II. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 47)

ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຄວາມຮັກສຳລັບພຣະເຈົ້າໄດ້ປາກົດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ຜູ້ທີ່ບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ!

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ!

ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຍົກພວກຂ້ານ້ອຍຂຶ້ນສູງດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ. ພຣະອົງໄດ້ນໍາຊີວິດຂອງພຣະອົງເຂົ້າມາໃນພວກຂ້ານ້ອຍ ໂດຍບໍ່ຫຼີກຫຼ່ຽງຄວາມເຈັບປວດ; ລາຄາທີ່ພຣະອົງໄດ້ຈ່າຍດ້ວຍເລືອດ, ເຫື່ອ ແລະ ນໍ້າຕາຂອງພຣະອົງແມ່ນຖືກຕີຜະລຶກໄວ້ໃນໄພ່ພົນ. ພວກຂ້ານ້ອຍເປັນຜົນຜະລິດຂອງ[ກ] ຄວາມພະຍາຍາມອັນພາກພຽນຂອງພຣະອົງ; ພວກຂ້ານ້ອຍຄືລາຄາທີ່ພຣະອົງໄດ້ຊໍາລະ.

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ແມ່ນຍ້ອນຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາຂອງພຣະອົງ, ຄວາມຊອບທຳ ແລະ ຄວາມສະຫງ່າຜາເຜີຍຂອງພຣະອົງ, ຄວາມບໍລິສຸດ ແລະ ຄວາມຖ່ອມຕົນຂອງພຣະອົງ, ທຸກຄົນຈຶ່ງກົ້ມລົງຕໍ່ໜ້າພຣະອົງ ແລະ ນະມັດສະການພຣະອົງຕະຫຼອດໄປເປັນນິດ.

ໃນມື້ນີ້ ພຣະອົງໄດ້ເຮັດໃຫ້ທຸກຄຣິສຕະຈັກສົມບູນແບບ, ຄຣິສຕະຈັກແຫ່ງຟິລາເດັນເຟຍ ແລະ ດ້ວຍເຫດນັ້ນກໍບັນລຸແຜນການຄຸ້ມຄອງ 6,000 ປີຂອງພຣະອົງ. ໄພ່ພົນສາມາດຍອມຕໍ່ພຣະອົງຢ່າງຖ່ອມຕົນ, ເຊື່ອມໂຍງດ້ວຍວິນຍານ ແລະ ຕິດຕາມດ້ວຍຄວາມຮັກ, ຮ່ວມເຂົ້າໃນແຫຼ່ງກຳເນີດຂອງນໍ້າພຸ. ນໍ້າແຫ່ງຊີວິດໄດ້ລັ່ງໄຫຼຢ່າງບໍ່ຢຸດເຊົາ, ຊໍາລະລ້າງ ແລະ ກຳຈັດຂີ້ຕົມ ແລະ ນໍ້າສົກກະປົກທັງໝົດໃນຄຣິສຕະຈັກ, ຊໍາລະລ້າງພຣະວິນຍານຂອງພຣະອົງໃຫ້ບໍລິສຸດອີກຄັ້ງ. ພວກຂ້ານ້ອຍໄດ້ມາຮູ້ຈັກພຣະເຈົ້າທີ່ແທ້ຈິງແທ້ໆ, ຍ່າງຢູ່ໃນພຣະທຳຂອງພຣະອົງ, ຮັບຮູ້ພາລະ ແລະ ໜ້າທີ່ຂອງພວກຂ້ານ້ອຍເອງ ແລະ ໄດ້ເຮັດທຸກສິ່ງທີ່ພວກຂ້ານ້ອຍສາມາດເຮັດໄດ້ເພື່ອເສຍສະຫຼະຕົນເອງເພື່ອເຫັນແກ່ຄຣິສຕະຈັກ. ເມື່ອຢູ່ຢ່າງງຽບໆຕໍ່ໜ້າພຣະອົງ, ພວກຂ້ານ້ອຍຕ້ອງເອົາໃຈໃສ່ກັບພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ໃຫ້ຄວາມປະສົງຂອງພຣະອົງຖືກຂັດຂວາງໃນພວກຂ້ານ້ອຍ. ໃນບັນດາໄພ່ພົນ ມີຄວາມຮັກກັນ ແລະ ກັນ ແລະ ຈຸດແຂງຂອງບາງຄົນຈະທົດແທນຄວາມລົ້ມເຫຼວຂອງຄົນອື່ນ. ພວກເຂົາສາມາດຍ່າງໃນວິນຍານຕະຫຼອດເວລາ, ຖືກສ່ອງແສງ ແລະ ເຍືອງທາງໂດຍພຣະວິນຍານບໍລິສຸດ. ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດທັນທີຫຼັງຈາກທີ່ເຂົ້າໃຈມັນ. ພວກເຂົາຕາມທັນແສງສະຫວ່າງໃໝ່ ແລະ ຕິດຕາມບາດກ້າວຂອງພຣະເຈົ້າ.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ; ການປ່ອຍໃຫ້ພຣະອົງຄວບຄຸມກໍຄືການຍ່າງກັບພຣະອົງ. ຄວາມຄິດ, ແນວຄິດ, ຄວາມຄິດເຫັນ ແລະ ຄວາມຫຍຸ້ງຍາກທາງໂລກທັງໝົດຂອງພວກຂ້ານ້ອຍໄດ້ຫາຍໄປໃນອາກາດອັນວ່າງເປົ່າຄືກັບຄວັນ. ພວກຂ້ານ້ອຍປ່ອຍໃຫ້ພຣະເຈົ້າປົກຄອງສູງສຸດໃນວິນຍານຂອງພວກຂ້ານ້ອຍ, ຍ່າງກັບພຣະອົງ ແລະ ຮັບເອົາຄວາມເປັນເລີດ, ເອົາຊະນະໂລກ ແລະ ວິນຍານຂອງພວກຂ້ານ້ອຍຈະບິນຢ່າງເປັນອິດສະຫຼະ ແລະ ຮັບເອົາການປົດປ່ອຍ: ນີ້ຄືຜົນຕາມມາ ເມື່ອພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກາຍມາເປັນກະສັດ. ພວກຂ້ານ້ອຍຈະບໍ່ເຕັ້ນລຳ ແລະ ຮ້ອງເພງສັນລະເສີນ, ມອບຖວາຍຄຳສັນລະເສີນຂອງພວກຂ້ານ້ອຍ, ມອບຖວາຍເພງນະມັດສະການໃໝ່ໄດ້ແນວໃດ?

ແທ້ຈິງແລ້ວມີຫຼາຍວິທີທີ່ຈະສັນລະເສີນພຣະເຈົ້າ: ການຮ້ອງອອກເຖິງນາມຂອງພຣະອົງ, ການຍັບເຂົ້າໃກ້ພຣະອົງ, ການຄິດເຖິງພຣະອົງ, ການອະທິຖານ–ອ່ານ, ການເຂົ້າຮ່ວມໃນການສົນທະນາ, ການຕຶກຕ່ອງ ແລະ ການໄຕ່ຕອງ, ຄຳອະທິຖານ ແລະ ເພງສັນລະເສີນ. ໃນຄຳສັນລະເສີນປະເພດເຫຼົ່ານີ້ແມ່ນມີຄວາມມ່ວນຊື່ນ ແລະ ມີການຫົດສົງ; ມີລິດອຳນາດໃນຄຳສັນລະເສີນ ແລະ ມີພາລະອີກດ້ວຍ. ມີຄວາມເຊື່ອໃນຄຳສັນລະເສີນ ແລະ ມີຄວາມເຂົ້າໃຈໃໝ່.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ, ປະສານງານໃນການຮັບໃຊ້ ແລະ ກາຍມາເປັນອັນໜຶ່ງດຽວກັນ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຟ້າວກາຍມາເປັນຮ່າງກາຍອັນບໍລິສຸດຝ່າຍວິນຍານ, ຢຽບຍໍ່າຊາຕານ ແລະ ນໍາຈຸດຈົບມາສູ່ໂຊກຊະຕາຂອງຊາຕານ. ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ຖືກຮັບຂຶ້ນເມືອສູ່ການສະຖິດຂອງພຣະເຈົ້າ ແລະ ຖືກເຮັດໃຫ້ເປັນທີ່ປະຈັກແຈ້ງໃນສະຫງ່າລາສີຂອງພຣະອົງ.

(ຄັດຈາກ “ບົດທີ 2” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຜົນຜະລິດຂອງ”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 57)

ການກະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈັ່ງແມ່ນຍິ່ງໃຫຍ່! ຈັ່ງແມ່ນເປັນຕາອັດສະຈັນ! ຈັ່ງແມ່ນມະຫັດສະຈັນ! ມີສຽງແກດັງເຈັດເທື່ອ, ມີສຽງຟ້າຮ້ອງດັງເຈັດຄັ້ງ ແລະ ມີການເທອອກຈາກຖ້ວຍເຈັດໃບ. ສິ່ງນີ້ຈະຖືກສະແດງໃຫ້ເຫັນທັນທີຢ່າງເປີດເຜີຍ ແລະ ຈະບໍ່ມີຂໍ້ສົງໄສໃດໆ. ຄວາມຮັກຂອງພຣະເຈົ້າແມ່ນມາເຖິງພວກເຮົາທຸກມື້ ແລະ ມີແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ສາມາດຊ່ວຍພວກເຮົາໄດ້; ບໍ່ວ່າພວກເຮົາຈະພົບກັບຄວາມໂຊກຮ້າຍ ຫຼື ໄດ້ຮັບພອນ ແມ່ນລ້ວນແລ້ວແຕ່ເປັນຍ້ອນພຣະອົງ ແລະ ພວກເຮົາທີ່ເປັນມະນຸດບໍ່ມີທາງທີ່ຈະຕັດສິນໃຈໃນເລື່ອງດັ່ງກ່າວນີ້ໄດ້. ຜູ້ທີ່ອຸທິດຕົນຕໍ່ພຣະເຈົ້າຢ່າງໝົດໃຈຈະໄດ້ຮັບພອນທີ່ຍິ່ງໃຫຍ່ຢ່າງແນ່ນອນ ໃນຂະນະທີ່ຜູ້ທີ່ຕ້ອງການຮັກສາຊີວິດຂອງຕົນຈະທົນທຸກຕໍ່ຄວາມສູນເສຍອັນຍິ່ງໃຫຍ່ຂອງຊີວິດພວກເຂົາ; ທຸກສິ່ງ ແລະ ທຸກບັນຫາແມ່ນຢູ່ໃນມືຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຈົ່ງຢ່າຢຸດບາດກ້າວຂອງເຈົ້າເປັນການຊົ່ວຄາວອີກ. ການປ່ຽນແປງທີ່ໃຫຍ່ຫຼວງຈະມາຈາກສະຫວັນ ແລະ ແຜ່ນດິນໂລກ; ມະນຸດບໍ່ມີທາງລີ້ ແລະ ຈະມີແຕ່ສຽງຮ້ອງໄຫ້ຢ່າງຂົມຂື່ນເທົ່ານັ້ນ ໂດຍບໍ່ມີທາງເລືອກອື່ນ. ຈົ່ງປະຕິບັດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ເຊິ່ງມະນຸດແຕ່ລະຄົນຄວນມີຄວາມຊັດເຈນພາຍໃນຕົວພວກເຂົາ ກ່ຽວກັບບາດກ້າວທີ່ເຮັດໃຫ້ພາລະກິດຂອງພຣະອົງມີຄວາມຄືບໜ້າ ໂດຍບໍ່ຈໍາເປັນຕ້ອງໃຫ້ຜູ້ອື່ນມາກ່າວເຕືອນອີກ. ຕອນນີ້ຈົ່ງມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ເປັນປະຈໍາ ແລະ ຂໍທຸກສິ່ງທຸກຢ່າງຈາກພຣະອົງ. ພຣະອົງຈະເຮັດໃຫ້ເຈົ້າມີແສງສະຫວ່າງຢູ່ພາຍໃນຢ່າງແນ່ນອນ ແລະ ໃນເວລາທີ່ສໍາຄັນ ພຣະອົງກໍຈະປົກປ້ອງເຈົ້າ. ຈົ່ງຢ່າມີຄວາມຢ້ານກົວ! ພຣະອົງແມ່ນໄດ້ຄອບຄອງການດໍາລົງຢູ່ທັງໝົດຂອງເຈົ້າແລ້ວ ແລະ ດ້ວຍການປົກປ້ອງຂອງພຣະອົງ ແລະ ການເບິ່ງແຍງຂອງພຣະອົງ ແລ້ວຍັງມີຫຍັງອີກທີ່ເຈົ້າຈະຕ້ອງຢ້ານກົວ? ໃນປົດຈຸບັນ ຜົນສໍາເລັດຂອງຄວາມປະສົງຂອງພຣະເຈົ້າແມ່ນໃກ້ຈະມາເຖິງ ແລະ ຜູ້ໃດທີ່ມີຄວາມຢ້ານກົວຈະສູນເສຍທັງຢືນ. ເຮົາບໍ່ແມ່ນຊິມາເວົ້າເລື່ອງໄຮ້ສາລະໃຫ້ເຈົ້າຟັງ. ຈົ່ງມືນຕາທາງຈິດວິນຍານຂອງເຈົ້າ ແລະ ສະຫວັນກໍຈະປ່ຽນແປງທັນທີ. ມີຫຍັງຕ້ອງໃຫ້ຢ້ານ? ສະຫວັນ ແລະ ແຜ່ນດິນໂລກຈະຖືກທໍາລາຍທັນທີຈາກການເຄື່ອນຍ້າຍມືຂອງພຣະອົງແບບເບົາໆ. ຄວາມກັງວົນຂອງມະນຸດແມ່ນມີປະໂຫຍດຫຍັງ? ທຸກສິ່ງທຸກຢ່າງບໍ່ໄດ້ຢູ່ໃນມືຂອງພຣະເຈົ້າບໍ? ຖ້າພຣະອົງເວົ້າວ່າ ສະຫວັນ ແລະ ແຜ່ນດິນໂລກຕ້ອງປ່ຽນແປງ ພວກມັນກໍຈະປ່ຽນແປງ. ຖ້າພຣະອົງເວົ້າວ່າ ພວກເຮົາຕ້ອງຖືກເຮັດໃຫ້ສົມບູນ ພວກເຮົາກໍຈະຖືກເຮັດໃຫ້ສົມບູນ. ບໍ່ມີຄວາມຈໍາເປັນທີ່ມະນຸດຕ້ອງກະວົນກະວາຍ, ພວກເຂົາຕ້ອງກ້າວໄປຂ້າງໜ້າຢ່າງໃຈເຢັນ. ຢ່າງໃດກໍຕາມ, ພວກເຂົາຄວນເອົາໃຈໃສ່ ແລະ ມີຄວາມຕື່ນຕົວໃຫ້ຫຼາຍ. ສະຫວັນອາດປ່ຽນແປງທັນທີ. ຕາຂອງມະນຸດແມ່ນສາມາດຖືກເປີດໃຫ້ກວ້າງໄດ້ ແຕ່ກໍຍັງບໍ່ສາມາດເບິ່ງສິ່ງໃດໄດ້. ຈົ່ງຟ້າວມີຄວາມຕື່ນຕົວ ເພາະຄວາມປະສົງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສໍາເລັດແລ້ວ, ໂຄງການຂອງພຣະອົງແມ່ນສໍາເລັດແລ້ວ, ແຜນການຂອງພຣະອົງແມ່ນປະສົບຜົນສໍາເລັດແລ້ວ, ບຸດຊາຍຂອງພຣະອົງໄດ້ມາຮອດບັນລັງຂອງພຣະອົງແລ້ວ ແລະ ພວກເຂົາ ພ້ອມດ້ວຍພຣະເຈົ້າອົງຊົງລິດທານຸພາບສູງສຸງຈະພິພາກສາບັນດາປະເທດຊາດທັງໝົດ ແລະ ປະຊາຊົນທຸກຄົນ. ຜູ້ທີ່ໄດ້ຂົ່ມເຫັງຄຣິສຕະຈັກ ແລະ ເຮັດໃຫ້ບຸດຊາຍຂອງພຣະເຈົ້າໄດ້ຮັບການບາດເຈັບຢ່າງໂຫດຮ້າຍຈະຖືກລົງໂທດຢ່າງໜັກໜ່ວງຢ່າງແນ່ນອນ! ສໍາລັບຜູ້ທີ່ມອບຕົວເອງໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ ແລະ ສະໜັບສະໜູນທຸກສິ່ງ, ພຣະເຈົ້າກໍຈະຮັກພວກເຂົາຕະຫຼອດການຢ່າງແນ່ນອນໂດຍບໍ່ມີວັນປ່ຽນແປງ!

(ຄັດຈາກ “ບົດທີ 42” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 58)

ສິ່ງທີ່ເຮັດໃຫ້ຄວາມລຶກລັບຂອງເຮົາຖືກເປີດເຜີຍ ແລະ ຖືກສຳແດງອອກຢ່າງເປີດເຜີຍ ໂດຍບໍ່ລີ້ລັບອີກຕໍ່ໄປ ກໍແມ່ນຍ້ອນພຣະຄຸນ ແລະ ຄວາມກະລຸນາຂອງເຮົາທັງໝົດ. ສິ່ງທີ່ເຮັດໃຫ້ພຣະທຳຂອງເຮົາປະກົດຂຶ້ນທ່າມກາງມະນຸດ ໂດຍບໍ່ລີ້ລັບອີກຕໍ່ໄປ ກໍຍິ່ງແມ່ນຍ້ອນພຣະຄູນ ແລະ ຄວາມກະລຸນາຂອງເຮົາ. ເຮົາຮັກທຸກຄົນທີ່ເສຍສະຫຼະພວກເຂົາເອງໃຫ້ກັບເຮົາ ແລະ ອຸທິດພວກເຂົາເອງໃຫ້ເຮົາຢ່າງຈິງໃຈ. ເຮົາກຽດຊັງທຸກຄົນທີ່ເກີດຈາກເຮົາ ແຕ່ບໍ່ຮູ້ຈັກເຮົາ ຍິ່ງໄປກວ່ານັ້ນຍັງຕໍ່ຕ້ານເຮົາ. ເຮົາຈະບໍ່ປະຖິ້ມຄົນໃດກໍຕາມທີ່ສະໜັບສະໜູນເຮົາດ້ວຍຄວາມຈິງໃຈ; ກົງກັນຂ້າມ ເຮົາຈະເພີ່ມການອວຍພອນໃຫ້ກັບຄົນນັ້ນເປັນສອງເທົ່າ. ເຮົາຈະລົງໂທດຄົນທີ່ບໍ່ຮູ້ບຸນຄຸນ ແລະ ທໍລະຍົດຕໍ່ຄວາມກະລຸນາຂອງເຮົາເປັນສອງເທົ່າ ແລະ ເຮົາຈະບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ. ໃນອານາຈັກຂອງເຮົາຈະບໍ່ມີຄວາມບໍ່ຊື່ສັດ ຫຼື ການຫຼອກຫຼອງ, ບໍ່ມີຄວາມຮອບຮູ້ໃນທາງໂລກ, ນັ້ນກໍຄື ບໍ່ມີກິ່ນເໝັນຂອງຄົນຕາຍ ແຕ່ທຸກສິ່ງແມ່ນຄວາມຍຸຕິທຳ, ຄວາມທ່ຽງທຳ, ທຸກສິ່ງແມ່ນຄວາມບໍລິສຸດ, ຄວາມເປີດເຜີຍ, ບໍ່ມີການເຊື່ອງຊ້ອນ, ບໍ່ມີປິດບັງ; ທຸກສິ່ງແມ່ນສິ່ງທີ່ສົດຊື່ນ, ທຸກສິ່ງແມ່ນຄວາມສຸກເພີດເພີນ, ທຸກສິ່ງແມ່ນການອົບຮົມສັ່ງສອນ. ຖ້າຄົນໃດເກັບຮັກສາກິ່ນເໝັ່ນຂອງຄົນຕາຍ ເຂົາກໍບໍ່ສາມາດຄົງຢູ່ໃນອານາຈັກຂອງເຮົາໄດ້ຢ່າງແນ່ນອນ ແຕ່ຈະຖືກຕັດສິນດ້ວຍຄ້ອນເຫຼັກຂອງເຮົາ. ຄວາມລຶກລັບທັງໝົດທີ່ບໍ່ສິ້ນສຸດຕັ້ງແຕ່ສະໄໝບູຮານຈົນຮອດປັດຈຸບັນແມ່ນຖືກເປີດເຜີຍໃຫ້ກັບພວກເຈົ້າຢ່າງສົມບູນ ເຊິ່ງເປັນຄົນທີ່ຖືກເຮົາຮັບໃນຍຸກສຸດທ້າຍ ແລ້ວເຈົ້າບໍ່ຮູ້ສຶກໄດ້ຮັບພອນບໍ? ມື້ແຫ່ງການສຳແດງຢ່າງເປີດເຜີຍຍິ່ງເປັນມື້ທີ່ພວກເຈົ້າຮ່ວມໃນການປົກຄອງຂອງເຮົາ.

