ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ
ພວກເຈົ້າທຸກຄົນປາຖະໜາທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໂດຍພຣະອົງ; ທຸກຄົນປາຖະໜາຫາສິ່ງດັ່ງກ່າວ ເມື່ອພວກເຂົາເລີ່ມຕົ້ນເຊື່ອໃນພຣະເຈົ້າ ນັ້ນກໍຍ້ອນວ່າມະນຸດດີ້ນຮົນກັບການສະແຫວງຫາສິ່ງທີ່ສູງສົ່ງກວ່າ ແລະ ບໍ່ມີໃຜຕ້ອງການຖືກປະໄວ້ຢູ່ຫຼັງຄົນອື່ນ. ນີ້ຄືສິ່ງທີ່ຜູ້ຄົນເປັນ. ຍ້ອນເຫດຜົນນີ້ແທ້ໆ ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າຈຶ່ງພະຍາຍາມປະຈົບປະແຈງເພື່ອໃຫ້ພຣະເຈົ້າໃນສະຫວັນນິຍົມຊົມຊອບຕະຫຼອດເວລາ, ແຕ່ໃນຄວາມຈິງແລ້ວ ຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້ານັ້ນໜ້ອຍກວ່າຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ຕົນເອງອີກ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະເຮົາບໍ່ຮັບຮູ້ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້າເລີຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນເຮົາປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ພວກເຈົ້ານະມັດສະການ ເຊິ່ງເປັນພຣະເຈົ້າເລື່ອນລອຍທີ່ພວກເຈົ້າສັນລະເສີນນັ້ນ ບໍ່ມີຢູ່ຈິງເລີຍ. ເຫດຜົນທີ່ເຮົາສາມາດເວົ້າສິ່ງນີ້ໄດ້ຢ່າງແນ່ນອນກໍເພາະວ່າ ພວກເຈົ້າຫ່າງໄກຈາກພຣະເຈົ້າທີ່ເປັນຈິງຫຼາຍ. ເຫດຜົນສຳລັບຄວາມຊື່ສັດຂອງພວກເຈົ້າແມ່ນຮູບບູຊາທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ; ແຕ່ໃນຂະນະດຽວກັນ ສຳລັບເຮົາແລ້ວ ພຣະເຈົ້າທີ່ພວກເຈົ້າເບິ່ງຄືວ່າບໍ່ຍິ່ງໃຫຍ່ ຫຼື ເລັກນ້ອຍ, ພວກເຈົ້າພຽງແຕ່ຮັບຮູ້ເຮົາດ້ວຍຄຳເວົ້າເທົ່ານັ້ນ. ເມື່ອເຮົາເວົ້າວ່າພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍນັ້ນ ເຮົາໝາຍຄວາມວ່າພວກເຈົ້າໄດ້ຫ່າງໄກຈາກພຣະເຈົ້າທີ່ແທ້ຈິງ, ໃນຂະນະທີ່ພຣະເຈົ້າທີ່ເລື່ອນລອຍເບິ່ງຄືວ່າໃກ້ໂຕພວກເຈົ້າ. ເມື່ອເຮົາເວົ້າວ່າ “ບໍ່ຍິ່ງໃຫຍ່” ມັນແມ່ນເວົ້າເຖິງວິທີການທີ່ພຣະເຈົ້າທີ່ພວກເຈົ້າເຊື່ອໃນປັດຈຸບັນນີ້ເບິ່ງຄືວ່າເປັນພຽງແຕ່ມະນຸດທີ່ປາສະຈາກຄວາມສາມາດທີ່ຍິ່ງໃຫຍ່, ເປັນມະນຸດທີ່ບໍ່ສູງສົ່ງ. ເມື່ອເຮົາເວົ້າວ່າ “ບໍ່ນ້ອຍ”, ສິ່ງນີ້ໝາຍຄວາມວ່າ ເຖິງແມ່ນວ່າມະນຸດຄົນນີ້ບໍ່ສາມາດເອີ້ນລົມ ແລະ ຄວບຄຸມຝົນ, ເຖິງຢ່າງໃດກໍຕາມ ພຣະອົງສາມາດເອີ້ນຫາພຣະວິນຍານຂອງພຣະເຈົ້າໃຫ້ປະຕິບັດພາລະກິດທີ່ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກໄດ້ ເຊິ່ງເຮັດໃຫ້ມະນຸດອັດສະຈັນໃຈຢ່າງສິ້ນເຊີງ. ຢູ່ພາຍນອກ ພວກເຈົ້າທັງໝົດເບິ່ງຄືກັບວ່າ ເຊື່ອຟັງພຣະຄຣິດນີ້ຢູ່ເທິງແຜ່ນດິນໂລກຢ່າງສູງ ແຕ່ໃນແກ່ນແທ້ແລ້ວ ພວກເຈົ້າບໍ່ໄດ້ມີຄວາມເຊື່ອໃນພຣະອົງ ຫຼື ພວກເຈົ້າບໍ່ໄດ້ຮັກພຣະອົງເລີຍ. ນັ້ນໝາຍຄວາມວ່າ ຄົນທີ່ພວກເຈົ້າເຊື່ອແມ່ນພຣະເຈົ້າເລື່ອນລອຍທີ່ມາຈາກຄວາມຮູ້ສຶກຂອງພວກເຈົ້າເອງ ແລະ ຄົນທີ່ພວກເຈົ້າຮັກຢ່າງແທ້ຈິງແມ່ນພຣະເຈົ້າທີ່ພວກເຈົ້າປາຖະໜາທັງໃນກາງຄືນ ແລະ ກາງເວັນ ແຕ່ບໍ່ເຄີຍເຫັນດ້ວຍຕົນເອງ. ສຳລັບພຣະຄຣິດນີ້ ຄວາມເຊື່ອຂອງພວກເຈົ້າເປັນພຽງແຕ່ເສດສ່ວນເຫຼືອເທົ່ານັ້ນ ແລະ ຄວາມຮັກຂອງພວກເຈົ້າບໍ່ມີເລີຍ. ຄວາມເຊື່ອໝາຍເຖິງຄວາມສັດທາ ແລະ ຄວາມໄວ້ວາງໃຈ; ຄວາມຮັກໝາຍເຖິງຄວາມເຄົາລົບ ແລະ ຄວາມນັບຖືທີ່ຢູ່ໃນຫົວໃຈ ເຊິ່ງບໍ່ເຄີຍຈາງຫາຍ. ແຕ່ຄວາມເຊື່ອ ແລະ ຄວາມຮັກທີ່ພວກເຈົ້າມີຕໍ່ພຣະຄຣິດໃນປັດຈຸບັນແມ່ນບໍ່ເປັນໄປຕາມທີ່ຄາດຫວັງໄວ້ຫຼາຍ. ເມື່ອເວົ້າເຖິງຄວາມເຊື່ອ ພວກເຈົ້າແມ່ນມີຄວາມເຊື່ອແນວໃດໃນພຣະອົງ? ເມື່ອເວົ້າເຖິງຄວາມຮັກ ພວກເຈົ້າຮັກພຣະອົງດ້ວຍວິທີໃດ? ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ແຮງໄກທີ່ພວກເຈົ້າຈະຮູ້ຈັກແກ່ນແທ້ຂອງພຣະອົງ, ແລ້ວພວກເຈົ້າຈະມີຄວາມເຊື່ອແນວໃດໃນພຣະອົງ? ຄວາມເປັນຈິງແຫ່ງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນຢູ່ໃສ? ພວກເຈົ້າຮັກພຣະອົງແນວໃດ? ຄວາມເປັນຈິງແຫ່ງຄວາມຮັກທີ່ພວກເຈົ້າມີຕໍ່ພຣະອົງຢູ່ໃສ?
ຫຼາຍຄົນໄດ້ຕິດຕາມເຮົາໂດຍບໍ່ມີຄວາມລັງເລໃຈຈົນຮອດປັດຈຸບັນ. ແລ້ວພວກເຈົ້າໄດ້ທົນທຸກຕໍ່ຄວາມອ່ອນເພຍຢ່າງຫຼວງຫຼາຍໃນຊ່ວງເວລາສອງສາມປີທີ່ຜ່ານມາ. ລັກສະນະທີ່ມີມາຕັ້ງແຕ່ເກີດ ແລະ ນິໄສຂອງພວກເຈົ້າແຕ່ລະຄົນນັ້ນ ເຮົາໄດ້ເຂົ້າໃຈຢ່າງຊັດເຈນ; ການມີປະຕິກິລິຍາກັບພວກເຈົ້າທຸກຄົນເປັນເລື່ອງທີ່ຍາກລຳບາກຫຼາຍ. ເລື່ອງທີ່ເປັນຕາເສຍດາຍກໍຄື ເຖິງແມ່ນວ່າເຮົາໄດ້ຮັບຂໍ້ມູນຫຼາຍຢ່າງກ່ຽວກັບພວກເຈົ້າ, ພວກເຈົ້າກໍບໍ່ມີຄວາມເຂົ້າໃຈຫຍັງກ່ຽວກັບເຮົາ. ບໍ່ແປກໃຈເລີຍທີ່ຜູ້ຄົນເວົ້າວ່າ ພວກເຈົ້າຖືກຄົນຫຼອກຕົ້ມໃນຊ່ວງເວລາແຫ່ງຄວາມສັບສົນ. ແນ່ນອນ ພວກເຈົ້າບໍ່ເຂົ້າໃຈຫຍັງກ່ຽວກັບອຸປະນິໄສຂອງເຮົາ, ແຮງໄກທີ່ພວກເຈົ້າຈະສາມາດຢັ່ງເຖິງສິ່ງທີ່ຢູ່ໃນຈິດໃຈຂອງເຮົາເລີຍ. ມື້ນີ້ ຄວາມເຂົ້າໃຈຜິດຂອງພວກເຈົ້າກ່ຽວກັບເຮົາແມ່ນເພີ່ມທະວີຂຶ້ນເລື້ອຍໆ ແລະ ຄວາມເຊື່ອທີ່ພວກເຈົ້າມີຕໍ່ເຮົາກໍຍັງຄົງເປັນຄວາມເຊື່ອທີ່ສັບສົນ. ແທນທີ່ຈະເວົ້າວ່າ ພວກເຈົ້າມີຄວາມເຊື່ອໃນຕົວເຮົາ, ມັນຈະຊຳນານກວ່າທີ່ຈະເວົ້າວ່າພວກເຈົ້າທຸກຄົນກຳລັງພະຍາຍາມປະຈົບປະແຈງເຮົາ ແລະ ລູບແຂ່ງເລຍຂາເຮົາ. ແຮງຈູງໃຈຂອງພວກເຈົ້າແມ່ນງ່າຍຫຼາຍ: ຂ້ານ້ອຍຈະຕິດຕາມໃຜກໍຕາມທີ່ສາມາດໃຫ້ລາງວັນແກ່ຂ້ານ້ອຍໄດ້ ແລະ ຂ້ານ້ອຍຈະເຊື່ອໃນໃຜກໍຕາມທີ່ສາມາດເຮັດໃຫ້ຂ້ານ້ອຍຫຼົບຫຼີກຄວາມພິນາດທີ່ຍິ່ງໃຫຍ່ໄດ້ ບໍ່ວ່າຜູ້ນັ້ນຈະເປັນພຣະເຈົ້າ ຫຼື ພຣະເຈົ້າອົງໃດກໍຕາມ. ຂ້ານ້ອຍບໍ່ສົນໃນສິ່ງນີ້ເລີຍ. ມີຫຼາຍຄົນແບບນັ້ນທ່າມກາງພວກເຈົ້າມີເຈດຕະນາ ແລະ ສະພາບການແບບນີ້ແມ່ນຮ້າຍແຮງຫຼາຍ. ຖ້າມື້ໜຶ່ງ ມີການທົດລອງຂຶ້ນເພື່ອເບິ່ງວ່າ ຈະມີພວກເຈົ້າເທົ່າໃດຄົນທີ່ມີຄວາມເຊື່ອໃນພຣະຄຣິດຍ້ອນຄວາມເຂົ້າໃຈໃນແກ່ນແທ້ຂອງພຣະອົງ, ແລ້ວເຮົາກໍຢ້ານວ່າ ບໍ່ມີພວກເຈົ້າຈັກຄົນເລີຍທີ່ສາມາດພໍໃຈເຮົາໄດ້. ສະນັ້ນ ມັນກໍຄົງບໍ່ເສຍຫາຍຫຍັງທີ່ພວກເຈົ້າທຸກຄົນຈະພິຈາລະນາຄຳຖາມນີ້: ພຣະເຈົ້າທີ່ພວກເຈົ້າມີຄວາມເຊື່ອນີ້ແມ່ນແຕກຕ່າງຈາກເຮົາຢ່າງໃຫຍ່ຫຼວງ ແລະ ເມື່ອເປັນແບບນີ້ແລ້ວ ແມ່ນຫຍັງຄືແກ່ນແທ້ຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ? ຍິ່ງພວກເຈົ້າເຊື່ອໃນສິ່ງທີ່ເອີ້ນວ່າເປັນພຣະເຈົ້າຂອງພວກເຈົ້າຫຼາຍສໍ່າໃດ ພວກເຈົ້າຍິ່ງຫ່າງເຫີນອອກຈາກເຮົາໄປໄກຫຼາຍສໍ່ານັ້ນ. ແລ້ວແມ່ນຫຍັງຄືແກ່ນແທ້ຂອງບັນຫານີ້? ມັນແນ່ນອນແລ້ວວ່າ ພວກເຈົ້າບໍ່ມີຄົນໃດທີ່ເຄີຍພິຈາລະນາຄຳຖາມດັ່ງກ່າວ, ແຕ່ແຮງໂນ້ມທວງຂອງມັນໄດ້ເກີດຂຶ້ນກັບພວກເຈົ້າບໍ? ພວກເຈົ້າເຄີຍຄິດກ່ຽວກັບຜົນຕາມມາຂອງການສືບຕໍ່ເຊື່ອໃນຮູບແບບນີ້ບໍ?
ມື້ນີ້ ພວກເຈົ້າປະສົບກັບຫຼາຍບັນຫາ ແລະ ບໍ່ມີຄົນໃດທີ່ຊຳນານໃນການແກ້ບັນຫາເຫຼົ່ານີ້. ຖ້າສືບຕໍ່ເປັນແບບນີ້ ຄົນທີ່ຈະຢືນສູນເສຍກໍຈະມີແຕ່ພວກເຈົ້າເອງເທົ່ານັ້ນ. ເຮົາຈະຊ່ວຍໃຫ້ພວກເຈົ້າລະບຸບັນຫາໄດ້ ແຕ່ການແກ້ໄຂບັນຫາແມ່ນຂຶ້ນຢູ່ກັບພວກເຈົ້າ.
ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ລ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົງ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ. ຕະຫຼອດເວລາຫຼາຍປີຂອງການປະຕິບັດພາລະກິດ ພວກເຈົ້າໄດ້ເຫັນຄວາມຈິງຫຼາຍຢ່າງ ແຕ່ພວກເຈົ້າຮູ້ບໍວ່າ ຫູຂອງເຮົາໄດ້ຍິນຫຍັງແດ່? ມີພວກເຈົ້າຈັກຄົນທີ່ເຕັມໃຈຍອມຮັບເອົາຄວາມຈິງ? ພວກເຈົ້າທຸກຄົນເຊື່ອວ່າ ພວກເຈົ້າເຕັມໃຈທີ່ຊໍາລະລາຄາເພື່ອຄວາມຈິງ ແຕ່ມີຈັກຄົນທີ່ໄດ້ທົນທຸກເພື່ອຄວາມຈິງແທ້ໆ? ບໍ່ມີຫຍັງນອກຈາກຄວາມບໍ່ຊອບທຳທີ່ຢູ່ໃນຫົວໃຈຂອງພວກເຈົ້າ ເຊິ່ງເຮັດໃຫ້ພວກເຈົ້າຄິດວ່າ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ ທຸກຄົນຫຼອກລວງ ແລະ ບໍ່ສັດຊື່ສໍ່າໆກັນ ຈົນເຖິງຈຸດທີ່ເຈົ້າເຖິງກັບເຊື່ອວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນປາສະຈາກຫົວໃຈເມດຕາ ຫຼື ຄວາມຮັກກະລຸນາຄືກັບມະນຸດປົກກະຕິ. ຍິ່ງໄປກວ່ານັ້ນ ພວກເຈົ້າເຊື່ອວ່າ ລັກສະນະທີ່ສູງສົ່ງ ແລະ ທຳມະຊາດທີ່ເມດຕາ ແລະ ກະລຸນາມີຢູ່ພຽງແຕ່ພາຍໃນພຣະເຈົ້າທີ່ຢູ່ໃນສະຫວັນເທົ່ານັ້ນ. ພວກເຈົ້າເຊື່ອວ່າ ນັກບຸນດັ່ງກ່າວບໍ່ມີຢູ່ຈິງ ແລະ ມີພຽງແຕ່ຄວາມມືດ ແລະ ການປົກຄອງທີ່ຊົ່ວຮ້າຍທີ່ແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າແມ່ນບາງສິ່ງທີ່ມະນຸດຝາກຝັງຄວາມປາຖະໜາຂອງພວກເຂົາສຳລັບສິ່ງທີ່ດີ ແລະ ສວຍງາມ, ເປັນບຸກຄົນທີ່ມີຊື່ລືຊາທີ່ປັ້ນແຕ່ງຂຶ້ນມາໂດຍມະນຸດ. ໃນຈິດໃຈຂອງພວກເຈົ້າ ພຣະເຈົ້າທີ່ຢູ່ໃນສະຫວັນແມ່ນຊື່ສັດ, ຊອບທຳ ແລະ ຍິ່ງໃຫຍ່ຫຼາຍ ເຊິ່ງສົມຄວນແກ່ການນະມັດສະການ ແລະ ການເຄົາລົບບູຊາ; ແຕ່ໃນຂະນະດຽວກັນ ພຣະເຈົ້ານີ້ທີ່ຢູ່ເທິງແຜ່ນດິນໂລກເປັນພຽງຕົວສຳຮອງ ແລະ ເປັນເຄື່ອງມືຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ສາມາດທຽບເທົ່າກັບພຣະເຈົ້າທີ່ຢູ່ໃນສະຫວັນ ແຮງໄກທີ່ຈະຖືກກ່າວເຖິງໃນລັກສະນະດຽວກັນກັບພຣະອົງ. ເມື່ອເວົ້າເຖິງຄວາມຍິ່ງໃຫຍ່ ແລະ ກຽດສັກສີຂອງພຣະເຈົ້າ, ສິ່ງເຫຼົ່ານີ້ເປັນຂອງສະຫງ່າລາສີຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ເມື່ອເວົ້າເຖິງທຳມະຊາດ ແລະ ຄວາມເສື່ອມຊາມຂອງມະນຸດ ສິ່ງເຫຼົ່ານີ້ແມ່ນຄຸນສົມບັດເຊິ່ງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີສ່ວນ. ພຣະເຈົ້າທີ່ຢູ່ໃນສະຫວັນເປັນຕານັບຖືຕະຫຼອດໄປ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກບໍ່ສຳຄັນ, ອ່ອນແອ ແລະ ບໍ່ມີຄວາມສາມາດຕະຫຼອດໄປ. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມຮູ້ສຶກນຶກຄິດຢ່າງອື່ນ ມີແຕ່ຄວາມຊອບທຳເທົ່ານັ້ນ ໃນຂະນະທີ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີແຮງຈູງໃຈເຫັນແກ່ຕົວ ແລະ ປາສະຈາກຄວາມຍຸຕິທຳ ຫຼື ເຫດຜົນ. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມຄົດໂກງແມ່ນແຕ່ໜ້ອຍດຽວ ແລະ ຊື່ສັດຕະຫຼອດໄປ ໃນຂະນະທີ່ພຣະເຈົ້າຢູ່ເທິງແຜ່ນດິນໂລກມີດ້ານທີ່ບໍ່ຊື່ສັດຢູ່ສະເໝີ. ພຣະເຈົ້າທີ່ຢູ່ໃນສະຫວັນຮັກມະນຸດຫຼາຍ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກສະແດງຄວາມຫ່ວງໃຍຕໍ່ມະນຸດເຊິ່ງກໍບໍ່ພຽງພໍ, ເຖິງກັບເມີນເສີຍຕໍ່ເຂົາຢ່າງສິ້ນເຊີງ. ຄວາມຮູ້ທີ່ຜິດນີ້ຖືກເກັບຮັກສາໄວ້ພາຍໃນຫົວໃຈຂອງພວກເຈົ້າເປັນເວລາດົນນານມາແລ້ວ ແລະ ອາດຝັງຢູ່ໃນຫົວໃຈພວກເຈົ້າໃນອະນາຄົດ. ພວກເຈົ້າເຫັນວ່າທຸກການກະທຳຂອງພຣະຄຣິດແມ່ນມາຈາກຈຸດຢືນຂອງຄົນທີ່ບໍ່ຊອບທຳ ແລະ ປະເມີນພາລະກິດທັງໝົດຂອງພຣະອົງ ພ້ອມທັງຕົວຕົນ ແລະ ແກ່ນແທ້ຂອງພຣະອົງຈາກທັດສະນະຂອງຄົນທີ່ຊົ່ວຮ້າຍ. ພວກເຈົ້າໄດ້ສ້າງຄວາມຜິດພາດຢ່າງຮ້າຍແຮງ ແລະ ເຮັດໃນສິ່ງທີ່ບໍ່ມີຄົນໃດທີ່ມາກ່ອນໜ້າພວກເຈົ້ານັ້ນເຄີຍເຮັດມາກ່ອນເລີຍ. ນັ້ນກໍຄື ພວກເຈົ້າພຽງແຕ່ຮັບໃຊ້ພຣະເຈົ້າທີ່ເປັນຕານັບຖືໃນສະຫວັນທີ່ມີມົງກຸດປະທັບຢູ່ເທິງຫົວຂອງພຣະອົງ ແລະ ບໍ່ສົນໃຈກັບພຣະເຈົ້າທີ່ພວກເຈົ້າເຫັນວ່າບໍ່ສຳຄັນ ຄືກັບວ່າພຣະອົງບໍ່ມີຕົວຕົນຕໍ່ພວກເຈົ້າເລີຍ. ນີ້ບໍ່ແມ່ນຄວາມບາບຂອງພວກເຈົ້າບໍ? ນີ້ບໍ່ແມ່ນຕົວຢ່າງເດັ່ນໃນການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້ານະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຄົາລົບຮູບພາບທີ່ສູງສົ່ງ ແລະ ນັບຖືຄົນທີ່ມີຊື່ສຽງຍ້ອນຄຳເວົ້າທີ່ຈັບໃຈຂອງພວກເຂົາ. ເຈົ້າຍິນດີຖືກບັນຊາໂດຍພຣະເຈົ້າທີ່ເຮັດໃຫ້ມືຂອງເຈົ້າເຕັມໄປດ້ວຍຄວາມລໍ້າລວຍ ແລະ ປາຖະໜາຫາພຣະເຈົ້າທີ່ສາມາດສະໜອງຄວາມປາຖະໜາທຸກຢ່າງຂອງເຈົ້າທຸກຢ່າງ. ພຣະເຈົ້າອົງດຽວທີ່ເຈົ້າບໍ່ນະມັດສະການນັ້ນກໍຄືພຣະເຈົ້າອົງນີ້ທີ່ບໍ່ເປັນຕາສູງສົ່ງ; ສິ່ງດຽວທີ່ເຈົ້າກຽດຊັງກໍຄືການກ່ຽວພັນກັບພຣະເຈົ້າອົງນີ້ ຜູ້ເຊິ່ງບໍ່ມີມະນຸດຄົນໃດເຫັນວ່າສູງສົ່ງ. ສິ່ງດຽວທີ່ເຈົ້າບໍ່ເຕັມໃຈກໍຄືຮັບໃຊ້ພຣະເຈົ້າທີ່ບໍ່ເຄີຍມອບເງິນແມ່ນແຕ່ກີບດຽວໃຫ້ເຈົ້າ ແລະ ພຣະເຈົ້າອົງດຽວທີ່ບໍ່ສາມາດເຮັດໃຫ້ເຈົ້າປາຖະໜາຫາພຣະອົງ ກໍຄືພຣະເຈົ້າທີ່ບໍ່ເປັນຕາຮັກອົງນີ້. ພຣະເຈົ້ານີ້ບໍ່ສາມາດເຮັດໃຫ້ເຈົ້າເປີດມຸມມອງຂອງເຈົ້າອອກຢ່າງກວ້າງຂວາງໄດ້, ບໍ່ສາມາດເຮັດໃຫ້ເຈົ້າຮູ້ສຶກວ່າ ເຈົ້າໄດ້ພົບຊັບສົມບັດ ແຮງໄກທີ່ຈະສະໜອງສິ່ງທີ່ເຈົ້າປາຖະໜາ. ແລ້ວເປັນຫຍັງເຈົ້າຈຶ່ງຕິດຕາມພຣະອົງ? ເຈົ້າເຄີຍຄິດໃນຄຳຖາມແບບນີ້ບໍ? ສິ່ງທີ່ເຈົ້າເຮັດບໍ່ພຽງແຕ່ເຮັດຜິດຕໍ່ພຣະຄຣິດອົງນີ້ເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນ ມັນຍັງເຮັດຜິດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນອີກ. ເຮົາຄິດວ່າ ນີ້ບໍ່ແມ່ນຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ!
ພວກເຈົ້າປາຖະໜາທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນທີ່ນີ້? ພວກເຈົ້າຍອມຮັບພຽງແຕ່ພຣະທຳຂອງພຣະອົງ ແຕ່ບໍ່ຮັບການຈັດການຂອງພຣະອົງ ຫຼື ການລິຮານຂອງພຣະອົງ; ແຮງໄກທີ່ພວກເຈົ້າບໍ່ສາມາດຍອມຮັບເອົາການຈັດແຈງທຸກຢ່າງຂອງພຣະອົງ, ເພື່ອມີຄວາມເຊື່ອທີ່ສົມບູນໃນພຣະອົງ. ແລ້ວແມ່ນຫຍັງຄືບັນຫາໃນທີ່ນີ້? ໃນການວິເຄາະຄັ້ງສຸດທ້າຍ, ຄວາມເຊື່ອຂອງພວກເຈົ້າແມ່ນເປັນພຽງເປືອກໄຂ່ທີ່ວ່າງເປົ່າ ທີ່ບໍ່ສາມາດໃຫ້ກຳເນີດລູກໄກ່ໄດ້. ຍ້ອນຄວາມເຊື່ອຂອງພວກເຈົ້າຍັງບໍ່ໄດ້ນໍາເອົາຄວາມຈິງມາສູ່ພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຮັບຊີວິດ ແຕ່ກົງກັນຂ້າມ ຄວາມເຊື່ອນັ້ນໄດ້ນໍາຄວາມຮູ້ສຶກລວງຕາເຖິງການບໍາລຸງລ້ຽງ ແລະ ຄວາມຫວັງມາສູ່ຊີວິດຂອງພວກເຈົ້າ. ມັນຄືຄວາມຮູ້ສຶກເຖິງການບໍາລຸງລ້ຽງ ແລະ ຄວາມຫວັງນີ້ທີ່ເປັນຈຸດປະສົງຂອງພວກເຈົ້າໃນການເຊື່ອໃນພຣະເຈົ້າບໍ່ແມ່ນຄວາມຈິງ ແລະ ຊີວິດ. ສະນັ້ນ ເຮົາຈຶ່ງເວົ້າວ່າ ແນວທາງປະຕິບັດໃນຄວາມເຊື່ອຂອງພວກເຈົ້າຕໍ່ພຣະເຈົ້ານັ້ນເປັນພຽງການພະຍາຍາມປະຈົບປະແຈງພຣະເຈົ້າຜ່ານການຍອມຮັບໃຊ້ ແລະ ຄວາມໄຮ້ຢາງອາຍ ແລະ ບໍ່ສາມາດຖືວ່າເປັນຄວາມເຊື່ອທີ່ແທ້ຈິງໄດ້ ບໍ່ວ່າໃນວິທີທາງໃດກໍຕາມ. ລູກໄກ່ຈະສາມາດປາກົດອອກຈາກຄວາມເຊື່ອແບບນີ້ໄດ້ແນວໃດ? ເວົ້າອີກແບບໜຶ່ງກໍຄື