1. ຄວາມແຕກຕ່າງລະຫວ່າງພາລະກິດແຫ່ງການໄຖ່ຂອງພຣະເຢຊູເຈົ້າ ແລະ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງພຣະຄຸນ, ພຣະເຢຊູປະຕິບັດພາລະກິດປະເພດດັ່ງກ່າວຫຼາຍພໍສົມຄວນ ເຊັ່ນ: ການຮັກສາຄົນເຈັບປ່ວຍ, ການຂັບໄລ່ຜີຮ້າຍ, ການວາງມືຂອງພຣະອົງໃສ່ມະນຸດເພື່ອອະທິຖານໃຫ້ກັບເຂົາ ແລະ ປະທານພອນໃຫ້ແກ່ມະນຸດ. ແຕ່ການປະຕິບັດແບບນັ້ນອີກຄັ້ງຈະບໍ່ມີຄວາມໝາຍຫຍັງໃນປັດຈຸບັນ. ໃນເວລານັ້ນ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນລັກສະນະນັ້ນກໍຍ້ອນວ່າ ມັນເປັນຍຸກແຫ່ງພຣະຄຸນ ແລະ ໃນຍຸກນັ້ນແມ່ນມີຄວາມເມດຕາກະລຸນາຕໍ່ມະນຸດຢ່າງຫຼວງຫຼາຍ. ບໍ່ມີການຮຽກຮ້ອງໃຫ້ເຂົາຈ່າຍລາຄາ ບໍ່ວ່າໃນຮູບແບບໃດກໍຕາມ ແລະ ຕາບໃດທີ່ເຂົາມີຄວາມເຊື່ອ ເຂົາກໍຈະໄດ້ຮັບຄວາມກະລຸນາ. ທຸກຄົນຖືກປະຕິບັດດ້ວຍຄວາມເມດຕາຢ່າງຫຼວງຫຼາຍ. ປັດຈຸບັນນີ້ ຍຸກໄດ້ປ່ຽນແປງແລ້ວ ແລະ ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າຂຶ້ນ. ການຕໍ່ຕ້ານຂອງມະນຸດ ແລະ ສິ່ງທີ່ສົກກະປົກພາຍໃນມະນຸດຈະຖືກລົບລ້າງຜ່ານການຕີສອນ ແລະ ການພິພາກສາ. ຂັ້ນຕອນນັ້ນເປັນຂັ້ນຕອນແຫ່ງການໄຖ່ບາບ, ພຣະເຈົ້າຈໍາເປັນຕ້ອງປະຕິບັດພາລະກິດດ້ວຍວິທີນັ້ນ ເຊິ່ງພຣະອົງໄດ້ສະແດງພຣະຄຸນຢ່າງພຽງພໍໃຫ້ມະນຸດໄດ້ຊື່ນຊົມ ເພື່ອວ່າມະນຸດຈະໄດ້ຮັບການໄຖ່ບາບ ແລະ ດ້ວຍວິທີທາງແຫ່ງພຣະຄຸນ ພວກເຂົາຈະໄດ້ຮັບການອະໄພຈາກຄວາມຜິດບາບຂອງພວກເຂົາ. ແຕ່ຂັ້ນຕອນປັດຈຸບັນນີ້ແມ່ນເພື່ອເປີດເຜີຍຄວາມບໍ່ຊອບທໍາພາຍໃນມະນຸດດ້ວຍວິທີການຕີສອນ, ການພິພາກສາ, ການລົງໂທດດ້ວຍພຣະທໍາ ພ້ອມດ້ວຍວິໄນ ແລະ ການເປີດເຜີຍພຣະທໍາ ເພື່ອມະນຸດຈະໄດ້ລອດພົ້ນ. ນີ້ແມ່ນພາລະກິດທີ່ເລິກເຊິ່ງກວ່າການໄຖ່ບາບ. ຄວາມກະລຸນາໃນຍຸກແຫ່ງພຣະຄຸນແມ່ນພຽງພໍສໍາລັບການຊື່ນຊົມຂອງມະນຸດ; ບັດນີ້ເມື່ອມະນຸດໄດ້ສໍາພັດກັບພຣະຄຸນນີ້ແລ້ວ, ພວກເຂົາບໍ່ຈໍາເປັນຕ້ອງຊື່ນຊົມມັນອີກຕໍ່ໄປ. ພາລະກິດນີ້ໄດ້ຜ່ານໄປແລ້ວ ແລະ ບໍ່ຕ້ອງປະຕິບັດມັນອີກຕໍ່ໄປ. ບັດນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຜ່ານການພິພາກສາແຫ່ງພຣະທໍາ. ຫລັງຈາກທີ່ມະນຸດຖືກຕັດສິນ, ຕີສອນ ແລະ ຊໍາລະລ້າງ ຈາກນັ້ນອຸປະນິໄສຂອງພວກເຂົາກໍໄດ້ຮັບການປ່ຽນແປງ. ທັງໝົດນີ້ບໍ່ແມ່ນຍ້ອນພຣະທໍາທີ່ເຮົາໄດ້ກ່າວບໍ?

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ... ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 4. ທຳມະຊາດຂອງບັນຫາການບໍ່ຍອມຮັບຊື່ໃໝ່ຂອງພຣະເຈົ້າ

ຕໍ່ໄປ: 2. ຄວາມແຕກຕ່າງລະຫວ່າງຄວາມຈິງທີ່ສະແດງອອກໂດຍພຣະເຢຊູເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້