ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ 1

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 300)

ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີນຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ? ມະນຸດແມ່ນບໍ່ຮູ້ຈັກອາຍແທ້ໆ! ເຂົາເປັນຄົນອວດດີທີ່ໜ້າເວດທະນາທີ່ສຸດ! ສໍາລັບພວກເຈົ້າທີ່ປາດຖະໜາຢາກໄດ້ຮັບພອນ, ເຮົາຂໍແນະນໍາວ່າ ກ່ອນອື່ນໝົດ ໃຫ້ພວກເຈົ້າຊອກຫາແວ່ນ ແລະ ແຍງເບິ່ງຄວາມຂີ້ຮ້າຍຂອງພວກເຈົ້າເອງກ່ອນ. ເຈົ້າມີສິ່ງທີ່ເຮັດໃຫ້ເປັນກະສັດໄດ້ບໍ? ເຈົ້າມີໜ້າຕາຂອງຄົນທີ່ສາມາດໄດ້ຮັບພອນບໍ? ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນນິໄສຂອງເຈົ້າ ແລະ ເຈົ້າບໍ່ໄດ້ນໍາຄວາມຈິງໃດໆໄປປະຕິບັດ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງປາດຖະໜາເຖິງອະນາຄົດທີ່ສວຍງາມ. ເຈົ້າກໍາລັງຫຼອກລວງຕົນເອງ! ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ “ສະຖາບັນແຫ່ງການສຶກສາຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະລະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?

(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 301)

ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນເກີດຈາກການທີ່ເຂົາຖືກຊາຕານວາງຢາພິດ ແລະ ຢຽບຢໍ້າ, ຈາກໄພຊົ່ວຮ້າຍທີ່ຊາຕານວາງໃສ່ໃນຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ. ຜູ້ຄົນທີ່ເກີດໃນດິນແດນທີ່ເສື່ອມຊາມທີ່ສຸດແມ່ນຍິ່ງບໍ່ຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ຫຼື ແມ່ນຫຍັງຄືຄວາມໝາຍໃນການເຊື່ອພຣະເຈົ້າ. ຍິ່ງມະນຸດເສື່ອມຊາມຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ເຖິງການມີຢູ່ຂອງພຣະເຈົ້າໜ້ອຍເທົ່ານັ້ນ ແລະ ຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງຕໍ່າລົງສໍ່ານັ້ນ. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດແມ່ນຕິດຕາມພຣະເຈົ້າ ແລະ ເຊື່ອຟັງພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍຄວາມເຊື່ອຟັງ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງອຸປະນິໄສຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ທີ່ຈະເປັນໄປຕາມຈຸດປະສົງຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງໃຊ້. “ຄວາມຮູ້ສຶກນຶກຄິດທີ່ປົກກະຕິ” ໝາຍເຖິງການເຊື່ອຟັງ ແລະ ການສັດຊື່ຕໍ່ພຣະເຈົ້າ, ການສະແຫວງຫາພຣະເຈົ້າ, ການມີຄວາມແນ່ນອນຕໍ່ພຣະເຈົ້າ ແລະ ການມີສາມັນສໍານຶກຕໍ່ພຣະເຈົ້າ. ມັນໝາຍເຖິງການມີຫົວໃຈ ແລະ ແນວຄິດດຽວຕໍ່ພຣະເຈົ້າ ແລະ ການບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຜິດປົກກະຕິຈະບໍ່ເປັນແນວນີ້. ເນື່ອງຈາກວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາໄດ້ສ້າງມະໂນພາບກ່ຽວກັບພຣະເຈົ້າ ແລະ ເຂົາບໍ່ມີຄວາມຈົງຮັກພັກດີ ຫຼື ບໍ່ມີການສະແຫວງຫາພຣະເຈົ້າ, ແຮງໄກທີ່ເຂົາຈະມີສາມັນສໍານຶກຕໍ່ພຣະອົງ. ມະນຸດແມ່ນຕໍ່ຕ້ານ ແລະ ຕັດສິນພຣະເຈົ້າໂດຍເຈດຕະນາ ແລະ ຍິ່ງໄປກ່ວານັ້ນ ຍັງກ່າວໝິ່ນປະໝາດຫຼັບຫຼັງພຣະອົງ. ມະນຸດຮູ້ດີວ່າພຣະອົງຊົງເປັນພຣະເຈົ້າ ແຕ່ເຖິງປານນັ້ນກໍຍັງຕັດສິນພຣະອົງຫຼັບຫຼັງ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະເຊື່ອຟັງພຣະອົງ ແລະ ພຽງແຕ່ຮຽກຮ້ອງ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາ. ຄົນດັ່ງກ່າວ ນັ້ນກໍຄື ຄົນທີ່ມີຄວາມຮູ້ສຶກນຶກຄິດຜິດປົກກະຕິແມ່ນບໍ່ສາມາດຮູ້ພຶດຕິກໍາທີ່ໜ້າລັງກຽດຂອງຕົນ ຫຼື ຮູ້ສຶກເສຍໃຈຕໍ່ການກະບົດຂອງພວກເຂົາ. ຖ້າຜູ້ຄົນສາມາດຮູ້ຈັກຕົນເອງ, ແລ້ວ ພວກເຂົາກໍຈະໄດ້ຮັບຄວາມຮູ້ສຶກນຶກຄິດຂອງຕົນເລັກໜ້ອຍ; ຍິ່ງຜູ້ຄົນຕໍ່ຕ້ານພຣະເຈົ້າຫຼາຍເທົ່າໃດ ແຕ່ບໍ່ຮູ້ຈັກຕົນເອງ, ພວກເຂົາກໍຍິ່ງມີຄວາມຮູ້ສຶກນຶກຄິດນ້ອຍເທົ່ານັ້ນ.

(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 302)

ແຫຼ່ງທີ່ມາຂອງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ່ແມ່ນສິ່ງໃດ ແຕ່ເປັນສາມັນສໍານຶກທີ່ຕາຍດ້ານ, ທໍາມະສາດທີ່ໂຫດຮ້າຍ ແລະ ຄວາມຮູ້ສຶກນຶກຄິດບໍ່ດີຂອງເຂົາ; ຖ້າສາມັນສໍານຶກ ແລະ ຄວາມຮູ້ສຶກນຶກຄິດຂອງມະນຸດສາມາດກັບມາເປັນປົກກະຕິອີກຄັ້ງ, ແລ້ວເຂົາກໍຈະເໝາະສົມໃຫ້ພຣະເຈົ້ານໍາໃຊ້. ມັນເປັນຍ້ອນວ່າສາມັນສໍານຶກຂອງມະນຸດໄດ້ຕາຍດ້ານຢູ່ສະເໝີ ແລະ ຍ້ອນຄວາມຮູ້ສຶກນຶກຄິດຂອງມະນຸດຕາຍດ້ານຂຶ້ນເລື້ອຍໆ ມະນຸດຈຶ່ງຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ ເຊິ່ງພວກເຂົາເຖິງກັບຄຶງພຣະເຢຊູໃສ່ໄມ້ກາງແຂນ ແລະ ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດຂອງຍຸກສຸດທ້າຍ ບໍ່ໃຫ້ເຂົ້າໄປໃນເຮືອນຂອງພວກເຂົາ, ທັງປະນາມເນື້ອໜັງຂອງພຣະເຈົ້າ ແລະ ເຫັນເນື້ອໜັງຂອງພຣະອົງເປັນສິ່ງຕໍ່າຊ້າ. ຖ້າມະນຸດມີຄວາມເປັນມະນຸດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງຊົ່ວຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າມະນຸດມີຄວາມຮູ້ສຶກນຶກຄິດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງໂຫດຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າເຂົາມີສາມັນສໍານຶກເລັກນ້ອຍ, ເຂົາຄົງບໍ່ພາກັນ “ຕອບແທນ” ພຣະເຈົ້າຜູ້ບັງເກີດເປັນມະນຸດແບບນີ້. ມະນຸດອາໄສຢູ່ໃນສະໄໝທີ່ພຣະເຈົ້າບັງເກີດເປັນມະນຸດ ແຕ່ເຖິງຢ່າງນັ້ນ ເຂົາກໍບໍ່ສາມາດຂອບໃຈພຣະເຈົ້າສໍາລັບການມອບໂອກາດພິເສດນີ້ໃຫ້ກັບເຂົາ ແຕ່ໃນທາງກົງກັນຂ້າມ ເຂົາສາບແຊ່ງການສະເດັດມາຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຄວາມຈິງກ່ຽວກັບພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ເບິ່ງຄືກັບວ່າພວກເຂົາຈະຕໍ່ຕ້ານ ແລະ ເບື່ອໜ່າຍພຣະອົງດ້ວຍຊໍ້າ. ບໍ່ວ່າມະນຸດຈະປະຕິບັດຕໍ່ການສະເດັດມາຂອງພຣະເຈົ້າດ້ວຍວິທີໃດກໍຕາມ, ສະຫຼຸບກໍຄື ເຖິງແມ່ນວ່າ ມະນຸດບໍ່ໄດ້ສະແດງການຕ້ອນຮັບຕໍ່ພຣະອົງແມ່ນແຕ່ໜ້ອຍດຽວ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາກໍຕາມ ພຣະອົງຍັງດໍາເນີນພາລະກິດຂອງພຣະອົງຢ່າງອົດທົນສະເໝີ. ອຸປະນິໄສຂອງມະນຸດແມ່ນໂຫດຮ້າຍທີ່ສຸດ, ຄວາມຮູ້ສຶກນຶກຄິດຂອງມະນຸດແມ່ນຕາຍດ້ານຢ່າງໜັກ ແລະ ສາມັນສໍານຶກຂອງມະນຸດໄດ້ຖືກສິ່ງຊົ່ວຮ້າຍຢຽບຢໍ້າຈົນສິ້ນຊາກ ແລະ ບໍ່ມີສາມັນສໍານຶກດັ່ງເດີມຂອງມະນຸດແຕ່ດົນນານມາແລ້ວ. ມະນຸດບໍ່ພຽງແຕ່ເນລະຄຸນຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາລັບການປະທານຊີວິດ ແລະ ມອບພຣະຄຸນຢ່າງຫຼວງຫຼາຍແກ່ມວນມະນຸດ, ແຕ່ຍັງບໍ່ພໍໃຈກັບພຣະເຈົ້າທີ່ໄດ້ປະທານຄວາມຈິງແກ່ພວກເຂົາອີກດ້ວຍ; ມັນເປັນຍ້ອນວ່າມະນຸດບໍ່ໃສ່ໃຈໃນຄວາມຈິງແມ່ນແຕ່ໜ້ອຍດຽວ ຈົນເຮັດໃຫ້ພວກເຂົາເລີ່ມບໍ່ພໍໃຈກັບພຣະເຈົ້າ. ມະນຸດບໍ່ພຽງແຕ່ບໍ່ສາມາດສະລະຊີວິດຂອງເຂົາເພື່ອພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ເຂົາຍັງພະຍາຍາມດືງເອົາຄວາມນິຍົມຊົມຊອບຈາກພຣະອົງ ແລະ ຮຽກຮ້ອງເອົາຜົນປະໂຫຍດຫຼາຍກວ່າສິ່ງທີ່ມະນຸດໄດ້ມອບໃຫ້ພຣະເຈົ້າຫຼາຍເທົ່າຕົວອີກດ້ວຍ. ຜູ້ຄົນທີ່ມີສາມັນສໍານຶກ ແລະ ຄວາມຮູ້ສຶກ ຄິດວ່າສິ່ງນີ້ບໍ່ແມ່ນເລື່ອງໃຫຍ່ ແລະ ຍັງເຊື່ອວ່າ ພວກເຂົາໄດ້ເສຍສະຫຼະຕົວເອງຫຼາຍເພື່ອພຣະເຈົ້າ ແລະ ພຣະເຈົ້າໄດ້ໃຫ້ກັບພວກເຂົາໜ້ອຍເກີນໄປ. ມີຜູ້ຄົນທີ່ໄດ້ໃຫ້ນໍ້າໜຶ່ງຂັນແກ່ເຮົາ ແຕ່ຍື່ນມືຂອງເຂົາ ແລະ ຮຽກຮ້ອງໃຫ້ເຮົາເອົານົມສອງຂັນໃຫ້ພວກເຂົາ ຫຼື ໄດ້ໃຫ້ຫ້ອງພັກກັບເຮົາໜຶ່ງຄືນ ແຕ່ຮຽກຮ້ອງໃຫ້ເຮົາຈ່າຍຄ່າເຊົ່າສອງຄືນ. ດ້ວຍຄວາມເປັນມະນຸດແບບນີ້ ແລະ ດ້ວຍສາມັນສໍານຶກແບບນີ້, ເຈົ້າຍັງຫວັງຈະໄດ້ຮັບຊີວິດຢູ່ບໍ? ເຈົ້າຊ່າງແມ່ນຄົນຕໍ່າຊ້າທີ່ໜ້າເວດທະນາແທ້ໆ! ຍ້ອນຄວາມເປັນມະນຸດແບບນີ້ ແລະ ມີສາມັນສໍານຶກແບບນີ້ ຈຶ່ງເຮັດໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດເດີນທາງໄປທົ່ວດິນແດນ ໂດຍບໍ່ມີທີ່ພັກພິງອາໄສ. ຜູ້ທີ່ມີສາມັນສໍານຶກ ແລະ ຄວາມເປັນມະນຸດທີ່ແທ້ຈິງຄວນນະມັດສະການ ແລະ ຮັບໃຊ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍໃຈຈິງ, ບໍ່ແມ່ນຍ້ອນຈໍານວນພາລະກິດທີ່ພຣະອົງໄດ້ກະທໍາ ແຕ່ຍ້ອນວ່າ ເຖິງແມ່ນວ່າພຣະອົງຈະບໍ່ກະທໍາການໃດເລີຍກໍຕາມ. ນີ້ແມ່ນສິ່ງທີ່ຄວນຖືກກະທໍາໂດຍຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມັນເປັນໜ້າທີ່ຂອງມະນຸດ. ຜູ້ຄົນສ່ວນໃຫຍ່ເຖິງກັບເວົ້າເຖິງເງື່ອນໄຂຂອງພວກເຂົາໃນການຮັບໃຊ້ພຣະອົງ: ພວກເຂົາບໍ່ໄດ້ສົນໃຈວ່າພຣະອົງເປັນພຣະເຈົ້າ ຫຼື ມະນຸດ, ພວກເຂົາເວົ້າເຖິງພຽງເງື່ອນໄຂຂອງຕົນເອງ ແລະ ສະແຫວງຫາເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາເອງ. ເມື່ອພວກເຈົ້າຄົວອາຫານໃຫ້ແກ່ເຮົາ ພວກເຈົ້າກໍຮຽກຮ້ອງຄ່າບໍລິການ, ເມື່ອພວກເຈົ້າແລ່ນເພື່ອເຮົາ ພວກເຈົ້າກໍຖາມຫາຄ່າແລ່ນ, ເມື່ອພວກເຈົ້າເຮັດວຽກເພື່ອເຮົາ ພວກເຈົ້າກໍຕ້ອງການຄ່າແຮງງານ, ເມື່ອພວກເຈົ້າຊັກເຄື່ອງໃຫ້ແກ່ເຮົາ ພວກເຈົ້າກໍຕ້ອງການຄ່າຊັກເຄື່ອງ, ເມື່ອພວກເຈົ້າສະໜອງໃຫ້ແກ່ຄຣິສຕະຈັກ ພວກເຈົ້າກໍຕ້ອງການຄ່າຕອບແທນ, ເມື່ອພວກເຈົ້າເວົ້າ ພວກເຈົ້າກໍຕ້ອງການຄ່າເວົ້າ, ເມື່ອພວກເຈົ້າມອບປຶ້ມ ພວກເຈົ້າກໍຕ້ອງການຄ່າແຈກຢາຍ ແລະ ເມື່ອພວກເຈົ້າຂຽນ ພວກເຈົ້າກໍຕ້ອງການຄ່າຂຽນ. ຜູ້ຄົນທີ່ເຮົາໄດ້ຈັດການກໍຍັງຕ້ອງການຄ່າຊົດເຊີຍຈາກເຮົາ, ໃນຂະນະທີ່ຜູ້ທີ່ຖືກສົ່ງກັບບ້ານຕ້ອງການຄ່າຊົດໃຊ້ທີ່ພວກເຂົາເສຍຊື່ສຽງ; ຜູ້ຄົນທີ່ບໍ່ໄດ້ແຕ່ງດອງ ຕ້ອງການຄ່າສິນສອດ ຫຼື ຄ່າເຮັດຂວັນສໍາລັບຄວາມໜຸ່ມທີ່ສູນເສຍໄປ, ຜູ້ຄົນທີ່ຂ້າໄກ່ຕ້ອງການຄ່າຂ້າ, ຜູ້ທີ່ຈືນອາຫານຕ້ອງການຄ່າຈືນ ແລະ ຜູ້ທີ່ເຮັດແກງ ຕ້ອງການຄ່າເຮັດແກງເຊັ່ນກັນ... ນີ້ຄືຄວາມເປັນມະນຸດຂອງພວກເຈົ້າທີ່ທະນົງຕົວ ແລະ ຍິ່ງໃຫຍ່ ແລະ ນີ້ຄືການກະທໍາທີ່ຖືກບົງການໂດຍສາມັນສໍານຶກທີ່ຮ້ອນຮົນຂອງພວກເຈົ້າ. ຄວາມຮູ້ສຶກນຶກຄິດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າຢູ່ໃສ? ເຮົາຈະບອກພວກເຈົ້າດັ່ງນີ້! ຖ້າພວກເຈົ້າສືບຕໍ່ເຮັດແບບນີ້, ເຮົາຈະຢຸດຕິພາລະກິດຂອງເຮົາໃນພວກເຈົ້າ. ເຮົາຈະບໍ່ເຮັດພາລະກິດໃນທ່າມກາງຝູງສັດຮ້າຍທີ່ຢູ່ໃນຮ່າງຂອງມະນຸດ, ເຮົາຈະບໍ່ທົນທຸກເພື່ອກຸ່ມຄົນທີ່ໜ້າຊື່ໃຈຄົດ, ເຮົາຈະບໍ່ອົດກັ້ນເພື່ອຝູງສັດທີ່ບໍ່ມີໂອກາດແມ່ນແຕ່ໜ້ອຍທີ່ຈະໄດ້ຮັບຄວາມລອດພົ້ນ. ມື້ທີ່ເຮົາຫັນຫຼັງໃຫ້ແກ່ພວກເຈົ້າແມ່ນມື້ທີ່ພວກເຈົ້າເສຍຊີວິດ, ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກປະຖິ້ມດ້ຍຍແສງສະຫວ່າງ. ເຮົາຈະບອກພວກເຈົ້າແນວນີ້! ເຮົາຈະບໍ່ມີຄວາມເມດຕາຕໍ່ກຸ່ມຄົນເຊັ່ນພວກເຈົ້າ, ກຸ່ມທີ່ຕ້ອຍຕໍ່າຍິ່ງກວ່າສັດ! ພຣະທໍາ ແລະ ການກະທໍາຂອງເຮົາແມ່ນມີຂີດຈໍາກັດ ແລະ ດ້ວຍຄວາມເປັນມະນຸດ ແລະ ສາມັນສໍານຶກທີ່ພວກເຈົ້າມີ, ເຮົາຈະບໍ່ເຮັດພາລະກິດອີກ ເພາະວ່າພວກເຈົ້າຂາດສາມັນສໍານຶກ, ພວກເຈົ້າໄດ້ເຮັດໃຫ້ເຮົາເຈັບປວດແສນສາຫັດ ແລະ ພຶດຕິກໍາທີ່ໜ້າລັງກຽດຂອງພວກເຈົ້າເຮັດໃຫ້ເຮົາລັງກຽດຫຼາຍ. ຜູ້ຄົນທີ່ຂາດຄວາມເປັນມະນຸດ ແລະ ສາມັນສໍານຶກຈະບໍ່ມີວັນໄດ້ຮັບຄວາມລອດພົ້ນ; ເຮົາຈະບໍ່ຊ່ວຍຜູ້ຄົນທີ່ບໍ່ມີຫົວໃຈ ແລະ ບໍ່ສໍານຶກບຸນຄຸນ. ເມື່ອວັນຂອງເຮົາມາເຖິງ, ເຮົາຈະປ່ອຍແປວໄຟທີ່ແຜດໄໝ້ຊົ່ວນິດນິລັນຂອງເຮົາລົງໃສ່ບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງໄດ້ທ້າທາຍຄວາມໂກດຮ້າຍຢ່າງແຮງຂອງເຮົາ, ເຮົາຈະກໍານົດການລົງໂທດອັນເປັນນິດນິລັນຂອງເຮົາຕໍ່ຝູງສັດທີ່ຄັ້ງໜຶ່ງໄດ້ປະນາມເຮົາ ແລະ ປະຖິ້ມເຮົາ, ເຮົາຈະເຜົາບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງເຄີຍກິນ ແລະ ຢູ່ຮ່ວມກັບເຮົາແຕ່ບໍ່ໄດ້ເຊື່ອໃນເຮົາ, ທັງດູຖູກ ແລະ ຫັກຫຼັງເຮົາ ດ້ວຍໄຟທີ່ບໍ່ມີວັນດັບຈາກຄວາມໂກດຮ້າຍຂອງເຮົາ. ເຮົາຈະເຮັດໃຫ້ຜູ້ທີ່ທ້າທາຍຄວາມໂກດຮ້າຍຂອງເຮົາໄດ້ຮັບໂທດ, ເຮົາຈະຖອກເທຄວາມໂກດຮ້າຍທັງໝົດຂອງເຮົາລົງສູ່ສັດຮ້າຍເຫຼົ່ານັ້ນທີ່ຄັ້ງໜຶ່ງເຄີຍປາຖະໜາທີ່ຈະຢືນຄຽງຂ້າງທຽບເທົ່າກັບເຮົາ ແຕ່ບໍ່ໄດ້ນະມັດສະການ ຫຼື ເຊື່ອຟັງເຮົາ, ໄມ້ຄ້ອນທີ່ເຮົາໃຊ້ຂ້ຽນຕີມະນຸດຈະຕົກໃສ່ສັດເຫຼົ່ານັ້ນທີ່ຄັ້ງໜຶ່ງ ເຄີຍມີຄວາມສຸກກັບການເບິ່ງແຍງຂອງເຮົາ ແລະ ຄວາມເລິກລັບທີ່ເຮົາໄດ້ກ່າວ ແລະ ຜູ້ທີ່ຄັ້ງໜຶ່ງເຄີຍພະຍາຍາມເອົາຄວາມສຸກແຫ່ງວັດຖຸຈາກເຮົາ. ເຮົາຈະບໍ່ໃຫ້ອະໄພໃຜທີ່ພະຍາຍາມມາແທນທີ່ເຮົາ; ເຮົາຈະບໍ່ລະເວັ້ນຜູ້ທີ່ພະຍາຍາມຈະສວຍໂອກາດເອົາອາຫານ ແລະ ເຄື່ອງນຸ່ງຫົ່ມຈາກເຮົາ. ສໍາລັບຕອນນີ້, ພວກເຈົ້າຍັງເປັນອິດສະຫຼະຈາກອັນຕະລາຍ ແລະ ສືບຕໍ່ຮຽກຮ້ອງຈາກເຮົາຢ່າງທະເຍີທະຍານ. ເມື່ອວັນແຫ່ງຄວາມໂກດຮ້າຍມາເຖິງ ພວກເຈົ້າຈະບໍ່ໄດ້ຮຽກຮ້ອງຫຍັງຈາກເຮົາອີກ; ໃນເວລານັ້ນ, ເຮົາຈະໃຫ້ພວກເຈົ້າ “ມ່ວນຊື່ນ” ກັບຕົນເອງຢ່າງຕາມສະບາຍໃຈ, ເຮົາຈະຍູ້ໜ້າພວກເຈົ້າລົງສູ່ດິນ ແລະ ພວກເຈົ້າຈະບໍ່ສາມາດລຸກຂຶ້ນໄດ້ອີກ! ບໍ່ໄວກໍຊ້າ, ເຮົາຈະ “ຕອບແທນ” ໜີ້ນີ້ຄືນແກ່ພວກເຈົ້າ ແລະ ເຮົາຫວັງວ່າ ພວກເຈົ້າຈະອົດທົນລໍຖ້າການມາເຖິງຂອງວັນນັ້ນ.

(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 303)

ມະນຸດລົ້ມເຫຼວທີ່ຈະໄດ້ຮັບພຣະເຈົ້າ ບໍ່ແມ່ນຍ້ອນພຣະອົງບໍ່ມີຄວາມຮູ້ສຶກ ຫຼື ຍ້ອນພຣະອົງບໍ່ຍອມໃຫ້ມະນຸດໄດ້ຮັບພຣະອົງ ແຕ່ຍ້ອນມະນຸດບໍ່ຕ້ອງການຮັບເອົາພຣະເຈົ້າ ແລະ ເປັນຍ້ອນມະນຸດບໍ່ໄດ້ສະແຫວງຫາພຣະອົງດ້ວຍໃຈທີ່ຮ້ອນຮົນ. ບຸກຄົນທີ່ສະແຫວງຫາພຣະເຈົ້າດ້ວຍໃຈຈິງຈະຖືກສາບແຊ່ງໂດຍພຣະອົງໄດ້ແນວໃດ? ຜູ້ທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມີສາມັນສໍານຶກທີ່ດີຈະຖືກພຣະເຈົ້າສາບແຊ່ງໄດ້ແນວໃດ? ຜູ້ທີ່ນະມັດສະການ ແລະ ຮັບໃຊ້ພຣະເຈົ້າດ້ວຍໃຈຈິງຈະຖືກໄຟແຫ່ງຄວາມໂກດຮ້າຍຂອງພຣະອົງເຜົາໄໝ້ໄດ້ຢ່າງໃດ? ຜູ້ທີ່ເຕັມໃຈເຊື່ອຟັງພຣະອົງຈະຖືກເຕະອອກຈາກເຮືອນຂອງພຣະອົງໄດ້ແນວໃດ? ຜູ້ທີ່ບໍ່ສາມາດຢຸດຮັກພຣະອົງຈະຕົກຢູ່ໃນການລົງໂທດຂອງພຣະອົງໄດ້ແນວໃດ? ຜູ້ທີ່ເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອພຣະອົງຈະຖືກປ່ອຍປະໃຫ້ສູນເສຍທຸກສິ່ງໄດ້ແນວໃດ? ມະນຸດບໍ່ເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ, ບໍ່ເຕັມໃຈທີ່ຈະສະລະຊັບສິນຂອງຕົນເພື່ອພຣະເຈົ້າ, ບໍ່ເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດເພື່ອພຣະເຈົ້າ ແຕ່ກົງກັນຂ້າມພາກັນເວົ້າວ່າພຣະອົງກະທໍາເກີນໄປ, ສິ່ງທີ່ພຣະເຈົ້າເຮັດເກີນໄປແມ່ນບໍ່ກົງກັບແນວຄິດຂອງມະນຸດ. ດ້ວຍຄວາມເປັນມະນຸດແບບນີ້, ເຖິງແມ່ນວ່າພວກເຈົ້າທຸ້ມເທໃນຄວາມພະຍາຍາມຂອງພວກເຈົ້າ ພວກເຈົ້າກໍຍັງຈະບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ, ແຮງໄກຖ້າພວກເຈົ້າບໍ່ສະແຫວງຫາພຣະເຈົ້າ. ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນຜົນຜະລິດທີ່ມີຂໍ້ບົກຜ່ອງຂອງມະນຸດຊາດ? ພວກເຈົ້າບໍ່ຮູ້ບໍວ່າ ບໍ່ມີຄວາມເປັນມະນຸດໃດທີ່ຕໍ່າຊ້າກວ່າຄວາມເປັນມະນຸດຂອງພວກເຈົ້າ? ພວກເຈົ້າບໍ່ຮູ້ບໍວ່າແມ່ນຫຍັງທີ່ຄົນອື່ນເອີ້ນພວກເຈົ້າ? ຜູ້ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເອີ້ນພວກເຈົ້າວ່າ ບິດາຂອງໝາປ່າ, ມານດາຂອງໝາປ່າ, ບຸດຂອງໝາປ່າ ແລະ ລູກຫຼານຂອງໝາປ່າ; ພວກເຈົ້າແມ່ນທາຍາດຂອງໝາປ່າ, ຜູ້ຄົນຂອງໝາປ່າ ແລະ ພວກເຈົ້າຄວນຮູ້ຈັກຕົວຕົນຂອງພວກເຈົ້າເອງ ແລະ ຢ່າໄດ້ລືມມັນ. ຢ່າໄດ້ຄິດວ່າ ພວກເຈົ້າເປັນສິ່ງທີ່ສູງສົ່ງ: ພວກເຈົ້າເປັນກຸ່ມທີ່ບໍ່ແມ່ນມະນຸດທີ່ຊົ່ວຮ້າຍທີ່ສຸດໃນທ່າມກາງມະນຸດຊາດ. ພວກເຈົ້າບໍ່ຮູ້ສິ່ງນີ້ເລີຍບໍ? ພວກເຈົ້າຮູ້ບໍວ່າ ເຮົາຕ້ອງສ່ຽງເທົ່າໃດໂດຍການເຮັດພາລະກິດທ່າມກາງພວກເຈົ້າ? ຖ້າຄວາມຮູ້ສຶກນຶກຄິດຂອງພວກເຈົ້າບໍ່ສາມາດກັບມາເປັນປົກກະຕິອີກຄັ້ງ ແລະ ສາມັນສໍານຶກຂອງພວກເຈົ້າບໍ່ສາມາດເຮັດວຽກເປັນປົກກະຕິ, ແລ້ວພວກເຈົ້າກໍຈະບໍ່ມີວັນຫຼຸດພົ້ນອອກຈາກສາຍານາມ “ໝາປ່າ” ໄດ້, ພວກເຈົ້າຈະບໍ່ມີທາງໜີພົ້ນວັນແຫ່ງການສາບແຊ່ງໄດ້ ແລະ ຈະບໍ່ມີທາງໜີພົ້ນວັນແຫ່ງການລົງໂທດຂອງພວກເຈົ້າໄດ້. ພວກເຈົ້າເກີດມາຕໍ່າຕ້ອຍ ແລະ ເປັນສິ່ງທີ່ບໍ່ມີຄ່າ. ໂດຍທໍາມະຊາດແລ້ວ ພວກເຈົ້າຄືຝູງໝາປ່າທີ່ຫິວໂຫຍ, ເປັນສິ່ງເສດເຫຼືອ ແລະ ກອງຂີ້ເຫຍື້ອ ແລະ ບໍ່ຄືພວກເຈົ້າ ເຮົາບໍ່ໄດ້ເຮັດພາລະກິດຕໍ່ພວກເຈົ້າເພື່ອຮັບຄວາມນິຍົມຊົມຊອບ ແຕ່ຍ້ອນມີຄວາມຈໍາເປັນຕ້ອງເຮັດພາລະກິດ. ຖ້າພວກເຈົ້າຍັງສືບຕໍ່ກະບົດແບບນີ້, ເຮົາຈະຢຸດພາລະກິດຂອງເຮົາ ແລະ ຈະບໍ່ເຮັດພາລະກິດຕໍ່ພວດເຈົ້າອີກ; ໃນທາງກົງກັນຂ້າມ, ເຮົາຈະໂອນພາລະກິດຂອງເຮົາໃຫ້ກັບກຸ່ມອື່ນທີ່ເຮັດໃຫ້ເຮົາພໍໃຈ ແລະ ດ້ວຍວິທີນີ້ ກໍຈະປະຖິ້ມພວກເຈົ້າຕະຫຼອດໄປ ເພາະວ່າເຮົາບໍ່ເຕັມໃຈເຝົ້າເບິ່ງຜູ້ຄົນທີ່ເປັນປໍລະປັກກັບເຮົາ. ສະນັ້ນ, ພວກເຈົ້າປາດຖະໜາທີ່ຈະຢູ່ຮ່ວມກັນກັບເຮົາ ຫຼື ເປັນປໍລະປັກກັບເຮົາ?