ຄວາມເຊື່ອປະເພດນີ້ຈະສາມາດສຳເລັດຫຍັງໄດ້? ຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນເພື່ອໃຊ້ພຣະອົງເພື່ອບັນລຸເປົ້າໝາຍຂອງພວກເຈົ້າເອງ. ແລ້ວນີ້ບໍ່ແມ່ນຂໍ້ແທ້ຈິງແຫ່ງການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ເຖິງຢ່າງໃດກໍຕາມ ເຮົາບໍ່ຮັບຮູ້ມຸມມອງຂອງພວກເຈົ້າ; ເຮົາຍົກຍ້ອງພຽງແຕ່ຄົນທີ່ຕິດດິນ ແລະ ຮັບໃຊ້ພຣະເຈົ້າເທິງແຜ່ນດິນໂລກ, ບໍ່ແມ່ນຄົນທີ່ບໍ່ເຄີຍຮັບຮູ້ພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກຈັກເທື່ອ. ບໍ່ວ່າຜູ້ຄົນດັ່ງກ່າວຈະຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ, ສຸດທ້າຍແລ້ວ ພວກເຂົາຈະບໍ່ພົ້ນຈາກມືຂອງເຮົາທີ່ຈະລົງໂທດຄົນຊົ່ວຮ້າຍເຫຼົ່ານີ້. ມະນຸດເຫຼົ່ານີ້ເປັນຄົນທີ່ຊົ່ວຮ້າຍ; ພວກເຂົາເປັນຄົນຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຄີຍເຊື່ອຟັງພຣະຄຣິດດ້ວຍຄວາມຍິນດີ. ແນ່ນອນ ຈຳນວນຂອງພວກເຂົາລວມເຖິງທຸກຄົນທີ່ບໍ່ຮູ້ຈັກ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ຮັບຮູ້ພຣະຄຣິດ. ເຈົ້າເຊື່ອບໍວ່າ ເຈົ້າສາມາດປະຕິບັດຕໍ່ພຣະຄຣິດຕາມທີ່ເຈົ້າພໍໃຈ ຕາບໃດທີ່ເຈົ້າຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນ? ຜິດແລ້ວ! ຄວາມບໍ່ຮູ້ພຣະຄຣິດຂອງເຈົ້າແມ່ນຄວາມບໍ່ຮູ້ພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ວ່າເຈົ້າຈະສັດຊື່ກັບພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ ມັນກໍເປັນພຽງການເວົ້າ ແລະ ການກະທໍາທີ່ວ່າງເປົ່າ ຍ້ອນວ່າພຣະເຈົ້າເທິງແຜ່ນດິນໂລກບໍ່ໄດ້ເປັນພຽງແຕ່ເຄື່ອງມືທີ່ເຮັດໃຫ້ມະນຸດຮັບເອົາຄວາມຈິງ ແລະ ມີຄວາມຮູ້ທີ່ເລິກເຊິ່ງຂຶ້ນເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນເຄື່ອງມືໃນການກ່າວໂທດມະນຸດ ແລະ ຫຼັງຈາກນັ້ນກໍຍັງຄວ້າເອົາຂໍ້ແທ້ຈິງເພື່ອລົງໂທດຄົນຊົ່ວຮ້າຍ. ເຈົ້າເຄີຍເຂົ້າໃຈຜົນຕາມມາທີ່ເປັນປະໂຫຍດ ແລະ ເປັນໄພໃນທີ່ນີ້ບໍ? ເຈົ້າເຄີຍມີປະສົບການກັບພວກມັນບໍ? ເຮົາປາຖະໜາວ່າ ມື້ໃດມື້ໜຶ່ງໃນໄວໆນີ້ ພວກເຈົ້າຈະເຂົ້າໃຈຄວາມຈິງນີ້ ນັ້ນກໍຄື ເພື່ອທີ່ຈະຮູ້ຈັກພຣະເຈົ້າ ເຈົ້າຕ້ອງບໍ່ພຽງແຕ່ຮູ້ຈັກພຣະເຈົ້າໃນສະຫວັນ ແຕ່ສຳຄັນໄປກວ່ານັ້ນ ແມ່ນຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກອີກດ້ວຍ. ຢ່າສັບສົນກັບບຸລິມະສິດຂອງເຈົ້າ ຫຼື ປ່ອຍໃຫ້ສິ່ງສໍາຮອງມາຢູ່ເໜືອສິ່ງທີ່ເປັນຫຼັກ. ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສ້າງຄວາມສຳພັນທີ່ດີກັບພຣະເຈົ້າຢ່າງແທ້ຈິງ, ໃກ້ຊິດກັບພຣະເຈົ້າ ແລະ ນໍາຫົວໃຈຂອງເຈົ້າເຂົ້າໃກ້ພຣະອົງຫຼາຍຂຶ້ນ. ຖ້າເຈົ້າມີຄວາມເຊື່ອເປັນເວລາຫຼາຍປີ ແລະ ໄດ້ພົວພັນກັບເຮົາເປັນເວລາດົນນານມາແລ້ວ ແຕ່ຍັງຄົງຫ່າງເຫີນຈາກເຮົາ ແລ້ວເຮົາກໍຈະເວົ້າວ່າ ມັນແມ່ນເຈົ້າທີ່ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຢູ່ເລື້ອຍໆ ແລະ ຈຸດຈົບຂອງເຈົ້າກໍຍາກຫຼາຍທີ່ຈະຄາດຄະເນໄດ້. ຖ້າການພົວພັນກັບເຮົາເປັນເວລາຫຼາຍປີບໍ່ພຽງແຕ່ລົ້ມເຫຼວທີ່ຈະປ່ຽນແປງໃຫ້ເຈົ້າກາຍເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຈິງໄດ້ ແຕ່ຍິ່ງໄປກວ່ານັ້ນ ມັນເຮັດໃຫ້ຝັງແໜ້ນວິທີການທີ່ຊົ່ວຮ້າຍຂອງເຈົ້າເຂົ້າໃນທຳມະຊາດຂອງເຈົ້າ ແລະ ເຈົ້າບໍ່ພຽງແຕ່ມີຄວາມອວດດີສອງເທົ່າກວ່າທີ່ມີແຕ່ກ່ອນ, ແຕ່ຄວາມເຂົ້າໃຈຜິດກ່ຽວກັບເຮົາຍິ່ງເພີ່ມທະວີຂຶ້ນ ຈົນເຈົ້າເຫັນເຮົາເປັນພຽງລູກນ້ອງຊັ້ນຕໍ່າຂອງເຈົ້າ ແລ້ວເຮົາຈະເວົ້າວ່າ ຄວາມເຈັບປວດຂອງເຈົ້າບໍ່ແມ່ນເລິກພຽງແຕ່ຢູ່ຜິວໜັງອີກຕໍ່ໄປ ແຕ່ມັນຈະຊຶມເຂົ້າໄປໃນກະດູກຂອງເຈົ້າ. ສິ່ງທີ່ຍັງເຫຼືອຢູ່ສໍາລັບເຈົ້າແມ່ນພຽງລໍຖ້າຈັດງານສົບຂອງເຈົ້າ. ເຈົ້າບໍ່ຕ້ອງອ້ອນວອນຂໍໃຫ້ເຮົາເປັນພຣະເຈົ້າຂອງເຈົ້າ ຍ້ອນເຈົ້າໄດ້ເຮັດບາບທີ່ສົມຄວນຕາຍ ເຊິ່ງເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້. ເຖິງແມ່ນວ່າ ເຮົາມີຄວາມເມດຕາຕໍ່ເຈົ້າ, ພຣະເຈົ້າທີ່ຢູ່ໃນສະຫວັນກໍຈະຢືນຢັນທີ່ຈະເອົາຊີວິດຂອງເຈົ້າ ຍ້ອນຄວາມຜິດຂອງເຈົ້າຕໍ່ອຸປະນິໄສຂອງພຣະເຈົ້ານັ້ນ ບໍ່ແມ່ນບັນຫາທຳມະດາ ແຕ່ເປັນບັນຫາມີທໍາມະຊາດອັນຮ້າຍແຮງຫຼາຍ. ເມື່ອເຖິງເວລານັ້ນ ຢ່າໂທດວ່າເຮົາບໍ່ໄດ້ແຈ້ງໃຫ້ເຈົ້າຮູ້ລ່ວງໜ້າ. ທຸກສິ່ງແມ່ນຈະລົງເອີຍດ້ວຍວິທີນີ້ ນັ້ນກໍຄື ເມື່ອເຈົ້າກ່ຽວພັນກັບພຣະຄຣິດ ຜູ້ເປັນພຣະເຈົ້າເທິງແຜ່ນດິນໂລກທີ່ເປັນມະນຸດທຳມະດາ ນັ້ນກໍຄື ເມື່ອເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ໄດ້ເປັນຫຍັງເລີຍນອກຈາກບຸກຄົນໜຶ່ງ ແລ້ວຕອນນັ້ນ ເຈົ້າກໍຈະພົບກັບຄວາມຈິບຫາຍ. ນີ້ເປັນພຽງການຕັກເຕືອນຂອງເຮົາຕໍ່ພວກເຈົ້າທຸກຄົນເທົ່ານັ້ນ.