VII. ຄວາມລຶກລັບກ່ຽວກັບພຣະຄໍາພີ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 265)

ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຮະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຫັນນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ, ເຈົ້າຕ້ອງກິນ ແລະ ດື່ມພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ຍິ່ງມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ ທັນທີທີ່ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ ພວກເຂົາກໍເລີ່ມອ່ານພຣະຄຳພີ ແລະ ທ່ອງຂຶ້ນໃຈຂໍ້ພຣະຄຳພີ ແລະ ຍິ່ງພວກເຂົາສາມາດທ່ອງຂຶ້ນໃຈຂໍ້ພຣະຄຳພີໄດ້ຫຼາຍສໍ່າໃດ ສິ່ງນີ້ກໍຍິ່ງພິສູດວ່າ ພວກເຂົາຮັກພຣະຜູ້ເປັນເຈົ້າ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄົນທີ່ໄດ້ອ່ານພຣະຄຳພີ ແລະ ສາມາດເວົ້າກ່ຽວກັບມັນໃຫ້ກັບຄົນອື່ນຟັງແມ່ນອ້າຍເອື້ອຍນ້ອງທີ່ດີທຸກຄົນ. ໃນເວລາຫຼາຍປີເຫຼົ່ານີ້, ຄວາມເຊື່ອຂອງຜູ້ຄົນ ແລະ ຄວາມຊື່ສັດຕໍ່ພຣະເຈົ້າແມ່ນຖືກວັດແທກຕາມຂອບເຂດຂອງຄວາມເຂົ້າໃຈພຣະຄຳພີຂອງພວກເຂົາ. ຄົນສ່ວນຫຼາຍບໍ່ເຂົ້າໃຈເລີຍວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຈະເຊື່ອໃນພຣະເຈົ້າແນວໃດ ແລະ ບໍ່ເຮັດຫຍັງເລີຍນອກຈາກຄົ້ນຫາຮ່ອງຮອຍຢ່າງຕາບອດເພື່ອຖອດຄວາມໝາຍໃນບົດພຣະຄຳພີ. ຜູ້ຄົນບໍ່ເຄີຍສະແຫວງຫາທິດທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ; ຕະຫຼອດຜ່ານມາ ພວກເຂົາບໍ່ໄດ້ເຮັດຫຍັງເລີຍນອກຈາກສຶກສາ ແລະ ຄົ້ນຫາຄວາມຈິງໃນພຣະຄຳພີຢ່າງເອົາເປັນເອົາຕາຍ ແລະ ບໍ່ມີໃຜໄດ້ພົບພາລະກິດທີ່ໃໝ່ກວ່າຂອງພຣະວິນຍານບໍລິສຸດ ເຊິ່ງຢູ່ນອກພຣະຄຳພີ, ບໍ່ມີໃຜເຄີຍໜີຈາກພຣະຄຳພີ ຫຼື ພວກເຂົາບໍ່ກ້າທີ່ຈະໜີຈາກພຣະຄຳພີດ້ວຍຊໍ້າ. ຜູ້ຄົນໄດ້ສຶກສາພຣະຄຳພີເປັນເວລາຫຼາຍປີ, ພວກເຂົາໄດ້ສະເໜີຄຳອະທິບາຍຫຼາຍຢ່າງ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ; ພວກເຂົາຍັງມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບພຣະຄຳພີ ເຊິ່ງພວກເຂົາໂຕ້ຖຽງກັນໂດຍບໍ່ສິ້ນສຸດ ຈົນເຖິງຂັ້ນທີ່ວ່າໄດ້ມີຫຼາຍກວ່າສອງພັນນິກາຍທີ່ແຕກຕ່າງກັນຖືກກໍ່ຕັ້ງຂຶ້ນໃນປັດຈຸບັນ. ພວກເຂົາທັງໝົດຕ້ອງການຄົ້ນພົບການອະທິບາຍທີ່ພິເສດບາງຢ່າງ ຫຼື ຄວາມລຶກລັບທີ່ເລິກເຊິ່ງໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນຫາມັນ ແລະ ຄົ້ນຫາເບື້ອງຫຼັງຂອງພາລະກິດຂອງພຣະເຢໂຮວາໃນອິດສະຣາເອັນ ຫຼື ເບື້ອງຫຼັງຂອງພາລະກິດຂອງພຣະເຢຊູໃນຢູດາຍ ຫຼື ຄວາມລຶກລັບຫຼາຍກວ່ານັ້ນທີ່ບໍ່ມີໃຜຮູ້ຈັກເລີຍ. ການເຂົ້າຫາພຣະຄຳພີຂອງຜູ້ຄົນແມ່ນເປັນຄວາມຫຼົງໄຫຼ ແລະ ຄວາມເຊື່ອ ແລະ ບໍ່ມີໃຜສາມາດຊັດເຈນຢ່າງຄົບຖ້ວນກ່ຽວກັບເລື່ອງລາວພາຍໃນ ຫຼື ທາດແທ້ຂອງພຣະຄຳພີ. ດ້ວຍເຫດນັ້ນ ໃນປັດຈຸບັນ ຜູ້ຄົນຍັງມີຄວາມຮູ້ສຶກທີ່ບໍ່ສາມາດພັນລະນາໄດ້ເຖິງຄວາມມະຫັດສະຈັນ ເມື່ອເວົ້າເຖິງພຣະຄຳພີ ແລະ ພວກເຂົາຍັງຫຼົງໄຫຼມັນ ແລະ ມີຄວາມເຊື່ອມັນຫຼາຍຂຶ້ນ. ໃນປັດຈຸບັນ ທຸກຄົນຕ້ອງການຄົ້ນຫາຄຳ ທຳນວາຍຂອງພາລະກິດແຫ່ງຍຸກສຸດທ້າຍໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນພົບວ່າ ມີພາລະກິດຫຍັງແດ່ທີ່ພຣະເຈົ້າກະທໍາໃນລະຫວ່າງຍຸກສຸດທ້າຍ ແລະ ແມ່ນຫຍັງຄືໝາຍສຳຄັນສຳລັບຍຸກສຸດທ້າຍ. ດ້ວຍລັກສະນະນີ້ ການນະມັດສະການພຣະຄຳພີຂອງພວກເຂົາຍິ່ງກາຍມາເປັນການເອົາຈິງເອົາຈັງຂຶ້ນໄປອີກ ແລະ ຍິ່ງໃກ້ຮອດຍຸກສຸດທ້າຍຫຼາຍສໍ່າໃດ ພວກເຂົາຍິ່ງມີຄວາມເຊື່ອຖືຢ່າງຕາບອດໃນຄຳທຳນວາຍຂອງພຣະຄຳພີຫຼາຍສໍ່ານັ້ນ ໂດຍສະເພາະສິ່ງທີ່ກ່ຽວກັບຍຸກສຸດທ້າຍ. ດ້ວຍຄວາມເຊື່ອຢ່າງຕາບອດແບບດັ່ງກ່າວໃນພຣະຄຳພີ, ດ້ວຍຄວາມໄວ້ວາງໃຈແບບດັ່ງກ່າວໃນພຣະຄຳພີ, ພວກເຂົາບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດເລີຍ. ໃນຄວາມຄິດຂອງຜູ້ຄົນ ພວກເຂົາຄິດວ່າ ມີພຽງແຕ່ພຣະຄຳພີເທົ່ານັ້ນທີ່ສາມາດນໍາມາສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນທີ່ພວກເຂົາຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນ ທີ່ມີຄວາມລຶກລັບແຫ່ງພາລະກິດຂອງພຣະເຈົ້າລີ້ລັບຢູ່; ມີພຽງພຮະຄຳພີເທົ່ານັ້ນ ບໍ່ມີໜັງສຶເຫຼັ້ມອື່ນ ຫຼື ບຸກຄົນອື່ນ ທີ່ສາມາດອະທິບາຍທຸກສິ່ງກ່ຽວກັບພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ; ພຣະຄຳພີສາມາດນໍາພາລະກິດແຫ່ງສະຫວັນມາເທິງແຜ່ນດິນໂລກໄດ້; ແລະ ພຣະຄຳພີທັງສາມາດເລີ່ມຕົ້ນ ແລະ ສິ້ນສຸດຍຸກຕ່າງໆ. ດ້ວຍແນວຄິດເຫຼົ່ານີ້, ຜູ້ຄົນຈຶ່ງບໍ່ມີຄວາມປາຖະໜາທີ່ຈະຄົ້ນຫາພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າ ພຣະຄຳພີຈະເປັນປະໂຫຍດໃຫ້ແກ່ຜູ້ຄົນທີ່ຢູ່ໃນອະດີດຫຼາຍສໍ່າໃດກໍຕາມ, ມັນໄດ້ກາຍມາເປັນອຸປະສັກຕໍ່ພາລະກິດຫຼ້າສຸດຂອງພຣະອົງ. ຫາກປາສະຈາກພຣະຄຳພີ ຜູ້ຄົນສາມາດຊອກຫາຮອຍພຣະບາດຂອງພຣະເຈົ້າໃນບ່ອນອື່ນໄດ້, ແຕ່ໃນປັດຈຸບັນ ຮອຍພຣະບາດຂອງພຣະອົງແມ່ນມີແຕ່ໃນພຣະຄຳພີ ແລະ ການຂະຫຍາຍພາລະກິດຫຼ້າສຸດຂອງພຣະອົງຈຶ່ງກາຍມາເປັນສິ່ງທີ່ຫຍຸ້ງຍາກສອງເທົ່າ ແລະ ຍາກລໍາບາກຈົນບໍ່ສາມາດແມ່ນແຕ່ຈະກ້າວຂາໄດ້. ທຸກຢ່າງເປັນແບບນີ້ກໍຍ້ອນບົດ ແລະ ຄຳເວົ້າເຊິ່ງເປັນທີ່ຮູ້ຈັກດີຈາກພຣະຄຳພີ ພ້ອມທັງຄຳທຳນວາຍທີ່ຫຼາກຫຼາຍໃນພຣະຄຳພີ. ພຣະຄຳພີໄດ້ກາຍມາເປັນຮູບເຄົາລົບບູຊາໃນຄວາມຄິດຂອງມະນຸດ, ມັນໄດ້ກາຍເປັນປິດສະໜາໃນສະໝອງຂອງພວກເຂົາ ແລະ ພວກເຂົາບໍ່ສາມາດເຊື່ອເລີຍວ່າ ພຣະເຈົ້າສາມາດປະຕິບັດພາລະກິດທີ່ຢູ່ນອກພຣະຄຳພີ, ພວກເຂົາບໍ່ສາມາດເຊື່ອວ່າ ຜູ້ຄົນສາມາດຄົ້ນພົບພຣະເຈົ້າຢູ່ນອກພຣະຄຳພີ ແລ້ວແຮງໄກທີ່ພວກເຂົາຈະເຊື່ອວ່າ ພຣະເຈົ້າສາມາດແຍກອອກຈາກພຣະຄຳພີໃນລະຫວ່າງພາລະກິດສຸດທ້າຍ ແລະ ເລີ່ມຕົ້ນໃໝ່ໄດ້. ນີ້ເປັນສິ່ງທີ່ຜູ້ຄົນບໍ່ສາມາດຄິດເຖິງໄດ້; ພວກເຂົາບໍ່ສາມາດເຊື່ອມັນໄດ້ ແລະ ພວກເຂົາບໍ່ສາມາດຈິນຕະນາການກ່ຽວກັບມັນໄດ້. ພຣະຄຳພີໄດ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ໃນການຍອມຮັບຂອງຜູ້ຄົນຕໍ່ພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄວາມຫຍຸ້ງຍາກໃນການຂະຫຍາຍພາລະກິດໃໝ່ນີ້ຂອງພຣະອົງ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 266)

ຫຼັງຈາກທີ່ພຣະເຈົ້າປະຕິບັດພາລະກິດຂອງຍຸກແຫ່ງພຣະບັນຍັດ, ພຣະສັນຍາເດີມຈຶ່ງກຳເນີດຂຶ້ນ ແລະ ຫຼັງຈາກນັ້ນ ຜູ້ຄົນກໍເລີ່ມອ່ານພຣະຄຳພີ. ຫຼັງຈາກທີ່ພຣະເຢຊູໄດ້ມາ, ພຣະອົງກໍປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ແລະ ສາວົກຂອງພຣະອົງກໍຂຽນພຣະສັນຍາໃໝ່. ສະນັ້ນ ພຣະສັນຍາເດີມ ແລະ ໃໝ່ໃນພຣະຄຳພີຈຶ່ງກຳເນີດຂຶ້ນ ແລະ ແມ່ນແຕ່ຈົນເຖິງປັດຈຸບັນ ທຸກຄົນທີ່ເຊື່ອໃນພຣະເຈົ້າກໍໄດ້ອ່ານພຣະຄຳພີ. ພຣະຄຳພີເປັນໜັງສືປະຫວັດສາດ. ແນ່ນອນ ພຣະຄຳພີຍັງປະກອບມີຄຳທຳນວາຍບາງຢ່າງຂອງຜູ້ປະກາດພຣະທຳ ແລະ ຄຳທຳນວາຍດັ່ງກ່າວບໍ່ມີທາງເປັນປະຫວັດສາດໄດ້. ພຣະຄຳພີປະກອບມີຫຼາຍພາກສ່ວນ ບໍ່ໄດ້ມີພຽງແຕ່ຄຳທຳນວາຍ ຫຼື ພາລະກິດຂອງພຣະເຢໂຮວາ ຫຼື ຈົດໝາຍຂອງເປົາໂລເທົ່ານັ້ນ. ເຈົ້າຕ້ອງຮູ້ຈັກວ່າ ພຣະຄຳພີປະກອບມີຈັກພາກສ່ວນ; ພຣະສັນຍາເດີມປະກອບມີປະຖົມມະການ, ອົບພະຍົບ... ແລະ ຍັງມີໜັງສືແຫ່ງຄຳທຳນວາຍທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້. ໃນຕອນສຸດທ້າຍ, ພຣະສັນຍາເດີມສິ້ນສຸດລົງດ້ວຍໜັງສືມາລາກີ. ມັນບັນທຶກພາລະກິດຂອງຍຸກແຫ່ງພຣະບັນຍັດ ເຊິ່ງຖືກນໍາພາໂດຍພຣະເຢໂຮວາ; ຈາກປະຖົມມະການຈົນເຖິງໜັງສືມາລາກີ, ມັນເປັນການບັນທຶກຢ່າງລະອຽດກ່ຽວກັບພາລະກິດທັງໝົດໃນຍຸກແຫ່ງພຣະບັນຍັດ. ນັ້ນໝາຍຄວາມວ່າ ພຣະສັນຍາເດີມບັນທຶກທຸກສິ່ງທີ່ຜູ້ຄົນ ເຊິ່ງຖືກນໍາພາໂດຍພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ໄດ້ປະສົບ. ໃນລະຫວ່າງພຣະສັນຍາເດີມຂອງຍຸກແຫ່ງພຣະບັນຍັດ, ຜູ້ປະກາດພຣະທຳຈຳນວນຫຼາຍຄົນທີ່ຖືກແຕ່ງຕັ້ງໂດຍພຣະເຈົ້າເຢໂຮວາໄດ້ກ່າວຄຳທຳນວາຍໃຫ້ກັບພຣະອົງ, ພວກເຂົາໃຫ້ຄຳສັ່ງສອນກັບຊົນເຜົ່າ ແລະ ຊົນຊາດຕ່າງໆ ແລະ ທຳນວາຍພາລະກິດທີ່ພຣະເຢໂຮວາຈະກະທຳ. ຜູ້ຄົນທີ່ຖືກແຕ່ງຕັ້ງເຫຼົ່ານີ້ແມ່ນໄດ້ຮັບພຣະວິນຍານແຫ່ງຄຳທຳນວາຍຈາກພຣະເຢໂຮວາ: ພວກເຂົາສາມາດເຫັນນິມິດຈາກພຣະເຢໂຮວາ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບການດົນບັນດານຈາກພຣະອົງ ແລະ ຂຽນຄຳທຳນວາຍ. ພາລະກິດທີ່ພວກເຂົາກະທຳເປັນການສຳແດງເຖິງສຽງຂອງພຣະເຢໂຮວາ, ການສະແດງເຖິງທໍານວາຍຂອງພຣະເຢໂຮວາ ແລະ ພາລະກິດຂອງພຣະເຢໂຮວາໃນເວລານັ້ນກໍເປັນພຽງການນໍາພາຜູ້ຄົນໂດຍໃຊ້ພຣະວິນຍານເທົ່ານັ້ນ; ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຜູ້ຄົນກໍບໍ່ໄດ້ເຫັນໃບໜ້າຂອງພຣະອົງ. ດ້ວຍເຫດນັ້ນ ພຣະອົງຈຶ່ງແຕ່ງຕັ້ງຜູ້ປະກາດພຣະທຳຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ມອບຄຳທຳນວາຍທີ່ສັກສິດໃຫ້ກັບພວກເຂົາເພື່ອໃຫ້ພວກເຂົາສົ່ງຕໍ່ໄປສູ່ທຸກຊົນເຜົ່າຂອງອິດສະຣາເອັນ. ພາລະກິດຂອງພວກເຂົາກໍຄືການກ່າວຄຳທຳນວາຍ ແລະ ພວກເຂົາບາງຄົນກໍຂຽນຄຳສັ່ງສອນຂອງພຣະເຢໂຮວາທີ່ມີໃຫ້ພວກເຂົານັ້ນລົງເພື່ອສະແດງໃຫ້ຄົນອື່ນເຫັນ. ພຣະເຢໂຮວາແຕ່ງຕັ້ງຜູ້ຄົນເຫຼົ່ານີ້ຂຶ້ນມາເພື່ອກ່າວຄຳທຳນວາຍ, ເພື່ອທຳນວາຍເຖິງພາລະກິດໃນອະນາຄົດ ຫຼື ພາລະກິດທີ່ຍັງຕ້ອງກະທຳໃຫ້ສຳເລັດໃນເວລານັ້ນ ເພື່ອຜູ້ຄົນຈະສາມາດເຫັນຄວາມອັດສະຈັນ ແລະ ສະຕິປັນຍາຂອງພຣະເຢໂຮວາ. ໜັງສືແຫ່ງການທຳນວາຍເຫຼົ່ານີ້ແຕກຕ່າງຈາກໜັງສືເຫຼັ້ມອື່ນໆໃນພຣະຄຳພີພໍສົມຄວນ; ພວກມັນແມ່ນພຣະທຳທີ່ມີການກ່າວ ຫຼື ຂຽນລົງໂດຍຄົນທີ່ໄດ້ຮັບພຣະວິນຍານແຫ່ງການທໍານວາຍ, ໂດຍຄົນທີ່ໄດ້ຮັບນິມິດ ຫຼື ສຽງຈາກພຣະເຢໂຮວາ. ນອກຈາກໜັງສືແຫ່ງການທຳນວາຍແລ້ວ, ທຸກສິ່ງທີ່ຢູ່ໃນພຣະສັນຍາເດີມແມ່ນການບັນທຶກຂອງຜູ້ຄົນ ຫຼັງຈາກທີ່ພຣະເຢໂຮວາໄດ້ສຳເລັດພາລະກິດຂອງພຣະອົງ. ໜັງສືເຫຼົ່ານີ້ບໍ່ສາມາດແທນຄຳທຳນວາຍທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳທີ່ພຣະເຢໂຮວາແຕ່ງຕັ້ິງຂຶ້ນມາ, ເໝືອນກັບທີ່ປະຖົມມະການ ແລະ ອົບພະຍົບບໍ່ສາມາດປຽບທຽບກັບໜັງສຶເອຊາຢາ ແລະ ໜັງສືດານີເອນໄດ້. ຄຳທຳນວາຍໄດ້ຖືກກ່າວໄວ້ກ່ອນທີ່ພາລະກິດຈະໄດ້ຮັບການປະຕິບັດ; ໃນຂະນະດຽວກັນ ໜັງສືເຫຼັ້ມອື່ນໆຖືກຂຽນຂຶ້ນຫຼັງຈາກພາລະກິດໄດ້ສຳເລັດລົງແລ້ວ ເຊິ່ງເປັນສິ່ງທີ່ຜູ້ຄົນສາມາດເຮັດໄດ້. ຜູ້ປະກາດພຣະທຳໃນເວລານັ້ນໄດ້ຮັບການດົນບັນດານຈາກພຣະເຢໂຮວາ ແລະ ກ່າວຄຳທຳນວາຍບາງຢ່າງ, ພວກເຂົາກ່າວພຣະທຳຫຼາຍຂໍ້ ແລະ ພວກເຂົາທຳນວາຍສິ່ງຕ່າງໆໃນຍຸກແຫ່ງພຣະຄຸນ ພ້ອມທັງການທຳລາຍໂລກໃນຍຸກສຸດທ້າຍ ນັ້ນກໍຄືພາລະກິດທີ່ພຣະເຢໂຮວາວາງແຜນທີ່ີຈະປະຕິບັດ. ໜັງສືທີ່ເຫຼືອທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອັນ. ສະນັ້ນ ເມື່ອເຈົ້າອ່ານພຣະຄຳພີ, ຫຼັກໆແມ່ນເຈົ້າກຳລັງອ່ານກ່ຽວກັບສິ່ງທີ່ພຣະເຢໂຮວາກະທຳໃນອິດສະຣາເອັນ; ພຣະສັນຍາເດີມໃນພຣະຄຳພີ ຫຼັກໆ ແມ່ນບັນທຶກພາລະກິດຂອງພຣະເຢໂຮວາໃນການນໍາພາອິດສະຣາເອັນ, ການທີ່ພຣະອົງໃຊ້ໂມເຊເພື່ອນໍາພາຊາວອິດສະຣາເອັນອອກຈາກອີຢິບ ຜູ້ເຊິ່ງປົດປ່ອຍພວກເຂົາອອກຈາກໂສ້ຂອງພວກຟາຣາໂອ ແລະ ນໍາພວກເຂົາໄປສູ່ຖິ່ນທຸລະກັນດານ ຫຼັງຈາກນັ້ນ ພວກເຂົາກໍເຂົ້າສູ່ການາອານ ແລະ ທຸກສິ່ງທີ່ເກີດຂຶ້ນຫຼັງຈາກນີ້ກໍເປັນຊີວິດຂອງພວກເຂົາໃນການາອານ. ທຸກສິ່ງນີ້ແມ່ນການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາທີ່ປະຕິບັດທົ່ວອິດສະຣາເອັນ. ທຸກສິ່ງທີ່ບັນທຶກໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອັນ, ມັນເປັນພາລະກິດທີ່ພຣະເຢໂຮວາກະທຳໃນດິນແດນທີ່ພຣະອົງຊົງສ້າງອາດາມ ແລະ ເອວາ. ຕັ້ງແຕ່ພຣະເຈົ້າເລີ່ມຕົ້ນນໍາພາຜູ້ຄົນເທິງແຜ່ນດິນໂລກຈົນເຖິງຍຸກສະໄໝໂນອາ, ທຸກສິ່ງທີ່ຖືກບັນທຶກໄວ້ໃນພຣະສັນຍາເດີມນັ້ນ ແມ່ນພາລະກິດກ່ຽວຂ້ອງກັບອິດສະຣາເອັນ. ແລ້ວເປັນຫຍັງຈຶ່ງບໍ່ມີການບັນທຶກກ່ຽວກັບພາລະກິດໃດເລີຍທີ່ຢູ່ນອກເໜືອອິດສະຣາເອັນ? ເພາະວ່າ ດິນແດນອິດສະຣາເອັນແມ່ນບ່ອນກຳເນີດຂອງມະນຸດຊາດ. ໃນຕອນເລີ່ມຕົ້ນ, ແມ່ນບໍ່ມີປະເທດອື່ນໃດ ນອກຈາກອິດສະຣາເອັນ ແລະ ພຣະເຢໂຮວາກໍບໍ່ໄດ້ປະຕິບັດພາລະກິດໃນສະຖານທີ່ອື່ນໆເລີຍ. ດ້ວຍເຫດນີ້, ສິ່ງທີ່ບັນທຶກບັນທຶກໃນພຣະສັນຍາເດີມຂອງພຣະຄຳພີແມ່ນເປັນພຽງພາລະກິດຂອງພຣະເຈົ້າໃນອິດສະຣາເອັນໃນເວລານັ້ນເທົ່ານັ້ນ. ພຣະທໍາທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳ ເຊັ່ນ: ເອຊາຢາ, ດານີເອນ, ເຢເຣມີຢາ ແລະ ເອເຊກີເອນ... ພຣະທໍາຂອງພວກເຂົາທຳນວາຍພາລະກິດອື່ນໆຂອງພຣະອົງເທິງແຜ່ນດິນໂລກ, ພຣະທໍາເຫຼົ່ານັ້ນທຳນວາຍເຖິງພາລະກິດຂອງພຣະເຢໂຮວາເອງ. ທຸກສິ່ງນີ້ແມ່ນມາຈາກພຣະເຈົ້າ, ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ນອກຈາກໜັງສືເຫຼົ່ານີ້ທີ່ມາຈາກຜູ້ປະກາດພຣະທຳແລ້ວ, ທຸກສິ່ງແມ່ນການບັນທຶກປະສົບການຂອງຜູ້ຄົນກ່ຽວກັບພາລະກິດຂອງພຣະເຢໂຮວາໃນເວລານັ້ນ.

ພາລະກິດແຫ່ງການຊົງສ້າງເກີດຂຶ້ນກ່ອນຈະມີມະນຸດຊາດ ແຕ່ໜັງສຶປະຖົມມະການພຽງແຕ່ເກີດຂຶ້ນຫຼັງຈາກມີມະນຸດຊາດ; ມັນເປັນໜັງສືທີ່ຂຽນຂຶ້ນໂດຍໂມເຊໃນລະຫວ່າງຍຸກແຫ່ງພຣະບັນຍັດ. ມັນເປັນຄືກັບສິ່ງທີ່ເກີດຂຶ້ນທ່າມກາງພວກເຈົ້າໃນປັດຈຸບັນ ນັ້ນກໍຄື: ຫຼັງຈາກມີເຫດການເກີດຂຶ້ນ, ພວກເຈົ້າກໍຂຽນເຫດການນັ້ນລົງເພື່ອສະແດງໃຫ້ກັບຜູ້ຄົນທີ່ຢູ່ໃນອະນາຄົດເຫັນ ແລະ ສຳລັບຜູ້ຄົນທີ່ຢູ່ໃນອະນາຄົດ, ສິ່ງທີ່ພວກເຈົ້າບັນທຶກໄວ້ນັ້ນ ກໍຄືສິ່ງທີ່ເກີດຂຶ້ນໃນອະດີດ, ສິ່ງເຫຼົ່ານັ້ນບໍ່ແມ່ນຫຍັງເໜືອໄປກວ່າປະຫວັດສາດ. ສິ່ງທີ່ບັນທຶກໄວ້ໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອັນ ແລະ ສິ່ງທີ່ບັນທຶກໄວ່ໃນພຣະສັນຍາໃໝ່ແມ່ນພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ; ພວກເຂົາບັນທຶກພາລະກິດທີ່ພຣະເຈົ້າກະທຳໃນສອງຍຸກທີ່ແຕກຕ່າງກັນ. ພຣະສັນຍາເດີມບັນທຶກພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ດ້ວຍເຫດນັ້ນ ພຣະສັນຍາເດີມຈຶ່ງເປັນໜັງສືປະຫວັດສາດ, ໃນຂະນະທີ່ພຣະສັນຍາໃໝ່ແມ່ນຜົນຂອງພາລະກິດໃນຍຸກແຫ່ງພຣະຄຸນ. ເມື່ອພາລະກິດໃໝ່ເລີ່ມຕົ້ນຂຶ້ນ, ພຣະສັນຍາໃໝ່ກໍກາຍເປັນສິ່ງທີ່ຫຼ້າສະໄໝ ແລະ ດ້ວຍເຫດນັ້ນ ພຣະສັນຍາໃໝ່ຈຶ່ງເປັນໜັງສືປະຫວັດສາດເຊັ່ນດຽວກັນ. ແນ່ນອນ, ພຣະສັນຍາໃໝ່ບໍ່ໄດ້ຈັດເປັນລະບົບຄືກັບພຣະສັນຍາເດີມ ຫຼື ບໍ່ໄດ້ມີການບັນທຶກຫຼາຍສິ່ງຫຼາຍຢ່າງຄືກັບພຣະສັນຍາເດີມ. ພຣະທຳທັງໝົດທີ່ກ່າວໄວ້ໂດຍພຣະເຢໂຮວາແຫ່ງພຣະສັນຍາເດີມແມ່ນຖືກບັນທຶກໄວ້ໃນພຣະຄຳພີ, ໃນຂະນະດຽວກັນມີພຽງແຕ່ພຣະທຳບາງຂໍ້ຂອງພຣະເຢຊູເທົ່ານັ້ນທີ່ຖືກບັນທຶກໃນພຣະກິດຕິຄຸນທັງສີ່. ແນ່ນອນ, ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງເຊັ່ນກັນ ແຕ່ມັນບໍ່ໄດ້ຖືກບັນທຶກໄວ້ເປັນລາຍລະອຽດ. ມີການບັນທຶກໜ້ອຍກວ່າໃນພຣະສັນຍາໃໝ່ ກໍເພາະວ່າ ພາລະກິດທີ່ພຣະເຢຊູປະຕິບັດນັ້ນໜ້ອຍກວ່າ; ຈຳນວນພາລະກິດຂອງພຣະອົງໃນລະຫວ່າງສາມປີເຄິ່ງເທິງແຜ່ນດິນໂລກ ແລະ ຂອງພວກອັກຄະສາວົກແມ່ນໜ້ອຍກວ່າພາລະກິດຂອງພຣະເຢໂຮວາຫຼາຍ. ແລ້ວດ້ວຍເຫດນັ້ນ, ໜັງສືໃນພຣະສັນຍາໃໝ່ຈຶ່ງມີໜ້ອຍກວ່າພຣະສັນຍາເດີມ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 267)

ພຣະຄຳພີເປັນໜັງສືປະເພດໃດ? ພຣະສັນຍາເດີມແມ່ນພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະສັນຍາເດີມໃນພຣະຄຳພີບັນທຶກພາລະກິດທັງໝົດຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພາລະກິດແຫ່ງການຊົງສ້າງຂອງພຣະອົງ. ພຣະສັນຍາເດີມທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາກະທຳ ແລະ ສິ້ນສຸດການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດສອງສ່ວນທີ່ກະທຳໂດຍພຣະເຈົ້າ: ສ່ວນທີໜຶ່ງແມ່ນພາລະກິດແຫ່ງການຊົງສ້າງ ແລະ ອີກສ່ວນໜຶ່ງແມ່ນການອອກພຣະບັນຍັດ. ທັງສອງເປັນພາລະກິດທີ່ພຣະເຢໂຮວາກະທຳ. ຍຸກແຫ່ງພຣະບັນຍັດສະແດງເຖິງພາລະກິດພາຍໃຕ້ພຣະນາມຂອງພຣະເຈົ້າເຢໂຮວາ; ເປັນພາລະກິດທັງໝົດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກ. ສະນັ້ນ, ພຣະສັນຍາເດີມຈຶ່ງບັນທຶກພາລະກິດຂອງພຣະເຢໂຮວາ ແລະ ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູ ເຊິ່ງເປັນພາລະກິດທີ່ປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄວາມສຳຄັນຂອງພຣະນາມຂອງພຣະເຢຊູ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກບັນທຶກໄວ້ໃນພຣະສັນຍາໃໝ່ເປັນສ່ວນຫຼາຍ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ພຣະເຢໂຮວາສ້າງພຣະວິຫານ ແລະ ແທ່ນບູຊາໃນອິດສະຣາເອັນ, ພຣະອົງນໍາພາຊີວິດຂອງຊາວອິດສະຣາເອັນເທິງແຜ່ນດິນໂລກ, ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາເປັນຜູ້ຄົນທີ່ຖືກເລືອກຂອງພຣະອົງ, ເປັນກຸ່ມຄົນທຳອິດທີ່ພຣະອົງເລືອກເທິງແຜ່ນດິນໂລກ ແລະ ເປັນຜູ້ຄົນທີ່ພຣະອົງເພິ່ງພໍໃຈທີ່ສຸດ ແລະ ເປັນກຸ່ມຄົນທຳອິດທີ່ພຣະອົງນໍາພາດ້ວຍຕົວພຣະອົງເອງ; ນັ້ນໝາຍຄວາມວ່າ ທັງສິບສອງຊົນເຜົ່າຂອງອິດສະຣາເອັນເປັນຜູ້ຄົນທຳອິດທີ່ພຣະເຢໂຮວາໄດ້ເລືອກໄວ້ແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນພວກເຂົາຢູ່ສະເໝີຈົນເຖິງເວລາທີ່ພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດສິ້ນສຸດລົງ. ຂັ້ນຕອນທີສອງຂອງພາລະກິດ ແມ່ນພາລະກິດໃນຍຸກແຫ່ງພຣະຄຸນໃນພຣະສັນຍາໃໝ່ ແລະ ໄດ້ຖືກປະຕິບັດທ່າມກາງຊົນເຜົ່າຢູດາ ເຊິ່ງເປັນໜຶ່ງໃນສິບສອງຊົນເຜົ່າຂອງອິດສະຣາເອັນ. ສາເຫດທີ່ວ່າ ຂອບເຂດໃນການປະຕິບັດພາລະກິດໜ້ອຍລົງກວ່າເກົ່ານັ້ນ ກໍຍ້ອນວ່າ ພຣະເຢຊູເປັນພຣະເຈົ້າທີ່ລົງມາບັງເກີດເປັນເນື້ອໜັງ. ພຣະເຢຊູປະຕິບັດພາລະກິດພຽງແຕ່ໃນດິນແດນຢູດາ ແລະ ພຽງແຕ່ປະຕິບັດພາລະກິດໃນເວລາສາມປີເຄິ່ງເທົ່ານັ້ນ; ດ້ວຍເຫດນັ້ນ ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ແມ່ນບໍ່ສາມາດເກີນຈຳນວນພາລະກິດທີ່ຖືກບັນທຶກໃນພຣະສັນຍາເດີມໄດ້.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 268)

ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອັນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າຈະເຫັນພາລະກິດແຫ່ງຍຸກສຸດທ້າຍໄດ້ແນວໃດ? ເຈົ້າຕ້ອງຍອມຮັບການນໍາພາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ. ໃນປັດຈຸບັນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ຄັດເລືອກຜູ້ຄົນອື່ນໆທີ່ຖືກເລືອກໃນປະເທດຈີນ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້, ພຣະອົງສືບຕໍ່ຈາກພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ສືບຕໍ່ຈາກພາລະກິດໃນຍຸກແຫ່ງພຣະຄຸນ. ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ, ພາລະກິດທີ່ບໍ່ເຄີຍມີການປະຕິບັດມາກ່ອນຈຶ່ງບໍ່ແມ່ນປະຫວັດສາດ ເພາະປັດຈຸບັນກໍຄືປັດຈຸບັນ ແລະ ຍັງບໍ່ໄດ້ເປັນອະດີດເທື່ອ. ຜູ້ຄົນບໍ່ຮູ້ຈັກວ່າ ພຣະເຈົ້າໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າ, ໃໝ່ກວ່າເທິງແຜ່ນດິນໂລກ ແລະ ຢູ່ນອກອິດສະຣາເອັນ, ມັນໄດ້ຂະຫຍາຍອອກນອກຂອບເຂດອິດສະຣາເອັນແລ້ວ ແລະ ນອກເໜືອຄຳທຳນວາຍຂອງພວກຜູ້ປະກາດພຣະທຳອີກດ້ວຍ, ມັນເປັນພາລະກິດທີ່ໃໝ່ ແລະ ມະຫັດສະຈັນ ເຊິ່ງຢູ່ນອກຄຳທຳນວາຍ ແລະ ເປັນພາລະກິດທີ່ໃໝ່ກວ່າ ເຊິ່ງຢູ່ນອກເໜືອອິດສະຣາເອັນ ແລະ ພາລະກິດທີ່ຜູ້ຄົນບໍ່ສາມາດສັງເກດເຫັນ ຫຼື ຈິນຕະນາການໄດ້. ແລ້ວພຣະຄຳພີຈະບັນທຶກຢ່າງຊັດເຈນກ່ຽວກັບພາລະກິດດັ່ງກ່າວໄດ້ແນວໃດ? ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕັດຕໍ່ເລີຍ? ແມ່ນໃຜທີ່ສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາຢ່າງສູງ ທີ່ຕໍ່ຕ້ານທຳນຽມໃນໜັງສຶເກົ່າໆທີ່ຢູ່ໃນສະພາບບໍ່ດີໄດ້? ພາລະກິດແຫ່ງປັດຈຸບັນບໍ່ແມ່ນປະຫວັດສາດ ແລະ ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງໃໝ່ໃນປັດຈຸບັນ, ເຈົ້າຕ້ອງຫ່າງອອກຈາກພຣະຄຳພີ, ເຈົ້າຕ້ອງເບິ່ງໄກກວ່າໜັງສືແຫ່ງການທໍານວາຍ ຫຼື ປະຫວັດສາດໃນພຣະຄຳພີ. ມີພຽງແຕ່ທາງດຽວນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງໃນເສັ້ນທາງໃໝ່ຢ່າງຖືກຕ້ອງ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກໃໝ່ ແລະ ພາລະກິດໃໝ່ໄດ້. ເຈົ້າຕ້ອງເຂົ້າໃຈວ່າ ເປັນຫຍັງ ໃນປັດຈຸບັນ ເຈົ້າຈຶ່ງຖືກຮຽກຮ້ອງບໍ່ໃຫ້ອ່ານພຣະຄຳພີ, ເປັນຫຍັງຈຶ່ງມີພາລະກິດອື່ນທີ່ແຕກຕ່າງຈາກພຣະຄຳພີ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຊອກຫາການປະຕິບັດທີ່ໃໝ່ກວ່າ ແລະ ມີລາຍລະອຽດຫຼາຍກວ່າໃນພຣະຄຳພີ, ກົງກັນຂ້າມເປັນຫຍັງຈຶ່ງມີພາລະກິດທີ່ຍິ່ງໃຫຍ່ກວ່າພຣະຄຳພີ. ນີ້ຄືສິ່ງທັງໝົດທີ່ພວກເຈົ້າຄວນເຂົ້າໃຈ. ເຈົ້າຕ້ອງຮູ້ຈັກເຖິງຄວາມແຕກຕ່າງລະຫວ່າງພາລະກິດເກົ່າ ແລະ ໃໝ່ ແລະ ເຖິງແມ່ນວ່າເຈົ້າບໍ່ໄດ້ອ່ານພຣະຄຳພີ, ເຈົ້າຕ້ອງສາມາດວິເຄາະມັນໃຫ້ໄດ້ຢ່າງລະອຽດ; ຖ້າບໍ່ດັ່ງນັ້ນ ເຈົ້າກໍຍັງຈະນະມັດສະການພຣະຄຳພີ ແລະ ມັນຈະຫຍຸ້ງຍາກສຳລັບເຈົ້າທີ່ຈະເຂົ້າສູ່ພາລະກິດໃໝ່ ແລະ ປະສົບກັບການປ່ຽນແປງຕ່າງໆ. ໃນເມື່ອມີຫົນທາງທີ່ສູງສົ່ງກວ່າ, ເປັນຫຍັງຈຶ່ງຕ້ອງຮຽນຮູ້ຫົນທາງທີ່ຕໍ່າ ແລະ ຫຼ້າສະໄໝນັ້ນ? ໃນເມື່ອມີພຣະທໍາທີ່ໃໝ່ກວ່າ ແລະ ພາລະກິດທີ່ໃໝ່ກວ່າ, ເປັນຫຍັງຈຶ່ງຕ້ອງດຳລົງຊີວິດທ່າມກາງການບັນທຶກທາງປະຫວັດສາດທີ່ເກົ່າແກ່ນັ້ນ? ຖ້ອຍຄຳໃໝ່ສາມາດສະໜອງໃຫ້ກັບເຈົ້າ ເຊິ່ງພິສູດໃຫ້ເຫັນວ່າ ນີ້ແມ່ນພາລະກິດທີ່ໃໝ່; ການບັນທຶກທີ່ເກົ່າແກ່ບໍ່ສາມາດເຮັດໃຫ້ເຈົ້າອີ່ມອົກອີ່ມໃຈໄດ້ ແລະ ຕອບສະໜອງຄວາມຕ້ອງການຂອງເຈົ້າໃນປັດຈຸບັນໄດ້ ເຊິ່ງພິສູດໃຫ້ເຫັນວ່າ ພວກມັນເປັນປະຫວັດສາດ ແລະ ບໍໍ່ແມ່ນພາລະກິດໃນຍຸກປັດຈຸບັນ. ຫົນທາງທີ່ສູງສົ່ງທີ່ສຸດແມ່ນພາລະກິດທີ່ໃໝ່ທີ່ສຸດ ແລະ ດ້ວຍພາລະກິດທີ່ໃໝ່ ບໍ່ວ່າຫົນທາງໃນອະດີດຈະສູງສົ່ງສໍ່າໃດ, ມັນກໍຍັງເປັນປະຫວັດສາດແຫ່ງພາບສະທ້ອນຂອງຜູ້ຄົນ ແລະ ບໍ່ວ່າມັນຈະມີຄຸນຄ່າໃນການອ້າງອີງແນວໃດກໍຕາມ ມັນກໍຍັງເປັນວິທີທາງທີ່ເກົ່າແກ່. ເຖິງແມ່ນວ່າ ມັນຖືກບັນທຶກໄວ້ໃນ “ໜັງສຶສັກສິດ”, ວິທີທາງທີ່ເກົ່າແກ່ກໍຍັງເປັນປະຫວັດສາດຢູ່ດີ; ເຖິງແມ່ນ ບໍ່ມີການບັນທຶກກ່ຽວກັບມັນໃນ “ໜັງສຶສັກສິດ”, ວິທີທາງທີ່ໃໝ່ແມ່ນຢູ່ໃນຍຸກປັດຈຸບັນ. ຫົນທາງນີ້ສາມາດຊ່ວຍເຈົ້າໄດ້ ແລະ ຫົນທາງນີ້ສາມາດປ່ຽນແປງເຈົ້າໄດ້ ຍ້ອນນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 269)

ພາລະກິດທີ່ພຣະເຢຊູປະຕິບັດໃນລະຫວ່າງເວລາແຫ່ງພຣະສັນຍາໃໝ່ ໄດ້ເປີດພາລະກິດໃໝ່ອອກ ນັ້ນກໍຄື ພຣະອົງບໍ່ໄດ້ປະຕິບັດຕາມພາລະກິດຂອງພຣະສັນຍາເດີມ ຫຼື ພຣະອົງບໍ່ໄດ້ໃຊ້ພຣະທຳທີ່ພຣະເຢໂຮວາແຫ່ງພຣະສັນຍາເດີມໄດ້ຊົງກ່າວໄວ້. ພຣະອົງປະຕິບັດພາລະກິດຂອງພຣະອົງເອງ ແລະ ພຣະອົງປະຕິບັດພາລະກິດທີ່ໃໝ່ກວ່າ ແລະ ເປັນພາລະກິດທີ່ສູງສົ່ງກວ່າພຣະບັນຍັດ. ສະນັ້ນ, ພຣະອົງຈຶ່ງກ່າວວ່າ “ຈົ່ງຢ່າຄິດວ່າເຮົາມາເພື່ອທຳລາຍພຣະບັນຍັດ ຫຼື ຜູ້ປະກາດພຣະທຳ, ເຮົາບໍ່ໄດ້ມາເພື່ອທຳລາຍ ແຕ່ເພື່ອເຮັດໃຫ້ສຳເລັດ”. ດ້ວຍເຫດນັ້ນ ອີງຕາມສິ່ງທີ່ພຣະອົງໄດ້ເຮັດສຳເລັດ, ມີຄຳສັ່ງສອນຫຼາຍຢ່າງທີ່ໄດ້ຖືກທຳລາຍ. ໃນວັນຊະບາໂຕ ເມື່ອພຣະອົງພາພວກສາວົກຜ່ານທົ່ງນາ, ພວກເຂົາກໍເດັດ ແລະ ກິນຮວງເຂົ້າ; ພວກເຂົາບໍ່ໄດ້ຮັກສາວັນຊະບາໂຕ ແລະ ກ່າວວ່າ “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ”. ໃນເວລານັ້ນ ຕາມກົດລະບຽບຂອງຊາວອິດສະຣາເອັນແລ້ວ, ໃຜກໍຕາມທີ່ບໍ່ຮັກສາວັນຊະບາໂຕຈະຖືກລົງໂທດແກວ່ງຫີນໃສ່ຈົນຕາຍ. ເຖິງຢ່າງໃດກໍຕາມ, ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານ ຫຼື ຮັກສາວັນຊະບາໂຕ ແລະ ພາລະກິດຂອງພຣະອົງບໍ່ໄດ້ຖືກປະຕິບັດໂດຍພຣະເຢໂຮວາໃນລະຫວ່າງເວລາແຫ່ງພຣະສັນຍາເດີມ. ດ້ວຍເຫດນັ້ນ ພາລະກິດທີ່ພຣະເຢຊູກະທຳໃຫຍ່ກວ່າພຣະບັນຍັດແຫ່ງພຣະສັນຍາເດີມ, ມັນສູງສົ່ງກວ່າພຣະບັນຍັດ ແລະ ບໍ່ສອດຄ່ອງກັບພຣະບັນຍັດ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູບໍ່ໄດ້ປະຕິບັດພາລະກິດຕາມພຣະບັນຍັດແຫ່ງພຣະສັນຍາເດີມ, ແລະ ໄດ້ທຳລາຍຄຳສັ່ງສອນເຫຼົ່ານັ້ນແລ້ວ. ແຕ່ຊາວອິດສະຣາເອັນຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ກ່າວໂທດພຣະໂຢຊູ, ນີ້ບໍ່ແມ່ນການປະຕິເສດພາລະກິດຂອງພຣະເຢຊູບໍ? ມື້ນີ້, ໂລກແຫ່ງສາສະໜາຍັງຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ບາງຄົນເວົ້າວ່າ “ພຣະຄຳພີເປັນໜັງສືທີ່ສັກສິດ ແລະ ຕ້ອງອ່ານພຣະຄຳພີ”. ບາງຄົນເວົ້າວ່າ “ພາລະກິດຂອງພຣະເຈົ້າຕ້ອງດຳລົງຕະຫຼອດໄປ, ພຣະສັນຍາເດີມແມ່ນຄຳໝັ້ນສັນຍາຂອງພຣະເຈົ້າກັບຊາວອິດສະຣາເອັນ ແລະ ບໍ່ສາມາດປະຖິ້ມໄດ້ ແລະ ຕ້ອງຮັກສາວັນຊະບາໂຕຢູ່ສະເໝີ!” ພວກເຂົາບໍ່ເປັນຕາຫົວຂວັນບໍ? ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕ? ພຣະອົງກຳລັງເຮັດບາບບໍ? ແມ່ນໃຜທີ່ສາມາດເຫັນຜ່ານສິ່ງຕ່າງໆເຫຼົ່ານັ້ນ? ບໍ່ວ່າຜູ້ຄົນຈະອ່ານພຣະຄຳພີແນວໃດ, ມັນເປັນໄປບໍ່ໄດ້ທີ່ຈະຮູ້ຈັກພາລະກິດຂອງພຣະເຈົ້າ ໂດຍໃຊ້ລິດອຳນາດແຫ່ງຄວາມເຂົ້າໃຈຂອງພວກເຂົາ. ບໍ່ພຽງແຕ່ພວກເຂົາຈະບໍ່ໄດ້ຮັບຄວາມຮູ້ທີ່ບໍລິສຸດກ່ຽວກັບພຣະເຈົ້າ ແຕ່ແນວຄິດຂອງພວກເຂົາກໍຍັງຈະຊົ່ວຮ້າຍຫຼາຍຂຶ້ນກວ່າເກົ່າ ຈົນເຖິງຂັ້ນທີ່ພວກເຂົາຈະເລີ່ມຕໍ່ຕ້ານພຣະເຈົ້າ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ຜູ້ຄົນຈະຖືກທຳລາຍດ້ວຍຄວາມຄິດຂອງພວກເຂົາເອງ ແລະ ພວກເຂົາຈະຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 270)

ພຣະຄຳພີຍັງຖືກເອີ້ນວ່າ ພຣະສັນຍາເດີມ ແລະ ໃໝ່. ພວກເຈົ້າຮູ້ບໍ່ວ່າ “ພຣະສັນຍາ” ໝາຍເຖິງຫຍັງ? “ພຣະສັນຍາ” ໃນພຣະສັນຍາເດີມມາຈາກຄຳໝັ້ນສັນຍາຂອງພຣະເຈົ້າເຢໂຮວາທີ່ມີຕໍ່ປະຊາຊົນອິດສະຣາເອັນ ໃນຕອນທີ່ພຣະອົງຂ້າຊາວອີຢິບ ແລະ ຊ່ວຍຊາວອິດສະຣາເອັນຈາກຟາຣະໂອ. ແນ່ນອນ, ເຄື່ອງພິສູດຂອງຄຳໝັ້ນສັນຍານີ້ແມ່ນເລືອດຂອງແກະທີ່ທາໄວ້ເທິງຂອບປະຕູ ໂດຍທີ່ພຣະເຈົ້າສ້າງຄຳໝັ້ນສັນຍາກັບມະນຸດ ເຊິ່ງເປັນຄຳໝັ້ນສັນຍາທີ່ວ່າ ທຸກຄົນທີ່ມີເລືອດແກະຢູ່ເທິງ ແລະ ຂ້າງຂອບປະຕູແມ່ນຊາວອິດສະຣາເອັນ, ພວກເຂົາແມ່ນຄົນທີ່ພຣະເຈົ້າຊົງເລືອກໄວ້ ແລະ ພວກເຂົາຈະຖືກພຣະເຢໂຮວາລະເວັ້ນ (ຍ້ອນວ່າ ໃນຕອນນັ້ນ ພຣະເຢໂຮວາກຳລັງຈະຂ້າບຸດຊາຍກົກທັງໝົດຂອງອີຢິບ ລວມທັງແກະ ແລະ ງົວຄວາຍຫົວປີ). ຄຳໝັ້ນສັນຍານີ້ມີຄວາມໝາຍຢູ່ສອງລະດັບ. ບໍ່ມີຄົນໃດ ຫຼື ສັດໂຕໃດຂອງອີຢິບທີ່ຈະໄດ້ຮັບການຊ່ວຍເຫຼືອຈາກພຣະເຢໂຮວາ; ພຣະອົງຈະຂ້າບຸດຊາຍກົກ ລວມທັງແກະ ແລະ ງົວຄວາຍຫົວປີທັງໝົດ. ສະນັ້ນ ໃນໜັງສືຫຼາຍເຫຼັ້ມແຫ່ງການທໍານວາຍ, ມັນຈຶ່ງຖືກທຳນວາຍລ່ວງໜ້າໄວ້ວ່າ ຊາວອີຢິບຈະຖືກຕີສອນຢ່າງຮຸນແຮງ ເຊິ່ງເປັນຜົນມາຈາກຄຳໝັ້ນສັນຍາຂອງພຣະເຢໂຮວາ. ນີ້ແມ່ນຄວາມໝາຍໃນລະດັບທຳອິດຂອງຄຳໝັ້ນສັນຍາ. ພຣະເຢໂຮວາໄດ້ຂ້າບຸດຊາຍກົກຂອງອີຢິບ ແລະ ສັດລ້ຽງຫົວປີທັງໝົດຂອງອີຢິບ ແລະ ພຣະອົງລະເວັ້ນຊາວອິດສະຣາເອັນທັງໝົດ ເຊິ່ງໝາຍຄວາມວ່າ ທຸກຄົນທີ່ເກີດຈາກດິນແດນແຫ່ງອິດສະຣາເອັນແມ່ນຖືກພຣະເຢໂຮວາຮັກສາໄວ້ ແລະ ຈະຖືກລະເວັ້ນທຸກຄົນ; ພຣະອົງປາຖະໜາທີ່ຈະປະຕິບັດພາລະກິດໄລຍະຍາວໃນພວກເຂົາ ແລະ ສ້າງຄຳໝັ້ນສັນຍາກັບພວກເຂົາ ໂດຍໃຊ້ເລືອດແກະ. ຈາກຕອນນັ້ນເປັນຕົ້ນໄປ, ພຣະເຢໂຮວາຈະບໍ່ຂ້າຊາວອິດສະຣາເອັນ ແລະ ກ່າວວ່າ ພວກເຂົາຈະເປັນຄົນທີ່ຖືກເລືອກຂອງພຣະອົງຕະຫຼອດໄປ. ທ່າມກາງສິບສອງຊົນເຜົ່າຂອງອິດສະຣາເອັນ, ພຣະອົງຈະເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກແຫ່ງພຮະບັນຍັດທັງໝົດ, ພຣະອົງຈະເປີດພຣະບັນຍັດທຸກຂໍ້ຂອງພຣະອົງອອກໃຫ້ກັບຊາວອິດສະຣາເອັນ ແລະ ເລືອກເອົາຜູ້ປະກາດພຣະທຳ ແລະ ຜູ້ພິພາກສາທ່າມກາງພວກເຂົາ ແລະ ພວກເຂົາຈະຢູ່ໃນຈຸດສູນກາງຂອງພາລະກິດຂອງພຣະເຈົ້າ. ພຣະເຢໂຮວາສ້າງຕັ້ງຄຳໝັ້ນສັນຍາກັບພວກເຂົາ ນັ້ນກໍຄື: ນອກຈາກຍຸກນີ້ແລ້ວ ຈະໄດ້ມີການປ່ຽນໄປ, ພຣະອົງຈະປະຕິບັດພາລະກິດທ່າມກາງຄົນທີ່ຖືກເລືອກເທົ່ານັ້ນ. ຄຳໝັ້ນສັນຍາຂອງພຣະເຢໂຮວາແມ່ນປ່ຽນແປງບໍ່ໄດ້ ຍ້ອນມັນເຮັດຂຶ້ນດ້ວຍເລືອດ ແລະ ສ້າງຂຶ້ນກັບປະຊາຊົນທີ່ພຣະອົງເລືອກ. ສິ່ງທີ່ສຳຄັນໄປກວ່ານັ້ນກໍຄື ພຣະອົງໄດ້ເລືອກຂອບເຂດ ແລະ ເປົ້າໝາຍທີ່ເໝາະສົມເພື່ອເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກທັງໝົດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງເຫັນຄຳໝັ້ນສັນຍາເປັນສິ່ງທີ່ສຳຄັນເປັນພິເສດ. ສິ່ງນີ້ຄືຄວາມໝາຍລະດັບທີສອງຂອງຄຳໝັ້ນສັນຍາ. ຍົກເວັ້ນປະຖົມມະການ ເຊິ່ງເກີດຂຶ້ນກ່ອນການສ້າງຄຳໝັ້ນສັນຍາ, ໜັງສືອື່ນໆທຸກເຫຼັ້ມໃນພຣະສັນຍາເດີມໄດ້ບັນທຶກພາລະກິດຂອງພຣະເຈົ້າທ່າມກາງຊາວອິດສະຣາເອັນ ຫຼັງຈາກທີ່ໄດ້ສ້າງຄຳໝັ້ນສັນຍາ. ແນ່ນອນ ມີການບັນທຶກບາງເລື່ອງລາວກ່ຽວກັບຊາວຕ່າງຊາດ, ແຕ່ໂດຍລວມແລ້ວ ພຣະສັນຍາເດີມແມ່ນບັນທຶກພາລະກິດຂອງພຣະເຈົ້າໃນອິດສະຣາເອັນ. ຍ້ອນຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອັນ, ໜັງສືທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະບັນຍັດຈຶ່ງຖືກເອີ້ນວ່າ “ພຣະສັນຍາເດີມ”. ໜັງສືເຫຼົ່ານັ້ນຖືກຕັ້ງຊື່ຕາມຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອັນ.

ພຣະສັນຍາໃໝ່ຖືກຕັ້ງຊື່ຕາມພຣະໂລຫິດທີ່ພຣະເຢຊູຊົງລັ່ງອອກເທິງໄມ້ກາງແຂນ ແລະ ຄຳໝັ້ນສັນຍາຂອງພຣະອົງກັບທຸກຄົນທີ່ເຊື່ອໃນພຣະອົງ. ຄຳໝັ້ນສັນຍາຂອງພຣະເຢຊູຄື: ຜູ້ຄົນຕ້ອງເຊື່ອໃນພຣະອົງ ເພື່ອຄວາມຜິດບາບຂອງພວກເຂົາຈະໄດ້ຮັບການອະໄພບາບໂດຍການຫຼັ່ງພຣະໂລຫິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ເກີດໃໝ່ຜ່ານທາງພຣະອົງ ແລະ ຈະບໍ່ໄດ້ເປັນຄົນບາບອີກຕໍ່ໄປ; ຜູ້ຄົນຕ້ອງເຊື່ອໃນພຣະອົງເພື່ອຮັບເອົາຄວາມກະລຸນາ ແລະ ຈະບໍ່ໄດ້ທົນທຸກທໍລະມານໃນນະລົກຫຼັງຈາກທີ່ພວກເຂົາຕາຍໄປ. ໜັງສືທຸກເຫຼັ້ມທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນມາຈາກຄຳໝັ້ນສັນຍານີ້ ແລະ ໜັງສືທັງໝົດບັນທຶກພາລະກິດ ແລະ ຖ້ອຍຄຳທີ່ປາກົດຢູ່ໃນໜັງສືນັ້ນໆ. ໜັງສືເຫຼົ່ານັ້ນບໍ່ໄດ້ບັນທຶກນອກເໜືອໄປກວ່າຄວາມລອດພົ້ນແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຢຊູເຈົ້າ ຫຼື ຄຳໝັ້ນສັນຍາຂອງພຣະອົງ; ພວກມັນທັງໝົດເປັນໜັງສືທີ່ຖືກຂຽນຂຶ້ນໂດຍອ້າຍນ້ອງໃນພຣະຜູ້ເປັນເຈົ້າ ຜູ້ເຊິ່ງມີປະສົບການ. ສະນັ້ນ, ໜັງສຶເຫຼົ່ານີ້ຈຶ່ງຖືກຕັ້ງຊື່ຂຶ້ນຕາມຄຳໝັ້ນສັນຍາເຊັ່ນກັນ ນັ້ນກໍຄື: ພວກມັນຖືກເອີ້ນວ່າ ພຣະສັນຍາໃໝ່. ພຣະສັນຍາທັງສອງນີ້ລວມເອົາແຕ່ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ ແລະ ບໍ່ມີສ່ວນກ່ຽວຂ້ອງກັນກັບຍຸກສຸດທ້າຍ. ສະນັ້ນ, ພຣະຄຳພີຈຶ່ງບໍ່ເປັນປະໂຫຍດຫຍັງຫຼາຍສຳລັບຜູ້ຄົນໃນປັດຈຸບັນທີ່ຢູ່ໃນຍຸກສຸດທ້າຍ. ຢ່າງຫຼາຍທີ່ສຸດ, ມັນກໍໃຊ້ເປັນບ່ອນອ້າງອີງຊົ່ວຄາວ ແຕ່ໂດຍພື້ນຖານແລ້ວ ມັນມີຄຸນຄ່າໃນການນໍາໃຊ້ແຕ່ພຽງໜ້ອຍດຽວ. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນທີ່ນັບຖືສາສະໜາຍັງເກັບຮັກສາໄວ້ເປັນຂອງມີຄ່າທີ່ສຸດ. ພວກເຂົາບໍ່ຮູ້ຈັກພຣະຄຳພີ; ພວກເຂົາຮູ້ພຽງແຕ່ວິທີການອະທິບາຍພຣະຄຳພີ ແລະ ບໍ່ຮູ້ເຖິງຕົ້ນກຳເນີດຂອງມັນຢ່າງເປັນພື້ນຖານ. ທ່າທີຂອງພວກເຂົາທີ່ມີຕໍ່ພຣະຄຳພີຄື: ທຸກສິ່ງທີ່ຢູ່ໃນພຣະຄຳພີແມ່ນຖືກຕ້ອງ, ມັນບໍ່ມີຄວາມບໍ່ຖືກຕ້ອງ ຫຼື ຂໍ້ຜິດພາດເລີຍ. ຍ້ອນພວກເຂົາໄດ້ກຳນົດກ່ອນວ່າ ພຣະຄຳພີຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ, ພວກເຂົາຈຶ່ງສຶກສາ ແລະ ສຳຫຼວດມັນດ້ວຍຄວາມສົນໃຈເປັນຢ່າງຍິ່ງ. ຂັ້ນຕອນໃນປັດຈຸບັນຂອງພາລະກິດບໍ່ໄດ້ຖືກທຳນວາຍໄວ້ໃນພຣະຄຳພີ. ບໍ່ເຄີຍມີການກ່າວເຖິງພາລະກິດແຫ່ງການເອົາຊະນະເລີຍທີ່ເປັນຈຸດມືດທີ່ສຸດຂອງທຸກບ່ອນ ຍ້ອນນີ້ແມ່ນພາລະກິດຫຼ້າສຸດ. ເນື່ອງຈາກວ່າຍຸກແຫ່ງພາລະກິດແຕກຕ່າງກັນ ແມ່ນແຕ່ພຣະເຢຊູເອງກໍຍັງບໍ່ຮູ້ວ່າ ຂັ້ນຕອນຂອງພາລະກິດນີ້ຈະຖືກກະທຳໃນຍຸກສຸດທ້າຍ ແລະ ດ້ວຍເຫດນັ້ນ ຜູ້ຄົນໃນຍຸກສຸດທ້າຍຈະສາມາດສຳຫຼວດເພື່ອຄົ້ນພົບຂັ້ນຕອນຂອງພາລະກິດນີ້ເຊິ່ງຢູ່ໃນພຣະຄຳພີໄດ້ແນວໃດ?

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 271)

ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນທີໜຶ່ງແມ່ນການບັນທຶກເຖິງຄຳທະນວາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິະດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ເຊິ່ງບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບໍ່ສົມເຫດສົມຜົນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້່າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກມັນກ່ຽວກັບບາງສິ່ງບາງຢ່າງບໍ່ແຕກຕ່າງຫຍັງຈາກຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື: ຄຳທຳນວາຍປະເພດດຽວກັນກັບຂອງເອຊຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ, ຜູ້ຄົນເຫຼົ່ານີ້ເປັນນັກທຳນວາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນວາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນວາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອັນແມ່ນຜູ້ຄົນທີ່ພຣະເຈົ້າຊົງໄດ້ເລືອກໄວ້ແລ້ວ ນັ້ນກໍຄື ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ ແລະ ເຫັນວ່າ ພວກມັນແມ່ນພາລະກິດຂອງພຣະວິນຍານຂອງພຣະເຈົ້າ, ຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແລະ ບໍ່ໄດ້ມາຈາກມະນຸດ ແລະ ເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເອງໄດ້ປະຕິບັດພາລະກິດທັງໝົດນີ້ແທນພວກເຂົາ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ກ່າວຄຳທຳນວາຍອີກຕໍ່ໄປ. ແລ້ວພຣະເຢຊູເປັນຜູ້ປະກາດພຣະທຳບໍ? ແນ່ນອນ, ພຣະເຢຊູເປັນຜູ້ປະກາດພຣະທຳ ແຕ່ພຣະອົງກໍຍັງສາມາດປະຕິບັດພາລະກິດຂອງພວກອັກຄະສາວົກອີກດ້ວຍ ນັ້ນກໍຄື ພຣະອົງສາມາດທັງກ່າວຄຳທຳນວາຍ ແລະ ເທດສະໜາ ແລະ ສັ່ງສອນຜູ້ຄົນທົ່ວທັງດິນແດນ. ເຖິງຢ່າງໃດກໍຕາມ, ພາລະກິດທີ່ພຣະອົງຊົງປະຕິບັດ ແລະ ຕົວຕົນທີ່ພຣະອົງຊົງສະແດງໃຫ້ເຫັນນັ້ນບໍ່ແມ່ນສິ່ງດຽວກັນ. ພຣະອົງມາເພື່ອໄຖ່ມວນມະນຸດຊາດ, ໄຖ່ມະນຸດຈາກຄວາມຜິດບາບ; ພຣະອົງເປັນຜູ້ປະກາດພຣະທຳ ແລະ ເປັນອັກຄະສາວົກ, ແຕ່ຫຼາຍກວ່ານັ້ນ ພຣະອົງເປັນພຣະຄຣິດ. ຜູ້ປະກາດພຣະທຳສາມາດກ່າວຄຳທຳນວາຍ ແຕ່ບໍ່ສາມາດເວົ້າໄດ້ວ່າ ຜູ້ປະກາດພຣະທຳນັ້ນເປັນພຣະຄຣິດ. ໃນເວລານັ້ນ, ພຣະເຢຊູກ່າວຄຳທຳນວາຍຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແຕ່ບໍ່ສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແລະ ບໍ່ແມ່ນພຣະຄຣິດ. ນັ້ນກໍຍ້ອນວ່າ ພຣະອົງເປັນຕົວແທນພຣະເຈົ້າເອງໃນການປະຕິບັດຂັ້ນຕອນຂອງພາລະກິດ ແລະ ຕົວຕົນຂອງພຣະອົງກໍແຕກຕ່າງຈາກຕົວຕົນຂອງເອຊາຢາ ນັ້ນກໍຄື: ພຣະອົງມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ ແລະ ພຣະອົງຍັງຊົງຈັດກຽມຊີວິດຂອງມະນຸດອີກດ້ວຍ ແລະ ພຣະວິນຍານຂອງພຣະເຈົ້າກໍປາກົດໃນພຣະອົງໂດຍກົງ. ໃນພາລະກິດທີ່ພຣະອົງປະຕິບັດ, ບໍ່ໄດ້ມີການດົນບັນດານຈາກພຣະວິນຍານຂອງພຣະເຈົ້າ ຫຼື ຄຳສັ່ງສອນຈາກພຣະເຢໂຮວາ. ກົງກັນຂ້າມ, ພຣະວິນຍານປະຕິບັດພາລະກິດໂດຍກົງ ເຊິ່ງນີ້ແມ່ນພຽງພໍທີ່ພິສູດໃຫ້ເຫັນວ່າ ພຣະເຢຊູບໍ່ເໝືອນກັບຜູ້ປະກາດພຣະທຳ. ພາລະກິດທີ່ພຣະອົງປະຕິບັດນັ້ນແມ່ນພາລະກິດແຫ່ງການໄຖ່ບາບ, ຕໍ່ມາຈຶ່ງແມ່ນການກ່າວຄຳທຳນວາຍ. ພຣະອົງເປັນຜູ້ປະກາດພຣະທຳ, ອັກຄະສາວົກ ແລະ ຫຼາຍກວ່ານັ້ນ ພຣະອົງເປັນພຣະຜູ້ໄຖ່. ໃນຂະນະດຽວກັນນັ້ນ, ຜູ້ທຳນວາຍພຽງແຕ່ສາມາດກ່າວຄຳທຳນວາຍ ແລະ ບໍ່ສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າໄດ້ໃນການປະຕິບັດພາລະກິດ. ເພາະວ່າ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງເຊິ່ງບໍ່ເຄີຍມີມະນຸດຄົນໃດປະຕິບັດມາກ່ອນ ແລະ ຍ້ອນວ່າພຣະອົງປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ, ສະນັ້ນ ພຣະອົງຈຶ່ງແຕກຕ່າງຈາກຄົນແບບເອຊາຢາ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 272)

ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກເຂົາແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການເຂົ້າໃຈທີ່ບໍ່ຖືກຕ້ອງຂອງມະນຸດ ແລະ ມັນບໍ່ສອດຄ່ອງກັບຄວາມຈິງທັງໝົດ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນວາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງເປົາໂລເກີດຈາກພາລະກິດຂອງມະນຸດຄົນໜຶ່ງ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ, ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະເປົາໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ຟີລາເດັນເຟຍ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆ. ດ້ວຍເຫດນັ້ນ ຈົດໝາຍຂອງເປົາໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ຫຼື ພວກມັນແມ່ນຖ້ອຍຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕື່ອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ. ດ້ວຍເຫດນັ້ນ ພວກມັນກໍຍັງເປັນການບັນທຶກກ່ຽວກັບພາລະກິດສ່ວນໃຫຍ່ຂອງເປົາໂລໃນເວລານັ້ນ. ພວກມັນຖືກຂຽນຂຶ້ນສໍາລັບທຸກຄົນທີ່ເປັນອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າທຸກຄົນ ເພື່ອວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກທັງໝົດໃນເວລານັ້ນຈະຕິດຕາມຄຳແນະນໍາຂອງເພິ່ນ ແລະ ປະຕິບັດຕາມວິທີແຫ່ງການກັບໃຈຂອງພຣະເຢຊູເຈົ້າ. ເປົາໂລບໍ່ໄດ້ເວົ້າວ່າ ທຸກຄຣິສຕະຈັກ ບໍ່ວ່າໃນອະດີດ ຫຼື ໃນອະນາຄົດຕ້ອງກິນ ແລະ ດື່ມທຸກສິ່ງທີ່ເພິ່ນຂຽນຂຶ້ນ ຫຼື ເພິ່ນບໍ່ໄດ້ເວົ້າວ່າ ຄຳເວົ້າຂອງເພິ່ນທຸກຄຳແມ່ນມາຈາກພຣະເຈົ້າ. ຕາມສະພາບການຂອງຄຣິສຕະຈັກໃນເວລານັ້ນ, ເພິ່ນພຽງແຕ່ສົນທະນາກັບອ້າຍເອື້ອຍນ້ອງ ແລະ ຕັກເຕືອນພວກເຂົາ ແລະ ກໍ່ໃຫ້ເກີດຄວາມເຊື່ອໃນພວກເຂົາ; ແລະ ເພິ່ນພຽງແຕ່ເທດສະໜາ ຫຼື ເຕືອນຜູ້ຄົນ ແລະ ຕັກເຕືອນພວກເຂົາ. ຄຳເວົ້າຂອງເພິ່ນແມ່ນອີງຕາມພາລະຂອງເພິ່ນເອງ ແລະ ເພິ່ນສົ່ງເສີມຜູ້ຄົນຜ່ານທາງຄຳເວົ້າເຫຼົ່ານີ້. ເພິ່ນປະຕິບັດພາລະກິດຂອງອັກຄະສາວົກໃນຄຣິສຕະຈັກໃນເວລານັ້ນ, ເພິ່ນເປັນເພື່ອນຮ່ວມງານທີ່ຖືກໃຊ້ໂດຍພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຕ້ອງຮັບເອົາໜ້າທີ່ສຳລັບຄຣິສຕະຈັກ ແລະ ຕ້ອງດຳເນີນພາລະກິດໃນຄຣິສຕະຈັກ, ເພິ່ນຕ້ອງຮຽນຮູ້ກ່ຽວກັບສະພາວະຕ່າງໆຂອງອ້າຍເອື້ອຍນ້ອງ ແລະ ຍ້ອນສິ່ງນີ້ ເພິ່ນຈຶ່ງຂຽນຈົດໝາຍຂຶ້ນໃຫ້ກັບອ້າຍເອື້ອຍນ້ອງຜູ້ທີ່ຮັບໃຊ້ພຣະຜູ້ເປັນເຈົ້າທຸກຄົນ. ທຸກສິ່ງທີ່ເພິ່ນກ່າວຕໍ່ຜູ້ຄົນ ເຊິ່ງເປັນການສັ່ງສອນ ແລະ ຄວາມຄິດບວກ ແມ່ນສິ່ງທີ່ຖືກຕ້ອງແລ້ວ ແຕ່ມັນບໍ່ໄດ້ເປັນຕົວແທນໃຫ້ກັບຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມັນຄືຄວາມເຂົ້າໃຈທີ່ຊົ່ວຮ້າຍ ແລະ ການໝິ່ນປະໝາດທີ່ໃຫຍ່ຫຼວງ ທີ່ຜູ້ຄົນຈະເຫັນການບັນທຶກກ່ຽວກັບປະສົບການຂອງມະນຸດ ແລະ ຈົດໝາຍຂອງມະນຸດເປັນພຣະທຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກ! ນັ້ນເປັນສິ່ງທີ່ຖືກຕ້ອງ ໂດຍສະເພາະເມື່ອເວົ້າເຖິງຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ, ຍ້ອນຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບອ້າຍເອື້ອຍນ້ອງ ໂດຍອີງຕາມສະພາບການ ແລະ ສະຖານະການຂອງແຕ່ລະຄຣິສຕະຈັກໃນເວລານັ້ນ ແລະ ເພື່ອທີ່ຈະຕັກເຕືອນອ້າຍເອື້ອຍນ້ອງຂອງພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຮັບພຣະຄຸນຂອງພຣະເຢຊູເຈົ້າ. ຈົດໝາຍຂອງເພິ່ນແມ່ນເພື່ອຈູງໃຈອ້າຍເອື້ອຍນ້ອງໃນເວລານັ້ນ. ສາມາດເວົ້າໄດ້ວ່າ ສິ່ງນີ້ເປັນພາລະກິດຂອງເພິ່ນເອງ ແລະ ຍັງເປັນພາລະທີ່ພຣະວິນຍານບໍລິສຸດມອບໃຫ້ເພິ່ນ; ຢ່າງໃດກໍຕາມ, ເພິ່ນກໍເປັນອັກຄະສາວົກທີ່ນໍາພາຄຣິສຕະຈັກໃນເວລານັ້ນ ຜູ້ເຊິ່ງຂຽນຈົດໝາຍຂຶ້ນສຳລັບຄຣິສຕະຈັກ ແລະ ຕັກເຕືອນພວກເຂົາ, ນັ້ນຄືໜ້າທີ່ຂອງເພິ່ນ. ຕົວຕົນຂອງເພິ່ນເປັນພຽງແຕ່ຕົວຕົນຂອງອັກຄະສາວົກທີ່ປະຕິບັດພາລະກິດ ແລະ ເພິ່ນເປັນພຽງອັກຄະສາວົກທີ່ຖືກພຣະເຈົ້າສົ່ງມາ; ເພິ່ນບໍ່ແມ່ນຜູ້ປະກາດພຣະທຳ ຫຼື ເປັນຜູ້ທຳນວາຍ. ສຳລັບເພິ່ນແລ້ວ, ພາລະກິດຂອງເພິ່ນເອງ ແລະ ຊີວິດຂອງອ້າຍເອື້ອຍນ້ອງເປັນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ ເພິ່ນຈຶ່ງບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້. ຄຳເວົ້າຂອງເພິ່ນບໍ່ແມ່ນພຣະທຳຂອງພຣະວິນຍານບໍລິສຸດແລ້ວແຮງໄກທີ່ຈະເວົ້າວ່າ ພຣະທໍາເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເປົາໂລບໍ່ໄດ້ເປັນຫຍັງຫຼາຍໄປກວ່າສິ່ງຊົງສ້າງຂອງພຣະເຈົ້າ ແລະ ເພິ່ນບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງແນ່ນອນ. ຕົວຕົນຂອງເພິ່ນບໍ່ຄືກັບຕົວຕົນຂອງພຣະເຢຊູ. ພຣະທຳຂອງພຣະເຢຊູແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ພຣະທໍາດັ່ງກ່າວຄືພຣະທຳຂອງພຣະເຈົ້າ, ຍ້ອນຕົວຕົນຂອງພຣະອົງຄືຕົວຕົນຂອງພຣະຄຣິດ ເຊິ່ງເປັນພຣະບຸດຂອງພຣະເຈົ້າ. ເປົາໂລຈະສາມາດເທົ່າທຽມກັບພຣະອົງໄດ້ແນວໃດ? ຖ້າຜູ້ຄົນເຫັນຈົດໝາຍ ຫຼື ຄຳເວົ້າຂອງເປົາໂລເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ບູຊາສິ່ງເຫຼົ່ານັ້ນໃຫ້ເປັນພຣະເຈົ້າ, ສາມາດເວົ້າໄດ້ພຽງຄໍາດຽວວ່າ ພວກເຂົາບໍ່ຮູ້ຈັກແຍກແຍະເລີຍ. ຖ້າຈະເວົ້າໃຫ້ແຮງກວ່ານັ້ນ, ສິ່ງນີ້ບໍ່ແມ່ນເປັນການໝິ່ນປະໝາດບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ຜູ້ຄົນສາມາດຂາບກົ້ມລົງຕໍ່ໜ້າບົດບັນທຶກຂອງເພິ່ນ ແລະ ຄຳເວົ້າທີ່ເພິ່ນເວົ້າ ຄືກັບວ່າສິ່ງເຫຼົ່ານັ້ນເປັນໜັງສຶສັກສິດ ຫຼື ເປັນໜັງສືຈາກສະຫວັນໄດ້ແນວໃດ? ມະນຸດສາມາດກ່າວພຣະທຳຂອງພຣະເຈົ້າໄດ້ງ່າຍດາຍແບບນັ້ນແທ້ບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ແລ້ວເຈົ້າເດຄິດແນວໃດ, ຈົດໝາຍທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກຈະບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງເພິ່ນເອງບໍ? ພວກມັນບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງມະນຸດບໍ? ເພິ່ນຂຽນຈົດໝາຍສຳລັບຄຣິສຕະຈັກ ໂດຍອີງຕາມປະສົບການສ່ວນຕົວຂອງເພິ່ນ ແລະ ຂອບເຂດຊີວິດຂອງເພິ່ນ. ຕົວຢ່າງຄື ເປົາໂລຂຽນຈົດໝາຍສະບັບໜຶ່ງກ່ຽວກັບຄຣິສຕະຈັກທີ່ກາລາເຕຍ ເຊິ່ງປະກອບມີຄວາມຄິດເຫັນບາງຢ່າງ ແລະ ເປໂຕຂຽນຈົດໝາຍອີກສະບັບ ເຊິ່ງກໍມີມຸມມອງອີກດ້ານໜຶ່ງ. ແມ່ນໃຜໃນພວກເຂົາທີ່ມາຈາກພຣະວິນຍານບໍວິສຸດ? ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ພວກເຂົາທັງສອງແບກພາລະໃຫ້ກັບຄຣິສຕະຈັກ ແຕ່ຈົດໝາຍຂອງພວກເຂົາສະແດງເຖິງວຸດທິພາວະຂອງພວກເຂົາ, ພວກເຂົາສະແດງເຖິງການຈັດກຽມ ແລະ ສົ່ງເສີມທີ່ພວກເຂົາມີຕໍ່ອ້າຍເອື້ອຍນ້ອງ ແລະ ພາລະທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ພວກເຂົາພຽງແຕ່ສະແດງໃຫ້ເຫັນເຖິງພາລະກິດຂອງມະນຸດ; ພວກເຂົາບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ຖ້າເຈົ້າເວົ້າວ່າ ຈົດໝາຍຂອງເພິ່ນແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສົມເຫດສົມຜົນ ແລະ ເຈົ້າກຳລັງເຮັດຜິດດ້ວຍການໝິ່ນປະໝາດ! ຈົດໝາຍຂອງເປົາໂລ ແລະ ຈົດໝາຍອື່ນໆໃນພຣະສັນຍາໃໝ່ແມ່ນທຽບເທົ່າກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້. ພວກມັນທຽບເທົ່າກັບໜັງສືຂອງ ວອສແມນນີ່ ຫຼື ປະສົບການຂອງລໍເຣັນ ແລະ ອື່ນໆອີກ. ງ່າຍໆກໍຄືໜັງສືຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້ບໍ່ໄດ້ຖືກຮວບຮວມເຂົ້າໃນພຣະສັນຍາໃໝ່ ແຕ່ທາດແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນເໝືອນກັນ ນັ້ນກໍຄື ພວກເຂົາເປັນຄົນທີ່ພຣະວິນຍານບໍລິສຸດໄດ້ນໍາໃຊ້ໃນໄລຍະເວລາໃດໜຶ່ງ ແລະ ພວກເຂົາບໍ່ໄດ້ເປັນຕົວແທນຂອງພຣະເຈົ້າໂດຍກົງ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 273)

ຂ່າວປະເສີດຂອງມັດທາຍ ແລະ ພຣະສັນຍາໃໝ່ບັນທຶກປະຫວັດວົງຕະກູນຂອງພຣະເຢຊູ. ໃນຕອນເລີ່ມຕົ້ນນັ້ນ, ມັນກ່າວວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ ແລະ ເດວິດ ແລະ ເປັນລູກຊາຍຂອງໂຢເຊບ; ຕໍ່ມາ ມັນລະບຸວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈັນ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ແມ່ລູກຊາຍຂອງໂຢເຊບ ຫຼື ເຊື້ອສາຍຂອງອັບຣາຮາມ ແລະ ເດວິດ. ເຖິງຢ່າງໃດກໍຕາມ, ປະຫວັດວົງຕະກູນໄດ້ຢືນຢັນວ່າ ພຣະເຢຊູແມ່ນກ່ຽວຂ້ອງກັບໂຢເຊບ. ແລ້ວຕໍ່ມາພັດບັນທຶກຂັ້ນຕອນການກໍາເນີດຂອງພຣະເຢຊູວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງໄດ້ຊົງກຳເນີດຈາກຍິງພົມມະຈັນ ແລະ ບໍ່ແມ່ນລູກຊາຍຂອງໂຢເຊບ. ເຖິງຢ່າງໃດກໍຕາມ ໄດ້ມີການກ່າວໄວ້ຢ່າງຊັດເຈນໃນປະຫວັດວົງຕະກູນວ່າ ພຣະເຢຊູເປັນລູກຊາຍຂອງໂຢເຊບ ແລະ ຍ້ອນປະຫວັດວົງຕະກູນຖືກຂຽນຂຶ້ນສຳລັບພຣະເຢຊູ, ມັນຈຶ່ງໄດ້ບັນທຶກເຖິງສີ່ສິບສອງລຸ້ນຄົນ. ເມື່ອມາເຖິງລຸ້ນຂອງໂຢເຊບ, ມັນກໍໄດ້ເວົ້າຢ່າງຮີບດ່ວນວ່າ ໂຢເຊບເປັນສາມີຂອງມາຣີອາ ເຊິ່ງເປັນຄຳເວົ້າທີ່ພິສູດວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ. ສິ່ງນີ້ບໍ່ແມ່ນຂໍ້ໂຕ້ແຍ້ງບໍ? ປະຫວັດວົງຕະກູນບັນທຶກວົງຕະກູນຂອງໂຢເຊບຢ່າງຊັດເຈນ, ມັນເປັນປະຫວັດວົງຕະຕູນຂອງໂຢເຊບຢ່າງຈະແຈ້ງ, ແຕ່ມັດທາຍຢືນຢັນວ່າ ມັນເປັນປະຫວັດວົງຕະກູນຂອງພຣະເຢຊູ. ສິ່ງນີ້ບໍ່ໄດ້ປະຕິເສດຄວາມຈິງທີ່ວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດບໍ? ສະນັ້ນ ປະຫວັດວົງຕະກູນທີ່ຂຽນໂດຍມັດທາຍບໍ່ແມ່ນຄວາມຄິດຂອງມະນຸດບໍ? ມັນຊ່າງເປັນຕາຢາກຫົວແທ້ໆ! ຍ້ອນແບບນີ້, ເຈົ້າຈຶ່ງຮູ້ຈັກວ່າ ໜັງສຶເຫຼັ້ມນີ້ບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ບາງເທື່ອ ມີບາງຄົນທີ່ຄິດວ່າ ພຣະເຈົ້າຕ້ອງມີປະຫວັດວົງຕະກູນເທິງແຜ່ນດິນໂລກ, ເຊິ່ງຜົນຕາມມາກໍຄື ພວກເຂົາກຳນົດໃຫ້ພຣະເຢຊູເປັນເຊື້ອສາຍລຸ້ນທີສີ່ສິບສອງຂອງອັບຣາຮາມ. ເຫດຜົນນີ້ກໍຊ່າງເປັນຕາຢາກຫົວແທ້ເດ! ຫຼັງຈາກທີ່ມາເຖິງແຜ່ນດິນໂລກ, ພຣະເຈົ້າຈະມີປະຫວັດວົງຕະກູນໄດ້ແນວໃດ? ຖ້າເຈົ້າເວົ້າວ່າ ພຣະເຈົ້າມີປະຫວັດວົງຕະກູນ, ແລ້ວເຈົ້າບໍ່ແມ່ນຈັດພຣະອົງຢູ່ໃນລະດັບທ່າມກາງສິ່ງຊົງສ້າງຂອງພຣະເຈົ້າບໍ? ຍ້ອນພຣະເຈົ້າບໍ່ໄດ້ມາຈາກແຜ່ນດິນໂລກ, ພຣະອົງເປັນພຣະຜູ້ເປັນເຈົ້າຂອງການຊົງສ້າງ ແລະ ເຖິງແມ່ນວ່າ ພຣະອົງມີເນື້ອໜັງ, ພຣະອົງກໍບໍ່ໄດ້ມີແກ່ນແທ້ຄືກັບມະນຸດ. ເຈົ້າຈະຈັດລະດັບພຣະເຈົ້າໃຫ້ມີປະເພດຄືກັບສິ່ງຊົງສ້າງຂອງພຣະເຈົ້າໄດ້ແນວໃດ? ອັບຣາຮາມບໍ່ໄດ້ຄືກັບພຣະເຈົ້າ; ເພິ່ນເປັນເຄື່ອງມືຂອງພາລະກິດຂອງພຣະເຢໂຮວາໃນເວລານັ້ນ, ເພິ່ນເປັນພຽງຜູ້ຮັບໃຊ້ທີ່ຊື່ສັດ ຂອງພຣະເຢໂຮວາ ແລະ ເພິ່ນເປັນໜຶ່ງໃນປະຊາຊົນຂອງອິດສະຣາເອັນ. ເພິ່ນຈະສາມາດເປັນບັນພະບຸລຸດຂອງພຣະເຢຊູໄດ້ແນວໃດ?

ແມ່ນໃຜທີ່ຂຽນປະຫວັດວົງຕະກູນຂອງພຣະເຢຊູ? ພຣະເຢຊູຂຽນດ້ວຍຕົວພຣະອົງເອງບໍ? ພຣະເຢຊູບອກພວກເຂົາດ້ວຍຕົວພຣະອົງເອງວ່າ “ຈົ່ງຂຽນປະຫວັດວົງຕະກູນຂອງເຮົາ” ບໍ? ມັນຖືກຂຽນຂຶ້ນໂດຍມັດທາຍ ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ໃນເວລານັ້ນ, ພຣະເຢຊູໄດ້ສຳເລັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ພຣະອົງກໍບໍ່ໄດ້ອະທິບາຍເພີ່ມເຕີມໃຫ້ກັບພວກເຂົາເຂົ້າໃຈ. ຫຼັງຈາກທີ່ພຣະອົງຈາກໄປ, ສາວົກກໍເລີ່ມຕົ້ນເທດສະໜາ ແລະ ປະຕິບັດພາລະກິດຢູ່ທຸກບ່ອນ ແລະ ເພື່ອເຫັນແກ່ພາລະກິດຂັ້ນຕອນນັ້ນ, ພວກເຂົາກໍເລີ່ມຕົ້ນຂຽນຈົດໝາຍ ແລະ ໜັງສືແຫ່ງຂ່າວປະເສີດຂຶ້ນ. ໜັງສືແຫ່ງຂ່າວປະເສີດໃນພຣະສັນຍາໃໝ່ຖືກບັນທຶກ ຊາວຫາສາມສິບປີຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ກ່ອນໜ້ານັ້ນ ປະຊາຊົນອິດສະຣາເອັນພຽງແຕ່ອ່ານພຣະສັນຍາເດີມ. ນັ້ນໝາຍຄວາມວ່າ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ຜູ້ຄົນອ່ານພຣະສັນຍາເດີມ. ພຣະສັນຍາໃໝ່ພຽງແຕ່ປາກົດຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນເທົ່ານັ້ນ. ພຣະສັນຍາໃໝ່ບໍ່ໄດ້ມີຢູ່ໃນຕອນທີ່ພຣະເຢຊູປະຕິບັດພາລະກິດ; ຫຼັງຈາກທີ່ພຣະອົງຖືກເຮັດໃຫ້ຟື້ນຄືນມາ ແລະ ສະເດັດຂຶ້ນສູ່ສະຫວັນ, ຜູ້ຄົນບັນທຶກພາລະກິດຂອງພຣະອົງ. ຫຼັງຈາກນັ້ນ ຈຶ່ງມີໜັງສືຂ່າວປະເສີດທັງສີ່ ເພີ່ມເຕີມໃສ່ຈົດໝາຍຕ່າງໆຂອງເປົາໂລ ແລະ ເປໂຕ ພ້ອມທັງໜັງສືພຣະນິມິດ. ຫຼາຍກວ່າສາມຮ້ອຍປີຫຼັງຈາກທີ່ພຣະເຢຊູຊົງສະເດັດຂຶ້ນສູ່ສະຫວັນ, ເມື່ອຜູ້ຄົນລຸ້ນຕໍ່ມາໄດ້ຈັດລຽນເອກະສານເຫຼົ່ານີ້ຢ່າງພິຖີພິຖັນ ແລະ ມີແຕ່ເມື່ອນ້ັນຈຶ່ງມີພາກພຣະສັນຍາໃໝ່ຂອງພຣະຄໍາພີ. ພຽງແຕ່ຫຼັງຈາກທີ່ພາລະກິດນີ້ໄດ້ສຳເລັດລົງ ຈຶ່ງມືພຣະສັນຍາໃໝ່; ມັນບໍ່ໄດ້ມີຢູ່ກ່ອນໜ້ານີ້. ພຣະເຈົ້າໄດ້ກະທຳພາລະກິດນັ້ນທັງໝົດ ແລະ ອັກຄະສາວົກເປົາໂລ ແລະ ອັກຄະສາວົກຄົນອື່ນໆໄດ້ຂຽນຈົດໝາຍຫຼາຍສະບັບເຖິງຄຣິສຕະຈັກທີ່ຢູ່ສະຖານທີ່ແຕກຕ່າງກັນ. ຜູ້ຄົນຫຼັງຈາກພວກເຂົາກໍລວມຈົດໝາຍຂອງພວກເຂົາ ແລະ ເພີ່ມເຕີມນິມິດທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງຖືກບັນທຶກໂດຍໂຢຮັນໃນເກາະປັດໂມ ເຊິ່ງຖືກທຳນວາຍເຖິງພາລະກິດຂອງພຣະເຈົ້າ. ຜູ້ຄົນຈັດແຈງລໍາດັບນີ້ ເຊິ່ງແຕກຕ່າງຈາກຖ້ອຍຄຳໃນປັດຈຸບັນນີ້. ສິ່ງທີ່ຖືກບັນທຶກໃນປັດຈຸບັນແມ່ນອີງຕາມບາດກ້າວພາລະກິດຂອງພຣະເຈົ້າ; ສິ່ງທີ່ຜູ້ຄົນມີສ່ວນຮ່ວມໃນປັດຈຸບັນແມ່ນພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງ ແລະ ເປັນພຣະທຳທີ່ພຣະອົງກ່າວດ້ວຍຕົວພຣະອົງເອງ. ເຈົ້າ ທີ່ເປັນມະນຸດຊາດ ບໍ່ຈຳເປັນຕ້ອງແຊກແຊງ; ພຣະທຳເຫຼົ່ານັ້ນ ເຊິ່ງມາຈາກພຣະວິນຍານບໍລິສຸດໂດຍກົງ ຖືກຈັດແຈງເປັນຂັ້ນເປັນຕອນ ແລະ ແຕກຕ່າງຈາກການຈັດແຈງຂອງການບັນທຶກຂອງມະນຸດ. ສາມາດເວົ້າໄດ້ວ່າ ສິ່ງທີ່ພວກເຂົາບັນທຶກນັ້ນແມ່ນຕາມລະດັບການສຶກສາຂອງພວກເຂົາ ແລະ ຄວາມສາມາດຂອງມະນຸດ. ສິ່ງທີ່ພວກເຂົາບັນທຶກແມ່ນປະສົບການຂອງມະນຸດ ແລະ ແຕ່ລະຄົນກໍມີວິທີການບັນທຶກ ແລະ ບັນທຶກໃນຮູບແບບສະຕິປັນຍາຂອງພວກເຂົາເອງ ແລະ ການບັນທຶກແຕ່ລະຢ່າງກໍແຕກຕ່າງກັນ. ສະນັ້ນ ຖ້າເຈົ້ານະມັດສະການພຣະຄຳພີເໝືອນພຣະເຈົ້າ, ເຈົ້າແມ່ນຂາດສະຕິປັນຍາ ແລະ ໂງ່ຈ້າເປັນຢ່າງຍິ່ງ! ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາພາລະກິດຂອງພຣະເຈົ້າໃນປັດຈຸບັນ? ມີພຽງພາລະກິດຂອງພຣະເຈົ້າທີ່ສາມາດຊ່ວຍມະນຸດໄດ້. ພຣະຄຳພີບໍ່ສາມາດຊ່ວຍມະນຸດໄດ້, ມະນຸດໄດ້ອ່ານພຣະຄຳພີເປັນເວລາຫຼາຍພັນປີ ກໍຍັງບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຕົວພວກເຂົາ ແລະ ຖ້າເຈົ້ານະມັດສະການພຣະຄຳພີ, ເຈົ້າຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານອີກຕໍ່ໄປ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 274)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງທຸກຢ່າງງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈູດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອັນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງເປົາໂລ; ພວກມັນບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ. ຍ້ອນພຣະເຈົ້າບໍ່ໄດ້ຫັນເບິ່ງທີ່ປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອັນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຕົວອັກສອນ ແລະ ຄຳສັ່ງສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ. ການອ່ານພຣະຄຳພີ, ສ່ວນໃຫຍ່ເຈົ້າຈະເຂົ້າໃຈແຄ່ປະຫວັດສາດຂອງອິດສະຣາເອັນພຽງເລັກນ້ອຍ, ເຈົ້າຈະຮຽນຮູ້ກ່ຽວກັບຊີວິດຂອງອັບຣາຮາມ, ເດວິດ ແລະ ໂມເຊ, ເຈົ້າອາດຈະຄົ້ນພົບວ່າ ພວກເຂົາຢໍາເກງພຣະເຢໂຮວາແນວໃດ, ພຣະເຢໂຮວາຊົງເຜົາຄົນທີ່ຕໍ່ຕ້ານພຣະອົງແນວໃດ ແລະ ພຣະອົງຊົງກ່າວກັບຜູ້ຄົນໃນຍຸກນັ້ນໄດ້ແນວໃດ. ເຈົ້າຈະໄດ້ແຕ່ຄົ້ນພົບພາລະກິຂອງພຣະເຈົ້າໃນອະດີດເທົ່ານັ້ນ. ການບັນທຶກຂອງພຣະຄຳພີກ່ຽວຂ້ອງກັບວິທີທີ່ປະຊາຊົນຂອງອິດສະຣາເອັນໃນໄລຍະຕົ້ນຢໍາເກງພຣະເຈົ້າ ແລະ ຢູ່ພາຍໃຕ້ການນໍາຂອງພຣະເຢໂຮວາ. ເພາະວ່າຊາວອິດສະຣາເອັນເປັນຜູ້ຄົນທີ່ພຣະເຈົ້າຊົງເລືອກໄວ້, ໃນພຣະສັນຍາເດີມ ເຈົ້າສາມາດເຫັນເຖິງຄວາມຊື່ສັດທີ່ຜູ້ຄົນທັງໝົດມີໃຫ້ກັບພຣະເຢໂຮວາ, ທຸກຄົນທີ່ເຊື່ອຟັງພຣະເຢໂຮວາໄດ້ຮັບການດູແລ ແລະ ການອວຍພອນຈາກພຣະອົງແນວໃດ, ເຈົ້າສາມາດຮຽນຮູ້ວ່າ ເມື່ອພຣະເຈົ້າປະຕິບັດພາລະກິດໃນອິດສະຣາເອັນ, ພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ ພ້ອມທັງປະກອບດ້ວຍໄຟທີ່ໄໝ້ທຳລາຍ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບຊາວອິດສະຣາເອັນທຸກຄົນ ຕັ້ງແຕ່ຄົນທີ່ຕ້ອຍຕໍ່າຈົນເຖິງຄົນທີ່ຍິ່ງໃຫຍ່ ຢຳເກງພຣະເຈົ້າ ແລະ ດ້ວຍເຫດນັ້ນ ທົ່ວປະເທດຈຶ່ງໄດ້ຮັບພອນຈາກພຣະເຈົ້າ. ສິ່ງດັ່ງກ່າວແມ່ນປະຫວັດສາດຂອງອິດສະຣາເອັນທີ່ບັນທຶກໃນພຣະສັນຍາເດີມ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 275)

ພຣະຄຳພີເປັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງພຣະເຈົ້າໃນອິດສະຣາເອັນ ແລະ ບັນທຶກການທຳນວາຍຫຼາຍຢ່າງຂອງນັກປະກາດພຣະທຳບູຮານ ພ້ອມທັງຖ້ອຍຄຳບາງຢ່າງຂອງພຣະເຢໂຮວາໃນການປະຕິບັດພາລະກິດຂອງພຮະອົງໃນເວລານັ້ນ. ສະນັ້ນ, ທຸກຄົນຈຶ່ງຄິດວ່າໜັງສືເຫຼັ້ມນີ້ເປັນສິ່ງທີ່ສັກສິດ (ຍ້ອນພຣະເຈົ້າສັກສິດ ແລະ ຍິ່ງໃຫຍ່). ແນ່ນອນ, ທັງໝົດນີ້ຄືຜົນຂອງການຢຳເກງພຣະເຢໂຮວາ ແລະ ການທີ່ພວກເຂົາເຄົາລົບບູຊາພຣະເຈົ້າ. ຜູ້ຄົນກ່າວເຖິງໜັງສືເຫຼັ້ມນີ້ໃນລັກສະນະແບບນີ້ກໍຍ້ອນການເນລະມິດສ້າງຂອງພຣະເຈົ້າເຄົາລົບ ແລະ ບູຊາພຣະຜູ້ສ້າງຂອງພວກເຂົາຫຼາຍ ແລະ ຍັງມີຜູ້ຄົນເຖິງກັບເອີ້ນໜັງສືເຫຼັ້ມນີ້ວ່າເປັນໜັງສືຈາກສະຫວັນ. ຕາມຄວາມຈິງແລ້ວ ມັນເປັນພຽງການບັນທຶກຂອງມະນຸດເທົ່ານັ້ນ. ພຣະເຢໂຮວາບໍ່ໄດ້ຕັ້ງຊື່ມັນດ້ວຍພຣະອົງເອງ ຫຼື ພຣະເຢໂຮວາບໍ່ໄດ້ນໍາພາການຈັດສ້າງມັນຂຶ້ນມາດ້ວຍຕົວພຣະອົງເອງ. ເວົ້າອີກແບບໜຶ່ງກໍຄື ຜູ້ຂຽນໜັງສືເຫຼັ້ມນີ້ບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ພຣະຄຳພີສັກສິດເປັນພຽງຊື່ທີ່ເປັນຕາເຄົາລົບ ເຊິ່ງມະນຸດເປັນຜູ້ແຕ່ງຕັ້ງໃຫ້ກັບມັນ. ຊື່ພຣະຄໍາພີບໍ່ໄດ້ຖືກຕັດສິນແຕ່ງຕັ້ງຈາກການສົນທະນາລະຫວ່າງພຣະເຢໂຮວາ ແລະ ພຣະເຢຊູ; ມັນເປັນພຽງຄວາມຄິດຂອງມະນຸດ. ຍ້ອນວ່າໜັງສືເຫຼັ້ມນີ້ບໍ່ໄດ້ຖືກຂຽນຂຶ້ນໂດຍພຣະເຢໂຮວາ ແລ້ວຍິ່ງໄກທີ່ພຣະເຢຊູຈະຂຽນມັນຂຶ້ນມາ. ກົງກັນຂ້າມ, ມັນເປັນເລື່ອງລາວທີ່ບອກເລົ່າໂດຍຜູ້ປະກາດພຣະທຳບູຮານ, ພວກອັກຄະສາວົກ ແລະ ນັກທໍານວາຍຫຼາຍຄົນ ເຊິ່ງຖືກຮວບຮວມໂດຍຄົນລຸ້ນຕໍ່ມາ ໃຫ້ເປັນໜັງສຶແຫ່ງບົດຂຽນບູຮານ; ເບິ່ງຄືກັບວ່າສັກສິດສຳລັບຜູ້ຄົນ, ເປັນໜັງສືທີ່ພວກເຂົາເຊື່ອວ່າ ປະກອບມີຂໍ້ລຶກລັບຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ເຊິ່ງລໍຖ້າໃຫ້ຖືກເປີດເຜີຍໂດຍຜູ້ຄົນໃນອະນາຄົດ. ເມື່ອເປັນດັ່ງນັ້ນ ຜູ້ຄົນກໍຍິ່ງຖືກຊັກຊວນໃຫ້ເຊື່ອວ່າ ໜັງສືເຫຼັ້ມນີ້ແມ່ນໜັງສືທີ່ມາຈາກສະຫວັນ. ດ້ວຍມີການເພີ່ມເຕີມພຣະກິດຕິຄຸນທັງສີ່ ແລະ ໜັງສືພຣະນິມິດ, ທ່າທີຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງແຕກຕ່າງຈາກໜັງສືເຫຼັ້ມອື່ນໆ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ກ້າວິເຄາະ “ໜັງສືທີ່ມາຈາກສະຫວັນ” ນີ້ ເພາະວ່າມັນ “ສັກສິດ” ເກີນໄປ.

