XV ພຣະທຳກ່ຽວກັບການທຳນວາຍຄວາມງົດງາມຂອງລາຊະອານາຈັກ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຄຳສັນຍາ ແລະ ພອນຂອງພຣະເຈົ້າ

686. ພາລະກິດຂອງເຮົາຄົງຢູ່ເປັນເວລາຫົກພັນປີ ແລະ ເຮົາສັນຍາວ່າ ການຄວບຄຸມມະນຸດທັງໝົດຂອງຜີຮ້າຍກໍຈະບໍ່ດົນໄປກວ່າຫົກພັນປີ. ດ້ວຍເຫດນັ້ນ ເວລາແມ່ນໝົດແລ້ວ. ເຮົາຈະບໍ່ສືບຕໍ່ ຫຼື ຊັກຊ້າອີກຕໍ່ໄປ, ລະຫວ່າງຍຸກສຸດທ້າຍ ເຮົາຈະຕີພ່າຍແພ້ຊາຕານ, ເຮົາຈະເອົາລັດສະໝີທັງໝົດຂອງເຮົາຄືນ ແລະ ເຮົາຈະຮຽກວິນຍານທັງໝົດທີ່ເປັນຂອງເຮົາເທິງແຜ່ນດິນໂລກກັບມາ ເພື່ອວິນຍານທີ່ທົນທຸກທໍລະມານເຫຼົ່ານີ້ຈະລອດພົ້ນຈາກທະເລແຫ່ງຄວາມທົນທຸກທໍລະມານ ແລະ ດ້ວຍເຫດນັ້ນ ຈະສິ້ນສຸດພາລະກິດທັງໝົດຂອງເຮົາເທິງແຜ່ນດິນໂລກ. ນັບຈາກມື້ນີ້ເປັນຕົ້ນໄປ ເຮົາຈະບໍ່ມາເປັນມະນຸດເທິງແຜ່ນດິນໂລກອີກ ແລະ ພາລະກິດທັງໝົດທີ່ຄວບຄຸມໂດຍພຣະວິນຍານຂອງເຮົາກໍຈະບໍ່ເກີດຂຶ້ນເທິງແຜ່ນດິນໂລກອີກຕໍ່ໄປ. ແຕ່, ເຮົາຈະເຮັດອີກສິ່ງໜຶ່ງເທິງແຜ່ນດິນໂລກ: ເຮົາຈະສ້າງ “ມະນຸດຊາດ” ຂຶ້ນມາໃໝ່ ມະນຸດຊາດທີ່ບໍລິສຸດ ແລະ ເປັນເມືອງທີ່ສັດຊື່ຂອງເຮົາເທິງແຜ່ນດິນໂລກ. ແຕ່ຈົ່ງຮູ້ໄວ້ວ່າ ເຮົາຈະບໍ່ທຳລາຍໂລກທັງໝົດ ຫຼື ເຮົາຈະບໍ່ທຳລາຍມະນຸດຊາດທັງໝົດ. ເຮົາຈະຮັກສາໜຶ່ງສ່ວນສາມທີ່ຍັງເຫຼືອຢູ່, ໜຶ່ງສ່ວນສາມທີ່ຮັກເຮົາ ທີ່ເຮົາມີໄຊຊະນະຢ່າງແທ້ຈິງ ແລະ ເຮົາຈະເຮັດໃຫ້ໜຶ່ງສ່ວນສາມນີ້ເກີດຜົນ ແລະ ຂະຫຍາຍຢູ່ເທິງແຜ່ນດິນໂລກຄືກັບທີ່ຊາວອິດສະຣາເອັນໄດ້ເຮັດພາຍໃຕ້ຂໍ້ບັນຍັດ, ລ້ຽງພວກເຂົາດ້ວຍແກະ ແລະ ງົວຈຳນວນຫຼວງຫຼາຍ ພ້ອມດ້ວຍຄວາມອຸດົມສົມບູນທັງໝົດຂອງແຜ່ນດິນໂລກ. ມະນຸດຊາດກຸ່ມນີ້ຈະຢູ່ກັບເຮົາຕະຫຼອດໄປ, ພວກເຂົາບໍ່ແມ່ນມະນຸດຊາດສົກກະປົກທີ່ໜ້າເວດທະນາໃນປັດຈຸບັນ ແຕ່ແມ່ນມະນຸດຊາດທີ່ເປັນການຮວບຮວມຈາກຄົນເຫຼົ່ານັ້ນທຸກຄົນທີ່ຖືກຮັບໂດຍເຮົາ. ມະນຸດຊາດດັ່ງກ່າວຈະບໍ່ຖືກທຳລາຍ, ຮຸກຮານ ຫຼື ຄວບຄຸມໂດຍຊາຕານ ແລະ ຈະເປັນມະນຸດຊາດພຽງກຸ່ມດຽວທີ່ດຳລົງຊີວິດຢູ່ເທິງແຜ່ນດິນໂລກຫຼັງຈາກທີ່ເຮົາເອົາໄຊຊະນະຊາຕານ. ເປັນມະນຸດຊາດທີ່ເຮົາໄດ້ເອົາຊະນະໃນມື້ນີ້ ແລະ ຖືກຮັບໂດຍພຣະສັນຍາຂອງເຮົາ. ດ້ວຍເຫດນັ້ນ ມະນຸດຊາດທີ່ຖືກເອົາຊະນະໃນລະຫວ່າງຍຸກສຸດທ້າຍກໍແມ່ນມະນຸດຊາດທີ່ຈະຮັບການຍົກເວັ້ນ ແລະ ຈະໄດ້ຮັບພອນຕະຫຼອດໄປເປັນນິດຂອງເຮົາ. ມັນຈະເປັນພຽງຂໍ້ພິສູດດຽວແຫ່ງໄຊຊະນະຂອງເຮົາເໜືອຊາຕານ ແລະ ເປັນພຽງຊະເລີຍເສິກຂອງສົງຄາມລະຫວ່າງເຮົາກັບຊາຕານ. ເຮົາໄດ້ໄຖ່ຊະເລີຍເສິກສົງຄາມເຫຼົ່ານີ້ຈາກອຳນາດຂອງຊາຕານ ແລະ ເປັນພຽງການຫຼໍ່ຫຼອມແກ້ວຜະລຶກ ແລະ ໝາກຜົນດຽວຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ. ພວກເຂົາມາຈາກທຸກຊົນຊາດ ແລະ ທຸກນິກາຍ ແລະ ທຸກແຫ່ງ ແລະ ທຸກປະເທດທົ່ວທັງຈັກກະວານ. ພວກເຂົາມາຈາກຊົນຊາດທີ່ແຕກຕ່າງກັນ, ມີພາສາ, ປະເພນີ ແລະ ສີຜິວທີ່ແຕກຕ່າງກັນ; ພວກເຂົາຂະຫຍາຍໄປທົ່ວທຸກເຊື່ອຊາດ ແລະ ສາສະໜາຕ່າງໆເທິງແຜ່ນດິນໂລກ ແລະ ແມ່ນແຕ່ທຸກໆມຸມຂອງແຜ່ນດິນໂລກ. ໃນທີ່ສຸດ ພວກເຂົາຈະລວມຕົວກັນເພື່ອສ້າງມະນຸດຊາດທີ່ສົມບູນແບບ ເຊິ່ງເປັນການຮວບຮວມຂອງມະນຸດທີ່ກຳລັງຂອງຊາຕານຈະບໍ່ສາມາດເຂົ້າເຖິງໄດ້.

(ຄັດຈາກບົດ “ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

687. ໃນຂະນະທີ່ພຣະທຳຂອງເຮົາຖືກເຮັດໃຫ້ສົມບູນ, ອານາຈັກກໍຖືກກໍ່ສ້າງຂຶ້ນເທິງແຜ່ນດິນໂລກເທື່ອລະໜ້ອຍ ແລະ ມະນຸດກໍກັບຄືນສູ່ຄວາມທຳມະດາເທື່ອລະໜ້ອຍ ແລະ ສະນັ້ນ ອານາຈັກໃນຫົວໃຈຂອງເຮົາຈຶ່ງຖືກສ້າງຂຶ້ນເທິງແຜ່ນດິນໂລກ. ໃນອານາຈັກນັ້ນ, ປະຊາຊົນຂອງພຣະເຈົ້າທຸກຄົນຟື້ນຟູຊີວິດຂອງມະນຸດທຳມະດາ. ລະດູໜາວທີ່ໜາວຈັດໄດ້ຈາກໄປ, ແທນດ້ວຍໂລກແຫ່ງເມືອງລະດູໃບໄມ້ປົ່ງ ເຊິ່ງເປັນບ່ອນທີ່ມີລະດູໃບໄມ້ປົ່ງໝົດປີ. ຜູ້ຄົນຈະບໍ່ພົບກັບໂລກທີ່ມືດມົນ ແລະ ໂສກເສົ້າຂອງມະນຸດອີກຕໍ່ໄປ, ພວກເຂົາຈະບໍ່ອົດກັ້ນຕໍ່ຄວາມໜາວເຢັນຂອງໂລກມະນຸດອີກຕໍ່ໄປ. ຜູ້ຄົນບໍ່ຕີກັນ, ປະເທດຕ່າງໆບໍ່ເຮັດສົງຄາມຕໍ່ກັນ, ບໍ່ມີການເຂັນຂ້າ ແລະ ນອງເລືອດຈາກການເຂັນຂ້າກັນອີກຕໍ່ໄປ; ດິນແດນທັງປວງແມ່ນເຕັມໄປດ້ວຍຄວາມສຸກ ແລະ ທຸກຫົນແຫ່ງເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງມະນຸດ. ເຮົາຍ້າຍໄປທົ່ວແຜ່ນດິນໂລກ, ເຮົາມີຄວາມສຸກຈາກເທິງບັນລັງຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງດວງດາວ. ທູດສະຫວັນພາກັນຖວາຍເພງໃໝ່ ແລະ ການເຕັ້ນລຳໃໝ່ໃຫ້ກັບເຮົາ. ຄວາມອ່ອນແອຂອງພວກເຂົາເອງບໍ່ໄດ້ເຮັດໃຫ້ນໍ້າຕາໄຫຼລົງໃບໜ້າຂອງພວກເຂົາອີກຕໍ່ໄປ. ເຮົາບໍ່ໄດ້ຍິນສຽງທູດສະຫວັນຮ້ອງໄຫ້ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ມີໃຜຕໍ່ວ່າເຮົາກ່ຽວກັບຄວາມລໍາບາກອີກຕໍ່ໄປ. ມື້ນີ້ ພວກເຈົ້າທຸກຄົນດຳລົງຊີວິດຢູ່ຕໍ່ໜ້າເຮົາ; ມື້ອື່ນ ພວກເຈົ້າທຸກຄົນຈະມີຊີວິດຢູ່ໃນອານາຈັກຂອງເຮົາ. ສິ່ງນີ້ບໍ່ແມ່ນພອນຍິ່ງໃຫຍ່ທີ່ສຸດທີ່ເຮົາໄດ້ປະທານໃຫ້ກັບມະນຸດບໍ?

(ຄັດຈາກ “ບົດທີ 20” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

688. ເມື່ອອານາຈັກລົງມາເທິງແຜ່ນດິນໂລກທັງໝົດ, ທຸກຄົນຈະຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ. ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ເຮົາມີຄວາມສຸກຈາກເທິງບັນລັງຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງດວງດາວ. ທູດສະຫວັນພາກັນຖວາຍເພງໃໝ່ ແລະ ການເຕັ້ນລຳໃໝ່ໃຫ້ກັບເຮົາ. ຄວາມອ່ອນແອຂອງພວກເຂົາເອງບໍ່ໄດ້ເຮັດໃຫ້ນໍ້າຕາໄຫຼລົງໃບໜ້າຂອງພວກເຂົາອີກຕໍ່ໄປ. ເຮົາບໍ່ໄດ້ຍິນສຽງທູດສະຫວັນຮ້ອງໄຫ້ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ມີໃຜຕໍ່ວ່າເຮົາກ່ຽວກັບຄວາມລໍາບາກອີກຕໍ່ໄປ”. ສິ່ງນີ້ສະແດງໃຫ້ເຫັນວ່າ ມື້ທີ່ພຣະເຈົ້າໄດ້ຮັບສະຫງ່າລາສີຢ່າງສົມບູນແມ່ນມື້ທີ່ມະນຸດມີຄວາມສຸກກັບການພັກຜ່ອນ; ຜູ້ຄົນບໍ່ດີ້ນຮົນເນື່ອງຈາກການລົບກວນຂອງຊາຕານອີກຕໍ່ໄປ, ໂລກຢຸດກ້າວໄປຂ້າງໜ້າ ແລະ ຜູ້ຄົນກໍດຳລົງຊີວິດຢ່າງສະຫງົບ, ຍ້ອນດວງດາວຈຳນວນຫຼວງຫຼາຍທີ່ຢູ່ເທິງທ້ອງຟ້າຖືກສ້າງຂຶ້ນໃໝ່ ແລະ ດວງຕາເວັນ, ດວງເດືອນ, ດວງດາວ ແລະ ອື່ນໆ ແລະ ພູເຂົາ ແລະ ແມ່ນໍ້າທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ ລ້ວນແລ້ວແຕ່ປ່ຽນແປງໄປ. ແລ້ວຍ້ອນມະນຸດໄດ້ປ່ຽນໄປ ແລະ ພຣະເຈົ້າກໍໄດ້ປ່ຽນໄປເຊັ່ນກັນ, ສະນັ້ນແລ້ວ ທຸກສິ່ງຈຶ່ງປ່ຽນແປງໄປ. ນີ້ຄືເປົ້າໝາຍສຸດຍອດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ສິ່ງທີ່ຄວນຖືກເຮັດໃຫ້ບັນລຸໃນທີ່ສຸດ.

(ຄັດຈາກ “ບົດທີ 20” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

689. ໃນແສງແມບຂອງຟ້າແມບເຫຼື້ອມ, ສັດທຸກໂຕແມ່ນຖືກເປີດເຜີຍໃນຮູບຮ່າງທີ່ແທ້ຈິງຂອງມັນ. ເຊັ່ນກັນ ດ້ວຍການເຍືອງທາງຈາກແສງສະຫວ່າງຂອງເຮົາ ມະນຸດກໍໄດ້ຮັບຄວາມບໍລິສຸດທີ່ເຂົາເຄີຍມີຄັ້ງໜຶ່ງກັບຄືນມາ. ໂອ, ໂລກທີ່ເສື່ອມຊາມຂອງອະດີດ! ໃນທີ່ສຸດ ມັນກໍຖືກຂວໍ້າລົງໄປໃນນໍ້າທີ່ສົກກະປົກ ແລະ ຈົມລົງພື້ນ ແລ້ວກໍສະຫຼາຍກາຍເປັນຂີ້ຕົມ! ໂອ, ມະນຸດທັງໝົດເອີຍ ທີ່ເປັນສິ່ງຊົງສ້າງຂອງເຮົາເອງ! ໃນທີ່ສຸດພວກເຂົາກໍໄດ້ກັບຄືນມາມີຊີວິດອີກຄັ້ງໃນແສງສະຫວ່າງ, ໄດ້ຄົ້ນພົບພື້ນຖານສໍາລັບການມີຊີວິດ ແລະ ຢຸດດິ້ນຮົນໃນຂີ້ຕົມ! ໂອ, ສິ່ງຕ່າງໆຂອງການຊົງສ້າງທີ່ນັບບໍ່ຖ້ວນທີ່ເຮົາຖືໃນມືຂອງເຮົາ! ພວກເຂົາບໍ່ສາມາດຖືກສ້າງຂຶ້ນໃໝ່ຜ່ານພຣະທໍາຂອງເຮົາບໍ? ພວກເຂົາຈະບໍ່ມີບົດບາດໃນໜ້າທີ່ຂອງພວກເຂົາໃນແສງສະຫວ່າງໄດ້ແນວໃດ? ແຜ່ນດິນໂລກຈະບໍ່ຢຸດນິ້ງ ແລະ ມິດງຽບອີກຕໍ່ໄປ ແລະ ສະຫວັນຈະບໍ່ເປົ່າປ່ຽວ ແລະ ໂສກເສົ້າອີກຕໍ່ໄປ. ສະຫວັນ ແລະ ແຜ່ນດິນໂລກທີ່ບໍ່ຖືກແຍກໂດຍຊ່ອງວ່າງອີກຕໍ່ໄປ ຖືກຮວມເຂົ້າກັນໂດຍບໍ່ມີວັນຈະຖືກແຍກອອກອີກ. ໃນໂອກາດທີ່ປິຕິຍິນດີນີ້, ໃນຊ່ວງເວລາແຫ່ງຄວາມຍິນດີນີ້, ຄວາມຊອບທໍາຂອງເຮົາ ແລະ ຄວາມບໍລິສຸດຂອງເຮົາໄດ້ແຜ່ອອກໄປທົ່ວຈັກກະວານ ແລະ ມະນຸດທຸກຄົນຈະສັນລະເສີນສິ່ງເຫຼົ່ານັ້ນຢ່າງບໍ່ຢຸດຢັ້ງ. ນະຄອນແຫ່ງສະຫວັນກໍາລັງຫົວດ້ວຍຄວາມສຸກ ແລະ ອານາຈັກຂອງແຜ່ນດິນໂລກກໍາລັງເຕັ້ນລໍາດ້ວຍຄວາມສຸກ. ໃນເວລານີ້ ແມ່ນຜູ້ໃດທີ່ບໍ່ມີຄວາມຍິນດີ ແລະ ມີຜູ້ໃດທີ່ຍັງບໍ່ຮ້ອງໄຫ້ແດ່? ແຜ່ນດິນໂລກທີ່ຢູ່ໃນສະພາບດັ່ງເດີມຂອງມັນແມ່ນເປັນຂອງສະຫວັນ ແລະ ສະຫວັນກໍໄດ້ຮວມເຂົ້າກັນກັບແຜ່ນດິນໂລກ. ມະນຸດແມ່ນສາຍເຊືອກທີ່ຮັດສະຫວັນ ແລະ ແຜ່ນດິນໂລກເຂົ້າກັນ ແລະ ຍ້ອນຄວາມບໍລິສຸດຂອງມະນຸດ, ຍ້ອນການສ້າງມະນຸດຂຶ້ນໃໝ່, ສະຫວັນຈຶ່ງບໍ່ຖືກປິດບັງຈາກແຜ່ນດິນໂລກອີກຕໍ່ໄປ ແລະ ແຜ່ນດິນໂລກກໍບໍ່ມິດງຽບຕໍ່ສະຫວັນອີກຕໍ່ໄປ. ໃບໜ້າຂອງມະນຸດແມ່ນເຕັມໄປດ້ວຍຮອຍຍິ້ມແຫ່ງຄວາມພໍໃຈ ແລະ ເຊື່ອງຊ້ອນຢູ່ໃນຫົວໃຈຂອງພວກເຂົາທຸກຄົນແມ່ນຄວາມຫວານຊື່ນທີ່ບໍ່ມີຂອບເຂດ. ມະນຸດບໍ່ຖຽງກັບມະນຸດ ແລະ ມະນຸດບໍ່ຕີກັນ. ໃນແສງສະຫວ່າງຂອງເຮົາ ແມ່ນມີຜູ້ໃດບໍ ທີ່ບໍ່ດໍາລົງຊີວິດຢ່າງສະຫງົບສຸກກັບຜູ້ອື່ນ? ໃນມື້ຂອງເຮົາ ແມ່ນມີຜູ້ໃດບໍ ທີ່ເຮັດໃຫ້ຊື່ຂອງເຮົາເສື່ອມເສຍ? ມະນຸດທຸກຄົນຈ້ອງເບິ່ງເຮົາດ້ວຍຄວາມເຄົາລົບນັບຖື ແລະ ໃນໃຈຂອງພວກເຂົາ ພວກເຂົາກໍຮ້ອງຫາເຮົາຢ່າງລັບໆ. ເຮົາໄດ້ຄົ້ນຫາທຸກການກະທໍາຂອງມະນຸດ. ໃນທ່າມກາງມະນຸດທີ່ຖືກຊໍາລະລ້າງ ແມ່ນບໍ່ມີຜູ້ໃດທີ່ບໍ່ເຊື່ອຟັງເຮົາ ແລະ ບໍ່ມີຜູ້ໃດທີ່ຈະຕັດສິນເຮົາ. ມະນຸດທຸກຄົນແມ່ນເຕັມໄປດ້ວຍອຸປະນິໄສຂອງເຮົາ. ມະນຸດທຸກຄົນກໍາລັງຮູ້ຈັກເຮົາ, ກໍາລັງເຂົ້າໃກ້ເຮົາ ແລະ ຮັກເຮົາ. ເຮົາຖືກຍຶດໝັ້ນໃນຈິດໃຈຂອງມະນຸດ, ຖືກສັນລະເສີນຢ່າງສູງສຸດໃນສາຍຕາຂອງມະນຸດ ແລະ ໄຫຼຜ່ານໃນເສັ້ນເລືອດຂອງມະນຸດ. ຄວາມເບີກບານໃນຫົວໃຈຂອງມະນຸດເຕັມໄປທົ່ວທຸກແຫ່ງຫົນໃນແຜ່ນດິນໂລກ, ອາກາດເຢັນ ແລະ ສົດຊື່ນ, ບໍ່ມີໝອກໜາປົກຄຸມແຜ່ນດິນອີກຕໍ່ໄປ ແລະ ດວງຕາເວັນກໍສ່ອງແສງຮຸ່ງເຫຼື້ອມ.

(ຄັດຈາກ “ບົດທີ 18” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

690. ໃນແສງສະຫວ່າງຂອງເຮົາ, ຜູ້ຄົນເຫັນແສງສະຫວ່າງອີກຄັ້ງ. ໃນພຣະທໍາຂອງເຮົາ, ຜູ້ຄົນຄົ້ນພົບສິ່ງທີ່ພວກເຂົາມັກ. ເຮົາມາຈາກທິດຕາເວັນອອກ, ເຮົາທັກທາຍຈາກທິດຕາເວັນອອກ. ເມື່ອລັດສະໝີຂອງເຮົາເປັ່ງປະກາຍອອກມາ, ທຸກປະຊາຊາດກໍແຈ້ງສະຫວ່າງ, ທຸກສິ່ງຖືກນໍາມາສູ່ແສງສະຫວ່າງ, ບໍ່ມີແມ່ນແຕ່ສິ່ງດຽວທີ່ຢູ່ໃນຄວາມມືດອີກຕໍ່ໄປ. ໃນອານາຈັກ, ຊີວິດທີ່ຜູ້ຄົນຂອງພຣະເຈົ້າດຳລົງຊີວິດຢູ່ກັບພຣະເຈົ້າແມ່ນມີຄວາມສຸກເໜືອທີ່ຈະຊັ່ງຊາໄດ້. ສາຍນໍ້າເຕັ້ນລໍາດ້ວຍຄວາມຊື່ນບານກັບຊີວິດທີ່ໂຊກລາບຂອງຜູ້ຄົນ, ພູເຂົາ ພ້ອມດ້ວຍຜູ້ຄົນຊື່ນຊົມຄວາມອຸດົມສົມບູນຂອງເຮົາ. ມະນຸດທຸກຄົນກຳລັງດີ້ນຮົນ, ເຮັດວຽກໜັກ ແລະ ສະແດງຄວາມຈົງຮັກພັກດີຂອງພວກເຂົາໃນອານາຈັກຂອງເຮົາ. ໃນອານາຈັກຂອງເຮົາ ບໍ່ມີການກະບົດອີກ, ບໍ່ມີການຕໍ່ຕ້ານອີກ; ສະຫວັນ ແລະ ແຜ່ນດິນໂລກເພິ່ງພາເຊິ່ງກັນ ແລະ ກັນ, ມະນຸດ ແລະ ເຮົາຍັບເຂົ້າໃກ້ກັນດ້ວຍຄວາມຮູ້ສຶກຢ່າງເລິກເຊິ່ງ, ຜ່ານຄວາມສຸກທີ່ຫວານຊື່ນຂອງຊີວິດ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ... ໃນເວລານີ້, ເຮົາເລີ່ມຕົ້ນຊີວິດຂອງເຮົາຢູ່ໃນສະຫວັນຢ່າງເປັນທາງການ. ບໍ່ມີການລົບກວນຂອງຊາຕານອີກ ແລະ ຜູ້ຄົນກໍເຂົ້າສູ່ການພັກເຊົາ. ຕະຫຼອດທົ່ວຈັກກະວານ, ຜູ້ຄົນທີ່ຖືກເລືອກຂອງເຮົາດໍາລົງຊີວິດຢູ່ພາຍໃນສະຫງ່າລາສີຂອງເຮົາ, ໄດ້ຮັບພອນທີ່ຫາທຽບບໍ່ໄດ້, ບໍ່ແມ່ນໃນຖານະຜູ້ຄົນທີ່ດໍາລົງຊີວິດຢູ່ທ່າມກາງຜູ້ຄົນ ແຕ່ໃນຖານະຜູ້ຄົນດໍາລົງຊີວິດຢູ່ກັບພຣະເຈົ້າ. ມະນຸດຊາດທຸກຄົນໄດ້ຜ່ານຄວາມເສື່ອມຊາມຂອງຊາຕານ ແລະ ໄດ້ດື່ມຊີວິດທີ່ຂົມຂື່ນ ແລະ ຫວານຊື່ນຈົນເຖິງທີ່ສຸດ. ບັດນີ້, ເມື່ອດຳລົງຊີວິດຢູ່ໃນແສງສະຫວ່າງຂອງເຮົາ, ຄົນໆໜຶ່ງຈະບໍ່ປິຕິຍິນດີໄດ້ແນວໃດ? ຄົນໆໜຶ່ງສາມາດປະຖິ້ມຊ່ວງເວລາອັນງົດງາມນີ້ໄດ້ງ່າຍດາຍ ແລະ ປ່ອຍໃຫ້ມັນຫຼຸດໄປໄດ້ແນວໃດ? ຜູ້ຄົນເອີຍ! ຈົ່ງຮ້ອງເພງໃນຫົວໃຈຂອງເຈົ້າ ແລະ ເຕັ້ນລໍາດ້ວຍຄວາມປິຕິຍິນດີເພື່ອເຮົາ! ຍົກຫົວໃຈທີ່ຈິງໃຈຂອງເຈົ້ານັ້ນຂຶ້ນ ແລະ ຖວາຍມັນໃຫ້ກັບເຮົາ! ຕີກອງຂອງເຈົ້າ ແລະ ຫຼິ້ນຢ່າງເບີກບານເພື່ອເຮົາ! ເຮົາທໍປະກາຍຄວາມສຸກຂອງເຮົາໄປທົ່ວທັງຈັກກະວານ! ເຮົາເປີດເຜີຍໃບໜ້າອັນສະຫງ່າລາສີຂອງເຮົາໃຫ້ກັບຜູ້ຄົນ! ເຮົາຈະຮ້ອງອອກມາດ້ວຍສຽງກ້ອງກັງວານ! ເຮົາຈະຢູ່ເໜືອຈັກກະວານ! ເຮົາໄດ້ປົກຄອງທ່າມກາງຜູ້ຄົນແລ້ວ! ຜູ້ຄົນສັນລະເສີນເຮົາ! ເຮົາເລື່ອນລອຍໃນສະຫວັນສີຟ້າເບື້ອງເທິງ ແລະ ຜູ້ຄົນຍ່າງໄປພ້ອມກັບເຮົາ. ເຮົາຍ່າງຢູ່ທ່າມກາງຜູ້ຄົນ ແລະ ຜູ້ຄົນຂອງເຮົາກໍຢູ່ອ້ອມຂ້າງເຮົາ. ຫົວໃຈຂອງຜູ້ຄົນຊື່ນບານ, ເພງຂອງພວກເຂົາສັ່ນສະເທືອນຈັກກະວານ, ເປີດອອກສະຫວັນຊັ້ນສູງ! ຈັກກະວານບໍ່ປົກຄຸມດ້ວຍໝອກອີກຕໍ່ໄປ; ບໍ່ມີຂີ້ຕົມອີກ, ບໍ່ມີການກັກນໍ້າເປື້ອນອີກ. ຜູ້ຄົນບໍລິສຸດຂອງຈັກກະວານເອີຍ! ພາຍໃຕ້ການກວດກາຂອງເຮົາ ພວກເຈົ້າສະແດງໃບໜ້າທີ່ແທ້ຈິງຂອງພວກເຈົ້າ. ພວກເຈົ້າບໍ່ແມ່ນຄົນທີ່ປົກຄຸມດ້ວຍຄວາມສົກກະປົກ ແຕ່ເປັນໄພ່ພົນທີ່ບໍລິສຸດເໝືອນດັ່ງຢົກ, ພວກເຈົ້າທຸກຄົນເປັນທີ່ຮັກຂອງເຮົາ, ພວກເຈົ້າທຸກຄົນເປັນທີ່ເພິ່ງພໍໃຈຂອງເຮົາ! ທຸກສິ່ງກັບມາມີຊີວິດອີກຄັ້ງ! ໄພ່ພົນທຸກຄົນໄດ້ກັບຄືນມາຮັບໃຊ້ເຮົາໃນສະຫວັນ, ເຂົ້າສູ່ອ້ອມກອດອັນອົບອຸ່ນຂອງເຮົາ, ບໍ່ຮ້ອງໄຫ້ອີກຕໍ່ໄປ, ບໍ່ກັງວົນອີກຕໍ່ໄປ, ຖວາຍຕົນເອງໃຫ້ກັບເຮົາ, ກັບຄືນມາສູ່ເຮືອນຂອງເຮົາ ແລະ ໃນບ້ານເກີດເມືອງນອນຂອງພວກເຂົາ ພວກເຂົາຈະຮັກເຮົາໂດຍບໍ່ສິ້ນສຸດ! ບໍ່ເຄີຍປ່ຽນແປງຊົ່ວນິລັນດອນ! ຄວາມໂສກເສົ້າຢູ່ໃສ! ນໍ້າຕາຢູ່ໃສ! ເນື້ອໜັງຢູ່ໃສ! ແຜ່ນດິນໂລກຈາກໄປ ແຕ່ສະຫວັນຄົງຢູ່ຕະຫຼອດໄປ. ເຮົາປາກົດຕໍ່ທຸກຄົນ ແລະ ທຸກຄົນກໍສັນລະເສີນເຮົາ. ຊີວິດນີ້, ຄວາມງົດງາມນີ້, ຈາກນິດນິລັນສູ່ນິລັນດອນ ແລະ ຈະບໍ່ມີວັນປ່ຽນແປງ. ນີ້ຄືຊີວິດແຫ່ງອານາຈັກ.

(ຈາກ “ພວກເຈົ້າທຸກຄົນ ຈົ່ງປິຕິຍິນດີ!” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

691. ອານາຈັກກຳລັງຂະຫຍາຍທ່າມກາງມະນຸດ, ມັນກຳລັງເກີດຂຶ້ນຢູ່ໃນທ່າມກາງມະນຸດ, ມັນກຳລັງຕັ້ງຂຶ້ນທ່າມກາງມະນຸດ; ບໍ່ມີກຳລັງໃດສາມາດທຳລາຍອານາຈັກຂອງເຮົາໄດ້. ຈາກປະຊາຊົນຂອງເຮົາທີ່ຢູ່ໃນອານາຈັກໃນປັດຈຸບັນ, ແມ່ນໃຜໃນພວກເຈົ້າທີ່ບໍ່ແມ່ນມະນຸດທ່າມກາງມະນຸດ? ແມ່ນໃຜໃນພວກເຈົ້າທີ່ຢູ່ນອກສະພາບການຂອງມະນຸດ? ເມື່ອຈຸດເລີ່ມຕົ້ນໃໝ່ຂອງເຮົາຖືກປະກາດອອກໃຫ້ກັບຝູງຊົນ, ມະນຸດຈະມີປະຕິກິລິຍາແນວໃດ? ເຈົ້າໄດ້ເຫັນດ້ວຍຕາຂອງເຈົ້າເອງເຖິງສະພາວະຂອງມະນຸດຊາດ; ແນ່ນອນ ເຈົ້າຍັງບໍ່ມີຄວາມຫວັງທີ່ຈະອົດກັ້ນຢູ່ໃນໂລກໃບນີ້ຕະຫຼອດໄປ ແມ່ນບໍ? ເຮົາກຳລັງຍ່າງທ່າມກາງປະຊາຊົນຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງປະຊາຊົນຂອງເຮົາ. ໃນປັດຈຸບັນ ຄົນທີ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ, ຄົນແບບນີ້ກໍເປັນສຸກ; ສັນຕິສຸກມີແກ່ຄົນທີ່ຍອມອ່ອນນ້ອມຕໍ່ເຮົາ, ພວກເຂົາຈະອາໄສຢູ່ໃນອານາຈັກຂອງເຮົາຢ່າງແນ່ນອນ; ສັນຕິສຸກມີແກ່ຄົນທີ່ຮູ້ຈັກເຮົາ, ພວກເຂົາຈະມີລິດອຳນາດໃນອານາຈັກຂອງເຮົາຢ່າງແນ່ນອນ; ສັນຕິສຸກມີແກ່ຄົນທີ່ສະແຫວງຫາເຮົາ, ພວກເຂົາຈະຫຼົບໜີຈາກການຜູກມັດຂອງຊາຕານ ແລະ ໄດ້ຮັບພອນຈາກເຮົາຢ່າງແນ່ນອນ; ສັນຕິສຸກມີແກ່ຄົນທີ່ສາມາດປະຖິ້ມຕົນເອງ, ພວກເຂົາຈະເຂົ້າສູ່ການຄອບຄອງຂອງເຮົາຢ່າງແນ່ນອນ ແລະ ສືບທອດຮັບເອົາຄວາມກະລຸນາແຫ່ງອານາຈັກຂອງເຮົາ. ເຮົາຈະຈື່ຄົນທີ່ເຮັດນັ້ນເຮັດນີ້ເພື່ອເຫັນແກ່ເຮົາ, ເຮົາຈະໂອບກອດຄົນທີ່ສະຫຼະເພື່ອເຫັນແກ່ເຮົາຢ່າງເບີກບານໃຈ, ເຮົາຈະມອບຄວາມສຸກໃຫ້ກັບຄົນທີ່ຖວາຍໃຫ້ກັບເຮົາ. ເຮົາຈະອວຍພອນຄົນທີ່ຄົ້ນພົບຄວາມສຸກໃນພຣະທຳຂອງເຮົາ; ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນໃນອານາຈັກຂອງເຮົາຢ່າງແນ່ນອນ, ພວກເຂົາຈະມີຄວາມເມດຕາໂດຍບໍ່ມີສິ່ງໃດເທົ່າທຽມໃນເຮືອນຂອງເຮົາຢ່າງແນ່ນອນ ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້. ເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບເຈົ້າບໍ? ເຈົ້າເຄີຍສະແຫວງຫາສັນຍາທີ່ສ້າງຂຶ້ນສຳລັບເຈົ້າບໍ? ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດແນ່ນອນ. ພວກເຈົ້າຈະເປັນຜູ້ປົກຄອງສັບພະສິ່ງທັງປວງຢ່າງແນ່ນອນ. ພວກເຈົ້າຈະເອົາຊະນະຊາຕານຢ່າງແນ່ນອນ. ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫລາຍທີ່ເປັນພະຍານເຖິງການເອົາຊະນະຂອງເຮົາ ຕໍ່ກັບການພັງທະລາຍຂອງອານາຈັກມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ. ແນ່ນອນວ່າ ພວກເຈົ້າຈະຕ້ອງເດັດດ່ຽວເດັດຂາດ ແລະ ໝັ້ນຄົງບົນແຜ່ນດິນສິນິມ. ຈາກຄວາມທຸກທໍລະມານທີ່ພວກເຈົ້າທົນຢູ່, ພວກເຈົ້າຈະໄດ້ຮັບພອນທີ່ມາຈາກເຮົາ ແລະ ແນ່ນອນວ່າ ລັດສະໝີຂອງເຮົາຈະສ່ອງແສງສະຫວ່າງໄປທົ່ວຈັກກະວານ.

(ຄັດຈາກ “ບົດທີ 19” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

692. ສະຕິປັນຍາຂອງເຮົາມີຢູ່ທຸກບ່ອນເທິງແຜ່ນດິນໂລກ ແລະ ທົ່ວຈັກກະວານທັງປວງ. ໃນທ່າມກາງທຸກສິ່ງ ແມ່ນມີໝາກຜົນຈາກສະຕິປັນຍາຂອງເຮົາ, ໃນທ່າມກາງມະນຸດທຸກຄົນ ແມ່ນເຕັມໄປດ້ວຍພາລະກິດທີ່ດີທີ່ສຸດຈາກສະຕິປັນຍາຂອງເຮົາ; ໃນອານາຈັກຂອງເຮົາ ທຸກສິ່ງແມ່ນຄືກັນໝົດ ແລະ ທຸກຄົນແມ່ນອາໄສຢູ່ຢ່າງສັນຕິສຸກຢູ່ກ້ອງສະຫວັນຂອງເຮົາ ຄືກັບແກະທີ່ຢູ່ໃນທົ່ງຫຍ້າຂອງເຮົາ. ເຮົາເຄື່ອນໄຫວໄປມາຢູ່ເໜືອມະນຸດທຸກຄົນ ແລະ ກໍາລັງເບິ່ງໄປທົ່ວທຸກບ່ອນ. ບໍ່ມີສິ່ງໃດທີ່ເບິ່ງຄືເກົ່າ ແລະ ບໍ່ມີໃຜທີ່ເປັນຄືເກົ່າດັ່ງທີ່ເຂົາເຄີຍເປັນ. ເຮົາພັກຢູ່ເທິງບັນລັງ, ເຮົາອີງຢູ່ເໜືອຈັກກະວານທັງປວງ ແລະ ເຮົາພໍໃຈຫຼາຍ ເນື່ອງຈາກວ່າ ທຸກສິ່ງໄດ້ຮັບຄວາມບໍລິສຸດຂອງພວກເຂົາກັບຄືນມາແລ້ວ ແລະ ເຮົາສາມາດອາໄສຢູ່ພາຍໃນພູເຂົາຊີໂອນອີກຄັ້ງຢ່າງສະຫງົບສຸກ ແລະ ຜູ້ຄົນເທິງແຜ່ນດິນໂລກກໍສາມາດດໍາລົງຊີວິດຢູ່ຢ່າງສະຫງົບ ແລະ ດ້ວຍຄວາມເພິ່ງພໍໃຈພາຍໃຕ້ການນໍາພາຂອງເຮົາ. ທຸກຄົນກໍາລັງຈັດການກັບທຸກສິ່ງໃນກໍາມືຂອງເຮົາ, ທຸກຄົນໄດ້ຮັບສະຕິປັນຍາ ແລະ ຮູບລັກສະນະດັ່ງເດີມຂອງພວກເຂົາກັບຄືນມາ; ໃນອານາຈັກຂອງເຮົາ ພວກເຂົາບໍ່ໄດ້ຖືກປົກຄຸມດ້ວຍຝຸ່ນອີກຕໍ່ໄປ ແລະ ມີແຕ່ຄວາມບໍລິສຸດຄືກັບແກ້ວຢົກ, ແຕ່ລະຄົນແມ່ນມີໃບໜ້າຄືກັບຜູ້ບໍລິສຸດທີ່ຢູ່ໃນໃຈຂອງມະນຸດ ຍ້ອນວ່າ ອານາຈັກຂອງເຮົາໄດ້ຖືກສ້າງຂຶ້ນແລ້ວໃນທ່າມກາງມະນຸດ.

(ຄັດຈາກ “ບົດທີ 16” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

693. “ເຮົາເຄື່ອນໄຫວໄປມາຢູ່ເໜືອມະນຸດທຸກຄົນ ແລະ ກໍາລັງເບິ່ງໄປທົ່ວທຸກບ່ອນ. ບໍ່ມີສິ່ງໃດທີ່ເບິ່ງຄືເກົ່າ ແລະ ບໍ່ມີໃຜທີ່ເປັນຄືເກົ່າດັ່ງທີ່ເຂົາເຄີຍເປັນ. ເຮົາພັກຢູ່ເທິງບັນລັງ, ເຮົາອີງຢູ່ເໜືອຈັກກະວານທັງປວງ...”. ນີ້ແມ່ນຜົນຈາກພາລະກິດໃນປັດຈຸບັນຂອງພຣະເຈົ້າ. ທຸກຄົນທີ່ພຣະເຈົ້າເລືອກຈະກັບຄືນສູ່ສະພາບດັ່ງເດີມຂອງພວກເຂົາ ຍ້ອນວ່າ ທູດສະຫວັນທີ່ໄດ້ທົນທຸກເປັນເວລາຫຼາຍປີໄດ້ຖືກປົດປ່ອຍ ຄືດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ “ໃບໜ້າຄືກັບຜູ້ບໍລິສຸດທີ່ຢູ່ໃນໃຈຂອງມະນຸດ”. ຍ້ອນວ່າ ທູດສະຫວັນເຮັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ ຮັບໃຊ້ພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ລັດສະໝີຂອງພຣະເຈົ້າໄດ້ແຜ່ກະຈາຍໄປທົ່ວໂລກ, ສະຫວັນຈຶ່ງຖືກນໍາມາສູ່ແຜ່ນດິນໂລກ ແລະ ແຜ່ນດິນໂລກຖືກຍົກຂຶ້ນໄປສູ່ສະຫວັນ. ດັ່ງນັ້ນ, ມະນຸດຈຶ່ງເປັນຈຸດເຊື່ອມຕໍ່ທີ່ເຊື່ອມຕໍ່ສະຫວັນ ແລະ ແຜ່ນດິນໂລກ; ສະຫວັນ ແລະ ແຜ່ນດິນໂລກຈະບໍ່ແຍກຈາກກັນອີກຕໍ່ໄປ, ບໍ່ຖືກແບ່ງແຍກອອກຈາກກັນອີກ ແຕ່ຖືກເຊື່ອມຕໍ່ເຂົ້າເປັນໜຶ່ງດຽວ. ໃນທົ່ວໂລກແມ່ນມີແຕ່ພຣະເຈົ້າ ແລະ ມະນຸດເທົ່ານັ້ນ. ບໍ່ມີຝຸ່ນ ຫຼື ດິນຕົມ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນໃໝ່ ຄ້າຍຄືກັບແກະນ້ອຍທີ່ນອນຢູ່ເທິງທົ່ງຫຍ້າສີຂຽວກ້ອງທ້ອງຟ້າ ໂດຍມີຄວາມສຸກກັບພຣະຄຸນຂອງພຣະເຈົ້າ. ຍ້ອນການມາຂອງສີຂຽວ ລົມຫາຍໃຈແຫ່ງຊີວິດຈຶ່ງສ່ອງແສງໄປທົ່ວ ເນື່ອງຈາກພຣະເຈົ້າໄດ້ສະເດັດລົງມາເທິງແຜ່ນໂລກ ເພື່ອມາດໍາລົງຊີວິດຢູ່ຮ່ວມກັບມະນຸດຕະຫຼອດໄປເປັນນິດ, ດັ່ງທີ່ໄດ້ກ່າວຈາກປາກຂອງພຣະເຈົ້າວ່າ “ເຮົາສາມາດອາໄສຢູ່ພາຍໃນພູເຂົາຊີໂອນອີກຄັ້ງຢ່າງສະຫງົບສຸກ”. ນີ້ແມ່ນສັນຍາລັກເຖິງຄວາມຜ່າຍແພ້ຂອງຊາຕານ, ມັນແມ່ນມື້ແຫ່ງການພັກຜ່ອນຂອງພຣະເຈົ້າ ແລະ ມື້ນີ້ຈະຖືກສັນລະເສີນ ແລະ ຖືກປະກາດໂດຍທຸກຄົນ ແລະ ຖືກລະລຶກໂດຍທຸກຄົນ. ເວລາທີ່ພຣະເຈົ້າພັກຜ່ອນຢູ່ບັນລັງຍັງແມ່ນເວລາທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກສໍາເລັດ ແລະ ແມ່ນຊ່ວງເວລາທີ່ຄວາມລຶກລັບທັງໝົດຂອງພຣະເຈົ້າຖືກເປີດເຜີຍຕໍ່ມະນຸດ; ພຣະເຈົ້າ ແລະ ມະນຸດຈະຢູ່ຮ່ວມກັນຢ່າງສັນຕິສຸກຕະຫຼອດໄປ ໂດຍທີ່ບໍ່ມີວັນແຍກຈາກກັນອີກ. ສິ່ງເຫຼົ່ານີ້ແມ່ນພາບທີ່ສວຍງາມຂອງອານາຈັກ!

(ຄັດຈາກ “ບົດທີ 16” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

694. ອີງຕາມໜ້າທີ່ ແລະ ຄຳພະຍານທີ່ແຕກຕ່າງຂອງພວກເຂົາ, ຜູ້ເອົາຊະນະທີ່ຢູ່ພາຍໃນອານາຈັກຈະຮັບໃຊ້ເປັນປະໂລຫິດ ຫຼື ຜູ້ຕິດຕາມ ແລະ ທຸກຄົນທີ່ໄດ້ຮັບໄຊຊະນະທ່າມກາງຄວາມລໍາບາກຍາກແຄ້ນກໍຈະກາຍເປັນຄະນະປະໂລຫິດພາຍໃນອານາຈັກ. ຄະນະປະໂລຫິດຈະຖືກຈັດຕັ້ງຂຶ້ນເມື່ອພາລະກິດແຫ່ງຂ່າວປະເສີດທົ່ວທັງຈັກກະວານໄດ້ມາເຖິງເວລາສຸດທ້າຍ. ເມື່ອເວລານັ້ນມາເຖິງ, ສິ່ງທີ່ມະນຸດຄວນເຮັດກໍຈະເປັນການປະຕິບັດໜ້າທີ່ຂອງເຂົາພາຍໃນອານາຈັກຂອງພຣະເຈົ້າ ແລະ ການທີ່ເຂົາດຳລົງຊີວິດຢູ່ຮ່ວມກັບພຣະເຈົ້າພາຍໃນອານາຈັກ. ໃນຄະນະປະໂລຫິດ ຈະມີປະໂລຫິດຕົນໃຫຍ່ ແລະ ປະໂລຫິດ ແລະ ຄົນທີ່ເຫຼືອຈະເປັນບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ. ສິ່ງນີ້ແມ່ນຖືກກຳນົດໂດຍຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າໃນລະຫວ່າງຄວາມລໍາບາກຍາກແຄ້ນ; ພວກມັນບໍ່ແມ່ນຕໍາແໜ່ງທີ່ມອບໃຫ້ຕາມອຳເພີໃຈ. ຫຼັງຈາກທີ່ສະຖານະຂອງມະນຸດຖືກແຕ່ງຕັ້ງແລ້ວ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດ ຍ້ອນແຕ່ລະຄົນຖືກຈັດແບ່ງຕາມປະເພດຂອງໃຜລາວ ແລະ ກັບຄືນສູ່ທີ່ເດີມຂອງພວກເຂົາ ແລະ ນີ້ຄືເຄື່ອງໝາຍທີ່ບົ່ງບອກເຖິງຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ, ນີ້ແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນແກ້ວຜະລຶກຂອງນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ການຮ່ວມມືຂອງມະນຸດ. ໃນທີ່ສຸດ, ມະນຸດກໍຈະໄດ້ພົບບ່ອນພັກເຊົາໃນອານາຈັກຂອງພຣະເຈົ້າ ແລະ ພຣະເຈົ້າກໍຈະກັບຄືນສູ່ບ່ອນຢູ່ອາໄສຂອງພຣະອົງເພື່ອພັກເຊົາເຊັ່ນກັນ. ນີ້ຄືຜົນສຸດທ້າຍຂອງການຮ່ວມມືເປັນເວລາ 6.000 ປີລະຫວ່າງພຣະເຈົ້າ ແລະ ມະນຸດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

695. ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ, ຂໍ້ສັນຍາສໍາລັບຊີວິດທີ່ສວຍງາມດັ່ງກ່າວກໍຄື ເຂົາຈະຕ້ອງຍອມຢູ່ພາຍໃຕ້ພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ຜ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານຜ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

696. ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນການເປັນທາດ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນທີ່ນີ້ໂສກເສົ້າຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ເຄົາລົບ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ຜ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນການເປັນທາດ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

697. ບັນດາຜູ້ທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບແມ່ນບັນດາຜູ້ທີ່ຈະໄດ້ຮັບພອນ ແລະ ມໍລະດົກຂອງພຣະອົງ. ນັ້ນໝາຍເຖິງ ພວກເຂົາຈະໄດ້ໃນສິ່ງທີ່ພຣະເຈົ້າມີແລະເປັນ, ເພື່ອວ່າມັນຈະກາຍເປັນສິ່ງທີ່ພວກເຂົາມີຢູ່ພາຍໃນໂຕ; ພວກເຂົາມີພຣະທໍາທັງໝົດຂອງພຣະເຈົ້າທີ່ຖືກສ້າງຂຶ້ນໃນຕົວເຂົາ; ບໍ່ວ່າພຣະເຈົ້າຈະເປັນຫຍັງ, ພວກເຈົ້າສາມາດຮັບເອົາທຸກສິ່ງທີ່ເປັນ, ດ້ວຍເຫດນັ້ນ ຈຶ່ງດຳເນີນຊີວິດຕາມຄວາມຈິງ. ນີ້ແມ່ນປະເພດຄົນທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ໄດ້ຮັບ. ມີພຽງຄົນປະເພດນີ້ເທົ່ານັ້ນທີ່ມີສິດໄດ້ຮັບພອນທີ່ພຣະເຈົ້າປະທານໃຫ້:

1) ໄດ້ຮັບຄວາມຮັກທັງໝົດຂອງພຣະເຈົ້າ.

2) ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ.

3) ໄດ້ຮັບການນຳພາຂອງພຣະເຈົ້າ, ດຳລົງຊີວິດຢູ່ພາຍໃຕ້ແສງສະຫວ່າງຂອງພຣະເຈົ້າ ແລະ ໄດ້ຮັບແສງສະຫວ່າງຈາກພຣະເຈົ້າ.

4) ໃຊ້ຊີວິດຕາມພາບລັກສະນະທີ່ພຣະເຈົ້າຮັກຢູ່ເທິງໂລກ; ຮັກພຣະເຈົ້າຢ່າງແທ້ຈິງແບບທີ່ເປໂຕຮັກ, ຖືກຄຶງກາງແຂນເພື່ອພຣະເຈົ້າ ແລະ ສົມຄວນຕາຍເພື່ອຕອບແທນຄວາມຮັກຂອງພຣະເຈົ້າ; ໄດ້ຮັບລັດສະໝີດຽວກັນກັບເປໂຕ.

5) ເປັນທີ່ຮັກ, ນັບຖື ແລະ ຊົມເຊີຍຂອງຜູ້ຄົນທັງໝົດທີ່ຢູ່ເທິງໂລກ.

6) ເອົາຊະນະການເປັນທາດຂອງຄວາມຕາຍ ແລະ ຮາເດສ, ບໍ່ເປີດໂອກາດໃຫ້ຊາຕານເຮັດວຽກງານຂອງມັນ, ຖືກພຣະເຈົ້າຄອບຄອງ, ອາໃສຢູ່ໃນວິນຍານທີ່ສົດຊື່ນ ແລະ ມີຊີວິດຊີວາ ແລະ ບໍ່ມີຄວາມຮູ້ສຶກອິດເມື່ອຍ.

7) ມີຄວາມຮູ້ສຶກທີ່ບໍ່ອາດເວົ້າໄດ້ກ່ຽວກັບຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນຕະຫຼອດເວລາຕະຫຼອດຊີວິດ, ຄືກັບວ່າເຂົາໄດ້ເຫັນວັນແຫ່ງລັດສະໝີຂອງພຣະເຈົ້າມາເຖິງແລ້ວ.

8) ໄດ້ຮັບລັດສະໝີຮ່ວມກັບພຣະເຈົ້າ ແລະ ມີສີໜ້າຄ້າຍຄືບັນດານັກບຸນຜູ້ເປັນທີ່ຮັກຂອງພຣະເຈົ້າ.

9) ກາຍເປັນຜູ້ທີ່ພຣະເຈົ້າຮັກຢູ່ເທິງໂລກ, ນັ້ນກໍຄື ເປັນບຸດຊາຍສຸດທີ່ຮັກຂອງພຣະເຈົ້າ.

10) ປ່ຽນແປງຮູບລັກສະນະ ແລະ ຂຶ້ນໄປສະຫວັນຊັ້ນສາມຮ່ວມກັບພຣະເຈົ້າ, ເອົາຊະນະເນື້ອໜັງ.

(ຄັດຈາກບົດ “ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

698. ເມື່ອມະນຸດເຂົ້າສູ່ປາຍທາງນິດນິລັນ ມະນຸດຈະນະມັດສະການພຣະຜູ້ສ້າງ ແລະ ຍ້ອນມະນຸດໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ຄວາມເປັນນິດນິລັນ ມະນຸດຈຶ່ງຈະບໍ່ສະແຫວງຫາຈຸດປະສົງໃດອີກ ຫຼື ຍິ່ງໄປກວ່ານັ້ນກໍຄື ເຂົາຈະບໍ່ຕ້ອງກັງວົນວ່າ ເຂົາຖືກອ້ອມລ້ອມດ້ວຍຊາຕານ. ໃນເວລານີ້ ມະນຸດຈະຮູ້ຈັກທີ່ຂອງເຂົາ ແລະ ຈະປະຕິບັດໜ້າທີ່ຂອງເຂົາ ແລະ ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຖືກຕິສອນ ຫຼື ພິພາກສາ, ແຕ່ລະຄົນກໍຈະປະຕິບັດໜ້າທີ່ຂອງພວກເຂົາ. ໃນເວລານັ້ນ ມະນຸດຈະເປັນສິ່ງຖືກສ້າງທັງໃນຕົວຕົນ ແລະ ໃນສະຖານະ. ຈະບໍ່ມີການຈຳແນກວ່າສູງ ແລະ ຕໍ່າອີກຕໍ່ໄປ; ແຕ່ລະຄົນຈະພຽງແຕ່ປະຕິບັດໜ້າທີ່ທີ່ແຕກຕ່າງກັນ. ຢ່າງໃດກໍຕາມ ມະນຸດຈະຍັງດຳລົງຊີວິດໃນປາຍທາງຂອງມະນຸດຊາດທີ່ເປັນລະບຽບ ແລະ ເໝາະສົມສໍາລັບມະນຸດຊາດ, ມະນຸດຈະປະຕິບັດໜ້າທີ່ຂອງເຂົາເພື່ອຜົນປະໂຫຍດແຫ່ງການນະມັດສະການພຣະຜູ້ສ້າງ ແລະ ມະນຸດຊາດປະເພດນີ້ຈະເປັນມະນຸດຊາດຕະຫຼອດໄປເປັນນິດ. ໃນເວລານັ້ນ ມະນຸດຈະໄດ້ຮັບຊີວິດທີ່ເຍືອງທາງໂດຍພຣະເຈົ້າ, ເປັນຊີວິດທີ່ຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ເປັນຊີວິດທີ່ຮ່ວມກັນກັບພຣະເຈົ້າ. ມະນຸດຊາດຈະໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ບັນດາມະນຸດຊາດຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ແຜນການຄຸ້ມຄອງ 6.000 ປີຈະເຮັດໃຫ້ຊາຕານຜ່າຍແພ້ໄປໃນທີ່ສຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະເອົາຄືນລັກສະນະດັ່ງເດີມຂອງມະນຸດຫຼັງຈາກທີ່ສ້າງເຂົາຂຶ້ນມາ ແລະ ດ້ວຍເຫດນັ້ນ ຄວາມປະສົງດັ່ງເດີມຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

699. ການໃຊ້ຊີວິດຢູ່ໃນຄວາມສະຫງົບໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການຮຸກຮານຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ຫຼື ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືຄວາມໝາຍຂອງພຣະທໍາທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດ”. ເມື່ອພຣະເຈົ້າພັກເຊົາ ກໍຈະບໍ່ມີຄວາມບໍ່ຊອບທໍາເທິງແຜ່ນດິນໂລກອີກຕໍ່ໄປ ຫຼື ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່; ພວກເຂົາຈະບໍ່ແມ່ນມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ແຕ່ກົງກັບຂ້າມ ພວກເຂົາຄືມະນຸດທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ວັນທີ່ມະນຸດມີຄວາມສະຫງົບກໍຍັງຈະເປັນວັນທີ່ພຣະເຈົ້າມີຄວາມສະຫງົບເຊັ່ນກັນ. ພຣະເຈົ້າສູນເສຍຄວາມສະຫງົບກໍຍ້ອນວ່າມະນຸດບໍ່ສາມາດເຂົ້າສູ່ຄວາມສະຫງົບໄດ້, ບໍ່ແມ່ນເປັນຍ້ອນວ່າພຣະອົງບໍ່ສາມາດມີຄວາມສະຫງົບຕັ້ງແຕ່ຕົ້ນ. ການເຂົ້າສູ່ບ່ອນພັກເຊົາບໍ່ໄດ້ໝາຍຄວາມວ່າ ທຸກສິ່ງທຸກຢ່າງຈະຢຸດການເຄື່ອນໄຫວ ຫຼື ຢຸດພັດທະນາ ຫຼື ມັນໝາຍຄວາມວ່າ ພຣະເຈົ້າຈະຢຸດການເຮັດພະລິກິດ ຫຼື ມະນຸດຈະຢຸດການດໍາເນີນຊີວິດ. ສັນຍານຂອງການເຂົ້າສູ່ບ່ອນພັກເຊົາແມ່ນເມື່ອຊາຕານໄດ້ຖືກທໍາລາຍ, ເມື່ອຄົນຊົ່ວຮ້າຍເຫຼົ່ານັ້ນທີ່ເຂົ້າຮ່ວມກັບຊາຕານໃນການເຮັດຄວາມຊົ່ວຮ້າຍໄດ້ຖືກລົງໂທດ ແລະ ຖືກກວາດລ້າງ ແລະ ເມື່ອກໍາລັງທັງໝົດ ທີ່ເປັນສັດຕູກັບພຣະເຈົ້າບໍ່ມີຢູ່ອີກຕໍ່ໄປ. ການທີ່ພຣະເຈົ້າເຂົ້າໄປສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງການລອດພົ້ນຂອງມະນຸດອີກຕໍ່ໄປ. ການທີ່ມະນຸດຊາດເຂົ້າສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ມະນຸດທຸກຄົນຈະຢູ່ພາຍໃຕ້ແສງສະຫວ່າງຂອງພຣະເຈົ້າ ແລະ ພາຍໃຕ້ການໃຫ້ພອນຂອງພຣະອົງ ໂດຍປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ບໍ່ມີສິ່ງທີ່ບໍ່ຊອບທໍາເກີດຂຶ້ນອີກ. ພາຍໃຕ້ການເບິ່ງແຍງຂອງພຣະເຈົ້າ ມະນຸດຊາດຈະດໍາລົງຊີວິດຕາມປົກກະຕິເທິງແຜ່ນດິນໂລກ. ເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າສູ່ບ່ອນພັກເຊົາຮ່ວມກັນກໍໝາຍຄວາມວ່າ ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ ແລະ ພາລະກິດຂອງພຣະເຈົ້າທີ່ປະຕິບັດຕໍ່ມະນຸດຊາດແມ່ນສໍາເລັດລົງຢ່າງສົມບູນ. ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດອີກ ແລະ ພວກເຂົາຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ. ດ້ວຍເຫດນັ້ນ ພຣະເຈົ້າກໍຈະບໍ່ຫຍຸ້ງ ແລະ ມະນຸດກໍຈະບໍ່ວຸ້ນວາຍຕະຫຼອດເວລາອີກຕໍ່ໄປ; ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາພ້ອມໆກັນ. ພຣະເຈົ້າຈະກັບຄືນໄປສູ່ສະຖານທີ່ເດີມຂອງພຣະອົງ ແລະ ແຕ່ລະຄົນກໍຈະກັບໄປສູ່ສະຖານທີ່ອັນຖືກຕ້ອງຂອງຕົນ. ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ ມະນຸດຈະອາໄສຢູ່ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າສິ້ນສຸດລົງ. ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ. ໃນຂະນະທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະອົງ, ພວກເຂົາຈະນະມັດສະການພຣະເຈົ້າທີ່ແທ້ຈິງອົງດຽວຢູ່ເທິງສະຫວັນ. ພຣະເຈົ້າຈະບໍ່ຢູ່ໃນທ່າມກາງມະນຸດຊາດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າໃນຈຸດໝາຍປາຍທາງຂອງພຣະອົງໄດ້. ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນໂລກດຽວກັນ; ໃນທາງກົງກັນຂ້າມ, ທັງສອງແມ່ນມີລັກສະນະການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັນ. ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ ແລະ ມະນຸດທັງໝົດແມ່ນແກ້ວຜະລຶກແຫ່ງພາລະກິດການຄຸ້ມຄອງຂອງພຣະເຈົ້າ. ມະນຸດຊາດຄືຜູ້ທີ່ຖືກນໍາພາ ແລະ ບໍ່ມີແກ່ນແທ້ຄືກັນກັບພຣະເຈົ້າ. ການເຂົ້າສູ່ບ່ອນ “ພັກເຊົາ” ໝາຍເຖິງການກັບຄືນໄປສະຖານທີ່ດັ່ງເດີມຂອງຕົນ. ດັ່ງນັ້ນ, ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພຣະອົງໄດ້ກັບຄືນສູ່ສະຖານທີ່ດັ່ງເດີມຂອງພຣະອົງ. ພຣະອົງຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກທໍລະມານຂອງພວກເຂົາໄດ້ອີກຕໍ່ໄປ. ເມື່ອມະນຸດຊາດເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພວກເຂົາໄດ້ກາຍເປັນສິ່ງຊົງສ້າງທີ່ແທ້ຈິງແລ້ວ; ພວກເຂົາຈະນະມັດສະການພຣະເຈົ້າຈາກແຜ່ນດິນໂລກ ແລະ ມີຊີວິດຂອງມະນຸດແບບປົກກະຕິ. ຜູ້ຄົນຈະບໍ່ເປັນຜູ້ຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງອີກຕໍ່ໄປ ແລະ ພວກເຂົາຈະກັບຄືນໄປຫາຊີວິດດັ່ງເດີມຂອງອາດາມ ແລະ ເອວາ. ສິ່ງເຫຼົ່ານີ້ຈະເປັນຊີວິດ ແລະ ຈຸດໝາຍປາຍທາງຂອງພຣະເຈົ້າ ແລະ ມະນຸດ ພາຍຫຼັງທີ່ພວກເຂົາໄດ້ເຂົ້າສູ່ບ່ອນພັກເຊົາ. ຄວາມຜ່າຍແພ້ຂອງຊາຕານເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ. ດ້ວຍເຫດນັ້ນ, ການເຂົ້າສູ່ບ່ອນພັກເຊົາຂອງພຣະເຈົ້າຫຼັງຈາກໄດ້ສໍາເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ການຊ່ວຍມະນຸດໃຫ້ລອດພົ້ນຢ່າງສົມບູນ ແລະ ການເຂົ້າສູ່ບ່ອນພັກເຊົາກໍກາຍເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ເຊັ່ນກັນ. ສະຖານທີ່ພັກເຊົາຂອງມະນຸດຊາດແມ່ນຢູ່ເທິງແຜ່ນດິນໂລກ ແລະ ສະຖານທີ່ພັກເຊົາຂອງພຣະເຈົ້າແມ່ນຢູ່ໃນສະຫວັນ. ໃນຂະນະທີ່ມະນຸດນະມັດສະການພຣະເຈົ້າໃນບ່ອນພັກເຊົາຂອງພຣະອົງ, ພວກເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ໃນຂະນະທີ່ພຣະເຈົ້ານໍາພາມະນຸດທຸກຄົນໃນບ່ອນພັກເຊົາຂອງພວກເຂົາ, ພຣະອົງຈະນໍາພາພວກເຂົາຈາກສະຫວັນ ແລະ ບໍ່ແມ່ນຈາກແຜ່ນດິນໂລກ. ພຣະເຈົ້າຍັງຄົງຈະເປັນພຣະວິນຍານ ໃນຂະນະທີ່ມະນຸດຈະຍັງເປັນເນື້ອໜັງ. ພຣະເຈົ້າ ແລະ ມະນຸດແມ່ນພັກເຊົາໃນລັກສະນະທີ່ແຕກຕ່າງກັນ. ໃນຂະນະທີ່ພຣະເຈົ້າພັກເຊົາ, ພຣະອົງຈະສະເດັດມາ ແລະ ປາກົດຢູ່ທ່າມກາງມະນຸດ; ໃນຂະນະທີ່ມະນຸດພັກເຊົາ, ພວກເຂົາຈະຖືກນໍາພາໂດຍພຣະເຈົ້າເພື່ອໄປສູ່ສະຫວັນ ແລະ ພ້ອມທັງເພື່ອມີຄວາມສຸກກັບຊີວິດໃນສະຫວັນ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

700. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: XIV ພຣະທຳກ່ຽວກັບມາດຕະຖານຂອງພຣະເຈົ້າສຳລັບການກໍານົດຜົນໄດ້ຮັບຂອງມະນຸດ ແລະ ກ່ຽວກັບຈຸດສິ້ນສຸດຂອງຄົນທຸກປະເພດ

ຕໍ່ໄປ: ບົດນຳ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້