(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 304)

ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາເຊື່ອວ່າບໍ່ມີອ້າຍເອື້ອຍນ້ອງຄົນໃດຈະບອກວ່າ ຕົນເອງບໍ່ຢາກເຫັນ ຫຼື ຢາກຢູ່ກັບພຣະເຢຊູ. ກ່ອນພວກເຈົ້າຈະໄດ້ເຫັນພຣະເຢຊູ ນັ້ນກໍຄື ກ່ອນພວກເຈົ້າຈະໄດ້ເຫັນພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ພວກເຈົ້າອາດມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ ເຊັ່ນ: ຮູບລັກສະນະຂອງພຣະເຢຊູ, ວິທີການກ່າວຂອງພຣະອົງ, ວິຖີຊີວິດຂອງພຣະອົງ ແລະ ອື່ນໆ. ແນວໃດກໍຕາມ, ເມື່ອພວກເຈົ້າໄດ້ເຫັນພຣະອົງຢ່າງແທ້ຈິງແລ້ວ, ແນວຄິດຂອງພວກເຈົ້າອາດຈະປ່ຽນ. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າຢາກຮູ້ບໍ? ເຖິງແມ່ນວ່າ ເຮົາບໍ່ສາມາດເບິ່ງຂ້າມຄວາມຄິດຂອງມະນຸດນີ້ໄດ້, ແຕ່ມັນເປັນສິ່ງທີ່ຮັບບໍ່ໄດ້ ສໍາລັບມະນຸດທີ່ຈະມາປ່ຽນທາດແທ້ຂອງພຣະຄຣິດແບບນີ້. ພວກເຈົ້າຖືພຣະຄຣິດເປັນອຳມະຕະ ຫຼື ນັກປາດ, ແຕ່ບໍ່ມີໃຜພິຈາລະນາພຣະອົງເປັນມະນຸດທໍາມະດາທີ່ມີທາດແທ້ຂອງພຣະຜູ້ເປັນເຈົ້າ. ສະນັ້ນ, ຫຼາຍຄົນທີ່ສະແຫວງຫາທັງເວັນ ແລະ ຄືນເພື່ອຈະໄດ້ເຫັນພຣະເຈົ້ານັ້ນ ຄວາມຈິງແລ້ວແມ່ນສັດຕູຂອງພຣະເຈົ້າ ແລະ ຜູ້ຄົນເຫຼົ່ານີ້ຈະບໍ່ສາມາດເຂົ້າກັບພຣະອົງໄດ້. ນີ້ບໍ່ແມ່ນຄວາມຜິດພາດໃນສ່ວນຂອງມະນຸດບໍ? ແມ່ນແຕ່ເວລານີ້ ພວກເຈົ້າກໍຍັງຄິດວ່າ ຄວາມເຊື່ອ ແລະ ຄວາມຊື່ສັດຂອງພວກເຈົ້າແມ່ນພຽງພໍ ທີ່ຈະເຮັດໃຫ້ພວກເຈົ້າໄດ້ເຫັນໃບໜ້າຂອງພຣະຄຣິດ, ແຕ່ເຮົາຂໍແນະນໍາໃຫ້ພວກເຈົ້າຈົ່ງຊອກຫາສິ່ງທີ່ເປັນຈິງເພີ່ມໃຫ້ກັບຕົນເອງກ່ອນ! ນີ້ເປັນເພາະວ່າໃນອະດີດ, ປັດຈຸບັນ ແລະ ໃນອະນາຄົດ, ຫຼາຍຄົນຜູ້ທີ່ໄດ້ເຂົ້າມາພົວພັນກັບພຣະຄຣິດແມ່ນລົ້ມເຫຼວ ແລະ ຈະລົ້ມເຫຼວອີກຕໍ່ໄປ; ເພາະວ່າ ພວກເຂົາທັງໝົດເຮັດໜ້າທີ່ເປັນພວກຟາຣິຊາຍ. ເຫດຜົນສຳລັບຄວາມລົ້ມເຫຼວຂອງພວກເຈົ້າແມ່ນຫຍັງ? ເຫດຜົນກໍຄື ຢູ່ໃນແນວຄິດຂອງພວກເຈົ້ານັ້ນ ພວກເຈົ້າຄິດວ່າ ພຣະເຈົ້າເປັນຜູ້ສູງສົ່ງ ແລະ ສົມຄວນໄດ້ຮັບການສັນລະເສີນ. ແຕ່ໃນສະພາບຄວາມເປັນຈິງແລ້ວ ບໍ່ເປັນດັ່ງທີ່ມະນຸດຄາດຫວັງໄວ້ເລີຍ. ເພາະວ່າ ບໍ່ພຽງແຕ່ພຣະຄຣິດບໍ່ໄດ້ສູງສົ່ງເທົ່ານັ້ນ, ແຕ່ພຣະອົງຍັງຕ້ອຍຕໍ່າ; ບໍ່ພຽງແຕ່ພຣະອົງເປັນມະນຸດເທົ່ານັ້ນ, ແຕ່ພຣະອົງຍັງເປັນມະນຸດທຳມະດາ; ບໍ່ພຽງແຕ່ພຣະອົງບໍ່ສາມາດສະເດັດໄປສະຫວັນໄດ້ເທົ່ານັ້ນ, ແຕ່ພຣະອົງບໍ່ສາມາດເຄື່ອນໄຫວໄປມາໄດ້ຢ່າງເສລີໃນໂລກນີ້. ດັ່ງນັ້ນ, ຜູ້ຄົນຈຶ່ງປະຕິບັດຕໍ່ພຣະອົງຄືກັບມະນຸດທຳມະດາຄົນໜຶ່ງ; ເມື່ອພວກເຂົາຢູ່ກັບພຣະອົງ ພວກເຂົາກໍປະຕິບັດຕໍ່ພຣະອົງແບບທໍາມະດາ ແລະ ເວົ້າກັບພຣະອົງແບບບໍ່ເອົາສົນໃຈ ໃນຂະນະດຽວກັນ ພວກເຂົາກໍຍັງລໍຖ້າການມາຂອງ “ພຣະຄຣິດທີ່ແທ້ຈິງ” ຢູ່ຕະຫຼອດເວລາ. ພວກເຈົ້າຖືພຣະຄຣິດທີ່ສະເດັດມາແລ້ວຄືກັບມະນຸດທຳມະດາຄົນໜຶ່ງ ແລະ ຖືພຣະທໍາຂອງພຣະອົງຄືກັບຄຳເວົ້າຂອງມະນຸດທຳມະດາຄົນໜຶ່ງ. ດ້ວຍເຫດນີ້, ພວກເຈົ້າຈິ່ງບໍ່ໄດ້ຮັບຮູ້ຫຍັງຈາກພຣະຄຣິດ ແລະ ກົງກັນຂ້າມ ຍັງໄດ້ສະແດງຄວາມໜ້າລັງກຽດທັງໝົດຂອງພວກເຈົ້າອອກມາໃຫ້ເຫັນອີກດ້ວຍ.

ກ່ອນການຕິດຕໍ່ພົວພັນກັບພຣະຄຣິດ, ເຈົ້າອາດຈະເຊື່ອວ່ານິໄສຂອງເຈົ້າໄດ້ປ່ຽນແປງໝົດແລ້ວ, ເຈົ້າຄືຜູ້ຕິດຕາມຢ່າງຊື່ສັດຂອງພຣະຄຣິດ ແລະ ເຈົ້າຄືບຸກຄົນທີ່ເໝາະສົມທີ່ສຸດ ທີ່ຈະໄດ້ຮັບພອນຈາກພຣະຄຣິດ. ຍິ່ງໄປກວ່ານັ້ນ, ຫຼັງຈາກໄດ້ເດີນທາງອັນຍາວໄກ, ໄດ້ສໍາເລັດວຽກງານຫຼາຍຢ່າງ ແລະ ສ້າງຜົນງານເປັນຈຳນວນຫຼວງຫຼາຍ, ແນ່ນອນວ່າ ເຈົ້າກໍຄືຄົນໜຶ່ງທີ່ຈະໄດ້ຮັບມົງກຸດໃນຕອນສຸດທ້າຍ. ແຕ່ມີຄວາມຈິງສິ່ງໜຶ່ງທີ່ເຈົ້າອາດຈະບໍ່ຮູ້: ນິໄສຊົ່ວຮ້າຍຂອງມະນຸດ, ການກະບົດ ແລະ ການຕໍ່ຕ້ານຂອງມະນຸດທີ່ສະແດງອອກເມື່ອເວລາພົບກັບພຣະຄຣິດໃນປັດຈຸບັນນີ້ແມ່ນເຫັນໄດ້ຢ່າງຈະແຈ້ງ ແລະ ສົມບູນກວ່າແຕ່ລະຍຸກທີ່ຜ່ານມາ. ຍ້ອນວ່າ ພຣະຄຣິດແມ່ນບຸດຂອງມະນຸດ ມີຄວາມເປັນມະນຸດທຳມະດາ ທີ່ມະນຸດບໍ່ໃຫ້ກຽດ ຫຼື ເຄົາລົບພຣະອົງ. ຍ້ອນວ່າ ພຣະເຈົ້າສະຖິດຢູ່ໃນເນື້ອໜັງມະນຸດ ສະນັ້ນຈິ່ງເຮັດໃຫ້ການຕໍ່ຕ້ານຂອງມະນຸດ ສະແດງອອກມາໃຫ້ເຫັນຢ່າງຈະແຈ້ງ ແລະ ຢ່າງລາຍລະອຽດທີ່ສຸດ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ການມາຂອງພຣະຄຣິດແມ່ນໄດ້ເປີດເຜີຍຄວາມຕໍ່ຕ້ານທັງໝົດຂອງມະນຸດ ແລະ ໄດ້ປ່ຽນແປງທາດແທ້ຂອງມະນຸດຊາດຢ່າງແທ້ຈິງ. ສິ່ງນີ້ເອີ້ນວ່າ “ການລໍ້ເສືອລົງຈາກພູເຂົາ” ແລະ “ການລໍ້ໝາປ່າອອກຈາກຖໍ້າ”. ແລ້ວເຈົ້າກ້າບອກບໍ່ວ່າ ເຈົ້າຊື່ສັດຕໍ່ພຣະເຈົ້າ? ເຈົ້າກ້າບອກບໍ່ວ່າ ເຈົ້າສະແດງຄວາມເຊື່ອຟັງຢ່າງແທ້ຈິງຕໍ່ພຣະເຈົ້າ? ເຈົ້າກ້າບອກບໍ່ວ່າ ເຈົ້າບໍ່ໄດ້ຕໍ່ຕ້ານພຣະອົງ? ບາງຄົນຈະບອກວ່າ ໃນເມື່ອພຣະເຈົ້າສ້າງຂ້ານ້ອຍໃຫ້ຢູ່ກັບສະພາບແວດລ້ອມໃໝ່ແລ້ວ ຂ້ານ້ອຍກໍຈະຍອມຮັບໂດຍບໍ່ຈົ່ມວ່າ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍຈະບໍ່ສະແດງແນວຄິດບໍ່ດີກ່ຽວກັບພຣະເຈົ້າ. ບາງຄົນຈະບອກວ່າ ບໍ່ວ່າພຣະເຈົ້າຈະມອບວຽກອັນໃດໃຫ້ກັບຂ້ານ້ອຍ ຂ້ານ້ອຍກໍຈະເຮັດສຸດຄວາມສາມາດຂອງຂ້ານ້ອຍ ແລະ ຢ່າງລະມັດລະວັງ. ໃນກໍລະນີນີ້, ເຮົາຂໍຖາມພວກເຈົ້າແດ່ວ່າ: ໃນເວລາທີ່ພວກເຈົ້າຢູ່ກັບພຣະຄຣິດ ພວກເຈົ້າສາມາດເຂົ້າກັບພຣະອົງໄດ້ບໍ? ພວກເຈົ້າຈະເຂົ້າກັບພຣະອົງໄດ້ດົນປານໃດ? ໜຶ່ງມື້? ສອງມື້? ໜຶ່ງຊົ່ວໂມງ? ຫຼື ສອງຊົ່ວໂມງ? ສັດທາຂອງພວກເຈົ້າອາດຈະເປັນໜ້າສັນລະເສີນ, ແຕ່ພວກເຈົ້າບໍ່ມີຄວາມໝັ້ນຄົງເລີຍ. ຫຼັງຈາກເຈົ້າໄດ້ດຳເນີນຊີວິດຢູ່ກັບພຣະຄຣິດຢ່າງແທ້ຈິງແລ້ວ, ຄວາມອວດດີວ່າຕົນເອງເປັນຄົນຊອບທຳ ແລະ ການເຫັນແກ່ຕົວກໍຈະຄ່ອຍໆເປີດເຜີຍອອກມາໃຫ້ເຫັນຜ່ານຄຳເວົ້າ ແລະ ການກະທຳຂອງເຈົ້າ; ຄວາມຕ້ອງການອວດໂອ້, ຄວາມຄິດບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງເຈົ້າກໍຈະຄ່ອຍໆເປີດເຜີຍອອກມາໃຫ້ເຫັນໂດຍທຳມະຊາດເຊັ່ນກັນ. ສຸດທ້າຍ, ຄວາມອວດດີຂອງເຈົ້າກໍຈະຮ້າຍແຮງຂຶ້ນ, ແລ້ວເຈົ້າກໍຈະຕໍ່ຕ້ານກັບພຣະຄຣິດຫຼາຍຂຶ້ນປຽບຄືນໍ້າກັບໄຟ ແລະ ແລ້ວໃນທີ່ສຸດທາດແທ້ຂອງເຈົ້າກໍຈະຖືກເປີດເຜີຍອອກມາຢ່າງສົມບູນ. ໃນເວລານັ້ນ, ຄວາມຄິດຂອງເຈົ້າຈະບໍ່ສາມາດປົກປິດໄດ້ອີກຕໍ່ໄປ, ການຈົ່ມວ່າກໍຈະສະແດງອອກມາເອງເຊັ່ນກັນ ແລະ ຄວາມເປັນມະນຸດທີ່ເສື່ອມເສຍຂອງເຈົ້າກໍຈະເຜີຍອອກມາຢ່າງສົມບູນ. ແນວໃດກໍຕາມ, ເຖິງຢ່າງນັ້ນ, ເຈົ້າກໍຍັງສືບຕໍ່ປະຕິເສດການຕໍ່ຕ້ານຂອງເຈົ້າ ໂດຍເຊື່ອວ່າພຣະຄຣິດໃນຮູບລັກສະນະນີ້ແມ່ນຍາກທີ່ມະນຸດຈະຍອມຮັບເອົາ ເພາະວ່າ ພຣະອົງເຂັ້ມງວດກັບມະນຸດເກີນໄປ; ຖ້າພຣະອົງເປັນພຣະຄຣິດທີ່ມີຄວາມເມດຕາກວ່ານີ້ ເຈົ້າຈະຍອມຮັບເອົາທັງໝົດ. ພວກເຈົ້າເຊື່ອວ່າ ການຕໍ່ຕ້ານຂອງພວກເຈົ້າແມ່ນມີເຫດຜົນສະເໝີ ແລະ ພວກເຈົ້າຕໍ່ຕ້ານພຣະອົງກໍຍ້ອນວ່າ ພຣະຄຣິດໄດ້ບີບບັງຄັບພວກເຈົ້າເກີນໄປ. ເຄີຍມີຈັກຄັ້ງຢູ່ບໍ່ ທີ່ພວກເຈົ້າຄິດວ່າຕົນເອງລົ້ມເຫຼວໃນການເຊື່ອວ່າ ພຣະຄຣິດເປັນພຣະເຈົ້າ ແລະ ບໍ່ເຄີຍມີເຈດຕະນາທີ່ຈະເຊື່ອຟັງພຣະອົງ. ກົງກັນຂ້າມ, ເຈົ້າຢືນຢັນຢ່າງຫົວດື້ ໃຫ້ພຣະຄຣິດດຳເນີນວຽກງານອີງຕາມຄວາມປາດຖະໜາຂອງເຈົ້າ ແລະ ເມື່ອພຣະອົງບໍ່ສາມາດເຮັດຕາມຄວາມປາຖະໜາຂອງເຈົ້າ, ເຈົ້າກໍຄິດວ່າພຣະອົງບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດທໍາມະດາ. ມີຫຼາຍຄົນໃນບັນດາພວກເຈົ້າທີ່ໄດ້ໂຕ້ຖຽງກັບພຣະອົງໃນຮູບແບບນີ້ ແມ່ນບໍ? ສຸດທ້າຍ ພວກເຈົ້າເຊື່ອໃຜ? ພວກເຈົ້າສະແຫວງຫາສິ່ງໃດ?

(ຄັດຈາກບົດ “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 305)

ພວກເຈົ້າປາດຖະໜາຢາກເຫັນພຣະຄຣິດຢູ່ຕະຫຼອດ, ແຕ່ເຮົາແນະນໍາໃຫ້ພວກເຈົ້າບໍ່ຄວນຍົກສູງສັກສີຂອງຕົນເອງແບບນັ້ນ; ທຸກຄົນອາດຈະເຫັນພຣະຄຣິດ, ແຕ່ເຮົາບອກວ່າບໍ່ມີໃຜສົມຄວນໄດ້ເຫັນພຣະຄຣິດ. ເພາະວ່າທຳມະຊາດຂອງມະນຸດແມ່ນເຕັມໄປດ້ວຍຄວາມຊົ່ວຮ້າຍ, ຄວາມອວດດີ ແລະ ການກະບົດ, ໃນເວລາທີ່ເຈົ້າເຫັນພຣະຄຣິດ, ທຳມະຊາດຂອງເຈົ້າຈະທຳລາຍເຈົ້າ ແລະ ລົງໂທດເຈົ້າຈົນເຖິງຕາຍ. ການພົວພັນຂອງເຈົ້າກັບອ້າຍນ້ອງ (ຫຼື ເອື້ອຍນ້ອງ) ອາດຈະບໍ່ສະແດງເຖິງທາດແທ້ຂອງເຈົ້າຫຼາຍປານໃດ, ແຕ່ມັນບໍ່ແມ່ນເລື່ອງງ່າຍເມື່ອເຈົ້າພົວພັນກັບພຣະຄຣິດ. ເມື່ອເວລາພົວພັນກັບພຣະອົງ ຄວາມຄິດບໍ່ດີຂອງເຈົ້າອາດຈະເກີດຂຶ້ນໄດ້ທຸກເວລາ; ຄວາມອວດດີຂອງເຈົ້າຈະເລີ່ມເປີດເຜີຍອອກ ແລະ ຄວາມຕໍ່ຕ້ານຂອງເຈົ້າກໍຈະປາກົດຂຶ້ນ. ແລ້ວເຈົ້າ ຜູ້ທີ່ມີຄວາມເປັນມະນຸດດັ່ງກ່າວ ຈະເໝາະສົມກັບການພົວພັນກັບພຣະຄຣິດໄດ້ແນວໃດ? ເຈົ້າຈະສາມາດປະຕິບັດຕໍ່ພຣະອົງເໝືອນດັ່ງພຣະອົງເປັນພຣະເຈົ້າຢ່າງແທ້ຈິງຕະຫຼອດເວລາໄດ້ບໍ? ເຈົ້າຈະມີຄວາມເປັນຈິງໃນການຍອມຮັບພຣະເຈົ້າຢ່າງແທ້ຈິງບໍ? ພວກເຈົ້າບູຊາພຣະເຢໂຮວາເປັນພຣະເຈົ້າຜູ້ສູງສົ່ງຢູ່ໃນຫົວໃຈຂອງພວກເຈົ້າ ໃນຂະນະທີ່ຖືພຣະຄຣິດທີ່ມີຕົວຕົນເປັນພຽງມະນຸດຄົນໜຶ່ງ. ຄວາມຮູ້ສຶກຂອງພວກເຈົ້າຕໍ່າເກີນໄປ ແລະ ຄວາມເປັນມະນຸດຂອງພວກເຈົ້າເສື່ອມເສຍເກີນໄປ! ພວກເຈົ້າບໍ່ສາມາດນັບຖືພຣະຄຣິດເປັນພຣະເຈົ້າໄດ້ຕະຫຼອດໄປ; ພຽງແຕ່ບາງເວລາເທົ່ານັ້ນ, ເມື່ອພຣະອົງໃຫ້ຄວາມສົນໃຈແກ່ເຈົ້າ, ເຈົ້າກໍຮັບເອົາພຣະອົງ ແລະ ບູຊາພຣະອົງເປັນພຣະເຈົ້າ. ນີ້ແມ່ນສາເຫດທີ່ເຮົາເວົ້າວ່າພວກເຈົ້າບໍ່ແມ່ນຜູ້ສັດທາໃນຕົວພຣະເຈົ້າ ແຕ່ແມ່ນກຸ່ມຜູ້ສະໜັບສະໜຸນການກະທຳຜິດທີ່ຕໍ່ຕ້ານພຣະຄຣິດ. ແມ່ນແຕ່ມະນຸດຜູ້ທີ່ສະແດງຄວາມເມດຕາຕໍ່ກັບຜູ້ອື່ນກໍຍັງໄດ້ຮັບການຕອບແທນ, ແຕ່ພຣະຄຣິດຜູ້ທີ່ໄດ້ກະທໍາໃນສິ່ງດັ່ງກ່າວໃຫ້ກັບພວກເຈົ້າ ພັດບໍ່ໄດ້ຮັບຄາມຮັກຈາກມະນຸດ ຫຼື ການຕອບແທນ ແລະ ການຍອມຮັບຈາກມະນຸດເລີຍ. ນີ້ບໍ່ແມ່ນສິ່ງທີ່ໜ້າເສົ້າສະລົດໃຈທີ່ສຸດບໍ່?

ມັນອາດຈະເປັນຍ້ອນວ່າໃນຕະຫຼອດເວລາຂອງການເຊື່ອໃນພຣະເຈົ້າຂອງເຈົ້າ, ເຈົ້າບໍ່ເຄີຍສາບແຊ່ງຜູ້ໃດ ຫຼື ກະທຳການທີ່ບໍ່ດີໃດໆ, ແຕ່ໃນການພົວພັນຂອງເຈົ້າກັບພຣະຄຣິດ, ເຈົ້າບໍ່ສາມາດເວົ້າຄວາມຈິງ, ປະຕິບັດຢ່າງຊື່ສັດ ຫຼື ເຊື່ອຟັງພຣະທໍາຂອງພຣະຄິດ; ໃນກໍລະນີນີ້, ເຮົາບອກໄດ້ເລີຍວ່າເຈົ້າເປັນບຸກຄົນທີ່ຊົ່ວຮ້າຍ ແລະ ຊົ່ວຊ້າທີ່ສຸດໃນໂລກ. ເຈົ້າອາດຈະຈິງໃຈ ແລະ ຊື່ສັດຕໍ່ກັບຍາດພີ່ນ້ອງ, ໝູ່ເພື່ອນ, ເມຍ (ຫຼື ຜົວ), ລູກຊາຍ ແລະ ລູກສາວ ແລະ ພໍ່ແມ່ຂອງເຈົ້າເປັນພິເສດ ແລະ ບໍ່ເຄີຍເອົາປຽບຄົນອື່ນເລີຍ; ແຕ່ຖ້າເຈົ້າບໍ່ສາມາດເຂົ້າຫາ ແລະ ພົວພັນກັບພຣະຄຣິດໄດ້, ເຖິງແມ່ນວ່າເຈົ້າຈະເສຍສະລະຊັບສິນທັງໝົດຂອງເຈົ້າເພື່ອຊ່ວຍເຫຼືອເພື່ອນບ້ານຂອງເຈົ້າ ຫຼື ເອົາໃຈໃສ່ດູແລເບິ່ງແຍງພໍ່, ແມ່ ແລະ ສະມາຊິກໃນຄອບຄົວຂອງເຈົ້າ, ເຮົາຂໍບອກເຈົ້າເລີຍວ່າ ເຈົ້າຍັງຊົ່ວຮ້າຍຢູ່ ແລະ ຍິ່ງໄປກວ່ານັ້ນ ຍັງເປັນຄົນຫຼອກລວງເກັ່ງທີ່ສຸດ. ຢ່າຄິດວ່າ ເຈົ້າສາມາດເຂົ້າກັນໄດ້ດີກັບພຣະຄຣິດ ເປັນພຽງຍ້ອນວ່າເຈົ້າເຂົ້າກັບຄົນອື່ນໄດ້ດີ ຫຼື ເຮັດດີພຽງສອງສາມຢ່າງເທົ່ານັ້ນ. ເຈົ້າຄິດວ່າເຈດຕະນາທີ່ເຕັມໄປດ້ວຍກຸສົນຂອງເຈົ້າຈະສາມາດຫຼອກລວງການໃຫ້ພອນຈາກສະຫວັນໄດ້ຊັ້ນບໍ? ເຈົ້າຄິດວ່າການເຮັດດີສອງສາມຢ່າງຈະສາມາດປ່ຽນແທນການເຊື່ອຟັງຂອງເຈົ້າໄດ້ຊັ້ນບໍ? ບໍ່ມີໃຜໃນບັນດາພວກເຈົ້າສາມາດຍອມຮັບເອົາການຖືກຈັດການ ແລະ ລິຮານ; ທຸກຄົນເຫັນວ່າມັນຫຍຸ້ງຍາກໃນການຮັບເອົາຄວາມເປັນມະນຸດປົກກະຕິຂອງພຣະຄຣິດ, ເຖິງແມ່ນວ່າເຈົ້າຈະປ່າວປະກາດການເຊື່ອຟັງຂອງເຈົ້າຕໍ່ພຣະເຈົ້າດ້ວຍວິທີໃດກໍຕາມ. ການສັດທາດັ່ງກ່າວຂອງພວກເຈົ້າຈະນຳມາເຊິ່ງຜົນກຳສະໜອງຢ່າງເໝາະສົມ. ຢຸດມົວເມົາກັບພາບລວງຕາທີ່ເພີ້ຝັນ ແລະ ຄວາມປາດຖະໜາຢາກເຫັນພຣະຄຣິດໄດ້ແລ້ວ ເພາະພວກເຈົ້າແມ່ນຕ້ອຍຕໍ່າເກີນໄປ, ຕໍ່າຕ້ອຍຫຼາຍຈົນວ່າພວກເຈົ້າບໍ່ສົມຄວນທີ່ຈະເຫັນພຣະອົງ. ເມື່ອເຈົ້າກຳຈັດຄວາມຊົ່ວຮ້າຍຂອງເຈົ້າໃຫ້ໝົດສິ້ນ ແລະ ສາມາດເຂົ້າກັບພຣະຄຣິດໄດ້, ເມື່ອນັ້ນ ພຣະເຈົ້າຈະປາກົດໃຫ້ເຈົ້າເຫັນໂດຍທຳມະຊາດ. ຖ້າເຈົ້າໄປພົບພຣະເຈົ້າໂດຍບໍ່ໄດ້ຜ່ານການລິຮານ ຫຼື ການພິພາກສາ, ເຈົ້າຈະກາຍເປັນປໍລະປັກກັບພຣະເຈົ້າ ແລະ ຖືກລົງໂທດຢ່າງແນ່ນອນ. ທຳມະຊາດຂອງມະນຸດແມ່ນເປັນປໍລະປັກກັບພຣະເຈົ້າໂດຍກຳເນີດ ເພາະມະນຸດທຸກຄົນໄດ້ຖືກຄອບງຳໂດຍຄວາມເສື່ອມຊາມທີ່ສຸດຂອງຊາຕານ. ຖ້າມະນຸດພະຍາຍາມພົວພັນກັບພຣະເຈົ້າກັບຄວາມເສື່ອມຊາມຂອງມະນຸດ, ແນ່ນອນວ່າ ບໍ່ມີຫຍັງດີເກີດຂຶ້ນຈາກສິ່ງນີ້ໄດ້; ການກະທຳ ແລະ ຄຳເວົ້າຂອງມະນຸດຈະເຜີຍຄວາມເສື່ອມຊາມຂອງຕົນອອກມາໄດ້ຢູ່ທຸກຫົນແຫ່ງ ແລະ ໃນການພົວພັນກັບພຣະເຈົ້າ ຄວາມຕໍ່ຕ້ານຂອງມະນຸດກໍຈະຖືກເປີດເຜີຍອອກມາໃນທຸກໆດ້ານ. ໂດຍຮູ້ເທົ່າບໍ່ເຖິງການ, ມະນຸດເກີດຕໍ່ຕ້ານພຣະຄຣິດ, ຫຼອກລວງພຣະຄຣິດ ແລະ ປະຖິ້ມພຣະຄຣິດ; ເມື່ອສິ່ງນີ້ເກີດຂຶ້ນ, ມະນຸດຈະຢູ່ໃນສະພາບທີ່ອັນຕະລາຍທີ່ສຸດ ແລະ ຖ້າສິ່ງນີ້ຍັງສືບຕໍ່, ມະນຸດຈະຖືກລົງໂທດ.

ບາງຄົນອາດຈະເຊື່ອວ່າ ຖ້າການພົວພັນກັບພຣະເຈົ້າອັນຕະລາຍຫຼາຍ ແລ້ວອາດຈະເປັນການດີທີ່ຈະຢູ່ຫ່າງພຣະເຈົ້າ. ຜູ້ຄົນແບບນີ້ຈະສາມາດໄດ້ຮັບຫຍັງແດ່? ພວກເຂົາສາມາດຊື່ສັດຕໍ່ພຣະເຈົ້າໄດ້ບໍ? ແນ່ນອນວ່າ ການພົວພັນກັບພຣະເຈົ້າເປັນເລື່ອງຫຍຸ້ງຍາກຫຼາຍ ແຕ່ທັງໝົດນັ້ນ ເປັນຍ້ອນມະນຸດເສື່ອມຊາມ ແລະ ບໍ່ແມ່ນເປັນຍ້ອນພຣະເຈົ້າບໍ່ສາມາດພົວພັນກັບມະນຸດໄດ້. ມັນຈະເປັນການດີທີ່ສຸດສຳລັບພວກເຈົ້າໃນການອຸທິດຄວາມພະຍາຍາມຫຼາຍກວ່ານີ້ຕໍ່ກັບຄວາມຈິງໃນການຮູ້ຈັກຕົນເອງ. ເປັນຫຍັງພວກເຈົ້າຈິ່ງບໍ່ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ? ເປັນຫຍັງນິໄສຂອງພວກເຈົ້າຈິ່ງເປັນໜ້າລັງກຽດຕໍ່ພຣະອົງ? ເປັນຫຍັງຄຳເວົ້າຂອງພວກເຈົ້າຈິ່ງເຮັດໃຫ້ພຣະອົງກຽດຊັງ? ທັນທີທີ່ພວກເຈົ້າໄດ້ສະແດງຄວາມຈົງຮັກພັກດີພຽງເລັກໜ້ອຍ, ພວກເຈົ້າກໍຮ້ອງເພງສັນລະເສີນຕົນເອງ ແລະ ພວກເຈົ້າຮຽກຮ້ອງຂໍລາງວັນຈາກການປະກອບສ່ວນພຽງເລັກໜ້ອຍ; ພວກເຈົ້າດູຖູກຄົນອື່ນໃນເວລາທີ່ພວກເຈົ້າສະແດງຄວາມເຊື່ອພຽງເລັກໜ້ອຍ ແລະ ກາຍເປັນການດູໝິ່ນພຣະເຈົ້າຫຼັງຈາກໄດ້ສໍາເລັດໜ້າທີ່ພຽງເລັກໜ້ອຍ. ເພື່ອຮັບເອົາພຣະເຈົ້າ, ເຈົ້າຮ້ອງຂໍເອົາເງິນ, ຂອງຂວັນ ແລະ ຄຳຍ້ອງຍໍ. ມັນເຮັດໃຫ້ເຈົ້າໜັກໃຈໃນການໃຫ້ໜຶ່ງ ຫຼື ສອງຫຼຽນ; ໃນເວລາທີ່ເຈົ້າໃຫ້ສິບຫຼຽນ, ເຈົ້າປາດຖະໜາຢາກໄດ້ພອນມະຫາສານ ແລະ ໄດ້ຮັບການປະຕິບັດຕໍ່ຢ່າງພິເສດ. ຄວາມເປັນມະນຸດແບບນີ້ຂອງພວກເຈົ້າແມ່ນເປັນໜ້າລັງກຽດທີ່ສຸດທີ່ຈະເວົ້າເຖິງ ຫຼື ຮັບຟັງ. ມີອັນໃດທີ່ສົມຄວນໄດ້ຮັບການສັນລະເສີນໃນຄຳເວົ້າ ແລະ ການກະທຳຂອງພວກເຈົ້າແດ່? ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ນຳພາ ແລະ ຜູ້ທີ່ປະຕິບັດຕາມ; ຜູ້ທີ່ຮັບເອົາພຣະເຈົ້າ ແລະ ຜູ້ທີ່ບໍ່ຍອມຮັບ; ຜູ້ທີ່ບໍລິຈາກ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ສອນພຣະທໍາ ແລະ ຜູ້ທີ່ຮັບເອົາພຣະທໍາ ແລະ ອື່ນໆ: ທັງໝົດນີ້ແມ່ນມະນຸດສັນລະເສີນຕົນເອງ. ພວກເຈົ້າບໍ່ເຫັນສິ່ງທັງໝົດນີ້ເປັນຕາຢາກຫົວບໍ? ຮູ້ດີຢູ່ແລ້ວວ່າເຈົ້າເຊື່ອໃນພຣະເຈົ້າ ແຕ່ເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ຮູ້ດີຢູ່ແລ້ວວ່າ ພວກເຈົ້າແມ່ນບໍ່ມີກຸສົນຫຍັງທັງສິ້ນ ແຕ່ເຈົ້າກໍຍັງຢາກໂອ້ອວດ. ພວກເຈົ້າບໍ່ຮູ້ສຶກເລີຍບໍວ່າ ຄວາມສໍານຶກຂອງພວກເຈົ້ານັ້ນເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແລ້ວ? ດ້ວຍຄວາມສໍານຶກແບບນີ້, ເຈົ້າເໝາະສົມທີ່ຈະພົວພັນກັບພຣະເຈົ້າຢູ່ບໍ? ພວກເຈົ້າບໍ່ກັງວົນໃຈເລີຍບໍ? ນິໄສຂອງເຈົ້າໄດ້ເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້ແລ້ວ. ຖ້າເປັນເຊັ່ນນັ້ນ, ຄວາມເຊື່ອຂອງພວກເຈົ້າແມ່ນບໍ່ມີຄຸນຄ່າຫຍັງໝົດ ແມ່ນບໍ່? ແລະ ສັດທາຂອງພວກເຈົ້າແມ່ນຜິດປົກກະຕິ ແມ່ນບໍ? ແລ້ວເຈົ້າຈະຈັດການກັບອະນາຄົດຂອງເຈົ້າແນວໃດ? ເຈົ້າຈະເລືອກເສັ້ນທາງທີ່ເຈົ້າຈະເດີນຕໍ່ໄປດ້ວຍວິທີໃດ?

(ຄັດຈາກບົດ “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 306)

ເຮົາໄດ້ສະແດງພຣະທຳຫຼາຍຂໍ້ ແລະ ຍັງໄດ້ສະແດງຄວາມປະສົງ ແລະ ຈິດໃຈຂອງເຮົາໃຫ້ເຫັນຢ່າງຈະແຈ້ງ ແຕ່ເຖິງຢ່າງນັ້ນ ຄົນກໍຍັງບໍ່ສາມາດຮູ້ຈັກເຮົາ ແລະ ເຊື່ອໃນເຮົາ ຫຼື ສາມາດເວົ້າໄດ້ວ່າ ພວກເຂົາຍັງບໍ່ສາມາດເຊື່ອຟັງເຮົາໄດ້. ຄົນທີ່ອາໄສໃນພຣະຄຳພີ, ຄົນທີ່ອາໄສທ່າມກາງກົດບັນຍັດ, ຄົນທີ່ອາໄສຢູ່ເທິງໄມ້ກາງແຂນ, ຄົນທີ່ອາໄສຕາມທິດສະດີ ແລະ ຄົນທີ່ອາໄສທ່າມກາງພາລະກິດທີ່ເຮົາປະຕິບັດໃນປັດຈຸບັນ, ຄົນປະເພດໃດທີ່ສາມາດເຂົ້າກັບເຮົາໄດ້? ພວກເຈົ້າພຽງແຕ່ຄິດເຖິງການຮັບພອນ ແລະ ລາງວັນ ແລະ ບໍ່ເຄີຍຄິດຫາວິທີທີ່ຈະສາມາດເຂົ້າກັບເຮົາໄດ້ແມ່ນແຕ່ພຽງໜ້ອຍດຽວ ຫຼື ວິທີທີ່ປ້ອງກັນຕົນເອງບໍ່ໃຫ້ເປັນສັດຕູກັບເຮົາ. ເຮົາຜິດຫວັງໃນຕົວພວກເຈົ້າຫຼາຍ ຍ້ອນເຮົາໄດ້ມອບຫຼາຍສິ່ງຫຼາຍຢ່າງໃຫ້ກັບພວກເຈົ້າ ແຕ່ສິ່ງທີ່ເຮົາໄດ້ຮັບຈາກພວກເຈົ້າແມ່ນເກືອບຈະບໍ່ມີເລີຍ. ການຫຼອກລວງຂອງພວກເຈົ້າ, ຄວາມອວດດີຂອງພວກເຈົ້າ, ຄວາມເຫັນແກ່ໄດ້ຂອງພວກເຈົ້າ, ຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຈົ້າ, ການທໍລະຍົດຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ, ສິ່ງໃດທີ່ສາມາດເຮັດໃຫ້ພວກເຈົ້າຫຼົບໜີຈາກສາຍຕາຂອງເຮົາໄດ້? ພວກເຈົ້າປະຕິບັດຢ່າງບໍ່ຈິງຈັງກັບເຮົາ, ພວກເຈົ້າຫຼອກລວງເຮົາ, ພວກເຈົ້າດູຖູກເຮົາ, ພວກເຈົ້າຕົວະເຮົາ, ພວກເຈົ້າບີບບັງຄັບເຮົາ ແລະ ພວກເຈົ້າຂູ່ເຂັນເຮົາໃຫ້ເສຍສະລະ, ຄວາມຊົ່ວຮ້າຍດັ່ງກ່າວຈະສາມາດໜີພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ການກະທຳຢ່າງຊົ່ວຮ້າຍຂອງພວກເຈົ້າເປັນຫຼັກຖານພິສູດວ່າພວກເຈົ້າເປັນສັດຕູກັບເຮົາ ແລະ ເປັນຫຼັກຖານພິສູດວ່າພວກເຈົ້າບໍ່ສາມາດເຂົ້າກັບເຮົາໄດ້. ພວກເຈົ້າແຕ່ລະຄົນເຊື່ອວ່າ ຕົວເອງສາມາດເຂົ້າກັບເຮົາໄດ້ຢ່າງແນ່ນອນ, ຖ້າເປັນແບບນັ້ນ ແລ້ວຫຼັກຖານທີ່ບໍ່ສາມາດປະຕິເສດໄດ້ນີ້ ໝາຍເຖິງໃຜ? ພວກເຈົ້າເຊື່ອວ່າ ຕົວເອງມີຄວາມຈິງໃຈ ແລະ ຊື່ສັດຕໍ່ເຮົາທີ່ສຸດ. ພວກເຈົ້າຄິດວ່າ ພວກເຈົ້າໃຈດີຫຼາຍ, ມີຄວາມເຫັນອົກເຫັນໃຈຫຼາຍ ແລະ ໄດ້ອຸທິດຫຼາຍສິ່ງຫຼາຍຢ່າງໃຫ້ກັບເຮົາ. ພວກເຈົ້າຄິດວ່າ ສິ່ງທີ່ພວກເຈົ້າໃຫ້ເຮົາແມ່ນພຽງພໍແລ້ວ. ແຕ່ພວກເຈົ້າເຄີຍປຽບທຽບຄວາມເຊື່ອເຫຼົ່ານີ້ກັບການປະພຶດຂອງພວກເຈົ້າເອງຫຼືບໍ? ເຮົາຂໍບອກວ່າ ພວກເຈົ້າເປັນຄົນທີ່ອວດດີຫຼາຍ, ເຫັນແກ່ໄດ້ຫຼາຍ ແລະ ເຮັດພໍເປັນພິທີ; ກົນອຸບາຍທີ່ພວກເຈົ້າໃຊ້ເພື່ອຫຼອງລວງເຮົາແມ່ນສະຫຼາດຫຼາຍ, ພວກເຈົ້າມີເຈດຕະນາ ແລະ ໃຊ້ວິທີການທີ່ຕໍ່າຊ້າຫຼາຍ. ຄວາມຊື່ສັດຂອງພວກເຈົ້າກໍໜ້ອຍ, ຄວາມຈິງຈັງຂອງພວກເຈົ້າກໍເລັກໆນ້ອຍໆ ແລະ ຈິດສຳນຶກຂອງພວກເຈົ້າຍິ່ງບໍ່ມີເລີຍ. ໃນຫົວໃຈຂອງພວກເຈົ້າມີແຕ່ຄວາມຄິດຊົ່ວ ແລະ ບໍ່ມີໃຜທີ່ຈະໄດ້ຮັບການລະເວັ້ນຈາກຄວາມຊົ່ວຂອງເຈົ້າ, ແມ່ນແຕ່ເຮົາກໍບໍ່ລະເວັ້ນ. ພວກເຈົ້າຕັດເຮົາອອກ ຍ້ອນເຫັນແກ່ຜົນປະໂຫຍດຂອງລູກຂອງພວກເຈົ້າ ຫຼື ສາມີຂອງພວກເຈົ້າ ຫຼື ການຮັກສາຕົວພວກເຈົ້າເອງ. ແທນທີ່ຈະສົນໃຈກ່ຽວກັບເຮົາ ພວກເຈົ້າສົນໃຈຄອບຄົວຂອງພວກເຈົ້າ, ລູກຂອງພວກເຈົ້າ, ສະຖານະພາບຂອງພວກເຈົ້າ, ອະນາຄົດຂອງພວກເຈົ້າ ແລະ ຄວາມພໍໃຈໃນຕົວພວກເຈົ້າເອງ. ມີຍາມໃດແດ່ ທີ່ພວກເຈົ້າເຄີຍຄິດເຖິງເຮົາ ໃນເວລາທີ່ພວກເຈົ້າກ່າວ ຫຼື ກະທຳ? ເມື່ອອາກາດເຢັນ, ພວກເຈົ້າກໍຄິດຫາລູກຂອງພວກເຈົ້າ, ສາມີຂອງພວກເຈົ້າ, ພັນລະຍາຂອງພວກເຈົ້າ ຫຼື ພໍ່ແມ່ຂອງພວກເຈົ້າ. ເມື່ອອາກາດຮ້ອນ ເຮົາບໍ່ມີພື້ນທີ່ຢູ່ໃນຄວາມຄິດຂອງພວກເຈົ້າເລີຍ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຄິດເຖິງແຕ່ຜົນປະໂຫຍດຂອງຕົນເອງ, ຄວາມປອດໄພຂອງຕົນເອງ ແລະ ຄິດເຖິງສະມາຊິກໃນຄອບຄົວຂອງເຈົ້າເອງ. ເຈົ້າເຄີຍເຮັດຫຍັງແດ່ເພື່ອເຮົາ? ມີຕອນໃດແດ່ ທີ່ເຈົ້າຄິດເຖິງເຮົາ? ມີຕອນໃດແດ່ ທີ່ເຈົ້າອຸທິດຕົນເອງໃຫ້ກັບເຮົາ ແລະ ໃຫ້ກັບພາລະກິດຂອງເຮົາ ບໍ່ວ່າໃນສະພາບໃດກໍຕາມ? ຫຼັກຖານທີ່ພວກເຈົ້າວ່າ ສາມາດເຂົ້າກັບເຮົາໄດ້ນັ້ນ ຢູ່ໃສ? ຄວາມເປັນຈິງຂອງຄວາມຊື່ສັດທີ່ເຈົ້າມີຕໍ່ເຮົາ ຢູ່ໃສ? ຄວາມເປັນຈິງຂອງຄວາມເຊື່ອຟັງທີ່ເຈົ້າມີຕໍ່ເຮົາ ແມ່ນຢູ່ໃສ? ມີເມື່ອໃດແດ່ ທີ່ເຈດຕະນາຂອງເຈົ້າບໍ່ຫວັງເພື່ອຈະໄດ້ຮັບພອນຈາກເຮົາ? ພວກເຈົ້າຫຼອກລວງ ແລະ ຕົວະເຮົາ, ພວກເຈົ້າຫຼິ້ນກັບຄວາມຈິງ, ປິດບັງການເປັນຢູ່ແຫ່ງຄວາມຈິງ ແລະ ທໍລະຍົດຕໍ່ທາດແທ້ຂອງຄວາມຈິງ. ພວກເຈົ້າວາງຕົນເປັນສັດຕູກັບເຮົາ ແລ້ວແມ່ນຫຍັງລໍຖ້າເຈົ້າໃນອະນາຄົດ? ພວກເຈົ້າພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ ແລະ ພຽງແຕ່ສະແຫວງຫາຄວາມເຊື່ອທີ່ບໍ່ມີຄວາມເປັນຈິງ ແຕ່ພວກເຈົ້າບໍ່ສະແຫວງຫາເສັ້ນທາງເຂົ້າກັບພຣະຄຣິດເລີຍ. ຄວາມຊົ່ວຮ້າຍຂອງພວກເຈົ້າຈະບໍ່ໄດ້ຮັບຜົນກໍາແບບດຽວກັນກັບຜູ້ຄົນທີ່ຊົ່ວຊ້າສົມຄວນໄດ້ຮັບບໍ? ໃນເວລານັ້ນ ພວກເຈົ້າຈະສຳນຶກໄດ້ວ່າ ບໍ່ມີໃຜທີ່ບໍ່ເຂົ້າກັບພຣະຄຣິດຈະສາມາດຫຼົບໜີມື້ແຫ່ງຄວາມໂກດຮ້າຍໄດ້ ແລະ ພວກເຈົ້າຈະຄົ້ນພົບວ່າ ຜົນກໍາແບບໃດທີ່ຈະຖືກນໍາມາສູ່ຄົນທີ່ເປັນສັດຕູກັບພຣະຄຣິດ. ເມື່ອມື້ນັ້ນມາເຖິງ ຄວາມຝັນຂອງພວກເຈົ້າທີ່ຈະໄດ້ຮັບພອນສຳລັບຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ຈະໄດ້ຮັບສິດເຂົ້າສູ່ສະຫວັນນັ້ນຈະຖືກພັງທະລາຍລົງທັງໝົດ. ເຖິງຢ່າງໃດກໍຕາມ ສໍາລັບຄົນທີ່ສາມາດເຂົາກັບພຣະຄຣິດໄດ້ ແມ່ນບໍ່ເປັນແບບນັ້ນ, ເຖິງແມ່ນວ່າພວກເຂົາສູນເສຍຫຼາຍສິ່ງຫຼາຍຢ່າງ, ເຖິງແມ່ນວ່າພວກເຂົາໄດ້ຮັບຄວາມຍາກລຳບາກນາໆປະການກໍຕາມ ພວກເຂົາຈະໄດ້ຮັບມໍລະດົກທັງໝົດທີ່ເຮົາມອບໃຫ້ກັບມະນຸດຊາດ. ໃນທີ່ສຸດ ພວກເຈົ້າຈະເຂົ້າໃຈວ່າ ມີພຽງເຮົາທີ່ເປັນພຣະເຈົ້າທີ່ຊອບທຳ ແລະ ມີພຽງເຮົາທີ່ສາມາດນໍາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍສົດງົດງາມນັ້ນໄດ້.

(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 307)

ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ, ພຣະທຳຫຼາຍຂໍ້ຂອງພຣະເຈົ້າຈຶ່ງບໍ່ສາມາດປັກຮາກຖານໄດ້. ມີຫຼາກຫຼາຍເຫດຜົນສຳລັບຄວາມສາມາດຕໍ່າເຊັ່ນນີ້ ເຊັ່ນ: ຄວາມເສື່ອມຊາມຂອງຄວາມຄິດ ແລະ ສິນທຳຂອງມະນຸດ ແລະ ການຂາດການສັ່ງສອນທີ່ຖືກຕ້ອງ; ຄວາມເຊື່ອງົມງວາຍແບບສັກດີນາທີ່ໄດ້ເຂົ້າຍຶດຫົວໃຈຂອງມະນຸດຢ່າງຮ້າຍແຮງ; ວິທີຊີວິດທີ່ຊົ່ວຊ້າ ແລະ ເສື່ອມໂຊມທີ່ໄດ້ຝັງຄວາມຊົ່ວຫຼາຍຢ່າງຢູ່ໃນມຸມເລິກທີ່ສຸດຂອງຫົວໃຈມະນຸດ; ຄວາມເຂົ້າໃຈໜັງສືກ່ຽວກັບວັດທະນະທຳແບບຜິວເຜີນ ເຊິ່ງຄົນເກືອບເກົ້າສິບແປດເປີເຊັນແມ່ນຂາດການສຶກສາໃນເລື່ອງໜັງສືວັດທະນະທຳ ແລະ ຍິ່ງໄປກວ່ານັ້ນ ມີຄົນຈຳນວນໜ້ອຍຫຼາຍທີ່ໄດ້ຮັບການສຶກສາກ່ຽວກັບວັດທະນະທຳໃນລະດັບສູງ. ສະນັ້ນ ໂດຍພື້ນຖານແລ້ວຜູ້ຄົນແມ່ນບໍ່ຮູ້ຈັກວ່າ ພຣະເຈົ້າ ຫຼື ພຣະວິນຍານໝາຍເຖິງຫຍັງ, ພວກເຂົາມີພຽງພາບລັກສະນະທີ່ເລື່ອນລອຍ ແລະ ບໍ່ຊັດເຈນກ່ຽວກັບພຣະເຈົ້າ ເຊິ່ງໄດ້ຮັບມາຈາກຄວາມເຊື່ອງົມງວາຍແບບສັກດີນາ. ອິດທິພົນທີ່ເປັນອັນຕະລາຍຫຼາຍພັນປີຂອງ “ວິນຍານແຫ່ງຊາດນິຍົມຢ່າງສູງ” ທີ່ໄດ້ຝັງເລິກເຂົ້າໃນຫົວໃຈມະນຸດ ພ້ອມກັບຄວາມຄິດແບບສັກດີນາທີ່ຜູກມັດ ແລະ ລ່າມໂສ້ຜູ້ຄົນໂດຍບໍ່ມີອິດສະຫຼະແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມປະສົງທີ່ຈະສະແຫວງຫາ ຫຼື ຄວາມພາກພຽນ, ບໍ່ມີຄວາມປາຖະໜາທີ່ຈະກ້າວໜ້າ, ແຕ່ກົງກັນຂ້າມ ຍັງເປັນຄົນຂີ້ຄ້ານ ແລະ ຖອຍຫຼັງ, ຍຶດຕິດໃນຄວາມຄິດທາງດ້ານຂ້າທາດ ແລະ ອື່ນໆອີກ, ປັດໄຈແທ້ຈິງເຫຼົ່ານີ້ໄດ້ຖ່າຍທອດແບບພິມຂອງຄວາມສົກກະປົກ ແລະ ຂີ້ຮ້າຍທີ່ລຶບບໍ່ອອກ ໃຫ້ກັບທັດສະນະຕາມອຸດົມຄະຕິ, ອຸດົມການ, ສິນທຳ ແລະ ອຸປະນິໄສຂອງມະນຸດ. ມັນເບິ່ງຄືກັບວ່າ ມະນຸດກຳລັງດຳລົງຊີວິດຢູ່ໃນໂລກຂອງຜູ້ກໍ່ການຮ້າຍທີ່ມືດມົວ ເຊິ່ງບໍ່ມີຜູ້ໃດທ່າມກາງພວກເຂົາສະແຫວງຫາຢູ່ເໜືອມັນ ແລະ ບໍ່ມີຜູ້ໃດທ່າມກາງພວກເຂົາຄິດຍ້າຍໄປຢູ່ໂລກອຸດົມຄະຕິ; ກົງກັນຂ້າມ ພວກເຂົາພໍໃຈກັບໂຊກຊະຕາໃນຊີວິດຂອງພວກເຂົາ, ໃຊ້ເວລາແຕ່ລະມື້ຂອງພວກເຂົາເພື່ອເກີດ ແລະ ລ້ຽງລູກຫຼານ, ດີ້ນຮົນ, ໃຊ້ເຫື່ອແຮງ, ໝົກມຸ້ນຢູ່ກັບວຽກເຮືອນຂອງພວກເຂົາ, ຝັນຢາກມີຄອບຄົວທີ່ສະບາຍ ແລະ ມີຄວາມສຸກ, ຄວາມຮັກໃນຊີວິດຄູ່, ລູກຫຼານທີ່ກະຕັນຍູ, ຄວາມສຸກໃນບັ້ນປາຍຊີວິດທີ່ພວກເຂົາຈະໄດ້ດຳລົງຊີວິດຂອງພວກເຂົາຢ່າງສະຫງົບສຸກ... ເປັນເວລາຫຼາຍສິບ, ຫຼາຍພັນ, ຫຼາຍໝື່ນປີຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເສຍເວລາຂອງພວກເຂົາໃນລັກສະນະນີ້ ໂດຍບໍ່ມີໃຜສ້າງຊີວິດທີ່ສົມບູນ, ທຸກຄົນພຽງແຕ່ເຈດຕະນາເຂັນຂ້າກັນໃນໂລກທີ່ມືດມົວນີ້, ແຂ່ງຂັນເພື່ອຊື່ສຽງ ແລະ ຊັບສິນ ແລະ ເຈດຕະນາວາງແຜນທໍາລາຍເຊິ່ງກັນແລະກັນ. ມີໃຜແດ່ທີ່ເຄີຍສະແຫວງຫາຄວາມປະສົງຂອງພຣະເຈົ້າ? ມີໃຜແດ່ທີ່ເຄີຍໃສ່ໃຈພາລະກິດຂອງພຣະເຈົ້າ? ທຸກພາກສ່ວນຂອງມະນຸດຊາດທີ່ຖືກຄອບງໍາໂດຍອິດທິພົນແຫ່ງຄວາມມືດໄດ້ກາຍເປັນທຳມະຊາດຂອງມະນຸດຕັ້ງແຕ່ໃດມາ ແລະ ດ້ວຍເຫດນັ້ນ ມັນຈຶ່ງຍາກທີ່ຈະປະຕິບັດພາລະກິດຂອງພຣະເຈົ້າ ແລະ ນອກນັ້ນ ຜູ້ຄົນກໍຍິ່ງບໍ່ມີຈິດໃຈທີ່ຈະສົນໃຈຕໍ່ສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບພວກເຂົາໃນປັດຈຸບັນ. ຢ່າງໃດກໍຕາມ, ເຮົາເຊື່ອວ່າຜູ້ຄົນຈະບໍ່ຂັດຂ້ອງທີ່ເຮົາກ່າວພຣະທຳເຫຼົ່ານີ້ ເພາະວ່າສິ່ງທີ່ເຮົາກຳລັງເວົ້າແມ່ນກ່ຽວກັບປະຫວັດສາດພັນປີ. ການກ່າວເຖິງປະຫວັດສາດໝາຍເຖິງຄວາມຈິງ ແລະ ຍິ່ງໄປກວ່ານັ້ນກໍເປັນເລື່ອງອັບອາຍຂາຍໜ້າທີ່ທຸກຄົນສາມາດເຫັນໄດ້ຢ່າງຊັດເຈນ, ແລ້ວແມ່ນຫຍັງຄືຜົນຂອງການເວົ້າໃນສິ່ງທີ່ກົງກັນຂ້າມກັບຄວາມຈິງ? ເຖິງຢ່າງໃດກໍຕາມ ເຮົາຍັງເຊື່ອວ່າຜູ້ຄົນທີ່ມີເຫດຜົນ ເມື່ອໄດ້ເຫັນພຣະທຳເຫຼົ່ານີ້ແລ້ວ ຈະຕື່ນຂຶ້ນ ແລະ ພະຍາຍາມກ້າວໄປຂ້າງໜ້າ. ພຣະເຈົ້າຫວັງວ່າ ມະນຸດຈະສາມາດດຳລົງຊີວິດ ແລະ ປະຕິບັດພາລະກິດຢ່າງສະຫງົບ ແລະ ດ້ວຍຄວາມພໍໃຈ ໃນຂະນະດຽວກັນກໍສາມາດຮັກພຣະເຈົ້າເຊັ່ນກັນ. ມັນຄືຄວາມປະສົງຂອງພຣະເຈົ້າທີ່ຈະໃຫ້ມະນຸດຊາດທຸກຄົນເຂົ້າສູ່ການພັກຜ່ອນ; ຍິ່ງໄປກວ່ານີ້ ການເຮັດໃຫ້ແຜ່ນດິນໂລກທັງໝົດເຕັມໄປດ້ວຍຄວາມສະຫງ່າລາສີຂອງພຣະເຈົ້າກໍຄືຄວາມປາຖະໜາທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ມັນເປັນເລື່ອງທີ່ອັບອາຍຫຼາຍທີ່ມະນຸດຍັງຈົມຢູ່ກັບການຂາດສະຕິ ແລະ ບໍ່ຕື່ນຕົວ, ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ຈົນປັດຈຸບັນ ພວກເຂົາແມ່ນບໍ່ມີລັກສະນະຂອງມະນຸດອີກແລ້ວ. ສະນັ້ນ ຄວາມຄິດຂອງມະນຸດ, ສິນທຳ ແລະ ການສຶກສາແມ່ນໂສ້ສຳຄັນອັນໜຶ່ງ ແລະ ການຝຶກຝົນຮຽນຮູ້ກ່ຽວກັບໜັງສືວັດທະນະທຳແມ່ນອີກໂສ້ໜຶ່ງ ທີ່ດີກວ່າໃນການເພີ່ມຄວາມສາມາດກ່ຽວກັບວັດທະນະທຳຂອງມະນຸດ ແລະ ປ່ຽນແປງທັດສະນະຝ່າຍວິນຍານຂອງພວກເຂົາ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 308)