ຄົນທີ່ປົກຄອງເປັນກະສັດຢ່າງແທ້ຈິງແມ່ນຂຶ້ນກັບການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງເຮົາ, ແລະ ຕ້ອງບໍ່ມີວັດຖຸປະສົງຂອງມະນຸດຄົນໃດເລີຍ. ຖ້າຄົນໃດຄົນໜຶ່ງກ້າທີ່ຈະມີສ່ວນໃນສິ່ງນີ້ ເຂົາຕ້ອງພະເຊີນໝັດມືຂອງເຮົາ ແລະ ເຂົາແມ່ນຈຸດມຸ້ງໝາຍຂອງໄຟທີ່ລຸກໄໝ່ຢ່າງເຕັມທີຂອງເຮົາ; ນີ້ຄືອີກດ້ານໜຶ່ງຂອງຄວາມທ່ຽງທໍາ ແລະ ຄວາມສະຫງ່າງາມຂອງເຮົາ. ເຮົາໄດ້ກ່າວວ່າ ເຮົາປົກຄອງທຸກສິ່ງທຸກຢ່າງ, ເຮົາເປັນພຣະເຈົ້າທີ່ມີສະຕິປັນຍາ ຜູ້ເຊິ່ງມີອຳນາດຢ່າງສົມບູນ, ແລະ ເຮົາບໍ່ຜ່ອນຜັນໃຫ້ກັບໃຜ, ບໍ່ມີຄວາມປານີ, ບໍ່ມີຄວາມຮູ້ສຶກສ່ວນຕົວ. ເຮົາປະຕິບັດຕໍ່ຄົນໃດກໍຕາມ (ບໍ່ວ່າ ເຂົາຈະເວົ້າໄດ້ດີສໍ່າໃດ, ເຮົາກໍຈະບໍ່ປ່ອຍເຂົາໄປ) ດ້ວຍຄວາມທ່ຽງທຳ, ຄວາມຍຸຕິທຳ ແລະ ຄວາມສະຫງ່າງາມຂອງເຮົາ, ໃນຂະນະດຽວກັນນັ້ນກໍເຮັດໃຫ້ທຸກຄົນເຫັນຄວາມມະຫັດສະຈັນຂອງການກະທຳຂອງເຮົາໄດ້ດີຂຶ້ນ, ໃຫ້ເຫັນວ່າ ການກະທຳຂອງເຮົາໝາຍເຖິງຫຍັງ. ເຮົາລົງໂທດການກະທຳທຸກຢ່າງຂອງວິນຍານຊົ່ວຮ້າຍແຕ່ລະໂຕ, ໂຍນພວກມັນແຕ່ລະໂຕລົງເຫວເລິກທີ່ບໍ່ມີຈຸດສິ້ນສຸດ. ເຮົາສຳເລັດພາລະກິດນີ້ກ່ອນທີ່ເວລາເລີ່ມຕົ້ນຂຶ້ນ ໂດຍປະໃຫ້ພວກມັນບໍ່ມີບ່ອນຢູ່, ປະໃຫ້ພວກມັນບໍ່ມີບ່ອນປະຕິບັດພາລະກິດຂອງພວກມັນ. ທຸກຄົນທີ່ຖືກເລືອກຂອງເຮົາ ເຊິ່ງຄົນເຫຼົ່ານັ້ນທີ່ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເຮົາຄັດເລືອກ ບໍ່ສາມາດຖືກພວກມັນຄອບງວໍາໄດ້ຈັກເທື່ອ ບໍ່ວ່າໃນເວລາໃດກໍຕາມ ແຕ່ພວກເຂົາຈະບໍລິສຸດຢູ່ສະເໝີ. ຄົນເຫຼົ່ານັ້ນທີ່ເຮົາບໍ່ໄດ້ກຳນົດລ່ວງໜ້າ ແລະ ຄັດເລືອກ ເຮົາມອບໃຫ້ກັບຊາຕານ ແລະ ບໍ່ປະໃຫ້ພວກເຂົາຄົງຢູ່ຕໍ່ໄປອີກ. ທຸກລັກສະນະໃນພຣະບັນຍັດແຫ່ງການຄຸ້ມຄອງຂອງເຮົາແມ່ນກ່ຽວຂ້ອງກັບຄວາມທ່ຽງທຳຂອງເຮົາ, ຄວາມສະຫງ່າງາມຂອງເຮົາ. ເຮົາຈະບໍ່ປ່ອຍແມ່ນແຕ່ຄົນດຽວທີ່ຖືກຊາຕານປະຕິບັດເຮັດພາລະກິດ ແຕ່ໂຍນພວກເຂົາພ້ອມກັບຮ່າງກາຍຂອງພວກເຂົາລົງໄປສູ່ແດນມໍລະນາ ຍ້ອນເຮົາກຽດຊັງຊາຕານ. ເຮົາຈະບໍ່ມີທາງປ່ອຍມັນໄປຢ່າງງ່າຍດາຍ ແຕ່ຈະທຳລາຍມັນທັງໝົດ ແລະ ບໍ່ປ່ອຍໃຫ້ມັນມີໂອກາດແມ່ນແຕ່ໜ້ອຍດຽວເພື່ອປະຕິບັດພາລະກິດຂອງມັນ. ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມໃນລະດັບທີ່ແນ່ນອນ (ຄົນເຫຼົ່ານັ້ນທີ່ເປັນຈຸດມຸ້ງໝາຍຂອງຄວາມຈິບຫາຍ) ກໍຈະຖືກລົງໂທດແບບດຽວກັນດ້ວຍການຈັດກຽມທີ່ເຕັມໄປດ້ວຍສະຕິປັນຍາຂອງມືຂອງເຮົາເອງ. ຢ່າຄິດວ່າ ສິ່ງນີ້ເກີດຂຶ້ນຍ້ອນຄວາມໂຫດຮ້າຍຂອງຊາຕານ; ຈົງຮູ້ໄວ້ວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ປົກຄອງຈັກກະວານ ແລະ ສັບພະສິ່ງທັງປວງ! ຍ້ອນເຮົາ ຈຶ່ງບໍ່ມີບັນຫາທີ່ບໍ່ສາມາດແກ້ໄຂໄດ້ ຢ່າວ່າແຕ່ມີສິ່ງໃດທີ່ບໍ່ສາມາດເຮັດໃຫ້ສຳເລັດໄດ້ ຫຼື ພຣະທຳຂໍ້ໃດທີ່ບໍ່ສາມາດກ່າວໄດ້ເລີຍ. ມະນຸດຕ້ອງບໍ່ປະຕິບັດຕົວເປັນທີ່ປຶກສາຂອງເຮົາ. ຈົ່ງລະໝັດລະວັງທີ່ຈະຖືກມືຂອງເຮົາໂຈມຕີ ແລະ ໂຍນລົງໄປສູ່ແດນມໍລະນາ. ເຮົາບອກເຈົ້າແລ້ວ! ໃນປັດຈຸບັນ ຄົນທີ່ຮ່ວມມືກັບເຮົາຢ່າງເອົາທ່າທີເປັນຄົນທີ່ສະຫຼາດສຸດ ເຊິ່ງຫຼີກລ້ຽງການສູນເສຍ ຫຼົບໜີຈາກຄວາມເຈັບປວດແຫ່ງຄຳພິພາກສາ. ທຸກສິ່ງນີ້ແມ່ນຢູ່ໃນການຈັດກຽມຂອງເຮົາ ການກຳນົດລ່ວງໜ້າຂອງເຮົາ, ຢ່າສະແດງຂໍ້ສັງເກດຢ່າງບໍ່ຮອບຄອບ ໂດຍເວົ້າໂອ້ອວດ ແລະ ຄິດວ່າເຈົ້າເປັນຄົນທີ່ຍິ່ງໃຫຍ່ຫຼາຍ. ມັນບໍ່ແມ່ນຍ້ອນການກຳນົດລ່ວງໜ້າຂອງເຮົາບໍ? ເຈົ້າຜູ້ທີ່ຈະເປັນທີ່ປຶກສາຂອງເຮົາບໍ່ຮູ້ຈັກລະອາຍໃຈເລີຍ! ເຈົ້າບໍ່ຮູ້ຈັກວຸດທິພາວະຂອງເຈົ້າເອງ ເຈົ້າຊ່າງເປັນຄົນຕໍ່າຕ້ອຍທີ່ເປັນຕາເວດທະນາ! ເຖິງຢ່າງນັ້ນກໍຕາມ ເຈົ້າເຮັດຄືກັບມັນເປັນເລື່ອງງ່າຍໆ ແລະ ບໍ່ເຈົ້າໃຈຕົວເຈົ້າເອງ. ຫຼາຍຄັ້ງຫຼາຍຫົນທີ່ພວກເຈົ້າຫັນຫູທີ່ໜວກເພື່ອຟັງພຣະທຳຂອງເຮົາ, ປ່ອຍໃຫ້ຄວາມພຽນພະຍາຍາມຂອງເຮົາເສຍລ້າ ໂດຍບໍ່ຄ່ອຍຈະຄິດວ່າ ມັນຄືພຣະຄຸນ ແລະ ຄວາມກະລຸນາຂອງເຮົາ. ກົງກັນຂ້າມ ເຈົ້າສະແດງຄວາມສະຫຼາດຂອງເຈົ້າເອງຄັ້ງແລ້ວຄັ້ງເລົ່າ. ເຈົ້າຈື່ສິ່ງນີ້ບໍ? ຄົນທີ່ຄິດວ່າພວກເຂົາສະຫຼາດຕ້ອງຮັບການລົງໂທດແບບໃດ? ຍ້ອນບໍ່ສົນໃຈ ແລະ ບໍ່ສັດຊື່ຕໍ່ພຣະທຳຂອງເຮົາ ໂດຍບໍ່ສະຫຼັກພຣະທຳຂອງເຮົາໃສ່ຫົວໃຈຂອງເຈົ້າ ເຈົ້າໃຊ້ຂໍ້ອ້າງຂອງເຮົາເພື່ອເຮັດນີ້ເຮັດນັ້ນ. ຜູ້ເຮັດການຊົ່ວ! ເມື່ອໃດເຈົ້າຈຶ່ງສາມາດຄຳນຶງເຖິງຫົວໃຈຂອງເຮົາຢ່າງເຕັມປ່ຽມ? ເຈົ້າບໍ່ຄຳນຶງເຖິງຫົວໃຈຂອງເຮົາ ແລະ ດ້ວຍເຫດນັ້ນ ການເອີ້ນພວກເຈົ້າວ່າ ຜູ້ເຮັດການຊົ່ວ ກໍບໍ່ແມ່ນການປະຕິບັດຕໍ່ພວກເຈົ້າຢ່າງໂຫດຮ້າຍ. ມັນເໝາະສົມກັບເຈົ້າແທ້ໆ!

ໃນປັດຈຸບັນ ເຮົາສະແດງໃຫ້ພວກເຈົ້າເຫັນເຖິງສິ່ງທີ່ເຄີຍລີ້ລັບເທື່ອລະຢ່າງ. ມັງກອນແດງໃຫຍ່ຖືກໂຍນລົງເຫວເລິກທີ່ບໍ່ມີສິ້ນສຸດ ແລະ ຖືກທຳລາຍແທ້ໆ ຍ້ອນການຮັກສາມັນໄວ້ກໍບໍ່ໄດ້ເປັນປະໂຫຍດຫຍັງເລີຍ ເຊິ່ງໝາຍຄວາມວ່າ ມັນບໍ່ສາມາດເຮັດບໍລິການເພື່ອພຣະຄຣິດ. ຈາກນີ້ຕໍ່ໄປ ຈະບໍ່ມີເລື່ອງລາວຂອງມັງກອນແດງໃຫຍ່ອີກແລ້ວ; ມັນຕ້ອງອ່ອນແອລົງໄປເທື່ອລະໜ້ອຍຈົນບໍ່ເຫຼືອຫຍັງ. ເຮົາເຮັດໃນສິ່ງທີ່ເຮົາກ່າວອອກໄປ; ມັນຄືຄວາມສຳເລັດຄົບຖ້ວນຂອງພາລະກິດຂອງເຮົາ. ຈົ່ງກຳຈັດແນວຄິດຂອງມະນຸດ, ທຸກຢ່າງທີ່ເຮົາກ່າວອອກໄປ, ເຮົາໄດ້ເຮັດໃຫ້ສຳເລັດແລ້ວ. ໃຜກໍຕາມທີ່ພະຍາຍາມເປັນຄົນສະຫຼາດກໍກຳລັງນໍາຄວາມທຳລາຍມາສູ່ເຂົາເອງ, ນໍາການດູຖູກມາສູ່ເຂົາເອງ ແລະ ບໍ່ຢາກດຳລົງຊີວິດຢູ່. ສະນັ້ນ ເຮົາຈະເຮັດໃຫ້ເຈົ້າພໍໃຈ ແລະ ຈະບໍ່ເກັບຮັກສາຄົນປະເພດດັ່ງກ່າວຢ່າງແນ່ນອນ. ຈາກນີ້ຕໍ່ໄປ ປະຊາກອນຈະເພີ່ມຂຶ້ນຢ່າງດີເລີດ ໃນຂະນະທີ່ຄົນເຊິ່ງບໍ່ຮ່ວມມືກັບເຮົາຢ່າງເອົາທ່າທີ່ຈະຖືກກຳຈັດອອກໄປຈົນບໍ່ເຫຼືອຫຍັງ. ຄົນທີ່ເຮົາເຫັນດີນໍາແມ່ນຄົນທີ່ເຮົາຈະເຮັດໃຫ້ສົມບູນ. ເຮົາຈະບໍ່ໂຍນຖິ້ມແມ່ນແຕ່ຄົນດຽວ. ບໍ່ມີຂໍ້ໂຕ້ແຍ້ງໃນສິ່ງທີ່ເຮົາກ່າວອອກໄປ. ຄົນເຫຼົ່ານັ້ນທີ່ບໍ່ຮ່ວມມືກັບເຮົາຢ່າງເອົາທ່າທີ່ຈະທົນທຸກກັບການຕີສອນ ແຕ່ໃນທີ່ສຸດ ເຮົາຈະຊ່ວຍພວກເຂົາໃຫ້ລອດພົ້ນຢ່າງແນ່ນອນ ແຕ່ໃນເວລານັ້ນ ຂອບເຂດຂອງຊີວິດຂອງພວກເຂົາກໍຈະແຕກຕ່າງພໍສົມຄວນ. ເຈົ້າຕ້ອງການເປັນຄົນແບບນັ້ນບໍ? ຈົ່ງລຸກຂຶ້ນ ແລະ ຮ່ວມມືກັບເຮົາ! ເຮົາຈະບໍ່ປະຕິບັດຢ່າງບໍ່ຍຸຕິທຳກັບຄົນທີ່ເສຍສະຫຼະຕົນເອງເພື່ອເຮົາຢ່າງຈິງໃຈ. ສຳລັບຄົນທີ່ອຸທິດພວກເຂົາເອງໃຫ້ກັບເຮົາຢ່າງຈິງໃຈ ເຮົາຈະປະທານການອວຍພອນທຸກຢ່າງຂອງເຮົາໃຫ້ເຈົ້າ. ຈົ່ງຖວາຍຕົວເຈົ້າເອງໃຫ້ກັບເຮົາທັງໝົດ! ສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງ ແລະ ອະນາຄົດຂອງເຈົ້າທັງໝົດຢູ່ໃນກຳມືຂອງເຮົາ, ເຮົາຈະຈັດກຽມມັນທັງໝົດຢ່າງເໝາະສົມສຳລັບຄວາມສຸກເພີດເພີນທີ່ບໍ່ມີທາງສິ້ນສຸດ ແລະ ບໍ່ຮູ້ຈັກໝົດຂອງເຈົ້າ, ຍ້ອນເຮົາໄດ້ກ່າວວ່າ “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ.” ການອວຍພອນທັງໝົດມາເຖິງທຸກໆຄົນທີ່ເສຍສະຫຼະຕົວເຂົາເອງເພື່ອເຮົາ.

(ຄັດຈາກ “ບົດທີ 70” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 59)

ຜູ້ຄົນຍົກຍ້ອງເຮົາ ຜູ້ຄົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າ ພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກ, ຄວາມເປັນຢູ່ຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ໃຜຈະບໍ່ສະຫຼອງໃນສິ່ງນີ້? ໃຜຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈກັບສິ່ງນີ້? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າ ແລະ ເຜີຍແຜ່ນາມບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກ! ບັດນີ້ ຈົ່ງຊໍາລະລ້າງຕົວພວກເຈົ້າໃຫ້ບໍລິສຸດໃນການເສຍສະລະເພື່ອເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາໃສ່ໃຈສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຈົ່ງຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນປັດຈຸບັນນີ້ ດອກໄມ້ເບັ່ງບານ ຝູງສະກຸນາຮ້ອງສົ່ງ ທຸກສິ່ງເຕັມໄປດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງເພງປະສານແຫ່ງອານາຈັກທີ່ດັງກ້ອງສະນັ່ນ ແລະ ມັນຈະບໍ່ຟື້ນຄືນມາອີກ!

ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ຄວາມພິໂລດ ແລະ ໄພພິບັດທຸກຢ່າງ. ບັດນີ້ ອານາຈັກຕ່າງໆແຫ່ງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ຫ້ວຍນໍ້າໄຫຼນອງ ເປັນຟອງທີ່ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ ແລະ ທຸກຄົນທີ່ນອນຫຼັບຢູ່ກໍຕື່ນຂຶ້ນມາຍ້ອນເຮົາ. ວັນທີ່ທຸກຄົນໄດ້ລໍຖ້າ ໃນທີ່ສຸດ ກໍມາຮອດແລ້ວ! ພວກເຂົາຖວາຍບົດເພງທີ່ສວຍງາມທີ່ສຸດໃຫ້ກັບເຮົາ!

ໃນຊ່ວງເວລາທີ່ງົດງາມນີ້ ໃນເວລາທີ່ຕື່ນເຕັ້ນນີ້,

ບັດນີ້ ສະຫວັນທີ່ຢູ່ເບື້ອງເທິງ ແລະ ທຸກສິ່ງທີ່ຢູ່ໃຕ້ສະຫວັນ ພາກັນສັນລະເສີນ. ໃຜຈະບໍ່ຕື້ນ ເຕັ້ນກັບສິ່ງນີ້?

ໃຜຈະບໍ່ຍິນດີກັບສິ່ງນີ້? ໃຜຈະບໍ່ຮ້ອງໄຫ້ກັບເຫດການນີ້?

ທອງຟ້າບໍ່ແມ່ນທ້ອງຟ້າຄືເກົ່າ ບັດນີ້ມັນແມ່ນທ້ອງຟ້າແຫ່ງອານາຈັກ.

ແຜ່ນດິນໂລກບໍ່ແມ່ນແຜ່ນດິນໂລກທີ່ເຄີຍເປັນ ແຕ່ບັດນີ້ ເປັນແຜ່ນດິນໂລກທີ່ບໍລິສຸດ.

ຫຼັງຈາກຝົນຕົກແຮງໄດ້ຜ່ານໄປ ໂລກເກົ່າທີ່ສົກກະປົກກໍຜັນແປປ່ຽນທັງໝົດ.

ພູເຂົາປ່ຽນ... ນໍ້າປ່ຽນ...

ຜູ້ຄົນກໍປ່ຽນ... ທຸກສິ່ງປ່ຽນ...

ພູເຂົາທີ່ມິດງຽບ! ຈົ່ງຟ້ອນເພື່ອເຮົາ!

ນໍ້າຂັງ! ຫຼັ່ງໄຫຼນອງທຸກແຫ່ງຫົນ!

ມະນຸດທີ່ຫຼັບໄຫຼ! ຈົ່ງລຸກຂຶ້ນໃນການສະແຫວງຫາຂອງພວກເຈົ້າ!

ເຮົາມາແລ້ວ... ແລະ ເຮົາປົກຄອງ...

ທຸກຄົນຈະເຫັນໃບໜ້າຂອງເຮົາດ້ວຍຕາຂອງພວກເຂົາ ທຸກຄົນຈະໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາ,

ພວກເຂົາຜະເຊີນກັບຊີວິດໃນອານາຈັກ...

ຊ່າງຫວານຊື່ນ... ຊ່າງງົດງາມ...

ບໍ່ສາມາດລືມໄດ້... ບໍ່ສາມາດລືມໄດ້...

ທ່າມກາງຄວາມພິໂລດທີ່ເຜົາໄໝ້ຂອງເຮົາ ມັງກອນແດງທີ່ຍິ່ງໃຫຍ່ດີ້ນຮົນ

ທ່າມກາງການພິພາກສາຢ່າງສະຫງ່າລາສີຂອງເຮົາ ມານຮ້າຍສະແດງທາດແທ້ຂອງພວກມັນ;

ທ່າມກາງພຣະທໍາທີ່ຍິ່ງໃຫຍ່ຂອງເຮົາ ທຸກຄົນຮູ້ສຶກລະອາຍໃຈ ບໍ່ກ້າສະແດງໂສມໜ້າຂອງພວກເຂົາ.

ລໍ້າລຶກເຖິງອະດີດ ພວກເຂົາໄດ້ເຍາະເຍີ້ຍເຮົາຢ່າງໃດ

ໂອ້ອວດຕົວເອງຢູ່ສະເໝີ ທ້າທາຍເຮົາຕະຫຼອດເວລາ.

ມື້ນີ້ ໃຜຈະບໍ່ຮ້ອງໄຫ້? ໃຜບໍ່ຮູ້ສຶກເສຍໃຈ?

ທົ່ວທັງຈັກກະວານ ໂລກເຕັມໄປດ້ວຍນໍ້າຕາ...

ເຕັມໄປດ້ວຍສຽງໂຮ່ຮ້ອງຍິນດີ... ເຕັມໄປດ້ວຍສຽງຫົວ...

ຄວາມສຸກໃຈທີ່ຫາສິ່ງໃດປຽບປານໄດ້... ຄວາມສຸກໃຈທີ່ຫາສິ່ງໃດປຽບປານໄດ້...

ຝົນຕົກຜະສຽງດັງຄ່ອຍໆ... ຫິມະຕົກ ພັດປິວລົງມາຢ່າງແຮງ...

ຜູ້ຄົນທັງເສົ້າໃຈ ແລະ ສຸກໃຈ... ບາງຄົນຫົວ...

ບາງຄົນຮ້ອງໄຫ້... ແລະ ບາງຄົນຮ້ອງໂຮ່ດີໃຈ...

ເໝືອນກັບຜູ້ຄົນໄດ້ລືມໄປວ່າ... ມັນແມ່ນຟ້າມືດຄື້ມ ແລະ ຝົກຕົກໃນລະດູໃບໄມ້ປົ່ງ

ລະດູຮ້ອນເຕັມໄປດ້ວຍດອກໄມ້ບານ ລະດູໃບໄມ້ລົ່ນອຸດົມສົມບູນດ້ວຍການເກັບກ່ຽວ

ລະດູໜາວທີ່ໜາວເຢັນເໝືອນນໍ້າກ້ອນ ແລະ ນໍ້າກ້າມ, ບໍ່ມີໃຜຮູ້...

ໃນທ້ອງຟ້າ ກ້ອນເມກເລື່ອນລອຍ ເທິງແຜ່ນດິນໂລກ ມະຫາສະໝຸດຝົດ.

ລູກຊາຍທັງຫຼາຍພາກັນໂບກມື... ຜູ້ຄົນຍັບຍ້າຍຂາພາກັນຟ້ອນລໍາ...

ຝູງເທວະດາກໍປະຕິບັດວຽກງານ... ຝູງເທວະດາກໍາລັງນໍາພາ...

ຜູ້ຄົນແຫ່ງແຜ່ນດີິນໂລກມີຊີວິດຊີວາ ທຸກສິ່ງເທິງແຜ່ນດິນໂລກເພິ່ມພູນຄູນທະວີ.

(ຄັດຈາກ “ເພງແຫ່ງອານາຈັກ” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 60)

ທຸກຄົນໃນມະນຸດຊາດຄວນຍອມຮັບການສັງເກດການຂອງພຣະວິນຍານຂອງເຮົາ, ຄວນກວດສອບທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາຢ່າງໃກ້ຊິດ ແລະ ຍິ່ງໄປກວ່ານັ້ນ ກໍຄວນເບິ່ງການກະທໍາທີ່ມະຫັດສະຈັນຂອງເຮົາ. ພວກເຈົ້າຮູ້ສຶກແນວໃດ ໃນເວລາທີ່ອານາຈັກມາຮອດແຜ່ນດິນໂລກ? ເມື່ອພຣະບຸດ ແລະ ປະຊາຊົນຂອງເຮົາຫຼັ່ງໄຫຼໄປຍັງບັນລັງຂອງເຮົາ, ເຮົາຈະເລີ່ມການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງເປັນທາງການ. ໝາຍຄວາມວ່າ ເມື່ອເຮົາເລີ່ມພາລະກິດຂອງເຮົາເທິງແຜ່ນດິນໂລກດ້ວຍຕົວເອງ ແລະ ເມື່ອຍຸກແຫ່ງການພິພາກສາໃກ້ຈະສິ້ນສຸດລົງ, ເຮົາຈະສອນພຣະທໍາຂອງເຮົາໃຫ້ແກ່ຈັກກະວານທັງໝົດ ແລະ ເປັ່ງສຽງຂອງພຣະວິນຍານຂອງເຮົາໄປທົ່ວຈັກກະວານ. ຜ່ານພຣະທໍາຂອງເຮົາ, ເຮົາຈະຊໍາລະລ້າງທຸກຄົນ ແລະ ທຸກສິ່ງທັງມວນທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກ ເພື່ອວ່າ ດິນແດນຈະບໍ່ສົກກະປົກ ແລະ ຂາດສິນທໍາອີກຕໍ່ໄປ ແຕ່ເປັນອານາຈັກບໍລິສຸດ. ເຮົາຈະສ້າງທຸກສິ່ງຄືນໃໝ່ ເພື່ອວ່າ ສິ່ງເຫຼົ່ານັ້ນຈະຖືກກຽມໄວ້ໃຫ້ສໍາລັບການນໍາໃຊ້ຂອງເຮົາ, ເພື່ອວ່າ ສິ່ງເຫຼົ່ານັ້ນຈະບໍ່ມີລົມຫາຍໃຈຂອງແຜ່ນດິນໂລກອີກຕໍ່ໄປ ແລະ ບໍ່ມີຮອຍມົນທິນຈາກລົດຊາດຂອງພື້ນດິນອີກຕໍ່ໄປ. ຢູ່ແຜ່ນດິນໂລກ, ມະນຸດພະຍາຍາມຊອກຫາເປົ້າໝາຍ ແລະ ຕົ້ນກໍາເນີດຂອງພຣະທໍາຂອງເຮົາ ແລະ ໄດ້ສັງເກດເບິ່ງພຣະທໍາຂອງເຮົາ ແຕ່ບໍ່ມີໃຜຮູ້ຈັກຕົ້ນກໍາເນີດຂອງພຣະທໍາຂອງເຮົາຢ່າງແທ້ຈິງ ແລະ ບໍ່ມີໃຜເຄີຍເຫັນຄວາມມະຫັດສະຈັນຂອງການກະທໍາຂອງເຮົາຢ່າງແທ້ຈິງ. ພຽງໃນປັດຈຸບັນນີ້ເທົ່ານັ້ນ ເມື່ອເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ ແລະ ກ່າວພຣະທໍາຂອງເຮົາ, ມະນຸດຈຶ່ງມີຄວາມຮູ້ໜ້ອຍໜຶ່ງກ່ຽວກັບເຮົາ, ກໍາຈັດບ່ອນສໍາລັບ “ເຮົາ” ໃນຄວາມຄິດຂອງພວກເຂົາ ນັ້ນອອກ ແລະ ໃນທາງກົງກັນຂ້າມ ໄດ້ສ້າງບ່ອນສໍາລັບພຣະເຈົ້າທີ່ແທ້ຈິງໃນຈິດສໍານຶກຂອງພວກເຂົາ. ມະນຸດມີແນວຄວາມຄິດ ແລະ ເຕັມໄປດ້ວຍຄວາມສົງໄສ; ແມ່ນໃຜທີ່ບໍ່ຕ້ອງການເຫັນພຣະເຈົ້າ? ແມ່ນໃຜທີ່ບໍ່ປາດຖະໜາທີ່ຈະພົບປະກັບພຣະເຈົ້າ? ແຕ່ສິ່ງດຽວທີ່ຄອບຄອງຫ້ອງຫົວໃຈຂອງມະນຸດຢ່າງໝັ້ນຄົງກໍຄືພຣະເຈົ້າທີ່ມະນຸດຮູ້ສຶກວ່າເລື່ອນລອຍ ແລະ ເປັນນາມມະທໍາ. ແມ່ນໃຜຈະຮູ້ເຖິງສິ່ງນີ້ ຖ້າເຮົາບໍ່ໄດ້ບອກພວກເຂົາຢ່າງຊັດເຈນ? ແມ່ນໃຜຈະເຊື່ອຢ່າງແທ້ຈິງວ່າ ເຮົາມີຕົວຕົນແທ້ໆ? ໂດຍບໍ່ໄດ້ມີຂໍ້ສົງໄສຫຍັງທັງສິ້ນ? ມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງ “ເຮົາ” ທີ່ຢຸ່ໃນໃຈຂອງມະນຸດ ແລະ “ເຮົາ” ແຫ່ງຄວາມເປັນຈິງ ແລະ ບໍ່ມີໃຜສາມາດປຽບທຽບສິ່ງເຫຼົ່ານັ້ນໄດ້. ຖ້າເຮົາບໍ່ໄດ້ກາຍເປັນເນື້ອໜັງ, ມະນຸດຈະບໍ່ມີມື້ຮູ້ຈັກເຮົາ ແລະ ເຖິງວ່າ ເຂົາຈະຮູ້ຈັກເຮົາ ແຕ່ຄວາມຮູ້ດັ່ງກ່າວຍັງບໍ່ແມ່ນເປັນພຽງແນວຄວາມຄິດບໍ? ແຕ່ລະມື້ ເຮົາຍ່າງໃນທ່າມກາງການເຄື່ອນໄຫວຂອງຜູ້ຄົນຢ່າງບໍ່ຢຸດຢັ້ງ ແລະ ແຕ່ລະມື້ ເຮົາປະຕິບັດງານພາຍໃນທຸກຄົນ. ເມື່ອມະນຸດເຫັນເຮົາຢ່າງແທ້ຈິງ, ເຂົາຈະສາມາດຮູ້ຈັກເຮົາໃນພຣະທໍາຂອງເຮົາ ແລະ ເຂົ້າໃຈວິທີທີ່ເຮົາກ່າວ ພ້ອມດ້ວຍເຈດຕະນາຂອງເຮົາ.

