ການຮູ້ຈັກພາລະກິດຂອງພຣະເຈົ້າ 2

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 188)

ໃນຖານະເປັນຄົນໜຶ່ງທີ່ເຊື່ອໃນພຣະເຈົ້າ, ເຈົ້າຄວນເຂົ້າໃຈວ່າ ມື້ນີ້ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມພົ້ນຈາກພຣະເຈົ້າຢ່າງແທ້ຈິງແລ້ວ ໃນການຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ພາລະກິດທັງໝົດຂອງແຜນງານຂອງພຣະເຈົ້າໃນຕົວເຈົ້າ. ພາລະກິດທັງໝົດຂອງພຣະເຈົ້າໃນຈັກກະວານທັງໝົດໃຫ້ຄວາມສຳຄັນກັບຄົນກຸ່ມນີ້. ພຣະອົງທຸ້ມເທຄວາມພະຍາຍາມທັງໝົດຂອງພຣະອົງໃຫ້ກັບພວກເຈົ້າ ແລະ ເສຍສະລະທຸກຢ່າງສຳລັບພວກເຈົ້າ; ພຣະອົງໄດ້ຮຽກພາລະກິດທັງໝົດຂອງພຣະວິນຍານທົ່ວທັງຈັກກະວານກັບຄືນ ແລະ ມອບໃຫ້ກັບພວກເຈົ້າ. ນີ້ຄືເຫດຜົນທີ່ເຮົາໄດ້ກ່າວວ່າ ພວກເຈົ້າເປັນຄົນທີ່ໂຊກດີ. ນອກຈາກນັ້ນ, ພຣະອົງໄດ້ຍ້າຍລັດສະໝີຂອງພຣະອົງຈາກອິດສະຣາແອນ ເຊິ່ງເປັນຊົນຊາດທີ່ພຣະອົງໄດ້ຊົງເລືອກ ແລະ ມອບໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ຄວາມປະສົງຂອງແຜນງານຂອງພຣະອົງປາກົດອອກມາຢ່າງສົມບູນຜ່ານກຸ່ມຄົນຂອງພວກເຈົ້າ. ດ້ວຍເຫດນັ້ນ, ພວກເຈົ້າເປັນຄົນເຫຼົ່ານັ້ນທີ່ຈະຮັບມໍລະດົກຂອງພຣະເຈົ້າ ແລະ ຍິ່ງກວ່ານັ້ນແມ່ນ ຜູ້ສືບທອດລັດສະໝີຂອງພຣະເຈົ້າ. ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: “ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ”. ໃນອະດີດ, ພວກເຈົ້າທຸກຄົນໄດ້ຍິນຖ້ອຍຄຳເຫຼົ່ານີ້ ແຕ່ບໍ່ມີໃຜເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳ. ໃນມື້ນີ້ພວກເຈົ້າໄດ້ຮູ້ດີເຖິງຄວາມໝາຍແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ. ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຮັບຄວາມໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນອາໄສຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ສະນັ້ນ, ໃນດິນແດນແຫ່ງນີ້ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າກໍຈະຖືກເຍາະເຍີ້ຍ ແລະ ຖືກຂົມເຫັງ. ນີ້ຄືເຫດຜົນທີ່ພຣະທຳເຫຼົ່ານີ້ຈະກາຍເປັນຄວາມຈິງໃນກຸ່ມຄົນຂອງພວກເຈົ້າ. ເມື່ອພາລະກິດຖືກປະຕິບັດໃນດິນແດນທີ່ຕໍ່ຕ້ານພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງກໍຈະພົບກັບອຸປະສັກທີ່ຫຼາຍເກີນຄວນ ແລະ ພຣະທຳຂອງພຣະອົງຫຼາຍຂໍ້ກໍຈະບໍ່ສາມາດຖືກເຮັດໃຫ້ສຳເລັດໃນເວລາທີ່ເໝາະສົມ; ດ້ວຍເຫດນີ້, ຜູ້ຄົນຈຶ່ງຖືກເຮັດໃຫ້ບໍລິສຸດ ຍ້ອນພຣະທຳຂອງພຣະເຈົ້າ. ນີ້ກໍແມ່ນອົງປະກອບຂອງຄວາມທົນທຸກທໍລະມານ. ມັນລຳບາກສຳລັບພຣະເຈົ້າຫຼາຍໃນການປະຕິບັດພາລະກິດຂອງພຣະອົງໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ກໍຍ້ອນຄວາມລຳບາກດັ່ງກ່າວທີ່ພຣະເຈົ້າເຮັດພາລະກິດຂອງພຣະອົງເປັນຂັ້ນຕອນ ເພື່ອເປີດເຜີຍໃຫ້ເຫັນເຖິງສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພຣະເຈົ້ານໍາໃຊ້ໂອກາດນີ້ເພື່ອເຮັດໃຫ້ກຸ່ມຄົນນີ້ສົມບູນແບບ. ຍ້ອນການທົນທຸກທໍລະມານຂອງຜູ້ຄົນ, ຄວາມສາມາດຂອງພວກເຂົາ ແລະ ຈິດໃຈທັງໝົດທີ່ຄືກັບຊາຕານຂອງຜູ້ຄົນໃນດິນແດນທີ່ບໍ່ບໍລິສຸດນີ້, ພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດການຊຳລະໃຫ້ບໍລິສຸດ ແລະ ການປົກຄອງ ເພື່ອວ່າ ພຣະອົງຈະໄດ້ຮັບລັດສະໝີຈາກສິ່ງນີ້ ແລະ ຮັບຄົນເຫຼົ່ານັ້ນທີ່ຢືນເປັນພະຍານແກ່ການກະທຳຂອງພຣະອົງ. ນີ້ແມ່ນຄວາມໝາຍທີ່ສົມບູນຂອງການເສຍສະລະທັງໝົດທີ່ພຣະເຈົ້າໄດ້ກະທຳເພື່ອກຸ່ມຄົນນີ້. ສະຫຼຸບໄດ້ວ່າ ພຣະເຈົ້າປະຕິບັດພາລະກິດແຫ່ງໄຊຊະນະພຽງແຕ່ຜ່ານຄົນເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ. ດ້ວຍການເຮັດແບບນີ້ ຈຶ່ງສາມາດເປີດເຜີຍອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້. ສາມາດເວົ້າໄດ້ວ່າ ມີພຽງແຕ່ຄົນເຫຼົ່ານັ້ນໃນດິນແດນທີ່ບໍ່ບໍລິສຸດ ທີ່ເໝາະສົມແກ່ການສືບທອດລັດສະໝີຂອງພຣະເຈົ້າ ແລະ ມີພຽງສິ່ງນີ້ ທີ່ສາມາດໃຫ້ກຽດກັບອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້. ນັ້ນຄືເຫດຜົນທີ່ເຮົາໄດ້ກ່າວວ່າ ໄດ້ມີການຮັບເອົາລັດສະໝີຂອງພຣະເຈົ້າໃນດິນແດນທີ່ບໍ່ບໍລິສຸດ ແລະ ຈາກຄົນເຫຼົ່ານັ້ນທີ່ອາໄສຢູ່ໃນດິນແດນນັ້ນ. ນັ້ນຄືຄວາມປະສົງຂອງພຮະເຈົ້າ. ນີ້ຄືກັບສິ່ງທີ່ຢູ່ໃນຂັ້ນຕອນຂອງພາລະກິດຂອງພຣະເຢຊູ; ພຣະອົງສາມາດຮັບຄໍາສັນລະເສີນຈາກໝູ່ພວກຟາລິຊາຍທີ່ຂົ່ມເຫັງພຣະອົງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນການຂົ່ມເຫັງ ແລະ ການທໍລະຍົດຂອງຢູດາ, ພຣະເຢຊູຈະບໍ່ຖືກເຍາະເຍີ້ຍ ຫຼື ຖືກກ່າວຮ້າຍ ໂດຍຖືກຄຶງໄວ້ທີ່ໄມ້ກາງແຂນເລີຍ ແລະ ດ້ວຍເຫດນັ້ນ ກໍຈະບໍ່ສາມາດໄດ້ຮັບລັດສະໝີ. ບໍ່ວ່າຢູ່ໃສກໍຕາມທີ່ພຣະເຈົ້າປະຕິບັດພາລະກິດໃນແຕ່ລະຍຸກ ແລະ ບໍ່ວ່າຢູ່ໃສກໍຕາມທີ່ພຣະອົງປະຕິບັດພາລະກິດໂດຍຜ່ານເນື້ອໜັງ, ພຣະອົງຈະຮັບລັດສະໝີຢູ່ທີ່ນັ້ນ ແລະ ຮັບຄົນເຫຼົ່ານັ້ນທີ່ພຣະອົງປະສົງທີ່ຈະຮັບ. ນີ້ເປັນແຜນງານຂອງພາລະກິດຂອງພຣະເຈົ້າ ແລະ ນີ້ເປັນການຄຸ້ມຄອງຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ? ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 189)

ໃນແຜນງານຂອງພຣະເຈົ້າໃນເວລາຫຼາຍພັນປີ, ພາລະກິດທີ່ສຳເລັດໂດຍຜ່ານເນື້ອໜັງແມ່ນມີສອງສ່ວນ: ສ່ວນທຳອິດແມ່ນພາລະກິດຂອງການຖືກຄຶງທີ່ໄມ້ກາງແຂນ ເຊິ່ງພຣະອົງໄດ້ຮັບລັດສະໝີ; ອີກສ່ວນຄືພາລະກິດແຫ່ງໄຊຊະນະ ແລະ ຄວາມສົມບູນໃນຍຸກສຸດທ້າຍ ເຊິ່ງພຣະອົງຈະໄດ້ຮັບລັດສະໝີ. ນີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນີ້, ຢ່າຄິດວ່າ ພາລະກິດຂອງພຣະເຈົ້າ ຫຼື ພຣະບັນຊາຂອງພຣະເຈົ້າທີ່ໃຫ້ກັບພວກເຈົ້າງ່າຍດາຍເກີນໄປ. ພວກເຈົ້າເປັນຜູ້ສືບທອດມໍລະດົກແຫ່ງລັດສະໝີຂອງພຣະເຈົ້າທີ່ເໜືອກວ່າສິ່ງໃດຫຼາຍເທົ່າ ແລະ ເປັນນິລັນດອນ ແລະ ນີ້ຄືສິ່ງທີ່ຖືກບັນຊາໂດຍພຣະເຈົ້າ. ຈາກສອງສ່ວນຂອງລັດສະໝີຂອງພຣະອົງ, ສ່ວນໜຶ່ງແມ່ນຖືກເປີດເຜີຍໃນຕົວພວກເຈົ້າ; ສ່ວນໜຶ່ງທັງໝົດຂອງລັດສະໝີຂອງພຣະເຈົ້າຖືກປະທານໃຫ້ກັບພວກເຈົ້າ ເພື່ອມັນຈະເປັນມໍລະດົກຂອງພວກເຈົ້າ. ນີ້ຄືການສັນລະເສີນຈາກພຣະເຈົ້າ ແລະ ແຜນງານຂອງພຣະອົງທີ່ຖືກກຳນົດໄວ້ລ່ວງໜ້າດົນນານມາແລ້ວ. ເມື່ອເຫັນເຖິງຄວາມຍິ່ງໃຫຍ່ຂອງພາລະກິດຂອງພຣະເຈົ້າທີ່ໄດ້ກະທຳໃນດິນແດນທີ່ເປັນທີ່ຢູ່ອາໄສຂອງມັງກອນແດງທີ່ຍິ່ງໃຫຍ່, ພາລະກິດດັ່ງກ່າວ ຖ້າຍ້າຍໄປບ່ອນອື່ນ ກໍຈະເກີດຜົນຢ່າງໃຫຍ່ຫຼວງເປັນເວລາດົນແລ້ວ ແລະ ຖືກຍອມຮັບໂດຍມະນຸດຢ່າງງ່າຍດາຍ. ພາລະກິດດັ່ງກ່າວກໍຈະງ່າຍເກີນໄປ ທີ່ຈະຍອມຮັບເອົາຜູ້ສອນສາສະໜາໃນພາກຕະເວັນຕົກທີ່ເຊື່ອໃນພຣະເຈົ້າ ເນື່ອງຈາກວ່າ ຂັ້ນຕອນຂອງພາລະກິດ ທີ່ພຣະເຢຊູໄດ້ເຮັດເປັນແບບຢ່າງດັ່ງທີ່ເຄີຍມີມາ. ນີ້ຄືເຫດຜົນທີ່ພຣະອົງບໍ່ສາມາດສຳເລັດຂັ້ນຕອນຂອງພາລະກິດໃນການເຮັດໃຫ້ເກີດລັດສະໝີນີ້ຢູ່ໃນບ່ອນອື່ນ; ຍ້ອນວ່າ ເມື່ອມີການສະໜັບສະໜູນຈາກມະນຸດທຸກຄົນ ແລະ ມີການຍອມຮັບຈາກທຸກຊາດ, ມັນກໍຈະບໍ່ມີບ່ອນໃຫ້ລັດສະໝີຂອງພຮະເຈົ້າຕັ້ງຢູ່. ນີ້ຄືຄວາມໝາຍພິເສດທີ່ແຈ່ງແຈ້ງ ເຊິ່ງບາດກ້າວນີ້ຂອງພາລະກິດມີໃນດິນແດນແຫ່ງນີ້. ໃນບັນດາພວກເຈົ້າ, ບໍ່ມີມະນຸດຜູ້ໃດທີ່ໄດ້ຮັບການປົກປ້ອງຈາກພຣະບັນຍັດ; ໃນທາງກົງກັນຂ້າມ, ພວກເຈົ້າຖືກລົງໂທດໂດຍພຣະບັນຍັດ ແລະ ຄວາມລຳບາກທີ່ໜັກກວ່ານັ້ນກໍຄື ບໍ່ມີມະນຸດຄົນໃດເຂົ້າໃຈພວກເຈົ້າ, ບໍ່ວ່າຈະເປັນພີ່ນ້ອງຂອງພວກເຈົ້າ, ພໍ່ແມ່ຂອງພວກເຈົ້າ, ໝູ່ເພື່ອນຂອງພວກເຈົ້າ ຫຼື ເພື່ອນຮ່ວມງານຂອງພວກເຈົ້າ. ບໍ່ມີໃຜເຂົ້າໃຈພວກເຈົ້າເລີຍ. ເມື່ອພຣະເຈົ້າປະຕິເສດພວກເຈົ້າ, ກໍຈະບໍ່ມີທາງໃຫ້ພວກເຈົາສືບຕໍ່ອາໄສຢູ່ໃນໂລກ. ເຖິງແນວໃດກໍຕາມ, ຜູ້ຄົນກໍບໍ່ສາມາດໜີຈາກພຣະເຈົ້າໄດ້; ນີ້ແມ່ນຄວາມໝາຍແຫ່ງໄຊຊະນະຂອງພຣະເຈົ້າຕໍ່ຜູ້ຄົນ ແລະ ນີ້ແມ່ນລັດສະໝີຂອງພຣະເຈົ້າ. ສິ່ງທີ່ພວກເຈົ້າໄດ້ສືບທອດໃນມື້ນີ້ດີເກີນກວ່າສິ່ງທີ່ອັກຄະສາວົກ ແລະ ພະສາດສະດາທັງໝົດໄດ້ຮັບ ແລະ ຍິ່ງໃຫຍ່ກວ່າສິ່ງທີ່ໂມເຊ ແລະ ເປໂຕໄດ້ຮັບ. ບໍ່ສາມາດຮັບເອົາພຣະພອນພາຍໃນໜຶ່ງມື້ ຫຼື ສອງມື້; ສາມາດຮັບເອົາພຣະພອນຜ່ານການເສຍສະລະຢ່າງຫຼວງຫຼາຍ. ນັ້ນກໍຄື ພວກເຈົ້າຕ້ອງມີຄວາມຮັກທີ່ບໍລິສຸດ, ຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ຄວາມຈິງຫຼາຍໆຢ່າງທີ່ພຣະເຈົ້າຂໍໃຫ້ພວກເຈົ້າຮັບໄວ້; ນອກຈາກນັ້ນ, ພວກເຈົ້າຕ້ອງສາມາດເບິ່ງທີ່ຄວາມຍຸຕິທຳ ແລະ ບໍ່ສາມາດເຮັດໃຫ້ຢ້ານກົວ ຫຼື ຍອມແພ້ ແລະ ພວກເຈົ້າຕ້ອງມີຄວາມຮັກທີ່ໝັ້ນຄົງ ແລະ ບໍ່ລົດລະຕໍ່ພຣະເຈົ້າ. ພວກເຈົ້າຈຳເປັນຕ້ອງມີການປ່ຽນແປງ ຄືກັບການປ່ຽນແປງຂອງຈິດໃຈໃນຊີວິດ; ຄວາມເສື່ອມຊາມຂອງພວກເຈົ້າຕ້ອງຖືກແກ້ໄຂ ແລະ ພວກເຈົ້າຕ້ອງຍອມຮັບການຄວບຄຸມທຸກຢ່າງຈາກພຣະເຈົ້າໂດຍບໍ່ຈົ່ມ ແລະ ຍັງຕ້ອງເຊື່ອຟັງຈົນຕາຍ. ນີ້ຄືສິ່ງທີ່ພວກເຈົ້າຄວນເຮັດໃຫ້ສຳເລັດ. ນີ້ຄືຄວາມປະສົງສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ຄວາມຕ້ອງການທີ່ພຣະເຈົ້າຂໍຈາກຄົນກຸ່ມນີ້. ເມື່ອພຣະອົງປະທານໃຫ້ກັບພວກເຈົ້າ, ພຣະອົງກໍຈະຂໍສິ່ງຕອບແທນຈາກພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເໝາະສົມກັບຄວາມຕ້ອງການນັ້ນ. ດັ່ງນັ້ນ, ພາລະກິດທຸກຢ່າງຂອງພຣະເຈົ້າບໍ່ແມ່ນຈະປາດສະຈາກເຫດຜົນ ແລະ ຈາກສິ່ງນີ້ ຈຶ່ງສາມາດເຫັນໄດ້ວ່າ ເປັນຫຍັງພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດທີ່ມີມາດຕະຖານສູງ ແລະ ເງື່ອນໄຂທີ່ເຄັ່ງຄັດຊໍ້າແລ້ວຊໍ້າອີກ. ນີ້ຄືເຫດຜົນທີ່ພວກເຈົ້າຄວນມີຄວາມເຊື່ອໃນພຣະເຈົ້າ. ສະຫຼຸບກໍຄື ພາລະກິດທຸກຢ່າງຂອງພຣະເຈົ້າຖືກປະຕິບັດເພື່ອຜົນປະໂຫຍດຂອງພວກເຈົ້າ ເພື່ອພວກເຈົ້າຈະເໝາະສົມທີ່ຈະຮັບມໍລະດົກຂອງພຣະອົງ. ນີ້ບໍ່ແມ່ນເພື່ອຜົນປະໂຫຍດຂອງລັດສະໝີຂອງພຣະເຈົ້າເອງ ແຕ່ເພື່ອຜົນປະໂຫຍດຂອງການໄຖ່ບາບ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ທີ່ໄດ້ຮັບຄວາມເຈັບປວດໃນດິນແດນທີ່ບໍ່ບໍລິສຸດມີຄວາມສົມບູນ. ພວກເຈົ້າຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ສະນັ້ນ, ເຮົາກໍຂໍຕັກເຕືອນຜູ້ຄົນທີ່ໂງ່ຈ້າທັງຫຼາຍທີ່ບໍ່ມີຄວາມຮູ້ ແລະ ຄວາມສຳນຶກ: ຢ່າທົດສອບພຣະເຈົ້າ ແລະ ຢ່າຕໍ່ຕ້ານອີກເລີຍ. ພຣະເຈົ້າໄດ້ທົນທຸກກັບຄວາມທໍລະມານທັງໝົດທີ່ມະນຸດບໍ່ເຄີຍທົນທຸກມາກ່ອນ ແລະ ທົນທຸກຕໍ່ການເຍາະເຍີ້ຍຫຼາຍກວ່ານັ້ນແທນທີ່ຂອງມະນຸດ. ແມ່ນຫຍັງອີກທີ່ພວກເຈົ້າບໍ່ສາມາດປະຖິ້ມໄດ້? ແມ່ນຫຍັງທີ່ສຳຄັນໄປກວ່າຄວາມປະສົງຂອງພຣະເຈົ້າ? ແມ່ນຫຍັງທີ່ຍິ່ງໃຫຍ່ກວ່າຄວາມຮັກຂອງພຣະເຈົ້າ? ມັນເປັນໜ້າທີ່ທີ່ຍາກລຳບາກສອງເທົ່າ ເຊິ່ງພຣະເຈົ້າຕ້ອງປະຕິບັດພາລະກິດຂອງພຣະອົງໃນດິນແດນທີ່ບໍ່ບໍລິສຸດນີ້. ຖ້າມະນຸດລະເມີດໂດຍທີ່ຮູ້ ແລະ ຕັ້ງໃຈ, ພາລະກິດຂອງພຣະເຈົ້າກໍຕ້ອງໄດ້ຊັກຊ້າລົງ. ໃນເຫດການໃດກໍຕາມ, ນີ້ບໍ່ແມ່ນເລື່ອງທີ່ໜ້າສົນໃຈໃຫ້ກັບໃຜເລີຍ ແລະ ບໍ່ມີຜົນປະໂຫຍດໃຫ້ກັບໃຜຄືກັນ. ພຣະເຈົ້າບໍ່ໄດ້ຖືກຜູກໝັດກັບເວລາ; ພາລະກິດຂອງພຣະອົງ ແລະ ລັດສະໝີຂອງພຣະອົງແມ່ນມາກ່ອນ. ດ້ວຍເຫດນີ້, ເຖິງມັນຈະດົນພຽງໃດກໍຕາມ, ພຣະອົງຈະບໍ່ເສຍດາຍທີ່ຈະເສຍສະລະ ຖ້າຫາກມັນເປັນພາລະກິດຂອງພຣະອົງ. ນີ້ແມ່ນຈິດໃຈຂອງພຣະເຈົ້າ: ພຣະອົງຈະບໍ່ພັກຜ່ອນຈົນກວ່າພາລະກິດຂອງພຣະອົງຈະສຳເລັດ. ເມື່ອຮອດເວລາທີ່ພຣະອົງຈະຮັບສ່ວນທີສອງຂອງລັດສະໝີຂອງພຣະອົງ, ພາລະກິດຂອງພຣະອົງຈຶ່ງຈະສາມາດສິ້ນສຸດລົງໄດ້. ຖ້າພຣະເຈົ້າບໍ່ສາມາດສຳເລັດພາລະກິດສ່ວນທີສອງໃນການເຮັດໃຫ້ເກີດລັດສະໝີທົ່ວທັງຈັກກະວານ, ມື້ຂອງພຣະອົງກໍຈະບໍ່ມາຮອດຈັກເທື່ອ, ພຣະຫັດຂອງພຣະອົງກໍຈະບໍ່ຍັບອອກມາຈາກຄົນທີ່ພຣະອົງຊົງເລືອກຈັກເທື່ອ, ລັດສະໝີຂອງພຣະອົງຈະບໍ່ມາເຖິງອິດສະຣາແອນ ແລະ ແຜນງານຂອງພຣະອົງຈະບໍ່ສິ້ນສຸດລົງຈັກເທື່ອ. ພວກເຈົ້າຄວນເຫັນຄວາມປະສົງຂອງພຣະເຈົ້າ ແລະ ເຫັນວ່າ ພາລະກິດຂອງພຣະເຈົ້າບໍ່ງ່າຍດາຍຄືກັບການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກໆສິ່ງທຸກໆຢ່າງ. ເພາະພາລະກິດໃນມື້ນີ້ແມ່ນການປ່ຽນແປງຄົນເຫຼົ່ານັ້ນທີ່ເສື່ອມຊາມ, ຄົນທີ່ບໍ່ມີຄວາມຮູ້ສຶກຫຼາຍທີ່ສຸດ ແລະ ເພື່ອເຮັດໃຫ້ຄົນເຫຼົ່ານັ້ນທີ່ຖືກສ້າງ ແລະ ຫຼອກລວງໂດຍຊາຕານໃຫ້ມີຄວາມບໍລິສຸດ, ໂດຍທີ່ບໍ່ແມ່ນເພື່ອສ້າງອາດາມ ຫຼື ເອວາ, ແມ່ນແຕ່ສ້າງແສງສະຫວ່າງ ຫຼື ສ້າງພືດ ແລະ ສັດທຸກປະເພດ. ພາລະກິດຂອງພຣະອົງໃນຕອນນີ້ແມ່ນເພື່ອເຮັດໃຫ້ທຸກສິ່ງທີ່ຊາຕານເຮັດໃຫ້ເສື່ອມຊາມກັບມາບໍລິສຸດອີກຄັ້ງ ເພື່ອພວກເຂົາຈະຖືກຮັບເປັນຂອງພຣະເຈົ້າ ແລະ ຕົກຢູ່ໃນການຄອບຄອງຂອງພຣະອົງ ແລະ ກາຍມາເປັນລັດສະໝີຂອງພຣະອົງ. ພາລະກິດດັ່ງກ່າວບໍ່ງ່າຍດາຍຄືກັບທີ່ມະນຸດຈິນຕະນາການເຖິງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ມັນບໍ່ຄ້າຍກັບພາລະກິດການສາບແຊ່ງຊາຕານໃຫ້ຕົກລົງໃນເຫວເລິກທີ່ບໍ່ມີບ່ອນສິ້ນສຸດຕາມທີ່ມະນຸດຈິນຕະນາການ. ໃນທາງກົງກັນຂ້າມ, ມັນແມ່ນການປ່ຽນແປງມະນຸດ, ປ່ຽນສິ່ງທີ່ເປັນດ້ານລົບໃຫ້ກາຍເປັນດ້ານບວກ ແລະ ຄອບຄອງສິ່ງທີ່ບໍ່ແມ່ນຂອງພຣະອົງ. ນີ້ແມ່ນເລື່ອງລາວພາຍໃນຂອງບົດບາດນີ້ໃນພາລະກິດຂອງພຣະເຈົ້າ. ພວກເຈົ້າຕ້ອງເຂົ້າໃຈມັນ ແລະ ບໍ່ຄວນຖືວ່າ ບັນຫາເຫຼົ່ານັ້ນງ່າຍດາຍເກີນໄປ. ພາລະກິດຂອງພຣະເຈົ້າບໍ່ແມ່ນພາລະກິດທຳມະດາທົ່ວໄປ. ສະໝອງຂອງມະນຸດບໍ່ສາມາດເຂົ້າໃຈຄວາມມະຫັດສະຈັນຂອງມັນໄດ້ ແລະ ບໍ່ສາມາດບັນລຸເຖິງສະຕິປັນຍາທີ່ມີຢູ່ໃນພາລະກິດດັ່ງກ່າວນັ້ນ. ໃນບາດກ້າວນີ້ຂອງພາລະກິດຂອງພຣະອົງ, ພຣະເຈົ້າບໍ່ໄດ້ສ້າງທຸກໆສິ່ງ ແລະ ພຣະອົງບໍ່ໄດ້ທຳລາຍພວກມັນ. ໃນທາງກົງກັນຂ້າມ, ພຣະອົງກຳລັງປ່ຽນແປງສິ່ງຊົງສ້າງທັງໝົດຂອງພຣະອົງ ແລະ ເຮັດໃຫ້ສິ່ງທີ່ຊາຕານເຮັດໃຫ້ເສຍຄວາມບໍລິສຸດກັບມາບໍລິສຸດອີກຄັ້ງ. ດ້ວຍເຫດນີ້, ພຣະເຈົ້າຈຶ່ງເລີ່ມຕົ້ນພາລະກິດທີ່ມີຄວາມສຳຄັນອັນຍິ່ງໃຫຍ່ ແລະ ນີ້ແມ່ນຄວາມໝາຍທັງໝົດຂອງພາລະກິດຂອງພຣະເຈົ້າ. ຈາກພຣະທຳເຫຼົ່ານີ້, ເຈົ້າເຊື່ອບໍ່ວ່າ ພາລະກິດຂອງພຣະເຈົ້າງ່າຍດາຍ?

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ? ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 190)

ໃນການເຮັດໃຫ້ມະນຸດສົມບູນ ແລະ ປ່ຽນແປງອຸປະນິໄສຂອງເຂົາ, ພາລະກິດຂອງພຣະເຈົ້າບໍ່ເຄີຍເຊົາຈັກເທື່ອ ເພາະພວກເຂົາຂາດເຂີນໃນຫຼາຍດ້ານ ແລະ ພວກເຂົາຕໍ່າກວ່າມາດຕະຖານທີ່ພຣະອົງກຳນົດໄວ້ຫຼາຍ. ສະນັ້ນ ສາມາດເວົ້າໄດ້ວ່າ ໃນສາຍຕາຂອງພຣະເຈົ້າ ເຈົ້າຈະເປັນທາລົກເກີດໃໝ່ຕະລອດໄປ, ມີອົງປະກອບເລັກໜ້ອຍທີ່ເຮັດໃຫ້ພຣະອົງພໍໃຈ, ເພາະວ່າ ເຈົ້າບໍ່ໄດ້ເປັນຫຍັງ ນອກຈາກສິ່ງທີ່ມີຊີວິດໃນກໍາມືຂອງພຣະເຈົ້າ. ຖ້າຄົນໜຶ່ງຕົກສູ່ຄວາມພາກພູມໃຈໃນຕົນເອງ, ເຂົາຈະບໍ່ຖືກພຣະເຈົ້າກຽດຊັງບໍ? ການເວົ້າວ່າເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈໃນປັດຈຸບັນກໍຄືການເວົ້າຈາກທັດສະນະທີ່ຈຳກັດຂອງຝ່າຍເນື້ອໜັງຂອງເຈົ້າ; ຖ້າຕ້ອງຕໍ່ສູ້ກັບພຣະເຈົ້າແທ້ໆ, ເຈົ້າຈະພ່າຍແພ້ໃນສະໜາມຕະລອດໄປ. ເນື້ອໜັງຂອງມະນຸດບໍ່ເຄີຍຮັບຮູ້ວ່າໄດ້ຮັບໄຊຊະນະຈັກເທື່ອ. ມີແຕ່ຜ່ານທາງພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນ ມະນຸດຈຶ່ງຈະສາມາດຖືກໄຖ່ບາບໄດ້. ໃນຄວາມເປັນຈິງ, ໃນບັນດາສັບພະສິ່ງທັງປວງທີ່ຢູ່ໃນການເນລະມິດສ້າງຂອງພຣະເຈົ້າ ມະນຸດຄືສິ່ງທີ່ຕໍ່າຕ້ອຍທີ່ສຸດ. ເຖິງແມ່ນວ່າເຂົາເປັນເຈົ້ານາຍຂອງສິ່ງທັງປວງ, ມະນຸດຄືສິ່ງດຽວໃນບັນດາສິ່ງທັງປວງທີ່ຕົກຢູ່ໃນກົນອຸບາຍຂອງຊາຕານ, ສິ່ງດຽວທີ່ຕົກເປັນເຫຍື່ອຂອງການເສື່ອມຊາມຂອງມັນໂດຍບໍ່ສິ້ນສຸດ. ມະນຸດບໍ່ເຄີຍປົກຄອງຕົນເອງຈັກເທື່ອ. ມະນຸດສ່ວນໃຫຍ່ດຳລົງຊີວິດຢູ່ໃນບ່ອນທີ່ສົກກະປົກຂອງຊາຕານ ແລະ ທົນທຸກກັບການເຍາະເຍີ້ຍຂອງມັນ; ມັນເຍີ້ຍພວກເຂົາໃນລັກສະນະນີ້ ແລະ ຈົນພວກເຂົາມີຊີວິດຢູ່ພຽງເຄິ່ງດຽວ, ອົດກັ້ນກັບຊີວິດຂຶ້ນໆລົງໆ, ຄວາມລຳບາກໃນໂລກມະນຸດ. ຫຼັງຈາກຢອກຫຼິ້ນກັບພວກເຂົາ, ຊາຕານກໍເຮັດໃຫ້ໂຊກຊະຕາຂອງພວກເຂົາສິ້ນສຸດ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງຜະເຊີນກັບຊີວິດທັງໝົດຂອງພວກເຂົາໃນຄວາມມຶນເມົາຢ່າງສັບສົນ, ບໍ່ເຄີຍໄດ້ຮັບສິ່ງດີໆທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາຖືກຊາຕານທຳລາຍ ແລະ ປ່ອຍໃຫ້ເປັນເສດສ່ວນ. ໃນປັດຈຸບັນ ພວກເຂົາໄດ້ອ່ອນເພຍຫຼາຍ ແລະ ບໍ່ມີຊີວິດຊີວາຈົນພວກເຂົາບໍ່ມີຈິດໃຈທີ່ຈະສັງເກດພາລະກິດຂອງພຣະເຈົ້າເລີຍ. ຖ້າຜູ້ຄົນບໍ່ມີຈິດໃຈທີ່ຈະສັງເກດພາລະກິດຂອງພຣະເຈົ້າ, ປະສົບການຂອງພວກເຂົາກໍຈະຕົກຢູ່ກັບຄວາມແຕກຫັກ ແລະ ບໍ່ສົມບູນຕະຫຼອດໄປ ແລະ ທາງເຂົ້າຂອງພວກເຂົາກໍຈະເປັນບ່ອນວ່າງເປົ່າຕະຫຼອດໄປ. ເປັນເວລາຫຼາຍພັນປີຕັ້ງແຕ່ພຣະເຈົ້າສະເດັດມາເທິງໂລກ, ມີມະນຸດຈຳນວນຫຼວງຫຼາຍທີ່ມີອຸດົມຄະຕິສູງສົ່ງໄດ້ຖືກພຣະເຈົ້າໃຊ້ເພື່ອປະຕິບັດພາລະກິດສຳລັບພຣະເຈົ້າໃນເວລາຫຼາຍປີ; ແຕ່ຄົນທີ່ຮູ້ຈັກພາລະກິດຂອງພຣະອົງແມ່ນມີໜ້ອຍຫຼາຍ ຈົນເກືອບວ່າຈະບໍ່ມີຢູ່ເລີຍ. ຍ້ອນເຫດຜົນນີ້, ຜູ້ຄົນຈຳນວນນັບບໍ່ຖ້ວນໄດ້ຮັບເອົາບົດບາດໃນການຕໍ່ຕ້ານພຣະເຈົ້າ ແລະ ໃນເວລາດຽວກັນພວກເຂົາກໍປະຕິບັດພາລະກິດເພື່ອພຣະອົງ, ເພາະວ່າ ແທນທີ່ຈະປະຕິບັດພາລະກິດຂອງພຣະອົງ, ພວກເຂົາພັດປະຕິບັດພາລະກິດຂອງມະນຸດໃນຕໍາແໜ່ງທີ່ພຣະເຈົ້າມອບໃຫ້. ສິ່ງນີ້ຈະສາມາດຖືກເອີ້ນວ່າພາລະກິດໄດ້ບໍ? ພວກເຂົາຈະສາມາດເຂົ້າສູ່ໄດ້ແນວໃດ? ມະນຸດໄດ້ເອົາພຣະຄຸນຂອງພຣະເຈົ້າ ແລະ ຝັງມັນໄວ້. ຍ້ອນສິ່ງນີ້, ໃນຫຼາຍຍຸກທີ່ຜ່ານມາ ຜູ້ຄົນທີ່ປະຕິບັດພາລະກິດຂອງພຣະອົງຈຶ່ງມີທາງເຂົ້າສູ່ພຽງແຕ່ໜ້ອຍດຽວ. ພວກເຂົາບໍ່ເວົ້າເຖິງການຮູ້ຈັກພາລະກິດຂອງພຣະເຈົ້າເລີຍ, ເພາະວ່າ ພວກເຂົາເຂົ້າໃຈກ່ຽວກັບສະຕິປັນຍາຂອງພຣະເຈົ້າໜ້ອຍເກີນໄປ. ສາມາດເວົ້າໄດ້ວ່າ ເຖິງແມ່ນມີຫຼາຍຄົນທີ່ຮັບໃຊ້ພຣະເຈົ້າ, ພວກເຂົາກໍບໍ່ສາມາດເຫັນວ່າພຣະອົງສູງສົ່ງສໍ່າໃດ ແລະ ນີ້ຄືເຫດຜົນທີ່ວ່າເປັນຫຍັງທຸກຄົນຈຶ່ງໄດ້ແຕ່ງຕັ້ງຕົນເອງເປັນພຣະເຈົ້າເພື່ອໃຫ້ຄົນອື່ນນະມັດສະການ.

ເປັນເວລາຫຼາຍປີ ທີ່ພຣະເຈົ້າໄດ້ລີ້ຊ້ອນຢູ່ພາຍໃນການເນລະມິດສ້າງ; ພຣະອົງໄດ້ສັງເກດລະດູໃບໄມ້ປົ່ງ ແລະ ລະດູໃບໄມ້ລົ່ນຫຼາຍຄັ້ງຈາກການປົກຄຸມຂອງໝອກ; ໄດ້ຫຼຽວລົງມາຈາກສະຫວັນຊັ້ນສາມເປັນເວລາຫຼາຍມື້ ແລະ ຫຼາຍຄືນ; ໄດ້ຍ່າງທ່າມກາງມະນຸດເປັນເວລາຫຼາຍເດືອນ ແລະ ຫຼາຍປີ. ພຣະອົງໄດ້ນັ່ງຢູ່ເໜືອມະນຸດທັງປວງ ລໍຖ້າຢ່າງງຽບໆຕະຫຼອດລະດູໜາວທີ່ຜ່ານໄປຫຼາຍຄັ້ງ. ບໍ່ມີແມ່ນແຕ່ຄັ້ງດຽວທີ່ພຣະອົງສະແດງຕົນເອງຢ່າງເປີດເຜີຍໃຫ້ກັບທຸກຄົນເຫັນ ຫຼື ສົ່ງສຽງແມ່ນແຕ່ຄັ້ງດຽວ, ຈາກໄປໂດຍບໍ່ມີສັນຍານ ແລະ ກັບມາຢ່າງງຽບໆ. ຜູ້ໃດສາມາດຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະອົງແດ່? ພຣະອົງບໍ່ເຄີຍເວົ້າກັບມະນຸດຈັກເທື່ອ, ບໍ່ເຄີຍປາກົດຕົວຕໍ່ມະນຸດຈັກເທື່ອ. ມັນງ່າຍສໍ່າໃດທີ່ຈະໃຫ້ຜູ້ຄົນປະຕິບັດພາລະກິດທີ່ຖືກມອບໝາຍໂດຍພຣະເຈົ້າ? ໜ້ອຍຄັ້ງທີ່ພວກເຂົາຈະເຂົ້າໃຈວ່າການຮູ້ຈັກພຣະເຈົ້າເປັນສິ່ງທີ່ຫຍຸ້ງຍາກທີ່ສຸດໃນບັນດາສິ່ງຕ່າງໆ. ໃນປັດຈຸບັນ ພຣະເຈົ້າໄດ້ກ່າວຕໍ່ມະນຸດ, ແຕ່ມະນຸດບໍ່ເຄີຍຮູ້ຈັກພຣະອົງ ຍ້ອນວ່າ ທາງເຂົ້າສູ່ຊີວິດຂອງເຂົາແມ່ນຈຳກັດ ແລະ ຕື້ນເກີນໄປ. ເມື່ອເບິ່ງຈາກທັດສະນະຂອງພຣະອົງ, ຜູ້ຄົນບໍ່ສົມຄວນທີ່ຈະປາກົດຕົວຕໍ່ໜ້າພຣະເຈົ້າເລີຍ. ພວກເຂົາມີຄວາມເຂົ້າໃຈເລັກໜ້ອຍກ່ຽວກັບພຣະເຈົ້າ ແລະ ຫ່າງເຫີນຈາກພຣະອົງຫຼາຍເກີນໄປ. ຍິ່ງໄປກວ່ານັ້ນ, ຫົວໃຈທີ່ພວກເຂົາມີທີ່ເຊື່ອໃນພຣະເຈົ້າກໍສັບຊ້ອນເກີນໄປ ແລະ ພວກເຂົາບໍ່ມີພາບຫຼັກຂອງພຣະເຈົ້າຢູ່ໃນຫົວໃຈສ່ວນເລິກທີ່ສຸດຂອງພວກເຂົາເລີຍ. ຜົນຕາມມາກໍຄື ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງທີ່ເປັນເໝືອນດັ່ງທອງຄຳທີ່ຝັງໄວ້ຢູ່ໃນດິນຊາຍ ແມ່ນບໍ່ສາມາດສ່ອງແສງສະຫວ່າງແວບວັບໄດ້. ສຳລັບພຣະເຈົ້າແລ້ວ, ລະດັບຄວາມສາມາດ, ແຮງຈູງໃຈ ແລະ ມຸມມອງຂອງຄົນເຫຼົ່ານີ້ແມ່ນເປັນຕາກຽດຊັງທີ່ສຸດ. ຍ້ອນຂາດຄວາມສາມາດໃນການຮັບຂອງພວກເຂົາ, ຄວາມບໍ່ຮູ້ສຶກຈົນເຖິງຄວາມເສີຍເມີຍ, ຊຸດໂຊມ ແລະ ເສື່ອມໂຊມ, ເປັນທາດຮັບໃຊ້ຫຼາຍເກີນໄປ, ອ່ອນແອ ແລະ ບໍ່ມີກຳລັງໃຈ, ພວກເຂົາຕ້ອງໄດ້ຖືກຈູງຄືກັບຈູງງົວ ແລະ ມ້າ. ແຕ່ສຳລັບທາງເຂົ້າຝ່າຍວິນຍານຂອງພວກເຂົາ ຫຼື ທາງເຂົ້າໃນພາລະກິດຂອງພຣະເຈົ້າ, ພວກເຂົາບໍ່ເອົາໃຈໃສ່ແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມຕັ້ງໃຈທີ່ຈະທົນທຸກເພື່ອເຫັນແກ່ຄວາມຈິງແມ່ນແຕ່ໜ້ອຍດຽວ. ມັນບໍ່ງ່າຍສໍາລັບຄົນປະເພດນີ້ທີ່ຈະຖືກເຮັດໃຫ້ບໍລິບູນໂດຍພຣະເຈົ້າ. ສະນັ້ນ ມັນຈຶ່ງເປັນເລື່ອງສຳຄັນທີ່ເຈົ້າຕ້ອງເລີ່ມຈັດທາງເຂົ້າຂອງເຈົ້າຈາກມຸມນີ້, ເພື່ອວ່າຜ່ານພາລະກິດຂອງເຈົ້າ ແລະ ທາງເຂົ້າຂອງເຈົ້າ, ເຈົ້າຈະເຂົ້າໃກ້ໃນການຮູ້ຈັກພາລະກິດຂອງພຣະເຈົ້າ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 191)

ພຣະເຈົ້າໄດ້ບັງເກີດເປັນມະນຸດໃນແຜ່ນດິນໃຫຍ່ຂອງປະເທດຈີນ ຫຼື ດ້ວຍຄຳເວົ້າຂອງເພື່ອນຮ່ວມຊາດຈາກຮົງກົງ ແລະ ໄຕ້ຫວັນກໍຄື: “ບຸກຄົນພາຍໃນ”. ເມື່ອພຣະເຈົ້າລົງມາຈາກສະຫວັນເບື້ອງເທິງສູ່ແຜ່ນດິນໂລກ, ບໍ່ມີຜູ້ໃດໃນສະຫວັນ ຫຼື ເທິງແຜ່ນດິນໂລກທີ່ຮູ້ເຖິງສິ່ງນີ້, ຍ້ອນນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການທີ່ພຣະເຈົ້າກັບຄືນມາພາຍໃຕ້ການປົກປິດ. ພຣະອົງໄດ້ປະຕິບັດພາລະກິດ ແລະ ດຳລົງຊີວິດຢູ່ໃນເນື້ອໜັງເປັນເວລາດົນນານແລ້ວ ແຕ່ເຖິງຢ່າງນັ້ນກໍຕາມ ແມ່ນບໍ່ມີຜູ້ໃດຮູ້ຕົວເລີຍ. ແມ່ນແຕ່ຈົນເຖິງປັດຈຸບັນນີ້ກໍບໍ່ມີຜູ້ຄົນຮັບຮູ້ມັນໄດ້. ບາງເທື່ອ ສິ່ງນີ້ຈະຍັງຄົງເປັນປິດສະໜາຊົ່ວນິດນິລັນ. ການທີ່ພຣະເຈົ້າກາຍມາເປັນເນື້ອໜັງໃນຄັ້ງນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດອາດຮູ້ໄດ້. ບໍ່ວ່າຜົນກະທົບຂອງພາລະກິດຂອງພຣະວິນຍານຈະຍິ່ງໃຫຍ່ ແລະ ມີລິດອຳນາດຫຼາຍສໍ່າໃດ, ພຣະເຈົ້າກໍຍັງເປັນແບບເສີຍເມີຍ, ບໍ່ເປີດເຜີຍຫຍັງອອກມາເລີຍ. ມັນສາມາດເວົ້າໄດ້ວ່າ ຂັ້ນຕອນນີ້ຂອງພາລະກິດຂອງພຣະອົງແມ່ນຄືກັບວ່າ ມັນກຳລັງເກີດຂຶ້ນໃນອານາຈັກສະຫວັນ. ເຖິງແມ່ນມັນຈະຊັດເຈນສໍາລັບທຸກຄົນທີ່ມີຕາໃຫ້ເຫັນ ແຕ່ກໍບໍ່ມີຜູ້ໃດສາມາດຮັບຮູ້ມັນໄດ້. ເມື່ອພຣະເຈົ້າສຳເລັດຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ, ມະນຸດຊາດທັງປວງຈະຢຸດເຊົາທ່າທີໂດຍປົກກະຕິຂອງພວກເຂົາ[1] ແລະ ຕື່ນຈາກຄວາມຝັນອັນຍາວນານຂອງພວກເຂົາ. ເຮົາຈື່ພຣະເຈົ້າເຄີຍເວົ້າຄັ້ງໜຶ່ງວ່າ: “ການກາຍມາເປັນເນື້ອໜັງໃນຄັ້ງນີ້ຄືກັບການຕົກຢູ່ໃນຖໍ້າເສືອ”. ຄວາມໝາຍຂອງສິ່ງນີ້ກໍຄື ຍ້ອນໃນພາລະກິດຄັ້ງນີ້ຂອງພຣະເຈົ້າ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນຄືພຣະອົງເກີດໃນບ່ອນຢູ່ອາໄສຂອງມັງກອນແດງທີ່ຍິ່ງໃຫຍ່, ການທີ່ພຣະອົງມາເທິງແຜ່ນດິນໂລກໃນຄັ້ງນີ້ແມ່ນຕາມມາດ້ວຍອັນຕະລາຍທີ່ຮຸນແຮງຫຼາຍກວ່າຄັ້ງກ່ອນ. ສິ່ງທີ່ພຣະອົງໄດ້ຜະເຊີນແມ່ນມີດ, ປືນ, ກະບອງ ແລະ ໄມ້ຄ້ອນ; ສິ່ງທີ່ພຣະອົງຜະເຊີນແມ່ນການລໍ້ລວງ; ສິ່ງທີ່ພຣະອົງຜະເຊີນແມ່ນຝູງຊົນທີ່ສວມໃສ່ໃບໜ້າທີ່ເຕັມໄປດ້ວຍເຈດຕະນາອັນໂຫດຮ້າຍ. ພຣະອົງສ່ຽງທີ່ຈະຖືກຂ້າໄດ້ໃນທຸກຊ່ວງເວລາ. ພຣະເຈົ້າມາໂດຍນໍາເອົາຄວາມໂກດຮ້າຍມາພ້ອມກັບພຣະອົງ. ເຖິງຢ່າງໃດກໍຕາມ, ພຣະອົງມາເພື່ອປະຕິບັດພາລະກິດແຫ່ງຄວາມສົມບູນ ເຊິ່ງໝາຍຄວາມວ່າ ພຣະອົງມາເພື່ອປະຕິບັດພາກສ່ວນທີສອງຂອງພາລະກິດຂອງພຣະອົງ ເຊິ່ງສືບຕໍ່ຫຼັງຈາກພາລະກິດແຫ່ງການໄຖ່ບາບ. ເພື່ອເຫັນແກ່ຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ, ພຣະເຈົ້າໄດ້ອຸທິດຄວາມຄິດ ແລະ ຄວາມໃສ່ໃຈທີ່ສຸດ ແລະ ກຳລັງໃຊ້ທຸກວິທີການທີ່ອາດຄິດໄດ້ເພື່ອຫຼີກເວັ້ນການໂຈມຕີຂອງການລໍ້ລວງ, ປົກປິດພຣະອົງເອງຢ່າງຖ່ອມຕົນ ແລະ ບໍ່ອວດອ້າງຕົວຕົນຂອງພຣະອົງຈັກເທື່ອ. ໃນການຊ່ວຍຊີວິດມະນຸດຈາກໄມ້ກາງແຂນ, ພຣະເຢຊູພຽງແຕ່ສຳເລັດພາລະກິດແຫ່ງການໄຖ່ບາບ; ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງຄວາມສົມບູນ. ສະນັ້ນ ມີພຽງເຄິ່ງໜຶ່ງຂອງພາລະກິດຂອງພຣະເຈົ້າທີ່ຖືກເຮັດໃຫ້ສຳເລັດ ແລະ ການສໍາເລັດພາລະກິດແຫ່ງການໄຖ່ບາບກໍເປັນພຽງເຄິ່ງໜຶ່ງຂອງແຜນການທັງໝົດຂອງພຣະອົງ. ໃນຂະນະທີ່ຍຸກໃໝ່ກຳລັງຈະເລີ່ມຕົ້ນຂຶ້ນ ແລະ ຍຸກເກົ່າກໍກຳລັງຈະຖອຍລົງ, ພຣະເຈົ້າພຣະບິດາໄດ້ເລີ່ມພິຈາລະນາຢ່າງຮອບຄອບໃນພາກສ່ວນທີສອງຂອງພາລະກິດຂອງພຣະອົງ ແລະ ຫ້າງກະກຽມສຳລັບພາກສ່ວນນັ້ນ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍຄັ້ງນີ້ເຊັດເຈນວ່າບໍ່ໄດ້ຖືກທຳນວາຍໄວ້ໃນອະດີດ, ສະນັ້ນຈຶ່ງໄດ້ວາງພື້ນຖານສຳລັບຄວາມເລິກລັບຫຼາຍຂຶ້ນອ້ອມຮອບການກາຍມາເປັນເນື້ອໜັງໃນຄັ້ງນີ້ຂອງພຣະເຈົ້າ. ໃນເວລາຮຸ່ງເຊົ້າ, ພຣະເຈົ້າໄດ້ມາເທິງແຜ່ນດິນໂລກ ແລະ ເລີ່ມຕົ້ນຊີວິດຂອງພຣະອົງໃນເນື້ອໜັງ ໂດຍມະນຸດຊາດຈຳນວນຫຼວງຫຼາຍບໍ່ຮູ້ຕົວ. ຜູ້ຄົນບໍ່ຮູ້ການມາເຖິງຂອງຊ່ວງເວລານີ້. ບາງເທື່ອ ພວກເຂົາທຸກຄົນນອນຫຼັບສະນິດ; ບາງເທື່ອ ຫຼາຍຄົນທີ່ຍັງຕື່ນຕົວເຝົ້າລະວັງກໍກໍາລັງຖ້າຢູ່ ແລະ ບາງເທື່ອ ຫຼາຍຄົນກຳລັງອະທິຖານຢ່າງງຽບໆຫາພຣະເຈົ້າທີ່ຢູ່ໃນສະຫວັນ. ເຖິງຢ່າງໃດກໍຕາມ ທ່າມກາງຫຼາຍຄົນເຫຼົ່ານີ້ ບໍ່ມີແມ່ນແຕ່ຄົນດຽວ ທີ່ຮູ້ຈັກວ່າພຣະເຈົ້າໄດ້ມາເຖິງແຜ່ນດິນໂລກແລ້ວ. ພຣະເຈົ້າປະຕິບັດພາລະກິດແບບນີ້ ເພື່ອດໍາເນີນພາລະກິດຂອງພຣະອົງໃຫ້ລາບລື້ນຂຶ້ນ ແລະ ເພື່ອບັນລຸຜົນຕາມມາທີ່ດີກວ່າ ແລະ ແມ່ນແຕ່ເພື່ອຢັບຢັ້ງການລໍ້ລວງເພີ່ມຂຶ້ນອີກດ້ວຍ. ເມື່ອການນອນຫຼັບໃນລະດູໃບໄມ້ປົ່ງຂອງມະນຸດໄດ້ຈົບສິ້ນລົງ, ພາລະກິດຂອງພຣະເຈົ້າກໍຈະສຳເລັດແຕ່ດົນແລ້ວ ແລະ ພຣະອົງກໍຈະຈາກໄປ, ນໍາເອົາການສິ້ນສຸດມາສູ່ຊີວິດແຫ່ງການທ່ອງໄປມາ ແລະ ການພັກແຮມເທິງແຜ່ນດິນໂລກຂອງພຣະອົງ. ຍ້ອນພາລະກິດຂອງພຣະເຈົ້າໄດ້ຮຽກຮ້ອງໃຫ້ພຣະເຈົ້າປະຕິບັດ ແລະ ກ່າວໃນບຸກຄົນຂອງພຣະອົງເອງ ແລະ ຍ້ອນບໍ່ມີທາງທີ່ມະນຸດຈະແຊກແຊງໄດ້, ພຣະເຈົ້າຈຶ່ງໄດ້ອົດທົນກັບການທົນທຸກທີ່ຮຸນແຮງເພື່ອປະຕິບັດພາລະກິດດ້ວຍພຣະອົງເອງ. ມະນຸດບໍ່ສາມາດເຮັດແທນພາລະກິດຂອງພຣະເຈົ້າໄດ້. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງໄດ້ຜ່ານຜ່າອັນຕະລາຍຫຼາຍກວ່າຄົນທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນເປັນສອງສາມພັນເທົ່າ ເພື່ອລົງມາເທິງດິນແດນມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່ ເພື່ອປະຕິບັດພາລະກິດຂອງພຣະອົງເອງ, ໃຊ້ຄວາມຄິດ ແລະ ຄວາມຫ່ວງໃຍທັງໝົດຂອງພຣະອົງ ເພື່ອໄຖ່ຜູ້ຄົນທຸກຍາກກຸ່ມນີ້, ຜູ້ຄົນກຸ່ມນີ້ທີ່ຈົມຢູ່ໃນກອງຂີ້ສັດ. ເຖິງແມ່ນບໍ່ມີຜູ້ໃດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ, ພຣະເຈົ້າກໍບໍ່ໄດ້ວຸ້ນວາຍ, ຍ້ອນສິ່ງນີ້ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງຢ່າງໃຫຍ່ຫຼວງ. ເນື່ອງຈາກທຸກຄົນຊົ່ວຮ້າຍ ແລະ ຊົ່ວຊ້າຢ່າງທີ່ສຸດ, ພວກເຂົາຈະທົນຕໍ່ການເປັນຢູ່ຂອງພຣະເຈົ້າໄດ້ແນວໃດ? ນັ້ນຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງມາເທິງແຜ່ນດິນໂລກຢ່າງງຽບໆຢູ່ສະເໝີ. ບໍ່ວ່າມະນຸດໄດ້ຈົມລົງສູ່ຄວາມໂຫດຮ້າຍຮຸນແຮງທີ່ສຸດກໍຕາມ, ພຣະເຈົ້າກໍບໍ່ໄດ້ເອົາມັນມາໃສ່ໃຈ, ພຽງແຕ່ສືບຕໍ່ປະຕິບັດພາລະກິດທີ່ພຣະອົງຈຳເປັນຕ້ອງເຮັດເພື່ອບັນລຸການຝາກຝັງອັນຍິ່ງໃຫຍ່ກວ່າທີ່ພຣະບິດາໃນສະຫວັນໄດ້ມອບໝາຍໃຫ້ແກ່ພຣະອົງ. ຜູ້ໃດທ່າມກາງພວກເຈົ້າໄດ້ຮັບຮູ້ເຖິງຄວາມເປັນຕາຮັກຂອງພຣະເຈົ້າແດ່? ຜູ້ໃດຄຳນຶງເຖິງພາລະຂອງພຣະເຈົ້າພຣະບິດາຫຼາຍກວ່າພຣະບຸດຂອງພຣະອົງ? ຜູ້ໃດສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າພຣະບິດາ? ພຣະວິນຍານຂອງພຣະເຈົ້າພຣະບິດາໃນສະຫວັນແມ່ນກັງວົນຢູ່ເລື້ອຍໆ ແລະ ພຣະບຸດຂອງພຣະອົງເທິງແຜ່ນດິນໂລກກໍອະທິຖານຢ່າງສະໝໍ່າສະເໝີເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າພຣະບິດາ, ກັງວົນຕໍ່ຫົວໃຈຂອງພຣະອົງຈົນເໜືອຄໍາບັນຍາຍ. ມີຜູ້ໃດທີ່ຮູ້ຈັກຄວາມຮັກຂອງພຣະເຈົ້າພຣະບິດາທີ່ມີຕໍ່ພຣະບຸດຂອງພຣະອົງບໍ່? ມີຜູ້ໃດທີ່ຮູ້ຈັກຫົວໃຈທີ່ພຣະບຸດອັນເປັນທີ່ຮັກໄດ້ຄິດຮອດພຣະເຈົ້າພຣະບິດາບໍ່? ຖືກແຍກອອກຈາກກັນລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ທັງສອງກໍໄດ້ແຕ່ຈ້ອງເບິ່ງກັນແລະກັນຈາກທາງໄກຕະຫຼອດເວລາ, ຕິດຕາມກັນແລະກັນໃນພຣະວິນຍານ. ໂອ ມະນຸດຊາດເອີຍ! ເມື່ອໃດເຈົ້າຈຶ່ງຈະຄຳນຶງເຖິງຫົວໃຈຂອງພຣະເຈົ້າ? ເມື່ອໃດເຈົ້າຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ? ພຣະບິດາ ແລະ ພຣະບຸດເພິ່ງພາກັນຢູ່ສະເໝີ. ແລ້ວເປັນຫຍັງພຣະອົງທັງສອງຈຶ່ງຄວນຖືກແຍກອອກຈາກກັນ, ໂດຍທີ່ພຣະເຈົ້າອົງໜຶ່ງຢູ່ສະຫວັນເບື້ອງເທິງ ແລະ ອີກອົງຢູ່ເທິງແຜ່ນດິນໂລກເບື້ອງລຸ່ມ? ພຣະບິດາຮັກພຣະບຸດຂອງພຣະອົງດັ່ງທີ່ພຣະບຸດຮັກພຣະບິດາຂອງພຣະອົງ. ແລ້ວເປັນຫຍັງພຣະບິດາຈຶ່ງລໍຖ້າດ້ວຍຄວາມປາຖະໜາອັນເລິກເຊິ່ງ ແລະ ເຈັບປວດຫາພຣະບຸດແບບນັ້ນ? ພຣະອົງທັງສອງອາດບໍ່ໄດ້ຖືກແຍກກັນເປັນເວລາດົນ, ແຕ່ຜູ້ໃດຈະຮູ້ວ່າເປັນເວລາເທົ່າໃດມື້ ແລະ ຄືນທີ່ພຣະບິດາໄດ້ໄຝ່ຫາດ້ວຍຄວາມປາຖະໜາອັນເຈັບປວດ ແລະ ດົນປານໃດທີ່ພຣະອົງໄດ້ປາຖະໜາການກັບຄືນຢ່າງໂດຍໄວຂອງພຣະບຸດອັນເປັນທີ່ຮັກຂອງພຣະອົງ? ພຣະອົງສັງເກດເບິ່ງ, ພຣະອົງນັ່ງຢ່າງງຽບໆ ແລະ ພຣະອົງລໍຖ້າ; ບໍ່ມີຫຍັງທີ່ພຣະອົງເຮັດ ໂດຍບໍ່ແມ່ນເພື່ອເຫັນແກ່ການກັບຄືນໂດຍໄວຂອງພຣະບຸດອັນເປັນທີ່ຮັກຂອງພຣະອົງ. ພຣະບຸດໄດ້ພະເນຈອນສຸດຂອບແຜ່ນດິນໂລກ: ເມື່ອໃດພຣະອົງທັງສອງຈະມາຢູ່ຮ່ວມກັນໃໝ່? ເຖິງແມ່ນວ່າ ຫຼັງຈາກທີ່ໄດ້ຢູ່ຮ່ວມກັນໃໝ່ແລ້ວ ພຣະອົງທັງສອງຈະຢູ່ຮ່ວມກັນຕະຫຼອດໄປເປັນນິດ, ພຣະອົງຈະສາມາດອົດທົນຕໍ່ການແຍກຈາກກັນເປັນຫຼາຍພັນມື້ ແລະ ຄືນໄດ້ແນວໃດ ໂດຍທີ່ອົງໜຶ່ງຢູ່ສະຫວັນເບື້ອງເທິງ ແລະ ອີກອົງໜຶ່ງຢູ່ເທິງແຜ່ນດິນໂລກເບື້ອງລຸ່ມ? ຫຼາຍທົດສະວັດເທິງແຜ່ນດິນໂລກຮູ້ສຶກຄືກັບພັນປີໃນສະຫວັນ. ພຣະເຈົ້າພຣະບິດາຈະບໍ່ກັງວົນໄດ້ແນວໃດ? ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ພຣະອົງໄດ້ຜະເຊີນກັບການປ່ຽນແປງໃນໂລກມະນຸດຈົນນັບບໍ່ຖ້ວນ ເຊັ່ນດຽວກັບທີ່ມະນຸດໄດ້ຜະເຊີນ. ພຣະເຈົ້າໄຮ້ດຽງສາ, ແລ້ວເປັນຫຍັງພຣະອົງຈຶ່ງຄວນຖືກເຮັດໃຫ້ອົດທົນກັບຄວາມທໍລະມານເຊັ່ນດຽວກັບມະນຸດ? ບໍ່ແປກໃຈເລີຍວ່າເປັນຫຍັງພຣະເຈົ້າພຣະບິດາຈຶ່ງປາຖະໜາຫາພຣະບຸດຂອງພຣະອົງຢ່າງຮີບດ່ວນ; ຜູ້ໃດຈະສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າໄດ້? ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດຫຼາຍເກີນໄປ; ມະນຸດຈະຕອບແທນຫົວໃຈຂອງພຣະເຈົ້າຢ່າງພຽງພໍໄດ້ແນວໃດ? ຢ່າງໃດກໍຕາມ ມະນຸດມອບໃຫ້ແກ່ພຣະເຈົ້າເລັກນ້ອຍເກີນໄປ; ໃນເລື່ອງນີ້ ພຣະເຈົ້າຈະບໍ່ກັງວົນໄດ້ແນວໃດ?

