ການຮູ້ຈັກພາລະກິດຂອງພຣະເຈົ້າ I
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 141)
ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື ໃນແນວຄວາມຄິດຂອງຜູ້ຄົນ, ພວກເຂົາເຊື່ອວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າຄວນເປັນ. ຍ້ອນວ່າ ເມື່ອພຣະເຢຊູມາ, ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງການກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ; ເມື່ອພຣະອົງມາ, ພຣະອົງຖືກຄຶງໃສ່ໄມ້ກາງແຂນ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ສ່ວນເລື່ອງກ່ຽວກັບການລົງມາບັງເກີດເປັນມະນຸດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍນີ້ ແມ່ນເພື່ອກຳຈັດບ່ອນທີ່ຖືກຄອບງຳໂດຍພຣະເຈົ້າທີ່ເລື່ອນລອຍ ທີ່ຢູ່ໃນແນວຄວາມຄິດຂອງມະນຸດ ເພື່ອວ່າຈະບໍ່ມີພາບຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງມະນຸດອີກຕໍ່ໄປ. ໂດຍຜ່ານພຣະທຳທີ່ແທ້ຈິງ ແລະ ພາລະກິດທີ່ແທ້ຈິງຂອງພຣະອົງ, ການເຄື່ອນໄຫວຂອງພຣະອົງທົ່ວແຜ່ນດິນ, ພາລະກິດທີ່ພິເສດ ແລະ ປົກກະຕິຂອງພຣະອົງ ທີ່ພຣະອົງໄດ້ປະຕິບັດທ່າມກາງມະນຸດ, ພຣະອົງເຮັດໃຫ້ມະນຸດມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ ແລະ ກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ອີກດ້ານໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳທີ່ກ່າວໂດຍເນື້ອໜັງຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ ແລະ ເຮັດໃຫ້ທຸກສິ່ງສຳເລັດລົງ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍນີ້.
ສິ່ງທີ່ພວກເຈົ້າຕ້ອງຮູ້:
1. ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ເກີນທຳມະຊາດ ແລະ ພວກເຈົ້າບໍ່ຄວນເຊື່ອງຊ້ອນແນວຄວາມຄິດຕ່າງໆກ່ຽວກັບພາລະກິດຂອງພຣະອົງ.
2. ພວກເຈົ້າຕ້ອງເຂົ້າໃຈຈຸດສໍາຄັນຂອງພາລະກິດທີ່ພຣະເຈົ້າຜູ້ມາບັງເກີດເປັນມະນຸດໄດ້ລົງມາເພື່ອປະຕິບັດໃນເວລານີ້.
ພຣະອົງບໍ່ໄດ້ມາເພື່ອຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ ຫຼື ເພື່ອເຮັດການອັດສະຈັນຕ່າງໆ ແລະ ພຣະອົງບໍ່ໄດ້ມາເພື່ອເຜີຍແຜ່ຂ່າວປະເສີດແຫ່ງການກັບໃຈ ຫຼື ເພື່ອມອບຄວາມລອດພົ້ນໃຫ້ກັບມະນຸດ. ນັ້ນກໍຍ້ອນວ່າ ພຣະເຢຊູໄດ້ສໍາເລັດພາລະກິດນີ້ແລ້ວ ແລະ ພຣະເຈົ້າຈະບໍ່ກະທໍາຊໍ້າພາລະກິດແບບດຽວກັນ. ໃນປັດຈຸບັນ ພຣະເຈົ້າລົງມາເພື່ອນໍາຈຸດຈົບມາສູ່ຍຸກແຫ່ງພຣະຄຸນ ແລະ ຍົກເລີກການປະຕິບັດທຸກຢ່າງຂອງຍຸກແຫ່ງພຣະຄຸນ. ພຣະເຈົ້າທີ່ແທ້ຈິງໄດ້ລົງມາເພື່ອສະແດງວ່າພຣະອົງເປັນພຣະເຈົ້າທີ່ແທ້ຈິງໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງກ່າວພຣະທຳພຽງເລັກນ້ອຍ; ສິ່ງທີ່ສຳຄັນກໍຄື ພຣະອົງສະແດງການອັດສະຈັນ, ເຮັດໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ ແລະ ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ຫຼື ບໍ່ດັ່ງນັ້ນ ພຣະອົງກໍຈະກ່າວຄຳທຳນາຍເພື່ອຊັກຈູງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາເຫັນວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ ແລະ ພຣະອົງເປັນພຣະເຈົ້າທີ່ບໍ່ມີອະຄະຕິ. ໃນທີ່ສຸດແລ້ວ, ພຣະອົງສໍາເລັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ. ພຣະເຈົ້າແຫ່ງຍຸກປັດຈຸບັນບໍ່ສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນໃດໆ ຫຼື ພຣະອົງບໍ່ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ເມື່ອພຣະເຢຊູມາ, ພາລະກິດທີ່ພຣະອົງປະຕິບັດແມ່ນພຽງສະແດງເຖິງສ່ວນໜຶ່ງຂອງພຣະເຈົ້າ ແຕ່ປັດຈຸບັນນີ້ ພຣະເຈົ້າແມ່ນມາເພື່ອປະຕິບັດຂັ້ນຕອນຂອງພາລະກິດທີ່ກໍານົດໄວ້ທັງໝົດ ຍ້ອນພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ; ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ດ້ວຍເຫດນີ້ ທຸກສິ່ງທີ່ເຈົ້າເຫັນໃນປັດຈຸບັນແມ່ນພຣະທຳ ແລະ ພາລະກິດຂອງພຣະເຈົ້າທີ່ແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 142)
ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ, ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ, ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດອັນໄພສານ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ. ໂດຍຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ, ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ມະນຸດເຫັນວ່າພຣະເຈົ້າສູງສົ່ງ, ແຕ່ພຣະອົງຖ່ອມຕົວ ແລະ ຄວາມລີ້ລັບ ແລະ ສາມາດກາຍເປັນຜູ້ຕ່ຳຕ້ອຍທີ່ສຸດໄດ້. ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ, ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ ແລະ ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ. ດ້ວຍສິ່ງນີ້, ສາມາດເຫັນໄດ້ວ່າ ວິທີການຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ພຣະອົງເຮັດໃຫ້ມະນຸດເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ. ພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍແມ່ນທັງທຳມະດາ ແລະ ເປັນຄວາມຈິງ ແລະ ດ້ວຍເຫດນັ້ນ ກຸ່ມຄົນໃນຍຸກສຸດທ້າຍຈະໄດ້ຜະເຊີນກັບການທົດລອງທີ່ຍິ່ງໃຫຍ່ທີ່ສຸດ. ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງໄດ້ເຂົ້າຢູ່ໃນຊ່ວງການທົດລອງດັ່ງກ່າວ; ມະນຸດດັ່ງກ່າວນັ້ນທີ່ຕົກຢູ່ໃນການທົດລອງຂອງພຣະເຈົ້າ ແມ່ນຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າ. ໃນຊ່ວງຍຸກຂອງພຣະເຢຊູແມ່ນບໍ່ມີແນວຄວາມຄິດ ຫຼື ການທົດລອງ. ຍ້ອນວ່າພາລະກິດສ່ວນໃຫຍ່ທີ່ພຣະເຢຊູປະຕິບັດແມ່ນສອດຄ່ອງກັບແນວຄວາມຄິດຂອງມະນຸດ, ຜູ້ຄົນຕິດຕາມພຣະອົງ ແລະ ພວກເຂົາບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະອົງ. ການທົດລອງໃນປັດຈຸບັນເປັນການທົດລອງທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍໄດ້ຜະເຊີນ ແລະ ເມື່ອເວລາເວົ້າເຖິງຜູ້ຄົນທີ່ອອກມາຈາກຄວາມລໍາບາກຍາກແຄ້ນທີ່ສຸດ, ນີ້ຄືຄວາມລຳບາກຍາກແຄ້ນທີ່ຖືກເວົ້າເຖິງ. ໃນປັດຈຸບັນ ພຣະເຈົ້າກ່າວເພື່ອເຮັດໃຫ້ເກີດຄວາມເຊື່ອ, ຄວາມຮັກ, ການຍອມຮັບຄວາມທົນທຸກ ແລະ ຄວາມເຊື່ອຟັງໃນຜູ້ຄົນເຫຼົ່ານີ້. ພຣະທຳທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍ ແມ່ນຖືກກ່າວໂດຍອີງຕາມທາດແທ້ ແລະ ທຳມະຊາດຂອງມະນຸດ, ອີງຕາມການປະພຶດຂອງມະນຸດ ແລະ ອີງຕາມສິ່ງທີ່ມະນຸດຄວນເຂົ້າສູ່ໃນປັດຈຸບັນ. ພຣະທຳຂອງພຣະອົງທັງເປັນຈິງ ແລະ ທຳມະດາ: ພຣະອົງບໍ່ໄດ້ກ່າວເຖິງອະນາຄົດ ຫຼື ພຣະອົງບໍ່ໄດ້ຫັນເບິ່ງໃນອະດີດ; ພຣະອົງພຽງແຕ່ກ່າວເຖິງສິ່ງທີ່ຄວນເຂົ້າເຖິງ, ການນໍາໄປປະຕິບັດ ແລະ ການເຂົ້າໃຈໃນປັດຈຸບັນເທົ່ານັ້ນ. ຖ້າໃນຊ່ວງຍຸກປັດຈຸບັນ ມີບຸກຄົນໃດໜຶ່ງປາກົດຂຶ້ນ ເຊິ່ງເປັນຄົນທີ່ສາມາດສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ, ຂັບໄລ່ຜີຮ້າຍ, ຮັກສາຄົນປ່ວຍ ແລະ ເຮັດການອັດສະຈັນຫຼາຍຢ່າງ, ຖ້າບຸກຄົນນີ້ອ້າງວ່າ ພວກເຂົາແມ່ນພຣະເຢຊູທີ່ລົງມາ, ນີ້ແມ່ນເປັນພຽງສິ່ງປອມທີ່ຖືກສ້າງຂຶ້ນໂດຍວິນຍານຊົ່ວຮ້າຍເທົ່ານັ້ນ ເຊິ່ງເປັນການຮຽນແບບພຣະເຢຊູ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ. ບາດກ້າວໃນພາລະກິດຂອງພຣະເຢຊູແມ່ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ພຣະເຈົ້າຈະບໍ່ປະຕິບັດບາດກ້າວໃນພາລະກິດນັ້ນອີກຈັກເທື່ອ. ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຂົ້າກັນໄດ້ກັບແນວຄວາມຄິດຂອງມະນຸດ; ຕົວຢ່າງເຊັ່ນ: ພັນທະສັນຍາເດີມໄດ້ທຳນາຍການມາຂອງພຣະເມຊີອາ, ແຕ່ຜົນຮັບຂອງຄຳທຳນາຍນີ້ແມ່ນການມາຂອງພຣະເຢຊູ. ສິ່ງນີ້ໄດ້ເກີດຂຶ້ນແລ້ວ, ສະນັ້ນ ມັນກໍຈະຜິດທີ່ຈະໃຫ້ພຣະເມຊີອາອີກອົງໜຶ່ງລົງມາ. ພຣະເຢຊູໄດ້ລົງມາແລ້ວຄັ້ງໜຶ່ງ ແລະ ມັນກໍຈະຜິດຖ້າຕ້ອງໃຫ້ພຣະເຢຊູກັບມາອີກໃນຄັ້ງນີ້. ມີຊື່ດຽວສຳລັບແຕ່ລະຍຸກ ແລະ ແຕ່ລະຊື່ກໍອະທິບາຍລັກສະນະຂອງຍຸກນັ້ນໆ. ໃນແນວຄວາມຄິດຂອງມະນຸດ, ພຣະເຈົ້າຕ້ອງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນສະເໝີ, ຕ້ອງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍສະເໝີ ແລະ ຕ້ອງເປັນຄືກັບພຣະເຢຊູ. ແຕ່ເວລານີ້ພຣະເຈົ້າບໍ່ໄດ້ເປັນແບບນັ້ນເລີຍ. ໃນຊ່ວງຍຸກສຸດທ້າຍ, ຖ້າພຣະເຈົ້າຍັງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ ແລະ ຍັງຂັບໄລ່ຜີຮ້າຍ ແລະ ຮັກສາຄົນປ່ວຍ, ຖ້າພຣະອົງເຮັດສິ່ງດຽວກັນກັບທີ່ພຣະເຢຊູໄດ້ເຮັດ ແລ້ວພຣະເຈົ້າກໍເຮັດຊໍ້າພາລະກິດແບບດຽວກັນ ແລະ ພາລະກິດຂອງພຣະເຢຊູກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າເລີຍ. ດ້ວຍເຫດນັ້ນ, ພຣະເຈົ້າຈຶ່ງປະຕິບັດໜຶ່ງບາດກ້າວຂອງພາລະກິດໃນແຕ່ລະຍຸກ. ເມື່ອແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກເຮັດໃຫ້ສົມບູນແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບຢ່າງໄວ ແລະ ຫຼັງຈາກທີ່ຊາຕານເລີ່ມເຮັດຕາມພາລະກິດຂອງພຣະເຈົ້າທັນທີທັນໃດ, ພຣະເຈົ້າກໍຈະປ່ຽນເປັນວິທີການທີ່ແຕກຕ່າງ. ເມື່ອພຣະເຈົ້າໄດ້ເຮັດໃຫ້ບາດກ້າວຂອງພາລະກິດຂອງພຣະອົງສຳເລັດແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບ. ພວກເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້. ເປັນຫຍັງພາລະກິດຂອງພຣະເຈົ້າໃນປັດຈຸບັນຈຶ່ງແຕກຕ່າງຈາກພາລະກິດຂອງພຣະເຢຊູ? ເປັນຫຍັງພຣະເຈົ້າໃນປັດຈຸບັນຈຶ່ງບໍ່ສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ, ບໍ່ຂັບໄລ່ຜີຮ້າຍ ແລະ ບໍ່ຮັກສາຄົນປ່ວຍ? ຖ້າພາລະກິດຂອງພຣະເຈົ້າເປັນແບບດຽວກັນກັບພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ, ພຣະອົງຈະສາມາດຕາງໜ້າໃຫ້ກັບພຣະເຈົ້າຂອງຍຸກແຫ່ງພຣະບັນຍັດໄດ້ບໍ? ພຣະອົງຈະສາມາດຕາງໜ້າໃຫ້ກັບພຣະເຈົ້າຂອງຍຸກແຫ່ງພຣະຄຸນໄດ້ບໍ? ພຣະອົງຈະສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດໄດ້ບໍ? ໃນຍຸກແຫ່ງພຣະບັນຍັດ, ຖ້າພຣະເຢຊູເຂົ້າໄປໃນວິຫານ ແລະ ຮັກສາວັນສະບາໂຕ, ກໍຈະບໍ່ມີໃຜຂົ່ມເຫັງພຣະອົງ ແລະ ໝົດທຸກຄົນກໍຈະຮັບເອົາພຣະອົງ. ຖ້າເປັນດັ່ງນັ້ນ, ພຣະອົງຈະສາມາດຖືກຄຶງໄວ້ທີ່ໄມ້ກາງແຂນໄດ້ບໍ? ພຣະອົງຈະສາມາດເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດໄດ້ບໍ? ແມ່ນຫຍັງຄືຈຸດສຳຄັນ ຖ້າພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຄືກັບພຣະເຢຊູ? ມີພຽງການປະຕິບັດອີກສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍເທົ່ານັ້ນ ເຊິ່ງເປັນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະອົງ, ມະນຸດຈຶ່ງຈະສາມາດຮັບຄວາມຮູ້ຢ່າງເລິກເຊິ່ງຍິ່ງຂຶ້ນກ່ຽວກັບພຣະເຈົ້າ ແລະ ມີພຽງວິທີນີ້ເທົ່ານັ້ນ ແຜນການຄຸ້ມຄອງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 143)
ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ພຣະອົງນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ຄວາມເປັນຈິງ ແລະ ຄວາມທໍາມະດາຂອງພຣະເຈົ້າ ແລະ ເພື່ອວ່າພາບລັກຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບລັກໃໝ່ຂອງພຣະເຈົ້າ. ທັນທີທີ່ພາບລັກຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂັ້ນຕອນນັ້ນ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ກົງກັນຂ້າມ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ຍ້ອນພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງພຽງໜຶ່ງສ່ວນໃນແຕ່ລະຍຸກ. ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງທຳມະຊາດ, ແກ່ນແທ້ຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ ແລະ ຄວາມຄິດທີ່ຫຼ້າສະໄໝ; ຄວາມຮູ້ ແລະ ວັດທະນະທຳຂອງມະນຸດຕ້ອງຖືກຊໍາລະລ້າງຜ່ານການຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ, ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາໄດ້ນໍາໂມເຊອອກຈາກປະເທດອີຢິບດ້ວຍພຣະທຳຂອງພຣະອົງ ແລະ ກ່າວພຣະທຳບາງຂໍ້ກັບຊາວອິດສະຣາເອນ; ໃນເວລານັ້ນ ການກະທຳບາງສ່ວນຂອງພຣະເຈົ້າຖືກເຮັດໃຫ້ເຂົ້າໃຈໄດ້ງ່າຍ ແຕ່ຍ້ອນຄວາມສາມາດຂອງມະນຸດມີຂີດຈຳກັດ ແລະ ບໍ່ມີສິ່ງໃດທີ່ສາມາດເຮັດໃຫ້ຄວາມຮູ້ຂອງເຂົາສົມບູນໄດ້ ພຣະເຈົ້າຈຶ່ງສືບຕໍ່ກ່າວ ແລະ ປະຕິບັດພາລະກິດຂອງພຣະອົງ. ໃນຍຸກແຫ່ງພຣະຄຸນ ມະນຸດເຫັນການກະທຳບາງສ່ວນຂອງພຣະເຈົ້າອີກຄັ້ງ. ພຣະເຢຊູສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ, ສາມມື້ຫຼັງຈາກນັ້ນ ພຣະອົງຟື້ນຄືນມາ ແລະ ປາກົດຕົວຜ່ານເນື້ອໜັງຕໍ່ໜ້າມະນຸດ. ມະນຸດບໍ່ຮູ້ຫຍັງຫຼາຍໄປກວ່ານີ້ກ່ຽວກັບພຣະເຈົ້າ. ມະນຸດຮູ້ຫຼາຍເທົ່າທີ່ພຣະເຈົ້າສະແດງໃຫ້ເຂົາເຫັນ ແລະ ຖ້າພຣະເຈົ້າບໍ່ສະແດງໃຫ້ມະນຸດເຫັນຫຼາຍກວ່ານີ້ ແລ້ວສິ່ງດັ່ງກ່າວກໍເປັນຂອບເຂດທີ່ມະນຸດກຳນົດໄວ້ກ່ຽວກັບພຣະເຈົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງສືບຕໍ່ປະຕິບັດພາລະກິດຂອງພຣະອົງ ເພື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຈະເລິກເຊິ່ງຂຶ້ນ ແລະ ເພື່ອມະນຸດຈະຄ່ອຍໆຮູ້ຈັກທາດແທ້ຂອງພຣະເຈົ້າຫຼາຍຂຶ້ນ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ. ຈິດໃຈທີ່ເສື່ອມໂຊມຂອງເຈົ້າຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ແນວຄວາມຄິດທາງສາສະໜາຂອງເຈົ້າຖືກແທນທີ່ໂດຍຄວາມເປັນຈິງຂອງພຣະເຈົ້າ. ພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ລົງມາ ໂດຍສະເພາະຢ່າງຍິ່ງແມ່ນເພື່ອປະຕິບັດຕາມພຣະທຳທີ່ກ່າວວ່າ “ພຣະທຳກາຍມາເປັນມະນຸດ, ພຣະທຳເກີດມາເປັນມະນຸດ ແລະ ພຣະທໍາປາກົດໃນຮ່າງກາຍ” ແລະ ຖ້າເຈົ້າບໍ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບສິ່ງນີ້ ແລ້ວເຈົ້າຈະບໍ່ສາມາດຕັ້ງໝັ້ນໃນຕົວເອງໄດ້. ໃນລະຫວ່າງຍຸກສຸດທ້າຍ ສ່ວນຫຼາຍ ພຣະເຈົ້າປະສົງທີ່ຈະເຮັດສໍາເລັດຂັ້ນຕອນພາລະກິດຂອງພຣະທຳທີ່ປາກົດໃນເນື້ອໜັງມະນຸດ ແລະ ນີ້ຄືສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນັ້ນ ຄວາມຮູ້ຂອງພວກເຈົ້າຕ້ອງຊັດເຈນ; ບໍ່ວ່າວິທີການປະຕິບັດພາລະກິດຂອງພຣະອົງຈະເປັນຢ່າງໃດກໍຕາມ, ພຣະເຈົ້າຈະບໍ່ອະນຸຍາດໃຫ້ມະນຸດກຳນົດຂອບເຂດພຣະອົງ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດນີ້ໃນລະຫວ່າງຍຸກສຸດທ້າຍ ແລ້ວຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ສາມາດສືບຕໍ່ໄດ້. ເຈົ້າຈະຮູ້ຈັກພຽງແຕ່ວ່າ ພຣະເຈົ້າຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ສາມາດທຳລາຍເມືອງໂຊໂດມ ແລະ ພຣະເຢຊູສາມາດຟື້ນຄືນຊີບໄດ້ ແລະ ປາກົດໃຫ້ເປໂຕເຫັນ... ແຕ່ເຈົ້າຈະບໍ່ມີທາງເວົ້າໄດ້ວ່າ ພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ທຸກຢ່າງສຳເລັດໄດ້ ແລະ ສາມາດເອົາຊະນະມະນຸດໄດ້. ມີພຽງແຕ່ການຜະເຊີນກັບພຣະທຳຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດກ່າວໄດ້ວ່າມີຄວາມຮູ້ກ່າວກັບພຣະເຈົ້າ ແລະ ເມື່ອເຈົ້າຜະເຊີນກັບພາລະກິດຂອງພຣະເຈົ້າຫຼາຍພຽງໃດ ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງກໍຈະຮອບຄອບຫຼາຍພຽງນັ້ນ. ມີພຽງແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຢຸດກຳນົດຂອບເຂດພຣະເຈົ້າໂດຍໃຊ້ແນວຄວາມຄິດຂອງເຈົ້າເອງ. ມະນຸດມາຮູ້ຈັກພຣະເຈົ້າໂດຍການຜະເຊີນກັບພາລະກິດຂອງພຣະອົງ ແລະ ບໍ່ມີວິທີທີ່ຖືກຕ້ອງອື່ນໃດອີກໃນການຮູ້ຈັກພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 144)
ໃນປັດຈຸບັນ ພວກເຈົ້າຄວນຮູ້ຊັດເຈນແລ້ວວ່າ ໃນຍຸກສຸດທ້າຍນີ້ ຄວາມຈິງແລ້ວພຣະເຈົ້າແມ່ນໄດ້ເຮັດສໍາເລັດ “ພຣະທຳກາຍມາເປັນມະນຸດ” ແລ້ວ. ຜ່ານພາລະກິດທີ່ແທ້ຈິງຂອງພຣະອົງເທິງແຜ່ນດິນໂລກ ພຣະອົງຈຶ່ງເຮັດໃຫ້ມະນຸດຮູ້ຈັກພຣະອົງ, ມີສ່ວນຮ່ວມປະຕິບັດກັບພຣະອົງ ແລະ ເຮັດໃຫ້ພວກເຂົາໄດ້ເຫັນເຖິງການກະທຳທີ່ແທ້ຈິງຂອງພຣະອົງ. ພຣະອົງເຮັດໃຫ້ມະນຸດເຫັນໄດ້ຢ່າງຊັດເຈນວ່າ ພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ມີບາງເວລາທີ່ພຣະອົງກໍບໍ່ສາມາດເຮັດແບບນັ້ນໄດ້, ນີ້ກໍຍ້ອນວ່າການປະຕິບັດພາລະກິດຂອງພຣະອົງໃນແຕ່ລະຍຸກແມ່ນແຕກຕ່າງກັນ. ຈາກສິ່ງນີ້ ເຈົ້າສາມາດເຫັນວ່າ ພຣະເຈົ້າບໍ່ແມ່ນບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ກົງກັນຂ້າມ ພຣະອົງປ່ຽນແປງການປະຕິບັດຂອງພຣະອົງໃຫ້ສຳເລັດໂດຍອີງຕາມພາລະກິດ ແລະ ອີງຕາມຍຸກ. ໃນຂັ້ນຕອນຂອງພາລະກິດໃນປັດຈຸບັນ ພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ; ເຫດຜົນທີ່ພຣະອົງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງໃນຍຸກຂອງພຣະເຢຊູກໍຍ້ອນວ່າ ພາລະກິດຂອງພຣະອົງໃນຍຸກນັ້ນແມ່ນແຕກຕ່າງກັນ. ພຣະເຈົ້າບໍ່ປະຕິບັດພາລະກິດດັ່ງກ່າວນັ້ນໃນຍຸກປັດຈຸບັນ ແລະ ບາງຄົນເຊື່ອວ່າ ພຣະອົງບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຄິດວ່າ ຖ້າພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລ້ວພຣະອົງກໍບໍ່ແມ່ນພຣະເຈົ້າ. ນີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ພຣະເຈົ້າສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ພຣະອົງກຳລັງປະຕິບັດພາລະກິດໃນຍຸກທີ່ແຕກຕ່າງກັນ ແລະ ດ້ວຍເຫດນີ້ ພຣະອົງຈຶ່ງບໍ່ເຮັດໃນສິ່ງດັ່ງກ່າວ. ຍ້ອນວ່າ ນີ້ແມ່ນຍຸກທີ່ແຕກຕ່າງກັນ ແລະ ຍ້ອນວ່າ ນີ້ແມ່ນບາດກ້າວພາລະກິດທີ່ແຕກຕ່າງກັນ. ສິ່ງທີ່ພຣະເຈົ້າເຮັດເພື່ອໃຫ້ມະນຸດເຂົ້າໃຈໄດ້ງ່າຍນັ້ນກໍແຕກຕ່າງເຊັ່ນດຽວກັນ. ໃນລະຫວ່າງຍຸກໃໝ່ນີ້ ຄວາມເຊື່ອໃນພຣະເຈົ້າຂອງມະນຸດບໍ່ແມ່ນຄວາມເຊື່ອໃນໝາຍສຳຄັນ ແລະ ສິ່ງອັດສະຈັນ, ບໍ່ແມ່ນຄວາມເຊື່ອໃນສິ່ງອັດສະຈັນ, ແຕ່ເປັນຄວາມເຊື່ອໃນພາລະກິດທີ່ແທ້ຈິງຂອງພຣະອົງ. ມະນຸດມາຮູ້ຈັກພຣະເຈົ້າຜ່ານວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ຄວາມຮູ້ນີ້ຂອງມະນຸດເຮັດໃຫ້ເກີດຄວາມເຊື່ອໃນພຣະເຈົ້າຢ່າງແທ້ຈິງ ເຊິ່ງເວົ້າໄດ້ວ່າ ນັ້ນຄືຄວາມເຊື່ອໃນພາລະກິດ ແລະ ການກະທຳຂອງພຣະເຈົ້າ. ໃນບາດກ້າວນີ້ຂອງພາລະກິດ ພຣະເຈົ້າຖືເອົາການກ່າວພຣະທໍາເປັນຫຼັກ. ດັ່ງນັ້ນ ຢ່າລໍຖ້າເບິ່ງໝາຍສຳຄັນ ແລະ ສິ່ງອັດສະຈັນ; ເຈົ້າຈະບໍ່ເຫັນສິ່ງໃດເລີຍ! ນີ້ກໍ່ຍ້ອນວ່າເຈົ້າບໍ່ໄດ້ເກີດຢູ່ໃນຍຸກແຫ່ງພຣະຄຸນ. ຖ້າເຈົ້າໄດ້ເກີດຢູ່ໃນຍຸກນັ້ນ ເຈົ້າກໍຈະສາມາດເຫັນໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ເຈົ້າເກີດຢູ່ໃນຍຸກສຸດທ້າຍ ແລະ ເຈົ້າສາມາດເຫັນພຽງແຕ່ຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າ. ຢ່າຄາດຫວັງທີ່ຈະໄດ້ເຫັນພຣະເຢຊູໃນຮູບແບບເໜືອທຳມະຊາດໃນລະຫວ່າງຍຸກສຸດທ້າຍ. ເຈົ້າສາມາດພຽງແຕ່ເຫັນພຣະເຈົ້າທີ່ແທ້ຈິງຜູ້ບັງເກີດເປັນມະນຸດ ຜູ້ທີ່ບໍ່ແຕກຕ່າງຫຍັງຈາກມະນຸດທຳມະດາ. ໃນແຕ່ລະຍຸກ ພຣະເຈົ້າເຮັດໃນສິ່ງທີ່ແຕກຕ່າງໃຫ້ເຂົ້າໃຈໄດ້ງ່າຍ. ໃນແຕ່ລະຍຸກ ພຣະເຈົ້າເຮັດໃຫ້ການກະທຳຕ່າງໆຂອງພຣະເຈົ້າເຂົ້າໃຈໄດ້ງ່າຍ ແລະ ພາລະກິດຂອງແຕ່ລະຍຸກ ສ່ວນໜຶ່ງແມ່ນສະແດງເຖິງອຸປະນິໄສຂອງພຣະເຈົ້າ ແລະ ອີກສ່ວນໜຶ່ງສະແດງເຖິງການກະທຳຂອງພຣະເຈົ້າ. ການກະທຳທີ່ພຣະອົງໄດ້ເຮັດໃຫ້ເຂົ້າໃຈໄດ້ງ່າຍແຕກຕ່າງກັນໄປຕາມຍຸກທີ່ພຣະອົງປະຕິບັດພາລະກິດ ແຕ່ພວກມັນທັງໝົດເຮັດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງເລິກເຊິ່ງຫຼາຍຂຶ້ນ, ມີຄວາມເຊື່ອໃນພຣະເຈົ້າທີ່ເປັນຈິງ ແລະ ທໍາມະດາຫຼາຍຂຶ້ນ. ມະນຸດເຊື່ອໃນພຣະເຈົ້າ ຍ້ອນການກະທຳທັງໝົດຂອງພຣະເຈົ້າ ແລະ ຍ້ອນພຣະເຈົ້າອັດສະຈັນຫຼາຍ, ຍິ່ງໃຫຍ່ຫຼາຍ ຍ້ອນພຣະອົງມີລິດທານຸພາບສູງສຸດ ແລະ ບໍ່ສາມາດຢັ່ງເຖິງໄດ້. ຖ້າເຈົ້າເຊື່ອໃນພຣະເຈົ້າ ຍ້ອນພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ສາມາດຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລ້ວມຸມມອງຂອງເຈົ້າກໍຜິດ ແລະ ບາງຄົນຈະເວົ້າກັບເຈົ້າວ່າ “ວິນຍານຊົ່ວຮ້າຍບໍ່ສາມາດເຮັດສິ່ງດັ່ງກ່າວນັ້ນໄດ້ຄືກັນບໍ?” ນີ້ບໍ່ແມ່ນເພື່ອສືບຕໍ່ເຮັດໃຫ້ພາບລັກຂອງພຣະເຈົ້າ ແລະ ພາບລັກຂອງຊາຕານສັບສົນກັນບໍ? ໃນປັດຈຸບັນ ຄວາມເຊື່ອໃນພຣະເຈົ້າຂອງມະນຸດເກີດຂຶ້ນກໍຍ້ອນວ່າການກະທຳຫຼາຍຢ່າງຂອງພຣະອົງ ແລະ ຍ້ອນພາລະກິດຈຳນວນຫຼວງຫຼາຍທີ່ພຣະອົງປະຕິບັດ ແລະ ຫຼາຍວິທີການທີ່ພຣະອົງກ່າວ. ພຣະເຈົ້ານໍາໃຊ້ຖ້ອຍຄໍາຂອງພຣະອົງເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ເຂົາສົມບູນ. ມະນຸດເຊື່ອໃນພຣະເຈົ້າ ຍ້ອນການກະທຳຫຼາຍຢ່າງຂອງພຣະອົງ ບໍ່ແມ່ນຍ້ອນພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ. ຜູ້ຄົນໄດ້ຮູ້ຈັກພຣະເຈົ້າໂດຍການເປັນພະຍານເຖິງການກະທຳຂອງພຣະອົງ. ມີພຽງການຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າ, ຮູ້ຈັກວິທີທີ່ພຣະອົງປະຕິບັດພາລະກິດ, ວິທີການທີ່ເປັນເລີດທີ່ພຣະອົງນໍາໃຊ້, ວິທີທີ່ພຣະອົງກ່າວ ແລະ ວິທີທີ່ພຣະອົງເຮັດໃຫ້ມະນຸດສົມບູນແບບ, ມີພຽງການຮູ້ຈັກໃນຮູບແບບລັກສະນະເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມເປັນຈິງຂອງພຣະເຈົ້າໄດ້, ເຂົ້າໃຈອຸປະນິໄສຂອງພຣະອົງ, ຮູ້ຈັກສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ ແລະ ວິທີທີ່ພຣະອົງປະຕິບັດພາລະກິດກັບມະນຸດ. ດ້ວຍການຮູ້ຈັກຄວາມມັກ ແລະ ຄວາມບໍ່ມັກຂອງພຣະເຈົ້າ ເຈົ້າຈະສາມາດຈຳແນກຄວາມແຕກຕ່າງລະຫວ່າງສິ່ງທີ່ເປັນທາງບວກ ແລະ ສິ່ງທີ່ເປັນທາງລົບ ແລະ ຜ່ານຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າ, ເຈົ້າຈະມີຄວາມຄືບໜ້າໃນຊີວິດ. ສະຫຼຸບກໍຄື ເຈົ້າຕ້ອງຮັບເອົາຄວາມຮູ້ຂອງພາລະກິດຂອງພຣະເຈົ້າ ແລະ ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 145)
ບໍ່ວ່າເຈົ້າຈະສະແຫວງຫາແນວໃດ, ສິ່ງທີ່ສຳຄັນທີ່ສຸດຄື ເຈົ້າຕ້ອງເຂົ້າໃຈພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນປັດຈຸບັນ ແລະ ຕ້ອງຮູ້ຈັກຄວາມໝາຍຂອງພາລະກິດນີ້. ເຈົ້າຕ້ອງເຂົ້າໃຈ ແລະ ຮູ້ຈັກວ່າ ພາລະກິດຂອງພຣະເຈົ້າຈະນໍາຫຍັງມາ ເມື່ອພຣະອົງມາໃນຍຸກສຸດທ້າຍ, ຈິດໃຈແບບໃດທີ່ພຣະອົງຈະນໍາມາ ແລະ ແມ່ນຫຍັງຈະຖືກເຮັດໃຫ້ສົມບູນໃນມະນຸດ. ຖ້າເຈົ້າບໍ່ຮູ້ຈັກ ຫຼື ເຂົ້າໃຈພາລະກິດທີ່ພຣະອົງມາປະຕິບັດໃນເນື້ອໜັງ, ແລ້ວເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງໄດ້ແນວໃດ ແລະ ເຈົ້າຈະເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ຕາມຄວາມເປັນຈິງແລ້ວ, ການເປັນຜູ້ໃກ້ຊິດຂອງພຣະເຈົ້າບໍ່ແມ່ນເລື່ອງທີ່ຊັບຊ້ອນ ແຕ່ມັນກໍບໍ່ແມ່ນເລື່ອງທີ່ງ່າຍ. ຖ້າຜູ້ຄົນສາມາດເຂົ້າໃຈມັນຢ່າງລະອຽດ ແລະ ນໍາສິ່ງດັ່ງກ່າວໄປປະຕິບັດ, ມັນກໍຈະບໍ່ຊັບຊ້ອນ; ຖ້າຜູ້ຄົນບໍ່ສາມາດເຂົ້າໃຈສິ່ງດັ່ງກ່າວຢ່າງລະອຽດ, ມັນກໍແຮງຈະຍາກຂຶ້ນກວ່າເກົ່າ ແລະ ນອກຈາກນັ້ນ ມະນຸດກໍຈະມັກສະແຫວງຫາສິ່ງທີ່ຢູ່ທ່າມກາງຄວາມບໍ່ແຈ່ມແຈ້ງ. ຖ້າໃນການສະແຫວງຫາພຣະເຈົ້າ, ມະນຸດບໍ່ມີຈຸດຢືນຂອງຕົນເອງໃຫ້ຮອງຮັບ ແລະ ບໍ່ຮູ້ຈັກຄວາມຈິງທີ່ເຂົາຕ້ອງຍຶດໝັ້ນ, ນັ້ນກໍໝາຍຄວາມວ່າ ເຂົາບໍ່ມີພື້ນຖານ ແລະ ດ້ວຍເຫດນີ້ ມັນຈຶ່ງບໍ່ງ່າຍທີ່ເຂົາຈະຍຶດໝັ້ນຢ່າງໜຽວແໜ້ນ. ປັດຈຸບັນນີ້ ມີຫຼາຍຄົນທີ່ບໍ່ເຂົ້າໃຈຄວາມຈິງ ເຊິ່ງເປັນຄົນທີ່ບໍ່ສາມາດຈຳແນກຄວາມດີ ແລະ ຄວາມຊົ່ວ ຫຼື ບອກສິ່ງທີ່ຄວນຮັກ ຫຼື ຊັງ. ຄົນດັ່ງກ່າວຍຶດໝັ້ນຢ່າງໜຽວແໜ້ນໄດ້ຍາກ. ຄໍາຕອບສູ່ຄວາມເຊື່ອໃນພຣະເຈົ້າແມ່ນຄວາມສາມາດໃນການນໍາຄວາມຈິງໄປປະຕິບັດ, ຄວາມໃສ່ໃຈຕໍ່ຄວາມປະສົງຂອງພຣະເຈົ້າ, ຮູ້ຈັກພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ ເມື່ອພຣະອົງມາເປັນເນື້ອໜັງ ແລະ ຫຼັກການທີ່ພຣະອົງຊົງກ່າວອອກມາ; ຢ່າຕິດຕາມຄົນສ່ວນໃຫຍ່ ແລະ ເຈົ້າຕ້ອງມີຫຼັກການທີ່ເຈົ້າຕ້ອງເຂົ້າຮ່ວມ ແລະ ຕ້ອງຍຶດຕິດກັບພວກມັນ. ການຍຶດຕິດຢ່າງໜຽວແໜ້ນກັບສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນເຈົ້າ ເຊິ່ງພຣະເຈົ້າເຮັດໃຫ້ສະຫວ່າງຂຶ້ນ ເປັນການຊ່ວຍເຫຼືອໃຫ້ແກ່ເຈົ້າ. ຖ້າເຈົ້າບໍ່ເຮັດ, ປັດຈຸບັນ ເຈົ້າຈະປ່ຽນທິດໄປທາງໜຶ່ງ, ໃນອະນາຄົດ ເຈົ້າກໍຈະປ່ຽນໄປອີກທາງໜຶ່ງ ແລະ ເຈົ້າຈະບໍ່ໄດ້ຮັບຫຍັງເລີຍທີ່ເປັນຄວາມຈິງ. ການເປັນແບບນີ້ຈະບໍ່ເປັນປະໂຫຍດໃຫ້ກັບຊີວິດຂອງເຈົ້າເອງ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈຄວາມຈິງຈະຕິດຕາມຄົນອື່ນຢູ່ຕະຫຼອດເວລາ: ຖ້າຜູ້ຄົນກ່າວວ່ານີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍຈະກ່າວວ່າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດຄືກັນ; ຖ້າຄົນອື່ນກ່າວວ່າ ມັນເປັນພາລະກິດຂອງວິນຍານຊົ່ວຮ້າຍ ແລ້ວເຈົ້າກໍຈະສົງໄສເຊັ່ນກັນ ຫຼື ຍັງເວົ້າວ່າ ມັນແມ່ນພາລະກິດຂອງວິນຍານຊົ່ວຮ້າຍ. ເຈົ້າຮຽນແບບຄຳເວົ້າຂອງຄົນອື່ນຢູ່ເປັນປະຈຳ ແລະ ບໍ່ສາມາດຈຳແນກສິ່ງໃດດ້ວຍຕົວເຈົ້າເອງ ແລະ ເຈົ້າກໍບໍ່ສາມາດຄິດເພື່ອຕົວເອງ. ນີ້ແມ່ນຄົນທີ່ບໍ່ມີຈຸດຢືນ ເຊິ່ງບໍ່ສາມາດຈຳແນກຄວາມແຕກຕ່າງ ເຊິ່ງບຸກຄົນດັ່ງກ່າວເປັນຄົນເວດທະນາທີ່ບໍ່ມີຄ່າເລີຍ! ເຈົ້າຕ້ອງເວົ້າຕາມຄຳເວົ້າຂອງຄົນອື່ນຊໍ້າໆ: ໃນປັດຈຸບັນ ມີຄົນບອກວ່າ ນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແຕ່ມີຄວາມເປັນໄປໄດ້ທີ່ມື້ໜຶ່ງ ຈະມີຄົນກ່າວວ່າ ມັນບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ມີຫຍັງເລີຍ ນອກຈາກການກະທຳຂອງມະນຸດ ແຕ່ເຈົ້າກໍຍັງບໍ່ສາມາດເບິ່ງສິ່ງນີ້ອອກ ແລະ ເມື່ອເຈົ້າໄດ້ເຫັນຄົນອື່ນກ່າວມັນອອກມາ ເຈົ້າກໍຈະກ່າວໃນສິ່ງດຽວກັນ. ມັນເປັນພາລະກິດຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແຕ່ເຈົ້າຈະກ່າວວ່າ ມັນເປັນພາລະກິດຂອງມະນຸດ; ເຈົ້າບໍ່ໄດ້ກາຍມາເປັນໜຶ່ງໃນຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນສິ່ງນີ້ ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຍ້ອນເຈົ້າບໍ່ສາມາດຈຳແນກຄວາມແຕກຕ່າງໄດ້ບໍ? ໃຜຈະໄປຮູ້, ບາງເທື່ອ ມື້ໜຶ່ງ ຄົນໂງ່ບາງຄົນຈະປະກົດຂຶ້ນ ເຊິ່ງເປັນຄົນທີ່ກ່າວວ່າ “ນີ້ແມ່ນພາລະກິດຂອງວິນຍານຊົ່ວຮ້າຍ” ແລະ ເມື່ອເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້ ເຈົ້າກໍຈະສູນເສຍຈຸດຢືນ ແລະ ອີກຄັ້ງ ເຈົ້າກໍຈະຖືກຄຳເວົ້າຂອງຄົນອື່ນຜູກມັດ. ທຸກຄັ້ງທີ່ມີບາງຄົນສ້າງຄວາມວຸ້ນວາຍຂຶ້ນ ເຈົ້າກໍຈະບໍ່ສາມາດຢືນໃນຈຸດຢືນຂອງຕົນເອງ ແລະ ມັນກໍຈະເປັນແບບນີ້ ຍ້ອນວ່າເຈົ້າບໍ່ມີຄວາມຈິງ. ການເຊື່ອໃນພຣະເຈົ້າ ແລະ ການສະແຫວງຫາຄວາມຮູ້ຂອງພຣະເຈົ້າບໍ່ແມ່ນບັນຫາທີ່ບໍ່ງ່າຍດາຍ. ພຽງແຕ່ເຕົ້າໂຮມກັນ ແລະ ຮັບຟັງຄຳເທດສະໜາບໍ່ສາມາດເຮັດໃຫ້ບັນລຸສິ່ງນັ້ນໄດ້ ແລະ ຄວາມຮັກຢ່າງຫຼົງໄຫຼຢ່າງດຽວບໍ່ສາມາດເຮັດໃຫ້ເຈົ້າສົມບູນໄດ້. ເຈົ້າຕ້ອງປະສົບກັບ ແລະ ຮູ້ຈັກ ແລະ ມີຫຼັກການໃນການກະທຳຂອງເຈົ້າ ແລະ ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຈົ້າໄດ້ຜ່ານປະສົບການຫຼາຍຢ່າງ ເຈົ້າຈະສາມາດຈຳແນກຄວາມແຕກຕ່າງຫຼາຍຢ່າງ ເຊິ່ງເຈົ້າຈະສາມາດຈຳແນກລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ຊົ່ວ, ລະຫວ່າງສິ່ງທີ່ທ່ຽງທຳ ແລະ ສິ່ງທີ່ຊົ່ວຮ້າຍ, ລະຫວ່າງສິ່ງທີ່ເປັນເນື້ອໜັງ ແລະ ເລືອດເນື້ອ ແລະ ສິ່ງທີ່ເປັນຄວາມຈິງ. ເຈົ້າຄວນສາມາດຈຳແນກລະຫວ່າງທຸກສິ່ງເຫຼົ່ານີ້ ແລະ ດ້ວຍການເຮັດແບບນີ້, ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ ເຈົ້າກໍຈະບໍ່ສູນເສຍຈຸດຢືນຈັກເທື່ອ. ນີ້ຈຶ່ງແມ່ນວຸດທິພາວະທີ່ແທ້ຈິງຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 146)
ການຮູ້ຈັກພາລະກິດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ. ເຈົ້າຄວນມີມາດຕະຖານ ແລະ ຈຸດປະສົງໃນການສະແຫວງຫາຂອງເຈົ້າ, ເຈົ້າຄວນຮູ້ຈັກວິທີການສະແຫວງຫາຫົນທາງທີ່ແທ້ຈິງ ແລະ ວິທີການປະເມີນວ່າ ມັນເປັນຫົນທາງທີ່ແທ້ຈິງ ຫຼື ບໍ ແລະ ມັນເປັນພາລະກິດຂອງພຣະເຈົ້າ ຫຼື ບໍ. ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ. ຍ້ອນແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ ແລ້ວຫຼັງຈາກນັ້ນ ເຈົ້າຕ້ອງເບິ່ງວ່າ ມີຄວາມຈິງໃນຫົນທາງນີ້ ຫຼື ບໍ. ຄວາມຈິງນີ້ແມ່ນຊີວິດຈິດໃຈຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງເວົ້າໄດ້ວ່າ ມັນເປັນສິ່ງທີ່ຕ້ອງການຈາກມະນຸດ ເມື່ອພຣະເຈົ້າຊົງສ້າງເຂົາຕັ້ງແຕ່ຕອນເລີ່ມຕົ້ນ ໂດຍສະເພາະຄວາມເປັນມະນຸດທີ່ປົກກະຕິທັງໝົດ (ລວມທັງເຫດຄວາມຮູ້ສຶກຂອງມະນຸດ, ຄວາມເຂົ້າໃຈ, ສະຕິປັນຍາ ແລະ ຄວາມຮູ້ພື້ນຖານຂອງການເປັນມະນຸດ). ນັ້ນກໍຄື ເຈົ້າຕ້ອງເບິ່ງວ່າ ຫົນທາງນີ້ສາມາດນໍາມະນຸດໄປສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ, ຄວາມຈິງທີ່ກ່າວເຖິງນີ້ແມ່ນຈໍາເປັນຕາມຄວາມເປັນຈິງແຫ່ງຄວາມເປັນມະນຸດທີ່ທຳມະດາ ຫຼື ບໍ, ຄວາມຈິງນີ້ມີປະໂຫຍດ ແລະ ເປັນຈິງ ຫຼື ບໍ ແລະ ມັນຖືກເວລາທີ່ສຸດ ຫຼື ບໍ. ຖ້າມີຄວາມຈິງ ມັນກໍຈະສາມາດນໍາມະນຸດເຂົ້າສູ່ປະສົບການທີ່ປົກກະຕິ ແລະ ແທ້ຈິງ; ນອກຈາກນັ້ນ ມະນຸດຈະກາຍມາເປັນຄົນປົກກະຕິຫຼາຍຂຶ້ນ, ປະສາດສໍາຜັດຂອງມະນຸດກາຍມາເປັນສິ່ງທີ່ສົມບູນຂຶ້ນຕື່ມ, ຊີວິດມະນຸດທີ່ເປັນເນື້ອໜັງ ແລະ ຊີວິດທາງຈິດວິນຍານກາຍມາເປັນສິ່ງທີ່ເປັນລະບົບລະບຽບຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ສຶກຂອງມະນຸດກາຍມາເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ນີ້ຄືຫຼັກການທີສອງ. ຍັງມີອີກຫຼັກການໜຶ່ງ ເຊິ່ງກໍຄື ມະນຸດໄດ້ມີຄວາມຮູ້ທີ່ເພີ່ມຂຶ້ນ ຫຼື ບໍ, ການປະສົບກັບພາລະກິດ ແລະ ຄວາມຈິງດັ່ງກ່າວສາມາດດົນບັນດານຄວາມຮັກຂອງພຣະເຈົ້າໃນຕົວເຂົາ ຫຼື ບໍ ແລະ ໄດ້ນໍາເຂົາໃຫ້ເຂົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ດ້ວຍວິທີນີ້ ມັນຈຶ່ງສາມາດປະເມີນໄດ້ວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່. ສິ່ງທີ່ເປັນພື້ນຖານທີ່ສຸດກໍຄື ຫົນທາງນີ້ເປັນຈິງຫຼາຍກວ່າສິ່ງທີ່ເໜືອທຳມະຊາດ ຫຼື ບໍ ແລະ ມັນສາມາດສະໜອງຊີວິດຂອງມະນຸດ ຫຼື ບໍ. ຖ້າມັນສອດຄ່ອງກັບຫຼັກການເຫຼົ່ານີ້ ກໍສາມາດສະຫຼຸບໄດ້ວ່າ ຫົນທາງນີ້ເປັນຫົນທາງທີ່ແທ້ຈິງ. ເຮົາກ່າວພຣະທໍາເຫຼົ່ານີ້ ເພື່ອເຮັດໃຫ້ພວກເຈົ້າຍອມຮັບຫົນທາງອື່ນໆໃນປະສົບການອະນາຄົດຂອງພວກເຈົ້າ, ບໍ່ແມ່ນເປັນການທຳນາຍວ່າ ຈະມີພາລະກິດຂອງຍຸກໃໝ່ອີກຢ່າງໃນອະນາຄົດ. ເຮົາກ່າວພວກມັນ ເພື່ອພວກເຈົ້າອາດຈະແນ່ໃຈວ່າ ຫົນທາງໃນປັດຈຸບັນແມ່ນຫົນທາງທີ່ແທ້ຈິງ, ເພື່ອພວກເຈົ້າຈະບໍ່ໝັ້ນໃຈພຽງເຄິ່ງດຽວໃນຄວາມເຊື່ອຂອງພວກເຈົ້າກ່ຽວກັບພາລະກິດຂອງປັດຈຸບັນ ແລະ ບໍ່ສາມາດຮັບຮູ້ກ່ຽວກັບສິ່ງນັ້ນ. ຍັງມີອີກຫຼາຍຄົນ ທີ່ເຖິງວ່າຈະແນ່ໃຈ ແຕ່ກໍຍັງຕິດຕາມດ້ວຍຄວາມສັບສົນ; ຄວາມແນ່ໃຈດັ່ງກ່າວບໍ່ມີຫຼັກການໃນຕົວມັນ ແລະ ພວກມັນຕ້ອງຖືກກໍາຈັດບໍ່ໄວກໍຊ້າ. ແມ່ນແຕ່ຄົນເຫຼົ່ານັ້ນ ທີ່ກະຕືລືລົ້ນຢ່າງພິເສດ ໃນການຕິດຕາມຂອງພວກເຂົາ ແມ່ນປະກອບດ້ວຍສາມສ່ວນທີ່ແນ່ໃຈ ແລະ ຫ້າສ່ວນທີ່ບໍ່ແນ່ໃຈ ເຊິ່ງສະແດງວ່າ ພວກເຂົາບໍ່ມີພື້ນຖານ. ຍ້ອນຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ ແລະ ພື້ນຖານຂອງພວກເຈົ້າຕື້ນເກີນໄປ, ພວກເຈົ້າຈຶ່ງບໍ່ມີຄວາມເຂົ້າໃຈໃນການຈຳແນກຄວາມແຕກຕ່າງ. ພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ, ພຣະອົງບໍ່ກຳນົດເງື່ອນໄຂຈໍານວນຫຼາຍໃຫ້ກັບມະນຸດ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ເກີນປະສາດສໍາຜັດຂອງມະນຸດ. ພາລະກິດທັງໝົດທີ່ພຣະອົງປະຕິບັດຢູ່ພາຍໃນຂອບເຂດປະສາດສໍາຜັດປົກກະຕິຂອງມະນຸດ ແລະ ບໍ່ເຮັດເກີນປະສາດສໍາຜັດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພາລະກິດຂອງພຣະອົງແມ່ນອີງຕາມເງື່ອນໄຂປົກກະຕິຂອງມະນຸດ. ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ມະນຸດຈະຍິ່ງກາຍມາເປັນຄົນປົກກະຕິຫຼາຍຂຶ້ນ ແລະ ຄວາມເປັນມະນຸດຍິ່ງກາຍເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ມະນຸດມີຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບຈິດໃຈທີ່ເສື່ອມຊາມຂອງຊາຕານ ແລະ ທາດແທ້ຂອງມະນຸດ ແລະ ເຂົາມີຄວາມປາດຖະໜາຫາຄວາມຈິງທີ່ຍິ່ງໃຫຍ່ຂຶ້ນ. ນັ້ນກໍເພື່ອເວົ້າວ່າ ຊີວິດຂອງມະນຸດຈະເຕີບໃຫຍ່ເລື້ອຍໆ ແລະ ຈິດໃຈທີ່ເສື່ອມຊາມຂອງມະນຸດກໍສາມາດປ່ຽນແປງໄດ້ຫຼາຍຍິ່ງຂຶ້ນ ເຊິ່ງທຸກສິ່ງທີ່ເປັນຄວາມໝາຍຂອງພຣະເຈົ້າຈະກາຍມາເປັນຊີວິດຂອງມະນຸດ. ຖ້າຫົນທາງບໍ່ສາມາດເປີດເຜີຍສິ່ງເຫຼົ່ານັ້ນທີ່ເປັນທາດແທ້ຂອງມະນຸດ, ບໍ່ສາມາດປ່ຽນແປງຈິດໃຈຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດນໍາເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ເຮັດໃຫ້ເຂົາເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ຍັງເຮັດໃຫ້ຄວາມເປັນມະນຸດຂອງເຂົາຍິ່ງກາຍມາເປັນສິ່ງທີ່ຕ້ອຍຕໍ່າ ແລະ ປະສາດສໍາຜັດຂອງເຂົາຍິ່ງກາຍເປັນສິ່ງທີ່ບໍ່ປົກກະຕິ ເຊິ່ງດ້ວຍເຫດນີ້ ຫົນທາງນີ້ຈຶ່ງບໍ່ຄວນເປັນຫົນທາງທີ່ແທ້ຈິງ ແລະ ມັນອາດເປັນພາລະກິດຂອງວິນຍານຊົ່ວຮ້າຍ ຫຼື ວິທີທາງເກົ່າໆ. ຖ້າຈະເວົ້າໃຫ້ສັ້ນໆກໍຄືມັນບໍ່ສາມາດເປັນພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ. ພວກເຈົ້າເຊື່ອໃນພຣະເຈົ້າໃນເວລາຫຼາຍປີຜ່ານມາ ແຕ່ພວກເຈົ້າບໍ່ມີຄວາມສະດຸດໃຈຕໍ່ຫຼັກການໃນການຈຳແນກຄວາມແຕກຕ່າງລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຜິດ ຫຼື ການສະແຫວງຫາຫົນທາງທີ່ແທ້ຈິງ. ຄົນສ່ວນໃຫຍ່ບໍ່ສົນໃຈໃນບັນຫາເຫຼົ່ານີ້ເລີຍ; ພວກເຂົາພຽງແຕ່ໄປຕາມທາງທີ່ຄົນສ່ວນຫຼາຍໄປ ແລະ ເວົ້າຕາມສິ່ງທີ່ຄົນສ່ວນຫຼາຍເວົ້າ. ຄົນແບບນີ້ສະແຫວງຫາຫົນທາງທີ່ແທ້ຈິງໄດ້ແນວໃດ? ຄົນດັ່ງກ່າວຈະສາມາດພົບຫົນທາງທີ່ແທ້ຈິງໄດ້ແນວໃດ? ຖ້າເຈົ້າເຂົ້າໃຈຫຼັກການທີ່ສຳຄັນເຫຼົ່ານີ້ ເຈົ້າກໍຈະບໍ່ຖືກຫຼອກຫຼວງ ບໍ່ວ່າຈະມີສິ່ງໃດເກີດຂຶ້ນກໍຕາມ. ໃນປັດຈຸບັນ ມັນສຳຄັນທີ່ມະນຸດຈະສາມາດຈໍາແນກຄວາມແຕກຕ່າງ; ນີ້ຄືສິ່ງທີ່ຄວາມເປັນມະນຸດໂດຍປົກກະຕິຄວນມີ ແລະ ສິ່ງທີ່ມະນຸດຕ້ອງມີໃນປະສົບການຂອງເຂົາ. ເຖິງວ່າໃນປັດຈຸບັນ ຖ້າມະນຸດຍັງບໍ່ສາມາດຈຳແນກຫຍັງໃນການຕິດຕາມຂອງເຂົາ ແລະ ປະສາດສໍາຜັດຂອງມະນຸດຍັງບໍ່ທັນເຕີບໃຫຍ່, ມະນຸດກໍຈະໂງ່ຈ້າຫຼາຍ ແລະ ການສະແຫວງຫາຂອງເຂົາກໍຈະຜິດພາດ ແລະ ຜິດພ້ຽນ. ການສະແຫວງຫາຂອງເຈົ້າໃນປັດຈຸບັນແມ່ນບໍ່ມີການຈຳແນກຄວາມແຕກຕ່າງແມ່ນແຕ່ໜ້ອຍດຽວ ແລະ ໃນຂະນະທີ່ມັນເປັນຈິງຄືກັບທີ່ເຈົ້າເວົ້າວ່າ ເຈົ້າໄດ້ພົບຫົນທາງທີ່ແທ້ຈິງແລ້ວ ແຕ່ເຈົ້າໄດ້ຮັບມັນແລ້ວບໍ? ເຈົ້າສາມາດຈຳແນກສິ່ງໃດກໍໄດ້ບໍ? ແມ່ນຫຍັງຄືແກ່ນແທ້ຂອງຫົນທາງທີ່ແທ້ຈິງ? ໃນຫົນທາງທີ່ແທ້ຈິງ ເຈົ້າໄດ້ຮັບເອົາຫົນທາງທີ່ແທ້ຈິງ, ເຈົ້າບໍ່ໄດ້ຮັບສິ່ງທີ່ເປັນຄວາມຈິງ ເຊິ່ງເວົ້າໄດ້ວ່າ ເຈົ້າບໍ່ໄດ້ເຮັດສຳເລັດຕາມສິ່ງທີ່ພຣະເຈົ້າຕ້ອງການຈາກເຈົ້າ ແລະ ດ້ວຍເຫດນີ້ ຄວາມເສື່ອມຊາມຂອງເຈົ້າຈຶ່ງບໍ່ມີການປ່ຽນແປງ. ຖ້າເຈົ້າສືບຕໍ່ສະແຫວງຫາດ້ວຍຫົນທາງນີ້, ເຈົ້າຈະຖືກກໍາຈັດໃນທີ່ສຸດ. ເມື່ອໄດ້ຕິດຕາມຈົນຮອດປັດຈຸບັນ, ເຈົ້າຄວນແນ່ໃຈວ່າ ຫົນທາງທີ່ເຈົ້າໄດ້ເລືອກເປັນຫົນທາງທີ່ຖືກຕ້ອງ ແລະ ບໍ່ຄວນສົງໄສອີກ. ຫຼາຍຄົນມັກບໍ່ແນ່ໃຈຢູ່ຕະຫຼອດ ແລະ ຈະຢຸດສະແຫວງຫາຄວາມຈິງ ຍ້ອນບັນຫາເລັກນ້ອຍບາງຢ່າງ. ຄົນດັ່ງກ່າວບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ພວກເຂົາເປັນຄົນທີ່ຕິດຕາມພຣະເຈົ້າດ້ວຍຄວາມສັບສົນ. ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າບໍ່ສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ ຫຼື ເປັນພະຍານໃຫ້ກັບພຣະອົງ. ເຮົາແນະນໍາຄົນເຫຼົ່ານັ້ນທີ່ສະແຫວງຫາພຽງແຕ່ພຣະພອນ ແລະ ພຽງແຕ່ສະແຫວງຫາສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນ ໃຫ້ພາກັນສະແຫວງຫາຄວາມຈິງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອຊີວິດຂອງພວກເຂົາອາດຈະມີຄວາມໝາຍ. ຢ່າຫຼອກຕົວເອງອີກເລີຍ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 147)
ພາລະກິດທັງໝົດທີ່ດໍາເນີນມາຫຼາຍກວ່າຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ ໂດຍອີງຕາມສະຖານະການໂດຍລວມຂອງໂລກ ແລະ ຕາມແນວໂນ້ມການພັດທະນາຂອງມະນຸດໂດຍລວມ; ພາລະກິດແຫ່ງການຄຸ້ມຄອງກໍພຽງແຕ່ປ່ຽນແປງຕາມນັ້ນເທື່ອລະໜ້ອຍ. ທັງໝົດບໍ່ໄດ້ມີການວາງແຜນໄວ້ໃນຕອນທີ່ເລີ່ມຕົ້ນຂອງການສ້າງ. ກ່ອນທີ່ໂລກຈະຖືກສ້າງຂຶ້ນ ຫຼື ຫຼັງຈາກທີ່ໄດ້ຖືກສ້າງຂຶ້ນໃນບໍ່ດົນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນຂັ້ນຕອນທໍາອິດຂອງພາລະກິດ, ຂັ້ນຕອນແຫ່ງພຣະບັນຍັດ; ຂັ້ນຕອນທີສອງຂອງພາລະກິດ ແມ່ນຂັ້ນຕອນແຫ່ງພຣະຄຸນ; ຫຼື ຂັ້ນຕອນທີສາມຂອງພາລະກິດ ແມ່ນຂັ້ນຕອນແຫ່ງການເອົາຊະນະ, ເຊິ່ງພຣະອົງຈະເລີ່ມຕົ້ນດ້ວຍເຊື້ອສາຍຂອງໂມອາບກ່ອນ ແລະ ຜ່ານວິທີການນີ້ ພຣະອົງຈະເອົາຊະນະຈັກກະວານທັງປວງ. ຫຼັງຈາກທີ່ໄດ້ສ້າງແຜ່ນດິນໂລກ ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ ຫຼື ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກໂມອາບ; ແນ່ນອນກ່ອນໜ້າໂລດ ພຣະອົງກໍບໍ່ເຄີຍກ່າວພຣະທໍາເຫຼົ່ານີ້. ພາລະກິດທັງໝົດຖືກປະຕິບັດຢ່າງເປັນທໍາມະຊາດ. ນີ້ແມ່ນວິທີທີ່ພາລະກິດແຫ່ງການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ພັດທະນາ; ກ່ອນສ້າງໂລກ ພຣະອົງຈະເຄີຍຂຽນແຜນການດັ່ງກ່າວຂຶ້ນເປັນຮູບຮ່າງຄືກັບ “ຕາຕະລາງສະຫຼຸບສໍາລັບການພັດທະນາຂອງມະນຸດຊາດ”. ໃນພາລະກິດຂອງພຣະເຈົ້າ, ພຣະອົງສະແດງສິ່ງທີ່ພຣະອົງເປັນໂດຍກົງ; ພຣະອົງບໍ່ໄດ້ພະຍາຍາມຄິດຢ່າງໜັກເພື່ອສ້າງແຜນການຂຶ້ນ. ແນ່ນອນ ຜູ້ປະກາດພຣະທໍາຈຳນວນເລັກນ້ອຍຄົນໄດ້ກ່າວຄໍາທໍານາຍອັນຍິ່ງໃຫຍ່ຫຼາຍຢ່າງ ແຕ່ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນໜຶ່ງໃນການວາງແຜນການທີ່ຊັດເຈນຢູ່ສະເໝີ; ຄໍາທໍານາຍເຫຼົ່ານັ້ນຖືກສ້າງຂຶ້ນຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພາລະກິດທັງໝົດທີ່ພຣະອົງປະຕິບັດ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງຕາມການພັດທະນາໃນແຕ່ລະຍຸກສະໄໝ ແລະ ອີງພາລະກິດນັ້ນຕາມວິທີທີ່ສິ່ງຕ່າງໆປ່ຽນແປງ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການຈັດຢາເພື່ອປິ່ນປົວຄວາມເຈັບປ່ວຍ; ໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ, ພຣະອົງສັງເກດການ ແລະ ສືບຕໍ່ພາລະກິດຂອງພຣະອົງຕາມການສັງເກດການຂອງພຣະອົງ. ໃນທຸກຂັ້ນຕອນ ຂອງພາລະກິດຂອງພຣະອົງ, ພຣະເຈົ້າແມ່ນສາມາດສະແດງສະຕິປັນຍາອັນອຸດົມສົມບູນ ແລະ ຄວາມສາມາດຂອງພຣະອົງ; ພຣະອົງເປີດເຜີຍສະຕິປັນຍາອັນຫຼວງຫຼາຍ ແລະ ອໍານາດຂອງພຣະອົງ ຕາມພາລະກິດຂອງຍຸກສະໄໝໃດໜຶ່ງ ແລະ ອະນຸຍາດໃຫ້ທຸກຄົນທີ່ພຣະອົງໄດ້ນໍາກັບຄືນມາໃນຍຸກເຫຼົ່ານີ້ໄດ້ເຫັນອຸປະນິໄສທັງໝົດຂອງພຣະອົງ. ພຣະອົງສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນຕາມພາລະກິດທີ່ຕ້ອງໄດ້ເຮັດໃນແຕ່ລະຍຸກ ໂດຍປະຕິບັດພາລະກິດໃດກໍຕາມທີ່ພຣະອົງຄວນປະຕິບັດ. ພຣະອົງສະໜອງໃຫ້ແກ່ຜູ້ຄົນດ້ວຍສິ່ງທີ່ພວກເຂົາຕ້ອງການ ໂດຍອີງຕາມລະດັບຂອງຄວາມເສື່ອມຊາມທີ່ຊາຕານໄດ້ເຮັດຕໍ່ພວກເຂົາ. ເມື່ອພຣະເຢໂຮວາສ້າງອາດາມ ແລະ ເອວາໃນເບື້ອງຕົ້ນ ມັນເປັນຄືກັບວ່າພຣະອົງເຮັດແບບນັ້ນເພື່ອເຮັດໃຫ້ພວກເຂົາສາມາດສະແດງເຖິງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ ແລະ ເພື່ອວ່າພວກເຂົາຈະສາມາດເປັນພະຍານຂອງພຣະເຈົ້າໃນທ່າມກາງການຊົງສ້າງ. ເຖິງຢ່າງໃດກໍຕາມ ເອວາໄດ້ເຮັດບາບຫຼັງຈາກຖືກລໍ້ລວງດ້ວຍງູ ແລະ ອາດາມກໍໄດ້ເຮັດບາບເຊັ່ນກັນ; ຢູ່ໃນສວນ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້ທີ່ເຮັດໃຫ້ຮູ້ຈັກດີ ແລະ ຊົ່ວ. ດ້ວຍເຫດນັ້ນ, ພຣະເຢໂຮວາຈຶ່ງໄດ້ມີພາລະກິດເພີ່ມເຕີມທີ່ຕ້ອງປະຕິບັດໃນພວກເຂົາ. ເມື່ອເຫັນພວກເຂົາເປືອຍກາຍ, ພຣະອົງກໍປົກປິດຮ່າງກາຍຂອງພວກເຂົາດ້ວຍເສື້ອຜ້າທີ່ເຮັດຈາກໜັງສັດ. ຫຼັງຈາກນັ້ນ, ພຣະອົງກໍໄດ້ກ່າວຕໍ່ອາດາມວ່າ: “ຍ້ອນເຈົ້າໄດ້ຟັງຄວາມເມຍເຈົ້າ ແລະ ໄດ້ກິນຈາກຕົ້ນໄມ້ນັ້ນ ເຊິ່ງເຮົາໄດ້ສັ່ງຫ້າມເຈົ້າແລ້ວ ໂດຍກ່າວວ່າ ເຈົ້າຕ້ອງບໍ່ກິນຈາກຕົ້ນໄມ້ນັ້ນ: ແຜ່ນດິນຈະຖືກສາບແຊ່ງຍ້ອນເຈົ້າ... ຈົນກວ່າເຈົ້າຄືນໄປສູ່ດິນ; ຍ້ອນເຈົ້າກໍມາຈາກດິນ: ເຈົ້າຖືກສ້າງຈາກດິນ ແລະ ເຈົ້າຈະກັບຄືນໄປເປັນດິນອີກ”. ພຣະອົງໄດ້ກ່າວກັບຜູ້ຍິງວ່າ: “ເຮົາຈະເພີ່ມທະວີຄວາມເຈັບປວດຂອງເຈົ້າ ແລະ ຄວາມຫຍຸ້ງຍາກໃນການຕັ້ງທ້ອງເປັນຢ່າງຍິ່ງ; ເຈົ້າຈະເກີດລູກດ້ວຍຄວາມເຈັບປວດ; ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຜົວຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ”. ຫຼັງຈາກນັ້ນເປັນຕົ້ນມາ ພຣະອົງກໍໄດ້ເນລະເທດພວກເຂົາອອກຈາກສວນເອເດນ ແລະ ເຮັດໃຫ້ພວກເຂົາດໍາລົງຊີວິດຢູ່ນອກສວນ ຄືກັບດຽວນີ້ທີ່ມະນຸດສະໄໝໃໝ່ອາໄສຢູ່ເທິງແຜ່ນໂລກ. ເມື່ອພຣະເຈົ້າສ້າງມະນຸດໃນຕອນເລີ່ມຕົ້ນ, ມັນບໍ່ແມ່ນແຜນການຂອງພຣະອົງທີ່ຈະປ່ອຍໃຫ້ມະນຸດຖືກລໍ້ລວງດ້ວຍງູຫຼັງຈາກທີ່ຖືກສ້າງຂຶ້ນ ແລະ ສາບແຊ່ງມະນຸດ ແລະ ງູໃນພາຍຫຼັງ. ໃນຄວາມຈິງແລ້ວ ພຣະອົງບໍ່ໄດ້ມີແຜນການດັ່ງກ່າວເລີຍ; ມັນເປັນພຽງການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະອົງຕ້ອງມີພາລະກິດໃໝ່ເພື່ອປະຕິບັດທ່າມກາງສິ່ງຊົງສ້າງຂອງພຣະອົງ. ຫຼັງຈາກທີ່ພຣະເຢໂຮວາໄດ້ປະຕິບັດພາລະກິດນີ້ທ່າມກາງອາດາມ ແລະ ເອວາຢູ່ເທິງແຜ່ນດິນໂລກ, ມະນຸດຊາດກໍໄດ້ສືບຕໍ່ພັດທະນາເປັນເວລາຫຼາຍພັນປີ ຈົນ: “ພຣະເຢໂຮວາເຫັນວ່າ ຄວາມຊົ່ວຮ້າຍຂອງມະນຸດນັ້ນຍິ່ງໃຫຍ່ຫຼາຍຢູ່ເທິງແຜ່ນດິນໂລກ ແລະ ທຸກສິ່ງທີ່ຈິນຕະນາການມາຈາກຄວາມຄິດຂອງຫົວໃຈຂອງເຂົາເປັນສິ່ງທີ່ຊົ່ວຮ້າຍຢ່າງຕໍ່ເນື່ອງ. ສິ່ງນັ້ນເຮັດໃຫ້ພຣະເຢໂຮວາຮູ້ສຶກເສຍໃຈທີ່ພຣະອົງໄດ້ສ້າງມະນຸດເທິງແຜ່ນດິນໂລກ ແລະ ສິ່ງນັ້ນເຮັດໃຫ້ພຣະອົງໂສກເສົ້າເສຍໃຈໃນຫົວໃຈຂອງພຣະອົງ... ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະເຢໂຮວາ”. ໃນເວລານີ້ ພຣະເຢໂຮວາມີພາລະກິດໃໝ່ຫຼາຍຂຶ້ນໃຫ້ປະຕິບັດ ເພາະວ່າມະນຸດຊາດທີ່ພຣະອົງໄດ້ສ້າງຂຶ້ນ ໄດ້ມີບາບຫຼາຍເກີນໄປຫຼັງຈາກທີ່ຖືກງູລໍ້ລວງ. ຈາກສະຖານະການເຫຼົ່ານີ້, ໃນບັນດາມະນຸດຊາດທັງປວງ ພຣະເຢໂຮວາຈຶ່ງໄດ້ເລືອກຄອບຄົວຂອງໂນອາເພື່ອລະເວັ້ນພວກເຂົາ ແລະ ຫຼັງຈາກນັ້ນພຣະອົງກໍດໍາເນີນພາລະກິດຂອງພຣະອົງໃນການທໍາລາຍໂລກດ້ວຍນ້ຳຖ້ວມ. ມວນມະນຸດຍັງສືບຕໍ່ພັດທະນາໃນລັກສະນະນີ້ຈົນມາຮອດທຸກມື້ນີ້ ໂດຍມີຄວາມເສື່ອມຊາມຫຼາຍຂຶ້ນ ແລະ ເມື່ອເວລາແຫ່ງການພັດທະນາຂອງມະນຸດໄປເຖິງຈຸດສູງສຸດຂອງມັນ, ມັນກໍຈະໝາຍເຖິງຈຸດສິ້ນສຸດຂອງມະນຸດຊາດ. ຈາກຈຸດເລີ່ມຕົ້ນຈົນເຖິງຈຸດສິ້ນສຸດຂອງໂລກ, ຄວາມຈິງພາຍໃນພາລະກິດຂອງພຣະອົງແມ່ນເປັນແບບນີ້ ແລະ ຈະເປັນແບບນີ້ຢູ່ສະເໝີ. ມັນຄືກັນກັບວິທີການ ຈໍາແນກຜູ້ຄົນຕາມປະເພດຂອງພວກເຂົາ; ມັນຫ່າງໄກຈາກຄວາມຈິງທີ່ວ່າແຕ່ລະຄົນໄດ້ຖືກກຳນົດຊະຕາກຳໄວ້ແຕ່ເບື້ອງຕົ້ນເພື່ອຕົກຢູ່ໃນປະເພດໃດໜຶ່ງ; ກົງກັນຂ້າມ ທຸກຄົນຈະຖືກຈັດປະເພດເທື່ອລະໜ້ອຍ ຫຼັງຈາກທີ່ໄດ້ຜ່ານຂະບວນການພັດທະນາເທົ່ານັ້ນ. ໃນທີ່ສຸດ, ຜູ້ໃດກໍຕາມທີ່ບໍ່ສາມາດໄດ້ຮັບຄວາມລອດພົ້ນຢ່າງສົມບູນກໍຈະຖືກສົ່ງກັບໄປຫາ “ບັນພະບຸລຸດ” ຂອງພວກເຂົາ. ບໍ່ມີພາລະກິດໃດຂອງພຣະເຈົ້າທີ່ຢູ່ທ່າມກາງມະນຸດຊາດຖືກກະກຽມໄວ້ໃນຕອນສ້າງໂລກ; ໃນທາງກົງກັນຂ້າມ, ມັນແມ່ນການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະເຈົ້າປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດເທື່ອລະບາດກ້າວ ແລະ ໃນລັກສະນະທີ່ເປັນຈິງ ແລະ ໃນພາກປະຕິບັດຫຼາຍຂຶ້ນ. ຍົກຕົວຢ່າງ: ພຣະເຢໂຮວາບໍ່ໄດ້ສ້າງງູເພື່ອໃຫ້ມາລໍ້ລວງແມ່ຍິງ; ນັ້ນບໍ່ແມ່ນແຜນການສະເພາະຂອງພຣະອົງ ຫຼື ມັນບໍ່ແມ່ນສິ່ງທີ່ພຣະອົງໄດ້ຕັ້ງໃຈກຳນົດໄວ້ລ່ວງໜ້າ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການທີ່ບໍ່ໄດ້ຄາດການໄວ້ກ່ອນ. ສະນັ້ນ ມັນເປັນຍ້ອນເຫດນີ້ ພຣະເຢໂຮວາຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາອອກຈາກສວນເອເດນ ແລະ ສາບານທີ່ຈະບໍ່ສ້າງມະນຸດອີກເລີຍ. ເຖິງຢ່າງໃດກໍຕາມ ຜູ້ຄົນພຽງແຕ່ຄົ້ນພົບສະຕິປັນຍາຂອງພຣະເຈົ້າບົນພື້ນຖານນີ້. ມັນເປັນດັ່ງທີ່ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າ: “ເຮົາໃຊ້ສະຕິປັນຍາຂອງເຮົາ ໂດຍອີງຕາມກົນອຸບາຍຂອງຊາຕານ”. ບໍ່ວ່າມະນຸດຊາດຈະເສື່ອມຊາມເທົ່າໃດ ຫຼື ງູຈະລໍ້ລວງພວກເຂົາແນວໃດກໍຕາມ, ພຣະເຢໂຮວາກໍຍັງມີສະຕິປັນຍາຂອງພຣະອົງ; ເພາະສະນັ້ນ, ພຣະອົງຈຶ່ງໄດ້ກະທຳພາລະກິດໃໝ່ນັບຕັ້ງແຕ່ທີ່ພຣະອົງໄດ້ສ້າງໂລກ ແລະ ບໍ່ມີບາດກ້າວໃດໃນພາລະກິດນີ້ຖືກເຮັດຊ້ຳຄືນອີກ. ຊາຕານໄດ້ສືບຕໍ່ເຮັດກົນອຸບາຍຢ່າງຕໍ່ເນື່ອງ, ມະນຸດຊາດແມ່ນຖືກເຮັດໃຫ້ເສື່ອມຊາມຢ່າງຕໍ່ເນື່ອງໂດຍຊາຕານ ແລະ ພຣະເຈົ້າເຢໂຮວາກໍໄດ້ດຳເນີນພາລະກິດມີສະຕິປັນຍາຂອງພຣະອົງຢ່າງບໍ່ຢຸດຢັ້ງ. ພຣະອົງບໍ່ເຄີຍລົ້ມເຫຼວ ຫຼື ພຣະອົງກໍບໍ່ເຄີຍຢຸດປະຕິບັດພາລະກິດຂອງພຣະອົງ ນັບຕັ້ງແຕ່ທີ່ໂລກຖືກສ້າງຂຶ້ນ. ຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມ, ພຣະອົງກໍໄດ້ສືບຕໍ່ປະຕິບັດພາລະກິດທ່າມກາງພວກເຂົາເພື່ອເອົາຊະນະຊາຕານ, ສັດຕູທີ່ເປັນຕົ້ນກໍາເນີດແຫ່ງຄວາມເສື່ອມຊາມຂອງພວກເຂົາ. ການຕໍ່ສູ້ນີ້ໄດ້ລຸກລາມຕັ້ງແຕ່ຕອນເລີ່ມຕົ້ນ ແລະ ຈະສືບຕໍ່ຈົນເຖິງຕອນສິ້ນສຸດຂອງໂລກ. ໃນການປະຕິບັດພາລະກິດທັງໝົດນີ້, ພຣະເຈົ້າເຢໂຮວາບໍ່ພຽງແຕ່ໄດ້ເຮັດໃຫ້ມະນຸດ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໄດ້ຮັບການລອດພົ້ນທີ່ຍິ່ງໃຫຍ່ຂອງພຣະອົງ, ແຕ່ຍັງໄດ້ເຮັດໃຫ້ພວກເຂົາເຫັນສະຕິປັນຍາ, ລິດທານຸພາບສູງສຸດ ແລະ ສິດອໍານາດຂອງພຣະອົງອີກດ້ວຍ. ຍິ່ງໄປກວ່ານັ້ນ, ໃນທີ່ສຸດ, ພຣະອົງຈະເຮັດໃຫ້ພວກເຂົາໄດ້ເຫັນອຸປະນິໄສອັນຊອບທໍາຂອງພຣະອົງ ໂດຍລົງໂທດຄົນຊົ່ວຮ້າຍ ແລະ ໃຫ້ລາງວັນຄົນດີ. ພຣະອົງໄດ້ຕໍ່ສູ້ກັບຊາຕານຈົນຮອດທຸກມື້ນີ້ ແລະ ບໍ່ເຄີຍເສຍໄຊຈັກເທື່ອ. ນີ້ກໍເພາະວ່າພຣະອົງເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ພຣະອົງໃຊ້ສະຕິປັນຍາຂອງພຣະອົງ ໂດຍອີງຕາມກົນອຸບາຍຂອງຊາຕານ. ດ້ວຍເຫດນີ້, ພຣະເຈົ້າບໍ່ພຽງແຕ່ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນຕ້ອງຍອມຕໍ່ສິດອໍານາດຂອງພຣະອົງ, ແຕ່ພຣະອົງຍັງໄດ້ເຮັດໃຫ້ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກນອນຢູ່ໃຕ້ພຣະບາດຂອງພຣະອົງ ແລະ ບໍ່ແມ່ນແຕ່ສໍ່ານັ້ນ, ພຣະອົງຍັງເຮັດໃຫ້ຄົນຊົ່ວຮ້າຍທີ່ບຸກລຸກ ແລະ ຂົ່ມເຫັງມະນຸດຊາດຕົກຢູ່ພາຍໃຕ້ການຂ້ຽນຕີຂອງພຣະອົງ. ຜົນໄດ້ຮັບທັງໝົດຂອງພາລະກິດນີ້ເກີດຂຶ້ນຍ້ອນສະຕິປັນຍາຂອງພຣະອົງ. ພຣະອົງບໍ່ເຄີຍເປີດເຜີຍສະຕິປັນຍາຂອງພຣະອົງກ່ອນທີ່ຈະມີມະນຸດຊາດ ເພາະວ່າພຣະອົງບໍ່ມີສັດຕູຢູ່ເທິງສະຫວັນ, ຢູ່ເທິງແຜ່ນດິນໂລກ ຫຼື ຢູ່ທົ່ວຈັກກະວານທັງປວງ ແລະ ບໍ່ມີກອງກຳລັງອັນມືດມົວທີ່ບຸກລຸກສິ່ງຕ່າງໆທ່າມກາງທຳມະຊາດ. ຫຼັງຈາກທີ່ອັກຄະເທວະດາໄດ້ທໍລະຍົດພຣະອົງ, ພຣະອົງໄດ້ສ້າງມະນຸດຊາດຢູ່ເທິງແຜ່ນດິນໂລກ ແລະ ມັນເປັນຍ້ອນມະນຸດຊາດ ພຣະອົງຈຶ່ງໄດ້ເລີ່ມສົງຄາມພັນປີຂອງພຣະອົງກັບຊາຕານ ແລະ ກັບອັກຄະເທວະດາ ເຊິ່ງເປັນສົງຄາມທີ່ເພີ່ມທະວີຄວາມຮຸນແຮງຂຶ້ນໃນທຸກຂັ້ນຕອນທີ່ຕໍ່ມາ. ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງແມ່ນມີຢູ່ໃນແຕ່ລະຂັ້ນຕອນເຫຼົ່ານີ້. ພຽງແຕ່ເມື່ອນັ້ນ ທຸກສິ່ງທຸກຢ່າງທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກຈຶ່ງສາມາດເປັນພະຍານເຖິງສະຕິປັນຍາຂອງພຣະເຈົ້າ, ລິດທານຸພາບສູງສຸດ ແລະ ໂດຍສະເພາະແມ່ນຄວາມເປັນຈິງຂອງພຣະເຈົ້າ. ພຣະອົງຍັງດໍາເນີນພາລະກິດຂອງພຣະອົງໃນລັກສະນະທີ່ເປັນຈິງນີ້ຈົນເຖິງປັດຈຸບັນ; ນອກຈາກນັ້ນ, ໃນຂະນະທີ່ພຣະອົງດໍາເນີນພາລະກິດຂອງພຣະອົງ, ພຣະອົງຍັງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ. ພຣະອົງອະນຸຍາດໃຫ້ພວກເຈົ້າເຫັນຄວາມຈິງພາຍໃນແຕ່ລະຂັ້ນຕອນຂອງພາລະກິດ, ເຫັນເຖິງການອະທິບາຍກ່ຽວກັບລິດທານຸພາບຂອງພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນກໍເຫັນເຖິງການອະທິບາຍຢ່າງເດັດຂາດຂອງຄວາມເປັນຈິງຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 148)
ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດແບບທໍາມະຊາດສະເໝີ; ພຣະອົງສາມາດວາງແຜນພາລະກິດຂອງພຣະອົງໃນເວລາໃດກໍໄດ້ ແລະ ດໍາເນີນແຜນການນັ້ນໃນເວລາໃດກໍໄດ້. ເປັນຫຍັງເຮົາຈຶ່ງເວົ້າຢູ່ຕະຫຼອດວ່າ ພາລະກິດຂອງພຣະວິນຍານບໍລິສຸດຄືຄວາມເປັນຈິງ, ໃໝ່ສະເໝີ, ບໍ່ເຄີຍເກົ່າ ແລະ ສົດໃສທີ່ສຸດຕະຫຼອດ? ພາລະກິດຂອງພຣະອົງບໍ່ໄດ້ຖືກວາງແຜນໄວ້ໃນເວລາທີ່ໂລກຖືກສ້າງຂຶ້ນ; ນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນເລີຍ! ທຸກຂັ້ນຕອນຂອງພາລະກິດແມ່ນເຮັດເພື່ອບັນລຸຜົນທີ່ຖືກຕ້ອງສໍາລັບເວລານັ້ນ ແລະ ຂັ້ນຕອນຕ່າງໆກໍບໍ່ແຊກແຊງກັນ ແລະ ກັນ. ມີຫຼາຍຄັ້ງທີ່ແຜນການທີ່ຢູ່ໃນຫົວໃຈຂອງເຈົ້າບໍ່ສາມາດທຽບເທົ່າກັບພາລະກິດຫຼ້າສຸດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະອົງບໍ່ງ່າຍດາຍຄືກັບທີ່ມະນຸດຄິດ ແລະ ມັນກໍບໍ່ຊັບຊ້ອນເທົ່າກັບທີ່ມະນຸດຈິນຕະນາການ; ມັນປະກອບດ້ວຍການສະໜອງຜູ້ຄົນໃນເວລາ ແລະ ສະຖານທີ່ໃດກໍໄດ້ຕາມຄວາມຕ້ອງການຂອງພວກເຂົາໃນປັດຈຸບັນ. ບໍ່ມີໃຜທີ່ຈະມີຄວາມຊັດເຈນກ່ຽວກັບແກ່ນແທ້ຂອງມະນຸດຄືພຣະອົງ ແລະ ຍ້ອນເຫດຜົນນີ້ຈຶ່ງບໍ່ມີສິ່ງໃດສາມາດມີຄວາມແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນຄືກັບພາລະກິດຂອງພຣະອົງ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ພາລະກິດຂອງພຣະອົງຈຶ່ງເບິ່ງຄືກັບວ່າໄດ້ມີການວາງແຜນໄວ້ເປັນເວລາຫຼາຍພັນປີມາແລ້ວ. ໃນຂະນະທີ່ພຣະອົງປະຕິບັດພາລະກິດທ່າມກາງພວກເຈົ້າໃນປັດຈຸບັນ, ໃນຂະນະທີ່ກໍາລັງປະຕິບັດ ແລະ ກ່າວ ແລະ ເຝົ້າເບິ່ງສະພາບທີ່ພວກເຈົ້າເປັນ, ພຣະອົງກໍຈະມີພຣະທໍາທີ່ເໝາະສົມເພື່ອກ່າວຕໍ່ທຸກສະພາບການອີງຕາມຄວາມຕ້ອງການຂອງພວກເຈົ້າ. ຍົກຕົວຢ່າງຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງ ເຊັ່ນ: ເວລາຂອງການຂ້ຽນຕີ. ຫຼັງຈາກນັ້ນ ພຣະເຈົ້າໄດ້ດໍາເນີນພາລະກິດຂອງພຣະອົງອີງຕາມສິ່ງທີ່ຜູ້ຄົນໄດ້ສະແດງອອກມາ, ການຕໍ່ຕ້ານຂອງພວກເຂົາ, ສະພາບທາງບວກ ແລະ ສະພາບທາງລົບທີ່ເກີດຂຶ້ນຈາກພວກເຂົາ, ເຊັ່ນດຽວກັນກັບຂີດຈໍາກັດຕໍ່າສຸດ ທີ່ຜູ້ຄົນຈະລົ້ມລົງ ເມື່ອສະພາບທາງລົບມາເຖິງຈຸດໃດໜຶ່ງ ແລະ ພຣະອົງຊົງຍຶດເອົາສິ່ງເຫຼົ່ານີ້ເພື່ອບັນລຸຜົນສໍາເລັດທີ່ດີກວ່າຈາກພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະອົງປະຕິບັດພາລະກິດຂອງພຣະອົງອີງຕາມສະພາບການໃນປັດຈຸບັນຂອງພວກເຂົາ; ພຣະອົງດໍາເນີນທຸກຂັ້ນຕອນຂອງພາລະກິດຂອງພຣະອົງອີງຕາມສະພາບການຕົວຈິງຂອງຜູ້ຄົນ. ການຊົງສ້າງທັງໝົດແມ່ນຢູ່ໃນກໍາມືຂອງພຣະອົງ; ແລ້ວພຣະອົງຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນບໍ? ພຣະເຈົ້າດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດທີ່ຄວນເຮັດ ຢູ່ໃນເວລາ ແລະ ສະຖານທີ່ໃດກໍໄດ້ອີງຕາມສະພາບການຂອງຜູ້ຄົນ. ບໍ່ມີທາງທີ່ພາລະກິດດັ່ງກ່າວນີ້ໄດ້ຖືກວາງແຜນໄວ້ກ່ອນລ່ວງໜ້າເປັນເວລາຫຼາຍພັນປີ; ນັ້ນແມ່ນຄວາມຄິດຂອງມະນຸດ! ພຣະອົງປະຕິບັດພາລະກິດໃນຂະນະທີ່ພຣະອົງສັງເກດເບິ່ງຜົນຂອງພາລະກິດຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນມີຄວາມເລິກເຊິ່ງ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ; ແຕ່ລະຄັ້ງ ຫຼັງຈາກໄດ້ສັງເກດເບິ່ງຜົນໄດ້ຮັບຈາກພາລະກິດຂອງພຣະອົງ, ພຣະອົງກໍດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະອົງໃຊ້ຫຼາຍສິ່ງຫຼາຍຢ່າງເພື່ອການປ່ຽນແປງເທື່ອລະໜ້ອຍ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດແນມເຫັນພາລະກິດໃໝ່ຂອງພຣະອົງຕາມການເວລາ. ການເຮັດພາລະກິດແບບນີ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ເພາະວ່າພຣະເຈົ້າຮູ້ຈັກຜູ້ຄົນດີ. ນີ້ແມ່ນວິທີທີ່ພຣະອົງດໍາເນີນພາລະກິດຂອງພຣະອົງຈາກສະຫວັນ. ໃນທໍານອງດຽວກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍໄດ້ກະທຳພາລະກິດຂອງພຣະອົງດ້ວຍວິທີນີ້ເຊັ່ນກັນ ໂດຍຈັດແຈງ ແລະ ປະຕິບັດພາລະກິດທ່າມກາງມະນຸດອີງຕາມສະພາບການຕົວຈິງ. ບໍ່ໄດ້ມີການຈັດແຈງພາລະກິດຂອງພຣະອົງກ່ອນການສ້າງໂລກ ແລະ ບໍ່ມີການວາງແຜນໄວ້ລ່ວງໜ້າຢ່າງລະອຽດ. ຫຼັງຈາກໂລກນີ້ຖືກສ້າງຂຶ້ນໄດ້ສອງພັນປີ, ພຣະເຢໂຮວາເຫັນວ່າ ມະນຸດໄດ້ເສື່ອມຊາມຫຼາຍຈົນພຣະອົງໄດ້ໃຊ້ປາກຂອງຜູ້ປະກາດພຣະທໍາເອຊາຢາເພື່ອທໍານາຍວ່າ ພາຍຫຼັງຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ, ພຣະເຢໂຮວາຈະດໍາເນີນພາລະກິດເພື່ອໄຖ່ບາບໃຫ້ກັບມະນຸດຊາດໃນຍຸກຂອງພຣະຄຸນ. ນີ້ແມ່ນແຜນການຂອງພຣະເຢໂຮວາ, ແນ່ນອນ ແຜນການນີ້ແມ່ນໄດ້ສ້າງຂຶ້ນອີງຕາມສະພາບການທີ່ພຣະອົງໄດ້ສັງເກດເຫັນໃນເວລານັ້ນເຊັ່ນກັນ; ພຣະອົງບໍ່ໄດ້ຄົ້ນຄິດແຜນການນີ້ທັນທີຫຼັງຈາກໄດ້ສ້າງອາດາມຢ່າງແນ່ນອນ. ເອຊາຢາພຽງແຕ່ທໍານາຍໄວ້, ແຕ່ພຣະເຢໂຮວາບໍ່ໄດ້ກະກຽມພາລະກິດນີ້ໄວ້ໃນຍຸກແຫ່ງພຣະບັນຍັດ; ໃນທາງກົງກັນຂ້າມ, ພຣະອົງເລີ່ມດໍາເນີນພາລະກິດນີ້ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ເມື່ອທູດສະຫວັນໄດ້ປາກົດຢູ່ໃນຄວາມຝັນຂອງໂຢເຊັບເພື່ອໃຫ້ແສງສະຫວ່າງແກ່ລາວດ້ວຍຂ່າວປະເສີດວ່າ ພຣະເຈົ້າຈະກາຍເປັນເນື້ອໜັງ ແລະ ພຽງເມື່ອນັ້ນ ພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງຈຶ່ງໄດ້ເລີ່ມຕົ້ນຂຶ້ນ. ພຣະເຈົ້າບໍ່ໄດ້ກະກຽມພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະອົງ ຫຼັງຈາກການສ້າງໂລກ ຕາມທີ່ມະນຸດໄດ້ຈິນຕະນາການໄວ້; ມັນພຽງໄດ້ຖືກຕັດສິນອີງຕາມລະດັບການພັດທະນາຂອງມະນຸດ ແລະ ສະຖານະຂອງສົງຄາມຂອງພຣະອົງກັບຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 149)
ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ, ພຣະວິນຍານຂອງພຣະອົງແມ່ນລົງມາສູ່ມະນຸດ; ເວົ້າອີກຢ່າງກໍຄື ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເຄື່ອງນຸ່ງດ້ວຍເນື້ອໜັງ. ພຣະອົງສະເດັດມາເພື່ອເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ບໍ່ໄດ້ນໍາຂັ້ນຕອນທີ່ຈໍາກັດໃດໜຶ່ງມາກັບພຣະອົງ, ພາລະກິດຂອງພຣະອົງບໍ່ມີຂໍ້ຈໍາກັດຢ່າງແນ່ນອນ. ພາລະກິດທີ່ພຣະວິນຍານບໍລິສຸດເຮັດໃນເນື້ອໜັງແມ່ນຖືກກໍານົດໂດຍຜົນຈາກພາລະກິດຂອງພຣະອົງເຊັ່ນກັນ ແລະ ພຣະອົງຊົງນໍາໃຊ້ສິ່ງດັ່ງກ່າວນີ້ ເພື່ອກໍານົດໄລຍະເວລາໃນການເຮັດພາລະກິດຂອງພຣະອົງໃນຂະນະທີ່ຢູ່ໃນເນື້ອໜັງ. ພຣະວິນຍານບໍລິສຸດເປີດເຜີຍພາລະກິດໃນແຕ່ລະຂັ້ນຕອນຂອງພຣະອົງໂດຍກົງ, ພິຈາລະນາພາລະກິດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດມັນ; ພາລະກິດນີ້ບໍ່ແມ່ນສິ່ງເໜືອທໍາມະຊາດ ທີ່ນອກເໜືອຂອບເຂດຈິນຕະນາການຂອງມະນຸດ. ນີ້ແມ່ນຄ້າຍຄືກັບພາລະກິດຂອງພຣະເຢໂຮວາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ; ພຣະອົງໄດ້ວາງແຜນ ແລະ ເຮັດພາລະກິດໄປພ້ອມໆກັນ. ພຣະອົງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ຕອນເຊົ້າ ແລະ ຕອນຄໍ່າກໍໄດ້ເກີດຂຶ້ນ ເຊິ່ງສິ່ງນີ້ໃຊ້ເວລາພຽງໜຶ່ງມື້. ໃນມື້ທີສອງ ພຣະອົງໄດ້ສ້າງຟ້າ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ; ຫຼັງຈາກນັ້ນ ພຣະອົງກໍສ້າງແຜ່ນດິນໂລກ, ທະເລ ແລະ ສິ່ງມີຊີວິດທີ່ອາໄສຢູ່ໃນນັ້ນ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ. ນີ້ສືບຕໍ່ຈົນເຖິງມື້ທີຫົກເມື່ອພຣະເຈົ້າສ້າງມະນຸດ ແລະ ປ່ອຍໃຫ້ມະນຸດຄຸ້ມຄອງທຸກສິ່ງເທິງແຜ່ນດິນໂລກ. ຫຼັງຈາກນັ້ນ, ໃນມື້ທີເຈັດ ເມື່ອພຣະອົງໄດ້ສ້າງທຸກສິ່ງຈົນສໍາເລັດ, ພຣະອົງກໍພັກຜ່ອນ. ພຣະເຈົ້າໃຫ້ພອນແກ່ມື້ທີເຈັດ ແລະ ກໍານົດໃຫ້ມັນເປັນມື້ສັກສິດ. ພຣະອົງພຽງຕັດສິນໃຈສ້າງມື້ສັກສິດນີ້ຫຼັງຈາກທີ່ພຣະອົງໄດ້ສ້າງທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນກ່ອນສ້າງພວກມັນ. ພາລະກິດນີ້ແມ່ນໄດ້ດໍາເນີນໄປພ້ອມໆກັນເຊັ່ນກັນ; ກ່ອນທີ່ຈະສ້າງທຸກສິ່ງ, ພຣະອົງບໍ່ໄດ້ຕັດສິນໃຈສ້າງໂລກພາຍໃນຫົກມື້ ແລະ ພັກຜ່ອນໃນມື້ທີເຈັດ; ນັ້ນບໍ່ສອດຄ່ອງກັບຄວາມຈິງເລີຍ. ພຣະອົງບໍ່ໄດ້ກ່າວໃນສິ່ງນີ້ ແລະ ພຣະອົງບໍ່ໄດ້ວາງແຜນມັນ. ບໍ່ມີທາງທີ່ພຣະອົງໄດ້ເວົ້າວ່າ ການສ້າງສັບພະສິ່ງທັງປວງຈະສໍາເລັດໃນມື້ທີຫົກ ແລະ ພຣະອົງຈະພັກຜ່ອນໃນມື້ທີເຈັດ; ກົງກັນຂ້າມ, ພຣະອົງສ້າງໃນສິ່ງທີ່ພຣະອົງເຫັນວ່າດີໃນເວລານັ້ນ. ເມື່ອພຣະອົງໄດ້ສ້າງທຸກສິ່ງທຸກຢ່າງສໍາເລັດ, ມັນກໍແມ່ນມື້ທີຫົກແລ້ວ. ຖ້າຫາກວ່າ ພຣະອົງສ້າງທຸກສິ່ງທຸກຢ່າງສໍາເລັດໃນມື້ທີຫ້າ, ພຣະອົງກໍຈະກໍານົດໃຫ້ມື້ທີຫົກເປັນມື້ສັກສິດ; ແຕ່ວ່າ ພຣະອົງສ້າງທຸກສິ່ງທຸກຢ່າງໃນມື້ທີຫົກ ແລະ ດ້ວຍເຫດນັ້ນ ມື້ທີເຈັດຈຶ່ງໄດ້ກາຍເປັນມື້ສັກສິດ ເຊິ່ງຖືກນໍາໃຊ້ກັນຈົນຮອດປັດຈຸບັນ. ເພາະສະນັ້ນ, ພາລະກິດຂອງພຣະອົງໃນປັດຈຸບັນແມ່ນດໍາເນີນໃນຮູບແບບດຽວກັນນີ້. ພຣະອົງກ່າວ ແລະ ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຈົ້າອີງຕາມເງື່ອນໄຂຂອງພວກເຈົ້າ. ໝາຍຄວາມວ່າ ພຣະວິນຍານເວົ້າ ແລະ ເຮັດພາລະກິດຕາມເງື່ອນໄຂຂອງຜູ້ຄົນ; ພຣະອົງສັງເກດເບິ່ງທຸກຢ່າງ ແລະ ເຮັດພາລະກິດ ໃນເວລາ ແລະ ສະຖານທີ່ໃດກໍໄດ້. ສິ່ງທີ່ເຮົາເຮັດ, ກ່າວ, ມອບ ແລະ ປະທານໃຫ້ພວກເຈົ້າແມ່ນອີງຕາມສິ່ງທີ່ພວກເຈົ້າຕ້ອງການຢ່າງບໍ່ມີຂໍ້ຍົກເວັ້ນ. ດັ່ງນັ້ນ, ພາລະກິດຂອງເຮົາແມ່ນບໍ່ໄດ້ແຍກອອກຈາກຄວາມເປັນຈິງ; ທັງໝົດແມ່ນຄວາມຈິງ ເພາະພວກເຈົ້າທຸກຄົນຮູ້ວ່າ “ພຣະວິນຍານຂອງພຣະເຈົ້າຄອຍເຝົ້າເບິ່ງທຸກຄົນ”. ຖ້າຫາກວ່າ ສິ່ງນີ້ໄດ້ມີການຕັດສິນມາກ່ອນ, ແລ້ວມັນຈະບໍ່ຕາຍໂຕເກີນໄປບໍ? ເຈົ້າຄິດວ່າ ພຣະເຈົ້າສ້າງແຜນການເປັນເວລາຫົກພັນປີ ແລ້ວກໍານົດໄວ້ລ່ວງໜ້າໃຫ້ມະນຸດຕໍ່ຕ້ານ, ຂັດຂືນ, ຄົດລ້ຽວ, ຫຼອກລວງ, ເຮັດໃຫ້ເນື້ອໜັງເສື່ອມຊາມ, ມີອຸປະນິໄສຊາຕານ, ມີສາຍຕາທີ່ເຕັມໄປດ້ວຍຕັນຫາ ແລະ ເຮັດຕາມໃຈຕົນເອງບໍ? ພຣະເຈົ້າບໍ່ໄດ້ກໍານົດສິ່ງດັ່ງກ່າວນີ້ໄວ້ລ່ວງໜ້າ ແຕ່ທຸກສິ່ງເຫຼົ່ານີ້ແມ່ນເປັນຍ້ອນຄວາມເສື່ອມຊາມຂອງຊາຕານ. ບາງຄົນອາດຈະເວົ້າວ່າ: “ຊາຕານບໍ່ຢູ່ໃນການຄວບຄຸມຂອງພຣະເຈົ້າບໍ? ພຣະເຈົ້າໄດ້ກໍານົດລ່ວງໜ້າໃຫ້ຊາຕານເສື່ອມຊາມມະນຸດໃນລັກສະນະດັ່ງກ່າວນີ້ ແລະ ຫຼັງຈາກນັ້ນ ພຣະອົງກໍດໍາເນີນພາລະກິດຂອງພຣະອົງທ່າມກາງມະນຸດ”. ພຣະເຈົ້າກຳນົດລ່ວງໜ້າເພື່ອໃຫ້ຊາຕານເຮັດໃຫ້ມວນມະນຸດເສື່ອມຊາມແທ້ບໍ? ພຣະອົງພຽງແຕ່ຕ້ອງການຢາກໃຫ້ມະນຸດດໍາລົງຊີວິດເປັນປົກກະຕິ; ແລ້ວເຫດໃດພຣະອົງຈຶ່ງຈະແຊກແຊງຊີວິດຂອງມະນຸດ? ຖ້າເປັນດັ່ງນັ້ນ, ການເອົາຊະນະຊາຕານ ແລະ ການຊ່ວຍມະນຸດໃຫ້ລອດພົ້ນກໍຈະເປັນພຽງຄວາມພະຍາຍາມທີ່ໄຮ້ປະໂຫຍດ ບໍ່ແມ່ນບໍ? ການຕໍ່ຕ້ານຂອງມະນຸດຈະຖືກກຳນົດໄວ້ລ່ວງໜ້າໄດ້ແນວໃດ? ມັນເປັນສິ່ງທີ່ເກີດຂຶ້ນຍ້ອນການແຊກແຊງຂອງຊາຕານ; ແລ້ວພຣະເຈົ້າຈະກໍານົດສິ່ງນີ້ໄວ້ລ່ວງໜ້າໄດ້ແນວໃດ? ຊາຕານຜູ້ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ພວກເຈົ້າເຂົ້າໃຈ ແລະ ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນແຕກຕ່າງກັນຫຼາຍ. ຕາມຄໍາເວົ້າຂອງພວກເຈົ້າທີ່ວ່າ: “ພຣະເຈົ້າມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”, ສະນັ້ນຊາຕານຈະບໍ່ທໍລະຍົດພຣະອົງຈັກເທື່ອ. ເຈົ້າບໍ່ໄດ້ເວົ້າວ່າພຣະເຈົ້າເປັນຜູ້ມີລິດອໍານາດບໍ? ຄວາມຮູ້ຂອງພວກເຈົ້າແມ່ນຕື້ນຫຼາຍ ແລະ ຢູ່ນອກຂອບເຂດຂອງຄວາມເປັນຈິງ; ມະນຸດບໍ່ສາມາດເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ ແລະ ມະນຸດບໍ່ສາມາດເຂົ້າໃຈສະຕິປັນຍາຂອງພຣະເຈົ້າໄດ້! ພຣະເຈົ້າມີລິດອໍານາດສູງສຸດ; ນີ້ບໍ່ແມ່ນສິ່ງທີ່ຜິດເລີຍ. ເທວະທູດໄດ້ທໍລະຍົດພຣະເຈົ້າ ເພາະວ່າທໍາອິດພຣະເຈົ້າໄດ້ມອບອໍານາດບາງສ່ວນໃຫ້ແກ່ພວກເຂົາ. ແນ່ນອນ ສິ່ງນີ້ແມ່ນເຫດການທີ່ບໍ່ໄດ້ຄາດເຖິງ, ເຊັ່ນດຽວກັນກັບເອວາໄດ້ຍອມຈຳນົນຕໍ່ການລໍ້ລວງຂອງງູ. ເຖິງຢ່າງໃດກໍຕາມ, ບໍ່ວ່າຊາຕານຈະດໍາເນີນການທໍລະຍົດຂອງມັນ ແຕ່ມັນບໍ່ໄດ້ມີລິດອໍານາດສູງສຸດຄືດັ່ງພຣະເຈົ້າ. ດັ່ງທີ່ພວກເຈົ້າໄດ້ກ່າວມາ, ຊາຕານມີອໍານາດພຽງເລັກນ້ອຍ; ບໍ່ວ່າມັນຈະເຮັດຫຍັງກໍຕາມ, ອໍານາດຂອງພຣະເຈົ້າກໍຈະເອົາຊະນະມັນ. ນີ້ແມ່ນຄວາມໝາຍແທ້ຈິງທີ່ຢູ່ເບື້ອງຫຼັງຂອງຄໍາເວົ້າທີ່ວ່າ: “ພຣະເຈົ້າແມ່ນມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”. ດັ່ງນັ້ນ, ສົງຄາມຂອງພຣະອົງກັບຊາຕານຕ້ອງໄດ້ດໍາເນີນໄປເທື່ອລະຂັ້ນຕອນ; ຍິ່ງໄປກວ່ານັ້ນ, ພຣະອົງໄດ້ວາງແຜນພາລະກິດຂອງພຣະອົງໃນການຕອບໂຕ້ຕໍ່ກົນອຸບາຍຂອງຊາຕານ, ໝາຍຄວາມວ່າ ພຣະອົງນໍາຄວາມລອດພົ້ນມາສູ່ມະນຸດຊາດ ແລະ ເປີດເຜີຍລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງໃນລັກສະນະ ທີ່ເໝາະສົມກັບຍຸກ. ເຊັ່ນດຽວກັນ, ພາລະກິດໃນຍຸກສຸດທ້າຍແມ່ນບໍ່ໄດ້ຖືກກໍານົດລ່ວງໜ້າ ກ່ອນຍຸກແຫ່ງພຣະຄຸນ; ການກໍານົດລ່ວງໜ້າບໍ່ໄດ້ກໍານົດໃນລັກສະນະທີ່ເປັນລະບຽບ ເຊັ່ນ: ຢ່າງທໍາອິດ, ເຮັດໃຫ້ອຸປະນິໄສພາຍນອກຂອງມະນຸດປ່ຽນແປງ; ຢ່າງທີສອງ, ເຮັດໃຫ້ມະນຸດຍອມຮັບການຂ້ຽນຕີ ແລະ ການທົດລອງ; ຢ່າງທີສາມ, ເຮັດໃຫ້ມະນຸດປະສົບກັບການທົດລອງແຫ່ງຄວາມຕາຍ; ຢ່າງທີສີ່, ເຮັດໃຫ້ມະນຸດປະສົບກັບເວລາແຫ່ງຄວາມຮັກພຣະເຈົ້າ ແລະ ສະແດງເຖິງຄວາມປະນິທານຂອງຜູ້ທີ່ຖືກສ້າງ; ຢ່າງທີຫ້າ, ເຮັດໃຫ້ມະນຸດແນມເຫັນຄວາມປະສົງຂອງພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າທັງໝົດ ແລະ ສຸດທ້າຍ, ເຮັດໃຫ້ມະນຸດສົມບູນ. ພຣະອົງບໍ່ໄດ້ວາງແຜນສິ່ງທັງໝົດເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ; ກົງກັນຂ້າມ, ພຣະອົງໄດ້ເລີ່ມຕົ້ນວາງແຜນສິ່ງເຫຼົ່ານີ້ໃນຍຸກປັດຈຸບັນ. ຊາຕານກໍາລັງເຮັດພາລະກິດ ແລະ ພຣະເຈົ້າກໍເຊັ່ນກັນ. ຊາຕານສະແດງອຸປະນິໄສທີ່ເສື່ອມຊາມຂອງມັນ ໃນຂະນະທີ່ພຣະເຈົ້າເວົ້າກົງໄປກົງມາ ແລະ ເປີດເຜີຍບາງສິ່ງທີ່ຈຳເປັນ. ນີ້ແມ່ນພາລະກິດທີ່ຖືກກະທໍາໃນມື້ນີ້ ແລະ ມີຫຼັກການເຮັດວຽກດຽວກັນໃນການປະຕິບັດພາລະກິດ ເຊິ່ງໄດ້ຖືກນໍາໃຊ້ມາແຕ່ດົນນານແລ້ວ ພາຍຫຼັງໄດ້ມີການສ້າງໂລກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 150)
ທໍາອິດ ພຣະເຈົ້າໄດ້ສ້າງອາດາມ ແລະ ເອວາ ແລະ ພຣະອົງຍັງໄດ້ສ້າງງູ. ໃນບັນດາສັບພະສິ່ງທັງໝົດ, ງູມີພິດຫຼາຍທີ່ສຸດ; ຮ່າງກາຍຂອງມັນມີພິດ ເຊິ່ງຊາຕານໄດ້ໃຊ້ພິດນີ້ເພື່ອຜົນປະໂຫຍດ. ມັນແມ່ນງູທີ່ລໍ້ລວງໃຫ້ເອວາເຮັດບາບ. ແລ້ວອາດາມກໍໄດ້ເຮັດບາບຫຼັງຈາກທີ່ເອວາໄດ້ເຮັດ ແລະ ຫຼັງຈານນັ້ນ ທັງສອງຄົນກໍສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ. ຖ້າພຣະເຢໂຮວາຮູ້ວ່າ ງູຈະລໍ້ລວງເອວາ ແລະ ເອວາຈະລໍ້ລວງອາດາມ ແລ້ວເປັນຫຍັງພຣະອົງຈຶ່ງຈັດພວກເຂົາທັງໝົດຢູ່ໃນສວນ? ຖ້າຫາກວ່າ ພຣະອົງສາມາດຄາດຄະເນສິ່ງເຫຼົ່ານີ້ລ່ວງໜ້າ ແລ້ວເປັນຫຍັງພຣະອົງຈຶ່ງສ້າງງູ ແລະ ວາງໃຫ້ມັນຢູ່ໃນສວນເອເດນ? ເປັນຫຍັງສວນຂອງເອເດນຈຶ່ງມີໝາກໄມ້ຂອງຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ? ພຣະອົງມີຈຸດປະສົງໃຫ້ພວກເຂົາກິນໝາກໄມ້ນັ້ນບໍ? ເມື່ອພຣະເຢໂຮວາສະເດັດມາ, ທັງອາດາມ ແລະ ເອວາບໍ່ກ້າທີ່ຈະຜະເຊີນໜ້າກັບພຣະອົງ ແລະ ໃນເວລານັ້ນເອງທີ່ພຣະເຢໂຮວາຮູ້ວ່າ ພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ໄດ້ຕົກເປັນເຫຍື່ອຂອງຄວາມຫຼອກລວງຂອງງູໄປແລ້ວ. ສຸດທ້າຍ ພຣະອົງກໍໄດ້ສາບແຊ່ງງູ ແລະ ສາບແຊ່ງອາດາມ ແລະ ເອວາເຊັ່ນກັນ. ໃນເວລາທີ່ທັງສອງຄົນກິນໝາກໄມ້ຈາກຕົ້ນໄມ້ນັ້ນ ພຣະເຢໂຮວາບໍ່ໄດ້ຮູ້ວ່າ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້. ມະນຸດໄດ້ກາຍເປັນຄົນເສື່ອມຊາມຈົນຮອດຂັ້ນຊົ່ວຮ້າຍ ແລະ ເກີດມີຕັນຫາທາງເພດ, ເຖິງຂັ້ນທີ່ທຸກສິ່ງທີ່ພວກເຂົາມີຢູ່ໃນຫົວໃຈຂອງພວກເຂົາແມ່ນລ້ວນແລ້ວແຕ່ເປັນສິ່ງຊົ່ວຮ້າຍ ແລະ ຂາດຄວາມຊອບທໍາ; ທຸກສິ່ງແມ່ນສິ່ງທີ່ສົກກະປົກ. ດັ່ງນັ້ນ, ພຣະເຢໂຮວາຈຶ່ງເສຍໃຈທີ່ໄດ້ສ້າງມະນຸດຊາດ. ຫຼັງຈາກນັ້ນ ພຣະອົງກໍໄດ້ປະຕິບັດພາລະກິດຂອງພຣະອົງ ເພື່ອທໍາລາຍໂລກດ້ວຍນໍ້າຖ້ວມ ເຊິ່ງມີພຽງແຕ່ໂນອາ ແລະ ລູກຊາຍຂອງລາວທີ່ມີຊີວິດລອດ. ຄວາມຈິງແລ້ວ ບາງສິ່ງບາງຢ່າງກໍບໍ່ໄດ້ກ້າວໜ້າ ແລະ ເໜືອທໍາມະຊາດຕາມທີ່ຜູ້ຄົນອາດຈິນຕະນາການ. ບາງຄົນຖາມວ່າ: “ໃນເມື່ອພຣະເຈົ້າຮູ້ວ່າ ເທວະທູດຈະທໍລະຍົດຕໍ່ພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ?” ສິ່ງເຫຼົ່ານີ້ແມ່ນຄວາມຈິງ: ໃນສະໄໝທີ່ຍັງບໍ່ມີແຜ່ນດິນໂລກ, ເທວະທູດຄືທູດສະຫວັນທີ່ຍິ່ງໃຫຍ່. ມັນມີອໍານາດຄວບຄຸມທູດສະຫວັນໃນສະຫວັນທັງໝົດ; ນີ້ແມ່ນອໍານາດທີ່ພຣະເຈົ້າຊົງມອບໃຫ້ມັນ. ນອກຈາກພຣະເຈົ້າແລ້ວ, ມັນຄືຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທູດສະຫວັນຂອງສະຫວັນ. ຕໍ່ມາເມື່ອພຣະເຈົ້າຊົງສ້າງມະນຸດ, ເທວະທູດຈຶ່ງດໍາເນີນການທໍລະຍົດຕໍ່ພຣະເຈົ້າຢ່າງໃຫຍ່ຫຼວງເທິງແຜ່ນດິນໂລກ. ເຮົາເວົ້າວ່າ ມັນທໍລະຍົດຕໍ່ພຣະເຈົ້າ ເພາະວ່າມັນຕ້ອງການຄຸ້ມຄອງມະນຸດຊາດ ແລະ ຢູ່ເໜືອອໍານາດຂອງພຣະເຈົ້າ. ມັນເປັນເທວະທູດທີ່ລໍ້ລວງເອວາເຂົ້າສູ່ຄວາມບາບ; ມັນເຮັດແບບນັ້ນ ຍ້ອນມັນຕ້ອງການສ້າງອານາຈັກຂອງມັນເທິງແຜ່ນດິນໂລກ ແລະ ເຮັດໃຫ້ມະນຸດຊາດທໍລະຍົດຕໍ່ພຣະເຈົ້າ ແລະ ມາເຊື່ອຟັງມັນແທນ. ເທວະທູດເຫັນວ່າ ມີຫຼາຍສິ່ງທີ່ສາມາດເຊື່ອຟັງມັນ; ທູດສະຫວັນສາມາດເຊື່ອຟັງມັນ ແລະ ຜູ້ຄົນໃນແຜ່ນດິນໂລກກໍສາມາດເຊັ່ນກັນ. ຝູງນົກ, ສັດປ່າ, ຕົ້ນໄມ້, ປ່າດົງ, ພູເຂົາ, ແມ່ນໍ້າ ແລະ ສັບພະສິ່ງທັງໝົດເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການດູແລຂອງມະນຸດ ນັ້ນກໍຄື ອາດາມ ແລະ ເອວາ, ແລ້ວອາດາມ ແລະ ເອວາກໍເຊື່ອຟັງມັນ. ສະນັ້ນ, ເທວະທູດຈຶ່ງປາດຖະໜາຢາກຢູ່ເໜືອອໍານາດຂອງພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ. ຫຼັງຈາກນັ້ນ ມັນນໍາພາທູດສະຫວັນທັງຫຼາຍກະບົດຕໍ່ພຣະເຈົ້າ ເຊິ່ງຕໍ່ມາກໍໄດ້ກາຍເປັນວິນຍານຊົ່ວຮ້າຍຕ່າງໆ. ການພັດທະນາຂອງມວນມະນຸດມາເຖິງທຸກວັນນີ້ບໍ່ແມ່ນເກີດຈາກຄວາມເສື່ອມຊາມຂອງເທວະທູດນັ້ນບໍ? ມວນມະນຸດເປັນດັ່ງທຸກມື້ນີ້ຍ້ອນເທວະທູດທໍລະຍົດຕໍ່ພຣະເຈົ້າ ແລະ ເຮັດໃຫ້ມະນຸດເສື່ອມຊາມ. ພາລະກິດແຕ່ລະຂັ້ນຕອນນີ້ ແມ່ນບໍ່ໄດ້ເປັນຮູບປະທໍາ ແລະ ງ່າຍດາຍດັ່ງທີ່ຜູ້ຄົນຈິນຕະນາການ. ຊາຕານໄດ້ດຳເນີນການທໍລະຍົດຂອງມັນເພື່ອຜົນປະໂຫຍດໃດໜຶ່ງ, ແຕ່ຜູ້ຄົນບໍ່ສາມາດເຂົ້າໃຈເຖິງຂໍ້ເທັດຈິງນີ້. ເປັນຫຍັງພຣະເຈົ້າຈຶ່ງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງໝົດ, ແລ້ວຍັງສ້າງຊາຕານອີກ? ໃນເມື່ອ ພຣະເຈົ້າຊັງຊາຕານຫຼາຍ ແລະ ຊາຕານແມ່ນສັດຕູຂອງພຣະອົງ, ແລ້ວ ເປັນຫຍັງພຣະອົງຈຶ່ງສ້າງຊາຕານ? ໂດຍການສ້າງຊາຕານ, ພຣະອົງບໍ່ໄດ້ສ້າງສັດຕູບໍ? ແທ້ຈິງແລ້ວ ພຣະເຈົ້າບໍ່ໄດ້ສ້າງສັດຕູ; ໃນທາງກົງກັນຂ້າມ, ພຣະອົງສ້າງທູດສະຫວັນ ແລະ ຕໍ່ມາ ທູດສະຫວັນໄດ້ທໍລະຍົດພຣະອົງ. ສະຖານະຂອງມັນໄດ້ເຕີບໂຕຂຶ້ນຢ່າງຍິ່ງໃຫຍ່ຈົນມັນຕ້ອງການທໍລະຍົດຕໍ່ພຣະເຈົ້າ. ສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການບັງເອີນ ແຕ່ມັນເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ມັນຄືກັນກັບ ຄົນຕ້ອງຕາຍຢ່າງຫຼີກເວັ້ນບໍ່ໄດ້ຫຼັງຈາກທີ່ໄດ້ເຕີບໃຫຍ່ຂຶ້ນເຖິງຈຸດໃດໜຶ່ງ; ສິ່ງຕ່າງໆແມ່ນພັດທະນາໄປຕາມຂັ້ນຕອນນັ້ນ. ມີບາງຄົນທີ່ໂງ່ຈ້າເວົ້າວ່າ: “ໃນເມື່ອຊາຕານເປັນສັດຕູຂອງພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ? ພຣະອົງບໍຮູ້ບໍ່ວ່າເທວະທູດສະຫວັນຈະທໍລະຍົດພຣະອົງ? ພຣະອົງບໍ່ສາມາດເຫັນທຸກສິ່ງໄດ້ທັງໝົດຢ່າງນິລັນດອນບໍ? ພຣະອົງບໍ່ຮູ້ຈັກທຳມະຊາດຂອງເທວະທູດບໍ? ໃນເມື່ອພຣະອົງຮູ້ຢ່າງຊັດເຈນວ່າ ມັນຈະທໍລະຍົດພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງຕັ້ງໃຫ້ມັນເປັນເທວະທູດສະຫວັນ? ບໍ່ພຽງແຕ່ມັນທໍລະຍົດຕໍ່ພຣະອົງ ແຕ່ ມັນຍັງໄດ້ນໍາພາພວກເທວະດາຫຼາຍຕົນທໍລະຍົດພຣະອົງ ແລະ ໄດ້ລົງມາສູ່ໂລກຂອງມະນຸດເພື່ອເຮັດໃຫ້ມະນຸດເສື່ອມຊາມ; ແຕ່ຈົນເຖິງທຸກມື້ນີ້, ພຣະອົງກໍຍັງບໍ່ສາມາດປະຕິບັດຕາມແຜນການຄຸ້ມຄອງຫົກພັນປີຂອງພຣະອົງໃຫ້ສໍາເລັດ”. ຄໍາເວົ້າເຫຼົ່ານັ້ນຖືກຕ້ອງບໍ? ເມື່ອເຈົ້າຄິດແບບນັ້ນ, ເຈົ້າບໍ່ໄດ້ນໍາເອົາບັນຫາມາສູ່ຕົວເອງຫຼາຍຂຶ້ນເກີນຄວາມຈໍາເປັນບໍ? ບາງຄົນຍັງໄດ້ເວົ້າວ່າ: “ຖ້າຊາຕານບໍ່ໄດ້ເຮັດໃຫ້ມວນມະນຸດເສື່ອມຊາມຈົນຮອດຍຸກປັດຈຸບັນ, ພຣະເຈົ້າກໍຈະບໍ່ໄດ້ນໍາຄວາມລອດພົ້ນມາສູ່ມວນມະນຸດແບບນີ້. ໃນກໍລະນີນີ້, ສະຕິປັນຍາ ແລະ ລິດທານຸພາບຂອງພຣະເຈົ້າກໍຈະເບິ່ງບໍ່ເຫັນ; ແລ້ວສະຕິປັນຍາຂອງພຣະອົງຈະປາກົດຢູ່ໃສ? ດັ່ງນັ້ນ, ພຣະເຈົ້າຈຶ່ງຊົງສ້າງເຜົ່າພັນມະນຸດໃຫ້ຊາຕານ ເພື່ອວ່າໃນອະນາຄົດພຣະເຈົ້າຈະໄດ້ເປີດເຜີຍລິດທານຸພາບຂອງພຣະອົງ, ບໍ່ດັ່ງນັ້ນ, ມະນຸດຈະຄົ້ນພົບສະຕິປັນຍາຂອງພຣະເຈົ້າໄດ້ແນວໃດ? ຖ້າມະນຸດບໍ່ຕໍ່ຕ້ານພຣະອົງ ຫຼື ກະບົດຕໍ່ພຣະອົງ, ມັນກໍບໍ່ຈໍາເປັນທີ່ຈະເປີດເຜີຍການກະທໍາຂອງພຣະອົງ. ຖ້າສັບພະສິ່ງທັງໝົດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ, ພຣະອົງກໍຈະບໍ່ມີພາລະກິດຕ້ອງເຮັດ”. ສິ່ງນີ້ຍິ່ງຫ່າງໄກຈາກຄວາມເປັນຈິງຫຼາຍ, ເພາະວ່າບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ສົກກະປົກ, ດ້ວຍເຫດນັ້ນ ພຣະອົງແມ່ນບໍ່ສາມາດສ້າງຄວາມສົກກະປົກໄດ້. ພຣະອົງເປີດເຜີຍການກະທໍາຂອງພຣະອົງໃນປັດຈຸບັນພຽງເພື່ອເອົາຊະນະສັດຕູຂອງພຣະອົງ, ເພື່ອຊ່ວຍມະນຸດຊາດ ທີ່ພຣະອົງໄດ້ສ້າງຂຶ້ນມາ, ເພື່ອເອົາຊະນະພວກຜີສາດ ແລະ ຊາຕານທີ່ກຽດຊັງພຣະອົງ, ທໍລະຍົດພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ເປັນຂອງພຣະອົງຕັ້ງແຕ່ເລີ່ມຕົ້ນ. ພຣະເຈົ້າຕ້ອງການເອົາຊະນະພວກຜີສາດເຫຼົ່ານີ້ ແລະ ໃນການກະທຳເຊັ່ນນັ້ນ ພຣະອົງກໍຈະໄດ້ເປີດເຜີຍລິດທານຸພາບຂອງພຣະອົງຕໍ່ທຸກສິ່ງທັງປວງ. ມວນມະນຸດ ແລະ ທຸກສັບພະສິ່ງເທິງແຜ່ນດິນໂລກໃນປັດຈຸບັນນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ. ພຣະເຈົ້າຕ້ອງການເປີດເຜີຍການກະທໍາຂອງພຣະອົງຕໍ່ທຸກສັບພະສິ່ງ ເພື່ອວ່າ ຜູ້ຄົນຈະໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນຈະເອົາຊະນະຊາຕານ ແລະ ທໍາລາຍສັດຕູຂອງພຣະອົງໃຫ້ໝົດສິ້ນ. ພາລະກິດທັງໝົດນີ້ຈະສໍາເລັດໂດຍຜ່ານການເປີດເຜີຍການກະທໍາຂອງພຣະອົງ. ສິ່ງທີ່ມີຊີວິດທັງໝົດຂອງພຣະອົງແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ, ດ້ວຍເຫດນັ້ນ ພຣະອົງຈື່ງຕ້ອງການເປີດເຜີຍລິດທານຸພາບສູງສຸດຂອງພຣະອົງໃຫ້ພວກເຂົາເຫັນ ເພື່ອເອົາຊະນະຊາຕານ. ຖ້າບໍ່ມີຊາຕານ ພຣະອົງຈະບໍ່ຈໍາເປັນຕ້ອງເປີດເຜີຍການກະທໍາຂອງພຣະອົງ. ຖ້າບໍ່ແມ່ນຍ້ອນການກໍ່ກວນຂອງຊາຕານ, ພຣະເຈົ້າກໍຈະສ້າງມວນມະນຸດ ແລະ ນໍາພາພວກເຂົາໃຊ້ຊີວິດຢູ່ໃນສວນຂອງເອເດນ. ດ້ວຍເຫດໃດພຣະອົງຈຶ່ງບໍ່ເຄີຍເປີດເຜີຍການກະທໍາຂອງພຣະອົງທັງໝົດໃຫ້ພວກທູດສະຫວັນ ຫຼື ເທວະທູດກ່ອນການທໍລະຍົດຂອງຊາຕານ? ຖ້າພວກທູດສະຫວັນ ແລະ ເທວະທູດໄດ້ຮູ້ຈັກພຣະອົງ ແລະ ເຊື່ອຟັງພຣະອົງແຕ່ເບື້ອງຕົ້ນ, ພຣະອົງກໍຈະບໍ່ໄດ້ດໍາເນີນພາລະກິດທີ່ບໍ່ມີຄວາມໝາຍເຫຼົ່ານີ້. ຍ້ອນການມີຢູ່ຂອງຊາຕານ ແລະ ພວກມານຮ້າຍ ແລະ ມະນຸດເຊັ່ນກັນທີ່ໄດ້ຕໍ່ຕ້ານພຣະອົງ ແລະ ເຕັມໄປດ້ວຍອຸປະນິໄສອັນຊົ່ວຮ້າຍ. ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງການເປີດເຜີຍການກະທໍາຂອງພຣະອົງ. ເນື່ອງຈາກພຣະອົງຕ້ອງການເຮັດສົງຄາມກັບຊາຕານ, ພຣະອົງຈຶ່ງຕ້ອງໃຊ້ອໍານາດຂອງພຣະອົງເອງ ແລະ ທຸກການກະທໍາຂອງພຣະອົງເພື່ອເອົາຊະນະຊາຕານ; ດ້ວຍວິທີນີ້, ພາລະກິດແຫ່ງການລອດພົ້ນຂອງພຣະອົງທີ່ພຣະອົງປະຕິບັດທ່າມກາງມະນຸດຊາດຈະເຮັດໃຫ້ພວກເຂົາເຫັນສະຕິປັນຍາ ແລະ ລິດທານຸພາບອັນສູງສຸດຂອງພຣະອົງ. ພາລະກິດທີ່ພຣະເຈົ້າກະທຳໃນມື້ນີ້ມີຄວາມໝາຍ ແລະ ບໍ່ມີລັກສະນະຄ້າຍຄືກັບທີ່ຄົນບາງຄົນໝາຍເຖິງເມື່ອພວກເຂົາເວົ້າວ່າ: “ພາລະກິດທີ່ພຣະອົງກະທໍາບໍ່ໄດ້ຂັດແຍ້ງກັນບໍ? ການກະທຳພາລະກິດຢ່າງຕໍ່ເນື່ອງແບບນີ້ບໍ່ເປັນພຽງແຕ່ການສ້າງບັນຫາໃຫ້ຕົວພຣະອົງເອງບໍ? ພຣະອົງສ້າງຊາຕານ ແລ້ວປ່ອຍໃຫ້ມັນທໍລະຍົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ. ພຣະອົງສ້າງມວນມະນຸດ ແລະ ຫຼັງຈາກນັ້ນກໍມອບພວກເຂົາໃຫ້ກັບຊາຕານ, ປ່ອຍໃຫ້ອາດາມ ແລະ ເອວາຖືກລໍ້ລວງ. ໃນເມື່ອພຣະອົງໄດ້ເຮັດສິ່ງທັງຫມົດເຫຼົ່ານີ້ໂດຍເຈດຕະນາ, ເປັນຫຍັງພຣະອົງຈຶ່ງຍັງກຽດຊັງມວນມະນຸດ? ເປັນຫຍັງພຣະອົງຈຶ່ງກຽດຊັງຊາຕານ? ສິ່ງເຫຼົ່ານີ້ບໍ່ແມ່ນຜົນຂອງການຊົງສ້າງຂອງພຣະອົງເອງບໍ? ແລ້ວເປັນຫຍັງພຣະອົງຈຶ່ງກຽດຊັງ?” ຂ້ອນຂ້າງມີຄົນໂງ່ຫຼາຍຄົນທີ່ເວົ້າແບບນັ້ນ. ພວກເຂົາຕ້ອງການທີ່ຈະຮັກພຣະເຈົ້າ, ແຕ່ເລິກໆແລ້ວພວກເຂົາຈົ່ມໃຫ້ພຣະເຈົ້າ. ຊ່າງຂັດແຍ້ງກັນແທ້ໆ! ເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າມີຄວາມຄິດເໜືອທຳມະຊາດຫຼາຍເກີນໄປ ແລະ ເຈົ້າຍັງໄດ້ອ້າງວ່າ ນີ້ແມ່ນຄວາມຜິດພາດຂອງພຣະເຈົ້າ, ເຈົ້າຊ່າງໂງ່ຈ້າແທ້ໆ! ມັນແມ່ນເຈົ້າທີ່ເປັນຜູ້ທີ່ບິດເບືອນຄວາມຈິງ; ມັນບໍ່ແມ່ນຄວາມຜິດພາດຂອງພຣະເຈົ້າ! ບາງຄົນເຖິງກັບຈົ່ມແລ້ວຈົ່ມອີກວ່າ: “ມັນແມ່ນພຣະອົງທີ່ເປັນຜູ້ສ້າງຊາຕານ ແລະ ພຣະອົງເປັນຜູ້ທີ່ໂຍນຊາຕານມາສູ່ທ່າມກາງມະນຸດ ແລະ ມອບມະນຸດໃຫ້ກັບມັນ. ເມື່ອມະນຸດຊາດມີອຸປະນິໄສຂອງຊາຕານ, ແທນທີ່ຈະໃຫ້ອະໄພພວກເຂົາ, ພຣະອົງພັດກຽດຊັງພວກເຂົາຈົນເຖິງລະດັບໃດໜຶ່ງ. ຕອນທໍາອິດ ພຣະອົງຮັກມະນຸດຊາດໃນລະດັບໜຶ່ງ ແຕ່ ປັດຈຸບັນພຣະອົງແມ່ນກຽດຊັງພວກເຂົາ. ມັນແມ່ນພຣະອົງທີ່ເປັນຜູ້ກຽດຊັງມະນຸດຊາດ ແລະ ມັນຍັງແມ່ນພຣະອົງທີ່ເປັນຜູ້ຮັກມະນຸດຊາດ. ມັນເກີດຫຍັງຂຶ້ນກັນແທ້? ສິ່ງນີ້ບໍ່ແມ່ນຂັດແຍ້ງກັນບໍ?” ບໍ່ວ່າພວກເຈົ້າຈະເບິ່ງມັນໃນລັກສະນະໃດ, ນີ້ແມ່ນສິ່ງທີ່ເກີດຂຶ້ນໃນສະຫວັນ; ນີ້ເປັນວິທີທີ່ຫົວໜ້າທູດສະຫວັນໄດ້ທໍລະຍົດພຣະເຈົ້າ ແລະ ມະນຸດຊາດຖືກເຮັດໃຫ້ເສື່ອມຊາມ ແລະ ນີ້ຄືເສັ້ນທາງທີ່ມະນຸດຊາດໄດ້ສືບຕໍ່ເດີນມາຈົນເຖິງທຸກວັນນີ້. ບໍ່ວ່າພວກເຈົ້າຈະກ່າວແບບໃດກໍຕາມ, ນີ້ຄືເລື່ອງລາວທັງໝົດ. ແຕ່ພວກເຈົ້າຕ້ອງເຂົ້າໃຈວ່າ ຈຸດປະສົງທີ່ຢູ່ເບື້ອງຫຼັງພາລະກິດທັງໝົດທີ່ພຣະເຈົ້າກໍາລັງປະຕິບັດໃນມື້ນີ້ແມ່ນເພື່ອຊ່ວຍໃຫ້ພວກເຈົ້າລອດພົ້ນ ແລະ ເພື່ອເອົາຊະນະຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 151)
ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ໂດຍການເຮັດໃຫ້ຄົນເສື່ອມຊາມ, ຊາຕານນຳພາຊະຕາກຳຂອງພວກເຂົາໄປສູ່ຈຸດຈົບ ແລະ ກໍ່ກວນພາລະກິດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າທີ່ບໍ່ໄດ້ໝາຍເຖິງການຊ່ວຍມະນຸດຊາດໃຫ້ລອດພົ້ນ? ຂັ້ນຕອນໃດທີ່ບໍ່ໄດ້ໝາຍເຖິງການຊໍາລະລ້າງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາກະທຳສິ່ງທີ່ຊອບທໍາ ແລະ ດໍາລົງຊີວິດຕາມລັກສະນະຂອງຜູ້ທີ່ສາມາດຖືກຮັກ? ຢ່າງໃດກໍຕາມ, ຊາຕານບໍ່ໄດ້ເຮັດສິ່ງນີ້. ມັນເຮັດໃຫ້ມະນຸດເສື່ອມຊາມ; ມັນດຳເນີນວຽກງານຢ່າງຕໍ່ເນື່ອງເພື່ອເຮັດໃຫ້ມະນຸດເສື່ອມຊາມທົ່ວທັງຈັກກະວານ. ແນ່ນອນ, ພຣະເຈົ້າກໍເຮັດພາລະກິດຂອງພຣະອົງເອງເຊັ່ນກັນ. ພຣະອົງບໍ່ສົນໃຈຊາຕານ. ບໍ່ວ່າອໍານາດຂອງຊາຕານຈະມີຫຼາຍເທົ່າໃດກໍຕາມ, ອໍານາດທີ່ມັນມີກໍແມ່ນມາຈາກພຣະເຈົ້າ; ພຣະເຈົ້າບໍ່ໄດ້ມອບອໍານາດທັງໝົດຂອງພຣະອົງໃຫ້ມັນ ແລະ ດ້ວຍເຫດນັ້ນ ບໍ່ວ່າມັນຈະເຮັດຫຍັງກໍຕາມ, ມັນບໍ່ສາມາດເຮັດເໜືອພຣະເຈົ້າ ແລະ ຈະຢູ່ພາຍໃຕ້ກໍາມືຂອງພຣະເຈົ້າສະເໝີ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາໃດໆຂອງພຣະອົງເມື່ອຢູ່ໃນສະຫວັນ. ພຣະອົງພຽງແຕ່ມອບອຳນາດສ່ວນເລັກໆນ້ອຍໆໃຫ້ກັບຊາຕານ ແລະ ອະນຸຍາດໃຫ້ມັນໃຊ້ເພື່ອຄວບຄຸມທູດສະຫວັນອື່ນໆ. ເພາະສະນັ້ນ, ບໍ່ວ່າມັນຈະເຮັດຫຍັງ, ມັນກໍບໍ່ສາມາດເຮັດເໜືອອໍານາດຂອງພຣະເຈົ້າໄດ້ ເພາະວ່າອໍານາດທີ່ພຣະເຈົ້າມອບໃຫ້ມັນໃນເບື້ອງຕົ້ນແມ່ນມີຂໍ້ຈຳກັດ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ຊາຕານກໍລົບກວນ. ໃນຍຸກສຸດທ້າຍ, ການລົບກວນຂອງມັນຈະສິ້ນສຸດລົງ; ໃນກໍລະນີດຽວກັນ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ ແລະ ປະເພດຂອງມະນຸດທີ່ພຣະເຈົ້າຕ້ອງການເຮັດໃຫ້ສົມບູນກໍຈະສົມບູນ. ພຣະເຈົ້າຊີ້ນໍາຜູ້ຄົນໄປໃນທາງບວກ; ຊີວິດຂອງພຣະອົງຄືນ້ຳແຫ່ງຊີວິດ, ບໍ່ສາມາດວັດແທກໄດ້ ແລະ ບໍ່ມີຂອບເຂດ. ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມໃນລະດັບໜຶ່ງ; ສຸດທ້າຍ, ນ້ຳແຫ່ງຊີວິດຈະເຮັດໃຫ້ຜູ້ຄົນສົມບູນ ແລະ ມັນຈະເປັນໄປບໍ່ໄດ້ທີ່ຊາຕານຈະແຊກແຊງ ແລະ ດໍາເນີນວຽກງານຂອງມັນໄດ້ອີກ. ດັ່ງນັ້ນ, ພຣະເຈົ້າຈຶ່ງຈະຮັບເອົາຜູ້ຄົນເຫຼົ່ານີ້ທຸກຄົນຢ່າງສົມບູນ. ເຖິງຢ່າງນັ້ນ ໃນປັດຈຸບັນຊາຕານກໍຍັງປະຕິເສດທີ່ຈະຍອມຮັບສິ່ງນີ້; ມັນສືບຕໍ່ຕັ້ງຕົນເອງເປັນປໍລະປັກກັບພຣະເຈົ້າ ແຕ່ພຣະເຈົ້າບໍສົນໃຈມັນ. ພຣະອົງໄດ້ກ່າວວ່າ: “ເຮົາຈະເອົາຊະນະເໜືອອໍານາດມືດ ແລະ ອິດທິພົນມືດທັງໝົດຂອງຊາຕານ”. ນີ້ແມ່ນພາລະກິດທີ່ຕ້ອງໄດ້ປະຕິບັດໃຫ້ສໍາເລັດໃນເນື້ອໜັງ ແລະ ມັນຍັງເປັນສິ່ງທີ່ເຮັດໃຫ້ການກາຍເປັນເນື້ອໜັງມີຄວາມສໍາຄັນ: ນັ້ນກໍຄື ເພື່ອເຮັດສໍາເລັດຂັ້ນຕອນຂອງພາລະກິດໃນການເອົາຊະນະຊາຕານໃນຍຸກສຸດທ້າຍ ແລະ ເພື່ອທໍາລາຍລ້າງທຸກສິ່ງທີ່ເປັນຂອງຊາຕານ. ການເອົາຊະນະຂອງພຣະເຈົ້າເໜືອຊາຕານແມ່ນຫຼີກເວັ້ນບໍ່ໄດ້! ຄວາມຈິງແລ້ວ ຊາຕານໄດ້ລົ້ມເຫຼວມາແຕ່ດົນແລ້ວ. ເມື່ອພຣະກິດຕິຄຸນໄດ້ເລີ່ມແຜ່ຂະຫຍາຍໄປທົ່ວແຜ່ນດິນຂອງມັງກອນແດງທີ່ຍິ່ງໃຫຍ່, ນັ້ນກໍຄື ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນເຮັດພາລະກິດ ແລະ ພາລະກິດດັ່ງກ່າວນີ້ກໍໄດ້ເລີ່ມເຄື່ອນໄຫວ, ຊາຕານແມ່ນຖືກເອົາຊະນະຢ່າງສົມບູນແລ້ວ ເພາະວ່າຈຸດປະສົງຂອງການບັງເກີດເປັນມະນຸດແມ່ນເພື່ອທໍາລາຍລ້າງຊາຕານ. ທັນທີໃດທີ່ຊາຕານໄດ້ເຫັນວ່າພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງ ເຊິ່ງບໍ່ມີອຳນາດໃດຈະສາມາດຢຸດຢັ້ງພາລະກິດນັ້ນໄດ້, ສະນັ້ນ, ຊາຕານຈຶ່ງໄດ້ແຕ່ຕົກສະເຫງີ້ເມື່ອເຫັນພາລະກິດດັ່ງກ່າວ ແລະ ບໍ່ກ້າທີ່ຈະເຮັດຄວາມຜິດອີກຕໍ່ໄປ. ໃນເບື້ອງຕົ້ນຊາຕານຄິດວ່າມັນມີສະຕິປັນຍາຢ່າງຫຼວງຫຼາຍ, ມັນຈຶ່ງຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ; ແຕ່ ມັນຄາດບໍ່ເຖິງເລີຍວ່າ ພຣະເຈົ້າຈະກາຍເປັນເນື້ອໜັງອີກເທື່ອຫນຶ່ງ ແລະ ໃນພາລະກິດຂອງພຣະອົງ, ພຣະເຈົ້າໄດ້ໃຊ້ການຕໍ່ຕ້ານຂອງຊາຕານ ເພື່ອເປັນການເປີດເຜີຍ ແລະ ການພິພາກສາມະນຸດຊາດເພື່ອປົກຄອງມະນຸດ ແລະ ເອົາຊະນະຊາຕານ. ພຣະເຈົ້າຊົງສະຫຼາດກວ່າຊາຕານ ແລະ ພາລະກິດຂອງພຣະອົງແມ່ນເໜືອກວ່າມັນຫຼາຍ. ເພາະສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານີ້ວ່າ: “ພາລະກິດທີ່ເຮົາປະຕິບັດແມ່ນເພື່ອຕອບໂຕ້ກົນອຸບາຍຂອງຊາຕານ; ໃນທີ່ສຸດ ເຮົາຈະເປີດເຜີຍລິດທານຸພາບສູງສຸດຂອງເຮົາ ແລະ ຄວາມບໍ່ມີອຳນາດຂອງຊາຕານ”. ພຣະເຈົ້າກະທຳພາລະກິດຂອງພຣະອົງໃນແຖວໜ້າ ແລະ ຊາຕານຈະນຳຫຼັງພຣະອົງ, ຈົນກວ່າໃນທີ່ສຸດມັນກໍຈະຖືກທໍາລາຍ. ມັນຈະບໍ່ຮູ້ດ້ວຍຊ້ຳວ່າ ແມ່ນຫຍັງຕີມັນ! ເຊື່ອມັນຈະຮູ້ຄວາມຈິງແມ່ນມັນໄດ້ຖືກທຸບຕີ ແລະ ຢຽບຢໍ່າແລ້ວ; ເຖິງເວລານັ້ນ ມັນກໍຈະຖືກເຜົາໄໝ້ຢູ່ໃນທະເລສາບແຫ່ງແປວໄຟ. ແລ້ວໃນຕອນນັ້ນ ມັນຍັງຈະບໍ່ຍອມເຊື່ອຢ່າງເຕັມທີ່ບໍ? ເພາະວ່າມັນບໍ່ມີກົນອຸບາຍເຫຼືອໃຫ້ໃຊ້ອີກແລ້ວ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 152)
ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະຈາກພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືຄວາມປະສົງຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ ເຊິ່ງໝາຍຄວາມວ່າ ມັນຄືພາລະກິດທີ່ພຣະເຈົ້າປະຕິບັດທ່າມກາງມະນຸດ. ພາລະກິດນີ້ຄືຫຼັກຖານ ແລະ ເສັ້ນທາງທີ່ມະນຸດມາຮູ້ຈັກພຣະເຈົ້າ ແລະ ມັນມີຄວາມສຳຄັນທີ່ສຸດສຳລັບມະນຸດ. ແທນທີ່ຈະໃສ່ໃຈກັບຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ຖ້າຜູ້ຄົນພຽງແຕ່ໃສ່ໃຈໃນຄຳສັ່ງສອນກ່ຽວກັບຄວາມເຊື່ອໃນພຣະເຈົ້າ ຫຼື ໃນລາຍລະອຽດເລັກໆນ້ອຍໆທີ່ບໍ່ສຳຄັນ, ແລ້ວພວກເຂົາກໍຈະບໍ່ຮູ້ຈັກພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະບໍ່ເປັນທີ່ພໍໃຈຂອງພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າທີ່ມີປະໂຫຍດຕໍ່ຄວາມຮູ້ຂອງມະນຸດຫຼາຍກ່ຽວກັບພຣະເຈົ້າແມ່ນເອີ້ນວ່າ ນິມິດ. ນິມິດເຫຼົ່ານີ້ຄືພາລະກິດຂອງພຣະເຈົ້າ, ຄວາມປະສົງຂອງພຣະເຈົ້າ ແລະ ເປົ້າໝາຍ ແລະ ຄວາມສຳຄັນຂອງພາລະກິດຂອງພຣະເຈົ້າ; ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນປະໂຫຍດຕໍ່ມະນຸດ. ການປະຕິບັດໝາຍເຖິງສິ່ງທີ່ມະນຸດຄວນເຮັດ, ສິ່ງທີ່ຄວນຖືກເຮັດໂດຍສິ່ງມີຊີວິດທີ່ຕິດຕາມພຣະເຈົ້າ. ມັນຍັງເປັນໜ້າທີ່ຂອງມະນຸດອີກດ້ວຍ. ແຕ່ສິ່ງທີ່ມະນຸດຄວນເຮັດບໍ່ແມ່ນສິ່ງທີ່ມະນຸດເຂົ້າໃຈມາຕັ້ງແຕ່ຕົ້ນ, ແຕ່ເປັນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງ. ເງື່ອນໄຂເຫຼົ່ານີ້ຍິ່ງເລິກເຊິ່ງຂຶ້ນ ແລະ ຖືກຍົກໃຫ້ສູງຂຶ້ນເທື່ອລະໜ້ອຍເມື່ອພຣະເຈົ້າປະຕິບັດພາລະກິດ. ຕົວຢ່າງເຊັ່ນ: ໃນລະຫວ່າງຍຸກແຫ່ງພຣະບັນຍັດ ມະນຸດຕ້ອງປະຕິບັດຕາມພຣະບັນຍັດ ແລະ ໃນລະຫວ່າງຍຸກແຫ່ງພຣະຄຸນ ມະນຸດຕ້ອງໄດ້ແບກໄມ້ກາງແຂນ. ຍຸກແຫ່ງອານາຈັກແມ່ນແຕກຕ່າງ: ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດແມ່ນສູງກວ່າເງື່ອນໄຂໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຍຸກແຫ່ງພຣະຄຸນ. ເມື່ອນິມິດຖືກຍົກສູງຂຶ້ນ, ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດກໍຍິ່ງສູງຂຶ້ນ ແລະ ຍິ່ງຊັດເຈນ ແລະ ເປັນຈິງຫຼາຍຂຶ້ນ. ໃນທຳນອງດຽວກັນ, ນິມິດຍັງກາຍເປັນຈິງຫຼາຍຂຶ້ນເລື້ອຍໆ. ນິມິດທີ່ເປັນຈິງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ເປັນປະໂຫຍດຕໍ່ຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະເຈົ້າ, ແຕ່ຍິ່ງໄປກວ່ານັ້ນ ນິມິດເຫຼົ່ານັ້ນຍັງເປັນປະໂຫຍດຕໍ່ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 153)
ເມື່ອປຽບທຽບກັບຍຸກທີ່ຜ່ານມາ, ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງອານາຈັກແມ່ນມີຄວາມເປັນຈິງຫຼາຍກວ່າ, ມັນແນໃສ່ແກ່ນແທ້ຂອງມະນຸດ ແລະ ການປ່ຽນແປງໃນອຸປະນິໄສຂອງເຂົາຫຼາຍກວ່າ ແລະ ສາມາດເປັນພະຍານໃຫ້ພຣະເຈົ້າເອງຫຼາຍຂຶ້ນສຳລັບທຸກຄົນທີ່ຕິດຕາມພຣະອົງ. ເວົ້າອີກຢ່າງກໍຄື ໃນລະຫວ່າງຍຸກແຫ່ງອານາຈັກ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະເຈົ້າສະແດງພຣະອົງເອງຕໍ່ມະນຸດຫຼາຍກວ່າເວລາໃດໆໃນອະດີດ ເຊິ່ງໝາຍຄວາມວ່າ ນິມິດທີ່ມະນຸດຄວນຮູ້ແມ່ນສູງກວ່ານິມິດໃນຍຸກຕ່າງໆທີ່ຜ່ານມາ. ເພາະວ່າພາລະກິດຂອງພຣະເຈົ້າທ່າມກາງມະນຸດໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ, ໃນນິມິດທີ່ມະນຸດຮູ້ໃນລະຫວ່າງຍຸກແຫ່ງອານາຈັກຈຶ່ງສູງສຸດຕະຫຼອດແຜນການຄຸ້ມຄອງທັງໝົດ. ໃນພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ ແລະ ດ້ວຍເຫດນັ້ນ ນິມິດທີ່ມະນຸດຈະໄດ້ຮູ້ຈຶ່ງກາຍເປັນນິມິດທີ່ສູງທີ່ສຸດໃນບັນດານິມິດທັງໝົດ ແລະ ການປະຕິບັດຂອງມະນຸດທີ່ເປັນຜົນຕາມມາ ກໍສູງກວ່າການປະຕິບັດໃນຍຸກອື່ນໆ ຍ້ອນການປະຕິບັດຂອງມະນຸດປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດ ແລະ ຄວາມສົມບູນຂອງນິມິດກໍຍັງໝາຍເຖິງຄວາມສົມບູນແຫ່ງເງື່ອນໄຂຂອງມະນຸດອີກດ້ວຍ. ທັນທີທີ່ການຄຸ້ມຄອງທັງໝົດຂອງພຣະເຈົ້າຢຸດລົງ, ການປະຕິບັດຂອງມະນຸດກໍຢຸດເຊັ່ນດຽວກັນ ແລະ ຫາກປາສະຈາກພາລະກິດຂອງພຣະເຈົ້າ, ມະນຸດກໍຈະບໍ່ມີທາງເລືອກນອກຈາກຮັກສາຄຳສັ່ງສອນໃນອະດີດ ຫຼື ບໍ່ດັ່ງນັ້ນກໍຈະບໍ່ມີບ່ອນໃຫ້ເພິ່ງພາ. ຫາກປາສະຈາກນິມິດໃໝ່ ມະນຸດກໍຈະບໍ່ມີການປະຕິບັດໃໝ່; ຫາກປາສະຈາກນິມິດທີ່ສົມບູນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສົມບູນ; ຫາກປາສະຈາກນິມິດທີ່ສູງຂຶ້ນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສູງຂຶ້ນ. ການປະຕິບັດຂອງມະນຸດປ່ຽນແປງໄປພ້ອມກັບບາດກ້າວຂອງພຣະເຈົ້າ ແລະ ໃນທຳນອງດຽວກັນ ຄວາມຮູ້ ແລະ ປະສົບການຂອງມະນຸດກໍຍັງປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າເຊັ່ນກັນ. ບໍ່ວ່າມະນຸດຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ຖ້າພຣະເຈົ້າຕ້ອງຢຸດປະຕິບັດພາລະກິດພຽງແຕ່ວິນາທີດຽວ, ມະນຸດກໍຈະຕາຍຈາກຄວາມໂກດຮ້າຍຂອງພຣະອົງທັນທີ. ມະນຸດບໍ່ມີຫຍັງໃຫ້ໂອ້ອວດ ຍ້ອນບໍ່ວ່າຄວາມຮູ້ຂອງມະນຸດໃນປັດຈຸບັນຈະສູງສໍ່າໃດກໍຕາມ, ບໍ່ວ່າປະສົບການຂອງເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ເຂົາກໍບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າໄດ້, ຍ້ອນການປະຕິບັດຂອງມະນຸດ ແລະ ສິ່ງທີ່ເຂົາຄວນສະແຫວງຫາໃນຄວາມເຊື່ອຂອງພຣະເຈົ້າ ແມ່ນບໍ່ສາມາດຕັດຂາດຈາກນິມິດໄດ້. ໃນທຸກກໍລະນີຂອງພາລະກິດຂອງພຣະເຈົ້າແມ່ນມີນິມິດທີ່ມະນຸດຄວນຮູ້ ແລະ ຫຼັງຈາກສິ່ງເຫຼົ່ານີ້ ເງື່ອນໄຂອັນເໝາະສົມຈຶ່ງໄດ້ຮຽກຮ້ອງຈາກມະນຸດ. ຫາກບໍ່ມີນິມິດເຫຼົ່ານີ້ເປັນພື້ນຖານ, ມະນຸດກໍຈະບໍ່ສາມາດປະຕິບັດໄດ້ເລີຍ ຫຼື ມະນຸດຈະບໍ່ສາມາດຕິດຕາມພຣະເຈົ້າຢ່າງໝັ້ນຄົງໄດ້. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ຫຼື ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວທຸກສິ່ງທີ່ມະນຸດເຮັດກໍສູນເປົ່າ ແລະ ບໍ່ສາມາດຮັບການຍິນຍອມຈາກພຣະເຈົ້າໄດ້. ບໍ່ວ່າພອນຂອງມະນຸດຈະມີຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າໄດ້. ບໍ່ວ່າການກະທຳຂອງມະນຸດຈະດີ ຫຼື ຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍຍັງບໍ່ສາມາດແທນທີ່ພາລະກິດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ, ບໍ່ວ່າໃນສະຖານະການໃດກໍຕາມ ການປະຕິບັດຂອງມະນຸດກໍບໍ່ສາມາດຕັດຂາດຈາກນິມິດໄດ້. ຄົນທີ່ບໍ່ຍອມຮັບນິມິດໃໝ່ກໍບໍ່ມີການປະຕິບັດໃໝ່. ການປະຕິບັດຂອງພວກເຂົາບໍ່ມີສ່ວນກ່ຽວຂ້ອງກັບຄວາມຈິງ ເພາະພວກເຂົາປະຕິບັດຕາມຄຳສັ່ງສອນ ແລະ ຮັກສາພຣະບັນຍັດທີ່ຕາຍແລ້ວ; ພວກເຂົາບໍ່ມີນິມິດໃໝ່ເລີຍ ແລະ ຜົນຕາມມາກໍຄື ພວກເຂົາບໍ່ໄດ້ນໍາສິ່ງໃດໃນຍຸກໃໝ່ເຂົ້າສູ່ການປະຕິບັດ. ພວກເຂົາໄດ້ສູນເສຍນິມິດ ແລະ ການເຮັດແບບນັ້ນ ພວກເຂົາຍັງໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ໄດ້ສູນເສຍຄວາມຈິງ. ຄົນທີ່ປາສະຈາກຄວາມຈິງແມ່ນລູກຫຼານຂອງຄວາມໂງ່, ພວກເຂົາແມ່ນຮູບຮ່າງຂອງຊາຕານ. ບໍ່ວ່າຄົນໜຶ່ງຈະເປັນຄົນປະເພດໃດກໍຕາມ, ພວກເຂົາແມ່ນບໍ່ສາມາດປາສະຈາກນິມິດແຫ່ງພາລະກິດຂອງພຣະເຈົ້າໄດ້ ແລະ ບໍ່ສາມາດສູນເສຍການສະຖິດຂອງພຣະວິນຍານບໍລິສຸດໄດ້; ທັນທີທີ່ຜູ້ຄົນສູນເສຍນິມິດ, ພວກເຂົາກໍຈະຕົກລົງສູ່ດິນແດນມໍລະນາທັນທີ ແລະ ດຳລົງຊີວິດຢູ່ທ່າມກາງຄວາມມືດ. ຜູ້ຄົນທີ່ປາສະຈາກນິມິດແມ່ນຄົນທີ່ຕິດຕາມພຣະເຈົ້າຢ່າງໂງ່ຈ້າ, ພວກເຂົາເປັນຄົນທີ່ຂາດພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາດຳລົງຊີວິດຢູ່ໃນນະຮົກ. ຄົນປະເພດດັ່ງກ່າວບໍ່ສະແຫວງຫາຄວາມຈິງ ແຕ່ກົງກັນຂ້າມ ແຂວນຊື່ຂອງພຣະເຈົ້າຄືກັບແຜ່ນປ້າຍໂຄສະນາ. ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ຄົນທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ຄົນທີ່ບໍ່ຮູ້ຈັກສາມຂັ້ນຕອນຂອງພາລະກິດໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ພວກເຂົາແມ່ນບໍ່ຮູ້ຈັກນິມິດ ແລະ ຍັງປາສະຈາກຄວາມຈິງອີກດ້ວຍ. ແລ້ວຄົນທີ່ບໍ່ມີຄວາມຈິງບໍ່ແມ່ນລ້ວນແຕ່ເປັນຄົນຊົ່ວບໍ? ຄົນທີ່ເຕັມໃຈນໍາເອົາຄວາມຈິງເຂົ້າສູ່ການປະຕິບັດ, ຄົນທີ່ເຕັມໃຈສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄົນທີ່ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ຄືຄົນທີ່ມີນິມິດເປັນພື້ນຖານ. ພວກເຂົາໄດ້ຮັບການຍິນຍອມຈາກພຣະເຈົ້າ ເພາະພວກເຂົາຮ່ວມມືກັບພຣະເຈົ້າ ແລະ ມັນຄືການຮ່ວມມືນີ້ເອງທີ່ມະນຸດຄວນນໍາເຂົ້າສູ່ການປະຕິບັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 154)
ມີຫຼາຍເສັ້ນທາງໃຫ້ປະຕິບັດໃນນິມິດ. ຄວາມຮຽກຮ້ອງແທ້ຈິງຈາກມະນຸດກໍມີຢູ່ພາຍໃນນິມິດນີ້ເຊັ່ນກັນ, ເຊັ່ນດຽວກັບພາລະກິດຂອງພຣະເຈົ້າທີ່ມະນຸດຄວນຮູ້. ທີ່ຜ່ານມາ, ໃນລະຫວ່າງການຊຸມນຸມພິເສດ ຫຼື ການຊຸມນຸມໃຫຍ່ທີ່ໄດ້ຖືກຈັດຂຶ້ນໃນສະຖານທີ່ຕ່າງໆ, ມີພຽງແຕ່ການກ່າວເຖິງດ້ານໜຶ່ງຂອງເສັ້ນທາງແຫ່ງການປະຕິບັດເທົ່ານັ້ນ. ເຊິ່ງການປະຕິບັດດັ່ງກ່າວແມ່ນສິ່ງທີ່ຖືກນໍາເຂົ້າສູ່ການປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ ແລະ ເກືອບຈະບໍ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບພຣະເຈົ້າເລີຍ ຍ້ອນນິມິດໃນຍຸກແຫ່ງພຣະຄຸນເປັນພຽງນິມິດຂອງການຄຶງພຣະເຢຊູ ແລະ ບໍ່ມີນິມິດທີ່ຍິ່ງໃຫຍ່ໄປກວ່ານັ້ນ. ມະນຸດຄວນຮູ້ພຽງແຕ່ພາລະກິດແຫ່ງການໄຖ່ບາບມະນຸດຊາດຂອງພຣະອົງຜ່ານທາງການຄຶງກາງແຂນເທົ່ານັ້ນ ແລະ ສະນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນຈຶ່ງບໍ່ມີນິມິດອື່ນໃດໃຫ້ມະນຸດຮູ້ຈັກເລີຍ. ໃນວິທີນີ້, ມະນຸດພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພຣະເຈົ້າ ແລະ ນອກຈາກຄວາມຮູ້ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຢຊູແລ້ວ ກໍມີພຽງແຕ່ສິ່ງທຳມະດາ ແລະ ສິ່ງໜ້າເວດທະນາຈຳນວນເລັກນ້ອຍໃຫ້ເຂົານໍາໄປປະຕິບັດ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກໃນປັດຈຸບັນຫຼາຍ. ໃນອະດີດ, ບໍ່ວ່າການຊຸມນຸມຂອງເຂົາຈະຢູ່ໃນຮູບແບບໃດກໍຕາມ, ມະນຸດກໍບໍ່ສາມາດກ່າວເຖິງຄວາມຮູ້ຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າໄດ້, ແຮງໄກທີ່ຈະມີຄົນໃດສາມາດກ່າວໄດ້ຢ່າງຊັດເຈນເຖິງເສັ້ນທາງຂອງການປະຕິບັດທີ່ເໝາະສົມທີ່ສຸດສໍາລັບມະນຸດທີ່ຈະເຂົ້າສູ່. ມະນຸດມີພຽງແຕ່ເພີ່ມລາຍລະອຽດທຳມະດາເລັກນ້ອຍເຂົ້າໃນພື້ນຖານຂອງຄວາມອົດກັ້ນ ແລະ ຄວາມອົດທົນເທົ່ານັ້ນ; ບໍ່ມີການປ່ຽນແປງໃນແກ່ນແທ້ຂອງການປະຕິບັດຂອງເຂົາເລີຍ, ຍ້ອນພາຍໃນຍຸກດັ່ງກ່າວນັ້ນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃໝ່ໃດໆ ແລະ ເງື່ອນໄຂດຽວທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືຄວາມອົດກັ້ນ ແລະ ຄວາມອົດທົນ ຫຼື ການແບກໄມ້ກາງແຂນ. ນອກຈາກການປະຕິບັດດັ່ງກ່າວແລ້ວ, ບໍ່ມີນິມິດທີ່ສູງສົ່ງກວ່າການຄຶງກາງແຂນຂອງພຣະເຢຊູ. ທີ່ຜ່ານມາ, ບໍ່ມີການກ່າວເຖິງນິມິດອື່ນ ເພາະພຣະເຈົ້າບໍ່ໄດ້ປະຕິບັດພາລະກິດເປັນຈຳນວນຫຼວງຫຼາຍ ແລະ ເພາະພຣະອົງພຽງແຕ່ຮຽກຮ້ອງບາງຢ່າງຈາກມະນຸດເທົ່ານັ້ນ. ໃນວິທີນີ້, ບໍ່ວ່າມະນຸດຈະເຮັດຫຍັງກໍຕາມ, ເຂົາກໍບໍ່ສາມາດຝ່າຝືນຂອບເຂດນີ້ໄດ້ ເຊິ່ງເປັນຂອບເຂດທີ່ທຳມະດາ ແລະ ບໍ່ເລິກເຊິ່ງໃຫ້ມະນຸດນໍາໄປປະຕິບັດ. ໃນປັດຈຸບັນ ເຮົາກ່າວເຖິງນິມິດອື່ນ ເພາະໃນປັດຈຸບັນ ໄດ້ມີການປະຕິບັດພາລະກິດຫຼາຍຂຶ້ນ, ພາລະກິດທີ່ຫຼາຍກວ່າພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນເປັນສອງສາມເທົ່າ. ເງື່ອນໄຂຂອງມະນຸດກໍສູງກວ່າເງື່ອນໄຂທີ່ຢູ່ໃນຍຸກອະດີດເປັນສອງສາມເທົ່າເຊັ່ນກັນ. ຖ້າມະນຸດບໍ່ສາມາດຮູ້ຈັກພາລະກິດດັ່ງກ່າວໄດ້ຢ່າງສົມບູນ, ແລ້ວມັນກໍຈະບໍ່ມີຄວາມໝາຍຫຍັງຫຼາຍເລີຍ; ສາມາດເວົ້າໄດ້ວ່າ ມະນຸດຈະພົບຄວາມຫຍຸ້ງຍາກໃນການຮູ້ຈັກພາລະກິດດັ່ງກ່າວຢ່າງສົມບູນ ພວກຖ້າເຂົາບໍ່ອຸທິດຄວາມພະຍາຍາມຊົ່ວຊີວິດທັງໝົດຕໍ່ພາລະກິດນັ້ນ. ໃນພາລະກິດແຫ່ງການເອົາຊະນະ, ການເວົ້າເຖິງແຕ່ເສັ້ນທາງຂອງການປະຕິບັດຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້. ການເວົ້າເຖິງນິມິດພຽງແຕ່ຢ່າງດຽວ ໂດຍປາສະຈາກເງື່ອນໄຂຂອງມະນຸດ ກໍຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້ເຊັ່ນກັນ. ຖ້າບໍ່ມີຫຍັງທີ່ຈະກ່າວເຖິງນອກຈາກເສັ້ນທາງຂອງການປະຕິບັດ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໂຈມຕີຈຸດຕາຍຂອງມະນຸດ ຫຼື ກຳຈັດແນວຄິດຂອງມະນຸດໄດ້ ແລະ ເຊັ່ນດຽວກັນ ມັນກໍຈະເປັນໄປບໍ່ໄດ້ທີ່ຈະເອົາຊະນະມະນຸດໄດ້ຢ່າງສິ້ນເຊີງ. ນິມິດຄືເຄື່ອງມືສຳຄັນໃນການເອົາຊະນະມະນຸດ, ແຕ່ຖ້າບໍ່ມີເສັ້ນທາງຂອງການປະຕິບັດ ນອກຈາກນິມິດ, ແລ້ວມະນຸດກໍຈະບໍ່ມີຫົນທາງໃນການຕິດຕາມ, ແຮງໄກທີ່ເຂົາຈະມີວິທີທາງເຂົ້າສູ່. ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າຕັ້ງແຕ່ຕົ້ນຈົນຈົບ: ໃນນິມິດ ແມ່ນມີສິ່ງທີ່ສາມາດນໍາເຂົ້າສູ່ການປະຕິບັດ ແລະ ເຊັ່ນດຽວກັນ ນອກຈາກການປະຕິບັດກໍຈະມີນິມິດ. ລະດັບຂອງການປ່ຽນແປງໃນຊີວິດຂອງມະນຸດ ແລະ ອຸປະນິໄສຂອງເຂົາຂຶ້ນຢູ່ກັບການປ່ຽນແປງໃນນິມິດ. ຖ້າມະນຸດພຽງແຕ່ເພິ່ງພາຄວາມພະຍາຍາມຂອງເຂົາເອງ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ເຂົາບັນລຸການປ່ຽນແປງໃດໆໃນລະດັບຍິ່ງໃຫຍ່ໄດ້. ນິມິດກ່າວເຖິງພາລະກິດຂອງພຣະເຈົ້າເອງ ແລະ ການຄຸ້ມຄອງຂອງພຣະເຈົ້າ. ການປະຕິບັດໝາຍເຖິງເສັ້ນທາງແຫ່ງການປະຕິບັດຂອງມະນຸດ ແລະ ໝາຍເຖິງຫົນທາງແຫ່ງການມີຊີວິດຢູ່ຂອງມະນຸດ; ໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ຄວາມສຳພັນລະຫວ່າງນິມິດ ແລະ ການປະຕິບັດແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດ. ຖ້າບໍ່ມີນິມິດ ຫຼື ຖ້າກ່າວເຖິງນິມິດ ແຕ່ບໍ່ກ່າວເຖິງການປະຕິບັດ ຫຼື ຖ້າມີພຽງແຕ່ນິມິດ ແລະ ບໍ່ມີການປະຕິບັດຂອງມະນຸດ, ແລ້ວສິ່ງດັ່ງກ່າວກໍຈະບໍ່ຖືວ່າເປັນການຄຸ້ມຄອງຂອງພຣະເຈົ້າ, ແຮງໄກທີ່ຈະສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ; ໃນວິທີນີ້, ບໍ່ພຽງແຕ່ໜ້າທີ່ຂອງມະນຸດຈະຖືກລົບລ້າງເທົ່ານັ້ນ, ແຕ່ມັນຈະເປັນການປະຕິເສດຈຸດປະສົງແຫ່ງພາລະກິດຂອງພຣະເຈົ້າອີກດ້ວຍ. ຕັ້ງແຕ່ຕົ້ນຈົນຈົບ, ຖ້າມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດ ໂດຍບໍ່ມີສ່ວນຮ່ວມຂອງພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຖ້າມະນຸດບໍ່ໄດ້ຖືກຮຽກຮ້ອງໃຫ້ຮູ້ຈັກພາລະກິດຂອງພຣະເຈົ້າ, ແລ້ວແຮງໄກພາລະກິດດັ່ງກ່າວຈະສາມາດເອີ້ນໄດ້ວ່າເປັນ ການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ດຳເນີນການປະຕິບັດຂອງເຂົາຢ່າງຫຼັບຫູຫຼັບຕາດ້ວຍວິທີທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ, ແລ້ວເຂົາກໍຈະບໍ່ກາຍມາເປັນສິ່ງຖືກສ້າງທີ່ມີຄຸນສົມບັດຢ່າງສົມບູນຈັກເທື່ອ. ສະນັ້ນ ທັງສອງສິ່ງນີ້ແມ່ນຈຳເປັນຫຼາຍ. ຖ້າມີພຽງແຕ່ພາລະກິດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຖ້າມີພຽງແຕ່ນິມິດ ແລະ ຖ້າບໍ່ມີການຮ່ວມມື ຫຼື ການປະຕິບັດໂດຍມະນຸດ, ສິ່ງດັ່ງກ່າວກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າມີພຽງແຕ່ການປະຕິບັດ ແລະ ທາງເຂົ້າຂອງມະນຸດ, ແລ້ວບໍ່ວ່າເສັ້ນທາງທີ່ມະນຸດເຂົ້າສູ່ນັ້ນຈະສູງສໍ່າໃດກໍຕາມ, ສິ່ງນີ້ກໍຮັບບໍ່ໄດ້ເຊັ່ນກັນ. ທາງເຂົ້າຂອງມະນຸດຕ້ອງປ່ຽນແປງໄປຕາມບາດກ້າວພ້ອມກັບພາລະກິດ ແລະ ນິມິດເທື່ອລະໜ້ອຍ; ມັນບໍ່ສາມາດປ່ຽນແປງໂດຍອຳເພີໃຈ. ຫຼັກການຂອງການປະຕິບັດຂອງມະນຸດບໍ່ໄດ້ເປັນອິດສະຫຼະ ແລະ ບໍ່ແມ່ນບໍ່ມີການບັງຄັບ, ແຕ່ຖືກກໍານົດຢູ່ພາຍໃນຂອບເຂດໃດໜຶ່ງ. ຫຼັກການດັ່ງກ່າວປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດຂອງພາລະກິດ. ສະນັ້ນ ການຄຸ້ມຄອງຂອງພຣະເຈົ້າຈຶ່ງຂຶ້ນຢູ່ກັບພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດໃນທີ່ສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 155)
ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື ໃນຕອນເລີ່ມຕົ້ນ ເມື່ອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງຂຶ້ນ. ໃນພາລະກິດທັງໝົດຂອງພຣະເຈົ້າ, ຖ້າບໍ່ມີການປະຕິບັດທີ່ເປັນປະໂຫຍດຕໍ່ມະນຸດ ເຊິ່ງໝາຍຄວາມວ່າ ຖ້າພຣະເຈົ້າບໍ່ມີເງື່ອນໄຂທີ່ເໝາະສົມສຳລັບມະນຸດຊາດທີ່ເສື່ອມຊາມ (ໃນພາລະກິດທີ່ພຣະເຈົ້າປະຕິບັດ ຖ້າບໍ່ມີເສັ້ນທາງເໝາະສົມສຳລັບການປະຕິບັດຂອງມະນຸດ), ແລ້ວພາລະກິດນີ້ກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າພາລະກິດທັງໝົດຂອງພຣະເຈົ້າພຽງແຕ່ກ່ຽວພັນກັບການບອກມະນຸດຊາດທີ່ເສື່ອມຊາມເຖິງວິທີການປະຕິບັດຂອງພວກເຂົາ ແລະ ພຣະເຈົ້າບໍ່ປະຕິບັດກິດຈະການຂອງພຣະອົງເລີຍ ແລະ ບໍ່ໄດ້ສະແດງອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະອົງແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຈະສູງສໍ່າໃດກໍຕາມ, ບໍ່ວ່າພຣະເຈົ້າຈະດຳລົງຊີວິດທ່າມກາງມະນຸດດົນສໍ່າໃດກໍຕາມ, ມະນຸດກໍຈະບໍ່ຮູ້ຫຍັງເລີຍກ່ຽວກັບອຸປະນິໄສຂອງພຣະເຈົ້າ; ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວພາລະກິດປະເພດນີ້ກໍຍິ່ງບໍ່ສົມຄວນເອີ້ນວ່າເປັນການຄຸ້ມຄອງຂອງພຣະເຈົ້າ. ເວົ້າຢ່າງງ່າຍໆກໍຄື ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດທີ່ພຣະເຈົ້າປະຕິບັດ ແລະ ເປັນພາລະກິດທັງໝົດທີ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາ ປະຕິບັດພາຍໃຕ້ການນໍາພາຂອງພຣະເຈົ້າ. ພາລະກິດດັ່ງກ່າວສາມາດສະຫຼຸບໄດ້ວ່າເປັນການຄຸ້ມຄອງ. ເວົ້າອີກຢ່າງໜຶ່ງກໍຄື, ພາລະກິດຂອງພຣະເຈົ້າທ່າມກາງມະນຸດ ພ້ອມທັງການຮ່ວມມືຂອງພຣະອົງກັບຄົນທີ່ຕິດຕາມພຣະອົງ ທັງໝົດນີ້ເອີ້ນໄດ້ວ່າ ເປັນການຄຸ້ມຄອງ. ໃນນີ້, ພາລະກິດຂອງພຣະເຈົ້າແມ່ນເອີ້ນວ່ານິມິດ ແລະ ການຮ່ວມມືຂອງມະນຸດແມ່ນເອີ້ນວ່າການປະຕິບັດ. ຍິ່ງພາລະກິດຂອງພຣະເຈົ້າສູງສົ່ງຫຼາຍສໍ່າໃດ (ນັ້ນກໍຄື ຍິ່ງນິມິດສູງສົ່ງຫຼາຍສໍ່າໃດ), ອຸປະນິໄສຂອງພຣະເຈົ້າກໍຍິ່ງຖືກເຮັດໃຫ້ແຈ່ມແຈ້ງຕໍ່ມະນຸດຫຼາຍສໍ່ານັ້ນ ແລະ ມັນຍິ່ງຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ ແລະ ການປະຕິບັດ ແລະ ການຮ່ວມມືຂອງມະນຸດກໍຍິ່ງສູງສົ່ງຫຼາຍສໍ່ານັ້ນ. ຍິ່ງເງື່ອນໄຂຂອງມະນຸດສູງຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ, ຜົນຕາມມາກໍຄື ການທົດລອງຂອງມະນຸດ ແລະ ມາດຕະຖານທີ່ເຂົາຕ້ອງບັນລຸກໍສູງຂຶ້ນເຊັ່ນກັນ. ຜົນສະຫຼຸບຂອງພາລະກິດນີ້ກໍຄື ທຸກນິມິດຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ມະນຸດຈຳເປັນຕ້ອງນໍາເຂົ້າສູ່ການປະຕິບັດກໍຈະໄປເຖິງຈຸດສູງສຸດຂອງຄວາມສົມບູນ. ນີ້ຍັງເປັນເວລາທີ່ແຕ່ລະຄົນຖືກຈັດແບ່ງອອກຕາມປະເພດຂອງໃຜລາວ ຍ້ອນສິ່ງທີ່ມະນຸດຈຳເປັນຕ້ອງຮູ້ກໍຈະຖືກສະແດງໃຫ້ກັບມະນຸດ. ສະນັ້ນ ເມື່ອນິມິດຕ່າງໆໄປເຖິງຈຸດສູງສຸດ, ພາລະກິດກໍຈະເຂົ້າສູ່ຈຸດສິ້ນສຸດຕາມນັ້ນ ແລະ ການປະຕິບັດຂອງມະນຸດກໍຈະໄປເຖິງຈຸດສູງສຸດເຊັ່ນກັນ. ການປະຕິບັດຂອງມະນຸດແມ່ນອີງຕາມພາລະກິດຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະເຈົ້ານັ້ນແມ່ນຖືກສະແດງອອກຢ່າງສົມບູນຍ້ອນການປະຕິບັດຂອງມະນຸດ ແລະ ການຮ່ວມມືຂອງມະນຸດ. ມະນຸດແມ່ນຊັ້ນຍອດໃນພາລະກິດຂອງພຣະເຈົ້າ ແລະ ເປັນເປົ້າໝາຍຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດ ແລະ ຍັງເປັນຜົນຜະລິດຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າອີກດ້ວຍ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ໂດຍບໍ່ມີການຮ່ວມມືຂອງມະນຸດ, ແລ້ວກໍຈະບໍ່ມີຫຍັງທີ່ສາມາດເຮັດໜ້າທີ່ເປັນແກ້ວຜະລຶກຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ໃນທີ່ສຸດ ກໍຈະບໍ່ມີຄວາມໝາຍແມ່ນແຕ່ໜ້ອຍດຽວໃນການຄຸ້ມຄອງຂອງພຣະເຈົ້າ. ນອກຈາກພາລະກິດຂອງພຣະເຈົ້າແລ້ວ, ມີພຽງການເລືອກເອົາເປົ້າໝາຍຢ່າງເໝາະສົມເທົ່ານັ້ນເພື່ອສຳແດງເຖິງພາລະກິດຂອງພຣະອົງ ແລະ ພິສູດອຳນາດອັນຍິ່ງໃຫຍ່ ແລະ ສະຕິປັນຍາ ພຣະເຈົ້າຈຶ່ງສາມາດບັນລຸຈຸດປະສົງແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ບັນລຸຈຸດປະສົງແຫ່ງການນໍາໃຊ້ພາລະກິດນີ້ທັງໝົດເພື່ອເອົາຊະນະຊາຕານໂດຍສິ້ນເຊີງ. ດ້ວຍເຫດນັ້ນ ມະນຸດຈຶ່ງເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມະນຸດກໍເປັນພຽງຜູ້ດຽວທີ່ສາມາດເຮັດໃຫ້ການຄຸ້ມຄອງຂອງພຣະເຈົ້າເກີດໝາກຜົນ ແລະ ບັນລຸຈຸດປະສົງສຸດທ້າຍຂອງພາລະກິດ; ນອກຈາກມະນຸດແລ້ວ ບໍ່ມີສິ່ງມີຊີວິດອື່ນໃດທີ່ສາມາດຮັບບົດບາດດັ່ງກ່າວນີ້ໄດ້. ຖ້າມະນຸດຕ້ອງກາຍເປັນແກ້ວຜະລຶກທີ່ແທ້ຈິງຂອງພາລະກິດແຫ່ງການຄຸ້ມຄອງ, ແລ້ວຄວາມບໍ່ເຊື່ອຟັງຂອງມະນຸດຊາດທີ່ເສື່ອມຊາມຕ້ອງຖືກກຳຈັດທັງໝົດ. ສິ່ງນີ້ຮຽກຮ້ອງໃຫ້ມະນຸດປະຕິບັດຢ່າງເໝາະສົມໃນເວລາທີ່ແຕກຕ່າງກັນ ແລະ ໃຫ້ພຣະເຈົ້າປະຕິບັດພາລະກິດທີ່ສອດຄ່ອງກັນທ່າມກາງມະນຸດ. ໃນວິທີນີ້ເທົ່ານັ້ນ ຈຶ່ງຈະຮັບເອົາກຸ່ມຄົນທີ່ເປັນແກ້ວຜະລຶກຂອງພາລະກິດແຫ່ງການຄຸ້ມຄອງໄດ້ໃນທີ່ສຸດ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງພຽງຜ່ານທາງພາລະກິດຂອງພຣະເຈົ້າເທົ່ານັ້ນ; ເພື່ອບັນລຸຜົນໃນສິ່ງນີ້, ການເປັນພະຍານດັ່ງກ່າວຈຳເປັນຕ້ອງມີມະນຸດທີ່ມີຊີວິດຢູ່ທີ່ເໝາະສົມສຳລັບພາລະກິດຂອງພຣະອົງ. ພຣະເຈົ້າຈະປະຕິບັດພາລະກິດໃນຄົນເຫຼົ່ານີ້ກ່ອນ ເຊິ່ງພາລະກິດຂອງພຣະອົງຈຶ່ງຈະໄດ້ສະແດງອອກຜ່ານທາງພວກເຂົາ ແລະ ດ້ວຍເຫດນັ້ນ ການເປັນພະຍານດັ່ງກ່າວຂອງພຣະອົງກໍຈະເກີດຂຶ້ນທ່າມກາງສິ່ງຖືກສ້າງທັງປວງ. ດ້ວຍວິທີນີ້, ພຣະເຈົ້າກໍຈະບັນລຸຈຸດປະສົງໃນພາລະກິດຂອງພຣະອົງ. ພຣະເຈົ້າຈະບໍ່ປະຕິບັດພາລະກິດຜູ້ດຽວເພື່ອເອົາຊະນະຊາຕານ ຍ້ອນພຣະອົງບໍ່ສາມາດເປັນພະຍານໃຫ້ກັບພຣະອົງເອງທ່າມກາງສິ່ງຖືກສ້າງທັງປວງໂດຍກົງໄດ້. ຖ້າພຣະອົງເຮັດແບບນັ້ນ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດເຊື່ອ, ສະນັ້ນ ພຣະເຈົ້າຈຶ່ງຕ້ອງປະຕິບັດພາລະກິດໃນມະນຸດເພື່ອເອົາຊະນະພວກເຂົາ ແລະ ມີແຕ່ເມື່ອນັ້ນ ພຣະອົງຈຶ່ງຈະສາມາດໄດ້ຮັບການເປັນພະຍານທ່າມກາງສິ່ງຖືກສ້າງທັງປວງ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ແລະ ບໍ່ມີການຮ່ວມມືຈາກມະນຸດ ຫຼື ຖ້າມະນຸດບໍ່ຈຳເປັນຕ້ອງຮ່ວມມື, ແລ້ວມະນຸດກໍຈະບໍ່ສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ຈັກເທື່ອ ແລະ ຈະບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າຕະຫຼອດໄປ; ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດເອີ້ນໄດ້ວ່າເປັນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດພຽງແຕ່ພະຍາຍາມ ແລະ ສະແຫວງຫາ ແລະ ປະຕິບັດພາລະກິດຢ່າງໜັກໂດຍບໍ່ມີການເຂົ້າໃຈພາລະກິດຂອງພຣະເຈົ້າ, ແລ້ວມະນຸດຈະຫຼິ້ນຕະຫຼົກ. ຫາກປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ສິ່ງທີ່ມະນຸດເຮັດກໍມາຈາກຊາຕານ, ເຂົາເປັນຄົນກະບົດ ແລະ ເປັນຄົນຊົ່ວ; ຊາຕານຖືກສະແດງອອກໃນທຸກສິ່ງທີ່ປະຕິບັດໂດຍມະນຸດຊາດອັນທີ່ເສື່ອມຊາມ ແລະ ບໍ່ມີຫຍັງທີ່ສອດຄ່ອງກັບພຣະເຈົ້າເລີຍ ແລະ ທຸກສິ່ງລ້ວນແລ້ວແຕ່ເປັນການສະແດງອອກຂອງຊາຕານ. ທຸກສິ່ງທີ່ກ່າວເຖິງບໍ່ແມ່ນນິມິດ ແລະ ການປະຕິບັດ. ບົນພື້ນຖານຂອງນິມິດ, ມະນຸດຄົ້ນພົບການປະຕິບັດ ແລະ ເສັ້ນທາງແຫ່ງຄວາມເຊື່ອຟັງ, ເພື່ອວ່າເຂົາຈະໄດ້ປະຖິ້ມແນວຄິດຂອງເຂົາ ແລະ ຮັບເອົາສິ່ງເຫຼົ່ານັ້ນທີ່ເຂົາບໍ່ໄດ້ມີມາກ່ອນ. ພຣະເຈົ້າຮຽກຮ້ອງໃຫ້ມະນຸດຮ່ວມມືກັບພຣະອົງ, ໃຫ້ມະນຸດຍອມຮັບເອົາເງື່ອນໄຂຂອງພຣະອົງຢ່າງສົມບູນ ແລະ ມະນຸດຮຽກຮ້ອງເພື່ອປະຈັກພາລະກິດທີ່ພຣະເຈົ້າເອງປະຕິບັດ, ເພື່ອຜະເຊີນກັບອຳນາດອົງຊົງລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ເພື່ອຮູ້ຈັກອຸປະນິໄສຂອງພຣະເຈົ້າ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ການຢູ່ຮ່ວມກັນລະຫວ່າງພຣະເຈົ້າກັບມະນຸດແມ່ນການຄຸ້ມຄອງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ທີ່ສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 156)
ສິ່ງທີ່ກ່ຽວພັນກັບນິມິດຫຼັກໆແມ່ນໝາຍເຖິງພາລະກິດຂອງພຣະເຈົ້າເອງ ແລະ ສິ່ງທີ່ກ່ຽວພັນກັບການປະຕິບັດແມ່ນເຮັດໂດຍມະນຸດ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າ. ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ການປະຕິບັດຂອງມະນຸດກໍຖືກບັນລຸໂດຍມະນຸດເອງ. ສິ່ງທີ່ພຣະເຈົ້າເອງຄວນປະຕິບັດບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດຄວນປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ເຊິ່ງພາລະກິດຂອງພຣະເຈົ້າແມ່ນພັນທະກິດຂອງພຣະອົງເອງ ແລະ ບໍ່ກ່ຽວຂ້ອງກັບມະນຸດ. ພາລະກິດນີ້ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ມະນຸດຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າປະຕິບັດ. ສິ່ງທີ່ມະນຸດຈຳເປັນຕ້ອງປະຕິບັດຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ ບໍ່ວ່າມັນຈະເປັນການເສຍສະຫຼະຊີວິດຂອງເຂົາ ຫຼື ເປັນການສົ່ງມອບເຂົາໃຫ້ກັບຊາຕານເພື່ອຢືນເປັນພະຍານ, ທຸກສິ່ງເຫຼົ່ານີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ. ພຣະເຈົ້າເອງເຮັດສໍາເລັດພາລະກິດທັງໝົດທີ່ພຣະອົງຄວນເຮັດ ແລະ ສິ່ງທີ່ມະນຸດຄວນເຮັດກໍໄດ້ສະແດງໃຫ້ກັບມະນຸດແລ້ວ ແລະ ພາລະກິດທີ່ເຫຼືອກໍຂຶ້ນຢູ່ກັບມະນຸດທີ່ຈະເຮັດ. ພຣະເຈົ້າບໍ່ປະຕິບັດພາລະກິດເພີ່ມ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ຢູ່ພາຍໃນພັນທະກິດຂອງພຣະອົງເທົ່ານັ້ນ ແລະ ພຽງແຕ່ສະແດງໃຫ້ມະນຸດເຫັນເຖິງຫົນທາງ ແລະ ພຽງແຕ່ປະຕິບັດພາລະກິດເພື່ອເປີດຫົນທາງ ແລະ ບໍ່ໄດ້ປະຕິບັດພາລະກິດເພື່ອບຸກເບີກຫົນທາງ; ມະນຸດຄວນເຂົ້າໃຈສິ່ງນີ້. ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ນີ້ລ້ວນແລ້ວແຕ່ເປັນໜ້າທີ່ຂອງມະນຸດ, ເປັນສິ່ງທີ່ມະນຸດຄວນປະຕິບັດ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ຖ້າມະນຸດຮຽກຮ້ອງໃຫ້ພຣະເຈົ້າທົນທຸກຕໍ່ການທໍລະມານ ແລະ ການຫຼໍ່ຫຼອມໃນຄວາມຈິງເຊັ່ນດຽວກັນກັບມະນຸດ, ແລ້ວມະນຸດກໍກຳລັງບໍ່ເຊື່ອຟັງ. ພາລະກິດຂອງພຣະເຈົ້າແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງ ແລະ ໜ້າທີ່ຂອງມະນຸດແມ່ນເພື່ອເຊື່ອຟັງການນໍາພາທັງໝົດຂອງພຣະເຈົ້າ ໂດຍບໍ່ມີການຕໍ່ຕ້ານໃດໆ. ສິ່ງທີ່ມະນຸດຕ້ອງບັນລຸ ເຂົາກໍຈຳເປັນຕ້ອງເຮັດໃຫ້ສຳເລັດ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດ ຫຼື ດຳລົງຊີວິດໃນລັກສະນະໃດກໍຕາມ. ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຮຽກຮ້ອງຈາກມະນຸດໄດ້ ເຊິ່ງໝາຍຄວາມວ່າ ມີພຽງພຣະເຈົ້າເທົ່ານັ້ນທີ່ສົມຄວນຮຽກຮ້ອງຈາກມະນຸດ. ມະນຸດບໍ່ຄວນມີທາງເລືອກອື່ນ, ບໍ່ຄວນເຮັດຫຍັງເລີຍ ນອກຈາກຍອມຮັບ ແລະ ປະຕິບັດທັງໝົດ; ນີ້ແມ່ນຄວາມຮູ້ສຶກທີ່ມະນຸດຄວນມີ. ຫຼັງຈາກພາລະກິດທີ່ພຣະເຈົ້າຄວນປະຕິບັດຖືກເຮັດໃຫ້ສຳເລັດ, ມະນຸດກໍຈຳເປັນຕ້ອງຜະເຊີນກັບມັນເທື່ອລະບາດກ້າວ. ໃນທີ່ສຸດ ຖ້າເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ, ແຕ່ມະນຸດຍັງບໍ່ໄດ້ເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງ, ແລ້ວມະນຸດກໍຄວນຖືກລົງໂທດ. ຖ້າມະນຸດບໍ່ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ແລ້ວນີ້ກໍຍ້ອນຄວາມບໍ່ເຊື່ອຟັງຂອງມະນຸດ; ມັນບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ຮອບຄອບພໍໃນພາລະກິດຂອງພຣະອົງ. ທຸກຄົນທີ່ບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ຄົນທີ່ບໍ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດມອບຄວາມຊື່ສັດຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້, ພວກເຂົາທຸກຄົນລ້ວນແລ້ວແຕ່ຈະຖືກລົງໂທດທັງໝົດ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຈຳເປັນຕ້ອງບັນລຸບໍ່ແມ່ນການຮຽກຮ້ອງເພີ່ມ, ແຕ່ເປັນໜ້າທີ່ຂອງມະນຸດ ແລະ ເປັນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພວກເຈົ້າບໍ່ສາມາດແມ່ນແຕ່ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ປະຕິບັດມັນໃຫ້ດີ, ແລ້ວພວກເຈົ້າບໍ່ໄດ້ກຳລັງນໍາບັນຫາມາສູ່ຕົນເອງບໍ? ພວກເຈົ້າບໍ່ໄດ້ກຳລັງຊອກຫາຄວາມຕາຍບໍ? ພວກເຈົ້າຈະຍັງຄາດຫວັງອະນາຄົດ ແລະ ໂອກາດໄດ້ແນວໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ ແລະ ການຮ່ວມມືຂອງມະນຸດແມ່ນເພື່ອການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດທຸກສິ່ງທີ່ພຣະອົງຄວນປະຕິບັດ, ມະນຸດກໍຈຳເປັນຕ້ອງເຕັມໃຈໃນການປະຕິບັດຂອງເຂົາ ແລະ ຮ່ວມມືກັບພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ມະນຸດບໍ່ຄວນຈໍາກັດຄວາມພະຍາຍາມຂອງເຂົາ, ຄວນຖວາຍຄວາມຊື່ສັດຂອງເຂົາ ແລະ ບໍ່ຄວນຍຶດຕິດກັບແນວຄິດຫຼາຍ ຫຼື ນັ່ງຢູ່ລ້າໆ ແລະ ລໍຖ້າຄວາມຕາຍ. ພຣະເຈົ້າສາມາດສະຫຼະພຣະອົງເອງເພື່ອມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຖວາຍຄວາມຊື່ສັດຂອງເຂົາໃຫ້ກັບພຣະເຈົ້າໄດ້? ພຣະເຈົ້າມີຫົວໃຈ ແລະ ຈິດໃຈໜຶ່ງດຽວຕໍ່ມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດໃຫ້ຄວາມຮ່ວມມືແມ່ນແຕ່ໜ້ອຍດຽວ? ພຣະເຈົ້າປະຕິບັດພາລະກິດເພື່ອມະນຸດຊາດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດບາງຢ່າງຂອງເຂົາເພື່ອການຄຸ້ມຄອງຂອງພຣະເຈົ້າ? ພາລະກິດຂອງພຣະເຈົ້າໄດ້ມາໄກເຖິງຂັ້ນນີ້ແລ້ວ, ແຕ່ເຖິງຢ່າງນັ້ນ ພວກເຈົ້າກໍຍັງໄດ້ແຕ່ເບິ່ງ ແຕ່ບໍ່ປະຕິບັດ, ພວກເຈົ້າໄດ້ແຕ່ຟັງ ແຕ່ບໍ່ເຄື່ອນໄຫວ. ແລ້ວຄົນປະເພດດັ່ງກ່າວບໍ່ແມ່ນເປົ້າໝາຍຂອງການຕົກນະຮົກບໍ? ພຣະເຈົ້າໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດ, ແລ້ວເປັນຫຍັງໃນປັດຈຸບັນ ມະນຸດຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງເຂົາຢ່າງຈິງໃຈ? ສຳລັບພຣະເຈົ້າ, ພາລະກິດຂອງພຣະອົງແມ່ນບຸລິມະສິດທຳອິດຂອງພຣະອົງ ແລະ ພາລະກິດແຫ່ງການຄຸ້ມຄອງຂອງພຣະອົງມີຄວາມສຳຄັນທີ່ສຸດ. ສຳລັບມະນຸດ, ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ການປະຕິບັດຕາມເງື່ອນໄຂຂອງພຣະເຈົ້າແມ່ນບຸລິມະສິດທຳອິດຂອງເຂົາ. ພວກເຈົ້າທຸກຄົນຄວນເຂົ້າໃຈໃນສິ່ງນີ້. ພຣະທຳທີ່ກ່າວກັບພວກເຈົ້າແມ່ນໄດ້ໄປເຖິງໃຈກາງທາດແທ້ຂອງພວກເຈົ້າ ແລະ ພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ. ຫຼາຍຄົນຍັງບໍ່ເຂົ້າໃຈຄວາມຈິງ ຫຼື ຄວາມບໍ່ຈິງຂອງເສັ້ນທາງນີ້; ພວກເຂົາຍັງລໍຖ້າ ແລະ ເບິ່ງ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ກົງກັນຂ້າມ, ພວກເຂົາກວດສອບພຣະທຳທຸກຂໍ້ ແລະ ການກະທຳທຸກຢ່າງຂອງພຣະເຈົ້າ, ພວກເຂົາໃສ່ໃຈໃນສິ່ງທີ່ພຣະອົງກິນ ແລະ ນຸ່ງ ແລະ ແນວຄິດຂອງພວກເຂົາກໍຍິ່ງຮ້າຍແຮງຫຼາຍຂຶ້ນ. ຄົນປະເພດດັ່ງກ່າວບໍ່ໄດ້ກຳລັງກັງວົນໃນສິ່ງທີ່ບໍ່ສຳຄັນບໍ? ຄົນປະເພດດັ່ງກ່າວຈະສາມາດເປັນຄົນທີ່ສະແຫວງຫາພຣະເຈົ້າໄດ້ແນວໃດ? ແລ້ວພວກເຂົາຈະສາມາດເປັນຄົນທີ່ມີເຈດຕະນາຍອມຕໍ່ພຣະເຈົ້າໄດ້ແນວໃດ? ພວກເຂົາປະຄວາມຊື່ສັດ ແລະ ໜ້າທີ່ຂອງພວກເຂົາໄວ້ທາງຫຼັງຂອງຄວາມຄິດຂອງພວກເຂົາ ແລະ ໃສ່ໃຈແຕ່ບ່ອນຢູ່ອາໄສຂອງພຣະເຈົ້າແທນ. ພວກເຂົາເປັນຕາໜ່າຍຫຼາຍ! ຖ້າມະນຸດເຂົ້າໃຈທຸກສິ່ງທີ່ເຂົາຄວນເຂົ້າໃຈ ແລະ ນໍາທຸກສິ່ງທີ່ເຂົາຄວນປະຕິບັດເຂົ້າສູ່ການປະຕິບັດ, ແລ້ວພຣະເຈົ້າຈະປະທານພອນຂອງພຣະອົງໃຫ້ກັບມະນຸດຢ່າງແນ່ນອນ, ຍ້ອນສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືໜ້າທີ່ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນປະຕິບັດ. ຖ້າມະນຸດບໍ່ສາມາດເຂົ້າໃຈໃນສິ່ງທີ່ເຂົາຄວນເຂົ້າໃຈ ແລະ ບໍ່ສາມາດນໍາສິ່ງທີ່ເຂົາຄວນປະຕິບັດເຂົ້າສູ່ການປະຕິບັດ, ແລ້ວມະນຸດກໍຈະຖືກລົງໂທດ. ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າແມ່ນສັດຕູກັບພຣະເຈົ້າ, ຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຕໍ່ຕ້ານພາລະກິດນັ້ນ, ເຖິງແມ່ນວ່າ ຄົນດັ່ງກ່າວບໍ່ໄດ້ເຮັດຫຍັງທີ່ຕໍ່ຕ້ານພາລະກິດນັ້ນຢ່າງຊັດເຈນກໍຕາມ. ທຸກຄົນທີ່ບໍ່ນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງເຂົ້າສູ່ການປະຕິບັດກໍເປັນຄົນທີ່ຕໍ່ຕ້ານໂດຍຕັ້ງໃຈ ແລະ ບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ, ເຖິງແມ່ນຄົນດັ່ງກ່າວຈະໃສ່ໃຈກັບພາລະກິດຂອງພຣະວິນຍານບໍລິສຸດເປັນພິເສດກໍຕາມ. ຄົນທີ່ບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ຍອມຕໍ່ພຣະເຈົ້າແມ່ນຄົນກະບົດ ແລະ ພວກເຂົາຕໍ່ຕ້ານພຣະເຈົ້າ. ຄົນທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາແມ່ນຄົນທີ່ບໍ່ຮ່ວມມືກັບພຣະເຈົ້າ ແລະ ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າແມ່ນຄົນທີ່ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 157)
ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ພໍໃຈພຣະອົງ ກໍລ້ວນແລ້ວແຕ່ເປັນຄົນທີ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະອົງ. ພຣະເຈົ້າຮຽກຮ້ອງມະນຸດຕາມມາດຕະຖານຂອງພຣະອົງເອງ ແລະ ຕາມສິ່ງທີ່ມະນຸດສາມາດບັນລຸໄດ້. ໃນຂະນະທີ່ເວົ້າເຖິງການຄຸ້ມຄອງຂອງພຣະອົງ, ພຣະອົງໄດ້ຊີ້ຫົນທາງໃຫ້ກັບມະນຸດ ແລະ ຈັດກຽມເສັ້ນທາງແຫ່ງຄວາມຢູ່ລອດໃຫ້ກັບມະນຸດ. ທັງການຄຸ້ມຄອງຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດແມ່ນຂັ້ນຕອນດຽວກັນຂອງພາລະກິດ ແລະ ຖືກປະຕິບັດໃນເວລາດຽວກັນ. ການເວົ້າເຖິງການຄຸ້ມຄອງຂອງພຣະເຈົ້າແມ່ນກ່ຽວພັນກັບການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເວົ້າເຖິງສິ່ງທີ່ມະນຸດຄວນປະຕິບັດ ແລະ ການປ່ຽນແປງໃນອຸປະນິໄສຂອງມະນຸດ ກໍກ່ຽວພັນກັບພາລະກິດຂອງພຣະເຈົ້າ; ບໍ່ມີຈັກເທື່ອທີ່ທັງສອງຢ່າງຈະຖືກແຍກອອກຈາກກັນ. ການປະຕິບັດຂອງມະນຸດປ່ຽນແປງເທື່ອລະບາດກ້າວ. ນັ້ນກໍຍ້ອນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນໄດ້ປ່ຽນແປງເຊັ່ນກັນ ແລະ ຍ້ອນພາລະກິດຂອງພຣະເຈົ້າປ່ຽນແປງ ແລະ ກ້າວໜ້າຢູ່ສະເໝີ. ຖ້າການປະຕິບັດຂອງມະນຸດຍັງຖືກກັບດັກຢູ່ໃນຄຳສັ່ງສອນ, ສິ່ງນີ້ກໍພິສູດວ່າ ເຂົາປາສະຈາກພາລະກິດ ແລະ ການນໍາພາຂອງພຣະເຈົ້ານັ້ນ; ຖ້າການປະຕິບັດຂອງມະນຸດບໍ່ປ່ຽນແປງຈັກເທື່ອ ຫຼື ບໍ່ເລິກເຊິ່ງຂຶ້ນ, ແລ້ວສິ່ງນີ້ກໍພິສູດວ່າ ການປະຕິບັດຂອງມະນຸດຖືກປະຕິບັດຕາມຄວາມປະສົງຂອງມະນຸດ ແລະ ບໍ່ແມ່ນການປະຕິບັດແຫ່ງຄວາມຈິງ; ຖ້າມະນຸດບໍ່ມີເສັ້ນທາງໃຫ້ຍ່າງ, ແລ້ວເຂົາກໍຖືກຕົກລົງສູ່ກໍາມືຂອງຊາຕານໄປແລ້ວ ແລະ ຖືກຄວບຄຸມໂດຍຊາຕານ ເຊິ່ງໝາຍຄວາມວ່າ ເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຖ້າການປະຕິບັດຂອງມະນຸດບໍ່ໄດ້ເລິກເຊິ່ງກວ່າເກົ່າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ພັດທະນາ ແລະ ຖ້າບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ແລ້ວການເຂົ້າສູ່ຂອງມະນຸດກໍຈະຢຸດສະງັດ; ນີ້ເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ທົ່ວພາລະກິດທັງໝົດຂອງພຣະເຈົ້າ, ຖ້າມະນຸດຕ້ອງປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາ, ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດຄືບໜ້າໄດ້, ແລ້ວຍິ່ງເປັນໄປບໍ່ໄດ້ທີ່ຈະນໍາຍຸກທັງໝົດໄປສູ່ຈຸດສິ້ນສຸດ. ຖ້າມະນຸດຍຶດຕິດກັບໄມ້ກາງແຂນຢູ່ສະເໝີ ແລະ ມີແຕ່ຄວາມອົດທົນ ແລະ ຄວາມຖ່ອມຕົນ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະເຈົ້າສືບຕໍ່ໄປຂ້າງໜ້າ. ການຄຸ້ມຄອງຫົກພັນປີຈະບໍ່ສາມາດສິ້ນສຸດລົງພຽງໃນທ່າມກາງຄົນທີ່ປະຕິບັດຕາມພຣະບັນຍັດ ຫຼື ຍຶດຕິດກັບໄມ້ກາງແຂນ ແລະ ຄົນທີ່ມີແຕ່ຄວາມອົດທົນ ແລະ ຄວາມຖ່ອມຕົນເທົ່ານັ້ນ. ກົງກັນຂ້າມ, ພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດທ່າມກາງຄົນທີ່ຢູ່ໃນຍຸກສຸດທ້າຍ, ຄົນທີ່ຮູ້ຈັກພຣະເຈົ້າ ແລະ ຄົນທີ່ໄດ້ຟື້ນຟູຈາກການຈັບກຸມຂອງຊາຕານ ແລະ ປົດຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນ. ນີ້ແມ່ນທິດທາງທີ່ບໍ່ສາມາດຫຼີກເວັ້ນໄດ້ໃນພາລະກິດຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ ການປະຕິບັດຂອງຄົນທີ່ຢູ່ໃນຄຣິສຕະຈັກແຫ່ງສາສະໜາແມ່ນຫຼ້າສະໄໝ? ນັ້ນກໍເພາະວ່າ ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດແມ່ນຫ່າງເຫີນຈາກພາລະກິດແຫ່ງປັດຈຸບັນ. ໃນຍຸກແຫ່ງພຣະຄຸນ, ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດຄືສິ່ງທີ່ຖືກຕ້ອງ, ແຕ່ເມື່ອຍຸກໄດ້ຜ່ານພົ້ນໄປ ແລະ ພາລະກິດຂອງພຣະເຈົ້າໄດ້ປ່ຽນໄປ, ການປະຕິບັດຂອງພວກເຂົາກໍຫຼ້າສະໄໝຂຶ້ນເລື້ອຍໆ. ມັນຖືກທົດແທນດ້ວຍພາລະກິດໃໝ່ ແລະ ແສງສະຫວ່າງໃໝ່. ອີງຕາມພື້ນຖານເດີມ, ພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າລົງເລິກຕື່ມອີກສອງສາມບາດກ້າວ. ແຕ່ຄົນເຫຼົ່ານັ້ນຍັງຕິດຢູ່ໃນຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າ ແລະ ຍັງຕິດແໜ້ນຢູ່ກັບການປະຕິບັດທີ່ເກົ່າແກ່ນັ້ນ ແລະ ແສງສະຫວ່າງເດີມໆ. ພາລະກິດຂອງພຣະເຈົ້າສາມາດປ່ຽນແປງຢ່າງໃຫຍ່ຫຼວງໃນສາມ ຫຼື ຫ້າປີ, ແລ້ວຈະບໍ່ມີການປ່ຽນແປງທີ່ຍິ່ງໃຫຍ່ກວ່າເກີດຂຶ້ນໃນຊ່ວງເວລາ 2.000 ປີບໍ? ຖ້າມະນຸດບໍ່ມີແສງສະຫວ່າງ ຫຼື ການປະຕິບັດໃໝ່, ມັນກໍໝາຍຄວາມວ່າ ເຂົານໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ. ນີ້ແມ່ນຄວາມລົ້ມເຫຼວຂອງມະນຸດ; ການມີຢູ່ຂອງພາລະກິດໃໝ່ຂອງພຣະເຈົ້າບໍ່ສາມາດຖືກປະຕິເສດໄດ້ ເພາະໃນປັດຈຸບັນ ຜູ້ຄົນເຫຼົ່ານັ້ນທີ່ໄດ້ຮັບພາລະກິດຜ່ານມາຂອງພຣະວິນຍານບໍລິສຸດຍັງປະຕິບັດຢ່າງຫຼ້າສະໄໝຢູ່. ພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ທຸກຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດກໍຄວນກ້າວໜ້າໃຫ້ເລິກເຊິ່ງຂຶ້ນ ແລະ ຄວນປ່ຽນແປງເທື່ອລະບາດກ້າວ. ພວກເຂົາບໍ່ຄວນຢຸດຢູ່ຂັ້ນຕອນໃດໜຶ່ງ. ມີພຽງແຕ່ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ຈະຍັງຄົງຢູ່ທ່າມກາງພາລະກິດທຳອິດຂອງພຣະອົງ ແລະ ບໍ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ເຊິ່ງມີພຽງແຕ່ຄົນທີ່ບໍ່ເຊື່ອຟັງເທົ່ານັ້ນທີ່ຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ. ຖ້າການປະຕິບັດຂອງມະນຸດບໍ່ທັນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ, ແລ້ວການປະຕິບັດຂອງມະນຸດກໍຫ່າງເຫີນຈາກພາລະກິດແຫ່ງປັດຈຸບັນຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັບພາລະກິດແຫ່ງປັດຈຸບັນໄດ້ຢ່າງແນ່ນອນ. ຄົນປະເພດດັ່ງກ່າວທີ່ຫຼ້າຫຼັງແມ່ນບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້, ແຮງໄກທີ່ພວກເຂົາຈະສາມາດກາຍເປັນຄົນທີ່ຢືນເປັນພະຍານໃຫ້ກັບພຣະເຈົ້າໃນທີ່ສຸດ. ຍິ່ງໄປກວ່ານັ້ນ, ແຜນການຄຸ້ມຄອງທັງໝົດບໍ່ສາມາດຖືກເຮັດໃຫ້ສຳເລັດໄດ້ທ່າມກາງກຸ່ມຄົນດັ່ງກ່າວ. ສຳລັບຄົນທີ່ເຄີຍເຫັນພຣະບັນຍັດຂອງພຣະເຢໂຮວາ ແລະ ຄົນທີ່ເຄີຍທົນທຸກເພື່ອໄມ້ກາງແຂນ, ຖ້າພວກເຂົາບໍ່ສາມາດຍອມຮັບຂັ້ນຕອນຂອງພາລະກິດແຫ່ງຍຸກສຸດທ້າຍ, ແລ້ວທຸກສິ່ງທີ່ພວກເຂົາເຮັດກໍຈະສູນເປົ່າ ແລະ ບໍ່ມີປະໂຫຍດ. ການສະແດງອອກທີ່ຊັດເຈນທີ່ສຸດຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຕອນນີ້ ແລະ ໃນປັດຈຸບັນນີ້, ບໍ່ແມ່ນເກາະຕິດກັບອະດີດ. ຄົນທີ່ບໍ່ທັນພາລະກິດໃນປັດຈຸບັນ ແລະ ຄົນທີ່ຖືກແຍກອອກຈາກການປະຕິບັດໃນປັດຈຸບັນ ແມ່ນຄົນທີ່ຕໍ່ຕ້ານ ແລະ ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວທ້າທາຍພາລະກິດໃນປັດຈຸບັນຂອງພຣະເຈົ້າ. ເຖິງແມ່ນພວກເຂົາຍຶດຕິດກັບແສງສະຫວ່າງໃນອະດີດ, ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ເປັນຫຍັງຈຶ່ງມີການເວົ້າເຖິງການປ່ຽນແປງໃນການປະຕິບັດຂອງມະນຸດ, ເຖິງຄວາມແຕກຕ່າງໃນການປະຕິບັດລະຫວ່າງອະດີດ ແລະ ປັດຈຸບັນ, ເຖິງວິທີການປະຕິບັດໃນລະຫວ່າງຍຸກທີ່ຜ່ານມາ ແລະ ເຖິງວິທີການປະຕິບັດໃນປັດຈຸບັນ? ຄວາມແຕກຕ່າງດັ່ງກ່າວໃນການປະຕິບັດຂອງມະນຸດຖືກກ່າວເຖິງຕະຫຼອດກໍ່ຍ້ອນພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ ແລະ ສະນັ້ນ ການປະຕິບັດຂອງມະນຸດຈຶ່ງຈຳເປັນຕ້ອງປ່ຽນແປງຢ່າງຕໍ່ເນື່ອງ. ຖ້າມະນຸດຍັງຕິດຄ້າງຢູ່ໃນຂັ້ນຕອນໃດໜຶ່ງ, ແລ້ວນີ້ກໍພິສູດວ່າ ເຂົາບໍ່ສາມາດນໍາທັນພາລະກິດໃໝ່ ແລະ ແສງສະຫວ່າງໃໝ່ຂອງພຣະເຈົ້າໄດ້; ມັນບໍ່ໄດ້ພິສູດວ່າ ແຜນການຄຸ້ມຄອງຂອງພຣະເຈົ້າບໍ່ໄດ້ປ່ຽນແປງ. ຄົນທີ່ຢູ່ນອກກະແສຂອງພຣະວິນຍານບໍລິສຸດຄິດວ່າພວກເຂົາຖືກຕ້ອງຢູ່ສະເໝີ ແຕ່ຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພວກເຂົາສິ້ນສຸດລົງແຕ່ດົນນານແລ້ວ ແລະ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫາຍໄປຈາກພວກເຂົາແລ້ວ. ພາລະກິດຂອງພຣະເຈົ້າແມ່ນໄດ້ຍ້າຍໄປສູ່ຄົນກຸ່ມອື່ນຕັ້ງແຕ່ດົນແລ້ວ ເຊິ່ງເປັນກຸ່ມທີ່ພຣະອົງເຈດຕະນາຈະເຮັດໃຫ້ພາລະກິດໃໝ່ຂອງພຣະອົງສຳເລັດ. ເພາະຄົນທີ່ຢູ່ໃນສາສະໜາກໍບໍ່ສາມາດຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ພຽງແຕ່ຍຶດຕິດກັບພາລະກິດເດີມໃນອະດີດ, ສະນັ້ນ ພຣະເຈົ້າຈຶ່ງປະຖິ້ມຄົນເຫຼົ່ານີ້ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງກັບຄົນທີ່ຍອມຮັບພາລະກິດໃໝ່ນີ້. ນີ້ແມ່ນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະອົງ ແລະ ພຽງແຕ່ໃນວິທີນີ້ເທົ່ານັ້ນ ການຄຸ້ມຄອງຂອງພຣະອົງຈຶ່ງຈະສາມາດເຮັດໃຫ້ສຳເລັດໄດ້. ການຄຸ້ມຄອງຂອງພຣະເຈົ້າກ້າວໄປຂ້າງໜ້າຢູ່ສະເໝີ ແລະ ການປະຕິບັດຂອງມະນຸດກໍສູງຂຶ້ນເລື້ອຍໆ. ພຣະເຈົ້າປະຕິບັດພາລະກິດຢູ່ສະເໝີ ແລະ ມະນຸດກໍຕ້ອງການຢູ່ສະເໝີ, ເມື່ອທັງສອງໄປເຖິງຈຸດສຸດຍອດຂອງພວກເຂົາ, ພຣະເຈົ້າ ແລະ ມະນຸດຈະບັນລຸການຢູ່ຮ່ວມກັນຢ່າງສົມບູນ. ນີ້ແມ່ນການສະແດງອອກເຖິງຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຜົນຮັບສຸດທ້າຍຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 158)
ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດໃດໆຂອງພຣະວິນຍານບໍລິສຸດ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມື ແລະ ບໍ່ສາມາດນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງນັ້ນເຂົ້າສູ່ການປະຕິບັດໃນເວລານີ້ໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນຈະຖືກພຣະວິນຍານບໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຈະຮັບເອົາຄວາມດູແລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ອາດເຖິງຂັ້ນຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ຖ້າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າກໍຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຜູ້ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບພອນຂອງພຣະອົງ; ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນປະພຶດຄືກັບພວກກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນພຽງເງື່ອນໄຂດຽວເທົ່ານັ້ນທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຈະບໍ່ເປັນແບບນັ້ນ: ພວກເຂົາຢູ່ນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດແມ່ນໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ ແລະ ການຄົ້ນຄວ້າດ້ວຍສະໝອງຂອງພວກເຂົາເອງ. ມັນບໍ່ແມ່ນເງື່ອນໄຂຂອງພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແຮງໄກທີ່ມັນຈະເປັນການຮ່ວມມືກັບພຣະເຈົ້າ. ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າແມ່ນປາສະຈາກການສະຖິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກພອນ ແລະ ການປົກປ້ອງຂອງພຣະເຈົ້າ. ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ຂອງພວກເຂົາແມ່ນຍຶດຕິດຢູ່ກັບເງື່ອນໄຂຂອງພາລະກິດໃນອະດີດຂອງພຣະວິນຍານບໍລິສຸດ; ພວກມັນເປັນຄຳສັ່ງສອນບໍ່ແມ່ນຄວາມຈິງ. ຄຳສັ່ງສອນ ແລະ ກົດລະບຽບດັ່ງກ່າວແມ່ນພຽງພໍທີ່ຈະພິສູດວ່າ ການຊຸມນຸມຂອງຜູ້ຄົນເຫຼົ່ານີ້ແມ່ນບໍ່ມີຫຍັງນອກຈາກດ້ານສາສະໜາ; ພວກເຂົາບໍ່ແມ່ນຄົນທີ່ຖືກເລືອກ ຫຼື ເປັນເປົ້າໝາຍຂອງພາລະກິດຂອງພຣະເຈົ້າ. ການຊຸມນຸມຂອງທຸກຄົນໃນທ່າມກາງພວກເຂົາ ສາມາດເອີ້ນໄດ້ວ່າ ສະພາໃຫຍ່ແຫ່ງສາສະໜາເທົ່ານັ້ນ ແລະ ບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ສິ່ງທີ່ພວກເຂົາເຮັດເບິ່ງຄືກັບວ່າເປັນການລະນຶກເຖິງສາສະໜາ, ສິ່ງທີ່ພວກເຂົາດຳລົງຊີວິດຕາມເບິ່ງຄືກັບວ່າເຕັມໄປດ້ວຍສາສະໜາ; ພວກເຂົາບໍ່ມີການສະຖິດ ແລະ ພາລະກິດຂອງພຣະວິນຍານບໍລິສຸດ ແຮງໄກທີ່ພວກເຂົາຈະມີສິດຮັບເອົາການລົງວິໄນ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຊາກສົບທີ່ບໍ່ມີຊີວິດ ແລະ ໜອນທີ່ປາສະຈາກຈິດວິນຍານ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບການກະບົດ ແລະ ການຕໍ່ຕ້ານຂອງມະນຸດ, ບໍ່ມີຄວາມຮູ້ກ່ຽວກັບການເຮັດຊົ່ວທຸກຢ່າງຂອງມະນຸດ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຄົນຊັ້ນຕໍ່າ, ພວກເຂົາຄືຄົນຕໍ່າຊ້າທີ່ບໍ່ສົມຄວນໄດ້ຖືກເອີ້ນວ່າຜູ້ເຊື່ອ! ບໍ່ມີຫຍັງທີ່ພວກເຂົາເຮັດມີຄວາມກ່ຽວພັນໃດໆກັບການຄຸ້ມຄອງຂອງພຣະເຈົ້າ ແຮງໄກທີ່ມັນຈະສາມາດທຳລາຍແຜນການຂອງພຣະເຈົ້າໄດ້. ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນຕາລັງກຽດເກີນໄປ, ເປັນຕາເວດທະນາເກີນໄປ ແລະ ບໍ່ສົມຄວນເອີຍເຖິງເລີຍ. ບໍ່ມີຫຍັງທີ່ປະຕິບັດໂດຍຄົນທີ່ບໍ່ໄດ້ຢູ່ໃນກະແສຂອງພຣະວິນຍານບໍລິສຸດ ມີສ່ວນກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍປາສະຈາກການລົງວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ແມ່ນປາສະຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍ້ອນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກເອີ້ນວ່າເປັນຄົນຊົ່ວຊ້າ ເພາະພວກເຂົາຍ່າງໃນເນື້ອໜັງ ແລະ ເຮັດຫຍັງກໍຕາມທີ່ພວກເຂົາພໍໃຈ ໂດຍພາຍໃຕ້ປ້າຍໂຄສະນາຂອງພຣະເຈົ້າ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາກໍຕັ້ງໃຈຕໍ່ຕ້ານພຣະອົງ ແລະ ແລ່ນໃນທາງກົງກັນຂ້າມກັບພຣະອົງ. ຄວາມລົ້ມເຫຼວຂອງມະນຸດໃນການຮ່ວມມືກັບພຣະເຈົ້າຄືການກະບົດໃນຕົວມັນເອງຢ່າງແຮງ, ສະນັ້ນ ຄົນເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າຈະບໍ່ໄດ້ຮັບຜົນກຳສະໜອງທີ່ພວກເຂົາສົມຄວນໄດ້ຮັບບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 159)
ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ. ເມື່ອເຈົ້າຊ່ຽວຊານດ້ານຄວາມຈິງຂອງນິມິດຢ່າງແທ້ຈິງ, ການເຂົ້າສູ່ຂອງເຈົ້າກໍຈະປອດໄພ; ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງໄປແບບໃດກໍຕາມ, ເຈົ້າກໍຈະຍັງໝັ້ນຄົງໃນໃຈຂອງເຈົ້າ, ມີຄວາມຊັດເຈນກ່ຽວກັບນິມິດ ແລະ ມີເປົ້າໝາຍໃນການເຂົ້າສູ່ ແລະ ການສະແຫວງຫາຂອງເຈົ້າ. ດ້ວຍວິທີນີ້, ປະສົບການ ແລະ ຄວາມຮູ້ທັງໝົດໃນຕົວເຈົ້າຈະເລິກເຊິ່ງ ແລະ ລະອຽດຫຼາຍຂຶ້ນ. ເມື່ອເຈົ້າໄດ້ເຂົ້າໃຈພາບລວມທັງໝົດທີ່ໃຫຍ່ກວ່າເກົ່າ, ເຈົ້າຈະບໍ່ທົນທຸກກັບການສູນເສຍໃນຊີວິດ ແລະ ເຈົ້າຈະບໍ່ຫຼົງທາງ. ຖ້າເຈົ້າບໍ່ມາຮູ້ຈັກກັບຂັ້ນຕອນຂອງພາລະກິດເຫຼົ່ານີ້, ເຈົ້າຈະທົນທຸກກັບການສູນເສຍໃນແຕ່ລະຂັ້ນຕອນ ແລະ ເຈົ້າຈະໃຊ້ເວລາຫຼາຍກວ່າສອງສາມມື້ເພື່ອພິກປີ້ນສິ່ງຕ່າງໆ ແລະ ເຈົ້າຈະບໍ່ສາມາດຍ່າງຢູ່ເສັ້ນທາງທີ່ຖືກຕ້ອງໄດ້ພຽງພາຍໃນສອງສາມອາທິດ. ນີ້ຈະບໍ່ທ່ວງດຶງເຈົ້າໄວ້ບໍ? ມີຫຼາຍສິ່ງທີ່ຂວາງທາງຂອງການເຂົ້າສູ່ທີ່ເປັນບວກ ແລະ ການປະຕິບັດທີ່ພວກເຈົ້າຕ້ອງມີຄວາມຊ່ຽວຊານ. ສ່ວນນິມິດແຫ່ງພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈຈຸດຕ່າງໆລຸ່ມນີ້: ຄວາມສໍາຄັນຂອງພາລະກິດໃນການເອົາຊະນະຂອງພຣະອົງ, ເສັ້ນທາງສູ່ຄວາມສົມບູນໃນອະນາຄົດ, ສິ່ງທີ່ຕ້ອງບັນລຸຜົນຜ່ານການປະສົບກັບການທົດສອບ ແລະ ຄວາມຍາກລໍາບາກ, ຄວາມສໍາຄັນຂອງການພິພາກສາ ແລະ ການຂ້ຽນຕີ, ຫຼັກການທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຄວາມສົມບູນ ແລະ ການເອົາຊະນະ. ທັງໝົດນີ້ຄືຄວາມຈິງຂອງນິມິດ. ສ່ວນທີ່ເຫຼືອຄືພາລະກິດຂອງສາມຂັ້ນຕອນໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ ພ້ອມດ້ວຍຄໍາພະຍານໃນອະນາຄົດ. ສິ່ງເຫຼົ່ານີ້ຄືຄວາມຈິງກ່ຽວກັບນິມິດເຊັ່ນກັນ ເຊິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ເປັນພື້ນຖານທີ່ສຸດ ແລະ ເປັນສິ່ງທີ່ສໍາຄັນທີ່ສຸດ. ໃນປັດຈຸບັນນີ້, ມີຫຼາຍສິ່ງທີ່ພວກເຈົ້າຄວນເຂົ້າຫາ ແລະ ປະຕິບັດ ແລະ ໃນປັດຈຸບັນກໍມີຫຼາຍຂັ້ນຕອນ ແລະ ລະອຽດຫຼາຍຂຶ້ນ. ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບຄວາມຈິງເຫຼົ່ານີ້, ນີ້ກໍພິສູດໃຫ້ເຫັນວ່າ ເຈົ້າຍັງບໍ່ທັນເຂົ້າສູ່ຢ່າງເຖິງຖອງເທື່ອ. ສ່ວນໃຫຍ່ ຄວາມຮູ້ຂອງມະນຸດກ່ຽວກັບຄວາມຈິງແມ່ນຕື້ນຫຼາຍ; ພວກເຂົາບໍ່ສາມາດນໍາໃຊ້ພື້ນຖານຄວາມຈິງບາງຢ່າງເຂົ້າໃນການປະຕິບັດ ແລະ ບໍ່ຮູ້ວິທີຈັດການແມ່ນແຕ່ບັນຫາເລັກນ້ອຍ. ເຫດຜົນທີ່ຜູ້ຄົນບໍ່ສາມາດປະຕິບັດຄວາມຈິງກໍຍ້ອນອຸປະນິໄສຕໍ່ຕ້ານຂອງພວກເຂົາ ແລະ ຍ້ອນຄວາມຮູ້ຂອງພວກເຂົາກ່ຽວກັບພາລະກິດໃນມື້ນີ້ແມ່ນຜິວເຜີນເກີນໄປ ແລະ ເປັນຄວາມຮູ້ທາງດ້ານດຽວ. ສະນັ້ນ, ບໍ່ແມ່ນເລື່ອງງ່າຍສໍາລັບຜູ້ຄົນທີ່ຈະຖືກເຮັດໃຫ້ສົມບູນ. ເຈົ້າຕໍ່ຕ້ານຫຼາຍເກີນໄປ ແລະ ເຈົ້າຍັງມີນິໄສແບບເກົ່າຫຼາຍ; ເຈົ້າບໍ່ສາມາດຢືນຢູ່ຝ່າຍຄວາມຈິງໄດ້ ແລະ ເຈົ້າກໍບໍ່ສາມາດປະຕິບັດໄດ້ແມ່ນແຕ່ຄວາມຈິງທີ່ຊັດເຈນໃນຕົວທີ່ສຸດແລ້ວ. ຜູ້ຄົນດັ່ງກ່າວບໍ່ສາມາດຮັບການຊ່ວຍໃຫ້ລອດພົ້ນໄດ້ ແລະ ແມ່ນຜູ້ທີ່ບໍ່ທັນຖືກເອົາຊະນະໄດ້. ຖ້າການເຂົ້າສູ່ຂອງເຈົ້າບໍ່ມີລາຍລະອຽດ ຫຼື ມີຈຸດປະສົງ, ຄວາມຈະເລີນເຕີບໂຕຂອງເຈົ້າກໍຈະຊັກຊ້າ. ຖ້າການເຂົ້າສູ່ຂອງເຈົ້າບໍ່ມີຄວາມເປັນຈິງແມ່ນແຕ່ເລັກນ້ອຍ, ການສະແຫວງຫາຂອງເຈົ້າກໍຈະບໍ່ມີປະໂຫຍດຫຍັງ. ຖ້າເຈົ້າບໍ່ຮູ້ແກ່ນແທ້ຂອງຄວາມຈິງ, ເຈົ້າຈະຍັງບໍ່ປ່ຽນແປງ. ຄວາມຈະເລີນເຕີບໂຕຂອງຊີວິດມະນຸດ ແລະ ການປ່ຽນແປງໃນດ້ານຈິດໃຈຂອງເຂົາຈະໄດ້ບັນລຸຜົນ ໂດຍການເຂົ້າສູ່ຄວາມເປັນຈິງ ແລະ ຍິ່ງໄປກວ່ານັ້ນ ແມ່ນໂດຍຜ່ານການເຂົ້າສູ່ປະສົບການຢ່າງລະອຽດ. ຖ້າເຈົ້າມີປະສົບການຢ່າງລະອຽດລະຫວ່າງການເຂົ້າສູ່ຂອງເຈົ້າ ແລະ ເຈົ້າມີຄວາມຮູ້ ແລະ ການເຂົ້າສູ່ຕົວຈິງ, ຈິດໃຈຂອງເຈົ້າຈະປ່ຽນແປງໂດຍທັນທີ. ເຖິງແມ່ນວ່າ ໃນປັດຈຸບັນ ເຈົ້າຍັງບໍ່ຮູ້ແຈ້ງໃນການປະຕິບັດພໍປານໃດ ແຕ່ຢ່າງໜ້ອຍສຸດ ເຈົ້າຕ້ອງຮູ້ແຈ້ງກ່ຽວກັບນິມິດຂອງພາລະກິດຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ, ເຈົ້າຈະບໍ່ສາມາດເຂົ້າສູ່ໄດ້; ການເຂົ້າສູ່ຈະເປັນໄປໄດ້ເມື່ອເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງນັ້ນກ່ອນ. ຖ້າພຣະວິນຍານບໍລິສຸດໃຫ້ຄວາມສະຫວ່າງແກ່ເຈົ້າໃນປະສົບການຂອງເຈົ້າ, ເຈົ້າຈຶ່ງຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ການເຂົ້າສູ່ຢ່າງເລິກເຊິ່ງ. ພວກເຈົ້າຕ້ອງມາຮູ້ຈັກພາລະກິດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 160)
ໃນຕອນຕົ້ນ, ຫຼັງຈາກການນິລະມິດສ້າງມະນຸດຊາດ, ຄົນອິດສະຣາເອນຄືຜູ້ທີ່ໄດ້ເຮັດໜ້າທີ່ພື້ນຖານໃນພາລະກິດຂອງພຣະເຈົ້າ. ທົ່ວອິດສະຣາເອນເປັນຖານສຳລັບພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ. ພາລະກິດຂອງພຣະເຢໂຮວາແມ່ນເພື່ອນໍາພາ ແລະ ລ້ຽງດູມະນຸດໂດຍກົງໂດຍການສ້າງຕັ້ງພຣະບັນຍັດ ເພື່ອໃຫ້ມະນຸດສາມາດມີຊີວິດປົກກະຕິ ແລະ ບູຊາພຣະເຢໂຮວາໃນລັກສະນະແບບທົ່ວໄປຢູ່ໃນແຜ່ນດິນໂລກ. ພຣະເຈົ້າໃນຍຸກພຣະບັນຍັດບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້ໂດຍມະນຸດ. ເພາະສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ນໍາພາຜູ້ຄົນຕົ້ນເດີມສຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສັ່ງສອນ ແລະ ລ້ຽງດູພວກເຂົາ, ພຣະທຳຂອງພຣະອົງປະກອບມີພຽງແຕ່ຂໍ້ບັນຍັດ, ກົດເກນ ແລະ ຄວາມຮູ້ທົ່ວໄປກ່ຽວກັບພຶດຕິກຳຂອງມະນຸດ ແລະ ບໍ່ໄດ້ຈັດຄວາມຈິງກ່ຽວກັບຊີວິດໃຫ້ພວກເຂົາ. ຄົນອິດສະຣາເອນທີ່ຢູ່ພາຍໃຕ້ການນໍາພາຂອງພຣະອົງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພາລະກິດຂອງພຣະອົງກ່ຽວກັບກົດບັນຍັດແມ່ນພຽງຂັ້ນຕອນທໍາອິດໃນພາລະກິດຂອງຄວາມລອດພົ້ນ ເຊິ່ງເປັນຈຸດເລີ່ມຕົ້ນໃນພາລະກິດຂອງຄວາມລອດພົ້ນ ແລະ ບໍ່ໄດ້ກ່ຽວຂ້ອງກັບການປ່ຽນແປງໃນຊີວິດ-ອຸປະນິໄສຂອງມະນຸດເລີຍ. ເພາະສະນັ້ນ ໃນເບື້ອງຕົ້ນຂອງພາລະກິດແຫ່ງຄວາມລອດພົ້ນ ພຣະອົງບໍ່ຈໍາເປັນຕ້ອງຮັບເອົາເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ. ນີ້ຄືເຫດຜົນທີ່ພຣະອົງຕ້ອງການມີວິທີການ ເຊິ່ງນັ້ນກໍຄື ເຄື່ອງມືເພື່ອນໍາໃຊ້ໃນການພົວພັນກັບມະນຸດ. ສະນັ້ນ, ຈຶ່ງເກີດມີຜູ້ຄົນໃນທ່າມກາງສິ່ງມີຊີວິດທີ່ຖືກສ້າງຂຶ້ນທີ່ເວົ້າ ແລະ ປະຕິບັດພາລະກິດຕາງໜ້າພຣະເຢໂຮວາ ເຊິ່ງນັ້ນຄືວິທີທີ່ບຸດຊາຍຂອງມະນຸດ ແລະ ສາສະດາທັງຫຼາຍໄດ້ມາກະທໍາພາລະກິດທ່າມກາງມະນຸດ. ບຸດຊາຍຂອງມະນຸດໄດ້ປະຕິບັດພາລະກິດທ່າມກາງມະນຸດໂດຍຕາງໜ້າພຣະເຢໂຮວາ. ການທີ່ຖືກພຣະເຢໂຮວາເອີ້ນວ່າ “ບຸດຊາຍຂອງມະນຸດ” ໝາຍຄວາມວ່າ ຜູ້ຄົນດັ່ງກ່າວຕັ້ງຂໍ້ບັນຍັດແທນພຣະເຢໂຮວາ. ພວກເຂົາຍັງເປັນມະຫາປະໂລຫິດທ່າມກາງຜູ້ຄົນຂອງອິດສະຣາເອນ, ມະຫາປະໂລຫິດທີ່ຖືກເບິ່ງແຍງ ແລະ ປົກປ້ອງໂດຍພຣະເຢໂຮວາ ແລະ ເປັນຜູ້ທີ່ຖືກພຣະວິນຍານຂອງພຣະເຢໂຮວາເຮັດພາລະກິດໃນຕົວ; ພວກເຂົາເປັນຜູ້ນໍາໃນທ່າມກາງຜູ້ຄົນ ແລະ ຮັບໃຊ້ພຣະເຢໂຮວາໂດຍກົງ. ໃນທາງກົງກັນຂ້າມ, ສາສະດາແມ່ນຜູ້ອຸທິດຕົນເພື່ອເວົ້າແທນພຣະເຢໂຮວາຕໍ່ຜູ້ຄົນທົ່ວແຜ່ນດິນ ແລະ ຕໍ່ທຸກຊົນເຜົ່າ. ພວກເຂົາຍັງໄດ້ທໍານາຍພາລະກິດຂອງພຣະເຢໂຮວາ. ບໍ່ວ່າຈະເປັນບຸດຊາຍຂອງມະນຸດ ຫຼື ສາສະດາ, ທຸກຄົນແມ່ນຖືກຍົກສູງໂດຍພຣະວິນຍານຂອງພຣະເຢໂຮວາເອງ ແລະ ມີພາລະກິດຂອງພຣະເຢໂຮວາສະຖິດໃນພວກເຂົາ. ໃນທ່າມກາງຜູ້ຄົນ, ພວກເຂົາເປັນຄົນທີ່ເປັນຕົວແທນໃຫ້ກັບ ພຣະເຢໂຮວາໂດຍກົງ; ພວກເຂົາປະຕິບັດພາລະກິດ ເພາະວ່າ ພວກເຂົາຖືກຍົກສູງໂດຍພຣະເຢໂຮວາ ແລະ ບໍ່ແມ່ນຍ້ອນວ່າ ພວກເຂົາເປັນເນື້ອໜັງທີ່ໄດ້ບັງເກີດຈາກພຣະວິນຍານບໍລິສຸດ. ດັ່ງນັ້ນ, ເຖິງແມ່ນວ່າ ພວກເຂົາຈະຄືກັນໃນການເວົ້າ ແລະ ການປະຕິບັດພາລະກິດໃນນາມຂອງພຣະເຈົ້າ, ບຸດຊາຍມະນຸດ ແລະ ສາສະດາເຫຼົ່ານັ້ນທີ່ຢູ່ໃນຍຸກແຫ່ງພຣະບັນຍັດບໍ່ແມ່ນເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍແມ່ນກົງກັນຂ້າມກັນຢ່າງຊັດເຈນ ເພາະວ່າ ພາລະກິດຂອງຄວາມລອດພົ້ນ ແລະ ການພິພາກສາມະນຸດແມ່ນປະຕິບັດໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດເອງ ແລະ ເພາະສະນັ້ນ ຈຶ່ງບໍ່ຈໍາເປັນຕ້ອງຍົກສູງອີກຄັ້ງ ເພື່ອໃຫ້ສາສະດາ ແລະ ບຸດຊາຍຂອງມະນຸດປະຕິບັດພາລະກິດໃນນາມຂອງພຣະອົງ. ໃນສາຍຕາຂອງມະນຸດແມ່ນບໍ່ມີຄວາມແຕກຕ່າງທີ່ສຳຄັນລະຫວ່າງແກ່ນແທ້ ແລະ ວິທີການປະຕິບັດພາລະກິດຂອງພວກເຂົາ. ຍ້ອນສາເຫດນີ້ ຜູ້ຄົນຈຶ່ງສັບສົນຢູ່ສະເໝີ ລະຫວ່າງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ກັບພາລະກິດຂອງສາສະດາ ແລະ ບຸດຊາຍຂອງມະນຸດ. ຮູບລັກສະນະຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ໂດຍພື້ນຖານແລ້ວ ແມ່ນຄືກັນກັບ ສາສະດາ ແລະ ບຸດຊາຍຂອງມະນຸດ. ແລ້ວພຣະເຈົ້າຜູ້ບັງເກີດເປັນມະນຸດຍິ່ງເປັນຄົນປົກກະຕິ ແລະ ເປັນຄວາມຈິງຫຼາຍກວ່າຜູ້ປະກາດພຣະທຳນັ້ນອີກ. ດ້ວຍເຫດນີ້ ມະນຸດຈຶ່ງບໍ່ສາມາດເບິ່ງອອກເຖິງຄວາມແຕກຕ່າງລະຫວ່າງພວກເຂົາ. ມະນຸດໃສ່ໃຈແຕ່ຮູບລັກສະນະ ໂດຍບໍ່ຮູ້ເລີຍວ່າ ທັງສອງບໍ່ມີຄວາມແຕກຕ່າງກັນຫຼາຍ ເຖິງວ່າ ທັງສອງຈະຄ້າຍຄືກັນໃນການເຮັດພາລະກິດ ແລະ ໃນການເວົ້າ, ມີຄວາມແຕກຕ່າງທີ່ສຳຄັນລະຫວ່າງພວກເຂົາ. ເນື່ອງຈາກວ່າ ຄວາມສາມາດຂອງມະນຸດໃນການຈໍາແນກສິ່ງຕ່າງໆແມ່ນຕໍ່າຫຼາຍ, ເຂົາຈຶ່ງບໍ່ສາມາດຈໍາແນກບັນຫາພື້ນຖານໄດ້ ແລ້ວແຮງໄກທີ່ຈະເປັນສິ່ງທີ່ສັບຊ້ອນ. ເມື່ອສາສະດາ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ໄດ້ເວົ້າ ແລະ ເຮັດພາລະກິດ, ນີ້ກໍເພື່ອປະຕິບັດໜ້າທີ່ຂອງມະນຸດ, ເພື່ອຮັບໃຊ້ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ມັນແມ່ນບາງສິ່ງທີ່ມະນຸດຄວນເຮັດ. ຢ່າງໃດກໍຕາມ, ພຣະທໍາ ແລະ ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນເພື່ອດໍາເນີນພັນທະກິດຂອງພຣະອົງ. ເຖິງແມ່ນວ່າ ຮູບຮ່າງພາຍນອກຂອງພຣະອົງຈະເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງກໍບໍ່ແມ່ນເພື່ອເຮັດໜ້າທີ່ຂອງພຣະອົງ ແຕ່ແມ່ນເພື່ອພັນທະກິດຂອງພຣະອົງ. ຄໍາວ່າ “ໜ້າທີ່” ແມ່ນໃຊ້ກັບສິ່ງມີຊີວິດທີ່ຖືກສ້າງຂຶ້ນ ໃນຂະນະທີ່ຄໍາວ່າ “ພັນທະກິດ” ແມ່ນໃຊ້ກັບເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ທັງສອງຢ່າງແມ່ນມີຄວາມແຕກຕ່າງທີ່ສໍາຄັນ; ທັງສອງຢ່າງບໍ່ສາມາດນໍາໃຊ້ແທນກັນໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ໃນຂະນະທີ່ພາລະກິດຂອງພຣະເຈົ້າແມ່ນເພື່ອຄຸ້ມຄອງ ແລະ ດໍາເນີນພັນທະກິດຂອງພຣະອົງ. ດັ່ງນັ້ນ, ເຖິງແມ່ນມີສາວົກຫຼາຍຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ແລະ ມີສາສະດາຫຼາຍຄົນທີ່ມີພຣະອົງສະຖິດຢູ່ໃນພວກເຂົາ, ພາລະກິດ ແລະ ຄໍາເວົ້າຂອງພວກເຂົາແມ່ນພຽງເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນນາມເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນ. ການທໍານາຍຂອງພວກເຂົາອາດຈະເກີນແນວທາງແຫ່ງຊີວິດທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ແມ່ນແຕ່ຄວາມເປັນມະນຸດຂອງພວກເຂົາອາດພົ້ນເດັ່ນກວ່າພຣະເຈົ້າຜູ້ບັງເກີດເປັນມະນຸດ ແຕ່ພວກເຂົາແມ່ນຍັງເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ໄດ້ປະຕິບັດພັນທະກິດ. ໜ້າທີ່ຂອງມະນຸດໝາຍເຖິງວຽກງານຂອງມະນຸດ; ມັນເປັນສິ່ງທີ່ມະນຸດສາມາດໄດ້ຮັບ. ຢ່າງໃດກໍຕາມ, ພັນທະກິດທີ່ດໍາເນີນໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດໄດ້ຮັບສິ່ງນີ້ໄດ້. ບໍ່ວ່າພຣະເຈົ້າຜູ້ບັງເກີດເປັນມະນຸດຈະກ່າວ, ເຮັດພາລະກິດ ຫຼື ສະແດງເຖິງຄວາມມະຫັດສະຈັນ, ພຣະອົງແມ່ນກະທໍາພາລະກິດອັນປະເສີດຢູ່ທ່າມກາງການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດເຮັດພາລະກິດດັ່ງກ່າວແທນພຣະອົງໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນຢູ່ໃນຂັ້ນຕອນໃດໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າຂາດການຄຸ້ມຄອງຂອງພຣະເຈົ້າ, ນັ້ນກໍຄື ຖ້າພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສູນເສຍໄປ, ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຈະສູນເສຍໄປ. ພາລະກິດຂອງພຣະເຈົ້າໃນການດໍາເນີນພັນທະກິດຂອງພຣະອົງແມ່ນເພື່ອຄຸ້ມຄອງມະນຸດ ໃນຂະນະການປະຕິບັດໜ້າທີ່ຂອງມະນຸດແມ່ນການເຮັດພັນທະຂອງຕົວເອງໃຫ້ສໍາເລັດ ເພື່ອຕອບສະໜອງຄວາມຕ້ອງການຂອງພຣະຜູ້ສ້າງ ແລະ ບໍ່ສາມາດຖືວ່າເປັນການດໍາເນີນພັນທະກິດຂອງຄົນເຮົາ. ສໍາລັບທາດແທ້ຂອງພຣະເຈົ້າທີ່ມີຢູ່ໃນຕົວ ກໍຄື ພຣະວິນຍານຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຄືການຄຸ້ມຄອງຂອງພຣະອົງ, ແຕ່ສໍາລັບພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີຮູບຮ່າງພາຍນອກຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງຄືການດໍາເນີນພັນທະກິດຂອງພຣະອົງ. ບໍ່ວ່າພາລະກິດໃດທີ່ພຣະອົງກະທໍາແມ່ນເປັນການດໍາເນີນພັນທະກິດຂອງພຣະອົງ; ສິ່ງທີ່ມະນຸດສາມາດເຮັດໄດ້ກໍຄື ປະຕິບັດໃຫ້ດີທີ່ສຸດຢູ່ໃນຂອບເຂດຂອງການຄຸ້ມຄອງ ແລະ ພາຍໃຕ້ການນໍາພາຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 161)
ໃນຍຸກແຫ່ງພຣະຄຸນ, ພຣະເຢຊູກໍຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊາຢາແນວໃດ? ພຣະອົງແຕກຕ່າງຈາກດານິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານາຍໄດ້ ແລະ ພຣະເຢຊູກໍສາມາດທໍານາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລື່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານາຍທີ່ຖືກກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊາຢາ ແລະ ເດນີເອນກໍເປັນຄໍາທໍານາຍ ແລະ ບໍ່ແນ່ນອນທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງການອອກນອກເສັ້ນທາງຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ; ປະການທີສີ່ຄື ພຣະອົງສາມາດເຂົ້າໃຈຄວາມຕ້ອງການພາຍໃນມະນຸດ ແລະ ເຂົ້າໃຈສິ່ງທີ່ມະນຸດຂາດເຂີນ; ປະການທີຫ້າຄື ພຣະອົງສາມາດນໍາທາງໃນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ນັ້ນແມ່ນເຫດຜົນທີ່ພຣະອົງຖືກເອີ້ນວ່າພຣະເຈົ້າ ແລະ ພຣະຄຣິດ; ພຣະອົງບໍ່ພຽງແຕ່ແຕກຕ່າງຈາກເອຊາຢາເທົ່ານັ້ນ ແຕ່ຍັງແຕກຕ່າງຈາກສາສະດາທຸກຄົນອີກດ້ວຍ. ໃຫ້ຍົກເອົາເອຊາຢາເປັນການປຽບທຽບສໍາລັບພາລະກິດຂອງສາສະດາ. ການປຽບທຽບທີໜຶ່ງຄື ລາວບໍ່ສາມາດສະໜອງໃຫ້ກັບຊີວິດມະນຸດ; ການປຽບທຽບທີສອງຄື ລາວບໍ່ສາມາດນໍາທາງໃນຍຸກໃໝ່. ລາວປະຕິບັດວຽກງານພາຍໃຕ້ການນໍາພາຂອງພຣະເຢໂຮວາ ແລະ ບໍ່ແມ່ນເປັນຜູ້ນໍາທາງໃນຍຸກໃໝ່. ການປຽບທຽບທີສາມຄື ຄໍາເວົ້າທີ່ລາວກ່າວແມ່ນເໜືອກວ່າລາວ. ລາວໄດ້ຮັບການເປີດເຜີຍໂດຍກົງຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນອື່ນຈະບໍ່ເຂົ້າໃຈ ເຖິງວ່າຈະໄດ້ຍິນຄໍາກ່າວເຫຼົ່ານັ້ນ. ພຽງສອງສາມສິ່ງເຫຼົ່ານີ້ເທົ່ານັ້ນກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຄໍາກ່າວຂອງລາວບໍ່ໄດ້ແຕກຕ່າງຈາກການທໍານາຍ ແລະ ບໍ່ໄດ້ຫຼາຍກວ່າພາກສ່ວນໜຶ່ງຂອງພາລະກິດທີ່ເຮັດແທນພຣະເຢໂຮວາ. ຢ່າງໃດກໍຕາມ, ລາວບໍ່ສາມາດເປັນຕົວແທນພຣະເຢໂຮວາໄດ້ທັງໝົດ. ລາວເປັນພຽງຜູ້ຮັບໃຊ້ພຣະເຢໂຮວາເທົ່ານັ້ນ, ກໍຄື ເປັນເຄື່ອງມືຮັບໃຊ້ໃນພາລະກິດຂອງພຣະເຢໂຮວາ. ລາວພຽງປະຕິບັດພາລະກິດຢູ່ໃນຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຂອບເຂດຂອງພາລະກິດຂອງພຣະເຢໂຮວາເທົ່ານັ້ນ; ລາວບໍ່ໄດ້ປະຕິບັດພາລະກິດອອກນອກຍຸກແຫ່ງພຣະບັນຍັດ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຢຊູແມ່ນແຕກຕ່າງ. ພຣະອົງປະຕິບັດເກີນຂອບເຂດຂອງພາລະກິດຂອງພຣະເຢໂຮວາ; ພຣະອົງປະຕິບັດພາລະກິດເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໄດ້ຜ່ານປະສົບການຂອງການໄຖ່ບາບໂດຍຖືກຄຶງໃສ່ໄມ້ກາງແຂນ ເພື່ອໄຖ່ບາບມວນມະນຸດຊາດ. ໝາຍຄວາມວ່າ ພຣະອົງດໍາເນີນພາລະກິດໃໝ່ຢູ່ນອກຂອບເຂດພາລະກິດທີ່ກະທໍາໂດຍພຣະເຢໂຮວາ. ນີ້ແມ່ນການນໍາທາງໃນຍຸກໃໝ່. ນອກຈາກນັ້ນ, ພຣະອົງສາມາດກ່າວເຖິງສິ່ງທີ່ມະນຸດບໍ່ສາມາດບັນລຸຜົນໄດ້. ພາລະກິດຂອງພຣະອົງແມ່ນປະຕິບັດຢູ່ໃນການຄຸ້ມຄອງຂອງພຣະເຈົ້າ ແລະ ປະກອບດ້ວຍມວນມະນຸດທັງໝົດ. ພຣະອົງບໍ່ໄດ້ກະທໍາພາລະກິດຕໍ່ມະນຸດພຽງສອງສາມຄົນ ແລະ ພາລະກິດຂອງພຣະອົງບໍ່ໄດ້ມີໄວ້ເພື່ອນໍາພາມະນຸດພຽງຈໍານວນຈໍາກັດ. ສໍາລັບວິທີທີ່ພຣະເຈົ້າບັງເກີດເປັນມະນຸດ, ວິທີທີ່ພຣະວິນຍານໃຫ້ການເປີດເຜີຍໃນເວລານັ້ນ ແລະ ວິທີທີ່ພຣະວິນຍານລົງມາສູ່ມະນຸດເພື່ອກະທໍາພາລະກິດ, ສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຫັນ ຫຼື ສໍາຜັດໄດ້. ມັນເປັນໄປບໍ່ໄດ້ທີ່ສຸດທີ່ຈະໃຊ້ຄວາມຈິງເຫຼົ່ານີ້ເພື່ອເປັນຫຼັກຖານພິສູດວ່າ ພຣະອົງຄືພຣະເຈົ້າຜູ້ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ, ຈຶ່ງສາມາດຈໍາແນກໄດ້ໃນທ່າມກາງພຣະທໍາ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້. ພຽງສິ່ງນີ້ເທົ່ານັ້ນຄືຄວາມຈິງ. ນີ້ກໍເນື່ອງຈາກວ່າ ເຈົ້າບໍ່ສາມາດເຫັນເລື່ອງຂອງພຣະວິນຍານໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ຮັບຮູ້ເລື່ອງດັ່ງກ່າວຢ່າງຊັດເຈນ ແລະ ແມ່ນແຕ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງກໍບໍ່ສາມາດຮູ້ທຸກສິ່ງໄດ້; ເຈົ້າພຽງແຕ່ສາມາດຢືນຢັນວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່ ຈາກພາລະກິດທີ່ພຣະອົງໄດ້ກະທໍາເທົ່ານັ້ນ. ຈາກພາລະກິດຂອງພຣະອົງ, ສາມາດເຫັນໄດ້ວ່າ: ສິ່ງທີໜຶ່ງຄື ພຣະອົງສາມາດເປີດຍຸກໃໝ່; ສິ່ງທີສອງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ແລະ ສະແດງໃຫ້ມະນຸດເຫັນເສັ້ນທາງເພື່ອປະຕິບັດຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າ ພຣະອົງຄືພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ພາລະກິດທີ່ພຣະອົງກະທໍາສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າທັງໝົດ ແລະ ຈາກພາລະກິດດັ່ງກ່າວນັ້ນ ແມ່ນສາມາດເຫັນໄດ້ວ່າ ພຣະວິນຍານຂອງພຣະເຈົ້າແມ່ນສະຖິດຢູ່ພາຍໃນພຣະອົງ. ຍ້ອນວ່າ ພາລະກິດທີ່ກະທໍາໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດນັ້ນ ສ່ວນໃຫຍ່ແລ້ວແມ່ນເພື່ອນໍາທາງໃນຍຸກໃໝ່, ນໍາພາພາລະກິດໃໝ່ ແລະ ເປີດໂລກໃໝ່, ສິ່ງເຫຼົ່ານີ້ເທົ່ານັ້ນແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະເຈົ້າ. ສະນັ້ນ, ສິ່ງນີ້ຈຶ່ງເຮັດໃຫ້ພຣະອົງແຕກຕ່າງຈາກເອຊາຢາ, ດານິເອນ ແລະ ສາສະດາຜູ້ຍິ່ງໃຫຍ່ອື່ນໆ. ເອຊາຢາ, ດານິເອນ ແລະ ຄົນອື່ນໆທັງໝົດແມ່ນຢູ່ໃນຊົນຊັ້ນທີ່ມີການສຶກສາ ແລະ ວັດທະນະທໍາຢ່າງສູງ; ພວກເຂົາບໍ່ແມ່ນມະນຸດທໍາມະດາສາມັນ ທີ່ຢູ່ພາຍໃຕ້ການນໍາພາຂອງພຣະເຢໂຮວາ. ເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມຮູ້ ແລະ ບໍ່ໄດ້ຂາດສະຕິປັນຍາເຊັ່ນກັນ ແຕ່ໂດຍສະເພາະແລ້ວຄວາມເປັນມະນຸດຂອງພຣະອົງແມ່ນທໍາມະດາສາມັນ. ພຣະອົງເປັນມະນຸດທໍາມະດາ ແລະ ການເບິ່ງດ້ວຍສາຍຕາເປົ່າຈະບໍ່ສາມາດເຂົ້າໃຈຄວາມເປັນມະນຸດພິເສດ ກ່ຽວກັບພຣະອົງ ຫຼື ພົບເຫັນສິ່ງໃດໜຶ່ງໃນຄວາມເປັນມະນຸດຂອງພຣະອົງເຊິ່ງແຕກຕ່າງຈາກຄົນອື່ນ. ພຣະອົງບໍ່ໄດ້ເໜືອທໍາມະຊາດ ຫຼື ພິເສດຫຍັງເລີຍ ແລະ ພຣະອົງບໍ່ມີການສຶກສາ ແລະ ຄວາມຮູ້ສູງ ຫຼື ທິດສະດີຫຍັງ. ຊີວິດທີ່ພຣະອົງກ່າວເຖິງ ແລະ ເສັ້ນທາງທີ່ພຣະອົງນໍາພາໄປແມ່ນບໍ່ໄດ້ອອກມາຜ່ານທິດສະດີ, ຜ່ານຄວາມຮູ້, ຜ່ານປະສົບການຊີວິດ ຫຼື ຜ່ານການອົບໂຮມລ້ຽງດູຈາກຄອບຄົວ. ແຕ່ກົງກັນຂ້າມ, ສິ່ງເຫຼົ່ານັ້ນແມ່ນພາລະກິດໂດຍກົງຂອງພຣະວິນຍານ ເຊິ່ງແມ່ນພາລະກິດຂອງການບັງເກີດເປັນເນື້ອໜັງ. ຍ້ອນວ່າ ມະນຸດມີແນວຄວາມຄິດຫຼາຍກ່ຽວກັບພຣະເຈົ້າ ແລະ ໂດຍສະເພາະ ຍ້ອນວ່າ ແນວຄວາມຄິດເຫຼົ່ານີ້ເກີດຈາກອົງປະກອບຫຼາຍຢ່າງທີ່ເລື່ອນລອຍ ແລະ ເໜືອທໍາມະຊາດ ເຊິ່ງໃນສາຍຕາມະນຸດ ພຣະເຈົ້າປົກກະຕິທີ່ມີຄວາມອ່ອນແອຂອງມະນຸດ ທີ່ບໍ່ສາມາດສ້າງໝາຍສໍາຄັນ ແລະ ສິ່ງອະພິນິຫານນັ້ນ ບໍ່ແມ່ນພຣະເຈົ້າຢ່າງແນ່ນອນ. ແລ້ວສິ່ງເຫຼົ່ານີ້ບໍ່ແມ່ນແນວຄວາມຄິດທີ່ຜິດຂອງມະນຸດບໍ? ຖ້າເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ແມ່ນເນື້ອໜັງມະນຸດທໍາມະດາ ແລ້ວຈະເວົ້າໄດ້ວ່າ ພຣະອົງກາຍເປັນເນື້ອໜັງໄດ້ແນວໃດ? ການເປັນເນື້ອໜັງແມ່ນການເປັນມະນຸດທຳມະດາ ແລະ ປົກກະຕິ; ຖ້າພຣະອົງໄດ້ເປັນສິ່ງທີ່ມີຊີວິດເໜືອທຳມະຊາດ, ພຣະອົງກໍຈະບໍ່ເປັນເນື້ອໜັງ. ເພື່ອພິສູດວ່າ ພຣະອົງເປັນເນື້ອໜັງ, ພຣະເຈົ້າຜູ້ບັງເກີດເປັນມະນຸດຈໍາເປັນຕ້ອງມີເນື້ອໜັງທໍາມະດາ. ນີ້ກໍພຽງເພື່ອເຮັດສໍາເລັດຄວາມສໍາຄັນຂອງການບັງເກີດເປັນມະນຸດ. ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນກໍລະນີຂອງສາສະດາ ແລະ ບຸດຊາຍຂອງມະນຸດ. ພວກເຂົາເປັນມະນຸດທີ່ມີພອນສະຫວັນ ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ; ໃນສາຍຕາຂອງມະນຸດ ຄວາມເປັນມະນຸດຂອງພວກເຂົາແມ່ນຍິ່ງໃຫຍ່ເປັນພິເສດ ແລະ ພວກເຂົາກະທໍາຫຼາຍຢ່າງທີ່ເໜືອຄວາມເປັນມະນຸດທໍາມະດາ. ດ້ວຍເຫດນີ້, ມະນຸດຈຶ່ງຖືວ່າ ພວກເຂົາເປັນພຣະເຈົ້າ. ດຽວນີ້ພວກເຈົ້າທຸກຄົນຕ້ອງເຂົ້າໃຈສິ່ງນີ້ໃຫ້ຈະແຈ້ງ ເພາະວ່າ ມັນເປັນບັນຫາທີ່ມະນຸດທຸກຄົນໃນຍຸກຜ່ານມາສັບສົນໄດ້ງ່າຍທີ່ສຸດ. ພ້ອມນີ້, ການບັງເກີດເປັນມະນຸດຄືສິ່ງລຶກລັບທີ່ສຸດຂອງທຸກໆສິ່ງ ແລະ ພຣະເຈົ້າຜູ້ບັງເກີດເປັນມະນຸດຄືສິ່ງທີ່ຍາກທີ່ສຸດທີ່ມະນຸດຈະຮັບໄດ້. ສິ່ງທີ່ເຮົາເວົ້າຊ່ວຍເຮັດໃຫ້ການເຮັດໜ້າທີ່ຂອງພວກເຈົ້າສໍາເລັດ ແລະ ເພື່ອຄວາມເຂົ້າໃຈຂອງພວກເຈົ້າຕໍ່ຄວາມລຶກລັບຂອງການບັງເກີດເປັນມະນຸດ. ທັງໝົດນີ້ແມ່ນກ່ຽວຂ້ອງກັບການຄຸ້ມຄອງໄປເຖິງນິມິດຂອງພຣະເຈົ້າ. ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບສິ່ງນີ້ຈະເປັນຜົນປະໂຫຍດຢ່າງຍິ່ງສໍາລັບການໄດ້ຮັບຄວາມຮູ້ກ່ຽວກັບນິມິດ ເຊິ່ງນັ້ນກໍຄື ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ. ດ້ວຍວິທີນີ້, ພວກເຈົ້າຈະຍັງໄດ້ຮັບຄວາມເຂົ້າໃຈຢ່າງຫຼວງຫຼາຍໃນໜ້າທີ່ທີ່ມະນຸດປະເພດຕ່າງໆຄວນປະຕິບັດ. ເຖິງແມ່ນວ່າ ພຣະທໍາເຫຼົ່ານີ້ບໍ່ໄດ້ສະແດງໃຫ້ພວກເຈົ້າເຫັນວິທີທາງໂດຍກົງ ແຕ່ພຣະທໍາດັ່ງກ່າວຍັງຄົງຊ່ວຍພວກເຈົ້າໄດ້ຫຼາຍໃນການເຂົ້າສູ່ ຍ້ອນວ່າ ຊີວິດຂອງພວກເຈົ້າໃນປັດຈຸບັນແມ່ນຂາດນິມິດຢ່າງຫຼວງຫຼາຍ ແລະ ສິ່ງນີ້ຈະກາຍມາເປັນອຸປະສັກຂັດຂວາງການເຂົ້າສູ່ຂອງພວກເຈົ້າຢ່າງໃຫຍ່ຫຼວງ. ຖ້າພວກເຈົ້າບໍ່ສາມາດເຂົ້າໃຈບັນຫາເຫຼົ່ານີ້ໄດ້, ພວກເຈົ້າກໍຈະບໍ່ມີແຮງບັນດານໃຈທີ່ຈະຜັກດັນການເຂົ້າສູ່ຂອງພວກເຈົ້າ. ແລ້ວການສະແຫວງຫາແບບນັ້ນຈະສາມາດຊ່ວຍໃຫ້ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ໄດ້ດີທີ່ສຸດໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 162)
