ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ

ມີຫຼາຍສິ່ງທີ່ເຮົາຄາດຫວັງໃຫ້ພວກເຈົ້າບັນລຸ. ເຖິງແນວໃດກໍຕາມ ບໍ່ແມ່ນການກະທຳທັງໝົດຂອງພວກເຈົ້າ, ບໍ່ແມ່ນທຸກສິ່ງກ່ຽວກັບຊີວິດຂອງພວກເຈົ້າ ທີ່ສາມາດສະໜອງສິ່ງທີ່ເຮົາຮຽກຮ້ອງ ສະນັ້ນ ເຮົາບໍ່ມີທາງເລືອກອື່ນນອກຈາກທີ່ຈະເຂົ້າປະເດັນໂດຍກົງ ແລະ ອະທິບາຍກັບພວກເຈົ້າເຖິງຄວາມປະສົງຂອງເຮົາ. ເນື່ອງຈາກການສັງເກດຂອງພວກເຈົ້າຍັງຕໍ່າ ແລະ ການເຂົ້າໃຈຂອງພວກເຈົ້າກໍຕໍ່າເຊັ່ນດຽວກັນ ພວກເຈົ້າຈຶ່ງເກືອບບໍ່ຮູ້ເຖິງອຸປະນິໄສ ແລະ ທາດແທ້ຂອງເຮົາເລີຍ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນເລື່ອງຮີບດ່ວນທີ່ເຮົາຕ້ອງແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ບໍ່ວ່າແຕ່ກ່ອນເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດກໍຕາມ, ເຈົ້າປາຖະໜາທີ່ຈະເຂົ້າໃຈບັນຫາເຫຼົ່ານີ້ ຫຼື ບໍ່, ເຮົາຍັງຕ້ອງອະທິບາຍສິ່ງເຫຼົ່ານີ້ໃຫ້ເຈົ້າຮູ້ຢ່າງລະອຽດ. ບັນຫາເຫຼົ່ານີ້ບໍ່ແມ່ນສິ່ງທີ່ແປກໃໝ່ທັງໝົດສໍາລັບພວກເຈົ້າ ແຕ່ພວກເຈົ້າກໍຂາດຄວາມເຂົ້າໃຈຫຼາຍຢ່າງ, ຄວາມຄຸ້ນເຄີຍຫຼາຍຢ່າງກັບຄວາມໝາຍກ່ຽວກັບສິ່ງເຫຼົ່ານັ້ນ. ພວກເຈົ້າຫຼາຍຄົນພຽງແຕ່ມີຄວາມເຂົ້າໃຈແບບມືດມົວ ແລະ ຄວາມເຂົ້າໃຈພຽງແຕ່ບາງສ່ວນ ແລະ ບໍ່ຄົບຖ້ວນເລີຍ. ເພື່ອຊ່ວຍໃຫ້ພວກເຈົ້າປະຕິບັດຄວາມຈິງໄດ້ດີຍິ່ງຂຶ້ນ ນັ້ນກໍຄື ເພື່ອນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດໄດ້ດີຍິ່ງຂຶ້ນ ເຮົາຄິດວ່າ ສິ່ງເຫຼົ່ານີ້ຄືບັນຫາສິ່ງທີ່ພວກເຈົ້າຕ້ອງຮຽນຮູ້ຈັກກ່ອນ ແລະ ສຳຄັນທີ່ສຸດ. ຖ້າບໍ່ດັ່ງນັ້ນ ຄວາມເຊື່ອຂອງພວກເຈົ້າກໍຈະຍັງຄົງບໍ່ແຈ່ມແຈ້ງ, ໜ້າຊື່ໃຈຄົດ ແລະ ເຕັມໄປດ້ວຍກັບດັກແຫ່ງສາສະໜາ. ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິບັດພາລະກິດທີ່ເຈົ້າຄວນປະຕິບັດເພື່ອພຣະອົງ. ຖ້າເຈົ້າບໍ່ຮູ້ຈັກທາດແທ້ຂອງພຣະເຈົ້າ ແລ້ວມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະສະແດງການເຄົາລົບ ແລະ ຄວາມຢຳເກງຕໍ່ພຣະອົງ; ກົງກັນຂ້າມ ຈະມີພຽງຄວາມພໍເປັນພິທີໂດຍບໍ່ເອົາໃຈໃສ່ ແລະ ການເວົ້າແຕ່ປາກ ແລະ ຍິ່ງໄປກວ່ານັ້ນພາກັນໝິ່ນປະໝາດຈົນຕິດນິໄສ. ເຖິງແມ່ນວ່າ ການເຂົ້າໃຈອຸປະນິໄສຂອງພຣະເຈົ້າສຳຄັນແນ່ນອນ ແລະ ການຮູ້ຈັກທາດແທ້ຂອງພຣະເຈົ້າກໍບໍ່ສາມາດເບິ່ງຂ້າມໄດ້, ກໍບໍ່ມີໃຜເຄີຍກວດສອບ ຫຼື ຄົ້ນຫາຢ່າງລະອຽດໃນບັນຫາເຫຼົ່ານີ້. ມັນເຫັນໄດ້ຢ່າງຊັດເຈນວ່າ ພວກເຈົ້າທັງໝົດໄດ້ປ່ອຍປະລະເລີຍບົດບັນຍັດແຫ່ງການຄຸ້ມຄອງທີ່ເຮົາໄດ້ປະກາດນໍາໃຊ້. ຖ້າພວກເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວພວກເຈົ້າກໍຈະເຮັດຜິດໃຈພຣະອົງຢ່າງແນ່ນອນ. ການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າກໍເທົ່າກັບການເຮັດໃຫ້ພຣະເຈົ້າເອງໂກດຮ້າຍ ເຊິ່ງໃນກໍລະນີນັ້ນ ຜົນສຸດທ້າຍຂອງການກະທຳຂອງເຈົ້າຈະເປັນການລະເມີດກົດບັນຍັດແຫ່ງການຄຸ້ມຄອງ. ບັດນີ້ ເຈົ້າຄວນຮູ້ວ່າ ເມື່ອເຈົ້າເຂົ້າໃຈເຖິງທາດແທ້ຂອງພຣະເຈົ້າ, ເຈົ້າກໍສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະອົງເຊັ່ນກັນ ແລະ ເມື່ອເຈົ້າເຂົ້າໃຈເຖິງອຸປະນິໄສຂອງພຣະອົງ, ເຈົ້າກໍຈະເຂົ້າໃຈບົດບັນຍັດແຫ່ງການຄຸ້ມຄອງເຊັ່ນກັນ. ແນ່ນອນ ຫຼາຍຢ່າງຂອງສິ່ງຖືກລະບຸໄວ້ພາຍໃນບົດບັນຍັດແຫ່ງການຄຸ້ມຄອງໄດ້ລາມເຖິງອຸປະນິໄສຂອງພຣະເຈົ້າ ແຕ່ບໍ່ແມ່ນອຸປະນິໄສທັງໝົດຂອງພຣະອົງຖືກສະແດງອອກພາຍໃນບົດບັນຍັດແຫ່ງການຄຸ້ມຄອງ; ດ້ວຍເຫດນັ້ນ ພວກເຈົ້າຕ້ອງດຳເນີນໄປອີກໜຶ່ງກ້າວເພື່ອພັດທະນາຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບອຸປະນິໄສຂອງພຣະເຈົ້າ.

ໃນປັດຈຸບັນ ເຮົາບໍ່ໄດ້ກ່າວກັບພວກເຈົ້າໃນບົດສົນທະນາແບບທຳມະດາ ສະນັ້ນ ມັນຈຳເປັນທີ່ພວກເຈົ້າຕ້ອງປະຕິບັດຕໍ່ພຣະທຳຂອງເຮົາຢ່າງລະໝັດລະວັງ ແລະ ຍິ່ງໄປກວ່ານັ້ນກໍຄືໄຕ່ຕອງພຣະທຳເຫຼົ່ານັ້ນຢ່າງເລິກຊິ່ງ. ສິ່ງທີ່ເຮົາໝາຍເຖິງກໍຄື ພວກເຈົ້າໄດ້ອຸທິດຄວາມພະຍາຍາມໜ້ອຍເກີນໄປໃຫ້ກັບພຣະທຳທີ່ເຮົາໄດ້ກ່າວ. ພວກເຈົ້າແຮງເຕັມໃຈໜ້ອຍກວ່າທີ່ຈະໄຕ່ຕອງອຸປະນິໄສຂອງພຣະເຈົ້າ; ໜ້ອຍຄັ້ງທີ່ຈະມີຄົນໃສ່ຄວາມພະຍາຍາມໃນສິ່ງນັ້ນ. ດ້ວຍເຫດຜົນນີ້ ເຮົາຈຶ່ງເວົ້າວ່າ ຄວາມເຊື່ອຂອງພວກເຈົ້າບໍ່ໄດ້ເປັນຫຍັງໄປຫຼາຍກວ່າການເວົ້າໂອ້ອວດເທົ່ານັ້ນ. ແມ່ນແຕ່ໃນປັດຈຸບັນ ກໍບໍ່ມີຄົນໃດໃນພວກເຈົ້າໄດ້ອຸທິດຄວາມພະຍາຍາມຢ່າງຈິງຈັງຕໍ່ຈຸດອ່ອນທີ່ສຸດຂອງພວກເຈົ້າ. ພວກເຈົ້າປ່ອຍໃຫ້ເຮົາຜິດຫວັງຫຼັງຈາກຄວາມເຈັບປວດທັງໝົດທີ່ເຮົາໄດ້ຮັບສຳລັບພວກເຈົ້າ. ບໍ່ແປກເລີຍທີ່ພວກເຈົ້າບໍ່ສົນໃຈພຣະເຈົ້າ ແລະ ຊີວິດຂອງພວກເຈົ້າປາສະຈາກຄວາມຈິງ. ຄົນປະເພດດັ່ງກ່າວຈະຖືວ່າເປັນໄພ່ພົນຂອງພຣະເຈົ້າໄດ້ແນວໃດ? ພຣະບັນຍັດໃນສະຫວັນຈະບໍ່ຍອມທົນຕໍ່ສິ່ງດັ່ງກ່າວ! ຍ້ອນພວກເຈົ້າມີຄວາມເຂົ້າໃຈໜ້ອຍຫຼາຍໃນສິ່ງນີ້ ເຮົາຈຶ່ງບໍ່ມີທາງເລືອກອື່ນນອກຈາກຈະເສຍສະຫຼະລົມຫາຍໃຈຕື່ມອີກ.

ອຸປະນິໄສຂອງພຣະເຈົ້າເປັນເລື່ອງທີ່ເບິ່ງຄືວ່າເປັນນາມມະທຳຕໍ່ທຸກຄົນ ແລະ ຍິ່ງໄປກວ່ານັ້ນຍັງເປັນສິ່ງທີ່ທຸກຄົນບໍ່ສາມາດຍອມຮັບໄດ້ຢ່າງງ່າຍດາຍ ຍ້ອນວ່າອຸປະນິໄສຂອງພຣະເຈົ້າບໍ່ຄືບຸກຄະລິກຂອງມະນຸດ. ພຣະເຈົ້າກໍມີຄວາມຮູສຶກປິຕິຍິນດີ, ຄວາມໂກດຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກເຊັ່ນກັນ, ແຕ່ຄວາມຮູ້ສຶກເຫຼົ່ານີ້ແຕກຕ່າງຈາກຄວາມຮູ້ສຶກຂອງມະນຸດ. ພຣະເຈົ້າເປັນສິ່ງທີ່ພຣະອົງເປັນ ແລະ ພຣະອົງກໍມີສິ່ງທີ່ພຣະອົງມີ. ທຸກສິ່ງທຸກຢ່າງທີ່ພຣະອົງສະແດງອອກ ແລະ ເປີດເຜີຍແມ່ນການສະແດງເຖິງທາດແທ້ຂອງພຣະອົງ ແລະ ຕົວຕົນຂອງພຣະອົງ. ສິ່ງທີ່ພຣະອົງເປັນ ແລະ ສິ່ງທີ່ພຣະອົງມີ ພ້ອມກັບທາດແທ້ ແລະ ຕົວຕົນຂອງພຣະອົງ ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດແທນທີ່ໄດ້. ອຸປະນິໄສຂອງພຣະອົງປະກອບດ້ວຍຄວາມຮັກທີ່ພຣະອົງມີຕໍ່ມະນຸດ, ການປອບໃຈມະນຸດ, ຄວາມກຽດຊັງມະນຸດ ແລະ ຍິ່ງໄປກວ່ານັ້ນຍັງມີຄວາມເຂົ້າໃຈມະນຸດຢ່າງລະອຽດ. ເຖິງຢ່າງໃດກໍຕາມ ບຸກຄະລິກຂອງມະນຸດອາດແມ່ນການເບິ່ງໂລກໃນແງ່ດີ, ມີຊີວິດຊີວາ ຫຼື ປາສະຈາກຄວາມຮູ້ສຶກ. ອຸປະນິໄສຂອງພຣະເຈົ້າເປັນຂອງພຣະຜູ້ປົກຄອງຂອງທຸກສິ່ງ ແລະ ທຸກຢ່າງທີ່ມີຊີວິດ ເຊິ່ງເປັນຂອງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງທັງໝົດ. ອຸປະນິໄສຂອງພຣະອົງສະແດງເຖິງກຽດຕິຍົດ, ລິດອຳນາດ, ຄວາມສະຫງ່າງາມ, ຄວາມຍິ່ງໃຫຍ່ ແລະ ເໜືອໄປກວ່ານັ້ນກໍຄືການມີລິດອໍານາດສູງສຸດ. ອຸປະນິໄສຂອງພຣະອົງແມ່ນສັນຍາລັກແຫ່ງສິດອຳນາດ, ສັນຍາລັກຂອງທຸກສິ່ງທີ່ຊອບທຳ, ສັນຍາລັກຂອງທຸກສິ່ງທີ່ສວຍງາມ ແລະ ດີ. ຍິ່ງໄປກວ່ານີ້ ມັນຍັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີຄວາມມືດ ແລະ ກອງກຳລັງຂອງສັດຕູໃດທີ່ສາມາດ[ກ] ເອົາຊະນະ ຫຼື ຮຸກຮານໄດ້ ພ້ອມທັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີສິ່ງຖືກສ້າງໃດທີ່ສາມາດລ່ວງເກີນໄດ້ (ຫຼື ພຣະອົງຈະບໍ່ອົດທົນຕໍ່ການເຮັດຜິດ)[ຂ]. ອຸປະນິໄສຂອງພຣະອົງເປັນສັນຍາລັກແຫ່ງລິດອໍານາດສູງສຸດ. ບໍ່ມີຄົນໃດ ຫຼື ກຸ່ມຄົນໃດທີ່ສາມາດ ຫຼື ອາດລົບກວນພາລະກິດຂອງພຣະອົງ ຫຼື ອຸປະນິໄສຂອງພຣະອົງ. ແຕ່ບຸກຄະລິກຂອງມະນຸດຄືສັນຍາລັກແຫ່ງອຳນາດເລັກນ້ອຍທີ່ມະນຸດມີເໜືອກວ່າສັດເທົ່ານັ້ນ. ມະນຸດໃນຕົວເຂົາ ແລະ ດ້ວຍຕົວເຂົາເອງແມ່ນບໍ່ມີສິດອຳນາດ, ບໍ່ມີການປົກຄອງຕົນເອງ ແລະ ບໍ່ມີຄວາມສາມາດຢູ່ເໜືອຕົນເອງ, ແຕ່ໃນທາດແທ້ຂອງເຂົາແລ້ວ ເຂົາເປັນຄົນທີ່ໝອບຢູ່ພາຍໃຕ້ຄວາມເມດຕາຂອງທຸກລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຂອງຕ່າງໆ. ຄວາມປິຕິຍິນດີຂອງພຣະເຈົ້າກໍເນື່ອງຈາກການມີຢູ່ ແລະ ການປາກົດຂອງຄວາມຊອບທຳ ແລະ ແສງສະຫວ່າງ, ຍ້ອນການທຳລາຍຄວາມມືດ ແລະ ສິ່ງຊົ່ວຮ້າຍ. ພຣະອົງຊື່ນຊົມຍິນດີ ໃນການນໍາແສງສະຫວ່າງ ແລະ ຊີວິດທີ່ດີມາໃຫ້ກັບມະນຸດຊາດ; ຄວາມຍິນດີຂອງພຣະອົງແມ່ນຄວາມຍິນດີທີ່ຊອບທຳ ເປັນສັນຍາລັກແຫ່ງການມີຢູ່ຂອງທຸກສິ່ງທີ່ຢູ່ໃນດ້ານບວກ ແລະ ຍິ່ງໄປກວ່ານັ້ນກໍຍັງເປັນສັນຍາລັກແຫ່ງຄວາມເປັນສິລິມົງຄຸນ. ຄວາມໂກດຮ້າຍຂອງພຣະເຈົ້າແມ່ນເນື່ອງຈາກຄວາມເສຍຫາຍທີ່ການເປັນຢູ່ ແລະ ການແຊກແຊງຂອງຄວາມບໍ່ຍຸຕິທຳໄດ້ນໍາມາສູ່ມະນຸດຊາດຂອງພຣະອົງ, ຍ້ອນການມີຢູ່ຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດ, ຍ້ອນການມີຢູ່ຂອງສິ່ງທີ່ຂັບໄລ່ຄວາມຈິງອອກ ແລະ ຍິ່ງໄປກວ່ານັ້ນ ຍ້ອນການມີຢູ່ຂອງສິ່ງທີ່ຕໍ່ຕ້ານສິ່ງທີ່ດີ ແລະ ສວຍງາມ. ຄວາມໂກດຮ້າຍຂອງພຣະອົງເປັນສັນຍາລັກບອກວ່າ ທຸກສິ່ງທີ່ຢູ່ໃນດ້ານລົບຈະບໍ່ມີຢູ່ອີກຕໍ່ໄປ ແລະ ຍິ່ງໄປກວ່ານັ້ນ ມັນຍັງເປັນສັນຍາລັກແຫ່ງຄວາມບໍລິສຸດຂອງພຣະອົງ. ຄວາມໂສກເສົ້າຂອງພຣະອົງແມ່ນເນື່ອງຈາກມະນຸດຊາດ ເຊິ່ງເປັນຄົນທີ່ພຣະອົງຄາດຫວັງໃຫ້ແກ່ພວກເຂົາ ແຕ່ໄດ້ຕົກຢູ່ໃນຄວາມມືດ, ຍ້ອນພາລະກິດທີ່ພຣະອົງປະຕິບັດໃນມະນຸດບໍ່ເປັນໄປຕາມຄວາມຄາດຫວັງຂອງພຣະອົງ ແລະ ຍ້ອນມະນຸດຊາດທີ່ພຣະອົງຮັກນັ້ນລ້ວນແລ້ວແຕ່ບໍ່ສາມາດດຳລົງຊີວິດໃນແສງສະຫວ່າງ. ພຣະອົງຮູ້ສຶກໂສກເສົ້າຕໍ່ມະນຸດຊາດທີ່ໄຮ້ດຽງສາ, ຕໍ່ມະນຸດທີ່ຊັດສື່ແຕ່ບໍ່ມີຄວາມຮູ້ ແລະ ຕໍ່ມະນຸດທີ່ດີແຕ່ຂາດມຸມມອງຂອງເຂົາເອງ. ຄວາມໂສກເສົ້າຂອງພຣະອົງເປັນສັນຍາລັກແຫ່ງຄວາມດີຂອງພຣະອົງ ແລະ ຄວາມເມດຕາຂອງພຣະອົງ, ເປັນສັນຍາລັກແຫ່ງຄວາມງົດງາມ ແລະ ຄວາມກະລຸນາ. ແນ່ນອນ ຄວາມສຸກຂອງພຣະອົງມາຈາກການເອົາຊະນະສັດຕູ ແລະ ຮັບເອົາຄວາມເຊື່ອທີ່ດີຂອງມະນຸດ. ຍິ່ງໄປກວ່ານີ້ ມັນເກີດຈາກການຂັບໄລ່ ແລະ ການທຳລາຍກອງກຳລັງສັດຕູທັງໝົດ ແລະ ຍ້ອນມະນຸດຊາດຮັບຊີວິດທີ່ດີ ແລະ ສະຫງົບສຸກ. ຄວາມສຸກຂອງພຣະເຈົ້າບໍ່ຄືກັນກັບຄວາມສຸກຂອງມະນຸດ; ກົງກັນຂ້າມ ມັນເປັນຄວາມຮູ້ສຶກໃນການເກັບກ່ຽວໝາກຜົນທີ່ດີ, ເປັນຄວາມຮູ້ສຶກທີ່ຍິ່ງໃຫຍ່ຫຼາຍກວ່າຄວາມປິຕິຍິນດີ. ຄວາມສຸກຂອງພຣະອົງເປັນສັນຍາລັກຂອງມະນຸດຊາດທີ່ເປັນອິດສະຫຼະຈາກຄວາມທົນທຸກທໍລະມານຕັ່ງແຕ່ເວລານີ້ເປັນຕົ້ນໄປ ແລະ ເປັນສັນຍາລັກຂອງມະນຸດທີ່ເຂົ້າສູ່ໂລກແຫ່ງແສງສະຫວ່າງ. ໃນທາງກົງກັນຂ້າມ ຄວາມຮູ້ສຶກທັງໝົດຂອງມະນຸດຊາດເກີດຂຶ້ນກໍເພື່ອຜົນປະໂຫຍດຂອງເຂົາເອງ ບໍ່ແມ່ນເພື່ອຄວາມຊອບທຳ, ແສງສະຫວ່າງ ຫຼື ສິ່ງທີ່ສວຍງາມ ແລະ ໜ້ອຍທີ່ສຸດກໍຄືເພື່ອຄວາມກະລຸນາທີ່ສະຫວັນປະທານໃຫ້. ຄວາມຮູ້ສຶກຂອງມະນຸດຊາດແມ່ນຄວາມເຫັນແກ່ຕົວ ແລະ ເປັນຂອງໂລກແຫ່ງຄວາມມືດມົວ. ສິ່ງເຫຼົ່ານັ້ນບໍ່ໄດ້ມີຢູ່ເພື່ອຜົນປະໂຫຍດແຫ່ງຄວາມປະສົງ ແຮງໄກທີ່ຈະແມ່ນເພື່ອແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດ ແລະ ພຣະເຈົ້າບໍ່ສາມາດກ່າວເຖິງໃນລົມຫາຍໃຈດຽວກັນໄດ້. ພຣະເຈົ້າສູງສົ່ງຕະຫຼອດໄປ ແລະ ສົມຄວນໄດ້ຮັບກຽດຕະຫຼອດໄປ, ໃນຂະນະທີ່ມະນຸດຕໍ່າຊ້າຕະຫຼອດໄປ, ໄຮ້ຄ່າຕະຫຼອດໄປ. ນີ້ກໍຍ້ອນວ່າ ພຣະເຈົ້າເສຍສະຫຼະຕະຫຼອດໄປ ແລະ ອຸທິດຕົວພຣະອົງເອງໃຫ້ກັບມະນຸດ; ເຖິງຢ່າງໃດກໍຕາມ ມະນຸດມີແຕ່ຮັບເອົາ ແລະ ພຽງແຕ່ອົດສູ້ເພື່ອຕົວເຂົາເອງເທົ່ານັ້ນ. ພຣະເຈົ້າຮັບເອົາຄວາມເຈັບປວດຕະຫຼອດໄປເພື່ອຄວາມຢູ່ລອດຂອງມະນຸດຊາດ ແຕ່ມະນຸດບໍ່ເຄີຍປະກອບສ່ວນຊ່ວຍຫຍັງເລີຍເພື່ອຜົນປະໂຫຍດແຫ່ງແສງສະຫວ່າງ ຫຼື ຄວາມຊອບທຳ. ເຖິງແມ່ນມະນຸດຈະພະຍາຍາມໃນຊ່ວງເວລາໃດໜຶ່ງ ແຕ່ອ່ອນແອຫຼາຍຈຶ່ງບໍ່ສາມາດຕ້ານທານຕໍ່ການໂຈມຕີແມ່ນແຕ່ຄັ້ງດຽວ ຍ້ອນຄວາມພະຍາຍາມຂອງມະນຸດແມ່ນເພື່ອຜົນປະໂຫຍດຂອງຕົວເຂົາເອງຢູ່ສະເໝີ ແລະ ບໍ່ແມ່ນເພື່ອຄົນອື່ນ. ມະນຸດເຫັນແກ່ໂຕຢູ່ສະເໝີ ໃນຂະນະທີ່ພຣະເຈົ້າເຫັນແກ່ຄົນອື່ນຕະຫຼອດໄປ. ພຣະເຈົ້າເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຍຸຕິທຳ, ດີ ແລະ ສວຍງາມ, ໃນຂະນະທີ່ມະນຸດເປັນຄົນທີ່ສືບສານຕໍ່ ແລະ ເຮັດຄວາມຂີ້ຮ້າຍ ແລະ ສິ່ງຊົ່ວຮ້າຍທັງໝົດປາກົດແຈ້ງ. ພຣະເຈົ້າບໍ່ມີທາງປ່ຽນແປງທາດແທ້ແຫ່ງຄວາມຊອບທຳ ແລະ ຄວາມສວຍງາມຂອງພຣະອົງ, ແຕ່ມະນຸດກໍຍັງສາມາດທໍລະຍົດຄວາມຊອບທຳຢ່າງບໍ່ຕ້ອງສົງໄສ ໃນທຸກເວລາ ແລະ ໃນທຸກສະຖານະການ ແລະ ຫຼົງທາງຫ່າງເຫີນຈາກພຣະເຈົ້າ.

