ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ມາຍພາລະກິດໃຫມ່ຂອງເຮົາຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມເຈັບປວດທີ່ເຮົາໄດ້ຮັບຕ້ອງເສຍເປົ່າ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງຄວາມຫ່ວງໃຍເຫັນອົກເຫັນໃຈທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາໃຈຮ້າຍຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຮູ້ຈັກພຣະທຳເຫຼົ່ານັ້ນດ້ວຍໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ຄວາມຄາດຫວັງຂອງເຮົາສຳລັບພວກເຈົ້າລົ້ມເຫຼວໄດ້. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນໝົກມຸ່ນຢູ່ກັບຊີວິດທີ່ມຶນເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າໃຊ້ພຣະທໍາຂອງເຮົາເພື່ອເພີ່ມພູນຫົວໃຈ ແລະ ວິນຍານຂອງພວກເຈົ້າ. ຍ້ອນເຫດຜົນນີ້ ເຮົາຈຶ່ງໄດ້ມາເຖິງຂໍ້ສະຫຼຸບກ່ຽວກັບໃບໜ້າແທ້ຈິງຂອງມະນຸດຊາດວ່າ: ມະນຸດສາມາດທໍລະຍົດຕໍ່ເຮົາໄດ້ທຸກເວລາ ແລະ ບໍ່ມີຜູ້ໃດສາມາດຊື່ສັດກັບພຣະທໍາຂອງເຮົາໄດ້ຢ່າງແນ່ນອນ.

“ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍ ຈົນເຂົາບໍ່ມີຮູບລັກສະນະຂອງມະນຸດອີກຕໍ່ໄປ”. ບັດນີ້ ຄົນສ່ວນໃຫຍ່ຮັບຮູ້ວະລີນີ້ຈົນເຖິງລະດັບໃດໜຶ່ງ. ເຮົາເວົ້າສິ່ງນີ້ ກໍຍ້ອນວ່າ “ການຍອມຮັບ” ທີ່ເຮົາໝາຍເຖິງເປັນພຽງການຮັບຮູ້ແບບຜິວເຜີນ ເຊິ່ງຂັດກັບຄວາມຮູ້ທີ່ແທ້ຈິງ. ເນື່ອງຈາກວ່າ ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າສາມາດປະເມີນຕົນເອງຢ່າງຖືກຕ້ອງ ຫຼື ວິເຄາະຕົວເອງຢ່າງທົ່ວເຖິງ, ພວກເຈົ້າຈຶ່ງຍັງບໍ່ແນ່ນອນກ່ຽວກັບພຣະທໍາຂອງເຮົາ. ແຕ່ຄັ້ງນີ້ ເຮົາກໍາລັງໃຊ້ຄວາມຈິງເພື່ອອະທິບາຍບັນຫາທີ່ຮ້າຍແຮງທີ່ສຸດທີ່ມີຢູ່ພາຍໃນພວກເຈົ້າມີ. ບັນຫານັ້ນກໍຄືການທໍລະຍົດ. ພວກເຈົ້າທຸກຄົນແມ່ນຄຸ້ນເຄີຍກັບຄໍາວ່າ “ການທໍລະຍົດ” ຍ້ອນຜູ້ຄົນສ່ວນໃຫຍ່ໄດ້ເຮັດບາງສິ່ງທີ່ທໍລະຍົດຄົນອື່ນ, ເຊັ່ນ: ຜົວທໍລະຍົດເມຍຂອງລາວ, ເມຍທໍລະຍົດຜົວຂອງນາງ, ລູກຊາຍທໍລະຍົດພໍ່ຂອງລາວ, ລູກສາວທໍລະຍົດແມ່ຂອງນາງ, ທາດທໍລະຍົດເຈົ້ານາຍຂອງເຂົາ, ໝູ່ເພື່ອທໍລະຍົດກັນເອງ, ຍາດຕິພີ່ນ້ອງທໍລະຍົດກັນເອງ, ຜູ້ຂາຍທໍລະຍົດຜູ້ຊື້ ແລະ ອື່ນໆອີກ. ຕົວຢ່າງທັງໝົດນີ້ປະກອບມີແກ່ນແທ້ຂອງການທໍລະຍົດ. ເວົ້າສັ້ນໆກໍຄື ການທໍລະຍົດແມ່ນພຶດຕິກໍາຮູບແບບໜຶ່ງ ທີ່ຜິດຄຳສັນຍາ, ລະເມີດຫຼັກສິນທໍາ ຫຼື ປະພຶດໂດຍຂັດກັບຈັນຍາບັນຂອງມະນຸດ ເຊິ່ງສະແດງໃຫ້ເຫັນເຖິງການສູນເສຍຂອງຄວາມເປັນມະນຸດ. ເວົ້າໂດຍລວມແລ້ວ ໃນຖານະເປັນມະນຸດ ຜູ້ທີ່ເກີດໃນໂລກນີ້, ເຈົ້າຈະໄດ້ເຮັດບາງສິ່ງທີ່ປະກອບເປັນການທໍລະຍົດຄວາມຈິງ, ບໍ່ວ່າເຈົ້າຈະຈື່ວ່າເຄີຍເຮັດບາງສິ່ງທີ່ທໍລະຍົດຄົນອື່ນ ຫຼື ບໍ່ ຫຼື ເຈົ້າໄດ້ທໍລະຍົດຄົນອື່ນຫຼາຍຄັ້ງກ່ອນໜ້ານີ້. ຍ້ອນເຈົ້າສາມາດທໍລະຍົດພໍ່ແມ່ ຫຼື ໝູ່ເພື່ອນຂອງເຈົ້າ, ແລ້ວເຈົ້າກໍສາມາດທໍລະຍົດຜູ້ອື່ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດທໍລະຍົດເຮົາ ແລະ ເຮັດສິ່ງຕ່າງໆທີ່ເຮົາກຽດຊັງ. ເວົ້າອີກແບບໜຶ່ງກໍຄື ການທໍລະຍົດບໍ່ພຽງແຕ່ເປັນພຶດຕິກຳທີ່ໄຮ້ສິນທຳແບບຜິວເຜີນ, ແຕ່ເປັນສິ່ງທີ່ຂັດແຍ່ງກັບຄວາມຈິງ. ນີ້ແມ່ນແຫຼ່ງທີ່ມາຂອງການທີ່ມະນຸດຊາດຕໍ່ຕ້ານ ແລະ ບໍ່ເຊື່ອຟັງເຮົາຢ່າງແທ້ຈິງ. ນີ້ແມ່ນເຫດຜົນທີ່ ເຮົາໄດ້ສະຫຼຸບມັນຕາມຖ້ອຍຄໍາດັ່ງຕໍ່ໄປນີ້: ການທໍລະຍົດແມ່ນທໍາມະຊາດຂອງມະນຸດ ແລະ ທໍາມະຊາດນີ້ແມ່ນສັດຕູທີ່ຍິ່ງໃຫຍ່ຂອງຄວາມສອດຄ່ອງຂອງແຕ່ລະຄົນກັບເຮົາ.

ພຶດຕິກໍາທີ່ບໍ່ສາມາດເຊື່ອຟັງເຮົາຢ່າງແທ້ຈິງແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການຫຼອກລວງເຮົາ ແລະ ການໃຊ້ຄວາມຂີ້ຕົວະເພື່ອຫຼອກລວງເຮົາແມ່ນການທໍລະຍົດ. ການມີແນວຄິດຫຼາຍຢ່າງ ແລະ ການເຜີຍແຜ່ແນວຄິດເຫຼົ່ານັ້ນໄປທຸກບ່ອນແມ່ນການທໍລະຍົດ. ການບໍ່ສາມາດຢືນຢັດຄຳພະຍານ ແລະ ຜົນປະໂຫຍດຂອງເຮົາແມ່ນການທໍລະຍົດ. ການທໍາທ່າຍິ້ມແບບປອມໆໃນຫົວໃຈ ໃນເວລາທີ່ຢູ່ຫ່າງໄກເຮົາແມ່ນການທໍລະຍົດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການກະທຳທີ່ທໍລະຍົດ ເຊິ່ງພວກເຈົ້າສາມາດເຮັດໄດ້ຢູ່ສະເໝີ ແລະ ພວກມັນກໍຍັງແມ່ນເລື່ອງທໍາມະດາໃນບັນດາພວກເຈົ້າ. ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າທີ່ຄິດວ່າສິ່ງນີ້ແມ່ນບັນຫາ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຄິດ. ເຮົາບໍ່ສາມາດຖືເອົາການທີ່ບຸກຄົນໃດໜຶ່ງທໍລະຍົດເຮົາເປັນເລື່ອງທີ່ບໍ່ສຳຄັນ ແລະ ເຮົາບໍ່ສາມາດເມີນເສີຍກັບມັນໄດ້ຢ່າງແນ່ນອນ. ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດບໍ? ເມື່ອສິ່ງນັ້ນເກີດຂຶ້ນ ແລະ ພວກເຈົ້າໄດ້ສ້າງໄພພິບັດ, ຜູ້ໃດຈະຢູ່ທີ່ນັ້ນເພື່ອທຳຄວາມສະອາດຫຼັງຈາກພວກເຈົ້າ? ພວກເຈົ້າຄິດວ່າ ການກະທຳທີ່ທໍລະຍົດບາງຄັ້ງກໍເປັນພຽງແຕ່ເຫດການຊົ່ວຄາວເທົ່ານັ້ນ, ບໍ່ແມ່ນພຶດຕິກໍາຢ່າງຕໍ່ເນື່ອງຂອງພວກເຈົ້າ ແລະ ບໍ່ໄດ້ເກີດປະໂຫຍດຫຍັງຈາກການສົນທະນາດ້ວຍຄວາມຮຸນແຮງດັ່ງກ່າວ, ໃນລັກສະນະທີ່ທຳຮ້າຍຄວາມທະນົງຕົນຂອງພວກເຈົ້າ. ຖ້າພວກເຈົ້າຄິດແບບນັ້ນແທ້ໆ, ແລ້ວພວກເຈົ້າກໍຂາດຄວາມຮູ້ສຶກ. ການຄິດແບບນັ້ນເປັນຕົວຢ່າງ ແລະ ແມ່ພິມຂອງຄວາມກະບົດ. ທໍາມະຊາດຂອງມະນຸດແມ່ນຊີວິດຂອງເຂົາ; ມັນແມ່ນຫຼັກການທີ່ເຂົາເພິ່ງພາເພື່ອຢູ່ລອດ ແລະ ເຂົາບໍ່ສາມາດປ່ຽນແປງມັນໄດ້. ທຳມະຊາດແຫ່ງຄວາມທໍລະຍົດກໍຄືກັນ, ຖ້າເຈົ້າສາມາດເຮັດບາງຢ່າງເພື່ອທໍລະຍົດຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນ, ມັນກໍພິສູດວ່າ ມັນເປັນສ່ວນໜຶ່ງຂອງຊີວິດຂອງເຈົ້າ ແລະ ທໍາມະຊາດທີ່ເຈົ້າເກີດມາພ້ອມ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້. ຕົວຢ່າງເຊັ່ນ: ຖ້າບຸກຄົນໃດໜຶ່ງມັກລັກຂະໂມຍເຄື່ອງຂອງຄົນອື່ນ, ແລ້ວ “ການມັກລັກຂະໂມຍ” ນີ້ກໍແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ, ເຖິງແມ່ນພວກເຂົາອາດລັກໃນບາງຄັ້ງ ແລະ ບາງຄັ້ງພວກເຂົາກໍບໍ່ລັກ. ບໍ່ວ່າພວກເຂົາຈະລັກ ຫຼື ບໍ່, ມັນບໍ່ສາມາດພິສູດວ່າ ການລັກຂະໂມຍຂອງພວກເຂົາເປັນພຽງເປັນພຶດຕິກຳປະເພດໜຶ່ງ. ກົງກັນຂ້າມ, ມັນພິສູດວ່າ ການລັກຂະໂມຍຂອງພວກເຂົາແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ ນັ້ນກໍຄື ທໍາມະຊາດຂອງພວກເຂົາ. ບາງຄົນຈະຖາມວ່າ: ຍ້ອນມັນເປັນທໍາມະຊາດຂອງພວກເຂົາ, ແລ້ວເປັນຫຍັງເມື່ອພວກເຂົາເຫັນສິ່ງທີ່ສວຍງາມ, ບາງຄັ້ງພວກເຂົາກໍບໍ່ລັກເອົາສິ່ງເຫຼົ່ານັ້ນ? ຄໍາຕອບແມ່ນງ່າຍຫຼາຍ. ມີຫຼາຍເຫດຜົນທີ່ພວກເຂົາບໍ່ລັກ. ພວກເຂົາອາດບໍ່ລັກບາງສິ່ງ ຍ້ອນມັນໃຫຍ່ເກີນໄປທີ່ຈະຍາດເອົາພາຍໃຕ້ສາຍຕາທີ່ຄອຍເຝົ້າເບິ່ງຢູ່ ຫຼື ຍ້ອນບໍ່ມີເວລາທີ່ເໝາະສົມທີ່ຈະເຮັດ ຫຼື ບາງສິ່ງມີລາຄາແພງເກີນໄປ, ມີການເຝົ້າຍາມຢ່າງເຂັ້ມງວດເກີນໄປ ຫຼື ບາງຄັ້ງ ພວກເຂົາບໍ່ມີຄວາມສົນໃຈເປັນພິເສດໃນສິ່ງນັ້ນ ຫຼື ບໍ່ສາມາດເຫັນວ່າມັນອາດມີປະໂຫຍດຫຍັງຕໍ່ພວກເຂົາ ແລະ ອື່ນໆອີກ. ເຫດຜົນທັງໝົດເຫຼົ່ານີ້ແມ່ນເປັນໄປໄດ້. ແຕ່ບໍ່ວ່າຫຍັງກໍຕາມ, ບໍ່ວ່າພວກເຂົາຈະລັກບາງສິ່ງ ຫຼື ບໍ່, ມັນກໍບໍ່ສາມາດພິສູດໄດ້ວ່າ ຄວາມຄິດນີ້ພຽງແຕ່ມີຢູ່ຊົ່ວຂະນະເທົ່ານັ້ນ ເຊິ່ງຜ່ານໄປຢ່າງໄວວາ. ໃນທາງກົງກັນຂ້າມ, ມັນແມ່ນສ່ວນໜຶ່ງຂອງທໍາມະຊາດຂອງພວກເຂົາ ເຊິ່ງຍາກທີ່ຈະປ່ຽນແປງໃຫ້ດີຂຶ້ນໄດ້. ຄົນດັ່ງກ່າວແມ່ນບໍ່ພໍໃຈກັບການລັກຂະໂມຍແຕ່ຄັ້ງດຽວ; ຄວາມຄິດດັ່ງກ່າວທີ່ຈະເອົາເຄື່ອງຂອງຄົນອື່ນມາເປັນຂອງຕົນເອງເກີດຂຶ້ນເມື່ອໃດກໍຕາມທີ່ພວກເຂົາພົບກັບບາງສິ່ງທີ່ສວຍງາມ ຫຼື ຢູ່ໃນສະຖານະການທີ່ເໝາະສົມ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ແຫຼ່ງທີ່ມາຂອງຄວາມຄິດນີ້ບໍ່ແມ່ນສິ່ງທີ່ທີ່ເກີດຂຶ້ນເປັນຄັ້ງຄາວ ແຕ່ແມ່ນຢູ່ໃນທໍາມະຊາດຂອງບຸກຄົນນີ້ເອງ.

ຜູ້ໃດກໍຕາມທີ່ສາມາດນໍາໃຊ້ຄໍາເວົ້າ ແລະ ການກະທໍາຂອງພວກເຂົາເອງ ເພື່ອສະແດງເຖິງໃບໜ້າທີ່ແທ້ຈິງຂອງພວກເຂົາ. ແນ່ນອນ ໃບໜ້າທີ່ແທ້ຈິງນີ້ແມ່ນທໍາມະຊາດຂອງພວກເຂົາ. ຖ້າເຈົ້າແມ່ນຄົນທີ່ເວົ້າໃນລັກສະນະທີ່ຫຼອກລວງ, ແລ້ວເຈົ້າກໍກະທຳໃນລັກສະນະທີ່ມີເລ່ຫຼ່ຽມ ແລະ ເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍຫຼາຍທີ່ຈະໃຫ້ຄົນອື່ນຖືກເຈົ້າຫຼອກລວງ. ຖ້າທໍາມະຊາດຂອງເຈົ້າຊົ່ວຮ້າຍ, ຄໍາເວົ້າຂອງເຈົ້າອາດຈະຟັງມ່ວນ, ແຕ່ການກະທໍາຂອງເຈົ້າບໍ່ສາມາດປິດບັງກົນລວງທີ່ຊົ່ວຮ້າຍຂອງເຈົ້າໄດ້. ຖ້າທໍາມະຊາດຂອງເຈົ້າຂີ້ຄ້ານ, ແລ້ວທຸກຢ່າງທີ່ເຈົ້າເວົ້າກໍຈະແມ່ນເພື່ອຫຼີກເວັ້ນຄວາມຮັບຜິດຊອບສຳລັບຄວາມເຮັດພໍເປັນພິທີ ແລະ ຄວາມຂີ້ຄ້ານຂອງເຈົ້າ ແລະ ການກະທໍາຂອງເຈົ້າຈະຊ້າ ແລະ ພໍເປັນພິທີ ແລະ ຂ້ອນຂ້າງເກັ່ງໃນການປິດບັງຄວາມຈິງ. ຖ້າທໍາມະຊາດຂອງເຈົ້າແມ່ນມີຄວາມເອົາໃຈໃສ່, ແລ້ວຄໍາເວົ້າຂອງເຈົ້າກໍຈະມີເຫດຜົນ ແລະ ການກະທໍາຂອງເຈົ້າກໍຍັງຈະສອດຄ່ອງກັບຄວາມຈິງເປັນຢ່າງດີເຊັ່ນກັນ. ຖ້າທໍາມະຊາດຂອງເຈົ້າຄືຄວາມຈົງຮັກພັກດີ, ແລ້ວຄໍາເວົ້າຂອງເຈົ້າຈິງໃຈຢ່າງແນ່ນອນ ແລະ ວິທີເຈົ້າເຮັດສິ່ງຕ່າງໆກໍມີເຫດຜົນ, ປາສະຈາກສິ່ງທີ່ອາດເຮັດໃຫ້ເຈົ້ານາຍຂອງເຈົ້າອຶດອັດ. ຖ້າທໍາມະຊາດຂອງເຈົ້າແມ່ນເຕັມໄປດ້ວຍຕັນຫາ ຫຼື ໂລບມາເພື່ອເງິນ, ແລ້ວຫົວໃຈຂອງເຈົ້າກໍມັກຈະເຕັມໄປດ້ວຍສິ່ງເຫຼົ່ານີ້ ແລະ ເຈົ້າຈະເຮັດການກະທຳທີ່ຜິດປົກກະຕິ ແລະ ໄຮ້ສິນທຳ ເຊິ່ງຜູ້ຄົນຈະບໍ່ລືມໄດ້ຢ່າງງ່າຍດາຍ ແລະ ຈະເຮັດໃຫ້ຜູ້ຄົນລັງກຽດ. ດັ່ງທີ່ເຮົາໄດ້ເວົ້າມາ, ຖ້າເຈົ້າມີທໍາມະຊາດຂອງການທໍລະຍົດ ແລ້ວເຈົ້າກໍສາມາດປົດປ່ອຍຕົນເອງອອກຈາກມັນໄດ້ຍາກ. ຢ່າໄວ້ໃຈໃນໂຊກສະຕາທີ່ວ່າ ຖ້າເຈົ້າບໍ່ໄດ້ຜິດຕໍ່ຄົນອື່ນ, ແລ້ວເຈົ້າກໍຈະບໍ່ມີທໍາມະຊາດຂອງການທໍລະຍົດ. ຖ້ານັ້ນແມ່ນສິ່ງທີ່ເຈົ້າຄິດ ແລ້ວເຈົ້າກໍເປັນຄົນທີ່ໜ້າລັງກຽດ. ພຣະທໍາທັງໝົດຂອງເຮົາໃນແຕ່ລະຄັ້ງທີ່ເຮົາໄດ້ກ່າວແມ່ນແນໃສ່ທຸກຄົນ, ບໍ່ແມ່ນພຽງແຕ່ໜຶ່ງຄົນ ຫຼື ຄົນປະເພດໃດໜຶ່ງ. ພຽງແຕ່ຍ້ອນເຈົ້າບໍ່ໄດ້ທໍລະຍົດເຮົາໃນເລື່ອງໜຶ່ງ ບໍ່ໄດ້ພິສູດວ່າ ເຈົ້າບໍ່ສາມາດທໍລະຍົດເຮົາໃນເລື່ອງອື່ນໄດ້. ໃນການສະແຫວງຫາຄວາມຈິງ, ບາງຄົນສູນເສຍຄວາມໝັ້ນໃຈຂອງພວກເຂົາ ໃນລະຫວ່າງຄວາມລົ້ມເຫຼວໃນການແຕ່ງດອງຂອງພວກເຂົາ. ບາງຄົນປະຖິ້ມພັນທະຂອງພວກເຂົາທີ່ຈະຈົງຮັກພັກດີຕໍ່ເຮົາໃນລະຫວ່າງທີ່ຄອບຄົວແຕກແຍກ. ບາງຄົນປະຖິ້ມເຮົາເພື່ອສະແຫວງຫາຊ່ວງເວລາແຫ່ງຄວາມສຸກ ແລະ ຄວາມຕື່ນເຕັ້ນ. ບາງຄົນຍອມຕົກຢູ່ໃນຮ່ອມພູທີ່ມືດແທນທີ່ຈະອາໄສຢູ່ໃນແສງສະຫວ່າງ ແລະ ຮັບຄວາມສຸກຈາກພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເມີນເສີຍຄໍາແນະນໍາຂອງໝູ່ເພື່ອນ ເພື່ອເຫັນແກ່ການຕອບສະໜອງຕັນຫາພວກເຂົາສໍາລັບຄວາມຮັ່ງມີ ແລະ ແມ່ນແຕ່ດຽວນີ້ກໍບໍ່ສາມາດຮັບຮູ້ເຖິງຄວາມຜິດພາດຂອງພວກເຂົາ ແລະ ປ່ຽງເສັ້ນທາງຂອງພວກເຂົາໄດ້. ບາງຄົນພຽງແຕ່ດໍາເນີນຊີວິດຊົ່ວຄາວພາຍໃຕ້ຊື່ຂອງເຮົາເທົ່ານັ້ນ ເພື່ອໄດ້ຮັບການປົກປ້ອງຈາກເຮົາ, ໃນຂະນະທີ່ຄົນອື່ນພຽງແຕ່ອຸທິດເລັກນ້ອຍຕໍ່ເຮົາພາຍໃຕ້ການຖືກບີບບັງຄັບ ຍ້ອນວ່າພວກເຂົາຍຶດຕິດກັບຊີວິດ ແລະ ຢ້ານກົວຄວາມຕາຍ. ການກະທໍາເຫຼົ່ານີ້ ແລະ ການກະທໍາອື່ນໆທີ່ຜິດສິນທໍາ ແລະ ບໍ່ມີສັກສີ ບໍ່ແມ່ນພຶດຕິກໍາທີ່ຜູ້ຄົນໄດ້ທໍລະຍົດເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາແຕ່ດົນແລ້ວບໍ? ແນ່ນອນຢູ່, ເຮົາຮູ້ຈັກວ່າ ຜູ້ຄົນບໍ່ໄດ້ວາງແຜນລ່ວງໜ້າທີ່ຈະທໍລະຍົດເຮົາ; ການທໍລະຍົດຂອງພວກເຂົາແມ່ນການເປີດເຜີຍໂດຍທຳມະຊາດເຖິງທຳມະຊາດຂອງພວກເຂົາ. ບໍ່ມີໃຜຕ້ອງການຈະທໍລະຍົດຕໍ່ເຮົາ ແລະ ບໍ່ມີໃຜມີຄວາມສຸກ ຍ້ອນພວກເຂົາໄດ້ເຮັດບາງສິ່ງເພື່ອທໍລະຍົດເຮົາ. ໃນທາງກົງກັນຂ້າມ, ພວກເຂົາກໍາລັງສັ່ນເຊັນດ້ວຍຄວາມຢ້ານກົວດ ບໍ່ແມ່ນບໍ? ສະນັ້ນ ພວກເຈົ້າກໍາລັງຄິດ ກ່ຽວກັບວິທີທີ່ຈະໄຖ່ການທໍລະຍົດເຫຼົ່ານີ້ ແລະ ວິທີທີ່ຈະປ່ຽນແປງສະຖານະການໃນປັດຈຸບັນບໍ?

ກ່ອນນີ້: ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ

ຕໍ່ໄປ: ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ,...

ການເຮັດຜິດຈະນໍາພາມະນຸດໄປສູ່ນາຮົກ

ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າ ເພື່ອປົກຄອງພວກເຈົ້າ. ປັດຈຸບັນ ພວກເຈົ້າຮູ້ສຶກພັດທະນາຫຼາຍຂຶ້ນກວ່າໃນອະດີດ,...

ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ

ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ທ່າມກາງຜູ້ຕິດຕາມເຫຼົ່ານີ້, ມີຜູ້ຄົນທີ່ຮັບໃຊ້ເປັນນັກບວດ, ເປັນຜູ້ນໍາພາ, ຜູ້ທີ່ສ້າງໂອລົດ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger