(I) ການເປີດເຜີຍຂອງພຣະເຈົ້າກ່ຽວກັບພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດ
21. ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ຂັ້ນຕອນພາລະກິດຂອງພຣະເຢໂຮວາ ໃນດິນແດນອິສຣະເອນແມ່ນເປັນການລິເລິ່ມພາລະກິດຂອງພຣະອົງ ໃນທົ່ວແຜ່ນດິນໂລກເຊິ່ງພຣະອົງ ໄດ້ຖືເອົາດິນແດນອິສຣະເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆ ຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງ ພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປ ຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິສຣະເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລ ຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ. ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດແນວໃດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະລະເຮື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື ຜູ້ຄົນດັ່ງກ່າວທີ່ໄດ້ຮັບແຕ່ລົມຫາຍໃຈ ແລະ ຊີວິດຈາກພຣະເຢໂຮວາ ແມ່ນບໍ່ຮູ້ໃນເລຶ່ອງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ຫຼື ຮູ້ຈັກວິທີເຮັດໃຫ້ພຣະຜູ້ເປັນເຈົ້າຂອງສັບພະທຸກສິງ ເພິ່ງພໍໃຈ. ພວກເຂົາເຂົ້າໃຈນ້ອຍທີ່ສຸດ. ສະນັ້ນເຖິງແມ່ນວ່າ ໃນໃຈພວກເຂົາຈະບໍ່ຄົດໂກງ, ຫຼອກລວງ, ອິດສາບັງບຽດ ແລະ ຊີງດີຊີງເດັ່ນ ແຕ່ພວກເຂົາກໍຍັງບໍ່ມີຄວາມຮູ້ ຫຼື ເຂົ້າໃຈກ່ຽວກັບພຣະເຢໂຮວາ ນັ້ນກໍຄືພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງ. ບັນພະບຸລຸດຂອງມະນຸດເຫຼົ່ານີ້ພຽງຮູ້ຈັກແຕ່ກິນ ແລະ ຊື່ນຊົມໃນສິ່ງທີ່ພຣະເຢໂຮວາມອບໃຫ້ ແຕ່ພວກເຂົາບໍ່ຮູ້ຈັກເຄົາລົບບູຊາພຣະເຢໂຮວາ. ພວກເຂົາບໍ່ຮູ້ວ່າພຣະເຢໂຮວາຄື ພຣະເຈົ້າທີ່ພວກເຂົາຄວນຄຸເຂົ່າກົ້ມຫົວລົງບູຊາ. ສະນັ້ນຈະເອີ້ນພວກເຂົາເປັນຄົນຂອງພຣະອົງໄດ້ແນວໃດ? ເມື່ອເປັນດັ່ງນັ້ນແລ້ວ, ຄໍາທີ່ວ່າ “ພຣະອົງສ້າງມະນຸດເພື່ອວ່າມະນຸດຈະໄດ້ປະຈັກ, ສັນລະເສີນ ແລະ ເປັນຕົວແທນຂອງພຣະອົງ” ນັ້ນ ຈະບໍ່ເປັນຄໍາເວົ້າທີ່ໄຮ້ປະໂຫຍດບໍ? ຈະໃຫ້ຜູ້ຄົນທີ່ບໍ່ເຄົາລົບບູຊາຕໍ່ພຣະເຢໂຮວາມາເປັນປະຈັກພະຍານໃຫ້ກັບ ຄວາມສະຫງ່າລາສີຂອງພຣະອົງໄດ້ແນວໃດ? ຈະໃຫ້ພວກເຂົາມາເປັນການສະແດງເຖິງກຽດຕິຍົດຂອງ ພຣະອົງໄດ້ແນວໃດ? ແລ້ວຄໍາກ່າວຂອງພຣະເຢໂຮວາທີ່ວ່າ “ເຮົາສ້າງມະນຸດໃນຮູບພາບຂອງເຮົາ” ນັ້ນ ຈະບໍ່ກາຍເປັນອາວຸດໃນກໍາມືຂອງຊາຕານຜູ້ຊົ່ວຮ້າຍບໍ? ຄໍາກ່າວເຫຼົ່ານີ້ຈະບໍ່ເຮັດໃຫ້ພຣະເຢໂຮວາ ຜູ້ສ້າງມະນຸດນັ້ນອັບອາຍຂາຍໜ້າບໍ? ເພື່ອສໍາເລັດຂັ້ນຕອນຂອງພາລະກິດ, ຫລັງຈາກໄດ້ສ້າງມະນຸດເລິ່ມແຕ່ຍຸກອາດາມຈົນເຖິງຍຸກໂນອາ ພຣະເຢໂຮວາບໍ່ໄດ້ແນະນໍາ ຫຼື ຊີ້ນໍາພວກເຂົາ. ແຕ່ກົງກັນຂ້າມ ຈົນກວ່າຫລັງຈາກນໍ້າຖ້ວມໂລກ ພຣະອົງຈຶ່ງໄດ້ເລິ່ມຊີ້ນໍາຊົນຊາດອິສຣະເອນຜູ້ທີ່ເປັນລູກຫຼານຂອງໂນອາ ແລະ ອາດາມ. ພາລະກິດຂອງພຣະອົງ ແລະ ພຣະທໍາທີ່ພຣະອົງກ່າວໃນດິນແດນອິສຣະເອນໄດ້ຊີ້ນໍາຜູ້ຄົນ ໃນດິນແດນອິສຣະເອນທັງໝົດ ໃນຂະນະທີ່ພວກເຂົາດໍາລົງຊີວິດຂອງພວກເຂົາໃນທົ່ວດິນແດນອິສຣະເອນ ແລະ ດ້ວຍວິທີນີ້ຈຶ່ງໄດ້ສະແດງໃຫ້ມະນຸດເຫັນວາ ພຣະເຢໂຮວາບໍ່ໄດ້ເປັນພຽງຜູ້ໃຫ້ລົມຫາຍໃຈແກ່ມະນຸດເທົ່ານັ້ນ ມະນຸດຍັງໄດ້ຮັບຊີວິດມາຈາກພຣະອົງ ເປັນຊີວິດທີ່ເກີດຈາກລະອອງຝຸ່ນເຊິ່ງຖືກສ້າງໃຫ້ກາຍເປັນມະນຸດ, ນອກຈາກນັ້ນພຣະອົງຍັງສາມາດທໍາລາຍ ແລະ ສາບແຊ່ງມະນຸດ ແລະ ສາມາດນໍາໃຊ້ໄມ້ຄ້ອນຂອງພຣະອົງເພື່ອປົກຄອງມະນຸດຊາດ. ພ້ອມນັ້ນ ຍັງໄດ້ສະແດງໃຫ້ມະນຸດເຫັນວ່າພຣະເຢໂຮວາ ສາມາດນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ ແລະ ກ່າວພຣະຄໍາ ແລະ ປະຕິບັດຕໍ່ມະນຸດທັງຫຼາຍອີງຕາມເວລາຂອງກາງເວັນ ແລະ ກາງຄືນ. ພຣະອົງປະຕິບັດພາລະກິດພຽງເພື່ອໃຫ້ ສິ່ງທີ່ພຣະອົງສ້າງໄດ້ຮູ້ວ່າ ມະນຸດມາຈາກຂີ້ຝຸ່ນທີ່ພຣະອົງເກັບຂຶ້ນມາ ແລະ ຍິ່ງໄປກວ່ານັ້ນ ມະນຸດແມ່ນຖືກສ້າງຂຶ້ນໂດຍພຣະອົງເອງ. ບໍ່ພຽງເທົ່ານີ້ ແຕ່ ພາລະກິດທີ່ພຣະອົງເລິ່ມຕົ້ນໃນດິນແດນອິສຣະເອນນັ້ນແມ່ນເພື່ອໃຫ້ຜູ້ຄົນ ແລະ ຊາດຕ່າງໆ (ຕາມຄວາມຈິງແລ້ວ ຊາດຕ່າງໆທີ່ວ່ານີ້ບໍ່ແມ່ນຕ່າງຊາດຈາກອິສຣະເອນ ແຕ່ກົງກັນຂ້າມພວກເຂົາແມ່ນແຍກອອກມາຈາກຊົນຊາດອິສຣະເອນ ແລະ ຍັງເປັນລູກຫຼານຂອງອາດາມ ແລະ ເອວາຄືເກົ່າ) ໄດ້ຮັບຂ່າວປະເສີດຂອງພຣະເຢໂຮວາຈາກດິນແດນອິສຣະເອນ ເພື່ອມະນຸດທີ່ຖືກສ້າງຂຶ້ນທັງໝົດໃນຈັກກະວານຈະໄດ້ເຄົາລົບບູຊາພຣະເຢໂຮວາ ແລະ ຍົກພຣະອົງຂຶ້ນເປັນອົງທີ່ຍິ່ງໃຫຍ່. ຖ້າພຣະເຢໂຮວາບໍ່ໄດ້ເລິ່ມຕົ້ນພາລະກິດຂອງພຣະອົງໃນດິນແດນອິສຣະເອນ, ແຕ່ກົງກັນຂ້າມ ຫລັງຈາກສ້າງມະນຸດແລ້ວ ປ່ອຍໃຫ້ພວກເຂົາໃຊ້ຊີວິດຢ່າງເປັນອິດສະລະເທິງແຜ່ນດິນໂລກ. ຖ້າເປັນດັ່ງນັ້ນ, ດ້ວຍວ່າ ທໍາມະຊາດຮ່າງກາຍຂອງມະນຸ (ທໍາມະຊາດໝາຍເຖິງວ່າ ມະນຸດຈະບໍ່ສາມາດຮູ້ຈັກສິ່ງທີ່ຕົນເອງບໍ່ສາມາດເຫັນ ເຊິ່ງເວົ້າໄດ້ອີກວ່າ ຕົນເອງຈະບໍ່ຮູ້ວ່າ ພຣະເຢໂຮວາຄືຜູ້ສ້າງມະນຸດ ແລະ ບໍ່ຮູ້ວ່າພຣະອົງສ້າງເພື່ອຫຍັງ) ມະນຸດຈະບໍ່ມີທາງຮູ້ວ່າ ພຣະເຢໂຮວາເປັນຜູ້ສ້າງມະນຸດ ຫຼື ພຣະອົງຄືພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ຖ້າພຣະເຢໂຮວາໄດ້ສ້າງມະນຸດ ແລ້ວປ່ອຍປະພວກເຂົາໄວ້ເທິງແຜ່ນດິນໂລກເພື່ອເປັນສິ່ງຂອງທີ່ພຣະອົງຊື່ນຊົມ ແລ້ວແທນທີ່ພຣະອົງຈະຢູ່ກັບມະນຸດ ເພື່ອຊີ້ນໍາພວກເຂົາໃນໄລຍະເວລາໜຶ່ງ, ແຕ່ພຣະອົງໄດ້ປັດມື ແລ້ວໜີໄປ. ຖ້າເປັນດັ່ງນັ້ນ, ມະນຸດຊາດທັງປວງກໍຈະກັບໄປສູ່ຄວາມຫວ່າງເປົ່າເໝືອນເດີມ; ແມ່ນແຕ່ ສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງທີ່ພຣະອົງສ້າງ ແລະ ມວນມະນຸດຊາດ ກໍຈະກັບຄືນໄປສູ່ຄວາມຫວ່າງເປົ່າ ແລະ ຍິ່ງໄປກວ່ານັ້ນ ຈະຖືກຢຽບຍໍ່າທໍາລາຍໂດຍຊາຕານ. ໃນວີທີນີ້ ພຣະເຢໂຮວາຫວັງວ່າ: “ເທິງແຜ່ນດິນໂລກ ນັ້ນກໍຄື ໃນທ່າມກາງຂອງການເນລະມິສ້າງຂອງພຣະອົງ ພຣະອົງຄວນຈະມີບ່ອນຢືນທີ່ເປັນສະຖານທີ່ສັກສິດ” ກໍຈະຖືກທໍາລາຍໝົດສິ້ນ. ສະນັ້ນ, ຫລັງຈາກການເນລະມິດສ້າງມະນຸດແລ້ວ ພຣະອົງໄດ້ຢູ່ໃນທ່າມກາງມະນຸດເພື່ອຊີ້ນໍາພວກເຂົາໃນການດໍາລົງຊີວິດ ແລະ ກ່າວຕໍ່ມະນຸດໃນທ່າມກາງພວກເຂົາ, ທັງໝົດນີ້ແມ່ນເພື່ອບັນລຸຄວາມປະສົງ ແລະ ແຜນການຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດໃນຍຸກແຫ່ງພຣະບັນຍັດ
22. ໃນໄລຍະຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາໄດ້ວາງຂໍ້ບັນຍັດຫຼາຍຂໍ້ໃຫ້ກັບໂມເຊ ເພື່ອນໍາໄປໃຊ້ກັບຊົນຊາດອິສຣະເອນຜູ້ທີ່ຕິດຕາມລາວອອກຈາກອິຢິບ. ພຣະບັນຍັດເຫຼົ່ານີ້ແມ່ນພຣະເຢໂຮວາໄດ້ມອບໃຫ້ ຊົນຊາດອິສຣະເອນ ແລະ ບໍ່ມີສ່ວນກ່ຽວຂ້ອງໃດໆກັບຊົນຊາດອິຢິບ. ພຣະບັນຍັດແມ່ນຖືກວາງອອກ ເພື່ອຄວບຄຸມຊົນຊາດອິສຣະເອນ. ພຣະເຈົ້າໄດ້ນໍາໃຊ້ພຣະບັນຍັດເພື່ອບັງຄັບພວກເຂົາ. ບໍ່ວ່າພວກເຂົາຈະນັບຖືວັນຊະບາໂຕ ຫຼື ພວກເຂົາຈະບູຊາພະທຽມ ແລະ ອື່ນໆ. ກົດພຣະບັນຍັດເຫຼົ່ານີ້ຄືຫຼັກການ ຂອງການຕັດສິນຄວາມບາບ ຫຼື ຄວາມຊອບທໍາຂອງພວກເຂົາ. ໃນບັນດາພວກເຂົາ ຈະມີຜູ້ຄົນທີ່ຖືກເຜົາໄໝ້ ດ້ວຍໄຟຂອງພຣະເຢໂຮວາ, ບາງຄົນຖືກລົງໂທດດ້ວຍການແກວ່ງໝາກຫິນໃສ່ຈົນຕາຍ ແລະ ບາງຄົນໄດ້ຮັບພອນຈາກພຣະເຢໂຮວາ. ສິ່ງນີ້ຖືກກໍານົດຂຶ້ນອີງຕາມວ່າພວກເຂົາເຊື່ອຟັງ ກົດພຣະບັນຍັດເຫຼົ່ານີ້ຫຼືບໍ່. ຜູ້ທີ່ບໍ່ນັບຖືວັນຊະບາໂຕຈະຖືກລົງໂທດ ດ້ວຍການແກວ່ງໝາກຫິນໃສ່ຈົນຕາຍ. ມະຫາປະໂລຫິດທີ່ບໍ່ນັບຖືວັນຊະບາໂຕຈະຖືກເຜົາໄໝ້ດ້ວຍໄຟຂອງພຣະເຢໂຮວາ. ຜູ້ທີ່ບໍ່ສະແດງຄວາມເຄົາລົບຕໍ່ພໍ່ແມ່ ກໍຈະຖືກລົງໂທດດ້ວຍການແກວ່ງໝາກຫິນໃສ່ຈົນຕາຍເຊັ່ນດຽວກັນ. ທັງໝົດນີ້ຖືກຍົກຍ້ອງໂດຍພຣະເຢໂຮວາ. ພຣະເຢໂຮວາໄດ້ສ້າງຕັ້ງກົດບັນຍັດ ແລະ ກົດໝາຍຂອງພຣະອົງ ກໍຍ້ອນວ່າ ໃນຂະນະທີ່ພຣະອົງນໍາພາຊີວິດຂອງພວກເຂົານັ້ນ ພວກເຂົາຈະໄດ້ຮັບຟັງ ແລະ ເຊື່ອຟັງພຣະທໍາຂອງພຣະອົງ ແລະ ຈະບໍ່ຕໍ່ຕ້ານພຣະອົງ. ພຣະອົງໃຊ້ກົດບັນຍັດເຫຼົ່ານີ້ເພື່ອຄວບຄຸມເຊື້ອຊາດມະນຸດທີ່ກໍາລັງເກີດໃໝ່ ແລະ ເພື່ອປູພື້ນຖານສໍາລັບການດໍາເນີນພາລະກິດຂອງພຣະອົງໃນອະນາຄົດ. ສະນັ້ນ ພາລະກິດທີ່ພຣະເຢໂຮວາກະທໍາໃນຍຸກທໍາອິດຈຶ່ງເອີ້ນວ່າ ຍຸກແຫ່ງພຣະບັນຍັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດໃນຍຸກແຫ່ງພຣະບັນຍັດ
23. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພາລະກິດແຫ່ງການນໍາພາມະນຸດແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາ ແລະ ພ້ອມດຽວກັນນັ້ນ ພາລະກິດຂັ້ນຕອນທຳອິດກໍຖືກລິເລີ່ມຂຶ້ນເທິງແຜ່ນດິນໂລກ. ໃນຂັ້ນຕອນນີ້, ພາລະກິດໄດ້ປະກອບດ້ວຍການສ້າງພຣະວິຫານ ແລະ ແທ່ນບູຊາ ແລະ ການນໍາໃຊ້ກົດໝາຍເພື່ອນໍາພາປະຊາຊົນອິດສະຣາເອັນ ແລະ ເພື່ອປະຕິບັດພາລະກິດທ່າມກາງພວກເຂົາ. ການນໍາພາປະຊາຊົນອິດສະຣາເອັນ, ພຣະອົງໄດ້ເລີ່ມຕົ້ນສ້າງພື້ນຖານສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ຈາກພື້ນຖານນີ້, ພຣະອົງຂະຫຍາຍພາລະກິດຂອງພຣະອົງນອກເໜືອອິດສະຣາເອັນ ເຊິ່ງເວົ້າໄດ້ວ່າ ເລີ່ມຕົ້ນຈາກອິດສະຣາເອັນ ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກ ເພື່ອຄົນຮຸ່ນຕໍ່ມາຈຶ່ງໄດ້ຄ່ອຍໆຮຽນຮູ້ວ່າ ພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢໂຮວາຄືຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງ ແລະ ພຣະເຢໂຮວາເອງເປັນຜູ້ສ້າງສິ່ງຊົງສ້າງທັງປວງ. ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກຜ່ານທາງປະຊາຊົນອິດສະຣາເອັນ. ດິນແດນອິດສະຣາເອັນແມ່ນສະຖານທີ່ສັກສິດແຫ່ງທຳອິດຂອງພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ ແລະ ຢູ່ໃນດິນແດນອິດສະຣາເອັນນີ້ເອງທີ່ພຣະເຈົ້າສະເດັດໄປປະຕິບັດພາລະກິດເທິງແຜ່ນດິນໂລກ. ນັ້ນແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)
24. ເມື່ອພຣະເຈົ້າເລີ່ມພາລະກິດແຫ່ງການຄຸ້ມຄອງຂອງພຣະອົງຢ່າງເປັນທາງການ, ພຣະອົງໄດ້ກຳນົດກົດລະບຽບຫຼາຍຢ່າງທີ່ມະນຸດຕ້ອງປະຕິບັດຕາມ. ກົດລະບຽບເຫຼົ່ານີ້ແມ່ນເພື່ອເຮັດໃຫ້ມະນຸດມີຊີວິດປົກກະຕິເທິງແຜ່ນດິນໂລກ, ຊີວິດປົກກະຕິຂອງມະນຸດທີ່ບໍ່ສາມາດຕັດຂາດຈາກພຣະເຈົ້າ ແລະ ການນໍາພາຂອງພຣະອົງໄດ້. ກ່ອນອື່ນ ພຣະເຈົ້າບອກມະນຸດເຖິງວິທີສ້າງແທ່ນບູຊາ ແລະ ວິທີການສ້າງແທ່ນບູຊາ. ຫຼັງຈາກນັ້ນ, ພຣະອົງກໍບອກມະນຸດເຖິງວິທີການຖວາຍ ແລະ ຈັດຕັ້ງວິທີການທີ່ມະນຸດຕ້ອງດຳລົງຊີວິດຕາມ, ສິ່ງທີ່ເຂົາຕ້ອງໃສ່ໃຈໃນຊີວິດ, ສິ່ງທີ່ເຂົາຕ້ອງປະຕິບັດຕາມ ແລະ ສິ່ງທີ່ເຂົາຄວນ ແລະ ບໍ່ຄວນເຮັດ. ສິ່ງທີ່ພຮະເຈົ້າກຳນົດອອກໃຫ້ແກ່ມະນຸດແມ່ນປົກຄຸມທຸກສິ່ງ ແລະ ດ້ວຍທຳນຽມ, ກົດລະບຽບ ແລະ ຫຼັກການເຫຼົ່ານີ້ ພຣະອົງໄດ້ເຮັດໃຫ້ພຶດຕິກຳຂອງຜູ້ຄົນມີມາດຕະຖານ, ພຣະອົງນໍາພາຊີວິດຂອງພວກເຂົາ, ນໍາພາພວກເຂົາເລີ່ມຕົ້ນເຂົາສູ່ກົດລະບຽບຂອງພຣະເຈົ້າ, ນໍາພາພວກເຂົາໃຫ້ມາຢູ່ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າ, ນໍາພາພວກເຂົາໃນການມີຊີວິດທ່າມກາງສິ່ງທັງປວງທີ່ພຣະເຈົ້າໄດ້ສ້າງສຳລັບມະນຸດ ເຊິ່ງມີລະບຽບ, ມີຄວາມເປັນປົກກະຕິ ແລະ ຄວາມພໍປະມານ. ພຣະເຈົ້າໄດ້ໃຊ້ກົດລະບຽບ ແລະ ຫຼັກການທີ່ງ່າຍດາຍເຫຼົ່ານີ້ເພື່ອກຳນົດຂອບເຂດສຳລັບມະນຸດ, ເພື່ອວ່າຢູ່ເທິງແຜ່ນດິນໂລກ ມະນຸດຈະມີຊີວິດເປັນປົກກະຕິໃນການນະມັດສະການພຣະເຈົ້າ, ຈະມີຊີວິດປົກກະຕິຂອງມະນຸດ; ສິ່ງດັ່ງກ່າວແມ່ນເນື້ອຫາສະເພາະຂອງການເລີ່ມຕົ້ນແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ຂໍ້ກຳນົດ ແລະ ກົດລະບຽບປົກຄຸມເນື້ອຫາຢ່າງກວ້າງຂວາງ, ພວກມັນຄືກົດລະບຽບຂອງການນໍາພາມະນຸດຊາດໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພວກມັນຕ້ອງຖືກຍອມຮັບ ແລະ ເຊື່ອຟັງໂດຍຜູ້ຄົນທີ່ຢູ່ໃນຍຸກແຫ່ງພຣະບັນຍັດ, ພວກມັນຄືການບັນທຶກເຖິງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພວກມັນເຄື່ອງພິສູດແທ້ຈິງເຖິງຄວາມເປັນຜູ້ນໍາຂອງພຣະເຈົ້າ ແລະ ການນໍາພາມະນຸດຊາດທັງປວງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II
25. ພຣະເຢໂຮວາສ້າງມະນຸດຊາດ ເວົ້າໄດ້ວ່າ ພຣະອົງສ້າງບັນພະບຸລຸດຂອງມະນຸດຊາດ, ອາດາມ ແລະ ເອວາ, ແຕ່ພຣະອົງບໍ່ໄດ້ປະທານຄວາມສະຫຼາດ ຫຼື ສະຕິປັນຍາເພີ່ມເຕີມໃຫ້ກັບພວກເຂົາ. ເຖິງແມ່ນວ່າພວກເຂົາໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກແລ້ວ, ພວກເຂົາກໍເກືອບຈະບໍ່ເຂົ້າໃຈຫຍັງເລີຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຢໂຮວາໃນການສ້າງມະນຸດກໍສຳເລັດແຕ່ພຽງເຄິ່ງດຽວ ແລະ ແຮງໄກຈາກຄວາມສົມບູນ. ພຣະອົງພຽງແຕ່ສ້າງແບບຢ່າງຂອງມະນຸດຈາກດິນໜຽວ ແລະ ມອບລົມຫາຍໃຈຂອງພຣະອົງໃຫ້ກັບມັນ, ແຕ່ບໍ່ໄດ້ປະທານຄວາມເຕັມໃຈຢ່າງພຽງພໍໃຫ້ກັບມະນຸດເພື່ອໃຫ້ພວກເຂົາໄດ້ເຄົາລົບບູຊາພຣະອົງ. ໃນຕອນເລີ່ມຕົ້ນນັ້ນ ມະນຸດບໍ່ມີຄວາມຄິດທີ່ຈະເຄົາລົບນັບຖືພຣະອົງ ຫຼື ຢຳເກງພຣະອົງ. ມະນຸດພຽງແຕ່ຮູ້ວິທີການຟັງພຣະທຳຂອງພຣະອົງ ແຕ່ບໍ່ມີຄວາມຮູ້ພື້ນຖານກ່ຽວກັບຊີວິດເທິງແຜ່ນດິນໂລກ ແລະ ກ່ຽວກັບກົດລະບຽບທໍາມະດາຂອງຊີວິດມະນຸດ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງຜູ້ຊາຍ ແລະ ຜູ້ຍິງ ແລະ ສຳເລັດແຜນການພາຍໃນເຈັດມື້, ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະອົງໄດ້ສຳເລັດໃນການສ້າງມະນຸດ ຍ້ອນວ່າ ມະນຸດຍັງເປັນແກບເຂົ້າ ແລະ ຂາດຄວາມເປັນຈິງຂອງການເປັນມະນຸດຢູ່. ມະນຸດຮູ້ພຽງແຕ່ວ່າ ພຣະເຢໂຮວາສ້າງມະນຸດຊາດ, ແຕ່ເຂົາບໍ່ຮູ້ຫຍັງເລີຍກ່ຽວກັບການປະຕິບັດຕາມພຣະທຳ ຫຼື ພຣະບັນຍັດຂອງພຣະເຢໂຮວາ. ດັ່ງນັ້ນ ຫລັງຈາກມະນຸດຊາດເກີດມາ, ພາລະກິດຂອງພຣະເຢໂຮວາຍັງຫ່າງໄກຈາກຄວາມສຳເລັດ. ພຣະອົງຍັງຕ້ອງໄດ້ນໍາມະນຸດໃຫ້ມາຫາພຣະອົງຢ່າງແທ້ຈິງ ເພື່ອພວກເຂົາຈະສາມາດດໍາລົງຊີວິດຮ່ວມກັນເທິງແຜ່ນດິນໂລກ ແລະ ເຄົາລົບບູຊາພຣະອົງ ແລະ ດ້ວຍການຊີ້ນໍາຂອງພຣະອົງ ພວກເຂົາຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງການດໍາລົງຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດທີ່ດໍາເນີນພາຍໃຕ້ພຣະນາມຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ, ນັ້ນກໍຄື ພຽງແຕ່ເມື່ອນັ້ນ ພາລະກິດແຫ່ງການສ້າງໂລກຂອງພຣະເຢໂຮວາຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສະນັ້ນ ຫລັງຈາກສ້າງມະນຸດ ພຣະອົງຕ້ອງໄດ້ນໍາພາຊີວິດມະນຸດຊາດເທິງແຜ່ນດິນໂລກເປັນເວລາຫຼາຍພັນປີ ເພື່ອມະນຸດຊາດຈະໄດ້ປະຕິບັດຕາມພຣະດໍາລັດ ແລະ ພຣະບັນຍັດຂອງພຣະອົງ ແລະ ເຂົ້າຮ່ວມໃນກິດຈະກໍາຕ່າງໆຂອງຊີວິດໃນແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)
26. ກ່ອນໄລຍະສອງພັນປີ ເຊິ່ງເປັນໄລຍະທີ່ພຣະເຢໂຮວາໄດ້ກະທໍາພາລະກິດຂອງພຣະອົງ, ມະນຸດແມ່ນບໍ່ຮູ້ຈັກຫຍັງ ແລະ ມະນຸດຊາດເກືອບທັງໝົດໄດ້ຕົກຢູ່ໃນຄວາມຊົ່ວຮ້າຍ ຈົນເຖິງກ່ອນການທໍາລາຍໂລກດ້ວຍອຸທົກກະໄພ ພວກເຂົາແມ່ນເຖິງຈຸດໄຮ້ສິນທໍາ ແລະ ຄວາມຊົ່ວຊ້າທີ່ສຸດ ເຊິ່ງໃນຫົວໃຈຂອງພວກເຂົາແມ່ນຂາດພຣະເຢໂຮວາ ແລະ ຮ້າຍແຮງໄປກວ່ານັ້ນ ຂາດວິທີທາງຂອງພຣະອົງ. ພວກເຂົາບໍ່ເຄີຍເຂົ້າໃຈພາລະກິດທີ່ພຣະເຢໂຮວາຈະກະທໍາ; ພວກເຂົາຂາດເຫດຜົນ, ຍິ່ງໄປກວ່ານັ້ນ ພວກເຂົາຂາດຄວາມຮູ້ ເໝືອນດັ່ງເຄື່ອງຈັກທີ່ຫາຍໃຈ ແຕ່ໄຮ້ຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບມະນຸດ, ພຣະເຈົ້າ, ໂລກ, ຊີວິດ ແລະ ອື່ນໆ. ໃນແຜ່ນດິນໂລກ ພວກເຂົາປະພຶດໃນການຫຼອກລວງຕ່າງໆນາໆ ຄືກັນກັບງູ ແລະ ເວົ້າຈາຫຼາຍສິ່ງຢ່າງທີ່ເຮັດໃຫ້ພຣະເຢໂຮວາບໍ່ພໍໃຈ, ແຕ່ເນື່ອງຈາກວ່າ ພວກເຂົາເປັນຄົນໄຮ້ດຽງສາ ພຣະເຢໂຮວາຈຶ່ງບໍ່ລົງໂທດ ແລະ ຕິສອນພວກເຂົາ. ຈົນກວ່າຫລັງຈາກອຸທົກກະໄພ, ເມື່ອໂນອາໄດ້ອາຍຸ 601 ປີ ພຣະເຢໂຮວາຈິ່ງປາກົດຕໍ່ໂນອາ, ຊີ້ນໍາລາວ ແລະ ຄອບຄົວຂອງລາວ; ພຣະອົງນໍາພາຝູງນົກ ແລະ ສັດປ່າ ທີ່ລອດພົ້ນຈາກອຸທົກກະໄພພ້ອມດ້ວຍໂນອາ ແລະ ລູກຫຼານຂອງລາວຈົນກວ່າການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ ເຊິ່ງລວມເວລາທັງໝົດ 2.500 ປີ. ໃນໄລລະນີ້, ພຣະອົງໄດ້ສັ່ງຊົນຊາດອິສຣະເອນວ່າ ຖ້າຈະຮັບໃຊ້ພຣະເຢໂຮວາ ພວກເຂົາຄວນສ້າງວິຫານ, ໃສ່ເຄື່ອງນຸ່ງແບບປະໂລຫິດ ແລ້ວຍ່າງຕີນເປົ່າເຂົ້າສູ່ວິຫານໃນຍາມຮຸ່ງເຊົ້າ. ດ້ວຍວ່າ ພວກເຂົາຢ້ານເກີບຂອງພວກເຂົາຈະເຮັດໃຫ້ວິຫານເປິເປື້ອນ ແລະ ຢ້ານແປວໄຟຈາກຍອດວິຫານພຸລົງໃສ່ພວກເຂົາ ແລະ ເຜົາໄໝ້ພວກເຂົາຈົນຕາຍ, ພວກເຂົາຈຶ່ງປະຕິບັດຕາມໜ້າທີ່ຂອງພວກເຂົາ ແລະ ອ່ອນນ້ອມຍອມຮັບເອົາແຜນການຂອງພຣະເຢໂຮວາ. ພວກເຂົາອະທິຖານເຖິງພຣະເຢໂຮວາໃນວິຫານ ແລະ ຫລັງຈາກໄດ້ຮັບຄວາມເປີດເຜີຍຂອງພຣະເຢໂຮວາ ນັ້ນກໍຄື ຫລັງຈາກພຣະເຢໂຮວາໄດ້ກ່າວຕໍ່ພວກເຂົາເປັນຈໍານວນຫຼວງຫຼາຍ ແລະ ສັ່ງສອນພວກເຂົາໃຫ້ພວກເຂົາສະແດງຄວາມເຄົາລົບຕໍ່ພຣະເຢໂຮວາຜູ້ທີ່ເປັນພຣະເຈົ້າຂອງພວກເຂົາ. ພຣະເຢໂຮວາໄດ້ບອກພວກເຂົາວ່າ ພວກເຂົາຄວນສ້າງວິຫານ ແລະ ແທ່ນບູຊາ ແລະ ໃນວັນປັດສະຄາ ເຊິ່ງໃນເວລານັ້ນໄດ້ກຳນົດຂຶ້ນໂດຍພຣະເຢໂຮວາ, ພວກເຂົາຄວນຈັດຫາງົວເກີດໃໝ່ ແລະ ແກະ ແລ້ວນໍາເອົາມາວາງໃສ່ເທິງແທ່ນບູຊາເພື່ອຖວາຍແດ່ພຣະເຢໂຮວາ, ນັ້ນກໍເພື່ອເປັນການບັງຄັບພວກເຂົາ ແລະ ເຮັດໃຫ້ຫົວໃຈຂອງພວກເຂົາມີຄວາມເຄົາລົບຕໍ່ພຣະເຢໂຮວາ. ສ່ວນວ່າ ພວກເຂົາໄດ້ເຊື່ອຟັງກົດບັນຍັດນີ້ ຫຼື ບໍ່ ນັ້ນ ແມ່ນຂຶ້ນຢູ່ກັບຄວາມຈົງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຢໂຮວາ. ພ້ອມນີ້ ພຣະເຢໂຮວາໄດ້ກຳນົດວັນຊະບາໂຕໃຫ້ພວກເຂົາ ເຊິ່ງເປັນວັນທີ່ເຈັດຂອງການເນລະມິດສ້າງຂອງພຣະອົງ. ຫລັງຈາກວັນຊະບາໂຕ ພຣະອົງໄດ້ສ້າງວັນທໍາອິດ ເປັນວັນສໍາລັບພວກເຂົາສັນລະເສີນພຣະເຢໂຮວາ ເພື່ອຖວາຍບູຊາ ແລະ ເສບດົນຕີແດ່ພຣະອົງຟັງ. ໃນວັນນີ້ ພຣະເຢໂຮວາໄດ້ຮຽກເຊີນມະຫາປະໂລຫິດທຸກຄົນເຂົ້າຮ່ວມ ເພື່ອແບ່ງປັນສິ່ງຂອງທີ່ນໍາມາຖວາຍ ຢູ່ເທິງແທ່ນບູຊານັ້ນໃຫ້ຜູ້ຄົນກິນ ເພື່ອພວກເຂົາຈະໄດ້ຊື່ນຊົມກັບສິ່ງທີ່ນໍາມາຖວາຍໃຫ້ແດ່ພຣະເຢໂຮວາ ແລະ ຫລັງຈາກນັ້ນ ພຣະເຢໂຮວາໄດ້ກ່າວບອກພວກເຂົາວ່າ ພວກເຂົາໄດ້ຮັບພອນແລ້ວ, ພວກເຂົາໄດ້ຮັບສ່ວນແບ່ງປັນຈາກພຣະອົງ ແລະ ພວກເຂົາໄດ້ເປັນຄົນທີ່ພຣະອົງເລືອກ (ເຊິ່ງເປັນຄໍາສັນຍາຂອງພຣະອົງກັບຊົນຊາດອິສຣະເອນ). ຍ້ອນເຫດນີ້, ຈົນເຖິງທຸກວັນນີ້ ຊົນຊາດອິສຣະເອນຍັງເວົ້າຢູ່ວ່າ ພຣະເຢໂຮວາຄືພຣະເຈົ້າຂອງພວກເຂົາເທົ່ານັ້ນ ແລະ ບໍ່ແມ່ນພຣະເຈົ້າຂອງຊາດອື່ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດໃນຍຸກແຫ່ງພຣະບັນຍັດ
27. ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງພຣະທໍາຫຼາຍຂໍ້ ແລະ ໄດ້ກະທໍາພາລະກິດຫຼາຍຢ່າງ ພຣະອົງພຽງຊີ້ນໍາຜູ້ຄົນໄປໃນທາງບວກ, ສິດສອນຜູ້ຄົນທີ່ໄຮ້ດຽງສາເຫຼົ່ານີ້ໃຫ້ຮຽນຮູ້ເຖິງວິທີການເປັນມະນຸດ, ວິທີການດໍາລົງຊີວິດ ແລະ ການເຂົ້າໃຈວິທີທາງຂອງພຣະເຢໂຮວາ. ສ່ວນໃຫຍ່ ພາລະກິດທີ່ພຣະອົງກະທໍາແມ່ນ ເພື່ອໃຫ້ຜູ້ຄົນນັບຖືວິທີທາງຂອງພຣະອົງ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ພາລະກິດໄດ້ປະຕິບັດກັບຜູ້ຄົນທີ່ຊົ່ວຮ້າຍພຽງເລັກນ້ອຍ ເຊິ່ງບໍ່ໄດ້ຂະຫຍາຍໄປເຖິງການປ່ຽນແປງຈິດໃຈ ຫຼື ຄວາມກ້າວໜ້າໃນຊີວິດຂອງພວກເຂົາ. ພຣະອົງເນັ້ນໃນເລຶ່ອງໃຊ້ພຣະບັນຍັດເພື່ອກີດກັ້ນ ແລະ ຄວບຄຸມຜູ້ຄົນ. ສໍາລັບຊົນຊາດອິສຣະເອນໃນເວລານັ້ນ ພຣະເຢໂຮວາແມ່ນເປັນພຽງພຣະເຈົ້າໃນພຣະວິຫານ ແລະ ພຣະເຈົ້າໃນສະຫວັນເທົ່ານັ້ນ. ພຣະອົງເປັນເສົາເມກ ແລະ ເສົາໄຟ. ສິ່ງທີ່ພຣະເຢໂຮວາຕ້ອງການຈາກພວກເຂົາກໍຄືການເຊື່ອຟັງໃນສິ່ງທີ່ຜູ້ຄົນໃນມື້ນີ້ຮູ້ຈັກດີ ນັ້ນກໍຄື ກົດໝາຍ ແລະ ພຣະບັນຍັດ ເຊິ່ງອາດເວົ້າໄດ້ອີກວ່າເປັນກົດເກນ. ເນື່ອງຈາກວ່າສິ່ງທີ່ພຣະເຢໂຮວາໄດ້ກະທໍານັ້ນ ບໍ່ແມ່ນເພື່ອປ່ຽນແປງພວກເຂົາ ແຕ່ເພື່ອບັນດານພວກເຂົາໃຫ້ມີສິ່ງທີ່ມະນຸດຄວນມີ ແລະ ເພື່ອແນະນໍາພວກເຂົາຈາກປາກຂອງພຣະອົງ ເພາະວ່າຫລັງຈາກຖືກສ້າງແລ້ວ ມະນຸດບໍ່ມີສິ່ງທີ່ພວກເຂົາຄວນມີ. ສະນັ້ນ ພຣະເຢໂຮວາຈຶ່ງບັນດານຜູ້ຄົນໃຫ້ມີສິ່ງທີ່ພວກເຂົາຄວນມີເພື່ອປະກອບເຂົ້າ ໃນການດໍາລົງຊີວິດຂອງພວກເຂົາໃນແຜ່ນດິນໂລກນີ້, ເຮັດໃຫ້ ຜູ້ຄົນທີ່ພຣະອົງນໍາພາມີຖານະດີກວ່າບັນພະບຸລຸດຂອງພວກເຂົາ ນັ້ນກໍຄື ອາດາມ ແລະ ເອວາ, ຍ້ອນວ່າສິ່ງພຣະເຢໂຮວາໄດ້ມອບໃຫ້ພວກເຂົາແມ່ນດີກວ່າ ສິ່ງທີ່ພຣະອົງໄດ້ມອບໃຫ້ອາດາມ ແລະ ເອວາໃນເບື້ອງຕົ້ນ. ແນວໃດກໍຕາມ ພາລະກິດທີ່ພຣະເຢໂຮວາກະທໍາໃນດິນແດນອິສຣະເອນ ແມ່ນເປັນພຽງການຊີ້ນໍາມະນຸດຊາດ ແລະ ເຮັດໃຫ້ມະນຸດຮັບຮູ້ພຣະຜູ້ສ້າງຂອງພວກເຂົາ. ພຣະອົງບໍ່ໄດ້ເອົາຊະນະ ຫຼື ປ່ຽນແປງພວກເຂົາ ແຕ່ພຽງຊີ້ນໍາພວກເຂົາ. ນີ້ຄື ຜົນລວມຂອງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ. ມັນເປັນເບື້ອງຫລັງ, ເປັນເລຶ່ອງຈິງ, ເປັນໃຈຄວາມຂອງພາລະກິດຂອງພຣະອົງໃນທົ່ວແຜ່ນດິນຂອງອິສຣະເອນ ແລະ ເປັນການເລິ່ມຕົ້ນພາລະກິດຫົກພັນປີຂອງພຣະອົງ ເພື່ອເຮັດໃຫ້ມະນຸດຢູ່ພາຍໃຕ້ການຄວບຄຸມຂອງພຣະເຢໂຮວາ. ຜົນຈາກພາລະກິດດັ່ງກ່າວເຮັດໃຫ້ເກີດມີພາລະກິດ ເພິ່ມຂຶ້ນໃນແຜນ ການຄຸ້ມຄອງຫົກພັນປີຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດໃນຍຸກແຫ່ງພຣະບັນຍັດ