ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ (ກ້ອນເມກນີ້ໝາຍເຖິງກ້ອນເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງກັບຄືນໄປສະຫວັນ) ທ່າມກາງຄົນທີ່ຄອງຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຄົນຢິວ. ຫຼັງຈາກທີ່ປາກົດຕໍ່ມະນຸດແລ້ວ, ພຣະອົງຈະປະທານອາຫານໃຫ້ແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາສຳລັບພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດຢ່າງເຕັມໄປດ້ວຍຄວາມກະລຸນາ ແລະ ເຕັມໄປດ້ວຍຄວາມຮັກ, ຊີວິດຊີວາ ແລະ ຄວາມຈິງ. ແນວຄິດທັງໝົດນັ້ນແມ່ນສິ່ງທີ່ຜູ້ຄົນເຊື່ອ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນບໍ່ໄດ້ເຮັດແບບນີ້; ພຣະອົງເຮັດກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາຢູ່ທ່າມກາງຜູ້ຄົນທີ່ຄອງຄອຍການກັບມາຂອງພຣະອົງ ແລະ ພຣະອົງບໍ່ໄດ້ປາກົດຕໍ່ທຸກຄົນໃນຂະນະທີ່ກຳລັງຂີ່ກ້ອນເມກສີຂາວ. ພຣະອົງໄດ້ລົງມາແລ້ວ ແຕ່ມະນຸດບໍ່ຮູ້ຈັກ ແລະ ຍັງບໍ່ຮູ້. ມະນຸດພຽງແຕ່ລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ ໂດຍບໍ່ຮູ້ວ່າພຣະອົງໄດ້ລົງມາເທິງ “ກ້ອນເມກສີຂາວ” ແລ້ວ (ກ້ອນເມກທີ່ເປັນພຣະວິນຍານຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ອຸປະນິໄສທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ໃນຕອນນີ້ ພຣະອົງຢູ່ທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍ. ມະນຸດບໍ່ຮູ້ສິ່ງນີ້: ເຖິງແມ່ນວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ບໍລິສຸດຈະມີຄວາມເມດຕາ ແລະ ຄວາມຮັກຕໍ່ມະນຸດກໍ່ຕາມ, ພຣະອົງຈະສາມາດດຳເນີນພາລະກິດໃນ “ພຣະວິຫານ” ເຫຼົ່ານັ້ນທີ່ເຕັມໄປດ້ວຍວິນຍານທີ່ສົກກະປົກ ແລະ ບໍ່ບໍລິສຸດໄດ້ແນວໃດ? ເຖິງແມ່ນວ່າມະນຸດໄດ້ລໍຖ້າການລົງມາຂອງພຣະອົງ, ພຣະອົງຈະສາມາດປາກົດຕໍ່ຄົນທີ່ກິນເນື້ອໜັງຂອງສິ່ງທີ່ບໍ່ຊອບທໍາ, ດື່ມເລືອດຂອງສິ່ງທີ່ບໍ່ຊອບທຳ ແລະ ນຸ່ງເສື້ອຜ້າຂອງຄົນທີ່ບໍ່ຊອບທຳ, ຄົນທີ່ເຊື່ອໃນພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ຜູ້ທີ່ຂົ່ມເຫັງພຣະອົງຢ່າງຕໍ່ເນື່ອງໄດ້ແນວໃດ? ມະນຸດຮູ້ແຕ່ວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເຕັມປ່ຽມໄປດ້ວຍຄວາມຮັກ ແລະ ເຕັມລົ້ນດ້ວຍຄວາມສົງສານ ແລະ ພຣະອົງເປັນເຄື່ອງບູຊາແທນຄວາມຜິດບາບທີ່ເຕັມໄປດ້ວຍການໄຖ່ບາບ. ເຖິງຢ່າງໃດກໍ່ຕາມ, ມະນຸດບໍ່ຮູ້ວ່າພຣະອົງເອງເປັນພຣະເຈົ້າ ຜູ້ທີ່ເຕັມປ່ຽມໄປດ້ວຍຄວາມຊອບທຳ, ຄວາມສະຫງ່າຜາເຜີຍ, ຄວາມໂກດຮ້າຍ ແລະ ການພິພາກສາ, ມີລິດອຳນາດ ແລະ ເຕັມໄປດ້ວຍກຽດສັກສີ. ສະນັ້ນ ເຖິງແມ່ນວ່າມະນຸດຈະປາດຖະໜາ ແລະ ລໍຄອຍການກັບມາຂອງພຣະຜູ້ໄຖ່ບາບຢ່າງຈິງໃຈ ແລະ ເຖິງແມ່ນວ່າຄຳອະທິຖານຂອງພວກເຂົາຈະສັ່ນສະເທືອນເຖິງ “ສະຫວັນ”, ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນກໍ່ຈະບໍ່ປາກົດຕົວຕໍ່ຄົນທີ່ເຊື່ອໃນພຣະອົງແຕ່ບໍ່ຮູ້ຈັກພຣະອົງ.

“ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາໃນອິດສະຣາເອນ ແລະ ມັນໝາຍເຖິງພຣະເຈົ້າຂອງຄົນອິດສະຣາເອນ (ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມສົງສານຕໍ່ມະນຸດ, ສາບແຊ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້; ພຣະເຈົ້າທີ່ມີລິດອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ຄືເອມະນູເອນ ເຊິ່ງໝາຍເຖິງເຄື່ອງຖວາຍແທນຄວາມຜິດບາບທີ່ເຕັມໄປດ້ວຍຄວາມຮັກ, ເຕັມໄປດ້ວຍຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ສ່ວນໜຶ່ງໃນພາລະກິດແຫ່ງແຜນການຄຸ້ມຄອງ. ນັ້ນໝາຍຄວາມວ່າ ມີພຽງແຕ່ພຣະເຢໂຮວາເທົ່ານັ້ນທີ່ເປັນພຣະເຈົ້າຂອງຄົນທີ່ຖືກເລືອກຂອງອິດສະຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິດສະຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຄົນອິດສະຣາເອນທຸກຄົນນອກຈາກຄົນຢິວແລ້ວ ກໍ່ນະມັດສະການພຣະເຢໂຮວາ. ພວກເຂົາຖວາຍບູຊາແກ່ພຣະອົງເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໃນພຣະວິຫານໂດຍໃສ່ເສື້ອຄຸມຂອງປະໂລຫິດ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປາກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ເປັນຜູ້ໄຖ່ບາບຂອງມະນຸດຊາດ ແລະ ພຣະອົງຄືເຄື່ອງຖວາຍແທນຄວາມຜິດບາບທີ່ໄຖ່ມະນຸດຊາດຈາກຄວາມຜິດບາບ. ນັ້ນໝາຍຄວາມວ່າ ພຣະນາມຂອງພຣະເຢຊູແມ່ນມາຈາກຍຸກແຫ່ງພຣະຄຸນ ແລະ ເກີດຂຶ້ນເນື່ອງຈາກພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນໃນຍຸກແຫ່ງພຣະຄຸນໄດ້ເກີດໃໝ່ ແລະ ໄດ້ຮັບຄວາມລອດພົ້ນ ແລະ ເປັນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດຊາດທັງປວງ. ສະນັ້ນ ພຣະນາມຂອງພຣະເຢຊູຈຶ່ງເປັນຕົວແທນໃຫ້ແກ່ພາລະກິດແຫ່ງການໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຄົນອິດສະຣາເອນຜູ້ທີ່ດຳເນີນຊີວິດພາຍໃຕ້ພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ, ພຣະນາມຂອງເຮົາບໍ່ໄດ້ໄຮ້ເຫດຜົນ ແຕ່ມີຄວາມໝາຍໃນການເປັນຕົວແທນ: ພຣະນາມແຕ່ລະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນນາມມະຍົດທີ່ຄົນໃນອິດສະຣາເອນເອີ້ນຫາພຣະເຈົ້າທີ່ພວກເຂົານະມັດສະການ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ເປັນພຣະນາມຂອງພຣະເຈົ້າຂອງທຸກຄົນທີ່ໄດ້ຮັບການໄຖ່ບາບໃນຍຸກແຫ່ງພຣະຄຸນ. ຖ້າມະນຸດຍັງປາຖະໜາການມາເຖິງຂອງພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນໃນລະຫວ່າງຍຸກສຸດທ້າຍ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນລັກສະນະທີ່ພຣະອົງບັງເກີດໃນແຂວງຢູດາຍ, ແລ້ວແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ, ຍຸກສຸດທ້າຍຈະບໍ່ມີວັນມາເຖິງ ແລະ ຍຸກດັ່ງກ່າວຈະບໍ່ມີສິ້ນສຸດລົງຈັກເທື່ອ. ນີ້ເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນແມ່ນສຳລັບການໄຖ່ບາບ ແລະ ຄວາມລອດພົ້ນຂອງມະນຸດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອເຫັນແກ່ຄົນບາບທຸກຄົນໃນຍຸກແຫ່ງພຣະຄຸນເທົ່ານັ້ນ, ແຕ່ມັນບໍ່ແມ່ນນາມທີ່ເຮົາຈະນຳເອົາມະນຸດຊາດທັງປວງໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ, ພຣະເຢຊູ ແລະ ພຣະເມຊີອາລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາ, ນາມເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກທີ່ແຕກຕ່າງກັນໃນແຜນການຄຸ້ມຄອງຂອງເຮົາ ແລະ ບໍ່ແມ່ນຕົວແທນໃຫ້ແກ່ເຮົາຢ່າງສົມບູນ. ນາມທີ່ຜູ້ຄົນເທິງໂລກຮຽກເອີ້ນເຮົາກໍ່ບໍ່ສາມາດອະທິບາຍເຖິງອຸປະນິໄສທັງໝົດຂອງເຮົາ ແລະ ທຸກສິ່ງທີ່ເຮົາເປັນ. ພວກມັນພຽງແຕ່ເປັນນາມທີ່ແຕກຕ່າງກັນທີ່ມະນຸດເອີ້ນເຮົາໃນຍຸກທີ່ແຕກຕ່າງກັນເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນັ້ນກໍ່ຄືຍຸກແຫ່ງມື້ສຸດທ້າຍມາເຖິງ ນາມຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ, ແຮງໄກທີ່ຈະເປັນພຣະເມຊີອາ, ເຮົາຈະຖືກເອີ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີລິດອຳນາດ ແລະ ພາຍໃຕ້ນາມໃໝ່ນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງ ເຮົາເຄີຍຖືກຮັບຮູ້ວ່າເປັນພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າພຣະເມຊີອາ ແລະ ຜູ້ຄົນເຄີຍເອີ້ນເຮົາວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນຄັ້ງໜຶ່ງ ເຊິ່ງເຕັມໄປດ້ວຍຄວາມຮັກ ແລະ ການເຄົາລົບບູຊາ. ເຖິງຢ່າງໃດກໍ່ຕາມ, ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກຕໍ່ໄປ; ເຮົາແມ່ນພຣະເຈົ້າທີ່ກັບຄືນມາໃນຍຸກສຸດທ້າຍ, ພຣະເຈົ້າທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ລຸກຂຶ້ນຈາກສຸດປາຍແຜ່ນດິນໂລກ ເຊິ່ງເຕັມໄປດ້ວຍອຸປະນິໄສທັງໝົດຂອງເຮົາ ແລະ ເຕັມໄປດ້ວຍສິດອຳນາດ, ກຽດຕິຍົດ ແລະ ສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ, ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້, ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປາກົດຕໍ່ມະນຸດໃນຍຸກສຸດທ້າຍ ແຕ່ລີ້ລັບທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ເຜົາໄໝ້ ແລະ ເຕັມປ່ຽມໄປດ້ວຍສິດອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດທີ່ຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟທີ່ເຜົາໄໝ້. ໃນທີ່ສຸດແລ້ວ ທຸກຊົນຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຍັງຈະຖືກທໍາລາຍໃຫ້ແຫຼກລະອຽດດ້ວຍພຣະທຳຂອງເຮົາ. ດ້ວຍວິທີນີ້, ທຸກຄົນໃນລະຫວ່າງຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ກັບຄືນມາ ແລະ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມະນຸດຊາດທັງປວງ. ແລ້ວທຸກຄົນຈະໄດ້ເຫັນວ່າ ໃນຄັ້ງໜຶ່ງ ເຮົາເຄີຍເປັນເຄື່ອງບູຊາແທນຄວາມຜິດບາບສຳລັບມະນຸດ, ແຕ່ໃນຍຸກສຸດທ້າຍ ເຮົາຍັງຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ພ້ອມທັງເປັນດວງອາທິດແຫ່ງຄວາມຊອບທຳທີ່ເປີດເຜີຍທຸກສິ່ງຢ່າງ. ນີ້ແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ນາມນີ້ ແລະ ມີອຸປະນິໄສນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ຊອບທຳ, ເປັນດວງອາທິດທີ່ແຜດເຜົາ, ເປັນແປວໄຟທີ່ເຜົາໄໝ້ ແລະ ເພື່ອໃຫ້ທຸກຄົນນະມັດສະການເຮົາ ຜູ້ທີ່ເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ເພື່ອໃຫ້ພວກເຂົາເຫັນໃບໜ້າແທ້ຈິງຂອງເຮົາ: ເຮົາບໍ່ໄດ້ເປັນພຽງພຣະເຈົ້າຂອງຄົນອິດສະຣາເອນ ແລະ ເຮົາບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ; ເຮົາເປັນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ.

ຖ້າພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງໃນຍຸກສຸດທ້າຍ ແລະ ຍັງຖືກເອີ້ນວ່າພຣະເຢຊູ ແລະ ບັງເກີດຢູ່ແຂວງຢູດາຍອີກຄັ້ງ ແລະ ດຳເນີນພາລະກິດຂອງພຣະອົງໃນທີ່ນັ້ນ, ແລ້ວສິ່ງນີ້ກໍ່ພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຄົນອິດສະຣາເອນ ແລະ ພຽງແຕ່ໄຖ່ບາບຄົນອິດສະຣາເອນເທົ່ານັ້ນ ແລະ ເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກແຂວງຢູດາຍ ແລະ ເຮັດພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຄົນອິດສະຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປາກົດຢູ່ທ່າມກາງຄົນຕ່າງຊາດໃນລະຫວ່າງຍຸກສຸດທ້າຍນີ້ ເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິດສະຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເພາະເຮົາເປັນພຣະຜູ້ສ້າງຂອງທຸກຄົນທີ່ເຮົາເລືອກໃນບັນດາຄົນຕ່າງຊາດ. ເຮົາບໍ່ພຽງແຕ່ສ້າງອິດສະຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກອິດສະຣາເອນອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິດສະຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນ, ໃຊ້ແຂວງຢູດາຍ ແລະ ກາລີລີເປັນຖານທີ່ໝັ້ນທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຂັ້ນຕອນໃນອິດສະຣາເອນ (ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ) ແລະ ເຮົາໄດ້ດຳເນີນພາລະກິດອີກຂັ້ນຕອນ (ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ) ທົ່ວດິນແດນນອກອິດສະຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮົາຈະດຳເນີນພາລະກິດແຫ່ງການເອົາຊະນະ ແລະ ດ້ວຍເຫດນັ້ນກໍ່ສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງສືບຕໍ່ລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໂດຍບໍ່ຮູ້ສຶກ, ແລ້ວເຮົາກໍ່ຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ; ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ແລະ ຄວາມເຊື່ອຂອງພວກເຂົາໃນຕົວເຮົາກໍ່ເປັນຄວາມເຊື່ອທີ່ບໍ່ແທ້ຈິງ. ຄົນດັ່ງກ່າວຈະສາມາດເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຈາກສະຫວັນບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຂອງຄົນຢິວ. ພວກເຂົາບໍ່ໄດ້ປາດຖະໜາໃຫ້ເຮົາທຳລາຍລ້າງໂລກເກົ່າທີ່ບໍ່ບໍລິສຸດນີ້ຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາລໍຄອຍໃຫ້ພຣະເຢຊູກັບມາໄຖ່ບາບມະນຸດຊາດທັງປວງອີກຄັ້ງຈາກດິນແດນທີ່ສົກກະປົກ ແລະ ບໍ່ຊອບທຳນີ້. ຄົນດັ່ງກ່າວຈະສາມາດກາຍເປັນຄົນທີ່ສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ສຳເລັດຕາມພາລະກິດຂອງເຮົາ ຍ້ອນມະນຸດພຽງແຕ່ຊື່ນຊົມ ຫຼື ສັນລະເສີນພາລະກິດທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າແຫ່ງຍຸກສຸດທ້າຍ ຜູ້ທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງພວກເຂົາເອງ ແລະ ເປັນພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງພວກເຂົາເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ, ແຕ່ຂັດແຍ້ງກັບພາລະກິດນັ້ນ. ຖ້າພາລະກິດຂອງເຮົາຖືກດຳເນີນອີງຕາມແນວຄິດຂອງມະນຸດ, ແລ້ວມັນຈະສິ້ນສຸດເມື່ອໃດ? ມະນຸດຈະໄປສູ່ບ່ອນພັກເຊົາໄດ້ເມື່ອໃດ? ແລ້ວເຮົາຈະສາມາດເຂົ້າສູ່ມື້ທີເຈັດ ເຊິ່ງເປັນວັນພັກໄດ້ແນວໃດ? ເຮົາດຳເນີນພາລະກິດຕາມແຜນການຂອງເຮົາ ແລະ ຕາມຈຸດປະສົງຂອງເຮົາ, ບໍ່ແມ່ນຕາມເຈດຕະນາຂອງມະນຸດ.

ກ່ອນນີ້: ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ຕໍ່ໄປ: ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້