ເມື່ອອານາຈັກມາຮອດແຜ່ນດິນໂລກຢ່າງເປັນທາງການ, ມີສິ່ງໃດໃນທ່າມກາງທຸກສິ່ງ ທີ່ຈະບໍ່ມິດງຽບລົງ? ແມ່ນໃຜໃນທ່າມກາງມະນຸດທີ່ຈະບໍ່ຢ້ານ? ເຮົາຍ່າງໄປທຸກບ່ອນທົ່ວຈັກກະວານ ແລະ ທຸກຢ່າງແມ່ນຖືກເຮົາຈັດແຈງດ້ວຍຕົວເອງ. ໃນເວລານີ້ ແມ່ນໃຜທີ່ບໍ່ຮູ້ວ່າ ການກະທໍາຂອງເຮົາມະຫັດສະຈັນ? ມືຂອງເຮົາຍົກທຸກຢ່າງຂຶ້ນຢ່າງສູງ ແຕ່ເຮົາກໍຍັງຢູ່ເທິງທຸກສິ່ງເຫຼົ່ານັ້ນ. ໃນປັດຈຸບັນ, ບໍ່ແມ່ນການບັງເກີດເປັນມະນຸດ ແລະ ການປາກົດຢູ່ດ້ວຍຕົວເຮົາເອງໃນທ່າມກາງມະນຸດບໍ ທີ່ຄືຄວາມໝາຍແທ້ຈິງຂອງຄວາມອ່ອນນ້ອມ ແລະ ຄວາມລຶກລັບຂອງເຮົາ? ດ້ານພາຍນອກ, ຫຼາຍຄົນຍົກຍ້ອງເຮົາວ່າດີ ແລະ ສັນລະເສີນເຮົາວ່າງົດງາມ ແຕ່ມີໃຜທີ່ຮູ້ຈັກເຮົາຢ່າງແທ້ຈິງແດ່? ໃນປັດຈຸບັນ, ເປັນຫຍັງເຮົາຈຶ່ງຖາມວ່າ ພວກເຈົ້າຮູ້ຈັກເຮົາບໍ? ເປົ້າໝາຍຂອງເຮົາບໍ່ແມ່ນເພື່ອເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍບໍ? ເຮົາບໍ່ປາດຖະໜາ ທີ່ຈະບັງຄັບມະນຸດໃຫ້ສັນລະເສີນເຮົາ ແຕ່ເພື່ອເຮັດໃຫ້ເຂົາຮູ້ຈັກເຮົາ ເຂົາຈຶ່ງຈະຮັກເຮົາຜ່ານວິທີນັ້ນ ແລະ ດ້ວຍເຫດນັ້ນ ກໍຈະສັນລະເສີນເຮົາ. ການສັນລະເສີນດັ່ງກ່າວແມ່ນຄູ່ຄວນຕໍ່ຊື່ຂອງມັນ ແລະ ບໍ່ແມ່ນການເວົ້າທີ່ວ່າງເປົ່າ; ມີແຕ່ການສັນລະເສີນດັ່ງກ່າວນີ້ເທົ່ານັ້ນ ທີ່ສາມາດໄປເຖິງບັນລັງຂອງເຮົາ ແລະ ຂຶ້ນໄປເທິງຟ້າ. ຍ້ອນມະນຸດຖືກຊາຕານລໍ້ລວງ ແລະ ເຮັດໃຫ້ເສື່ອມຊາມ, ຍ້ອນເຂົາຖືກຄອບງໍາໂດຍຄວາມຄິດກ່ຽວກັບແນວຄວາມຄິດ, ເຮົາຈຶ່ງໄດ້ກາຍເປັນເນື້ອໜັງ ເພື່ອເອົາຊະນະມວນມະນຸດທຸກຄົນດ້ວຍຕົວເອງ, ເພື່ອເປີດເຜີຍແນວຄວາມຄິດທັງໝົດຂອງມະນຸດ ແລະ ເພື່ອຈີກຄວາມຄິດຂອງມະນຸດອອກເປັນສິ້ນສ່ວນ. ດ້ວຍເຫດນັ້ນ, ມະນຸດຈຶ່ງບໍ່ແຫ່ຂະບວນຢູ່ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ຮັບໃຊ້ເຮົາໂດຍການນໍາໃຊ້ແນວຄວາມຄິດຂອງເຂົາເອງອີກຕໍ່ໄປ ແລະ ສະນັ້ນ “ເຮົາ” ທີ່ຢູ່ໃນແນວຄວາມຄິດຂອງມະນຸດຈຶ່ງຖືກກໍາຈັດ. ເມື່ອອານາຈັກມາເຖິງ, ກ່ອນອື່ນໝົດ ເຮົາຈະເລີ່ມຂັ້ນຕອນນີ້ຂອງພາລະກິດ ແລະ ເຮົາຈະກະທໍາພາລະກິດດັ່ງກ່າວນັ້ນພາຍໃນປະຊາຊົນຂອງເຮົາ. ໃນການເປັນປະຊາຊົນຂອງເຮົາ ທີ່ເກີດໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ແນ່ນອນຢູ່ແລ້ວວ່າ ພວກເຈົ້າແມ່ນຈະມີພິດຂອງມັງກອນແດງທີ່ຍິ່ງໃຫຍ່ບໍ່ໜ້ອຍກໍຫຼາຍ. ສະນັ້ນ, ຂັ້ນຕອນນີ້ຂອງພາລະກິດຂອງເຮົາແມ່ນສຸມໃສ່ພວກເຈົ້າເປັນຫຼັກ ແລະ ນີ້ແມ່ນດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດຂອງເຮົາໃນປະເທດຈີນ. ຜູ້ຄົນສ່ວນຫຼາຍແມ່ນບໍ່ສາມາດ ເຂົ້າໃຈແມ່ນແຕ່ເສດໜຶ່ງຂອງພຣະທໍາທີ່ເຮົາກ່າວ ແລະ ເມື່ອພວກເຂົາເຂົ້າໃຈ ຄວາມເຂົ້າໃຈຂອງພວກເຂົາກໍບໍ່ຊັດເຈນ ແລະ ສັບສົນ. ນີ້ແມ່ນໜຶ່ງໃນຈຸດຫັນປ່ຽນແຫ່ງວິທີການທີ່ເຮົາກ່າວ. ຖ້າທຸກຄົນສາມາດອ່ານພຣະທໍາຂອງເຮົາ ແລະ ເຂົ້າໃຈຄວາມໝາຍຂອງພຣະທໍາເຫຼົ່ານັ້ນ ແລ້ວແມ່ນໃຜໃນທ່າມກາງມະນຸດທີ່ຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ບໍ່ຖືກໂຍນລົງສູ່ແດນມໍລະນະ? ເມື່ອມະນຸດຮູ້ຈັກເຮົາ ແລະ ເຊື່ອຟັງເຮົາ ກໍຈະເປັນເວລາທີ່ເຮົາພັກຜ່ອນ ແລະ ຈະເປັນເວລາທີ່ມະນຸດສາມາດເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາຢ່າງແທ້ຈິງ. ໃນປະຈຸບັນ, ວຸດທິພາວະຂອງພວກເຈົ້າແມ່ນຕໍ່າເກີນໄປ, ມັນຕໍ່າຢ່າງໜ້າສົມເພດ, ບໍ່ຄູ່ຄວນທີ່ຈະຖືກຍົກຂຶ້ນ, ສ່ວນຄວາມຮູ້ຂອງພວກເຈົ້າກ່ຽວກັບເຮົານັ້ນ ແມ່ນບໍ່ຕ້ອງເວົ້າເຖິງ.

(ຄັດຈາກ “ບົດທີ 11” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 61)

ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ສະຫວັນຊັ້ນສູງສຸດທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດຖືກຈັດແຈງ. ພາຍໃຕ້ການເຮືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມືດມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຫຼົບໜີຈາກແສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຟົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການລົງໂທດຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫິນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເທົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ບໍ່ເຊື່ອຟັງທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ມີວັນລັງເລໃນການມີຊິວິດຢູ່ອີກ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ພະຍາຍາມທຸກວິທີການທີ່ເປັນໄປໄດ້ ເພື່ອທໍາລາຍແຜນການຂອງເຮົາ ໂດຍຫວັງທີ່ຈະລົບລ້າງພາລະກິດຂອງເຮົາອອກຈາກແຜ່ນດິນໂລກ ແຕ່ກົນອຸບາຍອັນຫຼອກລວງຂອງມັນຈະສາມາດເຮັດໃຫ້ເຮົາໝົດກໍາລັງໃຈໄດ້ບໍ? ການຂົ່ມຂູ່ຂອງມັນຈະສາມາດເຮັດໃຫ້ເຮົາຕົກໃຈຈົນສູນເສຍຄວາມໝັ້ນໃຈບໍ? ບໍ່ເຄີຍມີສິ່ງມີຊິວິດແມ່ນແຕ່ໜຶ່ງຊີວິດໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ທີ່ເຮົາບໍ່ໄດ້ກໍາໄວ້ໃນກໍາມືຂອງເຮົາ; ສິ່ງນີ້ຍິ່ງເປັນຈິງຫຼາດສໍ່າໃດກັບມັງກອນແດງທີ່ຍິ່ງໃຫຍ່, ມັງກອນແດງທີ່ເປັນເຄື່ອງກີດຂວາງເຮົາ? ມັນບໍ່ແມ່ນວັດຖຸທີ່ຖືກຄວບຄຸມດ້ວຍມືຂອງເຮົາເຊັ່ນກັນບໍ?

ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດຍຸກນີ້ໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດມີແນວຄິດແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜຼ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້. ໃນທ່າມກາງມະນຸດ ແມ່ນບໍ່ເຄີຍມີຜູ້ໃດທີ່ໄດ້ເຫັນໃບໜ້າຂອງເຮົາ, ບໍ່ມີຜູ້ໃດເຫັນສາຍຟ້າແມບໃນທິດຕາເວັນອອກ; ແລ້ວຈະມີຄົນໜ້ອຍສໍ່າໃດທີ່ໄດ້ຍິນພຣະວັດຈະນະຈາກບັນລັງຂອງເຮົາ? ທີ່ຈິງແລ້ວ ນັບຕັ້ງແຕ່ຍຸກບູຮານ ບໍ່ມີມະນຸດແມ່ນແຕ່ຄົນດຽວ ທີ່ໄດ້ມາພົວພັນໂດຍກົງກັບຕົວຕົນຂອງເຮົາ; ມີພຽງໃນປັດຈຸບັນເທົ່ານັ້ນ ເມື່ອເຮົາໄດ້ມາສູ່ໂລກ ມະນຸດຈຶ່ງມີໂອກາດເຫັນເຮົາ. ແຕ່ເຖິງຕອນນີ້ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ພວກເຂົາພຽງແຕ່ເບິ່ງໜ້າເຮົາ ແລະ ໄດ້ຍິນສຽງຂອງເຮົາເທົ່ານັ້ນ ແຕ່ຍັງບໍ່ເຂົ້າໃຈຄວາມໝາຍຂອງເຮົາ. ມະນຸດທຸກຄົນແມ່ນເປັນແບບນີ້. ໃນຖານະທີ່ເປັນໜຶ່ງໃນບັນດາປະຊາຊົນຂອງເຮົາ, ພວກເຈົ້າບໍ່ຮູ້ສຶກພາກພູມໃຈຢ່າງຍິ່ງບໍ ເມື່ອພວກເຈົ້າເຫັນໜ້າຂອງເຮົາ? ພວກເຈົ້າບໍ່ຮູ້ສຶກອັບອາຍຢ່າງໜ້າສົງສານບໍ ທີ່ພວກເຈົ້າບໍ່ຮູ້ຈັກເຮົາ? ເຮົາຍ່າງຢູ່ທ່າມກາງມະນຸດ ແລະ ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເພາະວ່າເຮົາໄດ້ກາຍເປັນເນື້ອໜັງ ແລະ ເຮົາໄດ້ມາສູ່ໂລກມະນຸດ. ເປົ້າໝາຍຂອງເຮົາບໍ່ພຽງແຕ່ເຮັດໃຫ້ມະນຸດສາມາດເບິ່ງເນື້ອໜັງຂອງເຮົາ; ຍິ່ງສໍາຄັນໄປກວ່ານັ້ນ, ມັນແມ່ນເພື່ອເຮັດໃຫ້ມະນຸດສາມາດຮູ້ຈັກເຮົາ. ຍິ່ງໄປກວ່ານັ້ນ, ເຮົາຈະລົງໂທດມະນຸດຍ້ອນບາບຂອງພວກເຂົາຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ; ເຮົາຈະດັບສູນມັງກອນແດງທີ່ຍິ່ງໃຫຍ່ ແລະ ທໍາລາຍລ້າງຖໍ້າຂອງມັນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ.

(ຄັດຈາກ “ບົດທີ 12” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 62)

ຜູ້ຄົນທົ່ວທັງຈັກກະວານສະຫຼອງການມາເຖິງຂອງມື້ຂອງເຮົາ ແລະ ທູດສະຫວັນກໍຍ່າງທ່າມກາງປະຊາຊົນທັງໝົດຂອງເຮົາ. ເມື່ອຊາຕານສ້າງບັນຫາ, ທູດສະຫວັນກໍຈະຊ່ວຍຄົນຂອງເຮົາຢູ່ສະເໝີຍ້ອນການຮັບໃຊ້ຂອງພວກເຂົາທີ່ຢູ່ໃນສະຫວັນ. ພວກເຂົາບໍ່ໄດ້ຖືກລໍ້ລວງໂດຍມານຮ້າຍທີ່ອອກມາຈາກຄວາມອ່ອນແອຂອງມະນຸດ ແຕ່ຍ້ອນການໂຈມຕີຢ່າງຕໍ່ເນື່ອງຈາກອໍານາດແຫ່ງຄວາມມືດ ພວກເຂົາຍິ່ງພະຍາຍາມຫຼາຍກວ່າເດີມເພື່ອຊ່ວຍຊີວິດຂອງມະນຸດຜ່ານເມກໝອກ. ທຸກຄົນຍອມຢູ່ພາຍໃຕ້ພຣະນາມຂອງເຮົາ ແລະ ບໍ່ມີໃຜເຄີຍລຸກຂຶ້ນເພື່ອຕໍ່ຕ້ານເຮົາຢ່າງເປີດເຜີຍຈັກເທື່ອ. ຍ້ອນຄວາມພະຍາຍາມຢ່າງໜັກຂອງທູດສະຫວັນ, ມະນຸດຈຶ່ງຍອມຮັບພຣະນາມຂອງເຮົາ ແລະ ທຸກຄົນຈຶ່ງຢູ່ທ່າມກາງກະແສແຫ່ງພາລະກິດຂອງເຮົາ. ແຜ່ນດິນໂລກກຳລັງຫຼົ້ມຈົມ! ບາບີໂລນກຳລັງເປັນອຳມະພາດ! ໂລກແຫ່ງສາສະໜາ, ມັນຈະບໍ່ຖືກທຳລາຍດ້ວຍລິດອຳນາດຂອງເຮົາຢູ່ເທິງໂລກໄດ້ແນວໃດ? ຜູ້ໃດຍັງກ້າບໍ່ເຊື່ອຟັງ ແລະ ກ້າຕໍ່ຕ້ານເຮົາ? ພວກທຳມະຈານບໍ? ເຈົ້າໜ້າທີ່ສາສະໜາທຸກຄົນບໍ? ຜູ້ປົກຄອງ ແລະ ຜູ້ມີອຳນາດເທິງແຜ່ນດິນໂລກບໍ? ທູດສະຫວັນບໍ? ຜູ້ໃດບໍ່ສະຫຼອງຄວາມສົມບູນ ແລະ ຄວາມບໍລິບູນໃນຮ່າງກາຍຂອງເຮົາ? ໃນບັນດາຜູ້ຄົນທັງປວງ, ແມ່ນໃຜບໍ່ຮ້ອງສັນລະເສີນເຮົາຢ່າງບໍ່ສິ້ນສຸດ, ແມ່ນໃຜທີ່ບໍ່ມີຄວາມສຸກຕະຫຼອດການ? ເຮົາດຳລົງຊີວິດຢູ່ໃນດິນແດນທີ່ເປັນບ່ອນຫຼົບຊ້ອນຂອງມັງກອນແດງທີ່ຍິ່ງໃຫຍ່, ແຕ່ສິ່ງນີ້ບໍ່ໄດ້ເຮັດໃຫ້ເຮົາສັ່ນຢ້ານ ຫຼື ແລ່ນໜີ, ຍ້ອນທຸກຄົນທີ່ຢູ່ໃນທີ່ນັ້ນກໍເລີ່ມເບື່ອກັບມັນແລ້ວ. ບໍ່ເຄີຍມີ “ໜ້າທີ່” ໃດຖືກປະຕິບັດຕໍ່ໜ້າມັງກອນຈັກເທື່ອ; ກົງກັນຂ້າມ, ທຸກສິ່ງທີ່ປະຕິບັດຄືສິ່ງທີ່ພວກເຂົາເຫັນວ່າເໝາະສົມ ແລະ ແຕ່ລະຢ່າງກໍໄປຕາມເສັ້ນທາງຂອງມັນເອງ. ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ຈິບຫາຍໄດ້ແນວໃດ? ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ລົ້ມສະລາຍໄດ້ແນວໃດ? ປະຊາຊົນຂອງເຮົາຈະບໍ່ຮ້ອງໂຮໄດ້ແນວໃດ? ພວກເຂົາຈະບໍ່ຮ້ອງດ້ວຍຄວາມປິຕິຍິນດີໄດ້ແນວໃດ? ນີ້ແມ່ນພາລະກິດຂອງມະນຸດບໍ? ມັນເປັນການກະທຳດ້ວຍມືຂອງມະນຸດບໍ? ເຮົາປະທານແຫຼ່ງກໍາເນີດແຫ່ງການເປັນຢູ່ຂອງມະນຸດ ແລະ ຈັດແຈງໃຫ້ເຂົາດ້ວຍວັດຖຸສິ່ງຂອງຕ່າງໆ ແຕ່ມະນຸດກໍບໍ່ພໍໃຈກັບສະພາບການໃນປັດຈຸບັນຂອງເຂົາ ແລະ ຮຽກຮ້ອງໃຫ້ເຂົາໄດ້ເຂົ້າສູ່ອານາຈັກຂອງເຮົາ. ແຕ່ເຂົາຈະເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍ ໂດຍບໍ່ຕ້ອງຈ່າຍລາຄາ ແລະ ບໍ່ເຕັມໃຈທີ່ຈະຖວາຍຄວາມອຸທິດຕົນຢ່າງບໍ່ເຫັນແກ່ຕົວໄດ້ແນວໃດ? ແທນທີ່ຈະຮຽກຮ້ອງສິ່ງໃດໜຶ່ງຈາກມະນຸດ, ເຮົາສ້າງເງື່ອນໄຂສຳລັບເຂົາ ເພື່ອວ່າອານາຈັກຂອງເຮົາທີ່ຢູ່ເທິງແຜ່ນດິນໂລກຈະເຕັມໄປດ້ວຍສະຫງ່າລາສີ. ມະນຸດຖືກເຮົານຳພາຈົນມາເຖິງຍຸກປັດຈຸບັນ, ເຂົາເປັນຢູ່ໃນສະພາບແບບນີ້ ແລະ ເຂົາດຳລົງຊີວິດທ່າມກາງການນໍາພາໂດຍແສງສະຫວ່າງຂອງເຮົາ. ຖ້າມັນບໍ່ເປັນແບບນັ້ນ, ແມ່ນໃຜທ່າມກາງຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກຈະຮູ້ຈັກໂອກາດຂອງພວກເຂົາໄດ້? ຜູ້ໃດຈະເຂົ້າໃຈຄວາມປະສົງຂອງເຮົາ? ເຮົາເພີ່ມກົດບັນຍັດຂອງເຮົາເຂົ້າໃສ່ເງື່ອນໄຂຂອງມະນຸດ; ແລ້ວນີ້ບໍ່ແມ່ນສອດຄ່ອງກັບກົດເກນແຫ່ງທຳມະຊາດບໍ?

(ຄັດຈາກ “ບົດທີ 22” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 63)

ໃນອານາຈັກ ສິ່ງຕ່າງໆທີ່ລໍ້າເລີດແຫ່ງການສ້າງໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ກ່ອນຫນ້ານີ້ ເຮົາໄດ້ທໍານວາຍວ່າ: ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມຕົວກັນ ມັນຈະເປັນເວລາທີ່ເຮົາທຳລາຍທຸກເຊື້ອຊາດໃຫ້ກາຍເປັນເຖົ່າທ່ານ. ໃນເວລານີ້ ເຮົາຈະເລີ່ມການສ້າງ ແລະ ການແບ່ງແຍກຈັກກະວານທັງໝົດໃໝ່ ດ້ວຍການວາງຈັກກະວານໃຫ້ເປັນຕາມລຳດັບ, ປະຕິຮູບລັດເກົ່າໃຫ້ເປັນລັດໃໝ່. ນີ້ແມ່ນແຜນການຂອງເຮົາ. ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອບັນດາເຊື້ອຊາດ ແລະ ຜູ້ຄົນທັງໝົດຂອງໂລກກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະໃຊ້ຄວາມເມດຕາທັງໝົດຂອງສະຫວັນ ແລະ ມອບໃຫ້ໂລກຂອງມະນຸດ. ສະນັນ ຈົ່ງຂໍຂອບໃຈເຮົາ, ເພາະມັນຈະເຕັມໄປດ້ວຍຄວາມເມດຕາກະລຸນາທີ່ບໍ່ມີສິ່ງໃດທຽບໄດ້. ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໄສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່າກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ມະນຸດທີ່ມີຊີວິດຢູ່ພາຍໃນຈັກກະວານ ທຸກຄົນທີ່ເປັນມານຈະຖືກທໍາລາຍໃຫ້ໝົດສິ້ນ, ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ມະນຸດທຸກຄົນຈະເປັນໄປຕາມຄວາມເມດຕາຂອງຕົນເອງ ແລະ ຈະໄດ້ຮັບການລົງໂທດທີ່ແຕກຕ່າງກັນ ອີງຕາມໃນສິ່ງທີ່ພວກເຂົາໄດ້ເຮັດ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

ເມື່ອສຽງຂອງເຮົາເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານ. ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນລ້ວນແລ້ວແຕ່ຖືກສ້າງຂຶ້ນໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ມະນຸດກໍຄົ້ນພົບວິທີກັບຄືນສູ່ອ້ອມກອດຂອງຄອບຄົວຂອງພວກເຂົາຢ່າງຊ້າໆ ໂດຍອີງຕາມປະເພດຂອງພວກເຂົາແຕ່ລະຄົນ. ດ້ວຍສິ່ງນີ້, ເຮົາຈຶ່ງຈະພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດເທື່ອລະໜ້ອຍ, ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນຖືກປ່ຽນແປງໂດຍບໍ່ຮູ້ຕົວ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາອອກແບບທຸກສິ່ງຕາມປະເພດຂອງພວກມັນ, ວາງທຸກສິ່ງທີ່ມີຮູບຮ່າງຮ່ວມກັນກັບປະເພດຂອງພວກມັນ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງສັບພະສິ່ງ, ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ປ່ຽນແປງທຸກສິ່ງຢ່າງເລິກເຊິ່ງ, ເພື່ອວ່າ ທຸກສິ່ງຈະກັບຄືນສູ່ອ້ອມກອດໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍໃນແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ເຈົ້າຈະລົ້ມລົງຢູ່ພາຍໃຕ້ພຣະທຳຂອງເຮົາຢ່າງແນ່ນອນ! ເຈົ້າຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນເອີຍ! ເຈົ້າລ້ວນແລ້ວແຕ່ຈະໄດ້ຮັບຊີວິດໃໝ່ພາຍໃນພຣະທຳຂອງເຮົາ, ບັດນີ້ ເຈົ້າຈະມີພຣະຜູ້ເປັນເຈົ້າອົງສູງສຸດຂອງເຈົ້າ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ເຈົ້າຈະຟື້ນຄືນໃໝ່ພາຍໃນສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ຈາກບັນດາສັບພະສິ່ງທີ່ຖືກສ້າງທັງປວງ ເຮົາຈະສໍາຫຼວດເບິ່ງແຜ່ນດິນໂລກທັງໝົດ. ເທິງແຜ່ນດິນໂລກ, ມະນຸດຊາດໄດ້ເລີ່ມຕົ້ນຊີວິດໃໝ່, ໄດ້ຊະນະຄວາມຫວັງໃໝ່. ໂອ້ ປະຊາຊົນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດພາຍໃນແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນຮ້ອງຂຶ້ນດ້ວຍຄວາມຕື່ນເຕັ້ນຕັນໃຈ, ນໍ້າຟົດຟື້ນໄປດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອັນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອັນເກົ່າບໍ່ມີອີກແລ້ວ ແລະ ອິດສະຣາເອັນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງໃຫຍ່, ໄດ້ຢືນຂຶ້ນໃນຫົວໃຈຂອງມະນຸດທຸກຄົນເທິງແຜ່ນດິນໂລກ. ອິດສະຣາເອັນໃນປັດຈຸບັນຈະຮັບເອົາແຫຼ່ງກຳເນີດແຫ່ງຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ້ ອີຢິບທີ່ເປັນຕາຊັງເອີຍ! ແນ່ນອນ ເຈົ້າບໍ່ແມ່ນຍັງຢືນຕໍ່ຕ້ານເຮົາບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຕີສອນຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ຢູ່ພາຍໃນການຕີສອນຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຊີວິດນິລັນດອນ ແລະ ທຸກຄົນທີ່ຕໍ່ສູ້ກັບເຮົາແນ່ນອນຈະຖືກລົງໂທດຈາກເຮົາຊົ່ວກາລະນານ. ເພາະເຮົາເປັນພຣະເຈົ້າທີ່ຫວງແຫນ, ເຮົາຈະບໍ່ຍົກໂທດໃຫ້ມະນຸດແມ່ນແຕ່ນ້ອຍດຽວສຳລັບການກະທຳຂອງພວກເຂົາ. ເຮົາຈະເຝົ້າເບິ່ງທົ່ວໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມຍິ່ງໃຫຍ່, ຄວາມພິໂລດ, ແລະ ການລົງໂທດ, ເຮົາຈະເປີດເຜີຍຕົວເອງຕໍ່ກັບມະນຸດຈຳນວນຫຼວງຫຼາຍ!

(ຄັດຈາກ “ບົດທີ 26” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 64)

ເມື່ອທູດສະຫວັນຫຼິ້ນດົນຕີເພື່ອສັນລະເສີນເຮົາ, ສິ່ງນີ້ໄດ້ບັນດານຄວາມເມດຕາທີ່ເຮົາມີສຳລັບມະນຸດ. ບາງຄັ້ງ ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ມັນເປັນໄປບໍ່ໄດ້ທີ່ຈະກຳຈັດຄວາມຮູ້ສຶກທີ່ເຈັບປວດນີ້ອອກໄປຈາກຕົວເຮົາເອງ. ໃນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງການຖືກຕັດຂາດ ແລະ ຫຼັງຈາກນັ້ນກໍກັບມາຮ່ວມກັນໃໝ່ກັບມະນຸດ, ພວກເຮົາບໍ່ສາມາດແລກປ່ຽນຄວາມຮູ້ສຶກໄດ້. ຍ້ອນຖືກແຍກໃຫ້ຢູ່ໃນສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກເບື້ອງລຸ່ມ, ມະນຸດ ແລະ ເຮົາບໍ່ສາມາດພົບກັນໄດ້ເປັນປະຈຳ. ແມ່ນໃຜສາມາດຫຼົບໜີຈາກຄວາມອາວອນຫາຄວາມຮູ້ສຶກຜ່ານມາໄດ້ແດ່? ແມ່ນໃຜສາມາດຢຸດລະລຶກເຖິງອະດີດໄດ້ແດ່? ແມ່ນໃຜບໍ່ຄາດຫວັງເພື່ອຄວາມຮູ້ສຶກໃນອະດີດ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຂອງເຮົາ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຮ່ວມກັນໃໝ່ຂອງເຮົາກັບມະນຸດ? ຫົວໃຈຂອງເຮົາເປັນທຸກຫຼາຍ ແລະ ວິນຍານຂອງມະນຸດກໍກັງວົນຫຼາຍ. ເຖິງແມ່ນມີຄວາມຄ້າຍຄືກັນທາງຝ່າຍວິນຍານ, ພວກເຮົາກໍບໍ່ສາມາດຢູ່ນໍາກັນເລື້ອຍໆໄດ້ ແລະ ພວກເຮົາບໍ່ສາມາດເຫັນກັນ ແລະ ກັນຢູ່ເລື້ອຍໆ. ສະນັ້ນ ຊີວິດຂອງບັນດາມະນຸດຊາດຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ ແລະ ຂາດກຳລັງ, ຍ້ອນມະນຸດປາຖະໜາຫາເຮົາຢູ່ສະເໝີ. ມັນເປັນຄືກັບວ່າ ມະນຸດເປັນສິ່ງທີ່ຖືກໂຍນອອກຈາກສະຫວັນ; ພວກເຂົາຮ້ອງໄຫ້ຫານາມຂອງເຮົາຢູ່ເທິງແຜ່ນດິນໂລກ, ເຫຼືອກສາຍຕາຂອງພວກເຂົາມາຫາເຮົາຈາກພື້ນດິນ, ແຕ່ພວກເຂົາຈະສາມາດຫຼົບໜີຈາກປາກຂອງໝາປ່າທີ່ຫິວໂຫຍໄດ້ແນວໃດ? ພວກເຂົາຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກໄພອັນຕະລາຍຂອງມັນ ແລະ ການລໍ້ລວງຂອງມັນໄດ້ແນວໃດ? ມະນຸດຈະບໍ່ສາມາດສະຫຼະຕົນເອງຍ້ອນຄວາມເຊື່ອຟັງຕໍ່ການຈັດກຽມໃນແຜນການຂອງເຮົາໄດ້ແນວໃດ? ເມື່ອພວກເຂົາອ້ອນວອນສຽງດັງ, ເຮົາກໍຫັນໜ້າໜີຈາກພວກເຂົາ, ເຮົາບໍ່ສາມາດທົນຫຼຽວເບິ່ງອີກຕໍ່ໄປໄດ້; ແຕ່ເຮົາຈະບໍ່ໄດ້ຍິນສຽງຮ້ອງໄຫ້ທີ່ເຕັມໄປດ້ວຍນໍ້າຕາຂອງພວກເຂົາໄດ້ແນວໃດ? ເຮົາຈະແກ້ໄຂຄວາມບໍ່ຍຸຕິທຳໃນໂລກຂອງມະນຸດ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍມືຂອງເຮົາເອງທົ່ວແຜ່ນດິນໂລກ, ຫ້າມບໍ່ໃຫ້ຊາຕານທຳຮ້າຍປະຊາຊົນຂອງເຮົາອີກຕໍ່ໄປ, ຫ້າມບໍ່ໃຫ້ສັດຕູເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈອີກແລ້ວ. ເຮົາຈະກາຍເປັນກະສັດເທິງແຜ່ນດິນໂລກ ແລະ ຍ້າຍບັນລັງຂອງເຮົາໄປຢູ່ທີ່ນັ້ນ, ເຮັດໃຫ້ສັດຕູທຸກຄົນຂອງເຮົາລົ້ມລົງເທິງພື້ນດິນ ແລະ ສາລະພາບຄວາມຜິດຂອງພວກເຂົາຕໍ່ໜ້າເຮົາ. ໃນຄວາມໂສກເສົ້າຂອງເຮົາປະກອບດ້ວຍຄວາມໂມໂຫ, ເຮົາຈະຢຽບຢໍ່າຈັກກະວານທັງປວງໃຫ້ແປ, ບໍ່ປ່ອຍໃຫ້ເຫຼືອໃຜຈັກຄົນ ແລະ ໂຈມຕີສັດຕູຂອງເຮົາໃຫ້ເກີດຄວາມຕົກໃຈຢ້ານ. ເຮົາຈະທໍາລາຍແຜ່ນໂລກທັງໝົດໃຫ້ກາຍເປັນຊາກພັງທະລາຍ ແລະ ເຮັດໃຫ້ສັດຕູຂອງເຮົາຕົກລົງສູ່ຄວາມພິນາດ, ເພື່ອວ່າຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຂົາຈະບໍ່ເຮັດໃຫ້ມະນຸດຊາດເສື່ອມຊາມອີກຕໍ່ໄປ. ແຜນການຂອງເຮົາຖືກກຳນົດແນ່ນອນແລ້ວ ແລະ ບໍ່ມີໃຜ, ບໍ່ວ່າພວກເຂົາເປັນໃຜກໍຕາມ, ຈະສາມາດປ່ຽນແປງມັນໄດ້. ເມື່ອເຮົາທ່ອງທ່ຽວໄປມາດ້ວຍຄວາມສະຫງ່າຜ່າເຜີຍເໜືອຈັກກະວານ, ມະນຸດທຸກຄົນຈະຖືກສ້າງຂຶ້ນໃໝ່ ແລະ ທຸກສິ່ງຈະຖືກຟື້ນຄືນໃໝ່. ມະນຸດຈະບໍ່ຮ້ອງໄຫ້ອີກຕໍ່ໄປ ແລະ ເຂົາຈະບໍ່ຮ້ອງໄຫ້ຂໍຄວາມຊ່ວຍເຫຼືອຈາກເຮົາອີກຕໍ່ໄປ. ແລ້ວຫົວໃຈຂອງເຮົາກໍຈະຍິນດີ ແລະ ຜູ້ຄົນຈະກັບຄືນມາສະຫຼອງກັບເຮົາ. ຈັກກະວານທັງປວງ ຕັ້ງແຕ່ເທິງລົງລຸ່ມ ຈະຕື່ນເຕັ້ນດີໃຈ ...

ໃນປັດຈຸບັນ, ໃນບັນດາປະຊາຊາດເທິງແຜ່ນດິນໂລກ, ເຮົາກຳລັງປະຕິບັດພາລະກິດທີ່ເຮົາຕັ້ງໃຈເຮັດໃຫ້ສຳເລັດ. ເຮົາເຄື່ອນໄຫວໄປມາທ່າມກາງມະນຸດຊາດ, ປະຕິບັດພາລະກິດທຸກຢ່າງທີ່ຢູ່ພາຍໃນແຜນການຂອງເຮົາ ແລະ ມະນຸດທຸກຄົນກຳລັງແຍກປະຊາຊາດຕ່າງໆເທິງແຜ່ນດິນໂລກຕາມຄວາມປະສົງຂອງເຮົາ. ຜູ້ຄົນເທິງແຜ່ນດິນໂລກສົນໃຈໃສ່ແຕ່ຈຸດໝາຍປາຍທາງຂອງພວກເຂົາເອງ, ຍ້ອນມື້ນັ້ນກໍຍັບໃກ້ເຂົ້າມາ ແລະ ທູດສະຫວັນກຳລັງເປົ່າແກຂອງພວກເຂົາ. ຈະບໍ່ມີການຊັກຊ້າອີກຕໍ່ໄປ ແລະ ດັ່ງນັ້ນ ບັນດາສັບພະສິ່ງທັງປວງຈະເລີ່ມເຕັ້ນດ້ວຍຄວາມຕື່ນເຕັ້ນດີໃຈ. ແມ່ນໃຜສາມາດເລື່ອນມື້ຂອງເຮົາອອກໄປຕາມຄວາມປະສົງຂອງພວກເຂົາໄດ້? ຄົນທໍາມະດາສາມັນບໍ? ຫຼື ດວງດາວທີ່ຢູ່ໃນທ້ອງຟ້າສາມາດເຮັດໄດ້ບໍ? ຫຼື ທູດສະຫວັນເດ? ເມື່ອເຮົາກ່າວຖ້ອຍຄຳເພື່ອເລີ່ມຕົ້ນຄວາມລອດພົ້ນຂອງປະຊາຊົນອິດສະຣາເອັນ, ມື້ຂອງເຮົາໄດ້ໃກ້ມາເຖິງມະນຸດຊາດທຸກຄົນແລ້ວ. ທຸກຄົນຢ້ານການກັບມາຂອງອິດສະຣາເອັນ. ເມື່ອອິດສະຣາເອັນກັບຄືນມາ, ນັ້ນຈະເປັນມື້ແຫ່ງສະງ່າລາສີຂອງເຮົາ ແລະ ມັນຍັງຈະເປັນມື້ທີ່ທຸກສິ່ງປ່ຽນແປງ ແລະ ກາຍເປັນສິ່ງໃໝ່. ເມື່ອການພິພາກສາທີ່ຊອບທຳກຳລັງເຂົ້າມາໃກ້ຈັກກະວານທັງປວງ, ມະນຸດທຸກຄົນເລີ່ມບໍ່ກ້າ ແລະ ຢ້ານ, ເພາະໃນໂລກຂອງມະນຸດແມ່ນບໍ່ເຄີຍໄດ້ຍິນຄວາມຊອບທຳເລີຍ. ເມື່ອດວງຕາເວັນແຫ່ງຄວາມຊອບທຳປະກົດຂຶ້ນ, ພາກຕະເວັນອອກຈະຖືກສ່ອງແສງ ແລະ ຫຼັງຈາກນັ້ນ ມັນກໍຈະສ່ອງແສງໃຫ້ກັບຈັກກະວານທັງປວງ, ສ່ອງແສງໄປເຖິງທຸກຄົນ. ຖ້າມະນຸດສາມາດປະຕິບັດຄວາມຊອບທຳຂອງເຮົາຢ່າງແທ້ຈິງ, ຈະມີຫຍັງໃຫ້ຢ້ານ? ປະຊາຊົນຂອງເຮົາທຸກຄົນລໍຖ້າການມາເຖິງແຫ່ງມື້ຂອງເຮົາ, ພວກເຂົາລ້ວນແລ້ວແຕ່ປາຖະໜາການມາເຖິງແຫ່ງມື້ຂອງເຮົາ. ພວກເຂົາລໍຖ້າໃຫ້ເຮົານໍາຜົນກຳສະໜອງມາເຖິງມະນຸດຊາດທຸກຄົນ ແລະ ຈັດແຈງຈຸດໝາຍປາຍທາງຂອງມະນຸດຊາດ ໃນຖານະທີ່ເຮົາເປັນດວງຕາເວັນແຫ່ງຄວາມຊອບທຳ. ອານາຈັກຂອງເຮົາກຳລັງເຂົ້າສູ່ຮູບຮ່າງ ເໜືອຈັກກະວານທັງປວງ ແລະ ບັນລັງຂອງເຮົາຢູ່ໃນຫົວໃຈຂອງຫຼາຍຮ້ອຍລ້ານຄົນ. ດ້ວຍການຊ່ວຍເຫຼືອຂອງເທວະດາທັງຫຼາຍ, ຄວາມສໍາເລັດອັນຍິ່ງໃຫຍ່ຂອງເຮົາຈະບັນລຸໃນໄວໆນີ້. ລູກໆທັງໝົດຂອງເຮົາ ແລະ ປະຊາຊົນຂອງເຮົາລໍຖ້າການກັບຄືນມາຂອງເຮົາ ປາດຖະໜາໃຫ້ເຮົາລວມຕົວກັບພວກເຂົາຄືນໃໝ່ ແລະ ຈະບໍ່ຖືກແຍກອອກຈາກກັນອີກ. ເຫດໃດປະຊາຊົນຈຳນວນຫຼວງຫຼາຍແຫ່ງອານາຈັກຂອງເຮົາຈຶ່ງບໍ່ພາກັນສະເຫຼີມສະຫຼອງຢ່າງປິຕິຍິນດີກັບການທີ່ເຮົາໄດ້ຢູ່ຮ່ວມກັນກັບພວກເຂົາ? ສິ່ງນີ້ຈະສາມາດເປັນການລວມຕົວຄັ້ງໃໝ່ທີ່ບໍ່ຕ້ອງການຄ່າຈ້າງບໍ? ເຮົາເປັນທີ່ນັບຖືໃນສາຍຕາຂອງມະນຸດທັງປວງ, ເຮົາຖືກປະກາດໄວ້ໃນຄໍາກ່າວຂອງທຸກຄົນ. ຍິ່ງໄປກວ່ານັ້ນ, ເມື່ອເຮົາກັບມາ ເຮົາຈະເອົາຊະນະກໍາລັງຂອງສັດຕູທັງໝົດ. ເຖິງເວລາແລ້ວ! ເຮົາຈະດຳເນີນພາລະກິດຂອງເຮົາ, ເຮົາຈະປົກຄອງເປັນກະສັດຂອງມວນມະນຸດ! ເຮົາຢູ່ໃນຈຸດແຫ່ງການກັບຄືນມາ! ແລະ ເຮົາກໍາລັງຈະອອກເດີນທາງ! ນີ້ແມ່ນສິ່ງທີ່ທຸກຄົນຄາດຫວັງ, ມັນແມ່ນສິ່ງທີ່ພວກເຂົາຕ້ອງການ. ເຮົາຈະໃຫ້ມະນຸດທຸກຄົນເຫັນການມາເຖິງແຫ່ງວັນຂອງເຮົາ ແລະ ໃຫ້ພວກເຂົາຍິນດີຕ້ອນຮັບການມາເຖິງແຫ່ງວັນຂອງເຮົາດ້ວຍຄວາມສຸກ!

(ຄັດຈາກ “ບົດທີ 27” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 65)

ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ. ມີແຕ່ໃນເວລານີ້ເທົ່ານັ້ນ ມະນຸດຈຶ່ງຮູ້ສຶກເຖິງຄວາມສາມາດເຂົ້າເຖິງຂອງເຮົາໜ້ອຍໜຶ່ງ ແລະ ເມື່ອການປະຕິສໍາພັນຂອງເຂົາກັບເຮົາມີຫຼາຍຂຶ້ນ, ເຂົາຈຶ່ງເຫັນເຖິງບາງສິ່ງທີ່ເຮົາມີ ແລະ ເປັນ ແລະ ຜົນຕາມມາກໍຄື ເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບເຮົາ. ໃນທ່າມກາງບັນດາຄົນທັງປວງ, ເຮົາໄດ້ເງີຍຫົວຂຶ້ນ ແລະ ເຝົ້າເບິ່ງ ແລະ ພວກເຂົາທຸກຄົນກໍເຫັນເຮົາ. ແຕ່ເມື່ອໄພພິບັດເກີດຂຶ້ນເທິງແຜ່ນດິນໂລກ, ພວກເຂົາກໍເປັນກັງວົງທັນທີ ແລະ ພາບຫຼັກຂອງເຮົາກໍຫາຍໄປຈາກຫົວໃຈຂອງພວກເຂົາ; ຕື່ນຕົກໃຈຍ້ອນການມາຂອງໄພພິບັດ, ພວກເຂົາບໍ່ສົນໃຈການຕັກເຕືອນຂອງເຮົາເລີຍ. ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ. ໃນປັດຈຸບັນ ເຮົາບອກສິ່ງນີ້ໃຫ້ແກ່ເຂົາດ້ວຍປາກຂອງເຮົາເອງ ແລະ ເຮັດໃຫ້ທຸກຄົນມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາບາງສິ່ງຈາກເຮົາ, ແຕ່ພວກເຂົາກໍຍັງຫ່າງເຫີນຈາກເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກເຮົາ. ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມຶ້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ. ບັດນີ້ ເຮົາໄດ້ເລີ່ມຕົ້ນພາລະກິດຂອງເຮົາທ່າມກາງມະນຸດທັງປວງ, ເລີ່ມລົງມືເຮັດຢ່າງເປັນທາງການ, ທົ່ວຈັກກະວານທັງປວງ ແລະ ໃນຂັ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ. ຈາກຊ່ວງເວລານີ້ເປັນຕົ້ນໄປ, ໃຜກໍຕາມທີ່ບໍ່ລະມັດລະວັງຈະຖືກໂຍນລົງທ່າມກາງການຂ້ຽນຕີທີ່ໂຫດຮ້າຍໄດ້ທຸກເວລາ. ນີ້ບໍ່ແມ່ນຍ້ອນວ່າເຮົາບໍ່ມີຫົວໃຈ, ແຕ່ມັນເປັນຂັ້ນຕອນຂອງແຜນການຄຸ້ມຄອງຂອງເຮົາ; ທຸກສິ່ງຕ້ອງເປັນໄປຕາມຂັ້ນຕອນຂອງພາລະກິດຂອງເຮົາ ແລະ ບໍ່ມີມະນຸດຄົນໃດສາມາດປ່ຽນແປງມັນໄດ້. ເມື່ອເຮົາເລີ່ມຕົ້ນແຜນການຂອງເຮົາຢ່າງເປັນທາງການ, ທຸກຄົນເຄື່ອນຍ້າຍ ເມື່ອເຮົາເຄື່ອນຍ້າຍ, ຜູ້ຄົນທົ່ວຈັກກະວານພາກັນຫຍຸ້ງກັບການກ້າວໄປກັບເຮົາ, ມີ “ຄວາມປິຕິຍິນດີ” ທົ່ວຈັກກະວານ ແລະ ເຮົາໄດ້ກະຕຸ້ນໃຫ້ມະນຸດກ້າວໄປຂ້າງໜ້າ. ຜົນຕາມມາກໍຄື ມັງກອນແດງທີ່ຍິ່ງໃຫຍ່ໄດ້ຖືກເຮົາຂຽນຕີໃຫ້ຕົກສູ່ສະພາບສົນລະວົນ ແລະ ສັບສົນ ແລະ ຮັບໃຊ້ພາລະກິດຂອງເຮົາ ແລະ ເຖິງວ່າຈະບໍ່ເຕັມໃຈ ມັນກໍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງມັນເອງໄດ້, ເຮັດໃຫ້ບໍ່ມີທາງເລືອກນອກຈາກຈະຍອມຢູ່ພາຍໃຕ້ການຄວບຄຸມຂອງເຮົາ. ໃນແຜນການທັງໝົດຂອງເຮົາ, ມັງກອນແດງທີ່ຍິ່ງໃຫຍ່ຄືຜູ້ຂັດຂວາງເຮົາ, ເປັນສັດຕູຂອງເຮົາ ແລະ ຍັງເປັນຜູ້ຮັບໃຊ້ເຮົາ; ເມື່ອເປັນດັ່ງນັ້ນ ເຮົາຈຶ່ງບໍ່ເຄີຍຜ່ອນຜັນ “ເງື່ອນໄຂ” ທີ່ເຮົາຮຽກຮ້ອງຈາກມັນຈັກເທື່ອ. ສະນັ້ນ ຂັ້ນຕອນສຸດທ້າຍຂອງພາລະກິດຂອງການບັງເກີດເປັນມະນຸດຂອງເຮົາແມ່ນຖືກເຮັດໃຫ້ສຳເລັດໃນຄົວເຮືອນຂອງມັນ. ໃນວິທີນັ້ນ, ມັງກອນແດງທີ່ຍິ່ງໃຫຍ່ຈຶ່ງສາມາດຮັບໃຊ້ບໍລິການເຮົາໄດ້ຢ່າງເໝາະສົມຍິ່ງຂຶ້ນ ເຊິ່ງເຮັດໃຫ້ເຮົາເອົາຊະນະມັນ ແລະ ເຮັດໃຫ້ແຜນການຂອງເຮົາສຳເລັດ. ເມື່ອເຮົາປະຕິບັດພາລະກິດ, ທູດສະຫວັນທຸກຕົນກໍເລີ່ມຕົ້ນຕໍ່ສູ້ຢ່າງຊີ້ຂາດໄປກັບເຮົາ ແລະ ຕັ້ງໃຈເຮັດໃຫ້ຄວາມປາຖະໜາຂອງເຮົາສຳເລັດໃນຂັ້ນຕອນສຸດທ້າຍ, ເພື່ອວ່າຜູ້ຄົນເທິງແຜ່ນດິນໂລກຈະຍອມຢູ່ຕໍ່ໜ້າເຮົາຄືກັບທູດສະຫວັນ ແລະ ບໍ່ມີຄວາມປາຖະໜາທີ່ຈະຕໍ່ຕ້ານເຮົາ ແລະ ບໍ່ເຮັດສິ່ງໃດທີ່ເປັນການກະບົດຕໍ່ເຮົາ. ສິ່ງເຫຼົ່ານີ້ແມ່ນພະລັງຂອງພາລະກິດຂອງເຮົາທົ່ວທັງຈັກກະວານ.

ເປົ້າໝາຍ ແລະ ຄວາມໝາຍຂອງການມາເຖິງຂອງເຮົາທ່າມກາງມະນຸດແມ່ນເພື່ອຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ເພື່ອນໍາພາມະນຸດຊາດທັງປວງກັບຄືນສູ່ຄົວເຮືອນຂອງເຮົາ, ເພື່ອຮ່ວມສະຫວັນກັບແຜ່ນດິນໂລກຄືນໃໝ່ ແລະ ເພື່ອເຮັດໃຫ້ມະນຸດສົ່ງ “ສັນຍານ” ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ຍ້ອນສິ່ງດັ່ງກ່າວແມ່ນໜ້າທີ່ໂດຍທຳມະຊາດຂອງມະນຸດ. ໃນເວລາທີ່ເຮົາສ້າງມະນຸດຊາດ, ເຮົາໄດ້ເຮັດໃຫ້ທຸກສິ່ງພຽບພ້ອມສຳລັບມະນຸດຊາດ ແລະ ຕໍ່ມາ ເຮົາໄດ້ຍອມໃຫ້ມະນຸດຊາດຮັບເອົາຄວາມອະດົມສົມບູນທີ່ເຮົາໄດ້ມອບໃຫ້ກັບເຂົາຕາມເງື່ອນໄຂຂອງເຮົາ. ສະນັ້ນ ເຮົາຈຶ່ງເວົ້າວ່າ ມັນແມ່ນຢູ່ພາຍໃຕ້ການນໍາພາຂອງເຮົາ ມະນຸດຊາດທັງປວງຈຶ່ງລອດມາເຖິງປັດຈຸບັນ. ແລ້ວທຸກສິ່ງນີ້ກໍແມ່ນແຜນການຂອງເຮົາ. ໃນທ່າມກາງມະນຸດຊາດທັງປວງ, ຜູ້ຄົນຈຳນວນນັບບໍ່ຖ້ວນດໍາລົງຢູ່ພາຍໃຕ້ການປົກປ້ອງແຫ່ງຄວາມຮັກຂອງເຮົາ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນຢູ່ພາຍໃຕ້ການຂ້ຽນຕີແຫ່ງຄວາມກຽດຊັງຂອງເຮົາ. ເຖິງແມ່ນທຸກຄົນອະທິຖານຕໍ່ເຮົາ, ພວກເຂົາກໍຍັງບໍ່ສາມາດປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຂົາໄດ້; ຫຼັງຈາກທີ່ພວກເຂົາໄດ້ສູນເສຍຄວາມຫວັງ, ພວກເຂົາກໍໄດ້ແຕ່ປ່ອຍໃຫ້ເປັນໄປຕາມທຳມະຊາດຂອງມັນ ແລະ ຫັນມາເຊື່ອຟັງເຮົາ, ເພາະນີ້ຄືສິ່ງດຽວທີ່ມະນຸດຊາດສາມາດເຮັດສຳເລັດໄດ້. ເມື່ອເວົ້າເຖິງສະພາວະຊີວິດຂອງມະນຸດ, ມະນຸດຍັງບໍ່ທັນຄົ້ນພົບຊີວິດຢ່າງແທ້ຈິງເທື່ອ, ເຂົາຍັງເບິ່ງບໍ່ເຫັນຄວາມບໍ່ຍຸຕິທຳ, ຄວາມສິ້ນຫວັງ ແລະ ສະພາບການທີ່ທຸກທໍລະມານເທິງແຜ່ນດິນໂລກ ແລະ ສະນັ້ນ ຖ້າບໍ່ແມ່ນຍ້ອນການມາຂອງໄພພິບັດ, ຄົນສ່ວນໃຫຍ່ກໍຍັງຈະຮັບເອົາອໍານາດແຫ່ງທໍາມະຊາດ ແລະ ຍັງຈະໝົກມຸ່ນຕົນເອງກັບລົດຊາດຂອງ “ຊີວິດ”. ນີ້ບໍ່ແມ່ນຄວາມເປັນຈິງໃນໂລກບໍ? ນີ້ບໍ່ແມ່ນສຽງແຫ່ງຄວາມລອດພົ້ນທີ່ເຮົາກ່າວຕໍ່ມະນຸດບໍ? ເປັນຫຍັງໃນທ່າມກາງມະນຸດຊາດຈຶ່ງບໍ່ມີຜູ້ໃດຮັກເຮົາຢ່າງແທ້ຈິງເລີຍ? ເປັນຫຍັງມະນຸດຈຶ່ງຮັກເຮົາພຽງແຕ່ເມື່ອຢູ່ໃນທ່າມກາງການຂ້ຽນຕີ ແລະ ການທົດລອງ, ແຕ່ບໍ່ມີຜູ້ໃດຮັກເຮົາເມື່ອຢູ່ພາຍໃຕ້ການປົກປ້ອງຂອງເຮົາ? ເຮົາໄດ້ປະທານການຂ້ຽນຕີຂອງເຮົາໃຫ້ກັບມະນຸດຊາດຫຼາຍຄັ້ງ. ພວກເຂົາຫຼຽວເບິ່ງມັນ, ແຕ່ແລ້ວກໍບໍ່ຫົວຊາມັນ ແລະ ພວກເຂົາບໍ່ສຶກສາ ແລະ ໄຕ່ຕອງມັນໃນເວລານີ້ ແລະ ສະນັ້ນ ສິ່ງທີ່ເກີດຂຶ້ນກັບມະນຸດຈຶ່ງມີແຕ່ການພິພາກສາຢ່າງໂຫດຮ້າຍ. ນີ້ເປັນພຽງໜຶ່ງໃນວິທີການປະຕິບັດພາລະກິດຂອງເຮົາ, ແຕ່ມັນແມ່ນເພື່ອປ່ຽນແປງມະນຸດ ແລະ ເຮັດໃຫ້ເຂົາຮັກເຮົາອີກດ້ວຍ.

