1. ການຖືກຊ່ວຍໃຫ້ລອດພົ້ນ ແລະ ການໄດ້ຮັບຄວາມລອດພົ້ນທີ່ສົມບູນແມ່ນຫຍັງ
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ບໍ່ແມ່ນໝົດທຸກຄົນທີ່ໄດ້ເວົ້າກັບເຮົາວ່າ ‘ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນ, ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ” (ມັດທາຍ 7:21).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາເພາະດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ ນັ້ນກໍຄື ຂໍພຽງແຕ່ເຈົ້າເຊື່ອ ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ.
(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ທັນທີທີ່ຂັ້ນຕອນທີສອງຂອງພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດລົງ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ, ພາລະກິດຂອງພຣະເຈົ້າໃນການກອບກູ້ມະນຸດຈາກຄວາມຜິດບາບ (ເຊິ່ງໝາຍຄວາມວ່າ ການກອບກູ້ມະນຸດຈາກມືຂອງຊາຕານ) ແມ່ນໄດ້ສໍາເລັດລົງແລ້ວ. ແລ້ວດ້ວຍເຫດນັ້ນ, ນັບແຕ່ຊ່ວງເວລານັ້ນເປັນຕົ້ນມາ, ມະນຸດຊາດກໍຕ້ອງໄດ້ຍອມຮັບເອົາພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ຄວາມຜິດບາບຂອງເຂົາກໍຈະໄດ້ຮັບການອະໄພ. ເວົ້າໂດຍທົ່ວໄປແລ້ວ, ຄວາມຜິດບາບຂອງມະນຸດກໍແມ່ນບໍ່ໄດ້ເປັນອຸປະສັກໃນການທີ່ເຂົາບັນລຸຄວາມລອດພົ້ນຂອງເຂົາ ແລະ ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຂໍ້ອ້າງທີ່ຊາຕານໃຊ້ເພື່ອກ່າວໂທດມະນຸດອີກຕໍ່ໄປ. ນັ້ນກໍຍ້ອນພຣະເຈົ້າເອງໄດ້ປະຕິບັດພາລະກິດທີ່ແທ້ຈິງ, ໄດ້ກາຍມາເປັນລັກສະນະ ແລະ ການຊິມລົດຊາດຂອງເນື້ອໜັງທີ່ຜິດບາບ ແລະ ພຣະເຈົ້າເອງກໍເປັນເຄື່ອງຖວາຍແທນຄວາມຜິດບາບ. ໃນລັກສະນະນີ້, ມະນຸດໄດ້ລົງມາຈາກໄມ້ກາງແຂນ ແລະ ຖືກໄຖ່ ແລະ ຖືກຊ່ວຍໃຫ້ລອດພົ້ນຜ່ານທາງເນື້ອໜັງຂອງພຣະເຈົ້າ ເຊິ່ງກໍຄື ລັກສະນະເນື້ອໜັງທີ່ຜິດບາບນີ້.
(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຖ້າຜູ້ຄົນປາຖະໜາທີ່ຈະເປັນສິ່ງທີ່ມີຊີວິດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບການເຫັນດີເຫັນພ້ອມຈາກພຣະເຈົ້າ, ແລ້ວພວກເຂົາກໍ່ຕ້ອງຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາຕ້ອງເຕັມໃຈຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ຕ້ອງເຕັມໃຈຮັບເອົາການລິຮານຂອງພຣະເຈົ້າ ແລະ ຖືກຈັດການໂດຍພຣະອົງ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດປະຕິບັດຄວາມຈິງທັງໝົດທີ່ພຣະເຈົ້າຮຽກຮ້ອງໄວ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ກາຍເປັນຜູ້ທີ່ມີຊີວິດຢ່າງແທ້ຈິງ. ຄົນທີ່ມີຊີວິດແມ່ນຖືກຊ່ວຍໃຫ້ລອດພົ້ນໂດຍຣະເຈົ້າ; ພວກເຂົາໄດ້ຖືກພິພາກສາ ແລະ ຂ້ຽນຕີໂດຍພຣະເຈົ້າ, ພວກເຂົາເຕັມໃຈອຸທິດຕົນເອງ ແລະ ມີຄວາມສຸກທີ່ຈະວາງຊີວິດຂອງພວກເຂົາລົງໃຫ້ແກ່ພຣະເຈົ້າ ແລະ ພວກເຂົາຈະເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ມີແຕ່ເມື່ອຄົນທີ່ມີຊີວິດເປັນພະຍານໃຫ້ແກ່ພຣະເຈົ້າເທົ່ານັ້ນ, ຊາຕານຈຶ່ງຈະຖືກເຮັດໃຫ້ອັບອາຍ; ມີແຕ່ຄົນທີ່ມີຊີວິດເທົ່ານັ້ນ ທີ່ສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນຂອງພຣະເຈົ້າໄດ້, ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ພໍໃຈພຣະເຈົ້າ ແລະ ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ເປັນຄົນແທ້ຈິງ. ໃນເບື້ອງຕົ້ນ ມະນຸດທີ່ພຣະເຈົ້າສ້າງຂຶ້ນແມ່ນມີຊີວິດ, ແຕ່ຍ້ອນຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງດຳລົງຊີວິດທ່າມກາງຄວາມຕາຍ ແລະ ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ໃນລັກສະນະນີ້ ຜູ້ຄົນຈຶ່ງໄດ້ກາຍເປັນຄົນຕາຍທີ່ບໍ່ມີວິນຍານ, ພວກເຂົາໄດ້ກາຍເປັນສັດຕູຜູ້ທີ່ຕໍ່ຕ້ານພຣະເຈົ້າ, ພວກເຂົາໄດ້ກາຍເປັນເຄື່ອງມືຂອງຊາຕານ ແລະ ພວກເຂົາໄດ້ກາຍເປັນຊະເລີຍຂອງຊາຕານ. ຄົນທີ່ມີຊີວິດທຸກຄົນທີ່ພຣະເຈົ້າສ້າງຂຶ້ນໄດ້ກາຍເປັນຄົນຕາຍ ແລະ ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສູນເສຍຄຳພະຍານຂອງພຣະອົງ ແລະ ພຣະອົງກໍໄດ້ສູນເສຍມະນຸດຊາດ ທີ່ພຣະອົງສ້າງຂຶ້ນມາ ແລະ ເຊິ່ງເປັນສິ່ງໜຶ່ງດຽວທີ່ມີລົມຫາຍໃຈຂອງພຣະອົງ. ຖ້າພຣະເຈົ້າຈະເອົາຄຳພະຍານຂອງພຣະອົງກັບຄືນມາ ແລະ ເອົາຄົນເຫຼົ່ານັ້ນທີ່ຖືກສ້າງດ້ວຍມືຂອງພຣະອົງ ແຕ່ຖືກຈັບເປັນຊະເລີຍໂດຍຊາຕານນັ້ນຄືນມາ, ແລ້ວພຣະອົງກໍຈະຕ້ອງເຮັດໃຫ້ພວກເຂົາຟື້ນຄືນຊີບ ເພື່ອໃຫ້ພວກເຂົາກາຍເປັນຄົນທີ່ມີຊີວິດ ແລະ ພຣະອົງຕ້ອງເອົາພວກເຂົາກັບຄືນມາ ເພື່ອໃຫ້ພວກເຂົາດຳລົງຊີວິດໃນແສງສະຫວ່າງຂອງພຣະອົງ. ຄົນຕາຍແມ່ນຄົນທີ່ບໍ່ມີວິນຍານ, ຄົນທີ່ເສີຍຊາທີ່ສຸດ ແລະ ຄົນທີ່ຕໍ່ຕ້ານພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ບໍ່ມີເຈດຕະນາທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ພວກເຂົາພຽງແຕ່ກະບົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວ. ຄົນທີ່ມີຊີວິດແມ່ນຄົນທີ່ວິນຍານຂອງພວກເຂົາໄດ້ເກີດໃໝ່, ຄົນທີ່ຮູ້ຈັກເຊື່ອຟັງພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ພວກເຂົາມີຄວາມຈິງ ແລະ ຄຳພະຍານ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢູ່ໃນເຮືອນຂອງພຣະອົງ.
(ຄັດຈາກບົດ “ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ, ມັນເປິເປື້ອນຢ່າງໜ້າເວດທະນາ ແລະ ມັນເປັນສິ່ງທີ່ບໍ່ບໍລິສຸດ. ຜູ້ຄົນຢາກໄດ້ຄວາມສຸກທາງຝ່າຍເນື້ອໜັງຫຼາຍເກີນໄປ ແລະ ສະແດງອອກເຖິງເນື້ອໜັງຫຼາຍເກີນໄປ; ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽດຊັງເນື້ອໜັງຂອງມະນຸດຈົນເຖິງລະດັບໃດໜຶ່ງ. ເມື່ອຜູ້ຄົນປະຖິ້ມສິ່ງຕ່າງໆທີ່ສົກກະປົກ ແລະ ເສື່ອມຊາມຂອງຊາຕານ, ພວກເຂົາກໍໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ແຕ່ຖ້າພວກເຂົາຍັງບໍ່ກຳຈັດຕົນເອງຈາກຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ແລ້ວພວກເຂົາກໍຍັງດຳລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ເລ່ຫຼ່ຽມ, ຄວາມຫຼອກລວງ ແລະ ຄວາມບໍ່ຊື່ສັດຂອງຜູ້ຄົນເປັນທຸກສິ່ງຂອງຊາຕານ. ການທີ່ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນຄືການເຮັດໃຫ້ເຈົ້າເປັນອິດສະຫຼະຈາກສິ່ງເຫຼົ່ານີ້ຂອງຊາຕານ. ພາລະກິດຂອງພຣະເຈົ້າບໍ່ສາມາດຜິດພາດໄດ້; ມັນລ້ວນແລ້ວແຕ່ຖືກປະຕິບັດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມມືດ. ເມື່ອເຈົ້າເຊື່ອຈົນເຖິງຈຸດໃດໜຶ່ງ ແລະ ສາມາດປົດປ່ອຍຕົນເອງຈາກຄວາມເສື່ອມຊາມຂອງເນື້ອໜັງ ແລະ ບໍ່ຖືກຄວາມເສື່ອມຊາມນີ້ມັດດ້ວຍໂສ້ອີກຕໍ່ໄປ, ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນບໍ? ເມື່ອເຈົ້າດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ເຈົ້າກໍບໍ່ສາມາດສະແດງອອກເຖິງພຣະເຈົ້າໄດ້, ເຈົ້າເປັນສິ່ງທີ່ສົກກະປົກ ແລະ ບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໄດ້. ຫຼັງຈາກທີ່ເຈົ້າຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນ, ເຈົ້າຈະບໍລິສຸດ, ເຈົ້າຈະເປັນຄົນປົກກະຕິ ແລະ ເຈົ້າຈະຖຶກອວຍພອນໂດຍພຣະເຈົ້າ ແລະ ມີຄວາມເບີກບານໃຈຕໍ່ພຣະເຈົ້າ.
(ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບເລື່ອງຝ່າຍວິນຍານ, ຄົນທີ່ບໍ່ສະແຫວງຫາຄວາມບໍລິສຸດ ແລະ ຄົນທີ່ບໍ່ສະແຫວງຫາເພື່ອດຳລົງຊີວິດຕາມຄວາມຈິງ, ຄົນທີ່ພໍໃຈກັບການຖືກເອົາຊະນະໃນດ້ານລົບເທົ່ານັ້ນ ແລະ ຄົນທີ່ບໍ່ສາມາດດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ບໍລິສຸດ, ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ. ຍ້ອນວ່າ ຖ້າເຂົາປາສະຈາກຄວາມຈິງ, ມະນຸດກໍບໍ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າໄດ້; ມີພຽງແຕ່ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າເທົ່ານັ້ນຈຶ່ງເປັນຄົນທີ່ຖືກຊ່ວຍໃຫ້ລອດພົ້ນ. ສິ່ງທີ່ເຮົາຕ້ອງການແມ່ນຄົນທີ່ເໝືອນກັບເປໂຕ, ຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ຄວາມຈິງແຫ່ງປັດຈຸບັນແມ່ນຖືກມອບໄວ້ໃຫ້ກັບຄົນທີ່ກະຫາຍຫາ ແລະ ສະແຫວງຫາມັນ. ຄວາມລອດພົ້ນນີ້ແມ່ນມີໄວ້ໃຫ້ກັບຄົນທີ່ກະຫາຍຫາເພື່ອຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ມີໄວ້ເພື່ອໃຫ້ພວກເຈົ້າຮັບເອົາເທົ່ານັ້ນ, ແຕ່ຍັງມີໄວ້ເພື່ອໃຫ້ພຣະເຈົ້າຮັບເອົາພວກເຈົ້າເຊັ່ນກັນ. ພວກເຈົ້າຮັບເອົາພຣະເຈົ້າເພື່ອວ່າ ພຣະເຈົ້າຈະສາມາດຮັບເອົາພວກເຈົ້າໄດ້. ໃນປັດຈຸບັນ, ເຮົາໄດ້ກ່າວພຣະທຳເຫຼົ່ານີ້ກັບພວກເຈົ້າ ແລະ ພວກເຈົາກໍໄດ້ຍິນກ່ຽວກັບພຣະທຳເຫຼົ່ານັ້ນ ແລະ ພວກເຈົ້າຄວນປະຕິບັດຕາມພຣະທຳເຫຼົ່ານີ້. ໃນເວລາສຸດທ້າຍ ເມື່ອເວລາທີ່ພວກເຈົ້ານໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດຈະເປັນເວລາທີ່ເຮົາໄດ້ຮັບເອົາພວກເຈົ້າຜ່ານທາງພຣະທຳເຫຼົ່ານີ້; ໃນເວລາດຽວກັນ, ພວກເຈົ້າຍັງຈະໄດ້ຮັບເອົາພຣະທຳເຫຼົ່ານີ້ເຊັ່ນກັນ ເຊິ່ງເວົ້າໄດ້ວ່າ ພວກເຈົ້າຈະໄດ້ຮັບເອົາຄວາມລອດພົ້ນທີ່ສູງທີ່ສຸດ. ເມື່ອພວກເຈົ້າຖືກເຮັດໃຫ້ສະອາດ, ພວກເຈົ້າກໍຈະກາຍເປັນມະນຸດທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມຈິງໄດ້ ຫຼື ດຳລົງຊີວິດຄ້າຍຄືກັບຄົນທີ່ຖືກເຮັດໃຫ້ສົມບູນ, ແລ້ວສາມາດເວົ້າໄດ້ວ່າ ເຈົ້າບໍ່ແມ່ນມະນຸດ, ເຈົ້າເປັນຊາກສົບທີ່ຍ່າງໄດ້ ແລະ ເປັນສັດ ເພາະເຈົ້າປາສະຈາກຄວາມຈິງ ເຊິ່ງໝາຍຄວາມວ່າ ເຈົ້າປາສະຈາກລົມຫາຍໃຈຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ເຈົ້າກໍເປັນຄົນຕາຍທີ່ບໍ່ມີວິນຍານ! ເຖິງແມ່ນວ່າ ມັນເປັນໄປໄດ້ທີ່ຈະເປັນພະຍານຫຼັງຈາກທີ່ຖືກເອົາຊະນະ, ສິ່ງທີ່ເຈົ້າຮັບເອົາກໍເປັນພຽງແຕ່ຄວາມລອດພົ້ນທີ່ເລັກນ້ອຍ ແລະ ເຈົ້າກໍບໍ່ໄດ້ກາຍເປັນສິ່ງມີຊີວິດທີ່ປະກອບດ້ວຍວິນຍານ. ເຖິງແມ່ນວ່າ ເຈົ້າໄດ້ປະສົບກັບການຕີສອນ ແລະ ການພິພາກສາ, ຜົນກໍຄື ອຸປະນິໄສຂອງເຈົ້າບໍ່ໄດ້ຖືກຟື້ນຄືນໃໝ່ ຫຼື ຖືກປ່ຽນແປງເລີຍ; ເຈົ້າກໍຍັງເປັນຕົວຕົນເດີມຂອງເຈົ້າຄືເກົ່າ, ເຈົ້າຍັງເປັນຂອງຊາຕານ ແລະ ເຈົ້າບໍ່ໄດ້ເປັນຄົນທີ່ຖືກຊໍາລະລ້າງ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນທີ່ມີຄຸນຄ່າ ແລະ ມີພຽງແຕ່ຄົນປະເພດນີ້ທີ່ໄດ້ຮັບເອົາຊີວິດທີ່ແທ້ຈິງໄດ້.
(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)