ໃນລະຫວ່າງເສັ້ນທາງແຫ່ງການເຂົ້າສູ່ຂອງມະນຸດ, ຊີວິດກໍເປັນຕາເບື່ອຢູ່ສະເໝີ, ເຕັມໄປດ້ວຍອົງປະກອບທີ່ບໍ່ປ່ຽນຈັກເທື່ອຂອງຊີວິດຝ່າຍວິນຍານ ເຊັ່ນ ການອະທິຖານໃນບາງຄັ້ງ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ຈັດຕັ້ງການຊຸມນຸມ ເພື່ອວ່າຜູ້ຄົນຈະຮູ້ສຶກຢູ່ສະເໝີວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ນໍາຄວາມສຸກທີ່ຍິ່ງໃຫຍ່ມາໃຫ້ເລີຍ. ກິດຈະກຳຝ່າຍວິນຍານດັ່ງກ່າວຖືກປະຕິບັດບົນພື້ນຖານແຫ່ງອຸປະນິໄສເດີມຂອງມະນຸດຊາດຢູ່ສະເໝີ ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ເຖິງແມ່ນບາງເທື່ອ ຜູ້ຄົນສາມາດຮັບເອົາແສງສະຫວ່າງຂອງພຣະວິນຍານບໍລິສຸດ, ຄວາມຄິດເດີມ, ອຸປະນິໄສ, ວິຖີຊີວິດ ແລະ ນິໄສຂອງພວກເຂົາກໍຍັງຝັງຮາກຢູ່ພາຍໃນ ແລະ ດ້ວຍເຫດນັ້ນ ທຳມະຊາດຂອງພວກເຂົາຈຶ່ງຍັງບໍ່ປ່ຽນແປງ. ການກະທໍາແບບງົມງວາຍຂອງຜູ້ຄົນ ແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ, ແຕ່ຫຼາຍຄົນກໍຍັງບໍ່ສາມາດປະຖິ້ມສິ່ງເຫຼົ່ານັ້ນໄດ້, ພວກເຂົາຄິດວ່າການກະທໍາແບບງົມງວາຍເຫຼົ່ານັ້ນແມ່ນຖືກບັນຍັດໂດຍພຣະເຈົ້າ ແລະ ແມ່ນແຕ່ປັດຈຸບັນກໍຍັງບໍ່ຍອມຖິ້ມສິ່ງເຫຼົ່ານັ້ນຢ່າງແທ້ຈິງ. ສິ່ງດັ່ງກ່າວມານັ້ນ ແມ່ນສິ່ງທີ່ຄົນໜຸ່ມຈັດກຽມສຳລັບງານດອງ ແລະ ເຄື່ອງແຕ່ງກາຍຂອງເຈົ້າສາວ; ຂອງຂວັນທີ່ເປັນເງິນ, ງານກິນລ້ຽງ ແລະ ພິທີກໍາໃນງານສະເຫຼີມສະຫຼອງທົ່ວໄປ; ມັນເປັນປະເພນີບູຮານທີ່ຖືກສືບທອດກັນມາແຕ່ດົນນານ; ພິທີກໍາງົມງວາຍທີ່ໄຮ້ຄວາມໝາຍທັງໝົດທີ່ຖືກໃຊ້ໃນງານຄົນຕາຍ ແລະ ພິທີຝັງສົບຂອງພວກເຂົາ: ສິ່ງເຫຼົ່ານີ້ຍິ່ງເປັນທີ່ກຽດຊັງສຳລັບພຣະເຈົ້າ. ແມ່ນແຕ່ມື້ແຫ່ງການນະມັດສະການ (ລວມເຖິງວັນຊະບາໂຕ ຕາມທີ່ໂລກແຫ່ງສາສະໜາໄດ້ຮັກສາໄວ້) ກໍເປັນທີ່ກຽດຊັງສຳລັບພຣະອົງ; ຄວາມສຳພັນໃນສັງຄົມ ແລະ ການມີປະຕິກິລິຍາທາງໂລກລະຫວ່າງມະນຸດກໍລ້ວນແລ້ວແຕ່ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະເຈົ້າ. ແມ່ນແຕ່ເທດສະການລະດູໃບໄມ້ປົ່ງ ແລະ ວັນຄຣິສມາດ ເຊິ່ງເປັນທີ່ຮູ້ຈັກຂອງທຸກຄົນ ກໍຍັງບໍ່ໄດ້ຖືກບັນຍັດໂດຍພຣະເຈົ້າ ບໍ່ຕ້ອງເວົ້າເຖິງຂອງຫຼິ້ນ ແລະ ການຕົບແຕ່ງສໍາລັບມື້ພັກເທດສະການເຫຼົ່ານີ້ເຊັ່ນ: ຄຳກອນ, ບັ້ງກະໂພກ, ໂຄມໄຟ, ພິທີສິນມະຫາສະນິດ, ຂອງຂວັນໃນວັນຄຣິສມາດ ແລະ ງານລ້ຽງສະຫຼອງວັນຄຣິສມາດ, ສິ່ງເຫຼົ່ານີ້ບໍ່ແມ່ນພະທຽມທີ່ຢູ່ໃນຄວາມຄິດຂອງມະນຸດບໍ? ການຫັກເຂົ້າຈີ່ໃນວັນຊະບາໂຕ, ເຫຼົ້າແວງ ແລະ ຜ້າຝ້າຍລິນິນທີ່ສວຍງາມຍິ່ງເປັນພະທຽມຢ່າງຊັດເຈນຂຶ້ນອີກ. ມື້ເທດສະການປະເພນີທັງໝົດໃນປະເທດຈີນ ເຊັ່ນ: ວັນແຫ່ສິງໂຕ, ວັນແຂ່ງເຮືອມັງກອນ, ເທດສະການກາງລະດູໃບໄມ້ລົ່ນ, ເທດສະການລາບາ ແລະ ປີໃໝ່ ແລະ ເທດສະການຕ່າງໆໃນໂລກແຫ່ງສາສະໜາ ເຊັ່ນ: ວັນຄືນພະຊົນ, ມື້ຮັບບັບຕິດສະມາ ແລະ ວັນຄຣິສມາດ, ເທດສະການທີ່ບໍ່ມີເຫດຜົນເຫຼົ່ານີ້ຖືກຈັດກຽມ ແລະ ສືບຕໍ່ກັນມາຢ່າງແຜ່ຫຼາຍ ຈາກຍຸກບູຮານຈົນເຖິງປັດຈຸບັນໂດຍຄົນຫຼວງຫຼາຍ. ມັນຄືຈິນຕະນາການແບບເພີ້ຝັນຂອງມະນຸດ ແລະ ແນວຄິດປະດິດສ້າງທີ່ເຮັດໃຫ້ສິ່ງເຫຼົ່ານັ້ນຖືກສືບຕໍ່ມາຈົນເຖິງປັດຈຸບັນ. ສິ່ງເຫຼົ່ານັ້ນເບິ່ງຄືກັບວ່າ ບໍ່ມີຂໍ້ບົກຜ່ອງ, ແຕ່ຕາມຄວາມເປັນຈິງແລ້ວ ພວກມັນຄືກົນອຸບາຍທີ່ຊາຕານຫຼອກລວງມະນຸດຊາດ. ຍິ່ງບ່ອນໃດທີ່ເປັນສະຖານທີ່ຊຸມນຸມຂອງຊາຕານ ແລະ ເປັນສະຖານທີ່ຫຼ້າສະໄໝ ແລະ ຫຼ້າຫຼັງສໍ່າໃດ, ປະເພນີແບບສັກດີນານີ້ກໍຍິ່ງຖືກຝັງແໜ້ນໃນສ່ວນເລິກຂອງຜູ້ຄົນຫຼາຍສໍ່ານັ້ນ. ສິ່ງເຫຼົ່ານັ້ນຜູກມັດຜູ້ຄົນຢ່າງແໜ້ນ ເຮັດໃຫ້ບໍ່ມີບ່ອນວ່າງທີ່ຈະເຄື່ອນໄຫວໄດ້ເລີຍ. ຫຼາຍເທດສະການທີ່ຢູ່ໃນໂລກແຫ່ງສາສະໜາເບິ່ງຄືກັບວ່າ ມັນສະແດງເຖິງຄວາມເກົ່າແກ່ທີ່ຍິ່ງໃຫຍ່ ແລະ ສ້າງຂົວເຊື່ອມໂຍງກັບພາລະກິດຂອງພຣະເຈົ້າ, ແຕ່ຕາມຄວາມເປັນຈິງແລ້ວ ພວກມັນເປັນສາຍເຊືອກທີ່ຊາຕານໃຊ້ເພື່ອຜູກມັດຜູ້ຄົນບໍ່ໃຫ້ຮູ້ຈັກພຣະເຈົ້າ, ພວກມັນລ້ວນແລ້ວແຕ່ເປັນອຸບາຍເລ່ຫຼຽມຂອງຊາຕານ. ໃນຄວາມຈິງ, ເມື່ອຂັ້ນຕອນຂອງພາລະກິດຂອງພຣະເຈົ້າສຳເລັດລົງ, ພຣະອົງໄດ້ທຳລາຍເຄື່ອງມື ແລະ ຮູບແບບໃນເວລານັ້ນແລ້ວ ໂດຍບໍ່ປ່ອຍໃຫ້ເຫຼືອຮ່ອງຮອຍໄວ້ເລີຍ. ເຖິງຢ່າງໃດກໍຕາມ “ຜູ້ເຊື່ອທີ່ເຫຼື້ອມໃສ” ກໍສືບຕໍ່ນະມັດສະການວັດຖຸສິ່ງຂອງເຫຼົ່ານັ້ນທີ່ຈັບຕ້ອງໄດ້; ໃນຂະນະດຽວກັນ ພວກເຂົາກໍເກັບສິ່ງທີ່ພຣະເຈົ້າມີນັ້ນໄວ້ຢູ່ໃນເບື້ອງຫຼັງຂອງຄວາມຄິດຂອງພວກເຂົາ, ບໍ່ສຶກສາມັນອີກຕໍ່ໄປ, ເບິ່ງຄືວ່າ ເຕັມໄປດ້ວຍຄວາມຮັກສຳລັບພຣະເຈົ້າ ແຕ່ຕາມຄວາມເປັນຈິງແລ້ວ ພວກເຂົາໄດ້ຜັກດັນພຣະອົງໃຫ້ອອກຈາກເຮືອນຂອງພວກເຂົາຕັ້ງແຕ່ດົນມາແລ້ວ ແລະ ວາງຊາຕານໄວ້ເທິງໂຕະເພື່ອນະມັດສະການ. ຮູບພາບຂອງພຣະເຢຊູ, ໄມ້ກາງແຂນ, ມາຣິອາ, ການຮັບບັບຕິດສະມາຂອງພຣະເຢຊູ ແລະ ອາຫານຄາບສຸດທ້າຍ, ຜູ້ຄົນເຄົາລົບນັບຖືສິ່ງເຫຼົ່ານີ້ເປັນພຣະຜູ້ເປັນເຈົ້າແຫ່ງສະຫວັນ, ໃນຂະນະດຽວກັນກໍຮ້ອງອອກເປັນສຽງດັງຊໍ້າແລ້ວຊໍ້າອີກວ່າ “ພຣະເຈົ້າພຣະບິດາແຫ່ງຟ້າສະຫວັນ”. ສິ່ງນີ້ບໍ່ແມ່ນລ້ວນແລ້ວແຕ່ເປັນເລື່ອງຕະຫຼົກບໍ? ຈົນເຖິງມື້ນີ້, ຄຳເວົ້າ ແລະ ການປະຕິບັດທີ່ຄ້າຍຄືກັນຫຼາຍຢ່າງ ທີ່ຖືກສົ່ງຕໍ່ທ່າມກາງມະນຸດຊາດແມ່ນເປັນທີ່ກຽດຊັງສຳລັບພຣະເຈົ້າ; ພວກມັນກີດຂວາງຫົນທາງທີ່ຢູ່ເບື້ອງໜ້າສຳລັບພຣະເຈົ້າຢ່າງຮ້າຍແຮງ ແລະ ຍິ່ງໄປກວ່ານັ້ນກໍໄດ້ສ້າງຄວາມລົ້ມເຫຼວໃຫ້ກັບທາງເຂົ້າຂອງມະນຸດ. ນອກຈາກລະດັບທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມແລ້ວ, ຂ້າງໃນຂອງຜູ້ຄົນກໍເຕັມໄປດ້ວຍສິ່ງຕ່າງໆ ເຊັ່ນ: ກົດລະບຽບຂອງພະຍານລີ່, ປະສົບການຂອງລໍເຣັນ, ການສໍາຫຼວດຂອງຜູ້ເຝົ້າເບິ່ງໜີ່ ແລະ ວຽກງານຂອງເປົາໂລ. ບໍ່ມີທາງທີ່ຈະໃຫ້ພຣະເຈົ້າປະຕິບັດພາລະກິດໃນມະນຸດໄດ້, ເພາະວ່າ ພວກເຂົາມີຄວາມເຊື່ອໃນກົດໝາຍ, ກົດລະບຽບ, ຂໍ້ກຳນົດ, ລະບົບ ແລະ ສິ່ງອື່ນໆທີ່ຄ້າຍຄືກັນນັ້ນຫຼາຍເກີນໄປ; ນອກຈາກກະແສງົມງວາຍແບບສັກດີນາຂອງຜູ້ຄົນແລ້ວ ສິ່ງເຫຼົ່ານີ້ຍັງໄດ້ເຂົ້າຍຶດ ແລະ ກືນກິນມະນຸດ. ມັນຄືກັບວ່າຄວາມຄິດຂອງຜູ້ຄົນເປັນຮູບເງົາທີ່ເປັນຕາສົນໃຈ ເຊິ່ງບັນລະຍາຍເຖິງເທບນິຍາຍໃນຮູບແບບເຕັມສີ, ໂດຍມີສິ່ງມີຊີວິດທີ່ວິເສດກຳລັງຂີ່ກ້ອນເມກ, ເຕັມໄປດ້ວຍພະລັງຈິນຕະນາການຫຼາຍສິ່ງຢ່າງ ຈົນເຮັດໃຫ້ຜູ້ຄົນປະຫຼາດໃຈ, ເຮັດໃຫ້ຜູ້ຄົນເມົາມົວ ແລະ ເວົ້າບໍ່ອອກ. ຖ້າຈະເວົ້າຄວາມຈິງແລ້ວ, ພາລະກິດທີ່ພຣະເຈົ້າສະເດັດມາເພື່ອປະຕິບັດໃນປັດຈຸບັນ ຕົ້ນຕໍແມ່ນເພື່ອຈັດການ ແລະ ກຳຈັດແນວຄວາມຄິດງົມງວາຍຂອງມະນຸດ ແລະ ປ່ຽນແປງທັດສະນະຄະຕິຂອງພວກເຂົາທັງໝົດ. ພາລະກິດຂອງພຣະເຈົ້າບໍ່ໄດ້ຄົງຢູ່ຈົນເຖິງປັດຈຸບັນ ເນື່ອງຈາກມໍລະດົກທີ່ແມ່ນສິ່ງທີ່ຖືກມະນຸດຊາດສືບຕໍ່ຈາກຮຸ່ນສູ່ຮຸ່ນ; ມັນເປັນພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນດ້ວຍພຣະອົງເອງ ແລະ ຖືກເຮັດໃຫ້ສຳເລັດດ້ວຍພຣະອົງ ແລະ ບໍ່ຈຳເປັນຕ້ອງສົ່ງຕໍ່ໃຫ້ເປັນມໍລະດົກຂອງມະນຸດຝ່າຍວິນຍານທີ່ຍິ່ງໃຫຍ່ ຫຼື ມອບໝາຍພາລະກິດໃດກໍຕາມໃຫ້ກັບກຸ່ມຄົນທີ່ເປັນຕົວແທນຂອງພຣະເຈົ້າປະຕິບັດໃນຍຸກໃດຍຸກໜຶ່ງ. ມະນຸດບໍ່ຈຳເປັນຕ້ອງສົນໃຈກັບສິ່ງເຫຼົ່ານີ້. ໃນປັດຈຸບັນ ພຣະເຈົ້າມີຮູບແບບການເວົ້າ ແລະ ການປະຕິບັດພາລະກິດແບບໃໝ່, ແລ້ວເປັນຫຍັງມະນຸດຈຶ່ງຕ້ອງສ້າງບັນຫາໃຫ້ກັບຕົນເອງ? ຖ້າມະນຸດຍ່າງໃນເສັ້ນທາງແຫ່ງປັດຈຸບັນພາຍໃນກະແສປັດຈຸບັນ ໃນຂະນະທີ່ກຳລັງສືບຕໍ່ມໍລະດົກຂອງ “ບັນພະບຸລຸດ” ຂອງພວກເຂົາ, ພວກເຂົາກໍຈະບໍ່ໄປເຖິງຈຸດໝາຍປາຍທາງຂອງພວກເຂົາຈັກເທື່ອ. ພຣະເຈົ້າຮູ້ສຶກລັງກຽດພຶດຕິກຳໃນຮູບແບບນີ້ຂອງມະນຸດທີ່ສຸດ ຄືກັນກັບທີ່ພຣະອົງກຽດຊັງປີ, ເດືອນ ແລະ ມື້ໃນໂລກມະນຸດ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 309)

ວິທີທີ່ຈະປ່ຽນແປງອຸປະນິໄສຂອງມະນຸດໄດ້ດີທີ່ສຸດກໍຄືປີ້ນຄືນສ່ວນຕ່າງໆເຫຼົ່ານັ້ນທີ່ຢູ່ໃນສ່ວນເລິກສຸດຂອງຫົວໃຈມະນຸດທີ່ຖືກພິດຢ່າງຮ້າຍແຮງ, ເຮັດໃຫ້ຜູ້ຄົນເລີ່ມປ່ຽນແປງຄວາມຄິດ ແລະ ສິນທຳຂອງພວກເຂົາ. ກ່ອນອື່ນໝົດ, ຜູ້ຄົນຈຳເປັນຕ້ອງເຫັນຢ່າງຊັດເຈນວ່າ ພິທີທາງສາສະໜາເຫຼົ່ານີ້, ກິດຈະກຳທາງສາສະໜາ, ປີ ແລະ ເດືອນ ແລະ ເທດສະການຕ່າງເປັນທີ່ກຽດຊັງສຳລັບພຣະເຈົ້າ. ພວກເຂົາຄວນປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກຂໍ້ຜູກມັດກ່ຽວກັບຄວາມຄິດແບບສັກດີນາເຫຼົ່ານີ້ ແລະ ທຳລາຍລ້າງຮ່ອງຮອຍທຸກຢ່າງກ່ຽວກັບນິໄສທີ່ຝັງເລິກຂອງພວກເຂົາທີ່ນິຍົມໄປຝ່າຍຄວາມງົມງວາຍ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ມີຢູ່ໃນທາງເຂົ້າຂອງມະນຸດຊາດ. ພວກເຈົ້າຕ້ອງເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງນໍາພາມະນຸດຊາດອອກຈາກທາງໂລກ ແລະ ເຂົ້າໃຈອີກຄັ້ງວ່າເປັນຫຍັງພຣະອົງຈຶ່ງນໍາພາມະນຸດໃຫ້ອອກຈາກກົດລະບຽບ ແລະ ຂໍ້ກຳນົດ. ນີ້ແມ່ນປະຕູທີ່ພວກເຈົ້າຈະເຂົ້າໄປ ແລະ ເຖິງແມ່ນສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບປະສົບການຝ່າຍວິນຍານຂອງພວກເຈົ້າ, ພວກມັນກໍເປັນສິ່ງກີດຂວາງທີ່ໃຫຍ່ທີ່ສຸດ ທີ່ກຳລັງຂັດຂວາງທາງເຂົ້າຂອງພວກເຈົ້າ, ກີດກັນພວກເຈົ້າຈາກການຮູ້ຈັກກັບພຣະເຈົ້າ. ສິ່ງເຫຼົ່ານັ້ນເປັນແຫເພື່ອໃຫ້ຜູ້ຄົນຕິດຄາ. ຫຼາຍຄົນອ່ານພຣະຄຳພີຫຼາຍເກີນໄປ ແລະ ສາມາດແມ່ນແຕ່ທ່ອງຈຳຂໍ້ພຣະທໍາຢ່າງຫຼວງຫຼາຍຈາກພຣະຄຳພີ. ໃນທາງເຂົ້າຂອງພວກເຂົາໃນປັດຈຸບັນ, ຜູ້ຄົນໃຊ້ພຣະຄຳພີເພື່ອວັດແທກພາລະກິດຂອງພຣະເຈົ້າຢ່າງບໍ່ມີສະຕິ, ຄືກັບວ່າພື້ນຖານຂອງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າແມ່ນພຣະຄຳພີ ແລະ ແຫຼ່ງກໍາເນີດຂອງພາລະກິດນີ້ກໍແມ່ນພຣະຄຳພີ. ເມື່ອພາລະກິດຂອງພຣະເຈົ້າສອດຄ່ອງກັບພຣະຄຳພີ, ຜູ້ຄົນກໍສະໜັບສະໜູນພາລະກິດຂອງພຣະເຈົ້າຢ່າງໜັກແໜ້ນ ແລະ ເຄົາລົບພຣະອົງດ້ວຍຄວາມນັບຖືຢ່າງບໍ່ເຄີຍມີມາກ່ອນ; ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຂ່ອງກັບພຣະຄຳພີ, ຜູ້ຄົນກໍກັງວົນໃຈຫຼາຍຈົນພວກເຂົາເຫື່ອແຕກ, ຄົ້ນຫາພື້ນຖານແຫ່ງພາລະກິດຂອງພຣະເຈົ້າໃນພຣະຄຳພີ; ຖ້າພາລະກິດຂອງພຣະເຈົ້າບໍ່ໄດ້ຖືກກ່າວເຖິງໃນພຣະຄຳພີ, ຜູ້ຄົນກໍຈະບໍ່ຄຳນຶງເຖິງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ເທົ່າທີ່ພາລະກິດຂອງພຣະເຈົ້າໃນປັດຈຸບັນເຮັດໄດ້ ຄົນສ່ວນໃຫຍ່ກໍຍອມຮັບພາລະກິດນັ້ນດ້ວຍຄວາມລະມັດລະວັງ, ເລືອກໃນການເຊື່ອຟັງພາລະກິດນັ້ນ ແລະ ຮູ້ສຶກບໍ່ແຕກຕ່າງເມື່ອຮູ້ຈັກພາລະກິດນັ້ນ; ແຕ່ສຳລັບສິ່ງຕ່າງໆທີ່ຢູ່ໃນອະດີດ, ພວກເຂົາແມ່ນຈະຍຶດຖືແຕ່ເຄິ່ງໜຶ່ງ ແລະ ປະຖິ້ມອີກເຄິ່ງໜຶ່ງ. ສິ່ງນີ້ຈະຖືກເອີ້ນວ່າທາງເຂົ້າໄດ້ບໍ? ການຍຶດຖືເອົາໜັງສືຂອງຄົນອື່ນເປັນຄືກັບຊັບສົມບັດ ແລະ ປະຕິບັດຕໍ່ໜັງສືເຫຼົ່ານັ້ນຄືກັບກະແຈທອງສູ່ປະຕູແຫ່ງອານາຈັກ, ຜູ້ຄົນສະແດງໃຫ້ເຫັນເຖິງຄວາມບໍ່ສົນໃຈໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາໃນປັດຈຸບັນເລີຍ. ຍິ່ງໄປກວ່ານັ້ນ, “ຜູ້ຊ່ຽວຊານທີ່ສະຫຼາດ” ຫຼາຍຄົນຖືພຣະທຳຂອງພຣະເຈົ້າໃນມືເບື້ອງຊ້າຍຂອງພວກເຂົາ ແລະ “ຜົນງານທີ່ຍິ່ງໃຫຍ່” ຂອງຄົນອື່ນໃນມືເບື້ອງຂວາຂອງພວກເຂົາ, ຄືກັນກັບວ່າ ພວກເຂົາຕ້ອງການຄົ້ນຫາພື້ນຖານແຫ່ງພຣະທຳຂອງພຣະເຈົ້າໃນປັດຈຸບັນທີ່ຢູ່ພາຍໃນຜົນງານທີ່ຍິ່ງໃຫຍ່ເຫຼົ່ານີ້ເພື່ອພິສູດແທ້ຈິງວ່າ ພຣະທຳຂອງພຣະເຈົ້າຖືກຕ້ອງ ແລະ ພວກເຂົາເຖິງກັບອະທິບາຍພຣະທຳຂອງພຣະເຈົ້າໃຫ້ກັບຄົນອື່ນ ໂດຍຮວມສິ່ງເຫຼົ່ານັ້ນເຂົ້າກັນກັບຜົນງານທີ່ຍິ່ງໃຫຍ່, ຄືກັນກັບວ່າພວກເຂົາເປັນຄົນທີ່ສ້າງຜົນງານນັ້ນ. ຖ້າຈະເວົ້າຄວາມຈິງ, ມີ “ນັກຄົ້ນຄວ້າທາງວິທະຍາສາດ” ຫຼາຍຄົນທ່າມກາງມະນຸດຊາດ ທີ່ບໍ່ເຄີຍຄິດເຖິງຜົນສຳເລັດກ່ຽວກັບວິທະຍາສາດຫຼ້າສຸດໃນປັດຈຸບັນເປັນຢ່າງຍິ່ງ ເຊິ່ງເປັນຜົນສຳເລັດກ່ຽວກັບວິທະຍາສາດທີ່ບໍ່ເຄີຍມີມາກ່ອນ (ເຊັ່ນ ພາລະກິດຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ເສັ້ນທາງສຳລັບເຂົ້າສູ່ຊີວິດ), ສະນັ້ນ ຜູ້ຄົນຈຶ່ງລ້ວນແລ້ວແຕ່ “ເພິ່ງພາຕົນເອງ”, “ເທດສະໜາ” ຢ່າງແຜ່ຫຼາຍດ້ວຍທັກສະການເວົ້າແບບຊວນເຊື່ອຂອງພວກເຂົາ ແລະ ໂອ້ອວດເຖິງ “ນາມທີ່ດີຂອງພຣະເຈົ້າ”. ໃນຂະນະດຽວກັນ, ທາງເຂົ້າຂອງພວກເຂົາເອງກໍຢູ່ໃນອັນຕະລາຍ ແລະ ພວກເຂົາເບິ່ງຄືກັບວ່າຫ່າງໄກຈາກເງື່ອນໄຂຂອງພຣະເຈົ້າ ດ້ວຍວ່າ ການເນລະມິດສ້າງແມ່ນເລີ່ມຕົ້ນຈາກຊ່ວງເວລານີ້ໄປ. ມັນງ່າຍສໍ່າໃດທີ່ຈະປະຕິບັດພາລະກິດຂອງພຣະເຈົ້າ? ມັນເບິ່ງຄືກັບວ່າຜູ້ຄົນໄດ້ຕັດສິນໃຈແລ້ວທີ່ຈະປະເຄິ່ງໜຶ່ງຂອງພວກເຂົາໃຫ້ຢູ່ໃນມື້ວານ ແລະ ນໍາອີກເຄິ່ງໜຶ່ງມາຢູ່ໃນປັດຈຸບັນ, ມອບເຄິ່ງໜຶ່ງໃຫ້ກັບຊາຕານ ແລະ ນໍາສະເໜີອີກເຄິ່ງໜຶ່ງໃຫ້ກັບພຣະເຈົ້າ, ຄືກັນກັບວ່າ ນີ້ແມ່ນວິທີທີ່ຈະເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈ ແລະ ຮູ້ສຶກເຖິງຄວາມສະບາຍບາງຢ່າງ. ໂລກຂ້າງໃນຂອງຜູ້ຄົນມີເລ່ຫຼ່ຽມຫຼາຍ, ພວກເຂົາຢ້ານທີ່ຈະສູນເສຍບໍ່ແມ່ນແຕ່ມື້ອື່ນເທົ່ານັ້ນ ແຕ່ຍັງຢ້ານສູນເສຍມື້ວານອີກດ້ວຍ, ຢ້ານຢ່າງເລິກໆທີ່ຈະລ່ວງເກີນທັງຊາຕານ ແລະ ພຣະເຈົ້າແຫ່ງປັດຈຸບັນ ເຊິ່ງພວກເຂົາເຫັນພຣະອົງຄືກັບວ່າ ເປັນພຣະເຈົ້າ ແລະ ບໍ່ເປັນພຣະເຈົ້າ. ເພາະຜູ້ຄົນບໍ່ສາມາດຝຶກຝົນຄວາມຄິດ ແລະ ສິນທຳຂອງພວກເຂົາໃຫ້ຖືກຕ້ອງ, ພວກເຂົາຈຶ່ງຂາດໃນການແຍກແຍະເປັນພິເສດ ແລະ ພວກເຂົາບໍ່ສາມາດບອກໄດ້ແທ້ໆວ່າ ພາລະກິດໃນປັດຈຸບັນນີ້ເປັນຂອງພຣະເຈົ້າ ຫຼື ບໍ່. ບາງເທື່ອ ມັນເປັນຍ້ອນຄວາມຄິດແບບສັກດີນາ ແລະ ງົມງວາຍຂອງຜູ້ຄົນທີ່ຝັງເລິກຫຼາຍ ຈົນພວກເຂົາຈັດຄວາມເຊື່ອງົມງວາຍ ແລະ ຄວາມຈິງ, ພຣະເຈົ້າ ແລະ ພະທຽມເຂົ້າໃນປະເພດດຽວກັນມະຕະຫຼອດ ໂດຍບໍ່ສົນໃຈທີ່ຈະແຍກແຍະລະຫວ່າງສິ່ງເຫຼົ່ານີ້ ແລະ ພວກເຂົາເບິ່ງຄືກັບວ່າ ບໍ່ສາມາດຈຳແນກອອກໄດ້ຢ່າງຊັດເຈນ ແມ່ນແຕ່ຫຼັງຈາກທີ່ພວກເຂົາໄດ້ພະຍາຍາມຄິດຢ່າງໜັກແລ້ວ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຢຸດຢູ່ໃນເສັ້ນທາງຂອງພວກເຂົາ ແລະ ບໍ່ກ້າວໄປຂ້າງໜ້າອີກຕໍ່ໄປ. ທຸກບັນຫາເຫຼົ່ານີ້ເກີດມາຈາກການທີ່ຜູ້ຄົນຂາດການສຶກສາໃນອຸດົມຄະຕິທີ່ຖືກຕ້ອງ ເຊິ່ງສ້າງຄວາມຫຍຸ້ງຍາກຢ່າງໃຫຍ່ໃຫ້ກັບທາງເຂົ້າຂອງພວກເຂົາ. ຜົນຕາມມາກໍຄື ຜູ້ຄົນບໍ່ເຄີຍຮູ້ສຶກສົນໃຈໃນພາລະກິດຂອງພຣະເຈົ້າທີ່ແທ້ຈິງ, ແຕ່ດື້ດຶງທີ່ຈະຍຶດຕິດກັບ[1] ພາລະກິດຂອງມະນຸດ (ເຊັ່ນ: ຄົນທີ່ພວກເຂົາເຫັນວ່າເປັນຜູ້ຍິ່ງໃຫຍ່) ຄືກັບວ່າ ພວກເຂົາຖືກຕີກາດ້ວຍສິ່ງນັ້ນ. ສິ່ງເຫຼົ່ານີ້ບໍ່ແມ່ນຫົວຂໍ້ຫຼ້າສຸດທີ່ມະນຸດຄວນເຂົ້າສູ່ບໍ