(ຄັດຈາກ “ບົດທີ 29” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 66)

ເຮົາປົກຄອງໃນອານາຈັກ ແລະ ຍິ່ງໄປກວ່ານັ້ນ ເຮົາປົກຄອງທົ່ວຈັກກະວານທັງປວງ; ເຮົາເປັນທັງກະສັດ ແລະ ຫົວໜ້າຂອງຈັກກະວານ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ເຮົາຈະຮວບຮວມທຸກຄົນທີ່ບໍ່ແມ່ນຄົນຖືກເລືອກ ແລະ ຈະເລີ່ມຕົ້ນພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ແລະ ເຮົາຈະປະກາດບົດບັນຍັດແຫ່ງການບໍລິຫານຂອງເຮົາຕໍ່ຈັກກະວານທັງປວງ, ເພື່ອວ່າເຮົາຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາໄດ້ຢ່າງສຳເລັດ. ເຮົາຈະໃຊ້ການຂ້ຽນຕີເພື່ອເຜີຍແຜ່ພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ, ນັ້ນໝາຍຄວາມວ່າ ເຮົາຈະໃຊ້ກຳລັງຕໍ່ທຸກຄົນທີ່ເປັນຄົນຕ່າງຊາດ. ໂດຍທຳມະຊາດແລ້ວ ພາລະກິດນີ້ຈະຖືກປະຕິບັດໃນເວລາດຽວກັບພາລະກິດຂອງເຮົາທ່າມກາງຄົນຖືກເລືອກ. ເມື່ອຜູ້ຄົນຂອງເຮົາປົກຄອງ ແລະ ມີອຳນາດເທິງແຜ່ນດິນໂລກຈະເປັນມື້ທີ່ທຸກຄົນເທິງແຜ່ນດິນໂລກໄດ້ຖືກເອົາຊະນະອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ມັນກໍຈະເປັນເວລາທີ່ເຮົາພັກເຊົາ ແລະ ເມື່ອນັ້ນ ເຮົາຈຶ່ງຈະປາກົດຕົວຕໍ່ທຸກຄົນທີ່ຖືກເອົາຊະນະ. ເຮົາປາກົດຕົວຕໍ່ອານາຈັກທີ່ບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ. ທຸກຄົນທີ່ຖືກເອົາຊະນະ ແລະ ເຊື່ອຟັງຢູ່ຕໍ່ໜ້າເຮົາແມ່ນສາມາດເຫັນໜ້າຂອງເຮົາດ້ວຍຕາຂອງພວກເຂົາເອງ ແລະ ສາມາດໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາເອງ. ນີ້ແມ່ນພອນຂອງຄົນທີ່ເກີດໃນລະຫວ່າງຍຸກສຸດທ້າຍ, ນີ້ແມ່ນພອນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນລັກສະນະນີ້ກໍເພື່ອພາລະກິດໃນອະນາຄົດ. ພາລະກິດທັງໝົດຂອງເຮົາແມ່ນກ່ຽວພັນກັນ ໂດຍພາລະກິດທັງໝົດແມ່ນການເອີ້ນ ແລະ ການຂານຕອບ: ບໍ່ເຄີຍມີຂັ້ນຕອນໃດຢຸດສະງັກຢ່າງກະທັນຫັນຈັກເທື່ອ ແລະ ບໍ່ເຄີຍມີຂັ້ນຕອນໃດຖືກປະຕິບັດຢ່າງເປັນອິດສະຫຼະຈາກຂັ້ນຕອນອື່ນຈັກເທື່ອ. ແລ້ວມັນບໍ່ແມ່ນແບບນັ້ນບໍ? ພາລະກິດໃນອະດີດບໍ່ແມ່ນພື້ນຖານຂອງພາລະກິດໃນປັດຈຸບັນບໍ? ພຣະທຳທີ່ຢູ່ໃນອະດີດບໍ່ແມ່ນສິ່ງທີ່ມາກ່ອນພຣະທຳໃນປັດຈຸບັນບໍ? ຂັ້ນຕອນທີ່ຢູ່ໃນອະດີດບໍ່ແມ່ນຕົ້ນກຳເນີດຂອງຂັ້ນຕອນໃນປັດຈຸບັນບໍ? ເມື່ອເຮົາມາຍໜັງສືມ້ວນອອກຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ແມ່ນເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ ແລະ ມັນແມ່ນຈຸດສູງສຸດຂອງພາລະກິດຂອງເຮົາ; ທຸກຄົນດຳລົງຊີວິດຢູ່ໃນດິນແດນທີ່ປາສະຈາກແສງສະຫວ່າງ ແລະ ທຸກຄົນດຳລົງຊີວິດຢູ່ທ່າມກາງໄພຂົ່ມຂູ່ຂອງສະພາບແວດລ້ອມຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຊີວິດທີ່ມະນຸດບໍ່ເຄີຍຜະເຊີນຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທົ່ວຍຸກຕ່າງໆເຄີຍ “ໄດ້ຮັບ” ຊີວິດປະເພດນີ້ ແລະ ສະນັ້ນ ເຮົາຈຶ່ງເວົ້າວ່າ ເຮົາປະຕິບັດພາລະກິດທີ່ບໍ່ເຄີຍປະຕິບັດມາກ່ອນ. ນີ້ແມ່ນສະພາວະທີ່ແທ້ຈິງຂອງວຽກງານຕ່າງໆ ແລະ ນີ້ແມ່ນຄວາມໝາຍທີ່ແທ້ຈິງ. ເພາະວ່າ ມື້ຂອງເຮົາຍັບເຂົ້າໃກ້ມະນຸດຊາດທັງປວງ, ຍ້ອນມັນເບິ່ງຄືກັບວ່າບໍ່ໄດ້ຢູ່ໄກ, ແຕ່ມັນຢູ່ຕໍ່ໜ້າຕໍ່ຕາມະນຸດເອງ, ເປັນເຊັ່ນນັ້ນແລ້ວ ຜູ້ໃດຈະບໍ່ຢ້ານ? ແລ້ວຜູ້ໃດຈະບໍ່ຊື່ນຊົມໃນສິ່ງນີ້? ນະຄອນບາບີໂລນທີ່ສົກກະປົກ ໃນທີ່ສຸດກໍໄດ້ມາເຖິງຈຸດສຸດທ້າຍຂອງມັນແລ້ວ; ມະນຸດໄດ້ພົບກັບໂລກທີ່ໃໝ່ຫຼ້າສຸດອີກຄັ້ງ ແລະ ສະຫວັນ ແລະ ແຜ່ນດິນໂລກໄດ້ຖືກປ່ຽນແປງ ແລະ ສ້າງຄືນໃໝ່.

ເມື່ອເຮົາປາກົດຕົວຕໍ່ບັນດາປະຊາຊາດ ແລະ ປະຊາຊົນທັງປວງ, ກ້ອນເມກຂາວກໍເລື່ອນລອຍຢູ່ໃນທ້ອງຟ້າ ແລະ ປົກຄຸມເຮົາໄວ້. ເຊັ່ນດຽວກັນ ນົກທີ່ຢູ່ເທິງແຜ່ນດິນໂລກກໍຮ້ອງສົ່ງ ແລະ ເຕັ້ນດ້ວຍຄວາມປິຕິຍິນດີສຳລັບເຮົາ, ບົ່ງຊີ້ເຖິງບັນຍາກາດເທິງແຜ່ນດິນໂລກ ແລະ ສະນັ້ນຈຶ່ງເຮັດໃຫ້ທຸກສິ່ງເທິງແຜ່ນດິນໂລກກັບມາມີຊີວິດຊີວາ, ບໍ່ເປັນ “ຕະກອນ” ອີກຕໍ່ໄປ ແຕ່ກົງກັນຂ້າມເປັນການດຳລົງຊີວິດຢູ່ທ່າມກາງບັນຍາກາດທີ່ມີຊີວິດຊີວາ. ເມື່ອເຮົາຢູ່ທ່າມກາງກ້ອນເມກ, ມະນຸດກໍເບິ່ງເຫັນໜ້າເຮົາ ແລະ ຕາຂອງເຮົາແບບມົວໆ ແລະ ໃນເວລານີ້ ເຂົາກໍຮູ້ສຶກຢ້ານກົວໜ້ອຍໜຶ່ງ. ໃນອະດີດ ເຂົາໄດ້ຍິນການບັນທຶກທາງປະຫວັດສາດກ່ຽວກັບເຮົາໃນຕໍານານ ແລະ ຜົນຕາມມາກໍຄືເຂົາພຽງແຕ່ເຊື່ອເຄິ່ງໜຶ່ງ ແລະ ສົງໄສອີກເຄິ່ງກ່ຽວກັບເຮົາ. ເຂົາບໍ່ຮູ້ຈັກວ່າເຮົາຢູ່ໃສ ຫຼື ໜ້າຂອງເຮົາໃຫຍ່ສໍ່າໃດ, ມັນກວ້າງສໍ່າກັບທະເລ ຫຼື ໄຮ້ພົມແດນຄືກັບທົ່ງຫຍ້າຂຽວບໍ? ບໍ່ມີໃຜຮູ້ຈັກສິ່ງເຫຼົ່ານີ້. ມີພຽງແຕ່ເມື່ອມະນຸດເຫັນໜ້າເຮົາໃນກ້ອນເມກໃນປັດຈຸບັນ ມະນຸດຈຶ່ງຮູ້ສຶກວ່າເຮົາທີ່ຢູ່ໃນຕໍານານແມ່ນຄວາມຈິງ ແລະ ສະນັ້ນ ເຂົາກໍນິຍົມຊົມຊອບເຮົາຫຼາຍຂຶ້ນ ແລະ ມັນເປັນຍ້ອນການກະທຳຂອງເຮົາເທົ່ານັ້ນ ການຍົກຍ້ອງຂອງເຂົາທີ່ມີສຳລັບເຮົາຈຶ່ງໃຫຍ່ຂຶ້ນໜ້ອຍໜຶ່ງ. ແຕ່ມະນຸດຍັງບໍ່ຮູ້ຈັກເຮົາ ແລະ ພຽງແຕ່ເຫັນສ່ວນໜຶ່ງຂອງເຮົາໃນກ້ອນເມກ. ຫຼັງຈາກນັ້ນ ເຮົາກໍວາແຂນຂອງເຮົາອອກ ແລະ ສະແດງມັນໃຫ້ມະນຸດເຫັນ. ມະນຸດກໍຕື່ນຕົກໃຈ ແລະ ເອົາມືອັດປາກຂອງເຂົາ, ຢ້ານຢູ່ໃນສ່ວນເລິກວ່າຈະຖືກຕີໃຫ້ລົ້ມລົງດ້ວຍມືຂອງເຮົາ ແລະ ສະນັ້ນເຂົາຈິ່ງເພີ່ມຄວາມເຄົາລົບນັບຖືໜ້ອຍໜຶ່ງໃນການຍົກຍ້ອງຂອງເຂົາ. ມະນຸດຈ້ອງຕາຂອງເຂົາເບິ່ງການເຄື່ອນໄຫວທຸກຢ່າງຂອງເຮົາ ໂດຍຢ້ານຢ່າງເລິກໆວ່າເຂົາຈະຖືກເຮົາຕີໃຫ້ລົ້ມລົງໃນເວລາທີ່ເຂົາບໍ່ສົນໃຈ, ແຕ່ການຖືກມະນຸດເຝົ້າເບິ່ງແມ່ນບໍ່ໄດ້ຈຳກັດເຮົາ ແລະ ເຮົາກໍສືບຕໍ່ປະຕິບັດພາລະກິດດ້ວຍມືຂອງເຮົາ. ມັນພຽງແຕ່ຍ້ອນການກະທຳທຸກຢ່າງທີ່ເຮົາເຮັດ ມະນຸດຈຶ່ງມີຄວາມນິຍົມຊົມຊອບບາງຢ່າງຕໍ່ເຮົາ ແລະ ສະນັ້ນຈຶ່ງມາຢູ່ຕໍ່ໜ້າເຮົາເທື່ອລະໜ້ອຍເພື່ອພົວພັນກັບເຮົາ. ເມື່ອທັງໝົດຂອງເຮົາຖືກເປີດເຜີຍຕໍ່ມະນຸດ, ມະນຸດກໍຈະເຫັນໜ້າຂອງເຮົາ ແລະ ຕັ້ງແຕ່ນັ້ນເປັນຕົ້ນໄປ ເຮົາກໍຈະບໍ່ລີ້ຊ້ອນ ຫຼື ປົກປິດຕົວເຮົາຈາກມະນຸດອີກຕໍ່ໄປ. ທົ່ວທັງຈັກກະວານ, ເຮົາຈະປາກົດຕົວຢ່າງເປີດເຜີຍຕໍ່ທຸກຄົນ ແລະ ທຸກຄົນທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອກໍຈະໄດ້ເຫັນເຖິງການກະທຳຂອງເຮົາທັງໝົດ. ທຸກສິ່ງທີ່ມາຈາກວິນຍານກໍຈະດໍາລົງຢູ່ຢ່າງສັນຕິສຸກໃນຄົວເຮືອນຂອງເຮົາຢ່າງແນ່ນອນ ແລະ ຈະໄດ້ຊື່ນຊົມພອນອັນປະເສີດຮ່ວມກັນກັບເຮົາຢ່າງແນ່ນອນ. ທຸກຄົນທີ່ເຮົາເບິ່ງແຍງຈະຖືກຍົກເວັ້ນຈາກການຂ້ຽນຕີຢ່າງແນ່ນອນ ແລະ ຈະຫຼີກເວັ້ນຄວາມເຈັບປວດຂອງວິນຍານ ແລະ ຄວາມທໍລະມານຂອງເນື້ອໜັງຢ່າງແນ່ນອນ. ເຮົາຈະປາກົດຕົວຢ່າງເປີດເຜີຍຕໍ່ທຸກຄົນເພື່ອປົກຄອງ ແລະ ສະແດງອຳນາດ, ເພື່ອວ່າກິ່ນຊາກສົບຈະບໍ່ເໝັນໄປທົ່ວຈັກກະວານອີກຕໍ່ໄປ; ກົງກັນຂ້າມ ກິ່ນຫອມທີ່ສົດຊື່ນຂອງເຮົາຈະແຜ່ກະຈາຍໄປທົ່ວແຜ່ນດິນໂລກ, ເພາະມື້ຂອງເຮົາກຳລັງຍັບໃກ້ເຂົ້າມາແລ້ວ, ມະນຸດກໍາລັງຕື່ນຂຶ້ນ, ທຸກສິ່ງເທິງແຜ່ນດິນໂລກແມ່ນຢູ່ໃນຄວາມເປັນລະບຽບ ແລະ ມື້ແຫ່ງການຢູ່ລອດຂອງແຜ່ນດິນໂລກແມ່ນບໍ່ມີອີກ, ຍ້ອນວ່າ ເຮົາໄດ້ກັບມາແລ້ວ!

(ຄັດຈາກ “ບົດທີ 29” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 67)

ເຮົາຈະເຮັດໃຫ້ສະຫວັນວິມານເຕັມໄປດ້ວຍການສະແດງອອກເຖິງພາລະກິດຂອງເຮົາ, ເພື່ອວ່າທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະກົ້ມລົງຂາບຢູ່ພາຍໃຕ້ລິດອຳນາດຂອງເຮົາ, ນໍາແຜນການຂອງເຮົາໄປປະຕິບັດເພື່ອ “ຄວາມສາມັກຄີທົ່ວໂລກ” ແລະ ເຮັດໃຫ້ຄວາມປາຖະໜາໜຶ່ງດຽວຂອງເຮົານີ້ໃຫ້ເກີດໝາກຜົນ ແລະ ເພື່ອວ່າມະນຸດຈະບໍ່ “ທ່ອງທ່ຽວໄປມາ” ເທິງໂລກອີກຕໍ່ໄປ ແຕ່ຈະຄົ້ນພົບຈຸດໝາຍປາຍທາງທີ່ເໝາະສົມໂດຍບໍ່ຊັກຊ້າ. ເຮົາຄຳນຶງເຖິງມະນຸດຊາດໃນທຸກໆວິທີ, ນັ້ນກໍເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢູ່ໃນດິນແດນແຫ່ງສັນຕິສຸກ ແລະ ຄວາມສຸກໂດຍໄວ, ເພື່ອວ່າມື້ແຫ່ງຊີວິດຂອງພວກເຂົາຈະບໍ່ໂສກເສົ້າ ແລະ ໂດດດ່ຽວອີກຕໍ່ໄປ ແລະ ເພື່ອວ່າແຜນການຂອງເຮົາຈະບໍ່ສູນເປົ່າເທິງແຜ່ນດິນໂລກ. ເພາະມະນຸດຢູ່ໃນທີ່ນັ້ນ, ເຮົາຈະສ້າງປະຊາຊາດຂອງເຮົາເທິງແຜ່ນດິນໂລກ, ຍ້ອນວ່າ ສ່ວນໜຶ່ງຂອງການສະແດງອອກເຖິງສະຫງ່າລາສີຂອງເຮົາແມ່ນຢູ່ເທິງແຜ່ນດິນໂລກ. ໃນສະຫວັນເບື້ອງເທິງ, ເຮົາຈະສ້າງຕັ້ງນະຄອນຂອງເຮົາໃຫ້ດີຂຶ້ນ ແລະ ເຮັດໃຫ້ທຸກສິ່ງໃໝ່ທັງຢູ່ເບື້ອງເທິງ ແລະ ເບື້ອງລຸ່ມ. ເຮົາຈະເຮັດໃຫ້ທຸກສິ່ງຢູ່ທັງເບື້ອງເທິງ ແລະ ເບື້ອງລຸ່ມສະຫວັນຮ່ວມກັນເປັນໜຶ່ງດຽວ, ເພື່ອວ່າທຸກສິ່ງເທິງແຜ່ນດິນໂລກຈະຮ່ວມກັນກັບທຸກສິ່ງທີ່ຢູ່ໃນສະຫວັນ. ນີ້ແມ່ນແຜນການຂອງເຮົາ, ມັນແມ່ນສິ່ງທີ່ເຮົາຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ, ບໍ່ໃຫ້ຜູ້ໃດຜູ້ໜຶ່ງແຊກແຊງກັບພາກສ່ວນນີ້ຂອງພາລະກິດຂອງເຮົາ! ການຂະຫຍາຍພາລະກິດຂອງເຮົາໄປສູ່ປະຊາຊາດຂອງຄົນຕ່າງຊາດແມ່ນພາກສ່ວນສຸດທ້າຍຂອງພາລະກິດຂອງເຮົາເທິງແຜ່ນດິນໂລກ. ບໍ່ມີໃຜສາມາດຢັ່ງເຖິງພາລະກິດທີ່ເຮົາຈະປະຕິບັດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງສົບສົນທີ່ສຸດ. ຍ້ອນເຮົາຫຍຸ້ງກັບພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກ, ຜູ້ຄົນຈຶ່ງຖຶໂອກາດ “ເຮັດຫຼິ້ນໆ”. ເພື່ອບໍ່ໃຫ້ພວກເຂົາຄວບຄຸມຍາກ, ກ່ອນອື່ນ ເຮົາໄດ້ວາງພວກເຂົາໄວ້ພາຍໃຕ້ການຂ້ຽນຕີຂອງເຮົາເພື່ອອົດກັ້ນກັບການລົງວິໄນຈາກທະເລສາບແຫ່ງໄຟ. ນີ້ແມ່ນໜຶ່ງບາດກ້າວໃນພາລະກິດຂອງເຮົາ ແລະ ເຮົາຈະໃຊ້ກຳລັງຂອງທະເລສາບແຫ່ງໄຟເພື່ອເຮັດໃຫ້ພາລະກິດນີ້ຂອງເຮົາສຳເລັດລົງ, ບໍ່ດັ່ງນັ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະປະຕິບັດພາລະກິດຂອງເຮົາ. ເຮົາຈະເຮັດໃຫ້ມະນຸດທົ່ວທັງຈັກກະວານຍອມຢູ່ພາຍໃຕ້ບັນລັງຂອງເຮົາ, ແບ່ງພວກເຂົາອອກເປັນປະເພດທີ່ແຕກຕ່າງກັນຕາມການພິພາກສາຂອງເຮົາ, ຈັດປະເພດພວກເຂົາຕາມປະເພດເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນກໍຄືຈັດລຽງພວກເຂົາເຂົ້າສູ່ຄອບຄົວຂອງພວກເຂົາ, ເພື່ອວ່າມະນຸດທັງປວງຈະເຊົາບໍ່ເຊື່ອຟັງເຮົາ, ກົງກັນຂ້າມ ພວກເຂົາຈະຕົກລົງໃນການຈັດແຈງທີ່ຮຽບຮ້ອຍ ແລະ ເປັນລະບົບລະບຽບຕາມປະເພດຕ່າງໆທີ່ເຮົາໄດ້ຕັ້ງຊື່ໄວ້, ບໍ່ໃຫ້ຜູ້ໃດເຄື່ອນຍ້າຍໄປມາຕາມອຳເພີໃຈ! ທົ່ວທັງຈັກກະວານ, ເຮົາໄດ້ສ້າງພາລະກິດໃໝ່ຂຶ້ນ; ທົ່ວທັງຈັກກະວານ, ມະນຸດທຸກຄົນມຶນງົງ ແລະ ຕົກຕະລຶງຈົນເວົ້າຫຍັງບໍ່ອອກຍ້ອນການປາກົດຕົວຢ່າງກະທັນຫັນຂອງເຮົາ, ຂອບເຂດຂອງພວກເຂົາລະເບີດອອກຢ່າງບໍ່ເຄີຍເປັນມາກ່ອນຍ້ອນການປາກົດຕົວຢ່າງເປີດເຜີຍຂອງເຮົາ. ປັດຈຸບັນບໍ່ແມ່ນແບບນີ້ແທ້ບໍ?

