ການບັງເກີດເປັນມະນຸດຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 99)

“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ ສຳລັບພຣະເຈົ້າທີ່ຕ້ອງບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວິດຢູ່ໃນຄວາມເປັນມະນຸດທີ່ບໍ່ແມ່ນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ເຮັດພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ສາມາດຮັກສາພາລະກິດທີ່ສັກສິດທັງໝົດເທື່ອ, ຍັງບໍ່ເຕີບໃຫຍ່ເທື່ອ; ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງເຕີບໃຫຍ່ເທົ່ານັ້ນ ຈຶ່ງສາມາດຮັບແບກພັນທະກິດຂອງພຣະອົງ, ພຣະອົງຈຶ່ງສາມາດເລີ່ມຕົ້ນປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດໄດ້. ຍ້ອນພຣະອົງເປັນເນື້ອໜັງ ພຣະອົງຈຶ່ງຕ້ອງເຕີບໂຕ ແລະ ເຕີບໃຫຍ່, ຂັ້ນຕອນທຳອິດຂອງຊີວິດຂອງພຣະອົງແມ່ນຢູ່ໃນຄວາມເປັນມະນຸດທຳມະດາ, ໃນຂະນະທີ່ຂັ້ນຕອນທີສອງນັ້ນ ຍ້ອນຄວາມເປັນມະນຸດຂອງພຣະອົງສາມາດປະຕິບັດພາລະກິດຂອງພຣະອົງ ແລະ ໄດ້ປະຕິບັດພັນທະກິດຂອງພຣະອົງໄດ້ແລ້ວ, ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ມີໃນລະຫວ່າງພັນທະກິດນີ້ ຈຶ່ງຢູ່ໃນທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ນັບຕັ້ງແຕ່ຊ່ວງເວລາທີ່ພຣະອົງກຳເນີດ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງຈິງຈັງ ໂດຍປະຕິບັດໝາຍສຳຄັນທີ່ເໜືອທຳມະຊາດ ແລະ ການອັດສະຈັນຕ່າງໆ ແລ້ວພຣະອົງກໍຈະບໍ່ມີແກ່ນແທ້ທາງຮ່າງກາຍ. ສະນັ້ນ ຄວາມເປັນມະນຸດຂອງພຣະເຈົ້າມີຢູ່ກໍເພື່ອເຫັນແກ່ຜົນປະໂຫຍດຂອງທາດແທ້ຝ່າຍຮ່າງກາຍຂອງພຣະອົງ; ບໍ່ມີເນື້ອໜັງໃດທີ່ປາສະຈາກຄວາມເປັນມະນຸດ ແລະ ຄົນທີ່ປາສະຈາກຄວາມເປັນມະນຸດກໍບໍ່ແມ່ນມະນຸດ. ເມື່ອເປັນແນວນີ້ຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະເຈົ້າຈຶ່ງເປັນຄຸນສົມບັດທາງທໍາມະຊາດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ການເວົ້າວ່າ “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ພຣະອົງເປັນສິ່ງສັກສິດຢ່າງສິ້ນເຊີງ ແລະ ບໍ່ແມ່ນມະນຸດເລີຍ” ແມ່ນການໝິ່ນປະໝາດ ຍ້ອນວ່າປະໂຫຍກນີ້ແມ່ນບໍ່ເປັນຈິງ ແລະ ລະເມີດຫຼັກການແຫ່ງການບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ພຣະເຈົ້າເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງຍັງດໍາລົງຢູ່ດ້ວຍຄວາມເປັນພຣະເຈົ້າຂອງພຣະອົງໃນເປືອກນອກຂອງມະນຸດ ໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງ; ພຽງແຕ່ວ່າ ໃນເວລານັ້ນຄວາມເປັນມະນຸດຂອງພຣະເຈົ້າຮັບໃຊ້ຈຸດປະສົງຢ່າງດຽວໃນການເຮັດໃຫ້ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດໃນເນື້ອໜັງທຳມະດາ. ສະນັ້ນ ຕົວແທນຂອງພາລະກິດກໍຄືຄວາມເປັນພຣະເຈົ້າທີ່ສະຖິດຢູ່ໃນຄວາມເປັນມະນຸດຂອງພຣະອົງ. ມັນແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງທີ່ປະຕິບັດພາລະກິດ ແຕ່ຜູ້ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ໂດຍແກ່ນແທ້ແລ້ວ ພາລະກິດຂອງພຣະອົງແມ່ນຖືກກະທຳໂດຍຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງ. ແຕ່ຜູ້ທີ່ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນມະນຸດ ແລະ ຍັງເປັນພຣະເຈົ້າ, ຍ້ອນພຣະເຈົ້າກາຍມາເປັນພຣະເຈົ້າທີ່ມີຊີວິດໃນເນື້ອໜັງ, ມີເປືອກນອກຂອງມະນຸດ ແລະ ແກ່ນແທ້ຂອງມະນຸດ ແຕ່ພ້ອມນັ້ນ ກໍຍັງມີແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດໄດ້ມີຄວາມເປັນມະນຸດແລ້ວ, ມະນຸດທີ່ຖືກສ້າງຂຶ້ນບໍ່ມີສິ່ງໃດນອກຈາກຄວາມເປັນມະນຸດ, ໃນຂະນະດຽວກັນ ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງແຕ່ມີຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ. ຄວາມເປັນມະນຸດຂອງພຣະອົງສາມາດເຫັນໄດ້ຈາກການປາກົດຕົວພາຍນອກຂອງເນື້ອໜັງຂອງພຣະອົງ ແລະ ໃນຊີວິດປະຈຳວັນຂອງພຣະອົງ, ແຕ່ຄວາມເປັນພຣະເຈົ້າຂອງພຣະອົງແມ່ນຍາກທີ່ຈະເຫັນໄດ້. ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສະແດງອອກພຽງແຕ່ໃນເວລາທີ່ພຣະອົງມີຄວາມເປັນມະນຸດ ແລະ ບໍ່ໄດ້ເໜືອທຳມະຊາດແບບທີ່ມະນຸດໄດ້ຈິນຕະນາການໃຫ້ເປັນ, ໃຫ້ມັນເປັນເລື່ອງທີ່ຍາກທີ່ສຸດສຳລັບມະນຸດຈະເຫັນໄດ້. ເຖິງແມ່ນໃນປັດຈຸບັນ ຜູ້ຄົນແມ່ນຍາກຫຼາຍທີ່ຈະຢັ່ງເຖິງແກ່ນແທ້ອັນແທ້ຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ເຮົາໄດ້ກ່າວຢ່າງຍືດຍາວແບບນີ້ ເຮົາຄາດວ່າ ມັນຍັງເປັນສິ່ງທີ່ລຶກລັບຕໍ່ພວກເຈົ້າຫຼາຍຄົນ. ໃນຄວາມເປັນຈິງ ບັນຫານີ້ງ່າຍຫຼາຍ: ຕັ້ງແຕ່ພຣະເຈົ້າກາຍມາເປັນເນື້ອໜັງ, ແກ່ນແທ້ຂອງພຣະອົງແມ່ນການປະສົມປະສານລະຫວ່າງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ການປະສົມປະສານນີ້ຖືກເອີ້ນວ່າ ພຣະເຈົ້າເອງ, ພຣະເຈົ້າເອງເທິງແຜ່ນດິນໂລກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 100)

ຊີວິດທີ່ພຣະເຢຊູດຳລົງຢູ່ເທິງແຜ່ນດິນໂລກແມ່ນຊີວິດທຳມະດາຂອງເນື້ອໜັງ. ພຣະອົງດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິຂອງເນື້ອໜັງຂອງພຣະອົງ. ສິດອຳນາດຂອງພຣະອົງ ນັ້ນກໍຄືການປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທຳຂອງພຣະອົງ ຫຼື ເພື່ອຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ເພື່ອກະທຳສິ່ງທີ່ພິເສດຕ່າງໆບໍ່ໄດ້ເປີດເຜີຍຕົວມັນເອງເປັນສ່ວນໃຫຍ່ ຈົນກະທັງພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ. ຊີວິດຂອງພຣະອົງກ່ອນອາຍຸຊາວເກົ້າປີ, ກ່ອນພຣະອົງປະຕິບັດພັນທະກິດຂອງພຣະອົງ ຄືຫຼັກຖານພິສູດໃຫ້ເຫັນຢ່າງພຽງພໍແລ້ວວ່າ ພຣະອົງເປັນພຽງຮ່າງກາຍທີ່ເປັນເນື້ອໜັງທຳມະດາ. ຍ້ອນສິ່ງນີ້ ແລະ ຍ້ອນພຣະອົງຍັງບໍ່ໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ຜູ້ຄົນບໍ່ໄດ້ເຫັນສິ່ງສັກສິດໃນຕົວພຣະອົງ, ບໍ່ໄດ້ເຫັນຫຍັງ ນອກຈາກສິ່ງທີ່ເກີນມະນຸດປົກກະຕິ, ນັ້ນກໍຄື ມະນຸດທຳມະດາສາມັນ, ດັ່ງໃນເວລານັ້ນ ມີບາງຄົນເຊື່ອວ່າພຣະອົງເປັນລູກຊາຍຂອງໂຢເຊບ. ຜູ້ຄົນຄິດວ່າ ພຣະອົງເປັນລູກຊາຍຂອງມະນຸດທຳມະດາ ພວກເຂົາບໍ່ມີທາງບອກໄດ້ເລີຍວ່າ ພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ; ແມ່ນແຕ່ໃນຊ່ວງເວລາການປະຕິບັດພັນທະກິດຂອງພຣະອົງ ພຣະອົງປະຕິບັດສິ່ງອັດສະຈັນຫຼາຍຢ່າງ, ຄົນສ່ວນໃຫຍ່ກໍຍັງເວົ້າວ່າ ພຣະອົງເປັນລູກຊາຍຂອງໂຢເຊບ ຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງຄວາມເປັນມະນຸດທຳມະດາ. ຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ພາລະກິດຂອງພຣະອົງ ທັງສອງສິ່ງນີ້ເກີດຂຶ້ນເພື່ອບັນລຸຄວາມໝາຍຂອງການບັງເກີດເປັນມະນຸດຄັ້ງທຳອິດ ເຊິ່ງພິສູດໃຫ້ເຫັນວ່າ ພຣະເຈົ້າໄດ້ສະຖິດເຂົ້າສູ່ເນື້ອໜັງມະນຸດຢ່າງສົມບູນ ແລະ ກາຍມາເປັນມະນຸດທຳມະດາຢ່າງສິ້ນເຊີງ. ຄວາມເປັນມະນຸດທຳມະດາຂອງພຣະອົງກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງນັ້ນ ເປັນຫຼັກຖານພິສູດໃຫ້ເຫັນວ່າ ພຣະອົງເປັນເນື້ອໜັງທີ່ທຳມະດາ; ແລະ ຫຼັງຈາກພຣະອົງໄດ້ປະຕິບັດພາລະກິດກໍຍັງພິສູດໃຫ້ເຫັນວ່າພຣະອົງຍັງເປັນມະນຸດທຳມະດາ, ຍ້ອນວ່າພຣະອົງປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຜ່ານເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ເຫດຜົນທີ່ພຣະອົງສາມາດປະຕິບັດສິ່ງອັດສະຈັນກໍຍ້ອນວ່າ ເນື້ອໜັງຂອງພຣະອົງເກີດຈາກສິດອຳນາດຂອງພຣະເຈົ້າ, ເປັນເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່. ພຣະອົງໄດ້ມີສິດອຳນາດນີ້ກໍຍ້ອນພຣະວິນຍານຂອງພຣະເຈົ້າ ແລະ ມັນບໍ່ໄດ້ໝາຍຄວາມວ່າ ພຣະອົງບໍ່ໄດ້ເປັນເນື້ອໜັງ. ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍແມ່ນພາລະກິດທີ່ພຣະອົງຕ້ອງປະຕິບັດໃນພັນທະກິດຂອງພຣະອົງ, ມັນເປັນການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງທີ່ເຊື່ອງຊ້ອນຢູ່ໃນຄວາມເປັນມະນຸດຂອງພຣະອົງ ແລະ ບໍ່ວ່າພຣະອົງຈະສະແດງໝາຍສຳຄັນໃດກໍຕາມ ຫຼື ພຣະອົງສະແດງສິດອໍານາດຂອງພຣະອົງແນວໃດກໍຕາມ ພຣະອົງກໍຍັງຢູ່ໃນຄວາມເປັນມະນຸດທຳມະດາ ແລະ ຍັງເປັນເນື້ອໜັງທີ່ທຳມະດາ. ຈົນເຖິງຈຸດທີ່ພຣະອົງຟື້ນຄືນຊີບຫຼັງຈາກທີ່ໄດ້ຕາຍເທິງໄມ້ກາງແຂນ, ພຣະອົງກໍໄດ້ດຳລົງຊີວິດຢູ່ກັບເນື້ອໜັງທຳມະດາ. ການປະທານພຣະຄຸນ, ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍທັງໝົດແມ່ນລ້ວນແລ້ວແຕ່ເປັນສ່ວນຂອງພັນທະກິດຂອງພຣະອົງ, ພວກມັນກໍລ້ວນແລ້ວແຕ່ເປັນພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງທຳມະດາຂອງພຣະອົງ. ກ່ອນທີ່ພຣະອົງຈະໄປທີ່ໄມ້ກາງແຂນ ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ພຣະອົງບໍ່ເຄີຍອອກຈາກເນື້ອໜັງມະນຸດທຳມະດາຂອງພຣະອົງເລີຍ. ພຣະອົງເອງເປັນພຣະເຈົ້າ, ປະຕິບັດພາລະກິດຂອງພຣະເຈົ້າເອງ ແຕ່ຍ້ອນພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ, ພຣະອົງກິນອາຫານ ແລະ ນຸ່ງເສື້ອຜ້າ, ມີຄວາມຕ້ອງການແບບມະນຸດປົກກະຕິ, ມີເຫດຜົນແບບມະນຸດປົກກະຕິ ແລະ ມີຈິດໃຈແບບມະນຸດປົກກະຕິ. ທັງໝົດນີ້ເປັນຫຼັກຖານພິສູດໃຫ້ເຫັນແລ້ວວ່າ ພຣະອົງເປັນມະນຸດທຳມະດາ ເຊິ່ງພິສູດວ່າເນື້ອໜັງບັງເກີດເປັນມະນຸດຂອງພຣະອົງແມ່ນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ແລະ ບໍ່ແມ່ນເນື້ອໜັງທີ່ເໜືອທຳມະຊາດ. ໜ້າທີ່ຂອງພຣະອົງກໍຄືການເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າສຳເລັດລົງ, ເພື່ອສຳເລັດພັນທະກິດຂອງການບັງເກີດເປັນມະນຸດໃນຄັ້ງທຳອິດທີ່ຄວນປະຕິບັດ. ຄວາມໝາຍຂອງການບັງເກີດເປັນມະນຸດກໍຄືມະນຸດທຳມະດາສາມັນ, ປົກກະຕິປະຕິບັດພາລະກິດຂອງພຣະເຈົ້າເອງ; ນັ້ນກໍຄື ພຣະເຈົ້າປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດ ແລະ ເອົາຊະນະຊາຕານ. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ເນື້ອໜັງປະຕິບັດແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ຄືວ່າ ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້. ໃນລະຫວ່າງການມາຄັ້ງທຳອິດຂອງພຣະອົງ ຖ້າພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາກ່ອນອາຍຸຊາວເກົ້າປີ, ຖ້າທັນທີທີ່ພຣະອົງກຳເນີດ ພຣະອົງສາມາດປະຕິບັດສິ່ງອັດສະຈັນໄດ້, ຖ້າທັນທີທີ່ພຣະອົງຮຽນເວົ້າ ພຣະອົງສາມາດກ່າວພາສາແຫ່ງສະຫວັນໄດ້, ຖ້າຊ່ວງເວລາທີ່ພຣະອົງກ້າວຂາຄັ້ງທຳອິດເທິງແຜ່ນດິນໂລກ ພຣະອົງສາມາດເຂົ້າໃຈທຸກບັນຫາພາຍໃນໂລກ, ແຍກແຍະຄວາມຄິດ ແລະ ເຈດຕະນາຂອງທຸກຄົນອອກ, ບຸກຄົນດັ່ງກ່າວກໍຈະບໍ່ຖືກເອີ້ນວ່າມະນຸດທຳມະດາ ແລະ ເນື້ອໜັງດັ່ງກ່າວກໍຈະບໍ່ຖືກເອີ້ນວ່າ ເນື້ອໜັງຂອງມະນຸດ. ຖ້າສິ່ງນີ້ເປັນຈິງກັບພຣະຄຣິດ ແລ້ວຄວາມໝາຍ ແລະ ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເສຍໄປ. ການທີ່ພຣະອົງມີຄວາມເປັນມະນຸດທຳມະດາພິສູດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດມະນຸດໃນເນື້ອໜັງ; ຄວາມເປັນຈິງທີ່ພຣະອົງຜ່ານຂະບວນການເຕີບໂຕຂອງມະນຸດທີ່ເປັນປົກກະຕິຍັງສຳແດງໃຫ້ເຫັນອີກວ່າ ພຣະອົງເປັນເນື້ອໜັງທຳມະດາ; ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງກໍເປັນຫຼັກຖານພຽງພໍວ່າ ພຣະອົງຄືພຣະທຳຂອງພຣະເຈົ້າ, ເປັນພຣະວິນຍານຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ. ພຣະເຈົ້າກາຍມາເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງພາລະກິດຂອງພຣະອົງ; ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ຂອງພາລະກິດຈໍາເປັນຕ້ອງໄດ້ເຮັດຜ່ານເນື້ອໜັງ ແລະ ເຮັດຜ່ານໃນຄວາມເປັນມະນຸດທຳມະດາ. ນີ້ແມ່ນເງື່ອນໄຂທີ່ຕ້ອງໃຫ້ມີກ່ອນດໍາເນີນພາລະກິດ ສຳລັບ “ພຣະທຳກາຍມາເປັນເນື້ອໜັງ” ແລະ ສຳລັບ “ການປະກົດຂອງພຣະທຳໃນເນື້ອໜັງ” ແລະ ມັນຄືເລື່ອງລາວທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ. ຜູ້ຄົນອາດເຊື່ອວ່າ ພຣະເຢຊູເຮັດສິ່ງອັດສະຈັນຕະຫຼອດຊີວິດຂອງພຣະອົງ, ພຣະອົງບໍ່ສະແດງໝາຍສຳຄັນຂອງຄວາມເປັນມະນຸດຈົນກວ່າພາລະກິດຂອງພຣະອົງເທິງແຜ່ນດິນໂລກສິ້ນສຸດລົງ, ພຣະອົງບໍ່ໄດ້ມີຄວາມຕ້ອງການແບບມະນຸດປົກກະຕິ ຫຼື ມີຄວາມອ່ອນແອ ຫຼື ຄວາມຮູ້ສຶກແບບມະນຸດ, ບໍ່ຕ້ອງການສິ່ງທີ່ຈຳເປັນພື້ນຖານຂອງຊີວິດ ຫຼື ມີຄວາມຄິດແບບມະນຸດທຳມະດາ. ພວກເຂົາຈິນຕະນາການວ່າພຣະອົງມີພຽງແຕ່ຈິດໃຈທີ່ເໜືອມະນຸດ, ຄວາມເປັນມະນຸດທີ່ເໜືອທໍາມະຊາດ. ພວກເຂົາເຊື່ອວ່າ ເນື່ອງຈາກວ່າພຣະອົງເປັນພຣະເຈົ້າ, ພຣະອົງບໍ່ຄວນມີຄວາມຄິດ ແລະ ມີຊີວິດຄືກັບມະນຸດທຳມະດາ, ເຊື່ອວ່າມີພຽງບຸກຄົນທຳມະດາ ທີ່ເປັນມະນຸດແທ້ຈິງເທົ່ານັ້ນທີ່ສາມາດມີຄວາມຄິດແບບມະນຸດປົກກະຕິ ແລະ ມີຊີວິດແບບມະນຸດທໍາມະດາ. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ແນວຄິດຂອງມະນຸດທັງໝົດ ແລະ ແນວຄິດເຫຼົ່ານີ້ຂັດກັນກັບເຈດຕະນາເດີມຂອງພາລະກິດຂອງພຣະເຈົ້າ. ການຄິດແບບມະນຸດທຳມະດາສະໜັບສະໜູນເຫດຜົນແບບມະນຸດທຳມະດາ ແລະ ຄວາມເປັນມະນຸດທີ່ທຳມະດາ; ຄວາມເປັນມະນຸດທີ່ທຳມະດາສະໜັບສະໜູນໜ້າທີ່ທຳມະດາຂອງເນື້ອໜັງ; ແລະ ໜ້າທີ່ທຳມະດາຂອງເນື້ອໜັງກໍເຮັດໃຫ້ຊີວິດທີ່ທຳມະດາຂອງເນື້ອໜັງຢູ່ໃນຄວາມສົມບູນຂອງເນື້ອໜັງ. ມີພຽງແຕ່ການປະຕິບັດພາລະກິດໃນເນື້ອໜັງດັ່ງກ່າວ ພຣະເຈົ້າຈຶ່ງສາມາດບັນລຸຈຸດປະສົງແຫ່ງການບັງເກີດເປັນມະນຸດຂອງພຣະອົງໄດ້. ຖ້າພຣະເຈົ້າທີ່ບັງເກີດມາເປັນມະນຸດມີພຽງແຕ່ເປືອກນອກຂອງເນື້ອໜັງ ແຕ່ບໍ່ຄິດແບບມະນຸດທຳມະດາ ແລ້ວເນື້ອໜັງນີ້ຈະບໍ່ມີເຫດຜົນຂອງມະນຸດເລີຍ ແຮງໄກທີ່ຈະມີຄວາມເປັນມະນຸດທີ່ແທ້ຈິງ. ເນື້ອໜັງແບບນີ້ ທີ່ປາສະຈາກຄວາມເປັນມະນຸດ ຈະສາມາດສຳເລັດພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນປະຕິບັດໄດ້ແນວໃດ? ຄວາມຄິດທຳມະດາສະໜັບສະໜູນທຸກລັກສະນະຂອງຊີວິດມະນຸດ; ຫາກປາສະຈາກຄວາມຄິດທຳມະດາ ຄົນໜຶ່ງຈະບໍ່ແມ່ນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບຸກຄົນທີ່ບໍ່ມີຄວາມຄິດທຳມະດາແມ່ນຄົນທີ່ປ່ວຍທາງຈິດ ແລະ ພຣະຄຣິດທີ່ບໍ່ມີຄວາມເປັນມະນຸດ ມີແຕ່ຄວາມເປັນພຣະເຈົ້າ ແມ່ນບໍ່ສາມາດເວົ້າໄດ້ວ່າເປັນເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ແລ້ວເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະສາມາດບໍ່ມີຄວາມເປັນມະນຸດທຳມະດາໄດ້ແນວໃດ? ມັນບໍ່ແມ່ນເປັນການໝິ່ນປະໝາດບໍທີ່ເວົ້າວ່າ ພຣະຄຣິດບໍ່ມີຄວາມເປັນມະນຸດ? ທຸກກິດຈະກຳທີ່ມະນຸດທຳມະດາເຂົ້າຮ່ວມແມ່ນອາໄສແນວຄິດທີ່ເຮັດວຽກປົກກະຕິຂອງມະນຸດ. ຫາກປາສະຈາກສິ່ງນັ້ນ ມະນຸດຈະປະພຶດຕົວຢ່າງຜິດປົກກະຕິ; ພວກເຂົາເຖິງກັບຈະບໍ່ສາມາດບອກຄວາມແຕກຕ່າງລະຫວ່າງສີດຳ ແລະ ສີຂາວ, ດີ ແລະ ຊົ່ວ; ແລະ ພວກເຂົາຈະບໍ່ມີຈັນຍາບັນ ແລະ ຫຼັກສິນທຳຂອງມະນຸດ. ໃນຮູບແບບດຽວກັນ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄິດຄືກັບມະນຸດທຳມະດາ ແລ້ວພຣະອົງຈະບໍ່ແມ່ນເນື້ອໜັງແທ້ຈິງ ທີ່ເປັນເນື້ອໜັງທຳມະດາ. ເນື້ອໜັງທີ່ບໍ່ມີແນວຄິດດັ່ງກ່າວຈະບໍ່ສາມາດປະຕິບັດພາລະກິດທີ່ສັກສິດໄດ້. ພຣະອົງຈະບໍ່ສາມາດເຂົ້າຮ່ວມໃນກິດຈະກຳຂອງເນື້ອໜັງທີ່ທຳມະດາແຮງໄກທີ່ຈະມີຊີວິດຢູ່ຮ່ວມກັບມະນຸດເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ຄວາມສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ແກ່ນແທ້ຂອງການມາເປັນເນື້ອໜັງຂອງພຣະເຈົ້າ ຈະສູນເສຍໄປ. ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ ເພື່ອຮັກສາພາລະກິດສັກສິດທີ່ທຳມະດາຜ່ານເນື້ອໜັງ; ແນວຄິດແບບມະນຸດທຳມະດາຂອງພຣະອົງສະໜັບສະໜູນຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ທຸກກິດຈະກຳທີ່ທຳມະດາທາງຮ່າງກາຍຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ແນວຄິດແບບມະນຸດຂອງພຣະອົງມີຢູ່ ເພື່ອສະໜັບສະໜູນພາລະກິດທັງໝົດຂອງພຣະເຈົ້າຜ່ານເນື້ອໜັງ. ຖ້າເນື້ອໜັງນີ້ບໍ່ມີແນວຄິດແບບມະນຸດປົກກະຕິ ແລ້ວພຣະເຈົ້າຈະບໍ່ສາມາດປະຕິບັດພາລະກິດຜ່ານເນື້ອໜັງໄດ້ ແລະ ສິ່ງທີ່ພຣະອົງຕ້ອງເຮັດຜ່ານເນື້ອໜັງກໍບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຖິງແມ່ນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມຄິດແບບມະນຸດປົກກະຕິ ພາລະກິດຂອງພຣະອົງກໍບໍ່ໄດ້ຖືກເຈືອປົນໂດຍຄວາມຄິດຂອງມະນຸດ; ພຣະອົງປະຕິບັດພາລະກິດໃນຄວາມເປັນມະນຸດໂດຍໃຊ້ຄວາມຄິດທຳມະດາພາຍໃຕ້ເງື່ອນໄຂບັງຄັບທີ່ມີຄວາມເປັນມະນຸດດ້ວຍຄວາມຄິດ ແຕ່ບໍ່ແມ່ນໂດຍການປະຕິບັດຂອງຄວາມຄິດແບບມະນຸດທີ່ທຳມະດາ. ບໍ່ວ່າແນວຄິດຂອງເນື້ອໜັງຂອງພຣະອົງຈະສູງສົ່ງໜ້ອຍຫຼາຍພຽງໃດ ໃນພາລະກິດຂອງພຣະອົງກໍຈະບໍ່ໄດ້ມີມົນທິນໂດຍເຫດຜົນ ຫຼື ການຄິດ. ເວົ້າອີກຢ່າງໜຶ່ງກໍຄື ພາລະກິດຂອງພຣະອົງບໍ່ໄດ້ຄົ້ນຄິດຂຶ້ນຈາກແນວຄິດຂອງເນື້ອໜັງຂອງພຣະອົງ ແຕ່ເປັນການສະແດງອອກໂດຍກົງເຖິງພາລະກິດທີ່ສັກສິດຜ່ານຄວາມເປັນມະນຸດຂອງພຣະເຈົ້າ. ທຸກພາລະກິດແມ່ນພັນທະກິດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ບໍ່ມີສ່ວນໃດເລີຍທີ່ຄົ້ນຄິດຂຶ້ນໂດຍສະໝອງຂອງພຣະອົງ. ຕົວຢ່າງເຊັ່ນ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການຖືກຄຶງທີ່ໄມ້ກາງແຂນບໍ່ແມ່ນຜົນຈາກແນວຄິດແບບມະນຸດຂອງພຣະອົງ ແລະ ບໍ່ສາມາດເຮັດສຳເລັດໄດ້ໂດຍມະນຸດຄົນໃດທີ່ມີແນວຄິດແບບມະນຸດ. ໃນຮູບແບບດຽວກັນ ພາລະກິດການເອົາຊະນະໃນປັດຈຸບັນ ແມ່ນພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງປະຕິບັດ, ແຕ່ບໍ່ແມ່ນພາລະກິດແຫ່ງຄວາມປະສົງຂອງມະນຸດ, ເປັນພາລະກິດທີ່ຄວາມເປັນພຣະເຈົ້າຂອງພຣະອົງຄວນປະຕິບັດ ເຊິ່ງເປັນພາລະກິດທີ່ບໍ່ມີມະນຸດທີ່ເປັນເນື້ອໜັງສາມາດເຮັດໄດ້. ສະນັ້ນ ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງມີແນວຄິດແບບມະນຸດທໍາມະດາ, ຕ້ອງມີຄວາມເປັນມະນຸດທຳມະດາ, ເພາະພຣະອົງຕ້ອງປະຕິບັດພາລະກິດຂອງພຣະອົງໃນຄວາມເປັນມະນຸດທີ່ມີແນວຄິດທຳມະດາ. ນີ້ຄືແກ່ນແທ້ຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ນັ້ນກໍຄື ແກ່ນແທ້ຈິງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 101)

ກ່ອນທີ່ພຣະເຢຊູປະຕິບັດພາລະກິດ ພຣະອົງມີພຽງແຕ່ອາໄສຢູ່ໃນຄວາມເປັນມະນຸດທຳມະດາຂອງພຣະອົງ. ບໍ່ມີໃຜສາມາດບອກໄດ້ວ່າ ພຣະອົງເປັນພຣະເຈົ້າ, ບໍ່ມີໃຜຄົ້ນພົບວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ; ຜູ້ຄົນພຽງແຕ່ຮູ້ຈັກພຣະອົງໃນຖານະທີ່ເປັນມະນຸດທຳມະດາໂດຍສົມບູນແບບຄົນໜຶ່ງ. ຄວາມເປັນມະນຸດທຳມະດາທີ່ບໍ່ມີຫຍັງພິເສດຢ່າງສິ້ນເຊີງຂອງພຣະອົງເປັນເຄື່ອງພິສູດວ່າ ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ, ບໍ່ໄດ້ແມ່ນຍຸກແຫ່ງພາລະກິດຂອງພຣະວິນຍານ. ເຊິ່ງມັນເປັນເຄື່ອງພິສູດວ່າ ພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງມະນຸດຢ່າງສົມບູນ, ໃນຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງຂອງພຣະອົງຈະປະຕິບັດພາລະກິດທັງໝົດຂອງພຣະວິນຍານ. ພຣະຄຣິດທີ່ມີຄວາມເປັນມະນຸດທຳມະດາແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ເຊິ່ງມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງໂດຍມີຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມັນຈຳເປັນສຳລັບພຣະເຈົ້າທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ຍ້ອນພາລະກິດຂອງພຣະອົງແມ່ນການໄຖ່ບາບ. ເພື່ອໄຖ່ບາບໃຫ້ມະນຸດຊາດທັງໝົດ ພຣະອົງຕ້ອງມີຄວາມຮັກກະລຸນາ ແລະ ການໃຫ້ອະໄພ. ພາລະກິດທີ່ພຣະອົງປະຕິບັດກ່ອນທີ່ພຣະອົງຈະຖືກຄຶງໃສ່ໄມ້ກາງແຂນແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ເຊິ່ງໄດ້ສະແດງເຖິງຄວາມລອດພົ້ນຂອງມະນຸດຈາກຄວາມບາບ ແລະ ຄວາມສົກກະປົກ. ຍ້ອນວ່າ ມັນເປັນຍຸກແຫ່ງພຣະຄຸນ, ມັນຈຶ່ງຈຳເປັນທີ່ພຣະອົງຈະຮັກສາຄົນປ່ວຍ ແລ້ວສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ເຊິ່ງເປັນຕົວແທນຂອງພຣະຄຸນໃນຍຸກນັ້ນ; ຍ້ອນວ່າຍຸກແຫ່ງພຣະຄຸນແມ່ນແນໃສ່ໃນການປະທານພຣະຄຸນ, ເປັນສັນຍາລັກແຫ່ງຄວາມສະຫງົບສຸກ, ຄວາມຊື່ນຊົມຍິນດີ ແລະ ການໃຫ້ພອນທາງວັດຖຸ, ຄວາມເຊື່ອຂອງຄົນທຸກຮູບແບບໃນພຣະເຢຊູ. ນັ້ນເວົ້າໄດ້ວ່າ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການປະທານພຣະຄຸນແມ່ນຄວາມສາມາດຕາມສັນຊາດຕະຍານຂອງເນື້ອໜັງຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ສິ່ງເຫຼົ່ານັ້ນເປັນພາລະກິດທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ. ແຕ່ໃນຂະນະທີ່ພຣະອົງປະຕິບັດພາລະກິດດັ່ງກ່າວ ພຣະອົງມີຊີວິດໃນເນື້ອໜັງມະນຸດ ແລະ ພຣະອົງບໍ່ໄດ້ຢູ່ເໜືອມະນຸດ. ບໍ່ວ່າພຣະອົງຮັກສາຄົນປ່ວຍດ້ວຍວິທີໃດກໍຕາມ, ພຣະອົງກໍຍັງມີຄວາມເປັນມະນຸດທຳມະດາ, ຍັງມີຊີວິດແບບມະນຸດປົກກະຕິ. ເຫດຜົນທີ່ເຮົາກ່າວວ່າ ໃນລະຫວ່າງຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງປະຕິບັດພາລະກິດທັງໝົດຂອງພຣະວິນຍານ ກໍເພາະວ່າ ບໍ່ວ່າພຣະອົງປະຕິບັດພາລະກິດຫຍັງກໍຕາມ ພຣະອົງປະຕິບັດຜ່ານເນື້ອໜັງ. ແຕ່ຍ້ອນພາລະກິດຂອງພຣະອົງ, ຜູ້ຄົນໄດ້ບໍ່ຖືວ່າ ເນື້ອໜັງຂອງພຣະອົງມີແກ່ນແທ້ຂອງເນື້ອໜັງມະນຸດຢ່າງສົມບູນ, ຍ້ອນເນື້ອໜັງນີ້ສາມາດປະຕິບັດສິ່ງອັດສະຈັນໄດ້ ແລະ ໃນຊ່ວງເວລາໃດໜຶ່ງແມ່ນສາມາດເຮັດສິ່ງທີ່ຢູ່ເໜືອມະນຸດໄດ້. ແນ່ນອນ ທຸກສິ່ງຢ່າງທີ່ເກີດຂຶ້ນທັງໝົດເກີດຂຶ້ນຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ, ເຊັ່ນ ການທີ່ພຣະອົງຖືກທົດລອງເປັນເວລາສີ່ສິບມື້ ຫຼື ການແປງກາຍຢູ່ເທິງພູເຂົາ. ສະນັ້ນ ດ້ວຍພຣະເຢຊູ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າຍັງບໍ່ສົມບູນ, ພຽງແຕ່ເຮັດໃຫ້ສຳເລັດບາງສ່ວນເທົ່ານັ້ນ. ຊີວິດທີ່ພຣະອົງດໍາລົງຜ່ານເນື້ອໜັງກ່ອນເລີ່ມຕົ້ນພາລະກິດຂອງພຣະອົງນັ້ນ ແມ່ນຢູ່ໃນຮູບແບບທຳມະດາທຸກຢ່າງ. ຫຼັງຈາກພຣະອົງເລີ່ມຕົ້ນພາລະກິດ ພຣະອົງຮັກສາໄວ້ພຽງແຕ່ເປືອກນອກຂອງເນື້ອໜັງຂອງພຣະອົງ. ຍ້ອນວ່າ ພາລະກິດຂອງພຣະອົງແມ່ນການສະແດງເຖິງຄວາມເປັນພຣະເຈົ້ານັ້ນ, ເຊິ່ງມັນຢູ່ເໜືອໜ້າທີ່ທຳມະດາຂອງເນື້ອໜັງ. ໃນທີ່ສຸດແລ້ວ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແຕກຕ່າງຈາກມະນຸດທີ່ມີເລືອດ ແລະ ເນື້ອ. ແນ່ນອນ ໃນຊີວິດປະຈຳວັນຂອງພຣະອົງ ພຣະອົງຕ້ອງການອາຫານ, ເສື້ອຜ້າ, ການນອນ ແລະ ທີ່ພັກອາໄສຄືກັບຄົນອື່ນໆ, ພຣະອົງຕ້ອງການຄວາມຈຳເປັນທັງໝົດທີ່ປົກກະຕິ ແລະ ມີຄວາມຮູ້ສຶກເປັນມະນຸດທຳມະດາ ແລະ ຄວາມຄິດຄືກັບມະນຸດທຳມະດາ. ຜູ້ຄົນຍັງເຫັນວ່າພຣະອົງເປັນມະນຸດທຳມະດາ ຍົກເວັ້ນແຕ່ວ່າ ພາລະກິດທີ່ພຣະອົງກະທຳເປັນສິ່ງທີ່ເໜືອທຳມະຊາດ. ຕາມຄວາມເປັນຈິງແລ້ວ ບໍ່ວ່າພຣະອົງໄດ້ເຮັດຫຍັງກໍຕາມ ພຣະອົງມີຊີວິດໃນຄວາມເປັນມະນຸດທຳມະດາ ແລະ ບໍ່ມີຫຍັງພິເສດ ແລະ ຕາບເທົ່າທີ່ພຣະອົງປະຕິບັດພາລະກິດນັ້ນ, ຄວາມຮູ້ສຶກຂອງພຣະອົງກໍທຳມະດາໂດຍສະເພາະ, ຄວາມຄິດຂອງພຣະອົງກໍຊັດເຈນແຈ້ງເປັນພິເສດ, ຫຼາຍກວ່າມະນຸດທຳມະດາຄົນອື່ນໆ. ມັນຈຳເປັນສຳລັບພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ຈະມີຄວາມຄິດ ແລະ ຄວາມຮູ້ສຶກດັ່ງກ່າວ, ຍ້ອນພາລະກິດທີ່ສັກສິດຕ້ອງໄດ້ຖືກສະແດງຜ່ານເນື້ອໜັງ ເຊິ່ງມີຄວາມຮູ້ສຶກທີ່ທຳມະດາຫຼາຍ ແລະ ມີຄວາມຄິດທີ່ຊັດເຈນຫຼາຍ, ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເນື້ອໜັງຂອງພຣະອົງຈຶ່ງຈະສາມາດສະແດງອອກເຖິງພາລະກິດທີ່ສັກສິດໄດ້. ຕະຫຼອດເວລາສາມສິບສາມປີເຄິ່ງທີ່ພຣະເຢຊູມີຊີວິດຢູ່ເທິງແຜ່ນດິນໂລກ ເຊິ່ງພຣະອົງຮັກສາຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ແຕ່ຍ້ອນພາລະກິດຂອງພຣະອົງໃນລະຫວ່າງພັນທະກິດເວລາສາມປີເຄິ່ງນັ້ນ ຜູ້ຄົນຄິດວ່າ ພຣະອົງຢູ່ເໜືອກວ່າສິ່ງອື່ນໃດ, ພຣະອົງຢູ່ເໜືອກວ່າທຳມະຊາດກວ່າແຕ່ກ່ອນ. ແຕ່ໃນຄວາມເປັນຈິງ ຄວາມເປັນມະນຸດທີ່ທຳມະດາຂອງພຣະເຢຊູຍັງຄົງບໍ່ປ່ຽນແປງກ່ອນ ແລະ ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງກໍຍັງຄືເກົ່າຕະຫຼອດເວລາ ແຕ່ວ່າຍ້ອນຄວາມແຕກຕ່າງລະຫວ່າງກ່ອນ ແລະ ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ ມີສອງມຸມມອງທີ່ແຕກຕ່າງກັນເກີດຂຶ້ນ ກ່ຽວຂ້ອງກັບເນື້ອໜັງຂອງພຣະອົງ. ບໍ່ວ່າຜູ້ຄົນຄິດແນວໃດກໍຕາມ ພຣະເຈົ້າຜູ້ບັງເກີດເປັນມະນຸດຮັກສາຄວາມເປັນມະນຸດທີ່ທຳມະດາ ແລະ ແຕ່ດັ່ງເດີມຂອງພຣະອົງຕະຫຼອດເວລາ, ຍ້ອນວ່າ ນັບຕັ້ງແຕ່ທີ່ພຣະເຈົ້າບັງເກີດເປັນມະນຸດ ພຣະອົງມີຊີວິດຢູ່ໃນເນື້ອໜັງ, ເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ບໍ່ວ່າພຣະອົງຈະປະຕິບັດພັນທະກິດຂອງພຣະອົງ ຫຼື ບໍ່ກໍຕາມ, ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງບໍ່ສາມາດລົບລ້າງອອກໄດ້, ຍ້ອນວ່າຄວາມເປັນມະນຸດນັ້ນກໍຄືແກ່ນແທ້ພື້ນຖານຂອງເນື້ອໜັງ. ກ່ອນທີ່ພຣະເຢຊູຈະປະຕິບັດພັນທະກິດຂອງພຣະອົງ, ເນື້ອໜັງຂອງພຣະອົງກໍຢູ່ໃນສະພາບປົກກະຕິໂດຍສົມບູນ, ມີກິດຈະກຳທຸກສ່ວນຄືກັບມະນຸດທຳມະດາທົ່ວໄປ; ພຣະອົງບໍ່ໄດ້ປາກົດໃນລັກສະນະທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ, ບໍ່ໄດ້ສະແດງໝາຍສຳຄັນທີ່ເປັນໜ້າອັດສະຈັນໃດໆ. ໃນເວລານັ້ນ ພຣະອົງເປັນພຽງມະນຸດທຳມະດາສາມັນຜູ້ໜຶ່ງທີ່ເຄົາລົບບູຊາພຣະເຈົ້າ ເຖິງແມ່ນການສະແຫວງຫາຂອງພຣະອົງສັດຊື່ ແລະ ຈິງໃຈຫຼາຍກວ່າຄົນອື່ນໆເທົ່ານັ້ນ. ນີ້ແມ່ນວິທີການສະແດງອອກຂອງຄວາມເປັນມະນຸດທຳມະດາຂອງພຣະອົງ. ຍ້ອນພຣະອົງບໍ່ໄດ້ປະຕິບັດພາລະກິດໃດເລີຍກ່ອນທີ່ຈະເຂົ້າຮັບພັນທະກິດຂອງພຣະອົງ, ຈຶ່ງບໍ່ມີໃຜຮັບຮູ້ເຖິງຕົວຕົນຂອງພຣະອົງ, ບໍ່ມີໃຜສາມາດບອກໄດ້ວ່າ ເນື້ອໜັງຂອງພຣະອົງແຕກຕ່າງຈາກຄົນອື່ນ, ຍ້ອນພຣະອົງບໍ່ໄດ້ປະຕິບັດສິ່ງອັດສະຈັນແມ່ນແຕ່ຢ່າງດຽວ, ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງເອງແມ່ນແຕ່ໜ້ອຍດຽວ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງກໍຮັກສາເປືອກນອກຂອງຄວາມເປັນມະນຸດທຳມະດາ ແລະ ຍັງມີຊີວິດຢູ່ໂດຍໃຊ້ເຫດຜົນແບບມະນຸດທຳມະດາ ແຕ່ຍ້ອນວ່າ ພຣະອົງໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະເຈົ້າເອງ, ໄດ້ເຂົ້າຮັບພັນທະກິດຂອງພຣະຄຣິດ ແລະ ປະຕິບັດພາລະກິດທີ່ມະນຸດ ທີ່ມີເລືອດເນື້ອບໍ່ສາມາດເຮັດໄດ້, ຜູ້ຄົນຈຶ່ງສັນນິຖານວ່າ ພຣະອົງບໍ່ໄດ້ມີຄວາມເປັນມະນຸດທີ່ທຳມະດາໄດ້ ແລະ ບໍ່ແມ່ນເນື້ອໜັງທຳມະດາຢ່າງສົມບູນ ແຕ່ເປັນເນື້ອໜັງທີ່ບໍ່ສົມບູນ. ຍ້ອນພາລະກິດທີ່ພຣະອົງປະຕິບັດ ຜູ້ຄົນຈຶ່ງກ່າວວ່າ ພຣະອົງເປັນພຣະເຈົ້າໃນເນື້ອໜັງທີ່ບໍ່ມີຄວາມເປັນມະນຸດທຳມະດາ. ສິ່ງດັ່ງກ່າວຄວາມເຂົ້າໃຈທີ່ຜິດພາດ ຍ້ອນວ່າ ຜູ້ຄົນບໍ່ເຂົ້າໃຈເຖິງຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ການເຂົ້າໃຈຜິດນີ້ເກີດຂຶ້ນຈາກຄວາມຈິງທີ່ວ່າ ພາລະກິດທີ່ພຣະເຈົ້າສະແດງຜ່ານເນື້ອໜັງ ຄືແມ່ນພາລະກິດທີ່ສັກສິດ, ສະແດງອອກໃນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ພຣະເຈົ້າສະຖິດຢູ່ໃນເນື້ອໜັງ, ພຣະອົງອາໄສຢູ່ໃນເນື້ອໜັງ ແລະ ພາລະກິດຂອງພຣະອົງໃນຄວາມເປັນມະນຸດຂອງພຣະອົງປິດບັງຄວາມທຳມະດາຂອງຄວາມເປັນມະນຸດຂອງພຣະອົງ. ຍ້ອນເຫດຜົນນີ້ ຜູ້ຄົນເຊື່ອວ່າ ພຣະເຈົ້າບໍ່ມີຄວາມເປັນມະນຸດ ມີພຽງຄວາມເປັນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 102)

ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວໃນເນື້ອໜັງ. ໃນແກ່ນແທ້ແລ້ວ ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ, ເຖິງກັບທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ມັນຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງທີ່ຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດເລີຍ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ ແລະ ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທີ່ທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພຣະອົງ ຄົນໆໜຶ່ງສາມາດເຫັນເຖິງແກ່ນແທ້ຂອງເນື້ອໜັງທີ່ບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເມື່ອເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລ້ວຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການເພີ່ມ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ນັ້ນມັນແມ່ນເນື້ອໜັງຂອງພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ, ເນື້ອໜັງຂອງພຣະອົງທີ່ຍອມສະຫຼະເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ; ມັນແມ່ນດ້ວຍເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ. ແລ້ວມັນແມ່ນເນື້ອໜັງຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີສອງແທ້ໆທີ່ປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ເອົາຊະນະຊາຕານ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ການເອົາຊະນະມະນຸດຖືກເຮັດໃຫ້ມີປະສິດຕິພາບຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ ແລະ ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ ແລະ ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ ແລະ ກຳຈັດມະນຸດຢ່າງສົມບູນ. ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ. ພາລະກິດການໄຖ່ບາບໃນເບື້ອງຕົ້ນເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ. ກ່ຽວກັບເລື່ອງເພດ ຄົນໜຶ່ງເປັນຜູ້ຊາຍ ແລະ ອີກຄົນໜຶ່ງແມ່ນຜູ້ຍິງ; ດ້ວຍວິທີນີ້ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນໄດ້ຖືກເຮັດໃຫ້ສໍາເລັດ ແລະ ກຳຈັດແນວຄິດຂອງມະນຸດກ່ຽວກັບພຣະເຈົ້າ: ພຣະເຈົ້າສາມາດເປັນທັງຜູ້ຊາຍ ແລະ ຜູ້ຍິງ ແລະ ໃນແກ່ນແທ້ແລ້ວ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໄຮ້ເພດ. ພຣະອົງສ້າງທັງຜູ້ຊາຍ ແລະ ຜູ້ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີການຈຳແນກລະຫວ່າງເພດ. ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າພາລະກິດຈະບັນລຸຜົນຂອງມັນດ້ວຍວິທີແຫ່ງພຣະທຳ. ຍິ່ງໄປກວ່ານັ້ນ ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງແມ່ນການກ່າວພຣະທໍາ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ເຊິ່ງບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງຈຶ່ງເບິ່ງຄືວ່າທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ວ່າພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພຣະອົງທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ພຣະອົງກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ໃນພຣະເຈົ້າທີ່ບັງເກີດເປັນມະນຸດນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ມັນບໍ່ແມ່ນພັນທະກິດຂອງພຣະອົງທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ຍ້ອນພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ເປັນຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ ແລະ ສະນັ້ນ ຂັ້ນຕອນນີ້ແມ່ນເພື່ອເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນເນື້ອໜັງຢ່າງສົມບູນ ແລະ ບໍ່ມີຫຍັງທີ່ເໜືອທຳມະຊາດກ່ຽວກັບພຣະອົງ. ພຣະອົງປ່ວຍຄືກັບຄົນອື່ນໆ, ຕ້ອງການອາຫານ ແລະ ເສື້ອຜ້າຄືກັບຄົນອື່ນໆ; ພຣະອົງເປັນເນື້ອໜັງຢ່າງສົມບູນ. ຖ້າໃນເວລານີ້ ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນທີ່ເໜືອທຳມະຊາດ ຖ້າພຣະອົງຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ຫຼື ສາມາດຂ້າດ້ວຍພຣະທຳຂໍ້ດຽວ, ພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ສຳເລັດໄດ້ແນວໃດ? ພາລະກິດຈະຂະຫຍາຍທ່າມກາງຊົນຕ່າງຊາດໄດ້ແນວໃດ? ການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍແມ່ນພາລະກິດຂອງຍຸກແຫ່ງພຣະຄຸນ, ມັນແມ່ນຂັ້ນຕອນແລກໃນພາລະກິດແຫ່ງການໄຖ່ບາບ ແລະ ບັດນີ້ ພຣະເຈົ້າໄດ້ຊ່ວຍມະນຸດຈາກໄມ້ກາງແຂນແລ້ວ ພຣະອົງຈຶ່ງບໍ່ປະຕິບັດພາລະກິດນັ້ນອີກຕໍ່ໄປ. ຖ້າໃນຍຸກສຸດທ້າຍນັ້ນ “ພຣະເຈົ້າ” ທີ່ຄ້າຍຄືພຣະເຢຊູປາກົດຂຶ້ນ ເຊິ່ງເປັນຄົນທີ່ຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ແລະ ຖືກຄຶງໃສ່ໄມ້ກາງແຂນ, “ພຣະເຈົ້າ” ອົງນັ້ນ ເຖິງແມ່ນຈະຄ້າຍຄືລັກສະນະພຣະເຈົ້າໃນພຣະຄໍາພີ ແລະ ມະນຸດຮັບເອົາຢ່າງງ່າຍດາຍ, ແຕ່ວ່າໃນແກ່ນແທ້ແລ້ວແມ່ນຈະບໍ່ແມ່ນເນື້ອໜັງທີ່ສະຖິດໂດຍພຣະວິນຍານຂອງພຣະເຈົ້າ, ແຕ່ໂດຍວິນຍານຊົ່ວຮ້າຍ. ຍ້ອນມັນເປັນຫຼັກການຂອງພາລະກິດຂອງພຣະເຈົ້າທີ່ຈະບໍ່ເຮັດຊໍ້າໃນສິ່ງທີ່ພຣະອົງໄດ້ເຮັດໃຫ້ສຳເລັດແລ້ວ. ດ້ວຍເຫດນັ້ນ ພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຈຶ່ງແຕກຕ່າງຈາກພາລະກິດຄັ້ງທຳອິດ. ໃນຍຸກສຸດທ້າຍ ພຣະເຈົ້າຮັບຮູ້ພາລະກິດແຫ່ງການເອົາຊະນະໃນເນື້ອໜັງທຳມະດາ ແລະ ບໍ່ມີຫຍັງພິເສດ; ພຣະອົງບໍ່ໄດ້ຮັກສາຄົນປ່ວຍ, ຈະບໍ່ຖືກຄຶງທີ່ໄມ້ກາງແຂນເພື່ອມະນຸດ, ມີພຽງແຕ່ກ່າວພຣະທຳໃນເນື້ອໜັງ, ເອົາຊະນະມະນຸດດ້ວຍເນື້ອໜັງ. ມີພຽງແຕ່ເນື້ອໜັງດັ່ງກ່າວເປັນເນື້ອໜັງທີ່ບັງເກີດຈາກພຣະເຈົ້າ; ມີພຽງແຕ່ເນື້ອໜັງດັ່ງກ່າວທີ່ສາມາດເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສົມບູນໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 103)

ບໍ່ວ່າໃນຂັ້ນຕອນນີ້ ພຣະເຈົ້າຜູ້ບັງເກີດເປັນມະນຸດກຳລັງອົດທົນຕໍ່ຄວາມລຳບາກ ຫຼື ປະຕິບັດພັນທະກິດຂອງພຣະອົງກໍຕາມ, ພຣະອົງເຮັດແບບນັ້ນກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ, ຍ້ອນວ່າ ນີ້ແມ່ນການບັງເກີດຄັ້ງສຸດທ້າຍຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ສາມາດບັງເກີດເປັນມະນຸດສອງຄັ້ງ. ບໍ່ສາມາດມີຄັ້ງທີສາມໄດ້. ການບັງເກີດເປັນມະນຸດຄັ້ງທຳອິດເປັນຜູ້ຊາຍ, ຄັ້ງທີສອງເປັນຜູ້ຍິງ ແລະ ດ້ວຍເຫດນີ້ ພາບລັກສະນະເນື້ອໜັງຂອງພຣະເຈົ້າຈຶ່ງສົມບູນໃນຄວາມຄິດຂອງມະນຸດ; ຍິ່ງໄປກວ່ານັ້ນ ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດແລ້ວ. ໃນຄັ້ງທຳອິດ ພຣະເຈົ້າຜູ້ບັງເກີດເປັນມະນຸດມີຄວາມເປັນມະນຸດທຳມະດາ ເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເວລານີ້ ພຣະອົງກໍມີຄວາມເປັນມະນຸດທຳມະດາເຊັ່ນກັນ ແຕ່ຄວາມໝາຍຂອງການບັງເກີດເປັນມະນຸດແຕກຕ່າງກັນ: ການບັງເກີດເລິກເຊິ່ງກວ່າ ແລະ ພາລະກິດຂອງພຣະອົງກໍມີຄວາມໝາຍເລິກເຊິ່ງກວ່າ. ເຫດຜົນທີ່ພຣະເຈົ້າກາຍມາເປັນເນື້ອໜັງອີກຄັ້ງກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເມື່ອພຣະເຈົ້າໄດ້ສິ້ນສຸດຂັ້ນຕອນນີ້ຂອງພາລະກິດຂອງພຣະອົງຢ່າງສົມບູນແລ້ວ, ຄວາມໝາຍທັງໝົດຂອງການບັງເກີດເປັນມະນຸດ ນັ້ນກໍຄື ພາລະກິດຂອງພຣະເຈົ້າໃນເນື້ອໜັງມະນຸດ ຈະຖືກເຮັດໃຫ້ສົມບູນ ແລະ ຈະບໍ່ມີພາລະກິດໃດອີກທີ່ຈະເຮັດໃຫ້ສຳເລັດໂດຍຜ່ານເນື້ອໜັງມະນຸດ. ນັ້ນໝາຍຄວາມວ່າ ນັບຕັ້ງແຕ່ປັດຈຸບັນເປັນຕົ້ນໄປ ພຣະເຈົ້ານັ້ນຈະບໍ່ມາສະຖິດເຂົ້າສູ່ເນື້ອໜັງມະນຸດອີກຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງ. ພຣະເຈົ້າປະຕິບັດພາລະກິດຂອງການບັງເກີດເປັນມະນຸດເພື່ອພຽງຊ່ວຍໃຫ້ມະນຸດລອດພົ້ນ ແລະ ເຮັດໃຫ້ມະນຸດຊາດສົມບູນແບບເທົ່ານັ້ນ. ເວົ້າອີກແບບໜຶ່ງກໍຄື ມັນບໍ່ແມ່ນເລື່ອງປົກກະຕິສຳລັບພຣະເຈົ້າທີ່ຈະເຂົ້າມາສູ່ເນື້ອໜັງ, ນອກຈາກເພື່ອຜົນປະໂຫຍດແຫ່ງພາລະກິດ. ໂດຍການມາເຂົ້າສູ່ເນື້ອໜັງເພື່ອປະຕິບັດພາລະກິດ ພຣະອົງສະແດງໃຫ້ຊາຕານເຫັນວ່າ ພຣະເຈົ້າເປັນເນື້ອໜັງ, ເປັນບຸກຄົນທຳມະດາ ແລະ ບຸກຄົນທີ່ບໍ່ມີຫຍັງພິເສດ ແລະ ເຖິງຢ່າງໃດກໍຕາມ ພຣະອົງສາມາດປົກຄອງຢ່າງມີໄຊຊະນະທົ່ວທັງແຜ່ນດິນໂລກ, ສາມາດເອົາຊະນະຊາຕານ, ໄຖ່ບາບມະນຸດຊາດ, ເອົາຊະນະມະນຸດຊາດ! ເປົ້າໝາຍຂອງພາລະກິດຂອງຊາຕານແມ່ນການເຮັດໃຫ້ມະນຸດຊາດເສື່ອມຊາມ, ໃນຂະນະທີ່ເປົ້າໝາຍຂອງພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຊາຕານກັກມະນຸດໄວ້ໃນເຫວເລິກທີ່ບໍ່ສິ້ນສຸດ ໃນຂະນະທີ່ພຣະເຈົ້າຊ່ວຍເຂົາອອກຈາກບ່ອນນັ້ນ. ຊາຕານເຮັດໃຫ້ມະນຸດທຸກຄົນບູຊາມັນ, ໃນຂະນະທີ່ພຣະເຈົ້າເຮັດໃຫ້ພວກເຂົາຢູ່ພາຍໃຕ້ອຳນາດຂອງພຣະອົງ, ຍ້ອນພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພາລະກິດທຸກຢ່າງນີ້ແມ່ນເຮັດໃຫ້ສຳເລັດຜ່ານການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ. ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແມ່ນການຮ່ວມຕົວກັນລະຫວ່າງການເປັນມະນຸດ, ການເປັນພຣະເຈົ້າ ແລະ ຄວາມເປັນມະນຸດທຳມະດາ. ສະນັ້ນຫາກປາສະຈາກເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ພຣະເຈົ້າກໍບໍ່ສາມາດບັນລຸຜົນໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຫາກປາສະຈາກຄວາມເປັນມະນຸດທຳມະດາຂອງເນື້ອໜັງຂອງພຣະອົງ, ພາລະກິດຂອງພຣະອົງຜ່ານເນື້ອໜັງກໍຍັງບໍ່ສາມາດບັນລຸຜົນໄດ້. ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະອົງຕ້ອງມີຄວາມເປັນມະນຸດທຳມະດາ; ຖ້າບໍ່ດັ່ງນັ້ນ ກໍຈະກົງກັນຂ້າມກັບເຈດຕະນາເດີມຂອງພຣະເຈົ້າໃນການບັງເກີດເປັນມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 104)

ເປັນຫຍັງເຮົາຈຶ່ງກ່າວວ່າ ຄວາມໝາຍຂອງການບັງເກີດເປັນມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນໃນພາລະກິດຂອງພຣະເຢຊູ? ຍ້ອນວ່າ ພຣະທຳບໍ່ໄດ້ກາຍເປັນເນື້ອໜັງຢ່າງສິ້ນເຊີງ. ສິ່ງທີ່ພຣະເຢຊູເຮັດແມ່ນເປັນພຽງສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າຜ່ານເນື້ອໜັງເທົ່ານັ້ນ; ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງການຮັບເອົາມະນຸດຢ່າງສົມບູນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງອີກຄັ້ງໃນຍຸກສຸດທ້າຍ. ຂັ້ນຕອນນີ້ຂອງພາລະກິດຍັງຖືກປະຕິບັດໃນເນື້ອໜັງທຳມະດາເຊັ່ນກັນ; ມັນໄດ້ຖືກປະຕິບັດທັງໝົດໂດຍມະນຸດທຳມະດາ, ເຊິ່ງທີ່ມີຄວາມເປັນມະນຸດທີ່ບໍ່ໄດ້ວິເສດຫຍັງແມ່ນແຕ່ໜ້ອຍດຽວ. ເວົ້າອີກຢ່າງກໍຄື ພຣະເຈົ້າກາຍເປັນມະນຸດໂດຍສົມບູນ; ພຣະອົງເປັນບຸກຄົນທີ່ມີຕົວຕົນຂອງພຣະເຈົ້າ, ເປັນມະນຸດທີ່ສົມບູນ, ເປັນເນື້ອໜັງທີ່ສົມບູນ, ຜູ້ທີ່ປະຕິບັດພາລະກິດ. ສາຍຕາຂອງມະນຸດເຫັນຮ່າງກາຍທີ່ເປັນເນື້ອໜັງທີ່ບໍ່ມີຄວາມພິເສດຫຍັງທັງໝົດ, ເປັນບຸກຄົນທຳມະດາສາມັນທີ່ສາມາດເວົ້າພາສາແຫ່ງສະຫວັນໄດ້, ຜູ້ເປັນຜູ້ທີ່ບໍ່ສະແດງໝາຍສຳຄັນທີ່ມະຫັດສະຈັນໃດໆ, ບໍ່ເຮັດສິ່ງອັດສະຈັນ, ແຮງໄກທີ່ຈະເປີດໂປງຄວາມຈິງພາຍໃນທີ່ກ່ຽວກັບສາສະໜານັ້ນໃນຫ້ອງປະຊຸມໃຫຍ່ເລີຍ. ສຳລັບຜູ້ຄົນແລ້ວ ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເບິ່ງບໍ່ຄືກັບການບັງເກີດເປັນມະນຸດໃນຄັ້ງທຳອິດ ຫຼາຍເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ເຊິ່ງນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພຣະອົງທັງສອງບໍ່ແມ່ນສິ່ງອັນໜຶ່ງອັນດຽວກັນ. ບໍ່ວ່າແຫຼ່ງກຳເນີດຂອງພຣະອົງທັງສອງຈະຄືກັນ ຫຼື ບໍ່ແມ່ນອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເປືອກນອກຂອງພຣະອົງທັງສອງ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນແລະກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນແທ້ໆ. ແນ່ນອນ ສິ່ງນີ້ແມ່ນຢູ່ເໜືອຄວາມສາມາດຂອງສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພຣະອົງ ພຣະອົງເປັນອັນໜຶ່ງອັນດຽວກັນ, ຍ້ອນພາລະກິດຂອງພຣະອົງເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື ບໍ່ກໍຕາມ ແມ່ນບໍ່ສາມາດຕັດສິນໄດ້ຈາກຍຸກ ແລະ ບ່ອນທີ່ພຣະອົງກຳເນີດ ຫຼື ປັດໃຈອື່ນໆ, ແຕ່ໂດຍພາລະກິດອັນສັກສິດຂອງພຣະອົງ. ເນື້ອໜັງທີ່ບັງເກີດນັ້ນເປັນມະນຸດຄັ້ງທີສອງບໍ່ໄດ້ປະຕິບັດພາລະກິດໃດເລີຍທີ່ພຣະເຢຊູປະຕິບັດ, ຍ້ອນພາລະກິດຂອງພຣະເຈົ້າບໍ່ໄດ້ຍຶດໝັ້ນກັບທຳນຽມ, ແຕ່ເປີດເສັ້ນທາງໃໝ່ໃນແຕ່ລະຄັ້ງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ແນໃສ່ການລົງເລິກ ຫຼື ການເຮັດເກີດຄວາມປະທັບໃຈຂອງເນື້ອໜັງຄັ້ງທຳອິດໃນຄວາມຄິດຂອງຜູ້ຄົນ, ແຕ່ເພື່ອປະກອບເສີມ ແລະ ເຮັດໃຫ້ມັນສົມບູນຂຶ້ນ, ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຂຶ້ນ, ເພື່ອທຳລາຍກົດລະບຽບທຸກຂໍ້ທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ ແລະ ເພື່ອກຳຈັດພາບທີ່ຜິດກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ເຊິ່ງມັນສາມາດເວົ້າໄດ້ວ່າ ບໍ່ມີຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າເອງສາມາດມອບຄວາມຮູ້ກ່ຽວກັບພຣະອົງໃຫ້ແກ່ມະນຸດໄດ້ຢ່າງສົມບູນ; ເຊິ່ງແຕ່ລະຂັ້ນຕອນແມ່ນໃຫ້ຄວາມຮູ້ພຽງແຕ່ສ່ວນໜຶ່ງ, ບໍ່ແມ່ນທັງໝົດ. ເຖິງແມ່ນພຣະເຈົ້າສະແດງອຸປະນິໄສຂອງພຣະອົງຢ່າງຄົບຖ້ວນ, ແຕ່ຍ້ອນຄວາມສາມາດໃນການເຂົ້າໃຈຂອງມະນຸດມີຄວາມຈຳກັດ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຍັງຄົງບໍ່ສົມບູນ. ມັນເປັນໄປບໍ່ໄດ້ທີ່ຈະໃຊ້ພາສາມະນຸດເພື່ອສື່ສານອຸປະນິໄສທັງໝົດຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ ຂັ້ນຕອນໜຶ່ງໃນພາລະກິດຂອງພຣະອົງຈະສະແດງເຖິງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ພຣະອົງປະຕິບັດພາລະກິດໃນເນື້ອໜັງພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ຄົນໆໜຶ່ງນັ້ນພຽງແຕ່ສາມາດຮູ້ຈັກພຣະອົງໄດ້ຜ່ານການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ, ບໍ່ແມ່ນຜ່ານເປືອກຮ່າງກາຍຂອງພຣະອົງ. ພຣະເຈົ້າມາສູ່ເນື້ອໜັງເພື່ອອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງຜ່ານຫຼາກຫຼາຍວິທີທາງຂອງພາລະກິດ ແລະ ບໍ່ມີຈັກເທື່ອທີ່ສອງຂັ້ນຕອນຂອງພາລະກິດຂອງພຣະອົງຈະຄືກັນ. ມີພຽງແຕ່ວິທີນີ້ທີ່ມະນຸດສາມາດມີຄວາມຮູ້ຢ່າງຄົບຖ້ວນກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ, ບໍ່ຈໍາກັດພຽງດ້ານໃດໜຶ່ງ. ເຖິງແມ່ນວ່າ ພາລະກິດຂອງເນື້ອໜັງທີ່ເກີດເປັນມະນຸດສອງຄັ້ງແຕກຕ່າງກັນ, ແກ່ນແທ້ຂອງເນື້ອໜັງ ແລະ ແຫຼ່ງກຳເນີດຂອງພາລະກິດຂອງພຣະອົງແມ່ນຄືກັນ; ມີແຕ່ວ່າ ພຣະອົງທັງສອງດໍາລົງຢູ່ຕໍ່ເພື່ອປະຕິບັດສອງຂັ້ນຕອນຂອງພາລະກິດທີ່ແຕກຕ່າງກັນ ແລະ ເກີດຂຶ້ນໃນສອງຍຸກທີ່ແຕກຕ່າງກັນ. ບໍ່ວ່າແມ່ນຫຍັງກໍຕາມ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າມີແກ່ນແທ້ທີ່ຄືກັນ ແລະ ຕົ້ນກໍາເນີດທີ່ຄືກັນ, ນີ້ຄືຄວາມຈິງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 105)

ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 106)

ແກ່ນແທ້ຂອງພຣະເຈົ້າເອງແມ່ນມີສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ສິດອຳນາດທີ່ມາຈາກພຣະອົງຢ່າງສົມບູນ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ້ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນແກ່ນແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ບໍ່ມີຄົນໃດສາມາດບັນລຸ ຫຼື ຄາດຄິດເຖິງສິ່ງນີ້ໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍເມື່ອມັນຖືກກ່າວວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງດ້ວຍພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ແຮງໄກທີ່ພຣະອົງຈະປະຕິບັດພາລະກິດທີ່ຂັດແຍ້ງກັບຕົວມັນເອງ ນັ້ນກໍຍ້ອນວ່າ ແກ່ນແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ແກ່ນແທ້ຂອງພວກເພິ່ນແມ່ນຄືກັນ; ທັງສອງມີແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າເອງບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ແກ່ນແທ້ຂອງພຣະອົງແມ່ນດີ. ພຣະອົງແມ່ນການສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພຣະອົງຈະບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ຫຼື ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກສິ່ງທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ແຮງໄກທີ່ຈະປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງນັ້ນຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຈະຝ່າຝືນຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນເປັນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ຜູ້ຄົນສ້າງທາງເລືອກຂອງຕົນເອງ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີແກ່ນແທ້ຂອງພຣະເຈົ້າໄດ້ ມັນສາມາດມີໄດ້ພຽງແຕ່ສິ່ງທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດເຊື່ອຟັງພຣະເຈົ້າຢ່າງເຕັມປ່ຽມ ແຮງໄກທີ່ຈະເຕັມໃຈເຊື່ອງຟັງຄວາມປະສົງຂອງພຣະເຈົ້າຢ່າງເຕັມໃຈ. ມະນຸດທຸກຄົນນອກຈາກພຣະຄຣິດອາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີມະນຸດຄົນໃດສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າວ່າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ແກ່ນແທ້ຂອງພຣະຄຣິດແມ່ນການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາ; ການບໍ່ເຊື່ອຟັງພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 107)

ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊີວິດທີ່ທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ ແລະ ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຊີ້ນຳໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸດທິພາວະໃນການທີ່ມັນປະພຶດຕົນກັບຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກສັ່ງໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດທີ່ສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ແລະ ມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້; ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ. ພຣະອົງນະມັດສະການພຣະເຈົ້າຈາກມຸມມອງຂອງມະນຸດ; ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະຄຣິດນະມັດສະການພຣະເຈົ້າໃນສະຫວັນ” ກໍບໍ່ແມ່ນສິ່ງທີ່ຜິດເລີຍ. ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືການເປັນຢູ່ຂອງພຣະອົງນັ້ນເອງ; ພຣະອົງໄດ້ຮັບທຸກຢ່າງທີ່ພຣະອົງຮຽກຮ້ອງຈາກມະນຸດແລ້ວ ກ່ອນໜ້າທີ່ພຣະອົງຈະຮຽກຮ້ອງຈາກພວກເຂົາດ້ວຍຊໍ້າ. ພຣະອົງຈະບໍ່ຮຽກຮ້ອງຈາກຄົນອື່ນ ໃນຂະນະທີ່ພຣະອົງເອງຫຼຸດພົ້ນຈາກພວກເຂົາ ຍ້ອນສິ່ງທັງໝົດນີ້ປະກອບເປັນການເປັນຢູ່ຂອງພຣະອົງ. ບໍ່ວ່າພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ ພຣະອົງຈະບໍ່ກະທຳໃນທ່າທາງທີ່ບໍ່ເຊື່ອຟັງພຣະເຈົ້າ. ບໍ່ວ່າພຣະອົງຮຽກຮ້ອງຫຍັງຈາກມະນຸດ ບໍ່ມີການຮຽກຮ້ອງໃດທີ່ເໜືອໄປກວ່າສິ່ງທີ່ມະນຸດເຮັດໄດ້. ທຸກສິ່ງທີ່ພຣະອົງກະທຳແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເພື່ອເຫັນແກ່ຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະອົງ. ຄວາມເປັນພຣະເຈົ້າຂອງພຣະຄຣິດແມ່ນຢູ່ເໜືອມະນຸດທຸກຄົນ ດ້ວຍເຫດນີ້ ພຣະອົງຈຶ່ງມີສິດອຳນາດສູງສຸດເໜືອສິ່ງມີຊີວິດທີ່ຖືກສ້າງທັງໝົດ. ສິດອຳນາດນີ້ແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ນັ້ນກໍຄື ອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າເອງ ເຊິ່ງກຳນົດຕົວຕົນຂອງພຣະອົງ. ດ້ວຍເຫດນີ້ ບໍ່ວ່າຄວາມເປັນມະນຸດຂອງພຣະອົງຈະທຳມະດາພຽງໃດ ກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງມີຕົວຕົນຂອງພຣະເຈົ້າເອງ; ບໍ່ວ່າພຣະອົງກ່າວຈາກຈຸດຢືນໃດກໍຕາມ ແລະ ພຣະອົງເຊື່ອຟັງຄວາມປະສົງຂອງພຣະເຈົ້າແນວໃດກໍຕາມ ບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າ. ມະນຸດທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ມັກເຫັນຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດເປັນຂໍ້ບົກຜ່ອງ. ບໍ່ວ່າພຣະອົງສະແດງ ແລະ ເປີດເຜີຍການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງແນວໃດກໍຕາມ ມະນຸດບໍ່ສາມາດຍອມຮັບວ່າ ພຣະອົງເປັນພຣະຄຣິດ. ຍິ່ງພຣະຄຣິດສະແດງເຖິງຄວາມເຊື່ອຟັງ ແລະ ຄວາມຖ່ອມຕົວຂອງພຣະອົງຫຼາຍພຽງໃດ, ມະນຸດທີ່ໂງ່ຈ້າກໍເຫັນພຣະຄຣິດແບບບໍ່ຈິງຈັງຫຼາຍພຽງນັ້ນ. ຍັງມີຄົນເຖິງກັບມີທັດສະນະຄະຕິກີດກັ້ນ ແລະ ດູຖູກພຣະອົງ ແຕ່ຈັດວາງ “ມະນຸດຍິ່ງໃຫຍ່” ທີ່ມີຮູບລັກສະນະເປັນຕານັບຖືໄວ້ເທິງໂຕະເພື່ອບູຊາ. ການຕໍ່ຕ້ານຂອງມະນຸດ ແລະ ການບໍ່ເຊື່ອຟັງຂອງພຣະເຈົ້າມາຈາກຄວາມຈິງທີ່ວ່າ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າ ພ້ອມທັງຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ; ເລື່ອງນີ້ຄືຕົ້ນເຫດໃນການຕໍ່ຕ້ານຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງພຣະເຈົ້າ. ຖ້າພຣະຄຣິດບໍ່ມີຮູບລັກສະນະໃນຄວາມເປັນມະນຸດຂອງພຣະອົງ ຫຼື ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກມຸມມອງຂອງສິ່ງມີຊີວິດທີ່ຖືກສ້າງ, ແຕ່ກົງກັນຂ້າມ ພຣະອົງປະກອບມີຄວາມເໜືອມະນຸດ, ແລ້ວອາດຈະບໍ່ມີຄວາມບໍ່ເຊື່ອຟັງໃນມະນຸດ. ເຫດຜົນທີ່ມະນຸດເຕັມໃຈເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນໄດ້ຢູ່ສະເໝີເຊິ່ງຢູ່ໃນສະຫວັນກໍຍ້ອນພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມເປັນມະນຸດ ແລະ ພຣະອົງບໍ່ມີຄຸນສົມບັດແມ່ນແຕ່ຢ່າງດຽວຂອງສິ່ງມີຊີວິດທີ່ຖືກສ້າງ. ເພາະສະນັ້ນ ມະນຸດເຄົາລົບພຣະອົງດ້ວຍຄວາມນັບຖືຢ່າງຍິ່ງ ແຕ່ມີທັດສະນະຄະຕິດູຖູກຕໍ່ພຣະຄຣິດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 108)

ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າເອງໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບລັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອໃຫ້ມະນຸດທຸກຄົນເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ແລະ ເພື່ອໃຫ້ມະນຸດເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈແກ່ນແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ບໍ່ມີຫຍັງທີ່ພຣະອົງເຮັດນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ໄດ້ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆ ແມ່ນບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງອວດອ້າງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອຫຼອກລວງມະນຸດຫຼາຍພຽງນັ້ນ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງໂດຍບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ. ເຖິງແມ່ນພຣະອົງມີແກ່ນແທ້ຂອງພຣະເຈົ້າເອງ ແລະ ສາມາດປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ, ເຖິງຢ່າງໃດກໍຕາມ ພຣະອົງຍັງເປັນເນື້ອໜັງ ເຊິ່ງບໍ່ຄືກັບພຣະວິນຍານ. ພຣະອົງບໍ່ແມ່ນພຣະເຈົ້າທີ່ມີຄຸນສົມບັດຂອງພຣະວິນຍານ; ພຣະອົງເປັນພຣະເຈົ້າທີ່ມີເປືອກນອກເປັນມະນຸດ. ສະນັ້ນ ບໍ່ວ່າພຣະອົງຈະທຳມະດາ ແລະ ອ່ອນແອຫຼາຍພຽງໃດ ແລະ ພຣະອົງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາແນວໃດກໍຕາມ, ຄວາມເປັນພຣະເຈົ້າຂອງພຣະອົງກໍບໍ່ສາມາດປະຕິເສດໄດ້. ພາຍໃນພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມີພຽງແຕ່ຄວາມເປັນມະນຸດທີ່ທຳມະດາ ແລະ ຈຸດອ່ອນຂອງມະນຸດ; ຍັງມີຄວາມອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງຄວາມເປັນພຣະເຈົ້າຂອງພຣະອົງໄດ້ອີກດ້ວຍ ພ້ອມກັບການກະທຳທັງໝົດຜ່ານເນື້ອໜັງຂອງພຣະອົງອີກ. ດ້ວຍເຫດນັ້ນ ທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າແມ່ນມີຢູ່ໃນພຣະຄຣິດທັງໃນຄວາມເປັນຈິງ ແລະ ພາກປະຕິບັດ. ສິ່ງນີ້ບໍ່ແມ່ນສິ່ງທີ່ວ່າງເວົ້າ ຫຼື ເໜືອທຳມະຊາດແມ່ນແຕ່ໜ້ອຍເລີຍ. ພຣະອົງມາເທິງແຜ່ນດິນໂລກພ້ອມກັບຈຸດປະສົງຫຼັກໃນການປະຕິບັດພາລະກິດ; ມັນເປັນສິ່ງຈໍາເປັນທີ່ຕ້ອງມີຄວາມເປັນມະນຸດທຳມະດາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກ; ບໍ່ດັ່ງນັ້ນ ບໍ່ວ່າລິດອຳນາດຂອງຄວາມເປັນພຣະເຈົ້າຂອງພຣະອົງຈະຍິ່ງໃຫຍ່ພຽງໃດ ໜ້າທີ່ດັ້ງເດີມຂອງສິດອຳນາດນັ້ນກໍບໍ່ສາມາດນໍາໄປປະຕິບັດໃຫ້ເກີດຜົນດີໄດ້. ເຖິງແມ່ນຄວາມເປັນມະນຸດຂອງພຣະອົງສຳຄັນຢ່າງຍິ່ງ ມັນກໍບໍ່ແມ່ນແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງແມ່ນຄວາມເປັນພຣະເຈົ້າ; ສະນັ້ນ ຊ່ວງເວລາທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງເທິງແຜ່ນດິນໂລກແມ່ນຊ່ວງເວລາທີ່ພຣະອົງເລີ່ມຕົ້ນສະແດງເຖິງຄວາມເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ. ຄວາມເປັນມະນຸດຂອງພຣະອົງດຳລົງຢູ່ພຽງແຕ່ປະຄັບປະຄອງຊີວິດທຳມະດາຂອງເນື້ອໜັງຂອງພຣະອົງ ເພື່ອວ່າຄວາມເປັນພຣະເຈົ້າຂອງພຣະອົງຈະສາມາດປະຕິບັດພາລະກິດໄດ້ເປັນປົກກະຕິຜ່ານເນື້ອໜັງ; ແມ່ນຄວາມເປັນພຣະເຈົ້າທີ່ຊີ້ນຳພາລະກິດທັງໝົດ. ເມື່ອພຣະອົງເຮັດສໍາເລັດພາລະກິດຂອງພຣະອົງ ພຣະອົງກໍໄດ້ບັນລຸພັນທະກິດຂອງພຣະອົງ. ສິ່ງທີ່ມະນຸດຄວນຮູ້ກໍຄືພາລະກິດທັງໝົດຂອງພຣະອົງ ແລະ ຍ້ອນພາລະກິດຂອງພຣະອົງທີ່ພຣະອົງເຮັດໃຫ້ມະນຸດຮູ້ຈັກພຣະອົງ. ໃນໄລຍະເວລາການປະຕິບັດພາລະກິດຂອງພຣະອົງ ພຣະອົງສະແດງເຖິງການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງຫຼາຍພໍສົມຄວນ ເຊິ່ງບໍ່ແມ່ນອຸປະນິໄສທີ່ມີມົນທິນຈາກຄວາມເປັນມະນຸດ ຫຼື ມີມົນທິນຈາກຄວາມຄິດ ແລະ ການປະພຶດຂອງມະນຸດ. ເມື່ອມາເຖິງເວລາທີ່ພັນທະກິດທັງໝົດຂອງພຣະອົງມາເຖິງຈຸດສິ້ນສຸດລົງ, ພຣະອົງກໍໄດ້ສະແດງເຖິງອຸປະນິໄສທີ່ພຣະອົງຄວນສຳແດງຢ່າງສົມບູນ ແລະ ຄົບຖ້ວນແລ້ວ. ບໍ່ມີມະນຸດຄົນໃດແນະນໍາພາລະກິດຂອງພຣະອົງ; ການສະແດງເຖິງອຸປະນິໄສຂອງພຣະອົງເປັນອິດສະຫຼະພໍສົມຄວນ ແລະ ບໍ່ຖືກຄວບຄຸມໂດຍຈິດໃຈ ຫຼື ດຳເນີນການໂດຍຄວາມຄິດ ແຕ່ຖືກເປີດເຜີຍຢ່າງເປັນທຳມະຊາດ. ບໍ່ມີມະນຸດຄົນໃດສາມາດເຮັດສິ່ງນີ້ໄດ້. ເຖິງແມ່ນສະພາບແວດລ້ອມລຳບາກພຽງໃດ ຫຼື ເງື່ອນໄຂບໍ່ເອື້ອອຳນວຍ ພຣະອົງກໍສາມາດສະແດງອຸປະນິໄສຂອງພຣະອົງໄດ້ໃນເວລາທີ່ເໝາະສົມ. ຄົນທີ່ເປັນພຣະຄຣິດສະແດງເຖິງການເປັນຢູ່ຂອງພຣະຄຣິດ ໃນຂະນະທີ່ຄົນບໍ່ໄດ້ເປັນພຣະຄຣິດ ບໍ່ມີອຸປະນິໄສຂອງພຣະຄຣິດ. ດ້ວຍເຫດນັ້ນ ເຖິງທຸກຄົນຕໍ່ຕ້ານພຣະອົງ ຫຼື ມີຄວາມເຊື່ອກ່ຽວກັບພຣະອົງ ບໍ່ມີໃຜສາມາດປະຕິເສດໂດຍອີງຕາມພື້ນຖານແຫ່ງຄວາມເຊື່ອຂອງມະນຸດໄດ້ວ່າ ອຸປະນິໄສທີ່ພຣະຄຣິດສະແດງອອກແມ່ນມາຈາກພຣະເຈົ້າ. ທຸກຄົນທີ່ສະແຫວງຫາພຣະຄຣິດດ້ວຍຫົວໃຈທີ່ແທ້ຈິງ ຫຼື ສະແຫວງຫາພຣະເຈົ້າດ້ວຍຄວາມຕັ້ງໃຈຈະຍອມຮັບວ່າ ພຣະອົງເປັນພຣະຄຣິດໂດຍອີງຕາມການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ. ພວກເຂົາຈະບໍ່ປະຕິເສດພຣະຄຣິດ ໂດຍອີງຕາມພື້ນຖານແຫ່ງລັກສະນະໃດໜຶ່ງຂອງພຣະອົງທີ່ບໍ່ສອດຄ່ອງກັບຄວາມເຊື່ອຂອງມະນຸດ. ເຖິງແມ່ນມະນຸດໂງ່ຈ້າຫຼາຍ ທຸກຄົນຮູ້ຈັກຢ່າງຊັດເຈນວ່າ ແມ່ນຫຍັງຄືຄວາມປາຖະໜາຂອງມະນຸດ ແລະ ແມ່ນຫຍັງທີ່ເກີດມາຈາກພຣະເຈົ້າ. ພຽງແຕ່ຫຼາຍຄົນຈົງໃຈຕໍ່ຕ້ານພຣະຄຣິດອັນເປັນຜົນຈາກຄວາມຕັ້ງໃຈຂອງພວກເຂົາເອງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນສິ່ງນີ້ ແລ້ວບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະມີເຫດຜົນປະຕິເສດການດຳລົງຢູ່ຂອງພຣະຄຣິດ ຍ້ອນວ່າ ຄວາມເປັນພຣະເຈົ້າທີ່ສະແດງອອກໂດຍພຣະຄຣິດແມ່ນມີຢູ່ຈິງຢ່າງແນ່ນອນ ແລະ ພາລະກິດຂອງພຣະອົງກໍສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຂອງທຸກຄົນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 109)

ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດແກ່ນແທ້ຂອງພຣະອົງ. ພຣະອົງສາມາດເຮັດໃຫ້ສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍແກ່ນແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍແກ່ນແທ້ຂອງພຣະອົງ; ເຫດຜົນທີ່ເຮົາເອີ້ນສິ່ງນີ້ວ່າເປັນ “ການເປີດເຜີຍຢ່າງທຳມະຊາດ” ຂອງພຣະອົງ ກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງໄດ້ມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ວ່າພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບລັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ເຊື່ອຟັງຈົນຕາຍ. ນີ້ກໍຍ້ອນວ່າ ແກ່ນແທ້ຂອງພຣະອົງແມ່ນແກ່ນແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ມັນກໍແມ່ນຄວາມເປັນຈິງ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງສະແດງໃຫ້ເຫັນເຖິງອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ໃນເວລານັ້ນ ບົດສະຫຼຸບຂອງພາລະກິດທັງໝົດຂອງພຣະອົງສາມາດຢືນຢັນໄດ້ວ່າ ພຣະອົງເປັນພຣະທຳທີ່ກາຍເປັນມະນຸດຢ່າງແທ້ຈິງ ແລະ ບໍ່ຄືກັນກັບເນື້ອໜັງ ແລະ ເລືອດເນື້ອຂອງມະນຸດ. ທຸກບາດກ້າວຂອງພາລະກິດຂອງພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກແມ່ນມີຄວາມສໍາຄັນໃນຕົວຂອງມັນເອງ ແຕ່ມະນຸດທີ່ຜະເຊີນກັບພາລະກິດທີ່ແທ້ຈິງຂອງແຕ່ລະບາດກ້າວນັ້ນ ແມ່ນບໍ່ສາມາດເຂົ້າໃຈຄວາມສໍາຄັນຂອງພາລະກິດຂອງພຣະອົງໄດ້; ເປັນຕົ້ນໂດຍສະເພາະສຳລັບສອງສາມບາດກ້າວຂອງພາລະກິດທີ່ດໍາເນີນໂດຍພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີ່ສອງຂອງພຣະອົງ. ຄົນສ່ວນຫຼາຍທີ່ພຽງແຕ່ໄດ້ຍິນ ຫຼື ເຫັນພຣະທຳຂອງພຣະຄຣິດ ແຕ່ບໍ່ເຄີຍເຫັນພຣະອົງບໍ່ມີແນວຄວາມຄິດກ່ຽວກັບພາລະກິດຂອງພຣະອົງ; ຄົນທີ່ເຫັນພຣະຄຣິດ ແລະ ໄດ້ຍິນພຣະທຳຂອງພຣະອົງ ພ້ອມທັງຜະເຊີນພາລະກິດຂອງພຣະອົງ ເຫັນມັນເປັນເລື່ອງຍາກທີ່ຈະຍອມຮັບພາລະກິດຂອງພຣະອົງ. ນີ້ບໍ່ແມ່ນເປັນຍ້ອນການປາກົດຕົວ ແລະ ຄວາມເປັນມະນຸດທຳມະດາຂອງພຣະຄຣິດບໍ່ແມ່ນລົດນິຍົມຂອງມະນຸດບໍ? ຄົນທີ່ຍອມຮັບພາລະກິດຂອງພຣະອົງຫຼັງຈາກທີ່ພຣະຄຣິດໄດ້ຈາກໄປຈະບໍ່ພົບກັບຄວາມຫຍຸ້ງຍາກດັ່ງກ່າວ ຍ້ອນພວກເຂົາພຽງແຕ່ຍອມຮັບພາລະກິດຂອງພຣະອົງເທົ່ານັ້ນ ແລະ ບໍ່ໄດ້ສໍາຜັດກັບຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ. ມະນຸດແທນທີ່ຈະປ່ອຍວາງແນວຄິດຕ່າງໆນາໆຂອງເຂົາກ່ຽວກັບພຣະເຈົ້າ ແຕ່ຊໍ້າພັດພາກັນສໍາຫຼວດພຣະອົງຢ່າງຮຸນແຮງ; ນີ້ເປັນເພາະຄວາມຈິງທີ່ວ່າມະນຸດໃສ່ໃຈພຽງແຕ່ການປາກົດຂອງພຣະອົງເທົ່ານັ້ນ ແລະ ບໍ່ສາມາດຮັບຮູ້ແກ່ນແທ້ຂອງພຣະອົງໂດຍອີງຕາມພາລະກິດ ແລະ ພຣະທຳຂອງພຣະອົງນັ້ນ. ຖ້າມະນຸດຫຼັບຕາຕໍ່ການປາກົດຂອງພຣະຄຣິດ ຫຼື ຫຼີກເວັ້ນການສົນທະນາກ່ຽວກັບຄວາມເປັນມະນຸດຂອງພຣະຄຣິດ ແລະ ກ່າວເຖິງພຽງແຕ່ຄວາມເປັນພຣະເຈົ້າຂອງພຣະອົງເທົ່ານັ້ນ ເຊິ່ງມີພາລະກິດ ແລະ ພຣະທຳທີ່ມະນຸດບໍ່ສາມາດຮັບໄດ້ ແລ້ວແນວຄິດຕ່າງໆນາໆຂອງມະນຸດກໍຈະຫຼຸດລົງເຄິ່ງໜຶ່ງ ຈົນເຖິງຂັ້ນທີ່ວ່າ ຄວາມຫຍຸ້ງຍາກທຸກຢ່າງຂອງມະນຸດຈະໄດ້ຮັບການແກ້ໄຂ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 110)

ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຖ້ອຍຄຳຂອງພຣະເຈົ້າ. ຍ້ອນພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ໃບໜ້າ ແລະ ການນຸ່ງຫົ່ມຂອງພຣະອົງບໍ່ສາມາດບົ່ງບອກເຖິງຕົວຕົນແທ້ຈິງຂອງພຣະອົງບໍ? ພວກຟາຣີຊາຍໃນຊ່ວງທຳອິດທີ່ຕໍ່ຕ້ານພຣະເຢຊູບໍ່ແມ່ນຍ້ອນພວກເຂົາພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພຣະອົງ ແລະ ບໍ່ໄດ້ໃສ່ໃຈພຣະທໍາທີ່ຢູ່ໃນປາກຂອງພຣະອົງບໍ? ເຮົາຫວັງວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາລັກສະນະຂອງພຣະເຈົ້າຈະບໍ່ເຮັດຊໍ້າຮອຍຕາມປະຫວັດສາດອັນໂສກເສົ້ານັ້ນອີກ. ພວກເຈົ້າຕ້ອງບໍ່ກາຍເປັນພວກຟາຣີຊາຍແຫ່ງຍຸກສະໄໝໃໝ່ ແລະ ຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ. ພວກເຈົ້າຄວນພິຈາລະນາຢ່າງຮອບຄອບກ່ຽວກັບວິທີຕ້ອນຮັບການສະເດັດກັບມາຂອງພຣະເຈົ້າ ແລະ ພວກເຈົ້າຄວນມີແນວຄິດຢ່າງຈະແຈ້ງກ່ຽວກັບວິທີທີ່ຈະເປັນຄົນຍອມຮັບຕໍ່ຄວາມຈິງ. ນີ້ແມ່ນຄວາມຮັບຜິດຊອບຂອງທຸກຄົນທີ່ກໍາລັງລໍຖ້າໃຫ້ພຣະເຢຊູສະເດັດກັບມາເທິງກ້ອນເມກ. ພວກເຮົາຄວນສີຕາຝ່າຍວິນຍານຂອງເຮົາເພື່ອເຮັດໃຫ້ມັນເຫັນແຈ້ງ ແລະ ບໍ່ຈົມຢູ່ກັບຖ້ອຍຄໍາແຫ່ງການເພີ້ຝັນທີ່ເກີນຈິງ. ພວກເຮົາຄວນຄິດກ່ຽວກັບພາລະກິດຕົວຈິງຂອງພຣະເຈົ້າ ແລະ ເບິ່ງໃນດ້ານທີ່ເປັນຈິງຂອງພຣະເຈົ້າ. ຈົ່ງຢ່າໄດ້ຫຼົງໄຫຼ ຫຼື ສູນເສຍຕົນເອງໃນຄວາມຝັນກາງເວັນ, ໃຫ້ປາຖະໜາຫາມື້ທີ່ພຣະເຢຊູເຈົ້າຈະລົງມາທ່າມກາງພວກເຈົ້າຢ່າງກະທັນຫັນ ໂດຍຂີ່ເທິງກ້ອນເມກ ແລະ ຮັບເອົາພວກເຈົ້າ ຜູ້ທີ່ບໍ່ເຄີຍຮູ້ຈັກ ຫຼື ເຫັນພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກວິທີປະຕິບັດຕາມຄວາມປະສົງຂອງພຣະອົງ. ທາງທີ່ດີຄວນຄິດໃສ່ໃນສິ່ງທີ່ມີຄວາມເປັນຈິງຫຼາຍຂຶ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 111)

ພຣະເຈົ້າທີ່ກາຍມາເປັນເນື້ອໜັງພຽງແຕ່ສະແດງຕົວພຣະອົງເອງຕໍ່ຄົນບາງສ່ວນທີ່ຕິດຕາມພຣະອົງໃນລະຫວ່າງເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເປັນການສ່ວນຕົວເທົ່ານັ້ນ ແລະ ບໍ່ໄດ້ສະແດງຕົວຕໍ່ສິ່ງຖືກສ້າງທັງໝົດ. ພຣະອົງກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ ແລະ ບໍ່ແມ່ນເພື່ອສະແດງໃຫ້ມະນຸດເຫັນເຖິງລັກສະນະຂອງພຣະອົງ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະອົງຕ້ອງຖືກປະຕິບັດດ້ວຍຕົວພຣະອົງເອງ, ສະນັ້ນ ມັນຈຶ່ງຈຳເປັນທີ່ພຣະອົງຈະປະຕິບັດໃນເນື້ອໜັງ. ເມື່ອພາລະກິດນີ້ສິ້ນສຸດລົງ, ພຣະອົງກໍຈະຈາກໂລກມະນຸດໄປ; ພຣະອົງບໍ່ສາມາດຄົງຢູ່ເປັນໄລຍະເວລາຍາວນານໃນທ່າມກາງມະນຸດຊາດ ເພາະຢ້ານຢືນຂວາງທາງພາລະກິດທີ່ຈະມາເຖິງ. ສິ່ງທີ່ພຣະອົງສະແດງອອກໃຫ້ກັບປວງຊົນກໍເປັນພຽງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ການກະທຳທຸກຢ່າງຂອງພຣະອົງ ແລະ ບໍ່ແມ່ນລັກສະນະ ເມື່ອພຣະອົງກາຍມາເປັນເນື້ອໜັງຄັ້ງທີ່ສອງ, ຍ້ອນລັກສະນະຂອງພຣະເຈົ້າພຽງແຕ່ສາມາດເຫັນໄດ້ຜ່ານອຸປະນິໄສຂອງພຣະອົງ ແລະ ບໍ່ສາມາດແທນໄດ້ໂດຍລັກສະນະຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຖືກເປີດເຜີຍໃຫ້ກັບຈຳນວນຄົນທີ່ຈຳກັດ ແລະ ໃຫ້ກັບຄົນທີ່ຕິດຕາມພຣະອົງເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພາລະກິດທີ່ຖືກປະຕິບັດໃນຕອນນີ້ຈຶ່ງຖືກປະຕິບັດຢ່າງລັບໆ. ໃນລັກສະນະດຽວກັນ, ພຣະເຢຊູກໍພຽງແຕ່ສະແດງຕົວພຣະອົງເອງໃຫ້ກັບຊາວຢິວເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄດ້ສະແດງຕົວພຣະອົງເອງຢ່າງເປີດເຜີຍຕໍ່ບັນດາປະເທດຊາດອື່ນໆ. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ, ພຣະອົງກໍຈາກໂລກມະນຸດໄປທັນທີ ແລະ ບໍ່ໄດ້ຢູ່ຕໍ່; ຫຼັງຈາກນັ້ນຈຶ່ງບໍ່ແມ່ນພຣະອົງ ທີ່ມີຮູບລັກສະນະຂອງມະນຸດສະແດງຕົວພຣະອົງຕໍ່ມະນຸດ, ແຕ່ເປັນພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດໂດຍກົງ. ຫຼັງຈາກທີ່ພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ, ພຣະອົງຈະຈາກໂລກຂອງມະນຸດໄປ ແລະ ພຣະອົງຈະບໍ່ປະຕິບັດພາລະກິດໃດໆທີ່ຄ້າຍຄືກັນກັບສິ່ງທີ່ພຣະອົງໄດ້ປະຕິບັດເມື່ອພຣະອົງຢູ່ໃນເນື້ອໜັງອີກຄັ້ງ. ຫຼັງຈາກນີ້, ພາລະກິດທຸກຢ່າງຈຶ່ງຖືກປະຕິບັດໂດຍພຣະວິນຍານບໍລິສຸດໂດຍກົງ. ໃນໄລຍະເວລານີ້, ມະນຸດເກືອບບໍ່ສາມາດເຫັນລັກສະນະຂອງຮ່າງກາຍຝ່າຍເນື້ອໜັງຂອງພຣະອົງ; ພຣະອົງບໍ່ສະແດງຕົນເອງຕໍ່ມະນຸດເລີຍ, ແຕ່ຍັງຄົງລີ້ລັບຢູ່ຕະຫຼອດໄປ. ເວລາສຳລັບພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນຈຳກັດ. ພາລະກິດຖືກປະຕິບັດໃນຍຸກ, ໄລຍະເວລາ, ປະຊາຊາດໂດຍສະເພາະ ແລະ ໃນທ່າມກາງຜູ້ຄົນໂດຍສະເພາະ. ພາລະກິດນີ້ເປັນຕົວແທນໃຫ້ກັບພາລະກິດທີ່ຢູ່ໃນໄລຍະເວລາຂອງການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ, ມັນເປັນທົວແທນຂອງຍຸກນັ້ນ ແລະ ມັນເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຍຸກໃດໜຶ່ງໂດຍສະເພາະ ແລະ ບໍ່ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ ລັກສະນະຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈຶ່ງຈະບໍ່ຖືກເປີດເຜີຍໃຫ້ກັບທຸກຄົນ. ສິ່ງທີ່ຖືກເປີດເຜີຍອອກໃຫ້ກັບປວງຊົນແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດຂອງພຣະອົງ, ແທນທີ່ຈະເປັນຮູບລັກສະນະຂອງພຣະອົງເມື່ອພຣະອົງກາຍມາເປັນເນື້ອໜັງສອງຄັ້ງ. ມັນບໍ່ແມ່ນລັກສະນະຢ່າງໜຶ່ງຢ່າງດຽວທີ່ຖືກສະແດງໃຫ້ກັບມະນຸດ ຫຼື ບໍ່ແມ່ນສອງລັກສະນະລວມກັນ. ສະນັ້ນ ມັນຈຶ່ງສຳຄັນສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນຈາກໂລກນີ້ໄປຫຼັງຈາກສຳເລັດພາລະກິດທີ່ພຣະອົງຈຳເປັນຕ້ອງປະຕິບັດ, ຍ້ອນພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ບໍ່ແມ່ນເພື່ອສະແດງຮູບລັກສະນະຂອງພຣະອົງໃຫ້ຜູ້ຄົນເຫັນ. ເຖິງແມ່ນວ່າ ຄວາມໝາຍຂອງການບັງເກີດເປັນມະນຸດຈະຖືກເຮັດໃຫ້ສຳເລັດໂດຍການທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງທັງສອງຄັ້ງແລ້ວກໍຕາມ, ພຣະອົງກໍຍັງຈະບໍ່ສະແດງຕົນເອງອອກຢ່າງເປີດເຜີຍໃຫ້ກັບປະຊາຊາດໃດໜຶ່ງທີ່ບໍ່ເຄີຍເຫັນພຣະອົງມາກ່ອນ. ພຣະເຢຊູຈະບໍ່ສະແດງພຣະອົງເອງໃຫ້ກັບຊາວຢິວດັ່ງດວງຕາເວັນແຫ່ງຄວາມຊອບທຳອີກຄັ້ງ ຫຼື ພຣະອົງຈະບໍ່ຢືນຂຶ້ນຢູ່ເທິງຈອມພູເຂົາໝາກກອກເທດ ແລະ ປາກົດຕົວຕໍ່ທຸກຄົນອີກ; ສິ່ງທີ່ຊາວຢິວໄດ້ເຫັນມີພຽງແຕ່ພາບຂອງພຣະເຢຊູໃນເວລາທີ່ພຣະອົງຢູ່ໃນຢູດາຍ. ນີ້ກໍຍ້ອນວ່າພາລະກິດຂອງພຣະເຢຊູໃນການບັງເກີດເປັນມະນຸດຂອງພຣະອົງຈົບລົງຕັ້ງແຕ່ສອງພັນປີກ່ອນແລ້ວ; ພຣະອົງຈະບໍ່ກັບຄືນສູ່ຢູດາຍໃນຮູບລັກສະນະຂອງຊາວຢິວອີກ, ແລ້ວແຮງໄກທີ່ພຣະອົງຈະສະແດງຕົນເອງໃນຮູບລັກສະນະຂອງຊາວຢິວໃຫ້ຊົນຕ່າງຊາດໄດ້ເຫັນ, ຍ້ອນຮູບລັກສະນະຂອງພຣະເຢຊູທີ່ກາຍມາເປັນເນື້ອໜັງກໍເປັນພຽງຮູບລັກສະນະຂອງຊາວຢິວ ແລະ ບໍ່ແມ່ນລັກສະນະຂອງບຸດມະນຸດທີ່ໂຢຮັນໄດ້ເຫັນ. ເຖິງແມ່ນພຣະເຢຊູສັນຍາກັບຜູ້ຕິດຕາມຂອງພຣະອົງວ່າພຣະອົງຈະກັບຄືນມາອີກຄັ້ງ, ພຣະອົງຈະບໍ່ສະແດງພຣະອົງເອງໃນຮູບລັກສະນະຂອງຊາວຢິວຕໍ່ທຸກຄົນໃນຕ່າງຊາດຢ່າງງ່າຍດາຍ. ພວກເຈົ້າຄວນຮູ້ຈັກວ່າພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງກໍຄືການເປີດຍຸກ. ພາລະກິດນີ້ຈຳກັດແຕ່ສອງສາມປີ ແລະ ພຣະອົງບໍ່ສາມາດເຮັດໃຫ້ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າສຳເລັດລົງໄດ້ເຊິ່ງເປັນຄືກັບຮູບລັກສະນະຂອງພຣະເຢຊູທີ່ເປັນຊາວຢິວກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບຮູບລັກສະນະຂອງພຣະເຈົ້າໃນຂະນະທີ່ພຣະອົງປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ພຣະອົງພຽງແຕ່ສາມາດປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເທົ່ານັ້ນ. ໃນລະຫວ່າງທີ່ພຣະເຢຊູຢູ່ໃນເນື້ອໜັງນັ້ນ, ພຣະອົງບໍ່ສາມາດປະຕິບັດພາລະກິດແຫ່ງການນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດໄດ້ ຫຼື ສາມາດທຳລາຍມະນຸດຊາດໄດ້. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ສິ້ນສຸດພາລະກິດຂອງພຣະອົງແລ້ວ, ພຣະອົງກໍຂຶ້ນເມືອສູ່ທີ່ສູງສຸດ ແລະ ເຊື່ອງຊ້ອນພຣະອົງເອງຈາກມະນຸດຕະຫຼອດໄປ. ຈາກນັ້ນເປັນຕົ້ນມາ, ຜູ້ເຊື່ອທີ່ມີສັດທາເຫຼົ່ານັ້ນຈາກຊົນຕ່າງຊາດກໍບໍ່ສາມາດເຫັນການສະແດງອອກຂອງພຣະເຢຊູເຈົ້າໄດ້ອີກ, ພຽງແຕ່ຮູບພາບຂອງພຣະອົງທີ່ພວກເຂົາຕິດຢູ່ເທິງຝາ. ຮູບພາບນີ້ແມ່ນຖືກແຕ້ມຂຶ້ນໂດຍມະນຸດເທົ່ານັ້ນ ແລະ ບໍ່ແມ່ນຮູບພາບລັກສະນະຂອງພຣະເຈົ້າດັ່ງທີ່ພຣະອົງສະແດງພຣະອົງເອງຕໍ່ມະນຸດ. ພຣະເຈົ້າຈະບໍ່ສະແດງຕົນເອງຕໍ່ປວງຊົນຢ່າງເປີດເຜີຍໃນຮູບພາບລັກສະນະທີ່ພຣະອົງກາຍມາເປັນເນື້ອໜັງທັງສອງຄັ້ງ. ພາລະກິດທີ່ພຣະອົງປະຕິບັດທ່າມກາງມະນຸດຊາດແມ່ນເພື່ອເຮັດໃຫ້ພວກເຂົາເຂົ້າໃຈອຸປະນິໄສຂອງພຣະອົງ. ທຸກສິ່ງນີ້ແມ່ນສະແດງຕໍ່ມະນຸດດ້ວຍລັກສະນະຂອງພາລະກິດຂອງຍຸກທີ່ແຕກຕ່າງກັນ; ມັນຖືກເຮັດໃຫ້ສຳເລັດຜ່ານທາງອຸປະນິໄສທີ່ພຣະອົງເຮັດໃຫ້ເປັນທີ່ຮູ້ຈັກ ແລະ ພາລະກິດທີ່ພຣະອົງໄດ້ປະຕິບັດ, ແທນທີ່ຈະຜ່ານທາງການສະແດງອອກຂອງພຣະເຢຊູ. ນັ້ນໝາຍຄວາມວ່າ ລັກສະນະຂອງພຣະເຈົ້າຖືກເຮັດໃຫ້ເປັນທີ່ຮູ້ຈັກຕໍ່ມະນຸດບໍ່ແມ່ນຜ່ານທາງຮູບຮ່າງທີ່ບັງເກີດເປັນມະນຸດ, ແຕ່ກົງກັນຂ້າມແມ່ນຜ່ານທາງພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດ ຜູ້ທີ່ມີທັງລັກສະນະ ແລະ ຮູບຮ່າງ; ແລະ ຜ່ານທາງພາລະກິດຂອງພຣະອົງ, ລັກສະນະຂອງພຣະອົງຈຶ່ງຖືກສະແດງອອກ ແລະ ອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ເປັນທີ່ຮູ້ຈັກ. ນີ້ຄືຄວາມໝາຍຂອງພາລະກິດທີ່ພຣະອົງປາຖະໜາທີ່ຈະປະຕິບັດໃນເນື້ອໜັງ.

ຫຼັງຈາກທີ່ພາລະກິດຂອງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າໄດ້ມາເຖິງຈຸດສິ້ນສຸດ, ພຣະອົງກໍຈະເລີ່ມຕົ້ນສະແດງອຸປະນິໄສທີ່ຊອບທຳຂອງພຣະອົງໃຫ້ກັບຊົນຊາດຂອງຜູ້ທີ່ບໍ່ເຊື່ອທັງຫຼາຍໄດ້ເຫັນ, ອະນຸຍາດໃຫ້ປວງຊົນທັງຫຼາຍເຫັນເຖິງຮູບລັກສະນະຂອງພຣະອົງ. ພຣະອົງຈະສະແດງອຸປະນິໄສຂອງພຣະອົງອອກ ແລະ ດ້ວຍວິທີນີ້ກໍຈະເຮັດໃຫ້ເຫັນແຈ້ງເຖິງຈຸດສິ້ນສຸດຂອງມະນຸດທຸກປະເພດ, ນໍາຍຸກເກົ່າມາເຖິງຈຸດສິ້ນສຸດທັງໝົດ. ເຫດຜົນທີ່ວ່າເປັນຫຍັງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງຈຶ່ງບໍ່ຂະຫຍາຍໄປສູ່ຂອບເຂດທີ່ໃຫຍ່ (ດັ່ງທີ່ພຣະເຢຊູພຽງແຕ່ປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ປັດຈຸບັນ ເຮົາປະຕິບັດພາລະກິດທ່າມກາງພວກເຈົ້າເທົ່ານັ້ນ) ກໍຍ້ອນພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຂອບເຂດ ແລະ ຈຳກັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນໄລຍະເວລາສັ້ນໆໃນລັກສະນະຂອງເນື້ອໜັງປົກກະຕິ ແລະ ທຳມະດາ; ພຣະອົງບໍ່ໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດນີ້ເພື່ອປະຕິບັດພາລະກິດຕະຫຼອດໄປ ຫຼື ພາລະກິດແຫ່ງການປາກົດຕົວຕໍ່ຜູ້ຄົນໃນຊົນຊາດຂອງຜູ້ທີ່ບໍ່ເຊື່ອ. ພາລະກິດທີ່ຢູ່ໃນເນື້ອໜັງແມ່ນໄດ້ຈຳກັດຢູ່ໃນຂອບເຂດເທົ່ານັ້ນ (ເຊັ່ນການປະຕິບັດພາລະກິດໃນຢູດາຍ ຫຼື ທ່າມກາງພວກເຈົ້າເທົ່ານັ້ນ) ແລະ ຫຼັງຈາກນັ້ນ ເນື່ອງຈາກວ່າ ພາລະກິດດັ່ງກ່າວໄດ້ຖືກປະຕິບັດພາຍໃນຂອບເຂດເຫຼົ່ານີ້, ມັນກໍຈະມີໂອກາດສາມາດຖືກຂະຫຍາຍອອກໄປໄດ້. ແນ່ນອນ ພາລະກິດແຫ່ງການຂະຫຍາຍແມ່ນຈະຖືກປະຕິບັດໂດຍພຣະວິນຍານຂອງພຣະອົງໂດຍກົງ ແລະ ຈະບໍ່ແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງອີກຕໍ່ໄປ. ຍ້ອນພາລະກິດທີ່ຢູ່ໃນເນື້ອໜັງມີຂອບເຂດ ແລະ ບໍ່ຂະຫຍາຍໄປທຸກມຸມຂອງຈັກກະວານ, ດ້ວຍເຫດນີ້ ມັນຈຶ່ງບໍ່ສາມາດເຮັດໃຫ້ສຳເລັດໄດ້. ຜ່ານທາງພາລະກິດທີ່ຢູ່ໃນເນື້ອໜັງ, ພຣະວິນຍານຂອງພຣະອົງປະຕິບັດພາລະກິດທີ່ຈະຕາມມາ. ສະນັ້ນ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງແມ່ນມີທຳມະຊາດຂອງການເລີ່ມຕົ້ນ ເຊິ່ງຖືກປະຕິບັດພາຍໃນຂອບເຂດໃດໜຶ່ງ; ຫຼັງຈາກນີ້, ກໍຈະເປັນພຣະວິນຍານຂອງພຣະອົງເປັນຜູ້ສືບຕໍ່ພາລະກິດນີ້ ແລະ ພຣະອົງປະຕິບັດໃນຂອບເຂດທີ່ໄດ້ຂະຫຍາຍອອກນັ້ນຫຼາຍຂຶ້ນກວ່າເກົ່າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 112)

ພຣະເຈົ້າສະເດັດມາເພື່ອປະຕິບັດພາລກິດເທິງໂລກນີ້ກໍແມ່ນເພື່ອນໍາພາຍຸກນັ້ນ, ພຣະອົງໝາຍເຖິງເພື່ອການເປີດຍຸກໃໝ່ ແລະ ນໍາຍຸກເກົ່າໄປສູ່ຈຸດສິ້ນສຸດເທົ່ານັ້ນ. ພຣະອົງບໍ່ໄດ້ມາເພື່ອດຳລົງຊີວິດຕາມເສັ້ນທາງຊີວິດຂອງມະນຸດເທິງແຜ່ນດິນໂລກ, ເພື່ອພົບກັບກັບຄວາມສຸກ ແລະ ຄວາມທຸກຂອງຊີວິດຂອງໂລກມະນຸດດ້ວຍຕົວພຣະອົງເອງ ຫຼື ເພື່ອເຮັດໃຫ້ຄົນໃດຄົນໜຶ່ງສົມບູນດ້ວຍມືຂອງພຣະອົງ ຫຼື ເຝົ້າເບິ່ງຄົນໃດຄົນໜຶ່ງດ້ວຍຕົວພຣະອົງເອງໃນຂະນະທີ່ເຂົາເຕີບໂຕ. ນີ້ບໍ່ແມ່ນພາລະກິດຂອງພຣະອົງ; ພາລະກິດຂອງພຣະອົງແມ່ນພຽງແຕ່ເປັນການເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກເກົ່າມາສູ່ຈຸດສິ້ນສຸດ. ນັ້ນກໍຄື ພຣະອົງຈະເລີ່ມຕົ້ນຍຸກໃດໜຶ່ງດ້ວຍຕົວພຣະອົງເອງ, ນໍາພາອີກຍຸກມາເຖິງຈຸດສິ້ນສຸດດ້ວຍຕົວພຣະອົງເອງ ແລະ ເອົາຊະນະຊາຕານດ້ວຍການປະຕິບັດພາລະກິດຂອງພຣະອົງເອງ. ໃນແຕ່ລະຄັ້ງ ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ, ມັນຄືກັບວ່າພຣະອົງໄດ້ກ້າວຕີນເຂົ້າໄປໃນສະໜາມຮົບ. ທໍາອິດ ພຣະອົງມີໄຊຊະນະເໜືອໂລກ ແລະ ມີໄຊຊະນະເໜືອຊາຕານໃນຂະນະທີ່ຢູ່ໃນເນື້ອໜັງ; ພຣະອົງຮັບເອົາສະຫງ່າລາສີທັງໝົດ ແລະ ເປີດຜ້າກັ້ງໃຫ້ກັບພາລະກິດທັງໝົດແຫ່ງເວລາສອງພັນປີ, ເຮັດແບບນັ້ນເພື່ອໃຫ້ຄົນທຸກຄົນເທິງແຜ່ນດິນໂລກມີເສັ້ນທາງຍ່າງທີ່ຖືກຕ້ອງ ແລະ ມີຊີວິດແຫ່ງສັນຕິສຸກ ແລະ ຄວາມຍິນດີທີ່ຈະດຳລົງຊີວິດ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ສາມາດດຳລົງຊີວິດຢູ່ທ່າມກາງມະນຸດເທິງແຜ່ນດິນໂລກໄດ້ດົນ, ຍ້ອນພຣະເຈົ້າກໍເປັນພຣະເຈົ້າ ແລະ ບໍ່ແມ່ນມະນຸດ. ພຣະອົງບໍ່ສາມາດດຳລົງຊີວິດຕາມຊົ່ວຊີວິດຂອງຄົນທຳມະດາໄດ້ ນັ້ນກໍຄື ພຣະອົງບໍ່ສາມາດອາໄສຢູ່ເທິງແຜ່ນດິນໂລກແບບຄົນທີ່ບໍ່ມີຫຍັງແຕກຕ່າງຈາກຄົນປົກກະຕິທົ່ວໄປ, ຍ້ອນພຣະອົງມີຄວາມເປັນມະນຸດທໍາດາພຽງເລັກນ້ອຍຂອງຄົນທຳມະດາເພື່ອລໍ່ລ້ຽງຊີວິດມະນຸດຂອງພຣະອົງເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະເຈົ້າຈະເລີ່ມສ້າງຄອບຄົວ, ມີອາຊີບ ແລະ ລ້ຽງດູລູກເທິງແຜ່ນດິນໂລກນີ້ໄດ້ແນວໃດ? ສິ່ງນີ້ຈະບໍ່ສ້າງຄວາມເສື່ອມເສຍຊື່ສຽງໃຫ້ກັບພຣະອົງບໍ? ການທີ່ພຣະອົງມີຄວາມເປັນມະນຸດທຳມະດາໂດຍທຳມະຊາດນັ້ນ ແມ່ນເພື່ອຈຸດປະສົງຂອງການປະຕິບັດພາລະກິດໃນລັກສະນະທີ່ທຳມະດາເທົ່ານັ້ນ, ບໍ່ແມ່ນເພື່ອເຮັດໃຫ້ພຣະອົງສາມາດມີຄອບຄົວ ແລະ ອາຊີບດັ່ງຄົນທໍາມະດາ. ຄວາມຮູ້ສຶກທີ່ທຳມະດາຂອງພຣະອົງ, ຄວາມຄິດທີ່ທຳມະດາ ແລະ ການລ້ຽງດູ ແລະ ເສື້ອຜ້າທີ່ທຳມະດາສຳລັບເນື້ອໜັງຂອງພຣະອົງແມ່ນພຽງພໍທີ່ຈະພິສູດວ່າພຣະອົງມີຄວາມເປັນມະນຸດທຳມະດາ; ບໍ່ຈຳເປັນທີ່ຈະໃຫ້ພຣະອົງມີຄອບຄົວ ຫຼື ອາຊີບເພື່ອພິສູດວ່າພຣະອົງປະກອບມີຄວາມເປັນມະນຸດທຳມະດາ. ສິ່ງນີ້ບໍ່ຈຳເປັນແທ້ໆ! ການທີ່ພຣະເຈົ້າມາເທິງແຜ່ນດິນໂລກກໍຄືການທີ່ພຣະທຳກາຍມາເປັນເນື້ອໜັງ; ພຣະອົງຍອມໃຫ້ມະນຸດເຂົ້າໃຈພຣະທຳຂອງພຣະອົງ ແລະ ເຫັນພຣະທຳຂອງພຣະອົງເທົ່ານັ້ນ ນັ້ນກໍຄື ຍອມໃຫ້ມະນຸດເຫັນເຖິງພາລະກິດທີ່ເນື້ອໜັງປະຕິບັດ. ເຈດຕະນາຂອງພຣະອົງບໍ່ແມ່ນໃຫ້ຜູ້ຄົນປະຕິບັດຕໍ່ເນື້ອໜັງຂອງພຣະອົງໃນລັກສະນະໃດໜຶ່ງ, ແຕ່ເພື່ອໃຫ້ມະນຸດເຊື່ອຟັງຈົນເຖິງທີ່ສຸດເທົ່ານັ້ນ ນັ້ນກໍຄື ເຊື່ອຟັງພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ພາລະກິດທຸກຢ່າງທີ່ພຣະອົງປະຕິບັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນເນື້ອໜັງ; ພຣະອົງບໍ່ໄດ້ມີເຈດຕະນາຂໍໃຫ້ມະນຸດຍົກຍ້ອງສັນລະເສີນຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງເນື້ອໜັງຂອງພຣະອົງ, ແຕ່ກົງກັນຂ້າມ ກັບສະແດງໃຫ້ມະນຸດເຫັນເຖິງສະຕິປັນຍາຂອງພາລະກິດຂອງພຣະອົງ ແລະ ສິດອຳນາດທຸກຢ່າງທີ່ພຣະອົງມີ. ສະນັ້ນ ເຖິງແມ່ນພຣະອົງມີຄວາມເປັນມະນຸດທີ່ໂດດເດັ່ນ, ພຣະອົງກໍບໍ່ໄດ້ປ່າວປະກາດຫຍັງ ແລະ ໃສ່ໃຈແຕ່ກັບພາລະກິດທີ່ພຣະອົງຄວນປະຕິບັດ. ພວກເຈົ້າຄວນຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງ ແລະ ບໍ່ຍອມປ່າວປະກາດ ຫຼື ເປັນພະຍານໃຫ້ກັບຄວາມເປັນມະນຸດທຳມະດາຂອງພຣະອົງ, ແຕ່ກົງກັນຂ້າມ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງປາຖະໜາຈະປະຕິບັດ. ສະນັ້ນ ທຸກສິ່ງທີ່ພວກເຈົ້າສາມາດເຫັນໄດ້ຈາກພຣະເຈົ້າທີ່ບັງເກີດເປັນມະນຸດກໍມີພຽງແຕ່ຄວາມສັກສິດທີ່ພຣະອົງເປັນ; ນີ້ກໍຍ້ອນວ່າ ພຣະອົງບໍ່ເຄີຍປະກາດຄວາມເປັນມະນຸດທີ່ພຣະອົງເປັນໃຫ້ມະນຸດເອົາແບບຢ່າງ. ມີແຕ່ເວລາທີ່ມະນຸດນໍາພາຜູ້ຄົນເທົ່ານັ້ນ ເຂົາຈຶ່ງກ່າວເຖິງຄວາມເປັນມະນຸດທີ່ເຂົາເປັນ, ເວົ້າດີຂຶ້ນເພື່ອຮັບເອົາການຊົມເຊີຍ ແລະ ຄວາມເຊື່ອໃຈ, ດ້ວຍເຫດນັ້ນຈຶ່ງບັນບຸພາວະຄວາມເປັນຜູ້ນຳຂອງຄົນອື່ນໄດ້. ໃນທາງກົງກັນຂ້າມ ພຣະເຈົ້າເອົາຊະນະມະນຸດຜ່ານທາງພາລະກິດຂອງພຣະອົງແຕ່ຢ່າງດຽວ (ນັ້ນກໍຄື ພາລະກິດທີ່ມະນຸດບໍ່ສາມາດບັນລຸໄດ້); ມັນບໍ່ສຳຄັນວ່າພຣະອົງຖືກຊື່ນຊົມໂດຍມະນຸດ ຫຼື ເຮັດໃຫ້ມະນຸດບູຊາພຣະອົງກໍ່ຕາມ. ສິ່ງທີ່ພຣະອົງເຮັດກໍມີແຕ່ສັ່ງສອນມະນຸດກ່ຽວກັບຄວາມຮູ້ສຶກເຄົາລົບນັບຖືພຣະອົງ ຫຼື ຄວາມຮູ້ສຶກເຖິງຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງ. ພຣະເຈົ້າບໍ່ຈຳເປັນຕ້ອງເຮັດໃຫ້ມະນຸດປະທັບໃຈ; ສິ່ງທີ່ພຣະອົງຕ້ອງການກໍມີພຽງໃຫ້ເຈົ້າເຄົາລົບພຣະອົງຫຼັງຈາກທີ່ເຈົ້າໄດ້ເປັນພະຍານເຖິງອຸປະນິໄສຂອງພຣະອົງ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະອົງເອງ; ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້ ຫຼື ມະນຸດບໍ່ສາມາດບັນລຸໄດ້. ມີພຽງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເລີ່ມຕົ້ນຍຸກໃໝ່ເພື່ອນໍາພາມະນຸດໄປສູ່ຊີວິດໃໝ່ໄດ້. ພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອເຮັດໃຫ້ມະນຸດສາມາດຄອບຄອງຊີວິດໃໝ່ ແລະ ເຂົ້າສູ່ຍຸກໃໝ່. ພາລະກິດທີ່ເຫຼືອແມ່ນຖືກສົ່ງໃຫ້ກັບຄົນທີ່ມີຄວາມເປັນມະນຸດທຳມະດາທີ່ຖືກຄົນອື່ນຊື່ນຊົມ. ສະນັ້ນ ໃນຍຸກແຫ່ງພຣະຄຸນ ພຣະອົງເຮັດໃຫ້ພາລະກິດສອງພັນປີສຳເລັດໃນເວລາພຽງແຕ່ສາມປີເຄິ່ງຈາກເວລາສາມສິບສາມປີທີ່ພຣະອົງຢູ່ໃນເນື້ອໜັງ. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງເຮັດໃຫ້ພາລະກິດສອງພັນປີ ຫຼື ພາລະກິດຂອງຍຸກທັງໝົດສຳເລັດລົງພາຍໃນໄລຍະເວລາສອງສາມປີເທົ່ານັ້ນ. ພຣະອົງບໍ່ຖ່ວງເວລາ ແລະ ພຣະອົງບໍ່ຊັກຊ້າ; ພຣະອົງຫຍໍ້ພາລະກິດທີ່ໃຊ້ເວລາຫຼາຍປີເຂົ້າກັນ ເພື່ອວ່າພາລະກິດນັ້ນຈະຖືກເຮັດໃຫ້ສຳເລັດພາຍໃນເວລາສັ້ນໆພຽງສອງສາມປີເທົ່ານັ້ນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະອົງປະຕິບັດດ້ວຍຕົວພຣະອົງເອງນັ້ນ ແມ່ນເພື່ອການເປີດທາງອອກ ແລະ ນໍາພາໄປສູ່ຍຸກໃໝ່ທັງໝົດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 113)

ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ໃນແຕ່ລະຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ມັນແມ່ນພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນຂອງພາລະກິດສຳເລັດ ແລະ ເລີ່ມຕົ້ນຍຸກໃໝ່. ບັດນີ້ ຍຸກແຫ່ງອານາຈັກໄດ້ມາເຖິງແລ້ວ ເຊັ່ນດຽວກັບການຝຶກຝົນຂອງອານາຈັກກໍມາເຖິງແລ້ວ. ຂັ້ນຕອນນີ້ຂອງພາລະກິດບໍ່ແມ່ນພາລະກິດຂອງມະນຸດ ແລະ ມັນບໍ່ແມ່ນເພື່ອປັ້ນມະນຸດຈົນເຖິງລະດັບໃດໜຶ່ງ, ແຕ່ພຽງແຕ່ເພື່ອເຮັດໃຫ້ສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າສຳເລັດ. ສິ່ງທີ່ພຣະເຈົ້າປະຕິບັດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອບັນລຸຜົນໃດໜຶ່ງໃນການປັ້ນມະນຸດກ່ອນທີ່ຈະຈາກໂລກໄປ; ມັນແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ສຳເລັດພາລະກິດທີ່ພຣະອົງຄວນເຮັດໃຫ້ສຳເລັດ ເຊິ່ງກໍຄືການຈັດກຽມຢ່າງເໝາະສົມສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບສະຫງ່າລາສີ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງຜູ້ຄົນທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງຄົນໆໜຶ່ງທ່າມກາງມວນມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ພຣະອົງບໍ່ມີຄວາມເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບພຣະອົງເລີຍ. ແຕ່ເຈົ້າບໍ່ສາມາດຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດພຽງຈາກຄວາມຜິດປົກກະຕິເລັກນ້ອຍເທົ່ານັ້ນ. ນັ້ນໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະອົງພຽງແຕ່ຮັກສາຊີວິດຂອງພຣະອົງດັ່ງຄົນທຳມະດາຄົນໜຶ່ງ ແລະ ການໃຊ້ເຫດຜົນທຳມະດາຈາກສະໝອງຂອງພຣະອົງ, ທີ່ເຮັດໃຫ້ພຣະອົງມີຄວາມສາມາດແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ຜິດ. ເຖິງຢ່າງໃດກໍຕາມ ພຣະອົງບໍ່ໄດ້ປະກອບດ້ວຍສິ່ງອື່ນອີກ, ດ້ວຍວ່າ ທຸກສິ່ງເຫຼົ່ານັ້ນແມ່ນມະນຸດ (ສິ່ງຖືກສ້າງ) ເທົ່ານັ້ນຄວນມີ. ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອປະຕິບັດພັນທະກິດຂອງພຣະອົງເອງໃຫ້ສຳເລັດ. ພາລະກິດຂອງພຣະອົງແມ່ນແນໃສ່ຍຸກທັງໝົດ ບໍ່ແມ່ນບຸກຄົນໃດໜຶ່ງ ຫຼື ສະຖານທີ່ໃດໜຶ່ງ ແຕ່ເປັນຈັກກະວານທັງປວງ. ນີ້ແມ່ນທິດທາງຂອງພາລະກິດຂອງພຣະອົງ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ມະນຸດກໍບໍ່ມີທາງທີ່ຈະມີສ່ວນຮ່ວມໃນສິ່ງນັ້ນໄດ້. ແຕ່ລະຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງແມ່ນນໍາເອົາພາລະກິດຂອງຍຸກນັ້ນມາກັບພຣະອົງ ແລະ ບໍ່ໄດ້ມີເຈດຕະນາທີ່ຈະດຳລົງຊີວິດຄຽງຂ້າງມະນຸດເປັນເວລາຊາວ, ສາມສິບ, ສີ່ສິບ ຫຼື ແມ່ນແຕ່ເຈັດສິບ ຫຼື ແປດສິບປີ ເພື່ອໃຫ້ເຂົາເຂົ້າໃຈ ແລະ ມີຄວາມເຂົ້າໃຈໃນພຣະອົງຫຼາຍຂຶ້ນ. ບໍ່ຈຳເປັນສຳລັບສິ່ງນັ້ນ! ການເຮັດແບບນີ້ຈະບໍ່ມີທາງເຮັດໃຫ້ຄວາມຮູ້ທີ່ມະນຸດມີກ່ຽວກັບອຸປະນິໄສໂດຍທຳມະຊາດຂອງພຣະອົງນັ້ນເລິກເຊິ່ງຍິ່ງຂຶ້ນ; ກົງກັນຂ້າມ ມັນພຽງແຕ່ຈະເພີ່ມແນວຄວາມຄິດ ແລະ ເຮັດໃຫ້ແນວຄິດ ແລະ ຄວາມຄິດຂອງເຂົາກາຍເປັນຊາກຫີນ. ເພາະສະນັ້ນ ມັນຈຶ່ງເປັນສິ່ງຈຳເປັນທີ່ພວກເຈົ້າທຸກຄົນຕ້ອງເຂົ້າໃຈຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງແທ້. ແນ່ນອນວ່າ ພວກເຈົ້າບໍ່ສາມາດລົ້ມເຫຼວທີ່ຈະເຂົ້າໃຈພຣະທຳທີ່ເຮົາໄດ້ກ່າວຕໍ່ພວກເຈົ້າ: “ເຮົາມາ ບໍ່ແມ່ນເພື່ອປະສົບກັບຊີວິດຂອງມະນຸດທີ່ປົກກະຕິ”? ພວກເຈົ້າໄດ້ລືມພຣະທຳເຫຼົ່ານີ້ແລ້ວບໍ: “ພຣະເຈົ້າໄດ້ມາເທິງແຜ່ນດິນໂລກບໍ່ແມ່ນເພື່ອດຳລົງຊີວິດຂອງມະນຸດທີ່ປົກກະຕິ”? ພວກເຈົ້າບໍ່ເຂົ້າໃຈຈຸດປະສົງຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພວກເຈົ້າບໍ່ຮູ້ຈັກຄວາມໝາຍຂອງ “ພຣະເຈົ້າຈະສາມາດມາຢູ່ເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະປະສົບກັບຊີວິດຂອງສິ່ງຖືກສ້າງໄດ້ແນວໃດ?” ພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ສະນັ້ນພາລະກິດຂອງພຣະອົງເທິງແຜ່ນດິນໂລກຈຶ່ງເປັນພຽງໄລຍະສັ້ນ. ພຣະອົງມາເທິງແຜ່ນດິນໂລກໂດຍບໍ່ໄດ້ມີເຈດຕະນາເຮັດໃຫ້ພຣະວິນຍານຂອງພຣະເຈົ້າຝຶກຝົນຮ່າງກາຍທາງເນື້ອໜັງຂອງພຣະອົງເພື່ອໃຫ້ກາຍເປັນມະນຸດສູງສົ່ງທີ່ຈະນໍາພາຄຣິສຕະຈັກໄດ້. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ມັນແມ່ນພຣະທຳທີ່ກາຍມາເປັນເນື້ອໜັງ; ເຖິງຢ່າງໃດກໍຕາມ ມະນຸດບໍ່ຮູ້ຈັກເຖິງພາລະກິດຂອງພຣະອົງ ແລະ ໂທດສິ່ງຕ່າງໆໃສ່ພຣະອົງໂດຍການໃຊ້ກຳລັງ. ແຕ່ພວກເຈົ້າທຸກຄົນຄວນເຂົ້າໃຈວ່າພຣະເຈົ້າເປັນ “ພຣະທຳທີ່ກາຍມາເປັນເນື້ອໜັງ” ບໍ່ແມ່ນຮ່າງກາຍທາງເນື້ອໜັງທີ່ຖືກຝຶກຝົນໂດຍພຣະວິນຍານຂອງພຣະເຈົ້າເພື່ອຮັບເອົາບົດບາດຂອງພຣະເຈົ້າໃນຊ່ວງເວລາໃດໜຶ່ງ. ພຣະເຈົ້າເອງບໍ່ແມ່ນຜົນຜະລິດແຫ່ງການຝຶກຝົນ, ແຕ່ເປັນພຣະທຳທີ່ກາຍມາເປັນເນື້ອໜັງ ແລະ ໃນປັດຈຸບັນ ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງພວກເຈົ້າທຸກຄົນຢ່າງເປັນທາງການ. ພວກເຈົ້າທຸກຄົນຮູ້ຈັກ ແລະ ຮັບຮູ້ວ່າການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຄວາມຈິງ, ແຕ່ພວກເຈົ້າກໍເຮັດຄືກັບວ່າເຈົ້າເຂົ້າໃຈມັນ. ຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈົນເຖິງຄວາມໝາຍ ແລະ ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະອົງ, ພວກເຈົ້າບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ ແລະ ພຽງແຕ່ເຮັດຕາມຄົນອື່ນໃນການເລົ່າພຣະທຳຢ່າງຄ່ອງແຄ້ວຈາກຄວາມຈື່ຈຳ. ເຈົ້າເຊື່ອວ່າພຣະເຈົ້າທີ່ບັງເກີດເປັນມະນຸດເປັນຕາມທີ່ເຈົ້າຈິນຕະນາການບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 114)

ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາຄວາມຮູ້ສຶກຂອງຄວາມເປັນມະນຸດທຳມະດາ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ຫຼື ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູປະຕິບັດພາລະກິດຂອງພຣະອົງ, ບໍ່ມີໃຜຮູ້ຈັກວ່າພຣະອົງແມ່ນໃຜກັນແທ້, ແຕ່ພຣະອົງກໍເດີນໄປຂ້າງໜ້າຢ່າງໄວກັບພາລະກິດຂອງພຣະອົງ. ບໍ່ມີສິ່ງໃດຂັດຂວາງພຣະອົງບໍ່ໃຫ້ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ ພຣະອົງຈຶ່ງບໍ່ໄດ້ສາລະພາບ ຫຼື ປະກາດຕົວຕົນຂອງພຣະເອງໄວ້ລ່ວງໜ້າ ແລະ ພຽງແຕ່ປ່ອຍໃຫ້ມະນຸດຕິດຕາມພຣະອົງເອງ. ໂດຍທຳມະຊາດແລ້ວ ສິ່ງນີ້ບໍ່ໄດ້ເປັນພຽງແຕ່ຄວາມຖ່ອມຕົວຂອງພຣະເຈົ້າເທົ່ານັ້ນ; ແຕ່ຍັງເປັນວິທີທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ພຣະອົງພຽງແຕ່ສາມາດປະຕິບັດພາລະກິດໃນລັກສະນະນີ້, ຍ້ອນມະນຸດບໍ່ມີທາງຮັບຮູ້ພຣະອົງໄດ້ດ້ວຍສາຍຕາເປົ່າ. ເຖິງແມ່ນມະນຸດຈະຮັບຮູ້ພຣະອົງ, ເຂົາກໍຈະບໍ່ສາມາດຊ່ວຍໃນພາລະກິດຂອງພຣະອົງໄດ້. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອໃຫ້ມະນຸດມາຮູ້ຈັກກັບເນື້ອໜັງຂອງພຣະອົງ; ມັນແມ່ນເພື່ອປະຕິບັດພາລະກິດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ດ້ວຍເຫດຜົນນີ້, ພຣະອົງຈຶ່ງບໍ່ໃຫ້ຄວາມສຳຄັນໃນການເຮັດໃຫ້ຕົວຕົນຂອງພຣະອົງເປັນທີ່ຮູ້ຈັກກັນໂດຍທົ່ວໄປ. ເມື່ອພຣະອົງໄດ້ເຮັດໃຫ້ພາລະກິດທັງໝົດທີ່ພຣະອົງຄວນປະຕິບັດນັ້ນສຳເລັດລົງ, ຕົວຕົນ ແລະ ສະຖານະທັງໝົດຂອງພຣະອົງກໍຊັດແຈ້ງຕໍ່ມະນຸດໂດຍທຳມະຊາດ. ພຣະເຈົ້າທີ່ກາຍມາເປັນເນື້ອໜັງສືບຕໍ່ຢູ່ແບບງຽບໆ ແລະ ບໍ່ປະກາດຫຍັງເລີຍ. ພຣະອົງບໍ່ສົນໃຈຕໍ່ມະນຸດ ຫຼື ຕໍ່ວິທີທີ່ມະນຸດກ້າວໄປຂ້າງໜ້າພ້ອມກັບການຕິດຕາມພຣະອົງ, ພຽງແຕ່ເດີນໄປຂ້າງໜ້າຢ່າງໄວເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ມີໃຜສາມາດຢືນຂວາງທາງພາລະກິດຂອງພຣະອົງໄດ້. ເມື່ອເວລາທີ່ພຣະອົງຈະສິ້ນສຸດພາລະກິດຂອງພຣະອົງມາເຖິງ, ມັນກໍຈະສິ້ນສຸດລົງໂດຍບໍ່ມີຫຍັງຜິດພາດ ແລະ ຖືກນໍາໄປສູ່ຈຸດສຸດທ້າຍ ແລະ ບໍ່ມີໃຜສາມາດສັ່ງການໄດ້. ພຽງແຕ່ຫຼັງຈາກທີ່ພຣະອົງໄປຈາກມະນຸດເມື່ອໄດ້ສຳເລັດພາລະກິດຂອງພຣະອົງ ມະນຸດຈຶ່ງຈະເຂົ້າໃຈພາລະກິດທີ່ພຣະອົງປະຕິບັດ, ເຖິງແມ່ນຍັງບໍ່ຊັດແຈ້ງທັງໝົດ. ອາດໃຊ້ເວລາດົນທີ່ມະນຸດຈະເຂົ້າໃຈຢ່າງສົມບູນກ່ຽວກັບເຈດຕະນາທີ່ພຣະອົງເລີ່ມປະຕິບັດພາລະກິດຂອງພຣະອົງທໍາອິດ. ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງຍຸກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກແບ່ງອອກເປັນສອງສ່ວນ. ສ່ວນໜຶ່ງປະກອບດ້ວຍພາລະກິດທີ່ເນື້ອໜັງຂອງການບັງເກີດເປັນມະນຸດຂອງພຣະເຈົ້າເອງປະຕິບັດ ແລະ ພຣະທຳຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເອງກ່າວ. ຫຼັງຈາກທີ່ພັນທະກິດຂອງເນື້ອໜັງຂອງພຣະອົງຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ, ອີກສ່ວນຂອງພາລະກິດກໍຍັງຕ້ອງໄດ້ປະຕິບັດໂດຍຄົນທີ່ພຣະວິນຍານບໍລິສຸດໃຊ້. ໃນເວລານີ້ ມະນຸດຄວນປະຕິບັດໜ້າທີ່ຂອງເຂົາ, ຍ້ອນພຣະເຈົ້າໄດ້ເປີດຫົນທາງແລ້ວ ແລະ ມະນຸດຈຳເປັນຕ້ອງຍ່າງດ້ວຍຕົນເອງ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດສ່ວນໜຶ່ງຂອງພາລະກິດ ແລະ ຫຼັງຈາກນັ້ນ ພຣະວິນຍານບໍລິສຸດ ແລະ ຄົນທີ່ພຣະວິນຍານບໍລິສຸດໃຊ້ກໍຈະຮັບຊ່ວງຕໍ່ໄປຂອງພາລະກິດນີ້. ສະນັ້ນ ໃນຂັ້ນຕອນນີ້ ມະນຸດຄວນຮູ້ຈັກວ່າແມ່ນຫຍັງຄືພາລະກິດທີ່ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດເປັນຫຼັກ ແລະ ເຂົາຕ້ອງເຂົ້າໃຈວ່າແມ່ນຫຍັງຄືຄວາມໝາຍແທ້ຈິງຂອງພຣະເຈົ້າທີ່ກາຍເປັນມະນຸດ ແລະ ແມ່ນຫຍັງຄືພາລະກິດທີ່ພຣະເຈົ້າຄວນປະຕິບັດ, ແທນທີ່ຈະ ແລະ ບໍ່ຮຽກຮ້ອງຈາກພຣະເຈົ້າຕາມການຕ້ອງການຂອງມະນຸດ. ໃນທີ່ນີ້ມີຂໍ້ຜິດພາດຂອງມະນຸດ, ແນວຄິດຂອງເຂົາ ແລະ ຍິ່ງກວ່ານັ້ນແມ່ນຄວາມບໍ່ເຊື່ອຟັງຂອງເຂົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 115)

ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື ເຮັດໃຫ້ມະນຸດແຍກແຍະຄວາມແຕກຕ່າງລະຫວ່າງເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເນື້ອໜັງມະນຸດ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອຝຶກຝົນອຳນາດໃນການແຍກແຍະຂອງມະນຸດ ແລະ ແຮງໄກເລີຍທີ່ພຣະອົງຈະເຮັດແບບນັ້ນໂດຍມີເຈດຕະນາທີ່ຈະຍອມໃຫ້ມະນຸດນະມັດສະການເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ເພື່ອຮັບເອົາສະຫງ່າລາສີທີ່ຍິ່ງໃຫຍ່ທີ່ສຸດ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອກ່າວໂທດມະນຸດ ຫຼື ຕັ້ງໃຈເພື່ອເປີດໂປງມະນຸດ ຫຼື ເພື່ອເຮັດໃຫ້ສິ່ງຕ່າງໆລຳບາກສຳລັບເຂົາ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາຂອງພຣະເຈົ້າ. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ມັນເປັນຮູບແບບໜຶ່ງຂອງພາລະກິດທີ່ບໍ່ສາມາດຫຼີກເວັ້ນໄດ້. ມັນແມ່ນເພື່ອເຫັນແກ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ຂອງພຣະອົງ ພຣະອົງຈຶ່ງປະຕິບັດແບບທີ່ພຣະອົງໄດ້ເຮັດ ແລະ ບໍ່ແມ່ນຍ້ອນເຫດຜົນທີ່ມະນຸດຈິນຕະນາການ. ພຣະເຈົ້າມາສູ່ແຜ່ນດິນໂລກຕາມທີ່ພາລະກິດຂອງພຣະອົງຮຽກຮ້ອງເທົ່ານັ້ນ ແລະ ມີແຕ່ເມື່ອຈຳເປັນເທົ່ານັ້ນ. ພຣະອົງບໍ່ມາເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະເບິ່ງໄປອ້ອມໆ ແຕ່ເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ແລ້ວເປັນຫຍັງພຣະອົງຈຶ່ງຮັບເອົາພາລະໜັກໜ່ວງແບບນັ້ນ ແລະ ຮັບເອົາຄວາມສ່ຽງທີ່ຍິ່ງໃຫຍ່ດັ່ງກ່າວເພື່ອປະຕິບັດພາລະກິດຂອງພຣະອົງ? ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເມື່ອພຣະອົງຈຳເປັນຕ້ອງເຮັດ ແລະ ມີຄວາມໝາຍທີ່ພິເສດຢູ່ສະເໝີ. ຖ້າບໍ່ແມ່ນເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນຫຼຽວເບິ່ງພຣະອົງ ແລະ ແຜ່ຂະຫຍາຍຂອບເຂດຂອງພວກເຂົາ, ແລ້ວແນ່ນອນທີ່ສຸດ ພຣະອົງແມ່ນບໍ່ໄດ້ມາຢູ່ທ່າມກາງຜູ້ຄົນຢ່າງງ່າຍດາຍ. ພຣະອົງມາສູ່ແຜ່ນດິນໂລກເພື່ອເຫັນແກ່ການຄຸ້ມຄອງຂອງພຣະອົງ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ເພື່ອວ່າພຣະອົງອາດໄດ້ຮັບເອົາມະນຸດຊາດຫຼາຍກວ່າເກົ່າ. ພຣະອົງມາເພື່ອເປັນຕົວແທນໃຫ້ກັບຍຸກ, ພຣະອົງມາເພື່ອເອົາຊະນະຊາຕານ ແລະ ພຣະອົງຊົງນຸ່ງຫົ່ມໃຫ້ພຣະອົງເອງດ້ວຍເນື້ອໜັງເພື່ອເອົາຊະນະຊາຕານ. ຍິ່ງໄປກວ່ານັ້ນ ພຣະອົງມາເພື່ອນໍາພາມະນຸດຊາດທັງປວງໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມັນກ່ຽວຂ້ອງກັບພາລະກິດຂອງຈັກກະວານທັງປວງ. ຖ້າພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ມະນຸດມາຮູ້ຈັກເນື້ອໜັງຂອງພຣະອົງ ແລະ ເປີດຕາຂອງຜູ້ຄົນ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ເດີນທາງໄປທຸກປະເທດ? ສິ່ງນີ້ຈະບໍ່ເປັນເລື່ອງງ່າຍທີ່ສຸດບໍ? ແຕ່ພຣະອົງບໍ່ໄດ້ເຮັດແບບນັ້ນ, ກົງກັນຂ້າມ ພຣະອົງເລືອກສະຖານທີ່ເໝາະສົມທີ່ຈະປັກຫຼັກ ແລະ ເລີ່ມຕົ້ນພາລະກິດທີ່ພຣະອົງຄວນປະຕິບັດ. ມີພຽງແຕ່ເນື້ອໜັງນີ້ເທົ່ານັ້ນທີ່ມີຄວາມໝາຍຢ່າງຫຼວງຫຼາຍ. ພຣະອົງເປັນຕົວແທນໃຫ້ກັບຍຸກທັງໝົດ ແລະ ຍັງປະຕິບັດພາລະກິດຂອງຍຸກທັງໝົດ; ພຣະອົງນໍາຍຸກເກົ່າມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກໃໝ່. ທຸກສິ່ງນີ້ແມ່ນເລື່ອງທີ່ສຳຄັນເຊິ່ງກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ແລະ ທັງໝົດນີ້ຄືຄວາມໝາຍຂອງຂັ້ນຕອນໜຶ່ງຂອງພາລະກິດທີ່ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 116)

ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ເຂົ້າສູ່ການຄອບຄອງຂອງພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ແລະ ເລືອດ, ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ຫຼັງຈາກນັ້ນ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະສິ້ນສຸດລົງທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງຈະບໍ່ເກີດເປັນມະນຸດເປັນຄັ້ງທີສາມເພື່ອປະຕິບັດພາລະກິດຂອງພຣະອົງ. ນັ້ນກໍຍ້ອນວ່າ ການຄຸ້ມຄອງທັງໝົດຂອງພຣະອົງແມ່ນເຖິງຈຸດສິ້ນສຸດແລ້ວ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍແມ່ນຈະຖືກແບ່ງອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງອີກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 117)

ສິ່ງທີ່ມະນຸດໄດ້ບັນລຸໃນປັດຈຸບັນ, ວຸດທິພາວະ, ຄວາມຮູ້, ຄວາມຮັກ, ຄວາມຊື່ສັດ, ຄວາມເຊື່ອຟັງ ແລະ ຄວາມເຂົ້າໃຈໃນປັດຈຸບັນຂອງເຂົາ, ສິ່ງເຫຼົ່ານີ້ແມ່ນຜົນມາຈາກການພິພາກສາຂອງພຣະທຳ. ການທີ່ເຈົ້າສາມາດມີຄວາມຊື່ສັດ ແລະ ຍັງຄົງຢືນຢູ່ຈົນເຖິງທຸກມື້ນີ້ກໍແມ່ນມາຈາກການປະຕິບັດຂອງພຣະທຳ. ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັດກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາຕໍ່ມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຖືກປະຕິບັດເພື່ອເຮັດໃຫ້ລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນທີ່ຮູ້ຈັກ, ເພື່ອເຮັດໃຫ້ຜົນຮັບທີ່ມາຈາກພາລະກິດແຫ່ງພຣະທຳເປັນທີ່ຮູ້ຈັກ ແລະ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກວ່າພຣະວິນຍານໄດ້ມາຢູ່ໃນເນື້ອໜັງ ແລະ ສະແດງລິດອຳນາດຂອງພຣະອົງຜ່ານການພິພາກສາມະນຸດໂດຍພຣະທຳ. ເຖິງແມ່ນເນື້ອໜັງຂອງພຣະອົງເປັນຮູບລັກສະນະພາຍນອກຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາ, ແຕ່ສິ່ງນັ້ນກໍຄືຜົນຮັບມາຈາກພຣະທຳຂອງພຣະອົງ ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະອົງເຕັມໄປດ້ວຍລິດອຳນາດ, ພຣະອົງເປັນພຣະເຈົ້າເອງ ແລະ ພຣະທຳຂອງພຣະອົງເປັນການສະແດງອອກຂອງພຣະອົງເອງ. ດ້ວຍສິ່ງນີ້ ມະນຸດຊາດທັງປວງກໍຈະໄດ້ເຫັນວ່າພຣະອົງເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ບໍ່ມີໃຜສາມາດລ່ວງເກີນພຣະອົງໄດ້ ແລະ ບໍ່ມີໃຜສາມາດຢູ່ເໜືອການພິພາກສາໂດຍພຣະທຳຂອງພຣະອົງ ແລະ ບໍ່ມີກອງກຳລັງແຫ່ງຄວາມມືດໃດສາມາດເອົາຊະນະລິດອຳນາດຂອງພຣະອົງໄດ້. ມະນຸດຍອມພຣະອົງທັງໝົດກໍເພາະວ່າພຣະອົງເປັນພຣະທຳທີ່ກາຍມາເປັນເນື້ອໜັງ, ຍ້ອນລິດອຳນາດຂອງພຣະອົງ ແລະ ຍ້ອນການພິພາກສາໂດຍພຣະທຳຂອງພຣະອົງ. ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງໄດ້ນໍາມາລິດອຳນາດທີ່ພຣະອົງມີ. ເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງກາຍມາເປັນເນື້ອໜັງກໍຍ້ອນເນື້ອໜັງຍັງສາມາດມີສິດອຳນາດ ແລະ ພຣະອົງກໍສາມາດປະຕິບັດພາລະກິດໃນລັກສະນະຕົວຈິງທ່າມກາງມະນຸດຊາດ, ໃນລັກສະນະທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້. ພາລະກິດນີ້ແມ່ນເປັນຈິງຫຼາຍກວ່າພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຜູ້ເຊິ່ງມີສິດອຳນາດທັງໝົດ ແລະ ຜົນຕາມມາຂອງພາລະກິດນັ້ນກໍເຫັນໄດ້ຢ່າງຊັດເຈນ. ນີ້ກໍຍ້ອນວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າສາມາດເວົ້າ ແລະ ປະຕິບັດພາລະກິດໃນລັກສະນະຕົວຈິງ. ຮູບຮ່າງພາຍນອກຂອງເນື້ອໜັງຂອງພຣະອົງບໍ່ມີລິດອຳນາດ ແລະ ມະນຸດກໍ່ສາມາດເຂົ້າເຖິງໄດ້, ໃນຂະນະທີ່ແກ່ນແທ້ຂອງພຣະອົງມີລິດອຳນາດ, ແຕ່ບໍ່ມີໃຜສາມາດເຫັນລິດອຳນາດຂອງພຣະອົງໄດ້. ເມື່ອພຣະອົງກ່າວ ແລະ ປະຕິບັດພາລະກິດ, ມະນຸດບໍ່ສາມາດກວດພົບລິດອຳນາດຂອງພຣະອົງໄດ້; ສິ່ງນີ້ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຢ່າງເປັນທໍາຊາດແທ້ຈິງ. ແລ້ວພາລະກິດທີ່ເປັນຈິງທັງໝົດນີ້ແມ່ນສາມາດບັນລຸຜົນໄດ້ຢ່າງສົມບູນ. ເຖິງແມ່ນບໍ່ມີໃຜຮູ້ວ່າພຣະອົງມີລິດອຳນາດ ຫຼື ເຫັນວ່າພຣະອົງບໍ່ຄວນຖືກລ່ວງເກີນ ຫຼື ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ, ພຣະອົງກໍບັນລຸຜົນຕາມເຈດຕະນາຂອງພຣະທຳຂອງພຣະອົງຜ່ານລິດອຳນາດທີ່ລີ້ລັບຂອງພຣະອົງ, ຜ່ານຄວາມໂກດຮ້າຍທີ່ລີ້ລັບຂອງພຣະອົງ ແລະ ຜ່ານພຣະທຳທີ່ພຣະອົງກ່າວຢ່າງເປີດເຜີຍ. ເວົ້າອີກຢ່າງໜຶ່ງກໍຄື ຜ່ານທາງນໍ້າສຽງຂອງພຣະອົງ, ຄວາມເດັດຂາດຂອງຖ້ອຍຄຳຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະທຳຂອງພຣະອົງ, ມະນຸດຈຶ່ງພາກັນເຊື່ອຢ່າງສິ້ນເຊີງ. ໃນລັກສະນະນີ້ ມະນຸດຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ເບິ່ງຄືວ່າ ບໍ່ມີລິດອຳນາດ, ດ້ວຍເຫດນັ້ນຈຶ່ງບັນລຸຕາມເປົ້າໝາຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ນີ້ແມ່ນອີກດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ເພື່ອກ່າວຢ່າງເປັນຈິງຫຼາຍຂຶ້ນ ແລະ ປ່ອຍໃຫ້ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງມີຜົນສະທ້ອນໃນມະນຸດ, ເພື່ອວ່າ ມະນຸດຈະໄດ້ເປັນພະຍານເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ ພາລະກິດນີ້ ຖ້າບໍ່ຖືກປະຕິບັດຜ່ານການບັງເກີດເປັນມະນຸດ ມັນກໍຈະບໍ່ສາມາດບັນລຸຜົນໄດ້ແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດຊ່ວຍຄົນຜິດບາບໃຫ້ລອດພົ້ນໄດ້ຢ່າງສົມບູນ. ຖ້າພຣະເຈົ້າບໍ່ກາຍມາເປັນເນື້ອໜັງ, ພຣະອົງກໍຈະຍັງຄົງເປັນພຣະວິນຍານທີ່ມະນຸດບໍ່ສາມາດເຫັນ ແລະ ຈັບຕ້ອງໄດ້. ຍ້ອນມະນຸດເປັນສິ່ງທີ່ສ້າງຈາກເນື້ອໜັງ, ເຂົາ ແລະ ພຣະເຈົ້າຈຶ່ງຢູ່ໃນໂລກສອງໂລກທີ່ແຕກຕ່າງກັນ ແລະ ມີທຳມະຊາດທີ່ແຕກຕ່າງກັນ. ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຂົ້າກັນກັບມະນຸດໄດ້ ຜູ້ທີ່ມີເນື້ອໜັງ ແລະ ບໍ່ມີທາງທີຈະສ້າງຄວາມສຳພັນລະຫວ່າງພວກເຂົາໄດ້, ສ່ວນທີ່ວ່າມະນຸດບໍ່ສາມາດກາຍເປັນວິນຍານໄດ້ນັ້ນ ແມ່ນບໍ່ຕ້ອງເວົ້າເຖິງ. ເມື່ອເປັນແບບນີ້ ພຣະວິນຍານຂອງພຣະເຈົ້າກໍຕ້ອງກາຍມາເປັນສິ່ງທີ່ຖືກສ້າງເພື່ອປະຕິບັດພາລະກິດເດີມຂອງພຣະອົງ. ພຣະເຈົ້າສາມາດຂຶ້ນເມືອຍັງສະຖານທີ່ໆສູງທີ່ສຸດ ແລະ ຖ່ອມຕົວພຣະອົງລົງມາເພື່ອກາຍເປັນມະນຸດທີ່ຖືກສ້າງ, ປະຕິບັດພາລະກິດທ່າມກາງມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງພວກເຂົາ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຖານທີ່ໆສູງທີ່ສຸດ ແລະ ກາຍມາເປັນວິນຍານ ແລະ ແຮງໄກທີ່ເຂົາຈະສາມາດລົງໄປສູ່ສະຖານທີ່ໆຕໍ່າທີ່ສຸດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຕ້ອງກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ. ເຊັ່ນດຽວກັນ ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມີພຽງແຕ່ເນື້ອໜັງທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດໄຖ່ມະນຸດຜ່ານການຄຶງໃສ່ໄມ້ກາງແຂນໄດ້, ເພາະວ່າ ບໍ່ມີທາງທີ່ຈະສາມາດຄຶງພຣະວິນຍານຂອງພຣະເຈົ້າໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດໄດ້. ພຣະເຈົ້າສາມາດກາຍມາເປັນເນື້ອໜັງໂດຍກົງເພື່ອເຮັດໜ້າທີ່ເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຫວັນໂດຍກົງເພື່ອຮັບເອົາເຄື່ອງຖວາຍບູຊາບາບທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ເຂົາ. ເມື່ອເປັນດັ່ງນີ້ ສິ່ງທີ່ເປັນໄປໄດ້ກໍຄືໃຫ້ພຣະເຈົ້າສະເດັດໄປມາສອງສາມຄັ້ງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ບໍ່ໃຫ້ມະນຸດຂຶ້ນເມືອສະຫວັນເພື່ອຮັບເອົາຄວາມລອດພົ້ນນີ້, ຍ້ອນມະນຸດໄດ້ຫຼົ້ມຈົມ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຂຶ້ນເມືອສະຫວັນໄດ້ຢ່າງແນ່ນອນ ແລ້ວແຮງໄກທີ່ຈະຮັບເອົາເຄື່ອງຖວາຍບູຊາບາບ. ສະນັ້ນ ມັນຈຶ່ງຈຳເປັນຕ້ອງໃຫ້ພຣະເຢຊູສະເດັດມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໃຫ້ສຳເລັດໄດ້. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງແມ່ນເກີດຈາກຄວາມຈຳເປັນ. ຖ້າຂັ້ນຕອນໃດໜຶ່ງຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ພຣະອົງກໍຈະບໍ່ຍອມຕໍ່ຄວາມອັບອາຍໃນການບັງເກີດເປັນມະນຸດເຊັ່ນນີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 118)

ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ແນ່ນອນ ຍ້ອນວ່າເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດທີ່ມີເນື້ອໜັງເປັນເປົ້າໝາຍແຫ່ງພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ, ເພາະວ່າ ມະນຸດເປັນເປົ້າໝາຍຂອງການເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດເປັນເປົ້າໝາຍຢ່າງດຽວຂອງພາລະກິດຂອງພຣະອົງໃນທຸກຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ມະນຸດເປັນສິ່ງມີຊີວິດທີ່ຕ້ອງຕາຍ, ມີເນື້ອໜັງ ແລະ ເລືອດ ແລະ ພຣະເຈົ້າຄືສິ່ງດຽວທີ່ສາມາດຊ່ວຍໃຫ້ມະນຸດລອດພົ້ນໄດ້. ໃນວິທີນີ້, ພຣະເຈົ້າຕ້ອງກາຍເປັນເນື້ອໜັງທີ່ມີຄຸນລັກສະນະຄືກັບມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ເພື່ອວ່າ ພາລະກິດຂອງພຣະອົງອາດບັນລຸຜົນຫຼາຍຂຶ້ນ. ພຣະເຈົ້າຕ້ອງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ນັ້ນກໍຍ້ອນວ່າ ມະນຸດມີເນື້ອໜັງ ແລະ ບໍ່ສາມາດເອົາຊະນະຄວາມຜິດບາບ ຫຼື ຖອນຕົວອອກຈາກເນື້ອໜັງໄດ້. ເຖິງແມ່ນວ່າແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດແຕກຕ່າງຈາກແກ່ນແທ້ ແລະ ຕົວຕົນຂອງມະນຸດຢ່າງຫຼວງຫຼາຍ, ແຕ່ລັກສະນະພາຍນອກຂອງພຣະອົງແມ່ນຄືກັນກັບມະນຸດ; ພຣະອົງມີລັກສະນະພາຍນອກຂອງຄົນທຳມະດາ ແລະ ດຳເນີນຊີວິດແບບຄົນທຳມະດາ ແລະ ຄົນທີ່ເຫັນພຣະອົງກໍບໍ່ສາມາດແຍກແຍະຄວາມແຕກຕ່າງຈາກຄົນທຳມະດາໄດ້. ລັກສະນະພາຍນອກທີ່ທຳມະດາ ແລະ ຄວາມເປັນມະນຸດທຳມະດານີ້ແມ່ນພຽງພໍສຳລັບພຣະອົງໃນການປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາ. ເນື້ອໜັງຂອງພຣະອົງເຮັດໃຫ້ພຣະອົງປະຕິບັດພາລະກິດຢູ່ໃນຄວາມເປັນມະນຸດທີ່ທຳມະດາ ແລະ ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ແລະ ທ່າມກາງຄວາມເປັນມະນຸດທຳມະດາຂອງພຣະອົງ, ຍິ່ງໄປກວ່ານັ້ນ ກໍຍັງຊ່ວຍໃຫ້ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນທ່າມກາງມະນຸດ. ເຖິງແມ່ນວ່າ ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍປະການໃນທ່າມກາງມະນຸດ, ຄວາມສັບສົນວຸ້ນວາຍດັ່ງກ່າວກໍບໍ່ມີຜົນກະທົບໃດໆຕໍ່ພາລະກິດທໍາມະດາຂອງພຣະອົງ. ສະຫຼຸບກໍຄື ພາລະກິດຂອງເນື້ອໜັງທີ່ທຳມະດາຂອງພຣະອົງມີຜົນປະໂຫຍດຕໍ່ມະນຸດຫຼາຍທີ່ສຸດ. ເຖິງແມ່ນຄົນສ່ວນຫຼາຍບໍ່ຍອມຮັບຄວາມເປັນມະນຸດທຳມະດາຂອງພຣະອົງ, ພາລະກິດຂອງພຣະອົງກໍ່ຍັງສາມາດບັນລຸຜົນ ແລະ ຜົນເຫຼົ່ານີ້ແມ່ນຖືກບັນລຸຍ້ອນຄວາມເປັນມະນຸດທຳມະດາຂອງພຣະອົງ. ແນ່ນອນ ບໍ່ມີຂໍ້ສົງໄສໃນສິ່ງນີ້ເລີຍ. ຈາກພາລະກິດຂອງພຣະອົງໃນເນື້ອໜັງ, ມະນຸດໄດ້ຮັບຫຼາຍສິ່ງຫຼາຍຢ່າງເປັນສິບເທົ່າ ຫຼື ເປັນສິບສອງເທົ່າຫຼາຍກວ່າແນວຄິດທີ່ມີຢູ່ໃນທ່າມກາງມະນຸດກ່ຽວກັບຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ແນວຄິດດັ່ງກ່າວຈະຖືກພາລະກິດຂອງພຣະອົງກືນກິນໃນທີ່ສຸດ. ແລ້ວຜົນທີ່ພາລະກິດຂອງພຣະອົງໄດ້ບັນລຸ ເຊິ່ງໝາຍເຖິງ ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງ ແມ່ນຈະມີຫຼາຍກວ່າແນວຄິດຂອງມະນຸດທີ່ມີກ່ຽວກັບພຣະອົງ. ບໍ່ມີທາງທີ່ຈະສາມາດຈິນຕະນາການ ຫຼື ຊັ່ງຊາພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄດ້, ເພາະວ່າ ເນື້ອໜັງຂອງພຣະອົງບໍ່ຄືມະນຸດຄົນໃດໜຶ່ງທີ່ມີເນື້ອໜັງ; ເຖິງແມ່ນຮູບລັກສະນະພາຍນອກຈະຄ້າຍຄືກັນ, ແຕ່ແກ່ນແທ້ແມ່ນບໍ່ຄືກັນ. ເນື້ອໜັງຂອງພຣະອົງເຮັດໃຫ້ເກີດມີຫຼາຍແນວຄິດທີ່ຢູ່ທ່າມກາງມະນຸດເຊິ່ງກ່ຽວກັບພຣະເຈົ້າ, ແຕ່ເຖິງຢ່າງໃດກໍຕາມ ເນື້ອໜັງຂອງພຣະອົງຍັງສາມາດເຮັດໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຫຼາຍຢ່າງ ແລະ ເຖິງກັບສາມາດເອົາຊະນະບຸກຄົນໃດໜຶ່ງທີ່ມີຮ່າງກາຍພາຍນອກຄ້າຍຄືພຣະອົງ. ເນື່ອງຈາກວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນມະນຸດເທົ່ານັ້ນ, ແຕ່ເປັນພຣະເຈົ້າທີ່ມີຮູບຮ່າງພາຍນອກຂອງມະນຸດ ແລະ ບໍ່ມີໃຜທີ່ສາມາດຢັ່ງເຖິງ ຫຼື ເຂົ້າໃຈພຣະອົງໄດ້ຢ່າງສົມບູນ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້, ໄດ້ຮັບຄວາມຮັກ ແລະ ຖືກຕ້ອນຮັບເອົາໂດຍທຸກຄົນ. ຖ້າພຣະເຈົ້າເປັນພຽງແຕ່ພຣະວິນຍານທີ່ມະນຸດບໍ່ສາມາດເຫັນໄດ້, ແລ້ວມັນກໍງ່າຍຫຼາຍທີ່ມະນຸດຈະເຊື່ອໃນພຣະເຈົ້າ. ຜູ້ຄົນສາມາດມີອິດສະຫຼະໃນຈິນຕະນາການຂອງພວກເຂົາ, ສາມາດເລືອກເອົາພາບລັກສະນະໃດທີ່ພວກເຂົາມັກ ໃຫ້ເປັນພາບລັກສະນະຂອງພຣະເຈົ້າເພື່ອເຮັດໃຫ້ຕົນເອງພໍໃຈ ແລະ ເຮັດໃຫ້ຕົນເອງຮູ້ສຶກມີຄວາມສຸກ. ໃນທຳນອງນີ້, ຜູ້ຄົນອາດເຮັດສິ່ງໃດກໍຕາມທີ່ພຣະເຈົ້າຂອງພວກເຂົາມັກທີ່ສຸດ ແລະ ປາຖະໜາໃຫ້ພວກເຂົາເຮັດ ໂດຍບໍ່ມີຄວາມລັງເລໃຈເລີຍ. ຍິ່ງໄປກວ່ານັ້ນ, ຜູ້ຄົນເຊື່ອວ່າ ບໍ່ມີໃຜທີ່ຈົງຮັກພັກດີ ແລະ ເຫຼື້ອມໃສຕໍ່ພຣະເຈົ້າຫຼາຍກວ່າພວກເຂົາ ແລະ ສໍາລັບຄົນອື່ນໆແມ່ນໝາຕ່າງຊາດ ແລະ ບໍ່ຊື່ສັດຕໍ່ພຣະເຈົ້າ. ສາມາດເວົ້າໄດ້ວ່າ ຄົນທີ່ມີຄວາມເຊື່ອໃນພຣະເຈົ້າຢ່າງບໍ່ແຈ່ມແຈ້ງ ແລະ ອີງຕາມທິດສະດີແມ່ນສະແຫວງຫາສິ່ງນີ້; ສິ່ງທີ່ພວກເຂົາສະແຫວງຫາກໍລ້ວນແລ້ວແຕ່ຄືກັນ ໂດຍບໍ່ມີຄວາມແຕກຕ່າງແມ່ນແຕ່ໜ້ອຍດຽວ. ພຽງແຕ່ວ່າພາບລັກສະນະຂອງພຣະເຈົ້າທີ່ຢູ່ໃນຈິນຕະນາການຂອງພວກເຂົາແຕກຕ່າງກັນເທົ່ານັ້ນ, ແຕ່ຄວາມເປັນຈິງແລ້ວ ແກ່ນແທ້ຂອງພວກເຂົາແມ່ນຄືກັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 119)

ເຫດຜົນດຽວທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ກາຍເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງມະນຸດທີ່ເສື່ອມຊາມນີ້. ມັນເປັນຍ້ອນຄວາມຕ້ອງການຂອງມະນຸດ ແຕ່ບໍ່ແມ່ນຂອງພຣະເຈົ້າ ແລະ ການເສຍສະຫຼະ ແລະ ການທົນທຸກໆຢ່າງຂອງພຣະອົງກໍເພື່ອເຫັນແກ່ມະນຸດຊາດ ແລະ ບໍ່ແມ່ນເພື່ອຜົນປະໂຫຍດຂອງພຣະເຈົ້າເອງ. ບໍ່ມີຂໍ້ດີ ແລະ ຂໍ້ເສຍ ຫຼື ລາງວັນສຳລັບພຣະເຈົ້າ; ພຣະອົງຈະບໍ່ໄດ້ຮັບຜົນເກັບກ່ຽວໃດໆໃນອະນາຄົດ, ແຕ່ເປັນສິ່ງທີ່ຕິດໜີ້ພຣະເຈົ້າແຕ່ດັ່ງເດີມ. ທຸກສິ່ງທີ່ພຣະເຈົ້າກະທໍາ ແລະ ເສຍສະຫຼະສຳລັບມະນຸດຊາດບໍ່ແມ່ນເພື່ອໃຫ້ພຣະອົງໄດ້ຮັບລາງວັນທີ່ຍິ່ງໃຫຍ່, ແຕ່ເພື່ອເຫັນແກ່ມະນຸດທັງໝົດ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈະປະກອບດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ສາມາດຈິນຕະນາການໄດ້, ແຕ່ຜົນໄດ້ຮັບ ໃນທີ່ສຸດ ແມ່ນເລີດເກີນກວ່າຜົນຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ. ພາລະກິດຂອງເນື້ອໜັງຈຳເປັນຕ້ອງມີຄວາມລໍາບາກຢ່າງຫຼວງຫຼາຍ ແລະ ເນື້ອໜັງແມ່ນບໍ່ສາມາດມີຕົວຕົນທີ່ຍິ່ງໃຫຍ່ແບບດຽວກັບພຣະວິນຍານ, ພຣະອົງບໍ່ສາມາດປະຕິບັດສິ່ງທີ່ເໜືອທຳມະຊາດແບບດຽວກັບພຣະວິນຍານ, ແລ້ວແຮງໄກທີ່ພຣະອົງຈະມີສິດອຳນາດຄືກັບພຣະວິນຍານ. ແຕ່ແກ່ນແທ້ແຫ່ງພາລະກິດທີ່ປະຕິບັດໂດຍເນື້ອໜັງທຳມະດານີ້ ແມ່ນຢູ່ເໜືອທາດແທ້ຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງຢ່າງຫຼວງຫຼາຍ ແລະ ເນື້ອໜັງນີ້ເອງທີ່ເປັນຄຳຕອບໃຫ້ກັບຄວາມຕ້ອງການທຸກຢ່າງຂອງມະນຸດ. ເພື່ອໃຫ້ຄົນເຫຼົ່ານັ້ນໄດ້ຮັບຄວາມລອດພົ້ນ, ຄຸນຄ່າການນໍາໃຊ້ຂອງພຣະວິນຍານແມ່ນຕໍ່າກວ່າຝ່າຍເນື້ອໜັງຫຼາຍ: ພາລະກິດຂອງພຣະວິນຍານສາມາດຄວບຄຸມທົ່ວຈັກກະວານ, ທົ່ວພູເຂົາ, ແມ່ນໍ້າ, ທະເລສາບ ແລະ ທົ່ວມະຫາສະມຸດ, ແຕ່ພາລະກິດຂອງເນື້ອໜັງແມ່ນເຊື່ອມໂຍງຢ່າງມີປະສິດທິພາບຫຼາຍຂຶ້ນກັບທຸກຄົນທີ່ພຣະອົງໄດ້ພົວພັນນໍາ. ຍິ່ງໄປກວ່ານັ້ນ, ຮ່າງກາຍຂອງພຣະເຈົ້າທີ່ສາມາດຈັບຕ້ອງໄດ້ ແມ່ນເປັນຮ່າງກາຍທີ່ສາມາດເຂົ້າໃຈໄດ້ ແລະ ໄວ້ວາງໃຈໄດ້ໂດຍມະນຸດ ແລະ ສາມາດເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຫຼາຍຂຶ້ນ ແລະ ສາມາດສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການກະທຳຕົວຈິງຂອງພຣະເຈົ້າຕໍ່ມະນຸດ. ພາລະກິດຂອງພຣະວິນຍານຖືກປົກຄຸມດ້ວຍຄວາມເລິກລັບ; ມັນຍາກທີ່ຈະໃຫ້ມະນຸດຢັ່ງເຖິງ ແລະ ຍິ່ງຍາກຫຼາຍທີ່ຈະໃຫ້ມະນຸດເຫັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດພຽງແຕ່ເພິ່ງພາຈິນຕະນາການທີ່ວ່າງເປົ່າເທົ່ານັ້ນ. ແຕ່, ພາລະກິດຂອງເນື້ອໜັງແມ່ນທຳມະດາ ແລະ ອີງຕາມຄວາມເປັນຈິງ ແລະ ມີສະຕິປັນຍາເປັນເລີດ ແລະ ເປັນຄວາມຈິງທີ່ສາມາດເບິ່ງເຫັນດ້ວຍຕາຂອງມະນຸດ; ມະນຸດສາມາດຜະເຊີນກັບສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າດ້ວຍຕົວຂອງພວກເຂົາເອງ ແລະ ບໍ່ຈຳເປັນຕ້ອງໃຊ້ຈິນຕະນາການຢ່າງເລິກເຊິ່ງຂອງພວກເຂົາ. ນີ້ແມ່ນຄວາມແນ່ນອນ ແລະ ຄຸນຄ່າທີ່ແທ້ຈິງແຫ່ງພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ. ພຣະວິນຍານສາມາດເຮັດພຽງແຕ່ສິ່ງທີ່ມະນຸດເບິ່ງບໍ່ເຫັນ ແລະ ຍາກທີ່ຈະໃຫ້ພວກເຂົາຈິນຕະນາການ, ຕົວຢ່າງເຊັ່ນ: ແສງສະຫວ່າງຂອງພຣະວິນຍານ, ການເຄື່ອນໄຫວຂອງພຣະວິນຍານ ແລະ ການນໍາພາຂອງພຣະວິນຍານ, ແຕ່ສຳລັບມະນຸດທີ່ມີຄວາມຄິດ, ສິ່ງເຫຼົ່ານີ້ບໍ່ໄດ້ສະໜອງຄວາມໝາຍຢ່າງຊັດເຈນເລີຍ. ສິ່ງເຫຼົ່ານັ້ນພຽງແຕ່ສະໜອງຄວາມໝາຍແບບເລື່ອນລອຍ ຫຼື ບໍ່ຈະແຈ້ງ ແລະ ບໍ່ສາມາດໃຫ້ການແນະນໍາດ້ວຍຄຳເວົ້າໄດ້. ແຕ່ພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງແມ່ນແຕກຕ່າງຫຼາຍ: ມັນກ່ຽວພັນມີການນໍາພາຂອງພຣະທຳຢ່າງຖືກຕ້ອງ, ມັນມີຄວາມປະສົງທີ່ຊັດເຈນ ແລະ ມີເປົ້າໝາຍຢ່າງຈະແຈ້ງ. ດັ່ງນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງງົມຫາ ຫຼື ໃຊ້ຈິນຕະນາການຂອງພວກເຂົາ ແລະ ກໍບໍ່ຈໍາເປັນຕ້ອງຄາດເດົາເລີຍ. ນີ້ແມ່ນຄວາມຊັດເຈນຂອງພາລະກິດໃນເນື້ອໜັງ ແລະ ມັນແຕກຕ່າງຈາກພາລະກິດຂອງພຣະວິນຍານຫຼາຍ. ພາລະກິດຂອງພຣະວິນຍານພຽງແຕ່ເໝາະສົມສຳລັບຂອບເຂດທີ່ຈຳກັດ ແລະ ບໍ່ສາມາດແທນພາລະກິດຂອງເນື້ອໜັງໄດ້. ພາລະກິດຂອງເນື້ອໜັງເຮັດໃຫ້ມະນຸດມີເປົ້າໝາຍທີ່ແນ່ນອນ ແລະ ມີຄວາມຈຳເປັນ ແລະ ເປັນຈິງຫຼາຍທີ່ສຸດ, ເຮັດໃຫ້ມີຄວາມຮູ້ຢ່າງມີຄຸນຄ່າຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດທີ່ມີຄຸນຄ່າສູງສຸດຕໍ່ມະນຸດທີ່ເສື່ອມຊາມແມ່ນພາລະກິດທີ່ສະໜອງພຣະທຳທີ່ຖືກຕ້ອງ, ມີເປົ້າໝາຍທີ່ຊັດເຈນໃນການສະແຫວງຫາ ແລະ ສາມາດເຫັນ ແລະ ສຳຜັດໄດ້. ມີພຽງແຕ່ພາລະກິດທີ່ເປັນຈິງ ແລະ ການນໍາພາທີ່ຖືກກັບສະພາບການເທົ່ານັ້ນຈຶ່ງເໝາະສົມກັບລົດນິຍົມຂອງມະນຸດ ແລະ ມີພຽງແຕ່ພາລະກິດທີ່ເປັນຈິງເທົ່ານັ້ນຈຶ່ງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຊ້ານັ້ນໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້; ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສເສື່ອມຊາມ ແລະ ຄວາມຊົ່ວຊ້າທີ່ຜ່ານມາຂອງພວກເຂົາ. ເຖິງແມ່ນວ່າພຣະວິນຍານມີແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ, ມີພຽງແຕ່ເນື້ອໜັງຂອງພຣະອົງເທົ່ານັ້ນທີ່ສາມາດປະຕິບັດພາລະກິດເຊັ່ນນີ້ໄດ້. ຖ້າພຣະວິນຍານປະຕິບັດພາລະກິດພຽງຜູ້ດຽວ, ແລ້ວມັນກໍຈະເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະອົງມີປະສິດທິພາບ, ນີ້ຄືຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ເຖິງແມ່ນວ່າ ຫຼາຍຄົນໄດ້ກາຍເປັນສັດຕູຂອງພຣະເຈົ້າ ຍ້ອນເນື້ອໜັງນີ້, ເມື່ອພຣະອົງສະຫຼຸບພາລະກິດຂອງພຣະອົງ, ຄົນທີ່ຕໍ່ຕ້ານພຣະອົງຈະບໍ່ພຽງແຕ່ເຊົາເປັນສັດຕູຂອງພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນພະຍານຂອງພຣະອົງ. ພວກເຂົາຈະກາຍເປັນພະຍານທີ່ຖືກພຣະອົງເອົາຊະນະ, ພະຍານທີ່ສອດຄ່ອງກັບພຣະອົງ ແລະ ບໍ່ສາມາດແຍກອອກຈາກພຣະອົງໄດ້. ພຣະອົງຈະເຮັດໃຫ້ມະນຸດຮູ້ຈັກຄວາມສຳຄັນຂອງພາລະກິດຂອງພຣະອົງທາງຝ່າຍເນື້ອໜັງທີ່ມີຕໍ່ມະນຸດ ແລະ ມະນຸດຈະຮູ້ຈັກເຖິງຄວາມສຳຄັນຂອງເນື້ອໜັງນີ້ທີ່ມີຕໍ່ຄວາມໝາຍຂອງການເປັນຢູ່ຂອງມະນຸດ, ຈະຮູ້ຈັກຄຸນຄ່າທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ການເຕີບໂຕຂອງຊີວິດມະນຸດ ແລະ ຍິ່ງໄປກວ່ານັ້ນ ຈະຮູ້ຈັກວ່າ ເນື້ອໜັງນີ້ຈະກາຍເປັນນໍ້າພຸແຫ່ງຊີວິດທີ່ມີຈິດວິນຍານ ເຊິ່ງມະນຸດບໍ່ສາມາດອອກຫ່າງໄດ້. ເຖິງແມ່ນວ່າ ເນື້ອໜັງທີ່ເປັນມະນຸດຂອງພຣະເຈົ້າຈະໄກຈາກຄວາມຄ້າຍຄືກັບຕົວຕົນ ແລະ ຕໍາແໜ່ງຂອງພຣະເຈົ້າ ແລະ ສຳລັບມະນຸດແລ້ວ ເບິ່ງຄືກັບວ່າບໍ່ສອດຄ່ອງກັບສະຖານະຕົວຈິງຂອງພຣະອົງ, ເນື້ອໜັງນີ້ ເຊິ່ງບໍ່ມີພາບລັກສະນະທີ່ແທ້ຈິງຂອງພຣະເຈົ້າ ຫຼື ຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ແມ່ນສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້. ເຊິ່ງສິ່ງດັ່ງກ່າວຄືຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມັນຄືຄວາມໝາຍ ແລະ ຄຸນຄ່ານີ້ທີ່ເຮັດໃຫ້ມະນຸດບໍ່ສາມາດເຂົ້າໃຈ ແລະ ຍອມຮັບໄດ້. ເຖິງແມ່ນວ່າ ມະນຸດຊາດເຄົາລົບພຣະວິນຍານຂອງພຣະເຈົ້າ ແລະ ດູຖູກເນື້ອໜັງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເບິ່ງ ຫຼື ຄິດແນວໃດກໍຕາມ, ຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງເນື້ອໜັງແມ່ນມີຫຼາຍກວ່າພຣະວິນຍານ. ແນ່ນອນ, ນີ້ແມ່ນກ່ຽວຂ້ອງກັບມະນຸດຊາດທີ່ເສື່ອມຊາມເທົ່ານັ້ນ. ສຳລັບທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານສາມາດສະໜອງພຽງແຕ່ການດົນບັນດານໃຈ ຫຼື ແຮງກະຕຸ້ນເທົ່ານັ້ນ ແລະ ໃຫ້ຄວາມຮູ້ສຶກເຖິງຄວາມມະຫັດສະຈັນທີ່ບໍ່ສາມາດອະທິບາຍໄດ້ ແລະ ບໍ່ສາມາດຈິນຕະນາການໄດ້; ແລະ ເຮັດໃຫ້ມີຄວາມຮູ້ສຶກວ່າ ມັນຍິ່ງໃຫຍ່, ເປັນເລີດ ແລະ ເປັນຕາຍ້ອງຍໍສັນລະເສີນ, ນອກນັ້ນກໍຍັງເປັນສິ່ງທີ່ບໍ່ສາມາດບັນລຸໄດ້ ຫຼື ສິ່ງທີ່ທຸກຄົນບໍ່ສາມາດຮັບໄດ້. ມະນຸດ ແລະ ພຣະວິນຍານຂອງພຣະເຈົ້າສາມາດພຽງແຕ່ເຝົ້າເບິ່ງກັນ ແລະ ກັນຈາກທາງໄກ ຄືກັບວ່າມີໄລຍະທາງທີ່ໄກຫຼາຍລະຫວ່າງພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຂົ້າກັນໄດ້ຈັກເທື່ອ ເໝືອນກັບວ່າມະນຸດ ແລະ ພຣະເຈົ້າຖືກແຍກອອກຈາກກັນໂດຍເສັ້ນແບ່ງທີ່ເບິ່ງບໍ່ເຫັນ. ໃນຄວາມເປັນຈິງກໍຄື ນີ້ແມ່ນພາບລວງຕາທີ່ພຣະວິນຍານມອບໃຫ້ກັບມະນຸດ ເຊິ່ງນັ້ນເປັນເພາະວ່າພຣະວິນຍານ ແລະ ມະນຸດບໍ່ແມ່ນປະເພດດຽວກັນ ແລະ ຈະບໍ່ຢູ່ຮ່ວມໂລກດຽວກັນຈັກເທື່ອ ແລະ ເປັນຍ້ອນພຣະວິນຍານບໍ່ມີສິ່ງໃດເໝືອນມະນຸດເລີຍ. ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງມີພຣະວິນຍານ, ຍ້ອນພຣະວິນຍານບໍ່ສາມາດປະຕິບັດພາລະກິດທີ່ມະນຸດຕ້ອງການທີ່ສຸດໂດຍກົງໄດ້. ພາລະກິດຂອງເນື້ອໜັງມອບເປົ້າໝາຍທີ່ແທ້ຈິງໃຫ້ກັບມະນຸດໃນການສະແຫວງຫາ, ມອບພຣະທຳທີ່ຊັດເຈນ ແລະ ຄວາມຮູ້ສຶກວ່າ ພຣະອົງເປັນຈິງ ແລະ ທຳມະດາ, ພຣະອົງຖ່ອມຕົນ ແລະ ປົກກະຕິ. ເຖິງແມ່ນວ່າ ມະນຸດອາດຈະຢໍາເກງພຣະອົງ, ແຕ່ສຳລັບຫຼາຍຄົນ ພຣະອົງແມ່ນງ່າຍທີ່ຈະເຂົ້າໃຈ ນັ້ນກໍຄື ມະນຸດສາມາດເຫັນໃບໜ້າຂອງພຣະອົງ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ເຂົາບໍ່ຈຳເປັນຕ້ອງເບິ່ງພຣະອົງຈາກໄກໆ. ເນື້ອໜັງນີ້ເຮັດໃຫ້ມີຄວາມຮູ້ສຶກວ່າ ມະນຸດເຂົ້າເຖິງໄດ້, ບໍ່ໄດ້ຢູ່ຫ່າງໄກ ຫຼື ເປັນສິ່ງທີ່ບໍ່ສາມາດຢັ່ງເຖິງໄດ້, ແຕ່ເປັນສິ່ງທີ່ສາມາດເຫັນ ແລະ ສາມາດສຳຜັດໄດ້, ນີ້ກໍຍ້ອນວ່າ ເນື້ອໜັງດັ່ງກ່າວແມ່ນຢູ່ໃນໂລກດຽວກັນກັບມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 120)

ສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ, ການປ່ຽນແປງອຸປະນິໄສຂອງພວກເຂົາຈຳເປັນຕ້ອງມີເປົ້າໝາຍໃຫ້ສະແຫວງຫາ ແລະ ການຮູ້ຈັກພຣະເຈົ້າກໍຈຳເປັນຕ້ອງມີການເປັນພະຍານເຖິງການກະທຳທີ່ເປັນຈິງ ແລະ ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ທັງສອງຢ່າງນີ້ພຽງແຕ່ສາມາດບັນລຸໄດ້ໂດຍເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແລະ ທັງສອງຢ່າງນີ້ກໍພຽງແຕ່ຖືກເຮັດໃຫ້ສຳເລັດໂດຍເນື້ອໜັງທີ່ທຳມະດາ ແລະ ເປັນຈິງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງການບັງເກີດເປັນມະນຸດຈຶ່ງຈຳເປັນ ແລະ ເປັນຫຍັງມັນຈຶ່ງຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມທັງໝົດ. ຍ້ອນຜູ້ຄົນຈຳເປັນຕ້ອງຮູ້ຈັກພຣະເຈົ້າ, ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍ ແລະ ເໜືອທຳມະຊາດຕ້ອງຖືກກຳຈັດອອກຈາກຫົວໃຈຂອງພວກເຂົາ ແລະ ຍ້ອນພວກເຂົາຈຳເປັນຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຈຶ່ງຈໍາເປັນຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກ່ອນ. ຖ້າມະນຸດພຽງແຕ່ປະຕິບັດພາລະກິດເພື່ອກຳຈັດພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງຜູ້ຄົນ, ແລ້ວພວກເຂົາກໍຈະບໍສາມາດບັນລຸຜົນໄດ້ຢ່າງເໝາະສົມ. ພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງຜູ້ຄົນບໍ່ສາມາດຖືກເປີດໂປງ, ປະຖິ້ມ ຫຼື ກຳຈັດອອກຢ່າງສົມບູນໂດຍພຣະທຳແຕ່ຢ່າງດຽວ. ການເຮັດແບບນັ້ນ, ໃນທີ່ສຸດ ມັນກໍຍັງຈະເປັນໄປບໍ່ໄດ້ທີ່ຈະກຳຈັດສິ່ງທີ່ຝັງເລິກເຫຼົ່ານີ້ອອກຈາກຜູ້ຄົນ. ມີພຽງແຕ່ໂດຍການແທນທີ່ສິ່ງທີ່ເລື່ອນລອຍ ແລະ ເໜືອທຳມະຊາດເຫຼົ່ານີ້ກັບພຣະເຈົ້າທີ່ເປັນຈິງ ແລະ ພາບລັກທີ່ແທ້ຈິງຂອງພຣະເຈົ້າ ແລະ ການເຮັດໃຫ້ຜູ້ຄົນໄດ້ຮູ້ຈັກພວກມັນເທື່ອລະໜ້ອຍ, ມັນຈຶ່ງຈະສາມາດບັນລຸຜົນທີ່ເໝາະສົມໄດ້. ມະນຸດຮູ້ຈັກວ່າ ພຣະເຈົ້າທີ່ພວກເຂົາສະແຫວງຫາໃນອະດີດນັ້ນເປັນພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດ. ພວກເຂົາຮູ້ວ່າສິ່ງທີ່ສາມາດບັນລຸຜົນໄດ້ ບໍ່ແມ່ນການນໍາພາໂດຍກົງຂອງພຣະວິນຍານ ແລະ ແຮງໄກທີ່ຈະເປັນຄຳສັ່ງສອນຂອງບຸກຄົນໃດໜຶ່ງ, ແຕ່ເປັນການນໍາພາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແນວຄິດຂອງມະນຸດຈະຖືກເປີດອອກເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ, ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ແມ່ນສິ່ງທີ່ກົງກັນຂ້າມກັບພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດທີ່ຢູ່ໃນຈິນຕະນາການຂອງມະນຸດ. ແນວຄິດດັ້ງເດີມຂອງມະນຸດພຽງແຕ່ສາມາດຖືກເປີດເຜີຍເມື່ອປຽບທຽບຄວາມແຕກຕ່າງຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ຫາກປາສະຈາກການປຽບທຽບກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແນວຄິດຂອງມະນຸດກໍ່ບໍ່ສາມາດຖືກເປີດເຜີຍໄດ້; ເວົ້າອີກຢ່າງໜຶ່ງກໍ່ຄື ຫາກປາສະຈາກຄວາມເປັນຈິງເຊິ່ງເປັນສິ່ງປຽບທຽບ ສິ່ງທີ່ບໍ່ແຈ່ມແຈ້ງກໍບໍ່ສາມາດຖືກເປີດເຜີຍໄດ້. ບໍ່ມີໃຜສາມາດໃຊ້ພຣະທຳເພື່ອປະຕິບັດພາລະກິດນີ້ ແລະ ບໍ່ມີໃຜສາມາດກ່າວພາລະກິດນີ້ໂດຍໃຊ້ພຣະທຳ. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ບໍ່ວ່າພາສາຂອງມະນຸດຈະອຸດົມສົມບູນສໍ່າໃດກໍຕາມ, ພວກເຂົາຈະບໍ່ສາມາດອະທິບາຍເຖິງຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າໄດ້. ມະນຸດຈະສາມາດຮູ້ຈັກພຣະເຈົ້າໄດ້ດີຂຶ້ນ ແລະ ສາມາດເຫັນພຣະອົງໄດ້ຢ່າງຊັດເຈນຂຶ້ນ ຖ້າພຣະເຈົ້າປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ ແລະ ສະແດງພາບລັກສະນະຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງອອກມາທັງໝົດ. ບໍ່ມີມະນຸດທີ່ມີເນື້ອໜັງຄົນໃດສາມາດບັນລຸຜົນນີ້ໄດ້. ແນ່ນອນ, ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ສາມາດບັນລຸຜົນນີ້ໄດ້. ພຣະເຈົ້າສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ, ແຕ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ໂດຍກົງ; ກົງກັນຂ້າມ, ມີພຽງແຕ່ເນື້ອໜັງ ເຊິ່ງເປັນເຄື່ອງນຸ່ງຂອງພຣະວິນຍານຂອງພຣະເຈົ້າ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດນີ້ໄດ້. ເນື້ອໜັງນີ້ແມ່ນມະນຸດ ແລະ ຍັງແມ່ນພຣະເຈົ້າ, ເປັນມະນຸດທີ່ມີຄວາມເປັນມະນຸດທຳມະດາ ແລະ ຍັງເປັນພຣະເຈົ້າທີ່ມີຄວາມເປັນພຣະເຈົ້າຢ່າງສົມບູນ. ແລ້ວດ້ວຍເຫດນັ້ນ ເຖິງແມ່ນເນື້ອໜັງນີ້ບໍ່ແມ່ນພຣະວິນຍານຂອງພຣະເຈົ້າ ແລະ ແຕກຕ່າງຈາກພຣະວິນຍານຫຼາຍ, ພຣະອົງກໍຍັງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ທີ່ເປັນພຣະວິນຍານ ແລະ ທັງເປັນເນື້ອໜັງທີ່ຊ່ວຍມະນຸດໃຫ້ລອດພົ້ນ. ບໍ່ວ່າພຣະອົງຈະຖືກເອີ້ນເປັນສິ່ງໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງກໍຍັງເປັນພຣະເຈົ້າທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຍ້ອນພຣະວິນຍານຂອງພຣະເຈົ້າບໍ່ສາມາດແຍກອອກຈາກເນື້ອໜັງໄດ້ ແລະ ພາລະກິດຂອງເນື້ອໜັງແມ່ນຍັງເປັນພາລະກິດຂອງພຣະວິນຍານຂອງພຣະເຈົ້າ; ພຽງແຕ່ວ່າພາລະກິດນີ້ບໍ່ໄດ້ຖືກປະຕິບັດໂດຍໃຊ້ຕົວຕົນຂອງພຣະວິນຍານ, ແຕ່ຖືກປະຕິບັດໂດຍໃຊ້ຕົວຕົນຂອງເນື້ອໜັງ. ພາລະກິດທີ່ຈຳເປັນຕ້ອງຖືກປະຕິບັດໂດຍພຣະວິນຍານໂດຍກົງກໍບໍ່ຈຳເປັນຕ້ອງມີການບັງເກີດເປັນມະນຸດ ແລະ ພາລະກິດທີ່ເນື້ອໜັງປະຕິບັດກໍບໍ່ສາມາດຖືກປະຕິບັດໂດຍພຣະວິນຍານໂດຍກົງໄດ້. ພາລະກິດດັ່ງກ່າວຕ້ອງໄດ້ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ. ນີ້ແມ່ນສິ່ງທີ່ຈຳເປັນສຳລັບພາລະກິດນີ້ ແລະ ມັນເປັນສິ່ງທີ່ຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມ. ໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າ, ມີພຽງແຕ່ຂັ້ນຕອນດຽວທີ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ ແລະ ສອງຂັ້ນຕອນທີ່ເຫຼືອແມ່ນຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນໂດຍພຣະວິນຍານໂດຍກົງ. ພາລະກິດຂອງຍຸກແຫ່ງພຣະບັນຍັດທີ່ຖືກປະຕິບັດໂດຍພຣະວິນຍານບໍ່ກ່ຽວພັນກັບການປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ມັນບໍ່ໄດ້ມີສ່ວນກ່ຽວຂ້ອງໃດເລີຍກັບຄວາມຮູ້ຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ ພາລະກິດຂອງເນື້ອໜັງຂອງພຣະເຈົ້າທີ່ຢູ່ໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກແມ່ນກ່ຽວພັນເຖິງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າ ແລະ ເປັນສ່ວນທີ່ສຳຄັນ ແລະ ຈຳເປັນຂອງພາລະກິດແຫ່ງຄວາມລອດພົ້ນ. ສະນັ້ນ, ມະນຸດຊາດທີ່ເສື່ອມຊາມຈຶ່ງຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ ແລະ ຕ້ອງການພາລະກິດໂດຍກົງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ. ມະນຸດຊາດຕ້ອງການໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດລ້ຽງດູພວກເຂົາ, ສະໜັບສະໜູນພວກເຂົາ, ຫົດນໍ້າໃຫ້ພວກເຂົາ, ລ້ຽງເຂົ້າພວກເຂົາ, ພິພາກສາ ແລະ ຕີສອນພວກເຂົາ; ພວກເຂົາຕ້ອງການຄວາມເມດຕາ ແລະ ການໄຖ່ບາບຫຼາຍຂຶ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ມີພຽງແຕ່ພຣະເຈົ້າທີ່ຢູ່ໃນເນື້ອໜັງເທົ່ານັ້ນທີ່ສາມາດເປັນຄົນທີ່ໄວ້ວາງໃຈໄດ້ຂອງມະນຸດ, ເປັນຄົນລ້ຽງແກະຂອງມະນຸດ, ຄວາມຊ່ວຍເຫຼືອໃນປັດຈຸບັນຂອງມະນຸດ ແລະ ທຸກສິ່ງເຫຼົ່ານີ້ແມ່ນຈຳເປັນຕ້ອງໃຫ້ມີການບັງເກີດເປັນມະນຸດທັງໃນປັດຈຸບັນ ແລະ ໃນອະດີດຜ່ານມາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 121)

ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເປັນສິ່ງສູງສົ່ງທີ່ສຸດໃນບັນດາສິ່ງຖືກສ້າງທັງໝົດຂອງພຣະເຈົ້າ, ສະນັ້ນ ມະນຸດຈຶ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າ. ເປົ້າໝາຍຂອງຄວາມລອດພົ້ນແມ່ນມະນຸດ, ບໍ່ແມ່ນຊາຕານ ແລະ ສິ່ງທີ່ຈະຖືກຊ່ວຍໃຫ້ໄດ້ພົ້ນແມ່ນເນື້ອໜັງຂອງມະນຸດ ແລະ ວິນຍານຂອງມະນຸດ ແລະ ບໍ່ແມ່ນພວກມານຮ້າຍ. ຊາຕານແມ່ນເປົ້າໝາຍຂອງການທຳລາຍລ້າງຂອງພຣະເຈົ້າ, ມະນຸດເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ ແລະ ເນື້ອໜັງຂອງມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ, ສະນັ້ນສິ່ງທຳອິດທີ່ຈະຖືກຊ່ວຍໃຫ້ພົ້ນໄດ້ຈຶ່ງຕ້ອງເປັນເນື້ອໜັງຂອງມະນຸດ. ເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງທີ່ສຸດ ແລະ ມັນໄດ້ກາຍເປັນສິ່ງທີ່ຕໍ່ຕ້ານພຣະເຈົ້າ, ຫຼາຍຈົນເຖິງຂັ້ນທີ່ມັນຕໍ່ຕ້ານ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າຢ່າງເປີດເຜີຍ. ເນື້ອໜັງນີ້ເປັນສິ່ງທີ່ວ່າດື້ດ້ານທີ່ສຸດ ແລະ ບໍ່ມີສິ່ງໃດທີ່ຈະຍາກໄປກວ່າການຈັດການ ຫຼື ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງເນື້ອໜັງ. ຊາຕານກາຍເປັນເນື້ອໜັງຂອງມະນຸດມາເພື່ອກໍ່ກວນຄວາມວຸ້ນວາຍ ແລະ ມັນໃຊ້ເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ ແລະ ທຳລາຍແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງກາຍເປັນຊາຕານ ແລະ ກາຍມາເປັນສັດຕູຂອງພຣະເຈົ້າ. ມະນຸດຈະໄດ້ຮັບຄວາມລອດພົ້ນ, ພວກເຂົາຕ້ອງຖືກເອົາຊະນະກ່ອນ. ມັນເປັນຍ້ອນສິ່ງນີ້ ພຣະເຈົ້າຈຶ່ງລຸກຂຶ້ນຮັບເອົາການທ້າທາຍ ແລະ ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາທີ່ຈະປະຕິບັດ ແລະ ເພື່ອສູ້ຮົບກັບຊາຕານ. ຈຸດປະສົງຂອງພຣະອົງແມ່ນເພື່ອຊ່ວຍໃຫ້ມະນຸດລອດພົ້ນ ຜູ້ທີ່ຖືກເສື່ອມຊາມ ແລະ ເພື່ອເອົາຊະນະ ແລະ ທຳລາຍລ້າງຊາຕານ ຜູ້ເຊິ່ງກະບົດຕໍ່ພຣະອົງ. ພຣະອົງເອົາຊະນະຊາຕານຜ່ານພາລະກິດແຫ່ງການເອົາຊະນະມະນຸດຂອງພຣະອົງ ແລະ ໃນຂະນະດຽວກັນ ພຣະອົງກໍ່ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ. ສະນັ້ນ ມັນຄືພາລະກິດທີ່ບັນລຸສອງເປົ້າໝາຍໄດ້ພ້ອມກັນ. ພຣະອົງປະຕິບັດພາລະກິດໃນເນື້ອໜັງ, ກ່າວໃນເນື້ອໜັງ ແລະ ຮັບພາລະກິດທັງໝົດທີ່ຢູ່ໃນເນື້ອໜັງເພື່ອເຮັດວຽກກັບມະນຸດ ແລະ ເອົາຊະນະມະນຸດໄດ້ດີຂຶ້ນ. ນີ້ແມ່ນຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍເປັນເນື້ອໜັງ, ເຊິ່ງພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າແມ່ນຈະສິ້ນສຸດລົງໃນເນື້ອໜັງ. ພຣະອົງຈະໄດ້ຈັດແບ່ງມະນຸດທຸກຄົນອອກຕາມປະເພດຂອງພວກເຂົາ, ພຣະອົງຈະສິ້ນສຸດການຄຸ້ມຄອງທັງໝົດຂອງພຣະອົງ ແລະ ສິ້ນສຸດພາລະກິດທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງອີກດ້ວຍ. ຫຼັງຈາກພາລະກິດທັງໝົດທີ່ຢູ່ເທິງແຜ່ນດິນໂລກໄດ້ມາເຖິງຈຸດສິ້ນສຸດ, ພຣະອົງຈະມີໄຊຊະນະຢ່າງສົມບູນ. ການປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າຈະເອົາຊະນະມະນຸດຊາດ ແລະ ຮັບເອົາມະນຸດຊາດໂດຍສົມບູນ. ນີ້ບໍ່ໄດ້ໝາຍຄວາມວ່າ ການຄຸ້ມຄອງທັງໝົດຂອງພຣະອົງຈະມາເຖິງຈຸດສິ້ນສຸດບໍ? ເມື່ອພຣະເຈົ້າສິ້ນສຸດຕໍ່ພາລະກິດໃນເນື້ອໜັງຂອງພຣະອົງ ຫລັງຈາກທີ່ພຣະອົງໄດ້ເອົາຊະນະຊາຕານຢ່າງແທ້ຈິງ ແລະ ໄດ້ຮັບໄຊຊະນະ, ຊາຕານຈະບໍ່ມີໂອກາດທີ່ຈະເຮັດໃຫ້ມະນຸດເສື່ອມຊາມອີກຕໍ່ໄປ. ເຊິ່ງພາລະກິດແຫ່ງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າແມ່ນການໄຖ່ບາບ ແລະ ການອະໄພຄວາມຜິດບາບຂອງມະນຸດ. ບັດນີ້ ມັນຄືພາລະກິດແຫ່ງການເອົາຊະນະ ແລະ ການຮັບເອົາມະນຸດຊາດທັງໝົດ ເພື່ອທີ່ວ່າຊາຕານຈະບໍ່ມີຫົນທາງເຮັດພາລະກິດຂອງມັນອີກຕໍ່ໄປ ແລະ ຈະສູນເສຍຢ່າງສົມບູນ ແລະ ພຣະເຈົ້າຈະມີໄຊຊະນະຢ່າງສົມບູນ. ນີ້ແມ່ນພາລະກິດແຫ່ງເນື້ອໜັງ ແລະ ເປັນພາລະກິດທີ່ພຣະເຈົ້າເອງປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 122)

ເບື້ອງຕົ້ນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກປະຕິບັດໂດຍພຣະວິນຍານໂດຍກົງ ແລະ ບໍ່ແມ່ນໂດຍເນື້ອໜັງ. ເຖິງຢ່າງໃດກໍຕາມ, ພາລະກິດສຸດທ້າຍຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນໂດຍພຣະວິນຍານໂດຍກົງ. ພາລະກິດແຫ່ງການໄຖ່ບາບຂອງຂັ້ນຕອນທີ່ສອງກໍຍັງຖືກປະຕິບັດໂດຍພຣະເຈົ້າທີ່ສະຖິດໃນເນື້ອໜັງ. ທົ່ວພາລະກິດແຫ່ງການຄຸ້ມຄອງທັງໝົດ, ພາລະກິດທີ່ສຳຄັນທີ່ສຸດຄືການຊ່ວຍມະນຸດໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ. ພາລະກິດສຳຄັນແມ່ນການເອົາຊະນະມະນຸດທີ່ເສື່ອມຊາມຢ່າງສົມບູນ, ແລ້ວສຸດທ້າຍກໍຟື້ນຟູຄວາມເຄົາລົບບູຊາອັນດັ່ງເດີມຂອງພຣະເຈົ້າທີ່ຢູ່ໃນໝາກຫົວໃຈຂອງມະນຸດທີ່ຖືກເອົາຊະນະ ແລະ ເຮັດໃຫ້ເຂົາມີຊີວິດທຳມະດາ ເຊິ່ງໝາຍເຖິງ ຊີວິດທຳມະດາແຫ່ງສິ່ງຖືກສ້າງຂອງພຣະເຈົ້າ. ພາລະກິດນີ້ສຳຄັນຫຼາຍ ແລະ ມັນເປັນແກນສຳຄັນຂອງແຜນການຄຸ້ມຄອງ. ໃນພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນ, ພາລະກິດຂັ້ນຕອນທຳອິດທີ່ຢູ່ໃນຍຸກແຫ່ງພຣະບັນຍັດແມ່ນໄກຈາກແກ່ນແທ້ຂອງພາລະກິດແຫ່ງການຄຸ້ມຄອງ; ມັນມີພຽງຮູບລັກສະນະເລັກນ້ອຍຂອງພາລະກິດແຫ່ງຄວາມລອດພົ້ນເທົ່ານັ້ນ ແລະ ບໍ່ແມ່ນການເລີ່ມຕົ້ນພາລະກິດຂອງພຣະເຈົ້າໃນການຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຳນາດຂອງຊາຕານ. ພາລະກິດຂັ້ນຕອນທຳອິດຖືກປະຕິບັດໂດຍພຣະວິນຍານໂດຍກົງ ນັ້ນຍ້ອນວ່າພາຍໃຕ້ພຣະບັນຍັດ ມະນຸດພຽງແຕ່ຮູ້ປະຕິບັດຕາມພຣະບັນຍັດເທົ່ານັ້ນ ແລະ ມະນຸດບໍ່ມີຄວາມຈິງຫຍັງເລີຍ ແລະ ນັ້ນຍ້ອນວ່າ ພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ກ່ຽວພັນເຖິງການປ່ຽນແປງຕໍ່ອຸປະນິໄສຂອງມະນຸດ ແລ້ວແຮງໄກທີ່ມັນຈະກ່ຽວຂ້ອງກັບພາລະກິດໃນການຊ່ວຍເຫຼືອມະນຸດຈາກອຳນາດຂອງຊາຕານ. ສະນັ້ນ ພຣະວິນຍານຂອງພຣະເຈົ້າຈຶ່ງໄດ້ບັນລຸຂັ້ນຕອນພາລະກິດທີ່ງ່າຍທີ່ສຸດນີ້ ໂດຍບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຂັ້ນຕອນຂອງພາລະກິດນີ້ໄດ້ມີສ່ວນກ່ຽວຂ້ອງພຽງໜ້ອຍດຽວກ່ຽວກັບແກ່ນແທ້ຂອງການຄຸ້ມຄອງ ແລະ ມັນບໍ່ມີຄວາມສຳພັນຫຍັງຫຼາຍກັບພາລະກິດທີ່ເປັນທາງການຂອງຄວາມລອດພົ້ນຂອງມະນຸດ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ. ພາລະກິດທີ່ພຣະວິນຍານປະຕິບັດແມ່ນຊັດແຈ້ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ມັນເປັນຕາຢ້ານຫຼາຍ ແລະ ບໍ່ສາມາດເຂົ້າເຖິງໄດ້ໂດຍມະນຸດ; ພຣະວິນຍານບໍ່ເໝາະສົມແກ່ການປະຕິບັດພາລະກິດແຫ່ງຄວາມລອດພົ້ນນັ້ນໂດຍກົງ ແລະ ບໍ່ເໝາະສົມທີ່ຈະສະໜອງຊີວິດໃຫ້ກັບມະນຸດໂດຍກົງ. ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດກໍຄືການປ່ຽນແປງພາລະກິດແຫ່ງພຣະວິນຍານເຂົ້າໃນວິທີການທີ່ໃກ້ຊິດກັບມະນຸດ ເຊິ່ງໝາຍຄວາມວ່າ ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດແມ່ນການໃຫ້ພຣະເຈົ້າກາຍເປັນບຸກຄົນທີ່ປົກກະຕິ ແລະ ທຳມະດາເພື່ອປະຕິບັດພາລະກິດຂອງພຣະອົງ. ສິ່ງນີ້ຈຶ່ງຈຳເປັນໃຫ້ພຣະເຈົ້າບັງເກີດເປັນມະນຸດເພື່ອແທນທີ່ພຣະວິນຍານໃນພາລະກິດຂອງພຣະອົງ ແລະ ສຳລັບມະນຸດແລ້ວ ວິທີທາງທີ່ພຣະເຈົ້າປະຕິບັດພາລະກິດແມ່ນເໝາະສົມທີ່ສຸດ. ທ່າມກາງພາລະກິດສາມຂັ້ນຕອນເຫຼົ່ານີ້, ສອງຂັ້ນຕອນຖືກປະຕິບັດໂດຍເນື້ອໜັງ ແລະ ສອງຂັ້ນຕອນເຫຼົ່ານີ້ແມ່ນໄລຍະທີ່ສຳຄັນຂອງພາລະກິດແຫ່ງການຄຸ້ມຄອງ. ການບັງເກີດເປັນມະນຸດທັງສອງຄັ້ງແມ່ນເຕີມເຕັມກັນ ແລະ ພວກເຂົາສົ່ງເສີມກັນຢ່າງສົມບູນ. ຂັ້ນຕອນທຳອິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າວາງພື້ນຖານສຳລັບຂັ້ນຕອນທີສອງ ແລະ ສາມາດເວົ້າໄດ້ວ່າ ການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າປະກອບເປັນໜຶ່ງດຽວກັນທີ່ຄົບຖ້ວນ ແລະ ບໍ່ສາມາດເຂົ້າກັນໄດ້. ພາລະກິດສອງຂັ້ນຕອນຂອງພຣະເຈົ້າຖືກປະຕິບັດໂດຍພຣະເຈົ້າໃນຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ຍ້ອນວ່າ ພາລະກິດເຫຼົ່ານັ້ນສຳຄັນຫຼາຍຕໍ່ແຜນການຄຸ້ມຄອງທັງໝົດຂອງພຣະອົງ. ເກືອບເວົ້າໄດ້ວ່າ ຫາກປາສະຈາກພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ, ພາລະກິດແຫ່ງການຄຸ້ມຄອງທັງໝົດກໍຈະຖືກເຊົາໃນທີ່ສຸດ ແລະ ພາລະກິດແຫ່ງການຊ່ວຍເຫຼືອມະນຸດໃຫ້ລອດພົ້ນກໍຈະເປັນພຽງການເວົ້າແຕ່ປາກ. ພາລະກິດນີ້ຈະສຳຄັນ ຫຼື ບໍ່ ແມ່ນຂຶ້ນກັບຄວາມຕ້ອງການຂອງມະນຸດຊາດ, ຂຶ້ນກັບຄວາມເປັນຈິງແຫ່ງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຂຶ້ນກັບຄວາມຮຸນແຮງຂອງຄວາມບໍ່ເຊື່ອຟັງຂອງຊາຕານ ແລະ ການທີ່ມັນລົບກວນພາລະກິດ. ຄົນທີ່ເໝາະສົມສຳລັບໜ້າທີ່ແມ່ນຖືກກຳນົດລ່ວງໜ້າໂດຍທຳມະຊາດຂອງພາລະກິດທີ່ຜູ້ເຮັດວຽກປະຕິບັດ ແລະ ຄວາມສຳຄັນຂອງພາລະກິດນັ້ນ. ເມື່ອເວົ້າເຖິງຄວາມສຳຄັນຂອງພາລະກິດນີ້, ໃນປະເດັນທີ່ວ່າ ວິທີການໃດຂອງພາລະກິດທີ່ຈະຕ້ອງນໍາໃຊ້: ພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຫຼື ພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ຫຼື ພາລະກິດທີ່ປະຕິບັດຜ່ານທາງມະນຸດ, ພາລະກິດທຳອິດທີ່ຈະຖືກຕັດອອກແມ່ນພາລະກິດທີ່ປະຕິບັດຜ່ານທາງມະນຸດ ແລະ ອີງຕາມທຳມະຊາດຂອງພາລະກິດ ແລະ ລະຫວ່າງທຳມະຊາດຂອງພາລະກິດຂອງພຣະວິນຍານກັບພາລະກິດຂອງເນື້ອໜັງ, ໃນທີ່ສຸດ ຈິ່ງຖືກຕັດສິນວ່າ ພາລະກິດທີ່ເນື້ອໜັງປະຕິບັດມີປະໂຫຍດສຳລັບມະນຸດຫຼາຍກວ່າພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ ແລະ ມັນມີຂໍ້ດີຫຼາຍກວ່າ. ນີ້ແມ່ນຄວາມຄິດຂອງພຣະເຈົ້າໃນເວລາພຣະອົງຕັດສິນວ່າ ພາລະກິດຂອງພຣະອົງຈະຖືກປະຕິບັດໂດຍພຣະວິນຍານ ຫຼື ໂດຍເນື້ອໜັງ. ມັນມີຄວາມໝາຍ ແລະ ພື້ນຖານສຳລັບພາລະກິດແຕ່ລະຂັ້ນຕອນ. ພາລະກິດເຫຼົ່ານັ້ນບໍ່ແມ່ນຈິນຕະນາການທີ່ບໍ່ມີພື້ນຖານ ຫຼື ພາລະກິດເຫຼົ່ານັ້ນບໍ່ໄດ້ຖືກປະຕິບັດຕາມອຳເພີໃຈ; ມີສະຕິປັນຍາໃນພາລະກິດເຫຼົ່ານັ້ນຢ່າງແນ່ນອນ. ນັ້ນຄືຄວາມຈິງທີ່ຢູ່ເບື້ອງຫຼັງທັງໝົດໃນພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ ແຜນການຂອງພຣະເຈົ້າຍິ່ງມີຫຼາຍໃນພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ. ສະນັ້ນ ສະຕິປັນຍາຂອງພຣະເຈົ້າ ແລະ ຄວາມເປັນຢູ່ທັງໝົດຂອງພຣະອົງແມ່ນຖືກສະທ້ອນໃນທຸກການກະທຳ, ຄວາມຄິດ ແລະ ແນວຄິດຂອງພຣະອົງ; ນີ້ແມ່ນຄວາມເປັນຢູ່ຂອງພຣະເຈົ້າທີ່ຊັດເຈນ ແລະ ເປັນລະບົບຫຼາຍຂຶ້ນ. ຄວາມຄິດ ແລະ ແນວຄິດທີ່ຫຼັກແຫຼມເຫຼົ່ານີ້ແມ່ນຍາກທີ່ຈະໃຫ້ມະນຸດຈິນຕະນາການ ແລະ ຍາກທີ່ຈະໃຫ້ມະນຸດເຊື່ອ ແລະ ຍິ່ງໄປກວ່ານັ້ນແມ່ນຍາກທີ່ຈະໃຫ້ມະນຸດຮູ້. ພາລະກິດທີ່ມະນຸດປະຕິບັດແມ່ນເກີດຂຶ້ນໂດຍອີງຕາມຫຼັກການທົ່ວໄປ ເຊິ່ງສຳລັບມະນຸດແລ້ວ ມັນເປັນທີ່ພໍໃຈຢ່າງສູງ. ແຕ່ເມື່ອປຽບທຽບກັບພາລະກິດຂອງພຣະເຈົ້າແລ້ວ ແມ່ນມີຄວາມບໍ່ເທົ່າທຽມກັນຫຼາຍເກີນໄປແທ້ໆ; ເຖິງແມ່ນ ການກະທຳຂອງພຣະເຈົ້າຍິ່ງໃຫຍ່ ແລະ ພາລະກິດຂອງພຣະເຈົ້າຢູ່ໃນລະດັບທີ່ໃຫຍ່ຫຼວງ, ເບື້ອງຫຼັງສິ່ງເຫຼົ່ານັ້ນແມ່ນມີຫຼາຍນາທີ ແລະ ແຜນການ ແລະ ການຈັດແຈງຢ່າງຊັດເຈນເຊິ່ງມະນຸດບໍ່ສາມາດຈິນຕະນາການໄດ້. ພາລະກິດແຕ່ລະຂັ້ນຕອນຂອງພຣະອົງບໍ່ພຽງແຕ່ຖືກປະຕິບັດຕາມຫຼັກການເທົ່ານັ້ນ, ແຕ່ຂັ້ນຕອນແຕ່ລະຂັ້ນຍັງມີຫຼາຍສິ່ງທີ່ພາສາມະນຸດບໍ່ສາມາດອະທິບາຍໄດ້ ແລະ ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເຫັນໄດ້. ບໍ່ວ່າມັນເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະພາລະກິດແມ່ນຢູ່ໃນແຜນການພາລະກິດຂອງພຣະອົງ. ພຣະອົງຈະບໍ່ປະຕິບັດພາລະກິດໂດຍບໍ່ມີຫຼັກການ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ. ເມື່ອພຣະວິນຍານປະຕິບັດພາລະກິດໂດຍກົງ ພຣະອົງກໍມີເປົ້າໝາຍຂອງພຣະອົງ ແລະ ເມື່ອພຣະອົງກາຍເປັນມະນຸດ (ເຊິ່ງໝາຍຄວາມວ່າ ເມື່ອພຣະອົງປ່ຽນແປງເປືອກນອກຂອງພຣະອົງ) ເພື່ອປະຕິບັດພາລະກິດ, ພຣະອົງກໍຍິ່ງມີເປົ້າໝາຍຂອງພຣະອົງຫຼາຍຂຶ້ນ. ແລ້ວມີເຫດຜົນຫຍັງອີກພຣະອົງຈຶ່ງພ້ອມປ່ຽນແປງຕົວຕົນຂອງພຣະອົງ? ມີເຫດຜົນຫຍັງອີກພຣະອົງຈຶ່ງພ້ອມກາຍມາເປັນຄົນທີ່ຖືວ່າຕໍ່າຕ້ອຍ ແລະ ຖືກຂົ່ມເຫັງ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 123)

