ບົດນຳ

ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ. ຕະຫຼອດຍຸກຕ່າງໆ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະນີ້ ແລະ ມີພຽງແຕ່ພຣະອົງທີ່ກ່າວແບບນີ້ ແລະ ມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ນັບຕັ້ງແຕ່ນີ້ຕໍ່ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການສະໜອງໂດຍພຣະທຳຂອງພຣະອົງ. ຜູ້ຄົນດຳລົງຊີວິດຢູ່ໃນໂລກແຫ່ງພຣະທຳຂອງພຣະເຈົ້າ, ທ່າມກາງຄໍາສາບແຊ່ງ ແລະ ພອນຈາກພຣະທໍາຂອງພຣະເຈົ້າ ແລະ ເຖິງກັບມີອີກຫຼາຍຄົນທີ່ມາດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາຂອງພຣະອົງ. ພຣະທໍາເຫຼົ່ານີ້ ແລະ ພາລະກິດນີ້ແມ່ນລ້ວນແລ້ວແຕ່ເຫັນແກ່ຄວາມລອດພົ້ນຂອງມະນຸດ, ເຫັນແກ່ການສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຫັນແກ່ການປ່ຽນແປງພາບລັກເດີມຂອງໂລກແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກໂດຍໃຊ້ພຣະທໍາ, ພຣະອົງນໍາພາມະນຸດທົ່ວຈັກກະວານໂດຍໃຊ້ພຣະທໍາ ແລະ ພຣະອົງເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໂດຍໃຊ້ພຣະທໍາ. ໃນທີ່ສຸດແລ້ວ, ພຣະອົງກໍ່ຈະໃຊ້ພຣະທໍານໍາໂລກເດີມທັງປວງໄປສູ່ຈຸດສິ້ນສຸດ, ແລ້ວສຳເລັດແຜນການຄຸ້ມຄອງທັງໝົດຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ເຄົາລົບບູຊາພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ມື້ີນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື ສອງມື້ ຖ້າບໍ່ໄດ້ອ່ານພຣະທຳຂອງພຣະອົງ. ພວກເຂົາຕ້ອງອ່ານພຣະທໍາຂອງພຣະອົງທຸກມື້ ແລະ ຖ້າເວລາບໍ່ເອື້ອອຳນວຍ, ການຟັງພຣະທຳເຫຼົ່ານັ້ນກໍ່ພຽງພໍແລ້ວ. ນີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ຜູ້ຄົນ ແລະ ມັນເປັນວິທີທີ່ພຣະອົງເລີ່ມຕົ້ນດົນບັນດານພວກເຂົາ. ນັ້ນກໍ່ຄື ພຣະອົງປົກຄອງຜູ້ຄົນຜ່ານພຣະທໍາ ເພື່ອວ່າມະນຸດຈະສາມາດເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຫຼັງຈາກພຽງແຕ່ມື້ດຽວທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຖ້າເຈົ້າຮູ້ສຶກມືດມົວ ແລະ ຫິວກະຫາຍ ແລະ ບໍ່ສາມາດທົນໄດ້, ນີ້ກໍ່ສະແດງວ່າເຈົ້າຖືກດົນໃຈໂດຍພຣະວິນຍານບໍລິສຸດ ແລະ ພຣະອົງບໍ່ໄດ້ຫັນໜີຈາກເຈົ້າເລີຍ. ສະນັ້ນ ເຈົ້າຄືຄົນໜຶ່ງທີ່ຢູ່ໃນກະແສນີ້. ເຖິງຢ່າງໃດກໍຕາມ, ຫຼັງໜຶ່ງ ຫຼື ສອງມື້ທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ຖ້າເຈົ້າບໍ່ຮູ້ສຶກຫຍັງເລີຍ ແລະ ຖ້າເຈົ້າບໍ່ໄດ້ຫິວກະຫາຍ ແລະ ບໍ່ຖືກດົນບັນດານຫຍັງເລີຍ, ສິ່ງນີ້ກໍ່ສະແດງວ່າພຣະວິນຍານບໍລິສຸດໄດ້ຫັນໜີຈາກເຈົ້າແລ້ວ. ແລ້ວນີ້ກໍ່ໝາຍຄວາມວ່າ ມີບາງສິ່ງທີ່ບໍ່ຖືກຕ້ອງກັບສະພາວະພາຍໃນຂອງເຈົ້າ; ເຈົ້າບໍ່ໄດ້ເຂົ້າສູ່ຍຸກແຫ່ງພຣະທໍາ ແລະ ເຈົ້າເປັນໜຶ່ງໃນຄົນທີ່ຖືກປະໄວ້ຂ້າງຫຼັງ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງຜູ້ຄົນ; ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍ່ຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າໄດ້ກາຍມາເປັນອາຫານຂອງຜູ້ຄົນ ແລະ ພະລັງທີ່ຂັບເຄື່ອນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ” (ມັດທາຍ 4:4). ມື້ນີ້, ພຣະເຈົ້າຈະເຮັດໃຫ້ພາລະກິດນີ້ສໍາເລັດ ແລະ ພຣະອົງຈະສຳເລັດຕາມຂໍ້ແທ້ຈິງໃນພວກເຈົ້າ. ມັນເປັນໄປໄດ້ແນວໃດທີ່ໃນອະດີດ ຜູ້ຄົນສາມາດດໍາເນີນຊີວິດໄປຫຼາຍມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແຕ່ສາມາດກິນ ແລະ ເຮັດວຽກງານໄດ້ເປັນປົກກະຕິ, ແຕ່ສິ່ງນີ້ບໍ່ແມ່ນຄວາມຈິງໃນມື້ນີ້? ໃນຍຸກນີ້, ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງທຸກສິ່ງເປັນຫຼັກ. ມະນຸດຖືກພິພາກສາ ແລະ ຖືກເຮັດໃຫ້ສົມບູນໂດຍຜ່ານພຣະທໍາຂອງພຣະເຈົ້າ, ແລ້ວໃນທີ່ສຸດກໍ່ຖືກນໍາເຂົ້າສູ່ອານາຈັກ. ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະໜອງໃຫ້ແກ່ຊີວິດຂອງມະນຸດ ແລະ ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມອບແສງສະຫວ່າງໃຫ້ແກ່ມະນຸດ ແລະ ເສັ້ນທາງໃຫ້ປະຕິບັດ ໂດຍສະເພາະໃນຍຸກແຫ່ງລາຊະອານາຈັກ. ຕາບໃດທີ່ເຈົ້າບໍ່ຫັນເຫຈາກຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ພຣະເຈົ້າກໍ່ຈະສາມາດເຮັດໃຫ້ເຈົ້າສົມບູນໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຄິດຮອດຄວາມເປັນຕາຮັກຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະອົງຜູ້ທີ່ມີລິດອຳນາດທີ່ຍິ່ງໃຫຍ່? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເຮົາຈະພົບກັບຜູ້ຄົນທີ່ຖືກເລືອກຂອງເຮົາ ແລະ ກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ “ພູເຂົາໝາກກອກ” ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປາກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາເພື່ອໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຢູ່ພາຍໃຕ້ເຮົາ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ ມະນຸດຍັງຈະຕ້ອງປະຕິບັດຕາມພຣະວັດຈະນະຂອງພຣະອົງຕໍ່ໄປ ແລະ ໃນອະນາຄົດ ພຣະວັດຈະນະຂອງພຣະເຈົ້າກໍຍັງຈະນຳພາຊີວິດຂອງມະນຸດໂດຍກົງຢູ່ໃນດິນແດນທີດີແຫ່ງການາອານນີ້. ເມື່ອໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານ, ພຣະເຈົ້າໄດ້ແນະນຳ ແລະ ເວົ້າກັບລາວໂດຍກົງ. ພຣະເຈົ້າສົ່ງອາຫານ ສົ່ງນໍ້າ ແລະ ອາຫານມານາຈາກສະຫວັນມາໃຫ້ຜູ້ຄົນ ແລະ ທຸກມື້ນີ້ກໍຍັງເປັນແບບນັ້ນຢູ່: ພຣະເຈົ້າໄດ້ສົ່ງສິ່ງຕ່າງໆລົງມາໃຫ້ຜູ້ຄົນກິນ ແລະ ດື່ມໂດຍພຣະອົງເອງ ແລະ ພຣະອົງໄດ້ສົ່ງຄຳສາບເພື່ອຂ້ຽນຕີຜູ້ຄົນໂດຍພຣະອົງເອງເຊັ່ນກັນ. ສະນັ້ນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນຖືກດຳເນີນໂດຍຕົວພຣະເຈົ້າເອງ. ໃນທຸກມື້ນີ້ ຜູ້ສະແຫວງຫາການປະກົດຂອງຄວາມຈິງ, ພວກເຂົາສະແຫວງຫາສັນຍານບອກເຫດການ ແລະ ຄວາມມະຫັດສະຈັນ ແລະ ມັນອາດເປັນໄປໄດ້ທີ່ຄົນທັງໝົດດັ່ງກ່າວຈະຖືກປະຖິ້ມ ເພາະວ່າພາລະກິດຂອງພຣະເຈົ້າກຳປາກົດເປັນຈິງຫຼາຍຂຶ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນແລ້ວ, ພວກເຂົາຍັງບໍ່ຮູ້ຊໍ້າວ່າພຣະເຈົ້າໄດ້ສົ່ງອາຫານ ແລະ ຢາບຳລຸງຈາກສະຫວັນມາໃຫ້. ແຕ່ພຣະເຈົ້າມີຢູ່ຈິງ ແລະ ພາບທີ່ປຸກໃຈຂອງອານາຈັກພັນປີທີ່ຜູ້ຄົນຈິນຕະນາການເຖິງ ກໍເປັນພຣະວັດຈະນະສ່ວນຕົວຂອງພຣະເຈົ້າເຊັ່ນກັນ. ນີ້ເປັນຄວາມຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືກເອີ້ນວ່າເປັນການປົກຄອງກັບພຣະເຈົ້າຢູ່ເທິງແຜ່ນດິນໂລກ. ການປົກຄອງກັບພຣະເຈົ້າຢູ່ໃນແຜ່ນດິນໂລກແມ່ນໝາຍເຖິງເນື້ອໜັງມະນຸດ. ສິ່ງທີ່ບໍ່ແມ່ນເນື້ອໜັງມະນຸດບໍ່ມີຢູ່ຈິງຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ທຸກຄົນທີ່ສົນໃຈການໄປສະຫວັນທີສາມແມ່ນເຮັດໄປໂດຍທີ່ບໍ່ມີປະໂຫຍດຫຍັງ. ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ ແລະ ບາງຄົນຈະໃຊ້ເລເຊີເພື່ອຮັບເອົາພຣະວັດຈະນະຂອງພຣະເຈົ້າ. ທຸກຄົນຈະຮັກໄຄ່ ແລະ ເຕັມໄປດ້ວຍຄວາມປາດຖະໜາ, ພວກເຂົາທັງໝົດຈະມາໃກ້ພຣະເຈົ້າ, ຮ່ວມກັນເຂົ້າຫາພຣະເຈົ້າ ແລະ ທຸກຄົນຈະນະມັດສະການພຣະເຈົ້າ. ທັງໝົດນີ້ຈະເປັນການກະທຳຂອງພຣະເຈົ້າ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າຈະບໍ່ເລີ່ມຕົ້ນຢູ່ບ່ອນອື່ນອີກຢ່າງແນ່ນອນ. ພຣະເຈົ້າຈະບັນລຸຄວາມຈິງນີ້: ພຣະອົງຈະເຮັດໃຫ້ທຸກຄົນໃນທົ່ວຈັກກະວານມາຢູ່ຕໍ່ໜ້າພຣະອົງ ແລະ ນະມັດສະການພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ພາລະກິດຂອງພຣະອົງຢູ່ບ່ອນອື່ນຈະຢຸດ ແລະ ຜູ້ຄົນຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ມັນຈະເປັນຄືໂຢເຊັບ: ທຸກຄົນມາຫາລາວເພື່ອຂໍອາຫານ ແລະ ກົ້ມກາບລາວ ເພາະລາວມີອາຫານໃຫ້ກິນ. ເພື່ອຫຼີກລ່ຽງຄວາມອຶດຫິວ ຜູ້ຄົນຈະຖືກບັງຄັບເພື່ອຊອກຫາຫົນທາງທີ່ແທ້ຈິງ. ຊຸມຊົນສາສະໜາທັງໝົດຈະປະສົບກັບຄວາມອຶດຫິວຢ່າງຮ້າຍແຮງ ແລະ ພຽງແຕ່ພຣະເຈົ້າໃນຍຸກປັດຈຸບັນເທົ່ານັ້ນທີ່ເປັນແຫຼ່ງນໍ້າແຫ່ງຊີວິດ ທີ່ມີແຫຼ່ງນໍ້າທີ່ໄຫຼຕະຫຼອດເພື່ອສະໜອງຄວາມສຸກໃຫ້ແກ່ມະນຸດ ແລະ ຜູ້ຄົນຈະມາຫາ ແລະ ເພິ່ງພາອາໄສພຣະອົງ. ນັ້ນຈະແມ່ນເວລາທີ່ການກະທຳຂອງພຣະເຈົ້າຖືກເປີດເຜີຍ ແລະ ເມື່ອພຣະເຈົ້າໄດ້ຮັບສະຫງ່າລາສີ; ທຸກຄົນໃນທົ່ວຈັກກະວານຈະນະມັດສະການ “ມະນຸດ” ທີ່ທຳມະດາຄົນນີ້. ນີ້ບໍ່ແມ່ນມື້ແຫ່ງລັດສະໝີຂອງພຣະເຈົ້າບໍ? ໃນມື້ໜຶ່ງ ນັກບວດທີ່ແກ່ຊະລາຈະສົ່ງໂທລະເລກໄປຂໍນໍ້າຈາກແຫຼ່ງນໍ້າແຫ່ງຊີວິດ. ເຖິງພວກເຂົາຈະເປັນຄົນແກ່ຊະລາ ແຕ່ພວກເຂົາຍັງຈະນະມັດສະການຄົນຜູ້ນີ້ຜູ້ທີ່ພວກເຂົາເຄີຍດູຖູກຢຽດຫຍາມ. ພວກເຂົາຈະຮັບຮູ້ພຣະອົງດ້ວຍປາກຂອງພວກເຂົາ ແລະ ຈະເຊື່ອໝັ້ນພຣະອົງດ້ວຍຫົວໃຈຂອງພວກເຂົາ ແລ້ວນີ້ບໍ່ແມ່ນສັນຍານບອກເຫດການ ແລະ ຄວາມມະຫັດສະຈັນບໍ? ເມື່ອອານາຈັກທັງໝົດມີຄວາມປິຕິຍິນດີ ນັ້ນກໍຄືມື້ແຫ່ງລັດສະໝີຂອງພຣະເຈົ້າ ແລະ ໃຜກໍຕາມທີ່ມາຫາພວກເຈົ້າ ແລະ ຮັບເອົາຂ່າວດີຈາກພຣະເຈົ້າຈະໄດ້ຮັບພອນຈາກພຣະເຈົ້າ ແລະ ປະເທດຕ່າງໆ ແລະ ຜູ້ຄົນທີ່ເຮັດເຊັ່ນນັ້ນຈະໄດ້ຮັບພອນ ແລະ ການດູແລເບິ່ງແຍງຈາກພຣະເຈົ້າ. ທິດທາງໃນອະນາຄົດຈະເປັນດັ່ງນີ້: ຜູ້ຄົນທີ່ໄດ້ຮັບພຣະວັດຈະນະຈາກປາກຂອງພຣະເຈົ້າຈະມີເສັ້ນທາງໃຫ້ຍ່າງຢູ່ເທິງແຜ່ນດິນໂລກ ແລະ ບໍ່ວ່າຈະເປັນນັກທຸລະກິດ ຫຼື ນັກວິທະຍາສາດ ຫຼື ຜູ້ໃຫ້ການສຶກສາ ຫຼື ນັກອຸດສາຫະກຳຕ່າງໆ, ຜູ້ຄົນທີ່ບໍ່ມີພຣະທຳຂອງພຣະເຈົ້າຈະມີຄວາມຍາກລຳບາກແມ່ນແຕ່ບາດກ້າວດຽວ ແລະ ຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ນີ້ຄືຄວາມໝາຍທີ່ວ່າ “ດ້ວຍຄວາມຈິງ ເຈົ້າຈະໄປໄດ້ທົ່ວໂລກ; ປາສະຈາກຄວາມຈິງ ເຈົ້າກໍຈະໄປໃສບໍ່ໄດ້”. ຄວາມຈິງມີດັ່ງນີ້: ພຣະເຈົ້າຈະໃຊ້ວິທີທາງ (ເຊິ່ງໝາຍເຖິງພຣະທຳຂອງພຣະອົງທັງໝົດ) ເພື່ອບັນຊາຈັກກະວານທັງໝົດ ແລະ ປົກຄອງ ແລະ ເອົາຊະນະມະນຸດ. ຜູ້ຄົນຫວັງສະເໝີເພື່ອໃຫ້ມີການປ່ຽນແປງທີ່ຍິ່ງໃຫຍ່ໃນການດໍາເນີນພາລະກິດຂອງພຣະເຈົ້າ. ເວົ້າງ່າຍໆກໍຄື ພຣະເຈົ້າຄວບຄຸມມະນຸດຜ່ານພຣະທຳ ແລະ ເຈົ້າຕ້ອງເຮັດໃນສິ່ງທີ່ພຣະອົງບອກ ບໍ່ວ່າເຈົ້າຈະຕ້ອງການ ຫຼື ບໍ່ກໍຕາມ; ນີ້ແມ່ນຂໍ້ແທ້ຈິງທີ່ກົງໄປກົງມາ ແລະ ທຸກຄົນຕ້ອງໄດ້ເຊື່ອຟັງ ແລະ ເຊັ່ນດຽວກັນ ທຸກຄົນຕ້ອງຮູ້ວ່າມັນບໍ່ສາມາດຜ່ອນຜັນໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ອານາຈັກພັນປີມາຮອດແລ້ວ

ພຣະທຳຂອງພຣະເຈົ້າຈະເຜີຍແຜ່ໄປຍັງເຮືອນຈຳນວນນັບບໍ່ຖ້ວນ, ພຣະທໍາຈະຖືກຮັບຮູ້ໂດຍທຸກຄົນ ແລະ ເມື່ອນັ້ນເທົ່ານັ້ນພາລະກິດຂອງພຣະອົງຈະເຜີຍແຜ່ໄປທົ່ວຈັກກະວານ. ນັ້ນໝາຍຄວາມວ່າ ຖ້າພາລະກິດຂອງພຣະເຈົ້າຈະຖືກເຜີຍແຜ່ໄປທົ່ວທັງຈັກກະວານ ພຣະທຳຂອງພຣະອົງກໍຕ້ອງໄດ້ຮັບການເຜີຍແຜ່. ໃນມື້ແຫ່ງຄວາມສະຫງ່າລາສີຂອງພຣະເຈົ້າ ພຣະທຳຂອງພຣະເຈົ້າຈະສະແດງລິດເດດ ແລະ ອຳນາດ. ພຣະທຳທຸກຂໍ້ຂອງພຣະອົງ ຈາກເວລາທີ່ດົນນານມາແລ້ວຈົນຮອດມື້ນີ້ຈະບັນລຸຜົນ ແລະ ຈະເກີດຂຶ້ນ. ດ້ວຍວິທີນີ້ ລັດສະໝີພາບຈະເປັນຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພຣະທຳຂອງພຣະອົງຈະປົກຄອງແຜ່ນດິນໂລກ. ທຸກຄົນທີ່ຊົ່ວຮ້າຍຈະຖືກຂ້ຽນຕີໂດຍພຣະທຳຈາກປາກຂອງພຣະເຈົ້າ, ທຸກຄົນທີ່ມີຄວາມຊອບທໍາຈະໄດ້ຮັບພອນຈາກພຣະທຳທີ່ກ່າວຈາກປາກຂອງພຣະອົງ ແລະ ທຸກຄົນຈະຖືກຈັດຕັ້ງ ແລະ ເຮັດໃຫ້ສົມບູນໂດຍພຣະທຳຈາກປາກຂອງພຣະອົງ. ພຣະອົງຈະບໍ່ສະແດງສັນຍານບອກເຫດການ ຫຼື ສະແດງຄວາມອັດສະຈັນໃດໆ; ທັງໝົດຈະບັນລຸຜົນໂດຍພຣະທຳຂອງພຣະອົງ ແລະ ພຣະທຳຂອງພຣະອົງຈະສ້າງຄວາມຈິງ. ທຸກຄົນໃນແຜ່ນດິນໂລກຈະສະເຫຼີມສະຫຼອງພຣະທຳຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ, ຜູ້ຊາຍ, ແມ່ຍິງ, ຄົນເຖົ້າ ຫຼື ຄົນໜຸ່ມ ທຸກຄົນຈະຍອມອ່ອນນ້ອມພາຍໃຕ້ພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງ ໂດຍທີ່ເຮັດໃຫ້ຜູ້ຄົນໄດ້ເຫັນພຣະທໍາເຫຼົ່ານັ້ນເທິງແຜ່ນດິນໂລກຢ່າງຈະແຈ້ງ ແລະ ໃນຮູບແບບທີ່ມີຊີວິດ. ນີ້ຄືຄວາມໝາຍທີ່ວ່າພຣະທຳກາຍເປັນເນື້ອໜັງ. ພຣະເຈົ້າໄດ້ມາຍັງແຜ່ນດິນໂລກໂດຍຕົ້ນຕໍແລ້ວແມ່ນເພື່ອບັນລຸຄວາມຈິງກ່ຽວກັບ “ພຣະທຳກາຍເປັນເນື້ອໜັງ” ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອໃຫ້ພຣະທຳຂອງພຣະອົງສາມາດກ່າວອອກມາຈາກເນື້ອໜັງ (ບໍ່ຄືກັນກັບຍຸກສະໄໝຂອງໂມເຊໃນພັນທະສັນຍາເກົ່າ ໃນຕອນທີ່ສຽງຂອງພຣະເຈົ້າດັງອອກມາຈາກທ້ອງຟ້າໂດຍກົງ). ຫຼັງຈາກນັ້ນ ພຣະທຳທຸກຂໍ້ຂອງພຣະອົງຈະບັນລຸຜົນໃນຊ່ວງຍຸກອານາຈັກພັນປີ, ພຣະທໍາຈະກາຍເປັນຄວາມຈິງທີ່ມະນຸດເບິ່ງເຫັນໄດ້ກັບຕາ ແລະ ຜູ້ຄົນຈະເຫັນພຣະທໍາດ້ວຍຕາຂອງຕົນເອງໂດຍບໍ່ມີຄວາມແຕກຕ່າງຫຍັງເລີຍ. ນີ້ແມ່ນຄວາມໝາຍສູງສຸດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະວິນຍານຈະບັນລຸຜົນຜ່ານເນື້ອໜັງ ແລະ ຜ່ານພຣະທຳ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ພຣະທຳກາຍເປັນເນື້ອໜັງ” ແລະ “ການປາກົດຕົວຂອງພຣະທຳໃນເນື້ອໜັງ”. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດກ່າວຄວາມປະສົງຂອງພຣະວິນຍານ ແລະ ມີແຕ່ພຣະເຈົ້າໃນເນື້ອໜັງມະນຸດເທົ່ານັ້ນທີ່ສາມາດກ່າວໃນນາມພຣະວິນຍານໄດ້; ພຣະທຳຂອງພຣະເຈົ້າໄດ້ສ້າງຂຶ້ນຢ່າງຈະແຈ້ງໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ທຸກຄົນຈະຖືກນໍາພາໂດຍພຣະທຳດັ່ງກ່າວ. ບໍ່ມີໃຜໄດ້ຮັບການຍົກເວັ້ນ, ພວກເຂົາທຸກຄົນຈະດໍາລົງຊີວິດຢູ່ພາຍໃນຂອບເຂດນີ້. ຜູ້ຄົນສາມາດຮູ້ໄດ້ຈາກພຣະວັດຈະນະເຫຼົ່ານີ້ເທົ່ານັ້ນ; ຜູ້ທີ່ບໍ່ໄດ້ຮັບການນໍາພາໂດຍວິທີນີ້ຄືຜູ້ຄົນທີ່ຝັນກາງເວັນເທົ່ານັ້ນ ຖ້າພວກເຂົາຄິດວ່າພວກເຂົາສາມາດໄດ້ຮັບພຣະວັດຈະນະຈາກສະຫວັນໄດ້. ສິ່ງດັ່ງກ່າວແມ່ນອຳນາດທີ່ສະແດງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ທຸກຄົນເຊື່ອໃນສິ່ງນີ້ດ້ວຍຄວາມເຊື່ອໝັ້ນ. ແມ່ນແຕ່ຜູ້ຊ່ຽວຊານ ແລະ ນັກບວດທີ່ໜ້ານັບຖືກໍບໍ່ສາມາດກ່າວພຣະທຳເຫຼົ່ານີ້ໄດ້. ພວກເຂົາທຸກຄົນຕ້ອງອ່ອນນ້ອມພາຍໃຕ້ພຣະທຳ ແລະ ບໍ່ມີໃຜຈະສາມາດເລີ່ມຕົ້ນໃໝ່ອີກໄດ້. ພຣະເຈົ້າຈະໃຊ້ພຣະທຳເພື່ອເອົາຊະນະຈັກກະວານ. ພຣະອົງຈະເຮັດສິ່ງນີ້ໂດຍທີ່ບໍ່ໄດ້ເຮັດຜ່ານເນື້ອໜັງຈາກການບັງເກີດເປັນມະນຸດຂອງພຣະອົງ ແຕ່ຜ່ານການໃຊ້ພຣະວັດຈະນະຈາກປາກຂອງພຣະເຈົ້າທີ່ກາຍເປັນເນື້ອໜັງມະນຸດເພື່ອເອົາຊະນະມະນຸດທຸກຄົນໃນທົ່ວຈັກກະວານ; ມີພຽງສິ່ງນີ້ເທົ່ານັ້ນທີ່ແມ່ນພຣະທໍາທີ່ກາຍເປັນເນື້ອຫນັງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ແມ່ນການປາກົດຕົວຂອງພຣະທຳໃນເນື້ອໜັງ. ບາງເທື່ອ ສໍາລັບກັບມະນຸດແລ້ວ ມັນອາດຈະປາກົດວ່າພຣະເຈົ້າບໍ່ໄດ້ດຳເນີນພາລະກິດຫຼາຍພໍປານໃດ ແຕ່ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ແລະ ພວກເຂົາຈະເຊື່ອ ແລະ ຢໍາເກງຈົນໝົດ. ຖ້າບໍ່ມີ ຄວາມຈິງ ມະນຸດຈະຮ້ອງໂຮ່ ແລະ ກີດຮ້ອງ; ແຕ່ຖ້າມີພຣະທຳຂອງພຣະເຈົ້າ ພວກເຂົາຈະງຽບສະຫງົບ. ແນ່ນອນວ່າພຣະເຈົ້າຈະບັນລຸຄວາມຈິງນີ້ ເພາະວ່ານີ້ແມ່ນແຜນການຂອງພຣະເຈົ້າທີ່ກຳນົດໄວ້ແຕ່ດົນນານມາແລ້ວ: ການບັນລຸຄວາມຈິງກ່ຽວກັບການມາສູ່ໂລກຂອງພຣະທຳ. ຄວາມຈິງແລ້ວ ບໍ່ມີຄວາມຈຳເປັນທີ່ເຮົາຕ້ອງອະທິບາຍ ເພາະການມາຮອດຂອງອານາຈັກພັນປີໃນແຜ່ນດິນໂລກແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າໃນແຜ່ນດິນໂລກ. ການລົງມາໃໝ່ຂອງນະຄອນເຢຣູຊາເລັມຈາກສະຫວັນແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າເພື່ອດຳເນີນຊີວິດໃນທ່າມກາງມະນຸດ, ເພື່ອຕິດຕາມເບິ່ງທຸກການກະທຳຂອງມະນຸດ ແລະ ທຸກຄວາມຄິດທີ່ຝັງຢູ່ໃນຈິດໃຈຂອງມະນຸດ. ນີ້ແມ່ນອີກຄວາມຈິງທີ່ພຣະເຈົ້າຈະບັນລຸຜົນ; ນີ້ແມ່ນພາບທີ່ງົດງາມຂອງອານາຈັກພັນປີ. ນີ້ແມ່ນແຜນການທີ່ພຣະເຈົ້າກຳນົດໄວ້: ພຣະທຳຂອງພຣະອົງຈະປາກົດໃນແຜ່ນດິນໂລກເປັນເວລາໜຶ່ງພັນປີ ແລະ ພຣະທຳຈະສະແດງທຸກການກະທຳຂອງພຣະອົງ ເພື່ອເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນແຜ່ນດິນໂລກສໍາເລັດ ເຊິ່ງຫຼັງຈາກໄລຍະນີ້ແລ້ວ ມະນຸດຊາດກໍຈະຈົບສິ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ອານາຈັກພັນປີມາຮອດແລ້ວ

ຕໍ່ໄປ: ພາກທີໜຶ່ງ: ຊີວິດຄຣິສຕຽນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້