(III) ຍຸກແຫ່ງລາຊະອານາຈັກ ນັ້ນກໍຄື ຍຸກສຸດທ້າຍ

33. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກແຫ່ງອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

34. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນເຂົ້າໃຈວ່າ ພວກເຂົາສືບເສື້ອຊາຍມາຈາກໂມອາບ, ພວກເຂົາໄດ້ແຕ່ຕໍ່ວ່າ, ພາກັນເຊົາສະແຫວງຫາຊີວິດ ແລະ ເປັນກຸ່ມຄົນທີ່ຄິດລົບທີ່ສຸດ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ມະນຸດຊາດບໍ່ສາມາດຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າໄດ້ຢ່າງສົມບູນ? ນີ້ບໍ່ແມ່ນອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງພວກເຂົາແທ້ບໍ? ເມື່ອເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການຂ້ຽນຕີ, ພາຍໃຕ້ການພິພາກສາ, ເຈົ້າກໍຈະຍົກມືຂຶ້ນສູງກວ່າຄົນອື່ນ, ຍົກສູງກວ່າພຣະເຢຊູອີກ. ແລ້ວກໍພາກັນໂຮ່ຮ້ອງອອກມາຢ່າງແຮງວ່າ “ຈົ່ງເປັນບຸດຊາຍອັນເປັນທີ່ຮັກຂອງພຣະເຈົ້າ! ຈົ່ງເປັນມິດສະຫາຍຂອງພຣະເຈົ້າ! ພວກຂ້ານ້ອຍຈະຂໍຕາຍດີກວ່າກົ້ມຫົວລົງໃຫ້ກັບຊາຕານ! ຈົ່ງກະບົດຕໍ່ຊາຕານເຖົ້າ! ຈົ່ງກະບົດຕໍ່ມັງກອນແດງໃຫຍ່! ຂໍໃຫ້ມັງກອນແດງໃຫຍ່ສູນເສຍອຳນາດຢ່າງໜ້າສັງເວດ! ຂໍໃຫ້ພຣະເຈົ້າຈົ່ງເຮັດໃຫ້ພວກຂ້ານ້ອຍສົມບູນ!” ສຽງຮ້ອງໂຮ່ຂອງເຈົ້າແມ່ນກ້ອງດັງກວ່າຄົນອື່ນໆ. ແຕ່ເມື່ອເຖິງເວລາແຫ່ງການຂ້ຽນຕີ, ນິໄສອັນເສື່ອມຊາມຂອງມະນຸດຊາດກໍສະແດງອອກມາໃຫ້ເຫັນອີກກຄັ້ງ. ສຽງຮ້ອງໂຮ່ຂອງພວກເຂົາກໍມິດລົງ ແລະ ຄວາມເດັດດ່ຽວຂອງພວກເຂົາກໍລົ້ມເຫຼວ. ນີ້ແມ່ນຄວາມເສື່ອມຊາມຂອງມະນຸດ ທີ່ຝັງເລິກກວ່າຄວາມຜິດບາບ, ມັນແມ່ນສິ່ງທີ່ຊາຕານໄດ້ປູກຝັງໄວ້ ແລະ ໄດ້ຝັງເລິກຢູ່ພາຍໃນມະນຸດ. ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

35. ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

36. ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມບໍ່ເຊື່ອຟັງຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດ ທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

37. ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

38. ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາເຄົາລົບນັບຖືພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງທີ່ຖືກສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອເຮັດໃຫ້ເຂົາຍອມຮັບຢ່າງແທ້ຈິງ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

39. ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ “ພຣະທໍາ” ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕິສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

40. ໃນຍຸກແຫ່ງອານາຈັກ, ພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາເພື່ອເອົາຊະນະບັນດາຜູ້ທີ່ເຊື່ອໃນພຣະອົງທັງໝົດ. ນີ້ແມ່ນ “ພຣະທໍາປາກົດໃນຮ່າງກາຍ”; ພຣະເຈົ້າໄດ້ມາໃນຍຸກສຸດທ້າຍເພື່ອປະຕິບັດພາລະກິດນີ້, ເຊິ່ງເວົ້າໄດ້ວ່າພຣະອົງໄດ້ມາເພື່ອສຳເລັດຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ພຣະອົງພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ບໍ່ມີການສະແດງເຖິງຂໍ້ເທັດຈິງ. ນີ້ແມ່ນແກ່ນແທ້ຂອງພຣະທໍາປາກົດໃນຮ່າງກາຍມະນຸດ ແລະ ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາຂອງພຣະອົງ ນີ້ແມ່ນການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ ແລະ ພຣະທໍາສະຖິດເຂົ້າສູ່ຮ່າງກາຍມະນຸດ. “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ”. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະປະຕິບັດໃຫ້ສຳເລັດໃນຍຸກສຸດທ້າຍ (ພາລະກິດການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ) ແລະ ແມ່ນບົດສຸດທ້າຍຂອງແຜນການຄຸ້ມຄອງທັງໝົດຂອງພຣະອົງ, ດັ່ງນັ້ນ ພຣະເຈົ້າຕ້ອງໄດ້ມາໃນແຜ່ນດິນໂລກ ແລະ ສະແດງພຣະທໍາຂອງພຣະອົງໃນຮ່າງກາຍມະນຸດ. ນັ້ນຄືສິ່ງທີ່ໄດ້ສຳເລັດໃນວັນນີ້, ນັ້ນຄືສິ່ງທີ່ຈະສຳເລັດໃນອະນາຄົດ, ນັ້ນແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດ, ບັນດາຜູ້ທີ່ຈະຖືກຊ່ວຍໃຫ້ລອດ, ບັນດາຜູ້ທີ່ຈະຖືກທຳລາຍ ແລະ ອື່ນໆ. ພາລະກິດທັງໝົດນີ້ທີ່ປະຕິບັດໃນຍຸກສຸດທ້າຍຖືກກ່າວໄວ້ຢ່າງຈະແຈ້ງແລ້ວ ແລະ ທັງໝົດນັ້ນແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ບົດບັນຍັດການປົກຄອງ ແລະ ກົດເກນທີ່ໄດ້ອອກກ່ອນໜ້ານີ້, ບັນດາຜູ້ທີ່ຈະຖືກທຳລາຍ, ບັນດາຜູ້ທີ່ຈະເຂົ້າໄປສູ່ການພັກຜ່ອນ ພຣະທໍາທັງໝົດເຫຼົ່ານີ້ຕ້ອງໄດ້ຖືກບັນລຸ. ນີ້ແມ່ນພາລະກິດຫຼັກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດໃນຍຸກສຸດທ້າຍ. ພຣະອົງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ບັນດາຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ ແລະ ບັນດາຜູ້ທີ່ພຣະເຈົ້າບໍ່ໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ, ວິທີທີ່ຜູ້ຄົນ ແລະ ບຸດຂອງພຣະອົງຈະຖືກຄັດແຍກ; ແມ່ນຫຍັງຈະເກີດຂຶ້ນກັບອິສຣາເອັນ, ແມ່ນຫຍັງຈະເກີດຂຶ້ນກັບເອຢິບໃນອະນາຄົດ, ທຸກຂໍ້ຄວາມຂອງພຣະທໍາເຫຼົ່ານີ້ແມ່ນຈະຖືກບັນລຸຜົນທັງໝົດ. ຂັ້ນຕອນຂອງພາລະກິດພຣະເຈົ້າກຳລັງກ້າວໜ້າຢ່າງຫ້າວຫັນ. ພຣະເຈົ້າໃຊ້ພຣະທໍາເປັນເຄື່ອງມືໃນການເປີດເຜີຍໃຫ້ມະນຸດຮູ້ວ່າມີຫຍັງແດ່ທີ່ຕ້ອງສຳເລັດໃນແຕ່ລະຍຸກ, ມີຫຍັງແດ່ທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ປະຕິບັດ ແລະ ພຣະທໍາທັງໝົດເຫຼົ່ານີ້ແມ່ນເພື່ອບັນລຸຄວາມສຳຄັນອັນແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

41. ໃນປັດຈຸບັນນີ້, ພຣະເຈົ້າໄດ້ບັງເກີດເປັນມະນຸດ ຕົ້ນຕໍແມ່ນເພື່ອສຳເລັດພາລະກິດຂອງ “ພຣະທໍາປາກົດໃນຮ່າງກາຍ”, ນໍາໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ມະນຸດຍອມຮັບເອົາການປະຕິບັດຂອງພຣະທໍາ ແລະ ການຊໍາລະລ້າງໃຫ້ບໍລິສຸດຈາກພຣະທໍາ. ໃນພຣະທໍາຂອງພຣະອົງ ພຣະອົງເຮັດໃຫ້ເຈົ້າໄດ້ຮັບການສະໜອງຊີວິດ; ໃນພຣະທໍາຂອງພຣະອົງ, ເຈົ້າຈະເຫັນພາລະກິດ ແລະ ການກະທຳຂອງພຣະອົງ. ພຣະເຈົ້າໃຊ້ພຣະທໍາເພື່ອຕິສອນ ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ. ດັ່ງນັ້ນ, ຖ້າເຈົ້າທົນທຸກກັບຄວາມຍາກລຳບາກ ກໍເປັນຍ້ອນພຣະທໍາຂອງພຣະເຈົ້ານັ້ນເອງ. ທຸກມື້ນີ້ ພຣະເຈົ້າບໍ່ໄດ້ກະທໍາພາລະກິດໂດຍການໃຊ້ຂໍ້ເທັດຈິງ, ແຕ່ໃຊ້ພຣະທໍາ. ພາຍຫຼັງທີ່ພຣະທໍາຂອງພຣະອົງໄດ້ມາເຖິງເຈົ້າເທົ່ານັ້ນ ພຣະວິນຍານບໍລິສຸດຈິ່ງຈະສາມາດປະຕິບັດພາລະກິດຢູ່ພາຍໃນຕົວເຈົ້າໄດ້ ແລະ ເຮັດໃຫ້ເຈົ້າທັງຮູ້ສຶກເປັນທຸກ ແລະ ສຸກຢ່າງແທ້ຈິງ. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດພາເຈົ້າໄປສູ່ຄວາມເປັນຈິງໄດ້. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເຈົ້າສົມບູນແບບໄດ້. ດັ່ງນັ້ນ, ຢ່າງໜ້ອຍເຈົ້າກໍຄວນເຂົ້າໃຈໃນສິ່ງນີ້: ພາລະກິດທີ່ພຣະເຈົ້າປະຕິບັດໃນໄລຍະຍຸກສຸດທ້າຍນີ້ ຕົ້ນຕໍແມ່ນການໃຊ້ພຣະທໍາຂອງພຣະອົງເພື່ອເຮັດໃຫ້ທຸກຄົນສົມບູນ ແລະ ເພື່ອນຳພາມະນຸດ. ພາລະກິດທັງໝົດທີ່ພຣະອົງກະທຳແມ່ນຜ່ານທາງພຣະທໍາ; ພຣະອົງບໍ່ໄດ້ໃຊ້ຄຳເທັດຈິງເພື່ອຕິສອນເຈົ້າ. ມີບາງເວລາທີ່ບາງຄົນຕໍ່ຕ້ານພຣະເຈົ້າ. ເຖິງພຣະເຈົ້າບໍ່ໄດ້ນໍາເອົາຄວາມບໍ່ສະບາຍໃຈອັນໃຫຍ່ຫຼວງມາໃຫ້ເຈົ້າ, ເນື້ອໜັງຂອງເຈົ້າບໍ່ໄດ້ຖືກຕິສອນ ຫຼື ເຈົ້າບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ແຕ່ພໍພຣະທໍາຂອງພຣະເຈົ້າມາຫາເຈົ້າ ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ, ເຈົ້າບໍ່ສາມາດທົນມັນໄດ້. ເຫດໃດຈຶ່ງເປັນແບບນັ້ນ? ໃນເວລາທີ່ຜູ້ຮັບໃຊ້ບໍລິການປະຕິບັດວຽກງານນັ້ນ, ພຣະເຈົ້າໄດ້ບອກໃຫ້ໂຍນມະນຸດລົງສູ່ຂຸມເລິກ. ແລ້ວມະນຸດໄດ້ລົງໄປຮອດຂຸມເລິກນັ້ນແທ້ບໍ? ມີພຽງຜ່ານການໃຊ້ພຣະທໍາເພື່ອຊໍາລະລ້າງມະນຸດໃຫ້ບໍລິສຸດເທົ່ານັ້ນ ມະນຸດຈຶ່ງຈະໄດ້ລອດພົ້ນ. ສະນັ້ນ, ໃນຍຸກສຸດທ້າຍນີ້, ເມື່ອພຣະເຈົ້າກາຍເປັນມະນຸດ, ຕົ້ນຕໍແມ່ນພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ທຸກສິ່ງສຳເລັດ ແລະ ເຮັດໃຫ້ທຸກສິ່ງແຈ່ມແຈ້ງຂຶ້ນ. ມີພຽງພຣະທໍາຂອງພຣະອົງເທົ່ານັ້ນເຈົ້າຈິ່ງຈະສາມາດເຫັນໄດ້ໃນສິ່ງທີ່ພຣະອົງເປັນ; ມີພຽງພຣະທໍາຂອງພຣະອົງເທົ່ານັ້ນເຈົ້າຈິ່ງຈະສາມາດເຫັນໄດ້ວ່າພຣະອົງເອງແມ່ນພຣະເຈົ້າ. ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດລົງມາໃນແຜ່ນດິນໂລກ, ພຣະອົງບໍ່ໄດ້ປະຕິບັດພາລະກິດອື່ນ ນອກຈາກກ່າວພຣະທໍາ, ດັ່ງນັ້ນ ບໍ່ຈຳເປັນຕ້ອງມີຂໍ້ເທັດຈິງ; ມີພຽງພຣະທໍາກໍ່ພຽງພໍແລ້ວ. ນັ້ນກໍຍ້ອນວ່າ ຕົ້ນຕໍແລ້ວພຣະອົງມາເພື່ອປະຕິບັດພາລະກິດນີ້, ເພື່ອເຮັດໃຫ້ມະນຸດເຫັນພະລັງ ແລະ ອຳນາດສູງສຸດຂອງພຣະອົງ, ເພື່ອເຮັດໃຫ້ມະນຸດເຫັນໃນພຣະທໍາຂອງພຣະອົງວ່າ ພຣະອົງໄດ້ປິດບັງພຣະອົງຢ່າງສຸພາບ ແລະ ອ່ອນນ້ອມຖ່ອມຕົນພຽງໃດ ແລະ ເພື່ອເຮັດໃຫ້ມະນຸດຮູ້ຈັກພຣະອົງຢ່າງແທ້ຈິງຈາກພຣະທໍາຂອງພຣະອົງ. ດ້ວຍວ່າ ທັງໝົດທີ່ພຣະອົງມີ ແລະ ເປັນແມ່ນຢູ່ໃນພຣະທໍາຂອງພຣະອົງ, ສະຕິປັນຍາຂອງພຣະອົງ ແລະ ສິ່ງມະຫັດສະຈັນທັງໝົດແມ່ນຢູ່ໃນພຣະທໍາຂອງພຣະອົງ. ສິ່ງນີ້ໄດ້ເຮັດໃຫ້ເຈົ້າເຫັນຫຼາຍວິທີການຂອງການກ່າວພຣະທໍາຂອງພຣະອົງ. ພາລະກິດຂອງພຣະເຈົ້າໃນຍຸກນີ້ສ່ວນໃຫຍ່ແມ່ນການສະໜອງ, ການເປີດເຜີຍ ແລະ ການຕິດຕໍ່ພົວພັນກັບມະນຸດ. ພຣະອົງບໍ່ໄດ້ສາບແຊ່ງມະນຸດແຕ່ຢ່າງໃດ ແລະ ເຖິງແມ່ນວ່າພຣະອົງສາບແຊ່ງກໍສາບແຊ່ງຜ່ານພຣະທໍາ. ດັ່ງນັ້ນ, ໃນຍຸກທີ່ພຣະເຈົ້າບັງເກີດເປັນມະນຸດນີ້, ຢ່າໄດ້ພະຍາຍາມເຫັນພຣະເຈົ້າປິ່ນປົວຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍອີກເລີຍ, ຢ່າໄດ້ພະຍາຍາມຊອກຫາເຄື່ອງໝາຍສໍາຄັນອີກຕໍ່ໄປ. ບໍ່ມີປະໂຫຍດຫຍັງ! ເຄື່ອງໝາຍເຫຼົ່ານັ້ນບໍ່ສາມາດເຮັດໃຫ້ມະນຸດສົມບູບແບບໄດ້! ເວົ້າຢ່າງຈະແຈ້ງກໍຄື: ປັດຈຸບັນນີ້, ພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດ ແມ່ນພຽງແຕ່ກ່າວພຣະທໍາ ແລະ ບໍ່ໄດ້ກະທຳໃນສິ່ງມະຫັດສະຈັນໃດໆ, ນີ້ແມ່ນຄວາມຈິງ! ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ເຈົ້າສົມບູນແບບ ແລະ ໃຊ້ພຣະທໍາເພື່ອລ້ຽງເກືອ ແລະ ໃຫ້ນ້ຳເຈົ້າ. ພຣະອົງໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ໃຊ້ພຣະທຳແທນຂໍ້ເທັດຈິງຕ່າງໆເພື່ອເຮັດໃຫ້ເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ. ຖ້າເຈົ້າສາມາດຮັບຮູ້ພາລະກິດແບບນີ້ຂອງພຣະເຈົ້າ, ເຈົ້າຈະບໍ່ຢູ່ລ້າງ. ແທນທີ່ຈະສຸມໃສ່ສິ່ງທີ່ເປັນທາງລົບ, ເຈົ້າຄວນສຸມໃສ່ສິ່ງທີ່ເປັນທາງບວກເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ເຖິງແມ່ນວ່າພຣະທໍາຂອງພຣະເຈົ້າຈະໄດ້ໍຖືກບັນລຸ ຫຼື ບໍ່ກໍ່ຕາມ ຫຼື ບໍ່ວ່າຈະມີຂໍ້ເທັດຈິງ ຫຼື ບໍ່ກໍ່ຕາມ, ພຣະເຈົ້າເຮັດໃຫ້ມະນຸດໄດ້ຮັບຊີວິດຈາກພຣະທໍາຂອງພຣະອົງ ແລະ ນີ້ແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດຂອງໝາຍສໍາຄັນທັງໝົດ, ແລະ ຍິ່ງໄປກວ່ານັ້ນ ມັນແມ່ນຄວາມຈິງທີ່ບໍ່ສາມາດປະຕິເສດໄດ້. ນີ້ແມ່ນຫຼັກຖານທີ່ດີທີ່ສຸດໃນການມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ເປັນໝາຍສໍາຄັນທີ່ຫຍິ່ງໃຫຍ່ກວ່າໝາຍສໍາຄັນໃດໆ. ມີພຽງພຣະທໍາເຫຼົ່ານີ້ເທົ່ານັ້ນທີ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

42. ໃນຍຸກສຸດທ້າຍ, ຕົ້ນຕໍແລ້ວ ພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ. ພຣະອົງບໍ່ໄດ້ໃຊ້ໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອບີບບັງຄັບມະນຸດ ຫຼື ເພື່ອລໍ້ໃຈມະນຸດ; ສິ່ງນີ້ບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຈະແຈ້ງຂຶ້ນໄດ້. ຖ້າພຣະເຈົ້າພຽງແຕ່ສະແດງໝາຍສໍາໝາຍ ແລະ ສິ່ງມະຫັດສະຈັນເທົ່ານັ້ນ ແມ່ນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄວາມເປັນຈິງຂອງພຣະເຈົ້ານັ້ນຊັດເຈນ, ເຊັ່ນດຽວກັນ ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດສົມບູນແບບ. ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບດ້ວຍເຄືອງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ແຕ່ໃຊ້ພຣະທໍາເພື່ອຫົດສົງ ແລະ ດູແລມະນຸດ ເຊິ່ງ ຫຼັງຈາກນັ້ນມະນຸດກໍຈະໄດ້ບັນລຸການເຊື່ອຟັງຢ່າງສົມບູນ ແລະ ມີຄວາມຮູ້ກ່ຽວກັບພຣະເຈົ້າ. ນີ້ແມ່ນເປົ້າໝາຍຂອງພາລະກິດທີ່ພຣະອົງປະຕິບັດ ແລະ ພຣະທໍາທີ່ພຣະອົງກ່າວ. ພຣະເຈົ້າບໍ່ໄດ້ໃຊ້ວິທີການສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອເຮັດໃຫ້ມະນຸດສົມບູນ ແຕ່ພຣະອົງໃຊ້ພຣະທໍາ ແລະ ໃຊ້ຫຼາກຫຼາຍວິທີການຂອງພາລະກິດທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າຈະເປັນການຊໍາລະລ້າງໃຫ້ບໍລິສຸດ, ການຕິດຕໍ່ພົວພັນ, ການລິຮານ ແລະ ການສະໜອງພຣະທໍາ, ພຣະເຈົ້າກ່າວຈາກຫຼາຍໆດ້ານທີ່ແຕກຕ່ງກັນເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເພື່ອໃຫ້ມະນຸດມີຄວາມຮູ້ເພີ່ມຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ, ກ່ຽວກັບສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າ... ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ ກຸ່ມຂອງຜູ້ຄົນທີ່ໄດ້ຮັບໄຊຊະນະນັ້ນແມ່ນໄດ້ມາຈາກທິດຕາເວັນອອກ, ຜູ້ຊະນະທີ່ມາຈາກທ່າມກາງຄວາມຍາກລຳບາກອັນຫຍິ່ງໃຫຍ່. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນໝາຍເຖິງຫຍັງ? ມັນໝາຍເຖິງຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບການເຊື່ອຟັງຢ່າງແທ້ຈິງ ຫຼັງຈາກທີ່ໄດ້ຮັບການພິພາກສາ, ການຕິສອນ, ການຈັດການ, ການລິຮານ ແລະ ທຸກຮູບແບບຂອງການຊໍາລະລ້າງໃຫ້ບໍລິສຸດ. ຄວາມເຊື່ອຂອງຄົນເຫຼົ່ານັ້ນບໍ່ມືດມົວ ຫຼື ເປັນນາມມະທຳ, ແຕ່ແມ່ນຄວາມເຊື່ອທີ່ແທ້ຈິງ. ພວກເຂົາບໍ່ໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃດໆ ຫຼື ອັດສະຈັນໃດໆ; ພວກເຂົາບໍ່ເວົ້າເຖິງຕົວໜັງສື ແລະ ທິດສະດີທີ່ບໍ່ຈະແຈ້ງ, ຫຼື ການເຂົ້າໃຈຢ່າງເລິກເຊິ່ງ; ແຕ່ພວກເຂົາມີຄວາມຈິງ ແລະ ມີພຣະທໍາຂອງພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເປັນຈິງຂອງພຣະເຈົ້າ. ແລ້ວກຸ່ມຄົນເຫຼົ່ານີ້ຈະບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຊັດເຈນຂຶ້ນບໍ?

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

43. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລົບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ. ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດຄວາມເຊື່ອທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າອອກຈາກຫົວໃຈຂອງມະນຸດ. ແຕ່ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື ໃນແນວຄວາມຄິດຂອງມະນຸດ, ມະນຸດເຊື່ອວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າຄວນເປັນ. ຍ້ອນວ່າ ເມື່ອພຣະເຢຊູມາ ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງການກຳຈັດພາບລັກໃນຄວາມເຊື່ອທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າອອກຈາກຫົວໃຈຂອງມະນຸດ; ເມື່ອພຣະອົງມາ ພຣະອົງຈຶ່ງຖືກຄຶງໃສ່ໄມ້ກາງແຂນ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ສ່ວນເລື່ອງກ່ຽວກັບ ການລົງມາບັງເກີດເປັນມະນຸດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍນີ້ ແມ່ນເພື່ອກຳຈັດຄວາມເຊື່ອທີ່ບໍ່ຊັດເຈນຂອງມະນຸດກ່ຽວກັບພຣະເຈົ້າ ເພື່ອວ່າຈະບໍ່ມີພາບທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າໃນຫົວໃຈຂອງມະນຸດອີກຕໍ່ໄປ. ດ້ວຍພຣະທຳທີ່ແທ້ຈິງ ແລະ ພາລະກິດທີ່ແທ້ຈິງຂອງພຣະອົງ, ການເຄື່ອນໄຫວຂອງພຣະອົງທົ່ວແຜ່ນດິນ, ພາລະກິດທີ່ພິເສດ ແລະ ປົກກະຕິ ທີ່ພຣະອົງໄດ້ປະຕິບັດທ່າມກາງມະນຸດ, ພຣະອົງເຮັດໃຫ້ມະນຸດມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ ແລະ ກຳຈັດຄວາມເຊື່ອທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າອອກຈາກຫົວໃຈຂອງມະນຸດ. ອີກດ້ານໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳທີ່ກ່າວໂດຍເນື້ອໜັງຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ທຸກສິ່ງສຳເລັດລົງ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍນີ້.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

44. ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ຄວາມເປັນຈິງ ແລະ ຄວາມເປັນທໍາມະດາຂອງພຣະເຈົ້າ ແລະ ເພື່ອພາບຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບໃໝ່ຂອງພຣະເຈົ້າ. ທັນທີທີ່ພາບຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດຂັ້ນຕອນນັ້ນຂອງພາລະກິດ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ຍ້ອນພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງພຽງໜຶ່ງສ່ວນໃນແຕ່ລະຍຸກ. ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ທາດແທ້ແຫ່ງທຳມະຊາດຂອງມະນຸດ, ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ, ຄວາມຄິດທີ່ລ້າສະໄໝ ເຊິ່ງລວມທັງຄວາມຮູ້ ແລະ ວັດທະນະທຳຂອງມະນຸດ. ສິ່ງທັງໝົດນີ້ຕ້ອງຖືກປ່ອຍໄວ້ໃຫ້ຫວ່າງເປົ່າ ແລະ ເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ ແລະ ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈຈິດໃຈຂອງພຣະເຈົ້າ. ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາໄດ້ນໍາໂມເຊອອກຈາກປະເທດອີຢິບດ້ວຍພຣະທຳຂອງພຣະອົງ ແລະ ກ່າວພຣະທຳບາງຂໍ້ກັບຊາວອິດສະຣາເອັນ; ໃນເວລານັ້ນ ການກະທຳບາງສ່ວນຂອງພຣະເຈົ້າຖືກເຮັດໃຫ້ເຂົ້າໃຈໄດ້ງ່າຍ ແຕ່ຍ້ອນຄວາມສາມາດຂອງມະນຸດມີຂີດຈຳກັດ ແລະ ບໍ່ມີສິ່ງໃດທີ່ສາມາດເຮັດໃຫ້ຄວາມຮູ້ຂອງເຂົາສົມບູນໄດ້ ພຣະເຈົ້າຈຶ່ງສືບຕໍ່ກ່າວ ແລະ ປະຕິບັດພາລະກິດຂອງອົງ. ໃນຍຸກແຫ່ງພຣະຄຸນ ມະນຸດເຫັນການກະທຳບາງສ່ວນຂອງພຣະເຈົ້າອີກຄັ້ງ. ພຣະເຢຊູສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ, ສາມມື້ຫຼັງຈາກນັ້ນ ພຣະອົງຟື້ນຄືນມາ ແລະ ປາກົດຕົວຜ່ານເນື້ອໜັງຕໍ່ໜ້າມະນຸດ. ມະນຸດບໍ່ຮູ້ຫຼາຍໄປກວ່ານີ້ກ່ຽວກັບພຣະເຈົ້າ. ມະນຸດຮູ້ຫຼາຍເທົ່າທີ່ພຣະເຈົ້າສະແດງໃຫ້ເຂົາເຫັນ ແລະ ຖ້າພຣະເຈົ້າບໍ່ສະແດງໃຫ້ມະນຸດເຫັນຫຼາຍກວ່ານີ້ ແລ້ວສິ່ງດັ່ງກ່າວກໍເປັນຂອບເຂດທີ່ມະນຸດກຳນົດໄວ້ກ່ຽວກັບພຣະເຈົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງສືບຕໍ່ປະຕິບັດພາລະກິດຂອງພຣະອົງ ເພື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຈະເລິກເຊິ່ງຂຶ້ນ ແລະ ເພື່ອເຂົາຈະຄ່ອຍໆຮູ້ຈັກທາດແທ້ຂອງພຣະເຈົ້າຫຼາຍຂຶ້ນ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ. ຈິດໃຈທີ່ເສື່ອມໂຊມຂອງເຈົ້າຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ແນວຄວາມຄິດທາງສາສະໜາຂອງເຈົ້າຖືກແທນທີ່ໂດຍຄວາມເປັນຈິງຂອງພຣະເຈົ້າ. ພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ລົງມາ ໂດຍສະເພາະຢ່າງຍິ່ງແມ່ນເພື່ອປະຕິບັດຕາມພຣະທຳທີ່ກ່າວວ່າ “ພຣະທຳກາຍມາເປັນມະນຸດ, ພຣະທຳເກີດມາເປັນມະນຸດ ແລະ ພຣະທຳປາກົດໃນເນື້ອໜັງມະນຸດ” ແລະ ຖ້າເຈົ້າບໍ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບສິ່ງນີ້ ແລ້ວເຈົ້າຈະບໍ່ສາມາດຕັ້ງໝັ້ນໃນຕົວເອງໄດ້. ໃນລະຫວ່າງຍຸກສຸດທ້າຍ ສ່ວນຫຼາຍ ພຣະເຈົ້າປະສົງທີ່ຈະເຮັດສໍາເລັດຂັ້ນຕອນພາລະກິດຂອງພຣະທຳທີ່ປາໃນເນື້ອໜັງມະນຸດ ແລະ ນີ້ຄືສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

45. ໃນພາລະກິດຂອງຍຸກສຸດທ້າຍ, ພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

46. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆກໍເພື່ອວ່າເຈົ້າຈະໄດ້ເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ທາດແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ແມ່ນແຕ່ຄວາມເຊື່ອຖືແບບຫຼັບຫູຫຼັບຕາ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງລະອຽດ. ເຈົ້າຈະໄດ້ເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າໃຈ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ປະຕິບັດພາລະກິດແຫ່ງການສິ້ນສຸດ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂັ້ນສຸດທ້າຍ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ; ຫຼັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າສິ້ນສຸດລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ບໍ່ໄດ້ອະທິບາຍຢ່າງຄົບຖ້ວນ. ແຕ່ເຖິງຢ່າງນັ້ນ ພຣະເຢຊູກໍບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແມ່ນເພື່ອການຖືກຄຶງໃສ່ໄມ້ກາງແຂນ ແລະ ບໍ່ຄືກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການເຮັດໃຫ້ທຸກສິ່ງຊັດເຈນຂຶ້ນ ແລະ ການສິ້ນສຸດພາລະກິດທັງໝົດ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງທີ່ສຸດ ກໍຈະບໍ່ມີທາງທີ່ຈະຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດແມ່ນຖືກນໍາມາສູ່ຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນນີ້ກໍຍັງມີຫຼາຍຄົນທີ່ບໍ່ເຂົ້າໃຈພຣະທຳຂອງພຣະອົງ ເຊິ່ງພາກັນເຂົ້າໃຈແບບຜິດໆ ແຕ່ກໍຍັງເຊື່ອວ່າຖືກຕ້ອງ ແລະ ບໍ່ຮູ້ວ່າ ພວກເຂົານັ້ນຜິດ. ສຸດທ້າຍ ຂັ້ນຕອນໃນປັດຈຸບັນນີ້ຈະນໍາພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ ແລະ ຈະໃຫ້ຜົນສະຫຼຸບຂອງມັນ. ທຸກຄົນຈະໄດ້ເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈຜິດຂອງເຂົາ, ແນວຄິດຂອງເຂົາກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຄົນຕ່າງຊາດ ແລະ ການອອກນອກທິດນອກທາງ ແລະ ຄວາມຜິດພາດອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

