I. ສາມຂັ້ນຕອນຂອງພາລະກິດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 1)

ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ (ເຊິ່ງເປັນຍຸກທຳອິດ), ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປ ກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ປົກຄອງທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕ່ຳສຸດຂອງຄວາມຕ່ຳ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້, ມວນມະນຸດຊາດທີ່ຂາດສະຕິປັນຍາຈະສາມາດເປັນພະຍານໃຫ້ເຮົາວ່າມັນບໍ່ແມ່ນເຮົາເປັນຜູ້ເຮັດໃຫ້ມວນມະນຸດເສື່ອມໂຊມ ແລະ ມີພຽງແຕ່ເຮົາ ນັ້ນກໍຄື ພຣະຜູ້ສ້າງໂລກສາມາດຊ່ວຍມວນມະນຸດຊາດໃຫ້ພົ້ນໄດ້, ສາມາດສະໜອງສັບພະສິ່ງໃຫ້ມວນມະນຸດ ເພື່ອໃຫ້ເກີດຄວາມສຸກແກ່ພວກເຂົາ; ແລະ ພວກເຂົາຈະຮັບຮູ້ວ່າ ເຮົາເປັນຜູ້ປົກຄອງທຸກສິ່ງ ແລະ ຊາຕານເປັນພຽງແຕ່ຫນຶ່ງໃນຊີວິດທີ່ເຮົາສ້າງຂຶ້ນ ເຊິ່ງຕໍ່ມາມັນຫັນມາຕໍ່ຕ້ານເຮົາ. ແຜນການຄຸ້ມຄອງຫົກພັນປີຂອງເຮົາຖືກແບ່ງອອກເປັນສາມໄລຍະ ເພື່ອບັນລຸຜົນຮັບ ດັ່ງຕໍ່ໄປນີ້: ເພື່ອເຮັດໃຫ້ການສ້າງຂອງເຮົາກາຍເປັນພະຍານຝ່າຍເຮົາ, ເພື່ອໃຫ້ພວກເຂົາເຂົ້າໃຈຄວາມປະສົງຂອງເຮົາ ແລະ ຮູ້ວ່າເຮົາຄືຄວາມຈິງ. ດັ່ງນັ້ນ, ໃນລະຫວ່າງໄລຍະທໍາອິດຂອງການປະຕິບັດພາລະກິດໃນແຜນການຄຸ້ມຄອງຫົກພັນປີຂອງເຮົານັ້ນ ເຮົາໄດ້ປະຕິບັດພາລະກິດກ່ຽວກັບພຣະບັນຍັດ ເຊິ່ງເປັນພາລະກິດທີ່ພຣະເຢໂຮວານໍາພາສາວົກຂອງພຣະອົງ. ໄລຍະທີ່ສອງເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະຄຸນໃນຫມູ່ບ້ານຢູດາຍ. ພຣະເຢຊູເປັນຕົວແທນພາລະກິດທັງຫມົດຂອງຍຸກແຫ່ງພຣະຄຸນ; ພຣະອົງໄດ້ບັງເກີດເປັນມະນຸດ ແລະ ຖືກຄຶງເທິງໄມ້ກາງເຂນ ແລະ ພຣະອົງໄດ້ເປີດຍຸກແຫ່ງພຣະຄຸນ. ພຣະອົງໄດ້ຖືກຄຶງໄວ້ເທິງໄມ້ກາງແຂນ ເພື່ອເຮັດສໍາເລັດພາລະກິດຂອງການໄຖ່ບາບ, ເພື່ອສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ດັ່ງນັ້ນພຣະອົງຈຶ່ງຖືກເອີ້ນວ່າ “ຜູ້ບັນຊາສູງສຸດ”, “ຜູ້ຮັບບາບ”, “ຜູ້ໄຖ່ບາບ”. ດັ່ງນັ້ນ ພາລະກິດຂອງພຣະເຍຊູແຕກຕ່າງກັນທາງດ້ານເນື້ອໃນຈາກພາລະກິດຂອງພຣະເຢໂຮວາ, ເຖິງແມ່ນວ່າພາລະກິດທັງສອງໃຊ້ຫຼັກການດຽວກັນ. ພະເຢໂຮວາໄດ້ເລີ່ມຕົ້ນຍຸກແຫ່ງພຣະບັນຍັດ, ໄດ້ສ້າງພື້ນຖານ ເຊິ່ງເປັນຕົ້ນກໍາເນີດຂອງພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ໄດ້ອອກກົດລະບຽບ ແລະ ພຣະບັນຍັດ; ສອງສິ່ງເຫຼົ່ານີ້ແມ່ນ ຜົນສຳເລັດຂອງພຣະອົງ ເຊິ່ງເປັນຕົວແທນຂອງ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນບໍ່ແມ່ນເພື່ອອອກຂໍ້ກົດລະບຽບ ແຕ່ເພື່ອປະຕິບັດຕາມຂໍ້ບັນຍັດ, ດັ່ງນັ້ນ ພາລະກິດຂອງພຣະອົງຈຶ່ງນຳໄປສູ່ຍຸກแຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ ທີ່ໃຊ້ເວລາເຖິງສອງພັນປີ. ພຣະອົງເປັນຜູ້ບຸກເບີກ ແລະ ສະເດັດມາເພື່ອເລີ່ມຕົ້ນຍຸກແຫ່ງພຣະຄຸນ, ແຕ່ພາກສ່ວນຕົ້ນຕໍຂອງພາລະກິດພຣະອົງນັ້ນແມ່ນການໄຖ່ບາບ. ດັ່ງນັ້ນ ຜົນສໍາເລັດຂອງພຣະອົງມີສອງຢ່າງຄື: ເປີດຍຸກໃຫມ່ ແລະ ສໍາເລັດພາລະກິດໄຖ່ບາບຜ່ານການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງ. ຫຼັງຈາກນັ້ນ, ພຣະອົງກໍ່ໄດ້ຈາກໄປ. ແລ້ວຕໍ່ຈາກນີ້ໄປແມ່ນຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ ແລະ ຍຸກແຫ່ງພຣະຄຸນໄດ້ເລີ່ມຕົ້ນຂຶ້ນ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 2)

ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນກ່ອນການເອົາຊະນະຊາຕານຄັ້ງດຽວ ແລະ ສໍາລັບທຸກຄົນ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ. ຄວາມຈິງກໍຄື ການຕໍ່ສູ້ກັບຊາຕານບໍ່ແມ່ນການໃຊ້ອາວຸດສູ້ຮົບກັບຊາຕານ ແຕ່ເປັນຄວາມລອດພົ້ນຂອງມະນຸດ, ການປະຕິບັດພາລະກິດເພື່ອຊີວິດຂອງມະນຸດ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ເພື່ອມະນຸດຈະໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ແມ່ນວິທີເອົາຊະນະຊາຕານ. ຊາຕານຜ່າຍແພ້ຍ້ອນການປ່ຽນແປງຈິດໃຈອັນເສື່ອມຊາມຂອງມະນຸດ. ເມື່ອຊາຕານໄດ້ຖືກເອົາຊະນະ ເຊິ່ງນັ້ນກໍຄື ເມື່ອມະນຸດໄດ້ລອດພົ້ນຢ່າງສົມບູນ ແລ້ວເມື່ອນັ້ນຊາຕານທີ່ອັບອາຍໃຈກໍຈະຖືກຜູກມັດໄວ້ຢ່າງສົມບູນ ແລະ ດ້ວຍວິທີນີ້ ມະນຸດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສະນັ້ນ ທາດແທ້ຂອງຄວາມລອດພົ້ນຂອງມະນຸດກໍຄື ການເຮັດສົງຄາມກັບຊາຕານ ແລະ ໂດຍສ່ວນໃຫຍ່ແລ້ວ ສົງຄາມນີ້ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ. ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ຜ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະຜ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນູດຊາດທັງໝົດຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 3)

ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ; ພຣະອົງພຽງແຕ່ປາຖະໜາທີ່ຈະເອົາຊະນະຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕິສອນ ຫຼື ການພິພາກສາ ກໍແນໃສ່ຊາຕານ; ມັນຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ, ທັງໝົດນີ້ກໍເພື່ອເອົາຊະນະຊາຕານ ແລະ ມັນມີຈຸດປະສົງດຽວ ນັ້ນກໍຄື ການເຮັດສົງຄາມກັບຊາຕານຈົນເຖິງທີ່ສຸດ! ພຣະເຈົ້າຈະບໍ່ພັກຜ່ອນຈັກເທື່ອຈົນກວ່າພຣະອົງຈະມີໄຊຊະນະເໜືອຊາຕານ! ພຣະອົງຈະພັກຜ່ອນພຽງແຕ່ເມື່ອພຣະອົງໄດ້ເອົາຊະນະຊາຕານແລ້ວ. ຍ້ອນພາລະກິດທັງໝົດທີ່ພຣະເຈົ້າປະຕິບັດນັ້ນແມ່ນແນໃສ່ຊາຕານ ແລະ ຍ້ອນຄົນທີ່ຖືກເຮັດໃຫ້ເສື່ອມຊາມນັ້ນຢູ່ພາຍໃຕ້ການຄວບຄຸມແຫ່ງອຳນາດຂອງຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ເຊິ່ງຫາກປາສະຈາກການຕໍ່ສູ້ກັບຊາຕານ ແລະ ການທຳລາຍມັນ ຊາຕານຈະບໍ່ຍອມຜ່ອນຄາຍອິດທີພົນທີ່ມັນມີຕໍ່ຜູ້ຄົນເຫຼົ່ານີ້ ແລະ ພວກເຂົາກໍບໍ່ສາມາດຖືກຮັບໄດ້. ຖ້າພວກເຂົາບໍ່ໄດ້ຖືກຮັບ ມັນກໍຈະພິສູດວ່າ ຊາຕານຍັງບໍ່ທັນໄດ້ຜ່າຍແພ້ເທື່ອ ແລະ ມັນຍັງບໍ່ໄດ້ຖືກປາບເທື່ອ. ດ້ວຍເຫດນັ້ນ ໃນແຜນການຄຸ້ມຄອງ 6.000 ປີ ຂອງພຣະອົງ ໃນລະຫວ່າງຂັ້ນຕອນທຳອິດ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງພຣະບັນຍັດ, ໃນລະຫວ່າງຂັ້ນຕອນທີສອງ ພຣະອົງແມ່ນໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄື ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ໃນລະຫວ່າງຂັ້ນຕອນທີສາມ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະມະນຸດ. ທຸກພາລະກິດແມ່ນແນໃສ່ຂອບເຂດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ທຸກພາລະກິດແມ່ນເພື່ອເອົາຊະນະຊາຕານ ແລະ ແຕ່ລະຂັ້ນຕອນທຸກຢ່າງແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ທາດແທ້ຂອງພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນສົງຄາມຕໍ່ສູ້ກັບມັງກອນແດງໃຫຍ່ ແລະ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍແມ່ນພາລະກິດແຫ່ງການເອົາຊະນະຊາຕານເຊັ່ນດຽວກັນ ແລະ ເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ພຣະເຈົ້າເຮັດສົງຄາມເປັນເວລາ 6.000 ປີ ແລະ ດ້ວຍເຫດນັ້ນກໍປະຕິບັດພາລະກິດເປັນເວລາ 6.000 ປີ ເພື່ອນໍາມະນຸດສູ່ອະນາຈັກໃໝ່ໃນທີ່ສຸດ. ເມື່ອຊາຕານຜ່າຍແພ້ ມະນຸດຈະຖືກປົດປ່ອຍຢ່າງສົມບູນ. ນີ້ບໍ່ແມ່ນແນວທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ? ນີ້ຄືແນວທາງຂອງພາລະກິດໃນປັດຈຸບັນຢ່າງແນ່ນອນ ນັ້ນກໍຄື ການປົດປ່ອຍຢ່າງສົມບູນ ແລະ ການເຮັດໃຫ້ມະນຸດເປັນອິດສະຫຼະ ເພື່ອເຂົາຈະບໍ່ຕົກຢູ່ພາຍໃຕ້ກົດລະບຽບໃດ ຫຼື ຖືກຈຳກັດໂດຍຂໍ້ຜູກມັດ ຫຼື ຂໍ້ຈຳກັດອື່ນໆ. ທຸກພາລະກິດຖືກປະຕິບັດໂດຍສອດຄ່ອງກັບວຸດທິພາວະຂອງພວກເຈົ້າ ແລະ ໂດຍສອດຄ່ອງກັບຄວາມຕ້ອງການຂອງພວກເຈົ້າ ເຊິ່ງໝາຍຄວາມວ່າ ພວກເຈົ້າຖືກຈັດກຽມດ້ວຍທຸກສິ່ງຢ່າງທີ່ພວກເຈົ້າສາມາດເຮັດໃຫ້ສຳເລັດໄດ້. ມັນບໍ່ແມ່ນກໍລະນີດຽວກັນກັບ “ການໄລ່ເປັດໃຫ້ຂຶ້ນງ່າໄມ້” ໂດຍບັງຄັບພວກເຈົ້າທຸກສິ່ງ; ກົງກັນຂ້າມ ທຸກພາລະກິດນີ້ແມ່ນຖືກປະຕິບັດໂດຍສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງພວກເຈົ້າ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນສອດຄ່ອງກັບຄວາມຕ້ອງການ ແລະ ເງື່ອນໄຂທີ່ແທ້ຈິງຂອງມະນຸດ; ແຕ່ລະຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ໃນຄວາມຈິງແລ້ວ ບໍ່ມີອຸປະສັກກັ້ນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຂອງພຣະອົງໃນຕອນເລີ່ມຕົ້ນ. ອຸປະສັກທັງໝົດແມ່ນເກີດຂຶ້ນຈາກຊາຕານ. ມະນຸດບໍ່ສາມາດເຫັນ ຫຼື ສຳຜັດຫຍັງເລີຍ ຍ້ອນການລົບກວນຂອງຊາຕານ ແລະ ຄວາມເສື່ອມຊາມຂອງມະນຸດ. ມະນຸດເປັນເຫຍື່ອ ທີ່ຖືກລໍ້ລວງ. ເມື່ອຊາຕານຜ່າຍແພ້ ສິ່ງຖືກສ້າງຈະເຫັນພຣະຜູ້ສ້າງ ແລະ ພຣະຜູ້ສ້າງຈະເຝົ້າເບິ່ງສິ່ງຖືກສ້າງ ແລະ ສາມາດນໍາພາພວກເຂົາດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ທີ່ເປັນຊີວິດທີ່ມະນຸດຄວນມີຢູ່ເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ພາລະກິດຫຼັກໆຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ແລະ ເມື່ອຊາຕານຜ່າຍແພ້ ທຸກສິ່ງກໍຈະຖືກແກ້ໄຂ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 4)

ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນພາລະກິດຂອງຍຸກແຫ່ງພຣະບັນຍັດຫຼັງຈາກການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະເອົາຊະນະຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸ່ນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ. ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ທາດແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງເຂົາ. ພາລະກິດແຫ່ງການເອົາຊະນະແມ່ນຖືກປະຕິບັດທ່າມກາງມະນຸດໂດຍພຣະເຈົ້າເອງເຊັ່ນດຽວກັນ. ໃນລະຫວ່າງຂັ້ນຕອນນີ້ ຖ້າພຣະເຈົ້າພຽງແຕ່ຕ້ອງກ່າວຄຳທຳນາຍ ແລ້ວຜູ້ປະກາດພຣະທຳ ຫຼື ບາງຄົນທີ່ມີພອນສະຫວັນກໍສາມາດເຮັດໜ້າທີ່ແທນພຣະອົງໄດ້; ຖ້າມີພຽງແຕ່ກ່າວຄຳທຳນາຍ ມະນຸດກໍສາມາດເຮັດແທນພຣະເຈົ້າໄດ້. ແຕ່ຖ້າມະນຸດຕ້ອງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວເຂົາເອງ ແລະ ຕ້ອງປະຕິບັດພາລະກິດໃນຊີວິດຂອງມະນຸດ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະປະຕິບັດພາລະກິດນີ້. ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ພຣະເຈົ້າຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດນີ້. ໃນຍຸກແຫ່ງພຣະທຳ ຖ້າມີພຽງແຕ່ການກ່າວຄຳທຳນາຍ ແລ້ວເອຊາຢາ ຫຼື ເອລີຢາກໍສາມາດປະຕິບັດພາລະກິດນີ້ ແລະ ກໍຈະບໍ່ມີຄວາມຕ້ອງການໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ຍ້ອນພາລະກິດທີ່ປະຕິບັດໃນຂັ້ນຕອນນີ້ບໍ່ແມ່ນພຽງແຕ່ການກ່າວຄຳທຳນາຍ ແລະ ຍ້ອນມັນເປັນສິ່ງທີ່ສຳຄັນຫຼາຍທີ່ພາລະກິດແຫ່ງພຣະທຳຖືກນໍາໃຊ້ເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ຊາຕານຜ່າຍແພ້ ມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດນີ້ໄດ້ ແລະ ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ໃນຍຸກແຫ່ງພຣະບັນຍັດ ພຣະເຢໂຮວາປະຕິບັດສ່ວນຂອງພາລະກິດຂອງພຣະເຈົ້າ ຫຼັງຈາກນັ້ນພຣະອົງກໍກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດຜ່ານຜູ້ປະກາດພຣະທຳ. ນັ້ນກໍຍ້ອນມະນຸດສາມາດປະຕິບັດພາລະກິດຂອງພຣະເຢໂຮວາ ແລະ ຜູ້ທຳນາຍສາມາດພະຍາກອນລ່ວງໜ້າເຖິງສິ່ງຕ່າງໆ ແລະ ຕີຄວາມໝາຍຄວາມຝັນບາງຢ່າງແທນພຣະອົງໄດ້. ພາລະກິດທີ່ປະຕິບັດໃນຕອນເລີ່ມຕົ້ນບໍ່ແມ່ນພາລະກິດໃນການປ່ຽນແປງອຸປະນິໄສຂອງມະນຸດໂດຍກົງ ແລະ ບໍ່ກ່ຽວຂ້ອງກັບຄວາມບາບຂອງມະນຸດ ແລະ ມະນຸດຖືກຮຽກຮ້ອງໃຫ້ພຽງແຕ່ປະຕິບັດຕາມພຣະບັນຍັດເທົ່ານັ້ນ. ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ເປີດເຜີຍພຣະອົງເອງໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງກ່າວຕໍ່ໂມຊ ແລະ ຄົນອື່ນໆໂດຍກົງ, ເຮັດໃຫ້ພວກເຂົາກ່າວ ແລະ ປະຕິບັດພາລະກິດແທນພຣະອົງ ແລະ ເຮັດໃຫ້ພວກເຂົາປະຕິບັດພາລະກິດທ່າມກາງມະນຸດຊາດໂດຍກົງ. ຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນການນໍາພາມະນຸດ. ມັນເປັນຈຸດເລີ່ມຕົ້ນຂອງສົງຄາມກັບຊາຕານ ແຕ່ສົງຄາມນີ້ກໍຍັງບໍ່ໄດ້ເລີ່ມຕົ້ນຢ່າງເປັນທາງການ. ສົງຄາມທີ່ເປັນທາງການກັບຊາຕານເລີ່ມຕົ້ນດ້ວຍການບັງເກີດເປັນມະນຸດຂອງພຣະເຈົ້າຄັ້ງທໍາອິດ ແລະ ມັນໄດ້ສືບຕໍ່ຈົນມາເຖິງປັດຈຸບັນ. ການຕໍ່ສູ້ຄັ້ງທຳອິດຂອງສົງຄາມນີ້ກໍຄືຕອນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຖືກຄຶງທີ່ໄມ້ກາງແຂນ. ການຄຶງພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ໄມ້ກາງແຂນໄດ້ເອົາຊະນະຊາຕານ ແລະ ມັນເປັນຂັ້ນຕອນທຳອິດໃນສົງຄາມທີ່ປະສົບຜົນສຳເລັດ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນປະຕິບັດພາລະກິດໃນຊີວິດຂອງມະນຸດໂດຍກົງ, ນີ້ຄືການເລີ່ມຕົ້ນທີ່ເປັນທາງການຂອງພາລະກິດແຫ່ງການຮັບມະນຸດຄືນ ແລະ ຍ້ອນນີ້ແມ່ນພາລະກິດແຫ່ງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ມັນຈຶ່ງເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ຂັ້ນຕອນຂອງພາລະກິດທີ່ຖືກປະຕິບັດໂດຍພຣະເຢໂຮວາໃນຕອນເລີ່ມຕົ້ນແມ່ນພຽງແຕ່ການນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ. ມັນເປັນການເລີ່ມພາລະກິດຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ມັນຍັງບໍ່ກ່ຽວພັນເຖິງສົງຄາມໃດກໍຕາມ ຫຼື ພາລະກິດຫຼັກໆໃດກໍຕາມ ມັນກໍໄດ້ວາງພື້ນຖານໃຫ້ກັບພາລະກິດແຫ່ງສົງຄາມທີ່ຈະມາເຖິງ. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນກ່ຽວພັນເຖິງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າເອງໄດ້ສ້າງຊີວິດຂອງມະນຸດຂຶ້ນ. ນີ້ກໍຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ມັນຈຳເປັນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ. ຖ້າພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ກໍບໍ່ມີໃຜທີ່ສາມາດແທນພຣະອົງໄດ້ໃນຂັ້ນຕອນນີ້ຂອງພາລະກິດ ຍ້ອນມັນສະແດງເຖິງພາລະກິດແຫ່ງການຕໍ່ສູ້ກັບຊາຕານໂດຍກົງ. ຖ້າມະນຸດປະຕິບັດພາລະກິດນີ້ແທນພຣະເຈົ້າ, ເມື່ອມະນຸດຢືນຢູ່ຕໍ່ໜ້າຊາຕານ, ຊາຕານກໍຈະບໍ່ຍອມຜ່າຍແພ້ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະເອົາຊະນະຊາຕານ. ຕ້ອງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ເຊິ່ງມາເພື່ອເອົາຊະນະຊາຕານ ຍ້ອນທາດແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍັງຄົງມີຄວາມເປັນພຣະເຈົ້າ, ພຣະອົງຍັງເປັນຊີວິດຂອງມະນຸດ ແລະ ພຣະອົງຍັງເປັນພຣະຜູ້ສ້າງ; ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນ ຕົວຕົນ ແລະ ທາດແທ້ຂອງພຣະອົງຈະບໍ່ປ່ຽນແປງໄປ. ດ້ວຍເຫດນັ້ນ ພຣະອົງຈຶ່ງສວມໃສ່ເນື້ອໜັງ ແລະ ປະຕິບັດພາລະກິດເພື່ອເຮັດໃຫ້ຊາຕານຍອມແພ້ຢ່າງສົມບູນ. ໃນລະຫວ່າງຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍ ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລະ ຖືກສ້າງໃຫ້ກ່າວພຣະທຳໂດຍກົງ ແລ້ວເຂົາກໍຈະບໍ່ສາມາດກ່າວພຣະທຳເຫຼົ່ານັ້ນໄດ້ ແລະ ຖ້າກ່າວເຖິງການທຳນາຍ ແລ້ວຄໍາທໍານາຍນີ້ກໍຈະບໍ່ສາມາດເອົາຊະນະມະນຸດໄດ້. ດ້ວຍການຮັບເອົາເນື້ອໜັງ ພຣະເຈົ້າຈຶ່ງມາເພື່ອເອົາຊະນະຊາຕານ ແລະ ເຮັດໃຫ້ການຍອມແພ້ຂອງມັນສົມບູນ. ເມື່ອພຣະອົງເອົາຊະນະຊາຕານຢ່າງເດັດຂາດ, ເອົາຊະນະມະນຸດຢ່າງສິ້ນເຊີງ ແລະ ຮັບເອົາມະນຸດຢ່າງສົມບູນ, ຂັ້ນຕອນນີ້ຂອງພາລະກິດຈະຖືກເຮັດໃຫ້ສຳເລັດ ແລະ ຈະບັນລຸຄວາມສຳເລັດ. ໃນການຄຸ້ມຄອງຂອງພຣະເຈົ້າ ມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ໂດຍສະເພາະແລ້ວ ພາລະກິດແຫ່ງການນໍາພາຍຸກ ແລະ ການເລີ່ມຕົ້ນພາລະກິດໃໝ່ກໍຍິ່ງມີຄວາມຕ້ອງການຫຼາຍຂຶ້ນໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ການເປີດເຜີຍໃຫ້ກັບມະນຸດ ແລະ ການຈັດກຽມມະນຸດພ້ອມກັບຄຳທຳນາຍແມ່ນສາມາດຖືກປະຕິບັດໄດ້ໂດຍມະນຸດ ແຕ່ຖ້າເປັນພາລະກິດທີ່ຕ້ອງຖືກປະຕິບັດໂດຍພຣະເຈົ້າ ເຊິ່ງເປັນພາລະກິດແຫ່ງສົງຄາມລະຫວ່າງພຣະເຈົ້າເອງ ແລະ ຊາຕານ, ພາລະກິດນີ້ກໍຈະບໍ່ສາມາດຖືກປະຕິບັດໂດຍມະນຸດ. ໃນລະຫວ່າງຂັ້ນຕອນທຳອິດຂອງພາລະກິດ ເມື່ອຍັງບໍ່ມີສົງຄາມກັບຊາຕານ ພຣະເຢໂຮວາໄດ້ນໍາພາປະຊາຊົນອິດສະຣາແອນດ້ວຍຕົວພຣະອົງເອງໂດຍການໃຊ້ຄຳທຳນາຍທີ່ຜູ້ປະກາດພຣະທຳກ່າວໄວ້. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດແມ່ນການເຮັດສົງຄາມກັບຊາຕານ ແລະ ພຣະເຈົ້າກໍໄດ້ກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ໂດຍການເຂົ້າມາຢູ່ໃນເນື້ອໜັງເພື່ອປະຕິບັດພາລະກິດນີ້. ສິ່ງໃດກໍຕາມທີ່ກ່ຽວພັນເຖິງສົງຄາມກັບຊາຕານກໍຍັງກ່ຽວພັນເຖິງການບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ມະນຸດບໍ່ສາມາດສູ້ຮົບໃນສົງຄາມນີ້. ຖ້າມະນຸດຕ້ອງເຮັດສົງຄາມ ເຂົາຈະບໍ່ສາມາດເອົາຊະນະຊາຕານໄດ້. ເຂົາຈະມີກຳລັງເພື່ອຕໍ່ສູ້ກັບຊາຕານໄດ້ແນວໃດ ໃນຂະນະທີ່ຍັງຢູ່ພາຍໃຕ້ອຳນາດຂອງມັນ? ມະນຸດຢູ່ທາງກາງ ນັ້ນກໍຄື ຖ້າເຈົ້າອ່ຽງໄປທາງຊາຕານ ເຈົ້າກໍຈະເປັນຂອງຊາຕານ ແຕ່ຖ້າເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າມະນຸດຕ້ອງປະຕິບັດພາລະກິດແຫ່ງສົງຄາມນີ້ແທນພຣະເຈົ້າ ເຂົາຈະສາມາດປະຕິບັດມັນໄດ້ບໍ? ຖ້າເຂົາປະຕິບັດ ເຂົາຈະບໍ່ຈິບຫາຍຕັ້ງແຕ່ດົນນານມາແລ້ວບໍ? ເຂົາຈະບໍ່ໄດ້ເຂົ້າສູ່ໂລກເບື້ອງລຸ່ມເປັນເວລາດົນນານມາແລ້ວບໍ? ດ້ວຍເຫດນັ້ນ ມະນຸດຈະບໍ່ສາມາດແທນພຣະເຈົ້າໃນພາລະກິດຂອງພຣະອົງໄດ້ ເຊິ່ງເວົ້າໄດ້ວ່າ ມະນຸດບໍ່ມີທາດແທ້ຂອງພຣະເຈົ້າ ແລະ ຖ້າເຈົ້າເຮັດສົງຄາມກັບຊາຕານ ເຈົ້າກໍຈະບໍ່ສາມາດເອົາຊະນະມັນໄດ້. ມະນຸດພຽງແຕ່ສາມາດປະຕິບັດບາງພາລະກິດ; ເຂົາສາມາດເອົາຊະນະບາງຜູ້ຄົນ ແຕ່ເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະເຈົ້າໄດ້. ມະນຸດຈະສາມາດເຮັດສົງຄາມກັບຊາຕານໄດ້ແນວໃດ? ຊາຕານຈະຈັບເຈົ້າເປັນຊະເລີຍກ່ອນທີ່ເຈົ້າຈະເລີ່ມຕົ້ນດ້ວຍຊໍ້າ. ພຽງແຕ່ເມື່ອພຣະເຈົ້າເຮັດສົງຄາມກັບຊາຕານ ແລະ ມະນຸດຕິດຕາມ ແລະ ເຊື່ອຟັງພຣະເຈົ້າໂດຍຢູ່ໃນພື້ນຖານນີ້ ມະນຸດຈຶ່ງຈະສາມາດຖືກພຣະເຈົ້າຮັບເອົາ ແລະ ຫຼົບໜີອອກຈາກການເປັນທາດຂອງຊາຕານ. ສິ່ງທີ່ມະນຸດສາມາດບັນລຸໄດ້ດ້ວຍສະຕິປັນຍາ ແລະ ຄວາມສາມາດຂອງເຂົາເອງກໍມີຈຳກັດຫຼາຍ; ເຂົາບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດນໍາພາເຂົາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດເອົາຊະນະຊາຕານໄດ້. ຄວາມສະຫຼາດ ແລະ ສະຕິປັນຍາຂອງມະນຸດບໍ່ສາມາດຂັດຂວາງແຜນການຂອງຊາຕານໄດ້ ແລ້ວມະນຸດຈະສາມາດເຮັດສົງຄາມກັບມັນໄດ້ແນວໃດ?

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 5)

ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນ ເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ມະນຸດຊາດໄດ້ມາເຖິງຈຸດສິ້ນສຸດຂອງການເດີນທາງຂອງເຂົາແລ້ວ. ຖ້າປາດສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ. “ການຄຸ້ມຄອງມະນຸດຊາດ” ບໍ່ໄດ້ໝາຍເຖິງການນໍາພາຊີວິດຂອງມະນຸດຊາດທີ່ຫາກໍຖືກສ້າງຂຶ້ນໃໝ່ເທິງແຜ່ນດິນໂລກ (ເຊິ່ງເວົ້າໄດ້ວ່າ ມະນຸດຊາດທີ່ຍັງບໍ່ໄດ້ເສື່ອມຊາມເທື່ອ). ກົງກັນຂ້າມ, ມັນເປັນຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ເຊິ່ງເວົ້າໄດ້ວ່າ ມັນເປັນການປ່ຽນແປງມະນຸດຊາດທີ່ເສື່ອມຊາມ. ນີ້ຄືຄວາມໝາຍຂອງການຄຸ້ມຄອງມະນຸດ. ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍບໍ່ໄດ້ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ພຽງແຕ່ລວມເຖິງພາລະກິດສາມຂັ້ນຕອນທີ່ແຕກຕ່າງຈາກການສ້າງໂລກ. ເພື່ອທີ່ຈະເຂົ້າໃຈພາລະກິດແຫ່ງການຄຸ້ມຄອງມະນຸດຊາດ, ມັນຈຳເປັນທີ່ຈະຕ້ອງຮັບຮູ້ກ່ຽວກັບປະຫວັດສາດຂອງພາລະກິດສາມຂັ້ນຕອນ ເຊິ່ງນີ້ກໍຄືສິ່ງທີ່ທຸກຄົນຕ້ອງຮັບຮູ້ເພື່ອຈະໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນ. ໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ, ພວກເຈົ້າຄວນຮັບຮູ້ວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນຮັບຮູ້ເຖິງແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ກໍຄວນຮັບຮູ້ເຖິງຂະບວນການແຫ່ງຄວາມລອດພົ້ນຂອງມະນຸດ. ຖ້າພວກເຈົ້າພຽງແຕ່ຮູ້ວິທີການປະຕິບັດໂດຍອີງຕາມຫຼັກການ ເພື່ອຮັບຄວາມກະລຸນາຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກແມ່ນແຕ່ໜ້ອຍດຽວວ່າ ພຣະເຈົ້າຊ່ວຍຊີວິດມະນຸດຊາດແນວໃດ ຫຼື ແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລ້ວນີ້ກໍຄືສິ່ງທີ່ພວກເຈົ້າຂາດໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ. ເຈົ້າບໍ່ຄວນພຽງແຕ່ພໍໃຈກັບການເຂົ້າໃຈຄວາມຈິງເຫຼົ່ານັ້ນ ເຊິ່ງເປັນສິ່ງທີ່ເຈົ້າສາມາດນໍາເຂົ້າສູ່ການປະຕິບັດຕົວຈິງໄດ້ ໃນຂະນະທີ່ເມີນເສີຍຕໍ່ຂອບເຂດຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າທີ່ກວ້າງຂຶ້ນ ເຊິ່ງຖ້າມັນເປັນແນວນີ້ ເຈົ້າກໍຈະຄິດວ່າຕົນເອງຖືກຕະຫຼອດເວລາ. ພາລະກິດສາມຂັ້ນຕອນແມ່ນເບື້ອງໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ, ການກໍາເນີດພຣະກິດຕິຄຸນທົ່ວຈັກກະວານ, ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ ແລະ ຍັງເປັນພື້ນຖານຂອງການເຜີຍແຜ່ຂ່າວປະເສີດ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມເຂົ້າໃຈຄວາມຈິງເລັກນ້ອຍທີ່ກ່ຽວຂ້ອງກັບຊີວິດຂອງເຈົ້າ ແລະ ບໍ່ຮູ້ກ່ຽວກັບສິ່ງນີ້, ບັນດາຄວາມລຶກລັບ ແລະ ນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລ້ວຊີວິດຂອງເຈົ້າຈະບໍ່ຄືກັບຜົນຜະລິດທີ່ບໍ່ສົມບູນບໍ ເຊິ່ງບໍ່ມີຫຍັງດີເລີຍ ນອກຈາກໄດ້ແຕ່ເບິ່ງ?

ຖ້າມະນຸດພຽງແຕ່ໃສ່ໃຈກັບການປະຕິບັດຕົວຈິງ ແລະ ເຫັນພາລະກິດຂອງພຣະເຈົ້າ ແລະ ຄວາມຮູ້ຂອງມະນຸດເປັນເລື່ອງທີ່ຮອງລົງມາ ແລ້ວນີ້ບໍ່ແມ່ນສິ່ງດຽວກັນກັບການມົກໝຸ່ນກັບລາຍລະອຽດນ້ອຍໆ ໃນຂະນະທີ່ບໍ່ຄຳນຶງຫາສິ່ງທີ່ສຳຄັນກວ່າ? ສິ່ງທີ່ເຈົ້າຕ້ອງຮູ້, ເຈົ້າກໍຕ້ອງຮູ້ ແລະ ສິ່ງທີ່ເຈົ້າຕ້ອງນໍາເຂົ້າໃນການປະຕິບັດຕົວຈິງ, ເຈົ້າກໍຕ້ອງນໍາເຂົ້າໃນການປະຕິບັດຕົວຈິງ. ມີພຽງແຕ່ຕອນນັ້ນ ທີ່ເຈົ້າຈະເປັນຄົນທີ່ຮູ້ຈັກວິທີການສະແຫວງຫາຄວາມຈິງ. ເມື່ອຮອດເວລາທີ່ເຈົ້າຕ້ອງເຜີຍແຜ່ພຣະກິດຕິຄຸນ, ຖ້າເຈົ້າພຽງແຕ່ສາມາດເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຍິ່ງໃຫຍ່ ແລະ ທ່ຽງທໍາ, ວ່າພຣະອົງເປັນພຣະເຈົ້າທີ່ສູງສຸດ, ພຣະເຈົ້າທີ່ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດສາມາດທຽບໄດ້ ແລະ ບໍ່ມີໃຜຈະສູງສົ່ງໄປກວ່າພຣະອົງ... ຖ້າເຈົ້າພຽງແຕ່ສາມາດກ່າວຄຳເວົ້າທີ່ບໍ່ກ່ຽວຂ້ອງກັນ ແລະ ຕື້ນໆ ແລະ ບໍ່ສາມາດກ່າວຄຳເວົ້າທີ່ມີຄວາມສຳຄັນຫຼາຍແທ້ໆ ແລະ ມີທາດແທ້, ຖ້າເຈົ້າບໍ່ມີຫຍັງເວົ້າກ່ຽວກັບການຮູ້ຈັກພຣະເຈົ້າ ຫຼື ພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດອະທິບາຍຄວາມຈິງ ຫຼື ຈັດກຽມສິ່ງທີ່ມະນຸດຂາດໄປ, ແລ້ວຄົນແບບເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ. ການເປັນພະຍານໃຫ້ກັບພຣະເຈົ້າ ແລະ ການເຜີຍແຜ່ພຣະກິດຕິຄຸນແຫ່ງອານາຈັກບໍ່ແມ່ນເລື່ອງທີ່ງ່າຍ. ກ່ອນອື່ນ ເຈົ້າຕ້ອງປະກອບດ້ວຍຄວາມຈິງ ແລະ ນິມິດທີ່ຕ້ອງເຂົ້າໃຈໄດ້. ເມື່ອເຈົ້າມີຄວາມຊັດເຈນກ່ຽວກັບນິມິດ ແລະ ຄວາມຈິງໃນລັກສະນະທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ໃນຫົວໃຈຂອງເຈົ້າ ເຈົ້າກໍຈະມາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ບໍ່ວ່າພຣະອົງຈະດຳເນີນຫຍັງກໍຕາມ-ບໍ່ວ່າຈະເປັນການພິພາກສາທີ່ທ່ຽງທຳ ຫຼື ການກັ່ນຕອງມະນຸດ-ເຈົ້າຈະມີນິມິດທີ່ຍິ່ງໃຫຍ່ເປັນພື້ນຖານຂອງເຈົ້າ ແລະ ມີຄວາມຈິງທີ່ຖືກຕ້ອງທີ່ສາມາດນໍາເຂົ້າໃນການປະຕິບັດຕົວຈິງ ແລ້ວເຈົ້າຈະສາມາດຕິດຕາມພຣະເຈົ້າຈົນຮອດມື້ສຸດທ້າຍ. ເຈົ້າຕ້ອງຮູ້ວ່າ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຫຍັງກໍຕາມ, ເຈດຕະນາຂອງພາລະກິດຂອງພຣະເຈົ້າຈະບໍ່ປ່ຽນແປງ, ຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດກໍຈະບໍ່ປ່ຽນແປງ. ບໍ່ວ່າພຣະທຳຂອງພຣະອົງຈະຮຸນແຮງຫຼາຍສໍ່າໃດ, ບໍ່ວ່າສະພາບແວດລ້ອມຈະເປັນໄພຫຼາຍສໍ່າໃດ, ຫຼັກການຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ຄວາມປະສົງໃນການໄຖ່ມະນຸດຂອງພຣະອົງກໍຈະບໍ່ປ່ຽນແປງ. ໂດຍມີເງື່ອນໄຂວ່າ ມັນບໍ່ແມ່ນການເປີດເຜີຍເຖິງການສິ້ນສຸດຂອງມະນຸດ ຫຼື ປາຍທາງຂອງມະນຸດ ແລະ ບໍ່ແມ່ນພາລະກິດຂອງໄລຍະສຸດທ້າຍ ຫຼື ພາລະກິດຂອງການນໍາແຜນທັງໝົດໃນການຄຸ້ມຄອງຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ໂດຍມີເງື່ອນໄຂວ່າ ມັນຢູ່ໃນຊ່ວງເວລາທີ່ພຣະເຈົ້າປະຕິບັດພາລະກິດໃນມະນຸດ ແລ້ວຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ: ມັນຈະເປັນຄວາມລອດພົ້ນຂອງມະນຸດຊາດຢູ່ສະເໝີ. ນີ້ຄວນເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ຈຸດປະສົງຂອງພາລະກິດສາມຂັ້ນຕອນແມ່ນຄວາມລອດພົ້ນຂອງບັນດາມວນມະນຸດ ເຊິ່ງໝາຍເຖິງການໄຖ່ບາຍທີ່ສົມບູນຂອງມະນຸດຈາກອຳນາດຂອງຊາຕານ. ເຖິງແມ່ນວ່າ ແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນແມ່ນມີຈຸດປະສົງ ແລະ ຄວາມສຳຄັນທີ່ແຕກຕ່າງກັນ ແຕ່ວ່າແຕ່ລະຂັ້ນຕອນກໍເປັນສ່ວນໜຶ່ງຂອງພາລະກິດແຫ່ງການໄຖ່ມະນຸດ ແລະ ແຕກຕ່າງຈາກພາລະກິດແຫ່ງຄວາມລອດພົ້ນທີ່ຖືກນໍາໄປປະຕິບັດໂດຍອີງຕາມຄວາມຕ້ອງການຂອງມະນຸດຊາດ. ເມື່ອເຈົ້າຮູ້ກ່ຽວກັບຈຸດປະສົງຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ເຈົ້າກໍຈະມີສະຕິເພື່ອເຂົ້າໃຈເຖິງຄວາມສຳຄັນຂອງແຕ່ລະຂັ້ນຕອນຂອງພາລະກິດ ແລະ ຈະຮັບຮູ້ວີທີການປະຕິບັດ ເພື່ອເປັນທີ່ພໍໃຈຂອງຄວາມຕ້ອງການຂອງພຣະເຈົ້າ. ຖ້າເຈົ້າສາມາດມາຮອດຈຸດນີ້ໄດ້, ສິ່ງນີ້ ເຊິ່ງກໍຄືນິມິດທີ່ຍິ່ງໃຫຍ່ທີ່ສຸດກໍຈະກາຍເປັນພື້ນຖານຂອງຄວາມເຊື່ອຂອງເຈົ້າທີ່ມີຄໍ່ພຣະເຈົ້າ. ເຈົ້າບໍ່ຄວນພຽງແຕ່ສະແຫວງຫາວິທີການປະຕິບັດທີ່ງ່າຍ ຫຼື ຄວາມຈິງທີ່ເລິກເຊິ່ງ ແຕ່ຄວນປະສົມນິມິດກັບການປະຕິບັດຕົວຈິງ ເພື່ອຈະມີທັງຄວາມຈິງທີ່ສາມາດນໍາເຂົ້າໃນການປະຕິບັດຕົວຈິງ ແລະ ຄວາມຮູ້ທີ່ອີງຕາມນິມິດ. ມີພຽງແຕ່ຕອນນັ້ນ ເຈົ້າຈຶ່ງຈະກາຍມາເປັນຄົນທີ່ສະແຫວງຫາຄວາມຈິງທັງສິ້ນ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 6)

ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນບໍ່ສາມາດຮັບຮູ້ວ່າ ພຣະເຈົ້າສຳແດງອຸປະນິໄສຂອງພຣະອົງແນວໃດ ຫຼື ພວກເຂົາບໍ່ຮູ້ເຖິງສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ ແລະ ພວກເຂົາກໍຍັງເມີນເສີຍຕໍ່ຫຼາຍໆວິທີທີ່ພຣະອົງຊ່ວຍຊີວິດຂອງມະນຸດຊາດ ແລະ ຄວາມປະສົງຂອງພຣະອົງສຳລັບບັນດາມວນມະນຸດຊາດ. ພາລະກິດສາມຂັ້ນຕອນແມ່ນການສຳແດງທີ່ສົມບູນຂອງພາລະກິດແຫ່ງການໄຖ່ມະນຸດຊາດ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຈະເມີນເສີຍຕໍ່ວິທີການ ແລະ ຫຼັກການຫຼາຍຢ່າງຂອງພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານັ້ນທີ່ພຽງແຕ່ຍຶດຕິດຢ່າງໜຽວແໜ້ນກັບຫຼັກການທີ່ຄົງມາຈາກຂັ້ນຕອນໜຶ່ງຂອງພາລະກິດແມ່ນຄົນທີ່ຈຳກັດພຣະເຈົ້າໃຫ້ຢູ່ໃນຫຼັກການ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍເລື່ອນລອຍ ແລະ ບໍ່ແນ່ນອນ. ຄົນດັ່ງກ່າວຈະບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຈັກເທື່ອ. ມີພຽງແຕ່ພາລະກິດສາມຂັ້ນຕອນຂອງພຣະເຈົ້າທີ່ສາມາດສຳແດງຄວາມສົມບູນຂອງອຸປະນິໄສຂອງພຣະເຈົ້າແທ້ໆ ແລະ ສຳແດງຄວາມປະສົງຂອງພຣະເຈົ້າໃນການໄຖ່ບັນດາມວນມະນຸດຊາດຢ່າງສົມບູນ ແລະ ຂະບວນການທັງໝົດຂອງຄວາມລອດພົ້ນຂອງມະນຸດ. ນີ້ຄືຫຼັກຖານທີ່ພິສູດວ່າ ພຣະອົງໄດ້ເອົາຊະນະຊາຕານ ແລະ ໄດ້ຮັບເອົາມະນຸດຊາດ, ມັນແມ່ນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ ແລະ ແມ່ນການສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເຂົ້າໃຈພຽງແຕ່ໜຶ່ງຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າພຽງແຕ່ຮູ້ຈັກສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ໃນແນວຄວາມຄິດຂອງມະນຸດ, ມັນງ່າຍທີ່ຈະໃຫ້ຂັ້ນຕອນອັນດຽວຂອງພາລະກິດນີ້ກາຍມາເປັນຫຼັກການ, ມັນມີຄວາມເປັນໄປໄດ້ວ່າ ມະນຸດຈະສ້າງຕັ້ງກົດລະບຽບກ່ຽວກັບພຣະເຈົ້າ ແລະ ມະນຸດແມ່ນນໍາໃຊ້ອຸປະນິໄສພຽງສ່ວນໜຶ່ງຂອງພຣະເຈົ້າເພື່ອໃຫ້ເປັນຕົວແທນອຸປະນິໄສທັງໝົດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຈິນຕະນາການສ່ວນຫຼາຍຂອງມະນຸດກໍປະສົມຢູ່ໃນນັ້ນ ໂດຍທີ່ເຂົາຈຳກັດອຸປະນິໄສ, ຄວາມເປັນຢູ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງຫຼັກການພາລະກິດຂອງພຣະເຈົ້າໃຫ້ຢູ່ພາຍໃນຂອບເຂດທີ່ຈຳກັດ ໂດຍເຊື່ອວ່າ ຖ້າພຣະເຈົ້າເຄີຍເປັນແບບນີ້ ແລ້ວພຣະອົງກໍຈະຄົງເປັນຢູ່ຄືເກົ່າຕະຫຼອດເວລາ ແລະ ຈະບໍ່ປ່ຽນແປງຈັກເທື່ອ. ມີພຽງແຕ່ຄົນເຫຼົ່ານັ້ນທີ່ຮູ້ຈັກ ແລະ ຮູ້ຄຸ່ນຄ່າຂອງພາລະກິດສາມຂັ້ນຕອນຈຶ່ງສາມາດເຂົ້າໃຈພຣະເຈົ້າຢ່າງສົມບູນ ແລະ ຖືກຕ້ອງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະບໍ່ນິຍາມພຣະເຈົ້າໃຫ້ເປັນພຣະເຈົ້າຂອງຊາວອິດສະຣາແອນ ຫຼື ຊາວຢິວ ແລະ ບໍ່ເຫັນພຣະອົງເປັນພຣະເຈົ້າທີ່ຖືກຕຶງດ້ວຍຕະປູທີ່ໄມ້ກາງແຂນໂດຍເຫັນແກ່ຜົນປະໂຫຍດຂອງມະນຸດຢູ່ສະເໝີ. ຖ້າເຈົ້າພຽງແຕ່ມາຮູ້ຈັກພຣະເຈົ້າຈາກໜຶ່ງຂັ້ນຕອນຂອງພາລະກິດຂອງພຣະອົງ, ສະນັ້ນ ຄວາມຮູ້ຂອງເຈົ້າກໍໜ້ອຍ ແລະ ໜ້ອຍຫຼາຍ. ຄວາມຮູ້ຂອງເຈົ້າກໍເປັນພຽງນໍ້າຢອດໜຶ່ງໃນມະຫາສະໝຸດ. ຖ້າບໍ່ແມ່ນ ແລ້ວເປັນຫຍັງທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາຫຼາຍຄົນຈຶ່ງຕຶງພຣະເຈົ້າດ້ວຍຕະປູເທິງໄມ້ກາງແຂນໂດຍທີ່ຍັງມີຊີວິດຢູ່? ມັນບໍ່ແມ່ນຍ້ອນມະນຸດກັກຂັງພຣະເຈົ້າພາຍໃນຂອບເຂດທີ່ແນ່ນອນບໍ? ຫຼາຍຄົນບໍ່ຕໍ່ຕ້ານພຣະເຈົ້າ ແລະ ຄັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງເປັນກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກໜ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງເປັນກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ໝັ້ນໃຈວ່າ ພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງ ແລະ ປະຕິເສດໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ທຳລາຍບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຄົນບໍ່ສຳຄັນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາພະຍາຍາມຢຽບເຮືອສອງແຄມກັບໂລກແຫ່ງ “ການສຶກສາ” ແລະ ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກໜ້ອຍ, ພວກເຂົາພະຍາຍາມຍກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ ແລະ ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ຕ້ອງເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກໜ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ-ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງພວກເຂົາ ແລະ ຍັງດູຖູກ ແລະ ໝິ່ນປະມາດ-ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີ, ຍິ່ງຍະໂສໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ຍັງໝິ່ນປະມາດພຣະເຈົ້າພຣະອົງເອງ. ຄົນທີ່ໂງ່ຈ້າເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະລົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອພວກເຂົາເຮັດແບບນັ້ນຫຼາຍສໍ່າໃດ ພວກເຂົາກໍມີຄວາມເປັນໄປໄດ້ທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຍັບຍັ້ງຕົວເອງຕັ້ງແຕ່ເກີດ ແລະ ບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ ເຊິ່ງພຣະອົງເປັນຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 7)

ພາລະກິດສາມຂັ້ນຕອນເປັນການບັນທຶກຂອງພາລະກິດທັງໝົດຂອງພຣະເຈົ້າ, ພວກມັນແມ່ນການບັນທຶກຂອງການໄຖ່ບາບໃຫ້ແກ່ມະນຸດຊາດຂອງພຣະເຈົ້າ ແລະ ພວກມັນບໍ່ແມ່ນເລື່ອງທີ່ຈະຈິນຕະນາການໄດ້. ຖ້າພວກເຈົ້າຕ້ອງການສະແຫວງຫາຄວາມຮູ້ຂອງອຸປະນິໄສທັງໝົດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຕ້ອງຮູ້ຈັກພາລະກິດສາມຂັ້ນຕອນທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຕ້ອງບໍ່ລືມຂັ້ນຕອນໃດໜຶ່ງ. ນີ້ແມ່ນສິ່ງເລັກໜ້ອຍທີ່ສຸດ ທີ່ຄົນເຫຼົ່ານັ້ນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າຕ້ອງຈະໄດ້ຮັບ. ມະນຸດເອງບໍ່ສາມາດສະເໜີຂໍ້ຄິດເຫັນກ່ຽວກັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ມັນບໍ່ແມ່ນບາງຢ່າງທີ່ມະນຸດສາມາດຈິນຕະນາການໄດ້ ຫຼື ມັນບໍ່ແມ່ນຜົນຕາມມາຂອງຄວາມກະລຸນາຂອງພຣະວິນຍານບໍລິສຸດທີ່ມີໃຫ້ກັບຄົນໃດໜຶ່ງ. ກົງກັນຂ້າມ, ມັນແມ່ນຄວາມຮູ້ທີ່ເກີດຫຼັງຈາກທີ່ມະນຸດໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນແມ່ນຄວາມຮູ້ຂອງພຣະເຈົ້າທີ່ພຽງແຕ່ເກີດຂຶ້ນຫຼັງຈາກທີ່ໄດ້ປະສົບກັບຄວາມຈິງຂອງພາລະກິດຂອງພຣະເຈົ້າ. ຄວາມຮູ້ດັ່ງກ່າວບໍ່ສາມາດໄດ້ຮັບຕາມຄວາມອຳເພີໃຈ ຫຼື ມັນບໍ່ແມ່ນສິ່ງທີ່ສາມາດສອນໄດ້. ມັນກ່ຽວຂ້ອງກັບປະສົບການສ່ວນຕົວທັງໝົດ. ການໄຖ່ບາບໃຫ້ມະນຸດຊາດຂອງພຣະເຈົ້າແມ່ນໃຈຄວາມສຳຄັນຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ແຕ່ປະກອບມີວິທີການປະຕິບັດພາລະກິດ ແລະ ວິທີທາງທີ່ສຳແດງເຖິງອຸປະນິໄສຂອງພຣະເຈົ້າພາຍໃນພາລະກິດແຫ່ງຄວາມລອດພົ້ນ. ນີ້ແມ່ນສິ່ງທີ່ຍາກທີ່ສຸດທີ່ມະນຸດຕ້ອງຈຳແນກ ແລະ ເປັນສິ່ງທີ່ຍາກທີ່ມະນຸດຕ້ອງເຂົ້າໃຈ. ການແບ່ງແຍກລະຫວ່າງຍຸກ, ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ການປ່ຽນແປງໃນສະຖານທີ່ຂອງພາລະກິດ, ການປ່ຽນແປງຂອງຄົນທີ່ຮັບພາລະກິດນີ້ ແລະ ສິ່ງອື່ນໆ-ສິ່ງເຫຼົ່ານີ້ຖືກລວມໄວ້ໃນພາລະກິດສາມຂັ້ນຕອນ. ໂດຍສະເພາະແລ້ວ, ຄວາມແຕກຕ່າງຂອງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ລວມທັງການດັດແປງຂອງອຸປະນິໄສ, ພາບລັກ, ຊື່, ຕົວຕົນຂອງພຣະເຈົ້າ ຫຼື ການປ່ຽນແປງອື່ນໆ ທັງໝົດແມ່ນສ່ວນຕ່າງໆໃນພາລະກິດສາມຂັ້ນຕອນ. ຂັ້ນຕອນໜຶ່ງຂອງພາລະກິດສາມາດພຽງແຕ່ເປັນຕົວແທນໃຫ້ກັບໜຶ່ງສ່ວນ ແລະ ມີຄວາມຈຳກັດພາຍໃນເຂດເຂດທີ່ແນ່ນອນ. ມັນບໍ່ໄດ້ກ່ຽວຂ້ອງກັບການແບ່ງແຍກຂອງຍຸກ ຫຼື ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ຢ່າວ່າແຕ່ລັກສະນະອື່ນໆເລີຍ. ນີ້ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການໄຖ່ມະນຸດຊາດ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ ແລະ ຖ້າປາດສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ. ຄວາມຮູ້ດັ່ງກ່າວບໍ່ສາມາດຊັກຊວນ ຫຼື ເອົາຊະນະມະນຸດໄດ້, ຄວາມຮູ້ດັ່ງກ່າວບໍ່ໄດ້ຢູ່ໃນຄວາມເປັນຈິງ ແລະ ບໍ່ແມ່ນຄວາມຈິງເລີຍ. ມັນອາດຈະອຸດົມສົມບູນ ແລະ ຟັງສະບາຍຫູ ແຕ່ຖ້າມັນຄັດກັບອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ, ພຣະເຈົ້າກໍຈະບໍ່ລະເວັ້ນເຈົ້າ. ບໍ່ແມ່ນພຽງແຕ່ພຣະອົງຈະບໍ່ຍົກຍ້ອງຄວາມຮູ້ຂອງເຈົ້າ ແຕ່ພຣະອົງຍັງຈະນໍາການແກ້ແຄ້ນມາເຖິງເຈົ້າ ຍ້ອນເຈົ້າເປັນຄົນບາບທີ່ໝິ່ນປະມາດພຣະອົງ. ພຣະທຳຂອງການຮູ້ຈັກພຣະເຈົ້າບໍ່ແມ່ນເວົ້າໄດ້ຢ່າງງ່າຍໆ. ເຖິງແມ່ນວ່າ ເຈົ້າຈະເວົ້າຢ່າງຄ່ອງແຄ້ວແຕ່ບໍ່ຈິງໃຈ ແລະ ເວົ້າຊັກຈູງເກັ່ງ ແລະ ເຖິງແມ່ນວ່າ ຄຳເວົ້າຂອງເຈົ້າສະຫຼາດຫຼາຍຈົນເຈົ້າສາມາດຖຽງໃຫ້ສີດຳກາຍເປັນສີຂາວ ແລະ ໃຫ້ສີຂາວກາຍມາເປັນສີດຳ, ແຕ່ເຈົ້າຍັງບໍ່ມີຄວາມຮູ້ ເມື່ອເວົ້າກ່ຽວກັບຄວາມຮູ້ຂອງພຣະເຈົ້າ. ພຣະເຈົ້າບໍ່ແມ່ນຄົນທີ່ເຈົ້າສາມາດຕັດສິນຢ່າງບໍ່ຮອບຄອບ ຫຼື ສັນລະເສີນແບບເສີຍໆ ຫຼື ດູຖູກຢ່າງເສີຍເມີຍ. ເຈົ້າສັນລະເສິນຄົນໃດໜຶ່ງ ແລະ ທຸກຄົນ ແຕ່ເຈົ້າດີ້ນລົນກັບການຊອກຫາຄຳເວົ້າທີ່ຖືກຕ້ອງເພື່ອບັນລະຍາຍຄວາມບໍລິສຸດ ແລະ ຄວາມກະລຸນາຂອງພຣະເຈົ້າ-ແລະ ນີ້ແມ່ນສິ່ງທີ່ຜູ້ພ່າຍແພ້ທຸກຄົນໄດ້ຮຽນຮູ້. ເຖິງແມ່ນວ່າ ມີຜູ້ຊ່ຽວຊານທາງດ້ານພາສາຫຼາຍຄົນ ທີ່ສາມາດບັນລະຍາຍເຖິງພຣະເຈົ້າ, ຄວາມຖືກຕ້ອງຂອງສິ່ງທີ່ພວກເຂົາບັນລະຍາຍແມ່ນພຽງແຕ່ໜຶ່ງສ່ວນຮ້ອຍຂອງຄວາມຈິງທີ່ເວົ້າໂດຍຄົນທີ່ເປັນຂອງພຣະເຈົ້າ ແລະ ມີພຽງຄຳສັບທີ່ຈຳກັດ ແຕ່ມີປະສົບການທີ່ອຸດົມສົມບູນ. ດ້ວຍເຫດນັ້ນ, ສາມາດເຫັນໄດ້ວ່າ ຄວາມຮູ້ຂອງພຣະເຈົ້າຕັ້ງຢູ່ໃນຄວາມຖືກຕ້ອງ ແລະ ຄວາມເປັນຈິງ, ບໍ່ໄດ້ຢູ່ໃນການນໍາໃຊ້ຄຳເວົ້າທີ່ສະຫຼາດ ຫຼື ຄຳສັບທີ່ອຸດົມສົມບູນ ແລະ ຄວາມຮູ້ຂອງມະນຸດ ແລະ ຄວາມຮູ້ຂອງພຣະເຈົ້າກໍບໍ່ກ່ຽວຂ້ອງກັນເລີຍ. ບົດຮຽນຂອງການຮູ້ຈັກພຣະເຈົ້າສູງສົ່ງກວ່າວິທະຍາສາດທຳມະຊາດໃດໜຶ່ງຂອງມະນຸດຊາດ. ມັນແມ່ນບົດຮຽນທີ່ມີແຕ່ຄົນຈຳນວນໜ້ອຍດຽວຈະສາມາດໄດ້ຮັບ ເຊິ່ງເປັນຄົນທີ່ສະແຫວງຫາເພື່ອຮູ້ຈັກກັບພຣະເຈົ້າ ແລະ ຄົນທີ່ມີຄວາມສາມາດໃດໜຶ່ງຈະບໍ່ສາມາດໄດ້ຮັບ. ແລ້ວດ້ວຍເຫດນັ້ນ, ພວກເຈົ້າຕ້ອງບໍ່ເບິ່ງການຮູ້ຈັກກັບພຣະເຈົ້າ ແລະ ການສະແຫວງຫາຄວາມຈິງເປັນຄືກັບວ່າ ເດັກນ້ອຍທຳມະດາກໍສາມາດຮັບມັນໄດ້. ບາງເທື່ອ ເຈົ້າອາດຈະປະສົບຜົນສໍາເລັດຢ່າງສົມບູນໃນຊີວິດຄອບຄົວຂອງເຈົ້າ ຫຼື ອາຊີບຂອງເຈົ້າ ຫຼື ໃນການແຕ່ງງານຂອງເຈົ້າ ແຕ່ເມື່ອມັນກ່ຽວກັບຄວາມຈິງ ແລະ ບົດຮຽນຂອງການຮູ້ຈັກກັບພຣະເຈົ້າ, ເຈົ້າບໍ່ມີຫຍັງທີ່ຈະສະແດງຕົວເອງເລີຍ, ເຈົ້າບໍ່ໄດ້ສຳເລັດຫຍັງເລີຍ. ສາມາດເວົ້າໄດ້ວ່າ ການນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ ແມ່ນສິ່ງທີ່ຫຍຸ້ງຍາກຫຼາຍທີ່ສຸດສຳລັບພວກເຈົ້າ ແລະ ການຮູ້ຈັກພຣະເຈົ້າກໍເປັນບັນຫາທີ່ຍິ່ງໃຫຍ່ກວ່າ. ນີ້ຄືຄວາມຫຍຸ້ງຍາກຂອງພວກເຈົ້າ ແລະ ຍັງແມ່ນຄວາມຫຍຸ້ງຍາກທີ່ບັນດາມວນມະນຸດຊາດໄດ້ປະເຊີນ. ທ່າມກາງຄົນເຫຼົ່ານັ້ນທີ່ບັນລຸຄວາມສຳເລັດດ້ວຍເຫດຜົນການຮູ້ຈັກພຣະເຈົ້າ, ບໍ່ມີໃຜເລີຍທີ່ຢູ່ໃນລະດັບມາດຕະຖານ. ມະນຸດບໍ່ຮູ້ຈັກວ່າ ການຮູ້ຈັກພຣະເຈົ້າໝາຍເຖິງຫຍັງ ຫຼື ເປັນຫຍັງຈຶ່ງຕ້ອງຮູ້ຈັກພຣະເຈົ້າ ຫຼື ຢູ່ໃນຂອບເຂດໃດຈຶ່ງຖືວ່າເປັນການຮູ້ຈັກພຣະເຈົ້າ. ນີ້ເປັນສິ່ງທີ່ສັບສົນໃຫ້ກັບມະນຸດຊາດ ແລະ ເປັນປິດສະໜາທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຊາດປະເຊີນຢູ່ພໍສົມຄວນ-ແລະ ບໍ່ມີໃຜສາມາດຕອບຄຳຖາມນີ້ໄດ້ ຫຼື ບໍ່ມີໃຜເຕັມໃຈຕອບຄຳຖາມນີ້ ຍ້ອນວ່າ ໃນປັດຈຸບັນ ບໍ່ມີໃຜທ່າມກາງມະນຸດທີ່ປະສົບຜົນສຳເລັດໃນການສຶກສາພາລະກິດນີ້ໄດ້. ບາງເທື່ອ ເມື່ອປິດສະໜາຂອງພາລະກິດສາມຂັ້ນຕອນຖືກເຮັດໃຫ້ມະນຸດຮັບຮູ້ ກໍຈະປະກົດມີກຸ່ມຄົນທີ່ມີຄວາມສາມາດທີ່ຮູ້ຈັກພຣະເຈົ້າຕາມມາ. ແນ່ນອນ ເຮົາຫວັງວ່າ ມັນຈະເປັນແບບນັ້ນ ແລະ ຍິ່ງໄປກວ່ານັ້ນ ເຮົາຢູ່ໃນຂະບວນການປະຕິບັດພາລະກິດນີ້ ແລະ ຫວັງທີ່ຈະໄດ້ເຫັນການປະກົດຕົວຂອງຄົນທີ່ມີຄວາມສາມາດດັ່ງກ່າວໃນອະນາຄົດທີ່ໃກ້ໆນີ້. ພວກເຂົາຈະກາຍມາເປັນຄົນເຫຼົ່ານັ້ນທີ່ເປັນພະຍານໃຫ້ກັບຄວາມຈິງກ່ຽວກັບພາລະກິດສາມຂັ້ນຕອນເຫຼົ່ານີ້ ແລະ ແນ່ນອນ ຈະເປັນຄົນທຳອິດທີ່ເປັນພະຍານໃຫ້ກັບພາລະກິດສາມຂັ້ນຕອນເຫຼົ່ານີ້. ຖ້າບໍ່ມີຄົນທີ່ມີຄວາມສາມາດດັ່ງກ່າວ, ໃນມື້ທີ່ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງ ຫຼື ມີພຽງແຕ່ໜຶ່ງ ຫຼື ສອງຄົນ ແລະ ພວກເຂົາໄດ້ຍອມຮັບດ້ວຍຕົວເອງ ເພື່ອໃຫ້ພຣະເຈົ້າຜູ້ທີ່ມາບັງເກີດເປັນມະນຸດເຮັດໃຫ້ສົມບູນ, ມັນກໍຈະບໍ່ມີຫຍັງທີ່ເປັນຕາເສົ້າໃຈ ແລະ ເປັນຕາເສຍໃຈກວ່າສິ່ງນີ້-ເຖິງແມ່ນວ່າ ມັນເປັນກໍລະນີທີ່ຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນກໍຕາມ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ເຮົາຍັງຫວັງວ່າ ຄົນເຫຼົ່ານັ້ນທີ່ສະແຫວງຫາຢ່າງແທ້ຈິງຈະໄດ້ຮັບພຣະພອນນີ້. ຕັ້ງແຕ່ການເລີ່ມຕົ້ນຂອງເວລາ, ຍັງບໍ່ມີພາລະກິດທີ່ເປັນແບບນີ້ມາກ່ອນ, ພາລະໜ້າທີ່ດັ່ງກ່າວບໍ່ເຄີຍປະກົດມີໃນປະຫວັດສາດຂອງການພັດທະນາມະນຸດຈັກເທື່ອ. ຖ້າເຈົ້າສາມາດກາຍມາເປັນໜຶ່ງໃນກຸ່ມຄົນທຳອິດທີ່ຮູ້ຈັກພຮະເຈົ້າ, ສິ່ງນີ້ຈະບໍ່ເປັນກຽດຕິຍົດອັນສູງສຸດຂອງສິ່ງທີ່ມີຊີວິດທັງໝົດບໍ? ພຣະເຈົ້າຈະຍົກຍ້ອງສິ່ງທີ່ມີຊີວິດອື່ນໆທີ່ຢູ່ທ່າມກາງມະນຸດຊາດຫຼາຍກວ່າບໍ? ພາລະກິດດັ່ງກ່າວບໍ່ງ່າຍທີ່ຈະເຮັດໃຫ້ສຳເລັດ ແຕ່ໃນທີ່ສຸດກໍຍັງຈະໄດ້ຮັບຜົນຕອບແທນ. ບໍ່ວ່າຈະເປັນເພດໃດ ຫຼື ສັນຊາດໃດກໍຕາມ, ທຸກຄົນເຫຼົ່ານັ້ນທີ່ສາມາດໄດ້ຮັບຄວາມຮູ້ຂອງພຣະເຈົ້າຈະໄດ້ຮັບກຽດຕິຍົດທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າໃນທີ່ສຸດ ແລະ ຈະເປັນພຽງຄົນດຽວທີ່ມີສິດອຳນາດຂອງພຣະອົງ. ນີ້ຄືພາລະກິດໃນປັດຈຸບັນ ແລະ ເປັນພາລະກິດສຳລັບອະນາຄົດເຊັ່ນກັນ; ມັນເປັນພາລະກິດສຸດທ້າຍ ແລະ ສູງສົ່ງທີ່ສຸດທີ່ຈະຖືກເຮັດໃຫ້ສຳເລັດໃນຊ່ວງເວລາ 6.000 ປີແຫ່ງພາລະກິດ ແລະ ເປັນວິທີການປະຕິບັດພາລະກິດທີ່ເປີດເຜີຍມະນຸດແຕ່ລະປະເພດ. ຜ່ານພາລະກິດທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ລະດັບຊັ້ນທີ່ແຕກຕ່າງກັນຂອງມະນຸດແມ່ນຖືກເປີດເຜີຍອອກ: ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຄຸນສົມບັດໃນການໄດ້ຮັບພຣະພອນຈາກພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ ໃນຂະນະທີ່ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ມີຄຸນສົມບັດໃນການຮັບພຣະພອນຂອງພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ. ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຜູ້ໃກ້ຊິດຂອງພຣະເຈົ້າ ແລະ ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ສາມາດເອີ້ນໄດ້ວ່າເປັນຜູ້ໃກ້ຊິດຂອງພຣະເຈົ້າ; ຜູ້ໃກ້ຊິດຂອງພຮະເຈົ້າສາມາດຮັບພຣະພອນຂອງພຣະເຈົ້າ ແຕ່ຄົນເຫຼົ່ານັ້ນທີ່ບໍ່ແມ່ນຜູ້ໃກ້ຊິດຂອງພຣະອົງບໍ່ສົມຄວນໄດ້ຮັບພາລະກິດໃດໆຂອງພຣະອົງ. ບໍ່ວ່າຈະເປັນການແກ້ແຄ້ນ, ການກັ່ນຕອງ ຫຼື ການພິພາກສາ, ທຸກຢ່າງກໍມີເພື່ອໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຂອງພຣະເຈົ້າໃນທີ່ສຸດ ແລະ ເພື່ອມະນຸດຈະຍອມຢູ່ພາຍໃຕ້ພຣະເຈົ້າ. ນີ້ເປັນພຽງຜົນສະທ້ອນທີ່ຈະເຮັດໃຫ້ສຳເລັດໃນທີ່ສຸດ. ບໍ່ມີຂັ້ນຕອນໃດໃນພາລະກິດສາມຂັ້ນຕອນເປັນສິ່ງທີ່ລີ້ລັບ ແລະ ນີ້ເປັນຜົນປະໂຫຍດຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະເຈົ້າ ແລະ ຊ່ວຍໃຫ້ມະນຸດໄດ້ຮັບຄວາມຮູ້ທີ່ສົມບູນ ແລະ ຮອບຄອບຂຶ້ນກ່ຽວກັບພຮະເຈົ້າ. ພາລະກິດທັງໝົດນີ້ແມ່ນເພື່ອຜົນປະໂຫຍດຂອງມະນຸດ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 8)

ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້. ພາລະກິດສາມຂັ້ນຕອນແມ່ນຄວາມສົມບູນຂອງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີນິມິດໃດທີ່ຈະຍິ່ງໃຫຍ່ເກີນກວ່ານີ້ທີ່ມະນຸດຄວນຮູ້ຈັກ. ຖ້າມະນຸດບໍ່ຮູ້ນິມິດທີ່ຍິ່ງໃຫຍ່ນີ້, ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ ແລະ ບໍ່ແມ່ນເລື່ອງ່າຍທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ເສັ້ນທາງທີ່ມະນຸດເດີນຕາມກໍຈະຍາກລຳບາກຂຶ້ນເລື້ອຍໆ. ຖ້າປາດສະຈາກນິມິດ, ມະນຸດຈະບໍ່ສາມາດມາໄກໄດ້ສໍ່ານີ້. ມັນແມ່ນນິມິດນີ້ເອງທີ່ຄຸ້ມກັນມະນຸດຈົນຮອດປັດຈຸບັນ ແລະ ເປັນສິ່ງທີ່ຈັດຕຽມການປົກປ້ອງທີ່ຍິ່ງໃຫຍ່ທີ່ສຸດໃຫ້ກັບມະນຸດ. ໃນອະນາຄົດ, ຄວາມຮູ້ຂອງພວກເຈົ້າຕ້ອງເລິກເຊິ່ງລົງກວ່າເກົ່າ ແລະ ພວກເຈົ້າຕ້ອງມາຮູ້ຈັກຄວາມສົມບູນຂອງຄວາມປະສົງຂອງພຣະອົງ ແລະ ທາດແທ້ຂອງພາລະກິດທີ່ເຕັມໄປດ້ວຍສະຕິປັນຍາຂອງພຣະອົງໃນພາລະກິດສາມຂັ້ນຕອນ. ນີ້ຄືຄວາມສາມາດທີ່ແທ້ຈິງຂອງພວກເຈົ້າ. ຂັ້ນຕອນສຸດທ້າຍຂອງພາລະກິດບໍ່ໄດ້ຢືນຢ່າງໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງພາລະກິດທັງໝົດທີ່ກໍ່ຕັ້ງຂຶ້ນໂດຍການໂຮມກັບສອງຂັ້ນຕອນທີ່ຜ່ານມາ ເຊິ່ງເວົ້າໄດ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງຄວາມລອດພົ້ນສຳເລັດລົງ ໂດຍການປະຕິບັດພຽງແຕ່ໜຶ່ງໃນສາມຂັ້ນຂອງພາລະກິດນັ້ນ. ເຖິງແມ່ນວ່າ ຂັ້ນຕອນສຸດທ້າຍຂອງພາລະກິດແມ່ນສາມາດຊ່ວຍຊີວິດມະນຸດຢ່າງສົມບູນ, ນີ້ບໍ່ໄດ້ໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງປະຕິບັດຂັ້ນຕອນດ່ຽວນີ້ດ້ວຍຕົນມັນເອງເທົ່ານັ້ນ ແລະ ສອງຂັ້ນຕອນທີ່ຜ່ານມາຂອງພາລະກິດບໍ່ຈຳເປັນໃນການຊ່ວຍຊີວິດມະນຸດໃຫ້ອອກຈາກອິດທິພົນຂອງຊາຕານ. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່, ອຸປະນິໄສ ແລະ ສະຕິປັນຍາຂອງພຣະເຈົ້າຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ, ບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຮະອົງ; ບໍ່ແມ່ນທຸກຂັ້ນຕອນຂອງພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ, ພາລະກິດແຫ່ງຄວາມລອດພົ້ນຈຶ່ງພຽງແຕ່ສາມາດເຮັດໃຫ້ສິ້ນສຸດລົງເມື່ອທັງພາລະກິດສາມຂັ້ນຕອນສຳເລັດລົງແລ້ວ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບຄວາມສົມບູນຂອງພຣະເຈົ້າຈຶ່ງບໍ່ສາມາດແຍກອອກຈາກພາລະກິດສາມຂັ້ນຕອນຂອງພຣະເຈົ້າໄດ້. ສິ່ງທີ່ມະນຸດໄດ້ຮັບຈາກໜຶ່ງຂັ້ນຕອນຂອງພາລະກິດເປັນພຽງອຸປະນິໄສຂອງພຣະເຈົ້າທີ່ຖືກສຳແດງອອກມາຜ່ານສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ມັນບໍ່ສາມາດແທນອຸປະນິໄສ ແລະ ການເປັນຢູ່ ເຊິ່ງສຳແດງອອກໃນຂັ້ນຕອນກ່ອນໜ້າ ຫຼື ຕໍ່ມາໄດ້. ນັ້ນກໍຍ້ອນວ່າ ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ສາມາດເຮັດໃຫ້ສຳເລັດລົງທັນທີໃນລະຫວ່າງຊ່ວງໄລຍະໃດໜຶ່ງ ຫຼື ໃນສະຖານທີ່ແຫ່ງໜຶ່ງ ແຕ່ມັນຈະເລິກເຊິ່ງລົງເທື່ອລະໜ້ອຍໂດຍອີງຕາມລະດັບການພັດທະນາຂອງມະນຸດໃນແຕ່ລະເວລາ ແລະ ສະຖານທີ່. ມັນແມ່ນພາລະກິດທີ່ປະຕິບັດໃນຂັ້ນຕອນທັງໝົດ ແລະ ບໍ່ສຳເລັດໄດ້ໃນພຽງຂັ້ນຕອນດຽວ. ດ້ວຍເຫດນັ້ນ, ສະຕິປັນຍາທັງໝົດຂອງພຣະເຈົ້າຈຶ່ງຖືກຫຼໍ່ເປັນແກ້ວພະລຶກໃນທັງສາມຂັ້ນຕອນ ແທນທີ່ຈະຢູ່ໃນຂັ້ນຕອນໃດໜຶ່ງ. ການເປັນຢູ່ ແລະ ສະຕິປັນຍາທັງໝົດຂອງພຣະອົງຖືກວາງລົງໃນທັງສາມຂັ້ນຕອນນີ້ ແລະ ແຕ່ລະຂັ້ນຕອນກໍປະກອບດ້ວຍການເປັນຢູ່ຂອງພຣະອົງ ແລະ ເປັນການບັນທຶກຂອງສະຕິປັນຍາຂອງພາລະກິດຂອງພຣະອົງ. ມະນຸດຄວນຮູ້ຈັກອຸປະນິໄສທັງໝົດຂອງພຣະເຈົ້າທີ່ສຳແດງອອກຜ່ານທັງສາມຂັ້ນຕອນນີ້. ການເປັນຢູ່ຂອງພຣະເຈົ້າທັງໝົດແມ່ນສິ່ງທີ່ສຳຄັນທີ່ສຸດໃຫ້ກັບບັນດາມວນມະນຸດຊາດ ແລະ ຖ້າມະນຸດບໍ່ມີຄວາມຮູ້ນີ້ ເມື່ອພວກເຂົານະມັດສະການພຣະເຈົ້າ, ພວກເຂົາກໍຈະບໍ່ໄດ້ແຕກຕ່າງຈາກຄົນເຫຼົ່ານັ້ນທີ່ນະມັດສະການພຣະພຸດທະເຈົ້າ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ປະເພດຂອງພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 9)

ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ປະເພດຂອງພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ. ແຕ່ລະຂັ້ນຕອນຂອງພາລະກິດສືບຕໍ່ຈາກພື້ນຖານຂອງຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດປະຖິ້ມໄດ້. ດ້ວຍວິທີນີ້ເອງ, ໃນພາລະກິດທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າຂອງພຣະອົງ, ພຣະເຈົ້າຍັງຄົງສຳແດງລັກສະນະຕ່າງໆຂອງອຸປະນິໄສຂອງພຣະອົງຢູ່ສະເໝີ ເຊິ່ງເປັນສິ່ງທີ່ບໍ່ເຄີຍສຳແດງໃຫ້ມະນຸດມາກ່ອນ ແລະ ເປີດເຜີຍພາລະກິດໃໝ່ຂອງພຣະອົງ ແລະ ການເປັນຢູ່ແບບໃໝ່ຂອງພຣະອົງໃຫ້ມະນຸດຢູ່ສະເໝີ ແລະ ເຖິງແມ່ນວ່າ ທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາໄດ້ເຮັດທຸກວິທີທາງເພື່ອຂັດຂືນສິ່ງນີ້ ແລະ ຕໍ່ຕ້ານຢ່າງເປີດເຜີຍ, ພຣະເຈົ້າຍັງປະຕິບັດພາລະກິດໃໝ່ທີ່ພຣະອົງເຈດຈະນາທີ່ຈະເຮັດຢູ່ສະເໝີ. ພາລະກິດຂອງພຮະເຈົ້າປ່ຽນແປງຢູ່ສະເໝີ ແລະ ດ້ວຍເຫດນີ້ ມັນກໍປະເຊີນກັບການຕໍ່ຕ້ານຂອງມະນຸດຢຸ່ສະເໝີ. ດ້ວຍເຫດນັ້ນ, ອຸປະນິໄສຂອງພຣະອົງຈຶ່ງປ່ຽນແປງຢູ່ສະເໝີພ້ອມກັບຍຸກ ແລະ ຜູ້ຮັບພາລະກິດຂອງພຣະອົງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ພຣະອົງປະຕິບັດພາລະກິດທີ່ບໍ່ມີປະຕິບັດມາກ່ອນຢ່າງສະເໝີ ແມ່ນແຕ່ປະຕິບັດພາລະກິດທີ່ປະກົດໃຫ້ມະນຸດເຫັນເປັນການຂັດແຍ້ງກັບພາລະກິດທີ່ປະຕິບັດກ່ອນໜ້ານີ້ ເພື່ອໃຫ້ມະນຸດໄດ້ຕໍ່ຕ້ານ. ມະນຸດສາມາດຍອມຮັບພຽງແຕ່ພາລະກິດໜຶ່ງປະເພດ ຫຼື ວິທີການປະຕິບັດໜຶ່ງຢ່າງເທົ່ານັ້ນ. ມັນຍາກສຳລັບມະນຸດທີ່ຈະຍອມຮັບພາລະກິດ ຫຼື ວິທີການປະຕິບັດ ທີ່ບໍ່ຖືກກັນ ຫຼື ສູງກວ່າ-ແຕ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃໝ່ຢູ່ສະເໝີ ແລະ ດ້ວຍເຫດນັ້ນ ຈຶ່ງປະກົດມີກຸ່ມຜູ້ຊ່ຽວຊານທາງສາສະໜາຫຼາຍກຸ່ມທີ່ຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າ. ຄົນເຫຼົ່ານີ້ໄດ້ກາຍມາເປັນຜູ້ຊ່ຽວຊານຢ່າງແນ່ນອນ ເພາະມະນຸດບໍ່ມີຄວາມຮູ້ວ່າ ພຣະເຈົ້າໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ບໍ່ມີຄວາມຮູ້ກ່ຽວກັບຫຼັກການຂອງພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນບໍ່ມີຄວາມຮູ້ກ່ຽວກັບຫຼາຍວິທີທີ່ພຣະເຈົ້າຊ່ວຍຊີວິດມະນຸດ. ເມື່ອເປັນດັ່ງນັ້ນ, ມະນຸດກໍບໍ່ສາມາດເວົ້າໄດ້ທັງໝົດວ່າ ມັນເປັນພາລະກິດທີ່ມາຈາກພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ມັນເປັນພາລະກິດຂອງພຣະເຈົ້າພຣະອົງເອງບໍ. ຫຼາຍຄົນທີ່ຍຶດຕິດກັບທ່າທີ່ທີ່ວ່າ ຖ້າມັນສອດຄ່ອງກັບພຣະທຳທີ່ມາກ່ອນໜ້າ, ພວກເຂົາກໍຈະຍອມຮັບມັນ ແລະ ຖ້າມີຄວາມແຕກຕ່າງກັບພາລະກິດທີ່ມາກ່ອນໜ້າ, ພວກເຂົາກໍຈະຕໍ່ຕ້ານ ແລະ ປະຕິເສດມັນ. ໃນປັດຈຸບັນ, ພວກເຈົ້າທັງໝົດບໍ່ໄດ້ດຳລົງຊີວິດໂດຍໃຊ້ຫຼັກການດັ່ງກ່າວບໍ? ທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນບໍ່ມີຜົນສະທ້ອນຫຍັງຕໍ່ພວກເຈົ້າ ແລະ ມີຄົນເຫຼົ່ານັ້ນທີ່ເຊື່ອວ່າ ສອງຂັ້ນຕອນກ່ອນໜ້າຂອງພາລະກິດນັ້ນເປັນພາລະທີ່ບໍ່ຈຳເປັນຕ້ອງຮູ້ຈັກ. ພວກເຂົາຄິດວ່າ ຂັ້ນຕອນເຫຼົ່ານີ້ບໍ່ຄວນປະກາດໃຫ້ກັບມວນຊົນ ແລະ ຄວນຖອນຄືນໃຫ້ໄວເທົ່າທີຈະໄວໄດ້ ເພື່ອຜູ້ຄົນຈະບໍ່ຮູ້ສຶກໜັກໃຈ ຍ້ອນສອງຂັ້ນຕອນກ່ອນໜ້າທັງໃນພາລະກິດສາມຂັ້ນຕອນ. ຫຼາຍຄົນເຊື່ອວ່າ ການເຮັດໃຫ້ທັງສອງຂັ້ນຕອນກ່ອນໜ້າຂອງພາລະກິດເປັນທີ່ຮູ້ຈັກແມ່ນບາດກ້າວທີ່ໄກເກີນໄປ ແລະ ບໍ່ໄດ້ຊ່ວຍຫຍັງໃນການຮູ້ຈັກພຣະເຈົ້າ-ນີ້ຄືສິ່ງທີ່ພວກເຈົ້າຄິດ. ໃນປັດຈຸບັນ, ພວກເຈົ້າທຸກຄົນເຊື່ອວ່າ ມັນຖືກຕ້ອງທີ່ຈະປະຕິບັດແບບນີ້ ແຕ່ມື້ໜຶ່ງ ພວກເຈົ້າຈະເຂົ້າໃຈເຖິງຄວາມສຳຄັນຂອງພາລະກິດຂອງເຮົາ: ຈົ່ງຮູ້ໄວ້ວ່າ ເຮົາບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ. ເມື່ອເຮົາປະກາດທັງພາລະກິດສາມຂັ້ນຕອນໃຫ້ພວກເຈົ້າ, ສະນັ້ນ ມັນຕ້ອງເປັນປະໂຫຍດໃຫ້ກັບພວກເຈົ້າ; ເມື່ອທັງພາລະກິດສາມຂັ້ນຕອນເປັນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ, ສະນັ້ນ ມັນຕ້ອງກາຍມາເປັນຈຸດສົນໃຈຂອງທຸກໆຄົນທົ່ວທັງຈັກກະວານ. ມື້ໜຶ່ງ ພວກເຈົ້າຈະຮັບຮູ້ຄວາມສຳຄັນຂອງພາລະກິດນີ້. ຈົ່ງຮູ້ໄວ້ວ່າ ພວກເຈົ້າຕໍ່ຕ້ານພາລະກິດຂອງພຣະເຈົ້າ ຫຼື ໃຊ້ແນວຄວາມຄິດຂອງພວກເຈົ້າເອງເພື່ອປະເມີນພາລະກິດໃນປັດຈຸບັນ ຍ້ອນພວກເຈົ້າບໍ່ຮູ້ຈັກຫຼັກການການປະຕິບັດພາລະກິດຈອງພຣະເຈົ້າ ແລະ ຍ້ອນພວກເຈົ້າບໍ່ໄດ້ຈິງຈັງກັບພາລະກິດຂອງພຣະວິນຍານບໍລິສຸດຢ່າງພຽງພໍ. ການທີ່ພວກເຈົ້າຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກີດຂອງພຣະວິນຍານບໍລິສຸດແມ່ນມາຈາກແນວຄວາມຄິດຂອງພວກເຈົ້າ ແລະ ຄວາມອວດດີໂດຍທຳມະຊາດ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າຜິດພາດ ແຕ່ຍ້ອນພວກເຈົ້າເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ຫຼັງຈາກທີ່ພົບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ບາງຄົນບໍ່ສາມາດເວົ້າຢ່າງແນ່ນອນວ່າ ມະນຸດມາຈາກໃສ ແຕ່ພວກເຂົາຍັງກ້າກ່າວຄຳປາໄສໃນທີ່ສາທາລະນະທີ່ປະເມີນຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສັ່ງສອນອັກຄະສາວົກທີ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ໂດຍສະແດງຄວາມຄິດເຫັນ ແລະ ເວົ້າສິ່ງທີ່ບໍ່ຄວນເວົ້າອອກມາ; ຄວາມເປັນມະນຸດຂອງພວກເຂົາຕໍ່າຫຼາຍ ແລະ ບໍ່ມີຄວາມສຳນຶກໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ມື້ທີ່ຄົນປະເພດນີ້ຈະຖືກປະຕິເສດໂດຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖືກເຜົາໄໝ້ດ້ວຍໄຟແຫ່ງນະລົກຈະບໍ່ມາຮອດບໍ? ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ວິຈານພາລະກິດຂອງພຣະອົງແທນ ແລະ ຍັງພະຍາຍາມແນະນໍາພຣະເຈົ້າກ່ຽວກັບວິທີການປະຕິບັດພາລະກິດ. ຄົນທີ່ບໍ່ມີເຫດຜົນແບບນີ້ຈະຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດມາຮູ້ຈັກພຣະເຈົ້າໃນໄລຍະຂະບວນການສະແຫວງຫາ ແລະ ປະສົບກັບພຣະອົງ; ມັນບໍ່ແມ່ນຍ້ອນການວິຈານພຣະອົງຕາມຄວາມອຳເພີໃຈທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າຜ່ານການເຮັດໃຫ້ສະຫວ່າງໂດຍພຣະວິນຍານບໍລິສຸດ. ເມື່ອຄົນມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງຖືກຕ້ອງຫຼາຍສໍ່າໃດ, ພວກເຂົາກໍຈະຕໍ່ຕ້ານພຣະອົງໜ້ອຍສໍ່ານັ້ນ. ໃນທາງກົງກັນຂ້າມ, ມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ, ມັນກໍມີຄວາມເປັນໄປໄດ້ທີ່ພວກເຂົາຈະຕໍ່ຕ້ານພຣະອົງຫຼາຍສໍ່ານັ້ນ. ແນວຄວາມຄິດຂອງເຈົ້າ, ທຳມະຊາດເກົ່າແກ່ຂອງເຈົ້າ ແລະ ຄວາມເປັນມະນຸດ, ບຸກຄະລິກ ແລະ ທັດສະນະທາງສິນທຳຂອງເຈົ້າແມ່ນ “ຕົ້ນທຶນ” ທີ່ເຮັດໃຫ້ຕໍ່ຕ້ານພຣະເຈົ້າ ແລະ ເມື່ອເຈົ້າເປັນຄົນທີ່ເສື່ອມຊາມ, ເສຍກຽດ ແລະ ຕໍ່າຕ້ອຍຫຼາຍສໍ່າໃດ, ເຈົ້າກໍຈະກາຍເປັນສັດຕູຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນເຫຼົ່ານັ້ນທີ່ປະກອບມີແນວຄວາມຄິດທີ່ຮ້າຍແຮງ ແລະ ມີອຸປະນິໄສທີ່ເຊື່ອວ່າຕົນເອງດີແຮງເປັນສັດຕູກັບພຣະເຈົ້າຜູ້ມາບັງເກີດເປັນມະນຸດ ແລະ ຄົນປະເພດນີ້ກໍເປັນຜູ້ຕໍ່ຕ້ານພຣະຄຣິດ. ຖ້າແນວຄວາມຄິດຂອງເຈົ້າບໍ່ໄດ້ຮັບການແກ້ໄຂ, ມັນກໍຈະຕໍ່ຕ້ານພຣະເຈົ້າຢູ່ສະເໝີ; ເຈົ້າຈະບໍ່ສາມາດເຂົ້າກັບພຣະເຈົ້າໄດ້ຈັກເທື່ອ ແລະ ຈະຫ່າງໄກຈາກພຣະອົງຕະຫຼອດເວລາ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 10)

ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້-ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ. ໃນປັດຈຸບັນ ບັນຫາທີ່ໃຫຍ່ທີ່ສຸດທີ່ຫຼາກຫຼາຍສາສະໜາ ແລະ ນິກາຍກຳລັງປະເຊີນຢູ່ແມ່ນ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດຈຳແນກຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ບໍ່ແມ່ນຂອງພຣະວິນຍານບໍລິສຸດ-ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າຂັ້ນຕອນໃນປັດຈຸບັນຂອງພາລະກິດນີ້ຖືກປະຕິບັດໂດຍພຣະເຈົ້າພຣະເຢໂຮວາ ຄືກັບສອງຂັ້ນຕອນກ່ອນໜ້າຂອງພາລະກິດ ຫຼື ບໍ. ເຖິງແມ່ນວ່າ ຜູ້ຄົນຕິດຕາມພຣະເຈົ້າ, ຫຼາຍຄົນກໍຍັງບໍ່ສາມາດບອກໄດ້ວ່າມັນເປັນຫົນທາງທີ່ຖືກຕ້ອງ ຫຼື ບໍ. ມະນຸດກັງວົນວ່າ ຫົນທາງນີ້ແມ່ນຫົນທາງທີ່ນໍາໂດຍພຣະເຈົ້າພຣະອົງເອງເປັນການສ່ວນຕົວ ຫຼື ບໍ ແລະ ການມາບັງເກີດເປັນມະນຸດຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ ແລະ ຫຼາຍຄົນຍັງບໍ່ຮູ້ເລີຍກ່ຽວກັບວິທີການເບິ່ງວ່າ ມັນກາຍມາເປັນສິ່ງເຫຼົ່ານັ້ນຕັ້ງແຕ່ຕອນໃດ. ຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າບໍ່ສາມາດກຳນົດຫົນທາງ ແລະ ດ້ວຍເຫດນັ້ນ ຂໍ້ຄວາມທີ່ໄດ້ກ່າວອອກມາກໍມີພຽງແຕ່ຜົນສະທ້ອນບາງສ່ວນທ່າມກາງຄົນເຫຼົ່ານີ້ເທົ່ານັ້ນ ແລະ ບໍ່ສາມາດເຕັມປະສິດຕິພາບຢ່າງສົມບູນໄດ້ ແລະ ດ້ວຍເຫດນີ້ ສິ່ງນີ້ກໍມີຜົນກະທົບຕໍ່ການດຳລົງຊີວິດຂອງຜູ້ຄົນເຫຼົ່ານັ້ນ. ຖ້າມະນຸດສາມາດເຫັນພາລະກິດສາມຂັ້ນຕອນທີ່ພຣະເຈົ້າພຣະອົງເອງປະຕິບັດໃນເວລາທີ່ແຕກຕ່າງກັນ, ໃນສະຖານທີ່ທີ່ແຕກຕ່າງກັນ ແລະ ໃນຜູ້ຄົນທີ່ແຕກຕ່າງກັນ, ຖ້າມະນຸດສາມາດເຫັນວ່າ ເຖິງແມ່ນພາລະກິດຈະແຕກຕ່າງກັນ ແຕ່ມັນກໍຖືກປະຕິບັດໂດຍພຣະເຈົ້າອົງດຽວທັງໝົດ ແລະ ເມື່ອພາລະກິດຖືກປະຕິບັດໂດຍພຣະເຈົ້າອົງດຽວ, ມັນກໍຕ້ອງຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຖິງແມ່ນວ່າ ມັນບໍ່ຖືກກັບແນວຄວາມຄິດຂອງມະນຸດ ແຕ່ກໍບໍ່ມີໃຜສາມາດປະຕິເສດໄດ້ວ່າ ມັນບໍ່ແມ່ນພາລະກິດຂອງພຣະເຈົ້າອົງດຽວ-ຖ້າມະນຸດສາມາດເວົ້າໄດ້ຢ່າງແນ່ນອນວ່າ ມັນເປັນພາລະກິດຂອງພຣະເຈົ້າອົງດຽວ ແລ້ວແນວຄວາມຄິດຂອງມະນຸດກໍຈະກາຍເປັນເລື່ອງທີ່ບໍ່ສຳຄັນ, ບໍ່ມີຄ່າໃຫ້ກ່າວເຖິງ. ຍ້ອນນິມິດຂອງມະນຸດບໍ່ຊັດເຈນ ແລະ ມະນຸດພຽງແຕ່ຮູ້ຈັກພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢຊູເປັນພຣະຜູ້ເປັນເຈົ້າ ແລະ ສອງຈິດສອງໃຈກ່ຽວກັບພຣະເຈົ້າທີ່ມາບັງເກີດເປັນມະນຸດໃນປັດຈຸບັນ, ຫຼາຍຄົນຍັງຊື່ສັດກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແລະ ອ້ອມລ້ອມໄປດ້ວຍແນວຄວາມຄິດກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ, ຄົນສ່ວນຫຼາຍຍັງສົງໄສຕະຫຼອດເວລາ ແລະ ບໍ່ຈິງຈັງກັບພາລະກິດໃນປັດຈຸບັນ. ມະນຸດບໍ່ມີແນວຄວາມຄິດກ່ຽວກັບພາລະກິດສອງຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດເຫັນໄດ້. ນັ້ນກໍຍ້ອນມະນຸດບໍ່ເຂົ້າໃຈຄວາມເປັນຈິງຂອງພາລະກິດສອງຂັ້ນຕອນກ່ອນໜ້າ ແລະ ບໍ່ໄດ້ພົບພໍ້ມັນດ້ວຍຕົນເອງ. ມັນກໍຍ້ອນບໍ່ມີໃຜສາມາດເຫັນພວກມັນໄດ້ ຈຶ່ງເຮັດໃຫ້ມະນຸດຈິນຕະນາການຕາມໃຈມັກ; ບໍ່ວ່າເຂົາຈະສະເໜີຫຍັງກໍຕາມ, ຈະບໍ່ມີຂໍ້ອ້າງອີງມາພິສູດມັນ ແລະ ບໍ່ມີໃຜແກ້ໄຂມັນໃຫ້ຖືກຕ້ອງ. ມະນຸດຢາກເຮັດກໍໄດ້ຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງເຂົາ, ເຮັດໂດຍບໍ່ກັງວົນເຖິງຜົນຕາມມາ ແລະ ປ່ອຍໃຫ້ຈິນຕະນາການຂອງເຂົາເປັນອິດສະຫຼະ ຍ້ອນບໍ່ມີຂໍ້ອ້າງອີງມາພິສູດມັນ ແລະ ດ້ວຍເຫດນັ້ນ ຈິນຕະນາການຂອງມະນຸດກໍກາຍມາເປັນ “ຄວາມຈິງ” ໂດຍບໍ່ສົນວ່າ ຈະມີຫຼັກຖານມາພິສູດ ຫຼື ບໍ. ສະນັ້ນ, ມະນຸດເຊື່ອໃນພຣະເຈົ້າທີ່ເຂົາຈິນຕະນາການຂຶ້ນມາໃນຄວາມຄິດຂອງຕົນເອງ ແລະ ບໍ່ສະແຫວງຫາພຣະເຈົ້າແຫ່ງຄວາມເປັນຈິງ. ຖ້າຄົນໜຶ່ງຄົນໃດມີຄວາມເຊື່ອແບບດຽວ ແລ້ວທ່າມກາງຄົນຮ້ອຍຄົນກໍຈະມີຮ້ອຍຄວາມເຊື່ອ. ມະນຸດຖືກຄອບງໍາໂດຍຄວາມເຊື່ອດັ່ງກ່າວ ເພາະວ່າ ເຂົາບໍ່ໄດ້ເຫັນຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າ ເພາະເຂົາພຽງແຕ່ໄດ້ຍິນມັນດ້ວຍຫູຂອງເຂົາເອງ ແລະ ບໍ່ໄດ້ເຫັນມັນດ້ວຍຕາຂອງເຂົາ. ມະນຸດໄດ້ຍິນກ່ຽວກັບຕໍານານ ແລະ ເລື່ອງລາວ-ແຕ່ເຂົາບໍ່ຄ່ອຍໄດ້ຍິນເຖິງຄວາມຮູ້ຂອງຄວາມຈິງແຫ່ງພາລະກິດຂອງພຣະເຈົ້າ. ສະນັ້ນ, ມັນເປັນຍ້ອນແນວຄວາມຄິດຂອງພວກເຂົາເອງທີ່ເຮັດໃຫ້ຄົນເຫຼົ່ານັ້ນທີ່ຫາກໍມາເປັນຜູ້ເຊື່ອໃນພຣະເຈົ້າໄດ້ພຽງໜຶ່ງປີ ແລະ ເລື່ອງດັ່ງກ່າວກໍເປັນຄວາມຈິງສຳລັບຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຕະຫຼອດຊີວິດຂອງພວກເຂົາ. ຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນຄວາມຈິງຈະບໍ່ສາມາດໜີຈາກຄວາມເຊື່ອທີ່ພວກເຂົາມີແນວຄວາມຄິດກ່ຽວກັບພຣະເຈົ້າໄດ້ຈັກເທື່ອ. ມະນຸດເຊື່ອວ່າ ເຂົາໄດ້ປົດປ່ອຍໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດຂອງແນວຄວາມຄິດເກົ່າແກ່ຂອງເຂົາ ແລະ ໄດ້ເຂົ້າສູ່ແຜ່ນດິນໃໝ່ແລ້ວ. ມະນຸດບໍ່ຮູ້ບໍວ່າ ຄວາມຮູ້ຂອງຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ມີຫຍັງເລີຍ ນອກຈາກແນວຄວາມຄິດ ແລະ ເລື່ອງທີ່ໄດ້ຍິນມາ? ມະນຸດຄິດວ່າ ແນວຄວາມຄິດຂອງເຂົາຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ຄິດວ່າ ແນວຄວາມຄິດເຫຼົ່ານີ້ມາຈາກພຣະເຈົ້າ. ໃນປັດຈຸບັນ ເມື່ອມະນຸດໄດ້ພົບພໍ້ພາລະກິດຂອງພຣະເຈົ້າ ເຂົາກໍຈະມາຍແນວຄວາມຄິດທີ່ກໍ່ຕົວຂຶ້ນໃນຊ່ວງເວລາຫຼາຍປີ. ຈິນຕະນາການ ແລະ ຄວາມຄິດໃນອະດີດໄດ້ກາຍມາເປັນອຸປະສັກໃຫ້ກັບພາລະກິດໃນຂັ້ນຕອນນີ້ ແລະ ມັນກາຍມາເປັນຄວາມຫຍຸ້ງຍາກທີ່ຈະໃຫ້ມະນຸດປະຖິ້ມແນວຄວາມຄິດດັ່ງກ່າວ ແລະ ປະຕິເສດຄວາມຄິດດັ່ງກ່າວ. ແນວຄວາມຄິດກ່ຽວກັບພາລະກິດທີ່ເປັນໄປຕາມແຕ່ລະຂັ້ນຕອນຂອງຫຼາຍຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຈົນຮອດປັດຈຸບັນໄດ້ກາຍມາເປັນສິ່ງທີ່ຮ້າຍແຮງຂຶ້ນ ແລະ ຄົນເຫຼົ່ານີ້ໄດ້ສ້າງຄວາມເປັນສັດຕູທີ່ດື້ດຶງເທື່ອລະໜ້ອຍກັບພຣະເຈົ້າທີ່ມາບັງເກີດເປັນມະນຸດ ແລະ ແຫຼ່ງກຳເນີດຂອງຄວາມກຽດຊັງນີ້ແມ່ນແນວຄວາມຄິດ ແລະ ຈິນຕະນາການຂອງມະນຸດ. ແນ່ນອນຢູ່ທີ່ແລ້ວທີ່ມັນເປັນຍ້ອນວ່າ ຄວາມຈິງບໍ່ອະນຸຍາດໃຫ້ມະນຸດຈິນຕະນາການຢ່າງມີອິດສະຫຼະ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດປະຕິເສດໄດ້ຢ່າງງ່າຍດາຍ ແລະ ແນວຄວາມຄິດ ແລະ ຈິນຕະນາການຂອງມະນຸດບໍ່ຍອມທົນຕໍ່ການມີຢູ່ຂອງຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ຍ້ອນມະນຸດບໍ່ມອບຄວາມຄິດໃຫ້ກັບຄວາມຖືກຕ້ອງ ແລະ ຄວາມແທ້ຈິງຂອງຄວາມຈິງ ແລະ ພຽງແຕ່ມາຍແນວຄວາມຄິດຂອງເຂົາຢ່າງໃຈດຽວເທົ່ານັ້ນ ແລະ ນໍາໃຊ້ຈິນຕະນາການຂອງເຂົາເອງ ໂດຍທີ່ແນວຄວາມຄິດ ແລະ ຈິນຕະນາການຂອງມະນຸດກາຍມາເປັນສັດຕູຂອງພາລະກິດໃນປັດຈຸບັນ ເຊິ່ງເປັນພາລະກິດບໍ່ຖືກກັບແນວຄວາມຄິດຂອງມະນຸດ. ສິ່ງນີ້ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງແນວຄວາມຄິດຂອງມະນຸດ ແລະ ບໍ່ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງພາລະກິດຂອງພຣະເຈົ້າ. ມະນຸດອາດຈິນຕະນາການຕາມທີ່ເຂົາຕ້ອງການ ແຕ່ເຂົາອາດຈະບໍ່ໂຕ້ຖຽງຂັ້ນຕອນໃດໜຶ່ງຂອງພາລະກິດຂອງພຣະເຈົ້າ ຫຼື ສ່ວນໃດສ່ວນໜຶ່ງຢ່າງມີອິດສະຫຼະ; ຄວາມຈິງຂອງພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດລະເມີດໂດຍມະນຸດໄດ້. ເຈົ້າອາດມີອິດສະຫຼະໃນຈິນຕະນາການຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ອາດຮວບຮວມເລື່ອງລາວທີ່ດີງາມກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແຕ່ເຈົ້າອາດບໍ່ປະຕິເສດຄວາມຈິງຂອງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ; ນີ້ຄືຫຼັກການ ແລະ ຍັງເປັນພຣະບັນຍັດສຳລັບຄຸ້ມຄອງ ແລະ ພວກເຈົ້າຄວນເຂົ້າໃຈເຖິງຄວາມສຳຄັນຂອງບັນຫາເຫຼົ່ານີ້. ມະນຸດເຊື່ອວ່າ ຂັ້ນຕອນນີ້ຂອງພາລະກິດບໍ່ເຂົ້າກັບແນວຄວາມຄິດຂອງມະນຸດ ແລະ ນີ້ບໍ່ແມ່ນບັນຫາສຳລັບພາລະກິດສອງຂັ້ນຕອນທີ່ຜ່ານມາ. ໃນຈິນຕະນາການຂອງເຂົາ, ມະນຸດເຊື່ອວ່າ ພາລະກິດຂອງສອງຂັ້ນຕອນທີ່ຜ່ານມາບໍ່ຄືກັບພາລະກິດໃນປັດຈຸບັນຢ່າງແນ່ນອນ-ແຕ່ເຈົ້າເຄີຍພິຈາລະນາບໍວ່າ ຫຼັກການຂອງພາລະກິດຂອງພຣະເຈົ້າຄືກັນທັງໝົດ, ພາລະກິດຂອງພຣະອົງເປັນຈິງຢູ່ສະເໝີ ແລະ ບໍ່ວ່າຈະເປັນຍຸກໃດກໍຈະມີຄົນຈຳນວນຫຼວງຫຼາຍທີ່ຂັດຂືນ ແລະ ຕໍ່ຕ້ານຄວາມຈິງຂອງພາລະກິດຂອງພຣະອົງ? ໃນປັດຈຸບັນ ທຸກຄົນເຫຼົ່ານັ້ນທີ່ຂັດຂືນ ແລະ ຕໍ່ຕ້ານຂັ້ນຕອນນີ້ຂອງພາລະກິດຍັງໄດ້ຕໍ່ຕ້ານພຣະເຈົ້າໃນເວລາອະດີດຢ່າງບໍ່ຕ້ອງສົງໄສ ຍ້ອນຄົນປະເພດນີ້ຈະເປັນສັດຕູຂອງພຣະເຈົ້າຢູ່ສະເໝີ. ຄົນທີ່ຮູ້ຈັກຄວາມຈິງຂອງພາລະກິດຂອງພຣະເຈົ້າຈະເຫັນພາລະກິດສາມຂັ້ນຕອນເປັນພາລະກິດຂອງພຣະເຈົ້າອົງດຽວ ແລະ ຈະປະຖິ້ມແນວຄວາມຄິດຂອງພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນທີ່ຮູ້ຈັກພຣະເຈົ້າ ແລະ ຄົນປະເພດນີ້ກໍແມ່ນຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ. ເມື່ອການຄຸ້ມຄອງຂອງພຣະເຈົ້າທັງໝົດໃກ້ເຖິງຈຸດສິ້ນສຸດ, ພຣະເຈົ້າຈະຈັດແບ່ງສິ່ງທັງໝົດຕາມແຕ່ລະປະເພດ. ມະນຸດຖືກສ້າງໂດຍມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພຣະອົງຕ້ອງນໍາມະນຸດກັບມາຄືນສູ່ອຳນາດຂອງພຣະອົງຢ່າງສົມບູນ; ນີ້ຄືການສິ້ນສຸດຂອງພາລະກິດສາມຂັ້ນຕອນ. ຂັ້ນຕອນຂອງພາລະກິດຂອງຍຸກສຸດທ້າຍ ແລະ ສອງຂັ້ນຕອນກ່ອນໜ້າໃນປະເທດອິດສະຣາແອນ ແລະ ຢູເດຍແມ່ນແຜນການຄຸ້ມຄອງຂອງພຣະເຈົ້າໃນຈັກກະວານທັງໝົດ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ແລະ ມັນເປັນຄວາມຈິງຂອງພາລະກິດຂອງພຣະເຈົ້າ. ເຖິງແມ່ນວ່າ ມະນຸດຍັງບໍ່ໄດ້ປະເຊີນ ຫຼື ພົບພໍ້ຫຼາຍສິ່ງຫຼາຍຢ່າງຂອງພາລະກິດນີ້, ຄວາມຈິງກໍຍັງເປັນຄວາມຈິງ ແລະ ມະນຸດຄົນໃດບໍ່ສາມາດປະຕິເສດສິ່ງນີ້ໄດ້. ຄົນທີ່ເຊື່ອໃນພຣະເຈົ້າໃນທຸກດິນແດນແຫ່ງຈັກກະວານຈະຍອມຮັບພາລະກິດສາມຂັ້ນຕອນທັງໝົດ. ຖ້າເຈົ້າພຽງແຕ່ຮູ້ຈັກຂັ້ນຕອນໃດໜຶ່ງຂອງພາລະກິດ ແລະ ບໍ່ເຂົ້າໃຈອີກສອງຂັ້ນຕອນຂອງພາລະກິດ, ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າໃນອະດີດ ເຈົ້າກໍຈະບໍ່ສາມາດກ່າວຄວາມຈິງທັງໝົດຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າໄດ້ ແລະ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍມີແຕ່ດ້ານດຽວ ຍ້ອນໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ເຈົ້າບໍ່ໄດ້ຮູ້ຈັກພຣະອົງ ຫຼື ບໍ່ເຂົ້າໃຈພຣະອົງ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າຄວາມຮູ້ໃນປັດຈຸບັນຂອງເຈົ້າກ່ຽວກັບສິ່ງເຫຼົ່ານີ້ຈະເລິກເຊິ່ງ ຫຼື ບໍ່ສຳຄັນ, ໃນທີ່ສຸດ ພວກເຈົ້າຕ້ອງມີຄວາມຮູ້ ແລະ ຕ້ອງໝັ້ນໃຈຢ່າງຮອບຄອບ ແລະ ທຸກຄົນຈະເຫັນຄວາມສົມບູນຂອງພາລະກິດຂອງພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ໃນຕອນສຸດທ້າຍຂອງພາລະກິດນີ້, ທຸກສາສະໜາຈະກາຍເປັນໜຶ່ງດຽວ, ທຸກສິ່ງທີ່ຖືກສ້າງຈະກັບຄືນສູ່ອຳນາດຂອງພຣະຜູ້ສ້າງ, ທຸກສິ່ງທີ່ຖືກສ້າງຈະນະມັດສະການພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ສາສະໜາທີ່ຊົ່ວຮ້າຍທັງໝົດຈະຫາຍໄປ ໂດຍທີ່ຈະບໍ່ປະກົດຂຶ້ນອີກຈັກເທື່ອ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 11)

ເປັນຫຍັງຕ້ອງອ້າງເຖິງພາລະກິດສາມຂັ້ນຕອນຢ່າງຕໍ່ເນື່ອງ? ການຜ່ານໄປຂອງຍຸກ, ການພັດທະນາຂອງສັງຄົມ ແລະ ເບື້ອງໜ້າທັງໝົດທີ່ປ່ຽນໄປຂອງທຳມະຊາດລ້ວນແລ້ວແຕ່ສືບເນື່ອງຈາກການປ່ຽນແປງໃນພາລະກິດສາມຂັ້ນຕອນ. ມະນຸດຊາດປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າ ແລະ ບໍ່ພັດທະນາດ້ວຍຕົວມັນເອງ. ການກ່າວເຖິງພາລະກິດສາມຂັ້ນຕອນຂອງພຣະເຈົ້າກໍເພື່ອນໍາສິ່ງທີ່ມີຊີວິດທຸກຢ່າງ ແລະ ມະນຸດທົ່ວທັງທຸກສາສະໜາ ແລະ ນິກາຍໃຫ້ມາຢູ່ພາຍໃຕ້ອຳນາດຂອງພຣະເຈົ້າອົງດຽວ. ບໍ່ວ່າເຈົ້າຈະນັບຖືສາດສະໜາໃດກໍຕາມໃນທີ່ສຸດ, ພວກເຈົ້າທັງໝົດກໍຈະຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດນີ້ໄດ້; ຫົວໜ້າທາງສາສະໜາໃດໜຶ່ງບໍ່ສາມາດປະຕິບັດໄດ້. ມີຫຼາຍສາສະໜາຫຼັກໆໃນໂລກ ແລະ ແຕ່ລະສາສະໜາກໍມີຫົວໜ້າ ຫຼື ຜູ້ນໍາ ແລະ ຜູ້ຕິດຕາມກໍແຜ່ກະຈາຍໄປທົ່ວທຸກປະເທດທີ່ແຕກຕ່າງກັນ ແລະ ອານາເຂດທົ່ວແຜ່ນດິນໂລກ; ທຸກປະເທດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ແມ່ນມີສາສະໜາທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະມີສາສະໜາຫຼາຍສໍ່າໃດທົ່ວເທິງໂລກນີ້, ໃນທີ່ສຸດ ທຸກຄົນທີ່ຢູ່ໃນຈັກກະວານກໍຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າອົງດຽວ ແລະ ການເປັນຢູ່ຂອງພວກເຂົາກໍບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາ. ເຊິ່ງເວົ້າໄດ້ວ່າ ມະນຸດຊາດບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາໃດໜຶ່ງ; ກົງກັນຂ້າມ, ບັນດາມວນມະນຸດຊາດຖືກນໍາພາໂດຍພຣະຜູ້ສ້າງ ເຊິ່ງເປັນຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ຍັງສ້າງມະນຸດຊາດ ແລະ ນີ້ກໍຄືຄວາມຈິງ. ເຖິງແມ່ນວ່າ ໂລກມີຫຼາຍສາສະໜາໃຫຍ່ໆທີ່ຫຼາກຫຼາຍກັນ ບໍ່ວ່າພວກມັນຈະຍິ່ງໃຫຍ່ສໍ່າໃດ ແຕ່ພວກມັນທັງໝົດກໍຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ ແລະ ພວກເຂົາບໍ່ມີໃຜເລີຍທີ່ສາມາດຢູ່ເໜືອຂອບເຂດອຳນາດນີ້ໄດ້. ການພັດທະນາຂອງມະນຸດຊາດ, ຄວາມກ້າວໜ້າຂອງສັງຄົມ, ການພັດທະນາຂອງວິທະຍາສາດທຳມະຊາ-ແຕ່ລະຢ່າງບໍ່ສາມາດແຍກໄດ້ຈາກການຈັດກຽມຂອງພຣະຜູ້ສ້າງ ແລະ ພາລະກິດນີ້ບໍ່ແມ່ນສິ່ງທີ່ຫົວໜ້າທາງສາສະໜາໃດໜຶ່ງຈະສາມາດປະຕິບັດໄດ້. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາໃນສາສະໜາໃດໜຶ່ງ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ ຫຼື ເປັນຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ. ຫົວໜ້າທາງສາສະໜາສາມາດນໍາຄົນເຫຼົ່ານັ້ນທັງໝົດທີ່ຢູ່ພາຍໃນສາສະໜາທັງໝົດ ແຕ່ບໍ່ສາມາດສັ່ງສິ່ງທີ່ມີຊີວິດທັງໝົດທີ່ຢູ່ພາຍໃຕ້ສະຫວັນ-ນີ້ຄືຄວາມຈິງທີ່ເປັນທີ່ຍອມຮັບທົ່ວໆໄປ. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາ ແລະ ບໍ່ສາມາດຢືນໄດ້ຢ່າງເທົ່າທຽມກັບພຣະເຈົ້າ (ພຣະຜູ້ສ້າງ). ສິ່ງທັງໝົດຢູ່ໃນມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພວກເຂົາທັງໝົດຈະກັບຄືນສູ່ມືຂອງພຣະຜູ້ສ້າງ. ໂດຍດັ້ງເດີມ, ມະນຸດຊາດຖືກສ້າງໂດຍພຣະເຈົ້າ ແລະ ບໍ່ວ່າຈະເປັນສາສະໜາໃດກໍຕາມ, ທຸກໆຄົນຈະກັບຄືນໄປຢູພາຍໃຕ້ອຳນາດຂອງພຣະເຈົ້າ-ນີ້ຄືສິ່ງທີ່ຫຼິກຫຼ່ຽງບໍ່ໄດ້. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ເປັນພຣະເຈົ້າທີ່ສູງສຸດທ່າມກາງທຸກສິ່ງຢ່າງ ແລະ ຜູ້ປົກຄອງທີ່ສູງສຸດທ່າມກາງສິ່ງທີ່ມີຊີວິດຍັງຕ້ອງໄດ້ກັບຄືນໄປສູ່ອຳນາດຂອງພຣະອົງ. ບໍ່ວ່າມະນຸດຢູ່ໃນສະຖານະສູງສໍ່າໃດ, ເຂົາບໍ່ສາມາດນໍາມະນຸດຊາດໃຫ້ໄປສູ່ຈຸດໝາຍທີ່ເໝາະສົມໄດ້ ແລະ ບໍ່ມີໃຜສາມາດຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດໄດ້. ພຣະເຢໂຮວາ ພຣະອົງເອງໄດ້ສ້າງມະນຸດຊາດ ແລະ ຈັດແບ່ງແຕ່ລະຢ່າງອອກເປັນແຕ່ລະປະເພດ ແລະ ເມື່ອເວລາສຸດທ້າຍມາເຖິງ ພຣະອົງຍັງຈະປະຕິບັດພາລະກິດຂອງພຣະອົງເອງດ້ວຍຕົນເອງ ຄືການຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດ-ແລະ ບໍ່ມີໃຜສາມາດປະຕິບັດສິ່ງນີ້ໄດ້ຍົກເວ້ນພຣະເຈົ້າ. ພາລະກິດສາມຂັ້ນຕ້ອນທີ່ປະຕິບັດຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນແມ່ນຖືກປະຕິບັດໂດຍພຣະເຈົ້າພຣະອົງເອງ ແລະ ຖືກປະຕິບັດໂດຍພຣະເຈົ້າອົງດຽວ. ຄວາມຈິງຂອງພາລະກິດສາມຂັ້ນຕອນນີ້ແມ່ນຄວາມຈິງຂອງຄວາມເປັນຜູ້ນໍາບັນດາມວນມະນຸດຂອງພຣະເຈົ້າ ເຊິ່ງເປັນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ໃນຕອນສຸດທ້າຍຂອງພາລະກິດສາມຂັ້ນຕອນ, ທຸກສິ່ງຢ່າງຈະຖືກຈັດແບ່ງອອກເປັນແຕ່ລະປະເພດ ແລະ ກັບຄືນສູ່ອຳນາດຂອງພຣະເຈົ້າ ຍ້ອນວ່າ ທົ່ວທັງຈັກກະວານທັງໝົດ ມີພຽງພຣະເຈົ້າອົງນີ້ອົງດຽວ ແລະ ບໍ່ມີສາສະໜາອື່ນໆອີກເລີຍ. ຄົນນັ້ນທີ່ບໍ່ສາມາດສ້າງແຜ່ນດິນໂລກຈະບໍ່ສາມາດນໍາຈຸດສິ້ນສຸດມາເຖິງມັນໄດ້ ໃນຂະນະທີ່ພຣະອົງຜູ້ສ້າງແຜ່ນດິນໂລກຈະນໍາຈຸດສິ້ນສຸດມາເຖິງຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ຖ້າຄົນໃດໜຶ່ງບໍ່ສາມາດນໍາຈຸດສິ້ນສຸດມາເຖິງຍຸກ ແລະ ພຽງແຕ່ສາມາດຊ່ວຍມະນຸດໃຫ້ຝຶກຝົນຄວາມຄິດຂອງເຂົາ ແລ້ວເຂົາກໍບໍ່ແມ່ນພຣະເຈົ້າຢ່າງແນ່ນອນ ແລະ ຈະບໍ່ແມ່ນພຣະຜູ້ເປັນເຈົ້າຂອງມະນຸດຊາດຢ່າງແນ່ນອນ. ຄົນນັ້ນຈະບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວໄດ້; ມີພຽງຄົນດຽວທີ່ສາມາດປະຕິບັດພາລະກິດດັ່ງກ່າວ ແລະ ທຸກຄົນທີ່ບໍ່ສາມາດປະຕິບັດພາລະກິດນີ້ໄດ້ກໍເປັນສັດຕູຢ່າງແນ່ນອນ ນອກເໜືອຈາກພຣະເຈົ້າ. ສາສະໜາທີ່ຊົ່ວຮ້າຍທັງໝົດບໍ່ເຂົ້າກັບພຣະເຈົ້າ ແລະ ເມື່ອພວກມັນບໍ່ເຂົ້າກັບພຣະເຈົ້າ ພວກມັນກໍຈະກາຍເປັນສັດຕູຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ແທ້ຈິງພຣະອົງດຽວທີ່ສາມາດປະຕິບັດພາລະກິດທັງໝົດໄດ້ ແລະ ຈັກກະວານທັງໝົດແມ່ນຖືກບັນຊາໂດຍພຣະເຈົ້າພຣະອົງດຽວນີ້. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດໃນປະເທດອິດສະຣາແອນ ຫຼື ປະເທດຈີນ, ບໍ່ວ່າ ພາລະກິດຖືກປະຕິບັດໂດຍພຣະວິນຍານ ຫຼື ເນື້ອໜັງ, ພຣະເຈົ້າກໍປະຕິບັດພາລະກິດທັງໝົດດ້ວຍຕົວພຣະອົງເອງ ແລະ ບໍ່ໃຜສາມາດປະຕິບັດໄດ້. ແນ່ນອນຢູ່ແລ້ງທີ່ມັນເປັນຍ້ອນວ່າ ພຣະອົງເປັນພຣະເຈົ້າຂອງບັນດາມວນມະນຸດທີ່ພຣະເຈົ້າປະຕິບັດພາຢ່າງມີອິດສະຫຼະ ໂດຍບໍ່ມີສະພາບໃດໆມາບັງຄັບ-ແລະ ນີ້ເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດຂອງນິມິດທັງໝົດ. ໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ, ຖ້າເຈົ້າຕ້ອງການປະຕິບັດໜ້າທີ່ຂອງສິ່ງທີ່ມີຊີວິດຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ, ຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າສຳລັບສິ່ງທີ່ມີຊີວິດທັງໝົດ, ຕ້ອງເຂົ້າໃຈແຜນການຄຸ້ມຄອງຂອງພຣະອົງ ແລະ ຕ້ອງເຂົ້າໃຈຄວາມສຳຄັນທັງໝົດຂອງພາລະກິດທີ່ພຣະອົງປະຕິບັດ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈສິ່ງນີ້ບໍ່ມີຄຸນສົມບັດໃນການເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ! ໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈວ່າ ເຈົ້າມາຈາກໃສ, ບໍ່ເຂົ້າໃຈປະຫວັດສາດຂອງມະນຸດຊາດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ເຂົ້າໃຈວ່າ ມະນຸດຊາດພັດທະນາມາຮອດປັດຈຸບັນໄດ້ແນວໃດ ແລະ ບໍ່ເຂົ້າໃຈວ່າ ໃຜສັ່ງມະນຸດຊາດທັງໝົດ, ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້. ພຣະເຈົ້ານໍາມະນຸດຊາດມາຈົນຮອດປັດຈຸບັນ ແລະ ຕັ້ງແຕ່ທີ່ພຣະອົງສ້າງມະນຸດຢູ່ເທິງແຜ່ນດິນໂລກ ພຣະອົງກໍບໍ່ເຄີຍປະຖິ້ມເຂົາຈັກເທື່ອ. ພຣະວິນຍານບໍລິສຸດບໍ່ເຄີຍຢຸດປະຕິບັດພາລະກິດຈັກເທື່ອ, ບໍ່ເຄີຍຢຸດໃນການນໍາພາມະນຸດຊາດ ແລະ ບໍ່ເຄີຍປະຖິ້ມມະນຸດຊາດ. ແຕ່ມະນຸດຊາດບໍ່ສຳນຶກວ່າ ມີພຣະເຈົ້າ, ຢ່າວ່າແຕ່ເຂົາຮູ້ຈັກພຣະອົງເລີຍ ແລະ ມີຫຍັງອີກທີ່ເປັນຕາອັບອາຍກວ່າສິ່ງນີ້ສຳລັບສິ່ງທີ່ມີຊີວິດທັງໝົດຂອງພຣະເຈົ້າ? ພຣະເຈົ້ານໍາພາມະນຸດເປັນການສ່ວນຕົວ ແຕ່ມະນຸດບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ. ເຈົ້າເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ ແຕ່ເຈົ້າບໍ່ເຂົ້າໃຈປະຫວັດສາດຂອງເຈົ້າເອງ ແລະ ບໍ່ຮັບຮູ້ວ່າ ໃຜນໍາພາເຈົ້າໃນການເດີນທາງຂອງເຈົ້າ, ເຈົ້າບໍ່ຮູ້ພາລະກິດທີ່ພຣະເຈົ້າປະຕິບັດ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກໃນຕອນນີ້ ແລ້ວເຈົ້າຈະບໍ່ມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າຈັກເທື່ອ. ໃນປັດຈຸບັນ ພຣະຜູ້ສ້າງແມ່ນນໍາພາມະນຸດທຸກຄົນເປັນການສ່ວນຕົວອີກຄັ້ງ ແລະ ເຮັດໃຫ້ມະນຸດທຸກຄົນເຫັນສະຕິປັນຍາ, ຄວາມຍິ່ງໃຫຍ່, ຄວາມລອດພົ້ນ ແລະ ຄວາມອັດສະຈັນຂອງພຣະອົງ. ແຕ່ເຈົ້າຍັງບໍ່ສຳນຶກ ຫຼື ເຂົ້າໃຈ-ແລະ ດ້ວຍເຫດນັ້ນ ເຈົ້າບໍ່ແມ່ນຄົນທີ່ຈະຮັບຄວາມລອດພົ້ນບໍ? ຄົນເຫຼົ່ານັ້ນທີ່ເປັນຂອງຊາຕານບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຄົນເຫຼົ່ານັ້ນທີ່ເປັນຂອງພຣະເຈົ້າສາມາດໄດ້ຍິນສຽງຂອງພຣະເຈົ້າ. ທຸກຄົນເຫຼົ່ານັ້ນທີ່ສຳນຶກ ແລະ ເຂົ້າໃຈພຣະທຳທີ່ເຮົາກ່າວແມ່ນຄົນທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເປັນພະຍານໃຫ້ກັບພຣະເຈົ້າ; ທຸກຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈພຣະທຳທີ່ເຮົາກ່າວບໍ່ສາມາດເປັນພະຍານໃຫ້ພຣະເຈົ້າ ແລະ ເປັນຄົນທີ່ຕ້ອງຖືກທຳລາຍ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ແລະ ບໍ່ສຳນຶກພາລະກິດຂອງພຣະເຈົ້າບໍ່ສາມາດຮັບຄວາມຮູ້ຂອງພຣະເຈົ້າ ແລະ ຄົນປະເພດດັ່ງກ່າວຈະບໍ່ເປັນພະຍານໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການເປັນພະຍານໃຫ້ກັບພຣະເຈົ້າ ເຈົ້າກໍຕ້ອງຮູ້ຈັກພຣະເຈົ້າ ແລະ ຄວາມຮູ້ຂອງພຣະເຈົ້າແມ່ນຖືກເຮັດໃຫ້ສົມບູນໂດຍຜ່ານທາງພາລະກິດຂອງພຣະເຈົ້າ. ໂດຍລວມແລ້ວ, ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ ເຈົ້າກໍຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າແມ່ນສິ່ງທີ່ສຳຄັນທີ່ສຸດ. ເມື່ອເວລາສາມຂັ້ນຕອນຂອງພາລະກິດສິ້ນສຸດລົງກໍຈະມີກຸ່ມຜູ້ທີ່ເປັນພະຍານຕໍ່ພຣະເຈົ້າ ແລະ ກຸ່ມຜູ້ທີ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ທັງໝົດຈະຮູ້ຈັກພຣະເຈົ້າ ແລະ ຈະສາມາດນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງໄດ້. ພວກເຂົາຈະມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກ ແລະ ທຸກຄົນຈະຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນພາລະກິດທີ່ຈະໄດ້ຮັບຜົນສໍາເລັດໃນຕອນສຸດທ້າຍ ແລະ ຜູ້ຄົນເຫຼົ່ານີ້ແມ່ນແກ້ວພະລຶກແຫ່ງພາລະກິດ 6.000 ປີ ໃນການຄຸ້ມຄອງ ແລະ ເປັນພະຍານທີ່ຊົງພະລັງທີ່ສຸດໃນການເອົາຊະນະຊາຕານ. ບັນດາຜູ້ທີ່ສາມາດເປັນພະຍານຕໍ່ພຣະເຈົ້າ ຈະສາມາດຮັບຄໍາສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ຈະເປັນກຸ່ມທີ່ຄົງຢູ່ຕະຫຼອດຈົນເຖິງຕອນສຸດທ້າຍ ເຊິ່ງໄດ້ຮັບພຣະພອນອໍານາດຈາກພຣະເຈົ້າ ແລະ ເປັນພະຍານຕໍ່ພຣະເຈົ້າ. ບາງເທື່ອພວກເຈົ້າອາດຈະກາຍເປັນສະມາຊິກຂອງກຸ່ມນີ້ ຫຼື ບາງເທື່ອອາດມີພຽງແຕ່ເຄິ່ງໜຶ່ງ ຫຼື ພຽງແຕ່ບາງຄົນເທົ່ານັ້ນ ເຊິ່ງມັນກໍຂຶ້ນກັບເຈດຕະນາຂອງພວກເຈົ້າ ແລະ ການສະແຫວງຫາຂອງພວກເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 12)

ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະລະພຣະອົງເອງ ແລະ ຍອມຖືກຄືງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 13)

ພາລະກິດທັງໝົດທີ່ຖືກປະຕິບັດດ້ວຍແຜນການຄຸ້ມຄອງຫົກພັນປີແມ່ນຫາກໍມາເຖິງຈຸດສິ້ນສຸດ. ມີພຽງແຕ່ຫຼັງຈາກທີ່ພາລະກິດທັງໝົດຖືກເປີດເຜີຍອອກໃຫ້ກັບມະນຸດ ແລະ ຖືກປະຕິບັດໃນທ່າມກາງມະນຸດ ມະນຸດຊາດທັງປວງຈຶ່ງຈະຮູ້ຈັກອຸປະນິໄສທຸກຢ່າງຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເມື່ອພາລະກິດໃນຂັ້ນຕອນນີ້ຖືກເຮັດໃຫ້ສຳເລັດຢ່າງສົມບູນ, ຄວາມເລິກລັບທັງປວງທີ່ມະນຸດບໍ່ເຂົ້າໃຈກໍຈະຖືກເປີດເຜີຍອອກ, ຄວາມຈິງທຸກຢ່າງທີ່ບໍ່ເຂົ້າໃຈກ່ອນໜ້ານີ້ກໍຈະຖືກເຮັດໃຫ້ຈະແຈ້ງຂຶ້ນ ແລະ ມະນຸດຊາດຈະຮັບຮູ້ເຖິງເສັ້ນທາງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ. ນີ້ແມ່ນພາລະກິດທັງໝົດທີ່ຈະຖືກປະຕິບັດໃນຂັ້ນຕອນປັດຈຸບັນ. ເຖິງແມ່ນວ່າເສັ້ນທາງທີ່ມະນຸດເດີນໃນປັດຈຸບັນເປັນເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສັນທາງແຫ່ງຄວາມທຸກທໍລະມານ ແຕ່ສິ່ງທີ່ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດກິນ ດຶ່ມ ແລະ ຊື່ນຊົມທຸກມື້ນີ້ແມ່ນແຕກຕ່າງຢ່າງສິ້ນເຊີງຈາກສິ່ງທີ່ມະນຸດໄດ້ຮັບຢູ່ພາຍໃຕ້ພຣະບັນຍັດ ແລະ ໃນຍຸກແຫ່ງພຣະຄຸນ. ສິ່ງທີ່ມະນຸດຮຽກຮ້ອງໃນປັດຈຸບັນບໍ່ຄືກັບສິ່ງທີ່ຮຽກຮ້ອງໃນອະດີດ ແລະ ຍິ່ງໄປກວ່ານັ້ນກໍບໍ່ຄືກັບສິ່ງທີ່ໄດ້ຮຽກຮ້ອງຈາກມະນຸດໃນຍຸກພຣະບັນຍັດ. ແລ້ວແມ່ນຫຍັງຄືສິ່ງທີ່ຮຽກຮ້ອງຈາກມະນຸດພາຍໃຕ້ກົດພຣະບັນຍັດໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ? ມັນກໍບໍ່ມີຫຍັງຫຼາຍໄປກວ່າໃຫ້ມະນຸດຮັກສາວັນຊະບາໂຕ ແລະ ພຣະບັນຍັດຂອງພຣະເຢໂຮວາ. ໃນຍຸກນັ້ນບໍ່ມີຜູ້ໃດເຮັດວຽກໃນວັນຊະບາໂຕ ແລະ ລະເມີດພຣະບັນຍັດຂອງພຣະເຢໂຮວາ. ແຕ່ໃນປັດຈຸບັນບໍ່ເປັນແບບນັ້ນ. ໃນວັນຊະບາໂຕ ມະນຸດຈະເຮັດວຽກ, ຊຸມນຸມ ແລະ ອະທິຖານເປັນປົກກະຕິ ແລະ ບໍ່ມີຂໍ້ຫ້າມໃດໆສໍາລັບພວກເຂົາ. ສ່ວນຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນ ນັ້ນແມ່ນຕ້ອງໄດ້ຮັບບັບຕິດສະມາ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງຕ້ອງໄດ້ຖືກຮຽກຮ້ອງໃຫ້ອົດອາຫານ, ຫັກເຂົ້າຈີ່, ດຶ່ມເຫຼົ່າ, ຜ້າປົກຄຸມຫົວ ແລະ ໃຫ້ພວກເຂົາລ້າງຕີນໃຫ້ຄົນອື່ນ. ໃນປັດຈຸບັນ ກົດເກນເຫຼົ່ານີ້ຖືກຍົກເລີກໄປໝົດແລ້ວ ແຕ່ຄວາມຮຽກຮ້ອງຕ້ອງການຈາກມະນຸດແມ່ນເພິ່ມຫຼາຍຂຶ້ນ ເນື່ອງຈາກວ່າ ພາລະກິດຂອງພຣະເຈົ້າໄດ້ລົງເລິກເຂົ້າໄປຢ່າງບໍ່ສິ້ນສຸດ ແລະ ທາງເຂົ້າຂອງມະນຸດແມ່ນຍິ່ງສູງຂຶ້ນ. ໃນອະດີດ ພຣະເຢຊູວາງມືຂອງພຣະອົງໃສ່ມະນຸດ ແລະ ອະທິຖານ ແຕ່ປັດຈຸບັນເມື່ອທຸກສິ່ງໄດ້ກ່າວໄປໝົດແລ້ວ ຈະມີປະໂຫຍດຫຍັງກັບການວາງມືໃສ່ມະນຸດ? ພຽງພຣະທໍາເທົ່ານັ້ນກໍສາມາດບັນລຸຜົນໄດ້ແລ້ວ. ເມື່ອພຣະອົງວາງມືຂອງພຣະອົງໃສ່ມະນຸດໃນອະດີດ, ມັນແມ່ນການໃຫ້ພອນມະນຸດ ແລະ ຍັງເປັນການຮັກສາເຂົາໃຫ້ຫາຍຈາກໂລກໄພໄຂ້ເຈັບ. ນີ້ແມ່ນວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລານັ້ນ, ແຕ່ມັນບໍ່ແມ່ນແບບນັ້ນໃນປັດຈຸບັນ. ທຸກມື້ນີ້ ພຣະວິນຍານບໍລິສຸດໃຊ້ພຣະທຳເພື່ອປະຕິບັດພາລະກິດ ແລະ ເພື່ອບັນລຸຜົນ. ພຣະທຳຂອງພຣະອົງຖືກເຮັດໃຫ້ຊັດເຈນຕໍ່ພວກເຈົ້າ ແລະ ພວກເຈົ້າຄວນນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດດັ່ງທີ່ພວກເຈົ້າໄດ້ຖືກມອບໝາຍໄວ້. ພຣະທຳຂອງພຣະອົງຄືຄວາມປະສົງຂອງພຣະອົງ; ສິ່ງເຫຼົ່ານັ້ນແມ່ນພາລະກິດທີ່ພຣະອົງປາຖະໜາທີ່ຈະປະຕິບັດ. ຜ່ານທາງພຣະທຳຂອງພຣະອົງ, ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງໃຫ້ເຈົ້າບັນລຸ ແລະ ເຈົ້າພຽງແຕ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດໂດຍກົງ ໂດຍບໍ່ຈຳເປັນຕ້ອງວາງມືໃສ່ໃຜ. ບາງຄົນເວົ້າວ່າ “ຂໍໃຫ້ວາງມືຂອງພຣະອົງໃສ່ຂ້ານ້ອຍ! ຂໍໃຫ້ວາງມືຂອງພຣະອົງໃສ່ຂ້ານ້ອຍເພື່ອຂ້ານ້ອຍຈະໄດ້ຮັບພອນຈາກພຣະອົງ ແລະ ເພື່ອຂ້ານ້ອຍຈະເປັນສ່ວນໜຶ່ງຂອງພຣະອົງ”. ທຸກສິ່ງເຫຼົ່ານີ້ແມ່ນການປະຕິບັດທີ່ລ້າສະໄໝໃນອະດີດ, ປັດຈຸບັນນີ້ໄດ້ເຊົາໃຊ້ແລ້ວ, ເພາະວ່າຍຸກໄດ້ປ່ຽນແປງໄປ. ພຣະວິນຍານບໍລິສຸດປະຕິບັດພາລະກິດຕາມຍຸກ, ບໍ່ໄດ້ປະຕິບັດໂດຍບັງເອີນ ຫຼື ປະຕິບັດໃຫ້ສອດຄ່ອງກັບກົດລະບຽບໃດໜຶ່ງທີ່ກໍານົດຂຶ້ນ. ຍຸກໄດ້ປ່ຽນໄປ ແລະ ຍຸກໃໝ່ຈຳເປັນຕ້ອງມີພາລະກິດໃໝ່. ສິ່ງນີ້ເປັນຄວາມຈິງຂອງທຸກຂັ້ນຕອນຂອງພາລະກິດ ແລະ ສະນັ້ນ ພາລະກິດຂອງພຣະອົງຈຶ່ງບໍ່ເຄີຍຖືກເຮັດຊໍ້າກັນຈັກເທື່ອ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູປະຕິບັດພາລະກິດປະເພດດັ່ງກ່າວຫຼາຍພໍສົມຄວນ ເຊັ່ນ: ການຮັກສາຄົນເຈັບປ່ວຍ, ການຂັບໄລ່ຜີຮ້າຍ, ການວາງມືຂອງພຣະອົງໃສ່ມະນຸດເພື່ອອະທິຖານໃຫ້ກັບເຂົາ ແລະ ປະທານພອນໃຫ້ແກ່ມະນຸດ. ແຕ່ການປະຕິບັດແບບນັ້ນອີກຄັ້ງຈະບໍ່ມີຄວາມໝາຍຫຍັງໃນປັດຈຸບັນ. ໃນເວລານັ້ນ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນລັກສະນະນັ້ນກໍຍ້ອນວ່າ ມັນເປັນຍຸກແຫ່ງພຣະຄຸນ ແລະ ໃນຍຸກນັ້ນແມ່ນມີຄວາມເມດຕາກະລຸນາຕໍ່ມະນຸດຢ່າງຫຼວງຫຼາຍ. ບໍ່ມີການຮຽກຮ້ອງໃຫ້ເຂົາຈ່າຍລາຄາ ບໍ່ວ່າໃນຮູບແບບໃດກໍຕາມ ແລະ ຕາບໃດທີ່ເຂົາມີຄວາມເຊື່ອ ເຂົາກໍຈະໄດ້ຮັບຄວາມກະລຸນາ. ທຸກຄົນຖືກປະຕິບັດດ້ວຍຄວາມເມດຕາຢ່າງຫຼວງຫຼາຍ. ປັດຈຸບັນນີ້ ຍຸກໄດ້ປ່ຽນແປງແລ້ວ ແລະ ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າຂຶ້ນ. ການຕໍ່ຕ້ານຂອງມະນຸດ ແລະ ສິ່ງທີ່ສົກກະປົກພາຍໃນມະນຸດຈະຖືກລົບລ້າງຜ່ານການຕີສອນ ແລະ ການພິພາກສາ. ຂັ້ນຕອນນັ້ນເປັນຂັ້ນຕອນແຫ່ງການໄຖ່ບາບ, ພຣະເຈົ້າຈໍາເປັນຕ້ອງປະຕິບັດພາລະກິດດ້ວຍວິທີນັ້ນ ເຊິ່ງພຣະອົງໄດ້ສະແດງພຣະຄຸນຢ່າງພຽງພໍໃຫ້ມະນຸດໄດ້ຊື່ນຊົມ ເພື່ອວ່າມະນຸດຈະໄດ້ຮັບການໄຖ່ບາບ ແລະ ດ້ວຍວິທີທາງແຫ່ງພຣະຄຸນ ພວກເຂົາຈະໄດ້ຮັບການອະໄພຈາກຄວາມຜິດບາບຂອງພວກເຂົາ. ແຕ່ຂັ້ນຕອນປັດຈຸບັນນີ້ແມ່ນເພື່ອເປີດເຜີຍຄວາມບໍ່ຊອບທໍາພາຍໃນມະນຸດດ້ວຍວິທີການຕີສອນ, ການພິພາກສາ, ການລົງໂທດດ້ວຍພຣະທໍາ ພ້ອມດ້ວຍວິໄນ ແລະ ການເປີດເຜີຍພຣະທໍາ ເພື່ອມະນຸດຈະໄດ້ລອດພົ້ນ. ນີ້ແມ່ນພາລະກິດທີ່ເລິກເຊິ່ງກວ່າການໄຖ່ບາບ. ຄວາມກະລຸນາໃນຍຸກແຫ່ງພຣະຄຸນແມ່ນພຽງພໍສໍາລັບການຊື່ນຊົມຂອງມະນຸດ; ບັດນີ້ເມື່ອມະນຸດໄດ້ສໍາພັດກັບພຣະຄຸນນີ້ແລ້ວ, ພວກເຂົາບໍ່ຈໍາເປັນຕ້ອງຊື່ນຊົມມັນອີກຕໍ່ໄປ. ພາລະກິດນີ້ໄດ້ຜ່ານໄປແລ້ວ ແລະ ບໍ່ຕ້ອງປະຕິບັດມັນອີກຕໍ່ໄປ. ບັດນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຜ່ານການພິພາກສາແຫ່ງພຣະທໍາ. ຫລັງຈາກທີ່ມະນຸດຖືກຕັດສິນ, ຕີສອນ ແລະ ຊໍາລະລ້າງ ຈາກນັ້ນອຸປະນິໄສຂອງພວກເຂົາກໍໄດ້ຮັບການປ່ຽນແປງ. ທັງໝົດນີ້ບໍ່ແມ່ນຍ້ອນພຣະທໍາທີ່ເຮົາໄດ້ກ່າວບໍ? ແຕ່ລະຂັ້ນຕອນຂອງພາລະກິດແມ່ນຖືກປະຕິບັດອີງຕາມຄວາມກ້າວໜ້າຂອງມວນມະນຸດຊາດ ແລະ ອີງຕາມຍຸກສະໄໝນັ້ນ. ພາລະກິດທັງໝົດມີຄວາມສໍາຄັນ ແລະ ຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຄັ້ງສຸດທ້າຍ ເພື່ອມະນຸດອາດມີຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ເພື່ອມະນຸດຊາດຈະໄດ້ຖືກຈັດແບ່ງອອກອີງຕາມປະເພດຂອງພວກເຂົາໃນທີ່ສຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 14)

ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຕ້ອງການຄຳພະຍານຂອງມະນຸດ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ເປົ້າໝາຍຂອງການສູ້ຮົບກໍຄືຊາຕານ ໃນຂະນະທີ່ຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພາລະກິດນີ້ແມ່ນມະນຸດ. ບໍ່ວ່າພາລະກິດຂອງພຣະເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຂຶ້ນກັບລັກສະນະຂອງການເປັນພະຍານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ການເປັນພະຍານນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຄົນທີ່ຕິດຕາມພຣະອົງ; ມັນຄືການເປັນພະຍານທີ່ເກີດຂຶ້ນຕໍ່ໜ້າຊາຕານ ແລະ ຍັງເປັນເຄື່ອງພິສູດເຖິງຜົນສະທ້ອນຂອງພາລະກິດຂອງພຣະອົງ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຍຸກ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ແມ່ນປະກອບດ້ວຍມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ການປາກົດແຫ່ງພຣະທໍາໃນເນື້ອຫນັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເງື່ອນໄຂຂອງມະນຸດໃນການເປັນປະຈັກພະຍານກໍຈະສູງຂຶ້ນເຊັ່ນກັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ເຂົາກໍຍິ່ງສັນລະເສີນພຣະເຈົ້າຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ ແລະ ເມື່ອພາລະກີດຂອງພຣະເຈົ້າເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດກໍຈະເຖິງຈຸດສູງສຸດ. ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ໃນປັດຈຸບັນ ມະນຸດຕ້ອງເຊື່ອຟັງ ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ໃນທີ່ສຸດ ບໍ່ວ່າຈະຢູ່ໃນສະພາບທຸກຍາກລໍ່າບາກພຽງໃດກໍຕາມ ເຂົາກໍ ຕ້ອງຍັງຮັກພຣະເຈົ້າສະເໝີ. ສາມຍຸກເຫຼົ່ານີ້ແມ່ນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເທື່ອລະບາດກ້າວ ຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງ. ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າເກົ່າ ແລະ ເງື່ອນໄຂຂອງມະນຸດໃນແຕ່ລະຂັ້ນຕອນກໍເລິກເຊິ່ງຂຶ້ນກວ່າເກົ່າ. ດ້ວຍວິທີນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ມັນແມ່ນຍ້ອນເງື່ອນໄຂຂອງມະນຸດສູງຂຶ້ນທີ່ເຮັດໃຫ້ອຸປະນິໄສຂອງມະນູດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງເລີ່ມຄ່ອຍໆຫຼຸດພົ້ນອອກຈາກອິທິພົນຂອງຊາຕານ, ຈົນກວ່າເມື່ອພາລະກິດຂອງພຣະເຈົ້າຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິທິພົນຂອງຊາຕານໄດ້. ເມື່ອເວລານັ້ນມາເຖິງ, ພາລະກິດຂອງພຣະເຈົ້າກໍຈະເຖິງຈຸດສິ້ນສຸດ ແລະ ການຮ່ວມມືຂອງມະນຸດກັບພຣະເຈົ້າເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາກໍຈະບໍ່ມີຢູ່ອີກ ແລະ ມະນຸດຊາດທັງປວງກໍຈະດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ຈາກນັ້ນເປັນຕົ້ນໄປ ກໍຈະບໍ່ມີການກະບົດ ຫຼື ການຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດອີກ ແລະ ຈະມີການຮ່ວມມືຢ່າງປອງດອງລະຫວ່າງມະນຸດ ແລະ ພຣະເຈົ້າຫຼາຍຂຶ້ນ ເຊິ່ງຈະເປັນຊີວິດຂອງມະນຸດ ແລະ ພຣະເຈົ້າຢູ່ຮ່ວມກັນ, ຊີວິດທີ່ມາຈາກການຄຸ້ມຄອງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສຳເລັດຢ່າງສົມບູນ ແລະ ຫຼັງຈາກທີ່ມະນຸດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຈາກການຈັບກຸມຂອງຊາຕານ. ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດແມ່ນບໍ່ສາມາດບັນລຸຊີວິດດັ່ງກ່າວໄດ້. ພວກເຂົາຈະປ່ອຍໃຫ້ຕົນເອງຕົກລົງສູ່ຄວາມມືດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ; ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຕິດຕາມພຣະອົງ ຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ເຊື່ອຟັງພາລະກິດທັງໝົດຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 15)

ທົ່ວພາລະກິດແຫ່ງການຄຸ້ມຄອງທັງໝົດ, ພາລະກິດທີ່ສຳຄັນທີ່ສຸດແມ່ນຄວາມລອດພົ້ນຂອງມະນຸດຈາກອິດທິພົນຂອງຊາຕານ. ພາລະກິດສຳຄັນແມ່ນການເອົາຊະນະມະນຸດທີ່ເສື່ອມຊາມຢ່າງສົມບູນ, ແລ້ວສຸດທ້າຍກໍຟື້ນຟູຄວາມເຄົາລົບບູຊາອັນດັ່ງເດີມຂອງພຣະເຈົ້າທີ່ຢູ່ໃນຫົວໃຈຂອງມະນຸດທີ່ຖືກເອົາຊະນະ ແລະ ເຮັດໃຫ້ເຂົາມີຊີວິດທຳມະດາ ເຊິ່ງໝາຍເຖິງ ຊີວິດທຳມະດາແຫ່ງສິ່ງຖືກສ້າງຂອງພຣະເຈົ້າ. ພາລະກິດນີ້ສຳຄັນຫຼາຍ ແລະ ເປັນແກ່ນແທ້ງຂອງແຜນການຄຸ້ມຄອງ. ໃນພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນ, ພາລະກິດຂັ້ນຕອນທຳອິດໃນຍຸກແຫ່ງພຣະບັນຍັດແມ່ນໄກຈາກແກ່ນແທ້ຂອງພາລະກິດແຫ່ງການຄຸ້ມຄອງ; ມັນມີພຽງຮູບລັກສະນະເລັກນ້ອຍຂອງພາລະກິດແຫ່ງຄວາມລອດພົ້ນເທົ່ານັ້ນ ແລະ ບໍ່ແມ່ນການເລີ່ມຕົ້ນພາລະກິດຂອງພຣະເຈົ້າໃນການຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຳນາດຂອງຊາຕານ. ພາລະກິດຂັ້ນຕອນທຳອິດຖືກປະຕິບັດໂດຍພຣະວິນຍານໂດຍກົງ ຍ້ອນວ່າພາຍໃຕ້ພຣະບັນຍັດ ມະນຸດພຽງແຕ່ຮູ້ປະຕິບັດຕາມພຣະບັນຍັດເທົ່ານັ້ນ ແລະ ບໍ່ມີຄວາມຈິງຫຍັງເລີຍ ແລະ ຍ້ອນວ່າ ພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ກ່ຽວພັນເຖິງການປ່ຽນແປງອຸປະນິໄສຂອງມະນຸດ ແລ້ວແຮງໄກທີ່ມັນຈະກ່ຽວຂ້ອງກັບພາລະກິດໃນການຊ່ວຍເຫຼືອມະນຸດຈາກອຳນາດຂອງຊາຕານ. ສະນັ້ນ ພຣະວິນຍານຂອງພຣະເຈົ້າຈຶ່ງໄດ້ບັນລຸຂັ້ນຕອນພາລະກິດທີ່ງ່າຍທີ່ສຸດນີ້ ໂດຍບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຂັ້ນຕອນຂອງພາລະກິດນີ້ມີສ່ວນກ່ຽວຂ້ອງພຽງໜ້ອຍດຽວກ່ຽວກັບແກ່ນແທ້ຂອງການຄຸ້ມຄອງ ແລະ ບໍ່ມີຄວາມສຳພັນຫຍັງຫຼາຍກັບພາລະກິດທີ່ເປັນທາງການຂອງຄວາມລອດພົ້ນຂອງມະນຸດ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ. ພາລະກິດທີ່ພຣະວິນຍານປະຕິບັດແມ່ນອ້ອມຄ້ອມ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ມັນເປັນຕາຢ້ານກົວ ແລະ ບໍ່ສາມາດເຂົ້າເຖິງໄດ້ໂດຍມະນຸດ; ພຣະວິນຍານບໍ່ເໝາະສົມແກ່ການປະຕິບັດພາລະກິດແຫ່ງຄວາມລອດພົ້ນໂດຍກົງ ແລະ ບໍ່ເໝາະສົມທີ່ຈະສະໜອງຊີວິດໃຫ້ກັບມະນຸດໂດຍກົງ. ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດກໍຄືການປ່ຽນແປງພາລະກິດແຫ່ງພຣະວິນຍານເຂົ້າໃນວິທີການທີ່ໃກ້ຊິດກັບມະນຸດ ເຊິ່ງໝາຍຄວາມວ່າ ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດແມ່ນການໃຫ້ພຣະເຈົ້າກາຍເປັນບຸກຄົນທີ່ປົກກະຕິ ແລະ ທຳມະດາເພື່ອປະຕິບັດພາລະກິດຂອງພຣະອົງ. ສິ່ງນີ້ຈຶ່ງຈຳເປັນໃຫ້ພຣະເຈົ້າບັງເກີດເປັນມະນຸດເພື່ອແທນພາລະກິດຂອງພຣະວິນຍານ ແລະ ສຳລັບມະນຸດແລ້ວ ວິທີທາງທີ່ພຣະເຈົ້າປະຕິບັດພາລະກິດແມ່ນເໝາະສົມທີ່ສຸດ. ທ່າມກາງພາລະກິດສາມຂັ້ນຕອນເຫຼົ່ານີ້, ສອງຂັ້ນຕອນຖືກປະຕິບັດໂດຍເນື້ອໜັງ ແລະ ສອງຂັ້ນຕອນເຫຼົ່ານີ້ແມ່ນໄລຍະທີ່ສຳຄັນຂອງພາລະກິດແຫ່ງການຄຸ້ມຄອງ. ການບັງເກີດເປັນມະນຸດທັງສອງຄັ້ງແມ່ນຕື່ມເຕັມເຊິ່ງກັນແລະກັນ ແລະ ເຮັດໃຫ້ທັງສອງຄັ້ງສົມບູນຂຶ້ນ. ຂັ້ນຕອນທຳອິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າວາງພື້ນຖານສຳລັບຂັ້ນຕອນທີສອງ ແລະ ສາມາດເວົ້າໄດ້ວ່າ ການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າແມ່ນເປັນອັນໜຶ່ງອັນດຽວ ແລະ ສອດຄ່ອງກັນແລະກັນ. ພາລະກິດສອງຂັ້ນຕອນຂອງພຣະເຈົ້າຖືກປະຕິບັດໂດຍພຣະເຈົ້າໃນຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ຍ້ອນວ່າ ພາລະກິດເຫຼົ່ານັ້ນສຳຄັນຫຼາຍຕໍ່ແຜນການຄຸ້ມຄອງທັງໝົດຂອງພຣະອົງ. ເກືອບເວົ້າໄດ້ວ່າ ຫາກປາສະຈາກພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ, ພາລະກິດແຫ່ງການຄຸ້ມຄອງທັງໝົດກໍຈະຖືກເຊົາໃນທີ່ສຸດ ແລະ ພາລະກິດແຫ່ງການຊ່ວຍເຫຼືອມະນຸດໃຫ້ລອດພົ້ນກໍຈະເປັນພຽງການເວົ້າແຕ່ປາກ. ພາລະກິດນີ້ຈະສຳຄັນ ຫຼື ບໍ່ ແມ່ນຂຶ້ນກັບຄວາມຕ້ອງການຂອງມະນຸດຊາດ ແລະ ຄວາມເປັນຈິງແຫ່ງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຄວາມຮຸນແຮງຂອງຄວາມບໍ່ເຊື່ອຟັງຂອງຊາຕານ ແລະ ການທີ່ມັນລົບກວນພາລະກິດ. ຄົນທີ່ເໝາະສົມສຳລັບໜ້າທີ່ແມ່ນຖືກກຳນົດລ່ວງໜ້າໂດຍທຳມະຊາດຂອງພາລະກິດຂອງພວກເຂົາ ແລະ ຄວາມສຳຄັນຂອງພາລະກິດນັ້ນ. ເມື່ອເວົ້າເຖິງຄວາມສຳຄັນຂອງພາລະກິດນີ້, ໃນປະເດັນທີ່ວ່າ ວິທີການໃດຂອງພາລະກິດທີ່ຈະຕ້ອງນໍາໃຊ້: ພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຫຼື ພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ຫຼື ພາລະກິດທີ່ປະຕິບັດຜ່ານທາງມະນຸດ, ພາລະກິດທຳອິດທີ່ຈະຖືກຕັດອອກແມ່ນພາລະກິດທີ່ປະຕິບັດຜ່ານທາງມະນຸດ ແລະ ອີງຕາມທຳມະຊາດຂອງພາລະກິດ ແລະ ລະຫວ່າງທຳມະຊາດຂອງພາລະກິດຂອງພຣະວິນຍານກັບພາລະກິດຂອງເນື້ອໜັງ, ໃນທີ່ສຸດ ຈິ່ງຖືກຕັດສິນວ່າ ພາລະກິດທີ່ເນື້ອໜັງປະຕິບັດມີປະໂຫຍດສຳລັບມະນຸດຫຼາຍກວ່າພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ ແລະ ພາລະກິດດັ່ງກ່າວແມ່ນມີຂໍ້ດີຫຼາຍກວ່າ. ນີ້ແມ່ນຄວາມຄິດຂອງພຣະເຈົ້າໃນເວລາພຣະອົງຕັດສິນວ່າ ພາລະກິດຂອງພຣະອົງຈະຖືກປະຕິບັດໂດຍພຣະວິນຍານ ຫຼື ໂດຍເນື້ອໜັງ. ມັນມີຄວາມໝາຍ ແລະ ພື້ນຖານສຳລັບພາລະກິດແຕ່ລະຂັ້ນຕອນ. ພາລະກິດເຫຼົ່ານັ້ນບໍ່ແມ່ນຈິນຕະນາການທີ່ບໍ່ມີພື້ນຖານ ຫຼື ພາລະກິດເຫຼົ່ານັ້ນບໍ່ໄດ້ຖືກປະຕິບັດຕາມອຳເພີໃຈ; ມີສະຕິປັນຍາທີ່ແນ່ນອນໃນພາລະກິດເຫຼົ່ານັ້ນ. ນັ້ນຄືຄວາມຈິງທີ່ຢູ່ເບື້ອງຫຼັງທັງໝົດຂອງພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ ແຜນການຂອງພຣະເຈົ້າຍິ່ງມີຫຼາຍໃນພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ. ດ້ວຍເຫດນັ້ນ ສະຕິປັນຍາຂອງພຣະເຈົ້າ ແລະ ຄວາມເປັນຢູ່ທັງໝົດຂອງພຣະອົງຈຶ່ງສະທ້ອນເຖິງການກະທຳ, ຄວາມຄິດ ແລະ ແນວຄິດທຸກຢ່າງຂອງພຣະອົງໃນການປະຕິບັດພາລະກິດ; ນີ້ແມ່ນຄວາມເປັນຢູ່ຂອງພຣະເຈົ້າທີ່ຊັດເຈນ ແລະ ເປັນລະບົບຫຼາຍຂຶ້ນ. ຄວາມຄິດ ແລະ ແນວຄິດທີ່ຫຼັກແຫຼມເຫຼົ່ານີ້ແມ່ນຍາກທີ່ຈະໃຫ້ມະນຸດຈິນຕະນາການ ແລະ ຍາກທີ່ຈະໃຫ້ມະນຸດເຊື່ອ ແລະ ຍິ່ງໄປກວ່ານັ້ນແມ່ນຍາກທີ່ຈະໃຫ້ມະນຸດຮູ້. ພາລະກິດທີ່ມະນຸດປະຕິບັດແມ່ນອີງຕາມຫຼັກການທົ່ວໄປ ເຊິ່ງສຳລັບມະນຸດແລ້ວ ມັນເປັນທີ່ພໍໃຈຢ່າງສູງ. ແຕ່ເມື່ອປຽບທຽບກັບພາລະກິດຂອງພຣະເຈົ້າແລ້ວ ແມ່ນມີຄວາມບໍ່ເທົ່າທຽມກັນຫຼາຍເກີນໄປແທ້ໆ; ເຖິງແມ່ນ ການກະທຳຂອງພຣະເຈົ້າຍິ່ງໃຫຍ່ ແລະ ພາລະກິດຂອງພຣະເຈົ້າຢູ່ໃນລະດັບທີ່ໃຫຍ່ຫຼວງ, ເບື້ອງຫຼັງສິ່ງເຫຼົ່ານັ້ນແມ່ນມີຫຼາຍນາທີ ແລະ ແຜນການ ແລະ ການຈັດແຈງຢ່າງຊັດເຈນເຊິ່ງມະນຸດບໍ່ສາມາດຈິນຕະນາການໄດ້. ພາລະກິດທຸກຂັ້ນຕອນຂອງພຣະອົງບໍ່ພຽງແຕ່ອີງຕາມຫຼັກການເທົ່ານັ້ນ, ແຕ່ຍັງມີຫຼາຍສິ່ງທີ່ພາສາມະນຸດບໍ່ສາມາດອະທິບາຍໄດ້ ແລະ ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເຫັນໄດ້. ບໍ່ວ່າມັນເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະພາລະກິດແມ່ນຢູ່ໃນແຜນການພາລະກິດຂອງພຣະອົງ. ພຣະອົງບໍ່ປະຕິບັດພາລະກິດໂດຍບໍ່ມີຫຼັກການ ແລະ ບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ. ເມື່ອພຣະວິນຍານປະຕິບັດພາລະກິດໂດຍກົງ ພຣະອົງກໍມີເປົ້າໝາຍຂອງພຣະອົງ ແລະ ເມື່ອພຣະອົງກາຍເປັນມະນຸດ (ເຊິ່ງໝາຍຄວາມວ່າ ເມື່ອພຣະອົງປ່ຽນແປງເປືອກນອກຂອງພຣະອົງ) ເພື່ອປະຕິບັດພາລະກິດ, ພຮະອົງກໍຍິ່ງມີເປົ້າໝາຍຂອງພຣະອົງຫຼາຍຂຶ້ນ. ແລ້ວມີເຫດຜົນຫຍັງພຣະອົງຈຶ່ງປ່ຽນແປງຕົວຕົນຂອງພຣະອົງຢ່າງລໍາພັງແບບນັ້ນ? ມີເຫດຜົນຫຍັງພຣະອົງຈຶ່ງກາຍເປັນຄົນທີ່ຖືວ່າຕໍ່າຕ້ອຍ ແລະ ຖືກຂົ່ມເຫັງຢ່າງລໍາພັງໃຈ?

