ພາລະກິດເຜີຍແຜ່ພຣະກິດຕິຄຸນຍັງເປັນພາລະກິດທີ່ຊ່ວຍໃຫ້ມະນຸດລອດພົ້ນ
ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ພາລະກິດທີ່ເຮົາປາຖະໜາທີ່ຈະໄດ້ຮັບສູງສຸດ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້. ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້, ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ຖ້າຜູ້ຄົນຕິດຕາມເຮົາ, ພວກເຂົາຄວນຮູ້ເຈດຕະນາຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ ເຮົາຍັງດຳເນີນພາລະກິດຂອງເຮົາຢູ່. ເຖິງແມ່ນວ່າພາລະກິດຂອງເຮົາຈະມີຫຼາຍໂຄງການກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ຍົກຕົວຢ່າງ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພຣະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພີ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນຈົມເລິກໄປກັບຄວາມສິ້ນຫວັງ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ເຮົາສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ມະນຸດກໍບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ຈຸດປະສົງໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດອ່ອນນ້ອມຕໍ່ເຮົາໄດ້ດີຂຶ້ນ ແລະ ຈຸດປະສົງໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດບັນລຸການປ່ຽນແປງໄດ້ດີຍິ່ງຂຶ້ນ. ເຖິງແມ່ນວ່າທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍປະຕິບັດພາລະກິດໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິດສະຣາເອນອ່ອນນ້ອມຄືກັນກັບຊາວອິດສະຣາເອນ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີບ່ອນຢືນຢູ່ໃນດິນແດນນອກອິດສະຣາເອນ. ນີ້ແມ່ນການຄຸ້ມຄອງຂອງເຮົາ; ມັນແມ່ນພາລະກິດຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈກ່ຽວກັບສິ່ງດັ່ງກ່າວ ແລະ ແທນທີ່ຈະເປັນແນວນັ້ນ ກັບສົນໃຈກ່ຽວກັບອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ຜູ້ຄົນກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແທນທີ່ຈະເປັນແນວນັ້ນ ກັບສຸມໃສ່ແຕ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາຢ່າງສຸດໃຈ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະເຜີຍແຜ່ໄປໄດ້ແນວໃດ? ພຣະກິດຕິຄຸນຂອງເຮົາຈະຖືກເທດສະໜາໄປທົ່ວໂລກໄດ້ແນວໃດ? ພວກເຈົ້າຄວນຮູ້ວ່າ ເມື່ອພາລະກິດຂອງເຮົາເຜີຍແຜ່ອອກໄປ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະຕີພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາໄດ້ຕີແຕ່ລະຊົນເຜົ່າຂອງອິດສະຣາເອນ. ທັງໝົດນີ້ຈະຖືກເຮັດເພື່ອໃຫ້ພຣະກິດຕິຄຸນຂອງເຮົາເຜີຍແຜ່ອອກໄປທົ່ວແຜ່ນດິນໂລກ ເພື່ອໃຫ້ພາລະກິດຂອງເຮົາເຜີຍແຜ່ໄປເຖິງຊາດທີ່ບໍ່ແມ່ນຊາວຢິວ, ດັ່ງນັ້ນຈຶ່ງເຮັດໃຫ້ພຣະນາມຂອງເຮົາໄດ້ຮັບການຍົກຍ້ອງວ່າຍິ່ງໃຫຍ່ໃນທ່າມກາງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ພຣະນາມອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນໃນປາກຜູ້ຄົນຈາກທຸກຊົນເຜົ່າ ແລະ ທຸກຊາດ. ໃນຍຸກສຸດທ້າຍນີ້, ຈົ່ງໃຫ້ພຣະນາມຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນວ່າຍິ່ງໃຫຍ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ຈົ່ງໃຫ້ຜູ້ຄົນຂອງຊາດທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ຈົ່ງໃຫ້ພວກເຂົາເອີ້ນເຮົາວ່າ ອົງຊົງລິດທານຸພາບສູງສຸດ ຍ້ອນການກະທຳຂອງເຮົາ ແລະ ຈົ່ງໃຫ້ພຣະທຳຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງຜູ້ຄົນຂອງທຸກຊາດທີ່ບໍ່ແມ່ນຊາວຢິວ ແມ່ນແຕ່ບັນດາຊາດທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າ ເຮົາແມ່ນພຣະເຈົ້າຂອງສິ່ງທີ່ຖືກສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ເຮົາປາຖະໜາເຮັດໃຫ້ສຳເລັດໃນຍຸກສຸດທ້າຍ.
ສະເພາະໃນມື້ສຸດທ້າຍເທົ່ານັ້ນທີ່ພາລະກິດທີ່ເຮົາໄດ້ມາເປັນເວລາຫຼາຍພັນປີເປີດເຜີຍຕໍ່ກັບມະນຸດທັງໝົດ. ດຽວນີ້ເຮົາໄດ້ເປີດເຜີຍຄວາມລຶກລັບຢ່າງຄົບຖ້ວນກ່ຽວກັບການດຳເນີນພາລະກິດຂອງເຮົາຕໍ່ກັບມະນຸດ ແລະ ມະນຸດໄດ້ຮຽນຮູ້ຈຸດປະສົງຂອງພາລະກິດຂອງເຮົາ ແລະ ຍິ່ງກວ່ານັ້ນຍັງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມລຶກລັບທັງໝົດຂອງເຮົາອີກ. ເຮົາໄດ້ບອກມະນຸດທຸກຢ່າງໄປໝົດແລ້ວກ່ຽວກັບຈຸດໝາຍປາຍທາງທີ່ມະນຸດວິຕົກກັງວົນຢູ່. ເຮົາໄດ້ເປີດເຜີຍຕໍ່ກັບມະນຸດຄວາມລຶກລັບຂອງເຮົາທັງໝົດທີ່ໄດ້ປິດບັງມາເປັນເວລາຫຼາຍກວ່າ 5.900 ປີ. ແລ້ວພຣະເຢໂຮວາແມ່ນໃຜ? ພຣະເມຊີອາແມ່ນໃຜ? ພຣະເຢຊູແມ່ນໃຜ? ພວກເຈົ້າຄວນຮູ້ທັງໝົດນີ້. ພາລະກິດຂອງເຮົາຈະດຳເນີນຕໍ່ໃນຊື່ເຫຼົ່ານີ້. ພວກເຈົ້າເຂົ້າໃຈບໍ? ຄວນເອີ້ນຊື່ອັນບໍລິສຸດຂອງເຮົາແນວໃດ? ຄວນເຜີຍແຜ່ຊື່ຂອງເຮົາແນວໃດຕໍ່ກັບບັນດາຊາດທີ່ເອີ້ນເຮົາຕາມຊື່ແຕ່ລະຊື່ຂອງເຮົາ? ພາລະກິດຂອງເຮົາກຳລັງແຜ່ຂະຫຍາຍອອກໄປ ແລະ ເຮົາຈະເຜີຍແຜ່ຄວາມສົມບູນຂອງມັນໄປສູ່ທຸກຊາດ. ເພາະວ່າພາລະກິດຂອງເຮົາໄດ້ດຳເນີນຢູ່ໃນຕົວພວກເຈົ້າຢູ່ແລ້ວ, ເຮົາຈະລົງໂທດພວກເຈົ້າຄືກັນກັບທີ່ພຣະເຢໂຮວາລົງໂທດຜູ້ຄົນລ້ຽງແກະຂອງເຮືອນເດວິດໃນອິດສະຣາເອນ ເຊິ່ງເຮັດໃຫ້ເຈົ້າກະຈັດກະຈາຍໄປໃນທົ່ວທຸກຊາດ. ສຳລັບໃນຍຸກສຸດທ້າຍນີ້, ເຮົາຈະທໍາລາຍທຸກຊາດໃຫ້ກາຍເປັນຊີ້ນສ່ວນນ້ອຍໆ ແລະ ເຮັດໃຫ້ຄົນຂອງພວກເຂົາແຕກກະຈັດກະຈາຍອີກຄັ້ງໃໝ່. ເມື່ອເຮົາກັບມາອີກຄັ້ງ, ຊາດຕ່າງໆກໍຈະໄດ້ຖືກແບ່ງແຍກອອກຕາມເຂດແດນທີ່ກຳນົດໂດຍແປວໄຟເຜົາໄໝ້ຂອງເຮົາ. ໃນເວລານັ້ນ, ເຮົາຈະສະແດງຕົນເອງຕໍ່ກັບມະນຸດອີກຄັ້ງເປັນແສງແດດທີ່ເຜົາໄໝ້, ສະແດງຕົວເຮົາເອງຢ່າງເປີດເຜີຍຕໍ່ກັບພວກເຂົາໃນຮູບຮ່າງຂອງພຣະຜູ້ບໍລິສຸດທີ່ພວກເຂົາບໍ່ເຄີຍເຫັນມາກ່ອນ ໂດຍຍ່າງໃນທ່າມກາງເຊື້ອຊາດທີ່ຫຼາກຫຼາຍ. ຄືກັນກັບເຮົາ, ພຣະເຢໂຮວາກໍ່ເຄີຍຍ່າງຄຽງຂ້າງຊົນເຜົ່າຊາວຢິວມາກ່ອນ. ຕໍ່ນີ້ໄປ, ເຮົາຈະນຳພາມະນຸດໃນການດຳເນີນຊີວິດຂອງພວກເຂົາຢູ່ໃນໂລກ. ທີ່ນັ້ນພວກເຂົາຈະເຫັນລັດສະໝີພາບຂອງເຮົາຢ່າງແນ່ນອນ ແລະ ພວກເຂົາຈະເຫັນເສົາເມກໃນອາກາດທີ່ນຳພາພວກເຂົາໄປສູ່ຊີວິດຂອງພວກເຂົາ. ສໍາລັບເຮົາໆຈະປາກົດຕົວໃນສະຖານທີ່ສັກສິດ. ມະນຸດຈະເຫັນເຖິງວັນແຫ່ງຄວາມຍຸຕິທຳຂອງເຮົາ ແລະ ພ້ອມດ້ວຍການສະແດງປະຈັກລັດສະໝີພາບຂອງເຮົາທີ່ຈະເກີດຂຶ້ນເມື່ອເຮົາປົກຄອງໂລກທັງໝົດ ແລະ ນຳເອົາພຣະບຸດທັງຫຼາຍຂອງເຮົາໄປສູ່ລັດສະໝີພາບ. ຢູ່ທຸກບ່ອນໃນໂລກ ມະນຸດຈະກົ້ມຫົວຄຳນັບ ແລະ ສະຖານທີ່ບູຊາຂອງເຮົາຈະຖືກສ້າງຂຶ້ນໃນທ່າມກາງມະນຸດ. ຈາກຜົນຂອງວຽກງານທີ່ເຮົາກຳລັງດຳເນີນໃນທຸກມື້ນີ້, ມະນຸດກໍຈະຮັບໃຊ້ເຮົາໃນພຣະວິຫານ. ແທ່ນບູຊາທີ່ປົກດ້ວຍສິ່ງສົກກະປົກ ແລະ ໜ້າລັງກຽດ, ເຮົາກໍຈະທຳລາຍໃຫ້ແຕກເປັນຫຼາຍຊິ້ນສ່ວນ ແລ້ວສ້າງອັນໃໝ່. ລູກແກະ ແລະ ລູກງົວຈະຖືກກອງໄວ້ເທິງແທ່ນບູຊາ. ເຮົາຈະທຳລາຍພຣະວິຫານໃນທຸກມື້ນີ້ ແລ້ວສ້າງພຣະວິຫານໃໝ່. ພຣະວິຫານໃນທຸກມື້ນີ້ເຊິ່ງເຕັມໄປດ້ວຍມະນຸດທີ່ໜ້າລັງກຽດຈະຖືກທໍາລາຍລົງ ແລະ ພຣະວິຫານທີ່ເຮົາສ້າງຂຶ້ນຈະເຕັມໄປດ້ວຍຜູ້ຮັບໃຊ້ທີ່ຈົງຮັກພັກດີຕໍ່ເຮົາ. ພວກເຂົາຈະຢືນຂຶ້ນອີກຄັ້ງ ແລະ ຮັບໃຊ້ເຮົາເພື່ອປະໂຫຍດແຫ່ງຄວາມລັດສະໝີພາບຂອງພຣະວິຫານຂອງເຮົາ. ພວກເຈົ້າຈະເຫັນມື້ນັ້ນທີ່ເຮົາຈະໄດ້ຮັບຄວາມລັດສະໝີພາບທີ່ຍິ່ງໃຫຍ່ຢ່າງແນ່ນອນ, ແລະ ເຈົ້າຈະເຫັນມື້ທີ່ເຮົາທຳລາຍພຣະວິຫານ ແລະ ສ້າງພຣະວິຫານໃໝ່ຢ່າງແນ່ນອນ. ພ້ອມນັ້ນພວກເຈົ້າຈະເຫັນມື້ທີ່ສະຖານທີ່ບູຊາຂອງເຮົາປາກົດຕົວໃນໂລກຂອງມະນຸດຢ່າງແນ່ນອນ. ເມື່ອເຮົາທຳລາຍພຣະວິຫານ, ເຮົາຈະນຳເອົາແທ່ນບູຊາມາສູ່ໂລກມະນຸດ ດັ່ງທີ່ພວກເຂົາເຫັນການລົງມາຂອງເຮົາ. ຫຼັງຈາກທີ່ເຮົາໄດ້ທໍາລາຍທຸກຊາດແລ້ວ, ເຮົາຈະເຕົ້າໂຮມພວກເຂົາຂຶ້ນມາໃໝ່, ຈາກນັ້ນກໍຈະສ້າງພຣະວິຫານຂອງເຮົາ ແລະ ສ້າງແທ່ນບູຊາຂອງເຮົາເພື່ອໃຫ້ທຸກຄົນສາມາດບູຊາເຮົາ, ຮັບໃຊ້ເຮົາໃນພຣະວິຫານຂອງເຮົາ ແລະ ອຸທິດຕົນຢ່າງຊື່ສັດຕໍ່ກັບພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ພວກເຂົາຈະເປັນຄືກັບຊາວຢິວໃນທຸກມື້ນີ້, ແຕ່ງຕົວໃນດ້ວຍຊຸດເສື້ອຄຸມຍາວ ແລະ ມົງກຸດ, ພ້ອມດ້ວຍຄວາມລັດສະໝີພາບຂອງເຮົາ ພຣະເຢໂຮວາໃນທ່າມກາງພວກເຂົາ ແລະ ຄວາມເດຊານຸພາບຂອງເຮົາຈະປົກຄຸມທົ່ວພວກເຂົາ ແລະ ຄົງຢູ່ກັບພວກເຂົາ. ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຈະຖືກດຳເນີນໃນແບບດຽວກັນ. ເໝືອນດັ່ງພາລະກິດຂອງເຮົາໃນອິດສະຣາເອນ, ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວກໍຈະເປັນແບບດຽວກັນນັ້ນ, ເພາະວ່າເຮົາຈະຂະຫຍາຍພາລະກິດຂອງເຮົາໃນອິດສະຣາເອນ ແລະ ເຜີຍແຜ່ໄປສູ່ບັນດາຊາດທີ່ບໍ່ແມ່ນຊາວຢິວ.
ບັດນີ້ຄືເວລາທີ່ພຣະວິນຍານຂອງເຮົາປະຕິບັດວຽກງານທີ່ຍິ່ງໃຫຍ່ ແລະ ເປັນເວລາທີ່ເຮົາເລີ່ມຕົ້ນວຽກງານຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ. ຍິ່ງໄປກວ່ານັ້ນ, ມັນເປັນເວລາທີ່ເຮົາຈັດປະເພດສິ່ງທີ່ຖືກສ້າງທັງໝົດ, ໂດຍຈັດແຕ່ລະຄົນເຂົ້າໄປໃນປະເພດຂອງຕົນ, ເພື່ອໃຫ້ວຽກງານຂອງເຮົາດຳເນີນໄປຢ່າງວ່ອງໄວຂຶ້ນ ແລະ ສາມາດບັນລຸຜົນໄດ້ຮັບຫຼາຍຂຶ້ນ. ດັ່ງນັ້ນ, ສິ່ງທີ່ເຮົາຂໍຈາກພວກເຈົ້າຍັງຄົງເປັນການໃຫ້ພວກເຈົ້າຖວາຍຕົວຕົນທັງໝົດຂອງເຈົ້າໃຫ້ແກ່ວຽກງານທັງໝົດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ໃຫ້ເຈົ້າແຍກແຍະ ແລະ ເຫັນຢ່າງຖືກຕ້ອງແມ່ນຍຳ ເຖິງວຽກງານທັງໝົດທີ່ເຮົາໄດ້ເຮັດໃນໂຕເຈົ້າ ແລະ ອຸທິດພະລັງງານທັງໝົດຂອງເຈົ້າ ເພື່ອໃຫ້ວຽກງານຂອງເຮົາສາມາດບັນລຸຜົນໄດ້ຮັບທີ່ຍິ່ງໃຫຍ່ກວ່າເກົ່າ. ນີ້ຄືສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ຈົ່ງຢຸດຢັ້ງການແຂ່ງຂັນກັນ, ການຊອກຫາແຜນສຳຮອງ ຫຼື ການສະແຫວງຫາຄວາມສະບາຍໃຫ້ແກ່ເນື້ອໜັງຂອງເຈົ້າ, ເພື່ອຫຼີກລ່ຽງການເຮັດໃຫ້ວຽກງານຂອງເຮົາຊັກຊ້າ ແລະ ຂັດຂວາງອະນາຄົດອັນດີເລີດຂອງເຈົ້າ. ການເຮັດເຊັ່ນນັ້ນບໍ່ໄດ້ປົກປ້ອງເຈົ້າເລີຍ, ແຕ່ມັນສາມາດນຳເອົາຄວາມພິນາດມາສູ່ເຈົ້າເທົ່ານັ້ນ. ນີ້ບໍ່ແມ່ນຄວາມໂງ່ຈ້າຂອງເຈົ້າບໍ? ສິ່ງທີ່ເຈົ້າເພີດເພີນໃນມື້ນີ້ ຄືສິ່ງທີ່ກຳລັງທຳລາຍອະນາຄົດຂອງເຈົ້າ, ໃນຂະນະທີ່ຄວາມເຈັບປວດທີ່ເຈົ້າທົນໃນມື້ນີ້ ຄືສິ່ງທີ່ກຳລັງປົກປ້ອງເຈົ້າ. ເຈົ້າຕ້ອງຮັບຮູ້ສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງ, ເພື່ອຫຼີກລ່ຽງການຕົກເປັນເຫຍື່ອຂອງການລໍ້ລວງ ເຊິ່ງເຈົ້າຈະເຫັນວ່າຍາກທີ່ຈະປົດປ່ອຍຕົນເອງອອກມາໄດ້ ແລະ ເພື່ອຫຼີກລ່ຽງການຫຼົງເຂົ້າໄປໃນໝອກໜາ ແລະ ບໍ່ສາມາດຊອກຫາແສງຕາເວັນໄດ້ອີກເລີຍ. ເມື່ອໝອກໜາຈາງລົງ, ເຈົ້າຈະພົບວ່າຕົນເອງຢູ່ທ່າມກາງການພິພາກສາແຫ່ງວັນທີ່ຍິ່ງໃຫຍ່. ເມື່ອເຖິງເວລານັ້ນ, ວັນຂອງເຮົາກໍຈະໄດ້ໃກ້ເຂົ້າມາສູ່ມະນຸດຊາດແລ້ວ. ເຈົ້າຈະຫຼົບໜີຈາກການພິພາກສາຂອງເຮົາໄດ້ແນວໃດ? ເຈົ້າຈະສາມາດທົນຕໍ່ຄວາມຮ້ອນທີ່ແຜດເຜົາຂອງດວງຕາເວັນໄດ້ແນວໃດ? ເມື່ອເວລາເຮົາມອບຄວາມອຸດົມສົມບູນໃຫ້ແກ່ມະນຸດ, ມະນຸດບໍ່ທະນຸຖະໜອມມັນໄວ້ໃນຫົວໃຈ, ແຕ່ປະຖິ້ມມັນໄວ້ໃນບ່ອນທີ່ເຊິ່ງບໍ່ມີໃຜຈະສັງເກດເຫັນມັນໄດ້. ເມື່ອຮອດມື້ຂອງເຮົາລົງມາຮອດມະນຸດ, ມະນຸດກໍ່ຈະບໍ່ສາມາດຄົ້ນພົບຄວາມສົມບູນຂອງເຮົາໄດ້ ຫຼື ເຫັນຄວາມຈິງທີ່ຂົມຂື່ນທີ່ເຮົາໄດ້ເວົ້າຕໍ່ມະນຸດໃນເມື່ອກ່ອນ. ມະນຸດກໍ່ຈະຄວນຄາງ ແລະ ຮ້ອງໄຫ້ ເພາະວ່າມະນຸດໄດ້ສູນເສຍຄວາມແສງສະຫວ່າງ ແລະ ຕົກຢູ່ໃນຄວາມມືດແລ້ວ. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ທັນເຄີຍເຫັນໄມ້ໃນມືຂອງເຮົາ ຫຼື ແປວໄຟທີ່ເຮົາເຜົາໄໝ້ມະນຸດ ແລະ ນັ້ນແມ່ນຍ້ອນຫຍັງພວກເຈົ້າຈິ່ງຍັງຈອງຫອງ ແລະ ບໍ່ໃສ່ໃຈຕໍ່ກັບການປາກົດຕົວຂອງເຮົາ. ນັ້ນແມ່ນເຫດຜົນຍ້ອນຫຍັງເຈົ້າຍັງຂັດຂືນກັບເຮົາຢູ່ໃນເຮືອນຂອງເຮົາ, ໂຕ້ຖຽງດ້ວຍຄໍາເວົ້າຈາກລີ້ນປາກຂອງມະນຸດກັບຄໍາເວົ້າຈາກປາກຂອງເຮົາທີ່ເຮົາໄດ້ເວົ້າໄປແລ້ວ. ມະນຸດບໍ່ຢ້ານກົວເຮົາ ແລະ ເຖິງແມ່ນວ່າ ເຂົາຍັງສືບຕໍ່ເປັນສັດຕູກັບເຮົາຈົນຮອດທຸກມື້ນີ້, ເຂົາກໍຍັງບໍ່ມີຄວາມຢ້ານກົວເລີຍ. ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປາກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປາກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ. ພາລະກິດຂອງເຮົາແມ່ນເພື່ອເຜົາທຳລາຍ, ເພື່ອກັ່ນຕອງຄຳເວົ້າ, ເພື່ອການກະທຳທັງໝົດຂອງມະນຸດທີ່ໄດ້ເວົ້າໄປ ແລະ ເພື່ອການກະທຳໄປໂດຍຜ່ານການປາກົດຕົວຂອງພຣະວິນຍານຂອງເຮົາ. ດ້ວຍວິທີນີ້[ກ] ເມື່ອເຮົາອອກຈາກໂລກນີ້ໄປ, ຜູ້ຄົນຈະຍັງຮັກສາຄວາມຈົງຮັກພັກດີຕໍ່ເຮົາ ແລະ ຈະຍັງຮັບໃຊ້ເຮົາຄືກັນກັບຜູ້ຮັບໃຊ້ອັນບໍລິສຸດຂອງເຮົາທີ່ປະຕິບັດໃນພາລະກິດຂອງເຮົາໃນຕອນນີ້ ແລະ ຈະເຮັດໃຫ້ພາລະກິດຂອງເຮົາໃນໂລກນີ້ສືບຕໍ່ໄປຈົນກວ່າມື້ສຳເລັດ.
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ດ້ວຍວິທີນີ້”.