ພາລະກິດໃນຍຸກແຫ່ງພຣະບັນຍັດ

ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະເພາະຊົນຊາດອິດສະຣາເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດນອກດິນແດນອິດສະຣາເອນ ແຕ່ພຣະອົງເລືອກຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິດສະຣາເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິດສະຣາເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ.

ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ຂັ້ນຕອນພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງ ໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ. ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດແນວໃດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື ຜູ້ຄົນດັ່ງກ່າວທີ່ໄດ້ຮັບແຕ່ລົມຫາຍໃຈ ແລະ ຊີວິດຈາກພຣະເຢໂຮວາ ແມ່ນບໍ່ຮູ້ໃນເລື່ອງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ຫຼື ຮູ້ຈັກວິທີເຮັດໃຫ້ພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງເພິ່ງພໍໃຈ. ພວກເຂົາເຂົ້າໃຈນ້ອຍທີ່ສຸດ. ສະນັ້ນເຖິງແມ່ນວ່າ ໃນໃຈພວກເຂົາຈະບໍ່ຄົດໂກງ, ຫຼອກລວງ, ອິດສາບັງບຽດ ແລະ ຊີງດີຊີງເດັ່ນ ແຕ່ພວກເຂົາກໍຍັງບໍ່ມີຄວາມຮູ້ ຫຼື ເຂົ້າໃຈກ່ຽວກັບພຣະເຢໂຮວາ ນັ້ນກໍຄືພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງ. ບັນພະບຸລຸດຂອງມະນຸດເຫຼົ່ານີ້ພຽງຮູ້ຈັກແຕ່ກິນ ແລະ ຊື່ນຊົມໃນສິ່ງທີ່ພຣະເຢໂຮວາມອບໃຫ້ ແຕ່ພວກເຂົາບໍ່ຮູ້ຈັກເຄົາລົບບູຊາພຣະເຢໂຮວາ. ພວກເຂົາບໍ່ຮູ້ວ່າພຣະເຢໂຮວາຄື ພຣະເຈົ້າທີ່ພວກເຂົາຄວນຄຸເຂົ່າກົ້ມຫົວລົງບູຊາ. ສະນັ້ນຈະເອີ້ນພວກເຂົາເປັນຄົນຂອງພຣະອົງໄດ້ແນວໃດ? ເມື່ອເປັນດັ່ງນັ້ນແລ້ວ, ຄໍາທີ່ວ່າ “ພຣະເຢໂຮວາແມ່ນພຣະຜູ້ເປັນເຈົ້າແຫ່ງສິ່ງຊົງສ້າງທັງປວງ” ແລະ “ພຣະອົງສ້າງມະນຸດເພື່ອວ່າມະນຸດຈະໄດ້ປະຈັກ, ສັນລະເສີນ ແລະ ເປັນຕົວແທນຂອງພຣະອົງ” ນັ້ນ ຈະບໍ່ເປັນຄໍາເວົ້າທີ່ໄຮ້ປະໂຫຍດບໍ? ຈະໃຫ້ຜູ້ຄົນທີ່ບໍ່ເຄົາລົບບູຊາຕໍ່ພຣະເຢໂຮວາມາເປັນປະຈັກພະຍານໃຫ້ກັບສະຫງ່າລາສີຂອງພຣະອົງໄດ້ແນວໃດ? ຈະໃຫ້ພວກເຂົາມາເປັນການສະແດງເຖິງກຽດຕິຍົດຂອງ ພຣະອົງໄດ້ແນວໃດ? ແລ້ວຄໍາກ່າວຂອງພຣະເຢໂຮວາທີ່ວ່າ “ເຮົາສ້າງມະນຸດໃນຮູບພາບຂອງເຮົາ” ນັ້ນຈະບໍ່ກາຍເປັນອາວຸດໃນກໍາມືຂອງຊາຕານຜູ້ຊົ່ວຮ້າຍບໍ? ຄໍາກ່າວເຫຼົ່ານີ້ຈະບໍ່ເຮັດໃຫ້ພຣະເຢໂຮວາ ຜູ້ສ້າງມະນຸດນັ້ນອັບອາຍຂາຍໜ້າບໍ? ເພື່ອສໍາເລັດຂັ້ນຕອນຂອງພາລະກິດ, ຫລັງຈາກໄດ້ສ້າງມະນຸດເລີ່ມແຕ່ຍຸກອາດາມຈົນເຖິງຍຸກໂນອາ ພຣະເຢໂຮວາບໍ່ໄດ້ແນະນໍາ ຫຼື ຊີ້ນໍາພວກເຂົາ. ແຕ່ກົງກັນຂ້າມ ຈົນກວ່າຫລັງຈາກນໍ້າຖ້ວມໂລກ ພຣະອົງຈຶ່ງໄດ້ເລີ່ມຊີ້ນໍາຊົນຊາດອິດສະຣາເອນຜູ້ທີ່ເປັນລູກຫຼານຂອງໂນອາ ແລະ ອາດາມ. ພາລະກິດຂອງພຣະອົງ ແລະ ພຣະທໍາທີ່ພຣະອົງກ່າວໃນດິນແດນອິດສະຣາເອນໄດ້ຊີ້ນໍາຜູ້ຄົນ ໃນດິນແດນອິດສະຣາເອນທັງໝົດ ໃນຂະນະທີ່ພວກເຂົາດໍາລົງຊີວິດຂອງພວກເຂົາໃນທົ່ວດິນແດນອິດສະຣາເອນ ແລະ ດ້ວຍວິທີນີ້ຈຶ່ງໄດ້ສະແດງໃຫ້ມະນຸດເຫັນວ່າ ພຣະເຢໂຮວາບໍ່ໄດ້ເປັນພຽງຜູ້ໃຫ້ລົມຫາຍໃຈແກ່ມະນຸດເທົ່ານັ້ນ, ແຕ່ມະນຸດຍັງໄດ້ຮັບຊີວິດມາຈາກພຣະອົງເປັນຊີວິດທີ່ເກີດຈາກລະອອງຝຸ່ນເຊິ່ງຖືກສ້າງໃຫ້ກາຍເປັນມະນຸດ, ນອກຈາກນັ້ນພຣະອົງຍັງສາມາດທໍາລາຍ ແລະ ສາບແຊ່ງມະນຸດ ແລະ ສາມາດນໍາໃຊ້ໄມ້ຄ້ອນຂອງພຣະອົງເພື່ອປົກຄອງມະນຸດຊາດ. ພ້ອມນັ້ນ ຍັງໄດ້ສະແດງໃຫ້ມະນຸດເຫັນວ່າພຣະເຢໂຮວາ ສາມາດນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ ແລະ ກ່າວພຣະຄໍາ ແລະ ປະຕິບັດຕໍ່ມະນຸດທັງຫຼາຍອີງຕາມເວລາຂອງກາງເວັນ ແລະ ກາງຄືນ. ພຣະອົງປະຕິບັດພາລະກິດພຽງເພື່ອໃຫ້ສິ່ງທີ່ພຣະອົງສ້າງໄດ້ຮູ້ວ່າ ມະນຸດມາຈາກຂີ້ຝຸ່ນທີ່ພຣະອົງເກັບຂຶ້ນມາ ແລະ ຍິ່ງໄປກວ່ານັ້ນ ມະນຸດແມ່ນຖືກສ້າງຂຶ້ນໂດຍພຣະອົງເອງ. ບໍ່ພຽງເທົ່ານີ້ ແຕ່ ພາລະກິດທີ່ພຣະອົງເລີ່ມຕົ້ນໃນດິນແດນອິດສະຣາເອນນັ້ນແມ່ນເພື່ອໃຫ້ຜູ້ຄົນ ແລະ ຊາດຕ່າງໆ (ຕາມຄວາມຈິງແລ້ວ ຊາດຕ່າງໆທີ່ວ່ານີ້ບໍ່ແມ່ນຕ່າງຊາດຈາກອິດສະຣາເອນ ແຕ່ກົງກັນຂ້າມພວກເຂົາແມ່ນແຍກອອກມາຈາກຊົນຊາດອິດສະຣາເອນ ແລະ ຍັງເປັນລູກຫຼານຂອງອາດາມ ແລະ ເອວາຄືເກົ່າ) ໄດ້ຮັບຂ່າວປະເສີດຂອງພຣະເຢໂຮວາຈາກດິນແດນອິດສະຣາເອນ ເພື່ອມະນຸດທີ່ຖືກສ້າງຂຶ້ນທັງໝົດໃນຈັກກະວານຈະໄດ້ເຄົາລົບບູຊາພຣະເຢໂຮວາ ແລະ ຍົກພຣະອົງຂຶ້ນເປັນອົງທີ່ຍິ່ງໃຫຍ່. ຖ້າພຣະເຢໂຮວາບໍ່ໄດ້ເລີ່ມຕົ້ນພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ, ແຕ່ກົງກັນຂ້າມ ຫລັງຈາກສ້າງມະນຸດແລ້ວ ປ່ອຍໃຫ້ພວກເຂົາໃຊ້ຊີວິດຢ່າງເປັນອິດສະຫຼະເທິງແຜ່ນດິນໂລກ. ຖ້າເປັນດັ່ງນັ້ນ, ດ້ວຍວ່າ ທໍາມະຊາດຮ່າງກາຍຂອງມະນຸດ (ທໍາມະຊາດໝາຍເຖິງວ່າ ມະນຸດຈະບໍ່ສາມາດຮູ້ຈັກສິ່ງທີ່ຕົນເອງບໍ່ສາມາດເຫັນ ເຊິ່ງເວົ້າໄດ້ອີກວ່າ ຕົນເອງຈະບໍ່ຮູ້ວ່າ ພຣະເຢໂຮວາຄືຜູ້ສ້າງມະນຸດ ແລະ ບໍ່ຮູ້ວ່າພຣະອົງສ້າງເພື່ອຫຍັງ) ມະນຸດຈະບໍ່ມີທາງຮູ້ວ່າ ພຣະເຢໂຮວາເປັນຜູ້ສ້າງມະນຸດ ຫຼື ພຣະອົງຄືພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ຖ້າພຣະເຢໂຮວາໄດ້ສ້າງມະນຸດ ແລ້ວປ່ອຍປະພວກເຂົາໄວ້ເທິງແຜ່ນດິນໂລກເພື່ອເປັນສິ່ງຂອງທີ່ພຣະອົງຊື່ນຊົມ ແລ້ວແທນທີ່ພຣະອົງຈະຢູ່ກັບມະນຸດ ເພື່ອຊີ້ນໍາພວກເຂົາໃນໄລຍະເວລາໜຶ່ງ, ແຕ່ພຣະອົງໄດ້ປັດມື ແລ້ວໜີໄປ. ຖ້າເປັນດັ່ງນັ້ນ, ມະນຸດຊາດທັງປວງກໍຈະກັບໄປສູ່ຄວາມວ່າງເປົ່າເໝືອນເດີມ; ແມ່ນແຕ່ ສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງທີ່ພຣະອົງສ້າງ ແລະ ມວນມະນຸດຊາດ ກໍຈະກັບຄືນໄປສູ່ຄວາມວ່າງເປົ່າ ແລະ ຍິ່ງໄປກວ່ານັ້ນ ຈະຖືກຢຽບຢ່ຳທໍາລາຍໂດຍຊາຕານ. ໃນວິທີນີ້ ພຣະເຢໂຮວາຫວັງວ່າ: “ເທິງແຜ່ນດິນໂລກ ນັ້ນກໍຄື ໃນທ່າມກາງຂອງການເນລະມິດສ້າງຂອງພຣະອົງ ພຣະອົງຄວນຈະມີບ່ອນຢືນທີ່ເປັນສະຖານທີ່ສັກສິດ” ກໍຈະຖືກທໍາລາຍໝົດສິ້ນ. ສະນັ້ນ, ຫລັງຈາກການເນລະມິດສ້າງມະນຸດແລ້ວ ພຣະອົງໄດ້ຢູ່ໃນທ່າມ ກາງມະນຸດເພື່ອຊີ້ນໍາພວກເຂົາໃນການດໍາລົງຊີວິດ ແລະ ກ່າວຕໍ່ມະນຸດໃນທ່າມກາງພວກເຂົາ, ທັງໝົດນີ້ແມ່ນເພື່ອບັນລຸຄວາມປະສົງ ແລະ ແຜນການຂອງພຣະອົງ. ພາລະກິດທີ່ພຣະອົງໄດ້ກະທໍາໃນດິນແດນອິດສະຣາເອນແມ່ນເພື່ອປະຕິບັດແຜນການທີ່ພຣະອົງໄດ້ວາງໄວ້ກ່ອນການເນລະມິດສ້າງສັບພະທຸກສິ່ງທັງປວງຂອງພຣະອົງ. ດັ່ງນັ້ນ ການປະຕິບັດພາລະກິດທໍາອິດໃນທ່າມກາງຊົນຊາດອິດສະຣາເອນ ແລະ ການເນລະມິດສ້າງສັບພະສິ່ງທັງປວງຂອງພຣະອົງແມ່ນບໍ່ໄດ້ຂັດແຍ້ງກັນ ແຕ່ທັງສອງຢ່າງແມ່ນເພື່ອການຄຸ້ມຄອງຂອງພຣະອົງ, ເພື່ອພາລະກິດ, ຄວາມສະຫງ່າລາສີ ແລະ ພ້ອມນີ້ກໍເພື່ອການສ້າງມະນຸດຂອງພຣະອົງໃຫ້ມີຄວາມໝາຍຢ່າງເລິກເຊິ່ງ. ຫລັງຈາກໂນອາ ພຣະອົງໄດ້ນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກເປັນເວລາສອງພັນປີ ເຊິ່ງໃນໄລຍະນັ້ນພຣະອົງໄດ້ສິດສອນມະນຸດໃຫ້ເຂົ້າໃຈເຖິງວິທີເຄົາລົບບູຊາພຣະເຢໂຮວາ ທີ່ເປັນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ສິດສອນວິທີປະຕິບັດຕໍ່ຊີວິດຂອງຕົນ, ວິທີດໍາເນີນຊີວິດ ແລະ ສໍາຄັນທີ່ສຸດ ວິທີປະຕິບັດໃນການເປັນພະຍານຕໍ່ພຣະເຢໂຮວາ; ວິທີການຖວາຍຄວາມເຊື່ອຟັງໃຫ້ກັບພຣະອົງ, ມອບຄວາມເຄົາລົບບູຊາໃຫ້ແດ່ພຣະອົງ ແລະ ພ້ອມທັງການສັນລະເສີນພຣະອົງດ້ວຍດົນຕີເໝືອນດັ່ງເດວິດ ແລະ ກຸ່ມມະຫາປະໂລຫິດຂອງລາວໄດ້ກະທໍາ.

ກ່ອນໄລຍະສອງພັນປີ ເຊິ່ງເປັນໄລຍະທີ່ພຣະເຢໂຮວາໄດ້ກະທໍາພາລະກິດຂອງພຣະອົງ, ມະນຸດແມ່ນບໍ່ຮູ້ຈັກຫຍັງ ແລະ ມະນຸດຊາດເກືອບທັງໝົດໄດ້ຕົກຢູ່ໃນຄວາມຊົ່ວຮ້າຍ ຈົນເຖິງກ່ອນການທໍາລາຍໂລກດ້ວຍອຸທົກກະໄພ ພວກເຂົາແມ່ນເຖິງຈຸດໄຮ້ສິນທໍາ ແລະ ຄວາມຊົ່ວຊ້າທີ່ສຸດ ເຊິ່ງໃນຫົວໃຈຂອງພວກເຂົາແມ່ນຂາດພຣະເຢໂຮວາ ແລະ ຮ້າຍແຮງໄປກວ່ານັ້ນ ຂາດວິທີທາງຂອງພຣະອົງ. ພວກເຂົາບໍ່ເຄີຍເຂົ້າໃຈພາລະກິດທີ່ພຣະເຢໂຮວາຈະກະທໍາ; ພວກເຂົາຂາດເຫດຜົນ, ຍິ່ງໄປກວ່ານັ້ນ ພວກເຂົາຂາດຄວາມຮູ້ ເໝືອນດັ່ງເຄື່ອງຈັກທີ່ຫາຍໃຈ ແຕ່ໄຮ້ຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບມະນຸດ, ພຣະເຈົ້າ, ໂລກ, ຊີວິດ ແລະ ອື່ນໆ. ໃນແຜ່ນດິນໂລກ ພວກເຂົາປະພຶດໃນການຫຼອກລວງຕ່າງໆນາໆ ຄືກັນກັບງູ ແລະ ເວົ້າຈາຫຼາຍສິ່ງຢ່າງທີ່ເຮັດໃຫ້ພຣະເຢໂຮວາບໍ່ພໍໃຈ, ແຕ່ເນື່ອງຈາກວ່າ ພວກເຂົາເປັນຄົນໄຮ້ດຽງສາ ພຣະເຢໂຮວາຈຶ່ງບໍ່ລົງໂທດ ແລະ ຕີສອນພວກເຂົາ. ຈົນກວ່າຫລັງຈາກອຸທົກກະໄພ, ເມື່ອໂນອາໄດ້ອາຍຸ 601 ປີ ພຣະເຢໂຮວາຈິ່ງປາກົດຕໍ່ໂນອາ, ຊີ້ນໍາລາວ ແລະ ຄອບຄົວຂອງລາວ; ພຣະອົງນໍາພາຝູງນົກ ແລະ ສັດປ່າ ທີ່ລອດພົ້ນຈາກອຸທົກກະໄພພ້ອມດ້ວຍໂນອາ ແລະ ລູກຫຼານຂອງລາວຈົນກວ່າການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ ເຊິ່ງລວມເວລາທັງໝົດ 2.500 ປີ. ພຣະອົງດຳເນີນພາລະກິດໃນອິດສະຣາເອນ ເຊິ່ງນັ້ນກໍຄື ການດຳເນີນພາລະກິດຢ່າງເປັນທາງການ ໂດຍເປັນເວລາທັງໝົດ 2.000 ປີ ແລະ ດຳເນີນພາລະກິດຢ່າງຕໍ່ເນື່ອງໃນ ແລະ ນອກອິດສະຣາເອນເປັນເວລາ 500 ປີ ເຊິ່ງລວມກັນເປັນ 2.500 ປີ. ໃນໄລລະນີ້, ພຣະອົງໄດ້ສັ່ງຊົນຊາດອິດສະຣາເອນວ່າ ຖ້າຈະຮັບໃຊ້ພຣະເຢໂຮວາ ພວກເຂົາຄວນສ້າງວິຫານ, ໃສ່ເຄື່ອງນຸ່ງແບບປະໂລຫິດ ແລ້ວຍ່າງຕີນເປົ່າເຂົ້າສູ່ວິຫານໃນຍາມຮຸ່ງເຊົ້າ. ດ້ວຍວ່າ ພວກເຂົາຢ້ານເກີບຂອງພວກເຂົາຈະເຮັດໃຫ້ວິຫານເປິເປື້ອນ ແລະ ຢ້ານແປວໄຟຈາກຍອດວິຫານພຸລົງໃສ່ພວກເຂົາ ແລະ ເຜົາໄໝ້ພວກເຂົາຈົນຕາຍ, ພວກເຂົາຈຶ່ງປະຕິບັດຕາມໜ້າທີ່ຂອງພວກເຂົາ ແລະ ອ່ອນນ້ອມຍອມຮັບເອົາແຜນການຂອງພຣະເຢໂຮວາ. ພວກເຂົາອະທິຖານເຖິງພຣະເຢໂຮວາໃນວິຫານ ແລະ ຫລັງຈາກໄດ້ຮັບຄວາມເປີດເຜີຍຂອງພຣະເຢໂຮວາ ນັ້ນກໍຄື ຫຼັງຈາກພຣະເຢໂຮວາໄດ້ກ່າວຕໍ່ພວກເຂົາເປັນຈໍານວນຫຼວງຫຼາຍ ແລະ ສັ່ງສອນພວກເຂົາໃຫ້ພວກເຂົາສະແດງຄວາມເຄົາລົບຕໍ່ພຣະເຢໂຮວາຜູ້ທີ່ເປັນພຣະເຈົ້າຂອງພວກເຂົາ. ພຣະເຢໂຮວາໄດ້ບອກພວກເຂົາວ່າ ພວກເຂົາຄວນສ້າງວິຫານ ແລະ ແທ່ນບູຊາ ແລະ ໃນວັນປັດສະຄາ ເຊິ່ງໃນເວລານັ້ນໄດ້ກຳນົດຂຶ້ນໂດຍພຣະເຢໂຮວາ, ພວກເຂົາຄວນຈັດຫາງົວເກີດໃໝ່ ແລະ ແກະ ແລ້ວນໍາເອົາມາວາງໃສ່ເທິງແທ່ນບູຊາເພື່ອຖວາຍແດ່ພຣະເຢໂຮວາ, ນັ້ນກໍເພື່ອເປັນການບັງຄັບພວກເຂົາ ແລະ ເຮັດໃຫ້ຫົວໃຈຂອງພວກເຂົາມີຄວາມເຄົາລົບຕໍ່ພຣະເຢໂຮວາ. ສ່ວນວ່າ ພວກເຂົາໄດ້ເຊື່ອຟັງກົດບັນຍັດນີ້ ຫຼື ບໍ່ ນັ້ນ ແມ່ນຂຶ້ນຢູ່ກັບຄວາມຈົງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຢໂຮວາ. ພ້ອມນີ້ ພຣະເຢໂຮວາໄດ້ກຳນົດວັນຊະບາໂຕໃຫ້ພວກເຂົາ ເຊິ່ງເປັນວັນທີ່ເຈັດຂອງການເນລະມິດສ້າງຂອງພຣະອົງ. ຫລັງຈາກວັນຊະບາໂຕ ພຣະອົງໄດ້ສ້າງວັນທໍາອິດ ເປັນວັນສໍາລັບພວກເຂົາສັນລະເສີນພຣະເຢໂຮວາ ເພື່ອຖວາຍບູຊາ ແລະ ເສບດົນຕີແດ່ພຣະອົງຟັງ. ໃນວັນນີ້ ພຣະເຢໂຮວາໄດ້ຮຽກເຊີນມະຫາປະໂລຫິດທຸກຄົນເຂົ້າຮ່ວມ ເພື່ອແບ່ງປັນສິ່ງຂອງທີ່ນໍາມາຖວາຍ ຢູ່ເທິງແທ່ນບູຊານັ້ນໃຫ້ຜູ້ຄົນກິນ ເພື່ອພວກເຂົາຈະໄດ້ຊື່ນຊົມກັບສິ່ງທີ່ນໍາມາຖວາຍໃຫ້ແດ່ພຣະເຢໂຮວາ ແລະ ຫລັງຈາກນັ້ນ ພຣະເຢໂຮວາໄດ້ກ່າວບອກພວກເຂົາວ່າ ພວກເຂົາໄດ້ຮັບພອນແລ້ວ, ພວກເຂົາໄດ້ຮັບສ່ວນແບ່ງປັນຈາກພຣະອົງ ແລະ ພວກເຂົາໄດ້ເປັນຄົນທີ່ພຣະອົງເລືອກ (ເຊິ່ງເປັນຄໍາສັນຍາຂອງພຣະອົງກັບຊົນຊາດອິດສະຣາເອນ). ຍ້ອນເຫດນີ້, ຈົນເຖິງທຸກວັນນີ້ ຊົນຊາດອິດສະຣາເອນຍັງເວົ້າຢູ່ວ່າ ພຣະເຢໂຮວາຄືພຣະເຈົ້າຂອງພວກເຂົາເທົ່ານັ້ນ ແລະ ບໍ່ແມ່ນພຣະເຈົ້າຂອງຊາດອື່ນ.

ໃນໄລຍະຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາໄດ້ວາງຂໍ້ບັນຍັດຫຼາຍຂໍ້ໃຫ້ກັບໂມເຊ ເພື່ອນໍາໄປໃຊ້ກັບຊົນຊາດອິດສະຣາເອນຜູ້ທີ່ຕິດຕາມລາວອອກຈາກອິຢິບ. ພຣະບັນຍັດເຫຼົ່ານີ້ແມ່ນພຣະເຢໂຮວາໄດ້ມອບໃຫ້ຊົນຊາດອິດສະຣາເອນ ແລະ ບໍ່ມີສ່ວນກ່ຽວຂ້ອງໃດໆກັບຊົນຊາດອິຢິບ. ພຣະບັນຍັດແມ່ນຖືກວາງອອກ ເພື່ອຄວບຄຸມຊົນຊາດອິດສະຣາເອນ. ພຣະເຈົ້າໄດ້ນໍາໃຊ້ພຣະບັນຍັດເພື່ອບັງຄັບພວກເຂົາ. ບໍ່ວ່າພວກເຂົາຈະນັບຖືວັນຊະບາໂຕ ຫຼື ພວກເຂົາຈະບູຊາພະທຽມ ແລະ ອື່ນໆ. ກົດບັນຍັດເຫຼົ່ານີ້ຄືຫຼັກການ ຂອງການຕັດສິນຄວາມບາບ ຫຼື ຄວາມຊອບທໍາຂອງພວກເຂົາ. ໃນບັນດາພວກເຂົາ ຈະມີຜູ້ຄົນທີ່ຖືກເຜົາໄໝ້ ດ້ວຍໄຟຂອງພຣະເຢໂຮວາ, ບາງຄົນຖືກລົງໂທດດ້ວຍການແກວ່ງໝາກຫີນໃສ່ຈົນຕາຍ ແລະ ບາງຄົນໄດ້ຮັບພອນຈາກພຣະເຢໂຮວາ. ສິ່ງນີ້ຖືກກໍານົດຂຶ້ນອີງຕາມວ່າພວກເຂົາເຊື່ອຟັງ ກົດພຣະບັນຍັດເຫຼົ່ານີ້ຫຼືບໍ່. ຜູ້ທີ່ບໍ່ນັບຖືວັນຊະບາໂຕຈະຖືກລົງໂທດ ດ້ວຍການແກວ່ງໝາກຫີນໃສ່ຈົນຕາຍ. ມະຫາປະໂລຫິດທີ່ບໍ່ນັບຖືວັນຊະບາໂຕຈະຖືກເຜົາໄໝ້ດ້ວຍໄຟຂອງພຣະເຢໂຮວາ. ຜູ້ທີ່ບໍ່ສະແດງຄວາມເຄົາລົບຕໍ່ພໍ່ແມ່ກໍຈະຖືກລົງໂທດດ້ວຍການແກວ່ງໝາກຫີນໃສ່ຈົນຕາຍເຊັ່ນດຽວກັນ. ທັງໝົດນີ້ຖືກຍົກຍ້ອງໂດຍພຣະເຢໂຮວາ. ພຣະເຢໂຮວາໄດ້ສ້າງຕັ້ງກົດບັນຍັດ ແລະ ກົດໝາຍຂອງພຣະອົງ ກໍຍ້ອນວ່າ ໃນຂະນະທີ່ພຣະອົງນໍາພາຊີວິດຂອງພວກເຂົານັ້ນ ພວກເຂົາຈະໄດ້ຮັບຟັງ ແລະ ເຊື່ອຟັງພຣະທໍາຂອງພຣະອົງ ແລະ ຈະບໍ່ຕໍ່ຕ້ານພຣະອົງ. ພຣະອົງໃຊ້ກົດບັນຍັດເຫຼົ່ານີ້ເພື່ອຄວບຄຸມເຊື້ອຊາດມະນຸດທີ່ກໍາລັງເກີດໃໝ່ ແລະ ເພື່ອປູພື້ນຖານສໍາລັບການດໍາເນີນພາລະກິດຂອງພຣະອົງໃນອະນາຄົດ. ສະນັ້ນ ພາລະກິດທີ່ພຣະເຢໂຮວາກະທໍາໃນຍຸກທໍາອິດຈຶ່ງເອີ້ນວ່າ ຍຸກແຫ່ງພຣະບັນຍັດ. ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງພຣະທໍາຫຼາຍຂໍ້ ແລະ ໄດ້ກະທໍາພາລະກິດຫຼາຍຢ່າງ ພຣະອົງພຽງຊີ້ນໍາຜູ້ຄົນໄປໃນທາງບວກ, ສິດສອນຜູ້ຄົນທີ່ໄຮ້ດຽງສາເຫຼົ່ານີ້ໃຫ້ຮຽນຮູ້ເຖິງວິທີການເປັນມະນຸດ, ວິທີການດໍາລົງຊີວິດ ແລະ ການເຂົ້າໃຈວິທີທາງຂອງພຣະເຢໂຮວາ. ສ່ວນໃຫຍ່ ພາລະກິດທີ່ພຣະອົງກະທໍາແມ່ນ ເພື່ອໃຫ້ຜູ້ຄົນນັບຖືວິທີທາງຂອງພຣະອົງ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ພາລະກິດໄດ້ປະຕິບັດກັບຜູ້ຄົນທີ່ຊົ່ວຮ້າຍພຽງເລັກນ້ອຍ ເຊິ່ງບໍ່ໄດ້ຂະຫຍາຍໄປເຖິງການປ່ຽນແປງຈິດໃຈ ຫຼື ຄວາມກ້າວໜ້າໃນຊີວິດຂອງພວກເຂົາ. ພຣະອົງເນັ້ນໃນເລື່ອງໃຊ້ພຣະບັນຍັດເພື່ອກີດກັ້ນ ແລະ ຄວບຄຸມຜູ້ຄົນ. ສໍາລັບຊົນຊາດອິດສະຣາເອນໃນເວລານັ້ນ ພຣະເຢໂຮວາແມ່ນເປັນພຽງພຣະເຈົ້າໃນພຣະວິຫານ ແລະ ພຣະເຈົ້າໃນສະຫວັນເທົ່ານັ້ນ. ພຣະອົງເປັນເສົາເມກ ແລະ ເສົາໄຟ. ສິ່ງທີ່ພຣະເຢໂຮວາຕ້ອງການຈາກພວກເຂົາກໍຄືການເຊື່ອຟັງໃນສິ່ງທີ່ຜູ້ຄົນໃນມື້ນີ້ຮູ້ຈັກດີ ນັ້ນກໍຄື ກົດໝາຍ ແລະ ພຣະບັນຍັດ ເຊິ່ງອາດເວົ້າໄດ້ອີກວ່າເປັນກົດເກນ. ເນື່ອງຈາກວ່າສິ່ງທີ່ພຣະເຢໂຮວາໄດ້ກະທໍານັ້ນ ບໍ່ແມ່ນເພື່ອປ່ຽນແປງພວກເຂົາ ແຕ່ເພື່ອບັນດານພວກເຂົາໃຫ້ມີສິ່ງທີ່ມະນຸດຄວນມີ ແລະ ເພື່ອແນະນໍາພວກເຂົາຈາກປາກຂອງພຣະອົງ ເພາະວ່າຫລັງຈາກຖືກສ້າງແລ້ວ ມະນຸດບໍ່ມີສິ່ງທີ່ພວກເຂົາຄວນມີ. ສະນັ້ນ ພຣະເຢໂຮວາຈຶ່ງບັນດານຜູ້ຄົນໃຫ້ມີສິ່ງທີ່ພວກເຂົາຄວນມີເພື່ອປະກອບເຂົ້າ ໃນການດໍາລົງຊີວິດຂອງພວກເຂົາໃນແຜ່ນດິນໂລກນີ້, ເຮັດໃຫ້ ຜູ້ຄົນທີ່ພຣະອົງນໍາພາມີຖານະດີກວ່າບັນພະບຸລຸດຂອງພວກເຂົາ ນັ້ນກໍຄື ອາດາມ ແລະ ເອວາ, ຍ້ອນວ່າສິ່ງພຣະເຢໂຮວາໄດ້ມອບໃຫ້ພວກເຂົາແມ່ນດີກວ່າ ສິ່ງທີ່ພຣະອົງໄດ້ມອບໃຫ້ອາດາມ ແລະ ເອວາໃນເບື້ອງຕົ້ນ. ແນວໃດກໍຕາມ ພາລະກິດທີ່ພຣະເຢໂຮວາກະທໍາໃນດິນແດນອິດສະຣາເອນ ແມ່ນເປັນພຽງການຊີ້ນໍາມະນຸດຊາດ ແລະ ເຮັດໃຫ້ມະນຸດຮັບຮູ້ພຣະຜູ້ສ້າງຂອງພວກເຂົາ. ພຣະອົງບໍ່ໄດ້ເອົາຊະນະ ຫຼື ປ່ຽນແປງພວກເຂົາ ແຕ່ພຽງຊີ້ນໍາພວກເຂົາ. ນີ້ຄື ຜົນລວມຂອງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ. ມັນເປັນເບື້ອງຫລັງ, ເປັນເລື່ອງຈິງ, ເປັນໃຈຄວາມຂອງພາລະກິດຂອງພຣະອົງໃນທົ່ວແຜ່ນດິນຂອງອິດສະຣາເອນ ແລະ ເປັນການເລີ່ມຕົ້ນພາລະກິດຫົກພັນປີຂອງພຣະອົງ ເພື່ອເຮັດໃຫ້ມະນຸດຢູ່ພາຍໃຕ້ການຄວບຄຸມຂອງພຣະເຢໂຮວາ. ຜົນຈາກພາລະກິດດັ່ງກ່າວເຮັດໃຫ້ເກີດມີພາລະກິດ ເພິ່ມຂຶ້ນໃນແຜນ ການຄຸ້ມຄອງຫົກພັນປີຂອງພຣະອົງ.

ກ່ອນນີ້: ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!

ຕໍ່ໄປ: ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້