ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ພຣະເຈົ້າກ່າວພຣະທໍາຂອງພຣະອົງ ແລະ ເຮັດພາລະກິດຂອງພຣະອົງຕາມຍຸກທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ, ພຣະອົງກ່າວພຣະທໍາທີ່ແຕກຕ່າງກັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ຫຼື ເຮັດຊໍ້າພາລະກິດເດີມ ຫຼື ຮູ້ສຶກອຸກອັ່ງກັບສິ່ງຕ່າງໆໃນອະດີດ; ພຣະອົງແມ່ນພຣະເຈົ້າຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງກ່າວພຣະທໍາໃໝ່ທຸກມື້. ເຈົ້າຄວນປະຕິບັດຕາມສິ່ງທີ່ຄວນປະຕິບັດໃນມື້ນີ້; ນີ້ແມ່ນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງມະນຸດ. ມັນສຳຄັນຢູ່ທີ່ການປະຕິບັດຕ້ອງເນັ້ນໃສ່ແສງສະຫວ່າງ ແລະ ພຣະທໍາຂອງພຣະເຈົ້າໃນຍຸກປັດຈຸບັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນ ແລະ ສາມາດກ່າວໄດ້ຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ສະຕິປັນຍາ ແລະ ອຳນາດອັນໄພສານຂອງພຣະອົງນັ້ນຊັດເຈນ. ມັນບໍ່ສຳຄັນວ່າພຣະອົງຈະກ່າວຈາກມຸມມອງຂອງພຣະວິນຍານ ຫຼື ຂອງມະນຸດ ຫຼື ຂອງບຸກຄົນທີສາມ ພຣະເຈົ້າກໍ່ຍັງເປັນພຣະເຈົ້າຢູ່ສະເໝີ ແລະ ເຈົ້າບໍ່ສາມາດເວົ້າໄດ້ວ່າພຣະອົງບໍ່ແມ່ນພຣະເຈົ້າ ຍ້ອນມຸມມອງຂອງມະນຸດທີ່ພຣະອົງກ່າວ. ໃນທ່າມກາງບາງຄົນ ມັນມີແນວຄິດທີ່ປາກົດຂຶ້ນໂດຍເປັນຜົນມາຈາກມຸມມອງແຕກຕ່າງກັນທີ່ພຣະເຈົ້າກ່າວ. ຄົນແບບນັ້ນບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ. ຖ້າພຣະເຈົ້າໄດ້ກ່າວຈາກມຸມມອງດຽວຢູ່ສະເໝີ, ມະນຸດຈະບໍ່ກຳນົດກົດເກນຕ່າງໆກ່ຽວກັບພຣະເຈົ້າບໍ? ພຣະເຈົ້າຈະປ່ອຍໃຫ້ມະນຸດເຮັດແບບນັ້ນໄດ້ບໍ? ບໍ່ວ່າພຣະເຈົ້າຈະກ່າວຈາກມຸມມອງໃດກໍ່ຕາມ, ພຣະອົງກໍ່ມີຈຸດປະສົງທີ່ເຮັດແບບນັ້ນ. ຖ້າພຣະເຈົ້າກ່າວຈາກມຸມມອງຂອງພຣະວິນຍານຢູ່ສະເໝີ, ເຈົ້າຈະສາມາດພົວພັນກັບພຣະອົງບໍ? ດັ່ງນັ້ນ, ບາງຄັ້ງ ພຣະອົງກ່າວໃນບຸກຄົນທີສາມເພື່ອໃຫ້ພຣະທໍາຂອງພຣະອົງແກ່ເຈົ້າ ແລະ ນຳພາເຈົ້າເຂົ້າສູ່ຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າເຮັດກໍ່ແມ່ນເໝາະສົມແລ້ວ. ສະຫຼຸບກໍ່ຄື ພຣະເຈົ້າເຮັດທຸກສິ່ງ ແລະ ເຈົ້າບໍ່ຄວນສົງໄສກ່ຽວກັບສິ່ງນີ້. ພຣະອົງເປັນພຣະເຈົ້າ ແລະ ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍ່ຕາມ, ພຣະອົງກໍ່ຍັງຄົງເປັນພຣະເຈົ້າຢູ່ສະເໝີ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ບໍ່ວ່າພຣະອົງຈະປະຕິບັດພາລະກິດແນວໃດກໍ່ຕາມ, ພຣະອົງກໍ່ຍັງເປັນພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງຈະບໍ່ປ່ຽນແປງເລີຍ! ເປໂຕຮັກພຣະເຈົ້າຫຼາຍ ແລະ ເປັນມະນຸດເຊິ່ງເປັນທີ່ພໍໃຈຂອງພຣະເຈົ້າ, ແຕ່ພຣະເຈົ້າບໍ່ໄດ້ເຫັນວ່າເຂົາເປັນພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ, ຍ້ອນແກ່ນແທ້ຂອງສິ່ງທີ່ມີຊີວິດກໍ່ຄືສິ່ງທີ່ມັນເປັນ ແລະ ມັນບໍ່ສາມາດປ່ຽນແປງໄດ້. ໃນພາລະກິດຂອງພຣະອົງ ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ແຕ່ພຣະອົງໃຊ້ວິທີການທີ່ແຕກຕ່າງກັນເພື່ອເຮັດໃຫ້ພາລະກິດຂອງພຣະອົງນັ້ນມີປະສິດທິພາບ ແລະ ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງເລິກເຊິ່ງຍິ່ງຂຶ້ນ. ວິທີການປະຕິບັດພາລະກິດຂອງພຣະອົງທຸກຢ່າງຊ່ວຍໃຫ້ມະນຸດຮູ້ຈັກພຣະອົງ ແລະ ເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະໃຊ້ວິທີການປະຕິບັດພາລະກິດໃດກໍ່ຕາມ, ແຕ່ລະວິທີການແມ່ນເພື່ອສ້າງມະນຸດ ແລະ ເຮັດໃຫ້ມະນຸດສົມບູນແບບ. ເຖິງແມ່ນວ່າໜຶ່ງໃນວິທີການປະຕິບັດພາລະກິດຂອງພຣະອົງອາດໃຊ້ເວລາດົນຫຼາຍ, ນີ້ກໍ່ເພື່ອເຮັດໃຫ້ຄວາມເຊື່ອຂອງມະນຸດໃນພຣະອົງເຂັ້ມແຂງຂຶ້ນ. ດັ່ງນັ້ນ, ມັນບໍ່ຄວນມີຂໍ້ສົງໄສໃນຫົວໃຈຂອງເຈົ້າອີກຕໍ່ໄປ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບາດກ້າວໃນພາລະກິດພຣະເຈົ້າ ແລະ ພວກເຈົ້າຕ້ອງເຊື່ອຟັງ.

ສິ່ງທີ່ໄດ້ກ່າວເຖິງໃນມື້ນີ້ຄືເສັ້ນທາງເຂົ້າສູ່ຄວາມຈິງ, ບໍ່ແມ່ນການຂຶ້ນສະຫວັນ ຫຼື ການປົກຄອງດັ່ງກະສັດ; ທຸກສິ່ງທີ່ໄດ້ກ່າວເຖິງຄືການສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງ. ບໍ່ມີການສະແຫວງຫາທີ່ເປັນຈິງໄປຫຼາຍກວ່ານີ້ ແລະ ການເວົ້າເຖິງການປົກຄອງດັ່ງກະສັດກໍ່ບໍ່ເປັນຈິງ. ມະນຸດມີຄວາມຢາກຮູ້ຢາເຫັນຫຼາຍ ແລະ ເຂົາຍັງວັດແທກພາລະກິດຂອງພຣະເຈົ້າໃນມື້ນີ້ດ້ວຍແນວຄວາມຄິດທາງສາສະໜາຂອງເຂົາ. ຫຼັງຈາກທີ່ມີປະສົບການຫຼາຍຢ່າງກ່ຽວກັບວິທີການປະຕິບັດພາລະກິດຂອງພຣະເຈົ້າ, ມະນຸດກໍ່ຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ, ຍັງສະແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ຍັງຊອກເບິ່ງວ່າພຣະທໍາຂອງພຣະເຈົ້າຖືກບັນລຸຜົນແລ້ວ ຫຼື ບໍ່. ນີ້ບໍ່ແມ່ນຄວາມໂງ່ຈ້າທີ່ຮ້າຍແຮງບໍ? ຖ້າປາສະຈາກການບັນລຸຜົນໃນພຣະທໍາຂອງພຣະເຈົ້າ, ເຈົ້າຍັງຈະເຊື່ອວ່າພຣະອົງເປັນພຣະເຈົ້າບໍ? ມື້ນີ້, ຫຼາຍຄົນທີ່ເປັນແບບນັ້ນໃນຄຣິສຕະຈັກກຳລັງລໍຖ້າເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນຕ່າງໆ. ພວກເຂົາເວົ້າວ່າ ຖ້າພຣະທໍາຂອງພຣະເຈົ້າໄດ້ຖືກບັນລຸ, ແລ້ວພຣະອົງກໍ່ເປັນພຣະເຈົ້າ; ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ຖືກບັນລຸຜົນ, ແລ້ວພຣະອົງກໍ່ບໍ່ແມ່ນພຣະເຈົ້າ. ແລ້ວເຈົ້າເຊື່ອໃນພຣະເຈົ້າຍ້ອນການບັນລຸຜົນໃນພຣະທໍາຂອງພຣະອົງ ຫຼື ຍ້ອນວ່າພຣະອົງເປັນພຣະເຈົ້າເອງ? ມຸມມອງຂອງມະນຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າຕ້ອງເຮັດໃຫ້ຖືກຕ້ອງ! ເມື່ອເຈົ້າເຫັນວ່າພຣະທໍາຂອງພຣະເຈົ້າບໍ່ໄດ້ຖືກບັນລຸ, ເຈົ້າກໍ່ແລ່ນໜີ ແລ້ວນີ້ແມ່ນຄວາມເຊື່ອໃນພຣະເຈົ້າບໍ? ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງປ່ອຍວາງທຸກສິ່ງໄວ້ກັບຄວາມເມດຕາຂອງພຣະເຈົ້າ ແລະ ເຊື່ອຟັງພາລະກິດທັງໝົດຂອງພຣະເຈົ້າ. ພຣະເຈົ້າໄດ້ກ່າວພຣະທໍາຢ່າງຫຼວງຫຼາຍໃນພັນທະສັນຍາເດີມ, ມີພຣະທຳຂໍ້ໃດທີ່ເຈົ້າເຫັນວ່າຖືກບັນລຸຜົນດ້ວຍຕາຂອງເຈົ້າເອງ? ເຈົ້າສາມາດເວົ້າໄດ້ບໍວ່າພຣະເຢໂຮວາບໍ່ແມ່ນພຣະເຈົ້າທີ່ແທ້ຈິງ ເພາະເຈົ້າບໍ່ໄດ້ເຫັນສິ່ງນັ້ນ? ເຖິງແມ່ນວ່າພຣະທໍາຫຼາຍຂໍ້ໄດ້ບັນລຸຜົນແລ້ວ, ມະນຸດກໍ່ບໍ່ສາມາດແນມເຫັນສິ່ງນັ້ນໄດ້ຢ່າງແຈ່ມແຈ້ງ ເພາະມະນຸດບໍ່ມີຄວາມຈິງ ແລະ ບໍ່ເຂົ້າໃຈຫຍັງເລີຍ. ບາງຄົນຢາກແລ່ນໜີ ເມື່ອພວກເຂົາຮູ້ສຶກວ່າພຣະທໍາຂອງພຣະເຈົ້າບໍ່ໄດ້ຖືກບັນລຸຜົນ. ລອງເຮັດເບິ່ງ. ເບິ່ງວ່າເຈົ້າສາມາດແລ່ນໜີ ຫຼື ບໍ່. ເຖິງວ່າຈະໄດ້ແລ່ນໜີ, ເຈົ້າກໍ່ຍັງຈະກັບຄືນມາ. ພຣະເຈົ້າຄວບຄຸມເຈົ້າດ້ວຍພຣະທໍາຂອງພຣະອົງ ແລະ ຖ້າເຈົ້າອອກຈາກຄຣິສຕະຈັກ ແລະ ພຣະທໍາຂອງພຣະເຈົ້າ, ເຈົ້າກໍ່ຈະບໍ່ມີທາງມີຊີວິດຢູ່ໄດ້. ຖ້າເຈົ້າບໍ່ເຊື່ອໃນສິ່ງນີ້, ໃຫ້ເຈົ້າລອງເຮັດດ້ວຍຕົນເອງ, ເຈົ້າຄິດວ່າເຈົ້າສາມາດຈາກໄປແທ້ໆບໍ? ພຣະວິນຍານຂອງພຣະເຈົ້າຄວບຄຸມເຈົ້າ. ເຈົ້າບໍ່ສາມາດຈາກໄປໄດ້. ນີ້ແມ່ນບົດບັນຍັດປົກຄອງຂອງພຣະເຈົ້າ! ຖ້າບາງຄົນຢາກລອງ, ພວກເຂົາກໍ່ສາມາດເຮັດໄດ້! ເຈົ້າເວົ້າວ່າບຸກຄົນນີ້ບໍ່ແມ່ນພຣະເຈົ້າ, ສະນັ້ນ ລອງເຮັດບາບຕໍ່ພຣະອົງ ແລະ ເບິ່ງວ່າພຣະອົງຈະເຮັດແນວໃດ. ມັນເປັນໄປໄດ້ທີ່ເນື້ອໜັງຂອງເຈົ້າຍັງບໍ່ຕາຍ ແລະ ເຈົ້າຈະຍັງສາມາດລ້ຽງຕົນເອງ ແລະ ນຸ່ງຫົ່ມໃຫ້ຕົນເອງ, ແຕ່ໃນຈິດໃຈກໍ່ບໍ່ສາມາດທົນໄດ້; ເຈົ້າຈະຮູ້ສຶກກົດດັນ ແລະ ທໍລະມານ; ບໍ່ມີຫຍັງຈະເຈັບປວດໄປກວ່ານີ້ອີກແລ້ວ. ມະນຸດບໍ່ສາມາດທົນຢູ່ກັບຄວາມທໍລະມານ ແລະ ການທຳລາຍລ້າງທາງຈິດໃຈໄດ້, ບາງທີ ເຈົ້າສາມາດອົດກັ້ນກັບຄວາມທົນທຸກຂອງເນື້ອໜັງໄດ້, ແຕ່ເຈົ້າບໍ່ສາມາດອົດກັ້ນກັບຄວາມກົດດັນທາງຈິດໃຈ ແລະ ຄວາມທໍລະມານທີ່ຍາວນານນັ້ນໄດ້ແທ້ໆ. ມື້ນີ້ ບາງຄົນເລີ່ມຄິດລົບ ເພາະພວກເຂົາບໍ່ສາມາດເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນໃດໆ, ແຕ່ບໍ່ມີໃຜກ້າແລ່ນໜີ ບໍ່ວ່າພວກເຂົາຈະຄິດລົບຫຼາຍພຽງໃດກໍ່ຕາມ ຍ້ອນພຣະເຈົ້າຄວບຄຸມມະນຸດດ້ວຍພຣະທໍາຂອງພຣະອົງ. ເຖິງແມ່ນວ່າຈະບໍ່ມີການກໍາເນີດຂອງຄວາມຈິງ ແຕ່ກໍ່ຍັງບໍ່ມີໃຜສາມາດໜີພົ້ນໄດ້. ສິ່ງເຫຼົ່ານີ້ບໍ່ແມ່ນການກະທໍາຂອງພຣະເຈົ້າບໍ? ມື້ນີ້, ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອສະໜອງຊີວິດໃຫ້ແກ່ມະນຸດ. ພຣະອົງບໍ່ໄດ້ຕົວະຍົວະເຈົ້າໂດຍສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອຮັບປະກັນຄວາມສຳພັນທີ່ສະງົບສຸກລະຫວ່າງພຣະເຈົ້າ ແລະ ມະນຸດຕາມທີ່ຜູ້ຄົນຈິນຕະນາການ. ທຸກຄົນທີ່ບໍ່ໄດ້ມີຄວາມສົນໃຈກ່ຽວກັບຊີວິດ ແລະ ໃສ່ໃຈໃນການເຮັດໃຫ້ພຣະເຈົ້າສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນແທນກໍ່ແມ່ນພວກຟາຣີຊາຍ! ແລ້ວມັນກໍ່ແມ່ນພວກຟາຣີຊາຍທີ່ໄດ້ຕອກຕະປູຄຶງພຣະເຢຊູໃສ່ໄມ້ກາງແຂນ. ຖ້າເຈົ້າວັດແທກພຣະເຈົ້າຕາມມຸມມອງຄວາມເຊື່ອໃນພຣະເຈົ້າຂອງເຈົ້າເອງ, ໂດຍເຊື່ອໃນພຣະເຈົ້າ ຖ້າພຣະທໍາຂອງພຣະອົງບັນລຸຜົນ ແລະ ສົງໄສ ແລະ ເຖິງກັບໝິ່ນປະໝາດພຣະເຈົ້າຖ້າພຣະທຳເຫຼົ່ານັ້ນບໍ່ບັນລຸຜົນ, ແລ້ວເຈົ້າບໍ່ໄດ້ຕອກຕະປູຄຶງພຣະອົງໃສ່ໄມ້ກາງແຂນບໍ? ຄົນເຫຼົ່ານີ້ລະເລີຍຕໍ່ໜ້າທີ່ຂອງພວກເຂົາ ແລະ ມ່ວນຊື່ນກັບຄວາມສຸກສະບາຍຢ່າງໂລບມາກ!

ໃນອີກດ້ານໜຶ່ງ, ບັນຫາທີ່ໃຫຍ່ທີ່ສຸດກ່ຽວກັບມະນຸດກໍ່ຄືເຂົາບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ເຖິງແມ່ນວ່າທ່າທີ່ຂອງມະນຸດບໍ່ແມ່ນທ່າທີ່ຂອງການປະຕິເສດ, ມັນເປັນທ່າທີ່ຂອງການສົງໄສ. ມະນຸດບໍ່ປະຕິເສດ, ແຕ່ເຂົາຍັງບໍ່ຍອມຮັບຮູ້ຢ່າງສົມບູນ. ຖ້າຄົນມີຄວາມຮູ້ຢ່າງລະອຽດກ່ຽວກັບພາລະກິດຂອງພຣະເຈົ້າ, ພວກເຂົາກໍ່ຈະບໍ່ແລ່ນໜີ. ອີກບັນຫາໜຶ່ງກໍ່ຄືມະນຸດບໍ່ຮູ້ຈັກຄວາມເປັນຈິງ. ມື້ນີ້, ແຕ່ລະຄົນໄດ້ມີສ່ວນຮ່ວມຢູ່ກັບພຣະທໍາຂອງພຣະເຈົ້າ; ແນ່ນອນ, ໃນອະນາຄົດ ເຈົ້າບໍ່ຄວນຄິດທີ່ຈະຫຼຽວເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນ. ເຮົາຂໍເຈົ້າຢ່າງຊັດເຈນວ່າ: ໃນຂັ້ນຕອນປັດຈຸບັນ, ສິ່ງດຽວທີ່ເຈົ້າສາມາດເບິ່ງເຫັນຄືພຣະທໍາຂອງພຣະເຈົ້າ ແລະ ເຖິງແມ່ນວ່າບໍ່ມີຂໍ້ແທ້ຈິງໃດໆກໍ່ຕາມ, ຊີວິດຂອງພຣະເຈົ້າຍັງສາມາດເກີດຂຶ້ນໃນມະນຸດ. ມັນຄືພາລະກິດນີ້ທີ່ເປັນພາລະກິດຫຼັກໃນອານາຈັກພັນປີ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ພາລະກິດນີ້ໄດ້, ແລ້ວເຈົ້າກໍ່ຈະເລີ່ມອ່ອນແອ ແລະ ລົ້ມລົງ; ເຈົ້າຈະຕົກຢູ່ໃນທ່າມກາງການທົດລອງ ແລະ ສິ່ງທີ່ຮ້າຍແຮງໄປກວ່ານັ້ນກໍ່ຄື ເຈົ້າຈະຖືກຊາຕານຈັບເປັນຊະເລີຍ. ພຣະເຈົ້າໄດ້ມາໃນແຜ່ນດິນໂລກເພື່ອກ່າວພຣະທໍາຂອງພຣະອົງເປັນຫຼັກ; ສິ່ງທີ່ເຈົ້າພົວພັນນໍາແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າເຫັນແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າໄດ້ຍິນແມ່ນພຣະທຳຂອງພຣະເຈົ້າ, ສິ່ງທີ່ເຈົ້າປະຕິບັດຕາມແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າປະສົບແມ່ນພຣະທໍາຂອງພຣະເຈົ້າ ແລະ ການບັງເກີດເປັນມະນຸດໃນຄັ້ງນີ້ຂອງພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບເປັນຫຼັກ. ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ໂດຍພິເສດແລ້ວ ພຣະອົງບໍ່ໄດ້ເຮັດພາລະກິດທີ່ພຣະເຢຊູໄດ້ເຮັດໃນອະດີດ. ເຖິງແມ່ນວ່າພຣະອົງທັງສອງເປັນພຣະເຈົ້າ ແລະ ເປັນເນື້ອໜັງ, ພັນທະກິດຂອງພຣະອົງທັງສອງນັ້ນບໍ່ຄືກັນ. ເມື່ອພຣະເຢຊູມາ, ພຣະອົງຍັງໄດ້ເຮັດສ່ວນໜຶ່ງໃນພາລະກິດພຣະເຈົ້າ ແລະ ກ່າວພຣະທໍາບາງຂໍ້, ແຕ່ແມ່ນຫຍັງຄືພາລະກິດຫຼັກທີ່ພຣະອົງໄດ້ເຮັດສຳເລັດ? ສິ່ງທີ່ພຣະອົງໄດ້ເຮັດສຳເລັດຫຼັກໆຄືພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ. ພຣະອົງໄດ້ກາຍເປັນລັກສະນະຂອງເນື້ອໜັງທີ່ຜິດບາບເພື່ອສຳເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ ແລະ ໄຖ່ມະນຸດຊາດທັງປວງຈາກຄວາມຜິດບາບ ແລະ ເພື່ອເຫັນແກ່ຄວາມຜິດບາບຂອງມະນຸດຊາດທັງປວງ ພຣະອົງຈຶ່ງເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບ. ນີ້ແມ່ນພາລະກິດຫຼັກທີ່ພຣະອົງໄດ້ສຳເລັດ. ໃນທີ່ສຸດແລ້ວ ພຣະອົງໄດ້ຈັດຕຽມເສັ້ນທາງແຫ່ງໄມ້ກາງແຂນເພື່ອຊີ້ນຳຄົນທີ່ມາຕາມຫຼັງ. ເມື່ອພຣະເຢຊູມາ, ມັນແມ່ນເພື່ອສຳເລັດພາລະກິດແຫ່ງການໄຖ່ບາບເປັນຫຼັກ. ພຣະອົງໄດ້ໄຖ່ບາບມະນຸດຊາດທັງປວງ ແລະ ໄດ້ນຳເອົາຂ່າວປະເສີດແຫ່ງອານາຈັກສະຫວັນມາສູ່ມະນຸດ ແລະ ຍິ່ງໄປກວ່ານັ້ນ ພຣະອົງຍັງໄດ້ນຳເສັ້ນທາງໄປສູ່ອານາຈັກສະຫວັນອີກດ້ວຍ. ຜົນຕາມມາກໍ່ຄື ທຸກຄົນທີ່ມາຕາມຫຼັງພຣະອົງໄດ້ເວົ້າວ່າ “ພວກເຮົາຄວນຍ່າງຕາມເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສຍສະຫຼະຕົນເອງເພື່ອໄມ້ກາງແຂນ”. ແນ່ນອນ ໃນເບື້ອງຕົ້ນ ພຣະເຢຊູຍັງໄດ້ເຮັດພາລະກິດອີກບາງຢ່າງ ແລະ ກ່າວພຣະທໍາບາງຂໍ້ເພື່ອເຮັດໃຫ້ມະນຸດກັບໃຈ ແລະ ສາລະພາບຄວາມຜິດບາບຂອງເຂົາ. ແຕ່ພັນທະກິດຂອງພຣະອົງຍັງເປັນການຖືກຄຶງເທິງໄມ້ກາງແຂນ ແລະ ສາມປີເຄິ່ງທີ່ພຣະອົງໃຊ້ໃນການເທດສະໜາຄືການກະກຽມສຳລັບການຖືກຄຶງເທິງໄມ້ກາງແຂນທີ່ຕາມມາຫຼັງຈາກນັ້ນ. ຫຼາຍຄັ້ງທີ່ພຣະເຢຊູອະທິຖານແມ່ນເພື່ອເຫັນແກ່ການຖືກຄຶງເທິງໄມ້ກາງແຂນ. ຊີວິດຂອງມະນຸດທຳມະດາທີ່ພຣະອົງມີ ແລະ ເວລາສາມສິບສາມປີເຄິ່ງທີ່ພຣະອົງໄດ້ດຳລົງຊີວິດຢູ່ເທິງແຜນດິນໂລກແມ່ນເພື່ອເຫັນແກ່ການສຳເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ; ສິ່ງເຫຼົ່ານັ້ນແມ່ນເພື່ອເຮັດໃຫ້ພຣະອົງມີກຳລັງທີ່ຈະດຳເນີນພາລະກິດນີ້ ເຊິ່ງເປັນພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນທີ່ພຣະເຈົ້າໄດ້ຝາກຝັງໃຫ້ແກ່ພຣະອົງ. ມື້ນີ້ ແມ່ນຫຍັງຄືພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດຈະເຮັດໃຫ້ສຳເລັດ? ມື້ນີ້, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງເພື່ອສຳເລັດພາລະກິດຂອງ “ພຣະທໍາທີ່ປາກົດໃນເນື້ອໜັງ” ເປັນຫຼັກ, ນໍາໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ມະນຸດຍອມຮັບການຈັດການຈາກພຣະທຳ ແລະ ການຫຼໍ່ຫຼອມຈາກພຣະທໍາ. ໃນພຣະທໍາຂອງພຣະອົງ ພຣະອົງເຮັດໃຫ້ເຈົ້າໄດ້ຮັບການຈັດກຽມ ແລະ ຮັບເອົາຊີວິດ; ໃນພຣະທໍາຂອງພຣະອົງ, ເຈົ້າຈະເຫັນພາລະກິດ ແລະ ການກະທຳຂອງພຣະອົງ. ພຣະເຈົ້າໃຊ້ພຣະທໍາເພື່ອຕີສອນ ແລະ ຫຼໍ່ຫຼອມເຈົ້າ ແລະ ດ້ວຍເຫດນັ້ນ ຖ້າເຈົ້າທົນທຸກກັບຄວາມຍາກລຳບາກ ມັນຍັງເປັນຍ້ອນພຣະທໍາຂອງພຣະເຈົ້າ. ມື້ນີ້ ພຣະເຈົ້າບໍ່ໄດ້ເຮັດພາລະກິດດ້ວຍຂໍ້ແທ້ຈິງ, ແຕ່ໃຊ້ພຣະທໍາ. ພຽງແຕ່ຫຼັງຈາກທີ່ພຣະທໍາຂອງພຣະອົງໄດ້ມາເຖິງເຈົ້າ, ພຣະວິນຍານບໍລິສຸດຈິ່ງສາມາດປະຕິບັດພາລະກິດພາຍໃນຕົວເຈົ້າ ແລະ ເຮັດໃຫ້ເຈົ້າອົດທົນກັບຄວາມເຈັບປວດ ຫຼື ຮູ້ສຶກເຖິງຄວາມຫວານຊື່ນ. ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດພາເຈົ້າໄປສູ່ຄວາມເປັນຈິງໄດ້ ແລະ ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເຈົ້າສົມບູນແບບໄດ້. ແລ້ວດ້ວຍເຫດນັ້ນ ຢ່າງໜ້ອຍທີ່ສຸດ ເຈົ້າກໍ່ຕ້ອງເຂົ້າໃຈໃນສິ່ງນີ້: ພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກສຸດທ້າຍຄືການໃຊ້ພຣະທໍາຂອງພຣະອົງເພື່ອເຮັດໃຫ້ທຸກຄົນສົມບູນ ແລະ ເພື່ອນຳພາມະນຸດເປັນຫຼັກ. ພາລະກິດທັງໝົດທີ່ພຣະອົງກະທຳແມ່ນຜ່ານທາງພຣະທໍາ; ພຣະອົງບໍ່ໄດ້ໃຊ້ຂໍ້ແທ້ຈິງເພື່ອຕີສອນເຈົ້າ. ມີບາງເວລາທີ່ບາງຄົນຕໍ່ຕ້ານພຣະເຈົ້າ. ພຣະເຈົ້າບໍ່ເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈຫຼາຍ, ເນື້ອໜັງຂອງເຈົ້າບໍ່ໄດ້ຖືກຕີສອນ ຫຼື ເຈົ້າບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ແຕ່ທັນທີທີ່ພຣະທໍາຂອງພຣະເຈົ້າມາເຖິງເຈົ້າ ແລະ ຫຼໍ່ຫຼອມເຈົ້າ, ເຈົ້າກໍ່ບໍ່ສາມາດທົນມັນໄດ້. ມັນບໍ່ໄດ້ເປັນແບບນັ້ນບໍ? ໃນລະຫວ່າງເວລາຂອງຜູ້ໃຫ້ບໍລິການ, ພຣະເຈົ້າໄດ້ກ່າວເພື່ອໂຍນມະນຸດລົງສູ່ຂຸມເລິກ. ມະນຸດໄດ້ລົງໄປຮອດຂຸມເລິກແທ້ໆບໍ? ມີພຽງແຕ່ຜ່ານການໃຊ້ພຣະທໍາເພື່ອຫຼໍ່ຫຼອມມະນຸດເທົ່ານັ້ນ, ມະນຸດຈຶ່ງເຂົ້າສູ່ຂຸມເລິກ. ແລ້ວດ້ວຍເຫດນັ້ນ, ໃນລະຫວ່າງຍຸກສຸດທ້າຍ, ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ທຸກສິ່ງສຳເລັດ ແລະ ເຮັດໃຫ້ທຸກສິ່ງແຈ່ມແຈ້ງຂຶ້ນເປັນຫຼັກ. ມີພຽງແຕ່ໃນພຣະທໍາຂອງພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດເຫັນໄດ້ໃນສິ່ງທີ່ພຣະອົງເປັນ; ມີພຽງແຕ່ໃນພຣະທໍາຂອງພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດເຫັນໄດ້ວ່າພຣະອົງເອງເປັນພຣະເຈົ້າ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດລົງມາເທິງແຜ່ນດິນໂລກ, ພຣະອົງບໍ່ໄດ້ປະຕິບັດພາລະກິດອື່ນ ນອກຈາກກ່າວພຣະທໍາ, ດັ່ງນັ້ນ ບໍ່ຈຳເປັນຕ້ອງມີຂໍ້ແທ້ຈິງ; ພຣະທໍາເທົ່ານັ້ນກໍ່ພຽງພໍແລ້ວ. ນັ້ນກໍຍ້ອນວ່າ ພຣະອົງໄດ້ມາເພື່ອປະຕິບັດພາລະກິດນີ້ເປັນຫຼັກ, ເພື່ອເຮັດໃຫ້ມະນຸດເບິ່ງເຫັນລິດອຳນາດ ແລະ ອຳນາດສູງສຸດຂອງພຣະອົງໃນພຣະທຳຂອງພຣະອົງ, ເພື່ອເຮັດໃຫ້ມະນຸດເຫັນໃນພຣະທໍາຂອງພຣະອົງວ່າ ພຣະອົງປົກປິດຕົນເອງຢ່າງຖ່ອມຕົວແນວໃດ ແລະ ເພື່ອເຮັດໃຫ້ມະນຸດຮູ້ຈັກເຖິງຄວາມສົມບູນຂອງພຣະອົງໃນພຣະທຳຂອງພຣະອົງ. ທຸກສິ່ງທີ່ພຣະອົງມີ ແລະ ທຸກສິ່ງທີ່ພຣະອົງເປັນແມ່ນຢູ່ໃນພຣະທໍາຂອງພຣະອົງ. ສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງແມ່ນຢູ່ໃນພຣະທໍາຂອງພຣະອົງ. ສິ່ງນີ້ໄດ້ເຮັດໃຫ້ເຈົ້າເຫັນຫຼາຍວິທີການທີ່ພຣະເຈົ້າກ່າວພຣະທໍາຂອງພຣະອົງ. ພາລະກິດສ່ວນໃຫຍ່ຂອງພຣະເຈົ້າໃນລະຫວ່າງເວລານີ້ຄືການສະໜອງ, ການເປີດເຜີຍ ແລະ ການພົວພັນກັບມະນຸດ. ພຣະອົງບໍ່ໄດ້ສາບແຊ່ງຄົນແມ່ນແຕ່ໜ້ອຍດຽວ ແລະ ເຖິງແມ່ນວ່າພຣະອົງສາບແຊ່ງ, ພຣະອົງກໍ່ສາບແຊ່ງຜ່ານຜ່ານພຣະທໍາ. ແລ້ວດ້ວຍເຫດນັ້ນ, ໃນຍຸກນີ້ທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ຢ່າພະຍາຍາມເບິ່ງພຣະເຈົ້າຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍອີກ ແລະ ໃຫ້ເຊົາຊອກຫາໝາຍສໍາຄັນຢູ່ເລື້ອຍໆ. ບໍ່ມີປະໂຫຍດຫຍັງເລີຍ! ໝາຍສຳຄັນເຫຼົ່ານັ້ນບໍ່ສາມາດເຮັດໃຫ້ມະນຸດສົມບູບແບບໄດ້! ເວົ້າຢ່າງຈະແຈ້ງກໍ່ຄື: ມື້ນີ້, ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງບໍ່ໄດ້ເຮັດຫຍັງ; ພຣະອົງພຽງແຕ່ເວົ້າ. ນີ້ແມ່ນຄວາມຈິງ! ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ເຈົ້າສົມບູນແບບ ແລະ ໃຊ້ພຣະທໍາເພື່ອລ້ຽງດູ ແລະ ຫົດນ້ຳເຈົ້າ. ພຣະອົງຍັງໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ພຣະອົງໃຊ້ພຣະທຳແທນຂໍ້ແທ້ຈິງເພື່ອເຮັດໃຫ້ເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ. ຖ້າເຈົ້າສາມາດຮັບຮູ້ພາລະກິດລັກສະນະນີ້ຂອງພຣະເຈົ້າ, ແລ້ວມັນກໍ່ຍາກທີ່ຈະຄິດລົບ. ແທນທີ່ຈະສົນໃຈກັບສິ່ງທີ່ບໍ່ດີ, ເຈົ້າຄວນສົນໃຈກັບສິ່ງທີ່ດີ ເຊິ່ງໝາຍຄວາມວ່າ ບໍ່ວ່າພຣະທໍາຂອງພຣະເຈົ້າຈະບັນລຸຜົນ ຫຼື ບໍ່ກໍ່ຕາມ ຫຼື ບໍ່ວ່າຈະເກີດມີຂໍ້ແທ້ຈິງ ຫຼື ບໍ່ກໍ່ຕາມ, ພຣະເຈົ້າເຮັດໃຫ້ມະນຸດຮັບເອົາຊີວິດຈາກພຣະທໍາຂອງພຣະອົງ ແລະ ນີ້ຄືໝາຍສຳຄັນທີ່ຍິ່ງໃຫຍ່ທີ່ສຸດໃນບັນດາໝາຍສຳຄັນທັງປວງ ແລະ ຍິ່ງໄປກວ່ານັ້ນ ມັນຄືຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ນີ້ແມ່ນຫຼັກຖານທີ່ດີທີ່ສຸດທີ່ຈະຮູ້ຈັກພຣະເຈົ້າ ແລະ ມັນຍິ່ງເປັນໝາຍສໍາຄັນທີ່ຍິ່ງໃຫຍ່ກວ່າໝາຍສໍາຄັນໃດໆ. ມີພຽງແຕ່ພຣະທໍາເຫຼົ່ານີ້ເທົ່ານັ້ນທີ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້.

ທັນທີທີ່ຍຸກແຫ່ງລາຊະອານາຈັກໄດ້ເລີ່ມຕົ້ນຂຶ້ນ, ພຣະເຈົ້າກໍເລີ່ມເປີດເຜີຍພຣະທໍາຂອງພຣະອົງ. ໃນອະນາຄົດ, ພຣະທໍາເຫຼົ່ານີ້ຈະບັນລຸຜົນເທື່ອລະໜ້ອຍ ແລະ ໃນເວລານັ້ນ, ມະນຸດກໍ່ຈະເຕີບໂຕມີຊີວິດ. ການທີ່ພຣະເຈົ້າໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດກໍ່ເປັນຈິງຍິ່ງຂຶ້ນ ແລະ ຈຳເປັນຍິ່ງຂຶ້ນ ແລະ ພຣະອົງບໍ່ໄດ້ໃຊ້ຫຍັງນອກຈາກພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງເພື່ອເຮັດໃຫ້ຄວາມເຊື່ອຂອງມະນຸດສົມບູນແບບ, ຍ້ອນປັດຈຸບັນຄືຍຸກແຫ່ງພຣະທໍາ ແລະ ມັນຈຳເປັນຕ້ອງມີຄວາມເຊື່ອ, ຄວາມເດັດດ່ຽວ ແລະ ການຮ່ວມມືຂອງມະນຸດ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການໃຊ້ພຣະທໍາຂອງພຣະອົງເພື່ອຮັບໃຊ້ ແລະ ສະໜອງໃຫ້ແກ່ມະນຸດ. ພຽງແຕ່ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດການກ່າວພຣະທໍາຂອງພຣະອົງເທົ່ານັ້ນ ພຣະທໍາເຫຼົ່ານັ້ນຈິ່ງຈະບັນລຸຜົນ. ໃນລະຫວ່າງເວລາທີ່ພຣະອົງກ່າວ, ພຣະທໍາຂອງພຣະອົງຍັງບໍ່ທັນບັນລຸຜົນ, ເພາະເມື່ອພຣະອົງຢູ່ໃນຂັ້ນຕອນຂອງເນື້ອໜັງ, ພຣະທໍາຂອງພຣະອົງບໍ່ສາມາດບັນລຸຜົນ. ນີ້ກໍ່ເພື່ອໃຫ້ມະນຸດໄດ້ເຫັນວ່າພຣະເຈົ້າເປັນເນື້ອໜັງ ແລະ ບໍ່ແມ່ນພຣະວິນຍານ; ເພື່ອວ່າມະນຸດອາດໄດ້ເຫັນຄວາມເປັນຈິງຂອງພຣະເຈົ້າດ້ວຍຕາຂອງເຂົາເອງ. ໃນມື້ທີ່ພາລະກິດຂອງພຣະອົງສຳເລັດ, ເມື່ອພຣະທໍາທັງໝົດທີ່ພຣະອົງຄວນກ່າວເທິງແຜ່ນດິນໂລກໄດ້ຖືກກ່າວອອກແລ້ວ, ພຣະທໍາຂອງພຣະອົງກໍ່ຈະເລີ່ມບັນລຸຜົນ. ຕອນນີ້ບໍ່ແມ່ນຍຸກແຫ່ງການບັນລຸຜົນຕາມພຣະທໍາຂອງພຣະເຈົ້າ, ເພາະພຣະອົງຍັງບໍ່ທັນສຳເລັດການກ່າວພຣະທໍາຂອງພຣະອົງ. ດັ່ງນັ້ນ, ເມື່ອເຈົ້າເຫັນວ່າພຣະອົງຍັງກ່າວພຣະທໍາຂອງພຣະອົງເທິງແຜ່ນດິນໂລກ, ຢ່າລໍຖ້າການບັນລຸຜົນຕາມພຣະທໍາຂອງພຣະອົງ; ເມື່ອພຣະເຈົ້າຢຸດກ່າວພຣະທໍາຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນຈະເປັນເວລາທີ່ພຣະທໍາຂອງພຣະອົງເລີ່ມບັນລຸຜົນ. ໃນພຣະທໍາທີ່ພຣະອົງກ່າວເທິງແຜ່ນດິນໂລກ, ໃນດ້ານໜຶ່ງແມ່ນມີການສະໜອງຊີວິດ ແລະ ໃນອີກດ້ານໜຶ່ງແມ່ນມີຄຳທຳນາຍ ເຊິ່ງເປັນຄຳທຳນາຍກ່ຽວກັບສິ່ງທີ່ຈະເກີດຂຶ້ນ, ສິ່ງທີ່ຈະສຳເລັດລົງ ແລະ ສິ່ງທີ່ຍັງບໍ່ທັນຖືກເຮັດໃຫ້ສຳເລັດເທື່ອ. ຍັງມີຄຳທຳນາຍໃນພຣະທໍາຂອງພຣະເຢຊູ. ໃນດ້ານໜຶ່ງ ພຣະອົງໄດ້ສະໜອງຊີວິດ ແລະ ໃນອີກດ້ານໜຶ່ງ ພຣະອົງໄດ້ກ່າວຄຳທຳນາຍ. ມື້ນີ້, ບໍ່ມີການເວົ້າເຖິງການປະຕິບັດພຣະທໍາ ແລະ ຂໍ້ແທ້ຈິງ, ເພາະມີຄວາມແຕກຕ່າງຫຼາຍເກີນໄປລະຫວ່າງສິ່ງທີ່ຕາຂອງມະນຸດເອງສາມາດເບິ່ງເຫັນໄດ້ ແລະ ສິ່ງທີ່ພຣະເຈົ້າເຮັດສຳເລັດ. ມັນສາມາດເວົ້າໄດ້ວ່າ ທັນທີທີ່ພາລະກິດຂອງພຣະເຈົ້າໄດ້ສຳເລັດລົງ, ພຣະທໍາຂອງພຣະອົງກໍ່ຈະບັນລຸຜົນ ແລະ ຂໍ້ແທ້ຈິງກໍ່ຈະເກີດຂຶ້ນຫຼັງຈາກພຣະທຳ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າທີ່ບັງເກີດເປັນນະນຸດຈະປະຕິບັດພັນທະກິດແຫ່ງພຣະທໍາເທິງແຜ່ນດິນໂລກ ແລະ ໃນການປະຕິບັດພັນທະກິດແຫ່ງພຣະທໍາ ພຣະອົງພຽງແຕ່ກ່າວພຣະທໍາ ແລະ ບໍ່ໄດ້ໃສ່ໃຈເລື່ອງອື່ນ. ທັນທີທີ່ພາລະກິດຂອງພຣະເຈົ້າປ່ຽນໄປ, ພຣະທໍາຂອງພຣະອົງກໍ່ຈະເລີ່ມບັນລຸຜົນ. ມື້ນີ້, ພຣະທໍາແມ່ນຖືກນໍາໃຊ້ເພື່ອເຮັດໃຫ້ເຈົ້າສົມບູນແບບກ່ອນ; ເມື່ອພຣະອົງໄດ້ຮັບສະຫງ່າລາສີທົ່ວຈັກກະວານທັງປວງ, ພາລະກິດຂອງພຣະອົງກໍ່ຈະສົມບູນ ນັ້ນກໍ່ຄື ພຣະທໍາທັງໝົດທີ່ຄວນກ່າວກໍ່ຈະໄດ້ຖືກກ່າວ ແລະ ພຣະທໍາທັງໝົດຈະກາຍມາເປັນຂໍ້ແທ້ຈິງ. ພຣະເຈົ້າໄດ້ມາເທິງແຜ່ນດິນໂລກໃນລະຫວ່າງຍຸກສຸດທ້າຍເພື່ອປະຕິບັດພັນທະກິດແຫ່ງພຣະທໍາ ເພື່ອວ່າມະນຸດຊາດອາດຮູ້ຈັກພຣະອົງ ແລະ ເພື່ອວ່າມະນຸດຊາດອາດເຫັນສິ່ງທີ່ພຣະອົງເປັນ ແລະ ເຫັນເຖິງສະຕິປັນຍາຂອງພຣະອົງ ແລະ ການກະທຳອັນອັດສະຈັນທັງໝົດຂອງພຣະອົງຈາກພຣະທໍາຂອງພຣະອົງ. ໃນຍຸກແຫ່ງລາຊະອານາຈັກ, ພຣະເຈົ້າໃຊ້ພຣະທໍາເພື່ອເອົາຊະນະມະນຸດຊາດທັງປວງເປັນຫຼັກ. ໃນອະນາຄົດ, ພຣະທໍາຂອງພຣະອົງຈະມາເຖິງທຸກສາສະໜາ, ທຸກຂະແໜງການ, ທຸກຊາດ ແລະ ທຸກນິກາຍ. ພຣະເຈົ້າໃຊ້ພຣະທໍາເພື່ອເອົາຊະນະ, ເຮັດໃຫ້ມະນຸດທຸກຄົນເຫັນວ່າພຣະທໍາຂອງພຣະອົງມີສິດອຳນາດ ແລະ ຄວາມຍິ່ງໃຫຍ່ ແລ້ວດ້ວຍເຫດນັ້ນ ມື້ນີ້ ພວກເຈົ້າພຽງແຕ່ຜະເຊີນໜ້າກັບພຣະທໍາຂອງພຣະເຈົ້າເທົ່ານັ້ນ.

ພຣະທໍາທີ່ພຣະເຈົ້າໄດ້ກ່າວໃນຍຸກນີ້ແມ່ນແຕກຕ່າງຈາກພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະບັນຍັດ ແລະ ດ້ວຍເຫດນັ້ນ ພຣະທໍາດັ່ງກ່າວກໍ່ແຕກຕ່າງຈາກພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະຄຸນເຊັ່ນກັນ. ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າບໍ່ໄດ້ເຮັດພາລະກິດແຫ່ງພຣະທໍາ, ພຽງແຕ່ບັນລະຍາຍການຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ບາບມະນຸດຊາດທັງປວງ. ພຣະຄໍາພີພຽງແຕ່ອະທິບາຍວ່າເປັນຫຍັງພຣະເຢຊູຈິ່ງຖືກຄຶງເທິງໄມ້ກາງແຂນ ແລະ ຄວາມທົນທຸກທີ່ພຣະອົງໄດ້ຮັບເທິງໄມ້ກາງແຂນ ແລະ ວິທີທີ່ມະນຸດຄວນຖືກຄຶງເທິງໄມ້ກາງແຂນເພື່ອພຣະເຈົ້າ. ໃນຍຸກນັ້ນ, ພາລະກິດທັງໝົດທີ່ພຣະເຈົ້າໄດ້ກະທໍາແມ່ນເນັ້ນໃສ່ການຖືກຄຶງເທິງໄມ້ກາງແຂນ. ໃນຍຸກແຫ່ງລາຊະອານາຈັກ, ພຣະເຈົ້າທີ່ບັງເກີດເປັນມະນຸດກ່າວພຣະທໍາເພື່ອເອົາຊະນະທຸກຄົນທີ່ເຊື່ອໃນພຣະອົງ. ນີ້ຄື “ການທີ່ພຣະທໍາປາກົດໃນເນື້ອໜັງ”; ພຣະເຈົ້າໄດ້ມາໃນລະຫວ່າງຍຸກສຸດທ້າຍເພື່ອປະຕິບັດພາລະກິດນີ້ ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອສຳເລັດຄວາມໝາຍທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ. ພຣະອົງພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ເກືອບບໍ່ມີການສະແດງຂໍ້ແທ້ຈິງເລີຍ. ນີ້ຄືແກ່ນແທ້ທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ ແລະ ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດກ່າວພຣະທໍາຂອງພຣະອົງ ນີ້ຄືການປາກົດຕົວຂອງພຣະທໍາໃນເນື້ອໜັງ ແລະ ເປັນການທີ່ພຣະທໍາເຂົ້າມາໃນເນື້ອໜັງ. “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ”. ນີ້ (ພາລະກິດແຫ່ງການປາກົດຕົວຂອງພຣະທໍາໃນເນື້ອໜັງ) ຄືແມ່ນພາລະກິດທີ່ພຣະເຈົ້າຈະສຳເລັດໃນຍຸກສຸດທ້າຍ ແລະ ເປັນບົດສຸດທ້າຍຂອງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລ້ວດ້ວຍເຫດນັ້ນພຣະເຈົ້າຕ້ອງໄດ້ມາເທິງແຜ່ນດິນໂລກ ແລະ ສຳແດງພຣະທໍາຂອງພຣະອົງໃນເນື້ອໜັງ. ນັ້ນຄືສິ່ງທີ່ໄດ້ສຳເລັດໃນມື້ນີ້, ສິ່ງທີ່ຈະສຳເລັດໃນອະນາຄົດ, ສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດ, ຄົນທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ຄົນທີ່ຈະຖືກທຳລາຍ ແລະ ອື່ນໆອີກ, ພາລະກິດທັງໝົດນີ້ທີ່ຄວນບັນລຸໃນທີ່ສຸດກໍ່ລ້ວນແລ້ວແຕ່ຖືກລະບຸໄວ້ຢ່າງຊັດເຈນແລ້ວ ແລະ ທັງໝົດນັ້ນແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ. ບົດບັນຍັດບໍລິຫານ ແລະ ລັດຖະທຳມະນູນທີ່ໄດ້ອອກກ່ອນໜ້ານີ້, ບັນດາຜູ້ທີ່ຈະຖືກທຳລາຍ, ບັນດາຜູ້ທີ່ຈະເຂົ້າໄປສູ່ການພັກຜ່ອນ ພຣະທໍາທັງໝົດເຫຼົ່ານີ້ຕ້ອງບັນລຸຜົນ. ນີ້ແມ່ນພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດເປັນຫຼັກໃນລະຫວ່າງຍຸກສຸດທ້າຍ. ພຣະອົງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ບັນດາຜູ້ທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້ານັ້ນຢູ່ໃສ ແລະ ບັນດາຜູ້ທີ່ພຣະເຈົ້າບໍ່ໄດ້ກຳນົດໄວ້ລ່ວງໜ້ານັ້ນຢູ່ໃສ, ວິທີທີ່ຜູ້ຄົນ ແລະ ລູກຊາຍຂອງພຣະອົງຈະຖືກຈັດປະເພດ, ແມ່ນຫຍັງຈະເກີດຂຶ້ນກັບອິດສະຣາເອນ, ແມ່ນຫຍັງຈະເກີດຂຶ້ນກັບເອຢິບ, ໃນອະນາຄົດ, ພຣະທຳເຫຼົ່ານີ້ທຸກຂໍ້ຈະບັນລຸຜົນ. ຄວາມໄວຂອງພາລະກິດພຣະເຈົ້າກຳລັງເພີ່ມຂຶ້ນ. ພຣະເຈົ້າໃຊ້ພຣະທໍາເປັນວິທີການເພື່ອເປີດເຜີຍໃຫ້ມະນຸດຮູ້ວ່າມີຫຍັງແດ່ທີ່ຕ້ອງສຳເລັດໃນແຕ່ລະຍຸກ, ມີຫຍັງແດ່ທີ່ພຣະເຈົ້າທີ່ບັງເກີດເປັນມະນຸດຕ້ອງເຮັດໃຫ້ສຳເລັດໃນລະຫວ່າງຍຸກສຸດທ້າຍ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ປະຕິບັດ ແລະ ພຣະທໍາທັງໝົດເຫຼົ່ານີ້ແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ.

ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ “ທຸກຄົນທີ່ໃສ່ໃຈກັບການຫຼຽວເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນກໍ່ຈະຖືກປະຖິ້ມ; ພວກເຂົາບໍ່ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນ”. ເຮົາໄດ້ກ່າວພຣະທໍາຫຼາຍຂໍ້ໄປແລ້ວ, ແຕ່ມະນຸດຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດນີ້ ແລະ ເມື່ອມາເຖິງຈຸດນີ້ແລ້ວ ມະນຸດຍັງຮ້ອງຂໍໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່. ຄວາມເຊື່ອໃນພຣະເຈົ້າຂອງເຈົ້າເປັນພຽງການແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນແມ່ນເພື່ອຮັບເອົາຊີວິດ? ພຣະເຢຊູຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ພຣະທຳບາງຂໍ້ຍັງບໍ່ທັນບັນລຸຜົນ. ເຈົ້າສາມາດເວົ້າໄດ້ບໍວ່າພຣະເຢຊູບໍ່ແມ່ນພຣະເຈົ້າ? ພຣະເຈົ້າເປັນພະຍານວ່າພຣະອົງຄືພຣະຄຣິດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ. ເຈົ້າສາມາດປະຕິເສດສິ່ງນີ້ໄດ້ບໍ? ໃນປັດຈຸບັນ, ພຣະເຈົ້າພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ຖ້າເຈົ້າບໍ່ສາມາດຮູ້ໄດ້ຢ່າງລະອຽດ, ແລ້ວເຈົ້າກໍ່ບໍ່ສາມາດຕັ້ງໝັ້ນໄດ້. ເຈົ້າເຊື່ອໃນພຣະອົງຍ້ອນວ່າພຣະອົງເປັນພຣະເຈົ້າ ຫຼື ເຈົ້າເຊື່ອໃນພຣະອົງໂດຍອີງຕາມຂໍ້ແທ້ຈິງທີ່ວ່າພຣະທໍາຂອງພຣະອົງໄດ້ບັນລຸຜົນ ຫຼື ບໍ່? ເຈົ້າເຊື່ອໃນໝາຍສໍາຄັນ ແລະ ສິ່ງອັດະຈັນບໍ ຫຼື ເຈົ້າເຊື່ອໃນພຣະເຈົ້າ? ມື້ນີ້, ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ພຣະອົງເປັນພຣະເຈົ້າແທ້ໆບໍ? ຖ້າພຣະທໍາທີ່ພຣະອົງກ່າວບໍ່ໄດ້ບັນລຸຜົນ, ພຣະອົງແມ່ນພຣະເຈົ້າແທ້ໆບໍ? ແກ່ນແທ້ຂອງພຣະເຈົ້າຖືກກຳນົດຈາກຂໍ້ແທ້ຈິງທີ່ວ່າພຣະທຳທີ່ພຣະອົງກ່າວໄດ້ສຳເລັດຜົນ ຫຼື ບໍ່ບໍ? ເປັນຫຍັງບາງຄົນຈຶ່ງລໍຖ້າໃຫ້ພຣະທໍາຂອງພຣະເຈົ້າບັນລຸຜົນກ່ອນທີ່ພວກເຂົາຈະເຊື່ອໃນພຣະອົງ? ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ຮູ້ຈັກພຣະອົງບໍ? ທຸກຄົນທີ່ມີແນວຄິດດັ່ງກ່າວແມ່ນຄົນທີ່ປະຕິເສດພຣະເຈົ້າ. ພວກເຂົາໃຊ້ແນວຄິດເພື່ອວັດແທກພຣະເຈົ້າ; ຖ້າພຣະທໍາຂອງພຣະເຈົ້າບັນລຸຜົນ, ພວກເຂົາກໍ່ເຊື່ອໃນພຣະອົງ ແລະ ຖ້າພຣະທໍາບໍ່ໄດ້ບັນລຸຜົນ ພວກເຂົາກໍ່ຈະບໍ່ເຊື່ອໃນພຣະອົງ; ແລະ ພວກເຂົາມັກສະແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ. ຄົນເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍໃນຍຸກສະໄໝໃໝ່ບໍ? ການທີ່ເຈົ້າຈະສາມາດຕັ້ງໝັ້ນໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນກັບວ່າເຈົ້າຮູ້ຈັກພຣະເຈົ້າທີ່ແທ້ຈິງ ຫຼື ບໍ່, ນີ້ຄືສິ່ງທີ່ສຳຄັນ! ຍິ່ງຄວາມເປັນຈິງຂອງພຣະເຈົ້າໃນຕົວເຈົ້າມີຫຼາຍຂຶ້ນເທົ່າໃດ ຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງໃນພຣະເຈົ້າກໍ່ຍິງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າກໍ່ຍິ່ງສາມາດຕັ້ງໝັ້ນຢູ່ໃນລະຫວ່າງການທົດລອງໄດ້ຫຼາຍຂຶ້ນ. ຍິ່ງເຈົ້າໃສ່ໃຈໃນການເຫັນໝາຍສໍາຄັນ ແລະ ສິ່ງອັດະຈັນຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງສາມາດຕັ້ງໝັ້ນໄດ້ໜ້ອຍລົງ ແລະ ເຈົ້າຈະຕົກຢູ່ທ່າມກາງການທົດລອງ. ໝາຍສໍາຄັນ ແລະ ສິ່ງອັດສະຈັນບໍ່ແມ່ນຮາກຖານ; ມີພຽງແຕ່ຄວາມເປັນຈິງຂອງພຣະເຈົ້າເທົ່ານັ້ນທີ່ເປັນຊີວິດ. ບາງຄົນບໍ່ຮູ້ຜົນກະທົບທີ່ຈະຖືກບັນລຸໂດຍພາລະກິດຂອງພຣະເຈົ້າ. ພວກເຂົາໃຊ້ເວລາຂອງພວກເຂົາຢູ່ກັບຄວາມງົມງວາຍ, ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ຈຸດປະສົງໃນການສະແຫວງຫາຂອງພວກເຂົາແມ່ນເພື່ອໃຫ້ພຣະເຈົ້າປະຕິບັດຕາມຄວາມປາຖະໜາຂອງພວກເຂົາ ແລະ ໃນເມື່ອນັ້ນເອງ ພວກເຂົາຈິ່ງຈະຈິງຈັງໃນຄວາມເຊື່ອຂອງພວກເຂົາ. ພວກເຂົາເວົ້າວ່າ ພວກເຂົາຈະສະແຫວງຫາຊີວິດ ຖ້າພຣະທໍາຂອງພຣະເຈົ້າບັນລຸຜົນ, ແຕ່ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ບັນລຸຜົນ, ແລ້ວມັນກໍ່ບໍ່ມີຄວາມເປັນໄປໄດ້ທີ່ພວກເຂົາຈະສະແຫວງຫາຊີວິດ. ມະນຸດຄິດວ່າຄວາມເຊື່ອໃນພຣະເຈົ້າຄືການສະແຫວງຫາເພື່ອເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ການສະແຫວງຫາເພື່ອຂຶ້ນສະຫວັນ ແລະ ສະຫວັນຊັ້ນທີສາມ. ບໍ່ມີໃຜທີ່ເວົ້າວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືການສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງ, ການສະແຫວງຫາຊີວິດ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ. ແມ່ນຫຍັງຄືຄຸນຄ່າໃນການສະແຫວງຫາແບບນີ້? ຜູ້ທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມພໍໃຈຂອງພຣະເຈົ້າກໍ່ເປັນຄົນທີ່ບໍ່ເຊື່ອໃນພຣະເຈົ້າ; ພວກເຂົາເປັນຄົນທີ່ໝິ່ນປະໝາດພຣະເຈົ້າ!

ຕອນນີ້ ພວກເຈົ້າເຂົ້າໃຈບໍວ່າຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອໃນພຣະເຈົ້າໝາຍເຖິງການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນບໍ? ມັນໝາຍເຖິງການຂຶ້ນສະຫວັນບໍ? ການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງງ່າຍແມ່ນແຕ່ໜ້ອຍດຽວ. ການປະຕິບັດທາງສາສະໜາເຫຼົ່ານັ້ນຄວນຖືກລົບລ້າງອອກ; ການສະແຫວງຫາການຮັກສາຄົນເຈັບປ່ວຍ, ການຂັບໄລ່ມານຮ້າຍ, ການໃສ່ໃຈກັບໝາຍສໍາຄັນ ແລະ ສິ່ງອັດສະຈັນ, ການປາດຖະໜາເພື່ອຫວັງຮັບພຣະຄຸນຂອງພຣະເຈົ້າ, ຄວາມສະຫງົບສຸກ ແລະ ຄວາມສຸກໃຈຫຼາຍຂຶ້ນ, ການສະແຫວງຫາຄວາມຄາດຫວັງ ແລະ ຄວາມສຸກສະບາຍຂອງເນື້ອໜັງ, ສິ່ງເຫຼົ່ານີ້ແມ່ນການປະຕິບັດທາງສາສະໜາ ແລະ ການປະຕິບັດທາງສາສະໜາດັ່ງກ່າວຄືຄວາມເຊື່ອປະເພດທີ່ເລື່ອນລອຍ. ມື້ນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ມັນຄື ການຮັບເອົາພຣະທໍາຂອງພຣະເຈົ້າໃຫ້ເປັນຄວາມຈິງໃນຊີວິດຂອງເຈົ້າ ແລະ ການຮູ້ຈັກພຣະເຈົ້າຈາກພຣະທໍາຂອງພຣະອົງ ເພື່ອບັນລຸຄວາມຮັກທີ່ແທ້ຈິງຕໍ່ພຣະອົງ. ເພື່ອຈະເວົ້າຢ່າງຈະແຈ້ງກໍ່ຄື: ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ເຈົ້າເຊື່ອຟັງພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດ. ນີ້ຄືຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ, ພຣະເຈົ້າສົມຄວນແກ່ການເຄົາລົບນັບຖືສໍ່າໃດ ແລະ ໃນສິ່ງຖືກສ້າງຂອງພຣະອົງ ພຣະເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ເຮັດໃຫ້ພວກເຂົາສົມບູນແນວໃດ, ສິ່ງເຫຼົ່ານີ້ຄືພື້ນຖານທີ່ແທ້ຈິງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າເປັນຫຼັກ; ຈາກການດໍາລົງຊີວິດພາຍໃນຄວາມເສື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດແຫ່ງພຣະທໍາພຣະເຈົ້າ; ມັນຄືການອອກຈາກການຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ການດຳລົງຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ມັນຄືການທີ່ສາມາດບັນລຸຄວາມເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ແມ່ນຄວາມເຊື່ອຟັງຕໍ່ເນື້ອໜັງ; ມັນຄືການປ່ອຍໃຫ້ໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານ. ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈະໄດ້ສຳແດງອອກໃນຕົວເຈົ້າເປັນຫຼັກ, ເພື່ອວ່າເຈົ້າອາດເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ຄວາມເຊື່ອໃນພຣະເຈົ້າບໍ່ຄວນກ່ຽວກັບຄວາມປາຖະໜາທີ່ຈະເບິ່ງເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນບໍ່ຄວນເຫັນແກ່ເນື້ອໜັງສ່ວນຕົວຂອງເຈົ້າ. ມັນຄວນກ່ຽວກັບການສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການທີ່ສາມາດເຊື່ອຟັງພຣະເຈົ້າ ແລະ ການເຊື່ອຟັງພຣະອົງຈົນເຖິງຕາຍເຊັ່ນດຽວກັບເປໂຕ. ສິ່ງເຫຼົ່ານີ້ຄືຈຸດປະສົງຫຼັກຂອງການເຊື່ອໃນພຣະເຈົ້າ. ຄົນໜຶ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເພື່ອຮູ້ຈັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ. ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພຣະເຈົ້າ, ພຽງແຕ່ຫຼັງຈາກນັ້ນ ເຈົ້າຈິ່ງສາມາດເຊື່ອຟັງພຣະເຈົ້າໄດ້. ດ້ວຍຄວາມຮູ້ກ່ຽວກັບພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍທີ່ມະນຸດຄວນມີໃນຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ຖ້າເຈົ້າພະຍາຍາມເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່ສະເໝີ, ແລ້ວມຸມມອງຄວາມເຊື່ອໃນພຣະເຈົ້າແບບນີ້ກໍ່ບໍ່ຖືກຕ້ອງ. ຄວາມເຊື່ອໃນພຣະເຈົ້າຄືການຍອມຮັບພຣະທໍາຂອງພຣະເຈົ້າໃຫ້ເປັນຄວາມຈິງແຫ່ງຊີວິດເປັນຫຼັກ. ຈຸດປະສົງຂອງພຣະເຈົ້າແມ່ນພຽງແຕ່ຖືກບັນລຸໂດຍການນໍາພຣະທຳຂອງພຣະເຈົ້າຈາກປາກຂອງພຣະເຈົ້າໄປປະຕິບັດ ແລະ ການປະຕິບັດພວກມັນພາຍໃນຕົວເຈົ້າເອງ. ໃນຄວາມເຊື່ອໃນພຣະເຈົ້າ, ມະນຸດຄວນດີ້ນຮົນເພ່ືອຖືກພຣະເຈົ້າເຮັດໃຫ້ສົມບູນ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດເຊື່ອຟັງພຣະເຈົ້າໂດຍບໍ່ມີການຈົ່ມຕໍ່ວ່າໃດໆ, ໃສ່ໃຈຕໍ່ຄວາມປາຖະໜາຂອງພຣະເຈົ້າ, ບັນລຸວຸດທິພາວະຂອງເປໂຕ ແລະ ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວເຖິງ, ແລ້ວນັ້ນກໍ່ຈະເປັນເວລາທີ່ເຈົ້າໄດ້ບັນລຸຄວາມສຳເລັດໃນຄວາມເຊື່ອໃນພຣະເຈົ້າ ແລະ ມັນຈະເປັນການສະແດງໃຫ້ເຫັນວ່າເຈົ້າຖືກຮັບເອົາໂດຍພຣະເຈົ້າແລ້ວ.

ພຣະເຈົ້າເຮັດພາລະກິດຂອງພຣະອົງທົ່ວຈັກກະວານທັງປວງ. ທຸກຄົນທີ່ເຊື່ອໃນພຣະອົງກໍ່ຕ້ອງຍອມຮັບພຣະທໍາຂອງພຣະອົງ ແລະ ກິນ ແລະ ດື່ມພຣະທໍາຂອງພຣະອົງ; ບໍ່ມີໃຜສາມາດຖືກຮັບເອົາໂດຍພຣະເຈົ້າໂດຍການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນທີ່ພຣະອົງໄດ້ສະແດງອອກ. ຕະຫຼອດຍຸກຕ່າງໆ, ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນຢູ່ສະເໜີ. ດັ່ງນັ້ນ ພວກເຈົ້າບໍ່ຄວນອຸທິດຄວາມສົນໃຈທັງໝົດຂອງເຈົ້າໃສ່ໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແຕ່ຄວນດີ້ນຮົນເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ. ໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າໄດ້ກ່າວພຣະທໍາບາງຂໍ້ ແລະ ໃນຍຸກແຫ່ງພຣະຄຸນ ພຣະເຢຊູກໍ່ໄດ້ກ່າວພຣະທໍາຫຼາຍຂໍ້ເຊັ່ນກັນ. ຫຼັງຈາກທີ່ພຣະເຢຊູໄດ້ກ່າວຂໍ້ພຣະທໍາຫຼາຍຂໍ້, ພວກອັກຄະສາວົກ ແລະ ສາວົກພາຍຫຼັງກໍ່ໄດ້ນໍາພາຜູ້ຄົນໃຫ້ປະຕິບັດຕາມພຣະບັນຍັດຕ່າງໆທີ່ພຣະເຢຊູໄດ້ກຳນົດອອກ ແລະ ເຮັດໃຫ້ພວກເຂົາມີປະສົບການຕາມພຣະທຳ ແລະ ຫຼັກການທີ່ພຣະເຢຊູໄດ້ກ່າວໄວ້. ໃນຍຸກສຸດທ້າຍ, ພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບເປັນຫຼັກ. ພຣະອົງບໍ່ໄດ້ໃຊ້ໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອກົດຂີ່ມະນຸດ ຫຼື ຊັກຈູງມະນຸດ; ສິ່ງນີ້ບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຊັດແຈ້ງຂຶ້ນໄດ້. ຖ້າພຣະເຈົ້າພຽງແຕ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເທົ່ານັ້ນ, ແລ້ວມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄວາມເປັນຈິງຂອງພຣະເຈົ້າຊັດເຈນ ແລະ ດ້ວຍເຫດນັ້ນ ມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດສົມບູນແບບ. ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແຕ່ໃຊ້ພຣະທໍາເພື່ອຫົດນໍ້າ ແລະ ລ້ຽງດູມະນຸດ ເຊິ່ງ ຫຼັງຈາກນັ້ນ ມະນຸດກໍ່ຈະໄດ້ບັນລຸຄວາມເຊື່ອຟັງຢ່າງສົມບູນ ແລະ ມະນຸດກໍ່ຈະມີຄວາມຮູ້ກ່ຽວກັບພຣະເຈົ້າ. ນີ້ຄືເປົ້າໝາຍໃນພາລະກິດທີ່ພຣະອົງປະຕິບັດ ແລະ ພຣະທໍາທີ່ພຣະອົງກ່າວ. ພຣະເຈົ້າບໍ່ໄດ້ໃຊ້ວິທີການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອເຮັດໃຫ້ມະນຸດສົມບູນ, ພຣະອົງໃຊ້ພຣະທໍາ ແລະ ໃຊ້ວິທີການປະຕິບັດພາລະກິດທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນ. ບໍ່ວ່າມັນຈະເປັນຫຼໍ່ຫຼອມ, ການຈັດການ, ການລິຮານ ຫຼື ການສະໜອງຈາກພຣະທໍາ, ພຣະເຈົ້າກ່າວຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເພື່ອໃຫ້ມະນຸດມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ, ກ່ຽວກັບສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະເຈົ້າ. ເມື່ອມະນຸດຖືກເຮັດໃຫ້ສົມບູນໃນເວລາທີ່ພຣະເຈົ້າສິ້ນສຸດຍຸກດັ່ງກ່າວຍຸກສຸດທ້າຍ, ແລ້ວເຂົາກໍ່ຈະມີຄຸນສົມບັດທີ່ຈະເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ. ເມື່ອເຈົ້າມາຮູ້ຈັກພຣະເຈົ້າ ແລະ ສາມາດເຊື່ອຟັງພຣະເຈົ້າບໍ່ວ່າພຣະອົງຈະເຮັດສິ່ງໃດກໍ່ຕາມ, ເຈົ້າກໍ່ຈະບໍ່ມີຄວາມຄິດໃດກ່ຽວກັບພຣະເຈົ້າອີກຕໍ່ໄປ ເມື່ອເຈົ້າເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ. ໃນຊ່ວງເວລານີ້, ເຈົ້າເສື່ອມຊາມ ແລະ ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ, ເຈົ້າຄິດວ່າເຈົ້າມີຄຸນສົມບັດທີ່ຈະເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນໃນສະພາວະນີ້ບໍ? ເມື່ອພຣະເຈົ້າສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ນັ້ນແມ່ນເວລາທີ່ພຣະເຈົ້າລົງໂທດມະນຸດ ແລະ ຍັງເປັນເວລາທີ່ຍຸກດັ່ງກ່າວປ່ຽນໄປ ແລະ ຍິ່ງໄປກວ່ານັ້ນ ມັນເປັນເວລາທີ່ຍຸກດັ່ງກ່າວສິ້ນສຸດລົງ. ເມື່ອພາລະກິດຂອງພຣະເຈົ້າຖືກດຳເນີນການຢ່າງເປັນປົກກະຕິ, ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນໃດໆ. ການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນນັ້ນເປັນສິ່ງທີ່ງ່າຍຫຼາຍຈົນເປັນຕາຫົວສຳລັບພຣະອົງ, ແຕ່ນັ້ນບໍ່ແມ່ນຫຼັກການໃນພາລະກິດຂອງພຣະເຈົ້າ ຫຼື ມັນບໍ່ແມ່ນເປົ້າໝາຍຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ. ຖ້າມະນຸດໄດ້ເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ຖ້າຮ່າງກາຍຝ່າຍວິນຍານຂອງພຣະເຈົ້າປາກົດຕົວຕໍ່ມະນຸດ, ທຸກຄົນຈະບໍ່ເຊື່ອໃນພຣະເຈົ້າບໍ? ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ ກຸ່ມຂອງຜູ້ຊະນະແມ່ນຖືກຮັບເອົາຈາກທິດຕາເວັນອອກ, ຜູ້ຊະນະທີ່ມາຈາກຄວາມຍາກລຳບາກທີ່ຍິ່ງໃຫຍ່. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນຫຍັງ? ພວກມັນໝາຍຄວາມວ່າ ຜູ້ຄົນເຫຼົ່ານີ້ທີ່ຖືກຮັບເອົາພຽງແຕ່ເຊື່ອຟັງຢ່າງແທ້ຈິງຫຼັງຈາກທີ່ໄດ້ຜ່ານການພິພາກສາ, ການຕີສອນ, ການຈັດການ, ການລິຮານ ແລະ ການຫຼໍ່ຫຼອມທຸກຮູບແບບ. ຄວາມເຊື່ອຂອງຄົນເຫຼົ່ານີ້ບໍ່ໄດ້ເລື່ອນລອຍ ຫຼື ເປັນນາມມະທຳ, ແຕ່ມັນຄືຄວາມເຊື່ອທີ່ແທ້ຈິງ. ພວກເຂົາບໍ່ໄດ້ເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ປະຕິຫານໃດໆ; ພວກເຂົາບໍ່ເວົ້າເຖິງຕົວໜັງສື ແລະ ທິດສະດີທີ່ບໍ່ຈະແຈ້ງ ຫຼື ຄວາມເຂົ້າໃຈຢ່າງເລິກເຊິ່ງ; ກົງກັນຂ້າມ ພວກເຂົາມີຄວາມຈິງ ແລະ ພຣະທໍາຂອງພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເປັນຈິງຂອງພຣະເຈົ້າ. ຄົນກຸ່ມດັ່ງກ່າວຈະບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຊັດເຈນຂຶ້ນບໍ? ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍຄືພາລະກິດທີ່ແທ້ຈິງ. ໃນລະຫວ່າງຍຸກຂອງພຣະເຢຊູ, ພຣະອົງບໍ່ໄດ້ມາເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ເພື່ອໄຖ່ບາບມະນຸດ ແລະ ດ້ວຍເຫດນັ້ນ ພຣະອົງໄດ້ສະແດງປະຕິຫານບາງຢ່າງເພື່ອເຮັດໃຫ້ຜູ້ຄົນຕິດຕາມພຣະອົງ. ຍ້ອນພຣະອົງໄດ້ມາເພື່ອສຳເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນເປັນຫຼັກ ແລະ ການສະແດງໝາຍສໍາຄັນບໍ່ແມ່ນສ່ວນໜຶ່ງຂອງພາລະກິດໃນພັນທະກິດຂອງພຣະອົງ. ໝາຍສໍາຄັນ ແລະ ສິ່ງອັດສະຈັນດັ່ງກ່າວຄືພາລະກິດທີ່ຖືກປະຕິບັດເພື່ອເຮັດໃຫ້ພາລະກິດຂອງພຣະອົງມີປະສິດທິພາບ; ມັນຄືພາລະກິດພິເສດ ແລະ ບໍ່ໄດ້ສະແດງເຖິງພາລະກິດຂອງຍຸກທັງໝົດ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພັນທະສັນຍາເດີມ, ພຣະເຈົ້າຍັງໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນບາງຢ່າງ, ແຕ່ພາລະກິດທີ່ພຣະເຈົ້າປະຕິບັດໃນມື້ນີ້ຄືພາລະກິດແທ້ຈິງ ແລະ ພຣະອົງຈະບໍ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນໃດໆໃນຕອນນີ້ຢ່າງແນ່ນອນ. ຖ້າພຣະອົງສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ພາລະກິດທີ່ແທ້ຈິງຂອງພຣະອົງກໍ່ຈະເກີດຄວາມວຸ້ນວາຍ ແລະ ພຣະອົງກໍ່ຈະບໍ່ສາມາດປະຕິບັດພາລະກິດໃດໆອີກຕໍ່ໄປ. ຖ້າພຣະເຈົ້າເວົ້າທີ່ຈະໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ຍັງສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແລ້ວມັນຈະຖືກເຮັດໃຫ້ຊັດເຈນໄດ້ບໍວ່າ ມະນຸດເຊື່ອໃນພຣະອົງ ຫຼື ບໍ່? ດັ່ງນັ້ນ, ພຣະເຈົ້າບໍ່ໄດ້ເຮັດສິ່ງດັ່ງກ່າວ. ມີສາສະໜາຫຼາຍເກີນໄປພາຍໃນມະນຸດ; ພຣະເຈົ້າໄດ້ມາໃນລະຫວ່າງຍຸກສຸດທ້າຍເພື່ອກໍາຈັດແນວຄວາມຄິດທາງສາສະໜາ ແລະ ສິ່ງເໜືອທຳມະຊາດທັງໝົດພາຍໃນມະນຸດ ແລະ ເຮັດໃຫ້ມະນຸດຮູ້ຈັກຄວາມຈິງຂອງພຣະເຈົ້າ. ພຣະອົງໄດ້ມາເພື່ອກຳຈັດຮູບພາບຂອງພຣະເຈົ້າທີ່ເປັນນາມມະທຳ ແລະ ເປັນພຽງຈິນຕະນາການ ເຊິ່ງເວົ້າໄດ້ອີກຢ່າງໜຶ່ງກໍ່ຄື ເປັນຮູບພາບຂອງພຣະເຈົ້າທີ່ບໍ່ມີຕົວຕົນເລີຍ. ດັ່ງນັ້ນ, ຕອນນີ້ ສິ່ງດຽວທີ່ມີຄຸນຄ່າກໍ່ຄືໃຫ້ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ! ຄວາມຈິງຈະລົບລ້າງທຸກສິ່ງ. ມື້ນີ້ ເຈົ້າມີຄວາມຈິງຫຼາຍປານໃດ? ທຸກສິ່ງທີ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນແມ່ນພຣະເຈົ້າບໍ? ວິນຍານຊົ່ວຮ້າຍຍັງສາມາດສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເຊັ່ນກັນ; ພວກມັນທັງໝົດແມ່ນພຣະເຈົ້າບໍ? ໃນຄວາມເຊື່ອຂອງເຂົາໃນພຣະເຈົ້າ, ສິ່ງທີ່ມະນຸດຄົ້ນຫາຄືຄວາມຈິງ ແລະ ສິ່ງທີ່ເຂົາສະແຫວງຫາຄືຊີວິດ, ແທນທີ່ຈະເປັນໝາຍສໍາຄັນ ແລະ ສິ່ງອັດສະຈັນ. ສິ່ງນີ້ຄວນເປັນເປົ້າໝາຍຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ.

ກ່ອນນີ້: ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

ຕໍ່ໄປ: ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້