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ດື້ດຶງທີ່ຈະຍຶດຕິດກັບ” ແມ່ນໃຊ້ເພື່ອເຍາະເຍີ້ຍ. ວະລີນີ້ໝາຍເຖິງ ຜູ້ຄົນດື້ດຶງ ແລະ ຫົວແຂງ, ຍຶດຕິດຢູ່ກັບສິ່ງທີ່ຫຼ້າສະໄໝ ແລະ ບໍ່ເຕັມໃຈທີ່ຈະປະຖິ້ມສິ່ງເຫຼົ່ານັ້ນ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 310)

ຄວາມຮູ້ເປັນເວລາຫຼາຍພັນປີກ່ຽວກັບວັດທະນະທໍາບູຮານ ແລະ ປະຫວັດສາດ ແມ່ນໄດ້ປິດຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິທາງດ້ານຈິດໃຈຂອງມະນຸດຢ່າງແໜ້ນໜາ ເຊິ່ງເຮັດໃຫ້ພວກເຂົາໜຽວແໜນ ແລະ ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ.[1] ມະນຸດດໍາລົງຊີວິດຢູ່ໃນວົງຈອນສິບແປດຂອງນາຮົກ ຄືກັບວ່າ ພວກເຂົາຖືກພຣະເຈົ້າຂັບໄລ່ໃຫ້ໄປຢູ່ຄຸກໃຕ້ດິນ ໂດຍບໍ່ໃຫ້ເຫັນແສງສະຫວ່າງອີກເລີຍ. ຄວາມຄິດແບບສັກດີນາໄດ້ກົດຂີ່ຜູ້ຄົນຈົນພວກເຂົາເກືອບບໍ່ສາມາດຫາຍໃຈ ແລະ ຫາຍໃຈບໍ່ໄດ້. ພວກເຂົາບໍ່ມີເຮື່ອແຮງແມ່ນແຕ່ໜ້ອຍດຽວທີ່ຈະຕໍ່ຕ້ານ; ພວກເຂົາໄດ້ແຕ່ອົດທົນ ແລະ ອົດກັ້ນຢ່າງງຽບໆ... ບໍ່ເຄີຍມີຜູ້ໃດກ້າທີ່ຈະຕໍ່ສູ້ ຫຼື ລຸກຂຶ້ນສູ້ເພື່ອຄວາມຊອບທໍາ ແລະ ຄວາມຍຸຕິທໍາ; ແຕ່ລະມື້ ແລະ ແຕ່ລະປີຜູ້ຄົນດໍາລົງຊີວິດຢູ່ຮ້າຍກວ່າສັດ ພາຍໃຕ້ການທໍາຮ້າຍ ແລະ ການຂົ່ມເຫັງຂອງຫຼັກການສັກດີນາ. ພວກເຂົາບໍ່ເຄີຍຄິດທີ່ຈະສະແຫວງຫາພຣະເຈົ້າ ເພື່ອມີຄວາມສຸກຢູ່ໃນໂລກມະນຸດ. ມັນຄືກັບວ່າ ຜູ້ຄົນຖືກຕີລົງຈົນເຖິງຈຸດທີ່ວ່າພວກເຂົາຄືກັບໃບໄມ້ລົ່ນໃນລະດູໃບໄມ້ລົ່ນ, ແຫ່ວແຫ້ງ, ຫ່ຽວ ແລະ ເຫຼືອງ-ສີນໍ້າຕານ. ຜູ້ຄົນໄດ້ສູນເສຍຄວາມຊົງຈໍາຂອງພວກເຂົາແຕ່ດົນນານ; ພວກເຂົາດໍາລົງຊີວິດໃນນາຮົກ ຢ່າງສິ້ນຫວັງທີ່ເອີ້ນວ່າ ໂລກມະນຸດ, ລໍຖ້າການມາເຖິງຂອງຍຸກສຸດທ້າຍ ເພື່ອວ່າ ພວກເຂົາອາດຈະດັບສູນໄປພ້ອມກັນກັບນາຮົກນີ້ ຄືກັບວ່າ ຍຸກສຸດທ້າຍທີ່ພວກເຂົາປາດຖະໜາແມ່ນມື້ທີ່ມະນຸດຈະໄດ້ຮັບຄວາມສະຫງົບຢ່າງມີຄວາມສຸກ. ຫຼັກການຂອງສັກດີນາ ແມ່ນໄດ້ນໍາເອົາຊີວິດມະນຸດໄປສູ່ “ແດນມໍລະນາ” ເຮັດໃຫ້ກໍາລັງຕໍ່ຕ້ານຂອງມະນຸດອ່ອນແອລົງ. ການກົດຂີ່ທຸກຮູບແບບໄດ້ຍູ້ມະນຸດຕົກລົງສູ່ແດນມໍລະນາເລິກຍິ່ງຂຶ້ນເລື້ອຍໆ ແລະ ຫ່າງໄກອອກຈາກພຣະເຈົ້າເທື່ອລະກ້າວ. ຈົນເຖິງປັດຈຸບັນນີ້ ເຂົາໄດ້ກາຍເປັນຄົນແປກໜ້າຕໍ່ພຣະເຈົ້າຢ່າງສິ້ນເຊີງ ແລະ ຟ້າວລົບຫຼີກພຣະອົງເວລາພວກເຂົາພົບກັນ. ມະນຸດບໍ່ສົນໃຈພຣະອົງ ແລະ ປ່ອຍໃຫ້ພຣະອົງຢືນຢູ່ຂ້າງໜຶ່ງຜູ້ດຽວ ຄືກັບວ່າ ມະນຸດບໍ່ເຄີຍຮູ້ຈັກພຣະອົງ ແລະ ບໍ່ເຄີຍພົບເຫັນພຣະອົງມາກ່ອນ. ເຖິງຢ່າງໃດກໍຕາມ ພຣະເຈົ້າໄດ້ລໍຖ້າມະນຸດຜ່ານການເດີນທາງອັນຍາວໄກຂອງຊີວິດມະນຸດ, ບໍ່ເຄີຍໂຍນຄວາມໂມໂຫທີ່ບໍ່ສາມາດຄວບຄຸມໄດ້ຂອງພຣະອົງໃສ່ມະນຸດ. ພຣະອົງພຽງແຕ່ລໍຖ້າຢ່າງງຽບໆ ເພື່ອໃຫ້ມະນຸດສໍານຶກຜິດ ແລະ ເລີ່ມຕົ້ນໃໝ່. ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ສະເດັດລົງມາໂລກມະນຸດເພື່ອແບ່ງປັນຄວາມທຸກຂອງໂລກມະນຸດກັບມະນຸດ. ພຣະອົງໄດ້ອາໄສຢູ່ກັບມະນຸດເປັນເວລາຫຼາຍປີ ແຕ່ບໍ່ມີໃຜໄດ້ຄົ້ນພົບການມີຢູ່ຂອງພຣະອົງ. ພຣະເຈົ້າໄດ້ແຕ່ອົດທົນຢູ່ຢ່າງງຽບໆຕໍ່ຄວາມທຸກທໍລະມານຂອງຄວາມສົກກະປົກໃນໂລກມະນຸດ ໃນຂະນະທີ່ດໍາເນີນພາລະກິດທີ່ພຣະອົງໄດ້ນໍາມາສູ່ຜູ້ຄົນ. ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ, ພຣະອົງປະສົບກັບຄວາມທຸກທີ່ມະນຸດບໍ່ເຄີຍປະສົບມາກ່ອນ. ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການຂອງມະນຸດຊາດອີກດ້ວຍ. ຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ລັກເອົາມະນຸດຢ່າງລັບໆຈາກການສະຖິດຂອງພຣະເຈົ້າ ແລະ ມອບເຂົາໃຫ້ແກ່ກະສັດຂອງພວກຜີຮ້າຍ ແລະ ລູກຫຼານຂອງມັນ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5[ກ] ໄດ້ເອົາຄວາມຄິດ ແລະ ແນວຄວາມຄິດຂອງມະນຸດເຂົ້າສູ່ອີກຍຸກແຫ່ງການກະບົດ ເຮັດໃຫ້ມະນຸດເຊີດຊູຜູ້ທີ່ຂຽນໜັງສື ແລະ ວັນນະຄະດີຊັ້ນຍອດຂອງສາລະບັນເພີ່ມຍິ່ງຂຶ້ນ ແລະ ຜົນຕາມມາກໍຄື ເຮັດໃຫ້ແນວຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າຮ້າຍແຮງຂຶ້ນກວ່າເກົ່າ. ກະສັດຂອງພວກຜີຮ້າຍໄດ້ໂຍນພຣະເຈົ້າອອກຈາກຫົວໃຈຂອງມະນຸດຢ່າງໄຮ້ຄວາມປານີ ໂດຍທີ່ພວກເຂົາບໍ່ຮູ້ຕົວ ແລະ ຫຼັງຈາກນັ້ນ ມັນເອງກໍມາຢູ່ໃນຫົວໃຈຂອງມະນຸດດ້ວຍຄວາມດີອົກດີໃຈຢ່າງມີໄຊຊະນະ. ນັບແຕ່ເວລານັ້ນມາ ມະນຸດແມ່ນຖືກຄອບງໍາໂດຍວິນຍານທີ່ຂີ້ເຮິ ແລະ ຊົ່ວຮ້າຍ ແລະ ດ້ວຍໃບໜ້າຂອງກະສັດຂອງພວກຜີຮ້າຍ. ຄວາມກຽດຊັງພຣະເຈົ້າເຕັມຢູ່ໃນເອິກຂອງເຂົາ ແລະ ຄວາມປອງຮ້າຍຢ່າງຊົ່ວຊ້າຂອງກະສັດຂອງພວກຜີຮ້າຍກໍແຜ່ລ່າມພາຍໃນມະນຸດແຕ່ລະມື້ ຈົນເຂົາຖືກກືນກິນຢ່າງສົມບູນ. ມະນຸດບໍ່ມີອິດສະຫຼະອີກຕໍ່ໄປ ແລະ ບໍ່ມີທາງຫຼຸດພົ້ນອອກຈາກການພົວພັນຢ່າງແໜ້ນຂອງກະສັດຂອງພວກຜີຮ້າຍໄດ້. ມະນຸດບໍ່ມີທາງເລືອກນອກຈາກຖືກຈັບກຸມຢູ່ກັບບ່ອນ, ຍອມຈໍານົນຕໍ່ມັນ ແລະ ລົ້ມລົງຍອມອ່ອນນ້ອມຢູ່ຕໍ່ໜ້າມັນ. ດົນນານມາແລ້ວ ເມື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດຍັງຢູ່ໃນໄວເດັກ, ກະສັດຂອງພວກຜີຮ້າຍໄດ້ປູກເມັດພືດຂອງກ້ອນເນື້ອແຫ່ງລັດທິເທວະນິຍົມໃສ່ໃນຫົວໃຈ ແລະ ຈິດວິນຍານຂອງເຂົາ, ສອນຄວາມຄິດຜິດໆໃຫ້ກັບເຂົາເຊັ່ນ: “ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີ; ຮັບຮູ້ນະໂຍບາຍ 4 ທັນສະໄໝ; ແລະ ໃນໂລກນີ້ບໍ່ມີພຣະເຈົ້າ”. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງປະກາດຊໍ້າແລ້ວຊໍ້າອີກວ່າ: “ໃຫ້ພວກເຮົາອາໄສແຮງງານອັນດຸໝັ່ນຂອງພວກເຮົາເພື່ອສ້າງບ້ານເກີດເມືອງນອນທີ່ສວຍງາມ” ໂດຍຮ້ອງຂໍໃຫ້ທຸກຄົນກຽມພ້ອມແຕ່ໄວເດັກ ເພື່ອຮັບໃຊ້ປະເທດຊາດຂອງພວກເຂົາຢ່າງຊື່ສັດ. ມະນຸດຖືກນໍາມາຢູ່ຕໍ່ໜ້າມັນໂດຍທີ່ບໍ່ຮູ້ຕົວ ເຊິ່ງມັນແອບອ້າງສິດເອົາຄວາມດີຄວາມຊອບໃຫ້ກັບຕົວເອງໂດຍບໍ່ລັງເລໃຈ (ໝາຍເຖິງຄວາມດີຄວາມຊອບຂອງພຣະເຈົ້າສໍາລັບການຖືມະນຸດຊາດທັງໝົດຢູ່ໃນມືຂອງພຣະອົງ). ມັນບໍ່ເຄີຍມີຄວາມຮູ້ສຶກລະອາຍໃຈ. ຍິ່ງໄປກວ່ານັ້ນ, ມັນຍັງໄດ້ຈັບກຸມເອົາຄົນຂອງພຣະເຈົ້າ ແລະ ລາກພວກເຂົ້າກັບໄປເຮືອນຂອງມັນ ໂດຍບໍ່ລະອາຍໃຈ, ກົງກັນຂ້າມມັນໂດດຂຶ້ນໂຕະຄືກັບໂຕໜູ ແລະ ໃຫ້ມະນຸດບູຊາມັນຄືກັບພຣະເຈົ້າ. ຈັ່ງແມ່ນມັນຊ່າງສິ້ນຄິດແທ້ໆ! ມັນຮ້ອງຢ່າງອັບປະຍົດທີ່ໜ້າຕົກໃຈອອກມາວ່າ: “ບໍ່ມີພຣະເຈົ້າໃນໂລກ. ລົມມາຈາກການວິວັດທະນາການອີງຕາມກົດເກນທາງທໍາມະຊາດ; ຝົນຕົກເມື່ອມີອາຍນໍ້າທີ່ປະທະກັບຄວາມເຢັນ ແລ້ວກັ່ນເປັນລະອອງນໍ້າທີ່ຕົກລົງສູ່ແຜ່ນດິນໂລກ; ແຜ່ນດິນໄຫວແມ່ນການສັ່ນສະເທືອນຂອງພື້ນແຜ່ນດິນໂລກຍ້ອນການປ່ຽນແປງທາງພູມສາດ; ຄວາມແຫ້ງແລ້ງແມ່ນມາຈາກຄວາມແຫ້ງໃນອາກາດທີ່ເກີດຈາກການແຕກຂອງພະລັງປະລະມະນູໃນໜ້າພື້ນຂອງດວງຕາເວັນ. ນີ້ແມ່ນປະກົດການທາງທໍາມະຊາດ. ແລ້ວໃນທຸກສິ່ງນີ້ ມີສ່ວນໃດທີ່ເປັນການກະທໍາຂອງພຣະເຈົ້າບໍ?” ມີຜູ້ຄົນເຖິງກັບຮ້ອງອອກເປັນຄໍາຖະແຫຼງການຄືກັບຄໍາຖະແຫຼງການດັ່ງຕໍ່ໄປນີ້ທີ່ບໍ່ຄວນຮ້ອງອອກມາ ວ່າ: “ໃນບູຮານຕະການມາ ມະນຸດແມ່ນວິວັດທະນາການມາຈາກທະນີ ແລະ ໂລກໃນປັດຈຸບັນແມ່ນສືບທອດມາຈາກສັງຄົມບູຮານປະມານພັນລ້ານປີຜ່ານມາ. ປະເທດຊາດຈະຮຸ່ງເຮືອງ ຫຼື ລົ້ມຈົມ ທັງໝົດແມ່ນອາໄສມືຂອງປະຊາຊົນ”. ໃນເບື້ອງຫຼັງແລ້ວ ມັນເຮັດໃຫ້ມະນຸດຫ້ອຍມັນໄວ້ຢູ່ເທິງຝາ ແລະ ວາງມັນໄວ້ເທິງໂຕະ ເພື່ອບູຊາ ແລະ ຖວາຍເຄື່ອງບູຊາໃຫ້ກັບມັນ. ໃນຂະນະດຽວກັນມັນກໍຮ້ອງວ່າ: “ບໍ່ມີພຣະເຈົ້າ”, ມັນແຕ່ງຕັ້ງມັນເອງເປັນພຣະເຈົ້າ ໂດຍຍູ້ພຣະເຈົ້າອອກຈາກຂອບເຂດຂອງແຜ່ນດິນໂລກຢ່າງຮຸນແຮງ ໃນຂະນະທີ່ຢືນຢູ່ບ່ອນຂອງພຣະເຈົ້າ ແລະ ຮັບໜ້າທີ່ເປັນກະສັດຂອງພວກຜີຮ້າຍ. ຈັ່ງແມ່ນໄຮ້ເຫດຜົນແທ້ໆ! ມັນເຮັດໃຫ້ຄົນກຽດຊັງມັນຈົນເຂົ້າກະດູກດໍາ. ເບິ່ງຄືກັບວ່າ ພຣະເຈົ້າ ແລະ ມັນຄືຄູ່ສັດຕູສາບານກັນ ແລະ ທັງສອງບໍ່ສາມາດຢູ່ຮ່ວມກັນໄດ້. ມັນວາງອຸບາຍຂັບໄລ່ພຣະເຈົ້າໜີ ໃນຂະນະທີ່ມັນໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ.[2] ຈັ່ງແມ່ນມັນເປັນກະສັດຂອງພວກຜີຮ້າຍແທ້ໆ! ຈະສາມາດອົດທົນຕໍ່ການມີຢູ່ຂອງມັນໄດ້ແນວໃດ? ມັນຈະບໍ່ເຊົາຈົນກວ່າມັນໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າພິນາດລົງ ແລະ ປ່ອຍໃຫ້ພາລະກິດທັງໝົດນັ້ນຢູ່ໃນຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ[3] ຄືກັບວ່າ ມັນຕ້ອງການຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ ຈົນກວ່າວ່າ ປາຈະຕາຍ ຫຼື ແຫຈະຂາດ, ຕັ້ງຕົນເປັນປໍລະປັກຕໍ່ພຣະເຈົ້າຢ່າງຕັ້ງໃຈ ແລະ ຍັບເຂົ້າໃກ້ພຣະອົງຫຼາຍຂຶ້ນ. ໃບໜ້າທີ່ເປັນຕາຊັງຂອງມັນ ແມ່ນຖືກຖອດໜ້າກາກອອກຢ່າງສິ້ນເຊີງແຕ່ດົນນານແລ້ວ, ຕອນນີ້ ມັນມີຮອຍຊໍ້າ ແລະ ຖືກຕີ[4] ແລະ ໃນສະພາບທີ່ໂສກເສົ້າເສຍໃຈ ມັນກໍຍັງບໍ່ລົດລະຄວາມກຽດຊັງຂອງມັນຕໍ່ພຣະເຈົ້າ ຄືກັບວ່າ ໂດຍກືນກິນພຣະເຈົ້າພຽງໃນຄໍາດຽວ ມັນກໍຈະສາມາດບັນເທົາຄວາມກຽດຊັງທີ່ຂັງຢູ່ໃນໃຈຂອງມັນໄດ້ແລ້ວ. ພວກເຮົາຈະສາມາດອົດທົນກັບມັນຜູ້ເປັນສັດຕູທີ່ເປັນຕາຊັງຂອງພຣະເຈົ້ານີ້ໄດ້ແນວໃດ! ມີແຕ່ການກໍາຈັດ ແລະ ການທໍາລາຍລ້າງມັນຢ່າງສິ້ນເຊີງເທົ່ານັ້ນທີ່ຈະເຮັດໃຫ້ຄວາມປາດຖະໜາຂອງຊີວິດພວກເຮົາເກີດໝາກຜົນ. ມັນໄດ້ຮັບອະນຸຍາດໃຫ້ແລ່ນອາລະວາດໄດ້ແນວໃດ? ມັນໄດ້ເຮັດໃຫ້ມະນຸດເສື່ອຊາມຈົນເຖິງລະດັບທີ່ວ່າ ມະນຸດບໍ່ຮູ້ຈັກຕາເວັນແຫ່ງສະຫວັນ ແລະ ໄດ້ກາຍເປັນຄົນຕາຍດ້ານ ແລະ ຂາດຄວາມຮູ້ສຶກ. ມະນຸດໄດ້ສູນເສຍເຫດຜົນຂອງມະນຸດປົກກະຕິ. ເປັນຫຍັງຈຶ່ງບໍ່ເສຍສະຫຼະຊີວິດທັງໝົດຂອງພວກເຮົາເພື່ອທໍາລາຍ ແລະ ຈູດເຜົາມັນ ເພື່ອກໍາຈັດຄວາມກັງວົນໃນອະນາຄົດ ແລະ ເຮັດໃຫ້ພາລະກິດຂອງພຣະເຈົ້າໄປເຖິງຈຸດແຫ່ງຄວາມງົດງາມທີ່ບໍ່ເຄີຍເກີດຂຶ້ນມາກ່ອນໄວຂຶ້ນ? ກຸ່ມຄົນຊົ່ວດັ່ງກ່າວນີ້ໄດ້ມາຢູ່ທ່າມກາງໂລກມະນຸດ ແລະ ເຮັດໃຫ້ມີຄວາມວຸ້ນວາຍ. ພວກເຂົາໄດ້ນໍາເອົາມະນຸດທຸກຄົນໄປໄວ້ຢູ່ເທິງໜ້າຜາ ແລະ ວາງກົນອຸບາຍຢ່າງລັບໆ ເພື່ອຍູ້ພວກເຂົາລົງໃຫ້ແຕກຫັກເປັນເສດສ່ວນ ແລະ ກິນຊາກສົບຂອງພວກເຂົາ. ພວກເຂົາຫວັງຢ່າງໄຮ້ປະໂຫຍດທີ່ຈະມ້າງເພແຜນການຂອງພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງ ໂດຍເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ.[5] ສິ່ງນີ້ບໍ່ໄດ້ງ່າຍເລີຍ! ຄວາມຈິງແລ້ວ, ໄມ້ກາງແຂນໄດ້ກຽມໄວ້ແລ້ວສໍາລັບກະສັດຂອງພວກຜີຮ້າຍທີ່ມີຄວາມຜິດອາຊະຍາກໍາທີ່ຮ້າຍແຮງທີ່ສຸດ. ພຣະເຈົ້າບໍ່ໄດ້ຢູ່ກັບໄມ້ກາງແຂນ, ພຣະອົງໄດ້ໂຍນຖິ້ມມັນໄວ້ທາງຂ້າງເພື່ອຜີຮ້າຍແລ້ວ. ພຣະເຈົ້າໄດ້ຮັບໄຊຊະນະແຕ່ດົນມາແລ້ວ ແລະ ບໍ່ໄດ້ຮູ້ສຶກໂສກເສົ້າກັບຄວາມບາບຂອງມະນຸດຊາດອີກຕໍ່ໄປ, ແຕ່ພຣະອົງຈະນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ.” ແມ່ນມີເຈດຕະນາເຍາະເຍີ້ຍ ເຊິ່ງໝາຍຄວາມວ່າ ຜູ້ຄົນມີຄວາມເຂັ້ມງວດໃນດ້ານຄວາມຮູ້, ວັດທະນະທໍາ ແລະ ທັດສະນະຄະຕິທາງດ້ານຈິດວິນຍານຂອງພວກເຂົາ.

2. “ໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ” ບົ່ງບອກວ່າ ຜີຮ້າຍແມ່ນເປັນບ້າ ແລະ ແລ່ນອາລະວາດ.

3. “ຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ” ໝາຍເຖິງການປະພຶດຢ່າງໂຫດຮ້າຍຂອງຜີຮ້າຍແມ່ນສິ່ງທີ່ທົນບໍ່ໄດ້.

4. “ຮອຍຊໍ້າ ແລະ ຖືກຕີ” ໝາຍເຖິງໃບໜ້າທີ່ຂີ້ຮ້າຍຂອງກະສັດຂອງພວກຜີຮ້າຍ.

5. “ເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ” ໝາຍເຖິງການທຸ້ມເງິນທັງໝົດຂອງບຸກຄົນໃສ່ການພະນັນບາດດຽວເພື່ອຫວັງຈະເອົາຊະນະໃນທີ່ສຸດ. ນີ້ແມ່ນຄໍາອຸປະມາສໍາລັບແຜນອຸບາຍທີ່ຮ້າຍກາດ ແລະ ຊົ່ວຊ້າຂອງຜີຮ້າຍ. ສໍານວນນີ້ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ.

