຖ້າພວກເຈົ້າເຮັດເຊັ່ນນີ້, ພວກເຈົ້າກໍເກີນທີ່ຈະໄດ້ຮັບການໄຖ່ບາບແລ້ວ. ເຮົາບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຢ່າງພຽງພໍບໍ? ມັນເປັນຍ້ອນວ່າ ທໍາມະຊາດເດີມໆຂອງມະນຸດແກ້ໄຂບໍ່ໄດ້, ເຮົາຈຶ່ງຕ້ອງໄດ້ເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກ. ຈົ່ງຢ່າເບື່ອໜ່າຍ! ທຸກສິ່ງທີ່ເຮົາເວົ້າແມ່ນເພື່ອຮັບປະກັນຊາຕາກໍາຂອງພວກເຈົ້າ! ບ່ອນທີ່ເປິະເປື້ອນ ແລະ ສົກກະປົກແມ່ນສິ່ງທີ່ຊາຕານຕ້ອງການຢ່າງແທ້ຈິງ; ຍິ່ງພວກເຈົ້າບໍ່ສາມາດໄຖ່ບາບຢ່າງສິ້ນຫວັງ ແລະ ຍິ່ງພວກເຈົ້າໄຮ້ສິນທໍາ ໂດຍປະຕິເສດທີ່ຈະຍອມຢັບຢັ້ງໃຈ, ວິນຍານທີ່ສົກກະປົກເຫຼົ່ານັ້ນຍິ່ງຈະສວຍໂອກາດໃນການແຊກຊຶມເຂົ້າໄປໃນພວກເຈົ້າ. ຖ້າພວກເຈົ້າໄດ້ມາຮອດຈຸດນີ້, ຄວາມຈົງຮັກພັກດີຂອງພວກເຈົ້າກໍຈະບໍ່ມີຫຍັງ ນອກຈາກເປັນການເວົ້າຫຼິ້ນລ້າໆ ໂດຍບໍ່ມີຄວາມເປັນຈິງໃດໆ ແລະ ວິນຍານທີ່ສົກກະປົກກໍຈະກືນກິນຄວາມຕັ້ງໃຈຂອງພວກເຈົ້າ ແລະ ປະຕິຮູບມັນໃຫ້ເປັນຄວາມບໍ່ເຊື່ອຟັງ ແລະ ເປັນ ແຜນການຊົ່ວຮ້າຍ ເພື່ອໃຊ້ທໍາລາຍພາລະກິດຂອງເຮົາ. ຈາກນັ້ນ, ພວກເຈົ້າກໍຈະສາມາດຖືກເຮົາຂ້ຽນຕີໃນເວລາໃດກໍໄດ້. ບໍ່ມີໃຜເຂົ້າໃຈຄວາມຮ້າຍແຮງຂອງສະຖານະການນີ້; ທຸກຄົນພຽງແຕ່ເຮັດທໍາທ່າບໍ່ໄດ້ຍິນໃນສິ່ງທີ່ພວກເຂົາໄດ້ຍິນ ແລະ ບໍ່ໄດ້ລະວັງຕົວແມ່ນແຕ່ໜ້ອຍດຽວ. ເຮົາບໍ່ໄດ້ຈື່ໃນສິ່ງທີ່ຖືກເຮັດໃນອະດີດ; ເຈົ້າຍັງລໍຖ້າໃຫ້ເຮົາຜ່ອນຜັນຕໍ່ເຈົ້າໃນການ “ລືມ” ອີກຄັ້ງແທ້ບໍ?

(ຄັດຈາກ “ບົດທີ 10” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

655. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນາຮົກ ແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາ ຈະມີວິທີການ ຈັດການແບບອື່ນ ທີ່ກຽມໄວ້ສໍາລັບ ຄົນທີ່ບໍ່ຊຶ່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງ ຄວາມຫຍຸ້ງຍາກລໍາບາກ ທີ່ພວກເຈົ້າພົບພໍ້ໃນການພະຍາຍາມເປັນຄົນຊື່ສັດ. ພວກເຈົ້າທຸກຄົນສະຫຼາດ ແລະ ຊໍານິຊໍານານຫຼາຍ ໃນການປະເມີນສຸພາບບຸລຸດ ໂດຍອີງຕາມມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ດ້ວຍເຫດນີ້ພາລະກິດຂອງເຮົາຈຶ່ງງ່າຍຂຶ້ນຫຼາຍ. ໃນເມື່ອພວກເຈົ້າແຕ່ລະຄົນຫາກຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນ ເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາຢ່າງສຸດໃຈ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າຂອງຄວາມສັດທາ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ ເວົ້າອອກມາດ້ວຍຄວາມໂສກເສົ້າເສຍໃຈວ່າ “ຈິດໃຈຂອງມະນຸດຈັ່ງແມ່ນບໍ່ຈິງໃຈ!” ສະພາບຈິດໃຈຂອງພວກເຈົ້າຈະເປັນຈັ່ງໃດໃນຕອນນີ້? ເຮົາຄິດວ່າ ເຈົ້າຈະບໍ່ອວດອົ່ງທະນົງຕົວເກີນໄປຄືດັ່ງທີ່ເຈົ້າເປັນໃນຕອນນີ້. ຢ່າວ່າແຕ່ເລຶ່ອງພວກເຈົ້າຈະເຮັດເປັນ “ຄົນເລິກເຊິ່ງທີ່ຍາກຈະເຂົ້າໃຈ” ຄືດັ່ງທີ່ເປັນໃນຕອນນີ້ເລີຍ. ບາງຄົນປະພຶດຕົນໃນຮູບແບບຮຽບຮ້ອຍ ແລະ ສຸພາບແລະ ເບິ່ງຄືວ່າ “ມີມາລະຍາດທີ່ດີ” ໂດຍສະເພາະຕໍ່ໜ້າພຣະເຈົ້າ ແຕ່ພວກເຂົາພັດກາຍເປັນຄົນຕໍ່ຕ້ານ ແລະ ຂາດລະບຽບຕໍ່ໜ້າພຣະວິນຍານ. ພວກເຈົ້າຈະຮັບເອົາຄົນດັ່ງກ່າວລວມເຂົ້າກັບກຸ່ມຄົນທີ່ຊື່ສັດບໍ? ຖ້າເຈົ້າໜ້າຊື່ໃຈຄົດ ແລະ ເປັນຄົນລະເລິງໃນສັງຄົມ, ເຮົາຂໍເວົ້າວ່າ ເຈົ້າບໍ່ແມ່ນຄົນສໍາຄັນຕໍ່ພຣະເຈົ້າຢ່າງແນ່ນອນ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ບໍ່ເຕັມໃຈທີ່ສຸດໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າບໍ່ສະໝັກໃຈທີ່ຈະແລກປ່ຽນ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມໃນໃຈຂອງເຈົ້າ ເຊິ່ງນັ້ນກໍຄືຄວາມທຸກໃຈ ຂອງເຈົ້າຕໍ່ໜ້າຄົນອື່ນ ເພື່ອການສະແຫວງຫາຫົນທາງແຫ່ງຄວາມສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບ ການໄຖ່ບາບຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກ ຄວາມມືດຢ່າງງ່າຍດາຍ... ຊາຕາກໍາຂອງບຸກຄົນຈະເປັນແນວໃດໃນຕອນສຸດທ້າຍນັ້ນແມ່ນຂຶ້ນຢູ່ກັບວ່າ ຄົນນັ້ນມີຫົວໃຈທີ່ຊື່ສັດ ແລະ ມີຫົວໃຈທີ່ບໍລິສຸດ ຫຼື ບໍ່ ແລະ ຄົນນັ້ນຍັງມີຈິດວິນຍານທີ່ບໍລິສຸດ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ບໍ່ມີຄວາມຊື່ສັດຫຍັງເລີຍ ເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ເປັນຄົນທີ່ມີຈິດວິນຍານທີ່ບໍ່ສະອາດ, ແລ້ວແນ່ນອນ ໃນທີ່ສຸດເຈົ້າກໍຈະຕົກຢູ່ບ່ອນທີ່ມະນຸດຖືກລົງໂທດ ດັ່ງທີ່ໄດ້ບັນທຶກໄວ້ໃນຊະຕາກໍາຂອງເຈົ້າ. ຖ້າເຈົ້າອ້າງວ່າ ເຈົ້າເປັນຄົນທີ່ຊື່ສັດຫຼາຍ ແຕ່ບໍ່ເຄີຍປະພຶດຕົນຕາມຄວາມເປັນຈິງ ຫຼື ເວົ້າຄວາມຈິງ, ເຈົ້າຍັງຈະລໍຖ້າພຣະເຈົ້າໃຫ້ພອນແກ່ເຈົ້າບໍ? ເຈົ້າຍັງຫວັງໃຫ້ພຣະເຈົ້າຖືວ່າ ເຈົ້າເປັນບຸກຄົນທີ່ໂປດປານໃນສາຍຕາຂອງພຣະອົງບໍ? ນີ້ບໍ່ແມ່ນວິທີຄິດທີ່ຜິດປົກກະຕິບໍ? ເຈົ້າຫຼອກລວງພຣະເຈົ້າໃນທຸກສິ່ງທຸກຢ່າງ, ແລ້ວພຣະວິຫານຂອງພຣະເຈົ້າຈະສາມາດຮອງຮັບເອົາຄົນແບບເຈົ້າ ທີ່ມີມືບໍ່ສະອາດໄດ້ແນວໃດ?

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

656. ຕອນນີ້ ບໍ່ວ່າການສະແຫວງຫາຂອງພວກເຈົ້າຈະມີປະສິດທິພາບ ຫຼື ບໍ່ແມ່ນຖືກວັດແທກໂດຍສິ່ງທີ່ພວກເຈົ້າມີໃນປັດຈຸບັນ. ນີ້ແມ່ນສິ່ງທີ່ຖືກໃຊ້ເພື່ອກຳນົດຜົນຕາມມາຂອງພວກເຈົ້າ; ນີ້ໝາຍຄວາມວ່າ ຜົນຕາມມາຂອງພວກເຈົ້າແມ່ນຖືກເປີດເຜີຍອອກໃນການເສຍສະຫຼະທີ່ພວກເຈົ້າໄດ້ເຮັດ ແລະ ສິ່ງຕ່າງໆທີ່ພວກເຈົ້າໄດ້ເຮັດ. ຜົນຕາມມາຂອງພວກເຈົ້າຈະຖືກເຮັດໃຫ້ເປັນທີ່ຮູ້ຈັກຈາກການສະແຫວງຫາຂອງພວກເຈົ້າ, ຄວາມເຊື່ອຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າໄດ້ເຮັດ. ໃນບັນດາພວກເຈົ້າທັງໝົດ, ມີຫຼາຍຄົນທີ່ເກີນຄວາມລອດພົ້ນ, ຍ້ອນມື້ນີ້ເປັນມື້ທີ່ເປີດເຜີຍຜົນຕາມມາຂອງຜູ້ຄົນ ແລະ ເຮົາຈະບໍ່ສົບສົນໃນພາລະກິດຂອງເຮົາ; ເຮົາຈະບໍ່ນໍາພາຄົນທີ່ເກີນຄວາມລອດພົ້ນໄປສູ່ຍຸກຕໍ່ໄປ. ຈະມີເວລາທີ່ພາລະກິດຂອງເຮົາສຳເລັດ. ເຮົາຈະບໍ່ປະຕິບັດພາລະກິດໃນຊາກສົບທີ່ເໝັນເນົ່າ ແລະ ໄຮ້ວິນຍານທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ເລີຍ; ຕອນນີ້ແມ່ນຍຸກສຸດທ້າຍແຫ່ງຄວາມລອດພົ້ນຂອງມະນຸດ ແລະ ເຮົາຈະບໍ່ປະຕິບັດພາລະກິດທີ່ໄຮ້ປະໂຫຍດ. ຢ່າກ່າວໂທດສະຫວັນ ແລະ ແຜ່ນດິນໂລກ, ຈຸດຈົບຂອງໂລກໃກ້ເຂົ້າມາແລ້ວ. ມັນຫຼີກເວັ້ນບໍ່ໄດ້. ສິ່ງຕ່າງໆໄດ້ມາເຖິງຈຸດນີ້ ແລະ ບໍ່ມີຫຍັງທີ່ເຈົ້າໃນຖານະມະນຸດຈະສາມາດເຮັດໄດ້ເພື່ອຢຸດພວກມັນ; ເຈົ້າບໍ່ສາມາດປ່ຽນແປງສິ່ງຕ່າງໆຕາມທີ່ເຈົ້າປາຖະໜາ. ມື້ວານ, ເຈົ້າບໍ່ໄດ້ຈ່າຍລາຄາເພື່ອສະແຫວງຫາຄວາມຈິງ ແລະ ເຈົ້າບໍ່ໄດ້ຊື່ສັດ; ມື້ນີ້ ເວລາໄດ້ມາເຖິງ ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ; ແລະ ມື້ອື່ນ ເຈົ້າຈະຖືກກຳຈັດ ແລະ ຈະບໍ່ມີທາງເວັ້ນສຳລັບຄວາມລອດພົ້ນຂອງເຈົ້າ. ເຖິງແມ່ນຫົວໃຈຂອງເຮົາອ່ອນໂຍນ ແລະ ເຮົາກຳລັງເຮັດສຸດຄວາມສາມາດຂອງເຮົາເພື່ອຊ່ວຍເຈົ້າໃຫ້ລອດພົ້ນ, ຖ້າເຈົ້າບໍ່ພະຍາຍາມໃນສ່ວນຂອງເຈົ້າເອງ ຫຼື ຄິດຄຳນຶງເຖິງຕົວເຈົ້າເອງ, ສິ່ງນີ້ຈະກ່ຽວຫຍັງກັບເຮົາ? ຄົນທີ່ຄິດເຖິງພຽງແຕ່ເນື້ອໜັງຂອງພວກເຂົາ ແລະ ຄົນທີ່ມັກຄວາມສະບາຍ; ຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ; ຄົນທີ່ເຂົ້າຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ຄົນທີ່ຜິດສິນທໍາ, ໃຈແຕກ ແລະ ສົກກະປົກ; ຄົນທີ່ລັກເຄື່ອງຖວາຍແກ່ພຣະເຢໂຮວາ ແລະ ສິ່ງຂອງໆພຣະອົງ; ຄົນທີ່ຮັກການຕິດສິນບົນ; ຄົນທີ່ຝັນຢ່າງຂີ້ຄ້ານເຖິງການຂຶ້ນສູ່ສະຫວັນ; ຄົນທີ່ອວດດີ ແລະ ທະນົງຕົວ; ຄົນທີ່ພຽງແຕ່ພະຍາຍາມຫາຊື່ສຽງ ແລະ ໂຊກລາບສ່ວນຕົວ; ຄົນທີ່ເຜີຍແຜ່ຄຳເວົ້າທີ່ບໍ່ສຸພາບ; ຄົນທີ່ໝິ່ນປະໝາດພຣະເຈົ້າເອງ; ຄົນທີ່ບໍ່ເຮັດຫຍັງ ນອກຈາກຕັດສິນ ແລະ ກ່າວຮ້າຍພຣະເຈົ້າເອງ; ຄົນທີ່ກໍ່ຕັ້ງກຸ່ມພັກພວກ ແລະ ສະແຫວງຫາຄວາມເປັນເອກະລາດ; ຄົນທີ່ຍົກຍ້ອງຕົນເອງເໜືອພຣະເຈົ້າ; ຊາຍ ແລະ ຍິງໜຸ່ມ, ໄວກາງຄົນ ແລະ ໄວອາວຸໂສທີ່ໄຮ້ຄ່າ ຜູ້ເຊິ່ງຕິດກັບດັກໃນກິເລດຕັນຫາ; ຊາຍ ແລະ ຍິງທີ່ເພີດເພີນກັບຊື່ສຽງສ່ວນຕົວ ແລະ ໂຊກລາບ ແລະ ສະແຫວງຫາສະຖານະສ່ວນຕົວທ່າມກາງຄົນອື່ນໆ; ຄົນທີ່ບໍ່ສໍານຶກຜິດທີ່ຕິດກັບດັກຢູ່ໃນຄວາມຜິດບາບ, ພວກເຂົາທັງໝົດບໍ່ໄດ້ເກີນຄວາມລອດພົ້ນບໍ? ຄວາມຜິດສິນທໍາ, ຄວາມຜິດບາບ, ຢາທີ່ຊົ່ວຮ້າຍ,​ ເວດມົນ, ຄຳເວົ້າທີ່ຫຍາບຄາຍ ແລະ ຄຳເວົ້າບໍ່ສຸພາບລ້ວນແລ້ວແຕ່ກໍ່ການຈະລາຈົນທ່າມກາງພວກເຈົ້າ; ແລະ ຄວາມໄວ້ວາງໃຈ ແລະ ຄຳເວົ້າແຫ່ງຊີວິດແມ່ນຖືກຢຽບຢໍ່າໃນບັນດາພວກເຈົ້າ ແລະ ພາສາບໍລິສຸດໄດ້ຖືກເຮັກໃຫ້ເປິເປື້ອນໃນບັນດາພວກເຈົ້າ. ພວກເຈົ້າທີ່ເປັນຊາວຕ່າງຊາດ ທີ່ໃຄ່ໄປດ້ວຍຄວາມສົກກະປົກ ແລະ ຄວາມບໍ່ເຊື່ອຟັງ! ຜົນຕາມມາສຸດທ້າຍຂອງພວກເຈົ້າຈະແມ່ນຫຍັງ? ຄົນທີ່ຮັກເນື້ອໜັງ, ຜູ້ທີ່ປະຕິບັດເວດມົນຂອງເນື້ອໜັງ ແລະ ຜູ້ທີ່ຕິດກັບດັກໃນຄວາມຜິດບາບຈາກຕັນຫາຈະສາມາດໜ້າດ້ານສືບຕໍ່ດຳລົງຊີວິດໄດ້ແນວໃດ! ເຈົ້າບໍ່ຮູ້ຈັກບໍວ່າຜູ້ຄົນແບບພວກເຈົ້າແມ່ນໜອນທີ່ເກີນຄວາມລອດພົ້ນ? ເຈົ້າມີສິດຫຍັງທີ່ຈະຮຽກຮ້ອງນີ້ ແລະ ນັ້ນ? ຈົນເຖິງປັດຈຸບັນ, ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຄົນທີ່ບໍ່ຮັກຄວາມຈິງ ແລະ ພຽງແຕ່ຮັກເນື້ອໜັງ, ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ຄົນທີ່ບໍ່ຮັກຫົນທາງແຫ່ງຊີວິດ, ຄົນທີ່ບໍ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ, ຜູ້ທີ່ວາງອຸບາຍເພື່ອເຫັນແກ່ສະຖານະຂອງພວກເຂົາເອງ, ຜູ້ທີ່ຍົກຍໍຕົນເອງ, ພວກເຂົາບໍ່ໄດ້ເປັນຄືເກົ່າບໍ ແມ່ນແຕ່ໃນປັດຈຸບັນ? ແມ່ນຫຍັງຄືຄຸນຄ່າໃນການຊ່ວຍພວກເຂົາໃຫ້ລອດພົ້ນ? ບໍ່ວ່າເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບວ່າຄວາມອາວຸໂສຂອງເຈົ້າມີຫຼາຍສໍ່າໃດ ຫຼື ເຈົ້າໄດ້ປະຕິບັດພາລະກິດຈັກປີແລ້ວ ແລະ ແຮງໄກທີ່ມັນຈະຂຶ້ນກັບວ່າເຈົ້າໄດ້ສ້າງຄວາມໜ້າເຊື່ອຖືຫຼາຍສໍ່າໃດ. ກົງກັນຂ້າມ ມັນຂຶ້ນກັບວ່າ ການສະແຫວງຫາຂອງເຈົ້າໄດ້ເກີດຜົນ ຫຼື ບໍ່. ເຈົ້າຄວນຮູ້ຈັກວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນແມ່ນ “ຕົ້ນໄມ້” ທີ່ອອກໝາກ, ບໍ່ແມ່ນຕົ້ນໄມ້ທີ່ມີໃບຂຽວງາມ ແລະ ເຕັມໄປດ້ວຍດອກ ແຕ່ບໍ່ໄດ້ເກີດໝາກຫຍັງເລີຍ. ເຖິງແມ່ນເຈົ້າໄດ້ໃຊ້ເວລາຫຼາຍປີເພື່ອພະເນຈອນຕາມທ້ອງຖະໜົນ, ມັນສຳຄັນຫຍັງ? ຄຳພະຍານຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນມີໜ້ອຍກວ່າຄວາມຮັກຂອງເຈົ້າທີ່ມີຕໍ່ຕົນເອງ ແລະ ຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາຂອງເຈົ້າ, ບຸກຄົນປະເພດນີ້ບໍ່ແມ່ນຄົນທີ່ເສື່ອມຊາມບໍ? ພວກເຂົາຈະສາມາດເປັນຕົ້ນແບບ ແລະ ແບບຢ່າງສຳລັບຄວາມລອດພົ້ນໄດ້ແນວໃດ? ທຳມະຊາດຂອງເຈົ້າແມ່ນບໍ່ສາມາດແກ້ໄຂໄດ້, ເຈົ້າກະບົດເກີນໄປ, ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ! ຜູ້ຄົນດັ່ງກ່າວບໍ່ແມ່ນຄົນທີ່ຈະຖືກກຳຈັດບໍ? ເວລາທີ່ພາລະກິດຂອງເຮົາສຳເລັດບໍ່ແມ່ນເວລາແຫ່ງການມາເຖິງຂອງວັນສຸດທ້າຍຂອງເຈົ້າບໍ? ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼາຍຂໍ້ທ່າມກາງພວກເຈົ້າ, ມີຈັກຂໍ້ທີ່ໄດ້ເຂົ້າຫູຂອງພວກເຈົ້າແທ້ໆ? ມີຈັກຂໍ້ທີ່ພວກເຈົ້າໄດ້ເຊື່ອຟັງ? ເມື່ອພາລະກິດຂອງເຮົາສິ້ນສຸດລົງ, ນັ້ນຈະເປັນເວລາທີ່ເຈົ້າເຊົາຕໍ່ຕ້ານເຮົາ, ເວລາທີ່ເຈົ້າເຊົາຢືນຂັດຂວາງເຮົາ. ໃນເວລາທີ່ເຮົາປະຕິບັດພາລະກິດ, ພວກເຈົ້າກໍປະພຶດຕໍ່ຕ້ານເຮົາຢ່າງຕໍ່ເນື່ອງ; ພວກເຈົ້າບໍ່ເຄີຍປະຕິບັດຕາມພຣະທຳຂອງເຮົາຈັກເທື່ອ. ເຮົາປະຕິບັດພາລະກິດຂອງເຮົາ ແລະ ເຈົ້າປະຕິບັດ “ພາລະກິດ” ຂອງເຈົ້າເອງ, ສ້າງອານາຈັກນ້ອຍໆຂອງເຈົ້າເອງ. ພວກເຈົ້າບໍ່ໄດ້ເປັນຫຍັງເລີຍນອກຈາກກຸ່ມໝາໄນ ແລະ ໝາ, ເຮັດທຸກສິ່ງເພື່ອຕໍ່ຕ້ານເຮົາ! ເຈົ້າພະຍາຍາມຢູ່ສະເໝີທີ່ຈະນໍາເອົາຄົນທີ່ມອບຄວາມຮັກໃຫ້ເຈົ້າທັງໝົດເຂົ້າສູ່ອ້ອມກອດຂອງເຈົ້າ, ຄວາມເຄົາລົບນັບຖືຂອງເຈົ້າມີຢູ່ໃສ? ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ! ເຈົ້າບໍ່ມີຄວາມເຊື່ອຟັງ ຫຼື ຄວາມເຄົາລົບນັບຖື ແລະ ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ ແລະ ໝິ່ນປະໝາດ! ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ຜູ້ຊາຍທີ່ຜິດສິນທຳ ແລະ ເຕັມໄປດ້ວຍຕັນຫາທາງເພດຕ້ອງການສະເໝີທີ່ຈະດຶງດູດໂສເພນີທີ່ຍົ້ວເຍົ້າມາຫາພວກເຂົາເພື່ອຄວາມສຸກຂອງພວກເຂົາເອງ. ເຮົາຈະບໍ່ຊ່ວຍມານຮ້າຍທີ່ຜິດສິນທຳທາງເພດແບບນັ້ນໃຫ້ລອດພົ້ນຢ່າງເດັດຂາດ. ເຮົາກຽດຊັງພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ຄວາມເຕັມໄປດ້ວຍຕັນຫາ ແລະ ຄວາມຍົ້ວຍວນຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈົມລົງສູ່ນະຮົກ. ພວກເຈົ້າມີຫຍັງໃຫ້ແກ້ຕົວບໍ່? ພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍແມ່ນເປັນຕາລັງກຽດ! ພວກເຈົ້າເປັນຕາຂີ້ດຽດ! ຂີ້ເຫຍື້ອແບບນີ້ຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ພວກເຂົາທີ່ຕິດກັບດັກໃນຄວາມຜິດບາບຈະຍັງສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ມື້ນີ້ ຄວາມຈິງນີ້, ຫົນທາງນີ້ ແລະ ຊີວິດນີ້ບໍ່ໄດ້ດຶງດູດໃຈພວກເຈົ້າ; ກົງກັນຂ້າມ ພວກເຈົ້າຖືກດຶງດູດຫາຄວາມຜິດບາບ; ຫາເງິນ; ຫາຖານະ, ຊື່ສຽງ ແລະ ຜົນປະໂຫຍດ; ຫາຄວາມສຸກທາງເນື້ອໜັງ; ຫາຄວາມເຈົ້າຊູ້ຂອງຜູ້ຊາຍ ແລະ ສະເໜ່ຂອງແມ່ຍິງ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກຂອງເຮົາ? ພາບລັກຂອງພວກເຈົ້າເຖິງກັບຍິ່ງໃຫຍ່ກວ່າພຣະເຈົ້າ, ສະຖານະຂອງພວກເຈົ້າເຖິງກັບສູງສົ່ງກວ່າພຣະເຈົ້າ, ດ້ານກຽດຊື່ສຽງຂອງພວກເຈົ້າໃນທ່າມກາງມະນຸດແມ່ນບໍ່ຕ້ອງເວົ້າເຖິງ, ພວກເຈົ້າໄດ້ກາຍມາເປັນຮູບປັ້ນທີ່ຜູ້ຄົນບູຊາ. ເຈົ້າບໍ່ໄດ້ກາຍມາເປັນອັກຄະເທວະດາບໍ? ເມື່ອຜົນຕາມມາຂອງຜູ້ຄົນຖືກເປີດເຜີຍ ເຊິ່ງຍັງເປັນເວລາທີ່ພາລະກິດແຫ່ງຄວາມລອດພົ້ນໃກ້ຈະເຖິງຈຸດສິ້ນສຸດຂອງມັນ, ຫຼາຍຄົນໃນບັນດາພວກເຈົ້າຈະເປັນຊາກສົບທີ່ເກີນຄວາມລອດພົ້ນ ແລະ ຕ້ອງຖືກກຳຈັດ. ໃນລະຫວ່າງພາລະກິດແຫ່ງຄວາມລອດພົ້ນ, ເຮົາກະລຸນາ ແລະ ດີຕໍ່ທຸກຄົນ. ເມື່ອພາລະກິດສິ້ນສຸດລົງ, ຜົນຕາມມາຂອງຜູ້ຄົນປະເພດທີ່ແຕກຕ່າງກັນກໍຈະຖືກເປີດເຜີຍ ແລະ ໃນເວລານັ້ນ ເຮົາຈະບໍ່ກະລຸນາ ແລະ ດີອີກຕໍ່ໄປ, ຍ້ອນຜົນຕາມມາຂອງຜູ້ຄົນຈະໄດ້ຖືກເປີດເຜີຍອອກ ແລະ ແຕ່ລະຄົນກໍຈະໄດ້ຖືກຈັດອອກຕາມປະເພດຂອງພວກເຂົາ ແລະ ຈະບໍ່ເກີດປະໂຫຍດຫຍັງໃນການປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກ ຍ້ອນຍຸກແຫ່ງຄວາມລອດພົ້ນຈະຜ່ານໄປ ແລະ ເມື່ອຜ່ານໄປແລ້ວ ມັນກໍຈະບໍ່ກັບຄືນມາ.

