III ການພິພາກສາໃນຍຸກສຸດທ້າຍ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 77)

ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມບໍ່ເຊື່ອຟັງຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດ ທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ.

ໃນການພິພາກສາທີ່ເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້ານັ້ນ, “ການພິພາກສາ” ໃນພຣະທໍາເຫຼົ່ານີ້ ໝາຍເຖິງ ການພິພາກສາທີ່ພຣະເຈົ້າຈະດໍາເນີນໃນມື້ນີ້ກັບຜູ້ຄົນທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃນຍຸກແຫ່ງສຸດທ້າຍ. ບາງທີອາດຍັງມີຜູ້ຄົນທີ່ເຊື່ອໃນຈິນຕະນາການເໜືອທຳມະຊາດທີ່ວ່າ: ເມື່ອຍຸກສຸດທ້າຍມາເຖິງ, ພຣະເຈົ້າຈະຕັ້ງໂຕະໃຫຍ່ໃນສະຫວັນ, ປູໂຕະນັ້ນດ້ວຍຜ້າສີຂາວ ແລະ ຫລັງຈາກນັ້ນ ພຣະອົງຈະນັ່ງຢູ່ເທິງບັນລັງທີ່ຍິ່ງໃຫຍ່ ໂດຍທີ່ມະນຸດທຸກຄົນຈະພາກັນຄຸເຂົ່າຂາບລົງດິນ, ແລ້ວພຣະອົງຈະເປີດເຜີຍຄວາມບາບຂອງແຕ່ລະຄົນ ແລະ ຫລັງຈາກນັ້ນກໍານົດເບິ່ງວ່າຜູ້ໃດຈະຖືກສົ່ງຂຶ້ນໄປສະຫວັນ ຫຼື ຜູ້ໃດຈະຖືກສົ່ງລົງທະເລສາບແຫ່ງໄຟ ແລະ ມາດ. ບໍ່ວ່າມະນຸດຈະຈິນຕະນາການໄປໃນຮູບແບບໃດກໍຕາມ, ມັນບໍ່ສາມາດປ່ຽນແປງແກ່ນແທ້ຂອງພາລະກິດຂອງພຣະເຈົ້າໄດ້. ການວາດພາບຕ່າງໆນາໆຂອງມະນຸດແມ່ນບໍ່ມີຫຍັງ. ຈິນຕະນາການຂອງມະນຸດເປັນພຽງການສ້າງຂຶ້ນຈາກແນວຄວາມຄິດຂອງມະນຸດ; ພວກມັນມາຈາກສະໝອງຂອງມະນຸດທີ່ສະສົມ ແລະ ຮວບຮວມເອົາເລື່ອງຕ່າງໆນາໆທີ່ຕົນໄດ້ເຫັນ ແລະ ໄດ້ຍິນ. ສະນັ້ນ ເຮົາຈຶ່ງເວົ້າວ່າ ບໍ່ວ່າພາບທີ່ປະດິດຄິດແຕ່ງຂຶ້ນເອງນັ້ນຈະດີເລີດພຽງໃດ ມັນກໍເປັນພຽງພາບແຕ້ມ ແລະ ບໍ່ສາມາດໃຊ້ແທນແຜນການໃນພາລະກິດຂອງພຣະເຈົ້າໄດ້. ໃນທີ່ສຸດແລ້ວ ມະນຸດຖືກເສື່ອມໂຊມໂດຍຊາຕານ ສະນັ້ນພວກເຂົາຈະເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ແນວໃດ? ມະນຸດຄິດໄປເອງວ່າ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າຕ້ອງເປັນສິ່ງທີ່ວິເສດ. ເຂົາເຊື່ອວ່າ ໃນເມື່ອພຣະເຈົ້າປະຕິບັດພາລະກິດພິພາກສາດ້ວຍຕົນເອງ, ສະນັ້ນ ມັນຕ້ອງຍິ່ງໃຫຍ່ອາລັງການ ແລະ ເປັນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ ແລະ ມັນຕ້ອງດັງໄປທົ່ວສະຫວັນ ແລະ ສັ່ນສະເທືອນໄປທົ່ວໂລກ, ບໍ່ດັ່ງນັ້ນ ມັນຈະເປັນພາລະກິດພິພາກສາຂອງພຣະເຈົ້າໄດ້ແນວໃດ? ເຂົາເຊື່ອວ່າ ໃນເມື່ອນີ້ຄືພາລະກິດແຫ່ງການພິພາກສາ ສະນັ້ນໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະອົງຕ້ອງສະງ່າຜ່າເຜີຍ ແລະ ເດຊານຸພາບເປັນພິເສດ ແລະ ຜູ້ທີ່ຖືກພິພາກສາຕ້ອງຮ້ອງໂຮ່ດ້ວຍນໍ້າຕາ ແລະ ຄຸເຂົ່າຂາບລົງຮ້ອງຂໍຄວາມເມດຕາ. ສາກດັ່ງກ່າວຈະເປັນທີ່ປະທັບໃຈຢ່າງແນ່ນອນ ແລະ ຕື່ນເຕັ້ນຢ່າງເລິກເຊິ່ງ... ທຸກຄົນຈິນຕະນາການວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າເປັນສິ່ງທີ່ມະຫັດສະຈັນ. ແຕ່ເຈົ້າຮູ້ບໍວ່າ ໃນເວລາທີ່ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດແຫ່ງການພິພາກສາຂອງພຣະອົງທ່າມກາງມະນຸດຕັ້ງແຕ່ດົນນານແລ້ວນັ້ນ, ເຈົ້າຍັງນອນຫຼັບຢ່າງບໍ່ມີເຫື່ອບໍ່ມີແຮງບໍ? ເຈົ້າຮູ້ບໍວ່າ ໃນເວລາທີ່ເຈົ້າຄິດວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າໄດ້ເລີ່ມຕົ້ນເປັນທາງການ, ພຣະເຈົ້າກໍໄດ້ສ້າງສະຫວັນ ແລະ ໂລກໃໝ່ແລ້ວ? ໃນເວລານັ້ນ, ບາງທີເຈົ້າຈະພຽງເຂົ້າໃຈຄວາມໝາຍຂອງຊີວິດເທົ່ານັ້ນ, ແຕ່ພາລະກິດແຫ່ງການລົງໂທດທີ່ບໍ່ມີການເມດຕາຂອງພຣະເຈົ້າ ຈະນໍາເອົາເຈົ້າໄປສູ່ນາຮົກ ໂດຍທີ່ເຈົ້າຍັງນອນຫຼັບສະນິດ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຮັບຮູ້ທັນທີວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າແມ່ນໄດ້ສິ້ນສຸດລົງແລ້ວ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 78)

ເມື່ອເວົ້າເຖິງຄໍາ “ພິພາກສາ,” ເຈົ້າມັກຈະຄິດເຖິງພຣະທຳທີ່ພຣະເຈົ້າເຢໂຮວາໄດ້ກ່າວໃນທຸກສະຖານທີ່ ແລະ ພຣະທຳແຫ່ງຂອງການຕຳນິຕິຕຽນທີ່ພຣະເຢຊູໄດ້ກ່າວກັບພວກຟາຣິຊາຍ. ເຖິງແມ່ນພຣະທຳເຫຼົ່ານີ້ຮຸນແຮງ, ພຣະທຳເຫຼົ່ານີ້ກໍບໍ່ແມ່ນຄໍາພິພາກສາຂອງພຣະເຈົ້າຕໍ່ມະນຸດ, ເປັນພຽງພຣະທຳທີ່ກ່າວໂດຍພຣະເຈົ້າຢູ່ໃນສະຖານະການທີ່ແຕກຕ່າງກັນ, ນັ້ນກໍຄື ບໍລິບົດທີ່ແຕກຕ່າງກັນ. ພຣະທຳເຫຼົ່ານີ້ບໍ່ຄືພຣະທຳທີ່ໄດ້ກ່າວໂດຍພຣະຄຣິດໃນເວລາທີ່ພຣະອົງພິພາກສາມະນຸດໃນຍຸກສຸດທ້າຍ. ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ. ຖ້າເຈົ້າບໍ່ຖືຄວາມຈິງເຫຼົ່ານີ້ວ່າເປັນສິ່ງສໍາຄັນ, ຖ້າເຈົ້າຄິດແຕ່ຈະຫຼີກລ້ຽງຈາກຄວາມຈິງນັ້ນຕະຫຼອດ ຫຼື ຄິດຈະຊອກຫາຫົນທາງໃໝ່ທີ່ບໍ່ກ່ຽວພັນກັບຄວາມຈິງນັ້ນ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນບາບໜັກໜາທີ່ສຸດ. ຖ້າເຈົ້າມີຄວາມສັດທາໃນພຣະເຈົ້າ, ແຕ່ບໍ່ສະແຫວງຫາຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ ຫຼື ເຈົ້າບໍ່ຮັກຫົນທາງທີ່ຈະນໍາພາເຈົ້າເຂົ້າໃກ້ພຣະເຈົ້າແລ້ວ, ເຮົາຂໍບອກເຈົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຫຼົບໜີຄໍາພິພາກສາ ແລະ ເຈົ້າຄືຫຸ່ນຕຸກກະຕາ ແລະ ເປັນຄົນທໍລະຍົດທີ່ຫຼົບໜີຈາກບັນລັງຂາວທີ່ຍິ່ງໃຫຍ່. ພຣະເຈົ້າຈະບໍ່ຍົກເວັ້ນຄົນກະບົດຄົນໃດຄົນໜຶ່ງທີ່ຫຼົບໜີຈາກສາຍຕາຂອງພຣະອົງ. ມະນຸດດັ່ງກ່າວຈະໄດ້ຮັບການລົງໂທດຢ່າງຮຸນແຮງຫຼາຍຍິ່ງຂຶ້ນ. ຜູ້ທີ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການລົງໂທດ ແລະ ຍິ່ງໄປກວ່ານັ້ນກໍຄືເພື່ອໄດ້ຖືກຊໍາລະລ້າງໃຫ້ບໍລິສຸດ, ຈະໄດ້ໃຊ້ຊີວິດຢູ່ໃນອານາຈັກຂອງພຣະເຈົ້າຕະຫຼອດໄປ. ແນ່ນອນ, ນີ້ຄືສິ່ງທີ່ຢູ່ໃນອະນາຄົດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 79)

ພາລະກິດແຫ່ງການພິພາກສາແມ່ນພາລະກິດຂອງພຣະເຈົ້າເອງ, ສະນັ້ນ ແນ່ນອນມັນຄວນຖືກປະຕິບັດໂດຍພຣະເຈົ້າເອງ, ມະນຸດບໍ່ສາມາດປະຕິບັດແທນພຣະເຈົ້າໄດ້. ເພາະວ່າ ການພິພາກສາແມ່ນການໃຊ້ຄວາມຈິງເພື່ອເອົາຊະນະ, ແນ່ນອນວ່າພຣະເຈົ້າຈະຍັງປາກົດຢູ່ໃນລັກສະນະທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດດັ່ງກ່າວນີ້ໃນທ່າມກາງມະນຸດ. ນັ້ນໝາຍຄວາມວ່າ ໃນຍຸກສຸດທ້າຍ ພຣະຄຣິດຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ. ມີຫຼາຍຄົນຮູ້ສຶກບໍ່ດີກ່ຽວກັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ເພາະວ່າມະນຸດເຫັນວ່າມັນເປັນສິ່ງທີ່ເຊື່ອໄດ້ຍາກທີ່ພຣະເຈົ້າຈະກາຍເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງບອກເຈົ້າວ່າ ພາລະກິດຂອງພຣະເຈົ້າຢູ່ເໜືອຄວາມຄາດຫວັງຂອງມະນຸດຫຼາຍ ແລະ ຍາກທີ່ຄວາມຄິດຂອງມະນຸດຈະຍອມຮັບໄດ້. ຍ້ອນວ່າຜູ້ຄົນເປັນພຽງໂຕໜອນຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າເປັນຜູ້ຍິ່ງໃຫຍ່ທີ່ຄອບຄອງຈັກກະວານ; ຄວາມຄິດຂອງມະນຸດເປັນຄືກັບບວກນໍ້າເນົ່າເໝັນທີ່ເປັນພຽງບໍ່ເກີດຂອງໜອນເທົ່ານັ້ນ, ໃນຂະນະທີ່ແຕ່ລະຂັ້ນຕອນຂອງພາລະກິດທີ່ຖືກນໍາພາໂດຍຄວາມຄິດຂອງພຣະເຈົ້າຄືໝາກຜົນແຫ່ງສະຕິປັນຍາຂອງພຣະເຈົ້າ. ຜູ້ຄົນພະຍາຍາມທີ່ຈະແຂ່ງຂັນກັບພຣະເຈົ້າຢູ່ຕະຫຼອດ ເຊິ່ງເຮົາບອກວ່າມັນເຫັນຊັດໃນຕົວມັນເອງວ່າ ຜູ້ໃດຈະທົນທຸກກັບຄວາມສູນເສຍໃນທີ່ສຸດ. ເຮົາຂໍແນະນໍາພວກເຈົ້າທຸກຄົນ ບໍ່ຄວນຄິດວ່າຕົນເອງມີຄ່າຫຼາຍໄປກວ່າທອງຄຳ. ຖ້າຄົນອື່ນສາມາດຮັບເອົາຄໍາພິພາກສາຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຮັບເອົາຄໍາພິພາກສາຂອງພຣະອົງ? ເຈົ້າຢືນສູງກວ່າຄົນອື່ນຫຼາຍປານໃດ? ຖ້າຄົນອື່ນສາມາດກົ້ມຫົວລົງຕໍ່ໜ້າຄວາມເປັນຈິງ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຮັດຄືຜູ້ຄົນດັ່ງກ່າວນັ້ນໄດ້? ພາລະກິດຂອງພຣະເຈົ້າມີແຮງຜັກດັນທີ່ບໍ່ສາມາດຢຸດຢັ້ງໄດ້. ພຣະອົງຈະບໍ່ປິຕິບັດຊໍ້າພາລະກິດແຫ່ງການພິພາກສາເພື່ອເຫັນແກ່ “ຄວາມດີ” ທີ່ເຈົ້າໄດ້ສ້າງ ແລະ ເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈທີ່ປ່ອຍໃຫ້ໂອກາດດີດັ່ງກ່າວນັ້ນຫຼຸດໄປ. ຖ້າເຈົ້າບໍ່ເຊື່ອພຣະທໍາຂອງເຮົາ ແລ້ວຈົ່ງລໍຖ້າໃຫ້ບັນລັງຂາວທີ່ຍິ່ງໃຫຍ່ໃນທ້ອງຟ້າຕັດສິນລົງໂທດເຈົ້າ! ເຈົ້າຕ້ອງຮູ້ໄວ້ວ່າ ຊາວອິດສະຣາເອນທຸກຄົນໄດ້ກຽດຊັງ ແລະ ປະຕິເສດພຣະເຢຊູ, ແຕ່ເຖິງຢ່າງນັ້ນກໍຕາມ ຄວາມຈິງຂອງການທີ່ພຣະເຢຊູໄຖ່ບາບມະນຸດຍັງຂະຫຍາຍໄປທົ່ວຈັກກະວານ ແລະ ໄປຈົນສຸດແຜ່ນດິນໂລກ. ແລ້ວນີ້ບໍ່ແມ່ນຄວາມເປັນຈິງທີ່ພຣະເຈົ້າໄດ້ສ້າງມາແຕ່ດົນນານບໍ? ຖ້າເຈົ້າຍັງລໍຖ້າພຣະເຢຊູຮັບເອົາເຈົ້າໄປສູ່ສະຫວັນ, ເຮົາຂໍເວົ້າວ່າເຈົ້າຄືທ່ອນໄມ້ຕາຍທີ່ແຂງກະດ້າງທ່ອນໜຶ່ງ[ກ]. ພຣະເຢຊູຈະບໍ່ຮັບຮູ້ຜູ້ເຊື່ອຈອມປອມຄືກັບເຈົ້າ ຜູ້ທີ່ບໍ່ຊື່ສັດຕໍ່ຄວາມຈິງ ແລະ ຜູ້ທີ່ສະແຫວງຫາພຽງແຕ່ພອນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະອົງຈະບໍ່ສະແດງຄວາມເມດຕາໃນການໂຍນເຈົ້າລົງໄປໃນບຶງໄຟເພື່ອຖືກເຜົາໄໝ້ເປັນເວລາຫຼາຍສິບພັນປີ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 80)

ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນເປັນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ້ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິະເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະໄດ້ເດີນຢູ່ໃນການຊີ້ນໍາຂອງຄົນຊົ່ວຊ້ານັ້ນ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ່ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີສ່ວນຫຼາຍແມ່ນຈະດັບສູນໄປກັບຜູ້ທີ່ບໍ່ມີຄຸນສົມບັດທີ່ແມ່ນແຕ່ຈະເຮັດບໍລິການ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ່ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 81)

ພຣະເຈົ້າບໍ່ ປະຕິບັດພາລະກິດດັ່ງກ່າວຄືນໃໝ່ໃນຍຸກໃດກໍຕາມ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ, ພຣະອົງຈະປະຕິບັດພາລະກິດທີ່ພຣະອົງຈະກະທຳໃນຍຸກສຸດທ້າຍ ແລະ ເປີດເຜີຍອຸປະນິໄສທັງໝົດຂອງພຣະອົງໃນຍຸກສຸດທ້າຍ. ເວົ້າເຖິງຍຸກສຸດທ້າຍ, ນັ້ນໝາຍເຖິງຍຸກອື່ນ ເຊິ່ງເປັນຍຸກທີ່ພຣະເຢຊູກ່າວວ່າ ພວກເຈົ້າຈະປະສົບກັບໄພພິບັດຢ່າງແນ່ນອນ ແລະ ປະສົບກັບແຜ່ນດິນໄຫວ, ຄວາມອຶດຫີວ ແລະ ໂລກລະບາດຕ່າງໆ ເຊິ່ງຄໍາກ່າວນັ້ນແມ່ນສະແດງເຖິງຍຸກໃໝ່ ແລະ ບໍ່ແມ່ນຍຸກແຫ່ງພຣະຄຸນທີ່ເປັນຍຸກເກົ່າອີກຕໍ່ໄປ. ລອງສົມມຸດວ່າ ຕາມທີ່ຜູ້ຄົນເວົ້າ ພຣະເຈົ້າບໍ່ປ່ຽນແປງຕະຫຼອດໄປ, ອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກຢູ່ສະເໝີ, ພຣະອົງ ຮັກມະນຸດເໝືອນກັບພຣະອົງເອງ ແລະ ພຣະອົງ ມອບຄວາມລອດພົ້ນໃຫ້ກັບມະນຸດທຸກຄົນ ແລະ ບໍ່ເຄີຍກຽດຊັງມະນຸດເລີຍ, ແລ້ວພາລະກິດຂອງພຣະອົງຈະມາເຖິງຈຸດສິ້ນສຸດໄດ້ແນວໃດ? ເມື່ອພຣະເຢຊູ ສະເດັດມາ ແລະ ຖືກຄຶງເທິງໄມ້ກາງແຂນ, ສະຫຼະຕົວພຣະອົງເອງໃຫ້ກັບຄົນບາບທັງປວງ ແລະ ຖວາຍພຣະອົງເອງເທິງແທ່ນບູຊາ, ພຣະອົງແມ່ນໄດ້ສຳເລັດພາລະກິດແຫ່ງການໄຖ່ບາບມະນຸດແລ້ວ ແລະ ໄດ້ນໍາຍຸກແຫ່ງພຣະຄຸນມາເຖິງຈຸດສິ້ນສຸດ. ສະນັ້ນ ແມ່ນຫຍັງຈະເປັນເປົ້າໝາຍຂອງການເຮັດພາລະກິດຂອງຍຸກນັ້ນຊໍ້າໃນຍຸກສຸດທ້າຍ? ການເຮັດສິ່ງດຽວກັນຈະບໍ່ແມ່ນການປະຕິເສດພາລະກິດຂອງພຣະເຢຊູບໍ? ຖ້າພຣະເຈົ້າບໍ່ໄດ້ປະຕິບັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ ກ່ອນທີ່ພຣະອົງສະເດັດມາໃນຂັ້ນຕອນນີ້ ແລ້ວຍັງຄົງເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ, ແລ້ວພຣະອົງຈະສາມາດນໍາຍຸກນັ້ນມາເຖິງຈຸດສິ້ນສຸດໄດ້ແນວໃດ? ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້. ສະນັ້ນ, ອຸປະນິໄສດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍຂອງຍຸກດັ່ງກ່າວ ແລະ ການເປີດເຜີຍ ແລະ ການສະແດງເຖິງອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ແຈ່ມແຈ້ງເພື່ອພາລະກິດຂອງແຕ່ລະຍຸກ. ບໍ່ແມ່ນວ່າ ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງຕາມອຳເພີໃຈ ແລະ ປາສະຈາກຄວາມໝາຍ. ລອງສົມມຸດວ່າ ໃນການເປີດເຜີຍຜົນໄດ້ຮັບຂອງມະນຸດໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຍັງຄົງປະທານຄວາມເມດຕາ ແລະ ຄວາມຮັກຢ່າງບໍ່ໝົດສິ້ນ ແລະ ສືບຕໍ່ຮັກເຂົາ, ບໍ່ເຮັດໃຫ້ມະນຸດປະສົບກັບການພິພາກສາທີ່ຊອບທຳ ແຕ່ກົງກັນຂ້າມ ພຣະອົງສະແດງໃຫ້ມະນຸດເຫັນເຖິງຄວາມອົດກັ້ນ, ອົດທົນ ແລະ ການອະໄພໂທດ ແລະ ການຍົກໂທດໃຫ້ກັບມະນຸດ ບໍ່ວ່າຄວາມຜິດບາບຂອງເຂົາຈະຮ້າຍແຮງສຳໃດກໍຕາມ, ບໍມີແມ່ນແຕ່ເສດສ່ວນຂອງການພິພາກສາທີ່ຊອບທຳ, ແລ້ວເມື່ອໃດການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຈະນໍາມາສູ່ການສິ້ນສຸດ? ເມື່ອໃດອຸປະນິໄສແບບນີ້ຈຶ່ງຈະສາມາດນໍາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ? ລອງຍົກຕົວຢ່າງ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກຢູ່ສະເໝີ, ຜູ້ພິພາກສາທີ່ມີໃບໜ້າເມດຕາ ແລະ ຫົວໃຈອ່ອນໂຍນ. ຜູ້ພິພາກສາທີ່ຮັກຜູ້ຄົນ ໂດຍບໍ່ສົນໃຈວ່າ ພວກເຂົາໄດ້ກໍ່ອາຊະຍາກຳຫຍັງກໍຕາມ ແລະ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກ ແລະ ປ້ອງກັນຄົນກະທໍາຜິດໂດຍບໍ່ສົນວ່າພວກເຂົາເປັນໃຜ. ໃນກໍລະນີນີ້, ເມື່ອໃດຜູ້ພິພາກສາດັ່ງກ່າວຈະສາມາດໃຫ້ຄຳຕັດສິນຢ່າງຍຸຕິທຳໄດ້. ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດຈັດແບ່ງມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 82)

ເມື່ອເວົ້າເຖິງພາລະກິດ, ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຄວາມໝາຍທີ່ສຸດ ແລະ ຜູ້ທີ່ຈະເຮັດສໍາເລັດພາລະກິດດັ່ງກ່າວ ໃນທີ່ສຸດ ກໍແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ. ບາງຄົນເຊື່ອວ່າ ບາງເທື່ອ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ລະເວັ້ນໃຜຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງແມ່ນບໍ່ຄືກັນບໍ? ທາດແທ້ຂອງມະນຸດບໍ່ແມ່ນຄືກັນໝົດບໍ? ສິ່ງທີ່ຖືກພິພາກສາແມ່ນທາດແທ້ທີ່ເສື່ອມຊາມຂອງມະນຸດຊາດ, ທາດແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ບໍ່ໄດ້ຖືກປະຕິບັດເພື່ອຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ; ພາລະກິດແຫ່ງການພິພາກສາກໍເປັນເຊັ່ນນັ້ນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດທັງໝົດ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ, ການທີ່ມະນຸດບໍ່ເຄົາລົບບູຊາພຣະເຈົ້າ ຫຼື ການລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນທາດແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ພາລະກິດນີ້ແມ່ນພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ມະນຸດໄດ້ເປັນພະຍານ ແມ່ນພາລະກິດແຫ່ງການພິພາກສາກຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ໃນລະຫວ່າງຍຸກສຸດທ້າຍ ເຊິ່ງຄິດຂຶ້ນໂດຍມະນຸດໃນຍຸກຜ່ານມາ. ພາລະກິດທີ່ກຳລັງຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງແນ່ນອນ. ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງປັດຈຸບັນແມ່ນພຣະເຈົ້າຜູ້ທີ່ພິພາກສາມະນຸດຊາດທັງປວງໃນລະຫວ່າງຍຸກສຸດທ້າຍ. ເນື້ອໜັງນີ້ ແລະ ພາລະກິດຂອງພຣະອົງ, ພຣະທໍາ ແລະ ອຸປະນິໄສທັງໝົດແມ່ນຄວາມບໍລິບູນຂອງພຣະອົງ. ເຖິງແມ່ນວ່າ ຂອບເຂດຂອງພາລະກິດຂອງພຣະອົງຈະມີຈຳກັດ ແລະ ບໍ່ກ່ຽວພັນເຖິງຈັກກະວານທັງປວງໂດຍກົງ, ທາດແທ້ຂອງພາລະກິດແຫ່ງການພິພາກສາແມ່ນການພິພາກສາມະນຸດຊາດທັງປວງໂດຍກົງ; ມັນບໍ່ແມ່ນສຳລັບເຫັນແກ່ປະຊາຊົນຈີນເທົ່ານັ້ນ ຫຼື ສຳລັບຄົນກຸ່ມນ້ອຍໆ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ເຖິງແມ່ນຂອບເຂດຂອງພາລະກິດນີ້ບໍ່ກ່ຽວພັນເຖິງຈັກກະວານທັງປວງ, ແຕ່ມັນກໍເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ ແລະ ຫຼັງຈາກທີ່ພຣະອົງສໍາເລັດພາລະກິດພາຍໃນຂອບເຂດພາລະກິດຂອງເນື້ອໜັງຂອງພຣະອົງ, ພຣະອົງຈະຂະຫຍາຍພາລະກິດນີ້ໄປທົ່ວຈັກກະວານທັນທີ, ໃນລັກສະນະດຽວກັນກັບຂ່າວປະເສີດຂອງພຣະເຢຊູທີ່ຂະຫຍາຍທົ່ວຈັກກະວານຫຼັງຈາກການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະອົງ. ບໍ່ວ່າຈະເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງເນື້ອໜັງ, ມັນກໍເປັນພາລະກິດທີ່ປະຕິບັດພາຍໃນຂອບເຂດຈຳກັດ, ແຕ່ເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າປາກົດຕົວເພື່ອປະຕິບັດພາລະກິດຂອງພຣະອົງໂດຍໃຊ້ຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍເປັນພຣະເຈົ້າທີ່ພິພາກສາມະນຸດຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່. ບໍ່ວ່າພຣະອົງຈະເປັນພຣະວິນຍານ ຫຼື ເນື້ອໜັງ, ພຣະອົງຜູ້ເຊິ່ງປະຕິບັດພາລະກິດແຫ່ງການພິພາກສາກໍເປັນພຣະເຈົ້າທີ່ພິພາກສາມະນຸດຊາດໃນລະຫວ່າງຍຸກສຸດທ້າຍ. ສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມພາລະກິດຂອງພຣະອົງ ແລະ ບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງພຣະອົງ ຫຼື ປັດໄຈອື່ນໆອີກຫຼາຍຢ່າງ. ເຖິງແມ່ນມະນຸດມີແນວຄິດກ່ຽວກັບພຣະທຳເຫຼົ່ານີ້, ບໍ່ມີໃຜສາມາດປະຕິເສດຄວາມຈິງຂອງການພິພາກສາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ການເອົາຊະນະມະນຸດທັງປວງ. ບໍ່ວ່າມະນຸດຈະຄິດກ່ຽວກັບສິ່ງນັ້ນແນວໃດກໍຕາມ, ໃນທີ່ສຸດແລ້ວ ຄວາມຈິງກໍຄືຄວາມຈິງ. ບໍ່ມີໃຜສາມາດເວົ້າໄດ້ວ່າ “ພາລະກິດຖືກປະຕິບັດໂດຍພຣະເຈົ້າ, ແຕ່ເນື້ອໜັງບໍ່ແມ່ນພຣະເຈົ້າ”. ນີ້ແມ່ນເລື່ອງໄຮ້ສາລະ, ຍ້ອນບໍ່ມີໃຜສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ ນອກຈາກພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຍ້ອນພາລະກິດນີ້ຖືກເຮັດໃຫ້ສຳເລັດ, ຫຼັງຈາກພາລະກິດນີ້ ພາລະກິດແຫ່ງການພິພາກສາມະນຸດຂອງພຣະເຈົ້າຈະບໍ່ປາກົດຂຶ້ນເປັນຄັ້ງທີສອງ; ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະອົງ ໄດ້ສໍາເລັດພາລະກິດທັງໝົດແຫ່ງການຄຸ້ມຄອງທັງປວງແລ້ວ ແລະ ຈະບໍ່ມີພາລະກິດຂອງພຣະເຈົ້າຂັ້ນຕອນທີສີ່. ເພາະຄົນທີ່ຖືກພິພາກສາແມ່ນມະນຸດ, ມະນຸດທີ່ເກີດຈາກເນື້ອໜັງ ແລະ ຖືກເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນວິນຍານຂອງຊາຕານທີ່ຖືກພິພາກສາໂດຍກົງ, ພາລະກິດແຫ່ງການພິພາກສາຈຶ່ງບໍ່ຖືກປະຕິບັດໃນໂລກຝ່າຍວິນຍານ, ແຕ່ທ່າມກາງມະນຸດ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 83)

ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕາມສາມາດຖືກເອົາຊະນະໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ການເປັນຄືມະນຸດເຮັດໃຫ້ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍຈະບໍ່ແມ່ນການເອົາໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍຈະບໍ່ສາມາດພິພາກສາຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ, ພຣະອົງເປີດໂປງຄວາມບໍ່ເຊື່ອຟັງທຸກຢ່າງຂອງມະນຸດຊາດ. ຜົນຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຊັດເຈນກວ່າພາລະກິດຂອງພຣະວິນຍານ. ດ້ວຍເຫດນັ້ນ, ການພິພາກສາມະນຸດຊາດທັງປວງຈຶ່ງບໍ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ, ແຕ່ເປັນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຫັນ ແລະ ສຳຜັດໄດ້ໂດຍມະນຸດ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເອົາຊະນະມະນຸດໄດ້ຢ່າງສົມບູນ. ຄວາມສຳພັນທີ່ມະນຸດມີກັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ, ມະນຸດພັດທະນາຈາກການຕໍ່ຕ້ານເປັນຄວາມເຊື່ອຟັງ, ຈາກການຂົມເຫັງເປັນການຍອມຮັບ, ຈາກແນວຄິດເປັນຄວາມຮູ້ ແລະ ຈາກການປະຕິເສດເປັນຄວາມຮັກ. ສິ່ງເຫຼົ່ານີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມະນຸດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນຜ່ານການຍອມຮັບການພິພາກສາຂອງພຣະອົງເທົ່ານັ້ນ, ພຽງແຕ່ມາຮູ້ຈັກພຣະອົງຜ່ານພຣະທຳຈາກປາກຂອງພຣະອົງເທື່ອລະໜ້ອຍ, ຖືກເອົາຊະນະໂດຍພຣະອົງໃນລະຫວ່າງທີ່ພວກເຂົາຕໍ່ຕ້ານພຣະອົງ ແລະ ຮັບເອົາການຈັດກຽມຊີວິດຈາກພຣະອົງໃນລະຫວ່າງການຍອມຮັບເອົາການຕີສອນຈາກພຣະອົງ. ທຸກພາລະກິດນີ້ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະວິນຍານ. ພາລະກິດທີ່ປະຕິບັດໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນພາລະກິດທີ່ເລິກເຊິ່ງທີ່ສຸດ ແລະ ສ່ວນສຳຄັນໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າກໍແມ່ນພາລະກິດສອງຂັ້ນຕອນແຫ່ງການບັງເກີດເປັນມະນຸດ. ຄວາມເສື່ອມຊາມທີ່ເລິກເຊິ່ງຂອງມະນຸດແມ່ນອຸປະສັກທີ່ໃຫຍ່ຫຼວງຕໍ່ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ເວົ້າໂດຍສະເພາະແລ້ວ ພາລະກິດທີ່ຖືກປະຕິບັດໃນຜູ້ຄົນແຫ່ງຍຸກສຸດທ້າຍແມ່ນຍາກຫຼາຍ ແລະ ສະພາບແວດລ້ອມກໍໂຫດຮ້າຍ ແລະ ຄວາມສາມາດຂອງຄົນແຕ່ລະປະເພດກໍຕໍ່າພໍສົມຄວນ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນຈົບຂອງພາລະກິດນີ້, ມັນກໍຍັງຈະບັນລຸຜົນຢ່າງຖືກຕ້ອງ ໂດຍບໍ່ມີຂໍ້ບົກຜ່ອງໃດໆ; ນີ້ແມ່ນຜົນຂອງພາລະກິດແຫ່ງເນື້ອໜັງ ແລະ ຜົນນີ້ກໍດົນໃຈຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າຈະຖືກເຮັດໃຫ້ສິ້ນສຸດລົງໃນເນື້ອໜັງ ແລະ ຕ້ອງຖືກເຮັດໃຫ້ສິ້ນສຸດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດຖືກປະຕິບັດໃນເນື້ອໜັງ ແລະ ຄວາມລອດພົ້ນຂອງມະນຸດຕ້ອງຖືກປະຕິບັດໂດຍພຣະເຈົ້າທີ່ຢູ່ໃນເນື້ອໜັງດ້ວຍຕົວພຣະອົງເອງ. ເຖິງແມ່ນວ່າ ມະນຸດຊາດທັງປວງຮູ້ສຶກວ່າ ພຣະເຈົ້າທີ່ຢູ່ໃນເນື້ອໜັງບໍ່ກ່ຽວຂ້ອງກັບມະນຸດ, ໃນຄວາມເປັນຈິງແລ້ວ ເນື້ອໜັງນີ້ແມ່ນກ່ຽວຂ້ອງກັບຊະຕາກໍາ ແລະ ການເປັນຢູ່ຂອງມະນຸດຊາດທັງປວງ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 84)

ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕິເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າ ອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ບໍ່ເຊື່ອຟັງ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕິທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຢູ່ພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດວ້ຍວິທີໃດກໍຕາມ, ທັງໝົດແມ່ນເພື່ອເຮັດໃຫ້ພວກເຂົາຫຼຸດພົ້ນອອກຈາກທຳມະຊາດອັນຊົ່ວຮ້າຍດັ່ງເດີມຂອງພວກເຂົາ; ນັ້ນກໍ່ຄື ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນໂດຍເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດດັ່ງກ່າວ ພວກເຂົາກໍ່ຈະບໍ່ມີທາງທີ່ຈະຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້. ການໄຖ່ບາບແມ່ນພາລະກິດຂອງພຣະເຈົ້າເອງ ແລະ ການສະແຫວງຫາຊີວິດຄືສິ່ງທີ່ມະນຸດຕ້ອງປະຕິບັດເພື່ອຮັບເອົາການໄຖ່ບາບນັ້ນ. ໃນສາຍຕາຂອງມະນຸດ, ການໄຖ່ບາບຄືຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າບໍ່ສາມາດເປັນການຂ້ຽນຕີ, ການຕັດສິນ, ແລະ ການສາບແຊ່ງໄດ້; ການໄຖ່ບາບຕ້ອງປະກອບດ້ວຍຄວາມຮັກ, ຄວາມເມດຕາ ແລະ ຍິ່ງໄປກວ່ານັ້ນ, ຕ້ອງມີຄຳເວົ້າປອບໃຈ ແລະ ພອນອັນໃຫຍ່ຫຼວງທີ່ປະທານໂດຍພຣະເຈົ້າ. ຄົນເຊື່ອວ່າ ເມື່ອພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງປະຕິບັດເຊັ່ນນັ້ນໂດຍສໍາພັດພວກເຂົາດ້ວຍພອນ ແລະ ພຣະຄຸນຂອງພຣະອົງ ເພື່ອວ່າ ພວກເຂົາຈະໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ. ໝາຍຄວາມວ່າ, ການສໍາພັດມະນຸດຂອງພຣະອົງກໍ່ຄືການຊ່ວຍພວກເຂົາໃຫ້ລອດພົ້ນ. ການລອດພົ້ນແບບນີ້ແມ່ນຖືກປະຕິບັດໂດຍການບັນລຸຕາມຂໍ້ຕົກລົງ. ມີພຽງເມື່ອພຣະເຈົ້າປະທານໃຫ້ພວກເຂົາເປັນຮ້ອຍເທົ່າເທົ່ານັ້ນ ມະນຸດຈິ່ງຈະຍອມຮັບນາມຂອງພຣະເຈົ້າ ແລະ ພະຍາຍາມເຮັດດີເພື່ອພຣະອົງ ແລະ ນຳສະຫງ່າລາສີມາໃຫ້ພຣະອົງ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າສໍາລັບມະນຸດ. ພຣະເຈົ້າລົງມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ; ສິ່ງນີ້ຄືຄວາມເປັນຈິງ. ຖ້າບໍ່ແມ່ນຄວາມຈິງ, ແນ່ນອນວ່າ ພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ. ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມຮັກ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນວ່າ ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕິສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການສິດສອນ ແລະ ເຮົາກໍ່ບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ ທຸກມື້ນີ້, ບໍ່ວ່າຈະເປັນການພິພາກສາຢ່າງຊອບທຳ ຫຼື ການຫຼໍ່ຫຼອມ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ທັງໝົດນີ້ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າໃນປັດຈຸບັນນີ້ຈະມີການຈັດແບ່ງຄົນຕາມປະເພດຂອງພວກເຂົາແບບໃດ ຫຼື ປະເພດຂອງມະນຸດຈະຖືກຈັດວາງອອກແບບໃດກໍຕາມ, ຈຸດປະສົງຂອງພຣະທໍາ ແລະ ພາລະກິດທັງໝົດຂອງພຣະເຈົ້າແມ່ນເພື່ອຊ່ວຍບັນດາຜູ້ທີ່ຮັກພຣະອົງຢ່າງແທ້ຈິງໃຫ້ລອດພົ້ນ. ການພິພາກສາຢ່າງຊອບທຳກໍ່ເພື່ອເຮັດໃຫ້ມະນຸດບໍລິສຸດ, ການຫຼໍ່ຫຼອມຢ່າງໄຮ້ຄວາມເມດຕາກໍ່ເພື່ອຊຳລະລ້າງພວກເຂົາ, ພຣະທຳ ຫຼື ການຂ້ຽນຕີຢ່າງຮຸນແຮງກໍ່ເພື່ອເຮັດໃຫ້ບໍລິສຸດ ແລະ ເພື່ອຄວາມລອດພົ້ນ. ສະນັ້ນ ວິທີການໄຖ່ບາບໃນປັດຈຸບັນນີ້ຈະບໍ່ຄືກັນກັບໃນອະດີດ. ປັດຈຸບັນ, ພວກເຈົ້າຖືກນໍາໄປສູ່ຄວາມລອດພົ້ນຜ່ານການພິພາກສາຢ່າງຊອບທຳ ແລະ ເປັນເຄື່ອງມືທີ່ດີສຳລັດຈັດແບ່ງພວກເຈົ້າແຕ່ລະຄົນອອກຕາມປະເພດຂອງຕົນ. ຍິ່ງໄປກວ່ານັ້ນ ການຂ້ຽນຕີຢ່າງໂຫດຮ້າຍຄືຫົນທາງແຫ່ງຄວາມລອດພົ້ນຢ່າງແທ້ຈິງຂອງພວກເຈົ້າ ແລ້ວພວກເຈົ້າຈະມີຫຍັງເວົ້າອີກໃນການຜະເຊີນກັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວນີ້? ພວກເຈົ້າບໍ່ໄດ້ມີຄວາມສຸກກັບຄວາມລອດພົ້ນຕັ້ງແຕ່ຕົ້ນຈົນຈົບບໍ? ພວກເຈົ້າໄດ້ເຫັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຮູ້ຈັກລິດທານຸພາບ ແລະ ສະຕິປັນຍາຂອງພຣະອົງ; ນອກຈາກນັ້ນ, ພວກເຈົ້າຍັງໄດ້ປະສົບກັບການຂ້ຽນຕີ ແລະ ການລົງວິໄນຂອງພຣະອົງຊ້ຳແລ້ວຊໍ້າອີກ. ເຖິງຢ່າງໃດກໍຕາມ ພວກເຈົ້າກໍ່ຍັງໄດ້ຮັບພຣະຄຸນຢ່າງສູງ ບໍ່ແມ່ນບໍ? ພອນຂອງພວກເຈົ້າບໍ່ຍິ່ງໃຫຍ່ກວ່າພອນຂອງຄົນອື່ນບໍ? ພຣະຄຸນຂອງພວກເຈົ້ານັ້ນຍິ່ງໃຫຍ່ກວ່າສະຫງ່າລາສີ ແລະ ຄວາມຮັ່ງມີທີ່ຊາໂລມອນໄດ້ຮັບອີກ! ໃຫ້ຄິດເບິ່ງ: ຖ້າເຈດຕະນາໃນການມາຂອງເຮົາແມ່ນເພື່ອກ່າວໂທດ ແລະ ລົງໂທດພວກເຈົ້າ ແຕ່ບໍ່ແມ່ນເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ, ແລ້ວວັນຂອງພວກເຈົ້າຈະລອດມາຮອດທຸກມື້ນີ້ບໍ? ພວກເຈົ້າ ເປັນຄົນຜິດບາບທີ່ມີເລືອດ ແລະ ເນື້ອຈະສາມາດມີຊີວິດລອດມາຮອດທຸກມື້ນີ້ບໍ? ຖ້າເປົ້າໝາຍຂອງເຮົາແມ່ນພຽງການລົງໂທດພວກເຈົ້າເທົ່ານັ້ນ, ແລ້ວເປັນຫຍັງເຮົາຈຶ່ງຕ້ອງບັງເກີດເປັນເນື້ອໜັງ ແລະ ເລີ່ມດຳເນີນກິດຈະການທີ່ຍິ່ງໃຫຍ່ດັ່ງກ່າວນັ້ນ? ເຮົາພຽງໃຊ້ພຣະທໍາຂໍ້ດຽວກໍສາມາດລົງໂທດພວກເຈົ້າໄດ້ແລ້ວ ບໍ່ແມ່ນບໍ? ເຮົາຍັງຈະຕ້ອງການທຳລາຍພວກເຈົ້າຫຼັງຈາກທີ່ໄດ້ກ່າວໂທດພວກເຈົ້າອີກບໍ? ພວກເຈົ້າຍັງບໍ່ເຊື່ອພຣະທຳເຫຼົ່ານີ້ຂອງເຮົາອີກບໍ? ເຮົາສາມາດຊ່ວຍມະນຸດໃຫ້ລອດພົ້ນພຽງຜ່ານຄວາມຮັກ ແລະ ຄວາມເມດຕາເທົ່ານັ້ນບໍ່? ຫຼື ເຮົາສາມາດພຽງໃຊ້ແຕ່ການຄຶງກາງເຂນເພື່ອຊ່ວຍມະນຸດໃຫ້ລອດພົ້ນເທົ່ານັ້ນບໍ? ອຸປະນິໄສອັນຊອບທຳຂອງເຮົາບໍ່ເອື້ອອຳນວຍໃນການເຮັດໃຫ້ມະນຸດເຊື່ອຟັງຢ່າງສົມບູນຫຼາຍຂຶ້ນບໍ? ມັນບໍ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້ຢ່າງສົມບູນຫຼາຍຂຶ້ນແທ້ບໍ?