ທັນທີທີ່ພວກເຂົາອ່ານພຣະຄຳພີ ເປັນຫຍັງຜູ້ຄົນຈຶ່ງສາມາດຄົ້ນພົບເສັ້ນທາງທີ່ເໝາະສົມໃນການປະຕິບັດມັນ? ເປັນຫຍັງພວກເຂົາຈຶ່ງສາມາດຮັບຫຼາຍສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້? ມື້ນີ້ ເຮົາວິເຄາະພຣະຄຳພີໃນລັກສະນະນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາຊັງມັນ ຫຼື ປະຕິເສດຄຸນຄ່າສໍາລັບການໃຊ້ເປັນບ່ອນອ້າງອີງ. ເຮົາກຳລັງອະທິບາຍ ແລະ ເຮັດໃຫ້ຊັດເຈນຂຶ້ນກ່ຽວກັບຄຸນຄ່າທີ່ແທ້ຈິງ ແລະ ຕົ້ນກຳເນີດຂອງພຣະຄຳພີໃຫ້ກັບເຈົ້າ ເພື່ອຢຸດເຈົ້າບໍ່ໃຫ້ຕົກຢູ່ໃນຄວາມມືດ. ຍ້ອນຜູ້ຄົນມີຫຼາຍມຸມມອງກ່ຽວກັບພຣະຄຳພີ ແລະ ມຸມມອງສ່ວນຫຼາຍແມ່ນຜິດ; ການອ່ານພຣະຄຳພີໃນລັກສະນະນີ້ບໍ່ພຽງແຕ່ຂັດຂວາງພວກເຂົາຈາກການໄດ້ຮັບໃນສິ່ງທີ່ພວກເຂົາຄວນໄດ້ຮັບ ແຕ່ສຳຄັນໄປກວ່ານັ້ນກໍຄື ມັນຂັດຂວາງພາລະກິດທີ່ເຮົາຕັ້ງໃຈກະທຳ. ມັນແຊກແຊງພາລະກິດແຫ່ງອະນາຄົດຢ່າງຫຼວງຫຼາຍ ແລະ ມີແຕ່ຂໍ້ເສຍຫາຍ ບໍ່ມີຂໍ້ດີ. ເຖິງຢ່າງໃດກໍຕາມ ສິ່ງທີ່ເຮົາກຳລັງສັ່ງສອນເຈົ້າແມ່ນເປັນພຽງທາດແທ້ ແລະ ເລື່ອງລາວພາຍໃນພຣະຄຳພີເທົ່ານັ້ນ. ເຮົາບໍ່ໄດ້ບອກໃຫ້ເຈົ້າບໍ່ຕ້ອງອ່ານພຣະຄຳພີ ຫຼື ໃຫ້ເຈົ້າປ່າວປະກາດວ່າ ພຣະຄຳພີປາສະຈາກຄຸນຄ່າຢ່າງສິ້ນເຊີງ, ແຕ່ເພື່ອໃຫ້ເຈົ້າມີຄວາມຮູ້ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີ. ຢ່າເປັນຄົນລຳອຽງເກີນໄປ! ເຖິງແມ່ນພຣະຄຳພີເປັນໜັງສືທາງປະຫວັດສາດທີ່ຖືກຂຽນຂຶ້ນໂດຍມະນຸດ, ມັນກໍຍັງບັນທຶກຫຼັກການຫຼາຍຢ່າງທີ່ທຳມິກກະຊົນ ແລະ ນັກປະກາດພຣະທຳບູຮານໄດ້ຮັບໃຊ້ພຣະເຈົ້າ ພ້ອມທັງປະສົບການເມື່ອບໍ່ດົນມານີ້ຂອງພວກອັກຄະສາວົກໃນການຮັບໃຊ້ພຣະເຈົ້າ ເຊິ່ງເປັນສິ່ງທີ່ຄົນເຫຼົ່ານີ້ເຫັນ ແລະ ຮູ້ຈັກຢ່າງແທ້ຈິງ ແລະ ສາມາດໃຊ້ເປັນບ່ອນອ້າງອີງໃຫ້ກັບຜູ້ຄົນໃນຍຸກນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ສະນັ້ນ, ໃນການອ່ານພຣະຄຳພີນັ້ນ ຜູ້ຄົນສາມາດຮັບຫົນທາງແຫ່ງຊີວິດຫຼາຍຢ່າງເຊັ່ນກັນ ເຊິ່ງບໍ່ສາມາດຄົ້ນພົບໃນໜັງສືອື່ນໆ. ຫົນທາງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຂອງພາລະກິດຂອງພຣະວິນຍານບໍລິສຸດ ທີ່ຜູ້ປະກາດພຣະທຳ ແລະ ພວກອັກຄະສາວົກໃນຍຸກອະດີດໄດ້ປະສົບ ແລະ ພຣະທຳຫຼາຍຂໍ້ແມ່ນມີຄ່າ ແລະ ສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ. ດ້ວຍເຫດນັ້ນ ທຸກຄົນຈຶ່ງມັກອ່ານພຣະຄຳພີ. ຍ້ອນມີຫຼາຍຢ່າງທີ່ລີ້ລັບຢູ່ໃນພຣະຄຳພີ, ມຸມມອງຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງບໍ່ຄືກັບມຸມມອງທີ່ມີຕໍ່ບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່. ພຣະຄຳພີເປັນການບັນທຶກ ແລະ ການຮວບຮວມປະສົບການ ແລະ ຄວາມຮູ້ຂອງຜູ້ຄົນທີ່ຮັບໃຊ້ພຣະເຢໂຮວາ-ພຣະເຢຊູໃນຍຸກເກົ່າ ແລະ ໃໝ່ ແລ້ວຄົນລຸ້ນຕໍ່ມາຈຶ່ງສາມາດຮັບແສງສະຫວ່າງ, ແສງເຍືອງທາງ ແລະ ເສັ້ນທາງປະຕິບັດຢ່າງຫຼວງຫຼາຍຈາກພຣະຄຳພີ. ເຫດຜົນທີ່ວ່າ ເປັນຫຍັງພຣະຄຳພີຈຶ່ງສູງສົ່ງກວ່າບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ອື່ນໆນັ້ນ ກໍເພາະວ່າ ບົດຂຽນຂອງພວກເຂົາທັງໝົດແມ່ນຖືກຖອດຖອນມາຈາກພຣະຄຳພີ, ປະສົບການຂອງພວກເຂົາກໍມາຈາກພຣະຄຳພີທັງໝົດ ແລະ ພວກເຂົາທັງໝົດກໍອະທິບາຍພຣະຄຳພີ. ສະນັ້ນເຖິງແມ່ນວ່າ ຜູ້ຄົນຈະສາມາດໄດ້ຮັບການຕອບສະໜອງຈາກໜັງສືຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ກໍຕາມ ພວກເຂົາກໍຍັງນະມັດສະການພຣະຄຳພີ ຍ້ອນມັນເບິ່ງຄືສູງສົ່ງ ແລະ ເລິກເຊິ່ງສຳລັບພວກເຂົາ! ເຖິງແມ່ນພຣະຄຳພີຈະນໍາເອົາໜັງສືບາງຢ່າງກ່ຽວກັບພຣະທຳແຫ່ງຊີວິດມາລວມກັນ ເຊັ່ນຈົດໝາຍຂອງເປົາໂລ ແລະ ຈົດໝາຍຂອງເປໂຕ ແລະ ເຖິງແມ່ນວ່າຜູ້ຄົນສາມາດໄດ້ຮັບການຕອບສະໜອງ ແລະ ການຊ່ວຍເຫຼືອຈາກໜັງສຶເຫຼົ່ານີ້, ໜັງສືເຫຼົ່ານີ້ກໍຍັງຫຼ້າສະໄໝ, ມັນຍັງເປັນໜັງສືຂອງຍຸກເກົ່າ ແລະ ບໍ່ວ່າມັນຈະດີສໍ່າໃດ, ມັນກໍພຽງແຕ່ເໝາະສົມສຳລັບຊ່ວງເວລາໃດໜຶ່ງເທົ່ານັ້ນ ແລະ ບໍ່ໄດ້ຢູ່ຕະຫຼອດໄປເປັນນິດ. ຍ້ອນພາລະກິດຂອງພຣະເຈົ້າພັດທະນາຢູ່ສະເໝີ ແລະ ມັນບໍ່ສາມາດເຊົາຢູ່ໃນຊ່ວງເວລາຂອງເປົາໂລ ແລະ ເປໂຕເທົ່ານັ້ນ ຫຼື ຢຸດຢູ່ໃນຍຸກແຫ່ງພຣະຄຸນ ເຊິ່ງເປັນຍຸກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ສະນັ້ນ ໜັງສືເຫຼົ່ານີ້ກໍພຽງແຕ່ເໝາະສົມສຳລັບຍຸກແຫ່ງພຣະຄຸນ ແລະ ບໍ່ແມ່ນສຳລັບຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ໜັງສືເຫຼົ່ານັ້ນສາມາດພຽງແຕ່ສະໜອງໃຫ້ກັບຜູ້ເຊື່ອໃນຍຸກແຫ່ງພຣະຄຸນ ບໍ່ແມ່ນສຳລັບທຳມິກກະຊົນໃນຍຸກແຫ່ງອານາຈັກ ແລະ ບໍ່ວ່າມັນຈະດີສໍ່າໃດກໍຕາມ, ມັນກໍຍັງຄົງເປັນໜັງສືທີ່ລ້າສະໄໝ. ບໍ່ຕ່າງຫຍັງກັບພາລະກິດແຫ່ງການຊົງສ້າງຂອງພຣະເຢໂຮວາ ຫຼື ພາລະກິດຂອງພຣະອົງໃນອິດສະຣາເອັນ ນັ້ນກໍຄື ບໍ່ວ່າພາລະກິດນີ້ຈະດີສໍ່າໃດກໍຕາມ, ມັນກໍລ້າສະໄໝ ແລະ ກາຍເປັນອະດີດໄປແລ້ວ. ພາລະກິດຂອງພຣະເຈົ້າກໍເຊັ່ນກັນ: ເປັນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍຈະມີເວລາທີ່ພາລະກິດນັ້ນຕ້ອງສິ້ນສຸດລົງ; ມັນບໍ່ສາມາດຄົງຢູ່ຕະຫຼອດໄປໃນທ່າມກາງພາລະກິແຫ່ງການຊົງສ້າງໄດ້ ຫຼື ທ່າມກາງພາລະກິດແຫ່ງການຄຶງທີ່ໄມ້ກາງແຂນ. ບໍ່ວ່າພາລະກິດແຫ່ງການຄຶງທີ່ໄມ້ກາງແຂນນັ້ນຈະເປັນຕາເຊື່ອຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະມີປະສິດຕິພາບໃນການເອົາຊະນະຊາຕານຫຼາຍສໍ່າໃດ, ໃນທີ່ສຸດ ພາລະກິດກໍຍັງເປັນພາລະກິດ ແລະ ໃນທີ່ສຸດ ຍຸກກໍຍັງເປັນຍຸກຄືເກົ່າ; ພາລະກິດບໍ່ສາມາດຢູ່ເທິງພື້ນຖານເດີມໄດ້ຕະຫຼອດໄປ ຫຼື ເວລາບໍ່ສາມາດປ່ຽນແປງໄດ້ຈັກເທື່ອ ເພາະວ່າ ເມື່ອມີການຊົງສ້າງ ກໍຕ້ອງມີຍຸກສິ້ນສຸດ. ສິ່ງນີ້ຫຼີກເວັ້ນບໍ່ໄດ້! ສະນັ້ນ ໃນປັດຈຸບັນ ພຣະທຳແຫ່ງຊີວິດໃນພຣະສັນຍາໃໝ່ ນັ້ນກໍຄື ຈົດໝາຍຂອງພວກອັກຄະສາວົກ ແລະ ພຣະກິດຕິຄຸນທັງສີ່ ໄດ້ກາຍມາເປັນໜັງສືທາງປະຫວັດສາດໄປແລ້ວ, ພວກມັນໄດ້ກາຍມາເປັນກາລານຸກົມທີ່ເກົ່າແກ່ ແລະ ກາລານຸກົມທີ່ເກົ່າແກ່ນີ້ຈະສາມາດນໍາພາຜູ້ຄົນເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ບໍ່ວ່າກາລານຸກົມເຫຼົ່ານີ້ຈະສາມາດສະໜອງຊີວິດໃຫ້ກັບຜູ້ຄົນ ຫຼື ບໍ, ບໍ່ວ່າພວກມັນຈະສາມາດນໍາຜູ້ຄົນໄປສູ່ໄມ້ກາງແຂນໄດ້ ຫຼື ບໍ, ພວກມັນບໍ່ລ້າສະໄໝບໍ? ພວກມັນບໍ່ໄດ້ສູນເສຍຄຸນຄ່າແລ້ວບໍ? ສະນັ້ນ ເຮົາບອກໃຫ້ເຈົ້າບໍ່ຄວນເຊື່ອໃນສາລານຸກົມເຫຼົ່ານີ້ຢ່າງຕາບອດ. ພວກມັນເກົ່າແກ່ເກີນໄປ, ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ໄດ້ ແລະ ພວກມັນຈະເປັນພຽງພາລະໃຫ້ກັບເຈົ້າ. ບໍ່ແມ່ນແຕ່ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ ແລະ ເຂົ້າສູ່ທາງເຂົ້າໃໝ່ເທົ່ານັ້ນ, ແຕ່ພວກມັນຈະນໍາເຈົ້າເຂົ້າສູ່ຄຣິສຕະຈັກແຫ່ງສາສະໜາທີ່ເກົ່າແກ່ ແລະ ຖ້າເປັນແບບນັ້ນ ເຈົ້າບໍ່ໄດ້ກຳລັງຖອຍຫຼັງໃນຄວາມເຊື່ອທີ່ເຈົ້າມີຕໍ່ພຣະເຈົ້າບໍ?

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 276)

ໃນປັດຈຸບັນ ຜູ້ໃດໃນບັນດາພວກເຈົ້າທີ່ກ້າເວົ້າວ່າ ຄຳເວົ້າທຸກຂໍ້ທີ່ກ່າວໂດຍຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ແມ່ນມາຈາກພຣະວິນຍານບໍລິສຸດ? ມີໃຜກ້າເວົ້າສິ່ງດັ່ງກ່າວບໍ? ຖ້າເຈົ້າເວົ້າສິ່ງດັ່ງກ່າວ, ແລ້ວເປັນຫຍັງໜັງສືແຫ່ງການທຳນວາຍຂອງເອຊະຣາຈຶ່ງຖືກປະຖິ້ມ ແລະ ເປັນຫຍັງສິ່ງດຽວກັນຈຶ່ງເກີດຂຶ້ນກັບໜັງສືຂອງໄພ່ພົນ ແລະ ຜູ້ປະກາດພຣະທຳໃນຍຸກບູຮານ? ຖ້າພວກເຂົາລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງພວກເຈົ້າຈຶ່ງກ້າຕັດສິນໃຈຕາມຄວາມຮູ້ສຶກແບບນັ້ນ? ເຈົ້າມີຄຸນສົມບັດທີ່ຈະເລືອກພາລະກິດຂອງພຣະວິນຍານບໍລິສຸດບໍ? ມີຫຼາຍເລື່ອງລາວຈາກອິດສະຣາເອັນທີ່ຖືກປະຖິ້ມເຊັ່ນກັນ. ແລ້ວຖ້າເຈົ້າເຊື່ອວ່າບົດຂຽນເຫຼົ່ານີ້ທີ່ຢູ່ໃນອະດີດລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງໜັງສືບາງເຫຼັ້ມຈຶ່ງຖືກປະຖິ້ມ? ຖ້າໜັງສືທຸກເຫຼັ້ມລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ພວກມັນກໍຄວນຖືກຮັກສາໄວ້ໝົດ ແລະ ຖືກສົ່ງໄປໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິສຕະຈັກອ່ານ. ພວກມັນບໍ່ຄວນຖືກເລືອກ ຫຼື ປະຖິ້ມຕາມຄວາມປະສົງຂອງມະນຸດ; ມັນຄືສິ່ງທີ່ຜິດໃນການເຮັດແບບນັ້ນ. ການເວົ້າວ່າປະສົບການຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ປະສົບການ ແລະ ຄວາມຮູ້ຂອງພວກເຂົາມາຈາກຊາຕານ, ພຽງແຕ່ວ່າພວກເຂົາມີສິ່ງທີ່ມາຈາກປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ. ຄວາມຮູ້ຂອງພວກເຂົາແມ່ນອີງຕາມເບື້ອງຫຼັງຂອງປະສົບການຕົວຈິງຂອງພວກເຂົາໃນເວລານັ້ນ ແລະ ຜູ້ໃດສາມາດເວົ້າຢ່າງໝັ້ນໃຈວ່າທຸກສິ່ງແມ່ນມາຈາກພຣະວິນຍານບໍລິສຸດ? ຖ້າພຣະກິດຕິຄຸນທັງສີ່ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງມັດທາຍ, ມາລະໂກ, ລູກາ ແລະ ໂຢຮັນຈຶ່ງເວົ້າບາງສິ່ງທີ່ແຕກຕ່າງກັນກ່ຽວກັບພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ເບິ່ງເລື່ອງລາວໃນພຣະຄຳພີທີ່ກ່ຽວກັບວິທີທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າທັງສາມຄັ້ງ: ໜັງສືທຸກເຫຼັ້ມແມ່ນແຕກຕ່າງກັນໝົດ ແລະ ພວກມັນແຕ່ລະເຫຼັ້ມກໍມີລັກສະນະຂອງພວກເຂົາເອງ. ຫຼາຍຄົນທີ່ບໍ່ມີຄວາມຮູ້ເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງເປັນມະນຸດເຊັ່ນກັນ ແລ້ວພຣະທຳທີ່ພຣະອົງກ່າວຈະສາມາດມາຈາກພຣະວິນຍານບໍລິສຸດທັງໝົດໄດ້ບໍ? ຖ້າຄຳເວົ້າຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວພຣະທຳທີ່ພຣະອົງກ່າວຈະບໍ່ປະປົນກັບຄວາມປະສົງຂອງມະນຸດແທ້ບໍ?” ຜູ້ຄົນທີ່ເວົ້າສິ່ງດັ່ງກ່າວແມ່ນຕາບອດ ແລະ ບໍ່ມີຄວາມຮູ້! ໃຫ້ອ່ານພຣະກິດຕິຄຸນທັງສີ່ຢ່າງລະອຽດ; ໃຫ້ອ່ານສິ່ງທີ່ພວກເຂົາບັນທຶກກ່ຽວກັບສິ່ງທີ່ພຣະເຢຊູໄດ້ກະທໍາ ແລະ ພຣະທຳທີ່ພຣະອົງໄດ້ກ່າວ. ແຕ່ລະເລື່ອງລາວກໍແຕກຕ່າງກັນພໍສົມຄວນ ແລະ ແຕ່ລະເລື່ອງລາວກໍມີທັດສະນະມຸມມອງຂອງໃຜມັນ. ຖ້າສິ່ງທີ່ນັກປະພັນຂອງໜັງສືເຫຼົ່ານີ້ຂຽນຂຶ້ນລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວມັນກໍຄວນຄືກັນ ແລະ ສະໝໍ່າສະເໝີກັນທັງໝົດ. ແລ້ວເປັນຫຍັງຈຶ່ງມີຄວາມບໍ່ກົງກັນ?

(ຄັດຈາກບົດ “ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 277)

ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານວາຍຂອງຜູ້ປະກາດພຣະທຳໃນຍຸກບູຮານຢ່າງ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພາຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນ ການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງ. ເຊັ່ນກັນ ພາລະກິດຂອງປັດຈຸບັນກໍໄດ້ເຮັດໃຫ້ການທຳນວາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ກາລານຸກົມເກົ່າໆສີເຫຼືອງ” ນັ້ນ, ເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ກໍມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື ປ່ຽນແປງພວກເຈົ້າໄດ້. ເຮົາເຈດຕະນາທີ່ຈະປະຕິບັດພາລະກິດໃໝ່ ບໍ່ແມ່ນເພື່ອໃຫ້ສຳເລັດຕາມຂໍ້ຄວາມໃດໜຶ່ງຈາກພຣະຄຳພີ. ຖ້າພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ຄຳເວົ້າຂອງຜູ້ປະກາດພຣະທຳໃນຍຸກບູຮານທີ່ຢູ່ໃນພຣະຄຳພີສຳເລັດລົງ, ແລ້ວຜູ້ໃດຍິ່ງໃຫຍ່ກວ່າກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ຜູ້ປະກາດພຣະທຳເຫຼົ່ານັ້ນໃນຍຸກບູຮານ? ແທ້ຈິງແລ້ວ ຜູ້ປະກາດພຣະທຳຄວບຄຸມພຣະເຈົ້າບໍ ຫຼື ພຣະເຈົ້າຄວບຄຸມຜູ້ປະກາດພຣະທຳ? ເຈົ້າຈະອະທິບາຍພຣະທຳເຫຼົ່ານີ້ວ່າແນວໃດ?

(ຄັດຈາກບົດ “ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 278)

ຊາວຢິວທຸກຄົນອ່ານພັນທະສັນຍາເດີມ ແລະ ຮູ້ຈັກເຖິງການທຳນວາຍຂອງເອຊາຢາວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຂົ່ມເຫັງພຣະເຢຊູທັງທີ່ພວກເຂົາກໍຮູ້ເຖິງເລື່ອງນີ້? ນີ້ບໍ່ແມ່ນທຳມະຊາດທີ່ກະບົດຂອງພວກເຂົາ ແລະ ເປັນການຂາດຄວາມຮູ້ໃນພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນເວລານັ້ນ, ພວກຟາຣີຊາຍເຊື່ອວ່າ ພາລະກິດຂອງພຣະເຢຊູແຕກຕ່າງຈາກສິ່ງທີ່ພວກເຂົາຮູ້ກ່ຽວກັບເດັກນ້ອຍຜູ້ຊາຍທີ່ຖືກທຳນວາຍໄວ້ ແລະ ຜູ້ຄົນໃນປັດຈຸບັນປະຕິເສດພຣະເຈົ້າ ຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດບໍ່ສອດຄ່ອງກັບພຣະຄຳພີ. ແກ່ນແທ້ຂອງການກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າອົງນີ້ບໍ່ແມ່ນສິ່ງດຽວກັນບໍ? ເຈົ້າສາມາດຍອມຮັບພາລະກິດທັງໝົດຂອງພຣະວິນຍານບໍລິສຸດໄດ້ໂດຍບໍ່ມີຂໍ້ຄຳຖາມບໍ? ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວມັນກໍເປັນກະແສທີ່ຖືກຕ້ອງ ແລະ ເຈົ້າຄວນຍອມຮັບມັນ ໂດຍບໍ່ຕ້ອງສົງໄສໃດໆ; ເຈົ້າບໍ່ຄວນຊອກຫາ ແລະ ເລືອກສິ່ງທີ່ຈະຍອມຮັບ. ມັນຈະມີປະໂຫຍດຫຍັງຖ້າຍິ່ງເຈົ້າມີ “ຄວາມເຂົ້າໃຈ” ເກີນກ່ຽວກັບພຣະເຈົ້າຫຼາຍສໍ່ານັ້ນ, ເຈົ້າກໍຍິ່ງເຝົ້າຄອຍລະວັງພຣະອົງຫຼາຍສໍ່ານັ້ນ? ເຈົ້າບໍ່ຕ້ອງຄົ້ນຫາເພີ່ມເຕີ່ມສຳລັບການຢືນຢັນຈາກພຣະຄຳພີ; ຖ້າມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າກໍຕ້ອງຍອມຮັບມັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າເພື່ອຕິດຕາມພຣະເຈົ້າ ແລະ ເຈົ້າບໍ່ຄວນສືບຄົ້ນພຣະອົງ. ເຈົ້າບໍ່ຄວນສະແຫວງຫາຫຼັກຖານເພີ່ມເຕີ່ມກ່ຽວກັບເຮົາເພື່ອພິສູດວ່າເຮົາເປັນພຣະເຈົ້າຂອງເຈົ້າ, ແຕ່ເຈົ້າຄວນແຍກແຍະວ່າ ເຮົາມີປະໂຫຍດສຳລັບເຈົ້າ ຫຼື ບໍ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ເຖິງແມ່ນວ່າເຈົ້າຄົ້ນພົບຫຼັກຖານຫຼາຍຢ່າງທີ່ບໍ່ສາມາດໂຕ້ແຍ່ງໄດ້ພາຍໃນພຣະຄໍາພີ, ມັນກໍບໍ່ສາມາດເຮັດໃຫ້ເຈົ້າຢືນຢູ່ຕໍ່ໜ້າເຮົາຢ່າງສົມບູນໄດ້. ເຈົ້າພຽງແຕອາໄສຢູ່ໃນຂອບເຂດຈຳກັດຂອງພຣະຄຳພີ ແລະ ບໍ່ແມ່ນຕໍ່ໜ້າເຮົາ; ພຣະຄຳພີບໍ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກເຮົາ ຫຼື ມັນບໍ່ສາມາດເຮັດໃຫ້ຄວາມຮັກທີ່ເຈົ້າມີຕໍ່ເຮົາເລິກເຊິ່ງຂຶ້ນ. ເຖິງພຣະຄຳພີໄດ້ທຳນວາຍໄວ້ວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ, ບໍ່ມີໃຜສາມາດຢັ່ງເຖິງໄດ້ວ່າວ່າ ຄຳທຳນວາຍນັ້ນໄດ້ກ່າວເຖິງໃຜ, ຍ້ອນມະນຸດບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ນີ້ຄືສິ່ງທີ່ເຮັດໃຫ້ພວກຟາຣີຊາຍລຸກຂຶ້ນຕໍ່ຕ້ານພຣະເຢຊູ. ບາງຄົນຮູ້ວ່າ ພາລະກິດຂອງເຮົາແມ່ນຢູ່ໃນຜົນປະໂຫຍດຂອງມະນຸດ, ແຕ່ພວກເຂົາສືບຕໍ່ເຊື່ອວ່າ ພຣະເຢຊູ ແລະ ເຮົາເປັນສອງຢ່າງທີ່ຕ່າງກັນທັງໝົດ, ເປັນສິ່ງທີ່ບໍ່ສາມາດເຂົ້າກັນໄດ້. ໃນເວລານັ້ນ ພຣະເຢຊູພຽງແຕ່ກ່າວຄຳເທດສະໜາເປັນຊຸດຕໍ່ສາວົກຂອງພຣະອົງໃນຍຸກແຫ່ງພຣະຄຸນ ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ວິທີການປະຕິບັດ, ວິທີການເຕົ້າໂຮມກັນ, ວິທີການອ້ອນວອນອະທິຖານ, ວິທີການປະຕິບັດຕໍ່ຄົນອື່ນ ແລະ ອື່ນໆອີກ. ພາລະກິດທີ່ພຣະອົງປະຕິບັດແມ່ນເປັນຂອງຍຸກແຫ່ງພຣະຄຸນ ແລະ ພຣະອົງພຽງອະທິບາຍຢ່າງລະອຽດເຖິງວິທີທີ່ສາວົກ ແລະ ຜູ້ຄົນເຫຼົ່ານັ້ນທີ່ຕິດຕາມພຣະອົງຄວນປະຕິບັດ. ພຣະອົງປະຕິບັດພຽງພາລະກິດໃນຍຸກແຫ່ງພຣະຄຸນ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງຍຸກສຸດທ້າຍ. ເມື່ອພຣະເຢໂຮວາບັນທຶກພຣະບັນຍັດລົງໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ເປັນຫຍັງພຣະອົງຈຶ່ງບໍ່ດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດໃຫ້ຊັດເຈນລ່ວງໜ້າກ່ຽວກັບພາລະກິດຂອງຍຸກແຫ່ງພຣະຄຸນ? ສິ່ງນີ້ຈະບໍ່ຊ່ວຍໃຫ້ມະນຸດຍອມຮັບພາລະກິດນັ້ນບໍ? ພຣະອົງພຽງແຕ່ທຳນວາຍວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ ແລະ ມີອຳນາດ, ແຕ່ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນໄວ້ລ່ວງໜ້າເລີຍ. ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກມີຂອບເຂດທີ່ຊັດເຈນ; ພຣະອົງພຽງປະຕິບັດພາລະກິດຂອງຍຸກປັດຈຸບັນ ແລະ ບໍ່ປະຕິບັດໃນຂັ້ນຕອນຖັດໄປຂອງພາລະກິດໃດໄວ້ລ່ວງໜ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ, ພາລະກິດຕົວແທນຂອງພຣະອົງໃນແຕ່ລະຍຸກຈຶ່ງຈະຖືກນໍາມາໄວ້ຢູ່ທາງໜ້າ. ພຣະເຢຊູໄດ້ກ່າວເຖິງສັນຍານກ່ຽວກັບຍຸກສຸດທ້າຍ, ເຖິງວິທີການອົດທົນ ແລະ ການຮັບເອົາຄວາມລອດພົ້ນ, ການກັບໃຈ ແລະ ສາລະພາບຄວາມຜິດ ແລະ ການແບກໄມ້ກາງແຂນ ແລະ ອົດທົນຕໍ່ການທົນທຸກທໍລະມານ; ພຣະອົງບໍ່ເຄີຍກ່າວເຖິງວີທີທີ່ມະນຸດໃນຍຸກສຸດທ້າຍຄວນເຂົ້າຫາ ຫຼື ວິທີທີ່ເຂົາຄວນສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ ມັນຈະບໍ່ເປັນຕາຫົວບໍທີ່ຈະຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໃນພຣະຄຳພີ? ເຈົ້າສາມາດເບິ່ງຫຍັງໄດ້ ໂດຍການຍຶດຖືພຣະຄຳພີໄວ້ເທົ່ານັ້ນ? ບໍ່ວ່າຈະເປັນນັກແປຄວາມໝາຍພຣະຄຳພີ ຫຼື ນັກເທດສະໜາ ມີໃຜແດ່ທີ່ສາມາດທໍານວາຍພາລະກິດຂອງປັດຈຸບັນໄດ້ລ່ວງໜ້າ?

(ຄັດຈາກບົດ “ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 279)

ພຣະຄຳພີໄດ້ເປັນສ່ວນໜຶ່ງຂອງປະຫວັດສາດມະນຸດເປັນເວລາສອງສາມພັນປີ. ຍິ່ງໄປກວ່ານັ້ນ ຜູ້ຄົນປະຕິບັດຕໍ່ພຣະຄຳພີຄືກັບພຣະເຈົ້າ, ຈົນເຖິງຂັ້ນທີ່ວ່າ ໃນຍຸກສຸດທ້າຍ ມັນໄດ້ແທນທີ່ຂອງພຣະເຈົ້າໄປແລ້ວ ເຊິ່ງເຮັດໃຫ້ພຣະເຈົ້າກຽດຊັງ. ສະນັ້ນ ເມື່ອເວລາເອື້ອອຳນວຍ ພຣະເຈົ້າຈຶ່ງຮູ້ສຶກວ່າຈໍາເປັນຕ້ອງຊີ້ແຈງເລື່ອງລາວພາຍໃນ ແລະ ຕົ້ນກຳເນີດຂອງພຣະຄຳພີ; ຖ້າພຣະອົງບໍ່ເຮັດແບບນີ້, ພຣະຄຳພີກໍຈະສືບຕໍ່ຍຶດຕໍາແໜ່ງຂອງພຣະເຈົ້າໃນຫົວໃຈຂອງຜູ້ຄົນ ແລະ ຜູ້ຄົນຈະໃຊ້ພຣະທຳຂອງພຣະເຈົ້າເພື່ອວັດແທກ ແລະ ປະນາມການກະທຳຂອງພຣະເຈົ້າ. ເມື່ອອະທິບາຍເຖິງແກ່ນແທ້, ໂຄງສ້າງ ແລະ ຂໍ້ບົກຜ່ອງໃນພຣະຄຳພີ, ບໍ່ໄດ້ໝາຍຄວາມວ່າພຣະເຈົ້າປະຕິເສດການເປັນຢູ່ຂອງພຣະຄຳພີ ຫຼື ພຣະອົງປະນາມພຣະຄຳພີ; ກົງກັນຂ້າມ ພຣະອົງກຳລັງໃຫ້ຄຳອະທິບາຍທີ່ເໝາະສົມ ແລະ ສົມຄວນ ເພື່ອຟື້ນຟູລັກສະນະດັ້ງເດີມຂອງພຣະຄຳພີ, ເພື່ອກ່າວເຖິງຄວາມເຂົ້າໃຈຜິດຂອງຜູ້ຄົນທີ່ມີຕໍ່ພຣະຄຳພີ ແລະ ມອບມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີໃຫ້ແກ່ພວກເຂົາ ເພື່ອວ່າ ພວກເຂົາຈະບໍ່ນະມັດສະການພຣະຄຳພີອີກຕໍ່ໄປ ແລະ ບໍ່ຫຼົງຫາຍອີກຕໍ່ໄປ; ໝາຍຄວາມວ່າ ເພື່ອໃຫ້ພວກເຂົາບໍ່ເຂົ້າໃຈຜິດວ່າຄວາມເຊື່ອຢ່າງລັບຫູລັບຕາຂອງພວກເຂົາໃນພຣະຄຳພີນັ້ນເປັນຄືກັບຄວາມເຊື່ອໃນພຣະເຈົ້າ ແລະ ເປັນການນະມັດສະການພຣະເຈົ້າ ໂດຍຢ້ານແມ່ນແຕ່ຈະເປີດເຜີຍເບື້ອງຫຼັງ ແລະ ຂໍ້ບົກຜ່ອງແທ້ຈິງຂອງພຣະຄຳພີ. ຫຼັງຈາກທີ່ຜູ້ຄົນໄດ້ເຂົ້າໃຈຢ່າງສົມບູນກ່ຽວກັບພຣະຄຳພີ, ພວກເຂົາຈຶ່ງຈະສາມາດປະວາງພຣະຄຳພີໄວ້ ໂດຍບໍ່ຮູ້ສຶກຜິດ ແລະ ຍອມຮັບພຣະທຳໃໝ່ຂອງພຣະເຈົ້າຢ່າງກ້າຫານ. ນີ້ຄືເປົ້າໝາຍຂອງພຣະເຈົ້າໃນສອງສາມບົດເຫຼົ່ານີ້. ຄວາມຈິງທີ່ພຣະເຈົ້າປາຖະໜາຈະບອກຜູ້ຄົນໃນນີ້ກໍຄື ບໍ່ມີທິດສະດີ ຫຼື ຄວາມຈິງໃດທີ່ສາມາດແທນທີ່ພາລະກິດ ແລະ ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ສາມາດຢືນແທນພຣະເຈົ້າໄດ້. ຖ້າຜູ້ຄົນບໍ່ສາມາດຫຼົບໜີຈາກກັບດັກຂອງພຣະຄຳພີ, ພວກເຂົາຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ຈັກເທື່ອ. ຖ້າພວກເຂົາປາຖະໜາທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງຊໍາລະລ້າງຫົວໃຈຂອງພວກເຂົາຈາກສິ່ງໃດກໍຕາມທີ່ຈະມາແທນທີ່ພຣະອົງ; ແລ້ວເມື່ອນັ້ນພວກເຂົາຈຶ່ງຈະເປັນທີ່ພໍໃຈພຣະເຈົ້າ. ເຖິງແມ່ນພຣະເຈົ້າພຽງແຕ່ອະທິບາຍພຣະຄຳພີໃນນີ້, ຢ່າລືມວ່າມີອີກຫຼາຍສິ່ງທີ່ຜູ້ຄົນນະມັດສະການຢ່າງແທ້ຈິງ ນອກຈາກພຣະຄຳພີ; ສິ່ງດຽວທີ່ພວກເຂົາບໍ່ນະມັດສະການກໍຄືສິ່ງທີ່ມາຈາກພຣະເຈົ້າຢ່າງແທ້ຈິງ. ພຣະເຈົ້າພຽງແຕ່ໃຊ້ພຣະຄຳພີໃຫ້ເປັນຕົວຢ່າງເພື່ອເຕືອນຜູ້ຄົນບໍ່ໃຫ້ຍ່າງໃນເສັ້ນທາງທີ່ຜິດ ແລະ ບໍ່ໃຫ້ອອກນອກເກີນຂອບເຂດອີກ ແລະ ຕົກເປັນເຫຍື່ອຂອງຄວາມສັບສົນ ໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 280)

ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ແລະ ເຮົາໄດ້ສະແດງພຣະທຳຫຼາຍຂໍ້ໃນໄລຍະເວລານີ້. ພຣະທຳເຫຼົ່ານີ້ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ ແລະ ຖືກສະແດງອອກເພື່ອມະນຸດອາດເຂົ້າກັນກັບເຮົາໄດ້. ແຕ່ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກນີ້ ຜູ້ທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງກ່າວວ່າ ມະນຸດບໍ່ຖືວ່າພຣະທຳຂອງເຮົາເປັນສິ່ງທີ່ມີຄ່າ ຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ດ້ວຍວິທີນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເກີດຂຶ້ນເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍຄືໃຫ້ມະນຸດສາມາດເຂົ້າກັນກັບເຮົາໄດ້. ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

ຄົນທີ່ຕໍ່ຕ້ານເຮົາແມ່ນຄົນທີ່ບໍ່ສາມາດເຂົ້າກັນກັບເຮົາໄດ້. ຄົນທີ່ບໍ່ຮັກຄວາມຈິງກໍເຊັນດຽວກັນ ແລະ ຄົນທີ່ກະບົດຕໍ່ເຮົາ ແມ່ນແຮງຕໍ່ຕ້ານເຮົາຫຼາຍ ແລະ ແຮງໄກທີ່ຈະສາມາດເຂົ້າກັບເຮົາໄດ້. ສຳລັບທຸກຄົນທີ່ເຂົ້າກັບເຮົາບໍ່ໄດ້ ເຮົາຈະສົ່ງໃຫ້ໄປຢູ່ໃນກໍາມືຂອງຄົນຊົ່ວຮ້າຍ. ເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນຄວາມເສື່ອມຊາມຂອງຄົນຊົ່ວຮ້າຍເຫຼົ່ານັ້ນ, ມອບອິດສະລະໃຫ້ພວກເຂົາເພື່ອເປີດເຜີຍຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໃນທີ່ສຸດ ກໍຈະປ່ອຍໃຫ້ສິ່ງຊົ່ວຮ້າຍທັງຫຼາຍນັ້ນກືນກິນພວກເຂົາ. ເຮົາບໍ່ສົນໃຈວ່າ ມີເທົ່າໃດຄົນທີ່ເຂົ້າມານະມັດສະການເຮົາ ເຊິ່ງເວົ້າໄດ້ວ່າ ເຮົາບໍ່ສົນໃຈວ່າ ມີເທົ່າໃດຄົນທີ່ເຊື່ອໃນຕົວເຮົາ. ສິ່ງທີ່ເຮົາສົນໃຈກໍຄື ມີເທົ່າໃດຄົນທີ່ຈະສາມາດເຂົ້າກັບເຮົາໄດ້. ນັ້ນກໍຍ້ອນວ່າ ທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ແມ່ນຄົນຊົ່ວຮ້າຍ ທີ່ຫັກຫຼັງເຮົາ; ພວກເຂົາຄືສັດຕູຂອງເຮົາ ແລະ ເຮົາຈະບໍ່ “ຕັ້ງສານບູຊາ” ໃຫ້ກັບສັດຕູຂອງເຮົາໃນບ້ານຂອງເຮົາ. ຄົນທີ່ສາມາດເຂົ້າກັບເຮົາໄດ້ຈະຮັບໃຊ້ເຮົາໃນວິຫານຂອງເຮົາຕະຫຼອດໄປ ແລະ ຄົນທີ່ວາງຕົນເປັນສັດຕູກັບເຮົາຈະຮັບການລົງໂທດຈາກເຮົາຕະຫຼອດໄປ. ຄົນທີ່ພຽງແຕ່ສົນໃຈພຣະທຳໃນພຣະຄຳພີ ເຊິ່ງເປັນຄົນທີ່ບໍ່ສົນໃຈໃນຄວາມຈິງ ຫຼື ສະແຫວງຫາເສັ້ນທາງເດີນຂອງເຮົາ, ພວກເຂົາແມ່ນຕໍ່ຕ້ານເຮົາ ຍ້ອນພວກເຂົາກຳນົດເຮົາຕາມພຣະຄຳພີ ແລະ ຈຳກັດເຮົາໃຫ້ຢູ່ໃນພຣະຄຳພີເທົ່ານັ້ນ. ດ້ວຍເຫດນັ້ນ ພວກເຂົາຈຶ່ງໝິ່ນປະໝາດເຮົາຢ່າງຮ້າຍແຮງ. ຄົນດັ່ງກ່າວຈະສາມາດມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ພວກເຂົາບໍ່ສົນໃຈຕໍ່ການກະທຳຂອງເຮົາ ຫຼື ຄວາມປະສົງຂອງເຮົາ ຫຼື ຄວາມຈິງ, ແຕ່ກົງກັນຂ້າມ ພວກເຂົາຫຼົງໄຫຼໃນຖ້ອຍທຳ, ຖ້ອຍຄໍາທີ່ສັງຫານຊີວິດຄົນ. ຜູ້ຄົນດັ່ງກ່າວຈະສາມາດເຂົ້າກັບເຮົາໄດ້ແນວໃດ?

(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ການຮູ້ຈັກພາລະກິດຂອງພຣະເຈົ້າ 2

ຕໍ່ໄປ: VIII. ການເປີດໂປງແນວຄິດທາງສາສະໜາ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ເມື່ອຮັບບົດບາດຂອງເຈົ້າຈາກແຜນການຂອງພຣະເຈົ້າ ແລະ...

ພາລະກິດເຜີຍແຜ່ຂ່າວປະເສີດຍັງເປັນພາລະກິດແຫ່ງການຊ່ວຍມະນຸດໃຫ້ພົ້ນອີກດ້ວຍ

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້