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 16)

ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜັນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄືງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູ້ງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫິນແຫ່ງພາລະກິດການໄຖບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖຶກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສະມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ. ພາລະກິດໃນຂັ້ນຕອນນີ້ແມ່ນປະຕິບັດບົນພື້ນຖານຂອງພາລະກິດຂອງຍຸກແຫ່ງພຣະຄຸນ. ຖ້າສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ບໍ່ກ່ຽວຂ້ອງກັນ ແລ້ວເຫດໃດການຖືກຄຶງເທິງໄມ້ກາງແຂນຈຶ່ງບໍ່ເກີດຂຶ້ນອີກໃນຍຸກນີ້? ເປັນຫຍັງເຮົາຈຶ່ງບໍ່ແບກຮັບເອົາບາບຂອງມະນຸດ, ແຕ່ກົງກັນຂ້າມ ເຮົາໄດ້ມາເພື່ອພິພາກສາ ແລະ ຂ້ຽນຕີມະນຸດໂດຍກົງ? ຖ້າພາລະກິດຂອງເຮົາໃນການພິພາກສາ ແລະ ຂ້ຽນຕີມະນຸດ ແລະ ການມາເຖິງຂອງເຮົາໃນຕອນນີ້ທີ່ບໍ່ໄດ້ມາຍ້ອນແນວຄວາມຄິດຂອງພຣະວິນຍານບໍລິສຸດນັ້ນ ບໍ່ໄດ້ມາຫຼັງຈາກການຖືກຄຶງທີ່ໄມ້ກາງແຂນ, ແລ້ວເຮົາກໍຈະມີຄຸນສົມບັດໃຫ້ພິພາກສາ ແລະ ຂ້ຽນຕີມະນຸດ. ມັນເປັນຍ້ອນເຮົາເປັນຜູ້ທີ່ຢູ່ກັບພຣະເຢຊູແທ້ໆ ເຮົາຈຶ່ງມາເພື່ອຂ້ຽນຕີ ແລະ ພິພາກສາມະນຸດໂດຍກົງ. ພາລະກິດໃນຂັ້ນຕອນນີ້ແມ່ນສ້າງຂຶ້ນທັງໝົດອີງຕາມພາລະກິດໃນຂັ້ນຕອນຜ່ານມາ. ເພາະສະນັ້ນ ມີພຽງພາລະກິດປະເພດນີ້ເທົ່ານັ້ນທີ່ສາມາດນໍາພາມະນຸດເຂົ້າສູ່ຄວາມລອດພົ້ນໄດ້ ໂດຍເທື່ອລະກ້າວ. ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ; ເຖິງແມ່ນວ່າເນື້ອຫາຂອງສິ່ງທີ່ພວກເຮົາກະທໍາ ແລະ ພາລະກິດທີ່ພວກເຮົາດໍາເນີນຈະບໍ່ຄືກັນ, ແຕ່ພວກເຮົາແມ່ນຄືກັນໃນດ້ານແກ່ນແທ້; ເນື້ອໜັງຂອງພວກເຮົາແມ່ນຢູ່ໃນຮູບແບບທີ່ແຕກຕ່າງກັນ, ແຕ່ນີ້ແມ່ນຍ້ອນການປ່ຽນແປງໃນຍຸກ ແລະ ຄວາມຕ້ອງການຂອງພາລະກິດຂອງພວກເຮົາທີ່ແຕກຕ່າງກັນ; ພັນທະກິດຂອງພວກເຮົາບໍ່ຄືກັນ ດັ່ງນັ້ນພາລະກິດທີ່ພວກເຮົານໍາມາ ແລະ ອຸປະນິໄສທີ່ພວກເຮົາເປີດເຜີຍຕໍ່ມະນຸດແມ່ນແຕກຕ່າງເຊັ່ນກັນ. ນັ້ນຄືເຫດຜົນທີ່ມະນຸດເຫັນ ແລະ ເຂົ້າໃຈວ່າ ມື້ນີ້ແມ່ນບໍ່ຄືສິ່ງທີ່ຜ່ານມາ, ນີ້ເປັນຍ້ອນການປ່ຽນແປງໃນຍຸກ. ເຖິງວ່າພຣະອົງທັງສອງຈະມີຄວາມແຕກຕ່າງທາງເພດ ແລະ ຮູບຮ່າງດ້ານເນື້ອໜັງພຣະອົງທັງສອງ ເຊິ່ງພຣະອົງທັງສອງບໍ່ໄດ້ບັງເກີດຈາກຄອບຄົວດຽວກັນ, ແຮງໄກທີ່ຢູ່ໃນຊ່ວງເວລາດຽວກັນອີກ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະອົງທັງສອງແມ່ນເປັນອົງດຽວກັນ. ເຖິງວ່າເນື້ອໜັງຂອງພຣະອົງທັງສອງບໍ່ໄດ້ມີເລືອດ ຫຼື ຄວາມສຳພັນທາງຮ່າງກາຍຊະນິດໃດໜຶ່ງ, ແຕ່ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງທັງສອງຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໃນສອງຊ່ວງເວລາທີ່ແຕກຕ່າງກັນ. ການທີ່ພຣະອົງທັງສອງບັງເກີດເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ ເປັນຄວາມຈິງທີ່ໂຕ້ແຍ່ງບໍ່ໄດ້. ເຖິງແມ່ນວ່າ ພຣະອົງທັງສອງບໍ່ແມ່ນສາຍເລືອດດຽວກັນ ແລະ ບໍ່ໄດ້ເວົ້າພາສາດຽວກັນ (ຜູ້ໜຶ່ງເປັນເພດຊາຍທີ່ເວົ້າພາສາຢີວ ແລະ ອີກຄົນໜຶ່ງເປັນເພດຍິງທີ່ເວົ້າແຕ່ພາສາຈີນເທົ່ານັ້ນ). ຍ້ອນສາເຫດເຫຼົ່ານີ້ ທີ່ພຣະອົງທັງສອງຈຶ່ງໄດ້ດໍາລົງຊີວິດຢູ່ໃນປະເທດທີ່ແຕກຕ່າງກັນ ແລະ ໃນຊ່ວງເວລາທີ່ແຕກຕ່າງກັນເຊັ່ນກັນ ເພື່ອປະຕິບັດພາລະກິດທີ່ເຮັດໃຫ້ແຕ່ລະອົງໄດ້ປະຕິບັດ. ເຖິງແມ່ນວ່າ ພຣະອົງທັງສອງຈະເປັນພຣະວິນຍານອົງດຽວກັນກໍຕາມ, ມີແກ່ນແທ້ຄືກັນ, ແຕ່ຮູບຮ່າງພາຍນອກຂອງພຣະອົງທັງສອງແມ່ນບໍ່ມີຄວາມຄ້າຍຄືກັນຈັກໜ້ອຍເລີຍ. ສິ່ງທີ່ພຣະອົງທັງສອງມີຄວາມຄ້າຍຄືກັນກໍມີພຽງຄວາມເປັນມະນຸດເທົ່ານັ້ນ, ແຕ່ເທົ່າທີ່ກ່ຽວກັບລັກສະນະພາຍນອກຂອງເນື້ອໜັງຂອງພຣະອົງທັງສອງ ແລະ ສະພາບການກໍາເນີດຂອງພຣະອົງທັງສອງ, ພຣະອົງທັງສອງແມ່ນບໍ່ຄືກັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດໃຜລາວຂອງພຣະອົງທັງສອງ ຫຼື ຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງທັງສອງ, ຍ້ອນວ່າ ໃນການວິເຄາະຂັ້ນສຸດທ້າຍກໍຈະເຫັນວ່າ ພຣະອົງທັງສອງແມ່ນເປັນພຣະວິນຍານອົງດຽວກັນ ແລະ ບໍ່ມີໃຜສາມາດແຍກພຣະອົງທັງສອງອອກຈາກກັນໄດ້. ເຖິງແມ່ນວ່າພຣະອົງທັງສອງຈະບໍ່ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ຊີວິດທັງໝົດຂອງພຣະອົງທັງສອງແມ່ນຄວບຄຸມພຣະວິນຍານຂອງພຣະອົງທັງສອງ ເຊິ່ງມອບໝາຍພາລະກິດທີ່ແຕກຕ່າງກັນໃຫ້ພຣະອົງທັງສອງນໍາໄປປະຕິບັດຢູ່ໃນຊ່ວງເວລາທີ່ແຕກຕ່າງກັນ ແລະ ເນື້ອໜັງຂອງພຣະອົງທັງສອງກໍມາຈາກສາຍເລືອດທີ່ຕ່າງກັນ. ພຣະວິນຍານຂອງພຣະເຢໂຮວາກໍບໍ່ແມ່ນພໍ່ຂອງພຣະວິນຍານຂອງພຣະເຢຊູ ແລະ ພຣະວິນຍານຂອງພຣະເຢຊູກໍບໍ່ແມ່ນບຸດຊາຍຂອງພຣະວິນຍານຂອງພຣະເຢໂຮວາ: ພຣະອົງທັງສອງຄືໜຶ່ງດຽວ ແລະ ເປັນພຣະວິນຍານອົງດຽວກັນ. ໃນທຳນອງດຽວກັນ ພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນ ແລະ ພຣະເຢຊູບໍ່ໄດ້ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ພຣະອົງທັງສອງຄືອົງດຽວກັນ ນີ້ກໍຍ້ອນວ່າພຣະວິນຍານຂອງພຣະອົງທັງສອງແມ່ນອັນດຽວກັນ. ພຣະເຈົ້າສາມາດປະຕິບັດພາລະກິດແຫ່ງຄວາມເມດຕາ ແລະ ຄວາມຮັກກະລຸນາ ພ້ອມດ້ວຍການພິພາກສາທີ່ທ່ຽງທໍາ ແລະ ການຂ້ຽນຕີມະນຸດ ແລະ ການສາບແຊ່ງມະນຸດ; ແລະໃນທີ່ສຸດ ພຣະອົງສະມາດປະຕິບັດພາລະກິດແຫ່ງການທໍາລາຍໂລກ ແລະ ລົງໂທດຄົນຊົ່ວ. ພຣະອົງບໍ່ໄດ້ກະທໍາທັງໝົດນີ້ດ້ວຍຕົນເອງບໍ? ແລ້ວນີ້ບໍ່ແມ່ນອຳນາດອັນໄພສານຂອງພຣະເຈົ້າບໍ? ພຣະອົງສາມາດປະກາດໃຊ້ກົດເກນເພື່ອມະນຸດ ແລະ ອອກກົດບັນຍັດໃຫ້ແກ່ພວກເຂົາ ແລະ ພ້ອມນີ້ ພຣະອົງຍັງສາມາດນໍາພາຊາວອິດສະຣາເອັນຊ່ວງທຳອິດໃຊ້ຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ຊີ້ນໍາພວກເຂົາໃຫ້ສ້າງພຣະວິຫານ ແລະ ແທ່ນບູຊາ, ຄຸມຊາວອິດສະຣາເອັນທຸກຄົນໃຫ້ຢູ່ພາຍໃຕ້ອຳນາດຂອງພຣະອົງ. ດ້ວຍສິດອໍານາດຂອງພຣະອົງ, ພຣະອົງດໍາລົງຢູ່ເທິງແຜ່ນດິນໂລກນີ້ກັບຊາວອິດສະຣາເອັນເປັນເວລາສອງພັນປີ. ຊາວອິດສະຣາເອັນບໍ່ກ້າກະບົດຕໍ່ພຣະອົງ; ທຸກຄົນເຄົາລົບບູຊາພຣະເຢໂຮວາ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ນີ້ແມ່ນພາລະກິດທີ່ໄດ້ກະທໍາອີງຄຸນງາມຄວາມດີແຫ່ງສິດອໍານາດຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ. ຫລັງຈາກນັ້ນ ໃນລະຫວ່າງຍຸກແຫ່ງຄຸນ ພຣະເຢຊູລົງມາເພື່ອໄຖ່ບາບໃຫ້ກັບມະນຸດຊາດທີ່ເສື່ອມໂຊມ (ແລະ ບໍ່ມີແຕ່ຊົນຊາດອິສຣະເອນເທົ່ານັ້ນ). ພຣະອົງສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມະນຸດ. ພຣະເຢຊູທີ່ມະນຸດເຫັນໃນຍຸກແຫ່ງພຣະຄຸນນັ້ນ ແມ່ນເຕັມໄປດ້ວຍຄວາມຮັກກະລຸນາ ແລະ ມີຄວາມຮັກໄຄ່ຕໍ່ມະນຸດສະເໝີ ດ້ວຍວ່າພຣະອົງໄດ້ລົງມາເພື່ອຊ່ວຍມະນຸດໃຫ້ພົ້ນບາບ. ພຣະອົງສະມາດອະໄພບາບໃຫ້ແກ່ມະນຸດ ຈົນກວ່າການໄຖ່ບາບທີ່ຖືກຄຶງໄສ່ໄມ້ກາງແຂນຂອງພຣະອົງໄດ້ໄຖ່ມະນຸດຈາກຄວາມບາບຢ່າງສົມບູນ. ໃນໄລຍະນີ້ ພຣະເຈົ້າປາກົດຕົວຕໍ່ໜ້າມະນຸດດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ ນັ້ນກໍຄື ພຣະອົງກາຍເປັນຜູ້ຖວາຍບາບໃຫ້ແກ່ມະນຸດ ແລະ ຖືກຄືງໄສ່ໄມ້ກາງແຂນເພື່ອໄຖ່ບາບໃຫ້ແກ່ມະນຸດ ເພື່ອວ່າພວກເຂົາຈະໄດ້ຮັບການໃຫ້ອະໄພເປັນນິດລັນດອນ. ພຣະອົງມີຄວາມເມດຕາ, ຄວາມກະລຸນາ, ຄວາມອົດທົນ ແລະ ຄວາມຮັກ. ເຊັ່ນດຽວກັນ ຜູ້ຄົນທີ່ຕິດຕາມພຣະເຢຊູໃນຍຸກແຫ່ງພຣະຄຸນ ແມ່ນພາກັນສະແຫວງຫາຄວາມໝັ້ນຄົງ ແລະ ຄວາມຮັກໃນທຸກໆສິ່ງ. ພວກເຂົາໄດ້ທົນທຸກທໍມະມານ ແລະ ບໍ່ເຄີຍ ຕອບໂຕ້ຄືນເມື່ອຖືກຕົບຕີ, ຖືກປ້ອຍດ່າ ຫຼື ຖືກແກວ່ງໝາກຫີນໃສ່. ແຕ່ວາ, ໃນລະຫວ່າງຂັ້ນຕອນສຸດທ້າຍນີ້ຈະບໍ່ເປັນແບບນັ້ນອີກຕໍ່ໄປ. ເຖິງແມ່ນວ່າພຣະວິນຍານຂອງພຣະອົງທັງສອງຈະເປັນອົງດຽວກັນ, ແຕ່ພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາແມ່ນບໍ່ໄດ້ຄືກັນທັງໝົດ. ພາລະກິດຂອງພຣະເຢໂຮວາບໍ່ແມ່ນເພື່ອນໍາເອົາຍຸກໄປສູ່ການສິ້ນສຸດ ແຕ່ເພື່ອຊີ້ນໍາຍຸກ, ເລີ່ມຕົ້ນຊີວິດຂອງມະນຸດຊາດເທິງແຜ່ນດິນໂລກ ແລະ ພາລະກິດໃນມື້ນີ້ແມ່ນເພື່ອເອົາຊະນະຄົນທີ່ຢູ່ຕ່າງຊາດທີ່ຖືກເຮັດເສື່ອມຊາມຢ່າງຮຸນແຮງ ແລະ ບໍ່ພຽງແຕ່ເພື່ອນໍາພາຜູ້ຄົນທີ່ຖືກເລືອກໃນປະເທດຈີນ ແຕ່ຈັກກະວານທັງປວງ ແລະ ມະນຸດຊາດທັງປວງ. ເຈົ້າອາດເຫັນວ່າພາລະກິດນີ້ແມ່ນກໍາລັງປະຕິບັດຢູ່ໃນປະເທດຈີນເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ, ພາລະກິດດັ່ງກ່າວນີ້ໄດ້ເລີ່ມຂະຫຍາຍໄປຍັງຕ່າງປະເທດແລ້ວ. ເຫດໃດຜູ້ຄົນທີ່ຢູ່ນອກປະເທດຈີນຈຶ່ງສະແຫວງຫາຫົນທາງທີ່ແທ້ຈິງນີ້ຄັ້ງແລ້ວຄັ້ງເລົ່າ? ນັ້ນກໍຍ້ອນວ່າ ພຣະວິນຍານໄດ້ຕຽມພ້ອມປະຕິບັດພາລະກິດແລ້ວ ແລະ ພຣະທໍາທີ່ກໍາລັງກ່າວໃນປັດຈຸບັນແມ່ນແນໃສ່ຜູ້ຄົນທົ່ວຈັກກະວານ. ດ້ວຍວິທີນີ້ ເຄິ່ງໜຶ່ງຂອງພາລະກິດແມ່ນກໍາລັງດໍາເນີນການ. ເລີ່ມແຕ່ການສ້າງໂລກຈົນເຖິງປັດຈຸບັນ ພຣະວິນຍານຂອງພຣະເຈົ້າໄດ້ດຳເນີນພາລະກິດອັນຍິ່ງໃຫຍ່ນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງຍັງໄດ້ກະທໍາຕ່າງພາລະກິດທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ ແລະ ທ່າມກາງຊາດຕ່າງໆອີກດ້ວຍ. ຜູ້ຄົນໃນແຕ່ລະຍຸກຈະເຫັນອຸປະນິສໄຂອງພຣະອົງທີ່ແຕກຕ່າງກັນໄປ ເຊິ່ງຖືກເປີດເຜີຍຢ່າງທຳມະຊາດຜ່ານພາລະກິດແຕກຕ່າງກັນທີ່ພຣະອົງກະທໍາ. ພຣະອົງຄືພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ; ພຣະອົງເປັນເຄື່ອງບູຊາແທນຄວາມຜິດບາບໃຫ້ແກ່ມະນຸດ ແລະ ເປັນຜູ້ເບິ່ງແຍງດູແລມະນຸດ; ແຕ່ພຣະອົງຍັງເປັນການພິພາສາ, ການຂ້ຽນຕີ ແລະ ການສາບແຊ່ງຂອງມະນຸດອີກດ້ວຍ. ພຣະອົງສາມາດນໍາພາມະນຸດໃຊ້ຊີວິດຢູ່ໃນແຜ່ນດິນໂລກເປັນເວລາສອງພັນປີ ແລະ ພຣະອົງຍັງສາມາດໄຖ່ມະນຸດຊາດທີ່ເສື່ອມໂຊມຈາກຄວາມຜິດບາບ. ປັດຈຸບັນນີ້, ພຣະອົງຍັງສາມາດເອົາຊະນະມະນຸດຊາດຜູ້ທີ່ບໍ່ຮູ້ຈັກພຣະອົງ ແລະ ເຮັດໃຫ້ພວກເຂົາມາຢູ່ພາຍໃຕ້ອຳນາດຂອງພຣະອົງ ເພື່ອວ່າທຸກຄົນຈະຍອມອ່ອນນ້ອມຕໍ່ພຣະອົງຢ່າງສົມບູນ. ໃນທີ່ສຸດ ພຣະອົງຈະເຜົາທໍາລາຍທຸກສິ່ງທີ່ບໍ່ສະອາດ ແລະ ບໍ່ທ່ຽງທໍາໃນບັນດາມະນຸດທົ່ວຈັກກະວານ ເພື່ອສະແດງໃຫ້ພວກເຂົາເຫັນວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີຄວາມເມດຕາ ແລະ ຄວາມຮັກ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ຄວາມມະຫັດສະຈັນ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ສັກສິດ, ແຕ່ວ່າຍິ່ງໄປກວ່ານັ້ນ ພຣະອົງຄືພຣະເຈົ້າຜູ້ຕັດສິນມະນຸດ. ສໍາລັບຜູ້ທີ່ຊົ່ວຊ້າທັງຫຼາຍໃນບັນດາມະນຸດ ພຣະອົງຄືການເຜົາທໍາລາຍ, ການພິພາກສາ ແລະ ການລົງໂທດ; ສຳລັບຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ ພຣະອົງຄືຄວາມລຳບາກຍາກແຄ້ນ, ການຫຼໍ່ຫຼອມ ແລະ ການທົດລອງ ພ້ອມດ້ວຍໃຫ້ຄວາມອົບອຸ່ນ, ການສະໜັບສະໜູນ, ການສະໜອງແຫ່ງພຣະທໍາ, ການຈັດການ ແລະ ການລິຮານ; ແລະ ສໍາລັບຜູ້ທີ່ຈະຖືກກຳຈັດ, ພຣະອົງຄືການລົງໂທດ ແລະ ຄວາມລໍາບາກຍາກແຄ້ນ.

(ຄັດຈາກບົດ “ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 17)

ຫຼັງຈາກປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍຫຼັກໆແລ້ວແມ່ນເພື່ອເອົາຊະນະຊາຕານ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ແລະ ທຸກສັບພະສິ່ງແຫ່ງການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ປະຈັກທຸກການກະທໍາຂອງພຣະອົງ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກການກະທໍາຂອງພຣະອົງ ແລະ ຮ້ອງຫານາມອັນບໍລິສຸດຂອງພຣະອົງ. ນີ້ແມ່ນຂໍ້ພິສູດການເອົາຊະນະຂອງພຣະອົງເໜືອຊາຕານ; ເປັນຫຼັກຖານຊີ້ບອກເຖິງການທໍາລາຍລ້າງຊາຕານ. ສໍາຄັນໄປກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງ. ການຊົງສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ເຊິ່ງດ້ວຍເຫດນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາຫົກພັນປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ຝູງທູດສະຫວັນທັງໝົດຈະເຫັນທຸກສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມະນຸດສັນລະເສີນພຣະອົງ, ດ້ວຍວິທີນີ້ ພຣະອົງຈະປະສົບຜົນສໍາເລັດທັງສອງດ້ານໃນພາລະກິດຂອງພຣະອົງ. ໃນທີ່ສຸດ ມະນຸດຊາດທັງໝົດຈະຖືກປົກຄອງໂດຍພຣະອົງ ແລະ ພຣະອົງຈະກວາດລ້າງທຸກຄົນທີ່ຂັດຂືນ ຫຼື ຕໍ່ຕ້ານ: ເວົ້າອີກຢ່າງໜຶ່ງກໍຄື ພຣະອົງຈະກຳຈັດທຸກຄົນທີ່ເປັນຄົນຂອງຊາຕານ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 18)

ພາລະກິດທີ່ພຣະເຢໂຮວາກະທໍາຕໍ່ຊົນຊາດອິສຣະເອນນັ້ນ ໄດ້ສ້າງສະຖານທີ່ທີ່ເປັນຕົ້ນກໍາເນີດ ຂອງພຣະເຈົ້າເທິງແຜ່ນ ດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະ ເພາະຊົນຊາດອິສຣະເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດ ນອກດິນແດນອິສຣາເອນ ແຕ່ພຣະອົງເລຶອກ ຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິສຣະເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິສຣະເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ.

ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ຂັ້ນຕອນພາລະກິດຂອງພຣະເຢໂຮວາ ໃນດິນແດນອິສຣະເອນແມ່ນເປັນການລິເລິ່ມພາລະກິດຂອງພຣະອົງ ໃນທົ່ວແຜ່ນດິນໂລກເຊິ່ງພຣະອົງ ໄດ້ຖືເອົາດິນແດນອິສຣະເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆ ຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງ ພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປ ຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິສຣະເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລ ຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ. ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດແນວໃດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ? ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະລະເຮື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື ຜູ້ຄົນດັ່ງກ່າວທີ່ໄດ້ຮັບແຕ່ລົມຫາຍໃຈ ແລະ ຊີວິດຈາກພຣະເຢໂຮວາ ແມ່ນບໍ່ຮູ້ໃນເລຶ່ອງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ຫຼື ຮູ້ຈັກວິທີເຮັດໃຫ້ພຣະຜູ້ເປັນເຈົ້າຂອງສັບພະທຸກສິງ ເພິ່ງພໍໃຈ. ພວກເຂົາເຂົ້າໃຈນ້ອຍທີ່ສຸດ. ສະນັ້ນເຖິງແມ່ນວ່າ ໃນໃຈພວກເຂົາຈະບໍ່ຄົດໂກງ, ຫຼອກລວງ, ອິດສາບັງບຽດ ແລະ ຊີງດີຊີງເດັ່ນ ແຕ່ພວກເຂົາກໍຍັງບໍ່ມີຄວາມຮູ້ ຫຼື ເຂົ້າໃຈກ່ຽວກັບພຣະເຢໂຮວາ ນັ້ນກໍຄືພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງ. ບັນພະບຸລຸດຂອງມະນຸດເຫຼົ່ານີ້ພຽງຮູ້ຈັກແຕ່ກິນ ແລະ ຊື່ນຊົມໃນສິ່ງທີ່ພຣະເຢໂຮວາມອບໃຫ້ ແຕ່ພວກເຂົາບໍ່ຮູ້ຈັກເຄົາລົບບູຊາພຣະເຢໂຮວາ. ພວກເຂົາບໍ່ຮູ້ວ່າພຣະເຢໂຮວາຄື ພຣະເຈົ້າທີ່ພວກເຂົາຄວນຄຸເຂົ່າກົ້ມຫົວລົງບູຊາ. ສະນັ້ນຈະເອີ້ນພວກເຂົາເປັນຄົນຂອງພຣະອົງໄດ້ແນວໃດ? ເມື່ອເປັນດັ່ງນັ້ນແລ້ວ, ຄໍາທີ່ວ່າ “ພຣະອົງສ້າງມະນຸດເພື່ອວ່າມະນຸດຈະໄດ້ປະຈັກ, ສັນລະເສີນ ແລະ ເປັນຕົວແທນຂອງພຣະອົງ” ນັ້ນ ຈະບໍ່ເປັນຄໍາເວົ້າທີ່ໄຮ້ປະໂຫຍດບໍ? ຈະໃຫ້ຜູ້ຄົນທີ່ບໍ່ເຄົາລົບບູຊາຕໍ່ພຣະເຢໂຮວາມາເປັນປະຈັກພະຍານໃຫ້ກັບ ຄວາມສະຫງ່າລາສີຂອງພຣະອົງໄດ້ແນວໃດ? ຈະໃຫ້ພວກເຂົາມາເປັນການສະແດງເຖິງກຽດຕິຍົດຂອງ ພຣະອົງໄດ້ແນວໃດ? ແລ້ວຄໍາກ່າວຂອງພຣະເຢໂຮວາທີ່ວ່າ “ເຮົາສ້າງມະນຸດໃນຮູບພາບຂອງເຮົາ” ນັ້ນ ຈະບໍ່ກາຍເປັນອາວຸດໃນກໍາມືຂອງຊາຕານຜູ້ຊົ່ວຮ້າຍບໍ? ຄໍາກ່າວເຫຼົ່ານີ້ຈະບໍ່ເຮັດໃຫ້ພຣະເຢໂຮວາ ຜູ້ສ້າງມະນຸດນັ້ນອັບອາຍຂາຍໜ້າບໍ? ເພື່ອສໍາເລັດຂັ້ນຕອນຂອງພາລະກິດ, ຫລັງຈາກໄດ້ສ້າງມະນຸດເລິ່ມແຕ່ຍຸກອາດາມຈົນເຖິງຍຸກໂນອາ ພຣະເຢໂຮວາບໍ່ໄດ້ແນະນໍາ ຫຼື ຊີ້ນໍາພວກເຂົາ. ແຕ່ກົງກັນຂ້າມ ຈົນກວ່າຫລັງຈາກນໍ້າຖ້ວມໂລກ ພຣະອົງຈຶ່ງໄດ້ເລິ່ມຊີ້ນໍາຊົນຊາດອິສຣະເອນຜູ້ທີ່ເປັນລູກຫຼານຂອງໂນອາ ແລະ ອາດາມ. ພາລະກິດຂອງພຣະອົງ ແລະ ພຣະທໍາທີ່ພຣະອົງກ່າວໃນດິນແດນອິສຣະເອນໄດ້ຊີ້ນໍາຜູ້ຄົນ ໃນດິນແດນອິສຣະເອນທັງໝົດ ໃນຂະນະທີ່ພວກເຂົາດໍາລົງຊີວິດຂອງພວກເຂົາໃນທົ່ວດິນແດນອິສຣະເອນ ແລະ ດ້ວຍວິທີນີ້ຈຶ່ງໄດ້ສະແດງໃຫ້ມະນຸດເຫັນວາ ພຣະເຢໂຮວາບໍ່ໄດ້ເປັນພຽງຜູ້ໃຫ້ລົມຫາຍໃຈແກ່ມະນຸດເທົ່ານັ້ນ ມະນຸດຍັງໄດ້ຮັບຊີວິດມາຈາກພຣະອົງ ເປັນຊີວິດທີ່ເກີດຈາກລະອອງຝຸ່ນເຊິ່ງຖືກສ້າງໃຫ້ກາຍເປັນມະນຸດ, ນອກຈາກນັ້ນພຣະອົງຍັງສາມາດທໍາລາຍ ແລະ ສາບແຊ່ງມະນຸດ ແລະ ສາມາດນໍາໃຊ້ໄມ້ຄ້ອນຂອງພຣະອົງເພື່ອປົກຄອງມະນຸດຊາດ. ພ້ອມນັ້ນ ຍັງໄດ້ສະແດງໃຫ້ມະນຸດເຫັນວ່າພຣະເຢໂຮວາ ສາມາດນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ ແລະ ກ່າວພຣະຄໍາ ແລະ ປະຕິບັດຕໍ່ມະນຸດທັງຫຼາຍອີງຕາມເວລາຂອງກາງເວັນ ແລະ ກາງຄືນ. ພຣະອົງປະຕິບັດພາລະກິດພຽງເພື່ອໃຫ້ ສິ່ງທີ່ພຣະອົງສ້າງໄດ້ຮູ້ວ່າ ມະນຸດມາຈາກຂີ້ຝຸ່ນທີ່ພຣະອົງເກັບຂຶ້ນມາ ແລະ ຍິ່ງໄປກວ່ານັ້ນ ມະນຸດແມ່ນຖືກສ້າງຂຶ້ນໂດຍພຣະອົງເອງ. ບໍ່ພຽງເທົ່ານີ້ ແຕ່ ພາລະກິດທີ່ພຣະອົງເລິ່ມຕົ້ນໃນດິນແດນອິສຣະເອນນັ້ນແມ່ນເພື່ອໃຫ້ຜູ້ຄົນ ແລະ ຊາດຕ່າງໆ (ຕາມຄວາມຈິງແລ້ວ ຊາດຕ່າງໆທີ່ວ່ານີ້ບໍ່ແມ່ນຕ່າງຊາດຈາກອິສຣະເອນ ແຕ່ກົງກັນຂ້າມພວກເຂົາແມ່ນແຍກອອກມາຈາກຊົນຊາດອິສຣະເອນ ແລະ ຍັງເປັນລູກຫຼານຂອງອາດາມ ແລະ ເອວາຄືເກົ່າ) ໄດ້ຮັບຂ່າວປະເສີດຂອງພຣະເຢໂຮວາຈາກດິນແດນອິສຣະເອນ ເພື່ອມະນຸດທີ່ຖືກສ້າງຂຶ້ນທັງໝົດໃນຈັກກະວານຈະໄດ້ເຄົາລົບບູຊາພຣະເຢໂຮວາ ແລະ ຍົກພຣະອົງຂຶ້ນເປັນອົງທີ່ຍິ່ງໃຫຍ່. ຖ້າພຣະເຢໂຮວາບໍ່ໄດ້ເລິ່ມຕົ້ນພາລະກິດຂອງພຣະອົງໃນດິນແດນອິສຣະເອນ, ແຕ່ກົງກັນຂ້າມ ຫລັງຈາກສ້າງມະນຸດແລ້ວ ປ່ອຍໃຫ້ພວກເຂົາໃຊ້ຊີວິດຢ່າງເປັນອິດສະລະເທິງແຜ່ນດິນໂລກ. ຖ້າເປັນດັ່ງນັ້ນ, ດ້ວຍວ່າ ທໍາມະຊາດຮ່າງກາຍຂອງມະນຸ (ທໍາມະຊາດໝາຍເຖິງວ່າ ມະນຸດຈະບໍ່ສາມາດຮູ້ຈັກສິ່ງທີ່ຕົນເອງບໍ່ສາມາດເຫັນ ເຊິ່ງເວົ້າໄດ້ອີກວ່າ ຕົນເອງຈະບໍ່ຮູ້ວ່າ ພຣະເຢໂຮວາຄືຜູ້ສ້າງມະນຸດ ແລະ ບໍ່ຮູ້ວ່າພຣະອົງສ້າງເພື່ອຫຍັງ) ມະນຸດຈະບໍ່ມີທາງຮູ້ວ່າ ພຣະເຢໂຮວາເປັນຜູ້ສ້າງມະນຸດ ຫຼື ພຣະອົງຄືພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ຖ້າພຣະເຢໂຮວາໄດ້ສ້າງມະນຸດ ແລ້ວປ່ອຍປະພວກເຂົາໄວ້ເທິງແຜ່ນດິນໂລກເພື່ອເປັນສິ່ງຂອງທີ່ພຣະອົງຊື່ນຊົມ ແລ້ວແທນທີ່ພຣະອົງຈະຢູ່ກັບມະນຸດ ເພື່ອຊີ້ນໍາພວກເຂົາໃນໄລຍະເວລາໜຶ່ງ, ແຕ່ພຣະອົງໄດ້ປັດມື ແລ້ວໜີໄປ. ຖ້າເປັນດັ່ງນັ້ນ, ມະນຸດຊາດທັງປວງກໍຈະກັບໄປສູ່ຄວາມຫວ່າງເປົ່າເໝືອນເດີມ; ແມ່ນແຕ່ ສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງທີ່ພຣະອົງສ້າງ ແລະ ມວນມະນຸດຊາດ ກໍຈະກັບຄືນໄປສູ່ຄວາມຫວ່າງເປົ່າ ແລະ ຍິ່ງໄປກວ່ານັ້ນ ຈະຖືກຢຽບຍໍ່າທໍາລາຍໂດຍຊາຕານ. ໃນວີທີນີ້ ພຣະເຢໂຮວາຫວັງວ່າ: “ເທິງແຜ່ນດິນໂລກ ນັ້ນກໍຄື ໃນທ່າມກາງຂອງການເນລະມິສ້າງຂອງພຣະອົງ ພຣະອົງຄວນຈະມີບ່ອນຢືນທີ່ເປັນສະຖານທີ່ສັກສິດ” ກໍຈະຖືກທໍາລາຍໝົດສິ້ນ. ສະນັ້ນ, ຫລັງຈາກການເນລະມິດສ້າງມະນຸດແລ້ວ ພຣະອົງໄດ້ຢູ່ໃນທ່າມກາງມະນຸດເພື່ອຊີ້ນໍາພວກເຂົາໃນການດໍາລົງຊີວິດ ແລະ ກ່າວຕໍ່ມະນຸດໃນທ່າມກາງພວກເຂົາ, ທັງໝົດນີ້ແມ່ນເພື່ອບັນລຸຄວາມປະສົງ ແລະ ແຜນການຂອງພຣະອົງ. ພາລະກິດທີ່ພຣະອົງໄດ້ກະທໍາໃນດິນແດນອິສຣະເອນແມ່ນເພື່ອປະຕິບັດແຜນການທີ່ພຣະອົງໄດ້ວາງໄວ້ກ່ອນ ການເນລະມິດສ້າງສັບພະທຸກສິ່ງທັງປວງຂອງພຣະອົງ. ດັ່ງນັ້ນ ການປະຕິບັດພາລະກິດທໍາອິດໃນທ່າມກາງຊົນຊາດອິສຣະເອນ ແລະ ການເນລະມິດສ້າງສັບພະສິ່ງທັງປວງຂອງພຣະອົງແມ່ນບໍ່ໄດ້ຂັດແຍ່ງກັນ ແຕ່ທັງສອງຢ່າງແມ່ນເພື່ອການຄຸ້ມຄອງຂອງພຣະອົງ, ເພື່ອພາລະກິດ, ຄວາມສະຫງ່າລາສີ ແລະ ພ້ອມນີ້ກໍເພື່ອການສ້າງມະນຸດຂອງພຣະອົງໃຫ້ມີຄວາມໝາຍຢ່າງເລິກເຊິ່ງ. ຫລັງຈາກໂນອາ ພຣະອົງໄດ້ນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກເປັນເວລາສອງພັນປີ ເຊິ່ງໃນໄລຍະນັ້ນພຣະອົງໄດ້ສິດສອນມະນຸດໃຫ້ເຂົ້າໃຈເຖິງວິທີເຄົາລົບບູຊາພຣະເຢໂຮວາ ທີ່ເປັນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ສິດສອນວິທີປະຕິບັດຕໍ່ຊີວິດຂອງຕົນ, ວິທີດໍາເນີນຊີວິດ ແລະ ສໍາຄັນທີ່ສຸດ ວິທີປະຕິບັດໃນການເປັນພະຍານຕໍ່ພຣະເຢໂຮວາ; ວິທີການຖວາຍຄວາມເຊື່ອຟັງໃຫ້ກັບພຣະອົງ, ມອບຄວາມເຄົາລົບບູຊາໃຫ້ແດ່ພຣະອົງ ແລະ ພ້ອມທັງການສັນລະເສີນພຣະອົງດ້ວຍດົນຕີເໝືອນດັ່ງດາວິດ ແລະ ກຸ່ມມະຫາປະໂລຫິດຂອງລາວໄດ້ກະທໍາ.

(ຄັດຈາກບົດ “ພາລະກິດໃນຍຸກແຫ່ງພຣະບັນຍັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 19)

ກ່ອນໄລຍະສອງພັນປີ ເຊິ່ງເປັນໄລຍະທີ່ພຣະເຢໂຮວາໄດ້ກະທໍາພາລະກິດຂອງພຣະອົງ, ມະນຸດແມ່ນບໍ່ຮູ້ຈັກຫຍັງ ແລະ ມະນຸດຊາດເກືອບທັງໝົດໄດ້ຕົກຢູ່ໃນຄວາມຊົ່ວຮ້າຍ ຈົນເຖິງກ່ອນການທໍາລາຍໂລກດ້ວຍອຸທົກກະໄພ ພວກເຂົາແມ່ນເຖິງຈຸດໄຮ້ສິນທໍາ ແລະ ຄວາມຊົ່ວຊ້າທີ່ສຸດ ເຊິ່ງໃນຫົວໃຈຂອງພວກເຂົາແມ່ນຂາດພຣະເຢໂຮວາ ແລະ ຮ້າຍແຮງໄປກວ່ານັ້ນ ຂາດວິທີທາງຂອງພຣະອົງ. ພວກເຂົາບໍ່ເຄີຍເຂົ້າໃຈພາລະກິດທີ່ພຣະເຢໂຮວາຈະກະທໍາ; ພວກເຂົາຂາດເຫດຜົນ, ຍິ່ງໄປກວ່ານັ້ນ ພວກເຂົາຂາດຄວາມຮູ້ ເໝືອນດັ່ງເຄື່ອງຈັກທີ່ຫາຍໃຈ ແຕ່ໄຮ້ຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບມະນຸດ, ພຣະເຈົ້າ, ໂລກ, ຊີວິດ ແລະ ອື່ນໆ. ໃນແຜ່ນດິນໂລກ ພວກເຂົາປະພຶດໃນການຫຼອກລວງຕ່າງໆນາໆ ຄືກັນກັບງູ ແລະ ເວົ້າຈາຫຼາຍສິ່ງຢ່າງທີ່ເຮັດໃຫ້ພຣະເຢໂຮວາບໍ່ພໍໃຈ, ແຕ່ເນື່ອງຈາກວ່າ ພວກເຂົາເປັນຄົນໄຮ້ດຽງສາ ພຣະເຢໂຮວາຈຶ່ງບໍ່ລົງໂທດ ແລະ ຕິສອນພວກເຂົາ. ຈົນກວ່າຫລັງຈາກອຸທົກກະໄພ, ເມື່ອໂນອາໄດ້ອາຍຸ 601 ປີ ພຣະເຢໂຮວາຈິ່ງປາກົດຕໍ່ໂນອາ, ຊີ້ນໍາລາວ ແລະ ຄອບຄົວຂອງລາວ; ພຣະອົງນໍາພາຝູງນົກ ແລະ ສັດປ່າ ທີ່ລອດພົ້ນຈາກອຸທົກກະໄພພ້ອມດ້ວຍໂນອາ ແລະ ລູກຫຼານຂອງລາວຈົນກວ່າການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ ເຊິ່ງລວມເວລາທັງໝົດ 2.500 ປີ. ໃນໄລລະນີ້, ພຣະອົງໄດ້ສັ່ງຊົນຊາດອິສຣະເອນວ່າ ຖ້າຈະຮັບໃຊ້ພຣະເຢໂຮວາ ພວກເຂົາຄວນສ້າງວິຫານ, ໃສ່ເຄື່ອງນຸ່ງແບບປະໂລຫິດ ແລ້ວຍ່າງຕີນເປົ່າເຂົ້າສູ່ວິຫານໃນຍາມຮຸ່ງເຊົ້າ. ດ້ວຍວ່າ ພວກເຂົາຢ້ານເກີບຂອງພວກເຂົາຈະເຮັດໃຫ້ວິຫານເປິເປື້ອນ ແລະ ຢ້ານແປວໄຟຈາກຍອດວິຫານພຸລົງໃສ່ພວກເຂົາ ແລະ ເຜົາໄໝ້ພວກເຂົາຈົນຕາຍ, ພວກເຂົາຈຶ່ງປະຕິບັດຕາມໜ້າທີ່ຂອງພວກເຂົາ ແລະ ອ່ອນນ້ອມຍອມຮັບເອົາແຜນການຂອງພຣະເຢໂຮວາ. ພວກເຂົາອະທິຖານເຖິງພຣະເຢໂຮວາໃນວິຫານ ແລະ ຫລັງຈາກໄດ້ຮັບຄວາມເປີດເຜີຍຂອງພຣະເຢໂຮວາ ນັ້ນກໍຄື ຫລັງຈາກພຣະເຢໂຮວາໄດ້ກ່າວຕໍ່ພວກເຂົາເປັນຈໍານວນຫຼວງຫຼາຍ ແລະ ສັ່ງສອນພວກເຂົາໃຫ້ພວກເຂົາສະແດງຄວາມເຄົາລົບຕໍ່ພຣະເຢໂຮວາຜູ້ທີ່ເປັນພຣະເຈົ້າຂອງພວກເຂົາ. ພຣະເຢໂຮວາໄດ້ບອກພວກເຂົາວ່າ ພວກເຂົາຄວນສ້າງວິຫານ ແລະ ແທ່ນບູຊາ ແລະ ໃນວັນປັດສະຄາ ເຊິ່ງໃນເວລານັ້ນໄດ້ກຳນົດຂຶ້ນໂດຍພຣະເຢໂຮວາ, ພວກເຂົາຄວນຈັດຫາງົວເກີດໃໝ່ ແລະ ແກະ ແລ້ວນໍາເອົາມາວາງໃສ່ເທິງແທ່ນບູຊາເພື່ອຖວາຍແດ່ພຣະເຢໂຮວາ, ນັ້ນກໍເພື່ອເປັນການບັງຄັບພວກເຂົາ ແລະ ເຮັດໃຫ້ຫົວໃຈຂອງພວກເຂົາມີຄວາມເຄົາລົບຕໍ່ພຣະເຢໂຮວາ. ສ່ວນວ່າ ພວກເຂົາໄດ້ເຊື່ອຟັງກົດບັນຍັດນີ້ ຫຼື ບໍ່ ນັ້ນ ແມ່ນຂຶ້ນຢູ່ກັບຄວາມຈົງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຢໂຮວາ. ພ້ອມນີ້ ພຣະເຢໂຮວາໄດ້ກຳນົດວັນຊະບາໂຕໃຫ້ພວກເຂົາ ເຊິ່ງເປັນວັນທີ່ເຈັດຂອງການເນລະມິດສ້າງຂອງພຣະອົງ. ຫລັງຈາກວັນຊະບາໂຕ ພຣະອົງໄດ້ສ້າງວັນທໍາອິດ ເປັນວັນສໍາລັບພວກເຂົາສັນລະເສີນພຣະເຢໂຮວາ ເພື່ອຖວາຍບູຊາ ແລະ ເສບດົນຕີແດ່ພຣະອົງຟັງ. ໃນວັນນີ້ ພຣະເຢໂຮວາໄດ້ຮຽກເຊີນມະຫາປະໂລຫິດທຸກຄົນເຂົ້າຮ່ວມ ເພື່ອແບ່ງປັນສິ່ງຂອງທີ່ນໍາມາຖວາຍ ຢູ່ເທິງແທ່ນບູຊານັ້ນໃຫ້ຜູ້ຄົນກິນ ເພື່ອພວກເຂົາຈະໄດ້ຊື່ນຊົມກັບສິ່ງທີ່ນໍາມາຖວາຍໃຫ້ແດ່ພຣະເຢໂຮວາ ແລະ ຫລັງຈາກນັ້ນ ພຣະເຢໂຮວາໄດ້ກ່າວບອກພວກເຂົາວ່າ ພວກເຂົາໄດ້ຮັບພອນແລ້ວ, ພວກເຂົາໄດ້ຮັບສ່ວນແບ່ງປັນຈາກພຣະອົງ ແລະ ພວກເຂົາໄດ້ເປັນຄົນທີ່ພຣະອົງເລືອກ (ເຊິ່ງເປັນຄໍາສັນຍາຂອງພຣະອົງກັບຊົນຊາດອິສຣະເອນ). ຍ້ອນເຫດນີ້, ຈົນເຖິງທຸກວັນນີ້ ຊົນຊາດອິສຣະເອນຍັງເວົ້າຢູ່ວ່າ ພຣະເຢໂຮວາຄືພຣະເຈົ້າຂອງພວກເຂົາເທົ່ານັ້ນ ແລະ ບໍ່ແມ່ນພຣະເຈົ້າຂອງຊາດອື່ນ.

(ຄັດຈາກບົດ “ພາລະກິດໃນຍຸກແຫ່ງພຣະບັນຍັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 20)

ໃນໄລຍະຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາໄດ້ວາງຂໍ້ບັນຍັດຫຼາຍຂໍ້ໃຫ້ກັບໂມເຊ ເພື່ອນໍາໄປໃຊ້ກັບຊົນຊາດອິສຣະເອນຜູ້ທີ່ຕິດຕາມລາວອອກຈາກອິຢິບ. ພຣະບັນຍັດເຫຼົ່ານີ້ແມ່ນພຣະເຢໂຮວາໄດ້ມອບໃຫ້ ຊົນຊາດອິສຣະເອນ ແລະ ບໍ່ມີສ່ວນກ່ຽວຂ້ອງໃດໆກັບຊົນຊາດອິຢິບ. ພຣະບັນຍັດແມ່ນຖືກວາງອອກ ເພື່ອຄວບຄຸມຊົນຊາດອິສຣະເອນ. ພຣະເຈົ້າໄດ້ນໍາໃຊ້ພຣະບັນຍັດເພື່ອບັງຄັບພວກເຂົາ. ບໍ່ວ່າພວກເຂົາຈະນັບຖືວັນຊະບາໂຕ ຫຼື ພວກເຂົາຈະບູຊາພະທຽມ ແລະ ອື່ນໆ. ກົດພຣະບັນຍັດເຫຼົ່ານີ້ຄືຫຼັກການ ຂອງການຕັດສິນຄວາມບາບ ຫຼື ຄວາມຊອບທໍາຂອງພວກເຂົາ. ໃນບັນດາພວກເຂົາ ຈະມີຜູ້ຄົນທີ່ຖືກເຜົາໄໝ້ ດ້ວຍໄຟຂອງພຣະເຢໂຮວາ, ບາງຄົນຖືກລົງໂທດດ້ວຍການແກວ່ງໝາກຫິນໃສ່ຈົນຕາຍ ແລະ ບາງຄົນໄດ້ຮັບພອນຈາກພຣະເຢໂຮວາ. ສິ່ງນີ້ຖືກກໍານົດຂຶ້ນອີງຕາມວ່າພວກເຂົາເຊື່ອຟັງ ກົດພຣະບັນຍັດເຫຼົ່ານີ້ຫຼືບໍ່. ຜູ້ທີ່ບໍ່ນັບຖືວັນຊະບາໂຕຈະຖືກລົງໂທດ ດ້ວຍການແກວ່ງໝາກຫິນໃສ່ຈົນຕາຍ. ມະຫາປະໂລຫິດທີ່ບໍ່ນັບຖືວັນຊະບາໂຕຈະຖືກເຜົາໄໝ້ດ້ວຍໄຟຂອງພຣະເຢໂຮວາ. ຜູ້ທີ່ບໍ່ສະແດງຄວາມເຄົາລົບຕໍ່ພໍ່ແມ່ ກໍຈະຖືກລົງໂທດດ້ວຍການແກວ່ງໝາກຫິນໃສ່ຈົນຕາຍເຊັ່ນດຽວກັນ. ທັງໝົດນີ້ຖືກຍົກຍ້ອງໂດຍພຣະເຢໂຮວາ. ພຣະເຢໂຮວາໄດ້ສ້າງຕັ້ງກົດບັນຍັດ ແລະ ກົດໝາຍຂອງພຣະອົງ ກໍຍ້ອນວ່າ ໃນຂະນະທີ່ພຣະອົງນໍາພາຊີວິດຂອງພວກເຂົານັ້ນ ພວກເຂົາຈະໄດ້ຮັບຟັງ ແລະ ເຊື່ອຟັງພຣະທໍາຂອງພຣະອົງ ແລະ ຈະບໍ່ຕໍ່ຕ້ານພຣະອົງ. ພຣະອົງໃຊ້ກົດບັນຍັດເຫຼົ່ານີ້ເພື່ອຄວບຄຸມເຊື້ອຊາດມະນຸດທີ່ກໍາລັງເກີດໃໝ່ ແລະ ເພື່ອປູພື້ນຖານສໍາລັບການດໍາເນີນພາລະກິດຂອງພຣະອົງໃນອະນາຄົດ. ສະນັ້ນ ພາລະກິດທີ່ພຣະເຢໂຮວາກະທໍາໃນຍຸກທໍາອິດຈຶ່ງເອີ້ນວ່າ ຍຸກແຫ່ງພຣະບັນຍັດ. ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງພຣະທໍາຫຼາຍຂໍ້ ແລະ ໄດ້ກະທໍາພາລະກິດຫຼາຍຢ່າງ ພຣະອົງພຽງຊີ້ນໍາຜູ້ຄົນໄປໃນທາງບວກ, ສິດສອນຜູ້ຄົນທີ່ໄຮ້ດຽງສາເຫຼົ່ານີ້ໃຫ້ຮຽນຮູ້ເຖິງວິທີການເປັນມະນຸດ, ວິທີການດໍາລົງຊີວິດ ແລະ ການເຂົ້າໃຈວິທີທາງຂອງພຣະເຢໂຮວາ. ສ່ວນໃຫຍ່ ພາລະກິດທີ່ພຣະອົງກະທໍາແມ່ນ ເພື່ອໃຫ້ຜູ້ຄົນນັບຖືວິທີທາງຂອງພຣະອົງ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ພາລະກິດໄດ້ປະຕິບັດກັບຜູ້ຄົນທີ່ຊົ່ວຮ້າຍພຽງເລັກນ້ອຍ ເຊິ່ງບໍ່ໄດ້ຂະຫຍາຍໄປເຖິງການປ່ຽນແປງຈິດໃຈ ຫຼື ຄວາມກ້າວໜ້າໃນຊີວິດຂອງພວກເຂົາ. ພຣະອົງເນັ້ນໃນເລຶ່ອງໃຊ້ພຣະບັນຍັດເພື່ອກີດກັ້ນ ແລະ ຄວບຄຸມຜູ້ຄົນ. ສໍາລັບຊົນຊາດອິສຣະເອນໃນເວລານັ້ນ ພຣະເຢໂຮວາແມ່ນເປັນພຽງພຣະເຈົ້າໃນພຣະວິຫານ ແລະ ພຣະເຈົ້າໃນສະຫວັນເທົ່ານັ້ນ. ພຣະອົງເປັນເສົາເມກ ແລະ ເສົາໄຟ. ສິ່ງທີ່ພຣະເຢໂຮວາຕ້ອງການຈາກພວກເຂົາກໍຄືການເຊື່ອຟັງໃນສິ່ງທີ່ຜູ້ຄົນໃນມື້ນີ້ຮູ້ຈັກດີ ນັ້ນກໍຄື ກົດໝາຍ ແລະ ພຣະບັນຍັດ ເຊິ່ງອາດເວົ້າໄດ້ອີກວ່າເປັນກົດເກນ. ເນື່ອງຈາກວ່າສິ່ງທີ່ພຣະເຢໂຮວາໄດ້ກະທໍານັ້ນ ບໍ່ແມ່ນເພື່ອປ່ຽນແປງພວກເຂົາ ແຕ່ເພື່ອບັນດານພວກເຂົາໃຫ້ມີສິ່ງທີ່ມະນຸດຄວນມີ ແລະ ເພື່ອແນະນໍາພວກເຂົາຈາກປາກຂອງພຣະອົງ ເພາະວ່າຫລັງຈາກຖືກສ້າງແລ້ວ ມະນຸດບໍ່ມີສິ່ງທີ່ພວກເຂົາຄວນມີ. ສະນັ້ນ ພຣະເຢໂຮວາຈຶ່ງບັນດານຜູ້ຄົນໃຫ້ມີສິ່ງທີ່ພວກເຂົາຄວນມີເພື່ອປະກອບເຂົ້າ ໃນການດໍາລົງຊີວິດຂອງພວກເຂົາໃນແຜ່ນດິນໂລກນີ້, ເຮັດໃຫ້ ຜູ້ຄົນທີ່ພຣະອົງນໍາພາມີຖານະດີກວ່າບັນພະບຸລຸດຂອງພວກເຂົາ ນັ້ນກໍຄື ອາດາມ ແລະ ເອວາ, ຍ້ອນວ່າສິ່ງພຣະເຢໂຮວາໄດ້ມອບໃຫ້ພວກເຂົາແມ່ນດີກວ່າ ສິ່ງທີ່ພຣະອົງໄດ້ມອບໃຫ້ອາດາມ ແລະ ເອວາໃນເບື້ອງຕົ້ນ. ແນວໃດກໍຕາມ ພາລະກິດທີ່ພຣະເຢໂຮວາກະທໍາໃນດິນແດນອິສຣະເອນ ແມ່ນເປັນພຽງການຊີ້ນໍາມະນຸດຊາດ ແລະ ເຮັດໃຫ້ມະນຸດຮັບຮູ້ພຣະຜູ້ສ້າງຂອງພວກເຂົາ. ພຣະອົງບໍ່ໄດ້ເອົາຊະນະ ຫຼື ປ່ຽນແປງພວກເຂົາ ແຕ່ພຽງຊີ້ນໍາພວກເຂົາ. ນີ້ຄື ຜົນລວມຂອງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ. ມັນເປັນເບື້ອງຫລັງ, ເປັນເລຶ່ອງຈິງ, ເປັນໃຈຄວາມຂອງພາລະກິດຂອງພຣະອົງໃນທົ່ວແຜ່ນດິນຂອງອິສຣະເອນ ແລະ ເປັນການເລິ່ມຕົ້ນພາລະກິດຫົກພັນປີຂອງພຣະອົງ ເພື່ອເຮັດໃຫ້ມະນຸດຢູ່ພາຍໃຕ້ການຄວບຄຸມຂອງພຣະເຢໂຮວາ. ຜົນຈາກພາລະກິດດັ່ງກ່າວເຮັດໃຫ້ເກີດມີພາລະກິດ ເພິ່ມຂຶ້ນໃນແຜນ ການຄຸ້ມຄອງຫົກພັນປີຂອງພຣະອົງ.

(ຄັດຈາກບົດ “ພາລະກິດໃນຍຸກແຫ່ງພຣະບັນຍັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 21)

ໃນຕົ້ນເດີມນັ້ນ ການນໍາພາມະນຸດໃນລະຫວ່າງຍຸກພຣະບັນຍັດແຫ່ງພຣະສັນຍາເດີມແມ່ນຄືກັບການນໍາພາຊີວິດເດັກນ້ອຍ. ມະນຸດໃນຕອນແລກເລີ່ມນັ້ນ ເປັນເດັກເກີດໃໝ່ຂອງພຣະເຢໂຮວາ; ພວກເຂົາແມ່ນຊົນຊາດອິດສະຣາເອນ. ພວກເຂົາບໍ່ເຂົ້າໃຈວ່າ ຈະເຄົາລົບບູຊາພຣະເຈົ້າ ແລະ ໃຊ້ຊີວິດເທິງແຜ່ນດິນໂລກນີ້ດ້ວຍວິທີໃດ. ເຊິ່ງໝາຍຄວາມວ່າ ພຣະເຢໂຮວາສ້າງມະນຸດ ນັ້ນກໍຄື ພຣະອົງສ້າງອາດາມ ແລະ ເອວາ ແຕ່ພຣະອົງບໍ່ໄດ້ມອບຄວາມສາມາດໃຫ້ພວກເຂົາເຂົ້າໃຈວິທີທີ່ຈະເຄົາລົບພຣະເຢໂຮວາແນວໃດ ຫຼື ປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາເທິງແຜ່ນດິນໂລກແນວໃດ. ຫາກປາສະຈາກການຊີ້ນໍາໂດຍກົງຈາກພຣະເຢໂຮວາແລ້ວ ບໍ່ມີຜູ້ໃດສາມາດຮູ້ສິ່ງນີ້ໂດຍກົງ, ເພາະວ່າໃນຕົ້ນເດີມນັ້ນ ມະນຸດບໍ່ມີຄວາມສາມາດແບບນັ້ນ. ມະນຸດພຽງຮູ້ແຕ່ວ່າພຣະເຢໂຮວາເປັນພຣະເຈົ້າ ແຕ່ສໍາລັບວິທີເຄົາລົບພຣະອົງ, ການປະພຶດແບບໃດທີ່ເອີ້ນວ່າເປັນການເຄົາລົບພຣະອົງ, ດ້ວຍຄວາມຄິດແບບໃດທີ່ຕົນຈະເຄົາລົບພຣະອົງ ຫຼື ມີສິ່ງໃດແດ່ທີ່ຈະຖວາຍໃນການເຄົາລົບພຣະອົງ ມະນຸດບໍ່ມີຄວາມຄິດໃນດ້ານນີ້ເລີຍ. ມະນຸດພຽງຮູ້ຈັກຊື່ນຊົມໃນສິ່ງທີ່ສາມາດຊື່ນຊົມໄດ້ໃນບັນດາສັບພະທຸກສິ່ງທີ່ສ້າງຂຶ້ນໂດຍພຣະເຢໂຮວາ ແຕ່ກ່ຽວກັບວິທີການໃຊ້ຊີວິດແບບໃດໃນແຜ່ນດິນໂລກຈຶ່ງຈະຄູ່ຄວນເປັນບຸກຄົນຂອງພຣະເຈົ້າ, ພວກເຂົາແມ່ນບໍ່ຮູ້ຫຍັງຈັກຢ່າງເລີຍ. ຫາກປາສະຈາກຄົນແນະນໍາພວກເຂົາ, ຫາກປາສະຈາກຄົນຊີ້ນໍາພວກເຂົາເປັນການສ່ວນຕົວ ມະນຸດຊາດຈະບໍ່ມີຊີວິດທີ່ເໝາະສົມກັບການເປັນມະນຸດຢ່າງຖືກຕ້ອງ ແຕ່ຈະເປັນພຽງຄົນທີ່ຖືກຊາຕານຄວບຄຸມຢ່າງລັບໆ. ພຣະເຢໂຮວາສ້າງມະນຸດຊາດ ເວົ້າໄດ້ວ່າ ພຣະອົງສ້າງບັນພະບຸລຸດຂອງມະນຸດຊາດ, ອາດາມ ແລະ ເອວາ, ແຕ່ພຣະອົງບໍ່ໄດ້ປະທານຄວາມສະຫຼາດ ຫຼື ສະຕິປັນຍາເພີ່ມເຕີມໃຫ້ກັບພວກເຂົາ. ເຖິງແມ່ນວ່າພວກເຂົາໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກແລ້ວ, ພວກເຂົາກໍເກືອບຈະບໍ່ເຂົ້າໃຈຫຍັງເລີຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຢໂຮວາໃນການສ້າງມະນຸດກໍສຳເລັດແຕ່ພຽງເຄິ່ງດຽວ ແລະ ແຮງໄກຈາກຄວາມສົມບູນ. ພຣະອົງພຽງແຕ່ສ້າງແບບຢ່າງຂອງມະນຸດຈາກດິນໜຽວ ແລະ ມອບລົມຫາຍໃຈຂອງພຣະອົງໃຫ້ກັບມັນ, ແຕ່ບໍ່ໄດ້ປະທານຄວາມເຕັມໃຈຢ່າງພຽງພໍໃຫ້ກັບມະນຸດເພື່ອໃຫ້ພວກເຂົາໄດ້ເຄົາລົບບູຊາພຣະອົງ. ໃນຕອນເລີ່ມຕົ້ນນັ້ນ ມະນຸດບໍ່ມີຄວາມຄິດທີ່ຈະເຄົາລົບນັບຖືພຣະອົງ ຫຼື ຢຳເກງພຣະອົງ. ມະນຸດພຽງແຕ່ຮູ້ວິທີການຟັງພຣະທຳຂອງພຣະອົງ ແຕ່ບໍ່ມີຄວາມຮູ້ພື້ນຖານກ່ຽວກັບຊີວິດເທິງແຜ່ນດິນໂລກ ແລະ ກ່ຽວກັບກົດລະບຽບທີ່ເໝາະສົມຂອງຊີວິດມະນຸດ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງຜູ້ຊາຍ ແລະ ຜູ້ຍິງ ແລະ ສຳເລັດແຜນການພາຍໃນເຈັດມື້, ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະອົງໄດ້ສຳເລັດໃນການສ້າງມະນຸດ ຍ້ອນວ່າ ມະນຸດຍັງເປັນແກບເຂົ້າ ແລະ ຂາດຄວາມເປັນຈິງຂອງການເປັນມະນຸດຢູ່. ມະນຸດຮູ້ພຽງແຕ່ວ່າ ພຣະເຢໂຮວາສ້າງມະນຸດຊາດ, ແຕ່ເຂົາບໍ່ຮູ້ຫຍັງເລີຍກ່ຽວກັບການປະຕິບັດຕາມພຣະທຳ ຫຼື ພຣະບັນຍັດຂອງພຣະເຢໂຮວາ. ດັ່ງນັ້ນ ຫລັງຈາກມະນຸດຊາດເກີດມາ, ພາລະກິດຂອງພຣະເຢໂຮວາຍັງຫ່າງໄກຈາກຄວາມສຳເລັດ. ພຣະອົງຍັງຕ້ອງໄດ້ນໍາມະນຸດໃຫ້ມາຫາພຣະອົງຢ່າງແທ້ຈິງ ເພື່ອພວກເຂົາຈະສາມາດດໍາລົງຊີວິດຮ່ວມກັນເທິງແຜ່ນດິນໂລກ ແລະ ເຄົາລົບບູຊາພຣະອົງ ແລະ ດ້ວຍການຊີ້ນໍາຂອງພຣະອົງ ພວກເຂົາຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງການດໍາລົງຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດທີ່ດໍາເນີນພາຍໃຕ້ພຣະນາມຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ, ນັ້ນກໍຄື ພຽງແຕ່ເມື່ອນັ້ນ ພາລະກິດແຫ່ງການສ້າງໂລກຂອງພຣະເຢໂຮວາຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສະນັ້ນ ຫລັງຈາກສ້າງມະນຸດ ພຣະອົງຕ້ອງໄດ້ນໍາພາຊີວິດມະນຸດຊາດເທິງແຜ່ນດິນໂລກເປັນເວລາຫຼາຍພັນປີ ເພື່ອມະນຸດຊາດຈະໄດ້ປະຕິບັດຕາມພຣະດໍາລັດ ແລະ ພຣະບັນຍັດຂອງພຣະອົງ ແລະ ເຂົ້າຮ່ວມໃນກິດຈະກໍາຕ່າງໆຂອງຊີວິດໃນແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 22)

ພາລະກິດທີ່ພຣະເຢຊູໄດ້ກະທໍາແມ່ນສອດຄ່ອງກັບຄວາມຕ້ອງການຂອງມວນມະນຸດຊາດໃນສະໄຫມນັ້ນ. ໜ້າທີ່ຂອງພຣະອົງແມ່ນເພື່ອໄຖ່ບາບມະນຸດ, ໃຫ້ອະໄພບາບພວກເຂົາ ແລະ ດັ່ງນັ້ນ ບຸກຄະລິກຂອງພຣະອົງທັງໝົດກໍຄືຄວາມຖ່ອມຕົນ, ຄວາມອົດທົນ, ຄວາມຮັກ, ຄວາມສັດຊື່, ຄວາມອົດທົນ, ຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງໄດ້ປະທານພອນໃຫ້ແກ່ມະນຸດຢ່າງຫລວງຫລາຍ ແລະ ນໍາຄວາມກະລຸນາມາສູ່ພວກເຂົາຢ່າງມາກມາຍກ່າຍກອງ ແລະ ທຸກສິ່ງທຸກຢ່າງທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກໄດ້ ພຣະອົງແມ່ນໄດ້ມອບໃຫ້ພວກເຂົາເພື່ອຄວາມສຸກຂອງພວກເຂົາ, ນັ້ນກໍຄື ຄວາມສັນຕິສຸກ, ຄວາມສຸກ, ຄວາມອົດທົນ, ຄວາມຮັກ, ຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງ. ໃນເວລານັ້ນ, ທຸກຢ່າງທີ່ມະນຸດປະສົບພົບພໍ້ ລ້ວນແຕ່ແມ່ນຄວາມອຸດົມສົມບູນທີ່ສາມາດເຮັດໃຫ້ມີຄວາມສຸກໄດ້: ຫົວໃຈຂອງພວກເຂົາຢູ່ໃນຄວາມສະຫງົບ ແລະ ໄວ້ວາງໃຈ, ຈິດໃຈຂອງພວກເຂົາໄດ້ຮັບການປອບໂຍນ ແລະ ພວກເຂົາໄດ້ຮັບການອຸ້ມຊູຈາກພຣະຜູ້ຊ່ອຍໃຫ້ລອດ ນັ້ນກໍຄືພຣະເຢຊູ. ພວກເຂົາສາມາດໄດ້ຮັບສິ່ງເຫລົ່ານີ້ເປັນຜົນມາຈາກພາລະກິດຂອງຍຸກທີ່ພວກເຂົາມີຊີວິດຢູ່. ໃນຍຸກແຫ່ງພຣະຄຸນ, ມວນມະນຸດໄດ້ຮັບຄວາມເສື່ອມໂຊມຈາກຊາຕານມາແລ້ວ ແລະ ດັ່ງນັນ, ພາລະກິດຂອງການໄຖ່ບາບມວນມະນຸດຊາດຈຶ່ງຕ້ອງການຄວາມກະລຸນາຢ່າງໃຫຍ່ຫຼວງ, ຄວາມອົດກັ້ນ ແລະ ອົດທົນຢ່າງໜັກ ແລະ ນອກຈາກນັ້ນ ເພື່ອປະສົບຄວາມສໍາເລັດຂອງຍຸກ ຈຶ່ງມີການຖວາຍຢ່າງພຽງພໍເພື່ອຊົດໃຊ້ບາບຂອງມະນຸດ. ສິ່ງທີ່ມວນມະນຸດໄດ້ເຫັນໃນຍຸກແຫ່ງພຣະຄຸນແມ່ນການຊົດເຊີຍບາບຂອງມວນມະນຸດຂອງເຮົາ, ນັ້ນຄື ພຣະເຍຊູ. ທັງຫມົດທີ່ພວກເຂົາຮູ້ກ່ຽວກັບພຣະເຈົ້າ ຄືຄວາມເມດຕາ ແລະ ອົດທົດ; ແລະ ທັງຫມົດທີ່ພວກເຂົາເຫັນຄືຄວາມເມດຕາ ແລະ ຄວາມຮັກກາລຸນາຂອງພຣະເຢຊູ. ທັງໝົດນີເປັນເພາະວ່າພວກເຂົາເກີດຢູ່ໃນຍຸກແຫ່ງພຣະຄຸນ. ດັ່ງນັ້ນ ກ່ອນທີ່ພວກເຂົາຈະໄດ້ຮັບການໄຖ່ບາບ ພວກເຂົາຕ້ອງພະເຊີນກັບຄວາມກະລຸນາຫຼາຍຮູບແບບ ທີ່ພຣະເຢຊູໄດ້ມອບໃຫ້ແກ່ພວກເຂົາ ເຊິ່ງມັນມີປະໂຫຍດຕໍ່ພວກເຂົາຫຼາຍ. ດ້ວຍວິທີນີ້, ພວກເຂົາສາມາດໄດ້ຮັບການອະໄພບາບທີ່ພວກເຂົາກະທຳໂດຍຜ່ານການເສບສຸກໃນຍຸກພຣະຄຸນ ແລະ ຍັງສາມາດໄດ້ຮັບການໄຖ່ບາບໂດຍຜ່ານຄວາມອົດທົນ ອົດກັ້ນຂອງພຣະເຢຊູອີກ. ມີພຽງການອົດທົນອົດກັ້ນຂອງພຣະເຢຊູເທົ່ານັ້ນ ພວກເຂົາຈຶ່ງມີສິດທີ່ຈະໄດ້ຮັບການໃຫ້ອະໄພ ແລະ ເສບສຸກຄວາມອຸດົມສົມບູນຂອງຄວາມກະລຸນາທີ່ໄດ້ຮັບຈາກພຣະເຢຊູ, ດັ່ງທີ່ພຣະອົງໄດ້ກ່າວວ່າ: ເຮົາບໍ່ໄດ້ມາໄຖ່ບາບໃຫ້ຄົນຊອບທໍາ ແຕ່ມາເພື່ອໄຖ່ບາບໃຫ້ຄົນຜິດບາບ, ເພື່ອເຮັດໃຫ້ຄົນບາບໄດ້ຮັບການອະໄພບາບ. ຖ້າຫາກວ່າພຣະເຢຊູບັງເກີດເປັນມະນຸດກັບການພິພາກສາລົງໂທດ, ການສາບແຊ່ງ ແລະ ຄວາມບໍອົດທົນຕໍ່ຄວາມຜິດຂອງມວນມະນຸດຊາດ, ມະນຸດຈະບໍ່ມີໂອກາດທີ່ຈະໄຖ່ບາບ ແລະ ຄົງຈະເປັນບາບຕະຫຼອດໄປ. ຖ້າເປັນດັ່ງນັ້ນ, ແຜນການຄຸ້ມຄອງຫົກພັນປີຄົງຈະສິ້ນສຸດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະບັນຍັດ ກໍ່ຈະແກ່ຍາວຕະຫຼອດຫົກພັນປີ. ບາບຂອງມະນຸດຈະເພີ່ມຫຼາຍຂຶ້ນ ແລະ ໂສກເສົ້າຫຼາຍຂຶ້ນ ແລະ ການສ້າງມະນຸດຈະບໍ່ມີຜົນປະໂຫຍດຫຍັງເລີຍ. ມະມຸດກໍ່ຈະສາມາດພຽງແຕ່ຮັບໃຊ້ພະເຢໂຮວາພາຍໃຕ້ພຣະບັນຍັດເທົ່ານັ້ນ, ແຕ່ບາບຂອງພວກເຂົາຈະຫຼາຍເກີນກວ່າ ບາບຂອງມະນຸດທີ່ຖືກສ້າງຂຶ້ນມາໃນຄັ້ງທໍາອິດ. ຍິ່ງພຣະເຢຊູຮັກມະນຸດຊາດເທົ່າໃດ, ໃຫ້ອະໄພບາບເຂົາເຈົ້າຫຼາຍເທົ່າໃດ ແລະ ມອບຄວາມເມດຕາ ແລະ ຄວາມຮັກກະລຸນາໃຫ້ພວກເຂົາຢ່າງພຽງພໍເທົ່າໃດ, ມວນມະນຸດກໍ່ຍິ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼາຍເທົ່ານັ້ນ ແລະ ຖືກເອີ້ນວ່າລູກແກະທີ່ສູນຫາຍ ທີ່ພຣະເຢຊູໄດ້ຊື້ຄືນໃນລາຄາທີ່ແພງທີ່ສຸດ. ຊາຕານບໍ່ສາມາດເຂົ້າຮ່ວມໃນພາລະກິດນີ້ໄດ້ ເພາະວ່າພຣະເຢຊູປະຕິບັດຕໍ່ຜູ້ຕິດຕາມພຣະອົງຄືຜູ້ເປັນແມ່ທີ່ຮັກລູກປະຕິບັດຕໍ່ລູກໃນອ້ອມກອດອັນອົບອຸ່ນຂອງນາງ. ພຣະອົງບໍ່ໄດ້ໂກດເຄືອງພວກເຂົາ ຫລື ດູຫມິ່ນພວກເຂົາ ແຕ່ເຕັມໄປດ້ວຍຄວາມປອບໂຍນ; ພຣະອົງບໍ່ເຄີຍ ໂກດແຄ້ນໃນທ່າມກາງພວກເຂົາ ແຕ່ໄດ້ອົດທົນກັບບາບຂອງພວກເຂົາ ແລະ ມອງຂ້າມຄວາມໂງ່ຂອງພວກເຂົາ ແລະ ຄວາມໄຮ້ດຽງສາຂອງພວກເຂົາ ຈົນເຖິງຂັ້ນກ່າວວ່າ: “ໃຫ້ອະໄພຜູ້ອື່ນເຈັດສິບເທື່ອຄູນເຈັດເທື່ອ”. ດັ່ງນັ້ນຫົວໃຈຂອງພຣະອົງຫັນປ່ຽນຫົວໃຈຂອງຄົນອື່ນ. ແລ້ວມັນກໍແມ່ນວິທີນີ້ເອງທີ່ຜູ້ຄົນໄດ້ຮັບການໃຫ້ອະໄພບາບໂດຍຜ່ານການອົດທົນຂອງພຣະອົງ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 23)

ເຖິງແມ່ນວ່າພຣະເຢຊູຢູ່ໃນການບັງເກີດເປັນມະນຸດຂອງພຣະອົງ ຈະປາດສະຈາກຄວາມຮູ້ສຶກໃດໆ, ພຣະອົງຍັງ ປອບໃຈພວກສາວົກຂອງພຣະອົງ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ເຖິງວ່າພຣະອົງໄດ້ເຮັດເພື່ອສາວົກຂອງພຣະອົງຫຼາຍເທົ່າໃດ ຫຼື ໄດ້ທົນທຸກທໍລະມານຫຼາຍເທົ່າໃດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກຄົນຂອງພຣະອົງເກີນຄວາມຈຳເປັນເລີຍ, ແຕ່ຊ້ຳພັດອົດທົນ ແລະ ຮັບບາບແທນພວກເຂົາ ຈົນເຮັດໃຫ້ຄົນທີ່ຢູ່ໃນ ຍຸກແຫ່ງຄວາມກະລຸນາ ເອີ້ນພຣະອົງວ່າ “ພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ພຣະເຢຊູເຈົ້າ”. ສຳລັບຜູ້ຄົນໃນເວລານັ້ນ ແລະ ສຳລັບທຸກຄົນ, ສິ່ງທີ່ພຣະເຢຊູມີ ແລະ ເປັນ ແມ່ນຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງບໍ່ເຄີຍຈົດຈໍາການລ່ວງລະເມີດຂອງຜູ້ຄົນ ແລະ ການປະຕິບັດຂອງພຣະອົງຕໍ່ພວກເຂົາເຈົ້າບໍ່ໄດ້ຂຶ້ນຢູ່ກັບການລ່ວງລະເມີດຂອງພວກເຂົາ. ເນື່ອງຈາກວ່າການປະຕິບັດແບບນັ້ນແມ່ນຢູ່ຍຸກອື່ນ, ພຣະອົງມັກຈະມອບອາຫານ ແລະ ເຄື່ອງດື່ມທີ່ອຸດົມສົມບູນແກ່ຜູ້ຄົນເພື່ອໃຫ້ພວກເຂົາໄດ້ຮັບປະທານຢ່າງອີ່ມໜຳສຳລານສະເໝີ. ພຣະອົງໄດ້ປະຕິບັດຕໍ່ຜູ້ຕິດຕາມພຣະອົງທັງຫມົດດ້ວຍຄວາມກະລຸນາ, ປິ່ນປົວຄົນເຈັບປ່ວຍ, ຂັບໄລ່ພວກຜີປີສາດ, ຟື້ນຜູ້ຕາຍໃຫ້ຄືນມາ. ເພື່ອວ່າຜູ້ຄົນຈະໄດ້ເຊື່ອໃນພຣະອົງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງໄດ້ກະທໍາລົງໄປນັ້ນແມ່ນມີຄວາມບໍລິສຸດ ແລະ ຈິງໃຈ, ພຣະອົງໄດ້ສະແດງເຖິງຂະໜາດວ່າຟື້ນຄືນຊີວິດຂອງສົບທີ່ເໜົ່າເປື່ອຍ, ສະແດງໃຫ້ພວກເຂົາເຫັນວ່າ ຍ້ອນກໍາມືຂອງພຣະອົງ ແມ່ນແຕ່ຄົນຕາຍແລ້ວຍັງກັບຄືນມາມີຊີວິດອີກ. ຍ້ອນວິທີການແບບນີ້ພຣະອົງໄດ້ຮັບເອົາຄວາມເຈັບປວດຢ່າງງຽບໆ ແລະ ໄດ້ເຮັດພາລະກິດແຫ່ງການໄຖ່ບາບຂອງພຣະອົງທ່າມກາງພວກເຂົາ. ກ່ອນທີ່ພຣະອົງຈະຖືກຕອກຕະປູໃສ່ໄມ້ກາງແຂນ, ພຣະເຢຊູໄດ້ຮັບເອົາບາບຂອງມວນມະນຸດຊາດມາແລ້ວ ແລະ ກາຍເປັນເຄື່ອງບູຊາໄຖ່ບາບຂອງມວນມະນຸດຊາດ. ກ່ອນທີ່ຈະຖືກຄືງໃສ່ໄມ້ກາງແຂນ, ພຣະອົງໄດ້ເປີດທາງໄປສູ່ໄມ້ກາງແຂນເພື່ອໄຖ່ເອົາມວນມະນຸດຊາດ. ໃນທີ່ສຸດພຣະອົງໄດ້ຖືກຕອກຕະປູຕິດໃສ່ໄມ້ກາງແຂນ, ເສຍສະລະຕົນເອງເພື່ອກາງແຂນ ແລະ ພຣະອົງໄດ້ມອບ ຄວາມເມດຕາ, ຄວມຮັກກະລຸນາ ແລະ ຄວາມບໍລິສຸດທັງຫມົດໃຫ້ແກ່ມວນມະນຸດຊາດ. ເພື່ອມະນຸດຊາດ, ພຣະອົງອົດທົນສະເຫມີ, ບໍ່ເຄີຍແກ້ແຄ້ນ, ແຕ່ໃຫ້ອະໄພບາບຂອງພວກເຂົາເຈົ້າ, ເຕືອນພວກເຂົາໃຫ້ກັບໃຈ ແລະ ສອນພວກເຂົາໃຫ້ມີຄວາມອົດທົນ, ອົດກັ້ນ ແລະ ໃຫ້ຄວາມຮັກ, ໃຫ້ນຳຮອຍພຣະອົງ ແລະ ເສຍສະລະຕົນເອງເພື່ອຄວາມໝາຍຂອງໄມ້ກາງແຂນ. ຄວາມຮັກຂອງພຣະອົງຕໍ່ອ້າຍເອື້ອຍນ້ອງແມ່ນເກີນຄວາມຮັກທີ່ມີໃຫ້ນາງມາຣີ. ພາລະກິດທີ່ພຣະອົງໄດ້ກະທໍາເປັນຫລັກການປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກຜີມ່ານຮ້າຍ, ທັງຫມົດແມ່ນເພື່ອເປັນການໄຖ່ບາບໃຫ້ມວນມະນຸດຊາດ. ບໍ່ວ່າພຣະອົງຈະໄປໃສ, ພຣະອົງໄດ້ປະຕິບັດຕໍ່ທຸກຄົນທີ່ຕິດຕາມພຣະອົງດ້ວຍຄວາມກະລຸນາ. ພຣະອົງໄດ້ເຮັດໃຫ້ຜູ້ທຸກຍາກກາຍເປັນເສດຖີ, ຜູ້ເປ້ຍລ່ອຍຍ່າງໄດ້, ຄົນຕາບອດກັບມາເຫັນ ແລະ ຄົນຫູຫນວກໄດ້ຍິນ; ພຣະອົງຍັງໄດ້ເຊື້ອເຊີນບັນດາຄົນຕ່ຳຕ້ອຍ ຜູ້ຍາກໄຮ້, ຄົນບາບ, ນັ່ງຢູ່ໂຕະດຽວກັນກັບພຣະອົງ, ບໍ່ເຄີຍຫຼີກເວັ້ນພວກເຂົາ ແຕ່ມີຄວາມອົດທົນຢູ່ສະເໝີ, ເຖິງຂັ້ນກ່າວວ່າ: “ເມື່ອຜູ້ລ້ຽງແກະສູນເສຍແກະໜຶ່ງໂຕຈາກຈຳນວນຫນຶ່ງຮ້ອຍໂຕ, ລາວຈະຊອກຫາແກະທີ່ສູນເສຍນັ້ນແມ່ນແຕ່ຕ້ອງປ່ອຍປະແກະ 99 ໂຕທີ່ເຫຼືອໄວ້ຂ້າງຫຼັງກໍ່ຕາມ, ເມື່ອລາວຫາພົບມັນແລ້ວ ລາວຈະປິຕິຍິນດີຢ່າງໃຫຍ່ຫຼວງ”. ພຣະອົງຮັກຜູ້ຕິດຕາມພຣະອົງປານກັບແມ່ແກະຮັກລູກຂອງຕົນ. ເຖິງແມ່ນວ່າພວກເຂົາໂງ່ຈ້າ ແລະ ບໍ່ຮັບຮູ້ ແລະ ເປັນຄົນບາບຢູ່ໃນສາຍຕາຂອງພຣະອົງ ແລະ ຍິ່ງໄປກ່ວານັ້ນຍັງເປັນຄົນອ່ອນໂຍນທີ່ສຸດຂອງສັງຄົມ, ພຣະອົງໄດ້ຖືວ່າຄົນບາບເຫຼົ່ານີ້ ຄົນທີ່ຄົນອື່ນດູຫມິ່ນ ເປັນທີ່ໂປດປານໃນສາຍຕາຂອງພຣະອົງ. ຍ້ອນພຣະອົງໄດ້ໂປດປານພວກເຂົາ, ພຣະອົງໄດ້ມອບຊີວິດຂອງພຣະອົງເພື່ອພວກເຂົາ ດັ່ງທີ່ລູກແກະໄດ້ຖືກຖວາຍເທິງແທ່ນບູຊາ. ພຣະອົງໄດ້ໄປຢູ່ໃນທ່າມກາງພວກເຂົາເຫມືອນກັບວ່າພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ປ່ອຍໃຫ້ພວກເຂົາໃຊ້ພຣະອົງ ແລະ ຂ້າພຣະອົງ, ຍອມຮັບໃຊ້ພວກເຂົາໂດຍບໍ່ມີເງື່ອນໄຂ. ຕໍ່ກັບຜູ້ຕິດຕາມພຣະອົງ ພຣະອົງເປັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ, ແຕ່ຕໍ່ກັບພວກຟາຣີຊາຍ ຜູ້ສິດສອນຜູ້ຄົນຈາກແທ່ນທີ່ສູງ, ພຣະອົງບໍ່ສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາ, ແຕ່ຄວາມກຽດຊັງ ແລະ ຄວາມບໍພໍໃຈ. ພຣະອົງບໍໄດ້ກະທຳການໃດຢ່າງຫຼວງຫຼາຍກັບພວກຟາຣີຊາຍ, ມີແຕ່ສັ່ງສອນພວກເຂົາ ແລະ ຕຳນິພວກເຂົາບາງຄັ້ງຄາວ; ພຣະອົງບໍໄດ້ໄປຢູ່ໃນທ່າມກາງພວກເຂົາ ດໍາເນີນພະລະກິດໄຖ່ບາບ ຫຼື ປະຕິບັດການສຳຄັນ ແລະ ສິ່ງມະຫັດສະຈັນ. ພຣະອົງໄດ້ມອບຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງໃຫ້ຜູ້ຕິດຕາມພຣະອົງ, ຮັບເອົາຄວາມທຸກເພື່ອຄົນບາບເຫຼົ່ານີ້ຈົນເຖິງທີ່ສຸດ, ເມື່ອພຣະອົງຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ທົນທຸກທໍລະມານຈົນກວ່າພຣະອົງໄດ້ໄຖ່ບາບໃຫ້ມະນຸດທັງປວງ, ນີ້ແມ່ນຜົນລວມຂອງພາລະກິດຂອງພຣະອົງ.

ຖ້າປາສະຈາກການໄຖ່ບາບຂອງພຣະເຢຊູ, ມະນຸດຄົງຈະມີຊີວິດຢູ່ກັບຄວາມບາບຕະຫຼອດໄປ ແລະ ກາຍເປັນລູກຫຼານຂອງຄວາມບາບ, ລູກຫຼານຂອງພວກມານຮ້າຍ. ຖ້າເປັນໄປຕາມນີ້ ໃນໂລກນີ້ກໍ່ຈະກາຍເປັນສະຖານທີ່ພັກເຊົາຂອງຊາຕານ, ບ່ອນທີ່ຢູ່ອາໄສຂອງພວກມັນ. ແຕ່ພາລະກິດແຫ່ງການໄຖ່ບາບຕ້ອງການ ການສະແດງອອກເຊິ່ງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມວນມະນຸດ; ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ຮັບການໃຫ້ອະໄພບາບ ແລະ ສຸດທ້າຍໄດ້ຮັບສິດທີ່ຈະເຮັດໃຫ້ສົມບູນ ແລະ ໄດ້ຮັບພອນຢ່າງເຕັມທີ່. ຖ້າປາສະຈາກພາລະກິດໃນຍຸກນີ້, ແຜນການຄຸ້ມຄອງຫົກພັນປີຈະບໍ່ສາມາດດໍາເນີນຕໍ່ໄປໄດ້. ຖ້າຫາກວ່າພຣະເຢຊູບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ, ຖ້າຫາກພຣະອົງພຽງແຕ່ໄດ້ປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກມານຮ້າຍ, ຜູ້ຄົນກໍຈະບໍ່ສາມາດໄດ້ຮັບການໃຫ້ອະໄພບາບຂອງພວກເຂົາຢ່າງສົມບູນ. ໃນໄລຍະສາມປີເຄິ່ງທີ່ພຣະເຍຊູໃຊ້ເວລາກະທໍາພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງໄດ້ສໍາເລັດພຽງແຕ່ເຄິ່ງຫນຶ່ງຂອງພາລະກິດແຫ່ງການໄຖ່ບາບຂອງພຣະອົງເທົ່ານັ້ນ; ຈົນກວ່າ ວ່າພຣະອົງໄດ້ຖືກຄຶງໃສ່ເທິງໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເປັນບາບທີ່ມອບຄືນໃຫ້ແກ່ຄົນຊົ່ວ, ພຣະອົງຈຶ່ງໄດ້ສໍາເລັດພາລະກິດຂອງການຖືກຄຶງໃສ່ໄມ້ກາງແຂນ ແລະ ເຂົາໃຈແຈ່ມແຈ້ງເຖິງ ຊະຕາກຳຂອງມະນຸດ. ຫລັງຈາກທີ່ຮ່າງກາຍຂອງພຣະອົງຖືກມອບໃຫ້ຊາຕານ, ພຣະອົງກໍໄດ້ໄຖ່ບາບໃຫ້ກັບມະນຸດຊາດທັງປວງ. ເປັນເວລາສາມສິບສາມປີເຄິ່ງ, ພຣະອົງໄດ້ທົນທຸກທໍລະມານຢູ່ເທິງແຜ່ນດິນໂລກນີ້, ຖືກເຍາະເຍີ້ຍໃສ່ຮ້າຍ, ຖືກດູຖູກ ແລະ ຖືກປະຖິ້ມ, ຈົນເຖິງຂັ້ນທີ່ພຣະອົງບໍ່ມີບ່ອນຊຸກຫົວນອນ, ບໍ່ມີບ່ອນໃຫ້ພັກເຊົາ ແລະ ຫຼັງຈາກນັ້ນ ພຣະອົງກໍຖືກຄຶງໃສ່ໄມ້ກາງແຂນ, ທັງຫມົດຕົວຕົນຂອງພຣະອົງ ເຊິ່ງເປັນຮ່າງກາຍທີ່ບໍລິສຸດ ແລະ ໄຮ້ດຽງສາຖືກຕອກຕະປູຄຶງໄວ້ເທິງໄມ້ກາງແຂນ. ພຣະອົງອົດທົນຕໍ່ຄວາມທຸກທໍລະມານທຸກດ້ານ. ຜູ້ທີ່ມີອໍານາດໄດ້ເຍາະເຍີ້ຍ ແລະ ຂ້ຽນຕີພຣະອົງ ແລະ ພວກທະຫານເຮັດເຖິງກັບຖົ່ມນ້ຳລາຍໃສ່ໃບຫນ້າຂອງພຣະອົງ; ແຕ່ພຣະອົງຍັງຄົງງຽບສະຫງົບ ແລະ ທົນທຸກທໍລະມານຈົນເຖິງທີ່ສຸດ, ຖວາຍຕົນຢ່າງບໍມີເງື່ອນໄຂຈົນເຖິງຈຸດຈົບຂອງເຊີວິດ, ດັ່ງນັ້ນແລ້ວ ພຣະອົງຈຶ່ງໄດ້ໄຖ່ບາບມະນຸດຊາດທັງຫມົດ. ເມື່ອນັ້ນ ພຣະອົງກໍໄດ້ຖືກໂຜດໃຫ້ພັກຜ່ອນ. ພາລະກິດທີ່ພຣະເຍຊູໄດ້ກະທຳເປັນພຽງແຕ່ຍຸກແຫ່ງພຣະຄຸນ; ມັນບໍ່ໄດ້ລວມຍຸກແຫ່ງພຣະບັນຍັດ ແລະ ມັນບໍ່ແມ່ນການທົດແທນພາລະກິດໃນຍຸກສຸດທ້າຍແຕ່ຢ່າງໃດ. ນີ້ແມ່ນຄວາມສໍາຄັນຂອງພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ຍຸກທີສອງທີ່ມະນຸດໄດ້ຜ່ານພົ້ນ ນັ້ນກໍຄືຍຸກແຫ່ງການໄຖ່ບາບ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 24)

ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລິ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກແຫ່ງອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ.

(ຄັດຈາກບົດ ນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 25)

ຖ້າຜູ້ຄົນຍັງຢູ່ໃນຍຸກພຣະຄຸນ ພວກເຂົາຈະບໍ່ຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຈັກເທື່ອ, ແຮງໄກທີ່ຈະຮູ້ຈັກອຸປະນິໄສໂດຍກໍາເນີດຂອງພຣະເຈົ້າ. ຖ້າຜູ້ຄົນດຳລົງຊີວິດໃນທ່າມກາງຄວາມອຸດົມສົມບູນຂອງຄວາມກະລຸນາຢູ່ສະເໝີ ແຕ່ບໍ່ມີວິທີຊີວິດທີ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ ຫຼື ເປັນທີ່ພໍໃຈຂອງພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບພຣະອົງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງຈັກເທື່ອ. ຄວາມເຊື່ອປະເພດນີ້ເປັນຕາສົມເພດແທ້ໆ. ເມື່ອເຈົ້າໄດ້ອ່ານປື້ມເຫຼັ້ມນີ້ສໍາເລັດແລ້ວ, ເມື່ອເຈົ້າໄດ້ຜະເຊີນກັບແຕ່ລະບາດກ້າວຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກແຫ່ງອານາຈັກນີ້ແລ້ວ, ເຈົ້າຈະຮູ້ສຶກວ່າ ຄວາມປາຖະໜາທີ່ເຈົ້າມີເປັນເວລາຫຼາຍປີນັ້ນຈະກາຍເປັນຈິງໃນທີ່ສຸດ. ເຈົ້າຈະຮູ້ສຶກວ່າ ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ເຫັນພຣະເຈົ້າເຊິ່ງໜ້າ; ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ແນມເບິ່ງໃບໜ້າພຣະເຈົ້າ, ໄດ້ຍິນພຣະຄໍາສ່ວນຕົວຂອງພຣະອົງ, ເຫັນຄຸນຄ່າສະຕິປັນຍາໃນການປະຕິບັດພາລະກິດຂອງພຣະອົງ ແລະ ຮູ້ສຶກຢ່າງແທ້ຈິງວ່າ ພຣະອົງເປັນຈິງ ແລະ ມີລິດທານຸພາບສູງສຸດພຽງໃດ. ເຈົ້າຈະຮູ້ສຶກວ່າ ເຈົ້າໄດ້ຮັບຫຼາຍສິ່ງທີ່ຜູ້ຄົນໃນອະດີດຜ່ານມາບໍ່ເຄີຍເຫັນ ຫຼື ເຄີຍມີ. ໃນເວລານີ້ ເຈົ້າຈະຮູ້ຢ່າງແທ້ຈິງວ່າ ການເຊື່ອໃນພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນຫຍັງ. ແນ່ນອນ ຖ້າເຈົ້າຍຶດຕິດກັບມຸມມອງໃນອະດີດ ແລະ ບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ແລ້ວເຈົ້າກໍຈະຍັງເຫຼືອແຕ່ມືເປົ່າ, ບໍ່ໄດ້ຮັບຫຍັງເລີຍ ແລະ ໃນທີ່ສຸດ ເຈົ້າກໍຈະຖືກພິພາກສາວ່າຜິດໃນກໍລະນີຕໍ່ຕ້ານພຣະເຈົ້າ. ຜູ້ທີ່ສາມາດເຊື່ອຟັງຄວາມຈິງ ແລະ ຍອມຮັບພາລະກິດຂອງພຣະເຈົ້າກໍຈະໄດ້ຮັບການຢືນຢັນພາຍໃຕ້ນາມຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ. ພວກເຂົາຈະສາມາດຮັບເອົາການຊີ້ນໍາສ່ວນຕົວຈາກພຣະເຈົ້າ, ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ສູງສົ່ງຫຼາຍຍິ່ງຂຶ້ນ ພ້ອມທັງຊີວິດທີ່ແທ້ຈິງ. ພວກເຂົາຈະເຫັນນິມິດທີ່ຜູ້ຄົນໃນອະດີດບໍ່ເຄີຍເຫັນມາກ່ອນ: “ແລະ ຂ້າພະເຈົ້າຫັນໄປຍັງສຽງທີ່ເວົ້າກັບຂ້າພະເຈົ້າ. ເມື່ອຂ້າພະເຈົ້າຫັນໄປກໍເຫັນຄັນທຽນຄໍາເຈັດອັນ; ໃນທ່າມກາງຄັນທຽນເຈັດຄັນເຫຼົ່ານັ້ນ ມີຜູ້ໜຶ່ງເໝືອນບຸດມະນຸດ, ນຸ່ງເສື້ອລ່າມລົງເຖິງຕີນ ແລະ ຄຽນເອິກດ້ວຍຜ້າບ່ຽງຄໍາ. ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນດັ່ງສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ” (ພຣະນິມິດ 1:12-16). ນິມິດດັ່ງກ່າວນີ້ແມ່ນເປັນການສະແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ ແລະ ການສະແດງອອກເຖິງອຸປະນິໄສທັງໝົດຂອງພຣະອົງກໍຍັງເປັນການສະແດງເຖິງພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນຂອງພຣະອົງ. ຢູ່ໃນສະພາວະທີ່ຫຼັ່ງໄຫຼແຫ່ງການຂ້ຽນຕີ ແລະ ການພິພາກສາ, ບຸດມະນຸດສະແດງອອກເຖິງອຸປະນິໄສໂດຍທໍາມະຊາດຂອງພຣະອົງຜ່ານວິທີການແຫ່ງພຣະຄຳ ເຊິ່ງເຮັດໃຫ້ທຸກຄົນທີ່ຍອມຮັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ທີ່ເປັນການພັນລະນາຢ່າງຊື່ສັດເຖິງໃບໜ້າຂອງບຸດມະນຸດທີ່ໂຢຮັນເຄີຍໄດ້ເຫັນ. (ແນ່ນອນ ທຸກສິ່ງນີ້ຈະບໍ່ສາມາດເຫັນໄດ້ໂດຍຜູ້ຄົນທີ່ບໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ). ໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດ ແລະ ດັ່ງນັ້ນ ພຣະເຈົ້າຈຶ່ງໃຊ້ວິທີການທີ່ພຣະອົງສະແດງອອກໃນອຸປະນິໄສໂດຍທໍາມະຊາດຂອງພຣະອົງເພື່ອສະແດງໃບໜ້າທີ່ແທ້ຈິງຂອງພຣະອົງໃຫ້ມະນຸດເຫັນ. ນັ້ນໝາຍຄວາມວ່າ ທຸກຄົນທີ່ໄດ້ເຫັນຄຸນຄ່າອຸປະນິໄສໂດຍທຳມະຊາດຂອງບຸດມະນຸດກໍຈະໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ເພາະວ່າພຣະເຈົ້າແມ່ນຍິ່ງໃຫຍ່ເກີນໄປ ແລະ ບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດໄດ້. ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ, ພວກເຂົາກໍຈະຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຄໍາເວົ້າຂອງໂຢຮັນ ທີ່ເພິ່ນເວົ້າເຖິງບຸດມະນຸດຢູ່ໃນທ່າມກາງຄັນໂຄມໄຟວ່າ: “ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ”. ໃນເວລານັ້ນ, ເຈົ້າຈະຮູ້ຢ່າງບໍ່ຕ້ອງສົງໄສວ່າ ເນື້ອໜັງທີ່ທໍາມະດານີ້ທີ່ໄດ້ກ່າວຢ່າງຫຼວງຫຼາຍຄືພຣະເຈົ້າຜູ້ບັງເກີດເປັນມະນຸດຄັ້ງທີສອງໂດຍປະຕິເສດບໍ່ໄດ້. ຍິ່ງໄປກວ່ານັ້ນ ເຈົ້າຈະຮູ້ສຶກຢ່າງແທ້ຈິງວ່າ ເຈົ້າຊ່າງໂຊກດີ ແລະ ຮູ້ສຶກວ່າຕົນເອງເປັນຄົນທີ່ໂຊກດີທີ່ສຸດ. ເຈົ້າຈະບໍ່ເຕັມໃຈຮັບເອົາພອນນີ້ບໍ?

(ຄັດຈາກບົດ ນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 26)

ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 27)

ໃນພາລະກິດຂອງຍຸກສຸດທ້າຍ, ພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອມານຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ພວກເຂົາຖືກໄຖ່ບາບ, ສິ່ງນີ້ພຽງແຕ່ໝາຍຄວາມວ່າ ພວກເຂົາໄດ້ລອດພົ້ນຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ບໍລິສຸດ ຫຼື ຖືກປ່ຽນແປງໂດຍພຣະເຈົ້າ, ພວກເຂົາກໍຍັງຈະເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງຈະມີຄວາມສົກກະປົກ, ມີການຕໍ່ຕ້ານ ແລະ ກະບົດ; ມະນຸດພຽງແຕ່ກັບຄືນຫາພຣະເຈົ້າຜ່ານການໄຖ່ບາບຂອງພຣະອົງເທົ່ານັ້ນ, ແຕ່ເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າ ແລະ ຍັງສາມາດຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນເຂົ້າໃຈວ່າ ພວກເຂົາສືບເສື້ອຊາຍມາຈາກໂມອາບ, ພວກເຂົາໄດ້ແຕ່ຕໍ່ວ່າ, ພາກັນເຊົາສະແຫວງຫາຊີວິດ ແລະ ເປັນກຸ່ມຄົນທີ່ຄິດລົບທີ່ສຸດ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ມະນຸດຊາດບໍ່ສາມາດຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າໄດ້ຢ່າງສົມບູນ? ນີ້ບໍ່ແມ່ນອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງພວກເຂົາແທ້ບໍ? ເມື່ອເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການຂ້ຽນຕີ, ພາຍໃຕ້ການພິພາກສາ, ເຈົ້າກໍຈະຍົກມືຂຶ້ນສູງກວ່າຄົນອື່ນ, ຍົກສູງກວ່າພຣະເຢຊູອີກ. ແລ້ວກໍພາກັນໂຮ່ຮ້ອງອອກມາຢ່າງແຮງວ່າ “ຈົ່ງເປັນບຸດຊາຍອັນເປັນທີ່ຮັກຂອງພຣະເຈົ້າ! ຈົ່ງເປັນມິດສະຫາຍຂອງພຣະເຈົ້າ! ພວກຂ້ານ້ອຍຈະຂໍຕາຍດີກວ່າກົ້ມຫົວລົງໃຫ້ກັບຊາຕານ! ຈົ່ງກະບົດຕໍ່ຊາຕານເຖົ້າ! ຈົ່ງກະບົດຕໍ່ມັງກອນແດງໃຫຍ່! ຂໍໃຫ້ມັງກອນແດງໃຫຍ່ສູນເສຍອຳນາດຢ່າງໜ້າສັງເວດ! ຂໍໃຫ້ພຣະເຈົ້າຈົ່ງເຮັດໃຫ້ພວກຂ້ານ້ອຍສົມບູນ!” ສຽງຮ້ອງໂຮ່ຂອງເຈົ້າແມ່ນກ້ອງດັງກວ່າຄົນອື່ນໆ. ແຕ່ເມື່ອເຖິງເວລາແຫ່ງການຂ້ຽນຕີ, ນິໄສອັນເສື່ອມຊາມຂອງມະນຸດຊາດກໍສະແດງອອກມາໃຫ້ເຫັນອີກກຄັ້ງ. ສຽງຮ້ອງໂຮ່ຂອງພວກເຂົາກໍມິດລົງ ແລະ ຄວາມເດັດດ່ຽວຂອງພວກເຂົາກໍລົ້ມເຫຼວ. ນີ້ແມ່ນຄວາມເສື່ອມຊາມຂອງມະນຸດ ທີ່ຝັງເລິກກວ່າຄວາມຜິດບາບ, ມັນແມ່ນສິ່ງທີ່ຊາຕານໄດ້ປູກຝັງໄວ້ ແລະ ໄດ້ຝັງເລິກຢູ່ພາຍໃນມະນຸດ. ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ. ໃນອະດີດ ມະນຸດຮ້ອງຂຶ້ນແບບນັ້ນກໍເພາະວ່າເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບນິໄສເດີມທີ່ເສື່ອມຊາມຂອງເຂົາ. ສິ່ງເຫຼົ່ານີ້ແມ່ນຄວາມບໍ່ບໍລິສຸດທີ່ມີຢູ່ພາຍໃນມະນຸດ. ທົ່ວທັງໄລຍະເວລາທີ່ຍາວນານແຫ່ງການພິພາກສາ ແລະ ການຂ້ຽນຕີ, ມະນຸດດຳລົງຊີວິດຢູ່ໃນບັນຍາກາດຄວາມຕຶງຄຽດ. ສິ່ງນີ້ລ້ວນແລ້ວແຕ່ບໍ່ໄດ້ຖືກບັນລຸຜ່ານການປະຕິບັດງານຂອງພຣະທຳບໍ? ເຈົ້າບໍ່ໄດ້ຮ້ອງອອກເປັນສຽງດັງກ່ອນການທົດລອງຂອງຜູ້ເຮັດບໍລິການບໍ? “ຈົ່ງເຂົ້າສູ່ອານາຈັກ! ທຸກຄົນທີ່ຍອມຮັບເອົານາມນີ້ຈະເຂົ້າສູ່ອານາຈັກ! ທຸກຄົນຈະມີສ່ວນຮ່ວມກັບພຣະເຈົ້າ!” ເມື່ອການທົດລອງຂອງຜູ້ເຮັດບໍລິການມາເຖິງ, ເຈົ້າຈະບໍ່ຮ້ອງອອກສຽງດັງອີກຕໍ່ໄປ. ໃນເບື້ອງຕົ້ນນັ້ນ, ທຸກຄົນຮ້ອງອອກມາວ່າ “ໂອພຣະເຈົ້າ! ບໍ່ວ່າພຣະອົງຈະວາງຂ້ານ້ອຍໄວ້ຢູ່ໃສກໍຕາມ, ຂ້ານ້ອຍຈະຍອມໃຫ້ພຣະອົງນໍາພາ”. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າທີ່ວ່າ “ຜູ້ໃດຈະເປັນໂປໂລຂອງເຮົາ?” ມະນຸດກໍເວົ້າວ່າ “ຂ້ານ້ອຍເຕັມໃຈ!” ແລ້ວເຂົາກໍເຫັນພຣະທຳທີ່ວ່າ “ແລ້ວຄວາມເຊື່ອຂອງໂຢບເດ?” ແລະ ເວົ້າວ່າ “ຂ້ານ້ອຍເຕັມໃຈທີ່ຈະຮັບເອົາຄວາມເຊື່ອຂອງໂຢບ. ພຣະເຈົ້າກະລຸນາທົດສອບຂ້ານ້ອຍດ້ວຍເຖີດ!” ເມື່ອການທົດລອງຂອງຜູ້ເຮັບບໍລິການມາເຖິງ, ເຂົາກໍລົ້ມລົງທັນທີ ແລະ ເກືອບບໍ່ສາມາດລຸກຂຶ້ນອີກຄັ້ງ. ຫຼັງຈາກນັ້ນ ຄວາມບໍ່ບໍລິສຸດທີ່ຢູ່ໃນຫົວໃຈຂອງມະນຸດກໍຫຼຸດລົງເທື່ອລະໜ້ອຍ. ສິ່ງນີ້ບໍ່ແມ່ນຖືກບັນລຸຜົນຜ່ານທາງພຣະທຳບໍ? ດັ່ງນັ້ນ ສິ່ງທີ່ພວກເຈົ້າໄດ້ຜະເຊີນໃນປັດຈຸບັນນີ້ ແມ່ນຜົນສໍາເລັດຜ່ານທາງພຣະທຳ, ເຊິ່ງຍິ່ງໃຫຍ່ກວ່າສິ່ງທີ່ຜູ້ຄົນໄດ້ຮັບຜ່ານການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນຂອງພຣະເຢຊູ. ຄວາມສະຫງ່າລາສີຂອງພຣະເຈົ້າທີ່ເຈົ້າເຫັນ ແລະ ລິດອຳນາດຂອງພຣະເຈົ້າທີ່ເຈົ້າເຫັນບໍ່ແມ່ນພຽງເຫັນຈາກວິທີການຄຶງໃສ່ໄມ້ກາງແຂນ, ຈາກວິທີແຫ່ງການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ, ແຕ່ໄດ້ເຫັນດ້ວຍວິທີແຫ່ງການພິພາກສາຈາກພຣະທຳຂອງພຣະອົງ. ສິ່ງນີ້ສະແດງໃຫ້ເຈົ້າເຫັນວ່າ ລິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າບໍ່ໄດ້ປະກອບດ້ວຍການສ້າງໝາຍສຳຄັນ, ການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ມານຮ້າຍ, ແຕ່ປະກອບດ້ວຍການພິພາກສາໂດຍພຣະທຳເຊິ່ງເປັນວິທີການທີ່ສາມາດເປັນຕົວແທນໃຫ້ກັບລິດອຳນາດຂອງພຣະເຈົ້າ ແລະ ເປີດເຜີຍຄວາມຍິ່ງໃຫຍ່ຂອງພຣະອົງໄດ້ດີກວ່າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 28)

ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ “ພຣະທໍາ” ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕິສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ. ຕະຫຼອດຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ບັນລຸຜົນພາລະກິດຂອງພຣະອົງ. ພຣະອົງບໍ່ກະທໍາໃນສິ່ງມະຫັດສະຈັນ ຫຼື ສະແດງອະພິນິຫານ, ພຣະອົງພຽງກະທໍາພາລະກິດຂອງພຣະອົງຜ່ານພຣະທໍາເທົ່ານັ້ນ. ຍ້ອນພຣະທໍາ ມະນຸດຈຶ່ງໄດ້ຮັບການຫລໍ່ລ້ຽງ ແລະ ການສະໜອງ. ຍ້ອນພຣະທໍາ ມະນຸດຈຶ່ງໄດ້ຮັບຄວາມຮູ້ ແລະ ປະສົບການທີ່ແທ້ຈິງ. ມະນຸດໃນຍຸກແຫ່ງພຣະທໍາໄດ້ຮັບພອນປະເສີດຢ່າງແທ້ຈິງ. ພວກເຂົາບໍ່ໄດ້ທົນທຸກກັບຄວາມເຈັບປວດຂອງຮ່າງກາຍ ແຕ່ມີຄວາມສຸກກັບການສະໜອງຢ່າງອຸດົມສົມບູນຈາກພຣະທໍາຂອງພຣະເຈົ້າ; ພວກເຂົາບໍ່ຈໍາເປັນສະແຫວງຫາຢ່າງຕາບອດ ຫຼື ອອກເດີນທາງຄົ້ນຫາຢ່າງຕາບອດ ເພາະວ່າໃນທ່າມກາງຄວາມສຸກສະບາຍຂອງພວກເຂົາ, ພວກເຂົາສາມາດເຫັນການປາກົດຕົວຂອງພຣະເຈົ້າ, ໄດ້ຍິນສຽງຂອງພຣະອົງກ່າວດ້ວຍປາກຂອງພຣະອົງ, ໄດ້ຮັບເອົາສິ່ງທີ່ພຣະອົງປະທານໃຫ້ ແລະ ເບິ່ງພຣະອົງກະທໍາພາລາກິດຂອງພຣະອົງດ້ວຍພຣະອົງເອງ. ມະນຸດໃນຍຸກຜ່ານມາບໍ່ສາມາດຊື່ນຊົມກັບສິ່ງເຫຼົ່ານີ້ໄດ້ ແລະ ພວກເຂົາບໍ່ມີວັນທີ່ຈະສາມາດໄດ້ຮັບພອນກັບສິ່ງເຫຼົ່ານີ້.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 29)

ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາເຄົາລົບນັບຖືພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງທີ່ຖືກສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອເຮັດໃຫ້ເຂົາຍອມຮັບຢ່າງແທ້ຈິງ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ການບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້. ແຕ່ສຳລັບວິທີທີ່ຜູ້ຄົນຈະຖືກເອົາຊະນະນັ້ນ, ນີ້ບໍ່ແມ່ນສິ່ງທີ່ພວກເຂົາສາມາດເຮັດດ້ວຍຕົນເອງໄດ້. ສິ່ງທີ່ເຈົ້າສາມາດເຮັດໄດ້ກໍມີພຽງແຕ່ການມາຮູ້ຈັກຄວາມເສື່ອມຊາມ ແລະ ຄວາມສົກກະປົກຂອງເຈົ້າ, ຄວາມກະບົດຂອງເຈົ້າ ແລະ ຄວາມບໍ່ຊອບທຳຂອງເຈົ້າ ຜ່ານການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ລົ້ມລົງຕໍ່ໜ້າພຣະເຈົ້າ. ຫຼັງຈາກທີ່ໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຖ້າເຈົ້າສາມາດນໍາຄວາມປະສົງນັ້ນເຂົ້າສູ່ການປະຕິບັດ ແລະ ຖ້າເຈົ້າມີນິມິດ ແລະ ສາມາດຍອມຕໍ່ພຣະທຳເຫຼົ່ານີ້ຢ່າງສົມບູນ ແລະ ບໍ່ຕັດສິນໃຈເລືອກດ້ວຍຕົນເອງ, ແລ້ວເຈົ້າກໍຈະຖືກເອົາຊະນະ ແລະ ມັນກໍເປັນຍ້ອນຜົນຂອງພຣະທຳເຫຼົ່ານີ້. ເປັນຫຍັງມະນຸດຊາດຈຶ່ງສູນເສຍຄຳພະຍານ? ເພາະບໍ່ມີໃຜມີຄວາມເຊື່ອໃນພຣະເຈົ້າ, ເພາະພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ. ການເອົາຊະນະມະນຸດຊາດແມ່ນການຟື້ນຟູຄວາມເຊື່ອຂອງມະນຸດຊາດ. ຜູ້ຄົນມັກຈະແລ່ນໂດຍບໍ່ຄິດສູ່ໂລກທີ່ທຳມະດາຢູ່ສະເໝີ, ພວກເຂົາບົ່ມຊ້ອນຄວາມຫວັງໄວ້ຫຼາຍເກີນໄປ, ຕ້ອງການສຳລັບອະນາຄົດຂອງພວກເຂົາຫຼາຍເກີນໄປ ແລະ ມີຄວາມຮຽກຮ້ອງຕ້ອງການທີ່ຟຸມເຟືອຍຫຼາຍເກີນໄປ. ພວກເຂົາຄິດເຖິງເນື້ອໜັງຢູ່ສະເໝີ, ວາງແຜນສຳລັບເນື້ອໜັງ ແລະ ບໍ່ສົນໃຈໃນການສະແຫວງຫາຫົນທາງແຫ່ງຄວາມເຊື່ອໃນພຣະເຈົ້າເລີຍ. ຫົວໃຈຂອງພວກເຂົາຖືກຊາຕານຍາດເອົາໄປ, ພວກເຂົາສູນເສຍຄວາມເຄົາລົບນັບຖືຂອງພວກເຂົາສຳລັບພຣະເຈົ້າ ແລະ ພວກເຂົາຕັ້ງຈິດຕັ້ງໃຈໃສ່ຊາຕານ. ແຕ່ມະນຸດຖືກພຣະເຈົ້າສ້າງຂຶ້ນມາ. ສະນັ້ນ ມະນຸດກໍໄດ້ສູນເສຍຄຳພະຍານ ໝາຍຄວາມວ່າເຂົາໄດ້ສູນເສຍສະຫງ່າລາສີຂອງພຣະເຈົ້າ. ເປົ້າໝາຍແຫ່ງການເອົາຊະນະມະນຸດຊາດແມ່ນເພື່ອຮຽກຄືນສະຫງ່າລາສີແຫ່ງຄວາມເຄົາລົບນັບຖືທີ່ມະນຸດມີສຳລັບພຣະເຈົ້າ. ມັນສາມາດເວົ້າໄດ້ໃນລັກສະນະນີ້: ມີຫຼາຍຄົນທີ່ບໍ່ສະແຫວງຫາຊີວິດ; ເຖິງແມ່ນວ່າມີບາງຄົນທີ່ສະແຫວງຫາຊີວິດ, ພວກເຂົາກໍມີພຽງແຕ່ຈຳນວນສໍ່າກຳມືໜຶ່ງເທົ່ານັ້ນ. ຜູ້ຄົນໝົກມຸ້ນຢູ່ກັບອະນາຄົດຂອງພວກເຂົາ ແລະ ບໍ່ສົນໃຈຫຍັງເລີຍຕໍ່ຊີວິດ. ບາງຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ຕັດສິນພຣະອົງຢູ່ລັບຫຼັງພຣະອົງ ແລະ ບໍ່ປະຕິບັດຄວາມຈິງ. ຜູ້ຄົນເຫຼົ່ານີ້ແມ່ນຈະຖືກເບິ່ງຂ້າມໃນຕອນນີ້; ສຳລັບຊ່ວງເວລານີ້, ບໍ່ມີຫຍັງທີ່ຈະປະຕິບັດກັບບຸດຊາຍແຫ່ງຄວາມກະບົດເຫຼົ່ານີ້, ແຕ່ໃນອະນາຄົດ ເຈົ້າຈະດຳລົງຊີວິດຢູ່ໃນຄວາມມືດມິດ, ຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າ. ເຈົ້າບໍ່ຮູ້ສຶກເຖິງຄວາມລໍ້າຄ່າຂອງແສງສະຫວ່າງເມື່ອເຈົ້າກຳລັງດຳລົງຊີວິດຢູ່ໃນແສງສະຫວ່າງນັ້ນ, ແຕ່ເຈົ້າຈະຮັບຮູ້ເຖິງຄວາມລໍ້າຄ່ານັ້ນ ຫຼັງຈາກທີ່ເຈົ້າໄດ້ດຳລົງຊີວິດໃນກາງຄືນທີ່ມືດມິດ ແລະ ເຈົ້າຈະເສຍໃຈໃນຕອນນັ້ນ. ເຈົ້າຮູ້ສຶກສະບາຍດີໃນຕອນນີ້, ແຕ່ມື້ທີ່ເຈົ້າເສຍໃຈກໍຈະມາເຖິງ. ເມື່ອມື້ນັ້ນມາເຖິງ ແລະ ຄວາມມືດມິດກໍລົງມາ ແລະ ແສງສະຫວ່າງບໍ່ມີອີກຕໍ່ໄປ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ມັນເປັນຍ້ອນເຈົ້າຍັງບໍ່ເຂົ້າໃຈພາລະກິດແຫ່ງປັດຈຸບັນ, ເຈົ້າຈຶ່ງລົ້ມເຫຼວທີ່ຈະຊື່ນຊົມເວລາທີ່ເຈົ້າມີໃນຕອນນີ້. ຫຼັງຈາກທີ່ພາລະກິດຂອງຈັກກະວານທັງປວງເລີ່ມຕົ້ນຂຶ້ນ ໝາຍຄວາມວ່າເມື່ອທຸກສິ່ງທີ່ເຮົາກຳລັງກ່າວໃນມື້ນີ້ໄດ້ກາຍເປັນຈິງ, ຫຼາຍຄົນກໍຈະຈັບຫົວຂອງພວກເຂົາ ແລະ ຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດ. ແລ້ວໃນການເຮັດແບບນັ້ນ, ພວກເຂົາຈະບໍ່ຕົກລົງສູ່ຄວາມມືດມິດພ້ອມກັບການຮ້ອງໄຫ້ ແລະ ກັດແຂ້ວບໍ? ທຸກຄົນທີ່ສະແຫວງຫາຊີວິດຢ່າງແທ້ຈິງ ແລະ ຖືກເຮັດໃຫ້ສົມບູນແມ່ນສາມາດຖືກໃຊ້ໄດ້, ໃນຂະນະທີ່ບຸດຊາຍແຫ່ງຄວາມກະບົດທັງໝົດທີ່ບໍ່ເໝາະສົມໃນການຮັບໃຊ້ ແມ່ນຈະຕົກລົງສູ່ຄວາມມືດມິດ. ພວກເຂົາຈະປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຈະບໍ່ສາມາດເຂົ້າໃຈຫຍັງເລີຍ. ສະນັ້ນ ພວກເຂົາກໍຈະທໍລະມານດ້ວຍການຮ້ອງໄຫ້ສະອຶກສະອື້ນ ຍ້ອນຖືກໂຍນລົງສູ່ການລົງໂທດ. ຖ້າເຈົ້າກຽມພ້ອມເປັນຢ່າງດີໃນໄລຍະນີ້ຂອງພາລະກິດ ແລະ ເຈົ້າໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າ, ແລ້ວເຈົ້າກໍເໝາະສົມທີ່ຈະຖືກໃຊ້. ຖ້າເຈົ້າບໍ່ໄດ້ກຽມພ້ອມເປັນຢ່າງດີ, ແລ້ວເຖິງແມ່ນເຈົ້າຖືກເອີ້ນເຂົ້າຮ່ວມໃນຂັ້ນຕອນຕໍ່ໄປຂອງພາລະກິດ, ເຈົ້າກໍຈະບໍ່ເໝາະສົມທີ່ຈະຖືກນໍາໃຊ້, ໃນຈຸດນີ້ ເຈົ້າຈະບໍ່ມີໂອກາດອີກ ເຖິງແມ່ນເຈົ້າປາຖະໜາທີ່ຈະກຽມຕົວເອງໃຫ້ພ້ອມ. ພຣະເຈົ້າແມ່ນໄດ້ຈາກໄປແລ້ວ; ເຈົ້າຈະສາມາດຊອກຫາໂອກາດແບບນີ້ຢູ່ຕໍ່ໜ້າເຈົ້າໃນຕອນນີ້ໄດ້ຢູ່ໃສ? ເຈົ້າຈະສາມາດຮັບເອົາການຝຶກຝົນທີ່ພຣະເຈົ້າຈັດໃຫ້ເປັນການສ່ວນຕົວໄດ້ຢູ່ໃສ? ໃນຕອນນັ້ນ, ພຣະເຈົ້າກໍຈະບໍ່ກ່າວເປັນການສ່ວນຕົວ ຫຼື ສະແດງສຽງຂອງພຣະອົງ; ສິ່ງທີ່ເຈົ້າຈະສາມາດເຮັດໄດ້ກໍຄືອ່ານສິ່ງທີ່ໄດ້ຖືກກ່າວໃນມື້ນີ້, ແລ້ວຄວາມເຂົ້າໃຈຈະເກີດຂຶ້ນງ່າຍໆໄດ້ແນວໃດ? ຊີວິດໃນອະນາຄົດຈະດີກວ່າທີ່ມັນເປັນຢູ່ໃນປັດຈຸບັນໄດ້ແນວໃດ? ໃນຈຸດນັ້ນ, ເຈົ້າຈະບໍ່ທົນທຸກກັບການຕາຍທັງເປັນ ໃນຂະນະທີ່ເຈົ້າຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າບໍ? ພອນຕ່າງໆແມ່ນຖືກປະທານໃຫ້ກັບເຈົ້າໃນຕອນນີ້, ແຕ່ເຈົ້າບໍ່ຮູ້ວິທີຮັບເອົາພອນເຫຼົ່ານັ້ນ; ເຈົ້າກຳລັງດຳລົງຊີວິດຢູ່ໃນຄວາມຜາສຸກ, ແຕ່ເຈົ້າກໍຍັງບໍ່ຮູ້ສຶກຕົວ. ສິ່ງນີ້ພິສູດວ່າເຈົ້າໄດ້ຖືກກຳນົດໃຫ້ທໍລະມານແລ້ວ! ໃນປັດຈຸບັນ, ບາງຄົນຕໍ່ຕ້ານ, ບາງຄົນກະບົດ, ບາງຄົນເຮັດນັ້ນເຮັດນີ້. ເຮົາພຽງແຕ່ບໍ່ສົນໃຈເຈົ້າ, ແຕ່ຢ່າຄິດວ່າເຮົາບໍ່ຮູ້ເຖິງສິ່ງທີ່ເຈົ້າກຳລັງເຮັດ. ເຮົາບໍ່ເຂົ້າໃຈທາດແທ້ຂອງພວກເຈົ້າບໍ? ເປັນຫຍັງຈຶ່ງສືບຕໍ່ຂັດແຍ້ງກັບເຮົາ? ເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອສະແຫວງຫາຊີວິດ ແລະ ພອນສຳລັບຕົວເຈົ້າເອງບໍ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ ເຈົ້າຈຶ່ງມີຄວາມເຊື່ອ? ໃນຊ່ວງເວລາປັດຈຸບັນ, ເຮົາກຳລັງປະຕິບັດພາລະກິດແຫ່ງການເອົາຊະນະໂດຍການກ່າວພຣະທຳເທົ່ານັ້ນ ແລະ ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະນີ້ມາເຖິງຈຸດສິ້ນສຸດ, ຕອນຈົບຂອງເຈົ້າກໍຈະຊັດເຈນຂຶ້ນ. ເຮົາຈໍາເປັນຕ້ອງບອກເຈົ້າຢ່າງແຈ່ມແຈ້ງບໍ?

