ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ

ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້ ພວກເຈົ້າທຸກຄົນຮູ້ສຶກອຸດົມສົມບູນຫຼາຍຂຶ້ນກວ່າທີ່ເຈົ້າເປັນໃນອະດີດ, ເຂົ້າໃຈຫຼັກການຫຼາຍຂໍ້ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ເຈົ້າມີສາມັນສໍານຶກຫຼາຍດັ່ງທີ່ຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ທັງໝົດນີ້ຄືຜົນເກັບກ່ຽວທີ່ພວກເຈົ້າໄດ້ເກັບຕະຫຼອດຊ່ວງເວລາຫຼາຍປີ. ເຮົາບໍ່ໄດ້ປະຕິເສດຄວາມສຳເລັດຂອງພວກເຈົ້າ, ແຕ່ເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາວ່າເຮົາຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍທີ່ພວກເຈົ້າມີຕໍ່ເຮົາຕະຫຼອດເວລາຫຼາຍປີມານີ້, ຍ້ອນວ່າໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນແມ່ນແຕ່ຄົນດຽວ. ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຈົ້າເປັນສັດຕູຂອງພຣະຄຣິດ. ຈົນເຖິງປັດຈຸບັນ, ການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ, ແຕ່ເພື່ອເຫັນແກ່ອະນາຄົດຂອງພວກເຈົ້າ, ເພື່ອຈຸດໝາຍປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຊື່ອຖ້ອຍຄຳທຸກຂໍ້ຂອງເຮົາ ແລະ ເຂົ້າໃຈຄວາມໝາຍທີ່ເລິກເຊິ່ງໃນພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ, ຢ່າພຽງແຕ່ຮັບເອົາພຣະທຳຂອງເຮົາຕາມທີ່ເຈົ້າປາຖະໜາ ແລະ ໂຍນພວກມັນຕາມອຳເພີໃຈ; ເຮົາເຫັນວ່ານີ້ຄືສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າແມ່ນບໍ່ມີຄວາມຖືກຕ້ອງ. ເຮົາເຫັນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສແບບນັ້ນ, ບໍ່ເຄີຍເອົາພຣະທໍາຂອງເຮົາ ແລະ ເມີນເສີຍຕໍ່ເຮົາ, ເຮົາຂໍບອກພວກເຈົ້າແຕ່ລະຄົນດ້ວຍຄວາມຈິງຈັງແທ້ໆ: ຢ່າເອົາສິ່ງທີ່ເຮົາເວົ້າໄປເຊື່ອມໂຍງກັບປັດຊະຍາ; ຢ່າເອົາສິ່ງທີ່ເຮົາເວົ້າໄປລວມກັນກັບຄໍາຫຼອກລວງຂອງນັກຕົ້ມຕຸນ. ເຈົ້າແຮງບໍ່ຄວນໂຕ້ຕອບພຣະທໍາຂອງເຮົາດ້ວຍການດູຖູກ. ບາງເທື່ອໃນອະນາຄົດອາດຈະບໍ່ມີໃຜສາມາດບອກພວກເຈົ້າໃນສິ່ງທີ່ເຮົາກໍາລັງບອກພວກເຈົ້າຢູ່ ຫຼື ເວົ້າກັບພວກເຈົ້າດ້ວຍຄວາມກະລຸນາ ຫຼື ພາພວກເຈົ້າຍ່າງຜ່ານຈຸດເຫຼົ່ານີ້ດ້ວຍຄວາມອົດທົນເລີຍ. ພວກເຈົ້າຈະໃຊ້ມື້ເຫຼົ່ານັ້ນເພື່ອເອີ້ນເວລາທີ່ດີກັບຄືນມາ ຫຼື ໃນການຮ້ອງໄຫ້ສຽງດັງ ຫຼື ຄວນຄາງດ້ວຍຄວາມເຈັບປວດ ຫຼື ເຈົ້າຈະດໍາລົງຊີວິດຜ່ານກາງຄືນທີ່ຄໍ່າມືດ ໂດຍທີ່ບໍ່ມີຄວາມຈິງ ຫຼື ຊີວິດແມ່ນແຕ່ໜ້ອຍດຽວ ຫຼື ພຽງແຕ່ລໍຖ້າຢ່າງໝົດຫວັງ ຫຼື ຢູ່ໃນຄວາມເສຍໃຈທີ່ຂົມຂື່ນຈົນພວກເຈົ້າສູນເສຍເຫດຜົນທັງໝົດ... ໂດຍແທ້ຈິງແລ້ວ ບໍ່ມີພວກເຈົ້າຄົນໃດທີ່ສາມາດຫຼີກເວັ້ນຈາກຄວາມເປັນໄປໄດ້ເຫຼົ່ານີ້. ເພາະບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຄອບຄອງບ່ອນນັ່ງທີ່ພວກເຈົ້າໃຊ້ນັ່ງເພື່ອນະມັດສະການພຣະເຈົ້າຢ່າງແທ້ຈິງ, ແຕ່ເຮັດໃຫ້ຕົນເອງຈົມຢູ່ໃນໂລກແຫ່ງຕັນຫາ ແລະ ຄວາມຊົ່ວຮ້າຍ, ປະປົນຄວາມເຊື່ອຂອງພວກເຈົ້າ, ເຂົ້າໃສ່ຈິດວິນຍານ, ວິນຍານ ແລະ ຮ່າງກາຍຂອງພວກເຈົ້າ, ຫຼາຍໆສິ່ງທີ່ບໍ່ມີສ່ວນກ່ຽວຂ້ອງກັບຊີວິດ ແລະ ຄວາມຈິງ ແລະ ແທ້ຈິງແລ້ວ ແມ່ນການຕໍ່ຕ້ານສິ່ງເຫຼົ່ານັ້ນ. ສະນັ້ນ ສິ່ງທີ່ເຮົາຄາດຫວັງຈາກພວກເຈົ້າກໍຄືໃຫ້ພວກເຈົ້າສາມາດຖືກນໍາມາສູ່ເສັ້ນທາງແຫ່ງແສງສະຫວ່າງ. ຄວາມຫວັງຢ່າງດຽວຂອງເຮົາກໍຄືພວກເຈົ້າສາມາດເບິ່ງແຍງຕົວເອງ, ສາມາດລ້ຽງດູຕົວເອງ ແລະ ບໍ່ເໜັ້ນໜັກຫຼາຍກັບຈຸດໝາຍປາຍທາງຂອງເຈົ້າເອງ ໃນຂະນະທີ່ເບິ່ງພຶດຕິກໍາ ແລະ ການເຮັດຜິດຂອງຕົວດ້ວຍຄວາມບໍ່ສົນໃຈ.

ເປັນເວລາດົນນານ, ຜູ້ຄົນທີ່ເຊື່ອໃນພຣະເຈົ້າໄດ້ຄາດຫວັງຫາຈຸດໝາຍປາຍທາງທີ່ສວຍງາມຢ່າງຈິງໃຈ ແລະ ທຸກຄົນທີ່ເຊື່ອໃນພຣະເຈົ້າຫວັງວ່າໂຊກລາບທີ່ດີຈະມາເຖິງພວກເຂົາທັນທີ. ພວກເຂົາທຸກຄົນກໍຫວັງວ່າ ກ່ອນທີ່ພວກເຂົາຈະຮູ້ເຖິງສິ່ງນັ້ນ ພວກເຂົາຈະເຫັນຕົວເອງນັ່ງຢູ່ບ່ອນໜຶ່ງດ້ວຍຄວາມສະຫງົບສຸກ ຫຼື ອີກບ່ອນໜຶ່ງຢູ່ເທິງສະຫວັນ. ແຕ່ເຮົາຂໍເວົ້າວ່າ ຜູ້ຄົນເຫຼົ່ານີ້ພ້ອມກັບຄວາມຄິດທີ່ສວຍງາມຂອງພວກເຂົາ ແມ່ນບໍ່ເຄີຍຮູ້ຈັກວ່າ ພວກເຂົາມີຄຸນສົມບັດ ຫຼື ບໍ່ ໃນການໄດ້ຮັບໂຊກລາບດັ່ງກ່າວທີ່ຕົກລົງມາຈາກສະຫວັນ ຫຼື ແມ່ນແຕ່ນັ່ງຢູ່ໃນທີ່ນັ້ນ. ພວກເຈົ້າໃນປັດຈຸບັນ ແມ່ນມີຄວາມຮູ້ທີ່ດີກ່ຽວກັບຕົວເອງ ແຕ່ພວກເຈົ້າຍັງຫວັງທີ່ຈະໜີພົ້ນຈາກໄພພິບັດຂອງຍຸກສຸດທ້າຍ ແລະ ມືຂອງອົງຊົງລິດທານຸພາບສູງສຸດ ເມື່ອພຣະອົງລົງໂທດຜູ້ທີ່ຊົ່ວຮ້າຍ. ມັນເບິ່ງຄືວ່າ ການຝັນຫວານ ແລະ ການຕ້ອງການສິ່ງຕ່າງໆດັ່ງທີ່ພວກມັນເປັນແມ່ນລັກສະນະທົ່ວໄປຂອງທຸກຄົນທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນຄວາມອັດສະລິຍະຂອງບາງຄົນ. ເຖິງຢ່າງນັ້ນ ເຮົາກໍຍັງຕ້ອງການຢຸດຕິຄວາມປາດຖະໜາທີ່ເກີນຂອບເຂດຂອງພວກເຈົ້າ ພ້ອມທັງຄວາມກະຕືລືລົ້ນຂອງພວກເຈົ້າໃນການໄດ້ຮັບພອນ. ເນື່ອງຈາກການເຮັດຜິດຂອງພວກເຈົ້າແມ່ນມີຫຼາຍ ແລະ ຂໍ້ແທ້ຈິງກ່ຽວກັບຄວາມກະບົດຂອງພວກເຈົ້າກໍມີຫຼາຍເພີ່ມຂຶ້ນເລື້ອຍໆ ແລ້ວສິ່ງເຫຼົ່ານີ້ຈະເໝາະກັບແຜນການອັນສວຍງາມສໍາລັບອະນາຄົດຂອງພວກເຈົ້າໄດ້ແນວໃດ? ຖ້າຫາກເຈົ້າຕ້ອງການເຮັດຜິດຕາມທີ່ເຈົ້າພໍໃຈໂດຍທີ່ບໍ່ມີຫຍັງດຶງເຈົ້າໄວ້ ແຕ່ກໍຍັງຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ແລ້ວເຮົາກໍຂໍສົ່ງເສີມໃຫ້ເຈົ້າສືບຕໍ່ຢູ່ໃນສະພາບທີ່ບໍ່ຮູ້ສຶກຕົວ ແລະ ບໍ່ໃຫ້ຕື່ນຂຶ້ນມາ ເພາະວ່າ ຄວາມຝັນຂອງເຈົ້າແມ່ນຄວາມຝັນທີ່ວ່າງເປົ່າ ແລະ ຢູ່ຕໍ່ໜ້າພຣະເຈົ້າຜູ້ຊອບທໍາ, ພຣະອົງຈະບໍ່ມີຂໍ້ຍົກເວັ້ນສໍາລັບເຈົ້າ. ຖ້າເຈົ້າພຽງແຕ່ຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ກໍຈົ່ງຢ່າຝັນ; ກົງກັນຂ້າມ ໃຫ້ຜະເຊີນກັບຄວາມຈິງ ແລະ ຄວາມເປັນຈິງຕະຫຼອດໄປ. ນັ້ນແມ່ນວິທີດຽວທີ່ຈະຊ່ວຍໃຫ້ເຈົ້າສາມາດລອດພົ້ນໄດ້. ໃນເລື່ອງຮູບປະທຳ, ຂັ້ນຕອນຕ່າງໆໃນວິທີການນີ້ແມ່ນຫຍັງ?

ກ່ອນອື່ນ, ໃຫ້ພິຈາລະນາເບິ່ງການເຮັດຜິດທັງໝົດຂອງເຈົ້າ ແລະ ກວດສອບພຶດຕິກໍາ ແລະ ຄວາມຄິດໃດໜຶ່ງທີ່ເຈົ້າມີເຊິ່ງບໍ່ສອດຄ່ອງກັບຄວາມຈິງ.

ນີ້ແມ່ນສິ່ງທີ່ພວກເຈົ້າສາມາດນໍາໃຊ້ຢ່າງງ່າຍດາຍ ແລະ ເຮົາເຊື່ອວ່າ ທຸກຄົນທີ່ສະຫຼາດກໍ່ສາມາດເຮັດສິ່ງນີ້ໄດ້. ເຖິງຢ່າງໃດກໍຕາມ, ຜູ້ຄົນເຫຼົ່ານັ້ນ ທີ່ບໍ່ເຄີຍຮູ້ຈັກຄວາມໝາຍຂອງການເຮັດຜິດ ແລະ ຄວາມຈິງ ແມ່ນຄົນທີ່ຖືກຍົກເວັ້ນ ຍ້ອນວ່າໂດຍພື້ນຖານແລ້ວ ພວກເຂົາບໍ່ແມ່ນຄົນທີ່ສະຫຼາດ. ເຮົາກໍາລັງເວົ້າເຖິງຜູ້ຄົນທີ່ພຣະເຈົ້າຮອງຮັບ, ຜູ້ທີ່ຊື່ສັດ, ບໍ່ໄດ້ຝ່າຝືນພຣະດໍາລັດຢ່າງຮ້າຍແຮງ ແລະ ສາມາດແຍກແຍະການເຮັດຜິດຂອງພວກເຂົາໄດ້ຢ່າງງ່າຍດາຍ. ເຖິງແມ່ນວ່າ ນີ້ຈະແມ່ນສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ ແຕ່ມັນກໍບໍ່ໄດ້ແມ່ນສິ່ງດຽວເທົ່ານັ້ນທີ່ເຮົາຕ້ອງການຈາກພວກເຈົ້າ. ບໍ່ວ່າໃນຫຍັງກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະບໍ່ຫົວຂວັນລັບໆຕໍ່ຄວາມຕ້ອງການນີ້ ແລະ ຍິ່ງໄປກວ່ານັ້ນກໍຄື ເຈົ້າຈະບໍ່ດູຖູກມັນ ຫຼື ບໍ່ຖືເບົາກັບມັນ. ເຈົ້າຄວນປະຕິບັດກັບມັນດ້ວຍຄວາມຈິງຈັງ ແລະ ບໍ່ເມີນເສີຍຕໍ່ມັນ.

ຢ່າງທີສອງ, ສໍາລັບການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງເຈົ້າແຕ່ລະຄົນ, ເຈົ້າຄວນຊອກຫາຄວາມຈິງທີ່ສອດຄ່ອງ ແລະ ຫຼັງຈາກນັ້ນກໍ່ນໍາໃຊ້ຄວາມຈິງເຫຼົ່ານີ້ເພື່ອແກ້ໄຂພວກມັນ. ຫຼັງຈາກນັ້ນ, ໃຫ້ປ່ຽນການກະທຳທີ່ເຮັດຜິດ ແລະ ຄວາມຄິດທີ່ບໍ່ເຊື່ອຟັງຂອງເຈົ້າ ແລະ ເຮັດດ້ວຍການປະຕິບັດແຫ່ງຄວາມຈິງ.

ຢ່າງທີສາມ, ເຈົ້າຄວນເປັນຄົນທີ່ຊື່ສັດ, ບໍ່ແມ່ນຄົນທີ່ສະຫຼາດ ແລະ ມີເລ່ລ່ຽມຢູ່ສະເໝີ. (ໃນເລື່ອງນີ້ ເຮົາຂໍຮ້ອງພວກເຈົ້າອີກຄັ້ງໃຫ້ເປັນຄົນຊື່ສັດ).

ຖ້າເຈົ້າສາມາດບັນລຸທັງສາມສິ່ງນີ້, ແລ້ວເຈົ້າກໍຈະເປັນໜຶ່ງໃນຄົນໂຊກດີ, ເປັນຄົນທີ່ຄວາມຝັນໄດ້ກາຍເປັນຈິງ ແລະ ເປັນຄົນທີ່ໄດ້ຮັບໂຊກລາບທີ່ດີ. ບາງເທື່ອ ພວກເຈົ້າຈະປະຕິບັດເງື່ອນໄຂທີ່ບໍ່ໜ້າດຶງດູດໃຈທັງສາມເຫຼົ່ານີ້ ຫຼື ບາງເທື່ອ ເຈົ້າຈະປະຕິບັດກັບພວກມັນຢ່າງບໍ່ມີຄວາມຮັບຜິດຊອບ. ເຖິງຢ່າງໃດກໍຕາມ, ຈຸດປະສົງຂອງເຮົາແມ່ນເພື່ອເຮັດໃຫ້ຄວາມຝັນຂອງພວກເຈົ້າເປັນຈິງ ແລະ ເພື່ອນໍາເອົາອຸດົມການຂອງພວກເຈົ້າໄປປະຕິບັດ, ບໍ່ແມ່ນເພື່ອເອົາພວກເຈົ້າມາລໍ້ຫຼິ້ນ ຫຼື ເພື່ອຫຼອກລວງພວກເຈົ້າ.

ຄວາມຮຽກຮ້ອງຂອງເຮົາອາດຈະທໍາມະດາ, ແຕ່ສິ່ງທີ່ເຮົາກໍາລັງບອກພວກເຈົ້າແມ່ນບໍ່ທໍາມະດາຄືດັ່ງກັບໜຶ່ງບວກໜຶ່ງເທົ່າກັບສອງ. ຖ້າສິ່ງດຽວທີ່ພວກເຈົ້າເຮັດ ແມ່ນການເວົ້າກ່ຽວກັບສິ່ງນີ້ໂດຍບໍ່ມີເປົ້າໝາຍ ຫຼື ເວົ້າເລື້ອຍເປື່ອຍແບບເປົ່າຫວ່າງ ແລະ ຟັງຄືສູງສົ່ງ, ແລ້ວແບບແຜນຂອງພວກເຈົ້າ ແລະ ຄວາມປາດຖະໜາຂອງພວກເຈົ້າກໍຈະເປັນໜ້າເຈ້ຍທີ່ວ່າງເປົ່າຕະຫຼອດການ. ເຮົາຈະບໍ່ມີຄວາມຮູ້ສຶກສົງສານຜູ້ຄົນເຫຼົ່ານັ້ນໃນບັນດາພວກເຈົ້າທີ່ທົນທຸກທໍລະມານເປັນເວລາຫຼາຍປີ ແລະ ເຮັດວຽກຢ່າງໜັກແຕ່ບໍ່ມີຫຍັງສະແດງໃຫ້ເຫັນເປັນຮູບປະທໍາ. ໃນທາງກົງກັນຂ້າມ, ເຮົາຈະປະຕິບັດຕໍ່ຄົນທີ່ບໍ່ໄດ້ເຮັດຕາມຄວາມຮຽກຮ້ອງຂອງເຮົາໂດຍການລົງໂທດ, ບໍ່ແມ່ນໂດຍການໃຫ້ລາງວັນ, ແຮງໄກທີ່ຈະເປັນຄວາມເຫັນອົກເຫັນໃຈ. ພວກເຈົ້າອາດຈິນຕະນາການວ່າ ໃນການເປັນຜູ້ຕິດຕາມເປັນເວລາຫຼາຍປີ ພວກເຈົ້າແມ່ນໄດ້ເຮັດວຽກຢ່າງໜັກບໍ່ວ່າໃນກໍລະນີໃດກໍຕາມ ແລະ ພວກເຈົ້າຄວນໄດ້ຮັບຖ້ວຍເຂົ້າໃນເຮືອນຂອງພຣະເຈົ້າ ພຽງແຕ່ຍ້ອນການເປັນຜູ້ບໍລິການ. ເຮົາຈະເວົ້າວ່າ ພວກເຈົ້າສ່ວນໃຫຍ່ຄິດແບບນີ້ ຍ້ອນພວກເຈົ້າໄດ້ສະແຫວງຫາຫຼັກການກ່ຽວກັບວິທີການເອົາປຽບສິ່ງຕ່າງໆ ແລະ ບໍ່ຖືກເອົາປຽບຢູ່ສະເໝີ. ດ້ວຍເຫດນັ້ນ ເຮົາຈິ່ງກໍາລັງບອກພວກເຈົ້າຕອນນີ້ດ້ວຍຄວາມຈິງຈັງແທ້ໆວ່າ: ເຮົາບໍ່ສົນວ່າ ວຽກໜັກຂອງເຈົ້າແມ່ນຄວນໄດ້ຮັບການສັນລະເສີນສໍ່າໃດ, ຄຸນວຸດທິຂອງເຈົ້າແມ່ນເປັນສິ່ງທີ່ໜ້າປະທັບໃຈພຽງໃດ, ເຈົ້າໄດ້ຕິດຕາມເຮົາຢ່າງໃກ້ຊິດສໍ່າໃດ, ເຈົ້າມີຊື່ສຽງສໍ່າໃດ ຫຼື ເຈົ້າໄດ້ປັບປຸງທັດສະນະຄະຕິຂອງເຈົ້າຫຼາຍສໍ່າໃດ; ຕາບໃດທີ່ເຈົ້າບໍ່ໄດ້ເຮັດຕາມທີ່ເຮົາຮຽກຮ້ອງ, ເຈົ້າກໍຈະບໍ່ສາມາດໄດ້ຮັບການຍ້ອງຍໍຈາກເຮົາ. ໃຫ້ຂີດຂ້າຄວາມຄິດ ແລະ ການຄໍານວນເຫຼົ່ານັ້ນຂອງພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ເລີ່ມປະຕິບັດກັບຄວາມຮຽກຮ້ອງຂອງເຮົາດ້ວຍຄວາມຈິງຈັງ; ບໍ່ສະນັ້ນ, ເຮົາຈະຫັນປ່ຽນທຸກໆຄົນໃຫ້ເປັນຂີ້ເຖົ່າເພື່ອສິ້ນສຸດພາລະກິດຂອງເຮົາ ແລະ ຫຼາຍສຸດກໍປ່ຽນພາລະກິດ ແລະ ການທົນທຸກເປັນເວລາຫຼາຍປີຂອງເຮົາໃຫ້ກາຍເປັນສິ່ງທີ່ໄຮ້ຄວາມໝາຍ ຍ້ອນເຮົາບໍ່ສາມາດນໍາສັດຕູ ແລະ ຜູ້ຄົນທີ່ມີການປາກົດຕົວຂອງຊາຕານເຂົ້າມາໃນອານາຈັກຂອງເຮົາ ຫຼື ພາພວກເຂົາໄປສູ່ຍຸກຕໍ່ໄປ.

ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆອີກ. ຄວາມຫວັງທັງໝົດນີ້ແມ່ນເກີດຈາກຄວາມຂາດເຂີນ ແລະ ຄວາມເສື່ອມຊາມຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງ. ຖ້າບໍ່ມີການສົນທະນາໃດທີ່ເຮົາມີກັບພວກເຈົ້າທີ່ຫພຽງພໍທີ່ຈະດຶງດູດຄວາມສົນໃຈຂອງພວກເຈົ້າ, ແລ້ວມັນກໍ່ມີແນວໂນ້ມວ່າສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄືບໍ່ເວົ້າຫຍັງອີກ. ຢ່າງໃດກໍຕາມ, ພວກເຈົ້າແມ່ນເຂົ້າໃຈຜົນຮັບຂອງສິ່ງນັ້ນ. ເຮົາບໍ່ຄ່ອຍພັກຜ່ອນຫຼາຍ, ສະນັ້ນ ຖ້າເຮົາບໍ່ເວົ້າ ເຮົາກໍຈະເຮັດບາງສິ່ງເພື່ອໃຫ້ຜູ້ຄົນເບິ່ງ. ເຮົາສາມາດເຮັດໃຫ້ລິ້ນຂອງຄົນເນົ່າເປື່ອຍ ຫຼື ເຮັດໃຫ້ບາງຄົນຕາຍແບບຖືກຕັດອອກເປັນສິ້ນສ່ວນ ຫຼື ເຮັດໃຫ້ເສັ້ນປະສາດຂອງຄົນຜິດປົກກະຕິ ແລະ ເຮັດໃຫ້ພວກເຂົາເບິ່ງໜ້າລັງກຽດໃນຫຼາຍວິທີທາງ. ແລ້ວອີກຄັ້ງ ເຮົາສາມາດເຮັດໃຫ້ຄົນທົນທຸກກັບຄວາມເຈັບປວດທີ່ເຮົາໄດ້ຕົ້ມໄວ້ໂດຍສະເພາະພວກເຂົາ. ດ້ວຍວິທີນີ້ ເຮົາຈະຮູ້ສຶກຍິນດີ, ມີຄວາມສຸກຫຼາຍ ແລະ ພໍໃຈເປັນຢ່າງຍິ່ງ. ມັນຖືກເວົ້າຢູ່ສະເໝີວ່າ “ຄວາມດີແມ່ນຖືກຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ”, ແລ້ວເປັນຫຍັງໃນຕອນນີ້ຈຶ່ງບໍ່ເປັນແບບນັ້ນ? ຖ້າເຈົ້າຕ້ອງການຕໍ່ຕ້ານເຮົາ ແລະ ຕັດສິນບາງຢ່າງກ່ຽວກັບເຮົາ, ແລ້ວເຮົາກໍຈະເຮັດໃຫ້ປາກຂອງເຈົ້າເນົ່າເປື່ອຍ ແລະ ນັ້ນກໍຈະເຮັດໃຫ້ເຮົາດີໃຈຈົນບໍ່ມີສິ້ນສຸດ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ສິ່ງທີ່ເຈົ້າໄດ້ເຮັດບໍ່ແມ່ນຄວາມຈິງ, ແຮງໄກທີ່ມັນກ່ຽວຂ້ອງກັບຊີວິດ, ໃນຂະນະທີ່ທຸກສິ່ງທີ່ເຮົາກະທໍາແມ່ນຄວາມຈິງ; ທຸກການກະທໍາຂອງເຮົາແມ່ນກ່ຽວຂ້ອງກັບຫຼັກການຂອງພາລະກິດຂອງເຮົາ ແລະ ພຣະດໍາລັດປົກຄອງທີ່ເຮົາໄດ້ວາງອອກ. ດັ່ງນັ້ນ, ເຮົາຂໍຊຸກຍູ້ໃຫ້ພວກເຈົ້າແຕ່ລະຄົນຈົ່ງສະສົມຄຸນງາມຄວາມດີ, ຢຸດເຮັດຄວາມຊົ່ວຕ່າງໆ ແລະ ເອົາໃຈໃສ່ກັບການຮຽກຮ້ອງຂອງເຮົາໃນເວລາວ່າງຂອງເຈົ້າ. ເມື່ອນັ້ນເຮົາກໍຈະຮູ້ສຶກປິຕິຍິນດີ. ຖ້າພວກເຈົ້າຕ້ອງປະກອບສ່ວນ (ຫຼື ບໍລິຈາກ) ເຂົ້າໃນຄວາມຈິງແມ່ນແຕ່ໜຶ່ງສ່ວນພັນຂອງຄວາມພະຍາຍາມທີ່ພວກເຈົ້າເຮັດໃຫ້ກັບເນື້ອໜັງ, ເຮົາກໍຂໍເວົ້າວ່າ ເຈົ້າຈະບໍ່ເຮັດຜິດຢູ່ເລື້ອຍໆ ແລະ ບໍ່ມີປາກທີ່ເນົ່າເປື່ອຍ. ສິ່ງນີ້ບໍ່ຊັດເຈນບໍ?

ຍິ່ງການເຮັດຜິດຂອງເຈົ້າຫຼາຍສໍ່າໃດ, ໂອກາດຂອງເຈົ້າໃນການໄດ້ຮັບຈຸດໝາຍປາຍທາງທີ່ດີກໍຍິ່ງໜ້ອຍລົງ. ກົງກັນຂ້າມ, ຍິ່ງການເຮັດຜິດຂອງເຈົ້າໜ້ອຍສໍ່າໃດ, ໂອກາດຂອງເຈົ້າໃນການຖືກພຣະເຈົ້າຍ້ອງຍໍກໍຍິ່ງຫຼາຍຂຶ້ນ. ຖ້າການເຮັດຜິດຂອງເຈົ້າເພີ່ມຂຶ້ນຮອດຈຸດທີ່ວ່າ ມັນເປັນໄປບໍ່ໄດ້ທີ່ເຮົາຈະຍົກໂທດໃຫ້ເຈົ້າ, ແລ້ວເຈົ້າກໍຈະສິ້ນເປືອງໂອກາດໃນການຖືກຍົກໂທດທັງໝົດ. ໃນກໍລະນີນັ້ນ ຈຸດໝາຍປາຍທາງຂອງເຈົ້າຈະບໍ່ຢູ່ເທິງ ແຕ່ຈະຢູ່ລຸ່ມ. ຖ້າເຈົ້າບໍ່ເຊື່ອເຮົາ ແລ້ວກໍຈົ່ງມີຄວາມກ້າຫານ ແລະ ເຮັດໃນສິ່ງທີ່ຜິດ ແລະ ຫຼັງຈາກນັ້ນ ກໍໃຫ້ເບິ່ງວ່າ ມັນຈະນໍາຫຍັງມາໃຫ້ເຈົ້າ. ຖ້າເຈົ້າເປັນຄົນທີ່ຈິງໃຈແທ້ກັບການປະຕິບັດຄວາມຈິງ ແລ້ວເຈົ້າກໍຈະມີໂອກາດທີ່ຄວາມຜິດຂອງເຈົ້າຈະໄດ້ຮັບການຍົກໂທດຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງໜ້ອຍລົງເລື້ອຍໆ. ຖ້າເຈົ້າເປັນຄົນທີ່ບໍ່ເຕັມໃຈປະຕິບັດຄວາມຈິງ, ແລ້ວການເຮັດຜິດຂອງເຈົ້າຕໍ່ໜ້າພຣະເຈົ້າກໍຈະເພີ່ມທະວີຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງຫຼາຍຂຶ້ນຫເລື້ອຍໆ, ຈົນວ່າເຈົ້າເຖິງຂີດຈໍາກັດ ເຊິ່ງຈະເປັນເວລາທີ່ເຈົ້າຖືກທໍາລາຍຢ່າງສິ້ນເຊີງ. ນີ້ຈະເປັນເວລາທີ່ຄວາມຝັນອັນສວຍງາມກ່ຽວກັບການຮັບພອນຂອງເຈົ້າຈະຖືກທໍາລາຍ. ຈົ່ງຢ່າຖືວ່າ ການເຮັດຜິດຂອງເຈົ້າແມ່ນເປັນຄວາມຜິດຂອງຄົນທີ່ຍັງບໍ່ບັນລຸນິຕິພາວະ ຫຼື ຄົນໂງ່; ຢ່າໃຊ້ຂໍ້ອ້າງວ່າ ເຈົ້າບໍ່ໄດ້ປະຕິບັດຄວາມຈິງ ເພາະຄວາມສາມາດຂອງເຈົ້າທີ່ມີໜ້ອຍໄດ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະປະຕິບັດແບບນັ້ນ. ຍິ່ງໄປກວ່ານັ້ນ ຢ່າພຽງແຕ່ຖືວ່າ ການເຮັດຜິດທີ່ເຈົ້າໄດ້ເຮັດນັ້ນແມ່ນເປັນການກະທໍາຂອງບາງຄົນທີ່ບໍ່ຮູ້ດີໄປກວ່ານີ້. ຖ້າເຈົ້າເກັ່ງໃນການຍົກໂທດໃຫ້ຕົວເອງ ແລະ ເກັ່ງໃນການປະຕິບັດກັບຕົວເອງດ້ວຍໃຈກວ້າງຂວາງ, ແລ້ວເຮົາກໍຂໍເວົ້າວ່າ ເຈົ້າແມ່ນຄົນຂີ້ຢ້ານຜູ້ທີ່ຈະບໍ່ມີວັນໄດ້ຮັບຄວາມຈິງ ຫຼື ການເຮັດຜິດຂອງເຈົ້າກໍຈະບໍ່ຢຸດຫຼອກຫຼອນເຈົ້າ; ພວກມັນຈະຫ້າມບໍ່ໃຫ້ເຈົ້າເຮັດຕາມຄວາມຮຽກຮ້ອງຂອງຄວາມຈິງ ແລະ ເຮັດໃຫ້ເຈົ້າເປັນໝູ່ຮ່ວມເດີນທາງທີ່ຈົງຮັກພັກດີຂອງຊາຕານຕະຫຼອດໄປ. ຄໍາແນະນໍາຂອງເຮົາໃຫ້ກັບເຈົ້າກໍຍັງຄືເກົ່າ: ຢ່າພຽງແຕ່ສົນໃຈກັບປາຍທາງຂອງເຈົ້າ ໃນຂະນະທີ່ເບິ່ງຂ້າມການເຮັດຜິດຂອງເຈົ້າທີ່ເຊື່ອງຊ້ອນຢູ່; ຈົ່ງຖືການເຮັດຜິດຂອງເຈົ້າຢ່າງຈິງຈັງ ແລະ ຢ່າເບິ່ງຂ້າມການເຮັດຜິດທັງໝົດຂອງເຈົ້າຍ້ອນເປັນຫ່ວງຕໍ່ຈຸດໝາຍປາຍທາງຂອງເຈົ້າ.

ກ່ອນນີ້: ພຣະໂອວາດສາມຂໍ້

ຕໍ່ໄປ: ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້