ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)
ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດແມ່ນຖືກຊາຕານຈັດການ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ເຊື່ອຟັງພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ.
ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດຂຶ້ນມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ ວິນຍານຂອງມະນຸດສະໜັບສະໜູນການມີຢູ່ຂອງເນື້ອໜັງຂອງມະນຸດ. ນັ້ນໝາຍຄວາມວ່າ ຊີວິດຂອງແຕ່ລະຄົນແມ່ນມາຈາກວິນຍານຂອງພວກເຂົາ ແລະ ຊີວິດບໍ່ເນື້ອແທ້ຂອງເນື້ອໜັງ. ດັ່ງນັ້ນ, ທໍາມະຊາດຂອງມະນຸດແມ່ນມາຈາກວິນຍານ, ບໍ່ແມ່ນມາຈາກເນື້ອໜັງ. ມີພຽງແຕ່ວິນຍານຂອງແຕ່ລະຄົນເທົ່ານັ້ນ ທີ່ຮູ້ຈັກວ່າ ພວກເຂົາໄດ້ປະສົບກັບການລໍ້ລວງ, ຄວາມເຈັບປວດ ແລະ ຄວາມເສື່ອມຊາມຂອງຊາຕານແນວໃດ. ສິ່ງເຫຼົ່ານີ້ແມ່ນບໍ່ສາມາດຮູ້ຈັກໄດ້ຕໍ່ເນື້ອໜັງຂອງມະນຸດ. ດັ່ງນັ້ນ, ມະນຸດຊາດຈຶ່ງມືດມົວຍິ່ງຂຶ້ນ, ສົກກະປົກຍິ່ງຂຶ້ນ ແລະ ຊົ່ວຮ້າຍຍິ່ງຂຶ້ນໂດຍບໍ່ຮູ້ຕົວ, ໃນຂະນະທີ່ໄລຍະຫ່າງລະຫວ່າງມະນຸດ ແລະ ເຮົາເອງແມ່ນເລີ່ມໄກອອກເລື້ອຍໆ ແລະ ຊີວິດຍິ່ງມືດມົວຂຶ້ນສຳລັບມະນຸດຊາດ. ຊາຕານຈັບວິນຍານຂອງມະນຸດໄວ້ໃນກຳມືຂອງມັນ, ສະນັ້ນ ເນື້ອໜັງຂອງມະນຸດແມ່ນຍັງຖືກຊາຕານຄອບງຳຢູ່ຢ່າງແນ່ນອນ. ເນື້ອໜັງດັ່ງກ່າວ ແລະ ມະນຸດດັ່ງກ່າວສາມາດທີ່ຈະບໍ່ຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດເຂົ້າກັບພຣະອົງໂດຍກຳເນີດໄດ້ແນວໃດ? ເຫດຜົນທີ່ເຮົາໂຍນຊາຕານລົງສູ່ກາງອາກາດກໍຍ້ອນວ່າ ມັນທໍລະຍົດເຮົາ. ແລ້ວມະນຸດຈະຫຼຸດພົ້ນຈາກການມີສ່ວນຮ່ວມຂອງພວກເຂົາໄດ້ແນວໃດ? ນີ້ແມ່ນເຫດຜົນທີ່ວ່າ ການທໍລະຍົດແມ່ນທໍາມະຊາດຂອງມະນຸດ. ເຮົາໄວ້ວາງໃຈວ່າ ຫຼັງຈາກທີ່ພວກເຈົ້າເຂົ້າໃຈເຫດຜົນນີ້ແລ້ວ, ພວກເຈົ້າກໍຄວນມີມາດຕະການຄວາມເຊື່ອໃນລະດັບໃດໜຶ່ງໃນແກ່ນແທ້ຂອງພຣະຄຣິດເຊັ່ນກັນ. ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ຖືກຊາຕານຄອບງຳ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່ຄວາມເສື່ອມຊາມຂອງຊາຕານຢູ່ຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ສາມາດຂຶ້ນໄປຢູ່ບ່ອນທີ່ສູງທີ່ສຸດຈັກເທື່ອ ແລະ ຈະບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ. ມື້ນີ້, ພວກເຈົ້າທຸກຄົນຄວນເຂົ້າໃຈວ່າ ມີແຕ່ມະນຸດເທົ່ານັ້ນ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ທີ່ທໍລະຍົດເຮົາ. ການທໍລະຍົດຈະບໍ່ເປັນບັນຫາທີ່ກ່ຽວຂ້ອງກັບພຣະຄຣິດແມ່ນແຕ່ໜ້ອຍດຽວ.
ວິນຍານທຸກດວງທີ່ຖືກຊາຕານເຮັດໃຫ້ເປັນທາດຢູ່ໃນ ອຳນາດຂອງຊາຕານ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະຄຣິດເທົ່ານັ້ນ ທີ່ຖືກແຍກອອກມາ, ຊ່ວຍໃຫ້ລອດພົ້ນຈາກຄ້າຍຂອງຊາຕານ ແລະ ຖືກນໍາເຂົ້າມາສູ່ອານາຈັກໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ໄດ້ດໍາລົງຊີວິດພາຍໃຕ້ອິດທິພົນຂອງຊາຕານອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ທໍາມະຊາດຂອງມະນຸດກໍຍັງຝັງເລິກຢູ່ໃນເນື້ອໜັງຂອງມະນຸດ. ເຖິງໝາຍຄວາມວ່າ ເຖິງແມ່ນວິນຍານຂອງພວກເຈົ້າໄດ້ຖືກຊ່ວຍໃຫ້ລອດພົ້ນ, ທໍາມະຊາດຂອງພວກເຈົ້າກໍຍັງເປັນຄືກັບທີ່ມັນເປັນໃນເມື່ອກ່ອນ ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີຢູ່ໜຶ່ງຮ້ອຍເປີເຊັນ. ນັ້ນກໍຄືເຫດຜົນທີ່ພາລະກິດຂອງເຮົາໃຊ້ເວລາຍາວນານຫຼາຍ ຍ້ອນວ່າ ທໍາມະຊາດຂອງພວກເຈົ້າແມ່ນຍາກທີ່ຈະຮັກສາ. ຕອນນີ້ ພວກເຈົ້າທຸກຄົນແມ່ນກໍາລັງຜະເຊີນກັບຄວາມລຳບາກດ້ວຍສຸດຄວາມສາມາດຂອງພວກເຈົ້າ ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ພວກເຈົ້າແຕ່ລະຄົນບໍ່ສາມາດທໍລະຍົດເຮົາ ແລະ ກັບຄືນສູ່ອຳນາດຂອງຊາຕານ, ສູ່ຄ້າຍຂອງມັນ ແລະ ກັບໄປສູ່ຊີວິດເດີມຂອງພວກເຈົ້າ, ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ທີ່ພວກເຈົ້າຈະນໍາສະເໜີຄວາມເປັນມະນຸດ ຫຼື ຮູບລັກສະນະຂອງມະນຸດແມ່ນແຕ່ໜ້ອຍດຽວ ດັ່ງທີ່ພວກເຈົ້າເຮັດໃນປັດຈຸບັນ. ໃນກໍລະນີທີ່ຮ້າຍແຮງ ພວກເຈົ້າຈະຖືກທໍາລາຍ ແລະ ຍິ່ງໄປກວ່ານັ້ນ ກໍຈະພິນາດຕະຫຼອດການ, ຖືກລົງໂທດຢ່າງຮຸນແຮງ, ບໍ່ໄດ້ເກີດໃໝ່ອີກຈັກເທື່ອ. ນີ້ແມ່ນບັນຫາທີ່ຖືກວາງຢູ່ຕໍ່ໜ້າພວກເຈົ້າ. ເຮົາກໍາລັງເຕືອນພວກເຈົ້າດ້ວຍວິທີນີ້ ເພື່ອວ່າ ຢ່າງທີໜຶ່ງ, ພາລະກິດຂອງເຮົາຈະບໍ່ສູນເປົ່າ ແລະ ຢ່າງທີສອງ ພວກເຈົ້າທຸກຄົນອາດດໍາລົງຊີວິດໃນມື້ແຫ່ງແສງສະຫວ່າງ. ໃນຄວາມເປັນຈິງແລ້ວ, ເລື່ອງທີ່ ບໍ່ວ່າພາລະກິດຂອງເຮົາສູນເປົ່າ ຫຼື ບໍ່ນັ້ນບໍ່ແມ່ນບັນຫາທີ່ສຳຄັນ. ສິ່ງທີ່ສໍາຄັນແມ່ນພວກເຈົ້າສາມາດມີຊີວິດທີ່ມີຄວາມສຸກ ແລະ ອະນາຄົດທີ່ອັດສະຈັນ. ພາລະກິດຂອງເຮົາແມ່ນພາລະກິດຂອງການຊ່ວຍວິນຍານຂອງຜູ້ຄົນໃຫ້ລອດພົ້ນ. ຖ້າວິນຍານຂອງເຈົ້າຕົກໄປຢູ່ໃນມືຂອງຊາຕານ, ຮ່າງກາຍຂອງເຈົ້າກໍຈະບໍ່ດຳລົງຊີວິດຢ່າງສະຫງົບສຸກ. ຖ້າເຮົາປົກປ້ອງຮ່າງກາຍຂອງເຈົ້າ, ວິນຍານຂອງເຈົ້າກໍຈະຢູ່ພາຍໃຕ້ການເບິ່ງແຍງຂອງເຮົາຢ່າງແນ່ນອນ. ຖ້າເຮົາລັງກຽດເຈົ້າ, ຮ່າງກາຍ ແລະ ວິນຍານຂອງເຈົ້າກໍຈະຕົກໄປຢູ່ໃນມືຂອງຊາຕານທັນທີ. ແລ້ວເຈົ້າສາມາດຈິນຕະນາການເຖິງສະຖານະການຂອງເຈົ້າໄດ້ບໍ? ຖ້າມື້ໜຶ່ງພຣະທໍາຂອງເຮົາສູນເສຍໃນຕົວພວກເຈົ້າ, ແລ້ວເຮົາກໍຈະມອບພວກເຈົ້າທຸກຄົນໃຫ້ແກ່ຊາຕານ ເຊິ່ງຈະເຮັດໃຫ້ພວກເຈົ້າຕົກລົງສູ່ການທໍລະມານທີ່ແສນເຈັບປວດຈົນຄວາມໃຈຮ້າຍຂອງເຮົາຫາຍໄປຈົນໝົດ ຫຼື ເຮົາເອງຈະເປັນຜູ້ລົງໂທດພວກເຈົ້າ ເຊິ່ງເປັນມະນຸດທີ່ບໍ່ສາມາດໄຖ່ຄືນໄດ້ ຍ້ອນວ່າ ຫົວໃຈຂອງພວກເຈົ້າທີ່ທໍລະຍົດເຮົາບໍ່ເຄີຍປ່ຽນແປງ.
ຕອນນີ້ ພວກເຈົ້າທຸກຄົນຄວນເບິ່ງຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ. ເຮົາກຳລັງລໍຖ້າການຕອບໂຕ້ຂອງພວກເຈົ້າຢ່າງກະຕືລືລົ້ນ. ຢ່າປະຕິບັດຕໍ່ເຮົາພໍເປັນພິທີ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າວ່າເຮົາຈະເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າແຕ່ລະຄົນຈະເປັນຄົນທີ່ຮັບເອົາພຣະທໍາຂອງເຮົາຢ່າງຈິງຈັງ ແລະ ບໍ່ຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນະວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຂອງເຮົາ ເຊິ່ງມີດັ່ງຕໍ່ໄປນີ້:
1. ຖ້າເຈົ້າແມ່ນຜູ້ໃຫ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດໃຫ້ບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ?
2. ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ໃຫ້ບໍລິການເຮົາຕະຫຼອດຊີວິດບໍ?
3. ຖ້າເຮົາຍັງເຢືອກເຢັນຫຼາຍຕໍ່ເຈົ້າ ເຖິງແມ່ນເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາຢ່າງສັບສົນໃຈຢູ່ບໍ?
4. ພາຍຫຼັງເຈົ້າໄດ້ເສຍສະຫຼະເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການອັນເລັກນ້ອຍຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍ ແລະ ຮ້ອງດ່າບໍ?
5. ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກກັບຄວາມເຈັບເປັນ, ຄວາມທຸກຍາກ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ ຫຼື ຖ້າເຈົ້າອົດກັ້ນກັບຄວາມໂຊກຮ້າຍອື່ນໆໃນຊີວິດ, ຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາຍັງຈະສືບຕໍ່ຢູ່ບໍ?
6. ຖ້າສິ່ງທີ່ເຈົ້າຈິນຕະນາການໄວ້ໃນຫົວໃຈຂອງເຈົ້າບໍ່ກົງກັບສິ່ງທີ່ເຮົາໄດ້ເຮັດ, ເຈົ້າຈະຍ່າງຢູ່ເສັ້ນທາງໃນອະນາຄົດຂອງເຈົ້າໄດ້ແນວໃດ?
7. ຖ້າເຈົ້າບໍ່ໄດ້ຮັບສິ່ງທີ່ເຈົ້າຫວັງຈະໄດ້ຮັບ, ເຈົ້າຈະສາມາດສືບຕໍ່ເປັນຜູ້ຕິດຕາມເຮົາຢູ່ບໍ?
8. ຖ້າເຈົ້າບໍ່ເຄີຍເຂົ້າໃຈຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງເຮົາ, ເຈົ້າຈະສາມາດເປັນຄົນທີ່ເຊື່ອຟັງ ທີ່ບໍ່ຕັດສິນ ແລະ ສະຫຼຸບຕາມອໍາເພີໃຈໄດ້ບໍ?
9. ເຈົ້າສາມາດເຊີດຊູຂອງພຣະທໍາທຸກຂໍ້ທີ່ເຮົາໄດ້ເວົ້າ ແລະ ພາລະກິດທັງໝົດທີ່ເຮົາໄດ້ເຮັດບໍ ໃນຂະນະທີ່ເຮົາຢູ່ຮ່ວມກັບມະນຸດຊາດ?
10. ເຈົ້າສາມາດເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງເຮົາບໍ ທີ່ເຕັມໃຈທົນທຸກຕະຫຼອດຊີວິດເພື່ອເຮົາ ເຖິງແມ່ນວ່າ ເຈົ້າຈະບໍ່ໄດ້ຮັບຫຍັງກໍຕາມ?
11. ເພື່ອເຫັນແກ່ເຮົາ ເຈົ້າສາມາດທີ່ຈະປະຖິ້ມການພິຈາລະນາ, ການວາງແຜນ ຫຼື ການກະກຽມສຳລັບເສັ້ນທາງແຫ່ງຄວາມຢູ່ລອດໃນອະນາຄົດຂອງເຈົ້າບໍ?
ຄໍາຖາມເຫຼົ່ານີ້ສະແດງເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າເປັນຄັ້ງສຸດທ້າຍ ແລະ ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດຕອບເຮົາໄດ້. ຖ້າເຈົ້າຕອບໜຶ່ງ ຫຼື ສອງສິ່ງທີ່ຄໍາຖາມເຫຼົ່ານີ້ຖາມພວກເຈົ້າ, ແລ້ວເຈົ້າກໍຕ້ອງສືບຕໍ່ພະຍາຍາມ. ຖ້າເຈົ້າບໍ່ສາມາດເຮັດຕາມເງື່ອນໄຂແມ່ນແຕ່ຂໍ້ດຽວ, ເຈົ້າກໍເປັນຄົນປະເພດທີ່ຈະຖືກໂຍນເຂົ້າສູ່ນະຮົກຢ່າງແນ່ນອນ. ສຳລັບບຸກຄົນດັ່ງກ່າວ ເຮົາບໍ່ຈໍາເປັນຕ້ອງເວົ້າຫຍັງເພີ່ມອີກ, ຍ້ອນວ່າ ພວກເຂົາບໍ່ແມ່ນຄົນທີ່ເຮັດຕາມເຮົາຢ່າງແນ່ນອນ. ເຮົາຈະສາມາດຮັກສາຜູ້ໃດຜູ້ໜຶ່ງທີ່ສາມາດທໍລະຍົດເຮົາໃຫ້ຢູ່ໃນເຮືອນຂອງເຮົາ ພາຍໃຕ້ສະຖານະການໃດກໍຕາມໄດ້ແນວໃດ? ສໍາລັບຄົນທີ່ຍັງສາມາດທໍລະຍົດເຮົາໃນສະຖານະການສ່ວນໃຫຍ່, ເຮົາຈະສັງເກດເບິ່ງການປະຕິບັດຂອງພວກເຂົາກ່ອນເຮັດການຈັດແຈງອື່ນໆ. ຢ່າງໃດກໍຕາມ, ທຸກຄົນທີ່ສາມາດທໍລະຍົດເຮົາ, ບໍ່ວ່າຈະຢູ່ພາຍໃຕ້ສະພາບການໃດກໍຕາມ, ເຮົາຈະບໍ່ລືມຈັກເທື່ອ; ເຮົາຈະຈື່ພວກເຂົາໄວ້ໃນໃຈຂອງເຮົາ ແລະ ລໍຖ້າໂອກາດທີ່ຈະຕອບແທນການກະທໍາອັນຊົ່ວຮ້າຍຂອງພວກເຂົາ. ຄວາມຮຽກຮ້ອງທີ່ເຮົາໄດ້ຍົກຂຶ້ນແມ່ນບັນຫາທັງໝົດທີ່ພວກເຈົ້າຕ້ອງກວດສອບໃນຕົນເອງ. ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດພິຈາລະນາບັນຫາເຫຼົ່ານັ້ນຢ່າງຈິງຈັງ ແລະ ບໍ່ປະຕິບັດຕໍ່ເຮົາແບບພໍເປັນພິທີ. ໃນອະນາຄົດອັນໃກ້, ເຮົາຈະກວດຄໍາຕອບທີ່ພວກເຈົ້າໄດ້ໃຫ້ແກ່ເຮົາ ໂດຍທຽບໃສ່ກັບສິ່ງທີ່ເຮົາຮຽກຮ້ອງ. ເມື່ອເຖິງເວລານັ້ນ, ເຮົາຈະບໍ່ຮຽກຮ້ອງຫຍັງເພີ່ມຈາກພວກເຈົ້າ ແລະ ຈະບໍ່ໃຫ້ການຕັກເຕືອນທີ່ຈິງຈັງເພີ່ມເຕີມແກ່ພວກເຈົ້າອີກ. ກົງກັນຂ້າມ, ເຮົາຈະນໍາໃຊ້ສິດອໍານາດຂອງເຮົາ. ຄົນທີ່ຄວນຖືກເກັບຮັກສາໄວ້ກໍຈະຖືກເກັບຮັກສາໄວ້, ຄົນທີ່ຄວນໄດ້ຮັບລາງວັນກໍຈະໄດ້ຮັບລາງວັນ, ຄົນທີ່ຄວນຖືກມອບໃຫ້ຊາຕານກໍຈະຖືກມອບໃຫ້ຊາຕານ, ຄົນທີ່ຄວນໄດ້ຮັບການລົງໂທດຢ່າງໜັກກໍຈະໄດ້ຮັບການລົງໂທດຢ່າງໜັກ ແລະ ຄົນທີ່ຄວນຈິບຫາຍຈະຖືກທໍາລາຍ. ສະນັ້ນ ມັນກໍຈະບໍ່ມີຜູ້ໃດລົບກວນເຮົາໃນມື້ຂອງເຮົາອີກຕໍ່ໄປ. ເຈົ້າເຊື່ອພຣະທໍາຂອງເຮົາບໍ? ເຈົ້າເຊື່ອໃນຜົນກໍາບໍ? ເຈົ້າເຊື່ອບໍ່ວ່າ ເຮົາຈະລົງໂທດຜູ້ທີ່ຊົ່ວຮ້າຍທຸກຄົນທີ່ໄດ້ຫຼອກລວງ ແລະ ທໍລະຍົດເຮົາ? ເຈົ້າຫວັງໃຫ້ມື້ນັ້ນມາຮອດໄວໆ ຫຼື ໃຫ້ມັນນານມາຮອດ? ເຈົ້າເປັນຄົນທີ່ຢ້ານກົວການລົງໂທດບໍ ຫຼື ເປັນຄົນທີ່ຈະຕໍ່ຕ້ານເຮົາແທນ ເຖິງແມ່ນວ່າ ພວກເຂົາຈະຕ້ອງທົນທຸກກັບການລົງໂທດກໍຕາມ? ເມື່ອມື້ນັ້ນມາຮອດ, ເຈົ້າຈະສາມາດຈິນຕະນາການໄດ້ບໍວ່າ ເຈົ້າຈະດໍາລົງຊີວິດໃນທ່າມກາງສຽງໂຮ່ຮ້ອງດີໃຈ ແລະ ສຽງຫົວ ຫຼື ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າ? ເຈົ້າຫວັງວ່າຢາກພົບກັບຈຸດຈົບແບບໃດ? ເຈົ້າເຄີຍພິຈາລະນາຢ່າງຈິງຈັງບໍວ່າ ເຈົ້າເຊື່ອໃນຕົວເຮົາໜຶ່ງຮ້ອຍເປີເຊັນ ຫຼື ສົງໄສໃນຕົວເຮົາໜຶ່ງຮ້ອຍເປີເຊັນ? ເຈົ້າເຄີຍພິຈາລະນາຢ່າງລະມັດລະວັງບໍວ່າ ການກະທຳ ແລະ ພຶດຕິກຳຂອງເຈົ້າຈະນໍາຜົນໄດ້ຮັບ ແລະ ຜົນຕາມມາແບບໃດມາສູ່ເຈົ້າ? ເຈົ້າຫວັງຢ່າງແທ້ຈິງບໍວ່າ ພຣະທໍາທັງໝົດຂອງເຮົາຈະຖືກເຮັດໃຫ້ສຳເລັດເທື່ອລະຂໍ້ ຫຼື ເຈົ້າຢ້ານກົວວ່າ ພຣະທໍາຂອງເຮົາຈະຖືກເຮັດໃຫ້ສໍາເລັດເທື່ອລະຂໍ້? ຖ້າເຈົ້າຫວັງໃຫ້ເຮົາຈາກໄປໂດຍໄວເພື່ອສຳເລັດພຣະທໍາຂອງເຮົາ, ເຈົ້າຄວນປະຕິບັດແນວໃດຕໍ່ຄຳເວົ້າ ແລະ ການກະທຳຂອງເຈົ້າເອງ? ຖ້າເຈົ້າບໍ່ຫວັງໃຫ້ເຮົາຈາກໄປ ແລະ ບໍ່ຫວັງໃຫ້ພຣະທໍາທັງໝົດຂອງເຮົາຖືກເຮັດໃຫ້ສຳເລັດໃນທັນທີ, ເປັນຫຍັງເຈົ້າຈຶ່ງເຊື່ອໃນຕົວເຮົາເລີຍ? ເຈົ້າຮູ້ແທ້ໆບໍວ່າ ເປັນຫຍັງເຈົ້າຈຶ່ງຕິດຕາມເຮົາ? ຖ້າເຫດຜົນຂອງເຈົ້າເປັນພຽງເພື່ອຂະຫຍາຍຂອບເຂດຄວາມຮູ້ຂອງເຈົ້າໃຫ້ກວ້າງຂຶ້ນ, ມັນກໍບໍ່ຈຳເປັນທີ່ຈະລົບກວນເຈົ້າເອງແບບນັ້ນ. ຖ້າມັນເປັນການໄດ້ຮັບພອນ ແລະ ຫຼີກເວັ້ນໄພພິບັດທີ່ກຳລັງຈະມາຮອດ, ເປັນຫຍັງເຈົ້າຈຶ່ງບໍ່ກັງວົນກ່ຽວກັບການປະພຶດຂອງເຈົ້າເອງ? ເປັນຫຍັງເຈົ້າຈຶ່ງບໍ່ຖາມຕົວເອງວ່າ ເຈົ້າສາມາດບັນລຸຄວາມຮຽກຮ້ອງຂອງເຮົາໄດ້ ຫຼື ບໍ່? ເປັນຫຍັງເຈົ້າຍັງບໍ່ຖາມຕົນເອງວ່າ ເຈົ້າມີຄຸນສົມບັດທີ່ຈະໄດ້ຮັບພອນທີ່ມາເຖິງ ຫຼື ບໍ່?