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 30)

ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນມີເຈດຕະນາເຮັດໃຫ້ຈຸດຈົບຂອງມະນຸດຈົບລົງດ້ວຍວິທີໃດ. ເປັນຫຍັງເຮົາຈຶ່ງເວົ້າວ່າການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຂອງຍຸກສຸດທ້າຍ? ເຈົ້າບໍ່ເຂົ້າໃຈໃນສິ່ງນີ້ບໍ? ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ຜູ້ຄົນທີ່ເຊື່ອຟັງຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ມີແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ. ຈຸດຈົບສຳລັບທຸກສິ່ງແມ່ນໃກ້ເຂົ້າມາແລ້ວ; ຈຸດຈົບຂອງມະນຸດແມ່ນຖືກສະແດງຢ່າງຊັດເຈນຕໍ່ໜ້າຂອງເຂົາ ແລະ ທຸກສິ່ງຈະຖືກຈັດແບ່ງຕາມປະເພດຂອງເຂົາ. ແລ້ວຜູ້ຄົນຈະສາມາດຫຼົບໜີຈາກຄວາມເຈັບປວດໃນການຈັດແບ່ງແຕ່ລະຄົນຕາມປະເພດໄດ້ແນວໃດ? ຈຸດຈົບທີ່ແຕກຕ່າງກັນຂອງມະນຸດແຕ່ລະຊົນຊັ້ນຈະຖືກເປີດເຜີຍ ເມື່ອຈຸດຈົບຂອງທຸກສິ່ງໃກ້ມາເຖິງ ແລະ ສິ່ງນີ້ແມ່ນຖືກປະຕິບັດໃນລະຫວ່າງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ (ລວມເຖິງພາລະກິດແຫ່ງການເອົາຊະນະທັງໝົດ, ເລີ່ມຕົ້ນດ້ວຍພາລະກິດໃນປັດຈຸບັນ). ການເປີດເຜີຍຈຸດຈົບຂອງມະນຸດຊາດທັງປວງແມ່ນຖືກປະຕິບັດຕໍ່ໜ້າບັນລັງແຫ່ງການພິພາກສາ, ໃນລະຫວ່າງການຂ້ຽນຕີ ແລະ ໃນລະຫວ່າງພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ການຈັດແບ່ງຜູ້ຄົນຕາມປະເພດບໍ່ແມ່ນການສົ່ງຜູ້ຄົນຄືນສູ່ຊົນຊັ້ນເດີມຂອງພວກເຂົາ, ຍ້ອນໃນເວລາທີ່ມະນຸດຖືກສ້າງນັ້ນ, ມີມະນຸດພຽງແຕ່ປະເພດດຽວ ທີ່ແບ່ງແຍກອອກເປັນຜູ້ຊາຍ ແລະ ແມ່ຍິງ. ບໍ່ໄດ້ມີຜູ້ຄົນຫຼາຍປະເພດທີ່ແຕກຕ່າງກັນ. ພຽງແຕ່ຫຼັງຈາກເວລາສອງສາມພັນປີແຫ່ງຄວາມເສື່ອມຊາມ, ຊົນຊັ້ນທີ່ແຕກຕ່າງກັນຂອງມະນຸດຈຶ່ງປາກົດຂຶ້ນ ໂດຍບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ສົກກະປົກ, ບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ຊົ່ວຮ້າຍ ແລະ ບາງຄົນ ເຊິ່ງເປັນຄົນທີ່ສະແຫວງຫາຫົນທາງແຫ່ງຊີວິດກໍຢູ່ພາຍໃຕ້ອິດທິພົນຂອງຜູ້ຊົງລິດທານຸພາບສູງສຸດ. ດ້ວຍລັກສະນະນີ້ເທົ່ານັ້ນ ຊົນຊັ້ນຕ່າງໆຈຶ່ງເກີດຂຶ້ນເທື່ອລະໜ້ອຍຢູ່ທ່າມກາງຜູ້ຄົນ ແລະ ພຽງແຕ່ດ້ວຍເຫດນັ້ນ ຜູ້ຄົນຈຶ່ງແຍກອອກເປັນຊົນຊັ້ນຕ່າງໆພາຍໃນຄອບຄອບໃຫຍ່ຂອງມະນຸດ. ຜູ້ຄົນລ້ວນແລ້ວແຕ່ມີ “ບິດາ” ທີ່ແຕກຕ່າງກັນ; ມັນບໍ່ແມ່ນຄວາມຈິງທີ່ທຸກຄົນຢູ່ພາຍໃຕ້ອິດທິພົນຂອງຜູ້ຊົງລິດທານຸພາບສູງສຸດທັງສິ້ນ, ຍ້ອນມະນຸດກະບົດເກີນໄປ. ການພິພາກສາທີ່ຊອບທຳເປີດໂປງຕົວຕົນທີ່ແທ້ຈິງຂອງຄົນແຕ່ລະປະເພດ ໂດຍບໍ່ປິດບັງຫຍັງທັງສິ້ນ. ທຸກຄົນສະແດງໃບໜ້າທີ່ແທ້ຈິງຂອງພວກເຂົາໃນແສງສະຫວ່າງ. ໃນຈຸດນີ້, ມະນຸດແມ່ນບໍ່ໄດ້ເປັນແບບທີ່ເຂົາເປັນໃນເມື່ອກ່ອນອີກຕໍ່ໄປ; ລັກສະນະດັ້ງເດີມຂອງບັນພະບຸລຸດຂອງເຂົາແມ່ນຫາຍໄປແຕ່ດົນແລ້ວ, ຍ້ອນເຊື້ອສາຍທີ່ນັບບໍ່ຖ້ວນຂອງອາດາມ ແລະ ເອວາແມ່ນໄດ້ຖືກຊາຕານຈັບກຸມຕັ້ງແຕ່ດົນແລ້ວ, ບໍ່ຮູ້ຈັກສະຫວັນ ແລະ ຕາເວັນອີກຕໍ່ໄປ ແລະ ຍ້ອນຜູ້ຄົນເຕັມໄປດ້ວຍພິດທຸກຮູບແບບຂອງຊາຕານ. ສະນັ້ນ ຜູ້ຄົນຈຶ່ງມີຈຸດໝາຍປາຍທາງທີ່ເໝາະສົມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ບົນພື້ນຖານຂອງພິດທີ່ແຕກຕ່າງກັນຂອງພວກເຂົາ ພວກເຂົາຈຶ່ງຖືກຈັດແບ່ງຕາມປະເພດ ໝາຍຄວາມວ່າພວກເຂົາຖືກຈັດອອກອີງຕາມຂອບເຂດທີ່ພວກເຂົາຖືກເອົາຊະນະໃນປັດຈຸບັນ. ຈຸດຈົບຂອງມະນຸດບໍ່ແມ່ນສິ່ງທີ່ຖືກກຳນົດໄວ້ລ່ວງໜ້າຕັ້ງແຕ່ການເນລະມິດສ້າງໂລກ. ນັ້ນກໍຍ້ອນວ່າ ໃນຕອນເລີ່ມຕົ້ນ, ມີພຽງຊົນຊັ້ນດຽວ ເຊິ່ງຖືກເອີ້ນລວມກັນວ່າ “ມະນຸດຊາດ” ແລະ ມະນຸດແມ່ນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຕັ້ງແຕ່ຕົ້ນ ແລະ ຜູ້ຄົນລ້ວນແລ້ວແຕ່ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າ ໂດຍບໍ່ມີຄວາມມືດມົວບັງເກີດຂຶ້ນກັບພວກເຂົາ. ແຕ່ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ຄົນທຸກຮູບແບບ ແລະ ທຸກປະເພດຈຶ່ງແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ, ຄົນທຸກຮູບແບບ ແລະ ທຸກປະເພດທີ່ມາຈາກຄອບຄົວທີ່ເອີ້ນລວມກັນວ່າ “ມະນຸດຊາດ” ເຊິ່ງປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ. ພວກເຂົາລ້ວນແລ້ວແຕ່ຖືກນໍາພາໂດຍບັນພະບຸລຸດຂອງພວກເຂົາໃຫ້ຫັນເຫໄປຈາກບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ ກໍຄືມະນຸດຊາດທີ່ປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ (ນັ້ນກໍຄື ອາດາມ ແລະ ເອວາຄົນເດີມ ເຊິ່ງເປັນບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ). ໃນເວລານັ້ນ, ຊາວອິດສະຣາເອັນຄືຊົນຊາດດຽວທີ່ຖືກພຣະເຢໂຮວານໍາພາຊີວິດເທິງແຜ່ນດິນໂລກ. ແລ້ວຄົນປະເພດຕ່າງໆທີ່ເກີດມາຈາກອິດສະຣາເອັນທັງໝົດ (ໝາຍເຖິງ ມາຈາກຊົນເຜົ່າຂອງຄອບຄົວເດີມ) ກໍໄດ້ສູນເສຍການນໍາພາຂອງພຣະເຢໂຮວາ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນສະໄໝກ່ອນ ບໍ່ຮູ້ຈັກເຖິງເລື່ອງຕ່າງໆຂອງໂລກມະນຸດທັງສິ້ນ ຈຶ່ງເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ແລ້ວພາກັນດຳລົງຊີວິດໃນເຂດແດນທີ່ພວກເຂົາອ້າງສິດ ເຊິ່ງໄດ້ສືບຕໍ່ກັນມາຈົນເຖິງປັດຈຸບັນນີ້. ສະນັ້ນ ພວກເຂົາຍັງບໍ່ຮູ້ຈັກວ່າພວກເຂົາຫັນເຫໄປຈາກພຣະເຢໂຮວາໄດ້ແນວໃດ ແລະ ພວກເຂົາຖືກມານຮ້າຍທີ່ສົກກະປົກທຸກຮູບແບບ ແລະ ວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມຈົນເຖິງປັດຈຸບັນນີ້ໄດ້ແນວໃດ. ຄົນທີ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ຖືກໃສ່ພິດຈົນເຖິງປັດຈຸບັນນີ້ ກໍຄືຄົນທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດ ແລະ ຈະບໍ່ມີທາງເລືອກ ນອກຈາກເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ເຊິ່ງເປັນມານຮ້າຍສົກກະປົກທີ່ເຮັດໃຫ້ພວກເຂົາເສື່ອມຊາມ. ຄົນທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດກໍຈະໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ ໝາຍເຖິງ ໄປສູ່ຈຸດຈົບທີ່ສະຫງວນໄວ້ໃຫ້ກັບຄົນທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ຄົນທີ່ຖືກເອົາຊະນະ. ທຸກສິ່ງແມ່ນຈະຖືກປະຕິບັດເພື່ອຊ່ວຍທຸກຄົນທີ່ສາມາດຊ່ວຍໃຫ້ລອດພົ້ນໄດ້, ແຕ່ສຳລັບຄົນທີ່ຕາຍດ້ານ ແລະ ບໍ່ສາມາດປີ່ນປົວໄດ້ນັ້ນ, ທາງເລືອກດຽວຂອງພວກເຂົາກໍຈະເປັນການຕິດຕາມບັນພະບຸລຸດຂອງພວກເຂົາສູ່ເຫວເລິກແຫ່ງການຂ້ຽນຕີຢ່າງບໍ່ສິ້ນສຸດ. ຢ່າຄິດວ່າຈຸດຈົບຂອງເຈົ້າຖືກກຳນົດໄວ້ລ່ວງໜ້າໃນຕອນເລີ່ມຕົ້ນ ແລະ ຫາກໍຖືກເປີດເຜີຍໃນຕອນນີ້. ຖ້າເຈົ້າຄິດໃນລັກສະນະນັ້ນ, ແລ້ວເຈົ້າກໍລືມໄປວ່າ ໃນລະຫວ່າງການເນລະມິດສ້າງມະນຸດຊາດໃນເບື້ອງຕົ້ນນັ້ນ, ຊົນຊັ້ນຂອງຊາຕານແມ່ນບໍ່ໄດ້ຖືກສ້າງຂຶ້ນຕ່າງຫາກ? ເຈົ້າລືມແລ້ວບໍວ່າ ມີພຽງມະນຸດຊາດໜຶ່ງດຽວທີ່ຖືກສ້າງຂຶ້ນ ເຊິ່ງປະກອບດ້ວຍອາດາມ ແລະ ເອວາ (ໝາຍເຖິງ ມີພຽງຜູ້ຊາຍ ແລະ ແມ່ຍິງທີ່ຖືກສ້າງຂຶ້ນ?) ຖ້າເຈົ້າເປັນເຊື້ອສາຍຂອງຊາຕານໃນຕອນເລີ່ມຕົ້ນ, ສິ່ງນີ້ຈະບໍ່ໝາຍຄວາມວ່າເມື່ອພຣະເຢໂຮວາສ້າງມະນຸດ, ພຣະອົງໄດ້ລວມກຸ່ມຂອງຊາຕານໄວ້ໃນການເນລະມິດສ້າງຂອງພຣະອົງບໍ? ພຣະອົງຈະເຮັດແບບນັ້ນໄດ້ບໍ? ບໍ່, ພຣະອົງສ້າງມະນຸດຍ້ອນເຫັນແກ່ຄຳພະຍານຂອງພຣະອົງ; ພຣະອົງສ້າງມະນຸດຍ້ອນເຫັນແກ່ສະຫງ່າລາສີຂອງພຣະອົງ. ເປັນຫຍັງພຣະອົງຈຶ່ງຈະເຈດຕະນາສ້າງຊົນຊັ້ນໜຶ່ງຂອງລູກຫຼານຂອງຊາຕານເພື່ອໃຫ້ຕັ້ງໃຈຕໍ່ຕ້ານພຣະອົງ? ພຣະເຢໂຮວາຈະເຮັດສິ່ງດັ່ງກ່າວໄດ້ແນວໃດ? ຖ້າພຣະອົງໄດ້ເຮັດແບບນັ້ນ, ຜູ້ໃດຈະເວົ້າວ່າພຣະອົງເປັນພຣະເຈົ້າທີ່ຊອບທຳ? ເມື່ອເຮົາເວົ້າໃນຕອນນີ້ວ່າ ພວກເຈົ້າບາງຄົນຈະໄປກັບຊາຕານໃນຕອນສຸດທ້າຍ, ມັນບໍ່ໄດ້ໝາຍຄວາມວ່າ ເຈົ້າຢູ່ກັບຊາຕານຕັ້ງແຕ່ຕອນເລີ່ມຕົ້ນ; ກົງກັນຂ້າມ ມັນໝາຍຄວາມວ່າ ເຈົ້າໄດ້ຈົມລົງເລິກຫຼາຍ, ເຖິງແມ່ນພຣະເຈົ້າພະຍາຍາມຊ່ວຍເຈົ້າໃຫ້ລອດພົ້ນ, ເຈົ້າກໍຍັງບໍ່ສາມາດໄດ້ຮັບຄວາມລອດພົ້ນນັ້ນ. ບໍ່ມີທາງເລືອກອື່ນ ນອກຈາກຈະຈັດປະເພດໃຫ້ເຈົ້າຢູ່ກັບຊາຕານ. ນີ້ກໍຍ້ອນວ່າເຈົ້າຢູ່ໄກຈາກຄວາມລອດພົ້ນຫຼ່າຍ, ບໍ່ແມ່ນຍ້ອນພຣະເຈົ້າບໍ່ຊອບທຳຕໍ່ເຈົ້າ ແລະ ເຈດຕະນາດັດແປງຊະຕາຂອງເຈົ້າໃຫ້ເປັນຮູບຮ່າງຂອງຊາຕານ ແລະ ຫຼັງຈາກນັ້ນກໍຈັດປະເພດເຈົ້າໃຫ້ຢູ່ກັບຊາຕານ ແລະ ມີຈຸດປະສົງຕ້ອງການໃຫ້ເຈົ້າທົນທຸກ. ນີ້ບໍ່ແມ່ນເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ. ຖ້ານັ້ນແມ່ນສິ່ງທີ່ເຈົ້າເຊື່ອ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍລຳອຽງຫຼາຍ. ຂັ້ນຕອນສຸດທ້າຍຂອງການເອົາຊະນະໝາຍເຖິງການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການເປີດເຜີຍຈຸດຈົບຂອງພວກເຂົາ. ມັນແມ່ນການເປີດໂປງຄວາມເສື່ອມໂຊມຂອງຜູ້ຄົນຜ່ານການພິພາກສາ, ແລ້ວກໍເຮັດໃຫ້ພວກເຂົາກັບໃຈ, ລຸກຂຶ້ນ ແລະ ສະແຫວງຫາຊີວິດ ແລະ ເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ. ມັນແມ່ນການປຸກຫົວໃຈຂອງຄົນທີ່ດ້ານຊາ ແລະ ໂງ່ຈ້າ ແລະ ສະແດງເຖິງຄວາມກະບົດພາຍໃນພວກເຂົາຜ່ານທາງການພິພາກສາ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນຍັງບໍ່ສາມາດກັບໃຈໄດ້, ຍັງບໍ່ສາມາດສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ບໍ່ສາມາດປະຖິ້ມຄວາມເສື່ອມຊາມເຫຼົ່ານີ້, ແລ້ວພວກເຂົາກໍຢູ່ໄກຈາກຄວາມລອດພົ້ນ ແລະ ຈະຖືກກືນກິນໂດຍຊາຕານ. ສິ່ງດັ່ງກ່າວແມ່ນຄວາມໝາຍຂອງການເອົາຊະນະຂອງພຣະເຈົ້າ: ການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການສະແດງເຖິງຈຸດຈົບຂອງພວກເຂົາ. ຈຸດຈົບທີ່ດີ, ຈຸດຈົບທີ່ບໍ່ດີ, ພວກມັນລ້ວນແລ້ວແຕ່ຖືກເປີດເຜີຍໂດຍພາລະກິດແຫ່ງການເອົາຊະນະ. ບໍ່ວ່າຜູ້ຄົນຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກສາບແຊ່ງກໍລ້ວນແລ້ວແຕ່ຖືກເປີດເຜີຍໃນລະຫວ່າງພາລະກິດແຫ່ງການເອົາຊະນະ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 31)

ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື ການຕັດສິນຄວາມບາບຂອງແຕ່ລະຄົນແມ່ນພາລະກິດຂອງຍຸກສຸດທ້າຍ. ບໍ່ດັ່ງນັ້ນ ຜູ້ຄົນຈະຖືກຈັດແບ່ງໄດ້ແນວໃດ? ພາລະກິດແຫ່ງການຈັດແບ່ງປະເພດທີ່ຖືກປະຕິບັດໃນທ່າມກາງພວກເຈົ້າແມ່ນຈຸດເລີ່ມຕົ້ນຂອງພາລະກິດດັ່ງກ່າວໃນຈັກກະວານທັງປວງ. ຫຼັງຈາກນີ້, ຜູ້ຄົນເຫຼົ່ານັ້ນຈາກດິນແດນທັງປວງ ແລະ ທຸກຄົນກໍຍັງຈະຢູ່ພາຍໃຕ້ພາລະກິດແຫ່ງການເອົາຊະນະອີກດ້ວຍ. ນີ້ໝາຍຄວາມວ່າທຸກຄົນທີ່ຢູ່ໃນການເນລະມິດສ້າງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ ໂດຍມາຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາເພື່ອຮັບເອົາການພິພາກສາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຫຼົບໜີການທົນທຸກຈາກການຂ້ຽນຕີ ແລະ ການພິພາກສານີ້ໄດ້ ຫຼື ບໍ່ມີຜູ້ໃດ ຫຼື ສິ່ງໃດທີ່ຈະບໍ່ຖືກຈັດແບ່ງຕາມປະເພດ; ທຸກຄົນຈະຖືກຈັດແບ່ງ ຍ້ອນຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ທຸກສິ່ງທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກໄດ້ໄປເຖິງຈຸດສິ້ນສຸດຂອງມັນແລ້ວ. ມະນຸດຈະສາມາດຫຼົບໜີຍຸກສຸດທ້າຍຂອງການເປັນຢູ່ຂອງມະນຸດໄດ້ແນວໃດ? ແລ້ວດ້ວຍເຫດນັ້ນ ການກະທຳແຫ່ງຄວາມບໍ່ເຊື່ອຟັງຂອງພວກເຈົ້າຈະສືບຕໍ່ອີກດົນສໍ່າໃດ? ເຈົ້າບໍ່ເຫັນບໍວ່າມື້ສຸດທ້າຍຂອງເຈົ້າກຳລັງຈະເກີດຂຶ້ນແລ້ວ? ຄົນທີ່ເຄົາລົບນັບຖືພຣະເຈົ້າ ແລະ ປາຖະໜາໃຫ້ພຣະອົງປາກົດຕົວຈະບໍ່ສາມາດເຫັນມື້ແຫ່ງການປາກົດຕົວຂອງຄວາມຊອບທຳຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະບໍ່ສາມາດຮັບເອົາລາງວັນສຸດທ້າຍສຳລັບຄວາມດີໄດ້ແນວໃດ? ເຈົ້າເປັນຄົນທີ່ເຮັດຄວາມດີ ຫຼື ເປັນຄົນທີ່ເຮັດຄວາມຊົ່ວຮ້າຍ? ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວເຊື່ອຟັງ ຫຼື ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວກໍຖືກສາບແຊ່ງ? ເຈົ້າດຳລົງຊີວິດຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາໃນແສງສະຫວ່າງ ຫຼື ເຈົ້າໄດໍາລົງຊີວິດໃນແດນມໍລະນະໃນທ່າມກາງຄວາມມືດມິດ? ຕົວເຈົ້າເອງບໍ່ແມ່ນຄົນທີ່ຮູ້ຢ່າງຊັດເຈນທີ່ສຸດວ່າຈຸດຈົບຂອງເຈົ້າຈະເປັນຈຸດຈົບແຫ່ງລາງວັນ ຫຼື ຈຸດຈົບແຫ່ງການລົງໂທດບໍ? ເຈົ້າບໍ່ແມ່ນຄົນທີ່ຮູ້ຈັກຢ່າງຊັດເຈນທີ່ສຸດ ແລະ ເຂົ້າໃຈຢ່າງເລິກເຊິ່ງທີ່ສຸດວ່າພຣະເຈົ້າຊອບທຳບໍ? ແລ້ວການປະພຶດ ແລະ ຫົວໃຈຂອງເຈົ້າເປັນແບບໃດ? ໃນຂະນະທີ່ເຮົາເອົາຊະນະເຈົ້າໃນມື້ນີ້, ເຈົ້າຕ້ອງການໃຫ້ເຮົາສະກົດອອກໃຫ້ເຈົ້າເຫັນແທ້ບໍວ່າ ພຶດຕິກຳຂອງເຈົ້າດີ ຫຼື ຊົ່ວຮ້າຍ? ເຈົ້າໄດ້ເສຍສະຫຼະຫຼາຍສໍ່າໃດເພື່ອເຮົາ? ເຈົ້າໄດ້ນະມັດສະການເຮົາຢ່າງເລິກເຊິ່ງສໍ່າໃດ? ຕົວເຈົ້າເອງບໍ່ຮູ້ຈັກຢ່າງຊັດເຈນແທ້ບໍ່ວ່າເຈົ້າປະພຶດຕໍ່ເຮົາແນວໃດ? ເຈົ້າຄວນຮູ້ດີກວ່າຄົນອື່ນວ່າ ຈຸດຈົບທີ່ເຈົ້າຈະພົບແມ່ນເປັນແບບໃດ! ເຮົາບອກເຈົ້າຕາມຄວາມຈິງ: ເຮົາພຽງແຕ່ສ້າງມະນຸດຊາດ ແລະ ເຮົາສ້າງເຈົ້າ, ແຕ່ເຮົາບໍ່ໄດ້ມອບພວກເຈົ້າໃຫ້ກັບຊາຕານ; ຫຼື ເຮົາມີເຈດຕະນາເຮັດໃຫ້ພວກເຈົ້າກະບົດ ຫຼື ຕໍ່ຕ້ານເຮົາ ແລະ ໃນທີ່ສຸດຖືກເຮົາລົງໂທດ. ໄພພິບັດ ແລະ ຄວາມທຸກທໍລະມານທັງໝົດເຫຼົ່ານີ້ບໍ່ແມ່ນຍ້ອນຫົວໃຈຂອງພວກເຈົ້າແຂງເກີນໄປ ແລະ ການປະພຶດຂອງພວກເຈົ້າຊົ່ວຊ້າເກີນໄປບໍ? ແລ້ວຈຸດຈົບທີ່ພວກເຈົ້າຈະພົບບໍ່ໄດ້ຖືກກຳນົດໂດຍພວກເຈົ້າເອງບໍ? ເຈົ້າບໍ່ໄດ້ຮູ້ດີກວ່າຄົນອື່ນບໍວ່າ ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຈະຈົບລົງແນວໃດ? ເຫດຜົນທີ່ເຮົາເອົາຊະນະຜູ້ຄົນແມ່ນເພື່ອເປີດເຜີຍສິ່ງເຫຼົ່ານັ້ນ ແລະ ຍິ່ງດີກວ່ານັ້ນກໍຄືເພື່ອນໍາຄວາມລອດພົ້ນມາໃຫ້ກັບເຈົ້າ. ມັນບໍ່ແມ່ນເພື່ອເຮັດໃຫ້ເຈົ້າກະທຳຄວາມຊົ່ວຮ້າຍ ຫຼື ຕັ້ງໃຈເຮັດໃຫ້ເຈົ້າຍ່າງໄປສູ່ນະຮົກແຫ່ງຫາຍະນະ. ເມື່ອເວລາມາເຖິງ, ການທົນທຸກຢ່າງໃຫຍ່ຫຼວງຂອງເຈົ້າທັງໝົດ, ການຮ້ອງໄຫ້ ແລະ ການກັດແຂ້ວຂອງເຈົ້າ, ມັນຈະບໍ່ລ້ວນແລ້ວແຕ່ເປັນຍ້ອນຄວາມບາບຂອງເຈົ້າເອງບໍ? ສະນັ້ນ ຄວາມດີຂອງເຈົ້າ ຫຼື ຄວາມຊົ່ວຂອງເຈົ້າບໍ່ແມ່ນການພິພາກສາທີ່ດີທີ່ສຸດສຳລັບເຈົ້າບໍ? ມັນບໍ່ແມ່ນເຄື່ອງພິສູດສໍາຄັນທີ່ສຸດທີ່ພິສຸດໃຫ້ເຫັນວ່າຈຸດຈົບຂອງເຈົ້າຈະເປັນແບບໃດບໍ?

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 32)

ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ຄວາມເປັນຈິງ ແລະ ຄວາມເປັນທໍາມະດາຂອງພຣະເຈົ້າ ແລະ ເພື່ອພາບຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບໃໝ່ຂອງພຣະເຈົ້າ. ທັນທີທີ່ພາບຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດຂັ້ນຕອນນັ້ນຂອງພາລະກິດ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ຍ້ອນພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງພຽງໜຶ່ງສ່ວນໃນແຕ່ລະຍຸກ. ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ທາດແທ້ແຫ່ງທຳມະຊາດຂອງມະນຸດ, ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ, ຄວາມຄິດທີ່ລ້າສະໄໝ ເຊິ່ງລວມທັງຄວາມຮູ້ ແລະ ວັດທະນະທຳຂອງມະນຸດ. ສິ່ງທັງໝົດນີ້ຕ້ອງຖືກປ່ອຍໄວ້ໃຫ້ຫວ່າງເປົ່າ ແລະ ເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ ແລະ ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈຈິດໃຈຂອງພຣະເຈົ້າ. ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາໄດ້ນໍາໂມເຊອອກຈາກປະເທດອີຢິບດ້ວຍພຣະທຳຂອງພຣະອົງ ແລະ ກ່າວພຣະທຳບາງຂໍ້ກັບຊາວອິດສະຣາເອັນ; ໃນເວລານັ້ນ ການກະທຳບາງສ່ວນຂອງພຣະເຈົ້າຖືກເຮັດໃຫ້ເຂົ້າໃຈໄດ້ງ່າຍ ແຕ່ຍ້ອນຄວາມສາມາດຂອງມະນຸດມີຂີດຈຳກັດ ແລະ ບໍ່ມີສິ່ງໃດທີ່ສາມາດເຮັດໃຫ້ຄວາມຮູ້ຂອງເຂົາສົມບູນໄດ້ ພຣະເຈົ້າຈຶ່ງສືບຕໍ່ກ່າວ ແລະ ປະຕິບັດພາລະກິດຂອງອົງ. ໃນຍຸກແຫ່ງພຣະຄຸນ ມະນຸດເຫັນການກະທຳບາງສ່ວນຂອງພຣະເຈົ້າອີກຄັ້ງ. ພຣະເຢຊູສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ, ສາມມື້ຫຼັງຈາກນັ້ນ ພຣະອົງຟື້ນຄືນມາ ແລະ ປາກົດຕົວຜ່ານເນື້ອໜັງຕໍ່ໜ້າມະນຸດ. ມະນຸດບໍ່ຮູ້ຫຼາຍໄປກວ່ານີ້ກ່ຽວກັບພຣະເຈົ້າ. ມະນຸດຮູ້ຫຼາຍເທົ່າທີ່ພຣະເຈົ້າສະແດງໃຫ້ເຂົາເຫັນ ແລະ ຖ້າພຣະເຈົ້າບໍ່ສະແດງໃຫ້ມະນຸດເຫັນຫຼາຍກວ່ານີ້ ແລ້ວສິ່ງດັ່ງກ່າວກໍເປັນຂອບເຂດທີ່ມະນຸດກຳນົດໄວ້ກ່ຽວກັບພຣະເຈົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງສືບຕໍ່ປະຕິບັດພາລະກິດຂອງພຣະອົງ ເພື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຈະເລິກເຊິ່ງຂຶ້ນ ແລະ ເພື່ອເຂົາຈະຄ່ອຍໆຮູ້ຈັກທາດແທ້ຂອງພຣະເຈົ້າຫຼາຍຂຶ້ນ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ. ຈິດໃຈທີ່ເສື່ອມໂຊມຂອງເຈົ້າຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ແນວຄວາມຄິດທາງສາສະໜາຂອງເຈົ້າຖືກແທນທີ່ໂດຍຄວາມເປັນຈິງຂອງພຣະເຈົ້າ. ພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ລົງມາ ໂດຍສະເພາະຢ່າງຍິ່ງແມ່ນເພື່ອປະຕິບັດຕາມພຣະທຳທີ່ກ່າວວ່າ “ພຣະທຳກາຍມາເປັນມະນຸດ, ພຣະທຳເກີດມາເປັນມະນຸດ ແລະ ພຣະທຳປາກົດໃນເນື້ອໜັງມະນຸດ” ແລະ ຖ້າເຈົ້າບໍ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບສິ່ງນີ້ ແລ້ວເຈົ້າຈະບໍ່ສາມາດຕັ້ງໝັ້ນໃນຕົວເອງໄດ້. ໃນລະຫວ່າງຍຸກສຸດທ້າຍ ສ່ວນຫຼາຍ ພຣະເຈົ້າປະສົງທີ່ຈະເຮັດສໍາເລັດຂັ້ນຕອນພາລະກິດຂອງພຣະທຳທີ່ປາໃນເນື້ອໜັງມະນຸດ ແລະ ນີ້ຄືສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນັ້ນ ຄວາມຮູ້ຂອງພວກເຈົ້າຕ້ອງຊັດເຈນ; ບໍ່ວ່າວິທີການປະຕິບັດພາລະກິດຂອງພຣະອົງຈະເປັນຢ່າງໃດກໍຕາມ, ພຣະເຈົ້າຈະບໍ່ອະນຸຍາດໃຫ້ມະນຸດກຳນົດຂອບເຂດພຣະອົງ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດນີ້ໃນລະຫວ່າງຍຸກສຸດທ້າຍ ແລ້ວຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ສາມາດສືບຕໍ່ໄດ້. ເຈົ້າພຽງແຕ່ຈະຮູ້ຈັກວ່າ ພຣະເຈົ້າຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ສາມາດທຳລາຍເມືອງໂຊໂດມ ແລະ ພຣະເຢຊູສາມາດຟື້ນຄືນຊີບໄດ້ ແລະ ປາກົດໃຫ້ເປໂຕເຫັນ, ແຕ່ເຈົ້າຈະບໍ່ມີທາງຮູ້ວ່າ ພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ທຸກຢ່າງສຳເລັດໄດ້ ແລະ ສາມາດເອົາຊະນະມະນຸດໄດ້. ມີພຽງແຕ່ການຜະເຊີນກັບພຣະທຳຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດກ່າວໄດ້ວ່າມີຄວາມຮູ້ກ່າວກັບພຣະເຈົ້າ ແລະ ເມື່ອເຈົ້າຜະເຊີນກັບພາລະກິດຂອງພຣະເຈົ້າຫຼາຍພຽງໃດ ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງກໍຈະຮອບຄອບຫຼາຍພຽງນັ້ນ. ມີພຽງແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຢຸດກຳນົດຂອບເຂດພຣະເຈົ້າໂດຍໃຊ້ແນວຄວາມຄິດຂອງເຈົ້າເອງ. ມະນຸດມາຮູ້ຈັກພຣະເຈົ້າໂດຍການຜະເຊີນກັບພາລະກິດຂອງພຣະອົງ ແລະ ບໍ່ມີວິທີທີ່ຖືກຕ້ອງໃນການຮູ້ຈັກພຣະເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 33)

ໃນຂັ້ນຕອນສຸດທ້າຍຂອງພາລະກິດ, ຜົນແມ່ນຖືກບັນລຸຜ່ານພຣະທຳ. ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ເຂົ້າໃຈຄວາມເລິກລັບຫຼາຍຢ່າງ ແລະ ພາລະກິດທີ່ພຣະເຈົ້າໄດ້ປະຕິບັດຜ່ານຄົນຮຸ່ນອະດີດ; ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ; ຜ່ານພຣະທຳ, ມະນຸດຈຶ່ງເຂົ້າໃຈຄວາມເລິກລັບຕ່າງໆທີ່ຄົນຮຸ່ນຜ່ານມາບໍ່ເຄີຍເປີດເຜີຍໄດ້ຈັກເທື່ອ ພ້ອມທັງພາລະກິດຂອງຜູ້ປະກາດພຣະທຳ ແລະ ອັກຄະສາວົກໃນອະດີດ ແລະ ຫຼັກການທີ່ພວກເຂົາປະຕິບັດພາລະກິດກໍລ້ວນແລ້ວແຕ່ຜ່ານທາງພຣະທໍາ; ຜ່ານທາງພຣະທຳ ມະນຸດຈຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ພ້ອມທັງເຂົ້າໃຈຄວາມກະບົດ ແລະ ການຕໍ່ຕ້ານຂອງມະນຸດ ແລະ ມາຮູ້ຈັກທາດແທ້ຂອງຕົນເອງ. ຜ່ານທາງຂັ້ນຕອນເຫຼົ່ານີ້ຂອງພາລະກິດ ແລະ ຜ່ານທາງພຣະທຳທັງໝົດທີ່ໄດ້ກ່າວອອກມາ, ມະນຸດຈຶ່ງມາເຂົ້າໃຈພາລະກິດຂອງພຣະວິນຍານ, ເຂົ້າໃຈພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໄດ້ປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄື ເຂົ້າໃຈອຸປະນິໄສທັງໝົດຂອງພຣະອົງ. ຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນຫົກພັນປີຍັງຖືກໄດ້ຮັບຜ່ານທາງພຣະທຳ. ຄວາມຮູ້ກ່ຽວກັບແນວຄິດຜ່ານມາຂອງເຈົ້າ ແລະ ຄວາມສຳເລັດໃນການປະຖິ້ມແນວຄິດດັ່ງກ່າວນັ້ນກໍບໍ່ແມ່ນຍ້ອນພຣະທຳບໍ? ໃນຂັ້ນຕອນທີ່ຜ່ານມາ, ພຣະເຢຊູສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນ, ແຕ່ໃນຂັ້ນຕອນນີ້ແມ່ນບໍ່ມີໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆ. ຄວາມເຂົ້າໃຈຂອງເຈົ້າທີ່ວ່າ ເປັນຫຍັງພຣະອົງຈຶ່ງບໍ່ເປີດເຜີຍໝາຍສຳຄັນ ແລະ ສິ່ງອັດສະຈັນ ແມ່ນບໍ່ໄດ້ຖືກບັນລຸຜ່ານທາງພຣະທຳເຊັ່ນກັນບໍ? ສະນັ້ນ ພຣະທຳທີ່ກ່າວໃນຂັ້ນຕອນນີ້ຈຶ່ງຢູ່ເໜືອພາລະກິດທີ່ອັກຄະສາວົກ ແລະ ຜູ້ປະກາດພຣະທຳໃນຍຸກອະດີດປະຕິບັດກັນ. ແມ່ນແຕ່ການທຳນວາຍຂອງຜູ້ປະກາດພຣະທຳທີ່ໄດ້ທໍານວາຍໄວ້ກໍບໍ່ສາມາດບັນລຸຜົນນີ້ໄດ້. ຜູ້ປະກາດພຣະທຳກ່າວພຽງແຕ່ຄຳທຳນວາຍ, ພວກເຂົາກ່າວເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ, ແຕ່ບໍ່ແມ່ນກ່ຽວກັບພາລະກິດທີ່ພຣະເຈົ້າປາຖະໜາຈະປະຕິບັດໃນເວລານັ້ນ ຫຼື ພວກເຂົາບໍ່ໄດ້ກ່າວເພື່ອນໍາພາຊີວິດມະນຸດ ຫຼື ເພື່ອມອບຄວາມຈິງໃຫ້ກັບມະນຸດ ຫຼື ເພື່ອເປີດເຜີຍຄວາມເລິກລັບໃຫ້ກັບພວກເຂົາ, ແລ້ວແຮງໄກທີ່ພວກເຂົາຈະມອບຊີວິດໃຫ້ກັບມະນຸດ. ຈາກບັນດາພຣະທຳທີ່ໄດ້ກ່າວໃນຂັ້ນຕອນນີ້, ມີການທຳນວາຍ ແລະ ຄວາມຈິງ, ແຕ່ພຣະທຳເຫຼົ່ານີ້ແມ່ນເຮັດໜ້າທີ່ເພື່ອມອບຊີວິດໃຫ້ກັບມະນຸດເປັນຫຼັກ. ພຣະທຳໃນປັດຈຸບັນບໍ່ຄືກັນກັບຄຳທຳນວາຍຂອງຜູ້ປະກາດພຣະທຳ. ນີ້ແມ່ນຂັ້ນຕອນຂອງພາລະກິດສຳລັບຊີວິດຂອງມະນຸດ, ເພື່ອປ່ຽນແປງອຸປະນິໄສຂອງມະນຸດ ແລະ ບໍ່ແມ່ນເພື່ອກ່າວຄຳທຳນວາຍ. ຂັ້ນຕອນທຳອິດແມ່ນພາລະກິດຂອງພຣະເຢໂຮວາ: ພາລະກິດຂອງພຣະອົງແມ່ນເພື່ອຈັດກຽມເສັ້ນທາງໃຫ້ມະນຸດໄດ້ນະມັດສະການພຣະເຈົ້າເທິງແຜ່ນດິນໂລກ. ມັນແມ່ນພາລະກິດແຫ່ງການເລີ່ມຕົ້ນເພື່ອຄົ້ນຫາແຫຼ່ງກຳເນີດຂອງພາລະກິດເທິງແຜ່ນດິນໂລກ. ໃນເວລານັ້ນ ພຣະເຢໂຮວາສັ່ງສອນຊາວອິດສະຣາເອັນໃຫ້ຮັກສາວັນຊະບາໂຕ, ນັບຖືພໍ່ແມ່ຂອງພວກເຂົາ ແລະ ດຳລົງຊີວິດຮ່ວມກັນຢ່າງສະຫງົບສຸກ. ນີ້ກໍຍ້ອນວ່າ ມະນຸດໃນເວລານັ້ນບໍ່ເຂົ້າໃຈສິ່ງທີ່ເປັນມະນຸດ ຫຼື ພວກເຂົາບໍ່ເຂົ້າໃຈວິທີການດຳລົງຊີວິດເທິງແຜ່ນດິນໂລກ. ມັນຈຳເປັນສຳລັບພຣະອົງໃນຂັ້ນຕອນທຳອິດຂອງພາລະກິດທີ່ຕ້ອງໄດ້ນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງທີ່ພຣະເຢໂຮວາກ່າວກັບພວກເຂົາແມ່ນບໍ່ໄດ້ເປັນທີ່ຮູ້ຈັກຕໍ່ມະນຸດຊາດມາກ່ອນ ຫຼື ບໍ່ເຄີຍໄດ້ຢູ່ໃນການຄອບຄອງຂອງພວກເຂົາ. ໃນເວລານັ້ນ ຜູ້ປະກາດພຣະທຳຫຼາຍຄົນຖືກຍົກຂຶ້ນມາໃຫ້ກ່າວຄຳທຳນວາຍ ແລະ ພວກເຂົາທຸກຄົນກໍເຮັດພາຍໃຕ້ການນໍາພາຂອງພຣະເຢໂຮວາ. ນີ້ແມ່ນສ່ວນໜຶ່ງຂອງພາລະກິດເທົ່ານັ້ນ. ໃນຂັ້ນຕອນທຳອິດ, ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສັ່ງສອນທຸກຊົນເຜົ່າ ແລະ ທຸກຊາດຜ່ານຜູ້ປະກາດພຣະທຳ. ເມື່ອພຣະເຢຊູປະຕິບັດພາລະກິດໃນເວລາຂອງພຣະອົງ, ພຣະອົງບໍ່ໄດ້ກ່າວພຣະທໍາຫຼາຍຄືກັບໃນຍຸກປັດຈຸບັນ. ຂັ້ນຕອນນີ້ພາລະກິດແຫ່ງພຣະທຳໃນຍຸກສຸດທ້າຍນີ້ແມ່ນບໍ່ເຄີຍຖືກປະຕິບັດມາກ່ອນໃນຍຸກຕ່າງໆ ແລະ ດ້ວຍຜູ້ຄົນໃນອະດີດ. ເຖິງແມ່ນເອຊາຢາ, ດານີເອນ ແລະ ໂຢຮັນກ່າວຄຳທຳນວາຍຫຼາຍຢ່າງ, ຄຳທຳນວາຍຂອງພວກເຂົາແມ່ນແຕກຕ່າງຈາກພຣະທຳທີ່ກ່າວໃນປັດຈຸບັນຢ່າງສິ້ນເຊີງ. ສິ່ງທີ່ພວກເຂົາເວົ້າແມ່ນເປັນພຽງຄຳທຳນວາຍ, ແຕ່ພຣະທຳທີ່ກ່າວໃນປັດຈຸບັນບໍ່ແມ່ນຄໍາທໍານວາຍ. ຖ້າເຮົາປ່ຽນທຸກສິ່ງທີ່ເຮົາກ່າວໃນປັດຈຸບັນໃຫ້ກາຍເປັນຄຳທຳນວາຍ, ພວກເຈົ້າຈະສາມາດເຂົ້າໃຈໄດ້ບໍ? ສົມມຸດວ່າສິ່ງທີ່ເຮົາກ່າວເຖິງແມ່ນກ່ຽວກັບເລື່ອງທີ່ເກີດຂຶ້ນຫຼັງຈາກທີ່ເຮົາຈາກໄປແລ້ວ, ເຈົ້າຈະສາມາດເຂົ້າໃຈໄດ້ແນວໃດ? ພາລະກິດຂອງພຣະທຳບໍ່ເຄີຍຖືກປະຕິບັດໃນເວລາຂອງພຣະເຢຊູ ຫຼື ໃນຍຸກແຫ່ງພຣະບັນຍັດ. ບາງເທື່ອ ບາງຄົນຈະເວົ້າວ່າ “ພຣະເຢໂຮວາບໍ່ໄດ້ກ່າວພຣະທຳໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງເຊັ່ນກັນບໍ? ນອກຈາກການຮັກສາຄົນເຈັບປ່ວຍ, ຂັບໄລ່ຜີຮ້າຍ ແລະ ສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນແລ້ວ, ພຣະເຢຊູບໍ່ໄດ້ກ່າວພຣະທຳໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເຊັ່ນກັນບໍ?” ວິທີການກ່າວພຣະທຳແມ່ນແຕກຕ່າງກັນ. ແມ່ນຫຍັງຄືໃຈຄວາມຂອງພຣະທຳທີ່ພຣະເຢໂຮວາກ່າວ? ພຣະອົງພຽງແຕ່ນໍາພາມະນຸດໃຫ້ດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ເຊິ່ງບໍ່ໄດ້ສຳຜັດເຖິງເລື່ອງຝ່າຍວິນຍານໃນຊີວິດເລີຍ. ເປັນຫຍັງຈຶ່ງເວົ້າວ່າ ເມື່ອພຣະເຢໂຮວາກ່າວ ພຣະອົງກ່າວເພື່ອສັ່ງສອນປະຊາຊົນຈາກທຸກຫົນແຫ່ງ? ພຣະທຳທີ່ວ່າ “ສັ່ງສອນ” ໝາຍເຖິງການບອກຢ່າງເປີດເຜີຍ ແລະ ການບັນຊາໂດຍກົງ. ພຣະອົງບໍ່ໄດ້ສະໜອງຊີວິດໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງພຽງແຕ່ຈັບມືມະນຸດ ແລະ ສອນມະນຸດໃຫ້ເຄົາລົບນັບຖືພຣະອົງ ໂດຍບໍ່ມີການໃຊ້ຄໍາອຸປະມາພໍສໍ່າໃດ. ພາລະກິດທີ່ພຣະເຢໂຮວາປະຕິບັດໃນອິດສະຣາເອັນບໍ່ແມ່ນເພື່ອຈັດການ ຫຼື ລົງວິໄນມະນຸດ ຫຼື ການພິພາກສາ ແລະ ການຂ້ຽນຕີ; ພາລະກິດຂອງພຣະອົງແມ່ນເພື່ອນໍາພາມະນຸດ. ພຣະເຢໂຮວາສັ່ງໃຫ້ໂມເຊບອກກັບປະຊາຊົນຂອງພຣະອົງໃຫ້ຊອກຫາອາຫານມານາໃນຖິ່ນແຫ້ງແລ້ງກັນດານ. ທຸກເຊົ້າກ່ອນຕະເວັນຂຶ້ນ ພວກເຂົາຕ້ອງຊອກຫາເກັບມານາໃຫ້ພໍກິນສຳລັບພວກເຂົາໃນມື້ນັ້ນ. ມານາບໍ່ສາມາດຖືກເກັບໄວ້ຈົນຮອດມື້ຕໍ່ໄປໄດ້ ເພາະມັນຈະຂຶ້ນລາ. ພຣະອົງບໍ່ໄດ້ສັ່ງສອນມະນຸດ ຫຼື ເປີດໂປງທຳມະຊາດຂອງພວກເຂົາ ຫຼື ພຣະອົງບໍ່ໄດ້ເປີດເຜີຍແນວຄິດ ແລະ ຄວາມຄິດຂອງພວກເຂົາ. ພຣະອົງບໍ່ໄດ້ປ່ຽນແປງມະນຸດ ແຕ່ກົງກັນຂ້າມພຣະອົງນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ. ມະນຸດໃນເວລານັ້ນເປັນຄືກັບເດັກນ້ອຍ, ບໍ່ເຂົ້າໃຈຫຍັງເລີຍ ແລະ ພຽງແຕ່ມີຄວາມສາມາດໃນການເຄື່ອນໄຫວໄປມາຄ້າຍຄືຈັກກົນ; ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງພຽງແຕ່ບັນຍັດຂໍ້ກົດໝາຍເພື່ອນໍາພາປວງຊົນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 34)

ພຣະເຈົ້າກ່າວພຣະທໍາຂອງພຣະອົງ ແລະ ກະທໍາພາລະກິດຂອງພຣະອົງອີງຕາມຍຸກທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ, ພຣະອົງກ່າວພຣະທໍາທີ່ແຕກຕ່າງກັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ຫຼື ປະຕິບັດພາລະກິດດຽວທີ່ຊ້ຳກັນ ຫຼື ຮູ້ສຶກອຸກອັ່ງກັບສິ່ງຕ່າງໆໃນອະດີດ; ພຣະອົງແມ່ນພຣະເຈົ້າຜູ້ທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ທຸກມື້ນີ້ພຣະອົງກ່າວພຣະທໍາ ໃໝ່. ເຈົ້າຄວນປະຕິບັດຕາມສິ່ງທີ່ຄວນປະຕິບັດຕາມໃນວັນນີ້; ນີ້ແມ່ນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງມະນຸດ. ມັນສຳຄັນຢູ່ທີ່ການປະຕິບັດ, ໃຫ້ເນັ້ນໃສ່ແສງສະຫວ່າງ ແລະ ພຣະທໍາຂອງພຣະເຈົ້າໃນຍຸກປັດຈຸບັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນ, ພຣະອົງສາມາດກ່າວໄດ້ຈາກຫຼາຍດ້ານທີ່ແຕກຕ່າງກັນເພື່ອເຮັດໃຫ້ສະຕິປັນຍາ ແລະ ການມີອຳນາດໃນທຸກຢ່າງຂອງພຣະອົງນັ້ນຊັດເຈນ. ມັນບໍ່ສຳຄັນ ທີ່ພຣະອົງຈະກ່າວຈາກດ້ານຂອງພຣະວິນຍານ ຫຼື ຂອງມະນຸດ ຫຼື ຂອງບຸກຄົນທີສາມ ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ເຈົ້າບໍສາມາດເວົ້າວ່າພຣະອົງບໍ່ແມ່ນພຣະເຈົ້າ ດ້ວຍສາເຫດທີ່ພຣະອົງກ່າວຈາກດ້ານຂອງມະນຸດ. ໃນທ່າມກາງບາງຄົນຍັງມີຜູ້ທີ່ມີແນວຄິດຕ່າງໆນາໆ ຍ້ອນວ່າພຣະເຈົ້າກ່າວຈາກມຸມມອງຫຼາຍດ້ານ. ຄົນເຊັ່ນນັ້ນບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ. ຖ້າພຣະເຈົ້າໄດ້ກ່າວຈາກດ້ານດຽວຢູ່ສະເໝີ, ມະນຸດຈະບໍ່ວາງກົດເກນຕ່າງໆກ່ຽວກັບພຣະເຈົ້າບໍ? ພຣະເຈົ້າຈະປ່ອຍໃຫ້ມະນຸດເຮັດແບບນັ້ນໄດ້ບໍ? ບໍ່ວ່າພຣະເຈົ້າກ່າວຈາກດ້ານໃດກໍ່ຕາມ, ພຣະອົງກໍ່ມີຈຸດປະສົງໃນການກ່າວຂອງແຕ່ລະດ້ານ. ຖ້າພຣະເຈົ້າກ່າວຈາກດ້ານຂອງພຣະວິນຍານຢູ່ສະເໝີ, ເຈົ້າຈະສາມາດເຂົ້າຮ່ວມກັບພຣະອົງໄດ້ບໍ? ດັ່ງນັ້ນ, ບາງຄັ້ງພຣະອົງກ່າວໃນບຸກຄົນທີສາມເພື່ອສະໜອງພຣະທໍາຂອງພຣະອົງໃຫ້ກັບເຈົ້າ ແລະ ນຳພາເຈົ້າໄປສູ່ຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າກະທຳນັ້ນແມ່ນເໝາະສົມແລ້ວ, ເວົ້າແບບງ່າຍໆກໍ່ຄື ທັງໝົດແມ່ນໄດ້ກະທໍາໂດຍພຣະເຈົ້າ ແລະ ເຈົ້າບໍ່ຄວນສົງໄສກ່ຽວກັບສິ່ງນີ້ອີກຕໍ່ໄປ. ຖ້າພຣະອົງເປັນພຣະເຈົ້າ, ບໍ່ສຳຄັນວ່າພຣະອົງຈະກ່າວຈາກດ້ານໃດ, ພຣະອົງກໍ່ຍັງຄົງເປັນພຣະເຈົ້າຢູ່ສະເໝີ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ບໍ່ວ່າພຣະອົງຈະປະຕິບັດພາລະກິດແນວໃດກໍ່ຕາມ, ພຣະອົງກໍ່ຍັງເປັນພຣະເຈົ້າ ແລະ ທາດແທ້ຂອງພຣະອົງຈະບໍ່ປ່ຽນແປງເລີຍ! ເປໂຕຮັກພຣະເຈົ້າຫຼາຍ ແລະ ເປັນຄົນທີ່ເຮັດຕາມໃຈພຣະເຈົ້າ ແຕ່ພຣະເຈົ້າບໍ່ໄດ້ຖືວ່າເປໂຕເປັນພຣະເຈົ້າ ຫຼື ພຣະຄຣິດ, ເພາະວ່າທາດແທ້ຂອງເປໂຕກໍຄືສິ່ງທີ່ມີຊີວິດ ແລະ ນັ້ນຄືຄວາມເປັນຈິງທີ່ບໍ່ສາມາດປ່ຽນແປງໄດ້. ໃນພາລະກິດຂອງພຣະອົງ ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ແຕ່ພຣະອົງໃຊ້ຫຼາຍວິທີການທີ່ແຕກຕ່າງກັນ ເພື່ອເຮັດໃຫ້ພາລະກິດຂອງພຣະອົງນັ້ນມີປະສິດທິພາບ ແລະ ເພື່ອເຮັດໃຫ້ມະນຸດມາຮູ້ຈັກພຣະອົງຫຼາຍຂຶ້ນ. ທຸກວິທີການຂອງການປະຕິບັດພາລະກິດຂອງພຣະອົງຊ່ວຍໃຫ້ມະນຸດຮູ້ຈັກພຣະອົງ ແລະ ເພື່ອເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະໃຊ້ວິທີການປະຕິບັດພາລະກິດໃນຮູບແບບໃດກໍ່ຕາມ, ແຕ່ລະຮູບແບບແມ່ນເພື່ອສ້າງມະນຸດ ແລະ ເຮັດໃຫ້ມະນຸດສົມບູນແບບ. ເຖິງແມ່ນວ່າວິທີການປະຕິບັດພາລະກິດຂອງພຣະອົງອາດເສຍເວລາມາເປັນເວລາດົນນານແລ້ວກໍຕາມ, ນັ້ນກໍເພື່ອພິສູດຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະອົງ. ດັ່ງນັ້ນ ເຈົ້າບໍ່ຄວນສົງໄສອີກຕໍ່ໄປ. ນີ້ແມ່ນບາດກ້າວທັງໝົດຂອງພາລະກິດພຣະເຈົ້າ ແລະ ເຈົ້າຕ້ອງເຊື່ອຟັງ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 35)

ພຣະເຈົ້າໄດ້ມາໃນແຜ່ນດິນໂລກ, ຕົ້ນຕໍແລ້ວແມ່ນເພື່ອກ່າວພຣະທໍາຂອງພຣະອົງ; ສິ່ງທີ່ເຈົ້າສໍາພັດແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າໄດ້ຍິນແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າປະຕິບັດຕາມແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າປະສົບແມ່ນພຣະທໍາຂອງພຣະເຈົ້າ ແລະ ການບັງເກີດເປັນມະນຸດໃນຄັ້ງນີ້ຂອງພຣະເຈົ້າ ຕົ້ນຕໍແມ່ນໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ. ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ແລະ ພິເສດແມ່ນບໍ່ໄດ້ກະທໍາພາລະກິດທີ່ພຣະເຢຊູໄດ້ກະທໍາໃນອະດີດ. ເຖິງແມ່ນວ່າພຣະອົງທັງສອງເປັນພຣະເຈົ້າ ແລະ ທັງເປັນມະນຸດ ແຕ່ພັນທະກິດຂອງພຣະອົງທັງສອງນັ້ນບໍ່ຄືກັນ. ເມື່ອພຣະເຢຊູມາ, ພຣະອົງໄດ້ເຮັດພາກສ່ວນໜຶ່ງຂອງພາລະກິດພຣະເຈົ້າ ແລະ ໄດ້ກ່າວບາງພຣະທໍາ, ແຕ່ແມ່ນຫຍັງຄືພາລະກິດຫຼັກທີ່ພຣະອົງໄດ້ເຮັດສຳເລັດ? ສິ່ງທີ່ພຣະອົງໄດ້ເຮັດສຳເລັດ ຕົ້ນຕໍຄືພາລະກິດການຄຶງໃສ່ໄມ້ກາງແຂນ. ພຣະອົງໄດ້ກາຍເປັນເໝືອນດັ່ງເນື້ອໜັງທີ່ຜິດບາບເພື່ອເຮັດໃຫ້ພາລະກິດການຄຶງໃສ່ໄມ້ກາງແຂນຂອງພຣະອົງນັ້ນສົມບູນແບບ ແລະ ໄຖ່ບາບເອົາມວນມະນຸດຊາດທັງໝົດ ແລະ ຍ້ອນວ່າພຣະອົງເຫັນແກ່ຄວາມຜິດບາບຂອງມວນມະນຸດ ພຣະອົງຈຶ່ງປະຕິບັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບໃຫ້ມວນມະນຸດ. ນີ້ແມ່ນພາລະກິດຫຼັກທີ່ພຣະອົງໄດ້ກະທໍາສຳເລັດ. ພຣະອົງໄດ້ຈັດຕຽມເສັ້ນທາງແຫ່ງໄມ້ກາງແຂນເພື່ອຊີ້ນຳທາງໃຫ້ບັນດາຜູ້ທີ່ຈະຕາມມານໍາຫຼັງ. ເມື່ອພຣະເຢຊູມາ, ຈຸດປະສົງຫຼັກແມ່ນເພື່ອສຳເລັດພາລະກິດແຫ່ງການໄຖ່ບາບ. ພຣະອົງໄດ້ໄຖ່ບາບມວນມະນຸດ ແລະ ໄດ້ນຳເອົາຂ່າວປະເສີດແຫ່ງອານາຈັກສະຫວັນມາສູ່ມວນມະນຸດ ແລະ ຍິ່ງໄປກວ່ານັ້ນ ພະອົງຍັງໄດ້ນຳມາຍັງເສັ້ນທາງໄປສູ່ອານາຈັກສະຫວັນອີກດ້ວຍ. ດ້ວຍເຫດນີ້, ບັນດາຜູ້ທີ່ມາຕາມຫຼັງພຣະອົງຈຶ່ງເວົ້າວ່າ “ພວກເຮົາຄວນຍ່າງຕາມເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສຍສະລະຕົນເອງເພື່ອໄມ້ກາງແຂນ”. ແນ່ນອນວ່າ, ໃນເບື້ອງຕົ້ນ ພຣະເຢຊູໄດ້ກະທໍາພາລະກິດຫຼາຍຢ່າງ ແລະ ກ່າວບາງຂໍ້ພຣະທໍາເພື່ອເຮັດໃຫ້ມະນຸດກັບໃຈ ແລະ ສາລະພາບບາບຂອງຕົນ. ແຕ່ພັນທະກິດຫຼັກຂອງພຣະອົງແມ່ນການໄຖ່ບາບດ້ວຍຖືກຄຶງໃສ່ໄມ້ກາງແຂນ. ສາມປີເຄິ່ງທີ່ພຣະອົງໄດ້ນໍາໃຊ້ເພື່ອສິດສອນເສັ້ນທາງແຫ່ງຄວາມຈິງນັ້ນແມ່ນເພື່ອກະກຽມໃສ່ການຖືກຄຶງໃສ່ໄມ້ກາງແຂນ. ຫຼາຍຄັ້ງທີ່ພຣະເຢຊູອະທິຖານນັ້ນ ແມ່ນເພື່ອເຫັນແກ່ການຄຶງໃສ່ໄມ້ກາງແຂນ. ຊີວິດຂອງຊາຍທຳມະດາທີ່ພຣະອົງໄດ້ນຳພາ ແລະ ສາມສິບສາມປີເຄິ່ງທີ່ພຣະອົງໄດ້ດຳລົງຊີວິດຢູ່ໃນແຜນດິນໂລກນີ້ ໂດຍຕົ້ນຕໍແມ່ນເພື່ອສຳເລັດພາລະກິດການຄຶງໃສ່ໄມ້ກາງແຂນ, ສິ່ງເຫຼົ່ານັ້ນເຮັດໃຫ້ພຣະອົງມີຄວາມເຂັ້ມແຂງເພື່ອດຳເນີນພາລະກິດຂອງພຣະອົງ, ເຊິ່ງເປັນພາລະກິດທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບພຣະອົງ. ໃນປັດຈຸບັນນີ້, ແມ່ນພາລະກິດແບບໃດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຈະກະທໍາໃຫ້ສຳເລັດ? ໃນປັດຈຸບັນນີ້, ພຣະເຈົ້າໄດ້ບັງເກີດເປັນມະນຸດ ຕົ້ນຕໍແມ່ນເພື່ອສຳເລັດພາລະກິດຂອງ “ພຣະທໍາປາກົດໃນຮ່າງກາຍ”, ນໍາໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ມະນຸດຍອມຮັບເອົາການປະຕິບັດຂອງພຣະທໍາ ແລະ ການຊໍາລະລ້າງໃຫ້ບໍລິສຸດຈາກພຣະທໍາ. ໃນພຣະທໍາຂອງພຣະອົງ ພຣະອົງເຮັດໃຫ້ເຈົ້າໄດ້ຮັບການສະໜອງຊີວິດ; ໃນພຣະທໍາຂອງພຣະອົງ, ເຈົ້າຈະເຫັນພາລະກິດ ແລະ ການກະທຳຂອງພຣະອົງ. ພຣະເຈົ້າໃຊ້ພຣະທໍາເພື່ອຕິສອນ ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ. ດັ່ງນັ້ນ, ຖ້າເຈົ້າທົນທຸກກັບຄວາມຍາກລຳບາກ ກໍເປັນຍ້ອນພຣະທໍາຂອງພຣະເຈົ້ານັ້ນເອງ. ທຸກມື້ນີ້ ພຣະເຈົ້າບໍ່ໄດ້ກະທໍາພາລະກິດໂດຍການໃຊ້ຂໍ້ເທັດຈິງ, ແຕ່ໃຊ້ພຣະທໍາ. ພາຍຫຼັງທີ່ພຣະທໍາຂອງພຣະອົງໄດ້ມາເຖິງເຈົ້າເທົ່ານັ້ນ ພຣະວິນຍານບໍລິສຸດຈິ່ງຈະສາມາດປະຕິບັດພາລະກິດຢູ່ພາຍໃນຕົວເຈົ້າໄດ້ ແລະ ເຮັດໃຫ້ເຈົ້າທັງຮູ້ສຶກເປັນທຸກ ແລະ ສຸກຢ່າງແທ້ຈິງ. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດພາເຈົ້າໄປສູ່ຄວາມເປັນຈິງໄດ້. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເຈົ້າສົມບູນແບບໄດ້. ດັ່ງນັ້ນ, ຢ່າງໜ້ອຍເຈົ້າກໍຄວນເຂົ້າໃຈໃນສິ່ງນີ້: ພາລະກິດທີ່ພຣະເຈົ້າປະຕິບັດໃນໄລຍະຍຸກສຸດທ້າຍນີ້ ຕົ້ນຕໍແມ່ນການໃຊ້ພຣະທໍາຂອງພຣະອົງເພື່ອເຮັດໃຫ້ທຸກຄົນສົມບູນ ແລະ ເພື່ອນຳພາມະນຸດ. ພາລະກິດທັງໝົດທີ່ພຣະອົງກະທຳແມ່ນຜ່ານທາງພຣະທໍາ; ພຣະອົງບໍ່ໄດ້ໃຊ້ຄຳເທັດຈິງເພື່ອຕິສອນເຈົ້າ. ມີບາງເວລາທີ່ບາງຄົນຕໍ່ຕ້ານພຣະເຈົ້າ. ເຖິງພຣະເຈົ້າບໍ່ໄດ້ນໍາເອົາຄວາມບໍ່ສະບາຍໃຈອັນໃຫຍ່ຫຼວງມາໃຫ້ເຈົ້າ, ເນື້ອໜັງຂອງເຈົ້າບໍ່ໄດ້ຖືກຕິສອນ ຫຼື ເຈົ້າບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ແຕ່ພໍພຣະທໍາຂອງພຣະເຈົ້າມາຫາເຈົ້າ ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ, ເຈົ້າບໍ່ສາມາດທົນມັນໄດ້. ເຫດໃດຈຶ່ງເປັນແບບນັ້ນ? ໃນເວລາທີ່ຜູ້ຮັບໃຊ້ບໍລິການປະຕິບັດວຽກງານນັ້ນ, ພຣະເຈົ້າໄດ້ບອກໃຫ້ໂຍນມະນຸດລົງສູ່ຂຸມເລິກ. ແລ້ວມະນຸດໄດ້ລົງໄປຮອດຂຸມເລິກນັ້ນແທ້ບໍ? ມີພຽງຜ່ານການໃຊ້ພຣະທໍາເພື່ອຊໍາລະລ້າງມະນຸດໃຫ້ບໍລິສຸດເທົ່ານັ້ນ ມະນຸດຈຶ່ງຈະໄດ້ລອດພົ້ນ. ສະນັ້ນ, ໃນຍຸກສຸດທ້າຍນີ້, ເມື່ອພຣະເຈົ້າກາຍເປັນມະນຸດ, ຕົ້ນຕໍແມ່ນພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ທຸກສິ່ງສຳເລັດ ແລະ ເຮັດໃຫ້ທຸກສິ່ງແຈ່ມແຈ້ງຂຶ້ນ. ມີພຽງພຣະທໍາຂອງພຣະອົງເທົ່ານັ້ນເຈົ້າຈິ່ງຈະສາມາດເຫັນໄດ້ໃນສິ່ງທີ່ພຣະອົງເປັນ; ມີພຽງພຣະທໍາຂອງພຣະອົງເທົ່ານັ້ນເຈົ້າຈິ່ງຈະສາມາດເຫັນໄດ້ວ່າພຣະອົງເອງແມ່ນພຣະເຈົ້າ. ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດລົງມາໃນແຜ່ນດິນໂລກ, ພຣະອົງບໍ່ໄດ້ປະຕິບັດພາລະກິດອື່ນ ນອກຈາກກ່າວພຣະທໍາ, ດັ່ງນັ້ນ ບໍ່ຈຳເປັນຕ້ອງມີຂໍ້ເທັດຈິງ; ມີພຽງພຣະທໍາກໍ່ພຽງພໍແລ້ວ. ນັ້ນກໍຍ້ອນວ່າ ຕົ້ນຕໍແລ້ວພຣະອົງມາເພື່ອປະຕິບັດພາລະກິດນີ້, ເພື່ອເຮັດໃຫ້ມະນຸດເຫັນພະລັງ ແລະ ອຳນາດສູງສຸດຂອງພຣະອົງ, ເພື່ອເຮັດໃຫ້ມະນຸດເຫັນໃນພຣະທໍາຂອງພຣະອົງວ່າ ພຣະອົງໄດ້ປິດບັງພຣະອົງຢ່າງສຸພາບ ແລະ ອ່ອນນ້ອມຖ່ອມຕົນພຽງໃດ ແລະ ເພື່ອເຮັດໃຫ້ມະນຸດຮູ້ຈັກພຣະອົງຢ່າງແທ້ຈິງຈາກພຣະທໍາຂອງພຣະອົງ. ດ້ວຍວ່າ ທັງໝົດທີ່ພຣະອົງມີ ແລະ ເປັນແມ່ນຢູ່ໃນພຣະທໍາຂອງພຣະອົງ, ສະຕິປັນຍາຂອງພຣະອົງ ແລະ ສິ່ງມະຫັດສະຈັນທັງໝົດແມ່ນຢູ່ໃນພຣະທໍາຂອງພຣະອົງ. ສິ່ງນີ້ໄດ້ເຮັດໃຫ້ເຈົ້າເຫັນຫຼາຍວິທີການຂອງການກ່າວພຣະທໍາຂອງພຣະອົງ. ພາລະກິດຂອງພຣະເຈົ້າໃນຍຸກນີ້ສ່ວນໃຫຍ່ແມ່ນການສະໜອງ, ການເປີດເຜີຍ ແລະ ການຕິດຕໍ່ພົວພັນກັບມະນຸດ. ພຣະອົງບໍ່ໄດ້ສາບແຊ່ງມະນຸດແຕ່ຢ່າງໃດ ແລະ ເຖິງແມ່ນວ່າພຣະອົງສາບແຊ່ງກໍສາບແຊ່ງຜ່ານພຣະທໍາ. ດັ່ງນັ້ນ, ໃນຍຸກທີ່ພຣະເຈົ້າບັງເກີດເປັນມະນຸດນີ້, ຢ່າໄດ້ພະຍາຍາມເຫັນພຣະເຈົ້າປິ່ນປົວຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍອີກເລີຍ, ຢ່າໄດ້ພະຍາຍາມຊອກຫາເຄື່ອງໝາຍສໍາຄັນອີກຕໍ່ໄປ. ບໍ່ມີປະໂຫຍດຫຍັງ! ເຄື່ອງໝາຍເຫຼົ່ານັ້ນບໍ່ສາມາດເຮັດໃຫ້ມະນຸດສົມບູບແບບໄດ້! ເວົ້າຢ່າງຈະແຈ້ງກໍຄື: ປັດຈຸບັນນີ້, ພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດ ແມ່ນພຽງແຕ່ກ່າວພຣະທໍາ ແລະ ບໍ່ໄດ້ກະທຳໃນສິ່ງມະຫັດສະຈັນໃດໆ, ນີ້ແມ່ນຄວາມຈິງ! ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ເຈົ້າສົມບູນແບບ ແລະ ໃຊ້ພຣະທໍາເພື່ອລ້ຽງເກືອ ແລະ ໃຫ້ນ້ຳເຈົ້າ. ພຣະອົງໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ໃຊ້ພຣະທຳແທນຂໍ້ເທັດຈິງຕ່າງໆເພື່ອເຮັດໃຫ້ເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ. ຖ້າເຈົ້າສາມາດຮັບຮູ້ພາລະກິດແບບນີ້ຂອງພຣະເຈົ້າ, ເຈົ້າຈະບໍ່ຢູ່ລ້າງ. ແທນທີ່ຈະສຸມໃສ່ສິ່ງທີ່ເປັນທາງລົບ, ເຈົ້າຄວນສຸມໃສ່ສິ່ງທີ່ເປັນທາງບວກເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ເຖິງແມ່ນວ່າພຣະທໍາຂອງພຣະເຈົ້າຈະໄດ້ໍຖືກບັນລຸ ຫຼື ບໍ່ກໍ່ຕາມ ຫຼື ບໍ່ວ່າຈະມີຂໍ້ເທັດຈິງ ຫຼື ບໍ່ກໍ່ຕາມ, ພຣະເຈົ້າເຮັດໃຫ້ມະນຸດໄດ້ຮັບຊີວິດຈາກພຣະທໍາຂອງພຣະອົງ ແລະ ນີ້ແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດຂອງໝາຍສໍາຄັນທັງໝົດ, ແລະ ຍິ່ງໄປກວ່ານັ້ນ ມັນແມ່ນຄວາມຈິງທີ່ບໍ່ສາມາດປະຕິເສດໄດ້. ນີ້ແມ່ນຫຼັກຖານທີ່ດີທີ່ສຸດໃນການມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ເປັນໝາຍສໍາຄັນທີ່ຫຍິ່ງໃຫຍ່ກວ່າໝາຍສໍາຄັນໃດໆ. ມີພຽງພຣະທໍາເຫຼົ່ານີ້ເທົ່ານັ້ນທີ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 36)

ຫລັງຈາກຍຸກແຫ່ງອານາຈັກໄດ້ເລີ້ມຕົ້ນຂຶ້ນ, ພຣະເຈົ້າກໍເລີ້ມເຜີຍແຜ່ພຣະທໍາຂອງພຣະອົງ. ໃນອະນາຄົດ, ພຣະທໍາເຫຼົ່ານີ້ຈະໄດ້ບັນລຸຜົນຂຶ້ນເລື້ອຍໆ ແລະ ໃນເວລານັ້ນ, ມະນຸດຈະເຕີບໂຕຂຶ້ນໃນຊີວິດ. ການໃຊ້ພຣະທໍາຂອງພຣະເຈົ້າເພື່ອເປີດເຜີຍອຸປະນິໃສອັນເສື່ອມໂຊມຂອງມະນຸດແມ່ນຄວາມຈິງ ແລະ ມີຄວາມຈຳເປັນທີ່ສຸດ. ພຣະອົງບໍ່ໄດ້ໃຊ້ສິ່ງໃດ ນອກຈາກພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງເພື່ອເຮັດໃຫ້ຄວາມເຊື່ອຂອງມະນຸດສົມບູນແບບ, ເພາະວ່າ ປັດຈຸບັນຄືຍຸກແຫ່ງພຣະທໍາ ແລະ ເປັນຍຸກທີ່ຮຽກຮ້ອງໃຫ້ມີຄວາມເຊື່ອ, ຄວາມເດັດດ່ຽວ ແລະ ການຮ່ວມມືຂອງມະນຸດ. ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການໃຊ້ພຣະທໍາຂອງພຣະອົງເພື່ອຮັບໃຊ້ ແລະ ສະໜອງໃຫ້ມະນຸດ. ພຽງຫຼັງຈາກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ສຳເລັດກ່າວພຣະທໍາຂອງພຣະອົງເທົ່ານັ້ນ ພຣະທໍາຈິ່ງຈະຖືກບັນລຸຜົນ. ໃນຊ່ວງເວລາທີ່ພຣະອົງກ່າວ, ພຣະທໍາຂອງພຣະອົງຍັງບໍ່ທັນຖືກບັນລຸໄດ້, ເພາະວ່າ ເວລາທີ່ພຣະອົງຍັງຢູ່ໃນຂັ້ນຕອນເປັນມະນຸດ, ພຣະທໍາຂອງພຣະອົງບໍ່ສາມາດຖືກສໍາເລັດໄດ້ ແລະ ນີ້ກໍ່ເພື່ອມະນຸດຈະໄດ້ເຫັນພຣະເຈົ້າເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ, ເພື່ອວ່າມະນຸດຈະໄດ້ເຫັນຄວາມຈິງຂອງພຣະເຈົ້າດ້ວຍຕາຂອງພວກເຂົາເອງ. ໃນມື້ທີ່ພາລະກິດຂອງພຣະອົງສຳເລັດລົງ ແລະ ເມື່ອພຣະທໍາທັງໝົດທີ່ພຣະອົງຄວນກ່າວໃນແຜ່ນດິນໂລກນີ້ ໄດ້ຖືກກ່າວໝົດແລ້ວ, ເມື່ອນັ້ນ ພຣະທໍາຂອງພຣະອົງຈະເລີ້ມບັນລຸນຜົນ. ປັດຈຸບັນນີ້ຍັງບໍ່ແມ່ນເວລາຂອງການບັນລຸພຣະທໍາຂອງພຣະເຈົ້າ, ຍ້ອນວ່າພຣະອົງຍັງບໍ່ທັນສຳເລັດກ່າວພຣະທໍາຂອງພຣະອົງເທື່ອ. ດັ່ງນັ້ນ, ເມື່ອເຈົ້າເຫັນວ່າພຣະອົງຍັງກ່າວພຣະທໍາຂອງພຣະອົງຢູ່ເທິງແຜ່ນດິນໂລກ, ຢ່າລໍຖ້າການບັນລຸຜົນພຣະທໍາຂອງພຣະອົງ; ເມື່ອພຣະເຈົ້າຢຸດກ່າວພຣະທໍາຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງເທິ່ງແຜ່ນດິນໂລກນີ້ໄດ້ສຳເລັດລົງ ເມື່ອນັ້ນແມ່ນເວລາທີ່ພຣະທໍາຂອງພຣະອົງເລີ້ມບັນລຸຜົນ. ພຣະທໍາທີ່ພຣະອົງກ່າວເທິງແຜ່ນດິນໂລກ, ໃນດ້ານໜຶ່ງແມ່ນເພື່ອການສະໜອງຊີວິດ ແລະ ອີກດ້ານໜຶ່ງແມ່ນເພື່ອການທຳນວາຍ ເຊິ່ງເປັນຄຳທຳນວາຍກ່ຽວກັບສິ່ງທີ່ຈະເກີດຂຶ້ນ, ສິ່ງທີ່ຈະສຳເລັດລົງ ແລະ ສິ່ງທີ່ຍັງບໍ່ທັນຖືກເຮັດໃຫ້ສຳເລັດເທື່ອ. ມີຄຳທຳນວາຍໃນພຣະທໍາຂອງພຣະເຢຊູເຊັ່ນດຽວກັນ ເຊິ່ງໃນດ້ານໜຶ່ງ ພຣະອົງໃຫ້ຊີວິດ ແລະ ອີກດ້ານໜຶ່ງ ພຣະອົງໄດ້ກ່າວຄຳທຳນວາຍ. ມືນີ້, ບໍ່ມີການເວົ້າເຖິງການເຜີຍແຜ່ພຣະທໍາ ແລະ ຂໍ້ເທັດຈິງ, ຍ້ອນວ່າຄວາມແຕກຕ່າງລະຫວ່າງສິ່ງທີ່ຕາມະນຸດສາມາດເບິ່ງເຫັນໄດ້ ແລະ ສິ່ງທີ່ພຣະເຈົ້າເຮັດສຳເລັດນັ້ນແຕ່ກຕ່າງກັນຫຼາຍ. ສາມາດເວົ້າໄດ້ວ່າ, ເມື່ອພາລະກິດຂອງພຣະເຈົ້າສຳເລັດລົງ ແລະ ພຣະທໍາຂອງພຣະອົງໄດ້ບັນລຸຜົນ, ເມື່ອນັ້ນຂໍ້ເທັດຈິງກໍຈະເກີດຂຶ້ນ. ພຣະເຈົ້າຜູ້ບັງເກີດເປັນນະນຸດຂອງຍຸກສຸດທ້າຍປະຕິບັດພັນທະກິດແຫ່ງພຣະທໍາ ແລະ ໃນການປະຕິບັດພັນທະກິດແຫ່ງພຣະທໍາ ພຣະອົງພຽງແຕ່ກ່າວພຣະທໍາ ແລະ ບໍ່ໄດ້ໃສ່ໃຈເລື່ອງອື່ນ. ເມື່ອພາລະກິດຂອງພຣະເຈົ້າປ່ຽນ, ພຣະທໍາຂອງພຣະອົງຈະເລີ່ມບັນລຸຜົນ. ປັດຈຸບັນນີ້, ພຣະທໍາແມ່ນຖືກນໍາໃຊ້ກ່ອນ ເພື່ອເຮັດໃຫ້ເຈົ້າສົມບູນແບບ; ເມື່ອພຣະອົງໄດ້ຮັບຄວາມສະຫງ່າລາສີຢູ່ໃນຈັກກະວານທັງໝົດ, ເມື່ອພຣະທໍາທັງໝົດທີ່ຄວນກ່າວໄດ້ຖືກກ່າວ ແລະ ພຣະທໍາທັງໝົດໄດ້ກາຍເປັນຂໍ້ເທັດຈິງ ເມື່ອນັ້ນກໍຈະເປັນເວລາທີ່ພາລະກິດຂອງພຣະອົງສຳເລັດລົງ. ພຣະເຈົ້າໄດ້ມາໃນແຜ່ນດິນໂລກໃນຍຸກສຸດທ້າຍເພື່ອປະຕິບັດພັນທະກິດແຫ່ງພຣະທໍາເພື່ອວ່າມະນຸດອາດຮູ້ຈັກພຣະອົງ ແລະ ເພື່ອວ່າມະນຸດອາດເຫັນສິ່ງທີ່ພຣະອົງເປັນ ແລະ ເຫັນສະຕິປັນຍາຂອງພຣະອົງ ແລະ ການກະທຳອັນໜ້າອັດສະຈັນທັງໝົດຈາກພຣະທໍາຂອງພຣະອົງ. ໃນຍຸກແຫ່ງອານາຈັກ, ສ່ວນໃຫຍ່ພຣະເຈົ້າໃຊ້ພຣະທໍາເພື່ອເອົາຊະນະທຸກຄົນ. ໃນອະນາຄົດ, ພຣະທໍາຂອງພຣະອົງຈະມາເຖິງທຸກສາສະໜາ, ທຸກຂະແໜງການ, ທຸກຊາດ ແລະ ທຸກນິກາຍ; ພຣະເຈົ້າໃຊ້ພຣະທໍາເພື່ອເອົາຊະນະ, ເພື່ອໃຫ້ມະນຸດທັງໝົດເຫັນວ່າພຣະທໍາຂອງພຣະອົງນັ້ນມີອຳນາດ ແລະ ຍິ່ງໃຫຍ່. ສະນັ້ນ, ໃນປັດຈຸບັນນີ້ ເຈົ້າພຽງພະເຊີນກັບພຣະທໍາຂອງພຣະເຈົ້າເທົ່ານັ້ນ.

ພຣະທໍາທີ່ພຣະເຈົ້າໄດ້ກ່າວໃນຍຸກນີ້ແມ່ນມີຄວາມແຕກຕ່າງກັນກັບພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະບັນຍັດ ແລະ ເຊັ່ນດຽວກັນ ພຣະທໍາດັ່ງກ່າວກໍແຕກຕ່າງຈາກພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະຄຸນ. ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າບໍ່ໄດ້ເຮັດພາລະກິດແຫ່ງພຣະທໍາ, ພຽງແຕ່ບັນລະຍາຍການຄຶງໃສ່ໄມ້ກາງແຂນເພື່ອໄຖ່ບາບມວນມະນຸດຊາດ. ພຣະຄໍາພີພຽງແຕ່ລະບຸວ່າເປັນຫຍັງພຣະເຢຊູຈິ່ງຖືກຄຶງໃສ່ໄມ້ກາງແຂນ ແລະ ຄວາມທຸກທໍລະມານທີ່ພຣະອົງໄດ້ຮັບເທິງໄມ້ກາງແຂນ ແລະ ວິທີມະນຸດຄວນຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ. ໃນຍຸກນັ້ນ, ພາລະກິດທັງໝົດທີ່ພຣະເຈົ້າໄດ້ກະທໍາແມ່ນເພື່ອການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນ. ໃນຍຸກແຫ່ງອານາຈັກ, ພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາເພື່ອເອົາຊະນະບັນດາຜູ້ທີ່ເຊື່ອໃນພຣະອົງທັງໝົດ. ນີ້ແມ່ນ “ພຣະທໍາປາກົດໃນຮ່າງກາຍ”; ພຣະເຈົ້າໄດ້ມາໃນຍຸກສຸດທ້າຍເພື່ອປະຕິບັດພາລະກິດນີ້, ເຊິ່ງເວົ້າໄດ້ວ່າພຣະອົງໄດ້ມາເພື່ອສຳເລັດຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ພຣະອົງພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ບໍ່ມີການສະແດງເຖິງຂໍ້ເທັດຈິງ. ນີ້ແມ່ນແກ່ນແທ້ຂອງພຣະທໍາປາກົດໃນຮ່າງກາຍມະນຸດ ແລະ ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາຂອງພຣະອົງ ນີ້ແມ່ນການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ ແລະ ພຣະທໍາສະຖິດເຂົ້າສູ່ຮ່າງກາຍມະນຸດ. “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ”. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະປະຕິບັດໃຫ້ສຳເລັດໃນຍຸກສຸດທ້າຍ (ພາລະກິດການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ) ແລະ ແມ່ນບົດສຸດທ້າຍຂອງແຜນການຄຸ້ມຄອງທັງໝົດຂອງພຣະອົງ, ດັ່ງນັ້ນ ພຣະເຈົ້າຕ້ອງໄດ້ມາໃນແຜ່ນດິນໂລກ ແລະ ສະແດງພຣະທໍາຂອງພຣະອົງໃນຮ່າງກາຍມະນຸດ. ນັ້ນຄືສິ່ງທີ່ໄດ້ສຳເລັດໃນວັນນີ້, ນັ້ນຄືສິ່ງທີ່ຈະສຳເລັດໃນອະນາຄົດ, ນັ້ນແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດ, ບັນດາຜູ້ທີ່ຈະຖືກຊ່ວຍໃຫ້ລອດ, ບັນດາຜູ້ທີ່ຈະຖືກທຳລາຍ ແລະ ອື່ນໆ. ພາລະກິດທັງໝົດນີ້ທີ່ປະຕິບັດໃນຍຸກສຸດທ້າຍຖືກກ່າວໄວ້ຢ່າງຈະແຈ້ງແລ້ວ ແລະ ທັງໝົດນັ້ນແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ບົດບັນຍັດການປົກຄອງ ແລະ ກົດເກນທີ່ໄດ້ອອກກ່ອນໜ້ານີ້, ບັນດາຜູ້ທີ່ຈະຖືກທຳລາຍ, ບັນດາຜູ້ທີ່ຈະເຂົ້າໄປສູ່ການພັກຜ່ອນ ພຣະທໍາທັງໝົດເຫຼົ່ານີ້ຕ້ອງໄດ້ຖືກບັນລຸ. ນີ້ແມ່ນພາລະກິດຫຼັກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດໃນຍຸກສຸດທ້າຍ. ພຣະອົງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ບັນດາຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ ແລະ ບັນດາຜູ້ທີ່ພຣະເຈົ້າບໍ່ໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ, ວິທີທີ່ຜູ້ຄົນ ແລະ ບຸດຂອງພຣະອົງຈະຖືກຄັດແຍກ; ແມ່ນຫຍັງຈະເກີດຂຶ້ນກັບອິສຣາເອັນ, ແມ່ນຫຍັງຈະເກີດຂຶ້ນກັບເອຢິບໃນອະນາຄົດ, ທຸກຂໍ້ຄວາມຂອງພຣະທໍາເຫຼົ່ານີ້ແມ່ນຈະຖືກບັນລຸຜົນທັງໝົດ. ຂັ້ນຕອນຂອງພາລະກິດພຣະເຈົ້າກຳລັງກ້າວໜ້າຢ່າງຫ້າວຫັນ. ພຣະເຈົ້າໃຊ້ພຣະທໍາເປັນເຄື່ອງມືໃນການເປີດເຜີຍໃຫ້ມະນຸດຮູ້ວ່າມີຫຍັງແດ່ທີ່ຕ້ອງສຳເລັດໃນແຕ່ລະຍຸກ, ມີຫຍັງແດ່ທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ປະຕິບັດ ແລະ ພຣະທໍາທັງໝົດເຫຼົ່ານີ້ແມ່ນເພື່ອບັນລຸຄວາມສຳຄັນອັນແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 37)

ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢູ່ໃນຈັກກະວານທັງໝົດ. ບັນດາຜູ້ທີ່ເຊື່ອໃນພຣະອົງທັງໝົດຕ້ອງຍອມຮັບພຣະທໍາຂອງພຣະອົງ, ກິນ ແລະ ດື່ມພຣະທໍາຂອງພຣະອົງ; ບໍ່ມີໃຜສາມາດຖືກຮັບໂດຍພຣະເຈົ້າຜ່ານການເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນທີ່ພຣະອົງໄດ້ສະແດງໃຫ້ເຫັນ. ຕະຫຼອດຫຼາຍຍຸກຫຼາຍສະໄໝ, ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບສະເໜີ. ດັ່ງນັ້ນເຈົ້າບໍ່ຄວນອຸທິດຄວາມສົນໃຈທັງໝົດຂອງເຈົ້າກັບໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ແຕ່ຄວນສະແຫວງຫາການຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ. ໃນພັນທະສັນຍາເກົ່າຂອງຍຸກແຫ່ງພຣະບັນຍັດນັ້ນ ພຣະເຈົ້າໄດ້ກ່າວບາງພຣະທໍາ ແລະ ໃນຍຸກແຫ່ງພຣະຄຸນ ພຣະເຢຊູກໍ່ໄດ້ກ່າວບາງພຣະທໍາເຊັ່ນກັນ. ຫຼັງຈາກທີ່ພຣະເຢຊູໄດ້ກ່າວຂໍ້ພຣະທໍາຫຼາຍຂໍ້, ພວກອັກຄະສາວົກ ແລະ ສາວົກພາຍຫຼັງກໍໄດ້ນໍາພາຜູ້ຄົນໃຫ້ປະຕິບັດຕາມພຣະບັນຍັດຕ່າງໆທີ່ພຣະເຢຊູໄດ້ກຳນົດອອກ ແລະ ເຮັດໃຫ້ພວກເຂົາມີປະສົບການໂດຍອີງໃສ່ພຣະທຳ ແລະ ຫຼັກການທີ່ພຣະເຢຊູໄດ້ກ່າວໄວ້. ໃນຍຸກສຸດທ້າຍ, ຕົ້ນຕໍແລ້ວ ພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ. ພຣະອົງບໍ່ໄດ້ໃຊ້ໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອບີບບັງຄັບມະນຸດ ຫຼື ເພື່ອລໍ້ໃຈມະນຸດ; ສິ່ງນີ້ບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຈະແຈ້ງຂຶ້ນໄດ້. ຖ້າພຣະເຈົ້າພຽງແຕ່ສະແດງໝາຍສໍາໝາຍ ແລະ ສິ່ງມະຫັດສະຈັນເທົ່ານັ້ນ ແມ່ນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄວາມເປັນຈິງຂອງພຣະເຈົ້ານັ້ນຊັດເຈນ, ເຊັ່ນດຽວກັນ ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດສົມບູນແບບ. ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບດ້ວຍເຄືອງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ແຕ່ໃຊ້ພຣະທໍາເພື່ອຫົດສົງ ແລະ ດູແລມະນຸດ ເຊິ່ງ ຫຼັງຈາກນັ້ນມະນຸດກໍຈະໄດ້ບັນລຸການເຊື່ອຟັງຢ່າງສົມບູນ ແລະ ມີຄວາມຮູ້ກ່ຽວກັບພຣະເຈົ້າ. ນີ້ແມ່ນເປົ້າໝາຍຂອງພາລະກິດທີ່ພຣະອົງປະຕິບັດ ແລະ ພຣະທໍາທີ່ພຣະອົງກ່າວ. ພຣະເຈົ້າບໍ່ໄດ້ໃຊ້ວິທີການສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອເຮັດໃຫ້ມະນຸດສົມບູນ ແຕ່ພຣະອົງໃຊ້ພຣະທໍາ ແລະ ໃຊ້ຫຼາກຫຼາຍວິທີການຂອງພາລະກິດທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າຈະເປັນການຊໍາລະລ້າງໃຫ້ບໍລິສຸດ, ການຕິດຕໍ່ພົວພັນ, ການລິຮານ ແລະ ການສະໜອງພຣະທໍາ, ພຣະເຈົ້າກ່າວຈາກຫຼາຍໆດ້ານທີ່ແຕກຕ່ງກັນເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເພື່ອໃຫ້ມະນຸດມີຄວາມຮູ້ເພີ່ມຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ, ກ່ຽວກັບສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າ. ເມື່ອມະນຸດຖືກເຮັດໃຫ້ສົມບູນໃນເວລາທີ່ພຣະເຈົ້າສິ້ນສຸດຍຸກຂອງຍຸກສຸດທ້າຍ, ພວກເຂົາຈະມີຄຸນສົມບັດເໝາະສົມທີ່ຈະເບິ່ງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໄດ້ຢ່າງສົມບູນ. ເມື່ອເຈົ້າມາຮູ້ຈັກພຣະເຈົ້າ ແລະ ສາມາດເຊື່ອຟັງພຣະເຈົ້າບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຈົ້າຈະບໍ່ມີຄວາມຄິດໃດກ່ຽວກັບພຣະເຈົ້າ ເມື່ອເຈົ້າເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ. ໃນເວລານີ້, ເຈົ້າເສື່ອມໂຊມ ແລະ ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ເຈົ້າມີຄຸນສົມບັດເໝາະສົມທີ່ຈະເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນແລ້ວບໍ? ເວລາທີ່ພຣະເຈົ້າສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນນັ້ນແມ່ນເວລາທີ່ພຣະເຈົ້າລົງໂທດມະນຸດ ແລະ ເປັນເວລະທີ່ຍຸກສະໄໝປ່ຽນແປງ ແລະ ຍິ່ງໄປກວ່ານັ້ນແມ່ນເປັນເວລາທີ່ຍຸກສະໄໝສິ້ນສຸດລົງ. ເມື່ອພາລະກິດຂອງພຣະເຈົ້າຖືກດຳເນີນການຢ່າງເປັນປົກກະຕິນັ້ນ ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃດໆ. ການສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນນັ້ນແມ່ນງ່າຍທີ່ສຸດ, ແຕ່ນັ້ນບໍ່ແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ແມ່ນເປົ້າໝາຍຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ. ຖ້າມະນຸດໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ແລະ ຖ້າຮ່າງກາຍຝ່າຍວິນຍານຂອງພຣະເຈົ້າປາກົດຕົວຕໍ່ມະນຸດ, ຜູ້ຄົນທັງໝົດຈະເຊື່ອໃນພຣະເຈົ້າບໍ່? ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ ກຸ່ມຂອງຜູ້ຄົນທີ່ໄດ້ຮັບໄຊຊະນະນັ້ນແມ່ນໄດ້ມາຈາກທິດຕາເວັນອອກ, ຜູ້ຊະນະທີ່ມາຈາກທ່າມກາງຄວາມຍາກລຳບາກອັນຫຍິ່ງໃຫຍ່. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນໝາຍເຖິງຫຍັງ? ມັນໝາຍເຖິງຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບການເຊື່ອຟັງຢ່າງແທ້ຈິງ ຫຼັງຈາກທີ່ໄດ້ຮັບການພິພາກສາ, ການຕິສອນ, ການຈັດການ, ການລິຮານ ແລະ ທຸກຮູບແບບຂອງການຊໍາລະລ້າງໃຫ້ບໍລິສຸດ. ຄວາມເຊື່ອຂອງຄົນເຫຼົ່ານັ້ນບໍ່ມືດມົວ ຫຼື ເປັນນາມມະທຳ, ແຕ່ແມ່ນຄວາມເຊື່ອທີ່ແທ້ຈິງ. ພວກເຂົາບໍ່ໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃດໆ ຫຼື ອັດສະຈັນໃດໆ; ພວກເຂົາບໍ່ເວົ້າເຖິງຕົວໜັງສື ແລະ ທິດສະດີທີ່ບໍ່ຈະແຈ້ງ, ຫຼື ການເຂົ້າໃຈຢ່າງເລິກເຊິ່ງ; ແຕ່ພວກເຂົາມີຄວາມຈິງ ແລະ ມີພຣະທໍາຂອງພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເປັນຈິງຂອງພຣະເຈົ້າ. ແລ້ວກຸ່ມຄົນເຫຼົ່ານີ້ຈະບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຊັດເຈນຂຶ້ນບໍ? ພາລະກິດຂອງພຣະເຈົ້າໃນໄລຍະຍຸກສຸດທ້າຍແມ່ນພາລະກິດແທ້ຈິງ. ໃນໄລຍະຍຸກຂອງພຣະເຢຊູ, ພຣະອົງບໍ່ໄດ້ມາເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ເພື່ອໄຖ່ບາບມະນຸດ, ດັ່ງນັ້ນ ພຣະອົງໄດ້ສະແດງອັດສະຈັນບາງຢ່າງເພື່ອເຮັດໃຫ້ຜູ້ຄົນຕິດຕາມພຣະອົງ. ເພາະວ່າຕົ້ນຕໍແລ້ວ ພຣະອົງມາເພື່ອສຳເລັດພາລະກິດແຫ່ງການຄຶງໃສ່ໄມ້ກາງແຂນ ແລະ ການສະແດງໝາຍສໍາຄັນນັ້ນ ບໍ່ແມ່ນພາກສ່ວນໜຶ່ງຂອງພາລະກິດແຫ່ງພັນທະກິດຂອງພຣະອົງ. ເຄື່ອງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເຫຼົ່ານັ້ນແມ່ນພາລະກິດທີ່ປະຕິບັດເພື່ອເຮັດໃຫ້ພາລະກິດຂອງພຣະອົງມີປະສິດທິພາບຂຶ້ນ; ມັນແມ່ນພາລະກິດພິເສດ ແລະ ບໍ່ໄດ້ສະແດງເຖິງພາລະກິດຂອງຍຸກທັງໝົດ. ໃນໄລຍະພັນທະສັນຍາເກົ່າຂອງຍຸກແຫ່ງພຣະບັນຍັດນັ້ນ ພຣະເຈົ້າກໍໄດ້ສະແດງບາງເຄື່ອງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເຊັ່ນກັນ ແຕ່ພາລະກິດທີ່ພຣະເຈົ້າປະຕິບັດໃນທຸກວັນນີ້ແມ່ນພາລະກິດແທ້ຈິງ ແລະ ແນ່ນອນ ພຣະອົງຈະບໍ່ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃດໆໃນຕອນນີ້. ຖ້າພຣະອົງໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ພາລະກິດທີ່ແທ້ຈິງຂອງພຣະອົງກໍຈະສ້າງຄວາມວຸ້ນວາຍ ແລະ ພຣະອົງກໍຈະບໍ່ສາມາດປະຕິບັດພາລະກິດໃດໆໄດ້ອີກຕໍ່ໄປ. ຖ້າພຣະເຈົ້າບອກວ່າ ການປາກົດຂອງພຣະທໍາແມ່ນເພື່ອເຮັດໃຫ້ມະນຸດສົມບູນແບບ, ແຕ່ພຣະອົງພັດຍັງສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເພື່ອລໍ້ໃຈມະນຸດຢູ່ ແລ້ວມະນຸດຈະເຊື່ອໃນພຣະອົງໄດ້ແນວໃດ? ດັ່ງນັ້ນ, ພຣະເຈົ້າບໍ່ໄດ້ກະທໍາໃນສິ່ງດັ່ງກ່າວນັ້ນ. ມະນຸດມີແນວຄວາມຄິດທາງດ້ານສາສະໜາຫຼາຍເກີນໄປໃນຕົວພວກເຂົາ; ພຣະເຈົ້າລົງມາໃນຍຸກສຸດທ້າຍກໍເພື່ອກໍາຈັດແນວຄວາມຄິດທາງສາສະໜາ ແລະ ສິ່ງເໜືອທຳມະຊາດທັງໝົດນີ້ອອກຈາກຕົວມະນຸດ ແລະ ເຮັດໃຫ້ມະນຸດຮູ້ຈັກຄວາມຈິງຂອງພຣະເຈົ້າ. ພຣະອົງມາເພື່ອລົບລ້າງຮູບພາບຂອງພຣະເຈົ້າທີ່ເປັນນາມມະທຳ ແລະ ເປັນພຽງຈິນຕະນາການ; ເປັນພາບທີ່ເລື່ອນລອຍ ເຊິ່ງເວົ້າໄດ້ອີກຢ່າງໜຶ່ງກໍຄື ເປັນພຣະເຈົ້າທີ່ບໍ່ມີຕົວຕົນ. ດັ່ງນັ້ນ, ໃນເວລານີ້ ພຽງສິ່ງດຽວທີ່ມີຄຸນຄ່າສຳລັບເຈົ້າ ກໍຄືການມີຄວາມຮູ້ກ່ຽວກັບຄວາມຈິງ! ຄວາມຈິງຈະລົບລ້າງທຸກສິ່ງ. ມື້ນີ້ເຈົ້າມີຄວາມຈິງຫຼາຍປານໃດ? ການສາມາດສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນແມ່ນພຣະເຈົ້າໝົດບໍ? ວິນຍານຊົ່ວຮ້າຍກໍ່ສາມາດສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນນັ້ນໄດ້ຄືກັນ; ພວກເຂົາທັງໝົດແມ່ນພຣະເຈົ້າບໍ? ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ຄືການຄົ້ນຫາຄວາມຈິງ, ສະແຫວງຫາຊີວິດ, ບໍ່ແມ່ນສະແຫວງຫາໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ. ນັ້ນຄວນຈະເປັນເປົ້າໝາຍຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 38)

ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາເພາະດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ ນັ້ນກໍຄື ຂໍພຽງແຕ່ເຈົ້າເຊື່ອ ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ອະທິບາຍ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະອົງຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ພ້ອມນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆກໍເພື່ອວ່າເຈົ້າຈະໄດ້ເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ທາດແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ແມ່ນແຕ່ຄວາມເຊື່ອຖືແບບຫຼັບຫູຫຼັບຕາ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງລະອຽດ. ເຈົ້າຈະໄດ້ເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າໃຈ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ປະຕິບັດພາລະກິດແຫ່ງການສິ້ນສຸດ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂັ້ນສຸດທ້າຍ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ; ຫຼັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າສິ້ນສຸດລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ບໍ່ໄດ້ອະທິບາຍຢ່າງຄົບຖ້ວນ. ແຕ່ເຖິງຢ່າງນັ້ນ ພຣະເຢຊູກໍບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແມ່ນເພື່ອການຖືກຄຶງໃສ່ໄມ້ກາງແຂນ ແລະ ບໍ່ຄືກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການເຮັດໃຫ້ທຸກສິ່ງຊັດເຈນຂຶ້ນ ແລະ ການສິ້ນສຸດພາລະກິດທັງໝົດ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງທີ່ສຸດ ກໍຈະບໍ່ມີທາງທີ່ຈະຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດແມ່ນຖືກນໍາມາສູ່ຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນນີ້ກໍຍັງມີຫຼາຍຄົນທີ່ບໍ່ເຂົ້າໃຈພຣະທຳຂອງພຣະອົງ ເຊິ່ງພາກັນເຂົ້າໃຈແບບຜິດໆ ແຕ່ກໍຍັງເຊື່ອວ່າຖືກຕ້ອງ ແລະ ບໍ່ຮູ້ວ່າ ພວກເຂົານັ້ນຜິດ. ສຸດທ້າຍ ຂັ້ນຕອນໃນປັດຈຸບັນນີ້ຈະນໍາພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ ແລະ ຈະໃຫ້ຜົນສະຫຼຸບຂອງມັນ. ທຸກຄົນຈະໄດ້ເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈຜິດຂອງເຂົາ, ແນວຄິດຂອງເຂົາກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຄົນຕ່າງຊາດ ແລະ ການອອກນອກທິດນອກທາງ ແລະ ຄວາມຜິດພາດອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ. ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອັນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ນໍາມາດ້ວຍແສງສະຫວ່າງ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາລີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະດຳເນີນໄປໄດ້ດີກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 39)

ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ໃນປັດຈຸບັນ, ມະນຸດທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼຼັບຫູຫຼັບຕາປະຕິບັດຕາມກົດລະບຽບໃນນີ້ບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອັນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ? ຖ້າເປັນແບບນັ້ນ, ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເຢຊູອີກຢູ່ບໍ? ເມື່ອພຣະເຢຊູກັບມາອີກຄັ້ງ, ຍຸກກໍຈະຖືກປ່ຽນແປງແລ້ວ, ສະນັ້ນ ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ເປັນຍ້ອນວ່າ ພຣະເຈົ້າສາມາດຮູ້ຈັກພຽງແຕ່ໃນນາມຂອງພຣະເຢຊູເທົ່ານັ້ນບໍ? ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໃນຍຸກໃໝ່ບໍ? ລັກສະນະຂອງບຸກຄົນໜຶ່ງ ແລະ ຊື່ຂອງບຸກຄົນໃດໜຶ່ງສາມາດເປັນຕົວແທນທັງໝົດໃຫ້ກັບພຣະເຈົ້າໄດ້ບໍ? ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ. ບໍ່ວ່າມັນຈະເປັນຍຸກຂອງພຣະເຢໂຮວາ ຫຼື ຍຸກຂອງພຣະເຢຊູ, ແຕ່ລະຍຸກກໍມີພຣະນາມໃດໜຶ່ງເປັນຕົວແທນຂອງຍຸກ. ໃນເວລາສຸດທ້າຍຂອງຍຸກແຫ່ງພຣະຄຸນ, ເຊິ່ງເປັນການເລີ່ມເປີດຍຸກສຸດທ້າຍຂຶ້ນ. ຕອນນັ້ນພຣະເຢຊູແມ່ນໄດ້ຜ່ານໄປແລ້ວ. ແລ້ວພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູໄດ້ແນວໃດ? ພຣະອົງຍັງຈະປາກົດຕົວໃນຮູບຮ່າງຂອງພຣະເຢຊູທ່າມກາງມະນຸດໄດ້ແນວໃດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງປະຊາຊົນຂອງເມືອງນາຊາເຣັດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງພຣະຜູ້ໄຖ່ຂອງມະນຸດຊາດເທົ່ານັ້ນ? ພຣະອົງຈະສາມາດຮັບພາລະກິດແຫ່ງການເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນໃນຍຸກສຸດທ້າຍໄດ້ແນວໃດ? ພຣະເຢຊູຈາກໄປເທິງເມກສີຂາວແລ້ວ, ນີ້ແມ່ນຄວາມຈິງ, ດັ່ງນັ້ນ ພຣະອົງຈະກັບຄືນມາເທິງເມກສີຂາວທ່າມກາງມະນຸດ ແລະ ຍັງຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ຖ້າພຣະອົງກັບມາເທິງກ້ອນເມກແທ້ໆ, ເຫດໃດມະນຸດຈຶ່ງບໍ່ຈື່ພຣະອົງເລີຍ? ຜູ້ຄົນທົ່ວໂລກຈະບໍ່ຈື່ພຣະອົງບໍ? ໃນກໍລະນີນັ້ນ, ພຣະເຢຊູຈະບໍ່ແມ່ນພຣະເຈົ້າພຽງອົງດຽວບໍ? ໃນກໍລະນີນັ້ນ, ລັກສະນະຂອງພຣະເຈົ້າກໍຈະເປັນຮູບຮ່າງຂອງຊາວຢິວ ແລະ ຍິ່ງໄປກວ່ານັ້ນ ພຣະອົງກໍຈະເປັນແບບເກົ່າຕະຫຼອດໄປ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ, ແຕ່ເຈົ້າຮູ້ຈັກຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງພຣະອົງບໍ? ເປັນໄປໄດ້ບໍ ທີ່ພຣະອົງໄດ້ ບອກກຸ່ມຂອງພວກເຈົ້າ? ສິ່ງດຽວທີ່ເຈົ້າຮູ້ກໍຄື ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ ໂດຍຂີ່ເທິງເມກສີຂາວ, ແຕ່ເຈົ້າບໍ່ຮູ້ວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢ່າງແທ້ຈິງ. ຖ້າເຈົ້າສາມາດເຂົ້າໃຈທຸກສິ່ງຢ່າງແທ້ຈິງ, ແລ້ວເຈົ້າຈະອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້ນັ້ນແນວໃດ? ພຣະອົງກ່າວວ່າ: ເມື່ອບຸດມະນຸດກັບມາໃນຍຸກສຸດທ້າຍ, ພຣະອົງເອງກໍຈະບໍ່ຮູ້, ທູດສະຫວັນກໍຈະບໍ່ຮູ້, ຜູ້ສົ່ງຂ່າວໃນສະຫວັນກໍຈະບໍ່ຮູ້ ແລະ ມະນຸດທັງປວງກໍຈະບໍ່ຮູ້. ມີພຽງແຕ່ພຣະບິດາເທົ່ານັ້ນທີ່ຈະຮູ້ ນັ້ນກໍຄື ມີພຽງແຕ່ພຣະວິນຍານເທົ່ານັ້ນທີ່ຈະຮູ້. ແມ່ນແຕ່ບຸດມະນຸດເອງກໍຍັງບໍ່ຮູ້, ແຕ່ເຈົ້າສາມາດເຫັນ ແລະ ຮູ້ໄດ້ແນວໃດ? ຖ້າເຈົ້າສາມາດຮູ້ ແລະ ເຫັນດ້ວຍຕາຂອງເຈົ້າເອງ, ພຣະທຳເຫຼົ່ານີ້ທີ່ຖືກກ່າວໄວ້ກໍຈະບໍ່ມີປະໂຫຍດຫຍັງ ແມ່ນບໍ? ແລ້ວພຣະເຢຊູໄດ້ກ່າວໄວ້ແນວໃດໃນເວລານັ້ນ? “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ. ແຕ່ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ... ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ”. ເມື່ອເວລານັ້ນມາເຖິງ, ບຸດມະນຸດເອງກໍຈະບໍ່ຮູ້ເຊັ່ນກັນ. ບຸດມະນຸດໝາຍເຖິງເນື້ອໜັງຂອງພຣະເຈົ້າທີ່ຊົງບັງເກີດເປັນມະນຸດ, ເປັນບຸກຄົນທີ່ທຳມະດາ ແລະ ສາມັນ. ແມ່ນແຕ່ບຸດມະນຸດຍັງບໍ່ຮູ້, ແລ້ວເຈົ້າຈະຮູ້ໄດ້ແນວໃດ? ພຣະເຢຊູກ່າວວ່າ ພຣະອົງຈະສະເດັດມາເໝືອນກັບທີ່ພຣະອົງຈາກໄປ. ເມື່ອພຣະອົງກັບມາ, ແມ່ນແຕ່ພຣະອົງເອງກໍຍັງບໍ່ຮູ້, ແລ້ວພຣະອົງຈະແຈ້ງໃຫ້ເຈົ້າຮູ້ລ່ວງໜ້າໄດ້ແນວໃດ? ເຈົ້າສາມາດເຫັນການມາເຖິງຂອງພຣະອົງບໍ? ແລ້ວນັ້ນບໍ່ແມ່ນເລື່ອງຕະຫຼົກບໍ?

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 40)

ແຕ່ລະຄັ້ງທີ່ພຣະເຢຊູສະເດັດມາສູ່ແຜ່ນດິນໂລກ, ພຣະອົງປ່ຽນພຣະນາມຂອງພຣະອົງ, ເພດຂອງພຣະອົງ, ລັກສະນະຂອງພຣະອົງ ແລະ ພາລະກິດຂອງພຣະອົງ; ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງຖືກເອີ້ນວ່າ ພຣະເຢຊູ; ແລ້ວພຣະອົງຈະຍັງສາມາດຖືກເອີ້ນວ່າ ພຣະເຢຊູ ໃນການສະເດັດມາຂອງພຣະອົງໃນຄັ້ງນີ້ໄດ້ບໍ? ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງເປັນຜູ້ຊາຍ; ແລ້ວພຣະອົງຈະສາມາດເປັນຜູ້ຊາຍໃນເທື່ອນີ້ໄດ້ອີກບໍ? ພາລະກິດຂອງພຣະອົງໃນເວລາທີ່ພຣະອົງສະເດັດມາໃນລະຫວ່າງຍຸກແຫ່ງພຣະຄຸນນັ້ນ ແມ່ນການຖືກຄຶງເທິງໄມ້ກາງແຂນ; ເມື່ອພຣະອົງສະເດັດມາອີກຄັ້ງ, ພຣະອົງຈະຍັງໄຖ່ມະນຸດຊາດອອກຈາກຄວາມຜິດບາບບໍ? ພຣະອົງຈະຖືກຄຶງເທິງໄມ້ກາງແຂນອີກຄັ້ງບໍ? ແລ້ວນັ້ນຈະບໍ່ເປັນການເຮັດຊໍ້າພາລະກິດຂອງພຣະອົງບໍ? ເຈົ້າບໍ່ຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ມີຄົນເວົ້າວ່າ ພຣະເຈົ້າບໍ່ສາມາດປ່ຽນແປງໄດ້, ສິ່ງນັ້ນແມ່ນຖືກຕ້ອງ, ແຕ່ມັນໝາຍເຖິງການບໍ່ປ່ຽນແປງຂອງອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ການປ່ຽນແປງຊື່ ແລະ ພາລະກິດຂອງພຣະອົງ ບໍ່ໄດ້ໝາຍຄວາມວ່າ ທາດແທ້ຂອງພຣະອົງໄດ້ປ່ຽນໄປ; ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະສາມາດສຳເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ບໍ? ເຈົ້າຮູ້ແຕ່ວ່າພຣະເຈົ້າບໍ່ປຽນແປງຕະຫຼອດໄປ, ແຕ່ເຈົ້າຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ຖ້າພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະນໍາພາມະນຸດຊາດທັງໝົດມາເຖິງປັດຈຸບັນໄດ້ແນວໃດ? ຖ້າພຣະເຈົ້າບໍ່ປ່ຽນແປງ, ແລ້ວເປັນຫຍັງພຣະອົງຈຶ່ງສຳເລັດພາລະກິດຂອງສອງຍຸກໄດ້? ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າ, ເຊິ່ງເວົ້າໄດ້ວ່າ ອຸປະນິໄສຂອງພຣະອົງຖືກເປີດເຜີຍໃຫ້ກັບມະນຸດເທື່ອລະໜ້ອຍ ແລະ ສິ່ງທີ່ຖືກເປີດເຜີຍແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ. ໃນຕອນເລີ່ມຕົ້ນ, ອຸປະນິໄສຂອງພຣະອົງຖືກເຊື່ອງຊ້ອນຈາກມະນຸດ, ພຣະອົງບໍ່ເຄີຍເປີດເຜີຍອຸປະນິໄສຂອງພຣະອົງໃຫ້ມະນຸດເຫັນຈັກເທື່ອ ແລະ ມະນຸດບໍ່ມີຄວາມຮູ້ກ່ຽວກັບພຣະອົງເລີຍ. ດ້ວຍເຫດນີ້, ພຣະອົງຈຶ່ງໃຊ້ພາລະກິດຂອງພຣະອົງເພື່ອເປີດເຜີຍອຸປະນິໄສຂອງພຣະອົງໃຫ້ກັບມະນຸດເທື່ອລະໜ້ອຍ, ແຕ່ການປະຕິບັດພາລະກິດໃນລັກສະນະນີ້ບໍ່ໄດ້ໝາຍຄວາມວ່າ ອຸປະນິໄສຂອງພຣະເຈົ້າຈະປ່ຽນໄປໃນແຕ່ລະຍຸກ. ມັນບໍ່ແມ່ນກໍລະນີທີ່ວ່າ ອຸປະນິໄສຂອງພຣະເຈົ້າປ່ຽນແປງຢູ່ຕະຫຼອດ ຍ້ອນວ່າ ຄວາມປະສົງຂອງພຣະອົງປ່ຽນແປງຢູ່ສະເໝີ. ກົງກັນຂ້າມ, ມັນເປັນຍ້ອນວ່າ ຍຸກແຫ່ງພາລະກິດຂອງພຣະອົງແຕກຕ່າງກັນ, ພຣະເຈົ້ານໍາອຸປະນິໄສໂດຍທຳມະຊາດຂອງພຣະອົງທັງໝົດ ແລະ ເປີດເຜີຍສິ່ງນັ້ນໃຫ້ມະນຸດເຫັນເທື່ອລະຂັ້ນຕອນ, ເພື່ອມະນຸດຈະໄດ້ຮູ້ຈັກພຣະອົງ. ແຕ່ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສໂດຍສະເພາະ ມາແຕ່ດັ່ງເດີມ ຫຼືວ່າ ອຸປະນິໄສຂອງພຣະອົງໄດ້ປ່ຽນໄປຕາມຍຸກສະໄໝ, ການເຂົ້າໃຈແບບນັ້ນແມ່ນເປັນການເຂົ້ິາໃຈຜິດ. ພຣະເຈົ້າ ເປີດເຜີຍອຸປະນິໄສໂດຍທຳມະຊາດ ແລະ ສະເພາະຂອງພຣະອົງໃຫ້ກັບມະນຸດ ນັ້ນກໍຄື ສິ່ງທີ່ພຣະອົງ ເປັນຕາມຍຸກຕ່າງໆທີ່ຜ່ານໄປ; ພາລະກິດຂອງແຕ່ລະຍຸກ ບໍ່ສາມາດສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ” ກໍໝາຍເຖິງພາລະກິດຂອງພຣະອົງ ແລະ ພຣະທຳທີ່ວ່າ “ພຣະເຈົ້າບໍ່ປ່ຽນແປງ” ກໍໝາຍເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນໂດຍທຳມະຊາດ. ຢ່າງໃດກໍຕາມ ເຈົ້າບໍ່ສາມາດເຮັດໃຫ້ພາລະກິດຫົກພັນປີຂຶ້ນຢູ່ກັບຈຸດໜຶ່ງດຽວ ຫຼື ຈຳກັດມັນດ້ວຍຄຳເວົ້າທີ່ຕາຍແລ້ວ. ສິ່ງດັ່ງກ່າວເປັນຄວາມໂງ່ຈ້າຂອງມະນຸດ. ພຣະເຈົ້າບໍ່ໄດ້ງ່າຍຕາມທີ່ມະນຸດຈິນຕະນາການ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ຄ້າງຢູ່ໃນຍຸກໃດໜຶ່ງ. ຕົວຢ່າງ ພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຈົ້າຕະຫຼອດໄປ; ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງພາຍໃຕ້ພຣະນາມຂອງພຣະເຢຊູເຊັ່ນດຽວກັນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະເຈົ້າເຄື່ອນໄຫວໄປຂ້າງໜ້າສະເໝີ.

ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ຈະບໍ່ກາຍມາເປັນຊາຕານຈັກເທື່ອ; ຊາຕານກໍເປັນຊາຕານຢູ່ສະເໝີ ແລະ ຈະບໍ່ກາຍມາເປັນພຣະເຈົ້າຈັກເທື່ອ. ສະຕິປັນຍາຂອງພຣະເຈົ້າ, ຄວາມອັດສະຈັນຂອງພຣະເຈົ້າ, ຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມຫງ່າງາມຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ທາດແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນຈະບໍ່ປ່ຽນແປງຈັກເທື່ອ. ແຕ່ວ່າ ສຳລັບພາລະກິດຂອງພຣະອົງແລ້ວ ແມ່ນພັດທະນາໄປຂ້າງໜ້າຢູ່ສະເໝີ ແລະ ລົງເລິກເຂົ້າໄປເລື້ອຍໆ ຍ້ອນວ່າ ພຣະອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ໃນແຕ່ລະຍຸກພຣະເຈົ້ານໍາໃຊ້ພຣະນາມໃໝ່, ໃນແຕ່ລະຍຸກພຣະອົງປະຕິບັດພາລະກິດໃໝ່ ແລະ ໃນແຕ່ລະຍຸກພຣະອົງຍອມໃຫ້ສິ່ງຊົງສ້າງຂອງພຣະອົງເຫັນເຖິງຄວາມປະສົງໃໝ່ ແລະ ອຸປະນິໄສໃໝ່ຂອງພຣະອົງ. ໃນຍຸກໃໝ່ນັ້ນ ຖ້າຜູ້ຄົນບໍ່ສາມາດເຫັນເຖິງການສຳແດງອອກແຫ່ງອຸປະນິໄສໃໝ່ຂອງພຣະເຈົ້າ, ພວກເຂົາຈະບໍ່ຄຶງພຣະອົງເທິງໄມ້ກາງແຂນຕະຫຼອດໄປບໍ? ແລ້ວການເຮັດແບບນັ້ນ, ພວກເຂົາຈະບໍ່ຄັດຄ້ານພຣະເຈົ້າບໍ? ຖ້າພຣະເຈົ້າ ສະເດັດມາເປັນມະນຸດໃນເພດຊາຍເທົ່ານັ້ນ, ຜູ້ຄົນກໍຈະຈຳກັດພຣະອົງເປັນຜູ້ຊາຍ, ເປັນພຣະເຈົ້າຂອງຜູ້ຊາຍ ແລະ ຈະບໍ່ເຊື່ອວ່າພຣະອົງເປັນພຣະເຈົ້າຂອງຜູ້ຍິງ. ແລ້ວຜູ້ຊາຍກໍຈະຖືວ່າ ພຣະເຈົ້າມີເພດດຽວກັນກັບຜູ້ຊາຍ, ພຣະເຈົ້າເປັນຫົວໜ້າຂອງຜູ້ຊາຍ, ແລ້ວຜູ້ຍິງເດ? ສິ່ງນີ້ບໍ່ຍຸຕິທຳເລີຍ; ມັນບໍ່ແມ່ນເປັນການປະຕິບັດແບບລຳອຽງບໍ? ຖ້າເປັນແບບນັ້ນ, ແລ້ວທຸກຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນກໍຈະເປັນຜູ້ຊາຍຄືກັນກັບພຣະອົງ ແລະ ບໍ່ມີຜູ້ຍິງແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ເມື່ອພຣະເຈົ້າ ສ້າງມະນຸດຊາດ, ພຣະອົງສ້າງອາດາມ ແລະ ພຣະອົງສ້າງເອວາ. ພຣະອົງບໍ່ພຽງແຕ່ສ້າງອາດາມ, ແຕ່ສ້າງທັງຜູ້ຊາຍ ແລະ ຜູ້ຍິງ ໃນພາບຫຼັກຂອງພຣະອົງ. ພຣະເຈົ້າບໍ່ໄດ້ເປັນພຽງແຕ່ພຣະເຈົ້າຂອງຜູ້ຊາຍ, ພຣະອົງຍັງເປັນພຣະເຈົ້າຂອງຜູ້ຍິງ. ພຣະເຈົ້າໄດ້ເຂົ້າສູ່ຂັ້ນຕອນໃໝ່ຂອງພາລະກິດໃນຍຸກສຸດທ້າຍ. ພຣະອົງຈະເປີດເຜີຍອຸປະນິໄສຂອງພຣະອົງຫຼາຍຍິ່ງຂຶ້ນ ແລະ ມັນຈະບໍ່ແມ່ນຄວາມເມດຕາ ແລະ ຄວາມຮັກແບບໃນຍຸກຂອງພຣະເຢຊູ. ໃນປັດຈຸບັນ ຍ້ອນພຣະອົງມີພາລະກິດໃໝ່ ແລະ ພາລະກິດໃໝ່ນີ້ຈະມາພ້ອມກັບອຸປະນິໄສໃໝ່. ສະນັ້ນ, ຖ້າພາລະກິດນີ້ຖືກກະທຳໂດຍພຣະວິນຍານ ນັ້ນກໍຄື ຖ້າພຣະເຈົ້າບໍ່ໄດ້ມາເປັນມະນຸດ ແລະ ກົງກັນຂ້າມ ພຣະວິນຍານກ່າວໂດຍກົງຜ່ານທາງສຽງຟ້າຮ້ອງ ຈົນມະນຸດບໍ່ມີຫົນທາງທີ່ຈະພົບພໍ້ກັບພຣະອົງ, ມະນຸດຈະສາມາດຮູ້ຈັກເຖິງອຸປະນິໄສຂອງພຣະອົງໄດ້ບໍ? ຖ້າເປັນພຽງພຣະວິນຍານເທົ່ານັ້ນທີ່ປະຕິບັດພາລະກິດ, ແລ້ວມະນຸດກໍຈະບໍ່ມີຫົນທາງທີ່ຈະຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້. ຜູ້ຄົນພຽງແຕ່ສາມາດເຫັນອຸປະນິໄສຂອງພຣະເຈົ້າດ້ວຍຕາຂອງພວກເຂົາເອງເມື່ອພຣະອົງກາຍມາເປັນມະນຸດ, ເມື່ອພຣະທຳປາກົດໃນເນື້ອໜັງ ແລະ ພຣະອົງ ສຳແດງອຸປະນິໄສທັງໝົດຂອງພຣະອົງຜ່ານທາງເນື້ອໜັງ. ພຣະເຈົ້າດຳລົງຊີວິດທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງ. ພຣະອົງສາມາດຈັບຕ້ອງໄດ້; ມະນຸດສາມາດສໍາຜັດກັບອຸປະນິໄສຂອງພຣະອົງໄດ້ຢ່າງແທ້ຈິງ, ສໍາຜັດກັບສິ່ງທີ່ພຣະອົງມີ ແລະ ເປັນ; ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຮຽນຮູ້ຈັກພຣະອົງຢ່າງແທ້ຈິງ. ໃນເວລານັ້ນ, ພຣະເຈົ້າໄດ້ ສຳເລັດພາລະກິດ ທີ່ “ພຣະເຈົ້າເປັນພຣະເຈົ້າຂອງຜູ້ຊາຍ ແລະ ເປັນພຣະເຈົ້າຂອງຜູ້ຍິງ” ແລະ ສຳເລັດພາລະກິດທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 41)

ພາລະກິດຂອງພຣະເຈົ້າຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງແມ່ນຊັດເຈນຢ່າງສົມບູນ ນັ້ນກໍຄື: ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍກໍແມ່ນຍຸກສຸດທ້າຍ. ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງແຕ່ລະຍຸກ, ຍ້ອນໃນແຕ່ລະຍຸກນັ້ນ ພຣະເຈົ້າປະຕິບັດພາລະກິດເປັນຕົວແທນຂອງຍຸກນັ້ນໆ. ເພື່ອໃຫ້ພາລະກິດແຫ່ງຍຸກສຸດທ້າຍນັ້ນສຳເລັດລົງ, ຈຳເປັນຕ້ອງມີການເຜົາໄໝ້, ການພິພາກພາກ, ການຂ້ຽນຕີ, ຄວາມໂກດຮ້າຍ ແລະ ການທຳລາຍລ້າງເພື່ອນໍາຍຸກໄປສູ່ຈຸດສິ້ນສຸດ, ຍຸກສຸດທ້າຍໝາຍເຖິງຊ່ວງເວລາສຸດທ້າຍ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຈະບໍ່ນໍາຍຸກນັ້ນໄປສູ່ຈຸດສິ້ນສຸດບໍ? ເພື່ອສິ້ນສຸດຍຸກ, ພຣະເຈົ້າຕ້ອງນໍາການຂ້ຽນຕີ ແລະ ການພິພາກສາມາພ້ອມກັບພຣະອົງ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງຈະສາມາດສິ້ນສຸດຍຸກໄດ້. ເປົ້າໝາຍຂອງພຣະເຢຊູແມ່ນເພື່ອໃຫ້ມະນຸດສືບຕໍ່ເອົາຕົວລອດ, ດຳລົງຊີວິດຕໍ່ໄປ ແລະ ເພື່ອເຂົາອາດຈະມີຊີວິດຢູ່ໃນລັກສະນະທີ່ດີກວ່າເກົ່າ. ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ ເພື່ອເຂົາຈະບໍ່ເປັນຄົນຊົ່ວຊ້າ ແລະ ບໍ່ດຳລົງຊີວິດຢູ່ໃນແດນມໍລະນາ ແລະ ນາລົກອີກຕໍ່ໄປ. ການຊ່ວຍມະນຸດໃຫ້ພົ້ນຈາກແດນມໍລະນາ ແລະ ນາລົກ ພຣະອົງເຮັດໃຫ້ມະນຸດສືບຕໍ່ດຳລົງຊີວິດຕໍ່ໄປ. ບັດນີ້, ຍຸກສຸດທ້າຍໄດ້ມາເຖິງແລ້ວ. ພຣະອົງຈະທຳລາຍລ້າງມະນຸດ ແລະ ທຳລາຍມະນຸດຊາດຢ່າງບໍລິບູນ ນັ້ນກໍຄື ພຣະອົງຈະປ່ຽນແປງແນວຄິດກະບົດຂອງມະນຸດຊາດ. ດ້ວຍເຫດຜົນນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ພຣະເຈົ້າສິ້ນສຸດຍຸກນັ້ນ ຫຼື ສໍາເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໂດຍອຸປະນິໄສທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກໃນອະດີດ. ແຕ່ລະຍຸກເປັນຈຸດເດັ່ນພິເສດໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າ ແລະ ແຕ່ລະຍຸກກໍມີພາລະກິດທີ່ພຣະເຈົ້າຄວນກະທຳ. ສະນັ້ນ, ພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງໃນແຕ່ລະຍຸກຈຶ່ງມີການສະແດງອອກເຖິງອຸປະນິໄສທີ່ແທ້ຈິງຂອງພຣະອົງ ແລະ ທັງພຣະນາມ ແລະ ພາລະກິດທີ່ພຣະເຈົ້າ ກະທຳກໍປ່ຽນແປງໄປຕາມຍຸກ; ທຸກສິ່ງເປັນສິ່ງທີ່ໃໝ່ທັງໝົດ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພາລະກິດແຫ່ງການນໍາພາມະນຸດແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາ ແລະ ພ້ອມດຽວກັນນັ້ນ ພາລະກິດຂັ້ນຕອນທຳອິດກໍຖືກລິເລີ່ມຂຶ້ນເທິງແຜ່ນດິນໂລກ. ໃນຂັ້ນຕອນນີ້, ພາລະກິດໄດ້ປະກອບດ້ວຍການສ້າງພຣະວິຫານ ແລະ ແທ່ນບູຊາ ແລະ ການນໍາໃຊ້ກົດໝາຍເພື່ອນໍາພາປະຊາຊົນອິດສະຣາເອັນ ແລະ ເພື່ອປະຕິບັດພາລະກິດທ່າມກາງພວກເຂົາ. ການນໍາພາປະຊາຊົນອິດສະຣາເອັນ, ພຣະອົງໄດ້ເລີ່ມຕົ້ນສ້າງພື້ນຖານສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ຈາກພື້ນຖານນີ້, ພຣະອົງຂະຫຍາຍພາລະກິດຂອງພຣະອົງນອກເໜືອອິດສະຣາເອັນ ເຊິ່ງເວົ້າໄດ້ວ່າ ເລີ່ມຕົ້ນຈາກອິດສະຣາເອັນ ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກ ເພື່ອຄົນຮຸ່ນຕໍ່ມາຈຶ່ງໄດ້ຄ່ອຍໆຮຽນຮູ້ວ່າ ພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢໂຮວາຄືຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງ ແລະ ພຣະເຢໂຮວາເອງເປັນຜູ້ສ້າງສິ່ງຊົງສ້າງທັງປວງ. ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກຜ່ານທາງປະຊາຊົນອິດສະຣາເອັນ. ດິນແດນອິດສະຣາເອັນແມ່ນສະຖານທີ່ສັກສິດແຫ່ງທຳອິດຂອງພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ ແລະ ຢູ່ໃນດິນແດນອິດສະຣາເອັນນີ້ເອງທີ່ພຣະເຈົ້າສະເດັດໄປປະຕິບັດພາລະກິດເທິງແຜ່ນດິນໂລກ. ນັ້ນແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ. ສຳລັບພາລະກິດແຫ່ງຍຸກພຣະຄຸນແລ້ວ, ພຣະເຢຊູ ເປັນພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ. ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຄວາມກະລຸນາ, ຄວາມຮັກ, ຄວາມເມດຕາ, ຄວາມອົດກັ້ນ, ຄວາມອົດທົນ, ຄວາມຖ່ອມຕົນ, ຄວາມເປັນຫ່ວງ ແລະ ການໂຍະຍານ ແລະ ພາລະກິດຫຼາຍຢ່າງທີ່ພຣະອົງປະຕິບັດແມ່ນເພື່ອເຫັນແກ່ການໄຖ່ບາບຂອງມະນຸດ. ສຳລັບອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກ ແລະ ຍ້ອນພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ, ພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ ເພື່ອສະແດງວ່າ ພຣະເຈົ້າຮັກມະນຸດເໝືອນກັບພຣະອົງເອງ ຮັກຫຼາຍຈົນພຣະອົງຍອມຖວາຍຕົວພຣະອົງເອງທັງໝົດ. ຊາຕານເວົ້າວ່າ “ໃນເມື່ອພຣະອົງຮັກມະນຸດ, ພຣະອົງກໍຕ້ອງຮັກເຂົາໃຫ້ເຖິງທີ່ສຸດ ນັ້ນກໍຄື: ພຣະອົງຕ້ອງຖືກຄຶງເທິງໄມ້ກາງແຂນ ເພື່ອໄຖ່ມະນຸດຈາກໄມ້ກາງແຂນ, ຈາກຄວາມຜິດບາບ ແລະ ພຣະອົງຕ້ອງຖວາຍຕົວພຣະອົງເອງເພື່ອແລກປ່ຽນກັບມະນຸດຊາດທັງປວງ”. ຊາຕານໄດ້ພະນັນດັ່ງນີ້ “ໃນເມື່ອພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ, ພຣະອົງຕ້ອງຮັກມະນຸດໃຫ້ເຖິງທີ່ສຸດ ນັ້ນກໍຄື: ພຣະອົງຄວນຖວາຍຕົວພຣະອົງເອງເທິງໄມ້ກາງແຂນ”. ພຣະເຢຊູກໍຕອບວ່າ “ຕາບໃດທີ່ສິ່ງນີ້ແມ່ນເພື່ອມະນຸດຊາດ, ເຮົາເຕັມໃຈທີ່ຈະມອບທຸກສິ່ງຢ່າງທີ່ເຮົາມີ”. ແລ້ວພຣະອົງກໍໄປທີ່ໄມ້ກາງແຂນໂດຍບໍ່ຄຳນຶງເຖິງຕົນເອງແມ່ນແຕ່ໜ້ອຍດຽວ ແລະ ໄຖ່ບາບໃຫ້ກັບບັນດາມະນຸດຊາດ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະນາມຂອງພຣະເຈົ້າແມ່ນພຣະເຢຊູ, ເວົ້າໄດ້ວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊ່ວຍມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ. ພຣະເຈົ້າຢູ່ກັບມະນຸດ. ຄວາມຮັກຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງຕິດຕາມມະນຸດທຸກຄົນ. ມີພຽງແຕ່ການຍອມຮັບພຣະນາມຂອງພຣະເຢຊູ ແລະ ການຊົງສະຖິດຂອງພຣະອົງເທົ່ານັ້ນ ມະນຸດຈຶ່ງສາມາດຮັບເອົາສັນຕິສຸກ ແລະ ຄວາມປິຕິຍິນດີໄດ້, ຮັບເອົາການອວຍພອນຂອງພຣະອົງ, ຮັບເອົາພຣະຄຸນທີ່ຫຼວງຫຼາຍ ແລະ ນັບບໍ່ຖ້ວນຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງ. ຜ່ານການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ທຸກຄົນທີ່ຕິດຕາມພຣະອົງໄດ້ຮັບຄວາມລອດພົ້ນ ແລະ ຖືກອະໄພຄວາມຜິດບາບຂອງພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເປັນພຣະນາມຂອງພຣະເຈົ້າ. ເວົ້າໄດ້ອີກວ່າ ພາລະກິດໃນຍຸກແຫ່ງພຣະຄຸນແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຈົ້າຖືກເອີ້ນວ່າ ພຣະເຢຊູ. ພຣະອົງໄດ້ຮັບຂັ້ນຕອນຂອງພາລະກິດໃໝ່ທີ່ຢູ່ນອກເໜືອພຣະສັນຍາເດີມ ແລະ ພາລະກິດຂອງພຣະອົງກໍສິ້ນສຸດພ້ອມກັບການຖືກຄຶງເທິງໄມ້ກາງແຂນ. ນີ້ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ, ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາແມ່ນພຣະນາມຂອງພຣະເຈົ້າ ແລະ ໃນຍຸກແຫ່ງພຣະຄຸນ ພຣະນາມຂອງພຣະເຢຊູເປັນຕົວແທນໃຫ້ກັບພຣະເຈົ້າ. ໃນລະຫວ່າງຍຸກສຸດທ້າຍ, ພຣະນາມຂອງພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ຊົງລິດທານຸພາບສູງສຸດ, ຜູ້ໃຊ້ລິດອຳນາດຂອງພຣະອົງເພື່ອນໍາພາມະນຸດ, ເອົາຊະນະມະນຸດ ແລະ ຮັບເອົາມະນຸດ ແລະ ໃນທີ່ສຸດກໍຄື ນໍາເອົາຍຸກໄປສູ່ຈຸດສິ້ນສຸດຂອງມັນ. ໃນແຕ່ລະຍຸກ, ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະເຈົ້າແມ່ນເຫັນໄດ້ຊັດເຈນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 42)

ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າເກີນໄປ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ ແຕ່ພຣະອົງບໍ່ມີຊື່ຜູ້ໃດ ແລະ ນີ້ກໍຍ້ອນວ່າ ການເປັນຢູ່ຂອງພຣະອົງອຸດົມສົມບູນຫຼາຍ ແລະ ພາສາຂອງມະນຸດແມ່ນຕໍ່າຫຼາຍ. ຄຳເວົ້າ ຫຼື ພຣະນາມສະເພາະໃດໜຶ່ງແມ່ນບໍ່ມີຄວາມສາມາດທີ່ຈະເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ແລ້ວເຈົ້າຄິດວ່າ ພຣະອົງຈະມີພຽງແຕ່ພຣະນາມດຽວໄດ້ບໍ? ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ສັກສິດຫຼາຍ ແຕ່ເຈົ້າຈະບໍ່ຍອມໃຫ້ພຣະອົງປ່ຽນແປງພຣະນາມຂອງພຣະອົງໃນແຕ່ລະຍຸກໃໝ່ບໍ? ສະນັ້ນ, ໃນແຕ່ລະຍຸກທີ່ພຣະເຈົ້າປະຕິບັດພາລະກິດດ້ວຍຕົວພຣະອົງເອງ, ພຣະອົງໃຊ້ພຣະນາມທີ່ເໝາະສົມກັບຍຸກນັ້ນເພື່ອສະຫຼຸບພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ. ພຣະອົງນໍາໃຊ້ພຣະນາມສະເພາະໃດໜຶ່ງ, ພຣະນາມທີ່ມີຄວາມໝາຍຊົ່ວຄາວ ເພື່ອເປັນຕົວແທນອຸປະນິໄສຂອງພຣະອົງໃນຍຸກນັ້ນໆ. ນີ້ແມ່ນພຣະເຈົ້າທີ່ໃຊ້ພາສາຂອງມະນຸດຊາດເພື່ອສະແດງອຸປະນິໄສຂອງພຣະອົງອອກມາ. ເຖິງຢ່າງນັ້ນກໍຕາມ ຫຼາຍຄົນທີ່ມີປະສົບການຝ່າຍວິນຍານ ແລະ ຜູ້ທີ່ໄດ້ເຫັນພຣະເຈົ້າດ້ວຍຕົນເອງຮູ້ສຶກວ່າ ສະເພາະ ພຣະນາມດຽວແມ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ໜ້າເສົ້າໃຈແທ້ໆ ນີ້ບໍ່ສາມາດຊ່ວຍຫຍັງໄດ້ເລີຍ, ສະນັ້ນ ມະນຸດຈຶ່ງບໍ່ເອີ້ນພຣະເຈົ້າໂດຍພຣະນາມອື່ນອີກຕໍ່ໄປ, ແຕ່ເອີ້ນພຣະອົງວ່າ “ພຣະເຈົ້າ”. ຄືກັບວ່າຫົວໃຈຂອງມະນຸດແມ່ນເຕັມໄປດ້ວຍຄວາມຮັກ ແຕ່ທັງນັ້ນກໍເຊື່ອງຊ້ອນໄປດ້ວຍຂໍ້ຂັດແຍ້ງ, ຍ້ອນມະນຸດບໍ່ຮູ້ຈັກວິທີການອະທິບາຍກ່ຽວກັບພຣະເຈົ້າ. ສິ່ງທີ່ພຣະອົງເປັນແມ່ນອຸດົມສົມບູນຫຼາຍ, ບໍ່ມີວິທີໃດໜຶ່ງສາມາດບັນລະຍາຍກ່ຽວກັບສິ່ງນັ້ນໄດ້ຢ່າງແທ້ຈິງ. ບໍ່ມີພຣະນາມໃດທີ່ສາມາດສະຫຼຸບອຸປະນິໄສຂອງພຣະເຈົ້າໄດ້ ແລະ ບໍ່ມີພຣະນາມໃດທີ່ສາມາດບັນລະຍາຍທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ຖ້າຄົນຖາມເຮົາວ່າ “ພຣະອົງໃຊ້ພຣະນາມໃດກັນແທ້?” ເຮົາຈະບອກກັບພວກເຂົາວ່າ “ພຣະເຈົ້າເປັນພຣະເຈົ້າ!” ນັ້ນບໍ່ແມ່ນພຣະນາມທີ່ດີທີ່ສຸດສຳລັບພຣະເຈົ້າບໍ? ນັ້ນບໍ່ແມ່ນການສະຫຼຸບຄວາມກ່ຽວກັບອຸປະນິໄສຂອງພຣະເຈົ້າທີ່ດີທີ່ສຸດບໍ? ເມື່ອເປັນແບບນີ້, ເປັນຫຍັງພວກເຈົ້າຈຶ່ງໃຊ້ຄວາມພະຍາຍາມຢ່າງມາກມາຍເພື່ອຊອກຫາພຣະນາມຂອງພຣະເຈົ້າ? ເປັນຫຍັງພວກເຈົ້າຈຶ່ງຕີສະໝອງຕົນເອງດ້ວຍໄມ້ຄ້ອນ ບໍ່ຍອມກິນເຂົ້າກິນນໍ້າ ແລະ ອຶດຫຼັບອຶດນອນ ເພື່ອເຫັນແກ່ຊື່ໃດໜຶ່ງ? ມື້ນັ້ນຈະມາເຖິງ ເມື່ອພຣະເຈົ້າບໍ່ໄດ້ຖືກເອີ້ນວ່າ ພຣະເຢໂຮວາ, ພຣະເຢຊູ ຫຼື ພຣະເມຊີອາ, ແຕ່ພຣະອົງຈະເປັນພຽງພຣະຜູ້ສ້າງ. ໃນເວລານັ້ນ, ຊື່ຕ່າງໆທີ່ພຣະອົງມີເທິງແຜ່ນດິນໂລກກໍຈະຈົບສິ້ນລົງ, ຍ້ອນວ່າ ພາລະກິດຂອງພຣະອົງເທິງແຜ່ນດິນໂລກຈະສິ້ນສຸດລົງ ດ້ວຍເຫດນັ້ນ ພຣະນາມຂອງພຣະອົງກໍຈະບໍ່ມີອີກຕໍ່ໄປ. ເມື່ອທຸກສິ່ງມາຢູ່ພາຍໃຕ້ອໍານາດຂອງພຣະຜູ້ສ້າງ, ພຣະອົງຈະຈຳເປັນຫຍັງກັບພຣະນາມທີ່ເໝາະສົມຢ່າງສູງສົ່ງແຕ່ບໍ່ສົມບູນນັ້ນ? ເຈົ້າຈະຍັງສະແຫວງຫາພຣະນາມຂອງພຣະເຈົ້າອີກຢູ່ບໍ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢໂຮວາ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢຊູ? ເຈົ້າກ້າແບກຮັບຄວາມຜິດບາບແຫ່ງການໝິ່ນປະໝາດພຣະເຈົ້າບໍ? ເຈົ້າຄວນຮູ້ວ່າ ໃນເບື້ອງຕົ້ນນັ້ນພຣະເຈົ້າບໍ່ໄດ້ມີຊື່. ພຣະອົງໃຊ້ໜຶ່ງ ຫຼື ສອງ ຫຼື ຫຼາຍຊື່ ກໍເພາະວ່າ ພຣະອົງມີພາລະກິດທີ່ຕ້ອງປະຕິບັດ ແລະ ຕ້ອງຄຸ້ມຄອງມະນຸດຊາດ. ບໍ່ວ່າພຣະອົງຈະຖືກເອີ້ນຊື່ໃດກໍຕາມ, ພຣະອົງບໍ່ໄດ້ເລືອກຊື່ດັ່ງກ່າວນັ້ນຢ່າງອິດສະຫຼະດ້ວຍຕົວພຣະອົງເອງບໍ? ພຣະອົງຕ້ອງການໃຫ້ເຈົ້າ ຜູ້ທີ່ເປັນໜຶ່ງໃນສິ່ງຊົງສ້າງຂອງພຣະອົງ ມາຕັດສິນໃຈແທນພຣະອົງບໍ? ພຣະນາມທີ່ພຣະເຈົ້າຖືກເອີ້ນແມ່ນພຣະນາມທີ່ສອດຄ່ອງກັບສິ່ງທີ່ມະນຸດສາມາດເຂົ້າໃຈໄດ້ໂດຍພາສາຂອງມະນຸດ, ແຕ່ພຣະນາມນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດມີສ່ວນຮ່ວມໄດ້. ເຈົ້າສາມາດເວົ້າໄດ້ແຕ່ວ່າ ມີພຣະເຈົ້າຢູ່ໃນສະຫວັນ, ພຣະອົງຖືກເອີ້ນວ່າ ພຣະເຈົ້າ, ພຣະອົງເປັນພຣະເຈົ້າເອງເຊິ່ງມີລິດອຳນາດຍິ່ງໃຫຍ່ ຜູ້ເຊິ່ງມີສະຕິປັນຍາຫຼາຍ, ສູງສົ່ງຫຼາຍ, ອັດສະຈັນຫຼາຍ, ລຶກລັບຫຼາຍ ແລະ ມີລິດທານຸພາບສູງສຸດຫຼາຍ ແລະ ນອກຈາກສິ່ງນີ້ແລ້ວ ເຈົ້າກໍບໍ່ສາມາດເວົ້າຫຍັງໄດ້ອີກ; ນີ້ແມ່ນສິ່ງເລັກນ້ອຍທີ່ເຈົ້າສາມາດຮູ້ໄດ້. ເມື່ອເປັນແບບນີ້, ພຣະນາມຂອງພຣະເຢຊູສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອຍຸກສຸດທ້າຍໄດ້ມາເຖິງ, ເຖິງແມ່ນວ່າ ຍັງເປັນພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ, ພຣະນາມຂອງພຣະອົງຕ້ອງປ່ຽນແປງ ນັ້ນກໍຍ້ອນວ່າ ມັນເປັນຍຸກທີ່ແຕກຕ່າງກັນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 43)

ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງ, ມັນກໍຢູ່ພາຍໃຕ້ການຊົງນໍາຂອງພຣະວິນຍານບໍລິສຸດ; ພຣະອົງກະທຳໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງການ ແລະ ມັນກໍບໍ່ໄດ້ອີງຕາມພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ຫຼື ຕາມພາລະກິດຂອງພຣະເຢໂຮວາ. ເຖິງແມ່ນພາລະກິດທີ່ພຣະເຢຊູມາເພື່ອປະຕິບັດນັ້ນບໍ່ໄດ້ປະຕິບັດຕາມກົດລະບຽບຂອງພຣະເຢໂຮວາ ຫຼື ພຣະບັນຍັດຂອງພຣະເຢໂຮວາ, ແຫຼ່ງກຳເນີດຂອງພຣະອົງທັງສອງແມ່ນສິ່ງດຽວກັນ ແລະ ເໝືອນກັນ. ພາລະກິດທີ່ພຣະເຢຊູປະຕິບັດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຢຊູ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ; ສຳລັບພາລະກິດທີ່ພຣະເຢໂຮວາປະຕິບັດນັ້ນ ແມ່ນເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະອົງທັງສອງແມ່ນພາລະກິດຂອງພຣະວິນຍານອົງດຽວໃນສອງຍຸກທີ່ແຕກຕ່າງກັນ. ພາລະກິດທີ່ພຣະເຢຊູປະຕິບັດພຽງແຕ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ ແລະ ພາລະກິດທີ່ພຣະເຢໂຮວາປະຕິບັດກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ພຣະເຢໂຮວານໍາພາປະຊາຊົນອິດສະຣາເອັນ ແລະ ອີຢິບເທົ່ານັ້ນ ແລະ ທຸກຊົນຊາດທີ່ຢູ່ນອກອິດສະຣາເອັນ. ພາລະກິດຂອງພຣະເຢຊູໃນພຣະສັນຍາໃໝ່ໃນຍຸກແຫ່ງພຣະຄຸນນັ້ນ ແມ່ນພາລະກິດຂອງພຣະເຈົ້າພາຍໃຕ້ພຣະນາມຂອງພຣະເຢຊູເພື່ອນໍາພາຍຸກນັ້ນ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຢຊູແມ່ນອີງຕາມພາລະກິດຂອງພຣະເຢໂຮວາ, ພຣະອົງບໍ່ໄດ້ລິເລີ່ມພາລະກິດໃໝ່ໃດເລີຍ ແລະ ທຸກສິ່ງທີ່ພຣະອົງກະທຳແມ່ນຕາມພຣະທຳຂອງພຣະເຢໂຮວາ, ຕາມພາລະກິດຂອງພຣະເຢໂຮວາ ແລະ ການທຳນວາຍຂອງເອຊາຢາ, ຖ້າເປັນແບບນັ້ນແລ້ວ ພຣະເຢໂຮວາກໍຈະບໍ່ແມ່ນພຣະເຈົ້າທີ່ກາຍມາເປັນມະນຸດ. ຖ້າພຣະອົງປະຕິບັດພາລະກິດຂອງພຣະອົງໃນລັກສະນະນີ້, ພຣະອົງກໍຈະໄດ້ເປັນອັກຄະສາວົກ ຫຼື ເປັນພຽງຄົນງານໃນຍຸກແຫ່ງພຣະບັນຍັດ. ຖ້າມັນເປັນຄືກັບເຈົ້າເວົ້າ, ແລ້ວພຣະເຢຊູກໍຈະບໍ່ສາມາດເປີດຍຸກໃໝ່ໄດ້ ຫຼື ພຣະອົງຈະບໍ່ສາມາດປະຕິບັດພາລະກິດໃດໆໄດ້ເລີຍ. ເຊັ່ນດຽວກັນ, ພຣະວິນຍານບໍລິສຸດກໍຕ້ອງໄດ້ປະຕິບັດພາລະກິດຂອງພຣະອົງຜ່ານທາງພຣະເຢໂຮວາເປັນຫຼັກ ແລະ ຖ້າຫາກບໍ່ໄດ້ປະຕິບັດຜ່ານທາງພຣະເຢໂຮວາ, ພຣະວິນຍານບໍລິສຸດກໍຈະບໍ່ສາມາດປະຕິບັດພາລະກິດໃໝ່ໄດ້ເລີຍ. ມະນຸດເຂົ້າໃຈພາລະກິດຂອງພຣະເຢຊູໃນລັກສະນະນີ້ແມ່ນເປັນການເຂົ້າໃຈຜິດ. ຖ້າມະນຸດເຊື່ອວ່າ ພາລະກິດທີ່ພຣະເຢຊູກະທຳແມ່ນອີງຕາມພຣະທຳຂອງພຣະເຢໂຮວາ ແລະ ອີງຕາມການທຳນວາຍຂອງເອຊາຢາ, ແລ້ວພຣະເຢຊູເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ພຣະອົງເປັນພຽງຜູ້ປະກາດພຣະທຳ? ອີງຕາມມຸມມອງນີ້, ຈະບໍ່ມີຍຸກແຫ່ງພຣະຄຸນ ແລະ ພຣະເຢຊູກໍຈະບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ, ຍ້ອນພາລະກິດທີ່ພຣະອົງປະຕິບັດບໍ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນໄດ້ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ສາມາດມີຍຸກໃໝ່ໄດ້ກໍຕໍ່ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດໃໝ່, ເພື່ອເລີ່ມຕົ້ນຂັ້ນຕອນໃໝ່, ເພື່ອທຳລາຍພາລະກິດທີ່ໄດ້ກະທຳໃນອິດສະຣາເອັນກ່ອນໜ້ານີ້ ແລະ ເພື່ອປະຕິບັດພາລະກິດຂອງພຣະອົງໂດຍບໍ່ໃຫ້ສອດຄ່ອງກັບພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອັນ ຫຼື ກັບກົດລະບຽບເກົ່າໆຂອງພຣະອົງ ຫຼື ສອດຄ່ອງກັບກົດລະບຽບຕ່າງໆ, ແຕ່ກົງກັນຂ້າມ ແມ່ນເພື່ອປະຕິບັດພາລະກິດໃໝ່ທີ່ພຣະອົງຄວນກະທຳ. ພຣະເຈົ້າເອງສະເດັດມາເພື່ອເປີດຍຸກໃໝ່ ແລະ ພຣະເຈົ້າເອງສະເດັດມາເພື່ອນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດ. ມະນຸດບໍ່ສາມາດປະຕິບັດພາລະກິດຂອງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກດັ່ງກ່າວໄດ້. ຖ້າພຣະເຢຊູບໍ່ໄດ້ນໍາພາລະກິດຂອງພຣະເຢໂຮວາມາສູ່ຈຸດສິ້ນສຸດຫຼັງຈາກທີ່ພຣະອົງສະເດັດມາ, ແລ້ວສິ່ງນ້ັນກໍຈະພິສູດໃຫ້ເຫັນວ່າ ພຣະອົງເປັນພຽງມະນຸດເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ແນ່ນອນ ຍ້ອນວ່າ ພຣະເຢຊູສະເດັດມາ ແລະ ໄດ້ສິ້ນສຸດພາລະກິດຂອງພຣະເຢໂຮວາ, ສືບຕໍ່ພາລະກິດຂອງພຣະເຢໂຮວາ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ປະຕິບັດພາລະກິດຂອງພຣະອົງເອງ ນັ້ນກໍຄື ພາລະກິດໃໝ່ ຈຶ່ງພິສູດໄດ້ວ່ານີ້ແມ່ນຍຸກໃໝ່ ແລະ ພຣະເຢຊູກໍຄືພຣະເຈົ້າເອງ. ພຣະອົງທັງສອງປະຕິບັດສອງຂັ້ນຕອນພາລະກິດທີ່ແຕກຕ່າງກັນ. ຂັ້ນຕອນທຳອິດແມ່ນຖືກປະຕິບັດໃນພຣະວິຫານ ແລະ ອີກຂັ້ນຕອນແມ່ນຖືກປະຕິບັດນອກພຣະວິຫານ. ຂັ້ນຕອນໜຶ່ງແມ່ນການຊີ້ນໍາຊີວິດຂອງມະນຸດຕາມກົດໝາຍ ແລະ ອີກຂັ້ນຕອນແມ່ນການຖວາຍເຄື່ອງບູຊາແທນຄວາມຜິດບາບ. ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນແຕກຕ່າງກັນຢ່າງສິ້ນເຊີງ; ມັນເປັນການແບ່ງຍຸກໃໝ່ອອກຈາກຍຸກເກົ່າ ແລະ ມັນຖືກຕ້ອງທີ່ສຸດທີ່ຈະເວົ້າວ່າ ພວກມັນແມ່ນສອງຍຸກທີ່ແຕກຕ່າງກັນ. ສະຖານທີ່ຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ. ເມື່ອເປັນແບບນັ້ນ ຈຶ່ງສາມາດແບ່ງອອກເປັນສອງຍຸກ ນັ້ນກໍຄື: ພຣະສັນຍາເດີມ ແລະ ໃໝ່ ເຊິ່ງໝາຍຄວາມວ່າ ຍຸກໃໝ່ ແລະ ເກົ່າ. ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ເຊິ່ງພິສູດໄດ້ວ່າ ຍຸກຂອງພຣະເຢໂຮວາໄດ້ຈົບສິ້ນລົງແລ້ວ. ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ກໍຍ້ອນວ່າ ພາລະກິດຂອງພຣະເຢໂຮວາທີ່ຢູ່ໃນພຣະວິຫານແມ່ນສຳເລັດລົງແລ້ວ ແລະ ບໍ່ຈຳເປັນຕ້ອງປະຕິບັດຄືນໃໝ່ອີກ ແລະ ຖ້າປະຕິບັດຄືນໃໝ່ ກໍຖືວ່າເປັນການເຮັດພາລະກິດນັ້ນຊໍ້າຄືນອີກຄັ້ງ. ການອອກຈາກພຣະວິຫານ, ການເລີ່ມຕົ້ນພາລະກິດໃໝ່ ແລະ ການເປີດເສັ້ນທາງໃໝ່ທີ່ຢູ່ນອກພຣະວິຫານເທົ່ານັ້ນ ພຣະອົງຈຶ່ງສາມາດນໍາພາລະກິດຂອງພຣະເຈົ້າໄປສູ່ຈຸດສູງສຸດ. ຖ້າພຣະອົງບໍ່ໄດ້ອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຈະຢຸດຢູ່ເທິງພີ້ນຂອງພຣະວິຫານ ແລະ ຈະບໍ່ມີການປ່ຽນແປງໃໝ່ໃດໆ. ດ້ວຍເຫດນັ້ນ ເມື່ອພຣະເຢຊູມາ ພຣະອົງຈຶ່ງບໍ່ໄດ້ເຂົ້າສູ່ພຣະວິຫານ ແລະ ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງໃນພຣະວິຫານ. ພຣະອົງປະຕິບັດພາລະກິດຂອງພຣະອົງຢູ່ນອກພຣະວິຫານ, ນໍາພາສາວົກຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງຢ່າງເປີດເຜີຍ. ການທີ່ພຣະເຈົ້າອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງໝາຍຄວາມວ່າ ພຣະເຈົ້າມີແຜນການໃໝ່. ພາລະກິດຂອງພຣະອົງແມ່ນຕ້ອງຖືກປະຕິບັດຢູ່ນອກພຣະວິຫານ ແລະ ມັນກໍເປັນພາລະກິດໃໝ່ທີ່ບໍ່ໄດ້ຖືກຈຳກັດຢູ່ໃນລັກສະນະຂອງການຈັດຕັ້ງປະຕິບັດຂອງພາລະກິດນັ້ນ. ທັນທີທີ່ພຣະເຢຊູສະເດັດມາເຖິງ, ພຣະອົງໄດ້ນໍາພາລະກິດຂອງພຣະເຢໂຮວາ ເຊິ່ງຢູ່ໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າ ພຣະອົງທັງສອງຖືກເອີ້ນໂດຍສອງພຣະນາມທີ່ແຕກຕ່າງກັນ, ມັນກໍເປັນພຣະວິນຍານອົງດຽວກັນທີ່ສຳເລັດພາລະກິດທັງສອງຂັ້ນຕອນ ແລະ ພາລະກິດກໍຖືກປະຕິບັດສືບຕໍ່ກັນຢ່າງຕໍ່ເນື່ອງ. ຍ້ອນວ່າ ພຣະນາມແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດກໍແຕກຕ່າງກັນ, ຍຸກຈຶ່ງແຕກຕ່າງກັນ. ເມື່ອພຣະເຢໂຮວາສະເດັດມາ, ນັ້ນແມ່ນຍຸກຂອງພຣະເຢໂຮວາ ແລະ ເມື່ອພຣະເຢຊູສະເດັດມາ, ນັ້ນກໍແມ່ນຍຸກຂອງພຣະເຢຊູ. ດ້ວຍເຫດນັ້ນ ໃນການມາແຕ່ລະຄັ້ງ, ພຣະເຈົ້າຈຶ່ງຖືກເອີ້ນເປັນຊື່ດຽວ, ພຣະອົງເປັນຕົວແທນໃຫ້ກັບຍຸກດຽວ ແລະ ພຣະອົງເປີດເສັ້ນທາງໃໝ່; ແລ້ວໃນເສັ້ນທາງໃໝ່ແຕ່ລະຢ່າງນັ້ນ ພຣະອົງນໍາໃຊ້ຊື່ໃໝ່ ເຊິ່ງສະແດງວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າຈັກເທື່ອ. ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງເປີດເສັ້ນທາງໃໝ່, ຕ້ອງເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 44)

“ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາຢູ່ດິນແດນອິສຣາເອນ ແລະ ນັ້ນໝາຍເຖິງ ພຣະເຈົ້າຂອງຊາວອິສຣາເອນ (ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມເມດຕາຕໍ່ມະນຸດ ຊາບແສ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້. ພຣະອົງ ໝາຍເຖິງພຣະເຈົ້າຜູ້ທີ່ມີອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະພະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ. ນັ້ນໝາຍຄວາມວ່າ, ພຣະເຢໂຮວາແມ່ນພຣະເຈົ້າຂອງຜູ້ຄົນທີ່ຖືກເລືອກຂອງອິສຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິສຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຊາວອິສຣາເອນທັງໝົດນອກຈາກຊາວຢິວແລ້ວ ແມ່ນບູຊາພຣະເຢໂຮວາ. ພວກເຂົາຖວາຍບູຊາພຣະອົງຢູ່ເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໂດຍໃສ່ເສື້ອຄຸມຂອງມະຫາປະໂລຫິດຢູ່ໃນພຣະວິຫານ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປະກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງພຣະເຢຊູເທົ່ານັ້ນເປັນຜູ້ໄຖ່ບາບຂອງມະນຸດ. ພຣະອົງແມ່ນການຖວາຍບາບທີ່ໄຖ່ບາບແກ່ມະນຸດໃຫ້ຫຼຸດພົ້ນຈາກບາບ. ນັ້ນໝາຍຄວາມວ່າ ພຣະນາມພຣະເຢຊູແມ່ນມາຈາກຍຸກແຫ່ງພຣະກະລຸນາ ແລະ ເກີດຂຶ້ນເນື່ອງຈາກພາລະກິດໄຖ່ບາບໃນຍຸກແຫ່ງພຣະກະລຸນາ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດ ຊາດທັງໝົດ. ສະນັ້ນ ພຣະນາມພຣະເຢຊູຈິ່ງເປັນຕົວແທນໃຫ້ແກ່ພາລະກິດໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະກະລຸນາ. ພຣະນາມພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຊາວອິສຣາເອນຜູ້ທີ່ດຳເນີນຊີວິດອີງຕາມພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ ພຣະນາມຂອງເຮົາບໍ່ແມ່ນບໍ່ມີບ່ອນອ້າງອີງ ແຕ່ເປັນຕົວແທນທີ່ມີຄວາມໝາຍສໍາຄັນ ແລະ ແຕ່ລະພຣະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນກຽດຕິຍົດຂອງພຣະເຈົ້າທີ່ຜູ້ຄົນແຫ່ງດິນແດນອິສຣາເອນເຄົາລົບບູຊາ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ເປັນພຣະນາມຂອງພຣະເຈົ້າຂອງຜູ້ຄົນທັງໝົດທີ່ໄດ້ຮັບການໄຖ່ບາບໃນຊ່ວງຍຸກແຫ່ງພຣະກະລຸນາ. ຖ້າມະນຸດຍັງສະແຫວງຫາການລົງມາຂອງພຣະເຢຊູຜູ້ຊ່ວຍໃຫ້ລອດໃນຊ່ວງຍຸກສຸດທ້າຍນີ້ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນຮູບແບບທີ່ພຣະອົງຊົງບັງເກີດໃນຈູເດຍ, ຖ້າເປັນເຊັ່ນນັ້ນ ແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ຈະບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ ຍຸກສຸດທ້າຍຈະບໍ່ມີວັນເກີດຂຶ້ນ ແລະ ຍຸກການໄຖ່ບາບກໍຈະບໍ່ມີວັນສິ້ນສຸດລົງ. ນັ້ນເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດແມ່ນເພື່ອການໄຖ່ບາບ ແລະ ການຊ່ວຍໃຫ້ມະນຸດລອດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອຜົນປະໂຫຍດຂອງຄົນບາບທັງໝົດໃນຍຸກແຫ່ງພຣະກະລຸນາເທົ່ານັ້ນ ແລະ ມັນບໍ່ແມ່ນຊື່ທີ່ເຮົາຈະນຳເອົາມະນຸດຊາດທັງໝົດໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ ພຣະເຢຊູ ແລະ ພຣະເມຊິອາ ທັງໝົດເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາກໍຕາມ ແຕ່ຊື່ເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກຕ່າງໆໃນແຜນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ບໍ່ແມ່ນຕົວແທນເຮົາທັງໝົດ. ຊື່ທີ່ມະນຸດໃນໂລກຮຽກເອີ້ນເຮົາ ກໍບໍ່ສາມາດອະທິບາຍເຖິງຈິດໃຈທັງໝົດຂອງເຮົາ ແລະ ທັງໝົດທີ່ເຮົາເປັນ. ພວກມັນພຽງແຕ່ເປັນຊື່ຕ່າງໆທີ່ມະນຸດເອີ້ນເຮົາໃນຍຸກຕ່າງໆເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນ້ນກໍຄືຍຸກແຫ່ງມື້ສຸດທ້າຍມາເຖິງ ຊື່ຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ ແລະ ບໍ່ແມ່ນພຣະເມຊີອາ, ແຕ່ຈະຖືກເອີ້ນວ່າພຣະເຈົ້າອົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມມະນົດນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າຜູ້ມີລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ພຣະເຈົ້າໜຶ່ງດຽວຂອງຊາວອິສຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 45)

ເມື່ອພຣະຜູ້ຊ່ວຍໃຫ້ລອດມາເຖິງໃນຍຸກສຸດທ້າຍນີ້ ຖ້າຍັງເອີ້ນພຣະອົງວ່າພຣະເຢຊູ ເຊິ່ງຄັ້ງໜຶ່ງເຄີຍບັງເກີດຢູ່ຈູເດຍ ແລະ ດຳເນີນພາລະກິດຂອງພຣະອົງຢູ່ຈູເດຍ. ເມື່ອເປັນເຊັ່ນນີ້ ກໍພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຊາວອິສຣາເອນ ແລະ ໄຖ່ບາບໃຫ້ແກ່ຊາວອິສຣາເອນເທົ່ານັ້ນ ແລະ ພິສູດວ່າເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກຈູເດຍ ແລະ ກະທໍາພາລະກິດຂອງເຮົາທ່າມກາງຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຊາວອິສຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປະກົດຢູ່ທ່າມກາງ ຜູ້ຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວໃນລະຫວ່າງຍຸກສຸດທ້າຍນີ້ ກໍເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິສຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງຄົນທີ່ເຮົາເລືອກທັງໝົດໃນກຸ່ມຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ເຮົາບໍ່ພຽງແຕ່ສ້າງອິສຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກດິນແດນອິສຣາເອວອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິສຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນໂດຍນຳໃຊ້ຈູເດຍ ແລະ ກາລີລີເປັນຖານທີ່ໝັ້ນຂອງພາລະກິດໄຖ່ບາບຂອງເຮົາ ແລະ ໃຊ້ຊາດອື່ນທີ່ບໍ່ແມ່ນຊາວຢິວເປັນຖານທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຍຸກໃນອິສຣາເອນ (ສອງຍຸກຂອງພາລະກິດແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະກະລຸນາ) ແລະ ເຮົາໄດ້ດຳເນີນພາລະກິດອີກຕື່ມສອງຍຸກ (ຍຸກແຫ່ງພຣະກະລຸນາ ແລະ ຍຸກແຫ່ງອານາຈັກ) ຢູ່ໃນທົ່ວດິນແດນນອກອິສຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ ເຮົາຈະດຳເນີນພາລະກິດເອົາຊະນະ ແລະ ເພື່ອສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດຢ່າງຫຼົງໄຫຼຢູ່ຕະຫຼອດເວລາ. ຖ້າເປັນດັ່ງນັ້ນ ເຮົາຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ. ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ແລະ ຄວາມເຊື່ອຂອງພວກເຂົາໃນຕົວເຮົາກໍເປັນຄວາມເຊື່ອທີ່ບໍ່ຈິງໃຈ. ຜູ້ຄົນດັ່ງກ່າວຈະໄດ້ເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດມາຈາກສວງສະຫວັນແທ້ບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຊາວຢິວ. ພວກເຂົາບໍ່ໄດ້ປາດຖະໜາການທຳລາຍລ້າງໂລກເກົ່າທີ່ບໍ່ບໍລິສຸດນີ້ຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາຫວັງໃຫ້ພຣະເຢຊູກັບມາໄຖ່ບາບອີກຄັ້ງໃຫ້ແກ່ມະນຸດທັງໝົດໃນດິນແດນທີ່ມົວໝອງ ແລະ ໄຮ້ສິນທຳນີ້. ຜູ້ຄົນດັ່ງກ່າວຈະສາມາດກາຍເປັນຜູ້ທີ່ເຮັດສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ເຮັດໃຫ້ພາລະກິດຂອງເຮົາສໍາເລັດໄດ້ ເພາະວ່າມະນຸດພຽງແຕ່ຊື່ນຊົມ ຫຼື ສັນລະເສີນພາລະກິດທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງໃໝ່ ແລະ ບໍ່ແມ່ນອົງເກົ່າ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າອົງສຸດທ້າຍ ນັ້ນກໍຄືພຣະເຈົ້າອົງທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງມະນຸດເອງ ແລະ ຮູ້ພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງມະນຸດເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ ແຕ່ເປັນການຂັດແຍ່ງກັນ. ຖ້າພາລະກິດຂອງເຮົາຖືກດຳເນີນອີງຕາມແນວຄິດຂອງມະນຸດ ແລ້ວມັນຈະສິ້ນສຸດໄດ້ເມື່ອໃດ? ມະນຸດຈະໄປສູ່ບ່ອນພັກເຊົາໄດ້ແນວໃດ? ແລ້ວເຮົາຈະສາມາດເຂົ້າສູ່ວັນທີເຈັດ ວັນພັກໄດ້ແນວໃດ? ເຮົາດຳເນີນພາລະກິດອີງຕາມແຜນການຂອງເຮົາ ອີງຕາມຈຸດປະສົງຂອງເຮົາ ແລະ ບໍ່ແມ່ນອີງຕາມເຈດຕະນາຂອງມະນຸດ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້ : ບົດນຳ

ຕໍ່ໄປ : II. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ,...

ກ່ຽວກັບການປະຕິບັດຂອງການອະທິຖານ

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ,...

ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ໃນປັດຈຸບັນແມ່ນມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍກັບຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້