ທຸກປະໂຫຍກທີ່ເຮົາໄດ້ກ່າວແມ່ນມີອຸປະນິໄສຂອງພຣະເຈົ້າຢູ່ໃນນັ້ນ. ພວກເຈົ້າຕ້ອງຕັ້ງໃຈໄຕ່ຕອງພຣະທຳຂອງເຮົາຢ່າງລະມັດລະວັງ ແລ້ວພວກເຈົ້າຈະໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງຈາກພຣະທຳເຫຼົ່ານັ້ນຢ່າງແນ່ນອນ. ທາດແທ້ຂອງພຣະເຈົ້າແມ່ນຍາກຫຼາຍທີ່ຈະເຂົ້າໃຈ ແຕ່ເຮົາເຊື່ອໝັ້ນວ່າ ຢ່າງໜ້ອຍ ພວກເຈົ້າທັງໝົດກໍມີຄວາມຄິດບາງຢ່າງກ່ຽວກັບອຸປະນິໄສຂອງພຣະເຈົ້າ. ແລ້ວເຮົາກໍຫວັງວ່າ ພວກເຈົ້າຈະສະແດງໃຫ້ເຮົາເຫັນ ແລະ ເຮັດໃນສິ່ງທີ່ບໍ່ຜິດຕໍ່ອຸປະນິໄສຂອງພຣະເຈົ້າຫຼາຍຂຶ້ນ. ເມື່ອນັ້ນເຮົາກໍຈະໄດ້ໝັ້ນໃຈອີກເທື່ອໜຶ່ງ. ຕົວຢ່າງ ຈົ່ງຮັກສາພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ທຸກເວລາ. ໃນຕອນທີ່ເຈົ້າກະທຳກໍຈົ່ງເຮັດຕາມພຣະທຳຂອງພຣະອົງ. ຈົ່ງສະແຫວງຫາເຈດຕະນາຂອງພຣະອົງໃນທຸກສິ່ງຢ່າງ ແລະ ຈົ່ງລະເວັ້ນຈາກການກະທຳທີ່ບໍ່ເຄົາລົບ ແລະ ບໍ່ໃຫ້ກຽດພຣະເຈົ້າ. ຍິ່ງໄປກວ່ານັ້ນ ເຈົ້າບໍ່ຄວນວາງພຣະເຈົ້າໄວ້ຢູ່ດ້ານຫຼັງຈິດໃຈຂອງເຈົ້າເພື່ອເຕີ່ມເຕັມອະນາຄົດທີ່ເປົ່າຫວ່າງໃນຫົວໃຈຂອງເຈົ້າ. ຖ້າເຈົ້າເຮັດແບບນີ້ ເຈົ້າກໍໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າແລ້ວ. ອີກຄັ້ງ ສົມມຸດວ່າ ເຈົ້າບໍ່ເຄີຍເຮັດການໝິ່ນປະໝາດ ຫຼື ກ່າວຕໍ່ວ່າພຣະເຈົ້າຕະຫຼອດຊີວິດຂອງເຈົ້າ ແລະ ອີກຄັ້ງ ສົມມຸດວ່າ ເຈົ້າສາມາດປະຕິບັດຕາມທຸກສິ່ງທີ່ພຣະອົງໄດ້ຝາກຝັງໃຫ້ກັບເຈົ້າຢ່າງເໝາະສົມ ແລະ ຍອມຢູ່ພາຍໃຕ້ພຣະທຳທຸກຂໍ້ຂອງພຣະອົງຕະຫຼອດຊີວິດຂອງເຈົ້າ ແລ້ວເຈົ້າກໍໄດ້ຫຼີກເວັ້ນຈາກການຝ່າຝືນບົດບັນຍັດແຫ່ງການຄຸ້ມຄອງແລ້ວ. ຕົວຢ່າງ ຖ້າເຈົ້າເຄີຍເວົ້າວ່າ “ເປັນຫຍັງຂ້ານ້ອຍຈຶ່ງບໍ່ຄິດວ່າ ພຣະອົງເປັນພຣະເຈົ້າ?” “ຂ້ານ້ອຍຄິດວ່າ ພຣະທຳເຫຼົ່ານີ້ເປັນພຽງຄວາມສະຫວ່າງບາງຢ່າງຂອງພຣະວິນຍານບໍລິສຸດ”, “ໃນຄວາມຄິດເຫັນຂອງຂ້ານ້ອຍ ບໍ່ແມ່ນທຸກສິ່ງທີ່ພຣະເຈົ້າເຮັດຈຳເປັນຕ້ອງຖືກຕ້ອງ”, “ຄວາມເປັນມະນຸດຂອງພຣະເຈົ້າກໍບໍ່ໄດ້ດີກວ່າຄວາມເປັນມະນຸດຂອງຂ້ານ້ອຍ”, “ພຣະທຳຂອງພຣະເຈົ້າບໍ່ເປັນຕາເຊື່ອແທ້ໆ” ຫຼື ຄໍາເວົ້າທີ່ວິຈານອື່ນໆ, ແລ້ວເຮົາກໍຂໍຕັກເຕືອນໃຫ້ເຈົ້າຈົ່ງສາລະພາບ ແລະ ສຳນຶກຜິດໃນຄວາມບາບຂອງເຈົ້າໃຫ້ຫຼາຍຂຶ້ນ. ບໍ່ດັ່ງນັ້ນ ເຈົ້າຈະບໍ່ມີທາງໄດ້ຮັບໂອກາດແຫ່ງການອະໄພໂທດ ຍ້ອນເຈົ້າບໍ່ໄດ້ລ່ວງເກີນມະນຸດ ແຕ່ລ່ວງເກີນພຣະເຈົ້າເອງ. ເຈົ້າອາດເຊື່ອວ່າ ເຈົ້າກຳລັງຕັດສິນມະນຸດ ແຕ່ພຣະວິນຍານຂອງພຣະເຈົ້າບໍ່ໄດ້ຄິດແນວນັ້ນ. ການທີ່ເຈົ້າບໍ່ເຄົາລົບເນື້ອໜັງຂອງພຣະອົງກໍເທົ່າກັບການບໍ່ເຄົາລົບຕໍ່ພຣະອົງ. ເມື່ອເປັນແບບນີ້ ເຈົ້າບໍ່ໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າບໍ? ເຈົ້າຕ້ອງຈື່ວ່າ ທຸກສິ່ງທີ່ພຣະວິນຍານຂອງພຣະເຈົ້າປະຕິບັດກໍເພື່ອຮັກສາພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ເພື່ອເຮັດໃຫ້ພາລະກິດນີ້ໄດ້ຮັບປະຕິບັດຢ່າງຖືກຕ້ອງ. ຖ້າເຈົ້າບໍ່ເອົາໃຈໃສ່ໃນສິ່ງນີ້ ແລ້ວເຮົາກໍເວົ້າວ່າ ເຈົ້າເປັນຄົນທີ່ບໍ່ມີທາງປະສົບຜົນສຳເລັດໃນການເຊື່ອພຣະເຈົ້າຈັກເທື່ອ. ຍ້ອນເຈົ້າໄດ້ທ້າທາຍຄວາມໂກດຮ້າຍຂອງພຮະເຈົ້າ ສະນັ້ນ ພຣະອົງຈະນໍາໃຊ້ການລົງໂທດທີ່ເໝາະສົມເພື່ອສັ່ງສອນບົດຮຽນໃຫ້ແກ່ເຈົ້າ.

ການຮຽນຮູ້ຈັກທາດແທ້ຂອງພຣະເຈົ້າບໍ່ແມ່ນເລື່ອງທໍາມະດາ. ເຈົ້າຕ້ອງເຂົ້າໃຈເຖິງອຸປະນິໄສຂອງພຣະອົງ. ດ້ວຍວິທີນີ້ ເຈົ້າຈະຮຽນຮູ້ຈັກທາດແທ້ຂອງພຣະເຈົ້າເທື່ອລະໜ້ອຍ ແລະ ໂດຍທີ່ບໍ່ຮູ້ຕົວ. ເມື່ອເຈົ້າໄດ້ເຂົ້າສູ່ຄວາມຮູ້ນີ້ແລ້ວ ເຈົ້າຈະພົບຕົນເອງກ້າວໄປຂ້າງໜ້າສູ່ພາວະທີ່ສູງກວ່າ ແລະ ສວຍງາມກວ່າ. ໃນທີ່ສຸດ ເຈົ້າຈະຮູ້ສຶກອັບອາຍກັບວິນຍານທີ່ໜ້າລັງກຽດຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮູ້ສຶກວ່າ ບໍ່ມີບ່ອນໃຫ້ລີ້ຈາກຄວາມອັບອາຍຂອງເຈົ້າ. ໃນເວລານັ້ນ ຄວາມປະພຶດທີ່ເຈົ້າເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຈະໜ້ອຍລົງໄປເລື້ອຍໆ, ຫົວໃຈຂອງເຈົ້າຈະຍັບເຂົ້າໃກ້ຊິດຫົວໃຈຂອງພຣະເຈົ້າ ແລະ ຄວາມຮັກທີ່ມີຕໍ່ພຣະອົງຈະເຕີບໃຫຍ່ໃນຫົວໃຈຂອງເຈົ້າເທື່ອລະໜ້ອຍ. ນີ້ຄືສັນຍານສະແດງເຖິງມະນຸດຊາດກຳລັງເຂົ້າສູ່ພາວະທີ່ສວຍງາມ. ແຕ່ພວກເຈົ້າກໍຍັງບໍ່ໄດ້ຮັບສິ່ງນີ້ເທື່ອ. ຍ້ອນພວກເຈົ້າທຸກຄົນວຸ້ນວາຍໄປມາເພື່ອເຫັນແກ່ໂຊກຊາຕາຂອງພວກເຈົ້າ ແມ່ນໃຜທີ່ຈະມີຄວາມສົນໃຈທີ່ຈະພະຍາຍາມຮູ້ຈັກເຖິງທາດແທ້ຂອງພຣະເຈົ້າ? ຖ້າຍັງສືບຕໍ່ເປັນແບບນີ້ ພວກເຈົ້າກໍຈະຝ່າຝືນຕໍ່ບົດບັນຍັດແຫ່ງການຄຸ້ມຄອງຢ່າງບໍ່ຮູ້ຕົວ, ຍ້ອນພວກເຈົ້າເຂົ້າໃຈອຸປະນິໄສຂອງພຣະອົງພຽງໜ້ອຍເກີນໄປ. ສະນັ້ນ ສິ່ງທີ່ພວກເຈົ້າເຮັດໃນຕອນນີ້ບໍ່ແມ່ນເປັນການວາງພື້ນຖານສໍາລັບການກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າບໍ? ການທີ່ເຮົາຂໍໃຫ້ພວກເຈົ້າເຂົ້າໃຈອຸປະນິໄສຂອງພຣະເຈົ້ານັ້ນບໍ່ແມ່ນຜິດກັບພາລະກິດຂອງເຮົາ. ຍ້ອນວ່າ ຖ້າເຈົ້າຝ່າຝືນບົດບັນຍັດແຫ່ງການຄຸ້ມຄອງເລື້ອຍໆ ແລ້ວມີໃຜແດ່ໃນບັນດາພວກເຈົ້າຈະສາມາດຫຼົບຫຼີກຈາກການລົງໂທດໄດ້? ແລ້ວພາລະກິດຂອງເຮົາຈະບໍ່ເປັນປະໂຫຍດທັງໝົດເລີຍບໍ? ສະນັ້ນ ເຮົາຈຶ່ງຍັງຂໍຮ້ອງວ່າ ນອກຈາກການພິຈາລະນາການປະພຶດຂອງພວກເຈົ້າເອງຢ່າງຖີ່ຖ້ວນແລ້ວ ພວກເຈົ້າຍັງຕ້ອງລະມັດລະວັງກັບບາດກ້າວທີ່ພວກເຈົ້າເດີນ. ນີ້ຄືສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າຫຼາຍກວ່າເກົ່າ ແລະ ເຮົາຫວັງວ່າ ພວກເຈົ້າຈະພິຈາລະນາມັນຢ່າງລະມັດລະວັງ ແລະ ເອົາໃຈໃສ່ແບບເອົາຈິງເອົາຈັງ. ເມື່ອຮອດມື້ທີ່ການກະທຳຂອງພວກເຈົ້າເຮັດໃຫ້ເຮົາໂກດຮ້າຍຢ່າງຮຸນແຮງ ແລ້ວຜົນຕາມມາຈະແມ່ນໃຫ້ພວກເຈົ້າພິຈາລະນາເອງ ແລະ ຈະບໍ່ມີໃຜເລີຍທີ່ແບກຮັບການລົງໂທດແທນພວກເຈົ້າໄດ້.

ໝາຍເຫດ:

ກ. ຕົ້ນສະບັບເດີມອ່ານວ່າ “ມັນເປັນສັນຍາລັກຂອງຄວາມບໍ່ສາມາດເປັນ”.

ຂ. ຕົ້ນສະບັບເດີມອ່ານວ່າ “ພ້ອມກັບເປັນສັນຍາລັກແຫ່ງຄວາມບໍ່ສາມາດຖືກລ່ວງເກີນໄດ້ (ແລະ ບໍ່ອົດທົນຕໍ່ການຖືກລ່ວງເກີນ)”.

​ກ່ອນ​ນີ້ :ການເຮັດຜິດຈະນໍາມະນຸດໄປສູ່ນາຮົກ

ຕໍ່​ໄປ:ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ

ທ່ານອາດຈະຍັງມັກ