XIV ພຣະທຳກ່ຽວກັບມາດຕະຖານຂອງພຣະເຈົ້າສຳລັບການກໍານົດຜົນໄດ້ຮັບຂອງມະນຸດ ແລະ ກ່ຽວກັບຈຸດສິ້ນສຸດຂອງຄົນທຸກປະເພດ
675. ກ່ອນມະນຸດເຂົ້າສູ່ບ່ອນພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ໃຫ້ການຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການເຊື່ອຟັງຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະກາຍເປັນເປົ້າໝາຍຂອງການກໍາຈັດ ແລະ ການທໍາລາຍ. ຍິ່ງໄປກວ່ານັ້ນ ໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ, ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງໃນຂະນະທີ່ຍັງສະແຫວງພຣະເຈົ້າທີ່ເລື່ອນລອຍ ແລະ ເບິ່ງບໍ່ເຫັນ ກໍຍິ່ງຈະມີໂອກາດຖືກທຳລາຍໃນອະນາຄົດຫຼາຍຂຶ້ນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ຈົນຮອດເວລາແຫ່ງການພັກເຊົາ. ຄົນທີ່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການບໍ່ເຊື່ອຟັງພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ. ການທີ່ເຈົ້າຈະມີຄວາມຈິງ ແລະ ການທີ່ເຈົ້າຈະຕໍ່ຕ້ານພຣະເຈົ້າແມ່ນຂຶ້ນຢູ່ກັບທາດແທ້ຂອງເຈົ້າ, ບໍ່ແມ່ນຂຶ້ນຢູ່ກັບລັກສະນະຂອງເຈົ້າ ຫຼື ວິທີທີ່ເຈົ້າອາດເວົ້າ ແລະ ປະພຶດບາງຄັ້ງຄາວ. ການທີ່ບຸກຄົນໃດໜຶ່ງຈະຖືກທໍາລາຍ ຫຼື ບໍ່ ແມ່ນກໍານົດໂດຍທາດແທ້ຂອງຄົນໆນັ້ນ; ມັນຖືກຕັດສິນອີງຕາມທາດແທ້ທີ່ເປີດເຜີຍອອກໂດຍການກະທໍາ ແລະ ການສະແຫວງຫາຄວາມຈິງຂອງພວກເຂົາ. ໃນບັນດາຜູ້ທີ່ເຮັດພາລະກິດຄືກັນ ແລະ ເຮັດພາລະກິດເທົ່າກັນ, ຜູ້ທີ່ມີທາດແທ້ຂອງມະນຸດທີ່ດີ ແລະ ຜູ້ທີ່ມີຄວາມຈິງ ແມ່ນຜູ້ທີ່ສາມາດຄົງຢູ່, ໃນຂະນະຜູ້ທີ່ມີທາດແທ້ຊົ່ວຂອງມະນຸດ ແລະ ຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ແມ່ນຄົນທີ່ຈະເປັນເປົ້າໝາຍແຫ່ງການທໍາລາຍ. ພາລະກິດ ຫຼື ພຣະທໍາທັງໝົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງຂອງມະນຸດ ແມ່ນຈະໄດ້ຈັດການກັບມະນຸດຢ່າງເໝາະສົມ ໂດຍອີງໃສ່ທາດແທ້ຂອງມະນຸດແຕ່ລະຄົນ; ຈະບໍ່ມີຄວາມຜິດພາດເກີດຂຶ້ນແມ່ນແຕ່ໜ້ອຍດຽວ ແລະ ຈະບໍ່ມີຂໍ້ຜິດພາດແມ່ນແຕ່ຂໍ້ດຽວ. ມີພຽງແຕ່ເມື່ອຜູ້ຄົນປະຕິບັດພາລະກິດ ຄວາມຮູ້ສຶກ ຫຼື ຄວາມໝາຍຂອງມະນຸດຈຶ່ງຈະປະສົມປະສານກັນ. ພາລະກິດທີ່ພຣະເຈົ້າເຮັດແມ່ນເໝາະສົມທີ່ສຸດ; ພຣະອົງຈະບໍ່ນໍາເອົາຄໍາກ່າວອ້າງທີ່ບໍ່ຖືກຕ້ອງມາສູ່ສິ່ງທີ່ມີຊີວິດຢ່າງເດັດຂາດ.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
676. ບໍ່ວ່າພວກເຂົາຈະເປັນວິນຍານຂອງຄົນຕາຍ ຫຼື ເປັນຄົນທີ່ຍັງໃຊ້ຊີວິດໃນເນື້ອໜັງ, ຄົນຊົ່ວຮ້າຍທຸກຄົນ ແລະ ທຸກຄົນທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຄົນທີ່ບໍລິສຸດໃນທ່າມກາງມະນຸດຊາດໄດ້ເຂົ້າສູ່ການພັກເຊົາ. ສໍາລັບວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາ, ບໍ່ວ່າຈະຢູ່ໃນຍຸກໃດກໍຕາມ ທຸກຄົນທີ່ກະທໍາຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ທຸກຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນແມ່ນບໍ່ໄດ້ຖືກຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ; ກົງກັນຂ້າມ, ມັນຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ບໍ່ເຊື່ອຟັງຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ ແລະ ຄົນໃນຍຸກນີ້ທີ່ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງແນ່ນອນເຊັ່ນກັນ. ມະນຸດຖືກແຍກອອກບົນພື້ນຖານຄວາມດີ ແລະ ຄວາມຊົ່ວ, ບໍ່ແມ່ນບົນພື້ນຖານຂອງຍຸກທີ່ພວກເຂົາອາໄສຢູ່. ເມື່ອຖືກແບ່ງແຍກ, ພວກເຂົາຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ກົງກັນຂ້າມ ພຣະເຈົ້າຈະພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ພຣະອົງໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ແບ່ງແຍກມະນຸດອອກເປັນຄົນດີ ແລະ ຄົນຊົ່ວນັບຕັ້ງແຕ່ພຣະອົງເລີ່ມດໍາເນີນພາລະກິດຂອງພຣະອົງໃນທ່າມກາງພວກເຂົາແລ້ວ. ມັນເປັນພຽງແຕ່ວ່າພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງເທົ່ານັ້ນ; ມັນບໍ່ແມ່ນວ່າ ພຣະອົງຈະແຍກພວກເຂົາອອກເປັນປະເພດໃຜລາວຫຼັງຈາກສໍາເລັດພາລະກິດຂອງພຣະອົງ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄົນຊົ່ວ ແລະ ມອບລາງວັນໃຫ້ຄົນດີທັນທີ. ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
677. ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ ຄົນທີ່ມີພຶດຕິກຳທີ່ໜ້າລັງກຽດແມ່ນເປັນຄົນຊົ່ວ. ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາມະນຸດແມ່ນອີງໃສ່ວ່າ ທາດແທ້ຂອງພວກເຂົາແມ່ນເຊື່ອຟັງພຣະອົງ ຫຼື ບໍ່; ຜູ້ທີ່ເຊື່ອຟັງພຣະເຈົ້າແມ່ນເປັນຄົນທີ່ຊອບທໍາ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າແມ່ນເປັນສັດຕູ ແລະ ເປັນຄົນຊົ່ວ ໂດຍບໍ່ວ່າຄົນນັ້ນຈະມີພຶດຕິກຳທີ່ດີ ຫຼື ບໍ່ດີ ແລະ ບໍ່ວ່າຄໍາເວົ້າຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ບາງຄົນປາດຖະໜານໍາໃຊ້ການກະກຳທີ່ດີ ເພື່ອໃຫ້ໄດ້ຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ບາງຄົນປາດຖະໜານຳໃຊ້ຄໍາເວົ້າທີ່ດີເພື່ອຮັບເອົາຈຸດໝາຍປາຍທາງທີ່ດີ. ທຸກຄົນເຊື່ອແບບຜິດໆວ່າ ພຣະເຈົ້າກຳນົດຜົນໄດ້ຮັບຂອງມະນຸດຫຼັງຈາກໄດ້ເບິ່ງພຶດຕິກໍາ ຫຼື ຫຼັງຈາກໄດ້ຟັງຄຳເວົ້າຂອງພວກເຂົາ; ດັ່ງນັ້ນ ຫຼາຍຄົນຈຶ່ງມີປະສົງທີ່ຈະໃຊ້ສິ່ງນີ້ ເພື່ອລໍ້ລວງພຣະເຈົ້າໃຫ້ພໍໃຈພວກເຂົາຊົ່ວຄາວ. ໃນອະນາຄົດ ຜູ້ຄົນທີ່ຈະມີຊີວິດລອດໃນສະພາບທີ່ສະຫງົບສຸກ ຈະຕ້ອງໄດ້ທົນຕໍ່ວັນແຫ່ງຄວາມຍາກລໍາບາກ ແລະ ຍັງຈະໄດ້ເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ; ພວກເຂົາທັງໝົດຈະເປັນຄົນທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາ ແລະ ເປັນຄົນທີ່ຕັ້ງໃຈເຊື່ອຟັງພຣະເຈົ້າ. ຜູ້ທີ່ພຽງແຕ່ຕ້ອງການໃຊ້ໂອກາດ ເພື່ອເຮັດການຮັບໃຊ້ດ້ວຍຕັ້ງໃຈ ເພື່ອຫຼີກເວັ້ນການປະຕິບັດຄວາມຈິງຈະບໍ່ຖືກອະນຸຍາດໃຫ້ຄົງຢູ່ໄດ້. ພຣະເຈົ້າແມ່ນມີມາດຕະຖານທີ່ເໝາະສົມສໍາລັບການຈັດແຈງຜົນໄດ້ຮັບຂອງທຸກຄົນ; ພຣະອົງບໍ່ພຽງແຕ່ເຮັດການຕັດສິນໃຈເຫຼົ່ານີ້ຕາມຄໍາເວົ້າ ແລະ ພຶດຕິກຳຂອງຄົນເທົ່ານັ້ນ ຫຼື ພຣະອົງບໍ່ໄດ້ຕັດສິນໃຈຕາມການກະທໍາຂອງພວກເຂົາໃນເວລາໃດໜຶ່ງເທົ່ານັ້ນ. ພຣະອົງຈະບໍ່ຜ່ອນຜັນຕໍ່ການກະທໍາຊົ່ວຮ້າຍຂອງຄົນຢ່າງເດັດຂາດຍ້ອນການຮັບໃຊ້ພຣະເຈົ້າຜ່ານມາຂອງພວກເຂົາ ແລະ ພຣະອົງຈະບໍ່ລະເວັ້ນຜູ້ໃດຈາກຄວາມຕາຍຍ້ອນວ່າພວກເຂົາໄດ້ເສຍສະລະຄັ້ງໃດຄັ້ງໜຶ່ງໃຫ້ກັບພຣະເຈົ້າ. ບໍ່ມີໃຜສາມາດຫຼີກເວັ້ນການລົງໂທດຕໍ່ຄວາມຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ມີໃຜສາມາດປົກປິດການກະທໍາຊົ່ວຮ້າຍຂອງພວກເຂົາ ເພື່ອຫຼີກເວັ້ນການທໍລະມານຈາກການທໍາລາຍໄດ້. ຖ້າບຸກຄົນໃດໜຶ່ງສາມາດເຮັດໜ້າທີ່ຂອງຕົວເອງໄດ້ຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍກໍຕາມ, ພວກເຂົາແມ່ນຊື່ສັດຕໍ່ພຣະເຈົ້າຕະຫຼອດໄປ ແລະ ບໍ່ໄດ້ສະແຫວງຫາລາງວັນ, ຖ້າຜູ້ຄົນມີຄວາມຊື່ສັດຕໍ່ພຣະເຈົ້າເມື່ອເວລາທີ່ພວກເຂົາເຫັນພອນ ແຕ່ເສຍຄວາມຊື່ສັດເມື່ອພວກເຂົາບໍ່ສາມາດເຫັນພອນໃດໆ ແລະ ໃນທີ່ສຸດ ຖ້າພວກເຂົາຍັງບໍ່ສາມາດເປັນພະຍານຕໍ່ພຣະເຈົ້າ ແລະ ຍັງບໍ່ສາມາດເຮັດສໍາເລັດໜ້າທີ່ໄດ້ຕາມທີ່ພວກເຂົາຄວນເຮັດ, ເຖິງແມ່ນວ່າພວກເຂົາຈະໄດ້ຮັບໃຊ້ພຣະເຈົ້າຢ່າງຊື່ສັດມາກ່ອນກໍຕາມ ພວກເຂົາກໍຍັງຈະເປັນເປົ້າໝາຍຂອງການທໍາລາຍ. ສະຫຼຸບແລ້ວ, ຄົນຊົ່ວບໍ່ສາມາດຢູ່ລອດໄດ້ຕະຫຼອດການ ຫຼື ພວກເຂົາສາມາດເຂົ້າສູ່ບ່ອນພັກເຊົາໄດ້; ມີພຽງແຕ່ຄົນຊອບທໍາເທົ່ານັ້ນທີ່ຈະເປັນເຈົ້ານາຍຂອງການພັກເຊົາ.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
678. ການທີ່ຄົນໃດໜຶ່ງໄດ້ຮັບພອນ ຫຼື ທົນທຸກກັບຄວາມໂຊກຮ້າຍແມ່ນຖືກກໍານົດຕາມທາດແທ້ຂອງຄົນນັ້ນ ແລະ ບໍ່ໄດ້ຖືກກໍານົດຕາມທາດແທ້ທີ່ຄົນນັ້ນມີຄືກັນກັບຄົນອື່ນໆ. ອານາຈັກບໍ່ມີຄໍາກ່າວ ຫຼື ກົດລະບຽບແບບນີ້. ຖ້າຄົນໃດໜຶ່ງສາມາດຢູ່ລອດໄດ້ໃນທີ່ສຸດ ນັ້ນກໍຍ້ອນວ່າ ຄົນໆນັ້ນໄດ້ບັນລຸເງື່ອນໄຂຂອງພຣະເຈົ້າ ແລະ ຖ້າຫາກວ່າ ຄົນນັ້ນບໍ່ສາມາດຢູ່ລອດຈົນເຖິງເວລາແຫ່ງການພັກເຊົາ ນັ້ນກໍຍ້ອນວ່າ ບຸກຄົນດັ່ງກ່າວບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງພຣະເຈົ້າໄດ້. ທຸກຄົນແມ່ນມີຈຸດໝາຍປາຍທາງທີ່ເໝາະສົມ. ຈຸດໝາຍປາຍທາງເຫຼົ່ານີ້ແມ່ນໄດ້ຖືກກໍານົດຕາມທາດແທ້ຂອງແຕ່ລະຄົນ ແລະ ບໍ່ໄດ້ກ່ຽວຂ້ອງກັບຄົນອື່ນໆຢ່າງສິ້ນເຊີງ. ການກະທໍາຊົ່ວຮ້າຍຂອງລູກບໍ່ສາມາດໂອນໄປໃຫ້ພໍ່ແມ່ຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງລູກກໍບໍ່ສາມາດແບ່ງປັນກັບພໍ່ແມ່ຂອງພວກເຂົາໄດ້. ການກະທໍາທີ່ຊົ່ວຮ້າຍຂອງພໍ່ແມ່ບໍ່ສາມາດໂອນໄປໃຫ້ລູກໆຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງພໍ່ແມ່ກໍບໍ່ສາມາດແບ່ງປັນກັບລູກໆຂອງພວກເຂົາໄດ້. ທຸກຄົນແມ່ນແບກຮັບບາບກໍາຂອງຕົນເອງ ແລະ ທຸກຄົນແມ່ນເສບສຸກກັບໂຊກລາບຂອງຕົນເອງ. ບໍ່ມີໃຜສາມາດທົດແທນຄົນອື່ນໄດ້; ນີ້ແມ່ນຄວາມຊອບທໍາ. ໃນມຸມມອງຂອງມະນຸດ, ຖ້າພໍ່ແມ່ໄດ້ຮັບພອນ, ລູກໆຂອງພວກເຂົາກໍຈະໄດ້ຮັບເຊັ່ນກັນ ແລະ ຖ້າລູກໆເຮັດຄວາມຊົ່ວ, ພໍ່ແມ່ຂອງພວກເຂົາກໍຕ້ອງຊົດໃຊ້ຄວາມບາບເຫຼົ່ານັ້ນ. ນີ້ແມ່ນມຸມມອງຂອງມະນຸດ ແລະ ວິທີການກະທຳສິ່ງຕ່າງໆຂອງມະນຸດ. ມັນບໍ່ແມ່ນມຸມມອງຂອງພຣະເຈົ້າ. ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດແບກຮັບບາບຂອງຄົນອື່ນໄດ້; ແຮງຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜອມຂອງພໍ່ແມ່ຕໍ່ລູກຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ຫຼື ຄວາມຮັກກະຕັນຍູຂອງລູກໆທີ່ມີຕໍ່ພໍ່ແມ່ຂອງພວກເຂົາ ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຂໍ້ພຣະທໍາທີ່ວ່າ: “ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ”. ຜູ້ຄົນບໍ່ສາມາດນຳເອົາລູກໆຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານຄວາມຮັກອັນເລິກເຊິ່ງຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາເມຍ (ຫຼືຜົວ) ຂອງພວກເຂົາໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ນີ້ແມ່ນກົດແຫ່ງການປົກຄອງ; ບໍ່ມີຂໍ້ຍົກເວັ້ນຕໍ່ບຸກຄົນໃດໆ. ສຸດທ້າຍກໍຄື ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ ແລະ ຜູ້ທີ່ກະທໍາຄວາມຊົ່ວແມ່ນຜູ້ທີ່ກະທໍາຄວາມຊົ່ວ. ຜູ້ທີ່ປະຕິບັດຄວາມຊອບທໍາ ໃນທີ່ສຸດ ກໍຈະຖືກອະນຸຍາດໃຫ້ຢູ່ລອດ ໃນຂະນະຜູ້ທີ່ກະທໍາຄວາມຊົ່ວຈະຖືກທໍາລາຍ. ຜູ້ທີ່ບໍລິສຸດແມ່ນຜູ້ທີ່ບໍລິສຸດ; ພວກເຂົາບໍ່ສົກກະປົກ. ຜູ້ທີ່ສົກກະປົກແມ່ນຜູ້ທີ່ສົກກະປົກ ແລະ ບໍ່ມີພາກສ່ວນໃດຂອງພວກເຂົາບໍລິສຸດ. ຜູ້ຄົນທີ່ຈະຖືກທໍາລາຍແມ່ນລ້ວນແລ້ວແຕ່ເປັນຄົນຊົ່ວ ແລະ ຜູ້ຄົນທີ່ຈະມີຊີວິດລອດລ້ວນແລ້ວແຕ່ເປັນຄົນຊອບທໍາ, ແມ່ນແຕ່ ລູກໆຂອງຄົນຊົ່ວທີ່ໄດ້ເຮັດສິ່ງທີ່ຊອບທໍາ ແລະ ແມ່ນແຕ່ ພໍ່ແມ່ຂອງຄົນຊອບທໍາທີ່ໄດ້ເຮັດຄວາມຊົ່ວ. ບໍ່ມີຄວາມສໍາພັນ ລະຫວ່າງຜົວທີ່ເຊື່ອ ແລະ ເມຍທີ່ບໍ່ເຊື່ອ ແລະ ບໍ່ມີຄວາມສໍາພັນລະຫວ່າງລູກໆທີ່ເຊື່ອ ແລະ ພໍ່ແມ່ທີ່ບໍ່ເຊື່ອ; ຄົນສອງປະເພດເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັນ. ກ່ອນທີ່ຈະກ້າວເຂົ້າໄປຢູ່ໃນບ່ອນພັກເຊົາ, ຄົນໃດໜຶ່ງແມ່ນມີຍາດຕິພີ່ນ້ອງເປັນຕົວຕົນ ແຕ່ເມື່ອພວກເຂົາໄດ້ເຂົ້າໄປສູ່ບ່ອນພັກເຊົາ ພວກເຂົາຈະບໍ່ມີຍາດຕິພີ່ນ້ອງທີ່ເປັນຕົວຕົນໃຫ້ກ່າວເຖິງອີກ. ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາເປັນສັດຕູກັບຜູ້ທີ່ບໍ່ເຮັດໜ້າທີ່; ຜູ້ທີ່ຮັກພຣະເຈົ້າ ແລະ ຜູ້ທີ່ກຽດຊັງພຣະອົງແມ່ນຢູ່ກົງກັນຂ້າມກັນ. ຜູ້ທີ່ຈະເຂົ້າສູ່ບ່ອນພັກເຊົາ ແລະ ຜູ້ທີ່ຈະຖືກທໍາລາຍແມ່ນສິ່ງມີຊີວິດຄົນລະປະເພດທີ່ບໍ່ຄືກັນ. ສິ່ງມີຊີວິດທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະສາມາດມີຊີວິດລອດ ແລະ ສິ່ງມີຊີວິດທີ່ບໍ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະເປັນເປົ້າໝາຍຂອງການທໍາລາຍ; ຍິ່ງໄປກວ່ານີ້, ສິ່ງນີ້ຈະຍືນຍົງຕະຫຼອດໄປ.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
679. ສຸດທ້າຍແລ້ວ ຄົນທີ່ເຮັດຊົ່ວ ແລະ ຄົນທີ່ຊອບທໍາ ທຸກຄົນກໍຄືສິ່ງທີ່ມີຊີວິດ. ສິ່ງທີ່ມີຊີວິດທີ່ກະທໍາຄວາມຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ສິ່ງທີ່ມີຊີວິດທີ່ກະທໍາຄວາມດີຈະມີຊີວິດລອດ. ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງທີ່ມີຊີວິດທັງສອງປະເພດ. ເນື່ອງຈາກຄວາມບໍ່ເຊື່ອຟັງຂອງພວກເຂົາ, ຄົນທີ່ກະທໍາຄວາມຊົ່ວ ເຖິງແມ່ນວ່າພວກເຂົາແມ່ນສິ່ງຊົງສ້າງຂອງພຣະເຈົ້າ ແຕ່ຍ້ອນວ່າພວກເຂົາຖືກຊາຕານຈັບກຸມ, ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້. ສິ່ງມີຊີວິດທີ່ກະທໍາຄວາມດີ ບໍ່ສາມາດລອດພົ້ນໄດ້ບົນພື້ນຖານຄວາມຈິງທີ່ວ່າ ພວກເຂົາຖືກສ້າງຂື້ນໂດຍພຣະເຈົ້າ ແຕ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ພວກເຂົາເສື່ອມຊາມ. ຄົນທີ່ກະທໍາຊົ່ວແມ່ນສິ່ງມີຊີວິດທີ່ບໍ່ເຊື່ອຟັງພຣະເຈົ້າ; ພວກເຂົາເປັນສິ່ງມີຊີວິດທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ໄດ້ຖືກຊາຕານຈັບກຸມຢ່າງສົມບູນ. ຜູ້ຄົນທີ່ກະທໍາຄວາມຊົ່ວກໍແມ່ນຄົນເຊັ່ນກັນ; ພວກເຂົາແມ່ນມະນຸດທີ່ຖືກເສື່ອມຊາມຢ່າງຮ້າຍແຮງ ແລະ ເປັນຜູ້ທີ່ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້. ຍ້ອນພວກເຂົາເປັນສິ່ງມີຊີວິດ, ຄົນທີ່ກະທໍາຄວາມດີກໍຖືກເສື່ອມຊາມເຊັ່ນກັນ ແຕ່ພວກເຂົາແມ່ນຄົນທີ່ເຕັມໃຈແຍກຕົວອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ ແລະ ກາຍເປັນຄົນທີ່ສາມາດເຊື່ອຟັງພຣະເຈົ້າ. ຜູ້ຄົນທີ່ກະທໍາຄວາມດີບໍ່ໄດ້ເຕັມໄປດ້ວຍຄວາມຊອບທໍາ, ກົງກັນຂ້າມພວກເຂົາໄດ້ຮັບຄວາມລອດພົ້ນ ແລະ ປະຖິ້ມອຸປະນິໄສອັນເສື່ອມຊາມຂອງພວກເຂົາ; ພວກເຂົາສາມາດເຊື່ອຟັງພຣະເຈົ້າ. ພວກເຂົາຈະຕັ້ງໝັ້ນໄດ້ໃນທີ່ສຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາບໍ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມຈັກເທື່ອ. ຫຼັງຈາກພາລະກິດຂອງພຣະເຈົ້າສິ້ນສຸດລົງ, ທ່າມກາງສິ່ງທີ່ມີຊີວິດຂອງພຣະອົງຈະມີຜູ້ຄົນຖືກທໍາລາຍ ແລະ ຖືກຊ່ວຍໃຫ້ລອດພົ້ນ. ນີ້ແມ່ນກະແສພາລະກິດຄຸ້ມຄອງຂອງພຣະອົງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີໃຜສາມາດປະຕິເສດມັນໄດ້. ຄົນກະທໍາຄວາມຊົ່ວບໍ່ອະນຸຍາດໃຫ້ຢູ່ລອດ; ຄົນທີ່ເຊື່ອຟັງ ແລະ ຕິດຕາມພຣະອົງຈົນເຖິງທີ່ສຸດຈະຢູ່ລອດຢ່າງແນ່ນອນ. ເນື່ອງຈາກວ່າ ພາລະກິດນີ້ແມ່ນການຄຸ້ມຄອງມະນຸດຊາດ, ດັ່ງນັ້ນຈຶ່ງຈະມີຜູ້ທີ່ລອດພົ້ນ ແລະ ຜູ້ທີ່ຖືກກໍາຈັດ. ນີ້ແມ່ນຜົນໄດ້ຮັບອີງຕາມຄວາມແຕກຕ່າງຂອງແຕ່ລະຄົນ ແລະ ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງມີຊີວິດຂອງພຣະອົງ.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
680. ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ທ່າມກາງຜູ້ຕິດຕາມເຫຼົ່ານີ້, ມີຜູ້ຄົນທີ່ຮັບໃຊ້ເປັນນັກບວດ, ເປັນຜູ້ນໍາພາ, ຜູ້ທີ່ສ້າງໂອລົດ, ຜູ້ເຕົ້າໂຮມຜູ້ຄົນ ແລະ ຜູ້ທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມທີ່ແຕກຕ່າງກັນໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອມະນຸດທັງໝົດໄດ້ຖືກຈໍາແນກອອກອີງຕາມປະເພດຂອງພວກເຂົາເຊິ່ງນັ້ນຄືເມື່ອທໍາມະຊາດຂອງມະນຸດໄດ້ຖືກເປີດເຜີຍແລ້ວ, ເມື່ອນັ້ນເຮົາຈະນັບເອົາແຕ່ລະຄົນຕາມປະເພດທີ່ຖືກຕ້ອງຂອງພວກເຂົາ ແລະ ເອົາພວກເຂົາວາງໄວ້ໃນບ່ອນທີ່ເໝາະສົມ ເພື່ອທີ່ເຮົາຈະໄດ້ຕະໜັກເຖິງຄວາມປະສົງຂອງເຮົາເພື່ອການໄຖ່ບາບໃຫ້ແກ່ມວນມະນຸດ. ໃນທາງກັບກັນ, ເຮົາເອີ້ນເອົາກຸ່ມຄົນທີ່ເຮົາຕ້ອງການຮັກສາໄວ້ໃຫ້ໄດ້ກັບຄືນສູ່ພຣະວິຫານຂອງເຮົາ, ແລ້ວຈາກນັ້ນເຮົາຈະອະນຸຍາດໃຫ້ຜູ້ຄົນທັງໝົດເຫຼົ່ານີ້ໄດ້ຍອມຮັບເອົາພາລະກິດຂອງເຮົາໃນມື້ສຸດທ້າຍ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກມະນຸດໂດຍອີງຕາມປະເພດ, ແລ້ວຈາກນັ້ນໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບກາຍເປັນພາລະກິດຂອງເຮົາ.
(ຄັດຈາກບົດ “ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
681. ບັດນີ້ ເຈົ້າຮູ້ສາຍເຫດທີ່ແທ້ຈິ່ງແລ້ວບໍ່ວ່າ ເປັນຫຍັງພວກເຈົ້າຈຶ່ງເຊື່ອໃນເຮົາ? ພວກເຈົ້າຮູ້ຈຸດປະສົງ ແລະ ຄວາມໝາຍທີ່ແທ້ຈິ່ງຂອງພາລະກິດຂອງເຮົາບໍ່? ເຈົ້າຮູ້ໜ້າທີ່ທີ່ແທ້ຈິງຂອງເຈົ້າແລ້ວບໍ່? ເຈົ້າຮູ້ການເປັນປະຈັກພະຍານຂອງເຮົາຢ່າງແທ້ຈິງບໍ່? ຖ້າຫາກເຈົ້າພຽງແຕ່ເຊື່ອໃນເຮົາ, ແຕ່ຍັງບໍ່ມີວີ່ແວວຄວາມສະຫງ່າລາສີ ຫຼື ປະຈັກພະຍານຂອງເຮົາໃນຕົວເຈົ້າ, ແລ້ວເຮົາກໍໄດ້ກຳຈັດພວກເຈົ້າໄປດົນນານແລ້ວ. ສຳລັບຜູ້ທີ່ຮູ້ຈັກທຸກຢ່າງ, ພວກເຂົາຍິ່ງເປັນສ້ຽນໝາມໃນຕາຂອງເຮົາ ແລະ ໃນເຮືອນຂອງເຮົາ, ພວກເຂົາບໍ່ແມ່ນຫຍັງນອກຈາກເປັນອຸປະສັກທີ່ຂວາງທາງຂອງ, ພວກເຂົາເປັນເຂົ້ານົກທີ່ຕ້ອງຖືກຝັດຖິ້ມໃຫ້ໝົດໃນພາລະກິດຂອງເຮົາ, ພວກເຂົາໃຊ້ການບໍ່ໄດ້, ພວກເຂົາບໍ່ມີຄຸນຄ່າຫຍັງເລີຍ ແລະ ເຮົາໄດ້ລັງກຽດພວກເຂົາມາເປັນເວລາດົນແລ້ວ. ຄວາມໂກດຮ້າຍຂອງເຮົາຈະໂຍນລົງໃສ່ກັບທຸກຄົນທີ່ບໍ່ເປັນປະຈັກພະຍານ ແລະ ໄມ້ຄ້ອນເທົ້າຂອງເຮົາຈະບໍ່ເຄີຍຫ່າງຈາກພວກເຂົາ. ເຮົາໄດ້ມອບພວກເຂົາໄວ້ໃນກໍາມືຂອງມານຊົ່ວຮ້າຍມາດົນນານແລ້ວ; ພວກເຂົາບໍ່ໄດ້ຮັບພອນຂອງເຮົາ. ເມື່ອມື້ນັ້ນມາເຖິງ, ການຂ້ຽນຕີຂອງພວກເຂົາຈະໂສກເສົ້າຫຼາຍກ່ວາຜູ້ຍິງໂງ່. ມື້ນີ້, ເຮົາພຽງແຕ່ປະຕິບັດພາລະກິດຕາມໜ້າທີ່ຂອງເຮົາ; ເຮົາຈະມັດກົກເຂົ້າສາລີທັງໝົດ ພ້ອມກັບເຂົ້ານົກເຫຼົ່ານັ້ນເຂົ້າກັນ. ນີ້ແມ່ນພາລະກິດຂອງເຮົາໃນມື້ນີ້. ເຂົ້ານົກທັງໝົດຈະຖືກຝັດຖິ້ມໃນເວລາຂອງການຝັດເຂົ້າຂອງເຮົາ, ຫຼັງຈາກນັ້ນ ເມັດເຂົ້າສາລີຈະຖືກເກັບຮັກສາໄວ້ໃນສາງ ແລະ ເຂົ້ານົກເຫຼົ່ານັ້ນທີ່ຖືກຝັດອອກຈະຖືກນຳໄປຈູດເຜົາໃນໄຟໃຫ້ໄໝ້ກາຍເປັນຂີ້ຝຸ່ນ. ພາລະກິດຂອງເຮົາໃນຕອນນີ້ແມ່ນພຽງແຕ່ມັດມະນຸດທັງໝົດເຂົ້າກັນນັ້ນກໍຄືເພື່ອເອົາຊະນະພວກເຂົາຢ່າງສິ້ນເຊີງ. ຫຼັງຈາກນັ້ນ ເຮົາຈະເລີ່ມຝັດເພື່ອເປີດເຜີຍຈຸດຈົບຂອງມະນຸດທັງໝົດ.
(ຄັດຈາກບົດ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
682. ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອບ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີ ແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງ ແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນດັ່ງກ່າວຈະຜະເຊີນກັບຄວາມລໍາບາກນາໆປະການກໍຕາມ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມທາງໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ສາມາດຍອມກໍາຈັດຄວາມສຸກຂອງຕົນເອງຈາກຝ່າຍເນື້ອໜັງ ແມ່ນຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ເຊື່ອ ແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຈະເປັນເປົ້າໝາຍຂອງການທໍາລາຍ. ຄົນທີ່ຈະຖືກອະນຸຍາດໃຫ້ຄົງຢູ່ ແມ່ນຄົນທີ່ໄດ້ຜ່ານການທົດທຸກຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນຄົນທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າຄືສັດຕູ; ນັ້ນກໍຄື ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ວ່າພວກເຂົາຈະຢູ່ພາຍໃນ ຫຼື ພາຍນອກກະແສນີ້ກໍຕາມຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ ຖ້າບໍ່ແມ່ນຜູ້ຕໍ່ຕ້ານທີ່ບໍ່ເຊື່ອໃນພະເຈົ້າ? ພວກເຂົາບໍ່ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າບໍ? ພວກເຂົາບໍ່ແມ່ນຜູ້ທີ່ອ້າງວ່າມີຄວາມເຊື່ອ ແຕ່ປາດສະຈາກຄວາມຈິງບໍ? ພວກເຂົາບໍ່ແມ່ນຜູ້ທີ່ພຽງແຕ່ສະແຫວງຫາເພື່ອໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດເປັນພະຍານຕໍ່ພຣະເຈົ້າບໍ? ເຈົ້າຍັງຜູກພັນກັບພວກຜີສາດເຫຼົ່ານັ້ນໃນປັດຈຸບັນ ແລະ ສະແດງມະໂນທຳ ແລະ ຄວາມຮັກກັບພວກເຂົາ; ແລ້ວໃນກໍລະນີນີ້ເຈົ້າບໍ່ແມ່ນຂະຫຍາຍຄວາມຕັ້ງໃຈທີ່ດີໃຫ້ກັບຊາຕານບໍ? ເຈົ້າບໍ່ໄດ້ພົວພັນກັບພວກຜີສາດບໍ? ຖ້າຜູ້ຄົນທຸກມື້ນີ້ຍັງບໍ່ສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ສືບຕໍ່ສະແດງຄວາມຮັກ ແລະ ຄວາມເມດຕາຢ່າງຕາບອດ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ສາມາດໃນທຸກວິທີທາງເພື່ອຮັບເອົາເຈດຕະນາຂອງພຣະເຈົ້າມາເປັນຂອງຕົວເອງ, ແລ້ວ ຈຸດຈົບຂອງພວກເຂົາກໍຈະເປັນຕາສົມເພດຍິ່ງຂຶ້ນ.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
683. ພຣະເຈົ້າບໍ່ເຮັດຕາບອດ ຫຼື ຫູໜວກໃສ່ຜູ້ຄົນທີ່ໝິ່ນປະໝາດ ຫຼື ຕໍ່ຕ້ານພຣະອົງ ຫຼື ແມ່ນແຕ່ຄົນທີ່ກ່າວຮ້າຍພຣະອົງ, ຜູ້ຄົນທີ່ເຈດຕະນາໂຈມຕີ, ກ່າວຮ້າຍ ແລະ ສາບແຊ່ງພຣະອົງ, ແຕ່ກົງກັນຂ້າມ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ພວກເຂົາ. ພຣະອົງກຽດຊັງຄົນເຫຼົ່ານີ້ ແລະ ພຣະອົງກ່າວໂທດພວກເຂົາໃນຫົວໃຈຂອງພຣະອົງ. ພຣະອົງເຖິງກັບປະກາດຢ່າງເປີດເຜີຍວ່າ ຜົນຕາມມາຂອງພວກເຂົາຈະແມ່ນຫຍັງ, ເພື່ອຜູ້ຄົນຈະຮູ້ວ່າ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ຄົນທີ່ໝິ່ນປະໝາດພຣະອົງ ແລະ ເພື່ອວ່າພວກເຂົາຈະຮູ້ວ່າ ພຣະອົງຈະກຳນົດຜົນຕາມມາຂອງພວກເຂົາໄດ້ແນວໃດ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພຣະເຈົ້າໄດ້ກ່າວສິ່ງເຫຼົ່ານີ້, ຜູ້ຄົນແມ່ນຍາກທີ່ຈະສາມາດເຫັນຄວາມຈິງໃນວິທີທີ່ພຣະເຈົ້າຈັດການກັບຜູ້ຄົນເຫຼົ່ານີ້ ແລະ ພວກເຂົາບໍ່ສາມາດເຂົ້າໃຈຫຼັກການທີ່ຢູ່ເບື້ອງຫຼັງຜົນຕາມມາ ແລະ ຄຳຕັດສິນທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນບໍ່ສາມາດເຫັນວິທີການ ແລະ ແບບແຜນສະເພາະທີ່ພຣະເຈົ້າມີສຳລັບການຈັດການພວກເຂົາ. ສິ່ງນີ້ແມ່ນກ່ຽວຂ້ອງກັບຫຼັກການຂອງພຣະເຈົ້າໃນການເຮັດສິ່ງຕ່າງໆ. ພຣະເຈົ້າໃຊ້ເຫດການເກີດຂຶ້ນຈິງເພື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ. ນັ້ນກໍຄື ພຣະອົງບໍ່ໄດ້ປະກາດຄວາມຜິດບາບຂອງພວກເຂົາ ແລະ ບໍ່ໄດ້ຕັດສິນຜົນຕາມມາຂອງພວກເຂົາ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຫດການເກີດຂຶ້ນແທ້ຈິງເພື່ອກໍານົດການລົງໂທດພວກເຂົາ ແລະ ຮັບຜົນກຳສະໜອງຢ່າງຍຸຕິທຳ. ເມື່ອຄວາມຈິງເຫຼົ່ານີ້ເກີດຂຶ້ນ, ມັນແມ່ນເນື້ອໜັງຂອງຜູ້ຄົນທີ່ທົນທຸກກັບການລົງໂທດ ໝາຍຄວາມວ່າ ການລົງໂທດແມ່ນສິ່ງທີ່ສາມາດເຫັນໄດ້ດ້ວຍສາຍຕາມະນຸດ. ເມື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ, ພຣະເຈົ້າພຽງແຕ່ສາບແຊ່ງພວກເຂົາດ້ວຍພຣະທຳ ແລະ ດ້ວຍຄວາມໂກດຮ້າຍຂອງພຣະອົງ, ແຕ່ການລົງໂທດທີ່ພວກເຂົາໄດ້ຮັບອາດເປັນສິ່ງທີ່ຜູ້ຄົນບໍ່ສາມາດເຫັນໄດ້. ເຖິງຢ່າງໃດກໍຕາມ ຜົນຕາມມາປະເພດນີ້ອາດຍິ່ງຮ້າຍແຮງຫຼາຍກວ່າຜົນຕາມມາທີ່ຜູ້ຄົນສາມາດເຫັນ ເຊັ່ນ: ການຖືກລົງໂທດ ຫຼື ຖືກຂ້າຕາຍ. ນີ້ກໍຍ້ອນພາຍໃຕ້ສະຖານະການດັ່ງກ່າວ ພຣະເຈົ້າໄດ້ຕັດສິນໃຈບໍ່ຊ່ວຍຄົນປະເພດນີ້ໃຫ້ລອດພົ້ນ, ພຣະອົງບໍ່ມີຄວາມເມດຕາ ຫຼື ມີຄວາມອົດທົນສຳລັບພວກເຂົາອີກຕໍ່ໄປ ແລະ ຈະບໍ່ສະໜອງໂອກາດໃຫ້ພວກເຂົາອີກ, ແລ້ວທັດສະນະຄະຕິທີ່ພຣະອົງມີຕໍ່ພວກເຂົາກໍເປັນທັດສະນະຄະຕິແບບປະຖິ້ມສິ່ງເຫຼົ່ານັ້ນ. ແມ່ນຫຍັງຄືຄວາມໝາຍຂອງ “ການປະຖິ້ມ” ໃນນີ້? ຄວາມໝາຍພື້ນຖານຂອງຄຳສັບນີ້ກໍຄື “ການປະວາງບາງສິ່ງໄວ້ຕ່າງຫາກ ແລະ ບໍ່ສົນໃຈກັບມັນອີກຕໍ່ໄປ”. ແຕ່ໃນນີ້, ເມື່ອພຣະເຈົ້າ “ປະຖິ້ມຜູ້ໃດຜູ້ໜຶ່ງ”, ມັນມີຄວາມໝາຍສອງຢ່າງຄື: ຄວາມໝາຍທຳອິດ ພຣະອົງໄດ້ມອບຊີວິດຂອງຄົນນັ້ນ ແລະ ທຸກສິ່ງກ່ຽວກັບບຸກຄົນນັ້ນໃຫ້ຊາຕານຈັດການ ແລະ ພຣະເຈົ້າຈະບໍ່ຮັບຜິດຊອບ ແລະ ຈະບໍ່ຄຸ້ມຄອງບຸກຄົນນັ້ນອີກຕໍ່ໄປ. ບໍ່ວ່າບຸກຄົນນັ້ນຈະເປັນບ້າ ຫຼື ໂງ່ຈ້າ ຫຼື ບໍ່ວ່າພວກເຂົາຈະຕາຍ ຫຼື ມີຊີວິດ ຫຼື ພວກເຂົາຖືກໂຍນລົງສູ່ໝໍ້ນະຮົກສໍາລັບການລົງໂທດຂອງພວກເຂົາ, ທຸກສິ່ງເຫຼົ່ານີ້ຈະບໍ່ກ່ຽວຂ້ອງຫຍັງກັບພຣະເຈົ້າ. ນັ້ນໝາຍຄວາມວ່າ ສິ່ງຖືກສ້າງດັ່ງກ່າວຈະບໍ່ກ່ຽວຂ້ອງກັບພຣະຜູ້ສ້າງ. ຄວາມໝາຍທີສອງກໍຄື ພຣະເຈົ້າໄດ້ກຳນົດວ່າ ພຣະອົງເອງຕ້ອງການເຮັດບາງສິ່ງກັບບຸກຄົນນີ້, ດ້ວຍມືຂອງພຣະອົງເອງ. ມັນເປັນໄປໄດ້ທີ່ພຣະອົງຈະໃຊ້ປະໂຫຍດຈາກການບໍລິການຂອງບຸກຄົນນີ້ ຫຼື ພຣະອົງຈະໃຊ້ພວກເຂົາໃຫ້ເປັນເຄື່ອງມືຮັບໃຊ້. ມັນເປັນໄປໄດ້ທີ່ພຣະອົງຈະມີວິທີການພິເສດເພື່ອຈັດການກັບຄົນປະເພດນີ້, ວິທີການພິເສດເພື່ອປະຕິບັດຕໍ່ພວກເຂົາດັ່ງທີ່ພຣະອົງໄດ້ປະຕິບັດກັບໂປໂລ. ນີ້ແມ່ນຫຼັກການ ແລະ ທ່າທີໃນຫົວໃຈຂອງພຣະເຈົ້າ ທີ່ພຣະອົງໄດ້ຕັດສິນໃຈທີ່ຈະຈັດການກັບຄົນປະເພດນີ້. ສະນັ້ນ ເມື່ອຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ກ່າວຮ້າຍ ແລະ ໝິ່ນປະໝາດພຣະອົງ, ຖ້າພວກເຂົາທ້າທາຍອຸປະນິໄສຂອງພຣະອົງ ຫຼື ຖ້າພວກເຂົາບັງຄັບພຣະເຈົ້າເກີນຂອບເຂດຄວາມອົດທົນຂອງພຣະອົງ, ແລ້ວຜົນຕາມມາກໍບໍ່ຕ້ອງຄິດເຖິງເລີຍ. ຜົນຕາມມາທີ່ຮຸນແຮງທີ່ສຸດກໍຄືພຣະເຈົ້າຈະມອບຊີວິດຂອງພວກເຂົາ ແລະ ທຸກສິ່ງກ່ຽວກັບພວກເຂົາໃຫ້ແກ່ຊາຕານເປັນຄັ້ງສຸດທ້າຍ. ພວກເຂົາຈະບໍ່ໄດ້ຮັບການອະໄພຊົ່ວນິດນິລັນ. ນີ້ໝາຍຄວາມວ່າ ບຸກຄົນນີ້ໄດ້ກາຍເປັນອາຫານໃນປາກຂອງຊາຕານ, ເປັນເຄື່ອງຫຼິ້ນໃນມືຂອງມັນ ແລະ ຈາກນັ້ນເປັນຕົ້ນໄປ ພຣະເຈົ້າກໍຈະບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາອີກ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
684. ເວລານີ້ເປັນເວລາກໍານົດຈຸດຈົບຂອງມະນຸດແຕ່ລະຄົນ ບໍ່ແມ່ນເວລາທີ່ເຮົາເລີ່ມລົງໂທດມະນຸດເທື່ອ. ເຮົາຈະບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນໄວ້ໃນປຶ້ມບັນທຶກຂອງເຮົາ ລວມທັງວິທີການທີ່ພວກເຂົາຕິດຕາມເຮົາ ນິໄສໃຈຄໍແທ້ຈິງຂອງພວກເຂົາ ແລະ ຜົນງານບັ້ນສຸດທ້າຍຂອງພວກເຂົາ. ດ້ວຍວິທີນີ້ຈະບໍ່ມີມະນຸດຄົນໃດລອດພົ້ນຈາກກໍາມືຂອງເຮົາໄດ້ ແລະ ຄົນທັງໝົດຈະ ຕົກຢູ່ຕາມກຸ່ມທີ່ເຮົາກໍານົດໄວ້. ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ. ພວກເຈົ້າຕ້ອງຮູ້ເອົາໄວ້ວ່າ ຄົນທັງໝົດທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງພຣະເຈົ້າຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ ບັນດາຜູ້ທີ່ຖືກລົງໂທດກໍຖືກລົງໂທດຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນຕອບແທນຕາມຄວາມຜິດບາບທັງຫຼາຍຂອງພວກເຂົາ.
(ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
685. ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນເປັນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ້ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິະເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະໄດ້ເດີນຢູ່ໃນການຊີ້ນໍາຂອງຄົນຊົ່ວຊ້ານັ້ນ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ່ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີສ່ວນຫຼາຍແມ່ນຈະດັບສູນໄປກັບຜູ້ທີ່ບໍ່ມີຄຸນສົມບັດທີ່ແມ່ນແຕ່ຈະເຮັດບໍລິການ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ່ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ.
(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)