(ຄັດຈາກບົດ “ການປະຕິບັດ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

657. ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າ ເພື່ອປົກຄອງພວກເຈົ້າ. ປັດຈຸບັນ ພວກເຈົ້າຮູ້ສຶກພັດທະນາຫຼາຍຂຶ້ນກວ່າໃນອະດີດ, ເຂົ້າໃຈຫຼັກທໍາຫຼາຍຂໍ້ ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ມີສາມັນສໍານຶກຫຼາຍ ເຊິ່ງຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ເຮົາບໍ່ໄດ້ປະຕິເສດຜົນສໍາເລັດຂອງພວກເຈົ້າ ແຕ່ເຮົາຕ້ອງໄດ້ເວົ້າຢ່າງກົງໄປກົງມາວ່າ ເຮົາກໍຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍຂອງພວກເຈົ້າ ທີ່ມີຕໍ່ເຮົາເປັນເວລາຫຼາຍປີມານີ້ ຍ້ອນວ່າ ໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນ, ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ທີ່ບໍ່ໄດ້ຮັບການຍົກເວັ້ນ ແລະ ເປັນສັດຕູຂອງພຣະຄຣິດ. ການເຮັດຜິດຂອງພວກເຈົ້າ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າຈົນຮອດປະຈຸບັນແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ ແຕ່ເພື່ອອະນາຄົດຂອງພວກເຈົ້າ, ເພື່ອປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ເຮົາກໍຫວັງຢ່າງຍິ່ງວ່າ ພວກເຈົ້າຈະສາມາດເຊື່ອພຣະທໍາທຸກຂໍ້ທີ່ເຮົາກ່າວ ແລະ ຍິ່ງກວ່ານັ້ນ ກໍຫວັງວ່າ ພວກເຈົ້າອາດເຂົ້າໃຈຄວາມໝາຍທີ່ແອບແຝງຢ່າງເລິກເຊິ່ງຂອງພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ ຫຼື ຮ້າຍໄປກວ່ານັ້ນ ແມ່ນການຮັບເອົາພຣະທໍາຂອງເຮົາຕາມທີ່ພວກເຈົ້າປາດຖະໜາ ແລະ ໂຍນພຣະທໍາເຫຼົ່ານັ້ນຖິ້ມຕາມໃຈ ເຊິ່ງເຮົາເຫັນວ່າ ເປັນສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າ ເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າ ແມ່ນບໍ່ມີຄວາມຖືກຕ້ອງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສ, ບໍ່ເຄີຍເອົາພຣະທໍາຂອງເຮົາ ແລະ ເບິ່ງຂ້າມເຮົາ, ເຮົາຂໍບອກພວກເຈົ້າແຕ່ລະຄົນດ້ວຍຄວາມຈິງຈັງທັງມວນ: ຢ່າເອົາສິ່ງທີ່ເຮົາເວົ້າໄປເຊື່ອມໂຍງກັບປັດຊະຍາ, ຢ່າເອົາສິ່ງທີ່ເຮົາເວົ້າໄປລວມກັນກັບຄໍາຫຼອກລວງຂອງນັກຕົ້ມຕຸນ ແລະ ຍິ່ງໄປກວ່ານັ້ນ ແມ່ນຢ່າໂຕ້ຕອບພຣະທໍາຂອງເຮົາດ້ວຍການດູຖູກ. ບາງເທື່ອໃນອະນາຄົດ ອາດຈະບໍ່ມີໃຜສາມາດບອກພວກເຈົ້າໃນສິ່ງທີ່ເຮົາກໍາລັງບອກພວກເຈົ້າຢູ່ ຫຼື ເວົ້າກັບພວກເຈົ້າດ້ວຍຄວາມກະລຸນາ, ຢ່າວ່າແຕ່ພາພວກເຈົ້າຍ່າງຜ່ານຈຸດເຫຼົ່ານີ້ດ້ວຍຄວາມອົດທົນເລີຍ. ມື້ທີ່ຈະມາເຖິງ ແມ່ນຈະຖືກໃຊ້ໃນການເອີ້ນເວລາທີ່ດີກັບຄືນມາ ຫຼື ໃນການຮ້ອງໄຫ້ສຽງດັງ ຫຼື ຄວນຄາງດ້ວຍຄວາມເຈັບປວດ ຫຼື ເຈົ້າຈະດໍາລົງຊີວິດຜ່ານກາງຄືນທີ່ຄໍ່າມືດ ໂດຍທີ່ບໍ່ມີຄວາມຈິງແມ່ນແຕ່ໜ້ອຍດຽວ ຫຼື ຊີວິດທີ່ສະໜອງໃຫ້ ຫຼື ພຽງແຕ່ລໍຖ້າຢ່າງໝົດຫວັງ ຫຼື ຢູ່ໃນຄວາມເສຍໃຈທີ່ຂົມຂື່ນຈົນພວກເຈົ້າບໍ່ມີເຫດຜົນ.... ຄວາມເປັນໄປໄດ້ອື່ນເຫຼົ່ານີ້ ແມ່ນຫຼີກເວັ້ນບໍ່ໄດ້ແທ້ໆ ສໍາລັບພວກເຈົ້າຜູ້ໃດຜູ້ໜຶ່ງ. ຍ້ອນວ່າ ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຄອບຄອງບ່ອນນັ່ງ ທີ່ພວກເຈົ້າໃຊ້ນັ່ງເພື່ອນະມັດສະການພຣະເຈົ້າຢ່າງແທ້ຈິງ; ພວກເຈົ້າເອົາຕົວເອງໄປໝົກໝຸ້ນຢູ່ກັບໂລກແຫ່ງຕັນຫາ ແລະ ຄວາມຊົ່ວຮ້າຍ, ປະປົນເຂົ້າກັບຄວາມເຊື່ອຂອງພວກເຈົ້າ, ເຂົ້າກັບຈິດວິນຍານ, ວິນຍານ ແລະ ຮ່າງກາຍຂອງພວກເຈົ້າ ແລະ ຫຼາຍໆສິ່ງທີ່ບໍ່ມີສ່ວນກ່ຽວຂ້ອງກັບຊີວິດ ແລະ ຄວາມຈິງ ແລະ ແທ້ຈິງແລ້ວ ແມ່ນການຕໍ່ຕ້ານສິ່ງເຫຼົ່ານັ້ນ. ສະນັ້ນ ສິ່ງທີ່ເຮົາຄາດຫວັງຈາກພວກເຈົ້າກໍຄື ພວກເຈົ້າສາມາດຖືກນໍາມາສູ່ເສັ້ນທາງແຫ່ງແສງສະຫວ່າງ. ຄວາມຫວັງຢ່າງດຽວຂອງເຮົາກໍຄື ພວກເຈົ້າສາມາດເບິ່ງແຍງຕົວເອງ, ສາມາດລ້ຽງດູຕົວເອງ ແລະ ບໍ່ເນັ້ນໜັກຫຼາຍກັບປາຍທາງຂອງຕົວເອງ ໃນຂະນະທີ່ເບິ່ງພຶດຕິກໍາ ແລະ ການເຮັດຜິດຂອງຕົວດ້ວຍຄວາມບໍ່ສົນໃຈ.

(ຄັດຈາກບົດ “ການເຮັດຜິດຈະນໍາພາມະນຸດໄປສູ່ນາຮົກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

658. ຍິ່ງການເຮັດຜິດຂອງເຈົ້າຫຼາຍຊໍ່າໃດ, ໂອກາດຂອງເຈົ້າໃນການໄດ້ຮັບປາຍທາງທີ່ດີກໍຍິ່ງໜ້ອຍລົງ. ກົງກັນຂ້າມ, ຍິ່ງການເຮັດຜິດຂອງເຈົ້າໜ້ອຍຊໍ່າໃດ, ໂອກາດຂອງເຈົ້າໃນການຖືກພຣະເຈົ້າຍ້ອງຍໍກໍຍິ່ງຫຼາຍຂຶ້ນ. ຖ້າການເຮັດຜິດຂອງເຈົ້າເພີ່ມຂຶ້ນຮອດຈຸດທີ່ວ່າ ມັນເປັນໄປບໍ່ໄດ້ທີ່ເຮົາຈະຍົກໂທດໃຫ້ເຈົ້າ, ເຈົ້າກໍຈະເສຍໂອກາດໃນການຖືກຍົກໂທດທັງໝົດ. ໃນກໍລະນີນັ້ນ ປາຍທາງຂອງເຈົ້າຈະບໍ່ຢູ່ເທິງ ແຕ່ຈະຢູ່ລຸ່ມ. ຖ້າເຈົ້າບໍ່ເຊື່ອເຮົາ ກໍຈົ່ງມີຄວາມກ້າຫານ ແລະ ເຮັດໃນສິ່ງທີ່ຜິດ ແລະ ຫຼັງຈາກນັ້ນ ກໍໃຫ້ເບິ່ງວ່າ ມັນຈະນໍາຫຍັງມາໃຫ້ເຈົ້າ. ຖ້າເຈົ້າເປັນຄົນທີ່ຕັ້ງໃຈແທ້ກັບການປະຕິບັດຄວາມຈິງ ເຈົ້າກໍຈະມີໂອກາດ ທີ່ຄວາມຜິດຂອງເຈົ້າຈະໄດ້ຮັບການຍົກໂທດຢ່າງແນ່ນອນ ແລະ ຈໍານວນຂອງຄວາມບໍ່ເຊື່ອຟັງຂອງເຈົ້າກໍຈະໜ້ອຍລົງ ແລະ ໜ້ອຍລົງ. ຖ້າເຈົ້າເປັນຄົນທີ່ບໍ່ເຕັມໃຈປະຕິບັດຄວາມຈິງ ການເຮັດຜິດຂອງເຈົ້າຕໍ່ໜ້າພຣະເຈົ້າກໍຈະເພີ່ມທະວີຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງຫຼາຍຂຶ້ນ ແລະ ຫຼາຍຂຶ້ນເລື້ອຍໆ, ຈົນວ່າເຈົ້າເຖິງຂີດຈໍາກັດ ເຊິ່ງຈະເປັນເວລາທີ່ເຈົ້າຖືກທໍາລາຍຢ່າງສິ້ນເຊີງ. ນີ້ຈະເປັນເວລາທີ່ຄວາມຝັນອັນສວຍງາມກ່ຽວກັບການຮັບພອນຂອງເຈົ້າຈະຖືກທໍາລາຍ. ຈົ່ງຢ່າຖືວ່າ ການເຮັດຜິດຂອງເຈົ້າແມ່ນເປັນຄວາມຜິດຂອງຄົນທີ່ຍັງບໍ່ບັນລຸນິຕິພາວະ ຫຼື ຄົນໂງ່, ຈົ່ງຢ່າໃຊ້ຂໍ້ອ້າງວ່າ ເຈົ້າບໍ່ໄດ້ປະຕິບັດຄວາມຈິງ ຍ້ອນຄວາມສາມາດຂອງເຈົ້າທີ່ມີໜ້ອຍໄດ້ເຮັດໃຫ້ການປະຕິບັດຄວາມຈິງເປັນສິ່ງທີ່ເປັນໄປບໍ່ໄດ້ ແລະ ຍິ່ງໄປກວ່ານັ້ນ ກໍຈົ່ງຢ່າພຽງແຕ່ຖືວ່າ ການເຮັດຜິດທີ່ເຈົ້າໄດ້ເຮັດນັ້ນແມ່ນເປັນການກະທໍາຂອງບາງຄົນ ທີ່ບໍ່ຮູ້ດີໄປກວ່ານີ້. ຖ້າເຈົ້າເກັ່ງໃນການຍົກໂທດໃຫ້ຕົວເອງ ແລະ ເກັ່ງໃນການປະຕິບັດກັບຕົວເອງດ້ວຍໃຈກວ້າງຂວາງ, ເຮົາກໍຂໍເວົ້າວ່າ ເຈົ້າແມ່ນຄົນຂີ້ຢ້ານ ຜູ້ທີ່ຈະບໍ່ມີວັນໄດ້ຮັບຄວາມຈິງ ແລະ ການເຮັດຜິດຂອງເຈົ້າກໍຈະບໍ່ຢຸດຫຼອກຫຼອນເຈົ້າ ແຕ່ມັນຈະຫ້າມບໍ່ໃຫ້ເຈົ້າເຮັດຕາມຄວາມຮຽກຮ້ອງຂອງຄວາມຈິງ ແລະ ເຮັດໃຫ້ເຈົ້າເປັນໝູ່ຮ່ວມເດີນທາງທີ່ຈົງຮັກພັກດີຂອງຊາຕານຕະຫຼອດໄປ. ຄໍາແນະນໍາຂອງເຮົາໃຫ້ກັບເຈົ້າກໍຍັງຄືເກົ່າ: ຢ່າພຽງແຕ່ສົນໃຈກັບປາຍທາງຂອງເຈົ້າ ແລະ ເບິ່ງຂ້າມການເຮັດຜິດຂອງເຈົ້າທີ່ເຊື່ອງຊ້ອນຢູ່; ຈົ່ງຖືການເຮັດຜິດຂອງເຈົ້າຢ່າງຈິງຈັງ ແລະ ຢ່າເບິ່ງຂ້າມການເຮັດຜິດທັງໝົດຂອງເຈົ້າ ຍ້ອນຄວາມເປັນຫ່ວງຕໍ່ປາຍທາງຂອງເຈົ້າ.

(ຄັດຈາກບົດ “ການເຮັດຜິດຈະນໍາພາມະນຸດໄປສູ່ນາຮົກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

659. ເຖິງແມ່ນວ່າແກ່ນແທ້ຂອງພຣະເຈົ້າຈະມີອົງປະກອບແຫ່ງຄວາມຮັກ ແລະ ພຣະອົງເມດຕາຕໍ່ທຸກຄົນ, ຜູ້ຄົນແມ່ນໄດ້ເບິ່ງຂ້າມ ແລະ ລືມຂໍ້ແທ້ຈິງທີ່ວ່າ ແກ່ນແທ້ຂອງພຣະອົງເປັນແກ່ນແທ້ທີ່ມີກຽດສັກສີເຊັ່ນກັນ. ການທີ່ພຣະອົງຮັກບໍ່ໄດ້ໝາຍຄວາມວ່າ ຜູ້ຄົນຈະສາມາດກະທໍາຜິດຕໍ່ພຣະອົງຕາມອຳເພີໃຈ ໂດຍບໍ່ປຸກປັ່ນຄວາມຮູ້ສຶກ ຫຼື ປະຕິກິລິຍາຂອງພຣະອົງ ຫຼື ຂໍ້ແທ້ຈິງທີ່ວ່າພຣະອົງມີຄວາມເມດຕາບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ມີຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ພຣະເຈົ້າມີຊີວິດຢູ່; ພຣະອົງເປັນຢູ່ຢ່າງແທ້ຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາທີ່ຖືກຈິນຕະນາການຂຶ້ນມາ ຫຼື ວັດຖຸອື່ນໆ. ເນື່ອງຈາກວ່າພຣະອົງເປັນຢູ່, ພວກເຮົາຄວນຟັງສຽງຂອງຫົວໃຈຂອງພຣະອົງຢ່າງລະມັດລະວັງຢູ່ຕະຫຼອດເວລາ, ໃສ່ໃຈກັບທ່າທີຂອງພຣະອົງຢ່າງໃກ້ຊິດ ແລະ ມາເຂົ້າໃຈຄວາມຮູ້ສຶກຂອງພຣະອົງ. ພວກເຮົາບໍ່ຄວນໃຊ້ຈິນຕະນາການຂອງມະນຸດເພື່ອນິຍາມພຣະເຈົ້າ ຫຼື ພວກເຮົາບໍ່ຄວນເອົາຄວາມຄິດ ຫຼື ຄວາມປາຖະໜາຂອງມະນຸດກໍານົດພຣະອົງ, ເຮັດໃຫ້ພຣະເຈົ້າປະຕິບັດຕໍ່ຜູ້ຄົນໃນລັກສະນະຂອງມະນຸດ ໂດຍອີງຕາມຈິນຕະນາການຂອງມະນຸດ. ຖ້າເຈົ້າເຮັດສິ່ງນີ້, ແລ້ວເຈົ້າກໍກຳລັງເຮັດໃຫ້ພຣະເຈົ້າໃຈຮ້າຍ, ປຸກປັ່ນຄວາມໂກດຮ້າຍຂອງພຣະອົງ ແລະ ທ້າທາຍກຽດສັກສີຂອງພຣະອົງ! ສະນັ້ນ ຫຼັງຈາກທີ່ພວກເຈົ້າໄດ້ມາເຂົ້າໃຈເຖິງຄວາມຮຸນແຮງຂອງເລື່ອງນີ້, ເຮົາແນະນຳໃຫ້ພວກເຈົ້າແຕ່ລະຄົນລະມັດລະວັງ ແລະ ຮອບຄອບໃນການກະທຳຂອງພວກເຈົ້າ. ໃຫ້ລະມັດລະວັງ ແລະ ຮອບຄອບໃນຄຳເວົ້າຂອງພວກເຈົ້າ. ສຳລັບວິທີການທີ່ເຈົ້າປະຕິບັດຕໍ່ພຣະເຈົ້າ, ຍິ່ງເຈົ້າລະມັດລະວັງ ແລະ ຮອບຄອບຫຼາຍສໍ່າໃດ, ມັນກໍຍິ່ງເປັນການດີຫຼາຍສໍ່ານັ້ນ! ເມື່ອເຈົ້າບໍ່ເຂົ້າໃຈວ່າແມ່ນຫຍັງຄືທ່າທີຂອງພຣະເຈົ້າ ກໍຈົ່ງລະເວັ້ນຈາກການເວົ້າໂລເລ, ຢ່າປະໝາດໃນການກະທຳຂອງເຈົ້າ ແລະ ຢ່າເວົ້າໄປເລື້ອຍເປືອຍ. ສຳຄັນໄປກວ່ານັ້ນ, ຢ່າສະຫຼຸບຕາມອຳເພີໃຈ. ກົງກັນຂ້າມ, ເຈົ້າຄວນລໍຖ້າ ແລະ ສະແຫວງຫາ; ການກະທຳເຫຼົ່ານີ້ແມ່ນເປັນການສະແດງອອກເຖິງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຊັ່ນກັນ. ນອກເໜືອສິ່ງອື່ນໃດ, ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້ ແລະ ນອກເໜືອສິ່ງອື່ນໃດ ຖ້າເຈົ້າມີທັດສະນະຄະຕິນີ້, ແລ້ວພຣະເຈົ້າກໍຈະບໍ່ໂທດເຈົ້າສຳລັບຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ການຂາດຄວາມເຂົ້າໃຈຂອງເຈົ້າໃນເຫດຜົນທີ່ຢູ່ເບື້ອງຫຼັງສິ່ງຕ່າງໆ. ກົງກັນຂ້າມ, ຍ້ອນທ່າທີໃນການຢ້ານກະທໍາຜິດຕໍ່ພຣະເຈົ້າ, ຄວາມເຄົາລົບຕໍ່ເຈດຕະນາຂອງພຣະອົງ ແລະ ຄວາມເຕັມໃຈທີ່ຈະເຊື່ອຟັງພຣະອົງ, ພຣະເຈົ້າຈະຈື່ເຈົ້າ, ນໍາພາ ແລະ ໃຫ້ສ່ອງແສງແກ່ເຈົ້າ ຫຼື ອົດທົນຕໍ່ຄວາມເປັນເດັກນ້ອຍ ແລະ ຄວາມບໍ່ຮູ້ຂອງເຈົ້າ. ແຕ່ຖ້າທ່າທີຂອງເຈົ້າທີ່ມີຕໍ່ພຣະອົງຄືການບໍ່ເຄົາລົບ, ຕັດສິນພຣະອົງຕາມທີ່ເຈົ້າປາຖະໜາ ຫຼື ຄາດເດົາຕາມອຳເພີໃຈ ແລະ ກຳນົດແນວຄິດຂອງພຣະອົງ, ພຣະເຈົ້າກໍຈະປະນາມເຈົ້າ, ລົງວິໄນເຈົ້າ ແລະ ເຖິງກັບລົງໂທດເຈົ້າ; ຫຼື ພຣະອົງອາດສະແດງຄວາມຄິດເຫັນກ່ຽວກັບເຈົ້າ. ບາງເທື່ອ ຄວາມຄິດເຫັນນີ້ຈະກ່ຽວພັນກັບຜົນຕາມມາຂອງເຈົ້າ. ສະນັ້ນ ເຮົາຈຶ່ງຂໍເນັ້ນອີກຄັ້ງ: ພວກເຈົ້າແຕ່ລະຄົນຄວນລະມັດລະວັງ ແລະ ຮອບຄອບກ່ຽວກັບທຸກສິ່ງທີ່ມາຈາກພຣະເຈົ້າ. ຢ່າເວົ້າໂດຍບໍ່ລະມັດລະວັງ ແລະ ຢ່າປະໝາດໃນການກະທຳຂອງເຈົ້າ. ກ່ອນທີ່ເຈົ້າຈະເວົ້າຫຍັງ, ເຈົ້າຄວນຢຸດ ແລະ ຄິດຄໍານຶງວ່າ: ການກະທຳນີ້ຂອງຂ້ານ້ອຍຈະເຮັດໃຫ້ພຣະເຈົ້າໃຈຮ້າຍບໍ? ການເຮັດສິ່ງນັ້ນ, ຂ້ານ້ອຍກຳລັງເຄົາລົບພຣະເຈົ້າບໍ? ແມ່ນແຕ່ໃນເລື່ອງເລັກໆນ້ອຍໆ, ເຈົ້າກໍຄວນພະຍາຍາມຕອບຄຳຖາມເຫຼົ່ານີ້ໃຫ້ໄດ້ ແລະ ໃຊ້ເວລາເພີມເຕີມເພື່ອພິຈາລະນາຄຳຖາມເຫຼົ່ານີ້. ຖ້າເຈົ້າສາມາດປະຕິບັດຕາມຫຼັກການເຫຼົ່ານີ້ຢ່າງແທ້ຈິງໃນທຸກລັກສະນະ, ໃນທຸກສິ່ງ, ຕະຫຼອດເວລາ ແລະ ນໍາໃຊ້ທ່າທີດັ່ງກ່າວ ໂດຍສະເພາະເມື່ອເວລາເຈົ້າບໍ່ເຂົ້າໃຈບາງສິ່ງບາງຢ່າງ, ແລ້ວພຣະເຈົ້າກໍຈະນໍາພາເຈົ້າຢູ່ສະເໝີ ແລະ ສະໜອງເສັ້ນທາງໃຫ້ເຈົ້າໄດ້ເດີນຕາມ. ບໍ່ວ່າຜູ້ຄົນຈະສະແດງອອກໃນຮູບແບບໃດກໍຕາມ, ພຣະເຈົ້າກໍເຫັນພວກເຂົາຢ່າງຊັດເຈນ ແລະ ແຈ່ມແຈ້ງ ແລະ ພຣະອົງຈະປະເມີນການສະແດງອອກເຫຼົ່ານີ້ຂອງເຈົ້າຢ່າງຖືກຕ້ອງ ແລະ ເໝາະສົມ. ຫຼັງຈາກທີ່ເຈົ້າໄດ້ຜ່ານການທົດລອງຄັ້ງສຸດທ້າຍ, ພຣະເຈົ້າຈະນໍາເອົາພຶດຕິກຳທັງໝົດຂອງເຈົ້າ ແລະ ສະຫຼຸບມັນຢ່າງຄົບຖ້ວນເພື່ອກຳນົດຜົນຕາມມາຂອງເຈົ້າ. ຜົນຕາມມານີ້ຈະເຮັດໃຫ້ທຸກຄົນເຊື່ອໂດຍບໍ່ມີການສົງໄສເລີຍ. ສິ່ງທີ່ເຮົາຕ້ອງການບອກພວກເຈົ້າໃນນີ້ກໍຄື: ທຸກການກະທຳຂອງພວກເຈົ້າ, ທຸກການປະພຶດຂອງພວກເຈົ້າ ແລະ ທຸກຄວາມຄິດຂອງພວກເຈົ້າຕັດສິນໂຊກຊະຕາຂອງພວກເຈົ້າ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

660. ເມື່ອເວົ້າກ່ຽວກັບວິທີທີ່ຜູ້ຄົນສະແຫວງຫາ ແລະ ວິທີທີ່ຜູ້ຄົນເຂົ້າຫາພຣະເຈົ້າ, ທ່າທີຂອງຜູ້ຄົນແມ່ນຫຼັກສຳຄັນ. ຢ່າເມີນເສີຍຕໍ່ພຣະເຈົ້າຄືກັບວ່າພຣະອົງເປັນພຽງອາກາດວ່າງເປົ່າທີ່ລ່ອງລອຍຢູ່ໃນຄວາມຄິດຂອງເຈົ້າ; ໃຫ້ຄິດເຖິງພຣະເຈົ້າທີ່ເຈົ້າເຊື່ອຢູ່ສະເໝີວ່າເປັນພຣະເຈົ້າທີ່ມີຊີວິດຢູ່, ເປັນພຣະເຈົ້າທີ່ແທ້ຈິງ. ພຣະອົງບໍ່ໄດ້ນັ່ງຢູ່ໃນທີ່ນັ້ນ ໃນສະຫວັນຊັ້ນສາມໂດຍບໍ່ມີຫຍັງເຮັດ. ກົງກັນຂ້າມ, ພຣະອົງກຳລັງຫຼຽວເບິ່ງຫົວໃຈຂອງທຸກຄົນຢ່າງສະໝໍ່າສະເໝີ, ສັງເກດວ່າເຈົ້າກຳລັງເຮັດຫຍັງ, ເຝົ້າເບິ່ງທຸກຄຳເວົ້າເລັກໆນ້ອຍໆ ແລະ ທຸກການກະທຳເລັກໆນ້ອຍໆຂອງເຈົ້າ, ເຝົ້າເບິ່ງວ່າເຈົ້າປະພຶດແນວໃດ ແລະ ເບິ່ງວ່າທ່າທີຂອງເຈົ້າຕໍ່ພຣະອົງແມ່ນເປັນແນວໃດ. ບໍ່ວ່າເຈົ້າຈະເຕັມໃຈມອບຕົນເອງໃຫ້ກັບພຣະເຈົ້າ ຫຼື ບໍ່, ພຶດຕິກຳຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດໃນສ່ວນເລິກສຸດຂອງເຈົ້າກໍໄດ້ຖືກເປີດເຜີຍຕໍ່ໜ້າພຣະອົງ ແລະ ຖືກເຝົ້າເບິ່ງໂດຍພຣະອົງແລ້ວ. ເນື່ອງຈາກພຶດຕິກຳຂອງເຈົ້າ, ເນື່ອງຈາກການກະທຳຂອງເຈົ້າ ແລະ ເນື່ອງຈາກທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ, ຄວາມຄິດເຫັນຂອງພຣະເຈົ້າກ່ຽວກັບເຈົ້າ ແລະ ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າກໍປ່ຽນແປງຢ່າງສະໝໍ່າສະເໝີ. ເຮົາຕ້ອງການໃຫ້ຄຳແນະນຳບາງຢ່າງກັບບາງຄົນ: ຢ່າວາງຕົນເອງຄືກັບເດັກເກີດໃໝ່ໃນມືຂອງພຣະເຈົ້າ, ຄືກັບວ່າພຣະອົງຄວນຫຼົງໄຫຼເຈົ້າ, ຄືກັບວ່າພຣະອົງບໍ່ສາມາດປະຖິ້ມເຈົ້າໄດ້ ແລະ ຄືກັບວ່າທ່າທີຂອງພຣະອົງທີ່ມີຕໍ່ເຈົ້ານັ້ນໝັ້ນຄົງ ແລະ ບໍ່ປ່ຽນແປງຈັກເທື່ອ ແລະ ເຮົາຂໍແນະນໍາເຈົ້າໃຫ້ເຊົາຝັນ! ພຣະເຈົ້າເປັນທຳໃນການທີ່ພຣະອົງປະຕິບັດຕໍ່ທຸກຄົນ ແລະ ພຣະອົງຈິງຈັງໃນວິທີການຂອງພຣະອົງໃນພາລະກິດແຫ່ງການເອົາຊະນະ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນ. ນີ້ແມ່ນການຄຸ້ມຄອງຂອງພຣະອົງ. ພຣະອົງປະຕິບັດຕໍ່ທຸກຄົນຢ່າງຈິງຈັງ ແລະ ບໍ່ເຮັດຄືກັບສັດລ້ຽງໃຫ້ຢອກຫຼິ້ນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດບໍ່ແມ່ນແບບຕາມໃຈ ຫຼື ເອົາໃຈ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ຕາມໃຈ ຫຼື ເມີນເສີຍ. ໃນທາງກົງກັນຂ້າມ, ຄວາມຮັກຂອງພຣະເຈົ້າສຳລັບມະນຸດກ່ຽວພັນກັບການຖະໜຸຖະໜອມ, ການສົງສານ ແລະ ການເຄົາລົບຊີວິດ; ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງສະແດງເຖິງສິ່ງທີ່ພຣະອົງຄາດຫວັງຈາກພວກເຂົາ ແລະ ສິ່ງທີ່ມະນຸດຊາດຕ້ອງການເພື່ອຄວາມຢູ່ລອດ. ພຣະເຈົ້າມີຊີວິດຢູ່ ແລະ ພຣະເຈົ້າມີຢູ່ແທ້ຈິງ; ທ່າທີຂອງພຣະອົງມີຕໍ່ມະນຸດຊາດແມ່ນມີຫຼັກການ, ບໍ່ແມ່ນຈໍາພວກກົດລະບຽບທີ່ບໍ່ມີເຫດຜົນ ແລະ ມັນສາມາດປ່ຽນແປງໄດ້. ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດແມ່ນປ່ຽນແປງ ແລະ ປັບປ່ຽນເທື່ອລະໜ້ອຍຕາມການເວລາ, ຂຶ້ນກັບສະຖານະການທີ່ພວກມັນເກີດຂຶ້ນ ແລະ ພ້ອມກັບທ່າທີຂອງແຕ່ລະຄົນ. ສະນັ້ນ ເຈົ້າຄວນຮູ້ຈັກຢູ່ໃນຫົວໃຈຂອງເຈົ້າຢ່າງຊັດເຈນທີ່ສຸດວ່າ ແກ່ນແທ້ຂອງພຣະເຈົ້າແມ່ນບໍ່ສາມາດປ່ຽນແປງໄດ້ ແລະ ອຸປະນິໄສຂອງພຣະອົງຈະປາກົດໃນເວລາທີ່ແຕກຕ່າງກັນ ແລະ ໃນບໍລິບົດທີ່ແຕກຕ່າງກັນ. ເຈົ້າອາດບໍ່ຄິດວ່າ ນີ້ແມ່ນບັນຫາທີ່ຮ້າຍແຮງ ແລະ ເຈົ້າອາດໃຊ້ແນວຄິດຂອງເຈົ້າເອງເພື່ອຈິນຕະນາການເຖິງວິທີທີ່ພຣະເຈົ້າຄວນເຮັດສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ, ມີບາງຄັ້ງທີ່ມຸມມອງກົງກັນຂ້າມກັນຄົນລະຂົ້ວຂອງເຈົ້ານັ້ນເປັນຈິງ ແລະ ການໃຊ້ແນວຄິດຂອງເຈົ້າເອງເພື່ອພະຍາຍາມວັດແທກພຣະເຈົ້າ, ເຈົ້າກໍໄດ້ເຮັດໃຫ້ພຣະອົງໃຈຮ້າຍແລ້ວ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ໄດ້ດຳເນີນການໃນລັກສະນະທີ່ເຈົ້າຄິດວ່າພຣະອົງເຮັດ ຫຼື ພຣະອົງບໍ່ໄດ້ປະຕິບັດຕໍ່ເລື່ອງນີ້ຄືກັບທີ່ເຈົ້າເວົ້າວ່າພຣະອົງຈະເຮັດ. ສະນັ້ນ ເຮົາຈຶ່ງເຕືອນເຈົ້າໃຫ້ລະມັດລະວັງ ແລະ ຮອບຄອບໃນວິທີການຂອງເຈົ້າຕໍ່ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຮຽນຮູ້ທີ່ຈະປະຕິບັດຕາມຫຼັກການຍ່າງໃນຫົນທາງຂອງພຣະເຈົ້າໃນທຸກສິ່ງ ເຊິ່ງນັ້ນກໍຄື ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ເຈົ້າຕ້ອງມີຄວາມເຂົ້າໃຈທີ່ໜັກແໜ້ນກ່ຽວກັບເລື່ອງຕ່າງໆໃນຄວາມປະສົງຂອງພຣະເຈົ້າ ແລະ ກ່ຽວກັບທ່າທີຂອງພຣະເຈົ້າ, ເຈົ້າຕ້ອງຄົ້ນຫາຄົນທີ່ມີແສງສະຫວ່າງເພື່ອສື່ສານເລື່ອງຕ່າງໆເຫຼົ່ານີ້ແກ່ເຈົ້າ ແລະ ເຈົ້າຕ້ອງສະແຫວງຫາຢ່າງຈິງຈັງ. ຢ່າເບິ່ງພຣະເຈົ້າໃນຄວາມເຊື່ອຂອງເຈົ້າເປັນຫຸ່ນຕຸກກະຕາ ໂດຍຕັດສິນພຣະອົງຕາມອຳເພີໃຈ, ສະຫຼຸບກ່ຽວກັບພຣະອົງຕາມອຳເພີໃຈ ແລະ ບໍ່ປະຕິບັດຕໍ່ພຣະອົງດ້ວຍຄວາມເຄົາລົບນັບຖືທີ່ພຣະອົງສົມຄວນໄດ້ຮັບ. ໃນຂະນະທີ່ພຣະເຈົ້າກຳລັງນໍາຄວາມລອດພົ້ນມາສູ່ເຈົ້າ ແລະ ກຳນົດຜົນຕາມມາຂອງເຈົ້າ, ພຣະອົງອາດມອບຄວາມເມດຕາ ຫຼື ຄວາມອົດກັ້ນ ຫຼື ການພິພາກສາ ແລະ ການຂ້ຽນຕີໃຫ້ກັບເຈົ້າ, ແຕ່ເຖິງຢ່າງໃດນກໍຕາມ, ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າແມ່ນບໍ່ໄດ້ໝັ້ນຄົງ. ມັນຂຶ້ນກັບທ່າທີຂອງເຈົ້າເອງທີ່ມີຕໍ່ພຣະອົງ ພ້ອມທັງຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບພຣະອົງ. ຢ່າປ່ອຍໃຫ້ລັກສະນະໃດໜຶ່ງທີ່ຜ່ານໄປຂອງຄວາມຮູ້ ຫຼື ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້ານັ້ນກຳນົດພຣະອົງຢ່າງບໍ່ສິ້ນສຸດ. ຢ່າເຊື່ອໃນພຣະເຈົ້າທີ່ຕາຍແລ້ວ; ໃຫ້ເຊື່ອໃນພຣະເຈົ້າທີ່ມີຊີວີດຢູ່.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

661. ພວກເຈົ້າປາຖະໜາທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນທີ່ນີ້? ພວກເຈົ້າຍອມຮັບພຽງແຕ່ພຣະທຳຂອງພຣະອົງ ແຕ່ບໍ່ຮັບການຈັດການຂອງພຣະອົງ ຫຼື ການລິຮານຂອງພຣະອົງ; ແຮງໄກທີ່ພວກເຈົ້າບໍ່ສາມາດຍອມຮັບເອົາການຈັດແຈງທຸກຢ່າງຂອງພຣະອົງ, ເພື່ອມີຄວາມເຊື່ອທີ່ສົມບູນໃນພຣະອົງ. ແລ້ວແມ່ນຫຍັງຄືບັນຫາໃນທີ່ນີ້? ໃນການວິເຄາະຄັ້ງສຸດທ້າຍ, ຄວາມເຊື່ອຂອງພວກເຈົ້າແມ່ນເປັນພຽງເປືອກໄຂ່ທີ່ວ່າງເປົ່າ ທີ່ບໍ່ສາມາດໃຫ້ກຳເນີດລູກໄກ່ໄດ້. ຍ້ອນຄວາມເຊື່ອຂອງພວກເຈົ້າຍັງບໍ່ໄດ້ນໍາເອົາຄວາມຈິງມາສູ່ພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຮັບຊີວິດ ແຕ່ກົງກັນຂ້າມ ຄວາມເຊື່ອນັ້ນໄດ້ນໍາຄວາມຮູ້ສຶກລວງຕາເຖິງການບໍາລຸງລ້ຽງ ແລະ ຄວາມຫວັງມາສູ່ຊີວິດຂອງພວກເຈົ້າ. ມັນຄືຄວາມຮູ້ສຶກເຖິງການບໍາລຸງລ້ຽງ ແລະ ຄວາມຫວັງນີ້ທີ່ເປັນຈຸດປະສົງຂອງພວກເຈົ້າໃນການເຊື່ອໃນພຣະເຈົ້າບໍ່ແມ່ນຄວາມຈິງ ແລະ ຊີວິດ. ສະນັ້ນ ເຮົາຈຶ່ງເວົ້າວ່າ ແນວທາງປະຕິບັດໃນຄວາມເຊື່ອຂອງພວກເຈົ້າຕໍ່ພຣະເຈົ້ານັ້ນເປັນພຽງການພະຍາຍາມປະຈົບປະແຈງພຣະເຈົ້າຜ່ານການຍອມຮັບໃຊ້ ແລະ ຄວາມໄຮ້ຢາງອາຍ ແລະ ບໍ່ສາມາດຖືວ່າເປັນຄວາມເຊື່ອທີ່ແທ້ຈິງໄດ້ ບໍ່ວ່າໃນວິທີທາງໃດກໍຕາມ. ລູກໄກ່ຈະສາມາດປາກົດອອກຈາກຄວາມເຊື່ອແບບນີ້ໄດ້ແນວໃດ? ເວົ້າອີກແບບໜຶ່ງກໍຄື ຄວາມເຊື່ອປະເພດນີ້ຈະສາມາດສຳເລັດຫຍັງໄດ້? ຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນເພື່ອໃຊ້ພຣະອົງເພື່ອບັນລຸເປົ້າໝາຍຂອງພວກເຈົ້າເອງ. ແລ້ວນີ້ບໍ່ແມ່ນຂໍ້ແທ້ຈິງແຫ່ງການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ເຖິງຢ່າງໃດກໍຕາມ ເຮົາບໍ່ຮັບຮູ້ມຸມມອງຂອງພວກເຈົ້າ; ເຮົາຍົກຍ້ອງພຽງແຕ່ຄົນທີ່ຕິດດິນ ແລະ ຮັບໃຊ້ພຣະເຈົ້າເທິງແຜ່ນດິນໂລກ, ບໍ່ແມ່ນຄົນທີ່ບໍ່ເຄີຍຮັບຮູ້ພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກຈັກເທື່ອ. ບໍ່ວ່າຜູ້ຄົນດັ່ງກ່າວຈະຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ, ສຸດທ້າຍແລ້ວ ພວກເຂົາຈະບໍ່ພົ້ນຈາກມືຂອງເຮົາທີ່ຈະລົງໂທດຄົນຊົ່ວຮ້າຍເຫຼົ່ານີ້. ມະນຸດເຫຼົ່ານີ້ເປັນຄົນທີ່ຊົ່ວຮ້າຍ; ພວກເຂົາເປັນຄົນຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຄີຍເຊື່ອຟັງພຣະຄຣິດດ້ວຍຄວາມຍິນດີ. ແນ່ນອນ ຈຳນວນຂອງພວກເຂົາລວມເຖິງທຸກຄົນທີ່ບໍ່ຮູ້ຈັກ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ຮັບຮູ້ພຣະຄຣິດ. ເຈົ້າເຊື່ອບໍວ່າ ເຈົ້າສາມາດປະຕິບັດຕໍ່ພຣະຄຣິດຕາມທີ່ເຈົ້າພໍໃຈ ຕາບໃດທີ່ເຈົ້າຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນ? ຜິດແລ້ວ! ຄວາມບໍ່ຮູ້ພຣະຄຣິດຂອງເຈົ້າແມ່ນຄວາມບໍ່ຮູ້ພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ວ່າເຈົ້າຈະສັດຊື່ກັບພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ ມັນກໍເປັນພຽງການເວົ້າ ແລະ ການກະທໍາທີ່ວ່າງເປົ່າ ຍ້ອນວ່າພຣະເຈົ້າເທິງແຜ່ນດິນໂລກບໍ່ໄດ້ເປັນພຽງແຕ່ເຄື່ອງມືທີ່ເຮັດໃຫ້ມະນຸດຮັບເອົາຄວາມຈິງ ແລະ ຄວາມຮູ້ທີ່ເລິກເຊິ່ງຂຶ້ນເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນເຄື່ອງມືໃນການກ່າວໂທດມະນຸດ ແລະ ຫຼັງຈາກນັ້ນກໍຍັງຄວ້າເອົາຂໍ້ແທ້ຈິງເພື່ອລົງໂທດຄົນຊົ່ວຮ້າຍ. ເຈົ້າເຄີຍເຂົ້າໃຈຜົນຕາມມາທີ່ເປັນປະໂຫຍດ ແລະ ເປັນໄພໃນທີ່ນີ້ບໍ? ເຈົ້າເຄີຍມີປະສົບການກັບພວກມັນບໍ? ເຮົາປາຖະໜາວ່າ ມື້ໃດມື້ໜຶ່ງໃນໄວໆນີ້ ພວກເຈົ້າຈະເຂົ້າໃຈຄວາມຈິງນີ້ ນັ້ນກໍຄື ເພື່ອທີ່ຈະຮູ້ຈັກພຣະເຈົ້າ ເຈົ້າຕ້ອງບໍ່ພຽງແຕ່ຮູ້ຈັກພຣະເຈົ້າໃນສະຫວັນ ແຕ່ສຳຄັນໄປກວ່ານັ້ນ ແມ່ນຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກອີກດ້ວຍ. ຢ່າສັບສົນກັບບູລິມະສິດຂອງເຈົ້າ ຫຼື ປ່ອຍໃຫ້ສິ່ງສໍາຮອງມາຢູ່ເໜຶອສິ່ງທີ່ເປັນຫຼັກ. ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສ້າງຄວາມສຳພັນທີ່ດີກັບພຣະເຈົ້າຢ່າງແທ້ຈິງ, ໃກ້ຊິດກັບພຣະເຈົ້າ ແລະ ນໍາຫົວໃຈຂອງເຈົ້າເຂົ້າໃກ້ພຣະອົງຫຼາຍຂຶ້ນ. ຖ້າເຈົ້າມີຄວາມເຊື່ອເປັນເວລາຫຼາຍປີ ແລະ ໄດ້ພົວພັນກັບເຮົາເປັນເວລາດົນນານມາແລ້ວ ແຕ່ຍັງຄົງຫ່າງເຫີນຈາກເຮົາ ແລ້ວເຮົາກໍຈະເວົ້າວ່າ ມັນແມ່ນເຈົ້າທີ່ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຢູ່ເລື້ອຍໆ ແລະ ຈຸດຈົບຂອງເຈົ້າກໍຍາກຫຼາຍທີ່ຈະຄາດຄະເນໄດ້. ຖ້າການພົວພັນກັບເຮົາເປັນເວລາຫຼາຍປີບໍ່ພຽງແຕ່ລົ້ມເຫຼວທີ່ຈະປ່ຽນແປງໃຫ້ເຈົ້າກາຍເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຈິງໄດ້ ແຕ່ຍິ່ງໄປກວ່ານັ້ນ ມັນເຮັດໃຫ້ຝັງແໜ້ນວິທີການທີ່ຊົ່ວຮ້າຍຂອງເຈົ້າເຂົ້າໃນທຳມະຊາດຂອງເຈົ້າ ແລະ ເຈົ້າບໍ່ພຽງແຕ່ມີຄວາມອວດດີສອງເທົ່າກວ່າທີ່ມີແຕ່ກ່ອນ, ແຕ່ຄວາມເຂົ້າໃຈຜິດກ່ຽວກັບເຮົາຍິ່ງເພີ່ມທະວີຂຶ້ນ ຈົນເຈົ້າເຫັນເຮົາເປັນພຽງລູກນ້ອງຊັ້ນຕໍ່າຂອງເຈົ້າ ແລ້ວເຮົາຈະເວົ້າວ່າ ຄວາມເຈັບປວດຂອງເຈົ້າບໍ່ແມ່ນເລິກພຽງແຕ່ຢູ່ຜິວໜັງອີກຕໍ່ໄປ ແຕ່ມັນຈະຊຶມເຂົ້າໄປໃນກະດູກຂອງເຈົ້າ. ສິ່ງທີ່ຍັງເຫຼຸືອຢູ່ສໍາລັບເຈົ້າແມ່ນພຽງລໍຖ້າຈັດງານສົບຂອງເຈົ້າ. ເຈົ້າບໍ່ຕ້ອງອ້ອນວອນຂໍໃຫ້ເຮົາເປັນພຣະເຈົ້າຂອງເຈົ້າ ຍ້ອນເຈົ້າໄດ້ເຮັດບາບທີ່ສົມຄວນຕາຍ ເຊິ່ງເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້. ເຖິງແມ່ນວ່າ ເຮົາມີຄວາມເມດຕາຕໍ່ເຈົ້າ, ພຣະເຈົ້າທີ່ຢູ່ໃນສະຫວັນກໍຈະຢືນຢັນທີ່ຈະເອົາຊີວິດຂອງເຈົ້າ ຍ້ອນຄວາມຜິດຂອງເຈົ້າຕໍ່ອຸປະນິໄສຂອງພຣະເຈົ້ານັ້ນ ບໍ່ແມ່ນບັນຫາທຳມະດາ ແຕ່ເປັນບັນຫາມີທໍາມະຊາດອັນຮ້າຍແຮງຫຼາຍ. ເມື່ອເຖິງເວລານັ້ນ ຢ່າໂທດວ່າເຮົາບໍ່ໄດ້ແຈ້ງໃຫ້ເຈົ້າຮູ້ລ່ວງໜ້າ. ທຸກສິ່ງແມ່ນຈະລົງເອີຍດ້ວຍວິທີນີ້ ນັ້ນກໍຄື ເມື່ອເຈົ້າກ່ຽວພັນກັບພຣະຄຣິດ ຜູ້ເປັນພຣະເຈົ້າເທິງແຜ່ນດິນໂລກ ທີ່ເປັນມະນຸດທຳມະດາ ນັ້ນກໍຄື ເມື່ອເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ໄດ້ເປັນຫຍັງເລີຍນອກຈາກບຸກຄົນໜຶ່ງ ແລ້ວຕອນນັ້ນ ເຈົ້າກໍຈະພົບກັບຄວາມຈິບຫາຍ. ນີ້ເປັນພຽງການຕັກເຕືອນຂອງເຮົາຕໍ່ພວກເຈົ້າທຸກຄົນເທົ່ານັ້ນ.

(ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

662. ໃນຊ່ວງເວລາທີ່ດໍາລົງຊີວີດດ້ວຍຄວາມສັດທາຕໍ່ພຣະເຈົ້າ ມະນຸດທຸກຄົນໄດ້ຕໍ່ຕ້ານ ແລະ ຫຼອກລວງພຣະເຈົ້າໃນຊ່ວງເວລາໃດໜຶ່ງ. ການກະທໍາບໍ່ດີບາງຢ່າງກໍບໍ່ຈໍາເປັນ ຕ້ອງບັນທຶກວ່າເປັນການກະທໍາຜິດ ແຕ່ບາງຄັ້ງກໍໃຫ້ອະໄພບໍ່ໄດ້ ເນື່ອງຈາກວ່າ ການກະທໍາຫຼາຍຢ່າງທີ່ຝ່າຝືນຕໍ່ພຣະດໍາລັດ ເຊິ່ງໝາຍຄວາມວ່າ ເປັນການລ່ວງເກີນອຸບປະນິໄສຂອງພຣະເຈົ້າ. ຫຼາຍຄົນທີ່ເປັນຫ່ວງກັບຊາຕາກໍາຂອງ ພວກເຂົາອາດຈະຖາມວ່າ ການກະທໍາເຫຼົ່ານີ້ແມ່ນຫຍັງ. ເຈົ້າຄວນຮູ້ວ່າ ພວກເຈົ້າມີນິໄສອວດດີ ແລະ ຈອງຫອງໂດຍທໍາມະຊາດ ແລະ ບໍ່ເຕັມໃຈຍອມຮັບເອົາຄວາມຈິງ. ຍ້ອນເຫດຜົນດັ່ງກ່າວນີ້ ເຮົາຈໍາເປັນຕ້ອງບອກພວກເຈົ້າໃນຕອນນີ້ ແລະ ຫລັງຈາກທີ່ພວກເຈົ້າໄດ້ພິຈາລະນາຕົວເອງ. ເຮົາແນະນໍາໃຫ້ພວກເຈົ້າທໍາຄວາມເຂົ້າໃຈກັບເນື້ອໃນຂອງພຣະດໍາລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ພະຍາຍາມຮຽນຮູ້ອູບປະນິໄສຂອງພຣະເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າຈະບໍ່ສາມາດປິດປາກພວກເຈົ້າໄດ້ ແລະ ລີ້ນຂອງເຈົ້າຈາກການເວົ້າໂອ້ອວດຢ່າງຕາມໃຈ ແລະ ເຈົ້າຈະລ່ວງເກີນອຸບປະນິໄສຂອງພຣະເຈົ້າ ໂດຍບໍ່ໄດ້ເຈດຕະນາ ແລະ ຕົກໄປຢູ່ໃນຄວາມມືດ ນັ້ນກໍຄືປາດສະຈາກການສະຖິດຂອງພຣະວິນຍານບໍລິສຸດ ແລະ ຂາດແສງສະຫວ່າງ. ເພາະວ່າການກະທໍາຂອງພວກເຈົ້າ ແມ່ນບໍ່ມີສິນທໍາ ເຊິ່ງໄດ້ກະທໍາ ຫຼື ເວົ້າໃນສິ່ງທີ່ເຈົ້າບໍ່ຄວນ, ເຈົ້າຈະໄດ້ຮັບຜົນກໍາຕາມສະໜອງທີ່ເໝາະສົມ. ເຖິງແມ່ນວ່າການເວົ້າຈາແລະ ການກະທໍາຂອງເຈົ້າຈະບໍ່ມີສິນທໍາ ແຕ່ ເຈົ້າຄວນຮູ້ວ່າ ພຣະເຈົ້າມີສິນທໍາໃນສອງຢ່າງນີ້ຫຼາຍ. ເຫດຜົນທີ່ເຈົ້າໄດ້ຮັບຜົນກໍາຕາມສະໜອງແມ່ນຍ້ອນວ່າ ເຈົ້າໄດ້ລ່ວງເກີນພຣະເຈົ້າ, ບໍ່ແມ່ນລ່ວງເກີນມະນຸດ. ໃນຊີວິດຂອງເຈົ້າ ຖ້າເຈົ້າໄດ້ກະທຳຜິດຫຼາຍຄັ້ງຕໍ່ອຸບປະນິໄສຂອງພຣະເຈົ້າ, ເຈົ້າກໍຈະກາຍເປັນລູກທີ່ຊົ່ວຊ້າທີ່ສຸດ. ສໍາລັບມະນຸດແລ້ວ ມັນອາດຈະປະກົດວ່າ ເຈົ້າໄດ້ສ້າງກໍາພຽງໜ້ອຍດຽວເທົ່ານັ້ນ ທີ່ບໍ່ໄດ້ສອດຄ່ອງກັບຄວາມຈິງ ແລະ ບໍ່ມີຫຍັງຫຼາຍກວ່ານັ້ນ. ຢ່າງໃດກໍຕາມ ເຈົ້າຮູ້ຕົວຢູ່ບໍວ່າ ໃນສາຍຕາຂອງພຣະເຈົ້າ ເຈົ້າແມ່ນຄົນໜຶ່ງ ທີ່ບໍ່ມີຄວາມຜິດບາບໃຫ້ຖວາຍອີກແລ້ວ? ຍ້ອນເຈົ້າໄດ້ຝ່າຝືນພຣະດໍາລັດຂອງພຣະເຈົ້າຫຼາຍກວ່າໜຶ່ງ ຄັ້ງ ແລະ ນອກຈາກນັ້ນ ກໍບໍ່ໄດ້ສະແດງທ່າທີຂອງການສໍານຶກຜິດ. ດັ່ງນັ້ນ ເຈົ້າບໍ່ມີທາງເລືອກ ນອກຈາກການຕົກນາຮົກ ເຊິ່ງເປັນບ່ອນທີ່ພຣະເຈົ້າລົງໂທດມະນຸດ. ໃນຂະນະທີ່ຕິດຕາມພຣະເຈົ້າ ມີຄົນຈໍານວນໜ້ອຍໄດ້ສ້າງບາບກໍາບາງຢ່າງ ທີ່ຜິດຕໍ່ສິນທໍາ ແຕ່ພາຍຫຼັງຖືກຈັດການ ແລະ ຖືກຊີ້ນໍາ ພວກເຂົາກໍຄ່ອຍໆຄົ້ນພົບຄວາມເສື່ອມເສຍຂອງພວກເຂົາເອງ ແລ້ວຫຼັງຈາກນັ້ນ ກໍໄດ້ເຂົ້າສູ່ເສັ້ນທາງແຫ່ງຄວາມຈິງທີ່ຖືກຕ້ອງ ແລະ ພວກເຂົາກໍສືບຕໍ່ຮັບການສຶກສາອົບຮົມເປັນຢ່າງດີຈົນຮອດປັດຈຸບັນ. ໃນຕອນສຸດທ້າຍ ກຸ່ມຄົນດັ່ງກ່າວແມ່ນ ຜູ້ທີ່ຈະຄົງເຫຼືອຢູ່. ແຕ່ເຮົາສະແຫວງຫາຄົນທີ່ຊື່ສັດ, ຖ້າເຈົ້າແມ່ນຄົນຊື່ສັດ ແລະ ເປັນຄົນທີ່ກະທໍາຕາມສິນທໍາ ເຈົ້າກໍສາມາດເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພຣະ ເຈົ້າ. ຖ້າໃນການກະທໍາຂອງເຈົ້າ, ເຈົ້າບໍ່ໄດ້ລ່ວງເກີນອຸບປະນິໄສຂອງພຣະເຈົ້າ ແລະ ເຈົ້າສະແຫວງຫາພຣະປະສົງຂອງພຣະເຈົ້າ ແລະ ມີຈິດໃຈເຄົາລົບບູຊາພຣະເຈົ້າ, ສັດທາຂອງເຈົ້າກໍຖືວ່າ ໄດ້ມາດຕະຖານແລ້ວ. ຜູ້ໃດທີ່ບໍ່ເຄົາລົບບູຊາພຣະເຈົ້າ ແລະ ບໍ່ມີຈິດໃຈທີ່ຢໍາກຽງ ແມ່ນ ຈະລ່ວງເກີນພຣະດໍາລັດຂອງພຣະເຈົ້າ ຢ່າງຊັດເຈນ. ຫຼາຍຄົນຮັບໃຊ້ພຣະເຈົ້າດ້ວຍພະລັງຈາກຄວາມຮັກອັນແຮງກ້າ, ແຕ່ພັດບໍ່ມີຄວາມເຂົ້າໃຈກ່ຽວກັບພຣະດໍາລັດຂອງພຣະເຈົ້າ ແລະ ຂາດຄວາມຮູ້ກ່ຽວກັບຄວາມໝາຍ ທີ່ລຶກລັບຂອງພຣະທໍາຂອງພຣະອົງ. ສະນັ້ນ ດ້ວຍເຈດຕະນາທີ່ດີຂອງພວກເຂົາ, ສຸດທ້າຍພວກເຂົາມັກຈະກະທຳໃນສິ່ງຕ່າງໆທີ່ກາຍເປັນການທໍາລາຍການຄຸ້ມຄອງຂອງພຣະເຈົ້າ. ໃນກໍລະນີທີ່ຮ້າຍແຮງ ພວກເຂົາຈະຖືກໄລ່ອອກ, ຖືກຕັດສິດບໍ່ໃຫ້ມີໂອກາດໃນການຕິດຕາມພຣະອົງອີກ ແລະ ຖືກຂັບໄລ່ໄປສູ່ນາຮົກ ເຊິ່ງຈະຢຸດຕິການ ພົວພັນ ທັງໝົດກັບພຣະວິຫານ ຂອງພຣະອົງ. ຜູ້ຄົນເຫຼົ່ານີ້ເຮັດວຽກຢູ່ໃນພຣະວິຫານຂອງພຣະເຈົ້າດ້ວຍພະລັງຈາກເຈດຕະນາດີຂອງພວກເຂົາ ຢ່າງໄຮ້ດຽງສາ ແລະ ສູດທ້າຍກາຍເປັນການກະທໍາທີ່ບໍ່ເພິ່ງພໍໃຈພຣະເຈົ້າ. ຜູ້ຄົນຈະນໍາເອົາວິທີການຮັບໃຊ້ເຈົ້າໜ້າທີ່ ແລະ ເຈົ້ານາຍຂອງພວກເຂົາມາໃຊ້ໃນພຣະວິຫານຂອງພຣະເຈົ້າ ແລະ ພະຍາຍາມນໍາໃຊ້ວິທີການເຫຼົ່ານັ້ນ ໂດຍຄິດຢ່າງໄຮ້ປະໂຫຍດວ່າ ວິທີການເຫຼົ່ານັ້ນຈະສາມາດນໍາມາໃຊ້ຢູ່ບ່ອນນີ້ຢ່າງງ່າຍດາຍ ໂດຍທີ່ບໍ່ຕ້ອງອອກແຮງຫຍັງ. ພວກເຂົາບໍ່ເຄີຍຄິດເລີຍວ່າ ພຣະເຈົ້າບໍ່ໄດ້ມີອຸບປະນິໄສຄືດັ່ງລູກແກະ ແຕ່ພັດແມ່ນອຸບປະນິໄສຄືດັ່ງໂຕສິງ. ດັ່ງນັ້ນ ຜູ້ທີ່ພົວພັນກັບພຣະເຈົ້າເປັນຄັ້ງທໍາອິດຈິ່ງບໍ່ສາມາດສື່ສານກັບພຣະອົງໄດ້ ເພາະວ່າຈິດໃຈຂອງພຣະອົງບໍ່ຄືກັນກັບມະນຸດ. ພາຍຫຼັງທີ່ເຈົ້າໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ເທົ່ານັ້ນ, ເຈົ້າຈິ່ງຈະສາມາດສືບຕໍ່ມາຮູ້ຈັກກັບພຣະເຈົ້າໄດ້. ຄວາມຮູ້ດັ່ງກ່າວນີ້ບໍ່ໄດ້ຖືກສ້າງຂຶ້ນໂດຍຂໍ້ຄວາມຂອງຄໍາເວົ້າ ຫຼື ຄໍາສອນທາງສາສະໜາ, ແຕ່ສາມາດນໍາໄປໃຊ້ເປັນຄັງຊັບເພື່ອໃຫ້ເຈົ້າເປັນທີ່ໄວ້ວາງໃຈທີ່ໃກ້ຊິດກັບພຣະເຈົ້າ ແລະ ເປັນສິ່ງພິສູດວ່າ ພຣະອົງມີຄວາມຍິນດີ ໃນຕົວເຈົ້າ. ຖ້າເຈົ້າຂາດ ຄວາມຮູ້ກ່ຽວກັບ ຄວາມເປັນຈິງ ແລະ ບໍ່ມີຄວາມຈິງ, ການຮັບໃຊ້ດ້ວຍຄວາມຮັກ ອັນແຮງກ້າຂອງເຈົ້າ ກໍສາມາດນໍາເອົາຄວາມລັງກຽດ ແລະ ຄວາມກຽດຊັງ ຈາກພຣະເຈົ້າມາສູ່ເຈົ້າໄດ້.

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

663. ທຸກປະໂຫຍກທີ່ເຮົາໄດ້ກ່າວແມ່ນມີອຸປະນິໄສຂອງພຣະເຈົ້າຢູ່ໃນນັ້ນ. ພວກເຈົ້າຕ້ອງຕັ້ງໃຈໄຕ່ຕອງພຣະທຳຂອງເຮົາຢ່າງລະມັດລະວັງ ແລ້ວພວກເຈົ້າຈະໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງຈາກພຣະທຳເຫຼົ່ານັ້ນຢ່າງແນ່ນອນ. ທາດແທ້ຂອງພຣະເຈົ້າແມ່ນຍາກຫຼາຍທີ່ຈະເຂົ້າໃຈ ແຕ່ເຮົາເຊື່ອໝັ້ນວ່າ ຢ່າງໜ້ອຍ ພວກເຈົ້າທັງໝົດກໍມີຄວາມຄິດບາງຢ່າງກ່ຽວກັບອຸປະນິໄສຂອງພຣະເຈົ້າ. ແລ້ວເຮົາກໍຫວັງວ່າ ພວກເຈົ້າຈະສະແດງໃຫ້ເຮົາເຫັນ ແລະ ເຮັດໃນສິ່ງທີ່ບໍ່ຜິດຕໍ່ອຸປະນິໄສຂອງພຣະເຈົ້າຫຼາຍຂຶ້ນ. ເມື່ອນັ້ນເຮົາກໍຈະໄດ້ໝັ້ນໃຈອີກເທື່ອໜຶ່ງ. ຕົວຢ່າງ ຈົ່ງຮັກສາພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ທຸກເວລາ. ໃນຕອນທີ່ເຈົ້າກະທຳກໍຈົ່ງເຮັດຕາມພຣະທຳຂອງພຣະອົງ. ຈົ່ງສະແຫວງຫາເຈດຕະນາຂອງພຣະອົງໃນທຸກສິ່ງຢ່າງ ແລະ ຈົ່ງລະເວັ້ນຈາກການກະທຳທີ່ບໍ່ເຄົາລົບ ແລະ ບໍ່ໃຫ້ກຽດພຣະເຈົ້າ. ຍິ່ງໄປກວ່ານັ້ນ ເຈົ້າບໍ່ຄວນວາງພຣະເຈົ້າໄວ້ຢູ່ດ້ານຫຼັງຈິດໃຈຂອງເຈົ້າເພື່ອເຕີ່ມເຕັມອະນາຄົດທີ່ເປົ່າຫວ່າງໃນຫົວໃຈຂອງເຈົ້າ. ຖ້າເຈົ້າເຮັດແບບນີ້ ເຈົ້າກໍໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າແລ້ວ. ອີກຄັ້ງ ສົມມຸດວ່າ ເຈົ້າບໍ່ເຄີຍເຮັດການໝິ່ນປະໝາດ ຫຼື ກ່າວຕໍ່ວ່າພຣະເຈົ້າຕະຫຼອດຊີວິດຂອງເຈົ້າ ແລະ ອີກຄັ້ງ ສົມມຸດວ່າ ເຈົ້າສາມາດປະຕິບັດຕາມທຸກສິ່ງທີ່ພຣະອົງໄດ້ຝາກຝັງໃຫ້ກັບເຈົ້າຢ່າງເໝາະສົມ ແລະ ຍອມຢູ່ພາຍໃຕ້ພຣະທຳທຸກຂໍ້ຂອງພຣະອົງຕະຫຼອດຊີວິດຂອງເຈົ້າ ແລ້ວເຈົ້າກໍໄດ້ຫຼີກເວັ້ນຈາກການຝ່າຝືນບົດບັນຍັດແຫ່ງການຄຸ້ມຄອງແລ້ວ. ຕົວຢ່າງ ຖ້າເຈົ້າເຄີຍເວົ້າວ່າ “ເປັນຫຍັງຂ້ານ້ອຍຈຶ່ງບໍ່ຄິດວ່າ ພຣະອົງເປັນພຣະເຈົ້າ?” “ຂ້ານ້ອຍຄິດວ່າ ພຣະທຳເຫຼົ່ານີ້ເປັນພຽງຄວາມສະຫວ່າງບາງຢ່າງຂອງພຣະວິນຍານບໍລິສຸດ”, “ໃນຄວາມຄິດເຫັນຂອງຂ້ານ້ອຍ ບໍ່ແມ່ນທຸກສິ່ງທີ່ພຣະເຈົ້າເຮັດຈຳເປັນຕ້ອງຖືກຕ້ອງ”, “ຄວາມເປັນມະນຸດຂອງພຣະເຈົ້າກໍບໍ່ໄດ້ດີກວ່າຄວາມເປັນມະນຸດຂອງຂ້ານ້ອຍ”, “ພຣະທຳຂອງພຣະເຈົ້າບໍ່ເປັນຕາເຊື່ອແທ້ໆ” ຫຼື ຄໍາເວົ້າທີ່ວິຈານອື່ນໆ, ແລ້ວເຮົາກໍຂໍຕັກເຕືອນໃຫ້ເຈົ້າຈົ່ງສາລະພາບ ແລະ ສຳນຶກຜິດໃນຄວາມບາບຂອງເຈົ້າໃຫ້ຫຼາຍຂຶ້ນ. ບໍ່ດັ່ງນັ້ນ ເຈົ້າຈະບໍ່ມີທາງໄດ້ຮັບໂອກາດແຫ່ງການອະໄພໂທດ ຍ້ອນເຈົ້າບໍ່ໄດ້ລ່ວງເກີນມະນຸດ ແຕ່ລ່ວງເກີນພຣະເຈົ້າເອງ. ເຈົ້າອາດເຊື່ອວ່າ ເຈົ້າກຳລັງຕັດສິນມະນຸດ ແຕ່ພຣະວິນຍານຂອງພຣະເຈົ້າບໍ່ໄດ້ຄິດແນວນັ້ນ. ການທີ່ເຈົ້າບໍ່ເຄົາລົບເນື້ອໜັງຂອງພຣະອົງກໍເທົ່າກັບການບໍ່ເຄົາລົບຕໍ່ພຣະອົງ. ເມື່ອເປັນແບບນີ້ ເຈົ້າບໍ່ໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າບໍ? ເຈົ້າຕ້ອງຈື່ວ່າ ທຸກສິ່ງທີ່ພຣະວິນຍານຂອງພຣະເຈົ້າປະຕິບັດກໍເພື່ອຮັກສາພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ເພື່ອເຮັດໃຫ້ພາລະກິດນີ້ໄດ້ຮັບປະຕິບັດຢ່າງຖືກຕ້ອງ. ຖ້າເຈົ້າບໍ່ເອົາໃຈໃສ່ໃນສິ່ງນີ້ ແລ້ວເຮົາກໍເວົ້າວ່າ ເຈົ້າເປັນຄົນທີ່ບໍ່ມີທາງປະສົບຜົນສຳເລັດໃນການເຊື່ອພຣະເຈົ້າຈັກເທື່ອ. ຍ້ອນເຈົ້າໄດ້ທ້າທາຍຄວາມໂກດຮ້າຍຂອງພຮະເຈົ້າ ສະນັ້ນ ພຣະອົງຈະນໍາໃຊ້ການລົງໂທດທີ່ເໝາະສົມເພື່ອສັ່ງສອນບົດຮຽນໃຫ້ແກ່ເຈົ້າ.

(ຄັດຈາກບົດ “ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

664. ຫຼັງຈາກທີ່ໄດ້ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພວກເຈົ້າໄດ້ຂໍ້ສະຫຼຸບກ່ຽວກັບວິທີທີ່ພວກເຈົ້າຄວນປະຕິບັດຕໍ່ພຣະເຈົ້າບໍ? ສຸດທ້າຍ, ເພື່ອຕອບຄຳຖາມນີ້, ເຮົາຕ້ອງການໃຫ້ຄຳແນະນຳສາມປະການແກ່ພວກເຈົ້າ: ປະການທີ່ໜຶ່ງ ຢ່າທົດສອບພຣະເຈົ້າ. ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກ່ຽວກັບພຣະເຈົ້າ, ບໍ່ວ່າເຈົ້າຮູ້ຈັກກ່ຽວກັບອຸປະນິໄສຂອງພຣະອົງຫຼາຍສໍ່າໃດກໍຕາມ, ຢ່າທົດສອບພຣະອົງແທ້ໆ. ປະການສອງ ຢ່າຕໍ່ສູ້ເພື່ອສະຖານະກັບພຣະເຈົ້າ. ບໍ່ວ່າພຣະເຈົ້າຈະມອບສະຖານະປະເພດໃດໃຫ້ແກ່ເຈົ້າ ຫຼື ພຣະອົງຈະຝາກຝັງພາລະກິດປະເພດໃດໃຫ້ແກ່ເຈົ້າ, ບໍ່ວ່າພຣະອົງຈະຍົກເຈົ້າໃຫ້ປະຕິບັດໜ້າທີ່ແບບໃດ ແລະ ບໍ່ວ່າເຈົ້າໄດ້ເສຍສະຫຼະຕົນເອງ ແລະ ສະຫຼະໃຫ້ແກ່ພຣະເຈົ້າຫຼາຍສໍ່າໃດ, ຢ່າແຂ່ງຂັນເພື່ອສະຖານະກັບພຣະອົງ. ປະການສາມ ຢ່າຕໍ່ຕ້ານພຣະເຈົ້າ. ບໍ່ວ່າເຈົ້າເຂົ້າໃຈ ຫຼື ບໍ່ ຫຼື ເຈົ້າສາມາດຍອມຕໍ່ສິ່ງທີ່ພຣະອົງເຮັດກັບເຈົ້າ ຫຼື ບໍ່, ສິ່ງທີ່ພຣະອົງຈັດແຈງໃຫ້ແກ່ເຈົ້າ ແລະ ສິ່ງຕ່າງໆທີ່ພຣະອົງນໍາມາໃຫ້ແກ່ເຈົ້າ, ຢ່າຂັດຂືນພຣະເຈົ້າແທ້ໆ. ຖ້າເຈົ້າສາມາດປະຕິບັດຕາມຄຳແນະນໍາສາມປະການນີ້, ແລ້ວເຈົ້າກໍຈະຂ້ອນຂ້າງປອດໄພ ແລະ ເຈົ້າຈະບໍ່ມັກເຮັດໃຫ້ພຣະເຈົ້າໃຈຮ້າຍ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

665. ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ, ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ; ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ. ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ, ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ. ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ, ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ ແລະ ຍິ່ງໄປກວ່ານັ້ນ ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ. ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ. ໃນຖານະຂອງຄົນທີ່ບໍ່ມີຊີວິດ, ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ, ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ໃນການເປັນຄົນຮັບໃຊ້ທີ່ດີ, ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ? ພາລະກິດແຫ່ງການເອົາຊະນະມີປະໂຫຍດຫຍັງສຳລັບຄົນທີ່ມີຄ່າໜ້ອຍກວ່າໜຶ່ງເພັນນີ, ເປັນຄົນທີ່ບໍ່ມີຊີວິດ? ເມື່ອເວລານັ້ນມາເຖິງ, ມື້ຂອງພວກເຈົ້າຈະຍິ່ງຮ້າຍແຮງຫຼາຍກວ່າມື້ຂອງໂນອາ ແລະ ໂຊໂດມ! ແລ້ວຄຳອະທິຖານຂອງເຈົ້າຈະບໍ່ມີປະໂຫຍດຫຍັງກັບເຈົ້າ. ເຈົ້າຈະສາມາດກັບຄືນມາ ແລະ ເລີ່ມກັບໃຈໃໝ່ໄດ້ແນວໃດ ເມື່ອພາລະກິດແຫ່ງຄວາມລອດພົ້ນໄດ້ສິ້ນສຸດລົງແລ້ວ? ຫຼັງຈາກທີ່ພາລະກິດທັງໝົດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ມັນກໍຈະບໍ່ມີອີກຕໍ່ໄປ; ສິ່ງທີ່ຈະມີຢູ່ກໍຄືການເລີ່ມຕົ້ນຂອງພາລະກິດແຫ່ງການລົງໂທດຄົນທີ່ຊົ່ວຮ້າຍ. ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ. ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ? ເຮົາກຳລັງສະກົດສິ່ງນີ້ອອກໃຫ້ເຈົ້າເຫັນໃນປັດຈຸບັນ. ຖ້າເຈົ້າເລືອກທີ່ຈະບໍ່ຟັງ, ແລ້ວເມື່ອໄພພິບັດເກີດຂຶ້ນກັບເຈົ້າໃນເວລາຕໍ່ມາ, ມັນຈະບໍ່ຊ້າເກີນໄປບໍ ຖ້າເຈົ້າພຽງແຕ່ເລີ່ມຮູ້ສຶກເສຍໃຈ ແລະ ເລີ່ມເຊື່ອໃນຕອນນັ້ນ? ເຮົາກຳລັງໃຫ້ໂອກາດເຈົ້າກັບໃຈໃນມື້ນີ້, ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະເຮັດແບບນັ້ນ. ເຈົ້າຕ້ອງການລໍຖ້າອີກດົນປານໃດ? ຈົນເຖິງມື້ແຫ່ງການຂ້ຽນຕີບໍ? ໃນປັດຈຸບັນ ເຮົາບໍ່ຈື່ການຝ່າຝືນໃນອະດີດຂອງເຈົ້າ; ເຮົາໃຫ້ອະໄພເຈົ້າຄັ້ງແລ້ວຄັ້ງເລົ່າ, ພະຍາຍາມບໍ່ເບິ່ງດ້ານລົບຂອງເຈົ້າ ແຕ່ເບິ່ງພຽງດ້ານບວກຂອງເຈົ້າ, ເພາະວ່າ ພຣະທຳ ແລະ ພາລະກິດທັງໝົດຂອງເຮົາທີ່ຢູ່ໃນປັດຈຸບັນແມ່ນຕັ້ງໃຈຊ່ວຍໃຫ້ເຈົ້າລອດພົ້ນ ແລະ ເຮົາບໍ່ໄດ້ມີເຈດຕະນາທີ່ບໍ່ດີຕໍ່ເຈົ້າ. ແຕ່ເຈົ້າກໍປະຕິເສດທີ່ຈະເຂົ້າສູ່; ເຈົ້າບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ຊົ່ວ ແລະ ບໍ່ຮູ້ຈັກເຫັນຄຸນຄ່າຄວາມເມດຕາ. ຄົນປະເພດດັ່ງກ່າວບໍ່ແມ່ນພຽງແຕ່ລໍຖ້າການມາເຖິງຂອງການລົງໂທດ ແລະ ຜົນກຳສະໜອງອັນຊອບທຳບໍ?