(ຄັດຈາກ “ບົດທີ 43” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 68)

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ, ທຸກຄົນຖືກຊີ້ນໍາໂດຍມືຂອງເຮົາ ແລະ ເລີ່ມປະຕິບັດພາລະໜ້າທີ່ທີ່ເຮົາມອບໝາຍໃຫ້. ເລິ່ມແຕ່ຈຸດນີ້ໄປ ເຮົາໄດ້ເຂົ້າສູ່ຍຸກໃໝ່ ແລະ ນໍາເອົາມວນມະນຸດໄປສູ່ໂລກອື່ນ. ເມື່ອເຮົາໄດ້ກັບມາສູ່ “ແຜ່ນດິນເກີດ” ຂອງເຮົາ ເຮົາກໍໄດ້ເລິ່ມປະຕິບັດອີກສ່ວນໜຶ່ງຂອງພາລະກິດໃນແຜນການເດີມຂອງເຮົາ ເພື່ອວ່າມະນຸດຈະໄດ້ຮູ້ຈັກເຮົາເລິກເຊິ່ງຍິ່ງຂຶ້ນ. ເຮົາເບິ່ງຈັກກະວານທັງໝົດ ແລະ ເຫັນວ່າ[ກ] ນີ້ຄືໂອກາດສໍາລັບພາລະກິດຂອງເຮົາ, ສະນັ້ນ ເຮົາຈຶ່ງຟ້າວໄປຟ້າວມາ ເພື່ອກະທໍາພາລະກິດໃໝ່ຂອງເຮົາໃນມະນຸດ. ໃນທີ່ສຸດແລ້ວ ນີ້ແມ່ນຍຸກໃໝ່ ແລະ ເຮົາໄດ້ນໍາເອົາພາລະກິດໃໝ່ມາ ເພື່ອຮັບເອົາຄົນໃໝ່ເຂົ້າສູ່ຍຸກໃໝ່ເພິ່ມຂຶ້ນ ແລະ ປະຖິ້ມຜູ້ທີ່ເຮົາຈະກໍາຈັດໃຫ້ຫຼາຍຂຶ້ນ. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ. ໃນດິນແດນທີ່ມີຊາຕານພັກເຊົາ, ດິນແດນແຫ່ງຝຸ່ນລະອອງ, ໃນນັ້ນຍັງບໍ່ມີຄໍາບໍລິສຸດ, ມີແຕ່ດິນຊາຍ ແລະ ດັ່ງນັ້ນ ເຮົາຈຶ່ງພົບກັບສະພາບແວດລ້ອມເຫຼົ່ານີ້. ເຈົ້າຄວນຮູ້ວ່າສິ່ງທີ່ເຮົາຮັບເອົາ ຄືກ້ອນຄໍາທີ່ບໍລິສຸດ, ຄໍາທີ່ຖືກຫຼໍ່ຫຼອມໃຫ້ສະອາດ, ບໍ່ແມ່ນດິນຊາຍ. ແລ້ວຄົນຊົ່ວຮ້າຍຈະຢູ່ໃນເຮືອນຂອງເຮົາໄດ້ແນວໃດ? ເຮົາຈະສາມາດປ່ອຍໃຫ້ໝາຈອກເປັນໜອນໃນດິນແດນສະຫວັນຂອງເຮົາໄດ້ແນວໃດ? ເຮົາໃຊ້ທຸກວິທີການທີ່ພໍຈະຄິດໄດ້ເພື່ອຂັບໄລ່ສິ່ງເຫຼົ່ານີ້ໜີ. ກ່ອນຄວາມປະສົງຂອງເຮົາຈະຖືກເປີດເຜີຍ ບໍ່ມີໃຜຮູ້ໃນສິ່ງທີ່ເຮົາກໍາລັງຈະເຮັດ. ເຮົາຖືເອົາໂອກາດນີ້ ຂັບໄລ່ຄົນຊົ່ວຮ້າຍເຫຼົ່ານັ້ນໜີ ແລະ ພວກເຂົາຖືກບັງຄັບໃຫ້ໜີພົ້ນຈາກໜ້າເຮົາ. ນີ້ແມ່ນສິ່ງທີ່ເຮົາເຮັດຕໍ່ຄົນຊົ່ວຮ້າຍ ແຕ່ວ່າຍັງຈະມີມື້ໜຶ່ງທີ່ພວກເຂົາຈະໃຫ້ບໍລິການເຮົາ. ຄວາມປາຖະໜາຢາກໄດ້ພອນຂອງມະນຸດຍັງສູງຫຼາຍເກີນໄປ; ສະນັ້ນ ເຮົາຈຶ່ງຫັນກັບໄປ ແລະ ສະແດງໃບໜ້າອັນສະຫງ່າລາສີຂອງເຮົາຕໍ່ຊາວຕ່າງຊາດ ເພື່ອມະນຸດຈະໄດ້ດໍາລົງຊີວິດໃນໂລກຂອງພວກເຂົາ ແລະ ຕັດສິນຕົວເອງ, ໃນຂະນະທີ່ ເຮົາສືບຕໍ່ກ່າວພຣະທໍາທີ່ເຮົາຄວນກ່າວ ແລະ ສະໜອງສິ່ງທີ່ມະນຸດຕ້ອງການໃຫ້ແກ່ພວກເຂົາ. ເມື່ອມະນຸດຮູ້ສຶກຕົວ ເຮົາກໍຈະໄດ້ເຜີຍແຜ່ພຣະທໍາຂອງເຮົາໄປດົນນານແລ້ວ. ເມື່ອນັ້ນ, ເຮົາຈະສະແດງຄວາມປະສົງຂອງເຮົາຕໍ່ມະນຸດ ແລະ ເລິ່ມປະຕິບັດສ່ວນທີສອງພາລະກິດຂອງເຮົາໃນມະນຸດ, ເຮັດໃຫ້ມວນມະນຸດຕິດຕາມເຮົາຢ່າງໃກ້ຊິດ ເພື່ອປະສານງານກັບພາລະກິດຂອງເຮົາ ແລະ ໃຫ້ມະນຸດເຮັດທຸກຢ່າງດ້ວຍຄວາມສາມາດຂອງພວກເຂົາເພື່ອດໍາເນີນພາລະກິດກັບເຮົາ ທີ່ເຮົາຕ້ອງປະຕິບັດ.

(ຄັດຈາກບົດ “ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ເຫັນວ່າ”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 69)

ບໍ່ມີໃຜເຊື່ອວ່າ ພວກເຂົາຈະເຫັນສະຫງ່າລາສີຂອງເຮົາ ແລະ ເຮົາຈະບໍ່ບັງຄັບພວກເຂົາ, ແຕ່ກົງກັນຂ້າມ ເຮົາຈະເອົາຄວາມສະຫງ່າລາສີຂອງເຮົາອອກຈາກທ່າມກາງມະນຸດ ແລະ ນໍາໄປໄວ້ທີ່ໂລກອື່ນ. ເມື່ອມະນຸດສໍານຶກຜິດອີກຄັ້ງ, ເມື່ອນັ້ນເຮົາຈະນໍາເອົາຄວາມສະຫງ່າລາສີຂອງເຮົາ ແລະ ສະແດງມັນຕໍ່ຜູ້ທີ່ມີຄວາມເຊື່ອເຫຼົ່ານັ້ນ. ນີ້ແມ່ນຫຼັກການ ທີ່ເຮົາປະຕິບັດພາລະກິດ. ຍ້ອນມີເວລາທີ່ຄວາມສະຫງ່າລາສີຂອງເຮົາອອກຈາກການາອານ ແລະ ຍັງມີເວລາທີ່ສະຫງ່າລາສີຂອງເຮົາຈະອອກຈາກຜູ້ຄົນທີ່ຖືກເລືອກ. ຍິ່ງໄປກວ່ານັ້ນ ມີເວລາທີ່ສະຫງ່າລາສີຂອງເຮົາອອກຈາກແຜ່ນດິນໂລກ ໂດຍເຮັດໃຫ້ໂລກນີ້ມືດລົງ ແລະ ຈົມຢູ່ກັບຄວາມມືດ. ແມ່ນແຕ່ດິນແດນຂອງການາອານກໍຈະບໍ່ເຫັນແສງຕາເວັນ; ມະນຸດທຸກຄົນຈະສູນເສຍຄວາມເຊື່ອຂອງພວກເຂົາ, ແຕ່ບໍ່ມີຜູ້ໃດຈະສາມາດໜີຈາກກິ່ນຫອມອາຍດິນແດນການາອານໄດ້. ມີແຕ່ເມື່ອເຮົາໄດ້ຜ່ານເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກແຫ່ງໃໝ່ ເຮົາຈະເອົາອີກສ່ວນໜຶ່ງຂອງສະຫງ່າລາສີຂອງເຮົາມາເປີດເຜີຍເປັນຄັ້ງທໍາອິດໃນດິນແດນການາອານ, ເຮັດໃຫ້ເກີດມີແສງສະຫວ່າງອ່ອນໆສ່ອງໄປທົ່ວແຜ່ນດິນໂລກ ທີ່ຈົມຢູ່ໃນຄວາມມືດສະນິດແຫ່ງຍາມຄໍ່າຄືນ ເພື່ອເຮັດໃຫ້ແຜ່ນດິນໂລກທັງໝົດມາສູ່ຄວາມສະຫວ່າງ. ໃຫ້ມະນຸດທົ່ວແຜ່ນດິນໂລກໄດ້ດຶງດູດເອົາກໍາລັງຈາກພະລັງແຫ່ງແສງສະຫວ່າງ, ເຮັດໃຫ້ສະຫງ່າລາສີຂອງເຮົາເພີ່ມຂຶ້ນ ແລະ ປາກົດຂຶ້ນໃໝ່ຕໍ່ທຸກຊົນຊາດ. ໃຫ້ມະນຸດຊາດທັງປວງຮັບຮູ້ວ່າເຮົາໄດ້ມາສູ່ໂລກມະນຸດນີ້ແຕ່ດົນນານແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີຂອງເຮົາຈາກອິດສະຣາເອັນໄປສູ່ທິດຕາເວັນອອກຕັ້ງແຕ່ດົນນານແລ້ວ; ຍ້ອນ ສະຫງ່າລາສີຂອງເຮົາໄດ້ສ່ອງແສງຈາກທິດຕາເວັນອອກ ເຊິ່ງເປັນບ່ອນທີ່ມັນຖືກນໍາມາຈາກຍຸກແຫ່ງພຣະຄຸນຈົນເຖິງທຸກວັນນີ້. ແຕ່ມັນຄືອິດສະຣາເອັນທີ່ເຮົາຈາກມາ ແລະ ຈາກທີ່ນັ້ນ ເຮົາຈຶ່ງໄດ້ມາເຖິງທິດຕາເວັນອອກ. ເມື່ອແສງສະຫວ່າງແຫ່ງທິດຕາເວັນອອກຄ່ອຍໆກາຍເປັນສີຂາວ ເມື່ອນັ້ນຄວາມມືດທົ່ວແຜ່ນດິນໂລກກໍຈະເລີ່ມຫັນສູ່ແສງສະຫວ່າງ ແລະ ມີແຕ່ເມື່ອນັ້ນ ມະນຸດກໍຈະຄົ້ນພົບວ່າເຮົາໄດ້ໄປຈາກອິດສະຣາເອັນແຕ່ດົນນານແລ້ວ ແລະ ປາກົດຕົວໃໝ່ອີກຄັ້ງໃນທິດຕາເວັນອອກ. ເມື່ອເຄີຍລົງມາສູ່ດິນແດນອິດສະຣາເອັນຄັ້ງໜຶ່ງແລ້ວ, ເຮົາບໍ່ສາມາດບັງເກີດໃນອິດສະຣາເອັນອີກຄັ້ງ, ເພາະວ່າພາລະກິດຂອງເຮົາຈະນໍາພາຈັກກະວານທັງໝົດ ແລະ ຍິ່ງໄປກວ່ານັ້ນ ຟ້າແມບເຫຼື້ອມສ່ອງແສງຈາກທິດຕາເວັນອອກສູ່ທິດຕາເວັນຕົກໂດຍກົງ. ດ້ວຍເຫດນີ້, ເຮົາໄດ້ລົງມາໃນທິດຕາເວັນອອກ ແລະ ນໍາເອົາການາອານມາສູ່ຜູ້ຄົນໃນທິດຕາເວັນອອກ. ເຮົາປາຖະໜາທີ່ຈະນໍາເອົາຜູ້ຄົນຈາກທົ່ວແຜ່ນດິນໂລກໄປສູ່ດິນແດນຂອງການາອານ ແລະ ດັ່ງນັ້ນ ເຮົາຈະສືບຕໍ່ກ່າວພຣະຄຳໃນດິນແດນຂອງການາອານເພື່ອຄວບຄຸມຈັກກະວານທັງໝົດ. ໃນເວລານີ້ ບໍ່ມີແສງສະຫວ່າງໃນທົ່ວໂລກ ຍົກເວັ້ນຈາກການາອານ ແລະ ມະນຸດທຸກຄົນແມ່ນສ່ຽງຕໍ່ຄວາມອຶດຫິວ ແລະ ຄວາມໜາວ. ເຮົາໄດ້ມອບຄວາມສະຫງ່າລາສີຂອງເຮົາໃຫ້ແກ່ອິດສະຣາແອນ ແລະ ຕໍ່ມາກໍໄດ້ນໍາເອົາມັນອອກໄປ ແລະ ຫຼັງຈາກນັ້ນ ເຮົາໄດ້ນໍາເອົາຊາວອິດສະຣາແອນໄປສູ່ທິດຕາເວັນອອກ ແລະ ມະນຸດທັງໝົດໄປສູ່ທິດຕາເວັນອອກ. ເຮົາໄດ້ນໍາເອົາພວກເຂົາທັງໝົດມາສູ່ຄວາມສະຫວ່າງ ເພື່ອວ່າພວກເຂົາອາດຈະໄດ້ກັບໄປຢູ່ຮ່ວມກັນໃໝ່ ແລະ ມີຄວາມສໍາພັນກັບມັນ ແລະ ບໍ່ຈໍາເປັນຕ້ອງຊອກຫາຄວາມສະຫວ່າງນັ້ນອີກຕໍ່ໄປ. ເຮົາຈະເຮັດໃຫ້ທຸກຄົນທີ່ສະແຫວງຫາໄດ້ເຫັນແສງສະຫວ່າງອີກຄັ້ງ ແລະ ເຫັນຄວາມສະຫງ່າລາສີທີ່ເຮົາເຄີຍມີໃນອິດສະຣາເອັນ; ເຮົາຈະເຮັດໃຫ້ພວກເຂົາເຫັນວ່າ ເຮົາໄດ້ລົງມາເທິງກ້ອນເມກສີຂາວສູ່ທ່າມກາງມະນຸດຊາດແຕ່ດົນນານແລ້ວ, ເຮັດໃຫ້ພວກເຂົາເຫັນກ້ອນເມກສີຂາວຈໍານວນນັບບໍ່ຖ້ວນ ແລະ ເຫັນພົ້ວໝາກໄມ້ທີ່ອຸດົມສົມບູນ ແລະ ຍິ່ງໄປກວ່ານັ້ນ ກໍໃຫ້ພວກເຂົາເຫັນພຣະເຈົ້າພຣະເຢໂຮວາແຫ່ງອິດສະຣາເອັນ. ເຮົາຈະເຮັດໃຫ້ພວກເຂົາເຫັນເຈົ້ານາຍຂອງຄົນຢິວ, ພຣະເມຊີອາທີ່ປາຖະໜາມາເປັນເວລາດົນ ແລະ ການປາກົດຕົວທັງໝົດຂອງເຮົາ ເຊິ່ງເປັນຜູ້ທີ່ຖືກຂົ່ມເຫັງໂດຍກະສັດທັງຫຼາຍຕະຫຼອດຫຼາຍຍຸກຫຼາຍສະໄໝ. ເຮົາຈະປະຕິບັດພາລະກິດໃນຈັກກະວານທັງໝົດ ແລະ ເຮົາຈະປະຕິບັດພາລະກິດທີ່ຍິ່ງໃຫຍ່, ເປີດເຜີຍຄວາມສະຫງ່າລາສີທັງໝົດຂອງເຮົາ ແລະ ການກະທໍາທັງໝົດຂອງເຮົາຕໍ່ມະນຸດໃນຍຸກສຸດທ້າຍ. ເຮົາຈະສະແດງໃບໜ້າທີ່ມີສະຫງ່າລາສີຂອງເຮົາທັງໝົດຕໍ່ຜູ້ຄົນທີ່ໄດ້ລໍຄອຍເຮົາເປັນເວລາຫຼາຍປີ, ຕໍ່ຜູ້ຄົນທີ່ໄດ້ປາຖະໜາໃຫ້ເຮົາມາເທິງກ້ອນເມກສີຂາວ, ຕໍ່ອິດສະຣາເອັນທີ່ໄດ້ປາຖະໜາໃຫ້ເຮົາປາກົດຕົວອີກຄັ້ງ ແລະ ຕໍ່ມະນຸດຊາດທີ່ໄດ້ຂົ່ມເຫັງເຮົາ ເພື່ອວ່າທຸກຄົນຈະຮູ້ວ່າເຮົາໄດ້ເອົາຄວາມສະຫງ່າລາສີອອກຈາກພວກເຂົາແຕ່ດົນແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີນັ້ນກັບມາສູ່ທິດຕາເວັນອອກ ເພື່ອວ່າມັນຈະບໍ່ໄດ້ຢູ່ຢດາຍອີກຕໍ່ໄປ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ!

ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ຄືກັບເດັກນ້ອຍເກີດໃໝ່ ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ “ພູເຂົາໝາກກອກ” ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປະກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອັນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!

(ຄັດຈາກບົດ “ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 70)

ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ລົງມາໃນຮູບຮ່າງຂອງຄົນຢູ່ເທິງເມກສີຂາວ, ລົງສູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດໄດ້ປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດກັບຄືນມາ ແລະ ກັບມາສູ່ຜູ້ຄົນ, ນັ້ນກໍຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດກັບຄືນມາຫາຜູ້ຄົນທີ່ພຣະອົງໄດ້ຈາກໄປເປັນເວລາຫຼາຍພັນປີ. ມະນຸດຫວັງວ່າພຣະອົງຈະດຳເນີນພາລະກິດການໄຖ່ບາບອີກຄັ້ງທີ່ພຣະອົງເຄີຍກະທໍາໃນກຸ່ມຊາວຢິວ. ພຣະອົງຈະມີຄວາມສົງສານ, ມີຄວາມຮັກຕໍ່ມະນຸດ, ຈະໃຫ້ອະໄພບາບແກ່ມະນຸດ, ຮັບເອົາບາບຂອງມະນຸດ ແລະ ພ້ອມຮັບເອົາການກະທຳຜິດຂອງມະນຸດທັງໝົດ ແລະ ນຳມະນຸດອອກຈາກຄວາມຜິດບາບ. ພວກເຂົາປາດຖະໜາຢາກໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດເປັນຄືແຕ່ກ່ອນ ນັ້ນກໍຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ເປັນມິດ ແລະ ໜ້າເຄົາລົບນັບຖື ເປັນຜູ້ທີ່ບໍ່ເຄີຍໂກດເຄືອງຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ. ພຣະຜູ້ຊ່ວຍໃຫ້ລອດນີ້ໃຫ້ອະໄພ ແລະ ແບກຮັບເອົາບາບຂອງມະນຸດທັງໝົດ ແລະ ພ້ອມຍອມຕາຍເທິງໄມ້ກາງແຂນເພື່ອມະນຸດອີກຄັ້ງ. ຫລັງຈາກພຣະເຢຊູໄດ້ຈາກໄປ ສາວົກຜູ້ທີ່ຕິດຕາມພຣະອົງ ແລະ ໄພ່ພົນທັງໝົດຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດ ຍ້ອນພຣະນາມຂອງພຣະອົງໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ຜູ້ຄົນທັງໝົດທີ່ໄດ້ຮັບການຊ່ວຍໃຫ້ລອດໂດຍພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະກະລຸນາໄດ້ປາດຖະໜາຫາວັນແຫ່ງຄວາມປິຕິຍິນດີໃນຊ່ວງຍຸກສຸດທ້າຍ, ເມື່ອພຣະຜູ້ຊ່ວຍໃຫ້ລອດລົງມາເທິງເມກສີຂາວ ແລະ ປະກົດຕົວຂຶ້ນທ່າມກາງມະນຸດ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາທັງໝົດຂອງຜູ້ຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໃນທຸກມື້ນີ້. ໃນທົ່ວຈັກກະວານ ຜູ້ຄົນທັງໝົດທີ່ຮູ້ຈັກການຊ່ວຍໃຫ້ລອດຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໄດ້ລໍຄອຍຢ່າງສິ້ນຫວັງສຳລັບການມາເຖິງໃນທັນທີທັນໃດຂອງພຣະເຢຊູຄຣິດ ເພື່ອເຮັດສຳເລັດພຣະທຳຂອງພຣະເຢຊູໃນເວລາຢູ່ໃນໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງເມກສີຂາວ ແລະ ປະທັບຢູ່ບັນລັງຂອງພຣະອົງຢູ່ຈຸດສູງສຸດໃນດ້ານຂວາມື. ມະນຸດເຂົ້າໃຈວ່າ ໃນຍຸກສຸດທ້າຍນີ້ເໝືອນກັນ ພຣະເຢຊູຈະສະເດັດລົງມາ ຢູ່ເທິງເມກສີຂາວອີກຄັ້ງ (ເມກນີ້ໝາຍເຖິງເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງສະເດັດກັບໄປສະຫວັນ) ໃນທ່າມກາງຜູ້ຄົນເຫຼົ່ານັ້ນທີ່ລໍຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຊາວຢິວ. ຫຼັງຈາກປະກົດຕໍ່ມະນຸດແລ້ວ ພຣະອົງຈະໃຫ້ອາຫານແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາໃຫ້ພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດທີ່ເຕັມໄປດ້ວຍຄວາມກະລຸນາ, ຄວາມຮັກ, ຊີວິດຊີວາ, ຄວາມຈິງ ແລະ ອື່ນໆ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດບໍ່ໄດ້ກະທໍາໃນສິ່ງນີ້ ພຣະອົງກະທໍາກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາໃນທ່າມກາງຜູ້ຄົນທີ່ລໍຄອຍການກັບມາຂອງພຣະອົງ ແລະ ບໍ່ໄດ້ຂີ່ເມກສີຂາວລົງມາປະກົດຕໍ່ກັບມະນຸດທຸກຄົນ. ພຣະອົງໄດ້ລົງມາຮອດໂລກແລ້ວ ແຕ່ມະນຸດບໍ່ຮູ້ຈັກພຣະອົງ ແລະ ຍັງບໍ່ມີຄວາມຮູ້ກ່ຽວກັບພຣະອົງເທື່ອ. ມະນຸດກຳລັງລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ, ໂດຍບໍ່ຮູ້ວ່າພຣະອົງໄດ້ສະເດັດລົງມາຈາກ “ເມກສີຂາວ” ແລ້ວ (ເມກເຊິ່ງແມ່ນພຣະວິນຍານຂອງພຣະອົງ ພຣະທຳຂອງພຣະອົງ ແລະ ຈິດໃຈທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ຂະນະນີ້ຜູ້ຄົນດັ່ງກ່າວແມ່ນຢູ່ໃນທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍນີ້. ມະນຸດບໍ່ຮູ້ສິ່ງນີ້, ເຖິງແມ່ນວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດທີ່ບໍລິສຸດຈະເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກຕໍ່ມະນຸດກໍຕາມ ຈະໃຫ້ພຣະອົງດຳເນີນພາລະກິດໃນ “ພຣະວິຫານ” ທີ່ເຕັມໄປດ້ວຍວິນຍານທີ່ຊົ່ວຮ້າຍ ແລະ ໄຮ້ຄວາມບໍລິສຸດໄດ້ແນວໃດ? ເຖິງແມ່ນວ່າມະນຸດໄດ້ລໍຖ້າການລົງມາຂອງພຣະອົງ ແຕ່ຈະໃຫ້ພຣະອົງປະກົດຕໍ່ບຸກຄົນທີ່ກິນຮ່າງກາຍຂອງຄວາມບໍ່ຊອບທໍາ, ດື່ມເລືອດຂອງຄວາມບໍ່ຊອບທໍາ, ນຸ່ງເສື້ອຜ້າຂອງຄວາມບໍ່ຊອມທໍາ, ຜູ້ທີ່ເຊື່ອໃນພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ຜູ້ທີ່ຫຼອກລວງພຣະອົງຢ່າງຕໍ່ເນື່ອງໄດ້ແນວໃດ? ມະນຸດຮູ້ແຕ່ວ່າພຣະເຍຊູພຣະຜູ້ຊ່ວຍໃຫ້ລອດເຕັມປ່ຽມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ ແລະ ເປັນເຄື່ອງບູຊາຖວາຍບາບທີ່ເຕັມໄປດ້ວຍການໄຖ່ບາບ. ແຕ່ມະນຸດບໍ່ຮູ້ວ່າພຣະອົງເອງເປັນພຣະເຈົ້າເຊັ່ນກັນ ທີ່ເຕັມປ່ຽມໄປດ້ວຍສິນທຳ, ຄວາມສະຫງ່າລາສີ, ຄວາມໂກດຮ້າຍ, ຄໍາພິພາກສາ, ອຳນາດ ແລະ ກຽດສັກສີ. ສະນັ້ນ ເຖິງແມ່ນວ່າມະນຸດຈະປາດຖະໜາ ແລະ ລໍຄອຍການກັບມາຂອງຜຣະຜູ້ໄຖ່ບາບ ແລະ ເຖິງແມ່ນວ່າສະຫວັນຈະສັ່ນສະເທືອນຈາກການອະທິຖານຂອງມະນຸດ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດກໍຈະບໍ່ປະກົດຕົວຕໍ່ບຸກຄົນຜູ້ທີ່ເຊື່ອໃນພຣະອົງແຕ່ບໍ່ຮູ້ຈັກພຣະອົງ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 71)

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຜູ້ຄົນຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງມາຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ຕອບງ່າຍໆແບບນັ້ນເລີຍ! ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາສູ່ມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳພັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ເພື່ອດໍາເນີນພາລະກິດໄລຍະສັ້ນ; ກົງກັນຂ້າມ, ມັນແມ່ນເພື່ອປະຕິບັດຂັ້ນຕອນຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າມີຄວາມໝາຍສະເໝີ ແລະ ມີສ່ວນກ່ຽວຂ້ອງບາງຢ່າງກັບແຜນການຄຸ້ມຄອງຂອງພຣະອົງຢູ່ຕະຫຼອດເວລາ. ສິ່ງທີ່ຖືກເອີ້ນວ່າ “ການປາກົດຕົວ” ໃນທີ່ນີ້ແມ່ນແຕກຕ່າງຈາກ “ການປາກົດຕົວ” ທີ່ພຣະເຈົ້າຊີ້ນໍາ, ນໍາພາ ແລະ ສ່ອງແສງສະຫວ່າງໃຫ້ກັບມະນຸດຢ່າງສິ້ນເຊີງ. ແຕ່ລະຄັ້ງທີ່ພຣະເຈົ້າປະຕິບັດຂັ້ນຕອນໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ, ພຣະອົງເປີດເຜີຍຕົວພຣະອົງເອງ. ພາລະກິດນີ້ແມ່ນແຕກຕ່າງຈາກພາລະກິດໃນຍຸກອື່ນໆ. ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດກໍບໍ່ເຄີຍພົບພໍ້ມາກ່ອນ. ມັນເປັນພາລະກິດທີ່ເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າລົງ ແລະ ມັນເປັນຮູບແບບຂອງພາລະກິດທີ່ໃໝ່ ແລະ ໄດ້ຮັບການປັບປຸງເພື່ອຄວາມລອດພົ້ນຂອງມະນຸດຊາດ; ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດທີ່ນໍາພາມະນຸດຊາດໄປສູ່ຍຸກໃໝ່. ນີ້ແມ່ນສິ່ງທີ່ການປາກົດຕົວຂອງພຣະເຈົ້າໝາຍເຖິງ.

