ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ມີພາລະກິດຂອງມະນຸດຫຼາຍເທົ່າໃດທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີຫຼາຍເທົ່າໃດທີ່ເປັນເປັນປະສົບການຂອງມະນຸດ? ມັນ ສາມາດເວົ້າໄດ້ວ່າ ຜູ້ຄົນຍັງບໍ່ເຂົ້າໃຈຄຳຖາມເຫຼົ່ານີ້ ແລະ ເຫດຜົນທີ່ພວກເຂົາບໍ່ເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຮົາເວົ້າວ່າ “ພາລະກິດຂອງມະນຸດ”, ແນ່ນອນ ເຮົາໝາຍເຖິງພາລະກິດຂອງຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຮົາບໍ່ໄດ້ໝາຍເຖິງພາລະກິດທີ່ກຳເນີດຈາກຄວາມປະສົງຂອງມະນຸດ ແຕ່ແມ່ນພາລະກິດຂອງພວກອັກຄະສາວົກ, ຄົນປະຕິບັດພາລະກິດ ຫຼື ອ້າຍເອື້ອຍນ້ອງທຳມະດາຕົກຢູ່ພາຍໃນຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ. ໃນທີ່ນີ້ “ພາລະກິດຂອງມະນຸດ” ບໍ່ໄດ້ໝາຍເຖິງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ແມ່ນຂອບເຂດ ແລະ ຫຼັກການຂອງພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນຜູ້ຄົນ. ເຖິງແມ່ນວ່າຫຼັກການເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກມັນບໍ່ແມ່ນສິ່ງດຽວກັນກັບຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດຂອງມະນຸດມີທາດແທ້ ແລະ ຫຼັກການຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍມີທາດແທ້ ແລະ ຫຼັກການຂອງພຣະເຈົ້າ.

ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງຜູ້ຄົນທີ່ຖືກໃຊ້, ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ທາດແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເບິ່ງໂດຍລວມແລ້ວ ພຣະອົງກໍແມ່ນພຣະວິນຍານຂອງພຣະເຈົ້າ, ເຖິງແມ່ນພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ. ແຕ່ທາດແທ້ຂອງພຣະອົງກໍຍັງເປັນອັນໜຶ່ງອັນດຽວກັນ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກເໜືອຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ. ພາລະກິດຂອງຜູ້ຄົນທີ່ຖືກໃຊ້ຍັງເປັນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນດຽວກັນ. ແຕ່ ພາລະກິດຂອງພຣະເຈົ້າເປັນການສະແດງອອກຢ່າງສົມບູນຂອງພຣະວິນຍານບໍລິສຸດ ເຊິ່ງເປັນຈິງແທ້ໆ, ໃນຂະນະທີ່ພາລະກິດຂອງຜູ້ຄົນທີ່ຖືກໃຊ້ແມ່ນໄດ້ປະສົມກັບສິ່ງທີ່ເປັນມະນຸດຫຼາຍຢ່າງ ແລະ ບໍ່ແມ່ນການສະແດງອອກໂດຍກົງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ຈະເປັນການສະແດງອອກຢ່າງສົມບູນຂອງພຣະອົງ. ພາລະກິດຂອງພຣະວິນຍານບໍລິສຸດມີຫຼາກຫຼາຍ ແລະ ບໍ່ຖືກຈຳກັດໂດຍເງື່ອນໄຂໃດໆ. ພາລະກິດຂອງພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຜູ້ຄົນທີ່ແຕກຕ່າງກັນ; ມັນສະແດງທາດແທ້ທີ່ແຕກຕ່າງກັນ ແລະ ມັນແຕກຕ່າງກັນໃນແຕ່ລະຍຸກ ພ້ອມທັງໃນແຕ່ລະປະເທດ. ແນ່ນອນ, ເຖິງແມ່ນພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼາຍວິທີທີ່ແຕກຕ່າງກັນ ແລະ ສອດຄ່ອງກັບຫຼັກການຫຼາຍຢ່າງ, ບໍ່ວ່າພາລະກິດຈະສຳເລັດແນວໃດກໍຕາມ ຫຼື ໃນຄົນປະເພດໃດກໍຕາມ, ແກ່ນແທ້ຂອງພາລະກິດນັ້ນກໍແຕກຕ່າງກັນຢູ່ສະເໝີ; ພາລະກິດທັງໝົດທີ່ປະຕິບັດໃນຜູ້ຄົນທີ່ແຕກຕ່າງກັນແມ່ນມີຫຼັກການຂອງມັນ ແລະ ພາລະກິດທັງໝົດສາມາດເປັນຕົວແທນໃຫ້ແກ່ແກ່ນແທ້ຂອງຈຸດມຸ່ງໝາຍຂອງພາລະກິດນັ້ນ. ສິ່ງນີ້ເກີດຂຶ້ນກໍຍ້ອນພາລະກິດຂອງພຣະວິນຍານບໍລິສຸດຂ້ອນຂ້າງເຈາະຈົງໃນຂອບເຂດ ແລະ ຂ້ອນຂ້າງມີການວັດແທກ. ພາລະກິດທີ່ສຳເລັດລົງໃນເນື້ອໜັງທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດທີ່ປະຕິບັດໃນຜູ້ຄົນ ແລະ ພາລະກິດຍັງມີຄວາມຫຼາກຫຼາຍຕາມຄວາມສາມາດຂອງຜູ້ຄົນທີ່ໄດ້ຮັບການປະຕິບັດຈາກພາລະກິດ. ພາລະກິດທີ່ປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດແມ່ນບໍ່ໄດ້ປະຕິບັດໃນຜູ້ຄົນ ແລະ ມັນບໍ່ແມ່ນພາລະກິດດຽວກັນກັບທີ່ຖືກປະຕິບັດໃນຜູ້ຄົນ. ເວົ້າສັ້ນໆກໍຄື ບໍ່ວ່າຈະປະຕິບັດພາລະກິດແນວໃດກໍຕາມ, ພາລະກິດທີ່ຖືກປະຕິບັດດ້ວຍຈຸດປະສົງທີ່ແຕກຕ່າງກັນກໍບໍ່ເຄີຍເປັນອັນດຽວກັນຈັກເທື່ອ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດກໍແຕກຕ່າງກັນຕາມສະພາວະ ແລະ ທຳມະຊາດຂອງຄວາມແຕກຕ່າງຂອງມະນຸດທີ່ພຣະອົງປະຕິບັດພາລະກິດໃສ່. ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນທີ່ແຕກຕ່າງກັນ ໂດຍອີງຕາມທາດແທ້ຕາມທຳມະຊາດຂອງພວກເຂົາ ແລະ ບໍ່ໄດ້ຮຽກຮ້ອງໃນສິ່ງທີ່ນອກເໜືອທາດແທ້ນັ້ນ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ຢູ່ນອກເໜືອຄວາມສາມາດທີ່ແທ້ຈິງຂອງພວກເຂົາ. ດ້ວຍເຫດນັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດຈຶ່ງເຮັດໃຫ້ຜູ້ຄົນເຫັນແກ່ນແທ້ຂອງຈຸດປະສົງຂອງພາລະກິດນັ້ນ. ທາດແທ້ຕາມທຳມະຊາດຂອງມະນຸດບໍ່ປ່ຽນແປງ; ຄວາມສາມາດຕາມທຳມະຊາດຂອງເຂົາກໍມີຂໍ້ຈຳກັດ. ພຣະວິນຍານບໍລິສຸດໃຊ້ຜູ້ຄົນ ຫຼື ປະຕິບັດພາລະກິດໃນພວກເຂົາຕາມຂໍ້ຈຳກັດຂອງຄວາມສາມາດຂອງພວກເຂົາ, ເພື່ອພວກເຂົາອາດຈະໄດ້ຮັບຜົນປະໂຫຍດຈາກສິ່ງນັ້ນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດທີ່ຖືກໃຊ້, ພອນສະຫວັນ ແລະ ຄວາມສາມາດຕາມທຳມະຊາດຂອງຜູ້ຄົນເຫຼົ່ານັ້ນກໍມີບົດບາດ, ບໍ່ໄດ້ຖືກຢັບຢັ້ງ. ຄວາມສາມາດຕາມທຳມະຊາດຂອງພວກເຂົາຈະຖືກນໍາມາໃຊ້ເພື່ອຮັບໃຊ້ພາລະກິດ. ມັນສາມາດເວົ້າໄດ້ວ່າ ພຣະອົງໃຊ້ພາກສ່ວນຂອງມະນຸດທີ່ສາມາດໃຊ້ໃນພາລະກິດຂອງພຣະອົງ, ເພື່ອບັນລຸຜົນໃນພາລະກິດນັ້ນ. ກົງກັນຂ້າມ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດກໍສະແດງອອກເຖິງພາລະກິດຂອງພຣະວິນຍານໂດຍກົງ ແລະ ບໍ່ໄດ້ປະສົມກັບຈິດໃຈ ແລະ ຄວາມຄິດຂອງມະນຸດ; ພອນສະຫວັນຂອງມະນຸດ ຫຼື ປະສົບການຂອງມະນຸດ ຫຼື ສະພາບການພາຍໃນຂອງມະນຸດບໍ່ສາມາດຢັ່ງເຖິງໄດ້. ພາລະກິດທັງໝົດທີ່ນັບບໍ່ຖ້ວນຂອງພຣະວິນຍານບໍລິສຸດແມ່ນເພື່ອໃຫ້ປະໂຫຍດ ແລະ ສັ່ງສອນມະນຸດ. ເຖິງຢ່າງໃດກໍຕາມ ບາງຄົນສາມາດຖືກເຮັດໃຫ້ສົມບູນ ໃນຂະນະທີ່ຄົນອື່ນບໍ່ມີເງື່ອນໄຂສູ່ຄວາມສົມບູນ, ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ອາດບໍ່ສາມາດໄດ້ຮັບການຊ່ວຍໃຫ້ພົ້ນ ແລະ ເຖິງແມ່ນວ່າ ພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະຖືກກຳຈັດໃນທີ່ສຸດ. ນັ້ນໝາຍຄວາມວ່າ ເຖິງແມ່ນພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອສັ່ງສອນຜູ້ຄົນ, ຄົນໆໜຶ່ງບໍ່ສາມາດເວົ້າໄດ້ວ່າ ທຸກຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດຈະຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນ, ຍ້ອນເສັ້ນທາງທີ່ຫຼາຍຄົນຕິດຕາມໃນການສະແຫວງຫາຂອງພວກເຂົາບໍ່ແມ່ນເສັ້ນທາງສູ່ການຖືກເຮັດໃຫ້ສົມບູນ. ພວກເຂົາມີພຽງພາລະກິດຝ່າຍດຽວຂອງພຣະວິນຍານບໍລິສຸດ, ບໍ່ແມ່ນການຮ່ວມມືຕາມຄວາມຄິດຂອງມະນຸດ ຫຼື ການສະແຫວງຫາທີ່ຖືກຕ້ອງຂອງມະນຸດ. ສະນັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນຜູ້ຄົນເຫຼົ່ານີ້ກໍມາຮັບໃຊ້ຄົນທີ່ກຳລັງຖືກເຮັດໃຫ້ສົມບູນ. ຜູ້ຄົນບໍ່ສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໂດຍກົງໄດ້ ຫຼື ບໍ່ສາມາດສຳຜັດໂດຍກົງດ້ວຍຕົວຂອງພວກເຂົາເອງໄດ້. ມັນພຽງແຕ່ສາມາດສະແດງອອກໂດຍຄົນທີ່ມີພອນສະຫວັນໃນການປະຕິບັດພາລະກິດ, ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກຈັດກຽມໃຫ້ແກ່ຜູ້ຕິດຕາມຜ່ານການສະແດງອອກຂອງມະນຸດ.

ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດ ແລະ ສົມບູນຜ່ານຄົນຫຼາຍປະເພດ ແລະ ສະພາບການທີ່ແຕກຕ່າງກັນຫຼາຍຢ່າງ. ເຖິງແມ່ນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດ ແລະ ສາມາດເປັນຕົວແທນໃຫ້ແກ່ທາງເຂົ້າສູ່ຍຸກທັງໝົດຂອງຜູ້ຄົນ, ພາລະກິດກ່ຽວກັບລາຍລະອຽດທາງເຂົ້າຂອງຜູ້ຄົນຍັງຕ້ອງໄດ້ປະຕິບັດໂດຍມະນຸດທີ່ໃຊ້ໂດຍພຣະວິນຍານບໍລິສຸດ, ບໍ່ແມ່ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າ ຫຼື ພັນທະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດຜ່ານຄົນຫຼາຍປະເພດທີ່ແຕກຕ່າງກັນ; ບໍ່ມີບຸກຄົນໃດໜຶ່ງສາມາດບັນລຸມັນໄດ້ທັງໝົດ ແລະ ບໍ່ມີບຸກຄົນໃດສາມາດກ່າວມັນອອກຢ່າງຄົບຖ້ວນ. ຄົນທີ່ນໍາພາຄຣິສຕະຈັກຍັງບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະວິນຍານບໍລິສຸດຢ່າງຄົບຖ້ວນ; ພວກເຂົາພຽງແຕ່ສາມາດປະຕິບັດພາລະກິດໃນການນໍາພາບາງຢ່າງ. ດ້ວຍເຫດນັ້ນ ພາລະກິດຂອງພຣະວິນຍານບໍລິສຸດສາມາດແບ່ງອອກເປັນສາມພາກສ່ວນ: ພາລະກິດຂອງພຣະເຈົ້າເອງ, ພາລະກິດຂອງມະນຸດທີ່ຖືກໃຊ້ ແລະ ພາລະກິດໃນທຸກຄົນທີ່ຢຸ່ໃນກະແສຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະເຈົ້າເອງແມ່ນເພື່ອນໍາພາຍຸກທັງໝົດ; ໂດຍຖືກສົ່ງໄປ ຫຼື ຮັບການຝາກຝັງຫຼັງຈາກທີ່ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງເອງ ພາລະກິດຂອງຄົນທີ່ຖືກໃຊ້ແມ່ນເພື່ອນໍາພາຜູ້ຕິດຕາມຂອງພຣະເຈົ້າ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ຮ່ວມມືກັບພາລະກິດຂອງພຣະເຈົ້າ; ພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດໃນຄົນທີ່ຢູ່ໃນກະແສແມ່ນເພື່ອຮັກສາພາລະກິດທຸກຢ່າງຂອງພຣະອົງເອງ, ນັ້ນກໍຄື ເພື່ອຮັກສາການຄຸ້ມຄອງທັງໝົດຂອງພຣະອົງ ແລະ ຄຳພະຍານຂອງພຣະອົງ, ໃນຂະນະດຽວກັນນັ້ນກໍເຮັດໃຫ້ຄົນທີ່ສາມາດຖືກເຮັດໃຫ້ສົມບູນນັ້ນສົມບູນ. ພ້ອມກັນນັ້ນ ສາມພາກສ່ວນເຫຼົ່ານີ້ແມ່ນພາລະກິດທີ່ສົມບູນຂອງພຣະວິນຍານບໍລິສຸດ, ແຕ່ຖ້າປາສະຈາກພາລະກິດຂອງພຣະເຈົ້າເອງ, ພາລະກິດການຄຸ້ມຄອງທັງໝົດກໍຈະຢູ່ລ້າໆ. ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຂິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ເປັນຈິງລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ.