ກ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5 ແມ່ນໜັງສືແຫ່ງລັດທິຂົງຈື້ໃນປະເທດຈີນ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 311)

ຈາກເບື້ອງເທິງຫາເບື້ອງລຸ່ມ ແລະ ຈາກຕອນເລີ່ມຕົ້ນຫາຕອບຈົບ, ຊາຕານໄດ້ລົບກວນພາລະກິດຂອງພຣະເຈົ້າ ແລະ ປະພຶດໃນທາງກົງກັນຂ້າມກັບພຣະອົງ. ການເວົ້າກ່ຽວກັບ ”ມໍລະດົກທາງວັດທະນະທໍາບູຮານ”, ການໃຫ້ຄຸນຄ່າ “ຄວາມຮູ້ກ່ຽວກັບວັດທະນາທໍາບູຮານ”, “ການສັ່ງສອນຂອງລັດທິເຕົ໋າ ແລະ ຂົງຈື້” ແລະ “ວັນນະຄະດີຊັ້ນຍອດຂອງຂົງຈື້ ແລະ ພິທີການຂອງສັກດີນາ” ທຸກສິ່ງນີ້ໄດ້ນໍາພາມະນຸດໄປສູ່ນາຮົກ. ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝໃນປັດຈຸບັນ ພ້ອມກັບອຸດສາຫະກໍາ, ກະສິກໍາ ແລະ ທຸລະກິດທີ່ມີການພັດທະນາຢ່າງສູງ ແມ່ນບໍ່ມີໃຫ້ເຫັນຢູ່ຈັກບ່ອນເລີຍ. ກົງກັນຂ້າມ, ທຸກສິ່ງທີ່ມັນເຮັດແມ່ນເນັ້ນໃສ່ພິທິການຂອງສັກດີນາທີ່ເຜີຍແຜ່ໂດຍ “ທະນີ” ຂອງສະໄໝບູຮານເພື່ອຈົງໃຈລົບກວນ, ຕໍ່ຕ້ານ ແລະ ທໍາລາຍພາລະກິດຂອງພຣະເຈົ້າ. ມັນບໍ່ພຽງແຕ່ສືບຕໍ່ເຮັດໃຫ້ມະນຸດເຈັບປວດຈົນຮອດປັດຈຸບັນ ແຕ່ມັນຍັງຕ້ອງການກືນກິນ[1] ມະນຸດທັງໝົດ. ການເຜີຍແຜ່ຄໍາສອນດ້ານສົມບັດສິນທໍາ ແລະ ຈັນຍາບັນຂອງສັກດີນາ ແລະ ການຖ່າຍທອດຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ສົ່ງຜົນກະທົບຕໍ່ມະນຸດແຕ່ດົນນານມາແລ້ວ ແລະ ໄດ້ຫັນປ່ຽນມະນຸດໄປເປັນມານຮ້າຍທັງໃຫຍ່ ແລະ ນ້ອຍ. ມີຄົນຈໍານວນໜ້ອຍທີ່ຈະຍິນດີຕ້ອນຮັບພຣະເຈົ້າ ແລະ ຕ້ອນຮັບການສະເດັດມາຂອງພຣະເຈົ້າຢ່າງດີອົກດີໃຈ. ໃບໜ້າຂອງມະນຸດທຸກຄົນແມ່ນເຕັມໄປດ້ວຍເຈດຕະນາຄາດຕະກໍາ ແລະ ຢູ່ທຸກບ່ອນກໍມີແຕ່ລົມຫາຍໃຈແຫ່ງການເຂັ່ນຂ້າກະຈາຍໄປທົ່ວອາກາດ. ພວກເຂົາຕ້ອງການຢາກຂັບໄລ່ພຣະເຈົ້າອອກຈາກດິນແດນແຫ່ງນີ້; ພວກເຂົາຈັດແຈງໂຕເອງໃນຖັນແຖວຂອງການຕໍ່ສູ້ເພື່ອ “ທໍາລາຍລ້າງ” ພຣະເຈົ້າດ້ວຍມີດ ແລະ ງ້າວທີ່ຢູ່ໃນມື. ໃນທົ່ວດິນແດນແຫ່ງຜີຮ້າຍນີ້, ມະນຸດຖືກສອນຢູ່ຕະຫຼອດວ່າ ບໍ່ມີພຣະເຈົ້າ, ມີແຕ່ພະທຽມແຜ່ລາມໄປທົ່ວ ແລະ ໃນອາກາດກໍກະຈາຍໄປດ້ວຍກິ່ນອາຍແຫ່ງຄວາມວິນວຽນປວດຮາກຈາກການຈູດເຈ້ຍ ແລະ ທູບ ເຊິ່ງຄວັນກຸ້ມຈົນຫາຍໃຈບໍ່ອອກ. ມັນຄືກັບວ່າ ເປັນກິ່ນເໝັນຂອງຂີ້ຕົມທີ່ປົກຫຸ້ມດ້ວຍການບິດມ້ວນໂຕຂອງງູພິດໃຫຍ່, ເປັນກິ່ນທີ່ເໝັນຫຼາຍຈົນຜູ້ຄົນບໍ່ສາມາດເຊົາຮາກໄດ້. ນອກຈາກນີ້ແລ້ວ, ຍັງສາມາດໄດ້ຍິນສຽງຄ່ອຍໆຂອງພວກຜີສາດທີ່ຊົ່ວຮ້າຍສວດຄໍາພີ ເຊິ່ງຄືກັບວ່າ ເປັນສຽງດັງມາແຕ່ໄກໆໃນນາຮົກ, ເປັນສຽງດັງຫຼາຍຈົນຜູ້ຄົນບໍ່ສາມາດເຊົາສັ່ນເຊັນໄດ້. ທົ່ວດິນແດນແຫ່ງນີ້ ມີຮູບປັ້ນບູຊາທຸກສີຂອງສາຍຮຸ້ງກະຈາຍໄປທົ່ວ ເຊິ່ງຜັນປ່ຽນດິນແດນນີ້ໄປເປັນໂລກແຫ່ງຄວາມເບິກບານ ໃນຂະນະທີ່ກະສັດຂອງພວກຜີຮ້າຍຫົວເຍາະເຍີ້ຍຢູ່ຢ່າງຊົ່ວຊ້າ ຄືກັບວ່າ ແຜນການທີ່ຊົ່ວຮ້າຍຂອງມັນໄດ້ປະສົບຜົນສໍາເລັດແລ້ວ. ໃນຂະນະດຽວກັນນັ້ນ, ມະນຸດແມ່ນຍັງບໍ່ຮູ້ຫຍັງເລີຍ ແລະ ເຂົາບໍ່ຮູ້ເລີຍວ່າ ຜີຮ້າຍໄດ້ເຮັດໃຫ້ເຂົາເສື່ອມຊາມຈົນເຖິງລະດັບທີ່ວ່າ ເຂົາໄດ້ກາຍເປັນຄົນໄຮ້ສະຕິ ແລະ ໄດ້ແຕ່ເຮັດເປັນຄໍຕົກຍອມຮັບໃນຄວາມຜ່າຍແພ້. ມັນປາດຖະໜາທີ່ຈະກວາດລ້າງທຸກສິ່ງທີ່ເປັນຂອງພຣະເຈົ້າດ້ວຍການໂຈມຕີຄັ້ງດຽວ ແລະ ເພື່ອເສື່ມຊາມພຣະອົງ ແລະ ສັງຫານພຣະອົງອີກຄັ້ງ; ມັນຕັ້ງໃຈທໍາລາຍ ແລະ ລົບກວນພາລະກິດຂອງພຣະອົງ. ມັນສາມາດເຮັດໃຫ້ພຣະເຈົ້າມີສະຖານະທຽບເທົ່າກັບມັນໄດ້ແນວໃດ? ມັນສາມາດທົນຕໍ່ການທີ່ພຣະເຈົ້າ “ແຊກແຊງ” ວຽກງານຂອງມັນໃນທ່າມກາງມະນຸດໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເປີດໜ້າກາກອອກຈາກໃບໜ້າອັນເປັນຕາຊັງຂອງມັນໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເຮັດໃຫ້ວຽກງານຂອງມັນແຕກກະຈາຍໄດ້ແນວໃດ? ຜີຮ້າຍນີ້ ທີ່ເຕັມໄປດ້ວຍຄວາມໂມໂຫຢ່າງແຮງ ສາມາດຍອມໃຫ້ພຣະເຈົ້າຄວບຄຸມສະໜາມໜ້າບ້ານຂອງມັນຢູ່ເທິງແຜ່ນດິນໂລກໄດ້ແນວໃດ? ມັນຈະສາມາດເຕັມໃຈຂາບລົງຕໍ່ລິດທານຸພາບອັນສູງສົ່ງຂອງພຣະອົງໄດ້ແນວໃດ? ໃບໜ້າທີ່ເປັນຕາຊັງຂອງມັນຖືກເປີດເຜີຍຕາມສິ່ງທີ່ມັນເປັນ ດັ່ງນັ້ນຜູ້ຄົນຈິ່ງບໍ່ຮູ້ວ່າ ຈະຫົວ ຫຼື ຈະໄຫ້ດີ ແລະ ມັນກໍຍາກທີ່ຈະເວົ້າເຖິງສິ່ງນີ້ແທ້ໆ. ນີ້ບໍ່ແມ່ນທາດແທ້ຂອງມັນບໍ? ດ້ວຍຈິດວິນຍານທີ່ຂີ້ຮ້າຍ, ມັນຍັງເຊື່ອວ່າ ມັນງາມຈົນເຫຼືອເຊື່ອ. ກຸ່ມຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍານີ້![2] ພວກເຂົາມາຢູ່ໂລກມະນຸດເພື່ອເພີດເພີນກັບຄວາມສຸກ ແລະ ສ້າງຄວາມວຸ້ນວາຍ, ກໍ່ຄວາມວຸ້ນວາຍຢ່າງແຮງຈົນໂລກກາຍເປັນໂລກທີ່ບໍ່ມີຄວາມແນ່ນອນ ແລະ ບໍ່ໝັ້ນຄົງ; ຫົວໃຈຂອງມະນຸດກໍເຕັມໄປດ້ວຍຄວາມຕື່ນຕົກໃຈ ແລະ ຄວາມບໍ່ສະບາຍໃຈ; ພວກເຂົາໄດ້ລໍ້ຫລິ້ນກັບມະນຸດຫຼາຍເກີນໄປຈົນລັກສະນະຂອງເຂົາໄດ້ກາຍເປັນສັດຮ້າຍທີ່ໄຮ້ມະນຸດສະທໍາແຫ່ງທົ່ງຫຍ້າທີ່ຂີ້ຮ້າຍທີ່ສຸດ ແລະ ຈາກສິ່ງນັ້ນ ຮ່ອງຮອຍສຸດທ້າຍຂອງມະນຸດຜູ້ທີ່ບໍລິສຸດດັ່ງເດີມກໍໄດ້ສູນເສຍໄປ. ຍິ່ງໄປກວ່ານັ້ນ ພວກເຂົາຍັງປາດຖະໜາທີ່ຈະຮັບເອົາອໍານາດອະທິປະໄຕຢູ່ເທິງແຜ່ນດິນໂລກ. ພວກເຂົາຂັດຂວາງພາລະກິດຂອງພຣະເຈົ້າຢ່າງໜັກຈົນວ່າພາລະກິດນັ້ນເກືອບບໍ່ສາມາດເຄື່ອນໄຫວໄປຂ້າງໜ້າໄດ້ ແລະ ພວກເຂົາໄດ້ປິດກັ້ນມະນຸດຢ່າງໜາແໜ້ນດັ່ງກໍາແພງທອງແດງ ແລະ ເຫຼັກ. ເມື່ອໄດ້ເຮັດບາບໜາສາຫັດຢ່າງໜັກ ແລະ ສ້າງຄວາມພິນາດຢ່າງຫຼວງຫຼາຍ ແລ້ວພວກເຂົາຍັງຄາດຫວັງທີ່ຈະໄດ້ຮັບສິ່ງອື່ນນອກຈາກການຂ້ຽນຕີຢູ່ບໍ? ພວກຜີສາດ ແລະ ວິນຍານຊົ່ວຮ້າຍໄດ້ແລ່ນອາລະວາດຢູ່ເທິງແຜ່ນດິນໂລກເປັນເວລາດົນນານ ແລະ ໄດ້ປິດກັ້ນຄວາມປະສົງ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າຢ່າງປຶກໜາຈົນບໍ່ສາມາດເຈາະຜ່ານພວກມັນໄດ້. ຈັ່ງແມ່ນເປັນຄວາມຜິດບາບຂອງມະນຸດແທ້ໆ! ພຣະເຈົາຈະບໍ່ຮູ້ສຶກກັງວົນໃຈໄດ້ແນວໃດ? ພຣະເຈົ້າຈະບໍ່ຮູ້ສຶກໂກດຮ້າຍໄດ້ແນວໃດ? ພວກເຂົາໄດ້ຂັດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງຮ້າຍແຮງ: ຊ່າງກະບົດແທ້ໆ! ແມ່ນແຕ່ພວກຜີສາດທັງໃຫຍ່ ແລະ ນ້ອຍຍັງພາກັນປະພຶດຄືໝາຈິ້ງຈອກຢູ່ໃຕ້ຕີນຂອງສິງ ແລະ ຕິດຕາມກະແສຄວາມຊົ່ວຮ້າຍ ສ້າງຄວາມວຸ້ນວາຍຢູ່ທຸກບ່ອນທີ່ພວກເຂົາໄປ. ເຖິງຈະຮູ້ຄວາມຈິງ ແຕ່ພວກເຂົາກໍຈົງໃຈຕໍ່ຕ້ານສິ່ງນັ້ນ, ພວກລູກຊາຍແຫ່ງການກະບົດເອີຍ! ມັນຄືກັບວ່າ ບັດນີ້ກະສັດແຫ່ງນາຮົກຂອງພວກເຂົາໄດ້ຂຶ້ນຄອງບັນລັງຂອງກະສັດແລ້ວ, ພວກເຂົາຈຶ່ງໄດ້ພໍໃຈ ແລະ ພູມໃຈກັບໂຕເອງ, ພາກັນປະຕິບັດຕໍ່ຄົນອື່ນດ້ວຍຄວາມດູໝິ່ນ. ມີຈັກຄົນທ່າມກາງພວກເຂົາທີ່ສະແຫວງຫາຄວາມຈິງ ແລະ ເຮັດຕາມຄວາມຊອບທໍາ? ພວກເຂົາທຸກຄົນລ້ວນແລ້ວແຕ່ເປັນສັດຮ້າຍທີ່ບໍ່ມີຫຍັງດີໄປກວ່າໝູ ແລະ ໝາທີ່ຢູ່ໃນແຖວໜ້າຂອງຝູງແມງວັນທີ່ເໝັນເນົ່າ, ແກວງຫົວຂອງພວກມັນຢ່າງພາກພູມໃຈກັບໂຕເອງ ແລະ ສ້າງບັນຫາທຸກປະເພດ.[3] ພວກມັນເຊື່ອວ່າ ກະສັດແຫ່ງນາຮົກຂອງພວກມັນແມ່ນກະສັດທີ່ຍິ່ງໃຫຍ່ທີ່ສຸດ ໂດຍທີ່ບໍ່ຮູ້ວ່າ ພວກມັນເອງບໍ່ແມ່ນສິ່ງອື່ນໃດນອກຈາກແມງວັນທີ່ເໝັນເນົ່າ. ແຕ່ເຖິງຢ່າງນັ້ນ ພວກມັນກໍຍັງຖືໂອກາດໃຊ້ອໍານາດຂອງໝູ ແລະ ໝາທີ່ພວກຖືກວ່າເປັນພໍ່ແມ່ເພື່ອໃສ່ຮ້າຍປ້າຍສີຕໍ່ການມີຢູ່ຂອງພຣະເຈົ້າ. ພວກແມງວັນໂຕນ້ອຍໆຄິດວ່າ ພໍ່ແມ່ຂອງພວກມັນໃຫຍ່ຊໍ່າກັບແຂ້ວປາວານ.[4] ພວກມັນບໍ່ຮູ້ເລີຍວ່າ ໃນຂະນະທີ່ພວກມັນເອງເປັນໂຕນ້ອຍໆ ແຕ່ພໍ່ແມ່ຂອງພວກມັນຄືໝູ ແລະ ໝາສົກກະປົກທີ່ໃຫຍ່ກວ່າພວກມັນຫຼາຍກວ່າຮ້ອຍລ້ານເທົ່າ? ການບໍ່ຮູ້ເຖິງຄວາມຕໍ່າຕ້ອຍຂອງພວກມັນ, ພວກມັນອາໄສກິ່ນເໝັນຂອງຄວາມເນົ່າເປື່ອຍຈາກພວກໝູ ແລະ ໝາເຫຼົ່ານັ້ນເພື່ອແລ່ນອາລະວາດໄປທົ່ວ ແລະ ມີແນວຄິດຢ່າງສິ້ນຫວັງທີ່ຈະໃຫ້ກໍາເນີດລູກຫຼານຮຸ່ນໃໝ່ໃນອະນາຄົດ. ມັນຊ່າງໜ້າອັບອາຍທີ່ສຸດ! ການມີປີກສີຂຽວຕິດຢູ່ບ່າຂອງພວກມັນ (ນີ້ໝາຍເຖິງຄໍາກ່າວອ້າງຂອງພວກມັນໃນການເຊື່ອພຣະເຈົ້າ), ພວກມັນທະນົງຕົວ ແລະ ໂອ້ອວດກັບຄວາມສວຍງາມ ແລະ ສະເໜ່ຂອງພວກມັນຢູ່ທຸກບ່ອນ ໃນຂະນະທີ່ພວກມັນໂຍນຄວາມບໍ່ບໍລິສຸດທີ່ຢູ່ໃນຮ່າງກາຍຂອງພວກມັນຢ່າງລັບໆໃຫ້ກັບມະນຸດ. ຍິ່ງໄປກວ່ານັ້ນ ພວກມັນຍັງພໍໃຈຫຼາຍກັບໂຕເອງ ຄືກັບວ່າ ພວກມັນສາມາດໃຊ້ປີກສີຮຸ້ງສອງປີກເພື່ອປົກປິດຄວາມບໍ່ບໍລິສຸດຂອງພວກມັນ ແລະ ດ້ວຍວິທີເຫຼົ່ານີ້ ພວກມັນຈິ່ງນໍາເອົາການກົດຂີ່ຂົ່ມເຫັງຂອງພວກມັນມາເປັນພາລະໃນການມີຢູ່ຂອງພຣະເຈົ້າທີ່ແທ້ຈິງ (ນີ້ໝາຍເຖິງສິ່ງທີ່ເກີດຂຶ້ນຢູ່ເບື້ອງຫຼັງໂລກສາສະໜາ). ມະນຸດຈະຮູ້ໄດ້ແນວໃດວ່າ ເຖິງວ່າປີກຂອງແມງວັນອາດຈະງົດງາມ ແລະ ເປັນຕາຫຼົງໄຫຼ ແຕ່ ແທ້ຈິງແລ້ວ ແມງວັນເອງກໍເປັນພຽງສິ່ງມີຊີວິດໂຕນ້ອຍໆທີ່ມີທ້ອງເຕັມໄປດ້ວຍສິ່ງເປິເປື້ອນ ແລະ ຮ່າງກາຍປົກຄຸມໄປດ້ວຍເຊື້ອໂລກ? ໂດຍອາໄສກໍາລັງຂອງໝູ ແລະ ໝາທີ່ພວກມັນຖືວ່າເປັນພໍ່ແມ່ຂອງພວກມັນ, ພວກມັນແລ່ນອາລະວາດທົ່ວດິນແດນ (ນີ້ໝາຍເຖິງວິທີທີ່ເຈົ້າໜ້າທີ່ທາງສາດສະໜາ ຜູ້ທີ່ຂົ່ມເຫັງພຣະເຈົ້າອາໄສການສະໜັບສະໜູນຢ່າງເຂັ້ມແຂງຈາກລັດຖະບານຂອງປະເທດເພື່ອກະບົດຕໍ່ພຣະເຈົ້າທີ່ແທ້ຈິງ ແລະ ຕໍ່ຄວາມຈິງ) ຢ່າງເປັນອິດສະຫຼະໃນຄວາມໂຫດຮ້າຍຂອງພວກມັນ. ມັນຄືກັບວ່າ ຜີຂອງພວກຟາຣີຊາຍທີ່ເປັນຊາວຢິວໄດ້ກັບຄືນມາປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ພ້ອມກັບພຣະເຈົ້າ, ໄດ້ກັບສູ່ຮັງເກົ່າຂອງພວກເຂົາ. ພວກເຂົາໄດ້ເລີ່ມພາລະກິດແຫ່ງການກົດຂີ່ຂົ່ມເຫັງຂອງພວກເຂົາອີກຄັ້ງ ໂດຍສືບຕໍ່ພາລະກິດຂອງພວກເຂົາທີ່ໄດ້ປະຕິບັດມາເປັນເວລາຫຼາຍພັນປີ. ໃນທີ່ສຸດ ກຸ່ມຄົນທີ່ເສື່ອມຊາມນີ້ຈະດັບສູນຢູ່ເທິງແຜ່ນດິນໂລກຢ່າງແນ່ນອນ! ມັນປາກົດວ່າ ພາຍຫຼັງຫຼາຍສະຫັດສະຫວັດ ວິນຍານທີ່ສົກກະປົກຍິ່ງມີເລ່ຫຼ່ຽມ ແລະ ມາຍາຫຼາຍຂຶ້ນ. ພວກເຂົາຄິດເຖິງວິທີທີ່ຈະທໍາລາຍພາລະກິດຂອງພຣະເຈົ້າຢ່າງລັບໆຕະຫຼອດ. ດ້ວຍເລ່ຫຼ່ຽມ ແລະ ກົນອຸບາຍຢ່າງຫຼວງຫູາຍ, ພວກເຂົາປາດຖະໜາທີ່ຈະເຮັດໃຫ້ມີເຫດການໂສກອະນາດຕະກໍາແຫ່ງຫຼາຍພັນປີຜ່ານມາເກີດຂຶ້ນອີກຄັ້ງໃນບ້ານເກີດເມືອງນອນຂອງພວກເຂົາ ໂດຍກະຕຸ້ນພຣະເຈົ້າເກືອບເຖິງຈຸດທີ່ຈະຮ້ອງໄຫ້ອອກມາເປັນສຽງດັງໆ. ພຣະອົງເກືອບຈະຢັບຢັ້ງຕົວພຣະອົງບໍ່ໄດ້ຈາກການກັບໄປສະຫວັນຊັ້ນສາມເພື່ອທໍາລາຍລ້າງພວກເຂົາ. ສໍາລັບມະນຸດທີ່ຈະຮັກພຣະເຈົ້າ ເຂົາຕ້ອງເຂົ້າໃຈຄວາມປະສົງຂອງພຣະອົງ, ຮູ້ຈັກຄວາມສຸກ ແລະ ຄວາມໂສກເສົ້າຂອງພຣະອົງ ແລະ ເຂົ້າໃຈໃນສິ່ງທີ່ພຣະອົງກຽດຊັງ. ການເຮັດແບບນີ້ຈະກະຕຸ້ນການເຂົ້າສູ່ຂອງມະນຸດຫຼາຍຂຶ້ນ. ຍິ່ງການເຂົ້າສູ່ຂອງມະນຸດໄວຊໍ່າໃດ ຄວາມປະສົງຂອງພຣະເຈົ້າກໍຍິ່ງເປັນທີ່ພໍໃຈຫຼາຍຊໍ່ານັ້ນ, ຍິ່ງມະນຸດເບິ່ງເຫັນກະສັດຂອງພວກຜີຮ້າຍຊັດເຈດຊໍ່າໃດ ເຂົາກໍຍິ່ງເຂົ້າໃກ້ພຣະເຈົ້າຫຼາຍຊໍ່ານັ້ນ ເພື່ອວ່າ ຄວາມປາດຖະໜາຂອງພຣະອົງອາດຈະຖືກເຮັດໃຫ້ເກີດໝາກຜົນ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ກືນກິນ” ໝາຍເຖິງພຶດຕິກໍາທີ່ໂຫດຮ້າຍຂອງກະສັດຂອງພວກຜີຮ້າຍທີ່ປຸ້ນເອົາຜູ້ຄົນທັງໝົດ.

2. “ຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍາ” ແມ່ນປະເພດດຽວກັນກັບ “ກຸ່ມອັນຕະພານ”.

3. “ສ້າງບັນຫາທຸກປະເພດ” ໝາຍເຖິງການທີ່ຜູ້ຄົນທີ່ເປັນຜີສາດກໍ່ຄວາມວຸ້ນວາຍ, ກີດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າ.

4. “ແຂ້ວປາວານ” ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ. ມັນຄືຄໍາອຸປະມາທີ່ປຽບທຽບແມງວັນທີ່ເປັນໂຕນ້ອຍໆ ຈົນເຮັດໃຫ້ໝູ ແລະ ໝາປາກົດເບິ່ງຄືກັບວ່າ ໃຫຍ່ຊໍ່າກັບປາວານສໍາລັບພວກມັນ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 312)

ເປັນເວລາຫຼາຍພັນປີ ດິນແດນແຫ່ງນີ້ໄດ້ເປັນດິນແດນແຫ່ງຄວາມສົກກະປົກ, ມັນເປື້ອນເຖິງຂັ້ນຮັບບໍ່ໄດ້, ມີຄວາມທຸກທໍລະມານຫຼາຍ, ຜີສາງແລ່ນອາລະວາດທຸກບ່ອນ ທັງໃຊ້ອຸບາຍ ແລະ ຫຼອກລວງ, ກ່າວຫາໂດຍບໍ່ມີຫຼັກຖານ[1], ມີຄວາມອໍາມະຫິດ ແລະ ໂຫດຮ້າຍ, ຢຽບຍໍ່າເມືອງຮ້າງແຫ່ງນີ້ ແລະ ປະໃຫ້ມັນເຕັມໄປດ້ວຍຊາກສົບ; ກິ່ນເໝັນຈາກຄວາມເນົ່າເປື່ອຍປົກຄຸມທົ່ວດິນແດນ ແລະ ແຜ່ລາມທົ່ວເທິງອາກາດ ແລະ ດິນແດນແຫ່ງນີ້ແມ່ນມີການເຝົ້າຍາມຢ່າງໜ້າແໜ້ນ[2]. ໃຜສາມາດເຫັນໂລກທີ່ຢູ່ເໜືອທ້ອງຟ້າ? ຜີຮ້າຍໄດ້ມັດຮ່າງກາຍຂອງມະນຸດທຸກຄົນຢ່າງຫັດແໜ້ນ, ມັນປິດຕາທັງສອງຂອງເຂົາ ແລະ ປິດປາກຂອງເຂົາຢ່າງແໜ້ນ. ກະສັດຂອງພວກຜີຮ້າຍໄດ້ອາລະວາດເປັນເວລາຫຼາຍພັນປີ ຈົນຮອດປະຈຸບັນ ໃນເວລາທີ່ມັນຍັງເຝົ້າເບິ່ງເມືອງຮ້າງ ດັ່ງກັບວ່າ ມັນເປັນພະລາຊະວັງຂອງພວກຜີຮ້າຍທີ່ບໍ່ສາມາດບຸກລຸກເຂົ້າໄດ້; ໃນຂະນະດຽວກັນ ຝູງໝາເຝົ້າຍາມນີ້ກໍຈ້ອງເບິ່ງດ້ວຍສາຍຕາວາດລະແວງ, ມີຄວາມຢ້ານກົວວ່າ ພຣະເຈົ້າຈະຈັບພວກມັນໂດຍທີ່ບໍ່ຮູ້ສຶກຕົວ ແລະ ຈະກວາດລ້າງພວກມັນທັງໝົດ ເຮັດໃຫ້ພວກມັນບໍ່ມີບ່ອນຢູສະຫງົບ ແລະ ມີຄວາມສຸກ. ຜູ້ຄົນຂອງເມືອງຮ້າງແບບນີ້ຈະເຄີຍເຫັນພຣະເຈົ້າໄດ້ແນວໃດ? ພວກເຂົາເຄີຍມີຄວາມສຸກກັບຄວາມເປັນທີ່ຮັກ ແລະ ຄວາມໜ້າຮັກຂອງພຣະເຈົ້າບໍ? ພວກເຂົາສໍານຶກບຸນຄຸນຫຍັງແນ່ ຕໍ່ເລື່ອງຕ່າງໆຂອງໂລກມະນຸດ? ຜູ້ໃດໃນບັນດາພວກເຂົາທີ່ສາມາດເຂົ້າໃຈຄວາມປະສົງອັນແຮງກ້າຂອງພຣະເຈົ້າ? ສະນັ້ນ, ໜ້ອຍຄົນຈິງສົງໄສວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຍັງຖືກເຊື່ອງຊ້ອນໄວ້ຢ່າງມິດຊິດ: ໃນສັງຄົມມືດແບບນີ້ ເຊິ່ງເປັນບ່ອນທີ່ພວກຜີສາດມີຄວາມໂຫດຮ້າຍ ແລະ ປ່າເຖື່ອນ, ກະສັດຂອງພວກຜີສາດ ທີ່ໄດ້ຂ້າຄົນໃນພິບຕາ ຈະທົນຕໍ່ການມີຢູ່ຂອງພຣະເຈົ້າ ຜູ້ທີ່ໜ້າຮັກ, ໃຈດີ ແລະ ຍັງບໍລິສຸດໄດ້ແນວໃດ? ມັນຈະຕົບມື ແລະ ຮ້ອງເຊຍການສະເດັດມາເຖິງຂອງພຣະເຈົ້າໄດ້ແນວໃດ? ພວກຂີ້ຂ້າເຫຼົ່ານີ້ເອີຍ! ພວກເຂົາຕອບແທນຄວາມໃຈດີດ້ວຍຄວາມກຽດຊັງ, ພວກເຂົາໄດ້ດູຖູກພຣະເຈົ້າແຕ່ດົນນານ, ພວກເຂົາຂົ່ມເຫັງພຣະເຈົ້າ, ພວກເຂົາປ່າເຖື່ອນທີ່ສຸດ, ພວກເຂົາບໍ່ນັບຖືພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາລັກ ແລະ ປຸ້ນ, ພວກເຂົາໄດ້ສູນເສຍສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ຕໍ່ຕ້ານສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ລໍ້ລວງໃຫ້ຄົນບໍລິສຸດຂາດສະຕິ. ນີ້ແມ່ນບັນພະບູລຸດຂອງຄົນສະໄໝບູຮານບໍ? ຜູ້ນໍາທີ່ເປັນທີ່ຮັກບໍ? ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ! ການກ້າວກ່າຍຂອງພວກເຂົາໄດ້ເຮັດໃຫ້ທຸກຄົນທີ່ຢູ່ກ້ອງສະຫວັນຕ້ອງຕົກຢູ່ໃນສະພາບແຫ່ງຄວາມມືດ ແລະ ຄວາມສົນລະວົນ! ນີ້ແມ່ນອິດສະຫຼະທາງສາສະໜາບໍ? ນີ້ແມ່ນສິດທີ່ຖືກຕ້ອງຕາມກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນບໍ? ສິ່ງເຫຼົ່ານີ້ແມ່ນກົນລວງເພື່ອປົກປິດບາບ! ແມ່ນໃຜໄດ້ຮັບເອົາພາລະກິດຂອງພຣະເຈົ້າ? ແມ່ນໃຜໄດ້ມອບຊີວິດຂອງພວກເຂົາ ຫຼື ສະຫຼະເລືອດຂອງຕົວເອງເພື່ອພາລະກິດຂອງພຣະເຈົ້າ? ຫຼາຍຊົ່ວອາຍຸຄົນ ນັບຈາກພໍ່ແມ່ຫາລູກ, ມະນຸດທີ່ຖືກຈັບໄປເປັນທາດໄດ້ຈັບພຣະເຈົ້າໄປເປັນທາດແບບບໍ່ມີພິທີລີຕອງ ແລ້ວນີ້ຈະບໍ່ເຮັດໃຫ້ມີຄວາມໂມໂຫໄດ້ແນວໃດ? ພັນປີແຫ່ງຄວາມກຽດຊັງແມ່ນຝັງເລິກຢູ່ໃນຫົວໃຈ, ຄວາມບາບໜາເປັນພັນປີແມ່ນຖືກຈາລຶກໃສ່ຫົວໃຈ ແລ້ວນີ້ຈະບໍ່ເຮັດໃຫ້ເກີດມີຄວາມກຽດຊັງໄດ້ແນວໃດ? ຈົ່ງແກ້ແຄ້ນໃຫ້ກັບພຣະເຈົ້າ, ເຮັດໃຫ້ສັດຕູຂອງພຣະອົງດັບສູນໃຫ້ໝົດ, ຢ່າຍອມໃຫ້ມັນແລ່ນອາລະອາດອີກຕໍ່ໄປ ແລະ ຢ່າຍອມໃຫ້ມັນສ້າງຄວາມວຸ້ນວາຍຕາມຄວາມຕ້ອງການຂອງມັນອີກຕໍ່ໄປ! ດຽວນີ້ແມ່ນເຖິງເວລາແລ້ວ: ແຕ່ດົນນານ ມະນຸດໄດ້ເຕົ້າໂຮມກໍາລັງທັງໝົດຂອງເຂົາ, ເຂົາໄດ້ອຸທິດຄວາມພະຍາຍາມທັງໝົດຂອງເຂົາ, ເສຍສະຫຼະທຸກຢ່າງເພື່ອສິ່ງນີ້, ເພື່ອຈີກໃບໜ້າທີ່ເປັນຕາຢ້ານຂອງຜີສາດນີ້ ແລະ ເຮັດໃຫ້ຜູ້ຄົນ ທີ່ຖືກບັງຕາ ແລະ ທີ່ໄດ້ທົນຕໍ່ຄວາມທຸກທໍລະມານ ແລະ ຄວາມລໍາບາກໃນທຸກຮູບແບບ ໄດ້ລຸກຂຶ້ນຈາກຄວາມເຈັບປວດຂອງພວກເຂົາ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຜີສາດເຖົ້າທີ່ຊົ່ວຮ້າຍນີ້. ເປັນຫຍັງຈິ່ງສ້າງອຸປະສັກທີ່ບໍ່ສາມາດແກ້ໄຂຕໍ່ພາລະກິດຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ເລ່ກົນເພື່ອຫຼອກລວງຄົນຂອງພຣະເຈົ້າ? ອິດສະຫຼະທີ່ແທ້ຈິງ ແລະ ສິດ ແລະ ສິດຜົນປະໂຫຍດທີ່ຖືກຕ້ອງມີຢູ່ໃສ? ຄວາມຍຸຕິທໍາຢູ່ໃສ? ຄວາມສຸກສະບາຍຢູ່ໃສ? ຄວາມອົບອຸ່ນຢູ່ໃສ? ເປັນຫຍັງຈິ່ງໃຊ້ອຸບາຍຫຼອກລວງເພື່ອຕົວະຄົນຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ກໍາລັງເພື່ອຍັບຍັ້ງການສະເດັດມາຂອງພຣະເຈົ້າ? ເປັນຫຍັງຈິ່ງບໍ່ຍອມໃຫ້ພຣະເຈົ້າຄະເນຈອນຢູ່ເທິງແຜ່ນດິນໂລກທີ່ພຣະອົງຊົງສ້າງຂຶ້ນຢ່າງເປັນອິດສະຫຼະ? ເປັນຫຍັງຈິ່ງລົບກວນພຣະເຈົ້າຈົນພຣະອົງບໍ່ມີບ່ອນທີ່ຈະພັກຫົວຂອງພຣະອົງລົງ? ຄວາມອົບອຸ່ນໃນທ່າມກາງມະນຸດຢູ່ໃສ? ການຕ້ອນຮັບໃນທ່າມກາງມະນຸດຢູ່ໃສ? ເປັນຫຍັງຈິ່ງສະແຫວງຫາພຣະເຈົ້າແບບບໍ່ມີຫວັງ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າຮ້ອງອອກມາຊໍ້າແລ້ວຊໍ້າອີກ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າກັງວົນກັບບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ? ໃນສັງຄົມມືດນີ້ ເປັນຫຍັງໝາເຝົ້າຍາມທີ່ເປັນຕາສົມເພດຂອງມັນບໍ່ຍອມໃຫ້ພຣະເຈົ້າສະເດັດໄປໆມາໆຢ່າງອິດສະຫຼະທົ່ວໂລກທີ່ພຣະອົງຊົງສ້າງ? ເປັນຫຍັງມະນຸດ ທີ່ດໍາລົງຊີວິດໃນທ່າມກາງຄວາມເຈັບປວດ ແລະ ຄວາມທຸກທໍລະມານຈິ່ງບໍ່ເຂົ້າໃຈ? ເພື່ອພວກເຈົ້າແລ້ວ, ພຣະເຈົ້າໄດ້ອົດທົນຕໍ່ຄວາມທໍລະມານຢ່າງໃຫຍ່ຫຼວງ, ໄດ້ປະທານບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ, ເນື້ອໜັງ ແລະ ເລືອດຂອງພຣະອົງໃຫ້ພວກເຈົ້າດ້ວຍຄວາມເຈັບປວດ ແລ້ວເປັນຫຍັງພວກເຈົ້າຈິ່ງຍັງເມີນເສີຍຢູ່? ໃນລັກສະນະລວມຂອງທຸກຄົນ, ພວກເຈົ້າໄດ້ປະຕິເສດການສະເດັດມາຮອດຂອງພຣະເຈົ້າ ແລະ ໄດ້ປະຕິເສດມິດຕະພາບຂອງພຣະເຈົ້າ. ເປັນຫຍັງຈິ່ງບໍ່ມີສາມັນສໍານຶກເຖິງຂະໜາດນັ້ນ? ພວກເຈົ້າເຕັມໃຈບໍ ທີ່ຈະທົນຕໍ່ຄວາມບໍ່ຍຸຕິທໍາໃນສັງຄົມມືດແບບນີ້? ແທນທີ່ຈະຍັດທ້ອງຂອງພວກເຈົ້າໃຫ້ອີ່ມກັບຄວາມກຽດຊັງນັບພັນປີ, ເປັນຫຍັງພວກເຈົ້າຈິ່ງຍັດທ້ອງຕົນເອງດ້ວຍ “ຂີ້” ຂອງກະສັດຂອງພວກຜີຮ້າຍ?