ເມື່ອພວກເຈົ້າເຂົ້າໃຈແລ້ວວ່າ ການປາກົດຕົວຂອງພຣະເຈົ້າໝາຍເຖິງຫຍັງ, ແລ້ວພວກເຈົ້າຄວນສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ? ຄຳຖາມນີ້ແມ່ນອະທິບາຍໄດ້ບໍ່ຍາກເລີຍ ຄຳຕອບກໍຄື: ຢູ່ໃສກໍຕາມທີ່ມີການປາກົດຕົວຂອງພຣະເຈົ້າ, ພວກເຈົ້າກໍຈະພົບບາດກ້າວຂອງພຣະອົງເຊັ່ນກັນ. ຄຳອະທິບາຍດັ່ງກ່າວເບິ່ງຄືກົງໄປກົງມາ, ແຕ່ມັນບໍ່ໄດ້ງ່າຍທີ່ຈະປະຕິບັດຕາມ, ຍ້ອນຫຼາຍຄົນບໍ່ຮູ້ຈັກວ່າ ພຣະເຈົ້າເປີດເຜີຍພຣະອົງເອງຢູ່ທີ່ໃດ, ແລ້ວແຮງໄກທີ່ຈະຮູ້ຈັກວ່າ ພຣະອົງປະສົງ ຫຼື ພຣະອົງຄວນເປີດເຜີຍຕົວພຣະອົງເອງຢູ່ໃສ. ບາງຄົນເຊື່ອຢ່າງບໍ່ຄິດວ່າ ບ່ອນໃດກໍຕາມທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ພຣະເຈົ້າກໍຈະປາກົດຕົວຢູ່ບ່ອນນັ້ນ. ບໍ່ດັ່ງນັ້ນ ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີບຸກຄົນຝ່າຍວິນຍານ, ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ບໍ່ດັ່ງນັ້ນ ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີຜູ້ຄົນທີ່ມີຊື່ສຽງ, ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ໃນຊ່ວງເວລານີ້ ໃຫ້ພວກເຮົາປະໄວ້ຄຳຖາມທີ່ວ່າ ຄວາມເຊື່ອດັ່ງກ່າວຖືກ ຫຼື ຜິດ. ເພື່ອອະທິບາຍຄຳຖາມດັ່ງກ່າວ ກ່ອນອື່ນ ພວກເຮົາຕ້ອງມີຈຸດປະສົງທີ່ຊັດເຈນ ນັ້ນກໍຄື: ພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ. ພວກເຮົາບໍ່ໄດ້ສະແຫວງຫາບຸກຄົນຝ່າຍວິນຍານ, ແລ້ວແຮງໄກທີ່ພວກເຮົາຈະສະແຫວງຫາບຸກຄົນທີ່ມີຊື່ສຽງ; ພວກເຮົາກຳລັງສະແຫວງຫາຮອຍພຣະບາດຂອງພຣະເຈົ້າ. ດ້ວຍເຫດຜົນນີ້ ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຖາມວ່າ ພວກເຈົ້າຈະສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຈະຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຈະຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ; ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ເຊື່ອຟັງ.

ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ ເບິ່ງພາລະກິດຂອງພຣະເຈົ້າຈາກທັດສະນະຂອງສິ່ງມີຊີວິດທີ່ຖືກສ້າງ. ໃນລັກສະນະນີ້, ເຈົ້າຈະບໍ່ວາງຂໍ້ຈຳກັດຕ່າງໆກ່ຽວກັບຮອຍພຣະບາດຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນປັດຈຸບັນນີ້ ຫຼາຍຄົນໄດ້ຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະປາກົດຕົວໃນຊົນຊາດສະເພາະໃດໜຶ່ງ ຫຼື ທ່າມກາງຜູ້ຄົນໃດໜຶ່ງ. ຄວາມໝາຍຂອງພາລະກິດຂອງພຣະເຈົ້າຊ່າງເລິກເຊິ່ງ ແລະ ການປາກົດຕົວຂອງພຣະອົງຊ່າງສຳຄັນ! ແນວຄິດ ແລະ ຄວາມຄິດຂອງມະນຸດຈະສາມາດໃຊ້ມາດຕະການໄດ້ແນວໃດ? ເຮົາຂໍເວົ້າວ່າ ເຈົ້າຄວນເອົາຊະນະແນວຄິດກ່ຽວກັບຊົນຊາດ ແລະ ເຊື້ອຊາດຂອງເຈົ້າໃຫ້ໄດ້ເພື່ອສະແຫວງຫາການປາກົດຕົວຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຖືກຈຳກັດດ້ວຍແນວຄິດຂອງເຈົ້າເອງ; ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີຄຸນສົມບັດເພື່ອຍິນດີຮັບເອົາການປາກົດຕົວຂອງພຣະເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະຄົງຢູ່ໃນຄວາມມືດຕະຫຼອດໄປເປັນນິດ ແລະ ບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າຈັກເທື່ອ.

(ຄັດຈາກບົດ “ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 72)

ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບແບບ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີ່ຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ ແລະ ອາດເປັນຄົນທີ່ຫຼ້າຫຼັງທີ່ສຸດເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ພຣະເຈົ້າມີສະຕິປັນຍາຂອງພຣະອົງ. ດ້ວຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ດ້ວຍວິທີແຫ່ງຄວາມຈິງຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ, ພຣະອົງໄດ້ຮັບເອົາກຸ່ມຄົນທີ່ຢູ່ໃນຄວາມຄິດດຽວກັບພຣະອົງຢ່າງແທ້ຈິງ ແລະ ກຸ່ມຄົນທີ່ພຣະອົງປາຖະໜາທີ່ຈະເຮັດໃຫ້ສຳເລັດ ນັ້ນກໍຄື ກຸ່ມທີ່ຖືກພຣະອົງເອົາຊະນະ ແລະ ໄດ້ອົດທົນຕໍ່ການທົດລອງ ແລະ ຄວາມຫຍຸ້ງຍາກລຳບາກທຸກປະການ ແລະ ການຂົ່ມເຫັງທຸກປະເພດ ຈະສາມາດຕິດຕາມພຣະອົງໄປຈົນເຖິງທີ່ສຸດໄດ້. ຈຸດປະສົງຂອງການປາກົດຕົວຂອງພຣະເຈົ້າ ເຊິ່ງເປັນອິດສະລະຈາກຂໍ້ຈຳກັດໃນທຸກຮູບແບບ ຫຼື ຊົນຊາດໃດໜຶ່ງ ກໍແມ່ນເພື່ອໃຫ້ພຣະອົງເຮັດສໍາເລັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້. ສິ່ງນີ້ເໝືອນກັບຕອນທີ່ພຣະເຈົ້າກາຍເປັນມະນຸດໃນແຜ່ນດິນຢູດາຍ, ຈຸດປະສົງຂອງພຣະອົງແມ່ນເພື່ອເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເພື່ອໄຖ່ບາບຂອງມະນຸດຊາດທັງໝົດສຳເລັດລົງ. ເຖິງຢ່າງໃດກໍຕາມ ຊາວຢິວເຊື່ອວ່າ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າທີ່ຈະກະທຳສິ່ງນີ້ ແລະ ພວກເຂົາຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະສາມາດກາຍມາເປັນມະນຸດ ແລະ ປາກົດໃນຮູບຮ່າງຂອງພຣະເຢຊູເຈົ້າ. “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ກາຍມາເປັນພື້ນຖານທີ່ພວກເຂົາຕັດສິນລົງໂທດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ນໍາໄປສູ່ການທຳລາຍອິດສະຣາເອນໃນທີ່ສຸດ. ໃນປັດຈຸບັນ, ຫຼາຍຄົນໄດ້ກະທຳຄວາມຜິດພາດແບບດຽວກັນ. ພວກເຂົາປະກາດດ້ວຍກຳລັງທັງໝົດຂອງພວກເຂົາເຖິງການປາກົດຕົວຂອງພຣະເຈົ້າທີ່ກຳລັງຈະເກີດຂຶ້ນ, ແຕ່ໃນເວລາດຽວກັນກໍຕັດສິນລົງໂທດການປາກົດຕົວຂອງພຣະອົງ; “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ຈໍາກັດການປາກົດຕົວຂອງພຣະເຈົ້າອີກຄັ້ງ ໃຫ້ຢູ່ພາຍໃນຂອບເຂດຈິນຕະນາການຂອງພວກເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງເຫັນຫຼາຍຄົນຮ້ອງໂຮຫົວຂວັນຢ່າງຄຶກຄື້ນ ແລະ ຟົດຟື້ນຫຼັງຈາກທີ່ໄດ້ຮຽນຮູ້ເຖິງພຣະທຳຂອງພຣະເຈົ້າ. ສຽງຫົວຂວັນນີ້ໄດ້ແຕກຕ່າງຈາກການຕັດສິນລົງໂທດ ແລະ ການໝິ່ນປະໝາດຂອງຊາວຢິວບໍ? ພວກເຈົ້າບໍ່ມີຄວາມເຄົາລົບນັບຖືໃນການສະຖິດແຫ່ງຄວາມຈິງ, ແລ້ວແຮງໄກທີ່ພວກເຈົ້າຈະມີທ່າທີໃນການສະແຫວາງຫາຄວາມຈິງ. ສິ່ງດຽວທີ່ພວກເຈົ້າເຮັດກໍຄືການກວດສອບໂດຍບໍ່ສົນໃຈ ແລະ ລໍຖ້າຢ່າງບໍ່ຫ່ວງໃຍຫຍັງເລີຍ. ພວກເຈົ້າຈະສາມາດໄດ້ຮັບຫຍັງແດ່ຈາກການກວດສອບ ແລະ ລໍຖ້າແບບນີ້? ມັນຈະເປັນໄປໄດ້ແນວໃດ ທີ່ພວກເຈົ້າຈະໄດ້ຮັບການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ? ຖ້າເຈົ້າບໍ່ສັງເກດຖ້ອຍຄຳຂອງພຣະເຈົ້າ, ເຈົ້າຈະມີຄຸນສົມບັດຫຍັງທີ່ຈະເປັນພະຍານໃຫ້ກັບການປາກົດຕົວຂອງພຣະເຈົ້າ? ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງກໍຈະສຳແດງອອກໃນບ່ອນນັ້ນ ແລະ ສຽງຂອງພຣະເຈົ້າກໍຈະຢູ່ບ່ອນນັ້ນ. ມີພຽງແຕ່ຄົນທີ່ສາມາດຍອມຮັບຄວາມຈິງທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າໄດ້ ແລະ ມີພຽງແຕ່ຄົນແບບນີ້ເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃນການປາກົດຕົວຂອງພຣະເຈົ້າໄດ້. ຈົ່ງປະຖິ້ມແນວຄິດຂອງເຈົ້າໄວ້ຕ່າງຫາກ! ຈົ່ງງຽບສະຫງົບລົງ ແລະ ອ່ານພຣະທຳເຫຼົ່ານີ້ຢ່າງລະອຽດ. ຖ້າເຈົ້າປາຖະໜາຫາຄວາມຈິງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ພຣະທຳຂອງພຣະອົງ. ຈົ່ງປະຖິ້ມຄວາມຄິດເຫັນຂອງພວກເຈົ້າກ່ຽວກັບ “ຄວາມເປັນໄປບໍ່ໄດ້!” ຍິ່ງຜູ້ຄົນເຊື່ອວ່າ ບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ສິ່ງນັ້ນກໍຍິ່ງມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນຫຼາຍສໍ່ານັ້ນ, ຍ້ອນສະຕິປັນຍາຂອງພຣະເຈົ້າບິນສູງກວ່າສະຫວັນ, ຄວາມຄິດຂອງພຣະເຈົ້າກໍສູງສົ່ງກວ່າຄວາມຄິດຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍຢູ່ເໜືອຂອບເຂດຄວາມຄິດ ແລະ ແນວຄິດຂອງມະນຸດ. ຍິ່ງບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ມັນກໍຍິ່ງມີຄວາມຈິງທີ່ສາມາດສະແຫວງຫາໄດ້ຫຼາຍສໍ່ານັ້ນ; ຍິ່ງບາງສິ່ງຢູ່ເໜືອແນວຄິດ ແລະ ຈິນຕະນາການຂອງມະນຸດຫຼາຍສໍ່າໃດ, ກໍຍິ່ງມີສິ່ງນັ້ນໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່ານັ້ນ. ນີ້ກໍຍ້ອນວ່າ ບໍ່ວ່າພຣະອົງຈະເປີດເຜີຍຕົວພຣະອົງເອງຢູ່ບ່ອນໃດກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າ ແລະ ທາດແທ້ຂອງພຣະອົງຈະບໍ່ປ່ຽນແປງໄປຕາມສະຖານທີ່ ຫຼື ຮູບລັກສະນະຂອງການປາກົດຕົວຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຈະຍັງຄົງເໝືອນເດີມ ບໍ່ວ່າຮອຍພຣະບາດຂອງພຣະອົງຈະຢູ່ບ່ອນໃດກໍຕາມ ແລະ ບໍ່ວ່າຮອຍພຣະບາດຂອງພຣະເຈົ້າຈະຢູ່ທີ່ໃດ, ພຣະອົງກໍເປັນພຣະເຈົ້າຂອງມະນຸດຊາດທັງປວງ, ເໝືອນດັ່ງພຣະເຢຊູເຈົ້າ ພຣະອົງບໍ່ໄດ້ເປັນພຽງພຣະເຈົ້າຂອງຊາວອິດສະຣາເອນ, ແຕ່ຍັງເປັນພຣະເຈົ້າຂອງທຸກຄົນໃນອາຊີ, ເອີຣົບ ແລະ ອາເມຣິກາອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າອົງດຽວເທົ່ານັ້ນໃນຈັກກະວານທັງປວງ. ສະນັ້ນ ໃຫ້ພວກເຮົາສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ຄົ້ນພົບການປາກົດຕົວຂອງພຣະອົງໃນພຣະທໍາຂອງພຣະອົງ ແລະ ກ້າວເດີນໄປພ້ອມກັນກັບບາດກ້າວຂອງພຣະອົງ! ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳຂອງພຣະອົງ ແລະ ການປາກົດຕົວຂອງພຣະອົງເກີດຂຶ້ນພ້ອມກັນ; ອຸປະນິໄສ ແລະ ຮອຍພຣະບາດຂອງພຣະອົງເປີດເຜີຍໃຫ້ກັບມະນຸດຊາດໄດ້ທຸກເວລາ. ດັ່ງນັ້ນ, ເຖິງອ້າຍເອື້ອຍນ້ອງຂອງເຮົາ, ເຮົາຫວັງວ່າ ພວກເຈົ້າຈະສາມາດເຫັນການປາກົດຕົວຂອງພຣະເຈົ້າໃນພຣະທຳເຫຼົ່ານີ້ ແລະ ພວກເຈົ້າຈະເລີ່ມຕົ້ນຕິດຕາມຮອຍບາດກ້າວຂອງພຣະອົງ ໃນຂະນະທີ່ພວກເຈົ້າກໍາລັງກ້າວຂ້າມໄປສູ່ຍຸກໃໝ່, ເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ທີ່ສວຍງາມ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຈົາ ແລະ ຜູ້ຄົນທີ່ລໍຖ້າການປາກົດຂອງພຣະອົງ!

(ຄັດຈາກບົດ “ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 73)

ພຣະເຈົ້າມິດງຽບ ແລະ ບໍ່ເຄີຍປາກົດຕໍ່ພວກເຮົາຈັກເທື່ອ, ແຕ່ພາລະກິດຂອງພຣະອົງບໍ່ເຄີຍຢຸດ. ພຣະອົງສຳຫຼວດແຜ່ນດິນໂລກທັງໝົດ, ສັ່ງທຸກສິ່ງ, ເບິ່ງຄຳເວົ້າທຸກຄໍາ ແລະ ການກະທຳທຸກຢ່າງຂອງມະນຸດ. ພຣະອົງດຳເນີນການຄຸ້ມຄອງຂອງພຣະອົງພ້ອມດ້ວຍຂັ້ນຕອນທີ່ມີການວັດແທກ ແລະ ສອດຄ່ອງກັບແຜນການຂອງພຣະອົງ ຢ່າງງຽບໆ ແລະ ບໍ່ມີຜົນສະທ້ອນທີ່ເກີນຄວາມເປັນຈິງ, ແຕ່ບາດກ້າວຂອງພຣະອົງກ້າວໄປຂ້າງໜ້າເທື່ອລະກ້າວ, ເຂົ້າໃກ້ມະນຸດຊາດຫຼາຍຂຶ້ນ ແລະ ອໍານາດແຫ່ງການພິພາກສາຂອງພຣະອົງກໍແຜ່ຂະຫຍາຍໄປທົ່ວຈັກກະວານດ້ວຍຄວາມໄວຂອງສາຍຟ້າແມບ ຕິດຕາມດ້ວຍບັນລັງຂອງພຣະອົງລົງມາສູ່ທ່າມກາງພວກເຮົາຢ່າງກະທັນຫັນ. ຊ່າງເປັນພາບທີ່ສະຫງ່າງາມແທ້ໆ ຊ່າງເປັນສາກທີ່ມີຄວາມສະຫງ່າຜ່າເຜີຍແທ້ໆ! ພຣະວິນຍານມາທ່າມກາງພວກເຮົາຄືກັບນົກເຂົາ ແລະ ຄືກັບສິງໂຕແຜດສຽງດັງກຶກກ້ອງ. ພຣະອົງຄືສະຕິປັນຍາ, ພຣະອົງຄືຄວາມຊອບທຳ, ຄວາມສະຫງ່າງາມ ແລະ ພຣະອົງມາທ່າມກາງພວກເຮົາຢ່າງລັບໆ ໂດຍຖືສິດອຳນາດ ແລະ ເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ. ບໍ່ມີໃຜທີ່ຮູ້ຕົວໃນການມາເຖິງຂອງພຣະອົງ, ບໍ່ມີໃຜຕ້ອນຮັບການມາເຖິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜຮູ້ກ່ຽວກັບທຸກສິ່ງທີ່ພຣະອົງຈະກະທໍາ. ຊີວິດຂອງມະນຸດກໍດຳເນີນຕໍ່ໄປຄືກັບແຕ່ກ່ອນ, ຫົວໃຈຂອງເຂົາບໍ່ປ່ຽນແປງ ແລະ ມື້ກໍຜ່ານໄປຕາມປົກກະຕິ. ພຣະເຈົ້າມີຊີວິດຢູ່ທ່າມກາງພວກເຮົາ, ເປັນມະນຸດຄືກັບມະນຸດຄົນອື່ນໆ, ຄືກັບຜູ້ຕິດຕາມທົ່ວໄປທີ່ບໍ່ມີຄວາມສຳຄັນຫຍັງໝົດ ແລະ ເປັນຜູ້ເຊື່ອທີ່ທຳມະດາ. ພຣະອົງມີການສະແຫວງຫາຂອງພຣະອົງເອງ, ມີເປົ້າໝາຍຂອງພຣະອົງເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຄວາມເປັນພຣະເຈົ້າທີ່ມະນຸດທຳມະດາບໍ່ມີ. ບໍ່ມີໃຜສັງເກດເຫັນການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ບໍ່ມີໃຜຮັບຮູ້ເຖິງຄວາມແຕກຕ່າງລະຫວ່າງທາດແທ້ຂອງພຣະອົງ ແລະ ຂອງມະນຸດ. ພວກເຮົາມີຊີວິດຢູ່ຮ່ວມກັບພຣະອົງ, ບໍ່ໄດ້ຖືກບີບບັງຄັບ ແລະ ຢ້ານກົວ, ຍ້ອນໃນສາຍຕາຂອງພວກເຮົາ ພຣະອົງເປັນຜູ້ເຊື່ອທີ່ບໍ່ມີຄວາມໝາຍຫຍັງ. ພຣະອົງເບິ່ງທຸກໆການເຄື່ອນໄຫວຂອງພວກເຮົາ, ເບິ່ງຄວາມຄິດ ແລະ ແນວຄວາມຄິດທັງໝົດຂອງພວກເຮົາທີ່ເປີດເຜີຍຕໍ່ໜ້າພຣະອົງ. ບໍ່ມີໃຜສົນໃຈໃນການເປັນຢູ່ຂອງພຣະອົງ, ບໍ່ມີໃຜຈິນຕະນາການຫຍັງກ່ຽວກັບໜ້າທີ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜສົງໄສກ່ຽວກັບຕົວຕົນຂອງພຣະອົງແມ່ນແຕ່ໜ້ອຍດຽວ. ທຸກສິ່ງທີ່ພວກເຮົາເຮັດກໍຄືສືບຕໍ່ໃນການສະແຫວງຫາຂອງພວກເຮົາ, ຄືກັບວ່າພຣະອົງບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາເລີຍ...

ພຣະວິນຍານບໍລິສຸດສຳແດງຂໍ້ພຣະທຳ “ຜ່ານ” ພຣະອົງໂດຍບັງເອີນ ແລະ ເຖິງແມ່ນຮູ້ສຶກວ່າ ມັນເປັນເລື່ອງທີ່ບໍ່ຄາດຝັນ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຮັບຮູ້ວ່າມັນເປັນຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະ ພ້ອມທີ່ຈະຮັບມັນຈາກພຣະເຈົ້າ. ນັ້ນກໍຍ້ອນວ່າ ບໍ່ວ່າແມ່ນໃຜກໍຕາມທີ່ສະແດງພຣະທຳເຫຼົ່ານີ້ ຖ້າແມ່ນວ່າພຣະທຳເຫຼົ່ານີ້ມາຈາກພຣະວິນຍານບໍລິສຸດ ພວກເຮົາຄວນຍອມຮັບ ແລະ ບໍ່ປະຕິເສດພຣະທຳດັ່ງກ່າວ. ຖ້ອຍຄຳຕໍ່ໄປອາດມາຜ່ານເຮົາກໍໄດ້ ຫຼື ຜ່ານເຈົ້າ ຫຼື ຜ່ານເຂົາ. ບໍ່ວ່າຈະເປັນໃຜກໍຕາມ ທຸກຢ່າງແມ່ນພຣະຄຸນຂອງພຣະເຈົ້າ. ແຕ່ບໍ່ວ່າຈະເປັນໃຜກໍຕາມ ພວກເຮົາຈະບໍ່ນະມັດສະການບຸກຄົນນີ້, ບໍ່ວ່າຫຍັງກໍຕາມ ບຸກຄົນນີ້ບໍ່ສາມາດເປັນພຣະເຈົ້າຂອງພວກເຮົາໄດ້ຢ່າງແນ່ນອນ ຫຼື ພວກເຮົາຈະບໍ່ເລືອກບຸກຄົນທຳມະດານີ້ເປັນພຣະເຈົ້າຂອງພວກເຮົາ ບໍ່ວ່າດ້ວຍວິທີໃດກໍຕາມ. ພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ ແລະ ສູງສົ່ງ; ບຸກຄົນທີ່ບໍ່ສຳຄັນດັ່ງກ່າວຈະສາມາດຢືນຢູ່ໃນແທນທີ່ຂອງພຣະອົງໄດ້ແນວໃດ? ຍິ່ງໄປກວ່ານັ້ນ ພວກເຮົາກຳລັງລໍຖ້າໃຫ້ພຣະເຈົ້າມາ ແລະ ນໍາພວກເຮົາກັບໄປສູ່ອານາຈັກສະຫວັນ, ສະນັ້ນຄົນທີ່ບໍ່ສຳຄັນນີ້ຈະສາມາດປະຕິບັດພາລະກິດທີ່ສຳຄັນ ແລະ ລໍາບາກເຊັ່ນນີ້ໄດ້ບໍ? ຖ້າພຣະຜູ້ເປັນເຈົ້າມາອີກຄັ້ງ, ມັນຕ້ອງເກີດຂຶ້ນເທິງເມກສີຂາວ ເພື່ອຄົນຈຳນວນຫຼວງຫຼາຍອາດເຫັນໄດ້. ຊ່າງເປັນພາບທີ່ຈະເກີດຂຶ້ນຢ່າງສະຫງ່າງາມແທ້ເດ! ແລ້ວເປັນໄປໄດ້ແນວໃດທີ່ພຣະອົງສາມາດລີ້ຢູ່ທ່າມກາງຄົນທໍາມະດາສາມັນຢ່າງລັບໆໄດ້?