ເມື່ອເວົ້າເຖິງພາລະກິດ, ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຄວາມໝາຍທີ່ສຸດ ແລະ ຜູ້ທີ່ຈະເຮັດສໍາເລັດພາລະກິດດັ່ງກ່າວ ໃນທີ່ສຸດ ກໍແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ. ບາງຄົນເຊື່ອວ່າ ໃນເວລາໃດໜຶ່ງທີ່ບໍ່ຮູ້ຈັກໄດ້ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ໄດ້ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ປ່ອຍໃຜໄວ້ຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ພຣະອົງບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງແມ່ນບໍ່ຄືກັນບໍ? ແກ່ນແທ້ຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ, ແກ່ນແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ມັນບໍ່ໄດ້ຖືກປະຕິບັດເພື່ອໃຫ້ຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ. ສິ່ງນີ້ຍັງເປັນລັກສະນະທີ່ພາລະກິດແຫ່ງການພິພາກສາເປັນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດຊາດທັງໝົດແທນ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ການທີ່ມະນຸດບໍ່ເຄົາລົບບູຊາພຣະອົງ ຫຼື ການທີ່ມະນຸດລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ພາລະກິດນີ້ແມ່ນພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ມະນຸດເອງໄດ້ເປັນພະຍານ ແມ່ນພາລະກິດແຫ່ງການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ໃນລະຫວ່າງຍຸກສຸດທ້າຍ ເຊິ່ງຄິດຂຶ້ນໂດຍມະນຸດໃນຍຸກຜ່ານມາ. ພາລະກິດທີ່ກຳລັງຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງແນ່ນອນ. ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງປັດຈຸບັນແມ່ນພຣະເຈົ້າຜູ້ທີ່ພິພາກສາມະນຸດຊາດທັງປວງໃນລະຫວ່າງຍຸກສຸດທ້າຍ. ເນື້ອໜັງນີ້ ແລະ ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ ແລະ ອຸປະນິໄສທັງໝົດຂອງພຣະອົງແມ່ນຄວາມບໍລິບູນຂອງພຣະອົງ. ເຖິງແມ່ນວ່າ ຂອບເຂດຂອງພາລະກິດຂອງພຣະອົງຈະມີຈຳກັດ ແລະ ບໍ່ກ່ຽວພັນເຖິງຈັກກະວານທັງປວງໂດຍກົງ, ແກ່ນແທ້ຂອງພາລະກິດແຫ່ງການພິພາກສາແມ່ນການພິພາກສາມະນຸດຊາດທັງປວງໂດຍກົງ, ມັນບໍ່ແມ່ນສຳລັບເຫັນແກ່ປະຊາຊົນຈີນເທົ່ານັ້ນ ຫຼື ສຳລັບຄົນກຸ່ມນ້ອຍໆ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ເຖິງແມ່ນຂອບເຂດຂອງພາລະກິດນີ້ບໍ່ກ່ຽວພັນເຖິງຈັກກະວານທັງປວງ, ແຕ່ມັນກໍເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ ແລະ ຫຼັງຈາກທີ່ພຣະອົງສໍາເລັດພາລະກິດພາຍໃນຂອບເຂດພາລະກິດຂອງເນື້ອໜັງຂອງພຣະອົງ, ພຣະອົງເອງຈະຂະຫຍາຍພາລະກິດນີ້ໄປທົ່ວຈັກກະວານທັນທີ, ໃນລັກສະນະດຽວກັນນັ້ນກັບຂ່າວປະເສີດຂອງພຣະເຢຊູທີ່ຂະຫຍາຍທົ່ວຈັກກະວານຫຼັງຈາກການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະອົງ. ບໍ່ວ່າຈະເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງເນື້ອໜັງ, ມັນກໍເປັນພາລະກິດທີ່ປະຕິບັດພາຍໃນຂອບເຂດຈຳກັດ, ແຕ່ເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໂດຍປາກົດຕົວໃນຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍເປັນພຣະເຈົ້າທີ່ພິພາກສາມະນຸດຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່. ບໍ່ວ່າພຣະອົງຈະເປັນພຣະວິນຍານ ຫຼື ເນື້ອໜັງ, ພຣະອົງຜູ້ເຊິ່ງປະຕິບັດພາລະກິດແຫ່ງການພິພາກສາກໍເປັນພຣະເຈົ້າທີ່ພິພາກສາມະນຸດຊາດໃນລະຫວ່າງຍຸກສຸດທ້າຍ. ສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມພາລະກິດຂອງພຣະອົງ ແລະ ມັນບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງພຣະອົງ ຫຼື ປັດໄຈອື່ນໆອີກຫຼາຍຢ່າງ. ເຖິງແມ່ນມະນຸດມີແນວຄິດກ່ຽວກັບພຣະທຳເຫຼົ່ານີ້, ບໍ່ມີໃຜສາມາດປະຕິເສດຄວາມຈິງຂອງການພິພາກສາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ການເອົາຊະນະມະນຸດທັງປວງ. ບໍ່ວ່າມະນຸດຈະຄິດກ່ຽວກັບສິ່ງນັ້ນແນວໃດກໍຕາມ, ໃນທີ່ສຸດແລ້ວ ຄວາມຈິງກໍຄືຄວາມຈິງ. ບໍ່ມີໃຜທີ່ສາມາດເວົ້າໄດ້ວ່າ “ພາລະກິດຖືກປະຕິບັດໂດຍພຣະເຈົ້າ, ແຕ່ເນື້ອໜັງບໍ່ແມ່ນພຣະເຈົ້າ”. ນີ້ແມ່ນເລື່ອງໄຮ້ສາລະ, ຍ້ອນບໍ່ມີໃຜສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ ນອກຈາກພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຍ້ອນພາລະກິດນີ້ຖືກເຮັດໃຫ້ສຳເລັດ, ຫຼັງຈາກພາລະກິດນີ້ ພາລະກິດແຫ່ງການພິພາກສາມະນຸດຂອງພຣະເຈົ້າຈະບໍ່ປາກົດຂຶ້ນເປັນຄັ້ງທີສອງ; ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະອົງ ໄດ້ສໍາເລັດພາລະກິດທັງໝົດແຫ່ງການຄຸ້ມຄອງທັງປວງແລ້ວ ແລະ ຈະບໍ່ມີພາລະກິດຂອງພຣະເຈົ້າຂັ້ນຕອນທີສີ່. ເພາະຄົນທີ່ຖືກພິພາກສາແມ່ນມະນຸດ, ມະນຸດທີ່ເກີດຈາກເນື້ອໜັງ ແລະ ໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນວິນຍານຂອງຊາຕານທີ່ຖືກພິພາກສາໂດຍກົງ, ດ້ວຍເຫດນັ້ນ ພາລະກິດແຫ່ງການພິພາກສາຈຶ່ງບໍ່ຖືກປະຕິບັດໃນໂລກຝ່າຍວິນຍານ, ແຕ່ທ່າມກາງມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 124)

ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາໄດ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕານສາມາດຖືກເອົາຊະນະໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ການທີ່ເປັນຄືມະນຸດເຮັດໃຫ້ໄດ້ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍ່ຈະບໍ່ໄດ້ໝາຍເຖິງໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍ່ຈະບໍ່ສາມາດພິພາກສາຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ຖືກປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ, ພຣະອົງເປີດໂປງຄວາມບໍ່ເຊື່ອຟັງທຸກຢ່າງຂອງມະນຸດຊາດ. ຜົນຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຊັດເຈນກວ່າພາລະກິດຂອງພຣະວິນຍານ. ດ້ວຍເຫດນັ້ນ, ການພິພາກສາມະນຸດຊາດທັງປວງຈຶ່ງບໍ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ, ແຕ່ເປັນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຫັນໄດ້ ແລະ ສຳຜັດໄດ້ໂດຍມະນຸດ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເອົາຊະນະມະນຸດນັ້ນໄດ້ຢ່າງສົມບູນ. ໃນຄວາມສຳພັນທີ່ມະນຸດມີກັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ, ມະນຸດໄດ້ພັດທະນາຈາກການຮຽນຮູ້ເປັນຄວາມເຊື່ອຟັງ, ຈາກການຂົ່ມເຫັງເປັນການຍອມຮັບ, ຈາກແນວຄິດເປັນຄວາມຮູ້ ແລະ ຈາກການປະຕິເສດເປັນຄວາມຮັກ, ສິ່ງເຫຼົ່ານີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມະນຸດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນຜ່ານການຍອມຮັບການພິພາກສາຂອງພຣະອົງເອງເທົ່ານັ້ນ, ມະນຸດພຽງແຕ່ມາຮູ້ຈັກພຣະອົງຜ່ານພຣະທຳຈາກປາກຂອງພຣະອົງເທື່ອລະໜ້ອຍ, ມະນຸດຖືກເອົາຊະນະໂດຍພຣະອົງໃນລະຫວ່າງທີ່ພວກເຂົາຕໍ່ຕ້ານພຣະອົງ ແລະ ເຂົາຮັບເອົາການຈັດກຽມຊີວິດຈາກພຣະອົງໃນລະຫວ່າງການຍອມຮັບເອົາການຕີສອນຈາກພຣະອົງ. ທຸກພາລະກິດນີ້ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະວິນຍານ. ພາລະກິດທີ່ປະຕິບັດໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນພາລະກິດທີ່ເລິກເຊິ່ງທີ່ສຸດ ແລະ ສ່ວນສຳຄັນໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າກໍແມ່ນພາລະກິດສອງຂັ້ນຕອນແຫ່ງການບັງເກີດເປັນມະນຸດ. ຄວາມເສື່ອມຊາມທີ່ເລິກເຊິ່ງຂອງມະນຸດແມ່ນອຸປະສັກທີ່ໃຫຍ່ຫຼວງຕໍ່ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ເວົ້າໂດຍສະເພາະແລ້ວ ພາລະກິດທີ່ຖືກປະຕິບັດໃນຜູ້ຄົນແຫ່ງຍຸກສຸດທ້າຍແມ່ນຍາກຫຼາຍ ແລະ ສະພາບແວດລ້ອມກໍໂຫດຮ້າຍ ແລະ ຄວາມສາມາດຂອງຄົນແຕ່ລະປະເພດກໍຕໍ່າພໍສົມຄວນ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນຈົບຂອງພາລະກິດນີ້, ມັນກໍຍັງຈະບັນລຸຜົນຢ່າງຖືກຕ້ອງ ໂດຍບໍ່ມີຂໍ້ບົກຜ່ອງໃດໆ; ນີ້ແມ່ນຜົນຂອງພາລະກິດແຫ່ງເນື້ອໜັງ ແລະ ຜົນນີ້ກໍດົນໃຈຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າຈະຖືກເຮັດໃຫ້ສິ້ນສຸດລົງໃນເນື້ອໜັງ ແລະ ພວກມັນຕ້ອງຖືກເຮັດໃຫ້ສິ້ນສຸດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດຖືກປະຕິບັດໃນເນື້ອໜັງ ແລະ ຄວາມລອດພົ້ນຂອງມະນຸດຕ້ອງຖືກປະຕິບັດໂດຍພຣະເຈົ້າທີ່ຢູ່ໃນເນື້ອໜັງດ້ວຍຕົວພຣະອົງເອງ. ເຖິງແມ່ນວ່າ ມະນຸດຊາດທັງປວງຮູ້ສຶກວ່າ ພຣະເຈົ້າທີ່ຢູ່ໃນເນື້ອໜັງເບິ່ງຄືບໍ່ກ່ຽວຂ້ອງກັບມະນຸດ, ໃນຄວາມເປັນຈິງແລ້ວ ເນື້ອໜັງນີ້ແມ່ນກ່ຽວຂ້ອງກັບຊະຕາກໍາ ແລະ ການເປັນຢູ່ຂອງມະນຸດຊາດທັງປວງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 125)

ພາລະກິດທຸກຂັ້ນຕອນຂອງພຣະເຈົ້າແມ່ນຖືກປະຕິບັດເພື່ອມວນມະນຸດຊາດທັງປວງ ແລະ ແນໃສ່ມະນຸດຊາດທັງປວງ. ເຖິງແມ່ນວ່າ ມັນຄືພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມັນກໍຍັງແນໃສ່ຍັງມະນຸດຊາດທັງປວງ; ພຣະອົງເປັນພຣະເຈົ້າຂອງມວນມະນຸດຊາດ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທີ່ຖືກສ້າງ ແລະ ບໍ່ຖືກສ້າງທັງປວງ. ເຖິງແມ່ນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນແມ່ນໄດ້ຢູ່ພາຍໃນຂອບເຂດຈຳກັດ ແລະ ເປົ້າໝາຍຂອງພາລະກິດນີ້ກໍຍັງມີຄວາມຈຳກັດເຊັ່ນດຽວກັນ, ແຕ່ວ່າໃນແຕ່ລະຄັ້ງທີ່ພຣະອົງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ພຣະອົງກໍເລືອກຕົວແທນທີ່ສູງສຸດໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ; ພຣະອົງບໍ່ເລືອກກຸ່ມຄົນທີ່ທຳມະດາ ແລະ ບໍ່ໂດດເດັ່ນເພື່ອປະຕິບັດພາລະກິດ, ແຕ່ກົງກັນຂ້າມ ພຣະອົງໄດ້ເລືອກກຸ່ມຄົນທີ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ. ກຸ່ມຄົນເຫຼົ່ານີ້ຖືກກເລືອກກໍຍ້ອນຂອບເຂດຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນມີຈຳກັດ ແລະ ຖືກຈັດກຽມໄວ້ໃຫ້ກັບເນື້ອໜັງທີ່ເປັນມະນຸດຂອງພຣະອົງໂດຍສະເພາະ ແລະ ຖືກເລືອກສຳລັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໂດຍສະເພາະ. ການທີ່ພຣະເຈົ້າເລືອກເປົ້າໝາຍຂອງພາລະກິດຂອງພຣະອົງນັ້ນບໍ່ແມ່ນບໍ່ມີຫຼັກການ, ແຕ່ຖືກປະຕິບັດໂດຍອີງຕາມຫຼັກການດັ່ງນີ້: ເປົ້າໝາຍຂອງພາລະກິດຕ້ອງມີປະໂຫຍດຕໍ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ຕ້ອງສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້. ຕົວຢ່າງເຊັ່ນ ຊາວຢິວນັ້ນສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໃນການຍອມຮັບການໄຖ່ບາບສ່ວນຕົວຂອງພຣະເຢຊູ ແລະ ຊາວຈີນກໍສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້ໃນການຍອມຮັບເອົາໄຊຊະນະສ່ວນຕົວຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ຊາວຢິວທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງແມ່ນມີພື້ນຖານ ແລະ ຊາວຈີນທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງກໍໄດ້ມີພື້ນຖານໃນການຍອມຮັບເອົາໄຊຊະນະສ່ວນຕົວຂອງພຣະເຈົ້າ. ບໍ່ມີຫຍັງທີ່ເປີດເຜີຍຄວາມໝາຍຂອງການໄຖ່ບາບໄດ້ຫຼາຍກວ່າພາລະກິດແຫ່ງການໄຖ່ບາບທີ່ປະຕິບັດທ່າມກາງຊາວຢິວ ແລະ ບໍ່ມີຫຍັງທີ່ເປີດເຜີຍຄວາມລະອຽດ ແລະ ຄວາມສຳເລັດຂອງພາລະກິດແຫ່ງການເອົາຊະນະໄດ້ຫຼາຍກວ່າພາລະກິດແຫ່ງການເອົາຊະນະທີ່ກຳລັງຖືກປະຕິບັດທ່າມກາງຊາວຈີນ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດປາກົດຂຶ້ນໂດຍແນໃສ່ຄົນກຸ່ມນ້ອຍເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ພາລະກິດຂອງພຣະອົງໃນທ່າມກາງກຸ່ມນ້ອຍນີ້ແມ່ນພາລະກິດຂອງຈັກກະວານທັງປວງ ແລະ ພຣະທຳຂອງພຣະອົງກໍແນໃສ່ມະນຸດຊາດທັງປວງ. ຫຼັງຈາກພາລະກິດຝ່າຍເນື້ອໜັງຂອງພຣະອົງມາເຖິງຈຸດສິ້ນສຸດ, ຄົນທີ່ຕິດຕາມພຣະອົງຈະເລີ່ມເຜີຍແຜ່ພາລະກິດທີ່ພຣະອົງປະຕິບັດທ່າມກາງພວກເຂົາ. ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນ ທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ພຣະອົງຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສວຍງາມຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ຜູ້ທີ່ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງໄດ້ສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງໄດ້ຮັບໃຊ້ຊາຕານ ແລະ ພຣະອົງນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໂດຍແທນທີ່ພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍ່ບໍ່ສະແຫວງຫາ ແລະ ງົມຫາສິ່ງຕ່າງໆທີ່ເບິ່ງຄືມີຢູ່ຈິງ ແລະ ບໍ່ມີຢູ່ຈິງ ແລະ ພວກເຂົາເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ພວກເຂົາຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າຈະປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້. ເມື່ອດໍາເນີນພາລະກິດຂອງພຣະອົງມາເຖິງຂັ້ນຕອນນີ້, ພາລະກິດຂອງພຣະເຈົ້າກໍ່ໄດ້ບັນລຸຜົນຢ່າງພໍໃຈທີ່ສຸດແລ້ວ ແລະ ຖືວ່າເປັນຄວາມສຳເລັດທີ່ບໍລິບູນ. ພາລະກິດສ່ວນຕົວຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໄດ້ເຮັດໃຫ້ພາລະກິດເກົ້າສິບເປີເຊັນຂອງການຄຸ້ມຄອງທັງໝົດຂອງພຣະອົງສຳເລັດລົງ. ເນື້ອໜັງນີ້ໄດ້ສະໜອງການເລີ່ມຕົ້ນທີ່ດີກວ່າໃຫ້ກັບພາລະກິດທັງໝົດຂອງພຣະອົງ, ເປັນບົດສະຫຼຸບສຳລັບພາລະກິດທັງໝົດຂອງພຣະອົງ, ປະກາດໃຊ້ພາລະກິດທັງໝົດຂອງພຣະອົງ ແລະ ໄດ້ເສີມເຕີມພາລະກິດທັງໝົດນີ້ຢ່າງທົ່ວເຖິງເປັນຄັ້ງສຸດທ້າຍ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຈະບໍ່ມີພຣະເຈົ້າທີ່ບັງເກີດເປັນມະນຸດອີກເພື່ອປະຕິບັດພາລະກິດຂັ້ນຕອນທີສີ່ຂອງພຣະເຈົ້າ ແລະ ຈະບໍ່ມີພາລະກິດທີ່ມະຫັດສະຈັນຂອງການບັງເກີດເປັນມະນຸດຄັ້ງທີສາມຂອງພຣະເຈົ້າອີກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 126)

ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງຕະຫຼອດຍຸກ ແລະ ມັນບໍ່ແມ່ນເປັນຕົວແທນໃຫ້ກັບຊ່ວງໄລຍະໃດໜຶ່ງຄືກັບພາລະກິດຂອງມະນຸດ. ດ້ວຍເຫດນັ້ນ ຕອນຈົບຂອງພາລະກິດຂອງການບັງເກີດເປັນມະນຸດຄັ້ງສຸດທ້າຍຂອງພຣະອົງກໍບໍ່ໄດ້ໝາຍຄວາມວ່າ ພາລະກິດຂອງພຣະອົງໄດ້ມາເຖິງຈຸດສິ້ນສຸດຢ່າງບໍລິບູນ, ຍ້ອນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນເປັນຕົວແທນໝົດທັງຍຸກ ແລະ ບໍ່ພຽງແຕ່ເປັນຕົວແທນໃຫ້ກັບຊ່ວງໄລຍະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພຽງແຕ່ວ່າ ພຣະອົງສຳເລັດພາລະກິດຂອງພຣະອົງໝົດທັງຍຸກໃນຊ່ວງເວລາທີ່ພຣະອົງຢູ່ໃນເນື້ອໜັງເທົ່ານັ້ນ, ຫຼັງຈາກນັ້ນ ພາລະກິດຂອງພຣະອົງກໍຈະເຜີຍແຜ່ໄປທົ່ວທຸກແຫ່ງຫົນ. ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດພັນທະກິດຂອງພຣະອົງ, ພຣະອົງຈະມອບໝາຍພາລະກິດໃນອະນາຄົດຂອງພຣະອົງໃຫ້ກັບຄົນທີ່ຕິດຕາມພຣະອົງ. ໃນທຳນອງນີ້, ພາລະກິດຂອງພຣະອົງຕະຫຼອດຍຸກຈະຖືກປະຕິບັດຢ່າງຕໍ່ເນື່ອງ. ພາລະກິດໃນຍຸກຂອງການບັງເກີດເປັນມະນຸດຈະຖືວ່າຄົບຖ້ວນກໍຕໍ່ເມື່ອມັນໄດ້ເຜີຍແຜ່ທົ່ວຈັກກະວານທັງປວງ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງແມ່ນຄົນພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ມັນບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍ່ຈະບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ຈະບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້. ພາລະກິດທີ່ມະນຸດປະຕິບັດພຽງແຕ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຂົາ ທີ່ມະນຸດສາມາດເຮັດໄດ້ ແລະ ມັນບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ຈະສາມາດມາເຮັດພາລະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ ແລະ ນອກຈາກພຣະອົງແລ້ວ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນກ່ຽວກັບພາລະກິດແຫ່ງການບັງເກີດເປັນມະນຸດ. ທໍາອິດ ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ດໍາເນີນຂັ້ນຕອນທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແລ້ວຫຼັງຈາກນັ້ນ ພຣະອົງກໍປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຂຶ້ນ. ຈຸດປະສົງຂອງພາລະກິດແມ່ນການເອົາຊະນະມະນຸດ. ໃນມຸມມອງໜຶ່ງ, ການບັງເກີດເປັນມະນຸດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ບວກກັບພຣະອົງປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຍິ່ງຂຶ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງມີມຸມມອງທີ່ຕໍ່ຕ້ານພຣະອົງຫຼາຍຍິ່ງຂຶ້ນ. ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການເອົາຊະນະທ່າມກາງຜູ້ຄົນທີ່ມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ. ບໍ່ວ່າພວກເຂົາຈະປະຕິບັດຕໍ່ພຣະອົງແນວໃດກໍຕາມ, ທັນທີທີ່ພຣະອົງໄດ້ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ, ທຸກຄົນຈະຕົກຢູ່ພາຍໃຕ້ອຳນາດຂອງພຣະອົງ. ຄວາມຈິງຂອງພາລະກິດນີ້ບໍ່ພຽງແຕ່ຖືກສະທ້ອນທ່າມກາງຊາວຈີນເທົ່ານັ້ນ, ແຕ່ມັນຍັງເປັນຕົວແທນເຖິງວິທີການເອົາຊະນະມະນຸດຊາດທັງປວງ. ຜົນທີ່ຖືກບັນລຸໃນຜູ້ຄົນເຫຼົ່ານີ້ຄືຕົ້ນທາງໄປສູ່ການບັນລຸຜົນໃນມະນຸດຊາດທັງປວງ ແລະ ຜົນຂອງພາລະກິດທີ່ພຣະອົງປະຕິບັດໃນອະນາຄົດກໍຈະຍິ່ງເຮັດໃຫ້ຜູ້ຄົນເຫຼົ່ານີ້ໄດ້ຮັບຜົນຫຼາຍຂຶ້ນເລື້ອຍໆ. ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງບໍ່ກ່ຽວພັນກັບການປ່າວປະກາດທີ່ຍິ່ງໃຫຍ່ ຫຼື ມັນບໍ່ໄດ້ຖືກຫຸ້ມຫໍ່ດ້ວຍຄວາມບໍ່ຊັດເຈນ. ມັນເປັນຈິງ ແລະ ແທ້ຈິງ ແລະ ມັນເປັນພາລະກິດທີ່ໜຶ່ງບວກໜຶ່ງເທົ່າກັບສອງ. ມັນບໍ່ໄດ້ລີ້ລັບຈາກຄົນໃດຄົນໜຶ່ງ ຫຼື ມັນບໍ່ໄດ້ຫຼອກລວງຄົນໜຶ່ງຄົນໃດ. ສິ່ງທີ່ຜູ້ຄົນເຫັນເປັນສິ່ງທີ່ເປັນຈິງ ແລະ ແທ້ຈິງ ແລະ ສິ່ງທີ່ມະນຸດຮັບເອົາແມ່ນຄວາມຈິງ ແລະ ຄວາມຮູ້ທີ່ເປັນຈິງ. ເມື່ອພາລະກິດສິ້ນສຸດລົງ, ມະນຸດຈະມີຄວາມຮູ້ໃໝ່ກ່ຽວກັບພຣະອົງ ແລະ ຄົນທີ່ສະແຫວງຢ່າງແທ້ຈິງກໍ່ຈະບໍ່ມີແນວຄິດກ່ຽວກັບພຣະອົງອີກຕໍ່ໄປ. ນີ້ບໍ່ແມ່ນພຽງຜົນຂອງພາລະກິດຂອງພຣະອົງມີຕໍ່ຊາວຈີນ, ແຕ່ມັນຍັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງໃນການເອົາຊະນະມະນຸດຊາດທັງປວງ, ຍ້ອນບໍ່ມີສິ່ງໃດມີຜົນປະໂຫຍດຕໍ່ພາລະກິດແຫ່ງການເອົາຊະນະມະນຸດຊາດທັງປວງຫຼາຍກວ່າເນື້ອໜັງນີ້ ແລະ ພາລະກິດຂອງເນື້ອໜັງນີ້ ແລະ ທຸກສິ່ງທີ່ກ່ຽວກັບເນື້ອໜັງນີ້. ສິ່ງເຫຼົ່ານັ້ນເປັນປະໂຫຍດຕໍ່ພາລະກິດຂອງພຣະອົງໃນປັດຈຸບັນ ແລະ ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງໃນອະນາຄົດ. ເນື້ອໜັງນີ້ຈະໄດ້ເອົາຊະນະມະນຸດຊາດທັງປວງ ແລະ ຈະຮັບເອົາມະນຸດຊາດທັງປວງ. ບໍ່ມີສິ່ງໃດດີ ກວ່າການເຮັດໃຫ້ມະນຸດຊາດທັງປວງໄດ້ເຫັນພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ພາລະກິດທີ່ມະນຸດປະຕິບັດພຽງແຕ່ເປັນຕົວແທນຂອບເຂດທີ່ຈຳກັດເທົ່ານັ້ນ ແລະ ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ພຣະອົງບໍ່ໄດ້ກ່າວຕໍ່ສະເພາະບຸກຄົນໃດໜຶ່ງ ແຕ່ກ່າວຕໍ່ມະນຸດຊາດທັງປວງ ແລະ ທຸກຄົນທີ່ຍອມຮັບພຣະທຳຂອງພຣະອົງ. ຈຸດຈົບທີ່ພຣະອົງປະກາດແມ່ນຈຸດຈົບຂອງມະນຸດຊາດທັງປວງ, ບໍ່ແມ່ນພຽງຈຸດຈົບຂອງບຸກຄົນໃດໜຶ່ງ. ພຣະອົງບໍ່ປະຕິບັດຢ່າງພິເສດຕໍ່ຄົນໃດຄົນໜຶ່ງ ຫຼື ພຣະອົງບໍ່ຫຼອກລວງຄົນໃດຄົນໜຶ່ງ, ພຣະອົງປະຕິບັດພາລະກິດເພື່ອທຸກຄົນ ແລະ ກ່າວຕໍ່ມະນຸດຊາດທັງປວງ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດອົງນີ້ຈຶ່ງໄດ້ຈັດມະນຸດຊາດທັງປວງຕາມປະເພດໄວ້ແລ້ວ, ໄດ້ພິພາກສາມະນຸດຊາດທັງປວງແລ້ວ ແລະ ໄດ້ຈັດກຽມຈຸດໝາຍປາຍທາງທີ່ເໝາະສົມສຳລັບມະນຸດຊາດທັງປວງ. ເຖິງແມ່ນວ່າພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນປະເທດຈີນ, ໃນຄວາມເປັນຈິງ ພຣະອົງໄດ້ຕັດສິນໃຈກ່ຽວກັບພາລະກິດຂອງຈັກກະວານທັງປວງແລ້ວ. ພຣະອົງບໍ່ສາມາດລໍຖ້າຈົນພາລະກິດຂອງພຣະອົງໄດ້ເຜີຍແຜ່ທ່າມກາງມວນມະນຸດຊາດກ່ອນທີ່ຈະກ່າວຖ້ອຍຄຳຂອງພຣະອົງ ແລະ ຈັດກຽມເທື່ອລະບາດກ້າວ. ນັ້ນຈະບໍ່ຊ້າເກີນໄປບໍ? ບັດນີ້ ພຣະອົງສາມາດເຮັດໃຫ້ພາລະກິດໃນອະນາຄົດສຳເລັດກ່ອນລ່ວງໜ້າໄດ້ຢ່າງສົມບູນ. ຍ້ອນຜູ້ທີ່ກຳລັງປະຕິບັດພາລະກິດແມ່ນພຣະເຈົ້າທີ່ຢູ່ໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດຢ່າງຫຼວງຫຼາຍພາຍໃນຂອບເຂດທີ່ຈຳກັດ ແລະ ຫຼັງຈາກນັ້ນ ພຣະອົງຈະເຮັດໃຫ້ມະນຸດປະຕິບັດໜ້າທີ່ໆມະນຸດຄວນປະຕິບັດ; ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະອົງ. ພຣະອົງພຽງແຕ່ສາມາດດຳລົງຊີວິດກັບມະນຸດໃນເວລາໃດໜຶ່ງ ແລະ ບໍ່ສາມາດຕິດຕາມມະນຸດຈົນພາລະກິດຂອງຍຸກຈະສິ້ນສຸດລົງ. ນັ້ນກໍຍ້ອນວ່າ ພຣະອົງເປັນພຣະເຈົ້າ ພຣະອົງຈຶ່ງທຳນາຍພາລະກິດໃນອະນາຄົດຂອງພຣະອົງກ່ອນລ່ວງໜ້າໄດ້. ຫຼັງຈາກນັ້ນ, ພຣະອົງຈະຈັດມະນຸດທັງປວງຕາມປະເພດໂດຍພຣະທຳຂອງພຣະອົງ ແລະ ມະນຸດຊາດຈະເຂົ້າສູ່ພາລະກິດຂອງພຣະອົງເທື່ອລະກ້າວຕາມພຣະທຳຂອງພຣະອົງ. ບໍ່ມີໃຜສາມາດຫຼົບໜີໄດ້ ແລະ ທຸກຄົນຕ້ອງປະຕິບັດຕາມສິ່ງນີ້. ສະນັ້ນ, ໃນອະນາຄົດ ຍຸກຈະຖືກນໍາພາໂດຍພຣະທຳຂອງພຣະອົງ ແລະ ບໍ່ແມ່ນນໍາພາໂດຍພຣະວິນຍານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 127)

ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ມັນຖືກເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງເຊື່ອເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນອານາຈັກຝ່າຍວິນຍານ ແລະ ພຣະອົງເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນອານາຈັກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ຜູ້ທີ່ຖືກເອົາຊະນະແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະເຈົ້າທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງຖືກສ້າງ ເພື່ອວ່າພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເພື່ອເອົາຊະນະມະນຸດຜູ້ທີ່ບໍ່ເຊື່ອຟັງພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ ເພື່ອຊ່ວຍເຫຼືອມະນຸດໃຫ້ລອດພົ້ນຜູ້ທີ່ມີຮ່າງກາຍຄືກັບພຣະອົງ ແລະ ຖືກຊາຕານທຳລາຍ. ສັດຕູຂອງພຣະອົງແມ່ນມະນຸດ, ເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງກໍແມ່ນມະນຸດ ແລະ ເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງກໍແມ່ນມະນຸດ ຜູ້ທີ່ຖືກພຣະອົງສ້າງ. ສະນັ້ນ ພຣະອົງຕ້ອງກາຍເປັນມະນຸດ ແລະ ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງງ່າຍທີ່ສຸດ. ພຣະອົງສາມາດເອົາຊະນະຊາຕານ ແລະ ເອົາຊະນະມະນຸດຊາດ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດຊ່ວຍເຫຼືອມະນຸດຊາດໃຫ້ພົ້ນ. ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ເປັນຈິງ, ພຣະອົງບໍ່ແມ່ນເນື້ອໜັງທີ່ທຳມະດາ ນັ້ນກໍຄື ພຣະອົງບໍ່ແມ່ນເນື້ອໜັງທີ່ເປັນມະນຸດ ແຕ່ເນື້ອໜັງທີ່ເປັນທັງມະນຸດ ແລະ ພຣະເຈົ້າ. ນີ້ຄືຄວາມແຕກຕ່າງລະຫວ່າງພຣະອົງ ແລະ ມະນຸດ ແລະ ມັນເປັນສັນຍາລັກແຫ່ງຕົວຕົນຂອງພຣະເຈົ້າ. ມີພຽງແຕ່ເນື້ອໜັງແບບນີ້ເທົ່ານັ້ນທີ່ສາມາດປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດ ແລະ ເຮັດໃຫ້ພັນທະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດໄດ້ ແລະ ເຮັດໃຫ້ພາລະກິດຂອງພຣະອົງສຳເລັດທ່າມກາງມະນຸດ. ຖ້າບໍ່ເປັນແບບນັ້ນ, ພາລະກິດຂອງພຣະອົງທ່າມກາງມະນຸດກໍຈະວ່າງເປົ່າ ແລະ ມີຮອຍດ່າງຕະຫຼອດໄປ. ເຖິງແມ່ນວ່າ ພຣະເຈົ້າສາມາດຕໍ່ສູ້ກັບວິນຍານຂອງຊາຕານ ແລະ ໄດ້ຮັບໄຊຊະນະ, ທຳມະຊາດເດີມຂອງມະນຸດທີ່ເສື່ອມຊາມກໍບໍ່ໄດ້ຖືກແກ້ໄຂຈັກເທື່ອ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ຕໍ່ຕ້ານພຣະອົງບໍ່ສາມາດຕົກຢູ່ພາຍໃຕ້ອຳນາດຂອງພຣະອົງໄດ້ຢ່າງແທ້ຈິງຈັກເທື່ອ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ສາມາດເອົາຊະນະມະນຸດຊາດໄດ້ຈັກເທື່ອ ແລະ ບໍ່ສາມາດຮັບເອົາມະນຸດຊາດທັງປວງໄດ້ຈັກເທື່ອ. ຖ້າພາລະກິດຂອງພຣະອົງເທິງແຜ່ນດິນໂລກບໍ່ສາມາດເຮັດໃຫ້ສຳເລັດໄດ້, ແລ້ວການຄຸ້ມຄອງຂອງພຣະອົງກໍຈະບໍ່ສິ້ນສຸດຈັກເທື່ອ ແລະ ມະນຸດຊາດທັງໝົດຈະບໍ່ສາມາດເຂົ້າສູ່ການພັກຜ່ອນໄດ້. ຖ້າພຣະເຈົ້າບໍ່ສາມາດເຂົ້າສູ່ການພັກຜ່ອນຮ່ວມກັບສິ່ງຖືກສ້າງທັງປວງຂອງພຣະອົງ, ກໍຈະບໍ່ມີຜົນຕາມມາສຳລັບພາລະກິດແຫ່ງການຄຸ້ມຄອງດັ່ງກ່າວຈັກເທື່ອ ແລະ ສະຫງ່າລາສີຂອງພຣະເຈົ້າກໍຈະຫາຍໄປໃນທີ່ສຸດ. ເຖິງແມ່ນເນື້ອໜັງຂອງພຣະອົງບໍ່ມີສິດອຳນາດ, ພາລະກິດທີ່ພຣະອົງປະຕິບັດກໍໄດ້ບັນລຸຜົນຂອງມັນແລ້ວ. ນີ້ແມ່ນທິດທາງພາລະກິດທີ່ພຣະອົງຫຼີກເວັ້ນບໍ່ໄດ້. ບໍ່ວ່າເນື້ອໜັງຂອງພຣະອົງຈະມີສິດອຳນາດ ຫຼື ບໍ່, ຕາບໃດທີ່ພຣະອົງສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ, ແລ້ວພຣະອົງກໍເປັນພຣະເຈົ້າເອງ. ບໍ່ວ່າເນື້ອໜັງນີ້ຈະທຳມະດາ ແລະ ປົກກະຕິ ຫຼື ບໍ່, ພຣະອົງສາມາດປະຕິບັດພາລະກິດທີ່ພຣະອົງຄວນເຮັດໄດ້ ກໍ່ຍ້ອນເນື້ອໜັງນີ້ແມ່ນພຣະເຈົ້າ ແລະ ບໍ່ແມ່ນພຽງມະນຸດເທົ່ານັ້ນ. ເຫດຜົນທີ່ເນື້ອໜັງນີ້ສາມາດປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໄດ້ ກໍ່ຍ້ອນແກ່ນແທ້ຂ້າງໃນຂອງພຣະອົງບໍ່ຄືກັບມະນຸດຄົນໃດ ແລະ ເຫດຜົນທີ່ພຣະອົງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນໄດ້ແມ່ນຍ້ອນຕົວຕົນຂອງພຣະອົງແຕກຕ່າງຈາກມະນຸດທົ່ວໄປ. ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າພຣະອົງເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງຄ້າຍຄືກັບມະນຸດ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນວ່າພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ການທີ່ພຣະອົງປະກອບສ່ວນຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູ່ລອດຂອງມະນຸດຊາດເຮັດໃຫ້ພຣະອົງມີຄ່າຢ່າງສູງ ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຕົກຢູ່ພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດແທນ ຜູ້ເຊິ່ງໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານໃຫ້ກັບພຣະອົງເອງໄດ້ດີກວ່າສິ່ງຖືກສ້າງຂຶ້ນຂອງພຣະອົງ ແລະ ພຣະອົງສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມເສື່ອມຊາມໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ດົນບັນດານໃຈກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດຊ່ວຍໃຫ້ມະນຸດຮູ້ຈັກພຣະຜູ້ສ້າງໄດ້ດີກວ່າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສິ່ງຖືກສ້າງຂອງພຣະອົງໄດ້ດີກວ່າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 128)

ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນບໍ່ແມ່ນເລື່ອງທໍາມະດາແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ທຳມະດາຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງສວມໃສ່ເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອເອົາຊະນະຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນີ້ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອຊ່ວຍມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ດ້ວຍຕົວຕົນທໍາມະຊາດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ, ລົງມາທ່າມກາງມະນຸດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື ມະນຸດທີ່ປະຕິບັດພາລະກິດນີ້ ແລ້ວກໍຈະບໍ່ໄດ້ຫຍັງຈາກສົງຄາມນີ້ ແລະ ມັນຈະບໍ່ສິ້ນສຸດຈັກເທື່ອ. ພຽງແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອອອກຮົບຕໍ່ສູ້ກັບຊາຕານທ່າມກາງມະນຸດດ້ວຍຕົວພຣະອົງເອງເທົ່ານັ້ນ ມະນຸດຈຶ່ງຈະມີຊ່ອງທາງແຫ່ງຄວາມລອດພົ້ນ. ຍິ່ງໄປກວ່ານັ້ນ ມີພຽງແຕ່ຕອນນັ້ນ ຊາຕານຈຶ່ງຈະອັບອາຍ ແລະ ໜີໄປໂດຍບໍ່ມີໂອກາດໃດເລີຍທີ່ຈະຂູດຮີດ ຫຼື ບໍ່ມີແຜນໃດເລີຍທີ່ຈະດຳເນີນການ. ພຣະວິນຍານຂອງພຣະເຈົ້າກໍບໍ່ສາມາດບັນລຸພາລະກິດທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີມະນຸດຄົນໃດທີ່ເກີດຈາກເນື້ອໜັງຂອງຄົນທີ່ສາມາດປະຕິບັດແທນພຣະເຈົ້າໄດ້ ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຜົນປະໂຫຍດແຫ່ງຊີວິດຂອງມະນຸດ ແລະ ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຖ້າມະນຸດເຂົ້າຮ່ວມໃນສົງຄາມນີ້ ເຂົາພຽງແຕ່ຈະພ່າຍໜີດ້ວຍຄວາມສັບສົນແຫ່ງຄວາມຈິບຫາຍ ແລະ ຈະບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້ເລີຍ. ເຂົາຈະບໍ່ສາມາດຊ່ວຍມະນຸດຈາກໄມ້ກາງແຂນໄດ້ ຫຼື ເອົາຊະນະມະນຸດຊາດທີ່ມີຄວາມກະບົດທັງໝົດ ແຕ່ຈະສາມາດປະຕິບັດພາລະກິດເລັກນ້ອຍທີ່ເກົ່າແກ່ໂດຍບໍ່ອີງຕາມຫຼັກການເທົ່ານັ້ນ ຫຼື ບໍ່ກໍປະຕິບັດພາລະກິດທີ່ບໍ່ກ່ຽວຂ້ອງກັບການເອົາຊະນະຊາຕານ. ສະນັ້ນ ເປັນຫຍັງຕ້ອງຫຍຸ້ງຍາກ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດທີ່ບໍ່ສາມາດຮັບມະນຸດຊາດ ຢ່າວ່າແຕ່ເອົາຊະນະຊາຕານເລີຍ? ດ້ວຍເຫດນັ້ນ ສົງຄາມກັບຊາຕານຈຶ່ງພຽງແຕ່ສາມາດຖືກປະຕິບັດໂດຍພຣະເຈົ້າເອງ ແລະ ມັນກໍເປັນໄປບໍ່ໄດ້ເລີຍທີ່ມະນຸດຈະເຮັດມັນໄດ້. ໜ້າທີ່ຂອງມະນຸດກໍຄືການເຊື່ອຟັງ ແລະ ປະຕິບັດຕາມ ຍ້ອນມະນຸດບໍ່ສາມາດປະຕິບັດພາລະກິດຄ້າຍກັບການເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດປະຕິບັດພາລະກິດແຫ່ງການຕໍ່ສູ້ກັບຊາຕານ. ມະນຸດພຽງແຕ່ສາມາດເຮັດໃຫ້ພຣະຜູ້ສ້າງພໍໃຈໂດຍຢູ່ພາຍໃຕ້ການນໍາຂອງພຣະເຈົ້າເອງ ເຊິ່ງເປັນສິ່ງທີ່ເຮັດໃຫ້ຊາຕານພ່າຍແພ້; ນີ້ແມ່ນສິ່ງດຽວທີ່ມະນຸດສາມາດເຮັດໄດ້. ດ້ວຍເຫດນັ້ນ ທຸກຄັ້ງທີ່ສົງຄາມໃໝ່ເລີ່ມຕົ້ນຂຶ້ນ ເຊິ່ງເວົ້າໄດ້ວ່າ ທຸກຄັ້ງທີ່ພາລະກິດແຫ່ງຍຸກໃໝ່ເລີ່ມຕົ້ນຂຶ້ນ ພາລະກິດນີ້ກໍຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ເຊິ່ງພຣະອົງນໍາພາຍຸກທັງໝົດ ແລະ ເປີດເສັ້ນທາງໃໝ່ໃຫ້ກັບບັນດາມວນມະນຸດຊາດ. ເຊົ້າມືດຂອງຍຸກໃໝ່ແຕ່ລະຍຸກແມ່ນການເລີ່ມຕົ້ນໃໝ່ໃນສົງຄາມກັບຊາຕານ ເຊິ່ງມະນຸດຈະເຂົ້າສູ່ອານາຈັກທີ່ໃໝ່ກວ່າ ແລະ ສວຍງາມກວ່າ ແລະ ສູ່ຍຸກໃໝ່ທີ່ນໍາພາໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ມະນຸດເປັນເຈົ້ານາຍຂອງທຸກສິ່ງ ແຕ່ຄົນທີ່ຖືກຮັບຈະກາຍເປັນໝາກຜົນຂອງສົງຄາມກັບຊາຕານທັງໝົດ. ຊາຕານເປັນຜູ້ເຮັດໃຫ້ທຸກສິ່ງຢ່າງເສື່ອມຊາມ, ມັນເປັນຜູ້ພ່າຍແພ້ໃນເວລາສຸດທ້າຍຂອງສົງຄາມທັງໝົດ ແລະ ຍັງເປັນຜູ້ທີ່ຈະຖືກລົງໂທດຫຼັງຈາກສົງຄາມເຫຼົ່ານີ້. ທ່າມກາງພຣະເຈົ້າ, ມະນຸດ ແລະ ຊາຕານ ຈະມີພຽງແຕ່ຊາຕານ ທີ່ຈະເປັນຜູ້ທີ່ຖືກກຽດຊັງ ແລະ ຖືກປະຕິເສດ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານຮັບເອົາ ແຕ່ບໍ່ໄດ້ຖືກພຣະເຈົ້າຮັບເອົາຄືນກໍຈະກາຍເປັນຄົນທີ່ຈະໄດ້ຮັບການລົງໂທດແທນຊາຕານ. ໃນສາມຝ່າຍນີ້ ມີພຽງແຕ່ພຣະເຈົ້າທີ່ຄວນໄດ້ຮັບການນະມັດສະການຈາກທຸກສິ່ງຢ່າງ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແຕ່ຖືກພຣະເຈົ້າຮັບເອົາຄືນ ແລະ ຄົນທີ່ປະຕິບັດຕາມຫົນທາງຂອງພຣະເຈົ້າກໍຈະກາຍເປັນຄົນທີ່ຈະໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ຈະພິພາກສາຄົນທີ່ຊົ່ວຊ້າແທນພຣະເຈົ້າ. ພຣະເຈົ້າຈະມີໄຊຊະນະຢ່າງແນ່ນອນ ແລະ ຊາຕານຈະພ່າຍແພ້ຢ່າງແນ່ນອນ ແຕ່ທ່າມກາງມະນຸດກໍຈະມີຄົນທີ່ຈະຊະນະ ແລະ ຄົນທີ່ຈະເສຍ. ຄົນທີ່ຊະນະຈະຢູ່ກັບຜູ້ຊະນະ ແລະ ຄົນທີ່ເສຍກໍຈະຢູ່ກັບຜູ້ພ່າຍແພ້; ນີ້ຄືການຈັດແບ່ງແຕ່ລະຄົນອອກໂດຍອີງຕາມປະເພດ ເຊິ່ງມັນແມ່ນຜົນໄດ້ຮັບສຸດທ້າຍຂອງພາລະກິດທັງໝົດຂອງພຣະເຈົ້ານັ້ນ, ມັນຍັງເປັນເປົ້າໝາຍຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ມັນຈະບໍ່ມີປ່ຽນແປງຈັກເທື່ອ. ຫົວໃຈຫຼັກຂອງພາລະກິດຫຼັກແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າແມ່ນແນໃສ່ຄວາມລອດພົ້ນຂອງມະນຸດ ແລະ ພຣະເຈົ້າກາຍມາເປັນເນື້ອໜັງຫຼັກໆກໍເພື່ອຜົນປະໂຫຍດຂອງຫົວໃຈຫຼັກນີ້, ເພື່ອຜົນປະໂຫຍດຂອງພາລະກິດນີ້ ແລະ ເພື່ອເອົາຊະນະຊາຕານ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍເພື່ອເອົາຊະນະຊາຕານເຊັ່ນດຽວກັນ ນັ້ນກໍຄື ພຣະອົງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ແລະ ຖືກຄຶງທີ່ໄມ້ກາງແຂນດ້ວຍຕົວພຣະອົງເອງ ເພື່ອເຮັດໃຫ້ພາລະກິດຂອງສົງຄາມຄັ້ງທຳອິດສຳເລັດ ເຊິ່ງເປັນພາລະກິດແຫ່ງການໄຖ່ມະນຸດຊາດ. ໃນທຳນອງດຽວກັນ ຂັ້ນຕອນນີ້ຂອງພາລະກິດຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ຜູ້ເຊິ່ງກາຍມາເປັນເນື້ອໜັງ ເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອກ່າວພຣະທຳຂອງພຣະອົງດ້ວຍຕົວພຣະອົງເອງ ແລະ ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ແນ່ນອນ ມັນຫຼີກລ່ຽງບໍ່ໄດ້ທີ່ພຣະອົງຍັງປະຕິບັດພາລະກິດອື່ນໆໄປພ້ອມໆກັນ ແຕ່ເຫດຜົນຫຼັກທີ່ພຣະອົງປະຕິບັດພາລະກິດດ້ວຍຕົວພຣະອົງເອງແມ່ນເພື່ອເອົາຊະນະຊາຕານ, ເພື່ອເອົາຊະນະບັນດາມວນມະນຸດຊາດ ແລະ ເພື່ອຮັບຄົນເຫຼົ່ານີ້. ດ້ວຍເຫດນັ້ນ ພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າຈຶ່ງບໍ່ທໍາມະດາ. ຖ້າເປົ້າໝາຍຂອງພຣະອົງແມ່ນພຽງແຕ່ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ ແລະ ພຣະເຈົ້າເປັນຈິງ, ຖ້າມັນເປັນພຽງແຕ່ເພື່ອຜົນປະໂຫຍດໃນການປະຕິບັດພາລະກິດນີ້ ແລ້ວກໍບໍ່ມີຄວາມຈຳເປັນທີ່ຈະກາຍມາເປັນເນື້ອໜັງ. ເຖິງແມ່ນພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ພຣະອົງກໍສາມາດເປີດເຜີຍຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ, ຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງພຣະອົງໃຫ້ກັບມະນຸດໂດຍກົງ ແຕ່ສິ່ງດັ່ງກ່າວຈະບໍ່ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດແຫ່ງການຄຸ້ມຄອງມະນຸດຊາດ. ສິ່ງເຫຼົ່ານັ້ນບໍ່ສາມາດຊ່ວຍມະນຸດ ຫຼື ເຮັດໃຫ້ເຂົາສົມບູນ ຢ່າວ່າແຕ່ຈະສາມາດເອົາຊະນະຊາຕານເລີຍ. ຖ້າການເອົາຊະນະຊາຕານພຽງແຕ່ກ່ຽວພັນເຖິງພຣະວິນຍານທີ່ເຮັດສົງຄາມກັບວິນຍານ ແລ້ວພາລະກິດດັ່ງກ່າວກໍຍິ່ງຈະມີຄຸນຄ່າທີ່ເປັນປະໂຫຍດໜ້ອຍລົງ; ມັນຈະບໍ່ສາມາດຮັບມະນຸດ ແລະ ຈະທຳລາຍໂຊກຊາຕາ ແລະ ຄວາມຄາດຫວັງຂອງມະນຸດ. ເມື່ອເປັນດັ່ງນັ້ນ ພາລະກິດຂອງພຣະເຈົ້າໃນປັດຈຸບັນກໍມີຄວາມສຳຄັນຢ່າງເລິກເຊິ່ງ. ມັນບໍ່ແມ່ນພຽງແຕ່ເພື່ອມະນຸດອາດເຫັນພຣະອົງ ຫຼື ເພື່ອຕາຂອງມະນຸດອາດຖືກເປີດ ຫຼື ເພື່ອເຮັດໃຫ້ເຂົາຮູ້ສຶກຖືກປຸກໃຈ ແລະ ໜູນໃຈເລັກນ້ອຍ; ພາລະກິດດັ່ງກ່າວບໍ່ມີຄວາມສຳຄັນເລີຍ. ຖ້າເຈົ້າພຽງແຕ່ສາມາດເວົ້າເຖິງຄວາມຮູ້ປະເພດນີ້ໄດ້ ມັນກໍພິສູດແລ້ວວ່າ ເຈົ້າບໍ່ຮູ້ຈັກຄວາມສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 129)

ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງມາໃນຮູບຮ່າງຜູ້ຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ຮູບຮ່າງຂອງພຣະອົງເປັນແມ່ຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ການເນລະມິດສ້າງທັງຜູ້ຊາຍ ແລະ ແມ່ຍິງຂອງພຣະເຈົ້າສາມາດເປັນປະໂຫຍດໃນພາລະກິດຂອງພຣະອົງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນແຕ່ລະຂັ້ນຕອນມີຄວາມສໍາຄັນຂອງມັນ; ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ້ງກັນເອງ. ໃນເວລານັ້ນ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ ພຣະເຢຊູໄດ້ຖືກເອີ້ນວ່າພຣະບຸດອົງດຽວ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດອົງດຽວຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽກຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມທີ່ພຣະອົງປາຖະໜາຈະເຮັດ ແລະ ໃນການປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີເປັນພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນມີຄວາມສໍາຄັນທີ່ແທ້ຈິງຂອງມັນເອງ. ພຣະເຈົ້າໄດ້ກາຍເປັນເນື້ອໜັງສອງຄັ້ງ ແລະ ມັນຈະເຫັນໄດ້ຢ່າງຈະແຈ້ງເລີຍວ່າ ການບັງເກີດເປັນມະນຸດຂອງພຣະອົງໃນຍຸກສຸດທ້າຍນີ້ແມ່ນເປັນຄັ້ງສຸດທ້າຍ. ພຣະອົງມາເພື່ອເປີດເຜີຍການກະທໍາທັງໝົດຂອງພຣະອົງ. ຖ້າໃນຂັ້ນຕອນນີ້ທີ່ພຣະອົງບໍ່ໄດ້ກາຍເປັນເນື້ອໜັງເພື່ອກະທໍາພາລະກິດໂດຍພຣະອົງເອງເພື່ອໃຫ້ມະນຸດໄດ້ປະຈັກ ມະນຸດຈະຍຶດໝັ້ນໃນຄວາມຄິດຕະຫຼອດໄປວ່າ ພຣະເຈົ້າເປັນເພດຊາຍເທົ່ານັ້ນ, ບໍ່ແມ່ນເພດຍິງ. ກ່ອນໜ້ານີ້, ມວນມະນຸດຊາດເຊື່ອວ່າ ພຣະເຈົ້າສາມາດເປັນເພດຊາຍເທົ່ານັ້ນ ແລະ ເພດຍິງບໍ່ສາມາດເອີ້ນເປັນພຣະເຈົ້າໄດ້ ຍ້ອນວ່າມະນຸດຊາດທັງປວງຖືວ່າ ຜູ້ຊາຍມີສິດອໍານາດເໜືອຜູ້ຍິງ. ພວກເຂົາເຊື່ອວ່າບໍ່ມີຜູ້ຍິງຄົນໃດສາມາດປົກຄອງໄດ້, ມີແຕ່ຜູ້ຊາຍເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເວົ້າວ່າ ຜູ້ຊາຍເປັນຫົວໜ້າຜູ້ຍິງ ເຊິ່ງຜູ້ຍິງຕ້ອງເຊື່ອຟັງຜູ້ຊາຍ ແລະ ບໍ່ສາມາດຢູ່ເໜືອຜູ້ຊາຍໄດ້. ໃນອະດີດ, ການເວົ້າວ່າ ຜູ້ຊາຍຄືຫົວໜ້າຜູ້ຍິງນັ້ນແມ່ນໝາຍເຖິງອາດາມກັບເອວາ ຜູ້ທີ່ຖືກງູລໍ້ລວງ, ບໍ່ໄດ້ໝາຍເຖິງຜູ້ຊາຍ ແລະ ຜູ້ຍິງທີ່ຖືກສ້າງໂດຍພຣະເຢໂຮວາໃນເບື້ອງຕົ້ນ. ແນ່ນອນຢູ່ແລ້ວ ຜູ້ຍິງກໍຕ້ອງເຊື່ອຟັງ ແລະ ຮັກຜົວຂອງນາງ ແລະ ຜູ້ເປັນຜົວກໍຕ້ອງຮຽນຮູ້ທີ່ຈະລ້ຽງດູ ແລະ ສະໜັບສະໜູນຄອບຄົວຂອງຕົນ. ນີ້ແມ່ນກົດເກນ ແລະ ກົດບັນຍັດທີ່ວາງອອກໂດຍພຣະເຢໂຮວາ ເຊິ່ງມະນຸດຊາດຕ້ອງປະຕິບັດຕາມໃນການໃຊ້ຊີວິດຂອງພວກເຂົາຢູ່ເທິງແຜ່ນດິນໂລກນີ້. ພຣະເຢໂຮວາໄດ້ກ່າວຕໍ່ຜູ້ຍິງວ່າ “ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຜົວຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ”. ພຣະອົງກ່າວດັ່ງນັ້ນກໍເພື່ອວ່າມະນຸດ (ນັ້ນກໍຄື ທັງຜູ້ຊາຍ ແລະ ຜູ້ຍິງ) ຈະໄດ້ໃຊ້ຊີວິດເປັນປົກກະຕິຢູ່ພາຍໃຕ້ອຳນາດຂອງພຣະເຢໂຮວາ ແລະ ເພື່ອວ່າຊີວິດຂອງມະນຸດຈະໄດ້ມີໂຄງສ້າງ ແລະ ບໍ່ອອກຈາກຄວາມເປັນລະບົບລະບຽບທີ່ປົກກະຕິ. ດັ່ງນັ້ນ ພຣະເຢໂຮວາ ຈຶ່ງສ້າງກົດເກນທີ່ເໝາະສົມສໍາລັບຜູ້ຊາຍ ແລະ ຜູ້ຍິງຄວນປະຕິບັດຕົນແບບໃດ, ແຕ່ວ່າກົດເກນເຫຼົ່ານີ້ແມ່ນກໍານົດໃຊ້ສະເພາະກັບທຸກສິ່ງທີ່ຖືກສ້າງຂຶ້ນເທິງແຜ່ນດິນໂລກ ແລະ ບໍ່ມີຄວາມກ່ຽວຂ້ອງຫຍັງກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພຣະເຈົ້າຈະເປັນເໝືອນການສ້າງຂອງພຣະອົງໄດ້ແນວໃດ? ພຣະທໍາຂອງພຣະອົງແມ່ນແນໃສ່ມະນຸດຊາດທີ່ພຣະອົງສ້າງຂຶ້ນເທົ່ານັ້ນ ມັນແມ່ນເພື່ອໃຫ້ ມະນຸດຊາດໄດ້ດໍາລົງຊີວິດຢູ່ແບບປົກກະຕິທີ່ພຣະອົງສ້າງຂຶ້ນສໍາລັບຜູ້ຊາຍ ແລະ ຜູ້ຍິງ. ໃນຕົ້ນເດີມນັ້ນ ເມື່ອພຣະເຢໂຮວາເນລະມິດສ້າງມະນຸດຊາດ ພຣະອົງສ້າງມະນຸດສອງປະເພດ, ທັງເພດຊາຍ ແລະ ຍິງ. ສະນັ້ນ ຈຶ່ງມີການແບ່ງແຍກລະຫວ່າງເພດຊາຍ ແລະ ຍິງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ພຣະອົງບໍ່ໄດ້ຕັດສິນໃຈພາລະກິດຂອງພຣະອົງໂດຍອີງຕາມພຣະທໍາທີ່ພຣະອົງໄດ້ກ່າວຕໍ່ອາດາມ ແລະ ເອວາ. ໃນສອງຄັ້ງທີ່ພຣະອົງກາຍເປັນເນື້ອໜັງນັ້ນ ແມ່ນໄດ້ກໍານົດທັງໝົດອີງຕາມຄວາມຄິດຂອງພຣະອົງໃນເວລາທີ່ພຣະອົງສ້າງມະນຸດໃນຄັ້ງທໍາອິດ, ນັ້ນກໍຄື ພຣະອົງສໍາເລັດພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະອົງອີງຕາມເພດຊາຍ ແລະ ເພດຍິງກ່ອນທີ່ພວກເຂົາໄດ້ຖືກເສື່ອມໂຊມອີກ. ຖ້າມະນຸດຊາດຮັບເອົາພຣະທໍາທີ່ກ່າວໂດຍພຣະເຢໂຮວາຕໍ່ອາດາມ ແລະ ເອວາຜູ້ທີ່ຖືກງູລໍ້ລວງ ແລະ ໃຊ້ພຣະທໍາດັ່ງກ່າວນັ້ນເຂົ້າໃນພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ, ແລ້ວພຣະເຢຊູຈະບໍ່ໄດ້ຮັກພັນລະຍາຂອງພຣະອົງ ຕາມທີ່ພຣະອົງຄວນເຮັດບໍ? ດ້ວຍວິທີນີ້ ພຣະເຈົ້າກໍຍັງຈະເປັນພຣະເຈົ້າຢູ່ບໍ? ຖ້າເປັນດັ່ງນັ້ນ ພຣະອົງກໍຍັງຈະສາມາດສໍາເລັດພາລະກິດຂອງພຣະອົງໄດ້ຢູ່ບໍ? ຖ້າວ່າ ມັນຜິດສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າທີ່ຈະເປັນເພດຍິງ, ແລ້ວມັນຈະບໍ່ເປັນການຜິດພາດຢ່າງໃຫຍ່ຫຼວງເຊັ່ນດຽວກັນບໍ ທີ່ພຣະເຈົ້າໄດ້ສ້າງຜູ້ຍິງຂຶ້ນມາ? ຖ້າຜູ້ຄົນຍັງເຊື່ອວ່າ ມັນຜິດສໍາລັບພຣະເຈົ້າຈະບັງເກີດເປັນຜູ້ຍິງ, ແລ້ວພຣະເຢຊູ ຈະບໍ່ຜິດເຊັ່ນດຽວກັນກັບການບັງເກີດເປັນມະນຸດໃນປັດຈຸບັນບໍ ທີ່ພຣະອົງບໍ່ໄດ້ແຕ່ງດອງ ແລະ ດັ່ງນັ້ນບໍ່ສາມາດຮັກພັນລະຍາຂອງພຣະອົງໄດ້? ໃນເມື່ອເຈົ້າເອົາຂໍ້ພຣະທໍາທີ່ກ່າວຕໍ່ເອວາມາວັດແທກຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ເຈົ້າກໍຕ້ອງໃຊ້ຂໍ້ພຣະທໍາທີ່ພຣະເຢໂຮວາກ່າວຕໍ່ອາດາມນັ້ນມາຕັດສິນພຣະເຢຊູເຈົ້າ ຜູ້ກາຍເປັນເນື້ອໜັງໃນຍຸກແຫ່ງພຣະຄຸນ. ສິ່ງເຫຼົ່ານີ້ບໍ່ແມ່ນອັນໜຶ່ງອັນດຽວກັນແມ່ນບໍ? ໃນເມື່ອເຈົ້າຮັບເອົາການວັດແທກຂອງພຣະເຢຊູເຈົ້າອີງຕາມເພດຊາຍທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ, ແລ້ວເຈົ້າກໍບໍ່ຕ້ອງຕັດສິນຄວາມຈິງກ່ຽວກັບການບັງເກີດເປັນມະນຸດໃນປັດຈຸບັນ ໂດຍອີງຕາມເພດຍິງຜູ້ທີ່ຖືກລໍ້ລວງດ້ວຍງູ. ສິ່ງນີ້ບໍ່ຍຸຕິທໍາເລີຍ! ຖ້າເຈົ້າຕັດສິນພຣະເຈົ້າແບບນີ້ໄດ້ພິສູດໃຫ້ເຫັນວ່າເຈົ້າຂາດເຫດຜົນ. ເມື່ອພຣະເຢໂຮວາກາຍເປັນເນື້ອໜັງສອງຄັ້ງ, ເພດຂອງເນື້ອໜັງພຣະອົງກໍກ່ຽວຂ້ອງກັບຊາຍ ແລະ ຍິງຜູ້ທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ; ມັນກໍສອດຄ່ອງກັບຊາຍ ແລະ ຍິງທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ, ພຣະອົງຈຶ່ງກາຍເປັນເນື້ອໜັງມະນຸດສອງຄັ້ງ. ບໍ່ຕ້ອງຄິດວ່າ ຄວາມເປັນຜູ້ຊາຍຂອງພຣະເຢຊູແມ່ນຄືກັນກັບອາດາມຜູ້ທີ່ຖືກລໍ້ລວງດ້ວຍງູ. ທັງສອງແມ່ນບໍ່ກ່ຽວຂ້ອງກັນ ແລະ ທັງສອງເປັນຜູ້ຊາຍທີ່ມີທຳມະຊາດແຕກຕ່າງກັນຢ່າງສິ້ນເຊີງ. ແນ່ນອນ ຄວາມເປັນຜູ້ຊາຍຂອງພຣະເຢຊູຈະບໍ່ສາມາດພິສູດວ່າພຣະອົງເທົ່ານັ້ນຄືຫົວໜ້າຜູ້ຍິງທັງໝົດ ແຕ່ບໍ່ແມ່ນຫົວໜ້າຜູ້ຊາຍທັງໝົດ? ພຣະອົງບໍ່ແມ່ນກະສັດຂອງຊາວຍິວທັງໝົດບໍ (ລວມທັງຜູ້ຊາຍ ແລະ ຍິງ)? ພຣະອົງເອງຄືພຣະເຈົ້າ. ພຣະອົງບໍ່ແມ່ນຫົວໜ້າຜູ້ຍິງ ແຕ່ເປັນຫົວໜ້າຜູ້ຊາຍອີກດ້ວຍ. ພຣະອົງຄືພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ມີຊີວິດ ແລະ ເປັນຫົວໜ້າຂອງສິ່ງທີ່ມີຊີວິດທັງປວງ. ເຈົ້າຈະກຳນົດຄວາມເປັນຜູ້ຊາຍຂອງພຣະເຢຊູວ່າເປັນສັນຍາລັກໃນການເປັນຫົວໜ້າຂອງຜູ້ຍິງໄດ້ແນວໃດ? ນີ້ບໍ່ແມ່ນເປັນການໝິ່ນປະໝາດພຣະອົງບໍ? ພຣະເຢຊູເປັນເພດຊາຍທີ່ບໍ່ໄດ້ຖືກເສື່ອມໂຊມ. ພຣະອົງຄືພຣະເຈົ້າ, ພຣະອົງຄືພຣະຄຣິດ, ພຣະອົງຄືພຣະຜູ້ເປັນເຈົ້າ. ແລ້ວຈະໃຫ້ພຣະອົງເປັນຜູ້ຊາຍທີ່ຄືອາດາມ ຜູ້ທີ່ຖືກເສື່ອມໂຊມໄດ້ແນວໃດ? ພຣະເຢຊູຄືເນື້ອໜັງທີ່ສະຖິດໂດຍພຣະວິນຍານອັນບໍລິສຸດທີ່ສຸດຂອງພຣະເຈົ້າ. ແລ້ວເຈົ້າຈະຫາວ່າພຣະອົງມີຄວາມເປັນຜູ້ຊາຍຄືອາດາມໄດ້ແນວໃດ? ຖ້າເປັນດັ່ງນັ້ນ, ພາລະກິດຂອງພຣະເຈົ້າທັງໝົດຈະບໍ່ຜິດບໍ? ພຣະເຢໂຮວາໄດ້ລວມຢູ່ໃນພຣະເຢຊູ ເຊິ່ງເປັນລັກສະນະຜູ້ຊາຍຂອງອາດາມທີ່ຖືກລໍ້ລວງໂດຍງູພິດ? ການບັງເກີດເປັນມະນຸດໃນປັດຈຸບັນນີ້ບໍ່ແມ່ນພາລະກິດອີກສ່ວນໜຶ່ງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີເພດແຕກຕ່າງຈາກພຣະເຢຊູ ແຕ່ມີທຳມະຊາດຄ້າຍຄືພຣະອົງບໍ? ເຈົ້າຍັງຈະກ້າເວົ້າວ່າພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດເປັນຜູ້ຍິງໄດ້ ຍ້ອນວ່າຜູ້ຍິງຄືຜູ້ທໍາອິດທີ່ຖືກລໍ້ລວງດ້ວຍງູຢູ່ບໍ? ເຈົ້າຍັງຈະກ້າເວົ້າຢູ່ບໍ່ວ່າ ຍ້ອນຜູ້ຍິງເປັນເພດທີ່ບໍ່ສະອາດທີ່ສຸດ ແລະ ເປັນແຫຼ່ງກໍາເນີດຂອງການເສື່ອມຊາມຂອງມະນຸດ ສະນັ້ນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງດັ່ງຜູ້ຍິງ? ເຈົ້າກ້າຍຶດໜັ້ນໃນຄໍາເວົ້າບໍວ່າ “ຜູ້ຍິງຈະຕ້ອງເຊື່ອຟັງຜູ້ຊາຍສະເໝີ ແລະ ບໍ່ສາມາດປາກົດຕົວ ຫຼື ເປັນຕົວແທນພຣະເຈົ້າໄດ້ໂດຍກົງ”? ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ຜ່ານມາ ແຕ່ເຈົ້າພັດດູໝິ່ນພາລະກິດຂອງພຣະເຈົ້າ ໂດຍສະເພາະໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ? ຖ້າເຈົ້າຍັງບໍ່ສາມາດເຫັນສິ່ງນີ້ຢ່າງຈະແຈ້ງ, ທາງທີ່ດີໃຫ້ເຈົ້າລະວັງລິ້ນຂອງເຈົ້າໃຫ້ດີ ເພາະຢ້ານວ່າຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງເຈົ້າຈະຖືກເປີດເຜີຍ ແລະ ຄວາມໜ້າກຽດຊັງຂອງເຂົາຈະຖືກເປີດໂປງ. ຢ່າຄິດວ່າເຈົ້າເຂົ້າໃຈທຸກສິ່ງ. ເຮົາຂໍບອກເຈົ້າວ່າ ທັງໝົດທີ່ເຈົ້າໄດ້ເຫັນ ແລະ ຜະເຊີນ ແມ່ນບໍ່ພຽງພໍສໍາລັບເຈົ້າທີ່ຈະເຂົ້າໃຈແມ່ນແຕ່ໜຶ່ງສ່ວນພັນຂອງແຜນການຄຸ້ມຄອງຂອງເຮົາ. ສະນັ້ນ ເຫດໃດເຈົ້າຈຶ່ງປະພຶດຢ່າງທະນົງຕົວແບບນີ້? ພອນສະຫວັນອັນເລັກນ້ອຍ ແລະ ຄວາມຮູ້ອັນເລັກນ້ອຍຂອງເຈົ້າບໍ່ພຽງພໍສໍາລັບພຣະເຢຊູທີ່ຈະນໍາໃຊ້ເຂົ້າໃນພາລະກິດຂອງພຣະອົງແມ່ນແຕ່ວິນາທີດຽວ. ແທ້ຈິງແລ້ວ ເຈົ້າມີປະສົບການຫຼາຍປານໃດ? ສິ່ງທີ່ເຈົ້າເຫັນ ແລະ ສິ່ງທັງໝົດທີ່ເຈົ້າໄດ້ຍິນຕະຫຼອດຊີວິດຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຈິນຕະນາການໄວ້ ແມ່ນນ້ອຍກວ່າພາລະກິດທີ່ເຮົາເຮັດໃນຊ່ວງເວລາດຽວອີກ! ທາງທີ່ດີ ເຈົ້າບໍ່ຄວນຫາເລື່ອງ ແລະ ຈັບຜິດ. ເຈົ້າສາມາດອວດດີສໍ່າທີ່ເຈົ້າຕ້ອງການ, ແຕ່ເຈົ້າກໍເປັນພຽງສິ່ງທີ່ມີຊີວິດ ເຊິ່ງບໍ່ແມ່ນແຕ່ທຽບເທົ່າກັບໂຕມົດ! ທັງໝົດທີ່ເຈົ້າມີຢູ່ໃນທ້ອງຂອງເຈົ້າແມ່ນນ້ອຍກວ່າສິ່ງທີ່ໂຕມົດມີຢູ່ໃນຕົວມັນອີກ! ຢ່າຄິດວ່າ ຍ້ອນເຈົ້າໄດ້ຮັບປະສົບການບາງຢ່າງ ແລະ ໄດ້ເປັນຜູ້ອາວຸໂສ ສະນັ້ນເຈົ້າຈຶ່ງມີສິດຊີ້ຕີນຊີ້ມື ແລະ ເວົ້າໃຫຍ່ໄດ້ຢ່າງຕາມໃຈ. ປະສົບການຂອງເຈົ້າ ແລະ ຄວາມອາວຸໂສຂອງເຈົ້າບໍ່ແມ່ນຜົນຮັບມາຈາກພຣະທໍາທີ່ເຮົາກ່າວບໍ? ເຈົ້າເຊື່ອວ່າເຈົ້າຊື້ພຣະທໍາເຫຼົ່ານັ້ນດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງເຈົ້າເອງບໍ? ປັດຈຸບັນນີ້ ເຈົ້າເຫັນວ່າ ເຮົາໄດ້ກາຍເປັນເນື້ອໜັງ ແລະ ພຽງສິ່ງນີ້ສິ່ງດຽວ ເຈົ້າກໍເຕັມໄປດ້ວຍແນວຄວາມຄິດຕ່າງໆນາໆ ແລະ ໄດ້ຮັບແນວຄິດຢ່າງຫຼວງຫຼາຍຈາກພວກມັນ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງເຮົາ, ເຖິງແມ່ນວ່າເຈົ້າຈະມີພອນສະຫວັນພິເສດ ເຈົ້າກໍຈະບໍ່ມີແນວຄວາມຄິດຫຼາຍປານນັ້ນ ແລະ ບໍ່ແມ່ນຍ້ອນສິ່ງເຫຼົ່ານີ້ບໍ ທີ່ກໍ່ໃຫ້ເກີດມີແນວຄິດຕ່າງໆຂອງເຈົ້າ? ຖ້າພຣະເຢຊູບໍ່ໄດ້ກາຍເປັນເນື້ອໜັງໃນຄັ້ງທໍາອິດນັ້ນ ເຈົ້າຈະເຖິງກັບຮູ້ກ່ຽວກັບການບັງເກີດເປັນມະນຸດຢູ່ບໍ? ບໍ່ແມ່ນເປັນຍ້ອນການບັງເກີດເປັນມະນຸດຄັ້ງທໍາອິດບໍ ທີ່ເຮັດໃຫ້ເຈົ້າມີຄວາມຮູ້ ເຊິ່ງເຈົ້າອວດດີທີ່ຈະພະຍາຍາມຕັດສິນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະອົງ? ເປັນຫຍັງ ແທນທີ່ຈະເປັນຜູ້ຕິດຕາມດ້ວຍຢ່າງເຊື່ອຟັງ ເຈົ້າຈຶ່ງຕ້ອງຄົ້ນຄວ້າສຶກສາມັນ? ເມື່ອເຈົ້າໄດ້ເຂົ້າສູ່ກະແສນີ້ ແລະ ມາຢູ່ຕໍ່ໜ້າພຣະເຈົ້າຜູ້ບັງເກີດເປັນມະນຸດ ພຣະອົງຈະປ່ອຍໃຫ້ເຈົ້າໄດ້ຄົ້ນຄວ້າກ່ຽວກັບພຣະອົງຢູ່ບໍ? ເຈົ້າສາມາດສຶກສາປະຫວັດຄອບຄົວຂອງເຈົ້າ, ແຕ່ວ່າ ຖ້າເຈົ້າພະຍາຍາມສຶກສາ “ປະຫວັດຄອບຄົວ” ຂອງພຣະເຈົ້າ, ພຣະເຈົ້າໃນປັດຈຸບັນຈະປ່ອຍໃຫ້ເຈົ້າດໍາເນີນການສຶກສາດັ່ງກ່າວຢູ່ບໍ? ເຈົ້າບໍ່ແມ່ນຕາບອດບໍ? ເຈົ້າບໍ່ແມ່ນນໍາເອົາຄວາມດູຖູກມາສູ່ຕົນເອງບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 130)

ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ; ເຖິງແມ່ນວ່າເນື້ອຫາຂອງສິ່ງທີ່ພວກເຮົາກະທໍາ ແລະ ພາລະກິດທີ່ພວກເຮົາດໍາເນີນຈະບໍ່ຄືກັນ, ແຕ່ພວກເຮົາແມ່ນຄືກັນໃນດ້ານແກ່ນແທ້; ເນື້ອໜັງຂອງພວກເຮົາແມ່ນຢູ່ໃນຮູບແບບທີ່ແຕກຕ່າງກັນ, ແຕ່ນີ້ແມ່ນຍ້ອນການປ່ຽນແປງໃນຍຸກ ແລະ ຄວາມຕ້ອງການຂອງພາລະກິດຂອງພວກເຮົາທີ່ແຕກຕ່າງກັນ; ພັນທະກິດຂອງພວກເຮົາບໍ່ຄືກັນ ດັ່ງນັ້ນພາລະກິດທີ່ພວກເຮົານໍາມາ ແລະ ອຸປະນິໄສທີ່ພວກເຮົາເປີດເຜີຍຕໍ່ມະນຸດແມ່ນແຕກຕ່າງເຊັ່ນກັນ. ນັ້ນຄືເຫດຜົນທີ່ມະນຸດເຫັນ ແລະ ເຂົ້າໃຈວ່າ ມື້ນີ້ແມ່ນບໍ່ຄືສິ່ງທີ່ຜ່ານມາ, ນີ້ເປັນຍ້ອນການປ່ຽນແປງໃນຍຸກ. ເຖິງວ່າພຣະອົງທັງສອງຈະມີຄວາມແຕກຕ່າງທາງເພດ ແລະ ຮູບຮ່າງດ້ານເນື້ອໜັງພຣະອົງທັງສອງ ເຊິ່ງພຣະອົງທັງສອງບໍ່ໄດ້ບັງເກີດຈາກຄອບຄົວດຽວກັນ, ແຮງໄກທີ່ຢູ່ໃນຊ່ວງເວລາດຽວກັນອີກ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະອົງທັງສອງແມ່ນເປັນອົງດຽວກັນ. ເຖິງວ່າເນື້ອໜັງຂອງພຣະອົງທັງສອງບໍ່ໄດ້ມີເລືອດ ຫຼື ຄວາມສຳພັນທາງຮ່າງກາຍຊະນິດໃດໜຶ່ງ, ແຕ່ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງທັງສອງຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໃນສອງຊ່ວງເວລາທີ່ແຕກຕ່າງກັນ. ການທີ່ພຣະອົງທັງສອງບັງເກີດເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ ເປັນຄວາມຈິງທີ່ໂຕ້ແຍ້ງບໍ່ໄດ້. ເຖິງຢ່າງໃດກໍ່ຕາມ ພຣະອົງທັງສອງບໍ່ແມ່ນສາຍເລືອດດຽວກັນ ແລະ ບໍ່ໄດ້ເວົ້າພາສາດຽວກັນ (ຜູ້ໜຶ່ງເປັນເພດຊາຍທີ່ເວົ້າພາສາຢີວ ແລະ ອີກຄົນໜຶ່ງເປັນເພດຍິງທີ່ເວົ້າແຕ່ພາສາຈີນເທົ່ານັ້ນ). ຍ້ອນສາເຫດເຫຼົ່ານີ້ ທີ່ພຣະອົງທັງສອງຈຶ່ງໄດ້ດໍາລົງຊີວິດຢູ່ໃນປະເທດທີ່ແຕກຕ່າງກັນ ແລະ ໃນຊ່ວງເວລາທີ່ແຕກຕ່າງກັນເຊັ່ນກັນ ເພື່ອປະຕິບັດພາລະກິດທີ່ເຮັດໃຫ້ແຕ່ລະອົງໄດ້ປະຕິບັດ. ເຖິງແມ່ນວ່າ ພຣະອົງທັງສອງຈະເປັນພຣະວິນຍານອົງດຽວກັນກໍຕາມ, ມີແກ່ນແທ້ຄືກັນ, ແຕ່ຮູບຮ່າງພາຍນອກຂອງພຣະອົງທັງສອງແມ່ນບໍ່ມີຄວາມຄ້າຍຄືກັນຈັກໜ້ອຍເລີຍ. ສິ່ງທີ່ພຣະອົງທັງສອງມີຄວາມຄ້າຍຄືກັນກໍມີພຽງຄວາມເປັນມະນຸດເທົ່ານັ້ນ, ແຕ່ເທົ່າທີ່ກ່ຽວກັບລັກສະນະພາຍນອກຂອງເນື້ອໜັງຂອງພຣະອົງທັງສອງ ແລະ ສະພາບການກໍາເນີດຂອງພຣະອົງທັງສອງ, ພຣະອົງທັງສອງແມ່ນບໍ່ຄືກັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດໃຜລາວຂອງພຣະອົງທັງສອງ ຫຼື ຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງທັງສອງ, ຍ້ອນວ່າ ໃນການວິເຄາະຂັ້ນສຸດທ້າຍກໍຈະເຫັນວ່າ ພຣະອົງທັງສອງແມ່ນເປັນພຣະວິນຍານອົງດຽວກັນ ແລະ ບໍ່ມີໃຜສາມາດແຍກພຣະອົງທັງສອງອອກຈາກກັນໄດ້. ເຖິງແມ່ນວ່າພຣະອົງທັງສອງຈະບໍ່ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ຊີວິດທັງໝົດຂອງພຣະອົງທັງສອງແມ່ນຄວບຄຸມພຣະວິນຍານຂອງພຣະອົງທັງສອງ ເຊິ່ງມອບໝາຍພາລະກິດທີ່ແຕກຕ່າງກັນໃຫ້ພຣະອົງທັງສອງນໍາໄປປະຕິບັດຢູ່ໃນຊ່ວງເວລາທີ່ແຕກຕ່າງກັນ ແລະ ເນື້ອໜັງຂອງພຣະອົງທັງສອງກໍ່ມາຈາກສາຍເລືອດທີ່ຕ່າງກັນ. ພຣະວິນຍານຂອງພຣະເຢໂຮວາກໍບໍ່ແມ່ນພໍ່ຂອງພຣະວິນຍານຂອງພຣະເຢຊູ ແລະ ພຣະວິນຍານຂອງພຣະເຢຊູກໍບໍ່ແມ່ນບຸດຊາຍຂອງພຣະວິນຍານຂອງພຣະເຢໂຮວາ: ພຣະອົງທັງສອງຄືໜຶ່ງດຽວ ແລະ ເປັນພຣະວິນຍານອົງດຽວກັນ. ໃນທຳນອງດຽວກັນ ພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນ ແລະ ພຣະເຢຊູບໍ່ໄດ້ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ພຣະອົງທັງສອງຄືອົງດຽວກັນ ນີ້ກໍຍ້ອນວ່າພຣະວິນຍານຂອງພຣະອົງທັງສອງແມ່ນອັນດຽວກັນ. ພຣະເຈົ້າສາມາດປະຕິບັດພາລະກິດແຫ່ງຄວາມເມດຕາ ແລະ ຄວາມຮັກກະລຸນາ ພ້ອມດ້ວຍການພິພາກສາທີ່ທ່ຽງທໍາ ແລະ ການຂ້ຽນຕີມະນຸດ ແລະ ການສາບແຊ່ງມະນຸດ; ແລະໃນທີ່ສຸດ ພຣະອົງສາມາດປະຕິບັດພາລະກິດແຫ່ງການທໍາລາຍໂລກ ແລະ ລົງໂທດຄົນຊົ່ວ. ພຣະອົງບໍ່ໄດ້ກະທໍາທັງໝົດນີ້ດ້ວຍຕົນເອງບໍ? ແລ້ວນີ້ບໍ່ແມ່ນອຳນາດອັນໄພສານຂອງພຣະເຈົ້າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 131)

ໃນເມື່ອພຣະເຈົ້າເປັນຜູ້ຍິ່ງໃຫຍ່ທົ່ວທັງຈັກກະວານ ແລະ ໃນອານາຈັກເບື້ອງເທິງ, ແລ້ວພຣະອົງຈະອະທິບາຍທັງໝົດກ່ຽວກັບພຣະອົງເອງໂດຍໃຊ້ພາບຫຼັກຂອງເນື້ອໜັງເທົ່ານັ້ນບໍ? ພຣະເຈົ້າເຂົ້າສວມໃສ່ເນື້ອໜັງນີ້ເພື່ອປະຕິບັດພາລະກິດຂັ້ນຕອນໜຶ່ງຂອງພຣະອົງເທົ່ານັ້ນ. ບໍ່ມີຄວາມໝາຍໃດໆທີ່ສະເພາະຕໍ່ພາບລັກຂອງເນື້ອໜັງນີ້, ມັນບໍ່ມີສ່ວນກ່ຽວຂ້ອງກັບຍຸກທີ່ຜ່ານມາ ຫຼື ບໍ່ມີຫຍັງກ່ຽວພັນກັບອຸປະນິໄສຂອງພຣະເຈົ້າ. ເປັນຫຍັງພຣະເຢຊູຈຶ່ງບໍ່ຍອມໃຫ້ພາບຫຼັກຂອງພຣະອົງຍັງຄົງຢູ່? ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ມະນຸດແຕ້ມຮູບພາບຂອງພຣະອົງ ເພື່ອສິ່ງນັ້ນຈະຖ່າຍທອດໄປສູ່ລຸ້ນຕໍ່ໆໄປ? ເປັນຫຍັງພຣະອົງຈຶ່ງບໍ່ຍອມໃຫ້ຜູ້ຄົນຮັບຮູ້ວ່າ ພາບຫຼັກຂອງພຣະອົງເປັນພາບຫຼັກຂອງພຣະເຈົ້າ? ເຖິງແມ່ນລັກສະນະຂອງມະນຸດຖືກສ້າງໃນພາບຫຼັກຂອງພຣະເຈົ້າ, ມັນເປັນໄປໄດ້ບໍທີ່ຈະໃຫ້ຮູບຮ່າງຂອງມະນຸດເປັນຕົວແທນໃຫ້ກັບພາບຫຼັກອັນສູງສົ່ງຂອງພຣະເຈົ້າ? ເມື່ອພຣະເຈົ້າກາຍມາເປັນມະນຸດ, ພຣະອົງສະເດັດລົງຈາກສະຫວັນມາສູ່ເນື້ອໜັງສະເພາະໃດໜຶ່ງເທົ່ານັ້ນ. ເປັນພຣະວິນຍານຂອງພຣະອົງທີ່ລົງມາສູ່ເນື້ອໜັງ ເຊິ່ງວິທີທີ່ພຣະອົງປະຕິບັດພາລະກິດຂອງພຣະວິນຍານ. ເປັນພຣະວິນຍານທີ່ປາກົດຕົວໃນເນື້ອໜັງ ແລະ ເປັນພຣະວິນຍານທີ່ປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພາລະກິດທີ່ກະທຳໃນເນື້ອໜັງເປັນຕົວແທນຢ່າງສົມບູນໃຫ້ກັບພຣະວິນຍານ ແລະ ເນື້ອໜັງແມ່ນເພື່ອພາລະກິດ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພາບລັກສະນະຂອງເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກອັນແທ້ຈິງຂອງພຣະເຈົ້າໄດ້; ນີ້ບໍ່ແມ່ນເປົ້າໝາຍ ຫຼື ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນມະນຸດ. ພຣະອົງກາຍມາເປັນມະນຸດເພື່ອວ່າພຣະວິນຍານຈະພົບສະຖານທີ່ເພື່ອອາໄສຢູ່ເຊິ່ງສອດຄ່ອງກັບການປະຕິບັດພາລະກິດຂອງພຣະອົງ, ຍິ່ງໄປກວ່ານັ້ນກໍ່ເພື່ອບັນລຸພາລະກິດຂອງພຣະອົງໃນເນື້ອໜັງ, ເພື່ອວ່າຜູ້ຄົນຈະສາມາດເຫັນການກະທຳຂອງພຣະອົງ, ເຂົ້າໃຈອຸປະນິໄສຂອງພຣະອົງ, ໄດ້ຍິນພຣະທຳຂອງພຣະອົງ ແລະ ຮູ້ຄວາມອັດສະຈັນຂອງພາລະກິດຂອງພຣະອົງ. ພຣະນາມຂອງພຣະອົງເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ, ພາລະກິດຂອງພຣະອົງເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງ, ແຕ່ພຣະອົງບໍ່ເຄີຍເວົ້າຈັກເທື່ອວ່າ ຮູບຮ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກຂອງພຣະອົງ; ນັ້ນເປັນພຽງຄວາມຄິດຂອງມະນຸດ. ດ້ວຍເຫດນັ້ນ ລັກສະນະທີ່ສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະນາມຂອງພຣະອົງ, ພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ເພດຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນນໍາໃຊ້ເພື່ອເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະອົງໃນຍຸກນີ້. ການປາກົດຕົວໃນເນື້ອໜັງຂອງພຣະອົງບໍ່ມີສ່ວນກ່ຽວຂ້ອງຫຍັງກັບການຄຸ້ມຄອງຂອງພຣະອົງ, ເປັນພຽງແຕ່ເພື່ອເຫັນແກ່ພາລະກິດຂອງພຣະອົງໃນເວລານັ້ນ. ເຖິງຢ່າງໃດກໍຕາມ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າຜູ້ຊົງບັງເກີດເປັນມະນຸດທີ່ຈະບໍ່ມີຮູບຮ່າງໂດຍສະເພາະ, ດ້ວຍເຫດນັ້ນ ພຣະອົງຈຶ່ງເລືອກເອົາຄອບຄົວທີ່ເໝາະສົມເພື່ອກຳນົດເປັນຮູບຮ່າງຂອງພຣະອົງ. ຖ້າຮູບຮ່າງຂອງພຣະເຈົ້າມີຄວາມສຳຄັນໃນການເປັນຕົວແທນຂອງພຣະອົງ, ແລ້ວທຸກຄົນທີ່ມີພາບລັກສະນະໃບໜ້າທີ່ຄ້າຍຄືກັບພຣະອົງແມ່ນເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດ. ສິ່ງນັ້ນຈະບໍ່ແມ່ນຂໍ້ຜິດພາດທີ່ຮ້າຍແຮງທີ່ສຸດບໍ? ຮູບພາບຂອງພຣະເຢຊູແມ່ນຖືກແຕ້ມໂດຍມະນຸດເພື່ອວ່າ ມະນຸດຈະໄດ້ນະມັດສະການພຣະອົງ. ໃນເວລານັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ໃຫ້ຄຳສັ່ງທີ່ພິເສດໃດໆ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງສືບຕໍ່ໃຊ້ພາບວາດທີ່ຈິນຕະນາການຂຶ້ນມານັ້ນຈົນເຖິງປັດຈຸບັນ. ໃນຄວາມຈິງແລ້ວ, ອີງຕາມຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າ, ມະນຸດບໍ່ຄວນເຮັດແບບນີ້. ມັນເປັນພຽງຄວາມກະຕືລືລົ້ນຂອງມະນຸດເທົ່ານັ້ນທີ່ເຮັດໃຫ້ພາບວາດຂອງພຣະເຢຊູຍັງຄົງຢູ່ຈົນເຖິງປັດຈຸບັນ. ພຣະເຈົ້າເປັນພຣະວິນຍານ ແລະ ມະນຸດຈະບໍ່ສາມາດເຂົ້າໃຈວ່າ ພາບລັກສະນະຂອງພຣະອົງເປັນແບບໃດ. ອຸປະນິໄສຂອງພຣະອົງເທົ່ານັ້ນທີ່ສາມາດເປັນຕົວແທນພາບລັກສະນະຂອງພຣະອົງໄດ້. ສຳລັບຮູບຮ່າງດັງຂອງພຣະອົງ, ປາກຂອງພຣະອົງ, ຕາຂອງພຣະອົງ ແລະ ຜົມຂອງພຣະອົງແລ້ວ, ສິ່ງເຫຼົ່ານີ້ແມ່ນຢູ່ນອກເໜືອຄວາມສາມາດເຂົ້າໃຈຂອງເຈົ້າ. ເມື່ອການເປີດເຜີຍມາເຖິງໂຢຮັນ, ລາວໄດ້ເຫັນພາບລັກສະນະຂອງບຸດມະນຸດ ນັ້ນກໍຄື: ມີດາບສອງຄົມອອກຈາກປາກຂອງພຣະອົງ, ຕາຂອງພຣະອົງເປັນເໝືອນກັບແປວໄຟ, ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນກັບຂົນແກະ, ຕີນຂອງພຣະອົງເໝືອນກັບທອງແດງທີ່ຖືກຫຼອມ ແລະ ມີຜ້າບ່ຽງຄຳອ້ອມເອິກຂອງພຣະອົງ. ເຖິງແມ່ນຄຳເວົ້າຂອງລາວຈະແຈ່ມແຈ້ງທີ່ສຸດ, ພາບລັກສະນະຂອງພຣະເຈົ້າທີ່ລາວບັນລະຍາຍບໍ່ແມ່ນພາບລັກສະນະຂອງສິ່ງທີ່ຖືກສ້າງ. ສິ່ງທີ່ລາວເຫັນເປັນພຽງນິມິດ ແລະ ບໍ່ແມ່ນພາບລັກສະນະຂອງບຸກຄົນຈາກໂລກນີ້ເລີຍ. ໂຢຮັນໄດ້ເຫັນນິມິດ, ແຕ່ລາວບໍ່ໄດ້ເຫັນຮູບຮ່າງທີ່ແທ້ຈິງຂອງພຣະເຈົ້າ. ພາບລັກສະນະຂອງເນື້ອໜັງໃນການເປັນມະນຸດຂອງພຣະເຈົ້າ ເຊິ່ງເປັນພາບລັກສະນະຂອງສິ່ງທີ່ຖືກສ້າງ ແມ່ນບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ເມື່ອພຣະເຢໂຮວາສ້າງມະນຸດຊາດ, ພຣະອົງກ່າວວ່າ ພຣະອົງສ້າງໃນລັກສະນະຂອງພຣະອົງເອງ ແລະ ສ້າງຜູ້ຊາຍ ແລະ ຜູ້ຍິງ. ໃນເວລານັ້ນ, ພຣະອົງກ່າວວ່າ ພຣະອົງສ້າງຜູ້ຊາຍ ແລະ ຜູ້ຍິງໃນລັກສະນະຂອງພຣະອົງ. ເຖິງແມ່ນພາບລັກຂອງມະນຸດຄ້າຍຄືກັບພາບລັກຂອງພຣະເຈົ້າ, ສິ່ງນີ້ກໍບໍ່ສາມາດຕີຄວາມໝາຍໄດ້ວ່າ ຮູບຮ່າງຂອງມະນຸດແມ່ນພາບລັກຂອງພຣະເຈົ້າ. ເຈົ້າບໍ່ສາມາດໃຊ້ພາສາຂອງມະນຸດຊາດເພື່ອສະຫຼຸບພາບລັກຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນພຣະເຈົ້າສູງສົ່ງຫຼາຍ, ຍິ່ງໃຫຍ່ຫຼາຍ, ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 132)

ໃນຄັ້ງນີ້, ພຣະເຈົ້າໄດ້ມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ, ມັນບໍ່ແມ່ນເປັນພຽງຮ່າງກາຍຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າເທົ່ານັ້ນ, ມັນຍັງເປັນຮ່າງກາຍທີ່ພຣະອົງກັບຄືນມາສູ່ເນື້ອໜັງ. ມັນເປັນຮ່າງກາຍທີ່ທຳມະດາຫຼາຍ. ເຈົ້າບໍ່ສາມາດເຫັນແມ່ນຫຍັງກໍ່ຕາມທີ່ເຮັດໃຫ້ພຣະອົງໂດດເດັ່ນຈາກຄົນອື່ນ, ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ເນື້ອໜັງທີ່ບໍ່ສຳຄັນນີ້ເປັນສິ່ງທີ່ຮ່າງກາຍຂອງພຣະທຳແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ, ດຳເນີນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ສະແດງອຸປະນິໄສທັງໝົດຂອງພຣະເຈົ້າເພື່ອໃຫ້ມະນຸດໄດ້ເຂົ້າໃຈ. ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຂົ້າໃຈພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ໄດ້ປາຖະໜາຢ່າງຍິ່ງທີ່ຈະເຫັນຈຸດໝາຍປາຍທາງຂອງມະນຸດຊາດບໍ? ພຣະອົງຈະບອກຄວາມລັບທັງໝົດນີ້ໃຫ້ແກ່ເຈົ້າ ເຊິ່ງເປັນຄວາມລັບທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າ ແລະ ພຣະອົງຍັງຈະບອກເຈົ້າກ່ຽວກັບຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງຄືປະຕູຂອງເຈົ້າສູ່ອານາຈັກ ແລະ ຜູ້ນໍາທາງຂອງເຈົ້າສູ່ຍຸກໃໝ່. ເນື້ອໜັງທີ່ທຳມະດາດັ່ງກ່າວມີຄວາມເລິກລັບຫຼາຍຢ່າງທີ່ບໍ່ສາມາດຢັ່ງເຖິງໄດ້. ເຈົ້າອາດບໍ່ຢັ່ງເຖິງການກະທຳຂອງພຣະອົງໄດ້, ແຕ່ເປົ້າໝາຍທັງໝົດໃນພາລະກິດທີ່ພຣະອົງເຮັດກໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າເຫັນວ່າພຣະອົງບໍ່ໄດ້ເປັນເນື້ອໜັງທີ່ທຳມະດາດັ່ງທີ່ຜູ້ຄົນເຊື່ອ. ຍ້ອນພຣະອົງເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າສະແດງອອກຕໍ່ມະນຸດຊາດໃນຍຸກສຸດທ້າຍ. ເຖິງແມ່ນວ່າເຈົ້າບໍ່ສາມາດໄດ້ຍິນ, ພຣະທຳຂອງພຣະອົງກໍ່ເບິ່ງຄືກັບວ່າກຳລັງສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າບໍ່ສາມາດເຫັນສາຍຕາຂອງພຣະອົງເປັນແຟວໄຟ ແລະ ເຖິງແມ່ນວ່າເຈົ້າບໍ່ສາມາດຮັບເອົາການລົງວິໄນຈາກທ່ອນເລັກຂອງພຣະອົງ, ເຖິງແມ່ນວ່າເຈົ້າສາມາດໄດ້ຍິນຈາກພຣະທຳຂອງພຣະອົງວ່າພຣະເຈົ້າໂກດຮ້າຍ ແລະ ຮູ້ວ່າພຣະເຈົ້າກຳລັງສະແດງຄວາມສົງໄສສຳລັບມະນຸດຊາດ; ເຈົ້າສາມາດເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮັບຮູ້ເຖິງຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າໃນສະຫວັນທີ່ດໍາລົງຊີວິດຢູ່ທ່າມກາງມະນຸດເທິງໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ ແລະ ຮັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະອົງໄດ້ກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ. ເຖິງແມ່ນວ່າສິ່ງທີ່ມະນຸດເຫັນໃນມື້ນີ້ຄືພຣະເຈົ້າທີ່ເປັນຄືກັນກັບມະນຸດ, ພຣະເຈົ້າທີ່ມີດັງ ແລະ ຕາສອງເບື້ອງ ແລະ ເປັນພຣະເຈົ້າທີ່ບໍ່ໄດ້ໂດດເດັ່ນ, ໃນທີ່ສຸດແລ້ວ ພຣະເຈົ້າກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນ ແລະ ໂລກກໍ່ຈະຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ; ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນກໍ່ຈະມົວລົງ, ໂລກກໍ່ຈະຈົມລົງສູ່ຄວາມວຸ້ນວາຍ ແລະ ມະນຸດຊາດທັງປວງກໍ່ຈະດຳລົງຊີວິດທ່າມກາງໄພອຶດຢາກ ແລະ ໂຣກລະບາດ. ພຣະອົງກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມາເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນໃນຍຸກສຸດທ້າຍ, ແລ້ວພຣະເຈົ້າຄົງຈະທຳລາຍມະນຸດຊາດທັງປວງໃນນະຮົກຕັ້ງແຕ່ດົນມາແລ້ວ; ຖ້າເນື້ອໜັງນີ້ບໍ່ມີຢູ່, ແລ້ວພວກເຈົ້າກໍ່ຈະເປັນຄົນບາບໜາຕະຫຼອດໄປ ແລະ ພວກເຈົ້າຈະເປັນຊາກສົບຕະຫຼອດໄປ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ມະນຸດຊາດທັງປວງກໍ່ຈະປະສົບກັບຄວາມຫາຍະນະທີ່ບໍ່ສາມາດຫຼົບຫຼີກໄດ້ ແລະ ພົບວ່າມັນເປັນໄປບໍ່ໄດ້ທີ່ຈະຫຼົບໜີການລົງໂທດທີ່ຮ້າຍແຮງຍິ່ງຂຶ້ນທີ່ພຣະເຈົ້າຕັດສິນໃຫ້ເກີດຂຶ້ນຕໍ່ມະນຸດຊາດໃນຍຸກສຸດທ້າຍ. ຖ້າເນື້ອໜັງທີ່ທຳມະດານີ້ບໍ່ໄດ້ກຳເນີດ, ພວກເຈົ້າທຸກຄົນກໍ່ຈະຢູ່ໃນສະພາວະທີ່ພວກເຈົ້າຂໍຊີວິດ ໂດຍທີ່ບໍ່ສາມາດດຳລົງຊີວິດ ແລະ ອະທິຖານຫາຄວາມຕາຍໂດຍທີ່ບໍ່ສາມາດຕາຍ; ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ແລ້ວພວກເຈົ້າກໍ່ຈະບໍ່ສາມາດຮັບເອົາຄວາມຈິງ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າໃນມື້ນີ້ ແຕ່ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມຜິດບາບທີ່ຮ້າຍແຮງຂອງພວກເຈົ້າ. ພວກເຈົ້າຮູ້ບໍວ່າ ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າກັບຄືນມາສູ່ເນື້ອໜັງ, ບໍ່ມີຜູ້ໃດຈະມີໂອກາດໄດ້ຮັບຄວາມລອດພົ້ນ; ແລະ ຖ້າບໍ່ແມ່ນຍ້ອນການມາເຖິງຂອງເນື້ອໜັງນີ້, ພຣະເຈົ້າກໍ່ຈະນໍາການສິ້ນສຸດມາສູ່ຍຸກເດີມຕັ້ງແຕ່ດົນແລ້ວ? ເມື່ອເປັນແບບນີ້, ພວກເຈົ້າຍັງສາມາດປະຕິບັດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າບໍ? ຍ້ອນພວກເຈົ້າສາມາດໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກມະນຸດທີ່ທຳມະດາຄົນນີ້, ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຮັບພຣະອົງຢ່າງຍິນດີ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 133)

ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນວ່າທາງເລືອກຂອງເຈົ້າຖືກຕ້ອງ ຫຼື ບໍ່ ຫຼື ເຈົ້າບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າສາມາດສໍາເລັດໄດ້ ຫຼື ບໍ່, ແລ້ວເປັນຫຍັງເຈົ້າຈິ່ງບໍ່ລອງສ່ຽງເບິ່ງ ແລະ ເບິ່ງວ່າມະນຸດທີ່ທໍາມະດາຄົນນີ້ຈະເປັນປະໂຫຍດຫຼາຍຕໍ່ຕົວເຈົ້າ ຫຼື ບໍ່ ແລະ ພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ໆ ຫຼື ບໍ່? ເຖິງຢ່າງໃດກໍ່ຕາມ, ເຮົາຕ້ອງບອກເຈົ້າວ່າ ໃນເວລາຂອງໂນອາ, ມະນຸດກິນ ແລະ ດື່ມ, ແຕ່ງດອງ ແລະ ຍິນຍອມແຕ່ງດອງຈົນເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້, ສະນັ້ນ ພຣະອົງຈິ່ງສົ່ງນໍ້າຖ້ວມຄັ້ງໃຫຍ່ມາເພື່ອທໍາລາຍມະນຸດຊາດ, ເວັ້ນໄວ້ແຕ່ຄອບຄົວຂອງໂນອາທີ່ມີແປດຄົນ ແລະ ສັດປີກ ແລະ ສັດປ່າທຸກຊະນິດ. ເຖິງຢ່າງໃດກໍ່ຕາມ ໃນຍຸກສຸດທ້າຍ, ຄົນທີ່ພຣະເຈົ້າໄດ້ເວັ້ນໄວ້ນັ້ນລ້ວນແລ້ວແຕ່ເປັນຄົນທີ່ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນວ່າທັງສອງຍຸກຈະເປັນເວລາທີ່ມີຄວາມເສື່ອມຊາມຫຼາຍຈົນພຣະເຈົ້າບໍ່ສາມາດທົນເບິ່ງໄດ້ ແລະ ມະນຸດຊາດໃນທັງສອງຍຸກກໍ່ເສື່ອມຊາມຫຼາຍ ແລະ ປະຕິເສດວ່າພຣະເຈົ້າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ພຣະເຈົ້າໄດ້ທໍາລາຍພຽງແຕ່ຄົນໃນເວລາຂອງໂນອາ. ມະນຸດຊາດໃນທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍໃຈຫຼາຍ ແຕ່ພຣະເຈົ້າກໍ່ຍັງອົດທົນກັບມະນຸດໃນຍຸກສຸດທ້າຍຈົນຮອດຕອນນີ້. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າບໍ່ເຄີຍສົງໄສບໍວ່າເປັນຫຍັງ? ຖ້າພວກເຈົ້າບໍ່ຮູ້ແທ້ໆ ແລ້ວເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍບໍ່ແມ່ນເພາະພວກເຂົາເສື່ອມຊາມໜ້ອຍກວ່າຄົນໃນເວລາຂອງໂນອາ ຫຼື ພວກເຂົາກັບໃຈມາຫາພຣະເຈົ້າ, ແຮງໄກທີ່ຈະເປັນຍ້ອນວ່າເຕັກໂນໂລຊີໃນຍຸກສຸດທ້າຍກ້າວໜ້າຫຼາຍຈົນພຣະເຈົ້າບໍ່ສາມາດຕັດສິນໃຈທຳລາຍພວກເຂົາໄດ້. ກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າມີພາລະກິດທີ່ຕ້ອງເຮັດໃນຄົນກຸ່ມໜຶ່ງໃນຍຸກສຸດທ້າຍ ແລະ ພຣະເຈົ້າຈະເຮັດພາລະກິດນີ້ດ້ວຍພຣະອົງເອງໃນການບັງເກີດເປັນມະນຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະເລືອກເອົາສ່ວນໜຶ່ງຂອງຄົນກຸ່ມນີ້ໃຫ້ເປັນເປົ້າໝາຍໃນຄວາມລອດພົ້ນຂອງພຣະອົງ ແລະ ໝາກຜົນໃນແຜນການຄຸ້ມຄອງຂອງພຣະອົງ ແລະ ນໍາຜູ້ຄົນເຫຼົ່ານີ້ໄປສູ່ຍຸກໃໝ່. ດັ່ງນັ້ນ ບໍ່ວ່າຫຍັງກໍ່ຕາມ, ລາຄານີ້ທີ່ພຣະເຈົ້າໄດ້ຈ່າຍກໍ່ເປັນການກະກຽມສຳລັບພາລະກິດທີ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງຈະເຮັດໃນຍຸກສຸດທ້າຍທັງສິ້ນ. ຂໍ້ແທ້ຈິງທີ່ພວກເຈົ້າໄດ້ມາເຖິງມື້ນີ້ກໍ່ເນື່ອງຈາກເນື້ອໜັງນີ້. ມັນເປັນເພາະພຣະເຈົ້າດຳລົງຊີວິດໃນເນື້ອໜັງ ພວກເຈົ້າຈຶ່ງມີໂອກາດລອດຊີວິດ. ຄວາມໂຊກດີທັງໝົດນີ້ແມ່ນໄດ້ຮັບຍ້ອນມະນຸດທີ່ທຳມະດາຄົນນີ້. ບໍ່ແມ່ນພຽງເທົ່ານີ້, ແຕ່ໃນທີ່ສຸດ ທຸກຊົນຊາດຈະນະມັດສະການມະນຸດທີ່ທຳມະດາຄົນນີ້ ພ້ອມທັງຂອບໃຈ ແລະ ເຊື່ອຟັງມະນຸດທີ່ບໍ່ສຳຄັນຄົນນີ້, ເພາະມັນຄືຄວາມຈິງ, ຊີວິດ ແລະ ຫົນທາງທີ່ພຣະອົງໄດ້ນໍາມາ ເຊິ່ງຊ່ວຍມະນຸດຊາດທັງປວງ, ບັນເທົາຂໍ້ຂັດແຍ້ງລະຫວ່າງມະນຸດ ແລະ ພຣະເຈົ້າ, ເຮັດໃຫ້ໄລຍະທາງລະຫວ່າງພວກເຂົາສັ້ນລົງ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດຂອງພຣະເຈົ້າ ແລະ ມະນຸດ. ມັນເປັນພຣະອົງທີ່ໄດ້ຮັບສະຫງ່າລາສີຫຼາຍຂຶ້ນສຳລັບພຣະເຈົ້າ. ມະນຸດທີ່ທຳມະດາຄົນນີ້ບໍ່ສົມຄວນແກ່ຄວາມໄວ້ວາງໃຈ ແລະ ການເຄົາລົບບູຊາຂອງເຈົ້າບໍ? ເນື້ອໜັງທີ່ທຳມະດາດັ່ງກ່າວບໍ່ເໝາະສົມທີ່ຈະຖືກເອີ້ນວ່າພຣະຄຣິດບໍ? ຄົນທຳມະດາເຊັ່ນນັ້ນຈະບໍ່ສາມາດກາຍມາເປັນການສະແດງອອກຂອງພຣະເຈົ້າໃນທ່າມກາງມະນຸດບໍ? ມະນຸດຄົນດັ່ງກ່າວທີ່ໄດ້ເວັ້ນຊີວິດມະນຸດຊາດຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຂອງພວກເຈົ້າ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະຍຶດຖືພຣະອົງບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກຈາກປາກຂອງພຣະອົງ ແລະ ລັງກຽດການເປັນຢູ່ຂອງພຣະອົງທ່າມກາງພວກເຈົ້າ, ແລ້ວແມ່ນຫຍັງຈະເກີດຂຶ້ນກັບພວກເຈົ້າໃນທີ່ສຸດ?

ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍເກີດຂຶ້ນຜ່ານມະນຸດທຳມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ແກ່ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈະສາມາດຕັດສິນທຸກສິ່ງທີ່ກ່ຽວຂ້ອງກັບເຈົ້າ. ມະນຸດແບບນີ້ຈະສາມາດເປັນດັ່ງທີ່ພວກເຈົ້າເຊື່ອວ່າພຣະອົງເປັນບໍ: ເປັນມະນຸດທີ່ທຳມະດາຫຼາຍທີ່ບໍ່ສົມຄວນຖືກກ່າວເຖິງ? ຄວາມຈິງຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ການເປັນພະຍານເຖິງການກະທຳຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ຫຼື ເສັ້ນທາງທີ່ພຣະອົງນໍາມາບໍ່ສົມຄວນໃຫ້ພວກເຈົ້າໄດ້ຍ່າງບໍ? ເມື່ອໄດ້ເວົ້າ ແລະ ເຮັດທຸກສິ່ງແລ້ວ, ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າກຽດຊັງພຣະອົງ ແລະ ໂຍນພຣະອົງອອກໄປ ແລະ ມອບບ່ອນນອນທີ່ກວ້າງໃຫ້ພຣະອົງ? ນັ້ນຄືມະນຸດຄົນນີ້ທີ່ສະແດງຄວາມຈິງ, ນັ້ນຄືມະນຸດຄົນທີ່ໃຫ້ຄວາມຈິງ ແລະ ນັ້ນຄືມະນຸດຄົນນີ້ທີ່ມອບເສັ້ນທາງໃຫ້ພວກເຈົ້າໄດ້ຕິດຕາມ. ມັນເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດຄົ້ນພົບຮ່ອງຮອຍໃນພາລະກິດຂອງພຣະເຈົ້າພາຍໃນຄວາມຈິງເຫຼົ່ານີ້? ຖ້າບໍ່ມີພາລະກິດຂອງພຣະເຢຊູ, ມະນຸດຊາດຈະບໍ່ສາມາດລົງມາຈາກໄມ້ກາງແຂນ, ແຕ່ຖ້າບໍ່ມີການບັງເກີດເປັນມະນຸດໃນມື້ນີ້ ຄົນທີ່ລົງມາຈາກໄມ້ກາງແຂນຈະບໍ່ສາມາດໄດ້ຮັບການຮອງຮັບຈາກພຣະເຈົ້າ ຫຼື ເຂົ້າສູ່ຍຸກໃໝ່ຈັກເທື່ອ. ຖ້າບໍ່ມີການມາເຖິງຂອງມະນຸດທີ່ທຳມະດາຄົນນີ້, ພວກເຈົ້າຈະບໍ່ມີໂອກາດໄດ້ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ພວກເຈົ້າຈະບໍ່ມີຄຸນສົມບັດທີ່ຈະໄດ້ເຫັນ, ຍ້ອນພວກເຈົ້າທຸກຄົນເປັນສິ່ງຂອງທີ່ຄວນຖືກທຳລາຍຕັ້ງແຕ່ດົນແລ້ວ. ຍ້ອນການມາເຖິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ພຣະເຈົ້າໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມເມດຕາໃຫ້ແກ່ພວກເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະທຳທີ່ເຮົາຕ້ອງປະໄວ້ໃຫ້ແກ່ພວກເຈົ້າໃນຕອນສຸດທ້າຍກໍ່ຍັງເປັນສິ່ງເຫຼົ່ານີ້: ມະນຸດທີ່ທຳມະດາຄົນນີ້ ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ພວກເຈົ້າ. ນີ້ຄືສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າໄດ້ເຮັດທ່າມກາງມະນຸດແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 134)

ເຈົ້າຄວນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າທີ່ແທ້ຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳປະກອບເປັນພຣະເຈົ້າທີ່ແທ້ຈິງ ແລະ ສິ່ງນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ຮູ້ຈັກບຸກຄົນເທົ່ານັ້ນ ນັ້ນກໍຄື ຖ້າເຈົ້າຮູ້ຈັກນິໄສ ແລະ ລັກສະນະຂອງພຣະອົງ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານ ຫຼື ສິ່ງທີ່ພຣະວິນຍານປະຕິບັດໃນເນື້ອໜັງ ແລະ ຖ້າເຈົ້າພຽງແຕ່ໃຫ້ຄວາມໃສ່ໃຈກັບພຣະວິນຍານ ແລະ ພຣະທຳ ແລະ ພຽງແຕ່ອະທິຖານຕໍ່ໜ້າພຣະວິນຍານ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພຣະເຈົ້າທີ່ແທ້ທີ່ແທ້ຈິງ ແລ້ວສິ່ງນີ້ກໍຍັງພິສູດອີກວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າທີ່ແທ້ຈິງທີ່ແທ້ຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງລວມເຖິງການຮູ້ຈັກ ແລະ ການມີປະສົບການໃນພຣະທຳຂອງພຣະອົງ ແລະ ການເຂົ້າໃຈກົດລະບຽບ ແລະ ຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ມັນຍັງລວມເຖິງການຮູ້ຈັກວ່າ ທຸກການກະທຳຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມໂດຍພຣະວິນຍານ ແລະ ພຣະທຳຕ່າງໆທີ່ພຣະອົງກ່າວອອກມາແມ່ນການສຳແດງເຖິງພຣະວິນຍານໂດຍກົງ. ສະນັ້ນ ເພື່ອຮູ້ຈັກພຣະເຈົ້າທີ່ແທ້ຈິງ, ມັນເປັນສິ່ງສຳຄັນທີ່ສຸດທີ່ຕ້ອງຮູ້ຈັກວ່າ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າແນວໃດ; ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງກ່ຽວຂ້ອງກັບການສຳແດງເຖິງພຣະວິນຍານ ເຊິ່ງທຸກຄົນມີສ່ວນຮ່ວມນໍາ.

ແມ່ນຫຍັງຄືລັກສະນະຂອງການສຳແດງເຖິງພຣະວິນຍານ? ບາງຄັ້ງ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ບາງຄັ້ງກໍປະຕິບັດໃນຄວາມເປັນພຣະເຈົ້າ, ແຕ່ໃນທັງສອງກໍລະນີ ແມ່ນຄວບຄຸມໂດຍພຣະວິນຍານ. ວິນຍານຫຍັງກໍຕາມທີ່ຢູ່ພາຍໃນຜູ້ຄົນແມ່ນການສຳແດງອອກພາຍນອກຂອງພວກເຂົາ. ພຣະວິນຍານປະຕິບັດພາລະກິດເປັນປົກກະຕິ ແຕ່ມີສອງສ່ວນທີ່ກ່ຽວກັບການຄວບຄຸມຂອງພຣະວິນຍານ ນັ້ນກໍຄື: ສ່ວນໜຶ່ງແມ່ນພາລະກິດຂອງພຣະອົງໃນຄວາມເປັນມະນຸດ ແລະ ອີກສ່ວນແມ່ນພາລະກິດຂອງພຣະອົງຜ່ານທາງຄວາມເປັນພຣະເຈົ້າ. ເຈົ້າຄວນຮູ້ຈັກສິ່ງນີ້ຢ່າງຊັດເຈນ. ພາລະກິດຂອງພຣະວິນຍານປ່ຽນແປງຕາມສະຖານະການ ນັ້ນກໍຄື: ເມື່ອພາລະກິດຝ່າຍມະນຸດຂອງພຣະອົງຮຽກຮ້ອງຕ້ອງການ ພຣະວິນຍານກໍຈະຄວບຄຸມພາລະກິດຝ່າຍມະນຸດນີ້ ແລະ ເມື່ອພາລະກິດຝ່າຍພຣະເຈົ້າຂອງພຣະອົງຮຽກຮ້ອງຕ້ອງການ ຄວາມເປັນພຣະເຈົ້າກໍຈະປາກົດໂດຍກົງເພື່ອປະຕິບັດພາລະກິດນີ້ໃຫ້ສຳເລັດ. ຍ້ອນພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ແລະ ປາກົດໃນເນື້ອໜັງ, ພຣະອົງຈຶ່ງປະຕິບັດພາລະກິດທັງໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດຖືກຄວບຄຸມໂດຍພຣະວິນຍານ ແລະ ສຳເລັດລົງເພື່ອເປັນທີ່ພໍໃຈຄວາມຕ້ອງການທາງເນື້ອໜັງຂອງຜູ້ຄົນ, ເພື່ອເຮັດໃຫ້ການມີສ່ວນຮ່ວມຂອງພວກເຂົາກັບພຣະອົງງ່າຍຂຶ້ນ, ເພື່ອອະນຸຍາດໃຫ້ພວກເຂົາເຫັນຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າ ແລະ ເພື່ອໃຫ້ພວກເຂົາເຫັນວ່າ ພຣະວິນຍານຂອງພຣະເຈົ້າໄດ້ມາຢູ່ໃນເນື້ອໜັງ ແລະ ຢູ່ທ່າມກາງມະນຸດ, ດຳລົງຊີວິດຮ່ວມກັບມະນຸດ ແລະ ມີສ່ວນຮ່ວມກັບມະນຸດ. ພາລະກິດຂອງພຣະອົງໃນຄວາມເປັນພຣະເຈົ້າແມ່ນເພື່ອຈັດກຽມຊີວິດຂອງຜູ້ຄົນ ແລະ ນໍາພາຜູ້ຄົນໃນທຸກສິ່ງທີ່ເປັນບວກ ໂດຍປ່ຽນແປງອຸປະນິໄສຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຫັນເຖິງການປາກົດຕົວຂອງພຣະວິນຍານໃນເນື້ອໜັງຢ່າງແທ້ຈິງ. ໂດຍລວມແລ້ວ, ການເຕີບໂຕໃນຊີວິດຂອງມະນຸດແມ່ນຖືກບັນລຸໂດຍກົງຜ່ານພາລະກິດຂອງພຣະເຈົ້າ ແລະ ພຣະທຳໃນຄວາມເປັນພຣະເຈົ້າ. ຖ້າຜູ້ຄົນຍອມຮັບພາລະກິດຂອງພຣະເຈົ້າໃນຄວາມເປັນພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງສາມາດບັນລຸການປ່ຽນແປງອຸປະນິໄສຂອງພວກເຂົາໄດ້, ແລ້ວເມື່ອນັ້ນພວກເຂົາຈຶ່ງຈະສາມາດອີ່ມອົກອີ່ມໃຈໃນທາງວິນຍານຂອງພວກເຂົາໄດ້; ນອກຈາກນີ້, ຖ້າມີພາລະກິດໃນຄວາມເປັນມະນຸດຖືກເພີ່ມເຂົ້າໃນສິ່ງນີ້ເທົ່ານັ້ນ ນັ້ນກໍຄື: ການລ້ຽງດູຂອງພຣະເຈົ້າ, ການສະໜັບສະໜູນ ແລະ ການຈັດກຽມໃນຄວາມເປັນມະນຸດ, ຜົນແຫ່ງພາລະກິດຂອງພຣະເຈົ້າຈຶ່ງຈະສາມາດຖືກບັນລຸໄດ້ຢ່າງສົມບູນ. ພຣະເຈົ້າທີ່ແທ້ຈິງທີ່ເວົ້າເຖິງໃນປັດຈຸບັນແມ່ນປະຕິບັດພາລະກິດທັງໃນຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ຜ່ານການປາກົດຕົວຂອງພຣະເຈົ້າທີ່ແທ້ຈິງ, ພາລະກິດ ແລະ ຊີວິດມະນຸດທຳມະດາຂອງພຣະອົງ ແລະ ພາລະກິດທາງພຣະເຈົ້າທັງໝົດຂອງພຣະອົງຈຶ່ງຈະຖືກບັນລຸຢ່າງຄົບຖ້ວນ. ຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຖືກລວມເຂົ້າກັນໃຫ້ກາຍເປັນໜຶ່ງ ແລະ ພາລະກິດຂອງທັງສອງຢ່າງ ແມ່ນຖືກເຮັດໃຫ້ສຳເລັດຜ່ານທາງພຣະທຳ; ບໍ່ວ່າຈະໃນຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ, ພຣະອົງກ່າວພຣະທຳ. ເມື່ອພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ, ພຣະອົງກ່າວໃນພາສາມະນຸດ ເພື່ອຜູ້ຄົນຈະມີສ່ວນຮ່ວມ ແລະ ເຂົ້າໃຈ. ພຣະທຳຂອງພຣະອົງຖືກກ່າວອອກຢ່າງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍ ຈົນເຖິງຂັ້ນທີ່ພຣະທຳເຫຼົ່ານັ້ນສາມາດຈັດກຽມໃຫ້ກັບທຸກຄົນໄດ້; ບໍ່ວ່າຜູ້ຄົນຈະປະກອບດ້ວຍຄວາມຮູ້ ຫຼື ມີການສຶກສາຕໍ່າ ຫຼື ບໍ, ພວກເຂົາກໍສາມາດຮັບເອົາພຣະທຳຂອງພຣະເຈົ້າທັງໝົດໄດ້. ພາລະກິດຂອງພຣະເຈົ້າໃນຄວາມເປັນພຣະເຈົ້າແມ່ນຖືກປະຕິບັດຜ່ານທາງພຣະທຳ ແຕ່ມັນເຕັມໄປດ້ວຍການຈັດກຽມ, ເຕັມໄປດ້ວຍຊີວິດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ, ບໍ່ກ່ຽວພັນເຖິງຄວາມນິຍົມຂອງມະນຸດ ແລະ ປາສະຈາກຂໍ້ຈຳກັດຂອງມະນຸດ, ຢູ່ນອກຂໍ້ຜູກມັດຂອງຄວາມເປັນມະນຸດທີ່ທຳມະດາ; ມັນຖືກປະຕິບັດໃນເນື້ອໜັງ ແຕ່ເປັນການສຳແດງເຖິງພຣະວິນຍານໂດຍກົງ. ຖ້າຜູ້ຄົນພຽງແຕ່ຍອມຮັບພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ ແລ້ວພວກເຂົາກໍຈະຈຳກັດຕົນເອງໃຫ້ຢູ່ແຕ່ໃນຂອບເຂດໃດໜຶ່ງ ແລ້ວຈະຕ້ອງການໆຈັດການ, ການລິຮານ ແລະ ວິໄນເພື່ອເຮັດໃຫ້ເກີດມີການປ່ຽນແປງເລັກນ້ອຍໃນຕົວພວກເຂົາຕະຫຼອດໄປ. ເຖິງຢ່າງໃດກໍຕາມ ຫາກປາສະຈາກພາລະກິດ ຫຼື ການສະຖິດຢູ່ຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະຫັນໄປເພິ່ງຄວາມຊ່ວຍເຫຼືອຈາກວິທີເດີມໆຂອງພວກເຂົາ; ມີແຕ່ຜ່ານທາງພາລະກິດແຫ່ງຄວາມເປັນພຣະເຈົ້າເທົ່ານັ້ນ, ຂໍ້ບົກຜ່ອງ ແລະ ຄວາມຂາດເຂີນເຫຼົ່ານີ້ຈຶ່ງຈະໄດ້ຮັບການແກ້ໄຂ ແລະ ພຽງເມື່ອນັ້ນ ຜູ້ຄົນຈຶ່ງຈະສາມາດຖືກເຮັດໃຫ້ສົມບູນ. ແທນທີ່ຈະເປັນການຈັດການ ແລະ ລິຮານຢ່າງຕໍ່ເນື່ອງ, ສິ່ງທີ່ຈຳເປັນກໍຄືການຈັດກຽມທາງດ້ານບວກ, ການນໍາໃຊ້ພຣະທຳເພື່ອທົດແທນຂໍ້ບົກຜ່ອງທຸກຂໍ້, ນໍາໃຊ້ພຣະທຳເພື່ອເປີດເຜີຍທຸກສະພາວະຂອງຜູ້ຄົນ, ນໍາໃຊ້ພຣະທຳເພື່ອນໍາທາງຊີວິດຂອງພວກເຂົາ, ທຸກຖ້ອຍຄຳຂອງພວກເຂົາ, ທຸກການກະທຳຂອງພວກເຂົາ, ເພື່ອເປີດເຜີຍເຈດຕະນາ ແລະ ຄວາມຕັ້ງໃຈຂອງພວກເຂົາ; ສິ່ງນີ້ຄືພາລະກິດທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງ. ແລ້ວດ້ວຍເຫດນັ້ນ, ໃນທ່າທີຂອງເຈົ້າຕໍ່ພຣະເຈົ້າທີ່ແທ້ຈິງ ເຈົ້າຄວນຍອມຢູ່ຕໍ່ໜ້າຄວາມເປັນມະນຸດຂອງພຣະອົງໃນຄັ້ງດຽວ ໂດຍຮັບຮູ້ ແລະ ຍອມຮັບພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຄວນຍອມຮັບ ແລະ ເຊື່ອຟັງພາລະກິດ ແລະ ພຣະທຳອັນບໍລິສຸດຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງໝາຍຄວາມວ່າ ພາລະກິດ ແລະ ພຣະທຳທຸກຂໍ້ຂອງພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ສຳເລັດຜ່ານຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແລະ ຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື ພຣະວິນຍານຂອງພຣະເຈົ້າທັງຊີ້ນໍາພາລະກິດມະນຸດຂອງພຣະອົງ ແລະ ປະຕິບັດພາລະກິດແຫ່ງຄວາມເປັນພຣະເຈົ້າໃນເນື້ອໜັງ ແລະ ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ເຈົ້າສາມາດເຫັນທັງພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ ແລະ ພາລະກິດອັນສັກສິດອັນສົມບູນແບບຂອງພຣະອົງ; ສິ່ງນີ້ຍິ່ງເປັນຄວາມໝາຍສຳຄັນຕົວຈິງແຫ່ງການປາກົດຕົວທີ່ແທ້ຈິງໃນເນື້ອໜັງຂອງພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າສາມາດເຫັນສິ່ງນີ້ຢ່າງຊັດເຈນ, ເຈົ້າກໍຈະສາມາດເຊື່ອມຕໍ່ທຸກພາກສ່ວນຕ່າງໆທີ່ແຕກຕ່າງກັນຂອງພຣະເຈົ້າ, ເຈົ້າຈະເຊົາໃຫ້ຄວາມສໍາຄັນຫຼາຍເກີນໄປໃນພາລະກິດ ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ເຈົ້າຈະເຊົາໃສ່ໃຈເກີນໄປເຖິງພາລະກິດຂອງພຣະອົງທີ່ຢູ່ໃນຄວາມເປັນມະນຸດດ້ວຍຄວາມລະເລີຍເກີນຄວນ ແລະ ເຈົ້າກໍຈະບໍ່ເຮັດເກີນໄປ ຫຼື ອອກນອກທິດນອກທາງເກີນໄປ. ໂດຍລວມແລ້ວ ຄວາມໝາຍຂອງພຣະເຈົ້າທີ່ແທ້ຈິງ ແມ່ນໝາຍເຖິງພາລະກິດແຫ່ງຄວາມເປັນມະນຸດຂອງພຣະອົງ ແລະ ແຫ່ງຄວາມເປັນພຣະເຈົ້າຂອງພຣະອົງ ໂດຍຖືກຄວບຄຸມໂດຍພຣະວິນຍານ ທີ່ຖືກສຳແດງອອກຜ່ານທາງເນື້ອໜັງຂອງພຣະອົງ ເພື່ອວ່າຜູ້ຄົນຈະສາມາດເຫັນວ່າ ພຣະອົງມີຊີວິດຊີວາຄືຄົນທົ່ວໄປ, ເປັນຈິງ ແລະ ແທ້ຈິງ.

ພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຄວາມເປັນມະນຸດມີຂັ້ນຕອນການປ່ຽນແປງ. ໃນການເຮັດໃຫ້ຄວາມເປັນມະນຸດສົມບູນ, ພຣະອົງເຮັດໃຫ້ຄວາມເປັນມະນຸດຂອງພຣະອົງສາມາດຮັບການຊີ້ນໍາຂອງພຣະວິນຍານ ຫຼັງຈາກນັ້ນ ຄວາມເປັນມະນຸດຂອງພຣະອົງກໍຈະສາມາດຈັດກຽມ ແລະ ລ້ຽງດູຄຣິດຕະຈັກທັງຫຼາຍໄດ້. ນີ້ຄືການສຳແດງອອກໜຶ່ງຢ່າງຂອງພາລະກິດທີ່ທຳມະດາຂອງພຣະເຈົ້າ. ສະນັ້ນ ຖ້າເຈົ້າສາມາດເຫັນຫຼັກການແຫ່ງພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດຢ່າງຊັດເຈນ ແລ້ວເຈົ້າອາດຈະບໍ່ມີແນວຄວາມຄິດກ່ຽວກັບພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ. ບໍ່ວ່າຫຍັງກໍຕາມ, ພຣະວິນຍານຂອງພຣະເຈົ້າບໍ່ສາມາດຜິດໄດ້. ພຣະອົງຖືກ ແລະ ປາສະຈາກຄວາມຜິດພາດ; ພຣະອົງບໍ່ໄດ້ເຮັດຫຍັງກໍຕາມທີ່ບໍ່ຖືກຕ້ອງ. ພາລະກິດສັກສິດແມ່ນການສຳແດງອອກເຖິງຄວາມປະສົງຂອງພຣະເຈົ້າໂດຍກົງ ເຊິ່ງປາສະຈາກການແຊກແຊງຂອງຄວາມເປັນມະນຸດ. ມັນບໍ່ໄດ້ຜ່ານຄວາມສົມບູນ ແຕ່ມາຈາກພຣະວິນຍານໂດຍກົງ. ຢ່າງໃດກໍຕາມ ຄວາມຈິງທີ່ພຣະອົງສາມາດປະຕິບັດພາລະກິດໃນຄວາມເປັນພຣະເຈົ້າໄດ້ກໍຍ້ອນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ; ມັນບໍ່ແມ່ນສິ່ງທີ່ເໜືອທຳມະຊາດເລີຍແມ່ນແຕ່ໜ້ອຍດຽວ ແລະ ເບິ່ງຄືວ່າຖືກປະຕິບັດໂດຍບຸກຄົນທຳມະດາ. ພຣະເຈົ້າລົງມາຈາກສະຫວັນສູ່ແຜ່ນດິນໂລກຕົ້ນຕໍແລ້ວແມ່ນເພື່ອສຳແດງພຣະທຳຂອງພຣະເຈົ້າຜ່ານທາງເນື້ອໜັງ, ເພື່ອເຮັດໃຫ້ພາລະກິດແຫ່ງພຣະວິນຍານຂອງພຣະເຈົ້າສົມບູນໂດຍວິທີການຂອງເນື້ອໜັງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ພຣະເຈົ້າທີ່ແທ້ທີ່ແທ້ຈິງແມ່ນພຣະອົງເຈົ້າເອງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 135)

ໃນປັດຈຸບັນ ຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ແທ້ຈິງກໍຍັງອໍາອຽງເກີນໄປ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມສຳຄັນຂອງການບັງເກີດເປັນມະນຸດກໍຍັງນ້ອຍເກີນໄປ. ກັບເນື້ອໜັງຂອງພຣະເຈົ້າ, ຜູ້ຄົນເຫັນຜ່ານພາລະກິດ ແລະ ພຣະທຳຂອງພຣະອົງວ່າ ພຣະວິນຍານຂອງພຣະເຈົ້າມີຫຼາຍສິ່ງຫຼາຍຢ່າງ, ວ່າພຣະອົງອຸດົມສົມບູນຫຼາຍ. ເຖິງຢ່າງໃດກໍ່ຕາມ, ຄຳພະຍານຂອງພຣະເຈົ້າກໍມາຈາກພຣະວິນຍານຂອງພຣະເຈົ້າໃນທີ່ສູດ ນັ້ນກໍຄື: ສິ່ງທີ່ພຣະເຈົ້າກະທຳໃນເນື້ອໜັງ, ຫຼັກການທີ່ພຣະອົງປະຕິບັດພາລະກິດ, ສິ່ງທີ່ພຣະອົງກະທຳໃນຄວາມເປັນມະນຸດ ແລະ ສິ່ງທີ່ພຣະອົງກະທຳໃນຄວາມເປັນພຣະເຈົ້າ. ຜູ້ຄົນຕ້ອງມີຄວາມຮູ້ກ່ຽວກັບສິ່ງນີ້. ໃນປັດຈຸບັນ ເຈົ້າສາມາດນະມັດສະການບຸກຄົນນີ້ ໃນຂະນະທີ່ໃນແກ່ນແທ້ແລ້ວ ເຈົ້າກຳລັງນະມັດສະການພຣະວິນຍານ ແລະ ນັ້ນຄືສິ່ງເລັກນ້ອຍທີ່ສຸດທີ່ຜູ້ຄົນຄວນບັນລຸໃນຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ນັ້ນກໍຄື: ການຮູ້ແກ່ນແທ້ຂອງພຣະວິນຍານຜ່ານເນື້ອໜັງ, ການຮູ້ພາລະກິດສັກສິດຂອງພຣະວິນຍານໃນເນື້ອໜັງ ແລະ ພາລະກິດມະນຸດໃນເນື້ອໜັງ, ການຍອມຮັບພຣະທຳທຸກຂໍ້ ແລະ ຖ້ອຍຄຳໃນເນື້ອໜັງຂອງພຣະວິນຍານ ແລະ ການເຫັນວ່າ ພຣະວິນຍານຂອງພຣະເຈົ້າຊີ້ນໍາເນື້ອໜັງ ແລະ ສຳແດງລິດອຳນາດຂອງພຣະອົງໃນເນື້ອໜັງແນວໃດ. ນີ້ໝາຍຄວາມວ່າ ມະນຸດໄດ້ຮູ້ຈັກພຣະວິນຍານໃນສະຫວັນຜ່ານທາງເນື້ອໜັງ; ການປາກົດຕົວຂອງພຣະເຈົ້າທີ່ແທ້ຈິງທ່າມກາງມະນຸດໄດ້ກຳຈັດພຣະເຈົ້າເລື່ອນລອຍທີ່ຢູ່ໃນແນວຄິດຂອງຜູ້ຄົນ. ການນະມັດສະການພຣະເຈົ້າທີ່ແທ້ຈິງຂອງຜູ້ຄົນໄດ້ເພີ່ມຄວາມເຊື່ອຟັງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຜ່ານພາລະກິດສັກສິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ພາລະກິດມະນຸດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມະນຸດຈຶ່ງສາມາດຮັບການເປີດເຜີຍ ແລະ ໄດ້ຮັບການດູແລ ແລະ ມີການບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງມະນຸດ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການມາຂອງພຣະວິນຍານໃນເນື້ອໜັງ ແລະ ຈຸດປະສົງຕົ້ນຕໍ ກໍແມ່ນເພື່ອໃຫ້ຜູ້ຄົນໄດ້ມີສ່ວນຮ່ວມກັບພຣະເຈົ້າ, ເພິ່ງພາພຣະເຈົ້າ ແລະ ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ.

ໂດຍລວມແລ້ວ ແມ່ນຫຍັງຄືທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າທີ່ແທ້ຈິງ? ເຈົ້າຮູ້ຫຍັງກ່ຽວກັບການບັງເກີດເປັນມະນຸດ, ກ່ຽວກັບການປາກົດຕົວໃນເນື້ອໜັງຂອງພຣະທຳ, ກ່ຽວກັບການປາກົດຕົວໃນເນື້ອໜັງຂອງພຣະເຈົ້າ, ກ່ຽວກັບການກະທຳຂອງພຣະເຈົ້າທີ່ແທ້ຈິງ? ຫົວຂໍ້ຫຼັກຂອງການສົນທະນາໃນປັດຈຸບັນແມ່ນຫຍັງ? ການບັງເກີດເປັນມະນຸດ, ການມາຂອງພຣະທໍາໃນເນື້ອໜັງ ແລະ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ ລ້ວນເປັນປະເດັນທີ່ຕ້ອງໄດ້ຮັບການເຂົ້າໃຈ. ພວກເຈົ້າຕ້ອງໄດ້ເຂົ້າໃຈບັນຫາເຫຼົ່ານີ້ເທື່ອລະໜ້ອຍ ແລະ ຕ້ອງມີຄວາມຮູ້ທີ່ຊັດເຈນກ່ຽວກັບພວກມັນໃນປະສົບການຊີວິດຂອງພວກເຈົ້າ ໂດຍອີງຕາມວຸດທິພາວະຂອງພວກເຈົ້າ ແລະ ອີງຕາມຍຸກສະໄໝ. ຂະບວນການທີ່ຜູ້ຄົນມີປະສົບການກັບພຣະທຳຂອງພຣະເຈົ້າກໍຄືກັບຂະບວນການທີ່ພວກເຂົາຮູ້ຈັກການປາກົດຕົວຂອງພຣະທຳຂອງພຣະເຈົ້າໃນເນື້ອໜັງ. ຍິ່ງຜູ້ຄົນມີປະສົບການກັບພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະວິນຍານຂອງພຣະເຈົ້າຫຼາຍສໍ່ານັ້ນ; ຜ່ານການສໍາຜັດພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດເຂົ້າໃຈເຖິງຫຼັກການແຫ່ງພາລະກິດຂອງພຣະວິນຍານ ແລະ ຮຽນຮູ້ພຣະເຈົ້າທີ່ແທ້ຈິງ. ໃນຄວາມຈິງແລ້ວ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ ແລະ ຮັບເອົາພວກເຂົາ, ພຣະອົງກຳລັງປ່ອຍໃຫ້ພວກເຂົາຮູ້ຈັກເຖິງການກະທຳຂອງພຣະເຈົ້າທີ່ແທ້ຈິງ; ພຣະອົງກຳລັງໃຊ້ພາລະກິດຂອງພຣະເຈົ້າທີ່ແທ້ຈິງເພື່ອສະແດງໃຫ້ຜູ້ຄົນເຫັນເຖິງຄວາມໝາຍສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດ ແລະ ເພື່ອສະແດງໃຫ້ພວກເຂົາເຫັນວ່າ ພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວຕໍ່ໜ້າມະນຸດຢ່າງແທ້ຈິງ. ເມື່ອຜູ້ຄົນຖືກຮັບເອົາ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ການສຳແດງອອກຂອງພຣະເຈົ້າທີ່ແທ້ຈິງໄດ້ເອົາຊະນະພວກເຂົາ, ພຣະທຳຂອງພຣະເຈົ້າທີ່ແທ້ຈິງໄດ້ປ່ຽນແປງພວກເຂົາ ແລະ ເຮັດໃຫ້ຊີວິດຂອງພຣະອົງຢູ່ໃນພວກເຂົາ, ເຕີມເຕັມພວກເຂົາດ້ວຍສິ່ງທີ່ພຣະອົງເປັນ (ບໍ່ວ່າສິ່ງທີ່ພຣະອົງເປັນໃນຄວາມເປັນມະນຸດຂອງພຣະອົງ ຫຼື ສິ່ງທີ່ພຣະອົງເປັນໃນຄວາມເປັນພຣະເຈົ້າຂອງພຣະອົງ), ເຕີມເຕັມພວກເຂົາດ້ວຍແກ່ນແທ້ແຫ່ງພຣະທຳຂອງພຣະອົງ ແລະ ເຮັດໃຫ້ຜູ້ຄົນດຳລົງຊີວິດຕາມພຣະທຳຂອງພຣະອົງ. ເມື່ອພຣະເຈົ້າໄດ້ຮັບເອົາຜູ້ຄົນ, ພຣະອົງປະຕິບັດແບບນັ້ນ ຕົ້ນຕໍ ແມ່ນໃຊ້ພຣະທຳ ແລະ ຖ້ອຍຄຳຂອງພຣະເຈົ້າທີ່ແທ້ຈິງເພື່ອຈັດການກັບຂໍ້ບົກຜ່ອງຂອງຜູ້ຄົນ ແລະ ເພື່ອພິພາກສາ ແລະ ເປີດເຜີຍນິໄສທີ່ກະບົດຂອງພວກເຂົາ, ເຮັດໃຫ້ພວກເຂົາໄດ້ຮັບໃນສິ່ງທີ່ພວກເຂົາຕ້ອງການ ແລະ ສະແດງໃຫ້ພວກເຂົາເຫັນວ່າ ພຣະເຈົ້າໄດ້ມາທ່າມກາງມະນຸດ. ສິ່ງທີ່ສຳຄັນທີ່ສຸດ, ພາລະກິດທີ່ກະທຳໂດຍພຣະເຈົ້າທີ່ແທ້ຈິງ ແມ່ນການຊ່ວຍທຸກຄົນໃຫ້ອອກຈາກອິດທິພົນຂອງຊາຕານ, ນໍາພວກເຂົາອອກຈາກດິນແດນແຫ່ງຄວາມສົກກະປົກ ແລະ ກຳຈັດນິໄສທີ່ເສື່ອມຊາມຂອງພວກເຂົາ. ຄວາມສຳຄັນທີ່ເລິກເຊິ່ງທີ່ສຸດໃນການຖືກຮັບເອົາໂດຍພຣະເຈົ້າທີ່ແທ້ຈິງແມ່ນການສາມາດດຳລົງຊີວິດໃນຄວາມເປັນມະນຸດທຳມະດາຮ່ວມກັບພຣະເຈົ້າທີ່ແທ້ຈິງໃຫ້ເປັນຕົວຢ່າງ ແລະ ເປັນແບບຢ່າງ, ສາມາດປະຕິບັດຕາມພຣະທຳ ແລະ ເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າທີ່ແທ້ຈິງ ໂດຍປາສະຈາກການບິດເບືອນ ຫຼື ການເຮັດຜິດແມ່ນແຕ່ໜ້ອຍດຽວ, ປະຕິບັດ ຕາມທຸກວິທີທີ່ພຣະອົງກ່າວໄວ້ ແລະ ສາມາດບັນລຸສິ່ງໃດກໍຕາມທີ່ພຣະອົງຮຽກຮ້ອງ. ດ້ວຍວິທີນີ້ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ. ເມື່ອເຈົ້າຖືກຮັບເອົາໂດຍພຣະເຈົ້າ ເຈົ້າບໍ່ພຽງແຕ່ຈະມີພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ຫຼັກໆແລ້ວ ເຈົ້າຈະສາມາດດຳລົງຊີວິດຕາມເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າທີ່ແທ້ຈິງໄດ້. ການທີ່ພຽງແຕ່ມີພາລະກິດຂອງພຣະວິນຍານບໍລິສຸດ ບໍ່ໄດ້ໝາຍຄວາມວ່າ ເຈົ້າມີຊີວິດຕາມເງື່ອນໄຂຂອງພຣະອົງ. ປະເດັນສໍາຄັນກໍຄື ເຈົ້າຈະສາມາດປະຕິບັດຕາມເງື່ອນໄຂຈຳເປັນຂອງພຣະເຈົ້າທີ່ແທ້ຈິງ ທີ່ຮຽກຮ້ອງຈາກຕົວເຈົ້າໄດ້ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າ ເຈົ້າສາມາດທີ່ຈະຖືກຮັບໂດຍພຣະເຈົ້າ ຫຼື ບໍ. ນີ້ແມ່ນຄວາມໝາຍທີ່ຍິ່ງໃຫຍ່ສຸດຂອງພາລະກິດໃນເນື້ອໜັງຂອງພຣະເຈົ້າທີ່ແທ້ຈິງ. ນີ້ໝາຍຄວາມວ່າ ພຣະເຈົ້າໄດ້ຮັບເອົາກຸ່ມຄົນໂດຍການປາກົດຕົວໃນເນື້ອໜັງຢ່າງແທ້ຈິງ ແລະ ມີຊີວິດຊີວາຄືກັບຄົນທົ່ວໄປ, ຜູ້ຄົນເຫັນໄດ້, ປະຕິບັດພາລະກິດຂອງພຣະວິນຍານໃນເນື້ອໜັງຢ່າງແທ້ຈິງ ແລະ ການປະຕິບັດຕົວເປັນຕົວຢ່າງໃຫ້ກັບຜູ້ຄົນທີ່ຢູ່ໃນເນື້ອໜັງ. ການມາຂອງພຣະເຈົ້າໃນເນື້ອໜັງ ຕົ້ນຕໍແລ້ວ ແມ່ນເພື່ອເຮັດໃຫ້ຜູ້ຄົນເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ເພື່ອມອບຮູບຮ່າງຝ່າຍເນື້ອໜັງແກ່ພຣະວິນຍານທີ່ບໍ່ມີຮູບຮ່າງ ແລະ ເພື່ອອະນຸຍາດໃຫ້ຜູ້ຄົນເຫັນ ແລະ ສຳຜັດພຣະອົງໄດ້. ດ້ວຍວິທີນີ້ ຄົນທີ່ຖືກພຣະອົງເຮັດໃຫ້ສົມບູນຈະດຳລົງຊີວິດຕາມພຣະອົງ, ຈະຖືກຮັບເອົາໂດຍພຣະອົງ ແລະ ຈະເປັນທີ່ພໍພະທັຍພຣະອົງ. ຖ້າພຣະເຈົ້າກ່າວແຕ່ຢູ່ໃນສະຫວັນ ແລະ ບໍ່ໄດ້ລົງມາເທິງແຜ່ນດິນໂລກຢ່າງແທ້ຈິງ ແລ້ວຜູ້ຄົນກໍຈະບໍ່ສາມາດຮູ້ຈັກພຣະເຈົ້າໄດ້ເທື່ອ, ພວກເຂົາພຽງແຕ່ຈະສາມາດເທດສະໜາກ່ຽວກັບການກະທຳຂອງພຣະເຈົ້າໂດຍໃຊ້ທິດສະດີທີ່ວ່າງເປົ່າ ແລະ ຈະບໍ່ມີພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງເລີຍ. ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ ຕົ້ນຕໍແລ້ວແມ່ນເພື່ອປະຕິບັດຕົນເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນທີ່ພຣະອົງຈ້ອງຮັບເອົາ; ມີພຽງແຕ່ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ຈັກພຣະເຈົ້າຢ່າງແທ້ຈິງ, ສາມາດສຳຜັດພຣະເຈົ້າ, ເຫັນພຣະອົງ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກພຣະເຈົ້າຮັບເອົາຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ພຣະເຈົ້າທີ່ແທ້ທີ່ແທ້ຈິງແມ່ນພຣະອົງເຈົ້າເອງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 136)

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ ໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ. ຄັ້ງທີສອງ ຜູ້ຄົນກໍບໍ່ໄດ້ເຊື່ອໃນພຣະອົງເຊັ່ນດຽວກັນ ເຊິ່ງຢ່າວ່າແຕ່ຮູ້ຈັກພຣະອົງເລີຍ ແລະ ຜູ້ຄົນຍັງໄດ້ຄຶງພຣະຄຣິດທີ່ໄມ້ກາງແຂນດ້ວຍຕະປູອີກຄັ້ງ. ມະນຸດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຖ້າມະນຸດບໍ່ຮູ້ຈັກພຣະອົງ ແລ້ວພວກເຂົາຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ເຂົາຈະສາມາດມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ? ການອ້າງວ່າ ຮັກພຣະເຈົ້າ, ຮັບໃຊ້ພຣະເຈົ້າ ແລະ ສັນລະເສີນພຣະເຈົ້າບໍ່ແມ່ນຄຳຫຼອກຫຼວງບໍ? ຖ້າເຈົ້າອຸທິດຊີວິດຂອງເຈົ້າໃຫ້ກັບສິ່ງທີ່ບໍ່ເປັນຈິງ ແລະ ບໍ່ມີປະໂຫຍດເຫຼົ່ານີ້, ເຈົ້າຈະບໍ່ໄດ້ພະຍາຍາມຢ່າງບໍ່ເປັນປະໂຫຍດບໍ? ເຈົ້າຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ ເມື່ອເຈົ້າກໍຍັງບໍ່ຮູ້ວ່າ ພຣະເຈົ້າແມ່ນໃຜ? ການສະແຫວງຫາດັ່ງກ່າວບໍ່ແມ່ນການທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ມັນບໍ່ແມ່ນການຫຼອກຫຼວງບໍ? ບຸກຄົນໜຶ່ງຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ຄວາມໝາຍທີ່ແທ້ຈິງຂອງການເປັນຜູ້ໃກ້ຊິດຂອງພຣະເຈົ້າແມ່ນຫຍັງ? ເຈົ້າສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານຂອງພຣະເຈົ້າບໍ? ເຈົ້າສາມາດເຫັນບໍວ່າ ພຣະວິນຍານຍິ່ງໃຫຍ່ ແລະ ສູງສົ່ງພຽງໃດ? ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ເຊິ່ງນັ້ນບໍ່ແມ່ນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ຄວາມໝາຍທີ່ແທ້ຈິງຂອງການສະແຫວງຫາດັ່ງກ່າວແມ່ນຫຍັງ? ມັນບໍ່ແມ່ນຄຳຫຼອກຫຼວງທັງໝົດບໍ? ສິ່ງທີ່ເຈົ້າສະແຫວງຫາກໍຄືການມາເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ໃນຄວາມເປັນຈິງ ເຈົ້າເປັນໝາຮັບໃຊ້ຂອງຊາຕານ ຍ້ອນເຈົ້າບໍ່ຮູ້ຈັກພຣະເຈົ້າ ແລະ ສະແຫວງຫາ “ພຣະເຈົ້າແຫ່ງທຸກສິ່ງທັງປວງ” ທີ່ບໍ່ມີຢູ່ຈິງ ເຊິ່ງບໍ່ສາມາດແນມເຫັນ, ຈັບຕ້ອງໄດ້ ແລະ ມາຈາກແນວຄວາມຄິດຂອງເຈົ້າເອງ. ຖ້າຈະເວົ້າແບບບໍ່ແຈ່ມແຈ້ງກໍຄື “ພຣະເຈົ້າ” ດັ່ງກ່າວແມ່ນຊາຕານ ແລະ ຖ້າຈະເວົ້າຢ່າງຖືກຕ້ອງກໍຄື ມັນເປັນຕົວເຈົ້າເອງ. ເຈົ້າສະແຫວງຫາເພື່ອເປັນຜູ້ໃກ້ຊິດຂອງຕົວເຈົ້າເອງ ແຕ່ຍັງບອກວ່າ ເຈົ້າສະແຫວງຫາ ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ເຊິ່ງນັ້ນບໍ່ແມ່ນການໝິ່ນປະໝາດບໍ? ແມ່ນຫຍັງຄືຄຸນຄ່າຂອງການສະແຫວງຫາດັ່ງກ່າວ? ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ກາຍມາເປັນມະນຸດ ແລ້ວແກ່ນແທ້ຂອງພຣະເຈົ້າກໍເປັນພຽງພຣະວິນຍານແຫ່ງຊີວິດທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງບໍ່ໄດ້, ບໍ່ມີຮູບຊົງ ແລະ ບໍ່ມີຮ່າງທີ່ແນ່ນອນ ເຊິ່ງເປັນປະເພດທີ່ບໍ່ແມ່ນວັດຖຸ, ເປັນວິນຍານທີ່ມະນຸດບໍ່ສາມາດເຂົ້າເຖິງ ແລະ ເຂົ້າໃຈໄດ້. ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານທີ່ບໍ່ມີຕົວຕົນ, ອັດສະຈັນ ແລະ ບໍ່ສາມາດຢັ່ງເຖິງເຊັ່ນນີ້ໄດ້ແນວໃດ? ມັນບໍ່ແມ່ນເລື່ອງຕະຫຼົກບໍ? ການໃຫ້ເຫດຜົນທີ່ໂງ່ຈ້າແບບນັ້ນໃຊ້ບໍ່ໄດ້ ແລະ ບໍ່ມີປະໂຫຍດ. ມະນຸດທີ່ຖືກສ້າງຂຶ້ນແມ່ນແຕກຕ່າງຈາກພຣະວິນຍານຂອງພຣະເຈົ້າໂດຍທຳມະຊາດ ເຊິ່ງດ້ວຍເຫດນັ້ນ ທັງສອງຈະສາມາດເປັນຜູ້ໃກ້ຊິດກັນໄດ້ແນວໃດ? ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ຖືກເຮັດໃຫ້ເປັນຈິງໃນເນື້ອໜັງ, ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຖ່ອມຕົວພຣະອົງເອງດ້ວຍການມາເປັນສິ່ງຊົງສ້າງ ແລ້ວມະນຸດທີ່ຖືກສ້າງຂຶ້ນກໍຈະບໍ່ມີຄຸນສົມບັດ ແລະ ບໍ່ສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ ແລະ ນອກຈາກຜູ້ເຊື່ອເຫຼົ່ານັ້ນທີ່ດຳເນີນຊີວິດຕາມພຣະເຈົ້າ ຜູ້ທີ່ອາດມີໂອກາດກາຍມາເປັນຜູ້ໃກ້ຊິດຂອງພຣະເຈົ້າຫຼັງຈາກທີ່ວິນຍານຂອງພວກເຂົາເຂົ້າສູ່ສວງສະຫວັນ, ຜູ້ຄົນສ່ວນຫຼາຍຈະບໍ່ສາມາດເປັນຜູ້ໃກ້ຊິດກັບພຣະວິນຍານຂອງພຣະເຈົ້າໄດ້. ຖ້າມະນຸດຕ້ອງການກາຍມາເປັນຜູ້ໃກ້ຊິດຂອງພຣະເຈົ້າໃນສວງສະຫວັນ ພາຍໃຕ້ການນໍາພາຂອງພຣະເຈົ້າໃນຮ່າງຂອງມະນຸດ, ແລ້ວເຂົາບໍ່ແມ່ນຜູ້ທີ່ໂງ່ຈ້າຢ່າງເປັນຕາງຶດທີ່ບໍ່ແມ່ນມະນຸດບໍ? ມະນຸດພຽງແຕ່ສະແຫວງຫາ “ຄວາມຊື່ສັດ” ຕໍ່ພຣະເຈົ້າທີ່ບໍ່ສາມາດແນມເຫັນໄດ້ ແລະ ບໍ່ສົນໃຈແມ່ນແຕ່ເລັກນ້ອຍຕໍ່ພຣະເຈົ້າທີ່ສາມາດແນມເຫັນໄດ້ ຍ້ອນມັນງ່າຍຫຼາຍທີ່ຈະສະແຫວງຫາພຣະເຈົ້າທີ່ບໍ່ສາມາດແນມເຫັນໄດ້ ເຊິ່ງມະນຸດສາມາດເຮັດຢ່າງໃດກໍໄດ້ຕາມທີ່ເຂົາມັກ. ແຕ່ການສະແຫວງຫາພຣະເຈົ້າທີ່ສາມາດແນມເຫັນໄດ້ບໍ່ໄດ້ງ່າຍແບບນັ້ນ. ມະນຸດທີ່ສະແຫວງຫາພຣະເຈົ້າທີ່ບໍ່ແຈ່ມແຈ້ງບໍ່ສາມາດໄດ້ຮັບພຣະເຈົ້າໃນທີ່ສຸດ ຍ້ອນສິ່ງຕ່າງໆທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນລ້ວນແລ້ວແຕ່ແມ່ນຈິນຕະນາການຂອງມະນຸດ ແລະ ມະນຸດກໍບໍ່ສາມາດຮັບໄດ້. ຖ້າພຣະເຈົ້າທີ່ລົງມາທ່າມກາງພວກເຈົ້າເປັນພຣະເຈົ້າທີ່ເປັນຕານັບຖື ແລະ ສູງສົ່ງ ເຊິ່ງພວກເຈົ້າບໍ່ສາມາດເຂົ້າເຖິງໄດ້, ແລ້ວພວກເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງໄດ້ແນວໃດ? ແລ້ວພວກເຈົ້າຈະຮູ້ ແລະ ເຂົ້າໃຈພຣະອົງໄດ້ແນວໃດ? ຖ້າພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ມີການຕິດຕໍ່ພົວພັນແບບປົກກະຕິກັບມະນຸດ ຫຼື ມີຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ມະນຸດບໍ່ສາມາດເຂົ້າເຖິງໄດ້ ແລ້ວເຖິງແມ່ນວ່າ ພຣະອົງຈະປະຕິບັດພາລະກິດຫຼາຍຢ່າງເພື່ອພວກເຈົ້າ ແຕ່ພວກເຈົ້າກໍບໍ່ໄດ້ຕິດຕໍ່ພົວພັນກັບພຣະອົງ ແລະ ບໍ່ສາມາດແນມເຫັນພຣະອົງ, ແລ້ວພວກເຈົ້າຈະສາມາດຮູ້ຈັກກັບພຣະອົງໄດ້ແນວໃດ? ຖ້າມັນບໍ່ແມ່ນຍ້ອນເນື້ອໜັງຂອງຄວາມເປັນມະນຸດທີ່ທຳມະດານີ້, ມະນຸດຈະບໍ່ມີທາງຮູ້ຈັກກັບພຣະເຈົ້າ; ມັນເປັນພຽງຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າທີ່ເຮັດໃຫ້ມະນຸດມີຄຸນສົມບັດໃນການເປັນຜູ້ໃກ້ຊິດກັບພຣະເຈົ້າທີ່ເປັນເນື້ອໜັງ. ມະນຸດກາຍເປັນຜູ້ໃກ້ຊິດຂອງພຣະເຈົ້າ ຍ້ອນມະນຸດພົວພັນຕິດຕໍ່ກັບພຣະອົງ, ຍ້ອນມະນຸດດຳລົງຊີວິດຢູ່ກັບພຣະອົງ ແລະ ຢູ່ຮ່ວມກັນກັບພຣະອົງ ແລະ ດ້ວຍເຫດນັ້ນ ຈຶ່ງຮູ້ຈັກພຣະເຈົ້າເທື່ອລະໜ້ອຍ. ຖ້າມັນບໍ່ເປັນດັ່ງນັ້ນ ການສະແຫວງຫາຂອງມະນຸດກໍຈະບໍ່ເປັນປະໂຫຍດເລີຍບໍ? ນັ້ນກໍເພື່ອຈະເວົ້າວ່າ ມັນບໍ່ແມ່ນທຸກສິ່ງ ຍ້ອນພາລະກິດຂອງພຣະເຈົ້າ ມະນຸດຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ຍ້ອນຄວາມເປັນຈິງ ແລະ ຄວາມປົກກະຕິຂອງພຣະເຈົ້າໃນຮ່າງຂອງມະນຸດ. ມັນພຽງແຕ່ເປັນຍ້ອນພຣະເຈົ້າກາຍມາເປັນເນື້ອໜັງ ມະນຸດຈຶ່ງມີໂອກາດປະຕິບັດໜ້າທີ່ຂອງເຂົາ ແລະ ມີໂອກາດນະມັດສະການພຣະເຈົ້າທີ່ແທ້ຈິງ. ນີ້ບໍ່ແມ່ນຄວາມຈິງທີ່ເປັນຈິງ ແລະ ມີປະໂຫຍດທີ່ສຸດບໍ? ບັດນີ້ ເຈົ້າຍັງຕ້ອງການເປັນຜູ້ໃກ້ຊິດຂອງພຣະເຈົ້າໃນສວງສະຫວັນບໍ? ເມື່ອພຣະເຈົ້າຖ່ອມຕົວພຣະອົງລົງມາໃນຈຸດໃດໜຶ່ງເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເທົ່ານັ້ນ, ມະນຸດຈຶ່ງຈະສາມາດເປັນຜູ້ໃກ້ຊິດ ແລະ ຄົນໄວ້ໃຈຂອງພຣະອົງໄດ້. ພຣະເຈົ້າແມ່ນພຣະວິນຍານ: ມະນຸດມີຄຸນສົມບັດໃນການເປັນຜູ້ໃກ້ຊິດຂອງພຣະວິນຍານອົງນີ້ ຜູ້ທີ່ສູງສົ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ແນວໃດ? ເມື່ອພຣະວິນຍານຂອງພຣະເຈົ້າລົງມາເປັນເນື້ອໜັງ ແລະ ກາຍມາເປັນສິ່ງຊົງສ້າງທີ່ມີລັກສະນະພາຍນອກຄືກັບມະນຸດເທົ່ານັ້ນ, ມະນຸດຈຶ່ງສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະອົງຮັບເອົາຢ່າງແທ້ຈິງ. ພຣະອົງຊົງກ່າວ ແລະ ປະຕິບັດພາລະກິດໂດຍຜ່ານເນື້ອໜັງ, ແບ່ງປັນຄວາມສຸກ, ຄວາມໂສກເສົ້າ ແລະ ຄວາມລຳບາກຍາກແຄ້ນຂອງມະນຸດ, ດຳລົງຊີວິດໃນແຜ່ນດິນໂລກດຽວກັນກັບມະນຸດ, ປົກປ້ອງມະນຸດ ແລະ ນໍາພາມະນຸດ ແລະ ດ້ວຍວິທີນີ້ ພຣະອົງຈຶ່ງຊຳລະລ້າງມະນຸດໃຫ້ບໍລິສຸດ ແລະ ເຮັດໃຫ້ມະນຸດໄດ້ຮັບການໄຖ່ບາບຈາກພຣະອົງ ແລະ ພຣະພອນຂອງພຣະອົງ. ເມື່ອໄດ້ຮັບສິ່ງເຫຼົ່ານີ້ ມະນຸດຈຶ່ງເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ດ້ວຍເຫດນີ້ເອງ ມະນຸດຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ. ພຽງແຕ່ສິ່ງນີ້ທີ່ເປັນປະໂຫຍດ. ຖ້າມະນຸດບໍ່ສາມາດແນມເຫັນ ແລະ ຈັບຕ້ອງພຣະເຈົ້າໄດ້, ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ນີ້ບໍ່ແມ່ນທິດສະດີທີ່ວ່າງເປົ່າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 137)

ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ພຣະອົງປະຕິບັດພາລະກິດຂອງພຣະອົງພາຍໃນຄວາມເປັນພຣະເຈົ້າເທົ່ານັ້ນ ເຊິ່ງແມ່ນສິ່ງທີ່ພຣະວິນຍານແຫ່ງສະຫວັນໄດ້ມອບໝາຍໃຫ້ກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ເມື່ອພຣະອົງລົງມາ, ພຣະອົງເວົ້າຢູ່ທົ່ວທຸກແຫ່ງຫົນເທົ່ານັ້ນ ເພື່ອກ່າວພຣະຄຳຂອງພຣະອົງດ້ວຍວິທີການຕ່າງໆ ແລະ ຈາກຫຼາກຫຼາຍມຸມມອງ. ຫຼັກໆແລ້ວພຣະອົງຖືເອົາການສະໜອງໃຫ້ແກ່ມະນຸດ ແລະ ການສິດສອນມະນຸດເປັນເປົ້າໝາຍ ແລະ ຫຼັກການຂອງພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄປພົວພັນກັບສິ່ງດັ່ງກ່າວເຊັ່ນຄວາມສໍາພັນລະຫວ່າງຄົນ ຫຼື ລາຍລະອຽດຂອງຊີວິດຂອງຜູ້ຄົນ. ພັນທະກິດຫຼັກຂອງພຣະອົງແມ່ນການກ່າວແທນພຣະວິນຍານ. ນັ້ນກໍຄືເມື່ອພຣະວິນຍານຂອງພຣະເຈົ້າປະກົດໃນເນື້ອໜັງທີ່ຈັບຕ້ອງໄດ້, ພຣະອົງແມ່ນພຽງສະໜອງໃຫ້ແກ່ຊີວິດມະນຸດ ແລະ ເປີດເຜີຍຄວາມຈິງ. ພຣະອົງບໍ່ພົວພັນກັບວຽກງານຂອງມະນຸດ ເຊິ່ງກໍຄື ພຣະອົງບໍ່ມີສ່ວນໃນວຽກງານຂອງມະນຸດ. ມະນຸດບໍ່ສາມາດປະຕິບັດພາລະກິດສັກສິດໄດ້ ແລະ ພຣະເຈົ້າຈະບໍ່ພົວພັນໃນວຽກງານຂອງມະນຸດ. ຕະຫຼອດຫຼາຍປີທີ່ຜ່ານມາ ນັບຕັ້ງແຕ່ພຣະເຈົ້າໄດ້ມາສູ່ໂລກນີ້ ເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງໄດ້ກະທໍາພາລະກິດຜ່ານຜູ້ຄົນຕະຫຼອດມາ. ແນວໃດກໍ່ຕາມ ແຕ່ບໍ່ສາມາດຖືວ່າ ຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພວກເຂົາເປັນພຽງຜູ້ຄົນທີ່ພຣະເຈົ້ານໍາໃຊ້ເທົ່ານັ້ນ. ໃນຂະນະດຽວກັນ, ພຣະເຈົ້າໃນປັດຈຸບັນສາມາດກ່າວຈາກມຸມມອງຂອງຄວາມເປັນພຣະເຈົ້າໂດຍກົງໄດ້ ໂດຍສົ່ງສຽງຂອງພຣະວິນຍານອອກ ແລະ ເຮັດພາລະກິດແທນພຣະວິນຍານ. ໃນທໍານອງດຽວກັນ, ທຸກຄົນທີ່ພຣະເຈົ້ານໍາໃຊ້ໃນຫຼາຍຍຸກຫຼາຍສະໄໝຜ່ານມາແມ່ນຕົວຢ່າງຂອງການເຮັດພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຮ່າງກາຍທີ່ເປັນເນື້ອໜັງ ແລ້ວເປັນຫຍັງຈຶ່ງບໍ່ສາມາດເອີ້ນພວກເຂົາວ່າເປັນພຣະເຈົ້າໄດ້? ແຕ່ພຣະເຈົ້າໃນທຸກມື້ນີ້ຍັງແມ່ນພຣະວິນຍານຂອງພຣະເຈົ້າທີ່ກະທໍາພາລະກິດໃນເນື້ອໜັງໂດຍກົງ ແລະ ພຣະເຢຊູກໍແມ່ນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໃນເນື້ອໜັງເຊັ່ນດຽວກັນ; ທັງສອງແມ່ນເອີ້ນວ່າພຣະເຈົ້າ. ແລ້ວແມ່ນຫຍັງຄືຄວາມແຕກຕ່າງ? ຜູ້ຄົນທີ່ພຣະເຈົ້າໃຊ້ໃນຫຼາຍຍຸກຫຼາຍສະໄໝແມ່ນລ້ວນແລ້ວແຕ່ສາມາດສະແດງແນວຄິດ ແລະ ເຫດຜົນຢ່າງປົກກະຕິ. ພວກເຂົາລ້ວນເຂົ້າໃຈເຖິງຫຼັກການໃນການປະພຶດຂອງມະນຸດ. ພວກເຂົາມີແນວຄິດປົກກະຕິແບບມະນຸດ ແລະ ມີທຸກສິ່ງທີ່ຜູ້ຄົນປົກກະຕິຄວນມີ. ສ່ວນໃຫຍ່ພວກເຂົາມີຄວາມສາມາດພິເສດ ແລະ ສະຕິປັນຍາມາແຕ່ເກີດ. ໃນການກະທໍາພາລະກິດຕໍ່ຜູ້ຄົນເຫຼົ່ານີ້ ພຣະວິນຍານຂອງພຣະເຈົ້າໄດ້ນໍາໃຊ້ພອນສະຫວັນຂອງພວກເຂົາ ເຊິ່ງເປັນພອນສະຫວັນທີ່ພຣະເຈົ້າປະທານໃຫ້ພວກເຂົາຢູ່ແລ້ວ. ພຣະວິນຍານຂອງພຣະເຈົ້ານໍາໃຊ້ພອນສະຫວັນຂອງພວກເຂົາ ໂດຍໃຊ້ຈຸດແຂງຂອງພວກເຂົາໃນການຮັບໃຊ້ພຣະເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ, ແກ່ນແທ້ຂອງພຣະເຈົ້າແມ່ນປາສະຈາກແນວຄິດ ຫຼື ຄວາມຄິດ, ປາສະຈາກເຈດຕະນາຂອງມະນຸດ ແລະ ແມ່ນແຕ່ຂາດສິ່ງທີ່ມະນຸດທໍາມະດາມີ. ນັ້ນໝາຍຄວາມວ່າ ພຣະອົງບໍ່ມີຄວາມຮູ້ທາງດ້ານຫຼັກການກ່ຽວກັບການປະພຶດຂອງມະນຸດ. ມັນເປັນແນວນີ້ເມື່ອພຣະເຈົ້າໃນປັດຈຸບັນມາສູ່ແຜ່ນດິນໂລກ. ພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງແມ່ນບໍ່ໄດ້ປົນກັບເຈດຕະນາ ຫຼື ຄວາມຄິດຂອງມະນຸດ ແຕ່ສິ່ງເຫຼົ່ານັ້ນແມ່ນການສະແດງອອກໂດຍກົງເຖິງເຈດຕະນາຂອງພຣະວິນຍານ ແລະ ພຣະອົງເຮັດພາລະກິດໃນນາມຂອງພຣະເຈົ້າໂດຍກົງ. ນີ້ໝາຍຄວາມວ່າ ພຣະວິນຍານເວົ້າໂດຍກົງ ເຊິ່ງກໍຄື ຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງໂດຍບໍ່ໄດ້ໄປປົນກັບເຈດຕະນາຂອງມະນຸດແມ່ນແຕ່ໜ້ອຍ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນສະແດງໃຫ້ເຫັນເຖິງຄວາມເປັນພຣະເຈົ້າໂດຍກົງ ໂດຍປາສະຈາກຄວາມຄິດ ແລະ ແນວຄິດຂອງມະນຸດ ແລະ ບໍ່ມີຄວາມເຂົ້າໃຈໃນຫຼັກການຂອງການປະພຶດຂອງມະນຸດ. ຖ້າມີພຽງແຕ່ຄວາມເປັນພຣະເຈົ້າປະຕິບັດພາລະກິດ (ໝາຍຄວາມວ່າ ຖ້າມີພຽງພຣະເຈົ້າເອງປະຕິບັດພາລະກິດ) ກໍຈະບໍ່ມີທາງທີ່ພາລະກິດຂອງພຣະເຈົ້າຈະຖືກປະຕິບັດຢູ່ເທິງແຜ່ນດິນໂລກ. ສະນັ້ນ ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ ພຣະອົງຕ້ອງໄດ້ມີກຸ່ມຄົນຈໍານວນໜ້ອຍໜຶ່ງທີ່ພຣະອົງນໍາໃຊ້ເພື່ອເຮັດພາລະກິດພາຍໃນມະນຸດຊາດ ຮ່ວມກັບພາລະກິດທີ່ພຣະເຈົ້າກະທໍາໃນຄວາມເປັນພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໃຊ້ວຽກງານຂອງມະນຸດເພື່ອສະໜັບສະໜູນພາລະກິດສັກສິດຂອງພຣະອົງ. ບໍ່ດັ່ງນັ້ນກໍຈະບໍ່ມີທາງທີ່ມະນຸດຈະສາມາດພົວພັນກັບພາລະກິດທີ່ສັກສິດໄດ້ໂດຍກົງ. ມັນເປັນແນວນີ້ສໍາລັບພຣະເຢຊູ ແລະ ອັກຄະສາວົກທັງຫຼາຍຂອງພຣະອົງ. ໃນສະໄໝທີ່ພຣະອົງຢູ່ໃນໂລກ, ພຣະເຢຊູໄດ້ລົບລ້າງພຣະບັນຍັດເກົ່າ ແລະ ສ້າງພຣະບັນຍັດໃໝ່. ພ້ອມນີ້ພຣະອົງໄດ້ກ່າວພຣະທໍາໄວ້ຫຼາຍຂໍ້. ພາລະກິດທັງໝົດນີ້ແມ່ນກະທໍາໃນຄວາມເປັນພຣະເຈົ້າ. ສ່ວນບຸກຄົນອື່ນເຊັ່ນ: ເປໂຕ, ໂປໂລ ແລະ ໂຢຮັນ ລ້ວນແລ້ວແຕ່ອີງພາລະກິດທີ່ເກີດຂຶ້ນພາຍຫຼັງຂອງພວກເຂົາໃສ່ພື້ນຖານພຣະທໍາຂອງພຣະເຢຊູ. ນັ້ນກໍຄື ພຣະເຈົ້າໄດ້ລິເລີ່ມພາລະກິດຂອງພຣະອົງໃນຍຸກນັ້ນ ເຊິ່ງເປັນການນໍາໄປສູ່ການເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ; ນັ້ນກໍຄື ພຣະອົງໄດ້ນໍາມາຍຸກໃໝ່, ລົບລ້າງຍຸກເກົ່າ ພ້ອມທັງໄດ້ສໍາເລັດຂໍ້ພຣະທໍາທີ່ວ່າ “ພຣະເຈົ້າແມ່ນການເລີ່ມຕົ້ນ ແລະ ການສິ້ນສຸດ”. ເວົ້າອີກແບບໜຶ່ງກໍຄື ມະນຸດຕ້ອງເຮັດວຽກງານຂອງມະນຸດບົນພື້ນຖານຂອງພາລະກິດທີ່ສັກສິດ. ຫລັງຈາກທີ່ພຣະເຢຊູໄດ້ກ່າວໃນສິ່ງທີ່ພຣະອົງຕ້ອງການກ່າວ ແລະ ໄດ້ສໍາເລັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງກໍຈາກມະນຸດໄປ. ຫລັງຈາກນີ້ ທຸກຄົນທີ່ກໍາລັງກະທໍາພາລະກິດ ກໍເຮັດຕາມຫຼັກການທີ່ໄດ້ສະແດງອອກໃນພຣະທໍາຂອງພຣະອົງ ແລະ ປະຕິບັດຕາມຄວາມຈິງທີ່ພຣະອົງໄດ້ກ່າວໄວ້. ຜູ້ຄົນທັງໝົດເຫຼົ່ານີ້ແມ່ນກະທໍາພາລະກິດເພື່ອພຣະເຢຊູ. ຖ້າຫາກມີແຕ່ພຣະເຢຊູກະທໍາພາລະກິດພຽງແຕ່ພຣະອົງເທົ່ານັ້ນ, ບໍ່ວ່າພຣະອົງຈະກ່າວພຣະທໍາຫຼາຍພຽງໃດ ຜູ້ຄົນກໍຈະບໍ່ທີທາງເຂົ້າຮ່ວມກັບພຣະທໍາຂອງພຣະອົງໄດ້ ເພາະວ່າ ພຣະອົງກະທໍາພາລະກິດໃນຄວາມເປັນພຣະເຈົ້າ ແລະ ສາມາດພຽງແຕ່ກ່າວພຣະທໍາໃນຄວາມເປັນພຣະເຈົ້າເທົ່ານັ້ນ ແລະ ພຣະອົງບໍ່ສາມາດອະທິບາຍເຖິງສິ່ງຕ່າງໆເຖິງຈຸດທີ່ຜູ້ຄົນທົ່ວໄປສາມາດເຂົ້າໃຈພຣະທໍາຂອງພຣະອົງໄດ້. ສະນັ້ນ ພຣະອົງຈໍາເປັນຕ້ອງໄດ້ມີອັກຄະສາວົກ ແລະ ສາສະດາ ທີ່ມານໍາຫລັງພຣະອົງເພື່ອຊ່ວຍພາລະກິດຂອງພຣະອົງ. ນີ້ແມ່ນຫຼັກການພຣະເຈົ້າຜູ້ບັງເກີດເປັນມະນຸດເຮັດພາລະກິດຂອງພຣະອົງ ເຊິ່ງນໍາໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດເພື່ອກ່າວ ແລະ ເຮັດພາລະກິດ ເພື່ອໃຫ້ສໍາເລັດພາລະກິດຂອງຄວາມເປັນພຣະເຈົ້າ ແລະ ຫຼັງຈາກນັ້ນກໍໄດ້ນໍາໃຊ້ຜູ້ຄົນສາມສີ່ຄົນ ຫຼື ອາດຫຼາຍກວ່ານັ້ນ ທີ່ສະແຫວງຫາໃຈຂອງພຣະເຈົ້າ ເພື່ອຊ່ວຍເຫຼືອພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະເຈົ້ານໍາໃຊ້ຜູ້ຄົນທີ່ສະແຫວງຫາໃຈຂອງພຣະອົງ ເພື່ອກະທໍາພາລະກິດໃນການຊີ້ນໍາ ແລະ ລ້ຽງດູມະນຸດຊາດ ເພື່ອວ່າຄົນທີ່ພຣະເຈົ້າເລືອກອາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ.

ເມື່ອພຣະເຈົ້າມາສູ່ເນື້ອໜັງ, ຖ້າພຣະອົງພຽງແຕ່ກະທໍາພາລະກິດຂອງຄວາມເປັນພຣະເຈົ້າເທົ່ານັ້ນ ໂດຍທີ່ບໍ່ມີຜູ້ຄົນສະແຫວງຫາໃຈຂອງພຣະອົງ ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ພົວພັນກັບພຣະອົງໄດ້. ພຣະເຈົ້າຕ້ອງໃຊ້ຜູ້ຄົນທໍາມະດາທີ່ສະແຫວງຫາໃຈຂອງພຣະອົງ ເພື່ອສໍາເລັດພາລະກິດນີ້, ເພື່ອເບິ່ງແຍງ ແລະ ຊີ້ນໍາຄຣິດຕະຈັກ ເພື່ອລະດັບຂະບວນການຮັບຮູ້ຂອງມະນຸດ ກໍຄືສະໝອງຂອງເຂົາສາມາດປະມວນນັ້ນຈະສາມາດຈິນຕະນາການໄດ້ສຳເລັດ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້ານໍາໃຊ້ຜູ້ຄົນຈໍານວນໜຶ່ງທີ່ສະແຫວງຫາໃຈຂອງພຣະອົງເພື່ອ “ແປຄວາມໝາຍ” ພາລະກິດທີ່ພຣະອົງກະທໍາໃນຄວາມເປັນພຣະເຈົ້າຂອງພຣະອົງ ເພື່ອໃຫ້ພາລະກິດດັ່ງກ່າວໄດ້ຖືກເປີດເຜີຍອອກ ເຊິ່ງນັ້ນກໍຄື ເພື່ອປ່ຽນພາສາສັກສິດເປັນພາສາມະນຸດ ເພື່ອວ່າ ຜູ້ຄົນຈະສາມາດຢັ່ງຮູ້ ແລະ ເຂົ້າໃຈພາລະກິດນັ້ນໄດ້. ຖ້າພຣະເຈົ້າບໍ່ໄດ້ກະທໍາດັ່ງນັ້ນ ກໍຈະບໍ່ມີໃຜເຂົ້າໃຈພາສາສັກສິດຂອງພຣະເຈົ້າໄດ້ ຍ້ອນວ່າ ບໍ່ວ່າຢ່າງໃດກໍຕາມ ຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້ານັ້ນ ແມ່ນເປັນຄົນກຸ່ມນ້ອຍ ແລະ ຍ້ອນວ່າ ຄວາມສາມາດໃນການເຂົ້າໃຈຂອງມະນຸດແມ່ນຕໍ່າຫຼາຍ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າເລືອກໃຊ້ວິທີນີ້ເທົ່ານັ້ນ ໃນເວລາກະທໍາພາລະກິດໃນເນື້ອໜັງທີ່ເກີດເປັນມະນຸດ. ຖ້າມີແຕ່ພາລະກິດສັກສິດເທົ່ານັ້ນ ມະນຸດຈະບໍ່ມີທາງຮູ້ ຫຼື ພົວພັນກັບພຣະເຈົ້າໄດ້ ຍ້ອນວ່າ ມະນຸດບໍ່ເຂົ້າໃຈພາສາຂອງພຣະເຈົ້າ. ມະນຸດສາມາດເຂົ້າໃຈພາສານີ້ໄດ້ຜ່ານຕົວແທນຂອງຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນຜູ້ທີ່ອະທິບາຍພຣະທໍາຂອງພຣະອົງໃຫ້ແຈ່ມແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າມີແຕ່ຜູ້ຄົນດັ່ງກ່າວທີ່ປະຕິບັດພາລະກິດພາຍໃນມະນຸດຊາດ, ນັ້ນກໍພຽງແຕ່ສາມາດຮັກສາຊີວິດປົກກະຕິຂອງມະນຸດເທົ່ານັ້ນ ແຕ່ບໍ່ສາມາດປ່ຽນແປງອຸປະນິໄສຂອງມະນຸດໄດ້. ພາລະກິດຂອງພຣະເຈົ້າຈະບໍ່ສາມາດມີຈຸດເລີ່ມຕົ້ນໃໝ່ໄດ້; ຈະມີແຕ່ເພງເກົ່າ ແລະ ຄໍາເວົ້າເກົ່າຊໍ້າຊາກ. ມີແຕ່ຜ່ານຕົວແທນຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ທີ່ກ່າວທຸກສິ່ງທີ່ຈໍາເປັນຕ້ອງກ່າວ ແລະ ກະທໍາທຸກສິ່ງທີ່ຈໍາເປັນຕ້ອງກະທໍາໃນຊ່ວງເວລາຂອງການບັງເກີດເປັນມະນຸດຂອງພຣະອົງ ຫລັງຈາກທີ່ຜູ້ຄົນປະຕິບັດ ແລະ ປະສົບກັບພາລະກິດຕາມພຣະທໍາຂອງພຣະອົງ ເຊິ່ງດ້ວຍເຫດນັ້ນເທົ່ານັ້ນ ອູປະນິໄສທາງຊີວິດຂອງພວກເຂົາຈຶ່ງຈະສາມາດປ່ຽນໄດ້ ແລະ ດ້ວຍເຫດນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດດໍາລົງຊີວິດໄປກັບການເວລາໄດ້. ພຣະອົງທີ່ກະທໍາພາລະກິດພາຍໃນຄວາມເປັນພຣະເຈົ້າແມ່ນຕົວແທນພຣະເຈົ້າ ໃນຂະນະທີ່ຜູ້ທີ່ກະທໍາພາລະກິດພາຍໃນຄວາມເປັນມະນຸດແມ່ນຜູ້ຄົນທີ່ພຣະເຈົ້ານໍາໃຊ້. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງຄວາມເປັນພຣະເຈົ້າ ໃນຂະນະທີ່ຜູ້ຄົນທີ່ພຣະເຈົ້າໃຊ້ແມ່ນບໍ່ສາມາດເຮັດໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ ພຣະວິນຍານຂອງພຣະເຈົ້າກ່າວດ້ວຍຕົວເອງ ແລະ ເປີດຍຸກໃໝ່ເພື່ອນໍາມະນຸດເຂົ້າສູ່ການເລີ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ. ໃນກໍລະນີດຽວກັນ ກໍເປັນຂັ້ນຕອນທີ່ພຣະເຈົ້ານໍາມະນຸດເຂົ້າສູ່ຍຸກໃໝ່ ແລະ ມອບຈຸດເລີ່ມຕົ້ນໃໝ່ໃຫ້ກັບຜູ້ຄົນ ເຊິ່ງເປັນເວລາທີ່ພາລະກິດຂອງພຣະເຈົ້າໃນເນື້ອໜັງສິ້ນສິ້ນລົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 138)

ພຣະເຈົ້າບໍ່ໄດ້ມາສູ່ແຜ່ນດິນໂລກ ເພື່ອເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງພຣະອົງສົມບູນ ແລະ ບໍ່ໄດ້ມາເພື່ອກະທໍາພາລະກິດຂອງຄວາມເປັນມະນຸດທໍາມະດາ. ພຣະອົງມາເພື່ອກະທໍາພາລະກິດຂອງຄວາມເປັນພຣະເຈົ້າໃນຄວາມເປັນມະນຸດທໍາມະດາເທົ່ານັ້ນ. ສິ່ງທີ່ພຣະເຈົ້າກ່າວເຖິງກ່ຽວກັບຄວາມເປັນມະນຸດຊາດທໍາມະດາບໍ່ແມ່ນຄືສິ່ງທີ່ມະນຸດວາດພາບເອົາໄວ້. ມະນຸດນິຍາມ “ຄວາມເປັນມະນຸດທໍາມະດາ” ວ່າເປັນການມີເມຍ ຫຼື ຜົວ, ມີລູກຊາຍ ແລະ ລູກສາວ ເຊິ່ງເປັນສິ່ງພິສູດວ່າ ຄົນເຮົາແມ່ນຄົນປົກກະຕິ; ແຕ່ຢ່າງໃດກໍຕາມ, ພຣະເຈົ້າບໍ່ເຫັນຄວາມເປັນມະນຸດທໍາມະດາໃນທໍານອງນັ້ນ. ພຣະອົງເຫັນຄວາມເປັນມະນຸດທໍາມະດາວ່າ ເປັນການມີຄວາມຄິດແບບມະນຸດທໍາມະດາ, ມີຊີວິດແບບມະນຸດທໍາມະດາ ແລະ ເກີດເປັນຄົນທໍາມະດາ. ແຕ່ຄວາມທໍາມະດາຂອງພຣະອົງບໍ່ໄດ້ລວມເຖິງການມີເມຍ ຫຼື ຜົວ ແລະ ລູກ ຄືດັ່ງມະນຸດເວົ້າກັນກ່ຽວກັບຄວາມທໍາມະດາ. ສໍາລັບມະນຸດແລ້ວ ການເປັນມະນຸດທໍາມະດາທີ່ພຣະເຈົ້າກ່າວເຖິງ ແມ່ນສິ່ງທີ່ມະນຸດຈະຖືວ່າ ການຂາດຄວາມເປັນມະນຸດ ໂດຍທີ່ເກືອບຂາດອາລົມ ແລະ ເບິ່ງຄືວ່າ ຂາດຄວາມຕ້ອງການທາງດ້ານເນື້ອໜັງຄືດັ່ງພຣະເຢຊູ ທີ່ມີຮູບລັກພາຍນອກຂອງຄົນທໍາມະດາ ແລະ ມີລັກສະນະຂອງຄົນທໍາມະດາເທົ່ານັ້ນ ແຕ່ໃນແກ່ນແທ້ແລ້ວ ແມ່ນບໍ່ໄດ້ມີທຸກສິ່ງທີ່ຄົນທໍາມະດາຄວນມີ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ແກ່ນແທ້ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ໄດ້ມີຄວາມເປັນມະນຸດທໍາມະດາທັງໝົດ ແຕ່ມີພຽງບາງສ່ວນໃນສິ່ງທີ່ຜູ້ຄົນຄວນມີ ເພື່ອສະໜັບສະໜູນວຽກປະຈໍາຂອງຊີວິດມະນຸດທໍາມະດາ ແລະ ຮັກສາພະລັງແຫ່ງເຫດຜົນຂອງມະນຸດທໍາມະດາເທົ່ານັ້ນ. ແຕ່ວ່າສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ຄວາມເປັນມະນຸດທໍາມະດາ. ສິ່ງເຫຼົ່ານັ້ນຄືສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ຄົນທີ່ຢືນຢັນເຊິ່ງສາມາດເວົ້າໄດ້ວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມເປັນມະນຸດທໍາມະດາ ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ ເຊິ່ງກໍຄືຄອບຄົວເທົ່ານັ້ນ; ພວກເຂົາເວົ້າວ່າ ຖ້າບໍ່ມີສິ່ງນີ້ ພຣະອົງກໍບໍ່ແມ່ນ ຄົນທໍາມະດາ. ຊັ້ນເຮົາຂໍຖາມເຈົ້າດັ່ງນີ້ວ່າ “ພຣະເຈົ້າມີເມຍບໍ? ເປັນໄປໄດ້ບໍທີ່ພຣະເຈົ້າຈະມີຜົວ? ພຣະເຈົ້າສາມາດມີລູກໄດ້ບໍ?” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ເຖິງຢ່າງໃດກໍຕາມ, ພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດເກີດຈາກຮອຍແຕກລະຫວ່າງຫີນໄດ້ ຫຼື ຫຼົ່ນລົງມາແຕ່ເທິງຟ້າ. ພຣະອົງສາມາດບັງເກີດເຂົ້າໃນຄອບຄົວມະນຸດທໍາມະດາເທົ່ານັ້ນ. ນັ້ນແມ່ນເຫດຜົນທີ່ວ່າ ພຣະອົງຈຶ່ງມີພໍ່ແມ່, ເອື້ອຍ ແລະ ນ້ອງສາວ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຄວາມເປັນມະນຸດທໍາມະດາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຊັ່ນດຽວກັບກໍລະນີຂອງພຣະເຢຊູ; ພຣະເຢຊູມີພໍ່ ແລະ ແມ່, ອ້າຍ, ເອື້ອຍ ແລະ ນ້ອງ ແລະ ທັງໝົດນີ້ແມ່ນປົກກະຕິ. ແຕ່ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ, ພຣະອົງຈະບໍ່ແມ່ນມະນຸດທໍາມະດາ ທີ່ພຣະເຈົ້າຕັ້ງໃຈໃຫ້ພຣະເຈົ້າຜູ້ບັງເກີດເປັນມະນຸດມີ. ຖ້າເປັນດັ່ງນີ້ ພຣະອົງຈະບໍ່ສາມາດກະທໍາພາລະກິດໃນນາມພຣະເຈົ້າໄດ້. ຍ້ອນພຣະອົງບໍ່ມີເມຍ ຫຼື ລູກ ແຕ່ກໍເກີດຈາກຜູ້ຄົນທໍາມະດາໃນຄອບຄົວທໍາມະດາ, ພຣະອົງຈຶ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້. ເວົ້າໃຫ້ຈະແຈ້ງກວ່ານີ້ກໍຄື ສິ່ງທີ່ພຣະເຈົ້າຖືວ່າ ເປັນຄົນທໍາມະດາແມ່ນຄົນທີ່ເກີດຢູ່ໃນຄອບຄົວທໍາມະດາ. ມີພຽງແຕ່ບຸກຄົນແບບນີ້ເທົ່ານັ້ນທີ່ມີຄຸນສົມບັດເຮັດພາລະກິດສັກສິດໄດ້. ໃນທາງກົງກັນຂ້າມ ຖ້າຫາກວ່າບຸກຄົນນັ້ນມີເມຍ, ລູກ ຫຼື ຜົວ, ຄົນນັ້ນຈະບໍ່ສາມາດເຮັດພາລະກິດສັກສິດໄດ້ ເພາະວ່າພວກເຂົາຈະມີພຽງແຕ່ຄວາມເປັນມະນຸດທໍາມະດາທີ່ມະນຸດຕ້ອງການ ແຕ່ບໍ່ແມ່ນຄວາມເປັນມະນຸດທໍາມະດາທີ່ພຣະເຈົ້າຕ້ອງການ. ສິ່ງທີ່ພຣະເຈົ້າຄິດເອົາໄວ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈແມ່ນແຕກຕ່າງກັນຫຼາຍ. ໃນຂັ້ນຕອນພາລະກິດນີ້ຂອງພຣະເຈົ້າ ມີຫຼາຍສິ່ງທີ່ກົງກັນຂ້າມ ແລະ ແຕກຕ່າງຈາກແນວຄິດຂອງຄົນຫຼາຍ. ຄົນເຮົາສາມາດເວົ້າໄດ້ວ່າ ຂັ້ນຕອນພາລະກິດນີ້ຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ມີຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງ ໂດຍທີ່ມີມະນຸດຮັບໜ້າທີ່ເປັນຜູ້ສະໜັບສະໜູນ. ເນື່ອງຈາກວ່າ ພຣະເຈົ້າມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ແທນທີ່ຈະອະນຸຍາດໃຫ້ມະນຸດກະທໍາແທນພຣະອົງ, ພຣະອົງຈຶ່ງບັງເກີດເປັນມະນຸດໃນເນື້ອໜັງ (ເປັນຄົນທໍາມະດາທີ່ບໍ່ສົມບູນ) ເພື່ອເຮັດພາລະກິດຂອງພຣະອົງ. ພຣະອົງໃຊ້ການບັງເກີດເປັນມະນຸດນີ້ເພື່ອສະແດງຍຸກໃໝ່ກັບມະນຸດ, ເພື່ອບອກມະນຸດກ່ຽວກັບຂັ້ນຕໍ່ໄປຂອງພາລະກິດຂອງພຣະອົງ ແລະ ເພື່ອຂໍໃຫ້ຜູ້ຄົນປະຕິບັດຕາມເສັ້ນທາງທີ່ໄດ້ອະທິບາຍໄວ້ໃນພຣະທໍາຂອງພຣະອົງ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າໃນເນື້ອໜັງຈຶ່ງສໍາເລັດ; ພຣະອົງກໍາລັງຈະຈາກມະນຸດໄປ ໂດຍທີ່ຈະບໍ່ອາໄສຢູ່ໃນເນື້ອໜັງຂອງມະນຸດທໍາມະດາອີກຕໍ່ໄປ, ແຕ່ຈະໜີຈາກມະນຸດໄປສືບຕໍ່ດໍາເນີນພາລະກິດອີກສ່ວນໜຶ່ງຂອງພຣະອົງແທນ. ຫຼັງຈາກນັ້ນ ພຣະອົງຈະສືບຕໍ່ດໍາເນີນພາລະກິດຂອງພຣະອົງເທິງແຜ່ນດິນໂລກໃນທ່າມກາງຄົນກຸ່ມນີ້ ແຕ່ຈະດໍາເນີນຢູ່ໃນຄວາມເປັນມະນຸດຂອງພວກເຂົາ ໂດຍນໍາໃຊ້ຜູ້ຄົນທີ່ສະແຫວງຫາໃຈຂອງພຣະອົງເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 139)

ພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດຢູ່ກັບມະນຸດຕະຫຼອດໄປໄດ້ ເນື່ອງຈາກວ່າ ພຣະເຈົ້າມີພາລະກິດອື່ນຢ່າງຫຼວງຫຼາຍທີ່ຕ້ອງກະທໍາ. ພຣະອົງບໍ່ສາມາດຕິດພັນຢູ່ກັບເນື້ອໜັງ; ພຣະອົງຕ້ອງອອກຈາກເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຕ້ອງກະທໍາ, ເຖິງແມ່ນວ່າ ພຣະອົງຈະກະທໍາພາລະກິດໃນຮູບລັກຂອງເນື້ອໜັງກໍຕາມ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ພຣະອົງບໍ່ໄດ້ລໍຖ້າຈົນກວ່າພຣະອົງຈະມີຮູບຮ່າງທີ່ຄົນທໍາມະດາຄວນຈະໄດ້ຮັບກ່ອນຕາຍ ຫຼື ອອກຈາກການເປັນມະນຸດ. ບໍ່ວ່າເນື້ອໜັງຂອງພຣະອົງຈະໄດ້ຈັກປີກໍຕາມ ແຕ່ເມື່ອພາລະກິດຂອງພຣະອົງໄດ້ສໍາເລັດ, ພຣະອົງກໍຈະໄປ ແລະ ອອກຈາກມະນຸດ. ພຣະອົງບໍ່ມີອາຍຸ, ພຣະອົງບໍ່ນັບວັນເວລາຂອງພຣະອົງຕາມອາຍຸໄຂຂອງມະນຸດ; ແຕ່ກົງກັນຂ້າມ ພຣະອົງຈົບຊີວິດຂອງພຣະອົງທີ່ສະຖິດໃນເນື້ອໜັງຕາມຂັ້ນຕອນຂອງພາລະກິດຂອງພຣະອົງ. ອາດຈະມີບາງຄົນຮູ້ສຶກວ່າ ໃນການມາສູ່ເນື້ອໜັງນັ້ນ ພຣະເຈົ້າຕ້ອງມີອາຍຸຮອດຂອບເຂດໃດໜຶ່ງ, ຕ້ອງເຕີບໃຫຍ່ເປັນຜູ້ໃຫຍ່, ມີອາຍຸເຖົ້າແກ່ ແລະ ຈາກໄປເມື່ອຮ່າງກາຍນັ້ນເຮັດພາລະກິດບໍ່ໄດ້ແລ້ວ. ນີ້ຄືຈິນຕະນາການຂອງມະນຸດ; ແຕ່ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດແບບນັ້ນ. ພຣະອົງມາສູ່ເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຄວນກະທໍາເທົ່ານັ້ນ ແລະ ບໍ່ແມ່ນມາເພື່ອໃຊ້ຊີວິດແບບມະນຸດທົ່ວໄປທີ່ເກີດຈາກພໍ່ແມ່, ເຕີບໃຫຍ່ ແລະ ສ້າງຄອບຄົວ ແລະ ເລີ່ມຕົ້ນອາຊີບ, ມີລູກ ແລະ ລ້ຽງລູກ ຫຼື ປະສົບກັບຄວາມສຸກທຸກຂອງຊີວິດ ເຊິ່ງລ້ວນແລ້ວແຕ່ເປັນກິດຈະກໍາຂອງມະນຸດທົ່ວໄປ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ນີ້ແມ່ນການສວມເນື້ອໜັງຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງກໍຄືການມາສູ່ເນື້ອໜັງ ແຕ່ພຣະເຈົ້າບໍ່ໄດ້ໃຊ້ຊີວິດແບບຄົນທໍາມະດາສາມັນ. ພຣະອົງມາເພື່ອສໍາເລັດສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະອົງເທົ່ານັ້ນ. ຫລັງຈາກນັ້ນ ພຣະອົງຈະຈາກມະນຸດໄປ. ເມື່ອພຣະອົງມາສູ່ເນື້ອໜັງ, ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງເນື້ອໜັງກໍຈະບໍ່ສົມບູນ. ແຕ່ກົງກັນຂ້າມ ໃນເວລາທີ່ພຣະເຈົ້າໄດ້ກໍານົດໄວ້ລ່ວງໜ້າ, ຄວາມເປັນພຣະເຈົ້າກໍປະຕິບັດພາລະກິດໂດຍກົງ. ຫຼັງຈາກນັ້ນ, ຫລັງຈາກໄດ້ກະທໍາທຸກສິ່ງທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ສໍາເລັດພັນທະກິດຂອງພຣະອົງຢ່າງຄົບຖ້ວນ, ພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຂັ້ນຕອນນີ້ກໍສໍາເລັດລົງ ເຊິ່ງໃນຈຸດນັ້ນ ຊີວິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດກໍສິ້ນສຸດລົງເຊັ່ນກັນ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຂອງພຣະອົງຈະມີຊີວິດຍືນຍາວ ຫຼື ບໍ່ກໍ່ຕາມ. ນັ້ນໝາຍຄວາມວ່າ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຈະຮອດຂັ້ນຕອນຂອງຊີວິດໃດກໍຕາມ, ບໍ່ວ່າຮ່າງກາຍນັ້ນຈະມີຊີວິດຢູ່ແຜ່ນດິນໂລກດົນປານໃດກໍຕາມ, ທຸກສິ່ງແມ່ນຖືກຕັດສິນໂດຍພາລະກິດຂອງພຣະວິນຍານ. ມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ເປັນຄວາມເປັນມະນຸດທໍາມະດາ. ຍົກຕົວຢ່າງພຣະເຢຊູ. ພຣະອົງໄດ້ໃຊ້ຊີວິດໃນເນື້ອໜັງເປັນເວລາສາມສິບສາມປີເຄິ່ງ. ໃນດ້ານຂອງອາຍຸໄຂຂອງຮ່າງກາຍມະນຸດ, ພຣະອົງບໍ່ຄວນຈະຕາຍໃນໄວອາຍຸນັ້ນ ແລະ ພຣະອົງບໍ່ຄວນຈາກໄປເທື່ອ. ແຕ່ນີ້ບໍ່ແມ່ນສິ່ງທີ່ພຣະວິນຍານຂອງພຣະເຈົ້າຕ້ອງສົນໃຈ. ຫລັງຈາກພາລະກິດຂອງພຣະອົງສໍາເລັດ ເຊິ່ງໃນຈຸດນັ້ນ ຮ່າງກາຍແມ່ນຖືກເອົາໄປແລ້ວ ໂດຍຫາຍໄປພ້ອມກັບພຣະວິນຍານ. ນີ້ຄືຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ສະນັ້ນ, ເວົ້າໂດຍສະເພາະແລ້ວ ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສໍາຄັນຫຼາຍ. ເວົ້າອີກກໍຄື ພຣະອົງມາສູ່ແຜ່ນດິນໂລກບໍ່ແມ່ນເພື່ອໃຊ້ຊີວິດແບບມະນຸດທໍາມະດາ. ພຣະອົງບໍ່ໄດ້ສ້າງຊີວິດຂອງມະນຸດທໍາມະດາກ່ອນ ແລ້ວຫລັງຈາກນັ້ນເລີ່ມປະຕິບັດພາລະກິດ. ແຕ່ກົງກັນຂ້າມ ຕາບເທົ່າທີ່ພຣະອົງບັງເກີດເຂົ້າໃນຄອບຄົວມະນຸດທໍາມະດາ ພຣະອົງກໍຈະສາມາດກະທໍາພາລະກິດສັກສິດໄດ້ ເຊິ່ງເປັນພາລະກິດທີ່ບໍ່ມີມົນທິນຈາກເຈດຕະນາຂອງມະນຸດ, ທີ່ບໍ່ເປັນເນື້ອໜັງ, ບໍ່ໃຊ້ແນວທາງຂອງສັງຄົມ ຫຼື ກ່ຽວຂ້ອງກັບຄວາມຄິດ ຫຼື ແນວຄວາມຄິດຂອງມະນຸດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ໄດ້ກ່ຽວຂ້ອງກັບປັດຊະຍາສໍາລັບການດໍາລົງຊີວິດຂອງມະນຸດ. ນີ້ແມ່ນພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຕັ້ງໃຈກະທໍາ ແລະ ຍັງແມ່ນຄວາມໝາຍອັນສໍາຄັນຂອງການບັງເກີດເປັນມະນຸດທີ່ແທ້ຈິງຂອງພຣະອົງດ້ວຍ. ຕົ້ນຕໍແລ້ວພຣະເຈົ້າມາສູ່ເນື້ອໜັງເພື່ອປະຕິບັດຂັ້ນຕອນໜຶ່ງຂອງພາລະກິດທີ່ຈໍາເປັນຕ້ອງປະຕິບັດໃນເນື້ອໜັງ ໂດຍບໍ່ຕ້ອງຜ່ານຂະບວນການໃດທີ່ບໍ່ສໍາຄັນ ແລະ ສ່ວນດ້ານປະສົບການຂອງມະນຸດທໍາມະດານັ້ນ ພຣະອົງກໍບໍ່ມີ. ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຈໍາເປັນຕ້ອງກະທໍາບໍ່ໄດ້ປະກອບມີປະສົບການຂອງມະນຸດທໍາມະດາ. ສະນັ້ນ ພຣະເຈົ້າມາສູ່ເນື້ອໜັງເພື່ອສໍາເລັດພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ. ສ່ວນອື່ນໆແມ່ນບໍ່ກ່ຽວຂ້ອງກັບພຣະອົງ; ພຣະອົງບໍ່ໄດ້ຜ່ານຂະບວນການທີ່ບໍ່ສໍາຄັນທັງຫຼາຍ. ເມື່ອພາລະກິດຂອງພຣະເອງສໍາເລັດ, ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ. ການເຮັດສໍາເລັດຂັ້ນຕອນນີ້ແມ່ນໝາຍຄວາມວ່າ ພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃນເນື້ອໜັງໄດ້ສິ້ນສຸດລົງ ແລະ ພັນທະກິດຂອງເນື້ອໜັງຂອງພຣະອົງແມ່ນໄດ້ສໍາເລັດ. ແຕ່ພຣະອົງບໍ່ສາມາດປະຕິບັດພາລະກິດຢູ່ໃນເນື້ອໜັງໄດ້ຕະຫຼອດໄປ. ພຣະອົງຕ້ອງເຄື່ອນຍ້າຍໄປບ່ອນອື່ນເພື່ອກະທໍາພາລະກິດ ເຊິ່ງເປັນບ່ອນທີ່ຢູ່ນອກເນື້ອໜັງ. ດ້ວຍເຫດນັ້ນເທົ່ານັ້ນ ຈຶ່ງສາມາດປະຕິບັດພາລະກິດຂອງພຣະອົງຢ່າງຄົບຖ້ວນ ແລະ ຂະຫຍາຍອອກໄປຢ່າງກວ້າງຂວາງ. ພຣະເຈົ້າກະທໍາພາລະກິດຕາມແຜນການດັ່ງເດີມຂອງພຣະອົງ. ພາລະກິດໃດທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ພາລະກິດໃດທີ່ພຣະອົງໄດ້ສໍາເລັດ, ພຣະອົງຮູ້ຢ່າງແຈ່ມແຈ້ງຄືດັ່ງຝາມືຂອງພຣະອົງ. ພຣະເຈົ້ານໍາພາທຸກຄົນເພື່ອຍ່າງຕາມເສັ້ນທາງທີ່ພຣະອົງໄດ້ກໍານົດໄວ້ລ່ວງໜ້າ. ບໍ່ມີໃຜສາມາດລົບໜີໄດ້. ມີພຽງຜູ້ທີ່ປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້. ບາງເທື່ອໃນພາລະກິດຕໍ່ໄປ ມັນຈະບໍ່ແມ່ນພຣະເຈົ້າທີ່ເວົ້າໃນເນື້ອໜັງເພື່ອຊີ້ນໍາມະນຸດ ແຕ່ເປັນພຣະວິນຍານທີ່ຢູ່ໃນຮູບແບບທີ່ຈັບຕ້ອງໄດ້ທີ່ນໍາພາຊີວິດມະນຸດ. ຫຼັງຈາກນັ້ນເທົ່ານັ້ນ ມະນຸດຈະສາມາດຈັບຕ້ອງພຣະເຈົ້າຢ່າງເປັນຮູບປະທໍາ, ແນມເບິ່ງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງທີ່ພຣະເຈົ້າຕ້ອງການໄດ້ດີຂຶ້ນ ເພື່ອຈະໃຫ້ພຣະເຈົ້າທີ່ແທ້ຈິງເຮັດໃຫ້ສົມບູນ. ນີ້ແມ່ນພາລະກິດທີ່ພຣະເຈົ້າຕັ້ງໃຈຈະກະທໍາໃຫ້ສໍາເລັດ ແລະ ເປັນສິ່ງທີ່ພຣະອົງວາງແຜນໄວ້ດົນນານມາແລ້ວ. ຈາກສິ່ງນີ້, ພວກເຈົ້າທຸກຄົນຄວນເຫັນເສັ້ນທາງທີ່ພວກເຈົ້າຄວນຍ່າງໄດ້ແລ້ວ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 140)

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນເນື້ອໜັງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງອຸປະນິໄສຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາກໍບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້. ດ້ວຍເຫດນີ້ ຖ້າເຈົ້າຕ້ອງການສະແຫວງຫາຫົນທາງແຫ່ງຊີວິດຢ່າງແທ້ຈິງ, ກ່ອນອື່ນເຈົ້າຕ້ອງຮັບຮູ້ມັນໂດຍການເຂົ້າມາຢູ່ເທິງແຜ່ນດິນໂລກທີ່ພຣະເຈົ້າປະຕິບັດພາລະກິດໃນການປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ ແລະ ເຈົ້າຕ້ອງຮັບຮູ້ມັນວ່າ ມັນແມ່ນຍຸກສຸດທ້າຍທີ່ພຣະອົງມາເທິງແຜ່ນດິນໂລກເພື່ອປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ. ສິ່ງນີ້ບໍ່ແມ່ນອະດີດ; ມັນກຳລັງເກີດຂຶ້ນໃນປັດຈຸບັນ.

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຈົດໝາຍ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ, ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ແລະ ບໍ່ແມ່ນພຣະທຳແຫ່ງປັດສະຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ, ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າຮູ້ຈັກເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ຖ້າປາສະຈາກການມາຂອງພຣະເຈົ້າ, ເຈົ້າຈະສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາຂໍແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ເບິ່ງວ່າໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາຫົວຂວັນທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ແລະ ບໍ່ມີໃຜທີ່ສາມາດອ້ອມຜ່ານພຣະອົງໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າບໍ່ສາມາດຄິດເຖິງພຽງແຕ່ການຮັບພອນ ໃນຂະນະທີ່ບໍ່ສາມາດຮັບຄວາມຈິງ ແລະ ບໍ່ສາມາດຍອມຮັບການສະໜອງຊີວິດ. ພຣະຄຣິດມາໃນຊ່ວງຍຸກສຸດທ້າຍ ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ພາລະກິດຂອງພຣະອົງເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ເຖິງກັບຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປຊົ່ວນິດນິລັນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິດແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນວ່າເຈົ້າຈະພະຍາຍາມໄຖ່ຕົນເອງ, ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ບໍວ່າຜົນຕາມມາຈະແມ່ນຫຍັງ? ເຈົ້າຈະບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດທາງອາຍາທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາຈຶ່ງຂໍແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະມັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ກ່ອນນີ້: ການພິພາກສາໃນຍຸກສຸດທ້າຍ

ຕໍ່ໄປ: ການຮູ້ຈັກພາລະກິດຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້