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

666. ພາລະກິດຂອງເຮົາໃນທ່າມກາງພວກເຈົ້າບໍ່ແມ່ນພາລະກິດດຽວກັນກັບຂອງພຣະເຢໂຮວາໃນອິດສະຣາເອນ ແລະ ໂດຍສະເພາະບໍ່ແມ່ນພາລະກິດດຽວກັນກັບທີ່ພຣະເຢຊູເຮັດໃນຢູດາຍ. ເຮົາເວົ້າ ແລະ ເຮັດພາລະກິດດ້ວຍຄວາມອົດທົນຢ່າງຫຼວງຫຼາຍ ແລະ ພ້ອມນີ້ ເຮົາຍັງເອົາຊະນະສິ່ງເສື່ອມຊາມເຫຼົ່ານີ້ດ້ວຍຄວາມໂມໂຫ ແລະ ການພິພາກສາອີກດ້ວຍ. ມັນບໍ່ຄືກັນກັບການທີ່ພຣະເຢໂຮວານໍາພາຜູ້ຄົນຂອງພຣະອົງໃນອິດສະຣາເອນ. ພາລະກິດຂອງພຣະອົງໃນອິດສະຣາເອນ ແມ່ນເພື່ອປະທານອາຫານ ແລະ ນໍ້າຫຼໍ່ລ້ຽງຊີວິດ ແລະ ພຣະອົງແມ່ນເຕັມໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມຮັກທີ່ມີຕໍ່ຜູ້ຄົນຂອງພຣະອົງໃນຂະນະທີ່ກະທໍາການສະໜອງໃຫ້ແກ່ພວກເຂົາ. ພາລະກິດໃນມື້ນີ້ແມ່ນຖືກເຮັດໃນທ່າມກາງຊາດທີ່ຖືກສາບແຊ່ງຂອງຜູ້ຄົນທີ່ບໍ່ໄດ້ຖືກເລືອກ. ບໍ່ມີອາຫານທີ່ອຸດົມສົມບູນ ຫຼື ນໍ້າຫຼໍ່ລ້ຽງຊີວິດເພື່ອດັບຄວາມກະຫາຍ ແລ້ວແຮງໄກທີ່ຈະມີວັດສະດຸດີໆທີ່ພຽງພໍ; ມີແຕ່ການພິພາກສາ, ຄໍາສາບແຊ່ງ ແລະ ການຂ້ຽນຕີເທົ່ານັ້ນທີ່ມີຫຼາຍພໍ. ພວກໂຕໜອນເຫຼົ່ານີ້ ທີ່ອາໄສຢູ່ໃນກອງຂີ້ສັດ ແມ່ນບໍ່ຄູ່ຄວນທີ່ສຸດທີ່ຈະໄດ້ຮັບພູເຂົາທີ່ເຕັມໄປດ້ວຍຝູງງົວ ແລະ ແກະ, ຄວາມຮັ່ງມີຢ່າງມະຫາສານ ແລະ ລູກເຕົ້າທີ່ສວຍງາມທີ່ສຸດທີ່ມີຢູ່ທົ່ວບ້ານທົ່ວເມືອງ ທີ່ເຮົາໄດ້ປະທານໃຫ້ອິດສະຣາເອນ. ອິດສະຣາເອນສະໄໝໃໝ່ໄດ້ນໍາເອົາຝູງງົວ, ແກະ, ເຄື່ອງຄໍາ ແລະ ເຄື່ອງເງິນ ທີ່ເຮົາໄດ້ມອບໃຫ້ແກ່ຜູ້ຄົນຂອງອິດສະຣາເອນ ມາບູຊາຢູ່ແທ່ນບູຊາ ໂດຍມີຈໍານວນຫຼາຍກວ່າໜຶ່ງສ່ວນສິບທີ່ພຣະເຢໂຮວາຕ້ອງການພາຍໃຕ້ກົດເກນ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງໄດ້ມອບໃຫ້ພວກເຂົາຫຼາຍກວ່າເກົ່າ ກໍຄືຫຼາຍກວ່າຮ້ອຍເທົ່າທີ່ອິດສະຣາເອນໄດ້ຮັບພາຍໃຕ້ກົດເກນ. ສິ່ງທີ່ເຮົາຫຼໍ່ລ້ຽງໃຫ້ອິດສະຣາເອນ ແມ່ນມີຫຼາຍກວ່າສິ່ງທີ່ອັບຣາຮາມໄດ້ຮັບທັງໝົດ ແລະ ມີຫຼາຍກວ່າສິ່ງທີ່ອີຊາກໄດ້ຮັບທັງໝົດ. ເຮົາຈະເຮັດໃຫ້ຄອບຄົວຂອງອິດສະຣາເອນອຸດົມສົມບູນ ແລະ ເພີ່ມຈໍານວນຂຶ້ນ ແລະ ເຮົາຈະເຮັດໃຫ້ຜູ້ຄົນຂອງເຮົາທີ່ຢູ່ໃນອິດສະຣາເອນແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ. ຜູ້ທີ່ເຮົາອວຍພອນ ແລະ ຫ່ວງໃຍຍັງແມ່ນປະຊາຊົນຂອງອິດສະຣາເອນທີ່ຖືກເລືອກ ນັ້ນກໍຄືຜູ້ຄົນທີ່ໄດ້ອຸທິດທຸກສິ່ງທຸກຢ່າງເພື່ອເຮົາ ແລະ ຜູ້ທີ່ໄດ້ຮັບທຸກສິ່ງທຸກຢ່າງຈາກເຮົາ. ຍ້ອນວ່າ ພວກເຂົາເກັບເຮົາໄວ້ໃນຈິດໃຈ ເຊິ່ງເຮັດໃຫ້ພວກເຂົາໄດ້ນໍາເອົາລູກງົວ ແລະ ລູກແກະທີ່ເກີດໃໝ່ຂອງພວກເຂົາມາບູຊາຢູ່ເທິງແທ່ນບູຊາອັນສັກສິດຂອງເຮົາ ແລະ ໄດ້ຖວາຍທຸກສິ່ງທີ່ພວກເຂົາມີໃຫ້ເຮົາ ຈົນເຖິງຂັ້ນຖວາຍລູກຊາຍຄົນທໍາອິດທີ່ເກີດໃໝ່ຂອງພວກເຂົາ ໃນການລໍຖ້າຢ່າງຄາດຫວັງກັບການຄືນມາຂອງເຮົາ. ແລ້ວພວກເຈົ້າເດ? ພວກເຈົ້າໄດ້ປຸກຄວາມໂມໂຫຂອງເຮົາ, ຮຽກຮ້ອງຈາກເຮົາ ແລະ ລັກເຄື່ອງບູຊາຂອງຜູ້ອື່ນທີ່ໄດ້ນໍາມາຖວາຍໃຫ້ເຮົາ ແລະ ພວກເຈົ້າບໍ່ຮູ້ວ່າ ພວກເຈົ້າກໍາລັງລ່ວງເກີນເຮົາ; ດ້ວຍເຫດນັ້ນ, ສິ່ງດຽວທີ່ພວກເຈົ້າໄດ້ຮັບແມ່ນການຮ້ອງໄຫ້ ແລະ ການລົງໂທດຢູ່ໃນຄວາມມືດ. ພວກເຈົ້າໄດ້ຍຸແຍ່ຄວາມໂມໂຫຂອງເຮົາຫຼາຍຄັ້ງ ແລະ ເຮົາໄດ້ປ່ອຍໄຟທີ່ເຜົາໄໝ້ຂອງເຮົາລົງມາຈົນເຖິງຂັ້ນທີ່ວ່າ ບາງຄົນຕ້ອງພົບກັບຈຸດຈົບອັນໜ້າອານາດ ແລະ ເຮືອນຊານທີ່ມີຄວາມສຸກແມ່ນໄດ້ກາຍເປັນຂຸມຝັງສົບທີ່ເປົ່າປ່ຽວ. ສິ່ງດຽວທີ່ເຮົາມີສໍາລັບພວກໜອນເຫຼົ່ານີ້ແມ່ນຄວາມໂມໂຫທີ່ບໍ່ສິ້ນສຸດ ແລະ ເຮົາບໍ່ມີເຈດຕະນາທີ່ຈະໃຫ້ພອນແກ່ພວກເຂົາ. ເຮົາໄດ້ກະທໍາການຍົກເວັ້ນ, ຍົກພວກເຈົ້າຂຶ້ນ, ອົດກັ້ນຕໍ່ຄວາມອັບອາຍອັນຍິ່ງໃຫຍ່ ແລະ ໄດ້ເຮັດພາລະກິດໃນພວກເຈົ້າກໍເພື່ອປະໂຫຍດຂອງພາລະກິດຂອງເຮົາເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນຄວາມປະສົງຂອງພຣະບິດາຂອງເຮົາ, ເຮົາຈະສາມາດອາໄສຢູ່ໃນເຮືອນຫຼັງດຽວກັນກັບໜອນທີ່ກິ້ງໄປກິ້ງມາໃນກອງຂີ້ສັດໄດ້ແນວໃດ? ເຮົາຮູ້ສຶກລັງກຽດການກະທໍາ ແລະ ຄໍາເວົ້າຂອງພວກເຈົ້າທຸກຄົນຫຼາຍ ແລະ ຢ່າງໃດກໍຕາມ ເພາະວ່າ ເຮົາມີ “ຄວາມສົນໃຈ” ໜ້ອຍໜຶ່ງໃນຄວາມສົກກະປົກ ແລະ ຄວາມກະບົດຂອງພວກເຈົ້າ, ສິ່ງນີ້ເລີຍໄດ້ກາຍເປັນສູນລວມພຣະທໍາອັນຍິ່ງໃຫຍ່ຂອງເຮົາ. ບໍ່ສະນັ້ນ ເຮົາກໍຈະບໍ່ໄດ້ຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານຢ່າງແນ່ນອນ. ດັ່ງນັ້ນ, ພວກເຈົ້າຄວນຮູ້ວ່າ ທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຈົ້າແມ່ນພຽງແຕ່ຄວາມເຫັນໃຈ ແລະ ຄວາມອິດູສົງສານ; ເຮົາບໍ່ມີຄວາມຮັກໃຫ້ພວກເຈົ້າແມ່ນແຕ່ຢົດໜຶ່ງ. ສິ່ງທີ່ເຮົາມີສໍາລັບພວກເຈົ້າແມ່ນພຽງແຕ່ຄວາມອົດກັ້ນ ເພາະວ່າ ເຮົາເຮັດສິ່ງນີ້ເພື່ອປະໂຫຍດຂອງພາລະກິດຂອງເຮົາເທົ່ານັ້ນ. ພວກເຈົ້າໄດ້ເຫັນການກະທໍາຂອງເຮົາ ເພາະວ່າ ເຮົາໄດ້ຄັດເລືອກຄວາມສົກກະປົກ ແລະ ຄວາມກະບົດເປັນ “ວັດຖຸດິບ”; ຖ້າບໍ່ດັ່ງນັ້ນ, ເຮົາກໍຈະບໍ່ເປີດເຜີຍການກະທໍາຂອງເຮົາໃຫ້ພວກໂຕໜອນເຫຼົ່ານີ້ເຫັນແນ່ນອນ. ເຮົາເຮັດພາລະກິດໃນຕົວພວກເຈົ້າດ້ວຍຄວາມບໍ່ເຕັມໃຈ, ບໍ່ມີຄວາມພ້ອມ ແລະ ຄວາມເຕັມໃຈຄືດັ່ງທີ່ເຮົາມີໃນຕອນທີ່ເຮົາປະຕິບັດພາລະກິດຂອງເຮົາໃນອິດສະຣາເອນ. ເຮົາກໍາລັງອົດກັບຄວາມໂມໂຫຂອງເຮົາ ໃນຂະນະທີ່ບັງຄັບຕົວເຮົາເອງເພື່ອເວົ້າໃນທ່າມກາງພວກເຈົ້າ. ຖ້າບໍ່ແມ່ນເພື່ອພາລະກິດອັນຍິ່ງໃຫຍ່ຂອງເຮົາ ແລ້ວເຮົາຈະອົດທົນສືບຕໍ່ເບິ່ງພວກໂຕໜອນດັ່ງກ່າວໄດ້ແນວໃດ? ຖ້າບໍ່ແມ່ນເພື່ອປະໂຫຍດຂອງຊື່ຂອງເຮົາ ແລ້ວເຮົາຈະບໍ່ໄດ້ສະເດັດຂຶ້ນໄປຈຸດສູງສຸດອີກຕໍ່ໄປ ແລະ ເຜົາສົບໂຕໜອນເຫຼົ່ານີ້ໄປພ້ອມກັບກອງຂີ້ສັດຂອງພວກເຂົາຈົນໝົດ! ຖ້າບໍ່ແມ່ນເພື່ອປະໂຫຍດຂອງລັດສະໝີຂອງເຮົາ ແລ້ວເຮົາຈະອະນຸຍາດໃຫ້ພວກຜີສາດຮ້າຍເຫຼົ່ານີ້ຕໍ່ຕ້ານເຮົາຢ່າງເປີດເຜີຍພ້ອມກັບແກວ່ງຫົວຂອງພວກເຂົາຢູ່ຕໍ່ໜ້າເຮົາບໍ? ຖ້າບໍ່ແມ່ນເພື່ອເຮັດໃຫ້ພາລະກິດຂອງເຮົາດໍາເນີນໄປໄດ້ດີ ໂດຍທີ່ບໍ່ມີສິ່ງກີດຂວາງແມ່ນແຕ່ໜ້ອຍດຽວ ແລ້ວເຮົາຈະອະນຸຍາດໃຫ້ຄົນເຫຼົ່ານີ້ທີ່ຄືກັບໂຕໜອນມາຂົ່ມເຫັງເຮົາຢ່າງປ່າເຖື່ອນບໍ? ຖ້າຜູ້ຄົນຫຼາຍຮ້ອຍຄົນໃນໝູ່ບ້ານໃນອິດສະຣາເອນລຸກຮືຂຶ້ນເພື່ອຕໍ່ຕ້ານເຮົາຄືແບບນີ້, ເຖິງວ່າພວກເຂົາຈະເຮັດການບູຊາຕໍ່ເຮົາ ເຮົາກໍຈະທໍາລາຍພວກເຂົາພາຍໃຕ້ແຜ່ນດິນແຕກໃນພື້ນດິນ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນທີ່ຢູ່ເມືອງອື່ນໆເຮັດການກະບົດຕໍ່ເຮົາໄດ້ອີກ. ເຮົາແມ່ນໄຟທີ່ເຜົາໄໝ້ ແລະ ເຮົາບໍ່ອົດກັ້ນຕໍ່ການກະທໍາຜິດ. ເພາະວ່າມະນຸດທຸກຄົນຖືກເຮົາສ້າງຂຶ້ນມາ, ພວກເຂົາກໍຕ້ອງເຊື່ອຟັງຕໍ່ສິ່ງທີ່ເຮົາເວົ້າ ແລະ ເຮັດ ແລະ ບໍ່ສາມາດເຮັດການກະບົດໄດ້. ຜູ້ຄົນບໍ່ມີສິດເຂົ້າມາຫຍຸ້ງກ່ຽວໃນພາລະກິດຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະມີຄຸນສົມບັດວິເຄາະສິ່ງທີ່ຖືກ ຫຼື ຜິດໃນພາລະກິດ ແລະ ພຣະທໍາຂອງເຮົາ. ເຮົາແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ ແລະ ສິ່ງທີ່ຖືກຊົງສ້າງຄວນບັນລຸທຸກສິ່ງທີ່ເຮົາຕ້ອງການດ້ວຍຫົວໃຈທີ່ເຄົາລົບບູຊາເຮົາ; ພວກເຂົາບໍ່ຄວນພະຍາຍາມໃຊ້ເຫດຜົນກັບເຮົາ ແລະ ພິເສດ ພວກເຂົາບໍ່ຄວນຕໍ່ຕ້ານເຮົາ. ເຮົາຄຸ້ມຄອງຜູ້ຄົນຂອງເຮົາດ້ວຍອໍານາດຂອງເຮົາ ແລະ ທຸກຄົນທີ່ເປັນສ່ວນໃນການຊົງສ້າງຂອງເຮົາຄວນຍອມຢູ່ພາຍໃຕ້ອໍານາດຂອງເຮົາ. ເຖິງວ່າໃນປະຈຸບັນ ພວກເຈົ້າຈະກ້າຫານ ແລະ ອວດດີຢູ່ຕໍ່ໜ້າເຮົາ, ເຖິງພວກເຈົ້າຈະບໍ່ເຊື່ອຟັງພຣະທໍາທີ່ເຮົາສັ່ງສອນພວກເຈົ້າ ແລະ ບໍ່ຮູ້ຈັກຢໍາເກງ, ເຮົາພຽງໄດ້ແຕ່ທົນກັບຄວາມກະບົດຂອງພວກເຈົ້າ; ເຮົາຈະບໍ່ຍອມເສຍອາລົມຂອງເຮົາ ແລະ ເຮັດໃຫ້ມີຜົນກະທົບຕໍ່ພາລະກິດຂອງເຮົາ ຍ້ອນໂຕໜອນນ້ອຍໆທີ່ບໍ່ມີຄວາມໝາຍຫຍັງໄດ້ພິກດິນໃນກອງຂີ້ສັດຂຶ້ນມາ. ເຮົາອົດທົນກັບການມີຢູ່ຢ່າງຕໍ່ເນື່ອງຂອງທຸກສິ່ງທີ່ເຮົາລັງກຽດ ແລະ ທຸກສິ່ງທີ່ເຮົາກຽດຊັງ ຍ້ອນຜົນປະໂຫຍດແກ່ຄວາມປະສົງຂອງພຣະບິດາຂອງເຮົາ ຈົນກວ່າພຣະຄໍາຂອງເຮົາຈະສົມບູນ ແລະ ຈົນເຖິງວາລະສຸດທ້າຍຂອງເຮົາ. ຈົ່ງຢ່າກັງວົນ! ເຮົາບໍ່ສາມາດຈົມລົງໄປຢູ່ໃນລະດັບດຽວກັນກັບໂຕໜອນທີ່ບໍ່ມີຊື່ ແລະ ເຮົາຈະບໍ່ປຽບທຽບລະດັບທັກສະຂອງເຮົາກັບເຈົ້າ. ເຮົາລັງກຽດເຈົ້າ ແຕ່ເຮົາກໍສາມາດອົດທົນໄດ້. ເຈົ້າບໍ່ເຊື່ອຟັງເຮົາ ແຕ່ເຈົ້າບໍ່ສາມາດໜີພົ້ນຈາກມື້ທີ່ເຮົາຈະຕີສອນເຈົ້າ ເຊິ່ງພຣະບິດາຂອງເຮົາໄດ້ສັນຍາກັບເຮົາໄວ້ແລ້ວ. ໂຕໜອນທີ່ຖືກສ້າງຂຶ້ນສາມາດປຽບທຽບກັບພຣະຜູ້ເປັນເຈົ້າແຫ່ງການຊົງສ້າງໄດ້ບໍ? ໃນລະດູໃບໄມ້ລົ່ນ, ໃບໄມ້ທີ່ລົ່ນຈະກັບຄືນໄປສູ່ຮາກເຫງົ້າຂອງມັນ; ເຈົ້າຈະກັບຄືນເມື່ອເຮືອນຊານຂອງ “ບິດາ” ຂອງເຈົ້າ ແລະ ເຮົາຈະກັບຄືນໄປຢູ່ຄຽງຂ້າງພຣະບິດາຂອງເຮົາ. ຄວາມຮັກທີ່ອ່ອນໂຍນຂອງພຣະອົງຈະຕິດຕາມເຮົາ ແລະ ການຢຽບຍໍ່າຂອງບິດາຂອງເຈົ້າຈະຕິດຕາມເຈົ້າ. ເຮົາຈະມີລັດສະໝີຂອງພຣະບິດາຂອງເຮົາ ແລະ ເຈົ້າຈະມີຄວາມອັບອາຍຂອງບິດາຂອງເຈົ້າ. ເຮົາຈະໃຊ້ການຕີສອນທີ່ເຮົາໄດ້ເກັບໄວ້ເປັນເວລາດົນນານເພື່ອໃຫ້ຕິດຕາມເຈົ້າ ແລະ ເຈົ້າຈະພົບກັບການຕີສອນຂອງເຮົາດ້ວຍເນື້ອໜັງທີ່ເນົ່າບູດຂອງເຈົ້າ ທີ່ເສື່ອມຊາມເປັນເວລາຫຼາຍສິບພັນປີ. ເຮົາຈະຕ້ອງໄດ້ສະຫຼຸບພາລະກິດແຫ່ງພຣະທໍາຂອງເຮົາໃນຕົວເຈົ້າ ພ້ອມກັບການອົດກັ້ນ ແລະ ເຈົ້າຈະເລີ່ມເຮັດບົດບາດໃນການທົນທຸກຕໍ່ຄວາມພິນາດຈາກພຣະທໍາຂອງເຮົາ. ເຮົາຈະຍິນດີເປັນຢ່າງຍິ່ງ ແລະ ຈະປະຕິບັດພາລະກິດໃນອິດສະຣາເອນ; ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຕົວເອງ, ດໍາລົງຢູ່ ແລະ ຕາຍໄປໃນຂີ້ຕົມ. ເຮົາຈະໄດ້ຮັບຮູບຮ່າງແທ້ຂອງເຮົາກັບຄືນມາ ແລະ ບໍ່ໄດ້ຢູ່ໃນຄວາມສົກກະປົກກັບພວກເຈົ້າອີກຕໍ່ໄປ ໃນຂະນະທີ່ພວກເຈົ້າຈະໄດ້ຮັບຄວາມຂີ້ຮ້າຍທີ່ແທ້ຈິງຂອງພວກເຈົ້າກັບຄືນໄປ ແລະ ສືບຕໍ່ດຸດໄປມາຢູ່ໃນກອງຂີ້ສັດ. ເມື່ອພາລະກິດ ແລະ ພຣະທໍາຂອງເຮົາຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງຄວາມສຸກສໍາລັບເຮົາ. ເມື່ອການຕໍ່ຕ້ານ ແລະ ການກະບົດຂອງເຈົ້າຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງການຮ້ອງໄຫ້ສໍາລັບເຈົ້າ. ເຮົາຈະບໍ່ເຫັນໃຈເຈົ້າ ແລະ ເຈົ້າຈະບໍ່ເຫັນເຮົາອີກ. ເຮົາຈະບໍ່ສົນທະນາກັບເຈົ້າອີກຕໍ່ໄປ ແລະ ເຈົ້າຈະບໍ່ຜະເຊີນກັບເຮົາອີກ. ເຮົາຈະກຽດຊັງການກະບົດຂອງເຈົ້າ ແລະ ເຈົ້າຈະຄິດຮອດຄວາມໜ້າຮັກຂອງເຮົາ. ເຮົາຈະຕີເຈົ້າ ແລະ ເຈົ້າຈະຄິດຮອດເຮົາ. ເຮົາຈະໜີອອກຈາກເຈົ້າດ້ວຍຄວາມຍິນດີ ແລະ ເຈົ້າຈະຮັບຮູ້ເຖິງໜີ້ບຸນຄຸນທີ່ເຈົ້າມີຕໍ່ເຮົາ. ເຮົາຈະບໍ່ເຫັນເຈົ້າອີກຕໍ່ໄປ ແຕ່ເຈົ້າຈະຫວັງຫາເຮົາສະເໝີ. ເຮົາຈະກຽດຊັງເຈົ້າ ເພາະວ່າ ໃນປັດຈຸບັນເຈົ້າຕໍ່ຕ້ານເຮົາ ແລະ ເຈົ້າຈະຄິດຮອດເຮົາ ເພາະວ່າ ໃນປັດຈຸບັນເຮົາຕິສອນເຈົ້າ. ເຮົາຈະບໍ່ເຕັມໃຈທີ່ຈະອາໄສຢູ່ຄຽງຂ້າງເຈົ້າ ແຕ່ເຈົ້າຈະໂຫຍຫາຢ່າງຂົມຂື່ນ ແລະ ຫ້ອງໄຮ້ຕະຫຼອດການ ເພາະເຈົ້າຈະເສຍໃຈກັບທຸກສິ່ງທີ່ເຈົ້າໄດ້ເຮັດຕໍ່ເຮົາ. ເຈົ້າຈະຮູ້ສຶກສໍານຶກຜິດຕໍ່ການກະບົດ ແລະ ການຕໍ່ຕ້ານຂອງເຈົ້າ, ເຈົ້າຈະໝອບລົງກັບພື້ນພ້ອມກັບຄວາມເສຍໃຈ ແລະ ລົ້ມລົງຢູ່ຕໍ່ໜ້າເຮົາ ແລະ ສາບານທີ່ຈະເລີກບໍ່ເຊື່ອຟັງເຮົາອີກຕໍ່ໄປ. ຢ່າງໃດກໍຕາມ, ໃນໃຈຂອງເຈົ້າ ເຈົ້າຈະຮັກພຽງແຕ່ເຮົາ ແຕ່ເຈົ້າຈະບໍ່ສາມາດໄດ້ຍິນສຽງຂອງເຮົາອີກຕໍ່ໄປ. ເຮົາຈະເຮັດໃຫ້ເຈົ້າລະອາຍໃຈກັບຕົວເອງ.

(ຄັດຈາກບົດ “ເມື່ອໃບໄມ້ທີ່ລົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

667. ຕອນນີ້ເຮົາກໍາລັງເບິ່ງເນື້ອໜັງທີ່ໝົກມຸ່ນຂອງເຈົ້າ ເຊິ່ງຈະຫຼອກລວງເຮົາ ແລະ ເຮົາກໍມີຄໍາເຕືອນໜ້ອຍໜຶ່ງໃຫ້ກັບເຈົ້າ ເຖິງວ່າເຮົາຈະບໍ່ໃຊ້ການຕີສອນເພື່ອ “ຮັບໃຊ້” ເຈົ້າ. ເຈົ້າກໍຄວນຮູ້ບົດບາດທີ່ເຈົ້າມີໃນພາລະກິດຂອງເຮົາ ແລະ ຫຼັງຈາກນັ້ນ ເຮົາຈິ່ງຈະພໍໃຈ. ນອກເໜືອຈາກເລື່ອງນີ້, ຖ້າເຈົ້າຕໍ່ຕ້ານເຮົາ ຫຼື ໃຊ້ເງິນຂອງເຮົາ ຫຼື ກິນຂອງບູຊາທີ່ມີໄວ້ສໍາລັບເຮົາ ນັ້ນກໍຄືພຣະເຢໂຮວາ ຫຼື ຖ້າໂຕໜອນແບບພວກເຈົ້າຈະກັດກັນເອງ ຫຼື ຖ້າສັບພະສິ່ງທີ່ຄ້າຍຄືໝາຈະມີຂໍ້ຂັດແຍ່ງ ຫຼື ເຮັດຜິດຕໍ່ກັນເອງ, ເຮົາກໍຈະບໍ່ສົນໃຈກັບສິ່ງນັ້ນເລີຍ. ພວກເຈົ້າພຽງແຕ່ຈໍາເປັນຕ້ອງຮູ້ວ່າ ພວກເຈົ້າແມ່ນສິ່ງຫຍັງ ແລະ ເຮົາກໍຈະພໍໃຈແລ້ວ. ນອກຈາກທັງໝົດນີ້ແລ້ວ, ມັນກໍບໍ່ເປັນຫຍັງ ຖ້າເຈົ້າຢາກຈະຊັກອາວຸດໃສ່ກັນ ຫຼື ຕໍ່ສູ້ກັນເອງດ້ວຍຄໍາເວົ້າ; ເຮົາບໍ່ມີຄວາມປາຖະໜາທີ່ຈະໄປຫຍຸ້ງກ່ຽວໃນສິ່ງດັ່ງກ່າວ ແລະ ເຮົາບໍ່ໄດ້ກ່ຽວຂ້ອງກັບເລື່ອງຂອງມະນຸດແມ່ນແຕ່ໜ້ອຍດຽວ. ມັນບໍ່ແມ່ນວ່າ ເຮົາບໍ່ສົນໃຈກ່ຽວກັບຂໍ້ຂັດແຍ່ງລະຫວ່າງພວກເຈົ້າ; ມັນຍ້ອນວ່າ ເຮົາບໍ່ແມ່ນໜຶ່ງໃນບັນດາພວກເຈົ້າ ແລະ ດ້ວຍເຫດນັ້ນ ຈິ່ງບໍ່ໄດ້ເຂົ້າຮ່ວມໃນເລື່ອງຕ່າງໆທີ່ເກີດຂຶ້ນລະຫວ່າງພວກເຈົ້າ. ເຮົາເອງບໍ່ແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ແມ່ນສິ່ງຂອງໂລກ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງລັງກຽດຊີວິດທີ່ວຸ້ນວາຍຂອງຜູ້ຄົນ ແລະ ຄວາມສໍາພັນທີ່ບໍ່ເປັນລະບຽບ ແລະ ບໍ່ຖືກຕ້ອງລະຫວ່າງພວກເຂົາ. ໂດຍສະເພາະແມ່ນເຮົາລັງກຽດກຸ່ມຄົນທີ່ຝົດນັນ. ຢ່າງໃດກໍຕາມ, ເຮົາມີຄວາມຮູ້ທີ່ເລິກເຊິ່ງ ກ່ຽວກັບຄວາມບໍ່ບໍລິສຸດໃນຈິດໃຈຂອງສິ່ງທີ່ຖືກຊົງສ້າງແຕ່ລະຄົນ ແລະ ກ່ອນທີ່ເຮົາໄດ້ສ້າງພວກເຈົ້າ ເຮົາແມ່ນຮູ້ເຖິງຄວາມບໍ່ຊອບທໍາທີ່ຝັງເລິກຢູ່ໃນໃຈມະນຸດມາກ່ອນແລ້ວ ແລະ ເຮົາກໍຮູ້ເຖິງຄວາມຫຼອກລວງ ແລະ ຄວາມຄົດງໍໃນໃຈຂອງມະນຸດ. ດັ່ງນັ້ນ, ເຖິງວ່າຈະບໍ່ມີຮ່ອງຮອຍເລີຍໃນເວລາທີ່ຜູ້ຄົນເຮັດໃນສິ່ງທີ່ບໍ່ຊອບທໍາ, ເຮົາກໍຍັງຮູ້ວ່າ ຄວາມບໍ່ຊອບທໍາທີ່ຢູ່ພາຍໃນໃຈຂອງພວກເຈົ້າແມ່ນມີຫຼາຍກວ່າຄວາມອຸດົມສົມບູນຂອງທຸກສິ່ງທຸກຢ່າງທີ່ເຮົາໄດ້ຊົງສ້າງ. ພວກເຈົ້າທຸກຄົນໄດ້ຂຶ້ນໄປສູ່ຈຸດສູງສຸດຂອງຝູງຊົນ; ພວກເຈົ້າໄດ້ຂຶ້ນໄປເປັນບັນພະບູລຸດຂອງມວນຊົນ. ພວກເຈົ້າເຮັດຕາມອໍາເພີໃຈທີ່ສຸດ ແລະ ພວກເຈົ້າແລ່ນອາລະວາດໃນທ່າມກາງໂຕໜອນ ໂດຍຊອກຫາບ່ອນທີ່ຈະຜ່ອນຄາຍ ແລະ ພະຍາຍາມກິນໜອນທີ່ນ້ອຍກວ່າພວກເຈົ້າ. ໃນຈິດໃຈຂອງພວກເຈົ້າ ພວກເຈົ້າແມ່ນມີເຈດຕະນາຮ້າຍ ແລະ ເປັນຕາຢ້ານຫຼາຍກວ່າຜີສາດ ທີ່ໄດ້ຈົມລົງໄປກົ້ນທະເລ. ພວກເຈົ້າຢູ່ໃນພື້ນຂອງກອງຂີ້ສັດ, ລົບກວນໂຕໜອນອື່ນໆແຕ່ທາງເທິງຈົນຮອດລຸ່ມ ຈົນກວ່າພວກມັນບໍ່ມີຄວາມສະຫງົບ, ຕໍ່ສູ້ກັນເອງໄລຍະໜຶ່ງ ແລະ ຫຼັງຈາກນັ້ນກໍໃຈເຢັນລົງ. ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ? ພວກເຈົ້າແມ່ນໂຕໜອນນ້ອຍໆທີ່ເໝັນທີ່ລັກເຄື່ອງຖວາຍຈາກແທ່ນບູຊາຂອງເຮົາ ນັ້ນກໍຄືພຣະເຢໂຮວາ; ໃນການເຮັດແບບນັ້ນ, ເຈົ້າສາມາດຊ່ວຍຊື່ສຽງທີ່ເສຍຫາຍ ແລະ ລົ້ມເຫຼວ ແລະ ກາຍເປັນຜູ້ຄົນຂອງອິດສະຣາເອນທີ່ຖືກເລືອກໄດ້ບໍ? ເຈົ້າແມ່ນຄົນຊົ່ວທີ່ບໍ່ມີຢາງອາຍ! ເຄື່ອງບູຊາຢູ່ແທ່ນບູຊາແມ່ນຖືກຖວາຍແກ່ເຮົາໂດຍຜູ້ຄົນ ເພື່ອເປັນການສະແດງອອກເຖິງຄວາມຮູ້ສຶກເມດຕາກະລຸນາຈາກຄົນທີ່ເຄົາລົບບູຊາເຮົາ. ພວກມັນແມ່ນເພື່ອການຄວບຄຸມ ແລະ ການນໍາໃຊ້ຂອງເຮົາ, ສະນັ້ນ ເຈົ້າຈະສາມາດປຸ້ນເອົານົກເຂົາຈາກເຮົາ ເຊິ່ງຜູ້ຄົນໄດ້ມອບໃຫ້ແກ່ເຮົາໄດ້ແນວໃດ? ເຈົ້າບໍ່ຢ້ານກາຍເປັນຄົນຢູດາບໍ? ເຈົ້າບໍ່ຢ້ານວ່າ ດິນແດນຂອງເຈົ້າອາດຈະກາຍເປັນສະໜາມທີ່ເຕັມໄປດ້ວຍເລືອດບໍ? ເຈົ້າແມ່ນສິ່ງທີ່ບໍ່ມີຢາງອາຍ! ເຈົ້າຄິດວ່າ ນົກເຂົາທີ່ຜູ້ຄົນຖວາຍແມ່ນເພື່ອຫຼໍ່ລ້ຽງທ້ອງໃສ້ຂອງໂຕໜອນແບບເຈົ້າບໍ? ສິ່ງທີ່ເຮົາໄດ້ເອົາໃຫ້ເຈົ້າແມ່ນສິ່ງທີ່ເຮົາພໍໃຈ ແລະ ເຕັມໃຈເອົາໃຫ້ເຈົ້າ; ສິ່ງທີ່ເຮົາບໍ່ໄດ້ໃຫ້ເຈົ້າແມ່ນສິ່ງທີ່ເຮົາສາມາດໃຊ້ໄດ້. ເຈົ້າບໍ່ສາມາດລັກເຄື່ອງຖວາຍຂອງເຮົາໄດ້ຢ່າງງ່າຍດາຍ. ຜູ້ທີ່ປະຕິບັດພາລະກິດແມ່ນເຮົາ, ພຣະເຢໂຮວາ ເຊິ່ງກໍຄືພຣະຜູ້ສ້າງ ແລະ ຜູ້ຄົນພາກັນຖວາຍເຄື່ອງບູຊາກໍຍ້ອນເຮົາ. ເຈົ້າຄິດວ່າ ມັນເປັນຄ່າຕອບແທນສໍາລັບການແລ່ນໄປມາທີ່ເຈົ້າເຮັດບໍ? ເຈົ້າຈັງແມ່ນບໍ່ມີຢາງອາຍແທ້ໆ! ເຈົ້າແລ່ນໄປມາເພື່ອຫຍັງ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ? ເປັນຫຍັງເຈົ້າຈິ່ງລັກເຄື່ອງບູຊາຂອງເຮົາ? ເປັນຫຍັງເຈົ້າຈິ່ງລັກເງິນຈາກຖົງເງິນຂອງເຮົາ? ເຈົ້າບໍ່ແມ່ນລູກຊາຍຂອງ ຢູດາ ອິສະກາຣີອົດ ບໍ? ເຄື່ອງບູຊາທີ່ມີໃຫ້ເຮົາ ກໍຄືພຣະເຢໂຮວາ ແມ່ນເປັນເຄື່ອງບູຊາເພື່ອໃຫ້ພວກປະໂລຫິດໄດ້ຊື່ນຊົມ. ເຈົ້າແມ່ນພວກປະໂລຫິດບໍ? ເຈົ້າກ້າກິນເຄື່ອງຖວາຍຂອງເຮົາດ້ວຍຄວາມສະບາຍໃຈ ແລະ ເຖິງກັບວາງພວກມັນຢູເທິງໂຕະ; ເຈົ້າບໍ່ມີຄ່າຫຍັງເລີຍ! ຄົນຊົ່ວທີ່ບໍ່ມີຄ່າເອີຍ! ໄຟຂອງເຮົາ ກໍຄືພຣະເຢໂຮວາ ຈະເຜົາເຈົ້າຈົນເປັນຂີ້ເຖົ່າ!

(ຄັດຈາກບົດ “ເມື່ອໃບໄມ້ທີ່ລົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

668. ເຮົາໄດ້ດຳເນີນພາລະກິດ ແລະ ກ່າວແບບນີ້ທ່າມກາງພວກເຈົ້າ, ເຮົາໄດ້ໃຊ້ກຳລັງ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍ ແຕ່ພວກເຈົ້າເຄີຍເຊື່ອຟັງໃນສິ່ງທີ່ເຮົາບອກພວກເຈົ້າຢ່າງແຈ່ມແຈ້ງນີ້ບໍ່? ຢູ່ໃສແດ່ທີ່ພວກເຈົ້າເຄີຍກົ້ມຂາບລົງຕໍ່ເຮົາ ພຣະຜູ້ມີລິດທານຸພາບສູງສຸດ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເປັນຫຍັງທຸກສິ່ງທີ່ພວກເຈົ້າເວົ້າ ແລະ ກະທຳຈຶ່ງເຮັດໃຫ້ເຮົາໂກດຮ້າຍ? ເປັນຫຍັງຫົວໃຈຂອງພວກເຈົ້າຈຶ່ງແຂງກະດ້າງ? ເຮົາເຄີຍໂຈມຕີພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຫຍັງ ມີແຕ່ເຮັດໃຫ້ເຮົາໂສກເສົ້າ ແລະ ກັງວົນໃຈ? ພວກເຈົ້າກຳລັງລໍຖ້າມື້ແຫ່ງຄວາມໂກດຮ້າຍຂອງເຮົາ ຜູ້ເປັນພຣະເຢໂຮວາ ໃຫ້ມາເຖິງພວກເຈົ້າບໍ? ພວກເຈົ້າກຳລັງລໍຖ້າໃຫ້ເຮົາສຳແດງຄວາມໂກດຮ້າຍທີ່ເກີດຈາກການທີ່ພວກເຈົ້າບໍ່ເຊື່ອຟັງບໍ? ທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອພວກເຈົ້າບໍ? ແຕ່ພວກເຈົ້າກໍປະຕິບັດຕໍ່ເຮົາ ຜູ້ເປັນພຣະເຢໂຮວາ ແບບນີ້ຢູ່ເປັນປະຈຳ: ລັກເອົາເຄື່ອງບູຊາຂອງເຮົາ, ເອົາເຄື່ອງບູຊາເທິງແທ່ນບູຊາຂອງເຮົາກັບບ້ານໄປຫາຖໍ້າໝາປ່າເພື່ອລ້ຽງລູກໝາປ່າ ແລະ ລູກຂອງລູກຂອງໝາປ່າທີ່ຢູ່ໃນຖໍ້າຂອງໝາປ່າ; ຜູ້ຄົນຕໍ່ສູ້ກັນເອງ, ພະເຊີນໜ້າກັນແລະກັນດ້ວຍດາບ ແລະ ຫອກຢ່າງໂກດແຄ້ນ, ໂຍນພຣະທຳຂອງເຮົາ ພຣະຜູ້ມີລິດທານຸພາບສູງສຸດຖິ້ມລົງໃນສ້ວມໃຫ້ສົກກະປົກຄືກັບອາຈົມ. ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າໄດ້ກາຍເປັນຄວາມເປັນສັດແລ້ວ! ຫົວໃຈຂອງພວກເຈົ້າໄດ້ກາຍເປັນຫີນຕັ້ງແຕ່ດົນນານມາແລ້ວ. ພວກເຈົ້າບໍ່ຮູ້ບໍວ່າ ເມື່ອມື້ແຫ່ງຄວາມໂກດຮ້າຍຂອງເຮົາມາເຖິງ ເມື່ອນັ້ນເຮົາຈະພິພາກສາຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດກັບເຮົາ ນັ້ນຄືພຣະຜູ້ມີລິດທານຸພາບສູງສຸດ ໃນມື້ນີ້? ພວກເຈົ້າຄິດບໍວ່າ ໂດຍການຫຼອກລວງເຮົາດ້ວຍວິທີນີ້ ໂດຍການໂຍນພຣະທຳຂອງເຮົາຖິ້ມລົງໃນຕົມ ແລະ ບໍ່ຮັບຟັງພຣະທໍານັ້ນເລີຍ, ພວກເຈົ້າຄິດບໍວ່າ ໂດຍການເຮັດແບບນີ້ລັບຫຼັງເຮົາ ພວກເຈົ້າຈະສາມາດລອດພົ້ນຈາກສາຍຕາແຫ່ງຄວາມໂກດຮ້າຍຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ສາຍຕາຂອງເຮົາ ຜູ້ເປັນພຣະເຢໂຮວາ ເຫັນພວກເຈົ້າແລ້ວ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ ແລະ ອິດສາຢາກໄດ້ສິ່ງທີ່ເປັນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ ມັນຢູ່ຕໍ່ໜ້າແທ່ນບູຊາທີ່ມີການຖວາຍເຄື່ອງບູຊາ? ພວກເຈົ້າເຊື່ອວ່າຕົນເອງສະຫຼາດພຽງພໍໄດ້ແນວໃດທີ່ຈະຫຼອກລວງເຮົາດ້ວຍວິທີນີ້? ຄວາມໂກດຮ້າຍຂອງເຮົາຈະອອກຫ່າງຈາກຄວາມຜິດບາບທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມໂກດຮ້າຍຂອງເຮົາຈະຂ້າມການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດໃນມື້ນີ້ ບໍ່ມີທາງອອກໃຫ້ກັບພວກເຈົ້າ ແຕ່ສະສົມການລົງໂທດໃຫ້ກັບພວກເຈົ້າໃນມື້ຕໍ່ໄປ; ມັນທ້າທາຍການລົງໂທດຂອງເຮົາ ພຣະຜູ້ມີລິດທານະພາບສູງສຸດ ທີ່ມີໃຫ້ກັບພວກເຈົ້າ. ການກະທຳທີ່ຊົ່ວຮ້າຍ ແລະ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າຈະສາມາດລອດພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ຄຳອະທິຖານຂອງພວກເຈົ້າຈະສາມາດມາເຖິງຫູຂອງເຮົາໄດ້ແນວໃດ? ເຮົາຈະເປີດທາງອອກໃຫ້ກັບຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ແນວໃດ? ເຮົາຈະປ່ອຍການກະທຳທີ່ຊົ່ວຮ້າຍທີ່ພວກເຈົ້າທ້າທາຍເຮົາໄດ້ແນວໃດ? ເຮົາຈະບໍ່ຕັດລີ້ນຂອງພວກເຈົ້າທີ່ເຕັມໄປດ້ວຍຄວາມກຽດຊັງຄືກັບງູໄດ້ແນວໃດ? ພວກເຈົ້າບໍ່ໄດ້ຂໍຮ້ອງເຮົາເພື່ອເຫັນແກ່ຜົນປະໂຫຍດຂອງຄວາມທ່ຽງທຳຂອງເຮົາ ແຕ່ ກົງກັນຂ້າມ ພວກເຈົ້າສະສົມຄວາມໂກດຮ້າຍຂອງເຮົາທີ່ເປັນຜົນມາຈາກຄວາມບໍ່ທ່ຽງທຳຂອງພວກເຈົ້າ. ເຮົາຈະສາມາດຍົກໂທດໃຫ້ພວກເຈົ້າໄດ້ແນວໃດ? ໃນສາຍຕາຂອງເຮົາ ພຣະຜູ້ມີລິດທານຸພາບສູງສຸດ, ຄຳເວົ້າ ແລະ ການກຳທະຂອງພວກເຈົ້າແມ່ນສົກກະປົກ. ສາຍຕາຂອງເຮົາ ພຣະຜູ້ມີລິດທານຸພາບສູງສຸດ ເຫັນຄວາມບໍ່ທ່ຽງທຳຂອງພວກເຈົ້າຄືກັບການລົງໂທດທີ່ບໍ່ລົດລະ. ການລົງໂທດ ແລະ ການພິພາກສາທີ່ທ່ຽງທຳຂອງເຮົາຈະສາມາດອອກຫ່າງຈາກພວກເຈົ້າໄດ້ແນວໃດ? ຍ້ອນພວກເຈົ້າເຮັດສິ່ງນີ້ກັບເຮົາ ເຮັດໃຫ້ເຮົາໂສກເສົ້າ ແລະ ໂກດຮ້າຍ ເຮົາຈະໃຫ້ພວກເຈົ້າລອດພົ້ນຈາກມືຂອງເຮົາ ແລະ ອອກຫ່າງຈາກມື້ທີ່ເຮົາ ຜູ້ເປັນພຣະເຢໂຮວາ ຈະລົງໂທດ ແລະ ສາບແຊ່ງພວກເຈົ້າໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າ ແລະ ຖ້ອຍຄຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູເຮົາແລ້ວ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ເຮັດໃຫ້ຜ້າຄຸມແຫ່ງຄວາມທ່ຽງທຳອັນສັກສິດຂອງເຮົາເປິເປື້ອນ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ເຊື່ອຟັງຂອງພວກເຈົ້າໄດ້ທ້າທາຍຄວາມໂມໂຫທີ່ແຮງກ້າຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ເຮັດໃຫ້ເຮົາໃຈຮ້າຍຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ທົດສອບຄວາມອົດທົນຂອງເຮົາເປັນເວລາດົນນານມາແລ້ວເຊັ່ນກັນ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ທຳລາຍເນື້ອໜັງຂອງເຮົາຈົນກາຍເປັນຜ້າຂາດ? ເຮົາໄດ້ອົດທົນຈົນຮອດຕອນນີ້, ເຊັ່ນນັ້ນ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາ, ບໍ່ອົດທົນຕໍ່ພວກເຈົ້າອີກຕໍ່ໄປ. ພວກເຈົ້າບໍ່ຮູ້ບໍວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູຂອງເຮົາແລ້ວ ແລະ ສຽງຮ້ອງໄຫ້ຂອງເຮົາກໍໄດ້ໄປເຖິງຫູຂອງພຣະບິດາຂອງເຮົາ? ພຣະອົງຈະອະນຸຍາດໃຫ້ພວກເຈົ້າປະຕິບັດຕໍ່ເຮົາແບບນີ້ໄດ້ແນວໃດ? ມີພາລະກິດໃດແດ່ຂອງເຮົາທີ່ບໍ່ໄດ້ດຳເນີນເພື່ອເຫັນແກ່ຜົນປະໂຫຍດຂອງພວກເຈົ້າ? ແຕ່ມີພວກເຈົ້າຄົນໃດແດ່ທີ່ຮັກພາລະກິດຂອງເຮົາ ຜູ້ເປັນພຣະເຢໂຮວາຫຼາຍຂຶ້ນ? ເຮົາຈະບໍ່ສັດຊື່ກັບຄວາມປະສົງຂອງພຣະບິດາຂອງເຮົາ ຍ້ອນວ່າເຮົາອ່ອນແອ ແລະ ຍ້ອນຄວາມທຸກທໍລະມານໃຈທີ່ເຮົາໄດ້ຮັບບໍ? ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາບໍ? ເຮົາກ່າວກັບພວກເຈົ້າດັ່ງທີ່ພຣະເຢໂຮວາໄດ້ກ່າວ, ເຮົາບໍ່ໄດ້ສະລະຫຼາຍຢ່າງເພື່ອພວກເຈົ້າບໍ? ເຖິງແມ່ນເຮົາເຕັມໃຈແບກຮັບຄວາມທົນທຸກທໍລະມານນີ້ທັງໝົດເພື່ອເຫັນແກ່ຜົນປະໂຫຍດຂອງພາລະກິດຂອງພຣະບິດາຂອງເຮົາ, ເຮົາຈະປ່ອຍໃຫ້ພວກເຈົ້າເປັນອິດສະລະຈາກການລົງໂທດທີ່ເຮົາຈະນໍາມາຍັງພວກເຈົ້າ ເຊິ່ງເປັນຜົນມາຈາກການທົນທຸກທໍລະມານຂອງເຮົາໄດ້ແນວໃດ? ພວກເຈົ້າບໍ່ໄດ້ຊື່ນຊົມໃນຕົວເຮົາຢ່າງລົ້ນເຫຼືອບໍ? ມື້ນີ້ ພຣະບິດາຂອງເຮົາໄດ້ປະທານເຮົາໃຫ້ພວກເຈົ້າ; ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ຮັບຫຼາຍກວ່າພຣະທຳທີ່ອຸດົມສົມບູນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ຊີວິດຂອງເຮົາຖືກແລກກັບຊີວິດຂອງພວກເຈົ້າ ແລະ ກັບສິ່ງທີ່ພວກເຈົ້າໄດ້ຮັບ? ພວກເຈົ້າບໍ່ຮູ້ບໍວ່າ ພຣະບິດາຂອງເຮົາໃຊ້ຊີວິດຂອງເຮົາເພື່ອເຮັດສົງຄາມກັບຊາຕານ ແລະ ພຣະອົງຍັງໄດ້ປະທານຊີວິດຂອງເຮົາໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ພວກເຈົ້າໄດ້ຮັບຮ້ອຍເທົ່າ ແລະ ເພື່ອໃຫ້ພວກເຈົ້າຫຼີກເວັ້ນຈາກການທົດລອງຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ມີພຽງແຕ່ໂດຍພາລະກິດຂອງເຮົາ ເຈົ້າຈຶ່ງຈະຖືກລະເວັ້ນຈາກການທົດລອງຫຼາຍຢ່າງ ແລະ ຈາກການລົງໂທດທີ່ກຳລັງລຸກໄໝ້ຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ຍ້ອນເຮົາພຽງເທົ່ານັ້ນທີ່ພຣະບິດາຂອງເຮົາເຮັດໃຫ້ພວກເຈົ້າໄດ້ຮັບຄວາມສຸກໃຈຈົນຮອດບັດນີ້? ທຸກມື້ນີ້ ພວກເຈົ້າຍັງແຂງກະດ້າງຢ່າງໜັກ ແລະ ບໍ່ຍອມອ່ອນນ້ອມໄດ້ແນວໃດ, ມັນຄືກັບວ່າ ຄວາມຕາຍດ້ານໄດ້ເກີດຂຶ້ນໃນໃຈຂອງພວກເຈົ້າບໍ? ສິ່ງຊົ່ວຮ້າຍທີ່ພວກເຈົ້າເຮັດໃນມື້ນີ້ຈະເຮັດໃຫ້ພວກເຈົ້າລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍທີ່ຈະເກີດຂຶ້ນຫຼັງຈາກການຈາກລາຂອງເຮົາຈາກແຜ່ນດິນໂລກໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ຄົນເຫຼົ່ານັ້ນທີ່ມີຫົວໃຈທີ່ແຂງກະດ້າງ ແລະ ບໍ່ຍອມອ່ອນນ້ອມລອດພົ້ນຈາກຄວາມໂກດຮ້າຍຂອງພຣະເຢໂຮວາໄດ້ແນວໃດ?