ແຕ່ແມ່ນບຸກຄົນທຳມະດານີ້ແຫຼະ ທີ່ລີ້ຢູ່ທ່າມກາງປະຊາຊົນ ແລະ ເປັນຜູ້ທີ່ປະຕິບັດພາລະກິດໃໝ່ໃນການຊ່ວຍເຫຼືອພວກເຮົາ. ພຣະອົງບໍ່ໄດ້ອະທິບາຍ ຫຼື ບອກໃຫ້ພວກເຮົາຮູ້ວ່າ ເປັນຫຍັງພຣະອົງຈຶ່ງມາ, ມີພຽງແຕ່ປະຕິບັດພາລະກິດທີ່ພຣະອົງມຸ່ງໝາຍຈະປະຕິບັດດ້ວຍຂັ້ນຕອນວັດແທກ ແລະ ສອດຄ່ອງຕາມແຜນການຂອງພຣະອົງ. ພຣະທຳ ແລະ ຖ້ອຍຄຳຂອງພຣະອົງກາຍມາເປັນສິ່ງທີ່ເກີດຂຶ້ນເລື້ອຍໆ. ຈາກການປອບໃຈ, ແນະນຳ, ບອກ ແລະ ຕັກເຕືອນ, ຈົນເຖິງການຕຳນິຕິເຕືອນ ແລະ ຕິສອນໃຫ້ມີວິໄນ; ຈາກນໍ້າສຽງທີ່ອ່ອນໂຍນ ແລະ ອ່ອນຫວານ ຈົນເຖິງຄຳເວົ້າທີ່ຮຸນແຮງ ແລະ ສະຫງ່າງາມ, ບໍ່ມີໃຜທີ່ຈະມອບຄວາມເມດຕາໃຫ້ກັບມະນຸດ ແລະ ປູກຝັງຄວາມຫວັ່ນໄຫວໃນຕົວເຂົາ. ທຸກສິ່ງທີ່ພຣະອົງກ່າວຍິງຖືກຄວາມລັບທີ່ຊ້ອນເລິກຢູ່ພາຍໃນຕົວພວກເຮົາ, ພຣະທຳຂອງພຣະອົງປັກລົງທີ່ຫົວໃຈຂອງພວກເຮົາ, ປັກລົງທີ່ຈິດວິນຍານຂອງພວກເຮົາ ແລະ ປ່ອຍໃຫ້ພວກເຮົາເຕັມໄປດ້ວຍຄວາມອັບອາຍທີ່ບໍ່ສາມາດທົນໄດ້ ໂດຍບໍ່ຄ່ອຍຈະຮູ້ວ່າ ຈະເຊື່ອງຕົນເອງໄດ້ຢູ່ໃສ. ພວກເຮົາເລີ່ມຕົ້ນສົງໄສວ່າ ພຣະເຈົ້າທີ່ຢູ່ໃນຫົວໃຈຂອງບຸກຄົນນີ້ຮັກພວກເຮົາຢ່າງແທ້ຈິງບໍ ແລະ ພຣະອົງຕ້ອງການຫຍັງແທ້. ບາງເທື່ອ ພວກເຮົາສາມາດໄດ້ຮັບການຍົກຂຶ້ນສູ່ສະຫວັນຫຼັງຈາກທີ່ອົດທົນຕໍ່ການທົນທຸກເຫຼົ່ານີ້? ໃນຫົວຂອງພວກເຮົາ ພວກເຮົາກຳລັງຄຳນວນ... ກ່ຽວກັບຈຸດໝາຍປາຍທາງທີ່ຈະມາເຖິງ ແລະ ກ່ຽວກັບຊະຕາກໍາໃນອະນາຄົດຂອງພວກເຮົາ. ແຕ່ເໝືອນດັ່ງທີ່ຜ່ານມາ ບໍ່ມີໃຜໃນພວກເຮົາທີ່ເຊື່ອວ່າ ພຣະເຈົ້າໄດ້ສະຖິດໃນເນື້ອໜັງມະນຸດແລ້ວເພື່ອປະຕິບັດພາລະກິດທ່າມກາງພວກເຮົາ. ເຖິງແມ່ນພຣະອົງໄດ້ຕິດຕາມພວກເຮົາເປັນເວລາດົນນານມາແລ້ວ, ເຖິງແມ່ນພຣະອົງໄດ້ກ່າວພຣະທຳຫຼາຍໆຂໍ້ຊ່ອງໜ້າພວກເຮົາແລ້ວ, ພວກເຮົາກໍຍັງບໍ່ເຕັມໃຈຍອມຮັບມະນຸດທຳມະດາດັ່ງກ່າວນີ້ເປັນພຣະເຈົ້າແຫ່ງອະນາຄົດຂອງພວກເຮົາ ແລ້ວແຮງໄກທີ່ພວກເຮົາຈະເຕັມໃຈຝາກຝັງອະນາຄົດຂອງເຮົາ ແລະ ຊະຕາກໍາຂອງພວກເຮົາໄວ້ກັບບຸກຄົນທີ່ບໍ່ສຳຄັນນີ້ຄວມຄຸມ. ດ້ວຍພຣະອົງ ພວກເຮົາຈຶ່ງໄດ້ຮັບແຫຼ່ງນໍ້າແຫ່ງຊີວິດທີ່ບໍ່ຮູ້ຈັກໝົດ ແລະ ຜ່ານພຣະອົງ ພວກເຮົາຈຶ່ງມີຊີວິດຢູ່ຊ້ອງໜ້າພຣະເຈົ້າ.ແຕ່ພວກເຮົາພຽງແຕ່ຮູ້ສຶກຂອບຄຸນກັບພຣະຄຸນຂອງພຣະເຢຊູເຈົ້າໃນສະຫວັນ ແລະ ບໍ່ເຄີຍສົນໃຈກັບຄວາມຮູ້ສຶກຂອງບຸກຄົນທີ່ທຳມະດາຄົນນີ້ ຜູ້ເຊິ່ງມີຄວາມເປັນພຣະເຈົ້າ. ເໝືອນດັ່ງທີ່ຜ່ານມາ ພຣະອົງປະຕິບັດພາລະກິດຂອງພຣະອົງໂດຍລີ້ລັບໃນເນື້ອໜັງຢ່າງຖ່ອມຕົວ, ສຳແດງໃຫ້ເຫັນເຖິງຫົວໃຈສ່ວນເລິກຂອງພຣະອົງ, ຄືກັບວ່າບໍ່ມີຄວາມຮູ້ສຶກທີ່ມະນຸດຊາດປະຕິເສດພຣະອົງເລີຍ, ຄືກັບວ່າພຣະອົງໃຫ້ອະໄພຄວາມເປັນເດັກນ້ອຍ ແລະ ຄວາມເມີນເສີຍຂອງມະນຸດຕະຫຼອດໄປ ແລະ ອົດທົນຕໍ່ທ່າທາງບໍ່ເຄົາລົບຂອງມະນຸດທີ່ມີຕໍ່ພຣະອົງຕະຫຼອດໄປ.

ພວກເຮົາບໍ່ຮູ້ຈັກເລີຍວ່າ ມະນຸດທີ່ບໍ່ສຳຄັນຄົນນີ້ໄດ້ນໍາພາພວກເຮົາໜຶ່ງກ້າວເຂົ້າສູ່ອີກພາລະກິດໜຶ່ງຂອງພຣະເຈົ້າ. ພວກເຮົາໄດ້ຜ່ານການທົດລອງຫຼາຍຄັ້ງ, ແບກຮັບການຕີສອນຈົນນັບບໍ່ຖ້ວນ ແລະ ຖືກທົດສອບດ້ວຍຄວາມຕາຍ. ພວກເຮົາຮຽນຮູ້ເຖິງອຸປະນິໄສທີ່ຊອບທຳ ແລະ ສະຫງ່າງາມຂອງພຣະເຈົ້າ, ແລ້ວຍັງໄດ້ຮັບຄວາມຮັກ, ຄວາມເມດຕາຂອງພຣະອົງ, ໄດ້ຊື່ນຊົມລິດອຳນາດ ແລະ ສະຕິປັນຍາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ໄດ້ເປັນພະຍານຕໍ່ຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເບິ່ງຄວາມກະຕືລືລົ້ນຂອງພຣະອົງທີ່ປາຖະໜາຊ່ວຍມະນຸດໃຫ້ລອດພົ້ນ. ໃນພຣະທຳຂອງບຸກຄົນທຳມະດາຄົນນີ້ ພວກເຮົາຮູ້ເຖິງອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຮູ້ຈັກເຖິງທຳມະຊາດ ແລະ ທາດແທ້ຂອງມະນຸດ ແລະ ເຫັນຫົນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ພຣະທຳຂອງພຣະອົງເຮັດໃຫ້ພວກເຮົາ “ຕາຍ” ແລະ ເຮັດໃຫ້ພວກເຮົາ “ເກີດໃໝ່” ອີກຄັ້ງ; ພຣະທຳຂອງພຣະອົງນໍາຄວາມສຸກສະບາຍມາໃຫ້ພວກເຮົາ, ແຕ່ກໍຍັງປ່ອຍໃຫ້ພວກເຮົາຖືກທໍລະກໍາຢູ່ກັບຄວາມຮູ້ສຶກຜິດ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນ; ພຣະທຳຂອງພຣະອົງນໍາຄວາມຍິນດີ ແລະ ສັນຕິສຸກມາສູ່ພວກເຮົາ ແຕ່ຍັງນໍາຄວາມເຈັບປວດທີ່ບໍ່ມີບ່ອນສິ້ນສຸດມາເຊັ່ນກັນ. ບາງຄັ້ງ ພວກເຮົາເປັນຄືກັບລູກແກະທີ່ຈະຖືກຂ້າດ້ວຍກໍາມືຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບແກ້ວຕາດວງໃຈຂອງພຣະອົງ ແລະ ຮັບຄວາມຮັກທີ່ອ່ອນຫວານຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບສັດຕູຂອງພຣະອົງ ແລະ ພາຍໃຕ້ສາຍຕາຂອງພຣະອົງ ພວກເຮົາຖືກເຮັດໃຫ້ກາຍເປັນຂີ້ເທົ່າດ້ວຍຄວາມໂກດຮ້າຍຂອງພຣະອົງ. ພວກເຮົາເປັນມະນຸດຊາດທີ່ພຣະອົງຊ່ວຍໃຫ້ລອດພົ້ນ, ພວກເຮົາເປັນໜອນທີ່ຢູ່ໃນຕາຂອງພຣະອົງ ແລະ ພວກເຮົາເປັນແກະທີ່ຫຼົງທາງທີ່ພຣະອົງມຸ່ງໝັ້ນຊອກຫາທັງກາງເວັນ ແລະ ກາງຄືນ. ພຣະອົງເມດຕາຕໍ່ພວກເຮົາ, ພຣະອົງກຽດຊັງພວກເຮົາ, ພຣະອົງຍົກພວກເຮົາຂຶ້ນ, ພຣະອົງປອບໂຍນ ແລະ ແນະນໍາພວກເຮົາ, ພຣະອົງນໍາພາພວກເຮົາ, ພຣະອົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ, ພຣະອົງຕີສອນ ແລະ ຝຶກວິໄນພວກເຮົາ ແລະ ພຣະອົງຍັງສາບແຊ່ງພວກເຮົາອີກ. ພຣະອົງບໍ່ເຄີຍຢຸດເປັນຫ່ວງກັງວົນກ່ຽວກັບພວກເຮົາບໍ່ວ່າກາງເວັນ ແລະ ກາງຄືນ ແລະ ປົກປ້ອງ ດູແລພວກເຮົາທັງກາງເວັນ ແລະ ກາງຄືນ, ບໍ່ເຄີຍໜີຫ່າງຈາກຂ້າງພວກເຮົາຈັກເທື່ອ, ພຣະອົງສະລະເລືອດໃນຫົວໃຈຂອງພຣະອົງເພື່ອເຫັນແກ່ພວກເຮົາ ແລະ ຈ່າຍທຸກລາຄາໃຫ້ກັບພວກເຮົາ. ຈາກຖ້ອຍຄຳຂອງຮ່າງກາຍມະນຸດທີ່ນ້ອຍ ແລະ ທຳມະດານີ້, ພວກເຮົາໄດ້ຊື່ນຊົມຄວາມສົມບູນຂອງພຣະເຈົ້າ ແລະ ເຫັນຈຸດໝາຍປາຍທາງທີ່ພຣະເຈົ້າປະທານໃຫ້ກັບພວກເຮົາ. ເຖິງຈະເປັນແບບນີ້ກໍຕາມ ຄວາມທະນົງຕົວກໍຍັງສ້າງບັນຫາໃນຫົວໃຈຂອງພວກເຮົາ ແລະ ພວກເຮົາຍັງບໍ່ເຕັມໃຈທີ່ຈະຍອມຮັບບຸກຄົນດັ່ງກ່າວຢ່າງກະຕືລືລົ້ນໃຫ້ເປັນພຣະເຈົ້າຂອງພວກເຮົາໄດ້. ເຖິງແມ່ນພຣະອົງໄດ້ມອບອາຫານມານາໃຫ້ກັບພວກເຮົາຢ່າງຫຼວງຫຼາຍ, ຫຼາຍເກີນທີ່ຈະຊື່ນຊົມ, ຈົນບໍ່ມີຫຍັງສາມາດແທນທີ່ພຣະຜູ້ເປັນເຈົ້າໃນຫົວໃຈຂອງພວກເຮົາໄດ້. ແຕ່ພວກເຮົາກໍຍັງລັ່ງເລໃຈທີ່ຈະໃຫ້ກຽດຄວາມເປັນຕົວຕົນ ແລະ ສະຖານະທີ່ເປັນພິເສດຂອງບຸກຄົນນີ້. ຖ້າ ພຣະອົງບໍ່ເປີດປາກຂອງພຣະອົງເພື່ອຂໍຮ້ອງໃຫ້ພວກເຮົາຍອມຮັບວ່າ ພຣະອົງເປັນພຣະເຈົ້າ, ພວກເຮົາກໍຈະບໍ່ມີທາງຍອມຮັບພຣະອົງດ້ວຍຕົວເອງວ່າເປັນພຣະເຈົ້າ ຜູ້ທີ່ຈະມາເຖິງໃນໄວໆນີ້ ແລະ ຜູ້ທີ່ໄດ້ປະຕິບັດພາລະກິດທ່າມກາງພວກເຮົາເປັນເວລາດົນນານມາແລ້ວ.

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດໃນຂະນະດຽວກັນກໍເປັນສຽງໃຫ້ກັບຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊື້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງລັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມິ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນໃນທຳມະຊາດ ແລະ ທາດແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດທ່າມກາງພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນຮອດປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ! ພຣະອົງເຮັດໃຫ້ພວກເຮົາສາມາດມີຊີວິດຢູ່ໄດ້ອີກຄັ້ງ ແລະ ໄດ້ເຫັນແສງສະຫວ່າງ ແລະ ຢຸດຫົວໃຈຂອງພວກເຮົາຈາກການຫຼົງທາງ. ພວກເຮົາໄດ້ກັບມາສູ່ເຮືອນຂອງພຣະເຈົ້າ, ພວກເຮົາໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວກເຮົາໄດ້ຢູ່ຊ້ອງໜ້າພຣະອົງ, ພວກເຮົາໄດ້ປະຈັກໃບໜ້າຂອງພຣະອົງ ແລະ ພວກເຮົາໄດ້ເຫັນຫົນທາງທີ່ຢູ່ເບື້ອງໜ້າ. ໃນເວລານີ້ ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຮົາຢ່າງສົມບູນແລ້ວ; ພວກເຮົາບໍ່ສົງໄສອີກຕໍ່ໄປວ່າ ພຣະອົງແມ່ນຫຍັງ, ບໍ່ຕໍ່ຕ້ານພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງອີກຕໍ່ໄປ ແລະ ພວກເຮົາກົ້ມລົງຂາບຕໍ່ໜ້າພຣະອົງ. ພວກເຮົາບໍ່ປາຖະໜາໄປຫຼາຍກວ່າການຕິດຕາມຮອຍບາດກ້າວຂອງພຣະເຈົ້າຕະຫຼອດຊົ່ວຊີວິດຂອງພວກເຮົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ ແລະ ຕອບແທນພຣະຄຸນຂອງພຣະອົງ ແລະ ຕອບແທນຄວາມຮັກຂອງພຣະອົງທີ່ມີໃຫ້ກັບພວກເຮົາ; ແລະ ເຊື່ອຟັງການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງ, ຮ່ວມມືກັບພາລະກິດຂອງພຣະອົງ ແລະ ເຮັດທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ສິ່ງທີ່ພຣະອົງມອບໝາຍໃຫ້ກັບພວກເຮົານັ້ນສຳເລັດລົງ.

(ຄັດຈາກບົດ “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 74)

ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາໃນໂລກມະນຸດນີ້ດ້ວຍຕົວພຣະອົງເອງ, ແລ້ວມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດຢ່າງໜັກ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ມີຄວາມໝາຍຫຍັງ ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າເປັນສິ່ງທີ່ຢູ່ນອກເໜືອຄວາມເຂົ້າໃຈຂອງມະນຸດ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງເປັນກຸ່ມຄົນທີ່ເຊີ້ຊ້າ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນຕີຄວາມໝາຍພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຕີຄວາມໝາຍພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນບໍ່ມີຄວາມໝາຍສໍ່າກັບໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ມາຈາກເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ໄດ້ຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ. ມັນເປັນເລື່ອງເໝາະສົມທີ່ມະນຸດຄວນຍອມຮັບ ໂດຍບໍ່ອ້າງມຸມມອງນີ້ ຫຼື ນັ້ນ, ເພາະວ່າ ມະນຸດເປັນພຽງຂີ້ຝຸ່ນ. ໃນເມື່ອມັນຄືເຈດຕະນາຂອງພວກເຮົາທີ່ຈະສະແຫວງຫາພຣະເຈົ້າ ພວກເຮົາບໍ່ຄວນນໍາເອົາແນວຄິດຂອງພວກເຮົາທີ່ມີຕໍ່ພາລະກິດຂອງພຣະອົງມາໃຫ້ພຣະເຈົ້າພິຈາລະນາ, ແຮງໄກທີ່ພວກເຮົາຄວນນໍາໃຊ້ອຸປະນິໄສອັນເສື່ອມຊາມທີ່ສຸດຂອງພວກເຮົາເພື່ອຈົງໃຈຄັດຄ້ານພາລະກິດຂອງພຣະເຈົ້າ. ນັ້ນບໍ່ແມ່ນເປັນການເຮັດໃຫ້ພວກເຮົາເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ຜູ້ຄົນເຫຼົ່ານັ້ນຈະເຊື່ອໃນພຣະເຈົ້າໄດ້ແນວໃດ? ໃນເມື່ອພວກເຮົາເຊື່ອວ່າມີພຣະເຈົ້າ ແລະ ໃນເມື່ອພວກເຮົາຕ້ອງການເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງການເຫັນພຣະອົງ, ພວກເຮົາຄວນສະແຫວງຫາເສັ້ນທາງແຫ່ງຄວາມຈິງ ແລະ ຄວນຊອກຫາວິທີທີ່ຈະເຂົ້າກັບພຣະເຈົ້າໄດ້. ພວກເຮົາບໍ່ຄວນຢືນຄໍແຂງກະດ້າງໃນການຕໍ່ຕ້ານພຣະເຈົ້າ. ແລ້ວການເຮັດແບບນັ້ນຈະໄດ້ຮັບຜົນປະໂຫຍດຫຍັງ?

ປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່. ເຈົ້າອາດຈະບໍ່ສາມາດຍອມຮັບເອົາພຣະທໍາເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ອາດເບິ່ງຄືແປກປະຫຼາດສຳລັບເຈົ້າ, ແຕ່ເຮົາຂໍແນະນໍາເຈົ້າບໍ່ໃຫ້ເປີດເຜີຍຄວາມເປັນທຳມະຊາດຂອງເຈົ້າ ເພາະວ່າ ມີພຽງຜູ້ຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ຈະໄດ້ຮັບຄວາມຈິງ ແລະ ມີພຽງຜູ້ທີ່ອຸທິດຕົນຢ່າງແທ້ຈິງເທົ່ານັ້ນຈຶ່ງຈະໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາໂດຍພຣະເຈົ້າ. ຜົນໄດ້ຮັບແມ່ນໄດ້ມາຈາກການສະແຫວງຫາຄວາມຈິງດ້ວຍຄວາມສັນຕິ, ບໍ່ແມ່ນດ້ວຍການຄັດແຍ້ງ ແລະ ການໂຕ້ຖຽງກັນ. ເມື່ອເຮົາເວົ້າວ່າ: “ມື້ນີ້ ພຣະເຈົ້າມີພາລະກິດໃໝ່”, ເຮົາໝາຍເຖິງເລື່ອງທີ່ພຣະເຈົ້າສະເດັດກັບມາສູ່ເນື້ອໜັງ. ບາງເທື່ອ ເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້, ບາງເທື່ອເຈົ້າກຽດຊັງພຣະທໍາເຫຼົ່ານີ້ ຫຼື ບາງເທື່ອ ພຣະທໍາເຫຼົ່ານີ້ເປັນສິ່ງທີ່ໜ້າສົນໃຈຫຼາຍສໍາລັບເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ ຈະສາມາດຜະເຊີນກັບຄວາມເປັນຈິງນີ້ ແລະ ຮັບເອົາຄວາມຈິງນີ້ໄປພິຈາລະນາຢ່າງລະມັດລະວັງ, ແທນທີ່ຈະດ່ວນສະຫຼຸບກ່ຽວກັບມັນ; ນັ້ນແມ່ນສິ່ງທີ່ຄົນມີສະຕິປັນຍາຄວນປະຕິບັດ.

ມັນບໍ່ຍາກທີ່ຈະສອບຖາມໃນສິ່ງດັ່ງກ່າວ, ແຕ່ມັນຮຽກຮ້ອງໃຫ້ພວກເຮົາແຕ່ລະຄົນຮູ້ຈັກຄວາມຈິງນີ້: ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ໃບໜ້າ ແລະ ການນຸ່ງຮົ່ມຂອງພຣະອົງບໍ່ສາມາດບົ່ງບອກເຖິງຕົວຕົນແທ້ຈິງຂອງພຣະອົງບໍ? ພວກຟາລິຊາຍໃນຊ່ວງທຳອິດທີ່ຕໍ່ຕ້ານພຣະເຢຊູບໍ່ແມ່ນຍ້ອນພວກເຂົາພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພຣະອົງ ແລະ ບໍ່ໄດ້ໃສ່ໃຈພຣະທໍາທີ່ຢູ່ໃນປາກຂອງພຣະອົງບໍ? ເຮົາຫວັງວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາລັກສະນະຂອງພຣະເຈົ້າຈະບໍ່ເຮັດຊໍ້າຮອຍຕາມປະຫວັດສາດອັນໂສກເສົ້ານັ້ນອີກ. ພວກເຈົ້າຕ້ອງບໍ່ກາຍເປັນພວກຟາລິຊາຍແຫ່ງຍຸກສະໄໝໃໝ່ ແລະຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ. ພວກເຈົ້າຄວນພິຈາລະນາຢ່າງຮອບຄອບກ່ຽວກັບວິທີຕ້ອນຮັບການສະເດັດກັບມາຂອງພຣະເຈົ້າ ແລະ ພວກເຈົ້າຄວນມີແນວຄິດຢ່າງຈະແຈ້ງກ່ຽວກັບວິທີທີ່ຈະເປັນຄົນຍອມຮັບຕໍ່ຄວາມຈິງ. ນີ້ແມ່ນຄວາມຮັບຜິດຊອບຂອງທຸກຄົນທີ່ກໍາລັງລໍຖ້າໃຫ້ພຣະເຢຊູສະເດັດກັບມາເທິງກ້ອນເມກ. ພວກເຮົາຄວນສີຕາຝ່າຍວິນຍານຂອງເຮົາເພື່ອເຮັດໃຫ້ມັນເຫັນແຈ້ງ ແລະ ບໍ່ຈົມຢູ່ກັບຖ້ອຍຄໍາແຫ່ງການເພີ້ຝັນທີ່ເກີນຈິງ. ພວກເຮົາຄວນຄິດກ່ຽວກັບພາລະກິດຕົວຈິງຂອງພຣະເຈົ້າ ແລະ ເບິ່ງໃນດ້ານທີ່ເປັນຈິງຂອງພຣະເຈົ້າ. ຈົ່ງຢ່າໄດ້ຫຼົງໄຫຼ ຫຼື ສູນເສຍຕົນເອງໃນຄວາມຝັນກາງເວນ, ໃຫ້ປາຖະໜາຫາມື້ທີ່ພຣະເຢຊູເຈົ້າຈະລົງມາທ່າມກາງພວກເຈົ້າຢ່າງກະທັນຫັນ ໂດຍຂີ່ເທິງກ້ອນເມກ ແລະ ຮັບເອົາພວກເຈົ້າ ຜູ້ທີ່ບໍ່ເຄີຍຮູ້ຈັກ ຫຼື ເຫັນພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກວິທີປະຕິບັດຕາມຄວາມປະສົງຂອງພຣະອົງ. ທາງທີ່ດີຄວນຄິດໃສ່ໃນສິ່ງທີ່ມີຄວາມເປັນຈິງຫຼາຍຂຶ້ນ!

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 75)

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າພະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍສາລະພາບມັນຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ່? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ຍຶດຖືເອົາທຳມະຊາດແຫ່ງການອວດດີຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຖືຄວາມຈິງນັ້ນບໍ?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 76)

ຄວາມຊື່ສັດຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ໂດຍບໍ່ເປັນໄປຕາມຄວາມຄິດຂອງເຈົ້າເທົ່ານັ້ນ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບພຣະເຈົ້າຂອງເຈົ້າຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າ ຍ້ອນໝາຍສໍາຄັນ ແມ່ນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຢ່າງແນ່ນອນ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດ ແມ່ນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງຜຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ສ້າງຫົນທາງທີ່ແທ້ຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເຊື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທັງໝົດຄວນເປັນຄົນທີ່ມີເຫດຜົນ ແລະ ຍອມຮັບຄວາມຈິງ. ບາງເທື່ອ ການໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10,000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10,000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ໂຊກດີທີ່ໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າຟ້າວໃຈຮ້ອນ, ຈົ່ງໄຕ່ຕອງໃຫ້ດີໆ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເຫັນແກ່ຜົນປະໂຫຍດຂອງຈຸດໝາຍປາຍທາງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຄວາມຄາດຫວັງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຊີວິດຂອງເຈົ້າ ແລະ ຢ່າເຮັດລົ້ວກັບຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: I. ສາມຂັ້ນຕອນຂອງພາລະກິດ

ຕໍ່ໄປ: III. ການພິພາກສາໃນຍຸກສຸດທ້າຍ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ

ຄວາມຈໍາເປັນໃນການມີຊີວິດຄຣິສຕະຈັກທີ່ດີກໍໄດ້ຖືກກ່າວໄວ້ໃນບົດເທດສະໜາຢູ່ເປັນປະຈໍາ. ເປັນຫຍັງຊີວິດຂອງຄຣິສຕະຈັກຈຶ່ງຍັງບໍ່ດີຂຶ້ນ ແລະ ຍັງເປັນຄືເກົ່າ?...

ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ

ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້