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ຢຸດເຊົາທ່າທີໂດຍປົກກະຕິຂອງພວກເຂົາ” ໝາຍເຖິງວິທີທີ່ແນວຄິດ ແລະ ມຸມມອງຂອງຜູ້ຄົນກ່ຽວກັບພຣະເຈົ້າໄດ້ປ່ຽນແປງໄປ ຫຼັງຈາກທີ່ພວກເຂົາໄດ້ມາຮູ້ຈັກກັບພຣະເຈົ້າ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 192)

ຫາໄດ້ຍາກທີ່ຈະມີຜູ້ໃດຜູ້ໜຶ່ງທ່າມກາງມະນຸດທີ່ເຂົ້າໃຈສະພາບຄວາມຄິດອັນຮີບດ່ວນຂອງພຣະເຈົ້າ, ຍ້ອນຄວາມສາມາດຂອງມະນຸດແມ່ນດ້ອຍເກີນໄປ ແລະ ຈິດວິນຍານຂອງພວກເຂົາກໍຂ້ອນຂ້າງມືດມົວ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈຶ່ງບໍ່ເອົາໃຈໃສ່ ຫຼື ສົນໃຈໃນສິ່ງທີ່ພຣະເຈົ້າກຳລັງເຮັດ. ຍ້ອນເຫດຜົນນີ້, ພຣະເຈົ້າຈຶ່ງກັງວົນກ່ຽວກັບມະນຸດຢູ່ເລື້ອຍໆ, ຄືກັບວ່າທຳມະຊາດອັນຊົ່ວຊ້າຂອງມະນຸດສາມາດລະບາດອອກໄດ້ທຸກຊ່ວງເວລາ. ຈາກສິ່ງນີ້ ຄົນໆໜຶ່ງສາມາດເຫັນໄດ້ຢ່າງຊັດເຈນຍິ່ງຂຶ້ນວ່າ ການທີ່ພຣະເຈົ້າມາເທິງແຜ່ນດິນໂລກແມ່ນຕາມມາດ້ວຍການລໍ້ລວງຢ່າງໃຫຍ່ຫຼວງ. ແຕ່ເພື່ອເຫັນແກ່ການເຮັດໃຫ້ກຸ່ມຄົນໃດໜຶ່ງໄດ້ສົມບູນ, ພຣະເຈົ້າທີ່ເຕັມໄປດ້ວຍສະຫງ່າລາສີຢ່າງສົມບູນ ໄດ້ບອກມະນຸດເຖິງເຈດຕະນາທຸກຢ່າງຂອງພຣະອົງ, ບໍ່ເຊື່ອງຫຍັງຈາກເຂົາເລີຍ. ພຣະອົງໄດ້ຕັ້ງໃຈຢ່າງເດັດດ່ຽວເພື່ອເຮັດໃຫ້ຜູ້ຄົນກຸ່ມນີ້ບໍລິບູນ ແລະ ດ້ວຍເຫດນັ້ນ ບໍ່ວ່າຈະມີຄວາມລຳບາກ ຫຼື ການລໍ້ລວງໃດກໍຕາມ, ພຣະອົງກໍບໍ່ສົນໃຈ ແລະ ເມີນເສີຍຕໍ່ມັນທັງໝົດ. ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງເອງຢ່າງງຽບໆ, ເຊື່ອຢ່າງໜັກແໜ້ນວ່າ ມື້ໜຶ່ງ ເມື່ອພຣະເຈົ້າໄດ້ຄອບຄອງສະຫງ່າລາສີຂອງພຣະອົງ, ມະນຸດກໍຈະຮູ້ຈັກພຣະອົງ ແລະ ເຊື່ອວ່າ ຫຼັງຈາກທີ່ມະນຸດຖືກເຮັດໃຫ້ບໍລິບູນໂດຍພຣະເຈົ້າ, ເຂົາກໍຈະເຂົ້າໃຈຫົວໃຈຂອງພຣະເຈົ້າຢ່າງແທ້ຈິງ. ໃນຕອນນີ້ອາດມີຜູ້ຄົນທີ່ລໍ້ລວງພຣະເຈົ້າ ຫຼື ເຂົ້າໃຈຜິດພຣະເຈົ້າ ຫຼື ກ່າວໂທດພຣະເຈົ້າ; ພຣະເຈົ້າກໍບໍ່ໄດ້ເກັບສິ່ງເຫຼົ່ານີ້ມາໃສ່ໃຈ. ເມື່ອພຣະເຈົ້າລົງມາສູ່ສະຫງ່າລາສີ, ທຸກຄົນກໍຈະເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຄວາມສຸກຂອງມະນຸດຊາດ ແລະ ພວກເຂົາທຸກຄົນຈະເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າເຮັດກໍແມ່ນເພື່ອໃຫ້ມະນຸດຊາດໄດ້ເອົາຊີວິດລອດໄດ້ດີຂຶ້ນ. ການມາຂອງພຣະເຈົ້ານໍາມາຍັງາການລໍ້ລວງ ແລະ ການມາຂອງພຣະອົງຍັງໄດ້ນໍາມາຄວາມສະຫງ່າຜາເຜີຍ ແລະ ຄວາມໂກດຮ້າຍອີກດ້ວຍ. ໃນເວລາທີ່ພຣະເຈົ້າຈາກມະນຸດໄປ, ພຣະອົງກໍໄດ້ຄອບຄອງສະຫງ່າລາສີຂອງພຣະອົງຕັ້ງແຕ່ດົນແລ້ວ ແລະ ພຣະອົງກໍຈາກໄປດ້ວຍສະຫງ່າລາສີຢ່າງສົມບູນ ແລະ ດ້ວຍຄວາມປິຕິຍິນດີທີ່ໄດ້ກັບຄືນໄປ. ພຣະເຈົ້າທີ່ປະຕິບັດພາລະກິດເທິງແຜ່ນດິນໂລກບໍ່ໄດ້ເອົາສິ່ງຕ່າງໆມາໃສ່ໃຈ ບໍ່ວ່າຜູ້ຄົນຈະປະຕິເສດພຣະອົງແນວໃດກໍຕາມ. ພຣະອົງພຽງແຕ່ສືບຕໍ່ປະຕິບັດພາລະກິດຂອງພຣະອົງ. ການສ້າງໂລກຂອງພຣະເຈົ້າຍ້ອນກັບຄືນໄປຫຼາຍພັນປີ. ພຣະອົງໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນ ແລະ ພຣະອົງໄດ້ຜະເຊີນກັບການປະຕິເສດ ແລະ ການໃສ່ຮ້າຍປ້າຍສີຂອງໂລກມະນຸດຢ່າງເຕັມທີ່. ບໍ່ມີຜູ້ໃດຕ້ອນຮັບການມາເຖິງຂອງພຣະເຈົ້າ; ພຣະອົງຖືກທັກທາຍຢ່າງເຢືອກເຢັນ. ໃນຊ່ວງເວລາສອງສາມພັນປີຂອງການດຳເນີນຢ່າງຍາກລຳບາກ, ຄວາມປະພຶດຂອງມະນຸດໄດ້ເຮັດໃຫ້ພຣະເຈົ້າເຈັບປວດຢ່າງໜັກແຕ່ດົນແລ້ວ. ພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ ແລະ ກົງກັນຂ້າມ ພຣະອົງໄດ້ວາງອີກແຜນການໜຶ່ງເພື່ອປ່ຽນແປງ ແລະ ຊໍາລະມະນຸດໃຫ້ບໍລິສຸດ. ການດູຖູກ, ການໃສ້ຮ້າຍປ້າຍສີ, ການຂົ່ມເຫັງ, ຄວາມລຳບາກຍາກແຄ້ນ, ການທົນທຸກແຫ່ງການຖືກຄຶງເທິງໄມ້ກາງແຂນ, ການເນລະເທດໂດຍມະນຸດ ແລະ ອື່ນໆອີກ, ເຊິ່ງພຣະເຈົ້າໄດ້ປະສົບພົບພໍ້ຕັ້ງແຕ່ທີ່ກາຍມາເປັນເນື້ອໜັງ: ພຣະເຈົ້າໄດ້ຊີມລົດຊາດສິ່ງເຫຼົ່ານີ້ຈົນພຽງພໍແລ້ວ ແລະ ສຳລັບຄວາມລໍາບາກໃນໂລກມະນຸດ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນໄດ້ທົນທຸກກັບທຸກສິ່ງເຫຼົ່ານີ້ຢ່າງເຕັມທີ່. ພຣະວິນຍານຂອງພຣະເຈົ້າພຣະບິດາໃນສະຫວັນໄດ້ຄົ້ນພົບຕັ້ງແຕ່ດົນແລ້ວວ່າ ພາບດັ່ງກ່າວແມ່ນບໍ່ສາມາດທົນໄດ້ ແລະ ພຣະອົງແກວ່ງຫົວພ້ອມທັງເລືອກຕາ ລໍຖ້າໃຫ້ພຣະບຸດອັນເປັນທີ່ຮັກຂອງພຣະອົງໄດ້ກັບຄືນມາ. ສິ່ງທີ່ພຣະອົງປາຖະໜາກໍມີພຽງໃຫ້ມະນຸດຊາດຟັງ ແລະ ເຊື່ອຟັງ, ແລະ ສາມາດທີ່ຈະເຊົາກະບົດຕໍ່ພຣະອົງ ໂດຍຮູ້ສຶກອັບອາຍທີ່ສຸດຕໍ່ໜ້າເນື້ອໜັງຂອງພຣະອົງ. ສິ່ງທີ່ພຣະອົງປາຖະໜາກໍມີພຽງແຕ່ໃຫ້ມະນຸດຊາດສາມາດເຊື່ອໃນການເປັນຢູ່ຂອງພຣະເຈົ້າ. ພຣະອົງໄດ້ຢຸດຮຽກຮ້ອງຫຼາຍຢ່າງຈາກມະນຸດຕັ້ງແຕ່ດົນແລ້ວ, ຍ້ອນພຣະເຈົ້າໄດ້ຈ່າຍລາຄາທີ່ແພງຫຼາຍ, ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງພັກຜ່ອນຢ່າງສະບາຍ[1] ແລະ ບໍ່ໃສ່ໃຈພາລະກິດຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ພັກຜ່ອນຢ່າງສະບາຍ” ໝາຍຄວາມວ່າ ຜູ້ຄົນເສີຍເມີຍຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ຖືວ່າພາລະກິດນັ້ນເປັນສິ່ງສຳຄັນ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 193)

ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າໄດ້ກັບຄືນສູ່ສະຫວັນຊັ້ນສາມ ແລະ ພາລະກິດຂອງພຣະເຈົ້າໃນການກູ້ໄຖ່ມະນຸດຊາດທັງປວງກໍໄດ້ກ້າວໄປສູ່ພາກສ່ວນສຸດທ້າຍຂອງມັນແທ້ໆແລ້ວ. ສິ່ງທີ່ຍັງຄົງຢູ່ເທິງແຜ່ນດິນໂລກແມ່ນໄມ້ກາງແຂນທີ່ພຣະເຢຊູແບກຢູ່ຫຼັງຂອງພຣະອົງ, ຜ້າຝ້າຍລິນິນສວຍງາມທີ່ພຣະເຢຊູຖືກປົກຄຸມໄວ້ ແລະ ມົງກຸດໜາມ ແລະ ຜ້າຄຸມສີມ່ວງອ່ອນທີ່ພຣະເຢຊູສວມໃສ່ (ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຊາວຢິວໃຊ້ເພື່ອເຍາະເຍີ້ຍພຣະອົງ). ນັ້ນກໍຄື ຫຼັງຈາກທີ່ພາລະກິດໃນການຄຶງພຣະເຢຊູເທິງໄມ້ກາງແຂນໄດ້ກໍ່ໃຫ້ເກີດມີຄວາມຮູ້ສຶກຫຼາຍ, ສິ່ງຕ່າງໆກໍໄດ້ສະຫງົບລົງ. ຈາກນັ້ນເປັນຕົ້ນມາ, ສາວົກຂອງພຣະເຢຊູກໍເລີ່ມປະຕິບັດພາລະກິດຂອງພຣະອົງຕໍ່ໄປ ໂດຍນໍາພາ ແລະ ຫົດນໍ້າໃນຄຣິສຕະຈັກທຸກຫົນທຸກແຫ່ງ. ເນື້ອຫາຂອງພາລະກິດຂອງພວກເຂົາເປັນແບບນີ້: ພວກເຂົາເຮັດໃຫ້ທຸກຄົນກັບໃຈ, ສາລະພາບບາບຂອງພວກເຂົາ ແລະ ຮັບບັບຕິດສະມາ. ສາວົກທຸກຄົນເດີນໜ້າເຜີຍແຜ່ເລື່ອງລາວພາຍໃນ ເຊິ່ງເປັນເລື່ອງທີ່ບໍ່ໄດ້ແຕ່ງຂຶ້ນ ກ່ຽວກັບການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ ແລະ ດ້ວຍເຫດນັ້ນ ທຸກຄົນກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກລົ້ມໝອບລົງຕໍ່ໜ້າພຣະເຢຊູເພື່ອສາລະພາບບາບຂອງພວກເຂົາ; ແລະ ຍິ່ງໄປກວ່ານັ້ນ ພວກສາວົກກໍໄປທຸກບ່ອນເພື່ອເຜີຍແຜ່ພຣະທຳທີ່ພຣະເຢຊູໄດ້ກ່າວ. ຕັ້ງແຕ່ເວລານັ້ນກໍເລີ່ມການສ້າງຄຣິສຕະຈັກໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພຣະເຢຊູເຮັດໃນລະຫວ່າງຍຸກນັ້ນຍັງແມ່ນການເວົ້າກ່ຽວກັບຊີວິດຂອງມະນຸດ ແລະ ຄວາມປະສົງຂອງພຣະບິດາຜູ້ສະຖິດຢູ່ສະຫວັນ ຍ້ອນມັນເປັນພຽງຍຸກທີ່ແຕກຕ່າງກັນ ເຊິ່ງມີຄຳເວົ້າ ແລະ ການປະຕິບັດຫຼາຍຢ່າງທີ່ແຕກຕ່າງກັນຫຼາຍຈາກປັດຈຸບັນ. ຢ່າງໃດກໍຕາມ, ໃນດ້ານແກ່ນແທ້ແມ່ນຄືກັນ: ທັງສອງແມ່ນພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນເນື້ອໜັງຢ່າງແນ່ນອນ ແລະ ຢ່າງຖືກຕ້ອງ. ພາລະກິດປະເພດນີ້ ແລະ ພຣະຄຳໄດ້ສືບຕໍ່ຈົນເຖິງປັດຈຸບັນ ແລະ ດ້ວຍເຫດນັ້ນ ນີ້ຈຶ່ງແມ່ນປະເພດຂອງສິ່ງທີ່ຍັງຖືກແບ່ງປັນໃນສະຖາບັນທາງສາສະໜາໃນປັດຈຸບັນ ແລະ ມັນບໍ່ໄດ້ປ່ຽນແປງເລີຍ. ເມື່ອພາລະກິດຂອງພຣະເຢຊູສຳເລັດລົງ ແລະ ຄຣິສຕະຈັກໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງພຣະເຢຊູຄຣິດແລ້ວ, ຢ່າງໃດກໍ່ຕາມ ພຣະເຈົ້າໄດ້ເລີ່ມແຜນການຂອງພຣະອົງສຳລັບຂັ້ນຕອນອື່ນໃນພາລະກິດຂອງພຣະອົງ ເຊິ່ງເປັນເລື່ອງການບັງເກີດເປັນມະນຸດໃນຍຸກສຸດທ້າຍຂອງພຣະອົງ. ຕາມທີ່ມະນຸດເຫັນ, ການຖືກຄຶງເທິງໄມ້ກາງແຂນຂອງພຣະເຈົ້າໄດ້ເຮັດສຳເລັດພາລະກິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າແລ້ວ, ໄດ້ໄຖ່ບາບມະນຸດຊາດທັງປວງ ແລະ ເຮັດໃຫ້ພຣະອົງຍຶດກະແຈສູ່ດິນແດນມໍລະນະ. ທຸກຄົນຄິດວ່າພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ. ໃນຄວາມຈິງ, ຈາກມຸມມອງຂອງພຣະເຈົ້າແມ່ນມີພຽງແຕ່ສ່ວນເລັກນ້ອຍຂອງພາລະກິດຂອງພຣະອົງທີ່ຖືກເຮັດໃຫ້ສຳເລັດ. ສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ໄຖ່ບາບມະນຸດຊາດ; ພຣະອົງບໍ່ໄດ້ເອົາຊະນະມະນຸດຊາດ ແລ້ວນັບພາສາຫຍັງກັບການປ່ຽນແປງໃບໜ້າແບບຊາຕານຂອງມະນຸດ. ນັ້ນຄືເຫດຜົນທີ່ພຣະເຈົ້າກ່າວວ່າ “ເຖິງແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາໄດ້ຜ່ານຄວາມເຈັບປວດແຫ່ງຄວາມຕາຍ, ນັ້ນກໍບໍ່ແມ່ນເປົ້າໝາຍທັງໝົດຂອງການບັງເກີດເປັນມະນຸດຂອງເຮົາ. ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງເຮົາ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອເຮົາ ແຕ່ພຣະອົງບໍ່ໄດ້ສຳເລັດພາລະກິດຂອງເຮົາລົງຢ່າງສົມບູນ. ພຣະອົງພຽງແຕ່ປະຕິບັດສ່ວນໜຶ່ງຂອງພາລະກິດນັ້ນ”. ສະນັ້ນ ພຣະເຈົ້າຈຶ່ງເລີ່ມແຜນການຮອບທີສອງເພື່ອສືບຕໍ່ພາລະກິດຂອງການບັງເກີດເປັນມະນຸດ. ເຈດຕະນາສຸດທ້າຍຂອງພຣະເຈົ້າກໍຄືການເຮັດໃຫ້ທຸກຄົນສົມບູນ ແລະ ເພື່ອຮັບເອົາທຸກຄົນທີ່ຖືກຊ່ວຍຈາກມືຂອງຊາຕານ ເຊິ່ງນັ້ນກໍຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽມການທີ່ຈະສ່ຽງອັນຕະລາຍມາຢູ່ໃນເນື້ອໜັງອີກຄັ້ງ. ຄວາມໝາຍຂອງ “ການບັງເກີດເປັນມະນຸດ” ກໍຄືພຣະອົງທີ່ບໍ່ໄດ້ນໍາເອົາຄວາມສະຫງ່າລາສີ (ເພາະພາລະກິດຂອງພຣະເຈົ້າຍັງບໍ່ໄດ້ສຳເລັດເທື່ອ) ແຕ່ພຣະອົງປາກົດໃນຕົວຕົນຂອງພຣະບຸດອັນເປັນທີ່ຮັກ ແລະ ພຣະອົງເປັນພຣະຄຣິດ ທີ່ພຣະເຈົ້າພໍໃຈເປັນຢ່າງຍິ່ງ. ນີ້ຄືເຫດຜົນທີ່ວ່າເປັນຫຍັງສິ່ງນີ້ຈຶ່ງເວົ້າວ່າເປັນ “ການສ່ຽງອັນຕະລາຍ”. ເນື້ອໜັງທີ່ບັງເກີດເປັນມະນຸດມີອຳນາດໜ້ອຍດຽວ ແລະ ຕ້ອງນໍາໃຊ້ຢ່າງລະມັດລະວັງຫຼາຍ[1] ແລະ ອໍານາດຂອງພຣະອົງແມ່ນຫ່າງໄກຫຼາຍຈາກສິດອຳນາດຂອງພຣະບິດາທີ່ຢູ່ໃນສະຫວັນ; ພຣະອົງພຽງແຕ່ປະຕິບັດພັນທະກິດຂອງເນື້ອໜັງເທົ່ານັ້ນ, ເຮັດພາລະກິດຂອງພຣະເຈົ້າພຣະບິດາ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍຂອງພຣະອົງໃຫ້ສຳເລັດລົງໂດຍບໍ່ຫຍຸ້ງກັບພາລະກິດອື່ນໆ ແລະ ພຣະອົງພຽງແຕ່ສຳເລັດສ່ວນໜຶ່ງຂອງພາລະກິດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າ “ພຣະຄຣິດ” ເມື່ອພຣະອົງມາເທິງແຜ່ນດິນໂລກ. ນັ້ນແມ່ນຄວາມໝາຍທີ່ຝັງຢູ່ໃນຕົວຂອງຊື່. ເຫດຜົນທີ່ມີການເວົ້າວ່າ ການມາເຖິງແມ່ນມາພ້ອມກັບການລໍ້ລວງກໍເພາະມີພຽງແຕ່ພາລະກິດໜຶ່ງປະການເທົ່ານັ້ນທີ່ຖືກເຮັດໃຫ້ສຳເລັດ. ຍິ່ງໄປກວ່ານັ້ນ, ເຫດຜົນທີ່ພຣະເຈົ້າພຣະບິດາພຽງແຕ່ເອີ້ນພຣະອົງວ່າ “ພຣະຄຣິດ” ແລະ “ພຣະບຸດອັນເປັນທີ່ຮັກ” ແຕ່ບໍ່ໄດ້ມອບຄວາມສະຫງ່າລາສີທັງໝົດໃຫ້ກັບພຣະອົງ ກໍຍ້ອນເນື້ອໜັງທີ່ບັງເກີດເປັນມະນຸດໄດ້ມາເພື່ອປະຕິບັດພາລະກິດໜຶ່ງປະການ, ບໍ່ແມ່ນເພື່ອເປັນຕົວແທນໃຫ້ກັບພຣະບິດາທີ່ຢູ່ໃນສະຫວັນ ແຕ່ກົງກັນຂ້າມແມ່ນເພື່ອປະຕິບັດພັນທະກິດຂອງພຣະບຸດອັນເປັນທີ່ຮັກໃຫ້ສໍາເລັດ. ເມື່ອພຣະບຸດອັນເປັນທີ່ຮັກເຮັດໜ້າທີ່ທີ່ໄດ້ຮັບມອບໝາຍທັງໝົດສຳເລັດລົງ ເຊິ່ງພຣະອົງໄດ້ຮັບແບກໄວ້ເທິງບ່າຂອງພຣະອົງ, ພຣະບິດາກໍຈະມອບຄວາມສະຫງ່າລາສີທັງໝົດໃຫ້ກັບພຣະອົງ ພ້ອມກັບຕົວຕົນຂອງພຣະບິດາ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນ “ກົດຂອງສະຫວັນ”. ເພາະພຣະອົງຜູ້ທີ່ໄດ້ມາຢູ່ໃນເນື້ອໜັງ ແລະ ພຣະບິດາທີ່ຢູ່ໃນສະຫວັນແມ່ນຢູ່ໃນໂລກທີ່ແຕກຕ່າງກັນ, ທັງສອງພຣະອົງພຽງແຕ່ຈ້ອງເບິ່ງກັນ ແລະ ກັນໃນພຣະວິນຍານ, ພຣະບິດາຈັບຕາເບິ່ງພຣະບຸດອັນເປັນທີ່ຮັກ ແຕ່ພຣະບຸດບໍ່ສາມາດເຫັນພຣະບິດາແຕ່ໄກ. ມັນເປັນຍ້ອນໜ້າທີ່ ທີ່ເນື້ອໜັງສາມາດເຮັດໄດ້ແມ່ນນ້ອຍເກີນໄປ ແລະ ມີຄວາມເປັນໄປໄດ້ທີ່ພຣະອົງຈະຖືກຂ້າໃນທຸກເວລາ ຈົນຄົນໆໜຶ່ງສາມາດເວົ້າໄດ້ວ່າການມາເຖິງຄັ້ງນີ້ແມ່ນເຕັມໄປດ້ວຍອັນຕະລາຍຢ່າງໃຫຍ່ຫຼວງ. ສິ່ງນີ້ທຽບເທົ່າກັບການທີ່ພຣະເຈົ້າສະຫຼະພຣະບຸດອັນເປັນທີ່ຮັກຂອງພຣະອົງເຂົ້າສູ່ປາກຂອງເສືອອີກຄັ້ງ ເຊິ່ງເປັນບ່ອນທີ່ອັນຕະລາຍຕໍ່ຊີວິດຂອງພຣະອົງ ໂດຍເອົາພຣະອົງໄປຢູ່ໃນບ່ອນທີ່ຊາຕານເຈາະຈົງທີ່ສຸດ. ເຖິງແມ່ນວ່າໃນຄວາມລໍາບາກທີ່ຮ້າຍແຮງເຫຼົ່ານີ້, ພຣະເຈົ້າກໍຍັງມອບພຣະບຸດອັນເປັນທີ່ຮັກຂອງພຣະອົງໃຫ້ກັບຄົນທີ່ຢູ່ໃນບ່ອນສົກກະປົກ ແລະ ບໍ່ມີສິນທຳເພື່ອໃຫ້ພວກເຂົາ “ລ້ຽງພຣະອົງໃຫ້ເປັນຜູ້ໃຫຍ່”. ນີ້ກໍ່ຍ້ອນວ່າ ການເຮັດເຊັ່ນນັ້ນແມ່ນເປັນວິທີດຽວທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າເບິ່ງຄືວ່າເໝາະສົມ ແລະ ເປັນທໍາມະຊາດ ແລະ ມັນເປັນວິທີດຽວທີ່ຈະເຮັດໃຫ້ຄວາມປາຖະໜາທັງໝົດຂອງພຣະເຈົ້າພຣະບິດາສໍາເລັດລົງ ແລະ ເຮັດໃຫ້ສ່ວນສຸດທ້າຍຂອງພາລະກິດຂອງພຣະອົງສຳເລັດໃນທ່າມກາງມະນຸດຊາດ. ພຣະເຢຊູພຽງແຕ່ເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະເຈົ້າພຣະບິດາສຳເລັດ. ຍ້ອນສິ່ງກີດຂວາງຂອງເນື້ອໜັງທີ່ບັງເກີດເປັນມະນຸດ ແລະ ຄວາມແຕກຕ່າງໃນພາລະກິດທີ່ຕ້ອງເຮັດໃຫ້ສຳເລັດ, ພຣະເຢຊູເອງກໍບໍ່ຮູ້ຈັກວ່າ ຈະມີການກັບມາເປັນເນື້ອໜັງຄັ້ງທີສອງ. ສະນັ້ນ ບໍ່ມີຜູ້ອະທິບາຍພຣະຄໍາພີ ຫຼື ຜູ້ທໍານາຍໃດກ້າທີ່ຈະທໍານາຍຢ່າງຊັດເຈນວ່າ ພຣະເຈົ້າຈະບັງເກີດເປັນມະນຸດອີກຄັ້ງໃນຍຸກສຸດທ້າຍ ເຊິ່ງກໍຄືພຣະອົງຈະມາຢູ່ໃນເນື້ອໜັງອີກຄັ້ງເພື່ອປະຕິບັດສ່ວນທີສອງຂອງພາລະກິດຂອງພຣະອົງໃນເນື້ອໜັງ ຄືວ່າ ພຣະອົງຈະມາໃນເນື້ອໜັງອີກຄັ້ງເພື່ອປະຕິບັດພາກສ່ວນທີສອງຂອງພາລະກິດຂອງພຣະອົງໃນເນື້ອໜັງ. ສະນັ້ນ ບໍ່ມີໃຜຮູ້ວ່າ ພຣະເຈົ້າໄດ້ເຊື່ອງຕົນເອງໃນເນື້ອໜັງແຕ່ດົນມາແລ້ວ. ບໍ່ແປກເລີຍ ເພາະພຽງແຕ່ຫຼັງຈາກທີ່ພຣະເຢຊູຟື້ນຄືນຊີບ ແລະ ຖືກຍົກຂຶ້ນສູ່ສະຫວັນ, ພຣະອົງຈຶ່ງຍອມຮັບການມອບໝາຍນີ້ ເຊິ່ງດ້ວຍເຫດນັ້ນ ຈຶ່ງບໍ່ມີຄໍາທໍານາຍທີ່ຊັດເຈນກ່ຽວກັຍການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ແລະ ບໍ່ສາມາດປະເມີນໄດ້ໃນຈິດໃຈຂອງມະນຸດ. ໃນໜັງສືແຫ່ງການທໍານາຍທັງຫຼາຍໃນພຣະຄໍາພີ ແມ່ນບໍ່ມີຄໍາເວົ້າທີ່ກ່າວເຖິງສິ່ງນີ້ຢ່າງຊັດເຈນ. ແຕ່ໃນເວລາທີ່ພຣະເຢຊູມາປະຕິບັດພາລະກິດແມ່ນໄດ້ມີການທໍານາຍທີ່ຊັດເຈນແລ້ວ ທີ່ກ່າວວ່າສາວບໍລິສຸດຈະມີລູກ ແລະ ຈະໃຫ້ກໍາເນີດບຸດຊາຍ ເຊິ່ງໝາຍຄວາມວ່າໄດ້ມີການຕັ້ງຄັນພຣະອົງຜ່ານພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ, ພຣະເຈົ້າຍັງເວົ້າວ່າ ສິ່ງນີ້ເກີດຂຶ້ນໂດຍມີຄວາມສ່ຽງຕໍ່ຄວາມຕາຍ ແລ້ວໃນປັດຈຸບັນມັນຈະສ່ຽງຫຼາຍກວ່າເທົ່າໃດ? ບໍ່ຕ້ອງສົງໄສເລີຍທີ່ພຣະເຈົ້າກ່າວວ່າ ການບັງເກີດເປັນມະນຸດຄັ້ງນີ້ສ່ຽງຕໍ່ອັນຕະລາຍກວ່າທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນເປັນຫຼາຍພັນເທົ່າ. ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍວ່າ ພຣະອົງຈະໄດ້ຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ. ໃນເມື່ອມັນຢູ່ໃນພາກຕະເວັນອອກຂອງແຜ່ນດິນໂລກທີ່ຜູ້ເອົາຊະນະຖືກຮັບເອົາ, ສະນັ້ນ ບ່ອນທີ່ພຣະເຈົ້າສະເດັດມາໃນການບັງເກີດເປັນມະນຸດຄັ້ງທີສອງແມ່ນດິນແດນຊິນິມໂດຍບໍ່ຕ້ອງສົງໄສເລີຍ ເຊິ່ງເປັນບ່ອນດຽວກັນທີ່ມັງກອນແດງໃຫຍ່ນອນຂົດຢູ່. ໃນບ່ອນນັ້ນ ພຣະເຈົ້າຈະຮັບເອົາເຊື້ອສາຍຂອງມັງກອນແດງໃຫຍ່ ເພື່ອວ່າມັນຈະຖືກເອົາຊະນະ ແລະ ຖືກເຮັດໃຫ້ອັບອາຍແທ້ໆ. ພຣະເຈົ້າຕ້ອງການປຸກຄົນເຫຼົ່ານີ້ທີ່ທົນທຸກຫຼາຍ, ປຸກພວກເຂົາຈົນພວກເຂົາຕື່ນໝົດ ແລະ ເຮັດໃຫ້ພວກເຂົາຍ່າງອອກຈາກໝອກ ແລະ ປະຕິເສດມັງກອນແດງໃຫຍ່. ພວກເຂົາຈະຕື່ນຈາກຄວາມຝັນຂອງພວກເຂົາ, ຮູ້ຈັກວ່າມັງກອງແດງໃຫຍ່ແມ່ນຫຍັງກັນແທ້, ສາມາດມອບຫົວໃຈທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ລຸກຂຶ້ນຈາກການກົດຂີ່ຂອງອິດທິພົນມືດ, ຢືນຂຶ້ນໃນພາກຕະເວັນອອກຂອງໂລກ ແລະ ກາຍເປັນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະໄດ້ຮັບຄວາມສະຫງ່າລາສີ. ຍ້ອນເຫດຜົນນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງນໍາພາລະກິດທີ່ຈົບລົງໃນອິດສະຣາເອັນໄປສູ່ດິນແດນທີ່ມັງກອນແດງໃຫຍ່ນອນຂົດ ແລະ ເປັນເວລາເກືອບສອງພັນປີຫຼັງຈາກການຈາກໄປ ພຣະເຈົ້າກໍໄດ້ມາຢູ່ໃນເນື້ອໜັງອີກຄັ້ງເພື່ອສືບຕໍ່ພາລະກິດໃນຍຸກແຫ່ງພຣະຄຸນ. ໃນສາຍຕາເປົ່າຂອງມະນຸດ, ພຣະເຈົ້າກຳລັງເລີ່ມຕົ້ນພາລະກິດໃໝ່ໃນເນື້ອໜັງ. ແຕ່ໃນມຸມມອງຂອງພຣະເຈົ້າແລ້ວ, ພຣະອົງກຳລັງສືບຕໍ່ພາລະກິດໃນຍຸກແຫ່ງພຣະຄຸນ ແຕ່ຫຼັງຈາກໄລຍະເວລາທີ່ບໍ່ມີຜູ້ປົກຄອງເປັນເວລາສອງພັນປີເທົ່ານັ້ນ ແລະ ໂດຍທີ່ມີການປ່ຽນແປງສະຖານທີ່ ແລະ ໂຄງການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ເຖິງແມ່ນວ່າຮູບລັກທີ່ຮ່າງກາຍທີ່ເປັນເນື້ອໜັງໄດ້ສວມໃສ່ໃນພາລະກິດປັດຈຸບັນຈະປາກົດວ່າແຕກຕ່າງຈາກພຣະເຢຊູຢ່າງສິ້ນເຊີງ, ແຕ່ທັງສອງກໍມາຈາກແກ່ນແທ້ ແລະ ຮາກຖານອັນດຽວກັນ ແລະ ທັງສອງກໍມາຈາກບໍ່ເກີດດຽວກັນ. ບາງເທື່ອ ພຣະອົງທັງສອງມີຄວາມແຕກຕ່າງກັນຫຼາຍໃນພາຍນອກ ແຕ່ຄວາມຈິງພາຍໃນຂອງພາລະກິດຂອງພຣະອົງທັງສອງກໍຄືກັນທັງໝົດ. ບໍ່ວ່າຢ່າງໃດກໍຕາມ, ຍຸກຕ່າງໆກໍແຕກຕ່າງກັນຄືກັບກາງຄືນ ແລະ ກາງເວັນ. ແລ້ວພາລະກິດຂອງພຣະເຈົ້າຍັງຈະເປັນໄປຕາມຮູບແບບທີ່ບໍ່ປ່ຽນແປງໄດ້ແນວໃດ? ຫຼື ຂັ້ນຕອນທີ່ແຕກຕ່າງຂອງພາລະກິດຂອງພຣະອົງຈະລົບກວນກັນໄດ້ແນວໃດ?

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (6)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ອຳນາດໜ້ອຍດຽວ ແລະ ຕ້ອງນໍາໃຊ້ຢ່າງລະມັດລະວັງຫຼາຍ” ບົ່ງບອກວ່າຄວາມຍາກລໍາບາກຂອງເນື້ອໜັງແມ່ນມີຫຼາຍ ແລະ ພາລະກິດທີ່ໄດ້ປະຕິບັດແມ່ນຈໍາກັດ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 194)

ມະນຸດໄດ້ໃຊ້ເວລາຈົນເຖິງປັດຈຸບັນຈິ່ງຮູ້ວ່າ ສິ່ງທີ່ມະນຸດຂາດຫາຍໄປນັ້ນບໍ່ແມ່ນພຽງແຕ່ການສະໜອງຊີວິດທາງຈິດວິນຍານ ແລະ ປະສົບການໃນການຮູ້ຈັກພຣະເຈົ້າເທົ່ານັ້ນ ແຕ່ສໍາຄັນໄປກວ່ານັ້ນ ແມ່ນການປ່ຽນແປງອຸປະນິໄສຂອງພວກເຂົາ. ເນື່ອງຈາກມະນຸດບໍ່ມີຄວາມຮູ້ຢ່າງສິ້ນເຊີງກ່ຽວກັບປະຫວັດສາດ ແລະ ວັດທະນະທໍາບູຮານຂອງເຊື້ອຊາດຕົນເອງ ດ້ວຍເຫນນັ້ນ ພວກເຂົາຈິ່ງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດຂອງພຣະເຈົ້າ. ມະນຸດຫວັງຢ່າງເລິກໆໃນໃຈວ່າ ມະນຸດຈະສາມາດຕິດພັນກັບພຣະເຈົ້າ ແຕ່ເນື່ອງຈາກວ່າເນື້ອໜັງຂອງມະນຸດເສື່ອມຊາມຫຼາຍເກີນໄປ ພ້ອມກັບການຕາຍດ້ານ ແລະ ຄວາມໂງ່ຈ້າ, ສິ່ງນີ້ຈິ່ງເຮັດໃຫ້ເຂົາບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ. ພຣະເຈົ້າສະເດັດມາໃນທ່າມກາງມະນຸດໃນປັດຈຸບັນ ເພື່ອຈຸດປະສົງໃນການປ່ຽນແປງຄວາມຄິດ ແລະ ຈິດວິນຍານຂອງຜູ້ຄົນ ພ້ອມກັບພາບລັກຂອງພຣະເຈົ້າໃນຫົວໃຈຂອງພວກເຂົາທີ່ພວກເຂົາມີເປັນເວລາຫຼາຍລ້ານປີ. ພຣະອົງຈະຖືເອົາໂອກາດນີ້ເຮັດໃຫ້ມະນຸດສົມບູນ. ນັ້ນກໍຄື ພຣະອົງຈະປ່ຽນວິທີທີ່ພວກເຂົາຮູ້ຈັກພຣະອົງ ແລະ ປ່ຽນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະອົງໂດຍຜ່ານຄວາມຮູ້ຂອງມະນຸດ, ເຮັດໃຫ້ມະນຸດສ້າງຈຸດເລີ່ມຕົ້ນໃໝ່ໃນການມາຮູ້ຈັກພຣະເຈົ້າຢ່າງມີໄຊຊະນະ ແລະ ດ້ວຍວິທີນີ້ ຈິ່ງຈະບັນລຸການເລີ່ມຕົ້ນໃໝ່ ແລະ ການປ່ຽນແປງຈິດວິນຍານຂອງມະນຸດ. ການຈັດການ ແລະ ການລົງວິໄນແມ່ນວິທີການ, ໃນຂະນະທີ່ການເອົາຊະນະ ແລະ ການເລີ່ມຕົ້ນໃໝ່ແມ່ນເປົ້າໝາຍ. ການກໍາຈັດຄວາມຄິດແບບງົມງວາຍທີ່ມະນຸດມີກ່ຽວກັບພຣະເຈົ້າເລື່ອນລອຍແມ່ນເປັນເຈດຕະນາຂອງພຣະເຈົ້າມາຕະຫຼອດ ແລະ ໃນບໍ່ດົນມານີ້ກໍໄດ້ກາຍເປັນປະເດັນສຸກເສີນຂອງພຣະອົງ. ຫວັງວ່າທຸກຄົນຈະເບິ່ງຢ່າງລະອຽດໃນການຄໍານຶງເຖິງສະຖານະການນີ້. . ປ່ຽນວິທີທີ່ແຕ່ລະຄົນມີປະສົບການ ເພື່ອວ່າ ເຈດຕະນາອັນຮີບດ່ວນນີ້ຂອງພຣະເຈົ້າອາດຈະເກີດໝາກຜົນໂດຍໄວ ແລະ ເພື່ອວ່າ ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງເທິງແຜ່ນດິນໂລກອາດຈະນໍາໄປສູ່ຄວາມສໍາເລັດຢ່າງສົມບູນ. ຈົ່ງມອບຄວາມຈົງຮັກພັກດີທີ່ເຈົ້າສົມຄວນມອບໃຫ້ກັບພຣະເຈົ້າ ແລະ ຈົ່ງປອບໃຈພຣະເຈົ້າເປັນເທື່ອສຸດທ້າຍ. ຫວັງວ່າໃນທ່າມກາງອ້າຍເອື້ອຍນ້ອງ ຈະບໍ່ມີຜູ້ໃດໜີຄວາມຮັບຜິດຊອບນີ້ ຫຼື ພຽງແຕ່ເຮັດພໍເປັນພິທີ. ພຣະເຈົ້າສະເດັດມາໃນເນື້ອໜັງໃນຄັ້ງນີ້ແມ່ນເພື່ອສະໜອງຕໍ່ຄໍາເຊື້ອເຊີນ ແລະ ຍ້ອນສະພາບຂອງມະນຸດ. ນັ້ນກໍຄື ພຣະອົງສະເດັດມາ ເພື່ອສະໜອງໃຫ້ແກ່ມະນຸດດ້ວຍສິ່ງທີ່ມະນຸດຕ້ອງການ. ບໍ່ວ່າມະນຸດຈະມີຄວາມສາມາດ ຫຼື ໄດ້ຮັບການລ້ຽງດູມາແບບໃດກໍຕາມ ສຸດທ້າຍ ພຣະອົງຈະເຮັດໃຫ້ເຂົາສາມາດເຫັນພຣະທໍາຂອງພຣະເຈົ້າ, ຜ່ານພຣະທໍາຂອງພຣະອົງ ຈະເຮັດໃຫ້ເຫັນການມີຢູ່ ແລະ ການສະແດງອອກຂອງພຣະເຈົ້າ ແລະ ຍອມຮັບເອົາການທີ່ພຣະເຈົ້າເຮັດໃຫ້ເຂົາສົມບູນ, ປ່ຽນແປງຄວາມຄິດ ແລະ ແນວຄວາມຄິດຂອງມະນຸດ ເພື່ອວ່າ ໃບໜ້າດັ່ງເດີມຂອງພຣະເຈົ້າຈະຖືກຝັງເລິກລົງໃນຫົວໃຈຂອງມະນຸດຢ່າງໝັ້ນຄົງ. ນີ້ແມ່ນຄວາມປາດຖະໜາພຽງຢ່າງດຽວຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ. ບໍ່ວ່າທໍາມະຊາດຂອງມະນຸດຈະຍິ່ງໃຫຍ່, ທາດແທ້ຂອງມະນຸດຈະຕໍ່າຕ້ອຍ ຫຼື ຄວາມປະພຶດຂອງມະນຸດໃນອະດີດຈະເປັນແນວໃດກໍຕາມ, ພຣະເຈົ້າກໍບໍ່ສົນໃຈສິ່ງເຫຼົ່ານີ້. ພຣະອົງຫວັງພຽງແຕ່ວ່າ ມະນຸດຈະເລີ່ມສ້າງພາບລັກຂອງພຣະເຈົ້າທີ່ພວກເຂົາມີໃນໃຈຂອງພວກເຂົາຂຶ້ນມາໃໝ່ຢ່າງສົມບູນ ແລະ ມາຮູ້ຈັກທາດແທ້ຂອງມະນຸດຊາດ ເຊິ່ງດ້ວຍເຫດນັ້ນ ຈິ່ງຈະມີການປ່ຽນແປງທັດສະນະຄະຕິທາງການນຶກຄິດຂອງມະນຸດ ແລະ ເພື່ອທີ່ຈະສາມາດປາດຖະໜາຫາພຣະເຈົ້າຈາກສ່ວນເລິກ ແລະ ປຸກຄວາມຕິດພັນກັບພຣະອົງຕະຫຼອດໄປ. ນີ້ແມ່ນສິ່ງດຽວທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 195)

ເຮົາໄດ້ກ່າວຫຼາຍຄັ້ງແລ້ວວ່າ ພາລະກິດຂອງພຣະເຈົ້າຂອງຍຸກສຸດທ້າຍ ແມ່ນເພື່ອປ່ຽນແປງຈິດໃຈຂອງແຕ່ລະຄົນ ແລະ ເພື່ອປ່ຽນແປງຈິດວິນຍານຂອງແຕ່ລະຄົນ ເພື່ອວ່າ ຫົວໃຈຂອງພວກເຂົາທີ່ໄດ້ທົນທຸກກັບຄວາມເຈັບປວດຢ່າງມະຫາສານຈະໄດ້ຖືກປ່ຽນແປງ ແລະ ດ້ວຍເຫດນີ້ ກໍຈະເປັນການຊ່ວຍຈິດໃຈຂອງພວກເຂົາທີ່ຖືກເຮັດໃຫ້ເຈັບປວດດ້ວຍຄວາມຊົ່ວຮ້າຍ; ເພື່ອປຸກຈິດວິນຍານຂອງຜູ້ຄົນ, ເພື່ອລະລາຍຫົວໃຈທີ່ເຢັນຊາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາຟື້ນຄືນອີກຄັ້ງ. ນີ້ຄືຄວາມປະສົງທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ. ຈົ່ງຢຸດການເວົ້າເຖິງຄວາມສູງສົ່ງ ຫຼື ຄວາມເລິກເຊິ່ງຂອງຊີວິດ ແລະ ປະສົບການຂອງມະນຸດ; ເມື່ອໃຈຂອງຜູ້ຄົນຖືກປຸກໃຫ້ຕື່ນຂຶ້ນ, ເມື່ອພວກເຂົາຖືກປຸກໃຫ້ຕື່ນຈາກຄວາມຝັນຂອງພວກເຂົາ ແລະ ໄດ້ຮູ້ຈັກໄພອັນຕະລາຍທີ່ມັງກອນແດງທີ່ຍິ່ງໃຫຍ່ໄດ້ສ້າງຂຶ້ນເປັນຢ່າງດີ ການປະຕິບັດພັນທະກິດຂອງພຣະເຈົ້າກໍຈະສໍາເລັດລົງ. ມື້ທີ່ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດຍັງເປັນມື້ທີ່ມະນຸດໄດ້ເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າຢ່າງເປັນທາງການ. ໃນເວລານີ້ ພັນທະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ: ພາລະກິດຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈະສໍາເລັດຢ່າງສົມບູນ ແລະ ມະນຸດຈະເລີ່ມປະຕິບັດໜ້າທີ່ ທີ່ເຂົາຄວນປະຕິບັດຢ່າງເປັນທາງການ ນັ້ນກໍຄື ເຂົາຈະປະຕິບັດພັນທະກິດຂອງຕົນເອງ. ນີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ສະນັ້ນ, ພວກເຈົ້າຄວນຊອກຫາເສັ້ນທາງຂອງພວກເຈົ້າ ເພື່ອເຂົ້າສູ່ພື້ນຖານໃນການຮູ້ຈັກສິ່ງເຫຼົ່ານີ້. ທັງໝົດນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ການເຂົ້າສູ່ຂອງມະນຸດຈະດີຂຶ້ນ ເມື່ອມີການປ່ຽນແປງເກີດຂຶ້ນພາຍໃນໃຈຂອງເຂົາເທົ່ານັ້ນ ຍ້ອນວ່າ ພາລະກິດຂອງພຣະເຈົ້າແມ່ນຄວາມລອດພົ້ນທີ່ສົມບູນຂອງມະນຸດ ນັ້ນກໍຄື ມະນຸດທີ່ຖືກໄຖ່ບາບ, ຜູ້ທີ່ຍັງອາໄສຢູ່ພາຍໃຕ້ອໍານາດແຫ່ງຄວາມມືດ ແລະ ຜູ້ທີ່ບໍ່ໄດ້ປຸກຕົວເອງໃຫ້ຕື່ນຈາກບ່ອນເຕົ້າໂຮມແຫ່ງນີ້ຂອງພວກຜີສາດ; ເພື່ອວ່າ ມະນຸດອາດຈະລອດພົ້ນຈາກພັນປີແຫ່ງຄວາມບາບ ແລະ ເປັນທີ່ຮັກຂອງພຣະເຈົ້າ, ໂຈມຕີມັງກອນແດງທີ່ຍິ່ງໃຫຍ່ໃຫ້ລົ້ມຢ່າງສົມບູນ, ສ້າງຕັ້ງອານາຈັກຂອງພຣະເຈົ້າ ແລະ ນໍາເອົາຄວາມສະຫງົບມາສູ່ໃຈຂອງພຣະເຈົ້າໃຫ້ໄວຂຶ້ນກວ່າເກົ່າ, ເພື່ອເປັນການລະບາຍ ໂດຍບໍ່ມີຂໍ້ຈໍາກັດ ຕໍ່ຄວາມກຽດຊັງທີ່ບອບຊໍ້າຢູ່ໃນເອິກຂອງພວກເຈົ້າ, ເພື່ອກໍາຈັດແມ່ພະຍາດເຊື້ອລາເຫຼົ່ານັ້ນ, ເພື່ອຍອມໃຫ້ພວກເຈົ້າປະຖິ້ມຊີວິດນີ້ ທີ່ບໍ່ແຕກຕ່າງຈາກຂອງງົວ ຫຼື ມ້າ, ເພື່ອບໍ່ເປັນຂ້າທາດອີກຕໍ່ໄປ, ເພື່ອບໍ່ຖືກຢຽບຍໍ່າຢ່າງອໍາພັງໃຈອີກຕໍ່ໄປ ຫຼື ຖືກສັ່ງການໂດຍມັງກອນແດງທີ່ຍິ່ງໃຫຍ່; ພວກເຈົ້າຈະບໍ່ແມ່ນຄົນຂອງປະເທດຊາດທີ່ລົ້ມເຫຼວນີ້ອີກຕໍ່ໄປ, ບໍ່ເປັນຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ຊົ່ວຮ້າຍ ແລະ ພວກເຈົ້າຈະບໍ່ຖືກມັນຈັບໄປເປັນທາດອີກຕໍ່ໄປ. ຮັງຂອງພວກຜີສາດຈະຖືກທໍາລາຍເປັນຊິ້ນສ່ວນຢ່າງແນ່ນອນ ແລະ ພວກເຈົ້າຈະຢືນຄຽງຂ້າງພຣະເຈົ້າ. ພວກເຈົ້າເປັນຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຂອງຈັກກະພັດແຫ່ງຂ້າທາດດັ່ງກ່າວນີ້. ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ກຽດຊັງສັງຄົມມືດຈົນເຂົ້າກະດຸກດໍາຂອງພຣະອົງ. ພຣະອົງກັດແຂ້ວຂອງພຣະອົງ, ຕ້ອງການທີ່ຈະເອົາຕີນຂອງພຣະອົງຢຽບງູເຖົ້າໂຕໃຫຍ່ອັນຊົ່ວຮ້າຍ ແລະ ຮ້າຍກາດນີ້ທີ່ສຸດ ເພື່ອວ່າ ມັນຈະບໍ່ສາມາດລຸກຂຶ້ນມາອີກຄັ້ງ ແລະ ຈະບໍ່ມີວັນຂົ່ມເຫັງມະນຸດອີກ; ພຣະອົງຈະບໍ່ຍົກໂທດໃຫ້ການກະທໍາຂອງມັນໃນອະດີດ, ພຣະອົງຈະບໍ່ອົດທົນຕໍ່ການຫຼອກລວງຂອງມັນທີ່ມີຕໍ່ມະນຸດ ແລະ ພຣະອົງຈະແກ້ແຄ້ນໃຫ້ທຸກຄົນທີ່ໄດ້ຮັບຄວາມຜິດບາບຈາກມັນຕະຫຼອດຍຸກຕ່າງໆ; ພຣະເຈົ້າຈະບໍ່ປ່ອຍຫົວໜ້າຂອງຄວາມຊົ່ວຮ້າຍທັງມວນນີ້[1] ຫຼຸດພົ້ນແມ່ນແຕ່ໜ້ອຍ ໂດຍທີ່ພຣະອົງຈະທໍາລາຍມັນຢ່າງສິ້ນເຊີງ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ຫົວໜ້າຂອງຄວາມຊົ່ວຮ້າຍທັງມວນນີ້” ໝາຍເຖິງຜີສາດເຖົ້າ. ວະລີນີ້ແມ່ນສະແດງໃຫ້ເຫັນເຖິງຄວາມກຽດຊັງທີ່ສຸດ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 196)

ພຣະເຈົ້າຕ້ອງອົດທົນຕໍ່ຄໍ່າຄືນທີ່ອຶດຫຼັບອຶດນອນ ເພື່ອພາລະກິດຂອງມະນຸດຊາດ. ຈາກຈຸດສູງຫາຈຸດຕໍ່າສຸດ, ພຣະອົງໄດ້ສະເດັດລົງມາສູ່ນາຮົກເທິງດິນທີ່ມະນຸດອາໄສຢູ່ ເພື່ອໃຊ້ເວລາຂອງພຣະອົງຢູ່ກັບມະນຸດ ໂດຍທີ່ບໍ່ເຄີຍຈົ່ມກ່ຽວກັບຄວາມຊົ່ວຊ້າໃນທ່າມກາງມະນຸດ, ບໍ່ເຄີຍຕໍາໜິຕິເຕືອນມະນຸດຍ້ອນຄວາມບໍ່ເຊື່ອຟັງຂອງເຂົາ ແຕ່ໄດ້ອົດທົນຕໍ່ຄວາມອັບອາຍທີ່ສຸດ ໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ພຣະເຈົ້າຈະເປັນຂອງນາຮົກໄດ້ແນວໃດ? ພຣະອົງຈະສາມາດໃຊ້ຊີວິດຂອງພຣະອົງຢູ່ນາຮົກໄດ້ແນວໃດ? ແຕ່ເພື່ອເຫັນແກ່ມະນຸດຊາດທັງໝົດ ເພື່ອວ່າ ມະນຸດຊາດທັງມວນຈະສາມາດຊອກຫາຄວາມສະຫງົບໃຫ້ໄວຂຶ້ນ, ພຣະອົງຈຶ່ງໄດ້ອົດທົນຕໍ່ຄວາມອັບອາຍ ແລະ ໄດ້ທົນທຸກຕໍ່ຄວາມບໍ່ຍຸຕິທໍາໃນການສະເດັດມາແຜ່ນດິນໂລກ ແລະ ໄດ້ເຂົ້າໄປໃນ “ນາຮົກ” ແລະ “ແດນມໍລະນະ” ດ້ວຍຕົວພຣະອົງເອງ ແລະ ໄດ້ເຂົ້າໄປໃນຖໍ້າເສືອ ເພື່ອຊ່ວຍມະນຸດໃຫ້ພົ້ນ. ແລ້ວມະນຸດມີຄຸນສົມບັດຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ເຂົາມີເຫດຜົນຫຍັງ ທີ່ຈະຈົ່ມວ່າກ່ຽວກັບພຣະເຈົ້າ? ເຂົາສາມາດກ້າທີ່ຈະເບິ່ງພຣະເຈົ້າໄດ້ແນວໃດ? ພຣະເຈົ້າແຫ່ງສະຫວັນໄດ້ສະເດັດມາດິນແດນແຫ່ງຄວາມຊົ້ວຮ້າຍທີ່ສົກກະປົກທີ່ສຸດແຫ່ງນີ້ ແລະ ບໍ່ເຄີຍລະບາຍຄວາມບໍ່ພໍໃຈຂອງພຣະອົງ ຫຼື ຈົ່ມວ່າກ່ຽວກັບມະນຸດເລີຍ ແຕ່ກົງກັນຂ້າມ ພັດຍອມຮັບເອົາການທໍາລາຍລ້າງ[1] ແລະ ການກົດຂີ່ຂອງມະນຸດຢ່າງງຽບໆ. ພຣະອົງບໍ່ເຄີຍທີ່ຈະຕອບໂຕ້ຄວາມຮຽກຮ້ອງຕ້ອງການທີ່ບໍ່ສົມເຫດສົມຜົນຂອງມະນຸດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຫຼາຍເກີນໄປ ແລະ ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຢ່າງບໍ່ສົມເຫດສົມຜົນ; ພຣະອົງພຽງແຕ່ປະຕິບັດພາລະກິດທັງໝົດທີ່ມະນຸດຕ້ອງການໂດຍບໍ່ມີການຈົ່ມວ່າ: ການສັ່ງສອນ, ການໃຫ້ແສງສະຫວ່າງ, ການຕໍາໜິຕິເຕືອນ, ການເຮັດໃຫ້ພຣະທໍາບໍລິສຸດ, ການກ່າວເຕືອນ, ການແນະນໍາ, ການປອບໃຈ, ການຕັດສິນ ແລະ ການເປີດເຜີຍ. ມີບາດກ້າວໃດແດ່ຂອງພຣະອົງທີ່ບໍ່ໄດ້ເຮັດເພື່ອຊີວິດຂອງມະນຸດ? ເຖິງວ່າ ພຣະອົງຈະໄດ້ກໍາຈັດໂອກາດ ແລະ ຊາຕາກໍາຂອງມະນຸດ ແຕ່ມີບາດກ້າວໃດແດ່ທີ່ພຣະເຈົ້າປະຕິບັດ ບໍ່ແມ່ນເພື່ອຊາຕາກໍາຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການຢູ່ລອດຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການປົດປ່ອຍມະນຸດຈາກຄວາມທຸກທໍລະມານນີ້ ແລະ ຈາກການກົດຂີ່ຂອງອໍານາດມືດ ທີ່ມືດດໍາຄືກັບກາງຄືນ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ແມ່ນເພື່ອມະນຸດ? ໃຜສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ເຊິ່ງຄືກັນກັບຄວາມຮັກຂອງມານດາ? ໃຜສາມາດເຂົ້າໃຈຫົວໃຈທີ່ກະຕືລືລົ້ນຂອງພຣະເຈົ້າ? ໃຈທີ່ເຕັມໄປດ້ວຍຄວາມຈິງໃຈ ແລະ ຄວາມຄາດຫວັງອັນແຮງກ້າຂອງພຣະເຈົ້າ ແມ່ນຖືກຕອບແທນດ້ວຍຈິດໃຈທີ່ເຢັນຊາ, ຄວາມກະດ້າງ, ສາຍຕາທີ່ເມີນເສີຍ, ດ້ວຍການຕໍາໜິ ແລະ ການດູຖູກຊໍ້າແລ້ວຊໍ້າອີກຂອງມະນຸດ, ດ້ວຍຄໍາເວົ້າທີ່ບາດໃຈ, ແດກດັນ ແລະ ການດູຖູກ, ສິ່ງເຫຼົ່ານັ້ນແມ່ນຖືກຕອບແທນດ້ວຍການເຍາະເຍີ້ຍຂອງມະນຸດ, ການຢຽບຍໍ່າ ແລະ ການປະຕິເສດຂອງເຂົາ, ດ້ວຍການເຂົ້າໃຈຜິດຂອງເຂົາ, ການຈົ່ມວ່າ, ການແບ່ງແຍກ ແລະ ການຫຼີກເວັ້ນ, ໂດຍບໍ່ມີຫຍັງ ນອກຈາກຄວາມຫຼອກລວງ, ການໂຈມຕີ ແລະ ຄວາມຂົມຂື່ນ. ພຣະທໍາທີ່ອົບອຸ່ນໄດ້ຮັບການຍິກຄິ້ວໃສ່ແບບດຸຮ້າຍ ແລະ ການຄັດຄ້ານຢ່າງເຢັນຊາຂອງນິ້ວມືພັນນິ້ວທີ່ແກວ່ງໄປມາ. ພຣະເຈົ້າສາມາດອົດທົນ, ກົ້ມຫົວ ແລະ ຮັບໃຊ້ຜູ້ຄົນຄືກັນກັບງົວທີ່ເຕັມໃຈ[2]. ມີຕາເວັນ ແລະ ເດືອນຫຼາຍດວງ, ມີຫຼາຍຄັ້ງທີ່ພຣະອົງໄດ້ຜະເຊີນກັບດວງດາວ, ມີຫຼາຍຄັ້ງເທື່ອທີ່ພຣະອົງໄດ້ໜີໄປໃນຍາມຕາເວັນຂຶ້ນ ແລະ ກັບຄືນມາໃນເວລາຕາເວັນຕົກ, ແກວ່ງໄປມາ ແລະ ປີ້ນຂຶ້ນລົງ, ທົນທຸກກັບຄວາມທໍລະມານ ທີ່ມີຫຼາຍກວ່າຄວາມເຈັບປວດຈາກການທີ່ພຣະອົງໜີອອກຈາກພຣະບິດາຂອງພຣະອົງຫຼາຍພັນຄັ້ງ, ອົນທົນຕໍ່ການໂຈມຕີ ແລະ ການທໍາລາຍຂອງມະນຸດ ແລະ ການຈັດການ ແລະ ການລິຮານຂອງມະນຸດ. ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ ແມ່ນໄດ້ຮັບການຕອບແທນດ້ວຍອະຄະຕິ[3] ຂອງມະນຸດ, ດ້ວຍທັດສະນະ ແລະ ການປະຕິບັດຕໍ່ຂອງມະນຸດທີ່ບໍ່ຍຸຕິທໍາ ແລະ ສະພາວະນິລານາມ, ຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ ແມ່ນໄດ້ຮັບການຕອບແທນດ້ວຍສາຍຕາຈ້ອງເບິ່ງຢ່າງໂລບມາກໂລພາຂອງມະນຸດ; ມະນຸດພະຍາຍາມຢຽບຍໍ່າພຣະເຈົ້າໃຫ້ຕາຍ ໂດຍທີ່ບໍ່ມີຄວາມເສຍໃຈ ແລະ ພະຍາຍາມຢຽບຍໍ່າພຣະເຈົ້າເຂົ້າໄປໃນພື້ນດິນ. ທັດສະນະຄະຕິຂອງມະນຸດໃນການປະຕິບັດຂອງເຂົາທີ່ມີຕໍ່ພຣະເຈົ້າ ແມ່ນສິ່ງໜຶ່ງຂອງ “ຄວາມສະຫຼາດທີ່ຫາຍາກ” ແລະ ພຣະເຈົ້າທີ່ຖືກຂົ່ມເຫັງ ແລະ ດູຖຸກໂດຍມະນຸດ ແມ່ນຖືກໜີບຈົນແປຢູ່ກ້ອງຕີນຂອງຜູ້ຄົນຫຼາຍສິບພັນຄົນ ໃນຂະນະທີ່ມະນຸດເອງຢືນຢູ່ຈຸດທີ່ສູງ ຄືກັບວ່າ ເຂົາຈະເປັນກະສັດແຫ່ງພະລາຊະວັງ, ຄືກັບວ່າ ເຂົາຕ້ອງການເອົາອໍານາດຢ່າງສົມບູນ[4] ເພື່ອຖືອໍານາດຕຸລາການຢູ່ເບື້ອງຫຼັງໜ້າຈໍ, ເພື່ອເຮັດໃຫ້ພຣະເຈົ້າເປັນຜູ້ກໍາກັບຢ່າງຕັ້ງໃຈ ແລະ ເຮັດຕາມກົດເກນຢູ່ເບື້ອງຫຼັງສາກ ເຊິ່ງເປັນຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຕອບໂຕ້ ຫຼື ສ້າງຄວາມວຸ້ນວາຍ; ພຣະເຈົ້າຕ້ອງຫຼິ້ນບົດບາດຂອງຈັກກະພັດອົງສຸດທ້າຍ, ພຣະອົງຕ້ອງເປັນຫຸ່ນເຊີດ[5] ທີ່ປາສະຈາກອິດສະຫຼະເສລີທັງມວນ. ການກະທໍາຂອງມະນຸດແມ່ນບໍ່ສາມາດເວົ້າໄດ້ ແລ້ວເຂົາຈະມີຄຸນສົມບັດຮຽກຮ້ອງສິ່ງນີ້ ຫຼື ສິ່ງນັ້ນຈາກພຣະເຈົ້າໄດ້ແນວໃດ? ເຂົາຈະມີຄຸນສົມບັດໃຫ້ຄໍາສະເໜີແນະແກ່ພຣະເຈົ້າໄດ້ແນວໃດ? ເຂົາຈະມີຄຸນສົມບັດຮຽກຮ້ອງໃຫ້ພຣະເຈົ້າເຫັນອົກເຫັນໃຈກັບຄວາມອ່ອນແອຂອງເຂົາໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບຄວາມເມດຕາຈາກພຣະເຈົ້າໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບຄວາມເອື້ອເຟື້ອເພື່ອແຜ່ຈາກພຣະເຈົ້າຊໍ້າແລ້ວຊໍ້າອີກໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບການໃຫ້ອະໄພຈາກພຣະເຈົ້າຊໍ້າແລ້ວຊໍ້າອີກໄດ້ແນວໃດ? ສາມັນສໍານຶກຂອງເຂົາຢູ່ໃສ? ເຂົາເຮັດໃຫ້ຫົວໃຈຂອງພຣະເຈົ້າແຕກສະຫຼາຍແຕ່ດົນນານ ແລະ ເຂົາໄດ້ປະຖິ້ມໃຫ້ຫົວໃຈຂອງພຣະເຈົ້າແຕກເປັນຊິ້ນໆແຕ່ດົນນານແລ້ວ. ພຣະເຈົ້າໄດ້ສະເດັດມາຢູ່ທ່າມກາງມະນຸດດ້ວຍຄວາມກະຕືລືລົ້ນ ໂດຍຫວັງວ່າ ມະນຸດຈະມີຄວາມໃຈບຸນຕໍ່ພຣະອົງ ເຖິງແມ່ນຈະເປັນຄວາມອົບອຸ່ນເລັກນ້ອຍກໍຍັງດີ. ແຕ່ໃຈຂອງພຣະເຈົ້າແມ່ນໄດ້ຮັບການປອບໃຈຈາກມະນຸດຊ້າຫຼາຍ ແລະ ສິ່ງດຽວທີ່ພຣະອົງໄດ້ຮັບກໍຄື ການໂຈມຕີໂດຍການແກວ່ງກ້ອນຫິມະ[6] ແລະ ການທໍລະມານ; ໃຈຂອງມະນຸດແມ່ນໂລບມາກໂລພາ, ຄວາມປາດຖະໜາຂອງເຂົາແມ່ນມີຫຼາຍ, ເຂົາບໍ່ເຄີຍພໍໃຈ, ເຂົາເປັນໂຕອັນຕະລາຍ ແລະ ບ້າປ່ວງ, ເຂົາບໍ່ເຄີຍຍອມໃຫ້ພຣະເຈົ້າມີອິດສະຫຼະ ຫຼື ສິດໃນການເວົ້າ ແລະ ປະໃຫ້ພຣະເຈົ້າບໍ່ມີທາງເລືອກ ນອກຈາກຍອມຮັບຄວາມອັບອາຍ ແລະ ຍອມໃຫ້ມະນຸດຄວບຄຸມພຣະອົງຕາມທີ່ເຂົາປາດຖະໜາ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (9)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ການທໍາລາຍລ້າງ” ແມ່ນຖືກໃຊ້ເພື່ອເປີດເຜີຍຄວາມບໍ່ເຊື່ອຟັງຂອງມະນຸດຊາດ.

2. “ໄດ້ຮັບການຍິກຄິ້ວໃສ່ແບບດຸຮ້າຍ ແລະ ການຄັດຄ້ານຢ່າງເຢັນຊາຂອງນິ້ວມືພັນນິ້ວທີ່ແກວ່ງໄປມາ, ກົ້ມຫົວ ແລະ ຮັບໃຊ້ຜູ້ຄົນຄືກັນກັບງົວທີ່ເຕັມໃຈ” ແມ່ນປະໂຫຍກດຽວແຕ່ຕົ້ນ ແຕ່ຢູ່ໃນນີ້ແມ່ນຖືກແຍກອອກເປັນສອງ ເພື່ອເຮັດໃຫ້ສິ່ງຕ່າງໆມີຄວາມຊັດເຈນ. ປະໂຫຍກທີໜຶ່ງໝາຍເຖິງການກະທໍາຂອງມະນຸດ ໃນຂະນະປະໂຫຍກທີສອງບົ່ງບອກເຖິງການທົນທຸກທີ່ພຣະເຈົ້າປະສົບ ແລະ ພຣະເຈົ້າແມ່ນອ່ອນນ້ອມ ແລະ ລີ້ລັບ.

3. “ອະຄະຕິ” ໝາຍເຖິງພຶດຕິກໍາທີ່ບໍ່ເຊື່ອຟັງຂອງຜູ້ຄົນ.

4. “ເອົາອໍານາດຢ່າງສົມບູນ” ໝາຍເຖິງພຶດຕິກໍາທີ່ບໍ່ເຊື່ອຟັງຂອງຜູ້ຄົນ. ພວກເຂົາຍົກສູງຕົວເອງ, ລ່າມໂສ້ຜູ້ອື່ນ, ເຮັດໃຫ້ຜູ້ອື່ນຕິດຕາມພວກເຂົາ ແລະ ທົນທຸກເພື່ອພວກເຂົາ. ພວກເຂົາແມ່ນອໍານາດ ທີ່ເປັນສັດຕູກັບພຣະເຈົ້າ.

5. “ຫຸ່ນເຊີດ” ແມ່ນຖືກໃຊ້ເພື່ອເຍາະເຍີ້ຍຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ.

6. “ແກວ່ງກ້ອນຫິມະ” ແມ່ນຖືກໃຊ້ເພື່ອບົ່ງບອກເຖິງພຶດຕິກໍາທີ່ຕໍ່າຕ້ອຍຂອງຜູ້ຄົນ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 197)

ການບັງເກີດເປັນມະນຸດຂອງພຣະເຈົ້າໄດ້ສົ່ງຄື້ນກະແທກທົ່ວທຸກສາສະໜາ ແລະ ທຸກພາກສ່ວນ, ມັນໄດ້ “ໂຍນຄວາມບໍ່ເປັນລະບຽບ” ໃຫ້ກັບຖັນແຖວດັ່ງເດີມຂອງວົງການສາສະໜາ ແລະ ມັນໄດ້ສັ່ນຄອນຫົວໃຈຂອງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ. ຜູ້ໃດບໍ່ເປັນຕາເຄົາລົບແດ່? ຜູ້ໃດບໍ່ປາຖະໜາທີ່ຈະເຫັນພຣະເຈົ້າແດ່? ພຣະເຈົ້າໄດ້ຢູ່ທ່າມກາງມະນຸດເປັນການສ່ວນຕົວເປັນເວລາຫຼາຍປີ, ແຕ່ມະນຸດບໍ່ເຄີຍຮູ້ເຖິງສິ່ງນີ້ຈັກເທື່ອ. ໃນປັດຈຸບັນ ພຣະເຈົ້າເອງໄດ້ປາກົດຕົວ ແລະ ສະແດງຕົວຕົນຂອງພຣະອົງສູ່ສາທາລະນະຊົນ, ສິ່ງນີ້ຈະບໍ່ນໍາເອົາຄວາມເບີກບານມາສູ່ຫົວໃຈຂອງມະນຸດໄດ້ແນວໃດ? ພຣະເຈົ້າເຄີຍແບ່ງປັນຄວາມສຸກ ແລະ ຄວາມທຸກກັບມະນຸດ ແລະ ໃນປັດຈຸບັນ ພຣະອົງໄດ້ຮ່ວມກັບມະນຸດຊາດຄືນໃໝ່ ແລະ ແບ່ງປັນເລື່ອງລາວໃນອະດີດຮ່ວມກັບເຂົາ. ຫຼັງຈາກທີ່ພຣະອົງຍ່າງອອກຈາກຢູດາຍ ຜູ້ຄົນກໍບໍ່ສາມາດພົບຮ່ອງຮອຍຂອງພຣະອົງໄດ້. ພວກເຂົາປາຖະໜາທີ່ຈະພົບກັບພຣະເຈົ້າອີກຄັ້ງ, ໂດຍບໍ່ຮູ້ແມ່ນແຕ່ໜ້ອຍດຽວວ່າ ໃນປັດຈຸບັນນີ້ ພວກເຂົາໄດ້ພົບກັບພຣະອົງອີກຄັ້ງແລ້ວ ແລະ ໄດ້ຮ່ວມກັບພຣະອົງຄືນໃໝ່ແລ້ວ. ສິ່ງນີ້ບໍ່ກະຕຸ້ນຄວາມຄິດຂອງມື້ວານໄດ້ແນວໃດ? ສອງພັນປີກ່ອນໜ້ານີ້ ຊີໂມນ ບາໂຢນາ ທີ່ເປັນເສື້ອຊາຍຂອງຊາວຢິວໄດ້ເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ພົ້ນ, ລາວໄດ້ນັ່ງກິນເຂົ້າຮ່ວມໂຕະດຽວກັນກັບພຣະອົງ ແລະ ຫຼັງຈາກທີ່ໄດ້ຕິດຕາມພຣະອົງເປັນເວລາຫຼາຍປີ ລາວກໍຮູ້ສຶກຮັກພຣະອົງຢ່າງເລິກເຊິ່ງ, ລາວຮັກພຣະອົງຈົນໝົດຫົວໃຈຂອງລາວ, ລາວຮັກພຣະເຢຊູເຈົ້າຢ່າງເລິກເຊິ່ງ. ຊາວຢິວບໍ່ຮູ້ຫຍັງເລີຍກ່ຽວກັບເດັກນ້ອຍຜົມສີທອງນີ້ ທີ່ເກີດຢູ່ໃນຮາງຫຍ້າທີ່ເຕັມໄປດ້ວຍຄວາມເຢືອກເຢັນຄືຮູບລັກສະນະທຳອິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ພວກເຂົາທຸກຄົນຄິດວ່າພຣະອົງແມ່ນຄືກັນກັບພວກເຂົາ, ບໍ່ມີຜູ້ໃດຄິດແຕກຕ່າງກ່ຽວກັບພຣະອົງ, ແລ້ວຜູ້ຄົນຈະຮັບຮູ້ພຣະເຢຊູທີ່ເປັນຄົນທຳມະດາ ແລະ ປົກກະຕິນີ້ໄດ້ແນວໃດ? ຊາວຢິວຄິດວ່າພຣະອົງເປັນພຽງບຸດຂອງຢິວໃນເວລານັ້ນ. ບໍ່ມີໃຜເບິ່ງພຣະອົງເປັນພຣະເຈົ້າທີ່ສະຫງ່າງາມ ແລະ ຜູ້ຄົນໄດ້ແຕ່ຮຽກຮ້ອງຈາກພຣະອົງຢ່າງຫຼັບຫູຫຼັບຕາ, ຂໍໃຫ້ພຣະອົງມອບຄວາມກະລຸນາ ແລະ ສັນຕິສຸກ ແລະ ຄວາມປິຕິຍິນດີທີ່ອຸດົມສົມບູນ ແລະ ຫຼວງຫຼາຍໃຫ້ກັບພວກເຂົາ. ພວກເຂົາຮູ້ພຽງແຕ່ວ່າ ພຣະອົງມີທຸກສິ່ງຄືກັບເສດຖີເງິນລ້ານທີ່ຄົນໆໜຶ່ງປາຖະໜາ. ແຕ່ຜູ້ຄົນກໍບໍ່ເຄີຍປະຕິບັດຕໍ່ພຣະອົງດັ່ງຜູ້ເປັນທີ່ຮັກ; ຜູ້ຄົນໃນເວລານັ້ນບໍ່ໄດ້ຮັກພຣະອົງ ແລະ ມີແຕ່ຕໍ່ຕ້ານພຣະອົງ ແລະ ຮຽກຮ້ອງຈາກພຣະອົງໂດຍບໍ່ສົມເຫດສົມຜົນ ແລະ ພຣະອົງກໍບໍ່ເຄີຍຂັດຂືນຈັກເທື່ອ, ມອບຄວາມກະລຸນາໃຫ້ກັບມະນຸດຢ່າງສະໝໍ່າສະເໝີ, ເຖິງແມ່ນມະນຸດບໍ່ໄດ້ຮູ້ຈັກພຣະອົງກໍຕາມ. ພຣະອົງບໍ່ໄດ້ເຮັດສິ່ງໃດ ນອກຈາກມອບຄວາມອົບອຸ່ນ, ຄວາມຮັກ ແລະ ຄວາມເມດຕາໃຫ້ກັບມະນຸດຢ່າງງຽບໆ ແລະ ຍິ່ງໄປກວ່ານັ້ນ ພຣະອົງມອບວິທີປະຕິບັດໃໝ່ໃຫ້ກັບມະນຸດ, ນໍາພາມະນຸດໃຫ້ອອກຈາກຄວາມຜູກມັດຂອງກົດໝາຍ. ມະນຸດບໍ່ຮັກພຣະອົງ, ເຂົາພຽງແຕ່ອິດສາພຣະອົງ ແລະ ພຽງແຕ່ຮູ້ຈັກພອນສະຫວັນພິເສດຂອງພຣະອົງ. ມະນຸດຊາດທີ່ຕາບອດຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ພົ້ນອັນເປັນທີ່ຮັກຕ້ອງທົນທຸກກັບຄວາມອັບອາຍຫຼາຍສໍ່າໃດ ໃນຕອນທີ່ພຣະອົງໄດ້ມາຢູ່ທ່າມກາງມະນຸດຊາດ? ບໍ່ມີໃຜຄຳນຶງເຖິງຄວາມເຈັບປວດຂອງພຣະອົງ, ບໍ່ມີໃຜຮູ້ຈັກຄວາມຮັກຂອງພຣະອົງສຳລັບພຣະເຈົ້າພຣະບິດາ ແລະ ບໍ່ມີໃຜສາມາດຮູ້ຈັກເຖິງຄວາມໂດດດ່ຽວຂອງພຣະອົງ; ເຖິງແມ່ນມາຣິອາເປັນມານດາທີ່ໃຫ້ກຳເນີດກັບພຣະອົງ, ນາງຈະສາມາດຮູ້ຈັກຄວາມຄິດທີ່ຢູ່ໃນຫົວໃຈຂອງພຣະເຢຊູເຈົ້າຜູ້ມີເມດຕາໄດ້ແນວໃດ? ມີໃຜແດ່ທີ່ຮູ້ຈັກຄວາມທົນທຸກທີ່ບໍ່ສາມາດບັນຍາຍໄດ້ຂອງບຸດມະນຸດ? ຫຼັງຈາກທີ່ຮຽກຮ້ອງຈາກພຣະອົງ, ຜູ້ຄົນໃນເວລານັ້ນກໍປະພຣະອົງໄວ້ດ້ານຫຼັງແນວຄິດຂອງພວກເຂົາຢ່າງເຢືອກເຢັນ ແລະ ໂຍນພຣະອົງໄວ້ຂ້າງນອກ. ສະນັ້ນພຣະອົງຈຶ່ງໄດ້ພະເນຈອນຕາມທ້ອງຖະໜົນ ມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ, ພະເນຈອນໄປມາເປັນເວລາຫຼາຍປີຈົນພຣະອົງໄດ້ດຳລົງຊີວິດຢູ່ເປັນເວລາສາມສິບສາມປີຢ່າງລຳບາກ ເຊິ່ງເປັນປີທີ່ທັງດົນ ແລະ ສັ້ນ. ເມື່ອຜູ້ຄົນຕ້ອງການພຣະອົງ, ພວກເຂົາກໍຊັກຊວນພຣະອົງເຂົ້າໄປໃນເຮືອນຂອງພວກເຂົາດ້ວຍໃບໜ້າທີ່ຍິ້ມແຍ້ມ, ພະຍາຍາມຮຽກຮ້ອງຈາກພຣະອົງ ແລະ ຫຼັງຈາກທີ່ພຣະອົງປະທານໃຫ້ກັບພວກເຂົາ, ພວກເຂົາກໍໄລ່ພຣະອົງອອກຈາກປະຕູທັນທີ. ຜູ້ຄົນກິນສິ່ງທີ່ປາກຂອງພຣະອົງສະໜອງໃຫ້, ພວກເຂົາດື່ມເລືອດຂອງພຣະອົງ, ພວກເຂົາໄດ້ຮັບຄວາມກະລຸນາທີ່ພຣະອົງປະທານໃຫ້ກັບພວກເຂົາ, ແຕ່ພວກເຂົາກໍຍັງຕໍ່ຕ້ານພຣະອົງ ຍ້ອນພວກເຂົາບໍ່ເຄີຍຮູ້ຈັກວ່າຜູ້ໃດໄດ້ມອບຊີວິດໃຫ້ກັບພວກເຂົາ. ໃນທີ່ສຸດແລ້ວ ພວກເຂົາກໍຄຶງພຣະອົງເທິງໄມ້ກາງແຂນ, ແຕ່ພຣະອົງກໍຍັງບໍ່ໄດ້ຈົ່ມວ່າຫຍັງ. ແມ່ນແຕ່ໃນປັດຈຸບັນ ພຣະອົງກໍຍັງຢູ່ແບບງຽບໆ. ຜູ້ຄົນກິນເນື້ອໜັງຂອງພຣະອົງ, ພວກເຂົາດື່ມເລືອດຂອງພຣະອົງ, ພວກເຂົາກິນອາຫານທີ່ພຣະອົງປຸງແຕ່ງໃຫ້ກັບພວກເຂົາ ແລະ ພວກເຂົາຍ່າງໃນເສັ້ນທາງທີ່ພຣະອົງໄດ້ເປີດອອກໃຫ້ກັບພວກເຂົາ ແຕ່ພວກເຂົາກໍຍັງຕັ້ງໃຈທີ່ຈະປະຕິເສດພຣະອົງ; ຄວາມຈິງແລ້ວ ພວກເຂົາປະຕິບັດຕໍ່ພຣະເຈົ້າທີ່ໄດ້ມອບຊີວິດໃຫ້ກັບພວກເຂົາຄືກັບສັດຕູ ແລະ ກົງກັນຂ້າມ ພວກເຂົາປະຕິບັດຕໍ່ຄົນທີ່ເປັນທາດຄືກັບພວກເຂົາເໝືອນດັ່ງພຣະບິດາໃນສະຫວັນ. ໃນສິ່ງນີ້, ພວກເຂົາບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະອົງບໍ? ພຣະເຢຊູມາຕາຍຢູ່ເທິງໄມ້ກາງແຂນໄດ້ແນວໃດ? ພວກເຈົ້າຮູ້ບໍ? ພຣະອົງບໍ່ໄດ້ຖືກທໍລະຍົດໂດຍຊາວຢູດາບໍ ຜູ້ທີ່ໃກ້ຊິດກັບພຣະອົງຫຼາຍທີ່ສຸດ ແລະ ໄດ້ກິນພຣະອົງ, ໄດ້ດື່ມພຣະອົງ ແລະ ໄດ້ມີຄວາມສຸກກັບພຣະອົງ? ເຫດຜົນທີ່ຊາວຢູດາທໍລະຍົດບໍ່ແມ່ນຍ້ອນພຣະອົງເປັນພຽງອາຈານທຳມະດາທີ່ບໍ່ສໍາຄັນບໍ? ຖ້າຜູ້ຄົນໄດ້ເຫັນຢ່າງແທ້ຈິງວ່າ ພຣະເຢຊູພິເສດ ແລະ ເປັນຜູ້ທີ່ມາຈາກສະຫວັນ, ພວກເຂົາຈະຄຶງພຣະອົງທັງເປັນເທິງໄມ້ກາງແຂນເປັນເວລາຊາວສີ່ຊົ່ວໂມງ ຈົນພຣະອົງບໍ່ມີລົມຫາຍໃຈເຫຼືອໃນຮ່າງກາຍຂອງພຣະອົງໄດ້ແນວໃດ? ຜູ້ໃດສາມາດຮູ້ຈັກພຣະເຈົ້າແດ່? ຜູ້ຄົນພຽງມີຄວາມສຸກກັບພຣະເຈົ້າດ້ວຍຄວາມໂລບມາກໂລພາທີ່ບໍ່ຮູ້ຈັກພໍ, ແຕ່ພວກເຂົາບໍ່ເຄີຍຮູ້ຈັກພຣະອົງເລີຍ. ພວກເຂົາໄດ້ຄືບ ແລະ ຢາກເອົາສອກ ແລະ ພວກເຂົາເຮັດໃຫ້ “ພຣະເຢຊູ” ເຊື່ອຟັງຄຳບັນຊາຂອງພວກເຂົາ, ເຊື່ອຟັງຄຳສັ່ງຂອງພວກເຂົາທັງສິ້ນ. ມີໃຜແດ່ທີ່ເຄີຍສະແດງສິ່ງໃດສິ່ງໜຶ່ງໃນທາງແຫ່ງຄວາມເມດຕາຕໍ່ບຸດມະນຸດຄົນນີ້ ຜູ້ທີ່ບໍ່ມີບ່ອນໃຫ້ວາງຫົວຂອງພຣະອົງ? ຜູ້ໃດແດ່ທີ່ເຄີຍຄິດຮ່ວມກຳລັງກັບພຣະອົງເພື່ອເຮັດໃຫ້ການມອບໝາຍຂອງພຣະເຈົ້າພຣະບິດາສຳເລັດລົງ? ຜູ້ໃດແດ່ທີ່ເຄີຍໃຊ້ຄວາມຄິດສຳລັບພຣະເຈົ້າ? ມີໃຜແດ່ທີ່ເຄີຍຄຳນຶງເຖິງຄວາມລຳບາກຂອງພຣະອົງ? ຫາກປາສະຈາກຄວາມຮັກຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ມະນຸດກໍຈະດຶງພຣະອົງວົກໄປວຽນມາ; ມະນຸດບໍ່ຮູ້ຈັກວ່າແສງສະຫວ່າງ ແລະ ຊີວິດຂອງເຂົາແມ່ນມາຈາກໃສ ແລະ ບໍ່ເຮັດຫຍັງເລີຍ ນອກຈາກວາງແຜນຢ່າງລັບໆກ່ຽວກັບວິທີທີ່ຈະຄຶງ “ພຣະເຢຊູ” ແຫ່ງສອງພັນປີທີ່ຜ່ານມາອີກຄັ້ງ, ຜູ້ທີ່ເຄີຍຜະເຊີນກັບຄວາມເຈັບປວດໃນທ່າມກາງມະນຸດ. “ພຣະເຢຊູ” ກະຕຸ້ນຄວາມກຽດຊັງແບບນັ້ນແທ້ບໍ? ທຸກສິ່ງທີ່ພຣະອົງໄດ້ກະທໍາແມ່ນຖືກລືມໄປດົນນານແລ້ວບໍ? ຄວາມກຽດຊັງທີ່ເຊື່ອມຕໍ່ກັນເປັນເວລາຫຼາຍພັນປີຈະຖືກເປີດອອກໃນທີ່ສຸດ. ພວກເຈົ້າຜູ້ທີ່ເປັນຄົນແບບພວກຢິວເອີຍ! ມີເວລາໃດແດ່ທີ່ “ພຣະເຢຊູ” ບໍ່ເຄີຍເປັນມິດກັບພວກເຈົ້າ, ພວກເຈົ້າຈຶ່ງກຽດຊັງພຣະອົງຫຼາຍແທ້? ພຣະອົງໄດ້ເຮັດຫຼາຍສິ່ງຫຼາຍຢ່າງ ແລະ ກ່າວຫຼາຍຢ່າງ, ມັນບໍ່ມີຫຍັງທີ່ເປັນຜົນປະໂຫຍດສໍາລັບພວກເຈົ້າເລີຍບໍ? ພຣະອົງໄດ້ມອບຊີວິດຂອງພຣະອົງໃຫ້ກັບພວກເຈົ້າໂດຍບໍ່ໄດ້ຮຽກຮ້ອງຫຍັງເປັນການຕອບແທນ, ພຣະອົງໄດ້ມອບທັງໝົດຂອງພຣະອົງໃຫ້ກັບພວກເຈົ້າ, ພວກເຈົ້າຍັງຕ້ອງການກິນພຣະອົງທັງເປັນແທ້ບໍ? ພຣະອົງໄດ້ມອບທັງໝົດຂອງພຣະອົງໃຫ້ກັບພວກເຈົ້າໂດຍບໍ່ໄດ້ຮັກສາຫຍັງໄວ້, ບໍ່ເຄີຍມີຄວາມສຸກກັບສະຫງ່າລາສີເທິງແຜ່ນດິນໂລກ, ບໍ່ເຄີຍມີຄວາມອົບອຸ່ນຢູ່ທ່າມກາງມະນຸດ ແລະ ໄດ້ຮັບຄວາມຮັກທ່າມກາງມະນຸດ ຫຼື ພອນທຸກຢ່າງທ່າມກາງມະນຸດ. ຜູ້ຄົນໃຈດຳກັບພຣະອົງຫຼາຍ, ພຣະອົງບໍ່ເຄີຍໄດ້ຮັບຄວາມຮັ່ງມີທຸກຢ່າງທີ່ຢູ່ເທິງແຜ່ນດິນໂລກ, ພຣະອົງອຸທິດຫົວໃຈທີ່ຈິງໃຈ ແລະ ເລິກເຊິ່ງທັງໝົດຂອງພຣະອົງໃຫ້ກັບມະນຸດ, ພຣະອົງໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດຊາດ ແລະ ຜູ້ໃດເຄີຍມອບຄວາມອົບອຸ່ນໃຫ້ກັບພຣະອົງແດ່? ມີໃຜເຄີຍມອບຄວາມສຸກສະບາຍໃຫ້ກັບພຣະອົງແດ່? ມະນຸດໄດ້ກອງຄວາມກົດດັນທັງໝົດເທິງພຣະອົງ, ເຂົາໄດ້ມອບຄວາມໂຊກຮ້າຍທັງໝົດໃຫ້ກັບພຣະອົງ, ເຂົາໄດ້ບີບບັງຄັບປະສົບການອັນໂຊກຮ້າຍທ່າມກາງມະນຸດໃຫ້ກັບພຣະອົງ, ເຂົາໂທດພຣະອົງຕໍ່ຄວາມບໍ່ຍຸຕິທຳທຸກຢ່າງ ແລະ ພຣະອົງກໍຍອມຮັບເອົາສິ່ງນັ້ນໂດຍປະລິຍາຍ. ພຣະອົງເຄີຍປະທ້ວງຜູ້ໃດຜູ້ໜຶ່ງບໍ? ພຣະອົງເຄີຍຮຽກຮ້ອງການຕອບແທນແມ່ນແຕ່ເລັກນ້ອຍຈາກຄົນໃດຄົນໜຶ່ງບໍ? ຜູ້ໃດເຄີຍເຫັນອົກເຫັນໃຈພຣະອົງແດ່? ໃນຖານະເປັນຄົນປົກກະຕິ, ມີໃຜແດ່ທ່າມກາງພວກເຈົ້າທີ່ບໍ່ເຄີຍມີໄວເດັກແບບເພີ້ຝັນ? ຜູ້ໃດແດ່ທີ່ບໍ່ເຄີຍເປັນໄວໜຸ່ມຢ່າງມີສີສັນ? ຜູ້ໃດແດ່ທີ່ບໍ່ໄດ້ຮັບຄວາມອົບອຸ່ນຈາກຄົນຮັກ? ຜູ້ໃດແດ່ທີ່ປາສະຈາກຄວາມຮັກຈາກຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ? ຜູ້ໃດແດ່ທີ່ບໍ່ໄດ້ຮັບການເຄົາລົບຈາກຄົນອື່ນ? ຜູ້ໃດແດ່ທີ່ປາສະຈາກຄອບຄົວທີ່່ອົບອຸ່ນ? ຜູ້ໃດແດ່ທີ່ປາສະຈາກຄວາມອົບອຸ່ນໃຈຈາກເພື່ອນຊະນິດຂອງພວກເຂົາ? ແລ້ວພຣະອົງເຄີຍໄດ້ຮັບສິ່ງໃດໜຶ່ງທີ່ກ່າວມານີ້ບໍ? ຜູ້ໃດເຄີຍມອບຄວາມອົບອຸ່ນເລັກນ້ອຍໃຫ້ກັບພຣະອົງແດ່? ຜູ້ໃດແດ່ທີ່ເຄີຍມອບເສດສ່ວນຂອງຄວາມອົບອຸ່ນໃຈໃຫ້ກັບພຣະອົງ? ຜູ້ໃດແດ່ທີ່ເຄີຍສະແດງສິນທຳເລັກນ້ອຍຂອງມະນຸດໃຫ້ກັບພຣະອົງ? ຜູ້ໃດແດ່ທີ່ເຄີຍອົດທົນກັບພຣະອົງ? ຜູ້ໃດແດ່ທີ່ເຄີຍຖືກພຣະອົງໃຊ້ໃນລະຫວ່າງເວລາທີ່ລໍາບາກ? ຜູ້ໃດເຄີຍຜ່ານຊີວິດທີ່ລໍາບາກກັບພຣະອົງບໍ່? ມະນຸດບໍ່ເຄີຍຫຼຸດຜ່ອນສິ່ງທີ່ເຂົາຮຽກຮ້ອງຈາກພຣະອົງເລີຍ; ເຂົາໄດ້ແຕ່ຮຽກຮ້ອງຈາກພຣະອົງຢ່າງບໍ່ລັງເລໃຈ, ຄືກັບວ່າເມື່ອພຣະອົງມາເຖິງໂລກຂອງມະນຸດ ພຣະອົງເປັນງົວ ຫຼື ມ້າຂອງເຂົາ, ເປັນນັກໂທດຂອງເຮົາ ແລະ ຕ້ອງມອບທັງໝົດຂອງພຣະອົງໃຫ້ກັບມະນຸດ; ຖ້າບໍ່ດັ່ງນັ້ນ, ມະນຸດຈະບໍ່ໃຫ້ອະໄພພຣະອົງຈັກເທື່ອ, ຈະບໍ່ໃຈເຢັນກັບພຣະອົງ, ຈະບໍ່ເອີ້ນພຣະອົງວ່າພຣະເຈົ້າຈັກເທື່ອ ແລະ ຈະບໍ່ນັບຖືພຣະອົງຢ່າງສູງ. ມະນຸດໂຫດຮ້າຍເກີນໄປໃນທັດສະນະຄະຕິຂອງເຂົາທີ່ມີຕໍ່ພຣະເຈົ້າ, ຄືກັບວ່າເຂົາຕັ້ງໃຈທໍລະມານພຣະເຈົ້າຈົນຕາຍ, ຫຼັງຈາກນັ້ນ ເຂົາຈຶ່ງຈະປ່ອຍສິ່ງທີ່ເຂົາຮຽກຮ້ອງຈາກພຣະເຈົ້າ; ຖ້າບໍ່ດັ່ງນັ້ນ ມະນຸດກໍຈະບໍ່ລົດມາດຕະຖານໃນສິ່ງທີ່ເຂົາຮຽກຮ້ອງຈາກພຣະເຈົ້າຈັກເທື່ອ. ມະນຸດແບບນີ້ຈະບໍ່ຖືກພຣະເຈົ້າລັງກຽດໄດ້ແນວໃດ? ສິ່ງນີ້ບໍ່ແມ່ນໂສກອະນາດຕະກຳໃນປັດຈຸບັນບໍ? ຄວາມສຳນຶກຂອງມະນຸດບໍ່ມີບ່ອນໃຫ້ເຫັນເລີຍ. ເຂົາສືບຕໍ່ເວົ້າວ່າເຂົາຈະຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ເຂົາກໍຜ່າພຣະເຈົ້າອອກ ແລະ ທໍລະມານພຣະອົງຈົນຕາຍ. ນີ້ບໍ່ແມ່ນ “ສູດລັບ” ໃນຄວາມເຊື່ອທີ່ເຂົາມີຕໍ່ພຣະເຈົ້າ ເຊິ່ງຖືກສືບຕໍ່ຈາກບັນພະບຸລຸດຂອງເຂົາບໍ? ບໍ່ມີບ່ອນໃດທີ່ຈະບໍ່ພົບ “ຊາວຢິວ” ແລະ ໃນປັດຈຸບັນ ພວກເຂົາຍັງປະຕິບັດພາລະກິດແບບເກົ່າ, ພວກເຂົາຍັງປະຕິບັດພາລະກິດເດີມໃນການຕໍ່ຕ້ານພຣະເຈົ້າ ແລະ ຍັງເຊື່ອວ່າພວກເຂົາກຳລັງຍົກພຣະເຈົ້າຂຶ້ນສູງ. ສາຍຕາຂອງມະນຸດເອງຈະສາມາດຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດທີ່ດຳລົງຊີວິດໃນເນື້ອໜັງຈະຖືກປະຕິບັດຕໍ່ແບບພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ມາຈາກພຣະວິນຍານໄດ້ແນວໃດ? ຜູ້ໃດແດ່ທ່າມກາງມະນຸດທີ່ຮູ້ຈັກພຣະອົງ? ຄວາມຈິງມີຢູ່ໃສທ່າມກາງມະນຸດ? ຄວາມຊອບທຳທີ່ແທ້ຈິງແມ່ນຢູ່ໃສ? ຜູ້ໃດສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າແດ່? ຜູ້ໃດແດ່ທີ່ສາມາດແຂ່ງຂັນກັບພຣະເຈົ້າທີ່ຢູ່ໃນສະຫວັນ? ບໍ່ແປກໃຈເລີຍວ່າ ເມື່ອພຣະອົງໄດ້ມາຢູ່ທ່າມກາງມະນຸດ, ບໍ່ມີໃຜຮູ້ຈັກພຣະເຈົ້າ ແລະ ພຣະອົງຖືກປະຕິເສດ. ມະນຸດຈະສາມາດອົດທົນຕໍ່ການເປັນຢູ່ຂອງພຣະເຈົ້າໄດ້ແນວໃດ? ເຂົາຈະຍອມໃຫ້ແສງສະຫວ່າງຂັບໄລ່ຄວາມມືດອອກຈາກແຜ່ນດິນໂລກໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນການອຸທິດທີ່ມີກຽດຂອງມະນຸດບໍ? ສິ່ງນີ້ບໍ່ແມ່ນເສັ້ນທາງທີ່ຊື່ສັດຂອງມະນຸດບໍ? ແລ້ວພາລະກິດຂອງພຣະເຈົ້າບໍ່ໄດ້ສຸມໃສ່ທາງເຂົ້າຂອງມະນຸດບໍ? ເຮົາປາຖະໜາໃຫ້ພວກເຈົ້າລວມພາລະກິດຂອງພຣະເຈົ້າກັບທາງເຂົ້າຂອງມະນຸດ ແລະ ຈັດຕັ້ງຄວາມສຳພັນທີ່ດີລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ມະນຸດຄວນປະຕິບັດໃຫ້ສຸດຄວາມສາມາດຂອງພວກເຈົ້າ. ໃນວິທີນີ້, ພາລະກິດຂອງພຣະເຈົ້າ ໃນທີ່ສຸດ ກໍມາເຖິງຈຸດສິ້ນສຸດ ແລະ ສຳເລັດລົງດ້ວຍສະຫງ່າລາສີຂອງພຣະອົງ!

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (10)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 198)

ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນຜູ້ທີ່ຖືກພຣະເຈົ້າເລືອກໃນປະເທດຈີນ ເພື່ອເປີດເຜີຍອຸປະນິໄສກະບົດທັງໝົດຂອງເຂົາ ແລະ ຖອດໜ້າກາກແຫ່ງຄວາມຂີ້ຮ້າຍທັງໝົດຂອງພວກເຂົາ ແລະ ສິ່ງນີ້ໄດ້ໃຫ້ບໍລິບົດເພື່ອເວົ້າທຸກສິ່ງທີ່ເຮົາຈຳເປັນຕ້ອງເວົ້າ. ຫຼັງຈາກນັ້ນ ເມື່ອເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ, ເຮົາຈະໃຊ້ການທີ່ເຮົາພິພາກສາພວກເຈົ້າເພື່ອພິພາກສາຄວາມບໍ່ຊອບທຳຂອງທຸກຄົນໃນຈັກກະວານທັງປວງ ຍ້ອນພວກເຈົ້າທຸກຄົນເປັນຕົວແທແຫ່ງຄວາມກະບົດທ່າມກາງມະນຸດຊາດ. ຄົນທີ່ບໍ່ສາມາດກ້າວຜ່ານໄປໄດ້ແມ່ນຈະກາຍເປັນຄົນຂັດຂວາງ ແລະ ເຄື່ອງມືຮັບໃຊ້ເທົ່ານັ້ນ, ໃນຂະນະທີ່ຄົນທີ່ສາມາດກ້າວຜ່ານໄດ້ຈະຖືກນໍາໃຊ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ບໍ່ສາມາດກ້າວຜ່ານແມ່ນຈະເຮັດໜ້າທີ່ເປັນຜູ້ຂັດຂວາງເທົ່ານັ້ນ? ມັນເປັນເພາະພຣະທຳ ແລະ ພາລະກິດໃນປັດຈຸບັນຂອງເຮົາລ້ວນແລ້ວແຕ່ແນໃສ່ເບື້ອງຫຼັງຂອງພວກເຈົ້າ ແລະ ຍ້ອນພວກເຈົ້າໄດ້ກາຍມາເປັນຕົວແທນ ແລະ ຕົວຢ່າງແຫ່ງຄວາມກະບົດທ່າມກາງມະນຸດຊາດທັງປວງ. ຕໍ່ມາ, ເຮົາຈະນໍາພຣະທຳເຫຼົ່ານີ້ທີ່ເອົາຊະນະພວກເຈົ້າໄປຕ່າງປະເທດ ແລະ ໃຊ້ພຣະທຳເຫຼົ່ານັ້ນເພື່ອເອົາຊະນະຜູ້ຄົນໃນທີ່ນັ້ນ, ແຕ່ເຈົ້າຈະບໍ່ໄດ້ຮັບພຣະທຳເຫຼົ່ານັ້ນ. ສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າກາຍເປັນຜູ້ຂັດຂວາງບໍ? ອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດທັງປວງ, ການກະທຳທີ່ກະບົດຂອງມະນຸດ ແລະ ພາບ ແລະ ໃບໜ້າທີ່ຂີ້ຮ້າຍຂອງມະນຸດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກບັນທຶກໃນພຣະທຳໃນປັດຈຸບັນທີ່ໃຊ້ເພື່ອເອົາຊະນະພວກເຈົ້າ. ແລ້ວເຮົາຈະໃຊ້ພຣະທຳເຫຼົ່ານີ້ເພື່ອເອົາຊະນະຜູ້ຄົນໃນທຸກຊົນຊາດ ແລະ ທຸກນິກາຍ, ເພາະພວກເຈົ້າຄືຕົ້ນແບບ ແລະ ເປັນຕົວຢ່າງຜ່ານມາ. ເຖິງຢ່າງໃດກໍຕາມ, ເຮົາບໍ່ໄດ້ກ່າວໂດຍມີເຈດຕະນາທີ່ຈະປະຖິ້ມພວກເຈົ້າ; ຖ້າພວກເຈົ້າບໍ່ສາມາດປະຕິບັດຢ່າງດີໃນການສະແຫວງຫາຂອງພວກເຈົ້າ ແລະ ດ້ວຍເຫດນັ້ນ ພວກເຈົ້າກໍໄດ້ພິສູດວ່າຕົນເອງປົວບໍ່ໄດ້, ພວກເຈົ້າຈະບໍ່ເປັນພຽງເຄື່ອງມືຮັບໃຊ້ ແລະ ຄົນຂັດຂວາງເທົ່ານັ້ນບໍ? ເຮົາເຄີຍເວົ້າວ່າສະຕິປັນຍາຂອງເຮົາແມ່ນຖືກນໍາໃຊ້ໂດຍອີງຕາມກົນອຸບາຍຂອງຊາຕານ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ນັ້ນບໍ່ແມ່ນຄວາມຈິງທີ່ຢູ່ເບື້ອງຫຼັງສິ່ງທີ່ເຮົາກຳລັງເວົ້າ ແລະ ເຮັດໃນຕອນນີ້ບໍ? ຖ້າເຈົ້າບໍ່ສາມາດກ້າວຜ່ານໄປໄດ້, ຖ້າເຈົ້າບໍ່ຖືກເຮັດໃຫ້ສົມບູນ ແຕ່ກົງກັນຂ້າມຖືກລົງໂທດ, ເຈົ້າຈະບໍ່ກາຍເປັນຄົນຂັດຂວາງບໍ? ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ, ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ; ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ. ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ, ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ. ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ, ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ ແລະ ຍິ່ງໄປກວ່ານັ້ນ ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ. ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ. ໃນຖານະຂອງຄົນທີ່ບໍ່ມີຊີວິດ, ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ, ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ໃນການເປັນຄົນຮັບໃຊ້ທີ່ດີ, ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ? ພາລະກິດແຫ່ງການເອົາຊະນະມີປະໂຫຍດຫຍັງສຳລັບຄົນທີ່ມີຄ່າໜ້ອຍກວ່າໜຶ່ງເພັນນີ, ເປັນຄົນທີ່ບໍ່ມີຊີວິດ? ເມື່ອເວລານັ້ນມາເຖິງ, ມື້ຂອງພວກເຈົ້າຈະຍິ່ງຮ້າຍແຮງຫຼາຍກວ່າມື້ຂອງໂນອາ ແລະ ໂຊໂດມ! ແລ້ວຄຳອະທິຖານຂອງເຈົ້າຈະບໍ່ມີປະໂຫຍດຫຍັງກັບເຈົ້າ. ເຈົ້າຈະສາມາດກັບຄືນມາ ແລະ ເລີ່ມກັບໃຈໃໝ່ໄດ້ແນວໃດ ເມື່ອພາລະກິດແຫ່ງຄວາມລອດພົ້ນໄດ້ສິ້ນສຸດລົງແລ້ວ? ຫຼັງຈາກທີ່ພາລະກິດທັງໝົດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ມັນກໍຈະບໍ່ມີອີກຕໍ່ໄປ; ສິ່ງທີ່ຈະມີຢູ່ກໍຄືການເລີ່ມຕົ້ນຂອງພາລະກິດແຫ່ງການລົງໂທດຄົນທີ່ຊົ່ວຮ້າຍ. ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ. ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ? ເຮົາກຳລັງສະກົດສິ່ງນີ້ອອກໃຫ້ເຈົ້າເຫັນໃນປັດຈຸບັນ. ຖ້າເຈົ້າເລືອກທີ່ຈະບໍ່ຟັງ, ແລ້ວເມື່ອໄພພິບັດເກີດຂຶ້ນກັບເຈົ້າໃນເວລາຕໍ່ມາ, ມັນຈະບໍ່ຊ້າເກີນໄປບໍ ຖ້າເຈົ້າພຽງແຕ່ເລີ່ມຮູ້ສຶກເສຍໃຈ ແລະ ເລີ່ມເຊື່ອໃນຕອນນັ້ນ? ເຮົາກຳລັງໃຫ້ໂອກາດເຈົ້າກັບໃຈໃນມື້ນີ້, ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະເຮັດແບບນັ້ນ. ເຈົ້າຕ້ອງການລໍຖ້າອີກດົນປານໃດ? ຈົນເຖິງມື້ແຫ່ງການຂ້ຽນຕີບໍ? ໃນປັດຈຸບັນ ເຮົາບໍ່ຈື່ການຝ່າຝືນໃນອະດີດຂອງເຈົ້າ; ເຮົາໃຫ້ອະໄພເຈົ້າຄັ້ງແລ້ວຄັ້ງເລົ່າ, ພະຍາຍາມບໍ່ເບິ່ງດ້ານລົບຂອງເຈົ້າ ແຕ່ເບິ່ງພຽງດ້ານບວກຂອງເຈົ້າ, ເພາະວ່າ ພຣະທຳ ແລະ ພາລະກິດທັງໝົດຂອງເຮົາທີ່ຢູ່ໃນປັດຈຸບັນແມ່ນຕັ້ງໃຈຊ່ວຍໃຫ້ເຈົ້າລອດພົ້ນ ແລະ ເຮົາບໍ່ໄດ້ມີເຈດຕະນາທີ່ບໍ່ດີຕໍ່ເຈົ້າ. ແຕ່ເຈົ້າກໍປະຕິເສດທີ່ຈະເຂົ້າສູ່; ເຈົ້າບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ຊົ່ວ ແລະ ບໍ່ຮູ້ຈັກເຫັນຄຸນຄ່າຄວາມເມດຕາ. ຄົນປະເພດດັ່ງກ່າວບໍ່ແມ່ນພຽງແຕ່ລໍຖ້າການມາເຖິງຂອງການລົງໂທດ ແລະ ຜົນກຳສະໜອງອັນຊອບທຳບໍ?

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 199)

ເມື່ອໂມເຊຕີກ້ອນຫິນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວີດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄືງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍຍ້ອນຄວາມເຊື່ອຂອງພວກເຂົາ ແລະ ມັນກໍບໍ່ແມ່ນພອນຢູ່ສະເໝີໄປ. ພວກເຂົາອາດບໍ່ໄດ້ຮັບຄວາມສຸກ ແລະ ຄວາມປິຕິຍິນດີແບບດຽວກັນກັບທີ່ເດວິດຮູ້ສຶກ ຫຼື ມີນໍ້າທີ່ປະທານໂດຍພຣະເຢໂຮວາດັ່ງທີ່ໂມເຊມີ. ຕົວຢ່າງເຊັ່ນ ໂຢບໄດ້ຮັບພອນຈາກພຣະເຢໂຮວາຍ້ອນຄວາມເຊື່ອຂອງເພິ່ນ, ແຕ່ເພິ່ນກໍຍັງທົນທຸກກັບໄພພິບັດເຊັ່ນກັນ. ບໍ່ວ່າເຈົ້າຈະຖືກອວຍພອນ ຫຼື ທົນທຸກກັບໄພພິບັດ, ທັງສອງແມ່ນເຫດການແຫ່ງພອນ. ຫາກປາສະຈາກຄວາມເຊື່ອ, ເຈົ້າຈະບໍ່ສາມາດຮັບເອົາພາລະກິດແຫ່ງການເອົາຊະນະນີ້ໄດ້, ແຮງໄກທີ່ຈະໄດ້ເຫັນເຖິງການກະທຳຂອງພຣະເຢໂຮວາທີ່ສະແດງອອກຕໍ່ໜ້າຂອງເຈົ້າໃນປັດຈຸບັນ. ເຈົ້າຈະບໍ່ສາມາດເຫັນໄດ້, ແຮງໄກທີ່ເຈົ້າຈະສາມາດຮັບເອົາ. ພິໄພບັດເຫຼົ່ານີ້, ໄພໃຫຍ່ຫຼວງເຫຼົ່ານີ້ ແລະ ການພິພາກສາທັງໝົດ, ຖ້າພວກມັນບໍ່ໄດ້ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດເຫັນການກະທຳຂອງພຣະເຢໂຮວາໃນປັດຈຸບັນບໍ? ໃນປັດຈຸບັນ, ມັນແມ່ນຄວາມເຊື່ອທີ່ເຮັດໃຫ້ເຈົ້າຖືກເອົາຊະນະ ແລະ ມັນຄືການຖືກເອົາຊະນະທີ່ເຮັດໃຫ້ເຈົ້າເຊື່ອໃນການກະທຳທຸກຢ່າງຂອງພຣະເຢໂຮວາ. ຍ້ອນຄວາມເຊື່ອເທົ່ານັ້ນ ເຈົ້າຈຶ່ງໄດ້ຮັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວ. ຜ່ານການຂ້ຽນຕີ ແລະ ການພິພາກສານີ້, ເຈົ້າຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາແບບທີ່ເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້, ຄວາມເຊື່ອຂອງເຈົ້າກໍຈະສູນເປົ່າ, ເພາະເຈົ້າຈະບໍ່ຮູ້ຈັກພຣະເຈົ້າ; ບໍ່ວ່າເຈົ້າຈະເຊື່ອໃນພຣະອົງຫຼາຍສໍ່າໃດກໍຕາມ, ຄວາມເຊື່ອຂອງເຈົ້າຈະຍັງເປັນພຽງການສະແດງອອກທີ່ວ່າງເປົ່າເຊິ່ງບໍ່ໄດ້ມີພື້ນຖານໃນຄວາມເປັນຈິງ. ພຽງແຕ່ຫຼັງຈາກທີ່ເຈົ້າໄດ້ຮັບພາລະກິດແຫ່ງການເອົາຊະນະນີ້, ພາລະກິດທີ່ເຮັດໃຫ້ເຈົ້າເຊື່ອຟັງຢ່າງສົມບູນ, ຄວາມເຊື່ອຂອງເຈົ້າຈຶ່ງຈະກາຍເປັນຈິງ ແລະ ເພິ່ງພາໄດ້ ແລະ ຫົວໃຈຂອງເຈົ້າກໍຈະຫັນໄປຫາພຣະເຈົ້າ. ເຖິງແມ່ນເຈົ້າທົນທຸກກັບການພິພາກສາ ແລະ ການສາບແຊ່ງຢ່າງຫຼວງຫຼາຍຍ້ອນຄຳວ່າ “ຄວາມເຊື່ອ”, ເຖິງຢ່າງນັ້ນກໍຕາມ ເຈົ້າກໍມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າໄດ້ຮັບເອົາສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ລໍ້າຄ່າທີ່ສຸດ. ນີ້ແມ່ນຍ້ອນລະຫວ່າງການພິພາກສາເທົ່ານັ້ນທີ່ເຈົ້າເຫັນເຖິງຈຸດໝາຍປາຍທາງສຸດທ້າຍຂອງການເນລະມິດສ້າງຂອງພຣະເຈົ້າ; ຢູ່ໃນການພິພາກສານີ້, ເຈົ້າຈຶ່ງໄດ້ເຫັນວ່າ ພຣະຜູ້ສ້າງແມ່ນເປັນທີ່ຮັກ; ຢູ່ໃນພາລະກິດແຫ່ງການເອົາຊະນະດັ່ງກ່າວ ເຈົ້າຈຶ່ງໄດ້ເຫັນເຖິງແຂນຂອງພຣະເຈົ້າ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈຢ່າງສົມບູນເຖິງຊີວິດຂອງມະນຸດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງຮັບເອົາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ເລີ່ມເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງ “ມະນຸດ”; ຢູ່ໃນການເອົາຊະນະນີ້ເທົ່ານັ້ນ ເຈົ້າຈຶ່ງເຫັນເຖິງອຸປະນິໄສອັນຊອບທຳຂອງຜູ້ຊົງລິດທານຸພາບສູງສຸດ ແລະ ໃບໜ້າທີ່ສວຍງາມ ແລະ ສະຫງ່າງາມຂອງພຣະອົງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງຮຽນຮູ້ເຖິງຈຸດກຳເນີດຂອງມະນຸດ ແລະ ເຂົ້າໃຈເຖິງ “ປະຫວັດສາດທີ່ອຳມະຕະ” ຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈເຖິງບັນພະບຸລຸດຂອງມະນຸດຊາດ ແລະ ຈຸດກຳເນີດຂອງຄວາມເສື່ອມຊາມຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບເອົາຄວາມປິຕິຍິນດີ ແລະ ຄວາມສຸກສະບາຍ ພ້ອມກັບການຕີສອນທີ່ບໍ່ສິ້ນສຸດ, ການລົງວິໄນ ແລະ ພຣະທຳແຫ່ງການຕໍານິຕິເຕືອນຈາກພຣະຜູ້ສ້າງຕໍ່ມະນຸດຊາດທີ່ພຣະອົງສ້າງຂຶ້ງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບພອນ ພ້ອມກັບໄພພິບັດທີ່ມະນຸດຄວນຈະໄດ້ຮັບ... ນີ້ບໍ່ແມ່ນຍ້ອນຄວາມເຊື່ອທີ່ເລັກນ້ອຍຂອງເຈົ້າບໍ? ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ໄດ້ເຕີບໃຫຍ່ຫຼັງຈາກທີ່ເຈົ້າໄດ້ຮັບເອົາສິ່ງເຫຼົ່ານີ້ບໍ? ເຈົ້າບໍ່ໄດ້ຮັບເອົາຢ່າງຫຼວງຫຼາຍບໍ? ບໍ່ແມ່ນແຕ່ເຈົ້າໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ໄດ້ເຫັນເຖິງສະຕິປັນຍາຂອງພຣະເຈົ້າ, ແຕ່ເຈົ້າຍັງຜະເຊີນກັບແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງເປັນການສ່ວນຕົວ. ບາງເທື່ອເຈົ້າຈະເວົ້າວ່າ ຖ້າເຈົ້າບໍ່ມີຄວາມເຊື່ອ, ແລ້ວເຈົ້າກໍຈະບໍ່ທົນທຸກກັບການຂ້ຽນຕີແບບນີ້ ຫຼື ກັບການພິພາກສາແບບນີ້. ແຕ່ເຈົ້າຄວນຮູ້ວ່າ ຫາກປາສະຈາກຄວາມເຊື່ອ, ບໍ່ແມ່ນພຽງເຈົ້າຈະບໍ່ສາມາດຮັບເອົາການຂ້ຽນຕີແບບນີ້ ຫຼື ການດູແລແບບນີ້ຈາກຜູ້ຊົງລິດທານຸພາບສູງສຸດ, ແຕ່ເຈົ້າຍັງຈະສູນເສຍໂອກາດທີ່ຈະພົບກັບພຣະຜູ້ສ້າງຕະຫຼອດໄປ. ເຈົ້າຈະບໍ່ຮູ້ຈັກຕົ້ນກຳເນີດຂອງມະນຸດຊາດຈັກເທື່ອ ແລະ ບໍ່ເຂົ້າໃຈເຖິງຄວາມໝາຍຂອງຊີວິດມະນຸດຈັກເທື່ອ. ເຖິງແມ່ນຮ່າງກາຍຂອງເຈົ້າຕາຍໄປ ແລະ ວິນຍານຂອງເຈົ້າຈາກໄປ, ເຈົ້າກໍຍັງຈະບໍ່ເຂົ້າໃຈການກະທຳທັງໝົດຂອງພຣະຜູ້ສ້າງ, ແຮງໄກທີ່ເຈົ້າຈະຮູ້ຈັກວ່າພຣະຜູ້ສ້າງປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວເທິງແຜ່ນດິນໂລກ ຫຼັງຈາກທີ່ພຣະອົງສ້າງມະນຸດຊາດ. ໃນຖານະສະມາຊິກຂອງມະນຸດຊາດທີ່ພຣະອົງສ້າງຂຶ້ນມາ, ເຈົ້າເຕັມໃຈທີ່ຈະຕົກລົງສູ່ຄວາມມືດມິດໂດຍບໍ່ຮູ້ຈັກຫຍັງແບບນີ້ ແລະ ທົນທຸກກັບການລົງໂທດຊົ່ວນິດນິລັນບໍ? ຖ້າເຈົ້າແຍກຕົນເອງອອກຈາກການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນ, ແມ່ນຫຍັງຄືສິ່ງທີ່ເຈົ້າຈະໄດ້ພົບ? ເຈົ້າຄິດວ່າຫຼັງຈາກທີ່ອອກຈາກການພິພາກສາໃນປັດຈຸບັນ, ເຈົ້າຈະສາມາດຫຼົບໜີຈາກຊີວິດທີ່ຫຍຸ້ງຍາກນີ້ໄດ້ບໍ? ມັນບໍ່ແມ່ນຄວາມຈິງບໍວ່າ ຖ້າເຈົ້າອອກຈາກ “ບ່ອນນີ້” ໄປ, ສິ່ງທີ່ເຈົ້າຈະຜະເຊີນຄືຄວາມທໍລະມານຢ່າງເຈັບປວດ ຫຼື ການຂົ່ມເຫັງຢ່າງໂຫດຮ້າຍທີ່ເກີດຈາກຜີຮ້າຍ? ເຈົ້າອາດຜະເຊີນກັບກາງເວັນ ແລະ ກາງຄືນທີ່ບໍ່ສາມາດທົນໄດ້? ເຈົ້າຄິດວ່າ ພຽງແຕ່ຍ້ອນເຈົ້າຫຼົບໜີການພິພາກສານີ້ໃນມື້ນີ້, ເຈົ້າກໍສາມາດຫຼົບຫຼີກການທໍລະມານໃນອະນາຄົດໄດ້ບໍ? ແມ່ນຫຍັງຈະເກີດຂຶ້ນກັບເຈົ້າ? ມັນສາມາດເປັນ ແຊງກຣີລາ ແທ້ໆບໍທີ່ເຈົ້າຫວັງວ່າຈະໄດ້ຮັບ? ເຈົ້າຄິດວ່າເຈົ້າສາມາດຫຼົບໜີການຂ້ຽນຕີຊົ່ວນິດນິລັນໃນອະນາຄົດໂດຍພຽງແຕ່ແລ່ນໜີຈາກຄວາມເປັນຈິງແບບທີ່ເຈົ້າເຮັດໃນຕອນນີ້ບໍ? ຫຼັງຈາກມື້ນີ້, ເຈົ້າຈະສາມາດຄົ້ນພົບໂອກາດແບບນີ້ ແລະ ພອນແບບນີ້ອີກບໍ? ເຈົ້າຈະສາມາດຄົ້ນພົບສິ່ງເຫຼົ່ານັ້ນ ເມື່ອໄພພິບັດເກີດຂຶ້ນກັບເຈົ້າບໍ? ເຈົ້າຈະສາມາດຊອກຫາສິ່ງເຫຼົ່ານັ້ນ ເມື່ອມະນຸດຊາດທັງປວງເຂົ້າສູ່ຄວາມສະຫງົບບໍ? ຊີວິດທີ່ມີຄວາມສຸກຂອງເຈົ້າໃນປັດຈຸບັນ ແລະ ຄອບຄົວນ້ອຍໆທີ່ປອງດອງກັນຂອງເຈົ້າ, ພວກເຂົາສາມາດແທນຈຸດໝາຍປາຍທາງຊົ່ວນິດນິລັນໃນອະນາຄົດຂອງເຈົ້າບໍ? ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ຖ້າເຈົ້າໄດ້ຮັບຢ່າງຫຼວງຫຼາຍ ຍ້ອນຄວາມເຊື່ອຂອງເຈົ້າ, ແລ້ວທຸກສິ່ງນັ້ນກໍເປັນສິ່ງທີ່ເຈົ້າ ເຊິ່ງເປັນສິ່ງຖືກສ້າງ ຄວນຈະໄດ້ຮັບ ແລະ ຍັງເປັນສິ່ງທີ່ເຈົ້າຄວນມີຕັ້ງແຕ່ຕອນທຳອິດແລ້ວ. ບໍ່ມີຫຍັງທີ່ເປັນປະໂຫຍດຕໍ່ຄວາມເຊື່ອ ແລະ ຊີວິດຂອງເຈົ້າໄດ້ຫຼາຍກວ່າການເອົາຊະນະດັ່ງກ່າວ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 200)

ໃນປັດຈຸບັນ, ເຈົ້າຄວນຮັບຮູ້ເຖິງວິທີທີ່ຈະຖືກເອົາຊະນະ ແລະ ວິທີທີ່ຜູ້ຄົນປະພຶດຕົນຫຼັງຈາກທີ່ພວກເຂົາຖືກເອົາຊະນະ. ເຈົ້າອາດເວົ້າວ່າ ເຈົ້າຖືກເອົາຊະນະ, ແຕ່ເຈົ້າສາມາດເຊື່ອຟັງຈົນຕາຍໄດ້ບໍ? ເຈົ້າຕ້ອງສາມາດຕິດຕາມຈົນເຖິງທີ່ສຸດ ບໍ່ວ່າຈະມີຄວາມຄາດຫວັງ ຫຼື ບໍ່ກໍຕາມ ແລະ ເຈົ້າຕ້ອງບໍ່ສູນເສຍຄວາມເຊື່ອທີ່ມີໃນພຣະເຈົ້າ ບໍ່ວ່າຈະມີສະພາບແວດລ້ອມແບບໃດກໍຕາມ. ໃນທີ່ສຸດ, ເຈົ້າຕ້ອງບັນລຸສອງດ້ານຂອງຄຳພະຍານ: ຄຳພະຍານຂອງໂຢບ ນັ້ນກໍຄືຄວາມເຊື່ອຟັງຈົນຕາຍ; ແລະ ຄຳພະຍານຂອງເປໂຕ ນັ້ນກໍຄືຄວາມຮັກອັນຍິ່ງໃຫຍ່ຕໍ່ພຣະເຈົ້າ. ໃນແງ່ໜຶ່ງ, ເຈົ້າຕ້ອງເປັນຄືໂຢບ: ລາວສູນເສຍຊັບສົມບັດທາງວັດຖຸທັງໝົດ ແລະ ອ້ອມລ້ອມໄປດ້ວຍຄວາມເຈັບປວດຂອງເນື້ອໜັງ ແຕ່ລາວບໍ່ເຄີຍປະຖິ້ມຊື່ຂອງພຣະເຢໂຮວາ. ນີ້ແມ່ນຄຳພະຍານຂອງໂຢບ. ເປໂຕສາມາດຮັກພຣະເຈົ້າຈົນຕາຍ. ເມື່ອລາວຖືກຄຶງໃສ່ໄມ້ກາງແຂນ ແລະ ພົບກັບຄວາມຕາຍ, ລາວກໍຍັງຮັກພຣະເຈົ້າ; ລາວບໍ່ໄດ້ຄິດເຖິງຄວາມຄາດຫວັງຂອງລາວເອງ ຫຼື ສະແຫວງຫາຄວາມຫວັງອັນສວຍງາມ ຫຼື ຄວາມຄິດທີ່ຫຼາຍເກີນຄວນ ແລະ ລາວສະແຫວງຫາພຽງແຕ່ເພື່ອຮັກພຣະເຈົາ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າເທົ່ານັ້ນ. ສິ່ງດັ່ງກ່າວແມ່ນມາດຕະຖານທີ່ເຈົ້າຕ້ອງບັນລຸກ່ອນເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນພະຍານ, ກ່ອນເຈົ້າຈະກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນພາຍຫຼັງທີ່ຖືກເອົາຊະນະ. ໃນປັດຈຸບັນ ຖ້າຜູ້ຄົນຮູ້ຈັກທາດແທ້ ແລະ ສະຖານະຂອງພວກເຂົາເອງຢ່າງແທ້ຈິງ ພວກເຂົາຍັງຈະສະແຫວງຫາຄວາມຄາດຫວັງ ແລະ ຄວາມຫວັງບໍ? ສິ່ງທີ່ເຈົ້າຄວນຮູ້ກໍຄືສິ່ງນີ້: ບໍ່ວ່າພຣະເຈົ້າຈະເຮັດໃຫ້ຂ້ານ້ອຍສົມບູນ ຫຼື ບໍ່ກໍຕາມ, ຂ້ານ້ອຍຕ້ອງຕິດຕາມພຣະເຈົ້າ; ທຸກສິ່ງທີ່ພຣະອົງປະຕິບັດໃນປັດຈຸບັນນີ້ແມ່ນສິ່ງທີ່ດີ ແລະ ກໍເພື່ອເຫັນແກ່ຂ້ານ້ອຍ ແລະ ເພື່ອວ່າ ອຸປະນິໄສຂອງພວກຂ້ານ້ອຍຈະສາມາດປ່ຽນແປງໄດ້ ແລະ ພວກຂ້ານ້ອຍຈະສາມາດກໍາຈັດອິດທິພົນຂອງຊາຕານໃນຕົວເຮົາ, ເຮັດໃຫ້ເຮົາກຳເນີດຢູ່ໃນດິນແດນແຫ່ງຄວາມສົກກະປົກ ແຕ່ກໍສາມາດກໍາຈັດຄວາມບໍ່ບໍລິສຸດອອກຈາກຕົວເຮົາໄດ້, ສັ່ນຄວາມສົກກະປົກ ແລະ ອິດທິພົນຂອງຊາຕານອອກ, ປະມັນໄວ້ເບື້ອງຫຼັງ. ແນ່ນອນຢູ່ແລ້ວວ່າ ນີ້ຄືສິ່ງທີ່ຮຽກຮ້ອງຈາກເຈົ້າ, ແຕ່ສໍາລັບພຣະເຈົ້າແລ້ວ ມັນແມ່ນເປັນພຽງການເອົາຊະນະ, ຖືກດຳເນີນເພື່ອວ່າຜູ້ຄົນຈະເດັດດ່ຽວເຊື່ອຟັງ ແລະ ສາມາດຍອມປະຕິບັດຕາມການປັ້ນແຕ່ງທັງໝົດຂອງພຣະເຈົ້າ. ດ້ວຍວິທີນີ້ ສິ່ງຕ່າງໆຈຶ່ງຈະຖືກເຮັດໃຫ້ສໍາເລັດ. ໃນປັດຈຸບັນ ຄົນສ່ວນໃຫຍ່ແມ່ນໄດ້ຖືກເອົາຊະນະຮຽບຮ້ອຍແລ້ວ ແຕ່ພາຍໃນພວກເຂົາຍັງມີຫຼາຍຢ່າງທີ່ກະບົດ ແລະ ບໍ່ເຊື່ອຟັງ. ວຸດທິພາວະທີ່ແທ້ຈິງຂອງຜູ້ຄົນກໍຍັງຕໍ່າເກີນໄປ ແລະ ພວກເຂົາຈະສາມາດເຕັມໄປດ້ວຍຄວາມຫ້າວຫັນ ຖ້າມີຄວາມຫວັງ ແລະ ຄວາມຄາດຫວັງເທົ່ານັ້ນ; ຫາກປາສະຈາກຄວາມຫວັງ ແລະ ຄວາມຄາດຫວັງ, ພວກເຂົາກໍຈະຄິດລົບ ແລະ ເຖິງກັບຄິດທີ່ຈະຈາກພຣະເຈົ້າໄປ. ຍິ່ງໄປກວ່ານັ້ນ ຜູ້ຄົນບໍ່ມີຄວາມປາດຖະໜາທີ່ຍິ່ງໃຫຍ່ເພື່ອສະແຫວງຫາການດໍາລົງຢູ່ຕາມຄວາມເປັນມະນຸດແບບປົກກະຕິ. ນີ້ແມ່ນຍອມຮັບບໍ່ໄດ້. ດ້ວຍເຫດນັ້ນ, ເຮົາຕ້ອງຍັງເວົ້າກ່ຽວກັບການເອົາຊະນະ. ທີ່ຈິງແລ້ວ ການເຮັດໃຫ້ສົມບູນແມ່ນເກີດຂຶ້ນໃນເວລາດຽວກັນກັບການເອົາຊະນະ: ໃນຂະນະທີ່ເຈົ້າຖືກເອົາຊະນະ, ຜົນໄດ້ຮັບທໍາອິດຂອງການຖືກເຮັດໃຫ້ສົມບູນກໍຖືກບັນລຸອີກດ້ວຍ. ຖ້າວ່າມີຄວາມແຕກຕ່າງລະຫວ່າງ ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນ, ນັ້ນແມ່ນອີງຕາມຕາມລະດັບຂອງການປ່ຽນແປງໃນຜູ້ຄົນ. ການຖືກເອົາຊະນະແມ່ນບາດກ້າວທໍາອິດຂອງການຖືກເຮັດໃຫ້ສົມບູນ ແລະ ບໍ່ໄດ້ໝາຍຄວາມວ່າ ພວກເຂົາຖືກເຮັດໃຫ້ສົມບູນຈົນໝົດ ຫຼື ບໍ່ໄດ້ພິສູດວ່າ ພວກເຂົາຖືກຮັບເອົາຢ່າງສົມບູນໂດຍພຣະເຈົ້າ. ພາຍຫຼັງທີ່ຜູ້ຄົນຖືກເອົາຊະນະ, ກໍມີການປ່ຽນແປງບາງຢ່າງໃນອຸປະນິໄສຂອງພວກເຂົາ ແຕ່ການປ່ຽນແປງດັ່ງກ່າວແມ່ນບໍ່ພຽງພໍຫຼາຍຖ້າທຽບໃສ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ໃນປັດຈຸບັນ ສິ່ງທີ່ຖືກປະຕິບັດແມ່ນພາລະກິດເບື້ອງຕົ້ນຂອງການເຮັດໃຫ້ຜູ້ຄົນສົມບູນ ນັ້ນກໍຄືການເອົາຊະນະພວກເຂົາ ແລະ ຖ້າເຈົ້າບໍ່ສາມາດຖືກເອົາຊະນະໄດ້, ແລ້ວເຈົ້າກໍຈະບໍ່ມີວິທີທາງໃນການເຮັດໃຫ້ສົມບູນ ແລະ ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ເຈົ້າພຽງຈະໄດ້ຮັບພຣະທໍາບາງຂໍ້ກ່ຽວກັບການຂ້ຽນຕີ ແລະ ການພິພາກສາ ແຕ່ສິ່ງເຫຼົ່ານັ້ນຈະບໍ່ສາມາດປ່ຽນແປງຫົວໃຈຂອງເຈົ້າໄດ້ຢ່າງສົມບູນ. ສະນັ້ນ ເຈົ້າຈະເປັນໜຶ່ງໃນຄົນເຫຼົ່ານັ້ນທີ່ຖືກກໍາຈັດ; ມັນຈະບໍ່ແຕກຕ່າງຈາກການແນມເບິ່ງພາເຂົ້າທີ່ເຕັມໄປດ້ວຍອາຫານຫຼູຫຼາຢູ່ເທິງໂຕະ ແຕ່ບໍ່ໄດ້ກິນມັນ. ນັ້ນບໍ່ແມ່ນສາກທີ່ເປັນຕາເສົ້າໃຈສຳລັບເຈົ້າບໍ? ແລ້ວສະນັ້ນ ເຈົ້າຕ້ອງສະແຫວງຫາການປ່ຽນແປງ: ບໍ່ວ່າມັນຈະເປັນການຖືກເອົາຊະນະ ຫຼື ການຖືກເຮັດໃຫ້ສົມບູນກໍຕາມ, ທັງສອງຢ່າງແມ່ນກ່ຽວພັນຢູ່ບ່ອນວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າເຊື່ອຟັງ ຫຼື ບໍ່ ແລະ ສິ່ງນີ້ຈະກໍານົດວ່າ ເຈົ້າສາມາດຖືກຮັບເອົາໂດຍພຣະເຈົ້າ ຫຼື ບໍ່. ຈົ່ງຮູ້ໄວ້ວ່າ “ການຖືກເອົາຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນພຽງອີງຕາມຂອບເຂດຂອງການປ່ຽນແປງ ແລະ ການເຊື່ອຟັງ ພ້ອມທັງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້ານັ້ນແມ່ນບໍລິສຸດສໍ່າໃດ. ສິ່ງທີ່ຈໍາເປັນໃນປັດຈຸບັນກໍຄື ການທີ່ເຈົ້າສາມາດຖືກເຮັດໃຫ້ສູມບູນຢ່າງແທ້ຈິງ ແຕ່ໃນເບື້ອງຕົ້ນ ເຈົ້າຕ້ອງຖືກເອົາຊະນະກ່ອນ, ເຈົ້າຕ້ອງມີຄວາມຮູ້ທີ່ພຽງພໍກ່ຽວກັບການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ຕ້ອງມີຄວາມເຊື່ອໃນການຕິດຕາມ ແລະ ເປັນຄົນໜຶ່ງທີ່ສະແຫວງຫາການປ່ຽນແປງ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ພວກເຈົ້າຄວນເຂົ້າໃຈວ່າ ໃນໄລຍະຂອງການຖືກເຮັດໃຫ້ສົມບູນ ພວກເຈົ້າຈະຖືກເອົາຊະນະ ແລະ ໃນໄລຍະຂອງການຖືກເອົາຊະນະ ພວກເຈົ້າຈະຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ເຈົ້າສາມາດສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ ຫຼື ສະແຫວງຫາການປ່ຽນແປງໃນຄວາມເປັນມະນຸດທາງພາຍນອກຂອງເຈົ້າ ແລະ ການປັບປຸງຄວາມສາມາດຂອງເຈົ້າ ແຕ່ຕາມຫຼັກການທີ່ສໍາຄັນກໍຄື ເຈົ້າຈະສາມາດເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແມ່ນມີຄວາມໝາຍ ແລະ ມີຜົນປະໂຫຍດ: ມັນເຮັດໃຫ້ເຈົ້າທີ່ເກີດໃນດິນແດນແຫ່ງສົກກະປົກສາມາດຫຼົບໜີຈາກຄວາມສົກກະປົກ ແລະ ສັ່ນຖິ້ມສິ່ງນັ້ນ, ມັນເຮັດໃຫ້ເຈົ້າສາມາດເອົາຊະນະອິດທິພົນຂອງຊາຕານ ແລະ ປະຖິ້ມອິດທິພົນມືດຂອງຊາຕານ. ໂດຍການເອົາໃຈໃສ່ກັບສິ່ງເຫຼົ່ານີ້ ເຈົ້າຈະຖືກປົກປ້ອງໃນດິນແດນແຫ່ງຄວາມສົກກະປົກນີ້. ໃນທີ່ສຸດ, ເຈົ້າຈະຖືກຂໍໃຫ້ເປັນພະຍານຫຍັງ? ເຈົ້າເກີດໃນດິນແດນແຫ່ງຄວາມສົກກະປົກ ແຕ່ກໍສາມາດ, ບໍ່ເຈືອປົນດ້ວຍຄວາມສົກກະປົກອີກຄັ້ງ, ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແຕ່ເອົາຕົວເອງອອກຈາກອິດທິພົນຂອງຊາຕານ ແລະ ບໍ່ຖືກຄອບງໍາ ຫຼື ຂົ່ມຂູ່ໂດຍຊາຕານ ແລະ ດໍາລົງຊີວິດໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ. ນີ້ແມ່ນການເປັນພະຍານ ແລະ ຫຼັກຖານຂອງໄຊຊະນະໃນການຕໍ່ສູ້ກັບຊາຕານ. ເຈົ້າສາມາດປະຖິ້ມຊາຕານ, ເຈົ້າບໍ່ເປີດເຜີຍອຸປະນິໄສແບບຊາຕານໃນສິ່ງທີ່ເຈົ້າດໍາລົງຢູ່ອີກຕໍ່ໄປ, ແຕ່ກົງກັນຂ້າມແມ່ນດຳລົງຊີວິດຕາມສິ່ງທີ່ພຣະເຈົາຕ້ອງການໃຫ້ມະນຸດບັນລຸເມື່ອພຣະອົງສ້າງມະນຸດຂຶ້ນມາ: ຄວາມເປັນມະນຸດປົກກະຕິ, ການຮູ້ສຶກທີ່ປົກກະຕິ, ການເຂົ້າໃຈທີ່ປົກກະຕິ, ການຕັ້ງໃຈແບບປົກກະຕິເພື່ອຮັກພຣະເຈົ້າ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ສິ່ງດັ່ງກ່າວແມ່ນຄຳພະຍານທີ່ເກີດຂຶ້ນໂດຍສິ່ງຖືກສ້າງຂອງພຣະເຈົ້າ. ເຈົ້າເວົ້າວ່າ “ພວກຂ້ານ້ອຍເກີດໃນດິນແດນແຫ່ງຄວາມສົກກະປົກ ແຕ່ຍ້ອນການປົກປ້ອງຂອງພຣະເຈົ້າ, ຍ້ອນການເປັນຜູ້ນໍາຂອງພຣະອົງ ແລະ ຍ້ອນພຣະອົງໄດ້ເອົາຊະນະພວກຂ້ານ້ອຍ, ພວກຂ້ານ້ອຍຈຶ່ງໄດ້ກໍາຈັດອິດທິພົນຂອງຊາຕານອອກຈາກຕົວເອງ. ການທີ່ພວກຂ້ານ້ອຍສາມາດເຊື່ອຟັງໃນປັດຈຸບັນແມ່ນເປັນຜົນມາຈາກການຖືກພຣະເຈົ້າເອົາຊະນະອີກດ້ວຍ ແລະ ມັນບໍ່ແມ່ນຍ້ອນວ່າ ພວກຂ້ານ້ອຍດີ ຫຼື ຍ້ອນວ່າ ພວກຂ້ານ້ອຍຮັກພຣະເຈົ້າໂດຍທໍາມະຊາດ. ມັນເປັນຍ້ອນວ່າ ພຣະເຈົ້າໄດ້ເລືອກພວກຂ້ານ້ອຍ ແລະ ກໍານົດພວກຂ້ານ້ອຍໄວ້ລ່ວງໜ້າ, ພວກຂ້ານ້ອຍຈຶ່ງຖືກເອົາຊະນະໃນປັດຈຸບັນ, ສາມາດເປັນພະຍານໃຫ້ແກ່ພຣະອົງ ແລະ ສາມາດຮັບໃຊ້ພຣະອົງ; ພ້ອມນີ້ ມັນເປັນຍ້ອນວ່າ ພຣະອົງໄດ້ເລືອກພວກຂ້ານ້ອຍ ແລະ ປົກປ້ອງພວກຂ້ານ້ອຍ, ພວກຂ້ານ້ອຍຈຶ່ງຖືກຊ່ວຍໃຫ້ລອດພົ້ນ ແລະ ລອດພົ້ນອອກຈາກອຳນາດຂອງຊາຕານ ແລະ ສາມາດປະຖິ້ມຄວາມສົກກະປົກ ແລະ ຖືກເຮັດໃຫ້ບໍລິສຸດໃນປະເທດແຫ່ງມັງກອນແດງທີ່ຍິ່ງໃຫຍ່”.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 201)