(ຄັດຈາກບົດ “ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

669. ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ? ເມື່ອໃດທີ່ເຮົາໂຕ້ຖຽງກ່ຽວກັບເລື່ອງເລັກນ້ອຍກັບພວກເຈົ້າ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຢ່າງບໍ່ສົມເຫດສົມຜົນ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຕໍ່ໜ້າພວກເຈົ້າ? ມັນບໍ່ແມ່ນຍ້ອນເຫັນແກ່ຜົນປະໂຫຍດຂອງພາລະກິດຂອງເຮົາບໍທີ່ເຮົາຂໍໃຫ້ພຣະບິດາຂອງເຮົາຮັກສາພວກເຈົ້າຈາກການທົດລອງທຸກຢ່າງ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເຮົາເຄີຍໃຊ້ອຳນາດຂອງເຮົາເພື່ອໂຈມຕີເນື້ອໜັງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງຕອບແທນເຮົາແບບນີ້? ຫຼັງຈາກທີ່ທຳທ່າສົນໃຈເຮົາ ເຈົ້າກໍຍັງບໍ່ຮ້ອນ ຫຼື ບໍ່ເຢັນ ແລະ ແລ້ວ ເຈົ້າກໍພະຍາຍາມໂນ້ມນ້າວເຮົາ ແລະ ເຊື່ອງສິ່ງຕ່າງໆຈາກເຮົາ ແລະ ປາກຂອງພວກເຈົ້າກໍເຕັມໄປດ້ວຍນໍ້າລາຍແຫ່ງຄວາມບໍ່ທ່ຽງທຳ. ພວກເຈົ້າຄິດວ່າລີ້ນຂອງພວກເຈົ້າສາມາດຫຼອກລວງພຣະວິນຍານຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າສາມາດລອດພົ້ນຈາກຄວາມໂກດຮ້າຍຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຕັດສິ້ນການກະທຳຂອງເຮົາ ຜູ້ເປັນພຣະເຢໂຮວາ ຕາມທີ່ລີ້ນຂອງພວກເຈົ້າຕ້ອງການໄດ້ບໍ? ເຮົາເປັນພຣະເຈົ້າຜູ້ທີ່ຖືກມະນຸດດຳເນີນການພິພາກສາບໍ? ເຮົາຈະອະນຸຍາດໃຫ້ໜອນນ້ອຍໆມາເວົ້າໝິ່ນປະໝາດເຮົາແບບນີ້ບໍ? ເຮົາຈະຈັດວາງລູກແຫ່ງຄວາມບໍ່ເຊື່ອຟັງດັ່ງກ່າວໄວ້ທ່າມກາງການຮັບພອນທີ່ບໍ່ສິ້ນສຸດຂອງເຮົາໄດ້ແນວໃດ? ຄຳເວົ້າ ແລະ ການກະທຳຂອງພວກເຈົ້າໄດ້ເປີດເຜີຍ ແລະ ກ່າວໂທດພວກເຈົ້າເປັນເວລາດົນນານມາແລ້ວ. ເມື່ອເຮົາກາງທ້ອງຟ້າອອກ ແລະ ສ້າງທຸກສິ່ງຂຶ້ນ ເຮົາບໍ່ອະນຸຍາດໃຫ້ສິ່ງທີ່ມີຊີວິດໃດກໍຕາມມີສ່ວນຮ່ວມຕາມທີ່ພວກເຂົາມັກ, ເຮົາບໍ່ເຄີຍອະນຸຍາດໃຫ້ສິ່ງໃດທຳລາຍພາລະກິດຂອງເຮົາ ແລະ ການຄຸ້ມຄອງຂອງເຮົາຕາມທີ່ມັນຕ້ອງການໃນແບບໃດກໍຕາມ. ເຮົາບໍ່ອົດທົນຕໍ່ມະນຸດ ຫຼື ສິ່ງຂອງ; ເຮົາຈະສາມາດຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ໂຫດຮ້າຍ ແລະ ບໍ່ມີເມດຕາຕໍ່ເຮົາໄດ້ແນວໃດ? ເຮົາຈະສາມາດໃຫ້ອະໄພກັບຄົນເຫຼົ່ານັ້ນທີ່ກະບົດຕໍ່ພຣະທຳຂອງເຮົາໄດ້ແນວໃດ? ເຮົາຈະຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງເຮົາໄດ້ແນວໃດ? ຊະຕາກໍາຂອງມະນຸດບໍ່ໄດ້ຢູ່ໃນມືຂອງເຮົາ ພຣະຜູ້ມີລິດທານຸພາບສູງສຸດບໍ? ເຮົາຈະພິຈາລະນາໃຫ້ຄວາມບໍ່ທ່ຽງທຳ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້າເປັນສິ່ງທີ່ບໍລິສຸດໄດ້ແນວໃດ? ຄວາມຜິດບາບຂອງເຈົ້າຈະທຳລາຍຄວາມບໍລິສຸດຂອງເຮົາໄດ້ແນວໃດ? ເຮົາບໍ່ຖືກທຳລາຍໂດຍຄວາມບໍ່ບໍລິສຸດຂອງຄົນທີ່ບໍ່ທ່ຽງທຳ ຫຼື ເຮົາບໍ່ຮັບເອົາການຖວາຍບູຊາຂອງຄົນທີ່ບໍ່ທ່ຽງທຳ. ຖ້າເຈົ້າຊື່ສັດກັບເຮົາ ຜູ້ເປັນພຣະເຢໂຮວາ ເຈົ້າສາມາດເອົາເຄື່ອງຖວາຍບູຊາທີ່ແທ່ນບູຊາຂອງເຮົາບໍ? ເຈົ້າສາມາດໃຊ້ລີ້ນທີ່ເປັນພິດຂອງເຈົ້າເວົ້າໝິ່ນປະໝາດນາມສັກສິດຂອງເຮົາໄດ້ບໍ? ເຈົ້າສາມາດກະບົດຕໍ່ພຣະທຳຂອງເຮົາແບບນີ້ໄດ້ບໍ? ເຈົ້າສາມາດປະຕິບັດຕໍ່ລັດສະໝີ ແລະ ນາມສັກສິດຂອງເຮົາຄືກັບເຄື່ອງມືທີ່ຮັບໃຊ້ຊາຕານ ຜູ້ທີ່ຊົ່ວຮ້າຍບໍ? ຊີວິດຂອງເຮົາແມ່ນເພື່ອຄວາມຊື່ນບານຂອງຄົນທີ່ບໍລິສຸດ. ເຮົາສາມາດອະນຸຍາດໃຫ້ເຈົ້າຫຼິ້ນກັບຊີວິດຂອງເຮົາຕາມທີ່ເຈົ້າຕ້ອງການ ແລະ ໃຊ້ມັນເປັນເຄື່ອງມືໃນການສ້າງຂໍ້ຂັດແຍ່ງທ່າມກາງພວກເຈົ້າເອງໄດ້ແນວໃດ? ພວກເຈົ້າບໍ່ມີຄວາມເມດຕາເລີຍ ແລະ ຂາດວິທີທາງແຫ່ງຄວາມດີ ໃນວິທີທີ່ພວກເຈົ້າມີຕໍ່ເຮົາໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາໄດ້ບັນທຶກການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າລົງໃນພຣະທຳແຫ່ງຊີວິດແລ້ວ? ພວກເຈົ້າຈະລອດພົ້ນມື້ແຫ່ງຄວາມໂກດຮ້າຍ ເມື່ອເຮົາລົງໂທດອີຢິບໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ພວກເຈົ້າຕໍ່ຕ້ານ ແລະ ບໍ່ຍອມເຊື່ອຟັງເຮົາແບບນີ້ ເທື່ອແລ້ວເທື່ອເລົ້າໄດ້ແນວໃດ? ເຮົາບອກເຈົ້າຢ່າງແຈ່ມແຈ້ງ ເມື່ອຮອດມື້ນັ້ນ ການລົງໂທດຂອງພວກເຈົ້າຈະໜັກຫຼາຍກວ່າຂອງອີຢິບ! ພວກເຈົ້າຈະສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍຂອງເຮົາໄດ້ແນວໃດ? ເຮົາບອກພວກເຈົ້າຕາມຄວາມຈິງ: ຄວາມອົດທົນຂອງເຮົາຖືກກຽມໄວ້ສຳລັບການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ ແລະ ມີຢູ່ເພື່ອການລົງໂທດຂອງພວກເຈົ້າໃນມື້ນັ້ນ. ພວກເຈົ້າບໍ່ແມ່ນຄົນທີ່ຈະທໍລະມານຕໍ່ການພິພາກສາທີ່ໂກດຮ້າຍ ເມື່ອເຮົາໝົດຄວາມອົດທົນນັ້ນບໍ? ທຸກສິ່ງທຸກຢ່າງບໍ່ໄດ້ຢູ່ໃນກໍາມືຂອງເຮົາ ນັ້ນກໍຄືພຣະຜູ້ມີລິດທານຸພາບສູງສຸດບໍ? ດັ່ງນັ້ນ ພາຍໃຕ້ທ້ອງຟ້ານີ້ ເຮົາຈະໃຫ້ພວກເຈົ້າບໍ່ເຊື່ອຟັງເຮົາແບບນັ້ນໄດ້ແນວໃດ? ຊີວິດຂອງພວກເຈົ້າຈະຫຍຸ້ງຍາກຫຼາຍ ເພາະພວກເຈົ້າໄດ້ພົບກັບພຣະເມຊີອາ ຕາມທີ່ຖືກກ່າວຂານໄວ້ວ່າ ພຣະອົງຈະສະເດັດມາ ແຕ່ບໍ່ເຄີຍມາຈັກເທື່ອ. ພວກເຈົ້າບໍ່ແມ່ນສັດຕູຂອງພຣະອົງບໍ? ພຣະເຢຊູເປັນເພື່ອນກັບພວກເຈົ້າ ແຕ່ພວກເຈົ້າເປັນສັດຕູກັບພຣະເມຊີອາ. ພວກເຈົ້າບໍ່ຮູ້ບໍວ່າ ເຖິງພວກເຈົ້າເປັນເພື່ອນກັບພຣະເຢຊູ ແຕ່ການກະທຳຊົ່ວຮ້າຍຂອງພວກເຈົ້າແມ່ນຝັງເລິກຢູ່ໃນເສັ້ນເລືອດຂອງຜູ້ຄົນທີ່ໜ້າລັງກຽດທີ່ສຸດ? ເຖິງແມ່ນພວກເຈົ້າຈະໃກ້ຊິດກັບພຣະເຢໂຮວາຫຼາຍ ແຕ່ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ໄປເຖິງຫູຂອງພຣະເຢໂຮວາ ແລະ ທ້າທາຍຄວາມໂກດຮ້າຍຂອງພຣະອົງ? ພຣະອົງຈະໃກ້ຊິດກັບເຈົ້າໄດ້ແນວໃດ ແລະ ພຣະອົງຈະບໍ່ເຜົາເສັ້ນເລືອດຂອງພວກເຈົ້າທີ່ເຕັມໄປດ້ວຍການກະທຳຊົ່ວຮ້າຍໄດ້ແນວໃດ? ພຣະອົງຈະບໍ່ສາມາດເປັນສັດຕູຂອງເຈົ້າໄດ້ແນວໃດ?

(ຄັດຈາກບົດ “ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

670. ພວກເຈົ້າທຸກຄົນກໍາລັງນັ່ງໃນບ່ອນນັ່ງທີ່ງົດງາມ ໂດຍສັ່ງສອນຄົນລຸ້ນໜຸ່ມທີ່ເປັນຄົນປະເພດດຽວກັນກັບພວກເຈົ້າ ແລະ ໃຫ້ພວກເຂົາທຸກຄົນນັ່ງກັບເຈົ້າ. ພວກເຈົ້າຮູ້ ຫຼື ບໍ່ວ່າ ດົນນານມາແລ້ວ “ລູກຫຼານ” ຂອງພວກເຈົ້າ ແມ່ນບໍ່ມີລົມຫາຍໃຈ ແລະ ເຮັດໃຫ້ພາລະກິດຂອງເຮົາສູນເສຍໄປ. ລັດສະໝີຂອງເຮົາແມ່ນເປັ່ງແສງຈາກດິນແດນແຫ່ງທິດຕາເວັນອອກ ຫາ ດິນແດນແຫ່ງທິດຕາເວັນຕົກ ແຕ່ເມື່ອລັດສະໝີຂອງເຮົາກະຈາຍໄປເຖິງສົ້ນຂົ້ວຂອງແຜ່ນດິນໂລກ ແລະ ເມື່ອມັນເປັ່ງແສງຂຶ້ນມາ ແລະ ສ່ອງສະຫວ່າງອອກໄປ, ເຮົາຈະເອົາລັດສະໝີຂອງເຮົາຈາກທິດຕາເວັນອອກ ແລະ ນໍາມັນໄປໃຫ້ທາງທິດຕາເວັນຕົກ ເພື່ອວ່າ ຜູ້ຄົນແຫ່ງຄວາມມືດ ທີ່ໄດ້ປະຖິ້ມເຮົາໃນທິດຕາເວັນອອກ ຈະບໍ່ມີແສງສະຫວ່າງອີກຕໍ່ໄປ. ເມື່ອສິ່ງນັ້ນເກີດຂຶ້ນ, ພວກເຈົ້າຈະດໍາລົງຊີວິດຢູ່ໃນຮ່ອມພູແຫ່ງເງົາມືດ. ເຖິງແມ່ນວ່າ ຜູ້ຄົນໃນປັດຈຸບັນ ແມ່ນດີກວ່າເກົ່າຫຼາຍຮ້ອຍເທົ່າ ແຕ່ພວກເຂົາກໍຍັງບໍ່ສາມາດເຮັດຕາມຄວາມຕ້ອງການຂອງເຮົາໄດ້ ແລະ ພວກເຂົາຍັງບໍ່ແມ່ນພະຍານທີ່ຍິ່ງໃຫຍ່ໃຫ້ເຮົາເທື່ອ. ພວກເຈົ້າສາມາດດີກວ່າເກົ່າຮ້ອຍເທົ່າກໍຍ້ອນຜົນທັງໝົດຂອງພາລະກິດຂອງເຮົາ. ມັນແມ່ນໝາກຜົນທີ່ເກີດຈາກພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ຢ່າງໃດກໍຕາມ, ເຮົາຮູ້ສຶກລັງກຽດຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ ເຊັ່ນດຽວກັນກັບບຸກຄະລິກຂອງພວກເຈົ້າ ແລະ ເຮົາຮູ້ສຶກບໍ່ພໍໃຈຫຼາຍກັບການປະຕິບັດຂອງພວກເຈົ້າຢູ່ຕໍ່ໜ້າເຮົາ ເພາະວ່າ ພວກເຈົ້າບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບເຮົາ. ແລ້ວພວກເຈົ້າຈະສາມາດເປັນຜູ້ທີ່ດໍາລົງຊີວິດຕາມລັດສະໝີຂອງເຮົາໄດ້ແນວໃດ ແລະ ພວກເຈົ້າຈະສາມາດຈົງຮັກພັກດີທີ່ສຸດຕໍ່ພາລະກິດໃນອະນາຄົດຂອງເຮົາໄດ້ແນວໃດ? ຄວາມເຊື່ອຂອງພວກເຈົ້າແມ່ນງົດງາມຫຼາຍ; ພວກເຈົ້າເວົ້າວ່າ ພວກເຈົ້າເຕັມໃຈທີ່ຈະສະຫຼະທັງຊີວິດຂອງພວກເຈົ້າໃນນາມພາລະກິດຂອງເຮົາ ແລະ ເຕັມໃຈທີ່ຈະເສຍສະລະຊີວິດຂອງພວກເຈົ້າເພື່ອມັນ, ແຕ່ອຸປະນິໄສຂອງພວກເຈົ້າບໍ່ໄດ້ປ່ຽນແປງຈັກໜ້ອຍເລີຍ. ພວກເຈົ້າມີແຕ່ຄໍາເວົ້າທີ່ອວດດີ ເຖິງວ່າທີ່ຈິງແລ້ວ ການກະທໍາຕົວຈິງຂອງພວກເຈົ້າແມ່ນອະນາດຫຼາຍ. ມັນປະກົດວ່າ ລິ້ນ ແລະ ປາກຂອງຄົນແມ່ນຢູ່ໃນສະຫວັນ ແຕ່ຂາແມ່ນຢູ່ໃນແຜ່ນດິນໂລກ, ດ້ວຍເຫດນັ້ນ ຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ຊື່ສຽງຂອງພວກເຂົາຈິ່ງຍັງຢູ່ໃນສະພາບທີ່ບໍ່ດີ ແລະ ຖືກທໍາລາຍ. ຊື່ສຽງຂອງພວກເຈົ້າແມ່ນຖືກທໍາລາຍ, ກິລິຍາທ່າທາງຂອງພວກເຈົ້າແມ່ນເສື່ອມໂຊມລົງ, ວິທີເວົ້າຂອງພວກເຈົ້າແມ່ນຕໍ່າຕ້ອຍ, ຊີວິດຂອງພວກເຈົ້າແມ່ນເປັນຕາລັງກຽດ; ເຖິງແມ່ນແຕ່ຄວາມເປັນມະນຸດຂອງພວກເຈົ້າກໍຈະຈົມລົງສູ່ຄວາມຕໍ່າຕ້ອຍ. ພວກເຈົ້າແມ່ນມີຄວາມຄິດຄັບແຄບຕໍ່ຜູ້ຄົນ ແລະ ພວກເຈົ້າຜິດຖຽງກັນກ່ຽວກັບທຸກຢ່າງທີ່ເປັນເລື່ອງເລັກນ້ອຍ. ພວກເຈົ້າຜິດຖຽງກັນກ່ຽວກັບຊື່ສຽງ ແລະ ສະຖານະຂອງຕົວເອງ ຈົນເຖິງຂັ້ນທີ່ພວກເຈົ້າເຕັມໃຈທີ່ຈະຕົກລົງນາຮົກ ແລະ ເຂົ້າໄປຢູ່ໃນທະເລສາບແຫ່ງໄຟ. ຄໍາເວົ້າ ແລະ ການກະທໍາໃນປັດຈຸບັນຂອງພວກເຈົ້າແມ່ນພຽງພໍທີ່ເຮັດໃຫ້ເຮົາສາມາດຕັດສິນວ່າ ພວກເຈົ້າເປັນຄົນບາບ. ທັດສະນະຄະຕິຂອງພວກເຈົ້າຕໍ່ພາລະກິດຂອງເຮົາແມ່ນພຽງພໍສໍາລັບເຮົາທີ່ຈະຕັດສິນວ່າ ພວກເຈົ້າແມ່ນຄົນທີ່ບໍ່ຊອບທໍາ ແລະ ນິໄສທັງໝົດຂອງພວກເຈົ້າແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນວິນຍານທີ່ສົກກະປົກ ທີ່ເຕັມໄປດ້ວຍສິ່ງທີ່ໜ້າລັງກຽດ. ການສະແດງອອກຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເປີດເຜີຍ ແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນຜູ້ຄົນທີ່ໄດ້ດື່ມເລືອດຂອງວິນຍານທີ່ສົກກະປົກຢ່າງພຽງພໍ. ເມື່ອມີການກ່າວເຖິງການເຂົ້າສູ່ອານາຈັກ ພວກເຈົ້າກໍຈົ່ງຢ່າທໍລະຍົດຄວາມຮູ້ສຶກຂອງຕົວເອງ. ພວກເຈົ້າເຊື່ອວ່າ ການເປັນຢູ່ຂອງພວກເຈົ້າໃນປັດຈຸບັນແມ່ນດີພໍສໍາລັບເຈົ້າ ໃນການເຂົ້າສູ່ປະຕູແຫ່ງອານາຈັກຂອງສະຫວັນແລ້ວບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດເຂົ້າສູ່ດິນແດນບໍລິສຸດແຫ່ງພາລະກິດ ແລະ ພຣະທໍາຂອງເຮົາ ໂດຍທີ່ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າບໍ່ຕ້ອງຜ່ານການທົດສອບຂອງເຮົາບໍ? ແມ່ນໃຜສາມາດຕົບຕາທັງສອງຂອງເຮົາໄດ້ຢ່າງສໍາເລັດແດ່? ຄວາມຊົ່ວຊ້າ, ຄວາມປະພຶດ ແລະ ການສົນທະນາອັນຕໍ່າຕ້ອຍຂອງພວກເຈົ້າຈະໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ເຮົາໄດ້ກໍານົດຊີວິດຂອງພວກເຈົ້າເປັນຊີວິດທີ່ດື່ມເລືອດ ແລະ ກິນເນື້ອໜັງຂອງວິນຍານທີ່ສົກກະປົກເຫຼົ່ານັ້ນ ເພາະວ່າ ພວກເຈົ້າລອກຮຽນແບບພວກມັນຢູ່ຕໍ່ໜ້າເຮົາທຸກມື້. ໂດຍສະເພາະຢູ່ຕໍ່ໜ້າເຮົາ ພຶດຕິກໍາຂອງພວກເຈົ້າແມ່ນບໍ່ດີ ແລ້ວເຮົາຈະບໍ່ຮູ້ສຶກລັງກຽດພວກເຈົ້າໄດ້ແນວໃດ? ຄໍາເວົ້າຂອງພວກເຈົ້າມີຄວາມບໍ່ບໍລິສຸດຂອງວິນຍານທີ່ສົກກະປົກ: ພວກເຈົ້າອ້ອນວອນ, ປິດບັງ ແລະ ປະຈົບປະແຈງຄືກັບຜູ້ຄົນເຫຼົ່ານັ້ນທີ່ມີສ່ວນຮ່ວມໃນການເຮັດເວດມົນຄາຖາ ແລະ ຄືກັບຜູ້ຄົນເຫຼົ່ານັ້ນທີ່ທໍລະຍົດ ແລະ ດື່ມເລືອດຂອງຜູ້ທີ່ບໍ່ມີຄວາມຊອບທໍາ. ການສະແດງອອກຂອງມະນຸດທຸກຄົນ ແມ່ນບໍ່ມີຄວາມຊອບທໍາຫຼາຍ ແລ້ວຜູ້ຄົນທັງໝົດຈະສາມາດຖືກຈັດໃຫ້ຢູ່ໃນດິນແດນບໍລິສຸດທີ່ມີຄວາມຊອບທໍາໄດ້ແນວໃດ? ເຈົ້າຄິດວ່າ ພຶດຕິກໍາທີ່ຊົ່ວຊ້າຂອງເຈົ້າສາມາດເຮັດໃຫ້ເຈົ້າເປັນຜູ້ບໍລິສຸດທີ່ແຕກຕ່າງຈາກຜູ້ທີ່ບໍ່ຊອບທໍາບໍ? ໃນທີ່ສຸດ ລີ້ນທີ່ຄ້າຍຄືກັບງູໃຫຍ່ຂອງເຈົ້າຈະທໍາລາຍເນື້ອໜັງຂອງເຈົ້າ ໂດຍເຮັດໃຫ້ມີຄວາມພິນາດ ແລະ ເຮັດໃນສິ່ງທີ່ເປັນຕາລັງກຽດ ແລະ ໃນທີ່ສຸດແລ້ວ ມືຂອງເຈົ້າທີ່ເປື້ອນດ້ວຍເລືອດຂອງວິນຍານສົກກະປົກຍັງຈະດຶງວິນຍານຂອງເຈົ້າລົງສູ່ນາຮົກ ແລ້ວເປັນຫຍັງເຈົ້າຄືບໍ່ໂດດເອົາໂອກາດນີ້ ເພື່ອຊໍາລະລ້າງມືຂອງເຈົ້າທີ່ປົກຫຸ້ມດ້ວຍຄວາມສົກກະປົກ? ເປັນຫຍັງເຈົ້າບໍ່ໃຊ້ໂອກາດນີ້ໃຫ້ເປັນປະໂຫຍດເພື່ອຕັດລິ້ນຂອງເຈົ້າທີ່ກ່າວຄໍາເວົ້າບໍ່ຊອບທໍາ? ເປັນໄປໄດ້ບໍ ທີ່ເຈົ້າເຕັມໃຈທົນທຸກພາຍໃຕ້ແປວໄຟຂອງນາຮົກ ຍ້ອນມືທັງສອງ, ລີ້ນ ແລະ ປາກຂອງເຈົ້າ? ເຮົາເຝົ້າເບິ່ງໃຈຂອງທຸກຄົນດ້ວຍຕາທັງສອງ ເພາະວ່າ ແຕ່ດົນນານມາແລ້ວ ກ່ອນທີ່ເຮົາໄດ້ສ້າງມະນຸດ ເຮົາໄດ້ກໍາຫົວໃຈຂອງພວກເຂົາຢູ່ໃນມືຂອງເຮົາ. ເຮົາເບິ່ງໃຈມະນຸດອອກ ຕັ້ງແຕ່ດົນ, ສະນັ້ນຄວາມຄິດໃນໃຈຂອງມະນຸດຈະສາມາດໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາຈະສາມາດຫຼົບໜີຈາກພຣະວິນຍານທີ່ເຜົາໄໝ້ຂອງເຮົາໃຫ້ທັນເວລາໄດ້ແນວໃດ?