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ກ່າວຫາໂດຍບໍ່ມີຫຼັກຖານ” ໝາຍເຖິງວິທີການທີ່ຜີສາດຮ້າຍທໍາລາຍຜູ້ຄົນ.

2. “ເຝົ້າຍາມຢ່າງໜ້າແໜ້ນ” ໝາຍເຖິງວິທີການທີຜີສາດຮ້າຍໃຊ້ກັບຜູ້ຄົນ ແມ່ນໂຫດຮ້າຍຢ່າງຍິ່ງ ແລະ ຄວບຄຸມຜູ້ຄົນຢ່າງຮຸນແຮງຈົນພວກເຂົາບໍ່ສາມາດເຄື່ອນໄຫວໄດ້.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 313)

ພາລະກິດຂອງພຣະເຈົ້າແມ່ນມີອຸປະສັກຫຼາຍຊໍ່າໃດ? ມີໃຜເຄີຍຮູ້ແນ່? ໃນເມື່ອຜູ້ຄົນຖືກກັກຂັງໂດຍສີແຫ່ງຄວາມງົມງວາຍຢ່າງຝັງເລິກ ແລ້ວມີໃຜທີ່ມີຄວາມສາມາດໃນການຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ? ດ້ວຍຄວາມຮູ້ທາງວັດທະນະທໍາທີ່ຫຼ້າຫຼັງ ພ້ອມທັງຕື້ນ ແລະ ບໍ່ສົມເຫດສົມຜົນນີ້ ພວກເຂົາຈະສາມາດເຂົ້າໃຈພຣະທໍາທີ່ກ່າວໂດຍພຣະເຈົ້າຢ່າງຄົບຖ້ວນໄດ້ແນວໃດ? ແມ່ນແຕ່ໃນເວລາທີ່ພວກເຂົາໄດ້ຖືກເວົ້າໃຫ້ ແລະ ຖືກບໍາລຸງລ້ຽງຢູ່ຕໍ່ໜ້າໜ້າ, ປາກຕໍ່ປາກ, ພວກເຂົາຈະສາມາດເຂົ້າໃຈໄດ້ແນວໃດ? ບາງຄັ້ງ ມັນຄືກັບວ່າ ພຣະທໍາຂອງພຣະເຈົ້າໄດ້ຖືກຟັງດ້ວຍຫູໜວກ: ຜູ້ຄົນບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ, ພວກເຂົາພາກັນແກວ່ງຫົວ ແລະ ບໍ່ເຂົ້າໃຈຫຍັງເລີຍ. ແລ້ວນີ້ຈະບໍ່ໃຫ້ກັງວົນໃຈໄດ້ແນວໃດ? “ໄລຍະຫ່າງ[1], ຂອງປະຫວັດສາດທາງວັດທະນະທໍາບູຮານ ແລະ ຄວາມຮູ້ທາງວັດທະນະທໍານີ້” ໄດ້ສັ່ງສອນກຸ່ມຄົນທີ່ບໍ່ມີປະໂຫຍດຫຍັງ. ວັດທະນະທໍາບູຮານນີ້ ນັ້ນກໍຄືມໍລະດົນອັນລໍ້າຄ່ານີ້ ແມ່ນກອງຂີ້ເຫຍື້ອ! ມັນໄດ້ກາຍເປັນຄວາມອັບອາຍຕະຫຼອດການແຕ່ດົນນານແລ້ວ ແລະ ກໍບໍ່ຄຸ້ມທີ່ຈະກ່າວເຖິງ! ມັນໄດ້ສອນເລ່ກົນ ແລະ ເຕັກນິກໃນການຕໍ່ຕ້ານພຣະເຈົ້າໃຫ້ກັບຜູ້ຄົນ ແລະ “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ”[2] ຂອງລະບົບການສຶກສາແຫ່ງຊາດທີ່ເຮັດໃຫ້ຜູ້ຄົນຍິ່ງບໍ່ເຊື່ອຟັງພຣະເຈົ້າ. ພາລະກິດຂອງພຣະເຈົ້າແຕ່ລະສ່ວນແມ່ນມີຄວາມຍາກລໍາບາກຫຼາຍ ແລະ ທຸກຂັ້ນຕອນຂອງພາລະກິດຂອງພຣະອົງຕໍ່ແຜ່ນດິນໂລກກໍເປັນຕາເສົ້າໃຈສໍາລັບພຣະເຈົ້າ. ພາລະກິດຂອງພຣະອົງເທິງແຜ່ນດິນໂລກຊ່າງມາຍາກລໍາບາກແທ້ເດ! ຂັ້ນຕອນຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນປະກອບດ້ວຍຄວາມຍຸ້ງຍາກຫຼາຍ: ຄວາມອ່ອນແອ, ຄວາມຂາດເຂີນ, ການປະພຶດຕົວຄືເດັກນ້ອຍ, ຄວາມໂງ່ຂອງມະນຸດ ແລະ ທຸກສິ່ງທີ່ເປັນຂອງມະນຸດ ແມ່ນຖືກວາງແຜນຂຶ້ນຢ່າງລະອຽດ ແລະ ຖືກພິຈາລະນາຢ່າງຮອບຄອບໂດຍພຣະເຈົ້າ. ມະນຸດແມ່ນຄ້າຍຄືກັບເສືອເຈັ້ຍ ທີ່ຄົນເຮົາບໍ່ກ້າທີ່ຈະລໍ້ ຫຼື ຍົວະ; ພຽງແຕ່ໄປຈັບຕ້ອງບາຍໜ້ອຍໜຶ່ງ ເຂົາກໍຈະກັດ ຫຼື ບໍ່ຊັ້ນກໍລົ້ມລົງ ແລ້ວກໍບໍ່ຮູ້ຈະເຮັດຫຍັງອີກຕໍ່ໄປ ແລະ ຄືກັບວ່າ ຖ້າມີການເສຍສະມາທິແມ່ນແຕ່ໜ້ອຍໜຶ່ງ ເຂົາກໍຈະກັບຄືນສູ່ສະພາບເດີມ ຫຼື ບໍ່ຊັ້ນກໍຈະເມີນເສີຍຕໍ່ພຣະເຈົ້າ ຫຼື ແລ່ນໄປຫາພໍ່ແມ່ໝູ ແລະ ໝາຂອງເຂົາ ເພື່ອເພີດເພີນໃນສິ່ງທີ່ເປິເປື້ອນຂອງຮ່າງກາຍຂອງພວກເຂົາ. ຈັງແມ່ນເປັນອຸປະສັກທີ່ໃຫຍ່ຫຼວງແທ້ໆ! ໃນພາກປະຕິບັດໃນທຸກຂັ້ນຕອນຂອງພາລະກິດຂອງພຣະອົງ, ພຣະເຈົ້າແມ່ນຖືກລໍ້ລວງ ແລະ ໃນເກືອບທຸກຂັ້ນຕອນ ພຣະເຈົ້າແມ່ນມີຄວາມສ່ຽງຈາກໄພອັນຕະລາຍຢ່າງມະຫາສານ. ພຣະທໍາຂອງພຣະອົງແມ່ນຈິງໃຈ ແລະ ສັດຊື່ ໂດຍທີ່ບໍ່ມີເຈດຕະນາຮ້າຍ ແຕ່ມີໃຜແດ່ທີ່ເຕັມໃຈຍອມເອົາພຣະທໍາເຫຼົ່ານັ້ນ? ແມ່ນໃຜເຕັມໃຈທີ່ຈະຍອມເຮັດຕາມຢ່າງເຕັມທີ່? ມັນເຮັດໃຫ້ຫົວໃຈຂອງພຣະເຈົ້າແຕກຫັກ. ພຣະອົງເຮັດພາລະກິດຢ່າງໜັກທັງຕອນກາງເວັນ ແລະ ກາງຄືນເພື່ອມະນຸດ, ພຣະອົງຖືກລົບກວນດ້ວຍຄວາມກະວົນກະວາຍໃຈທີ່ມີຕໍ່ຊີວິດຂອງມະນຸດ ແລະ ພຣະອົງເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດ. ພຣະອົງໄດ້ອົດທົນກັບການພິກໄປພິກມາໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງ, ເພື່ອພຣະທໍາທຸກຂໍ້ທີ່ພຣະອົງກ່າວ; ພຣະອົງແມ່ນຢູ່ລະຫວ່າງກ້ອນຫິນ ແລະ ບ່ອນແຂງຕະຫຼອດ ແລະ ຄິດເຖິງຄວາມອ່ອນແອ, ຄວາມບໍ່ເຊື່ອຟັງ, ການປະພຶດຕົວຄືເດັກນ້ອຍ ແລະ ຄວາມບອບບາງຂອງມະນຸດ... ທັງກາງເວັນກາງຄືນຊໍ້າແລ້ວຊໍ້າອີກ. ແມ່ນໃຜທີ່ເຄີຍຮູ້ຈັກສິ່ງນີ້ແດ່? ແມ່ນໃຜທີ່ສາມາດເປີດເຜີຍຄວາມລັບໄດ້? ແມ່ນໃຜທີ່ຈະສາມາດເຂົ້າໃຈ? ພຣະອົງກຽດຊັງຄວາມບາບຂອງມະນຸດ, ການຂາດຄວາມກ້າ ແລະ ການບໍ່ມີຄວາມເຂັ້ມແຂງຂອງມະນຸດ ແລະ ພຣະອົງເປັນຫ່ວງຕໍ່ຄວາມບອບບາງຂອງມະນຸດຢູ່ສະເໝີ ແລະ ພິຈາລະນາເສັ້ນທາງອະນາຄົດຂອງມະນຸດ; ໃນຂະນະທີ່ພຣະອົງສັງເກດເບິ່ງຄໍາເວົ້າ ແລະ ການກະທໍາຂອງມະນຸດ ມັນເຮັດໃຫ້ພຣະອົງມີຄວາມເມດຕາ ແລະ ຄວາມໂມໂຫຕະຫຼອດເວລາ ແລະ ການເຫັນສິ່ງເຫຼົ່ານີ້ແມ່ນນໍາເອົາຄວາມເຈັບປວດມາສູ່ໃຈຂອງພຣະອົງ. ຢ່າງໃດກໍຕາມ ຜູ້ບໍລິສຸດໃນທີ່ສຸດກໍຈະແຂງກະດ້າງ; ເປັນຫຍັງພຣະເຈົ້າຈິ່ງຕ້ອງເຮັດສິ່ງຕ່າງໆໃຫ້ຍາກສໍາລັບພວກເຂົາຢູ່ຕະຫຼອດເວລາ? ມະນຸດທີ່ອ່ອນແອແມ່ນສູນເສຍຄວາມອົດທົນ; ເປັນຫຍັງພຣະເຈົ້າຈິ່ງມີຄວາມໂກດຮ້າຍຢູ່ເລື້ອຍໆກັບພວກເຂົາເຫຼົ່ານີ້? ມະນຸດທີ່ອ່ອນແອ ແລະ ບໍ່ມີພະລັງແມ່ນບໍ່ມີກໍາລັງອີກຕໍ່ໄປ; ເປັນຫຍັງພຣະເຈົ້າຈິ່ງຄວນຮ້າຍພວກເຂົາຕະຫຼອດສໍາລັບຄວາມບໍ່ເຊື່ອຟັງຂອງພວກເຂົາ? ແມ່ນໃຜທີ່ສາມາດຕ້ານທານຄວາມເປັນຕາຢ້ານຂອງພຣະເຈົ້າໃນສະຫວັນໄດ້ແດ່? ຢ່າງໃດກໍຕາມ, ມະນຸດແມ່ນອ່ອນແອ ແລະ ຢູ່ໃນສະພາບຍາກລໍາບາກຢ່າງສິ້ນຫວັງ ເຊິ່ງພຣະເຈົ້າໄດ້ອົດກັ້ນຄວາມໂກດຮ້າຍຂອງພຣະອົງໄວ້ຢູ່ໃນສ່ວນເລິກຂອງຫົວໃຈຂອພຣະອົງ ເພື່ອວ່າ ມະນຸດຈະຄ່ອຍໆໄຕ່ຕອງຕົວເອງ. ແຕ່ມະນຸດ ຜູ້ທີ່ຢູ່ໃນຄວາມລໍາບາກທີ່ຮ້າຍແຮງ ແມ່ນບໍ່ຮູ້ບຸນຄຸນຕໍ່ຄວາມປະສົງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ເຂົາຖືກກະສັດເຖົ້າຂອງພວກຜີຮ້າຍຢຽບຍໍ່າຢູ່ກ້ອງຕີນຢ່າງບໍ່ຮູ້ສຶກຕົວ, ເຂົາເອົາຕົວເອງໄປຕໍ່ຕ້ານພຣະເຈົ້າ ຫຼື ບໍ່ຮູ້ຮ້ອນບໍ່ຮູ້ໜາວຕໍ່ພຣະເຈົ້າ. ພຣະເຈົ້າໄດ້ກ່າວພຣະທໍາຫຼາຍຂໍ້ ແຕ່ໃຜໄດ້ຖືເອົາພຣະທໍາເຫຼົ່ານັ້ນຢ່າງຈິງຈັງແດ່? ມະນຸດບໍ່ເຂົ້າໃຈພຣະທໍາຂອງພຣະເຈົ້າ ແຕ່ເຂົາຍັງສະບາຍໃຈ ແລະ ບໍ່ມີຄວາມປາຖະໜາຫຍັງ ແລະ ບໍ່ເຄີຍຮູ້ຈັກທາດແທ້ຂອງຜີສາດເຖົ້າຢ່າງແທ້ຈິງ. ຜູ້ຄົນອາໄສຢູ່ແດນມໍລະນາ, ໃນນາຮົກ ແຕ່ເຊື່ອວ່າ ພວກເຂົາອາໄສຢູ່ໃນພະລາຊະວັງແຫ່ງພື້ນທະເລ; ພວກເຂົາຖືກຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່ ແຕ່ກໍຄິດວ່າ ຕົນເອງ “ຖືກຍົກຍ້ອງ”[3] ໂດຍປະເທດຊາດ; ພວກເຂົາຖືກເຍາະເຍີ້ຍໂດຍຜີຮ້າຍ ແຕ່ກໍຄິດວ່າ ພວກເຂົາມີຄວາມສຸກກັບຄວາມສາມາດສູງສຸດທາງດ້ານສີລະປະຂອງເນື້ອໜັງ. ຈັງແມ່ນພວກເຂົາຊ່າງເປັນຄົນຊົ່ວທີ່ສົກກະປົກ ແລະ ຕໍ່າຕ້ອຍແທ້ໆ! ມະນຸດໄດ້ພົບກັບຄວາມໂຊກຮ້າຍ ແຕ່ພວກເຂົາບໍ່ຮູ້ສຶກຕົວ ແລະ ໃນສັງຄົມມືດແຫ່ງນີ້ ເຂົາໄດ້ທົນທຸກກັບເຄາະຮ້າຍຢ່າງຊໍ້າແລ້ວຊໍ້າອີກ[4] ແຕ່ເຂົາກໍບໍ່ເຄີຍຕື່ນຈາກສິ່ງນີ້. ເມື່ອໃດເຂົາຈະປະຖິ້ມຄວາມໃສ່ໃຈກັບຕົວເອງ ແລະ ອຸປະນິໄສທີ່ຄ້າຍຄືທາດ? ເປັນຫຍັງເຂົາຄືບໍ່ສົນໃຈຫົວໃຈຂອງພຣະເຈົ້າ? ເຂົາຍອມຮັບເອົາການກົດຂີ່ ແລະ ຄວາມທຸກທໍລະມານນີ້ຢ່າງງຽບໆບໍ? ເຂົາບໍ່ປາດຖະໜາເຖິງມື້ທີ່ເຂົາຈະສາມາດປ່ຽນຄວາມມືດເປັນແສງສະຫວ່າງບໍ? ເຂົາບໍ່ປາດຖະໜາທີ່ຈະແກ້ໄຂຄວາມບໍ່ຍຸຕິທໍາທີ່ມີຕໍ່ຄວາມຊອບທໍາ ແລະ ຄວາມຈິງອີກຄັ້ງບໍ? ເຂົາເຕັມໃຈທີ່ຈະເບິ່ງ ແລະ ບໍ່ເຮັດຫຍັງບໍ ໃນຂະນະທີ່ຜູ້ຄົນປະຖິ້ມຄວາມຈິງ ແລະ ບິດເບືອນຄວາມຈິງ? ເຂົາມີຄວາມສຸກບໍ ກັບການອົດທົນຕໍ່ການກົດຂີ່ຂົ່ມເຫັງນີ້? ເຂົາເຕັມໃຈທີ່ຈະເປັນທາດບໍ? ເຂົາເຕັມໃຈທີ່ຈະດັບສະຫຼາຍດ້ວຍມືຂອງພຣະເຈົ້າ ໄປພ້ອມກັບທາດຂອງລັດທີ່ລົ້ມເຫຼວນີ້ບໍ? ຄວາມຕັ້ງໃຈຂອງເຈົ້າຢູ່ໃສ? ຄວາມທະເຍີທະຍານຂອງເຈົ້າຢູ່ໃສ? ກຽດສັກສີຂອງເຈົ້າຢູ່ໃສ? ຄວາມຊື່ສັດຂອງເຈົ້າຢູ່ໃສ? ອິດສະຫຼະຂອງເຈົ້າຢູ່ໃສ? ເຈົ້າເຕັມໃຈທີ່ຈະເສຍສະຫຼະທັງຊີວິດ[5] ຂອງເຈົ້າເພື່ອມັງກອນແດງທີ່ຍິ່ງໃຫຍ່ ນັ້ນກໍຄື ກະສັດຂອງພວກຜີຮ້າຍເຫຼົ່ານັ້ນບໍ? ເຈົ້າມີຄວາມສຸກບໍ ທີ່ໃຫ້ມັນທໍລະມານເຈົ້າຈົນຕາຍ? ມະຫາສະໝຸດອັນກວ້າງໃຫຍ່ໄພສານເຕັມໄປດ້ວຍຄວາມສົນລະວົນ ແລະ ຄວາມມືດ, ຄົນທົ່ວໄປແມ່ນທົນທຸກກັບຄວາມທຸກທໍລະມານດັ່ງກ່າວ ພາກັນຮ້ອງໄຫ້ຕໍ່ສະຫວັນ ແລະ ຕໍານິແຜ່ນດິນໂລກ. ເມື່ອໃດມະນຸດຈິ່ງຈະສາມາດພູມໃຈໃນຕົວເອງ? ມະນຸດແມ່ນຈ່ອຍເຫຼືອງ ແລະ ຊຸດໂຊມຫຼາຍ ແລ້ວເຂົາຈະສາມາດຕໍ່ສູ້ກັບຜີສາດທີ່ໂຫດຮ້າຍ ແລະ ພະເດັດການນີ້ໄດ້ແນວໃດ? ເປັນຫຍັງເຂົາຄືບໍ່ມອບຊີວິດຂອງເຂົາໃຫ້ແກ່ພຣະເຈົ້າໃຫ້ໄວທີ່ສຸດເທົ່າທີ່ເຂົາຈະສາມາດເຮັດໄດ້? ເປັນຫຍັງເຂົາຈິ່ງຍັງລັງເລໃຈ ແລ້ວເມື່ອໃດເຂົາຈິ່ງຈະສາມາດເຮັດພາລະກິດຂອງພຣະເຈົ້າໄດ້ສໍາເລັດ? ຍ້ອນຖືກຂົ່ມເຫັງ ແລະ ກົດຂີ່ຢ່າງບໍ່ມີເປົ້າໝາຍ, ດ້ວຍເຫດນັ້ນ ໃນທີ່ສຸດແລ້ວ ຊີວິດທັງໝົດຂອງເຂົາກໍຈະຖືກດໍາລົງຢູ່ໂດຍບໍ່ມີປະໂຫຍດຫຍັງ; ເປັນຫຍັງເຂົາຈິ່ງຟ້າວມາ ແລະ ຟ້າວໜີໄປ? ເປັນຫຍັງເຂົາຈິ່ງບໍ່ເກັບບາງສິ່ງທີ່ມີຄ່າເພື່ອມອບໃຫ້ພຣະເຈົ້າ? ເຂົາໄດ້ລືມຄວາມກຽດຊັງນັບເປັນພັນປີແລ້ວບໍ?

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ໄລຍະຫ່າງ” ແມ່ນຖືກໃຊ້ເພື່ອເປັນການເຍາະເຍີ້ຍ.

2. “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ” ແມ່ນຖືກໃຊ້ເພື່ອເປັນການເຍາະເຍີ້ຍ.

3. “ຖືກຍົກຍ້ອງ” ແມ່ນໃຊ້ເພື່ອເຍາະເຍີ້ຍຜູ້ຄົນ ທີ່ແຂງກະດ້າງ ແລະ ບໍ່ຮັບຮູ້ຕົວເອງ.

4. “ທົນທຸກກັບເຄາະຮ້າຍຢ່າງຊໍ້າແລ້ວຊໍ້າອີກ” ໝາຍເຖິງຜູ້ຄົນເກີດໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ພວກເຂົາບໍ່ສາມາດມີຄວາມພາກພູມໃຈໃນຕົວເອງໄດ້.