ບາງຄົນຖາມວ່າ: “ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ແລະ ພາລະກິດທີ່ຜູ້ປະກາດພຣະທຳ ແລະ ສາວົກທີ່ຢູ່ໃນອະດີດໄດ້ປະຕິບັດ? ເດວິດກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ ແລະ ພຣະເຢຊູກໍຖືກເອີ້ນຄືກັນ; ເຖິງແມ່ນພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ, ພວກເຂົາກໍຖືກເອີ້ນແບບດຽວກັນ. ຈົ່ງບອກຂ້ານ້ອຍເບິ່ງ, ເປັນຫຍັງຕົວຕົນຂອງພວກເຂົາຈຶ່ງບໍ່ຄືກັນ? ສິ່ງທີ່ໂຢຮັນໄດ້ເຫັນກໍຄືນິມິດ ເຊິ່ງມາຈາກພຣະວິນຍານບໍລິສຸດ ແລະ ເພິ່ນສາມາດເວົ້າເຖິງພຣະທຳທີ່ພຣະວິນຍານບໍລິສຸດເຈດຕະນາທີ່ຈະເວົ້າ; ເປັນຫຍັງຕົວຕົນຂອງໂຢຮັນຈຶ່ງແຕກຕ່າງຈາກຕົວຕົນຂອງພຣະເຢຊູ?” ພຣະທຳທີ່ພຣະເຢຊູກ່າວແມ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າຢ່າງສົມບູນ. ສິ່ງທີ່ໂຢຮັນເຫັນແມ່ນນິມິດ ແລະ ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນ. ເປັນຫຍັງເມື່ອໂຢຮັນ, ເປໂຕ ແລະ ໂປໂລກ່າວຄຳເວົ້າຫຼາຍຄຳ ດັ່ງທີ່ພຣະເຢຊູກ່າວ ແຕ່ພວກເຂົາກໍບໍ່ມີຕົວຕົນແບບດຽວກັບພຣະເຢຊູ? ຫຼັກໆແມ່ນເປັນຍ້ອນພາລະກິດທີ່ພວກເຂົາປະຕິບັດນັ້ນແຕກຕ່າງກັນ. ພຣະເຢຊູເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າ ແລະ ເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໂດຍກົງ. ພຣະອົງປະຕິບັດພາລະກິດຂອງຍຸກໃໝ່ ເຊິ່ງເປັນພາລະກິດທີ່ບໍ່ມີໃຜເຄີຍປະຕິບັດມາກ່ອນ. ພຣະອົງເປີດຫົນທາງໃໝ່, ພຣະອົງເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າເອງ, ໃນຂະນະທີ່ເປໂຕ, ໂປໂລ ແລະ ເດວິດ, ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ ພວກເຂົາພຽງແຕ່ເປັນຕົວແທນໃຫ້ກັບສິ່ງມີຊີວິດຂອງພຣະເຈົ້າ ແລະ ຖືກພຣະເຢຊູ ຫຼື ພຣະເຢໂຮວາສົ່ງມາ. ສະນັ້ນ ບໍ່ວ່າພາລະກິດທີ່ພວກເຂົາປະຕິບັດນັ້ນມີຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງອັດສະຈັນທີ່ພວກເຂົາປະຕິບັດນັ້ນຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຍັງເປັນພຽງສິ່ງຖືກສ້າງຂອງພຣະເຈົ້າ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າໄດ້. ພວກເຂົາປະຕິບັດພາລະກິດໃນນາມຂອງພຣະເຈົ້າ ຫຼື ປະຕິບັດພາລະກິດຫຼັງຈາກທີ່ພຣະເຈົ້າໄດ້ສົ່ງມາ; ຍິ່ງໄປກວ່ານັ້ນ ພວກເຂົາປະຕິບັດພາລະກິດໃນຍຸກທີ່ພຣະເຢຊູ ຫຼື ພຣະເຢໂຮວາເປັນຜູ້ເລີ່ມຕົ້ນ ແລະ ພວກເຂົາບໍ່ໄດ້ປະຕິບັດພາລະກິດອື່ນເລີຍ. ໃນທີ່ສຸດແລ້ວ ພວກເຂົາກໍເປັນພຽງສິ່ງຖືກສ້າງຂອງພຣະເຈົ້າເທົ່ານັ້ນ. ໃນພຣະສັນຍາເດີມ, ຜູ້ປະກາດພຣະທຳກ່າວຄຳພະຍາກອນ ຫຼື ຂຽນໜັງສືແຫ່ງການທຳນາຍ. ບໍ່ມີໃຜເວົ້າວ່າພວກເຂົາເປັນພຣະເຈົ້າ, ແຕ່ທັນທີທີ່ພຣະເຢຊູເລີ່ມປະຕິບັດພາລະກິດ, ພຣະວິນຍານຂອງພຣະເຈົ້າກໍເປັນພະຍານໃຫ້ກັບພຣະອົງໃນຖານະພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນັ້ນ? ໃນຈຸດນີ້ ເຈົ້າຄວນຮູ້ໄດ້ແລ້ວ! ກ່ອນໜ້ານີ້, ອັກຄະສາວົກ ແລະ ຜູ້ປະກາດພຣະທຳຂຽນຈົດໝາຍຫຼາກຫຼາຍສະບັບ ແລະ ກ່າວຄຳທຳນາຍຫຼາຍຢ່າງ. ໃນເວລາຕໍ່ມາ, ຜູ້ຄົນເລືອກຈົດໝາຍບາງສະບັບເພື່ອບັນທຶກເຂົ້າໃນພຣະຄຳພີ ແລະ ບາງສະບັບກໍສູນເສຍໄປ. ຍ້ອນມີຄົນທີ່ເວົ້າທຸກສິ່ງທີ່ພວກເຂົາເວົ້າແມ່ນມາຈາກພຣະວິນຍານບໍລິສຸດ, ເປັນຫຍັງຈົດໝາຍບາງສະບັບຈຶ່ງຖືວ່າດີ ແລະ ບາງສະບັບຖືວ່າບໍ່ດີ? ແລ້ວເປັນຫຍັງບາງສະບັບຈຶ່ງຖືກເລືອກ ແລະ ບາງສະບັບບໍ່ຖືກເລືອກ? ຖ້າຈົດໝາຍເຫຼົ່ານັ້ນແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ແທ້ໆ, ມັນຈຳເປັນບໍທີ່ຈະໃຫ້ຜູ້ຄົນຄັດເລືອກພວກມັນ? ເປັນຫຍັງພຣະທຳທີ່ພຣະເຢຊູກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດຈຶ່ງແຕກຕ່າງກັນໃນພຣະກິດຕິຄຸນທັງສີ່? ນີ້ບໍ່ແມ່ນຂໍ້ຜິດພາດຂອງຄົນທີ່ບັນທຶກພວກມັນບໍ? ບາງຄົນຈະຖາມວ່າ “ຍ້ອນຈົດໝາຍຖືກຂຽນຂຶ້ນໂດຍໂປໂລ ແລະ ນັກປະພັນຄົນອື່ນໆໃນພຣະສັນຍາໃໝ່ ແລະ ບາງສ່ວນຂອງພາລະກິດທີ່ພວກເຂົາປະຕິບັດກໍເກີດຈາກຄວາມປະສົງຂອງມະນຸດ ແລະ ເຈືອປົນກັບແນວຄິດຂອງມະນຸດ, ແລ້ວມັນຈະບໍ່ມີຄວາມບໍ່ບໍລິສຸດຂອງມະນຸດໃນພຣະທຳທີ່ພຣະອົງ (ພຣະເຈົ້າ) ກ່າວໃນປັດຈຸບັນບໍ? ພຣະທຳເຫຼົ່ານັ້ນປາສະຈາກແນວຄິດຂອງມະນຸດແທ້ບໍ?” ຂັ້ນຕອນນີ້ຂອງພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງຈາກຂັ້ນຕອນທີ່ໂປໂລ ແລະ ອັກຄະສາວົກ ແລະ ຜູ້ປະກາດພຣະທຳຄົນອື່ນໆປະຕິບັດທັງສິ້ນ. ບໍ່ແມ່ນແຕ່ວ່າມີຄວາມແຕກຕ່າງໃນຕົວຕົນ, ແຕ່ຫຼັກໆແລ້ວແມ່ນມີຄວາມແຕກຕ່າງໃນພາລະກິດທີ່ຖືກປະຕິບັດ. ຫຼັງຈາກທີ່ໂປໂລຖືກຕີໃຫ້ລົ້ມ ແລະ ລົ້ມລົງຕໍ່ໜ້າພຣະຜູ້ເປັນເຈົ້າ, ເພິ່ນກໍຖືກນໍາພາໂດຍພຣະວິນຍານບໍລິສຸດເພື່ອປະຕິບັດພາລະກິດ ແລະ ເພິ່ນກາຍເປັນຄົນທີ່ຖືກສົ່ງມາ. ສະນັ້ນ ເພິ່ນຈຶ່ງຂຽນຈົດໝາຍໄປຫາຄຣິສຕະຈັກ ແລະ ຈົດໝາຍເຫຼົ່ານັ້ນກໍລ້ວນແລ້ວແຕ່ອີງຕາມຄຳສັ່ງສອນຂອງພຣະເຢຊູ. ໂປໂລຖືກສົ່ງໂດຍພຣະຜູ້ເປັນເຈົ້າໃຫ້ເຮັດພາລະກິດໃນນາມຂອງພຣະເຢຊູເຈົ້າ, ແຕ່ເມື່ອພຣະເຈົ້າເອງສະເດັດມາ, ພຣະອົງບໍ່ໄດ້ປະຕິບັດພາລະກິດໂດຍໃຊ້ຊື່ອື່ນໃດ ແລະ ບໍ່ໄດ້ເປັນຕົວແທນໃຫ້ກັບຜູ້ໃດ ນອກຈາກພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພາລະກິດຂອງພຣະອົງເອງ. ພຣະເຈົ້າສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງໂດຍກົງ: ພຣະອົງບໍ່ໄດ້ຖືກມະນຸດເຮັດໃຫ້ສົມບູນ ແລະ ພາລະກິດຂອງພຣະອົງບໍ່ໄດ້ຖືກປະຕິບັດອີງຕາມຄຳສັ່ງສອນຂອງມະນຸດຄົນໃດຄົນໜຶ່ງ. ໃນຂັ້ນຕອນນີ້ຂອງພາລະກິດ, ພຣະເຈົ້າບໍ່ໄດ້ນໍາພາໂດຍການເວົ້າເຖິງປະສົບການສ່ວນຕົວຂອງພຣະອົງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດຂອງພຣະອົງໂດຍກົງ ຕາມສິ່ງທີ່ພຣະອົງມີ. ຕົວຢ່າງເຊັ່ນ: ການທົດລອງຂອງຜູ້ບໍລິການ, ເວລາແຫ່ງການຂ້ຽນຕີ, ການທົດລອງແຫ່ງຄວາມຕາຍ, ເວລາແຫ່ງການຮັກພຣະເຈົ້າ... ສິ່ງນີ້ລ້ວນແລ້ວແຕ່ເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ ແລະ ເປັນພາລະກິດທີ່ຢູ່ໃນຍຸກປັດຈຸບັນ ແທນທີ່ຈະຢູ່ໃນປະສົບການຂອງມະນຸດ. ໃນພຣະທຳທີ່ເຮົາກ່າວ, ອັນໃດແມ່ນປະສົບການຂອງມະນຸດ? ພວກມັນບໍ່ແມ່ນລ້ວນແລ້ວແຕ່ມາຈາກພຣະວິນຍານໂດຍກົງບໍ ແລະ ພວກມັນບໍ່ໄດ້ຖືກປະກາດອອກໂດຍພຣະວິນຍານບໍ? ມັນເປັນຍ້ອນຄວາມສາມາດຂອງເຈົ້າຕໍ່າຫຼາຍ ເຈົ້າຈຶ່ງບໍ່ສາມາດເຫັນຜ່ານຄວາມຈິງໄດ້! ຫົນທາງຕົວຈິງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນການນໍາພາໃນເສັ້ນທາງ ແລະ ບໍ່ມີໃຜເຄີຍເວົ້າມາກ່ອນ ຫຼື ບໍ່ມີໃຜເຄີຍຜະເຊີນກັບເສັ້ນທາງນີ້ ຫຼື ຮູ້ຈັກຄວາມຈິງນີ້. ກ່ອນທີ່ເຮົາຈະກ່າວພຣະທຳເຫຼົ່ານີ້ອອກມາ, ບໍ່ມີໃຜເຄີຍກ່າວພຣະທຳເຫຼົ່ານັ້ນມາກ່ອນ. ບໍ່ມີໃຜເຄີຍເວົ້າເຖິງປະສົບການດັ່ງກ່າວ ຫຼື ພວກເຂົາບໍ່ເຄີຍເວົ້າເຖິງລາຍລະອຽດດັ່ງກ່າວ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜເຄີຍຊີ້ເຖິງສະພາວະດັ່ງກ່າວເພື່ອເປີດເຜີຍສິ່ງເຫຼົ່ານີ້. ບໍ່ມີໃຜເຄີຍນໍາພາເສັ້ນທາງທີ່ເຮົານໍາໃນປັດຈຸບັນ ແລະ ຖ້າມະນຸດໄດ້ນໍາພາມາກ່ອນ, ແລ້ວມັນກໍຈະບໍ່ແມ່ນຫົນທາງໃໝ່. ລອງເອົາໂປໂລ ແລະ ເປໂຕເປັນຕົວຢ່າງ: ພວກເພິ່ນບໍ່ມີປະສົບການສ່ວນຕົວຂອງພວກເພິ່ນເອງກ່ອນທີ່ພຣະເຢຊູຈະນໍາພາເສັ້ນທາງ. ພຽງແຕ່ຫຼັງຈາກທີ່ພຣະເຢຊູນໍາພາເສັ້ນທາງນັ້ນ ພວກເພິ່ນຈຶ່ງຜະເຊີນກັບພຣະທຳທີ່ກ່າວໄວ້ໂດຍພຣະເຢຊູ ແລະ ເສັ້ນທາງທີ່ພຣະອົງນໍາພາ; ຈາກສິ່ງນັ້ນ ພວກເພິ່ນໄດ້ຮັບປະສົບການຢ່າງຫຼາຍ ແລະ ຂຽນຈົດໝາຍຫຼາຍສະບັບ. ດ້ວຍເຫດນັ້ນ ປະສົບການຂອງມະນຸດຈຶ່ງບໍ່ຄືກັບພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າກໍບໍ່ຄືກັບຄວາມຮູ້ທີ່ບັນລະຍາຍໂດຍແນວຄິດ ແລະ ປະສົບການຂອງມະນຸດ. ເຮົາໄດ້ກ່າວຄັ້ງແລ້ວຄັ້ງເລົ່າວ່າ ໃນປັດຈຸບັນ ເຮົາກໍາລັງນຳພາເສັ້ນທາງໃໝ່ ແລະ ປະຕິບັດພາລະກິດໃໝ່ ແລະ ພາລະກິດ ແລະ ຖ້ອຍຄຳຂອງເຮົາກໍແຕກຕ່າງຈາກຂອງໂຢຮັນ ແລະ ຜູ້ປະກາດພຣະທຳຄົນອື່ນໆ. ເຮົາບໍ່ເຄີຍໄດ້ຮັບປະສົບການມາກ່ອນ ແລ້ວກ່າວພວກມັນຕໍ່ພວກເຈົ້າ, ສິ່ງນີ້ບໍ່ແມ່ນຄວາມຈິງເລີຍ. ຖ້າມັນເປັນແບບນັ້ນ, ສິ່ງນັ້ນຈະບໍ່ໄດ້ເຮັດໃຫ້ພວກເຈົ້າຊັກຊ້າແຕ່ດົນແລ້ວບໍ? ໃນອະດີດ ຄວາມຮູ້ທີ່ຫຼາຍຄົນເວົ້າເຖິງກໍສູງສົ່ງເຊັ່ນກັນ, ແຕ່ຄຳເວົ້າທຸກຄຳຂອງພວກເຂົາພຽງແຕ່ເວົ້າອອກໂດຍອີງຕາມຄຳເວົ້າຂອງຄົນທີ່ເອີ້ນກັນວ່າເປັນບຸກຄົນຝ່າຍວິນຍານ. ພວກເຂົາບໍ່ໄດ້ນໍາທາງ, ແຕ່ມາຈາກປະສົບການຂອງພວກເຂົາເອງ, ມາຈາກສິ່ງທີ່ພວກເຂົາເຫັນ ແລະ ຈາກຄວາມຮູ້ຂອງພວກເຂົາ. ບາງສິ່ງກໍເປັນແນວຄິດຂອງພວກເຂົາ ແລະ ບາງຢ່າງກໍປະກອບດ້ວຍປະສົບການທີ່ພວກເຂົາໄດ້ສະຫຼຸບໄວ້ແລ້ວ. ໃນປັດຈຸບັນ, ທຳມະຊາດແຫ່ງພາລະກິດຂອງເຮົາແມ່ນແຕກຕ່າງຈາກພວກເຂົາທັງສິ້ນ. ເຮົາບໍ່ເຄີຍຜະເຊີນກັບການຖືກຄົນອື່ນນໍາພາ ຫຼື ເຮົາບໍ່ເຄີຍຍອມໃຫ້ຄົນອື່ນເຮັດໃຫ້ສົມບູນ. ຍິ່ງໄປກວ່ານັ້ນ ທຸກສິ່ງທີ່ເຮົາໄດ້ກ່າວ ແລະ ສົນທະນາແມ່ນບໍ່ຄືກັບຄົນອື່ນ ແລະ ບໍ່ມີໃຜເຄີຍກ່າວເຖິງເລີຍ. ໃນປັດຈຸບັນ ບໍ່ວ່າພວກເຈົ້າຈະເປັນຜູ້ໃດກໍຕາມ ພາລະກິດຂອງພວກເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງພຣະທຳທີ່ເຮົາໄດ້ກ່າວ. ຫາກປາສະຈາກຖ້ອຍຄຳ ແລະ ພາລະກິດເຫຼົ່ານີ້, ຜູ້ໃດຈະສາມາດຜະເຊີນກັບສິ່ງເຫຼົ່ານີ້ໄດ້ (ການທົດລອງຂອງຜູ້ບໍລິການ, ເວລາແຫ່ງການຂ້ຽນຕີ...) ແລະ ຜູ້ໃດຈະສາມາດເວົ້າເຖິງຄວາມຮູ້ດັ່ງກ່າວໄດ້? ເຈົ້າບໍ່ສາມາດເຫັນສິ່ງນີ້ແທ້ບໍ? ບໍ່ວ່າຈະເປັນຂັ້ນຕອນໃດໃນພາລະກິດກໍຕາມ, ທັນທີທີ່ພຣະທຳຂອງເຮົາຖືກກ່າວອອກມາ, ພວກເຈົ້າເລີ່ມສົນທະນາຕາມພຣະທຳຂອງເຮົາ ແລະ ປະຕິບັດພາລະກິດຕາມພຣະທຳເຫຼົ່ານັ້ນ ແລະ ມັນບໍ່ແມ່ນວິທີທີ່ຄົນໃດຄົນໜຶ່ງໃນພວກເຈົ້າໄດ້ຄິດມາກ່ອນ. ເມື່ອມາໄກປານນີ້ແລ້ວ ເຈົ້າຍັງບໍ່ສາມາດເຫັນຄຳຖາມທີ່ແຈ່ມແຈ້ງ ແລະ ທຳມະດານັ້ນບໍ? ມັນບໍ່ແມ່ນວິທີທີ່ບາງຄົນຈະຄິດຂຶ້ນເອງໄດ້ ຫຼື ມັນບໍ່ໄດ້ອີງຕາມຄວາມຄິດຂອງບຸກຄົນຝ່າຍວິນຍານ. ມັນເປັນເສັ້ນທາງໃໝ່ ແລະ ແມ່ນແຕ່ພຣະທຳຫຼາຍຂໍ້ທີ່ພຣະເຢຊູເຄີຍກ່າວໄວ້ກໍໃຊ້ບໍ່ໄດ້ອີກຕໍ່ໄປ. ສິ່ງທີ່ເຮົາກ່າວເຖິງແມ່ນພາລະກິດແຫ່ງການເປີດຍຸກໃໝ່ ແລະ ມັນເປັນພາລະກິດທີ່ເປັນອິດສະຫຼະ; ພາລະກິດທີ່ເຮົາປະຕິບັດ ແລະ ພຣະທຳທີ່ເຮົາກ່າວເຖິງລ້ວນແລ້ວແຕ່ເປັນສິ່ງໃໝ່. ສິ່ງນີ້ບໍ່ແມ່ນພາລະກິດໃໝ່ໃນປັດຈຸບັນບໍ? ພາລະກິດຂອງພຣະເຢຊູກໍເປັນແບບນີ້ເຊັ່ນກັນ. ພາລະກິດຂອງພຣະອົງແມ່ນແຕກຕ່າງຈາກຄົນທີ່ຢູ່ໃນພຣະວິຫານເຊັ່ນກັນ ແລະ ພ້ອມນັ້ນ ມັນກໍຍັງແຕກຕ່າງຈາກພາລະກິດຂອງພວກຟາຣິຊາຍອີກດ້ວຍ ຫຼື ມັນບໍ່ໄດ້ມີລັກສະນະຄ້າຍຄືກັບສິ່ງທີ່ປະຊາຊົນອິດສະຣາເອນທຸກຄົນປະຕິບັດ. ຫຼັງຈາກທີ່ໄດ້ເຫັນເຖິງສິ່ງນັ້ນ ຜູ້ຄົນກໍບໍ່ສາມາດຕັດສິນໃຈໄດ້: “ພຣະເຈົ້າເປັນຜູ້ປະຕິບັດແທ້ບໍ?” ພຣະເຢຊູບໍ່ໄດ້ຖືກົດບັນຍັດຂອງພຣະເຢໂຮວາ; ເມື່ອພຣະອົງມາເພື່ອສັ່ງສອນມະນຸດ, ທຸກສິ່ງທີ່ພຣະອົງກ່າວກໍໃໝ່ ແລະ ແຕກຕ່າງຈາກສິ່ງທີ່ໄພ່ພົນໃນຍຸກບູຮານ ແລະ ຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມໄດ້ກ່າວໄວ້ ແລະ ຍ້ອນສິ່ງນີ້ ຜູ້ຄົນຍັງຄົງບໍ່ແນ່ໃຈ. ນີ້ແມ່ນສິ່ງທີ່ເຮັດໃຫ້ມະນຸດຖືກຈັດການໄດ້ຍາກ. ກ່ອນການຮັບເອົາຂັ້ນຕອນໃໝ່ນີ້ຂອງພາລະກິດ, ເສັ້ນທາງທີ່ພວກເຈົ້າສ່ວນໃຫຍ່ຍ່າງກໍຄືການປະຕິບັດ ແລະ ເຂົ້າສູ່ ໂດຍອີງຕາມພື້ນຖານຂອງເສັ້ນທາງຂອງບຸກຄົນຝ່າຍວິນຍານເຫຼົ່ານັ້ນ. ແຕ່ໃນປັດຈຸບັນ, ພາລະກິດທີ່ເຮົາປະຕິບັດແມ່ນແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ສະນັ້ນ ພວກເຈົ້າຈຶ່ງບໍ່ສາມາດຕັດສິນໃຈໄດ້ວ່າມັນຖືກຕ້ອງ ຫຼື ບໍ່. ເຮົາບໍ່ສົນໃຈວ່າເຈົ້າຍ່າງໃນເສັ້ນທາງໃດມາກ່ອນ ຫຼື ເຮົາບໍ່ສົນໃຈວ່າເຈົ້າກິນ “ອາຫານ” ຂອງໃຜ ຫຼື ເຈົ້າຮັບເອົາຜູ້ໃດເປັນ “ພໍ່” ຂອງເຈົ້າ. ຍ້ອນເຮົາໄດ້ມາ ແລະ ນໍາເອົາພາລະກິດໃໝ່ມາເພື່ອນໍາພາມະນຸດ, ທຸກຄົນທີ່ຕິດຕາມເຮົາກໍຕ້ອງປະຕິບັດຕາມສິ່ງທີ່ເຮົາກ່າວ. ບໍ່ວ່າເຈົ້າຈະມາຈາກ “ຄອບຄົວ” ທີ່ຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍຕ້ອງຕິດຕາມເຮົາ, ເຈົ້າຕ້ອງບໍ່ປະພຶດຕາມການປະຕິບັດກ່ອນໜ້ານີ້ຂອງເຈົ້າ, “ພໍ່ລ້ຽງ” ຂອງເຈົ້າຄວນຫຼີກທາງ ແລະ ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າຂອງເຈົ້າເພື່ອສະແຫວງຫາສ່ວນແບ່ງທີ່ຄວນເປັນຂອງເຈົ້າ. ທັງໝົດຂອງເຈົ້າແມ່ນຢູ່ໃນມືຂອງເຮົາ ແລະ ເຈົ້າບໍ່ຄວນອຸທິດຄວາມເຊື່ອຢ່າງຫຼັບຫູຫຼັບຕາຫຼາຍເກີນໄປກັບພໍ່ລ້ຽງຂອງເຈົ້າ; ເຂົາບໍ່ສາມາດຄວບຄຸມເຈົ້າໄດ້ຢ່າງສົມບູນ. ພາລະກິດໃນປັດຈຸບັນເກີດຂຶ້ນໂດຍບໍ່ຂຶ້ນກັບຫຍັງ. ທຸກສິ່ງທີ່ເຮົາເວົ້າໃນມື້ນີ້ບໍ່ໄດ້ອີງບົນພື້ນຖານທີ່ມາຈາກອະດີດຢ່າງແນ່ນອນ; ມັນເປັນການເລີ່ມຕົ້ນໃໝ່ ແລະ ຖ້າເຈົ້າເວົ້າວ່າ ມັນຖືກສ້າງຂຶ້ນໂດຍມືຂອງມະນຸດ, ແລ້ວເຈົ້າກໍເປັນຄົນທີ່ຕາບອດຫຼາຍຈົນເກີນທີ່ຈະຊ່ວຍໃຫ້ລອດພົ້ນໄດ້!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 163)
ເອຊາຢາ, ເອເຊກຽນ, ໂມເຊ, ເດວິດ, ອັບຣາຮາມ ແລະ ດານີເອນແມ່ນຜູ້ນໍາ ຫຼື ຜູ້ປະກາດພຣະທຳທີ່ຢູ່ທ່າມກາງປະຊາຊົນອິດສະຣາເອນເຊິ່ງເປັນຄົນທີ່ຖືກເລືອກ. ເປັນຫຍັງພວກເຂົາຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບພວກເຂົາ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານໃຫ້ກັບພຣະເຢຊູທັນທີທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ເລີ່ມຕົ້ນກ່າວພຣະທຳຂອງພຣະອົງ? ແລ້ວເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບຄົນອື່ນໆ? ພວກເຂົາ ເຊິ່ງເປັນມະນຸດທີ່ມາຈາກເນື້ອໜັງ ແມ່ນລ້ວນແລ້ວແຕ່ຖືກເອີ້ນວ່າ “ພຣະຜູ້ເປັນເຈົ້າ”. ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ, ພາລະກິດຂອງພວກເຂົາເປັນຕົວແທນໃຫ້ກັບການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາ ແລະ ການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາກໍເປັນຕົວແທນໃຫ້ກັບຕົວຕົນຂອງພວກເຂົາ. ແກ່ນແທ້ຂອງພວກເຂົາບໍ່ໄດ້ກ່ຽວຂ້ອງກັບຕໍາແໜ່ງຂອງພວກເຂົາ; ມັນເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາສະແດງອອກມາ ແລະ ສິ່ງທີ່ພວກເຂົາດຳລົງຊີວິດຕາມ. ໃນພຣະສັນຍາເດີມ, ການຖືກເອີ້ນວ່າ ພຣະຜູ້ເປັນເຈົ້າ ແມ່ນຖືວ່າທໍາມະດາ ແລະ ບຸກຄົນອາດຖືກເອີ້ນໃນວິທີໃດກໍໄດ້, ແຕ່ແກ່ນແທ້ ແລະ ຕົວຕົນຕາມທຳມະຊາດຂອງເຂົາປ່ຽນແປງບໍ່ໄດ້. ໃນບັນດາພຣະຄຣິດປອມ, ຜູ້ປະກາດພຣະທຳປອມ ແລະ ຜູ້ຫຼອກລວງ, ບໍ່ໄດ້ມີຄົນທີ່ຖືກເອີ້ນວ່າ “ພຣະເຈົ້າ” ເຊັ່ນກັນບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ແມ່ນພຣະເຈົ້າ? ເພາະພວກເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ພວກເຂົາເປັນມະນຸດໂດຍຕົ້ນກຳເນີດ, ຜູ້ຫຼອກລວງຜູ້ຄົນ, ບໍ່ແມ່ນພຣະເຈົ້າ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ມີຕົວຕົນຂອງພຣະເຈົ້າ. ເດວິດບໍ່ໄດ້ຖືກເອີ້ນວ່າພຣະຜູ້ເປັນເຈົ້າໃນທ່າມກາງສິບສອງຊົ່ນເຜົ່າເຊັ່ນກັນບໍ? ພຣະເຢຊູກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ; ແລ້ວເປັນຫຍັງຈຶ່ງມີແຕ່ພຣະເຢຊູຜູ້ດຽວທີ່ຖືກເອີ້ນວ່າພຣະເຈົ້າທີ່ບັງເກີດເປັນມະນຸດ? ເຢເຣມີຢາບໍ່ໄດ້ເປັນທີ່ຮູ້ຈັກກັນວ່າເປັນບຸດມະນຸດເຊັ່ນກັນບໍ? ແລ້ວພຣະເຢຊູບໍ່ໄດ້ເປັນທີ່ຮູ້ຈັກກັນວ່າເປັນບຸດມະນຸດບໍ? ເປັນຫຍັງພຣະເຢຊູຈຶ່ງຖືກຄຶງເທິງໄມ້ກາງແຂນແທນພຣະເຈົ້າ? ມັນບໍ່ແມ່ນຍ້ອນແກ່ນແທ້ຂອງພຣະອົງແຕກຕ່າງອອກໄປບໍ? ມັນບໍ່ແມ່ນຍ້ອນພາລະກິດທີ່ພຣະອົງປະຕິບັດນັ້ນແຕກຕ່າງບໍ? ນາມມະຍົດສຳຄັນບໍ? ເຖິງແມ່ນພຣະເຢຊູຖືກເອີ້ນວ່າບຸດມະນຸດຄືກັນ, ພຣະອົງກໍເປັນການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ, ພຣະອົງສະເດັດມາເພື່ອຮັບເອົາລິດອຳນາດ ແລະ ເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ສິ່ງນີ້ພິສູດວ່າຕົວຕົນ ແລະ ແກ່ນແທ້ຂອງພຣະເຢຊູແມ່ນແຕກຕ່າງຈາກຄົນອື່ນທີ່ຖືກເອີ້ນວ່າບຸດມະນຸດເຊັ່ນກັນ. ໃນປັດຈຸບັນ ຜູ້ໃດໃນບັນດາພວກເຈົ້າທີ່ກ້າເວົ້າວ່າ ຄຳເວົ້າທຸກຂໍ້ທີ່ກ່າວໂດຍຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ແມ່ນມາຈາກພຣະວິນຍານບໍລິສຸດ? ມີໃຜກ້າເວົ້າສິ່ງດັ່ງກ່າວບໍ? ຖ້າເຈົ້າເວົ້າສິ່ງດັ່ງກ່າວ, ແລ້ວເປັນຫຍັງໜັງສືແຫ່ງການທຳນາຍຂອງເອຊະຣາຈຶ່ງຖືກປະຖິ້ມ ແລະ ເປັນຫຍັງສິ່ງດຽວກັນຈຶ່ງເກີດຂຶ້ນກັບໜັງສືຂອງໄພ່ພົນ ແລະ ຜູ້ປະກາດພຣະທຳໃນຍຸກບູຮານ? ຖ້າພວກເຂົາລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງພວກເຈົ້າຈຶ່ງກ້າທີ່ຕັດສິນໃຈຕາມຄວາມຮູ້ສຶກແບບນັ້ນ? ເຈົ້າມີຄຸນສົມບັດທີ່ຈະເລືອກພາລະກິດຂອງພຣະວິນຍານບໍລິສຸດບໍ? ມີຫຼາຍເລື່ອງລາວຈາກອິດສະຣາເອນທີ່ຖືກປະຖິ້ມເຊັ່ນກັນ. ແລ້ວຖ້າເຈົ້າເຊື່ອວ່າບົດຂຽນເຫຼົ່ານີ້ທີ່ຢູ່ໃນອະດີດລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງໜັງສືບາງເຫຼັ້ມຈຶ່ງຖືກປະຖິ້ມ? ຖ້າໜັງສືທຸກເຫຼັ້ມລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ພວກມັນກໍຄວນຖືກຮັກສາໄວ້ໝົດ ແລະ ຖືກສົ່ງໄປໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິສຕະຈັກອ່ານ. ພວກມັນບໍ່ຄວນຖືກເລືອກ ຫຼື ປະຖິ້ມຕາມຄວາມປະສົງຂອງມະນຸດ; ມັນຄືສິ່ງທີ່ຜິດໃນການເຮັດແບບນັ້ນ. ການເວົ້າວ່າປະສົບການຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ປະສົບການ ແລະ ຄວາມຮູ້ຂອງພວກເຂົາມາຈາກຊາຕານ, ພຽງແຕ່ວ່າພວກເຂົາມີສິ່ງທີ່ມາຈາກປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ. ຄວາມຮູ້ຂອງພວກເຂົາແມ່ນອີງຕາມເບື້ອງຫຼັງຂອງປະສົບການຕົວຈິງຂອງພວກເຂົາໃນເວລານັ້ນ ແລະ ຜູ້ໃດສາມາດເວົ້າຢ່າງໝັ້ນໃຈວ່າທຸກສິ່ງແມ່ນມາຈາກພຣະວິນຍານບໍລິສຸດ? ຖ້າພຣະກິດຕິຄຸນທັງສີ່ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງມັດທາຍ, ມາລະໂກ, ລູກາ ແລະ ໂຢຮັນຈຶ່ງເວົ້າບາງສິ່ງທີ່ແຕກຕ່າງກັນກ່ຽວກັບພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ເບິ່ງເລື່ອງລາວໃນພຣະຄຳພີທີ່ກ່ຽວກັບວິທີທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າທັງສາມຄັ້ງ: ໜັງສືທຸກເຫຼັ້ມແມ່ນແຕກຕ່າງກັນໝົດ ແລະ ພວກມັນແຕ່ລະເຫຼັ້ມກໍມີລັກສະນະຂອງພວກເຂົາເອງ. ຫຼາຍຄົນທີ່ບໍ່ມີຄວາມຮູ້ເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງເປັນມະນຸດເຊັ່ນກັນ ແລ້ວພຣະທຳທີ່ພຣະອົງກ່າວຈະສາມາດມາຈາກພຣະວິນຍານບໍລິສຸດທັງໝົດໄດ້ບໍ? ຖ້າຄຳເວົ້າຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວພຣະທຳທີ່ພຣະອົງກ່າວຈະບໍ່ປະປົນກັບຄວາມປະສົງຂອງມະນຸດແທ້ບໍ?” ຜູ້ຄົນທີ່ເວົ້າສິ່ງດັ່ງກ່າວແມ່ນຕາບອດ ແລະ ບໍ່ມີຄວາມຮູ້! ໃຫ້ອ່ານພຣະກິດຕິຄຸນທັງສີ່ຢ່າງລະອຽດ; ໃຫ້ອ່ານສິ່ງທີ່ພວກເຂົາບັນທຶກກ່ຽວກັບສິ່ງທີ່ພຣະເຢຊູໄດ້ກະທໍາ ແລະ ພຣະທຳທີ່ພຣະອົງໄດ້ກ່າວ. ແຕ່ລະເລື່ອງລາວກໍແຕກຕ່າງກັນພໍສົມຄວນ ແລະ ແຕ່ລະເລື່ອງລາວກໍມີທັດສະນະມຸມມອງຂອງໃຜມັນ. ຖ້າສິ່ງທີ່ນັກປະພັນໜັງສືເຫຼົ່ານີ້ຂຽນຂຶ້ນລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວມັນກໍຄວນຄືກັນ ແລະ ສະໝໍ່າສະເໝີກັນທັງໝົດ. ແລ້ວເປັນຫຍັງຈຶ່ງມີຄວາມບໍ່ກົງກັນ? ມະນຸດໂງ່ຈ້າປານນັ້ນບໍ ຈຶ່ງບໍ່ສາມາດເຂົ້າໃຈສິ່ງນີ້ໄດ້? ຖ້າເຈົ້າຖືກຮ້ອງໃຫ້ເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າສາມາດໃຫ້ຄຳພະຍານປະເພດໃດໄດ້ແດ່? ວິທີການດັ່ງກ່າວໃນການຮູ້ຈັກພຣະເຈົ້າສາມາດເປັນພະຍານໃຫ້ກັບພຣະອົງໄດ້ບໍ? ຖ້າຄົນອື່ນຖາມເຈົ້າວ່າ “ຖ້າການບັນທຶກຂອງໂຢຮັນ ແລະ ລູກາແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວຄຳເວົ້າທີ່ພຣະເຈົ້າຂອງພວກເຈົ້າເວົ້າຈະບໍ່ປະປົນກັບຄວາມປະສົງຂອງມະນຸດບໍ?” ເຈົ້າຈະສາມາດໃຫ້ຄຳຕອບຢ່າງຊັດເຈນໄດ້ບໍ? ຫຼັງຈາກທີ່ລູກາ ແລະ ມັດທາຍໄດ້ຍິນພຣະທຳຂອງພຣະເຢຊູ ແລະ ເຫັນພາລະກິດຂອງພຣະເຢຊູ, ພວກເຂົາກໍເວົ້າເຖິງຄວາມຮູ້ຂອງພວກເຂົາເອງ ໃນລັກສະນະທີ່ລະລຶກເຖິງລາຍລະອຽດຂອງຄວາມຈິງບາງຢ່າງກ່ຽວກັບພາລະກິດທີ່ພຣະເຢຊູໄດ້ເຮັດ. ເຈົ້າສາມາດເວົ້າໄດ້ບໍວ່າ ຄວາມຮູ້ຂອງພວກເຂົາແມ່ນຖືກເປີດເຜີຍໂດຍພຣະວິນຍານບໍລິສຸດທັງໝົດ? ນອກພຣະຄຳພີ, ມີບຸກຄົນຝ່າຍວິນຍານຫຼາຍຄົນທີ່ມີຄວາມຮູ້ສູງກວ່າພວກເຂົາ; ແລ້ວເປັນຫຍັງຄຳເວົ້າຂອງພວກເຂົາຈຶ່ງບໍ່ຖືກຮັບເອົາໂດຍຄົນຮຸ່ນຫຼັງ? ພວກເຂົາບໍ່ໄດ້ຖືກພຣະວິນຍານບໍລິສຸດໃຊ້ຄືກັນບໍ? ໃຫ້ຮູ້ວ່າໃນພາລະກິດແຫ່ງປັດຈຸບັນ, ເຮົາບໍ່ໄດ້ກຳລັງເວົ້າເຖິງການເຂົ້າໃຈຂອງເຮົາເອງໂດຍອີງຕາມພື້ນຖານແຫ່ງພາລະກິດຂອງພຣະເຢຊູ ຫຼື ເຮົາບໍ່ໄດ້ກ່າວອີງຕາມຄວາມຮູ້ຂອງເຮົາເອງເພື່ອຕໍ່ຕ້ານເບື້ອງຫຼັງແຫ່ງພາລະກິດຂອງພຣະເຢຊູ. ພຣະເຢຊູປະຕິບັດພາລະກິດຫຍັງແດ່ໃນເວລານັ້ນ? ແລ້ວເຮົາກຳລັງປະຕິບັດພາລະກິດຫຍັງໃນປັດຈຸບັນ? ສິ່ງທີ່ເຮົາເຮັດ ແລະ ກ່າວບໍ່ມີໃຜເຄີຍເຮັດມາກ່ອນ. ເສັ້ນທາງທີ່ເຮົາຍ່າງໃນປັດຈຸບັນນີ້ ບໍ່ມີໃຜຍ່າງມາກ່ອນ, ຜູ້ຄົນໃນຍຸກຕ່າງໆ ແລະ ຄົນຮຸ່ນຕ່າງໆໃນອະດີດກໍບໍ່ເຄີຍຍ່າງຈັກເທື່ອ. ໃນປັດຈຸບັນ ມັນຖືກລິເລີ່ມແລ້ວ ແລະ ນີ້ບໍ່ແມ່ນພາລະກິດຂອງພຣະວິນຍານບໍ? ເຖິງແມ່ນມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ຜູ້ນໍາໃນອະດີດກໍລ້ວນແລ້ວແຕ່ປະຕິບັດພາລະກິດຂອງພວກເຂົາບົນພື້ນຖານຂອງຄົນອື່ນ; ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະເຈົ້າເອງແມ່ນແຕກຕ່າງກັນ. ຂັ້ນຕອນຂອງພາລະກິດຂອງພຣະເຢຊູກໍຄືກັນ: ພຣະອົງເປີດຫົນທາງໃໝ່. ເມື່ອພຣະອົງມາ ພຣະອົງໄດ້ເທດສະໜາກ່ຽວກັບຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ເວົ້າວ່າມະນຸດຄວນກັບໃຈ ແລະ ສາລະພາບບາບ. ຫຼັງຈາກທີ່ພຣະເຢຊູໄດ້ເຮັດສໍາເລັດພາລະກິດຂອງພຣະອົງ, ເປໂຕ ແລະ ໂປໂລ ແລະ ຄົນອື່ນໆກໍເລີ່ມສືບຕໍ່ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ສະເດັດຂຶ້ນສູ່ສະຫວັນ, ພວກເຂົາກໍຖືກພຣະວິນຍານສົ່ງມາໃຫ້ເຜີຍແຜ່ຫົນທາງແຫ່ງໄມ້ກາງແຂນ. ເຖິງແມ່ນວ່າຄຳເວົ້າຂອງໂປໂລນັ້ນສູງສົ່ງ, ພຣະທຳເຫຼົ່ານັ້ນກໍຍັງຢູ່ບົນພື້ນຖານຂອງສິ່ງທີ່ພຣະເຢຊູໄດ້ເວົ້າ ເຊັ່ນ: ຄວາມອົດທົນ, ຄວາມຮັກ, ຄວາມທົນທຸກ, ການປົກຄຸມຫົວ, ການຮັບບັບຕິດສະມາ ຫຼື ຄຳສັ່ງສອນອື່ນໆທີ່ໃຫ້ປະຕິບັດຕາມ. ທຸກສິ່ງເຫຼົ່ານີ້ແມ່ນກ່າວຢູ່ບົນພື້ນຖານແຫ່ງພຣະທຳຂອງພຣະເຢຊູ. ພວກເຂົາບໍ່ສາມາດເປີດຫົນທາງທີ່ໃໝ່ ຍ້ອນພວກເຂົາລ້ວນແລ້ວແຕ່ເປັນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 164)
ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານາຍຂອງຜູ້ປະກາດພຣະທຳໃນຍຸກບູຮານ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພາຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງເຊັ່ນກັນ ພາລະກິດຂອງປັດຈຸບັນໄດ້ເຮັດໃຫ້ການທຳນາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ກາລານຸກົມເກົ່າໆ” ນັ້ນ, ເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື ປ່ຽນແປງພວກເຈົ້າໄດ້. ເຮົາເຈດຕະນາທີ່ຈະປະຕິບັດພາລະກິດໃໝ່ ບໍ່ແມ່ນເພື່ອໃຫ້ສຳເລັດຕາມຂໍ້ຄວາມໃດໜຶ່ງຈາກພຣະຄຳພີ. ຖ້າພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ຄຳເວົ້າຂອງຜູ້ປະກາດພຣະທຳໃນຍຸກບູຮານທີ່ຢູ່ໃນພຣະຄຳພີສຳເລັດລົງ, ແລ້ວຜູ້ໃດຍິ່ງໃຫຍ່ກວ່າກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ຜູ້ປະກາດພຣະທຳເຫຼົ່ານັ້ນໃນຍຸກບູຮານ? ແທ້ຈິງແລ້ວ ຜູ້ປະກາດພຣະທຳຄວບຄຸມພຣະເຈົ້າບໍ ຫຼື ພຣະເຈົ້າຄວບຄຸມຜູ້ປະກາດພຣະທຳ? ເຈົ້າຈະອະທິບາຍພຣະທຳເຫຼົ່ານີ້ວ່າແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 165)
ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າປະຕິບັດຕາມກະແສໜຶ່ງດຽວກັນ ແລະ ສະນັ້ນ ໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ແຕ່ລະຂັ້ນຕອນແມ່ນຕິດຕໍ່ກັນຢ່າງໃກ້ຊິດ, ຈາກການສ້າງໂລກຈົນມາເຖິງປັດຈຸບັນ. ຖ້າບໍ່ມີໃຜປູຫົນທາງ, ແລ້ວກໍຈະບໍ່ມີໃຜຕາມມາ; ຍ້ອນມີຄົນຕາມມາ, ຈຶ່ງມີຄົນປູເສັ້ນທາງ. ໃນວິທີນີ້ ພາລະກິດຈຶ່ງຖືກສົ່ງຜ່ານຕໍ່ແຕ່ລະຂັ້ນຕອນ. ຂັ້ນຕອນໜຶ່ງຕາມຫຼັງອີກຂັ້ນຕອນໜຶ່ງ ແລະ ຫາກບໍ່ມີໃຜເປີດຫົນທາງ ມັນກໍເປັນໄປບໍ່ໄດ້ທີ່ຈະເລີ່ມຕົ້ນພາລະກິດ ແລະ ພຣະເຈົ້າກໍຈະບໍ່ມີທາງດໍາເນີນພາລະກິດຂອງພຣະອົງໄປຂ້າງໜ້າໄດ້. ບໍ່ມີຂັ້ນຕອນໃດຂັດຕໍ່ຂັ້ນຕອນໃດ ແລະ ແຕ່ລະຂັ້ນຕອນກໍຕາມມາດ້ວຍອີກຂັ້ນຕອນໜຶ່ງເພື່ອກໍ່ສ້າງເປັນກະແສ; ສິ່ງນີ້ແມ່ນລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະວິນຍານອົງດຽວ. ແຕ່ບໍ່ວ່າບຸດຄົນໃດຈະເປີດຫົນທາງ ຫຼື ປະຕິບັດພາລະກິດໃດກໍຕາມ, ສິ່ງນີ້ບໍ່ໄດ້ກຳນົດຕົວຕົນຂອງພວກເຂົາ. ແລ້ວສິ່ງນີ້ບໍ່ຖືກຕ້ອງບໍ? ໂຢຮັນເປີດຫົນທາງ ແລະ ພຣະເຢຊູເປັນຜູ້ສືບຕໍ່ພາລະກິດຂອງເພິ່ນ, ແລ້ວສິ່ງນີ້ພິສູດວ່າຕົວຕົນຂອງພຣະເຢຊູແມ່ນຕໍ່າຕ້ອຍກວ່າຕົວຕົນຂອງໂຢຮັນບໍ? ພຣະເຢໂຮວາປະຕິບັດພາລະກິດຂອງພຣະອົງກ່ອນພຣະເຢຊູ, ແລ້ວເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຢໂຮວາຍິ່ງໃຫຍ່ກວ່າພຣະເຢຊູ? ບໍ່ວ່າພວກເຂົາປູທາງ ຫຼື ສືບຕໍ່ພາລະກິດຂອງຄົນອື່ນກໍຕາມ ບໍ່ແມ່ນເລື່ອງສຳຄັນ; ສິ່ງທີ່ສຳຄັນທີ່ສຸດແມ່ນແກ່ນແທ້ໃນພາລະກິດຂອງພວກເຂົາ ແລະ ຕົວຕົນທີ່ມັນເປັນຕົວແທນໃຫ້. ສິ່ງນີ້ບໍ່ຖືກຕ້ອງບໍ? ຍ້ອນພຣະເຈົ້າເຈດຕະນາປະຕິບັດພາລະກິດທ່າມກາງມະນຸດ, ພຣະອົງຈຶ່ງຕ້ອງຍົກຄົນທີ່ສາມາດປະຕິບັດພາລະກິດແຫ່ງການປູທາງຂຶ້ນ. ເມື່ອໂຢຮັນຫາກໍ່ເລີ່ມເທດສະໜາ, ເພິ່ນກໍໄດ້ກ່າວວ່າ: “ເຈົ້າຈົ່ງຈັດກຽມຫົນທາງຂອງພຣະຜູ້ເປັນເຈົ້າ, ຈົ່ງເຮັດໃຫ້ເສັ້ນທາງຂອງພຣະອົງຊື່ໄປ”. “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ”. ເພິ່ນເວົ້າແບບນັ້ນຕັ້ງແຕ່ຕອນເລີ່ມຕົ້ນ ແລ້ວເປັນຫຍັງເພິ່ນຈຶ່ງສາມາດເວົ້າຄຳເວົ້າເຫຼົ່ານີ້? ໃນເລື່ອງລຳດັບຂອງການເວົ້າຄຳເວົ້າເຫຼົ່ານັ້ນອອກມາ, ໂຢຮັນເປັນຜູ້ກ່າວຂ່າວປະເສີດແຫ່ງອານາຈັກສະຫວັນກ່ອນ ແລະ ພຣະເຢຊູກໍກ່າວຫຼັງຈາກນັ້ນ. ອີງຕາມແນວຄິດຂອງມະນຸດແລ້ວ, ເປັນໂຢຮັນທີ່ເປີດເສັ້ນທາງໃໝ່ ແລະ ສະນັ້ນ ແນ່ນອນ ຈຶ່ງເປັນໂຢຮັນທີ່ຍິ່ງໃຫຍ່ກວ່າພຣະເຢຊູ. ແຕ່ໂຢຮັນບໍ່ໄດ້ເວົ້າວ່າເພິ່ນເປັນພຣະຄຣິດ ແລະ ພຣະເຈົ້າກໍບໍ່ໄດ້ເປັນພະຍານໃຫ້ກັບເພິ່ນວ່າເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ແຕ່ ພຽງແຕ່ໃຊ້ເພິ່ນເພື່ອເປີດຫົນທາງ ແລະ ຈັດກຽມຫົນທາງໃຫ້ກັບພຣະຜູ້ເປັນເຈົ້າ. ເພິ່ນປູທາງໃຫ້ກັບພຣະເຢຊູ, ແຕ່ ເພິ່ນບໍ່ສາມາດປະຕິບັດພາລະກິດແທນພຣະເຢຊູໄດ້. ພາລະກິດທຸກຢ່າງຂອງມະນຸດຍັງຖືກຄວບຄຸມໂດຍພຣະວິນຍານບໍລິສຸດເຊັ່ນກັນ.
ໃນຍຸກແຫ່ງພຣະສັນຍາເດີມ, ເປັນພຣະເຢໂຮວາທີ່ນໍາທາງ ແລະ ພາລະກິດຂອງພຣະເຢໂຮວາກໍເປັນຕົວແທນໃຫ້ກັບຍຸກແຫ່ງພຣະສັນຍາເດີມທັງໝົດ ແລະ ພ້ອມທັງພາລະກິດທັງໝົດທີ່ເກີດຂຶ້ນໃນອິດສະຣາເອນ. ໂມເຊພຽງແຕ່ສົ່ງເສີມພາລະກິດນີ້ເທິງແຜ່ນດິນໂລກ ແລະ ການກະທໍາຂອງເພິ່ນກໍຖືວ່າເປັນການຮ່ວມມືຈາກມະນຸດ. ໃນເວລານັ້ນ ແມ່ນພຣະເຢໂຮວາເປັນຜູ້ກ່າວ ແລະ ເອີ້ນໂມເຊ ແລະ ພຣະອົງຍົກໂມເຊຂຶ້ນທ່າມກາງປະຊາຊົນອິດສະຣາເອນ ແລະ ເຮັດໃຫ້ເພິ່ນນໍາພາພວກເຂົາສູ່ຖິ່ນແຫ້ງແລ້ງກັນດານ ແລະ ສືບຕໍ່ໄປທີ່ການາອານ. ນີ້ບໍ່ແມ່ນພາລະກິດຂອງໂມເຊເອງ, ແຕ່ເປັນພາລະກິດທີ່ພຣະເຢໂຮວາເປັນຜູ້ຊີ້ນໍາດ້ວຍຕົວພຣະອົງເອງ ແລະ ສະນັ້ນ ໂມເຊແມ່ນບໍ່ສາມາດຖືກເອີ້ນວ່າພຣະເຈົ້າໄດ້. ໂມເຊຍັງກຳນົດບັນຍັດ, ແຕ່ກົດບັນຍັດນີ້ແມ່ນຖືກບັນຍັດໂດຍພຣະເຢໂຮວາເອງ. ພຽງແຕ່ພຣະອົງໃຫ້ໂມເຊສະແດງມັນອອກມາ. ພຣະເຢຊູກໍສ້າງພຣະບັນຍັດເຊັ່ນກັນ ແລະ ພຣະອົງລຶບລ້າງກົດບັນຍັດຂອງພຣະສັນຍາເດີມ ແລະ ກຳນົດພຣະບັນຍັດສຳລັບຍຸກໃໝ່. ເປັນຫຍັງພຣະເຢຊູຈຶ່ງເປັນພຣະເຈົ້າເອງ? ເພາະສິ່ງນີ້ແມ່ນແຕກຕ່າງກັນ. ໃນເວລານັ້ນ ພາລະກິດທີ່ໂມເຊປະຕິບັດແມ່ນບໍ່ໄດ້ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ ຫຼື ມັນບໍ່ໄດ້ເປີດຫົນທາງໃໝ່; ພຣະເຢໂຮວາຊີ້ນໍາເພິ່ນຢູ່ເບື້ອງຫຼັງ ແລະ ເພິ່ນກໍເປັນພຽງຄົນທີ່ຖືກພຣະເຈົ້າໃຊ້. ເມື່ອພຣະເຢຊູມາ, ໂຢຮັນກໍປະຕິບັດຂັ້ນຕອນໃນພາລະກິດຂອງການປູທາງ ແລະ ເລີ່ມຕົ້ນເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ (ພຣະວິນຍານບໍລິສຸດໄດ້ເລີ່ມຕົ້ນສິ່ງນີ້). ເມື່ອພຣະເຢຊູມາ, ພຣະອົງກໍປະຕິບັດພາລະກິດຂອງພຣະອົງເອງໂດຍກົງ, ແຕ່ມີຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງລະຫວ່າງພາລະກິດຂອງພຣະອົງ ແລະ ພາລະກິດຂອງໂມເຊ. ເອຊາຢາກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ, ແຕ່ເປັນຫຍັງເພິ່ນຈຶ່ງບໍ່ເປັນພຣະເຈົ້າເອງ? ພຣະເຢຊູບໍ່ໄດ້ກ່າວຄຳທຳນາຍຫຼາຍຢ່າງ, ແຕ່ເປັນຫຍັງພຣະອົງຈຶ່ງເປັນພຣະເຈົ້າເອງ? ບໍ່ມີໃຜກ້າເວົ້າວ່າ ພາລະກິດຂອງພຣະເຢຊູໃນເວລານັ້ນມາຈາກພຣະວິນຍານບໍລິສຸດທັງໝົດ ຫຼື ພວກເຂົາກ້າເວົ້າວ່າ ມັນມາຈາກຄວາມປະສົງຂອງມະນຸດທັງໝົດ ຫຼື ມັນເປັນພາລະກິດຂອງພຣະເຈົ້າເອງທັງໝົດ. ມະນຸດບໍ່ມີທາງວິເຄາະສິ່ງດັ່ງກ່າວໄດ້. ມັນສາມາດເວົ້າໄດ້ວ່າ ເອຊາຢາປະຕິບັດພາລະກິດດັ່ງກ່າວ ແລະ ກ່າວຄຳທຳນາຍດັ່ງກ່າວ ແລະ ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ; ພວກມັນບໍ່ໄດ້ມາຈາກເອຊາຢາໂດຍກົງ, ແຕ່ເປັນການເປີດເຜີຍຂອງພຣະເຢໂຮວາ. ພຣະເຢຊູບໍ່ໄດ້ປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ບໍ່ໄດ້ກ່າວພຣະທຳຫຼາຍຂໍ້ ຫຼື ພຣະອົງບໍ່ໄດ້ກ່າວຄຳທຳນາຍຫຼາຍຢ່າງ. ສຳລັບມະນຸດແລ້ວ ການເທດສະໜາຂອງພຣະອົງບໍ່ໄດ້ເບິ່ງຄືກັບວ່າສູງສົ່ງເປັນພິເສດ, ແຕ່ພຣະອົງກໍເປັນພຣະເຈົ້າເອງ ແລະ ມະນຸດກໍບໍ່ສາມາດອະທິບາຍສິ່ງນີ້ໄດ້. ບໍ່ມີໃຜເຄີຍເຊື່ອໃນໂຢຮັນ ຫຼື ເອຊາຢາ ຫຼື ເດວິດ ຫຼື ບໍ່ມີໃຜເຄີຍເອີ້ນພວກເພິ່ນວ່າພຣະເຈົ້າ ຫຼື ເດວິດຜູ້ເຊິ່ງເປັນພຣະເຈົ້າ ຫຼື ໂຢຮັນຜູ້ເຊິ່ງເປັນພຣະເຈົ້າ; ບໍ່ມີໃຜເຄີຍເວົ້າແບບນັ້ນ ແລະ ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ຖືກເອີ້ນວ່າພຣະຄຣິດ. ການຈັດປະເພດແບບນີ້ແມ່ນຖືກສ້າງຂຶ້ນຕາມຄຳພະຍານຂອງພຣະເຈົ້າ, ພາລະກິດທີ່ພຣະອົງຮັບ ແລະ ພັນທະກິດທີ່ພຣະອົງປະຕິບັດ. ເມື່ອເວົ້າເຖິງບຸກຄົນທີ່ຍິ່ງໃຫຍ່ໃນພຣະຄຳພີ ເຊັ່ນ: ອັບຣາຮາມ, ເດວິດ, ໂຢຊວຍ, ດານີເອນ, ອາຊາຢາ, ໂຢຮັນ ແລະ ພຣະເຢຊູ, ຜ່ານທາງພາລະກິດທີ່ພວກເຂົາປະຕິບັດ, ເຈົ້າສາມາດບອກໄດ້ວ່າຜູ້ໃດແມ່ນພຣະເຈົ້າເອງ ແລະ ຜູ້ປະກາດພຣະທຳແມ່ນຄົນປະເພດໃດ ແລະ ອັກຄະສາວົກແມ່ນປະເພດໃດ. ຜູ້ໃດຖືກພຣະເຈົ້າໃຊ້ ແລະ ຜູ້ໃດແມ່ນພຣະເຈົ້າເອງ, ສິ່ງເຫຼົ່ານີ້ແມ່ນຈຳແນກ ແລະ ກຳນົດໂດຍແກ່ນແທ້ ແລະ ປະເພດຂອງພາລະກິດທີ່ພວກເຂົາປະຕິບັດ. ຖ້າເຈົ້າບໍ່ສາມາດບອກເຖິງຄວາມແຕກຕ່າງ, ແລ້ວສິ່ງນີ້ກໍພິສູດວ່າເຈົ້າບໍ່ຮູ້ຈັກການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ. ພຣະເຢຊູເປັນພຣະເຈົ້າ ເພາະພຣະອົງກ່າວພຣະທຳຫຼາຍຂໍ້ ແລະ ປະຕິບັດພາລະກິດຫຼາຍຢ່າງ ໂດຍສະເພາະແມ່ນການສະແດງສິ່ງອັດສະຈັນຫຼາຍຢ່າງຂອງພຣະອົງ. ໃນທຳນອງດຽວກັນ, ໂຢຮັນກໍປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວຄຳເວົ້າຫຼາຍຢ່າງ, ໂມເຊກໍເຊັ່ນດຽວກັນ; ເປັນຫຍັງພວກເຂົາຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ອາດາມຖືກສ້າງໂດຍພຣະເຈົ້າໂດຍກົງ; ເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ ກົງກັນຂ້າມ ເພິ່ນຖືກເອີ້ນພຽງແຕ່ວ່າສິ່ງຖືກສ້າງເທົ່ານັ້ນ? ຖ້າບາງຄົນເວົ້າກັບເຈົ້າວ່າ: “ໃນປັດຈຸບັນ ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແລະ ກ່າວພຣະທຳຫຼາຍຂໍ້; ພຣະອົງເປັນພຣະເຈົ້າເອງ. ແລ້ວຍ້ອນໂມເຊກ່າວພຣະທຳຢ່າງຫຼວງຫຼາຍ, ເພິ່ນກໍຕ້ອງເປັນພຣະເຈົ້າເຊັ່ນກັນ!” ເຈົ້າຄວນຖາມພວກເຂົາຄືນວ່າ “ໃນເວລານັ້ນ ເປັນຫຍັງພຣະເຈົ້າຈຶ່ງເປັນພະຍານໃຫ້ກັບພຣະເຢຊູວ່າເປັນພຣະເຈົ້າເອງ ແລະ ບໍ່ແມ່ນໂຢຮັນ? ໂຢຮັນບໍ່ໄດ້ມາກ່ອນພຣະເຢຊູບໍ? ພາລະກິດຂອງຜູ້ໃດຍິ່ງໃຫຍ່ກວ່າກັນ ຂອງໂຢຮັນ ຫຼື ຂອງພຣະເຢຊູ? ສຳລັບມະນຸດແລ້ວ, ພາລະກິດຂອງໂຢຮັນຍິ່ງໃຫຍ່ກວ່າພາລະກິດຂອງພຣະເຢຊູ, ແຕ່ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານໃຫ້ກັບພຣະເຢຊູ ແລະ ບໍ່ແມ່ນໂຢຮັນ?” ສິ່ງດຽວກັນກຳລັງເກີດຂຶ້ນໃນປັດຈຸບັນນີ້! ໃນເວລານັ້ນ ເມື່ອໂມເຊນໍາປະຊາຊົນອິດສະຣາເອນ, ພຣະເຢໂຮວາກໍກ່າວຕໍ່ເພິ່ນຈາກທ່າມກາງກ້ອນເມກ. ໂມເຊບໍ່ໄດ້ກ່າວໂດຍກົງ, ແຕ່ກົງກັນຂ້າມ ເພິ່ນຖືກນໍາພາໂດຍພຣະເຢໂຮວາໂດຍກົງ. ນີ້ແມ່ນພາລະກິດຂອງອິດສະຣາເອນໃນພຣະສັນຍາເດີມ. ພາຍໃນຕົວຂອງໂມເຊແມ່ນບໍ່ໄດ້ມີພຣະວິນຍານ ຫຼື ການເປັນຢູ່ຂອງພຣະເຈົ້າ. ເພິ່ນບໍ່ສາມາດປະຕິບັດພາລະກິດນັ້ນ ແລະ ສະນັ້ນຈຶ່ງມີຄວາມແຕກຕ່າງຢ່າງໃຫຍ່ລະຫວ່າງພາລະກິດທີ່ເພິ່ນປະຕິບັດ ແລະ ພາລະກິດທີ່ພຣະເຢຊູປະຕິບັດ. ນັ້ນຍ້ອນວ່າພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ! ບໍ່ວ່າມະນຸດຄົນໃດຄົນໜຶ່ງຈະຖືກພຣະເຈົ້າໃຊ້ ຫຼື ເປັນຜູ້ປະກາດພຣະທຳ, ອັກຄະສາວົກ ຫຼື ພຣະເຈົ້າເອງ, ສິ່ງເຫຼົ່ານີ້ແມ່ນສາມາດແຍກແຍະໂດຍທຳມະຊາດຂອງພາລະກິດຂອງເຂົາ ແລະ ສິ່ງນີ້ຈະສິ້ນສຸດຂໍ້ສົງໄສຂອງເຈົ້າ. ໃນພຣະຄຳພີ ມັນຖືກຂຽນໄວ້ວ່າ ມີພຽງພຣະເມສານ້ອຍເທົ່ານັ້ນທີ່ສາມາດເປີດຕາປະທັບທັງເຈັດໄດ້. ທົ່ວຍຸກຕ່າງໆແມ່ນໄດ້ມີຜູ້ອະທິບາຍເຖິງຂໍ້ພຣະຄຳພີຫຼາຍຄົນທ່າມກາງບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ແລ້ວເຈົ້າສາມາດເວົ້າໄດ້ບໍວ່າພວກເຂົາທຸກຄົນເປັນພຣະເມສານ້ອຍໝົດ? ເຈົ້າສາມາດເວົ້າໄດ້ບໍວ່າການອະທິບາຍຂອງພວກເຂົາລ້ວນແລ້ວແຕ່ມາຈາກພຣະເຈົ້າ? ພວກເຂົາເປັນພຽງຜູ້ອະທິບາຍ; ພວກເຂົາບໍ່ມີຕົວຕົນຂອງພຣະເມສານ້ອຍ. ພວກເຂົາຈະສົມຄວນເປີດຕາປະທັບທັງເຈັດໄດ້ແນວໃດ? ມັນເປັນຄວາມຈິງທີ່ວ່າ “ມີພຽງແຕ່ພຣະເມສານ້ອຍເທົ່ານັ້ນທີ່ສາມາດເປີດຕາປະທັບທັງເຈັດ”, ແຕ່ພຣະອົງບໍ່ໄດ້ມາເພື່ອເປີດຕາປະທັບທັງເຈັດເທົ່ານັ້ນ; ບໍ່ຈຳເປັນໃນພາລະກິດນີ້, ມັນເກີດຂຶ້ນໂດຍບັງເອີນ. ພຣະອົງແມ່ນຊັດເຈນກ່ຽວກັບພາລະກິດຂອງພຣະອົງເອງ; ມັນຈຳເປັນສຳລັບພຣະອົງບໍທີ່ຈະໃຊ້ເວລາຢ່າງຫຼວງຫຼາຍໃນການຕີຄວາມໝາຍຂໍ້ພຣະຄຳພີ? “ຍຸກຂອງພຣະເມສານ້ອຍຕີຄວາມໝາຍຂໍ້ພຣະຄຳພີ” ຕ້ອງໄດ້ເພີ່ມເຂົ້າໃນແຜນການຫົກພັນປີບໍ? ພຣະອົງມາເພື່ອປະຕິບັດພາລະກິດໃໝ່, ແຕ່ພຣະອົງກໍຍັງໃຫ້ການເປີດເຜີຍບາງຢ່າງກ່ຽວກັບພາລະກິດໃນອະດີດ, ເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງແຫ່ງພາລະກິດຫົກພັນປີ. ບໍ່ຈຳເປັນຕ້ອງອະທິບາຍຂໍ້ຄວາມຈາກພຣະຄຳພີຫຼາຍເກີນໄປ; ມັນຄືພາລະກິດໃນປັດຈຸບັນທີ່ເປັນກະແຈທີ່ສຳຄັນ. ເຈົ້າຄວນຮູ້ວ່າພຣະເຈົ້າບໍ່ໄດ້ມາເພື່ອທຳລາຍຕາປະທັບທັງເຈັດໂດຍສະເພາະ, ແຕ່ເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 166)
ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ ຫຼື ສິ່ງທີ່ອອກນອກຮູ້ນອກທາງ; ບໍ່ວ່າຈະໃນກໍລະນີໃດກໍຕາມ ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ຄວາມຜິດພາດ ແລະ ຄວາມໄຮ້ເຫດຜົນຂອງເພິ່ນພຽງແຕ່ເປັນຕົວແທນໃຫ້ກັບເພິ່ນເອງ, ແຕ່ພາລະກິດຂອງເພິ່ນເປັນຕົວແທນຂອງພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ເຈົ້າບໍ່ສາມາດເວົ້າວ່າທັງໝົດຂອງເພິ່ນເປັນຕົວແທນໃຫ້ກັບພຣະເຈົ້າ. ການນອກຮູ້ນອກທາງ ແລະ ຄວາມຜິດພາດຂອງເພິ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າເຊັ່ນກັນບໍ? ຄວາມຜິດພາດໃນການເປັນຕົວແທນໃຫ້ກັບມະນຸດແມ່ນເປັນສິ່ງປົກກະຕິ, ແຕ່ຖ້າຄົນໜຶ່ງອອກນອກຮູ້ນອກທາງໃນການເປັນຕົວແທນໃຫ້ກັບພຣະເຈົ້າ, ແລ້ວນັ້ນຈະບໍ່ແມ່ນການບໍ່ເຄົາລົບຕໍ່ພຣະເຈົ້າບໍ? ນັ້ນຈະບໍ່ແມ່ນການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດບໍ? ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າຢ່າງງ່າຍດາຍ ເຖິງແມ່ນເຂົາຈະໄດ້ຮັບການຍົກຍ້ອງສັນລະເສີນຈາກຄົນອື່ນ. ຖ້າເຂົາບໍ່ແມ່ນພຣະເຈົ້າ, ເຂົາກໍຈະບໍ່ສາມາດຍຶດໝັ້ນໃນທີ່ສຸດ. ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດເປັນຕົວແທນໃຫ້ກັບພຣະເຈົ້າຕາມອຳເພີໃຈຂອງມະນຸດ! ຕົວຢ່າງເຊັ່ນ: ມັນແມ່ນພຣະວິນຍານບໍລິສຸດທີ່ເປັນພະຍານໃຫ້ກັບໂຢຮັນ ແລະ ພຣະວິນຍານບໍລິສຸດຍັງເປັນຜູ້ເປີດເຜີຍເພິ່ນໃຫ້ເປັນຜູ້ປູທາງໃຫ້ກັບພຣະເຢຊູ, ແຕ່ວ່າ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເພິ່ນນັ້ນ ແມ່ນໄດ້ວັດແທກເປັນຢ່າງດີ. ສິ່ງທີ່ຮຽກຮ້ອງຈາກໂຢຮັນແມ່ນໃຫ້ເປັນຜູ້ປູທາງໃຫ້ແກ່ພຣະເຢຊູ ເພື່ອຈັດກຽມຫົນທາງໃຫ້ກັບພຣະອົງ. ນັ້ນໝາຍຄວາມວ່າ ພຣະວິນຍານບໍລິສຸດພຽງແຕ່ສົ່ງເສີມພາລະກິດຂອງເພິ່ນໃນການປູເສັ້ນທາງ ແລະ ອະນຸຍາດໃຫ້ເພິ່ນປະຕິບັດພາລະກິດດັ່ງກ່າວເທົ່ານັ້ນ, ເພິ່ນບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດພາລະກິດອື່ນ. ໂຢຮັນເປັນຕົວແທນໃຫ້ກັບເອລີຢາ ແລະ ເພິ່ນເປັນຕົວແທນໃຫ້ກັບຜູ້ປະກາດພຣະທຳໃນການປູທາງໃຫ້ພຣະອົງເຈົ້າ. ພຣະວິນຍານບໍລິສຸດສົ່ງເສີມເພິ່ນໃນສິ່ງນີ້; ຕາບໃດທີ່ພາລະກິດຂອງເພິ່ນຄືການປູທາງ, ພຣະວິນຍານບໍລິສຸດກໍສົ່ງເສີມເພິ່ນ. ແຕ່ຖ້າຫາກເພິ່ນອ້າງຕົນເອງວ່າເປັນພຣະເຈົ້າ ແລະ ເວົ້າວ່າເພິ່ນໄດ້ມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ, ພຣະວິນຍານບໍລິສຸດກໍຈະຕ້ອງລົງວິໄນເພິ່ນ. ບໍ່ວ່າພາລະກິດຂອງໂຢຮັນຈະຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດນັ້ນກໍຕາມ, ພາລະກິດຂອງເພິ່ນແມ່ນມີຂອບເຂດ. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດຂອງເພິ່ນແທ້, ແຕ່ລິດອຳນາດທີ່ມອບໃຫ້ກັບເພິ່ນໃນເວລານັ້ນແມ່ນຖືກຈຳກັດພຽງແຕ່ຢູ່ໃນການຈັດກຽມເສັ້ນທາງ. ເພິ່ນບໍ່ສາມາດປະຕິບັດພາລະກິດອື່ນໄດ້, ຍ້ອນເພິ່ນເປັນພຽງໂຢຮັນທີ່ເປັນຜູ້ປູທາງເທົ່ານັ້ນ ແລະ ບໍ່ແມ່ນພຣະເຢຊູ. ສະນັ້ນ ຄຳພະຍານຂອງພຣະວິນຍານບໍລິສຸດແມ່ນກະແຈສຳຄັນ, ແຕ່ວ່າພາລະກິດທີ່ພຣະວິນຍານບໍລິສຸດອະນຸຍາດໃຫ້ມະນຸດປະຕິບັດແມ່ນຍິ່ງສຳຄັນຫຼາຍກວ່າ. ໂຢຮັນບໍ່ໄດ້ເປັນພະຍານຢ່າງແທ້ຈິງບໍໃນເວລານັ້ນ? ພາລະກິດຂອງເພິ່ນບໍ່ໄດ້ຍິ່ງໃຫຍ່ເຊັ່ນກັນບໍ? ແຕ່ເຖິງຢ່າງໃດກໍຕາມ ພາລະກິດທີ່ເພິ່ນປະຕິບັດບໍ່ສາມາດລື່ນພາລະກິດຂອງພຣະເຢຊູໄດ້, ຍ້ອນວ່າ ເພິ່ນເປັນພຽງມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງໄດ້ ແລະ ດ້ວຍເຫດນັ້ນ ພາລະກິດທີ່ເພິ່ນປະຕິບັດຈຶ່ງມີຂໍ້ຈຳກັດ. ຫຼັງຈາກທີ່ເພິ່ນໄດ້ສຳເລັດພາລະກິດແຫ່ງການປູທາງ, ພຣະວິນຍານບໍລິສຸດກໍບໍ່ສົ່ງເສີມຄຳພະຍານຂອງເພິ່ນອີກຕໍ່ໄປ, ບໍ່ມີພາລະກິດໃໝ່ເກີດຂຶ້ນຕາມຫຼັງເພິ່ນ ແລະ ເມື່ອພາລະກິດຂອງພຣະເຈົ້າເອງໄດ້ເລີ່ມຕົ້ນຂຶ້ນ, ໂຢຮັນກໍຈາກໄປ.
ມີບາງຄົນທີ່ຖືກຄອບງຳໂດຍວິນຍານຊົ່ວຮ້າຍ ແລະ ຮ້ອງໂວຍວາຍຂຶ້ນຢ່າງແຮງວ່າ “ເຮົາເປັນພຣະເຈົ້າ!” ແຕ່ໃນທີ່ສຸດ ພວກເຂົາກໍຖືກເປີດໂປງ ຍ້ອນພວກເຂົາຜິດໃນສິ່ງທີ່ພວກເຂົາເປັນຕົວແທນໃຫ້. ພວກເຂົາເປັນຕົວແທນໃຫ້ກັບຊາຕານ ແລະ ພຣະວິນຍານບໍລິສຸດກໍບໍ່ສົນໃຈພວກເຂົາ. ບໍ່ວ່າເຈົ້າຈະຍົກຍ້ອງຕົນເອງຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະຮ້ອງຂຶ້ນດັງສໍ່າໃດກໍຕາມ, ເຈົ້າກໍຍັງເປັນສິ່ງທີ່ຖືກສ້າງ ແລະ ເປັນຄົນຂອງຊາຕານ. ເຮົາບໍ່ເຄີຍຮ້ອງຂຶ້ນວ່າ “ເຮົາເປັນພຣະເຈົ້າ, ເຮົາເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ!” ແຕ່ພາລະກິດທີ່ເຮົາປະຕິບັດແມ່ນພາລະກິດຂອງພຣະເຈົ້າ. ເຮົາຈຳເປັນຕ້ອງຮ້ອງຂຶ້ນບໍ? ບໍ່ຈຳເປັນຕ້ອງຍ້ອງຍໍສັນລະເສີນ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຕ້ອງການໃຫ້ມະນຸດມອບສະຖານະໃຫ້ກັບພຣະອົງ ຫຼື ມອບນາມມະຍົດອັນສູງສົ່ງໃຫ້ກັບພຣະອົງ: ພາລະກິດຂອງພຣະອົງແມ່ນພຽງພໍທີ່ຈະເປັນຕົວແທນໃຫ້ກັບພຣະອົງ ແລະ ສະຖານະຂອງພຣະອົງ. ກ່ອນພຣະອົງຈະໄດ້ຮັບບັບຕິດສະມາ, ພຣະເຢຊູບໍ່ແມ່ນພຣະເຈົ້າເອງບໍ? ພຣະອົງບໍ່ແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ? ແນ່ນອນ ມັນບໍ່ສາມາດເວົ້າໄດ້ວ່າ ພຽງແຕ່ຫຼັງຈາກທີ່ໄດ້ຮັບຄຳພະຍານ ພຣະອົງຈຶ່ງກາຍເປັນພຣະບຸດອົງດຽວຂອງພຣະເຈົ້າ? ກ່ອນທີ່ພຣະອົງຈະເລີ່ມຕົ້ນພາລະກິດຂອງພຣະອົງ, ໄດ້ມີມະນຸດທີ່ຊື່ວ່າພຣະເຢຊູຢູ່ແລ້ວບໍ? ເຈົ້າບໍ່ສາມາດເລີ່ມຕົ້ນເສັ້ນທາງໃໝ່ ຫຼື ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດໄດ້. ເຈົ້າບໍ່ສາມາດສະແດງເຖິງພາລະກິດຂອງພຣະວິນຍານ ຫຼື ພຣະທຳທີ່ພຣະອົງໄດ້ກ່າວ. ເຈົ້າບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ເຈົ້າກໍບໍ່ສາມາດປະຕິບັດພາລະກິດຂອງພຣະວິນຍານ. ສະຕິປັນຍາ, ການອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດທີ່ພຣະເຈົ້າຂ້ຽນຕີມະນຸດ: ທຸກສິ່ງເຫຼົ່ານີ້ແມ່ນຢູ່ເໜືອຄວາມສາມາດໃນການສະແດງອອກຂອງເຈົ້າ. ສະນັ້ນ ມັນຈະບໍ່ເປັນປະໂຫຍດຫຍັງເລີຍທີ່ຈະພະຍາຍາມອ້າງວ່າເປັນພຣະເຈົ້າ; ເຈົ້າຈະມີພຽງແຕ່ຊື່ສຽງ ແລະ ບໍ່ມີທາດແທ້. ພຣະເຈົ້າເອງໄດ້ສະເດັດມາ, ແຕ່ບໍ່ມີໃຜຮູ້ຈັກພຣະເຈົ້າ, ເຖິງຢ່າງນັ້ນກໍຕາມ ພຣະອົງກໍຍັງສືບຕໍ່ໃນພາລະກິດຂອງພຣະອົງ ແລະ ປະຕິບັດເພື່ອເປັນຕົວແທນໃຫ້ກັບພຣະວິນຍານ. ບໍ່ວ່າເຈົ້າຈະເອີ້ນພຣະອົງວ່າມະນຸດ ຫຼື ພຣະເຈົ້າ, ພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ ຫຼື ເອີ້ນພຣະອົງວ່າເອື້ອຍ, ມັນກໍບໍ່ສຳຄັນ. ແຕ່ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະວິນຍານ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າເອງ. ພຣະອົງບໍ່ສົນໃຈໃນຊື່ທີ່ມະນຸດເອີ້ນພຣະອົງ. ຊື່ນັ້ນສາມາດກຳນົດພາລະກິດຂອງພຣະອົງໄດ້ບໍ? ບໍ່ວ່າເຈົ້າຈະເອີ້ນພຣະອົງຢ່າງໃດກໍຕາມ ເມື່ອເວົ້າເຖິງພຣະເຈົ້າ ພຣະອົງແມ່ນເນື້ອໜັງທີ່ເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ; ພຣະອົງເປັນຕົວແທນໃຫ້ກັບພຣະວິນຍານ ແລະ ໄດ້ຮັບການຮອງຮັບໂດຍພຣະວິນຍານ. ຖ້າເຈົ້າບໍ່ສາມາດຫຼີກທາງໃຫ້ກັບຍຸກໃໝ່ ຫຼື ນໍາຍຸກເກົ່າໄປສູ່ຈຸດຈົບ ຫຼື ເລີ່ມຕົ້ນຍຸກໃໝ່ ຫຼື ປະຕິບັດພາລະກິດໃໝ່, ແລ້ວເຈົ້າກໍບໍ່ສາມາດຖືກເອີ້ນວ່າ ເປັນພຣະເຈົ້າໄດ້!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 167)
ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ. ຕົວຢ່າງກໍຄື ພາລະກິດຂອງພະຍານລີ່ ແລະ ຜູ້ເຝົ້າເບິ່ງໜີ່ ແມ່ນເພື່ອນໍາທາງເທົ່ານັ້ນ. ບໍ່ວ່າຈະເປັນຫົນທາງໃໝ່ ຫຼື ເກົ່າ, ພາລະກິດແມ່ນຖືກສົມມຸດຕິຖານຂຶ້ນອີງຕາມຫຼັກການທີ່ຢູ່ພາຍໃນພຣະຄຳພີ. ບໍ່ວ່າມັນຈະເປັນການຟື້ນຟູຄຣິສຕະຈັກທ້ອງຖິ່ນ ຫຼື ສ້າງຄຣິສຕະຈັກທ້ອງຖິ່ນ, ພາລະກິດຂອງພວກເຂົາແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ. ພາລະກິດທີ່ພວກເຂົາປະຕິບັດແມ່ນສືບຕໍ່ພາລະກິດທີ່ພຣະເຢຊູ ແລະ ສາວົກຂອງພຣະອົງຍັງບໍ່ໄດ້ເຮັດໃຫ້ສຳເລັດ ຫຼື ບໍ່ໄດ້ພັດທະນາເພີ່ມເຕີມໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພວກເຂົາປະຕິບັດໃນພາລະກິດຂອງພວກເຂົາແມ່ນການຟື້ນຟູສິ່ງທີ່ພຣະເຢຊູຮຽກຮ້ອງໃນພາລະກິດໃນເວລານັ້ນຂອງພຣະອົງ ເຊິ່ງພຣະອົງຮ້ອງຮຽກໃຫ້ຄົນລຸ້ນຕ່າງໆປົກຄຸມຫົວຂອງພວກເຂົາ, ຮັບບັບຕິດສະມາ, ຫັກເຂົ້າຈີ່ ຫຼື ດື່ມເຫຼົ້າແວງ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພວກເຂົາແມ່ນເພື່ອຮັກສາພຣະຄຳພີ ແລະ ເພື່ອສະແຫວງຫາເສັ້ນທາງທີ່ຢູ່ພາຍໃນພຣະຄຳພີ. ພວກເຂົາບໍ່ໄດ້ສ້າງຄວາມກ້າວໜ້າຫຍັງໃໝ່ເລີຍ. ສະນັ້ນ ຜູ້ຄົນຈຶ່ງສາມາດຄົ້ນພົບຫົນທາງໃໝ່ແຫ່ງພາລະກິດຂອງພວກເຂົາພຽງແຕ່ພາຍໃນພຣະຄຳພີ ເທົ່ານັ້ນ ພ້ອມທັງເຫັນວ່າ ການປະຕິບັດອີງຕາມພຣະຄໍາພີແມ່ນດີກວ່າ ແລະ ເປັນຈິງກວ່າ. ໃນພາລະກິດຂອງພວກເຂົາ ມະນຸດບໍ່ສາມາດຄົ້ນພົບຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຄົ້ນພົບພາລະກິດໃໝ່ຂອງພຣະເຈົ້າແຫ່ງຍຸກສຸດທ້າຍວາງແຜນປະຕິບັດ. ນີ້ກໍເພາະວ່າເສັ້ນທາງທີ່ພວກເຂົາຍ່າງຍັງເປັນເສັ້ນທາງເກົ່າ; ບໍ່ມີການເລີ່ມໃໝ່ ແລະ ບໍ່ມີການກ້າວໜ້າ. ພວກເຂົາສືບຕໍ່ຍຶດຖືຄວາມຈິງແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ຮັກສາການປະຕິບັດທີ່ຮຽກຮ້ອງໃຫ້ຜູ້ຄົນກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ, ຍຶດຕິດກັບຄຳເວົ້າທີ່ວ່າ ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຜູ້ຊາຍແມ່ນເປັນຫົວໜ້າຂອງແມ່ຍິງ ແລະ ແມ່ຍິງຕ້ອງເຊື່ອຟັງສາມີຂອງເຂົາ ແລະ ຍິ່ງຍຶດຕິດກັບແນວຄິດຕາມປະເພນີທີ່ວ່າ ເອື້ອຍນ້ອງບໍ່ສາມາດເທດສະໜາໄດ້, ພຽງແຕ່ສາມາດເຊື່ອຟັງເທົ່ານັ້ນ. ຖ້າການນໍາພາໃນລັກສະນະດັ່ງກ່າວຖືກຮັກສາຕໍ່ໄປ, ພຣະວິນຍານບໍລິສຸດຈະບໍ່ສາມາດປະຕິບັດພາລະກິດໃໝ່ຈັກເທື່ອ, ບໍ່ສາມາດເຮັດໃຫ້ມະນຸດເປັນອິດສະຫຼະຈາກກົດລະບຽບ ຫຼື ນໍາພາພວກເຂົາສູ່ອານາຈັກແຫ່ງອິດສະຫຼະ ແລະ ຄວາມສວຍງາມ. ສະນັ້ນ ຂັ້ນຕອນນີ້ຂອງພາລະກິດ ເຊິ່ງເປັນພາລະກິດໃນການປ່ຽນແປງຍຸກ ໄດ້ຮຽກຮ້ອງໃຫ້ພຣະເຈົ້າເອງປະຕິບັດພາລະກິດ ແລະ ກ່າວ; ບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ຈົນເຖິງປັດຈຸບັນນີ້ ພາລະກິດທັງໝົດຂອງພຣະວິນຍານບໍລິສຸດທີ່ຢູ່ນອກກະແສນີ້ໄດ້ມາເຖິງຈຸດທີ່ບໍ່ໜີງຕີງ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ກໍໄດ້ຫຼົງຈຸດຢືນຂອງພວກເຂົາ. ສະນັ້ນ ຍ້ອນພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໃຊ້ບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ, ຕົວຕົນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະພຶດແທນກໍແຕກຕ່າງເຊັ່ນກັນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະວິນຍານບໍລິສຸດຕັ້ງໃຈປະຕິບັດແມ່ນແຕກຕ່າງກັນ ແລະ ດ້ວຍເຫດນີ້ ຄົນທີ່ປະຕິບັດພາລະກິດແບບດຽວກັນກໍມີຕົວຕົນ ແລະ ສະຖານະທີ່ແຕກຕ່າງກັນ. ມະນຸດທີ່ພຣະວິນຍານບໍລິສຸດໃຊ້ອາດປະຕິບັດພາລະກິດໃໝ່ບາງຢ່າງ ແລະ ອາດກຳຈັດພາລະກິດບາງຢ່າງທີ່ເຮັດສຳເລັດໃນຍຸກຜ່ານມາ, ແຕ່ສິ່ງທີ່ພວກເຂົາປະຕິບັດແມ່ນບໍ່ໄດ້ສະແດງເຖິງອຸປະນິໄສ ແລະ ຄວາມປະສົງຂອງພຣະເຈົ້າໃນຍຸກໃໝ່. ພວກເຂົາພຽງແຕ່ປະຕິບັດພາລະກິດເພື່ອລົ້ມເລີກພາລະກິດຂອງຍຸກຜ່ານມາເທົ່ານັ້ນ ແລະ ບໍ່ແມ່ນເພື່ອປະຕິບັດພາລະກິດໃໝ່ດ້ວຍຈຸດປະສົງໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າໂດຍກົງ. ສະນັ້ນ ບໍ່ວ່າພວກເຂົາຈະລົ້ມເລີກການປະຕິບັດທີ່ຫຼ້າສະໄໝຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາແນະນໍາການປະຕິບັດໃໝ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຕົວແທນໃຫ້ກັບມະນຸດ ແລະ ສິ່ງຖືກສ້າງ. ໃນຂະນະດຽວກັນ, ເມື່ອພຣະເຈົ້າເອງປະຕິບັດພາລະກິດ, ພຣະອົງບໍ່ໄດ້ປະກາດລົ້ມເລີກການປະຕິບັດຂອງຍຸກເກົ່າຢ່າງເປີດເຜີຍ ຫຼື ປະກາດການເລີ່ມຕົ້ນຂອງຍຸກໃໝ່ໂດຍກົງ. ພຣະອົງກົງໄປກົງມາ ແລະ ຊື່ສັດໃນພາລະກິດຂອງພຣະອົງ. ພຣະອົງກົງໄປກົງມາໃນການປະຕິບັດພາລະກິດທີ່ພຣະອົງເຈດຕະນາໄວ້; ນັ້ນກໍຄື ພຣະອົງສະແດງພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນຂຶ້ນໂດຍກົງ, ປະຕິບັດພາລະກິດຕາມທີ່ພຣະອົງເຈດຕະນາໄວ້ໃນເບື້ອງຕົ້ນໂດຍກົງ, ສະແດງເຖິງການເປັນຢູ່ ແລະ ອຸປະນິໄສຂອງພຣະອົງ. ໃນຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະອົງ ແລະ ພ້ອມດ້ວຍພາລະກິດຂອງພຣະອົງແມ່ນແຕກຕ່າງຈາກສິ່ງທີ່ຢູ່ໃນຍຸກອະດີດ. ແຕ່ວ່າ ຈາກທັດສະນະຂອງພຣະເຈົ້າແລ້ວ ນີ້ແມ່ນການສືບຕໍ່ເນື່ອງ ແລະ ການພັດທະນາເພີ່ມເຕີມໃນພາລະກິດຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າເອງປະຕິບັດ, ພຣະອົງສະແດງພຣະທຳຂອງພຣະອົງ ແລະ ເລີ່ມຕົ້ນພາລະກິດໃໝ່ໂດຍກົງ. ໃນທາງກົງກັນຂ້າມ, ເມື່ອມະນຸດປະຕິບັດພາລະກິດ, ມັນແມ່ນຜ່ານການຕຶກຕອງ ແລະ ການສຶກສາ ຫຼື ມັນເປັນການຂະຫຍາຍຄວາມຮູ້ ແລະ ການຈັດລະບົບຂອງການປະຕິບັດຕາມທໍານຽມທີ່ຖືກຄົ້ນພົບໃນພາລະກິດຂອງຄົນອື່ນ. ນັ້ນໝາຍຄວາມວ່າ ແກ່ນແທ້ຂອງພາລະກິດທີ່ມະນຸດປະຕິບັດແມ່ນເພື່ອຕິດຕາມລະບຽບທີ່ຖືກຈັດຕັ້ງຂຶ້ນແລ້ວ ແລະ ເພື່ອ “ຍ່າງໃນເສັ້ນທາງເກົ່າໂດຍໃຊ້ເກີບໃໝ່”. ນີ້ໝາຍຄວາມວ່າ ແມ່ນແຕ່ເສັ້ນທາງທີ່ມະນຸດຜູ້ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດຍ່າງກໍຍັງເປັນເສັ້ນທາງທີ່ຖືກສ້າງຂຶ້ນເທິງສິ່ງທີ່ພຣະເຈົ້າເປີດເຜີຍ. ສະນັ້ນ ເມື່ອທຸກສິ່ງຖືກກ່າວອອກ ແລະ ເຮັດໃຫ້ສຳເລັດ, ມະນຸດກໍຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 168)
ໂຢຮັນເກີດດ້ວຍຄໍາສັນຍາ ເຊັ່ນດຽວກັນກັບອີຊາກທີ່ເກີດເພື່ອອັບຣາຮາມ. ເພິ່ນເປັນຜູ້ປູທາງໃຫ້ພຣະເຢຊູ ແລະ ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເພິ່ນບໍ່ແມ່ນພຣະເຈົ້າ. ກົງກັນຂ້າມ, ເພິ່ນເປັນໜຶ່ງໃນຜູ້ປະກາດພຣະທຳ ເພາະເພິ່ນພຽງແຕ່ປູທາງໃຫ້ພຣະເຢຊູ. ພາລະກິດຂອງເພິ່ນກໍຍິ່ງໃຫຍ່ເຊັ່ນກັນ ແລະ ຫຼັງຈາກທີ່ເພິ່ນໄດ້ປູທາງໄວ້ແລ້ວ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການ. ສິ່ງທີ່ສຳຄັນທີ່ສຸດກໍຄື ເພິ່ນພຽງແຕ່ເຮັດວຽກເພື່ອພຣະເຢຊູ ແລະ ພາລະກິດທີ່ເພິ່ນປະຕິບັດກໍເປັນການຮັບໃຊ້ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ເພິ່ນສຳເລັດການປູທາງ, ພຣະເຢຊູກໍເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ໃໝ່ກວ່າ, ມີຕົວຕົນຫຼາຍຂຶ້ນ ແລະ ມີລາຍລະອຽດຫຼາຍຂຶ້ນ. ໂຢຮັນພຽງແຕ່ປະຕິບັດສ່ວນທຳອິດຂອງພາລະກິດ; ສໍາລັບສ່ວນໃຫຍ່ຂອງພາລະກິດໃໝ່ນັ້ນ ແມ່ນຖືກປະຕິບັດໂດຍພຣະເຢຊູ. ໂຢຮັນປະຕິບັດພາລະກິດໃໝ່ເຊັ່ນກັນ ແຕ່ເພິ່ນບໍ່ແມ່ນຄົນທີ່ເລີ່ມຕົ້ນຍຸກໃໝ່. ໂຢຮັນເກີດດ້ວຍຄໍາສັນຍາ ແລະ ຊື່ຂອງເພິ່ນກໍຖືກມອບໃຫ້ໂດຍທູດສະຫວັນ. ໃນເວລານັ້ນ, ບາງຄົນຕ້ອງການຕັ້ງຊື່ເພິ່ນຕາມພໍ່ຂອງເພິ່ນ ເຊກາຣິຢາ, ແຕ່ແມ່ຂອງເພິ່ນເວົ້າຂຶ້ນວ່າ “ເດັກນ້ອຍຄົນນີ້ບໍ່ສາມາດຖືກຕັ້ງຊື່ນັ້ນໄດ້. ລາວຄວນຖືກເອີ້ນວ່າ ໂຢຮັນ”. ສິ່ງນີ້ລ້ວນແລ້ວແຕ່ເປັນຄຳສັ່ງຂອງພຣະວິນຍານບໍລິສຸດ. ພຣະເຢຊູກໍຖືກຕັ້ງຊື່ຕາມຄຳສັ່ງຂອງພຣະວິນຍານບໍລິສຸດເຊັ່ນກັນ, ແຕ່ພຣະອົງເກີດຈາກພຣະວິນຍານບໍລິສຸດ ແລະ ພຣະອົງຖືກສັນຍາດ້ວຍພຣະວິນຍານບໍລິສຸດ. ພຣະເຢຊູເປັນພຣະເຈົ້າ, ພຣະຄຣິດ ແລະ ບຸດມະນຸດ. ແຕ່ໃນເມື່ອພາລະກິດຂອງໂຢຮັນກໍຍິ່ງໃຫຍ່ເຊັ່ນກັນ ແລ້ວເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ແມ່ນຫຍັງຄືຄວາມແຕກຕ່າງແທ້ຈິງລະຫວ່າງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດທີ່ໂຢຮັນປະຕິບັດ? ເປັນຍ້ອນເຫດຜົນດຽວທີ່ວ່າໂຢຮັນຄືຄົນປູທາງໃຫ້ພຣະເຢຊູບໍ? ຫຼື ເປັນຍ້ອນວ່າ ສິ່ງທັງໝົດນີ້ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າແລ້ວ? ເຖິງແມ່ນວ່າ ໂຢຮັນໄດ້ເວົ້າວ່າ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” ແລະ ເພິ່ນກໍໄດ້ເທດສະໜາຂ່າວປະເສີດແຫ່ງອານາຈັກສະຫວັນເຊັ່ນກັນ, ແຕ່ພາລະກິດຂອງເພິ່ນກໍບໍ່ໄດ້ພັດທະນາເພີ່ມເຕີມ ແລະ ພຽງແຕ່ກໍ່ຕັ້ງເປັນຈຸດເລີ່ມຕົ້ນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະເຢຊູເລີ່ມຕົ້ນຍຸກໃໝ່ພ້ອມທັງນໍາຍຸກເກົ່າມາສູ່ຈຸດສິ້ນສຸດ ແລະ ນອກຈາກນັ້ນ ພຣະອົງຍັງປະຕິບັດກົດລະບຽບແຫ່ງພຣະສັນຍາເດີມອີກດ້ວຍ. ພາລະກິດທີ່ພຣະອົງປະຕິບັດແມ່ນຍິ່ງໃຫຍ່ກວ່າພາລະກິດຂອງໂຢຮັນ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ມາເພື່ອໄຖ່ມະນຸດຊາດທັງປວງ, ພຣະອົງເຮັດໃຫ້ຂັ້ນຕອນນັ້ນຂອງພາລະກິດສຳເລັດ. ແຕ່ສຳລັບໂຢຮັນ, ເພິ່ນພຽງແຕ່ຈັດກຽມຫົນທາງ. ເຖິງແມ່ນພາລະກິດຂອງເພິ່ນກໍຍິ່ງໃຫຍ່, ຄຳເວົ້າຂອງເພິ່ນກໍມີຫຼາຍ ແລະ ອັກຄະສາວົກທີ່ຕິດຕາມເພິ່ນກໍມີຫຼາຍເຊັ່ນກັນ, ພາລະກິດຂອງເພິ່ນປະຕິບັດແມ່ນພຽງນໍາເອົາຈຸດເລີ່ມຕົ້ນໃໝ່ມາສູ່ມະນຸດເທົ່ານັ້ນ. ມະນຸດບໍ່ເຄີຍໄດ້ຮັບຊີວິດ, ຫົນທາງ ຫຼື ຄວາມຈິງຢ່າງເລິກເຊິ່ງຈາກເພິ່ນ ຫຼື ມະນຸດບໍ່ເຄີຍໄດ້ຮັບການເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າຜ່ານເພິ່ນຈັກເທື່ອ. ໂຢຮັນເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ (ເອລີຢາ) ຜູ້ເຊິ່ງເປີດເຜີຍສະໜາມໃໝ່ໃຫ້ກັບພາລະກິດຂອງພຣະເຢຊູ ແລະ ຈັດຕຽມຄົນທີ່ຖືກເລືອກ; ເພິ່ນເປັນຜູ້ບຸກເບີກທາງໃຫ້ກັບຍຸກແຫ່ງພຣະຄຸນ. ເລື່ອງດັ່ງກ່າວບໍ່ສາມາດແຍກແຍະໄດ້ຈາກການສັງເກດພຽງແຕ່ຮູບຮ່າງພາຍນອກທຳມະດາຂອງພວກເຂົາເທົ່ານັ້ນ. ສິ່ງນີ້ຍິ່ງເປັນຈິງຫຼາຍຂຶ້ນ ໃນເມື່ອໂຢຮັນກໍໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍພໍສົມຄວນ ແລະ ຍິ່ງໄປກວ່ານັ້ນ ເພິ່ນຖືກສັນຍາໂດຍພຣະວິນຍານບໍລິສຸດ ແລະ ພາລະກິດຂອງເພິ່ນກໍໄດ້ຮັບການສົ່ງເສີມໂດຍພຣະວິນຍານບໍລິສຸດເຊັ່ນກັນ. ເມື່ອເປັນດັ່ງນີ້, ຕ້ອງເບິ່ງຜ່ານພາລະກິດທີ່ພວກເຂົາປະຕິບັດເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດແຍກແຍະຕົວຕົນຂອງພວກເຂົາໄດ້, ຍ້ອນບໍ່ມີທາງທີ່ຈະແຍກແຍະແກ່ນແທ້ຂອງມະນຸດຈາກຮູບຮ່າງພາຍນອກຂອງເຂົາ ຫຼື ບໍ່ມີທາງທີ່ມະນຸດຈະຄົ້ນຫາໃຫ້ແນ່ໃຈວ່າແມ່ນຫຍັງຄືຄຳພະຍານຂອງພຣະວິນຍານບໍລິສຸດ. ພາລະກິດທີ່ໂຢຮັນປະຕິບັດ ແລະ ພາລະກິດທີ່ພຣະເຢຊູປະຕິບັດບໍ່ໄດ້ຄືກັນ ພ້ອມທັງມີທຳມະຊາດທີ່ແຕກຕ່າງກັນ. ການທີ່ຄົນໜຶ່ງກຳນົດວ່າເຂົາເປັນພຣະເຈົ້າ ຫຼື ບໍ່ນັ້ນ ກໍແມ່ນມາຈາກສິ່ງນີ້. ພາລະກິດຂອງພຣະເຢຊູແມ່ນການເລີ່ມຕົ້ນ, ການສືບຕໍ່, ການເຮັດໃຫ້ສຳເລັດ ແລະ ການເຮັດໃຫ້ບັນລຸຜົນ. ພຣະອົງປະຕິບັດແຕ່ລະຂັ້ນຕອນເຫຼົ່ານີ້ ໃນຂະນະທີ່ພາລະກິດຂອງໂຢຮັນເປັນພຽງການສ້າງຈຸດເລີ່ມຕົ້ນ. ໃນຕອນເລີ່ມຕົ້ນ, ພຣະເຢຊູເຜີຍແຜ່ຂ່າວປະເສີດ ແລະ ເທດສະໜາກ່ຽວກັບວິທີແຫ່ງການກັບໃຈ ແລະ ຫຼັງຈາກນັ້ນກໍໃຫ້ບັບຕິດສະມາແກ່ມະນຸດ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ສຸດທ້າຍ, ພຣະອົງກໍໄດ້ໄຖ່ມະນຸດຊາດຈາກຄວາມບາບ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃນຍຸກນັ້ນສໍາເລັດລົງ. ພຣະອົງຍັງເດີນທາງໄປມາທົ່ວທຸກຫົນແຫ່ງ, ເທດສະໜາຕໍ່ມະນຸດ ແລະ ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ໃນກໍລະນີນີ້ ພຣະອົງ ແລະ ໂຢຮັນແມ່ນຄືກັນ, ແຕ່ຄວາມແຕກຕ່າງກໍຄື ພຣະເຢຊູເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກແຫ່ງພຣະຄຸນມາສູ່ມະນຸດ. ຈາກປາກຂອງພຣະອົງແມ່ນເຕັມໄປດ້ວຍພຣະທຳກ່ຽວກັບສິ່ງທີ່ມະນຸດຄວນປະຕິບັດຕາມ ແລະ ຫົນທາງທີ່ມະນຸດຄວນຕິດຕາມໃນຍຸກແຫ່ງພຣະຄຸນ ແລະ ໃນທີ່ສຸດແລ້ວ ພຣະອົງກໍເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ໂຢຮັນບໍ່ເຄີຍປະຕິບັດພາລະກິດນີ້ຈັກເທື່ອ. ດ້ວຍເຫດນັ້ນ ຈຶ່ງເປັນພຣະເຢຊູທີ່ປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ແມ່ນພຣະອົງເອງທີ່ເປັນພຣະເຈົ້າ ແລະ ຜູ້ເຊິ່ງເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງ. ແນວຄິດຂອງມະນຸດບອກວ່າທຸກຄົນທີ່ເກີດໂດຍພຣະສັນຍາ, ເກີດຈາກພຣະວິນຍານ, ໄດ້ຮັບການສົ່ງເສີມຈາກພຣະວິນຍານບໍລິສຸດ ແລະ ຜູ້ເຊິ່ງເປີດເຜີຍຫົນທາງໃໝ່ອອກກໍເປັນພຣະເຈົ້າໄດ້. ອີງຕາມການໃຫ້ເຫດຜົນແບບນີ້, ໂຢຮັນກໍຈະເປັນພຣະເຈົ້າເຊັ່ນກັນ ແລະ ໂມເຊ, ອັບຣາຮາມ ແລະ ເດວິດ... ພວກເຂົາກໍຈະລ້ວນແລ້ວແຕ່ເປັນພຣະເຈົ້າເຊັ່ນກັນ. ນີ້ບໍ່ແມ່ນເລື່ອງຕະລົກທີ່ສຸດບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 169)
ບາງຄົນສົງໄສວ່າ “ເປັນຫຍັງຕ້ອງເປັນພຣະເຈົ້າເອງທີ່ເລີ່ມຕົ້ນຍຸກໃດໜຶ່ງ? ສິ່ງທີ່ຖືກສ້າງບໍ່ສາມາດເຮັດແທນພຣະອົງໄດ້ບໍ?” ພວກເຈົ້າທຸກຄົນຮູ້ວ່າ ພຣະເຈົ້າກາຍເປັນເນື້ອໜັງຍ້ອນຈຸດປະສົງຢ່າງຈະແຈ້ງໃນການລິເລີ່ມຍຸກໃໝ່ໂດຍສະເພາະ ແລະ ແນ່ນອນ ເມື່ອພຣະອົງລິເລີ່ມຍຸກໃໝ່ ພຣະອົງຈະເຮັດໃຫ້ຍຸກຜ່ານມາສຳເລັດໃນເວລາດຽວກັນ. ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານພ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ເມື່ອທຸກຍຸກຖືກນໍາພາໂດຍພຣະເຈົ້າ, ສ່ວນໜຶ່ງຂອງມະນຸດກໍຖືກເຮັດໃຫ້ລອດພົ້ນ ແລະ ສະນັ້ນ ມະນຸດຈຶ່ງກ້າວໜ້າໄປສູ່ຍຸກໃໝ່ພ້ອມກັບພາລະກິດຂອງພຣະເຈົ້າ. ໄຊຊະນະຂອງພຣະເຈົ້າໝາຍເຖິງໄຊຊະນະສຳລັບທຸກຄົນທີ່ຕິດຕາມພຣະອົງ. ຖ້າຊົນຊາດຂອງມະນຸດທີ່ຖືກສ້າງໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສິ້ນສຸດຍຸກດັ່ງກ່າວ, ແລ້ວບໍ່ວ່າມັນຈະມາຈາກມຸມມອງຂອງມະນຸດ ຫຼື ຂອງຊາຕານ, ສິ່ງນີ້ກໍຈະເປັນພຽງການກະທຳທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ໄດ້ເປັນຄວາມເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພາລະກິດຂອງມະນຸດກໍຈະເປັນເຄື່ອງມືສຳລັບຊາຕານ. ພຽງແຕ່ຖ້າມະນຸດເຊື່ອຟັງ ແລະ ຕິດຕາມພຣະເຈົ້າໃນຍຸກທີ່ພຣະເຈົ້າເອງໄດ້ລິເລີ່ມເທົ່ານັ້ນ ຊາຕານຈຶ່ງຈະຕາຍໃຈຢ່າງສົມບູນ ຍ້ອນນັ້ນຄືໜ້າທີ່ຂອງສິ່ງຖືກສ້າງ. ແລ້ວດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າພຽງແຕ່ຕ້ອງຕິດຕາມ ແລະ ເຊື່ອຟັງ ແລະ ບໍ່ໄດ້ມີການຮຽກຮ້ອງຫຍັງເພີ່ມເຕີມຈາກພວກເຈົ້າ. ນີ້ແມ່ນຄວາມໝາຍຂອງການທີ່ແຕ່ລະຄົນຮັກສາໜ້າທີ່ຂອງເຂົາ ແລະ ແຕ່ລະຄົນປະຕິບັດໜ້າທີ່ຂອງໃຜລາວ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດແທນພຣະອົງ ຫຼື ພຣະອົງບໍ່ເຂົ້າຮ່ວມໃນພາລະກິດຂອງສິ່ງຖືກສ້າງ. ມະນຸດປະຕິບັດໜ້າທີ່ຂອງເຂົາເອງ ແລະ ບໍ່ເຂົ້າຮ່ວມໃນພາລະກິດຂອງພຣະເຈົ້າ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມເຊື່ອຟັງ ແລະ ການພິສູດຄວາມປະລາໄຊຂອງຊາຕານ. ຫຼັງຈາກທີ່ພຣະເຈົ້າເອງໄດ້ສຳເລັດໃນການລິເລີ່ມຍຸກໃໝ່, ພຣະອົງກໍບໍ່ລົງມາເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງອີກຕໍ່ໄປ. ພຽງແຕ່ເມື່ອນັ້ນ ມະນຸດຈຶ່ງຈະກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ປະຕິບັດພາລະກິດຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ປົກຄອງພາລະກິດ ເຊິ່ງບໍ່ມີໃຜສາມາດຝ່າຝືນໄດ້. ມີແຕ່ການປະຕິບັດພາລະກິດໃນລັກສະນະນີ້ເທົ່ານັ້ນຈຶ່ງເໝາະສົມ ແລະ ສົມເຫດສົມຜົນ. ພາລະກິດຂອງພຣະເຈົ້າແມ່ນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ພຣະອົງເປັນຜູ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ພຣະອົງເປັນຜູ້ວາງແຜນພາລະກິດ ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່ເຮັດໃຫ້ພາລະກິດນັ້ນບັນລຸຜົນ. ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີ “ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ເຮົາເປັນຜູ້ວ່ານ ແລະ ຜູ້ກ່ຽວ”. ທຸກສິ່ງທີ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ປົກຄອງແຜນການຄຸ້ມຄອງຫົກພັນປີ; ບໍ່ມີໃຜສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້ ແລະ ບໍ່ມີໃຜສາມາດນໍາພາລະກິດຂອງພຣະອົງໄປສູ່ຕອນຈົບໄດ້ ຍ້ອນວ່າ ພຣະອົງເປັນຜູ້ຖືທຸກສິ່ງຢູ່ໃນມືຂອງພຣະອົງ. ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍຈະນໍາພາໂລກທັງປວງໃຫ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ແລະ ພຣະອົງກໍຈະເຮັດໃຫ້ຍຸກທັງໝົດສິ້ນສຸດລົງເຊັ່ນກັນ ແລ້ວກໍເຮັດໃຫ້ແຜນການທັງໝົດຂອງພຣະອົງບັນລຸຜົນ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 170)
ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ. ຄວາມເລິກລັບປະເພດນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເປີດເຜີຍໄດ້. ບໍ່ວ່າຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະຄຳພີຈະຍິ່ງໃຫຍ່ສໍ່າໃດ, ມັນກໍຍັງເປັນພຽງຄຳເວົ້າເທົ່ານັ້ນ, ຍ້ອນມະນຸດບໍ່ເຂົ້າໃຈແກ່ນແທ້ຂອງພຣະຄຳພີ. ໃນການອ່ານພຣະຄຳພີ, ມະນຸດອາດເຂົ້າໃຈຄວາມຈິງບາງຢ່າງ, ອະທິບາຍພຣະທຳບາງຂໍ້ ຫຼື ວິເຄາະຂໍ້ຄວາມບາງຂໍ້ ແລະ ບາງບົດທີ່ໂດດເດັ່ນພຽງເລັກນ້ອຍ, ແຕ່ເຂົາຈະບໍ່ສາມາດແກະຄວາມໝາຍທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ, ຍ້ອນສິ່ງທີ່ມະນຸດເຫັນແມ່ນເປັນພຽງພຣະທຳທີ່ຕາຍແລ້ວ, ບໍ່ແມ່ນເຫດການກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ຂອງພຣະເຢຊູ ແລະ ມະນຸດບໍ່ມີທາງໄຂຄວາມເລິກລັບຂອງພາລະກິດນີ້ໄດ້. ສະນັ້ນ ຄວາມເລິກລັບຂອງແຜນການຄຸ້ມຄອງຫົກພັນປີຈຶ່ງເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດ, ເປັນຄວາມລີ້ລັບທີ່ສຸດ ແລະ ມະນຸດບໍ່ສາມາດຢັ່ງເຖິງໄດ້ທັງໝົດ. ບໍ່ມີໃຜສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໂດຍກົງ, ນອກຈາກພຣະອົງເອງຈະອະທິບາຍ ແລະ ເປີດເຜີຍສິ່ງນັ້ນໃຫ້ກັບມະນຸດ; ບໍ່ດັ່ງນັ້ນ ສິ່ງເຫຼົ່ານີ້ຈະຍັງເປັນປິດສະໜາຕໍ່ມະນຸດຕະຫຼອດໄປ, ເປັນຄວາມເລິກລັບທີ່ຖືກປົກປິດໄວ້ຕະຫຼອດໄປ. ບໍ່ຕ້ອງຫ່ວງສໍາລັບຄົນທີ່ຢູ່ໃນໂລກສາດສະໜາ; ຖ້າພວກເຈົ້າບໍ່ໄດ້ຮັບຮູ້ໃນມື້ນີ້, ພວກເຈົ້າກໍຈະບໍ່ເຂົ້າໃຈມັນເຊັ່ນກັນ. ພາລະກິດຫົກພັນປີນີ້ຍິ່ງເລິກລັບຫຼາຍກວ່າຄຳທຳນາຍທັງໝົດຂອງຜູ້ປະກາດພຣະທຳ. ມັນເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທ່າມກາງຜູ້ປະກາດພຣະທຳທົ່ວຍຸກຕ່າງໆສາມາດຢັ່ງເຖິງຄວາມເລິກລັບນັ້ນໄດ້, ຍ້ອນຄວາມເລິກລັບນີ້ແມ່ນຈະຖືກເປີດເຜີຍອອກໃນຍຸກສຸດທ້າຍເທົ່ານັ້ນ ແລະ ບໍ່ເຄີຍຖືກເປີດເຜີຍມາກ່ອນ. ຖ້າພວກເຈົ້າສາມາດເຂົ້າໃຈຄວາມເລິກລັບນີ້ໄດ້ ແລະ ຖ້າພວກເຈົ້າສາມາດຮັບເອົາຄວາມເລິກລັບນີ້ໄດ້ທັງໝົດ, ແລ້ວບຸກຄົນໃນສາສະໜາທຸກຄົນກໍຈະຖືກເອົາຊະນະໂດຍຄວາມເລິກລັບນີ້. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນນິມິດທີ່ຍິ່ງໃຫຍ່ທີ່ສຸດ; ມັນເປັນສິ່ງທີ່ມະນຸດປາຖະໜາຢາກເຂົ້າໃຈຫຼາຍທີ່ສຸດ ແຕ່ມັນກໍເປັນສິ່ງທີ່ບໍ່ຈະແຈ້ງສໍາລັບເຂົາຫຼາຍທີ່ສຸດ. ເມື່ອພວກເຈົ້າຢູ່ໃນຍຸກແຫ່ງພຣະຄຸນ, ພວກເຈົ້າບໍ່ເຂົ້າໃຈວ່າພຣະເຢຊູປະຕິບັດພາລະກິດຫຍັງ ຫຼື ພຣະເຢໂຮວາປະຕິບັດພາລະກິດກ່ຽວກັບຫຍັງ. ຜູ້ຄົນບໍ່ເຂົ້າໃຈວ່າເປັນຫຍັງພຣະເຢໂຮວາຈຶ່ງກຳນົດກົດບັນຍັດ, ເປັນຫຍັງພຣະອົງຈຶ່ງຂໍໃຫ້ປວງຊົນຮັກສາກົດບັນຍັດ ຫຼື ເປັນຫຍັງພຣະວິຫານຈຶ່ງຖືກສ້າງຂຶ້ນ ແລະ ແຮງໄກທີ່ຜູ້ຄົນຈະເຂົ້າໃຈວ່າ ເປັນຫຍັງຊາວອິດສະຣາເອນຈຶ່ງຖືກນໍາພາຈາກອີຢິບໄປສູ່ຖິ່ນແຫ້ງແລ້ງກັນດານ ແລະ ຫຼັງຈາກນັ້ນກໍໄປສູ່ການາອານ. ຈົນເຖິງປັດຈຸບັນ ບັນຫາເຫຼົ່ານີ້ຈຶ່ງໄດ້ຖືກເປີດເຜີຍອອກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 171)
ບໍ່ມີໃຜສາມາດດໍາລົງຊີວິດແບບອິດສະຫຼະໄດ້ຍົກເວັ້ນຜູ້ທີ່ໄດ້ຮັບທິດທາງ ແລະ ການຊີ້ນໍາພິເສດໂດຍພຣະວິນຍານບໍລິສຸດ, ເພາະວ່າພວກເຂົາຕ້ອງການພັນທະກິດ ແລະ ການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ. ດ້ວຍເຫດນັ້ນ, ໃນແຕ່ລະຍຸກ ພຣະເຈົ້າຍົກລະດັບຜູ້ຄົນທີ່ແຕກຕ່າງກັນ ຜູ້ທີ່ເຮັ່ງຮີບ ແລະ ຫຍຸ້ງວຽກຕະຫຼອດຍ້ອນລ້ຽງດູຄຣິດຕະຈັກຕ່າງໆເພື່ອຜົນປະໂຫຍດຂອງພາລະກິດຂອງພຣະອົງ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະເຈົ້າຕ້ອງເຮັດໂດຍຜູ້ທີ່ພຣະອົງເຫັນຊອບ ແລະ ອະນຸມັດ; ພຣະວິນຍານບໍລິສຸດຕ້ອງໃຊ້ສ່ວນໜຶ່ງທີ່ຢູ່ໃນຕົວພວກເຂົາທີ່ເໝາະສົມໃນການນໍາໃຊ້ເພື່ອປະຕິບັດພາລະກິດ ແລະ ພວກເຂົາຈະຖືກເຮັດໃຫ້ເໝາະສົມໃນການນໍາໃຊ້ໂດຍພຣະເຈົ້າ ໂດຍຜ່ານການເຮັດໃຫ້ສົມບູນແບບໂດຍພຣະວິນຍານບໍລິສຸດ. ເນື່ອງຈາກວ່າຄວາມສາມາດໃນການເຂົ້າໃຈຂອງມະນຸດຍັງມີຄວາມຈໍາກັດຫຼາຍເກີນໄປ ເຂົາຕ້ອງໄດ້ຮັບການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ; ມັນຄືກັນກັບ ການທີ່ພຣະເຈົ້ານໍາໃຊ້ໂມເຊ, ຜູ້ທີ່ພຣະອົງເຫັນວ່າເໝາະສົມສໍາລັບການນໍາໃຊ້ໃນເວລານັ້ນ ແລະ ຜູ້ທີ່ພຣະອົງໃຊ້ເພື່ອປະຕິບັດພາລະກິດຂອງພຣະເຈົ້າໃນຍຸກນັ້ນ. ໃນຂັ້ນຕອນນີ້, ພຣະເຈົ້າໃຊ້ຊາຍຄົນຫນຶ່ງ ໂດຍໃຊ້ປະໂຫຍດຈາກສ່ວນໜຶ່ງໃນຕົວເຂົາ ທີ່ສາມາດນຳໃຊ້ໂດຍພຣະວິນຍານບໍລິສຸດເພື່ອປະຕິບັດພາລະກິດ ແລະ ພຣະວິນຍານບໍລິສຸດທັງຊີ້ນໍາ ແລະ ເຮັດໃຫ້ສ່ວນທີ່ຍັງເຫຼືອທີ່ບໍ່ສາມາດໃຊ້ໄດ້ນັ້ນສົມບູນແບບໃນເວລາດຽວກັນ.
ພາລະກິດທີ່ປະຕິບັດໂດຍຜູ້ທີ່ຖືກນຳໃຊ້ໂດຍພຣະເຈົ້າແມ່ນເພື່ອການຮ່ວມມືກັບພາລະກິດຂອງພຣະຄຣິດ ຫຼື ພຣະວິນຍານບໍລິສຸດ. ຜູ້ຊາຍຄົນນີ້ໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າໃນບັນດາມະນຸດ, ເພິ່ນຢູ່ທີ່ນັ້ນເພື່ອນໍາພາທຸກຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ເພິ່ນຍັງໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າເພື່ອເຮັດວຽກຮ່ວມມືກັບມະນຸດ. ໂດຍຜ່ານບຸກຄົນນີ້, ຜູ້ທີ່ສາມາດເຮັດວຽກຮ່ວມມືກັບມະນຸດ, ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດທີ່ຫຼາຍຂຶ້ນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດຕ້ອງປະຕິບັດທ່າມກາງມະນຸດກໍຈະສາມາດບັນລຸໄດ້ໂດຍຜ່ານບຸກຄົນນີ້. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ຈຸດປະສົງຂອງພຣະເຈົ້າໃນການນໍາໃຊ້ຜູ້ຊາຍຄົນນີ້ແມ່ນເພື່ອໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ສາມາດບັນລຸຂໍ້ກໍານົດຂອງພຣະເຈົ້າຫຼາຍຂຶ້ນ. ເນື່ອງຈາກວ່າຜູ້ຄົນບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະເຈົ້າໄດ້ໂດຍກົງ, ພຣະເຈົ້າຈຶ່ງແຕ່ງຕັ້ງບາງຄົນຂຶ້ນມາ ເພື່ອໃຊ້ປະຕິບັດພາລະກິດດັ່ງກ່າວ. ບຸກຄົນໆນີ້ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າ ສາມາດຖືກອະທິບາຍໃຫ້ເປັນສື່ກາງທີ່ພຣະເຈົ້ານໍາພາຜູ້ຄົນ, ເປັນ “ຜູ້ແປພາສາ” ທີ່ສື່ສານລະຫວ່າງພຣະເຈົ້າ ແລະ ມະນຸດ. ດັ່ງນັ້ນ ຜູ້ຄົນດັ່ງກ່າວບໍ່ຄືກັບຜູ້ທີ່ເຮັດວຽກຢູ່ໃນຄົວເຮືອນຂອງພຣະເຈົ້າ ຫຼື ຜູ້ທີ່ເປັນອັກຄະສາວົກຂອງພຣະອົງ. ເໝືອນກັບພວກເຂົາ, ບຸກຄົນດັ່ງກ່າວສາມາດເວົ້າໄດ້ວ່າ ເປັນຜູ້ທີ່ເຮັດໜ້າທີ່ຮັບໃຊ້ພຣະເຈົ້າ, ແຕ່ໃນແກ່ນແທ້ຂອງ ພາລະກິດຂອງເຂົາ ແລະ ເບື້ອງຫຼັງໃນການນໍາໃຊ້ບຸກຄົນດັ່ງກ່າວຂອງພຣະເຈົ້າແລ້ວ ບຸກຄົນນີ້ ມີຄວາມແຕກຕ່າງຫຼາຍ ຈາກຜູ້ເຮັດວຽກ ແລະ ອັກຄະສາວົກຄົນອື່ນໆ. ໃນດ້ານຂອງແກ່ນແທ້ຂອງພາລະກິດຂອງເຂົາ ແລະ ເບື້ອງຫຼັງຂອງການນໍາໃຊ້ເຂົາ, ບຸກຄົນທີ່ຖືກໃຊ້ໂດຍພຣະເຈົ້າແມ່ນຖືກຫຼໍ່ລ້ຽງໂດຍພຣະອົງ, ເຂົາໄດ້ຮັບການຈັດແຈງໂດຍພຣະເຈົ້າສຳລັບພາລະກິດຂອງພຣະເຈົ້າ ແລະ ເຂົາໄດ້ປະກອບຮ່ວມເຂົ້າໃນພາລະກິດຂອງພຣະເຈົ້າເອງ. ບໍ່ມີໃຜສາມາດເຮັດພາລະກິດຂອງເຂົາແທນເຂົາໄດ້, ນີ້ເປັນການຮ່ວມມືຂອງມະນຸດທີ່ບໍ່ສາມາດຂາດໄດ້ ເຊິ່ງຄຽງຄູ່ກັບພາລະກິດອັນສັກສິດ. ໃນຂະນະດຽວກັນ, ພາລະກິດທີ່ປະຕິບັດໂດຍຜູ້ເຮັດວຽກ ຫຼື ອັກຄະສາວົກຄົນອື່ນໆນັ້ນ ແມ່ນເປັນພຽງການຖ່າຍທອດ ແລະ ການຈັດຕັ້ງປະຕິບັດການຈັດແຈງຫຼາຍລັກສະນະຄຣິດຕະຈັກໃນແຕ່ລະໄລຍະ ຫຼື ບໍ່ກໍເປັນວຽກງານທຳມະດາທີ່ສະໜອງແກ່ຊີວິດແບບງ່າຍໆເພື່ອດູແລຮັກສາຄຣິດຕະຈັກເທົ່ານັ້ນ. ຜູ້ເຮັດວຽກ ແລະ ອັກຄະສາວົກເຫຼົ່ານີ້ ບໍ່ໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ, ແຮງໄກທີ່ພວກເຂົາຈະສາມາດຖືກເອີ້ນວ່າ ຜູ້ທີ່ຖືກນໍາໃຊ້ໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກຄັດເລືອກມາຈາກບັນດາຄຣິສຕະຈັກ ແລະ ຫຼັງຈາກພວກເຂົາໄດ້ຮັບການຝຶກອົບຮົມ ແລະ ປູກຝັງເປັນໄລຍະເວລາໃດໜຶ່ງ, ຜູ້ທີ່ມີຄວາມເໝາະສົມຈະຖືກເກັບຮັກສາໄວ້ ໃນຂະນະດຽວກັນຜູ້ທີ່ບໍ່ເໝາະສົມກໍຈະຖືກສົ່ງຄືນໄປບ່ອນທີ່ເດີມຂອງພວກເຂົາ. ເນື່ອງຈາກວ່າຜູ້ຄົນເຫຼົ່ານີ້ຖືກຄັດເລືອກມາຈາກບັນດາຄຣິດຕະຈັກ, ບາງຄົນສະແດງໃຫ້ເຫັນທາດແທ້ຂອງພວກເຂົາ ຫຼັງຈາກທີ່ໄດ້ກາຍມາເປັນຜູ້ນໍາ ແລະ ບາງຄົນເຖິງກັບເຮັດຫຼາຍສິ່ງທີ່ບໍ່ດີ ແລະ ໃນທີ່ສຸດກໍຖືກກຳຈັດອອກ. ກົງກັນຂ້າມ, ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າແມ່ນຜູ້ທີ່ຖືກຈັດກຽມໂດຍພຣະເຈົ້າ ແລະ ຜູ້ທີ່ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມເປັນມະນຸດ. ເຂົາໄດ້ຮັບການຈັດກຽມ ແລະ ເຮັດໃຫ້ສົມບູນລ່ວງໜ້າໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບການນໍາພາຢ່າງສົມບູນໂດຍພຣະວິນຍານບໍລິສຸດ ແລະ ໂດຍສະເພາະເມື່ອເວົ້າເຖິງວຽກງານຂອງເຂົາ, ເຂົາໄດ້ຮັບການຊີ້ນໍາ ແລະ ບັນຊາໂດຍພຣະວິນຍານບໍລິສຸດ, ດ້ວຍເຫດນັ້ນ, ຈຶ່ງບໍ່ມີຄວາມຫັນເຫໃນເສັ້ນທາງແຫ່ງການນໍາພາຜູ້ຄົນທີ່ພຣະເຈົ້າເລືອກ, ເພາະວ່າພຣະເຈົ້າຮັບຜິດຊອບພາລະກິດຂອງພຣະອົງເອງຢ່າງແນ່ນອນ ແລະ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງຕະຫຼອດເວລາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 172)
ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງຜູ້ຄົນທີ່ຖືກໃຊ້, ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ແກ່ນແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເບິ່ງໂດຍລວມແລ້ວ ພຣະອົງກໍແມ່ນພຣະວິນຍານຂອງພຣະເຈົ້າ, ເຖິງແມ່ນພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ. ແກ່ນແທ້ຂອງພຣະອົງຍັງເປັນອັນໜຶ່ງອັນດຽວກັນ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກເໜືອຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ. ພາລະກິດຂອງຜູ້ຄົນທີ່ຖືກໃຊ້ຍັງເປັນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນດຽວກັນ. ແຕ່ພາລະກິດຂອງພຣະເຈົ້າເປັນການສະແດງອອກຢ່າງສົມບູນຂອງພຣະວິນຍານບໍລິສຸດ ເຊິ່ງເປັນຈິງແທ້ໆ, ໃນຂະນະທີ່ພາລະກິດຂອງຜູ້ຄົນທີ່ຖືກໃຊ້ແມ່ນໄດ້ປະສົມກັບສິ່ງທີ່ເປັນມະນຸດຫຼາຍຢ່າງ ແລະ ບໍ່ແມ່ນການສະແດງອອກໂດຍກົງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ຈະເປັນການສະແດງອອກຢ່າງສົມບູນຂອງພຣະອົງ. ພາລະກິດຂອງພຣະວິນຍານບໍລິສຸດມີຫຼາກຫຼາຍ ແລະ ບໍ່ຖືກຈຳກັດໂດຍເງື່ອນໄຂໃດໆ. ພາລະກິດຂອງພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຜູ້ຄົນທີ່ແຕກຕ່າງກັນ; ມັນສະແດງທາດແທ້ທີ່ແຕກຕ່າງກັນ ແລະ ມັນແຕກຕ່າງກັນໃນແຕ່ລະຍຸກ ພ້ອມທັງໃນແຕ່ລະປະເທດ. ແນ່ນອນ, ເຖິງແມ່ນພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼາຍວິທີທີ່ແຕກຕ່າງກັນ ແລະ ສອດຄ່ອງກັບຫຼັກການຫຼາຍຢ່າງ, ບໍ່ວ່າພາລະກິດຈະສຳເລັດແນວໃດກໍຕາມ ຫຼື ໃນຄົນປະເພດໃດກໍຕາມ, ແກ່ນແທ້ຂອງພາລະກິດນັ້ນກໍແຕກຕ່າງກັນຢູ່ສະເໝີ; ພາລະກິດທັງໝົດທີ່ປະຕິບັດໃນຜູ້ຄົນທີ່ແຕກຕ່າງກັນແມ່ນມີຫຼັກການຂອງມັນ ແລະ ພາລະກິດທັງໝົດສາມາດເປັນຕົວແທນໃຫ້ແກ່ແກ່ນແທ້ຂອງຈຸດມຸ່ງໝາຍຂອງພາລະກິດນັ້ນ. ສິ່ງນີ້ເກີດຂຶ້ນກໍຍ້ອນພາລະກິດຂອງພຣະວິນຍານບໍລິສຸດຂ້ອນຂ້າງເຈາະຈົງໃນຂອບເຂດ ແລະ ຂ້ອນຂ້າງມີການວັດແທກ. ພາລະກິດທີ່ສຳເລັດລົງໃນເນື້ອໜັງທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດທີ່ປະຕິບັດໃນຜູ້ຄົນ ແລະ ພາລະກິດຍັງມີຄວາມຫຼາກຫຼາຍຕາມຄວາມສາມາດຂອງຜູ້ຄົນທີ່ໄດ້ຮັບການປະຕິບັດຈາກພາລະກິດ. ພາລະກິດທີ່ປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດແມ່ນບໍ່ໄດ້ປະຕິບັດໃນຜູ້ຄົນ ແລະ ມັນບໍ່ແມ່ນພາລະກິດດຽວກັນກັບທີ່ຖືກປະຕິບັດໃນຜູ້ຄົນ. ເວົ້າສັ້ນໆກໍຄື ບໍ່ວ່າຈະປະຕິບັດພາລະກິດແນວໃດກໍຕາມ, ພາລະກິດທີ່ຖືກປະຕິບັດດ້ວຍຈຸດປະສົງທີ່ແຕກຕ່າງກັນກໍບໍ່ເຄີຍເປັນອັນດຽວກັນຈັກເທື່ອ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດກໍແຕກຕ່າງກັນຕາມສະພາວະ ແລະ ທຳມະຊາດຂອງຄວາມແຕກຕ່າງຂອງມະນຸດທີ່ພຣະອົງປະຕິບັດພາລະກິດໃສ່. ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນທີ່ແຕກຕ່າງກັນ ໂດຍອີງຕາມແກ່ນແທ້ຕາມທຳມະຊາດຂອງພວກເຂົາ ແລະ ບໍ່ໄດ້ຮຽກຮ້ອງໃນສິ່ງທີ່ນອກເໜືອແກ່ນແທ້ນັ້ນ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ຢູ່ນອກເໜືອຄວາມສາມາດທີ່ແທ້ຈິງຂອງພວກເຂົາ. ດ້ວຍເຫດນັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດຈຶ່ງເຮັດໃຫ້ຜູ້ຄົນເຫັນແກ່ນແທ້ຂອງຈຸດປະສົງຂອງພາລະກິດນັ້ນ. ທາດແທ້ຕາມທຳມະຊາດຂອງມະນຸດບໍ່ປ່ຽນແປງ; ຄວາມສາມາດຕາມທຳມະຊາດຂອງເຂົາກໍມີຂໍ້ຈຳກັດ. ພຣະວິນຍານບໍລິສຸດໃຊ້ຜູ້ຄົນ ຫຼື ປະຕິບັດພາລະກິດໃນພວກເຂົາຕາມຂໍ້ຈຳກັດຂອງຄວາມສາມາດຂອງພວກເຂົາ, ເພື່ອພວກເຂົາອາດຈະໄດ້ຮັບຜົນປະໂຫຍດຈາກສິ່ງນັ້ນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດທີ່ຖືກໃຊ້, ພອນສະຫວັນ ແລະ ຄວາມສາມາດຕາມທຳມະຊາດຂອງຜູ້ຄົນເຫຼົ່ານັ້ນກໍມີບົດບາດ, ບໍ່ໄດ້ຖືກຢັບຢັ້ງ. ຄວາມສາມາດຕາມທຳມະຊາດຂອງພວກເຂົາຈະຖືກນໍາມາໃຊ້ເພື່ອຮັບໃຊ້ພາລະກິດ. ມັນສາມາດເວົ້າໄດ້ວ່າ ພຣະອົງໃຊ້ພາກສ່ວນຂອງມະນຸດທີ່ສາມາດໃຊ້ໃນພາລະກິດຂອງພຣະອົງ, ເພື່ອບັນລຸຜົນໃນພາລະກິດນັ້ນ. ກົງກັນຂ້າມ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດກໍສະແດງອອກເຖິງພາລະກິດຂອງພຣະວິນຍານໂດຍກົງ ແລະ ບໍ່ໄດ້ປະສົມກັບຈິດໃຈ ແລະ ຄວາມຄິດຂອງມະນຸດ; ພອນສະຫວັນຂອງມະນຸດ ຫຼື ປະສົບການຂອງມະນຸດ ຫຼື ສະພາບການພາຍໃນຂອງມະນຸດບໍ່ສາມາດຢັ່ງເຖິງໄດ້. ພາລະກິດທັງໝົດທີ່ນັບບໍ່ຖ້ວນຂອງພຣະວິນຍານບໍລິສຸດແມ່ນເພື່ອໃຫ້ປະໂຫຍດ ແລະ ສັ່ງສອນມະນຸດ. ເຖິງຢ່າງໃດກໍຕາມ ບາງຄົນສາມາດຖືກເຮັດໃຫ້ສົມບູນ ໃນຂະນະທີ່ຄົນອື່ນບໍ່ມີເງື່ອນໄຂສູ່ຄວາມສົມບູນ, ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ອາດບໍ່ສາມາດໄດ້ຮັບການຊ່ວຍໃຫ້ພົ້ນ ແລະ ເຖິງແມ່ນວ່າ ພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະຖືກກຳຈັດໃນທີ່ສຸດ. ນັ້ນໝາຍຄວາມວ່າ ເຖິງແມ່ນພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອສັ່ງສອນຜູ້ຄົນ, ຄົນໆໜຶ່ງບໍ່ສາມາດເວົ້າໄດ້ວ່າ ທຸກຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດຈະຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນ, ຍ້ອນເສັ້ນທາງທີ່ຫຼາຍຄົນຕິດຕາມໃນການສະແຫວງຫາຂອງພວກເຂົາບໍ່ແມ່ນເສັ້ນທາງສູ່ການຖືກເຮັດໃຫ້ສົມບູນ. ພວກເຂົາມີພຽງພາລະກິດຝ່າຍດຽວຂອງພຣະວິນຍານບໍລິສຸດ, ບໍ່ແມ່ນການຮ່ວມມືຕາມຄວາມຄິດຂອງມະນຸດ ຫຼື ການສະແຫວງຫາທີ່ຖືກຕ້ອງຂອງມະນຸດ. ສະນັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນຜູ້ຄົນເຫຼົ່ານີ້ກໍມາຮັບໃຊ້ຄົນທີ່ກຳລັງຖືກເຮັດໃຫ້ສົມບູນ. ຜູ້ຄົນບໍ່ສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໂດຍກົງໄດ້ ຫຼື ບໍ່ສາມາດສຳຜັດໂດຍກົງດ້ວຍຕົວຂອງພວກເຂົາເອງໄດ້. ມັນພຽງແຕ່ສາມາດສະແດງອອກໂດຍຄົນທີ່ມີພອນສະຫວັນໃນການປະຕິບັດພາລະກິດ, ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກຈັດກຽມໃຫ້ແກ່ຜູ້ຕິດຕາມຜ່ານການສະແດງອອກຂອງມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 173)
ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດ ແລະ ສົມບູນຜ່ານຄົນຫຼາຍປະເພດ ແລະ ສະພາບການທີ່ແຕກຕ່າງກັນຫຼາຍຢ່າງ. ເຖິງແມ່ນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດ ແລະ ສາມາດເປັນຕົວແທນໃຫ້ແກ່ທາງເຂົ້າສູ່ຍຸກທັງໝົດຂອງຜູ້ຄົນ, ພາລະກິດກ່ຽວກັບລາຍລະອຽດທາງເຂົ້າຂອງຜູ້ຄົນຍັງຕ້ອງໄດ້ປະຕິບັດໂດຍມະນຸດທີ່ໃຊ້ໂດຍພຣະວິນຍານບໍລິສຸດ, ບໍ່ແມ່ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າ ຫຼື ພັນທະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດຜ່ານຄົນຫຼາຍປະເພດທີ່ແຕກຕ່າງກັນ; ບໍ່ມີບຸກຄົນໃດໜຶ່ງສາມາດບັນລຸມັນໄດ້ທັງໝົດ ແລະ ບໍ່ມີບຸກຄົນໃດສາມາດກ່າວມັນອອກຢ່າງຄົບຖ້ວນ. ຄົນທີ່ນໍາພາຄຣິສຕະຈັກຍັງບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະວິນຍານບໍລິສຸດຢ່າງຄົບຖ້ວນ; ພວກເຂົາພຽງແຕ່ສາມາດປະຕິບັດພາລະກິດໃນການນໍາພາບາງຢ່າງ. ດ້ວຍເຫດນັ້ນ ພາລະກິດຂອງພຣະວິນຍານບໍລິສຸດສາມາດແບ່ງອອກເປັນສາມພາກສ່ວນ: ພາລະກິດຂອງພຣະເຈົ້າເອງ, ພາລະກິດຂອງມະນຸດທີ່ຖືກໃຊ້ ແລະ ພາລະກິດໃນທຸກຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະເຈົ້າເອງແມ່ນເພື່ອນໍາພາຍຸກທັງໝົດ; ໂດຍຖືກສົ່ງໄປ ຫຼື ຮັບການຝາກຝັງຫຼັງຈາກທີ່ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງເອງ ພາລະກິດຂອງຄົນທີ່ຖືກໃຊ້ແມ່ນເພື່ອນໍາພາຜູ້ຕິດຕາມຂອງພຣະເຈົ້າ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ຮ່ວມມືກັບພາລະກິດຂອງພຣະເຈົ້າ; ພາລະກິດທີ່ຖືກປະຕິບັດໂດຍພຣະວິນຍານບໍລິສຸດໃນຄົນທີ່ຢູ່ໃນກະແສແມ່ນເພື່ອຮັກສາພາລະກິດທຸກຢ່າງຂອງພຣະອົງເອງ, ນັ້ນກໍຄື ເພື່ອຮັກສາການຄຸ້ມຄອງທັງໝົດຂອງພຣະອົງ ແລະ ຄຳພະຍານຂອງພຣະອົງ, ໃນຂະນະດຽວກັນນັ້ນກໍເຮັດໃຫ້ຄົນທີ່ສາມາດຖືກເຮັດໃຫ້ສົມບູນນັ້ນສົມບູນ. ພ້ອມກັນນັ້ນ ສາມພາກສ່ວນເຫຼົ່ານີ້ແມ່ນພາລະກິດທີ່ສົມບູນຂອງພຣະວິນຍານບໍລິສຸດ, ແຕ່ຖ້າປາສະຈາກພາລະກິດຂອງພຣະເຈົ້າເອງ, ພາລະກິດການຄຸ້ມຄອງທັງໝົດກໍຈະຢູ່ລ້າໆ. ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 174)
ພາລະກິດຂອງມະນຸດສະແດງເຖິງປະສົບການຂອງເຂົາ ແລະ ຄວາມເປັນມະນຸດຂອງເຂົາ. ສິ່ງທີ່ມະນຸດສະໜອງ ແລະ ພາລະກິດທີ່ເຂົາປະຕິບັດກໍເປັນຕົວແທນໃຫ້ແກ່ເຂົາ. ຄວາມເຂົ້າໃຈຂອງມະນຸດ, ເຫດຜົນຂອງມະນຸດ, ຕັກກະຂອງມະນຸດ ແລະ ຈິນຕະນາການທີ່ອຸດົມສົມບູນຂອງເຂົາແມ່ນລ້ວນແລ້ວແຕ່ຖືກລວມຢູ່ໃນພາລະກິດຂອງເຂົາ. ໂດຍສະເພາະ ປະສົບການຂອງມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດຂອງເຂົາ ແລະ ປະສົບການຂອງຜູ້ຄົນກໍໄດ້ກາຍມາເປັນສ່ວນປະກອບຂອງພາລະກິດຂອງເຂົາ. ພາລະກິດຂອງມະນຸດສາມາດສະແດງເຖິງປະສົບການຂອງເຂົາ. ເມື່ອບາງຄົນກຳລັງຜະເຊີນກັບສິ່ງທີ່ບໍ່ດີ, ພາສາສ່ວນໃຫຍ່ໃນການສົນທະນາຂອງພວກເຂົາແມ່ນປະກອບດ້ວຍອົງປະກອບທີ່ບໍ່ດີ. ຖ້າປະສົບການຂອງພວກເຂົາໃນໄລຍະເວລາໃດໜຶ່ງຢູ່ໃນທາງບວກ ແລະ ໂດຍສະເພາະ ພວກເຂົາມີເສັ້ນທາງໃນລັກສະນະທີ່ເປັນບວກ, ການສົນທະນາຂອງພວກເຂົາແມ່ນສິ່ງທີ່ໃຫ້ກຳລັງໃຈຫຼາຍ ແລະ ຜູ້ຄົນຈະສາມາດຮັບການສະໜອງໃນທາງບວກຈາກສິ່ງເຫຼົ່ານີ້. ຖ້າຄົນປະຕິບັດພາລະກິດເລີ່ມຄິດລົບໃນໄລຍະເວລາໃດໜຶ່ງ, ການສົນທະນາຂອງເຂົາຈະມີອົງປະກອບໃນທາງລົບສະເໝີ. ການສົນທະນາປະເພດນີ້ເປັນຕາເສົ້າໃຈ ແລະ ຄົນອື່ນກໍຈະເສົ້າໃຈຢ່າງບໍ່ຮູ້ຕົວຫຼັງຈາກການສົນທະນາຂອງເຂົາ. ສະພາວະຂອງຜູ້ຕິດຕາມປ່ຽນໄປຕາມສະພາວະຂອງຜູ້ນໍາ. ສິ່ງທີ່ຄົນປະຕິບັດພາລະກິດເປັນໃນຂ້າງໃນ ນັ້ນກໍຄືສິ່ງເຂົາສະແດງອອກມາ ແລະ ພາລະກິດຂອງພຣະວິນຍານບໍລິສຸດມັກຈະປ່ຽນແປງຕາມສະພາວະຂອງມະນຸດ. ພຣະອົງປະຕິບັດພາລະກິດຕາມປະສົບການຂອງມະນຸດ ແລະ ບໍ່ບັງຄັບພວກເຂົາ ແຕ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຊ່ວງເວລາແຫ່ງປະສົບການປົກກະຕິຂອງພວກເຂົາ. ນີ້ໝາຍຄວາມວ່າ ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາ, ສະແດງເຖິງຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ຫຼື ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນຕົວແທນໃຫ້ແກ່ທາງເຂົ້າ ແລະ ການປະຕິບັດຂອງເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ ແລະ ປະສົບການຂອງມະນຸດ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຄົນປະຕິບັດພາລະກິດສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຖືກຄົ້ນພົບໃນສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍປາສະຈາກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ມາຈາກຄວາມວ່າງເປົ່າ, ແຕ່ປະຕິບັດໂດຍສອດຄ່ອງກັບສະພາບຕົວຈິງ ແລະ ເງື່ອນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສຂອງມະນຸດ ແລະ ແນວຄິດເດີມຂອງເຂົາ ແລະ ຄວາມຄິດເດີມຂອງເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ເຂົາເຫັນ, ຜະເຊີນ ແລະ ສາມາດຈິນຕະນາການໄດ້ ແລະ ມັນສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ, ເຖິງແມ່ນວ່າມັນຄືທິດສະດີ ຫຼື ແນວຄິດ. ພາລະກິດຂອງມະນຸດບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ ຫຼື ສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ້ ບໍ່ວ່າຂະໜາດຂອງພາລະກິດຈະສໍ່າໃດກໍຕາມ. ທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກຄວາມຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ສິ່ງທີ່ມະນຸດສະແດງອອກປະສົບການຂອງພວກເຂົາ ໃນຂະນະທີ່ສິ່ງທີ່ພຣະເຈົ້າສະແດງອອກແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ, ຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນຄວາມເຂົ້າໃຈຂອງເຂົາ ແລະ ຄວາມຮູ້ທີ່ໄດ້ຮັບບົນພື້ນຖານການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ ແລະ ພື້ນຖານການສະແດງອອກຂອງພວກເຂົາແມ່ນອຸປະນິໄສ ແລະ ຄວາມສາມາດທີ່ເປັນທຳມະຊາດຂອງມະນຸດ, ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາມີປະສົບການ ແລະ ເຫັນ. ບໍ່ມີຜູ້ໃດສາມາດສົນທະນາໃນສິ່ງທີ່ພວກເຂົາບໍ່ໄດ້ມີປະສົບການ, ບໍ່ໄດ້ເຫັນ ຫຼື ຄວາມຄິດຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ພວກເຂົາບໍ່ມີການເປັນຢູ່ເຫຼົ່ານັ້ນຢູ່ພາຍໃນພວກເຂົາ. ຖ້າສິ່ງທີ່ສະແດງອອກບໍ່ໄດ້ມາຈາກປະສົບການຂອງເຂົາ, ແລ້ວມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງເຂົາ. ເວົ້າງ່າຍໆກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ເຂົາປະຕິບັດແມ່ນເປັນຕົວແທນໃຫ້ແກ່ການເປັນຢູ່ພາຍໃນຕົວເຂົາ. ຖ້າຜູ້ໃດຜູ້ໜຶ່ງສົນທະນາກ່ຽວກັບຄວາມເຂົ້າໃຈໃນການຂ້ຽນຕີ ແລະ ການພິພາກສາຂອງເຂົາ, ແຕ່ເຈົ້າບໍ່ມີປະສົບການໃນສິ່ງນັ້ນ, ເຈົ້າບໍ່ກ້າປະຕິເສດຄວາມຮູ້ຂອງເຂົາ, ແຮງໄກທີ່ເຂົາຈະກ້າໝັ້ນໃຈເຖິງໜຶ່ງຮ້ອຍເປີເຊັນເລີຍ. ນີ້ກໍຍ້ອນວ່າ ການສົນທະນາຂອງພວກເຂົາແມ່ນສິ່ງທີ່ເຈົ້າບໍ່ເຄີຍມີປະສົບການຈັກເທື່ອ, ສິ່ງທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ ແລະ ຈິດໃຈຂອງເຈົ້າບໍ່ສາມາດຈິນຕະນາການມັນອອກ. ຈາກຄວາມຮູ້ຂອງພວກເຂົາ, ສິ່ງທີ່ເຈົ້າພຽງແຕ່ສາມາດຮັບເອົາແມ່ນເສັ້ນທາງເພື່ອນໍາມາສູ່ການຂ້ຽນຕີ ແລະ ການພິພາກສາໃນອະນາຄົດ. ແຕ່ເສັ້ນທາງນີ້ສາມາດເປັນພຽງແຕ່ການເຂົ້າໃຈໂດຍອີງຕາມທິດສະດີ; ມັນບໍ່ສາມາດແທນທີ່ຄວາມເຂົ້າໃຈຂອງເຈົ້າເອງໄດ້, ແຮງໄກທີ່ຈະແທນທີ່ປະສົບການຂອງເຈົ້າ. ບາງຄັ້ງ ເຈົ້າຄິດວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງພໍສົມຄວນ, ແຕ່ໃນປະສົບການຂອງເຈົ້າເອງ, ເຈົ້າພົບວ່າມັນໃຊ້ການບໍ່ໄດ້ໃນຫຼາຍໆສິ່ງ. ບາງຄັ້ງ ເຈົ້າຮູ້ສຶກວ່າ ບາງສິ່ງທີ່ເຈົ້າໄດ້ຍິນແມ່ນໃຊ້ການບໍ່ໄດ້ແທ້ໆ; ເຈົ້າເຊື່ອແນວຄິດກ່ຽວກັບສິ່ງນັ້ນໃນເວລາໃດໜຶ່ງ ແລະ ເຖິງແມ່ນເຈົ້າຍອມຮັບມັນ, ເຈົ້າກໍພຽງແຕ່ເຮັດດ້ວຍຄວາມບໍ່ເຕັມໃຈເທົ່ານັ້ນ. ແຕ່ໃນປະສົບການຂອງເຈົ້າເອງ, ຄວາມຮູ້ທີ່ໃຫ້ແນວຄິດກັບເຈົ້າກາຍມາເປັນວິທີການປະຕິບັດຂອງເຈົ້າ ແລະ ຍິ່ງເຈົ້າປະຕິບັດຫຼາຍພຽງໃດ, ເຈົ້າກໍຍິ່ງເຂົ້າໃຈຄຸນຄ່າທີ່ແທ້ຈິງ ແລະ ຄວາມໝາຍຂອງຄຳເວົ້າທີ່ເຈົ້າໄດ້ຍິນຫຼາຍພຽງນັ້ນ. ຫຼັງຈາກທີ່ເຈົ້າມີປະສົບການຂອງເຈົ້າເອງ, ແລ້ວເຈົ້າກໍສາມາດລົມກ່ຽວກັບຄວາມຮູ້ທີ່ເຈົ້າຄວນມີກ່ຽວກັບສິ່ງທີ່ເຈົ້າໄດ້ຜະເຊີນ. ນອກຈາກນັ້ນ ເຈົ້າກໍ່ຍັງຈະສາມາດຈຳແນກລະຫວ່າງຄວາມຮູ້ຂອງຜູ້ໃດເປັນຈິງ ແລະ ໃຊ້ການໄດ້ ແລະ ຄວາມຮູ້ຂອງຜູ້ໃດທີ່ອີງຕາມທິດສະດີ ແລະ ບໍ່ມີຄ່າ. ສະນັ້ນ ບໍ່ວ່າຄວາມຮູ້ທີ່ເຈົ້າກຳລັງເວົ້າເຖິງຈະສອດຄ່ອງກັບຄວາມຈິງເປັນສ່ວນໃຫຍ່ ຫຼື ບໍ່ ແມ່ນຂຶ້ນກັບວ່າ ເຈົ້າມີປະສົບການທີ່ໃຊ້ການໄດ້ ຫຼື ບໍ່. ບ່ອນໃດທີ່ມີຄວາມຈິງໃນປະສົບການຂອງເຈົ້າ, ຄວາມຮູ້ຂອງເຈົ້າກໍຈະເປັນຄວາມຈິງ ແລະ ມີຄຸນຄ່າ. ຜ່ານປະສົບການຂອງເຈົ້າ, ເຈົ້າຍັງສາມາດໄດ້ຮັບການເບິ່ງອອກ ແລະ ຄວາມເຂົ້າໃຈ, ເຮັດໃຫ້ຄວາມຮູ້ຂອງເຈົ້າເລິກເຊິ່ງຂຶ້ນ ແລະ ເພີ່ມສະຕິປັນຍາຂອງເຈົ້າ ແລະ ສາມັນສຳນຶກກ່ຽວກັບວິທີທີ່ເຈົ້າຄວນປະພຶດຕົນເອງ. ຄວາມຮູ້ທີ່ຖືກສະແດງອອກໂດຍຄົນທີ່ບໍ່ມີຄວາມຈິງແມ່ນທິດສະດີ ບໍ່ວ່າມັນອາດສູງສົ່ງສໍ່າໃດກໍຕາມ. ຄົນປະເພດນີ້ອາດຈະສະຫຼາດຫຼາຍ ເມື່ອເວົ້າກ່ຽວກັບເລື່ອງຝ່າຍເນື້ອໜັງ ແຕ່ບໍ່ສາມາດແຍກແຍະເມື່ອເວົ້າກ່ຽວກັບເລື່ອງຝ່າຍວິນຍານ. ສິ່ງນີ້ເກີດຂຶ້ນກໍຍ້ອນວ່າຄົນດັ່ງກ່າວບໍ່ມີປະສົບການຫຍັງເລີຍກ່ຽວກັບເລື່ອງທັງໝົດໃນຝ່າຍວິນຍານ. ນີ້ແມ່ນຄົນທີ່ບໍ່ໄດ້ຮັບແສງສະຫວ່າງໃນເລື່ອງຝ່າຍວິນຍານ ແລະ ບໍ່ເຂົ້າໃຈວິນຍານ. ບໍ່ວ່າເຈົ້າຈະສະແດງຂອງຄວາມຮູ້ປະເພດໃດກໍຕາມ ຕາບໃດທີ່ມັນຄືການເປັນຢູ່ຂອງເຈົ້າ ແລ້ວມັນກໍເປັນປະສົບການສ່ວນຕົວຂອງເຈົ້າ, ຄວາມຮູ້ທີ່ແທ້ຈິງຂອງເຈົ້າ. ສິ່ງຄົນທີ່ເວົ້າພຽງແຕ່ທິດສະດີ ນັ້ນກໍຄື ຄົນທີ່ບໍ່ມີຄວາມຈິງ ຫຼື ຄວາມເປັນຈິງ ສົນທະນາກັນແມ່ນສາມາດຖືກເອີ້ນໄດ້ວ່າການເປັນຢູ່ຂອງພວກເຂົາ, ຍ້ອນພວກເຂົາມາເຖິງທິດສະດີຂອງພວກເຂົາ ພຽງແຕ່ຜ່ານການຕຶກຕອງຢ່າງເລິກເຊິ່ງ ແລະ ຍ້ອນຜົນທີ່ຂອງການໄຕ່ຕອງຢ່າງເລິກເຊິ່ງຂອງພວກເຂົາ, ແຕ່ມັນເປັນພຽງທິດສະດີເທົ່ານັ້ນ, ບໍ່ແມ່ນຫຍັງນອກຈາກຈິນຕະນາການ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 175)
ປະສົບການຂອງຄົນທຸກປະເພດເປັນຕົວແທນໃຫ້ແກ່ສິ່ງທີ່ຢູ່ພາຍໃນພວກເຂົາ. ຄົນທີ່ບໍ່ມີປະສົບການຝ່າຍວິນຍານບໍ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງຄວາມຈິງ ຫຼື ຄວາມຮູ້ທີ່ຖືກຕ້ອງກ່ຽວກັບເລື່ອງຝ່າຍວິນຍານຕ່າງໆ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ພວກເຂົາເປັນຢູ່ພາຍໃນ, ນີ້ຄືສິ່ງທີ່ແນ່ນອນ. ຖ້າຄົນໜຶ່ງປາຖະໜາທີ່ຈະມີຄວາມຮູ້ກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ຄວາມຮູ້ກ່ຽວກັບຄວາມຈິງ, ຄົນໆນັ້ນຕ້ອງມີປະສົບການທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບສາມັນສຳນຶກໃນຊີວິດຂອງມະນຸດຢ່າງຊັດເຈນ, ແລ້ວມັນຈະບໍ່ແຮງໄກບໍທີ່ເຈົ້າຈະສາມາດເວົ້າກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ? ຄົນທີ່ສາມາດນໍາພາຄຣິດສະຕະຈັກ, ສະໜອງຊີວິດໃຫ້ກັບຜູ້ຄົນ ແລະ ເປັນອັກຄະສາວົກໃຫ້ກັບຜູ້ຄົນ ຕ້ອງມີປະສົບການທີ່ແທ້ຈິງ; ພວກເຂົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ການເຂົ້າໃຈທີ່ຖືກຕ້ອງ ແລະ ປະສົບການແຫ່ງຄວາມຈິງ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ເທົ່ານັ້ນ ຈຶ່ງມີຄຸນສົມບັດໃນການເປັນຄົນປະຕິບັດພາລະກິດ ຫຼື ອັກຄະສາວົກທີ່ນໍາພາຄຣິດສະຕະຈັກ. ຖ້າບໍ່ດັ່ງນັ້ນ ພວກເຂົາພຽງແຕ່ສາມາດຕິດຕາມໃນຖານະຄົນທີ່ຕ້ອຍຕໍ່າສຸດ ແລະ ບໍ່ສາມາດນໍາພາໄດ້, ແຮງໄກທີ່ຈະເປັນອັກຄະສາວົກທີ່ສາມາດສະໜອງຊີວິດໃຫ້ກັບຜູ້ຄົນເລີຍ. ນີ້ກໍຍ້ອນວ່າ ໜ້າທີ່ຂອງອັກຄະສາວົກບໍ່ແມ່ນການແລ່ນໜີ ຫຼື ການຕໍ່ສູ້; ມັນແມ່ນເພື່ອປະຕິບັດພາລະກິດແຫ່ງລ້ຽງດູຊີວິດ ແລະ ນໍາພາຄົນອື່ນໃຫ້ປ່ຽນແປງອຸປະນິໄສຂອງພວກເຂົາ. ຄົນທີ່ປະຕິບັດໜ້າທີ່ນີ້ແມ່ນຖືກຝາກຝັງໃຫ້ແບກຮັບໜ້າທີ່ຮັບຜິດຊອບທີ່ໜັກໜ່ວງ, ຄວາມຮັບຜິດຊອບທີ່ບໍ່ແມ່ນຜູ້ໃດກໍຕາມຈະສາມາດແບກໄດ້. ພາລະກິດປະເພດນີ້ພຽງແຕ່ສາມາດປະຕິບັດໄດ້ໂດຍຄົນທີ່ການເປັນຢູ່ໃນຊີວິດ ນັ້ນກໍຄື ຄົນທີ່ມີປະສົບການແຫ່ງຄວາມຈິງ. ມັນບໍ່ສາມາດຖືກປະຕິບັດໂດຍຜູ້ໃດກໍຕາມທີ່ສາມາດຍອມຈໍານົນໄດ້, ສາມາດແລ່ນໜີ ຫຼື ເຕັມໃຈທີ່ຈະເສຍສະຫຼະຕົນເອງ; ຄົນທີ່ບໍ່ມີປະສົບການແຫ່ງຄວາມຈິງ, ຄົນທີ່ບໍ່ໄດ້ຖືກລິຮານ ຫຼື ພິພາກສາ ບໍ່ສາມາດປະຕິບັດພາລະກິດປະເພດນີ້ໄດ້. ຄົນທີ່ບໍ່ມີປະສົບການ, ຄົນທີ່ປາສະຈາກຄວາມເປັນຈິງ ແມ່ນບໍ່ສາມາດເຫັນຄວາມເປັນຈິງຢ່າງຊັດເຈນ ຍ້ອນພວກເຂົາເອງບໍ່ມີການເປັນຢູ່ປະເພດນີ້. ດັ່ງນັ້ນ ຄົນປະເພດນີ້ບໍ່ພຽງແຕ່ບໍ່ສາມາດປະຕິບັດພາລະກິດແຫ່ງການເປັນຜູ້ນໍາໄດ້, ແຕ່ຖ້າພວກເຂົາຍັງຄົງບໍ່ມີຄວາມຈິງເປັນເວລາດົນນານ ພວກເຂົາຈະຖືກໂຍນອອກ. ຄວາມເຂົ້າໃຈທີ່ເຈົ້າກ່າວສາມາດພິສູດໃຫ້ເຫັນຄວາມລໍາບາກທີ່ເຈົ້າຜະເຊີນໃນຊີວິດ, ເຫັນສິ່ງທີ່ເຈົ້າຖືກຂ້ຽນຕີ ແລະ ບັນຫາທີ່ເຮັດໃຫ້ເຈົ້າຖືກພິພາກສາ. ສິ່ງນີ້ເປັນຈິງໃນການທົດລອງເຊັ່ນດຽວກັນ: ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງບໍລິສຸດ, ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງອ່ອນແອ, ສິ່ງເຫຼົ່ານີ້ແມ່ນບ່ອນທີ່ເຮັດໃຫ້ຄົນໃດໜຶ່ງມີປະສົບການ, ສິ່ງທີ່ເຮັດໃຫ້ຄົນໃດໜຶ່ງມີຫົນທາງ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງຜິດຫວັງກັບຊີວິດແຕ່ງດອງ, ພວກເຂົາກໍມັກສົນທະນາກັນວ່າ “ຂອບຄຸນພຣະເຈົ້າ, ສັນລະເສີນພຣະອົງ, ຂ້ານ້ອຍຕ້ອງເຮັດເປັນທີ່ພໍໃຈພຣະອົງ ແລະ ຖວາຍຊີວິດທັງໝົດຂອງຂ້ານ້ອຍ ແລະ ຂ້ານ້ອຍຕ້ອງ ມອບການແຕ່ງດອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງຢ່າງສິ້ນເຊີງ. ຂ້ານ້ອຍເຕັມໃຈທີ່ຈະປະຕິຍານຊີວິດທັງໝົດຂອງຂ້ານ້ອຍໃຫ້ແກ່ພຣະອົງ”. ທຸກສິ່ງທີ່ຢູ່ໃນມະນຸດສາມາດສະແດງເຖິງສິ່ງທີ່ເຂົາເປັນຜ່ານການສົນທະນາ. ອັດຕາຄວາມໄວຂອງຄຳເວົ້າຂອງຄົນ, ບໍ່ວ່າພວກເຂົາຈະເວົ້າດັງ ຫຼື ງຽບ, ບັນຫາດັ່ງກ່າວທີ່ບໍ່ແມ່ນເລື່ອງຂອງປະສົບການ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາມີ ແລະ ເປັນ. ສິ່ງເຫຼົ່ານີ້ພຽງແຕ່ສາມາດບອກໄດ້ວ່າ ລັກສະນະຂອງພວກເຂົາດີ ຫຼື ຊົ່ວ ຫຼື ທຳມະຊາດຂອງພວກເຂົາດີ ຫຼື ຊົ່ວ, ແຕ່ພວກມັນບໍ່ສາມາດທຽບເທົ່າກັບວ່າຜູ້ໃດຜູ້ໜຶ່ງມີປະສົບການ ຫຼື ບໍ່. ຄວາມສາມາດທີ່ຈະສະແດງເຖິງຄົນໃດໜຶ່ງໃນເວລາທີ່ກຳລັງເວົ້າ ຫຼື ທັກສະ ຫຼື ຄວາມໄວຂອງຄຳເວົ້າ, ແມ່ນເປັນພຽງເລື່ອງການປະຕິບັດ ແລະ ບໍ່ສາມາດທົດແທນປະສົບການຂອງຜູ້ໃດຜູ້ໜຶ່ງ. ເມື່ອເຈົ້າເວົ້າກ່ຽວກັບປະສົບການສ່ວນຕົວຂອງເຈົ້າ, ເຈົ້າສົນທະນາໃນສິ່ງທີ່ເຈົ້າໃຫ້ຄວາມສຳຄັນ ແລະ ທຸກສິ່ງທີ່ຢູ່ພາຍໃນເຈົ້າ. ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ເຮົາຈະບໍ່ສາມາດສົນທະນາກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ; ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນທາດແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຂ້ຽນຕີມະນຸດ ແລະ ພິພາກສາມະນຸດ, ຍ້ອນວ່າມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ຜູ້ຄົນເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ. ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມຮູ້ສຶກຂອງພວກເຂົາສາມາດກວດຈັບໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ. ພຣະທຳທີ່ກ່າວໂດຍເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ພວກມັນສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ ເຊິ່ງເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ພຣະອົງຍັງສະແດງເຖິງການເປັນຢູ່ຂອງພຣະອົງ, ຍ້ອນວ່າ ແກ່ນແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ມັນຄືພາລະກິດທີ່ຖືກເຮັດສຳເລັດໂດຍພຣະວິນຍານ ເຖິງແມ່ນມັນຢູ່ນອກເໜືອການຢັ່ງເຖິງຂອງເນື້ອໜັງ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບມະນຸດຊາດ ແລະ ການເປີດເຜີຍໃຫ້ຜູ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາສາມາດຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດຊາດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 176)
ພາລະກິດທັງໝົດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດເພື່ອເປັນປະໂຫຍດແກ່ຜູ້ຄົນ; ມັນກ່ຽວກັບການສັ່ງສອນຜູ້ຄົນ; ບໍ່ມີພາລະກິດໃດທີ່ບໍ່ໃຫ້ຜົນປະໂຫຍດກັບຜູ້ຄົນ. ບໍ່ວ່າຄວາມຈິງຈະເລິກ ຫຼື ຕື້ນ ແລະ ບໍ່ວ່າຄວາມສາມາດຂອງຄົນທີ່ຍອມຮັບຄວາມຈິງຈະເປັນແນວໃດ, ມັນກໍໃຫ້ຜົນປະໂຫຍດກັບຜູ້ຄົນ. ແຕ່ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດເຮັດໃຫ້ສຳເລັດໂດຍກົງ; ມັນຕ້ອງຖືກສະແດງອອກຜ່ານຜູ້ຄົນທີ່ຮ່ວມມືກັບພຣະອົງ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜົນຂອງພາລະກິດຂອງພຣະວິນຍານບໍລິສຸດຈຶ່ງສາມາດຖືກຮັບເອົາໄດ້. ແນ່ນອນ ເມື່ອມັນເປັນພຣະວິນຍານບໍລິສຸດປະຕິບັດພາລະກິດໂດຍກົງ, ມັນບໍ່ໄດ້ຮັບການເຈືອປົນເລີຍ; ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດຜ່ານມະນຸດ, ມັນຈຶ່ງໄດ້ຮັບການເຈືອປົນຫຼາຍ ແລະ ບໍ່ແມ່ນພາລະກິດເດີມຂອງພຣະວິນຍານບໍລິສຸດ. ດ້ວຍວິທີນີ້ ຄວາມຈິງຈຶ່ງປ່ຽນແປງໃນລະດັບທີ່ແຕກຕ່າງ. ຜູ້ຕິດຕາມບໍ່ໄດ້ຮັບເຈດຕະນາເດີມຂອງພຣະວິນຍານບໍລິສຸດ, ແຕ່ເປັນການປະສົມກັນລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະສົບການ ແລະ ຄວາມຮູ້ຂອງມະນຸດ. ພາກສ່ວນຂອງສິ່ງທີ່ຜູ້ຕິດຕາມຮັບທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດຖືກຕ້ອງ, ໃນຂະນະທີ່ປະສົບການ ແລະ ຄວາມຮູ້ຂອງມະນຸດທີ່ໄດ້ຮັບແມ່ນມີຄວາມຫຼາກຫຼາຍ ຍ້ອນຄົນປະຕິບັດພາລະກິດແຕກຕ່າງກັນ. ຄົນປະຕິບັດພາລະກິດທີ່ມີແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດຈະສືບຕໍ່ມີປະສົບການ ໂດຍອີງຕາມແສງສະຫວ່າງ ແລະ ການນໍາພານີ້. ພາຍໃນປະສົບການເຫຼົ່ານີ້ແມ່ນປະສົມມີຈິດໃຈ ແລະ ປະສົບການຂອງມະນຸດ, ພ້ອມທັງການເປັນຢູ່ຂອງມະນຸດ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງໄດ້ຮັບຄວາມຮູ້ ຫຼື ຄວາມເຂົ້າໃຈທີ່ພວກເຂົາຄວນມີ. ສິ່ງນີ້ແມ່ນວິທີການປະຕິບັດຂອງມະນຸດຫຼັງຈາກທີ່ໄດ້ຜະເຊີນກັບຄວາມຈິງ. ວິທີການປະຕິບັດນີ້ບໍ່ຄືກັນສະເໝີໄປ ຍ້ອນຜູ້ຄົນມີປະສົບການທີ່ແຕກຕ່າງກັນ ແລະ ສິ່ງທີ່ຜູ້ຄົນສໍາຜັດກໍແຕກຕ່າງກັນ. ດ້ວຍວິທີນີ້ ແສງສະຫວ່າງດຽວກັນຂອງພຣະວິນຍານບໍລິສຸດກໍເກີດຜົນໃນຄວາມຮູ້ ແລະ ການປະຕິບັດທີ່ແຕກຕ່າງກັນ, ຍ້ອນຄົນທີ່ຮັບແສງສະຫວ່າງແມ່ນແຕກຕ່າງກັນ. ບາງຄົນເຮັດຜິດພາດເລັກນ້ອຍໃນລະຫວ່າງການປະຕິບັດ ໃນຂະນະທີ່ບາງຄົນເຮັດຜິດພາດຢ່າງຮ້າຍແຮງ ແລະ ບາງຄົນບໍ່ໄດ້ສ້າງຫຍັງເລີຍນອກຈາກຄວາມຜິດພາດ. ນີ້ກໍຍ້ອນວ່າ ຜູ້ຄົນແຕກຕ່າງກັນໃນຄວາມສາມາດທີ່ຈະເຂົ້າໃຈຂອງພວກເຂົາ ແລະ ຍັງເປັນຍ້ອນຄວາມສາມາດໂດຍທຳມະຊາດຂອງພວກເຮົາແຕກຕ່າງເຊັ່ນກັນ. ບາງຄົນມີຄວາມເຂົ້າໃຈບາງຢ່າງຫຼັງຈາກທີ່ໄດ້ຍິນຂໍ້ຄວາມ ແລະ ບາງຄົນມີຄວາມເຂົ້າໃຈອີກຢ່າງ ຫຼັງຈາກທີ່ໄດ້ຍິນຄວາມຈິງ. ບາງຄົນອອກນອກທາງເລັກນ້ອຍ, ໃນຂະນະທີ່ບາງຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄວາມຈິງເລີຍ. ດ້ວຍເຫດນັ້ນ ຄວາມເຂົ້າໃຈຂອງຄົນໆໜຶ່ງຈະກຳນົດວິທີທີ່ຄົນໆນັ້ນຈະນໍາພາຄົນອື່ນ; ສິ່ງນີ້ເປັນຈິງແນ່ນອນ, ຍ້ອນພາລະກິດຂອງຄົນໆໜຶ່ງແມ່ນເປັນພຽງການສະແດງອອກຂອງການເປັນຢູ່ຂອງຄົນໆນັ້ນເທົ່ານັ້ນ. ຜູ້ຄົນທີ່ຖືກນໍາພາໂດຍຄົນທີ່ມີຄວາມເຂົ້າໃຈຄວາມຈິງຢ່າງຖືກຕ້ອງຈະມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມຈິງເຊັ່ນກັນ. ເຖິງແມ່ນ ມີຄົນທີ່ມີຂໍ້ຜິດພາດໃນຄວາມເຂົ້າໃຈກໍມີຈຳນວນໜ້ອຍ ແລະ ບໍ່ແມ່ນໝົດທຸກຄົນທີ່ຈະມີຂໍ້ຜິດພາດ. ຖ້າຄົນໆໜຶ່ງມີຂໍ້ຜິດພາດໃນການທີ່ເຂົາເຂົ້າໃຈຄວາມຈິງ, ຄົນທີ່ຕິດຕາມເຂົາກໍຈະຜິດໂດຍບໍ່ຕ້ອງສົງໄສເຊັ່ນກັນ ແລະ ຄົນເຫຼົ່ານີ້ຈະຜິດໃນຄຳເວົ້າທຸກປະການ. ລະດັບຄວາມເຂົ້າໃຈທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດເປັນສ່ວນໃຫຍ່. ແນ່ນອນ ຄວາມຈິງຈາກພຣະເຈົ້າເປັນສິ່ງທີ່ຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ ແລະ ແນ່ນອນທີ່ສຸດ. ເຖິງຢ່າງໃດກໍຕາມ ຄົນປະຕິບັດພາລະກິດແມ່ນບໍ່ຖືກຕ້ອງທັງໝົດ ແລະ ບໍ່ສາມາດເວົ້າໄດ້ວ່າ ສາມາດເຊື່ອຖືໄດ້ທັງໝົດ. ຖ້າຄົນປະຕິບັດພາລະກິດມີວິທີການປະຕິບັດຄວາມຈິງ ທີ່ມີຄວາມເປັນຈິງຫຼາຍ ແລ້ວຜູ້ຕິດຕາມກໍຈະມີວິທີການປະຕິບັດເຊັ່ນດຽວກັນ. ຖ້າຄົນປະຕິບັດພາລະກິດບໍ່ມີວິທີການປະຕິບັດຄວາມຈິງ ມີແຕ່ທິດສະດີເທົ່ານັ້ນ, ແລ້ວຜູ້ຕິດຕາມຈະບໍ່ມີຄວາມເປັນຈິງໃດໆເລີຍ. ຄວາມສາມາດ ແລະ ທຳມະຊາດຂອງຜູ້ຕິດຕາມແມ່ນຖືກກຳນົດໂດຍການເກີດ ແລະ ບໍ່ກ່ຽວເນື່ອງກັບຄົນປະຕິບັດພາລະກິດ. ແຕ່ຂອບເຂດທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະເຈົ້າແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດ (ສິ່ງນີ້ເປັນຈິງສຳລັບບາງຄົນເທົ່ານັ້ນ). ບໍ່ວ່າຜູ້ຄົນປະຕິບັດພາລະກິດຈະເປັນແນວໃດກໍຕາມ, ຜູ້ຕິດຕາມທີ່ເຂົານໍາພາກໍຈະເປັນແນວນັ້ນ. ສິ່ງທີ່ຄົນປະຕິບັດພາລະກິດສະແດງອອກແມ່ນການເປັນຢູ່ຂອງເຂົາເອງ, ປາສະຈາກຂໍ້ຈຳກັດ. ຄວາມຮຽກຮ້ອງທີ່ເຂົາມີຕໍ່ຜູ້ທີ່ຕິດຕາມເຂົາແມ່ນສິ່ງທີ່ເຂົາເອງເຕັມໃຈເຮັດໃຫ້ບັນລຸ ຫຼື ສາມາດບັນລຸ. ຄົນປະຕິບັດພາລະກິດສ່ວນໃຫຍ່ໃຊ້ສິ່ງທີ່ພວກເຂົາເຮັດເປັນພື້ນໃນການຮຽກຮ້ອງຈາກຜູ້ຕິດຕາມຂອງພວກເຂົາ ໂດຍບໍ່ຄຳນຶງວ່າມີຫຼາຍສິ່ງທີ່ຜູ້ຕິດຕາມຂອງພວກເຂົາບໍ່ສາມາດບັນລຸໄດ້ເລີຍ ແລະ ສິ່ງທີ່ຄົນໆໜຶ່ງບໍ່ສາມາດບັນລຸໄດ້ກາຍມາເປັນອຸປະສັກໃນທາງເຂົ້າຂອງຄົນໆນັ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 177)
ມີການຄາດເຄື່ອນໜ້ອຍລົງໃນພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ, ການພິພາກສາ ແລະ ການຂ້ຽນຕີ ແລະ ການສະແດງອອກຂອງພາລະກິດຂອງພວກເຂົາກໍຖືກຕ້ອງຫຼາຍກວ່າ. ຄົນທີ່ອາໄສຄວາມເປັນທຳມະຊາດຂອງພວກເຂົາເພື່ອປະຕິບັດພາລະກິດແມ່ນເຮັດຜິດພາດຮ້າຍແຮງພໍສົມຄວນ. ພາລະກິດຂອງຜູ້ຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນສະແດງຄວາມເປັນທໍາມະຊາດຂອງພວກເຂົາເອງຫຼາຍເກີນໄປ ເຊິ່ງກໍ່ໃຫ້ເກີດອຸປະສັກໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ວ່າຄວາມສາມາດຂອງບຸກຄົນຈະດີສໍ່າໃດກໍຕາມ, ພວກເຂົາກໍຕ້ອງໄດ້ຜ່ານກັບການລິຮານ, ການຖືກຈັດການ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າໄດ້. ຖ້າພວກເຂົາຍັງບໍ່ໄດ້ຜ່ານການພິພາກສາດັ່ງກ່າວ, ບໍ່ວ່າພວກເຂົາຈະເຮັດໄດ້ດີພຽງໃດ ພາລະກິດຂອງພວກເຂົາກໍບໍ່ສາມາດສອດຄ່ອງກັບຫຼັກການແຫ່ງຄວາມຈິງໄດ້ ແລະ ເປັນຜົນຂອງຄວາມເປັນທຳມະຊາດຂອງພວກເຂົາເອງ ແລະ ຄວາມດີຂອງມະນຸດຢູ່ສະເໝີ. ພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ ແລະ ການພິພາກສາແມ່ນຖືກຕ້ອງຫຼາຍກວ່າພາລະກິດຂອງຄົນທີ່ບໍ່ເຄີຍຖືກລິຮານ, ຈັດການ ແລະ ພິພາກສາ. ຄົນທີ່ບໍ່ໄດ້ຜ່ານການພິພາກສາບໍ່ສະແດງອອກເຖິງຫຍັງນອກຈາກເນື້ອໜັງ ແລະ ຄວາມຄິດຂອງມະນຸດ ທີ່ເຈືອປົນກັບຄວາມສະຫຼາດ ແລະ ຄວາມສາມາດຕັ້ງແຕ່ເກີດຂອງມະນຸດ. ນີ້ບໍ່ແມ່ນການສະແດງອອກຢ່າງຖືກຕ້ອງຂອງມະນຸດກ່ຽວກັບພາລະກິດຂອງພຣະເຈົ້າ. ຄົນທີ່ຕິດຕາມຜູ້ຄົນດັ່ງກ່າວຖືກນໍາມາຢູ່ຕໍ່ໜ້າພວກເຂົາໂດຍຄວາມສາມາດມີມາຕັ້ງແຕ່ເກີດຂອງພວກເຂົາ. ຍ້ອນພວກເຂົາສະແດງອອກເຖິງຄວາມເຂົ້າໃຈ ແລະ ປະສົບການຫຼາຍຢ່າງເກີນໄປຂອງມະນຸດ, ເຊິ່ງເກືອບແຍກອອກຈາກເຈດຕະນາເດີມຂອງພຣະເຈົ້າ ແລະ ຫັນເຫຈາກສິ່ງນັ້ນຫຼາຍເກີນໄປ, ພາລະກິດຂອງຄົນປະເພດນີ້ຈຶ່ງບໍ່ສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້, ແຕ່ກົງກັນຂ້າມແມ່ນນໍາພວກເຂົາມາຢູ່ຕໍ່ໜ້າມະນຸດ. ສະນັ້ນ ຄົນທີ່ບໍ່ໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີແມ່ນບໍ່ມີຄຸນສົມບັດໃນການປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າ. ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ມອບທາງເຂົ້າທີ່ຍິ່ງໃຫຍ່ຂຶ້ນສູ່ຄວາມຈິງໃຫ້ແກ່ພວກເຂົາ. ພາລະກິດຂອງພຣະເຈົ້າສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະຫຼະພາບ ແລະ ຄວາມສາມາດໃນການເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ ແລະ ການມີທາງເຂົ້າທີ່ເລິກເຊິ່ງຫຼາຍຂຶ້ນໃນຄວາມຈິງເທື່ອລະໜ້ອຍ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ. ພາລະກິດຂອງເຂົາໂງ່ຈ້າ. ເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ ແລະ ສິ່ງທີ່ເຂົາຮຽກຮ້ອງຈາກຜູ້ຄົນບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ເຂົາບໍ່ປະຕິບັດພາລະກິດຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຍຶດຖືກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ເຂົານໍາພາເຈົ້າໃຫ້ກາຍເປັນຄືກັບເຂົາ; ເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົາມີ ແລະ ເປັນ. ເພື່ອທີ່ຜູ້ຕິດຕາມຈະແຍກແຍະວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ່, ສິ່ງສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມໄດ້ຮັບຫຼັກການຕາມຄວາມຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຮັບວິທີການປະຕິບັດທີ່ເໝາະສົມສຳລັບການປ່ຽນແປງຂອງພວກເຂົາ ຫຼື ບໍ່. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຂອງຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ. ຖ້າເຈົ້າບໍ່ສາມາດຈຳແນກວ່າ ການເປັນຜູ້ນໍາຂອງໃຜມີເສັ້ນທາງ ແລະ ຂອງໃຜບໍ່ມີ, ເຈົ້າກໍຈະຖືກຫຼອກລວງໄດ້ຢ່າງງ່າຍດາຍ. ທຸກສິ່ງນີ້ມີຄວາມກ່ຽວຂ້ອງໂດຍກົງກັບຊີວິດຂອງເຈົ້າເອງ. ມີຄວາມເປັນທຳມະຊາດຫຼາຍເກີນໄປໃນພາລະກິດຂອງຜູ້ຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ; ມັນປະປົນກັບຄວາມປະສົງຂອງມະນຸດຫຼາຍຢ່າງ. ການເປັນຢູ່ຂອງພວກເຂົາແມ່ນຄວາມເປັນທຳມະຊາດ, ສິ່ງທີ່ພວກເຂົາເກີດມາພ້ອມ. ມັນບໍ່ແມ່ນຊີວິດຫຼັງຈາກທີ່ຖືກຈັດການ ຫຼື ຄວາມເປັນຈິງຫຼັງຈາກທີ່ໄດ້ຮັບການປ່ຽນແປງ. ຄົນປະເພດນີ້ຈະສາມາດສົ່ງເສີມຄົນທີ່ກໍາລັງສະແຫວງຫາຊີວິດໄດ້ແນວໃດ? ຊີວິດດັ້ງເດີມທີ່ມະນຸດເປັນແມ່ນຄວາມສະຫຼາດ ແລະ ພອນສະຫວັນທີ່ມີມາຕັ້ງແຕ່ເກີດຂອງເຂົາ. ຄວາມສະຫຼາດ ຫຼື ພອນສະຫວັນປະເພດນີ້ຫ່າງຈາກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຢ່າງແນ່ນອນຫຼາຍ. ຖ້າມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ຖືກລິຮານ ແລະ ຈັດການ, ຈະມີຊ່ອງວ່າງທີ່ກວ້າງລະຫວ່າງສິ່ງທີ່ພວກເຂົາສະແດງອອກ ແລະ ຄວາມຈິງ; ສິ່ງທີ່ເຂົາສະແດງອອກຈະປະສົມກັບສິ່ງທີ່ບໍ່ແຈ່ມແຈ້ງ ເຊັ່ນ: ຈິນຕະນາການ ແລະ ປະສົບການຝ່າຍດຽວຂອງເຂົາ. ຍິ່ງໄປກວ່ານັ້ນ ບໍ່ວ່າເຂົາຈະປະຕິບັດພາລະກິດແນວໃດກໍຕາມ, ຜູ້ຄົນຮູ້ສຶກວ່າ ບໍ່ມີເປົ້າໝາຍໂດຍລວມ ແລະ ບໍ່ມີຄວາມຈິງທີ່ເໝາະສົມສຳລັບທາງເຂົ້າຂອງທຸກຄົນ. ສິ່ງທີ່ຮຽກຮ້ອງສ່ວນໃຫຍ່ຈາກຜູ້ຄົນແມ່ນຢູ່ນອກເໜືອຄວາມສາມາດຂອງພວກເຂົາ, ຄືກັບວ່າພວກເຂົາເປັນເປັດທີ່ຖືກໄລ່ໃຫ້ປີນງ່າໄມ້. ນີ້ແມ່ນພາລະກິດທີ່ມີຄວາມປະສົງຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຄວາມຄິດຂອງເຂົາ ແລະ ແນວຄິດຂອງເຂົາແຜ່ຄຸມໄປທົ່ວທຸກພາກສ່ວນໃນຮ່າງກາຍຂອງເຂົາ. ມະນຸດບໍ່ໄດ້ເກີດພ້ອມກັບສັນຊາດຕະຍານໃນການປະຕິບັດຄວາມຈິງ ຫຼື ເຂົາບໍ່ມີສັນຊາດຕະຍານທີ່ຈະເຂົ້າໃຈຄວາມຈິງໂດຍກົງ. ຖ້າປະກອບກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ເມື່ອບຸກຄົນທີ່ທຳມະຊາດປະເພດນີ້ປະຕິບັດພາລະກິດ, ມັນຈະບໍ່ກໍ່ໃຫ້ເກີດການລົບກວນບໍ? ແຕ່ວ່າມະນຸດທີ່ຖືກເຮັດໃຫ້ສົມບູນແມ່ນມີປະສົບການແຫ່ງຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອວ່າສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງໃນພາລະກິດຂອງເຂົາຈະຫາຍໄປເທື່ອລະໜ້ອຍ, ມົນທິນຂອງມະນຸດກໍຍິ່ງມີໜ້ອຍລົງ ແລະ ພາລະກິດ ແລະ ການບໍລິການຂອງເຂົາກໍຍິ່ງຫຍັບເຂົ້າໃກ້ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ສະນັ້ນ ພາລະກິດຂອງເຂົາເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ມັນຍັງກາຍມາເປັນຈິງອີກດ້ວຍ. ຄວາມຄິດທີ່ຢູ່ໃນຈິດໃຈຂອງມະນຸດຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດໂດຍສະເພາະ. ມະນຸດມີຈິນຕະນາການທີ່ອຸດົມສົມບູນ ແລະ ເຫດຜົນທີ່ສົມເຫດສົມຜົນ ແລະ ປະສົບການອັນຍາວນານໃນການຈັດການກັບເລື່ອງຕ່າງໆ. ຖ້າລັກສະນະເຫຼົ່ານີ້ບໍ່ຜ່ານການລິຮານ ແລະ ການເຮັດໃຫ້ຖືກຕ້ອງ, ພວກມັນທັງໝົດກໍຈະເປັນອຸປະສັກຕໍ່ພາລະກິດ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດບໍ່ສາມາດຢັ່ງເຖິງລະດັບທີ່ຖືກຕ້ອງທີ່ສຸດໄດ້, ໂດຍສະເພາະພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 178)
ພາລະກິດຂອງມະນຸດຢູ່ພາຍໃນຂອບເຂດ ແລະ ມີຂໍ້ຈຳກັດ. ຄົນໜຶ່ງພຽງແຕ່ສາມາດປະຕິບັດພາລະກິດຂອງໄລຍະໃດໜຶ່ງ ແລະ ບໍ່ສາມາດປະຕິບັດພາລະກິດຂອງຍຸກທັງໝົດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບ. ພາລະກິດຂອງມະນຸດພຽງແຕ່ສາມາດນໍາໃຊ້ໄດ້ກັບເວລາ ຫຼື ໄລຍະໃດໜຶ່ງ. ນີ້ກໍຍ້ອນປະສົບການຂອງມະນຸດມີຂອບເຂດຂອງມັນ. ຄົນໃດໜຶ່ງບໍ່ສາມາດປຽບທຽບພາລະກິດຂອງມະນຸດກັບພາລະກິດຂອງພຣະເຈົ້າໄດ້. ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງແມ່ນລ້ວນແລ້ວແຕ່ໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງສົມບູນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກເຕີມເຕັມດ້ວຍພຣະວິນຍານບໍລິສຸດຢ່າງສົມບູນ. ສິ່ງທີ່ມະນຸດສາມາດຜະເຊີນໄດ້ແມ່ນລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ສາມາດດໍາລົງຢູ່ໃນຄວາມເປັນຈິງຂອງປະສົບການຈິງຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຢູ່ສະເໝີ; ມັນບໍ່ແມ່ນວິທີການມີປະສົບການທີ່ຫັນເຫມາຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ມີຄວາມຫຼາກຫຼາຍຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງນັ້ນກໍຂຶ້ນກັບສະພາວະຂອງບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນອາດຖືກເອີ້ນໄດ້ວ່າ ເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ຜູ້ຄົນຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ ແລະ ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ປະສົບການຂອງພວກເຂົາຈຶ່ງຖຶກປະປົນຈົນເຖິງລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບການສ່ວນຕົວທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈຂອງພວກເຂົາໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມລັກສະນະຂອງຄວາມຈິງ. ຂອບເຂດຄວາມຈິງທີ່ມະນຸດຜະເຊີນແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ ຕາມສະພາບການຂອງແຕ່ລະຄົນ. ດ້ວຍວິທີນີ້ ຄວາມຮູ້ແຫ່ງຄວາມຈິງອັນດຽວກັນ ເຊິ່ງຖືກສະແດງອອກໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນີ້ໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ຫຼື ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ວ່າເປັນພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່. ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ເຮັດພາລະກິດທີ່ພຣະເຈົ້າຝາກຝັງໃຫ້ແກ່ພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ທີ່ຖືກສ່ອງແສງໂດຍພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ໄດ້ບັນລຸເງື່ອນໄຂທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງເຂົາແມ່ນພາລະກິດຂອງພຣະເຈົ້າ. ມະນຸດມີຫຼັກການໃນການປະຕິບັດພາລະກິດຂອງມະນຸດ ແລະ ມະນຸດທຸກຄົນມີປະສົບການທີ່ແຕກຕ່າງກັນ ແລະ ມີສະພາບການທີ່ແຕກຕ່າງກັນອອກໄປ. ພາລະກິດຂອງມະນຸດປະກອບມີປະສົບການທຸກຢ່າງຂອງເຂົາພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ປະສົບການເຫຼົ່ານີ້ພຽງແຕ່ສາມາດເປັນຕົວແທນໃຫ້ແກ່ການເປັນຢູ່ຂອງມະນຸດ ແລະ ບໍ່ໄດ້ເປັນຕົວແທນໃຫ້ແກ່ການເປັນຢູ່ຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເສັ້ນທາງທີ່ມະນຸດຍ່າງບໍ່ສາມາດເປັນເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ ຍ້ອນພາລະກິດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ ແລະ ພາລະກິດຂອງມະນຸດ ແລະ ປະສົບການຂອງມະນຸດບໍ່ແມ່ນຄວາມປະສົງອັນຄົບຖ້ວນຂອງພຣະວິນຍານບໍລິສຸດ. ພາລະກິດຂອງມະນຸດມີຄວາມສ່ຽງທີ່ຈະຕົກຢູ່ໃນກົດລະບຽບ ແລະ ວິທີການຂອງພາລະກິດຂອງເຂົາກໍຈະຖືກຈຳກັດໃຫ້ຢູ່ໃນຂອບເຂດທີ່ຈຳກັດຢ່າງງ່າຍດາຍ ແລະ ບໍ່ສາມາດນໍາຜູ້ຄົນເຂົ້າສູ່ຫົນທາງແຫ່ງອິດສະຫຼະໄດ້. ຜູ້ຕິດຕາມສ່ວນໃຫຍ່ມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດ ແລະ ວິທີການມີປະສົບການຂອງພວກເຂົາກໍຈະຖືກຈຳກັດໃນຂອບເຂດນັ້ນເຊັ່ນກັນ. ປະສົບການຂອງມະນຸດຖືກຈຳກັດຢູ່ສະເໝີ; ວິທີການຂອງພາລະກິດຂອງພວກເຂົາກໍຖືກຈຳກັດຢູ່ໃນສອງສາມປະເພດເຊັ່ນກັນ ແລະ ບໍ່ສາມາດທຽບກັບພາລະກິດຂອງພຣະວິນຍານບໍລິສຸດໄດ້ ຫຼື ພາລະກິດຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ປະສົບການຂອງມະນຸດແມ່ນມີຂໍ້ຈຳກັດ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງດ້ວຍວິທີໃດກໍຕາມ, ມັນກໍບໍ່ໄດ້ຖືກຜູກມັດໂດຍກົດລະບຽບ; ບໍ່ວ່າ ພາລະກິດນັ້ນຈະສຳເລັດລົງດ້ວຍວິທີໃດກໍຕາມ, ບໍ່ໄດ້ຖືກຈຳກັດດ້ວຍວິທີທາງໃດໜຶ່ງ. ບໍ່ມີກົດລະບຽບໃດໆໃນພາລະກິດຂອງພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງແມ່ນຖືກປ່ອຍ ແລະ ເປັນອິດສະຫຼະ. ບໍ່ວ່າ ມະນຸດຈະໃຊ້ເວລາຫຼາຍພຽງໃດໃນການຕິດຕາມພຣະອົງ, ເຂົາບໍ່ສາມາດກັ່ນຕອງເອົາກົດເກນໃດໜຶ່ງທີ່ປົກຄອງວິທີການປະຕິບັດພາລະກິດຂອງພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງມີຫຼັກການ ມັນກໍຖືກປະຕິບັດໃນວິທີທາງໃໝ່ຢູ່ສະເໝີ ແລະ ມີການພັດທະນາໃໝ່ຢູ່ສະເໝີ ແລະ ມັນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ໃນລະຫວ່າງຊ່ວງເວລາໜຶ່ງ ພຣະເຈົ້າອາດມີພາລະກິດຫຼາຍປະເພດທີ່ແຕກຕ່າງກັນ ແລະ ວິທີການນໍາພາຜູ້ຄົນທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ຜູ້ຄົນມີທາງເຂົ້າ ແລະ ການປ່ຽນແປງໃໝ່ຢູ່ສະເໝີ. ເຈົ້າບໍ່ສາມາດແຍກແຍະພຣະບັນຍັດຂອງພາລະກິດຂອງພຣະເຈົ້າໄດ້ ຍ້ອນພຣະອົງປະຕິບັດພາລະກິດໃນວິທີໃໝ່ຢູ່ສະເໝີ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຕິດຕາມຂອງພຣະເຈົ້າຈະບໍ່ຖືກຜູກມັດໂດຍກົດລະບຽບ. ພາລະກິດຂອງພຣະເຈົ້າເອງຫຼີກລ່ຽງແນວຄິດຂອງຜູ້ຄົນ ແລະ ຕໍ່ຕ້ານພວກມັນຢູ່ສະເໝີ. ມີພຽງຄົນທີ່ຕິດຕາມ ແລະ ສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງຈຶ່ງສາມາດປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ສາມາດມີຊີວິດຢ່າງອິດສະຫຼະໂດຍບໍ່ຢູ່ພາຍໃຕ້ກົດລະບຽບໃດໜຶ່ງ ຫຼື ຖືກຄວບຄຸມໂດຍແນວຄິດທາງສາສະໜາໃດໜຶ່ງ. ພາລະກິດຂອງມະນຸດຮຽກຮ້ອງຈາກຜູ້ຄົນ ໂດຍອີງຕາມປະສົບການຂອງເຂົາເອງ ແລະ ສິ່ງທີ່ເຂົາເອງສາມາດບັນລຸໄດ້. ມາດຕະຖານຂອງເງື່ອນໄຂເຫຼົ່ານີ້ແມ່ນຖືກຈຳກັດຢູ່ພາຍໃນຂອບເຂດໃດໜຶ່ງ ແລະ ວິທີການປະຕິບັດກໍມີຂໍ້ຈຳກັດຫຼາຍເຊັ່ນດຽວກັນ. ສະນັ້ນ ຜູ້ຕິດຕາມຈຶ່ງມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດນີ້ຢ່າງບໍ່ມີສະຕິ; ເມື່ອເວລາຜ່ານໄປ ສິ່ງຕ່າງໆເຫຼົ່ານີ້ກໍກາຍມາເປັນກົດລະບຽບ ແລະ ພິທີກຳ. ຖ້າພາລະກິດຂອງໄລຍະໜຶ່ງຖືກນໍາພາໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າເປັນການສ່ວນຕົວ ແລະ ບໍ່ໄດ້ຮັບການພິພາກສາ, ຜູ້ຕິດຕາມທັງໝົດຂອງເຂົາຈະກາຍເປັນນັກສາສະໜາ ແລະ ຜູ້ຊ່ຽວຊານໃນການຕໍ່ຕ້ານພຣະເຈົ້າ. ດ້ວຍເຫດນັ້ນ ຖ້າຜູ້ໃດໜຶ່ງເປັນຜູ້ນໍາທີ່ມີຄຸນສົມບັດ, ຄົນນັ້ນຕ້ອງຜ່ານການພິພາກສາ ແລະ ຍອມຮັບການຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ໄດ້ຜ່ານການພິພາກສາ, ເຖິງແມ່ນວ່າພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ກໍພຽງແຕ່ສະແດງສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງເທົ່ານັ້ນ. ໃນເວລານັ້ນ ພວກເຂົາຈະນໍາພາຜູ້ຄົນເຂົ້າສູ່ກົດລະບຽບທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ. ພາລະກິດທີ່ພຣະເຈົ້າປະຕິບັດບໍ່ສອດຄ່ອງກັບເນື້ອໜັງຂອງມະນຸດ. ມັນບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແຕ່ຕໍ່ຕ້ານແນວຄິດຂອງມະນຸດ; ມັນບໍ່ໄດ້ປະປົນກັບທາດແທ້ທີ່ບໍ່ແຈ່ມແຈ້ງຂອງສາສະໜາ. ຜົນຂອງພາລະກິດຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຖືກພຣະອົງເຮັດໃຫ້ສົມບູນ; ພວກມັນເປັນສິ່ງທີ່ຢູ່ນອກເໜືອການຢັ່ງຄິດຂອງມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 179)
ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບແກ່ນແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ແກ່ນແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ. ເຈົ້າສາມາດແຍກແຍະພຣະບັນຍັດໃດໜຶ່ງໃນຫົກພັນປີແຫ່ງພາລະກິດຂອງພຣະເຈົ້າບໍ? ມີກົດລະບຽບ ແລະ ຂໍ້ກຳນົດຫຼາຍຢ່າງໃນພາລະກິດທີ່ມະນຸດປະຕິບັດ ແລະ ສະໝອງຂອງມະນຸດກໍດື້ດ້ານເກີນໄປ. ສະນັ້ນ ສິ່ງທີ່ມະນຸດສະແດງອອກແມ່ນຄວາມຮູ້ ແລະ ການເປັນຈິງທີ່ຢູ່ພາຍໃນຂອບເຂດປະສົບການຂອງເຂົາ. ມະນຸດບໍ່ສາມາດສະແດງສິ່ງໃດກໍຕາມນອກຈາກສິ່ງນີ້. ປະສົບການ ຫຼື ຄວາມຮູ້ຂອງມະນຸດບໍ່ໄດ້ເກີດຈາກພອນສະຫວັນມາຕັ້ງແຕ່ເກີດຂອງເຂົາ ຫຼື ສັນຊາດຕະຍານຂອງເຂົາ; ພວກມັນເກີດຂຶ້ນກໍຍ້ອນການນໍາພາຂອງພຣະເຈົ້າ ແລະ ການດູແລໂດຍກົງຂອງພຣະເຈົ້າ. ມະນຸດມີພຽງແຕ່ໜ້າທີ່ຮັບເອົາການດູແລນີ້ ແລະ ບໍ່ມີໜ້າທີ່ສະແດງອອກສິ່ງທີ່ເປັນພຣະເຈົ້າໂດຍກົງ. ມະນຸດບໍ່ສາມາດເປັນແຫຼ່ງກຳເນີດໄດ້; ເຂົາພຽງແຕ່ສາມາດເປັນພາຊະນະທີ່ຮັບນໍ້າຈາກແຫຼ່ງກຳເນີດ; ນີ້ແມ່ນສັນຊາດຕະຍານຂອງມະນຸດ, ເຊິ່ງເປັນໜ້າທີ່ໆຄົນໜຶ່ງຕ້ອງມີໃນຖານະທີ່ເປັນມະນຸດ. ຖ້າບຸກຄົນໜຶ່ງສູນເສຍໜ້າທີ່ໆຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ສູນເສຍສັນຊາດຕະຍານຂອງມະນຸດ, ຄົນນັ້ນກໍສູນເສຍສິ່ງທີ່ລໍ້າຄ່າທີ່ສຸດເຊັ່ນດຽວກັນ, ບຸກຄົນນັ້ນຍັງ ສູນເສຍໜ້າທີ່ຂອງມະນຸດທີ່ຖືກສ້າງ. ຖ້າຄົນໜຶ່ງບໍ່ມີຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ຄົນນັ້ນກໍສູນເສຍໜ້າທີ່ຂອງເຂົາ, ໜ້າທີ່ໆເຂົາຄວນປະຕິບັດໃນຖານະທີ່ເປັນສິ່ງທີ່ຖືກສ້າງ ແລະ ສູນເສຍສັກສີຂອງການເປັນສິ່ງທີ່ຖືກສ້າງ. ມັນເປັນສັນຊາດຕະຍານຂອງພຣະເຈົ້າທີ່ຈະສະແດງໃຫ້ເຫັນວ່າ ຄວາມເປັນພຣະເຈົ້າແມ່ນຫຍັງ, ບໍ່ວ່າຄວາມເປັນພຣະເຈົ້າຈະຖືກສະແດງອອກໃນເນື້ອໜັງ ຫຼື ໂດຍພຣະວິນຍານໂດຍກົງ; ນີ້ແມ່ນພັນທະກິດຂອງພຣະເຈົ້າ. ມະນຸດສະແດງປະສົບການ ຫຼື ຄວາມຮູ້ຂອງເຂົາເອງ (ນັ້ນກໍຄື ສະແດງສິ່ງທີ່ເຂົາເປັນ) ໃນລະຫວ່າງພາລະກິດຂອງພຣະເຈົ້າ ຫຼື ພາຍຫຼັງ; ນີ້ແມ່ນສັນຊາດຕະຍານຂອງມະນຸດ ແລະ ໜ້າທີ່ຂອງມະນຸດ ແລະ ມັນແມ່ນສິ່ງທີ່ມະນຸດຄວນບັນລຸ. ເຖິງແມ່ນການສະແເດງອອກຂອງມະນຸດບໍ່ເປັນໄປຕາມສິ່ງທີ່ພຣະເຈົ້າສະແດງອອກ ແລະ ເຖິງແມ່ນການສະແດງອອກຂອງມະນຸດຖືກຜູກມັດໂດຍກົດລະບຽບຫຼາຍຢ່າງ, ມະນຸດຕ້ອງເຮັດໃຫ້ໜ້າທີ່ ທີ່ເຂົາຄວນເຮັດໃຫ້ສຳເລັດນັ້ນສຳເລັດລົງ ແລະ ປະຕິບັດໃນສິ່ງທີ່ພວກເຂົາຕ້ອງປະຕິບັດ. ມະນຸດຄວນປະຕິບັດທຸກສິ່ງທີ່ມະນຸດສາມາດເຮັດເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ເຂົາບໍ່ຄວນມີການລະເວັ້ນແມ່ນແຕ່ໜ້ອຍດຽວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 180)
ພວກເຈົ້າຕ້ອງຮູ້ຈັກຈຳແນກພາລະກິດຂອງພຣະເຈົ້າຈາກພາລະກິດຂອງມະນຸດ. ເຈົ້າສາມາດເຫັນຫຍັງໃນພາລະກິດຂອງມະນຸດ? ມີອົງປະກອບຫຼາຍຢ່າງກ່ຽວກັບປະສົບການຂອງມະນຸດໃນພາລະກິດຂອງເຂົາ; ສິ່ງທີ່ມະນຸດສະແດງອອກກໍຄືສິ່ງທີ່ເຂົາເປັນ. ພາລະກິດຂອງພຣະເຈົ້າເອງກໍສະແດງອອກເຖິງສິ່ງທີ່ພຣະອົງເປັນ ແຕ່ສິ່ງທີ່ພຣະອົງເປັນແມ່ນແຕກຕ່າງຈາກສິ່ງທີ່ມະນຸດເປັນ. ສິ່ງທີ່ມະນຸດເປັນແມ່ນຕົວແທນຂອງປະສົບການ ແລະ ຊີວິດຂອງມະນຸດ (ສິ່ງທີ່ມະນຸດຜະເຊີນ ຫຼື ພົບພໍ້ໃນຊີວິດຂອງເຂົາ ຫຼື ປັດຊະຍາສຳລັບການດຳລົງຊີວິດທີ່ເຂົາມີ) ແລະ ຄົນທີ່ມີຊີວິດໃນສະພາບແວດລ້ອມທີ່ແຕກຕ່າງກັນກໍສະແດງເຖິງການເປັນຢູ່ທີ່ແຕກຕ່າງກັນ. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ່ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດໃນຄອບຄົວຂອງເຈົ້າ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ໃນຂະນະທີ່ເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດວ່າ ພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ່. ພຣະອົງຮັບຮູ້ເຖິງທາດແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ເປັນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ງກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງທາດແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 181)
ພາລະກິດທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນຕົວແທນໃຫ້ແກ່ປະສົບການຂອງເນື້ອໜັງຂອງພຣະອົງ; ພາລະກິດທີ່ມະນຸດປະຕິບັດເປັນຕົວແທນໃຫ້ແກ່ປະສົບການຂອງມະນຸດ. ທຸກຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ. ພຣະເຈົ້າສາມາດສະແດງຄວາມຈິງໂດຍກົງ, ໃນຂະນະທີ່ມະນຸດພຽງແຕ່ສາມາດສະແດງປະສົບການທີ່ສອດຄ່ອງກັບການຜະເຊີນກັບຄວາມຈິງຂອງເຂົາເທົ່ານັ້ນ. ພາລະກິດຂອງພຣະເຈົ້າບໍ່ມີກົດລະບຽບ ແລະ ບໍ່ຢູ່ພາຍໃຕ້ເວລາ ຫຼື ຂໍ້ຈຳກັດທາງພູມສາດ. ພຣະອົງສາມາດສະແດງສິ່ງທີ່ພຣະອົງເປັນໃນເວລາໃດກໍໄດ້, ຢູ່ໃສກໍໄດ້. ພຣະອົງປະຕິບັດພາລະກິດດັ່ງທີ່ພຣະອົງພໍໃຈ. ພາລະກິດຂອງມະນຸດມີເງື່ອນໄຂ ແລະ ບໍລິບົດ; ຫາກປາສະຈາກສິ່ງເຫຼົ່ານັ້ນ ເຂົາກໍບໍ່ສາມາດປະຕິບັດພາລະກິດ ແລະ ບໍ່ສາມາດສະແດງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າໄດ້ ຫຼື ປະສົບການຂອງເຂົາທີ່ກ່ຽວກັບຄວາມຈິງ. ເພື່ອທີ່ຈະບອກວ່າສິ່ງໃດສິ່ງໜຶ່ງແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງມະນຸດ, ເຈົ້າພຽງແຕ່ຕ້ອງປຽບທຽບຄວາມແຕກຕ່າງລະຫວ່າງພາລະກິດເຫຼົ່ານັ້ນ. ຖ້າບໍ່ມີພາລະກິດທີ່ເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ມີພຽງແຕ່ພາລະກິດຂອງມະນຸດ, ເຈົ້າຈະຮູ້ຈັກຢ່າງງ່າຍດາຍວ່າ ການສັ່ງສອນຂອງມະນຸດນັ້ນສູງສົ່ງ, ນອກເໜືອຄວາມສາມາດຂອງຄົນໃດຄົນໜຶ່ງ; ນໍ້າສຽງໃນການເວົ້າຂອງພວກເຂົາ, ຫຼັກການຂອງພວກເຂົາໃນການເວົ້າ ແລະ ວິທີການປະຕິບັດພາລະກິດທີ່ມີປະສົບການ ແລະ ໝັ້ນຄົງຂອງພວກເຂົາແມ່ນຢູ່ນອກເໜືອການຢັ່ງເຖິງຂອງຄົນອື່ນ. ພວກເຈົ້າທຸກຄົນຍົກຍ້ອງຄົນເຫຼົ່ານີ້ທີ່ມີຄວາມສາມາດດີ ແລະ ຄວາມຮູ້ອັນສູງສົ່ງ, ແຕ່ເຈົ້າບໍ່ສາມາດເຫັນຈາກພາລະກິດ ແລະ ພຣະທຳຂອງພຣະເຈົ້າວ່າ ຄວາມເປັນມະນຸດຂອງພຣະອົງສູງສົ່ງພຽງໃດ. ກົງກັນຂ້າມ ພຣະອົງທຳມະດາ ແລະ ເມື່ອປະຕິບັດພາລະກິດ ພຣະອົງກໍທຳມະດາ ແລະ ເປັນຈິງ ແຕ່ບໍ່ສາມາດວັດແທກໄດ້ໂດຍມະນຸດ, ເຊິ່ງດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນຮູ້ສຶກເຄົາລົບນັບຖືພຣະອົງ. ບາງເທື່ອ ປະສົບການຂອງບຸກຄົນໃດໜຶ່ງໃນພາລະກິດຂອງເຂົາກໍກ້າວໜ້າຢ່າງຍິ່ງ ຫຼື ຈິນຕະນາການ ແລະ ການໃຫ້ເຫດຜົນຂອງເຂົາກໍກ້າວໜ້າຢ່າງຍິ່ງ, ແລະ ຄວາມເປັນມະນຸດຂອງເຂົາກໍດີເປັນພິເສດ; ລັກສະນະດັ່ງກ່າວພຽງແຕ່ສາມາດໄດ້ຮັບການເຄົາລົບຂອງຜູ້ຄົນ ແຕ່ບໍ່ສາມາດປຸກຄວາມເຄົາລົບຢຳເກງ ແລະ ຄວາມຢ້ານກົວຂອງພວກເຂົາໄດ້. ທຸກຄົນເຄົາລົບຄົນທີ່ສາມາດປະຕິບັດພາລະກິດໄດ້ເປັນຢ່າງດີ, ຄົນທີ່ມີປະສົບການຢ່າງເລິກເຊິ່ງເປັນພິເສດ ແລະ ຄົນທີ່ສາມາດປະຕິບັດຄວາມຈິງ ແຕ່ຜູ້ຄົນດັ່ງກ່າວບໍ່ສາມາດດຶງດູດຄວາມເຄົາລົບຢຳເກງໄດ້ຈັກເທື່ອ, ມີພຽງຄວາມເຄົາລົບ ແລະ ຄວາມອິດສາ. ແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າບໍ່ເຄົາລົບພຣະເຈົ້າ, ກົງກັນຂ້າມ ພວກເຂົາຮູ້ສຶກວ່າ ພາລະກິດຂອງພຣະອົງຢູ່ນອກເໜືອການຢັ່ງເຖິງຂອງມະນຸດ ແລະ ບໍ່ສາມາດຢັ່ງເຖິງໄດ້ໂດຍມະນຸດຄົນໃດ, ມັນເປັນພາລະກິດທີ່ສົດໃໝ່ ແລະ ອັດສະຈັນ. ເມື່ອຜູ້ຄົນຜະເຊີນກັບພາລະກິດຂອງພຣະເຈົ້າ, ຄວາມຮູ້ທຳອິດທີ່ພວກເຂົາມີກ່ຽວກັບພຣະອົງແມ່ນພຣະອົງບໍ່ສາມາດຢັ່ງເຖິງໄດ້, ມີສະຕິປັນຍາ ແລະ ອັດສະຈັນ ແລະ ພວກເຂົາກໍເຄົາລົບພຣະອົງຢ່າງບໍ່ມີສະຕິ ແລະ ຮູ້ສຶກເຖິງຄວາມເລິກລັບຂອງພາລະກິດທີ່ພຣະອົງປະຕິບັດ, ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງຈິດໃຈຂອງມະນຸດ. ຜູ້ຄົນພຽງແຕ່ຢາກສາມາດບັນລຸຕາມເງື່ອນໄຂຂອງພຣະອົງ, ເພື່ອເຮັດໃຫ້ເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະອົງ; ພວກເຂົາບໍ່ປາຖະໜາທີ່ຈະເປັນໃຫຍ່ກວ່າພຣະອົງ, ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນຢູ່ເໜືອຄວາມຄິດ ແລະ ຈິນຕະນາການຂອງມະນຸດຢູ່ແລ້ວ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ແມ່ນແຕ່ມະນຸດເອງຍັງບໍ່ຮູ້ຈັກເຖິງຄວາມຂາດຕົກບົກຜ່ອງຂອງເຂົາເອງເລີຍ, ແຕ່ພຣະເຈົ້າໄດ້ເປີດເສັ້ນທາງໃໝ່ ແລະ ມາເພື່ອນໍາມະນຸດເຂົ້າສູ່ໂລກທີ່ໃໝ່ ແລະ ສວຍງາມກວ່າເກົ່າ ແລະ ເພື່ອມະນຸດຊາດຈະມີຄວາມກ້າວໜ້າ ແລະ ມີການເລີ່ມຕົ້ນໃໝ່. ສິ່ງທີ່ມະນຸດຮູ້ສຶກກ່ຽວກັບພຣະອົງບໍ່ແມ່ນການເຄົາລົບ ຫຼື ກົງກັນຂ້າມ ບໍ່ແມ່ນພຽງການເຄົາລົບ. ປະສົບການທີ່ເລິກເຊິ່ງທີ່ສຸດຂອງພວກເຂົາແມ່ນຄວາມເຄົາລົບຢຳເກງ ແລະ ຄວາມຮັກ; ຄວາມຮູ້ສຶກຂອງພວກເຂົາກໍຄືພຣະເຈົ້ານັ້ນອັດສະຈັນຢ່າງແທ້ຈິງ. ພຣະອົງປະຕິບັດພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້, ກ່າວໃນສິ່ງທີ່ມະນຸດບໍ່ສາມາດກ່າວໄດ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຜະເຊີນກັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ຢູ່ຕະຫຼອດເວລາ. ຄົນທີ່ມີປະສົບການຢ່າງເລິກເຊິ່ງກໍສາມາດເຂົ້າໃຈຄວາມຮັກຂອງພຣະເຈົ້າ; ພວກເຂົາສາມາດຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະອົງ, ຮູ້ສຶກວ່າພາລະກິດຂອງພຣະອົງມີສະຕິປັນຍາຫຼາຍ, ອັດສະຈັນຫຼາຍ ແລະ ດ້ວຍວິທີນີ້ຈຶ່ງກໍ່ໃຫ້ເກີດລິດອຳນາດທີ່ບໍ່ມີສິ້ນສຸດທ່າມກາງພວກເຂົາ. ມັນບໍ່ແມ່ນຄວາມຢ້ານກົວ ຫຼື ຄວາມຮັກບາງຄັ້ງບາງຄາວ ແລະ ຄວາມນັບຖື, ແຕ່ເປັນຄວາມຮູ້ສຶກອັນເລິກເຊິ່ງເຖິງຄວາມເຫັນອົກເຫັນໃຈຂອງພຣະເຈົ້າທີ່ມີສຳລັບມະນຸດ ແລະ ຄວາມອົດທົນຕໍ່ເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ໄດ້ຜະເຊີນກັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງກໍຮູ້ສຶກເຖິງສະຫງ່າງາມຂອງພຣະອົງ ແລະ ພຣະອົງບໍ່ສາມາດທົນຕໍ່ການເຮັດຜິດໄດ້. ແມ່ນແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຫຼາຍຢ່າງກໍຍັງບໍ່ສາມາດຢັ່ງເຖິງພຣະອົງໄດ້; ທຸກຄົນທີ່ເຄົາລົບພຣະອົງຢ່າງແທ້ຈິງກໍຮູ້ຈັກວ່າ ພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແຕ່ຂັດກັບແນວຄິດຂອງພວກເຂົາຕະຫຼອດເວລາ. ພຣະອົງບໍ່ຕ້ອງການຄົນໃຫ້ເຄົາລົບເຂົາໂດຍສິ້ນເຊີງ ຫຼື ສະແດງໃຫ້ເຫັນເຖິງການປາກົດຕົວຂອງການຍອມຢູ່ພາຍໃຕ້ພຣະອົງ; ກົງກັນຂ້າມ ພວກເຂົາຄວນບັນລຸຄວາມເຄົາລົບຢ່າງແທ້ຈິງ ແລະ ການຍອມຢ່າງແທ້ຈິງ. ໃນພາລະກິດທີ່ຫຼວງຫຼາຍຂອງພຣະອົງ ຄົນໃດທີ່ມີປະສົບການທີ່ແທ້ຈິງຮູ້ສຶກເຄົາລົບສຳລັບພຣະອົງ, ເຊິ່ງຢູ່ສູງກວ່າການຍົກຍ້ອງ. ຄົນທີ່ໄດ້ເຫັນອຸປະນິໄສຂອງພຣະອົງຍ້ອນພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນ ພວກເຂົາກໍເຄົາລົບພຣະອົງໃນຫົວໃຈຂອງພວກເຂົາ. ພຣະເຈົ້າສົມຄວນແກ່ການເຄົາລົບ ແລະ ເຊື່ອຟັງ, ຍ້ອນການເປັນຢູ່ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງບໍ່ຄືກັບສິ່ງທີ່ຖືກສ້າງ ແລະ ຢູ່ເໜືອສິ່ງທີ່ຖືກສ້າງ. ພຣະເຈົ້າເປັນຢູ່ເອງ ແລະ ຢູ່ຊົ່ວນິດນິລັນດອນ, ພຣະອົງບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ມີແຕ່ພຣະອົງທີ່ສົມຄວນແກ່ການເຄົາລົບ ແລະ ຄວາມເຊື່ອຟັງ; ມະນຸດບໍ່ມີຄຸນສົມບັດສຳລັບສິ່ງນີ້. ສະນັ້ນ ທຸກຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງກໍຮູ້ສຶກເຄົາລົບຕໍ່ພຣະອົງ. ເຖິງຢ່າງໃດກໍຕາມ ຄົນທີ່ບໍ່ປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງ, ນັ້ນກໍຄື ຄົນທີ່ບໍ່ນັບຖືພຣະອົງເປັນພຣະເຈົ້າເລີຍນັ້ນ ແມ່ນບໍ່ມີຄວາມເຄົາລົບໃດເລີຍຕໍ່ພຣະອົງ ແລະ ເຖິງແມ່ນວ່າພວກເຂົາຕິດຕາມພຣະອົງ ພວກເຂົາບໍ່ໄດ້ຖືກເອົາຊະນະ; ພວກເຂົາເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ສິ່ງທີ່ພຣະອົງໝາຍເຖິງໃນການບັນລຸໂດຍປະຕິບັດພາລະກິດແບບນັ້ນກໍແມ່ນເພື່ອສິ່ງທີ່ຖືກສ້າງທັງໝົດມີຫົວໃຈແຫ່ງການເຄົາລົບພຣະຜູ້ສ້າງ, ນະມັດສະການພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງໂດຍບໍ່ມີເງື່ອນໄຂ. ນີ້ຄືຜົນສຸດທ້າຍທີ່ທຸກພາລະກິດຂອງພຣະອົງມຸ່ງໝາຍທີ່ຈະເຮັດໃຫ້ສຳເລັດ. ຖ້າຫາກຄົນທີ່ໄດ້ຜະເຊີນພາລະກິດດັ່ງກ່າວບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ຖ້າການບໍ່ເຊື່ອຟັງຂອງພວກເຂົາໃນອະດີດບໍ່ປ່ຽນແປງເລີຍ, ແລ້ວພວກເຂົາກໍຈະຖືກກຳຈັດຢ່າງແນ່ນອນ. ຖ້າຫາກທ່າທີຂອງຄົນໃດໜຶ່ງທີ່ມີຕໍ່ພຣະເຈົ້າເປັນພຽງການຍົກຍ້ອງພຣະອົງ ຫຼື ສະແດງຄວາມນັບຖືຢູ່ໄກໆ ແລະ ບໍ່ໄດ້ຮັກແມ່ນແຕ່ໜ້ອຍດຽວ, ແລ້ວນີ້ກໍຄືຜົນທີ່ຄົນປາສະຈາກຫົວໃຈແຫ່ງຄວາມຮັກສຳລັບພຣະເຈົ້າໄດ້ມາເຖິງ ແລະ ຄົນນັ້ນຂາດສະພາບທີ່ຈະຖືກເຮັດໃຫ້ສົມບູນ. ຖ້າພາລະກິດຢ່າງຫຼວງຫຼາຍບໍ່ສາມາດໄດ້ຮັບຄວາມຮັກທີ່ແທ້ຈິງຈາກບຸກຄົນໃດໜຶ່ງ, ແລ້ວບຸກຄົນນັ້ນບໍ່ໄດ້ຮັບພຣະເຈົ້າ ແລະ ບໍ່ສະແຫວງຫາຄວາມຈິງຢ່າງແທ້ຈິງ. ຄົນທີ່ບໍ່ຮັກພຣະເຈົ້າກໍບໍ່ຮັກຄວາມຈິງ ແລະ ດ້ວຍເຫດນັ້ນ ກໍບໍ່ສາມາດຮັບພຣະເຈົ້າໄດ້ ແຮງໄກທີ່ຈະຮັບເອົາການຍິນຍອມຈາກພຣະເຈົ້າ. ຄົນດັ່ງກ່າວ ບໍ່ວ່າພວກເຂົາຈະຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດແນວໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຜະເຊີນກັບການພິພາກສາແນວໃດ ກໍຕາມ ແມ່ນບໍ່ສາມາດເຄົາລົບພຣະເຈົ້າໄດ້. ນີ້ແມ່ນຄົນທີ່ມີທຳມະຊາດທີ່ບໍ່ສາມາດປ່ຽນແປງໄດ້, ເຊິ່ງເປັນຄົນທີ່ມີອຸປະນິໄສທີ່ຊົ່ວຮ້າຍທີ່ສຸດ. ທຸກຄົນທີ່ບໍ່ເຄົາລົບພຣະເຈົ້າຕ້ອງຖືກກຳຈັດ, ເປັນຈຸດມຸ່ງໝາຍຂອງການລົງໂທດ ແລະ ຈະຖືກລົງໂທດຄືກັບຄົນທີ່ເຮັດສິ່ງຊົ່ວຮ້າຍ, ຍິ່ງທົນທຸກຫຼາຍກວ່າຄົນທີ່ໄດ້ເຮັດສິ່ງທີ່ບໍ່ຊອບທຳ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 182)