(ຄັດຈາກບົດ “ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

671. ເຮົາໄດ້ຢູ່ທ່າມກາງພວກເຈົ້າ, ພົວພັນກັບພວກເຈົ້າໃນລະດູໃບໄມ້ປົ່ງ ແລະ ໃນລະດູໃບໄມ້ລົ່ນເປັນເວລາຫຼາຍປີ, ເຮົາໄດ້ດໍາລົງຊີວິດຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານ ແລະ ໄດ້ດໍາລົງຊີວິດຢູ່ກັບພວກເຈົ້າ. ແລ້ວຄວາມປະພຶດທີ່ຊົ່ວຊ້າຂອງພວກເຈົ້າຈະຫຼຸດພົ້ນອອກໄປຕໍ່ໜ້າຕໍ່ຕາຂອງເຮົາໄດ້ແນວໃດ? ຄໍາເວົ້າທີ່ປະທັບໃຈເຫຼົ່ານັ້ນຂອງພວກເຈົ້າ ແມ່ນຍັງດັງກ້ອງຢູ່ໃນຫູຂອງເຮົາຢູ່ຕະຫຼອດເວລາ; ຄວາມທະເຍີທະຍານຂອງພວກເຈົ້າເປັນຈໍານວນລ້ານໆ ແມ່ນຖືກວາງຢູ່ແທ່ນບູຊາຂອງເຮົາຈົນບໍ່ສາມາດນັບໄດ້. ເຖິງຢ່າງໃດກໍຕາມ, ໃນສ່ວນການອຸທິດຕົນ ແລະ ສິ່ງທີ່ພວກເຈົ້າໄດ້ໃຊ້ໄປແລ້ວ ແມ່ນບໍ່ມີແມ່ນແຕ່ໜ້ອຍດຽວ. ຄວາມຈິງໃຈຂອງພວກເຈົ້າແມ່ນແຕ່ຢົດນ້ອຍໆຢົດດຽວກໍບໍ່ມີຢູ່ເທິງແທ່ນບູຊາຂອງເຮົາ. ໝາກຜົນແຫ່ງຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນຢູ່ໃສ? ພວກເຈົ້າໄດ້ຮັບຄວາມກະລຸນາທີ່ບໍ່ມີວັນສິ້ນສຸດຈາກເຮົາ ແລະ ພວກເຈົ້າໄດ້ເຫັນຄວາມລຶກລັບທີ່ບໍ່ມີວັນສິ້ນສຸດຈາກສະຫວັນ ແລະ ເຮົາຍັງໄດ້ສະແດງແປວໄຟແຫ່ງສະຫວັນໃຫ້ພວກເຈົ້າເຫັນ ແຕ່ເຮົາບໍ່ມີໃຈທີ່ຈະຈູດເຜົາພວກເຈົ້າ. ຢ່າງໃດກໍຕາມ ພວກເຈົ້າໄດ້ມອບຄືນໃຫ້ກັບເຮົາຫຼາຍຊໍ່າໃດແລ້ວ? ພວກເຈົ້າເຕັມໃຈມອບໃຫ້ເຮົາຫຼາຍຊໍ່າໃດ? ເຈົ້າຖືອາຫານທີ່ເຮົາໄດ້ເອົາໃຫ້ເຈົ້າ ແລ້ວຫັນມາຖວາຍມັນໃຫ້ກັບເຮົາ ໂດຍເວົ້າວ່າ ມັນແມ່ນສິ່ງທີ່ເຈົ້າໄດ້ຮັບເປັນການຕອບແທນ ເຫື່ອແຮງຈາກການເຮັດວຽກໜັກຂອງເຈົ້າ ເຈົ້າຈິ່ງຖວາຍທຸກສິ່ງທີ່ເຈົ້າມີໃຫ້ກັບເຮົາ. ເຈົ້າບໍ່ສາມາດຮູ້ໄດ້ແນວໃດວ່າ “ສິ່ງບໍລິຈາກ” ຂອງເຈົ້າທີ່ມີໃຫ້ເຮົາ ແມ່ນທຸກສິ່ງທີ່ເຈົ້າໄດ້ລັກຈາກແທ່ນບູຊາຂອງເຮົາ ແລ້ວຕອນນີ້ເຈົ້າກໍາລັງຖວາຍສິ່ງນັ້ນໃຫ້ກັບເຮົາ. ເຈົ້າບໍ່ແມ່ນກໍາລັງຫຼອກລວງເຮົາບໍ? ເຈົ້າບໍ່ໄດ້ຮູ້ບໍວ່າ ສິ່ງທີ່ເຮົາເພີດເພີນນໍາໃນປະຈຸບັນນີ້ ແມ່ນສິ່ງຖວາຍທັງໝົດທີ່ຢູ່ແທ່ນບູຊາຂອງເຮົາ ແລະ ບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບມາ ເພື່ອເປັນການຕອບແທນສໍາລັບການເຮັດວຽກໜັກຂອງເຈົ້າ ແລະ ນໍາສິ່ງນັ້ນມາຖວາຍໃຫ້ກັບເຮົາ? ພວກເຈົ້າຈັ່ງແມ່ນກ້າຫຼອກລວງເຮົາແທ້ໆ ແລ້ວເຮົາຈະສາມາດອະໄພໃຫ້ພວກເຈົ້າໄດ້ແນວໃດ? ເຮົາຈະສາມາດອົດກັ້ນກັບສິ່ງນີ້ໄດ້ດົນປານໃດ? ເຮົາໄດ້ມອບທຸກສິ່ງທຸກຢ່າງໃຫ້ແກ່ພວກເຈົ້າ. ເຮົາໄດ້ເປີດເຜີຍທຸກສິ່ງທຸກຢ່າງເພື່ອພວກເຈົ້າ, ໄດ້ສະໜອງເພື່ອຄວາມຕ້ອງການຂອງພວກເຈົ້າ ແລະ ເປີດຕາຂອງພວກເຈົ້າ ແຕ່ພວກເຈົ້າກໍຍັງຫຼອກລວງເຮົາແບບນີ້ ໂດຍເມີນເສີຍຕໍ່ສາມັນສໍານຶກຂອງພວກເຈົ້າເອງ. ເຮົາໄດ້ປະທານທຸກສິ່ງແກ່ພວກເຈົ້າໂດຍບໍ່ເຫັນແກ່ຕົວ ເພື່ອວ່າ ເຖິງພວກເຈົ້າຈະທົນທຸກ ພວກເຈົ້າກໍຈະໄດ້ຮັບທຸກສິ່ງຈາກເຮົາ ເຊິ່ງເປັນສິ່ງທີ່ເຮົາໄດ້ນໍາມາຈາກສະຫວັນ. ນອກເໜືອຈາກນີ້, ພວກເຈົ້າບໍ່ອຸທິດຕົວຈັກດີ້ ແລະ ເຖິງແມ່ນວ່າ ພວກເຈົ້າຈະໄດ້ບໍລິຈາກພຽງເລັກນ້ອຍກໍຕາມ ພວກເຈົ້າກໍຈະມາ “ສະສາງ” ກັບເຮົາພາຍຫຼັງ. ສິ່ງບໍລິຈາກຂອງເຈົ້າຈະບໍ່ເສຍຖິ້ມບໍ? ສິ່ງທີ່ເຈົ້າໄດ້ມອບໃຫ້ກັບເຮົາແມ່ນບໍ່ມີຫຍັງ ແຕ່ເປັນພຽງເມັດຊາຍໜຶ່ງເມັດ ແຕ່ສິ່ງທີ່ເຈົ້າຂໍຈາກເຮົາແມ່ນເປັນຄໍາໜຶ່ງໂຕນ. ເຈົ້າບໍ່ໄຮ້ເຫດຜົນເກີນໄປໂພດບໍ? ເຮົາເຮັດພາລະກິດໃນທ່າມກາງພວກເຈົ້າ. ອັດຕາສິບສ່ວນຮ້ອຍທີ່ເຮົາຄວນໄດ້ຮັບບໍ່ເຫັນແມ່ນແຕ່ຮ່ອງຮອຍຈັກດີ້ ຢ່າວ່າແຕ່ການເສຍສະຫຼະເພີ່ມເຕີມເລີຍ. ຍິ່ງໄປກວ່ານັ້ນ, ອັດຕາສິບສ່ວນຮ້ອຍທີ່ຄົນເຫຼື້ອມໃສໃນສາສະໜາບໍລິຈາກ ແມ່ນຖືກຄົນຊົ່ວຍຶດເອົາໄປໝົດ. ພວກເຈົ້າທຸກຄົນບໍ່ແມ່ນແຕກກະຈາຍອອກຈາກເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນເປັນປໍລະປັກກັບເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນກໍາລັງທໍາລາຍແທ່ນບູຊາຂອງເຮົາບໍ? ແລ້ວຈະໃຫ້ເຮົາເຫັນບຸກຄົນປະເພດນີ້ເປັນສັບສົມບັດໃນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາບໍ່ແມ່ນໝູ ແລະ ໝາທີ່ເຮົາກຽດຊັງບໍ? ຈະໃຫ້ເຮົາສາມາດເອີ້ນການກະທໍາທີ່ຊົ່ວຮ້າຍຂອງພວກເຈົ້າເປັນສັບສົມບັດໄດ້ແນວໃດ? ພາລະກິດຂອງເຮົາແມ່ນເພື່ອໃຜກັນແທ້? ເປັນໄປໄດ້ບໍທີ່ມັນຈະໂຈມຕີພວກເຈົ້າທຸກຄົນ ເພື່ອເປີດເຜີຍອໍານາດຂອງເຮົາ? ຊີວິດຂອງພວກເຈົ້າທຸກຄົນບໍ່ແມ່ນເພິ່ງພາຂໍ້ພຣະທໍາຂອງເຮົາບໍ? ເປັນຫຍັງເຮົາຈິ່ງໃຊ້ແຕ່ພຣະທໍາເພື່ອແນະນໍາພວກເຈົ້າເທົ່ານັ້ນ ແລະ ເປັນຫຍັງເຮົາຈິ່ງບໍ່ໄດ້ປ່ຽນພຣະທໍາເປັນຂໍ້ມູນຄວາມຈິງ ເພື່ອໂຈມຕີພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້? ພຣະທໍາ ແລະ ພາລະກິດຂອງເຮົາແມ່ນພຽງເພື່ອໂຈມຕີມະນຸດບໍ? ເຮົາແມ່ນພຣະເຈົ້າທີ່ຂ້າຄົນບໍລິສຸດໂດຍບໍ່ມີການຈໍາແນກບໍ? ຕອນນີ້ ມີພວກເຈົ້າຈັກຄົນທີ່ມາຢູ່ຕໍ່ໜ້າເຮົາດ້ວຍຕົວຕົນຂອງພວກເຈົ້າທັງໝົດເພື່ອສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ? ມີແຕ່ຮ່າງກາຍຂອງພວກເຈົ້າທີ່ຢູ່ຕໍ່ໜ້າເຮົາ ແຕ່ໃຈຂອງພວກເຈົ້າແມ່ນຍັງລອຍນວນ ແລະ ຫ່າງເຫີນຈາກເຮົາຫຼາຍ. ຍ້ອນພວກເຈົ້າບໍ່ຮູ້ວ່າ ພາລະກິດທີ່ແທ້ຈິງຂອງເຮົາແມ່ນຫຍັງ, ຈິ່ງມີພວກເຈົ້າບາງຄົນທີ່ຕ້ອງການໜີອອກຈາກເຮົາ ແລະ ຜູ້ທີ່ຕ້ອງການຢູ່ຫ່າງຈາກເຮົາ ແລະ ຕ້ອງການດໍາລົງຊີວິດຢູ່ໃນວິມານສະຫວັນແຫ່ງນັ້ນ ທີ່ບໍ່ມີການຕີສອນ ແລະ ການພິພາກສາ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນປາດຖະໜາໃນໃຈຂອງພວກເຂົາບໍ? ແນ່ນອນ ເຮົາບໍ່ໄດ້ບັງຄັບເຈົ້າ. ເສັ້ນທາງໃດກໍຕາມທີ່ເຈົ້າເລືອກ ແມ່ນການເລືອກຂອງເຈົ້າເອງ ແລະ ເສັ້ນທາງໃນປະຈຸບັນແມ່ນໄປພ້ອມກັບການພິພາກສາ ແລະ ການສາບແຊ່ງ ແຕ່ພວກເຈົ້າທຸກຄົນຄວນຮູ້ວ່າ ສິ່ງທີ່ເຮົາໄດ້ປະທານໃຫ້ແກ່ພວກເຈົ້າ ບໍ່ວ່າຈະແມ່ນການພິພາກສາ ຫຼື ການຕີສອນ ລ້ວນແລ້ວແຕ່ແມ່ນຂອງຂວັນທີ່ດີທີ່ສຸດ ທີ່ເຮົາສາມາດມອບແກ່ພວກເຈົ້າ ແລະ ພວກມັນແມ່ນທຸກສິ່ງທີ່ພວກເຈົ້າຕ້ອງການຢ່າງຮີບດ່ວນ.

(ຄັດຈາກບົດ “ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

672. ວິນຍານທຸກດວງທີ່ຖືກຊາຕານເຮັດໃຫ້ເປັນທາດຢູ່ໃນ ອຳນາດຂອງຊາຕານ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະຄຣິດເທົ່ານັ້ນ ທີ່ຖືກແຍກອອກມາ, ຊ່ວຍໃຫ້ລອດພົ້ນຈາກຄ້າຍຂອງຊາຕານ ແລະ ຖືກນໍາເຂົ້າມາສູ່ອານາຈັກໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ໄດ້ດໍາລົງຊີວິດພາຍໃຕ້ອິດທິພົນຂອງຊາຕານອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ທໍາມະຊາດຂອງມະນຸດກໍຍັງຝັງເລິກຢູ່ໃນເນື້ອໜັງຂອງມະນຸດ. ເຖິງໝາຍຄວາມວ່າ ເຖິງແມ່ນວິນຍານຂອງພວກເຈົ້າໄດ້ຖືກຊ່ວຍໃຫ້ລອດພົ້ນ, ທໍາມະຊາດຂອງພວກເຈົ້າກໍຍັງເປັນຄືກັບທີ່ມັນເປັນໃນເມື່ອກ່ອນ ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີຢູ່ໜຶ່ງຮ້ອຍເປີເຊັນ. ນັ້ນກໍຄືເຫດຜົນທີ່ພາລະກິດຂອງເຮົາໃຊ້ເວລາຍາວນານຫຼາຍ ຍ້ອນວ່າ ທໍາມະຊາດຂອງພວກເຈົ້າແມ່ນຍາກທີ່ຈະຮັກສາ. ຕອນນີ້ ພວກເຈົ້າທຸກຄົນແມ່ນກໍາລັງຜະເຊີນກັບຄວາມລຳບາກດ້ວຍສຸດຄວາມສາມາດຂອງພວກເຈົ້າ ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ພວກເຈົ້າແຕ່ລະຄົນບໍ່ສາມາດທໍລະຍົດເຮົາ ແລະ ກັບຄືນສູ່ອຳນາດຂອງຊາຕານ, ສູ່ຄ້າຍຂອງມັນ ແລະ ກັບໄປສູ່ຊີວິດເດີມຂອງພວກເຈົ້າ, ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ທີ່ພວກເຈົ້າຈະນໍາສະເໜີຄວາມເປັນມະນຸດ ຫຼື ຮູບລັກສະນະຂອງມະນຸດແມ່ນແຕ່ໜ້ອຍດຽວ ດັ່ງທີ່ພວກເຈົ້າເຮັດໃນປັດຈຸບັນ. ໃນກໍລະນີທີ່ຮ້າຍແຮງ ພວກເຈົ້າຈະຖືກທໍາລາຍ ແລະ ຍິ່ງໄປກວ່ານັ້ນ ກໍຈະພິນາດຕະຫຼອດການ, ຖືກລົງໂທດຢ່າງຮຸນແຮງ, ບໍ່ໄດ້ເກີດໃໝ່ອີກຈັກເທື່ອ. ນີ້ແມ່ນບັນຫາທີ່ຖືກວາງຢູ່ຕໍ່ໜ້າພວກເຈົ້າ. ເຮົາກໍາລັງເຕືອນພວກເຈົ້າດ້ວຍວິທີນີ້ ເພື່ອວ່າ ຢ່າງທີໜຶ່ງ, ພາລະກິດຂອງເຮົາຈະບໍ່ສຸນເປົ່າ ແລະ ຢ່າງທີສອງ ພວກເຈົ້າທຸກຄົນອາດດໍາລົງຊີວິດໃນມື້ແຫ່ງແສງສະຫວ່າງ. ໃນຄວາມເປັນຈິງແລ້ວ, ເລື່ອງທີ່ ບໍ່ວ່າພາລະກິດຂອງເຮົາສູນເປົ່າ ຫຼື ບໍ່ນັ້ນບໍ່ແມ່ນບັນຫາທີ່ສຳຄັນ. ສິ່ງທີ່ສໍາຄັນແມ່ນພວກເຈົ້າສາມາດມີຊີວິດທີ່ມີຄວາມສຸກ ແລະ ອະນາຄົດທີ່ອັດສະຈັນ. ພາລະກິດຂອງເຮົາແມ່ນພາລະກິດຂອງການຊ່ວຍວິນຍານຂອງຜູ້ຄົນໃຫ້ລອດພົ້ນ. ຖ້າວິນຍານຂອງເຈົ້າຕົກໄປຢູ່ໃນມືຂອງຊາຕານ, ຮ່າງກາຍຂອງເຈົ້າກໍຈະບໍ່ດຳລົງຊີວິດຢ່າງສະຫງົບສຸກ. ຖ້າເຮົາປົກປ້ອງຮ່າງກາຍຂອງເຈົ້າ, ວິນຍານຂອງເຈົ້າກໍຈະຢູ່ພາຍໃຕ້ການເບິ່ງແຍງຂອງເຮົາຢ່າງແນ່ນອນ. ຖ້າເຮົາລັງກຽດເຈົ້າ, ຮ່າງກາຍ ແລະ ວິນຍານຂອງເຈົ້າກໍຈະຕົກໄປຢູ່ໃນມືຂອງຊາຕານທັນທີ. ແລ້ວເຈົ້າສາມາດຈິນຕະນາການເຖິງສະຖານະການຂອງເຈົ້າໄດ້ບໍ? ຖ້າມື້ໜຶ່ງພຣະທໍາຂອງເຮົາສູນເສຍໃນຕົວພວກເຈົ້າ, ແລ້ວເຮົາກໍຈະມອບພວກເຈົ້າທຸກຄົນໃຫ້ແກ່ຊາຕານ ເຊິ່ງຈະເຮັດໃຫ້ພວກເຈົ້າຕົກລົງສູ່ການທໍລະມານທີ່ແສນເຈັບປວດ ຈົນຄວາມໃຈຮ້າຍຂອງເຮົາຫາຍໄປຈົນໝົດ ຫຼື ເຮົາເອງຈະເປັນຜູ້ລົງໂທດພວກເຈົ້າ ເຊິ່ງເປັນມະນຸດທີ່ບໍ່ສາມາດໄຖ່ຄືນໄດ້ ຍ້ອນວ່າ ຫົວໃຈຂອງພວກເຈົ້າທີ່ທໍລະຍົດເຮົາບໍ່ເຄີຍປ່ຽນແປງ.

(ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

673. ເຮົາພຽງແຕ່ຫວັງວ່າ ໃນພາລະກິດຂັ້ນຕອນສຸດທ້າຍຂອງເຮົານັ້ນ ພວກເຈົ້າຈະສາມາດປະຕິບັດໄດ້ຢ່າງໂດດເດັ່ນ, ອຸທິດຕົນຢ່າງເຕັມທີ່ ແລະ ບໍ່ເປັນຄົນທີ່ບໍ່ຈິງໃຈອີກຕໍ່ໄປ. ແນ່ນອນ ເຮົາຍັງຫວັງໃຫ້ພວກເຈົ້າທຸກຄົນມີຈຸດໝາຍປາຍທາງທີ່ດີ. ຢ່າງໃດກໍຕາມ ເຮົາຍັງມີເງື່ອນໄຂຂອງເຮົາ ເຊິ່ງນັ້ນກໍຄື ການໃຫ້ພວກເຈົ້າຕັດສິນໃຈຢ່າງດີທີ່ສຸດທີ່ຈະຖວາຍການອຸທິດຕົນຄັ້ງດຽວ ແລະ ຄັ້ງສຸດທ້າຍ. ຖ້າບາງຄົນບໍ່ມີການອຸທິດໃນຄັ້ງນີ້, ຄົນນັ້ນກໍຈະເປັນຊັບສົມບັດຂອງຊາຕານຢ່າງແນ່ນອນ ແລະ ເຮົາກໍຈະບໍ່ສືບຕໍ່ນໍາໃຊ້ເຂົາ. ເຮົາຈະສົ່ງເຂົາກັບເຮືອນເພື່ອໃຫ້ພໍ່ແມ່ຂອງເຂົາດູແລ. ພາລະກິດຂອງເຮົາເປັນປະໂຫຍດໃຫ້ກັບພວກເຈົ້າຫຼາຍ; ສິ່ງທີ່ເຮົາຫວັງໄດ້ຮັບຈາກພວກເຈົ້າກໍຄືຫົວໃຈທີ່ຊື່ສັດ ແລະ ມີຄວາມປາຖະໜ້າສູງ, ແຕ່ຈົນຮອດປັດຈຸບັນນີ້ ມືຂອງເຮົາກໍຍັງວ່າງເປົ່າເໝືອນເດີມ. ໃຫ້ລອງຄິດກ່ຽວກັບສິ່ງນີ້ເບິ່ງ: ຖ້າມື້ໜຶ່ງ ເຮົາຍັງຄົງເສຍໃຈເໜືອຄຳບັນຍາຍແບບນີ້ ທ່າທີຂອງເຮົາທີ່ມີຕໍ່ພວກເຈົ້າຈະເປັນແນວໃດ? ເຮົາຈະຍັງເປັນມິດຢູ່ບໍ່? ຫົວໃຈຂອງເຮົາຈະມີສັນຕິສຸກຢູ່ບໍ? ພວກເຈົ້າເຂົ້າໃຈເຖິງຄວາມຮູ້ສຶກຂອງຄົນທີ່ປູກເຂົ້າຢ່າງພາກພຽນ ແຕ່ບໍ່ໄດ້ເກັບກ່ຽວເມັດເຂົ້າແມ່ນແຕ່ເມັດດຽວບໍ່? ພວກເຈົ້າເຂົ້າໃຈບໍ່ວ່າ ຄວາມເຈັບປວດຂອງບາງຄົນທີ່ຖືກຕີຢ່າງໜັກເປັນແນວໃດ? ພວກເຈົ້າສາມາດຊີມລົດຊາດແຫ່ງຄວາມເຈັບປວດຂອງຄົນທີ່ເຕັມໄປດ້ວຍຄວາມຫວັງ ຜູ້ເຊິ່ງຕ້ອງຈາກບາງຄົນໄປບົນເງື່ອນໄຂທີ່ບໍ່ຈົບງາມບໍ? ພວກເຈົ້າເຄີຍເຫັນຄວາມໂກດຮ້າຍຂອງຄົນທີ່ຖືກເຮັດໃຫ້ໃຈຮ້າຍບໍ? ພວກເຈົ້າສາມາດຮູ້ຈັກເຖິງຄວາມຮູ້ສຶກຮີບດ່ວນໃນການຕ້ອງການແກ້ແຄ້ນຂອງຄົນທີ່ຖືກປະຕິບັດນໍາດ້ວຍຄວາມໂຫດຮ້າຍ ແລະ ຫຼອກລວງບໍ? ຖ້າພວກເຈົ້າເຂົ້າໃຈເຖິງຄວາມຄິດຂອງຄົນເຫຼົ່ານີ້, ເຮົາຄິດວ່າ ມັນກໍບໍ່ຍາກທີ່ພວກເຈົ້າຈະຈິນຕະນາການເຖິງທ່າທີຂອງພຣະເຈົ້າໃນເວລາແຫ່ງການແກ້ແຄ້ນຂອງພຣະອົງ. ສຸດທ້າຍນີ້ ເຮົາຫວັງໃຫ້ພວກເຈົ້າທຸກຄົນພະຍາຍາມຢ່າງຈິງຈັງເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າເອງ; ຢ່າງໃດກໍຕາມ, ພວກເຈົ້າບໍ່ຄວນນໍາໃຊ້ວິທີທີ່ຫຼອກລວງເຂົ້າໃນຄວາມພະຍາຍາມຂອງພວກເຈົ້າ ຫຼື ບໍ່ດັ່ງນັ້ນ ໃນຫົວໃຈຂອງເຮົາກໍຍັງຄົງຜິດຫວັງກັບພວກເຈົ້າ. ຄວາມຜິດຫວັງດັ່ງກ່າວຈະນໍາໄປສູ່ສິ່ງໃດ? ພວກເຈົ້າບໍ່ໄດ້ກຳລັງຫຼອກລວງຕົນເອງບໍ? ຄົນທີ່ຄິດເພື່ອຈຸດໝາຍປາຍທາງຂອງພວກເຂົາ ແຕ່ທຳລາຍມັນ ຄືຄົນຢ່າງໜ້ອຍແມ່ນບໍ່ສາມາດໄດ້ຮັບຄວາມລອດພົ້ນ. ເຖິງແມ່ນຜູ້ຄົນດັ່ງກ່າວຈະໂກດຮ້າຍພຽງໃດ, ແລ້ວມີໃຜຈະເຫັນອົກເຫັນໃຈພວກເຂົາ? ສະຫຼຸບແລ້ວ ເຮົາຍັງເຕັມໃຈທີ່ຈະປາຖະໜາໃຫ້ພວກເຈົ້າມີຈຸດໝາຍປາຍທາງທີ່ເໝາະສົມ ແລະ ດີ. ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ຈະບໍ່ມີຜູ້ໃດໃນພວກເຈົ້າປະສົບກັບຄວາມພິນາດ.

(ຄັດຈາກບົດ “ວ່າດ້ວຍເລື່ອງຈຸດໝາຍປາຍທາງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

674. ພາລະກິດຂັ້ນຕອນສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອລິຂີດຊະຕາກໍາຂອງມະນຸດ. ຍິ່ງໄປກວ່ານັ້ນ ກໍແມ່ນເພື່ອຮັບເອົາການຍອມຮັບຈາກຄົນທັງປວງສໍາລັບທຸກສິ່ງທີ່ເຮົາໄດ້ກະທໍາ. ເຮົາຕ້ອງການ ໃຫ້ມະນຸດທຸກຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສໍາແດງເຖິງອຸປະນິໄສຂອງເຮົາ, ບໍ່ແມ່ນການກະທໍາຂອງມະນຸດ ແລະ ກໍບໍ່ແມ່ນທໍາມະຊາດ ເປັນສິ່ງທີ່ສ້າງມະນຸດຊາດຂຶ້ນມາ. ແຕ່ກົງກັນຂ້າມ ເຮົາເປັນຜູ້ຊົງສ້າງ ແລະ ດູແລທຸກຊີວິດທັງປວງ. ຖ້າປາສະຈາກເຮົາ ມະນຸດກໍຈະມີແຕ່ຄວາມຕາຍ ແລະ ປະສົບກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວໜ່ວຍນີ້ອີກ. ມະນຸດຈະປະເຊີນກັບກາງຄືນທີ່ໜາວຈັດ ແລະ ໂລກທີ່ເຕັມໄປດ້ວຍຄວາມມືດ ແລະ ຄວາມຕາຍ. ເຮົາເປັນຄວາມພົ້ນດຽວຂອງມະນຸດ ເຮົາເປັນຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການດໍາລົງຢູ່ຂອງມະນຸດກໍຂຶ້ນຢູ່ກັບເຮົາ. ປາສະຈາກເຮົາແລ້ວ ມະນຸດກໍຈະດໍາລົງຢູ່ບໍ່ໄດ້. ປາສະຈາກເຮົາແລ້ວ ມະນຸດກໍຈະປະເຊີນກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກມານຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງປານນັ້ນກໍຍັງບໍ່ມີຜູ້ໃດເຊື່ອຟັງເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ເຮົາຫວັງຢ່າງດຽວວ່າມະນຸດຈະຕອບແທນເຮົາດ້ວຍການກະທໍາຄວາມດີ. ເຖິງວ່າຜູ້ທີ່ຕອບແທນເຮົາດ້ວຍການເຮັດຄວາມດີມີໜ້ອຍ ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມປະຕິບັດພາລະກິດຂອງເຮົາໃນຂັ້ນຕອນຕໍ່ໄປ ເຊິ່ງກໍາລັງປະກົດໃຫ້ເຫັນ ເພາະວ່າວຽກງານຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ເຮົາບໍ່ໄດ້ສົນໃຈຈໍານວນຄົນ ແຕ່ສົນໃຈການກະທໍາຄວາມດີຂອງພວກເຂົາ. ຢ່າງໃດກໍຕາມເຮົາຫວັງວ່າ ພວກເຈົ້າຈະກະທໍາຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍຈະເພິ່ງພໍໃຈ, ຖ້າບໍ່ດັ່ງນັ້ນ ບໍ່ມີຄົນໃດໃນລະຫວ່າງ ພວກເຈົ້າຈະໜີພົ້ນໄພພິບັດທີ່ຈະມາເຖິງນັ້ນໄດ້. ໄພພິບັດນັ້ນແມ່ນມາຈາກເຮົາ ແລະ ເຮົາເປັນຜູ້ກໍານົດ. ຖ້າພວກເຈົ້າບໍ່ສົມບູນດີພໍໃນສາຍຕາເຮົາ ພວກເຈົ້າຈະໜີບໍ່ພົ້ນໄພພິບັດດັ່ງກ່າວ. ໃນໄພພິບັດຜ່ານມາ ພຶດຕິກໍາ ແລະ ການກະທໍາຂອງພວກເຈົ້າຍັງບໍ່ເໝາະສົມ ເພາະຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ເຈົ້າໄດ້ພຽງສະແດງໂຕເອງໃຫ້ເຫັນເຖິງຄວາມຢ້ານກົວ ຫຼື ກ້າຫານເທົ່ານັ້ນ. ກ່ຽວກັບເລື່ອງນີ້ ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາເປັນຫວ່ງນໍາການກະທໍາແລະອຸປະນິໄສຂອງພວກເຈົ້າ ເຊິ່ງເປັນມາດຖານໃນການກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ ເຮົາຂໍປະກາດຢ່າງຈະແຈ້ງວ່າ: ເຮົາຈະບໍ່ເມດຕາບັນດາຜູ້ທີ່ບໍ່ຈົງຮັກພັກດີຕໍ່ເຮົາເມື່ອພົບພໍ້ຄວາມລໍາບາກ ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້ ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ ແລະ ໂດຍສະເພາະເຮົາຈະບໍ່ພົວພັນກັບຜູ້ທີ່ທໍລະຍົດຕໍ່ໝູ່ເພື່ອນ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຄວນບອກພວກເຈົ້າວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດໄດ້ມີຄວາມເຊື່ອໃນເຮົາແລ້ວກໍຈະຢູ່ໃນໃຈຂອງເຮົາສະເໝີໄປ.

(ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ຂ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ດ້ວຍວິທີນີ້”.

ກ່ອນນີ້: (II) ຄຳແນະນຳ ແລະ ການປອບໃຈຂອງພຣະເຈົ້າຕໍ່ມະນຸດ

ຕໍ່ໄປ: XIV ພຣະທຳກ່ຽວກັບມາດຕະຖານຂອງພຣະເຈົ້າສຳລັບການກໍານົດຜົນໄດ້ຮັບຂອງມະນຸດ ແລະ ກ່ຽວກັບຈຸດສິ້ນສຸດຂອງຄົນທຸກປະເພດ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້...

ກ່ຽວກັບການປະຕິບັດຂອງການອະທິຖານ

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ,...

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger