ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການຈັດການຫຍັງເລີຍ, ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອເຫັນແກ່ການເຂົ້າສູ່ສະຫວັນ ແລະ ເພື່ອຮັບເອົາລາງວັນ. ມັນບໍ່ແມ່ນເພື່ອຖືກເຮັດໃຫ້ສົມບູນ ຫຼື ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄັ້ງທີ່ຜູ້ຄົນເຊື່ອໃນພຣະເຈົ້າເພື່ອມີຊີວິດຢ່າງມີຄວາມໝາຍ ຫຼື ມີໜ້ອຍຄັ້ງທີ່ຈະມີຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່ ເຂົາຈຶ່ງສົມຄວນຮັກພຣະເຈົ້າ ເພາະມັນຄືກົດເກນແຫ່ງສະຫວັນ ແລະ ຫຼັກການເທິງແຜ່ນດິນໂລກທີ່ຕ້ອງເຮັດແບບນັ້ນ ແລະ ມັນຄືວິຊາຊີບຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝ້າຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ການສະແຫວງຫາຂອງຄົນເຫຼົ່ານີ້ສ່ວນໃຫຍ່ແລ້ວແມ່ນເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ ຈຳນວນຄົນທີ່ບັນລຸຄວາມສຳເລັດແມ່ນມີໜ້ອຍຫຼາຍ. ຈົນເຖິງປັດຈຸບັນ, ສາເຫດທີ່ວ່າເປັນຫຍັງຜູ້ຄົນຈຶ່ງລົ້ມເຫຼວ ຫຼື ຄວາມລັບກ່ຽວກັບຄວາມສຳເລັດຂອງພວກເຂົາກໍຍັງບໍ່ມີໃຜຮູ້. ຄົນທີ່ໝົກໝູ້ນກັບການສະແຫວງຫາພຣະຄຣິດ ກໍຍັງບໍ່ໄດ້ພົບການເຂົ້າໃຈໂດຍທັນທີ, ພວກເຂົາຍັງບໍ່ໄດ້ລົງເລິກເຖິງຕົ້ນເຫດຂອງຄວາມເລິກລັບເຫຼົ່ານີ້, ເພາະພວກເຂົາບໍ່ຮູ້ຫຍັງເລີຍ. ເຖິງແມ່ນວ່າ ພວກເຂົາພຽນພະຍາຍາມຢ່າງເຈັບປວດໃນການສະແຫວງຫາຂອງພວກເຂົາ, ເສັ້ນທາງທີ່ພວກເຂົາຍ່າງກໍເປັນເສັ້ນທາງແຫ່ງຄວາມລົ້ມເຫຼວທີ່ບັນພະບຸລຸດຂອງພວກເຂົາເຄີຍຍ່າງມາກ່ອນ ແລະ ບໍ່ແມ່ນເສັ້ນທາງແຫ່ງຄວາມສຳເລັດ. ໃນກໍລະນີນີ້, ບໍ່ວ່າພວກເຂົາຈະສະແຫວງຫາແນວໃດກໍຕາມ, ພວກເຂົາບໍ່ແມ່ນຍ່າງຕາມເສັ້ນທາງທີ່ນໍາໄປສູ່ຄວາມມືດບໍ? ສິ່ງທີ່ພວກເຂົາໄດ້ຮັບບໍ່ແມ່ນໝາກຜົນທີ່ຂົມຂື່ນບໍ? ມັນຍາກພໍສົມຄວນທີ່ຈະຄາດຄະເນວ່າ ໃນທີ່ສຸດແລ້ວ ຜູ້ຄົນທີ່ຮຽນແບບຄົນທີ່ໄດ້ປະສົບຄວາມສຳເລັດໃນອະດີດນັ້ນ ຈະມີຄວາມໂຊກດີ ຫຼື ຄວາມຈິບຫາຍ. ແລ້ວຈະມີໂອກາດເປັນໄປໄດ້ຫຼາຍສໍ່າໃດສຳລັບຄົນທີ່ສະແຫວງຫາໂດຍຕິດຕາມບາດກ້າວຂອງຄົນທີ່ລົ້ມເຫຼວ? ພວກເຂົາຈະຍິ່ງບໍ່ມີໂອກາດທີ່ຈະລົ້ມເຫຼວຫຼາຍກວ່າເກົ່າບໍ? ແມ່ນຫຍັງຄືຄຸນຄ່າໃນເສັ້ນທາງທີ່ພວກເຂົາຍ່າງ? ພວກເຂົາບໍ່ໄດ້ເສຍເວລາຂອງພວກເຂົາບໍ? ສະຫຼຸບ ບໍ່ວ່າຜູ້ຄົນຈະປະສົບຄວາມສຳເລັດ ຫຼື ລົ້ມເຫຼວໃນການສະແຫວງຫາຂອງພວກເຂົາ, ທຸກການກະທໍາແມ່ນມີເຫດຜົນ ແລະ ບໍ່ແມນໃນກໍລະນີທີ່ວ່າ ການສຳເລັດ ຫຼື ຄວາມລົ້ມເຫຼວຂອງພວກເຂົາແມ່ນຖືກກຳນົດໂດຍການສະແຫວງແບບຕາມໃຈມັກ.

ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ເຊື່ອຟັງຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ນີ້ແມ່ນສິ່ງທີ່ຄົນລົ້ມເຫຼວບໍ່ສາມາດບັນລຸໄດ້ ແລະ ຄົນທີ່ບໍ່ສາມາດຄົ້ນພົບພຣະຄຣິດກໍແຮງບໍ່ສາມາດບັນລຸໄດ້. ຍ້ອນມະນຸດບໍ່ເກັ່ງໃນການອຸທິດຕົນເອງທັງໝົດໃຫ້ກັບພຣະເຈົ້າ, ຍ້ອນມະນຸດບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຂົາຕໍ່ພຣະຜູ້ສ້າງ, ຍ້ອນມະນຸດໄດ້ເຫັນຄວາມຈິງ ແຕ່ຫຼີກເວັ້ນຄວາມຈິງນັ້ນ ແລະ ຍ່າງຕາມເສັ້ນທາງຂອງເຂົາເອງ, ຍ້ອນມະນຸດສະແຫວງຫາໂດຍຕິດຕາມເສັ້ນທາງຂອງຄົນທີ່ລົ້ມເຫຼວຢູ່ສະເໝີ, ຍ້ອນມະນຸດຝ່າຝືນສະຫວັນຢູ່ສະເໝີ ສະນັ້ນ ມະນຸດຈຶ່ງລົ້ມເຫຼວຢູ່ສະເໝີ, ຕົກຢູ່ໃນກົນອຸບາຍຂອງຊາຕານຢູ່ຕະຫຼອດເວລາ ແລະ ຕິດດາງແຫຂອງຕົນເອງ. ຍ້ອນມະນຸດບໍ່ຮູ້ຈັກພຣະຄຣິດ, ຍ້ອນມະນຸດບໍ່ເກັ່ງໃນການເຂົ້າໃຈ ແລະ ຜະເຊີນກັບຄວາມຈິງ, ຍ້ອນມະນຸດນະມັດສະການໂປໂລຫຼາຍເກີນໄປ ແລະ ປາຖະໜາຢາກໄປສະຫວັນຫຼາຍເກີນໄປ, ຍ້ອນມະນຸດຮຽກຮ້ອງໃຫ້ພຣະຄຣິດເຊື່ອຟັງເຂົາຢູ່ສະເໝີ ແລະ ສັ່ງພຣະເຈົ້າໃຫ້ເຮັດແບບນັ້ນແບບນີ້, ສະນັ້ນ ບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ຄົນທີ່ໄດ້ຜະເຊີນກັບຄວາມລຳບາກເທິງແຜ່ນດິນໂລກ ກໍຍັງຕ້ອງຕາຍ ແລະ ຍັງຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າອີກດ້ວຍ. ສິ່ງທີ່ເຮົາເວົ້າໄດ້ ກ່ຽວກັບຄົນປະເພດດັ່ງກ່າວກໍຄື ພວກເຂົາຕາຍຢ່າງອະນາດ ແລະ ຜົນຕາມມາສຳລັບພວກເຂົາກໍຄືຄວາມຕາຍຂອງພວກເຂົາແມ່ນບໍ່ໄດ້ປາສະຈາກເຫດຜົນ. ຄວາມລົ້ມເຫຼວຂອງພວກເຂົາບໍ່ແມ່ນຍິ່ງບໍ່ທົນຕໍ່ກົດເກນແຫ່ງສະຫວັນບໍ? ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ ມະນຸດບໍ່ສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ ພຣະຄຣິດສະໜອງພຽງຄວາມຈິງ; ພຣະອົງບໍ່ໄດ້ມາເພື່ອຕັດສິນວ່າ ມະນຸດຈະປະສົບຄວາມສຳເລັດໃນການສະແຫວງຫາຄວາມຈິງຂອງເຂົາ ຫຼື ບໍ່. ສະນັ້ນ ຄວາມຈິງຈຶ່ງເປັນໄປດັ່ງນີ້, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມຈິງແມ່ນລ້ວນແລ້ວແຕ່ຂຶ້ນກັບການສະແຫວງຫາຂອງມະນຸດ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງມະນຸດທີ່ຢູ່ໃນຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບພຣະຄຣິດ, ແຕ່ກົງກັນຂ້າມ ມັນຖືກກຳນົດໂດຍການສະແຫວງຫາຂອງພວກເຂົາເອງ. ຈຸດໝາຍປາຍທາງຂອງມະນຸດ ແລະ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງເຂົາບໍ່ສາມາດເອົາມາຢອງຢູ່ເທິງຫົວຂອງພຣະເຈົ້າໄດ້ ເພື່ອໃຫ້ພຣະເຈົ້າແບກຮັບເອົາມັນ, ເພາະວ່າ ນີ້ບໍ່ແມ່ນບັນຫາຂອງຣະເຈົ້າເອງ, ແຕ່ກ່ຽວຂ້ອງກັບໜ້າທີ່ໆສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດໂດຍກົງ. ຄົນສ່ວນໃຫຍ່ມີຄວາມຮູ້ເລັກນ້ອຍກ່ຽວກັບການສະແຫວງຫາ ແລະ ຈຸດໝາຍປາຍທາງຂອງໂປໂລ ແລະ ເປໂຕ, ແຕ່ຜູ້ຄົນບໍ່ຮູ້ຫຍັງເລີຍ ນອກຈາກຜົນໄດ້ຮັບຂອງເປໂຕ ແລະ ໂປໂລ ແລະ ບໍ່ຮູ້ເຖິງຄວາມລັບທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງເປໂຕ ຫຼື ຄວາມບົກຜ່ອງທີ່ນໍາໄປສູ່ຄວາມລົ້ມເຫຼວຂອງໂປໂລ. ດ້ວຍເຫດນັ້ນ ຖ້າພວກເຈົ້າບໍ່ສາມາດເບິ່ງເຫັນທາດແທ້ຂອງການສະແຫວງຫາຂອງພວກເຂົາຢ່າງສົມບູນ, ແລ້ວການສະແຫວງຫາຂອງພວກເຈົ້າສ່ວນໃຫຍ່ກໍຍັງຈະລົ້ມເຫຼວ ແລະ ເຖິງແມ່ນວ່າ ພວກເຈົ້າຈຳນວນໜ້ອຍຄົນຈະປະສົບຄວາມສຳເລັດ, ພວກເຈົ້າກໍຍັງບໍ່ເທົ່າກັບເປໂຕ. ຖ້າເສັ້ນທາງຂອງການສະແຫວງຫາຂອງເຈົ້າເປັນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າກໍມີຄວາມຫວັງແຫ່ງຄວາມສຳເລັດ; ຖ້າເສັ້ນທາງທີ່ເຈົ້າຍ່າງໃນການສະແຫວງຫາຄວາມຈິງນັ້ນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າຈະບໍ່ສາມາດມີຄວາມສຳເລັດຕະຫຼອດໄປ ແລະ ຈະພົບກັບຈຸດຈົບຄືກັນກັບໂປໂລ.

ເປໂຕເປັນມະນຸດທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກທີ່ໄດ້ຜະເຊີນກັບການຕີສອນ ແລະ ການພິພາກສາ ແລະ ຫລັງຈາກໄດ້ບັນລຸຄວາມຮັກທີ່ບໍລິສຸດຕໍ່ພຣະເຈົ້າ, ລາວຈຶ່ງໄດ້ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ; ເສັ້ນທາງທີ່ລາວຍ່າງເປັນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ. ນັ້ນໝາຍຄວາມວ່າ ຕັ້ງແຕ່ເລີ່ມຕົ້ນແລ້ວ, ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ແຮງຜັກດັນຂອງລາວສຳລັບການເຊື່ອໃນພຣະເຈົ້າກໍເປັນສິ່ງທີ່ຖືກຕ້ອງ ແລະ ດ້ວຍເຫດນັ້ນ ລາວຈຶ່ງກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຍ່າງໃນເສັ້ນທາງໃໝ່ທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນໜ້ານັ້ນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ໂປໂລຍ່າງຕັ້ງແຕ່ຕອນເລີ່ມຕົ້ນແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະຄຣິດ ແລະ ເປັນພຽງຍ້ອນວ່າ ພຣະວິນຍານບໍລິສຸດປາຖະໜາໃຊ້ລາວ ແລະ ສວຍໂອກາດໃຊ້ພອນສະຫວັນຂອງລາວ ແລະ ຄຸນຄວາມດີທັງໝົດຂອງລາວສຳລັບພາລະກິດຂອງພຣະອົງ, ສະນັ້ນ ລາວຈຶ່ງປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາສອງສາມທົດສະວັດ. ລາວພຽງແຕ່ເປັນຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ ແລະ ລາວບໍ່ໄດ້ຖືກໃຊ້ຍ້ອນພຣະເຢຊູຊື່ນຊົມຄວາມເປັນມະນຸດຂອງລາວ ແຕ່ຍ້ອນພອນສະຫວັນຂອງລາວ. ລາວສາມາດປະຕິບັດພາລະກິດເພື່ອພຣະເຢຊູ ຍ້ອນວ່າລາວຖືກໂຈມຕີ, ບໍ່ແມ່ນຍ້ອນລາວພໍໃຈທີ່ຈະເຮັດແບບນັ້ນ. ລາວສາມາດປະຕິບັດພາລະກິດດັ່ງກ່າວ ຍ້ອນແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ລາວປະຕິບັດແມ່ນບໍ່ມີທາງເປັນຕົວແທນໃຫ້ກັບການສະແຫວງຫາຂອງລາວ ຫຼື ຄວາມເປັນມະນຸດຂອງລາວໄດ້. ພາລະກິດຂອງໂປໂລເປັນຕົວແທນໃຫ້ກັບພາລະກິດຂອງຜູ້ຮັບໃຊ້ ເຊິ່ງໝາຍຄວາມວ່າ ລາວປະຕິບັດພາລະກິດຂອງອັກຄະສາວົກ. ແຕ່ສໍາລັບເປໂຕແມ່ນແຕກຕ່າງ,ລາວໄດ້ປະຕິບັດພາລະກິດບາງຢ່າງເຊັ່ນກັນ; ແລະ ເຖິງແມ່ນວ່າພາລະກິດນັ້ນບໍ່ໄດ້ຍິ່ງໃຫຍ່ສໍ່າພາລະກິດຂອງໂປໂລ, ແຕ່ລາວປະຕິບັດພາລະກິດທ່າມກາງການສະແຫວງຫາທາງເຂົ້າຂອງລາວເອງ ແລະ ພາລະກິດຂອງລາວແມ່ນແຕກຕ່າງຈາກພາລະກິດຂອງໂປໂລ. ພາລະກິດຂອງເປໂຕແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ລາວບໍ່ໄດ້ປະຕິບັດພາລະກິດໃນບົດບາດຂອງອັກຄະສາວົກ, ແຕ່ໃນເສັ້ນທາງຂອງການສະແຫວງຫາຄວາມຮັກສໍາລັບພຣະເຈົ້າ. ເສັ້ນທາງແຫ່ງພາລະກິດຂອງໂປໂລແມ່ນປະກອບດ້ວຍການສະແຫວງຫາເພື່ອຜົນປະໂຫຍດສ່ວນຕົວຂອງລາວ: ການສະແຫວງຫາຂອງລາວແມ່ນບໍ່ໄດ້ເຫັນແກ່ຫຍັງເລີຍ ນອກຈາກຄວາມຫວັງສຳລັບອະນາຄົດຂອງລາວ ແລະ ຄວາມປາຖະໜາສຳລັບຈຸດໝາຍປາຍທາງທີ່ດີ. ລາວບໍ່ຍອມຮັບເອົາການຫຼໍ່ຫຼອມໃນລະຫວ່າງປະຕິບັດພາລະກິດຂອງລາວ ຫຼື ລາວບໍ່ຍອມຮັບເອົາການລິຮານ ແລະ ການຈັດການ. ລາວເຊື່ອວ່າ ຕາບໃດທີ່ພາລະກິດທີ່ລາວເຮັດນັ້ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ທຸກສິ່ງທີ່ລາວເຮັດນັ້ນເປັນທີ່ພໍໃຈພຣະເຈົ້າ, ແລ້ວໃນທີ່ສຸດ ລາງວັນກໍຈະເປັນຂອງລາວ. ບໍ່ມີປະສົບການສ່ວນຕົວໃນພາລະກິດຂອງລາວ, ພາລະກິດນັ້ນແມ່ນລ້ວນແລ້ວແຕ່ເພື່ອຕົວມັນເອງ ແລະ ບໍ່ໄດ້ປະຕິບັດໃນທ່າມກາງການສະແຫວງຫາເພື່ອປ່ຽນແປງ. ທຸກສິ່ງທີ່ຢູ່ໃນພາລະກິດຂອງລາວແມ່ນປະຕິບັດໃນຮູບແບບທຸລະກິດ, ມັນບໍ່ໄດ້ປະຕິບັດໃນຮູບແບບໜ້າທີ່ ຫຼື ການຍິນຍອມຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ໃນລະຫວ່າງເສັ້ນທາງແຫ່ງພາລະກິດຂອງໂປໂລນັ້ນ, ບໍ່ມີການປ່ຽນແປງໃນອຸປະນິໄສເດີມຂອງລາວ. ພາລະກິດຂອງລາວແມ່ນເປັນການບໍລິການຄົນອື່ນເທົ່ານັ້ນ ແລະ ບໍ່ສາມາດນໍາການປ່ຽນແປງມາສູ່ອຸປະນິໄສຂອງລາວໄດ້. ໂປໂລປະຕິບັດພາລະກິດຂອງລາວໂດຍກົງ ໂດຍບໍ່ໄດ້ຖືກເຮັດໃຫ້ສົມບູນ ຫຼື ຖືກຈັດການ ແຕ່ລາວຖືກຜັກດັນໂດຍລາງວັນ. ເປໂຕແມ່ນແຕກຕ່າງ: ລາວເປັນຄົນທີ່ຜະເຊີນກັບການລິຮານ ແລະ ການຈັດການ ແລະ ໄດ້ຜະເຊີນກັບການຫຼໍ່ຫຼອມ. ໂດຍພື້ນຖານແລ້ວ ຈຸດປະສົງ ແລະ ແຮງຜັກດັນຂອງພາລະກິດຂອງເປໂຕແຕກຕ່າງຈາກໂປໂລ. ເຖິງແມ່ນເປໂຕບໍ່ໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ອຸປະນິໄສຂອງລາວແມ່ນໄດ້ຮັບການປ່ຽນແປງຫຼາຍຢ່າງ ແລະ ສິ່ງທີ່ລາວສະແຫວງຫາຄືຄວາມຈິງ ແລະ ການປ່ຽນແປງທີ່ແທ້ຈິງ. ພາລະກິດຂອງລາວບໍ່ໄດ້ຖືກປະຕິບັດໂດຍເຫັນແກ່ພາລະກິດເອງ. ເຖິງແມ່ນວ່າ ໂປໂລປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນກໍລ້ວນແລ້ວແຕ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຖິງແມ່ນວ່າ ໂປໂລຮ່ວມມືໃນພາລະກິດນີ້, ລາວກໍບໍ່ໄດ້ປະສົບກັບມັນ. ສິ່ງທີ່ເຮັດໃຫ້ເປໂຕປະຕິບັດພາລະກິດໜ້ອຍກວ່າກໍຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດຜ່ານທາງລາວຢ່າງຫຼວງຫຼາຍ. ຈຳນວນຂອງພາລະກິດຂອງພວກເຂົາບໍ່ໄດ້ກຳນົດວ່າ ພວກເຂົາຖືກເຮັດໃຫ້ສົມບູນ ຫຼື ບໍ່; ການສະແຫວງຫາຂອງຄົນໜຶ່ງແມ່ນເພື່ອຮັບເອົາລາງວັນ ແລະ ອີກຄົນໜຶ່ງແມ່ນເພື່ອບັນລຸຄວາມຮັກທີ່ສູງສຸດສຳລັບພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງສິ່ງຖືກສ້າງຂອງພຣະເຈົ້າ, ຈົນເຖິງຂັ້ນທີ່ວ່າ ເຂົາສາມາດດຳລົງຊີວິດຕາມລັກສະນະທີ່ເປັນຕາຮັກເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ພວກເຂົາແຕກຕ່າງກັນຢູ່ພາຍນອກ ແລະ ດ້ວຍເຫດນັ້ນ ທາດແທ້ຂອງພວກເຂົາກໍຈຶ່ງແຕກຕ່າງກັນ. ເຈົ້າບໍ່ສາມາດກຳນົດໄດ້ວ່າ ແມ່ນໃຜໃນພວກເຂົາທີ່ຖືກເຮັດໃຫ້ສົມບູນ ໂດຍອີງຕາມຈຳນວນຂອງພາລະກິດທີ່ພວກເຂົາປະຕິບັດ. ເປໂຕສະແຫວງຫາເພື່ອດຳລົງຊີວິດຕາມລັກສະນະຂອງຄົນທີ່ຮັກພຣະເຈົ້າ, ເພື່ອເປັນຄົນທີ່ເຊື່ອຟັງພຣະເຈົ້າ, ເພື່ອເປັນຄົນທີ່ຮັບເອົາການຈັດການ ແລະ ການລິຮານ ແລະ ເພື່ອເປັນຄົນທີ່ປະຕິບັດໜ້າທີ່ຂອງລາວໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ລາວສາມາດອຸທິດຕົນເອງໃຫ້ກັບພຣະເຈົ້າ, ນໍາທັງໝົດຂອງລາວເອງມາຢູ່ໃນມືຂອງພຣະເຈົ້າ ແລະ ເຊື່ອຟັງພຣະອົງຈົນຕາຍ. ນັ້ນຄືສິ່ງທີ່ລາວຕັດສິນໃຈທີ່ຈະເຮັດ ແລະ ຍິ່ງໄປກວ່ານັ້ນ ນັ້ນຄືສິ່ງທີ່ລາວໄດ້ບັນລຸ. ນີ້ຄືເຫດຜົນພື້ນຖານທີ່ວ່າ ໃນທີ່ສຸດແລ້ວ ເປັນຫຍັງຜົນໄດ້ຮັບຂອງລາວຈຶ່ງແຕກຕ່າງຈາກຜົນໄດ້ຮັບຂອງໂປໂລ. ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເປໂຕແມ່ນເພື່ອເຮັດໃຫ້ລາວສົມບູນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນໂປໂລແມ່ນເພື່ອນໍາໃຊ້ລາວ. ນັ້ນກໍເພາະທຳມະຊາດຂອງພວກເຂົາ ແລະ ມຸມມອງຂອງພວກເຂົາຕໍ່ການສະແຫວງຫາແມ່ນບໍ່ຄືກັນ. ທັງສອງມີພາລະກິດຂອງພຣະວິນຍານບໍລິສຸດ. ເປໂຕນໍາໃຊ້ພາລະກິດນີ້ກັບຕົວລາວເອງ ແລະ ຍັງສະໜອງພາລະກິດນັ້ນໃຫ້ກັບຄົນອື່ນ; ໃນຂະນະດຽວກັນ ໂປໂລພຽງແຕ່ສະໜອງທັງໝົດຂອງພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບຄົນອື່ນ ແລະ ລາວເອງກໍບໍ່ໄດ້ຮັບຜົນຫຍັງເລີຍຈາກພາລະກິດນັ້ນ. ດ້ວຍເຫດນີ້, ຫຼັງຈາກທີ່ລາວໄດ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີ, ການປ່ຽນແປງໃນໂປໂລຈຶ່ງເກືອບບໍ່ມີເລີຍ. ລາວຍັງຢູ່ໃນສະພາວະທຳມະຊາດຂອງລາວ ແລະ ຍັງເປັນໂປໂລໃນເມື່ອກ່ອນຄືເກົ່າ. ມັນເປັນພຽງຍ້ອນ ຫຼັງຈາກການອົດທົນຕໍ່ຄວາມລໍາບາກຈາກພາລະກິດເປັນເວລາຫຼາຍປີ, ລາວຈຶ່ງຮຽນຮູ້ວິທີປະຕິບັດພາລະກິດ ແລະ ຮຽນຮູ້ເຖິງຄວາມອົດກັ້ນ, ແຕ່ທຳມະຊາດດັ່ງເດີມຂອງລາວທີ່ເປັນທຳມະຊາດທີ່ມັກໃນການແຂ່ງຂັນສູງ ແລະ ມັກຄ້າຂາຍ ກໍຍັງຄົງຢູ່ຄືເກົ່າ. ຫຼັງຈາກປະຕິບັດພາລະກິດເປັນເວລາຫຼາຍປີ, ລາວບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ຫຼື ລາວບໍ່ປະຖິ້ມອຸປະນິໄສເກົ່າອອກຈາກຕົນເອງ ແລະ ອຸປະນິໄສນັ້ນກໍຍັງສາມາດເຫັນໄດ້ໃນພາລະກິດຂອງລາວ. ໃນຕົວລາວນັ້ນ ມີພຽງປະສົບການກ່ຽວກັບພາລະກິດ, ແຕ່ປະສົບການເລັກນ້ອຍພຽງຢ່າງດຽວແມ່ນບໍ່ສາມາດປ່ຽນແປງລາວໄດ້ ແລະ ບໍ່ສາມາດປ່ຽນແປງມຸມມອງຂອງລາວກ່ຽວກັບການເປັນຢູ່ ຫຼື ຄວາມສຳຄັນຂອງການສະແຫວງຫາຂອງລາວໄດ້. ເຖິງແມ່ນວ່າ ລາວປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາຫຼາຍປີ ແລະ ບໍ່ເຄີຍຂົມເຫັງພຣະເຢຊູເຈົ້າຈັກເທື່ອ, ໃນຫົວໃຈຂອງລາວນັ້ນ ບໍ່ມີການປ່ຽນແປງໃນຄວາມຮູ້ທີ່ລາວມີກ່ຽວກັບພຣະເຈົ້າເລີຍ. ນັ້ນໝາຍຄວາມວ່າ ລາວບໍ່ໄດ້ປະຕິບັດພາລະກິດເພື່ອອຸທິດຕົນໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ລາວຖືກບັງຄັບໃຫ້ປະຕິບັດພາລະກິດໂດຍເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງລາວ. ຍ້ອນວ່າ ໃນຕອນເລີ່ມຕົ້ນນັ້ນ ລາວຂົມເຫັງພຣະຄຣິດ ແລະ ບໍ່ຍອມອ່ອນນ້ອມຕໍ່ພຣະຄຣິດ; ລາວເປັນກະບົດໂດຍທຳມະຊາດ ຜູ້ເຊິ່ງຕໍ່ຕ້ານພຣະຄຣິດໂດຍເຈດຕະນາ ແລະ ເປັນຄົນທີ່ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ໃນຕອນສຸດທ້າຍຂອງພາລະກິດຂອງລາວນັ້ນ, ລາວຍັງບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ພຽງແຕ່ປະພຶດຕາມຄວາມຕ້ອງການຂອງລາວເອງ ອີງຕາມທຳມະຊາດຂອງລາວເອງ ໂດຍບໍ່ສົນໃຈຄວາມປະສົງຂອງພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ແລ້ວດ້ວຍເຫດນັ້ນ ທຳມະຊາດຂອງລາວຈຶ່ງເປັນສັດຕູກັບພຣະຄຣິດ ແລະ ບໍ່ເຊື່ອຟັງຄວາມຈິງ. ຄົນແບບນີ້ ຜູ້ເຊິ່ງຖືກພາລະກິດຂອງພຣະວິນຍານບໍລິສຸດປະຖິ້ມ, ຜູ້ເຊິ່ງບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຜູ້ທີ່ຍັງຕໍ່ຕ້ານພຣະຄຣິດ, ຄົນປະເພດນີ້ຈະຮັບຄວາມລອດພົ້ນໄດ້ແນວໃດ? ບໍ່ວ່າມະນຸດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບຈຳນວນພາລະກິດທີ່ເຂົາປະຕິບັດ ຫຼື ເຂົາອຸທິດຕົນຫຼາຍສໍ່າໃດ, ແຕ່ກົງກັນຂ້າມ ມັນຖືກກຳນົດດ້ວຍຄຳຖາມທີ່ວ່າ ເຂົາຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່, ເຂົາສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ບໍ່ ແລະ ມຸມມອງຂອງເຂົາທີ່ມີຕໍ່ການສະແຫວງຫານັ້ນ ສອດຄ່ອງກັບຄວາມຈິງ ຫຼື ບໍ່.

ເຖິງແມ່ນວ່າການເປີດເຜີຍໂດຍທຳມະຊາດໄດ້ເກີດຂຶ້ນຫຼັງຈາກທີ່ເປໂຕເລີ່ມຕິດຕາມພຣະເຢຊູ ແຕ່ ໃນຄວາມເປັນຈິງແລ້ວ ຕັ້ງແຕ່ຕົ້ນມາ ລາວເປັນຄົນທີ່ເຕັມໃຈຍອມອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ ແລະ ສະແຫວງຫາພຣະຄຣິດ. ການເຊື່ອຟັງພຣະວິນຍານບໍລິສຸດຂອງລາວແມ່ນດ້ວຍຄວາມບໍລິສຸດໃຈ ນັ້ນກໍຄື ລາວບໍ່ໄດ້ສະແຫວງຫາຊື່ສຽງ ແລະ ຊັບສິນ, ແຕ່ກົງກັນຂ້າມ ລາວໄດ້ຮັບການດົນບັນດານໃຈຈາກການເຊື່ອຟັງຄວາມຈິງ. ເຖິງແມ່ນວ່າ ມີສາມຄັ້ງທີ່ເປໂຕປະຕິເສດບໍ່ຮູ້ຈັກພຣະຄຣິດ ແລະ ເຖິງແມ່ນວ່າ ລາວທົດລອງອົງພຣະເຢຊູເຈົ້າ, ຄວາມບົກຜ່ອງເລັກນ້ອຍແບບນັ້ນຂອງມະນຸດບໍ່ກ່ຽວຂ້ອງກັບທຳມະຊາດຂອງລາວ ແລະ ບໍ່ມີຜົນກະທົບຕໍ່ການສະແຫວງຫາໃນອະນາຄົດຂອງລາວ ແລະ ບໍ່ສາມາດພິສູດຢ່າງພຽງພໍວ່າ ການທົດລອງນັ້ນເປັນການກະທຳທີ່ຕໍ່ຕ້ານພຣະຄຣິດ. ຄວາມບົກຜ່ອງຂອງມະນຸດແມ່ນສິ່ງທີ່ທຸກຄົນໃນແຜ່ນດິນໂລກມີ, ເຈົ້າຄາດຫວັງໃຫ້ເປໂຕແຕກຕ່າງບໍ? ຜູ້ຄົນບໍ່ໄດ້ມີມຸມມອງບາງຢ່າງກ່ຽວກັບເປໂຕ ຍ້ອນວ່າລາວເຮັດຜິດພາດຢ່າງໂງ່ຈ້າຫຼາຍຄັ້ງບໍ? ແລ້ວຜູ້ຄົນບໍ່ໄດ້ເຄົາລົບໂປໂລ ຍ້ອນພາລະກິດທຸກຢ່າງທີ່ລາວເຮັດ ແລະ ຈົດໝາຍທຸກສະບັບທີ່ລາວຂຽນບໍ? ມະນຸດຈະສາມາດເຫັນແກ່ນແທ້ຂອງມະນຸດໄດ້ແນວໃດ? ແນ່ນອນ ຄົນທີ່ມີສະຕິແທ້ຈິງ ຈະສາມາດເຫັນສິ່ງທີ່ບໍ່ມີຄວາມສຳຄັນແບບນັ້ນບໍ? ເຖິງແມ່ນປະສົບການທີ່ເຈັບປວດຫຼາຍປີຂອງເປໂຕບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ, ນີ້ກໍບໍ່ໄດ້ພິສູດວ່າ ເປໂຕບໍ່ມີປະສົບການທີ່ແທ້ຈິງເລີຍ ຫຼື ເປໂຕບໍ່ໄດ້ຖືກເຮັດໃຫ້ສົມບູນ. ມະນຸດຈະສາມາດຢັ່ງຮູ້ພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ການບັນທຶກໃນພຣະຄຳພີບໍ່ໄດ້ຖືກຄັດເລືອກໂດຍພຣະເຢຊູເອງ, ແຕ່ຖືກຮວບຮວມໂດຍຄົນລຸ້ນຕໍ່ມາ. ແລ້ວດ້ວຍວິທີນີ້, ທຸກສິ່ງທີ່ບັນທຶກໃນພຣະຄຳພີບໍ່ແມ່ນຖືກເລືອກເອົາຕາມແນວຄິດຂອງມະນຸດບໍ? ຍິ່ງໄປກວ່ານັ້ນ, ຜົນໄດ້ຮັບຂອງເປໂຕ ແລະ ໂປໂລແມ່ນບໍ່ໄດ້ຖືກລະບຸໄວ້ໃນຈົດໝາຍຢ່າງຈະແຈ້ງ ສະນັ້ນ ມະນຸດຈຶ່ງຕັດສິນເປໂຕ ແລະ ໂປໂລຕາມຄວາມເຂົ້າໃຈຂອງພວກເຂົາເອງ ແລະ ຕາມຄວາມພຶງພໍໃຈຂອງພວກເຂົາເອງ. ແລ້ວຍ້ອນໂປໂລປະຕິບັດພາລະກິດຫຼາຍຢ່າງ, ຍ້ອນ “ການປະກອບສ່ວນ” ຂອງລາວຍິ່ງໃຫຍ່ຫຼາຍ, ລາວຈຶ່ງໄດ້ເອົາຊະນະຄວາມໄວ້ໃຈຂອງຝູງຊົນ. ມະນຸດບໍ່ໄດ້ຕັ້ງໃຈໃສ່ແຕ່ໃນເລື່ອງຜິວເພີນເທົ່ານັ້ນບໍ? ມະນຸດຈະສາມາດເຫັນແກ່ນແທ້ຂອງມະນຸດໄດ້ແນວໃດ? ນອກຈາກນັ້ນ, ໃນເມື່ອໂປໂລເປັນເປົ້າໝາຍແຫ່ງການນະມັດສະການເປັນເວລາຫຼາຍພັນປີ, ແມ່ນໃຜກ້າທີ່ຈະປະຕິເສດພາລະກິດຂອງລາວໂດຍບໍ່ມີຫົດຜົນ? ເປໂຕເປັນພຽງຄົນຫາປາ, ແລ້ວການປະກອບສ່ວນຂອງລາວຈະຍິ່ງໃຫຍ່ສໍ່າກັບໂປໂລໄດ້ແນວໃດ? ອີງຕາມການປະກອບສ່ວນ, ໂປໂລຄວນໄດ້ຮັບລາງວັນກ່ອນເປໂຕ ແລະ ລາວຄວນເປັນຄົນທີ່ມີຄຸນສົມບັດຫຼາຍກວ່າທີ່ຈະຮັບເອົາການເຫັນດີຈາກພຣະເຈົ້າ. ແມ່ນໃຜຈະສາມາດຈິນຕະນາການໄດ້ວ່າ ການທີ່ພຣະອົງປະຕິບັດຕໍ່ໂປໂລນັ້ນ ພຣະເຈົ້າພຽງແຕ່ເຮັດໃຫ້ລາວປະຕິບັດພາລະກິດຜ່ານພອນສະຫວັນຂອງລາວເທົ່ານັ້ນ ແຕ່ສໍາລັບເປໂຕພຣະເຈົ້າເຮັດໃຫ້ລາວສົມບູນ. ມັນບໍ່ແມ່ນໃນກໍລະນີທີ່ພຣະເຢຊູເຈົ້າໄດ້ວາງແຜນສຳລັບເປໂຕ ແລະ ໂປໂລຕັ້ງແຕ່ຕອນເລີ່ມຕົ້ນ, ກົງກັນຂ້າມ ພວກເຂົາຖືກເຮັດໃຫ້ສົມບູນ ຫຼື ນໍາເຂົ້າສູ່ພາລະກິດຕາມທຳມະຊາດທີ່ມີມາແຕ່ເກີດຂອງພວກເຂົາ. ດ້ວຍເຫດນັ້ນ ສິ່ງທີ່ຜູ້ຄົນເຫັນແມ່ນເປັນພຽງການປະກອບສ່ວນພາຍນອກຂອງມະນຸດເທົ່ານັ້ນ ໃນຂະນະດຽວກັນ ສິ່ງທີ່ພຣະເຈົ້າເຫັນແມ່ນທາດແທ້ຂອງມະນຸດ ພ້ອມທັງເສັ້ນທາງທີ່ມະນຸດສະແຫວງຫາຕັ້ງແຕ່ຕອນເລີ່ມຕົ້ນ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງມະນຸດ. ຜູ້ຄົນວັດແທກມະນຸດຕາມແນວຄິດຂອງພວກເຂົາ ແລະ ອີງຕາມຄວາມເຂົ້າໃຈຂອງພວກເຂົາເອງ, ແຕ່ຜົນໄດ້ຮັບຂັ້ນສຸດທ້າຍຂອງມະນຸດແມ່ນບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງກ່າວວ່າ ຖ້າເສັ້ນທາງທີ່ເຈົ້າຍ່າງຕັ້ງແຕ່ຕົ້ນແມ່ນເສັ້ນທາງແຫ່ງຄວາມສຳເລັດ ແລະ ທັດສະນະມຸມມອງຂອງເຈົ້າທີ່ມີຕໍ່ການສະແຫວງຫານັ້ນເປັນສິ່ງທີ່ຖືກຕ້ອງຕັ້ງແຕ່ຕົ້ນ, ແລ້ວເຈົ້າກໍເປັນຄືກັບເປໂຕ; ຖ້າເສັ້ນທາງທີ່ເຈົ້າຍ່າງແມ່ນເສັ້ນທາງແຫ່ງຄວາມລົ້ມເຫຼວ, ແລ້ວບໍ່ວ່າເຈົ້າຈະຈ່າຍລາຄາດ້ວຍຫຍັງກໍຕາມ, ຜົນໄດ້ຮັບຂອງເຈົ້າກໍຈະເປັນຄືກັບໂປໂລ. ບໍ່ວ່າໃນກໍລະນີໃດກໍຕາມ, ຈຸດໝາຍປາຍທາງຂອງເຈົ້າ ແລະ ບໍ່ວ່າເຈົ້າຈະສຳເລັດ ຫຼື ລົ້ມເຫຼວ ທັງສອງຢ່າງແມ່ນຖືກກຳນົດໂດຍເສັ້ນທາງທີ່ເຈົ້າສະແຫວງຫານັ້ນ ຖືກຕ້ອງ ຫຼື ບໍ່, ແທນທີ່ຈະເປັນການອຸທິດຂອງພວກເຈົ້າ ຫຼື ລາຄາທີ່ພວກເຈົ້າຈ່າຍ. ທາດແທ້ຂອງເປໂຕ ແລະ ໂປໂລ ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫານັ້ນ ແມ່ນແຕກຕ່າງກັນ; ມະນຸດບໍ່ສາມາດຄົ້ນພົບສິ່ງເຫຼົ່ານີ້ໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຮູ້ຈັກພວກເຂົາຢ່າງບໍລິບູນໄດ້. ຍ້ອນສິ່ງທີ່ພຣະເຈົ້າເຫັນແມ່ນທາດແທ້ຂອງມະນຸດ ໃນຂະນະທີ່ມະນຸດບໍ່ຮູ້ຫຍັງເລີຍກ່ຽວກັບທາດແທ້ຂອງຕົນເອງ. ມະນຸດບໍ່ສາມາດເຫັນທາດແທ້ທີ່ຢູ່ພາຍໃນມະນຸດ ຫຼື ວຸດທິພາວະທີ່ແທ້ຈິງຂອງເຂົາໄດ້ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດຄົ້ນພົບເຫດຜົນຄວາມລົ້ມເຫຼວ ແລະ ຄວາມສຳເລັດຂອງໂປໂລ ແລະ ເປໂຕໄດ້. ເຫດຜົນທີ່ວ່າ ເປັນຫຍັງຄົນສ່ວນໃຫຍ່ຈຶ່ງນະມັດສະການໂປໂລ ແລະ ບໍ່ແມ່ນເປໂຕນັ້ນແມ່ນຍ້ອນວ່າໂປໂລຖືກໃຊ້ສຳລັບພາລະກິດທີ່ເປີດເຜີຍສູ່ປວງຊົນທົ່ວໄປ ແລະ ມະນຸດສາມາດເຂົ້າໃຈພາລະກິດນີ້ໄດ້ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງຮັບຮູ້ “ຜົນສຳເລັດ“ ຂອງໂປໂລ. ໃນຂະນະດຽວກັນ ມະນຸດບໍ່ສາມາດເຫັນປະສົບການຂອງເປໂຕໄດ້ ແລະ ມະນຸດບໍ່ສາມາດເບິ່ງເຫັນສິ່ງທີ່ລາວສະແຫວງຫາໄດ້, ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສົນໃຈເປໂຕ.

ເປໂຕຖືກເຮັດໃຫ້ສົມບູນຜ່ານການຜະເຊີນກັບການຈັດການ ແລະ ການຫຼໍ່ຫຼອມ. ລາວເວົ້າວ່າ “ຂ້ານ້ອຍຕ້ອງປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າຢູ່ຕະລອດເວລາ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ຂ້ານ້ອຍຕ້ອງສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ວ່າຂ້ານ້ອຍຈະຖືກຕີສອນ ຫຼື ຖືກພິພາກສາ, ຂ້ານ້ອຍກໍຍັງມີຄວາມສຸກທີ່ຈະເຮັດແບບນັ້ນ.” ເປໂຕມອບທັງໝົດຂອງລາວໃຫ້ກັບພຣະເຈົ້າ; ພາລະກິດ, ຄຳເວົ້າ ແລະ ຊີວິດທັງໝົດຂອງລາວກໍລ້ວນແລ້ວແຕ່ເພື່ອເຫັນແກ່ການຮັກພຣະເຈົ້າ. ລາວເປັນຄົນທີ່ສະແຫວງຫາຄວາມບໍລິສຸດ ແລະ ຍິ່ງລາວມີປະສົບການຫຼາຍສໍ່າໃດ, ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າໃນສ່ວນເລິກທີ່ຢູ່ພາຍໃນຫົວໃຈຂອງລາວກໍຍິ່ງມີຫຼາຍສໍ່ານັ້ນ. ໃນຂະນະດຽວກັນ ໂປໂລປະຕິບັດພຽງແຕ່ພາລະກິດພາຍນອກເທົ່ານັ້ນ ແລະ ເຖິງແມ່ນລາວປະຕິບັດພາລະກິດຢ່າງໜັກເຊັ່ນກັນ, ຄວາມພະຍາຍາມຂອງລາວແມ່ນເຫັນແກ່ການປະຕິບັດພາລະກິດໃຫ້ຖືກຕ້ອງ ແລະ ເພື່ອການຮັບເອົາລາງວັນ. ຖ້າລາວຮູ້ວ່າ ລາວຈະບໍ່ໄດ້ຮັບລາງວັນຫຍັງເລີຍ, ລາວກໍຈະສະຫຼະພາລະກິດຂອງລາວ. ສິ່ງທີ່ເປໂຕສົນໃຈແມ່ນຄວາມຮັກແທ້ຈິງທີ່ຢູ່ພາຍໃນຫົວໃຈຂອງລາວ ແລະ ສິ່ງທີ່ເປັນຈິງ ແລະ ສາມາດບັນລຸໄດ້. ລາວບໍ່ສົນໃຈວ່າ ລາວຈະໄດ້ຮັບລາງວັນ ຫຼື ບໍ່, ແຕ່ສົນໃຈວ່າ ອຸປະນິໄສຂອງລາວຈະສາມາດປ່ຽນແປງໄດ້ ຫຼື ບໍ່. ໂປໂລສົນໃຈໃນການປະຕິບັດພາລະກິດໃຫ້ຫຼາຍຂຶ້ນກວ່າເກົ່າ, ລາວສົນໃຈກັບພາລະກິດພາຍນອກ ແລະ ການອຸທິດຕົນ ແລະ ຄຳສັ່ງສອນທີ່ຜູ້ຄົນທຳມະດາບໍ່ໄດ້ຜະເຊີນ. ລາວບໍ່ໄດ້ສົນໃຈໃນການປ່ຽນແປງທີ່ຢູ່ໃນສ່ວນເລິກພາຍໃນລາວ ແລະ ສົນໃຈຄວາມຮັກແທ້ຈິງທີ່ມີຕໍ່ພຣະເຈົ້າ. ປະສົບການຂອງເປໂຕແມ່ນເພື່ອບັນລຸຄວາມຮັກແທ້ຈິງ ແລະ ຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າ. ປະສົບການຂອງລາວແມ່ນເພື່ອຮັບເອົາຄວາມສຳພັນທີ່ໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນ ແລະ ເພື່ອມີການດຳລົງຊີວິດຕາມຄວາມເປັນຈິງ. ພາລະກິດຂອງໂປໂລແມ່ນຍ້ອນສິ່ງທີ່ພຣະເຢຊູຝາກຝັງໄວ້ກັບລາວ ແລະ ເພື່ອຮັບເອົາສິ່ງທີ່ລາວປາຖະໜາ, ແຕ່ສິ່ງເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັບຄວາມຮູ້ທີ່ລາວມີກ່ຽວກັບຕົນເອງ ແລະ ພຣະເຈົ້າ. ພາລະກິດຂອງລາວແມ່ນເຫັນແກ່ການຫຼີກເວັ້ນການຕີສອນ ແລະ ການພິພາກສາເທົ່ານັ້ນ. ສິ່ງທີ່ເປໂຕສະແຫວງຫາແມ່ນຄວາມຮັກທີ່ບໍລິສຸດ ແລະ ສິ່ງທີ່ໂປໂລສະແຫວງຫາແມ່ນມົງກຸດແຫ່ງຄວາມຊອບທຳ. ເປໂຕຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະຄຣິດ ພ້ອມທັງຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຕົນເອງ. ດ້ວຍເຫດນີ້ ຄວາມຮັກທີ່ລາວມີຕໍ່ພຣະເຈົ້າຈຶ່ງບໍລິສຸດ. ການຫຼໍ່ຫຼອມເປັນເວລາຫຼາຍປີໄດ້ຍົກລະດັບຄວາມຮູ້ຂອງລາວກ່ຽວກັບພຣະເຢຊູ ແລະ ຊີວິດ ແລະ ຄວາມຮັກຂອງລາວແມ່ນເປັນຄວາມຮັກທີ່ບໍ່ມີເງື່ອນໄຂ, ມັນເປັນຄວາມຮັກໂດຍທຳມະຊາດ ແລະ ລາວບໍ່ໄດ້ຮຽກຮ້ອງຫຍັງເປັນການຕອບແທນ ຫຼື ລາວບໍ່ໄດ້ຄາດຫວັງເອົາຜົນປະໂຫຍດໃດໆ. ໂປໂລປະຕິບັດພາລະກິດເປັນເວລາຫຼາຍປີ ແຕ່ລາວກໍບໍ່ມີຄວາມຮູ້ຫຍັງຫຼາຍກ່ຽວກັບພຣະຄຣິດ ແລະ ຄວາມຮູ້ທີ່ລາວມີກ່ຽວກັບຕົນເອກໍໜ້ອຍຫຼາຍ. ລາວບໍ່ມີຄວາມຮັກສຳລັບພຣະຄຣິດ ແລະ ພາລະກິດຂອງລາວ ແລະ ເສັ້ນທາງທີ່ລາວແລ່ນກໍແມ່ນເພື່ອຮັບເອົາພວງມາໄລສຸດທ້າຍ. ສິ່ງທີ່ລາວສະແຫວງຫາແມ່ນມົງກຸດທີ່ດີທີ່ສຸດ ບໍ່ແມ່ນຄວາມຮັກທີ່ບໍລິສຸດທີ່ສຸດ. ລາວບໍ່ໄດ້ສະແຫວງຫາຢ່າງຫ້າວຫັນ ແຕ່ສະແຫວງຫາແບບຂີ້ຄ້ານຫຼາຍ; ລາວບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ, ແຕ່ຖືກບັງຄັບໃຫ້ລາວສະແຫວງຫາຫຼັງຈາກທີ່ຖືກຄອບຄອງໂດຍພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້ ການສະແຫວງຫາຂອງລາວຈຶ່ງບໍ່ໄດ້ພິສູດວ່າ ລາວເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ; ມັນແມ່ນເປໂຕທີ່ເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ຜູ້ເຊິ່ງປະຕິບັດພາລະກິດຂອງລາວ. ມະນຸດຄິດວ່າ ທຸກຄົນທີ່ປະກອບສ່ວນຮ່ວມກັບພຣະເຈົ້າ ຄວນໄດ້ຮັບລາງວັນ ແລະ ຍິ່ງມີການປະກອບສ່ວນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍນຶກເອົາເອງວ່າພວກເຂົາຄວນໄດ້ຮັບຄວາມກະລຸນາຂອງພຣະເຈົ້າຫຼາຍສໍ່ານັ້ນ. ແກ່ນແທ້ຂອງມຸມມອງຂອງມະນຸດແມ່ນກ່ຽວກັບການເຮັດທຸລະກິດ ແລະ ເຂົາບໍ່ສະແຫວງຫາເພື່ອປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າຢ່າງຫ້າວຫັນ. ສຳລັບພຣະເຈົ້າແລ້ວ ຍິ່ງຜູ້ຄົນສະແຫວງຫາຄວາມຮັກແທ້ຈິງສຳລັບພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າຢ່າງສົມບູນຫຼາຍສໍ່າໃດ ເຊິ່ງໝາຍຄວາມວ່າ ການສະແຫວງຫາເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ພວກເຂົາກໍຍິ່ງສາມາດຮັບເອົາການເຫັນດີຈາກພຣະເຈົ້າຫຼາຍສໍ່ານັ້ນ. ມຸມມອງຂອງພຣະເຈົ້າຄືການຮຽກຮ້ອງໃຫ້ມະນຸດຟື້ນຟູໜ້າທີ່ ແລະ ສະຖານະດັ້ງເດີມຂອງພວກເຂົາ. ມະນຸດເປັນສິ່ງຖືກສ້າງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຄວນກ້າວລ່ວງຕົນເອງໂດຍຮຽກຮ້ອງຈາກພຣະເຈົ້າ ແລະ ບໍ່ຄວນເຮັດຫຍັງ ນອກຈາກປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ຈຸດໝາຍປາຍທາງຂອງໂປໂລ ແລະ ເປໂຕແມ່ນຖືກວັດແທກຕາມຄຳຖາມທີ່ວ່າ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງຖືກສ້າງຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ແມ່ນຕາມຂະໜາດຂອງການປະກອບສ່ວນຂອງພວກເຂົາ; ຈຸດໝາຍປາຍທາງຂອງພວກເຂົາແມ່ນຖືກກຳນົດຕາມສິ່ງທີ່ພວກເຂົາສະແຫວງຫາຕັ້ງແຕ່ຕົ້ນ, ບໍ່ແມ່ນຕາມຈຳນວນພາລະກິດທີ່ພວກເຂົາເຮັດ ຫຼື ຕາມການທີ່ຄົນອື່ນປະເມີນຄ່າຂອງພວກເຂົາ. ດ້ວຍເຫດນັ້ນ ການສະແຫວງຫາເພື່ອປະຕິບັດໜ້າທີ່ຂອງຕົນໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ ຈຶ່ງເປັນເສັ້ນທາງສູ່ຄວາມສຳເລັດ; ການສະແຫວງຫາເສັ້ນທາງເພື່ອຮັກພຣະເຈົ້າຢ່າງແທ້ຈິງຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງທີ່ສຸດ; ການສະແຫວງຫາການປ່ຽນແປງໃນອຸປະນິໄສເກົ່າຂອງຕົນ ແລະ ຄວາມຮັກບໍລິສຸດທີ່ມີໃຫ້ກັບພຣະເຈົ້າ ແມ່ນເສັ້ນທາງສູ່ຄວາມສຳເລັດ. ເສັ້ນທາງສູ່ຄວາມສຳເລັດດັ່ງກ່າວແມ່ນເສັ້ນທາງແຫ່ງການຟື້ນຟູໜ້າທີ່ດັ້ງເດີມ ພ້ອມທັງລັກສະນະດັ້ງເດີມຂອງສິ່ງຖືກສ້າງຂອງພຣະເຈົ້າ. ມັນຄືເສັ້ນທາງແຫ່ງການຟື້ນຟູ ແລະ ຍັງເປັນຈຸດປະສົງຂອງພາລະກິດທັງໝົດຂອງພຣະເຈົ້າມາຕັ້ງແຕ່ຕົ້ນຈົນຈົບ. ຖ້າການສະແຫວງຫາຂອງມະນຸດຖືກເປິເປື້ອນດ້ວຍຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດ ແລະ ຄວາມປາຖະໜາທີ່ບໍ່ມີເຫດຜົນ, ແລ້ວຜົນທີ່ໄດ້ຮັບກໍຈະບໍ່ແມ່ນການປ່ຽນແປງໃນອຸປະນິໄສຂອງມະນຸດ. ສິ່ງນີ້ບໍ່ສອດຄ່ອງກັບພາລະກິດແຫ່ງການຟື້ນຟູ. ແນ່ນອນ ມັນບໍ່ແມ່ນພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ແລະ ດ້ວຍເຫດນັ້ນ ມັນຈຶ່ງພິສູດວ່າ ພຣະເຈົ້າບໍ່ເຫັນດ້ວຍກັບການສະແຫວງຫາປະເພດນີ້. ແລ້ວການສະແຫວງຫາທີ່ພຣະເຈົ້າບໍ່ເຫັນດີດ້ວຍຈະມີຄວາມໝາຍຫຍັງ?

ພາລະກິດທີ່ໂປໂລປະຕິບັດແມ່ນການສະແດງຕໍ່ໜ້າມະນຸດ, ແຕ່ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້ານັ້ນບໍລິສຸດຫຼາຍສໍ່າໃດ, ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້ານັ້ນເລິກເຊິ່ງໃນຫົວໃຈຂອງລາວຫຼາຍສໍ່າໃດ, ມະນຸດບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້. ມະນຸດສາມາດເຫັນພຽງແຕ່ພາລະກິດທີ່ລາວປະຕິບັດ ເຊິ່ງມະນຸດຮູ້ວ່າ ລາວຖືກໃຊ້ໂດຍພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຄິດວ່າ ໂປໂລດີກວ່າເປໂຕ, ເຊິ່ງພາລະກິດຂອງລາວຍິ່ງໃຫຍ່ກວ່າ ກໍຍ້ອນວ່າ ລາວສາມາດຕອບສະໜອງຄຣິສຕະຈັກໄດ້. ສ່ວນເປໂຕແມ່ນພຽງແຕ່ສົນໃຈກັບປະສົບການສ່ວນຕົວຂອງລາວ ແລະ ໄດ້ຮັບຜູ້ຄົນຈຳນວນໜ້ອຍໃນທ່າມກາງພາລະກິດຊົ່ວຄາວຂອງລາວ. ມີຈົດໝາຍພຽງໜ້ອຍດຽວທີ່ເປັນທີ່ຮູ້ຈັກຈາກລາວ, ແຕ່ມີໃຜຮູ້ແດ່ວ່າ ຄວາມຮັກທີ່ລາວມີຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍສໍ່າໃດ ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ມື້ແລ້ວມື້ເລົ່າ ໂປໂລປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ຕາບໃດທີ່ມີພາລະກິດໃຫ້ປະຕິບັດ ລາວກໍປະຕິບັດ. ລາວຮູ້ສຶກວ່າ ດ້ວຍລັກສະນະນີ້ ລາວຈະສາມາດຮັບເອົາມົງກຸດ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແຕ່ລາວບໍ່ຍອມສະແຫວງຫາຫົນທາງທີ່ຈະປ່ຽນແປງຕົນເອງຜ່ານທາງພາລະກິດຂອງລາວ. ແມ່ນຫຍັງກໍຕາມທີ່ຢູ່ໃນຊີວິດຂອງເປໂຕທີ່ບໍ່ປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າແມ່ນຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ. ຖ້າມັນບໍ່ປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ, ລາວກໍຮູ້ສຶກສຳນຶກຜິດ ແລະ ຈະຊອກຫາຫົນທາງທີ່ເໝາະສົມທີ່ລາວສາມາດພະຍາຍາມເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້. ແມ່ນແຕ່ໃນດ້ານຊີວິດຂອງລາວຈະເລັກນ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍຫຍັງ, ລາວກໍຍັງຮຽກຮ້ອງໃຫ້ຕົນເອງປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ລາວເຂັ້ມງວດຫຼາຍ ເມື່ອເວົ້າເຖິງອຸປະນິໄສເກົ່າຂອງລາວ, ເຄັ່ງຄັດໃນເງື່ອນໄຂທີ່ລາວມີຕໍ່ຕົນເອງເພື່ອພັດທະນາເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ໂປໂລສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະແບບຜິວເຜີນເທົ່ານັ້ນ. ລາວສະແຫວງຫາເພື່ອໂອ້ອວດຕົນເອງຕໍ່ໜ້າມະນຸດ ແລະ ບໍ່ໄດ້ສະແຫວງຫາເພື່ອພັດທະນາການເຂົ້າສູ່ຊີວິດໃຫ້ເລິກເຊິ່ງຍິ່ງກວ່າເກົ່າ. ສິ່ງທີ່ລາວໃສ່ໃຈແມ່ນຄຳສັ່ງສອນ ບໍ່ແມ່ນຄວາມເປັນຈິງ. ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຫຼາຍຢ່າງສຳລັບພຣະເຈົ້າ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຈົດຈຳລາວ? ເປໂຕປະຕິບັດພາລະກິດພຽງແຕ່ໜ້ອຍດຽວສຳລັບພຣະເຈົ້າ ແລະ ບໍ່ໄດ້ປະກອບສ່ວນຫຍັງຫຼາຍໃນຄຣິສຕະຈັກ, ແລ້ວເປັນຫຍັງລາວຈຶ່ງຖືກເຮັດໃຫ້ສົມບູນ?” ເປໂຕຮັກພຣະເຈົ້າຈົນເຖິງຈຸດໃດໜຶ່ງ ເຊິ່ງເປັນຈຸດທີ່ພຣະເຈົ້າຮຽກຮ້ອງ; ມີແຕ່ຄົນປະເພດນີ້ເທົ່ານັ້ນຈຶ່ງມີຄຳພະຍານໄດ້. ແລ້ວໂປໂລເດ? ໂປໂລຮັກພຣະເຈົ້າຫຼາຍສໍ່າໃດ, ເຈົ້າຮູ້ບໍ? ພາລະກິດຂອງໂປໂລແມ່ນເຫັນແກ່ຫຍັງ? ແລ້ວພາລະກິດຂອງເປໂຕແມ່ນເຫັນແກ່ຫຍັງ? ເປໂຕບໍ່ໄດ້ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເຈົ້າຮູ້ບໍວ່າ ແມ່ນຫຍັງທີ່ຢູ່ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ພາລະກິດຂອງໂປໂລແມ່ນກ່ຽວກັບການຕອບສະໜອງຄຣິສຕະຈັກ ແລະ ການສະໜັບສະໜູນຄຣິສຕະຈັກ. ສິ່ງທີ່ເປໂຕຜະເຊີນແມ່ນການປ່ຽນແປງໃນຊີວິດ-ອຸປະນິໄສຂອງລາວ; ລາວຜະເຊີນກັບການຮັກພຣະເຈົ້າ. ຕອນນີ້ ເຈົ້າຮູ້ເຖິງຄວາມແຕກຕ່າງລະຫວ່າງທາດແທ້ຂອງພວກເຂົາ, ເຈົ້າສາມາດເຫັນໄດ້ວ່າ ໃນທີ່ສຸດແລ້ວ ແມ່ນໃຜທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນໃຜທີ່ບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຄົນໜຶ່ງແມ່ນຮັກພຣະເຈົ້າຢ່າງແທ້ຈິງ ແລະ ອີກຄົນໜຶ່ງບໍ່ໄດ້ຮັກພຣະເຈົ້າຢ່າງແທ້ຈິງ; ຄົນໜຶ່ງໄດ້ຮັບການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ອີກຄົນໜຶ່ງແມ່ນບໍ່ໄດ້ຮັບ; ຄົນໜຶ່ງຮັບໃຊ້ຢ່າງຖ່ອມຕົນ ແລະ ບໍ່ມີໃຜສັງເກດເຫັນຢ່າງງ່າຍດາຍ ແລະ ອີກຄົນແມ່ນຖືກຄົນອື່ນນະມັດສະການ ແລະ ມີລັກສະນະທີ່ຍິ່ງໃຫຍ່; ຄົນໜຶ່ງສະແຫວງຫາຄວາມບໍລິສຸດ ແລະ ອີກຄົນໜຶ່ງບໍ່ໄດ້ສະແຫວງຫາ ແລະ ເຖິງແມ່ນວ່າ ເຂົາຈະບໍລິສຸດ, ເຂົາກໍບໍ່ໄດ້ມີຄວາມຮັກທີ່ບໍລິສຸດ; ຄົນໜຶ່ງມີຄວາມເປັນມະນຸດທີ່ແທ້ຈິງ ແລະ ອີກຄົນໜຶ່ງບໍ່ມີຄວາມເປັນມະນຸດ; ຄົນໜຶ່ງມີຄວາມຮູ້ສຶກເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ອີກຄົນໜຶ່ງບໍ່ມີ. ສິ່ງດັ່ງກ່າວແມ່ນຄວາມແຕກຕ່າງລະຫວ່າງທາດແທ້ຂອງໂປໂລ ແລະ ເປໂຕ. ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງແຫ່ງຄວາມສຳເລັດ ເຊິ່ງຍັງເປັນເສັ້ນທາງແຫ່ງການບັນລຸການຟື້ນຄືນຂອງຄວາມເປັນມະນຸດທຳມະດາ ແລະ ໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ເປໂຕເປັນຕົວແທນໃຫ້ກັບທຸກຄົນທີ່ປະສົບຜົນສຳເລັດ. ເສັ້ນທາງທີ່ໂປໂລຍ່າງແມ່ນເສັ້ນທາງແຫ່ງຄວາມລົ້ມເຫຼວ ແລະ ລາວເປັນຕົວແທນໃຫ້ກັບທຸກຄົນທີ່ພຽງແຕ່ອ່ອນນ້ອມ ແລະ ເສຍສະຫຼະຕົນເອງໃນລະດັບຜິວເຜີນ ແລະ ບໍ່ໄດ້ຮັກພຣະເຈົ້າຢ່າງແທ້ຈິງ. ໂປໂລເປັນຕົວແທນໃຫ້ກັບທຸກຄົນທີ່ບໍ່ມີຄວາມຈິງ. ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ຄວາມຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຄວາມຮັກທີ່ລາວມີໃຫ້ກັບພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມເຊື່ອຟັງຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງ ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ປະຕິບັດຕາມຄວາມປາຖະໜາຂອງພຣະຜູ້ສ້າງໄດ້ດີກວ່ານີ້. ໃຫ້ຈິນຕະນາການເບິ່ງວ່າ ເຈົ້າສາມາດປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ເຈົ້າບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງໄດ້. ໃນລັກສະນະນີ້ ບໍ່ພຽງແຕ່ເຈົ້າບໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າເທົ່ານັ້ນ ແຕ່ເຈົ້າຍັງຈະຖືກພຣະເຈົ້າຕຳນິ ຍ້ອນເຈົ້າເປັນຄົນທີ່ບໍ່ມີຄວາມຈິງ, ຄົນທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າເລີຍ. ເຈົ້າພຽງແຕ່ສົນໃຈກັບການປະຕິບັດພາລະກິດເພື່ອພຣະເຈົ້າ ແລະ ບໍ່ສົນໃຈກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ການຮູ້ຈັກຕົນເອງ. ເຈົ້າບໍ່ເຂົ້າໃຈ ຫຼື ຮູ້ຈັກພຣະຜູ້ສ້າງ ແລະ ບໍ່ເຊື່ອຟັງ ຫຼື ຮັກພຣະຜູ້ສ້າງ. ເຈົ້າເປັນຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຕັ້ງແຕ່ເກີດ, ແລ້ວດ້ວຍເຫດນັ້ນຜູ້ຄົນດັ່ງກ່າວຈຶ່ງບໍ່ເປັນທີ່ຮັກຂອງພຣະຜູ້ສ້າງ.

ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ລາວກໍແບກຮັບເອົາພາລະກິດສຳລັບຄຣິສຕະຈັກ ແລະ ປະກອບສ່ວນຢ່າງຫຼວງຫຼາຍໃນຄຣິສຕະຈັກເຫຼົ່ານັ້ນ. ຈົດໝາຍສິບສາມສະບັບຂອງໂປໂລຢືນຢັນເຖິງເວລາ 2,000 ປີຂອງຍຸກແຫ່ງພຣະຄຸນ ແລະ ເປັນພຽງອັນດັບທີສອງຮອງຈາກພຣະກິດຕິຄຸນທັງສີ່. ແມ່ນໃຜສາມາດປຽບທຽບກັບລາວໄດ້? ບໍ່ມີໃຜສາມາດຖອດຄວາມໝາຍຂອງພຣະນິມິດຂອງໂຢຮັນ, ໃນຂະນະທີ່ຈົດໝາຍຂອງໂປໂລສະໜອງຊີວິດ ແລະ ພາລະກິດທີ່ລາວປະຕິບັດແມ່ນເປັນປະໂຫຍດຕໍ່ຄຣິສຕະຈັກ. ແມ່ນໃຜແນ່ທີ່ສາມາດບັນລຸສິ່ງດັ່ງກ່າວນີ້ໄດ້? ແລ້ວແມ່ນຫຍັງຄືພາລະກິດທີ່ເປໂຕປະຕິບັດ?” ເມື່ອມະນຸດວັດແທກຄົນອື່ນ, ແມ່ນອີງຕາມການປະກອບສ່ວນຂອງພວກເຂົາ. ເມື່ອພຣະເຈົ້າວັດແທກມະນຸດ, ແມ່ນອີງຕາມທຳມະຊາດຂອງເຂົາ. ທ່າມກາງຄົນທີ່ສະແຫວງຫາຊີວິດ, ໂປໂລເປັນຄົນທີ່ບໍ່ຮູ້ຈັກທາດແທ້ຂອງຕົນເອງ. ລາວບໍ່ມີທາງຖ່ອມຕົນ ຫຼື ເຊື່ອຟັງ ຫຼື ລາວບໍ່ຮູ້ຈັກທາດແທ້ຂອງລາວເອງ ເຊິ່ງກົງກັນຂ້າມກັບພຣະເຈົ້າ. ແລ້ວດ້ວຍເຫດນັ້ນ ລາວຈຶ່ງເປັນຄົນທີ່ບໍ່ໄດ້ຜ່ານປະສົບການຢ່າງລະອຽດ ແລະ ເປັນຄົນທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ເປໂຕແມ່ນແຕກຕ່າງ. ລາວຮູ້ຈັກຄວາມບໍ່ສົມບູນ ແລະ ຄວາມບົກຜ່ອງຂອງຕົນເອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງຕົງເອງໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ລາວຈຶ່ງມີເສັ້ນທາງແຫ່ງການປະຕິບັດເພື່ອປ່ຽນແປງອຸປະນິໄສຂອງລາວ; ລາວບໍ່ແມ່ນຄົນທີ່ມີພຽງແຕ່ທິດສະດີ ແຕ່ບໍ່ມີຄວາມຈິງ. ຄົນທີ່ປ່ຽນແປງແມ່ນຄົນໃໝ່ທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາເປັນຄົນທີ່ມີຄຸນສົມບັດໃນການສະແຫວງຫາຄວາມຈິງ. ຄົນທີ່ບໍ່ປ່ຽນແປງແມ່ນເປັນສ່ວນໜຶ່ງຂອງຄົນທີ່ລ້າສະໄໝໂດຍທຳມະຊາດ; ພວກເຂົາເປັນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ນັ້ນກໍຄື ຄົນທີ່ຖືກພຣະເຈົ້າກຽດຊັງ ແລະ ປະຕິເສດ. ພຣະເຈົ້າຈະບໍ່ຈົດຈຳພວກເຂົາ ບໍ່ວ່າພາລະກິດຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ. ເມື່ອເຈົ້າປຽບທຽບສິ່ງນີ້ກັບການສະແຫວງຫາຂອງເຈົ້າເອງ, ໃນທີ່ສຸດແລ້ວ ບໍ່ວ່າເຈົ້າຈະເປັນຄົນປະເພດດຽວກັນກັບເປໂຕ ຫຼື ໂປໂລ ກໍຄວນຊັດເຈນໃນຕົວເອງ. ຖ້າຍັງບໍ່ມີຄວາມຈິງໃນສິ່ງທີ່ເຈົ້າສະແຫວງຫາ ແລະ ເຖິງແມ່ນໃນປັດຈຸບັນ ເຈົ້າຍັງອວດດີ ແລະ ຈອງຫອງຄືກັບໂປໂລ ແລະ ຍັງໂອ້ອວດຕົນເອງຢ່າງບໍ່ຈິງໃຈຄືກັບລາວ, ແລ້ວເຈົ້າກໍເປັນຄົນເສື່ອມຊາມທີ່ລົ້ມເຫຼວໂດຍບໍ່ຕ້ອງສົງໄສເລີຍ. ຖ້າເຈົ້າສະແຫວງຫາສິ່ງດຽວກັນກັບເປໂຕ, ຖ້າເຈົ້າສະແຫວງຫາການປະຕິບັດ ແລະ ການປ່ຽນແປງຢ່າງແທ້ຈິງ ແລະ ບໍ່ອວດດີ ຫຼື ຈົງໃຈ, ແຕ່ສະແຫວງຫາເພື່ອປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍເປັນສິ່ງຖືກສ້າງຂອງພຣະເຈົ້າທີ່ສາມາດບັນລຸໄຊຊະນະໄດ້. ໂປໂລບໍ່ຮູ້ຈັກທາດແທ້ ຫຼື ຄວາມເສື່ອມຊາມຂອງຕົວເອງ, ແຮງໄກທີ່ລາວຈະຮູ້ຈັກຄວາມບໍ່ເຊື່ອຟັງຂອງຕົນເອງ. ລາວບໍ່ເຄີຍກ່າວເຖິງການຂັດຂືນຄຳສັ່ງຂອງພຣະຄຣິດຢ່າງຊົ່ວຊ້າຂອງລາວ ຫຼື ລາວບໍ່ເຄີຍຮູ້ສຶກເສຍໃຈຫຍັງເລີຍ. ລາວພຽງແຕ່ອະທິບາຍແບບສັ້ນໆ ແລະ ສ່ວນເລິກໃນຫົວໃຈຂອງລາວແມ່ນບໍ່ຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນເລີຍ. ເຖິງແມ່ນວ່າ ລາວລົ້ມເຫຼວບົນເສັ້ນທາງໄປດາມັສກັດ, ລາວກໍບໍ່ໄດ້ເບິ່ງລົງເລິກພາຍໃນຕົວລາວເອງ. ລາວພໍໃຈທີ່ຈະສືບຕໍ່ປະຕິບັດພາລະກິດເທົ່ານັ້ນ ແລະ ບໍ່ພິຈາລະນາວ່າ ການຮູ້ຈັກຕົນເອງ ແລະ ການປ່ຽນແປງອຸປະນິໄສເກົ່າຂອງລາວເປັນບັນຫາທີ່ສຳຄັນທີ່ສຸດ. ລາວພໍໃຈກັບການເວົ້າຄວາມຈິງເທົ່ານັ້ນ ໂດຍຕອບສະໜອງໃຫ້ກັບຄົນອື່ນເພື່ອເປັນການບັນເທົາຈິດໃຈຂອງລາວເອງ ແລະ ໂດຍການບໍ່ຂົມເຫັງສາວົກຂອງພຣະເຢຊູເພື່ອເຮັດໃຫ້ຕົນເອງສະບາຍໃຈ ແລະ ເປັນການຍົກໂທດໃຫ້ກັບຕົນເອງສຳລັບຄວາມຜິດບາບໃນອະດີດ. ເປົ້າໝາຍທີ່ລາວສະແຫວງຫາບໍ່ມີຫຍັງເລີຍ ນອກຈາກມົງກຸດໃນອະນາຄົດ ແລະ ພາລະກິດຊົ່ວຄາວ, ເປົ້າໝາຍທີ່ລາວສະແຫວງຫາຄືຄວາມເມດຕາຢ່າງໃຫຍ່ຫຼວງ. ລາວບໍ່ໄດ້ສະແຫວງຫາຄວາມຈິງທີ່ເໝາະສົມ ຫຼື ລາວບໍ່ໄດ້ສະແຫວງຫາເພື່ອພັດທະນາຢ່າງເລິກເຊິ່ງເຂົ້າໃນຄວາມຈິງທີ່ລາວບໍ່ເຂົ້າໃຈກ່ອນໜ້ານັ້ນ. ດ້ວຍເຫດນັ້ນ ຄວາມຮູ້ທີ່ລາວມີກ່ຽວກັບຕົນເອງ ຈຶ່ງສາມາດເວົ້າໄດ້ວ່າເປັນຄວາມຮູ້ທີ່ຜິດ ແລະ ລາວບໍ່ຍອມຮັບເອົາການຕີສອນ ຫຼື ການພິພາກສາ. ການທີ່ລາວສາມາດປະຕິບັດພາລະກິດ ບໍ່ໄດ້ໝາຍຄວາມວ່າລາວມີຄວາມຮູ້ກ່ຽວກັບທຳມະຊາດ ຫຼື ທາດແທ້ຂອງຕົນເອງ; ຈຸດສົນໃຈຂອງລາວແມ່ນຢູ່ທີ່ການປະຕິບັດແຕ່ພາຍນອກເທົ່ານັ້ນ. ຍິ່ງໄປກວ່ານັ້ນ ສິ່ງທີ່ລາວພະຍາຍາມຄົ້ນຫາບໍ່ແມ່ນການປ່ຽນແປງ ແຕ່ເປັນຄວາມຮູ້. ພາລະກິດຂອງລາວເປັນຜົນມາຈາກການປາກົດຕົວຂອງພຣະເຢຊູໃນຫົນທາງສູ່ດາມັສກັດໂດຍສິ້ນເຊີງ. ມັນບໍ່ແມ່ນສິ່ງທີ່ລາວຕັດສິນໃຈປະຕິບັດຕັ້ງແຕ່ຕົ້ນ ຫຼື ມັນບໍ່ແມ່ນພາລະກິດທີ່ເກີດຂຶ້ນຫຼັງຈາກທີ່ລາວໄດ້ຍອມຮັບການລິຮານອຸປະນິໄສເກົ່າຂອງລາວ. ບໍ່ວ່າລາວປະຕິບັດພາລະກິດແນວໃດກໍຕາມ, ອຸປະນິໄສເກົ່າຂອງລາວກໍບໍ່ໄດ້ປ່ຽນແປງ ແລະ ດ້ວຍເຫດນັ້ນ ພາລະກິດຂອງລາວຈຶ່ງບໍ່ໄດ້ຊົດເຊີຍຄວາມບາບໃນອະດີດຂອງລາວ, ພຽງແຕ່ເຮັດບົດບາດໃດໜຶ່ງທ່າມກາງຄຣິສຕະຈັກໃນເວລານັ້ນເທົ່ານັ້ນ. ສຳລັບຄົນປະເພດນີ້ ຜູ້ທີ່ບໍ່ໄດ້ປ່ຽນແປງອຸປະນິໄສເກົ່າ ນັ້ນໝາຍຄວາມວ່າ ຄົນທີ່ບໍ່ຍອມຮັບເອົາຄວາມລອດພົ້ນ ແລະ ປາສະຈາກຄວາມຈິງ, ລາວແມ່ນບໍ່ສາມາດກາຍເປັນໜຶ່ງໃນກຸ່ມຄົນທີ່ພຣະເຢຊູເຈົ້າຍອມຮັບເອົາຢ່າງແນ່ນອນ. ລາວບໍ່ແມ່ນຄົນທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເຄົາລົບນັບຖືສຳລັບພຣະເຢຊູຄຣິດ ຫຼື ລາວບໍ່ແມ່ນຄົນທີ່ເກັ່ງໃນການສະແຫວງຫາຄວາມຈິງ ແຮງໄກທີ່ລາວຈະເປັນຄົນທີ່ສະແຫວງຫາຄວາມເລິກລັບຂອງການບັງເກີດເປັນມະນຸດ. ລາວເປັນພຽງຄົນທີ່ເກັ່ງໃນການອ້າງເຫດຜົນແບບຜິດໆເທົ່ານັ້ນ ແລະ ຄົນທີ່ບໍ່ຍອມຢູ່ພາຍໃຕ້ບຸກຄົນທີ່ສູງສົ່ງກວ່າລາວ ຫຼື ພາຍໃຕ້ຄົນທີ່ມີຄວາມຈິງ. ລາວອິດສາຄົນອື່ນ ຫຼື ຄວາມຈິງທີ່ຢູ່ກົງກັນຂ້າມກັບລາວ ຫຼື ເປັນສັດຕູກັບລາວ ໂດຍເພິ່ງພໍໃຈຄົນທີ່ມີພອນສະຫວັນ ຜູ້ເຊິ່ງມີຮູບລັກສະນະທີ່ຍິ່ງໃຫຍ່ ຫຼື ມີຄວາມຮູ້ທີ່ເລິກເຊິ່ງ. ລາວບໍ່ມັກພົວພັນກັບຄົນທຸກຍາກທີ່ສະແຫວງຫາຫົນທາງທີ່ຖືກຕ້ອງ ແລະ ບໍ່ສົນໃຈຫຍັງເລີຍນອກຈາກຄວາມຈິງ ແລະ ກົງກັນຂ້າມ ລາວມີຄວາມສຳພັນກັບບຸກຄົນອາວຸໂສຈາກອົງກອນສາສະໜາທີ່ເວົ້າແຕ່ທິດສະດີເທົ່ານັ້ນ ແລະ ມີຄວາມຮູ້ທີ່ອຸດົມສົມບູນ. ລາວບໍ່ມີຄວາມຮັກໃນພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແລະ ບໍ່ສົນໃຈຕໍ່ການເຄື່ອນໄຫວໃນພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ກົງກັນຂ້າມ, ລາວເຂົ້າຂ້າງລະບຽບ ແລະ ທິດສະດີເຫຼົ່ານັ້ນທີ່ສູງສົ່ງກວ່າຄວາມຈິງທົ່ວໄປ. ໃນທາດແທ້ໂດຍກຳເນີດຂອງລາວ ແລະ ສິ່ງທີ່ລາວສະແຫວງຫາທັງໝົດນັ້ນ, ລາວບໍ່ສົມຄວນຖືກເອີ້ນວ່າ ເປັນຄົນຄຣິສຕຽນ ຜູ້ທີ່ສະແຫວງຫາຄວາມຈິງ ແຮງໄກທີ່ຈະເປັນຜູ້ຮັບໃຊ້ທີ່ຊື່ສັດໃນຄົວເຮືອນຂອງພຣະເຈົ້າ ເພາະຍ້ອນຄວາມໜ້າຊື່ໃຈຄົດຂອງລາວແມ່ນມີຫຼາຍເກີນໄປ ແລະ ຄວາມບໍ່ເຊື່ອຟັງຂອງລາວກໍມີຫຼາຍເກີນໄປ. ເຖິງແມ່ນລາວເປັນທີ່ຮູ້ຈັກໃນຖານະຜູ້ຮັບໃຊ້ຂອງພຣະເຢຊູເຈົ້າ, ລາວກໍບໍ່ເໝາະສົມທີ່ຈະເຂົ້າສູ່ປະຕູແຫ່ງອານາຈັກສະຫວັນ ຍ້ອນການກະທຳຂອງລາວຕັ້ງແຕ່ຕົ້ນຈົນຈົບນັ້ນແມ່ນບໍ່ສາມາດເອີ້ນວ່າ ຄວາມຊອບທຳໄດ້. ພຽງແຕ່ເຫັນວ່າລາວເປັນຄົນທີ່ໜ້າຊື່ໃຈຄົດ ແລະ ເຮັດສິ່ງບໍ່ຊອບທຳ ແຕ່ກໍຍັງປະຕິບັດພາລະກິດເພື່ອພຣະຄຣິດ. ເຖິງແມ່ນລາວບໍ່ສາມາດເອີ້ນວ່າຄົນຊົ່ວຮ້າຍໄດ້, ລາວກໍສົມຄວນທີ່ຈະຖືກເອີ້ນວ່າ ມະນຸດທີ່ເຮັດສິ່ງບໍ່ຊອບທຳ. ລາວປະຕິບັດພາລະກິດຫຼາຍຢ່າງ ແຕ່ລາວຕ້ອງບໍ່ຖືກຕັດສິນອີງຕາມຈຳນວນພາລະກິດທີ່ລາວປະຕິບັດ ແຕ່ຕ້ອງອີງຕາມຄຸນນະພາບ ແລະ ທາດແທ້ຂອງພາລະກິດເທົ່ານັ້ນ. ດ້ວຍວິທີນີ້ເທົ່ານັ້ນ ມັນຈຶ່ງຈະສາມາດເຂົ້າເຖິງຕົ້ນເຫດຂອງບັນຫາ. ລາວເຊື່ອຢູ່ສະເໝີວ່າ “ຂ້ານ້ອຍສາມາດປະຕິບັດພາລະກິດ, ຂ້ານ້ອຍດີກວ່າຄົນສ່ວນໃຫຍ່; ຂ້ານ້ອຍຄຳນຶງເຖິງພາລະຂອງພຣະຜູ້ເປັນເຈົ້າ ບໍ່ຄືກັບຄົນອື່ນ ແລະ ບໍ່ມີໃຜກັບໃຈໄດ້ຢ່າງເລິກເຊິ່ງກວ່າຂ້ານ້ອຍອີກແລ້ວ, ຍ້ອນແສງສະຫວ່າງທີ່ຍິ່ງໃຫຍ່ໄດ້ສ່ອງແສງລົງມາໃສ່ຕົວຂ້ານ້ອຍ ແລະ ຂ້ານ້ອຍໄດ້ເຫັນແສງສະຫວ່າງທີ່ຍິ່ງໃຫຍ່ນັ້ນ ແລະ ດ້ວຍເຫດນັ້ນ ການກັບໃຈຂອງຂ້ານ້ອຍຈຶ່ງເລິກເຊິ່ງກວ່າຄົນອື່ນໆ.” ໃນເວລານັ້ນ, ນີ້ແມ່ນສິ່ງທີ່ລາວຄິດຢູ່ພາຍໃນຫົວໃຈຂອງລາວ. ໃນເວລາສຸດທ້າຍຂອງພາລະກິດຂອງລາວ, ໂປໂລກ່າວວ່າ “ຂ້ານ້ອຍໄດ້ຕໍ່ສູ້, ຂ້ານ້ອຍໄດ້ສໍາເລັດເສັ້ນທາງຂອງຂ້ານ້ອຍແລ້ວ ແລະ ມີມົງກຸດແຫ່ງຄວາມຊອບທຳລໍຖ້າຢູ່ສຳລັບຂ້ານ້ອຍ.” ການຕໍ່ສູ້, ພາລະກິດ ແລະ ເສັ້ນທາງຂອງລາວແມ່ນເຫັນແກ່ມົງກຸດແຫ່ງຄວາມຊອບທຳໂດຍສິ້ນເຊີງ ແລະ ລາວບໍ່ໄດ້ກ້າວໄປຂ້າງໜ້າຢ່າງຫ້າວຫັນ; ເຖິງແມ່ນວ່າ ລາວບໍ່ໄດ້ປະຕິບັດພາລະກິດຂອງລາວພໍເປັນພິທີ, ມັນສາມາດເວົ້າໄດ້ວ່າ ພາລະກິດຂອງລາວແມ່ນເພື່ອຊົດເຊີຍຄວາມຜິດພາດຂອງລາວ ແລະ ທົດແທນການສຳນຶກຜິດຂອງລາວເທົ່ານັ້ນ. ລາວພຽງແຕ່ຫວັງທີ່ຈະເຮັດໃຫ້ພາລະກິດຂອງລາວສຳເລັດ, ເຮັດໃຫ້ເສັ້ນທາງຂອງລາວສຳເລັດ ແລະ ສໍາເລັດກັບການຕໍ່ສູ້ຂອງລາວໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອວ່າລາວຈະໄດ້ຮັບເອົາມົງກຸດແຫ່ງຄວາມຊອບທຳໄວຂຶ້ນ ເຊິ່ງເປັນສິ່ງທີ່ລາວປາຖະໜາມາແຕ່ດົນນານແລ້ວ. ສິ່ງທີ່ລາວປາຖະໜາບໍ່ແມ່ນການພົບກັບພຣະເຢຊູເຈົ້າດ້ວຍປະສົບການຂອງລາວ ແລະ ຄວາມຮູ້ທີ່ແທ້ຈິງ, ແຕ່ເພື່ອເຮັດໃຫ້ພາລະກິດຂອງລາວສຳເລັດໄວເທົ່າທີ່ຈະໄວໄດ້ ເພື່ອວ່າລາວຈະໄດ້ຮັບເອົາລາງວັນຈາກພາລະກິດຂອງລາວ ໃນເວລາທີ່ລາວພົບກັບພຣະເຢຊູເຈົ້າ. ລາວໃຊ້ພາລະກິດຂອງລາວເພື່ອປອບໃຈລາວເອງ ແລະ ເພື່ອແລກປ່ຽນກັບມົງກຸດໃນອະນາຄົດ. ສິ່ງທີ່ລາວສະແຫວງຫາບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ, ແຕ່ເປັນມົງກຸດເທົ່ານັ້ນ. ການສະແຫວງຫາແບບນີ້ຈະເປັນໄປຕາມມາດຕະຖານໄດ້ແນວໃດ? ແຮງຜັກດັນຂອງລາວ, ພາລະກິດຂອງລາວ, ລາຄາທີ່ລາວຈ່າຍ ແລະ ຄວາມພະຍາຍາມທັງໝົດຂອງລາວ, ຄວາມເພີ້ຝັນຢ່າງງົດງາມຂອງລາວແຜ່ຄຸມສິ່ງເຫຼົ່ານັ້ນທັງໝົດ ແລະ ລາວກໍປະຕິບັດພາລະກິດຕາມຄວາມປາຖະໜາຂອງລາວເອງເທົ່ານັ້ນ. ໃນພາລະກິດທັງໝົດຂອງລາວ, ບໍ່ມີຄວາມເຕັມໃຈ ແລະ ຄວາມພະຍາຍາມແມ່ນແຕ່ໜ້ອຍດຽວໃນການກະທໍາຂອງລາວ; ລາວເຮັດໃນນາມຄ້າຂາຍເທົ່ານັ້ນ. ຄວາມພະຍາຍາມຂອງລາວບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງລາວຢ່າງເຕັມໃຈ, ແຕ່ເພື່ອບັນລຸຈຸດປະສົງຂອງການຄ້າຂາຍດ້ວຍຄວາມເຕັມໃຈ. ແລ້ວຄວາມພະຍາຍາມດັ່ງກ່າວມີຄ່າຫຍັງບໍ? ແມ່ນໃຜທີ່ຈະຊົມເຊີຍຄວາມພະຍາຍາມທີ່ບໍ່ບໍລິສຸດຂອງລາວ? ແມ່ນໃຜທີ່ຈະສົນໃຈຄວາມພະຍາຍາມດັ່ງກ່າວ? ພາລະກິດຂອງລາວເຕັມໄປດ້ວຍຄວາມຝັນໃນອະນາຄົດ, ເຕັມໄປດ້ວຍແຜນການທີ່ງົດງາມ ແລະ ບໍ່ມີເສັ້ນທາງຫຍັງເລີຍທີ່ຈະປ່ຽນແປງອຸປະນິໄສຂອງມະນຸດໄດ້. ຄວາມເມດຕາກະລຸນາຢ່າງຫຼວງຫຼາຍຂອງລາວເປັນພຽງການທຳທ່າ; ພາລະກິດຂອງລາວບໍ່ໄດ້ສະໜອງຊີວິດ, ແຕ່ເປັນສະແດງຄວາມສຸພາບ ແລະ ກຽດຕິຍົດແບບຈອມປອມ; ມັນເປັນການກະທຳເພື່ອການຄ້າຂາຍ ພາລະກິດແບບນີ້ຈະສາມາດນໍາພາມະນຸດໄປສູ່ເສັ້ນທາງແຫ່ງການຟື້ນຢູໜ້າທີ່ດັ້ງເດີມຂອງເຂົາໄດ້ແນວໃດ?

ສິ່ງທີ່ເປໂຕສະແຫວງຫາແມ່ນສອດຄ່ອງກັບຫົວໃຈຂອງພຣະເຈົ້າເທົ່ານັ້ນ. ລາວສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ ແລະ ໂດຍບໍ່ຄຳນຶງເຖິງການທົນທຸກ ແລະ ຄວາມລຳບາກຍາກແຄ້ນ, ລາວຍັງເຕັມໃຈທີ່ຈະປະຕິບັດຄວາມປາຖະໜາຂອງພຣະເຈົ້າ. ຜູ້ເຊື່ອໃນພຣະເຈົ້າບໍ່ມີການສະແຫວງຫາທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ. ສິ່ງທີ່ໂປໂລສະແຫວງຫາແມ່ນຖືກເຮັດໃຫ້ເປິເປື້ອນດ້ວຍເນື້ອໜັງຂອງລາວເອງ, ດ້ວຍແນວຄິດຂອງລາວເອງ ແລະ ດ້ວຍແຜນການ ແລະ ໂຄງການຂອງລາວເອງ. ລາວບໍ່ສາມາດເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າໄດ້ ແລະ ບໍ່ແມ່ນຄົນທີ່ສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ເປໂຕສະແຫວງຫາເພື່ອຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພາລະກິດທີ່ລາວປະຕິບັດນັ້ນບໍ່ໄດ້ຍິ່ງໃຫຍ່, ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງລາວ ແລະ ເສັ້ນທາງທີ່ລາວຍ່າງແມ່ນຖືກຕ້ອງ; ເຖິງແມ່ນວ່າ ລາວບໍ່ສາມາດເຮັດໃຫ້ຫຼາຍຄົນຍອມຮັບລາວ, ລາວກໍສາມາດສະແຫວງຫາຫົນທາງແຫ່ງຄວາມຈິງໄດ້. ຍ້ອນເຫດນີ້ ຈຶ່ງສາມາດເວົ້າໄດ້ວ່າ ລາວເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ. ໃນປັດຈຸບັນ, ເຖິງແມ່ນວ່າ ເຈົ້າບໍ່ແມ່ນຜູ້ປະຕິບັດພາລະກິດ, ເຈົ້າກໍຄວນສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອຍອມຢູ່ພາຍໃຕ້ການປັ້ນແຕ່ງທຸກຢ່າງຂອງພຣະເຈົ້າ. ເຈົ້າຄວນສາມາດເຊື່ອຟັງທຸກສິ່ງທີ່ພຣະເຈົ້າກ່າວ ແລະ ຜະເຊີນກັບຄວາມລໍາບາກຍາກແຄ້ນ ແລະ ການຫຼໍ່ຫຼອມໃນທຸກຮູບແບບ ແລະ ເຖິງແມ່ນເຈົ້າອ່ອນແອ, ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຄົນທີ່ຮັບຜິດຊອບຊີວິດຂອງພວກເຂົາເອງແມ່ນຄົນທີ່ເຕັມໃຈປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ມຸມມອງຂອງຄົນປະເພດດັ່ງກ່າວຕໍ່ການສະແຫວງຫາກໍເປັນມຸມມອງທີ່ຖືກຕ້ອງ. ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າປະຕິບັດພາລະກິດຫຼາຍຢ່າງ ແລະ ຄົນອື່ນຮັບເອົາຄຳສັ່ງສອນຂອງເຈົ້າ, ແຕ່ເຈົ້າເອງບໍ່ໄດ້ປ່ຽນແປງ ແລະ ບໍ່ໄດ້ເປັນພະຍານຫຍັງເລີຍ ຫຼື ບໍ່ມີປະສົບການທີ່ແທ້ຈິງເລີຍ, ຈົນເຖິງກັບວ່າ ໃນຕອນສຸດທ້າຍຂອງຊີວິດເຈົ້າ ສິ່ງທີ່ເຈົ້າໄດ້ເຮັດນັ້ນກໍຍັງບໍ່ມີຫຍັງທີ່ເປັນພະຍານໄດ້, ແລ້ວເຈົ້າເປັນຄົນທີ່ໄດ້ປ່ຽນແປງແລ້ວບໍ? ເຈົ້າເປັນຄົນທີ່ສະແຫວງຫາຄວາມຈິງບໍ? ໃນເວລານັ້ນ ພຣະວິນຍານບໍລິສຸດໃຊ້ເຈົ້າ ແຕ່ເມື່ອພຣະອົງໃຊ້ເຈົ້າ, ພຣະອົງໃຊ້ສ່ວນຂອງເຈົ້າທີ່ສາມາດປະຕິບັດພາລະກິດໄດ້ ແລະ ພຣະອົງບໍ່ໄດ້ໃຊ້ສ່ວນຂອງເຈົ້າທີ່ບໍ່ສາມາດປະຕິບັດພາລະກິດ. ຖ້າເຈົ້າສະແຫວງຫາເພື່ອປ່ຽນແປງ, ແລ້ວເຈົ້າກໍຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍໃນທ່າມກາງຂະບວນການຮັບໃຊ້. ເຖິງຢ່າງໃດກໍຕາມ ພຣະວິນຍານບໍລິສຸດຈະບໍ່ຮັບຜິດຊອບ ບໍ່ວ່າເຈົ້າຈະຖືກຮັບເອົາ ຫຼື ບໍ່ ແມ່ນຂຶ້ນຢູ່ກັບລັກສະນະຂອງການສະແຫວງຫາຂອງເຈົ້າ. ຖ້າບໍ່ມີການປ່ຽນແປງໃນອຸປະນິໄສສ່ວນຕົວຂອງເຈົ້າ, ແລ້ວນັ້ນກໍຍ້ອນວ່າ ມຸມມອງຂອງເຈົ້າໃນການສະແຫວງຫາແມ່ນບໍ່ຖືກຕ້ອງ. ຖ້າເຈົ້າບໍ່ໄດ້ຮັບລາງວັນ, ນັ້ນກໍແມ່ນບັນຫາຂອງເຈົ້າເອງ ແລະ ເປັນຍ້ອນເຈົ້າເອງທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າໄດ້. ສະນັ້ນ ບໍ່ມີຫຍັງທີ່ສຳຄັນໄປກວ່າປະສົບການສ່ວນຕົວຂອງເຈົ້າ ແລະ ບໍ່ມີຫຍັງທີ່ສຳຄັນຫຼາຍກວ່າທາງເຂົ້າສ່ວນຕົວຂອງເຈົ້າ! ບາງຄົນອາດຈະລົງເອີຍດ້ວຍຄໍາເວົ້າທີ່ວ່າ “ຂ້ານ້ອຍໄດ້ປະຕິບັດພາລະກິດຫຼາຍຢ່າງເພື່ອພຣະອົງ ແລະ ເຖິງແມ່ນອາດບໍ່ມີຜົນສຳເລັດທີ່ມີຊື່ສຽງ, ຂ້ານ້ອຍກໍຍັງດຸໝັ່ນໃນຄວາມພະຍາຍາມຂອງຂ້ານ້ອຍ. ພຣະອົງໃຫ້ຂ້ານ້ອຍເຂົ້າໄປໃນສະຫວັນເພື່ອກິນໝາກໄມ້ແຫ່ງຊີວິດໄດ້ບໍ?” ເຈົ້າຕ້ອງຮູ້ຈັກວ່າ ເຮົາປາຖະໜາຄົນປະເພດໃດ; ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໃນອານາຈັກ, ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຮັດພື້ນດິນທີ່ສັກສິດຂອງເຮົາເປິເປື້ອນ. ເຖິງແມ່ນວ່າ ເຈົ້າອາດຈະປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ປະຕິບັດພາລະກິດຫຼາຍປີ, ໃນທີ່ສຸດແລ້ວ ຖ້າເຈົ້າຍັງເປິເປື້ອນຢ່າງໜ້າລັງກຽດ, ມັນກໍເຫຼືອທົນຕໍ່ກົດເກນແຫ່ງສະຫວັນທີ່ຈະປ່ອຍໃຫ້ເຈົ້າເຂົ້າສູ່ອານາຈັກຂອງເຮົາ! ຕັ້ງແຕ່ປະຖົມມະການຂອງໂລກຈົນເຖິງປັດຈຸບັນ, ເຮົາບໍ່ເຄີຍເຮັດໃຫ້ຄົນທີ່ປະຈົບປະແຈງເຮົາເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍຈັກເທື່ອ. ນີ້ຄືກົດເກນແຫ່ງສະຫວັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້! ເຈົ້າຕ້ອງສະແຫວງຫາຊີວິດ. ໃນປັດຈຸບັນ, ຄົນທີ່ຈະຖືກເຮັດໃຫ້ສົມບູນກໍເປັນຄົນປະເພດດຽວກັນກັບເປໂຕ: ພວກເຂົາເປັນຄົນທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ເຕັມໃຈທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນຖານະເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າພຽງແຕ່ຄົ້ນຫາລາງວັນ ແລະ ບໍ່ສະແຫວງຫາເພື່ອປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າເອງ, ແລ້ວຄວາມພະຍາຍາມທັງໝົດຂອງເຈົ້າກໍຈະສູນເປົ່າ ແລະ ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້!

ຈາກຄວາມແຕກຕ່າງລະຫວ່າງທາດແທ້ຂອງເປໂຕ ແລະ ໂປໂລ ເຈົ້າຄວນເຂົ້າໃຈວ່າ ທຸກຄົນທີ່ບໍ່ສະແຫວງຫາຊີວິດ ແມ່ນພະຍາຍາມດ້ວຍຄວາມສູນເປົ່າ! ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ຕ້ອງສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນເຊື່ອຟັງພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າໄດ້. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າປຽບທຽບທາດແທ້ຂອງເປໂຕ ແລະ ໂປໂລ, ແລ້ວເຈົ້າກໍຈະຮູ້ຈັກວິທີທີ່ເຈົ້າຄວນສະແຫວງຫາ. ໃນລະຫວ່າງເສັ້ນທາງຂອງເປໂຕ ແລະ ໂປໂລໄດ້ຍ່າງນັ້ນ, ໜຶ່ງໃນນັ້ນແມ່ນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ ແລະ ອີກໜຶ່ງເສັ້ນທາງແມ່ນເສັ້ນທາງແຫ່ງການກຳຈັດ; ເປໂຕ ແລະ ໂປໂລເປັນຕົວແທນໃຫ້ກັບສອງເສັ້ນທາງທີ່ແຕກຕ່າງກັນ. ເຖິງແມ່ນວ່າ ແຕ່ລະຄົນໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ແຕ່ລະຄົນໄດ້ຮັບເອົາແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ແຕ່ລະຄົນຍອມຮັບສິ່ງທີ່ພຣະເຢຊູເຈົ້າມອບໝາຍໃຫ້ກັບພວກເຂົາ, ໝາກຜົນທີ່ເກີດໃນແຕ່ລະຄົນກໍບໍ່ຄືກັນ: ຄົນໜຶ່ງເກີດຜົນຢ່າງແທ້ຈິງ ແລະ ອີກຄົນບໍ່ເກີດຜົນຢ່າງແທ້ຈິງ. ຈາກທາດແທ້ຂອງພວກເຂົາ, ພາລະກິດທີ່ພວກເຂົາປະຕິບັດ, ສິ່ງທີ່ພວກເຂົາສະແດງອອກພາຍນອກ ແລະ ຜົນໄດ້ຮັບສຸດທ້າຍຂອງພວກເຂົານັ້ນ, ເຈົ້າຄວນເຂົ້າໃຈວ່າ ເສັ້ນທາງໃດທີ່ເຈົ້າຄວນຍ່າງ, ເສັ້ນທາງທີ່ເຈົ້າຄວນເລືອກທີ່ຈະຍ່າງ. ພວກເຂົາຍ່າງໃນສອງເສັ້ນທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ໂປໂລ ແລະ ເປໂຕ, ພວກເຂົາເປັນຕົວຢ່າງຂອງແຕ່ລະເສັ້ນທາງ ແລະ ດ້ວຍເຫດນັ້ນ ຕັ້ງແຕ່ຕົ້ນມາ ພວກເຂົາຈຶ່ງຖືກຈັດຂຶ້ນໃຫ້ເປັນແບບຢ່າງຂອງສອງເສັ້ນທາງເຫຼົ່ານີ້. ແມ່ນຫຍັງຄືຈຸດສຳຄັນໃນປະສົບການຂອງໂປໂລ ແລະ ເປັນຫຍັງລາວຈຶ່ງສຳເລັດບໍ່ໄດ້? ແມ່ນຫຍັງຄືຈຸດສຳຄັນໃນປະສົບການຂອງເປໂຕ ແລະ ລາວປະສົບກັບການຖືກເຮັດໃຫ້ສົມບູນໄດ້ແນວໃດ? ຖ້າເຈົ້າປຽບທຽບສິ່ງທີ່ພວກເຂົາແຕ່ລະຄົນໃສ່ໃຈ, ແລ້ວເຈົ້າກໍຈະຮູ້ວ່າ ພຣະເຈົ້າຕ້ອງການຄົນປະເພດໃດກັນແທ້, ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ, ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ, ຄົນປະເພດໃດທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ, ແມ່ນຫຍັງຄືອຸປະນິໄສຂອງຄົນທີ່ຖືກເຮັດໃຫ້ສົມບູນ ແລະ ແມ່ນຫຍັງຄືອຸປະນິໄສຂອງຄົນທີ່ບໍ່ຖືກເຮັດໃຫ້ສົມບູນ, ແກ່ນແທ້ຂອງບັນຫາເຫຼົ່ານີ້ ສາມາດເຫັນໄດ້ໃນປະສົບການຂອງເປໂຕ ແລະ ໂປໂລ. ພຣະເຈົ້າສ້າງຊັບພະສິ່ງທັງປວງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ຊັບພະທຸກສິ່ງມາຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງ; ພຣະອົງຈະບັນຊາສິ່ງທັງປວງ, ເພື່ອວ່າສິ່ງທັງປວງຈະຢູ່ໃນກໍາມືຂອງພຣະອົງ. ທຸກສິ່ງທີ່ພຣະເຈົ້າສ້າງ ລວມເຖິງສັດ, ພືດ, ມະນຸດຊາດ, ພູເຂົາ ແລະ ແມ່ນໍ້າ ແລະ ທະເລສາບ, ທຸກສິ່ງຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ທຸກສິ່ງທີ່ຢູ່ເທິງທ້ອງຟ້າ ແລະ ເທິງແຜ່ນດິນໂລກຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ພວກເຂົາບໍ່ມີທາງເລືອກອື່ນ ແລະ ລ້ວນແລ້ວແຕ່ຕ້ອງຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ. ສິ່ງນີ້ຖືກບັນຍັດໂດຍພຣະເຈົ້າ ແລະ ເປັນສິດອຳນາດຂອງພຣະເຈົ້າ. ພຣະເຈົ້າບັນຊາທຸກສິ່ງ ແລະ ສັ່ງ ແລະ ຈັດຕໍາແໜ່ງໃຫ້ຊັບພະສິ່ງທັງປວງ ໂດຍທີ່ແຕ່ລະຢ່າງນັ້ນແມ່ນຖືກຈັດແຈງຕາມປະເພດຂອງໃຜມັນ ແລະ ຈັດແບ່ງຕາມຕໍາແໜ່ງຂອງພວກເຂົາເອງ ຕາມຄວາມປະສົງຂອງພຣະເຈົ້າ. ບໍ່ວ່າມັນຈະຍິ່ງໃຫຍ່ສໍ່າໃດກໍຕາມ, ບໍ່ມີຫຍັງສາມາດລື່ນພຣະເຈົ້າໄດ້ ແລະ ທຸກສິ່ງຮັບໃຊ້ມະນຸດຊາດທີ່ພຣະເຈົ້າສ້າງ ແລະ ບໍ່ມີສິ່ງໃດກ້າທີ່ຈະບໍ່ເຊື່ອຟັງພຣະເຈົ້າ ຫຼື ທີ່ຈະຮຽກຮ້ອງຫຍັງຈາກພຣະເຈົ້າໄດ້. ດ້ວຍເຫດນັ້ນ ມະນຸດ ໃນຖານະທີ່ເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ກໍຕ້ອງປະຕິບັດໜ້າທີ່ຂອງມະນຸດເຊັ່ນກັນ. ບໍ່ວ່າມະນຸດຈະເປັນເຈົ້ານາຍ ຫຼື ຜູ້ດູແລຂອງບັນດາສິ່ງທັງປວງ, ບໍ່ວ່າສະຖານະຂອງມະນຸດຈະສູງສົ່ງສໍ່າໃດກໍຕາມທ່າມກາງສິ່ງທັງປວງ, ຢ່າງໃດກໍຕາມ ພວກເຂົາກໍຍັງເປັນພຽງມະນຸດເລັກນ້ອຍທີ່ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຫຼາຍໄປກວ່າມະນຸດທີ່ບໍ່ສຳຄັນ ຫຼື ຫຼາຍກວ່າສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ຢູ່ເໜືອພຣະເຈົ້າໄດ້ຈັກເທື່ອ. ໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ມະນຸດຄວນສະແຫວງຫາເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອຮັກພຣະເຈົ້າໂດຍບໍ່ຕັດສິນໃຈເປັນຢ່າງອື່ນ ຍ້ອນພຣະເຈົ້າສົມຄວນໄດ້ຮັບຄວາມຮັກຂອງມະນຸດ. ຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າບໍ່ຄວນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ສິ່ງທີ່ພວກເຂົາປາຖະໜາເປັນການສ່ວນຕົວ; ນີ້ຄືວິທີການສະແຫວງຫາທີ່ຖືກຕ້ອງທີ່ສຸດ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນຄວາມຈິງ, ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດກໍແມ່ນຄວາມຈິງ ແລະ ສິ່ງທີ່ເຈົ້າບັນລຸກໍຄືການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເສັ້ນທາງທີ່ເຈົ້າຍ່າງກໍເປັນເສັ້ນທາງທີ່ຖືກຕ້ອງ. ຖ້າສິ່ງທີ່ເຈົ້າສະແຫວງຫາຄືຄວາມສຸກທາງເນື້ອໜັງ ແລະ ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດແມ່ນຄວາມຈິງຈາກແນວຄິດຂອງເຈົ້າເອງ ແລະ ຖ້າບໍ່ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ແລະ ເຈົ້າບໍ່ເຊື່ອຟັງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງເລີຍ ແລະ ເຈົ້າຍັງດຳລົງຊີວິດຢູ່ກັບຄວາມເລື່ອນລອຍ, ແລ້ວສິ່ງທີ່ເຈົ້າສະແຫວງຫາກໍຈະນໍາພາເຈົ້າໄປສູ່ນະລົກຢ່າງແນ່ນອນ, ຍ້ອນວ່າເສັ້ນທາງທີ່ເຈົ້າຍ່າງນັ້ນເປັນເສັ້ນທາງແຫ່ງຄວາມລົ້ມເຫຼວ. ບໍ່ວ່າເຈົ້າຈະຖືກເຮັດໃຫ້ສົມບູນ ຫຼື ຖືກລົບລ້າງ ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ ເຊິ່ງໝາຍຄວາມວ່າ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນຢູ່ກັບເສັ້ນທາງທີ່ມະນຸດຍ່າງ.

​ກ່ອນ​ນີ້ :ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ

ຕໍ່​ໄປ:ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ທ່ານອາດຈະຍັງມັກ

  • ພຣະໂອວາດສາມຂໍ້

    ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນ ຈົງຮັກພັກດີຕໍ່ຜູ້ໃດ ນອກຈາກຕໍ່ພຣະອົງໃນທຸກສິ່ງ ທຸກຢ່າງ ແລະ ຕ້ອງສາມາດປະຕິບັດຕາມພຣະປະສົງຂອງພຣະອົງໃນທຸກສິ່ງທຸກຢ…

  • ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ

    ນັບຕັ້ງແຕ່ເລີ້ມຕົ້ນພາລະກິດຂອງພຣະອົງຢູ່ໃນທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊາຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂ…

  • ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

    ບັນຫາທົ່ວໄປທີ່ເກີດຂຶ້ນກັບມະນຸດທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ສາມາດເຮັດຕາມໄດ້. ປັດໄຈຢ່າງໜຶ່ງແມ່ນຍ້ອນມະນຸດບໍ່ເຕັມໃຈທີ່ຈະຮັບຜົນຕາມມາ ແລະ ອີກຢ່າງກ…

  • ຄໍານໍາ

    ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງການເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ໄດ້ເປັນຄົນທີ່ເຊື່ອຟັງພຣະເ…