47. ຖ້າຜູ້ຄົນຍັງຢູ່ໃນຍຸກພຣະຄຸນ ພວກເຂົາຈະບໍ່ຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຈັກເທື່ອ, ແຮງໄກທີ່ຈະຮູ້ຈັກອຸປະນິໄສໂດຍກໍາເນີດຂອງພຣະເຈົ້າ. ຖ້າຜູ້ຄົນດຳລົງຊີວິດໃນທ່າມກາງຄວາມອຸດົມສົມບູນຂອງຄວາມກະລຸນາຢູ່ສະເໝີ ແຕ່ບໍ່ມີວິທີຊີວິດທີ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ ຫຼື ເປັນທີ່ພໍໃຈຂອງພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບພຣະອົງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງຈັກເທື່ອ. ຄວາມເຊື່ອປະເພດນີ້ເປັນຕາສົມເພດແທ້ໆ. ເມື່ອເຈົ້າໄດ້ອ່ານປື້ມເຫຼັ້ມນີ້ສໍາເລັດແລ້ວ, ເມື່ອເຈົ້າໄດ້ຜະເຊີນກັບແຕ່ລະບາດກ້າວຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກແຫ່ງອານາຈັກນີ້ແລ້ວ, ເຈົ້າຈະຮູ້ສຶກວ່າ ຄວາມປາຖະໜາທີ່ເຈົ້າມີເປັນເວລາຫຼາຍປີນັ້ນຈະກາຍເປັນຈິງໃນທີ່ສຸດ. ເຈົ້າຈະຮູ້ສຶກວ່າ ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ເຫັນພຣະເຈົ້າເຊິ່ງໜ້າ; ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ແນມເບິ່ງໃບໜ້າພຣະເຈົ້າ, ໄດ້ຍິນພຣະຄໍາສ່ວນຕົວຂອງພຣະອົງ, ເຫັນຄຸນຄ່າສະຕິປັນຍາໃນການປະຕິບັດພາລະກິດຂອງພຣະອົງ ແລະ ຮູ້ສຶກຢ່າງແທ້ຈິງວ່າ ພຣະອົງເປັນຈິງ ແລະ ມີລິດທານຸພາບສູງສຸດພຽງໃດ. ເຈົ້າຈະຮູ້ສຶກວ່າ ເຈົ້າໄດ້ຮັບຫຼາຍສິ່ງທີ່ຜູ້ຄົນໃນອະດີດຜ່ານມາບໍ່ເຄີຍເຫັນ ຫຼື ເຄີຍມີ. ໃນເວລານີ້ ເຈົ້າຈະຮູ້ຢ່າງແທ້ຈິງວ່າ ການເຊື່ອໃນພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນຫຍັງ. ແນ່ນອນ ຖ້າເຈົ້າຍຶດຕິດກັບມຸມມອງໃນອະດີດ ແລະ ບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ແລ້ວເຈົ້າກໍຈະຍັງເຫຼືອແຕ່ມືເປົ່າ, ບໍ່ໄດ້ຮັບຫຍັງເລີຍ ແລະ ໃນທີ່ສຸດ ເຈົ້າກໍຈະຖືກພິພາກສາວ່າຜິດໃນກໍລະນີຕໍ່ຕ້ານພຣະເຈົ້າ. ຜູ້ທີ່ສາມາດເຊື່ອຟັງຄວາມຈິງ ແລະ ຍອມຮັບພາລະກິດຂອງພຣະເຈົ້າກໍຈະໄດ້ຮັບການຢືນຢັນພາຍໃຕ້ນາມຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ. ພວກເຂົາຈະສາມາດຮັບເອົາການຊີ້ນໍາສ່ວນຕົວຈາກພຣະເຈົ້າ, ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ສູງສົ່ງຫຼາຍຍິ່ງຂຶ້ນ ພ້ອມທັງຊີວິດທີ່ແທ້ຈິງ. ພວກເຂົາຈະເຫັນນິມິດທີ່ຜູ້ຄົນໃນອະດີດບໍ່ເຄີຍເຫັນມາກ່ອນ: “ແລະ ຂ້າພະເຈົ້າຫັນໄປຍັງສຽງທີ່ເວົ້າກັບຂ້າພະເຈົ້າ. ເມື່ອຂ້າພະເຈົ້າຫັນໄປກໍເຫັນຄັນທຽນຄໍາເຈັດອັນ; ໃນທ່າມກາງຄັນທຽນເຈັດຄັນເຫຼົ່ານັ້ນ ມີຜູ້ໜຶ່ງເໝືອນບຸດມະນຸດ, ນຸ່ງເສື້ອລ່າມລົງເຖິງຕີນ ແລະ ຄຽນເອິກດ້ວຍຜ້າບ່ຽງຄໍາ. ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນດັ່ງສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ” (ພຣະນິມິດ 1:12-16). ນິມິດດັ່ງກ່າວນີ້ແມ່ນເປັນການສະແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ ແລະ ການສະແດງອອກເຖິງອຸປະນິໄສທັງໝົດຂອງພຣະອົງກໍຍັງເປັນການສະແດງເຖິງພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນຂອງພຣະອົງ. ຢູ່ໃນສະພາວະທີ່ຫຼັ່ງໄຫຼແຫ່ງການຂ້ຽນຕີ ແລະ ການພິພາກສາ, ບຸດມະນຸດສະແດງອອກເຖິງອຸປະນິໄສໂດຍທໍາມະຊາດຂອງພຣະອົງຜ່ານວິທີການແຫ່ງພຣະຄຳ ເຊິ່ງເຮັດໃຫ້ທຸກຄົນທີ່ຍອມຮັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ທີ່ເປັນການພັນລະນາຢ່າງຊື່ສັດເຖິງໃບໜ້າຂອງບຸດມະນຸດທີ່ໂຢຮັນເຄີຍໄດ້ເຫັນ. (ແນ່ນອນ ທຸກສິ່ງນີ້ຈະບໍ່ສາມາດເຫັນໄດ້ໂດຍຜູ້ຄົນທີ່ບໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ). ໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດ ແລະ ດັ່ງນັ້ນ ພຣະເຈົ້າຈຶ່ງໃຊ້ວິທີການທີ່ພຣະອົງສະແດງອອກໃນອຸປະນິໄສໂດຍທໍາມະຊາດຂອງພຣະອົງເພື່ອສະແດງໃບໜ້າທີ່ແທ້ຈິງຂອງພຣະອົງໃຫ້ມະນຸດເຫັນ. ນັ້ນໝາຍຄວາມວ່າ ທຸກຄົນທີ່ໄດ້ເຫັນຄຸນຄ່າອຸປະນິໄສໂດຍທຳມະຊາດຂອງບຸດມະນຸດກໍຈະໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ເພາະວ່າພຣະເຈົ້າແມ່ນຍິ່ງໃຫຍ່ເກີນໄປ ແລະ ບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດໄດ້. ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ, ພວກເຂົາກໍຈະຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຄໍາເວົ້າຂອງໂຢຮັນ ທີ່ເພິ່ນເວົ້າເຖິງບຸດມະນຸດຢູ່ໃນທ່າມກາງຄັນໂຄມໄຟວ່າ: “ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ”.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

48. ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ຜູ້ຄົນທີ່ເຊື່ອຟັງຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ມີແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ. ຈຸດຈົບສຳລັບທຸກສິ່ງແມ່ນໃກ້ເຂົ້າມາແລ້ວ; ຈຸດຈົບຂອງມະນຸດແມ່ນຖືກສະແດງຢ່າງຊັດເຈນຕໍ່ໜ້າຂອງເຂົາ ແລະ ທຸກສິ່ງຈະຖືກຈັດແບ່ງຕາມປະເພດຂອງເຂົາ. ແລ້ວຜູ້ຄົນຈະສາມາດຫຼົບໜີຈາກຄວາມເຈັບປວດໃນການຈັດແບ່ງແຕ່ລະຄົນຕາມປະເພດໄດ້ແນວໃດ? ຈຸດຈົບທີ່ແຕກຕ່າງກັນຂອງມະນຸດແຕ່ລະຊົນຊັ້ນຈະຖືກເປີດເຜີຍ ເມື່ອຈຸດຈົບຂອງທຸກສິ່ງໃກ້ມາເຖິງ ແລະ ສິ່ງນີ້ແມ່ນຖືກປະຕິບັດໃນລະຫວ່າງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ (ລວມເຖິງພາລະກິດແຫ່ງການເອົາຊະນະທັງໝົດ, ເລີ່ມຕົ້ນດ້ວຍພາລະກິດໃນປັດຈຸບັນ). ການເປີດເຜີຍຈຸດຈົບຂອງມະນຸດຊາດທັງປວງແມ່ນຖືກປະຕິບັດຕໍ່ໜ້າບັນລັງແຫ່ງການພິພາກສາ, ໃນລະຫວ່າງການຂ້ຽນຕີ ແລະ ໃນລະຫວ່າງພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ...

ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື ການຕັດສິນຄວາມບາບຂອງແຕ່ລະຄົນແມ່ນພາລະກິດຂອງຍຸກສຸດທ້າຍ. ບໍ່ດັ່ງນັ້ນ ຜູ້ຄົນຈະຖືກຈັດແບ່ງໄດ້ແນວໃດ? ພາລະກິດແຫ່ງການຈັດແບ່ງປະເພດທີ່ຖືກປະຕິບັດໃນທ່າມກາງພວກເຈົ້າແມ່ນຈຸດເລີ່ມຕົ້ນຂອງພາລະກິດດັ່ງກ່າວໃນຈັກກະວານທັງປວງ. ຫຼັງຈາກນີ້, ຜູ້ຄົນເຫຼົ່ານັ້ນຈາກດິນແດນທັງປວງ ແລະ ທຸກຄົນກໍຍັງຈະຢູ່ພາຍໃຕ້ພາລະກິດແຫ່ງການເອົາຊະນະອີກດ້ວຍ. ນີ້ໝາຍຄວາມວ່າທຸກຄົນທີ່ຢູ່ໃນການເນລະມິດສ້າງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ ໂດຍມາຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາເພື່ອຮັບເອົາການພິພາກສາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຫຼົບໜີການທົນທຸກຈາກການຂ້ຽນຕີ ແລະ ການພິພາກສານີ້ໄດ້ ຫຼື ບໍ່ມີຜູ້ໃດ ຫຼື ສິ່ງໃດທີ່ຈະບໍ່ຖືກຈັດແບ່ງຕາມປະເພດ; ທຸກຄົນຈະຖືກຈັດແບ່ງ ຍ້ອນຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ທຸກສິ່ງທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກໄດ້ໄປເຖິງຈຸດສິ້ນສຸດຂອງມັນແລ້ວ. ມະນຸດຈະສາມາດຫຼົບໜີຍຸກສຸດທ້າຍຂອງການເປັນຢູ່ຂອງມະນຸດໄດ້ແນວໃດ?

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

49. ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ຜ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະຜ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນູດຊາດທັງໝົດຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

50. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊິວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ. ບໍ່ວ່າພວກເຂົາຈະເປັນວິນຍານຂອງຄົນຕາຍ ຫຼື ເປັນຄົນທີ່ຍັງໃຊ້ຊີວິດໃນເນື້ອໜັງ, ຄົນຊົ່ວຮ້າຍທຸກຄົນ ແລະ ທຸກຄົນທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຄົນທີ່ບໍລິສຸດໃນທ່າມກາງມະນຸດຊາດໄດ້ເຂົ້າສູ່ການພັກເຊົາ. ສໍາລັບວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາ, ບໍ່ວ່າຈະຢູ່ໃນຍຸກໃດກໍຕາມ ທຸກຄົນທີ່ກະທໍາຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ທຸກຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນແມ່ນບໍ່ໄດ້ຖືກຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ; ກົງກັນຂ້າມ, ມັນຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ບໍ່ເຊື່ອຟັງຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ ແລະ ຄົນໃນຍຸກນີ້ທີ່ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງແນ່ນອນເຊັ່ນກັນ. ມະນຸດຖືກແຍກອອກບົນພື້ນຖານຄວາມດີ ແລະ ຄວາມຊົ່ວ, ບໍ່ແມ່ນບົນພື້ນຖານຂອງຍຸກທີ່ພວກເຂົາອາໄສຢູ່. ເມື່ອຖືກແບ່ງແຍກ, ພວກເຂົາຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ກົງກັນຂ້າມ ພຣະເຈົ້າຈະພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ພຣະອົງໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ແບ່ງແຍກມະນຸດອອກເປັນຄົນດີ ແລະ ຄົນຊົ່ວນັບຕັ້ງແຕ່ພຣະອົງເລີ່ມດໍາເນີນພາລະກິດຂອງພຣະອົງໃນທ່າມກາງພວກເຂົາແລ້ວ. ມັນເປັນພຽງແຕ່ວ່າພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງເທົ່ານັ້ນ; ມັນບໍ່ແມ່ນວ່າ ພຣະອົງຈະແຍກພວກເຂົາອອກເປັນປະເພດໃຜລາວຫຼັງຈາກສໍາເລັດພາລະກິດຂອງພຣະອົງ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄົນຊົ່ວ ແລະ ມອບລາງວັນໃຫ້ຄົນດີທັນທີ. ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (II) ການເປີດເຜີຍຂອງພຣະເຈົ້າກ່ຽວກັບພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນ

ຕໍ່ໄປ: II ພຣະທຳກ່ຽວກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ,...

ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ໃນໄລຍະເວລາທີ່ເປໂຕຢູ່ກັບພຣະເຢຊູນັ້ນ ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງກ່ຽວກັບພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger