3. ຄວາມແຕກຕ່າງລະຫວ່າງຊີວິດແຫ່ງຄຣິສຕະຈັກໃນຍຸກແຫ່ງພຣະຄຸນ ແລະ ໃນຍຸກແຫ່ງລາຊະອານາຈັກ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າໄດ້ກັບຄືນສູ່ສະຫວັນຊັ້ນສາມ ແລະ ພາລະກິດຂອງພຣະເຈົ້າໃນການກູ້ໄຖ່ມະນຸດຊາດທັງປວງກໍໄດ້ກ້າວໄປສູ່ພາກສ່ວນສຸດທ້າຍຂອງມັນແທ້ໆແລ້ວ. ສິ່ງທີ່ຍັງຄົງຢູ່ເທິງແຜ່ນດິນໂລກແມ່ນໄມ້ກາງແຂນທີ່ພຣະເຢຊູແບກຢູ່ຫຼັງຂອງພຣະອົງ, ຜ້າຝ້າຍລິນິນສວຍງາມທີ່ພຣະເຢຊູຖືກປົກຄຸມໄວ້ ແລະ ມົງກຸດໜາມ ແລະ ຜ້າຄຸມສີມ່ວງອ່ອນທີ່ພຣະເຢຊູສວມໃສ່ (ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຊາວຢິວໃຊ້ເພື່ອເຍາະເຍີ້ຍພຣະອົງ). ນັ້ນກໍຄື ຫຼັງຈາກທີ່ພາລະກິດໃນການຄຶງພຣະເຢຊູເທິງໄມ້ກາງແຂນໄດ້ກໍ່ໃຫ້ເກີດມີຄວາມຮູ້ສຶກຫຼາຍ, ສິ່ງຕ່າງໆກໍໄດ້ສະຫງົບລົງ. ຈາກນັ້ນເປັນຕົ້ນມາ, ສາວົກຂອງພຣະເຢຊູກໍເລີ່ມປະຕິບັດພາລະກິດຂອງພຣະອົງຕໍ່ໄປ ໂດຍນໍາພາ ແລະ ຫົດນໍ້າໃນຄຣິສຕະຈັກທຸກຫົນທຸກແຫ່ງ. ເນື້ອຫາຂອງພາລະກິດຂອງພວກເຂົາເປັນແບບນີ້: ພວກເຂົາເຮັດໃຫ້ທຸກຄົນກັບໃຈ, ສາລະພາບບາບຂອງພວກເຂົາ ແລະ ຮັບບັບຕິດສະມາ.​ສາວົກທຸກຄົນເດີນໜ້າເຜີຍແຜ່ເລື່ອງລາວພາຍໃນ ເຊິ່ງເປັນເລື່ອງທີ່ບໍ່ໄດ້ແຕ່ງຂຶ້ນ ກ່ຽວກັບການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ ແລະ ດ້ວຍເຫດນັ້ນ ທຸກຄົນກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກລົ້ມໝອບລົງຕໍ່ໜ້າພຣະເຢຊູເພື່ອສາລະພາບບາບຂອງພວກເຂົາ; ແລະ ຍິ່ງໄປກວ່ານັ້ນ ພວກສາວົກກໍໄປທຸກບ່ອນເພື່ອເຜີຍແຜ່ພຣະທຳທີ່ພຣະເຢຊູໄດ້ກ່າວ. ຕັ້ງແຕ່ເວລານັ້ນກໍເລີ່ມການສ້າງຄຣິສຕະຈັກໃນຍຸກແຫ່ງພຣະຄຸນ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (6)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ທີ່ຜ່ານມາ, ໃນລະຫວ່າງການຊຸມນຸມພິເສດ ຫຼື ການຊຸມນຸມໃຫຍ່ທີ່ຖືກຈັດຂຶ້ນໃນສະຖານທີ່ຕ່າງໆ, ມີພຽງແຕ່ການກ່າວເຖິງດ້ານໜຶ່ງຂອງເສັ້ນທາງແຫ່ງການປະຕິບັດເທົ່ານັ້ນ. ການປະຕິບັດດັ່ງກ່າວແມ່ນສິ່ງທີ່ຖືກນໍາເຂົ້າສູ່ການປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ ແລະ ເກືອບຈະບໍ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບພຣະເຈົ້າເລີຍ ຍ້ອນນິມິດໃນຍຸກແຫ່ງພຣະຄຸນເປັນພຽງນິມິດຂອງການຄຶງພຣະເຢຊູ ແລະ ບໍ່ມີນິມິດທີ່ຍິ່ງໃຫຍ່ໄປກວ່ານັ້ນ. ມະນຸດຄວນຮູ້ພຽງແຕ່ພາລະກິດແຫ່ງການໄຖ່ບາບມະນຸດຊາດຂອງພຣະອົງຜ່ານທາງການຄຶງກາງແຂນເທົ່ານັ້ນ ແລະ ສະນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນຈຶ່ງບໍ່ມີນິມິດອື່ນໃດໃຫ້ມະນຸດຮູ້ຈັກເລີຍ. ໃນວິທີນີ້, ມະນຸດພຽງແຕ່ມີຄວາມຮູ້ເລັກໜ້ອຍກ່ຽວກັບພຣະເຈົ້າ ແລະ ນອກຈາກຄວາມຮູ້ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຢຊູແລ້ວ ກໍມີພຽງແຕ່ສິ່ງທຳມະດາ ແລະ ສິ່ງໜ້າເວດທະນາຈຳນວນເລັກນ້ອຍໃຫ້ເຂົານໍາໄປປະຕິບັດ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກປັດຈຸບັນຫຼາຍ. ໃນອະດີດ, ບໍ່ວ່າການຊຸມນຸມຂອງເຂົາຈະຢູ່ໃນຮູບແບບໃດກໍຕາມ, ມະນຸດກໍບໍ່ສາມາດກ່າວເຖິງຄວາມຮູ້ຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າໄດ້, ແຮງໄກທີ່ຈະມີຄົນໃດສາມາດກ່າວໄດ້ຢ່າງຊັດເຈນເຖິງເສັ້ນທາງຂອງການປະຕິບັດທີ່ເໝາະສົມທີ່ສຸດສໍາລັບມະນຸດທີ່ຈະເຂົ້າສູ່. ມະນຸດພຽງແຕ່ເພີ່ມລາຍລະອຽດທຳມະດາເລັກໜ້ອຍເຂົ້າໃນພື້ນຖານຂອງຄວາມອົດກັ້ນ ແລະ ຄວາມອົດທົນເທົ່ານັ້ນ; ບໍ່ມີການປ່ຽນແປງໃນທາດແທ້ຂອງການປະຕິບັດຂອງເຂົາເລີຍ, ຍ້ອນພາຍໃນຍຸກດັ່ງກ່າວນັ້ນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃໝ່ໃດໆ ແລະ ເງື່ອນໄຂດຽວທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືຄວາມອົດກັ້ນ ແລະ ຄວາມອົດທົນ ຫຼື ການແບກໄມ້ກາງແຂນ. ນອກຈາກການປະຕິບັດດັ່ງກ່າວແລ້ວ, ບໍ່ມີນິມິດທີ່ສູງສົ່ງກວ່າການຄຶງກາງແຂນຂອງພຣະເຢຊູ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ້າວໄປຂ້າງໜ້າ, ການເວົ້າເຖິງພຣະທໍາຂອງພຣະເຈົ້າຄືຫຼັກການທີ່ເຈົ້າຄວນເວົ້າ. ຕາມທໍາມະດາແລ້ວ ເມື່ອພວກເຈົ້າຊຸມນຸມກັນ ພວກເຈົ້າຄວນສາມາດສົນທະນາກັນກ່ຽວກັບພຣະທໍາຂອງພຣະເຈົ້າ, ຍົກເອົາພຣະທໍາຂອງພຣະເຈົ້າເປັນເນື້ອຄວາມໃນການສົນທະນາ, ເວົ້າກ່ຽວກັບສິ່ງທີ່ພວກເຈົ້າຮູ້ກ່ຽວກັບພຣະທໍາຂອງຣະເຈົ້າ, ວິທີທີ່ພວກເຈົ້າຈະນໍາເອົາພຣະທໍາຂອງພຣະອົງເຂົ້ານໍາໃຊ້ໃນການປະຕິບັດ ແລະ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ. ສິ່ງທີ່ເຈົ້າຕ້ອງການເຮັດກໍຄື ເຂົ້າຮ່ວມພົບປະສົນທະນາກັບເພື່ອນມິດກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ພຣະວິນຍານບໍລິສຸດຈະໃຫ້ຄວາມສະຫວ່າງແກ່ເຈົ້າເອງ. ການນໍາໄປສູ່ໂລກແຫ່ງພຣະທໍາຂອງພຣະເຈົ້າ ແມ່ນຕ້ອງໄດ້ອາໄສຄວາມຮ່ວມມືຈາກມະນຸດ. ຖ້າເຈົ້າບໍ່ເຂົ້າສູ່ສິ່ງນີ້, ພຣະເຈົ້າກໍຈະບໍ່ມີທາງປະຕິບັດພາລະກິດໄດ້. ຖ້າເຈົ້າປິດປາກເຈົ້າໄວ້ ແລະ ບໍ່ເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ກໍຈະບໍ່ມີທາງທີ່ພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ເຈົ້າ. ເມື່ອໃດທີ່ເຈົ້າບໍ່ຄາວຽກ ກໍຈົ່ງເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ຢ່າເວົ້າລ້າໆ! ຈົ່ງເຮັດໃຫ້ຊີວິດຂອງເຈົ້າເຕັມໄປດ້ວຍພຣະທໍາຂອງພຣະເຈົ້າ ແລ້ວເມື່ອນັ້ນເຈົ້າຈະເປັນຄົນທີ່ເຊື່ອຢ່າງຈິງຈັງ. ເຖິງແມ່ນວ່າ ການພົບປະສົນທະນາກັບເພື່ອນມິດຂອງເຈົ້າຈະເປັນພຽງຜິວເຜີນ ກໍບໍ່ເປັນຫຍັງ. ຖ້າບໍ່ມີຄວາມຜີວເຜີນ ກໍຈະບໍ່ມີຄວາມເລິກເຊິ່ງ. ທຸກວິທີການຕ້ອງຜ່ານຂະບວນການຂອງມັນ. ຜ່ານການຝຶກຝົນຂອງເຈົ້າ, ເຈົ້າໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສະຫວ່າງຂອງພຣະວິນຍານບໍລິສຸດທີ່ສະຖິດໃນຕົວເຈົ້າ ແລະ ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດ້ວຍປະສິດທິຜົນ. ຫຼັງຈາກໄລຍະເວລາຂອງການກວດສອບ, ເຈົ້າຈະໄດ້ເຂົ້າສູ່ໂລກແຫ່ງຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ. ພຽງແຕ່ເຈົ້າມີຄວາມຕັ້ງໃຈຮ່ວມມື ເຈົ້າກໍຈະໄດ້ຮັບພອນຈາກພຣະວິນຍານບໍລິສຸດ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອເປັນພະຍານໃຫ້ກັບພຣະເຈົ້າ, ຫຼັກໆແລ້ວເຈົ້າກໍຄວນເວົ້າກ່ຽວກັບວິທີທີ່ພຣະເຈົ້າພິພາກສາ ແລະ ຂ້ຽນຕີຜູ້ຄົນ, ແມ່ນຫຍັງທີ່ພຣະອົງໃຊ້ໃນການທົດລອງເພື່ອຫຼໍ່ຫຼອມຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ພ້ອມນັ້ນ ເຈົ້າຄວນເວົ້າກ່ຽວກັບຄວາມເສື່ອມຊາມວ່າຖືກເປີດເຜີຍໃນປະສົບການຂອງພວກເຈົ້າຫຼາຍສໍ່າໃດ, ພວກເຈົ້າໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຈົ້າຖືກເອົາຊະນະໂດຍພຣະເຈົ້າໄດ້ແນວໃດໃນທີ່ສຸດ; ເວົ້າກ່ຽວກັບເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າຫຼາຍສໍ່າໃດ ແລະ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ ແລະ ຕອບແທນພຣະອົງສຳລັບຄວາມຮັກຂອງພຣະອົງແນວໃດ. ພວກເຈົ້າຄວນໃສ່ເນື້ອຫາເຂົ້າໃນພາສາປະເພດນີ້ ໃນຂະນະທີ່ເວົ້າມັນອອກໃນລັກສະນະທີ່ງ່າຍໆ. ຢ່າເວົ້າກ່ຽວກັບທິດສະດີທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ເວົ້າຈາກຫົວໃຈ. ນີ້ແມ່ນວິທີທີ່ເຈົ້າຄວນຜະເຊີນ. ຢ່າປະກອບຕົນເອງດ້ວຍທິດສະດີທີ່ເບິ່ງຄືເລິກເຊິ່ງ ແລະ ວ່າງເປົ່າ ເພື່ອພະຍາຍາມໂອ້ອວດ; ການເຮັດແບບນັ້ນຈະເຮັດໃຫ້ເຈົ້າປາກົດວ່າອວດດີ ແລະ ຂາດຄວາມຮູ້ສຶກພໍສົມຄວນ. ເຈົ້າຄວນເວົ້າກ່ຽວກັບສິ່ງທີ່ເປັນຈິງຈາກປະສົບການຕົວຈິງຂອງເຈົ້າຫຼາຍຂຶ້ນ ທີ່ມັນເປັນຈິງ ແລະ ມາຈາກຫົວໃຈ; ສິ່ງນີ້ເປັນປະໂຫຍດທີ່ສຸດຕໍ່ຄົນອື່ນ ແລະ ເໝາະສົມທີ່ສຸດໃຫ້ພວກເຂົາໄດ້ເຫັນ. ພວກເຈົ້າເຄີຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າຫຼາຍທີ່ສຸດ ແລະ ມີແນວໂນ້ມທີ່ຈະອ່ອນນ້ອມຕໍ່ພຣະອົງໜ້ອຍທີ່ສຸດ, ແຕ່ໃນຕອນນີ້ ເຈົ້າໄດ້ຖືກເອົາຊະນະ, ຢ່າໄດ້ລືມສິ່ງນັ້ນ. ເຈົ້າຄວນໄຕ່ຕອງ ແລະ ຄິດກ່ຽວກັບສິ່ງເຫຼົ່ານີ້ຫຼາຍຂຶ້ນ. ຫຼັງຈາກທີ່ຜູ້ຄົນເຂົ້າໃຈພວກມັນຢ່າງຊັດເຈນ, ພວກເຂົາກໍຈະຮູ້ຈັກວິທີເປັນພະຍານ; ບໍ່ດັ່ງນັ້ນ ພວກເຂົາກໍຈະມີແນວໂນ້ມທີ່ຈະເຮັດການກະທຳທີ່ເປັນຕາອັບອາຍ ແລະ ຂາດຄວາມຮູ້ສຶກ.

(“ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

ກ່ອນນີ້: 2. ຄວາມແຕກຕ່າງລະຫວ່າງຄວາມຈິງທີ່ສະແດງອອກໂດຍພຣະເຢຊູເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ

ຕໍ່ໄປ: 1. ການຖືກຊ່ວຍໃຫ້ລອດພົ້ນ ແລະ ການໄດ້ຮັບຄວາມລອດພົ້ນທີ່ສົມບູນແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້