ໃນທີ່ສຸດແລ້ວ, ພາລະກິດຂອງພຣະເຈົ້າກໍແຕກຕ່າງຈາກພາລະກິດຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການສະແດງອອກຂອງພຣະເຈົ້າຈະຄືກັບຂອງມະນຸດໄດ້ແນວໃດ? ພຣະເຈົ້າກໍມີອຸປະນິໄສສະເພາະຂອງພຣະເຈົ້າເອງ, ໃນຂະນະທີ່ມະນຸດກໍມີໜ້າທີ່ໆມະນຸດຄວນປະຕິບັດ. ອຸປະນິໄສຂອງພຣະເຈົ້າແມ່ນຖືກສະແດງອອກໃນພາລະກິດຂອງພຣະອົງ, ໃນຂະນະທີ່ໜ້າທີ່ຂອງມະນຸດກໍປະກອບຢູ່ໃນປະສົບການຂອງມະນຸດ ແລະ ຖືກສະແດງອອກໃນການສະແຫວງຫາຂອງມະນຸດ. ສະນັ້ນ ມັນຈຶ່ງເຫັນໄດ້ຊັດເຈນຜ່ານພາລະກິດທີ່ຖືກດຳເນີນ ບໍ່ວ່າຈະເປັນການສະແດງອອກຂອງພຣະເຈົ້າ ຫຼື ຂອງມະນຸດ. ມັນບໍ່ຈຳເປັນຕ້ອງໄດ້ຮັບການອະທິບາຍໂດຍພຣະເຈົ້າເອງ ຫຼື ມັນບໍ່ໄດ້ຮຽກຮ້ອງໃຫ້ມະນຸດພະຍາຍາມເປັນພະຍານ; ຍິ່ງໄປກວ່ານັ້ນ ມັນບໍ່ໄດ້ຕ້ອງການໃຫ້ພຣະເຈົ້າເອງຢັບຢັ້ງຄົນໃດໜຶ່ງ. ທຸກສິ່ງນີ້ເກີດຂຶ້ນດັ່ງການເປີດເຜີຍໂດຍທຳມະຊາດ; ມັນບໍ່ແມ່ນການບັງຄັບ ຫຼື ສິ່ງທີ່ມະນຸດສາມາດແຊກແຊງໄດ້. ໜ້າທີ່ຂອງມະນຸດແມ່ນສາມາດຮູ້ຈັກໄດ້ຜ່ານປະສົບການຂອງເຂົາ ແລະ ມັນບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປະຕິບັດພາລະກິດເພີ່ມເຕີມຈາກປະສົບການ. ແກ່ນແທ້ທຸກຢ່າງຂອງມະນຸດສາມາດຖືກເປີດເຜີຍອອກເມື່ອເຂົາປະຕິບັດໜ້າທີ່ຂອງເຂົາ, ໃນຂະນະທີ່ພຣະເຈົ້າສາມາດສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ຖ້າມັນເປັນພາລະກິດຂອງມະນຸດ ແລ້ວມັນກໍບໍ່ສາມາດຖືກປົກປິດໄດ້. ຖ້າມັນເປັນພາລະກິດຂອງພຣະເຈົ້າ ແລ້ວອຸປະນິໄສຂອງພຣະເຈົ້າຍິ່ງເປັນໄປບໍ່ໄດ້ທີ່ຈະຖືກປົກປິດໂດຍຄົນໃດຄົນໜຶ່ງ, ແຮງໄກທີ່ຈະສາມາດຖືກຄວບຄຸມໂດຍມະນຸດ. ບໍ່ສາມາດເວົ້າໄດ້ວ່າມະນຸດເປັນພຣະເຈົ້າ ຫຼື ພາລະກິດ ແລະ ຄຳເວົ້າຂອງເຂົາແມ່ນບໍ່ສາມາດເບິ່ງໄດ້ວ່າເປັນສິ່ງບໍລິສຸດ ຫຼື ຖືວ່າບໍ່ສາມາດປ່ຽນແປງໄດ້. ບໍ່ສາມາດເວົ້າໄດ້ວ່າພຣະເຈົ້າເປັນມະນຸດ ຍ້ອນພຣະອົງສວມຕົນເອງດ້ວຍເນື້ອໜັງ ແຕ່ພາລະກິດຂອງພຣະອົງກໍບໍ່ສາມາດຖືວ່າເປັນພາລະກິດຂອງມະນຸດ ຫຼື ໜ້າທີ່ຂອງມະນຸດໄດ້. ຍິ່ງໄປກວ່ານັ້ນ ຖ້ອຍຄຳຂອງພຣະເຈົ້າ ແລະ ຈົດໝາຍຂອງໂປໂລກໍບໍ່ສາມາດເຮັດໃຫ້ເທົ່າທຽມກັນໄດ້ ຫຼື ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ຄຳສັ່ງສອນຂອງມະນຸດກໍບໍ່ສາມາດເວົ້າໄດ້ວ່າເທົ່າທຽມກັນໄດ້. ສະນັ້ນ ຈຶ່ງມີຫຼັກການທີ່ແຍກແຍະພາລະກິດຂອງພຣະເຈົ້າອອກຈາກພາລະກິດຂອງມະນຸດ. ສິ່ງນີ້ຖືກຈຳແນກໂດຍອີງຕາມທາດແທ້ຂອງມັນ, ບໍ່ແມ່ນຂອບເຂດຂອງພາລະກິດ ຫຼື ປະສິດທິພາບຊົ່ວຄາວຂອງພາລະກິດນັ້ນໆ. ໃນຫົວຂໍ້ນີ້ ຄົນສ່ວນໃຫຍ່ແມ່ນຜິດພາດກ່ຽວກັບຫຼັກການ. ນີ້ກໍເພາະວ່າ ມະນຸດເບິ່ງແຕ່ພາຍນອກ ເຊິ່ງພວກເຂົາສາມາດບັນລຸໄດ້, ໃນຂະນະທີ່ພຣະເຈົ້າເບິ່ງທີ່ທາດເແທ້ ເຊິ່ງບໍ່ສາມາດສັງເກດເຫັນດ້ວຍສາຍຕາທາງເນື້ອໜັງຂອງມະນຸດຊາດໄດ້. ຖ້າເຈົ້າຖືວ່າພຣະທຳ ແລະ ພາລະກິດຂອງພຣະເຈົ້າເປັນໜ້າທີ່ຂອງມະນຸດປົກກະຕິ ແລະ ເບິ່ງພາລະກິດຂະໜາດໃຫຍ່ຂອງມະນຸດເປັນພາລະກິດຂອງພຣະເຈົ້າທີ່ຖືກປົກຄຸມໃນເນື້ອໜັງ ເຊິ່ງກົງກັນຂ້າມກັບໜ້າທີ່ໆມະນຸດປະຕິບັດ, ແລ້ວເຈົ້າບໍ່ໄດ້ເຂົ້າໃຈຫຼັກການຜິດບໍ? ຈົດໝາຍ ແລະ ຊີວະປະຫວັດຂອງມະນຸດແມ່ນສາມາດຖືກສ້າງຂຶ້ນໄດ້ຢ່າງງ່າຍດາຍ, ແຕ່ມັນຢູ່ບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ມະນຸດບໍ່ສາມາດເຮັດໃຫ້ຖ້ອຍຄຳ ແລະ ພາລະກິດຂອງພຣະເຈົ້າສຳເລັດໄດ້ຢ່າງງ່າຍດາຍ ຫຼື ບັນລຸໄດ້ໂດຍສະຕິປັນຍາ ແລະ ຄວາມຄິດຂອງມະນຸດ ຫຼື ຜູ້ຄົນບໍ່ສາມາດອະທິບາຍໄດ້ຢ່າງລະອຽດຫຼັງຈາກທີ່ໄດ້ຄົ້ນຄວ້າພວກເຂົາ. ຖ້າເລື່ອງຫຼັກການເຫຼົ່ານີ້ບໍ່ມີປະຕິກິລິຍາໃນຕົວພວກເຈົ້າ, ແລ້ວຄວາມເຊື່ອຂອງພວກເຈົ້າກໍບໍ່ເປັນຈິງ ແລະ ບໍ່ໄດ້ຖືກຫຼໍ່ຫຼອມຢ່າງຊັດເຈນ. ມັນພຽງແຕ່ສາມາດເວົ້າໄດ້ວ່າຄວາມເຊື່ອຂອງພວກເຈົ້າແມ່ນເຕັມໄປດ້ວຍຄວາມບໍ່ແຈ່ມແຈ້ງ ແລະ ທັງສົບສົນ ແລະ ຂາດຫຼັກການອີກດ້ວຍ. ຫາກບໍ່ມີແມ່ນແຕ່ການເຂົ້າໃຈບັນຫາພື້ນຖານທີ່ສຳຄັນທີ່ສຸດຂອງພຣະເຈົ້າ ແລະ ມະນຸດ, ຄວາມເຊື່ອປະເພດນີ້ຈະບໍ່ແມ່ນຄວາມເຊື່ອແບບຂາດຄວາມສໍານຶກບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຢືນຢູ່ຈຸດໃດໃນຈົດໝາຍສິບສາມສະບັບ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 183)
ພຣະເຢຊູຢູ່ເທິງແຜ່ນດີນໂລກນີ້ເປັນເວລາສາມສິບສາມປີເຄິ່ງ, ພຣະອົງມາປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ຜ່ານການຖືກຄຶງໃສ່ໄມ້ກາງແຂນນັ້ນ ພຣະເຈົ້າໄດ້ຮັບໜຶ່ງສ່ວນຂອງຄວາມສະຫງ່າລາສີຂອງພຣະອົງ. ເມື່ອພຣະເຈົ້າສະຖິດເຂົ້າສູ່ເນື້ອໜັງ ພຣະອົງສາມາດທີ່ຈະອ່ອນນ້ອມ ແລະ ລີ້ລັບ ແລະ ສາມາດທົນທຸກທໍລະມານໄດ້ຢ່າງຫຼວງຫຼາຍ. ເຖິງແມ່ນວ່າພຣະອົງເປັນພຣະເຈົ້າເອງ, ພຣະອົງກໍຍັງຕ້ອງອົດທົນຕໍ່ຄວາມອັບອາຍທຸກຢ່າງ ແລະ ທຸກການຂົ່ມເຫັງ ແລະ ພຣະອົງອົດທົນຕໍ່ຄວາມເຈັບປວດແສນສາຫັດໃນການຖືກຄຶງໃສ່ໄມ້ກາງແຂນເພື່ອໃຫ້ສຳເລັດພາລະກິດການໄຖ່ບາບ. ພາຍຫລັງທີ່ພາລະກິດໃນໄລຍະນີ້ສິ້ນສຸດລົງ, ເຖິງແມ່ນວ່າ ຜູ້ຄົນໄດ້ເຫັນວ່າ ພຣະເຈົ້າໄດ້ຮັບຄວາມສະຫງ່າລາສີອັນຍິ່ງໃຫຍ່ກໍຕາມ, ສິ່ງນີ້ກໍບໍ່ໄດ້ແມ່ນຄວາມສະຫງ່າລາສີທັງໝົດຂອງພຣະອົງ; ມັນເປັນພຽງຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ເຊິ່ງພຣະອົງໄດ້ຮັບຈາກພຣະເຢຊູ. ເຖິງແມ່ນວ່າ ພຣະເຢຊູຈະສາມາດທົນທຸກຕໍ່ຄວາມຍາກລໍາບາກນາໆປະການກໍຕາມ, ສາມາດອ່ອນນ້ອມ ແລະ ລີ້ລັບ, ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຈົ້າກໍພຽງແຕ່ໄດ້ຮັບຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ແລະ ຄວາມສະຫງ່າລາສີຂອງພຣະອົງໃນອິດສະຣາເອນ. ພຣະເຈົ້າຍັງມີຄວາມສະຫງ່າລາສີສ່ວນອື່ນໆອີກ: ການມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຢ່າງແທ້ຈິງ ແລະ ສ້າງກຸ່ມຄົນໃຫ້ສົມບູນ. ໃນລະຫວ່າງຂັ້ນຕອນພາລະກິດຂອງພຣະເຢຊູ, ພຣະອົງໄດ້ເຮັດສິ່ງເໜືອທຳມະຊາດ ແຕ່ຂັ້ນຕອນຂອງພາລະກິດດັ່ງກ່າວນັ້ນແມ່ນເພື່ອປະຕິບັດໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເທົ່ານັ້ນ. ໂດຍພື້ນຖານແລ້ວ ແມ່ນເພື່ອສະແດງໃຫ້ເຫັນວ່າ ພຣະເຢຊູສາມາດທົນຕໍ່ຄວາມເຈັບປວດ ແລະ ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຢຊູສາມາດຮັບເອົາຄວາມເຈັບປວດອັນໃຫຍ່ຫຼວງນັ້ນໄດ້ ຍ້ອນວ່າພຣະອົງຮັກພຣະເຈົ້າ ແລະ ເຖິງແມ່ນວ່າ ພຣະເຈົ້າໄດ້ປະຖິ້ມພຣະອົງ, ພຣະອົງກໍຍັງເຕັມໃຈທີ່ຈະເສຍສະຫຼະຊີວິດຂອງພຣະອົງເພື່ອຄວາມປະສົງຂອງພຣະເຈົ້າ. ພາຍຫຼັງທີ່ພຣະເຈົ້າໄດ້ສຳເລັດພາລະກິດຢູ່ປະເທດອິດສະຣາເອນ ແລະ ພຣະເຢຊູໄດ້ຖືກຕອກໃສ່ໄມ້ກາງແຂນ, ພຣະເຈົ້າກໍ່ໄດ້ຮັບສະຫງ່າລາສີ ແລະ ພຣະອົງໄດ້ເປັນປະຈັກພະຍານຕໍ່ໜ້າຊາຕານ. ພວກເຈົ້າບໍ່ເຄີຍຮູ້ ຫຼື ບໍ່ເຄີຍເຫັນວິທີທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງຢູ່ປະເທດຈີນ ແລ້ວພວກເຈົ້າຈະສາມາດເຫັນວ່າພຣະເຈົ້າໄດ້ຮັບຄວາມສະຫງ່າລາສີໄດ້ແນວໃດ? ເມື່ອພຣະເຈົ້າປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າຢ່າງຫຼວງຫຼາຍ ແລະ ພວກເຈົ້າຕັ້ງໝັ້ນ ແລ້ວພາລະກິດໃນຂັ້ນຕອນນີ້ຂອງພຣະເຈົ້າກໍຈະສຳເລັດຜົນ ແລະ ນີ້ກໍເປັນຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະເຈົ້າເຊັ່ນກັນ. ພວກເຈົ້າເຫັນສະເພາະແຕ່ໃນສິ່ງນີ້ ແລະ ພວກເຈົ້າຍັງບໍ່ທັນໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າເທື່ອ ແລະ ພວກເຈົ້າບໍ່ໄດ້ມອບຫົວໃຈທັງໝົດໃຫ້ກັບພຣະເຈົ້າເທື່ອ. ພວກເຈົ້າຍັງບໍ່ເຫັນຄວາມສະຫງ່າລາສີທັງໝົດຂອງພຣະເຈົ້າ; ພວກເຈົ້າເຫັນພຽງແຕ່ວ່າ ພຣະເຈົ້າໄດ້ເອົາຊະນະຫົວໃຈຂອງພວກເຈົ້າ, ພວກເຈົ້າຈະບໍ່ສາມາດຈາກພຣະອົງໄປຈັກເທື່ອ ແລະ ຈະຕິດຕາມພຣະອົງໄປຈົນເຖິງທີ່ສຸດ ແລະ ຫົວໃຈຂອງພວກເຈົ້າກໍຈະບໍ່ປ່ຽນແປງ ແລະ ສິ່ງນີ້ຄືຄວາມສະຫງ່າລາສີຂອງພຣະເຈົ້າ. ເຈົ້າເຫັນຄວາມສະຫງ່າລາສີຂອງພຣະເຈົ້າໃນຫຍັງແດ່? ຈາກຜົນພາລະກິດຂອງພຣະອົງໃນຜູ້ຄົນ. ຜູ້ຄົນເຫັນວ່າ ພຣະເຈົ້າໜ້າຮັກຫຼາຍ, ພວກເຂົາມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ເຕັມໃຈທີ່ຈະຈາກພຣະອົງໄປ ແລະ ນີ້ແມ່ນຄວາມສະຫງ່າລາສີຂອງພຣະເຈົ້າ. ເມື່ອຄວາມເຂັ້ມແຂງຂອງອ້າຍເອື້ອຍນ້ອງຢູ່ໃນຄຣິສຕະຈັກເກີດຂຶ້ນ ແລະ ພວກເຂົາສາມາດຮັກພຣະເຈົ້າຈາກຫົວໃຈຂອງພວກເຂົາ, ເຫັນເຖິງກຳລັງສູງສຸດຂອງພາລະກິດທີ່ພຣະເຈົ້າປະຕິບັດ ແລະ ກຳລັງຂອງພຣະທຳຂອງພຣະເຈົ້າທີ່ບໍ່ມີຫຍັງທຽບທານໄດ້, ເມື່ອພວກເຂົາເຫັນວ່າ ພຣະທຳຂອງພຣະອົງມີອຳນາດ ແລະ ພຣະອົງສາມາດລົງມືປະຕິບັດພາລະກິດຂອງພຣະອົງຢູ່ເມືອງຜີຂອງປະເທດຈີນແຜ່ນດິນໃຫຍ່ໄດ້, ໃນເວລາທີ່ເຖິງແມ່ນວ່າຜູ້ຄົນຈະອ່ອນແອ, ຫົວໃຈຂອງພວກເຂົາກົ້ມລົງຕໍ່ໜ້າພຣະເຈົ້າ ແລະ ພວກເຂົາເຕັມໃຈທີ່ຈະຍອມຮັບເອົາພຣະທຳຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ເມື່ອພວກເຂົາອ່ອນແອ່ ແລະ ບໍ່ຄູ່ຄວນ, ພວກເຂົາກໍຍັງສາມາດເຫັນໄດ້ວ່າ ພຣະທຳຂອງພຣະເຈົ້າ ເປັນສິ່ງທີ່ໜ້າຮັກຫຼາຍ ແລະ ຄູ່ຄວນແກ່ການຊື່ນຊົມຂອງພວກເຂົາ, ແລ້ວນີ້ຄືຄວາມສະຫງ່າລາສີຂອງພຣະເຈົ້າ. ເມື່ອມື້ນັ້ນມາເຖິງ ຜູ້ຄົນກໍໄດ້ຖືກເຮັດໃຫ້ສົມບູບໂດຍພຣະເຈົ້າ ແລະ ສາມາດຍອມຈຳນົນຕໍ່ພຣະອົງ ແລະ ສາມາດເຊື່ອຟັງພຣະເຈົ້າຢ່າງສິ້ນເຊີງ ແລະ ປະຄວາມຫວັງ ແລະ ຊະຕາກຳໄວ້ໃນກໍາມືຂອງພຣະເຈົ້າ ແລ້ວຄວາມສະຫງ່າລາສີສ່ວນທີສອງຂອງພຣະເຈົ້າຈຶ່ງຈະຖືກຮັບເອົາຢ່າງສິ້ນເຊີງ ເຊິ່ງນັ້ນໝາຍຄວາມວ່າ ເມື່ອພາລະກິດຂອງພຣະເຈົ້າທີ່ແທ້ຈິງ ໄດ້ຮັບຜົນສຳເລັດທັງໝົດແລ້ວ, ພາລະກິດຂອງພຣະອົງຢູ່ໃນປະເທດຈີນແຜ່ນດິນໃຫຍ່ກໍຈະສິ້ນສຸດລົງ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ແລ້ວ ແລະ ຜູ້ທີ່ຖືກເລືອກໄດ້ຖືກເຮັດໃຫ້ສົມບູນແລ້ວນັ້ນ, ພຣະເຈົ້າກໍ່ຈະໄດ້ຮັບສະຫງ່າລາສີ. ພຣະເຈົ້າໄດ້ກ່າວວ່າ ພຣະອົງໄດ້ນຳເອົາຄວາມສະຫງ່າລາສີສ່ວນທີສອງຂອງພຣະອົງມາສູ່ທິດຕາເວັນອອກ ແຕ່ສິ່ງນີ້ຍັງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ. ພຣະເຈົ້າໄດ້ນຳເອົາພາລະກິດຂອງພຣະອົງມາສູ່ທິດຕາເວັນອອກ: ພຣະອົງໄດ້ມາຢູ່ທິດຕາເວັນອອກແລ້ວ ແລະ ນີ້ແມ່ນຄວາມສະຫງ່າລາສີຂອງພຣະເຈົ້າ. ໃນປັດຈຸບັນນີ້, ເຖິງແມ່ນວ່າ ພາລະກິດຂອງພຣະອົງຍັງບໍ່ໄດ້ຖືກເຮັດໃຫ້ສຳເລັດ ຍ້ອນພຣະເຈົ້າໄດ້ຕັດສິນໃຈທີ່ຈະປະຕິບັດ, ມັນຈະຕ້ອງສຳເລັດຢ່າງແນ່ນອນ. ພຣະເຈົ້າໄດ້ຕັດສິນໃຈວ່າ ພຣະອົງຈະເຮັດສຳເລັດພາລະກິດນີ້ຢູ່ໃນປະເທດຈີນ ແລະ ພຣະອົງຕັ້ງໃຈຈະເຮັດໃຫ້ພວກເຈົ້າສົມບູນ. ດັ່ງນັ້ນ, ພຣະອົງຈຶ່ງເຮັດໃຫ້ພວກເຈົ້າບໍ່ມີທາງເລືອກ, ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຈົ້າແລ້ວ ແລະ ເຈົ້າກໍຕ້ອງໄດ້ສືບຕໍ່ ບໍ່ວ່າເຈົ້າຕ້ອງການ ຫຼື ບໍ່ກໍຕາມ ແລະ ເມື່ອພວກເຈົ້າຖືກຮັບເອົາໂດຍພຣະເຈົ້າ, ພຣະເຈົ້າກໍ່ຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນນີ້, ພຣະເຈົ້າຍັງບໍ່ທັນໄດ້ຮັບສະຫງ່າລາສີຢ່າງສົມບູນເທື່ອ ຍ້ອນວ່າ ພວກເຈົ້າຍັງບໍ່ໄດ້ຖືກເຮັດໃຫ້ສົມບູນເທື່ອ. ເຖິງແມ່ນວ່າຫົວໃຈຂອງພວກເຈົ້າໄດ້ກັບມາຫາພຣະເຈົ້າແລ້ວກໍຕາມ ແຕ່ຍັງມີຄວາມອ່ອນແອຫຼາຍຢ່າງຢູ່ໃນເນື້ອໜັງຂອງພວກເຈົ້າ, ພວກເຈົ້າຍັງບໍ່ສາມາດທີ່ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຈົ້າບໍ່ສາມາດທີ່ຈະເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ພວກເຈົ້າຍັງມີສິ່ງທີ່ບໍ່ດີຫຼາຍຢ່າງທີ່ຕ້ອງໄດ້ກຳຈັດອອກຈາກຕົວພວກເຈົ້າ ແລະ ພວກເຈົ້າຕ້ອງຜ່ານການທົດລອງ ແລະ ການຂັດເກົາຫຼາຍຢ່າງ. ມີພຽງທາງນັ້ນ ວິຖີຊີວິດຂອງເຈົ້າຈຶ່ງຈະປ່ຽນແປງ ແລະ ເຈົ້າຈຶ່ງຈະສາມາດຖືກຮັບໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາສັ້ນໆກ່ຽວກັບ “ອານາຈັກພັນປີມາຮອດແລ້ວ”
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 184)
ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ມີບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ. ໂດຍມີເງື່ອນໄຂຄືເຈົ້າເຊື່ອ, ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ພ້ອມນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆກໍເພື່ອວ່າເຈົ້າຈະໄດ້ເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ແກ່ນແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ແມ່ນແຕ່ຄວາມເຊື່ອຖືງົມງວາຍ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງລະອຽດ. ເຈົ້າຈະໄດ້ເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າໃຈ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ປະຕິບັດພາລະກິດແຫ່ງການສິ້ນສຸດ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂັ້ນສຸດທ້າຍ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ; ຫຼັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າສິ້ນສຸດລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ບໍ່ໄດ້ອະທິບາຍຢ່າງຄົບຖ້ວນ. ແຕ່ເຖິງຢ່າງນັ້ນ ພຣະເຢຊູກໍບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແລ້ວແມ່ນເພື່ອການຖືກຄຶງໃສ່ໄມ້ກາງແຂນ ແລະ ບໍ່ຄືກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການເຮັດໃຫ້ທຸກສິ່ງຊັດເຈນຂຶ້ນ ແລະ ການເຮັດໃຫ້ພາລະກິດທັງໝົດສິ້ນສຸດລົງ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງທີ່ສຸດ ກໍຈະບໍ່ມີທາງທີ່ຈະຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດແມ່ນຖືກນໍາມາສູ່ຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນນີ້ກໍຍັງມີຫຼາຍຄົນທີ່ບໍ່ເຂົ້າໃຈພຣະທຳຂອງພຣະອົງ ເຊິ່ງພາກັນເຂົ້າໃຈແບບຜິດໆ ແຕ່ກໍຍັງເຊື່ອວ່າຖືກຕ້ອງ ແລະ ບໍ່ຮູ້ວ່າ ພວກເຂົານັ້ນຜິດ. ຂັ້ນຕອນສຸດທ້າຍໃນປັດຈຸບັນນີ້ຈະເຮັດໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ ແລະ ຈະໃຫ້ຜົນສະຫຼຸບຂອງມັນ. ທຸກຄົນຈະໄດ້ເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈທີ່ຜິດ ແລະ ບໍ່ສົມເຫດສົມຜົນຂອງເຂົາ, ແນວຄິດຂອງເຂົາກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຄົນຕ່າງຊາດ ແລະ ການອອກນອກທິດນອກທາງ ແລະ ຄວາມຜິດພາດອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ. ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ແສງສະຫວ່າງກໍ່ສ່ອງເຂົ້າມາ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດທັງປວງ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມຫຼາຍທີສຸດ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຕ່ຳຕ້ອຍ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາຣີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາບໍ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ, ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະງ່າຍກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 185)
ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ ແລະ ໜ້າເຊື່ອຖືທີ່ສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຮັບເອົາສະຫງ່າລາສີ, ນີ້ແມ່ນສະຫງ່າລາສີທີ່ພຣະເຈົ້າຕ້ອງການຮັບເອົາໃນຍຸກສຸດທ້າຍ. ເຖິງແມ່ນວ່າຄົນເຫຼົ່ານີ້ມີຖານະທີ່ຕໍ່າຕ້ອຍ ແລະ ບັດນີ້ ພວກເຂົາກໍສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຄືການຍົກຂຶ້ນຂອງພຣະເຈົ້າຢ່າງແທ້ຈິງ. ພາລະກິດນີ້ມີຄວາມໝາຍຫຼາຍ ແລະ ພຣະອົງກໍຮັບເອົາຄົນເຫຼົ່ານີ້ຜ່ານການພິພາກສາ. ມັນບໍ່ແມ່ນເຈດຕະນາຂອງພຣະອົງທີ່ຈະລົງໂທດພວກເຂົາ, ແຕ່ເພື່ອຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຖ້າພຣະອົງຍັງປະຕິບັດພາລະກິດແຫ່ງການເອົາຊະນະໃນອິດສະຣາເອນໃນລະຫວ່າງຍຸກສຸດທ້າຍ ມັນກໍຈະບໍ່ມີຄ່າຫຍັງ; ເຖິງແມ່ນມັນຈະເກີດຜົນ, ມັນກໍຈະບໍ່ມີຄຸນຄ່າ ຫຼື ຄວາມສຳຄັນທີ່ຍິ່ງໃຫຍ່ໃດເລີຍ ແລະ ພຣະອົງຈະບໍ່ສາມາດຮັບເອົາສະຫງ່າລາສີທັງໝົດໄດ້. ພຣະອົງກຳລັງປະຕິບັດພາລະກິດໃນພວກເຈົ້າ ເຊິ່ງເປັນຄົນທີ່ໄດ້ຕົກຢູ່ໃນສະຖານທີ່ໆມືດມິດທີ່ສຸດ, ເປັນຄົນທີ່ຫຼ້າຫຼັງທີ່ສຸດ. ຄົນເຫຼົ່ານີ້ບໍ່ຮັບຮູ້ວ່າມີພຣະເຈົ້າ ແລະ ບໍ່ເຄີຍຮູ້ຈັກວ່າມີພຣະເຈົ້າ. ສັດໂລກເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມຈົນເຖິງຈຸດທີ່ວ່າ ພວກເຂົາໄດ້ລືມພຣະເຈົ້າແລ້ວ. ພວກເຂົາຖືກຊາຕານເຮັດໃຫ້ຕາບອດ ແລະ ບໍ່ຮູ້ຈັກເລີຍວ່າ ມີພຣະເຈົ້າຢູ່ໃນສະຫວັນ. ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າລ້ວນແລ້ວແຕ່ບູຊາພະທຽມ ແລະ ບູຊາຊາຕານ, ພວກເຈົ້າບໍ່ແມ່ນຄົນທີ່ຕໍ່າຕ້ອຍທີ່ສຸດ ແລະ ຫຼ້າຫຼັງທີ່ສຸດບໍ? ພວກເຈົ້າມາຈາກເນື້ອໜັງທີ່ຕໍ່າຕ້ອຍທີ່ສຸດ ໂດຍປາສະຈາກອິດສະຫຼະສ່ວນຕົວ ແລະ ພວກເຈົ້າກໍທົນທຸກກັບຄວາມລໍາບາກເຊັ່ນກັນ. ພວກເຈົ້າຍັງເປັນຄົນທີ່ຢູ່ໃນລະດັບຕໍ່າທີ່ສຸດໃນສັງຄົມນີ້ ໂດຍບໍ່ມີແມ່ນແຕ່ອິດສະຫຼະໃນດ້ານຄວາມເຊື່ອ. ນີ້ແມ່ນຄວາມສຳຄັນຂອງການປະຕິບັດພາລະກິດໃນພວກເຈົ້າ. ການປະຕິບັດພາລະກິດໃນພວກເຈົ້າໃນປັດຈຸບັນ ເຊິ່ງເປັນເຊື້ອສາຍຂອງໂມອາບ ບໍ່ແມ່ນການເຮັດໃຫ້ພວກເຈົ້າອັບອາຍໂດຍເຈດຕະນາ, ແຕ່ມັນແມ່ນເພື່ອເປີດເຜີຍຄວາມສຳຄັນຂອງພາລະກິດດັ່ງກ່າວ. ມັນຄືການຍົກຂຶ້ນທີ່ຍິ່ງໃຫຍ່ສຳລັບພວກເຈົ້າ. ຖ້າບຸກຄົນໜຶ່ງມີເຫດຜົນ ແລະ ຄວາມເຂົ້າໃຈ, ພວກເຂົາຈະເວົ້າວ່າ “ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ. ຂ້ານ້ອຍບໍ່ສົມຄວນສຳລັບການທີ່ຖືກພຣະເຈົ້າຍົກຂຶ້ນຢ່າງຍິ່ງໃຫຍ່ດັ່ງທີ່ຂ້ານ້ອຍໄດ້ຮັບໃນປັດຈຸບັນແທ້ໆ ຫຼື ບໍ່ສົມຄວນສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ເວົ້າ ແລະ ອີງຕາມສະຖານະ ແລະ ຄຸນຄ່າຂອງຂ້ານ້ອຍ, ຂ້ານ້ອຍບໍ່ເໝາະສົມສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວຈາກພຣະເຈົ້າ. ຊາວອິດສະຣາເອນມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະເຈົ້າ ແລະ ຄວາມເມດຕາທີ່ພວກເຂົາໄດ້ຮັບແມ່ນຖືກປະທານໃຫ້ກັບພວກເຂົາໂດຍພຣະອົງ, ແຕ່ສະຖານະຂອງພວກເຂົາແມ່ນສູງສົ່ງກວ່າຂອງພວກຂ້ານ້ອຍຫຼາຍ. ອັບຣາຮາມອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢໂຮວາ ແລະ ເປໂຕກໍອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢຊູ, ການອຸທິດຂອງພວກເຂົາລື່ນພວກຂ້ານ້ອຍເປັນຮ້ອຍເທົ່າ. ອີງຕາມການກະທຳຂອງພວກຂ້ານ້ອຍ, ພວກຂ້ານ້ອຍແມ່ນບໍ່ສົມຄວນທີ່ຈະໄດ້ຮັບຄວາມເມດຕາຂອງພຣະເຈົ້າຢ່າງແນ່ນອນ”. ການຮັບໃຊ້ຂອງຄົນເຫຼົ່ານີ້ໃນປະເທດຈີນບໍ່ສາມາດຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າໄດ້ເລີຍ. ມັນເປັນຄວາມວຸ້ນວາຍທັງໝົດ; ໃນປັດຈຸບັນ ພວກເຈົ້າໄດ້ຮັບຄວາມເມດຕາຢ່າງຫຼວງຫຼາຍຈາກພຣະເຈົ້າກໍຍ້ອນການຍົກຂຶ້ນຂອງພຣະເຈົ້າເທົ່ານັ້ນ! ເມື່ອໃດແດ່ທີ່ພວກເຈົ້າໄດ້ສະແຫວງຫາພາລະກິດຂອງພຣະເຈົ້າ? ເມື່ອໃດແດ່ທີ່ພວກເຈົ້າໄດ້ເສຍສະຫຼະຊີວິດຂອງພວກເຈົ້າສຳລັບພຣະເຈົ້າ? ເມື່ອໃດແດ່ທີ່ພວກເຈົ້າພ້ອມທີ່ຈະມອບຄອບຄົວຂອງພວກເຈົ້າ, ພໍ່ແມ່ຂອງພວກເຈົ້າ ແລະ ລູກໆຂອງພວກເຈົ້າ? ບໍ່ມີໃຜໃນພວກເຈົ້າທີ່ໄດ້ຈ່າຍລາຄາອັນຍິ່ງໃຫຍ່! ຖ້າບໍ່ແມ່ນຍ້ອນພຣະວິນຍານບໍລິສຸດທີ່ນໍາເຈົ້າອອກມາ, ມີຈັກຄົນໃນພວກເຈົ້າທີ່ຈະສາມາດເສຍສະຫຼະທຸກສິ່ງໄດ້? ມັນພຽງແຕ່ຍ້ອນພວກເຈົ້າໄດ້ຖືກບັງຄັບ ແລະ ຖືກຝືນໃຈຈຶ່ງເຮັດໃຫ້ພວກເຈົ້າຕິດຕາມຈົນເຖິງປັດຈຸບັນ. ການອຸທິດຂອງພວກເຈົ້າແມ່ນຢູ່ໃສ? ຄວາມເຊື່ອຟັງຂອງພວກເຈົ້າແມ່ນຢູ່ໃສ? ອີງຕາມການກະທຳຂອງພວກເຈົ້າ, ພວກເຈົ້າຄວນຖືກທຳລາຍແຕ່ດົນແລ້ວ, ພວກເຈົ້າທຸກຄົນຄວນຖືກກວາດລ້າງໃຫ້ສະອາດທັງໝົດ. ພວກເຈົ້າມີຄຸນສົມບັດຫຍັງທີ່ຈະໄດ້ຮັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ, ພວກເຈົ້າບໍ່ສົມຄວນຢ່າງແນ່ນອນ! ແມ່ນໃຜທ່າມກາງພວກເຈົ້າທີ່ພະຍາຍາມສ້າງເສັ້ນທາງຂອງເຂົາເອງແດ່? ແມ່ນໃຜທ່າມກາງພວກເຈົ້າທີ່ໄດ້ພົບຫົນທາງທີ່ແທ້ຈິງດ້ວຍຕົນເອງແດ່? ພວກເຈົ້າລ້ວນແລ້ວແຕ່ຂີ້ຄ້ານ ແລະ ໂລບມາກ, ເປັນຄົນໜ້າສົມເພດ ທີ່ສະແຫວງຫາແຕ່ຄວາມສຸກສະບາຍ! ພວກເຈົ້າຄິດວ່າ ພວກເຈົ້າຍິ່ງໃຫຍ່ບໍ? ພວກເຈົ້າມີຫຍັງແດ່ໃຫ້ໂອ້ອວດ? ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ, ທຳມະຊາດຂອງພວກເຈົ້າ ແລະ ບ່ອນເກີດຂອງພວກເຈົ້າສູງສົ່ງທີ່ສຸດບໍ? ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງລາວ, ແຕ່ເຖິງຢ່າງໃດພວກເຈົ້າທຸກຄົນກໍຍັງແມ່ນລູກຫຼານຂອງໂມອາບຢູ່ດີບໍ່ແມ່ນບໍ? ຄວາມເປັນຈິງໃນຂໍ້ແທ້ຈິງນີ້ສາມາດປ່ຽນແປງໄດ້ບໍ? ການເປີດໂປງທຳມະຊາດຂອງພວກເຈົ້າໃນປັດຈຸບັນຄັດຄ້ານກັບຄວາມເປັນຈິງໃນຂໍ້ແທ້ຈິງບໍ? ໃຫ້ເບິ່ງຄວາມເປັນທາດຂອງພວກເຈົ້າ, ຊີວິດຂອງພວກເຈົ້າ ແລະ ລັກສະນະຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດຂອງສິ່ງທີ່ຕໍ່າຕ້ອຍທ່າມກາງມະນຸດຊາດ? ພວກເຈົ້າມີຫຍັງແດ່ໃຫ້ໂອ້ອວດ? ໃຫ້ເບິ່ງຖານະຂອງພວກເຈົ້າໃນສັງຄົມ. ພວກເຈົ້າບໍ່ໄດ້ຢູ່ໃນລະດັບທີ່ຕໍ່າຕ້ອຍທີ່ສຸດບໍ? ພວກເຈົ້າຄິດວ່າ ເຮົາໄດ້ເວົ້າຜິດບໍ? ອັບຣາຮາມຖວາຍອີຊາກ. ພວກເຈົ້າໄດ້ຖວາຍຫຍັງແດ່? ໂຢບຖວາຍທຸກສິ່ງທຸກຢ່າງ. ພວກເຈົ້າໄດ້ຖວາຍຫຍັງແດ່? ມີຫຼາຍຄົນທີ່ໄດ້ມອບຊີວິດຂອງພວກເຂົາ, ກົ້ມຫົວພວກເຂົາລົງ, ຫຼັ່ງເລືອດຂອງພວກເຂົາເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ພວກເຈົ້າໄດ້ຈ່າຍລາຄາດັ່ງກ່າວແລ້ວບໍ? ເມື່ອປຽບທຽບກັນແລ້ວ ພວກເຈົ້າບໍ່ມີຄຸນສົມບັດທີ່ຈະໄດ້ຮັບຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວເລີຍ, ແລ້ວມັນຜິດພວກເຈົ້າບໍ ທີ່ຈະເວົ້າໃນປັດຈຸບັນວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ? ຢ່າເຫັນຕົນເອງເປັນຄົນສູງສົ່ງເກີນໄປ. ເຈົ້າບໍ່ໄດ້ມີຫຍັງໃຫ້ໂອ້ອວດ. ຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວ, ຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວ ແມ່ນຖືກມອບໃຫ້ກັບພວກເຈົ້າລ້າໆ. ພວກເຈົ້າບໍ່ໄດ້ເສຍສະຫຼະຫຍັງເລີຍ, ແຕ່ໄດ້ຮັບຄວາມເມດຕາລ້າໆ. ພວກເຈົ້າບໍ່ຮູ້ສຶກອັບອາຍບໍ? ຫົນທາງທີ່ແທ້ຈິງນີ້ແມ່ນສິ່ງທີ່ເຈົ້າໄດ້ສະແຫວງຫາ ແລະ ຄົ້ນພົບດ້ວຍຕົນເອງບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍທີ່ບັງຄັບໃຫ້ພວກເຈົ້າຍອມຮັບເອົາມັນ? ພວກເຈົ້າບໍ່ເຄີຍມີຫົວໃຈໃນການສະແຫວງຫາ ແລ້ວແຮງໄກທີ່ພວກເຈົ້າຈະມີຫົວໃຈໃນການຄົ້ນຫາ ແລະ ສະແຫວງຫາຄວາມຈິງ, ໃນການປາຖະໜາຫາຄວາມຈິງ. ພວກເຈົ້າພຽງແຕ່ນັ່ງລໍຖ້າຮັບເອົາມັນ; ພວກເຈົ້າໄດ້ຮັບຄວາມຈິງນີ້ໂດຍບໍ່ໄດ້ໃຊ້ຄວາມພະຍາຍາມຈັກໜ້ອຍເລີຍ. ພວກເຈົ້າມີສິດຫຍັງທີ່ຈະຕໍ່ວ່າ? ເຈົ້າຄິດວ່າເຈົ້າມີຄຸນຄ່າຫຼາຍທີ່ສຸດບໍ? ເມື່ອປຽບທຽບກັບຄົນທີ່ເສຍສະຫຼະຊີວິດຂອງພວກເຂົາ ແລະ ຫຼັ່ງເລືອດຂອງພວກເຂົາແລ້ວ, ເຈົ້າມີຫຍັງທີ່ຈະຕໍ່ວ່າ? ການທຳລາຍເຈົ້າໃນຕອນນີ້ຈະເປັນເລື່ອງທີ່ຖືກຕ້ອງ ແລະ ທໍາມະຊາດຫຼາຍ! ນອກຈາກການເຊື່ອຟັງ ແລະ ການຕິດຕາມແລ້ວ, ເຈົ້າບໍ່ມີທາງເລືອກອື່ນອີກ. ເຈົ້າບໍ່ມີຄຸນຄ່າແທ້ໆ! ຄົນສ່ວນຫຼາຍທ່າມກາງພວກເຈົ້າຖືກເອີ້ນອອກມາ, ແຕ່ຖ້າສະພາບແວດລ້ອມບໍ່ໄດ້ບັງຄັບເຈົ້າ ຫຼື ຖ້າເຈົ້າບໍ່ໄດ້ຖືກເອີ້ນ, ເຈົ້າກໍຈະບໍ່ເຕັມໃຈອອກມາເລີຍ. ແມ່ນໃຜເຕັມໃຈທີ່ຈະປະຖິ້ມສິ່ງດັ່ງກ່າວນີ້? ແມ່ນໃຜເຕັມໃຈທີ່ຈະຍອມຖິ້ມຄວາມສຸກຂອງເນື້ອໜັງ? ພວກເຈົ້າລ້ວນແລ້ວແຕ່ເປັນຄົນທີ່ເພີດເພີນຢ່າງໂລບມາກໃນຄວາມສະບາຍ ແລະ ສະແຫວງຫາຊີວິດທີ່ຮັ່ງມີ! ເຈົ້າໄດ້ຮັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ, ເຈົ້າມີຫຍັງທີ່ຈະເວົ້າອີກ? ເຈົ້າມີຫຍັງທີ່ຈະຕໍ່ວ່າອີກ? ເຈົ້າໄດ້ຮັບການອວຍພອນທີ່ຍິ່ງໃຫຍ່ທີ່ສຸດ ແລະ ຄວາມເມດຕາທີ່ຍິ່ງໃຫຍ່ທີ່ສຸດໃນສະຫວັນ ແລະ ບັດນີ້ ພາລະກິດກໍຖືກເປີດເຜີຍຕໍ່ເຈົ້າ ເຊິ່ງບໍ່ເຄີຍເຮັດແບບນີ້ເທິງແຜ່ນດິນໂລກມາກ່ອນ. ນີ້ບໍ່ແມ່ນການອວຍພອນບໍ? ເພາະເຈົ້າໄດ້ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ, ເຈົ້າຈຶ່ງຖືກຂ້ຽນຕີຢ່າງໜັກໃນປັດຈຸບັນ. ຍ້ອນການຂ້ຽນຕີນີ້, ພວກເຈົ້າຈຶ່ງໄດ້ເຫັນຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າກໍໄດ້ເຫັນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ. ຍ້ອນການຂ້ຽນຕີນີ້ ແລະ ຍ້ອນຄວາມສົກກະປົກຂອງມະນຸດຊາດ, ພວກເຈົ້າຈຶ່ງໄດ້ເຫັນລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພວກເຈົ້າໄດ້ເຫັນຄວາມບໍລິສຸດ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ. ນີ້ບໍ່ແມ່ນຄວາມຈິງທີ່ຫາຍາກທີ່ສຸດບໍ? ນີ້ບໍ່ແມ່ນຊີວິດທີ່ມີຄວາມໝາຍບໍ? ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເຕັມໄປດ້ວຍຄວາມໝາຍ! ສະນັ້ນ ຍິ່ງຖານະຂອງພວກເຈົ້າຕໍ່າຕ້ອຍຫຼາຍສໍ່າໃດ, ມັນກໍຍິ່ງພິສູດວ່າພວກເຈົ້າຈະຖືກຍົກຂຶ້ນໂດຍພຣະເຈົ້າຫຼາຍສໍ່ານັ້ນ ແລະ ມັນກໍຍິ່ງພິສູດຄຸນຄ່າແຫ່ງພາລະກິດຂອງພຣະອົງໃນເຈົ້າໃນປັດຈຸບັນຫຼາຍສໍ່ານັ້ນ. ມັນເປັນສົມບັດທີ່ປະເມີນຄ່າບໍ່ໄດ້ແທ້ໆ! ມັນບໍ່ສາມາດໄປໃສໄດ້ອີກ! ຜ່ານຍຸກຕ່າງໆ ບໍ່ມີໃຜທີ່ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວ. ຄວາມຈິງທີ່ວ່າຖານະຂອງເຈົ້າຕໍ່າຕ້ອຍ ສະແດງໃຫ້ເຫັນວ່າ ຄວາມລອດພົ້ນຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ ແລະ ມັນສະແດງໃຫ້ເຫັນວ່າ ພຣະເຈົ້າຊື່ສັດກັບມະນຸດຊາດ, ພຣະອົງຊ່ວຍເຫຼືອ ບໍ່ແມ່ນທຳລາຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 186)
ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ ພຣະອົງບໍ່ໄດ້ມາຈາກໂລກ ແລະ ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອເພີດເພີນກັບໂລກ. ສະຖານທີ່ໆການປະຕິບັດພາລະກິດຈະເປີດເຜີຍອຸປະນິໄສຂອງພຣະອົງ ແລະ ມີຄວາມໝາຍທີ່ສຸດກໍຄືສະຖານທີ່ໆພຣະອົງກໍາເນີດ. ບໍ່ວ່າມັນຈະເປັນດິນແດນທີ່ບໍລິສຸດ ຫຼື ສົກກະປົກ ແລະ ບໍ່ວ່າພຣະອົງຈະປະຕິບັດພາລະກິດຢູ່ໃສ, ພຣະອົງກໍບໍລິສຸດ. ທຸກສິ່ງໃນແຜ່ນດິນໂລກຖືກສ້າງໂດຍພຣະອົງ; ພຽງແຕ່ວ່າທຸກສິ່ງຖືກຊາຕານເຮັດໃຫ້ເສື່ອມຊາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທຸກສິ່ງກໍຍັງເປັນຂອງພຣະອົງ; ພວກມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ. ພຣະອົງມາສູ່ດິນແດນທີ່ສົກກະປົກ ແລະ ປະຕິບັດພາລະກິດເພື່ອເປີດເຜີຍຄວາມບໍລິສຸດຂອງພຣະອົງ; ພຣະອົງພຽງເຮັດສິ່ງນີ້ເພື່ອເຫັນແກ່ພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງອົດກັ້ນຕໍ່ຄວາມອັບອາຍຢ່າງຫຼວງຫຼາຍເພື່ອປະຕິບັດພາລະກິດແບບນີ້ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນໃນດິນແດນທີ່ສົກກະປົກນີ້. ການເຮັດແບບນີ້ກໍເພື່ອເປັນພະຍານໃຫ້ກັບມະນຸດຊາດທັງປວງ. ສິ່ງທີ່ພາລະກິດດັ່ງກ່າວສະແດງໃຫ້ຜູ້ຄົນເຫັນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ມັນຍັງສາມາດສະແດງເຖິງຄວາມເລີດລໍ້າຂອງພຣະເຈົ້າໄດ້ດີກວ່າ. ຄວາມຍິ່ງໃຫຍ່ ແລະ ຄວາມທ່ຽງທໍາຂອງພຣະອົງຖືກສະແດງຜ່ານຄວາມລອດພົ້ນຂອງກຸ່ມຄົນທີ່ຕໍ່າຕ້ອຍທີ່ຄົນອື່ນລັງກຽດ. ການເກີດໃນດິນແດນທີ່ສົກກະປົກບໍ່ໄດ້ພິສູດເລີຍວ່າພຣະອົງຕໍ່າຕ້ອຍ; ມັນພຽງແຕ່ເຮັດໃຫ້ສິ່ງຊົງສ້າງທັງໝົດຂອງພຣະອົງໄດ້ເຫັນເຖິງຄວາມຍິ່ງໃຫຍ່ ແລະ ຄວາມຮູ້ທີ່ແທ້ຈິງທີ່ພຣະອົງມີໃຫ້ກັບມະນຸດຊາດ. ຍິ່ງພຣະອົງເຮັດແບບນີ້, ມັນຍິ່ງເປີດເຜີຍເຖິງຄວາມຮັກທີ່ບໍລິສຸດ ແລະ ຄວາມຮັກທີ່ບໍ່ມີຂໍ້ບົກຜ່ອງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະເຈົ້າບໍລິສຸດ ແລະ ຊອບທຳ. ເຖິງແມ່ນພຣະອົງເກີດໃນດິນແດນທີ່ສົກກະປົກ ແລະ ເຖິງແມ່ນພຣະອົງດຳລົງຊີວິດກັບຄົນທີ່ເຕັມໄປດ້ວຍຄວາມສົກກະປົກ ເໝືອນກັບທີ່ພຣະເຢຊູດຳລົງຊີວິດກັບຄົນບາບໃນຍຸກແຫ່ງພຣະຄຸນ, ພາລະກິດທັງໝົດຂອງພຣະອົງບໍ່ແມ່ນເພື່ອຄວາມຢູ່ລອດຂອງມວນມະນຸດຊາດບໍ? ມັນບໍ່ໄດ້ເປັນແບບນັ້ນເພື່ອມະນຸດຊາດຈະສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ບໍ? ສອງພັນປີກ່ອນ ພຣະອົງດຳລົງຊີວິດກັບຄົນບາບເປັນເວລາຫຼາຍປີ. ນັ້ນກໍເພື່ອການໄຖ່ບາບ. ໃນປັດຈຸບັນ, ພຣະອົງດຳລົງຊີວິດກັບກຸ່ມຄົນທີ່ສົກກະປົກ ແລະ ຕໍ່າຕ້ອຍ. ນີ້ແມ່ນເພື່ອຄວາມລອດພົ້ນ. ພາລະກິດທັງໝົດບໍ່ແມ່ນເພື່ອພວກເຈົ້າ, ມະນຸດທັງຫຼາຍບໍ? ຖ້າມັນບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງດຳລົງຊີວິດ ແລະ ທົນທຸກກັບຄົນບາບເປັນເວລາຫຼາຍປີຫຼັງຈາກທີ່ເກີດໃນຮາງຫຍ້າ? ແລ້ວຖ້າບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ, ເກີດໃນດິນແດນນີ້ທີ່ເຕັມໄປດ້ວຍຜີຮ້າຍຊຸມນຸມກັນ ແລະ ດຳລົງຊີວິດກັບຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ? ພຣະເຈົ້າບໍ່ຊື່ສັດບໍ? ມີພາລະກິດໃດແດ່ຂອງພຣະອົງທີ່ບໍ່ແມ່ນເພື່ອມະນຸດຊາດ? ມີພາລະກິດໃດທີ່ບໍ່ແມ່ນເພື່ອໂຊກຊະຕາຂອງພວກເຈົ້າ? ພຣະເຈົ້າບໍລິສຸດ. ສິ່ງນີ້ປ່ຽນແປງບໍ່ໄດ້! ພຣະອົງບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍຄວາມສົກກະປົກ ເຖິງແມ່ນພຣະອົງໄດ້ມາສູ່ດິນແດນທີ່ສົກກະປົກ; ທຸກສິ່ງເຫຼົ່ານີ້ພຽງແຕ່ໝາຍຄວາມວ່າ ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນບໍ່ເຫັນແກ່ຕົວເລີຍ, ການທົນທຸກ ແລະ ຄວາມອັບອາຍທີ່ພຣະອົງອົດກັ້ນກໍຍິ່ງໃຫຍ່ຫຼາຍ! ພວກເຈົ້າບໍ່ຮູ້ບໍວ່າພຣະອົງທົນທຸກກັບຄວາມອັບອາຍຢ່າງໃຫຍ່ຫຼວງເພື່ອພວກເຈົ້າທຸກຄົນ ແລະ ເພື່ອໂຊກຊະຕາຂອງພວກເຈົ້າ? ແທນທີ່ພຣະອົງຈະຊ່ວຍເຫຼືອຜູ້ຄົນທີ່ຍິ່ງໃຫຍ່ ຫຼື ລູກຊາຍຂອງຄອບຄົວທີ່ຮັ່ງມີ ແລະ ມີອຳນາດ, ແຕ່ພຣະອົງເນັ້ນຊ່ວຍເຫຼືອຄົນທີ່ຕໍ່າຕ້ອຍ ແລະ ຄົນທີ່ຖືກຄົນອື່ນດູຖູກ. ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມບໍລິສຸດຂອງພຣະອົງບໍ? ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມຊອບທຳຂອງພຣະອົງບໍ? ພຣະອົງຈະເລືອກເກີດໃນດິນແດນທີ່ສົກກະປົກ ແລະ ທົນທຸກກັບຄວາມອັບອາຍທັງໝົດເພື່ອເຫັນແກ່ຄວາມຢູ່ລອດຂອງມະນຸດຊາດ. ພຣະເຈົ້າເປັນຈິງຫຼາຍ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ. ພາລະກິດທຸກຂັ້ນຕອນຂອງພຣະອົງບໍ່ໄດ້ຮັບການປະຕິບັດຕາມຕົວຈິງບໍ? ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ໃສ່ຮ້າຍພຣະອົງ ແລະ ເວົ້າວ່າພຣະອົງນັ່ງຮ່ວມໂຕະກັບຄົນບາບ, ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ເຍາະເຍີ້ຍພຣະອົງ ແລະ ເວົ້າວ່າພຣະອົງດຳລົງຊີວິດຮ່ວມກັບລູກຊາຍແຫ່ງຄວາມສົກກະປົກ, ວ່າພຣະອົງດໍາລົງຊີວິດຢູ່ກັບຄົນທີ່ຕໍ່າຕ້ອຍທີ່ສຸດ, ພຣະອົງກໍຍັງອຸທິດຕົນເອງຢ່າງບໍ່ເຫັນແກ່ຕົວ ແລະ ເຖິງຢ່າງນັ້ນພຣະອົງກໍຍັງຖືກປະຕິເສດໃນທ່າມກາງມະນຸດຊາດ. ການທົນທຸກທີ່ພຣະອົງໄດ້ຮັບບໍ່ຫຼາຍກວ່າຂອງພວກເຈົ້າບໍ? ພາລະກິດຂອງພຣະອົງບໍ່ໄດ້ມີຫຼາຍກວ່າລາຄາທີ່ພວກເຈົ້າໄດ້ຈ່າຍບໍ? ພວກເຈົ້າເກີດໃນດິນແດນທີ່ສົກກະປົກ ແຕ່ພວກເຈົ້າໄດ້ຮັບເອົາຄວາມບໍລິສຸດຂອງພຣະເຈົ້າ. ພວກເຈົ້າເກີດໃນດິນແດນທີ່ຜີຮ້າຍຊຸມນຸມກັນ ແຕ່ພວກເຈົ້າໄດ້ຮັບການປົກປ້ອງທີ່ຍິ່ງໃຫຍ່. ພວກເຈົ້າມີທາງເລືອກຫຍັງອີກແດ່? ພວກເຈົ້າມີການຕໍ່ວ່າຫຍັງ? ການທົນທຸກທີ່ພຣະອົງໄດ້ຮັບບໍ່ໄດ້ຫຼາຍກວ່າຄວາມທົນທຸກທີ່ພວກເຈົ້າໄດ້ຮັບບໍ? ພຣະອົງໄດ້ມາເທິງແຜ່ນດິນໂລກ ແລະ ບໍ່ເຄີຍໄດ້ຮັບຄວາມສຸກໃນໂລກຂອງມະນຸດຈັກເທື່ອ. ພຣະອົງລັງກຽດສິ່ງເຫຼົ່ານັ້ນ. ພຣະເຈົ້າບໍ່ໄດ້ມາເທິງແຜ່ນດິນໂລກເພື່ອມີຄວາມສຸກກັບຜົນປະໂຫຍດທາງວັດຖຸຈາກມະນຸດ ຫຼື ມັນບໍ່ແມ່ນເພື່ອມີຄວາມສຸກກັບການກິນ, ນຸ່ງຫົ່ມ ແລະ ການຕົກແຕ່ງຈາກມະນຸດ. ພຣະອົງບໍ່ໃສ່ໃຈຕໍ່ສິ່ງເຫຼົ່ານີ້, ພຣະອົງມາເທິງແຜ່ນດິນໂລກເພື່ອທົນທຸກສຳລັບມະນຸດ ບໍ່ແມ່ນເພື່ອມີຄວາມສຸກກັບໂຊກລາບເທິງແຜ່ນດິນໂລກ. ພຣະອົງມາເພື່ອທົນທຸກ, ພຣະອົງມາເພື່ອປະຕິບັດພາລະກິດ ແລະ ເພື່ອເຮັດແຜນການຄຸ້ມຄອງຂອງພຣະອົງໃຫ້ສຳເລັດ. ພຣະອົງບໍ່ໄດ້ເລືອກເອົາສະຖານທີ່ໆດີ, ເພື່ອດຳລົງຊີວິດໃນສະຖານທີ່ຫຼູຫຼາ ຫຼື ໂຮງແຮມຫຼູຫຼາ ຫຼື ພຣະອົງບໍ່ໄດ້ມີຄົນຮັບໃຊ້ຈຳນວນຫຼວງຫຼາຍເພື່ອຮັບໃຊ້ພຣະອົງ. ອີງຕາມສິ່ງທີ່ພວກເຈົ້າໄດ້ເຫັນ, ພວກເຈົ້າບໍ່ຮູ້ບໍວ່າ ພຣະອົງມາເພື່ອປະຕິບັດພາລະກິດ ຫຼື ເພື່ອຄວາມສຸກສະບາຍ? ຕາຂອງພວກເຈົ້າບໍ່ໄດ້ເຫັນບໍ? ພຣະອົງໄດ້ມອບໃຫ້ພວກເຈົ້າຫຼາຍສໍ່າໃດ? ຖ້າພຣະອົງເກີດໃນສະຖານທີ່ໆສະບາຍ ພຣະອົງຈະສາມາດຮັບເອົາສະຫງ່າລາສີໄດ້ບໍ? ພຣະອົງຈະສາມາດປະຕິບັດພາລະກິດໄດ້ບໍ? ການກະທໍາແບບນັ້ນຂອງພຣະອົງຈະມີຄວາມໝາຍໃດບໍ? ພຣະອົງຈະສາມາດເອົາຊະນະມະນຸດຊາດທັງໝົດໄດ້ບໍ? ພຣະອົງຈະສາມາດຊ່ວຍເຫຼືອຄົນຈາກດິນແດນແຫ່ງຄວາມສົກກະປົກໄດ້ບໍ? ອີງຕາມແນວຄິດຂອງຜູ້ຄົນ, ພວກເຂົາຖາມວ່າ: “ໃນເມື່ອພຣະເຈົ້າບໍລິສຸດ, ແລ້ວເປັນຫຍັງພຣະອົງຈຶ່ງເກີດໃນສະຖານທີ່ໆສົກກະປົກຂອງພວກຂ້ານ້ອຍ? ພຣະອົງກຽດຊັງ ແລະ ລັງກຽດພວກຂ້ານ້ອຍທີ່ເປັນມະນຸດສົກກະປົກ; ພຣະອົງລັງກຽດການຕໍ່ຕ້ານຂອງພວກຂ້ານ້ອຍ ແລະ ຄວາມກະບົດຂອງພວກຂ້ານ້ອຍ, ແລ້ວເປັນຫຍັງພຣະອົງຈຶ່ງດຳລົງຊີວິດກັບພວກຂ້ານ້ອຍ? ພຣະອົງເປັນພຣະເຈົ້າທີ່ຍິ່ງໃຫຍ່ຫຼາຍ, ພຣະອົງສາມາດເກີດຢູ່ບ່ອນໃດກໍໄດ້, ແລ້ວເປັນຫຍັງພຣະອົງຕ້ອງມາເກີດໃນດິນແດນທີ່ສົກກະປົກນີ້? ພຣະອົງຂ້ຽນຕີ ແລະ ພິພາກສາພວກຂ້ານ້ອຍທຸກໆມື້ ແລະ ພຣະອົງຮູ້ຢ່າງຊັດເຈນວ່າ ພວກຂ້ານ້ອຍເປັນເຊື້ອສາຍຂອງໂມອາບ, ແລ້ວເປັນຫຍັງພຣະອົງຈຶ່ງຍັງດຳລົງຊີວິດທ່າມກາງພວກຂ້ານ້ອຍ? ເປັນຫຍັງພຣະອົງຈຶ່ງເກີດໃນຄອບຄົວທີ່ເປັນເຊື້ອສາຍຂອງໂມອາບ? ເປັນຫຍັງພຣະອົງຈຶ່ງເຮັດແບບນັ້ນ?” ຄວາມເຂົ້າໃຈແບບນີ້ຂອງພວກເຈົ້າແມ່ນຂາດເຫດຜົນຫຼາຍ! ມັນເປັນພາລະກິດປະເພດນີ້ເທົ່ານັ້ນທີ່ເຮັດໃຫ້ຜູ້ຄົນເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະອົງ, ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ. ພຣະອົງເຕັມໃຈທີ່ຈະເສຍສະຫຼະທຸກສິ່ງເພື່ອເຫັນແກ່ພາລະກິດຂອງພຣະອົງ ແລະ ພຣະອົງໄດ້ອົດກັ້ນຕໍ່ການທົນທຸກໆຢ່າງເພື່ອພາລະກິດຂອງພຣະອົງ. ພຣະອົງເຮັດແບບນັ້ນກໍເພື່ອເຫັນແກ່ມະນຸດຊາດ ແລະ ຍິ່ງໄປກວ່ານັ້ນກໍຄືເພື່ອເອົາຊະນະຊາຕານ ເພື່ອສັດໂລກທັງປວງຈະຍອມຢູ່ພາຍໃຕ້ອຳນາດຂອງພຣະອົງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນພາລະກິດທີ່ມີຄວາມໝາຍ ແລະ ມີຄຸນຄ່າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 187)
ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ. ຄົນທີ່ບໍ່ເຊື່ອແມ່ນບໍ່ຮູ້ຈັກເຖິງສິ່ງນີ້ເລີຍ. ພາລະກິດຂອງເຮົາທີ່ຢູ່ທ່າມກາງພວກເຈົ້າແມ່ນປິດລັບຕໍ່ຄົນທີ່ຢູ່ຂ້າງນອກ. ພຣະທຳເຫຼົ່ານີ້, ການຂ້ຽນຕີ ແລະ ການພິພາກສາເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກຕໍ່ພວກເຈົ້າເທົ່ານັ້ນ ແລະ ບໍ່ແມ່ນຄົນອື່ນ. ທັງໝົດຂອງພາລະກິດນີ້ແມ່ນຖືກປະຕິບັດໃນທ່າມກາງພວກເຈົ້າ ແລະ ເປີດເຜີຍໃຫ້ກັບພວກເຈົ້າເທົ່ານັ້ນ; ບໍ່ມີໃຜທ່າມກາງຄົນບໍ່ເຊື່ອທີ່ຮູ້ຈັກເຖິງສິ່ງນີ້, ຍ້ອນເວລານັ້ນຍັງບໍ່ທັນມາເຖິງ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນນີ້ແມ່ນໃກ້ຖືກເຮັດໃຫ້ສົມບູນແລ້ວຫຼັງຈາກທີ່ໄດ້ອົດກັ້ນກັບການຂ້ຽນຕີ, ແຕ່ຄົນທີ່ຢູ່ຂ້າງນອກບໍ່ຮູ້ຈັກຫຍັງກ່ຽວກັບເລື່ອງນີ້ເທື່ອ. ພາລະກິດນີ້ແມ່ນລີ້ລັບຫຼາຍເກີນໄປ! ສຳລັບພວກເຂົາແລ້ວ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນລີ້ລັບ, ແຕ່ສຳລັບຄົນທີ່ຢູ່ໃນກະແສນີ້, ສາມາດເວົ້າໄດ້ວ່າພຣະອົງເປີດເຜີຍ. ເຖິງແມ່ນວ່າ ສໍາລັບພຣະເຈົ້າ ທຸກສິ່ງໄດ້ເປີດອອກ, ທຸກສິ່ງຖືກເປີດເຜີຍ ແລະ ທຸກສິ່ງຖືກເຮັດໃຫ້ເປັນອິດສະຫຼະ, ສິ່ງນີ້ແມ່ນເປັນຈິງສຳລັບຄົນທີ່ເຊື່ອໃນພຣະອົງເທົ່ານັ້ນ; ສໍາລັບຄົນອື່ນທີ່ເປັນຄົນບໍ່ເຊື່ອແລ້ວ, ບໍ່ມີຫຍັງໃຫ້ຮູ້ຈັກ. ພາລະກິດທີ່ກຳລັງຖືກປະຕິບັດໃຫ້ສໍາເລັດທ່າມກາງເຈົ້າ ແລະ ໃນປະເທດຈີນໃນປັດຈຸບັນ ແມ່ນຖືກປົກປິດຢ່າງເຄັ່ງຄັດເພື່ອບໍ່ໃຫ້ພວກເຂົາຮູ້. ຖ້າພວກເຂົາຮູ້ຈັກເຖິງພາລະກິດນີ້, ແລ້ວສິ່ງທີ່ພວກເຂົາຈະເຮັດກໍມີແຕ່ກ່າວໂທດພາລະກິດນັ້ນ ແລະ ເຮັດໃຫ້ພາລະກິດນັ້ນຕົກຢູ່ໃນການຂົ່ມເຫັງ. ພວກເຂົາຈະບໍ່ເຊື່ອໃນພາລະກິດນັ້ນ. ການປະຕິບັດພາລະກິດໃນຊົນຊາດຂອງມັງກອນແດງໃຫຍ່ ເຊິ່ງເປັນສະຖານທີ່ຫຼ້າຫຼັງທີ່ສຸດ ກໍບໍ່ແມ່ນໜ້າວຽກທີ່ງ່າຍດາຍ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ມັນກໍຈະສືບຕໍ່ໄປໄດ້ຍາກ. ຂັ້ນຕອນນີ້ຂອງພາລະກິດບໍ່ສາມາດຖືກປະຕິບັດໃນສະຖານທີ່ນີ້ໄດ້ຢ່າງແທ້ຈິງ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ພວກເຂົາຈະຍອມໃຫ້ພາລະກິດນີ້ດຳເນີນໄປຂ້າງໜ້າໄດ້ແນວໃດ? ສິ່ງນີ້ຈະຍິ່ງບໍ່ເຮັດໃຫ້ພາລະກິດຢູ່ພາຍໃຕ້ຄວາມສ່ຽງຫຼາຍຂຶ້ນບໍ? ຖ້າພາລະກິດນີ້ບໍ່ຖືກປົກປິດ, ແຕ່ກົງກັນຂ້າມ ມັນຖືກປະຕິບັດຄືດັ່ງໃນເວລາຂອງພຣະເຢຊູ, ເມື່ອພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຢ່າງໜ້າປະທັບໃຈ, ແລ້ວພາລະກິດນັ້ນຈະບໍ່ໄດ້ຖືກ “ຍຶດຄອງ” ໂດຍມານຮ້າຍຕັ້ງແຕ່ດົນແລ້ວບໍ? ພວກເຂົາຈະສາມາດອົດກັ້ນຕໍ່ການເປັນຢູ່ຂອງພຣະເຈົ້າໄດ້ບໍ? ບັດນີ້ ຖ້າເຮົາເຂົ້າສູ່ໂຮງທຳເພື່ອເທດສະໜາ ແລະ ສັ່ງສອນມະນຸດ, ແລ້ວເຮົາຈະບໍ່ໄດ້ຖືກທຸບຫົວໃຫ້ແຕກແຕ່ດົນແລ້ວບໍ? ແລ້ວຖ້າສິ່ງນີ້ເກີດຂຶ້ນ, ພາລະກິດຂອງເຮົາຈະສືບຕໍ່ປະຕິບັດໄດ້ແນວໃດ? ເຫດຜົນທີ່ບໍ່ມີໝາຍສຳຄັນ ແລະ ການອັດສະຈັນຖືກສະແດງອອກຢ່າງເປີດເຜີຍນັ້ນ ກໍເພາະເຫັນແກ່ການປົກປິດ. ສະນັ້ນ ສຳລັບຄົນທີ່ບໍ່ເຊື່ອແລ້ວ ພາລະກິດຂອງເຮົາບໍ່ສາມາດເຫັນໄດ້, ຮູ້ຈັກໄດ້ ຫຼື ຄົ້ນພົບໄດ້. ຖ້າຂັ້ນຕອນນີ້ຂອງພາລະກິດຕ້ອງຖືກປະຕິບັດໃນລັກສະນະດຽວກັນກັບພຣະເຢຊູໃນຍຸກແຫ່ງພຣະຄຸນ, ມັນກໍບໍ່ສາມາດໝັ້ນຄົງໄດ້ສໍ່າກັບທີ່ມັນເປັນໃນຕອນນີ້. ສະນັ້ນ ການປະຕິບັດພາລະກິດຢ່າງລັບໆໃນລັກສະນະນີ້ແມ່ນເປັນປະໂຫຍດແກ່ພວກເຈົ້າ ແລະ ແກ່ພາລະກິດໂດຍລວມ. ເມື່ອພາລະກິດຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນມາເຖິງຈຸດຈົບ ນັ້ນກໍຄື ເມື່ອພາລະກິດລັບນີ້ສິ້ນສຸດລົງ, ຂັ້ນຕອນນີ້ຂອງພາລະກິດກໍຈະເຜີຍອອກມາສູ່ສາທາລະນະ. ທຸກຄົນຈະຮູ້ຈັກວ່າມີກຸ່ມຂອງຜູ້ຊະນະໃນປະເທດຈີນ; ທຸກຄົນຈະຮູ້ຈັກວ່າພຣະເຈົ້າທີ່ກາຍເປັນເນື້ອໜັງໄດ້ຢູ່ໃນປະເທດຈີນ ແລະ ພາລະກິດຂອງພຣະອົງກໍໄດ້ມາເຖິງຈຸດສຸດທ້າຍ. ເມື່ອນັ້ນ ມັນຈະເຮັດໃຫ້ມະນຸດຮູ້ແຈ້ງວ່າ ເປັນຫຍັງປະເທດຈີນຈຶ່ງຍັງບໍ່ທັນສະແດງເຖິງຄວາມຕົກຕໍ່າ ຫຼື ການລົ້ມສະຫຼາຍເທື່ອ? ນັ້ນກໍຍ້ອນວ່າ ພຣະເຈົ້າກຳລັງປະຕິບັດພາລະກິດຂອງພຣະອົງໃນປະເທດຈີນເປັນການສ່ວນຕົວ ແລະ ໄດ້ເຮັດໃຫ້ກຸ່ມຄົນສົມບູນກາຍເປັນຜູ້ຊະນະ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)