ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!
ພວກເຈົ້າທຸກຄົນກໍາລັງນັ່ງໃນບ່ອນນັ່ງທີ່ງົດງາມ ໂດຍສັ່ງສອນຄົນລຸ້ນໜຸ່ມທີ່ເປັນຄົນປະເພດດຽວກັນກັບພວກເຈົ້າ ແລະ ໃຫ້ພວກເຂົາທຸກຄົນນັ່ງກັບເຈົ້າ. ພວກເຈົ້າຮູ້ ຫຼື ບໍ່ວ່າ ດົນນານມາແລ້ວ “ລູກຫຼານ” ຂອງພວກເຈົ້າແມ່ນບໍ່ມີລົມຫາຍໃຈ ແລະ ເຮັດໃຫ້ພາລະກິດຂອງເຮົາສູນເສຍໄປ. ລັດສະໝີຂອງເຮົາແມ່ນເປັ່ງແສງຈາກດິນແດນແຫ່ງທິດຕາເວັນອອກ ຫາ ດິນແດນແຫ່ງທິດຕາເວັນຕົກ ແຕ່ເມື່ອລັດສະໝີຂອງເຮົາກະຈາຍໄປເຖິງສົ້ນຂົ້ວຂອງແຜ່ນດິນໂລກ ແລະ ເມື່ອມັນເປັ່ງແສງຂຶ້ນມາ ແລະ ສ່ອງສະຫວ່າງອອກໄປ, ເຮົາຈະເອົາລັດສະໝີຂອງເຮົາຈາກທິດຕາເວັນອອກ ແລະ ນໍາມັນໄປໃຫ້ທາງທິດຕາເວັນຕົກ ເພື່ອວ່າ ຜູ້ຄົນແຫ່ງຄວາມມືດ ທີ່ໄດ້ປະຖິ້ມເຮົາໃນທິດຕາເວັນອອກ ຈະບໍ່ມີແສງສະຫວ່າງອີກຕໍ່ໄປ. ເມື່ອສິ່ງນັ້ນເກີດຂຶ້ນ, ພວກເຈົ້າຈະດໍາລົງຊີວິດຢູ່ໃນຮ່ອມພູແຫ່ງເງົາມືດ. ເຖິງແມ່ນວ່າ ຜູ້ຄົນໃນປັດຈຸບັນ ແມ່ນດີກວ່າເກົ່າຫຼາຍຮ້ອຍເທົ່າ ແຕ່ພວກເຂົາກໍຍັງບໍ່ສາມາດເຮັດຕາມຄວາມຕ້ອງການຂອງເຮົາໄດ້ ແລະ ພວກເຂົາຍັງບໍ່ແມ່ນພະຍານທີ່ຍິ່ງໃຫຍ່ໃຫ້ເຮົາເທື່ອ. ພວກເຈົ້າສາມາດດີກວ່າເກົ່າຮ້ອຍເທົ່າກໍຍ້ອນຜົນທັງໝົດຂອງພາລະກິດຂອງເຮົາ. ມັນແມ່ນໝາກຜົນທີ່ເກີດຈາກພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ຢ່າງໃດກໍຕາມ, ເຮົາຮູ້ສຶກລັງກຽດຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ ເຊັ່ນດຽວກັນກັບບຸກຄະລິກຂອງພວກເຈົ້າ ແລະ ເຮົາຮູ້ສຶກບໍ່ພໍໃຈຫຼາຍກັບການປະຕິບັດຂອງພວກເຈົ້າຢູ່ຕໍ່ໜ້າເຮົາ ເພາະວ່າ ພວກເຈົ້າບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບເຮົາ. ແລ້ວພວກເຈົ້າຈະສາມາດເປັນຜູ້ທີ່ດໍາລົງຊີວິດຕາມລັດສະໝີຂອງເຮົາໄດ້ແນວໃດ ແລະ ພວກເຈົ້າຈະສາມາດຈົງຮັກພັກດີທີ່ສຸດຕໍ່ພາລະກິດໃນອະນາຄົດຂອງເຮົາໄດ້ແນວໃດ? ຄວາມເຊື່ອຂອງພວກເຈົ້າແມ່ນງົດງາມຫຼາຍ; ພວກເຈົ້າເວົ້າວ່າ ພວກເຈົ້າເຕັມໃຈທີ່ຈະສະຫຼະທັງຊີວິດຂອງພວກເຈົ້າໃນນາມພາລະກິດຂອງເຮົາ ແລະ ເຕັມໃຈທີ່ຈະເສຍສະລະຊີວິດຂອງພວກເຈົ້າເພື່ອມັນ, ແຕ່ອຸປະນິໄສຂອງພວກເຈົ້າບໍ່ປ່ຽນແປງຈັກໜ້ອຍເລີຍ. ພວກເຈົ້າມີແຕ່ຄໍາເວົ້າທີ່ອວດດີ ເຖິງວ່າທີ່ຈິງແລ້ວ ການກະທໍາຕົວຈິງຂອງພວກເຈົ້າແມ່ນອະນາດຫຼາຍ. ມັນປະກົດວ່າ ລີ້ນ ແລະ ປາກຂອງຄົນແມ່ນຢູ່ໃນສະຫວັນ ແຕ່ຂາແມ່ນຢູ່ໃນແຜ່ນດິນໂລກ, ດ້ວຍເຫດນັ້ນ ຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ຊື່ສຽງຂອງພວກເຂົາຈິ່ງຍັງຢູ່ໃນສະພາບທີ່ບໍ່ດີ ແລະ ຖືກທໍາລາຍ. ຊື່ສຽງຂອງພວກເຈົ້າແມ່ນຖືກທໍາລາຍ, ກິລິຍາທ່າທາງຂອງພວກເຈົ້າແມ່ນເສື່ອມໂຊມລົງ, ວິທີເວົ້າຂອງພວກເຈົ້າແມ່ນຕໍ່າຕ້ອຍ, ຊີວິດຂອງພວກເຈົ້າແມ່ນເປັນຕາລັງກຽດ; ເຖິງແມ່ນແຕ່ຄວາມເປັນມະນຸດຂອງພວກເຈົ້າກໍຈະຈົມລົງສູ່ຄວາມຕໍ່າຕ້ອຍ. ພວກເຈົ້າແມ່ນມີຄວາມຄິດຄັບແຄບຕໍ່ຜູ້ຄົນ ແລະ ພວກເຈົ້າຜິດຖຽງກັນກ່ຽວກັບທຸກຢ່າງທີ່ເປັນເລື່ອງເລັກນ້ອຍ. ພວກເຈົ້າຜິດຖຽງກັນກ່ຽວກັບຊື່ສຽງ ແລະ ສະຖານະຂອງຕົວເອງ ຈົນເຖິງຂັ້ນທີ່ພວກເຈົ້າເຕັມໃຈທີ່ຈະຕົກລົງນະຮົກ ແລະ ເຂົ້າໄປຢູ່ໃນທະເລສາບແຫ່ງໄຟ. ຄໍາເວົ້າ ແລະ ການກະທໍາໃນປັດຈຸບັນຂອງພວກເຈົ້າແມ່ນພຽງພໍທີ່ເຮັດໃຫ້ເຮົາສາມາດຕັດສິນວ່າ ພວກເຈົ້າເປັນຄົນບາບ. ທັດສະນະຄະຕິຂອງພວກເຈົ້າຕໍ່ພາລະກິດຂອງເຮົາແມ່ນພຽງພໍສໍາລັບເຮົາທີ່ຈະຕັດສິນວ່າ ພວກເຈົ້າແມ່ນຄົນທີ່ບໍ່ຊອບທໍາ ແລະ ນິໄສທັງໝົດຂອງພວກເຈົ້າແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນວິນຍານທີ່ສົກກະປົກ ທີ່ເຕັມໄປດ້ວຍສິ່ງທີ່ໜ້າລັງກຽດ. ການສະແດງອອກຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເປີດເຜີຍ ແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນຜູ້ຄົນທີ່ໄດ້ດື່ມເລືອດຂອງວິນຍານທີ່ສົກກະປົກຢ່າງພຽງພໍ. ເມື່ອມີການກ່າວເຖິງການເຂົ້າສູ່ອານາຈັກ ພວກເຈົ້າກໍຈົ່ງຢ່າທໍລະຍົດຄວາມຮູ້ສຶກຂອງຕົວເອງ. ພວກເຈົ້າເຊື່ອວ່າ ການເປັນຢູ່ຂອງພວກເຈົ້າໃນປັດຈຸບັນແມ່ນດີພໍສໍາລັບເຈົ້າ ໃນການເຂົ້າສູ່ປະຕູແຫ່ງອານາຈັກຂອງສະຫວັນແລ້ວບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດເຂົ້າສູ່ດິນແດນບໍລິສຸດແຫ່ງພາລະກິດ ແລະ ພຣະທໍາຂອງເຮົາ ໂດຍທີ່ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າບໍ່ຕ້ອງຜ່ານການທົດສອບຂອງເຮົາບໍ? ແມ່ນໃຜສາມາດຕົບຕາທັງສອງຂອງເຮົາໄດ້ຢ່າງສໍາເລັດແດ່? ຄວາມຊົ່ວຊ້າ, ຄວາມປະພຶດ ແລະ ການສົນທະນາອັນຕໍ່າຕ້ອຍຂອງພວກເຈົ້າຈະໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ເຮົາໄດ້ກໍານົດຊີວິດຂອງພວກເຈົ້າເປັນຊີວິດທີ່ດື່ມເລືອດ ແລະ ກິນເນື້ອໜັງຂອງວິນຍານທີ່ສົກກະປົກເຫຼົ່ານັ້ນ ເພາະວ່າ ພວກເຈົ້າລອກຮຽນແບບພວກມັນຢູ່ຕໍ່ໜ້າເຮົາທຸກມື້. ໂດຍສະເພາະຢູ່ຕໍ່ໜ້າເຮົາ ພຶດຕິກໍາຂອງພວກເຈົ້າແມ່ນບໍ່ດີ ແລ້ວເຮົາຈະບໍ່ຮູ້ສຶກລັງກຽດພວກເຈົ້າໄດ້ແນວໃດ? ຄໍາເວົ້າຂອງພວກເຈົ້າມີຄວາມບໍ່ບໍລິສຸດຂອງວິນຍານທີ່ສົກກະປົກ: ພວກເຈົ້າອ້ອນວອນ, ປິດບັງ ແລະ ປະຈົບປະແຈງຄືກັບຜູ້ຄົນເຫຼົ່ານັ້ນທີ່ມີສ່ວນຮ່ວມໃນການເຮັດເວດມົນຄາຖາ ແລະ ຄືກັບຜູ້ຄົນເຫຼົ່ານັ້ນທີ່ທໍລະຍົດ ແລະ ດື່ມເລືອດຂອງຜູ້ທີ່ບໍ່ມີຄວາມຊອບທໍາ. ການສະແດງອອກຂອງມະນຸດທຸກຄົນ ແມ່ນບໍ່ມີຄວາມຊອບທໍາຫຼາຍ ແລ້ວຜູ້ຄົນທັງໝົດຈະສາມາດຖືກຈັດໃຫ້ຢູ່ໃນດິນແດນບໍລິສຸດທີ່ມີຄວາມຊອບທໍາໄດ້ແນວໃດ? ເຈົ້າຄິດວ່າ ພຶດຕິກໍາທີ່ຊົ່ວຊ້າຂອງເຈົ້າສາມາດເຮັດໃຫ້ເຈົ້າເປັນຜູ້ບໍລິສຸດທີ່ແຕກຕ່າງຈາກຜູ້ທີ່ບໍ່ຊອບທໍາບໍ? ໃນທີ່ສຸດ ລີ້ນທີ່ຄ້າຍຄືກັບງູໃຫຍ່ຂອງເຈົ້າຈະທໍາລາຍເນື້ອໜັງຂອງເຈົ້າ ໂດຍເຮັດໃຫ້ມີຄວາມພິນາດ ແລະ ເຮັດໃນສິ່ງທີ່ເປັນຕາລັງກຽດ ແລະ ໃນທີ່ສຸດແລ້ວ ມືຂອງເຈົ້າທີ່ເປື້ອນດ້ວຍເລືອດຂອງວິນຍານສົກກະປົກຍັງຈະດຶງວິນຍານຂອງເຈົ້າລົງສູ່ນະຮົກ ແລ້ວເປັນຫຍັງເຈົ້າຄືບໍ່ໂດດເອົາໂອກາດນີ້ ເພື່ອຊໍາລະລ້າງມືຂອງເຈົ້າທີ່ປົກຫຸ້ມດ້ວຍຄວາມສົກກະປົກ? ເປັນຫຍັງເຈົ້າບໍ່ໃຊ້ໂອກາດນີ້ໃຫ້ເປັນປະໂຫຍດເພື່ອຕັດລິ້ນຂອງເຈົ້າທີ່ກ່າວຄໍາເວົ້າບໍ່ຊອບທໍາ? ເປັນໄປໄດ້ບໍ ທີ່ເຈົ້າເຕັມໃຈທົນທຸກພາຍໃຕ້ແປວໄຟຂອງນະຮົກ ຍ້ອນມືທັງສອງ, ລີ້ນ ແລະ ປາກຂອງເຈົ້າ? ເຮົາເຝົ້າເບິ່ງໃຈຂອງທຸກຄົນດ້ວຍຕາທັງສອງ ເພາະວ່າ ແຕ່ດົນນານມາແລ້ວ ກ່ອນທີ່ເຮົາໄດ້ສ້າງມະນຸດ ເຮົາໄດ້ກໍາຫົວໃຈຂອງພວກເຂົາຢູ່ໃນມືຂອງເຮົາ. ເຮົາເບິ່ງໃຈມະນຸດອອກຕັ້ງແຕ່ດົນ, ສະນັ້ນຄວາມຄິດໃນໃຈຂອງມະນຸດຈະສາມາດໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາຈະສາມາດຫຼົບໜີຈາກພຣະວິນຍານທີ່ເຜົາໄໝ້ຂອງເຮົາໃຫ້ທັນເວລາໄດ້ແນວໃດ?
ປາກຂອງເຈົ້າແມ່ນໃຈດີກວ່ານົກເຂົາ ແຕ່ໃຈຂອງເຈົ້າແມ່ນເປັນຕາຢ້ານກວ່າງູເຖົ້າ. ປາກຂອງເຈົ້າແມ່ນງາມປານປາກຂອງຍິງຊາວລີບັງ ແຕ່ຫົວໃຈຂອງເຈົ້າແມ່ນບໍ່ງົດງາມສໍ່າໃຈຂອງພວກເຂົາເລີຍ ແລະ ມັນບໍ່ສາມາດປຽບທຽບກັບຄວາມງາມຂອງຄົນການາອານຢ່າງແນ່ນອນ. ໃຈຂອງເຈົ້າແມ່ນມີຄວາມຫຼອກລວງຫຼາຍ! ສິ່ງທີ່ເຮົາກຽດຊັງແມ່ນປາກແຫ່ງຄວາມບໍ່ຊອບທໍາ ແລະ ໃຈຂອງພວກເຂົາ ແລະ ຄວາມຕ້ອງການຂອງເຮົາຕໍ່ຜູ້ຄົນແມ່ນບໍ່ສູງສົ່ງກວ່າໄພ່ພົນ, ມັນເປັນພຽງແຕ່ວ່າ ເຮົາຮູ້ສຶກກຽດຊັງການກະທໍາທີ່ຊົ່ວຊ້າຂອງຄົນທີ່ບໍ່ມີຄວາມຊອບທໍາ ແລະ ເຮົາຫວັງວ່າ ພວກເຂົາຈະສາມາດປະຖິ້ມຄວາມສົກກະປົກຂອງພວກເຂົາໄດ້ ແລະ ໜີອອກຈາກສະພາບທີ່ລໍາບາກໃນປັດຈຸບັນເຫຼົ່ານັ້ນ ແລະ ດໍາລົງຊີວິດ ແລະ ມີຄວາມບໍລິສຸດຮ່ວມກັບຜູ້ທີ່ມີຄວາມຊອບທໍາ. ພວກເຈົ້າແມ່ນຢູ່ໃນສະຖານະການດຽວກັນກັບເຮົາ ແຕ່ພວກເຈົ້າແມ່ນຖືກປົກຫຸ້ມໄປດ້ວຍຄວາມສົກກະປົກ, ພວກເຈົ້າບໍ່ໄດ້ມີຄວາມຄ້າຍຄືກັບມະນຸດທີ່ຖືກສ້າງຂຶ້ນໃນເບື້ອງຕົ້ນແມ່ນແຕ່ໜ້ອຍດຽວ ແລະ ຍ້ອນວ່າ ທຸກມື້ນີ້ພວກເຈົ້າຮຽນແບບຄວາມຄ້າຍຄືຂອງຈິດວິນຍານທີ່ສົກກະປົກເຫຼົ່ານັ້ນ ແລະ ພວກເຈົ້າເຮັດໃນສິ່ງທີ່ພວກມັນເຮັດ ແລະ ເວົ້າໃນສິ່ງທີ່ພວກມັນເວົ້າ, ທຸກພາກສ່ວນຂອງພວກເຈົ້າ ແມ່ນແຕ່ລີ້ນ ແລະ ປາກຂອງພວກເຈົ້າ ແມ່ນແຊ່ໃນນໍ້າເປື້ອນຂອງພວກວິນຍານເຫຼົ່ານັ້ນ. ມັນເຖິງຈຸດທີ່ວ່າ ພວກເຈົ້າຖືກປົກຫຸ້ມດ້ວຍຮອຍດ່າງເຫຼົ່ານັ້ນຈົນໝົດ ແລະ ບໍ່ມີແມ່ນແຕ່ສ່ວນດຽວທີ່ສາມາດຖືກນໍາໃຊ້ເພື່ອພາລະກິດຂອງເຮົາ. ມັນຊ່າງເປັນເລື່ອງໜ້າເສົ້າໃຈຫຼາຍ! ພວກເຈົ້າດໍາລົງຊີວິດໃນໂລກຂອງຝູງມ້າ ແລະ ງົວ ແຕ່ແທ້ຈິງແລ້ວ ພວກເຈົ້າບໍ່ຮູ້ສຶກເປັນທຸກເລີຍ; ພວກເຈົ້າແມ່ນເຕັມໄປດ້ວຍຄວາມສຸກ ແລະ ພວກເຈົ້າດໍາລົງຊີວິດຢ່າງເສລີ ແລະ ຢ່າງສະບາຍ. ພວກເຈົ້າກໍາລັງລອຍໄປມາຢູ່ໃນນໍ້າເປື້ອນແຫ່ງນີ້ ແຕ່ບໍ່ຮູ້ເລີຍວ່າ ຕົນເອງໄດ້ຕົກຢູ່ໃນສະຖານະການດັ່ງກ່າວ. ທຸກມື້ນີ້ເຈົ້າຄົບຫາກັບວິນຍານທີ່ສົກກະປົກ ແລະ ພົວພັນກັບ “ອຸດຈະລະ”. ຊີວິດຂອງເຈົ້າແມ່ນຕໍ່າຕ້ອຍຫຼາຍ ແຕ່ເຈົ້າບໍ່ຮູ້ວ່າ ເຈົ້າບໍ່ໄດ້ຢູ່ໃນໂລກມະນຸດນີ້ແລ້ວ ແລະ ເຈົ້າບໍ່ໄດ້ເປັນຂອງຕົວເອງ. ເຈົ້າຮູ້ບໍວ່າ ຊີວິດຂອງເຈົ້າແມ່ນຖືກວິນຍານທີ່ສົກກະປົກຢຽບຢ່ຳມາແຕ່ດົນ ແລະ ບຸກຄະລິກຂອງເຈົ້າແມ່ນຖືກນໍ້າສົກກະປົກເຮັດໃຫ້ເປິເປື້ອນແຕ່ດົນນານມາແລ້ວ? ເຈົ້າຄິດວ່າ ເຈົ້າກໍາລັງດໍາລົງຊີວິດຢູ່ໃນວິມານແຫ່ງສະຫວັນບົນດິນ ແລະ ເຈົ້າຢູ່ໃນລະຫວ່າງຄວາມສຸກບໍ? ເຈົ້າບໍ່ຮູ້ບໍວ່າ ເຈົ້າໄດ້ດໍາລົງຊີວິດຢູ່ກັບວິນຍານທີ່ສົກກະປົກ ແລະ ເຈົ້າໄດ້ດໍາເນີນຊີວິດຢູ່ກັບທຸກສິ່ງທີ່ພວກມັນໄດ້ກະກຽມໄວ້ໃຫ້ເຈົ້າ? ການດໍາລົງຊີວິດຂອງເຈົ້າຈະສາມາດມີຄວາມໝາຍໄດ້ແນວໃດ? ຊີວິດຂອງເຈົ້າຈະສາມາດມີຄຸນຄ່າໄດ້ແນວໃດ? ເຈົ້າດີ້ນຮົນແລ່ນໄປມາຈົນເຖິງເພື່ອພໍ່ແມ່ຂອງເຈົ້າທີ່ເປັນວິນຍານທີ່ສົກກະປົກ ແຕ່ເຈົ້າບໍ່ຮູ້ວ່າ ຜູ້ທີ່ເຮັດໃຫ້ເຈົ້າຕິດກັບດັກ ແມ່ນພວກວິນຍານທີ່ສົກກະປົກເຫຼົ່ານັ້ນ ເຊິ່ງກໍຄືພໍ່ແມ່ຂອງເຈົ້າ ຜູ້ທີ່ໃຫ້ກໍາເນີດເຈົ້າ ແລະ ຊຸບລ້ຽງເຈົ້ານັ້ນເອງ. ຍິ່ງໄປກວ່ານັ້ນ, ເຈົ້າບໍ່ຮູ້ວ່າ ຄວາມສົກກະປົກຂອງເຈົ້າທັງໝົດ ທີ່ຈິງແລ້ວ ແມ່ນໄດ້ມາຈາກພວກເຂົາ; ສິ່ງດຽວທີ່ເຈົ້າຮູ້ ແມ່ນພວກເຂົາສາມາດມອບ “ຄວາມສຸກ” ໃຫ້ແກ່ເຈົ້າ, ພວກເຂົາບໍ່ຂ້ຽນຕີເຈົ້າ ຫຼື ພວກເຂົາບໍ່ໄດ້ຕັດສິນເຈົ້າ ແລະ ໂດຍສະເພາະ ພວກເຂົາແມ່ນບໍ່ໄດ້ສາບແຊ່ງເຈົ້າ. ພວກເຂົາບໍ່ເຄີຍໃຈຮ້າຍໃສ່ເຈົ້າ ແຕ່ພວກເຂົາປະຕິບັດກັບເຈົ້າຢ່າງສຸພາບ ແລະ ອ່ອນໂຍນ. ຄໍາເວົ້າຂອງພວກເຂົາຫຼໍ່ລ້ຽງຈິດໃຈຂອງເຈົ້າ ແລະ ເຮັດໃຫ້ເຈົ້າປະທັບໃຈ ດັ່ງນັ້ນ ຈິດໃຈຂອງເຈົ້າຈຶ່ງສັບສົນໂດຍບໍ່ຮູ້ສຶກຕົວ, ເຈົ້າຖືກດູດດຶງເຂົ້າໄປຫາພວກເຂົາ ແລະ ເຕັມໃຈທີ່ຈະຮັບໃຊ້ພວກເຂົາ ເປັນບ່ອນລະບາຍ ພ້ອມກັບເປັນຄົນຮັບໃຊ້ຂອງພວກເຂົາ. ເຈົ້າບໍ່ຕໍ່ວ່າຈັກດີ້, ແຕ່ເຕັມໃຈເຮັດວຽກໃຫ້ພວກເຂົາຄືກັບໝາ, ຄືກັບມ້າ; ເຈົ້າຖືກພວກເຂົາຫຼອກລວງແລ້ວ. ເພາະເຫດຜົນດັ່ງກ່າວນີ້, ເຈົ້າຈິ່ງບໍ່ມີປະຕິກິລິຍາຕໍ່ພາລະກິດທີ່ເຮົາກະທໍາເລີຍ. ສົມພໍເຈົ້າຈິ່ງຕ້ອງການຫຼຸດອອກຈາກມືຂອງເຮົາຢ່າງລັບໆຕະຫຼອດເວລາ ແລະ ສົມພໍເຈົ້າຈິ່ງຕ້ອງການໃຊ້ຄໍາເວົ້າທີ່ອ່ອນຫວານເພື່ອຫຼອກລວງເອົາຄວາມພໍໃຈຈາກເຮົາຕະຫຼອດເວລາ. ແຕ່ຄວາມຈິງແລ້ວ ເຈົ້າມີແຜນການ ແລະ ໄດ້ກະກຽມສິ່ງອື່ນໆໄວ້ຢູ່ແລ້ວ. ເຈົ້າສາມາດເຫັນການກະທໍາເລັກນ້ອຍຂອງເຮົາເປັນດັ່ງອົງຊົງລິດທານຸພາບສູງສຸດ ແຕ່ເຈົ້າບໍ່ຮູ້ເຖິງການພິພາກສາ ແລະ ການລົງໂທດຂອງເຮົາແມ່ນແຕ່ໜ້ອຍດຽວ. ເຈົ້າບໍ່ຮູ້ວ່າ ການຕີສອນຂອງເຮົາໄດ້ເລີ່ມຂຶ້ນຕອນໃດ; ເຈົ້າຮູ້ແຕ່ວິທີຫຼອກລວງເຮົາເທົ່ານັ້ນ ແຕ່ເຈົ້າບໍ່ຮູ້ວ່າ ເຮົາຈະບໍ່ອົດທົນຕໍ່ການເຮັດຜິດຂອງມະນຸດ. ໃນເມື່ອເຈົ້າໄດ້ກໍານົດຄວາມຕັ້ງໃຈຂອງເຈົ້າເພື່ອຮັບໃຊ້ເຮົາແລ້ວ, ເຮົາກໍຈະບໍ່ປ່ອຍໃຫ້ເຈົ້າໄປ. ເຮົາຄືພຣະເຈົ້າທີ່ມີຄວາມອິດສາ ແລະ ເຮົາແມ່ນພຣະເຈົ້າ ຜູ້ທີ່ອິດສາມະນຸດ. ໃນເມື່ອເຈົ້າເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາແລ້ວ, ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະແລ່ນອອກຈາກສາຍຕາຂອງເຮົາ ແລະ ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະຮັບໃຊ້ເຈົ້ານາຍສອງຄົນ. ເຈົ້າຄິດວ່າ ເຈົ້າສາມາດມີຄວາມຮັກອີກ ຫຼັງຈາກທີ່ເຈົ້າໄດ້ເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາຂອງເຮົາ ແລະ ຫຼັງຈາກທີ່ເຈົ້າວາງຄໍາເວົ້າຂອງເຈົ້າໄວ້ຢູ່ຕໍ່ໜ້າຕໍ່ຕາຂອງເຮົາບໍ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ? ເຈົ້າຄິດວ່າ ເຈົ້າສາມາດປະຕິຍານ ແລະ ສາບານຕໍ່ເຮົາດ້ວຍລີ້ນຂອງເຈົ້າບໍ? ເຈົ້າສາມາດສາບານຕໍ່ບັນລັງຂອງເຮົາ ເຊິ່ງແມ່ນສິ່ງທີ່ສູງສຸດໄດ້ແນວໃດ? ເຈົ້າຄິດວ່າ ຄໍາສາບານຂອງເຈົ້າໄດ້ຕາຍໄປແລ້ວບໍ? ເຖິງແມ່ນວ່າ ເນື້ອໜັງຂອງພວກເຈົ້າຈະຕາຍໄປແລ້ວ ແຕ່ເຮົາຂໍບອກພວກເຈົ້າວ່າ ຄໍາສາບານຂອງພວກເຈົ້າບໍ່ສາມາດຕາຍໄດ້. ໃນທີ່ສຸດ, ເຮົາຈະຕັດສິນລົງໂທດພວກເຈົ້າ ໂດຍອີງໃສ່ຄໍາສາບານຂອງພວກເຈົ້າ. ແຕ່ພວກເຈົ້າກໍຍັງຄິດວ່າ ພວກເຈົ້າຈະສາມາດຍົກຄໍາເວົ້າຂອງພວກເຈົ້າຢູ່ຕໍ່ໜ້າເຮົາເພື່ອຮັບມືກັບເຮົາ ແລະ ໃຈຂອງພວກເຈົ້າຍັງສາມາດຮັບໃຊ້ຈິດວິນຍານທີ່ສົກກະປົກ ແລະ ຈິດວິນຍານທີ່ຊົ່ວຮ້າຍ. ຄວາມໂມໂຫຂອງເຮົາຈະສາມາດອົດທົນຕໍ່ຜູ້ຄົນເຫຼົ່ານັ້ນທີ່ຄືໝາ ແລະ ໝູທີ່ຫຼອກລວງເຮົາໄດ້ແນວໃດ? ເຮົາຕ້ອງປະຕິບັດພຣະດໍາລັດຂອງເຮົາ ແລະ ຍາດເອົາຜູ້ທີ່ “ເຊື່ອໃນສາສະໜາ” ຜູ້ທີ່ເຊື່ອໃນຕົວເຮົາມາຈາກກໍາມືຂອງວິນຍານສົກກະປົກ ເພື່ອວ່າພວກເຂົາອາດຈະ “ລໍຖ້າ” ເຮົາໃນລັກສະນະທີ່ມີວິໄນ, ເປັນງົວຂອງເຮົາ, ເປັນມ້າຂອງເຮົາ ແລະ ຢູ່ໃນອໍານາດແຫ່ງການສັງຫານຂອງເຮົາ. ເຮົາຈະເຮັດໃຫ້ເຈົ້າຍົກຄວາມຕັ້ງໃຈທີ່ຜ່ານມາຂອງເຈົ້ານັ້ນສູງຂຶ້ນ ແລະ ມາຮັບໃຊ້ເຮົາອີກຄັ້ງ. ເຮົາຈະບໍ່ອົດທົນຕໍ່ຜູ້ທີ່ຫຼອກລວງເຮົາ. ເຈົ້າຄິດວ່າ ເຈົ້າຈະສາມາດຮ້ອງຂໍ ແລະ ຕົວະແບບໜ້າດ້ານໆຢູ່ຕໍ່ໜ້າເຮົາບໍ? ເຈົ້າຄິດວ່າ ເຮົາບໍ່ໄດ້ຍິນ ຫຼື ເຫັນຄໍາເວົ້າ ແລະ ການກະທໍາຂອງເຈົ້າບໍ? ຄໍາເວົ້າ ແລະ ການກະທໍາຂອງເຈົ້າຈະບໍ່ຢູ່ໃນສາຍຕາຂອງເຮົາໄດ້ແນວໃດ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ?
ເຮົາໄດ້ຢູ່ທ່າມກາງພວກເຈົ້າ, ພົວພັນກັບພວກເຈົ້າໃນລະດູໃບໄມ້ປົ່ງ ແລະ ໃນລະດູໃບໄມ້ຫຼົ່ນເປັນເວລາຫຼາຍປີ, ເຮົາໄດ້ດໍາລົງຊີວິດຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານ ແລະ ໄດ້ດໍາລົງຊີວິດຢູ່ກັບພວກເຈົ້າ. ແລ້ວຄວາມປະພຶດທີ່ຊົ່ວຊ້າຂອງພວກເຈົ້າຈະຫຼຸດພົ້ນອອກໄປຕໍ່ໜ້າຕໍ່ຕາຂອງເຮົາໄດ້ແນວໃດ? ຄໍາເວົ້າທີ່ປະທັບໃຈເຫຼົ່ານັ້ນຂອງພວກເຈົ້າ ແມ່ນຍັງດັງກ້ອງຢູ່ໃນຫູຂອງເຮົາຢູ່ຕະຫຼອດເວລາ; ຄວາມທະເຍີທະຍານຂອງພວກເຈົ້າເປັນຈໍານວນລ້ານໆ ແມ່ນຖືກວາງຢູ່ແທ່ນບູຊາຂອງເຮົາຈົນບໍ່ສາມາດນັບໄດ້. ເຖິງຢ່າງໃດກໍຕາມ, ໃນສ່ວນການອຸທິດຕົນ ແລະ ສິ່ງທີ່ພວກເຈົ້າໄດ້ໃຊ້ໄປແລ້ວ ແມ່ນບໍ່ມີແມ່ນແຕ່ໜ້ອຍດຽວ. ຄວາມຈິງໃຈຂອງພວກເຈົ້າແມ່ນແຕ່ຢົດນ້ອຍໆຢົດດຽວກໍບໍ່ມີຢູ່ເທິງແທ່ນບູຊາຂອງເຮົາ. ໝາກຜົນແຫ່ງຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນຢູ່ໃສ? ພວກເຈົ້າໄດ້ຮັບຄວາມກະລຸນາທີ່ບໍ່ມີວັນສິ້ນສຸດຈາກເຮົາ ແລະ ພວກເຈົ້າໄດ້ເຫັນຄວາມລຶກລັບທີ່ບໍ່ມີວັນສິ້ນສຸດຈາກສະຫວັນ ແລະ ເຮົາຍັງໄດ້ສະແດງແປວໄຟແຫ່ງສະຫວັນໃຫ້ພວກເຈົ້າເຫັນ ແຕ່ເຮົາບໍ່ມີໃຈທີ່ຈະຈູດເຜົາພວກເຈົ້າ. ຢ່າງໃດກໍຕາມ ພວກເຈົ້າໄດ້ມອບໃຫ້ເຮົາຫຼາຍສໍ່າໃດແລ້ວເພື່ອເປັນການຕອບແທນ? ພວກເຈົ້າເຕັມໃຈມອບໃຫ້ເຮົາຫຼາຍສໍ່າໃດ? ເຈົ້າຖືອາຫານທີ່ເຮົາໄດ້ເອົາໃຫ້ເຈົ້າ ແລ້ວຫັນມາຖວາຍມັນໃຫ້ກັບເຮົາ ໂດຍເວົ້າວ່າ ມັນແມ່ນສິ່ງທີ່ເຈົ້າໄດ້ຮັບເປັນການຕອບແທນ ເຫື່ອແຮງຈາກການເຮັດວຽກໜັກຂອງເຈົ້າ ເຈົ້າຈິ່ງຖວາຍທຸກສິ່ງທີ່ເຈົ້າມີໃຫ້ກັບເຮົາ. ເຈົ້າບໍ່ສາມາດຮູ້ໄດ້ແນວໃດວ່າ “ສິ່ງບໍລິຈາກ” ຂອງເຈົ້າທີ່ມີໃຫ້ເຮົາ ແມ່ນທຸກສິ່ງທີ່ເຈົ້າໄດ້ລັກຈາກແທ່ນບູຊາຂອງເຮົາ ແລ້ວຕອນນີ້ເຈົ້າກໍາລັງຖວາຍສິ່ງນັ້ນໃຫ້ກັບເຮົາ. ເຈົ້າບໍ່ແມ່ນກໍາລັງຫຼອກລວງເຮົາບໍ? ເຈົ້າບໍ່ໄດ້ຮູ້ບໍວ່າ ສິ່ງທີ່ເຮົາເພີດເພີນນໍາໃນປັດຈຸບັນນີ້ ແມ່ນສິ່ງຖວາຍທັງໝົດທີ່ຢູ່ແທ່ນບູຊາຂອງເຮົາ ແລະ ບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບມາ ເພື່ອເປັນການຕອບແທນສໍາລັບການເຮັດວຽກໜັກຂອງເຈົ້າ ແລະ ນໍາສິ່ງນັ້ນມາຖວາຍໃຫ້ເຮົາ? ພວກເຈົ້າຈັ່ງແມ່ນກ້າຫຼອກລວງເຮົາແທ້ໆ ແລ້ວເຮົາຈະສາມາດອະໄພໃຫ້ພວກເຈົ້າໄດ້ແນວໃດ? ເຮົາຈະສາມາດອົດກັ້ນກັບສິ່ງນີ້ໄດ້ດົນປານໃດ? ເຮົາໄດ້ມອບທຸກສິ່ງທຸກຢ່າງໃຫ້ແກ່ພວກເຈົ້າ. ເຮົາໄດ້ເປີດເຜີຍທຸກສິ່ງທຸກຢ່າງເພື່ອພວກເຈົ້າ, ໄດ້ສະໜອງເພື່ອຄວາມຕ້ອງການຂອງພວກເຈົ້າ ແລະ ເປີດຕາຂອງພວກເຈົ້າ ແຕ່ພວກເຈົ້າກໍຍັງຫຼອກລວງເຮົາແບບນີ້ ໂດຍເມີນເສີຍຕໍ່ສາມັນສໍານຶກຂອງພວກເຈົ້າເອງ. ເຮົາໄດ້ປະທານທຸກສິ່ງແກ່ພວກເຈົ້າໂດຍບໍ່ເຫັນແກ່ຕົວ ເພື່ອວ່າ ເຖິງພວກເຈົ້າຈະທົນທຸກ ພວກເຈົ້າກໍຈະໄດ້ຮັບທຸກສິ່ງຈາກເຮົາ ເຊິ່ງເປັນສິ່ງທີ່ເຮົາໄດ້ນໍາມາຈາກສະຫວັນ. ນອກເໜືອຈາກນີ້, ພວກເຈົ້າບໍ່ອຸທິດຕົວຈັກດີ້ ແລະ ເຖິງແມ່ນວ່າ ພວກເຈົ້າຈະໄດ້ບໍລິຈາກພຽງເລັກນ້ອຍກໍຕາມ ພວກເຈົ້າກໍຈະມາ “ສະສາງ” ກັບເຮົາພາຍຫຼັງ. ສິ່ງບໍລິຈາກຂອງເຈົ້າຈະບໍ່ເສຍຖິ້ມບໍ? ສິ່ງທີ່ເຈົ້າໄດ້ມອບໃຫ້ກັບເຮົາແມ່ນບໍ່ມີຫຍັງ ແຕ່ເປັນພຽງເມັດຊາຍໜຶ່ງເມັດ ແຕ່ສິ່ງທີ່ເຈົ້າຂໍຈາກເຮົາແມ່ນເປັນຄໍາໜຶ່ງໂຕນ. ເຈົ້າບໍ່ໄຮ້ເຫດຜົນເກີນໄປໂພດບໍ? ເຮົາເຮັດພາລະກິດໃນທ່າມກາງພວກເຈົ້າ. ອັດຕາສິບສ່ວນຮ້ອຍທີ່ເຮົາຄວນໄດ້ຮັບບໍ່ເຫັນແມ່ນແຕ່ຮ່ອງຮອຍຈັກດີ້ ຢ່າວ່າແຕ່ການເສຍສະຫຼະເພີ່ມເຕີມເລີຍ. ຍິ່ງໄປກວ່ານັ້ນ, ອັດຕາສິບສ່ວນຮ້ອຍທີ່ຄົນເຫຼື້ອມໃສໃນສາສະໜາບໍລິຈາກ ແມ່ນຖືກຄົນຊົ່ວຍຶດເອົາໄປໝົດ. ພວກເຈົ້າທຸກຄົນບໍ່ແມ່ນແຕກກະຈາຍອອກຈາກເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນເປັນປໍລະປັກກັບເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນກໍາລັງທໍາລາຍແທ່ນບູຊາຂອງເຮົາບໍ? ແລ້ວຈະໃຫ້ເຮົາເຫັນບຸກຄົນປະເພດນີ້ເປັນສັບສົມບັດໃນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາບໍ່ແມ່ນໝູ ແລະ ໝາທີ່ເຮົາກຽດຊັງບໍ? ຈະໃຫ້ເຮົາສາມາດເອີ້ນການກະທໍາທີ່ຊົ່ວຮ້າຍຂອງພວກເຈົ້າເປັນສັບສົມບັດໄດ້ແນວໃດ? ພາລະກິດຂອງເຮົາແມ່ນເພື່ອຜູ້ໃດກັນແທ້? ເປັນໄປໄດ້ບໍທີ່ມັນຈະໂຈມຕີພວກເຈົ້າທຸກຄົນ ເພື່ອເປີດເຜີຍອໍານາດຂອງເຮົາ? ຊີວິດຂອງພວກເຈົ້າທຸກຄົນບໍ່ແມ່ນເພິ່ງພາຂໍ້ພຣະທໍາຂອງເຮົາບໍ? ເປັນຫຍັງເຮົາຈຶ່ງໃຊ້ແຕ່ພຣະທໍາເພື່ອແນະນໍາພວກເຈົ້າເທົ່ານັ້ນ ແລະ ເປັນຫຍັງເຮົາຈິ່ງບໍ່ໄດ້ປ່ຽນພຣະທໍາເປັນຂໍ້ມູນຄວາມຈິງ ເພື່ອໂຈມຕີພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້? ພຣະທໍາ ແລະ ພາລະກິດຂອງເຮົາແມ່ນພຽງເພື່ອໂຈມຕີມະນຸດບໍ? ເຮົາແມ່ນພຣະເຈົ້າທີ່ຂ້າຄົນບໍລິສຸດໂດຍບໍ່ມີການຈໍາແນກບໍ? ຕອນນີ້ ມີພວກເຈົ້າຈັກຄົນທີ່ມາຢູ່ຕໍ່ໜ້າເຮົາດ້ວຍຕົວຕົນຂອງພວກເຈົ້າທັງໝົດເພື່ອສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ? ມີແຕ່ຮ່າງກາຍຂອງພວກເຈົ້າທີ່ຢູ່ຕໍ່ໜ້າເຮົາ ແຕ່ໃຈຂອງພວກເຈົ້າແມ່ນຍັງລອຍນວນ ແລະ ຫ່າງເຫີນຈາກເຮົາຫຼາຍ. ຍ້ອນພວກເຈົ້າບໍ່ຮູ້ວ່າ ພາລະກິດທີ່ແທ້ຈິງຂອງເຮົາແມ່ນຫຍັງ, ຈິ່ງມີພວກເຈົ້າບາງຄົນທີ່ຕ້ອງການໜີອອກຈາກເຮົາ ແລະ ຜູ້ທີ່ຕ້ອງການຢູ່ຫ່າງຈາກເຮົາ ແລະ ຕ້ອງການດໍາລົງຊີວິດຢູ່ໃນວິມານສະຫວັນແຫ່ງນັ້ນ ທີ່ບໍ່ມີການຕີສອນ ແລະ ການພິພາກສາ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນປາດຖະໜາໃນໃຈຂອງພວກເຂົາບໍ? ແນ່ນອນ ເຮົາບໍ່ໄດ້ບັງຄັບເຈົ້າ. ເສັ້ນທາງໃດກໍຕາມທີ່ເຈົ້າເລືອກ ແມ່ນການເລືອກຂອງເຈົ້າເອງ ແລະ ເສັ້ນທາງໃນປັດຈຸບັນແມ່ນໄປພ້ອມກັບການພິພາກສາ ແລະ ການສາບແຊ່ງ ແຕ່ພວກເຈົ້າທຸກຄົນຄວນຮູ້ວ່າ ສິ່ງທີ່ເຮົາໄດ້ປະທານໃຫ້ແກ່ພວກເຈົ້າ ບໍ່ວ່າຈະແມ່ນການພິພາກສາ ຫຼື ການຕີສອນລ້ວນແລ້ວແຕ່ແມ່ນຂອງຂວັນທີ່ດີທີ່ສຸດ ທີ່ເຮົາສາມາດມອບແກ່ພວກເຈົ້າ ແລະ ພວກມັນແມ່ນທຸກສິ່ງທີ່ພວກເຈົ້າຕ້ອງການຢ່າງຮີບດ່ວນ.