(II) ການເປີດເຜີຍຂອງພຣະເຈົ້າກ່ຽວກັບພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນ
28. ພຣະເຢຊູເປັນຕົວແທນພາລະກິດທັງຫມົດຂອງຍຸກແຫ່ງພຣະຄຸນ; ພຣະອົງໄດ້ບັງເກີດເປັນມະນຸດ ແລະ ຖືກຄຶງເທິງໄມ້ກາງເຂນ ແລະ ພຣະອົງໄດ້ເປີດຍຸກແຫ່ງພຣະຄຸນ. ພຣະອົງໄດ້ຖືກຄຶງໄວ້ເທິງໄມ້ກາງແຂນ ເພື່ອເຮັດສໍາເລັດພາລະກິດຂອງການໄຖ່ບາບ, ເພື່ອສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ດັ່ງນັ້ນພຣະອົງຈຶ່ງຖືກເອີ້ນວ່າ “ຜູ້ບັນຊາສູງສຸດ”, “ຜູ້ຮັບບາບ”, “ຜູ້ໄຖ່ບາບ”. ດັ່ງນັ້ນ ພາລະກິດຂອງພຣະເຍຊູແຕກຕ່າງກັນທາງດ້ານເນື້ອໃນຈາກພາລະກິດຂອງພຣະເຢໂຮວາ, ເຖິງແມ່ນວ່າພາລະກິດທັງສອງໃຊ້ຫຼັກການດຽວກັນ. ພະເຢໂຮວາໄດ້ເລີ່ມຕົ້ນຍຸກແຫ່ງພຣະບັນຍັດ, ໄດ້ສ້າງພື້ນຖານ ເຊິ່ງເປັນຕົ້ນກໍາເນີດຂອງພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ໄດ້ອອກກົດລະບຽບ ແລະ ພຣະບັນຍັດ; ສອງສິ່ງເຫຼົ່ານີ້ແມ່ນ ຜົນສຳເລັດຂອງພຣະອົງ ເຊິ່ງເປັນຕົວແທນຂອງ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນບໍ່ແມ່ນເພື່ອອອກຂໍ້ກົດລະບຽບ ແຕ່ເພື່ອປະຕິບັດຕາມຂໍ້ບັນຍັດ, ດັ່ງນັ້ນ ພາລະກິດຂອງພຣະອົງຈຶ່ງນຳໄປສູ່ຍຸກแຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ ທີ່ໃຊ້ເວລາເຖິງສອງພັນປີ. ພຣະອົງເປັນຜູ້ບຸກເບີກ ແລະ ສະເດັດມາເພື່ອເລີ່ມຕົ້ນຍຸກແຫ່ງພຣະຄຸນ, ແຕ່ພາກສ່ວນຕົ້ນຕໍຂອງພາລະກິດພຣະອົງນັ້ນແມ່ນການໄຖ່ບາບ. ດັ່ງນັ້ນ ຜົນສໍາເລັດຂອງພຣະອົງມີສອງຢ່າງຄື: ເປີດຍຸກໃຫມ່ ແລະ ສໍາເລັດພາລະກິດໄຖ່ບາບຜ່ານການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງ. ຫຼັງຈາກນັ້ນ, ພຣະອົງກໍ່ໄດ້ຈາກໄປ. ແລ້ວຕໍ່ຈາກນີ້ໄປແມ່ນຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ ແລະ ຍຸກແຫ່ງພຣະຄຸນໄດ້ເລີ່ມຕົ້ນຂຶ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ
29. ສຳລັບພາລະກິດແຫ່ງຍຸກພຣະຄຸນແລ້ວ, ພຣະເຢຊູ ເປັນພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ. ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຄວາມກະລຸນາ, ຄວາມຮັກ, ຄວາມເມດຕາ, ຄວາມອົດກັ້ນ, ຄວາມອົດທົນ, ຄວາມຖ່ອມຕົນ, ຄວາມເປັນຫ່ວງ ແລະ ການໂຍະຍານ ແລະ ພາລະກິດຫຼາຍຢ່າງທີ່ພຣະອົງປະຕິບັດແມ່ນເພື່ອເຫັນແກ່ການໄຖ່ບາບຂອງມະນຸດ. ສຳລັບອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກ ແລະ ຍ້ອນພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ, ພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ ເພື່ອສະແດງວ່າ ພຣະເຈົ້າຮັກມະນຸດເໝືອນກັບພຣະອົງເອງ ຮັກຫຼາຍຈົນພຣະອົງຍອມຖວາຍຕົວພຣະອົງເອງທັງໝົດ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະນາມຂອງພຣະເຈົ້າແມ່ນພຣະເຢຊູ, ເວົ້າໄດ້ວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊ່ວຍມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ. ພຣະເຈົ້າຢູ່ກັບມະນຸດ. ຄວາມຮັກຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງຕິດຕາມມະນຸດທຸກຄົນ. ມີພຽງແຕ່ການຍອມຮັບພຣະນາມຂອງພຣະເຢຊູ ແລະ ການຊົງສະຖິດຂອງພຣະອົງເທົ່ານັ້ນ ມະນຸດຈຶ່ງສາມາດຮັບເອົາສັນຕິສຸກ ແລະ ຄວາມປິຕິຍິນດີໄດ້, ຮັບເອົາການອວຍພອນຂອງພຣະອົງ, ຮັບເອົາພຣະຄຸນທີ່ຫຼວງຫຼາຍ ແລະ ນັບບໍ່ຖ້ວນຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງ. ຜ່ານການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ທຸກຄົນທີ່ຕິດຕາມພຣະອົງໄດ້ຮັບຄວາມລອດພົ້ນ ແລະ ຖືກອະໄພຄວາມຜິດບາບຂອງພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເປັນພຣະນາມຂອງພຣະເຈົ້າ. ເວົ້າໄດ້ອີກວ່າ ພາລະກິດໃນຍຸກແຫ່ງພຣະຄຸນແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຈົ້າຖືກເອີ້ນວ່າ ພຣະເຢຊູ. ພຣະອົງໄດ້ຮັບຂັ້ນຕອນຂອງພາລະກິດໃໝ່ທີ່ຢູ່ນອກເໜືອພຣະສັນຍາເດີມ ແລະ ພາລະກິດຂອງພຣະອົງກໍສິ້ນສຸດພ້ອມກັບການຖືກຄຶງເທິງໄມ້ກາງແຂນ. ນີ້ແມ່ນພາລະກິດທັງໝົດຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)
30. ພາລະກິດທີ່ພຣະເຢຊູໄດ້ກະທໍາແມ່ນສອດຄ່ອງກັບຄວາມຕ້ອງການຂອງມວນມະນຸດຊາດໃນສະໄຫມນັ້ນ. ໜ້າທີ່ຂອງພຣະອົງແມ່ນເພື່ອໄຖ່ບາບມະນຸດ, ໃຫ້ອະໄພບາບພວກເຂົາ ແລະ ດັ່ງນັ້ນ ບຸກຄະລິກຂອງພຣະອົງທັງໝົດກໍຄືຄວາມຖ່ອມຕົນ, ຄວາມອົດທົນ, ຄວາມຮັກ, ຄວາມສັດຊື່, ຄວາມອົດທົນ, ຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງໄດ້ປະທານພອນໃຫ້ແກ່ມະນຸດຢ່າງຫລວງຫລາຍ ແລະ ນໍາຄວາມກະລຸນາມາສູ່ພວກເຂົາຢ່າງມາກມາຍກ່າຍກອງ ແລະ ທຸກສິ່ງທຸກຢ່າງທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກໄດ້ ພຣະອົງແມ່ນໄດ້ມອບໃຫ້ພວກເຂົາເພື່ອຄວາມສຸກຂອງພວກເຂົາ, ນັ້ນກໍຄື ຄວາມສັນຕິສຸກ, ຄວາມສຸກ, ຄວາມອົດທົນ, ຄວາມຮັກ, ຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງ. ໃນເວລານັ້ນ, ທຸກຢ່າງທີ່ມະນຸດປະສົບພົບພໍ້ ລ້ວນແຕ່ແມ່ນຄວາມອຸດົມສົມບູນທີ່ສາມາດເຮັດໃຫ້ມີຄວາມສຸກໄດ້: ຫົວໃຈຂອງພວກເຂົາຢູ່ໃນຄວາມສະຫງົບ ແລະ ໄວ້ວາງໃຈ, ຈິດໃຈຂອງພວກເຂົາໄດ້ຮັບການປອບໂຍນ ແລະ ພວກເຂົາໄດ້ຮັບການອຸ້ມຊູຈາກພຣະຜູ້ຊ່ອຍໃຫ້ລອດ ນັ້ນກໍຄືພຣະເຢຊູ. ພວກເຂົາສາມາດໄດ້ຮັບສິ່ງເຫລົ່ານີ້ເປັນຜົນມາຈາກພາລະກິດຂອງຍຸກທີ່ພວກເຂົາມີຊີວິດຢູ່. ໃນຍຸກແຫ່ງພຣະຄຸນ, ມວນມະນຸດໄດ້ຮັບຄວາມເສື່ອມໂຊມຈາກຊາຕານມາແລ້ວ ແລະ ດັ່ງນັນ, ພາລະກິດຂອງການໄຖ່ບາບມວນມະນຸດຊາດຈຶ່ງຕ້ອງການຄວາມກະລຸນາຢ່າງໃຫຍ່ຫຼວງ, ຄວາມອົດກັ້ນ ແລະ ອົດທົນຢ່າງໜັກ ແລະ ນອກຈາກນັ້ນ ເພື່ອປະສົບຄວາມສໍາເລັດຂອງຍຸກ ຈຶ່ງມີການຖວາຍຢ່າງພຽງພໍເພື່ອຊົດໃຊ້ບາບຂອງມະນຸດ. ສິ່ງທີ່ມວນມະນຸດໄດ້ເຫັນໃນຍຸກແຫ່ງພຣະຄຸນແມ່ນການຊົດເຊີຍບາບຂອງມວນມະນຸດຂອງເຮົາ, ນັ້ນຄື ພຣະເຍຊູ. ທັງຫມົດທີ່ພວກເຂົາຮູ້ກ່ຽວກັບພຣະເຈົ້າ ຄືຄວາມເມດຕາ ແລະ ອົດທົດ; ແລະ ທັງຫມົດທີ່ພວກເຂົາເຫັນຄືຄວາມເມດຕາ ແລະ ຄວາມຮັກກາລຸນາຂອງພຣະເຢຊູ. ທັງໝົດນີເປັນເພາະວ່າພວກເຂົາເກີດຢູ່ໃນຍຸກແຫ່ງພຣະຄຸນ. ດັ່ງນັ້ນ ກ່ອນທີ່ພວກເຂົາຈະໄດ້ຮັບການໄຖ່ບາບ ພວກເຂົາຕ້ອງພະເຊີນກັບຄວາມກະລຸນາຫຼາຍຮູບແບບ ທີ່ພຣະເຢຊູໄດ້ມອບໃຫ້ແກ່ພວກເຂົາ ເຊິ່ງມັນມີປະໂຫຍດຕໍ່ພວກເຂົາຫຼາຍ. ດ້ວຍວິທີນີ້, ພວກເຂົາສາມາດໄດ້ຮັບການອະໄພບາບທີ່ພວກເຂົາກະທຳໂດຍຜ່ານການເສບສຸກໃນຍຸກພຣະຄຸນ ແລະ ຍັງສາມາດໄດ້ຮັບການໄຖ່ບາບໂດຍຜ່ານຄວາມອົດທົນ ອົດກັ້ນຂອງພຣະເຢຊູອີກ. ມີພຽງການອົດທົນອົດກັ້ນຂອງພຣະເຢຊູເທົ່ານັ້ນ ພວກເຂົາຈຶ່ງມີສິດທີ່ຈະໄດ້ຮັບການໃຫ້ອະໄພ ແລະ ເສບສຸກຄວາມອຸດົມສົມບູນຂອງຄວາມກະລຸນາທີ່ໄດ້ຮັບຈາກພຣະເຢຊູ, ດັ່ງທີ່ພຣະອົງໄດ້ກ່າວວ່າ: ເຮົາບໍ່ໄດ້ມາໄຖ່ບາບໃຫ້ຄົນຊອບທໍາ ແຕ່ມາເພື່ອໄຖ່ບາບໃຫ້ຄົນຜິດບາບ, ເພື່ອເຮັດໃຫ້ຄົນບາບໄດ້ຮັບການອະໄພບາບ. ຖ້າຫາກວ່າພຣະເຢຊູບັງເກີດເປັນມະນຸດກັບການພິພາກສາລົງໂທດ, ການສາບແຊ່ງ ແລະ ຄວາມບໍອົດທົນຕໍ່ຄວາມຜິດຂອງມວນມະນຸດຊາດ, ມະນຸດຈະບໍ່ມີໂອກາດທີ່ຈະໄຖ່ບາບ ແລະ ຄົງຈະເປັນບາບຕະຫຼອດໄປ. ຖ້າເປັນດັ່ງນັ້ນ, ແຜນການຄຸ້ມຄອງຫົກພັນປີຄົງຈະສິ້ນສຸດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະບັນຍັດ ກໍ່ຈະແກ່ຍາວຕະຫຼອດຫົກພັນປີ. ບາບຂອງມະນຸດຈະເພີ່ມຫຼາຍຂຶ້ນ ແລະ ໂສກເສົ້າຫຼາຍຂຶ້ນ ແລະ ການສ້າງມະນຸດຈະບໍ່ມີຜົນປະໂຫຍດຫຍັງເລີຍ. ມະມຸດກໍ່ຈະສາມາດພຽງແຕ່ຮັບໃຊ້ພະເຢໂຮວາພາຍໃຕ້ພຣະບັນຍັດເທົ່ານັ້ນ, ແຕ່ບາບຂອງພວກເຂົາຈະຫຼາຍເກີນກວ່າ ບາບຂອງມະນຸດທີ່ຖືກສ້າງຂຶ້ນມາໃນຄັ້ງທໍາອິດ. ຍິ່ງພຣະເຢຊູຮັກມະນຸດຊາດເທົ່າໃດ, ໃຫ້ອະໄພບາບເຂົາເຈົ້າຫຼາຍເທົ່າໃດ ແລະ ມອບຄວາມເມດຕາ ແລະ ຄວາມຮັກກະລຸນາໃຫ້ພວກເຂົາຢ່າງພຽງພໍເທົ່າໃດ, ມວນມະນຸດກໍ່ຍິ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼາຍເທົ່ານັ້ນ ແລະ ຖືກເອີ້ນວ່າລູກແກະທີ່ສູນຫາຍ ທີ່ພຣະເຢຊູໄດ້ຊື້ຄືນໃນລາຄາທີ່ແພງທີ່ສຸດ. ຊາຕານບໍ່ສາມາດເຂົ້າຮ່ວມໃນພາລະກິດນີ້ໄດ້ ເພາະວ່າພຣະເຢຊູປະຕິບັດຕໍ່ຜູ້ຕິດຕາມພຣະອົງຄືຜູ້ເປັນແມ່ທີ່ຮັກລູກປະຕິບັດຕໍ່ລູກໃນອ້ອມກອດອັນອົບອຸ່ນຂອງນາງ. ພຣະອົງບໍ່ໄດ້ໂກດເຄືອງພວກເຂົາ ຫລື ດູຫມິ່ນພວກເຂົາ ແຕ່ເຕັມໄປດ້ວຍຄວາມປອບໂຍນ; ພຣະອົງບໍ່ເຄີຍ ໂກດແຄ້ນໃນທ່າມກາງພວກເຂົາ ແຕ່ໄດ້ອົດທົນກັບບາບຂອງພວກເຂົາ ແລະ ມອງຂ້າມຄວາມໂງ່ຂອງພວກເຂົາ ແລະ ຄວາມໄຮ້ດຽງສາຂອງພວກເຂົາ ຈົນເຖິງຂັ້ນກ່າວວ່າ: “ໃຫ້ອະໄພຜູ້ອື່ນເຈັດສິບເທື່ອຄູນເຈັດເທື່ອ”. ດັ່ງນັ້ນຫົວໃຈຂອງພຣະອົງຫັນປ່ຽນຫົວໃຈຂອງຄົນອື່ນ. ແລ້ວມັນກໍແມ່ນວິທີນີ້ເອງທີ່ຜູ້ຄົນໄດ້ຮັບການໃຫ້ອະໄພບາບໂດຍຜ່ານການອົດທົນຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ
31. ເຖິງແມ່ນວ່າພຣະເຢຊູຢູ່ໃນການບັງເກີດເປັນມະນຸດຂອງພຣະອົງ ຈະປາດສະຈາກຄວາມຮູ້ສຶກໃດໆ, ພຣະອົງຍັງ ປອບໃຈພວກສາວົກຂອງພຣະອົງ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ເຖິງວ່າພຣະອົງໄດ້ເຮັດເພື່ອສາວົກຂອງພຣະອົງຫຼາຍເທົ່າໃດ ຫຼື ໄດ້ທົນທຸກທໍລະມານຫຼາຍເທົ່າໃດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກຄົນຂອງພຣະອົງເກີນຄວາມຈຳເປັນເລີຍ, ແຕ່ຊໍ້າພັດອົດທົນ ແລະ ຮັບບາບແທນພວກເຂົາ ຈົນເຮັດໃຫ້ຄົນທີ່ຢູ່ໃນ ຍຸກແຫ່ງຄວາມກະລຸນາ ເອີ້ນພຣະອົງວ່າ “ພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ພຣະເຢຊູເຈົ້າ”. ສຳລັບຜູ້ຄົນໃນເວລານັ້ນ ແລະ ສຳລັບທຸກຄົນ, ສິ່ງທີ່ພຣະເຢຊູມີ ແລະ ເປັນ ແມ່ນຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງບໍ່ເຄີຍຈົດຈໍາການລ່ວງລະເມີດຂອງຜູ້ຄົນ ແລະ ການປະຕິບັດຂອງພຣະອົງຕໍ່ພວກເຂົາເຈົ້າບໍ່ໄດ້ຂຶ້ນຢູ່ກັບການລ່ວງລະເມີດຂອງພວກເຂົາ. ເນື່ອງຈາກວ່າການປະຕິບັດແບບນັ້ນແມ່ນຢູ່ຍຸກອື່ນ, ພຣະອົງມັກຈະມອບອາຫານ ແລະ ເຄື່ອງດື່ມທີ່ອຸດົມສົມບູນແກ່ຜູ້ຄົນເພື່ອໃຫ້ພວກເຂົາໄດ້ຮັບປະທານຢ່າງອີ່ມໜຳສຳລານສະເໝີ. ພຣະອົງໄດ້ປະຕິບັດຕໍ່ຜູ້ຕິດຕາມພຣະອົງທັງຫມົດດ້ວຍຄວາມກະລຸນາ, ປິ່ນປົວຄົນເຈັບປ່ວຍ, ຂັບໄລ່ພວກຜີປີສາດ, ຟື້ນຜູ້ຕາຍໃຫ້ຄືນມາ. ເພື່ອວ່າຜູ້ຄົນຈະໄດ້ເຊື່ອໃນພຣະອົງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງໄດ້ກະທໍາລົງໄປນັ້ນແມ່ນມີຄວາມບໍລິສຸດ ແລະ ຈິງໃຈ, ພຣະອົງໄດ້ສະແດງເຖິງຂະໜາດວ່າຟື້ນຄືນຊີວິດຂອງສົບທີ່ເໜົ່າເປື່ອຍ, ສະແດງໃຫ້ພວກເຂົາເຫັນວ່າ ຍ້ອນກໍາມືຂອງພຣະອົງ ແມ່ນແຕ່ຄົນຕາຍແລ້ວຍັງກັບຄືນມາມີຊີວິດອີກ. ຍ້ອນວິທີການແບບນີ້ພຣະອົງໄດ້ຮັບເອົາຄວາມເຈັບປວດຢ່າງງຽບໆ ແລະ ໄດ້ເຮັດພາລະກິດແຫ່ງການໄຖ່ບາບຂອງພຣະອົງທ່າມກາງພວກເຂົາ. ກ່ອນທີ່ພຣະອົງຈະຖືກຕອກຕະປູໃສ່ໄມ້ກາງແຂນ, ພຣະເຢຊູໄດ້ຮັບເອົາບາບຂອງມວນມະນຸດຊາດມາແລ້ວ ແລະ ກາຍເປັນເຄື່ອງບູຊາໄຖ່ບາບຂອງມວນມະນຸດຊາດ. ກ່ອນທີ່ຈະຖືກຄືງໃສ່ໄມ້ກາງແຂນ, ພຣະອົງໄດ້ເປີດທາງໄປສູ່ໄມ້ກາງແຂນເພື່ອໄຖ່ເອົາມວນມະນຸດຊາດ. ໃນທີ່ສຸດພຣະອົງໄດ້ຖືກຕອກຕະປູຕິດໃສ່ໄມ້ກາງແຂນ, ເສຍສະລະຕົນເອງເພື່ອກາງແຂນ ແລະ ພຣະອົງໄດ້ມອບ ຄວາມເມດຕາ, ຄວມຮັກກະລຸນາ ແລະ ຄວາມບໍລິສຸດທັງຫມົດໃຫ້ແກ່ມວນມະນຸດຊາດ. ເພື່ອມະນຸດຊາດ, ພຣະອົງອົດທົນສະເຫມີ, ບໍ່ເຄີຍແກ້ແຄ້ນ, ແຕ່ໃຫ້ອະໄພບາບຂອງພວກເຂົາເຈົ້າ, ເຕືອນພວກເຂົາໃຫ້ກັບໃຈ ແລະ ສອນພວກເຂົາໃຫ້ມີຄວາມອົດທົນ, ອົດກັ້ນ ແລະ ໃຫ້ຄວາມຮັກ, ໃຫ້ນຳຮອຍພຣະອົງ ແລະ ເສຍສະລະຕົນເອງເພື່ອຄວາມໝາຍຂອງໄມ້ກາງແຂນ. ຄວາມຮັກຂອງພຣະອົງຕໍ່ອ້າຍເອື້ອຍນ້ອງແມ່ນເກີນຄວາມຮັກທີ່ມີໃຫ້ນາງມາຣີ. ພາລະກິດທີ່ພຣະອົງໄດ້ກະທໍາເປັນຫລັກການປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກຜີມ່ານຮ້າຍ, ທັງຫມົດແມ່ນເພື່ອເປັນການໄຖ່ບາບໃຫ້ມວນມະນຸດຊາດ. ບໍ່ວ່າພຣະອົງຈະໄປໃສ, ພຣະອົງໄດ້ປະຕິບັດຕໍ່ທຸກຄົນທີ່ຕິດຕາມພຣະອົງດ້ວຍຄວາມກະລຸນາ. ພຣະອົງໄດ້ເຮັດໃຫ້ຜູ້ທຸກຍາກກາຍເປັນເສດຖີ, ຜູ້ເປ້ຍລ່ອຍຍ່າງໄດ້, ຄົນຕາບອດກັບມາເຫັນ ແລະ ຄົນຫູຫນວກໄດ້ຍິນ; ພຣະອົງຍັງໄດ້ເຊື້ອເຊີນບັນດາຄົນຕໍ່າຕ້ອຍ ຜູ້ຍາກໄຮ້, ຄົນບາບ, ນັ່ງຢູ່ໂຕະດຽວກັນກັບພຣະອົງ, ບໍ່ເຄີຍຫຼີກເວັ້ນພວກເຂົາ ແຕ່ມີຄວາມອົດທົນຢູ່ສະເໝີ, ເຖິງຂັ້ນກ່າວວ່າ: “ເມື່ອຜູ້ລ້ຽງແກະສູນເສຍແກະໜຶ່ງໂຕຈາກຈຳນວນຫນຶ່ງຮ້ອຍໂຕ, ລາວຈະຊອກຫາແກະທີ່ສູນເສຍນັ້ນແມ່ນແຕ່ຕ້ອງປ່ອຍປະແກະ 99 ໂຕທີ່ເຫຼືອໄວ້ຂ້າງຫຼັງກໍ່ຕາມ, ເມື່ອລາວຫາພົບມັນແລ້ວ ລາວຈະປິຕິຍິນດີຢ່າງໃຫຍ່ຫຼວງ”. ພຣະອົງຮັກຜູ້ຕິດຕາມພຣະອົງປານກັບແມ່ແກະຮັກລູກຂອງຕົນ. ເຖິງແມ່ນວ່າພວກເຂົາໂງ່ຈ້າ ແລະ ບໍ່ຮັບຮູ້ ແລະ ເປັນຄົນບາບຢູ່ໃນສາຍຕາຂອງພຣະອົງ ແລະ ຍິ່ງໄປກ່ວານັ້ນຍັງເປັນຄົນອ່ອນໂຍນທີ່ສຸດຂອງສັງຄົມ, ພຣະອົງໄດ້ຖືວ່າຄົນບາບເຫຼົ່ານີ້ ຄົນທີ່ຄົນອື່ນດູຫມິ່ນ ເປັນທີ່ໂປດປານໃນສາຍຕາຂອງພຣະອົງ. ຍ້ອນພຣະອົງໄດ້ໂປດປານພວກເຂົາ, ພຣະອົງໄດ້ມອບຊີວິດຂອງພຣະອົງເພື່ອພວກເຂົາ ດັ່ງທີ່ລູກແກະໄດ້ຖືກຖວາຍເທິງແທ່ນບູຊາ. ພຣະອົງໄດ້ໄປຢູ່ໃນທ່າມກາງພວກເຂົາເຫມືອນກັບວ່າພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ປ່ອຍໃຫ້ພວກເຂົາໃຊ້ພຣະອົງ ແລະ ຂ້າພຣະອົງ, ຍອມຮັບໃຊ້ພວກເຂົາໂດຍບໍ່ມີເງື່ອນໄຂ. ຕໍ່ກັບຜູ້ຕິດຕາມພຣະອົງ ພຣະອົງເປັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ, ແຕ່ຕໍ່ກັບພວກຟາຣີຊາຍ ຜູ້ສິດສອນຜູ້ຄົນຈາກແທ່ນທີ່ສູງ, ພຣະອົງບໍ່ສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາ, ແຕ່ຄວາມກຽດຊັງ ແລະ ຄວາມບໍພໍໃຈ. ພຣະອົງບໍໄດ້ກະທຳການໃດຢ່າງຫຼວງຫຼາຍກັບພວກຟາຣີຊາຍ, ມີແຕ່ສັ່ງສອນພວກເຂົາ ແລະ ຕຳນິພວກເຂົາບາງຄັ້ງຄາວ; ພຣະອົງບໍໄດ້ໄປຢູ່ໃນທ່າມກາງພວກເຂົາ ດໍາເນີນພະລະກິດໄຖ່ບາບ ຫຼື ປະຕິບັດການສຳຄັນ ແລະ ສິ່ງມະຫັດສະຈັນ. ພຣະອົງໄດ້ມອບຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງໃຫ້ຜູ້ຕິດຕາມພຣະອົງ, ຮັບເອົາຄວາມທຸກເພື່ອຄົນບາບເຫຼົ່ານີ້ຈົນເຖິງທີ່ສຸດ, ເມື່ອພຣະອົງຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ທົນທຸກທໍລະມານຈົນກວ່າພຣະອົງໄດ້ໄຖ່ບາບໃຫ້ມະນຸດທັງປວງ, ນີ້ແມ່ນຜົນລວມຂອງພາລະກິດຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ
32. ຖ້າປາສະຈາກການໄຖ່ບາບຂອງພຣະເຢຊູ, ມະນຸດຄົງຈະມີຊີວິດຢູ່ກັບຄວາມບາບຕະຫຼອດໄປ ແລະ ກາຍເປັນລູກຫຼານຂອງຄວາມບາບ, ລູກຫຼານຂອງພວກມານຮ້າຍ. ຖ້າເປັນໄປຕາມນີ້ ໃນໂລກນີ້ກໍ່ຈະກາຍເປັນສະຖານທີ່ພັກເຊົາຂອງຊາຕານ, ບ່ອນທີ່ຢູ່ອາໄສຂອງພວກມັນ. ແຕ່ພາລະກິດແຫ່ງການໄຖ່ບາບຕ້ອງການ ການສະແດງອອກເຊິ່ງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມວນມະນຸດ; ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ຮັບການໃຫ້ອະໄພບາບ ແລະ ສຸດທ້າຍໄດ້ຮັບສິດທີ່ຈະເຮັດໃຫ້ສົມບູນ ແລະ ໄດ້ຮັບພອນຢ່າງເຕັມທີ່. ຖ້າປາສະຈາກພາລະກິດໃນຍຸກນີ້, ແຜນການຄຸ້ມຄອງຫົກພັນປີຈະບໍ່ສາມາດດໍາເນີນຕໍ່ໄປໄດ້. ຖ້າຫາກວ່າພຣະເຢຊູບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ, ຖ້າຫາກພຣະອົງພຽງແຕ່ໄດ້ປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກມານຮ້າຍ, ຜູ້ຄົນກໍຈະບໍ່ສາມາດໄດ້ຮັບການໃຫ້ອະໄພບາບຂອງພວກເຂົາຢ່າງສົມບູນ. ໃນໄລຍະສາມປີເຄິ່ງທີ່ພຣະເຍຊູໃຊ້ເວລາກະທໍາພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງໄດ້ສໍາເລັດພຽງແຕ່ເຄິ່ງຫນຶ່ງຂອງພາລະກິດແຫ່ງການໄຖ່ບາບຂອງພຣະອົງເທົ່ານັ້ນ; ຈົນກວ່າ ວ່າພຣະອົງໄດ້ຖືກຄຶງໃສ່ເທິງໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເປັນບາບທີ່ມອບຄືນໃຫ້ແກ່ຄົນຊົ່ວ, ພຣະອົງຈຶ່ງໄດ້ສໍາເລັດພາລະກິດຂອງການຖືກຄຶງໃສ່ໄມ້ກາງແຂນ ແລະ ເຂົາໃຈແຈ່ມແຈ້ງເຖິງ ຊະຕາກຳຂອງມະນຸດ. ຫລັງຈາກທີ່ຮ່າງກາຍຂອງພຣະອົງຖືກມອບໃຫ້ຊາຕານ, ພຣະອົງກໍໄດ້ໄຖ່ບາບໃຫ້ກັບມະນຸດຊາດທັງປວງ. ເປັນເວລາສາມສິບສາມປີເຄິ່ງ, ພຣະອົງໄດ້ທົນທຸກທໍລະມານຢູ່ເທິງແຜ່ນດິນໂລກນີ້, ຖືກເຍາະເຍີ້ຍໃສ່ຮ້າຍ, ຖືກດູຖູກ ແລະ ຖືກປະຖິ້ມ, ຈົນເຖິງຂັ້ນທີ່ພຣະອົງບໍ່ມີບ່ອນຊຸກຫົວນອນ, ບໍ່ມີບ່ອນໃຫ້ພັກເຊົາ ແລະ ຫຼັງຈາກນັ້ນ ພຣະອົງກໍຖືກຄຶງໃສ່ໄມ້ກາງແຂນ, ທັງຫມົດຕົວຕົນຂອງພຣະອົງ ເຊິ່ງເປັນຮ່າງກາຍທີ່ບໍລິສຸດ ແລະ ໄຮ້ດຽງສາຖືກຕອກຕະປູຄຶງໄວ້ເທິງໄມ້ກາງແຂນ. ພຣະອົງອົດທົນຕໍ່ຄວາມທຸກທໍລະມານທຸກດ້ານ. ຜູ້ທີ່ມີອໍານາດໄດ້ເຍາະເຍີ້ຍ ແລະ ຂ້ຽນຕີພຣະອົງ ແລະ ພວກທະຫານເຮັດເຖິງກັບຖົ່ມນໍ້າລາຍໃສ່ໃບຫນ້າຂອງພຣະອົງ; ແຕ່ພຣະອົງຍັງຄົງງຽບສະຫງົບ ແລະ ທົນທຸກທໍລະມານຈົນເຖິງທີ່ສຸດ, ຖວາຍຕົນຢ່າງບໍມີເງື່ອນໄຂຈົນເຖິງຈຸດຈົບຂອງເຊີວິດ, ດັ່ງນັ້ນແລ້ວ ພຣະອົງຈຶ່ງໄດ້ໄຖ່ບາບມະນຸດຊາດທັງຫມົດ. ເມື່ອນັ້ນ ພຣະອົງກໍໄດ້ຖືກໂຜດໃຫ້ພັກຜ່ອນ. ພາລະກິດທີ່ພຣະເຍຊູໄດ້ກະທຳເປັນພຽງແຕ່ຍຸກແຫ່ງພຣະຄຸນ; ມັນບໍ່ໄດ້ລວມຍຸກແຫ່ງພຣະບັນຍັດ ແລະ ມັນບໍ່ແມ່ນການທົດແທນພາລະກິດໃນຍຸກສຸດທ້າຍແຕ່ຢ່າງໃດ. ນີ້ແມ່ນຄວາມສໍາຄັນຂອງພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ຍຸກທີສອງທີ່ມະນຸດໄດ້ຜ່ານພົ້ນ ນັ້ນກໍຄືຍຸກແຫ່ງການໄຖ່ບາບ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