2. ຄວາມແຕກຕ່າງລະຫວ່າງຄວາມຈິງທີ່ສະແດງອອກໂດຍພຣະເຢຊູເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17)

“ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13).

“ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງພຣະເຢຊູແມ່ນພຽງແຕ່ເພື່ອການໄຖ່ມະນຸດ ແລະ ການຖືກຄຶງໃສ່ໄມ້ກາງແຂນ. ສະນັ້ນຈຶ່ງບໍ່ຈຳເປັນສໍາລັບພຣະອົງທີ່ຈະກ່າວພຣະທຳເພີ່ມເພື່ອເອົາຊະນະມະນຸດຄົນໃດຄົນໜຶ່ງ. ຫຼາຍສິ່ງທີ່ພຣະອົງສັ່ງສອນມະນຸດກໍອອກມາຈາກພຣະທຳໃນພຣະຄຳພີ ແລະ ເຖິງແມ່ນພາລະກິດຂອງພຣະອົງຈະບໍ່ໄດ້ໃຫຍ່ກວ່າພຣະຄຳພີ, ແຕ່ພຣະອົງກໍຍັງສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນສຳເລັດລົງ. ພາລະກິດຂອງພຣະອົງບໍ່ແມ່ນພາລະກິດແຫ່ງພຣະທຳ ຫຼື ບໍ່ແມ່ນເພື່ອເອົາຊະນະມະນຸດຊາດ, ແຕ່ແມ່ນເພື່ອໄຖ່ມະນຸດຊາດ. ພຣະອົງພຽງແຕ່ເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບໃຫ້ກັບມະນຸດຊາດເທົ່ານັ້ນ ແລະ ບໍ່ໄດ້ເຮັດໜ້າທີ່ເປັນແຫຼ່ງກໍາເນີດແຫ່ງພຣະທຳສຳລັບມະນຸດຊາດ. ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຊາວຕ່າງຊາດ ເຊິ່ງເປັນພາລະກິດແຫ່ງການເອົາຊະນະມະນຸດ, ແຕ່ປະຕິບັດພາລະກິດແຫ່ງການຄຶງກາງແຂນ, ເຊິ່ງເປັນພາລະກິດທີ່ກະທຳທ່າມກາງຄົນທີ່ເຊື່ອວ່າມີພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງໄດ້ຮັບການປະຕິບັດບົນພື້ນຖານແຫ່ງພຣະຄຳພີ ແລະ ພຣະອົງນໍາໃຊ້ສິ່ງທີ່ພວກຜູ້ປະກາດພຣະທຳທີ່ເກົ່າແກ່ໄດ້ກ່າວໄວ້ລ່ວງໜ້າເພື່ອປະນາມພວກຟາລີຊາຍ, ນີ້ກໍພຽພໍທີ່ຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງສຳເລັດລົງແລ້ວ. ຖ້າພາລະກິດໃນປັດຈຸບັນຍັງຖືກປະຕິບັດບົນພື້ນຖານຂອງຄຳທຳນວາຍຂອງພວກຜູ້ປະກາດພຣະທຳທີ່ຜ່ານມາ ເຊິ່ງຢູ່ໃນພຣະຄຳພີ, ແລ້ວມັນກໍເປັນໄປບໍ່ໄດ້ເລີຍທີ່ຈະເອົາຊະນະພວກເຈົ້າ, ຍ້ອນພຣະສັນຍາເດີມບໍ່ໄດ້ມີການບັນທຶກກ່ຽວກັບຄວາມບໍ່ເຊື່ອຟັງ ແລະ ຄວາມຜິດບາບຂອງພວກເຈົ້າ ເຊິ່ງເປັນປະຊາຊົນຈີນ ແລະ ບໍ່ມີປະຫວັດສາດກ່ຽວກັບຄວາມຜິດບາບຂອງພວກເຈົ້າເລີຍ. ດ້ວຍເຫດນັ້ນ ຖ້າພາລະກິດນີ້ຍັງຄ້າງຢູ່ໃນພຣະຄຳພີ ພວກເຈົ້າກໍຈະບໍ່ຍອມຕາມຈັກເທື່ອ.​ ພຣະຄໍາພີບັນທຶກແຕ່ປະຫວັດສາດທີ່ຈໍາກັດຂອງປະຊາຊົນອິດສະຣາເອັນ ເຊິ່ງເປັນສິ່ງທີ່ບໍ່ສາມາດພິສູດວ່າພວກເຈົ້າຊົ່ວຮ້າຍ ຫຼື ດີ ຫຼື ສາມາດຕັດສິນພວກເຈົ້າໄດ້. ໃຫ້ຈິນຕະນາການເບິ່ງວ່າ ຖ້າເຮົາຕ້ອງຕັດສິນພວກເຈົ້າຕາມປະຫວັດສາດຂອງປະຊາຊົນອິດສະຣາເອັນ ແລ້ວພວກເຈົ້າຍັງຈະຕິດຕາມເຮົາເໝືອນກັບທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນນີ້ບໍ? ພວກເຈົ້າຮູ້ຢູ່ບໍວ່າ ພວກເຈົ້າເອົາໃຈຍາກຫຼາຍສໍ່າໃດ? ຖ້າບໍ່ມີພຣະທຳທີ່ຖືກກ່າວໃນລະຫວ່າງຂັ້ນຕອນນີ້ ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງການເອົາຊະນະນັ້ນສຳເລັດລົງ. ເພາະເຮົາບໍ່ໄດ້ສະເດັດມາເພື່ອຖືກຄຶງທີ່ໄມ້ກາງແຂນ, ເຮົາຕ້ອງກ່າວພຣະທຳທີ່ແຕກຕ່າງຈາກພຣະຄຳພີ ເພື່ອວ່າພວກເຈົ້າອາດຈະຖືກເອົາຊະນະ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບົດເທດສະນາເທິງພູເຂົາ

ຄວາມສຸກອັນແທ້ຈິງ (ມັດທາຍ 5:3–12)

ເກືອ ແລະ ແສງສະຫວ່າງ (ມັດທາຍ 5:13–16)

ກົດບັນຍັດ (ມັດທາຍ 5:17–20)

ຄວາມໃຈຮ້າຍ (ມັດທາຍ 5:21–26)

ການຫຼິ້ນຊູ້ (ມັດທາຍ 5:27–30)

ການຢ່າຮ້າງ (ມັດທາຍ 5:31–32)

ຄຳສາບານ (ມັດທາຍ 5:33–37)

ການແກ້ແຄ້ນ (ມັດທາຍ 5:38–42)

ຮັກສັດຕູຂອງເຈົ້າ (ມັດທາຍ 5:43–48)

ຄຳສັ່ງສອນເລື່ອງການໃຫ້ທານ (ມັດທາຍ 6:1–4)

ການພາວັນນາອະທິຖານ (ມັດທາຍ 6:5–8)

...........

ກ່ອນອື່ນ ໃຫ້ພວກເຮົາມາເບິ່ງແຕ່ລະພາກສ່ວນທີ່ແຕກຕ່າງກັນຂອງ “ບົດເທດສະໜາເທິງພູເຂົາ”. ພາກສ່ວນຕ່າງໆເຫຼົ່ານີ້ໄດ້ກ່າວເຖິງຫຍັງ? ມັນສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເນື້ອຫາຂອງພາກສ່ວນຕ່າງໆເຫຼົ່ານີ້ແມ່ນຖືກຍົກສູງຍິ່ງຂຶ້ນ, ເປັນຮູບປະທຳຫຼາຍຂຶ້ນ ແລະ ໃກ້ຊິດກັບຊີວິດຂອງຜູ້ຄົນຫຼາຍກວ່າກົດລະບຽບໃນຍຸກແຫ່ງພຣະບັນຍັດ. ເວົ້າໃນຄຳສັບໃນປັດຈຸບັນກໍຄື ສິ່ງເຫຼົ່ານີ້ກ່ຽວຂ້ອງກັບການປະຕິບັດຕົວຈິງຂອງຜູ້ຄົນຫຼາຍຂຶ້ນ.

ໃຫ້ພວກເຮົາອ່ານກ່ຽວກັບເນື້ອຫາໂດຍສະເພາະດັ່ງຕໍ່ໄປນີ້: ເຈົ້າຄວນເຂົ້າໃຈແນວໃດກ່ຽວກັບຄວາມສຸກອັນແທ້ຈິງ? ເຈົ້າຄວນເຂົ້າໃຈຫຍັງກ່ຽວກັບກົດບັນຍັດ? ຄວາມໃຈຮ້າຍຄວນນິຍາມວ່າແນວໃດ? ຜູ້ຫຼິ້ນຊູ້ຄວນຖືກຈັດການແນວໃດ? ຈະກ່າວເຖິງການຢ່າຮ້າງແນວໃດ ແລະ ມີກົດລະບຽບແບບໃດກ່ຽວກັບສິ່ງນັ້ນ? ຜູ້ໃດສາມາດຢ່າຮ້າງໄດ້ ແລະ ຜູ້ໃດບໍ່ສາມາດຢ່າຮ້າງໄດ້? ກ່ຽວກັບຄຳສາບານ, ການແກ້ແຄ້ນ, ການຮັກສັດຕູຂອງເຈົ້າ ແລະ ການກຸສົນເດ? ແລະ ອື່ນໆອີກ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບທຸກດ້ານຂອງການປະຕິບັດຕໍ່ຄວາມເຊື່ອຂອງມະນຸດໃນພຣະເຈົ້າ ແລະ ການທີ່ພວກເຂົາຕິດຕາມພຣະເຈົ້າ. ການປະຕິບັດບາງຢ່າງກໍຍັງໃຊ້ໄດ້ໃນປັດຈຸບັນ, ເຖິງແມ່ນພວກມັນຕື້ນກວ່າສິ່ງທີ່ຮຽກຮ້ອງຈາກຜູ້ຄົນໃນປັດຈຸບັນ ນັ້ນກໍຄື ຂ້ອນຂ້າງເປັນພື້ນຖານຄວາມຈິງທີ່ຜູ້ຄົນໄດ້ຜະເຊີນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ນັບຕັ້ງແຕ່ເວລາທີ່ພຣະເຢຊູເຈົ້າໄດ້ເລີ່ມຕົ້ນປະຕິບັດພາລະກິດ, ພຣະອົງກໍເລີ່ມປະຕິບັດພາລະກິດໃນຊີວິດ–ອຸປະນິໄສຂອງມະນຸດແລ້ວ, ແຕ່ລັກສະນະເຫຼົ່ານີ້ຂອງພາລະກິດຂອງພຣະອົງແມ່ນອີງບົນພື້ນຖານຂອງກົດບັນຍັດ. ກົດລະບຽບ ແລະ ວິທີການເວົ້າກ່ຽວກັບຫົວຂໍ້ເຫຼົ່ານີ້ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ? ແນ່ນອນ ພວກມັນມີແນວກ່ຽວຂ້ອງ! ທຸກກົດລະບຽບ ແລະ ຫຼັກການທີ່ຜ່ານມາ ພ້ອມທັງບົດເທດສະໜາເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ ແມ່ນກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ແນ່ນອນວ່າ ມັນກ່ຽວຂ້ອງກັບຄວາມຈິງ. ບໍ່ວ່າພຣະເຈົ້າຈະສະແດງຫຍັງກໍຕາມ ແລະ ບໍ່ວ່າພຣະອົງຈະໃຊ້ລັກສະນະຫຍັງເພື່ອສະແດງອອກ ຫຼື ພາສາຫຍັງກໍຕາມ, ສິ່ງຕ່າງໆທີ່ພຣະອົງສະແດງອອກລ້ວນແລ້ວແຕ່ມີພື້ນຖານ, ແຫຼ່ງທີ່ມາ ແລະ ຈຸດເລີ່ມຕົ້ນຂອງພວກມັນໃນຫຼັກການແຫ່ງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ສິ່ງນີ້ເປັນຈິງແທ້. ສະນັ້ນ ເຖິງແມ່ນສິ່ງເຫຼົ່ານີ້ທີ່ພຣະອົງກ່າວ ເບິ່ງຄືຕື້ນໜ້ອຍໜຶ່ງໃນຕອນນີ້, ເຈົ້າກໍຍັງບໍ່ສາມາດເວົ້າໄດ້ວ່າ ສິ່ງນັ້ນບໍ່ແມ່ນຄວາມຈິງ, ເພາະພວກມັນແມ່ນສິ່ງທີ່ຈຳເປັນຫຼາຍສຳລັບຜູ້ຄົນໃນຍຸກແຫ່ງພຣະຄຸນ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ບັນລຸການປ່ຽນແປງໃນຊີວິດ ແລະ ອຸປະນິໄສຂອງພວກເຂົາ. ເຈົ້າສາມາດເວົ້າໄດ້ບໍວ່າ ມີສິ່ງໃດໃນບັນດາຄຳເທດສະໜາເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຄວາມຈິງ? ບໍ່, ເຈົ້າບໍ່ສາມາດເວົ້າໄດ້! ທຸກຄຳເທດສະໜາແມ່ນຄວາມຈິງ ຍ້ອນພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ພຣະເຈົ້າຮຽກຮ້ອງສຳລັບມະນຸດຊາດ; ພວກມັນລ້ວນແລ້ວແຕ່ເປັນຫຼັກການ ແລະ ຂອບເຂດທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ, ມັນສະແດງເຖິງວິທີທີ່ຄົນໆໜຶ່ງຄວນປະພຶດຕົນ ແລະ ມັນເປັນຕົວແທນໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ອີງຕາມລະດັບການເຕີບໃຫຍ່ໃນຊີວິດຂອງພວກເຂົາໃນເວລານັ້ນ, ສິ່ງເຫຼົ່ານີ້ແມ່ນສິ່ງດຽວທີ່ພວກເຂົາສາມາດຍອມຮັບ ແລະ ເຂົ້າໃຈໄດ້. ຍ້ອນຄວາມຜິດບາບຂອງມະນຸດຊາດຍັງບໍ່ທັນຖືກແກ້ໄຂ, ສິ່ງເຫຼົ່ານີ້ຈຶ່ງເປັນພຽງພຣະທຳທີ່ພຣະເຢຊູເຈົ້າສາມາດກ່າວ ແລະ ພຣະອົງພຽງແຕ່ສາມາດໃຊ້ຄຳສັ່ງສອນທໍາມະດາພາຍໃນຂອບເຂດນີ້ເທົ່ານັ້ນເພື່ອບອກແກ່ຜູ້ຄົນວ່າ ພວກເຂົາຄວນປະພຶດແນວໃດໃນເວລານັ້ນ, ພວກເຂົາຄວນເຮັດແນວໃດ, ພວກເຂົາຄວນເຮັດສິ່ງຕ່າງໆພາຍໃນຫຼັກການ ແລະ ຂອບເຂດຫຍັງ ແລະ ພວກເຂົາຄວນເຊື່ອໃນພຣະເຈົ້າ ແລະ ບັນລຸເງື່ອນໄຂຂອງພຣະອົງແນວໃດ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມວຸດທິພາວະຂອງມະນຸດຊາດໃນເວລານັ້ນ. ມັນບໍ່ໄດ້ງ່າຍສຳລັບຜູ້ຄົນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ກົດບັນຍັດທີ່ຈະຍອມຮັບເອົາຄຳສັ່ງສອນເຫຼົ່ານີ້, ສະນັ້ນ ສິ່ງທີ່ພຣະເຢຊູເຈົ້າສັ່ງສອນຈຶ່ງຕ້ອງຢູ່ພາຍໃນຂອບເຂດນີ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລານັ້ນ ພຣະເຢຊູພຽງແຕ່ກ່າວຄຳເທດສະໜາເປັນຊຸດຕໍ່ສາວົກຂອງພຣະອົງໃນຍຸກແຫ່ງພຣະຄຸນ ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ວິທີການປະຕິບັດ, ວິທີການເຕົ້າໂຮມກັນ, ວິທີການອ້ອນວອນອະທິຖານ, ວິທີການປະຕິບັດຕໍ່ຄົນອື່ນ ແລະ ອື່ນໆອີກ. ພາລະກິດທີ່ພຣະອົງປະຕິບັດແມ່ນເປັນຂອງຍຸກແຫ່ງພຣະຄຸນ ແລະ ພຣະອົງພຽງອະທິບາຍຢ່າງລະອຽດເຖິງວິທີທີ່ສາວົກ ແລະ ຜູ້ຄົນເຫຼົ່ານັ້ນທີ່ຕິດຕາມພຣະອົງຄວນປະຕິບັດ. ພຣະອົງປະຕິບັດພຽງພາລະກິດໃນຍຸກແຫ່ງພຣະຄຸນ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງຍຸກສຸດທ້າຍ. ເມື່ອພຣະເຢໂຮວາບັນທຶກພຣະບັນຍັດລົງໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ເປັນຫຍັງພຣະອົງຈຶ່ງບໍ່ດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດໃຫ້ຊັດເຈນລ່ວງໜ້າກ່ຽວກັບພາລະກິດຂອງຍຸກແຫ່ງພຣະຄຸນ? ສິ່ງນີ້ຈະບໍ່ຊ່ວຍໃຫ້ມະນຸດຍອມຮັບພາລະກິດນັ້ນບໍ? ພຣະອົງພຽງແຕ່ທຳນວາຍວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ ແລະ ມີອຳນາດ, ແຕ່ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນໄວ້ລ່ວງໜ້າເລີຍ. ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກມີຂອບເຂດທີ່ຊັດເຈນ; ພຣະອົງພຽງປະຕິບັດພາລະກິດຂອງຍຸກປັດຈຸບັນ ແລະ ບໍ່ປະຕິບັດໃນຂັ້ນຕອນຖັດໄປຂອງພາລະກິດໃດໄວ້ລ່ວງໜ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ, ພາລະກິດຕົວແທນຂອງພຣະອົງໃນແຕ່ລະຍຸກຈຶ່ງຈະຖືກນໍາມາໄວ້ຢູ່ທາງໜ້າ. ພຣະເຢຊູໄດ້ກ່າວເຖິງສັນຍານກ່ຽວກັບຍຸກສຸດທ້າຍ, ເຖິງວິທີການອົດທົນ ແລະ ການຮັບເອົາຄວາມລອດພົ້ນ, ການກັບໃຈ ແລະ ສາລະພາບຄວາມຜິດ ແລະ ການແບກໄມ້ກາງແຂນ ແລະ ອົດທົນຕໍ່ການທົນທຸກທໍລະມານ; ພຣະອົງບໍ່ເຄີຍກ່າວເຖິງວີທີທີ່ມະນຸດໃນຍຸກສຸດທ້າຍຄວນເຂົ້າຫາ ຫຼື ວິທີທີ່ເຂົາຄວນສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ ມັນຈະບໍ່ເປັນຕາຫົວບໍທີ່ຈະຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໃນພຣະຄຳພີ? ເຈົ້າສາມາດເບິ່ງຫຍັງໄດ້ ໂດຍການຍຶດຖືພຣະຄຳພີໄວ້ເທົ່ານັ້ນ? ບໍ່ວ່າຈະເປັນນັກແປຄວາມໝາຍພຣະຄຳພີ ຫຼື ນັກເທດສະໜາ ມີໃຜແດ່ທີ່ສາມາດທໍານວາຍພາລະກິດຂອງປັດຈຸບັນໄດ້ລ່ວງໜ້າ?

(ຄັດຈາກບົດ “ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອເວົ້າເຖິງຄໍາ “ພິພາກສາ,” ເຈົ້າມັກຈະຄິດເຖິງພຣະທຳທີ່ພຣະເຈົ້າເຢໂຮວາໄດ້ກ່າວໃນທຸກສະຖານທີ່ ແລະ ພຣະທຳແຫ່ງຂອງການຕຳນິຕິຕຽນທີ່ພຣະເຢຊູໄດ້ກ່າວກັບພວກຟາຣິຊາຍ. ເຖິງແມ່ນພຣະທຳເຫຼົ່ານີ້ຮຸນແຮງ, ພຣະທຳເຫຼົ່ານີ້ກໍບໍ່ແມ່ນຄໍາພິພາກສາຂອງພຣະເຈົ້າຕໍ່ມະນຸດ, ເປັນພຽງພຣະທຳທີ່ກ່າວໂດຍພຣະເຈົ້າຢູ່ໃນສະຖານະການທີ່ແຕກຕ່າງກັນ, ນັ້ນກໍຄື ບໍລິບົດທີ່ແຕກຕ່າງກັນ. ພຣະທຳເຫຼົ່ານີ້ບໍ່ຄືພຣະທຳທີ່ໄດ້ກ່າວໂດຍພຣະຄຣິດໃນເວລາທີ່ພຣະອົງພິພາກສາມະນຸດໃນຍຸກສຸດທ້າຍ. ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທໍາທີ່ພຣະເຈົ້າໄດ້ກ່າວໃນຍຸກນີ້ແມ່ນມີຄວາມແຕກຕ່າງກັນກັບພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະບັນຍັດ ແລະ ເຊັ່ນດຽວກັນ ພຣະທໍາດັ່ງກ່າວກໍແຕກຕ່າງຈາກພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະຄຸນ. ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າບໍ່ໄດ້ເຮັດພາລະກິດແຫ່ງພຣະທໍາ, ພຽງແຕ່ບັນລະຍາຍການຄຶງໃສ່ໄມ້ກາງແຂນເພື່ອໄຖ່ບາບມວນມະນຸດຊາດ. ພຣະຄໍາພີພຽງແຕ່ລະບຸວ່າເປັນຫຍັງພຣະເຢຊູຈິ່ງຖືກຄຶງໃສ່ໄມ້ກາງແຂນ ແລະ ຄວາມທຸກທໍລະມານທີ່ພຣະອົງໄດ້ຮັບເທິງໄມ້ກາງແຂນ ແລະ ວິທີມະນຸດຄວນຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ. ໃນຍຸກນັ້ນ, ພາລະກິດທັງໝົດທີ່ພຣະເຈົ້າໄດ້ກະທໍາແມ່ນເພື່ອການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນ. ໃນຍຸກແຫ່ງອານາຈັກ, ພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາເພື່ອເອົາຊະນະບັນດາຜູ້ທີ່ເຊື່ອໃນພຣະອົງທັງໝົດ. ນີ້ແມ່ນ “ພຣະທໍາປາກົດໃນຮ່າງກາຍ”; ພຣະເຈົ້າໄດ້ມາໃນຍຸກສຸດທ້າຍເພື່ອປະຕິບັດພາລະກິດນີ້, ເຊິ່ງເວົ້າໄດ້ວ່າພຣະອົງໄດ້ມາເພື່ອສຳເລັດຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ພຣະອົງພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ບໍ່ມີການສະແດງເຖິງຂໍ້ເທັດຈິງ. ນີ້ແມ່ນແກ່ນແທ້ຂອງພຣະທໍາປາກົດໃນຮ່າງກາຍມະນຸດ ແລະ ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາຂອງພຣະອົງ ນີ້ແມ່ນການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ ແລະ ພຣະທໍາສະຖິດເຂົ້າສູ່ຮ່າງກາຍມະນຸດ. “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ”. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະປະຕິບັດໃຫ້ສຳເລັດໃນຍຸກສຸດທ້າຍ (ພາລະກິດການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ) ແລະ ແມ່ນບົດສຸດທ້າຍຂອງແຜນການຄຸ້ມຄອງທັງໝົດຂອງພຣະອົງ, ດັ່ງນັ້ນ ພຣະເຈົ້າຕ້ອງໄດ້ມາໃນແຜ່ນດິນໂລກ ແລະ ສະແດງພຣະທໍາຂອງພຣະອົງໃນຮ່າງກາຍມະນຸດ. ນັ້ນຄືສິ່ງທີ່ໄດ້ສຳເລັດໃນວັນນີ້, ນັ້ນຄືສິ່ງທີ່ຈະສຳເລັດໃນອະນາຄົດ, ນັ້ນແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດ, ບັນດາຜູ້ທີ່ຈະຖືກຊ່ວຍໃຫ້ລອດ, ບັນດາຜູ້ທີ່ຈະຖືກທຳລາຍ ແລະ ອື່ນໆ. ພາລະກິດທັງໝົດນີ້ທີ່ປະຕິບັດໃນຍຸກສຸດທ້າຍຖືກກ່າວໄວ້ຢ່າງຈະແຈ້ງແລ້ວ ແລະ ທັງໝົດນັ້ນແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ບົດບັນຍັດການປົກຄອງ ແລະ ກົດເກນທີ່ໄດ້ອອກກ່ອນໜ້ານີ້, ບັນດາຜູ້ທີ່ຈະຖືກທຳລາຍ, ບັນດາຜູ້ທີ່ຈະເຂົ້າໄປສູ່ການພັກຜ່ອນ ພຣະທໍາທັງໝົດເຫຼົ່ານີ້ຕ້ອງໄດ້ຖືກບັນລຸ. ນີ້ແມ່ນພາລະກິດຫຼັກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດໃນຍຸກສຸດທ້າຍ. ພຣະອົງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ບັນດາຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ ແລະ ບັນດາຜູ້ທີ່ພຣະເຈົ້າບໍ່ໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ, ວິທີທີ່ຜູ້ຄົນ ແລະ ບຸດຂອງພຣະອົງຈະຖືກຄັດແຍກ; ແມ່ນຫຍັງຈະເກີດຂຶ້ນກັບອິສຣາເອັນ, ແມ່ນຫຍັງຈະເກີດຂຶ້ນກັບເອຢິບໃນອະນາຄົດ, ທຸກຂໍ້ຄວາມຂອງພຣະທໍາເຫຼົ່ານີ້ແມ່ນຈະຖືກບັນລຸຜົນທັງໝົດ. ຂັ້ນຕອນຂອງພາລະກິດພຣະເຈົ້າກຳລັງກ້າວໜ້າຢ່າງຫ້າວຫັນ. ພຣະເຈົ້າໃຊ້ພຣະທໍາເປັນເຄື່ອງມືໃນການເປີດເຜີຍໃຫ້ມະນຸດຮູ້ວ່າມີຫຍັງແດ່ທີ່ຕ້ອງສຳເລັດໃນແຕ່ລະຍຸກ, ມີຫຍັງແດ່ທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ປະຕິບັດ ແລະ ພຣະທໍາທັງໝົດເຫຼົ່ານີ້ແມ່ນເພື່ອບັນລຸຄວາມສຳຄັນອັນແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ທາດແທ້ແຫ່ງທຳມະຊາດຂອງມະນຸດ, ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ, ຄວາມຄິດທີ່ລ້າສະໄໝ ເຊິ່ງລວມທັງຄວາມຮູ້ ແລະ ວັດທະນະທຳຂອງມະນຸດ. ສິ່ງທັງໝົດນີ້ຕ້ອງຖືກປ່ອຍໄວ້ໃຫ້ຫວ່າງເປົ່າ ແລະ ເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ ແລະ ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈຈິດໃຈຂອງພຣະເຈົ້າ. ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ “ພຣະທໍາ” ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕິສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ອະທິບາຍ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະອົງຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ພ້ອມນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆກໍເພື່ອວ່າເຈົ້າຈະໄດ້ເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ທາດແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ແມ່ນແຕ່ຄວາມເຊື່ອຖືແບບຫຼັບຫູຫຼັບຕາ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງລະອຽດ. ເຈົ້າຈະໄດ້ເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າໃຈ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ປະຕິບັດພາລະກິດແຫ່ງການສິ້ນສຸດ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂັ້ນສຸດທ້າຍ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ; ຫຼັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າສິ້ນສຸດລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ບໍ່ໄດ້ອະທິບາຍຢ່າງຄົບຖ້ວນ. ແຕ່ເຖິງຢ່າງນັ້ນ ພຣະເຢຊູກໍບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແມ່ນເພື່ອການຖືກຄຶງໃສ່ໄມ້ກາງແຂນ ແລະ ບໍ່ຄືກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການເຮັດໃຫ້ທຸກສິ່ງຊັດເຈນຂຶ້ນ ແລະ ການສິ້ນສຸດພາລະກິດທັງໝົດ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງທີ່ສຸດ ກໍຈະບໍ່ມີທາງທີ່ຈະຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດແມ່ນຖືກນໍາມາສູ່ຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນນີ້ກໍຍັງມີຫຼາຍຄົນທີ່ບໍ່ເຂົ້າໃຈພຣະທຳຂອງພຣະອົງ ເຊິ່ງພາກັນເຂົ້າໃຈແບບຜິດໆ ແຕ່ກໍຍັງເຊື່ອວ່າຖືກຕ້ອງ ແລະ ບໍ່ຮູ້ວ່າ ພວກເຂົານັ້ນຜິດ. ສຸດທ້າຍ ຂັ້ນຕອນໃນປັດຈຸບັນນີ້ຈະນໍາພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ ແລະ ຈະໃຫ້ຜົນສະຫຼຸບຂອງມັນ. ທຸກຄົນຈະໄດ້ເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈຜິດຂອງເຂົາ, ແນວຄິດຂອງເຂົາກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຄົນຕ່າງຊາດ ແລະ ການອອກນອກທິດນອກທາງ ແລະ ຄວາມຜິດພາດອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ຄວາມແຕກຕ່າງລະຫວ່າງພາລະກິດແຫ່ງການໄຖ່ຂອງພຣະເຢຊູເຈົ້າ ແລະ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ

ຕໍ່ໄປ: 3. ຄວາມແຕກຕ່າງລະຫວ່າງຊີວິດແຫ່ງຄຣິສຕະຈັກໃນຍຸກແຫ່ງພຣະຄຸນ ແລະ ໃນຍຸກແຫ່ງລາຊະອານາຈັກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້