(ຄັດຈາກບົດ “ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 85)

ເຖິງແມ່ນວ່າພຣະທຳຂອງເຮົາອາດຈະເຂັ້ມງວດ, ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວເພື່ອຄວາມລອດພົ້ນຂອງມະນຸດ, ນັ້ນກໍຍ້ອນວ່າ ເຮົາພຽງກ່າວພຣະທຳ ແລະ ບໍ່ໄດ້ລົງໂທດເນື້ອໜັງຂອງມະນຸດ. ພຣະທຳເຫຼົ່ານີ້ເຮັດໃຫ້ມະນຸດດຳລົງຊີວິດຢູ່ໃນແສງສະຫວ່າງ, ເພື່ອຮູ້ວ່າແສງສະຫວ່າງມີຢູ່ຈິງ, ເພື່ອຮູ້ວ່າແສງສະຫວ່າງນັ້ນປະເສີດ ແລະ ຍິ່ງໄປກວ່ານ້ັນ, ກໍເພື່ອຮູ້ວ່າພຣະທຳເຫຼົ່ານີ້ມີປະໂຫຍດຕໍ່ມະນຸດ ແລະ ພ້ອມນັ້ນ ກໍເພື່ອຮູ້ວ່າ ພຣະເຈົ້າຄືຄວາມລອດພົ້ນ. ເຖິງແມ່ນວ່າ ເຮົາໄດ້ກ່າວພຣະທຳຫຼາຍປະການກ່ຽວກັບການຂ້ຽນຕີ ແລະ ການພິພາກສາ, ແຕ່ພຣະທໍາເຫຼົ່ານັ້ນແມ່ນບໍ່ໄດ້ປາກົດໃນຕົວພວກເຈົ້າຢ່າງແທ້ຈິງ. ເຮົາໄດ້ມາເພື່ອປະຕິບັດພາລະກິດຂອງເຮົາ, ເພື່ອກ່າວພຣະທຳຂອງເຮົາ ແລະ ເຖິງແມ່ນວ່າ ພຣະທຳຂອງເຮົາອາດຈະເຂັ້ມງວດ, ພວກມັນກໍຖືກກ່າວເພື່ອພິພາກສາຄວາມເສື່ອມຊາມ ແລະ ການກະບົດຂອງພວກເຈົ້າ. ວັດຖຸປະສົງຂອງເຮົາໃນການເຮັດສິ່ງນີ້ຄືການຊ່ວຍມະນຸດໃຫ້ພົ້ນຈາກການຄວບຄຸມຂອງຊາຕານ; ເຮົາກໍາລັງໃຊ້ພຣະທຳຂອງເຮົາຊ່ວຍມະນຸດໃຫ້ລອດພົ້ນ; ວັດຖຸປະສົງຂອງເຮົາບໍ່ແມ່ນເພື່ອທຳຮ້າຍມະນຸດດ້ວຍພຣະທຳຂອງເຮົາ. ພຣະທຳຂອງເຮົາເຂັ້ມງວດກໍ່ເພື່ອບັນລຸຜົນໃນການປະຕິບັດພາລະກິດຂອງເຮົາ. ມີພຽງຜ່ານການປະຕິບັດພາລະກິດໃນທາງນີ້ເທົ່ານັ້ນມະນຸດຈິ່ງຈະສາມາດຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ໜີອອກຈາກນິໄສກະບົດຂອງພວກເຂົາໄດ້. ຄວາມໝາຍອັນເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງພຣະທຳແມ່ນເພື່ອອະນຸຍາດໃຫ້ຄົນນໍາເອົາຄວາມຈິງໄປສູ່ການປະຕິບັດຫຼັງຈາກທີ່ໄດ້ເຂົ້າໃຈຄວາມຈິງ, ເພື່ອບັນລຸໃນການປ່ຽນແປງນິໄສຂອງພວກເຂົາ ແລະ ເພື່ອບັນລຸຄວາມຮູ້ກ່ຽວກັບຕົວພວກເຂົາເອງ ແລະ ພາລະກິດຂອງພຣະເຈົ້າ. ມີພຽງການປະຕິບັດພາລະກິດຜ່ານການກ່າວພຣະທໍາເທົ່ານັ້ນຈຶ່ງຈະສາມາດເຮັດໃຫ້ການສື່ສານລະຫວ່າງພຣະເຈົ້າກັບມະນຸດເປັນໄປໄດ້ ແລະ ມີພຽງພຣະທຳເທົ່ານັ້ນທີ່ສາມາດອະທິບາຍຄວາມຈິງໄດ້. ການປະຕິບັດພາລະກິດໃນວິທີນີ້ຄືຫົນທາງທີ່ດີທີ່ສຸດສຳລັບການເອົາຊະນະມະນຸດ; ນອກຈາກການກ່າວພຣະທຳຕ່າງໆແລ້ວ ກໍ່ບໍ່ມີວິທີອື່ນໃດອີກທີ່ສາມາດເຮັດໃຫ້ມະນຸດເຂົ້າໃຈຄວາມຈິງ ແລະ ພາລະກິດຂອງພຣະເຈົ້າໄດ້ຢ່າງຊັດເຈນ. ດັ່ງນັ້ນ ໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າກ່າວຕໍ່ມະນຸດເພື່ອເປີດເຜີຍຄວາມຈິງ ແລະ ຄວາມເລິກລັບທັງໝົດທີ່ພວກເຂົາຍັງບໍ່ເຂົ້າໃຈເທື່ອ, ອະນຸຍາດໃຫ້ພວກເຂົາໄດ້ຮັບເສັ້ນທາງທີ່ແທ້ຈິງ ແລະ ຊີວິດຈາກພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ວັດຖຸປະສົງແຫ່ງພາລະກິດຂອງພຣະເຈົ້າກັບມະນຸດແມ່ນເພື່ອໃຫ້ພວກເຂົາສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມັນຖືກປະຕິບັດເພື່ອນໍາຄວາມລອດພົ້ນມາສູ່ພວກເຂົາ, ສະນັ້ນ ໃນຊ່ວງເວລາທີ່ພຣະອົງຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງບໍ່ໄດ້ປະຕິບັດພາລະກິດໃນການລົງໂທດພວກເຂົາ. ໃນລະຫວ່າງການຊ່ວຍມະນຸດໃຫ້ລອດພົ້ນ, ພຣະເຈົ້າບໍ່ໄດ້ລົງໂທດຄົນຊົ່ວຮ້າຍ ຫຼື ໃຫ້ລາງວັນຄົນດີ ຫຼື ພຣະອົງເປີດເຜີຍຈຸດໝາຍປາຍທາງໃຫ້ກັບທຸກຄົນ. ກົງກັນຂ້າມ, ມີພຽງແຕ່ຫຼັງຈາກທີ່ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງສຳເລັດລົງເທົ່ານັ້ນ ພຣະອົງຈິ່ງຈະປະຕິບັດພາລະກິດແຫ່ງການລົງໂທດຄົນຊົ່ວຮ້າຍ ແລະ ມອບລາງວັນໃຫ້ກັບຄົນດີ, ແລ້ວເມື່ອນັ້ນພຣະອົງຈຶ່ງຈະເປີດເຜີຍຈຸດຈົບຂອງທຸກຄົນ. ບັນດາຜູ້ທີ່ຖືກລົງໂທດຈະແມ່ນບັນດາຜູ້ທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ບັນດາຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນຈະແມ່ນບັນດາຜູ້ທີ່ໄດ້ຮັບການໄຖ່ບາບຈາກພຣະເຈົ້າໃນລະຫວ່າງການໄຖ່ບາບມະນຸດຂອງພຣະອົງ. ໃນຂະນະທີ່ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າ, ບັນດາຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນທັງໝົດຈະຖືກຊ່ວຍໃຫ້ລອດຈົນເຖິງທີ່ສຸດ, ບໍ່ມີໃຜໃນພວກເຂົາທີ່ຈະຖືກປະຖິ້ມ, ເນື່ອງຈາກວ່າວັດຖຸປະສົງຂອງພາລະກິດຂອງພຣະເຈົ້າແມ່ນເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ໃນລະຫວ່າງການໄຖ່ບາບມະນຸດຂອງພຣະເຈົ້າ, ບັນດາຜູ້ທີ່ບໍ່ສາມາດບັນລຸການປ່ຽນແປງນິໄສຂອງພວກເຂົາ ແລະ ບັນດາຜູ້ທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນທັງໝົດ, ຈະກາຍເປັນຜູ້ທີ່ຖືກລົງໂທດທັງໝົດ. ໃນຂັ້ນຕອນນີ້ຂອງພາລະກິດ, ພາລະກິດແຫ່ງພຣະທຳຈະເປີດເຜີຍໃຫ້ກັບມະນຸດທຸກເສັ້ນທາງ ແລະ ຄວາມເລິກລັບທີ່ພວກເຂົາບໍ່ເຂົ້າໃຈ, ເພື່ອວ່າ ມະນຸດຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ເພື່ອວ່າ ພວກເຂົາຈະສາມາດມີເງື່ອນໄຂນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ ແລະ ບັນລຸການປ່ຽນແປງນິໄສຂອງພວກເຂົາ. ພຣະເຈົ້າໃຊ້ແຕ່ພຣະທຳເທົ່ານັ້ນໃນການປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ໄດ້ລົງໂທດຄົນຍ້ອນວ່າພວກເຂົາມີການກະບົດພຽງເລັກນ້ອຍ, ຍ້ອນວ່າຕອນນີ້ແມ່ນເວລາຂອງພາລະກິດແຫ່ງຄວາມລອດພົ້ນ. ຖ້າທຸກຄົນທີ່ກະບົດຖືກລົງໂທດ, ກໍ່ຈະບໍ່ມີໃຜທີ່ຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນໄດ້; ພວກເຂົາທັງໝົດຈະຖືກລົງໂທດ ແລະ ຕົກສູ່ແດນມໍລະນາ. ວັດຖຸປະສົງຂອງພຣະທຳໃນການຕັດສິນມະນຸດແມ່ນເພື່ອໃຫ້ພວກເຂົາຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ຍອມເຊື່ອຟັງພຣະເຈົ້າ; ບໍ່ແມ່ນເພື່ອລົງໂທດພວກເຂົາດ້ວຍການພິພາກສາດັ່ງກ່າວ. ໃນລະຫວ່າງການປະຕິບັດພາລະກິດແຫ່ງພຣະທຳ, ຫຼາຍຄົນຈະເປີດເຜີຍການກະບົດ ແລະ ການຕໍ່ຕ້ານຂອງພວກເຂົາອອກມາ ພ້ອມທັງການບໍ່ເຊື່ອຟັງຂອງພວກເຂົາທີມີຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ. ແຕ່ເຖິງຢ່າງໃດກໍຕາມ ພຣະອົງຈະບໍ່ລົງໂທດຄົນເຫຼົ່ານີ້ທັງໝົດຍ້ອນສິ່ງນີ້, ແຕ່ ກົງກັນຂ້າມ ພຣະອົງພຽງແຕ່ຈະປະຖິ້ມບັນດາຜູ້ທີ່ເສື່ອມຊາມທີ່ສຸດ ແລະ ຜູ້ທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ພຣະອົງຈະເອົາເນື້ອໜັງຂອງພວກເຂົາໃຫ້ຊາຕານ ແລະ ໃນບາງກໍລະນີ ກໍຈະທໍາລາຍເນື້ອໜັງຂອງພວກເຂົາ. ສ່ວນຄົນທີ່ເຫຼືອແມ່ນຈະສືບຕໍ່ປະຕິບັດຕາມ ແລະ ປະສົບກັບການຈັດການ ແລະ ການລິຮານ. ຖ້າໃນຂະນະທີ່ພວກເຂົາປະຕິບັດຕາມ ພວກເຂົາຍັງບໍ່ສາມາດຍອມຮັບການຈັດການ ແລະ ການລິຮານ ແລະ ກາຍເປັນຄົນເສື່ອມຊາມຂຶ້ນເລື້ອຍໆ, ແລ້ວພວກເຂົາກໍ່ຈະສູນເສຍໂອກາດໃນຄວາມລອດພົ້ນຂອງພວກເຂົາ. ທຸກຄົນທີ່ຍອມຮັບການເອົາຊະນະດ້ວຍພຣະທຳຈະມີໂອກາດພຽງພໍເພື່ອຄວາມລອດພົ້ນ. ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ ຈະສະແດງໃຫ້ພວກເຂົາເຫັນເຖິງຄວາມເມດຕາປານີສູງສຸດຂອງພຣະອົງ. ເວົ້າອີກຢ່າງກໍຄື ພວກເຂົາຈະຖືກສະແດງໃຫ້ເຫັນເຖິງຄວາມອົດທົນສູງສຸດຂອງພຣະເຈົ້າ. ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ, ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນຂອງພຣະອົງ. ທໍາອິດ ເມື່ອຜູ້ຄົນກະບົດຕໍ່ພຣະເຈົ້າ, ພຣະອົງບໍ່ໄດ້ປາດຖະໜາເຮັດໃຫ້ພວກເຂົາເຖິງແກ່ຄວາມຕາຍ, ແຕ່ກົງກັນຂ້າມ ພຣະເອົງເຮັດທຸກວິທີທາງເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ. ຖ້າຫາກບາງຄົນບໍ່ມີພີ້ນທີ່ສຳລັບຄວາມລອດພົ້ນແທ້ໆ, ແລ້ວພຣະເຈົ້າກໍຈະປະຖິ້ມພວກເຂົາ. ເຫດພົ້ນທີ່ພຣະເຈົ້າຊັກຊ້າໃນການລົງໂທດບາງຄົນກໍ່ຍ້ອນວ່າພຣະອົງຕ້ອງການຊ່ວຍທຸກຄົນທີ່ສາມາດຊ່ວຍໄດ້. ພຣະອົງຕັດສິນ, ໃຫ້ແສງສະຫວ່າງ ແລະ ນຳພາຜູ້ຄົນດ້ວຍພຣະທຳເທົ່ານັ້ນ ແລະ ບໍ່ໄດ້ໃຊ້ໄມ້ຄ້ອນຕີພວກເຂົາໃຫ້ຕາຍ. ການໃຊ້ພຣະທຳເພື່ອຊ່ວຍມະນຸດໃຫ້ລອດພົ້ນແມ່ນວັດຖຸປະສົງ ແລະ ຄວາມໝາຍຂອງຂັ້ນຕອນສຸດທ້າຍຂອງພາລະກິດ.

(ຄັດຈາກບົດ “ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 86)

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 87)

ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ. ບາງຄົນບໍ່ເຂົ້າໃຈ ແລະ ຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເຮັດໃຫ້ມະນຸດສົມບູນຜ່ານການພິພາກສາ ແລະ ຄຳສາບແຊ່ງເທົ່ານັ້ນ? ພວກເຂົາເວົ້າວ່າ “ຖ້າພຣະເຈົ້າຈະສາບແຊ່ງມະນຸດ, ມະນຸດຈະບໍ່ຕາຍບໍ? ຖ້າພຣະເຈົ້າຈະພິພາກສາມະນຸດ, ມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວເຂົາຈະຍັງຖືກເຮັດໃຫ້ສົມບູນໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສິ່ງທີ່ພຣະອົງພິພາກສາແມ່ນຄວາມບາບຂອງມະນຸດ. ເຖິງແມ່ນວ່າພຣະອົງກ່າວຢ່າງໂຫດຮ້າຍ ແລະ ຢ່າງບໍ່ຢຸດຢັ້ງ, ພຣະອົງກໍເປີດເຜີຍທຸກສິ່ງທີ່ຢູ່ພາຍໃນມະນຸດ, ເປີດເຜີຍຜ່ານພຣະທຳທີ່ເຂັ້ມງວດເຫຼົ່ານີ້ທີ່ຈໍາເປັນຕໍ່ມະນຸດ, ແຕ່ຜ່ານການພິພາກສາດັ່ງກ່າວ, ພຣະອົງໄດ້ມອບຄວາມຮູ້ທີ່ເລິກເຊິ່ງກ່ຽວກັບທາດແທ້ຂອງເນື້ອໜັງໃຫ້ກັບມະນຸດ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຍອມເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າ. ເນື້ອໜັງຂອງມະນຸດແມ່ນມາຈາກຄວາມບາບ ແລະ ມາຈາກຊາຕານ, ມັນແມ່ນການບໍ່ເຊື່ອຟັງ ແລະ ມັນຄືເປົ້າໝາຍແຫ່ງການຂ້ຽນຕີຂອງພຣະເຈົ້າ. ດ້ວຍເຫດນັ້ນ ເພື່ອເຮັດໃຫ້ມະນຸດຮູ້ຈັກຕົນເອງ, ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕ້ອງເກີດຂຶ້ນກັບເຂົາ ແລະ ຕ້ອງໄດ້ໃຊ້ການຫຼໍ່ຫຼອມທຸກຮູບແບບ; ມີແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະສາມາດມີປະສິດທິພາບ.

ຈາກພຣະທຳທີ່ພຣະເຈົ້າກ່າວ ສາມາດເຫັນໄດ້ວ່າ ພຣະອົງໄດ້ກ່າວປະນາມເນື້ອໜັງຂອງມະນຸດແລ້ວ. ແລ້ວພຣະທຳເຫຼົ່ານີ້ບໍ່ແມ່ນພຣະທຳແຫ່ງຄຳສາບແຊ່ງບໍ? ພຣະທຳທີ່ພຣະເຈົ້າກ່າວເປີດເຜີຍທາດແທ້ຂອງມະນຸດ ແລະ ຜ່ານການເປີດເຜີຍດັ່ງກ່າວ ເຂົາກໍຖືກພິພາກສາ ແລະ ເມື່ອເຂົາເຫັນວ່າ ເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຂົາກໍຮູ້ສຶກເຖິງຄວາມໂສກເສົ້າ ແລະ ຄວາມເສຍໃຈຢູ່ຂ້າງໃນ, ເຂົາຮູ້ສຶກວ່າ ເຂົາເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ບໍ່ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າໄດ້. ມີຫຼາຍຄັ້ງທີ່ພຣະວິນຍານບໍລິສຸດລົງວິໄນເຈົ້າຈາກຂ້າງໃນ ແລະ ວິໄນນີ້ແມ່ນມາຈາກການພິພາກສາຂອງພຣະເຈົ້າ; ມີຫຼາຍຄັ້ງທີ່ພຣະເຈົ້າປະນາມເຈົ້າ ແລະ ເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ, ເມື່ອພຣະອົງບໍ່ສົນໃຈເຈົ້າ ແລະ ບໍ່ປະຕິບັດພາລະກິດພາຍໃນເຈົ້າ ໂດຍຂ້ຽນຕີເຈົ້າຢ່າງງຽບໆເພື່ອຫຼໍ່ຫຼອມເຈົ້າ. ພາລະກິດຂອງພຣະເຈົ້າໃນມະນຸດຫຼັກໆແມ່ນເພື່ອເປີດເຜີຍອຸປະນິໄສທີ່ຊອບທຳຂອງພຣະອົງ. ແລ້ວ ມະນຸດເປັນພະຍານຫຍັງແດ່ໃຫ້ກັບພຣະເຈົ້າ? ເຂົາເປັນພະຍານວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ, ອຸປະນິໄສຂອງພຣະອົງແມ່ນຄວາມຊອບທຳ, ຄວາມໂກດຮ້າຍ, ການຂ້ຽນຕີ ແລະ ການພິພາກສາ; ມະນຸດເປັນພະຍານເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ພຣະເຈົ້າໃຊ້ການພິພາກສາຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ, ພຣະອົງໄດ້ຮັກມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນ, ແຕ່ມີຫຍັງແດ່ທີ່ຢູ່ພາຍໃນຄວາມຮັກຂອງພຣະອົງ? ມີການພິພາກສາ, ລິດທານຸພາບ, ຄວາມໂກດຮ້າຍ ແລະ ຄຳສາບແຊ່ງ. ເຖິງແມ່ນວ່າພຣະເຈົ້າສາບແຊ່ງມະນຸດໃນອະດິດ, ພຣະອົງກໍບໍ່ໄດ້ໂຍນມະນຸດທັງມົດລົງສູ່ຂຸມເລິກທີ່ສຸດ, ແຕ່ໃຊ້ວິທີນັ້ນເພື່ອຫຼໍ່ຫຼອມຄວາມເຊື່ອຂອງມະນຸດ; ພຣະອົງບໍ່ເຮັດໃຫ້ມະນຸດເຖິງແກ່ຄວາມຕາຍ, ແຕ່ປະຕິບັດເພື່ອເຮັດໃຫ້ມະນຸດສົມບູນ. ທາດແທ້ຂອງເນື້ອໜັງແມ່ນມາຈາກຊາຕານ ເຊິ່ງພຣະເຈົ້າເວົ້ານັ້ນແມ່ນຖືກຕ້ອງທີ່ສຸດ, ແຕ່ຄວາມຈິງທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນໄປຕາມພຣະທຳຂອງພຣະອົງ. ພຣະອົງສາບແຊ່ງເຈົ້າເພື່ອເຈົ້າຈະຮັກພຣະອົງ ແລະ ເພື່ອເຈົ້າຈະໄດ້ຮູ້ຈັກທາດແທ້ຂອງເນື້ອໜັງ; ພຣະອົງຂ້ຽນຕີເຈົ້າເພື່ອປຸກໃຫ້ເຈົ້າຕື່ນ, ເພື່ອເຮັດໃຫ້ເຈົ້າຮູ້ຈັກຂໍ້ບົກຜ່ອງທີ່ຢູ່ພາຍໃນຕົວເຈົ້າ ແລະ ເພື່ອຮູ້ຈັກຄວາມບໍ່ມີຄ່າທັງໝົດຂອງມະນຸດ. ສະນັ້ນ, ຄຳສາບແຊ່ງຂອງພຣະເຈົ້າ, ການພິພາກສາຂອງພຣະອົງ ແລະ ລິດທານຸພາບ ແລະ ຄວາມໂກດຮ້າຍຂອງພຣະອົງ, ສິ່ງເຫຼົ່ານີ້ແມ່ນມີເພື່ອເຮັດໃຫ້ມະນຸດສົມບູນ. ທຸກສິ່ງທີ່ພຣະເຈົ້າກະທຳໃນປັດຈຸບັນ ແລະ ອຸປະນິໄສທີ່ຊອບທຳທີ່ພຣະເຈົ້າເປີດເຜີຍພາຍໃນພວກເຈົ້າ, ທຸກສິ່ງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ສິ່ງດັ່ງກ່າວແມ່ນຄວາມຮັກຂອງພຣະເຈົ້າ.

(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 88)

ໃນແນວຄິດດັ່ງເດີມຂອງມະນຸດ, ເຂົາເຊື່ອວ່າ ຄວາມຮັກຂອງພຣະເຈົ້າຄືພຣະຄຸນ, ຄວາມເມດຕາ ແລະ ຄວາມສົງສານຂອງພຣະອົງສຳລັບຄວາມອ່ອນແອຂອງມະນຸດ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະແມ່ນຄວາມຮັກຂອງພຣະເຈົ້າເຊັ່ນກັນ, ພວກມັນກໍບໍ່ເປັນພຽງດ້ານໜຶ່ງ ແລະ ບໍ່ແມ່ນວິທີຫຼັກທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ. ບາງຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າຍ້ອນຄວາມເຈັບປ່ວຍ. ຄວາມເຈັບປ່ວຍນີ້ແມ່ນພຣະຄຸນທີ່ພຣະເຈົ້າມີຕໍ່ເຈົ້າ; ຫາກປາສະຈາກສິ່ງນີ້, ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມາໄກໄດ້ປານນີ້ ແລະ ສະນັ້ນ ແມ່ນແຕ່ພຣະຄຸນນີ້ກໍເປັນຄວາມຮັກຂອງພຣະເຈົ້າ. ໃນສະໄໝແຫ່ງຄວາມເຊື່ອໃນພຣະເຢຊູ, ຜູ້ຄົນເຮັດຫຼາຍຢ່າງທີ່ພຣະເຈົ້າບໍ່ມັກ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ແຕ່ພຣະເຈົ້າກໍມີຄວາມຮັກ ແລະ ຄວາມເມດຕາ ແລະ ພຣະອົງໄດ້ນໍາມະນຸດມາໄກປານນີ້ ແລະ ເຖິງແມ່ນວ່າມະນຸດບໍ່ເຂົ້າໃຈຫຍັງເລີຍ, ພຣະເຈົ້າກໍຍອມໃຫ້ມະນຸດຕິດຕາມພຣະອົງຄືເກົ່າ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ນໍາພາມະນຸດມາເຖິງປັດຈຸບັນ. ນີ້ບໍ່ແມ່ນຄວາມຮັກຂອງພຣະເຈົ້າບໍ? ສິ່ງທີ່ຖືກສະແດງອອກໃນອຸປະນິໄສຂອງພຣະເຈົ້າແມ່ນຄວາມຮັກຂອງພຣະເຈົ້າ, ສິ່ງນີ້ຖືກຕ້ອງທີ່ສຸດ! ເມື່ອການສ້າງຄຣິສຕະຈັກໄດ້ມາເຖິງຈຸດສູງສຸດ, ພຣະເຈົ້າກໍປະຕິບັດພາລະກິດຂັ້ນຕອນຂອງຜູ້ບໍລິການ ແລະ ໂຍນມະນຸດຖິ້ມລົງສູ່ຂຸມເລິກທີ່ສຸດ. ພຣະທຳໃນໄລຍະຂອງຜູ້ບໍລິການແມ່ນຄຳສາບແຊ່ງທັງໝົດ ນັ້ນກໍຄື ຄຳສາບແຊ່ງເນື້ອໜັງຂອງເຈົ້າ, ຄຳສາບແຊ່ງຂອງອຸປະນິໄສຊົ່ວຊ້າທີ່ເສື່ອມຊາມຂອງເຈົ້າ ແລະ ຄຳສາບແຊ່ງຕໍ່ສິ່ງຕ່າງໆຂອງເຈົ້າທີ່ບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າກະທຳໃນບາດກ້າວນັ້ນແມ່ນຖືກສະແດງອອກດັ່ງສະຫງ່າລາສີ, ທັນທີທີ່ຫຼັງຈາກພຣະເຈົ້າປະຕິບັດຂັ້ນຕອນພາລະກິດແຫ່ງການຂ້ຽນຕີ, ການທົດລອງແຫ່ງຄວາມຕາຍກໍມາເຖິງ. ໃນພາລະກິດດັ່ງກ່າວ, ມະນຸດໄດ້ເຫັນເຖິງຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແຕ່ເຂົາກໍຍັງໄດ້ເຫັນພຣະຄຸນຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງ ແລະ ຄວາມເມດຕາເຊັ່ນກັນ; ທຸກສິ່ງທີ່ພຣະເຈົ້າກະທຳ ແລະ ທຸກສິ່ງທີ່ສະແດງອອກເຖິງອຸປະນິໄສຂອງພຣະອົງ ແມ່ນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເພື່ອເຮັດຕາມຄວາມຕ້ອງການຂອງມະນຸດ. ພຣະອົງກະທຳສິ່ງນັ້ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ພຣະອົງສະໜອງໃຫ້ກັບມະນຸດຕາມວຸດທິພາວະຂອງເຂົາ. ຖ້າພຣະເຈົ້າບໍ່ໄດ້ກະທຳສິ່ງນີ້, ມະນຸດຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຈະບໍ່ມີທາງຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້. ນັບຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ສະໜອງໃຫ້ກັບມະນຸດເທື່ອລະໜ້ອຍຕາມວຸດທິພາວະຂອງມະນຸດ ເພື່ອວ່າ ມະນຸດຈະໄດ້ມາຮູ້ຈັກພຣະອົງເທື່ອລະໜ້ອຍຢູ່ຂ້າງໃນ. ມີແຕ່ການມາເຖິງປັດຈຸບັນເທົ່ານັ້ນ ມະນຸດຈຶ່ງເຂົ້າໃຈວ່າ ການພິພາກສາຂອງພຣະເຈົ້າມະຫັດສະຈັນສໍ່າໃດ. ບາດກ້າວຂອງພາລະກິດຂອງຜູ້ບໍລິການແມ່ນເຫດການທຳອິດຂອງພາລະກິດແຫ່ງຄຳສາບແຊ່ງຕັ້ງແຕ່ເວລາແຫ່ງການສ້າງຈົນເຖິງປັດຈຸບັນ. ມະນຸດຖືກສາບແຊ່ງໃຫ້ຕົກລົງສູ່ຂຸມເລິກທີ່ສຸດ. ຖ້າພຣະເຈົ້າບໍ່ໄດ້ເຮັດແບບນັ້ນ, ໃນປັດຈຸບັນນີ້ ມະນຸດກໍຈະບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຜ່ານຄຳສາບແຊ່ງຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງພົບພໍ້ກັບອຸປະນິໄສຂອງພຮະເຈົ້າຢ່າງເປັນທາງການ. ມະນຸດແມ່ນຖືກເປີດເຜີຍຜ່ານການທົດລອງຂອງຜູ້ບໍລິການ. ເຂົາເຫັນວ່າ ຄວາມຊື່ສັດຂອງເຂົາແມ່ນຍອມຮັບບໍ່ໄດ້, ວຸດທິພາວະຂອງເຂົາກໍຕໍ່າເກີນໄປ, ເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄຳອ້າງຂອງເຂົາທີ່ວ່າເຮັດໃຫ້ພຣະເຈົ້າພໍໃຈຢູ່ຕະຫຼອດເວລານັ້ນ ກໍເປັນພຽງແຕ່ຄຳເວົ້າ. ເຖິງແມ່ນວ່າໃນບາດກ້າວຂອງພາລະກິດຂອງຜູ້ບໍລິການ ພຣະເຈົ້າສາບແຊ່ງມະນຸດ, ແຕ່ເມື່ອເບິ່ງຄືນແລ້ວ ບາດກ້າວຂອງພາລະກິດຂອງພຣະເຈົ້າແມ່ນມະຫັດສະຈັນ: ມັນນຳຈຸດປ່ຽນແປງທີ່ຍິ່ງໃຫຍ່ມາສູ່ມະນຸດ ແລະ ເຮັດໃຫ້ມີການປ່ຽນແປງຄັ້ງຍິ່ງໃຫຍ່ຕໍ່ຊີວິດ-ອຸປະນິໄສຂອງເຂົາ. ກ່ອນສະໄໝຂອງຜູ້ບໍລິການ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບການສະແຫວງຫາຊີວິດ, ການເຊື່ອໃນພຣະເຈົ້າໝາຍເຖິງຫຍັງ ຫຼື ສະຕິປັນຍາໃນພາລະກິດຂອງພຣະເຈົ້າ ຫຼື ເຂົາບໍ່ເຂົ້າໃຈວ່າ ພາລະກິດຂອງພຣະເຈົ້າສາມາດທົດສອບມະນຸດໄດ້. ນັບຕັ້ງແຕ່ສະໄໝຂອງຜູ້ບໍລິການຕະລອດຈົນເຖິງປັດຈຸບັນ, ມະນຸດເຫັນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນສໍ່າໃດ, ມັນເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມະນຸດບໍ່ສາມາດໃຊ້ສະໝອງຂອງເຂົາຈິນຕະນາການເຖິງວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ເຂົາຍັງເຫັນວ່າວຸດທິພາວະຂອງເຂົາຕໍ່າສໍ່າໃດ ແລະ ມີຫຼາຍຢ່າງໃນຕົວເຂົາທີ່ບໍ່ເຊື່ອຟັງ. ເມື່ອພຣະເຈົ້າສາບແຊ່ງມະນຸດ, ມັນກໍເພື່ອບັນລຸຜົນ ແລະ ພຣະອົງບໍ່ໄດ້ເຮັດໃຫ້ມະນຸດຕາຍ. ເຖິງແມ່ນວ່າພຣະອົງສາບແຊ່ງມະນຸດ, ພຣະອົງກໍເຮັດແບບນັ້ນຜ່ານທາງພຣະທຳ ແລະ ຄຳສາບແຊ່ງຂອງພຣະອົງກໍບໍ່ໄດ້ເກີດຂຶ້ນກັບມະນຸດແທ້ໆ ຍ້ອນສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສະນັ້ນ ພຣະທຳແຫ່ງຄຳສາບແຊ່ງຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດສົມບູນເຊັ່ນກັນ. ບໍ່ວ່າພຣະເຈົ້າຈະພິພາກສາມະນຸດ ຫຼື ສາບແຊ່ງເຂົາ, ທັງສອງຢ່າງແມ່ນເຮັດໃຫ້ມະນຸດສົມບູນ: ທັງສອງຢ່າງແມ່ນເຮັດເພື່ອເຮັດໃຫ້ສິ່ງທີ່ບໍ່ບໍລິສຸດຢູ່ພາຍໃນມະນຸດນັ້ນສົມບູນ. ໝາຍຄວາມວ່າ ມະນຸດຖືກຫຼໍ່ຫຼອມຜ່ານສິ່ງນີ້ ແລະ ສິ່ງທີ່ຍັງຂາດຢູ່ຂ້າງໃນມະນຸດກໍຖືກເຮັດໃຫ້ສົມບູນຜ່ານທາງພຣະທໍາ ແລະ ພາລະກິດຂອງພຣະອົງ. ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ. ໃນປັດຈຸບັນ, ມີບາງຄົນທີ່ເວົ້າວ່າ ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແຕ່ສິ່ງນັ້ນແມ່ນບໍ່ເປັນຈິງເລີຍ. ແທ້ຈິງແລ້ວ, ພວກເຂົາກຳລັງເວົ້າໃນສິ່ງທີ່ບໍ່ເປັນຈິງ ເພາະໃນປັດຈຸບັນ ພວກເຂົາຍັງບໍ່ເຂົ້າໃຈວ່າ ຄວາມປະສົງຂອງພຣະເຈົ້າແມ່ນການຊ່ວຍມະນຸດ ຫຼື ສາບແຊ່ງມະນຸດ. ບາງເທື່ອ ເຈົ້າບໍ່ສາມາດເຫັນຢ່າງຊັດເຈນໃນຕອນນີ້, ແຕ່ມື້ນັ້ນຈະມາເຖິງ ເມື່ອເຈົ້າເຫັນວ່າ ມື້ແຫ່ງສະຫງ່າລາສີຂອງພຣະເຈົ້າໄດ້ມາຮອດແລ້ວ ແລະ ເຈົ້າຈະເຫັນວ່າ ການຮັກພຣະເຈົ້າມີຄວາມໝາຍຫຼາຍສໍ່າໃດ, ເພື່ອເຈົ້າຈະຮຽນຮູ້ຈັກຊີວິດມະນຸດ ແລະ ເນື້ອໜັງຂອງເຈົ້າຈະດຳລົງຢູ່ໃນໂລກແຫ່ງການຮັກພຣະເຈົ້າ, ເພື່ອວ່າວິນຍານຂອງເຈົ້າຈະຖືກປ່ອຍໃຫ້ເປັນອິດສະຫຼະ, ຊີວິດຂອງເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ ແລະ ເຈົ້າຈະໄດ້ຢູ່ໃກ້ຊິດກັບພຣະເຈົ້າສະເໝີ ແລະ ຈະເພິ່ງພາພຣະເຈົ້າຢູ່ສະເໝີ. ໃນເວລານັ້ນ, ເຈົ້າຈະຮູ້ຈັກຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນມີຄ່າຫຼາຍສໍ່າໃດ.

(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 89)

ພາລະກິດທີ່ກຳລັງປະຕິບັດຢູ່ໃນປັດຈຸບັນແມ່ນເພື່ອໃຫ້ຜູ້ຄົນປະຖິ້ມຊາຕານ, ປະຖິ້ມບັນພະບຸລຸດທີ່ເກົ່າແກ່ຂອງພວກເຂົາ. ທຸກການພິພາກສາດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປ່ງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາທັງໝົດທີ່ຊໍ້າແລ້ວຊໍ້າອີກເຫຼົ່ານີ້ສຽບແທງຫົວໃຈຂອງຜູ້ຄົນ. ທຸກການພິພາກສາສົ່ງຜົນກະທົບຕໍ່ຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ້ງໝາຍທີ່ຈະເຮັດໃຫ້ພວກເຂົາເຈັບໃຈເພື່ອພວກເຂົາຈະໄດ້ປະຖິ້ມທຸກສິ່ງ ແລະ ຫັ້ນມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້ ແລະ ພ້ອມດ້ວຍຮູ້ຈັກສະຕິປັນຍາ, ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງມີການຕີສອນ ແລະ ການພິພາກສາຫຼາຍພຽງໃດ ຫົວໃຈຂອງມະນຸດກໍຍິ່ງສາມາດຖືກເຮັດໃຫ້ເຈັບຫຼາຍພຽງນັ້ນ ແລະ ຈິດວິນຍານຂອງເຂົາກໍຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍພຽງນັ້ນ. ການປຸກຈິດວິນຍານຂອງຜູ້ຄົນທີ່ເສື່ອມຊາມຢ່າງໜັກ ແລະ ຖືກຫຼອກລວງຫຼາຍທີ່ສຸດເຫຼົ່ານີ້ຄືເປົ້າໝາຍຂອງການພິພາກດັ່ງກ່າວ. ມະນຸດບໍ່ມີຈິດວິນຍານ ນັ້ນກໍຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ຮູ້ຈັກວ່າເຂົາກຳລັງດີ້ນລົນໃນເຫວເລິກແຫ່ງຄວາມຕາຍ; ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະລົກຢູ່ເທິງແຜ່ນດິນໂລກນີ້? ເຂົາຈະສາມາດຮຸ້ຈັກໄດ້ແນວໃດວ່າ ຊາກສົບເນົ່າເປື່ອຍນີ້ຂອງເຂົາໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍດ້ວຍຄວາມເສື່ອມຊາມຂອງຊາຕານ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເກີນກວ່າມະນຸດຈະແກ້ໄຂໄດ້ເປັນເວລາດົນນານມາແລ້ວ? ແລະ ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນປັດຈຸບັນ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຮັບການຊໍາລະລ້າງ ແລະ ການພິພາກສາທຸກຢ່າງ ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍຍັງບໍ່ຕື່ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີກິລະຍາທ່າທາງຫຍັງເລີຍ. ມະນຸດຊ່າງເສື່ອມຊາມແທ້ເດ! ເຖິງແມ່ນວ່າ ການພິພາກສາປະເພດນີ້ຈະເປັນເໝືອນດັ່ງໝາກເຫັບອັນຮ້າຍກາດທີ່ຕົກລົງມາຈາກທ້ອງຟ້າ, ແຕ່ມັນກໍເປັນປະໂຫຍດຫຼາຍສໍາລັບມະນຸດ. ຖ້າບໍ່ແມ່ນຍ້ອນການຕັດສິນຄົນແບບນີ້ ຈະບໍ່ມີຜົນດີຕາມມາ ແລະ ເປັນໄປບໍ່ໄດ້ທີ່ຈະສາມາດຊ່ວຍຄົນໃຫ້ລອດພົ້ນຈາກເຫວເລິກແຫ່ງຄວາມທຸກທໍລະມານນັ້ນໄດ້. ຖ້າບໍ່ແມ່ນຍ້ອນພາລະກິດນີ້ ກໍຈະເປັນການຍາກທີ່ຈະໃຫ້ຄົນຫຼຸດພົ້ນຈາກແດນມໍລະນາແຫ່ງຄວາມຕາຍນັ້ນໄດ້ ເພາະຫົວໃຈຂອງພວກເຂົາໄດ້ຕາຍໄປເປັນເວລາດົນນານມາແລ້ວ ແລະ ຈິດວິນຍານຂອງພວກເຂົາກໍຖືກຊາຕານຢຽບຍໍ່າເປັນເວລາດົນນານມາແລ້ວ. ການຊ່ວຍພວກເຈົ້າທີ່ຈົມຢູ່ກັບຄວາມເສື່ອມຊາມຢ່າງໜັກ ຈຳເປັນຕ້ອງໄດ້ເອີ້ນເອົາພວກເຈົ້າຢ່າງແຮງ ແລ້ວຕັດສິນພວກເຈົ້າຢ່າງໜັກ ແລະ ພຽງເມື່ອນັ້ນ ຫົວໃຈທີ່ເຢັນຊາຄືກັບນໍ້າກ້ອນຂອງພວກເຈົ້າຈຶ່ງຈະຖືກປຸກໃຫ້ຕື່ນຂຶ້ນ.

(ຄັດຈາກບົດ “ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 90)

ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ໆຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມບໍ່ເຊື່ອຟັງຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້ ຄວາມບໍລິສຸດຂອງພຣະອົງຈຶ່ງຖືກສະແດງອອກ. ຖ້າພຣະເຈົ້າເຫັນວ່າ ຄວາມສົກກະປົກ ແລະ ຄວາມກະບົດຂອງມະນຸດມີຫຼາຍເກີນໄປ ແຕ່ພຣະອົງບໍ່ໄດ້ກ່າວ ຫຼື ພິພາກສາເຈົ້າ ຫຼື ບໍ່ໄດຂ້ຽນຕີເຈົ້າ ຍ້ອນຄວາມບໍ່ຊອບທຳຂອງເຈົ້າ, ແລ້ວສິ່ງນີ້ກໍຈະພິສູດວ່າພຣະອົງບໍ່ແມ່ນພຣະເຈົ້າ, ຍ້ອນວ່າພຣະອົງຈະບໍ່ມີຄວາມກຽດຊັງຄວາມຜິດບາບ; ພຣະອົງຈະສົກກະປົກຄືກັບມະນຸດ. ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ແລະ ພວກເຈົ້າໄດ້ກາຍມາເປັນໝູທີ່ເກີດໃນມຸມທີ່ສົກກະປົກທີ່ສຸດຂອງໂລກ ແລະ ດ້ວຍເຫດນັ້ນ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ. ຍ້ອນພຣະອົງສາມາດເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງ ເມື່ອພຣະອົງເຫັນຄວາມກະບົດຂອງມະນຸດ ແລະ ຍ້ອນພຣະອົງສາມາດເປີດເຜີຍຄວາມບໍລິສຸດຂອງພຣະອົງ ເມື່ອພຣະອົງເຫັນຄວາມສົກກະປົກຂອງມະນຸດ, ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍລິສຸດ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ. ຖ້າບຸກຄົນໃດໜຶ່ງ ກິ້ງເກືອກໃນບຶງໜອງກັບຄົນອື່ນ ແລະ ບໍ່ມີຫຍັງທີ່ບໍລິສຸດກ່ຽວກັບເຂົາ ແລະ ເຂົາບໍ່ມີອຸປະນິໄສທີ່ຊອບທຳ, ແລ້ວເຂົາກໍຈະບໍ່ມີຄຸນສົມບັດພິພາກສາຄວາມຊົ່ວຮ້າຍຂອງມະນຸດ ຫຼື ເຂົາຈະບໍ່ເໝາະສົມປະຕິບັດການພິພາກສາຂອງມະນຸດ. ຖ້າບຸກຄົນໜຶ່ງຈະຕັດສິນອີກຄົນໜຶ່ງ, ມັນຈະບໍ່ເປັນຄືກັບວ່າພວກເຂົາຕົບໜ້າກັນເອງບໍ? ຜູ້ຄົນທີ່ສົກກະປົກສໍ່າກັບອີກຄົນໜຶ່ງຈະສາມາດມີຄຸນສົມບັດພິພາກສາຄົນທີ່ເປັນຄືກັບພວກເຂົາໄດ້ແນວໃດ? ມີພຽງແຕ່ພຣະເຈົ້າອົງບໍລິສຸດເທົ່ານັ້ນທີ່ສາມາດພິພາກສາມະນຸດຊາດສົກກະປົກທັງປວງ. ມະນຸດຈະສາມາດພິພາກສາຄວາມຜິດບາບຂອງມະນຸດໄດ້ແນວໃດ? ມະນຸດຈະສາມາດເຫັນຄວາມຜິດບາບຂອງມະນຸດ ແລະ ມະນຸດຈະສາມາດມີຄຸນສົມບັດເພື່ອປະນາມຄວາມຜິດບາບເຫຼົ່ານີ້ໄດ້ແນວໃດ? ຖ້າພຣະເຈົ້າບໍ່ມີຄຸນສົມບັດພິພາກສາຄວາມຜິດບາບຂອງມະນຸດ, ແລ້ວພຣະອົງຈະເປັນພຣະເຈົ້າທີ່ຊອບທຳໄດ້ແນວໃດ? ເມື່ອອຸປະນິໄສອັນເສື່ອມຊາມຂອງຜູ້ຄົນຖືກເປີດເຜີຍອອກ, ພຣະເຈົ້າກໍກ່າວເພື່ອພິພາກສາຜູ້ຄົນ ແລະ ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງເຫັນວ່າພຣະອົງບໍລິສຸດ. ໃນຂະນະທີ່ພຣະອົງພິພາກສາ ແລະ ຂ້ຽນຕີມະນຸດຍ້ອນຄວາມຜິດບາບຂອງເຂົາ, ໃນຂະນະດຽວກັນກໍເປີດໂປງຄວາມຜິດບາບຂອງມະນຸດ, ບໍ່ມີຜູ້ໃດ ຫຼື ສິ່ງໃດສາມາດຫຼົບໜີການພິພາກສານີ້; ທຸກສິ່ງທີ່ສົກກະປົກແມ່ນຖືກພຣະອົງພິພາກສາ ແລະ ມັນແມ່ນດ້ວຍເຫດນີ້ເທົ່ານັ້ນ ອຸປະນິໄສຂອງພຣະອົງຈຶ່ງສາມາດເວົ້າໄດ້ວ່າຊອບທຳ. ຖ້າບໍ່ດັ່ງນັ້ນ, ມັນຈະສາມາດເວົ້າໄດ້ແນວໃດວ່າພວກເຈົ້າຄືຕົວປະກອບທັງໃນນາມ ແລະ ແທ້ຈິງ?

(ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 91)

ມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງພາລະກິດທີ່ເກີດຂຶ້ນໃນອິດສະຣາເອັນ ແລະ ພາລະກິດໃນປັດຈຸບັນ. ພຣະເຢໂຮວານໍາພາຊີວິດຂອງຊາວອິດສະຣາເອັນ ແລະ ບໍ່ມີການຂ້ຽນຕີ ແລະ ການພິພາກສາຫຼາຍຢ່າງ, ຍ້ອນໃນເວລານັ້ນ ຜູ້ຄົນເຂົ້າໃຈໜ້ອຍດຽວກ່ຽວກັບໂລກ ແລະ ມີອຸປະນິໄສທີ່ເສື່ອມຊາມພຽງເລັກນ້ອຍ. ໃນຕອນນັ້ນ, ຊາວອິດສະຣາເອັນເຊື່ອຟັງພຣະເຢໂຮວາໂດຍປະລິຍາຍ. ເມື່ອພຣະອົງບອກພວກເຂົາໃຫ້ສ້າງແທ່ນບູຊາ, ພວກເຂົາກໍສ້າງແທ່ນບູຊາທັນທີ; ເມື່ອພຣະອົງບອກພວກເຂົາໃຫ້ນຸ່ງເສື້ອຄຸມຂອງປະໂລຫິດ, ພວກເຂົາກໍເຊື່ອຟັງ. ໃນຕອນນັ້ນ, ພຣະເຢໂຮວາເປັນຄືກັບຄົນລ້ຽງແກະທີ່ເບິ່ງແຍງຝູງແກະ, ຝູງແກະກໍຕິດຕາມການນໍາພາຂອງຄົນລ້ຽງແກະ ແລະ ກິນຫຍ້າໃນທົ່ງຫຍ້າ; ພຣະເຢໂຮວານໍາພາຊີວິດຂອງພວກເຂົາ, ຊີ້ນໍາພວກເຂົາໃນວິທີທີ່ພວກເຂົາກິນ, ນຸ່ງເຄື່ອງ, ອາໄສ ແລະ ເດີນທາງ. ນັ້ນບໍ່ແມ່ນເວລາສະແດງອຸປະນິໄສຂອງພຣະເຈົ້າ, ຍ້ອນມະນຸດຊາດໃນເວລານັ້ນຫາກໍເກີດໃໝ່; ມີຄົນຈຳນວນເລັກນ້ອຍທີ່ກະບົດ ແລະ ຕໍ່ຕ້ານ, ບໍ່ມີຄວາມສົກກະປົກຫຼາຍໃນທ່າມກາງມະນຸດຊາດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຮັດໜ້າທີ່ເປັນຕົວປະກອບໃນອຸປະນິໄສຂອງພຣະເຈົ້າ. ມັນແມ່ນຜ່ານຜູ້ຄົນທີ່ມາຈາກດິນແດນທີ່ສົກກະປົກ, ຄວາມບໍລິສຸດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ໃນປັດຈຸບັນ, ພຣະອົງໃຊ້ຄວາມສົກກະປົກທີ່ສະແດງອອກໃນຜູ້ຄົນເຫຼົ່ານີ້ທີ່ຢູ່ໃນດິນແດນແຫ່ງຄວາມສົກກະປົກນີ້ເພື່ອພິພາກສາ ແລະ ດັ່ງນັ້ນ ສິ່ງດັ່ງກ່າວຈຶ່ງເປັນສິ່ງທີ່ຖືກສະແດງອອກທ່າມກາງການພິພາກສາ. ເປັນຫຍັງພຣະອົງຈຶ່ງພິພາກສາ? ພຣະອົງສາມາດກ່າວພຣະທຳແຫ່ງການພິພາກສາກໍ ຍ້ອນພຣະອົງກຽດຊັງຄວາມຜິດບາບ; ພຣະອົງຈະສາມາດໃຈຮ້າຍແບບນັ້ນໄດ້ແນວໃດ ຖ້າພຣະອົງບໍ່ກຽດຊັງຄວາມກະບົດຂອງມະນຸດຊາດ? ຖ້າບໍ່ມີຄວາມເບື່ອໜ່າຍພາຍໃນພຣະອົງ, ບໍ່ມີຄວາມລັງກຽດຢ່າງແຮງ, ຖ້າພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ, ແລ້ວນັ້ນກໍຈະພິສູດວ່າພຣະອົງສົກກະປົກສໍ່າກັບມະນຸດ. ການທີ່ພຣະອົງສາມາດພິພາກສາ ແລະ ຂ້ຽນຕີມະນຸດກໍແມ່ນຍ້ອນພຣະອົງກຽດຊັງຄວາມສົກກະປົກ ແລະ ສິ່ງທີ່ພຣະອົງກຽດຊັງແມ່ນບໍ່ມີຢູ່ໃນພຣະອົງ. ຖ້າມີຄວາມຕໍ່ຕ້ານ ແລະ ຄວາມກະບົດໃນພຣະອົງເຊັ່ນກັນ, ພຣະອົງຈະບໍ່ກຽດຊັງຄົນທີ່ຕໍ່ຕ້ານ ແລະ ກະບົດ. ຖ້າພາລະກິດແຫ່ງຍຸກສຸດທ້າຍຖືກປະຕິບັດໃນອິດສະຣາເອັນ, ຈະບໍ່ມີຄວາມໝາຍຫຍັງໃນພາລະກິດນັ້ນເລີຍ. ເປັນຫຍັງພາລະກິດແຫ່ງຍຸກສຸດທ້າຍຈຶ່ງເກີດຂຶ້ນໃນປະເທດຈີນ ເຊິ່ງເປັນສະຖານທີ່ໆມືດມົວທີ່ສຸດ ແລະ ຫຼ້າຫຼັງທີ່ສຸດໃນບັນດາສະຖານທີ່ທັງປວງ? ມັນແມ່ນເພື່ອສະແດງຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະອົງ. ສະຫຼຸບກໍຄື ຍິ່ງສະຖານທີ່ມືດມົວສໍ່າໃດ, ຄວາມບໍລິສຸດຂອງພຣະເຈົ້າກໍຍິ່ງຖືກສະແດງອອກມາຢ່າງຊັດເຈນສໍ່ານັ້ນ. ໃນຄວາມເປັນຈິງແລ້ວ, ທຸກສິ່ງນີ້ແມ່ນເພື່ອເຫັນແກ່ພາລະກິດຂອງພຣະເຈົ້າ. ມີພຽງແຕ່ມື້ນີ້ເທົ່ານັ້ນ ພວກເຈົ້າຈຶ່ງຮັບຮູ້ວ່າພຣະເຈົ້າໄດ້ລົງມາຈາກສະຫວັນເພື່ອຢືນຢູ່ທ່າມກາງພວກເຈົ້າ, ສະແດງຄວາມສົກກະປົກ ແລະ ຄວາມກະບົດຂອງພວກເຈົ້າອອກມາ ແລະ ມີພຽງຕອນນີ້ເທົ່ານັ້ນ ພວກເຈົ້າຈຶ່ງຮູ້ຈັກພຣະເຈົ້າ. ນີ້ບໍ່ແມ່ນເປັນການຍົກຂຶ້ນຢ່າງຍິ່ງໃຫຍ່ທີ່ສຸດບໍ? ໃນຄວາມເປັນຈິງແລ້ວ, ພວກເຈົ້າເປັນກຸ່ມຄົນໃນປະເທດຈີນທີ່ຖືກເລືອກ. ແລ້ວຍ້ອນພວກເຈົ້າຖືກເລືອກ ແລະ ໄດ້ຮັບຄວາມກະລຸນາຂອງພຣະເຈົ້າ ແຕ່ ຍ້ອນພວກເຈົ້າບໍ່ສົມຄວນທີ່ຈະໄດ້ຮັບຄວາມກະລຸນາອັນຍິ່ງໃຫຍ່ດັ່ງກ່າວ, ສິ່ງນີ້ຈຶ່ງພິສູດວ່າ ທຸກສິ່ງນີ້ຄືການຍົກພວກເຈົ້າຂຶ້ນຢ່າງສູງສຸດ. ພຣະເຈົ້າໄດ້ປາກົດຕໍ່ພວກເຈົ້າ ແລະ ສະແດງໃຫ້ພວກເຈົ້າເຫັນເຖິງອຸປະນິໄສອັນບໍລິສຸດທັງໝົດຂອງພຣະອົງ ແລະ ພຣະອົງໄດ້ມອບທຸກສິ່ງນັ້ນໃຫ້ແກ່ພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າໄດ້ຮັບພອນທັງໝົດທີ່ພວກເຈົ້າສາມາດຮັບໄດ້. ບໍ່ພຽງແຕ່ພວກເຈົ້າໄດ້ຊີມລົດຊາດອຸປະນິໄສອັນຊອບທຳຂອງພຣະເຈົ້າ ແຕ່ຍິ່ງໄປກວ່ານັ້ນ ພວກເຈົ້າຍັງໄດ້ຊີມລົດຊາດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ການໄຖ່ຂອງພຣະເຈົ້າ ແລະ ຄວາມຮັກທີ່ໄຮ້ຂອບເຂດ ແລະ ບໍ່ມີສິ້ນສຸດຂອງພຣະເຈົ້າ. ພວກເຈົ້າທີ່ເປັນຄົນທີ່ສົກກະປົກທີ່ສຸດໃນບັນດາຄົນທັງປວງໄດ້ຮັບຄວາມກະລຸນາອັນໃຫຍ່ຫຼວງ, ພວກເຈົ້າບໍ່ໄດ້ຮັບພອນບໍ? ນີ້ບໍ່ແມ່ນການທີ່ພຣະເຈົ້າຍົກພວກເຈົ້າຂຶ້ນບໍ? ພວກເຈົ້າເຊິ່ງເປັນຜູ້ຄົນທີ່ມີວຸດທິພາວະຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງ; ໂດຍທໍາມະຊາດແລ້ວ ພວກເຈົ້າບໍ່ເໝາະສົມທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ດັ່ງກ່າວ, ແຕ່ພຣະເຈົ້າໄດ້ຍົກເວັ້ນ ໂດຍຍົກເຈົ້າຂຶ້ນ. ເຈົ້າບໍ່ຮູ້ສຶກອັບອາຍບໍ? ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະລະອາຍໃຈຕົນເອງຢ່າງທີ່ສຸດ ແລະ ເຈົ້າຈະລົງໂທດຕົນເອງ. ມື້ນີ້, ເຈົ້າບໍ່ໄດ້ຖືກລົງວິໄນ ຫຼື ເຈົ້າບໍ່ໄດ້ຖືກລົງໂທດ; ເນື້ອໜັງຂອງເຈົ້າປອດໄພ ແລະ ເປັນປົກກະຕິດີ, ແຕ່ໃນທີ່ສຸດ ພຣະທຳເຫຼົ່ານີ້ຈະນໍາເຈົ້າໄປສູ່ຄວາມອັບອາຍ. ຈົນເຖິງປັດຈຸບັນ, ເຮົາຍັງບໍ່ໄດ້ຂ້ຽນຕີຜູ້ໃດຜູ້ໜຶ່ງຢ່າງເປີດເຜີຍ; ພຣະທຳຂອງເຮົາອາດຮຸນແຮງ, ແຕ່ຈະໃຫ້ເຮົາປະຕິບັດແນວໃດຕໍ່ຜູ້ຄົນ? ເຮົາຜະເຊີນກັບພວກເຂົາ ແລະ ຕໍາໜິຕິເຕືອນພວກເຂົາ ແລະ ຕັກເຕືອນພວກເຂົາ. ເຮົາເຮັດແບບນີ້ບໍ່ແມ່ນຍ້ອນເຫດຜົນອື່ນໃດ ນອກຈາກເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ. ພວກເຈົ້າບໍ່ເຂົ້າໃຈຄວາມປະສົງຂອງເຮົາແທ້ບໍ? ພວກເຈົ້າຄວນເຂົ້າໃຈໃນສິ່ງທີ່ເຮົາເວົ້າ ແລະ ຄວນຖືກກະຕຸ້ນໂດຍສິ່ງນັ້ນ. ມີພຽງແຕ່ຕອນນີ້ເທົ່ານັ້ນຈຶ່ງມີຫຼາຍຄົນທີ່ເຂົ້າໃຈ. ນີ້ບໍ່ແມ່ນພອນຂອງການເປັນຕົວປະກອບບໍ? ການເປັນຕົວປະກອບບໍ່ແມ່ນສິ່ງທີ່ໄດ້ຮັບພອນຫຼາຍທີ່ສຸດບໍ? ໃນທີ່ສຸດແລ້ວ ເມື່ອພວກເຈົ້າໄປເຜີຍແຜ່ຂ່າວປະເສີດ, ພວກເຈົ້າຈະເວົ້າແບບນີ້: “ພວກເຮົາເປັນຕົວປະກອບທຳມະດາ”. ພວກເຂົາຈະຖາມເຈົ້າວ່າ “ມັນໝາຍຄວາມວ່າແນວໃດທີ່ເຈົ້າເປັນຕົວປະກອບທີ່ທຳມະດາ?” ແລ້ວເຈົ້າຈະເວົ້າວ່າ: “ພວກເຮົາເປັນຕົວປະກອບໃນພາລະກິດຂອງພຣະເຈົ້າ ແລະ ໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ອຸປະນິໄສອັນຊອບທຳທັງໝົດຂອງພຣະເຈົ້າຖືກເປີດເຜີຍສູ່ສາທາລະນະຍ້ອນຄວາມກະບົດຂອງພວກເຮົາ; ພວກເຮົາຄືອຸປະກອນຮັບໃຊ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ພວກເຮົາເປັນສ່ວນຫ້ອຍທ້າຍໃນພາລະກິດຂອງພຣະອົງ ແລະ ຍັງເປັນເຄື່ອງມືຂອງພາລະກິດນັ້ນ”. ເມື່ອພວກເຂົາໄດ້ຍິນສິ່ງນັ້ນ, ພວກເຂົາກໍຈະປະຫຼາດໃຈ. ຕໍ່ໄປ ເຈົ້າກໍຈະເວົ້າວ່າ: “ພວກເຮົາແມ່ນຕົວຢ່າງ ແລະ ແບບຢ່າງສຳລັບການສຳເລັດພາລະກິດແຫ່ງຈັກກະວານທັງປວງຂອງພຣະເຈົ້າ ແລະ ສຳລັບການເອົາຊະນະມະນຸດຊາດທັງປວງຂອງພຣະອົງ. ສະຫຼຸບແລ້ວກໍຄື ບໍ່ວ່າພວກເຮົາບໍລິສຸດ ຫຼື ສົກກະປົກ, ພວກເຮົາກໍຍັງຈະໄດ້ຮັບພອນຫຼາຍກວ່າພວກເຈົ້າ, ຍ້ອນພວກເຮົາໄດ້ເຫັນພຣະເຈົ້າ ແລະ ຜ່ານທາງໂອກາດທີ່ພຣະອົງເອົາຊະນະພວກເຮົາ, ລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຖືກສະແດງອອກ; ມັນເປັນຍ້ອນພວກເຮົາສົກກະປົກ ແລະ ເສື່ອມຊາມເທົ່ານັ້ນ, ອຸປະນິໄສອັນຊອບທຳຂອງພຣະອົງຈຶ່ງປາກົດອອກມາ. ພວກເຈົ້າສາມາດເປັນພະຍານແບບນັ້ນຕໍ່ພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າບໍ? ພວກເຈົ້າບໍ່ມີຄຸນສົມບັດ! ນີ້ບໍ່ແມ່ນຫຍັງເລີຍ ນອກຈາກການທີ່ພຣະເຈົ້າຍົກພວກເຮົາໃຫ້ສູງຂຶ້ນ! ເຖິງແມ່ນພວກເຮົາອາດອວດດີ, ພວກເຮົາກໍສາມາດສັນລະເສີນພຣະເຈົ້າຢ່າງພູມໃຈ ຍ້ອນບໍ່ມີຜູ້ໃດສາມາດສືບທອດສັນຍາອັນຍິ່ງໃຫຍ່ດັ່ງກ່າວ ແລະ ບໍ່ມີຜູ້ໃດສາມາດໄດ້ຮັບພອນອັນຍິ່ງໃຫຍ່ດັ່ງກ່າວ. ພວກເຮົາຮູ້ສຶກດີໃຈຫຼາຍທີ່ພວກເຮົາ ຜູ້ທີ່ສົກກະປົກຫຼາຍ ໄດ້ສາມາດເຮັດໜ້າທີ່ເປັນຕົວປະກອບໃນລະຫວ່າງການຄຸ້ມຄອງຂອງພຣະເຈົ້າ”. ແລ້ວເມື່ອພວກເຂົາຖາມວ່າ “ແມ່ນຫຍັງຄືຕົວຢ່າງ ແລະ ແບບຢ່າງ?” ເຈົ້າກໍເວົ້າວ່າ “ພວກເຮົາແມ່ນຄົນທີ່ກະບົດທີ່ສຸດ ແລະ ສົກກະປົກທີ່ສຸດໃນບັນດາມະນຸດຊາດ; ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງທີ່ສຸດ ແລະ ພວກເຮົາຫຼ້າຫຼັງ ແລະ ມີເນື້ອໜັງທີ່ຕໍ່າຕ້ອຍທີ່ສຸດ. ພວກເຮົາເປັນຕົວຢ່າງແທ້ຈິງຂອງຄົນທີ່ຖືກຊາຕານໃຊ້. ມື້ນີ້ ພວກເຮົາຖືກເລືອກໂດຍພຣະເຈົ້າໃຫ້ເປັນຜູ້ທຳອິດທ່າມກາງມະນຸດຊາດທີ່ຖືກເອົາຊະນະ ແລະ ພວກເຮົາເບິ່ງເຫັນອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ສືບທອດສັນຍາຂອງພຣະອົງ; ພວກເຮົາຖືກໃຊ້ເພື່ອເອົາຊະນະອີກຫຼາຍຄົນ, ສະນັ້ນ ພວກເຮົາເປັນຕົວຢ່າງ ແລະ ແບບຢ່າງຂອງຄົນທີ່ຖືກເອົາຊະນະໃນບັນດາມະນຸດຊາດ”. ບໍ່ມີຄຳພະຍານໃດທີ່ດີໄປກວ່າຖ້ອຍຄຳເຫຼົ່ານີ້ ແລະ ນີ້ແມ່ນປະສົບການທີ່ດີທີ່ສຸດຂອງເຈົ້າ.

(ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 92)

ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດເ ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນໝາຍຄວາມວ່າ ເພື່ອເຮັດໃຫ້ພວກເຂົາສົມບູນ, ເພື່ອວ່າພວກເຂົາອາດກາຍມາເປັນກຸ່ມຂອງຜູ້ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ສິ່ງຖືກສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກເມດຕາເທົ່ານັ້ນ, ແຕ່ທີ່ສໍາຄັນກວ່ານັ້ນແມ່ນການຂ້ຽນຕີ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ. ໃນອີກດ້ານໜຶ່ງ, ມັນແມ່ນເພື່ອເປັນພະຍານຕໍ່ໜ້າຊາຕານ. ແລ້ວໃນອີກດ້ານໜຶ່ງອີກ, ມັນແມ່ນເພື່ອວາງຮາກຖານສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ີຖືກຕ້ອງແຫ່ງຊີວິດມະນຸດທີ່ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ. ພວກເຈົ້າທຸກຄົນແມ່ນເຊື້ອສາຍຂອງໂມອາບ; ເມື່ອພາລະກິດແຫ່ງການເອົາຊະນະຖືກປະຕິບັດໃນຕົວພວກເຈົ້າ, ມັນຄືຄວາມລອດພົ້ນອັນຍິ່ງໃຫຍ່. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ ແລະ ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຝົ້າເບິ່ງພຣະເຈົ້າ, ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຂ້ຽນຕີ ແລະ ການພິພາກສາ, ພວກເຈົ້າໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງແທ້ໆ ນັ້ນໝາຍຄວາມວ່າ ພວກເຈົ້າໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ໃນທຸກສິ່ງທີ່ພຣະເຈົ້າເຮັດ, ພຣະເຈົ້າຮັກພວກເຈົ້າຢ່າງແທ້ຈິງ. ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ມັນເປັນຍ້ອນຄວາມຜິດບາບຂອງພວກເຈົ້າ, ພຣະອົງພິພາກສາພວກເຈົ້າ ເພື່ອວ່າພວກເຈົ້າຈະກວດສອບຕົນເອງ ແລະ ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້. ທັງໝົດນີ້ກໍເພື່ອຈຸດປະສົງໃນການເຮັດມະນຸດໃຫ້ສົມບູນ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດຂອງພຣະອົງ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ບໍ່ມີຄວາມປາຖະໜາທີ່ຈະທຳລາຍມະນຸດທີ່ພຣະອົງສ້າງຂຶ້ນມາດ້ວຍມືຂອງພຣະອົງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ມາຢູ່ທ່າມກາງພວກເຈົ້າເພື່ອປະຕິບັດພາລະກິດ ແລະ ຄວາມລອດພົ້ນຍິ່ງບໍ່ແມ່ນຄວາມລອດພົ້ນຫຼາຍກວ່າເກົ່າບໍ? ຖ້າພຣະອົງກຽດຊັງພວກເຈົ້າ, ພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດັ່ງນັ້ນເພື່ອນໍາພາພວກເຈົ້າດ້ວຍຕົວພຣະອົງເອງບໍ? ເປັນຫຍັງພຣະອົງຈຶ່ງຕ້ອງທົນທຸກແບບນັ້ນ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຜູ້ຄົນບໍ່ເຊື່ອຟັງ ພຣະອົງຈຶ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ຖ້າບໍ່ສະນັ້ນ, ການຊ່ວຍພວກເຂົາໃຫ້ລອດພ້ົນກໍເປັນໄປບໍ່ໄດ້. ຍ້ອນພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດ ແລະ ບໍ່ເຖິງຮູ້ເມືອເຖິງວິທີການດຳລົງຊີວິດ ແລະ ຍ້ອນພວກເຈົ້າດໍາລົງຊີວິດຢູ່ໃນດິນແດນທີ່ຜິດສິນທໍາ ແລະ ຜິດບາບນີ້ ແລະ ພວກເຈົ້າເອງເປັນຜີຮ້າຍທີ່ຜິດສິນທຳ ແລະ ສົກກະປົກ, ພຣະອົງຈຶ່ງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຊົ່ວຊ້າລົງກວ່າເກົ່າ, ພຣະອົງບໍ່ສາມາດທົນເຫັນພວກເຈົ້າດໍາລົງຊີວິດໃນດິນແດນທີ່ສົກກະປົກນີ້ດັ່ງທີ່ພວກເຈົ້າເຮັດໃນຕອນນີ້, ຖືກຊາຕານຢຽບຍໍ່າຢ່າງຕາມໃຈ ແລະ ພຣະອົງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຕົກລົງສູ່ດິນແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາຄົນກູ່ມນີ້ເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ, ມັນພຽງແຕ່ເພື່ອຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດເຫັນວ່າ ທຸກສິ່ງທີ່ປະຕິບັດໃນຕົວເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນ, ຖ້າເຈົ້າຄິດວ່າ ມັນເປັນພຽງວິທີການ, ວິທີທໍລະມານມະນຸດ ແລະ ເປັນບາງສິ່ງທີ່ເຊື່ອຖືບໍ່ໄດ້, ແລ້ວເຈົ້າກໍອາດຕ້ອງກັບໄປທີ່ໂລກຂອງເຈົ້າເພື່ອທົນທຸກກັບຄວາມເຈັບປວດ ແລະ ຄວາມລໍາບາກ! ຖ້າເຈົ້າເຕັມໃຈທີ່ຈະຢູ່ໃນກະແສນີ້ ແລະ ເພີດເພີນກັບການພິພາກສານີ້ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້, ເພີດເພີນກັບພອນທັງໝົດເຫຼົ່ານີ້, ພອນທີ່ບໍ່ສາມາດພົບເຫັນໄດ້ບ່ອນໃດບ່ອນໜຶ່ງຢູ່ໃນໂລກມະນຸດ ແລະ ເພີດເພີນກັບຄວາມຮັກນີ້, ແລ້ວໃຫ້ເຮັດດີໆ: ຢູ່ໃນກະແສນີ້ເພື່ອຍອມຮັບພາລະກິດແຫ່ງການເອົາຊະນະ ເພື່ອວ່າເຈົ້າຈະສາມາດຖືກເຮັດໃຫ້ສົມບູນ. ໃນມື້ນີ້ ເຈົ້າອາດທົນທຸກກັບຄວາມເຈັບປວດເລັກນ້ອຍ ແລະ ການຫຼໍ່ຫຼອມ ຍ້ອນການພິພາກສາຂອງພຣະເຈົ້າ, ແຕ່ມີຄຸນຄ່າ ແລະ ຄວາມໝາຍໃນການທົນທຸກກັບຄວາມເຈັບປວດນີ້. ເຖິງແມ່ນວ່າຜູ້ຄົນຖືກຫຼໍ່ຫຼອມ ແລະ ຖືກເປີດໂປງໂດຍການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງໄຮ້ປານີ, ເປົ້າໝາຍກໍແມ່ນເພື່ອລົງໂທດພວກເຂົາສຳລັບຄວາມຜິດບາບຂອງພວກເຂົາ, ລົງໂທດເນື້ອໜັງຂອງພວກເຂົາ, ບໍ່ມີຫຍັງໃນພາລະກິດນີ້ທີ່ມີເຈດຕະນາປະນາມເນື້ອໜັງໃຫ້ພັງທະລາຍ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນວ່າ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິແລະ ທັງໝົດນີ້ແມ່ນສາມາດບັນລຸໄດ້ໂດຍຄວາມເປັນມະນຸດປົກກະຕິຂອງເຈົ້າ. ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນອີງຕາມຄວາມຕ້ອງການຂອງເຈົ້າ, ຕາມຄວາມອ່ອນແອຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ມີພາລະທີ່ບໍ່ສາມາດທົນໄດ້ຖືກວາງໃສ່ພວກເຈົ້າ. ສິ່ງນີ້ບໍ່ໄດ້ຊັດເຈນຕໍ່ເຈົ້າໃນປັດຈຸບັນ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ ແລະ ແນ່ນອນ ເຈົ້າເຊື່ອຢູ່ສະເໝີວ່າ ເຫດຜົນທີ່ເຮົາຂ້ຽນຕີ, ພິພາກສາ ແລະ ຕໍານິຕິເຕືອນເຈົ້າທຸກມື້ແມ່ນຍ້ອນເຮົາກຽດຊັງເຈົ້າ. ແຕ່ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ທົນທຸກແມ່ນການຂ້ຽນຕີ ແລະ ການພິພາກສາ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ແມ່ນຄວາມຮັກສໍາລັບເຈົ້າ ແລະ ມັນຄືການປົກປ້ອງອັນຍິ່ງໃຫຍ່ທີ່ສຸດ. ຖ້າເຈົ້າບໍ່ສາມາດເຂົ້າໃຈຄວາມໝາຍຂອງພາລະກິດນີ້ຢ່າງເລິກເຊິ່ງຍິ່ງຂຶ້ນ, ມັນກໍຈະເປັນໄປບໍ່ໄດ້ທີ່ເຈົ້າຈະສືບຕໍ່ມີປະສົບການ. ຄວາມລອດພົ້ນນີ້ຄວນນໍາຄວາມສະບາຍໃຈມາສູ່ເຈົ້າ. ຢ່າປະຕິເສດທີ່ຈະມີສະຕິ. ເມື່ອໄດ້ມາໄກປານນີ້ແລ້ວ ຄວາມສໍາຄັນຂອງພາລະກິດແຫ່ງການເອົາຊະນະກໍຄວນເປັນທີ່ຊັດເຈນຕໍ່ເຈົ້າ ແລະ ເຈົ້າບໍ່ຄວນຍຶດຖືຄວາມຄິດເຫັນກ່ຽວກັບມັນໃນທາງໃດທາງໜຶ່ງອີກຕໍ່ໄປ!

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 93)

ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊິວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ. ບໍ່ວ່າພວກເຂົາຈະເປັນວິນຍານຂອງຄົນຕາຍ ຫຼື ເປັນຄົນທີ່ຍັງໃຊ້ຊີວິດໃນເນື້ອໜັງ, ຄົນຊົ່ວຮ້າຍທຸກຄົນ ແລະ ທຸກຄົນທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຄົນທີ່ບໍລິສຸດໃນທ່າມກາງມະນຸດຊາດໄດ້ເຂົ້າສູ່ການພັກເຊົາ. ສໍາລັບວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາ, ບໍ່ວ່າຈະຢູ່ໃນຍຸກໃດກໍຕາມ ທຸກຄົນທີ່ກະທໍາຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ທຸກຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນແມ່ນບໍ່ໄດ້ຖືກຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ; ກົງກັນຂ້າມ, ມັນຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ບໍ່ເຊື່ອຟັງຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ ແລະ ຄົນໃນຍຸກນີ້ທີ່ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງແນ່ນອນເຊັ່ນກັນ. ມະນຸດຖືກແຍກອອກບົນພື້ນຖານຄວາມດີ ແລະ ຄວາມຊົ່ວ, ບໍ່ແມ່ນບົນພື້ນຖານຂອງຍຸກທີ່ພວກເຂົາອາໄສຢູ່. ເມື່ອຖືກແບ່ງແຍກ, ພວກເຂົາຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ກົງກັນຂ້າມ ພຣະເຈົ້າຈະພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ພຣະອົງໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ແບ່ງແຍກມະນຸດອອກເປັນຄົນດີ ແລະ ຄົນຊົ່ວນັບຕັ້ງແຕ່ພຣະອົງເລີ່ມດໍາເນີນພາລະກິດຂອງພຣະອົງໃນທ່າມກາງພວກເຂົາແລ້ວ. ມັນເປັນພຽງແຕ່ວ່າພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງເທົ່ານັ້ນ; ມັນບໍ່ແມ່ນວ່າ ພຣະອົງຈະແຍກພວກເຂົາອອກເປັນປະເພດໃຜລາວຫຼັງຈາກສໍາເລັດພາລະກິດຂອງພຣະອົງ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄົນຊົ່ວ ແລະ ມອບລາງວັນໃຫ້ຄົນດີທັນທີ. ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມະນຸດທຸກຄົນກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ ແລະ ພຣະເຈົ້າກໍຈະບໍ່ສາມາດນໍາເອົາມວນມະນຸດເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດດັ່ງກ່າວກໍຈະບໍ່ສໍາເລັດຜົນ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງປວງກໍຈະເປັນຄົນບໍລິສຸດທັງໝົດ; ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້ຢ່າງສະຫງົບ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 94)

ບາດກ້າວຂອງເຮົາຍຽບໄປທົ່ວຈັກກະວານ ແລະ ສຸດປາຍແຜ່ນດິນໂລກ, ຕາຂອງເຮົາກວດສອບແຕ່ລະຄົນຢ່າງສະໝໍ່າສະເໝີ ແລະ ຍິ່ງໄປກວ່ານັ້ນ ເຮົາເຝົ້າເບິ່ງຈັກກະວານໂດຍລວມ. ໃນຄວາມເປັນຈິງແລ້ວ ພຣະທຳຂອງເຮົາດຳເນີນໄປທົ່ວທຸກມຸມຂອງຈັກກະວານ. ໃຜກໍຕາມທີ່ກ້າບໍ່ໃຫ້ບໍລິການແກ່ເຮົາ, ໃຜກໍຕາມທີ່ກ້າບໍ່ຊື່ສັດຕໍ່ເຮົາ, ໃຜກໍຕາມທີ່ກ້າຕັດສິນນາມຂອງເຮົາ ແລະ ໃຜກໍຕາມທີ່ກ້າດ່າ ແລະ ໃສ່ຮ້າຍປ້າຍສີລູກຊາຍຂອງເຮົາ, ຄົນທີ່ສາມາດເຮັດສິ່ງດັ່ງກ່າວແທ້ໆແມ່ນຕ້ອງຜະເຊີນກັບການພິພາກສາຢ່າງຮຸນແຮງ. ການພິພາກສາຂອງເຮົາຈະເກີດຂຶ້ນຢ່າງສົມບູນ ເຊິ່ງໝາຍຄວາມວ່າ ຕອນນີ້ເປັນຍຸກແຫ່ງການພິພາກສາ ແລະ ຜ່ານການສັງເກດຢ່າງລະມັດລະວັງ ເຈົ້າຈະພົບວ່າ ການພິພາກສາຂອງເຮົາແຜ່ຂະຫຍາຍອອກໄປທົ່ວໂລກຈັກກະວານ. ແນ່ນອນ ເຮືອນຂອງເຮົາກໍບໍ່ໄດ້ຖືກລະເວັ້ນ; ການພິພາກສາຈະມາເຖິງຄົນທີ່ມີຄວາມຄິດ, ຄຳເວົ້າ ແລະ ການກະທຳທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ. ໃຫ້ເຂົ້າໃຈໄວ້! ການພິພາກສາຂອງເຮົາແນ່ໃສ່ໂລກຈັກກະວານທັງປວງ, ບໍ່ແມ່ນໜຶ່ງກຸ່ມຄົນ ຫຼື ສິ່ງຂອງເທົ່ານັ້ນ. ເຈົ້າເຂົ້າໃຈສິ່ງນີ້ບໍ? ຖ້າເລິກໆໃນພາຍໃນ ເຈົ້າມີແນວຄິດທີ່ຂັດແຍ້ງກ່ຽວກັບເຮົາ, ແລ້ວເຈົ້າກໍຈະຖືກພິພາກສາຢູ່ພາຍໃນທັນທີ.

ການພິພາກສາຂອງເຮົາມາໃນທຸກຮູບແບບ ແລະ ທຸກລັກສະນະ. ຈົ່ງຮູ້ສິ່ງນີ້ໄວ້! ເຮົາເປັນພຣະເຈົ້າໜຶ່ງດຽວ ແລະ ມີສະຕິປັນຍາໃນໂລກຈັກກະວານ! ບໍ່ມີຫຍັງທີ່ຢູ່ເໜືອລິດອຳນາດຂອງເຮົາ. ການພິພາກສາທຸກຢ່າງຂອງເຮົາຖືກເປີດເຜີຍໃຫ້ກັບພວກເຈົ້າ: ຖ້າພວກເຈົ້າມີຄວາມຄິດທີ່ຂັດແຍ້ງກ່ຽວກັບເຮົາ, ເຮົາກໍຈະສ່ອງແສງສະຫວ່າງໃຫ້ແກ່ເຈົ້າ ເພື່ອເປັນການເຕືອນ. ຖ້າເຈົ້າບໍ່ຟັງ, ແລ້ວເຮົາກໍຈະປະຖິ້ມເຈົ້າທັນທີ (ໃນນີ້ ເຮົາບໍ່ໄດ້ໝາຍເຖິງການສົງໄສນາມຂອງເຮົາ, ແຕ່ສົງໄສພຶດຕິກຳພາຍນອກທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ). ຖ້າຄວາມຄິດຂອງເຈົ້າທ້າທາຍເຮົາ, ເຈົ້າຕໍ່ວ່າເຮົາ, ຖ້າເຈົ້າຍອມຮັບເອົາແນວຄິດຂອງຊາຕານຄັ້ງແລ້ວຄັ້ງເລົ່າ ແລະ ຖ້າເຈົ້າບໍ່ປະຕິບັດຕາມຄວາມຮູ້ສຶກແຫ່ງຊີວິດ, ແລ້ວວິນຍານຂອງເຈົ້າກໍຈະຢູ່ໃນຄວາມມືດ ແລະ ເນື້ອໜັງຂອງເຈົ້າກໍຈະທົນທຸກກັບຄວາມເຈັບປວດ. ເຈົ້າຕ້ອງຍັບເຂົ້າໃກ້ເຮົາຫຼາຍຂຶ້ນ. ເຈົ້າຈະບໍ່ສາມາດຟື້ນຟູສູ່ສະພາບປົກກະຕິຂອງເຈົ້າໃນເວລາໜຶ່ງມື້ ຫຼື ສອງມື້ຢ່າງແນ່ນອນ ແລະ ຊີວິດຂອງເຈົ້າຈະລ່າຊ້າຢ່າງເຫັນໄດ້ຊັດຫຼາຍ. ສຳລັບຄົນທີ່ເວົ້າຢ່າງເສເພ ເຮົາຈະລົງວິໄນປາກ ແລະ ລີ້ນຂອງພວກເຈົ້າ ແລະ ເຮັດໃຫ້ລີ້ນຂອງພວກເຈົ້າຜະເຊີນກັບການຈັດການ. ຄົນທີ່ກະທຳຢ່າງເສເພໂດຍບໍ່ມີຂອບເຂດ ເຮົາຈະເຕືອນພວກເຈົ້າໃນວິນຍານຂອງພວກເຈົ້າ ແລະ ເຮົາຈະຂ້ຽນຕີຄົນທີ່ບໍ່ຟັງຢ່າງຮຸນແຮງ. ຄົນທີ່ຕັດສິນ ແລະ ທ້າທາຍເຮົາຢ່າງເປີດເຜີຍ ໝາຍເຖິງຄົນທີ່ສະແດງຄວາມບໍ່ເຊື່ອຟັງດ້ວຍຄຳເວົ້າ ຫຼື ດ້ວຍການກະທຳ, ເຮົາຈະກຳຈັດ ແລະ ປະຖິ້ມພວກເຂົາໂດຍສິ້ນເຊີງ, ເຮັດໃຫ້ພວກເຂົາຈິບຫາຍ ແລະ ສູນເສຍພອນສູງສຸດ; ຄົນເຫຼົ່ານີ້ແມ່ນຄົນທີ່ຖືກກຳຈັດຫຼັງຈາກຖືກເລືອກ. ສຳລັບຄົນທີ່ເມີນເສີຍ ໝາຍເຖິງຄົນທີ່ມີນິມິດບໍ່ຊັດເຈນ, ເຮົາຈະສ່ອງແສງສະຫວ່າງໃຫ້ພວກເຂົາ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ; ເຖິງຢ່າງໃດກໍຕາມ ຄົນທີ່ເຂົ້າໃຈຄວາມຈິງ ແຕ່ຍັງບໍ່ທັນນໍາໄປປະຕິບັດ ກໍຈະຖືກປົກຄອງຕາມກົດລະບຽບທີ່ກ່າວມາຂ້າງເທິງ ບໍ່ວ່າພວກເຂົາຈະເມີນເສີຍ ຫຼື ບໍ່ກໍຕາມ. ແຕ່ສຳລັບຄົນເຫຼົ່ານັ້ນທີ່ມີເຈດຕະນາຜິດຕັ້ງແຕ່ຕອນເລີ່ມຕົ້ນ, ເຮົາຈະເຮັດໃຫ້ພວກເຂົາບໍ່ສາມາດເຂົ້າໃຈຄວາມເປັນຈິງຕະຫຼອດໄປ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຈະຖືກກຳຈັດເທື່ອລະໜ້ອຍ, ເທື່ອລະຄົນ. ບໍ່ມີໃຜທີ່ຈະຄົງຢູ່, ເຖິງແມ່ນວ່າພວກເຂົາຄົງຢູ່ໃນຕອນນີ້ໂດຍການຈັດແຈງຂອງເຮົາ (ຍ້ອນເຮົາບໍ່ເຮັດສິ່ງຕ່າງໆຢ່າງຟ້າວຟັ່ງ, ແຕ່ໃນຮູບແບບທີ່ເປັນລະບົບລະບຽບ).

ການພິພາກສາຂອງເຮົາຖືກເປີດເຜີຍຢ່າງສົມບູນ; ມັນແນໃສ່ຫຼາກຫຼາຍຄົນ ຜູ້ທີ່ຕ້ອງຮັບຕໍາແໜ່ງທີ່ເໝາະສົມຂອງພວກເຂົາທັງໝົດ. ເຮົາຈະປົກຄອງ ແລະ ພິພາກສາຜູ້ຄົນຕາມກົດລະບຽບທີ່ພວກເຂົາໄດ້ທຳລາຍ. ແຕ່ສຳລັບຄົນທີ່ບໍ່ໄດ້ຢູ່ໃນນາມນີ້ ແລະ ບໍ່ຍອມຮັບພຣະຄຣິດແຫ່ງຍຸກສຸດທ້າຍ ກໍຈະພຽງກົດລະບຽບດຽວ: ເຮົາຈະເອົາຈິດໃຈ, ວິນຍານ ແລະ ຮ່າງກາຍຂອງຄົນທີ່ທ້າທາຍເຮົາທັນທີ ແລະ ໂຍນພວກເຂົາລົງໃນດິນແດນມໍລະນາ; ໃຜກໍຕາມທີ່ບໍ່ໄດ້ທ້າທາຍເຮົາ, ເຮົາຈະລໍຖ້າໃຫ້ພວກເຈົ້າເຕີບໂຕກ່ອນທີ່ຈະປະຕິບັດການພິພາກສາຄັ້ງທີສອງ. ພຣະທຳຂອງເຮົາອະທິບາຍທຸກສິ່ງຢ່າງຊັດເຈນທີ່ສຸດ ແລະ ບໍ່ມີຫຍັງທີ່ລີ້ລັບ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະສາມາດຈື່ຂຶ້ນໃຈຢູ່ຕະຫຼອດເວລາ!

(ຄັດຈາກ “ບົດທີ 67” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 95)

ພຣະທຳຂອງເຮົາໄດ້ຖືກຈັດຕັ້ງປະຕິບັດໃນທຸກປະເທດ, ທຸກບ່ອນ, ທຸກຊາດ ແລະ ທຸກນິກາຍ; ແລະ ພຣະທຳຂອງເຮົາໄດ້ສຳເລັດລົງໃນທຸກມຸມຕາມເວລາທີ່ກຳນົດໄວ້. ໄພພິບັດຕ່າງໆທີ່ເກີດຂຶ້ນຢູ່ທຸກຫົນທຸກແຫ່ງບໍ່ແມ່ນການຕໍ່ສູ້ລະຫວ່າງຜູ້ຄົນ ຫຼື ພວກເຂົາຕໍ່ສູ້ກັນດ້ວຍອາວຸດ. ຕໍ່ຈາກນີ້ຈະບໍ່ມີສົງຄາມອີກຕໍ່ໄປ. ທັງໝົດຢູ່ໃນກຳມືຂອງເຮົາ. ທຸກຄົນຈະພົບກັບການພິພາກສາຂອງເຮົາ ແລະ ຈະສະຫຼາຍໄປໃນທ່າມກາງໄພພິບັດຕ່າງໆ. ໃຫ້ບັນດາຜູ້ທີ່ຕໍ່ຕ້ານເຮົາ ແລະ ບັນດາຜູ້ທີ່ບໍ່ເອົາໃຈໃສ່ທີ່ຈະຮ່ວມມືກັບເຮົາທົນທຸກກັບຄວາມເຈັບປວດຈາກໄພພິບັດຕ່າງໆ. ປ່ອຍໃຫ້ພວກເຂົາຮ້ອງໄຫ້ ແລະ ກັດແຂ້ວໄປຊົ່ວນິລັນດອນ ແລະ ຢູ່ໃນຄວາມມືດຕະຫຼອດໄປ. ພວກເຂົາຈະບໍ່ມີຊີວິດລອດ. ເຮົາປະຕິບັບດ້ວຍຄວາມກົງໄປກົງມາ ແລະ ດ້ວຍຄວາມຄ່ອງແຄ້ວ ແລະ ເຮົາບໍ່ໄດ້ພິຈາລະນາວ່າໃນອາດີດເຈົ້າເຄີຍມີຄວາມສັດທາຕໍ່ເຮົາຫຼາຍພຽງໃດ. ຕາບໃດທີ່ເຈົ້າຕໍ່ຕ້ານເຮົາ, ມືແຫ່ງການພິພາກສາຂອງເຮົາຈະປ່ອຍຄວາມໂກດຮ້າຍລົງໃສ່ເຈົ້າໂດຍໄວ ແລະ ບໍ່ມີການຊັກຊ້າໃດໆ, ບໍ່ແມ່ນແຕ່ວິນາທີດຽວ ແລະ ປາສະຈາກຄວາມເມດຕາໃດໆ. ເຮົາໄດ້ເວົ້າມາໂດຍຕະຫຼອດວ່າເຮົາແມ່ນພຣະເຈົ້າທີ່ຮັກສາສັດຈະຂອງເຮົາ. ທຸກໆພຣະທຳທີ່ເຮົາກ່າວຈະເປັນຈິງ ແລະ ພວກເຈົ້າຈະໄດ້ເຫັນມັນທຸກປະການ. ນີ້ແມ່ນຄວາມໝາຍທີ່ແທ້ຈິງໃນການເຂົ້າສູ່ຄວາມເປັນຈິງໃນທຸກສິ່ງ.

ໄພພິບັດຄັ້ງຍິ່ງໃຫຍ່ຈະບໍ່ເກີດຂຶ້ນກັບລູກໆຂອງເຮົາ ແລະ ກັບຄົນທີ່ເຮົາຮັກຢ່າງແນ່ນອນ. ເຮົາຈະເບິ່ງແຍງລູກໆຂອງເຮົາໃນທຸກຍາມ ແລະ ທຸກເວລາ. ແນ່ນອນ ພວກເຈົ້າຈະບໍ່ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານດັ່ງກ່າວນັ້ນ; ກົງກັນຂ້າມ, ມັນແມ່ນເພື່ອເຫັນແກ່ຄວາມສົມບູນແບບຂອງບັນດາລູກໆຂອງເຮົາ ແລະ ການຕື່ມເຕັມພຣະທຳຂອງເຮົາໃນຕົວພວກເຂົາ ເພື່ອວ່າພວກເຈົ້າອາດຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເຮົາ, ຈະເລີນເຕີບໂຕໃນຊີວິດຕໍ່ໄປ, ແບກຫາບພາລະຂອງເຮົາໄດ້ໄວຂຶ້ນ ແລະ ອຸທິດຕົວພວກເຈົ້າທັງໝົດເພື່ອສຳເລັດແຜນການຄຸ້ມຄອງຂອງເຮົາ. ພວກເຈົ້າຄວນຈະດີໃຈ, ມີຄວາມສຸກ ແລະ ຊື່ນຊົມຍິນດີຍ້ອນສິ່ງນີ້. ເຮົາຈະມອບທຸກສິ່ງທຸກຢ່າງໃຫ້ພວກເຈົ້າ ແລະ ອະນຸຍາດໃຫ້ພວກເຈົ້າກຳອຳນາດ. ເຮົາຈະວາງມັນໄວ້ໃນກໍາມືຂອງພວກເຈົ້າ. ຖ້າລູກຊາຍສືບທອດມໍລະດົກທັງໝົດຂອງພໍ່ເຂົາ, ແລ້ວພວກເຈົ້າຜູ້ເປັນລູກຊາຍກົກຂອງເຮົາຍິ່ງຈະບໍ່ໄດ້ຮັບຫຼາຍກວ່ານັ້ນອີກບໍ? ພວກເຈົ້າໄດ້ຮັບການອວຍພອນຢ່າງແທ້ຈິງ. ແທນທີ່ຈະທົນທຸກທໍລະມານກັບໄພພິບັດອັນຍິ່ງໃຫຍ່, ພວກເຈົ້າຈະຊື່ນຊົມກັບການອວຍພອນຢ່າງນິລັນດອນ. ຊ່າງສະຫງ່າລາສີ! ຊ່າງສະຫງ່າລາສີ!

ເພີ່ມຄວາມໄວຂອງເຈົ້າ ແລະ ຕິດຕາມບາດຍ່າງຂອງເຮົາທຸກເວລາ ແລະ ທຸກຫົນແຫ່ງ ແລະ ຢ່າລ້າຫຼັງ. ຈົ່ງປ່ອຍໃຫ້ຫົວໃຈຂອງພວກເຈົ້າເຮັດຕາມຫົວໃຈຂອງເຮົາ ແລະ ຈົ່ງປ່ອຍໃຫ້ຄວາມຄິດຂອງພວກເຈົ້າເປັນໄປຕາມຄວາມຄິດຂອງເຮົາ. ຈົ່ງຮ່ວມມືກັບເຮົາດ້ວຍຫົວໃຈອັນດຽວກັນ ແລະ ຄວາມຄິດອັນດຽວກັນ. ກິນກັບເຮົາ, ອາໄສຢູ່ກັບເຮົາ ແລະ ຊົມຊື່ນຍິນດີຮ່ວມກັບເຮົາ. ພອນອັນປະເສີດລໍຖ້າໃຫ້ພວກເຈົ້າໄດ້ຊື່ນຊົມ ແລະ ຮັບເອົາ. ມີຄວາມອຸດົມສົມບູນອັນຫາທີ່ປຽບບໍ່ໄດ້ຢູ່ພາຍໃນຕົວເຮົາ. ບໍ່ໄດ້ກຽມໄວ້ສໍາລັບຄົນອື່ນແມ່ນແຕ່ໜ້ອຍດຽວ. ເຮົາເຮັດສິ່ງນີ້ທັງໝົດກໍເພື່ອບັນດາລູກໆຂອງເຮົາ.

(ຄັດຈາກ “ບົດທີ 68” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 96)

ສຽງທີ່ດັງຄືສຽງຟ້າຮ້ອງໄດ້ດັງອອກມາ ເຊິ່ງເຮັດໃຫ້ຈັກກະວານທັງໝົດສັ່ນສະເທືອນ. ມັນເຮັດໃຫ້ໜວກຫູຫຼາຍຈົນຜູ້ຄົນບໍ່ສາມາດຫຼົບຫຼີກຈາກທາງຂອງມັນໄດ້ທັນເວລາ. ບາງຄົນຖືກຂ້າ,​ ບາງຄົນຖືກທໍາລາຍ ແລະ ບາງຄົນຖືກພິພາກສາ. ມັນເປັນພາບທີ່ສະຫງ່າງາມແທ້ໆ ເຊິ່ງເປັນສິ່ງທີ່ບໍ່ເຄີຍມີໃຜເຫັນມາກ່ອນ. ຈົ່ງຟັງດີໆ: ສຽງຟ້າຮ້ອງແມ່ນຕາມດ້ວຍສຽງຮ້ອງໄຫ້ ແລະ ສຽງນີ້ແມ່ນມາຈາກແດນມໍລະນະ; ມັນມາຈາກນາຮົກ. ມັນເປັນສຽງທີ່ຂົມຂື່ນຂອງບຸດຊາຍແຫ່ງການກະບົດເຫຼົ່ານັ້ນ ທີ່ຖືກເຮົາພິພາກສາ. ຜູ້ທີ່ບໍ່ໄດ້ຟັງໃນສິ່ງທີ່ເຮົາກ່າວ ແລະ ຜູ້ທີ່ບໍ່ໄດ້ນໍາເອົາພຣະທໍາຂອງເຮົາໄປປະຕິບັດແມ່ນຖືກພິພາກສາຢ່າງໜັກ ແລະ ໄດ້ຮັບການສາບແຊ່ງຈາກຄວາມໂກດຮ້າຍຂອງເຮົາ. ສຽງຂອງເຮົາແມ່ນການພິພາກສາ ແລະ ຄວາມໂກດຮ້າຍ; ເຮົາບໍ່ປະຕິບັດກັບຜູ້ໃດດ້ວຍຄວາມອ່ອນໂຍນ ແລະ ບໍ່ສະແດງຄວາມເມດຕາຕໍ່ຜູ້ໃດ ເພາະວ່າເຮົາແມ່ນພຣະເຈົ້າທີ່ຊອບທໍາ ແລະ ເຮົາມີຄວາມໂກດຮ້າຍ; ເຮົາມີການເຜົາຜານ, ການຊໍາລະລ້າງ ແລະ ການທໍາລາຍລ້າງ. ໃນຕົວເຮົາ ແມ່ນບໍ່ມີສິ່ງໃດທີ່ລີ້ລັບ ຫຼື ມີອາລົມ ແຕ່ໃນທາງກົງກັນຂ້າມ ທຸກສິ່ງແມ່ນເປີດເຜີຍ, ຊອບທໍາ ແລະ ຍຸຕິທໍາ. ຍ້ອນບຸດຊາຍກົກຂອງເຮົາແມ່ນຢູ່ກັບເຮົາທີ່ບັນລັງແລ້ວ ໂດຍທີ່ປົກຄອງທຸກຊາດ ແລະ ທຸກຄົນ, ສິ່ງຕ່າງໆ ແລະ ຜູ້ຄົນເຫຼົ່ານັ້ນທີ່ບໍ່ຍຸຕິທໍາ ແລະ ບໍ່ຊອບທໍາຈຶ່ງເລີ່ມຖືກພິພາກສາໃນຕອນນີ້. ເຮົາຈະສືບສວນພວກເຂົາເທື່ອລະຄົນ ໂດຍບໍ່ໃຫ້ພາດຫຍັງ ແລະ ຈະເປີດໂປງພວກເຂົາຈົນໝົດ. ເນື່ອງຈາກການພິພາກສາຂອງເຮົາໄດ້ຖືກເປີດໂປງຈົນໝົດ ແລະ ເປີດເຜີຍຈົນໝົດ ແລະ ເຮົາບໍ່ໄດ້ເກັບຫຍັງໄວ້ເລີຍ; ເຮົາຈະໂຍນທຸກສິ່ງທີ່ບໍ່ເຮັດຕາມຄວາມປະສົງຂອງເຮົາຖິ້ມ ແລະ ປ່ອຍໃຫ້ມັນດັບສູນໃນຂຸມເລິກຊົ່ວນິດນິລັນ. ຢູ່ບ່ອນນັ້ນ ເຮົາຈະປ່ອຍໃຫ້ມັນຖືກເຜົາໄໝ້ຕະຫຼອດການ. ນີ້ແມ່ນຄວາມຊອບທໍາຂອງເຮົາ ແລະ ນີ້ແມ່ນຄວາມຊື່ຕົງຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ທຸກຄົນຕ້ອງຢູ່ພາຍໃຕ້ການບັນຊາຂອງເຮົາ.

ຄົນສ່ວນໃຫຍ່ເມີນເສີຍຕໍ່ການກ່າວພຣະທໍາຂອງເຮົາ ໂດຍຄິດວ່າ ພຣະທໍາເປັນພຽງພຣະທໍາ ແລະ ຄວາມຈິງກໍຄືຄວາມຈິງ. ພວກເຂົາຈັ່ງແມ່ນຕາບອດ! ພວກເຂົາບໍ່ຮູ້ວ່າ ເຮົາແມ່ນພຣະເຈົ້າຜູ້ຊື່ສັດບໍ? ພຣະທໍາ ແລະ ຄວາມຈິງຂອງເຮົາແມ່ນເກີດຂຶ້ນໃນເວລາດຽວກັນ. ນີ້ບໍ່ແມ່ນເລື່ອງທີ່ແທ້ຈິງບໍ? ຜູ້ຄົນພຽງແຕ່ບໍ່ເຂົ້າໃຈພຣະທໍາຂອງເຮົາ ແລະ ມີແຕ່ຜູ້ທີ່ໄດ້ຮັບແສງສະຫວ່າງເທົ່ານັ້ນ ທີ່ສາມາດເຂົ້າໃຈໄດ້ຢ່າງແທ້ຈິງ. ນີ້ແມ່ນຄວາມຈິງ. ທັນທີທີ່ຜູ້ຄົນເຫັນພຣະທໍາຂອງເຮົາ, ພວກເຂົາກໍຕົກໃຈຫຼາຍ ແລະ ແລ່ນໜີໄປທົ່ວທຸກບ່ອນເພື່ອໄປລີ້. ນີ້ຍິ່ງເປັນເລື່ອງກວ່າ ເມື່ອການພິພາກສາຂອງເຮົາໄດ້ຕົກລົງມາ. ເມື່ອເຮົາສ້າງທຸກສັບພະສິ່ງ, ເມື່ອເຮົາທໍາລາຍໂລກ ແລະ ເມື່ອເຮົາເຮັດໃຫ້ບຸດຊາຍກົກສົມບູນ, ສິ່ງເຫຼົ່ານີ້ທັງໝົດຈະຖືກບັນລຸດ້ວຍພຣະທໍາພຽງຂໍ້ດຽວຈາກປາກຂອງເຮົາ. ນີ້ກໍຍ້ອນວ່າ ພຣະທໍາຂອງເຮົາແມ່ນສິດອໍານາດ; ມັນແມ່ນການພິພາກສາ. ສາມາດເວົ້າໄດ້ວ່າ ຄົນທີ່ເຮົາເປັນແມ່ນການພິພາກສາ ແລະ ຄວາມສະຫງ່າຜ່າເຜີຍ, ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ນີ້ແມ່ນພາກສ່ວນໜຶ່ງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ; ມັນແມ່ນວິທິໜຶ່ງທີ່ເຮົາພິພາກສາຜູ້ຄົນ. ໃນສາຍຕາຂອງເຮົາ, ທຸກສິ່ງ ລວມທັງທຸກຄົນ, ທຸກເລື່ອງ ແລະ ທຸກຢ່າງແມ່ນຢູ່ໃນມືຂອງເຮົາ ແລະ ຢູ່ພາຍໃຕ້ການພິພາກສາຂອງເຮົາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດກ້າທີ່ຈະປະພຶດຢ່າງປ່າເຖື່ອນ ແລະ ໂດຍເຈດຕະນາ ແລະ ທຸກສິ່ງຈະຕ້ອງຖືກບັນລຸຕາມພຣະທໍາທີ່ເຮົາກ່າວ. ຈາກພາຍໃນແນວຄິດຂອງມະນຸດ,​ ທຸກຄົນເຊື່ອພຣະທໍາຂອງຄົນທີ່ເຮົາເປັນ. ເມື່ອພຣະວິນຍານຂອງເຮົາອອກສຽງ, ທຸກຄົນກໍສົງໄສ. ຜູ້ຄົນບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍກ່ຽວກັບອໍານາດອັນໄພສານຂອງເຮົາ ແລະ ພວກເຂົາເຖິງກັບກ່າວຫາເຮົາ. ເຮົາຂໍບອກເຈົ້າຕອນນີ້ເລີຍວ່າ ຜູ້ໃດກໍຕາມທີ່ມີຄວາມສົງໄສຕໍ່ພຣະທໍາຂອງເຮົາ ແລະ ໃຜກໍຕາມທີ່ດູຖູກພຣະທໍາຂອງເຮົາ, ຄົນເຫຼົ່ານີ້ຈະເປັນຜູ້ທີ່ຖືກທໍາລາຍ; ພວກເຂົາແມ່ນບຸດຊາຍທີ່ຕົກນາຮົກຊໍ້າແລ້ວຊໍ້າອີກ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ມີໜ້ອຍຄົນທີ່ແມ່ນບຸດຊາຍກົກ ຍ້ອນນີ້ແມ່ນວິທີທີ່ເຮົາປະຕິບັດພາລະກິດ. ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານັ້ນ, ເຮົາເຮັດໃຫ້ທຸກສິ່ງສໍາເລັດ ໂດຍທີ່ບໍ່ໄດ້ເໜັງນິ້ວມື; ເຮົາໃຊ້ແຕ່ພຣະທໍາຂອງເຮົາເທົ່ານັ້ນ. ແລ້ວນີ້ກໍແມ່ນບ່ອນທີ່ມີອໍານາດອັນໄພສານຂອງເຮົາ. ໃນພຣະທໍາຂອງເຮົາ, ບໍ່ມີໃຜສາມາດຊອກຫາແຫຼ່ງທີ່ມາ ແລະ ຈຸດປະສົງຂອງສິ່ງທີ່ເຮົາກ່າວ. ຜູ້ຄົນບໍ່ສາມາດບັນລຸສິ່ງນີ້ ແລະ ພວກເຂົາສາມາດກະທໍາການ ໃນຂະນະທີ່ຕິດຕາມການນໍາພາຂອງເຮົາເທົ່ານັ້ນ ແລະ ເຮັດທຸກສິ່ງໃຫ້ສອດຄ່ອງກັບຄວາມປະສົງຂອງເຮົາ ຕາມຄວາມຊອບທໍາຂອງເຮົາ ເຊິ່ງເຮັດໃຫ້ຄອບຄົວຂອງເຮົາມີຄວາມຊອບທໍາ ແລະ ຄວາມສະຫງົບ, ມີຊີວິດຕະຫຼອດການ ແລະ ໝັ້ນຄົງ ແລະ ບໍ່ຫວັ່ນໄຫວຊົ່ວນິລັນດອນ.

ການພິພາກສາຂອງເຮົາແມ່ນມາເຖິງທຸກຄົນ, ພຣະດໍາລັດແຫ່ງການປົກຄອງຂອງເຮົາສໍາຜັດທຸກຄົນ ແລະ ພຣະທໍາຂອງເຮົາ ແລະ ຕົວເຮົາແມ່ນຖືກເປີດເຜີຍຕໍ່ທຸກຄົນ. ນີ້ແມ່ນເວລາສໍາລັບພາລະກິດທີ່ຍິ່ງໃຫຍ່ຂອງພຣະວິນຍານຂອງເຮົາ (ໃນເວລານີ້, ຜູ້ທີ່ຈະໄດ້ຮັບພອນ ແລະ ຜູ້ທີ່ຈະທົນທຸກກັບຄວາມໂຊກຮ້າຍແມ່ນຖືກຈໍາແນກອອກຈາກກັນ). ທັນທີທີ່ມີການກ່າວພຣະທໍາຂອງເຮົາ, ເຮົາກໍໄດ້ຈໍາແນກຜູ້ທີ່ຈະໄດ້ຮັບພອນ ແລະ ຜູ້ທີ່ຈະທົນທຸກກັບຄວາມໂຊກຮ້າຍ. ທັງໝົດນີ້ແມ່ນຊັດເຈນ ແລະ ເຮົາສາມາດເຫັນມັນໝົດພາຍໃນແວບດຽວ. (ເຮົາກໍາລັງກ່າວສິ່ງນີ້ກ່ຽວກັບຄວາມເປັນມະນຸດຂອງເຮົາ; ສະນັ້ນ, ພຣະທໍາເຫຼົ່ານີ້ຈຶ່ງບໍ່ຂັດກັບການກໍານົດລ່ວງໜ້າ ແລະ ການຄັດເລືອກຂອງເຮົາ). ເຮົາຕະເວນໄປທົ່ວພູເຂົາ ແລະ ແມ່ນໍ້າ ແລະ ໃນທ່າມກາງສິ່ງທັງປວງ, ຂ້າມອາວະກາດຂອງຈັກກະວານ, ສັງເກດເບິ່ງ ແລະ ຊໍາລະລ້າງທຸກບ່ອນ ເພື່ອວ່າ ສະຖານທີ່ໆບໍ່ສະອາດເຫຼົ່ານັ້ນ ແລະ ດິນແດນທີ່ຫຍຸ້ງເຫຍີງເຫຼົ່ານັ້ນຈະຫາຍໄປ ແລະ ຖືກເຜົາເປັນຄວາມວ່າງເປົ່າເນື່ອງຈາກພຣະທໍາຂອງເຮົາ. ສໍາລັບເຮົາແລ້ວ, ທຸກສິ່ງແມ່ນງ່າຍດາຍ. ຖ້າຕອນນີ້ແມ່ນເວລາທີ່ເຮົາໄດ້ກໍານົດລ່ວງໜ້າເພື່ອການທໍາລາຍລ້າງໂລກ, ເຮົາຈະສາມາດກືນມັນດ້ວຍການກ່າວພຣະທໍາຂໍ້ດຽວ. ຢ່າງໃດກໍຕາມ, ຕອນນີ້ຍັງບໍ່ແມ່ນເວລາເທື່ອ. ທຸກຢ່າງຕ້ອງມີຄວາມພ້ອມກ່ອນເຮົາຈະປະຕິບັດພາລະກິດ ເພື່ອວ່າ ແຜນການຂອງເຮົາຈະບໍ່ຖືກລົບກວນ ແລະ ການຄຸ້ມຄອງຂອງເຮົາຈະບໍ່ຖືກຂັດຂວາງ. ເຮົາຮູ້ວິທີເຮັດສິ່ງນີ້ຢ່າງເໝາະສົມ: ເຮົາມີສະຕິປັນຍາຂອງເຮົາ ແລະ ເຮົາມີການຈັດກຽມຂອງເຮົາເອງ. ຜູ້ຄົນຕ້ອງບໍ່ເໜັງຕີງແມ່ນແຕ່ນິ້ວດຽວ; ຈົ່ງລະວັງຕົວເພື່ອບໍ່ໃຫ້ຖືກຂ້າດ້ວຍມືຂອງເຮົາ. ສິ່ງນີ້ແມ່ນໄດ້ແຕະຕ້ອງພຣະດໍາລັດແຫ່ງການປົກຄອງຂອງເຮົາແລ້ວ. ຈາກສິ່ງນີ້ ຄົນເຮົາແມ່ນສາມາດເຫັນເຖິງຄວາມໂຫດຮ້າຍຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ ພ້ອມກັບຫຼັກການທີ່ຢູ່ເບື້ອງຫຼັງພຣະດໍາລັດແຫ່ງການປົກຄອງເຫຼົ່ານັ້ນ ເຊິ່ງມີສອງດ້ານ: ໃນດ້ານໜຶ່ງ, ເຮົາຂ້າທຸກຄົນທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ຜູ້ທີ່ລະເມີດພຣະດໍາລັດແຫ່ງການປົກຄອງຂອງເຮົາ; ໃນອີກດ້ານ, ເຮົາສາບແຊ່ງທຸກຄົນທີ່ລະເມີດພຣະດໍາລັດແຫ່ງການປົກຄອງຂອງເຮົາໃນຄວາມໂກດຮ້າຍຂອງເຮົາ. ສອງພາກສ່ວນເຫຼົ່ານີ້ແມ່ນຂາດບໍ່ໄດ້ ແລະ ແມ່ນຫຼັກການບໍລິຫານຢູ່ເບື້ອງຫຼັງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ. ທຸກຄົນແມ່ນຖືກຈັດການຕາມສອງຫຼັກການເຫຼົ່ານີ້ ໂດຍບໍ່ມີອາລົມ ບໍ່ວ່າຄົນເຮົາຈະຈົງຮັກພັກດີຫຼາຍຊໍ່າໃດກໍຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນເຖິງຄວາມຊອບທໍາຂອງເຮົາ, ຄວາມສະຫງ່າຜ່າເຜີຍຂອງເຮົາ ແລະ ຄວາມໂກດຮ້າຍຂອງເຮົາ ເຊິ່ງຈະເຜົາທຸກສິ່ງທີ່ເປັນຂອງແຜ່ນດິນໂລກ, ທຸກສິ່ງທີ່ເປັນທາງໂລກ ແລະ ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ. ໃນພຣະທໍາຂອງເຮົາແມ່ນມີຄວາມລຶກລັບທີ່ຍັງລີ້ລັບຢູ່ ແລະ ມີຄວາມລຶກລັບທີ່ຖືກເປີດເຜີຍໃນພຣະທໍາຂອງເຮົາເຊັ່ນກັນ. ສະນັ້ນ, ຕາມແນວຄິດຂອງມະນຸດ ແລະ ໃນຄວາມຄິດຂອງມະນຸດ, ພຣະທໍາຂອງເຮົາແມ່ນບໍ່ສາມາດຈະເຂົ້າໃຈໄດ້ຕະຫຼອດ ແລະ ຫົວໃຈຂອງເຮົາກໍບໍ່ສາມາດຢັ່ງເຖິງໄດ້ຕະຫຼອດ. ນັ້ນກໍຄື ເຮົາຕ້ອງຖິ້ມມະນຸດອອກຈາກແນວຄິດ ແລະ ຄວາມຄິດຂອງພວກເຂົາ. ນີ້ແມ່ນສິ່ງທີ່ສໍາຄັນທີ່ສຸດຂອງແຜນການຄຸ້ມຄອງຂອງເຮົາ. ເຮົາຕ້ອງເຮັດມັນດ້ວຍວິທີນີ້ ເພື່ອຮັບເອົາບຸດຊາຍກົກຂອງເຮົາ ແລະ ເພື່ອປະຕິບັດສິ່ງຕ່າງໆທີ່ເຮົາຕ້ອງການປະຕິບັດໃຫ້ສໍາເລັດ.

(ຄັດຈາກ “ບົດທີ 103” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 97)

ພູເຂົາຊີໂອນເອີຍ! ຈົ່ງປິຕິຍິນດີເຖີດ! ພູເຂົາຊີໂອນເອີຍ! ຈົ່ງຮ້ອງເພງອອກມາ! ເຮົາໄດ້ກັບຄືນມາດ້ວຍຄວາມມີໄຊ, ເຮົາໄດ້ກັບຄືນມາດ້ວຍໄຊຊະນະ! ທຸກໆຄົນ! ຈົ່ງຟ້າວລຽນແຖວຢ່າງເປັນລະບຽບ! ສິ່ງຊົງສ້າງທັງໝົດເອີຍ! ຕອນນີ້ຈົ່ງພາກັນຢຸດນິ້ງ ເນື່ອງຈາກຕົວຕົນຂອງເຮົາກໍາລັງຜະເຊີນກັບຈັກກະວານທັງໝົດ ແລະ ປະກົດຕົວຢູ່ທິດຕາເວັນອອກຂອງໂລກ! ຜູ້ໃດກ້າທີ່ຈະບໍ່ຄູ້ເຂົ່າລົງເພື່ອນະມັດສະການ? ຜູ້ໃດກ້າທີ່ຈະບໍ່ເອີ້ນເຮົາວ່າພຣະເຈົ້າທີ່ແທ້ຈິງ? ຜູ້ໃດກ້າທີ່ຈະບໍ່ແນມເບິ່ງດ້ວຍຄວາມເຄົາລົບບູຊາ? ຜູ້ໃດກ້າທີ່ຈະບໍ່ສັນລະເສີນ? ຜູ້ໃດກ້າທີ່ຈະບໍ່ມີຄວາມປິຕິຍິນດີ? ປະຊາຊົນຂອງເຮົາຈະໄດ້ຍິນສຽງຂອງເຮົາ ແລະ ບຸດຊາຍຂອງເຮົາຈະຢູ່ລອດໃນອານາຈັກຂອງເຮົາ! ພູເຂົາ,​ ແມ່ນໍ້າ ແລະ ທຸກສິ່ງຈະເຊີດຊູຢ່າງບໍ່ຈົບສິ້ນ ແລະ ໂດດໄປມາຢ່າງບໍ່ຢຸດເຊົາ. ໃນເວລານີ້, ບໍ່ມີຜູ້ໃດກ້າທີ່ຈະຖອຍຫຼັງ ແລະ ບໍ່ມີຜູ້ໃດກ້າທີ່ຈະລຸກຂຶ້ນເພື່ອຕໍ່ຕ້ານ. ນີ້ແມ່ນການກະທໍາທີ່ມະຫັດສະຈັນຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນພະລັງທີ່ຍິ່ງໃຫຍ່ຂອງເຮົາ! ເຮົາຈະເຮັດໃຫ້ທຸກສິ່ງເຄົາລົບບູຊາເຮົາໃນໃຈຂອງສິ່ງເຫຼົ່ານັ້ນ ແລະ ຫຼາຍໄປກວ່ານີ້ ແມ່ນເຮົາຈະເຮັດໃຫ້ທຸກສິ່ງສັນລະເສີນເຮົາ! ນີ້ແມ່ນເປົ້າໝາຍສູງສຸດຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ ແລະ ມັນແມ່ນສິ່ງທີ່ເຮົາໄດ້ບັນຍັດໄວ້. ຈະບໍ່ມີຄົນໃດ ຫຼື ວັດຖຸໃດ ຫຼື ເຫດການໃດທີ່ຈະກ້າລຸກຂຶ້ນເພື່ອຂັດຂືນເຮົາ ຫຼື ຕໍ່ຕ້ານເຮົາ. ປະຊາຊົນທັງໝົດຂອງເຮົາຈະລັ່ງໄຫຼໄປພູເຂົາຂອງເຮົາ (ເວົ້າອີກແບບໜຶ່ງກໍຄື ໂລກທີ່ເຮົາຈະສ້າງຂຶ້ນພາຍຫຼັງ) ແລະ ພວກເຂົາຈະອ່ອນນ້ອມຕໍ່ໜ້າເຮົາ ຍ້ອນເຮົາມີຄວາມສະຫງ່າ ແລະ ມີການພິພາກສາ ແລະ ເຮົາຖືສິດອໍານາດ. (ນີ້ໝາຍເຖິງເວລາທີ່ເຮົາຢູ່ໃນຮ່າງກາຍ. ເຮົາຍັງມີສິດອໍານາດໃນເນື້ອໜັງ ແຕ່ຍ້ອນຂໍ້ຈໍາກັດຂອງເວລາ ແລະ ສະຖານທີ່ບໍ່ສາມາດຢູ່ເໜືອເນື້ອໜັງໄດ້ ຈຶ່ງບໍ່ສາມາດເວົ້າໄດ້ວ່າ ເຮົາໄດ້ຮັບຄວາມສະຫງ່າລາສີຢ່າງສົມບູນ. ເຖິງເຮົາຈະໄດ້ຮັບບຸດຊາຍກົກໃນເນື້ອໜັງ ແຕ່ກໍບໍ່ສາມາດເວົ້າໄດ້ວ່າ ເຮົາໄດ້ຮັບຄວາມສະຫງ່າລາສີ. ເມື່ອເຮົາໄດ້ກັບຄືນໄປພູເຂົາຊີໂອນ ແລະ ປ່ຽນແປງການປະກົດຕົວຂອງເຮົາເທົ່ານັ້ນ ຈຶ່ງອາດເວົ້າໄດ້ວ່າ ເຮົາໄດ້ຖືສິດອໍານາດ ເຊິ່ງນັ້ນກໍຄື ເຮົາໄດ້ຮັບຄວາມສະຫງ່າລາສີ). ບໍ່ມີສິ່ງໃດທີ່ຈະຍາກສໍາລັບເຮົາ. ທຸກສິ່ງຈະຖືກທໍາລາຍດ້ວຍພຣະທໍາຈາກປາກຂອງເຮົາ ແລະ ທຸກສິ່ງຈະມີຊີວິດ ແລະ ຖືກເຮັດໃຫ້ສົມບູນດ້ວຍພຣະທໍາຈາກປາກຂອງເຮົາ. ສິ່ງດັ່ງກ່າວແມ່ນພະລັງທີ່ຍິ່ງໃຫຍ່ຂອງເຮົາ ແລະ ສິ່ງດັ່ງກ່າວແມ່ນສິດອໍານາດຂອງເຮົາ. ຍ້ອນເຮົາເຕັມໄປດ້ວຍພະລັງ ແລະ ອຸດົມສົມບູນໄປດ້ວຍສິດອໍານາດ ເຊິ່ງບໍ່ມີຜູ້ໃດກ້າທີ່ຈະຂັດຂວາງເຮົາ. ເຮົາໄດ້ມີໄຊເໜືອທຸກສິ່ງແລ້ວ ແລະ ເຮົາໄດ້ເອົາຊະນະບຸດຊາຍແຫ່ງການກະບົດທຸກຄົນແລ້ວ. ເຮົາກໍາລັງນໍາເອົາບຸດຊາຍກົກຂອງເຮົາກັບຄືນສູ່ພູເຂົາຊີໂອນພ້ອມກັບເຮົາ. ເຮົາບໍ່ໄດ້ກັບໄປພູເຂົາຊີໂອນຜູ້ດຽວ. ສະນັ້ນ, ທຸກຄົນຈະເຫັນບຸດຊາຍກົກຂອງເຮົາ ແລະ ດ້ວຍເຫດນັ້ນ ກໍຈະມີໃຈເຄົາລົບບູຊາເຮົາ. ນີ້ແມ່ນເປົ້າໝາຍຂອງເຮົາໃນການຮັບເອົາບຸດຊາຍກົກ ແລະ ນີ້ແມ່ນແຜນການຂອງເຮົານັບແຕ່ການຊົງສ້າງໂລກ.

ເມື່ອທຸກຢ່າງພ້ອມແລ້ວ, ນັ້ນກໍຈະແມ່ນມື້ທີ່ເຮົາກັບຄືນສູ່ພູເຂົາຊີໂອນ ແລະ ມື້ນີ້ຈະເປັນມື້ທີ່ທຸກຄົນລະລຶກເຖິງ. ເມື່ອເຮົາກັບຄືນພູເຂົາຊີໂອນ, ທຸກສິ່ງຢູ່ເທິງແຜ່ນດິນໂລກຈະມິດງຽບ ແລະ ທຸກສິ່ງຢູ່ເທິງແຜ່ນດິນໂລກຈະຢູ່ໃນຄວາມສະຫງົບ. ເມື່ອເຮົາກັບຄືນພູເຂົາຊີໂອນ, ທຸກສິ່ງຈະກັບໄປມີຮູບຮ່າງດັ່ງເດີມຂອງພວກມັນ. ເມື່ອນັ້ນ ເຮົາຈະເລີ່ມພາລະກິດຂອງເຮົາໃນພູເຂົາຊີໂອນ. ເຮົາຈະລົງໂທດຄົນຊົ່ວ ແລະ ໃຫ້ລາງວັນແກ່ຄົນດີ ແລະ ເຮົາຈະບັງຄັບໃຊ້ຄວາມຊອບທໍາຂອງເຮົາ ແລະ ເຮົາຈະປະຕິບັດການພິພາກສາຂອງເຮົາ. ເຮົາຈະໃຊ້ພຣະທໍາຂອງເຮົາເພື່ອເຮັດໃຫ້ທຸກຢ່າງສໍາເລັດ, ເຮັດໃຫ້ທຸກຄົນ ແລະ ທຸກສິ່ງປະສົບກັບມືທີ່ຂ້ຽນຕີຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກຄົນເຫັນຄວາມສະຫງ່າລາສີທີ່ສົມບູນຂອງເຮົາ, ສະຕິປັນຍາທີ່ສົມບູນຂອງເຮົາ ແລະ ຄວາມໃຈບຸນທີ່ສົມບູນຂອງເຮົາ. ຈະບໍ່ມີຜູ້ໃດກ້າລຸກຂຶ້ນໃນການພິພາກສາ ເນື່ອງຈາກວ່າ ໃນຕົວເຮົາ ທຸກສິ່ງແມ່ນຖືກເຮັດໃຫ້ສໍາເລັດ; ແລະ ຢູ່ບ່ອນນີ້ ຈົ່ງໃຫ້ມະນຸດທຸກຄົນເຫັນກຽດທີ່ສົມບູນຂອງເຮົາ ແລະ ຊິມລົດຊາດແຫ່ງໄຊຊະນະທີ່ສົມບູນຂອງເຮົາ ເນື່ອງຈາກວ່າ ທຸກສິ່ງຖືກສະແດງອອກໃນຕົວເຮົາ. ຈາກສິ່ງນີ້, ມັນກໍເປັນໄປໄດ້ທີ່ຈະເຫັນພະລັງທີ່ຍິ່ງໃຫຍ່ຂອງເຮົາ ແລະ ສິດອໍານາດຂອງເຮົາ. ຈະບໍ່ມີຜູ້ໃດກ້າລ່ວງເກີນເຮົາ ແລະ ຈະບໍ່ມີຜູ້ໃດກ້າຂັດຂວາງເຮົາ. ທຸກສິ່ງຖືກເຮັດໃຫ້ເປີດອອກໃນຕົວເຮົາ. ແມ່ນໃຜກ້າທີ່ຈະເຊື່ອງສິ່ງໃດສິ່ງໜຶ່ງ? ເຮົາຈະບໍ່ສະແດງຄວາມເມດຕາໃຫ້ແກ່ຜູ້ນັ້ນຢ່າງແນ່ນອນ! ຄົນຊົ່ວເຊັ່ນນີ້ຕ້ອງໄດ້ຮັບການລົງໂທດທີ່ຮຸນແຮງຈາກເຮົາ ແລະ ຄົນຊັ້ນຕໍ່າເຊັ່ນນີ້ຕ້ອງຖືກກວາດລ້າງຈາກສາຍຕາຂອງເຮົາ. ເຮົາຈະປົກຄອງພວກເຂົາດ້ວຍທ່ອນເຫຼັກ ແລະ ເຮົາຈະໃຊ້ສິດອໍານາດຂອງເຮົາເພື່ອພິພາກສາພວກເຂົາ ໂດຍບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍ ແລະ ບໍ່ລະເວັ້ນຄວາມຮູ້ສຶກຂອງພວກເຂົາເລີຍ ເນື່ອງຈາກວ່າ ເຮົາຄືພຣະເຈົ້າ ຜູ້ທີ່ບໍ່ມີອາລົມ ແລະ ສະຫງ່າຜ່າເຜີຍ ແລະ ທີ່ບໍ່ສາມາດຖືກລ່ວງເກີນໄດ້. ທຸກຄົນຄວນເຂົ້າໃຈ ແລະ ເຫັນສິ່ງນີ້ ເພື່ອບໍ່ໃຫ້ພວກເຂົາຖືກເຮົາໂຈມຕີ ແລະ ກໍາຈັດ “ໂດຍບໍ່ມີສາເຫດ ຫຼື ເຫດຜົນ” ເນື່ອງຈາກວ່າ ທ່ອນເຫຼັກຂອງເຮົາຈະໂຈມຕີທຸກຄົນທີ່ລ່ວງເກີນເຮົາ. ເຮົາບໍ່ສົນໃຈວ່າ ພວກເຂົາຈະຮູ້ຈັກພຣະດໍາລັດແຫ່ງການປົກຄອງຂອງເຮົາ ຫຼື ບໍ່; ສິ່ງນັ້ນຈະບໍ່ມີຜົນຫຍັງຕໍ່ເຮົາ ໃນເມື່ອຕົວຕົນຂອງເຮົາບໍ່ອົດທົນຕໍ່ການຖືກລ່ວງເກີນໂດຍຄົນໃດໜຶ່ງ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງຈຶ່ງມີການເວົ້າວ່າ ເຮົາແມ່ນສິງໂຕ; ເຮົາໂຈມຕີຜູ້ໃດກໍຕາມທີ່ເຮົາຈັບຕ້ອງ. ນັ້ນແມ່ນເຫດຜົນທີ່ມີການເວົ້າວ່າ ໃນຕອນນີ້ ມັນກໍຄືການໝິ່ນປະໝາດ ທີ່ຈະເວົ້າວ່າເຮົາແມ່ນພຣະເຈົ້າແຫ່ງຄວາມເຫັນໃຈ ແລະ ຄວາມເມດຕາ. ໂດຍແກ່ນແທ້ແລ້ວ,​ ເຮົາບໍ່ແມ່ນລູກແກະ ແຕ່ພັດແມ່ນສິງໂຕ. ບໍ່ມີຜູ້ໃດກ້າລ່ວງເກີນເຮົາ; ໃຜກໍຕາມທີ່ລ່ວງເກີນເຮົາ, ເຮົາຈະລົງໂທດດ້ວຍຄວາມຕາຍ ຢ່າງທັນທີ ແລະ ໂດຍທີ່ບໍ່ມີຄວາມເມດຕາ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນເຖິງອຸປະນິໄສຂອງເຮົາ. ສະນັ້ນ, ໃນຍຸກສຸດທ້າຍ ກຸ່ມຄົນຂະໜາດໃຫຍ່ຈະຖອນໂຕ ແລະ ນີ້ກໍຈະຍາກທີ່ຜູ້ຄົນຈະທົນໄດ້ ແຕ່ໃນສ່ວນຂອງເຮົາແລ້ວ ເຮົາຈະຜ່ອນຄາຍ ແລະ ມີຄວາມສຸກ ແລະ ເຮົາບໍ່ເຫັນສິ່ງນີ້ເປັນໜ້າວຽກທີ່ຍາກເລີຍ. ສິ່ງດັ່ງກ່າວແມ່ນອຸປະນິໄສຂອງເຮົາ.

(ຄັດຈາກ “ບົດທີ 120” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 98)

ໃນອານາຈັກ ສິ່ງຕ່າງໆທີ່ລໍ້າເລີດແຫ່ງການສ້າງໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ກ່ອນຫນ້ານີ້ ເຮົາໄດ້ທໍານວາຍວ່າ: ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມຕົວກັນ ມັນຈະເປັນເວລາທີ່ເຮົາທຳລາຍທຸກເຊື້ອຊາດໃຫ້ກາຍເປັນເຖົ່າທ່ານ. ໃນເວລານີ້ ເຮົາຈະເລີ່ມການສ້າງ ແລະ ການແບ່ງແຍກຈັກກະວານທັງໝົດໃໝ່ ດ້ວຍການວາງຈັກກະວານໃຫ້ເປັນຕາມລຳດັບ, ປະຕິຮູບລັດເກົ່າໃຫ້ເປັນລັດໃໝ່. ນີ້ແມ່ນແຜນການຂອງເຮົາ. ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອບັນດາເຊື້ອຊາດ ແລະ ຜູ້ຄົນທັງໝົດຂອງໂລກກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະໃຊ້ຄວາມເມດຕາທັງໝົດຂອງສະຫວັນ ແລະ ມອບໃຫ້ໂລກຂອງມະນຸດ. ສະນັນ ຈົ່ງຂໍຂອບໃຈເຮົາ, ເພາະມັນຈະເຕັມໄປດ້ວຍຄວາມເມດຕາກະລຸນາທີ່ບໍ່ມີສິ່ງໃດທຽບໄດ້. ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໄສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່າກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

ເມື່ອສຽງຂອງເຮົາເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານ. ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນລ້ວນແລ້ວແຕ່ຖືກສ້າງຂຶ້ນໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ຢ່າງຊ້າໆ ແຕ່ລະຄົນຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ຊອກຫາທາງຂອງພວກເຂົາກັບຄືນສູ່ອ້ອມກອດຂອງຄອບຄົວຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ. ດ້ວຍສິ່ງນີ້, ເຮົາຈຶ່ງຈະພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດເທື່ອລະໜ້ອຍ, ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນຖືກປ່ຽນແປງໂດຍບໍ່ຮູ້ຕົວ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາອອກແບບທຸກສິ່ງຕາມປະເພດຂອງພວກມັນ, ວາງທຸກສິ່ງທີ່ມີຮູບຮ່າງຮ່ວມກັນກັບປະເພດຂອງພວກມັນ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງສັບພະສິ່ງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ປ່ຽນແປງທຸກສິ່ງຢ່າງເລິກເຊິ່ງ, ເພື່ອວ່າທຸກສິ່ງຈະກັບຄືນສູ່ອ້ອມກອດໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍໃນແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ເຈົ້າຈະລົ້ມລົງຢູ່ພາຍໃຕ້ພຣະທຳຂອງເຮົາຢ່າງແນ່ນອນ! ເຈົ້າຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນເອີຍ! ເຈົ້າລ້ວນແລ້ວແຕ່ຈະໄດ້ຮັບຊີວິດໃໝ່ພາຍໃນພຣະທຳຂອງເຮົາ, ບັດນີ້ ເຈົ້າຈະມີພຣະຜູ້ເປັນເຈົ້າອົງສູງສຸດຂອງເຈົ້າ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ເຈົ້າຈະຟື້ນຄືນໃໝ່ພາຍໃນສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ຈາກບັນດາສັບພະສິ່ງທີ່ຖືກສ້າງທັງປວງ ເຮົາຈະສໍາຫຼວດເບິ່ງແຜ່ນດິນໂລກທັງໝົດ. ເທິງແຜ່ນດິນໂລກ, ມະນຸດຊາດໄດ້ເລີ່ມຕົ້ນຊີວິດໃໝ່, ໄດ້ຊະນະຄວາມຫວັງໃໝ່. ໂອ້ ປະຊາຊົນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດພາຍໃນແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນຮ້ອງຂຶ້ນດ້ວຍຄວາມຕື່ນເຕັ້ນຕັນໃຈ, ນໍ້າຟົດຟື້ນໄປດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອັນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບແຫຼ່ງທີ່ມາຂອງການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ, ເອຢິບທີ່ເປັນຕາກຽດຊັງເອີຍ! ແນ່ນອນ ເຈົ້າບໍ່ແມ່ນຍັງຢືນຕໍ່ຕ້ານເຮົາບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້ແນວໃດ? ເຈົ້າບໍ່ສາມາດມີຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຊີວິດນິລັນດອນ ແລະ ທຸກຄົນທີ່ຢືນຕໍ່ສູ້ກັບເຮົາແນ່ນອນຈະຖືກເຮົາຂ້ຽນຕີຕະຫຼອດກາລະນານ. ເພາະວ່າເຮົາເປັນພຣະເຈົ້າທີ່ຫວງແຫນ ແລະ ມະນຸດຈະບໍ່ຖືກລະເວັ້ນຈາກທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະເຝົ້າເບິ່ງທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມຍິ່ງໃຫຍ່, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ມະນຸດທັງຫຼາຍ!

(ຄັດຈາກ “ບົດທີ 26” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ກ່ອນນີ້: II ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

ຕໍ່ໄປ: IV ການບັງເກີດເປັນມະນຸດຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້