ພາລະກິດຂອງມະນຸດສະແດງເຖິງປະສົບການຂອງເຂົາ ແລະ ຄວາມເປັນມະນຸດຂອງເຂົາ. ສິ່ງທີ່ມະນຸດສະໜອງ ແລະ ພາລະກິດທີ່ເຂົາປະຕິບັດກໍເປັນຕົວແທນໃຫ້ແກ່ເຂົາ. ຄວາມເຂົ້າໃຈຂອງມະນຸດ, ເຫດຜົນຂອງມະນຸດ, ຕັກກະຂອງມະນຸດ ແລະ ຈິນຕະນາການທີ່ອຸດົມສົມບູນຂອງເຂົາແມ່ນລ້ວນແລ້ວແຕ່ຖືກລວມຢູ່ໃນພາລະກິດຂອງເຂົາ. ໂດຍສະເພາະ ປະສົບການຂອງມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດຂອງເຂົາ ແລະ ປະສົບການຂອງຜູ້ຄົນກໍໄດ້ກາຍມາເປັນສ່ວນປະກອບຂອງພາລະກິດຂອງເຂົາ. ພາລະກິດຂອງມະນຸດສາມາດສະແດງເຖິງປະສົບການຂອງເຂົາ. ເມື່ອບາງຄົນກຳລັງຜະເຊີນກັບສິ່ງທີ່ບໍ່ດີ, ພາສາສ່ວນໃຫຍ່ໃນການສົນທະນາຂອງພວກເຂົາແມ່ນປະກອບດ້ວຍອົງປະກອບທີ່ບໍ່ດີ. ຖ້າປະສົບການຂອງພວກເຂົາໃນໄລຍະເວລາໃດໜຶ່ງຢູ່ໃນທາງບວກ ແລະ ໂດຍສະເພາະ ພວກເຂົາມີເສັ້ນທາງໃນລັກສະນະທີ່ເປັນບວກ, ການສົນທະນາຂອງພວກເຂົາແມ່ນສິ່ງທີ່ໃຫ້ກຳລັງໃຈຫຼາຍ ແລະ ຜູ້ຄົນຈະສາມາດຮັບການສະໜອງໃນທາງບວກຈາກສິ່ງເຫຼົ່ານີ້. ຖ້າຄົນປະຕິບັດພາລະກິດເລີ່ມຄິດລົບໃນໄລຍະເວລາໃດໜຶ່ງ, ການສົນທະນາຂອງເຂົາຈະມີອົງປະກອບໃນທາງລົບສະເໝີ. ການສົນທະນາປະເພດນີ້ເປັນຕາເສົ້າໃຈ ແລະ ຄົນອື່ນກໍຈະເສົ້າໃຈຢ່າງບໍ່ຮູ້ຕົວ ຫຼັງຈາກການສົນທະນາຂອງເຂົາ. ສະພາວະຂອງຜູ້ຕິດຕາມປ່ຽນໄປຕາມສະພາວະຂອງຜູ້ນໍາ. ສິ່ງທີ່ຄົນປະຕິບັດພາລະກິດເປັນໃນຂ້າງໃນ ນັ້ນກໍຄືສິ່ງເຂົາສະແດງອອກມາ ແລະ ພາລະກິດຂອງພຣະວິນຍານບໍລິສຸດມັກຈະປ່ຽນແປງຕາມສະພາວະຂອງມະນຸດ. ພຣະອົງປະຕິບັດພາລະກິດຕາມປະສົບການຂອງມະນຸດ ແລະ ບໍ່ບັງຄັບພວກເຂົາ ແຕ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຊ່ວງເວລາແຫ່ງປະສົບການປົກກະຕິຂອງພວກເຂົາ. ນີ້ໝາຍຄວາມວ່າ ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາ, ສະແດງເຖິງຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ຫຼື ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນຕົວແທນໃຫ້ແກ່ທາງເຂົ້າ ແລະ ການປະຕິບັດຂອງເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ ແລະ ປະສົບການຂອງມະນຸດ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຄົນປະຕິບັດພາລະກິດສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນ ພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຖືກຄົ້ນພົບໃນສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍປາສະຈາກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ມາຈາກຄວາມວ່າງເປົ່າ, ແຕ່ປະຕິບັດໂດຍສອດຄ່ອງກັບສະພາບຕົວຈິງ ແລະ ເງື່ນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສຂອງມະນຸດ ແລະ ແນວຄິດເດີມຂອງເຂົາ ແລະ ຄວາມຄິດເດີມຂອງເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ເຂົາເຫັນ, ມີປະສົບການກັບ ແລະ ສາມາດຈິນຕະນາການໄດ້ ແລະ ມັນສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ, ເຖິງແມ່ນວ່າມັນຄືທິດສະດີ ຫຼື ແນວຄິດ. ພາລະກິດຂອງມະນຸດບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ ຫຼື ສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ ບໍ່ວ່ຂະໜາດຂອງພາລະກິດນັ້ນຈະສໍ່າໃດກໍຕາມ. ທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກຄວາມຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ສິ່ງທີ່ມະນຸດສະແດງອອກປະສົບການຂອງພວກເຂົາ ໃນຂະນະທີ່ສິ່ງທີ່ພຣະເຈົ້າສະແດງອອກແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົ,​ ຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນຄວາມເຂົ້າໃຈຂອງເຂົາ ແລະ ຄວາມຮູ້ທີ່ໄດ້ຮັບບົນພື້ນຖານການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ ແລະ ພື້ນຖານການສະແດງອອກຂອງພວກເຂົາແມ່ນອຸປະນິໄສ ແລະ ຄວາມສາມາດທີ່ເປັນທຳມະຊາດຂອງມະນຸດ, ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາມີປະສົບການ ແລະ ເຫັນ. ບໍ່ມີຜູ້ໃດສາມາດສົນທະນາໃນສິ່ງທີ່ພວກເຂົາບໍ່ໄດ້ມີປະສົບການ, ບໍ່ໄດ້ເຫັນ ຫຼື ຄວາມຄິດຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ພວກເຂົາບໍ່ມີການເປັນຢູ່ເຫຼົ່ານັ້ນຢູ່ພາຍໃນພວກເຂົາ. ຖ້າສິ່ງທີ່ສະແດງອອກບໍ່ໄດ້ມາຈາກປະສົບການຂອງເຂົາ, ແລ້ວມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງເຂົາ. ເວົ້າງ່າຍໆກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ເຂົາປະຕິບັດແມ່ນເປັນຕົວແທນໃຫ້ແກ່ເປັນຢູ່ພາຍໃນຕົວເຂົາ. ຖ້າຜູ້ໃດຜູ້ໜຶ່ງສົນທະນາກ່ຽວກັບຄວາມເຂົ້າໃຈໃນການຂ້ຽນຕີ ແລະ ການພິພາກສາຂອງເຂົາ, ແຕ່ເຈົ້າບໍ່ມີປະສົບການໃນສິ່ງນັ້ນ, ເຈົ້າບໍ່ກ້າປະຕິເສດຄວາມຮູ້ຂອງເຂົາ, ແຮງໄກທີ່ເຂົາຈະກ້າໝັ້ນໃຈເຖິງໜຶ່ງຮ້ອຍເປີເຊັນເລີຍ. ນີ້ກໍຍ້ອນວ່າ ການສົນທະນາຂອງພວກເຂົາແມ່ນສິ່ງທີ່ເຈົ້າບໍ່ເຄີຍມີປະສົບການຈັກເທື່ອ, ສິ່ງທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ ແລະ ຈິດໃຈຂອງເຈົ້າບໍ່ສາມາດຈິນຕະນາການມັນອອກ. ຈາກຄວາມຮູ້ຂອງພວກເຂົາ, ສິ່ງທີ່ເຈົ້າພຽງແຕ່ສາມາດຮັບເອົາແມ່ນເສັ້ນທາງເພື່ອນໍາມາສູ່ການຂ້ຽນຕີ ແລະ ການພິພາກສາໃນອະນາຄົດ. ແຕ່ເສັ້ນທາງນີ້ສະມາດເປັນພຽງແຕ່ການເຂົ້າໃຈໂດຍອີງຕາມທິດສະກິດ; ມັນບໍ່ສາມາດແທນທີ່ຄວາມເຂົ້າໃຈຂອງເຈົ້າເອງໄດ້, ແຮງໄກທີ່ຈະແທນທີ່ປະສົບການຂອງເຈົ້າ. ບາງຄັ້ງ ເຈົ້າຄິດວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງພໍສົມຄວນ, ແຕ່ໃນປະສົບການຂອງເຈົ້າເອງ, ເຈົ້າພົບວ່າ ມັນໃຊ້ການບໍ່ໄດ້ໃນຫຼາຍໆສິ່ງ. ບາງຄັ້ງ ເຈົ້າຮູ້ສຶກວ່າ ບາງສິ່ງທີ່ເຈົ້າໄດ້ຍິນແມ່ນໃຊ້ການບໍ່ໄດ້ແທ້ໆ; ເຈົ້າເຊື່ອງແນວຄິດກ່ຽວກັບສິ່ງນັ້ນໃນເວລາໃດໜຶ່ງ ແລະ ເຖິງແມ່ນເຈົ້າຍອມຮັບມັນ, ເຈົ້າກໍພຽງແຕ່ເຮັດດ້ວຍຄວາມບໍ່ເຕັມໃຈເທົ່ານັ້ນ. ແຕ່ໃນປະສົບການຂອງເຈົ້າເອງ, ຄວາມຮູ້ທີ່ໃຫ້ແນວຄິດກັບເຈົ້າກາຍມາເປັນວິທີການປະຕິບັດຂອງເຈົ້າ ແລະ ຍິ່ງເຈົ້າປະຕິບັດຫຼາຍພຽງໃດ, ເຈົ້າກໍຍິ່ງເຂົ້າໃຈຄຸນຄ່າທີ່ແທ້ຈິງ ແລະ ຄວາມໝາຍຂອງຄຳເວົ້າທີ່ເຈົ້າໄດ້ຍິນຫຼາຍພຽງນັ້ນ. ຫຼັງຈາກທີ່ເຈົ້າມີປະສົບການຂອງເຈົ້າເອງ, ແລ້ວເຈົ້າກໍສາມາດລົມກ່ຽວກັບຄວາມຮູ້ທີ່ເຈົ້າຄວນມີກ່ຽວກັບສິ່ງທີ່ເຈົ້າໄດ້ຜະເຊີນ. ນອກຈາກນັ້ນ ເຈົ້າຍັງຈະສາມາດຈຳແນກລະຫວ່າງຄວາມຮູ້ຂອງໃດເປັນຈິງ ແລະ ໃຊ້ການໄດ້ ແລະ ຄວາມຮູ້ຂອງຜູ້ໃດທີ່ອີງຕາມທິດສະດີ ແລະ ບໍ່ມີຄ່າ. ສະນັ້ນ ບໍ່ວ່າຄວາມຮູ້ທີ່ເຈົ້າກຳລັງເວົ້າເຖິງຈະສອດຄ່ອງກັບຄວາມຈິງເປັນສ່ວນໃຫຍ່ ຫຼື ບໍ່ ແມ່ນຂຶ້ນກັບວ່າ ເຈົ້າມີປະສົບການທີ່ໃຊ້ການໄດ້ ຫຼື ບໍ່. ບ່ອນໃດທີ່ມີຄວາມຈິງໃນປະສົບການຂອງເຈົ້າ, ຄວາມຮູ້ຂອງເຈົ້າກໍຈະເປັນຄວາມຈິງ ແລະ ມີຄຸນຄ່າ. ຜ່ານປະສົບການຂອງເຈົ້າ, ເຈົ້າຍັງສາມາດໄດ້ຮັບການເບິ່ງອອກ ແລະ ຄວາມເຂົ້າໃຈ, ເຮັດໃຫ້ຄວາມຮູ້ຂອງເຈົ້າເລິກເຊິ່ງຂຶ້ນ ແລະ ເພີ່ມສະຕິປັນຍາຂອງເຈົ້າ ແລະ ສາມັນສຳນຶກກ່ຽວກັບວິທີທີ່ເຈົ້າຄວນປະພຶດຕົນຕົນເອງ. ຄວາມຮູ້ທີ່ຖືກສະແດງອອກໂດຍຄົນທີ່ບໍ່ມີຄວາມຈິງແມ່ນທິດສະດີ ບໍ່ວ່າມັນອາດສູງສົ່ງສໍ່າໃດກໍຕາມ. ຄົນປະເພດນີ້ອາດຈະສະຫຼາດຫຼາຍ ເມື່ອເວົ້າກ່ຽວກັບເລື່ອງຝ່າຍເນື້ອໜັງ ແຕ່ບໍ່ສາມາດແຍກແຍະເມື່ອເວົ້າກ່ຽວກັບເລື່ອງຝ່າຍວິນຍານ. ສິ່ງນີ້ເກີດຂຶ້ນກໍຍ້ອນວ່າຄົນດັ່ງກ່າວບໍ່ມີປະສົບການຫຍັງເລີຍກ່ຽວກັບເລື່ອງທັງໝົດໃນຝ່າຍວິນຍານ. ນີ້ແມ່ນຄົນທີ່ບໍ່ໄດ້ຮັບແສງສະຫວ່າງໃນເລື່ອງຝ່າຍວິນຍານ ແລະ ບໍ່ເຂົ້າໃຈວິນຍານ. ບໍ່ວ່າເຈົ້າຈະສະແດງຂອງຄວາມຮູ້ປະເພດໃດກໍຕາມ ຕາບໃດທີ່ມັນຄືການເປັນຢູ່ຂອງເຈົ້າ ແລ້ວມັນກໍເປັນປະສົບການສ່ວນຕົວຂອງເຈົ້າ, ຄວາມຮູ້ທີ່ແທ້ຈິງຂອງເຈົ້າ. ສິ່ງຄົນທີ່ເວົ້າພຽງແຕ່ທິດສະດີ ນັ້ນກໍຄື ຄົນທີ່ບໍ່ມີຄວາມຈິງ ຫຼື ຄວາມເປັນຈິງ ສົນທະນາກັນແມ່ນສາມາດຖືກເອີ້ນໄດ້ວ່າການເປັນຢູ່ຂອງພວກເຂົາ, ຍ້ອນພວກເຂົາມາເຖິງທິດສະດີຂອງພວກເຂົາ ພຽງແຕ່ຜ່ານການຕຶກຕອງຢ່າງເລິກເຊິ່ງ ແລະ ຍ້ອນຜົນທີ່ຂອງການໄຕ່ຕອງຢ່າງເລິກເຊິ່ງຂອງພວກເຂົາ, ແຕ່ມັນເປັນພຽງທິດສະດີເທົ່ານັ້ນ, ບໍ່ແມ່ນຫຍັງນອກຈາກຈິນຕະນາການ! ປະສົບການຂອງຄົນທຸກປະເພດເປັນຕົວແທນໃຫ້ແກ່ສິ່ງທີ່ຢູ່ພາຍໃນພວກເຂົາ. ຄົນທີ່ບໍ່ມີປະສົບການຝ່າຍວິນຍານບໍ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງຄວາມຈິງ ຫຼື ຄວາມຮູ້ທີ່ຖືກຕ້ອງກ່ຽວກັບເລື່ອງຝ່າຍວິນຍານຕ່າງໆ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ພວກເຂົາເປັນຢູ່ພາຍໃນ, ນີ້ຄືສິ່ງທີ່ແນ່ນອນ. ຖ້າຄົນໜຶ່ງປາຖະໜາທີ່ຈະມີຄວາມຮູ້ກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ຄວາມຮູ້ກ່ຽວກັບຄວາມຈິງ, ຄົນໆນັ້ນຕ້ອງມີປະສົບການທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບສາມັນສຳນຶກໃນຊີວິດຂອງມະນຸດຢ່າງຊັດເຈນ, ແລ້ວມັນຈະບໍ່ແຮງໄກບໍທີ່ເຈົ້າຈະສາມາດເວົ້າກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ? ຄົນທີ່ສາມາດນໍາພາຄຣິດສະຕະຈັກ, ສະໜອງຊີວິດໃຫ້ກັບຜູ້ຄົນ ແລະ ເປັນອັກຄະສາວົກໃຫ້ກັບຜູ້ຄົນ ຕ້ອງມີປະສົບການທີ່ແທ້ຈິງ; ພວກເຂົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ການເຂົ້າໃຈທີ່ຖືກຕ້ອງ ແລະ ປະສົບການແຫ່ງຄວາມຈິງ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ເທົ່ານັ້ນຈຶ່ງມີຄຸນສົມບັດໃນການເປັນຄົນປະຕິບັດພາລະກິດ ຫຼື ອັກຄະສາວົກທີ່ນໍາພາຄຣິດສະຕະຈັກ. ຖ້າບໍ່ດັ່ງນັ້ນ ພວກເຂົາພຽງແຕ່ສາມາດຕິດຕາມໃນຖານະຄົນທີ່ຕ້ອຍຕໍ່າສຸດ ແລະ ບໍ່ສາມາດນໍາພາໄດ້, ແຮງໄກທີ່ຈະເປັນອັກຄະສາວົກທີ່ສາມາດສະໜອງຊີວິດໃຫ້ກັບຜູ້ຄົນເລີຍ. ນີ້ກໍຍ້ອນວ່າ ໜ້າທີ່ຂອງອັກຄະສາວົກບໍ່ແມ່ນການແລ່ນໜີ ຫຼື ການຕໍ່ສູ້; ມັນແມ່ນເພື່ອປະຕິບັດພາລະກິດແຫ່ງລ້ຽງດູຊີວິດ ແລະ ນໍາພາຄົນອື່ນໃຫ້ປ່ຽນແປງອຸປະນິໄສຂອງພວກເຂົາ. ຄົນທີ່ປະຕິບັດໜ້າທີ່ນີ້ແມ່ນຖືກຝາກຝັງໃຫ້ແບກຮັບໜ້າທີ່ຮັບຜິດຊອບທີ່ໜັກໜ່ວງ, ຄວາມຮັບຜິດຊອບທີ່ບໍ່ແມ່ນຜູ້ໃດກໍຕາມຈະສາມາດແບກໄດ້. ພາລະກິດປະເພດນີ້ພຽງແຕ່ສາມາດປະຕິບັດໄດ້ໂດຍຄົນທີ່ການເປັນຢູ່ໃນຊີວິດ ນັ້ນກໍຄື ຄົນທີ່ມີປະສົບການແຫ່ງຄວາມຈິງ. ມັນບໍ່ສາມາດຖືກປະຕິບັດໂດຍຜູ້ໃດກໍຕາມທີ່ສາມາດຍອມຈໍານົນໄດ້, ສາມາດແລ່ນໜີ ຫຼື ເຕັມໃຈທີ່ຈະເສຍສະຫຼະຕົນເອງ; ຄົນທີ່ບໍ່ມີປະສົບການແຫ່ງຄວາມຈິງ, ຄົນທີ່ບໍ່ໄດ້ຖືກລິຮານ ຫຼື ພິພາກສາ ບໍ່ສາມາດປະຕິບັດພາລະກິດປະເພດນີ້ໄດ້. ຄົນທີ່ບໍ່ມີປະສົບການ, ຄົນທີ່ປາສະຈາກຄວາມເປັນຈິງ ແມ່ນບໍ່ສາມາດເຫັນຄວາມເປັນຈິງຢ່າງຊັດເຈນ ຍ້ອນພວກເຂົາເອງບໍ່ມີການເປັນຢູ່ປະເພດນີ້. ດັ່ງນັ້ນ ຄົນປະເພດນີ້ບໍ່ພຽງແຕ່ບໍ່ສາມາດປະຕິບັດພາລະກິດແຫ່ງການເປັນຜູ້ນໍາໄດ້, ແຕ່ຖ້າພວກເຂົາຍັງຄົງບໍ່ມີຄວາມຈິງເປັນເວລາດົນນານ ພວກເຂົາຈະເປັນເປົ້າໝາຍຂອງການກຳຈັດ. ຄວາມເຂົ້າໃຈທີ່ເຈົ້າກ່າວສາມາດພິສຸດໃຫ້ເຫັນຄວາມລໍາບາກທີ່ເຈົ້າຜະເຊີນໃນຊີວິດ, ເຫັນສິ່ງທີ່ເຈົ້າຖືກຂ້ຽນຕີ ແລະ ບັນຫາທີ່ເຮັດໃຫ້ເຈົ້າຖືກພິພາກສາ. ສິ່ງນີ້ເປັນຈິງໃນການທົດລອງເຊັ່ນດຽວກັນ: ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງບໍລິສຸດ, ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງອ່ອນແອ, ສິ່ງເຫຼົ່ານີ້ແມ່ນບ່ອນທີ່ເຮັດໃຫ້ຄົນໃດໜຶ່ງມີປະສົບການ, ສິ່ງທີ່ເຮັດໃຫ້ຄົນໃດໜຶ່ງມີຫົນທາງ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງຜິດຫວັງກັບຊີວິດແຕ່ງດອງ, ພວກເຂົາກໍມັກສົນທະນາກັນວ່າ “ຂອບຄຸນພຣະເຈົ້າ, ສັນລະເສີນພຣະອົງ, ຂ້ານ້ອຍຕ້ອງເຮັດເປັນທີ່ພໍໃຈພຣະອົງ ແລະ ຖວາຍຊີວິດທັງໝົດຂອງຂ້ານ້ອຍ ແລະ ຂ້ານ້ອຍຕ້ອງ ມອບການແຕ່ງດອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງຢ່າງສິ້ນເຊີງ. ຂ້ານ້ອຍເຕັມໃຈທີ່ຈະປະຕິຍານຊີວິດທັງໝົດຂອງຂ້ານ້ອຍໃຫ້ແກ່ພຣະອົງ”. ທຸກສິ່ງທີ່ຢູ່ໃນມະນຸດສາມາດສະແດງເຖິງສິ່ງທີ່ເຂົາເປັນຜ່ານການສົນທະນາ. ອັດຕາຄວາມໄວຂອງຄຳເວົ້າຂອງຄົນ, ບໍ່ວ່າພວກເຂົາຈະເວົ້າດັງ ຫຼື ງຽບ, ບັນຫາດັ່ງກ່າວທີ່ບໍ່ແມ່ນເລື່ອງຂອງປະສົບການ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາມີ ແລະ ເປັນ. ສິ່ງເຫຼົ່ານີ້ພຽງແຕ່ສາມາດບອກໄດ້ວ່າ ລັກສະນະຂອງພວກເຂົາດີ ຫຼື ຊົ່ວ ຫຼື ທຳມະຊາດຂອງພວກເຂົາດີ ຫຼື ຊົ່ວ, ແຕ່ພວກມັນບໍ່ສາມາດທຽບເທົ່າກັບວ່າຜູ້ໃດຜູ້ໜຶ່ງມີປະສົບການ ຫຼື ບໍ່. ຄວາມສາມາດທີ່ຈະສະແດງເຖິງຄົນໃດໜຶ່ງໃນເວລາທີ່ກຳລັງເວົ້າ ຫຼື ທັກສະ ຫຼື ຄວາມໄວຂອງຄຳເວົ້າ, ແມ່ນເປັນພຽງເລື່ອງການປະຕິບັດ ແລະ ບໍ່ສາມາດທົດແທນປະສົບການຂອງຜູ້ໃດຜູ້ໜຶ່ງ. ເມື່ອເຈົ້າເວົ້າກ່ຽວກັບປະສົບການສ່ວນຕົວຂອງເຈົ້າ, ເຈົ້າສົນທະນາໃນສິ່ງທີ່ເຈົ້າໃຫ້ຄວາມສຳຄັນ ແລະ ທຸກສິ່ງທີ່ຢູ່ພາຍໃນເຈົ້າ. ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ເຮົາຈະບໍ່ສາມາດສົນທະນາກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ; ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນແກ່ນແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຂ້ຽນຕີມະນຸດ ແລະ ພິພາກສາມະນຸດ, ຍ້ອນມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ຜູ້ຄົນເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ. ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມຮູ້ສຶກຂອງພວກເຂົາສາມາດກວດຈັບໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ. ພຣະທຳທີ່ກ່າວໂດຍເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ພວກມັນສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ ເຊິ່ງເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ພຣະອົງຍັງສະແດງເຖິງການເປັນຢູ່ຂອງພຣະອົງ, ຍ້ອນວ່າ ທາດແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ມັນຄືພາລະກິດທີ່ຖືກເຮັດສຳເລັດໂດຍພຣະວິນຍານ ເຖິງແມ່ນມັນຢູ່ນອກເໜືອການຢັ່ງເຖິງຂອງເນື້ອໜັງ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບມະນຸດຊາດ ແລະ ການເປີດເຜີຍໃຫ້ຜູ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາສາມາດຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດຊາດ.

ພາລະກິດທັງໝົດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດເພື່ອເປັນປະໂຫຍດແກ່ຜູ້ຄົນ; ມັນກ່ຽວກັບການສັ່ງສອນຜູ້ຄົນ; ບໍ່ມີພາລະກິດໃດທີ່ບໍ່ໃຫ້ຜົນປະໂຫຍດກັບຜູ້ຄົນ. ບໍ່ວ່າຄວາມຈິງຈະເລິກ ຫຼື ຕື້ນ ແລະ ບໍ່ວ່າຄວາມສາມາດຂອງຄົນທີ່ຍອມຮັບຄວາມຈິງຈະເປັນແນວໃດ, ມັນກໍໃຫ້ຜົນປະໂຫຍດກັບຜູ້ຄົນ. ແຕ່ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດເຮັດໃຫ້ສຳເລັດໂດຍກົງ; ມັນຕ້ອງຖືກສະແດງອອກຜ່ານຜູ້ຄົນທີ່ຮ່ວມມືກັບພຣະອົງ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜົນຂອງພາລະກິດຂອງພຣະວິນຍານບໍລິສຸດຈຶ່ງສາມາດຖືກຮັບເອົາໄດ້. ແນ່ນອນ ເມື່ອມັນເປັນພຣະວິນຍານບໍລິສຸດປະຕິບັດພາລະກິດໂດຍກົງ, ມັນບໍ່ໄດ້ຮັບການເຈືອປົນເລີຍ; ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດຜ່ານມະນຸດ, ມັນຈຶ່ງໄດ້ຮັບການເຈືອປົນຫຼາຍ ແລະ ບໍ່ແມ່ນພາລະກິດເດີມຂອງພຣະວິນຍານບໍລິສຸດ. ດ້ວຍວິທີນີ້ ຄວາມຈິງຈຶ່ງປ່ຽນແປງໃນລະດັບທີ່ແຕກຕ່າງ. ຜູ້ຕິດຕາມບໍ່ໄດ້ຮັບເຈດຕະນາເດີມຂອງພຣະວິນຍານບໍລິສຸດ, ແຕ່ເປັນການປະສົມກັນລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະສົບການ ແລະ ຄວາມຮູ້ຂອງມະນຸດ. ພາກສ່ວນຂອງສິ່ງທີ່ຜູ້ຕິດຕາມຮັບທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດຖືກຕ້ອງ, ໃນຂະນະທີ່ປະສົບການ ແລະ ຄວາມຮູ້ຂອງມະນຸດທີ່ໄດ້ຮັບແມ່ນມີຄວາມຫຼາກຫຼາຍ ຍ້ອນຄົນປະຕິບັດພາລະກິດແຕກຕ່າງກັນ. ຄົນປະຕິບັດພາລະກິດທີ່ມີແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດຈະສືບຕໍ່ມີປະສົບການ ໂດຍອີງຕາມແສງສະຫວ່າງ ແລະ ການນໍາພານີ້. ພາຍໃນປະສົບການເຫຼົ່ານີ້ແມ່ນປະສົມມີຈິດໃຈ ແລະ ປະສົບການຂອງມະນຸດ, ພ້ອມທັງການເປັນຢູ່ຂອງມະນຸດ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງໄດ້ຮັບຄວາມຮູ້ ຫຼື ຄວາມເຂົ້າໃຈທີ່ພວກເຂົາຄວນມີ. ສິ່ງນີ້ແມ່ນວິທີການປະຕິບັດຂອງມະນຸດຫຼັງຈາກທີ່ໄດ້ຜະເຊີນກັບຄວາມຈິງ. ວິທີການປະຕິບັດນີ້ບໍ່ຄືກັນສະເໝີໄປ ຍ້ອນຜູ້ຄົນມີປະສົບການທີ່ແຕກຕ່າງກັນ ແລະ ສິ່ງທີ່ຜູ້ຄົນສໍາຜັດກໍແຕກຕ່າງກັນ. ດ້ວຍວິທີນີ້ ແສງສະຫວ່າງດຽວກັນຂອງພຣະວິນຍານບໍລິສຸດກໍເກີດຜົນໃນຄວາມຮູ້ ແລະ ການປະຕິບັດທີ່ແຕກຕ່າງກັນ, ຍ້ອນຄົນທີ່ຮັບແສງສະຫວ່າງແມ່ນແຕກຕ່າງກັນ. ບາງຄົນເຮັດຜິດພາດເລັກນ້ອຍໃນລະຫວ່າງການປະຕິບັດ ໃນຂະນະທີ່ບາງຄົນເຮັດຜິດພາດຢ່າງຮ້າຍແຮງ ແລະ ບາງຄົນບໍ່ໄດ້ສ້າງຫຍັງເລີຍນອກຈາກຄວາມຜິດພາດ. ນີ້ກໍຍ້ອນວ່າ ຜູ້ຄົນແຕກຕ່າງກັນໃນຄວາມສາມາດທີ່ຈະເຂົ້າໃຈຂອງພວກເຂົາ ແລະ ຍັງເປັນຍ້ອນຄວາມສາມາດໂດຍທຳມະຊາດຂອງພວກເຮົາແຕກຕ່າງເຊັ່ນກັນ. ບາງຄົນມີຄວາມເຂົ້າໃຈບາງຢ່າງຫຼັງຈາກທີ່ໄດ້ຍິນຂໍ້ຄວາມ ແລະ ບາງຄົນມີຄວາມເຂົ້າໃຈອີກຢ່າງ ຫຼັງຈາກທີ່ໄດ້ຍິນຄວາມຈິງ. ບາງຄົນອອກນອກທາງເລັກນ້ອຍ, ໃນຂະນະທີ່ບາງຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄວາມຈິງເລີຍ. ດ້ວຍເຫດນັ້ນ ຄວາມເຂົ້າໃຈຂອງຄົນໆໜຶ່ງຈະກຳນົດວິທີທີ່ຄົນໆນັ້ນຈະນໍາພາຄົນອື່ນ; ສິ່ງນີ້ເປັນຈິງແນ່ນອນ, ຍ້ອນພາລະກິດຂອງຄົນໆໜຶ່ງແມ່ນເປັນພຽງການສະແດງອອກຂອງການເປັນຢູ່ຂອງຄົນໆນັ້ນເທົ່ານັ້ນ. ຜູ້ຄົນທີ່ຖືກນໍາພາໂດຍຄົນທີ່ມີຄວາມເຂົ້າໃຈຄວາມຈິງຢ່າງຖືກຕ້ອງຈະມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມຈິງເຊັ່ນກັນ. ເຖິງແມ່ນ ມີຄົນທີ່ມີຂໍ້ຜິດພາດໃນຄວາມເຂົ້າໃຈ ກໍມີຈຳນວນໜ້ອຍ ແລະ ບໍ່ແມ່ນໝົດທຸກຄົນທີ່ຈະມີຂໍ້ຜິດພາດ. ຖ້າຄົນໆໜຶ່ງມີຂໍ້ຜິດພາດໃນການທີ່ເຂົາເຂົ້າໃຈຄວາມຈິງ, ຄົນທີ່ຕິດຕາມເຂົາກໍຈະຜິດໂດຍບໍ່ຕ້ອງສົງໄສເຊັ່ນກັນ ແລະ ຄົນເຫຼົ່ານີ້ຈະຜິດໃນຄຳເວົ້າທຸກປະການ. ລະດັບຄວາມເຂົ້າໃຈທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດເປັນສ່ວນໃຫຍ່. ແນ່ນອນ ຄວາມຈິງຈາກພຣະເຈົ້າເປັນສິ່ງທີ່ຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ ແລະ ແນ່ນອນທີ່ສຸດ. ເຖິງຢ່າງໃດກໍຕາມ ຄົນປະຕິບັດພາລະກິດແມ່ນບໍ່ຖືກຕ້ອງທັງໝົດ ແລະ ບໍ່ສາມາດເວົ້າໄດ້ວ່າ ສາມາດເຊື່ອຖືໄດ້ທັງໝົດ. ຖ້າຄົນປະຕິບັດພາລະກິດມີວິທີການປະຕິບັດຄວາມຈິງ ທີ່ມີຄວາມເປັນຈິງຫຼາຍ ແລ້ວຜູ້ຕິດຕາມກໍຈະມີວິທີການປະຕິບັດເຊັ່ນດຽວກັນ. ຖ້າຄົນປະຕິບັດພາລະກິດບໍ່ມີວິທີການປະຕິບັດຄວາມຈິງ ມີແຕ່ທິດສະດີເທົ່ານັ້ນ, ແລ້ວຜູ້ຕິດຕາມຈະບໍ່ມີຄວາມເປັນຈິງໃດໆເລີຍ. ຄວາມສາມາດ ແລະ ທຳມະຊາດຂອງຜູ້ຕິດຕາມແມ່ນຖືກກຳນົດໂດຍການເກີດ ແລະ ບໍ່ກ່ຽວເນື່ອງກັບຄົນປະຕິບັດພາລະກິດ. ແຕ່ຂອບເຂດທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະເຈົ້າແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດ (ສິ່ງນີ້ເປັນຈິງສຳລັບບາງຄົນເທົ່ານັ້ນ). ບໍ່ວ່າຄົນປະຕິບັດພາລະກິດຈະເປັນແນວໃດກໍຕາມ, ຜູ້ຕິດຕາມທີ່ເຂົານໍາພາກໍຈະເປັນແນວນັ້ນ. ສິ່ງທີ່ຄົນປະຕິບັດພາລະກິດສະແດງອອກແມ່ນການເປັນຢູ່ຂອງເຂົາເອງ, ປາສະຈາກຂໍ້ຈຳກັດ. ຄວາມຮຽກຮ້ອງທີ່ເຂົາມີຕໍ່ຜູ້ທີ່ຕິດຕາມເຂົາແມ່ນສິ່ງທີ່ເຂົາເອງເຕັມໃຈເຮັດໃຫ້ບັນລຸ ຫຼື ສາມາດບັນລຸ. ຄົນປະຕິບັດພາລະກິດສ່ວນໃຫຍ່ໃຊ້ສິ່ງທີ່ພວກເຂົາເຮັດເປັນພື້ນໃນການຮຽກຮ້ອງຈາກຜູ້ຕິດຕາມຂອງພວກເຂົາ ໂດຍບໍ່ຄຳນຶງວ່າມີຫຼາຍສິ່ງທີ່ຜູ້ຕິດຕາມຂອງພວກເຂົາບໍ່ສາມາດບັນລຸໄດ້ເລີຍ ແລະ ສິ່ງທີ່ຄົນໆໜຶ່ງບໍ່ສາມາດບັນລຸໄດ້ກາຍມາເປັນອຸປະສັກໃນທາງເຂົ້າຂອງຄົນໆນັ້ນ.

ມີການຄາດເຄື່ອນໜ້ອຍໃນພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ, ການພິພາກສາ ແລະ ການຂ້ຽນຕີ ແລະ ການສະແດງອອກຂອງພາລະກິດຂອງພວກເຂົາກໍຖືກຕ້ອງຫຼາຍກວ່າ. ຄົນທີ່ອາໄສຄວາມເປັນທຳມະຊາດຂອງພວກເຂົາເພື່ອປະຕິບັດພາລະກິດແມ່ນເຮັດຜິດພາດຮ້າຍແຮງພໍສົມຄວນ. ພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນສະແດງຄວາມເປັນທໍາມະຊາດຂອງພວກເຂົາເອງຫຼາຍເກີນໄປ ເຊິ່ງກໍ່ໃຫ້ເກີດອຸປະສັກໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ວ່າຄວາມສາມາດຂອງບຸກຄົນຈະດີສໍ່າໃດກໍຕາມ, ພວກເຂົາກໍຕ້ອງໄດ້ຜ່ານກັບການລິຮານ, ການຖືກຈັດການ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າໄດ້. ຖ້າພວກເຂົາຍັງບໍ່ໄດ້ຜ່ານການພິພາກສາດັ່ງກ່າວ, ບໍ່ວ່າພວກເຂົາຈະເຮັດໄດ້ດີພຽງໃດ ພາລະກິດຂອງພວກເຂົາກໍບໍ່ສາມາດສອດຄ່ອງກັບຫຼັກການແຫ່ງຄວາມຈິງໄດ້ ແລະ ເປັນຜົນຂອງຄວາມເປັນທຳມະຊາດຂອງພວກເຂົາເອງ ແລະ ຄວາມດີຂອງມະນຸດຢູ່ສະເໝີ. ພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ ແລະ ການພິພາກສາແມ່ນຖືກຕ້ອງຫຼາຍກວ່າພາລະກິດຂອງຄົນທີ່ບໍ່ເຄີຍຖືກລິຮານ, ຈັດການ ແລະ ພິພາກສາ. ຄົນທີ່ບໍ່ໄດ້ຜ່ານການພິພາກສາບໍ່ສະແດງອອກເຖິງຫຍັງນອກຈາກເນື້ອໜັງ ແລະ ຄວາມຄິດຂອງມະນຸດ ທີ່ເຈືອປົນກັບຄວາມສະຫຼາດ ແລະ ຄວາມສາມາດຕັ້ງແຕ່ເກີດຂອງມະນຸດ. ນີ້ບໍ່ແມ່ນການສະແດງອອກທີ່ຖືກຕ້ອງຂອງມະນຸດເຖິງພາລະກິດຂອງພຣະເຈົ້າ. ຄົນທີ່ຕິດຕາມຜູ້ຄົນດັ່ງກ່າວຖືກນໍາມາຢູ່ຕໍ່ໜ້າພວກເຂົາໂດຍຄວາມສາມາດມີມາຕັ້ງແຕ່ເກີດຂອງພວກເຂົາ. ຍ້ອນພວກເຂົາສະແດງອອກເຖິງຄວາມເຂົ້າໃຈ ແລະ ປະສົບການຫຼາຍຢ່າງເກີນໄປຂອງມະນຸດ, ເຊິ່ງເກືອບແຍກອອກຈາກເຈດຕະນາເດີມຂອງພຣະເຈົ້າ ແລະ ຫັນເຫຈາກສິ່ງນັ້ນຫຼາຍເກີນໄປ, ພາລະກິດຂອງຄົນປະເພດນີ້ຈຶ່ງບໍ່ສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້, ແຕ່ກົງກັນຂ້າມແມ່ນນໍາພວກເຂົາມາຢູ່ຕໍ່ໜ້າມະນຸດ. ສະນັ້ນ ຄົນທີ່ບໍ່ໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີແມ່ນບໍ່ມີຄຸນສົມບັດໃນການປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າ. ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ມອບທາງເຂົ້າທີ່ຍິ່ງໃຫຍ່ຂຶ້ນສູ່ຄວາມຈິງໃຫ້ແກ່ພວກເຂົາ. ພາລະກິດຂອງພຣະເຈົ້າສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະລະພາບ ແລະ ຄວາມສາມາດໃນການເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ ແລະ ການມີທາງເຂົ້າທີ່ເລິກເຊິ່ງຫຼາຍຂຶ້ນໃນຄວາມຈິງເທື່ອລະໜ້ອຍ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ. ພາລະກິດຂອງເຂົາໂງ່ຈ້າ. ເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ ແລະ ສິ່ງທີ່ເຂົາຮຽກຮ້ອງຈາກຜູ້ຄົນບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ເຂົາບໍ່ປະຕິບັດພາລະກິດຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຍຶດຖືກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ເຂົານໍາພາເຈົ້າໃຫ້ກາຍເປັນຄືກັບເຂົາ; ເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົາມີ ແລະ ເປັນ. ເພື່ອທີ່ຜູ້ຕິດຕາມຈະແຍກແຍະວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ່, ສິ່ງສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມໄດ້ຮັບຫຼັກການຕາມຄວາມຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຮັບວິທີການປະຕິບັດທີ່ເໝາະສົມສຳລັບການປ່ຽນແປງຂອງພວກເຂົາ ຫຼື ບໍ່. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຂອງຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ. ຖ້າເຈົ້າບໍ່ສາມາດຈຳແນກວ່າ ການເປັນຜູ້ນໍາຂອງໃຜມີເສັ້ນທາງ ແລະ ຂອງໃຜບໍ່ມີ, ເຈົ້າກໍຈະຖືກຫຼອກລວງໄດ້ຢ່າງງ່າຍດາຍ. ທຸກສິ່ງນີ້ມີຄວາມກ່ຽວຂ້ອງໂດຍກົງກັບຊີວິດຂອງເຈົ້າເອງ. ມີຄວາມເປັນທຳມະຊາດຫຼາຍເກີນໄປໃນພາລະກິດຂອງຜູ້ຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ; ມັນປະປົນກັບຄວາມປະສົງຂອງມະນຸດຫຼາຍຢ່າງ. ການເປັນຢູ່ຂອງພວກເຂົາແມ່ນຄວາມເປັນທຳມະຊາດ, ສິ່ງທີ່ພວກເຂົາເກີດມາພ້ອມ. ມັນບໍ່ແມ່ນຊີວິດຫຼັງຈາກທີ່ຖືກຈັດການ ຫຼື ຄວາມເປັນຈິງຫຼັງຈາກທີ່ໄດ້ຮັບການປ່ຽນແປງ. ຄົນປະເພດນີ້ຈະສາມາດສົ່ງເສີມຄົນທີ່ກໍາລັງສະແຫວງຫາຊີວິດໄດ້ແນວໃດ? ຊີວິດດັ້ງເດີມທີ່ມະນຸດເປັນແມ່ນຄວາມສະຫຼາດ ແລະ ພອນສະຫວັນທີ່ມີມາຕັ້ງແຕ່ເກີດຂອງເຂົາ. ຄວາມສະຫຼາດ ຫຼື ພອນສະຫວັນປະເພດນີ້ຫ່າງຈາກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຢ່າງແນ່ນອນຫຼາຍ. ຖ້າມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ຖືກລິຮານ ແລະ ຈັດການ, ຈະມີຊ່ອງວ່າງທີ່ກວ້າງລະຫວ່າງສິ່ງທີ່ພວກເຂົາສະແດງອອກ ແລະ ຄວາມຈິງ; ສິ່ງທີ່ເຂົາສະແດງອອກຈະປະສົມກັບສິ່ງທີ່ບໍ່ແຈ່ມແຈ້ງ ເຊັ່ນ: ຈິນຕະນາການ ແລະ ປະສົບການຝ່າຍດຽວຂອງເຂົາ. ຍິ່ງໄປກວ່ານັ້ນ ບໍ່ວ່າເຂົາຈະປະຕິບັດພາລະກິດແນວໃດກໍຕາມ, ຜູ້ຄົນຮູ້ສຶກວ່າ ບໍ່ມີເປົ້າໝາຍໂດຍລວມ ແລະ ບໍ່ມີຄວາມຈິງທີ່ເໝາະສົມສຳລັບທາງເຂົ້າຂອງທຸກຄົນ. ສິ່ງທີ່ຮຽກຮ້ອງສ່ວນໃຫຍ່ຈາກຜູ້ຄົນແມ່ນຢູ່ນອກເໜືອຄວາມສາມາດຂອງພວກເຂົາ, ຄືກັບວ່າພວກເຂົາເປັນເປັດທີ່ຖືກໄລ່ໃຫ້ປີນງ່າໄມ້. ນີ້ແມ່ນພາລະກິດທີ່ມີຄວາມປະສົງຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຄວາມຄິດຂອງເຂົາ ແລະ ແນວຄິດຂອງເຂົາແຜ່ຄຸມໄປທົ່ວທຸກພາກສ່ວນໃນຮ່າງກາຍຂອງເຂົາ. ມະນຸດບໍ່ໄດ້ເກີດພ້ອມກັບສັນຊາດຕະຍານໃນການປະຕິບັດຄວາມຈິງ ຫຼື ເຂົາບໍ່ມີສັນຊາດຕະຍານທີ່ຈະເຂົ້າໃຈຄວາມຈິງໂດຍກົງ. ຖ້າປະກອບກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ເມື່ອບຸກຄົນທີ່ທຳມະຊາດປະເພດນີ້ປະຕິບັດພາລະກິດ, ມັນຈະບໍ່ກໍ່ໃຫ້ເກີດການລົບກວນບໍ? ແຕ່ວ່າມະນຸດທີ່ຖືກເຮັດໃຫ້ສົມບູນແມ່ນມີປະສົບການແຫ່ງຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອວ່າສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງໃນພາລະກິດຂອງເຂົາຈະຫາຍໄປເທື່ອລະໜ້ອຍ, ມົນທິນຂອງມະນຸດກໍຍິ່ງມີໜ້ອຍລົງ ແລະ ພາລະກິດ ແລະ ການບໍລິການຂອງເຂົາກໍຍິ່ງຍັບເຂົ້າໃກ້ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ສະນັ້ນ ພາລະກິດຂອງເຂົາກໍເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ມັນຍັງກາຍມາເປັນຈິງອີກດ້ວຍ. ຄວາມຄິດທີ່ຢູ່ໃນຈິດໃຈຂອງມະນຸດຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດໂດຍສະເພາະ. ມະນຸດມີຈິນຕະນາການທີ່ອຸດົມສົມບູນ ແລະ ເຫດຜົນທີ່ສົມເຫດສົມຜົນ ແລະ ປະສົບການອັນຍາວນານໃນການຈັດການກັບເລື່ອງຕ່າງໆ. ຖ້າລັກສະນະເຫຼົ່ານີ້ບໍ່ຜ່ານການລິຮານ ແລະ ການເຮັດໃຫ້ຖືກຕ້ອງ, ພວກມັນກໍຈະເປັນອຸປະສັກຕໍ່ພາລະກິດ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດບໍ່ສາມາດຢັ່ງເຖິງລະດັບທີ່ຖືກຕ້ອງທີ່ສຸດໄດ້, ໂດຍສະເພາະພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ.

ພາລະກິດຂອງມະນຸດຢູ່ພາຍໃນຂອບເຂດ ແລະ ມີຂໍ້ຈຳກັດ. ຄົນໜຶ່ງພຽງແຕ່ສາມາດປະຕິບັດພາລະກິດຂອງໄລຍະໃດໜຶ່ງ ແລະ ບໍ່ສາມາດປະຕິບັດພາລະກິດຂອງຍຸກທັງໝົດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບ. ພາລະກິດຂອງມະນຸດພຽງແຕ່ສາມາດນໍາໃຊ້ໄດ້ກັບເວລາ ຫຼື ໄລຍະໃດໜຶ່ງ. ນີ້ກໍຍ້ອນປະສົບການຂອງມະນຸດມີຂອບເຂດຂອງມັນ. ຄົນໃດໜຶ່ງບໍ່ສາມາດປຽບທຽບພາລະກິດຂອງມະນຸດກັບພາລະກິດຂອງພຣະເຈົ້າໄດ້. ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງແມ່ນລ້ວນແລ້ວແຕ່ໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງສົມບູນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກເຕີ່ມເຕັມດ້ວຍພຣະວິນຍານບໍລິສຸດຢ່າງສົມບູນ. ສິ່ງທີ່ມະນຸດສາມາດຜະເຊີນໄດ້ແມ່ນລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ສາມາດດໍາລົງຢູ່ໃນຄວາມເປັນຈິງຂອງປະສົບການຈິງຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຢູ່ສະເໝີ; ມັນບໍ່ແມ່ນວິທີການມີປະສົບການທີ່ຫັນເຫມາຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ມີຄວາມຫຼາກຫຼາຍຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງນັ້ນກໍຂຶ້ນກັບສະພາວະຂອງບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນອາດຖືກເອີ້ນໄດ້ວ່າ ເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ຜູ້ຄົນຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ ແລະ ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ປະສົບການຂອງພວກເຂົາຈຶ່ງປະປົນຈົນເຖິງລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບການສ່ວນຕົວທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈຂອງພວກເຂົາໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມລັກສະນະຂອງຄວາມຈິງ. ຂອບເຂດຄວາມຈິງທີ່ມະນຸດຜະເຊີນແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ ຕາມສະພາບການຂອງແຕ່ລະຄົນ. ດ້ວຍວິທີນີ້ ຄວາມຮູ້ແຫ່ງຄວາມຈິງອັນດຽວກັນ ເຊິ່ງຖືກສະແດງອອກໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນີ້ໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ຫຼື ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ວ່າເປັນພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່. ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ປະຕິບັດພາລະກິດທີ່ພຣະເຈົ້າຝກາຝັງໃຫ້ແກ່ພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ທີ່ຖືກສ່ອງແສງໂດຍພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ບັນລຸເງື່ອນໄຂທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງເຂົາແມ່ນພາລະກິດຂອງພຣະເຈົ້າ. ມະນຸດມີຫຼັກການໃນການປະຕິບັດພາລະກິດຂອງມະນຸດ ແລະ ມະນຸດທຸກຄົນມີປະສົບການທີ່ແຕກຕ່າງກັນ ແລະ ມີສະພາບການທີ່ແຕກຕ່າງກັນອອກໄປ. ພາລະກິດຂອງມະນຸດປະກອບມີປະສົບການທຸກຢ່າງຂອງເຂົາພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ປະສົບການເຫຼົ່ານີ້ພຽງແຕ່ສາມາດເປັນຕົວແທນໃຫ້ແກ່ການເປັນຢູ່ຂອງມະນຸດ ແລະ ບໍ່ໄດ້ເປັນຕົວແທນໃຫ້ແກ່ການເປັນຢູ່ຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເສັ້ນທາງທີ່ມະນຸດຍ່າງບໍ່ສາມາດເປັນເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ ຍ້ອນພາລະກິດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ ແລະ ພາລະກິດຂອງມະນຸດ ແລະ ປະສົບການຂອງມະນຸດບໍ່ແມ່ນຄວາມປະສົງອັນຄົບຖ້ວນຂອງພຣະວິນຍານບໍລິສຸດ. ພາລະກິດຂອງມະນຸດມີຄວາມສ່ຽງທີ່ຈະຕົກຢູ່ໃນກົດລະບຽບ ແລະ ວິທີການຂອງພາລະກິດຂອງເຂົາກໍຈະຖືກຈຳກັດໃຫ້ຢູ່ໃນຂອບເຂດທີ່ຈຳກັດຢ່າງງ່າຍດາຍ ແລະ ບໍ່ສາມາດນໍາຜູ້ຄົນເຂົ້າສູ່ຫົນທາງແຫ່ງອິດສະຫຼະໄດ້. ຜູ້ຕິດຕາມສ່ວນໃຫຍ່ມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດ ແລະ ວິທີການມີປະສົບການຂອງພວກເຂົາກໍຈະຖືກຈຳກັດໃນຂອບເຂດນັ້ນເຊັ່ນກັນ. ປະສົບການຂອງມະນຸດຖືກຈຳກັດຢູ່ສະເໝີ; ວິທີການຂອງພາລະກິດຂອງພວກເຂົາກໍຖືກຈຳກັດຢູ່ໃນສອງສາມປະເພດເຊັ່ນກັນ ແລະ ບໍ່ສາມາດທຽບກັບພາລະກິດຂອງພຣະວິນຍານບໍລິສຸດໄດ້ ຫຼື ພາລະກິດຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ປະສົບການຂອງມະນຸດແມ່ນມີຂໍ້ຈຳກັດ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງດ້ວຍວິທີໃດກໍຕາມ, ມັນກໍບໍ່ໄດ້ຖືກຜູກມັດໂດຍກົດລະບຽບ; ບໍ່ວ່າ ພາລະກິດນັ້ນຈະສຳເລັດລົງດ້ວຍວິທີໃດກໍຕາມ, ບໍ່ໄດ້ຖືກຈຳກັດດ້ວຍວິທີທາງໃດໜຶ່ງ. ບໍ່ມີກົດລະບຽບໃດໆໃນພາລະກິດຂອງພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງແມ່ນຖືກປ່ອຍ ແລະ ເປັນອິດສະຫຼະ. ບໍ່ວ່າ ມະນຸດຈະໃຊ້ເວລາຫຼາຍພຽງໃດໃນການຕິດຕາມພຣະອົງ, ເຂົາບໍ່ສາມາດກັ່ນຕອງເອົາກົດເກນໃດໜຶ່ງທີ່ປົກຄອງວິທີການປະຕິບັດພາລະກິດຂອງພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງມີຫຼັກການ ມັນກໍຖືກປະຕິບັດໃນວິທີທາງໃໝ່ຢູ່ສະເໝີ ແລະ ມີການພັດທະນາໃໝ່ຢູ່ສະເໝີ ແລະ ມັນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ໃນລະຫວ່າງຊ່ວງເວລາໜຶ່ງ ພຣະເຈົ້າອາດມີພາລະກິດຫຼາຍປະເພດທີ່ແຕກຕ່າງກັນ ແລະ ວິທີການນໍາພາຜູ້ຄົນທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ຜູ້ຄົນມີທາງເຂົ້າ ແລະ ການປ່ຽນແປງໃໝ່ຢູ່ສະເໝີ. ເຈົ້າບໍ່ສາມາດແຍກແຍະພຣະບັນຍັດຂອງພາລະກິດຂອງພຣະເຈົ້າໄດ້ ຍ້ອນພຣະອົງປະຕິບັດພາລະກິດໃນວິທີໃໝ່ຢູ່ສະເໝີ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຕິດຕາມຂອງພຣະເຈົ້າຈະບໍ່ຖືກຜູກມັດໂດຍກົດລະບຽບ. ພາລະກິດຂອງພຣະເຈົ້າເອງຫຼີກລ່ຽງແນວຄິດຂອງຜູ້ຄົນ ແລະ ຕໍ່ຕ້ານພວກມັນຢູ່ສະເໝີ. ມີພຽງຄົນທີ່ຕິດຕາມ ແລະ ສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງຈຶ່ງສາມາດປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ສາມາດມີຊີວິດຢ່າງອິດສະລະໂດຍບໍ່ຢູ່ພາຍໃຕ້ກົດລະບຽບໃດໜຶ່ງ ຫຼື ຖືກຄວບຄຸມໂດຍແນວຄິດທາງສາສະໜາໃດໜຶ່ງ. ພາລະກິດຂອງມະນຸດຮຽກຮ້ອງຈາກຜູ້ຄົນ ໂດຍອີງຕາມປະສົບການຂອງເຂົາເອງ ແລະ ສິ່ງທີ່ເຂົາເອງສາມາດບັນລຸໄດ້. ມາດຕະຖານຂອງເງື່ອນໄຂເຫຼົ່ານີ້ແມ່ນຖືກຈຳກັດຢູ່ພາຍໃນຂອບເຂດໃດໜຶ່ງ ແລະ ວິທີການປະຕິບັດກໍມີຂໍ້ຈຳກັດຫຼາຍເຊັ່ນດຽວກັນ. ສະນັ້ນ ຜູ້ຕິດຕາມຈຶ່ງມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດນີ້ຢ່າງບໍ່ມີສະຕິ; ເມື່ອເວລາຜ່ານໄປ ສິ່ງຕ່າງໆເຫຼົ່ານີ້ກໍກາຍມາເປັນກົດລະບຽບ ແລະ ພິທີກຳ. ຖ້າພາລະກິດຂອງໄລຍະໜຶ່ງຖືກນໍາພາໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າເປັນການສ່ວນຕົວ ແລະ ບໍ່ໄດ້ຮັບການພິພາກສາ, ຜູ້ຕິດຕາມທັງໝົດຂອງເຂົາຈະກາຍເປັນນັກສາສະໜາ ແລະ ຜູ້ຊ່ຽວຊານໃນການຕໍ່ຕ້ານພຣະເຈົ້າ. ດ້ວຍເຫດນັ້ນ ຖ້າຜູ້ໃດຜູ້ໜຶ່ງເປັນຜູ້ນໍາທີ່ມີຄຸນສົມບັດ, ຄົນນັ້ນຕ້ອງຜ່ານການພິພາກສາ ແລະ ຍອມຮັບການຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ໄດ້ຜ່ານການພິພາກສາ, ເຖິງແມ່ນວ່າພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ກໍພຽງແຕ່ສະແດງສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງເທົ່ານັ້ນ. ໃນເວລານັ້ນ ພວກເຂົາຈະນໍາພາຜູ້ຄົນເຂົ້າສູ່ກົດລະບຽບທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ. ພາລະກິດທີ່ພຣະເຈົ້າປະຕິບັດບໍ່ສອດຄ່ອງກັບເນື້ອໜັງຂອງມະນຸດ. ມັນບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແຕ່ຕໍ່ຕ້ານແນວຄິດຂອງມະນຸດ; ມັນບໍ່ໄດ້ປະປົນກັບທາດແທ້ທີ່ບໍ່ແຈ່ມແຈ້ງຂອງສາສະໜາ. ຜົນຂອງພາລະກິດຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຖືກພຣະອົງເຮັດໃຫ້ສົມບູນ; ພວກມັນເປັນສິ່ງທີ່ຢູ່ນອກເໜືອການຢັ່ງຄິດຂອງມະນຸດ.

ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບທາດແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ທາດແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ. ເຈົ້າສາມາດແຍກແຍະພຣະບັນຍັດໃດໜຶ່ງໃນຫົກພັນປີແຫ່ງພາລະກິດຂອງພຣະເຈົ້າບໍ? ມີກົດລະບຽບ ແລະ ຂໍ້ກຳນົດຫຼາຍຢ່າງໃນພາລະກິດທີ່ມະນຸດປະຕິບັດ ແລະ ສະໝອງຂອງມະນຸດກໍດື້ດ້ານເກີນໄປ. ສະນັ້ນ ສິ່ງທີ່ມະນຸດສະແດງອອກແມ່ນຄວາມຮູ້ ແລະ ການເປັນຈິງທີ່ຢູ່ພາຍໃນຂອບເຂດປະສົບການຂອງເຂົາ. ມະນຸດບໍ່ສາມາດສະແດງສິ່ງໃດກໍຕາມນອກຈາກສິ່ງນີ້. ປະສົບການ ຫຼື ຄວາມຮູ້ຂອງມະນຸດບໍ່ໄດ້ເກີດຈາກພອນສະຫວັນມາຕັ້ງແຕ່ເກີດຂອງເຂົາ ຫຼື ສັນຊາດຕະຍານຂອງເຂົາ; ພວກມັນເກີດຂຶ້ນກໍຍ້ອນການນໍາພາຂອງພຣະເຈົ້າ ແລະ ການດູແລໂດຍກົງຂອງພຣະເຈົ້າ. ມະນຸດມີພຽງແຕ່ໜ້າທີ່ຮັບເອົາການດູແລນີ້ ແລະ ບໍ່ມີໜ້າທີ່ສະແດງອອກສິ່ງທີ່ເປັນພຣະເຈົ້າໂດຍກົງ. ມະນຸດບໍ່ສາມາດເປັນແຫຼ່ງກຳເນີດໄດ້; ເຂົາພຽງແຕ່ສາມາດເປັນພາຊະນະທີ່ຮັບນໍ້າຈາກແຫຼ່ງກຳເນີດ; ນີ້ແມ່ນສັນຊາດຕະຍານຂອງມະນຸດ, ເຊິ່ງເປັນໜ້າທີ່ໆຄົນໜຶ່ງຕ້ອງມີໃນຖານະທີ່ເປັນມະນຸດ. ຖ້າບຸກຄົນໜຶ່ງສູນເສຍໜ້າທີ່ໆຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ສູນເສຍສັນຊາດຕະຍານຂອງມະນຸດ, ຄົນນັ້ນກໍສູນເສຍສິ່ງທີ່ລໍ້າຄ່າທີ່ສຸດເຊັ່ນດຽວກັນ, ບຸກຄົນນັ້ນຍັງ ສູນເສຍໜ້າທີ່ຂອງມະນຸດທີ່ຖືກສ້າງ. ຖ້າຄົນໜຶ່ງບໍ່ມີຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ຄົນນັ້ນກໍສູນເສຍໜ້າທີ່ຂອງເຂົາ, ໜ້າທີ່ໆເຂົາຄວນປະຕິບັດໃນຖານະທີ່ເປັນສິ່ງທີ່ຖືກສ້າງ ແລະ ສູນເສຍສັກສີຂອງການເປັນສິ່ງທີ່ຖືກສ້າງ. ມັນເປັນສັນຊາດຕະຍານຂອງພຣະເຈົ້າທີ່ຈະສະແດງໃຫ້ເຫັນວ່າ ຄວາມເປັນພຣະເຈົ້າແມ່ນຫຍັງ, ບໍ່ວ່າຄວາມເປັນພຣະເຈົ້າຈະຖືກສະແດງອອກໃນເນື້ອໜັງ ຫຼື ໂດຍພຣະວິນຍານໂດຍກົງ; ນີ້ແມ່ນພັນທະກິດຂອງພຣະເຈົ້າ. ມະນຸດສະແດງປະສົບການ ຫຼື ຄວາມຮູ້ຂອງເຂົາເອງ (ນັ້ນກໍຄື ສະແດງສິ່ງທີ່ເຂົາເປັນ) ໃນລະຫວ່າງພາລະກິດຂອງພຣະເຈົ້າ ຫຼື ພາຍຫຼັງ; ນີ້ແມ່ນສັນຊາດຕະຍານຂອງມະນຸດ ແລະ ໜ້າທີ່ຂອງມະນຸດ ແລະ ມັນແມ່ນສິ່ງທີ່ມະນຸດຄວນບັນລຸ. ເຖິງແມ່ນການສະແເດງອອກຂອງມະນຸດບໍ່ເປັນໄປຕາມສິ່ງທີ່ພຣະເຈົ້າສະແດງອອກ ແລະ ເຖິງແມ່ນການສະແດງອອກຂອງມະນຸດຖືກຜູກມັດໂດຍກົດລະບຽບຫຼາຍຢ່າງ, ມະນຸດຕ້ອງເຮັດໃຫ້ໜ້າທີ່ ທີ່ເຂົາຄວນເຮັດໃຫ້ສຳເລັດນັ້ນສຳເລັດລົງ ແລະ ປະຕິບັດໃນສິ່ງທີ່ພວກເຂົາຕ້ອງປະຕິບັດ. ມະນຸດຄວນປະຕິບັດທຸກສິ່ງທີ່ມະນຸດສາມາດເຮັດເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ເຂົາບໍ່ຄວນມີການລະເວັ້ນແມ່ນແຕ່ໜ້ອຍດຽວ.

ຫຼັງຈາກການປະຕິບັດພາລະກິດເປັນເວລາຫຼາຍປີ, ມະນຸດຈະສະຫຼຸບປະສົບການໃນຫຼາຍປີທີ່ປະຕິບັດພາລະກິດຂອງເຂົາ ພ້ອມທັງສະຕິປັນຍາ ແລະ ກົດລະບຽບທີ່ເຂົາຮວບໂຮມໄດ້. ຄົນທີ່ປະຕິບັດພາລະກິດເປັນເວລາດົນນານກໍຮູ້ຈັກວິທີການສຳຜັດການເຄື່ອນໄຫວແຫ່ງພາລະກິດຂອງພຣະວິນຍານບໍລິສຸດ; ເຂົາຮູ້ຈັກວິທີການສົນທະນາ ໃນຂະນະທີ່ແບກພາລະ; ແລະ ເຂົາມີສະຕິກ່ຽວກັບສະພາວະປົກກະຕິໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ສະພາວະປົກກະຕິຂອງການເຕີບໃຫຍ່ໃນຊີວິດຂອງຜູ້ຄົນ. ຄົນດັ່ງກ່າວແມ່ນຄົນທີ່ໄດ້ປະຕິບັດພາລະກິດເປັນເວລາຫຼາຍປີ ແລະ ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ໄດ້ປະຕິບັດພາລະກິດເປັນເວລາດົນນານເວົ້າຢ່າງໝັ້ນໃຈ ແລະ ບໍ່ຮີບຮ້ອນ; ເຖິງແມ່ນໃນເວລາທີ່ພວກເຂົາບໍ່ມີຫຍັງເວົ້າ ພວກເຂົາກໍຈະງຽບສະຫງົບ. ຂ້າງໃນ ພວກເຂົາສາມາດສືບຕໍ່ອະທິຖານເພື່ອສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ; ພວກເຂົາມີປະສົບການໃນການປະຕິບັດພາລະກິດ. ຄົນທີ່ໄດ້ປະຕິບັດພາລະກິດເປັນເວລາດົນນານ ຜູ້ເຊິ່ງມີປະສົບການຫຼາຍ ແລະ ໄດ້ຮຽນຮູ້ຫຼາຍບົດຮຽນ ແມ່ນມີຫຼາຍຢ່າງຢູ່ຂ້າງໃນທີ່ເປັນອຸປະສັກຕໍ່ພາລະກິດຂອງພຣະວິນຍານບໍລິສຸດ; ນີ້ແມ່ນຄວາມບົກຜ່ອງຂອງພາລະກິດໄລຍະຍາວຂອງເຂົາ. ຄົນທີ່ຫາກໍເລີ່ມຕົ້ນປະຕິບັດພາລະກິດຍັງບໍ່ຖືກເຈືອປົນໂດຍບົດຮຽນ ຫຼື ປະສົບການຂອງມະນຸດ ແລະ ມຶນງົງໂດຍສະເພາະກ່ຽວກັບວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ເຖິງຢ່າງໃດກໍຕາມ ໃນລະຫວ່າງຊ່ວງເວລາຂອງພາລະກິດ ເຂົາກໍຮຽນຮູ້ເທື່ອລະໜ້ອຍທີ່ຈະຮູ້ສຶກເຖິງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ແລະ ເລີ່ມມີຮັບຮູ້ໃນສິ່ງທີ່ຕ້ອງເຮັດເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ, ສິ່ງທີ່ຕ້ອງເຮັດເພື່ອໂຈມຕີຈຸດສຳຄັນຂອງຄົນອື່ນແທ້ໆ ແລະ ສິ່ງອື່ນໆ ເຊັ່ນ: ຄວາມຮູ້ສາມັນ ເຊິ່ງຄົນທີ່ປະຕິບັດພາລະກິດຄວນມີ. ຕະຫຼອດເວລາ ເຂົາໄດ້ມາຮູ້ຈັກສະຕິປັນຍາດັ່ງກ່າວ ແລະ ຄວາມຮູ້ສາມັນກ່ຽວກັບການປະຕິບັດພາລະກິດຄືກັບຫຼັງມືຂອງພວກເຂົາ ແລະ ເບິ່ງຄືຈະນໍາໃຊ້ມັນຢ່າງງ່າຍດາຍເມື່ອກຳລັງປະຕິບັດພາລະກິດ. ເຖິງຢ່າງໃດກໍຕາມ ເມື່ອພຣະວິນຍານບໍລິສຸດປ່ຽນແປງວິທີທີ່ພຣະອົງປະຕິບັດພາລະກິດ, ເຂົາກໍຍັງຍຶດຕິດກັບຄວາມຮູ້ເດີມຂອງເຂົາກ່ຽວກັບພາລະກິດ ແລະ ກົດລະບຽບເດີມກ່ຽວກັບພາລະກິດ ແລະ ຮູ້ຈັກພຽງໜ້ອຍດຽວກ່ຽວກັບການເຄື່ອນໄຫວໃໝ່ຂອງພາລະກິດ. ຫຼາຍປີໃນໃນການປະຕິບັດພາລະກິດ ແລະ ການເຕັມໄປດ້ວຍການສະຖິດ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ເຮັດໃຫ້ເຂົາໄດ້ຮັບບົດຮຽນຫຼາຍຂຶ້ກ່ຽວກັບພາລະກິດ ແລະ ຍິ່ງມີປະສົບການຫຼາຍຂຶ້ນ. ສິ່ງດັ່ງກ່າວໄດ້ເຕີ່ມເຕັມເຂົາດ້ວຍຄວາມໝັ້ນໃຈໃນຕົວເອງເຊິ່ງບໍ່ແມ່ນຄວາມພາກພູມໃຈເລີຍ. ເວົ້າອີກຢ່າງໜຶ່ງກໍຄື ເຂົາຂ້ອນຂ້າງພໍໃຈກັບພາລະກິດຂອງເຂົາເອງ ແລະ ພໍໃຈກັບຄວາມຮູ້ສາມັນທີ່ເຂົາໄດ້ຮັບ ເຊິ່ງກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ໂດຍສະເພາະແລ້ວ ການໄດ້ຮັບ ຫຼື ການຮັບຮູ້ສິ່ງເຫຼົ່ານີ້ທີ່ຄົນມີບໍ່ໄດ້ເຮັດໃຫ້ພວກເຂົາຍິ່ງມີຄວາມໝັ້ນໃຈໃນຕົນເອງຫຼາຍຂຶ້ນ; ມັນເບິ່ງຄືກັບວ່າ ພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ພາຍໃນຕົວເຂົາບໍ່ສາມາດເຮັດໃຫ້ມອດດັບໄດ້, ໃນຂະນະທີ່ຄົນອື່ນບໍ່ມີຄຸນສົມບັດທີ່ຈະໄດ້ຮັບການປະຕິບັດທີ່ພິເສດນີ້. ມີພຽງຄົນປະເພດແບບເຂົາ ຜູ້ທີ່ໄດ້ປະຕິບັດພາລະກິດເປັນເວລາຫຼາຍປີ ແລະ ມີຄຸນຄ່ານໍາໃຊ້ທີ່ສຳຄັນ ຈຶ່ງມີຄຸນສົມບັດໃນການຮັບສິ່ງນັ້ນ. ສິ່ງເຫຼົ່ານີ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ສຳລັບພວກເຂົາໃນການຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ເຖິງແມ່ນເຂົາສາມາດຍອມຮັບພາລະກິດໃໝ່, ເຂົາກໍບໍ່ສາມາດເຮັດໄດ້ພຽງຂ້າມຄືນ. ເຂົາຕ້ອງຜ່ານສະຖານການສະຫຼັບຊັບຊ້ອນກ່ອນທີ່ຈະຍອມຮັບມັນໄດ້ຢ່າງແນ່ນອນ. ສະຖານະການນີ້ພຽງແຕ່ສາມາດຖືກປີ້ນກັບເທື່ອລະໜ້ອຍ, ຫຼັງຈາກທີ່ແນວຄວາມຄິດເກົ່າຂອງເຂົາຖືກຈັດການ ແລະ ອຸປະນິໄສເກົ່າຂອງເຂົາຖືກພິພາກສາ. ຫາກປາສະຈາກການຜ່ານຂັ້ນຕອນເຫຼົ່ານີ້ ພວກເຂົາຈະບໍ່ປ່ອຍໄປ ແລະ ຍອມຮັບຄຳສັ່ງສອນໃໝ່ ແລະ ພາລະກິດທີ່ບໍ່ສອດຄ່ອງກັບແນວຄິດເດີມຂອງເຂົາຢ່າງງ່າຍດາຍ. ນີ້ຄືສິ່ງທີ່ຍາກສຸດກ່ຽວກັບການຈັດການມະນຸດ ແລະ ມັນບໍ່ງ່າຍທີ່ຈະປ່ຽນແປງ. ໃນຖານະທີ່ເປັນຄົນປະຕິບັດພາລະກິດ ຖ້າເຂົາສາມາດບັນລຸຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດທັນທີ ແລະ ສະຫຼຸບການເຄື່ອນໄຫວຂອງພາລະກິດນັ້ນ ແລະ ຖ້າເຂົາສາມາດທີ່ຈະບໍ່ຖືກຈຳກັດໂດຍປະສົບການ ໃນພາລະກິດຂອງເຂົາ ແລະ ຍອມຮັບພາລະກິດໃໝ່ຕາມຄວາມຈິງແຫ່ງພາລະກິດເກົ່າ, ແລ້ວເຂົາແມ່ນຄົນທີ່ມີສະຕິປັນຍາ ແລະ ຄົນປະຕິບັດພາລະກິດທີ່ມີຄຸນສົມບັດ. ຜູ້ຄົນເປັນແບບນີ້ຢູ່ເລື້ອຍໆ: ພວກເຂົາປະຕິບັດພາລະກິດເປັນເວລາຫຼາຍປີໂດຍບໍ່ສາມາດສະຫຼຸບປະສົບການໃນພາລະກິດຂອງພວກເຂົາ ຫຼື ຫຼັງຈາກທີ່ໄດ້ສະຫຼຸບປະສົບການ ແລະ ສະຕິປັນຍາຂອງພວກເຂົາທີ່ກ່ຽວຂ້ອງກັບພາລະກິດ, ພວກເຂົາກໍຖືກຂັດຂວາງບໍ່ໃຫ້ຍອມຮັບພາລະກິດໃໝ່ ແລະ ບໍ່ສາມາດເຂົ້າໃຈຢ່າງເໝາະສົມ ຫຼື ປະຕິບັດຕໍ່ພາລະກິດທີ່ເກົ່າ ແລະ ໃໝ່ຢ່າງຖືກຕ້ອງ. ຜູ້ຄົນເປັນສິ່ງທີ່ຈັດການຍາກແທ້ໆ! ພວກເຈົ້າສ່ວນໃຫຍ່ເປັນແບບນີ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີກໍພົບວ່າ ມັນຍາກທີ່ຈະຍອມຮັບພາລະກິດໃໝ່ ແລະ ພວກເຂົາເຕັມໄປດ້ວຍແນວຄິດຢູ່ທີ່ພວກເຂົາບໍ່ສາມາດໂຍນຖິ້ມຢູ່ສະເໝີ, ໃນຂະນະທີ່ມະນຸດທີ່ຫາກໍເລີ່ມຕົ້ນປະຕິບັດພາລະກິດພັດຂາດຄວາມຮູ້ສາມັນກ່ຽວກັບພາລະກິດ ແລະ ບໍ່ຮູ້ແມ່ນແຕ່ວິທີຈັດການກັບບັນຫາບາງຢ່າງທີ່ເລັກນ້ອຍທີ່ສຸດ. ພວກເຈົ້າເປັນຄົນທີ່ຫຍຸ້ງຍາກແທ້ໆ! ຄົນທີ່ມີຄວາມເປັນອາວຸໂສບາງຢ່າງກໍພາກພູມໃຈຫຼາຍ ແລະ ທະນົງຕົວວ່າຈົນພວກເຂົາລືມວ່າ ພວກເຂົາມາຈາກໃສ. ພວກເຂົາດູຖູກຄົນໜຸ່ມກວ່າຢູ່ສະເໝີ ແຕ່ພວກເຂົາບໍ່ສາມາດຍອມຮັບພາລະກິດໃໝ່ ແລະ ປະຖິ້ມແນວຄິດທີ່ພວກເຂົາໄດ້ສະສົມ ແລະ ຮັກສາເປັນເວລາຫຼາຍປີ. ເຖິງແມ່ນຄົນໜຸ່ມນ້ອຍທີ່ໂງ່ຈ້າເຫຼົ່ານັ້ນຈະສາມາດຍອມຮັບພາລະກິດໃໝ່ທີ່ເລັກນ້ອຍຂອງພຣະວິນຍານບໍລິສຸດ ແລະ ຂ້ອນຂ້າງຈະກະຕືລືລົ້ນ, ພວກເຂົາກໍສັບສົນຢູ່ສະເໝີ ແລະ ບໍ່ຮູ້ວ່າຈະເຮັດແນວໃດເມື່ອບັນຫາເກີດຂຶ້ນ. ພວກເຂົາກະຕືລືລົ້ນ ແຈາໂງ່ຈ້າ. ພວກເຂົາພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດນໍາໃຊ້ມັນໃນຊີວິດຂອງພວກເຂົາ; ມັນເປັນພຽງທິດສະດີທີ່ບໍ່ມີປະໂຫຍດເລີຍ. ມີຫຼາຍຄົນທີ່ຄ້າຍຄືກັນກັບພວກເຈົ້າ; ມີຈັກຄົນທີ່ເໝາະສົມແກ່ການນໍາໃຊ້? ມີຈັກຄົນທີ່ສາມາດເຊື່ອຟັງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ຈັດການໃຫ້ສອດຄອ່ງກັບຄວາມປະສົງຂອງພຣະເຈົ້າ? ມັນເບິ່ງຄືກັບວ່າ ພວກເຈົ້າເຫຼົ່ານັ້ນທີ່ເຄີຍເປັນຜູ້ຕິດຕາມຈົນຮອດປັດຈຸບັນໄດ້ເຊື່ອຟັງຫຼາຍ, ແຕ່ໃນຄວາມຈິງ ພວກເຈົ້າບໍ່ເຄີຍປະຖິ້ມແນວຄິດຂອງພວກເຈົ້າເລີຍ, ພວກເຈົ້າຍັງສະແຫວງຫາໃນພຣະຄຳພີ, ເຊື່ອໃນຄວາມບໍ່ແຈ່ມແຈ້ງ ຫຼື ຫຼົງທາງໃນແນວຄິດ. ບໍ່ມີໃຜທີ່ສືບສວນພາລະກິດທີ່ແທ້ຈິງໃນປັດຈຸບັນຢ່າງລະມັດລະວັງ ຫຼື ລົງເລິກກັບພາລະກິດນັ້ນ. ພວກເຈົ້າກຳລັງຍອມຮັບວິທີທາງແຫ່ງປັດຈຸບັນດ້ວຍແນວຄິດເດີມຂອງພວກເຈົ້າ. ພວກເຈົ້າຈະສາມາດຮັບຫຍັງຈາກຄວາມເຊື່ອດັ່ງກ່າວ? ມັນສາມາດເວົ້າໄດ້ວ່າ ມີແນວຄິດຫຼາຍຢ່າງທີ່ເຊື່ອງຊ້ອນໃນຕົວພວກເຈົ້າທີ່ບໍ່ຖືກເປີດເຜີຍເທື່ອ ແລະ ພວກເຈົ້າພຽງແຕ່ພະຍາຍາມຢ່າງສຸດຂີດເພື່ອປິດບັງແນວຄິດເຫຼົ່ານັ້ນ, ບໍ່ເປີດເຜີຍພວກມັນຢ່າງງ່າຍດາຍ. ພວກເຈົ້າບໍ່ຍອມຮັບພາລະກິດໃໝ່ຢ່າງຈິງໃຈ ແລະ ພວກເຈົ້າບໍ່ວາງແຜນທີ່ຈະປະຖິ້ມແນວຄິດເດີມຂອງພວກເຈົ້າ; ພວກເຈົ້າມີປັດຊະຍາສຳລັບການດຳລົງຊີວິດຫຼາຍເກີນໄປ ແລະ ພວກມັນກໍມີຢູ່ຢ່າງຫຼວງຫຼາຍ. ພວກເຈົ້າບໍ່ປະຖິ້ມແນວຄິດເດີມຂອງພວກເຈົ້າ ແລະ ພວກເຈົ້າຈັດການກັບພາລະກິດໃໝ່ຢ່າງບໍ່ເຕັມໃຈ. ຫົວໃຈຂອງພວກເຈົ້າຊົ່ວຮ້າຍແທ້ໆ ແລະ ພວກເຈົ້າພຽງແຕ່ບໍ່ນໍາບາດກ້າວແຫ່ງພາລະກິດໃໝ່ເຂົ້າສູ່ຫົວໃຈເລີຍ. ຄົນທີ່ບໍ່ເອົາຖ່ານແບບພວກເຈົ້າຈະສາມາດປະຕິບັດພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດໄດ້ບໍ? ພວກເຈົ້າຈະສາມາດຮັບພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດໄປທົ່ວທັງຈັກກະວານໄດ້ບໍ? ການປະຕິບັດເຫຼົ່ານີ້ຂອງພວກເຈົ້າກຳລັງຢຸດພວກເຈົ້າບໍ່ໃຫ້ປ່ຽນແປງອຸປະນິໄສຂອງພວກເຈົ້າ ແລະ ບໍ່ໃຫ້ຮູ້ຈັກພຣະເຈົ້າ. ຖ້າພວກເຈົ້າຍັງສືບຕໍ່ເປັນແບບນີ້ ພວກເຈົ້າກໍຈະຖືກກຳຈັດຢ່າງແນ່ນອນ.

ພວກເຈົ້າຕ້ອງຮູ້ຈັກຈຳແນກພາລະກິດຂອງພຣະເຈົ້າຈາກພາລະກິດຂອງມະນຸດ. ເຈົ້າສາມາດເຫັນຫຍັງໃນພາລະກິດຂອງມະນຸດ? ມີອົງປະກອບຫຼາຍຢ່າງກ່ຽວກັບປະສົບການຂອງມະນຸດໃນພາລະກິດຂອງເຂົາ; ສິ່ງທີ່ມະນຸດສະແດງອອກກໍຄືສິ່ງທີ່ເຂົາເປັນ. ພາລະກິດຂອງພຣະເຈົ້າເອງກໍສະແດງອອກເຖິງສິ່ງທີ່ພຣະອົງເປັນ ແຕ່ສິ່ງທີ່ພຣະອົງເປັນແມ່ນແຕກຕ່າງຈາກສິ່ງທີ່ມະນຸດເປັນ. ສິ່ງທີ່ມະນຸດເປັນແມ່ນຕົວແທນຂອງປະສົບການ ແລະ ຊີວິດຂອງມະນຸດ (ສິ່ງທີ່ມະນຸດຜະເຊີນ ຫຼື ພົບພໍ້ໃນຊີວິດຂອງເຂົາ ຫຼື ປັດຊະຍາສຳລັບການດຳລົງຊີວິດທີ່ເຂົາມີ) ແລະ ຄົນທີ່ມີຊີວິດໃນສະພາບແວດລ້ອມທີ່ແຕກຕ່າງກັນກໍສະແດງເຖິງການເປັນຢູ່ທີ່ແຕກຕ່າງກັນ. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ່ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດໃນຄອບຄົວຂອງເຈົ້າ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ໃນຂະນະທີ່ເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດວ່າ ພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ່. ພຣະອົງຮັບຮູ້ເຖິງແກ່ນແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ແມ່ນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້. ຈາກພາລະກິດຂອງພຣະອົງ ມະນຸດບໍ່ສາມາດບອກໄດ້ວ່າ ພຣະອົງເປັນຄົນປະເພດໃດ. ມະນຸດຍັງບໍ່ສາມາດຈັດແບ່ງພຣະອົງໃຫ້ເປັນຄົນປະເພດທີ່ຖືກສ້າງບົນພື້ນຖານແຫ່ງພາລະກິດຂອງພຣະອົງ. ສິ່ງທີ່ພຣະອົງເປັນຍັງເຮັດໃຫ້ພຣະອົງບໍ່ສາມາດຖືກຈັດແບ່ງໃຫ້ເປັນຄົນປະເພດທີ່ຖືກສ້າງ. ມະນຸດພຽງແຕ່ສາມາດພິຈາລະນາໃຫ້ພຣະອົງເປັນສິ່ງທີ່ບໍ່ແມ່ນມະນຸດ, ແຕ່ບໍ່ຮູ້ຈັກຈັດແບ່ງພຣະອົງຢູ່ໃນປະເພດໃດ, ສະນັ້ນ ມະນຸດຈຶ່ງຖືກບັງຄັບໃຫ້ຈັດພຣະອົງຢູ່ໃນປະເພດຂອງພຣະເຈົ້າ. ມັນບໍ່ສົມເຫດສົມຜົນສຳລັບມະນຸດທີ່ຈະເຮັດແບບນີ້, ຍ້ອນພຣະເຈົ້າໄດ້ສຳເລັດພາລະກິດຫຼາຍຢ່າງທ່າມກາງຜູ້ຄົນ ເຊິ່ງມະນຸດບໍ່ສາມາດເຮັດໄດ້.

ພາລະກິດທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນຕົວແທນໃຫ້ແກ່ປະສົບການຂອງເນື້ອໜັງຂອງພຣະອົງ; ພາລະກິດທີ່ມະນຸດປະຕິບັດເປັນຕົວແທນໃຫ້ແກ່ປະສົບການຂອງມະນຸດ. ທຸກຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ. ພຣະເຈົ້າສາມາດສະແດງຄວາມຈິງໂດຍກົງ, ໃນຂະນະທີ່ມະນຸດພຽງແຕ່ສາມາດສະແດງປະສົບການທີ່ສອດຄ່ອງກັບການຜະເຊີນກັບຄວາມຈິງຂອງເຂົາ. ພາລະກິດຂອງພຣະເຈົ້າບໍ່ມີກົດລະບຽບ ແລະ ບໍ່ຢູ່ພາຍໃຕ້ເວລາ ຫຼື ຂໍ້ຈຳກັດທາງພູມສາດ. ພຣະອົງສາມາດສະແດງສິ່ງທີ່ພຣະອົງເປັນໃນເວລາໃດກໍໄດ້, ຢູ່ໃສກໍໄດ້. ພຣະອົງປະຕິບັດພາລະກິດດັ່ງທີ່ພຣະອົງພໍໃຈ. ພາລະກິດຂອງະນຸດມີເງື່ອນໄຂ ແລະ ບໍລິບົດ; ຫາກປາສະຈາກສິ່ງເຫຼົ່ານັ້ນ ເຂົາກໍບໍ່ສາມາດປະຕິບັດພາລະກິດ ແລະ ບໍ່ສາມາດສະແດງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າໄດ້ ຫຼື ປະສົບການຂອງເຂົາທີ່ກ່ຽວກັບຄວາມຈິງ. ເພື່ອທີ່ຈະບອກວ່າສິ່ງໃດສິ່ງໜຶ່ງແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງມະນຸດ, ເຈົ້າພຽງແຕ່ຕ້ອງປຽບທຽບຄວາມແຕກຕ່າງລະຫວ່າງພາລະກິດເຫຼົ່ານັ້ນ. ຖ້າບໍ່ມີພາລະກິດທີ່ເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ມີພຽງແຕ່ພາລະກິດຂອງມະນຸດ, ເຈົ້າຈະຮູ້ຈັກຢ່າງງ່າຍດາຍວ່າ ການສັ່ງສອນຂອງມະນຸດນັ້ນສູງສົ່ງ, ນອກເໜືອຄວາມສາມາດຂອງຄົນໃດຄົນໜຶ່ງ; ນໍ້າສຽງໃນການເວົ້າຂອງພວກເຂົາ, ຫຼັກການຂອງພວກເຂົາໃນການເວົ້າ ແລະ ວິທີການປະຕິບັດພາລະກິດທີ່ມີປະສົບການ ແລະ ໝັ້ນຄົງຂອງພວກເຂົາແມ່ນຢູ່ນອກເໜືອການຢັ່ງເຖິງຂອງຄົນອື່ນ. ພວກເຈົ້າທຸກຄົນຍົກຍ້ອງຄົນເຫຼົ່ານີ້ທີ່ມີຄວາມສາມາດດີ ແລະ ຄວາມຮູ້ອັນສົ່ງສົ່ງ, ແຕ່ເຈົ້າບໍ່ສາມາດເຫັນຈາກພາລະກິດ ແລະ ພຣະທຳຂອງພຣະເຈົ້າວ່າ ຄວາມເປັນມະນຸດຂອງພຣະອົງສູງສົ່ງພຽງໃດ. ກົງກັນຂ້າມ ພຣະອົງທຳມະດາ ແລະ ເມື່ອປະຕິບັດພາລະກິດ ພຣະອົງກໍທຳມະດາ ແລະ ເປັນຈິງ ແຕ່ບໍ່ສາມາດວັດແທກໄດ້ໂດຍມະນຸດ, ເຊິ່ງດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນຮູ້ສຶກເຄົາລົບນັບຖືພຣະອົງ. ບາງເທື່ອ ປະສົບການຂອງບຸກຄົນໃດໜຶ່ງໃນພາລະກິດຂອງເຂົາກໍກ້າວໜ້າຢ່າງຍິ່ງ ຫຼື ຈິນຕະນາການ ແລະ ການໃຫ້ເຫດຜົນຂອງເຂົາກໍກ້າວໜ້າຢ່າງຍິ່ງ, ແລະ ຄວາມເປັນມະນຸດຂອງເຂົາກໍດີເປັນພິເສດ; ລັກສະນະດັ່ງກ່າວພຽງແຕ່ສາມາດໄດ້ຮັບການເຄົາລົບຂອງຜູ້ຄົນ ແຕ່ບໍ່ສາມາດປຸກຄວາມເຄົາລົບຢຳເກງ ແລະ ຄວາມຢ້ານກົວຂອງພວກເຂົາໄດ້. ທຸກຄົນເຄົາລົບຄົນທີ່ສາມາດປະຕິບັດພາລະກິດໄດ້ເປັນຢ່າງດີ, ຄົນທີ່ມີປະສົບການຢ່າງເລິກເຊິ່ງເປັນພິເສດ ແລະ ຄົນທີ່ສາມາດປະຕິບັດຄວາມຈິງ ແຕ່ຜູ້ຄົນດັ່ງກ່າວບໍ່ສາມາດດຶງດູດຄວາມເຄົາລົບຢຳເກງໄດ້ຈັກເທື່ອ, ມີພຽງຄວາມເຄົາລົບ ແລະ ຄວາມອິດສາ. ແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າບໍ່ເຄົາລົບພຣະເຈົ້າ, ກົງກັນຂ້າມ ພວກເຂົາຮູ້ສຶກວ່າ ພາລະກິດຂອງພຣະອົງຢູ່ນອກເໜືອການຢັ່ງເຖິງຂອງມະນຸດ ແລະ ບໍ່ສາມາດຢັ່ງເຖິງໄດ້ໂດຍມະນຸດຄົນໃດ, ມັນເປັນພາລະກິດທີ່ສົດໃໝ່ ແລະ ອັດສະຈັນ. ເມື່ອຜູ້ຄົນຜະເຊີນກັບພາລະກິດຂອງພຣະເຈົ້າ, ຄວາມຮູ້ທຳອິດທີ່ພວກເຂົາມີກ່ຽວກັບພຣະອົງແມ່ນພຣະອົງບໍ່ສາມາດຢັ່ງເຖິງໄດ້, ມີສະຕິປັນຍາ ແລະ ອັດສະຈັນ ແລະ ພວກເຂົາກໍເຄົາລົບພຣະອົງຢ່າງບໍ່ມີສະຕິ ແລະ ຮູ້ສຶກເຖິງຄວາມເລິກລັບຂອງພາລະກິດທີ່ພຣະອົງປະຕິບັດ, ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງຈິດໃຈຂອງມະນຸດ. ຜູ້ຄົນພຽງແຕ່ຢາກສາມາດບັນລຸຕາມເງື່ອນໄຂຂອງພຣະອົງ, ເພື່ອເຮັດໃຫ້ເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະອົງ; ພວກເຂົາບໍ່ປາຖະໜາທີ່ຈະເປັນໃຫຍ່ກວ່າພຣະອົງ, ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນຢູ່ເໜືອຄວາມຄິດ ແລະ ຈິນຕະນາການຂອງມະນຸດຢູ່ແລ້ວ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ແມ່ນແຕ່ມະນຸດເອງຍັງບໍ່ຮູ້ຈັກເຖິງຄວາມຂາດຕົກບົກຜ່ອງຂອງເຂົາເອງເລີຍ, ແຕ່ພຣະເຈົ້າໄດ້ເປີດເສັ້ນທາງໃໝ່ ແລະ ມາເພື່ອນໍາມະນຸດເຂົ້າສູ່ໂລກທີ່ໃໝ່ ແລະ ສວຍງາມກວ່າເກົ່າ ແລະ ເພື່ອມະນຸດຊາດຈະມີຄວາມກ້າວໜ້າ ແລະ ມີການເລີ່ມຕົ້ນໃໝ່. ສິ່ງທີ່ມະນຸດຮູ້ສຶກກ່ຽວກັບພຣະອົງບໍ່ແມ່ນການເຄົາລົບ ຫຼື ກົງກັນຂ້າມ ບໍ່ແມ່ນພຽງການເຄົາລົບ. ປະສົບການທີ່ເລິກເຊິ່ງທີ່ສຸດຂອງພວກເຂົາແມ່ນຄວາມເຄົາລົບຢຳເກງ ແລະ ຄວາມຮັກ; ຄວາມຮູ້ສຶກຂອງພວກເຂົາກໍຄືພຣະເຈົ້ານັ້ນອັດສະຈັນຢ່າງແທ້ຈິງ. ພຣະອົງປະຕິບັດພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້, ກ່າວໃນສິ່ງທີ່ມະນຸດບໍ່ສາມາດກ່າວໄດ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຜະເຊີນກັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ຢູ່ຕະຫຼອດເວລາ. ຄົນທີ່ມີປະສົບການຢ່າງເລິກເຊິ່ງກໍສາມາດເຂົ້າໃຈຄວາມຮັກຂອງພຣະເຈົ້າ; ພວກເຂົາສາມາດຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະອົງ, ຮູ້ສຶກວ່າພາລະກິດຂອງພຣະອົງມີສະຕິປັນຍາຫຼາຍ, ອັດສະຈັນຫຼາຍ ແລະ ດ້ວຍວິທີນີ້ຈຶ່ງກໍ່ໃຫ້ເກີດລິດອຳນາດທີ່ບໍ່ມີສິ້ນສຸດທ່າມກາງພວກເຂົາ. ມັນບໍ່ແມ່ນຄວາມຢ້ານກົວ ຫຼື ຄວາມຮັກບາງຄັ້ງບາງຄາວ ແລະ ຄວາມນັບຖື, ແຕ່ເປັນຄວາມຮູ້ສຶກເລິກເຊິ່ງເຖິງຄວາມເຫັນອົກເຫັນໃຈຂອງພຣະເຈົ້າທີ່ມີສຳລັບມະນຸດ ແລະ ຄວາມອົດທົນຕໍ່ເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ໄດ້ຜະເຊີນກັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງກໍຮູ້ສຶກເຖິງສະຫງ່າງາມຂອງພຣະອົງ ແລະ ພຣະອົງບໍ່ສາມາດທົນຕໍ່ການເຮັດຜິດໄດ້. ແມ່ນແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຫຼາຍຢ່າງກໍຍັງບໍ່ສາມາດຢັ່ງເຖິງພຣະອົງໄດ້; ທຸກຄົນທີ່ເຄົາລົບພຣະອົງຢ່າງແທ້ຈິງກໍຮູ້ຈັກວ່າ ພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແຕ່ຂັດກັບແນວຄິດຂອງພວກເຂົາຕະຫຼອດເວລາ. ພຣະອົງບໍ່ຕ້ອງການຄົນໃຫ້ເຄົາລົບເຂົາໂດຍສິ້ນເຊີງ ຫຼື ສະແດງໃຫ້ເຫັນເຖິງການປາກົດຕົວຂອງການຍອມຢູ່ພາຍໃຕ້ພຣະອົງ; ກົງກັນຂ້າມ ພວກເຂົາຄວນບັນລຸຄວາມເຄົາລົບຢ່າງແທ້ຈິງ ແລະ ການຍອມຢ່າງແທ້ຈິງ. ໃນພາລະກິດທີ່ຫຼວງຫຼາຍຂອງພຣະອົງ ຄົນໃດທີ່ມີປະສົບການທີ່ແທ້ຈິງຮູ້ສຶກເຄົາລົບສຳລັບພຣະອົງ, ເຊິ່ງຢູ່ສູງກວ່າການຍົກຍ້ອງ. ຄົນທີ່ໄດ້ເຫັນອຸປະນິໄສຂອງພຣະອົງຍ້ອນພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນ ພວກເຂົາກໍເຄົາລົບພຣະອົງໃນຫົວໃຈຂອງພວກເຂົາ. ພຣະເຈົ້າສົມຄວນແກ່ການເຄົາລົບ ແລະ ເຊື່ອຟັງ, ຍ້ອນການເປັນຢູ່ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງບໍ່ຄືກັບສິ່ງທີ່ຖືກສ້າງ ແລະ ຢູ່ເໜືອສິ່ງທີ່ຖືກສ້າງ. ພຣະເຈົ້າເປັນຢູ່ເອງ ແລະ ຢູ່ຊົ່ວນິດນິລັນດອນ, ພຣະອົງບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ມີແຕ່ພຣະອົງທີ່ສົມຄວນແກ່ການເຄົາລົບ ແລະ ຄວາມເຊື່ອຟັງ; ມະນຸດບໍ່ມີຄຸນສົມບັດສຳລັບສິ່ງນີ້. ສະນັ້ນ ທຸກຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງກໍຮູ້ສຶກເຄົາລົບຕໍ່ພຣະອົງ. ເຖິງຢ່າງໃດກໍຕາມ ຄົນທີ່ບໍ່ປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງ, ນັ້ນກໍຄື ຄົນທີ່ບໍ່ນັບຖືພຣະອົງເປັນພຣະເຈົ້າເລີຍນັ້ນ ແມ່ນບໍ່ມີຄວາມເຄົາລົບໃດເລີຍຕໍ່ພຣະອົງ ແລະ ເຖິງແມ່ນວ່າ ພວກເຂົາຕິດຕາມພຣະອົງ ພວກເຂົາບໍ່ໄດ້ຖືກເອົາຊະນະ; ພວກເຂົາເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ສິ່ງທີ່ພຣະອົງໝາຍເຖິງໃນການບັນລຸໂດຍປະຕິບັດພາລະກິດແບບນັ້ນກໍແມ່ນເພື່ອສິ່ງທີ່ຖືກສ້າງທັງໝົດມີຫົວໃຈແຫ່ງການເຄົາລົບພຣະຜູ້ສ້າງ, ນະມັດສະການພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງໂດຍບໍ່ມີເງື່ອນໄຂ. ນີ້ຄືຜົນສຸດທ້າຍທີ່ທຸກພາລະກິດຂອງພຣະອົງມຸ່ງໝາຍທີ່ຈະເຮັດໃຫ້ສຳເລັດ. ຖ້າຄົນທີ່ໄດ້ຜະເຊີນພາລະກິດດັ່ງກ່າວບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ຖ້າການບໍ່ເຊື່ອຟັງຂອງພວກເຂົາໃນອະດີດບໍ່ປ່ຽນແປງເລີຍ, ແລ້ວພວກເຂົາກໍຈະຖືກກຳຈັດຢ່າງແນ່ນອນ. ຖ້າທ່າທີ່ຂອງຄົນໃດໜຶ່ງທີ່ມີຕໍ່ພຣະເຈົ້າເປັນພຽງການຍົກຍ້ອງພຣະອົງ ຫຼື ສະແດງຄວາມນັບຖືຢູ່ໄກໆ ແລະ ບໍ່ໄດ້ຮັກແມ່ນແຕ່ໜ້ອຍດຽວ, ແລ້ວນີ້ກໍຄືຜົນທີ່ຄົນປາສະຈາກຫົວໃຈແຫ່ງຄວາມຮັກສຳລັບພຣະເຈົ້າໄດ້ມາເຖິງ ແລະ ຄົນນັ້ນກໍຂາດສະພາບທີ່ຈະຖືກເຮັດໃຫ້ສົມບູນ. ຖ້າພາລະກິດຢ່າງຫຼວງຫຼາຍບໍ່ສາມາດໄດ້ຮັບຄວາມຮັກທີ່ແທ້ຈິງຈາກບຸກຄົນໃດໜຶ່ງ, ແລ້ວບຸກຄົນນັ້ນບໍ່ໄດ້ຮັບພຣະເຈົ້າ ແລະ ບໍ່ສະແຫວງຫາຄວາມຈິງຢ່າງແທ້ຈິງ. ຄົນທີ່ບໍ່ຮັກພຣະເຈົ້າກໍບໍ່ຮັກຄວາມຈິງ ແລະ ດ້ວຍເຫດນັ້ນ ກໍບໍ່ສາມາດຮັບພຣະເຈົ້າໄດ້ ແຮງໄກທີ່ຈະຮັບເອົາການຍິນຍອມຈາກພຣະເຈົ້າ. ຄົນດັ່ງກ່າວ ບໍ່ວ່າພວກເຂົາຈະຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດແນວໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຜະເຊີນກັບການພິພາກສາແນວໃດ ກໍຕາມ ແມ່ນບໍ່ສາມາດເຄົາລົບພຣະເຈົ້າໄດ້. ນີ້ແມ່ນຄົນທີ່ມີທຳມະຊາດທີ່ບໍ່ສາມາດປ່ຽນແປງໄດ້, ເຊິ່ງເປັນຄົນທີ່ມີອຸປະນິໄສທີ່ຊົ່ວຮ້າຍທີ່ສຸດ. ທຸກຄົນທີ່ບໍ່ເຄົາລົບພຣະເຈົ້າຕ້ອງຖືກກຳຈັດ, ເປັນຈຸດມຸ່ງໝາຍຂອງການລົງໂທດ ແລະ ຈະຖືກລົງໂທດຄືກັບຄົນທີ່ເຮັດສິ່ງຊົ່ວຮ້າຍ, ຍິ່ງທົນທຸກຫຼາຍກວ່າຄົນທີ່ໄດ້ເຮັດສິ່ງທີ່ບໍ່ຊອບທຳ.

ກ່ອນນີ້: ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ຕໍ່ໄປ: ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້