ພາລະກິດແຫ່ງຍຸກສຸດທ້າຍທໍາລາຍກົດລະບຽບທັງໝົດ ແລະ ບໍ່ວ່າເຈົ້າຈະຖືກສາບແຊ່ງ ຫຼື ລົງໂທດກໍຕາມ, ຕາບໃດທີ່ເຈົ້າຊ່ວຍພາລະກິດຂອງເຮົາ ແລະ ເປັນປະໂຫຍດໃຫ້ແກ່ພາລະກິດແຫ່ງການເອົາຊະນະໃນປັດຈຸບັນ ແລະ ບໍ່ວ່າເຈົ້າຈະແມ່ນເຊື້ອສາຍຂອງໂມອາບ ຫຼື ຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ກໍຕາມ, ຕາບໃດທີ່ເຈົ້າປະຕິບັດໜ້າທີ່ຂອງສິ່ງຖືກສ້າງຂອງພຣະເຈົ້າຕາມຂັ້ນຕອນນີ້ຂອງພາລະກິດ ແລະ ເຮັດໃຫ້ດີທີ່ສຸດເທົ່າທີ່ເຈົ້າຈະສາມາດເຮັດໄດ້, ແລ້ວຜົນທີ່ສົມຄວນໄດ້ຮັບກໍຈະຖືກບັນລຸ. ເຈົ້າແມ່ນຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເຈົ້າແມ່ນເຊື້ອສາຍຂອງໂມອາບ; ສະຫຼຸບກໍຄື ຜູ້ທີ່ມີເນື້ອໜັງ ແລະ ເລືອດແມ່ນສິ່ງຖືກສ້າງຂອງພຣະເຈົ້າ ແລະ ຖືກສ້າງໂດຍພຣະຜູ້ສ້າງ. ເຈົ້າແມ່ນສິ່ງຖືກສ້າງຂອງພຣະເຈົ້າ, ເຈົ້າບໍ່ຄວນມີທາງເລືອກໃດໆ ແລະ ນີ້ແມ່ນໜ້າທີ່ຂອງເຈົ້າ. ແນ່ນອນຢູ່ແລ້ວ ໃນປັດຈຸບັນ ພາລະກິດຂອງພຣະຜູ້ສ້າງແມ່ນແນໃສ່ຈັກກະວານທັງປວງ. ບໍ່ວ່າເຈົ້າຈະສືບເຊື້ອສາຍມາຈາກຜູ້ໃດກໍຕາມ, ນອກເໜືອທຸກສິ່ງ ເຈົ້າແມ່ນໜຶ່ງຂອງບັນດາສິ່ງຖືກສ້າງຂອງພຣະເຈົ້າ, ພວກເຈົ້າທີ່ເປັນເຊື້ອສາຍຂອງໂມອາບ ແມ່ນສ່ວນໜຶ່ງຂອງສິ່ງຖືກສ້າງຂອງພຣະເຈົ້າ, ໂດຍມີຄວາມແຕກຕ່າງພຽງ ພວກເຈົ້າມີຄຸນຄ່າທີ່ຕໍ່າກວ່າເທົ່ານັ້ນ. ໃນປັດຈຸບັນ ຍ້ອນພາລະກິດຂອງພຣະເຈົ້າຖືກປະຕິບັດໃນທ່າມກາງສິ່ງຖືກສ້າງ ແລະ ແນໃສ່ຈັກກະວານທັງປວງ, ພຣະຜູ້ສ້າງແມ່ນມີອິດສະຫຼະໃນການເລືອກຜູ້ຄົນ, ເລື່ອງ ຫຼື ສິ່ງຕ່າງໆເພື່ອປະຕິບັດພາລະກິດຂອງພຣະອົງ. ພຣະອົງບໍ່ສົນໃຈວ່າ ເຈົ້າເຄີຍສືບເຊື້ອສາຍມາຈາກຜູ້ໃດ; ຕາບໃດທີ່ເຈົ້າແມ່ນໜຶ່ງໃນສິ່ງຖືກສ້າງຂອງພຣະອົງ ແລະ ຕາບໃດທີ່ເຈົ້າເປັນປະໂຫຍດແກ່ພາລະກິດຂອງພຣະອົງ ນັ້ນກໍຄືພາລະກິດແຫ່ງການເອົາຊະນະ ແລະ ການເປັນພະຍານ ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງໃນຕົວເຈົ້າ ໂດຍບໍ່ມີການລັງເລໃຈໃດໆ. ສິ່ງນີ້ໄດ້ທໍາລາຍແນວຄວາມຄິດດັ່ງເດີມຂອງຜູ້ຄົນ ເຊິ່ງນັ້ນກໍຄື ພຣະເຈົ້າຈະບໍ່ປະຕິບັດພາລະກິດໃນທ່າມກາງຊົນຕ່າງຊາດຈັກເທື່ອ, ໂດຍສະເພາະແມ່ນຜູ້ທີ່ຖືກສາບແຊ່ງ ແລະ ຕໍ່າຕ້ອຍ; ສໍາລັບຜູ້ທີ່ຖືກສາບແຊ່ງ, ຄົນຮຸ່ນໃນອະນາຄົດທັງໝົດທີ່ມາຈາກພວກເຂົາກໍຍັງຈະຖືກສາບແຊ່ງຕະຫຼອດການ ໂດຍບໍ່ໄດ້ຮັບໂອກາດແຫ່ງຄວາມລອດພົ້ນໃດໆເລີຍ; ພຣະເຈົ້າຈະບໍ່ລົງມາ ແລະ ປະຕິບັດພາລະກິດໃນດິນແດນຕ່າງຊາດຈັກເທື່ອ ແລະ ຈະບໍ່ຢຽບໃນດິນແດນແຫ່ງຄວາມສົກກະປົກ ຍ້ອນພຣະອົງບໍລິສຸດ. ແນວຄິດເຫຼົ່ານີ້ທັງໝົດແມ່ນຖືກທໍາລາຍລົງໂດຍພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ຈົ່ງຮູ້ໄວ້ວ່າ ພຣະເຈົ້າແມ່ນພຣະເຈົ້າຂອງສິ່ງຖືກສ້າງທັງປວງ, ພຣະອົງມີອຳນາດເໜືອສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນພຣະເຈົ້າຂອງຊາວອິດສະຣາເອັນເທົ່ານັ້ນ. ດ້ວຍເຫດນັ້ນ, ພາລະກິດໃນປະເທດຈີນຈິ່ງມີຄວາມສໍາຄັນທີ່ສຸດ ແລະ ມັນຈະບໍ່ຖືກແຜ່ຂະຫຍາຍທ່າມກາງປະຊາຊາດທັງປວງບໍ? ຄຳພະຍານທີ່ຍິ່ງໃຫຍ່ຂອງອະນາຄົດຈະບໍ່ຖືກຈໍາກັດໃນປະເທດຈີນ; ຖ້າພຣະເຈົ້າມີແຕ່ເອົາຊະນະພວກເຈົ້າເທົ່ານັ້ນ, ພວກມານຮ້າຍຈະເຊື່ອຢູ່ບໍ? ພວກເຂົາບໍ່ເຂົ້າໃຈເຖິງການຖືກເອົາຊະນະ ຫຼື ລິດອໍານາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ມີແຕ່ເມື່ອຄົນທີ່ຖືກເລືອກຂອງພຣະເຈົ້າໃນທົ່ວຈັກກະວານທັງໝົດໄດ້ເຫັນຜົນສຸດທ້າຍຂອງພາລະກິດນີ້ເທົ່ານັ້ນ ສິ່ງຖືກສ້າງທັງປວງຈິ່ງຈະຖືກເອົາຊະນະ. ບໍ່ມີໃຜທີ່ຫຼ້າຫຼັງ ຫຼື ເສື່ອມຊາມຫຼາຍກວ່າເຊື້ອສາຍຂອງໂມອາບ. ມີແຕ່ຖ້າຜູ້ຄົນເຫຼົ່ານີ້ສາມາດຖືກເອົາຊະນະ ນັ້ນກໍຄື ພວກເຂົາຜູ້ທີ່ເສື່ອມຊາມທີ່ສຸດ, ຜູ້ທີ່ບໍ່ຮັບຮູ້ເຖິງພຣະເຈົ້າ ຫຼື ເຊື່ອວ່າມີພຣະເຈົ້າ ໄດ້ຖືກເອົາຊະນະ ແລະ ຮັບຮູ້ພຣະເຈົ້າດ້ວຍປາກຂອງພວກເຂົາ, ສັນລະເສີນພຣະອົງ ແລະ ສາມາດຮັກພຣະອົງ, ສິ່ງນີ້ຈິ່ງຈະເປັນຄໍາພະຍານແຫ່ງການເອົາຊະນະ. ເຖິງແມ່ນວ່າພວກເຈົ້າຈະບໍ່ແມ່ນເປໂຕ, ພວກເຈົ້າກໍດໍາລົງຊີວິດຕາມພາບລັກຂອງເປໂຕ, ພວກເຈົ້າສາມາດມີຄໍາພະຍານຂອງເປໂຕ ແລະ ຂອງໂຢບ ແລະ ນີ້ກໍເປັນຄຳພະຍານທີ່ຍິ່ງໃຫຍ່ທີ່ສຸດແລ້ວ. ໃນທີ່ສຸດ ເຈົ້າຈະເວົ້າວ່າ: “ພວກຂ້ານ້ອຍບໍ່ແມ່ນຊາວອິດສະຣາເອັນ, ແຕ່ແມ່ນເຊື້ອສາຍຂອງໂມອາບທີ່ຖືກປະຖິ້ມ, ພວກຂ້ານ້ອຍບໍ່ແມ່ນເປໂຕ ຜູ້ທີ່ມີຄວາມສາມາດທີ່ພວກຂ້ານ້ອຍບໍ່ສາມາດມີ ຫຼື ບໍ່ແມ່ນໂຢບ ແລະ ພວກຂ້ານ້ອຍບໍ່ສາມາດແມ່ນແຕ່ຈະໄປປຽບທຽບກັບຄວາມຕັ້ງໃຈຂອງໂປໂລໃນການທົນທຸກເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ແກ່ພຣະເຈົ້າ ແລະ ພວກຂ້ານ້ອຍກໍຫຼ້າຫຼັງຫຼາຍ ແລະ ດ້ວຍເຫດນັ້ນ ພວກຂ້ານ້ອຍຈຶ່ງບໍ່ມີຄຸນສົມບັດທີ່ຈະໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຍັງໄດ້ຍົກພວກຂ້ານ້ອຍຂຶ້ນໃນປັດຈຸບັນ; ສະນັ້ນ ພວກຂ້ານ້ອຍຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ພວກຂ້ານ້ອຍຈະມີຄວາມສາມາດ ຫຼື ຄຸນສົມບັດທີ່ບໍ່ພຽງພໍ, ພວກຂ້ານ້ອຍກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ພວກຂ້ານ້ອຍມີຄວາມຕັ້ງໃຈນີ້. ພວກຂ້ານ້ອຍແມ່ນເຊື້ອສາຍຂອງໂມອາບ ແລະ ພວກຂ້ານ້ອຍຖືກສາບແຊ່ງ. ນີ້ແມ່ນຄໍາບັນຊາຂອງພຣະເຈົ້າ ແລະ ພວກຂ້ານ້ອຍກໍບໍ່ສາມາດປ່ຽນແປງມັນໄດ້, ແຕ່ການດໍາລົງຊີວິດຂອງພວກຂ້ານ້ອຍ ແລະ ຄວາມຮູ້ຂອງພວກຂ້ານ້ອຍແມ່ນສາມາດປ່ຽນແປງໄດ້ ແລະ ພວກຂ້ານ້ອຍຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ”. ເມື່ອເຈົ້າມີຄວາມຕັ້ງໃຈນີ້, ມັນຈະພິສູດໃຫ້ເຫັນວ່າ ເຈົ້າໄດ້ເປັນພະຍານໃນການຖືກເອົາຊະນະແລ້ວ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 202)

ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະ ນອກເໜືອສິ່ງອື່ນໃດ ແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດເຊື່ອຟັງພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດປາຖະໜາທີ່ຈະເປັນເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະ ເມື່ອນິໄສ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງມະນຸດ, ສະຕິຂອງມະນຸດ ແລະ ຄວາມຮູ້ສຶກຂອງມະນຸດປ່ຽນແປງ, ເຊິ່ງເວົ້າໄດ້ວ່າ ເມື່ອທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນເວລາທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັ້ງໃຈທີ່ຈະເຊື່ອຟັງ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາໃດໆຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມທີ່ບໍ່ມີຕົວຕົນ, ເປັນພຣະເຈົ້າເລື່ອນລອຍ. ຄວາມເດັດດ່ຽວຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າແມ່ນມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ທຳມະຊາດດ້ານບວກຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງ. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງໃນການກະທໍາດ້ວຍສະຕິປັນຍາ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການບໍລິການຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະເດີມຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ເຊື່ອງຊ້ອນຢູ່ໃນເລື່ອງເລົ່າລື, ເປັນຜົນພະລິດຂອງຈິນຕະນາການຂອງພວກເຂົາເອງ ແລະ ເປັນ ພຣະເຈົ້າທີ່ພວກເຂົາໄດ້ຍິນ ຫຼື ຄົ້ນພົບໃນບົດຂຽນເທົ່ານັ້ນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຫຼືອມໃສໃນສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ຂອງພວກເຂົາແມ່ນບໍ່ແນ່ນອນຫຼາຍ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູກໍບໍ່ ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນເວລາທີ່ເພິ່ນເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຄົນທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການລິຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງເປັນພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ສາມາດຖືກເອົາຊະນະໄດ້. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກໜ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ພວກເຂົາໃຊ້ຊີວິດຂອງພວກເຂົາໃນການທົນທຸກ ແລະ ນັ່ງໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍແບກໄມ້ກາງແຂນ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງໜັກ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດແມ່ນບໍ່ໄດ້ຖືກຈັດການ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ເລັກໜ້ອຍໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນບໍ່ຈິງ ຫຼື ຖືກຕ້ອງແມ່ນແຕ່ໜ້ອຍດຽວ. ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນການຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນຍັງເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ໝາຍຄວາມວ່າ ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງເກີດຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ເຮົາເວົ້າພຣະທຳທັງໝົດເຫຼົ່ານີ້ຕໍ່ເຈົ້າໃນປັດຈຸບັນ ເພື່ອວ່າເຈົ້າອາດຈະຮູ້, ເພື່ອວ່າຄວາມຮູ້ນີ້ອາດນໍາພາເຈົ້າໄປສູ່ຄວາມຮູ້ໃໝ່ກວ່າ ແລະ ຖືກຕ້ອງ; ເຮົາຍັງເວົ້າພຣະທຳເຫຼົ່ານີ້ເພື່ອກຳຈັດແນວຄິດເດີມ ແລະ ວິທີການຮູ້ຈັກແບບເດີມໆໃນຕົວເຈົ້າ, ເພື່ອວ່າເຈົ້າອາດມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາຢ່າງແທ້ຈິງ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວທັດສະນະຂອງເຈົ້າກໍຈະກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຕະຫຼອດ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ຂອງເຈົ້າກ່ຽວກັບຊີວິດມະນຸດ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ປະມານສິ່ງນີ້ຄືຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ, ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າທຸກສິ່ງທີ່ເຈົ້າຮູ້ຄືການເອົາຊະນະຮ່າງກາຍຂອງເຈົ້າ ແລະ ການອົດກັ້ນ ແລະ ການທົນທຸກ ແລະ ເຈົ້າບໍ່ຮູ້ວ່ານັ້ນແມ່ນສິ່ງທີ່ຖືກຕ້ອງ ຫຼື ຜິດ, ຍິ່ງໄປກວ່ານັ້ນ ບໍ່ຮູ້ວ່າເຮັດເພື່ອຜູ້ໃດ, ແລ້ວການປະຕິບັດດັ່ງກ່າວຈະນໍາໄປສູ່ການປ່ຽນແປງໄດ້ແນວໃດ?

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 203)

ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ຜູ້ຄົນຖືກເອົາຊະນະ? ແລ້ວຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ພວກເຂົາຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການເຮັດໃຫ້ມະນຸດສົມບູນ ເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ລັກສະນະດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອິດທິພົນຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ; ແນ່ນອນ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ມັນຄືພາລະກິດສິ້ນສຸດ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ. ຖ້າບໍ່ສະນັ້ນ ພວກເຂົາຈະບໍ່ມີທາງຮູ້ຈັກພຣະເຈົ້າ ຫຼື ພວກເຂົາຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນໝາຍຄວາມວ່າ ມັນຈະເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະຮັບຮູ້ພຣະເຈົ້າ. ແລ້ວຖ້າບຸກຄົນໜຶ່ງບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ສຳລັບພວກເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ຍ້ອນພວກເຂົາບໍ່ບັນລຸບັນທັດຖານສໍາລັບການສຳເລັດນີ້. ຖ້າເຈົ້າເຖິງກັບບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ແຕ່ທັງການເອົາຊະນະ ແລະ ການເຮັດໃຫ້ສົມບູນແມ່ນເພື່ອປັ້ນຜູ້ຄົນ ແລະ ເພື່ອປ່ຽນແປງພວກເຂົາ ແລະ ແຕ່ລະຢ່າງແມ່ນສ່ວນຂອງພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງແມ່ນສິ່ງທີ່ຈໍາເປັນເພື່ອເຮັດໃຫ້ຜູ້ໃດຜູ້ໜຶ່ງສົບູນ ແລະ ບໍ່ສາມາດເບິ່ງຂ້າມໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ບໍ່ຟັງເບິ່ງຄືດີຫຼາຍ, ແຕ່ທີ່ຈິງແລ້ວ ຂະບວນການໃນການເອົາຊະນະຜູ້ໃດຜູ້ໜຶ່ງແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ. ຫຼັງຈາກທີ່ເຈົ້າຖືກເອົາຊະນະ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າອາດບໍ່ໄດ້ຫຼຸດພົ້ນຢ່າງສົມບູນ ແຕ່ເຈົ້າຈະຮູ້ຈັກກ່ຽວກັບມັນ. ຜ່ານພາລະກິດຂອງການເອົາຊະນະ ເຈົ້າຈະຮູ້ຈັກຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງເຈົ້າ ພ້ອມທັງຄວາມບໍ່ເຊື່ອຟັງຂອງເຈົ້າອີກດ້ວຍ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດປະຖິ້ມ ຫຼື ປ່ຽນແປງສິ່ງຕ່າງໆເຫຼົ່ານີ້ພາຍໃນໄລຍະເວລາສັ້ນໆຂອງພາລະກິດແຫ່ງການເອົາຊະນະ, ເຈົ້າກໍຈະມາຮູ້ຈັກພວກມັນ ແລະ ສິ່ງນີ້ຈະປູພື້ນຖານໃນການເຮັດໃຫ້ສົມບູນຂອງເຈົ້າ. ເມື່ອເປັນດັ່ງນັ້ນ ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນຖືກເຮັດ ເພື່ອປ່ຽນແປງມະນຸດ, ເພື່ອກໍາຈັດອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງພວກເຂົາ ເພື່ອວ່າພວກເຂົາຈະສາມາດມອບຕົວເອງໃຫ້ກັບພຣະເຈົ້າຢ່າງສົມບູນ. ການຖືກເອົາຊະນະເປັນພຽງແຕ່ຂັ້ນຕອນທໍາອິດໃນການປ່ຽນແປງອຸປະນິໄສຂອງຜູ້ຄົນ ພ້ອມທັງເປັນຂັ້ນຕອນທໍາອິດໃນຜູ້ຄົນທີ່ມອບຕົນເອງໃຫ້ແກ່ພຣະເຈົ້າຢ່າງສົມບູນ ແລະ ມັນຕໍ່າກວ່າຂັ້ນຕອນການຖືກເຮັດໃຫ້ສົມບູນ. ຊີວິດ-ອຸປະນິໄສຂອງຄົນທີ່ຖືກເອົາຊະນະແມ່ນແຮງໄກດວ່າກວ່າບຸກຄົນທີ່ຖືກເຮັດໃຫ້ສົມບູນຫຼາຍ. ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນແຕ່ກຕ່າງກັນໃນດ້ານຄວາມຄິດ ເພາະວ່າພວກມັນແມ່ນຢູ່ໃນໄລຍະທີ່ແຕກຕ່າງກັນຂອງພາລະກິດ ແລະ ເພາະວ່າພວກມັນຍຶດຕິດຜູ້ຄົນໃສ່ມາດຕະຖານທີ່ແຕກຕ່າງກັນ; ການເອົາຊະນະຍຶດຕິດຜູ້ຄົນໃສ່ມາດຕະຖານທີ່ຕໍ່າກວ່າ, ໃນຂະນະທີ່ຄວາມສົມບູນຍຶດຕິດພວກເຂົາໃສ່ມາດຕະຖານທີ່ສູງກວ່າ. ຜູ້ທີ່ສົມບູນແມ່ນຜູ້ຄົນທີ່ຊອບທໍາ, ຜູ້ຄົນທີ່ຖືກເຮັດໃຫ້ບໍລິສຸດ ແລະ ສະອາດ; ພວກເຂົາແມ່ນແກ້ວພະລຶກແຫ່ງພາລະກິດຂອງການຄຸ້ມຄອງມະນຸດຊາດ ຫຼື ຜົນໄດ້ຮັບສຸດທ້າຍ. ເຖິງແມ່ນວ່າ ພວກເຂົາບໍ່ແມ່ນມະນຸດທີ່ສົມບູນ, ພວກເຂົາກໍແມ່ນຜູ້ຄົນທີ່ສະແຫວງຫາການດໍາລົງຊີວິດທີ່ມີຄວາມໝາຍ. ໃນຂະນະດຽວກັນ ຜູ້ທີ່ຖືກເອົາຊະນະພຽງແຕ່ຮັບຮູ້ວ່າ ພຣະເຈົ້າບັງເກີດເປັນມະນຸດ, ພຣະທຳໄດ້ປາກົດໃນເນື້ອໜັງ ແລະ ພຣະເຈົ້າໄດ້ມາເທິງໂລກເພື່ອປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ. ພວກເຂົາຍັງຮັບຮູ້ວ່າ ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ການຕີ ແລະ ການຫຼໍ່ຫຼອມຂອງພຣະອົງ ແມ່ນລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ມະນຸດ. ພວກເຂົາຫາກໍເລີ່ມມີລັກສະນະທີ່ຂ້ອນຂ້າງເປັນມະນຸດເທົ່ານັ້ນ. ພວກເຂົາມີຄວາມເຂົ້າໃຈກ່ຽວກັບຊີວິດ, ແຕ່ມັນກໍຍັງບໍ່ຊັດເຈນສຳລັບພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຫາກໍເລີ່ມມີຄວາມເປັນມະນຸດ. ສິ່ງດັ່ງກ່າວແມ່ນຜົນຂອງການຖືກເອົາຊະນະ. ເມື່ອຜູ້ຄົນກ້າວຂາເຂົ້າໃນເສັ້ນທາງສູ່ຄວາມສົມບູນ ອຸປະນິໄສເກົ່າຂອງພວກເຂົາກໍສາມາດປ່ຽນແປງໄດ້. ນອກຈາກນັ້ນ, ຊີວິດຂອງພວກເຂົາຍັງເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍຈະໄດ້ເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເທື່ອລະໜ້ອຍ. ພວກເຂົາສາມາດກຽດຊັງໂລກ ແລະ ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ. ໂດຍສະເພາະແມ່ນພວກເຂົາກຽດຊັງຕົວເອງ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາຮູ້ຈັກຕົວເອງຢ່າງຊັດເຈນ. ພວກເຂົາເຕັມໃຈທີ່ຈະດໍາລົງຊີວິດໂດຍຄວາມຈິງ ແລະ ພວກເຂົາເຮັດໃຫ້ການສະແຫວງຫາຄວາມຈິງເປັນເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈດໍາລົງຊີວິດພາຍໃນຄວາມຄິດທີ່ສ້າງຂຶ້ນຈາກສະໝອງຂອງພວກເຂົາເອງ ແລະ ພວກເຂົາຮູ້ສຶກກຽດຊັງຄວາມຄິດທີ່ວ່າຕົວເອງຊອບທຳ, ຄວາມອວດດີ ແລະ ຄວາມໂອ້ອວດຂອງມະນຸດ. ພວກເຂົາເວົ້າອອກມາຈາກຄວາມຮູ້ສຶກທີ່ຖືກຕ້ອງຢ່າງແຮງກ້າ, ຈັດການກັບສິ່ງຕ່າງໆດ້ວຍການຍຢັ່ງຮູ້ ແລະ ສະຕິປັນຍາ ແລະ ຈົ່ງຮັກພັກດີ ແລະ ເຊື່ອຟັງພຣະເຈົ້າ. ຖ້າພວກເຂົາປະສົບກັບກໍລະນີການຂ້ຽນຕີ ແລະ ການພິພາກສາ, ພວກເຂົາຈະບໍ່ພຽງແຕ່ບໍ່ຢູ່ຊື່ໆ ຫຼື ອ່ອນແອເທົ່ານັ້ນ ແຕ່ພວກເຂົາຈະຮູ້ບຸນຄຸນສໍາລັບການຂ້ຽນຕີ ແລະ ການພິພາກສາຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ພວກເຂົາບໍ່ສາມາດເຮັດໂດຍທີ່ບໍ່ມີການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ມັນປົກປ້ອງພວກເຂົາ. ພວກເຂົາບໍ່ສະແຫວງຫາຄວາມເຊື່ອແຫ່ງຄວາມສະຫງົບສຸກ ແລະ ສັນຕິສຸກ ແລະ ສະແຫວງຫາເຂົ້າຈີ່ເພື່ອເຮັດໃຫ້ເຊົາຫິວ. ພວກເຂົາບໍ່ສະແຫວງຫາຄວາມສຸກຂອງເນື້ອໜັງແບບຊົ່ວຄາວ. ນີ້ແມ່ນສິ່ງທີ່ເກີດຂຶ້ນໃນຄົນທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກຜູ້ຄົນຖືກເອົາຊະນະ, ພວກເຂົາກໍຮັບຮູ້ວ່າ ມີພຣະເຈົ້າ, ແຕ່ມີຂໍ້ຈຳກັດໃນສິ່ງທີ່ຖືກສຳແດງອອກໃນພວກເຂົາ ເມື່ອພວກເຂົາຮັບຮູ້ການເປັນຢູ່ຂອງພຣະເຈົ້າ. ພຣະທໍາປາກົດໃນຮ່າງກາຍແມ່ນມີຄວາມໝາຍຫຍັງກັນແທ້? ການບັງເກີດເປັນມະນຸດໝາຍເຖິງຫຍັງ? ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເຮັດຫຍັງ? ເປົ້າໝາຍ ແລະ ຄວາມສໍາຄັນຂອງພາລະກິດຂອງພຣະອົງແມ່ນຫຍັງ? ຫຼັງຈາກທີ່ໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ, ຫຼັງຈາກທີ່ໄດ້ປະສົບກັບການກະທໍາຂອງພຣະອົງໃນເນື້ອໜັງ, ເຈົ້າໄດ້ຮັບຫຍັງ? ມີແຕ່ຫຼັງຈາກທີ່ໄດ້ເຂົ້າໃຈທຸກສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດຖືກເອົາຊະນະໄດ້. ຖ້າເຈົ້າພຽງເວົ້າວ່າ ເຈົ້າຮັບຮູ້ວ່າມີພຣະເຈົ້າ, ແຕ່ບໍ່ປະຖິ້ມສິ່ງທີ່ເຈົ້າຄວນປະຖິ້ມ ແລະ ລົ້ມເຫຼວທີ່ຈະສະຫຼະຄວາມສຸກທາງເນື້ອໜັງທີ່ເຈົ້າຄວນສະຫຼະຖິ້ມ, ແຕ່ໃນທາງກົງກັນຂ້າມ ເຈົ້າພັດສືບຕໍ່ປາດຖະໜາຄວາມສະບາຍທາງເນື້ອໜັງຄືດັ່ງທີ່ເຈົ້າເປັນມາຕະຫຼອດ ແລະ ຖ້າເຈົ້າບໍ່ສາມາດປ່ອຍວາງອະຄະຕິທີ່ມີຕໍ່ອ້າຍເອື້ອຍນ້ອງ ແລະ ບໍ່ຊໍາລະລາຄາໃດໜຶ່ງເພື່ອປະຕິບັດສິ່ງເລັກນ້ອຍຫຼາຍຢ່າງ, ແລ້ວນີ້ກໍພິສູດວ່າ ເຈົ້າຍັງບໍ່ຖືກເອົາຊະນະເທື່ອ. ໃນກໍລະນີນັ້ນ, ເຖິງວ່າມີຫຼາຍຢ່າງທີ່ເຈົ້າເຂົ້າໃຈ, ມັນກໍຈະບໍ່ມີປະໂຫຍດຫຍັງ. ຜູ້ທີ່ຖືກເອົາຊະນະແມ່ນຜູ້ທີ່ບັນລຸການປ່ຽນແປງໃນເບື້ອງຕົ້ນ ແລະ ມີການເຂົ້າສູ່ໃນເບື້ອງຕົ້ນ. ການປະສົບກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເຮັດໃຫ້ຜູ້ຄົນມີຄວາມຮູ້ເບື້ອງຕົ້ນກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈເບື້ອງຕົ້ນກ່ຽວກັບຄວາມຈິງ. ເຈົ້າອາດບໍ່ສາມາດເຂົ້າສູ່ຄວາມເປັນຈິງທີ່ເລິກເຊິ່ງຂຶ້ນ, ຄວາມຈິງທີ່ລະອຽດຍິ່ງຂຶ້ນຢ່າງສົມບູນ, ແຕ່ໃນຊີວິດຕົວຈິງຂອງເຈົ້າ ເຈົ້າກໍສາມາດນໍາເອົາຄວາມຈິງຂັ້ນພື້ນຖານມາປະຕິບັດ ເຊັ່ນສິ່ງທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ ຫຼື ສະຖານະສ່ວນຕົວຂອງເຈົ້າ. ທັງໝົດນີ້ແມ່ນຜົນທີ່ຖືກບັນລຸໃນຜູ້ຄົນໃນລະຫວ່າງຂະບວນການການຖືກເອົາຊະນະ. ການປ່ຽນແປງໃນອຸປະນິໄສແມ່ນຍັງສາມາດເຫັນໄດ້ໃນຜູ້ທີ່ຖືກເອົາຊະນະອີກດ້ວຍ; ຕົວຢ່າງເຊັ່ນ: ວິທີທີ່ພວກເຂົານຸ່ງເຄື່ອງ ແລະ ນໍາສະເໜີຕົນເອງ ແລະ ວິທີທີ່ພວກເຂົາດຳລົງຊີວິ, ສິ່ງເຫຼົ່ານີ້ແມ່ນສາມາດປ່ຽນແປງໄດ້. ທັດສະນະຕໍ່ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນປ່ຽນແປງ, ພວກເຂົາຊັດເຈນກ່ຽວກັບເປົ້າໝາຍແຫ່ງການສະແຫວງຫາຂອງພວກເຂົາ ແລະ ພວກເຂົາມີຄວາມທະເຍີທະຍານທີ່ສຸງຂຶ້ນ. ໃນລະຫວ່າງພາລະກິດແຫ່ງການເອົາຊະນະ, ການປ່ຽນແປງທີ່ຕາມມາຍັງເກີດຂຶ້ນໃນຊີວິດ-ອຸປະນິໄສຂອງພວກເຂົາ. ມີການປ່ຽນແປງ, ແຕ່ພວກມັນຕື້ນໆ, ພຽງເບື້ອງຕົ້ນ ແລະ ດ້ອຍກວ່າການປ່ຽນແປງໃນອຸປະນິໄສ ແລະ ເປົ້າໝາຍໃນການສະແຫວງຫາຂອງຄົນທີ່ຖືກເຮັດໃຫ້ສົມບູນ. ຖ້າໃນຊ່ວງໄລຍະຂອງການຖືກເອົາຊະນະ ອຸປະນິໄສຂອງບຸກຄົນໃດໜຶ່ງບໍ່ໄດ້ປ່ຽນແປງເລີຍ ແລະ ພວກເຂົາບໍ່ໄດ້ຮັບຄວາມຈິງຫຍັງ, ແລ້ວຄົນປະເພດນີ້ກໍເປັນຂີ້ເຫຍື້ອ ແລະ ໃຊ້ການບໍ່ໄດ້ແທ້ໆ! ຜູ້ຄົນທີ່ບໍ່ຖືກເອົາຊະນະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້! ຖ້າຄົນພຽງແຕ່ສະແຫວງຫາການຖືກເອົາຊະນະເທົ່ານັ້ນ, ແລ້ວພວກເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າອຸປະນິໄສຂອງພວກເຂົາຈະສະແດງໃຫ້ເຫັນເຖິງການປ່ຽນແປງບາງຢ່າງທີ່ຕາມມາໃນລະຫວ່າງພາລະກິດແຫ່ງການເອົາຊະນະ. ພວກເຂົາຍັງຈະສູນເສຍຄວາມຈິງເບື້ອງຕົນທີ່ເຂົາໄດ້ຮັບ. ມີຄວາມແຕກຕ່າງຢ່າງຫຼວງຫຼາຍ ລະຫວ່າງຈຳນວນການປ່ຽນແປງໃນອຸປະນິໄສໃນຜູ້ທີ່ຖືກເອົາຊະນະ ແລະ ຄົນທີ່ຖືກເຮັດໃຫ້ສົມບູນ. ແຕ່ການຖືກເອົາຊະນະແມ່ນບາດກ້າວທຳອິດໃນການປ່ຽນແປງ; ມັນຄືພື້ນຖານ. ການຂາດການປ່ຽນແປງເບື້ອງຕົ້ນນີ້ກໍເປັນເຄື່ອງພິສູດວ່າ ບຸກຄົນໃດໜຶ່ງບໍ່ຮູ້ຈັກພຣະເຈົ້າເລີຍ ຍ້ອນຄວາມຮູ້ນີ້ແມ່ນມາຈາກການພິພາກສາ ແລະ ການພິພາກສາດັ່ງກ່າວນີ້ແມ່ນສ່ວນສຳຄັນຂອງພາລະກິດແຫ່ງການເອົາຊະນະ. ເມື່ອເປັນດັ່ງນັ້ນ ທຸກຄົນທີ່ຖືກເຮັດໃຫ້ສົມບູນແມ່ນຕ້ອງໄດ້ຖືກເອົາຊະນະກ່ອນ; ຖ້າບໍ່ດັ່ງນັ້ນ ມັນຈະບໍ່ມີທາງທີ່ພວກເຂົາຈະຖືກເຮັດໃຫ້ສົມບູນ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 204)

ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ການປາກົດຕົວຂອງພຣະທໍາໃນເນື້ອນັງ, ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ, ສິ່ງຕ່າງໆທີ່ຂັດກັບສິ່ງທີ່ພຣະອົງຮຽກຮ້ອງ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ມີຄວາມຢຳເກງພຣະອົງເລີຍ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ, ແຕ່ເຈົ້າບໍ່ປະຕິບັດສິ່ງທີ່ເຈົ້າສາມາດເຮັດ ຫຼື ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ແລ້ວເຖິງແມ່ນເຈົ້າຮັບຮູ້ພຣະອົງ, ທັດສະນະຄະຕິຂອງເຈົ້າກໍພຽງເປັນທັດສະນະຄະຕິທີ່ເຝົ້າເບິ່ງພຣະອົງ, ບໍ່ເຄີຍຢຳເກງຈັກເທື່ອ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ຮູ້ວ່າພຣະອົງແມ່ນພຣະເຈົ້າ, ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ແລ້ວເຈົ້າກໍຈະເປັນຄົນປະເພດທີ່ຍັງບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ແລະ ເຖິງແມ່ນພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ຄວາມຈິງເຫຼົ່ານີ້ອາດນອກເໜືອໄປກວ່າພວກເຂົາ, ຜູ້ຄົນດັ່ງກ່າວກໍເຕັມໃຈທີ່ຈະບັນລຸສິ່ງນີ້. ມັນເປັນຍ້ອນວ່າ ມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດຮັບເອົາ ຈຶ່ງມີຂອບເຂດ ແລະ ຂໍ້ຈຳກັດໃນສິ່ງທີ່ພວກເຂົາສາມາດປະຕິບັດ. ເຖິງຢ່າງໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ແລະ ຖ້າເຈົ້າສາມາດບັນລຸສິ່ງນັ້ນໄດ້, ນີ້ກໍເປັນຜົນທີ່ຖືກບັນລຸ ຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດກ່າວພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວເປັນຜູ້ໃດ?” ການມີຄວາມຄິດດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ. ຖ້າເຈົ້າຮັບຮູ້ພຣະເຈົ້າ ເຈົ້າກໍຕ້ອງສະແດງມັນອອກມາຜ່ານການກະທໍາຕົວຈິງຂອງເຈົ້າ. ຖ້າເຈົ້ານໍາພາຄຣິສຕະຈັກ, ແຕ່ບໍ່ສາມາດປະຕິບັດຄວາມຊອບທຳ, ຖ້າເຈົ້າປາຖະໜາຫາເງິນ ແລະ ຄວາມຮັ່ງມີ ແລະ ກອບໂກຍເອົາເງິນຂອງຄຣິສຕະຈັກເຂົ້າຖົງຕົວເອງຢ່າງລັບໆຕະຫຼອດ, ນີ້ແມ່ນການຮັບຮູ້ວ່າມີພຣະເຈົ້າຢູ່ບໍ? ພຣະເຈົ້າແມ່ນມີລິດທານຸພາບສູງສຸດ ແລະ ພຣະອົງສົມຄວນແກ່ການເຄົາລົບຢຳເກງພຣະອົງ. ເຈົ້າຈະບໍ່ຢ້ານໄດ້ແນວໃດ ວ່າເຈົ້າຮັບຮູ້ວ່າມີພຣະເຈົ້າຢ່າງແທ້ຈິງ ຫຼື ບໍ? ຖ້າເຈົ້າສາມາດເຮັດໃນສິ່ງທີ່ຊົ່ວຊ້າດັ່ງກ່າວ, ເຈົ້າຮັບຮູ້ພຣະອົງຢ່າງແທ້ຈິງບໍ? ແມ່ນພຣະເຈົ້າບໍທີ່ເຈົ້າເຊື່ອ? ສິ່ງທີ່ເຈົ້າເຊື່ອແມ່ນພຣະເຈົ້າທີ່ເລື່ອນລອຍ; ນັ້ນແມ່ນເຫດຜົນທີ່ເຈົ້າບໍ່ຢ້ານ! ຜູ້ທີ່ຮັບຮູ້ຢ່າງແທ້ຈິງ ແລະ ຮູ້ຈັກພຣະເຈົ້າ ແມ່ນລ້ວນແລ້ວແຕ່ຢໍາເກງພຣະອົງ ແລະ ຢ້ານທີ່ຈະເຮັດໃນສິ່ງທີ່ຕໍ່ຕ້ານກັບພຣະອົງ ຫຼື ສິ່ງທີ່ຄັດກັບສາມັນສໍານຶກຂອງພວກເຂົາ; ໂດຍສະເພາະແລ້ວ ພວກເຂົາແມ່ນຢ້ານທີ່ຈະເຮັດໃນສິ່ງທີ່ພວກເຂົາຮູ້ວ່າຂັດກັບຄວາມປະສົງຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງສາມາດຖືໄດ້ວ່າ ເປັນການຮັບຮູ້ເຖິງການເປັນຢູ່ຂອງພຣະເຈົ້າ. ເຈົ້າຄວນເຮັດຫຍັງ ເມື່ອພໍ່ແມ່ຂອງເຈົ້າພະຍາຍາມຢູດເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າ? ເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອຜົວຂອງເຈົ້າທີ່ບໍ່ມີຄວາມເຊື່ອໄດ້ປະຕິບັດກັບເຈົ້າເປັນຢ່າງດີ? ແລ້ວເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອອ້າຍເອື້ອຍນ້ອງກຽດຊັງເຈົ້າ? ຖ້າເຈົ້າຮັບຮູ້ພຣະອົງ, ແລ້ວໃນສິ່ງເຫຼົ່ານີ້ ເຈົ້າກໍຈະປະຕິບັດຢ່າງເໝາະສົມ ແລະ ດໍາລົງຢູ່ໃນຄວາມເປັນຈິງ. ຖ້າເຈົ້າລົ້ມເຫຼວທີ່ຈະປະຕິບັດຢ່າງເປັນຮູບປະທໍາ ມີພຽງແຕ່ເວົ້າວ່າ ເຈົ້າຮັບຮູ້ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແລ້ວເຈົ້າກໍຈະເປັນພຽງແຕ່ນັກເວົ້າ! ເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະອົງ ແລະ ຮັບຮູ້ພຣະອົງ, ແຕ່ເຈົ້າຮັບຮູ້ພຣະອົງໃນລັກສະນະໃດ? ເຈົ້າເຊື່ອໃນພຣະອົງໃນລັກສະນະໃດ? ເຈົ້າຢຳເກງພຣະອົງບໍ? ເຈົ້າເຄົາລົບບູຊາພຣະອົງບໍ? ເຈົ້າຮັກພຣະອົງຢ່າງເລິກເຊິ່ງຢູ່ພາຍໃນບໍ? ເມື່ອເຈົ້າໂສກເສົ້າ ແລະ ບໍ່ມີໃຜໃຫ້ເພິ່ງພາ, ເຈົ້າຈະຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ, ແຕ່ຫຼັງຈາກນັ້ນ ເຈົ້າກໍຈະລືມທຸກຢ່າງກ່ຽວກັບສິ່ງນັ້ນ. ນັ້ນບໍ່ແມ່ນການຮັກພຣະເຈົ້າ ຫຼື ມັນບໍ່ແມ່ນການເຊື່ອໃນພຣະເຈົ້າ! ໃນທີ່ສຸດແລ້ວ ສິ່ງທີ່ພຣະເຈົ້າປາຖະໜາໃຫ້ມະນຸດບັນລຸແມ່ນຫຍັງ? ສະພາວະທັງໝົດທີ່ເຮົາໄດ້ກ່າວມາ ເຊັ່ນການຮູ້ສຶກປະທັບໃຈກັບຄວາມສຳຄັນຂອງເຈົ້າເອງ, ການຮູ້ສຶກວ່າ ເຈົ້າຮັບຮູ້ສິ່ງຕ່າງໆ ແລະ ເຂົ້າໃຈສິ່ງໃໝ່ໆໄດ້ໄວ, ການຄວບຄຸມຄົນອື່ນ, ການດູຖູກຄົນອື່ນ, ການຕັດສິນຄົນອື່ນຕາມຮູບຮ່າງລັກສະນະຂອງພວກເຂົາ, ການຂົ່ມເຫັງຄົນຊື່ສັດ, ການຢາກໄດ້ເງິນຂອງຄຣິສຕະຈັກ ແລະ ອື່ນໆອີກ, ມີແຕ່ເມື່ອອຸປະນິໄສທີ່ເສື່ອມຊາມທັງໝົດເຫຼົ່ານີ້ຖືກກໍາຈັດອອກຈາກຕົວເຈົ້າເປັນບາງສ່ວນເທົ່ານັ້ນ ການເອົາຊະນະຂອງເຈົ້າກໍຈະຖືກເຮັດໃຫ້ແຈ່ມແຈ້ງຂຶ້ນ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 205)

ພວກເຈົ້າຕ້ອງມອບທຸກສິ່ງໃຫ້ແກ່ພາລະກິດຂອງເຮົາ. ພວກເຈົ້າຕ້ອງເຮັດພາລະກິດທີ່ເປັນປະໂຫຍດແກ່ເຮົາ. ເຮົາຢາກບອກພວກເຈົ້າ ກ່ຽວກັບທຸກສິ່ງທຸກຢ່າງ ທີ່ພວກເຈົ້າຍັງບໍ່ເຂົ້າໃຈ ເພື່ອພວກເຈົ້າຈະສາມາດໄດ້ຮັບສິ່ງທີ່ພວກເຈົ້າຍັງບໍ່ໄດ້ຈາກເຮົາ. ເຖິງແມ່ນວ່າຄວາມບົກຜ່ອງຂອງພວກເຈົ້າຈະມີຫຼາຍຈົນນັບບໍ່ໄດ້, ເຮົາກໍ່ເຕັມໃຈທີ່ຈະສືບຕໍ່ເຮັດພາລະກິດ ທີ່ເຮົາຄວນເຮັດໃນພວກເຈົ້າ ໂດຍມອບຄວາມເມດຕາຄັ້ງສຸດທ້າຍໃຫ້ພວກເຈົ້າ ເພື່ອພວກເຈົ້າຈະສາມາດໄດ້ຮັບປະໂຫຍດຈາກເຮົາ ແລະ ໄດ້ຮັບການສັນລະເສີນ ທີ່ບໍ່ມີໃນຕົວຂອງພວກເຈົ້າ ແລະ ເປັນສິ່ງທີ່ໂລກຍັງບໍ່ເຄີຍເຫັນ. ເຮົາໄດ້ເຮັດພາລະກິດເປັນເວລາຫຼາຍປີ ແຕ່ກໍ່ບໍ່ມີມະນຸດຜູ້ໃດທີ່ຮູ້ຈັກເຮົາ. ເຮົາຕ້ອງການບອກພວກເຈົ້າ ກ່ຽວກັບຄວາມລັບ ທີ່ເຮົາບໍ່ເຄີຍບອກໃຜມາກ່ອນ.

ໃນບັນດາມະນຸດທັງຫຼາຍ, ເຮົາແມ່ນພຣະວິຍານ ທີ່ພວກເຂົາບໍ່ສາມາດແນມເຫັນໄດ້, ເປັນພຣະວິນຍານ ທີ່ພວກເຂົາຈະບໍ່ສາມາດສໍາພັດໄດ້. ຍ້ອນພາລະກິດຂອງເຮົາທັງສາມຂັ້ນຕອນໃນໂລກນີ້ (ການສ້າງໂລກ, ການໄຖ່ບາບ ແລະ ການທຳລາຍລ້າງ), ເຮົາຈຶ່ງໄດ້ປາກົດໃນທ່າມກາງພວກເຂົາໃນເວລາທີ່ແຕກຕ່າງກັນ (ບໍ່ເຄີຍປາກົດຢ່າງເປີດເຜີຍ) ເພື່ອເຮັດພາລະກິດຂອງເຮົາໃນມະນຸດ. ຄັ້ງທຳອິດທີ່ເຮົາປາກົດໃນທ່າມກາງມະນຸດແມ່ນຢູ່ໃນຍຸກແຫ່ງການໄຖ່ບາບ. ແນ່ນອນຢູ່ແລ້ວທີ່ເຮົາປາກົດໃນຄອບຄົວຂອງຊາວຢິວ; ສະນັ້ນ, ຄົນທຳອິດທີ່ໄດ້ເຫັນພຣະເຈົ້າສະເດັດລົງມາສູ່ໂລກແມ່ນປະຊາຊົນຊາວຢິວ. ເຫດຜົນທີ່ເຮົາເຮັດພາລະກິດດັ່ງກ່າວດ້ວຍຕົນເອງກໍ່ເພາະວ່າ ເຮົາຕ້ອງການໃຊ້ການບັງເກີດເປັນເນື້ອໜັງແບບມະນຸດຂອງເຮົາ ເພື່ອເປັນເຄື່ອງບູຊາໃນການໄຖ່ບາບໃນພາລະກິດການໄຖ່ບາບຂອງເຮົາ. ສະນັ້ນ, ຜູ້ທີ່ເຫັນເຮົາເປັນຜູ້ທຳອິດຈຶ່ງແມ່ນຊາວຢິວໃນຍຸກແຫ່ງພຣະກະລຸນາ. ນັ້ນເປັນຄັ້ງທຳອິດທີ່ເຮົາເຮັດພາລະກິດໃນເນື້ອໜັງຂອງມະນຸດ. ໃນຍຸກແຫ່ງອານາຈັກ, ພາລະກິດຂອງເຮົາແມ່ນເພື່ອປົກຄອງ ແລະ ເຮັດໃຫ້ສົມບູບແບບ, ສະນັ້ນ, ເຮົາຈຶ່ງໄດ້ເຮັດພາລະກິດຄຸ້ມຄອງໃນເນື້ອໜັງຂອງມະນຸດ. ນີ້ແມ່ນເທື່ອທີ່ສອງທີ່ເຮົາໄດ້ເຮັດພາລະກິດໃນເນື້ອໜັງຂອງມະນຸດ. ໃນສອງຄັ້ງສຸດທ້າຍໃນການເຮັດພາລະກິດ, ສິ່ງທີ່ມະນຸດໄດ້ສຳພັດ ບໍ່ແມ່ນວິນຍານທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງບໍ່ໄດ້ອີກຕໍ່ໄປ ແຕ່ແມ່ນຄົນ ເຊິ່ງເປັນພຣະວິນຍານທີ່ໄດ້ກາຍເປັນເນື້ອໜັງ. ສະນັ້ນ, ໃນສາຍຕາຂອງມະນຸດ, ເຮົາໄດ້ກາຍເປັນຄົນທີ່ບໍ່ມີຄວາມຄ້າຍຄື ແລະ ບໍ່ມີຄວາມຮູ້ສຶກຄືພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພຣະເຈົ້າທີ່ຜູ້ຄົນໄດ້ເຫັນບໍ່ແມ່ນມີແຕ່ເພດຊາຍເທົ່ານັ້ນ, ແຕ່ຍັງມີເພດຍິງນໍາ ເຊິ່ງເປັນສິ່ງທີ່ເຮັດໃຫ້ພວກເຂົາປະຫຼາດໃຈ ແລະ ເຂົ້າໃຈຍາກ. ຫຼາຍຄັ້ງຫຼາຍຄາວ, ພາລະກິດອັນພິເສດຂອງເຮົາໄດ້ທຳລາຍຄວາມເຊື່ອເກົ່າໆ ທີ່ຄົນຢຶດຖືເປັນເວລາຫຼາຍປີ. ມະນຸດແມ່ນຕ້ອງຕົກຕະລຶງ! ພຣະເຈົ້າບໍ່ພຽງແຕ່ແມ່ນພຣະວິນຍານບໍລິສຸດ, ແຕ່ຍັງເປັນພຣວິຍານທີ່ມີຄວາມຮຸນແຮງຫຼາຍຂຶ້ນເຖິງເຈັດເທົ່າ ແຕ່ກໍ່ຍັງແມ່ນຄົນນໍາ, ແມ່ນຄົນທໍາມະດາ, ຄົນທຳມະດາສາມັນນຳອີກ. ພຣະອົງບໍ່ພຽງແຕ່ເປັນເພດຊາຍເທົ່ານັ້ນ, ແຕ່ຍັງເປັນເພດຍິງອີກດ້ວຍ. ພວກພຣະອົງຄ້າຍຄືກັນຢູ່ບ່ອນທີ່ວ່າ ພວກພຣະອົງເກີດຈາກມະນຸດ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າ ພຣະອົງໜຶ່ງເກີດຈາກພຣະວິນຍານບໍລິສຸດ ແລະ ອີກພຣະອົງໜຶ່ງເກີດຈາກມະນຸດ ແຕ່ກໍ່ມາຈາກພຣະວິນຍານໂດຍກົງ. ທັງສອງມີຄວາມຄ້າຍຄືກັນຢູ່ບ່ອນວ່າ ທັງສອງບັງເກີດເປັນມະນຸດຈາກພຣະເຈົ້າ ເຊິ່ງເຮັດພາລະກິດຂອງພຣະເຈົ້າ ຜູ້ທີ່ເປັນພຣະບິດາ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າ ພຣະອົງໜຶ່ງປະຕິບັດພາລະກິດດ້ານການໄຖ່ບາບ ແລະ ອີກພຣະອົງໜຶ່ງປະຕິບັດພາລະກິດດ້ານການປົກຄອງ. ທັງສອງເປັນຕົວແທນຂອງພຣະເຈົ້າ ແຕ່ຝ່າຍໜຶ່ງແມ່ນພຣະຜູ້ເປັນເຈົ້າແຫ່ງການໄຖ່ບາບ ທີ່ເຕັມໄປດ້ວຍຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາປານີ ແລະ ອີກຝ່າຍໜຶ່ງແມ່ນພຣະເຈົ້າແຫ່ງຄວາມຖືກຕ້ອງ ທີ່ເຕັມໄປດ້ວຍຄວາມໂກດຮ້າຍ ແລະ ການຕັດສິນພິພາກສາ. ຝ່າຍໜຶ່ງແມ່ນຜູ້ບັນຊາການສູງສຸດ ເພື່ອດໍາເນີນພາລະກິດໄຖ່ບາບ ແລະ ອີກຝ່າຍໜຶ່ງແມ່ນພຣະເຈົ້າແຫ່ງຄວາມຖືກຕ້ອງ ເພື່ອເຮັດສຳເລັດພາລະກິດໃນການປົກຄອງ. ຝ່າຍໜຶ່ງແມ່ນຈຸດເລີ່ມຕົ້ນ ແລະ ອີກຝ່າຍໜຶ່ງແມ່ນຈຸດຈົບ. ຝ່າຍໜຶ່ງແມ່ນເນື້ອໜັງທີ່ບໍ່ມີບາບ, ສ່ວນອີກຝ່າຍໜຶ່ງແມ່ນເນື້ອໜັງທີ່ໄຖ່ບາບສຳເລັດ, ສືບຕໍ່ພາລະກິດ ແລະ ບໍ່ເຄີຍມີບາບຈັກເທື່ອ. ທັງສອງແມ່ນພຣະວິນຍານອັນດຽວ ແຕ່ສະຖິດຢູ່ໃນເນື້ອໜັງທີ່ແຕກຕ່າງກັນ ແລະ ເກີດຢູ່ໃນສະຖານທີ່ແຕກຕ່າງກັນ. ພວກພຣະອົງຖືກແຍກອອກຈາກກັນດ້ວຍການເວລາຫຼາຍພັນປີ. ແຕ່ພາລະກິດທັງໝົດຂອງພວກພຣະອົງກໍ່ຍັງສອດຄ່ອງກັນ ໂດຍບໍ່ເຄີຍຂັດແຍ່ງກັນ ແລະ ສາມາດເວົ້າເຖິງຈາກລົມຫາຍໃຈອັນດຽວກັນ. ທັງສອງແມ່ນຄົນ ແຕ່ຝ່າຍໜຶ່ງແມ່ນເດັກທາລົກຊາຍ ແລະ ອີກຝ່າຍໜຶ່ງແມ່ນເດັກອ່ອນທີ່ເປັນເພດຍິງ. ສຳລັບເວລາຫຼາຍປີມານີ້, ສິ່ງທີ່ຜູ້ຄົນໄດ້ເຫັນ ບໍ່ແມ່ນພຽງແຕ່ພຣະວິນຍານ ແລະ ບໍ່ແມ່ນພຽງແຕ່ມະນຸດຄົນໜຶ່ງ ເຊິ່ງເປັນເພດຊາຍ, ແຕ່ຍັງແມ່ນຫຼາຍສິ່ງຫຼາຍຢ່າງ ທີ່ບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈເຮົາໄດ້ຢ່າງເຕັມທີ່. ພວກເຂົາຍັງຄົງເຊື່ອເຮົາເຄິ່ງໜຶ່ງ ແລະ ສົງໃສເຮົາເຄິ່ງໜຶ່ງ ຄືດັ່ງວ່າ ເຮົາມີຕົວຕົນ ແຕ່ກໍຍັງເປັນພາບລວງໃນຄວາມຝັນ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງຈົນມາຮອດປັດຈຸບັນ. ເຈົ້າສາມາດສະຫຼຸບເປັນປະໂຫຍກສັ້ນໆໃຫ້ເຮົາໄດ້ບໍ່? ເຈົ້າກ້າເວົ້າແທ້ບໍ່ວ່າ “ພຣະເຢຊູບໍ່ແມ່ນພຣະເຈົ້າ ແລະ ພຣະເຈົ້າບໍ່ແມ່ນພຣະເຢຊູ?” ເຈົ້າກ້າແທ້ບໍທີ່ຈະເວົ້າວ່າ “ພຣະເຈົ້າບໍ່ແມ່ນພຣະວິນຍານ ແລະ ພຣະວິນຍານບໍ່ແມ່ນພຣະເຈົ້າ?” ເຈົ້າເວົ້າໄດ້ຢ່າງສະບາຍບໍວ່າ “ພຣະເຈົ້າພຽງແຕ່ເປັນຄົນທີ່ຮົ່ມເນື້ອໜັງມະນຸດ?” ເຈົ້າມີຄວາມກ້າຫານເວົ້າບໍວ່າ “ພາບລັກຂອງພຣະເຢຊູເປັນພຽງພາບລັກອັນຍິ່ງໃຫຍ່ຂອງພຣະເຈົ້າ”? ເຈົ້າສາມາດອະທິບາຍເຖິງຈິດໃຈ ແລະ ພາບລັກຂອງພຣະເຈົ້າຢ່າງລະອຽດ ດ້ວຍພອນສະຫວັນດ້ານຄຳເວົ້າຂອງເຈົ້າທີ່ເປັນຈຸດເດັ່ນໄດ້ບໍ? ເຈົ້າກ້າເວົ້າແທ້ບໍວ່າ “ພຣະເຈົ້າໄດ້ສ້າງເພດຊາຍເທົ່ານັ້ນ ໂດຍບໍ່ມີເພດຍິງ ຕາມພາບລັກຂອງພຣະອົງເອງ”? ຖ້າເຈົ້າເວົ້າແບບນີ້, ກໍ່ຈະບໍ່ມີແມ່ຍິງໃນບັນດາຜູ້ທີ່ເຮົາໄດ້ເລືອກ ແລະ ຍິ່ງໄປກ່າວນັ້ນ ແມ່ຍິງກໍ່ຈະບໍ່ມີໃນມະນຸດຊາດ. ຕອນນີ້ ເຈົ້າຮູ້ແທ້ແລ້ວບໍວ່າ ພຣະເຈົ້າແມ່ນຫຍັງ? ພຣະເຈົ້າແມ່ນມະນຸດບໍ? ພຣະເຈົ້າເປັນພຣະວິນຍານບໍ? ພຣະເຈົ້າເປັນຜູ້ຊາຍແທ້ບໍ? ມີພຽງພຣະເຢຊູເທົ່ານັ້ນບໍ ທີ່ສາມາດເຮັດສໍາເລັດພາລະກິດທີ່ເຮົາຢາກເຮັດ? ຖ້າເຈົ້າເລືອກເອົາພຽງໜຶ່ງຂໍ້ຈາກຂ້າງເທິງນີ້ ເພື່ອສະຫຼຸບໃຈຄວາມຂອງເຮົາ, ເຈົ້າກໍ່ຈະເປັນຜູ້ເຊື່ອທີ່ມີຄວາມສັດທາຢ່າງໄຮ້ດຽງສາ. ຖ້າເຮົາເຮັດພາລະກິດໂດຍບັງເກີດເປັນເນື້ອໜັງມະນຸດຄັ້ງໜຶ່ງ ແລະ ພຽງຄັ້ງດຽວເທົ່ານັ້ນ, ພວກເຈົ້າຈະກີດກັ້ນເຮົາບໍ? ເຈົ້າສາມາດເຂົ້າໃຈເຮົາຢ່າງຖີ່ຖ້ວນໂດຍແນມເບິ່ງພຽງຄັ້ງດຽວໄດ້ບໍ? ເຈົ້າສາມາດຕັດສິນເຮົາໄດ້ຢ່າງຄົບຖ້ວນ ຍ້ອນສິ່ງທີ່ເປີດເຜີຍໃຫ້ເຈົ້າ ໃນຊ່ວງເວລາທີ່ເຈົ້າມີຊີວິດໄດ້ບໍ? ຖ້າເຮົາໄດ້ເຮັດພາລະກິດທີ່ຄ້າຍຄືກັນ ໃນການບັງເກີດເປັນມະນຸດຂອງເຮົາທັງສອງຄັ້ງ, ແລ້ວພວກເຈົ້າຈະສັງເກດເຫັນເຮົາໄດ້ແນວໃດ? ເຈົ້າຈະປ່ອຍໃຫ້ເຮົາຖືກຕອກຢູ່ເທິງໄມ້ກັງແຂນຕະຫຼອດການບໍ? ພຣະເຈົ້າເປັນສິ່ງທີ່ງ່າຍດາຍຄືເຈົ້າເວົ້າບໍ?

(ຄັດຈາກບົດ “ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແດ່?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 206)

ໜຶ່ງຂັ້ນຕອນຂອງພາລະກິດສອງຍຸກທີ່ຜ່ານມາແມ່ນຖືກປະຕິບັດຢູ່ໃນອິດສະຣາເອນ ແລະ ອີກຂັ້ນຕອນໜຶ່ງແມ່ນຖືກປະຕິບັດຢູ່ໃນຢູດາຍ. ເວົ້າລວມແລ້ວ, ບໍ່ມີຂັ້ນຕອນໃດຂອງພາລະກິດນີ້ອອກນອກອິດສະຣາເອນເລີຍ ແລະ ແຕ່ລະຂັ້ນຕອນແມ່ນຖືກປະຕິບັດໃນຜູ້ຄົນທີ່ຖືກເລືອກກຸ່ມທຳອິດ. ສະນັ້ນ, ຊາວອິດສະຣາເອນເຊື່ອວ່າ ພຣະເຈົ້າເຢໂຮວາແມ່ນພຣະເຈົ້າພຣະອົງດຽວຂອງຊາວອິດສະຣາເອນ. ເນື່ອງຈາກພຣະເຢຊູເຮັດພາລະກິດຢູ່ໃນຢູດາຍ ບ່ອນທີ່ພຣະອົງປະຕິບັດພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ, ຊາວຢິວເບິ່ງພຣະອົງເປັນພຣະຜູ້ໄຖ່ບາບຂອງຊາວຢິວ. ພວກເຂົາຄິດວ່າພຣະອົງແມ່ນກະສັດຂອງຊາວຢິວເທົ່ານັ້ນ ບໍ່ແມ່ນກະສັດຂອງຄົນຊາດອື່ນ; ວ່າພຣະອົງບໍ່ແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອັງກິດ ຫຼື ພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອາເມຣິກາ, ແຕ່ພຣະອົງແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຊາວອິດສະຣາເອນ. ແລະ ມີແຕ່ຊາວຢິວທີ່ພຣະອົງໄຖ່ບາບໃຫ້. ທີ່ຈິງແລ້ວ, ພຣະອົງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ພຣະອົງແມ່ນພຣະເຈົ້າຜູ້ສ້າງສັບພະສິ່ງທັງປວງ. ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວຢິວ. ພຣະ ອົງແມ່ນພຣະເຈົ້າຂອງສັບພະສິ່ງທັງປວງ. ສອງຂັ້ນຕອນຂອງພາລະກິດທີ່ຜ່ານມາຂອງພຣະອົງເກີດຂຶ້ນຢູ່ໃນອິດສະຣາເອນ ເຊິ່ງໄດ້ສ້າງຄວາມເຂົ້າໃຈໃນບາງຢ່າງພາຍໃນມະນຸດ. ພວກເຂົາເຊື່ອວ່າພຣະເຢໂຮວາດຳເນີນພາລະກິດຂອງພຣະອົງໃນອິດສະຣາເອນ, ພຣະເຢຊູດຳເນີນພາລະກິດຂອງພຣະອົງຢູ່ໃນຢູດາຍດ້ວຍຕົນເອງ ແລະ ພຣະອົງກໍກາຍເປັນມະນຸດເພື່ອດຳເນີນພາລະກິດ. ຈະຍ້ອນສາເຫດໃດກໍຕາມ, ພາລະກິດນີ້ແມ່ນບໍ່ໄດ້ຂະຫຍາຍອອກນອກອິດສະຣາເອນເລີຍ. ພຣະອົງບໍ່ໄດ້ດຳເນີນພາລະກິດກັບຊາວເອຢິບ ຫຼື ຊາວອິນເດຍ. ພຣະອົງເຄີຍແຕ່ດຳເນີນພາລະກິດກັບຊາວອິດສະຣາເອນເທົ່ານັ້ນ. ສະນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຕ່າງໆນາໆ ແລະ ວາງແຜນພາລະກິດຂອງພຣະເຈົ້າພາຍໃນບາງຂອບເຂດ. ພວກເຂົາເລົ່າຂານກັນວ່າເມື່ອພຣະເຈົ້າດຳເນີນພາລະກິດ, ພຣະອົງຕ້ອງດໍາເນີນພາລະກິດນັ້ນກັບບັນດາຜູ້ຄົນທີ່ຖືກເລືອກ ແລະ ຢູ່ໃນອິດສະຣາເອນ; ຮັກສາໄວ້ສໍາລັບຊາວອິດສະຣາເອນ ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດກັບຜູ້ອື່ນ ຫຼື ພຣະອົງບໍ່ມີພາລະກິດໃນຂອບເຂດອື່ນ. ພວກເຂົາຈຶ່ງເຄັ່ງຄັດເປັນພິເສດເພື່ອຮັກສາໃຫ້ພຣະບຸດພຣະເຈົ້າຍັງຄົງຢູ່ໃນເຊື້ອສາຍ ແລະ ບໍ່ອະນຸຍາດໃຫ້ພຣະອົງເຄື່ອນໄຫວອອກນອກດິນແດນອິດສະຣາເອນເລີຍ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຂົ້າໃຈຂອງມະນຸດທັງໝົດບໍ? ພຣະເຈົ້າສ້າງສະຫວັນ ແລະ ໂລກມະນຸດ ແລະ ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງກໍສ້າງສັບພະສິ່ງທັງປວງ; ແລ້ວພຣະອົງຈະຈຳກັດພາລະກິດຂອງພຣະອົງສະເພາະແຕ່ໃນອິດສະຣາເອນໄດ້ແນວໃດ? ຖ້າເປັນເຊັ່ນນັ້ນ, ຈະມີປະໂຫຍດຫຍັງສຳລັບພຣະອົງໃນການສ້າງສັບພະສິ່ງທັງປວງຂອງພຣະອົງຂຶ້ນມາ? ພຣະອົງສ້າງໂລກທັງໝົດ, ພຣະອົງໄດ້ດຳເນີນແຜນການຄຸ້ມຄອງຫົກພັນປີ ບໍ່ແມ່ນເພື່ອອິດສະຣາເອນເທົ່ານັ້ນ ແຕ່ເພື່ອທຸກຄົນໃນຈັກກະວານ. ບໍ່ວ່າພວກເຂົາຈະອາໄສຢູ່ປະເທດຈີນ, ສະຫະລັດອະເມຣິກາ, ສະຫະລາຊະອານາຈັກ ຫຼື ຣັດເຊຍ ທຸກຄົນແມ່ນລູກຫຼານຂອງອາດາມ. ພວກເຂົາທັງໝົດແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ມີບຸກຄົນໃດຈະສາມາດຫຼົບໜີອອກຈາກຂອບເຂດການສ້າງຂອງພຣະເຈົ້າໄດ້ ແລະ ບໍ່ມີບຸກຄົນໃດສາມາດແຍກອອກຈາກຄວາມເປັນ “ລູກຫຼານຂອງອາດາມ” ໄດ້. ພວກເຂົາທັງໝົດແມ່ນສິ່ງທີ່ພຣະເຈົ້າສ້າງຂຶ້ນ ພວກເຂົາແມ່ນລູກຫຼານຂອງອາດາມ ແລະ ພວກເຂົາກໍຍັງເປັນລູກຫຼານທີ່ຊົ່ວຊ້າຂອງອາດາມ ແລະ ເອວາອີກດ້ວຍ. ບໍ່ແມ່ນແຕ່ຊາວອິດສະຣາເອນເທົ່ານັ້ນ ທີ່ເປັນຜູ້ຄົນທີ່ພຣະເຈົ້າສ້າງຂຶ້ນ, ແຕ່ແມ່ນໝົດທຸກຄົນ. ພຽງແຕ່ວ່າບາງຄົນໄດ້ຖືກສາບ ແລະ ບາງຄົນໄດ້ຮັບພອນຈາກພຣະເຈົ້າ. ມີຫຼາຍສິ່ງທີ່ເປັນທີ່ເພິ່ງພໍໃຈກ່ຽວກັບຊາວອິດສະຣາເອນ. ເບື້ອງຕົ້ນພຣະເຈົ້າໄດ້ດໍາເນີນພາລະກິດກັບພວກເຂົາ ເພາະວ່າພວກເຂົາແມ່ນກຸ່ມຄົນທີ່ເສື່ອມເສຍໜ້ອຍທີ່ສຸດ. ຄົນຈີນບໍ່ອາດປຽບທຽບກັບພວກເຂົາໄດ້ ພວກເຂົາຕໍ່າຕ້ອຍກວ່າ. ສະນັ້ນ, ໃນເບື້ອງຕົ້ນ ພຣະເຈົ້າຈຶ່ງໄດ້ດໍາເນີນພາລະກິດກັບຊາວອິດສະຣາເອນກ່ອນ ແລະ ພາລະກິດໃນຂັ້ນຕອນທີ່ສອງຂອງພຣະອົງກໍດຳເນີນຢູ່ໃນຢູດາຍເທົ່ານັ້ນ ເຊິ່ງນໍາໄປສູ່ຄວາມເຂົ້າໃຈ ແລະ ກົດເກນຕ່າງໆທ່າມກາງມະນຸດ. ອັນທີ່ຈິງແລ້ວ, ຖ້າພຣະອົງດຳເນີນຕາມຄວາມເຂົ້າໃຈຂອງມະນຸດ, ພຣະອົງກໍຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ດັ່ງນັ້ນ ພຣະອົງຈະບໍ່ສາມາດຂະຫຍາຍພາລະກິດຂອງພຣະອົງໄປສູ່ຊາດທີ່ບໍ່ແມ່ນຊາວຢິວໄດ້, ເພາະວ່າພຣະອົງຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ໂດຍບໍ່ແມ່ນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ຄຳທຳນາຍໄດ້ກ່າວໄວ້ວ່າ ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນຊາດທີ່ບໍ່ແມ່ນຊາວຢິວ ເຊິ່ງມັນຈະແຜ່ຂະຫຍາຍໄປສູ່ຊາດທີ່ບໍ່ແມ່ນຊາວຢິວ. ເປັນຫຍັງຄຳທຳນາຍຈິ່ງກ່າວໄວ້ດັ່ງນັ້ນ? ຖ້າພຣະເຈົ້າພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ພຣະອົງກໍຈະດຳເນີນພາລະກິດຢູ່ໃນອິດສະຣາເອນເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພຣະອົງຈະບໍ່ຂະຫຍາຍພາລະກິດຂອງພຣະອົງ ແລະ ພຣະອົງກໍຈະບໍ່ສ້າງຄຳທຳນາຍນີ້ຂຶ້ນມາ. ຍ້ອນວ່າພຣະອົງໄດ້ສ້າງຄຳທຳນາຍນີ້ຂຶ້ນມາ, ພຣະອົງຈຶ່ງຕ້ອງຂະຫຍາຍພາລະກິດຂອງພຣະອົງໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ໄປສູ່ທຸກຊາດ ແລະ ທຸກແຜ່ນດິນ. ເພາະວ່າພຣະອົງໄດ້ກ່າວໃນສິ່ງນີ້ໄວ້ແລ້ວ, ພຣະອົງຈຶ່ງປະຕິບັດຕາມຄໍາກ່າວຂອງພຣະອົງ. ນີ້ແມ່ນແຜນການຂອງພຣະອົງ, ເພາະພຣະອົງຄືພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ, ສ້າງໂລກມະນຸດ, ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທັງປວງ. ບໍ່ວ່າພຣະອົງຈະດຳເນີນພາລະກິດກັບຊາວອິດສະຣາເອນ ຫຼື ໃນທົ່ວດິນແດນຢູດາຍກໍຕາມ, ພາລະກິດທີ່ພຣະອົງກະທໍາແມ່ນພາລະກິດຂອງທົ່ວຈັກກະວານ ແລະ ເປັນພາລະກິດຂອງມວນມະນຸດທັງໝົດ. ພາລະກິດທີ່ພຣະອົງດໍາເນີນໃນທຸກມື້ນີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືໃນຊາດທີ່ບໍ່ແມ່ນຊາວຢິວ ກໍຍັງແມ່ນພາລະກິດຂອງມວນມະນຸດທັງໝົດ. ອິດສະຣາເອນສາມາດເປັນຖານສຳລັບພາລະກິດຂອງພຣະອົງໃນໂລກ; ໃນທໍານອງດຽວກັນ, ປະເທດຈີນກໍສາມາດກາຍເປັນຖານສຳລັບພາລະກິດຂອງພຣະອົງໃນບັນດາຊາດທີ່ບໍ່ແມ່ນຊາວຢິວໄດ້ເຊັ່ນກັນ. ແລ້ວຕອນນີ້ພຣະອົງບໍ່ແມ່ນປະຕິບັດຕາມຄຳທຳນາຍທີ່ວ່າ “ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນປະເທດທີ່ບໍ່ແມ່ນຊາວຢິວນັ້ນບໍ? ” ຂັ້ນຕອນທຳອິດໃນພາລະກິດຂອງພຣະອົງທີ່ປະຕິບັດໃນບັນດາຊາດທີ່ບໍ່ແມ່ນຊາວຢິວແມ່ນໝາຍເຖິງພາລະກິດນີ້ ພາລະກິດທີ່ພຣະອົງກຳລັງປະຕິບັດໃນຊາດມັງກອນແດງທີ່ຍິ່ງໃຫຍ່ນີ້. ເພື່ອໃຫ້ພຣະບຸດຂອງພຣະເຈົ້າດຳເນີນພາລະກິດໃນດິນແດນນີ້ ແລະ ດຳເນີນພາລະກິດກັບຜູ້ຄົນທີ່ຖືກສາບເຫຼົ່ານີ້ ເຖິງແມ່ນວ່າມັນເປັນສິ່ງທີ່ຂ້ອນຂ້າງຈະກົງກັນຂ້າມກັບຄວາມເຂົ້າໃຈຂອງມະນຸດກໍຕາມ. ຜູ້ຄົນເຫຼົ່ານີ້ແມ່ນຊົ່ວຊ້າທີ່ສຸດ, ພວກເຂົາບໍ່ມີຄ່າ ແລະ ພວກເຂົາກໍຖືກພຣະເຢໂຮວາປະຖິ້ມໃນເບື້ອງຕົ້ນ. ຜູ້ຄົນສາມາດຖືກຄົນອື່ນປະຖິ້ມໄດ້, ແຕ່ຖ້າພວກເຂົາຖືກພຣະເຈົ້າປະຖິ້ມ, ຜູ້ຄົນເຫຼົ່ານີ້ຈະບໍ່ມີສະຖານະຫຍັງ ແລະ ພວກເຂົາຈະມີຄຸນຄ່າຕໍ່າທີ່ສຸດ. ສໍາລັບສ່ວນໜຶ່ງຂອງການຖືກສ້າງຂຶ້ນມາຂອງພຣະເຈົ້າທີ່ຖືກຄອບງຳໂດຍຊາຕານ ຫຼື ການທີ່ຖືກຄົນອື່ນປະຖິ້ມ ແມ່ນລ້ວນແລ້ວແຕ່ເປັນເລື່ອງທີ່ເຈັບປວດຢູ່ແລ້ວ, ແຕ່ຖ້າສ່ວນໜຶ່ງຂອງການຖືກສ້າງຂຶ້ນມາຖືກພຣະຜູ້ເປັນເຈົ້າທີ່ສ້າງສັບພະສິ່ງທັງປວງນັ້ນປະຖິ້ມ ໝາຍຄວາມວ່າ ສະຖານະຂອງບຸກຄົນນັ້ນແມ່ນຕໍ່າຕ້ອຍທີ່ສຸດ. ລູກຫຼານຂອງໂມອັບມີສະຖານະທີ່ຕໍ່າຕ້ອຍທີ່ສຸດ. ເພາະວ່າຜູ້ຄົນເຫຼົ່ານີ້ມີສະຖານະຕໍ່າທີ່ສຸດໃນອະດີດຜ່ານມາ, ພາລະກິດທີ່ປະຕິບັດເຮັດຕໍ່ພວກເຂົາແມ່ນສາມາດລົບລ້າງແນວຄວາມເຊື່ອຂອງມະນຸດໄດ້ ແລະ ຍັງເປັນພາລະກິດທີ່ເປັນປະໂຫຍດທີ່ສຸດຕໍ່ກັບແຜນການຄຸ້ມຄອງຫົກພັນປີຂອງພຣະອົງອີກ. ການດຳເນີນພາລະກິດກັບຜູ້ຄົນເຫຼົ່ານີ້ ແມ່ນການກະທຳທີ່ສາມາດລົບລ້າງແນວຄວາມເຊື່ອຂອງມະນຸດ. ດ້ວຍເຫດນີ້ພຣະອົງຈຶ່ງເປີດຍຸກໃໝ່, ດ້ວຍເຫດນີ້ພຣະອົງຈຶ່ງລົບລ້າງຄວາມເຊື່ອຂອງມະນຸດທັງໝົດ, ດ້ວຍເຫດນີ້ ພຣະອົງຈຶ່ງຢຸດຕິພາລະກິດຂອງຍຸກແຫ່ງຄວາມກະລຸນາທັງໝົດ. ພາລະກິດຂອງພຣະອົງແມ່ນໄດ້ດຳເນີນໃນຢູດາຍພາຍໃນຂອບເຂດຂອງອິດສະຣາເອນ, ໃນຊາດທີ່ບໍ່ແມ່ນຊາວຢິວ ພຣະອົງບໍ່ໄດ້ເຮັດພາລະກິດເປີດຍຸກໃໝ່ໃດໆທັງນັ້ນ. ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງບໍ່ພຽງແຕ່ຖືກດຳເນີນຕໍ່ກັບຜູ້ຄົນໃນຊາດທີ່ບໍ່ແມ່ນຊາວຢິວເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນຖືກດຳເນີນໃນຜູ້ຄົນທີ່ຖືກສາບອີກດ້ວຍ. ເຫດຜົນອັນດຽວນີ້ສາມາດເຮັດໃຫ້ຊາຕານຂາຍໜ້າໄດ້. ສະນັ້ນພຣະເຈົ້າຈຶ່ງ “ກາຍເປັນ” ພຣະເຈົ້າທີ່ສ້າງສັບພະສິ່ງທັງປວງໃນຈັກກະວານນີ້, ພຣະຜູ້ເປັນເຈົ້າຂອງທຸກສິ່ງ, ເປັນສິ່ງບູຊາສຳລັບທຸກສິ່ງທຸກຢ່າງໃນຊີວິດ.

(ຄັດຈາກບົດ “ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 207)

ໃນປະຈຸບັນ ມີບາງຄົນທີ່ຍັງບໍ່ທັນເຂົ້າໃຈວ່າ ພຣະເຈົ້າໄດ້ດຳເນີນພາລະກິດໃໝ່ຫຍັງແນ່. ໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ພຣະເຈົ້າໄດ້ສ້າງການເລີ່ມຕົ້ນໃໝ່. ພຣະອົງໄດ້ເລີ່ມເປີດຍຸກໃໝ່ ແລະ ໄດ້ເລີ່ມພາລະກິດໃໝ່ອີກ ແລະ ພຣະອົງ ດຳເນີນພາລະກິດນີ້ໃນກຸ່ມລູກຫຼານຂອງໂມອັບ. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ສຸດຂອງພຣະອົງບໍ? ບໍ່ມີຜູ້ໃດໃນຍຸກໃດກໍຕາມທີ່ເຄີຍປະສົບກັບພາລະກິດແບບນີ້ມາກ່ອນ. ບໍ່ມີຄົນໃດເຄີຍໄດ້ຍິນກ່ຽວກັບວຽກງານດັ່ງກ່າວນີ້, ນັບພາສາຫຍັງຈະເຄີຍມີຄວາມປິຕິຍິນດີກັບມັນ. ສະຕິປັນຍາຂອງພຣະເຈົ້າ, ຄວາມມະຫັດສະຈັນຂອງພຣະເຈົ້າ, ຄວາມລໍ້າລຶກຂອງພຣະເຈົ້າທີ່ບໍ່ອາດເຂົ້າໃຈໄດ້, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ລັດສະໝີພາບຂອງພຣະເຈົ້າແມ່ນຖືກສໍາແດງຜ່ານຂັ້ນຕອນພາລະກິດໃນຍຸກສຸດທ້າຍນີ້. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ທີ່ລົບລ້າງຄວາມເຊື່ອຂອງມະນຸດບໍ? ຍັງມີຜູ້ຄົນເຫຼົ່ານັ້ນທີ່ຄິດແບບນັ້ນຢູ່ວ່າ: “ເພາະວ່າພຣະເຈົ້າໄດ້ສາບໂມອັບ ແລະ ບອກວ່າພຣະອົງຈະປະຖິ້ມລູກຫຼານຂອງໂມອັບ, ແລ້ວພຣະອົງຈະຊ່ວຍພວກເຂົາໃຫ້ລອດພົ້ນໄດ້ແນວໃດໃນຕອນນີ້?” ພວກເຂົາແມ່ນຜູ້ຄົນຈາກຊາດທີ່ບໍ່ແມ່ນຊາວຢິວທີ່ຖືກສາບ ແລະ ຖືກບັງຄັບໃຫ້ອອກຈາກອິດສະຣາເອນ. ຊາວອິດສະຣາເອນເອີ້ນພວກເຂົາວ່າ “ໝາຕ່າງຊາດ”. ໃນມຸມມອງຂອງທຸກຄົນ, ພວກເຂົາບໍ່ພຽງແຕ່ແມ່ນ ໝາຕ່າງຊາດເທົ່ານັ້ນ, ແຕ່ຮ້າຍໄປກວ່ານັ້ນ ພວກເຂົາຄືລູກແຫ່ງຄວາມວິນາດ. ເວົ້າອີກຢ່າງຄື ພວກເຂົາບໍ່ແມ່ນຜູ້ຄົນທີ່ພຣະເຈົ້າເລືອກ. ເຖິງແມ່ນວ່າພວກເຂົາຈະກຳເນີດຢູ່ພາຍໃນດິນແດນອິດສະຣາເອນກໍຕາມ, ພວກເຂົາກໍບໍ່ແມ່ນສ່ວນໜຶ່ງຂອງຄົນອິດສະຣາເອນ. ພວກເຂົາຖືກຂັບໄລ່ໄປຢູ່ຊາດທີ່ບໍ່ແມ່ນຊາດຢິວ. ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດ. ສາເຫດອັນແທ້ຈິງແມ່ນຍ້ອນວ່າ ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດທີ່ພຣະເຈົ້າດຳເນີນພາລະກິດຂອງພຣະອົງໃນການເປີດຍຸກໃໝ່ໃນໝູ່ພວກເຂົາ ເພາະວ່າພວກເຂົາເປັນຕົວແທນຄວາມຊົ່ວຮ້າຍຂອງມະນຸດຊາດ. ພາລະກິດຂອງພຣະເຈົ້າແມ່ນການຄັດເລືອກ ແລະ ມີຈຸດປະສົງ, ພາລະກິດທີ່ພຣະອົງດຳເນີນໃນກຸ່ມຄົນເຫຼົ່ານີ້ໃນທຸກມື້ນີ້ ແມ່ນສ່ວນໜຶ່ງຂອງພາລະກິດທີ່ດຳເນີນໃນທ່າມກາງການ ເນລະມິດສ້າງ. ໂນອາກໍແມ່ນສ່ວນໜຶ່ງຂອງການເນລິມິດສ້າງຂອງພຣະເຈົ້າ ເຊັ່ນດຽວກັນກັບລູກຫຼານຂອງເຂົາ. ທຸກຄົນໃນໂລກນີ້ທີ່ມີເນື້ອໜັງ ແລະ ເລືອດແມ່ນການເນລິມິດສ້າງຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າແມ່ນແນໃສ່ການເນລະມິດສ້າງທັງໝົດ. ບໍ່ແມ່ນດຳເນີນອີງຕາມວ່າ ຜູ້ໃດຖືກສາບ ຫຼື ບໍ່ຖືກສາບພາຍຫຼັງຖືກສ້າງ. ພາລະກິດການຄຸ້ມຄອງຂອງພຣະອົງແມ່ນແນໃສ່ການສ້າງສັບພະສິ່ງທັງປວງ, ບໍ່ແມ່ນສະເພາະແຕ່ຜູ້ທີ່ຖືກເລືອກເຫຼົ່ານັ້ນ ທີ່ບໍ່ໄດ້ຖືກສາບ. ໃນເມື່ອພຣະເຈົ້າຕ້ອງການດຳເນີນພາລະກິດຂອງພຣະອົງທ່າມກາງການເນລະມິດສ້າງຂອງພຣະອົງ, ພຣະອົງຈະດຳເນີນມັນໃຫ້ສຳເລັດຜົນແນ່ນອນ ແລະ ພຣະອົງຈະດຳເນີນພາລະກິດໃນບັນດາຜູ້ຄົນທີ່ເປັນປະໂຫຍດ ຕໍ່ພາລະກິດຂອງພຣະອົງ. ສະນັ້ນ, ພຣະອົງຈະລົບລ້າງທຸກວິທີການ ເມື່ອພຣະອົງປະຕິບັດພາລະກິດທ່າມກາງຜູ້ຄົນ. ສໍາລັບພຣະອົງ, ຄຳວ່າ “ຖືກສາບ”, “ຖືກລົງໂທດ” ແລະ “ໄດ້ຮັບພອນ” ແມ່ນບໍ່ມີຄວາມໝາຍ! ຊາວຢິວເປັນຄົນດີ ເໝືອນດັ່ງຜູ້ຄົນທີ່ຖືກເລືອກຂອງອິດສະຣາເອນ. ພວກເຂົາແມ່ນຄົນທີ່ມີຄວາມສາມາດ ແລະ ມີມະນຸດສະທຳທີ່ດີ. ໃນເບື້ອງຕົ້ນ ພຣະເຢໂຮວາໄດ້ເລີ່ມພາລະກິດຂອງພຣະອົງໃນກຸ່ມພວກເຂົາ ແລະ ໄດ້ດຳເນີນພາລະກິດເບື້ອງຕົ້ນຂອງພຣະອົງ, ແຕ່ການປະຕິບັດພາລະກິດແຫ່ງການເອົາຊະນະຈິດໃຈໃນຕອນນີ້ຈະບໍ່ມີຄວາມໝາຍຫຍັງ. ພວກເຂົາກໍເປັນສ່ວນໜຶ່ງຂອງການສ້າງເຊັ່ນກັນ ແລະ ມີຫຼາຍດ້ານທີ່ດີກ່ຽວກັບພວກເຂົາ, ແຕ່ມັນຈະບໍ່ມີຄວາມໝາຍຫຍັງໃນການດຳເນີນພາລະກິດໃນຂັ້ນຕອນນີ້ຕໍ່ພວກເຂົາເລີຍ. ພຣະອົງຈະບໍ່ສາມາດເອົາຊະນະໃຈຜູ້ຄົນໄດ້ ຫຼື ພຣະອົງຈະບໍ່ສາມາດເຮັດໃຫ້ສັບພະສິ່ງທັງປວງທີ່ຖືກສ້າງຂຶ້ນເຊື່ອພຣະອົງໄດ້. ນີ້ແມ່ນຈຸດສຳຄັນຂອງການເຜີຍແຜ່ພາລະກິດຂອງພຣະອົງໄປສູ່ຜູ້ຄົນເຫຼົ່ານີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່. ຄວາມໝາຍເລິກເຊິ່ງທີ່ແທ້ຈິງໃນທີ່ນີ້ແມ່ນການເປີດຍຸກໃໝ່ຂອງພຣະອົງ, ການລົບລ້າງກົດເກນທັງໝົດ ແລະ ການລົບລ້າງຄວາມເຊື່ອຂອງມະນຸດທັງໝົດຂອງພຣະອົງ ແລະ ການສິ້ນສຸດພາລະກິດຂອງຍຸກແຫ່ງຄວາມກະລຸນາທັງໝົດອີກດ້ວຍ. ຖ້າວ່າພາລະກິດໃນປະຈຸບັນຂອງພຣະອົງຖືກດຳເນີນຕໍ່ຊາວອິດສະຣາເອນ ຈົນເຖິງເວລາແຜນການຄຸ້ມຄອງຫົກພັນປີຂອງພຣະອົງສິ້ນສຸດລົງ, ທຸກຄົນກໍຄົງຈະເຊື່ອວ່າພຣະເຈົ້າແມ່ນເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ເປັນຜູ້ຄົນທີ່ພຣະເຈົ້າເລືອກ, ແລ້ວກໍມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ສົມຄວນໄດ້ຮັບພອນ ແລະ ຄໍາສັນຍາຂອງພຣະອົງ. ໃນລະຫວ່າງຍຸກສຸດທ້າຍ, ພຣະບຸດພຣະເຈົ້າໄດ້ກັບລົງມາປະຕິບັດພາລະກິດຂອງພຣະອົງໃນຊາດທີ່ບໍ່ແມ່ນຊາວຢິວໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່; ພຣະອົງໄດ້ສຳເລັດພາລະກິດຂອງພຣະອົງໃນຖານະເປັນພຣະເຈົ້າທີ່ສ້າງສັບພະສິ່ງທັງປວງ. ພຣະອົງໄດ້ສຳເລັດພາລະກິດຄຸ້ມຄອງຂອງພຣະອົງທັງໝົດ ແລະ ພຣະອົງຈະສຳເລັດສ່ວນສຳຄັນໃນພາລະກິດຂອງພະອົງໃນຊາດມັງກອນແດງທີ່ຍິ່ງໃຫຍ່. ສິ່ງອັນສຳຄັນຂອງສາມຂັ້ນຕອນຂອງພາລະກິດເຫຼົ່ານີ້ແມ່ນການໄຖ່ບາບໃຫ້ມະນຸດ, ເຊັ່ນ: ການເຮັດໃຫ້ສັບພະສິ່ງທັງປວງບູຊາພຣະຜູ້ເປັນເຈົ້າຜູ້ເຮັດການເນລະມິດສ້າງ. ສະນັ້ນ, ທຸກຂັ້ນຕອນຂອງພາລະກິດດັ່ງກ່າວນີ້ຈິ່ງມີຄວາມໝາຍສຳຄັນຫຼາຍ; ພຣະເຈົ້າຈະບໍ່ເຮັດໃນສິ່ງທີ່ທີ່ບໍ່ມີຄວາມໝາຍ ຫຼື ບໍ່ມີຄຸນຄ່າຢ່າງເດັດຂາດ. ໃນທາງກົງກັນຂ້າມ, ຂັ້ນຕອນພາລະກິດນີ້ປະກອບດ້ວຍການເປີດຍຸກໃໝ່ ແລະ ການສິ້ນສຸດສອງຍຸກທີ່ຜ່ານມາ; ໃນອີກດ້ານໜຶ່ງ ກໍປະກອບດ້ວຍການລົບລ້າງຄວາມເຊື່ອຂອງມະນຸດ ແລະ ລົບລ້າງຄວາມເຊື່ອ ແລະ ຄວາມເຂົ້າໃຈດັ່ງເດີມຂອງມະນຸດທັງໝົດ. ພາລະກິດຂອງສອງຂັ້ນຕອນໃນເມື່ອກ່ອນແມ່ນຖືກດຳເນີນໂດຍອີງຕາມຄວາມເຊື່ອຂອງມະນຸດໃນຍຸກນັ້ນ. ຢ່າງໃດກໍຕາມ, ຂັ້ນຕອນນີ້ແມ່ນເພື່ອລົບລ້າງຄວາມເຊື່ອຂອງມະນຸດໃຫ້ໝົດສິ້ນ ເພື່ອເອົາຊະນະໃຈຂອງມະນຸດຊາດທັງໝົດ. ໂດຍການນໍາໃຊ້ໄຊຊະນະ ທີ່ມີຕໍ່ລູກຫຼານຂອງໂມອັບ ແລະ ການນໍາໃຊ້ພາລະກິດທີ່ຖືກດໍາເນີນຕໍ່ລູກຫຼານຂອງໂມອັບ, ພຣະເຈົ້າຈະເອົາຊະນະໃຈຂອງມະນຸດທັງໝົດໃນທົ່ວຈັກກະວານ. ນີ້ແມ່ນຈຸດສຳຄັນເລິກເຊິ່ງທີ່ແທ້ຈິງຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ ແລະ ນີ້ຄືດ້ານໜຶ່ງທີ່ມີຄຸນຄ່າທີ່ສຸດຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ. ເຖິງແມ່ນວ່າ ຕອນນີ້ ພວກເຈົ້າຈະຮູ້ວ່າ ສະຖານະຂອງພວກເຈົ້າຕໍ່າຕ້ອຍ ແລະ ມີຄຸນຄ່າຕໍ່າກໍຕາມ, ແຕ່ພວກເຈົ້າຈະຮູ້ສຶກວ່າ ພວກເຈົ້າໄດ້ພົບກັບສິ່ງທີ່ໜ້າຍິນດີທີ່ສຸດ: ພວກເຈົ້າໄດ້ຮັບພອນທີ່ຍິ່ງໃຫຍ່, ໄດ້ຮັບການສັນຍາທີ່ດີເລີດ ແລະ ພວກເຈົ້າຈະສາມາດເຮັດສຳເລັດພາລະກິດທີ່ຍິ່ງໃຫຍ່ນີ້ຂອງພຣະເຈົ້າໄດ້ ແລະ ພວກເຈົ້າຈະສາມາດເຫັນໂສມໜ້າທີ່ແທ້ຈິງຂອງພຣະເຈົ້າ, ຮູ້ຈັກລັກສະນະນິໄສຂອງພຣະເຈົ້າ ແລະ ປະຕິບັດຕາມຈຸດປະສົງຂອງພຣະເຈົ້າ. ສອງຂັ້ນຕອນພາລະກິດຜ່ານມາຂອງພະເຈົ້າທີ່ໄດ້ດຳເນີນຢູ່ໃນ ອິດສະຣາເອນ. ຖ້າຂັ້ນຕອນພາລະກິດນີ້ຂອງພຣະອົງໃນຊ່ວງຍຸກສຸດທ້າຍຍັງດຳເນີນຕໍ່ຊາວອິດສະຣາເອນຢູ່ຄືເກົ່າ, ບໍ່ພຽງແຕ່ມະນຸດທີ່ຖືກສ້າງຂຶ້ນທຸກຄົນຈະເຊື່ອວ່າ ມີພຽງແຕ່ຊາວອິດສະຣາເອນເທົ່ານັ້ນແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ແຕ່ນອກນັ້ນແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າກໍຈະບໍ່ໄດ້ຮັບຜົນຕາມທີ່ປາດຖະໜາອີກດ້ວຍ. ໃນຊ່ວງສອງຂັ້ນຕອນພາລະກິດຂອງພຣະອົງທີ່ດຳເນີນຢູ່ໃນອິດສະຣາເອນນັ້ນ, ບໍ່ເຄີຍມີການດຳເນີນພາລະກິດໃໝ່ໃດໆ ຫຼື ບໍ່ມີພາລະກິດເປີດຍຸກໃດຂອງພຣະເຈົ້າໄດ້ຖືກດຳເນີນຢູ່ໃນຊາດທີ່ບໍ່ແມ່ນຊາວຢິວ. ຂັ້ນຕອນຂອງພາລະກິດທຸກມື້ນີ້ຄືພາລະກິດເປີດຍຸກໃໝ່ແມ່ນດໍາເນີນຄັ້ງທໍາອິດທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ແລະ ນອກນັ້ນ ກໍເປັນຂັ້ນຕອນທຳອິດທີ່ໄດ້ຖືກດຳເນີນຕໍ່ລູກຫຼານຂອງໂມອັບ. ນີ້ແປວ່າໄດ້ເປີດຂັ້ນຕອນຍຸກໃໝ່ທັງໝົດ. ພຣະເຈົ້າໄດ້ລົບລ້າງຄວາມເຊື່ອຕ່າງໆທີ່ມີຢູ່ໃນແນວຄວາມຄິດຂອງມະນຸດ ແລະ ບໍ່ອະນຸຍາດໃຫ້ມີຄວາມເຊື່ອໃດໆສືບຕໍ່ໄປອີກ. ໃນພາລະກິດຂອງພຣະອົງເພື່ອເອົາຊະນະໃຈ, ພຣະອົງໄດ້ລົບລ້າງຄວາມເຊື່ອຂອງມະນຸດ ເຊິ່ງກໍຄືຄວາມເຊື່ອເກົ່າ ແລະ ດັ່ງເດີມຂອງມະນຸດ. ພຣະອົງເຮັດໃຫ້ຜູ້ຄົນເຫັນວ່າ ເວລາຢູ່ກັບພຣະເຈົ້າແລ້ວແມ່ນບໍ່ມີກົດເກນໃດໆ, ບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ເປັນສິ່ງເກົ່າໆ, ພາລະກິດທີ່ພຣະອົງກະທໍາແມ່ນເປັນອິດສະຫຼະ, ເສລີ ແລະ ທຸກການກະທໍາຂອງພຣະອົງແມ່ນມີຄວາມຊອບທໍາສະເໝີ. ພວກເຈົ້າຕ້ອງຍອມຮັບໃນພາລະກິດທີ່ພຣະອົງກະທໍາຕໍ່ກັບທຸກສັບພະສິ່ງ. ພາລະກິດໃດໜຶ່ງທີ່ພຣະອົງກະທໍາລ້ວນແລ້ວແຕ່ມີຄວາມໝາຍ ແລະ ໄດ້ກະທໍາຕາມຄວາມປະສົງ ແລະ ສະຕິປັນຍາຂອງພຣະອົງ ແລະ ບໍ່ແມ່ນກະທໍາຕາມການຕັດສິນໃຈ ແລະ ຄວາມເຊື່ອຂອງມະນຸດ. ພຣະອົງກະທໍາໃນສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ; ຖ້າສິ່ງໃດທີ່ບໍ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ, ພຣະອົງຈະບໍ່ກະທໍາມັນ ບໍ່ວ່າສິ່ງເຫຼົ່ານັ້ນຈະດີພຽງໃດກໍຕາມ! ພຣະອົງດຳເນີນພາລະກິດ ແລະ ຄັດເລືອກເອົາຜູ້ຮັບ ແລະ ສະຖານທີ່ສຳລັບພາລະກິດຂອງພຣະອົງ ຕາມຄວາມໝາຍ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງ. ພຣະອົງບໍ່ຍຶດຕິດກັບກົດເກນໃນອະດີດ ແລະ ບໍ່ປະຕິບັດຕາມຫຼັກການເກົ່າ; ແຕ່ພຣະອົງຈະວາງແຜນພາລະກິດຂອງພຣະອົງ ຕາມຄວາມສຳຄັນຂອງພາລະກິດ. ໃນທີ່ສຸດ ພຣະອົງກໍຕ້ອງການບັນລຸຜົນທີ່ແທ້ຈິງ ແລະ ຈຸດປະສົງທີ່ຄາດໄວ້. ມາເຖິງຕອນນີ້ ຖ້າພວກເຈົ້າບໍ່ເຂົ້າໃຈໃນສິ່ງເຫຼົ່ານີ້, ພາລະກິດນີ້ກໍຈະບໍ່ບັນລຸຜົນໃດໆຕໍ່ກັບພວກເຈົ້າ.

(ຄັດຈາກບົດ “ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 208)

ຖ້າຜູ້ຄົນສາມາດເຂົ້າໃຈຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງເປົ້າໝາຍຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ, ພວກເຂົາກໍຈະບໍ່ຖືວ່າ ອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາເປັນຊັບສົມບັດໃນຫົວໃຈຂອງພວກເຂົາ. ພວກເຂົາຈະບໍ່ປາຖະໜາທີ່ຈະຮັບໃຊ້ພໍ່ແມ່ຂອງພວກເຂົາ ຜູ້ທີ່ຮ້າຍຍິ່ງກວ່າໝູ ແລະ ໝາ. ອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແທ້ຈິງແລ້ວ ບໍ່ແມ່ນໃນປັດຈຸບັນທີ່ເອີ້ນວ່າ “ພໍ່ແມ່” ຂອງເປໂຕບໍ? ພວກເຂົາເປັນເໝືອນກັບເນື້ອໜັງ ແລະ ເລືອດຂອງມະນຸດ. ຈຸດໝາຍປາຍທາງ, ອະນາຄົດຂອງເນື້ອໜັງຫວັງຈະເຫັນພຣະເຈົ້າໃນຂະນະທີ່ມີຊີວິດຢູ່ບໍ ຫຼື ຈະໃຫ້ວິນຍານພົບກັບພຣະເຈົ້າຫຼັງຈາກທີ່ຕາຍໄປແລ້ວ? ເນື້ອໜັງຈະຕົກລົງສູ່ເຕົາຫຼໍ່ໃຫຍ່ໃນມື້ອື່ນຢ່າງທຸກທໍລະມານບໍ ຫຼື ມັນຈະຖືກເຜົາໄໝ້ດ້ວຍແປວໄຟ? ບໍ່ແມ່ນຄຳຖາມແບບນີ້ກ່ຽວກັບເນື້ອໜັງຂອງມະນຸດທີ່ຈະອົດທົນຕໍ່ຄວາມໂຊກຮ້າຍ ຫຼື ທົນທຸກກັບຂ່າວໃຫຍ່ທີ່ສຸດທີ່ວ່າ ໃນຕອນນີ້ ໃຜກໍຕາມທີ່ຢູ່ໃນກະແສນີ້ທີ່ມີສະໝອງ ແລະ ແນວຄິດເປັນປົກກະຕິ ທີ່ໃສ່ໃຈນໍາຫຼາຍທີ່ສຸດ? (ໃນນີ້, ການອົດທົນຕໍ່ຄວາມຍາກລໍາບາກໝາຍເຖິງການໄດ້ຮັບພອນ; ການທົນທຸກໝາຍຄວາມວ່າ ການທົດລອງໃນອະນາຄົດຄືຜົນປະໂຫຍດສຳລັບຈຸດໝາຍປາຍທາງຂອງມະນຸດ. ຄວາມໂຊກຮ້າຍໝາຍເຖິງການບໍ່ສາມາດຍຶດໝັ້ນ ຫຼື ການຖືກຫຼອກລວງ ຫຼື ໝາຍຄວາມວ່າ ຄົນໜຶ່ງຈະພົບກັບສະຖານະການທີ່ໂຊກຮ້າຍ ແລະ ສູນເສຍຊີວິດຂອງຕົນເອງໃນທ່າມກາງໄພພິບັດ ແລະ ຊີວິດຂອງພວກເຂົາກໍຍາກທີ່ຈະຮັກສາໄວ້ໄດ້ ແລະ ບໍ່ມີຈຸດໝາຍປາຍທາງທີ່ເໝາະສົມສຳລັບວິນຍານດັ່ງກ່າວ). ມະນຸດປະກອບດ້ວຍເຫດຜົນທີ່ຖືກຕ້ອງ ແຕ່ບາງເທື່ອສິ່ງທີ່ພວກເຂົາຄິດທັງໝົດກໍບໍ່ສອດຄ່ອງກັບເຫດຜົນຂອງພວກເຂົາຄວນມີ. ນີ້ກໍເພາະວ່າ ແທ້ຈິງແລ້ວ ພວກເຂົາທຸກຄົນຂ້ອນຂ້າງສັບສົນ ແລະ ປະຕິບັດຕາມສິ່ງຕ່າງໆຢ່າງຕາບອດ. ພວກເຂົາທັງໝົດຄວນມີຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ໂດຍສະເພາະແລ້ວ ພວກເຂົາຄວນຄົ້ນຫາສິ່ງທີ່ຄວນເຂົ້າສູ່ໃນລະຫວ່າງການທົນທຸກລຳບາກ (ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມແຫ່ງເຕົາຫຼໍ່) ແລະ ສິ່ງທີ່ພວກເຂົາຄວນປະກອບມີໃນການທົດລອງແຫ່ງແປວໄຟ. ຢ່າຮັບໃຊ້ພໍ່ແມ່ຂອງເຈົ້າຢູ່ສະເໝີ (ໝາຍເຖິງເນື້ອໜັງ) ຜູ້ເຊິ່ງເປັນໝູ ແລະ ໝາ ແລະ ຮ້າຍຍິ່ງກວ່າມົດ ແລະ ແມງໄມ້. ເຫດຜົນຫຍັງທີ່ຈະຕ້ອງໄປທໍລະມານໃຈກັບມັນ, ຕ້ອງຄິດໜັກ ຫຼື ທໍລະມານສະໝອງຕົນເອງ? ເນື້ອໜັງບໍ່ໄດ້ເປັນຂອງເຈົ້າ, ແຕ່ຢູ່ໃນກໍາມືຂອງພຣະເຈົ້າ ແລະ ພຣະອົງບໍ່ພຽງຄວບຄຸມເຈົ້າເທົ່ານັ້ນ ແຕ່ຍັງບັນຊາການຊາຕານອີກດ້ວຍ. (ດັ່ງເດີມ ໝາຍຄວາມວ່າ ມັນເປັນຂອງຊາຕານ. ສາມາດເວົ້າແບບນັ້ນໄດ້ ກໍເພາະວ່າ ຊາຕານກໍຢູ່ໃນກໍາມືຂອງພຣະເຈົ້າເຊັ່ນກັນ. ເພາະວ່າ ການເວົ້າແບບນັ້ນມັນໜ້າເຊື່ອກວ່າເຊິ່ງມັນຊີ້ໃຫ້ເຫັນວ່າ ມະນຸດບໍ່ໄດ້ຢູ່ພາຍໃຕ້ອຳນາດຂອງຊາຕານໂດຍສິ້ນເຊີງ, ແຕ່ຢູ່ໃນກໍາມືຂອງພຣະເຈົ້າ). ເຈົ້າກຳລັງດຳລົງຊີວິດຢູ່ພາຍໃຕ້ຄວາມທົນທຸກທໍລະມານແຫ່ງເນື້ອໜັງ, ແຕ່ເນື້ອໜັງເປັນຂອງເຈົ້າບໍ? ມັນຢູ່ພາຍໃຕ້ການຄວບຄຸມຂອງເຈົ້າບໍ? ເປັນຫຍັງຈຶ່ງຕ້ອງພະຍາຍາມຄິດຢ່າງໜັກກ່ຽວກັບມັນດ້ວຍ? ເປັນຫຍັງຈຶ່ງຕ້ອງຂໍຮ້ອງພຣະເຈົ້າຢ່າງບ້າປ່ວງເພື່ອເນື້ອໜັງທີ່ເໜົ່າເໝັນຂອງເຈົ້າ ເຊິ່ງຖືກປະນາມ ແລະ ສາບແຊ່ງເປັນເວລາດົນນານມາແລ້ວ ພ້ອມທັງຖືກວິນຍານຊົ່ວຮ້າຍເຮັດໃຫ້ສົກກະປົກ? ເປັນຫຍັງຈຶ່ງຕ້ອງເອົາພັກພວກຂອງຊາຕານມາຢູ່ໃກ້ຫົວໃຈຂອງເຈົ້າດ້ວຍ? ເຈົ້າບໍ່ກັງວົນບໍວ່າ ເນື້ອໜັງຈະທຳລາຍອະນາຄົດທີ່ແທ້ຈິງຂອງເຈົ້າ, ທໍາລາຍຄວາມຫວັງອັນງົດງາມຂອງເຈົ້າ ແລະ ຈຸດໝາຍປາຍທາງທີ່ແທ້ຈິງສຳລັບຊີວິດຂອງເຈົ້າ?

(ຄັດຈາກບົດ “ເປົ້າໝາຍຂອງການຄຸ້ມຄອງມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 209)

ເສັ້ນທາງແຫ່ງປັດຈຸບັນບໍ່ງ່າຍທີ່ຈະຍ່າງເລີຍ. ສາມາດເວົ້າໄດ້ວ່າ ມັນຍາກທີ່ຈະຍ່າງຕາມ ແລະ ຫາຍາກທີ່ສຸດຈາກຍຸກຕ່າງໆ. ເຖິງຢ່າງໃດກໍຕາມ, ແມ່ນໃຜທີ່ຈະຄິດວ່າ ພຽງເນື້ອໜັງຂອງມະນຸດເທົ່ານັ້ນກໍຈະພຽງພໍທີ່ຈະທຳລາຍເຂົາໄດ້. ແນ່ນອນ ພາລະກິດໃນປັດຈຸບັນແມ່ນລໍ້າຄ່າເໝືອນດັ່ງຝົນໃນລະດູໃບໄມ້ປົ່ງຢ່າງ ແລະ ມີຄ່າເໝືອນດັ່ງຄວາມເມດຕາທີ່ພຣະເຈົ້າມີຕໍ່ມະນຸດ. ເຖິງຢ່າງໃດກໍຕາມ, ຖ້າມະນຸດບໍ່ຮູ້ຈັກເປົ້າໝາຍຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນ ຫຼື ເຂົ້າໃຈເຖິງທາດແທ້ຂອງມະນຸດຊາດ ແລ້ວຈະເວົ້າເຖິງຄວາມລໍ້າຄ່າ ແລະ ການມີຄ່າຂອງມັນໄດ້ແນວໃດ? ເນື້ອໜັງບໍ່ໄດ້ເປັນຂອງມະນຸດເອງ, ສະນັ້ນບໍ່ມີໃຜສາມາດເຫັນໄດ້ຢ່າງແຈ່ມແຈ້ງວ່າ ຈຸດໝາຍປາຍທາງຂອງຕົນຈະຢູ່ໃສກັນແທ້. ແຕ່ຢ່າງໃດກໍຕາມ, ເຈົ້າຄວນຮູ້ດີວ່າ ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງຈະສົ່ງຄືນມະນຸດຊາດທີ່ຖືກສ້າງຂຶ້ນ ໃຫ້ຢູ່ຕໍ່າແໜ່ງເດີມຂອງພວກເຂົາ ແລະ ຟື້ນຟູລັກສະນະດັ້ງເດີມຂອງພວກເຂົາຈາກເວລາແຫ່ງການຊົງສ້າງພວກເຂົາ. ພຣະອົງຈະຮັບເອົາລົມຫາຍໃຈທີ່ພຣະອົງມອບໃຫ້ມະນຸດນັ້ນກັບຄືນທັງໝົດ ແລະ ເອົາກະດູກ ແລະ ເນື້ອໜັງຂອງພວກເຂົາຄືນ ແລະ ສົ່ງທຸກສິ່ງຄືນໃຫ້ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພຣະອົງຈະປ່ຽນແປງ ແລະ ສ້າງມະນຸດຊາດຄືນໃໝ່ທັງໝົດ ແລະ ເອົາມໍລະດົກທັງໝົດຈາກມະນຸດຄືນ ເຊິ່ງບໍ່ໄດ້ເປັນຂອງມະນຸດຊາດດັ່ງເດີມຢູ່ແລ້ວ ແຕ່ເປັນຂອງພຣະເຈົ້າ. ພຣະອົງຈະບໍ່ມອບໃຫ້ມະນຸດຊາດອີກຕໍ່ໄປ. ຍ້ອນວ່າ ບໍ່ມີສິ່ງໃດເປັນຂອງມະນຸດຊາດດັ່ງເດີມ. ພຣະອົງຈະເອົາທຸກສິ່ງຄືນ, ນີ້ບໍ່ແມ່ນເປັນການປຸ້ນແບບບໍ່ຍຸຕິທຳ, ແຕ່ໝາຍເຖິງການຟື້ນຟູສະຫວັນ ແລະ ແຜ່ນດິນໂລກສູ່ສະພາວະດັ້ງເດີມຂອງພວກມັນ ແລະ ເພື່ອປະຕິຮູບ ແລະ ສ້າງມະນຸດຂຶ້ນໃໝ່. ນີ້ແມ່ນຈຸດໝາຍປາຍທາງທີ່ເໝາະສົມສຳລັບມະນຸດ, ເຖິງແມ່ນວ່າ ບາງທີມັນຈະບໍ່ແມ່ນການຮັບເອົາເນືອໜັງຄືນ ຫຼັງຈາກທີ່ໄດ້ຖືກຕີສອນຕາມທີ່ມະນຸດຈິນຕະນາການ. ພຣະເຈົ້າບໍ່ຕ້ອງການຮ່າງກະດູກຂອງເນື້ອໜັງຫຼັງຈາກທີ່ມັນຖືກທຳລາຍແລ້ວ, ແຕ່ຕ້ອງການອົງປະກອບດັ້ງເດີມໃນມະນຸດທີ່ເປັນຂອງພຣະເຈົ້າໃນເບື້ອງຕົ້ນ. ດ້ວຍເຫດນີ້, ພຣະອົງຈະບໍ່ທຳລາຍມະນຸດ ຫຼື ກຳຈັດເນື້ອໜັງຂອງມະນຸດຢ່າງສິ້ນເຊີງ, ຍ້ອນເນື້ອໜັງຂອງມະນຸດບໍ່ແມ່ນກຳມະສິດສ່ວນຕົວທີ່ເປັນຂອງມະນຸດ. ກົງກັນຂ້າມ, ມັນແມ່ນສ່ວນປະກອບຂອງພຣະເຈົ້າ ຜູ້ເຊິ່ງຄຸ້ມຄອງມະນຸດຊາດ. ພຣະອົງຈະທຳລາຍເນື້ອໜັງຂອງມະນຸດເພື່ອ “ຄວາມສຸກ” ຂອງພຣະອົງໄດ້ແນວໃດ? ໃນເວລານີ້, ເຈົ້າໄດ້ປະຖິ້ມທຸກສິ່ງທີ່ມາຈາກເນື້ອໜັງຂອງເຈົ້າ ເຊິ່ງບໍ່ມີລາຄາຫຍັງເລີຍແລ້ວບໍ? ຖ້າເຈົ້າສາມາດເຂົ້າໃຈສາມສິບເປີເຊັນຂອງພາລະກິດແຫ່ງຍຸກສຸດທ້າຍ (ພຽງແຕ່ສາມສິບເປີເຊັນເທົ່ານັ້ນ ນັ້ນກໍຄື ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ພ້ອມທັງພາລະກິດແຫ່ງພຣະທຳທີ່ພຣະເຈົ້າປະຕິບັດໃນຍຸກສຸດທ້າຍ), ແລ້ວເຈົ້າກໍຈະບໍ່ສືບຕໍ່ “ຮັບໃຊ້” ຫຼື “ອຸທິດ” ກັບເນື້ອໜັງຂອງເຈົ້າແບບທີ່ເຈົ້າເຮັດໃນປັດຈຸບັນ ເຊິ່ງຖືກເຮັດໃຫ້ເສື່ອມຊາມເປັນເວລາຫຼາຍປີແລ້ວ. ເຈົ້າຄວນເຂົ້າໃຈຢ່າງແທ້ຈິງວ່າ ໃນຕອນນີ້ ມະນຸດໄດ້ພັດທະນາສູ່ສະພາວະທີ່ບໍ່ເຄີຍມີມາກ່ອນ ແລະ ຈະບໍ່ສືບຕໍ່ພັດທະນາໄປຂ້າງໜ້າເໝືອນກັບກົງລໍ້ແຫ່ງປະຫວັດສາດອີກຕໍ່ໄປ. ເນື້ອໜັງທີ່ເສື່ອມສະຫຼາຍຂອງເຈົ້າໄດ້ຖືກປົກຫຸ້ມດ້ວຍແມງວັນ ແລ້ວມັນຈະມີອຳນາດທີ່ຈະຫັ້ນປ່ຽນກົງລໍ້ແຫ່ງປະຫວັດສາດ ທີ່ພຣະເຈົ້າໄດ້ເຮັດໃຫ້ມັນສືບຕໍ່ໝູນຈົນມາເຖິງທຸກວັນນີ້ໄດ້ແນວໃດ? ມັນຈະສາມາດເຮັດໃຫ້ໂມງແຫ່ງຍຸກສຸດທ້າຍທີ່ມິດງຽບກັບມາສົ່ງສຽງດັງອີກຄັ້ງ ແລະ ສືບຕໍ່ໝູນຕາມເຂັມໂມງໄດ້ແນວໃດ? ມັນຈະສາມາດປະຕິຮູບໂລກຄືນໃໝ່ທີ່ເບິ່ງຄືກັບວ່າ ປົກຫຸ້ມດ້ວຍໝອກໜາໄດ້ແນວໃດ? ເນື້ອໜັງຂອງເຈົ້າສາມາດເຮັດໃຫ້ພູເຂົາ ແລະ ແມ່ນໍ້າຟື້ນຄືນໄດ້ບໍ? ເນື້ອໜັງຂອງເຈົ້າທີ່ມີໜ້າທີ່ພຽງໜ້ອຍດຽວ ຈະສາມາດຟື້ນຟູໂລກມະນຸດແບບນີ້ຕາມທີ່ເຈົ້າປາຖະໜາໄດ້ບໍ? ເຈົ້າສາມາດໃຫ້ການສຶກສາກັບລູກຫຼານຂອງເຈົ້າເພື່ອໃຫ້ກາຍມາເປັນ “ມະນຸດ” ໄດ້ແທ້ບໍ? ບັດນີ້ ເຈົ້າເຂົ້າໃຈແລ້ວບໍ? ເນື້ອໜັງຂອງເຈົ້າເປັນຂອງໃຜກັນແທ້? ເຈດຕະນາໃນເບື້ອງຕົ້ນຂອງພຣະເຈົ້າສຳລັບການຊ່ວຍມະນຸດໃຫ້ລອດພົ້ນ, ສຳລັບການເຮັດໃຫ້ມະນຸດສົມບູນ ແລະ ສຳລັບການປ່ຽນແປງມະນຸດບໍ່ແມ່ນການມອບບ້ານເກີດທີ່ສວຍງາມໃຫ້ກັບເຈົ້າ ຫຼື ນໍາເອົາບ່ອນພັກຜ່ອນທີ່ສະຫງົບສຸກມາໃຫ້ເນື້ອໜັງຂອງມະນຸດ. ກົງກັນຂ້າມ, ມັນແມ່ນເພື່ອຄວາມສະຫງ່າລາສີຂອງພຣະອົງ ແລະ ຄຳພະຍານຂອງພຣະອົງ, ເພື່ອຄວາມສຸກທີ່ດີກວ່າຂອງມະນຸດຊາດໃນອະນາຄົດ ແລະ ເພື່ອພວກເຂົາຈະໄດ້ຮັບການພັກຜ່ອນໃນອີກບໍ່ດົນ. ຢ່າງໃດກໍຕາມ, ມັນບໍ່ແມ່ນເພື່ອເນື້ອໜັງຂອງເຈົ້າ, ຍ້ອນມະນຸດເປັນຕົ້ນທຶນຂອງການຄຸ້ມຄອງຂອງພຣະເຈົ້າ ແລະ ເນື້ອໜັງເປັນພຽງສ່ວນປະກອບເທົ່ານັ້ນ. (ມະນຸດແມ່ນສິ່ງຂອງທີ່ມີທັງວິນຍານ ແລະ ຮ່າງກາຍ, ໃນຂະນະທີ່ສ່ວນເນື້ອໜັງເປັນພຽງສິ່ງທີ່ເນົ່າເປື່ອຍໄດ້. ນີ້ໝາຍຄວາມວ່າ ເນື້ອໜັງເປັນເຄື່ອງມືສຳລັບແຜນການຄຸ້ມຄອງ). ເຈົ້າຄວນຮູ້ວ່າ ການທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ເຮັດໃຫ້ມະນຸດຄົບຖ້ວນ ແລະ ຮັບເອົາມະນຸດນັ້ນ ບໍ່ໄດ້ນໍາຫຍັງມາສູ່ມະນຸດເລີຍ ນອກຈາກດາບ ແລະ ການຂ້ຽນຕີເນື້ອໜັງຂອງພວກເຂົາ ແລະ ນໍາການທົນທຸກທີ່ບໍ່ສິ້ນສຸດ, ໄຟທີ່ເຜົາໄໝ້, ການພິພາກສາທີ່ໄຮ້ປານີ, ການຕີສອນ ແລະ ຄຳສາບແຊ່ງ ພ້ອມທັງການທົດລອງທີ່ບໍ່ມີຂອບເຂດ. ສິ່ງດັ່ງກ່າວແມ່ນເລື່ອງລາວພາຍໃນ ແລະ ຄວາມຈິງຂອງພາລະກິດແຫ່ງການຄຸ້ມຄອງມະນຸດ. ເຖິງຢ່າງໃດກໍຕາມ, ທຸກສິ່ງເຫຼົ່ານີ້ແມ່ນແນໃສ່ເນື້ອໜັງຂອງມະນຸດ ແລະ ປາຍຫອກແຫ່ງເຈດຕະນາຮ້າຍທີ່ໄຮ້ຄວາມປານີທັງໝົດນີ້ແມ່ນແນໃສ່ເນື້ອໜັງຂອງມະນຸດ (ຍ້ອນໂດຍດັ່ງເດີມແລ້ວ ມະນຸດບໍ່ມີຄວາມຜິດ). ທຸກສິ່ງແມ່ນເພື່ອຄວາມສະຫງ່າລາສີ ແລະ ຄຳພະຍານຂອງພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ. ນີ້ກໍເພາະວ່າ ພາລະກິດຂອງພຣະອົງບໍ່ແມ່ນເພື່ອມະນຸດຊາດແຕ່ຢ່າງດຽວ, ແຕ່ແມ່ນເພື່ອແຜນການທັງໝົດ ແລະ ເພື່ອບັນລຸຄວາມປະສົງດັ່ງເດີມຂອງພຣະອົງ ໃນຕອນທີ່ພຣະອົງສ້າງມະນຸດຊາດ. ດັ່ງນັ້ນ, ບາງທີເກົ້າສິບເປີເຊັນຂອງສິ່ງທີ່ມະນຸດປະສົບແມ່ນຄວາມທົນທຸກ ແລະ ການທົດລອງແຫ່ງແປວໄຟ ແລະ ມື້ແຫ່ງຄວາມຫວານຊື່ນ ແລະ ມື້ແຫ່ງຄວາມສຸກໜ້ອຍທີ່ສຸດ ຫຼື ບໍ່ມີເລີຍ ທີ່ເປັນມື້ເນື້ອໜັງຂອງມະນຸດປາຖະໜາ ແລະ ພວກເຂົາຍິ່ງບໍ່ສາມາດມີຊ່ວງເວລາທີ່ຈະໄດ້ຮັບຄວາມສຸກໃນເນື້ອໜັງ ໂດຍໃຊ້ເວລາທີ່ສວຍງາມກັບພຣະເຈົ້າ. ເນື້ອໜັງແມ່ນສົກກະປົກ, ດັ່ງນັ້ນ ສິ່ງທີ່ເນື້ອໜັງຂອງມະນຸດເຫັນ ຫຼື ໄດ້ຮັບແມ່ນບໍ່ມີຫຍັງເລີຍ ນອກຈາກການຕີສອນຂອງພຣະເຈົ້າ ທີ່ມະນຸດບໍ່ມັກ ແລະ ເປັນເໝືອນກັບວ່າ ມັນຂາດເຫດຜົນທີ່ປົກກະຕິ. ນີ້ແມ່ນຍ້ອນວ່າ ພຣະອົງຈະສຳແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະອົງທີ່ມະນຸດບໍ່ມັກ, ພຣະອົງຈະບໍ່ອົດທົນຕໍ່ການກະທໍາຜິດຂອງມະນຸດ ແລະ ຄວາມກຽດຊັງຂອງສັດຕູ. ພຣະເຈົ້າເປີດເຜີຍອຸປະນິໄສທັງໝົດຂອງພຣະອົງດ້ວຍທຸກວິທີທາງທີ່ຈຳເປັນ ເພື່ອສິ້ນສຸດພາລະກິດແຫ່ງການຕໍ່ສູ້ກັບຊາຕານເປັນເວລາຫົກພັນປີຂອງພຣະອົງ ນັ້ນກໍຄືພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດທັງປວງ ແລະ ການທຳລາຍຊາຕານເຖົ້າ!

(ຄັດຈາກບົດ “ເປົ້າໝາຍຂອງການຄຸ້ມຄອງມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 210)

ຍຸກສຸດທ້າຍໄດ້ມາເຖິງແລ້ວ ແລະ ບັນດາປະຊາຊາດທົ່ວໂລກກຳລັງຢູ່ໃນຄວາມວຸ້ນວາຍ. ມີຄວາມສັບສົນບໍ່ເປັນລະບຽບທາງການເມືອງ, ມີຄວາມອຶດຢາກ, ໂລກລະບາດຮ້າຍແຮງ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງປະກົດຂຶ້ນທຸກຫົນແຫ່ງ. ມີໄພພິບັດໃນໂລກມະນຸດ; ສະຫວັນໄດ້ສົ່ງໄພຮ້າຍແຮງລົງມາເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສັນຍານຂອງຍຸກສຸດທ້າຍ. ແຕ່ສຳລັບຜູ້ຄົນແລ້ວ, ມັນເບິ່ງຄືກັບວ່າໂລກແຫ່ງຄວາມເບີກບານ ແລະ ຄວາມສະຫງ່າງາມ, ເປັນໂລກທີ່ກຳລັງຢູ່ໃນສະພາບດັ່ງກ່າວນັ້ນຫຼາຍຍິ່ງຂຶ້ນ. ຫົວໃຈຂອງຜູ້ຄົນລ້ວນແລ້ວແຕ່ຖືກດຶງມາຫາສິ່ງນັ້ນ ແລະ ຫຼາຍຄົນກໍຕິດກັບດັກ ແລະ ບໍ່ສາມາດປົດປ່ອຍຕົນເອງອອກຈາກສິ່ງນັ້ນ; ຄົນຈຳນວນຫຼວງຫຼາຍຈະຖືກຫຼອກລວງໂດຍຄົນທີ່ປະຕິບັດໃນການລໍ້ລວງ ແລະ ເວດມົນຄາຖາ. ຖ້າເຈົ້າບໍ່ພະຍາຍາມເພື່ອຄວາມກ້າວໜ້າ, ບໍ່ມີອຸດົມການ ແລະ ບໍ່ໄດ້ຢັ່ງຮາກຕົນເອງໃນຫົນທາງທີ່ແທ້ຈິງ, ເຈົ້າກໍຈະຖືກກວາດລ້າງດ້ວຍຄື້ນກະແສຂອງຄວາມບາບ. ຈີນເປັນປະເທດທີ່ລ້າຫຼັງທີ່ສຸດໃນບັນດາປະເທດຕ່າງໆ; ມັນຄືດິນແດນທີ່ມັງກອນແດງໃຫຍ່ນອນຂົດຢູ່, ມັນມີຄົນສ່ວນໃຫຍ່ນະມັດສະການພະທຽມ ແລະ ມີສ່ວນຮ່ວມໃນເວດມົນຄາຖາ, ວັດສ່ວນໃຫຍ່ເປັນສະຖານທີ່ຂອງພວກຜີຮ້າຍທີ່ສົກກະປົກອາໄສຢູ່. ເຈົ້າເກີດຈາກສິ່ງນັ້ນ, ເຈົ້າຖືກສັ່ງສອນໂດຍສິ່ງນັ້ນ ແລະ ແຊ່ຢູ່ໃນອິດທິພົນຂອງມັນ; ເຈົ້າຖືກມັນເຮັດໃຫ້ເສື່ອມຊາມ ແລະ ທໍລະມານ, ແຕ່ຫຼັງຈາກທີ່ຖືກປຸກໃຫ້ຕື່ນຂຶ້ນ ເຈົ້າກໍປະຖິ້ມມັນ ແລະ ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ນີ້ແມ່ນສະຫງ່າລາສີຂອງພຣະເຈົ້າ ແລະ ນີ້ຄືເຫດຜົນທີ່ວ່າເປັນຫຍັງຂັ້ນຕອນນີ້ຂອງພາລະກິດຈຶ່ງມີຄວາມສຳຄັນຢ່າງຍິ່ງ. ພຣະເຈົ້າໄດ້ປະຕິບັດພາລະກິດໃນລະດັບທີ່ຍິ່ງໃຫຍ່, ໄດ້ກ່າວພຣະທຳຫຼາຍຂໍ້ ແລະ ໃນທີ່ສຸດ ພຣະອົງກໍຈະຮັບເອົາພວກເຈົ້າຢ່າງສົມບູນ, ນີ້ແມ່ນສ່ວນໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ພວກເຈົ້າກໍເປັນ “ຂອງທີ່ໄດ້ມາຈາກການຊະນະເສິກ” ຂອງການສູ້ຮົບຂອງພຣະເຈົ້າກັບຊາຕານ. ຍິ່ງພວກເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ ແລະ ຍິ່ງຊີວິດໃນຄຣິສຕະຈັກຂອງພວກເຈົ້າດີຂຶ້ນຫຼາຍສໍ່າໃດ, ມັງກອນແດງໃຫຍ່ກໍຍິ່ງຈະຖືກເຮັດໃຫ້ຄຸເຂົ່າລົງຫຼາຍສໍ່ານັ້ນ. ສິ່ງເຫຼົ່ານີ້ແມ່ນບັນຫາທັງໝົດຂອງໂລກຝ່າຍວິນຍານ, ສິ່ງເຫຼົ່ານີ້ເປັນການສູ້ຮົບຂອງໂລກຝ່າຍວິນຍານ ແລະ ເມື່ອພຣະເຈົ້າມີໄຊຊະນະ, ຊາຕານກໍຈະຖືກເຮັດໃຫ້ອັບອາຍ ແລະ ລົ້ມລົງ. ຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າມີຄວາມສຳຄັນຢ່າງໃຫຍ່ຫຼວງ. ພຣະເຈົ້າປະຕິບັດພາລະກິດໃນລະດັບທີ່ຍິ່ງໃຫຍ່ດັ່ງກ່າວ ແລະ ຊ່ວຍຄົນກຸ່ມນີ້ໃຫ້ລອດພົ້ນທັງໝົດ ເພື່ອວ່າພວກເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຊາຕານ, ດຳລົງຊີວິດຢູ່ໃນດິນແດນທີ່ສັກສິດ, ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ມີການນຳພາ ແລະ ການຊີ້ນໍາຂອງແສງສະຫວ່າງ. ແລ້ວມັນຈຶ່ງມີຄວາມໝາຍໃນຊີວິດຂອງເຈົ້າ. ສິ່ງທີ່ພວກເຈົ້າກິນ ແລະ ນຸ່ງແມ່ນແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ; ພວກເຈົ້າໄດ້ຮັບພຣະທໍາຂອງພຣະເຈົ້າ ແລະ ດຳລົງຊີວິດທີ່ມີຄວາມໝາຍ ແລະ ພວກເຂົາໄດ້ຮັບຫຍັງ? ພວກເຂົາພຽງແຕ່ໄດ້ຮັບ “ມໍລະດົກຂອງບັນພະບຸລຸດ” ຂອງພວກເຂົາ ແລະ “ວິນຍານແຫ່ງຊາດ” ຂອງພວກເຂົາ. ພວກເຂົາບໍ່ມີຮ່ອງຮອຍຂອງຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ! ເຄື່ອງນຸ່ງ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແຕກຕ່າງຈາກພວກເຂົາທັງນັ້ນ. ໃນທີ່ສຸດແລ້ວ ພວກເຈົ້າຈະຫຼົບໜີຈາກຄວາມສົກກະປົກຢ່າງຄົບຖ້ວນ, ບໍ່ໄດ້ຕິດກັບດັກຢູ່ໃນການລໍ້ລວງຂອງຊາຕານອີກຕໍ່ໄປ ແລະ ໄດ້ຮັບເອົາການຈັດກຽມປະຈຳວັນຂອງພຣະເຈົ້າ. ພວກເຈົ້າຄວນລະມັດລະວັງຢູ່ສະເໝີ. ເຖິງແມ່ນພວກເຈົ້າດຳລົງຊີວິດໃນສະຖານທີ່ສົກກະປົກ, ພວກເຈົ້າກໍບໍ່ໄດ້ມີມົນທິນຈາກຄວາມສົກກະປົກ ແລະ ສາມາດດຳລົງຊີວິດຢູ່ຂ້າງໆພຣະເຈົ້າ, ຮັບການປົກປ້ອງທີ່ຍິ່ງໃຫຍ່ຂອງພຣະອົງ. ພຣະເຈົ້າໄດ້ເລືອກພວກເຈົ້າຈາກຄົນທັງໝົດໃນດິນແດນສີເຫຼືອງນີ້. ພວກເຈົ້າບໍ່ແມ່ນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດບໍ? ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ, ຄືກັນກັບເປໂຕ. ໃນໂລກນີ້, ມະນຸດສວມໃສ່ເຄື່ອງນຸ່ງຂອງຜີຮ້າຍ, ກິນອາຫານຈາກຜີຮ້າຍ ແລະ ເຮັດວຽກ ແລະ ຮັບໃຊ້ພາຍໃຕ້ນິ້ວໂປ້ຂອງຜີຮ້າຍ, ຖືກຢຽບຢໍ່າໃນຄວາມສົກກະປົກຂອງມັນຢ່າງສິ້ນເຊີງ. ຖ້າເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຊີວິດ ຫຼື ຫົນທາງທີ່ແທ້ຈິງ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດແບບນີ້? ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?

(ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 211)

ມື້ນີ້ ພາລະກິດທີ່ເຮົາປະຕິບັດໃນພວກເຈົ້າແມ່ນເພື່ອນໍາພາພວກເຈົ້າໄປສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ; ມັນແມ່ນພາລະກິດແຫ່ງການເຂົ້າສູ່ຍຸກໃໝ່ ແລະ ການນໍາພາມະນຸດຊາດສູ່ຊີວິດໃນຍຸກໃໝ່. ພາລະກິດນີ້ຖືກປະຕິບັດເທື່ອລະບາດກ້າວ ແລະ ພັດທະນາທ່າມກາງພວກເຈົ້າໂດຍກົງ: ເຮົາສັ່ງສອນພວກເຈົ້າໜ້າຕໍ່ໜ້າ; ເຮົາຈັບມືຂອງພວກເຈົ້າ; ເຮົາບອກພວກເຈົ້າທຸກສິ່ງທີ່ພວກເຈົ້າບໍ່ເຂົ້າໃຈ, ປະທານທຸກສິ່ງທີ່ພວກເຈົ້າຂາດເຂີນໃຫ້ແກ່ພວກເຈົ້າ. ມັນສາມາດເວົ້າໄດ້ວ່າ ສຳລັບພວກເຈົ້າແລ້ວ ພາລະກິດທັງໝົດນີ້ແມ່ນການສະໜອງສຳລັບຊີວິດຂອງພວກເຈົ້າ, ຍັງນໍາພາພວກເຈົ້າເຂົ້າສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິອີກດ້ວຍ; ໂດຍສະເພາະແລ້ວ ມັນແມ່ນເພື່ອສະໜອງການບໍາລຸງລ້ຽງໃຫ້ແກ່ຊີວິດຂອງຜູ້ຄົນກຸ່ມນີ້ໃນລະຫວ່າງຍຸກສຸດທ້າຍ. ສຳລັບເຮົາແລ້ວ ພາລະກິດທັງໝົດນີ້ແມ່ນເພື່ອສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່; ແຕ່ສຳລັບຊາຕານ ເຮົາໄດ້ກາຍມາເປັນເນື້ອໜັງກໍເພື່ອເອົາຊະນະມັນ. ພາລະກິດທີ່ເຮົາປະຕິບັດທ່າມກາງພວກເຈົ້າໃນຕອນນີ້ແມ່ນການບໍາລຸງລ້ຽງຂອງພວກເຈົ້າສຳລັບມື້ນີ້ ແລະ ຄວາມລອດພົ້ນກົງເວລາຂອງພວກເຈົ້າ, ແຕ່ໃນລະຫວ່າງເວລາສອງສາມປີສັ້ນໆເຫຼົ່ານີ້, ເຮົາຈະບອກພວກເຈົ້າກ່ຽວກັບຄວາມຈິງທັງໝົດ, ວິທີການແຫ່ງຊີວິດທັງໝົດ ແລະ ແມ່ນແຕ່ພາລະກິດໃນອະນາຄົດ; ສິ່ງນີ້ຈະພຽງພໍທີ່ຈະເຮັດໃຫ້ພວກເຈົ້າສາມາດຜະເຊີນກັບສິ່ງຕ່າງໆຢ່າງຖືກຕ້ອງໃນອະນາຄົດ. ພຣະທຳທຸກຂໍ້ຂອງເຮົາພຽງຢ່າງດຽວແມ່ນສິ່ງທີ່ເຮົາໄດ້ຝາກຝັງໃຫ້ແກ່ພວກເຈົ້າ. ເຮົາບໍ່ໃຫ້ການຕຳໜິຕິເຕືອນຢ່າງອື່ນອີກ; ມື້ນີ້, ພຣະທຳທັງໝົດທີ່ເຮົາກ່າວແກ່ເຈົ້າແມ່ນການທີ່ເຮົາຕໍາໜິຕິເຕືອນພວກເຈົ້າ, ຍ້ອນມື້ນີ້ ພວກເຈົ້າບໍ່ມີປະສົບການກ່ຽວກັບພຣະທຳຫຼາຍຂໍ້ທີ່ເຮົາໄດ້ກ່າວ ແລະ ບໍ່ເຂົ້າໃຈຄວາມໝາຍທີ່ເລິກເຊິ່ງຂອງພຣະທຳເຫຼົ່ານັ້ນ. ມື້ໜຶ່ງ ປະສົບການຂອງພວກເຈົ້າຈະອອກໝາກຜົນຄືກັບທີ່ເຮົາເວົ້າເຖິງໃນມື້ນີ້. ພຣະທຳເຫຼົ່ານີ້ແມ່ນນິມິດຂອງພວກເຈົ້າໃນມື້ນີ້ ແລະ ພວກມັນແມ່ນສິ່ງທີ່ພວກເຈົ້າຈະເພິ່ງພາໃນອະນາຄົດ; ພວກມັນຄືການບໍາລຸງລ້ຽງຊີວິດໃນປັດຈຸບັນ ແລະ ການຕຳໜິຕິເຕືອນສຳລັບອະນາຄົດ ແລະ ບໍ່ມີການຕໍາໜິຕິເຕືອນໃດອື່ນທີ່ດີກວ່ານີ້ອີກແລ້ວ. ນີ້ກໍຍ້ອນເວລາທີ່ເຮົາຕ້ອງປະຕິບັດພາລະກິດເທິງແຜ່ນດິນໂລກບໍ່ໄດ້ຍາວນານສໍ່າກັບເວລາທີ່ພວກເຈົ້າຕ້ອງໄດ້ຜະເຊີນກັບພຣະທຳຂອງເຮົາ; ເຮົາໃກ້ທີ່ຈະສຳເລັດພາລະກິດຂອງເຮົາ ໃນຂະນະທີ່ພວກເຈົ້າກຳລັງສະແຫວງຫາຊີວິດ ເຊິ່ງເປັນຂະບວນການທີ່ປະກອບດ້ວຍການເດີນທາງອັນຍາວນານຕະຫຼອດຊີວິດ. ມີພຽງຫຼັງຈາກທີ່ໄດ້ຜະເຊີນກັບຫຼາຍສິ່ງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮັບເອົາຫົນທາງແຫ່ງຊີວິດຢ່າງສົມບູນ; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເບິ່ງເຫັນຄວາມໝາຍແທ້ຈິງໃນພຣະທຳທີ່ເຮົາກ່າວໃນປັດຈຸບັນ. ເມື່ອພວກເຈົ້າມີພຣະທຳຂອງເຮົາໄວ້ໃນມືຂອງພວກເຈົ້າ, ເມື່ອພວກເຈົ້າແຕ່ລະຄົນໄດ້ຮັບການຝາກຝັງທັງໝົດຂອງເຮົາ, ຫຼັງຈາກທີ່ເຮົາໄດ້ຝາກຝັງພວກເຈົ້າດ້ວຍທຸກສິ່ງທີ່ເຮົາຄວນຝາກ ແລະ ເມື່ອພາລະກິດແຫ່ງພຣະທຳໄດ້ມາເຖິງຈຸດສິ້ນສຸດ, ບໍ່ວ່າຜົນສະທ້ອນຈະໄດ້ຮັບຜົນຢ່າງໃຫຍ່ຫຼວງສໍ່າໃດກໍຕາມ, ການປະຕິບັດຄວາມປະສົງຂອງພຣະເຈົ້າກໍຈະຖືກບັນລຸຜົນເຊັ່ນກັນ. ມັນບໍ່ແມ່ນດັ່ງທີ່ເຈົ້າຈິນຕະນາການ ທີ່ເຈົ້າຕ້ອງຖືກປ່ຽນແປງຈົນເຖິງລະດັບໃດໜຶ່ງ; ພຣະເຈົ້າບໍ່ປະພຶດຕາມແນວຄິດຂອງເຈົ້າ.

(ຄັດຈາກບົດ “ການປະຕິບັດ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 212)

ໃນວັນສຸດທ້າຍ, ພຣະເຈົ້າໄດ້ກາຍເປັນມະນຸດເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງໄດ້ມາດ້ວຍຕົວຂອງພຣະອົງເອງເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ບັນດາຜູ້ທີ່ພຣະອົງພໍໃຈສົມບູນແບບ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດປັດຈຸບັນນີ້ ພຣະອົງປະຕິບັດພາລະກິດນັ້ນໃນໄລຍະວັນສຸດທ້າຍເທົ່ານັ້ນ. ມີພຽງໄລຍະວັນສຸດທ້າຍເທົ່ານັ້ນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຈະປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ຄົນເຫັນວ່າເປັນການຍາກທີ່ຈະທົນໄດ້, ເຖິງແມ່ນວ່າພຣະອົງຜູ້ຊົງເປັນພຣະເຈົ້າອົງຫຍິ່ງໃຫຍ່ມີຄວາມນ້ອບນ້ອມເພື່ອກາຍເປັນມະນຸດທຳມະດາຄົນໜຶ່ງ, ບໍ່ມີພາລະກິດດ້ານໃດຂອງພຣະອົງທີ່ຫຼ້າຊ້າ, ຢ່າງໜ້ອຍ ແຜນການຂອງພຣະອົງກໍ່ບໍ່ໄດ້ຕົກຢູ່ໃນຄວາມສັບສົນ. ພຣະອົງກຳລັງປະຕິບັດພາລະກິດຕາມແຜນການເດີມຂອງພຣະອົງ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດນີ້ແມ່ນເພື່ອຜາບແພ້ມະນຸດ. ອີກປະການໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນແບບ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະເອົງເຮັດໃຫ້ສົມບູນແບບດ້ວຍຕາຂອງພຣະອົງເອງ, ແລະພຣະອົງຢາກເຫັນດ້ວຍພຣະອົງເອງວ່າຄົນທີ່ພຣະອົງເຮັດໃຫ້ສົມບູນແບບນັ້ນເປັນປະຈັກພະຍານໃຫ້ພຣະອົງແນວໃດ. ບໍ່ແມ່ນຄົນໆດຽວທີ່ຖືກເຮັດໃຫ້ສົມບູນແບບ, ແລະກໍ່ບໍ່ແມ່ນສອງຄົນ. ແນວໃດກໍ່ຕາມ, ແມ່ນກຸ່ມຂອງຄົນຈຳນວນໜ້ອຍຫຼາຍ. ຄົນກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ, ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ວັດຖຸປະສົງແຫ່ງການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້ກໍ່ແມ່ນເພື່ອໃຫ້ໄດ້ຄົນກຸ່ມນີ້ມາ, ເພື່ອໃຫ້ໄດ້ຄົນກຸ່ມນີ້ມາເປັນປະຈັກພະຍານໃຫ້ພຣະອົງ, ແລະເພື່ອໄດ້ຮັບລັດສະໝີທີ່ພຣະອົງໄດ້ຜ່ານຄົນກຸ່ມນີ້. ພຣະອົງບໍ່ຊົງປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ, ທັງບໍ່ປະຕິບັດພາລະກິດທີ່ບໍ່ມີຄຸນຄ່າດ້ວຍ. ເຊິ່ງສາມາດເວົ້າໄດ້ວ່າ, ໃນການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ພຣະອົງປາດຖະໜາຢາກເຮັດໃຫ້ສົມບູນແບບທັງໝົດສົມບູນແບບ. ໃນເວລາຫວ່າງທີ່ພຣະອົງມີນອກເໜືອຈາກນີ້, ແມ່ນພຣະອົງຈະກຳຈັດບັນດາຄົນຊົ່ວຮ້າຍ. ຮູ້ໄວ້ວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຫຍິ່ງໃຫຍ່ນີ້ຍ້ອນບັນດາຄົນຊົ່ວຮ້າຍ; ແຕ່ກົງກັນຂ້າມ, ພຣະອົງມອບທຸກສິ່ງທຸກຢ່າງຂອງພຣະອົງໃຫ້ກໍ່ຍ້ອນຄົນຈຳນວນນ້ອຍໆທີ່ຈະຖືກເຮັດໃຫ້ສົມບູນແບບໂດຍພຣະອົງ. ພາລະກິດທີ່ພຣະອົງປະຕິບັດ, ພຣະທຳທີ່ພຣະອົງກ່າວ, ຂໍ້ເລິກລັບທີ່ພຣະອົງເປີດເຜີຍ, ແລະ ການພິພາກສາ ແລະ ການຕິສອນຂອງພຣະອົງ ທັງໝົດແມ່ນເພື່ອຄົນຈຳນວນນ້ອຍໆນັ້ນ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດຍ້ອນບັນດາຄົນຊົ່ວຮ້າຍ, ພວກເຂົາກະຕຸ້ນຄວາມໂກດຮ້າຍອັນຫຍິ່ງໃຫຍ່ໃນຕົວພຣະອົງຫຼາຍໜ້ອຍພຽງໃດ. ພຣະອົງກ່າວຄວາມຈິງ, ແລະເວົ້າເຖິງທາງເຂົ້າ, ກໍ່ຍ້ອນບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ, ພຣະອົງໄດ້ກາຍເປັນມະນຸດກໍ່ຍ້ອນພວກເຂົາ, ແລະເປັນຍ້ອນພວກເຂົາ ພຣະອົງຈິ່ງໄດ້ໃຫ້ຄຳສັນຍາ ແລະ ມອບພຣະພອນໃຫ້. ຄວາມຈິງ, ທາງເຂົ້າ, ແລະ ຊີວິດໃນຖານະເປັນມະນຸດທີ່ພຣະອົງກ່າວເຖິງນັ້ນ ບໍ່ແມ່ນເພື່ອຜົນປະໂຫຍດຂອງບັນດາຄົນຊົ່ວຮ້າຍ. ພຣະອົງຫຼີກລ່ຽງທີ່ຈະເວົ້າກັບບັນດາຄົນຊົ່ວຮ້າຍ, ແລະ ປາດຖະໜາທີ່ຈະມອບຄວາມຈິງທັງໝົດໃຫ້ແກ່ບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ. ແມ່ນແລ້ວ ພາລະກິດຂອງພຣະອົງຕ້ອງການເຊັ່ນນັ້ນ, ສຳລັບຕອນນີ້, ບັນດາຄົນຊົ່ວຮ້າຍໄດ້ຮັບອະນຸຍາດໃຫ້ມ່ວນຊື່ນກັບບາງຊັບສົມບັດຂອງພຣະອົງ. ບັນດາຜູ້ທີ່ບໍ່ດຳເນີນຕາມຄວາມຈິງ, ຜູ້ບໍ່ເຮັດຕາມໃຈພຣະເຈົ້າ, ແລະ ຜູ້ທີ່ຂັດຂວາງພາລະກິດຂອງພຣະອົງແມ່ນຄົນຊົ່ວຮ້າຍທັງໝົດ. ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນແບບ, ແລະຍັງຖືກພຣະເຈົ້າລັງກຽດ ແລະ ປະຕິເສດດ້ວຍ. ກົງກັນຂ້າມ, ຄົນທີ່ປະຕິບັດຕາມຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ຜູ້ທີ່ອຸທິດຕົນເຂົ້າໃນພາລະກິດຂອງພຣະເຈົ້າ ແມ່ນບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ. ບັນດາຜູ້ທີ່ພຣະເຈົ້າປາດຖະໜາໃຫ້ສົມບູນແບບແມ່ນບໍ່ນອກເໜືອຈາກຄົນກຸ່ມນີ້, ແລະພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອຜົນປະໂຫຍດຂອງຄົນເຫຼົ່ານີ້. ຄວາມຈິງທີ່ພຣະອົງກ່າວນັ້ນມຸ້ງຕົງໄປຫາຄົນທີ່ເຕັມໃຈນຳເອົາໄປປະຕິບັດຕາມ. ພຣະອົງບໍ່ໄດ້ກ່າວກັບຄົນທີ່ບໍ່ນຳເອົາຄວາມຈິງໄປປະຕິບັດຕາມ. ການເພີ່ມຄວາມເຂົ້າໃຈອັນເລິກເຊິ່ງ ແລະ ການເຕີບໂຕໃນຄວາມຮອບຮູ້ທີ່ພຣະອົງກ່າວເຖິງ ແມ່ນແນໃສ່ຄົນທີ່ສາມາດດຳເນີນຕາມຄວາມຈິງໄດ້. ເມື່ອພຣະອົງກ່າວເຖິງບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ ແມ່ນພຣະອົງກ່າວເຖິງຄົນເຫຼົ່ານີ້. ພາລະກິດຂອງພຣະວິນຍານບໍລິສຸດນັ້ນມຸ້ງຕົງໄປຫາຄົນທີ່ສາມາດປະຕິບັດຕາມຄວາມຈິງ. ສິ່ງຕ່າງໆເຊັ່ນ ການຄອບຄອງຄວາມສະຫຼາດ ແລະ ການມີສະຖານະເປັນມະນຸດແມ່ນມຸ້ງຕົງໄປຫາຄົນທີ່ເຕັມໃຈນຳເອົາຄວາມຈິງໄປປະຕິບັດຕາມ. ບັນດາຜູ້ທີ່ບໍ່ດຳເນີນຕາມຄວາມຈິງອາດໄດ້ຍິນຄວາມຈິງຫຼາຍປະການ ແລະ ອາດເຂົ້າໃຈຄວາມຈິງຫຼາຍໆປະການດ້ວຍ, ແຕ່ຍ້ອນວ່າພວກເຂົາຢູ່ທ່າມກາງຄົນຊົ່ວຮ້າຍ, ຄວາມຈິງທີ່ພວກເຂົາເຂົ້າໃຈຈິ່ງກາຍເປັນພຽງຫຼັກຄຳສອນ ແລະ ພຣະທຳເທົ່ານັ້ນ, ແລະບໍ່ມີຄວາມສຳຄັນຫຍັງສຳລັບການປ່ຽນແປງນິໄສຂອງພວກເຂົາ ຫຼື ສຳລັບຊີວິດຂອງພວກເຂົາ. ບໍ່ມີໃຜໃນພວກເຂົາທີ່ພັກດີຕໍ່ພຣະເຈົ້າ; ພວກເຂົາທັງໝົດແມ່ນຄົນທີ່ເຫັນພຣະເຈົ້າ ແຕ່ບໍ່ສາມາດໄດ້ຮັບພຣະອົງໄດ້, ແລະ ທັງໝົດໄດ້ຖືກພຣະເຈົ້າກ່າວໂທດ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ເນັ້ນໃສ່ການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນແບບໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 213)

ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນການຊໍາລະລ້າງມະນຸດ ເພື່ອມະນຸດຈະສາມາດມີຄວາມຈິງ ເພາະວ່າໃນປັດຈຸບັນນີ້ ມະນຸດເຂົ້າໃຈຄວາມຈິງພຽງແຕ່ໜ້ອຍດຽວເທົ່ານັ້ນ! ການປະຕິບັດພາລະກິດແຫ່ງການເອົາຊະນະຕໍ່ຜູ້ຄົນເຫຼົ່ານີ້ແມ່ນສຳຄັນທີ່ສຸດ. ເຈົ້າໄດ້ຕົກຢູ່ພາຍໃຕ້ອິດທິພົນແຫ່ງຄວາມມືດ ແລະ ຖືກທຳລາຍຢ່າງຮ້າຍແຮງ. ສະນັ້ນ ເປົ້າໝາຍຂອງພາລະກິດນີ້ກໍຄືການເຮັດໃຫ້ພວກເຈົ້າສາມາດຮູ້ຈັກທຳມະຊາດຂອງມະນຸດ ແລະ ດຳລົງຊີວິດໃນຄວາມຈິງ. ຄວາມສົມບູນຄືສິ່ງທີ່ມະນຸດຄວນຮັບເອົາ. ຖ້າພາລະກິດໃນຂັ້ນຕອນນີ້ພຽງແຕ່ຜູກພັນກັບການເຮັດໃຫ້ຜູ້ຄົນສົມບູນ ແລ້ວພາລະກິດດັ່ງກ່າວນີ້ສາມາດປະຕິບັດຢູ່ປະເທດອັງກິດ ຫຼື ອາເມຣິກາ ຫຼື ອິດສະຣາເອັນກໍໄດ້ ແລະ ສາມາດປະຕິບັດກັບຄົນໃນຊາດໃດກໍໄດ້. ແຕ່ພາລະກິດແຫ່ງການເອົາຊະນະແມ່ນມີກໍານົດ. ບາດກ້າວທຳອິດຂອງພາລະກິດແຫ່ງການເອົາຊະນະແມ່ນເປັນພຽງຊົ່ວຄາວ, ແຕ່ຈະຖືກໃຊ້ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະຈັກກະວານທັງໝົດ. ນີ້ຄືພາລະກິດເລີ່ມຕົ້ນຂອງການເອົາຊະນະ. ສາມາດເວົ້າໄດ້ວ່າ ທຸກສັບພະສິ່ງທີ່ມີຊີວິດທີ່ເຊື່ອໃນພຣະເຈົ້າສາມາດຖືກເຮັດໃຫ້ສົມບູນແບບໄດ້ ເພາະການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ຜູ້ຄົນສາມາດບັນລຸໄດ້ຫລັງຈາກການປ່ຽນແປງໄລຍະຍາວ. ແຕ່ການຖືກເອົາຊະນະແມ່ນແຕກຕ່າງກັນ. ຕົວຢ່າງ ແລະ ແບບຢ່າງສຳລັບການເອົາຊະນະຕ້ອງເປັນຄົນທີ່ຫລ້າຫລັງທີ່ສຸດ, ດຳລົງຊີວິດຢູ່ໃນຄວາມມືດທີ່ສຸດ, ຍັງເປັນຄົນທີ່ເສື່ອມຊາມທີ່ສຸດ, ບໍ່ເຕັມໃຈທີ່ຈະຍອມຮັບພຣະເຈົ້າ ແລະ ເປັນຄົນທີ່ບໍ່ເຊື່ອຟັງພຣະເຈົ້າຫຼາຍທີ່ສຸດ. ນີ້ຄືປະເພດຂອງຄົນທີ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ຊາຕານພ່າຍແພ້. ໃນທາງກົງກັນຂ້າມ ເປົ້າໝາຍຫຼັກຂອງການເຮັດໃຫ້ຜູ້ຄົນສົມບູນແມ່ນເພື່ອຮັບຜູ້ຄົນ. ມັນແມ່ນການເຮັດໃຫ້ຜູ້ຄົນເປັນພະຍານຫຼັງຈາກທີ່ໄດ້ຖືກເອົາຊະນະ ແລະ ສະແດງໃຫ້ເຫັນວ່າມີພາລະກິດແຫ່ງການເອົາຊະນະໄດ້ປະຕິບັດຕໍ່ຜູ້ຄົນແບບພວກເຈົ້າແລ້ວ. ຈຸດປະສົງກໍເພື່ອໃຫ້ມີຜູ້ຄົນເປັນພະຍານຫຼັງຈາກທີ່ຖືກເອົາຊະນະ. ຄົນທີ່ຖືກເອົາຊະນະເຫຼົ່ານີ້ຈະຖືກໃຊ້ເພື່ອບັນລຸເປົ້າໝາຍແຫ່ງການເຮັດໃຫ້ຊາຕານອັບອາຍ. ສະນັ້ນ ແມ່ນຫຍັງຄືວິທີຫຼັກຂອງການເອົາຊະນະ? ການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການເປີດເຜີຍ ນັ້ນກໍຄືການນໍາໃຊ້ອຸປະນິໄສທີ່ຊອບທຳເພື່ອເອົາຊະນະຜູ້ຄົນ ເພື່ອພວກເຂົາຈະໄດ້ເຊື່ອໝັ້ນຢ່າງເຕັມທີ່ ແລະ ຍ້ອນຈິດໃຈອັນຊອບທຳຂອງພຣະເຈົ້າ. ການໃຊ້ຄວາມເປັນຈິງແຫ່ງພຣະທຳ ແລະ ການໃຊ້ສິດອຳນາດແຫ່ງພຣະທຳເພື່ອເອົາຊະນະຜູ້ຄົນ ແລະ ເຮັດໃຫ້ພວກເຂົາໝັ້ນໃຈຢ່າງເຕັມປ່ຽມ ນີ້ຄືຄວາມໝາຍຂອງການຖືກເອົາຊະນະ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ສາມາດບັນລຸຄວາມເຊື່ອຟັງຫຼັງຈາກທີ່ຖືກເອົາຊະນະເທົ່ານັ້ນ ແຕ່ພວກເຂົາຍັງສາມາດມີຄວາມຮູ້ກ່ຽວກັບພາລະກິດແຫ່ງການພິພາກສາ, ປ່ຽນແປງນິໄສຂອງຕົນ ແລະ ມາຮູ້ຈັກກັບພຣະເຈົ້າ. ພວກເຂົາມີປະສົບການກັບເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຈິງ. ພວກເຂົາຮູ້ຈັກວິທີສໍາພັດກັບພາລະກິດຂອງພຣະເຈົ້າ, ສາມາດທົນທຸກເພື່ອພຣະເຈົ້າ ແລະ ມີຄວາມປະສົງຂອງພວກເຂົາເອງ. ຄົນທີ່ຖືກເຮັດໃຫ້ສົມບູນແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຈິງຍ້ອນມີປະສົບການກັບພຣະທຳຂອງພຣະເຈົ້າ. ຄົນທີ່ຖືກເອົາຊະນະແມ່ນຄົນທີ່ຮູ້ຈັກຄວາມຈິງ ແຕ່ຍັງບໍ່ຍອມຮັບຄວາມໝາຍທີ່ເປັນຈິງຂອງຄວາມຈິງ. ຫຼັງຈາກທີ່ຖືກເອົາຊະນະ ພວກເຂົາຈະເຊື່ອຟັງ ແຕ່ຄວາມເຊື່ອຟັງທັງໝົດຂອງພວກເຂົາເປັນຜົນມາຈາກການພິພາກສາທີ່ພວກເຂົາໄດ້ຮັບ. ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງແນ່ນອນກ່ຽວກັບຄວາມໝາຍແທ້ຈິງຂອງຄວາມຈິງ. ພວກເຂົາຮັບຮູ້ຄວາມຈິງທາງປາກ ແຕ່ພວກເຂົາບໍ່ໄດ້ເຂົ້າສູ່ຄວາມຈິງ, ພວກເຂົາເຂົ້າໃຈຄວາມຈິງທາງປາກ ແຕ່ພວກເຂົາບໍ່ໄດ້ມີປະສົບການກັບຄວາມຈິງ. ພາລະກິດທີ່ກຳລັງປະຕິບັດໃນຜູ້ຄົນທີ່ກຳລັງຖືກເຮັດໃຫ້ສົມບູນ ປະກອບດ້ວຍການຕີສອນ, ການພິພາກສາ ແລະ ພ້ອມດ້ວຍການຈັດກຽມຊີວິດ. ຄົນທີ່ໃຫ້ຄຸນຄ່າກັບການເຂົ້າສູ່ຄວາມຈິງແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄວາມແຕກຕ່າງລະຫວ່າງຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຄົນທີ່ຖືກເອົາຊະນະຂຶ້ນຢູ່ກັບວ່າ ພວກເຂົາເຂົ້າສູ່ຄວາມຈິງ ຫຼື ບໍ. ຄົນທີ່ເຂົ້າໃຈຄວາມຈິງ, ໄດ້ເຂົ້າສູ່ຄວາມຈິງ ແລະ ກຳລັງດຳລົງຊີວິດຢູ່ໃນຄວາມຈິງຄືຄົນທີ່ຖືກເຮັດໃຫ້ສົມບູນ, ຄົນທີ່ບໍ່ເຂົ້າໃຈຄວາມຈິງ, ບໍ່ເຂົ້າສູ່ຄວາມຈິງ ນັ້ນກໍຄືຄົນທີ່ບໍ່ໄດ້ດຳລົງຊີວິດຢູ່ໃນຄວາມຈິງ ພວກເຂົາຄືຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ຖ້າຄົນປະເພດດັ່ງກ່າວສາມາດເຊື່ອຟັງໄດ້ຢ່າງສົມບູນ ພວກເຂົາກໍສາມາດຖືກເອົາຊະນະໄດ້ເຊັ່ນກັນ. ຖ້າຄົນທີ່ຖືກເອົາຊະນະບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາບໍ່ປະຕິບັດຕາມ ຫຼື ດຳລົງຊີວິດຢູ່ໃນຄວາມຈິງ, ຖ້າພວກເຂົາໄດ້ເຫັນ ແລະ ໄດ້ຍິນຄວາມຈິງ ແຕ່ບໍ່ໃຫ້ຄຸນຄ່າກັບການດຳລົງຊີວິດຢູ່ໃນຄວາມຈິງ ພວກເຂົາກໍບໍ່ສາມາດຖືກເຮັດໃຫ້ສົມບູນ. ຄົນທີ່ຖືກເຮັດໃຫ້ສົມບູນຈະປະຕິບັດຄວາມຈິງຕາມເສັ້ນທາງແຫ່ງຄວາມສົມບູນ ນັ້ນກໍຄື ພວກເຂົາປະຕິບັດຄວາມຈິງທີ່ຄົ້ນພົບໃນເສັ້ນທາງແຫ່ງຄວາມສົມບູນ. ຜ່ານສິ່ງນີ້ ພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ພວກເຂົາກໍຖືກເຮັດໃຫ້ສົມບູນ. ຄົນໃດກໍຕາມທີ່ຕິດຕາມຈົນຮອດມື້ສຸດທ້າຍກ່ອນທີ່ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງ ຄືຄົນທີ່ຖືກເອົາຊະນະ ແຕ່ເຂົາບໍ່ສາມາດຖືວ່າເປັນຄົນທີ່ຖືກເຮັດໃຫ້ສົມບູນໄດ້. ຄົນທີ່ຖືກເຮັດໃຫ້ສົມບູນໝາຍເຖິງຄົນທີ່ສາມາດສະແຫວງຫາຄວາມຈິງ ແລະ ຖືກຮັບໂດຍພຣະເຈົ້າຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະສິ້ນສຸດລົງ. ເຊິ່ງໝາຍເຖິງຄົນທີ່ຍຶດໝັ້ນໃນຄວາມທຸກລຳບາກ ແລະ ດຳລົງຊີວິດໃນຄວາມຈິງ. ຄວາມແຕກຕ່າງລະຫວ່າງການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນຢູ່ໃນບາດກ້າວຂອງການປະຕິບັດພາລະກິດ ແລະ ຂຶ້ນຢູ່ກັບຄວາມແຕກຕ່າງໃນລະດັບຄວາມເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງຂອງຜູ້ຄົນ. ທຸກຄົນທີ່ຍັງບໍ່ໄດ້ດຳເນີນການໃນເສັ້ນທາງສູ່ຄວາມສົມບູນ ໝາຍເຖິງຄົນທີ່ບໍ່ມີຄວາມຈິງ ໃນທີ່ສຸດແມ່ນຈະໄດ້ຖືກກຳຈັດ. ມີພຽງແຕ່ຄົນທີ່ມີຄວາມຈິງ ແລະ ຄົນທີ່ດຳລົງຊີວິດຕາມຄວາມຈິງເທົ່ານັ້ນທີ່ສາມາດຖືກພຣະເຈົ້າຮັບຢ່າງສົມບູນ. ນັ້ນກໍຄື ຄົນທີ່ດຳລົງຊີວິດຕາມລັກສະນະຂອງເປໂຕແມ່ນຄົນທີ່ຖືກເຮັດໃຫ້ສົມບູນ ໃນຂະນະທີ່ຄົນອື່ນໆແມ່ນຄົນທີ່ຖືກເອົາຊະນະ. ພາລະກິດທີ່ກຳລັງປະຕິບັດຕໍ່ທຸກຄົນທີ່ກຳລັງຖືກເອົາຊະນະປະກອບມີພຽງການສາບແຊ່ງ, ການຕີສອນ ແລະ ການສະແດງຄວາມໂກດຮ້າຍ ແລະ ສິ່ງທີ່ພວກເຂົາຈະໄດ້ຮັບກໍມີພຽງແຕ່ຄວາມຊອບທຳ ແລະ ຄຳສາບແຊ່ງ. ການປະຕິບັດພາລະກິດໃນຄົນປະເພດດັ່ງກ່າວກໍຄືການເປີດເຜີຍແບບກົງໄປກົງມາ ເຊິ່ງເປັນການເປີດເຜີຍເຖິງອຸປະນິໄສເສື່ອມຊາມທີ່ຢູ່ພາຍໃນພວກເຂົາ ເພື່ອພວກເຂົາຈະຮັບຮູ້ເຖິວມັນດ້ວຍຕົນເອງ ແລະ ໝັ້ນໃຈຢ່າງແທ້ຈິງ. ເມື່ອມະນຸດເຊື່ອຟັງຢ່າງສົມບູນ ພາລະກິດແຫ່ງການເອົາຊະນະກໍສິ້ນສຸດລົງ. ເຖິງແມ່ນວ່າ ຜູ້ຄົນສ່ວນຫຼາຍຍັງບໍ່ສະແຫວງຫາເພື່ອເຂົ້າໃຈຄວາມຈິງ ພາລະກິດແຫ່ງການເອົາຊະນະກໍຈະສິ້ນສຸດລົງ.

(ຄັດຈາກບົດ “ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 214)

ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍວິທີໃດ? ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ? ອຸປະນິໄສຂອງພຣະອົງແມ່ນມີຫຍັງແນ່? ເພື່ອຊີ້ແຈງສິ່ງທັງໝົດເຫຼົ່ານີ້: ຄົນໜຶ່ງຈະເອີ້ນມັນວ່າ ການເຜີຍແຜ່ພຣະນາມຂອງພຣະເຈົ້າ, ອີກຄົນຈະເອີ້ນມັນວ່າ ເປັນການປະຈັກພະຍານໃຫ້ພຣະເຈົ້າ ແລະ ອີກຄົນຈະເອີ້ນມັນວ່າ ການສັນລະເສີນພຣະເຈົ້າ. ບົນພື້ນຖານການຮູ້ຈັກກັບພຣະເຈົ້າ, ໃນທີ່ສຸດ ອຸປະນິໄສໃນຊີວິດຂອງມະນຸດກໍຈະຖືກປ່ຽນແປງ. ຍິ່ງມະນຸດຖືກຈັດການ ແລະ ຖືກເຮັດໃຫ້ບໍລິສຸດຫຼາຍພຽງໃດ, ເຂົາຍິ່ງມີພະລັງຫຼາຍຂຶ້ນເທົ່ານັ້ນ; ຍິ່ງຂັ້ນຕອນພາລະກິດຂອງພຣະເຈົ້າຫຼາຍຂຶ້ນເທົ່າໃດ, ມະນຸດຍິ່ງຖືກເຮັດໃຫ້ສົມບູນແບບຫຼາຍຂຶ້ນເທົ່ານັ້ນ. ໃນປັດຈຸບັນ, ໃນປະສົບການຂອງມະນຸດ, ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈະກັບມາຕາມແນວຄວາມຄິດຂອງເຂົາ ແລະ ເປັນທຸກສິ່ງທີ່ຢູ່ເໜືອຄວາມສະຫຼາດຂອງມະນຸດ ແລະ ຢູ່ນອກເໜືອຄວາມຄາດຫວັງຂອງເຂົາ. ພຣະເຈົ້າສະໜອງທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການ ແລະ ສິ່ງນີ້ແມ່ນຂັດແຍ່ງກັບແນວຄິດຂອງເຂົາໃນທຸກໆດ້ານ. ພຣະເຈົ້າຊົງເອີ່ຍພຣະທໍາຂອງພຣະອົງໃນຊ່ວງເວລາທີ່ເຈົ້າອ່ອນແອ; ດ້ວຍວິທີນີ້ເທົ່ານັ້ນ ທີ່ພຣະອົງສາມາດສະໜອງຊີວິດຂອງເຈົ້າ. ໂດຍຍ້ອນກັບໄປທີ່ແນວຄວາມຄິດຂອງເຈົ້າ, ພຣະອົງຈະເຮັດໃຫ້ເຈົ້າຍອມຮັບໃຫ້ພຣະເຈົ້າຈັດການ; ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈິ່ງສາມາດຫຼຸດພົ້ນອອກຈາກຄວາມເສື່ອມຊາມຂອງເຈົ້າໄດ້. ໃນມື້ນີ້, ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແມ່ນປະຕິບັດພາລະກິດຂອງພຣະອົງໃນສະພາບຂອງພຣະເຈົ້າໃນດ້ານໜຶ່ງ, ແຕ່ໃນອີກດ້ານໜຶ່ງ ພຣະອົງປະຕິບັດພາລະກິດຂອງພຣະອົງໃນສະພາບຂອງມະນຸດທຳມະດາ. ເມື່ອເຈົ້າຢຸດປະຕິເສດພາລະກິດໃດໆຂອງພຣະເຈົ້າ, ເມື່ອເຈົ້າຍອມຮັບສິ່ງທີ່ພຣະເຈົ້າກ່າວ ບໍ່ວ່າຈະແມ່ນສິ່ງຫຍັງກໍຕາມ ຫຼື ກະທຳສິ່ງໃດໃນສະພາບຂອງມະນຸດທຳມະດາ, ເມື່ອເຈົ້າສາມາດຍອມຮັບ ແລະ ເຂົ້າໃຈຄວາມປົກກະຕິປະເພດໃດກໍຕາມ ທີ່ພຣະອົງຊົງສະແດງ ແລະ ເມື່ອເຈົ້າໄດ້ຮັບປະສົບການຕົວຈິງແລ້ວ: ເມື່ອນັ້ນເຈົ້າຈິ່ງສາມາດໝັ້ນໃຈໄດ້ວ່າ ພຣະອົງແມ່ນພຣະເຈົ້າ, ເມື່ອນັ້ນເຈົ້າຈະຢຸດສ້າງແນວຄວາມຄິດຕ່າງໆ ແລະ ເມື່ອນັ້ນເຈົ້າຈິ່ງຈະສາມາດຕິດຕາມພຣະອົງຈົນຈົບ. ພາລະກິດຂອງພຣະເຈົ້າແມ່ນມີຄວາມສະຫຼຽວສະຫຼາດ. ພຣະອົງຮູ້ວິທີທີ່ຈະເຮັດໃຫ້ມະນຸດລຸກຢືນຂຶ້ນຢ່າງໄວ ເພື່ອເປັນປະຈັກພະຍານໃຫ້ພຣະອົງ ແລະ ພຣະອົງຊົງຮູ້ວ່າຈຸດອ່ອນສຳຄັນຂອງມະນຸດຢູ່ບ່ອດໃດ. ພຣະທໍາທີ່ພຣະອົງກ່າວສາມາດຕີທີ່ຈຸດອ່ອນທີ່ສຳຄັນຂອງເຈົ້າ, ແຕ່ພຣະອົງຍັງໃຊ້ພຣະທໍາອັນໜ້າເກງຂາມ ແລະ ສະຫຼາດຂອງພຣະອົງ ເພື່ອເຮັດໃຫ້ເຈົ້າຢືນຢັດຢ່າງໝັ້ນຄົງໃນການເປັນປະຈັກພະຍານໃຫ້ພຣະອົງ. ນັ້ນແມ່ນການກະທຳອັນຢ່າງມີປະຕິຫານຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດນັ້ນເກີນກວ່າທີ່ຄວາມສະຫຼາດຂອງມະນຸດຈະຈິນຕະນາການໄດ້. ມະນຸດ ເຊິ່ງກໍ່ຄືເນື້ອໜັງ ແມ່ນມີຄວາມເສື່ອມຊາມປະເພດໃດ ແລະ ສິ່ງໃດທີ່ເປັນແກ່ນແທ້ຂອງມະນຸດ ເຊິ່ງທັງໝົດນີ້ແມ່ນຈະຖືກເປີດເຜີຍຜ່ານການພິພາກສາຂອງພຣະເຈົ້າ ເຊິ່ງຈະເຮັດໃຫ້ມະນຸດບໍ່ມີບ່ອນລີ້ຈາກຄວາມອັບອາຍຂອງເຂົາໄດ້.

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 215)

ໃຫ້ທົບທວນເຫດການໃນພຣະຄຳພີໃນຫົວຂໍ້ທີ່ວ່າ ພຣະເຈົ້າທຳລາຍເມືອງໂຊໂດມ ແລະ ພ້ອມນີ້ກໍຂໍໃຫ້ຄິດເບິ່ງວ່າ ເມຍຂອງໂລດກາຍມາເປັນເສົາເກືອໄດ້ແນວໃດ. ໃຫ້ຫວນກັບໄປແລ້ວຄິດເບິ່ງວ່າ ປະຊາຊົນເມືອງນີນາເວສຳນຶກຄວາມຜິດບາບຂອງພວກເຂົາໂດຍປົກຄຸມດ້ວຍຜ້າກະສອບ ແລະ ຂີ້ເທົ່າແນວໃດ; ໃຫ້ທົບທວນເບິ່ງວ່າ ແມ່ນຫຍັງເກີດຂຶ້ນຫຼັງຈາກທີ່ຊາວຢິວໄດ້ຄຶງພຣະເຢຊູໃສ່ໄມ້ກາງແຂນ 2.000 ປີກ່ອນ. ຊາວຢິວຖືກໄລ່ອອກຈາກອິດສະຣາເອນ ແລະ ໜີໄປຢູ່ປະເທດອື່ນໆທົ່ວແຜ່ນດິນໂລກ. ຫຼາຍຄົນຖືກຂ້າ ແລະ ຊົນຊາດຢິວທັງໝົດກໍປະສົບກັບການທຳລາຍທີ່ບໍ່ເຄີຍມີມາກ່ອນ. ພວກເຂົາໄດ້ຄຶງພຣະເຈົ້າໃສ່ໄມ້ກາງແຂນ ນັ້ນກໍຄືການສ້າງອາຊະຍາກຳທີ່ຊົ່ວຮ້າຍ ແລະ ທ້າທາຍອຸປະນິໄສຂອງພຣະເຈົ້າ. ພວກເຂົາຖືກບັງຄັບໃຫ້ຊົດໃຊ້ໃນສິ່ງທີ່ພວກເຂົາໄດ້ກະທຳ, ຖືກບັງຄັບໃຫ້ແບກຮັບເອົາຜົນຂອງການກະທຳຂອງພວກເຂົາ. ພວກເຂົາກ່າວໂທດພຣະເຈົ້າ, ປະຕິເສດພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບຊະຕາກໍາ ນັ້ນກໍຄື: ການຖືກພຣະເຈົ້າລົງໂທດ. ນີ້ແມ່ນຜົນຕາມມາ ແລະ ໄພພິບັດຢ່າງຮ້າຍແຮງ ທີ່ຜູ້ປົກຄອງຂອງພວກເຂົາໄດ້ນໍາມາສູ່ປະເທດ ແລະ ຊົນຊາດຂອງພວກເຂົາເອງ.

ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ. ຈຸດໝາຍທຳອິດຂອງພຣະອົງກໍຄືກຸ່ມນັກປົກຄອງພະເດັດການທີ່ຍິ່ງໃຫຍ່ ນັ້ນກໍຄື: ປະເທດຈີນ ເຊິ່ງເປັນປ້ອມປາການທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານັ້ນ, ພຣະອົງຖືກຕາມລ່າໂດຍພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່ ໂດຍບໍ່ມີບ່ອນວາງຫົວຂອງພຣະອົງ ແລະ ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື: ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ, ພຣະເຈົ້າກໍບໍ່ເຄີຍເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ, ຍ້ອນພຣະເຈົ້າກະທຳທຸກສິ່ງຢ່າງທີ່ພຣະອົງສາມາດກະທຳ ເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ. ພວກເຮົາເຊື່ອວ່າ ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ, ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນທີ່ທ້າທາຍພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະລົກ; ປະເທດໃດກໍຕາມທີ່ທ້າທາຍພາລະກິດຂອງພຣະເຈົ້າຈະຖືກທຳລາຍ; ຊົນຊາດໃດກໍຕາມທີ່ລຸກຮືຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ. ເຮົາແນະນໍາໃຫ້ປະຊາຊົນຂອງທຸກຊົນຊາດ, ປະເທດ ແລະ ແມ່ນແຕ່ອຸດສາຫະກຳໃຫ້ຟັງສຽງຂອງພຣະເຈົ້າ, ເພື່ອເບິ່ງພາລະກິດຂອງພຣະເຈົ້າ, ເພື່ອສົນໃຈກັບຊະຕາກໍາຂອງມະນຸດຊາດ, ດ້ວຍວ່າ ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ເປັນຕານັບຖືທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງຈຸດມຸ້ງໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ຜູ້ເຊິ່ງດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງຖືກສ້າງໂດຍພຣະເຈົ້າແຕ່ດັ່ງເດີມ ທີ່ດຳລົງຊີວິດຢູ່ໃນສວນເອເດນ.

ພາລະກິດຂອງພຣະເຈົ້າເໝືອນກັບຄື້ນທະເລຊັດສາດ. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດກ້າວຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 216)

ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລິ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາເວົ້າໄດ້ວ່າ ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນແມ່ນເພື່ອມະນຸດ. ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງກວມເວລາຫຼາຍພັນປີ ແລະ ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ, ພຣະອົງຈຳເປັນຕ້ອງໄດ້ສ້າງສິ່ງຕ່າງໆຫຼາຍຂຶ້ນທີ່ຈໍາເປັນສຳລັບຄວາມຢູ່ລອດຂອງມະນຸດ, ເຊັ່ນ: ດວງຕາເວັນ, ດວງເດືອນ, ທຸກສິ່ງທຸກຢ່າງທີ່ມີຊີວິດ, ອາຫານ ແລະ ສະພາບແວດລ້ອມທີ່ເປັນມິດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ.

ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດຊາດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ເຊິ່ງພາໄປສູ່ພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າເທື່ອລະໜ້ອຍ: ເລື່ອງລາວຂອງຍຸກແຫ່ງພຣະບັນຍັດ…. ເປັນເວລາຫຼາຍກວ່າສອງສາມພັນປີໃນລະຫວ່າງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດຊາດລຶ້ງເຄີຍກັບການນໍາພາຂອງຍຸກແຫ່ງພຣະບັນຍັດ ແລະ ຖືເບົາ. ມະນຸດໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າເທື່ອລະໜ້ອຍ. ແລ້ວດ້ວຍເຫດນັ້ນ ໃນຂະນະທີ່ປະຕິບັດຕາມພຣະບັນຍັດ ພວກເຂົາຍັງນະມັດສະການຮູບປັ້ນບູຊາ ແລະ ປະຕິບັດການກະທຳທີ່ຊົ່ວຮ້າຍ. ພວກເຂົາປາສະຈາກການປົກປ້ອງຂອງພຣະເຢໂຮວາ ແລະ ພຽງແຕ່ໃຊ້ຊີວິດຂອງພວກເຂົາຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ໃນຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊາວອິດສະຣາເອັນຍັງຕິດຢູ່ກັບພຣະບັນຍັດ ແລະ ກ່າວເຖິງນາມຂອງພຣະເຢໂຮວາ ແລະ ເຖິງກັບເຊື່ອຢ່າງເລິກເຊິ່ງວ່າ ມີແຕ່ພວກເຂົາເທົ່ານັ້ນທີ່ເປັນປະຊາຊົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ຖືກເລືອກຂອງພຣະເຢໂຮວາ, ສະຫງ່າລາສີຂອງພຣະເຈົ້າຈຶ່ງໄດ້ປະຖິ້ມພວກເຂົາໄປແບບງຽບໆແລ້ວ ...

ເມື່ອພຣະເຈົ້າກະທໍາພາລະກິດຂອງພຣະອົງ, ພຣະອົງອອກຈາກບ່ອນໜຶ່ງຢ່າງງຽບໆ ແລະ ຄ່ອຍໆດໍາເນີນພາລະກິດໃໝ່ທີ່ພຣະອົງເລີ່ມຕົ້ນຢູ່ບ່ອນອື່ນ. ນີ້ເບິ່ງຄືວ່າ ເປັນຕາເຫຼືອເຊື່ອສໍາລັບຜູ້ຄົນທີ່ຂາດຄວາມຮູ້ສຶກ. ຜູ້ຄົນມັກຈະເຊີດຊູສິ່ງເກົ່າ ແລະ ຖືວ່າສິ່ງໃໝ່, ບໍ່ຄຸ້ນເຄີຍນັ້ນເປັນສັດຕູ ຫຼື ເຫັນສິ່ງເຫຼົ່ານັ້ນເປັນສິ່ງທີ່ລຳຄານ. ແລ້ວດ້ວຍເຫດນັ້ນ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດໃໝ່ຫຍັງກໍຕາມ ຈາກຕົ້ນຈົນຈົບແລ້ວ ມະນຸດຈະເປັນຄົນສຸດທ້າຍທີ່ຢູ່ທ່າມກາງສິ່ງທັງປວງ ທີ່ຈະຮູ້ຈັກເຖິງສິ່ງນັ້ນ.

ດັ່ງທີ່ເຄີຍເປັນມາ, ຫຼັງຈາກພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າກໍເລີ່ມຕົ້ນພາລະກິດໃໝ່ຂອງຂັ້ນຕອນທີສອງຂອງພຣະອົງ: ການສະຖິດໃນເນື້ອໜັງ ນັ້ນກໍຄື ການບັງເກີດເປັນມະນຸດເປັນຜູ້ຊາຍເປັນເວລາສິບ ຊາວປີ ແລະ ການກ່າວ ແລະ ການປະຕິບັດພາລະກິດຂອງພຣະອົງໃນທ່າມກາງຜູ້ທີ່ເຊື່ອ. ໂດຍບໍ່ມີຂໍ້ຍົກເວັ້ນ, ບໍ່ມີໃຜຮູ້ ແລະ ມີພຽງຄົນຈໍານວນໜ້ອຍທີ່ຮັບຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ກາຍເປັນເນື້ອໜັງ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຖືກຄຶງທີ່ໄມ້ກາງແຂນ ແລະ ຟື້ນຄືນຊີບ. ... ທັນທີທີ່ຂັ້ນຕອນທີສອງຂອງພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດລົງ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ, ພາລະກິດຂອງພຣະເຈົ້າໃນການກອບກູ້ມະນຸດຈາກຄວາມຜິດບາບ (ເຊິ່ງໝາຍຄວາມວ່າ ການກອບກູ້ມະນຸດຈາກມືຂອງຊາຕານ) ແມ່ນໄດ້ສໍາເລັດລົງແລ້ວ. ແລ້ວດ້ວຍເຫດນັ້ນ, ນັບແຕ່ຊ່ວງເວລານັ້ນເປັນຕົ້ນມາ, ມະນຸດຊາດກໍຕ້ອງໄດ້ຍອມຮັບເອົາພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ຄວາມຜິດບາບຂອງເຂົາກໍຈະໄດ້ຮັບການອະໄພ. ເວົ້າໂດຍທົ່ວໄປແລ້ວ, ຄວາມຜິດບາບຂອງມະນຸດກໍແມ່ນບໍ່ໄດ້ເປັນອຸປະສັກໃນການທີ່ເຂົາບັນລຸຄວາມລອດພົ້ນຂອງເຂົາ ແລະ ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຂໍ້ອ້າງທີ່ຊາຕານໃຊ້ເພື່ອກ່າວໂທດມະນຸດອີກຕໍ່ໄປ. ນັ້ນກໍຍ້ອນພຣະເຈົ້າເອງໄດ້ປະຕິບັດພາລະກິດທີ່ແທ້ຈິງ, ໄດ້ກາຍມາເປັນລັກສະນະ ແລະ ການຊິມລົດຊາດຂອງເນື້ອໜັງທີ່ຜິດບາບ ແລະ ພຣະເຈົ້າເອງກໍເປັນເຄື່ອງຖວາຍແທນຄວາມຜິດບາບ. ໃນລັກສະນະນີ້, ມະນຸດໄດ້ລົງມາຈາກໄມ້ກາງແຂນ ແລະ ຖືກໄຖ່ ແລະ ຖືກຊ່ວຍໃຫ້ລອດພົ້ນຜ່ານທາງເນື້ອໜັງຂອງພຣະເຈົ້າ ເຊິ່ງກໍຄື ລັກສະນະເນື້ອໜັງທີ່ຜິດບາບນີ້. ແລ້ວສະນັ້ນ, ຫຼັງຈາກຖືກຊາຕານຈັບກຸມ, ມະນຸດຈຶ່ງເລີ່ມເຂົ້າໃກ້ການຍອມຮັບເອົາຄວາມລອດພົ້ນຂອງພຣະອົງຢູ່ຕໍ່ໜ້າພຣະເຈົ້າ. ແນ່ນອນ ຂັ້ນຕອນນີ້ຂອງພາລະກິດເລິກເຊິ່ງ ແລະ ມີການພັດທະນາຫຼາຍກວ່າການຄຸ້ມຄອງຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ.

ສິ່ງດັ່ງກ່າວແມ່ນການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ຫຼັງຈາກນັ້ນ ພຣະເຈົ້າກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລຶ່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມທັງໝົດ ຄືກັບອາດາມ ແລະ ເອວາບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກສິ່ງທີ່ຂີ້ຮ້າຍ ແລະ ມັນແຕກຕ່າງຈາກສິ່ງທີ່ບໍລິສຸດແນວໃດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ປະຕິບັດພາລະກິດສຳລັບຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ໃນລະຫວ່າງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຊາດຄືເປັນທັງເປົ້າໝາຍຂອງຄວາມເສື່ອມຊາມຂອງຊາຕານ ແລະ ຄວາມລອດພົ້ນຂອງພຣະເຈົ້າ ແລະ ມະນຸດຄືຜົນທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...

ແລ້ວຫຼັງຈາກນັ້ນຍຸກແຫ່ງລາຊະອານາຈັກກໍມາເຖິງ ເຊິ່ງເປັນຂັ້ນຕອນທີ່ເປັນຈິງຫຼາຍຂຶ້ນຂອງພາລະກິດ ແລະ ເປັນຂັ້ນຕອນທີ່ມະນຸດຍອມຮັບໄດ້ຍາກທີ່ສຸດ. ນັ້ນກໍຍ້ອນຈາກວ່າ ຍິ່ງມະນຸດຄົນນັ້ນມາຢູ່ໃກ້ພຣະເຈົ້າຫຼາຍເທົ່າໃດ ໄມ້ຄ້ອນຂອງພຣະເຈົ້າກໍຍິ່ງເຂົ້າໃກ້ມະນຸດຫຼາຍເທົ່ານັ້ນ ແລະ ໃບຕາຂອງພຣະເຈົ້າກໍຖືກເປີດເຜີຍຢ່າງຊັດເຈນຕໍ່ມະນຸດຫຼາຍສໍ່ານັ້ນ. ພາຍຫຼັງຈາກການໄຖ່ບາບຂອງມະນຸດຊາດ, ມະນຸດໄດ້ກັບຄືນມາຫາຄອບຄົວຂອງພຣະເຈົ້າຢ່າງເປັນທາງການ. ມະນຸດຄິດວ່າຕອນນີ້ຄືເວລາສຳລັບຄວາມເພີດເພີນ ແຕ່ເຂົາກໍຕ້ອງຕົກຢູ່ພາຍໃຕ້ການໂຈມຕີໃນແນວໜ້າຢ່າງສາຫັດໂດຍພຣະເຈົ້າ ເຊິ່ງເປັນການໂຈມຕີທີ່ບໍ່ມີຜູ້ໃດເຄີຍເຫັນມາກ່ອນ: ແຕ່ມັນກາຍເປັນວ່າ ນີ້ຄືການຮັບບັບຕິສະມາທີ່ປະຊາຊົນຂອງພຣະເຈົ້າຕ້ອງໄດ້ “ເພີດເພີນ”. ພາຍໃຕ້ການປະຕິບັດດັ່ງກ່າວ, ຜູ້ຄົນບໍ່ມີທາງເລືອກ ແຕ່ຕ້ອງໄດ້ຢຸດ ແລະ ຄິດກັບຕົນເອງວ່າ: “ຂ້ານ້ອຍເປັນລູກແກະທີ່ຫຼົງທາງເປັນເວລາຫຼາຍປີ ເຊິ່ງພຣະເຈົ້າໄດ້ເສຍສະຫຼະຫຼາຍຢ່າງເພື່ອຊື້ກັບຄືນ, ແລ້ວເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ຂ້ານ້ອຍແບບນີ້? ມັນເປັນວິທີທີ່ພຣະເຈົ້າຫົວຂວັນຂ້ານ້ອຍ ແລະ ເປີດໂປ່ງຂ້ານ້ອຍບໍ? ...” ຫຼັງຈາກຫຼາຍປີຜ່ານໄປ, ມະນຸດໄດ້ກາຍເປັນຄົນທີ່ຜ່ານຮ້ອນຜ່ານໜາວ, ໄດ້ຜະເຊີນກັບຄວາມລຳບາກຂອງການຫຼໍ່ຫຼອມ ແລະ ການຂ້ຽນຕີ. ເຖິງແມ່ນວ່າມະນຸດໄດ້ສູນເສຍ “ສະຫງ່າລາສີ” ແລະ “ຄວາມຮັກ” ໃນເວລາທີ່ຜ່ານໄປ, ເຂົາກໍໄດ້ມາເຂົ້າໃຈຫຼັກການແຫ່ງຄວາມປະພຶດຂອງມະນຸດໂດຍບໍ່ຮູ້ຕົວ ແລະ ໄດ້ມາຊື່ນຊົມປີແຫ່ງການອຸທິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ມະນຸດເລີ່ມກຽດຊັງຄວາມໂຫດຮ້າຍຂອງເຂົາເອງຢ່າງຊ້າໆ. ເຂົາເລີ່ມຊັງຄວາມໂຫດຮ້າຍທີ່ເຂົາເປັນ, ຄວາມເຂົ້າໃຈຜິດທັງໝົດທີ່ມີຕໍ່ພຣະເຈົ້າ ແລະ ການຮຽກຮ້ອງທີ່ບໍ່ສົມເຫດສົມຜົນທີ່ເຂົາມີຕໍ່ພຣະອົງ. ໂມງບໍ່ສາມາດຫວນຄືນໄດ້. ເຫດການໃນອະດີດກາຍເປັນຄວາມຊົງຈໍາທີ່ໜ້າເສຍດາຍຂອງມະນຸດ ແລະ ພຣະທໍາ ແລະ ຄວາມຮັກຂອງພຣະເຈົ້າກາຍເປັນພະລັງຂັບເຄື່ອນໃນການມີຊີວິດໃໝ່ຂອງມະນຸດ. ບາດແຜຂອງມະນຸດຮັກສາໃຫ້ດີຂຶ້ນໃນແຕ່ລະມື້, ພາລະກໍາລັງຂອງເຂົາໄດ້ກັບຄືນມາ ແລະ ເຂົາລຸກຢືນຂຶ້ນ ແລະ ເງີຍໜ້າເບິ່ງໃບໜ້າຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ... ພຽງແຕ່ໄດ້ຄົ້ນພົບວ່າຮອຍຍິ້ມຂອງພຣະອົງ ແລະ ໃບໜ້າທີ່ສວຍງາມຂອງພຣະອົງຍັງມີຊີວິດຊີວາ. ຫົວໃຈຂອງພຣະອົງຍັງເປັນຫ່ວງມະນຸດຊາດທີ່ພຣະອົງສ້າງ ແລະ ມືຂອງພຣະອົງຍັງອົບອຸ່ນ ແລະ ມີພະລັງຄືທີ່ເປັນໃນຕອນເລີ່ມຕົ້ນ. ມັນເປັນຄືດັ່ງວ່າມະນຸດໄດ້ກັບຄືນສູ່ສວນເອເດັນອີກຄັ້ງ ແຕ່ເທື່ອນີ້ມະນຸດບໍ່ໄດ້ເຊື່ອຟັງການລໍ້ລວງຂອງງູອີກຕໍ່ໄປ ແລະ ບໍ່ໄດ້ຫັນໜີຈາກໃບໜ້າຂອງພຣະເຢໂຮວາອີກຕໍ່ໄປ. ມະນຸດຄຸເຂົ່າລົງຕໍ່ໜ້າພຣະເຈົ້າ, ເງີຍໜ້າເບິ່ງໃບໜ້າອັນຍິ້ມແຍ້ມຂອງພຣະເຈົ້າ ແລະ ຖວາຍການເສຍສະຫຼະທີ່ມີຄຸນຄ່າທີ່ສຸດຂອງເຂົາ, ໂອ! ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ!

ຄວາມຮັກ ແລະ ຄວາມສົງສານຂອງພຣະເຈົ້າຊື່ມຜ່ານທຸກລາຍລະອຽດໃນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ວ່າຜູ້ຄົນຈະສາມາດເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ ຫຼື ບໍ່, ພຣະອົງຍັງປະຕິບັດພາລະກິດທີ່ພຣະອົງຕັ້ງໃຈກະທໍາໃຫ້ສໍາເລັດຢ່າງບໍ່ອິດເມື່ອຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈກ່ຽວກັບການຄຸ້ມຄອງຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ຄວາມຊ່ວຍເຫຼືອ ແລະ ຜົນປະໂຫຍດທີ່ພາລະກິດຂອງພຣະເຈົ້າໄດ້ນໍາມາສູ່ມະນຸດ ແມ່ນສາມາດຊື່ນຊົມໂດຍທຸກຄົນ. ບາງຄັ້ງ, ໃນມື້ນີ້ ເຈົ້າບໍ່ໄດ້ຮູ້ສຶກກັບຄວາມຮັກ ຫຼື ຊີວິດທີ່ພຣະເຈົ້າສະໜອງໃຫ້, ແຕ່ຕາບໃດທີ່ເຈົ້າບໍ່ປະຖິ້ມພຣະເຈົ້າ ແລະ ບໍ່ຍອມແພ້ຕໍ່ຄວາມຕັ້ງໃຈຂອງເຈົ້າທີ່ຈະສະແຫວງຫາຄວາມຈິງ, ມັນກໍຈະມີມື້ທີ່ຮອຍຍິ້ມຂອງພຣະເຈົ້າຈະຖືກເປີດເຜີຍໃຫ້ແກ່ເຈົ້າ. ຍ້ອນວ່າຈຸດປະສົງຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອກອບກູ້ຜູ້ຄົນທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ, ບໍ່ແມ່ນເພື່ອປະຖິ້ມຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຕໍ່ຕ້ານພຣະເຈົ້າ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 217)

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້ ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້. ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ມະນຸດຜູ້ທີ່ຕິດຕາມເຮົາຄວນຮູ້ຈຸດປະສົງຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ເຮົາຍັງດຳເນີນພາລະກິດໃນແບບນີ້ຢູ່. ເຖິງແມ່ນວ່າຈະມີຫຼາຍລາຍການປະກອບເຂົ້າໃນພາລະກິດຂອງເຮົາຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຊັ່ນດຽວກັນ, ຕົວຢ່າງເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພິ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນປະສົບກັບຄວາມສິ້ນຫວັງທີ່ຍາວນານ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ພາລະກິດໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດເຊື່ອຟັງເຮົາ ແລະ ໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດປ່ຽນແປງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ເຖິງແມ່ນວ່າສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດແຫ່ງການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍເຮັດສິ່ງໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ. ນີ້ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິສຣາເອວເຊື່ອຟັງຄືກັນກັບຊາວຢິວ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີຖານທີ່ໝັ້ນຢູ່ໃນດິນແດນນອກອິສຣາເອວ. ນີ້ແມ່ນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດທີ່ເຮົາກຳລັງພະຍາຍາມບັນລຸຜົນຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້, ແຕ່ສົນໃຈແຕ່ອະນາຄົດ ແລະ ເປົ້າໝາຍຂອງເຂົາເຈົ້າເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ມະນຸດກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແຕ່ສຸມໃສ່ແຕ່ເປົ້າໝາຍຂອງເຂົາເຈົ້າໃນອະນາຄົດ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະຂະຫຍາຍອອກໄປໄດ້ແນວໃດ? ຄຳສອນຂອງເຮົາຈະເຜີຍແຜ່ໄປທົ່ວໂລກໄດ້ແນວໃດ? ພວກເຈົ້າຄວນຮູ້ວ່າ, ເມື່ອພາລະກິດຂອງເຮົາໄດ້ຂະຫຍາຍອອກໄປແລ້ວ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະລົງໂທດພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາລົງໂທດແຕ່ລະຊົນເຜົ່າໃນດີນແດນອິສຣາເອວ. ທັງໝົດນີ້ຈະຖືກເຮັດເພື່ອເຜີຍແຜ່ ຄຳສອນຂອງເຮົາໄປທົ່ວໂລກ ແລະ ເພື່ອເຜີຍແຜ່ພາລະກິດຂອງເຮົາໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ເພື່ອໃຫ້ຊື່ສຽງຂອງເຮົາໄດ້ຮັບການແຜ່ຂະຫຍາຍຜ່ານທັງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ຊື່ສຽງອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນຈາກປາກຜູ້ຄົນໃນທຸກຊົນຊາດຊົນເຝົ່າ. ໃນຍຸກສຸດທ້າຍນີ້, ເຮົາຈະໃຫ້ຊື່ສຽງຂອງເຮົາໄດ້ຮັບການຂະຫຍາຍໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮັດໃຫ້ຜູ້ທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ເພື່ອໃຫ້ພວກເຂົາເອີ້ນເຮົາວ່າພະຜູ້ຊົງລິດທານຸພາບອີງຕາມການກະທຳຂອງເຮົາ ແລະ ເຮັດໃຫ້ຄຳເວົ້າຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິສຣາເອວເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດທີ່ບໍ່ແມ່ນຊາວຢິວຮວມທັງຜູ້ທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າເຮົາແມ່ນພຣະເຈົ້າແຫ່ງການນິລະມິດສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ຕ້ອງບັນລຸໄດ້ໃນຍຸກສຸດທ້າຍນີ້.

(ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 218)

ພາລະກິດທີ່ເຮົາໄດ້ມາເປັນເວລາຫຼາຍພັນປີພຽງແຕ່ຫາກໍເປີດເຜີຍຕໍ່ກັບມະນຸດໃນຍຸກສຸດທ້າຍນີ້ເທົ່ານັ້ນ. ດຽວນີ້ເຮົາໄດ້ເປີດເຜີຍຄວາມລຶກລັບຢ່າງຄົບຖ້ວນກ່ຽວກັບການດຳເນີນພາລະກິດຂອງເຮົາຕໍ່ກັບມະນຸດ. ມະນຸດຮູ້ຈັກຈຸດປະສົງຂອງພາລະກິດຂອງເຮົາ ແລະ ຍິ່ງກວ່ານັ້ນຍັງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມລຶກລັບທັງໝົດຂອງເຮົາອີກ. ເຮົາໄດ້ບອກມະນຸດທຸກຢ່າງໄປໝົດແລ້ວກ່ຽວກັບຈຸດໝາຍປາຍທາງທີ່ມະນຸດວິຕົກກັງວົນຢູ່. ເຮົາໄດ້ເປີດເຜີຍຕໍ່ກັບມະນຸດຄວາມລຶກລັບຂອງເຮົາທັງໝົດທີ່ໄດ້ປິດບັງມາເປັນເວລາຫຼາຍກວ່າ 5.900 ປີ. ພຣະເຢໂຮວາແມ່ນໃຜ? ພຣະເມຊິອາແມ່ນໃຜ? ພຣະເຍຊູແມ່ນໃຜ? ພວກເຈົ້າຄວນຮູ້ທັງໝົດເຫຼົ່ານີ້. ພາລະກິດຂອງເຮົາຈະດຳເນີນຕໍ່ໃນຊື່ເຫຼົ່ານີ້. ພວກເຈົ້າເຂົ້າໃຈບໍ? ຄວນເອີ້ນຊື່ອັນບໍລິສຸດຂອງເຮົາແນວໃດ? ຄວນເຜີຍແຜ່ຊື່ຂອງເຮົາແນວໃດຕໍ່ກັບບັນດາຊາດທີ່ເອີ້ນເຮົາຕາມແຕ່ລະຊື່ຂອງເຮົາ? ພາລະກິດຂອງເຮົາກຳລັງຢູ່ໃນຂັ້ນຕອນຂອງການແຜ່ຂະຫຍາຍອອກໄປ ແລະ ເຮົາຈະເຜີຍແຜ່ຄວາມສົມບູນຂອງມັນໄປສູ່ທຸກຊາດ. ເພາະວ່າພາລະກິດຂອງເຮົາໄດ້ດຳເນີນຢູ່ໃນຕົວພວກເຈົ້າແລ້ວ, ເຮົາຈະລົງໂທດພວກເຈົ້າຄືກັນກັບທີ່ພຣະເຢໂຮວາລົງໂທດຜູ້ຄົນລ້ຽງແກະຂອງເຮືອນເດວິດໃນອິສຣາເອວ, ເຊິ່ງເຮັດໃຫ້ເຈົ້າກະຈັດກະຈາຍໄປໃນທົ່ວທຸກຊາດ. ສຳລັບໃນຍຸກສຸດທ້າຍນີ້, ເຮົາຈະທໍາລາຍທຸກຊາດໃຫ້ກາຍເປັນຊີ້ນສ່ວນນ້ອຍໆ ແລະ ເຮັດໃຫ້ຄົນຂອງພວກເຂົາແຕກກະຈັດກະຈາຍອີກຄັ້ງໃໝ່. ເມື່ອເຮົາກັບມາອີກຄັ້ງ, ຊາດຕ່າງໆກໍຈະໄດ້ຖືກແບ່ງແຍກອອກຕາມເຂດແດນທີ່ກຳນົດໂດຍແປວໄຟເຜົາໄໝ້ຂອງເຮົາ. ໃນເວລານັ້ນ, ເຮົາຈະສະແດງຕົນເອງຕໍ່ກັບມະນຸດອີກຄັ້ງເປັນແສງແດດທີ່ເຜົາໄໝ້, ສະແດງຕົວເຮົາເອງຢ່າງເປີດເຜີຍຕໍ່ກັບພວກເຂົາໃນຮູບຂອງພຣະຜູ້ບໍລິສຸດທີ່ພວກເຂົາບໍ່ເຄີຍເຫັນມາກ່ອນ ໂດຍຍ່າງໃນທ່າມກາງເຊື້ອຊາດທີ່ຫຼາກຫຼາຍ. ຄືກັນກັບເຮົາ, ພຣະເຢໂຮວາກໍ່ເຄີຍຍ່າງຄຽງຂ້າງຊົນເຜົ່າຊາວຢິວມາກ່ອນ. ຕໍ່ນີ້ໄປ, ເຮົາຈະນຳພາມະນຸດໃນການດຳເນີນຊີວິດຂອງພວກເຂົາຢູ່ໃນໂລກ. ທີ່ນັ້ນພວກເຂົາຈະເຫັນລັດສະໝີພາບຂອງເຮົາຢ່າງແນ່ນອນ ແລະ ພວກເຂົາຈະເຫັນເສົາເມກໃນອາກາດທີ່ນຳພາພວກເຂົາໄປສູ່ຊີວິດຂອງເຂົາເຈົ້າ. ສໍາລັບເຮົາໆຈະປະກົດຕົວໃນສະຖານທີ່ສັກສິດ. ມະນຸດຈະເຫັນວັນແຫ່ງຄວາມຍຸຕິທຳຂອງເຮົາ ແລະ ພ້ອມດ້ວຍການສະແດງປະຈັກລັດສະໝີພາບຂອງເຮົາທີ່ຈະເກີດຂຶ້ນເມື່ອເຮົາປົກຄອງໂລກທັງໝົດ ແລະ ນຳເອົາພຣະບຸດ ທັງຫຼາຍຂອງເຮົາໄປສູ່ລັດສະໝີພາບ. ຢູ່ທຸກບ່ອນໃນໂລກ ມະນຸດຈະກົ້ມຫົວຄຳນັບ ແລະ ສະຖານທີ່ບູຊາຂອງເຮົາຈະຖືກສ້າງຂຶ້ນໃນທ່າມກາງມະນຸດ. ຈາກຜົນຂອງວຽກງານທີ່ເຮົາກຳລັງດຳເນີນໃນທຸກມື້ນີ້, ມະນຸດກໍຈະຮັບໃຊ້ເຮົາໃນພະວິຫານ. ແທ່ນບູຊາທີ່ປົກດ້ວຍສິ່ງສົກກະປົກ ແລະ ໜ້າລັງກຽດ, ເຮົາກໍຈະທຳລາຍໃຫ້ແຕກເປັນຫຼາຍຊິ້ນສ່ວນ ແລ້ວສ້າງອັນໃໝ່. ລູກແກະ ແລະ ລູກງົວຈະຖືກກອງໄວ້ເທິງແທ່ນບູຊາ. ເຮົາຈະທຳລາຍພະວິຫານໃນທຸກມື້ ແລ້ວສ້າງພະວິຫານໃໝ່. ພະວິຫານໃນທຸກມື້ນີ້ເຊິ່ງເຕັມໄປດ້ວຍມະນຸດທີ່ໜ້າລັງກຽດຈະຖຶກທໍາລາຍລົງ ແລະ ພະວິຫານທີ່ເຮົາສ້າງຂຶ້ນຈະເຕັມໄປດ້ວຍຜູ້ຮັບໃຊ້ທີ່ຈົງຮັກພັກດີຕໍ່ເຮົາ. ພວກເຂົາຈະຢືນຂຶ້ນອີກຄັ້ງ ແລະ ຮັບໃຊ້ເຮົາເພື່ອປະໂຫຍດແຫ່ງຄວາມລັດສະໝີພາບຂອງພະວິຫານຂອງເຮົາ. ພວກເຈົ້າຈະເຫັນມື້ນັ້ນທີ່ເຮົາຈະໄດ້ຮັບຄວາມລັດສະໝີພາບທີ່ຍິ່ງໃຫຍ່ຢ່າງແນ່ນອນ, ແລະ ເຈົ້າຈະເຫັນມື້ທີ່ເຮົາທຳລາຍພະວິຫານ ແລະ ສ້າງພະວິຫານໃໝ່ຢ່າງແນ່ນອນ. ພ້ອມນັ້ນພວກເຈົ້າຈະເຫັນມື້ທີ່ສະຖານທີ່ບູຊາຂອງເຮົາປາກົດຕົວໃນໂລກຂອງມະນຸດຢ່າງແນ່ນອນ. ເມື່ອເຮົາທຳລາຍພະວິຫານເຮົາຈະນຳເອົາແທ່ນບູຊາມາສູ່ໂລກມະນຸດ ດັ່ງທີ່ພວກເຂົາເຫັນການລົງມາຂອງເຮົາ. ຫຼັງຈາກທີ່ເຮົາໄດ້ທໍາລາຍທຸກຊາດແລ້ວ, ເຮົາຈະເຕົ້າໂຮມພວກເຂົາຂຶ້ນມາໃໝ່, ຈາກນັ້ນກໍຈະສ້າງພະວິຫານຂອງເຮົາ ແລະ ສ້າງແທ່ນບູຊາຂອງເຮົາເພື່ອໃຫ້ທຸກຄົນສາມາດບູຊາເຮົາ, ຮັບໃຊ້ເຮົາໃນພະວິຫານຂອງເຮົາ ແລະ ອຸທິດຕົນຢ່າງຊື່ສັດຕໍ່ກັບພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ພວກເຂົາຈະເປັນຄືກັບຊາວຢິວໃນທຸກມື້ນີ້, ແຕ່ງຕົວໃນດ້ວຍຊຸດເສື້ອຄຸມຍາວ ແລະ ມົງກຸດພ້ອມ ດ້ວຍຄວາມລັດສະໝີພາບຂອງເຮົາ. ພຣະເຢໂຮວາໃນທ່າມກາງພວກເຂົາ ແລະ ຄວາມເດຊານຸພາບຂອງເຮົາຈະປົກຄຸມທົ່ວພວກເຂົາ ແລະ ຄົງຢູ່ກັບພວກເຂົາຕະຫຼອດໄປ. ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຈະຖືກດຳເນີນໃນແບບດຽວກັນ. ເໝືອນດັ່ງພາລະກິດຂອງເຮົາໃນອິສຣາເອວ, ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວກໍຈະເປັນແບບດຽວກັນນັ້ນ, ເພາະວ່າເຮົາຈະຂະຫຍາຍພາລະກິດຂອງເຮົາໃນອິສຣາເອວ ແລະ ເຜີຍແຜ່ໄປສູ່ບັນດາຊາດທີ່ບໍ່ແມ່ນຊາວຢິວ.

(ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 219)

ດຽວນີ້ເຖິງເວລາແລ້ວທີ່ພຣະວິນຍານຂອງເຮົາຈະກະທໍາໃນສິ່ງທີ່ຍິ່ງໃຫຍ່ ແລະ ເຖິງເວລາແລ້ວທີ່ເຮົາຈະເລີ່ມພາລະກິດຂອງເຮົາຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ຍິ່ງກວ່ານັ້ນ, ມັນເຖິງເວລາແລ້ວທີ່ເຮົາຈະຈັດແບ່ງສິ່ງທີ່ສ້າງຂຶ້ນທັງໝົດໂດຍການຈັດແບ່ງເຂົ້າໃນປະເພດຂອງແຕ່ລະຄົນຕາມລຳດັບເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປໄດ້ໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ. ສະນັ້ນ, ສິ່ງທີ່ເຮົາຮ້ອງຂໍຈາກພວກເຈົ້າຍັງແມ່ນການໃຫ້ເຈົ້າອຸທິດຕົນທັງໝົດຂອງພວກເຈົ້າເພື່ອພາລະກິດຂອງເຮົາຄືເກົ່າ ແລະ ນອກຈາກນັ້ນເຈົ້າຄວນເຂົ້າໃຈຢ່າງແຈ່ມແຈ້ງ ແລະ ດຳເນີນວຽກງານທັງໝົດທີ່ເຮົາໄດ້ເຮັດໃນຕົວພວກເຈົ້າ ແລະ ໃຊ້ທຸກເຫື່ອແຮງຂອງເຈົ້າເຂົ້າໃນພາລະກິດຂອງເຮົາເພື່ອໃຫ້ມັນມີປະສິດທິຜົນເພິ່ມຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ຢຸດຕໍ່ສູ້ກັນເອງລະຫວ່າງພວກເຈົ້າທັງຫຼາຍ, ຢຸດຊອກວິທີ ຫຼື ຊອກຫາຄວາມສະບາຍທາງຮ່າງກາຍ ເຊິ່ງຈະເຮັດໃຫ້ພາລະກິດຂອງເຮົາຊັກຊ້າ ແລະ ທຳລາຍອະນາຄົດອັນສວຍງາມຂອງເຈົ້າ. ການເຮັດແບບນັ້ນແທນທີ່ຈະສາມາດໃຫ້ການປົກປ້ອງແກ່ເຈົ້າ ແຕ່ຈະເປັນການທຳລາຍຕົວເຈົ້າອີກຊໍ້າ. ນັ້ນຈະເປັນຄວາມໂງ່ຈ້າຂອງເຈົ້າເອງແມ່ນບໍ? ສິ່ງທີ່ເຈົ້າກຳລັງມີຄວາມສຸກຢ່າງໂລພາໃນທຸກມື້ນີ້ແມ່ນສິ່ງທີ່ກຳລັງທຳລາຍອະນາຄົດຂອງເຈົ້າ ແລະ ຄວາມເຈັບປວດທີ່ພວກເຈົ້າປະສົບໃນມື້ນີ້ກໍແມ່ນສິ່ງທີ່ກຳລັງປົກປ້ອງເຈົ້າ. ເຈົ້າຕ້ອງຮູ້ຈັກສິ່ງເຫຼົ່ານີ້ຢ່າງຈະແຈ້ງເພື່ອຫຼີກເວັ້ນຈາກການເປັນເຍື່ອຄວາມຫຼອກລວງທີ່ເຮັດໃຫ້ເຈົ້າລອດພົ້ນໄດ້ຍາກ ແລະ ຫຼີກເວັ້ນການຫຼົງທາງໄປສູ່ໝອກໜາ ແລະ ບໍ່ສາມາດຄົ້ນຫາແສງຕາເວັນ. ເມື່ອໝອກ ໜາແຈ້ງສະຫວ່າງອອກ, ເຈົ້າກໍຈະເຫັນຕົວເຈົ້າເອງໃນຄຳພິພາກສາຂອງມື້ທີ່ຍິ່ງໃຫຍ່ນັ້ນ. ເມື່ອເຖິງເວລານັ້ນ, ມື້ຂອງເຮົາແມ່ນຈະໃກ້ມາຮອດມະນຸດຊາດແລ້ວ. ເຈົ້າຈະຫຼົບໜີຈາກຄຳພິພາກສາຂອງເຮົາໄດ້ແນວໃດ? ເຈົ້າຈະສາມາດທົນກັບຄວາມຮ້ອນທີ່ເຜົາໄໝ້ຈາກດວງຕາເວັນໄດ້ແນວໃດ? ເມື່ອເວລາເຮົາມອບຄວາມອຸດົມສົມບູນໃຫ້ແກ່ມະນຸດແລ້ວ, ມະນຸດບໍ່ທະນຸຖະໜອມມັນໄວ້ໃນຫົວໃຈ, ແຕ່ປະຖິ້ມມັນໄວ້ໃນບ່ອນທີ່ບໍ່ມີໃຜຈະສັງເກດເຫັນມັນໄດ້. ເມື່ອຮອດມື້ຂອງເຮົາລົງມາຮອດມະນຸດ, ມະນຸດຈະບໍ່ສາມາດຄົ້ນພົບຄວາມສົມບູນຂອງເຮົາໄດ້ ຫຼື ເຫັນຄວາມຈິງທີ່ຂົມຂື່ນທີ່ເຮົາໄດ້ເວົ້າຕໍ່ມະນຸດໃນເມື່ອກ່ອນ. ມະນຸດຈະຄວນຄາງ ແລະ ຮ້ອງໄຫ້ ເພາະວ່າມະນຸດໄດ້ສູນເສຍຄວາມແສງສະຫວ່າງ ແລະ ຕົກຢູ່ໃນຄວາມມືດແລ້ວ. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ທັນເຄີຍເຫັນໄມ້ໃນມືຂອງເຮົາ ຫຼື ແປວໄຟທີ່ເຮົາເຜົາໄໝ້ມະນຸດ ແລະ ນັ້ນແມ່ນຍ້ອນຫຍັງພວກເຈົ້າຈິ່ງຍັງຈອງຫອງ ແລະ ບໍ່ໃສ່ໃຈຕໍ່ກັບການປະກົດຕົວຂອງເຮົາ. ນັ້ນແມ່ນເຫດຜົນຍ້ອນຫຍັງເຈົ້າຍັງຂັດຂືນກັບເຮົາຢູ່ໃນເຮືອນຂອງເຮົາ, ໂຕ້ຖຽງດ້ວຍຄໍາເວົ້າຈາກລີ້ນປາກຂອງມະນຸດກັບຄໍາເວົ້າຈາກປາກຂອງເຮົາທີ່ເຮົາໄດ້ເວົ້າໄປແລ້ວ. ມະນຸດບໍ່ຢ້ານກົວເຮົາ ແລະ ຍັງສືບຕໍ່ເປັນສັດຕູກັບເຮົາຈົນຮອດທຸກມື້ນີ້, ມະນຸດຍັງບໍ່ມີຄວາມຢ້ານກົວເລີຍ. ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປະກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປະກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ. ພາລະກິດຂອງເຮົາແມ່ນເພື່ອເຜົາທຳລາຍ, ເພື່ອກັ່ນຕອງຄຳເວົ້າ, ເພື່ອການກະທຳທັງໝົດຂອງມະນຸດທີ່ໄດ້ເວົ້າໄປ ແລະ ເພື່ອການກະທຳໄປໂດຍຜ່ານການປະກົດຕົວຂອງພຣະຈິດວິນຍານຂອງເຮົາ. ດ້ວຍວິທີນີ້[ກ] ເມື່ອເຮົາອອກຈາກໂລກນີ້ໄປ, ຜູ້ຄົນຈະຍັງຮັກສາຄວາມຈົງຮັກພັກດີຕໍ່ເຮົາ ແລະ ຈະຍັງຮັບໃຊ້ເຮົາຄືກັນກັບຜູ້ຮັບໃຊ້ອັນບໍລິສຸດຂອງເຮົາທີ່ປະຕິບັດໃນພາລະກິດຂອງເຮົາໃນຕອນນີ້ ແລະ ຈະເຮັດໃຫ້ພາລະກິດຂອງເຮົາໃນໂລກນີ້ສືບຕໍ່ໄປຈົນກວ່າມື້ສຳເລັດ.

(ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ດ້ວຍວິທີນີ້”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 220)

ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ ມະນຸດຍັງຈະຕ້ອງປະຕິບັດຕາມພຣະວັດຈະນະຂອງພຣະອົງຕໍ່ໄປ ແລະ ໃນອະນາຄົດ ພຣະວັດຈະນະຂອງພຣະເຈົ້າກໍຍັງຈະນຳພາຊີວິດຂອງມະນຸດໂດຍກົງຢູ່ໃນດິນແດນທີດີແຫ່ງການາອານນີ້. ເມື່ອໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານ, ພຣະເຈົ້າໄດ້ແນະນຳ ແລະ ເວົ້າກັບລາວໂດຍກົງ. ພຣະເຈົ້າສົ່ງອາຫານ ສົ່ງນໍ້າ ແລະ ອາຫານມານາຈາກສະຫວັນມາໃຫ້ຜູ້ຄົນ ແລະ ທຸກມື້ນີ້ກໍຍັງເປັນແບບນັ້ນຢູ່: ພຣະເຈົ້າໄດ້ສົ່ງສິ່ງຕ່າງໆລົງມາໃຫ້ຜູ້ຄົນກິນ ແລະ ດື່ມໂດຍພຣະອົງເອງ ແລະ ພຣະອົງໄດ້ສົ່ງຄຳສາບເພື່ອຂ້ຽນຕີຜູ້ຄົນໂດຍພຣະອົງເອງເຊັ່ນກັນ. ສະນັ້ນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນຖືກດຳເນີນໂດຍຕົວພຣະເຈົ້າເອງ. ໃນທຸກມື້ນີ້ ຜູ້ສະແຫວງຫາການປະກົດຂອງຄວາມຈິງ, ພວກເຂົາສະແຫວງຫາສັນຍານບອກເຫດການ ແລະ ຄວາມມະຫັດສະຈັນ ແລະ ມັນອາດເປັນໄປໄດ້ທີ່ຄົນທັງໝົດດັ່ງກ່າວຈະຖືກປະຖິ້ມ ເພາະວ່າພາລະກິດຂອງພຣະເຈົ້າກຳປາກົດເປັນຈິງຫຼາຍຂຶ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນແລ້ວ, ພວກເຂົາຍັງບໍ່ຮູ້ຊໍ້າວ່າພຣະເຈົ້າໄດ້ສົ່ງອາຫານ ແລະ ຢາບຳລຸງຈາກສະຫວັນມາໃຫ້. ແຕ່ພຣະເຈົ້າມີຢູ່ຈິງ ແລະ ພາບທີ່ປຸກໃຈຂອງອານາຈັກພັນປີທີ່ຜູ້ຄົນຈິນຕະນາການເຖິງ ກໍເປັນພຣະວັດຈະນະສ່ວນຕົວຂອງພຣະເຈົ້າເຊັ່ນກັນ. ນີ້ເປັນຄວາມຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືກເອີ້ນວ່າເປັນການປົກຄອງກັບພຣະເຈົ້າຢູ່ເທິງແຜ່ນດິນໂລກ. ການປົກຄອງກັບພຣະເຈົ້າຢູ່ໃນແຜ່ນດິນໂລກແມ່ນໝາຍເຖິງເນື້ອໜັງມະນຸດ. ສິ່ງທີ່ບໍ່ແມ່ນເນື້ອໜັງມະນຸດບໍ່ມີຢູ່ຈິງຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ທຸກຄົນທີ່ສົນໃຈການໄປສະຫວັນທີສາມແມ່ນເຮັດໄປໂດຍທີ່ບໍ່ມີປະໂຫຍດຫຍັງ. ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ ແລະ ບາງຄົນຈະໃຊ້ເລເຊີເພື່ອຮັບເອົາພຣະວັດຈະນະຂອງພຣະເຈົ້າ. ທຸກຄົນຈະຮັກໄຄ່ ແລະ ເຕັມໄປດ້ວຍຄວາມປາດຖະໜາ, ພວກເຂົາທັງໝົດຈະມາໃກ້ພຣະເຈົ້າ, ຮວມກັນເຂົ້າຫາພຣະເຈົ້າ ແລະ ທຸກຄົນຈະນະມັດສະການພຣະເຈົ້າ. ທັງໝົດນີ້ຈະເປັນການກະທຳຂອງພຣະເຈົ້າ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າຈະບໍ່ເລີ່ມຕົ້ນຢູ່ບ່ອນອື່ນອີກຢ່າງແນ່ນອນ. ພຣະເຈົ້າຈະບັນລຸຄວາມຈິງນີ້: ພຣະອົງຈະເຮັດໃຫ້ທຸກຄົນໃນທົ່ວຈັກກະວານມາຢູ່ຕໍ່ໜ້າພຣະອົງ ແລະ ນະມັດສະການພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ພາລະກິດຂອງພຣະອົງຢູ່ບ່ອນອື່ນຈະຢຸດ ແລະ ຜູ້ຄົນຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ມັນຈະເປັນຄືໂຈເຊັບ: ທຸກຄົນມາຫາລາວເພື່ອຂໍອາຫານ ແລະ ກົ້ມກາບລາວ ເພາະລາວມີອາຫານໃຫ້ກິນ. ເພື່ອຫຼີກລ່ຽງຄວາມອຶດຫິວ ຜູ້ຄົນຈະຖືກບັງຄັບເພື່ອຊອກຫາຫົນທາງທີ່ແທ້ຈິງ. ຊຸມຊົນສາສະໜາທັງໝົດຈະປະສົບກັບຄວາມອຶດຫິວຢ່າງຮ້າຍແຮງ ແລະ ພຽງແຕ່ພຣະເຈົ້າໃນຍຸກປັດຈຸບັນເທົ່ານັ້ນທີ່ເປັນແຫຼ່ງນໍ້າແຫ່ງຊີວິດ ທີ່ມີແຫຼ່ງນໍ້າທີ່ໄຫຼຕະຫຼອດເພື່ອສະໜອງຄວາມສຸກໃຫ້ແກ່ມະນຸດ ແລະ ຜູ້ຄົນຈະມາຫາ ແລະ ເພິ່ງພາອາໄສພຣະອົງ. ນັ້ນຈະແມ່ນເວລາທີ່ການກະທຳຂອງພຣະເຈົ້າຖືກເປີດເຜີຍ ແລະ ພຣະເຈົ້າໄດ້ຮັບການສັນລະເສີນ; ທຸກຄົນໃນທົ່ວຈັກກະວານຈະນະມັດສະການ “ມະນຸດ” ທີ່ທຳມະດາຄົນນີ້. ນີ້ບໍ່ແມ່ນມື້ແຫ່ງລັດສະໝີຂອງພຣະເຈົ້າບໍ? ໃນມື້ໜຶ່ງ ນັກບວດທີ່ແກ່ຊະລາຈະສົ່ງໂທລະເລກໄປຂໍນໍ້າຈາກແຫຼ່ງນໍ້າແຫ່ງຊີວິດ. ເຖິງພວກເຂົາຈະເປັນຄົນແກ່ຊະລາ ແຕ່ພວກເຂົາຍັງຈະນະມັດສະການຄົນຜູ້ນີ້ຜູ້ທີ່ພວກເຂົາເຄີຍດູຖູກຢຽດຫຍາມ. ພວກເຂົາຈະຮັບຮູ້ພຣະອົງດ້ວຍປາກຂອງພວກເຂົາ ແລະ ຈະເຊື່ອໝັ້ນພຣະອົງດ້ວຍຫົວໃຈຂອງພວກເຂົາ ແລ້ວນີ້ບໍ່ແມ່ນສັນຍານບອກເຫດການ ແລະ ຄວາມມະຫັດສະຈັນບໍ? ເມື່ອອານາຈັກທັງໝົດມີຄວາມປິຕິຍິນດີ ນັ້ນກໍຄືມື້ແຫ່ງລັດສະໝີຂອງພຣະເຈົ້າ ແລະ ໃຜກໍຕາມທີ່ມາຫາພວກເຈົ້າ ແລະ ຮັບເອົາຂ່າວດີຈາກພຣະເຈົ້າຈະໄດ້ຮັບພອນຈາກພຣະເຈົ້າ ແລະ ປະເທດຕ່າງໆ ແລະ ຜູ້ຄົນທີ່ເຮັດເຊັ່ນນັ້ນຈະໄດ້ຮັບພອນ ແລະ ການດູແລເບິ່ງແຍງຈາກພຣະເຈົ້າ. ທິດທາງໃນອະນາຄົດຈະເປັນດັ່ງນີ້: ຜູ້ຄົນທີ່ໄດ້ຮັບພຣະວັດຈະນະຈາກປາກຂອງພຣະເຈົ້າຈະມີເສັ້ນທາງໃຫ້ຍ່າງຢູ່ເທິງແຜ່ນດິນໂລກ ແລະ ບໍ່ວ່າຈະເປັນນັກທຸລະກິດ ຫຼື ນັກວິທະຍາສາດ ຫຼື ຜູ້ໃຫ້ການສຶກສາ ຫຼື ນັກອຸດສາຫະກຳຕ່າງໆ, ຜູ້ຄົນທີ່ບໍ່ມີພຣະທຳຂອງພຣະເຈົ້າຈະມີຄວາມຍາກລຳບາກແມ່ນແຕ່ບາດກ້າວດຽວ ແລະ ຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ນີ້ຄືຄວາມໝາຍທີ່ວ່າ “ດ້ວຍຄວາມຈິງ ເຈົ້າຈະໄປໄດ້ທົ່ວໂລກ; ຖ້າປາສະຈາກຄວາມຈິງ ເຈົ້າກໍຈະໄປໃສບໍ່ໄດ້”. ຄວາມຈິງມີດັ່ງນີ້: ພຣະເຈົ້າຈະໃຊ້ວິທີທາງ (ເຊິ່ງໝາຍເຖິງພຣະທຳຂອງພຣະອົງທັງໝົດ) ເພື່ອບັນຊາຈັກກະວານທັງໝົດ ແລະ ປົກຄອງ ແລະ ເອົາຊະນະມະນຸດ. ຜູ້ຄົນຫວັງສະເໝີເພື່ອໃຫ້ມີການປ່ຽນແປງທີ່ຍິ່ງໃຫຍ່ໃນການດໍາເນີນພາລະກິດຂອງພຣະເຈົ້າ. ເວົ້າງ່າຍໆກໍຄື ພຣະເຈົ້າຄວບຄຸມມະນຸດຜ່ານພຣະທຳ ແລະ ເຈົ້າຕ້ອງເຮັດໃນສິ່ງທີ່ພຣະອົງບອກ ບໍ່ວ່າເຈົ້າຈະຕ້ອງການ ຫຼື ບໍ່ກໍຕາມ; ນີ້ແມ່ນເປົ້າໝາຍທີ່ແທ້ຈິງ ແລະ ທຸກຄົນຕ້ອງໄດ້ເຊື່ອຟັງ ແລະ ເຊັ່ນດຽວກັນ ທຸກຄົນຕ້ອງຮູ້ວ່າມັນບໍ່ສາມາດຜ່ອນຜັນໄດ້.

(ຄັດຈາກບົດ “ອານາຈັກພັນປີມາຮອດແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 221)

ພຣະທຳຂອງພຣະເຈົ້າຈະເຜີຍແຜ່ໄປຍັງເຮືອນຈຳນວນນັບບໍ່ຖ້ວນ, ພຣະທໍາຈະຖືກຮັບຮູ້ໂດຍທຸກຄົນ ແລະ ເມື່ອນັ້ນເທົ່ານັ້ນພາລະກິດຂອງພຣະອົງຈະເຜີຍແຜ່ໄປທົ່ວຈັກກະວານ. ນັ້ນໝາຍຄວາມວ່າ ຖ້າພາລະກິດຂອງພຣະເຈົ້າຈະຖຶກເຜີຍແຜ່ໄປທົ່ວທັງຈັກກະວານ ພຣະທຳຂອງພຣະອົງກໍຕ້ອງໄດ້ຮັບການເຜີຍແຜ່. ໃນມື້ແຫ່ງຄວາມສະງ່າລາສີຂອງພຣະເຈົ້າ ພຣະທຳຂອງພຣະເຈົ້າຈະສະແດງລິດເດດ ແລະ ອຳນາດ. ພຣະທຳທຸກຂໍ້ຂອງພຣະອົງ ຈາກເວລາທີ່ດົນນານມາແລ້ວາຈົນຮອດມື້ນີ້ຈະບັນລຸຜົນ ແລະ ຈະເກີດຂຶ້ນ. ດ້ວຍວິທີນີ້ ລັດສະໝີພາບຈະເປັນຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພຣະທຳຂອງພຣະອົງຈະປົກຄອງແຜ່ນດິນໂລກ. ທຸກຄົນທີ່ຊົ່ວຮ້າຍຈະຖືກຂ້ຽນຕີໂດຍພຣະທຳຈາກປາກຂອງພຣະເຈົ້າ, ທຸກຄົນທີ່ມີຄວາມຊອບທໍາຈະໄດ້ຮັບພອນຈາກພຣະທຳທີ່ກ່າວຈາກປາກຂອງພຣະອົງ ແລະ ທຸກຄົນຈະຖືກຈັດຕັ້ງ ແລະ ເຮັດໃຫ້ສົມບູນໂດຍພຣະທຳຈາກປາກຂອງພຣະອົງ. ພຣະອົງຈະບໍ່ສະແດງສັນຍານບອກເຫດການ ຫຼື ສະແດງຄວາມອັດສະຈັນໃດໆ; ທັງໝົດຈະບັນລຸຜົນໂດຍພຣະທຳຂອງພຣະອົງ ແລະ ພຣະທຳຂອງພຣະອົງຈະສ້າງຄວາມຈິງ. ທຸກຄົນໃນແຜ່ນດິນໂລກຈະສະເຫຼີມສະຫຼອງພຣະທຳຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ, ຜູ້ຊາຍ, ແມ່ຍິງ, ຄົນເຖົ້າ ຫຼື ຄົນໜຸ່ມ ທຸກຄົນຈະຍອມອ່ອນນ້ອມພາຍໃຕ້ພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງ ໂດຍທີ່ເຮັດໃຫ້ຜູ້ຄົນໄດ້ເຫັນພຣະທໍາເຫຼົ່ານັ້ນເທິງແຜ່ນດິນໂລກຢ່າງຈະແຈ້ງ ແລະ ໃນຮູບແບບທີ່ມີຊີວິດ. ນີ້ຄືຄວາມໝາຍທີ່ວ່າພຣະທຳກາຍເປັນເນື້ອໜັງ. ພຣະເຈົ້າໄດ້ມາຍັງແຜ່ນດິນໂລກໂດຍຕົ້ນຕໍແລ້ວແມ່ນເພື່ອບັນລຸຄວາມຈິງກ່ຽວກັບ “ພຣະທຳກາຍເປັນເນື້ອໜັງ” ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອໃຫ້ພຣະທຳຂອງພຣະອົງສາມາດກ່າວອອກມາຈາກເນື້ອໜັງ (ບໍ່ຄືກັນກັບຍຸກສະໄໝຂອງໂມເຊໃນພັນທະສັນຍາເກົ່າ ໃນຕອນທີ່ສຽງຂອງພຣະເຈົ້າດັງອອກມາມາຈາກທ້ອງຟ້າໂດຍກົງ). ຫຼັງຈາກນັ້ນ ພຣະທຳທຸກຂໍ້ຂອງພຣະອົງຈະບັນລຸຜົນໃນຊ່ວງຍຸກອານາຈັກພັນປີ, ພຣະທໍາຈະກາຍເປັນຄວາມຈິງທີ່ມະນຸດເບິ່ງເຫັນໄດ້ກັບຕາ ແລະ ຜູ້ຄົນຈະເຫັນພຣະທໍາດ້ວຍຕາຂອງຕົນເອງໂດຍບໍ່ມີຄວາມແຕກຕ່າງຫຍັງເລີຍ. ນີ້ແມ່ນຄວາມໝາຍສູງສຸດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະວິນຍານຈະບັນລຸຜົນຜ່ານເນື້ອໜັງ ແລະ ຜ່ານພຣະທຳ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ພຣະທຳກາຍເປັນເນື້ອໜັງ” ແລະ “ການປາກົດຕົວຂອງພຣະທຳໃນເນື້ອໜັງ”. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດກ່າວຄວາມປະສົງຂອງພຣະວິນຍານ ແລະ ມີແຕ່ພຣະເຈົ້າໃນເນື້ອໜັງມະນຸດເທົ່ານັ້ນທີ່ສາມາດກ່າວໃນນາມພຣະວິນຍານໄດ້; ພຣະທຳຂອງພຣະເຈົ້າໄດ້ສ້າງຂຶ້ນຢ່າງຈະແຈ້ງໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ທຸກຄົນຈະຖືກນໍາພາໂດຍພຣະທຳດັ່ງກ່າວ. ບໍ່ມີໃຜໄດ້ຮັບການຍົກເວັ້ນ, ພວກເຂົາທຸກຄົນຈະດໍາລົງຊີວິດຢູ່ພາຍໃນຂອບເຂດນີ້. ຜູ້ຄົນສາມາດຮູ້ໄດ້ຈາກພຣະວັດຈະນະເຫຼົ່ານີ້ເທົ່ານັ້ນ; ຜູ້ທີ່ບໍ່ໄດ້ຮັບການນໍາພາໂດຍວິທີນີ້ຄືຜູ້ຄົນທີ່ຝັນກາງເວັນເທົ່ານັ້ນ ຖ້າພວກເຂົາຄິດວ່າພວກເຂົາສາມາດໄດ້ຮັບພຣະວັດຈະນະຈາກສະຫວັນໄດ້. ສິ່ງດັ່ງກ່າວແມ່ນອຳນາດທີ່ສະແດງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ທຸກຄົນເຊື່ອໃນສິ່ງນີ້ດ້ວຍຄວາມເຊື່ອໝັ້ນ. ແມ່ນແຕ່ຜູ້ຊ່ຽວຊານ ແລະ ນັກບວດທີ່ໜ້ານັບຖືກໍບໍ່ສາມາດກ່າວພຣະທຳເຫຼົ່ານີ້ໄດ້. ພວກເຂົາທຸກຄົນຕ້ອງອ່ອນນ້ອມພາຍໃຕ້ພຣະທຳ ແລະ ບໍ່ມີໃຜຈະສາມາດເລີ່ມຕົ້ນໃໝ່ອີກໄດ້. ພຣະເຈົ້າຈະໃຊ້ພຣະທຳເພື່ອເອົາຊະນະຈັກກະວານ. ພຣະອົງຈະເຮັດສິ່ງນີ້ໂດຍທີ່ບໍ່ໄດ້ເຮັດຜ່ານເນື້ອໜັງຈາກການບັງເກີດເປັນມະນຸດຂອງພຣະອົງ ແຕ່ຜ່ານການໃຊ້ພຣະວັດຈະນະຈາກປາກຂອງພຣະເຈົ້າທີ່ກາຍເປັນເນື້ອໜັງມະນຸດເພື່ອເອົາຊະນະມະນຸດທຸກຄົນໃນທົ່ວຈັກກະວານ; ມີພຽງສິ່ງນີ້ເທົ້ານັ້ນທີ່ແມ່ນພຣະທໍາທີ່ກາຍເປັນເນື້ອຫນັງ ແລະ ມີພຽງສິ່ງນີ້ເທົ້ານັ້ນທີ່ແມ່ນການປາກົດຕົວຂອງພຣະທຳໃນເນື້ອໜັງ. ບາງເທື່ອ ສໍາລັບກັບມະນຸດແລ້ວ ມັນອາດຈະປາກົດວ່າພຣະເຈົ້າບໍ່ໄດ້ດຳເນີນພາລະກິດຫຼາຍພໍປານໃດ ແຕ່ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ແລະ ພວກເຂົາຈະເຊື່ອ ແລະ ຍໍາເກງຈົນໝົດ. ຖ້າບໍ່ມີ ຄວາມຈິງ ມະນຸດຈະຮ້ອງໂຮ່ ແລະ ກີດຮ້ອງ; ແຕ່ຖ້າມີພຣະທຳຂອງພຣະເຈົ້າ ພວກເຂົາຈະງຽບສະຫງົບ. ແນ່ນອນວ່າພຣະເຈົ້າຈະບັນລຸຄວາມຈິງນີ້ ເພາະວ່ານີ້ແມ່ນແຜນການຂອງພຣະເຈົ້າທີ່ກຳນົດໄວ້ແຕ່ດົນນານມາແລ້ວ: ການບັນລຸຄວາມຈິງກ່ຽວກັບການມາສູ່ໂລກຂອງພຣະທຳ. ຄວາມຈິງແລ້ວ ບໍ່ມີຄວາມຈຳເປັນທີ່ເຮົາຕ້ອງອະທິບາຍ ເພາະການມາຮອດຂອງອານາຈັກພັນປີໃນແຜ່ນດິນໂລກແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າໃນແຜ່ນດິນໂລກ. ການລົງມາໃໝ່ຂອງນະຄອນເຢຣູຊາເລັມຈາກສະຫວັນແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າເພື່ອດຳເນີນຊີວິດໃນທ່າມກາງມະນຸດ, ເພື່ອຕິດຕາມເບິ່ງທຸກການກະທຳຂອງມະນຸດ ແລະ ທຸກຄວາມຄິດທີ່ຝັງຢູ່ໃນຈິດໃຈຂອງມະນຸດ. ນີ້ແມ່ນອີກຄວາມຈິງທີ່ພຣະເຈົ້າຈະບັນລຸຜົນ; ນີ້ແມ່ນພາບທີ່ງົດງາມຂອງອານາຈັກພັນປີ. ນີ້ແມ່ນແຜນການທີ່ພຣະເຈົ້າກຳນົດໄວ້: ພຣະທຳຂອງພຣະອົງຈະປາກົດໃນແຜ່ນດິນໂລກເປັນເວລາໜຶ່ງພັນປີ ແລະ ພຣະທຳຈະສະແດງທຸກການກະທຳຂອງພຣະອົງ ເພື່ອເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນແຜ່ນດິນໂລກສໍາເລັດ ເຊິ່ງຫຼັງຈາກໄລຍະນີ້ແລ້ວ ມະນຸດຊາດກໍຈະຈົບສິ້ນ.

(ຄັດຈາກບົດ “ອານາຈັກພັນປີມາຮອດແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 222)

ໄພພິບັດທັງໝົດຈະເກີດຂຶ້ນຢ່າງຕໍ່ເນື່ອງ; ທຸກຊາດ ແລະ ທຸກສະຖານທີ່ ຈະປະສົບກັບໄພພິບັດເຊັ່ນ: ໂລກລະບາດ, ໄພອຶດຫີວ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ແຜ່ນດິນໄຫວຈະເກີດຂື້ນຢູ່ທຸກບ່ອນ. ໄພພິບັດເຫຼົ່ານີ້ ຈະເກີດຂື້ນບໍ່ສະເພາະຢູ່ບ່ອນໜຶ່ງບ່ອນດຽວ ຫລື ສອງບ່ອນ ຫຼື ຈະບໍ່ເກີດຂື້ນພຽງແຕ່ພາຍໃນໜຶ່ງມື້ ຫຼື ສອງມື້, ແຕ່ພວກມັນຈະແຜ່ລາມໄປທົ່ວທຸກແຫ່ງຫົນ ແລະ ໄພພິບັດເຫຼົ່ານັ້ນ ຈະຮ້າຍແຮງຂຶ້ນເລື້ອຍໆ. ຢູ່ໃນໄລຍະນີ້ ຈະເກີດການລະບາດຂອງແມງໄມ້ທຸກຊະນິດເກີດຂື້ນຢ່າງຕໍ່ເນື່ອງກັນ ແລະ ຈະເກີດມີປະກົດການກິນຊີ້ນມະນຸດເກີດຂຶ້ນຢູ່ທຸກຫົນແຫ່ງ. ນີ້ແມ່ນການພິພາກສາຂອງເຮົາຕໍ່ທຸກຊາດ ແລະ ທຸກຊົນຊາດ. ລູກຊາຍທັງຫລາຍຂອງເຮົາເອີຍ! ພວກເຈົ້າ ບໍ່ຕ້ອງທົນທຸກທໍລະມານກັບຄວາມເຈັບປວດ ຫຼື ຄວາມລໍາບາກຈາກໄພພິບັດເຫລົ່ານັ້ນ. ເຮົາປາຖະໜາໃຫ້ພວກເຈົ້າເຕີບໃຫຍ່ ແລະ ຮັບເອົາພາລະຢູ່ເທີງບ່າຂອງເຮົາໃຫ້ໄວທີ່ຈະໄວໄດ້; ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈຄວາມປະສົງຂອງເຮົາ? ພາລະກິດຢູ່ເບື້ອງໜ້າ ຍິ່ງຈະຫຍຸ້ງຍາກຂື້ນເລື້ອຍໆ. ພວກເຈົ້າໃຈແຂງເຖິງຂັ້ນຈະໜີ້ຈາກເຮົາໂດຍທີ່ມືຂອງເຮົາບໍ່ຫວ່າງທີ່ຈະປະຕິບັດພາລະກິດອັນໜັກໜ່ວງດ້ວຍຕົນເອງແບບນີ້ບໍ່? ເຮົາຂໍເວົ້າຢ່າງຈະແຈ້ງ: ຄົນທີ່ມີຊີວິດເປັນຜູ້ໃຫຍ່ ຈະເຂົ້າສູ່ບ່ອນລີ້ໄພ ແລະ ຈະບໍ່ທົນທຸກທໍລະມານກັບຄວາມເຈັບປວດ ຫລື ຄວາມຫຍຸ້ງຍາກ; ຜູ້ທີ່ມີຊີວິດບໍ່ເຕີບໃຫຍ່ ຕ້ອງທົນທຸກທໍລະມານກັບຄວາມເຈັບປວດ ແລະ ໄພອັນຕະລາຍ. ພຣະທຳຂອງເຮົາຊັດເຈນ ແມ່ນບໍ່?

ຊື່ຂອງເຮົາຕ້ອງແຜ່ຂະຫຍາຍໄປທົ່ວທຸກສາລະທິດ ແລະ ທົ່ວທຸກບ່ອນ ຊຶ່ງທຸກຄົນຈະໄດ້ຮູ້ຈັກຊື່ອັນບໍລິສຸດຂອງເຮົາ ແລະ ຮູ້ຈັກເຮົາ. ຄົນທຸກເພດທຸກໄວ ທີ່ຢູ່ປະເທດສະຫະລັດອາເມລິກາ, ຍີ່ປຸ່ນ, ການາດາ, ສິງກະໂປ, ສະຫະພາບໂຊວຽດ, ມາເກົາ, ຮົ່ງກົງ ແລະ ປະເທດອື່ນໆ ຈະພາກັນຫລັ່ງໄຫລເຂົ້າສູ່ປະເທດຈີນຢ່າງຮີບດ່ວນ ເພື່ອຄົ້ນຫາວິທີທາງທີ່ຖືກຕ້ອງ. ຊື່ຂອງເຮົາໄດ້ຖືກຢືນຢັນຕໍ່ພວກເຂົາແລ້ວ; ແລະ ເສິ່ງທີ່ຫຼົງເຫຼືອກໍຄືໃຫ້ເຈົ້າເປັນຜູ້ໃຫຍ່ໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອວ່າ ພວກເຈົ້າຈະໄດ້ເບິ່ງແຍງ ແລະ ນຳພາພວກເຂົາ. ນີ້ຄືເຫດຜົນທີ່ເຮົາກ່າວວ່າ ຈຳນວນພາລະກິດຢູ່ເບື້ອງໜ້າຈະຍິ່ງໃຫຍ່ກວ່າເກົ່າ. ຊື່ຂອງເຮົາຈະກະຈາຍອອກຢ່າງກວ້າງຂວາງ ເມື່ອເກີດໄພພິບັດຂື້ນ ແລະ ຖ້າຫາກພວກເຈົ້າບໍ່ລະມັດລະວັງ ກໍຈະສູນເສຍສ່ວນແບ່ງທີ່ຄວນເປັນຂອງພວກເຈົ້ານັ້ນໄປ; ພວກເຈົ້າບໍ່ຢ່ານບໍ? ຊື່ຂອງເຮົາກະຈາຍໄປທົ່ວທຸກສາສະໜາ, ທຸກເພດທຸກໄວ, ທຸກຊາດ ແລະ ທຸກນິກາຍ. ນີ້ແມ່ນພາລະກິດຂອງເຮົາທີ່ກໍາລັງຖືກປະຕິບັດຢ່າງເປັນລະບຽບ ແລະ ມີການເຊື່ອມໂຍງກັນຢ່າງໃກ້ຊິດ; ທຸກສິ່ງນີ້ເກີດຂື້ນຈາກການຈັດແຈງຢ່າງສະຫຼາດຂອງເຮົາ. ເຮົາພຽງແຕ່ປາຖະໜາໃຫ້ພວກເຈົ້າສາມາດກ້າວໄປຂ້າງໜ້າດ້ວຍທຸກບາດກ້າວ ດໍາເນີນຕາມຮອຍບາດກ້າວຂອງເຮົາຢ່າງໃກ້ຊິດ.

(ຄັດຈາກ “ບົດທີ 65” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 224)

ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ, ເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ ແລະ ເຮັດໃຫ້ຄວາມຮູ້ສຶກໃນໃຈຂອງມະນຸດທຸກຄົນສັ່ນເຊັນ. ເພງແຫ່ງອານາຈັກດັງຂຶ້ນຢ່າງເປັນພິທີໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ທໍາລາຍປະເທດນັ້ນ ແລະ ໄດ້ສ້າງອານາຈັກຂອງເຮົາຂຶ້ນ. ສໍາຄັນໄປກວ່ານັ້ນ, ອານາຈັກຂອງເຮົາຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ. ໃນຊ່ວງເວລານີ້, ເຮົາໄດ້ເລີ່ມສົ່ງທູດສະຫວັນຂອງເຮົາອອກໄປຫາທຸກຄົນຂອງບັນດາປະເທດຕ່າງໆໃນໂລກ ເພື່ອວ່າ ພວກເຂົາຈະສາມາດເບິ່ງແຍງບຸດຂອງເຮົາ ແລະ ປະຊາຊົນຂອງເຮົາ; ສິ່ງນີ້ຍັງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາໄປບ່ອນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນມ້ວນຕົວຢູ່ ແລະ ຕໍ່ສູ້ກັບມັນດ້ວຍຕົວເຮົາເອງ. ເມື່ອມະນຸດທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເຫັນການກະທໍາຂອງເຮົາໃນເນື້ອໜັງ, ຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະກາຍເປັນຂີ້ເທົ່າ ແລະ ຫາຍໄປໂດຍບໍ່ມີຮ່ອງຮອຍ. ໃນຖານະທີ່ເປັນປະຊາຊົນຂອງອານາຈັກຂອງເຮົາ, ໃນເມື່ອພວກເຈົ້າກຽດຊັງມັງກອນແດງທີ່ຍິ່ງໃຫຍ່ຈົນເຂົ້າກະດູກດໍາ, ພວກເຈົ້າຕ້ອງເຮັດໃຫ້ເຮົາພໍໃຈ ດ້ວຍການກະທໍາຂອງພວກເຈົ້າ ແລະ ດ້ວຍວິທີນີ້ ກໍເປັນການນໍາເອົາຄວາມອັບອາຍມາສູ່ມັງກອນ. ພວກເຈົ້າຮູ້ສຶກຢ່າງແທ້ຈິງບໍວ່າມັງກອນແດງທີ່ຍິ່ງໃຫຍ່ນັ້ນເປັນຕາກຽດຊັງ? ພວກເຈົ້າຮູ້ສຶກບໍວ່າມັນແມ່ນສັດຕູຂອງອານາຈັກຂອງກະສັດ? ພວກເຈົ້າເຊື່ອແທ້ບໍວ່າພວກເຈົ້າສາມາດເປັນພະຍານຢ່າງດີຕໍ່ເຮົາ? ພວກເຈົ້າມີຄວາມໝັ້ນໃຈແທ້ບໍວ່າພວກເຈົ້າສາມາດເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໄດ້? ນີ້ແມ່ນສິ່ງທີ່ເຮົາຂໍຈາກພວກເຈົ້າ; ສິ່ງດຽວທີ່ເຮົາຕ້ອງການແມ່ນໃຫ້ພວກເຈົ້າສາມາດໄປຮອດຂັ້ນຕອນນີ້. ພວກເຈົ້າຈະສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດບັນລຸໃນສິ່ງນີ້ໄດ້ບໍ? ແມ່ນຫຍັງແທ້ທີ່ມະນຸດສາມາດເຮັດໄດ້? ບໍ່ແມ່ນເຮົາເຮັດມັນດ້ວຍຕົວເຮົາເອງບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າ ເຮົາລົງມາດ້ວຍຕົວເຮົາເອງສູ່ສະຖານທີ່ ທີ່ໄດ້ມີການຕໍ່ສູ້ເກີດຂຶ້ນ? ສິ່ງທີ່ເຮົາຕ້ອງການແມ່ນຄວາມເຊື່ອຂອງພວກເຈົ້າ, ບໍ່ແມ່ນການກະທໍາຂອງພວກເຈົ້າ. ມະນຸດທຸກຄົນແມ່ນບໍ່ສາມາດຍອມຮັບເອົາພຣະທໍາຂອງເຮົາຢ່າງກົງໄປກົງມາ ແລະ ພຽງແຕ່ເບິ່ງພຣະທໍາເຫຼົ່ານັ້ນຢູ່ທາງຂ້າງ. ສິ່ງນີ້ໄດ້ຊ່ວຍໃຫ້ພວກເຈົ້າບັນລຸເປົ້າໝາຍຂອງພວກເຈົ້າບໍ? ພວກເຈົ້າໄດ້ມາຮູ້ຈັກເຮົາດ້ວຍວິທີນີ້ບໍ? ເວົ້າຕາມກົງ, ໃນບັນດາມະນຸດຢູ່ເທິງແຜ່ນດິນໂລກ ບໍ່ມີຜູ້ໃດສາມາດເບິ່ງເຮົາຢ່າງເຊິ່ງໜ້າໄດ້ ແລະ ບໍ່ມີຜູ້ໃດສາມາດຍອມຮັບເອົາຄວາມໝາຍອັນບໍລິສຸດ ແລະ ຂາວສະອາດຂອງພຣະທໍາຂອງເຮົາ. ດັ່ງນັ້ນ, ເຮົາຈຶ່ງໄດ້ເລີ່ມປະຕິບັດໂຄງການທີ່ບໍ່ເຄີຍມີມາກ່ອນຢູ່ເທິງແຜ່ນດິນໂລກ ເພື່ອບັນລຸເປົ້າໝາຍຂອງເຮົາ ແລະ ເພື່ອສ້າງພາບລັກທີ່ແທ້ຈິງຂອງເຮົາໃນໃຈຂອງຜູ້ຄົນ. ດ້ວຍວີທີນີ້, ເຮົາຈະສິ້ນສຸດຍຸກທີ່ຄວາມຄິດຖືອໍານາດເໜືອຜູ້ຄົນ.

ປັດຈຸບັນ ເຮົາບໍ່ພຽງແຕ່ລົງມາສູ່ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ເທົ່ານັ້ນ ແຕ່ເຮົາຍັງຫັນໄປຜະເຊີນກັບຈັກກະວານທັງປວງ ເຊິ່ງເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ. ມີບ່ອນໃດແດ່ທີ່ບໍ່ໄດ້ຢູ່ພາຍໃຕ້ການພິພາກສາຂອງເຮົາ? ມີບ່ອນໃດແດ່ທີ່ມີຢູ່ ທີ່ບໍ່ຢູ່ພາຍໃຕ້ໄພພິບັດ ທີ່ເຮົາໄດ້ສົ່ງລົງມາບໍ? ເຮົາໄດ້ຫວ່ານ “ເມັດພືດແຫ່ງໄພພິບັດ” ທຸກຊະນິດຢູ່ທຸກບ່ອນທີ່ເຮົາໄປ. ນີ້ແມ່ນໜຶ່ງໃນວິທີທີ່ເຮົາເຮັດພາລະກິດ ແລະ ແມ່ນການກະທໍາເພື່ອຊ່ວຍມະນຸດໃຫ້ລອດພົ້ນຢ່າງບໍ່ຕ້ອງສົງໄສ ແລະ ສິ່ງທີ່ເຮົາຍື່ນໃຫ້ພວກເຂົາຍັງແມ່ນຄວາມຮັກຊະນິດໜຶ່ງອີກດ້ວຍ. ເຮົາປາດຖະໜາທີ່ຈະໃຫ້ຫຼາຍຄົນຮູ້ຈັກເຮົາ ແລະ ສາມາດເຫັນເຮົາ ແລະ ດ້ວຍວິທີນີ້ ມາເຄົາລົບບູຊາພຣະເຈົ້າ ທີ່ພວກເຂົາບໍ່ສາມາດເຫັນເປັນເວລາຫຼາຍປີ ແຕ່ຜູ້ທີ່ມີຕົວຕົນແທ້ຈິງໃນປັດຈຸບັນ. ເຮົາໄດ້ສ້າງໂລກຍ້ອນເຫດຜົນຫຍັງ? ຫຼັງຈາກທີ່ມະນຸດໄດ້ເສື່ອມຊາມ, ເປັນຫຍັງເຮົາຈຶ່ງບໍ່ທໍາລາຍລ້າງພວກເຂົາຢ່າງສິ້ນເຊີງ? ຍ້ອນເຫດຜົນຫຍັງ ເຜົ່າພັນມະນຸດທັງໝົດຈຶ່ງດໍາລົງຊີວິດໃນທ່າມກາງໄພພິບັດ? ຈຸດປະສົງຂອງເຮົາໃນການສວມໃສ່ເນື້ອໜັງແມ່ນຫຍັງ? ເມື່ອເຮົາປະຕິບັດພາລະກິດຂອງເຮົາ, ມະນຸດບໍ່ພຽງແຕ່ໄດ້ຮຽນຮູ້ເຖິງລົດຊາດທີ່ຂົມຂື່ນ ແຕ່ຍັງໄດ້ຮຽນຮູ້ເຖິງລົດຊາດທີ່ຫວານຊື່ນອີກດ້ວຍ. ໃນບັນດາຜູ້ຄົນທັງໝົດໃນໂລກ, ມີຜູ້ໃດທີ່ບໍ່ໄດ້ດໍາລົງຊີວິດພາຍໃນພຣະຄຸນຂອງເຮົາ? ຖ້າເຮົາບໍ່ໄດ້ປະທານພອນແຫ່ງວັດຖຸໃຫ້ແກ່ມະນຸດ ແລ້ວຈະມີຜູ້ໃດໃນໂລກສາມາດມີຄວາມສຸກກັບຄວາມອຸດົມສົມບູນບໍ? ເປັນໄປໄດ້ບໍ ທີ່ການອະນຸຍາດໃຫ້ພວກເຈົ້າຮັບຕໍາແໜ່ງເປັນປະຊາຊົນຂອງເຮົາຄືການໃຫ້ພອນ? ຖ້າພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ ແຕ່ແມ່ນຜູ້ເຮັດການບໍລິການແທນ ແລ້ວພວກເຈົ້າຈະບໍ່ໄດ້ມີຊີວິດຢູ່ພາຍໃນການໃຫ້ພອນຂອງເຮົາບໍ? ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າ ສາມາດຢັ່ງເຖິງຕົ້ນກໍາເນີດຂອງພຣະທໍາຂອງເຮົາ. ມະນຸດບໍ່ຮູ້ຄຸນຄ່າຕໍາແໜ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ, ສະນັ້ນ ຫຼາຍຄົນໃນຕໍາແໜ່ງ “ຜູ້ເຮັດການບໍລິການ” ຈຶ່ງມີຄວາມບໍ່ພໍໃຈໃນໃຈຂອງພວກເຂົາ ແລະ ຫຼາຍຄົນໃນຕໍາແໜ່ງ “ປະຊາຊົນຂອງເຮົາ” ຈຶ່ງມີຄວາມຮັກຕໍ່ເຮົາໃນໃຈຂອງພວກເຂົາ. ບໍ່ມີຜູ້ໃດຄວນພະຍາຍາມຫຼອກລວງເຮົາ; ຕາຂອງເຮົາແມ່ນເຫັນທຸກຢ່າງ! ຜູ້ໃດໃນບັນດາພວກເຈົ້າ ທີ່ໄດ້ຮັບຢ່າງເຕັມໃຈ ແລະ ຜູ້ໃດໃນບັນດາພວກເຈົ້າທີ່ມອບຄວາມເຊື່ອຟັງຈົນໝົດ? ຖ້າສຽງຄໍານັບຕໍ່ອານາຈັກບໍ່ດັງຂຶ້ນ ແລ້ວພວກເຈົ້າຈະສາມາດອ່ອນນ້ອມຢ່າງແທ້ຈິງຈົນເຖິງທີ່ສຸດບໍ? ສິ່ງທີ່ມະນຸດສາມາດເຮັດ ແລະ ຄິດ ແລະ ພວກເຂົາສາມາດໄປໄກໄດ້ຊໍ່າໃດ ເຊິ່ງສິ່ງທັງໝົດເຫຼົ່ານີ້ ແມ່ນສິ່ງທີ່ເຮົາໄດ້ກໍານົດລ່ວງໜ້າແຕ່ດົນນານແລ້ວ.

(ຄັດຈາກ “ບົດທີ 10” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 225)

ເຖິງແມ່ນວ່າໃນຄວາມເປັນຈິງແລ້ວ ການສ້າງອານາຈັກໄດ້ເລີ່ມຂຶ້ນຢ່າງເປັນທາງການ ແຕ່ສຽງຄໍານັບອານາຈັກຍັງບໍ່ໄດ້ດັງຂຶ້ນຢ່າງເປັນທາງການ; ຕອນນີ້ມັນແມ່ນການທໍານວາຍສິ່ງທີ່ຈະມາເຖິງ. ເມື່ອທຸກຄົນຖືກເຮັດໃຫ້ສົມບູນ ແລະ ທຸກປະເທດໃນແຜ່ນດິນໂລກໄດ້ກາຍເປັນອານາຈັກຂອງພຣະຄຣິດ, ມັນກໍຈະເປັນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ. ຍຸກປັດຈຸບັນກໍາລັງກ້າວໄປສູ່ຂັ້ນຕອນນັ້ນ; ການບຸກໂຈມຕີຖືກບຸກໄປສູ່ຍຸກນັ້ນແລ້ວ. ນີ້ແມ່ນແຜນການຂອງພຣະເຈົ້າ ແລະ ໃນອະນາຄົດອັນໃກ້ນີ້ ມັນກໍຈະບັນລຸຜົນ. ຢ່າງໃດກໍຕາມ, ພຣະເຈົ້າແມ່ນໄດ້ເຮັດທຸກຢ່າງທີ່ພຣະອົງໄດ້ກ່າວສໍາເລັດໝົດແລ້ວ. ສະນັ້ນ, ມັນຈຶ່ງຊັດເຈນວ່າ ບັນດາປະເທດຕ່າງໆໃນແຜ່ນດິນໂລກແມ່ນຜາສາດໃນດິນຊາຍ ສັ່ນສະເທືອນເມື່ອນໍ້ານອງໄຫຼເຂົ້າມາໃກ້: ຍຸກສຸດທ້າຍແມ່ນໃກ້ທີ່ຈະມາເຖິງ ແລະ ມັງກອນແດງທີ່ຍິ່ງໃຫຍ່ຈະລົ້ມລົງຢູ່ພາຍໃຕ້ພຣະທໍາຂອງພຣະເຈົ້າ. ເພື່ອຮັບປະກັນວ່າ ແຜນການຂອງພຣະອົງຖືກປະຕິບັດໃຫ້ສໍາເລັດ, ທູດສະຫວັນແມ່ນໄດ້ລົງມາສູ່ແຜ່ນດິນໂລກ ໂດຍເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກສົ່ງໄປຍັງສະໜາມຮົບ ເພື່ອຕໍ່ສູ້ກັບສັດຕູ. ຢູ່ບ່ອນໃດກໍຕາມທີ່ການບັງເກີດເປັນມະນຸດໄດ້ປາກົດຂຶ້ນ ແມ່ນບ່ອນທີ່ສັດຕູຈະຖືກກໍາຈັດ. ປະເທດຈີນຈະເປັນປະເທດທໍາອິດທີ່ຖືກທໍາລາຍລ້າງ; ມັນຈະຖືກທໍາລາຍດ້ວຍມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ໄວ້ຊີວິດທີ່ຢູ່ບ່ອນນັ້ນຢ່າງເດັດຂາດ. ຫຼັກຖານຂອງການພັງທະລາຍເທື່ອລະເລັກເທື່ອລະໜ້ອຍຂອງມັງກອນແດງທີ່ຍິ່ງໃຫຍ່ ສາມາດເຫັນໄດ້ໃນການເຕີບໃຫຍ່ຢ່າງຕໍ່ເນື່ອງຂອງຜູ້ຄົນ; ນີ້ແມ່ນສິ່ງທີ່ແນ່ນອນ ແລະ ໃຜກໍເຫັນໄດ້. ການເຕີບໃຫຍ່ຂອງຜູ້ຄົນແມ່ນສັນຍານຂອງການຕາຍຂອງສັດຕູ. ນີ້ແມ່ນການອະທິບາຍເລັກນ້ອຍ ກ່ຽວກັບຄວາມໝາຍທີ່ວ່າ “ຕໍ່ສູ້ກັບມັນ”. ສະນັ້ນ, ພຣະເຈົ້າໄດ້ເຕືອນຜູ້ຄົນຫຼາຍຄັ້ງ ເພື່ອເປັນພະຍານຢ່າງງົດງາມແກ່ພຣະອົງ ແລະ ເພື່ອປ່ຽນແປງສະຖານະທີ່ຍຶດຖືດ້ວຍຄວາມຄິດ; ເຊິ່ງເປັນຄວາມຂີ້ຮ້າຍຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ຢູ່ໃນໃຈຂອງມະນຸດ. ພຣະເຈົ້າໃຊ້ຄໍາເຕືອນດັ່ງກ່າວ ເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນມີຊີວິດຊີວາຂຶ້ນ ແລະ ການເຮັດເຊັ່ນນັ້ນ ກໍເປັນການບັນລຸຜົນສໍາເລັດໃນພາລະກິດຂອງພຣະອົງ. ນີ້ກໍຍ້ອນພຣະເຈົ້າໄດ້ກ່າວໄວ້ວ່າ: “ແມ່ນຫຍັງແທ້ທີ່ມະນຸດສາມາດເຮັດໄດ້? ບໍ່ແມ່ນເຮົາເຮັດມັນດ້ວຍຕົວເຮົາເອງບໍ”? ມະນຸດທຸກຄົນແມ່ນເປັນແບບນີ້; ພວກເຂົາບໍ່ພຽງແຕ່ບໍ່ມີຄວາມສາມາດເທົ່ານັ້ນ ແຕ່ພວກເຂົາຍັງໝົດກໍາລັງໃຈ ແລະ ຜິດຫວັງໄດ້ງ່າຍ. ຍ້ອນເຫດຜົນນີ້ ພວກເຂົາຈຶ່ງບໍ່ສາມາດຮູ້ຈັກພຣະເຈົ້າ. ພຣະເຈົ້າບໍ່ພຽງແຕ່ຟື້ນຟູຄວາມເຊື່ອຂອງມະນຸດ; ພຣະອົງຍັງເຮັດໃຫ້ຜູ້ຄົນເຕັມໄປດ້ວຍກໍາລັງຢ່າງລັບໆ ແລະ ຢ່າງສະໝໍ່າສະເໝີ.

ຕໍ່ໄປ ພຣະເຈົ້າໄດ້ເລີ່ມເວົ້າກັບຈັກກະວານທັງໝົດ. ພຣະເຈົ້າບໍ່ພຽງແຕ່ເລີ່ມພາລະກິດໃໝ່ຂອງພຣະອົງໃນປະເທດຈີນເທົ່ານັ້ນ ແຕ່ພຣະອົງຍັງໄດ້ເລີ່ມເຮັດພາລະກິດໃໝ່ຂອງປັດຈຸບັນທົ່ວຈັກກະວານອີກດ້ວຍ. ໃນຂັ້ນຕອນນີ້ຂອງພາລະກິດ, ຍ້ອນພຣະເຈົ້າປາດຖະໜາທີ່ຈະເປີດເຜີຍການກະທໍາທັງໝົດຂອງພຣະອົງທົ່ວໂລກ ເພື່ອວ່າ ມະນຸດທຸກຄົນທີ່ໄດ້ທໍລະຍົດຕໍ່ພຣະອົງຈະກັບມາອີກຄັ້ງ ເພື່ອອ່ອນນ້ອມຢູ່ຕໍ່ໜ້າບັນລັງຂອງພຣະອົງ, ການພິພາກສາຂອງພຣະອົງຈຶ່ງຈະຍັງມີຄວາມເມດຕາ ແລະ ຄວາມກະລຸນາຂອງພຣະອົງ. ພຣະເຈົ້າໃຊ້ເຫດການໃນປັດຈຸບັນທົ່ວໂລກເປັນໂອກາດ ເພື່ອເຮັດໃຫ້ມະນຸດຮູ້ສຶກຕື່ນຕົກໃຈ ແລະ ດົນບັນດານໃຫ້ພວກເຂົາສະແຫວງຫາພຣະເຈົ້າ ເພື່ອວ່າ ພວກເຂົາອາດຫຼັ່ງໄຫຼກັບຄືນມາຢູ່ຕໍ່ໜ້າພຣະອົງ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ: “ນີ້ແມ່ນໜຶ່ງໃນວິທີທີ່ເຮົາເຮັດພາລະກິດ ແລະ ແມ່ນການກະທໍາເພື່ອຊ່ວຍມະນຸດໃຫ້ລອດພົ້ນຢ່າງບໍ່ຕ້ອງສົງໄສ ແລະ ສິ່ງທີ່ເຮົາຍື່ນໃຫ້ພວກເຂົາຍັງແມ່ນຄວາມຮັກຊະນິດໜຶ່ງອີກດ້ວຍ”.

(ຄັດຈາກ “ບົດທີ 10” ຂອງການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 226)

ເຮົາແກວ່ງອໍານາດຂອງເຮົາໃສ່ແຜ່ນດິນໂລກ ແລະ ເປິດເຜີຍພາລະກິດຂອງເຮົາອອກທັງໝົດ. ທຸກສິ່ງທີ່ຢູ່ໃນພາລະກິດຂອງເຮົາ ແມ່ນສະທ້ອນໃຫ້ເຫັນຢູ່ເທິງແຜ່ນດິນໂລກ; ມະນຸດທີ່ຢູ່ເທິງແຜ່ນດິນໂລກບໍ່ເຄີຍເຂົ້າໃຈການເຄື່ອນໄຫວຂອງເຮົາໃນສະຫວັນ ແລະ ບໍ່ເຄີຍພິຈາລະນາຢ່າງລະອຽດເຖິງວົງໂຄຈອນ ແລະ ເສັ້ນໂຄຈອນຂອງພຣະວິນຍານຂອງເຮົາ. ມະນຸດສ່ວນໃຫຍ່ເຂົ້າໃຈພຽງແຕ່ເລື່ອງເລັກນ້ອຍ ທີ່ນອນຢູ່ນອກຈິດໃຈ ໂດຍບໍ່ສາມາດເຂົ້າໃຈສະພາບຕົວຈິງຂອງຈິດໃຈ. ຄວາມຮຽກຮ້ອງທີ່ເຮົາມີຕໍ່ມວນມະນຸດແມ່ນບໍ່ໄດ້ອອກມາຈາກຕົວຕົນຂອງເຮົາທີ່ເລື່ອນລອຍຢູ່ໃນສະຫວັນ ຫຼື ມາຈາກຕົວຕົນທີ່ບໍ່ສາມາດປະເມີນໄດ້ຂອງເຮົາຢູ່ເທິງແຜ່ນດິນໂລກ; ເຮົາຮຽກຮ້ອງຢ່າງເໝາະສົມຕາມວຸດທິພາວະຂອງມະນຸດທີ່ຢູ່ເທິງແຜ່ນດິນໂລກ. ເຮົາບໍ່ເຄີຍເຮັດໃຫ້ຜູ້ໃດຢູ່ໃນຄວາມລໍາບາກ ແລະ ເຮົາບໍ່ເຄີຍຂໍໃຫ້ຜູ້ໃດ “ບີບເລືອດຂອງເຂົາອອກມາ” ເພື່ອຄວາມສຸກຂອງເຮົາ. ຄວາມຮຽກຮ້ອງຂອງເຮົາພຽງສາມາດຈໍາກັດສະເພາະສະພາບການດັ່ງກ່າວບໍ? ໃນບັນດາສັບພະສິ່ງທີ່ນັບບໍ່ຖ້ວນເທິງແຜ່ນດິນໂລກ, ສັບພະສິ່ງໃດທີ່ບໍ່ອ່ອນນ້ອມຕໍ່ອຸປະນິໄສຂອງພຣະທໍາໃນປາກຂອງເຮົາ? ສັບພະສິ່ງໃດໃນບັນດາສັບພະສິ່ງເຫຼົ່ານີ້ ທີ່ເມື່ອມາຢູ່ຕໍ່ໜ້າເຮົາບໍ່ໄດ້ຖືກເຜົາຢ່າງສິ້ນເຊີງດ້ວຍພຣະທໍາຂອງເຮົາ ແລະ ດ້ວຍແປວໄຟຂອງເຮົາ? ສັບພະສິ່ງໃດໃນບັນດາສັບພະສິ່ງເຫຼົ່ານີ້ ກ້າທີ່ຈະ “ຍ່າງວາງທ່າ” ດ້ວຍຄວາມພາກພູມໃຈເມື່ອຢູ່ຕໍ່ໜ້າເຮົາ? ສັບພະສິ່ງໃດໃນບັນດາສັບພະສິ່ງເຫຼົ່ານີ້ ທີ່ບໍ່ຍອມກົ້ມຂາບລົງເມື່ອຢູ່ຕໍ່ໜ້າເຮົາ? ເຮົາເປັນພຣະເຈົ້າທີ່ພຽງແຕ່ກໍານົດຄວາມມິດງຽບໃສ່ສິ່ງຊົງສ້າງບໍ? ໃນບັນດາສິ່ງຕ່າງໆທີ່ນັບບໍ່ຖ້ວນໃນການຊົງສ້າງ, ເຮົາໄດ້ເລືອກສິ່ງຊົງສ້າງເຫຼົ່ານັ້ນເພື່ອຕອບສະໜອງຄວາມປະສົງຂອງເຮົາ; ໃນບັນດາມະນຸດຊາດທັງຫຼາຍ, ເຮົາໄດ້ເລືອກຜູ້ທີ່ໃສ່ໃຈໃນຫົວໃຈເຮົາ. ເຮົາໄດ້ເລືອກດວງດາວ ທີ່ດີທີ່ສຸດໃນໝູ່ດາວທັງໝົດ ເພື່ອເພີ່ມແສງສະວີວາວໃສ່ອານາຈັກຂອງເຮົາ. ເຮົາໄປຍ່າງເທິງແຜ່ນດິນໂລກ, ກະຈາຍກິນຫ້ອມຫວນຂອງເຮົາໄປທຸກບ່ອນ ແລະ ປະຮູບຮ່າງຂອງເຮົາໄວ້ໃນທຸກແຫ່ງ. ແຕ່ລະບ່ອນແມ່ນມີສຽງຂອງເຮົາດັງສະນັ່ນ. ຜູ້ຄົນທຸກແຫ່ງຫົນຄອງຄອຍກັບທິວທັດທີ່ສວຍງາມຂອງອະດີດ ຍ້ອນວ່າມະນຸດທັງໝົດກໍາລັງຈົດຈໍາອະດີດ...

ມະນຸດທຸກຄົນປາດຖະໜາທີ່ຈະເຫັນໜ້າຂອງເຮົາ ແຕ່ເມື່ອເຮົາລົງໄປຢູ່ແຜ່ນດິນໂລກດ້ວຍຕົວເອງ ພວກເຂົາທຸກຄົນກໍລັງກຽດການມາຮອດຂອງເຮົາ ແລະ ພວກເຂົາຂັບໄລ່ການມາຮອດຂອງແສງສະຫວ່າງ ຄືກັບວ່າ ເຮົາແມ່ນສັດຕູຂອງມະນຸດຢູ່ສະຫວັນ. ມະນຸດທັກທາຍເຮົາດ້ວຍແສງປ້ອງກັນໃນສາຍຕາຂອງເຂົາ ແລະ ຍັງລະມັດລະວັງຢູ່ຕະຫຼອດເວລາ ໂດຍຢ້ານຢູ່ເລິກໆວ່າ ເຮົາອາດຈະມີແຜນການອື່ນສໍາລັບເຂົາ. ຍ້ອນມະນຸດຖືວ່າ ເຮົາເປັນໝູ່ທີ່ບໍ່ຄຸ້ນເຄີຍ ພວກເຂົາຈຶ່ງຮູ້ສຶກຄືກັບວ່າ ເຮົາມີເຈດຕະນາຂ້າພວກເຂົາໂດຍບໍ່ເລືອກໜ້າ. ໃນສາຍຕາຂອງມະນຸດ ເຮົາແມ່ນຕົວປໍລະປັກທີ່ຮ້າຍກາດ. ຢ່າງໃດກໍຕາມ ຫຼັງຈາກໄດ້ຊິມຄວາມອົບອຸ່ນຂອງເຮົາໃນທ່າມກາງໄພພິບັດ ມະນຸດກໍຍັງບໍ່ຮູ້ເຖິງຄວາມຮັກຂອງເຮົາ ແລະ ຍັງຄົດທີ່ຈະຂັບໄລ່ເຮົາອອກຫ່າງ ແລະ ຕໍ່ຕ້ານເຮົາ. ເຮົາກອດມະນຸດໃນອ້ອມກອດດ້ວຍຄວາມອົບອຸ່ນ, ປ້ອນປາກເຂົາດ້ວຍຄວາມຫວານຊື່ນ ແລະ ປ້ອນອາຫານທີ່ຈໍາເປັນລົງໃສ່ທ້ອງຂອງເຂົາ ໂດຍບໍ່ໄດ້ສວຍໂອກາດຈາກສະພາບການຂອງເຂົາ ເພື່ອຈັດການກັບເຂົາ. ແຕ່ຍ້ອນຄວາມຂີ້ຢ້ານຂອງມະນຸດ, ເມື່ອຄວາມໂກດຮ້າຍຂອງເຮົາເຮັດໃຫ້ພູເຂົາ ແລະ ແມ່ນໍ້າສັ່ນສະເທືອນ ເຮົາຈະບໍ່ປະທານຄວາມຊ່ວຍເຫຼືອເຫຼົ່ານີ້ໃນຮູບແບບຕ່າງໆໃຫ້ເຂົາອີກຕໍ່ໄປ. ໃນຂະນະນີ້ ເຮົາຈະເພີ່ມຄວາມໃຈຮ້າຍ ໂດຍປະຕິເສດບໍ່ໃຫ້ສິ່ງມີຊີວິດທັງໝົດໄດ້ມີໂອກາດສໍານຶກ ແລະ ໂດຍປະຖິ້ມຄວາມຫວັງຂອງເຮົາທັງໝົດທີ່ມີຕໍ່ມະນຸດ ເຮົາຈະມອບຜົນກໍາສະໜອງໃຫ້ເຂົາຢ່າງສະສົມ. ໃນເວລານີ້ ຟ້າໄດ້ຮ້ອງ ແລະ ຟ້າແມບເຫຼື້ອມ ຄືກັບຄື້ນມະຫາສະໝຸດສັດສາດດ້ວຍຄວາມໂກດຮ້າຍ ແລະ ຄືກັບພູເຂົາສິບພັນໜ່ວຍທີ່ຕົກລົງມາ. ເນື່ອງຈາກຄວາມກະບົດຂອງເຂົາ ມະນຸດຈຶ່ງລົ້ມລົງໂດຍສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ ແລະ ສັບພະສິ່ງອື່ນໆກໍຖືກກວາດລ້າງດ້ວຍການໂຈມຕີຂອງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ ແລະ ຈັກກະວານທັງໝົດຕົກສູ່ຄວາມວຸ້ນວາຍຢ່າງກະທັນຫັນ ແລະ ສິ່ງຊົງສ້າງບໍ່ສາມາດຟື້ນຟູລົມຫາຍໃຈທີ່ສໍາຄັນແຫ່ງຊີວິດຄືນມາໄດ້. ມະນຸດນັບບໍ່ຖ້ວນບໍ່ສາມາດໜີພົ້ນຈາກສຽງແຜດຂອງຟ້າຮ້ອງ; ໃນທ່າມກາງແສງຟ້າແມບເຫຼື້ອມ ມະນຸດຖືກພັດລົ້ມລົງ ເທື່ອລະກຸ່ມສູ່ກະແສນໍ້າໄຫຼແຮງ, ຖືກກະແສນໍ້າທີ່ໄຫຼແຮງພັດຕົກຈາກພູເຂົາ. ທັນໃດນັ້ນ ໂລກຂອງ “ມະນຸດ” ກໍໄຫຼມາກອງກັນຢູ່ທີ່ “ປາຍທາງ” ຂອງມະນຸດ. ຊາກສົບໄຫຼໄປມາຢູ່ໜ້ານໍ້າມະຫາສະໝຸດ. ມະນຸດທຸກຄົນໄດ້ໄປໄກຈາກເຮົາ ຍ້ອນຄວາມໂກດຮ້າຍຂອງເຮົາ, ເພາະວ່າມະນຸດໄດ້ເຮັດບາບຕໍ່ແກ່ນແທ້ຂອງພຣະວິນຍານຂອງເຮົາ ແລະ ການກະບົດຂອງເຂົາກໍໄດ້ເຮັດຜິດຕໍ່ເຮົາ. ແຕ່ຢູ່ໃນບ່ອນທີ່ບໍ່ມີນໍ້າ, ມະນຸດຄົນອື່ນແມ່ນຍັງມີຄວາມສຸກໃນທ່າມກາງສຽງຫົວ ແລະ ສຽງເພງ ເຊິ່ງເປັນຄໍາສັນຍາທີ່ເຮົາໄດ້ມອບໃຫ້ພວກເຂົາ.

ເມື່ອທຸກຄົນມິດງຽບ ເຮົາປ່ອຍແສງວີແວວອອກຕໍ່ສາຍຕາຂອງພວກເຂົາ. ດັ່ງນັ້ນ, ມະນຸດຈຶ່ງມີຈິດໃຈທີ່ແຈ່ມໃສ ແລະ ສາຍຕາທີ່ແຈ້ງສະຫວ່າງ ໂດຍບໍ່ເຕັມໃຈທີ່ຈະມິດງຽບອີກຕໍ່ໄປ; ສະນັ້ນ, ຄວາມຮູ້ສຶກທາງວິນຍານຈຶ່ງຖືກປຸກຂຶ້ນໃນຫົວໃຈຂອງພວກເຂົາທັນທີ. ເມື່ອສິ່ງນີ້ເກີດຂຶ້ນ, ມະນຸດທຸກຄົນກໍຖືກຟື້ນຄືນຊີບມາໃໝ່. ເມື່ອໄດ້ປະຖິ້ມຄວາມທຸກທີ່ບໍ່ອາດເວົ້າໄດ້ຂອງພວກເຂົາ ມະນຸດທຸກຄົນກໍມາຢູ່ຕໍ່ໜ້າເຮົາ ແລະ ໄດ້ຮັບໂອກາດອີກຄັ້ງໃນການຢູ່ລອດຜ່ານພຣະທໍາທີ່ເຮົາໄດ້ປ່າວປະກາດ. ນີ້ກໍຍ້ອນວ່າ ມະນຸດທຸກຄົນປາດຖະໜາທີ່ຈະດໍາລົງຊີວິດຢູ່ເທິງແຜ່ນດິນໂລກ. ແຕ່ແມ່ນໃຜໃນບັນດາພວກເຂົາ ທີ່ເຄີຍມີເຈດຕະນາໃນການດໍາລົງຊີວິດເພື່ອເຮົາບໍ່? ແມ່ນໃຜໃນທ່າມກາງພວກເຂົາ ທີ່ເຄີຍເປີດເຜີຍສິ່ງທີ່ງົດງາມໃນຕົວເຂົາເອງ ທີ່ເຂົາຖວາຍເພື່ອຄວາມສຸກຂອງເຮົາບໍ່? ແມ່ນໃຜໃນທ່າມກາງພວກເຂົາ ທີ່ເຄີຍກວດພົບອາຍກິ່ນທີ່ດຶງດູດໃຈຂອງເຮົາບໍ່? ມະນຸດທຸກຄົນແມ່ນສິ່ງທີ່ມືນຊາ ແລະ ບໍ່ບໍລິສຸດ: ທາງດ້ານພາຍນອກ, ພວກເຂົາແມ່ນເບິ່ງຄືເຫຼື້ອມຕາ ແຕ່ທາດແທ້ຂອງພວກເຂົາແມ່ນບໍ່ມີຄວາມຮັກຕໍ່ເຮົາຢ່າງຈິງໃຈ, ຍ້ອນໃນສ່ວນເລິກຂອງຫົວໃຈຂອງມະນຸດ ແມ່ນບໍ່ເຄີຍມີອົງປະກອບຂອງເຮົາ. ມະນຸດຂາດເຂີນຫຼາຍເກີນໄປ: ການປຽບທຽບເຂົາກັບເຮົາເບິ່ງຄືກັບວ່າ ເປີດເຜີຍອ່າວອັນກວາງໃຫຍ່ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ເຖິງຢ່າງນັ້ນກໍຕາມ ເຮົາກໍບໍ່ໂຈມຕີຈຸດອ່ອນ ແລະ ຈຸດບອບບາງຂອງມະນຸດ ແລະ ເຮົາບໍ່ຫົວຂວັນເຍາະເຍີ້ຍເຂົາ ຍ້ອນຂໍ້ບົກຜ່ອງຂອງເຂົາ. ມືຂອງເຮົາແມ່ນໄດ້ເຮັດພາລະກິດຢູ່ແຜ່ນດິນໂລກເປັນເວລາຫຼາຍພັນປີ ແລະ ຕະຫຼອດເວລາ ຕາຂອງເຮົາໄດ້ເຝົ້າເບິ່ງມະນຸດທຸກຄົນ. ແຕ່ເຮົາບໍ່ເຄີຍເອົາຊີວິດມະນຸດແມ່ນແຕ່ຊີວິດດຽວຢ່າງສະບາຍ ເພື່ອເອົາມາລໍ້ຫຼິ້ນ ຄືກັບວ່າ ມັນເປັນຂອງຫຼິ້ນ. ເຮົາສັງເກດເບິ່ງຄວາມເຈັບປວດທີ່ມະນຸດໄດ້ຮັບ ແລະ ເຂົ້າໃຈເຖິງລາຄາທີ່ເຂົາໄດ້ຈ່າຍ. ເມື່ອເວລາທີ່ເຂົາຢືນຢູ່ຕໍ່ໜ້າເຮົາ, ເຮົາບໍ່ປາດຖະໜາທີ່ຈະລັກລອບຈັບເອົາມະນຸດເພື່ອຂ້ຽນຕີເຂົາ ແລະ ເຮົາບໍ່ຕ້ອງການທີ່ຈະປະທານສິ່ງທີ່ບໍ່ປາດຖະໜາໃຫ້ກັບເຂົາ. ກົງກັນຂ້າມ, ຕະຫຼອດເວລາ ເຮົາໄດ້ສະໜອງໃຫ້ມະນຸດ ແລະ ມອບໃຫ້ກັບເຂົາເທົ່ານັ້ນ. ສະນັ້ນ, ມະນຸດທຸກຄົນແມ່ນມີຄວາມສຸກໃນພຣະຄຸນຂອງເຮົາ ເຊິ່ງມັນແມ່ນລາງວັນທັງໝົດທີ່ມາຈາກມືຂອງເຮົາ. ຍ້ອນເຮົາຢູ່ເທິງແຜ່ນດິນໂລກ ມະນຸດຈຶ່ງບໍ່ເຄີຍທົນທຸກກັບຄວາມອຶດຢາກ. ກົງກັນຂ້າມ, ເຮົາເຮັດໃຫ້ມະນຸດໄດ້ຮັບສິ່ງຕ່າງໆໃນມືຂອງເຮົາທີ່ເຂົາອາດມີຄວາມສຸກ ແລະ ເຮົາເຮັດໃຫ້ມະນຸດດໍາລົງຊີວິດພາຍໃນພອນຂອງເຮົາ. ມະນຸດທຸກຄົນບໍ່ໄດ້ດໍາລົງຊີວິດຢູ່ພາຍໃຕ້ການຂ້ຽນຕີຂອງເຮົາບໍ? ດັ່ງທີ່ຄວາມອຸດົມສົມບູນໃນສ່ວນເລິກຂອງພູເຂົາ ແລະ ຄວາມສົມບູນໃນສິ່ງຕ່າງໆທີ່ໜ້າຊື່ນຊົມຢູ່ໃນນໍ້າ, ຜູ້ຄົນທີ່ດໍາລົງຊີວິດພາຍໃນພຣະທໍາຂອງເຮົາໃນປັດຈຸບັນ ບໍ່ໄດ້ມີອາຫານເພື່ອໃຫ້ຊື່ນຊົມ ແລະ ຊີມລົດຊາດບໍ? ເຮົາຢູ່ເທິງແຜ່ນດິນໂລກ ແລະ ມະນຸດມີຄວາມສຸກກັບພອນຂອງເຮົາຢູ່ເທິງແຜ່ນດິນໂລກ. ເມື່ອເຮົາຈາກແຜ່ນດິນໂລກໄປ ເຊິ່ງຈະເປັນເວລາທີ່ພາລະກິດຂອງເຮົາສໍາເລັດລົງເຊັ່ນກັນ, ມະນຸດແມ່ນຈະບໍ່ໄດ້ຮັບຄວາມພໍໃຈຈາກເຮົາອີກຕໍ່ໄປ ຍ້ອນຄວາມອ່ອນແອຂອງພວກເຂົາ.

(ຄັດຈາກ “ບົດທີ 17” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 227)

ພວກເຈົ້າຊັງມັງກອນແດງໃຫຍ່ແທ້ບໍ? ພວກເຈົ້າຊັງມັນແທ້ໆ ແລະ ຢ່າງຈິງໃຈບໍ? ເປັນຫຍັງເຮົາຈຶ່ງຖາມພວກເຈົ້າຫຼາຍຄັ້ງ? ເປັນຫຍັງເຮົາຈຶ່ງຖາມຄຳຖາມນີ້ກັບພວກເຈົ້າກັບໄປກັບມາ? ແມ່ນຫຍັງຄືຮູບລັກສະນະຂອງມັງກອນແດງໃຫຍ່ທີ່ຢູ່ໃນຫົວໃຈຂອງພວກເຈົ້າ? ມັນຖືກກຳຈັດແທ້ຈິງແລ້ວບໍ? ພວກເຈົ້າບໍ່ໄດ້ພິຈາລະນາວ່າມັນເປັນບິດາຂອງພວກເຈົ້າແທ້ໆແລ້ວບໍ? ທຸກຄົນຄວນຮັບຮູ້ເຖິງເຈດຕະນາຂອງເຮົາໃນຄຳຖາມຂອງເຮົາ. ມັນບໍ່ແມ່ນເພື່ອຍົວະໃຫ້ຜູ້ຄົນໃຈຮ້າຍ ຫຼື ເພື່ອຍຸຍົງການກະບົດທ່າມກາງມະນຸດ ຫຼື ເພື່ອໃຫ້ມະນຸດຄົ້ນພົບທາງອອກຂອງເຂົາເອງ, ແຕ່ມັນແມ່ນເພື່ອເຮັດໃຫ້ທຸກຄົນປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກພັນທະນາການຂອງມັງກອນແດງໃຫຍ່. ແຕ່ທຸກຄົນບໍ່ຄວນກັງວົນ. ທຸກຄົນຈະຖືກເຮັດໃຫ້ສຳເລັດໂດຍພຣະທຳຂອງເຮົາ; ບໍ່ມີມະນຸດຄົນໃດອາດເຂົ້າຮ່ວມໄດ້ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດທີ່ເຮົາຈະປະຕິບັດໄດ້. ເຮົາຈະປັດເປົ່າອາກາດທີ່ຢູ່ໃນທຸກຫົນແຫ່ງຂອງແຜ່ນດິນໃຫ້ສະອາດ ແລະ ກຳຈັດທຸກຮ່ອງຮອຍຂອງຜີຮ້າຍທີ່ຢູ່ເທິງແຜ່ນດິນໂລກ. ເຮົາໄດ້ເລີ່ມຕົ້ນແລ້ວ ແລະ ເຮົາຈະເລີ່ມຕົ້ນຂັ້ນຕອນທຳອິດຂອງພາລະກິດແຫ່ງການຂ້ຽນຕີຂອງເຮົາໃນສະຖານທີ່ຂອງມັງກອນແດງໃຫຍ່ອາໄສຢູ່. ສະນັ້ນ ມັນຈຶ່ງສາມາດປະຈັກໄດ້ວ່າການຂ້ຽນຕີຂອງເຮົາໄດ້ເກີດຂຶ້ນທົ່ວທັງຈັກກະວານ ແລະ ມັງກອນແດງໃຫຍ່ ແລະ ທຸກຈຳພວກຂອງວິນຍານທີ່ບໍ່ສະອາດຈະບໍ່ມີອຳນາດຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້, ຍ້ອນເຮົາເບິ່ງເຫັນໄປທົ່ວແຜ່ນດິນ. ເມື່ອພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນກໍຄື ເມື່ອຍຸກແຫ່ງການພິພາກສາໄດ້ມາເຖິງຈຸດຈົບແລ້ວ, ເຮົາກໍຈະຂ້ຽນຕີມັງກອນແດງໃຫຍ່ຢ່າງເປັນທາງການ. ປະຊາຊົນຂອງເຮົາຈະໄດ້ເຫັນເຖິງການທີ່ເຮົາຂ້ຽນຕີມັງກອນແດງໃຫຍ່ຢ່າງຊອບທຳ, ແລ້ວຈະຖອກເທຄຳສັນລະເສີນຍ້ອນຄວາມຊອບທຳຂອງເຮົາ ແລະ ຈະຍົກຍ້ອງນາມອັນບໍລິສຸດຂອງເຮົາຕະຫຼອດໄປຍ້ອນຄວາມຊອບທຳຂອງເຮົາ. ສະນັ້ນ ພວກເຈົ້າຈົ່ງປະຕິບັດໜ້າທີ່ຂອງພວກເຈົ້າຢ່າງເປັນທາງການ ແລະ ຈົ່ງສັນລະເສີນເຮົາທົ່ວທັງແຜ່ນດິນຢ່າງເປັນທາງການ ຕະຫຼອດໄປເປັນນິດ!

ເມື່ອຍຸກແຫ່ງການພິພາກສາໄດ້ໄປເຖິງຈຸດສູງສຸດ, ເຮົາຈະບໍ່ຟ້າວເຮັດໃຫ້ພາລະກິດຂອງເຮົາສຳເລັດລົງ, ແຕ່ຈະຮວບຮວມຫຼັກຖານກ່ຽວກັບຍຸກແຫ່ງການຂ້ຽນຕີເຂົ້າໃສ່ພາລະກິດນັ້ນ ແລະ ເຮັດໃຫ້ຫຼັກຖານນີ້ເປັນທີ່ປະຈັກຕໍ່ປະຊາຊົນຂອງເຮົາທຸກຄົນ; ແລ້ວໃນສິ່ງນີ້ຈະເກີດໝາກຜົນທີ່ຍິ່ງໃຫຍ່ຫຼາຍກວ່າ. ຫຼັກຖານນີ້ແມ່ນວິທີທີ່ເຮົາຂ້ຽນຕີມັງກອນແດງໃຫຍ່ ແລະ ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາເຫັນມັນດ້ວຍຕາຂອງພວກເຂົາເອງ ເພື່ອວ່າພວກເຂົາຈະຮູ້ຈັກເຖິງອຸປະນິໄສຂອງເຮົາດີຂຶ້ນ. ເວລາທີ່ປະຊາຊົນຂອງເຮົາມີຄວາມສຸກກັບເຮົາກໍເປັນເວລາທີ່ມັງກອນແດງໃຫຍ່ຖືກຂ້ຽນຕີ. ການເຮັດໃຫ້ປະຊາຊົນຂອງມັງກອນແດງໃຫຍ່ລຸກຂຶ້ນ ແລະ ກະບົດຕໍ່ມັນແມ່ນແຜນການຂອງເຮົາ ແລະ ເປັນວິທີທີ່ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາສົມບູນ ແລະ ເປັນໂອກາດທີ່ຍິ່ງໃຫຍ່ສຳລັບປະຊາຊົນຂອງເຮົາທຸກຄົນທີ່ຈະເຕີບໃຫຍ່ໃນຊີວິດ.

(ຄັດຈາກ “ບົດທີ 28” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 228)

ເມື່ອເດືອນແຈ້ງສະຫວ່າງຂຶ້ນ, ຄືນທີ່ງຽບສະຫງົບກໍພັງທະລາຍລົງທັນທີ. ເຖິງແມ່ນດວງເດືອນຈະບໍ່ເຕັມດວງ, ມະນຸດກໍມີອາລົມສົດໃສ ແລະ ນັ່ງຢູ່ຢ່າງສະຫງົບພາຍໃຕ້ແສງເດືອນ, ຊົມຊື່ນພາບອັນງົດງາມຢູ່ພາຍໃຕ້ແສງສະຫວ່າງ. ມະນຸດບໍ່ສາມາດບັນລະຍາຍຄວາມຮູ້ສຶກຂອງເຂົາໄດ້; ມັນຄືກັບວ່າເຂົາປາຖະໜາທີ່ຈະໂຍນຄວາມຄິດຂອງເຂົາກັບໄປສູ່ອະດີດຄືນ, ຄືກັບວ່າເຂົາປາຖະໜາທີ່ຈະເບິ່ງຫາອະນາຄົດຂ້າງໜ້າ, ຄືກັບວ່າເຂົາກຳລັງມີຄວາມສຸກກັບປັດຈຸບັນ. ຮອຍຍິ້ມປາກົດຂຶ້ນໃນໃບໜ້າຂອງເຂົາ ແລະ ທ່າມກາງອາກາດທີ່ງົດງາມກໍມີກິ່ນຫອມທີ່ສົດຊື່ນແຊກຊຶມເຂົາໄປ; ໃນຂະນະທີ່ລົມເບົາໆເລີ່ມພັດມາ, ມະນຸດກໍສັງເກດເຖິງກິ່ນຫອມຢ່າງແຮງ ແລະ ມັນກໍຄືກັບວ່າເຂົາມືນເມົາກັບສິ່ງນັ້ນ, ບໍ່ສາມາດປຸກຕົນເອງໃຫ້ຕື່ນໄດ້. ນີ້ແມ່ນເວລາທີ່ເຮົາໄດ້ມາທ່າມກາງມະນຸດເປັນການສ່ວນຕົວຢ່າງແທ້ຈິງ ແລະ ມະນຸດກໍມີຄວາມຮູ້ສຶກເຖິງກິ່ນຫອມນັ້ນຫຼາຍຂຶ້ນ ແລະ ມະນຸດທຸກຄົນກໍດຳລົງຊີວິດທ່າມກາງກິ່ນຫອມນີ້. ເຮົາຢູ່ກັບມະນຸດຢ່າງສະຫງົບສຸກ, ເຂົາດຳລົງຊີວິດດ້ວຍຄວາມປອງດອງກັບເຮົາ, ເຂົາບໍ່ອອກນອກຮູ້ນອກທາງອີກຕໍ່ໄປໃນເວລາທີ່ເຂົາເບິ່ງເຮົາ, ເຮົາບໍ່ລິຮານຂໍ້ບົກຜ່ອງຂອງມະນຸດອີກຕໍ່ໄປ, ບໍ່ມີສີໜ້າໂສກເສົ້າເທິງໃບໜ້າຂອງມະນຸດອີກຕໍ່ໄປ ແລະ ຄວາມຕາຍກໍບໍ່ຂົ່ມຂູ່ມະນຸດຊາດທັງປວງອີກຕໍ່ໄປ. ໃນປັດຈຸບັນນີ້, ເຮົາຄືບໜ້າໄປພ້ອມກັບມະນຸດສູ່ຍຸກແຫ່ງການຂ້ຽນຕີ, ກ່າວເດີນໄປຂ້າງໜ້າຄຽງຄູ່ກັບເຂົາ. ເຮົາກຳລັງປະຕິບັດພາລະກິດຂອງເຮົາ ເຊິ່ງໝາຍຄວາມວ່າ ເຮົາໂຈມຕີທ່າມກາງມະນຸດດ້ວຍໄມ້ຄ້ອນຂອງເຮົາ ແລະ ມັນກໍຟາດລົງໃສ່ຄວາມກະບົດໃນຕົວມະນຸດ. ໃນສາຍຕາຂອງມະນຸດ, ໄມ້ຄ້ອນຂອງເຮົາເບິ່ງຄືກັບວ່າມີພະລັງພິເສດ: ມັນຟາດໃສ່ທຸກຄົນທີ່ເປັນສັດຕູຂອງເຮົາ ແລະ ບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ; ໄມ້ຄ້ອນນັ້ນແມ່ນເຮັດໜ້າທີ່ຕາມທຳມະຊາດຂອງມັນທ່າມກາງທຸກຄົນທີ່ຕໍ່ຕ້ານເຮົາ; ທຸກຄົນທີ່ຢູ່ໃນກໍາມືຂອງເຮົາແມ່ນປະຕິບັດໜ້າທີ່ຂອງພວກເຂົາຕາມເຈດຕະນາຂອງເຮົາ ແລະ ພວກເຂົາບໍ່ເຄີຍຂັດຂືນຄວາມປາຖະໜາຂອງເຮົາ ຫຼື ປ່ຽນແປງແກ່ນແທ້ຂອງພວກເຂົາຈັກເທື່ອ. ຜົນຕາມມາກໍຄື ນໍ້າຈະແຜດສຽງດັງກ້ອງ, ພູເຂົາຈະພັງທະລາຍລົງ, ແມ່ນໍ້າທີ່ຍິ່ງໃຫຍ່ຈະແຕກສະຫຼາຍ, ມະນຸດຈະບໍ່ໄດ້ຮັບການປ່ຽນແປງຈັກເທື່ອ, ດວງຕາເວັນຈະເລີ່ມມືດລົງ, ດວງເດືອນຈະມືດລົງ, ມະນຸດຈະບໍ່ມີມື້ທີ່ຈະໄດ້ດຳລົງຊີວິດຢ່າງສະຫງົບສຸກອີກຕໍໄປ, ຈະບໍ່ມີເວລາແຫ່ງຄວາມສະຫງົບສຸກເທິງແຜ່ນດິນໂລກອີກຕໍ່ໄປ, ສະຫວັນຈະບໍ່ສະຫງົບ ແລະ ມິດງຽບອີກຈັກເທື່ອ ແລະ ຈະບໍ່ອົດກັ້ນອີກຕໍ່ໄປ. ທຸກສິ່ງຈະຖືກສ້າງໃໝ່ ແລະ ຈະຟື້ນຟູໃຫ້ເປັນຮູບແບບໃນລັກສະນະດັ່ງເດີມຂອງພວກມັນ. ທຸກຄົວເຮືອນເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກອອກຈາກກັນ ແລະ ປະຊາຊາດທັງປວງເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກຂາດສະບັ້ນ; ມື້ທີ່ຜົວ ແລະ ເມຍຈະກັບຄືນຫາກັນແມ່ນຈະຫາຍຈາກໄປ, ແມ່ ແລະ ລູກຊາຍຈະບໍ່ໄດ້ພົບກັນອີກຕໍ່ໄປ, ຈະບໍ່ມີການຢູ່ຮ່ວມກັນລະຫວ່າງພໍ່ ແລະ ລູກສາວອີກຕໍ່ໄປ. ທຸກສິ່ງທີ່ເຄີຍຢູ່ເທິງແຜ່ນດິນໂລກຈະຖືກເຮົາເຮັດໃຫ້ແຕກຫັກ. ເຮົາບໍ່ໃຫ້ໂອກາດກັບຜູ້ຄົນໄດ້ປ່ອຍຄວາມຮູ້ສຶກຂອງພວກເຂົາ, ຍ້ອນເຮົາໄຮ້ຄວາມຮູ້ສຶກ ແລະ ໄດ້ເລີ່ມກຽດຊັງຄວາມຮູ້ສຶກຂອງຜູ້ຄົນຫຼາຍທີ່ສຸດ. ມັນເປັນຍ້ອນຄວາມຮູ້ສຶກທ່າມກາງຜູ້ຄົນ ທີ່ເຮົາຖືກປ່ອຍປະ ແລະ ສຸດທ້າຍ ເຮົາກໍກາຍເປັນ “ຄົນອື່ນ” ໃນສາຍຕາຂອງພວກເຂົາ; ມັນເປັນຍ້ອນຄວາມຮູ້ລະຫວ່າງຜູ້ຄົນ ເຮົາຈຶ່ງຖືກລືມ; ມັນເປັນຍ້ອນຄວາມຮູ້ສຶກຂອງມະນຸດ ເຂົາຈຶ່ງສວຍໂອກາດຮູ້ຈັກ “ຄວາມສຳນຶກ” ຂອງເຂົາ; ມັນເປັນຍ້ອນຄວາມຮູ້ສຶກຂອງມະນຸດ ເຂົາຈຶ່ງເບື່ອໜ່າຍກັບການຂ້ຽນຕີຂອງເຮົາຢູ່ສະເໝີ; ມັນເປັນຍ້ອນຄວາມຮູ້ສຶກຂອງມະນຸດ ເຂົາຈຶ່ງຮ້ອງເຮົາວ່າບໍ່ເປັນທຳ ແລະ ບໍ່ຍຸຕິທຳ ແລະ ເວົ້າວ່າເຮົາບໍ່ສົນໃຈຕໍ່ຄວາມຮູ້ສຶກຂອງມະນຸດໃນການຈັດການສິ່ງຕ່າງໆ. ເຮົາມີຍາດພີ່ນ້ອງເທິງແຜ່ນດິນໂລກເຊັ່ນກັນບໍ? ຜູ້ໃດເຄີຍເຮັດວຽກໜັກໝົດມື້ໝົດຄືນຄືກັບເຮົາ ໂດຍບໍ່ຄິດເຖິງອາຫານ ຫຼື ການຫຼັບນອນ, ຍ້ອນເຫັນແກ່ແຜນການຄຸ້ມຄອງທັງໝົດຂອງເຮົາບໍ່? ມະນຸດຈະສາມາດທຽບກັບພຣະເຈົ້າໄດ້ແນວໃດ? ເຂົາຈະເຂົ້າກັນກັບພຣະເຈົ້າໄດ້ແນວໃດ? ພຣະເຈົ້າຜູ້ທີ່ຊົງສ້າງຈະເປັນຄືກັບມະນຸດທີ່ຖືກສ້າງໄດ້ແນວໃດ? ເຮົາຈະດຳລົງຊີວິດ ແລະ ປະພຶດຮ່ວມກັບມະນຸດເທິງແຜ່ນດິນໂລກຢູ່ສະເໝີໄດ້ແນວໃດ? ມີໃຜແດ່ທີ່ເປັນຫ່ວງຫົວໃຈຂອງເຮົາ? ມັນຄືຄຳອະທິຖານຂອງມະນຸດບໍ? ຄັ້ງໜຶ່ງເຮົາເຄີຍຕົກລົງຮ່ວມກັບມະນຸດ ແລະ ຍ່າງໄປພ້ອມກັນກັບເຂົາ ແລະ ແລ້ວຈົນເຖິງປັດຈຸບັນນີ້ມະນຸດກໍໄດ້ດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງເຮົາ, ແຕ່ຈະມີມື້ໃດບໍ ທີ່ມະນຸດຈະສາມາດແຍກຕົວເອງອອກຈາກການດູແລຂອງເຮົາ? ເຖິງແມ່ນວ່າມະນຸດບໍ່ເຄີຍມີພາລະໃນການສົນໃຈຫົວໃຈຂອງເຮົາ ແລ້ວແມ່ນໃຜສາມາດສືບຕໍ່ດຳລົງຊີວິດໃນດິນແດນທີ່ບໍ່ມີແສງສະຫວ່າງນີ້? ມັນເປັນຍ້ອນການອວຍພອນຂອງເຮົາ ມະນຸດຈຶ່ງໄດ້ດຳລົງຊີວິດຈົນເຖິງປັດຈຸບັນນີ້.

(ຄັດຈາກ “ບົດທີ 28” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 229)

ຫຼາຍປະເທດແມ່ນຢູ່ໃນຄວາມບໍ່ເປັນລະບຽບ, ເພາະວ່າ ໄມ້ຄ້ອນຂອງພຣະເຈົ້າໄດ້ເລີ່ມເຮັດໜ້າທີ່ຂອງມັນເທິງແຜ່ນດິນໂລກ. ພາລະກິດຂອງພຣະເຈົ້າສາມາດເຫັນໄດ້ຢູ່ໃນສະພາບຂອງແຜ່ນດິນໂລກ. ເມື່ອພຣະເຈົ້າເວົ້າວ່າ “ນໍ້າຈະແຜດສຽງດັງກ້ອງ, ພູເຂົາຈະພັງທະລາຍລົງ, ແມ່ນໍ້າທີ່ຍິ່ງໃຫຍ່ຈະແຕກສະຫຼາຍ”, ນີ້ແມ່ນພາລະກິດເບື້ອງຕົ້ນຂອງໄມ້ຄ້ອນເທິງແຜ່ນດິນໂລກ, ດ້ວຍຜົນຕາມມາກໍຄື “ທຸກຄົວເຮືອນເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກອອກຈາກກັນ ແລະ ປະຊາຊາດທັງປວງເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກຂາດສະບັ້ນ; ມື້ທີ່ຜົວ ແລະ ເມຍຈະກັບຄືນຫາກັນແມ່ນຈະຫາຍຈາກໄປ, ແມ່ ແລະ ລູກຊາຍຈະບໍ່ໄດ້ພົບກັນອີກຕໍ່ໄປ, ຈະບໍ່ມີການຢູ່ຮ່ວມກັນລະຫວ່າງພໍ່ ແລະ ລູກສາວອີກຕໍ່ໄປ. ທຸກສິ່ງທີ່ເຄີຍຢູ່ເທິງແຜ່ນດິນໂລກຈະຖືກເຮົາເຮັດໃຫ້ແຕກຫັກ”. ສິ່ງດັ່ງກ່າວຈະເປັນສະພາວະທົ່ວໄປຂອງຄອບຄົວເທິງແຜ່ນດິນໂລກ. ໂດຍທຳມະຊາດແລ້ວ, ມັນບໍ່ສາມາດເປັນສະພາວະຂອງພວກເຂົາທຸກຄົນ, ແຕ່ເປັນສະພາວະຂອງພວກເຂົາສ່ວນໃຫຍ່. ໃນມຸມໜຶ່ງ, ມັນກໍາລັງໝາຍເຖິງສະຖານະການທີ່ຜູ້ຄົນໃນກະແສນີ້ຈະຜະເຊີນໃນອະນາຄົດ. ມັນໄດ້ທຳນວາຍໄວ້ລ່ວງໜ້າວ່າ ຫຼັງຈາກທີ່ພວກເຂົາໄດ້ຜ່ານການຂ້ຽນຕີແຫ່ງພຣະທຳ ແລະ ຜູ້ທີ່ບໍ່ເຊື່ອໄດ້ຕົກຢູ່ໃນໄພອັນຮ້າຍແຮງ, ມັນຈະບໍ່ມີຄວາມສຳພັນໃນຄອບຄົວທ່າມກາງຜູ້ຄົນເທິງແຜ່ນດິນໂລກອີກຕໍ່ໄປ; ພວກເຂົາທຸກຄົນຈະເປັນປະຊາຊົນແຫ່ງຊິນິມ ແລະ ທຸກຄົນຈະຊື່ສັດໃນອານາຈັກຂອງພຣະເຈົ້າ. ສະນັ້ນ ມື້ທີ່ຜົວ ແລະ ເມຍຈະກັບຄືນຫາກັນແມ່ນຈະຫາຍຈາກໄປ, ແມ່ ແລະ ລູກຊາຍຈະບໍ່ໄດ້ພົບກັນອີກຕໍ່ໄປ, ຈະບໍ່ມີການຢູ່ຮ່ວມກັນລະຫວ່າງພໍ່ ແລະ ລູກສາວອີກຕໍ່ໄປ. ສະນັ້ນ ຄອບຄົວຂອງຜູ້ຄົນເທິງແຜ່ນດິນໂລກຈະແຕກຂາດອອກຈາກກັນ, ແຕກຂາດອອກເປັນເສດສ່ວນນ້ອຍໆ ແລະ ນີ້ຈະເປັນພາລະກິດສຸດທ້າຍທີ່ພຣະເຈົ້າປະຕິບັດໃນມະນຸດ. ຍ້ອນພຣະເຈົ້າຈະເຜີຍແຜ່ພາລະກິດນີ້ທົ່ວທັງຈັກກະວານ, ພຣະອົງຈຶ່ງຖືເອົາໂອກາດນີ້ອະທິບາຍຄຳວ່າ “ຄວາມຮູ້ສຶກ” ໃຫ້ຜູ້ຄົນເຂົ້າໃຈ, ເພື່ອເຮັດໃຫ້ພວກເຂົາເຫັນວ່າ ຄວາມປະສົງຂອງພຣະເຈົ້າແມ່ນການເຮັດໃຫ້ຄອບຄົວຂອງທຸກຄົນແຕກຂາດອອກຈາກກັນ ແລະ ສະແດງໃຫ້ເຫັນວ່າພຣະເຈົ້າໃຊ້ການຂ້ຽນຕີເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆໃນຄອບຄົວທ່າມກາງມະນຸດຊາດ. ຖ້າບໍ່ດັ່ງນັ້ນ ມັນກໍຈະບໍ່ມີທາງທີ່ຈະນໍາສ່ວນສຸດທ້າຍຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄປສູ່ຈຸດຈົບ. ສ່ວນສຸດທ້າຍຂອງພຣະທຳຂອງພຣະເຈົ້າເປີດເຜີຍຈຸດອ່ອນທີ່ໃຫຍ່ທີ່ສຸດຂອງມະນຸດຊາດ, ພວກເຂົາທຸກຄົນດຳລົງຊີວິດໃນຄວາມຮູ້ສຶກ ແລະ ສະນັ້ນ ພຣະເຈົ້າຈຶ່ງບໍ່ຫຼີກເວັ້ນພວກເຂົາແມ່ນແຕ່ຄົນດຽວ ແລະ ເປີດໂປງຄວາມລັບທີ່ລີ້ຢູ່ໃນຫົວໃຈຂອງມະນຸດຊາດທັງປວງ. ເປັນຫຍັງມັນຈຶ່ງຍາກທີ່ຈະໃຫ້ຜູ້ຄົນແຍກຕົນເອງອອກຈາກຄວາມຮູ້ສຶກ? ມັນສູງກວ່າມາດຕະຖານຂອງຄວາມສຳນຶກບໍ? ຄວາມສຳນຶກສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດບໍ? ຄວາມຮູ້ສຶກສາມາດຊ່ວຍໃຫ້ຜູ້ຄົນຜ່ານຄວາມຍາກລຳບາກໄປໄດ້ບໍ? ໃນສາຍຕາຂອງພຣະເຈົ້າ, ຄວາມຮູ້ສຶກແມ່ນສັດຕູຂອງພຣະອົງ, ສິ່ງນີ້ບໍ່ໄດ້ຖືກລະບຸຢ່າງຊັດເຈນໃນພຣະທຳຂອງພຣະເຈົ້າບໍ?

(ຄັດຈາກ “ບົດທີ 28” ຂອງການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 230)

ພຣະທໍາທຸກຂໍ້ຂອງພຣະເຈົ້າແມ່ນມີພາກສ່ວນກ່ຽວກັບອຸປະນິໄສຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າແມ່ນບໍ່ສາມາດສະແດງອອກຢ່າງຄົບຖ້ວນໃນພຣະທໍາ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຄວາມອຸດົມສົມບູນທີ່ມີຢູ່ໃນຕົວພຣະອົງແມ່ນມີຫຼາຍສໍ່າໃດ. ສິ່ງທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້ ແທ້ຈິງແລ້ວ ແມ່ນມີຂໍ້ຈໍາກັດ, ເຊັ່ນດຽວກັນກັບຄວາມສາມາດຂອງຜູ້ຄົນ. ເຖິງວ່າ ພຣະທໍາຂອງພຣະເຈົ້າຈະຊັດເຈນ ແຕ່ຜູ້ຄົນກໍບໍ່ສາມາດເຂົ້າໃຈໃນພຣະທໍາເຫຼົ່ານັ້ນຢ່າງຄົບຖ້ວນ. ຈົ່ງເອົາພຣະທໍາເຫຼົ່ານີ້ເປັນຕົວຢ່າງ: “ໃນແສງແມບຂອງຟ້າແມບເຫຼື້ອມ, ສັດທຸກໂຕແມ່ນຖືກເປີດເຜີຍໃນຮູບຮ່າງທີ່ແທ້ຈິງຂອງມັນ. ເຊັ່ນກັນ ດ້ວຍການເຍືອງທາງຈາກແສງສະຫວ່າງຂອງເຮົາ ມະນຸດກໍໄດ້ຮັບຄວາມບໍລິສຸດທີ່ເຂົາເຄີຍມີຄັ້ງໜຶ່ງກັບຄືນມາ. ໂອ, ໂລກທີ່ເສື່ອມຊາມຂອງອະດີດ! ໃນທີ່ສຸດ ມັນຖືກຂວໍ້າລົງໄປໃນນໍ້າທີ່ສົກກະປົກ ແລະ ຈົມລົງພື້ນ ແລ້ວກໍສະຫຼາຍກາຍເປັນຂີ້ຕົມ!” ພຣະທໍາທຸກຂໍ້ຂອງພຣະເຈົ້າມີຕົວຕົນຂອງພຣະອົງ ແລະ ເຖິງວ່າ ທຸກຄົນຈະຮູ້ພຣະທໍາເຫຼົ່ານີ້ ແຕ່ພວກເຂົາກໍບໍ່ເຄີຍຮູ້ຄວາມໝາຍຂອງພຣະທໍາເຫຼົ່ານີ້. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຕໍ່ຕ້ານພຣະອົງແມ່ນສັດຕູຂອງພຣະອົງ ນັ້ນກໍຄືຜູ້ທີ່ເປັນວິນຍານທີ່ຊົ່ວຮ້າຍແມ່ນສັດ. ຈາກສິ່ງນີ້ ຜູ້ຄົນສາມາດສັງເກດເຫັນສະພາບແທ້ຈິງຂອງຄຣິສຕະຈັກ. ພຣະທໍາຂອງພຣະເຈົ້າແມ່ນເຍືອງທາງໃຫ້ມະນຸດທຸກຄົນ ແລະ ໃນແສງສະຫວ່າງນີ້ ພວກເຂົາໄດ້ກວດສອບຕົວເອງໂດຍບໍ່ໄດ້ຜ່ານການສັ່ງສອນ ຫຼື ການຂ້ຽນຕີ ຫຼື ການໄລ່ຜູ້ອື່ນອອກໂດຍກົງ, ໂດຍບໍ່ໄດ້ຂຶ້ນກັບແນວທາງຂອງມະນຸດອື່ນໆໃນການເຮັດສິ່ງຕ່າງໆ ແລະ ໂດຍບໍ່ໃຫ້ຜູ້ອື່ນຊີ້ນໍາ. ຈາກ “ທັດສະນະນ້ອຍທີ່ສຸດ” ພວກເຂົາແມ່ນເຫັນຢ່າງຊັດເຈນວ່າ ມີຄວາມເຈັບປ່ວຍຫຼາຍສໍ່າໃດຢູ່ໃນຕົວພວກເຂົາກັນແທ້. ໃນພຣະທໍາຂອງພຣະເຈົ້າ, ວິນຍານທຸກປະເພດແມ່ນຖືກຈໍາແນກ ແລະ ເປີດເຜີຍໃນຮູບຮ່າງດັ່ງເດີມຂອງມັນ. ວິນຍານຂອງທູດສະຫວັນແມ່ນມີແສງເຍືອງທາງ ແລະ ແສງສະຫວ່າງຫຼາຍຂຶ້ນ ເຊິ່ງດ້ວຍເຫດນັ້ນ ຈຶ່ງມີພຣະທໍາຂອງພຣະເຈົ້າທີ່ວ່າ: “ມະນຸດກໍໄດ້ຮັບຄວາມບໍລິສຸດທີ່ເຂົາເຄີຍມີ”. ພຣະທໍາເຫຼົ່ານີ້ແມ່ນອີງໃສ່ຜົນໄດ້ຮັບສຸດທ້າຍທີ່ບັນລຸໂດຍພຣະເຈົ້າ. ແນ່ນອນ ໃນຕອນນີ້ ຜົນດັ່ງກ່າວນີ້ ບໍ່ສາມາດບັນລຸໄດ້ຢ່າງເຕັມທີ່ເທື່ອ. ມັນເປັນພຽງແຕ່ລົດຊາດທີ່ໃຫ້ຊີມລ່ວງໜ້າໄວ້ກ່ອນ ເຊິ່ງສາມາດເຫັນຄວາມປະສົງຂອງພຣະເຈົ້າຜ່ານສິ່ງນີ້. ພຣະທໍາເຫຼົ່ານີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ມີຄົນຈໍານວນຫຼວງຫຼາຍທີ່ຈະແຕກເປັນສິ້ນສ່ວນພາຍໃນພຣະທໍາຂອງພຣະເຈົ້າ ແລະ ຈະຖືກເອົາຊະນະໃນເທື່ອລະກ້າວໃນຂັ້ນຕອນການເຮັດໃຫ້ທຸກຄົນມີຄວາມບໍລິສຸດ. ໃນປະໂຫຍກ: “ມັນໄດ້ສະຫຼາຍກາຍເປັນຂີ້ຕົມ” ບໍ່ໄດ້ຂັດກັບການທໍາລາຍໂລກດ້ວຍໄຟຂອງພຣະເຈົ້າ ແລະ “ຟ້າແມບເຫຼື້ອມ” ກໍໝາຍເຖິງຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຢ່າງແຮງຂອງພຣະອົງອອກ ໂລກທັງໝົດກໍຈະປະສົບກັບໄພພິບັດທຸກຮູບແບບຍ້ອນຄວາມໂກດຮ້າຍນັ້ນ ເຊັ່ນ: ພູເຂົາໄຟລະເບີດ. ເມື່ອຢືນສູງຢູ່ໃນທ້ອງຟ້າ, ສາມາດເຫັນໄດ້ວ່າ ໄພພິບັດທຸກຮູບແບບຢູ່ເທິງແຜ່ນດິນໂລກແມ່ນເຂົ້າມາໃກ້ມະນຸດທຸກຄົນເທື່ອລະໜ້ອຍ. ເມື່ອແນມລົງລຸ່ມຈາກບ່ອນສູງ, ແຜ່ນດິນໂລກແມ່ນມີທິວທັດຕ່າງໆນາໆດັ່ງທິວທັດເຫຼົ່ານັ້ນທີ່ມີຢູ່ກ່ອນເກີດແຜ່ນດິນໄຫວ. ສາຍນໍ້າແຫ່ງໄຟໄຫຼໄປທົ່ວໂດຍບໍ່ຢຸດຍັ້ງ, ນໍ້າລາວາໄຫຼຢ່າງເປັນອິດສະຫຼະ, ພູເຂົາເຄື່ອນຍ້າຍ ແລະ ແສງເຢືອກເຢັນເຫຼື້ອມຍິບຍັບໄປທົ່ວທຸກບ່ອນ. ໂລກທັງໝົດໄດ້ຈົມລົງສູ່ກອງໄຟ. ນີ້ແມ່ນພາບຂອງການທີ່ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ມັນແມ່ນເວລາຂອງການພິພາກສາຂອງພຣະອົງ. ທຸກຄົນທີ່ເປັນເນື້ອໜັງ ແລະ ເລືອດຈະບໍ່ສາມາດໜີພົ້ນໄດ້. ສະນັ້ນ, ສົງຄາມລະຫວ່າງປະເທດຕ່າງໆ ແລະ ຄວາມຂັດແຍ້ງລະຫວ່າງຜູ້ຄົນກໍຈະບໍ່ມີຄວາມຈໍາເປັນໃນການທໍາລາຍໂລກທັງໝົດ; ກົງກັນຂ້າມ, ໂລກຈະ “ມີຄວາມສຸກກັບຕົວເອງ” ພາຍໃນຈຸດກໍາເກີດຂອງການຂ້ຽນຕີຂອງພຣະເຈົ້າ. ບໍ່ມີຜູ້ໃດຈະສາມາດໜີພົ້ນໄດ້; ແຕ່ລະຄົນ ແລະ ທຸກຄົນຕ້ອງຜ່ານການທໍລະມານນີ້ເທື່ອລະຄົນ. ຫຼັງຈາກນັ້ນ, ຈັກກະວານທັງໝົດຈະມີແສງບໍລິສຸດເຫຼື້ອມຍິບຍັບອີກຄັ້ງ ແລະ ມະນຸດທຸກຄົນຈະເລີ່ມຊີວິດໃໝ່ອີກຄັ້ງ. ພຣະເຈົ້າຈະພັກຜ່ອນຢູ່ເທິງຈັກກະວານ ແລະ ຈະໃຫ້ພອນແກ່ມະນຸດທຸກຄົນໃນແຕ່ລະມື້. ສະຫວັນຈະບໍ່ເປົ່າປ່ຽວຢ່າງເຫຼືອທົນອີກຕໍ່ໄປ ແຕ່ຈະຟື້ນຄືນມີຊີວິດທີ່ສະຫວັນບໍ່ເຄີຍມີນັບແຕ່ການຊົງສ້າງໂລກ ແລະ ການມາຂອງ “ມື້ທີຫົກ” ກໍຈະເປັນເວລາທີ່ພຣະເຈົ້າເລີ່ມຊີວິດໃໝ່. ທັງພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກຜ່ອນ ແລະ ຈັກກະວານຈະບໍ່ມືດມົວ ແລະ ສົກກະປົກອີກຕໍ່ໄປ ແຕ່ຈະໄດ້ຮັບການສ້າງຄືນໃໝ່. ນີ້ແມ່ນເຫດຜົນທີ່ພຣະເຈົ້າໄດ້ເວົ້າວ່າ: “ແຜ່ນດິນໂລກຈະບໍ່ຢຸດນິ້ງ ແລະ ມິດງຽບອີກຕໍ່ໄປ ແລະ ສະຫວັນຈະບໍ່ເປົ່າປ່ຽວ ແລະ ໂສກເສົ້າອີກຕໍ່ໄປ”. ໃນອານາຈັກຂອງສະຫວັນ ແມ່ນບໍ່ເຄີຍມີຄວາມບໍ່ຊອບທໍາ ຫຼື ຄວາມຮູ້ສຶກຂອງມະນຸດ ຫຼື ອຸປະນິໄສໃດໜຶ່ງທີ່ເສື່ອມຊາມຂອງມະນຸດຍ້ອນບໍ່ໄດ້ມີການລົບກວນຂອງຊາຕານ. “ຜູ້ຄົນ” ທັງໝົດສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ຊີວິດໃນສະຫວັນແມ່ນຊີວິດທີ່ເຕັມໄປດ້ວຍຄວາມສຸກ. ທຸກຄົນທີ່ຢູ່ສະຫວັນແມ່ນມີສະຕິປັນຍາ ແລະ ກຽດສັກສີຂອງພຣະເຈົ້າ.

(ຄັດຈາກ “ບົດທີ 18” ຂອງການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 231)

ມັນສາມາດເວົ້າໄດ້ວ່າ ຖ້ອຍຄຳທັງໝົດໃນປັດຈຸບັນທຳນາຍເຖິງບັນຫາໃນອະນາຄົດ, ພວກມັນແມ່ນການທີ່ພຣະເຈົ້າຈັດກຽມສຳລັບຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະເຈົ້າໄດ້ສຳເລັດພາລະກິດຂອງພຣະອົງໃນຜູ້ຄົນໃນຄຣິສຕະຈັກຂ້ອນຂ້າງຫຼາຍແລ້ວ, ຫຼັງຈາກນັ້ນ ພຣະອົງຈະໃຊ້ຄວາມໂມໂຫເພື່ອປກົດຕໍ່ໜ້າທຸກຄົນ. ດັ່ງທີ່ພຣະເຈົ້າເວົ້າວ່າ “ເຮົາຈະເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກຮັບຮູ້ເຖິງການກະທຳຂອງເຮົາ ແລະ ຕໍ່ໜ້າ ‘ທີ່ນັ່ງແຫ່ງການພິພາກສາ’, ການກະທຳຂອງເຮົາຈະຖືກພິສູດ, ເພື່ອວ່າພວກມັນຈະຖືກຮັບຮູ້ໃນທ່າມກາງຄົນທົ່ວແຜ່ນດິນໂລກ ຜູ້ທີ່ຈະຍອມ”. ພວກເຈົ້າເຫັນແມ່ນຫຍັງໃນພຣະທຳເຫຼົ່ານີ້ບໍ? ໃນສິ່ງນີ້ແມ່ນມີບົດສະຫຼຸບຂອງສ່ວນຕໍ່ໄປຂອງພາລະກິດຂອງພຣະເຈົ້າ. ກ່ອນອື່ນ, ພຣະເຈົ້າຈະເຮັດໃຫ້ໝາເຝົ້າທຸກໂຕທີ່ມີອຳນາດທາງການເມືອງເຊື່ອຢ່າງຈິງໃຈກ່ອນ ແລະ ຖອຍກ້າວອອກຈາກຂັ້ນຕອນປະຫວັດສາດດ້ວຍຕົວພວກມັນເອງ, ບໍ່ຕໍ່ສູ້ເພື່ອສະຖານະ ຫຼື ວາງກົນອຸບາຍ ແລະ ວາງແຜນຮ້າຍອີກຕໍ່ໄປຈັກເທື່ອ. ພາລະກິດນີ້ຈະຖືກປະຕິບັດຜ່ານການທີ່ພຣະເຈົ້າເຮັດໃຫ້ເກີດໄພພິບັດຕ່າງໆເທິງແຜ່ນດິນໂລກ. ແຕ່ພຣະເຈົ້າຈະບໍ່ປາກົດ; ຍ້ອນໃນເວລານີ້, ຊົນຊາດແຫ່ງມັງກອນແດງໃຫຍ່ຈະຍັງເປັນດິນແດນແຫ່ງຄວາມສົກກະປົກ, ພຣະເຈົ້າຈະບໍ່ປາກົດ, ແຕ່ຈະປາກົດຜ່ານການຂ້ຽນຕີເທົ່ານັ້ນ. ສິ່ງດັ່ງກ່າວແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດຫຼົບໜີຈາກມັນໄດ້. ໃນລະຫວ່າງເວລານີ້, ທຸກສິ່ງທີ່ອາໄສຢູ່ໃນຊົນຊາດຂອງມັງກອນແດງໃຫຍ່ຈະທົນທຸກກັບຄວາມໄພພິບັດ, ເຊິ່ງໂດຍທຳມະຊາດແລ້ວແມ່ນຍັງລວມເຖິງອານາຈັກເທິງແຜ່ນດິນໂລກ (ຄຣິສຕະຈັກ). ນີ້ແມ່ນເວລາທີ່ຄວາມຈິງຈະປາກົດອອກມາແທ້ໆ ແລະ ດ້ວຍເຫດນັ້ນ ທຸກຄົນຈຶ່ງຈະໄດ້ຜະເຊີນກັບມັນ ແລະ ບໍ່ມີຜູ້ສາມາດຫຼົບໜີໄດ້. ສິ່ງນີ້ຖືກກຳນົດລ່ວງໜ້າໂດຍພຣະເຈົ້າ. ມັນເປັນຍ້ອນຂັ້ນຕອນນີ້ຂອງພາລະກິດແທ້ໆ, ພຣະເຈົ້າຈຶ່ງເວົ້າວ່າ “ປັດຈຸບັນນີ້ແມ່ນເວລາໃນການປະຕິບັດແຜນການທີ່ຍິ່ງໃຫຍ່”. ຍ້ອນໃນອະນາຄົດ, ຈະບໍ່ມີຄຣິສຕະຈັກເທິງແຜ່ນດິນໂລກ ແລະ ເນື່ອງຈາກການມາເຖິງຂອງໄພພິບັດ, ຜູ້ຄົນບໍ່ສາມາດຄິດເຖິງສິ່ງອື່ນ ແລະ ມັນຍາກສຳລັບພວກເຂົາທີ່ຈະຮັບເອົາພຣະເຈົ້າທ່າມກາງໄພພິບັດ, ສະນັ້ນ ຜູ້ຄົນຈຶ່ງຖືກຮຽກຮ້ອງໃຫ້ຮັກພຣະເຈົ້າດ້ວຍທັງໝົດຫົວໃຈຂອງພວກເຂົາໃນລະຫວ່າງເວລາທີ່ມະຫັດສະຈັນນີ້, ເພື່ອວ່າພວກເຂົາຈະບໍ່ພາດໂອກາດ. ເມື່ອຄວາມຈິງນີ້ຜ່ານໄປ, ພຣະເຈົ້າກໍໄດ້ເອົາຊະນະມັງກອນແດງໃຫຍ່ໂດຍສິ້ນເຊີງ ແລະ ສະນັ້ນ ພາລະກິດແຫ່ງຄຳພະຍານຂອງຜູ້ຄົນຂອງພຣະເຈົ້າຈຶ່ງມາເຖິງຈຸດຈົບ; ຫຼັງຈາກນັ້ນ ພຣະເຈົ້າຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດ ໂດຍທຳລາຍປະເທດຂອງມັງກອນແດງໃຫຍ່ ແລະ ໃນທີ່ສຸດແລ້ວກໍໂດຍການຄຶງຜູ້ຄົນທົ່ວຈັກກະວານເທິງໄມ້ກາງແຂນລວງປີ້ນ, ຫຼັງຈາກນັ້ນ ພຣະອົງຈະທຳລາຍມະນຸດຊາດທັງປວງ, ສິ່ງເຫຼົ່ານີ້ແມ່ນຂັ້ນຕອນໃນອະນາຄົດຂອງພາລະກິດຂອງພຣະເຈົ້າ. ສະນັ້ນ ພວກເຈົ້າຄວນສະແຫວງຫາເພື່ອພະຍາຍາມຮັກພຣະເຈົ້າໃນສະພາບແວດລ້ອມທີ່ສະຫງົບສຸກນີ້. ໃນອະນາຄົດ ພວກເຈົ້າຈະບໍ່ມີໂອກາດທີ່ຈະຮັກພຣະເຈົ້າອີກແລ້ວ, ຍ້ອນຜູ້ຄົນພຽງແຕ່ມີໂອກາດຮັກພຣະເຈົ້າໃນເນື້ອໜັງເທົ່ານັ້ນ; ເມື່ອພວກເຂົາດຳລົງຊີວິດໃນໂລກອື່ນ, ບໍ່ມີຜູ້ໃດຈະເວົ້າເຖິງການຮັກພຣະເຈົ້າ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງສິ່ງຖືກສ້າງບໍ? ແລ້ວພວກເຈົ້າຄວນຮັກພຣະເຈົ້າແນວໃດທ່າມກາງຊ່ວງເວລາໃນຊີວິດຂອງພວກເຈົ້າ? ເຈົ້າເຄີຍຄິດເຖິງສິ່ງນີ້ບໍ? ເຈົ້າກຳລັງລໍຖ້າຈົນເຖິງຫຼັງຈາກທີ່ເຈົ້າຕາຍແລ້ວຈຶ່ງຈະຮັກພຣະເຈົ້າບໍ? ນີ້ຈະບໍ່ແມ່ນການສົນທະນາທີ່ວ່າງເປົ່າບໍ? ໃນປັດຈຸບັນ, ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາພຣະເຈົ້າ? ການຮັກພຣະເຈົ້າໃນຂະນະທີ່ກຳລັງຫຍຸ້ງວຽກຈະສາມາດເປັນຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າບໍ? ເຫດຜົນທີ່ວ່າເປັນຫຍັງມັນຈຶ່ງເວົ້າວ່າ ຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າຈະມາເຖິງຈຸດຈົບ ກໍຍ້ອນພຣະເຈົ້າໄດ້ມີຄຳພະຍານຕໍ່ໜ້າຊາຕານແລ້ວ; ສະນັ້ນຈຶ່ງບໍ່ຈຳເປັນທີ່ຈະໃຫ້ມະນຸດເຮັດຫຍັງເລີຍ, ມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ສະແຫວງຫາເພື່ອຮັກພຣະເຈົ້າໃນຊ່ວງເວລາທີ່ເຂົາມີຊີວິດຢູ່, ນີ້ແມ່ນສິ່ງທີ່ສຳຄັນ. ຍ້ອນເງື່ອນໄຂຂອງພຣະເຈົ້າບໍ່ໄດ້ມີຫຼາຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນມີຄວາມກະວົນກະວາຍທີ່ເຜົາໄໝ້ໃນຫົວໃຈຂອງພຣະອົງ, ພຣະອົງໄດ້ເປີດເຜີຍບົດສະຫຼຸບຂອງຂັ້ນຕອນຕໍ່ໄປຂອງພາລະກິດກ່ອນທີ່ຂັ້ນຕອນຂອງພາລະກິດນີ້ຈະສຳເລັດລົງ ເຊິ່ງສະແດງຢ່າງຊັດເຈນວ່າມີເວລາຫຼາຍສໍ່າໃດ; ຖ້າພຣະເຈົ້າບໍ່ກະວົນກະວາຍໃນຫົວໃຈຂອງພຣະອົງ, ພຣະອົງຈະກ່າວພຣະທຳເຫຼົ່ານີ້ຢ່າງໄວແບບນັ້ນບໍ? ມັນເປັນຍ້ອນເວລາທີ່ພຣະເຈົ້າປະຕິບັດພາລະກິດໃນລັກສະນະນີ້ສັ້ນ. ມັນເປັນທີ່ຄາດຫວັງໃຫ້ພວກເຈົ້າສາມາດຮັກພຣະເຈົ້າດ້ວຍທັງໝົດຂອງຫົວໃຈຂອງພວກເຈົ້າ, ດ້ວຍທັງໝົດຂອງຄວາມຄິດຂອງພວກເຈົ້າ ແລະ ດ້ວຍທັງໝົດຂອງກຳລັງຂອງພວກເຈົ້າ, ຄືກັບວິທີທີ່ພວກເຈົ້າຊື່ນຊົມຊີວິດຂອງພວກເຈົ້າເອງ. ນີ້ບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ? ພວກເຈົ້າຈະສາມາດຄົ້ນພົບຄວາມໝາຍຂອງຊີວິດໄດ້ຢູ່ໃສອີກ? ສິ່ງນັ້ນຈະບໍ່ແມ່ນການລັບຫູລັບຕາຫຼາຍໂພດບໍ? ເຈົ້າເຕັມໃຈທີ່ຈະຮັກພຣະເຈົ້າບໍ? ພຣະເຈົ້າສົມຄວນແກ່ຄວາມຮັກຂອງມະນຸດບໍ? ຜູ້ຄົນສົມຄວນແກ່ການເຄົາລົບບູຊາຂອງມະນຸດບໍ? ແລ້ວເຈົ້າຄວນເຮັດແນວໃດ? ໃຫ້ຮັກພຣະເຈົ້າຢ່າງອາດຫານ, ໂດຍບໍ່ມີເງື່ອນໄຂ ແລະ ເບິ່ງສິ່ງທີ່ພຣະເຈົ້າຈະເຮັດຕໍ່ເຈົ້າ. ໃຫ້ເບິ່ງວ່າພຣະອົງຈະຂ້າເຈົ້າຖິ້ມ ຫຼື ບໍ່. ສະຫຼຸບກໍຄື ໜ້າທີ່ຂອງການຮັກພຣະເຈົ້າສຳຄັນຍິ່ງກວ່າການກ່າຍ ແລະ ຂຽນສິ່ງຕ່າງໆລົງສຳລັບພຣະເຈົ້າ. ເຈົ້າຄວນໃຫ້ລຳດັບທຳອິດກັບສິ່ງທີ່ສຳຄັນທີ່ສຸດ, ເພື່ອວ່າຊີວິດຂອງເຈົ້າຈະມີຄວາມໝາຍຫຼາຍຂຶ້ນ ແລະ ເຕັມໄປດ້ວຍຄວາມສຸກ ແລະ ຫຼັງຈາກນັ້ນ ເຈົ້າຄວນລໍຖ້າ “ປະໂຫຍກ” ຂອງພຣະເຈົ້າສຳລັບເຈົ້າ. ເຮົາສົງໄສວ່າແຜນການຂອງເຈົ້າຈະລວມມີການຮັກພຣະເຈົ້າ ຫຼື ບໍ່, ເຮົາປາຖະໜາໃຫ້ແຜນການຂອງທຸກຄົນກາຍເປັນສິ່ງທີ່ຖືກພຣະເຈົ້າເຮັດໃຫ້ສຳເລັດ ແລະ ກາຍເປັນຄວາມຈິງ.

(ຄັດຈາກ “ບົດທີ 42” ຂອງການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ກ່ອນນີ້: ການຮູ້ຈັກພາລະກິດຂອງພຣະເຈົ້າ 1

ຕໍ່ໄປ: VII. ຄວາມລຶກລັບກ່ຽວກັບພຣະຄໍາພີ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

1.ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ.2.ເຈົ້າຄວນປະຕິບັດສິ່ງໃດໜຶ່ງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້