5. “ເສຍສະຫຼະທັງຊີວິດ” ແມ່ນມີຄວາມໝາຍໃນທາງທີ່ເສື່ອມເສຍ.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 314)

ໃນປັດຈຸບັນນີ້, ສິ່ງທີ່ພວກເຈົ້າໄດ້ເຂົ້າໃຈແມ່ນສູງສົ່ງກວ່າບຸກຄົນໃດໜຶ່ງທົ່ວທັງປະຫວັດສາດ ຜູ້ທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ. ບໍ່ວ່າຈະເປັນຄວາມຮູ້ຂອງພວກເຈົ້າກ່ຽວກັບການທົດລອງ ຫຼື ຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ມັນກໍລ້ວນແລ້ວແຕ່ສູງສົ່ງກວ່າຂອງຜູ້ເຊື່ອໃນພຣະເຈົ້າຄົນໃດໜຶ່ງ. ສິ່ງຕ່າງໆທີ່ພວກເຈົ້າເຂົ້າໃຈແມ່ນສິ່ງທີ່ພວກເຈົ້າໄດ້ຮູ້ຈັກກ່ອນທີ່ພວກເຈົ້າຈະຜະເຊີນກັບການທົດລອງຈາກສິ່ງແວດລ້ອມ, ແຕ່ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າບໍ່ສາມາດເຂົ້າກັບສິ່ງເຫຼົ່ານັ້ນໄດ້ຢ່າງສົມບູນ. ສິ່ງທີ່ພວກເຈົ້າຮູ້ຈັກແມ່ນສູງສົ່ງກວ່າສິ່ງທີ່ພວກເຈົ້ານໍາເຂົ້າສູ່ການປະຕິບັດ. ເຖິງແມ່ນພວກເຈົ້າເວົ້າວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນຮັກພຣະເຈົ້າ ແລະ ບໍ່ຄວນພະຍາຍາມຫາພອນ ແຕ່ພະຍາຍາມບັນລຸຄວາມປະສົງຂອງພຣະເຈົ້າເທົ່ານັ້ນ, ສິ່ງທີ່ສະແດງອອກໃນຊີວິດຂອງພວກເຈົ້າແມ່ນໄກຈາກສິ່ງນີ້ຫຼາຍ ແລະ ເປິເປື້ອນຫຼາຍ. ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ສັນຕິສຸກ ແລະ ຜົນປະໂຫຍດຢ່າງອື່ນ. ນອກຈາກເພື່ອຜົນປະໂຫນດຂອງເຈົ້າ, ເຈົ້າກໍບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບເອົາຄວາມກະລຸນາຂອງພຣະເຈົ້າໄດ້, ເຈົ້າກໍນ້ອຍໃຈ. ສິ່ງທີ່ເຈົ້າເວົ້າຈະເປັນວຸດທິພາວະທີ່ແທ້ຈິງຂອງເຈົ້າໄດ້ແນວໃດ? ເມື່ອມີເຫດການໃນຄອບຄົວທີ່ບໍ່ສາມາດຫຼີກເວັ້ນໄດ້ເກີດຂຶ້ນ ເຊັ່ນ: ລູກໆບໍ່ສະບາຍ, ຄົນຮັກເຂົ້າໂຮງໝໍ, ຜົນຜະລິດທາງພືດຜັກໄດ້ໜ້ອຍ ແລະ ການຂົມເຫັງພາຍໃນສະມາຊິກຄອບຄົວ, ແມ່ນແຕ່ບັນຫາທີ່ເກີດຂຶ້ນເລື້ອຍໆ ແລະ ເປັນປະຈຳເຫຼົ່ານີ້ກໍໜັກເກີນໄປສຳລັບເຈົ້າແລ້ວ. ເມື່ອສິ່ງດັ່ງກ່າວເກີດຂຶ້ນ, ເຈົ້າກໍຕື່ນຕົກໃຈ, ເຈົ້າບໍ່ຮູ້ຈັກວ່າຈະເຮັດຫຍັງຕໍ່ ແລະ ສ່ວນໃຫຍ່ແລ້ວ ເຈົ້າຈະຕໍ່ວ່າພຣະເຈົ້າ. ເຈົ້າຕໍ່ວ່າໆ ພຣະທໍາຂອງພຣະເຈົ້າລໍ້ລວງເຈົ້າ, ພາລະກິດຂອງພຣະເຈົ້າເຍາະເຍີ້ຍເຈົ້າ. ພວກເຈົ້າບໍ່ໄດ້ມີຄວາມຄິດແບບນັ້ນບໍ? ເຈົ້າຄິດວ່າສິ່ງດັ່ງກ່າວບໍ່ຄ່ອຍເກີດຂຶ້ນທ່າມກາງພວກເຈົ້າບໍ? ພວກເຈົ້າໃຊ້ເວລາທຸກມື້ເພື່ອດຳລົງຊິວິດໃນທ່າມກາງເຫດການດັ່ງກ່າວ. ເຈົ້າບໍ່ໃສ່ໃຈໃນຄວາມສຳເລັດຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ໃສ່ໃຈໃນວິທີທີ່ຈະບັນລຸຄວາມປະສົງຂອງພຣະເຈົ້າ. ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າແມ່ນຕໍ່າຫຼາຍ, ຕໍ່າກວ່າວຸດທິພາວະຂອງໄກ່ນ້ອຍອີກ. ເມື່ອທຸລະກິດຄອບຄົວຂອງເຈົ້າສູນເສຍເງິນ ເຈົ້າກໍຕໍ່ວ່າພຣະເຈົ້າ, ເມື່ອເຈົ້າພົບວ່າຕົນເອງຕົກຢູ່ໃນສະພາບແວດລ້ອມທີ່ບໍ່ມີການປົກປ້ອງຂອງພຣະເຈົ້າ ເຈົ້າກໍຍັງຕໍ່ວ່າພຣະເຈົ້າ ແລະ ເຈົ້າຕໍ່ວ່າແມ່ນແຕ່ເມື່ອໄກ່ນ້ອຍໂຕໜຶ່ງຂອງເຈົ້າຕາຍ ຫຼື ງົວເຖົ້າທີ່ຢູ່ໃນຄອກຂອງເຈົ້າລົ້ມປ່ວຍ. ເຈົ້າຕໍ່ວ່າເມື່ອເຖິງເວລາທີ່ລູກຊາຍຂອງເຈົ້າຈະແຕ່ງງານ ແຕ່ຄອບຄົວຂອງເຈົ້າບໍ່ມີເງິນພໍ; ເຈົ້າຕ້ອງການປະຕິບັດໜ້າທີ່ຂອງເຈົ້າພາບ ແຕ່ບໍ່ສາມາດຈ່າຍມັນໄດ້ ແລະ ຫຼັງຈາກນັ້ນ ເຈົ້າກໍຍັງຕໍ່ວ່າ. ເຈົ້າເຕັມລົ້ນໄປດ້ວຍຄຳຕໍ່ວ່າ ແລະ ບາງຄັ້ງ ຍ້ອນສິ່ງນີ້ເຈົ້າຈຶ່ງບໍ່ໄດ້ເຂົ້າຮ່ວມການຊຸມນຸມ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບາງເທື່ອກໍຄິດລົບເປັນເວລາຍາວນານ. ບໍ່ມີຫຍັງທີ່ເກີດຂຶ້ນກັບເຈົ້າໃນມື້ນີ້ກ່ຽວຂ້ອງກັບຄວາມຄາດຫວັງ ຫຼື ຊະຕາກໍາຂອງເຈົ້າເລີຍ; ສິ່ງເຫຼົ່ານີ້ຈະຍັງເກີດຂຶ້ນເຖິງແມ່ນເຈົ້າບໍ່ໄດເຊື່ອໃນພຣະເຈົ້າ, ແຕ່ໃນປັດຈຸບັນ ເຈົ້າໄດ້ສົ່ງມອບຄວາມຮັບຜິດຊອບນັ້ນໃຫ້ກັບພຣະເຈົ້າ ແລະ ສືບຕໍ່ເວົ້າວ່າພຣະເຈົ້າໄດ້ກຳຈັດເຈົ້າອອກແລ້ວ. ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າເດ? ເຈົ້າໄດ້ຖວາຍຊີວິດຂອງເຈົ້າຢ່າງແທ້ຈິງບໍ? ຖ້າພວກເຈົ້າໄດ້ປະສົບກັບການທົດລອງແບບດຽວກັນກັບໂຢບ, ບໍ່ມີໃຜທ່າມກາງພວກເຈົ້າທີ່ຕິດຕາມພຣະເຈົ້າໃນປັດຈຸບັນຈະສາມາດຕັ້ງໝັ້ນໄດ້, ພວກເຈົ້າທຸກຄົນຈະລົ້ມລົງ. ນັ້ນຄືໂລກທີ່ແຕກຕ່າງກັນລະຫວ່າງພວກເຈົ້າ ແລະ ໂຢບ. ໃນປັດຈຸບັນ ຖ້າເຄິ່ງໜຶ່ງຂອງຊັບສິນຂອງພວກເຈົ້າຖືກຍຶດ ພວກເຈົ້າກໍຈະປະຕິເສດການເປັນຢູ່ຂອງພຣະເຈົ້າ; ຖ້າລູກຊາຍ ຫຼື ລູກສາວຂອງພວກເຈົ້າຖືກລັກພາຕົວໄປຈາກພວກເຈົ້າ, ພວກເຈົ້າກໍຈະແລ່ນຮ້ອງໄຫ້ໂວຍວາຍໄປຕາມຖະໜົນ; ຖ້າຫົນທາງດຽວໃນການຫາລ້ຽງຊີບຂອງເຈົ້າສິ້ນສຸດລົງ, ເຈົ້າກໍຈະພະຍາຍາມ ແລະ ສົນທະນາກັບພຣະເຈົ້າ; ເຈົ້າຈະຖາມວ່າ ເປັນຫຍັງເຮົາຈຶ່ງກ່າວພຣະທຳຫຼາຍຂໍ້ໃນເບື້ອງຕົ້ນເພື່ອເຮັດໃຫ້ເຈົ້າຢ້ານກົວ. ບໍ່ມີຫຍັງທີ່ພວກເຈົ້າຈະບໍ່ກ້າເຮັດໃນເວລາດັ່ງກ່າວ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຈົ້າບໍ່ໄດ້ຮັບຄວາມເຂົ້າເຖິງຢ່າງແທ້ຈິງເລີຍ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ສະນັ້ນ ການທົດລອງໃນຕົວພວກເຈົ້າຈຶ່ງໜັກເກີນໄປ, ຍ້ອນພວກເຈົ້າຮູ້ຫຼາຍເກີນໄປ, ແຕ່ສິ່ງທີ່ພວກເຈົ້າເຂົ້າໃຈແທ້ໆນັ້ນ ບໍ່ມີຮອດໜຶ່ງສ່ວນພັນຂອງສິ່ງທີ່ພວກເຈົ້າຮູ້ເລີຍ. ຈົ່ງຢ່າຢຸດຢູ່ທີ່ຄວາມເຂົ້າໃຈ ແລະ ຄວາມຮູ້ເທົ່ານັ້ນ; ດີທີ່ສຸດ ເຈົ້າຕ້ອງເບິ່ງວ່າເຈົ້າສາມາດນໍາເຂົ້າສູ່ການປະຕິບັດຢ່າງແທ້ຈິງໄດ້ຫຼາຍສໍ່າໃດ, ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດຜ່ານເຫື່ອແຮງ ແລະ ຄວາມພະຍາຍາມຂອງເຈົ້າເອງຫຼາຍສໍ່າໃດ ແລະ ມີການປະຕິບັດຫຼາຍສໍ່າໃດຂອງເຈົ້າທີ່ເຮັດໃຫ້ເຈົ້າໄດ້ຮູ້ເຖິງຄວາມຕັ້ງໃຈຂອງເຈົ້າເອງ. ເຈົ້າຄວນຈິງຈັງກັບວຸດທິພາວະ ແລະ ການປະຕິບັດຂອງເຈົ້າ. ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ, ເຈົ້າບໍ່ຄວນພະຍາຍາມທຳທ່າເຮັດພຽງເພື່ອຄົນອື່ນເທົ່ານັ້ນ, ເຈົ້າຈະສາມາດຮັບເອົາຄວາມຈິງ ແລະ ຊີວິດ ຫຼື ບໍ່ ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ.

(ຄັດຈາກບົດ “ການປະຕິບັດ (3) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 315)

ບາງຄົນປະດັບຕົນເອງຢ່າງສວຍງາມ, ແຕ່ໃນທາງຜິວເຜີນ: ເອື້ອຍນ້ອງປະດັບຕົນເອງຢ່າງສວຍງາມດັ່ງດອກໄມ້ ແລະ ອ້າຍນ້ອງກໍນຸ່ງເຄື່ອງຄືກັບເຈົ້າຊາຍ ຫຼື ຊາຍໜຸ່ມເຈົ້າຊູ້ທີ່ລໍ້າລວຍ. ພວກເຂົາພຽງແຕ່ໃສ່ໃຈໃນສິ່ງພາຍນອກ ເຊັ່ນ: ສິ່ງທີ່ພວກເຂົາກິນ ແລະ ນຸ່ງ; ຢູ່ພາຍໃນ, ພວກເຂົາຂາດແຄນ ແລະ ບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງຄືຄວາມໝາຍໃນສິ່ງນີ້? ແລ້ວກໍຍັງ ມີບາງຄົນທີ່ນຸ່ງຄືກັບຄົນຂໍທານທີ່ຍາກຈົນ,​ພວກເຂົາເບິ່ງຄືກັບທາດຈາກອາຊີຕາເວັນອອກແທ້ໆ! ພວກເຈົ້າບໍ່ເຂົ້າໃຈບໍວ່າເຮົາຮຽກຮ້ອງຫຍັງຈາກພວກເຈົ້າກັນແທ້? ໃຫ້ສົນທະນາທ່າມກາງພວກເຈົ້າເອງເບິ່ງວ່າ: ພວກເຈົ້າໄດ້ຮັບຫຍັງກັນແທ້? ພວກເຈົ້າເຊື່ອໃນພຣະເຈົ້າຕະຫຼອດເວລາຫຼາຍປີເຫຼົ່ານີ້, ແຕ່ນີ້ຄືທຸກສິ່ງທີ່ພວກເຈົ້າໄດ້ເກັບກ່ຽວ, ພວກເຈົ້າບໍ່ອາຍບໍ? ພວກເຈົ້າບໍ່ອັບອາຍບໍ? ພວກເຈົ້າໄດ້ສະແຫວງຫາຫົນທາງທີ່ແທ້ຈິງຕະຫຼອດເວລາຫຼາຍປີເຫຼົ່ານີ້, ແຕ່ໃນປັດຈຸບັນ ວຸດທິພາວະຂອງພວກເຈົ້າກໍຍັງຕໍ່າກວ່າວຸດທິພາວະຂອງນົກຈອກ! ໃຫ້ເບິ່ງຍິງສາວທີ່ຢູ່ທ່າມກາງພວກເຈົ້າ, ສວຍງາມຄືກັບຮູບພາບທີ່ຢູ່ໃນເຄື່ອງນຸ່ງ ແລະ ເຄື່ອງສຳອາງຂອງພວກເຈົ້າ, ປຽບທຽບຕົນເອງໃສ່ອີກດ້ານໜຶ່ງ, ແລ້ວພວກເຈົ້າປຽບທຽບຫຍັງ? ຄວາມພໍໃຈຂອງພວກເຈົ້າບໍ? ຄວາມຕ້ອງການຂອງພວກເຈົ້າບໍ? ພວກເຈົ້າຄິດວ່າເຮົາໄດ້ມາເພື່ອຄັດເລືອກເອົານາງແບບບໍ? ພວກເຈົ້າຊ່າງບໍ່ມີຄວາມລະອາຍໃຈ! ຊີວິດຂອງພວກເຈົ້າຢູ່ໃສ? ສິ່ງທີ່ພວກເຈົ້າສະແຫວງຫາບໍ່ແມ່ນເປັນພຽງຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າເອງບໍ? ເຈົ້າຄິດວ່າເຈົ້າງາມຫຼາຍ, ແຕ່ເຖິງແມ່ນເຈົ້າອາດນຸ່ງເຄື່ອງໃນທຸກລັກສະນະທີ່ສວຍງາມ, ໃນຄວາມເປັນຈິງແລ້ວ ເຈົ້າບໍ່ແມ່ນເປັນພຽງໜອນດີ້ນກະດຸກກະດິກທີ່ເກີດໃນກອງຂີ້ສັດບໍ? ມື້ນີ້, ເຈົ້າໂຊກດີທີ່ໄດ້ຮັບພອນຈາກສະຫວັນເຫຼົ່ານີ້ ບໍ່ແມ່ນຍ້ອນໃບໜ້າທີ່ສວຍງາມຂອງເຈົ້າ, ​ແຕ່ຍ້ອນພຣະເຈົ້າໄດ້ເຮັດການຍົກເວັ້ນໂດຍຍົກເຈົ້າຂຶ້ນ. ມັນຍັງບໍ່ຊັດເຈນຕໍ່ເຈົ້າບໍວ່າ ເຈົ້າມາຈາກໃສ? ເມື່ອເວົ້າເຖິງຊີວິດ, ເຈົ້າອັດປາກຂອງເຈົ້າ ແລະ ບໍ່ເວົ້າຫຍັງເລີຍ, ໂງ່ຈ້າຄືກັບຮູບປັ້ນ, ແຕ່ເຈົ້າກໍຍັງໜ້າດ້ານແຕ່ງຕົວເອງ! ເຈົ້າຍັງມັກໃຊ້ແປງ ແລະ ທາແປ້ງໃສ່ໃບໜ້າຂອງເຈົ້າ! ແລ້ວໃຫ້ເບິ່ງຊາຍເຈົ້າຊູ້ທີ່ຢູ່ທ່າມກາງພວກເຈົ້າ, ຜູ້ຊາຍດື້ດ້ານທີ່ໃຊ້ເວລາໝົດມື້ເພື່ອຍ່າງໄປມາຢ່າງບໍ່ມີລະບົບລະບຽບ ພ້ອມກັບສີໜ້າເສີຍເມີຍໃນໃບໜ້າຂອງພວກເຂົາ. ນີ້ແມ່ນວິທີທີ່ບຸກຄົນໃດໜຶ່ງຄວນປະພຶດບໍ? ແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ບໍ່ວ່າຈະເປັນຜູ້ຊາຍ ຫຼື ແມ່ຍິງ ພວກເຈົ້າໄດ້ອຸທິດຄວາມໃສ່ໃຈກັບຫຍັງໝົດມື້? ພວກເຈົ້າຮູ້ບໍວ່າພວກເຈົ້າເພິ່ງພາໃຜເພື່ອລ້ຽງຕົນເອງ? ຈົ່ງເບິ່ງທີ່ການນຸ່ງຖືຂອງເຈົ້າ, ເບິ່ງສິ່ງທີ່ເຈົ້າໄດ້ເກັບກ່ຽວໃນມືຂອງເຈົ້າ, ລູບທ້ອງຂອງເຈົ້າ, ເຈົ້າໄດ້ກຳໄລຫຍັງຈາກລາຄາຂອງເລືອດ ແລະ ເຫື່ອແຮງທີ່ເຈົ້າໄດ້ຈ່າຍໃນຕະຫຼອດເວລາຫຼາຍປີແຫ່ງຄວາມເຊື່ອແບບນີ້? ເຈົ້າຍັງຄິດທີ່ຈະໄປທ່ຽວຊົມ, ເຈົ້າຍັງຄິດທີ່ຈະປະດັບປະດາເນື້ອໜັງທີ່ເໝັນເນົ່າຂອງເຈົ້າ, ນັ້ນຄືການສະແຫວງຫາທີ່ໄຮ້ຄ່າ! ເຈົ້າຖືກຮຽກຮ້ອງໃຫ້ເປັນບຸກຄົນທີ່ປົກກະຕິ, ແຕ່ບັດນີ້ ເຈົ້າບໍ່ພຽງແຕ່ຜິດປົກກະຕິ, ເຈົ້າຍັງວິປະລິດອີກດ້ວຍ. ບຸກຄົນເຊັ່ນນັ້ນຈະໜ້າດ້ານມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ດ້ວຍຄວາມເປັນມະນຸດເຊັ່ນນີ້, ເດີນຂະບວນແຫ່ສະເໜ່ຂອງເຈົ້າ ແລະ ໂອ້ອວດເນື້ອໜັງຂອງເຈົ້າ, ດຳລົງຊີວິດຢູ່ພາຍໃນຕັນຫາແຫ່ງເນື້ອໜັງຢູ່ສະເໝີ, ເຈົ້າບໍ່ແມ່ນເຊື້ອສາຍຂອງມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍບໍ? ເຮົາຈະບໍ່ຍອມໃຫ້ມານຮ້າຍທີ່ສົກກະປົກດັ່ງກ່າວຍັງຄົງມີຊີວິດຢູ່ໄດ້ດົນ! ແລ້ວຢ່າຄິດວ່າເຮົາບໍ່ຮູ້ສິ່ງທີ່ເຈົ້າຄິດຢູ່ໃນໃຈຂອງເຈົ້າ. ເຈົ້າອາດຮັກສາຕັນຫາຂອງເຈົ້າ ແລະ ເນື້ອໜັງຂອງເຈົ້າໄວ້ພາຍໃຕ້ການຄວບຄຸມຢ່າງເຄັ່ງຄັດ, ແຕ່ເຮົາຈະບໍ່ສາມາດຮູ້ຈັກເຖິງຄວາມຄິດທີ່ເຈົ້າມີຢູ່ໃນໃຈຂອງເຈົ້າໄດ້ແນວໃດ? ເຮົາຈະບໍ່ສາມາດຮູ້ຈັກທຸກສິ່ງທີ່ຕາຂອງເຈົ້າປາຖະໜາໄດ້ແນວໃດ? ພວກເຈົ້າຍິງສາວທັງຫຼາຍບໍ່ໄດ້ເຮັດໃຫ້ຕົນເອງສວຍງາມແບບນັ້ນເພື່ອເດີນຂະບວນແຫ່ເນື້ອໜັງຂອງພວກເຈົ້າບໍ? ຜູ້ຊາຍມີຜົນປະໂຫຍດຫຍັງຕໍ່ພວກເຈົ້າ? ພວກເຂົາສາມາດຊ່ວຍເຫຼືອພວກເຈົ້າຈາກທະເລແຫ່ງຄວາມເຈັບປວດແທ້ບໍ? ສຳລັບບັນດາຊາຍເຈົ້າຊູ້ທັງຫຼາຍ, ພວກເຈົ້າທຸກຄົນນຸ່ງເຄື່ອງເພື່ອເຮັດໃຫ້ຕົນເອງເບິ່ງຄືເປັນສຸພາບບຸລຸດ ແລະ ໂດດເດັ່ນ, ແຕ່ນີ້ບໍ່ແມ່ນຍຸດທະວິທີທີ່ຖືກອອກແບບມາເພື່ອນໍາຄວາມສົນໃຈມາສູ່ຮູບລັກສະນະທີ່ມີສະເໜ່ຂອງເຈົ້າບໍ? ພວກເຈົ້າເຮັດສິ່ງນີ້ເພື່ອຜູ້ໃດ? ແມ່ຍິງມີຜົນປະໂຫຍດຫຍັງຕໍ່ພວກເຈົ້າ? ພວກເຂົາບໍ່ແມ່ນແຫຼ່ງທີ່ມາຂອງຄວາມຜິດບາບຂອງພວກເຈົ້າບໍ? ພວກເຈົ້າ ທີ່ເປັນຜູ້ຊາຍ ແລະ ແມ່ຍິງເອີຍ, ເຮົາໄດ້ກ່າວພຣະທຳຫຼາຍຂໍ້ຕໍ່ພວກເຈົ້າ, ແຕ່ພວກເຈົ້າກໍພຽງແຕ່ປະຕິບັດຕາມພຣະທຳສອງສາມຂໍ້ເທົ່ານັ້ນ. ຫູຂອງພວກເຈົ້າຍາກທີ່ຈະໄດ້ຍິນ, ຕາຂອງພວກເຈົ້າເລີ່ມມົວ ແລະ ຫົວໃຈຂອງພວກເຈົ້າກໍແຂງຈົນເຖິງຈຸດທີ່ບໍ່ມີຫຍັງ ນອກຈາກຕັນຫາຢູ່ໃນຮ່າງກາຍຂອງພວກເຈົ້າ, ຈົນພວກເຈົ້າຕິດກັບດັກມັນ, ບໍ່ສາມາດຫຼົບໜີໄດ້. ຜູ້ໃດຕ້ອງການໄປໃກ້ພວກເຈົ້າທີ່ເປັນໜອນ, ພວກເຈົ້າທີ່ດີ້ນກະດຸກກະດິກໃນຄວາມສົກກະປົກ ແລະ ເປື້ອນເປິ? ຢ່າລືມວ່າພວກເຈົ້າບໍ່ໄດ້ເປັນຫຍັງຫຼາຍໄປກວ່າຄົນທີ່ເຮົາຍົກມາຈາກກອງຂີ້ສັດ, ໂດຍດັ່ງເດີມແລ້ວ ພວກເຈົ້າບໍ່ມີຄວາມເປັນມະນຸດປົກກະຕິ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າກໍຄືຄວາມເປັນມະນຸດປົກກະຕິ ທີ່ພວກເຈົ້າບໍ່ມີໃນຕົ້ນເດີມ, ບໍ່ແມ່ນໃຫ້ພວກເຈົ້າເດີນຂະບວນແຫ່ຕັນຫາຂອງພວກເຈົ້າ ຫຼື ໃຫ້ອິດສະຫຼະໃນການສະແດງເນື້ອໜັງທີ່ເໝັນເນົ່າຂອງພວກເຈົ້າ ເຊິ່ງຖືກຝຶກຝົນໂດຍມານຮ້າຍເປັນເວລາຫຼາຍປີ. ເມື່ອພວກເຈົ້າແຕ່ງຕົວແບບນັ້ນ, ພວກເຈົ້າບໍ່ຢ້ານບໍວ່າ ພວກເຈົ້າຈະຕິດກັບດັກຮ້າຍແຮງຍິ່ງຂຶ້ນ? ພວກເຈົ້າບໍ່ຮູ້ບໍວ່າ ໂດຍຕົ້ນເດີມແລ້ວ ພວກເຈົ້າແມ່ນເປັນຂອງຜິດບາບ? ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເຕັມໄປດ້ວຍຕັນຫາຈົນມັນເຖິງກັບໄຫຼຊຶມອອກຈາກເຄື່ອງນຸ່ງຂອງພວກເຈົ້າ, ເປີດເຜີຍສະພາວະຂອງພວກເຈົ້າວ່າເປັນມານຮ້າຍທີ່ຂີ້ຮ້າຍ ແລະ ສົກກະປົກຢ່າງເຫຼືອທົນ? ມັນບໍ່ແມ່ນໃນກໍລະນີທີ່ພວກເຈົ້າຮູ້ຈັກສິ່ງນີ້ຢ່າງຊັດເຈນກວ່າຄົນອື່ນບໍ? ຫົວໃຈຂອງພວກເຈົ້າ, ຕາຂອງພວກເຈົ້າ, ຮີມສົບຂອງພວກເຈົ້າ, ພວກມັນທັງໝົດບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍມານຮ້າຍທີ່ສົກກະປົກບໍ? ສ່ວນເຫຼົ່ານີ້ຂອງພວກເຈົ້າບໍ່ໄດ້ສົກກະປົກບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າບໍ່ປະພຶດ, ແລ້ວເຈົ້າບໍລິສຸດທີ່ສຸດບໍ? ເຈົ້າຄິດວ່າການນຸ່ງເສື້ອຜ້າທີ່ສວຍງາມຈະສາມາດປົກປິດຈິດວິນຍານທີ່ຊົ່ວຊ້າຂອງພວກເຈົ້າບໍ? ສິ່ງນັ້ນຈະບໍ່ເກີດຜົນ! ເຮົາແນະນໍາພວກເຈົ້າໃຫ້ເປັນຈິງຫຼາຍຂຶ້ນ: ຢ່າສໍ້ໂກງ ແລະ ທຳທ່າເຮັດ ແລະ ຢ່າແຫ່ຂະບວນຕົນເອງ. ພວກເຈົ້າໂອ້ອວດຕັນຫາຂອງພວກເຈົ້າຕໍ່ກັນເອງ, ແຕ່ສິ່ງທີ່ພວກເຈົ້າຈະໄດ້ຮັບເປັນການຕອບແທນກໍຄືການທົນທຸກຕະຫຼອດໄປ ແລະ ການຂ້ຽນຕີທີ່ໄຮ້ປານີເທົ່ານັ້ນ! ພວກເຈົ້າມີຄວາມຈຳເປັນຫຍັງທີ່ຈະສົ່ງສາຍຕາໃຫ້ກັນເອງ ແລະ ໝົກມຸ້ນຢູ່ກັບຄວາມຮັກ? ນີ້ແມ່ນການວັດແທກຄວາມຊື່ສັດຂອງພວກເຈົ້າ ແລະ ຂອບເຂດຄວາມທ່ຽງທໍາຂອງພວກເຈົ້າບໍ? ເຮົາກຽດຊັງບັນດາຜູ້ຄົນໃນທ່າມກາງພວກເຈົ້າທີ່ມີສ່ວນຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ເຮົາກຽດຊັງຊາຍໜຸ່ມ ແລະ ຍິງໜຸ່ມໃນບັນດາພວກເຈົ້າທີ່ຮັກເນື້ອໜັງຂອງພວກເຂົາເອງ. ພວກເຈົ້າຄວນຈະຢັບຢັ້ງຕົນເອງ, ຍ້ອນບັດນີ້ ພວກເຈົ້າຖືກຮຽກຮ້ອງໃຫ້ມີຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ໂອ້ອວດຕັນຫາຂອງພວກເຈົ້າ, ແຕ່ພວກເຈົ້າກໍໃຊ້ທຸກໂອກາດທີ່ພວກເຈົ້າສາມາດໃຊ້ໄດ້, ຍ້ອນເນື້ອໜັງຂອງພວກເຈົ້າອຸດົມສົມບູນເກີນໄປ ແລະ ຕັນຫາຂອງພວກເຈົ້າກໍມີຫຼາຍເກີນໄປ!

(ຄັດຈາກບົດ “ການປະຕິບັດ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 316)

ຕອນນີ້ ບໍ່ວ່າການສະແຫວງຫາຂອງພວກເຈົ້າຈະມີປະສິດທິພາບ ຫຼື ບໍ່ແມ່ນຖືກວັດແທກໂດຍສິ່ງທີ່ພວກເຈົ້າມີໃນປັດຈຸບັນ. ນີ້ແມ່ນສິ່ງທີ່ຖືກໃຊ້ເພື່ອກຳນົດຜົນຕາມມາຂອງພວກເຈົ້າ; ນີ້ໝາຍຄວາມວ່າ ຜົນຕາມມາຂອງພວກເຈົ້າແມ່ນຖືກເປີດເຜີຍອອກໃນການເສຍສະຫຼະທີ່ພວກເຈົ້າໄດ້ເຮັດ ແລະ ສິ່ງຕ່າງໆທີ່ພວກເຈົ້າໄດ້ເຮັດ. ຜົນຕາມມາຂອງພວກເຈົ້າຈະຖືກເຮັດໃຫ້ເປັນທີ່ຮູ້ຈັກຈາກການສະແຫວງຫາຂອງພວກເຈົ້າ, ຄວາມເຊື່ອຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າໄດ້ເຮັດ. ໃນບັນດາພວກເຈົ້າທັງໝົດ, ມີຫຼາຍຄົນທີ່ເກີນຄວາມລອດພົ້ນ, ຍ້ອນມື້ນີ້ເປັນມື້ທີ່ເປີດເຜີຍຜົນຕາມມາຂອງຜູ້ຄົນ ແລະ ເຮົາຈະບໍ່ສົບສົນໃນພາລະກິດຂອງເຮົາ; ເຮົາຈະບໍ່ນໍາພາຄົນທີ່ເກີນຄວາມລອດພົ້ນໄປສູ່ຍຸກຕໍ່ໄປ. ຈະມີເວລາທີ່ພາລະກິດຂອງເຮົາສຳເລັດ. ເຮົາຈະບໍ່ປະຕິບັດພາລະກິດໃນຊາກສົບທີ່ເໝັນເນົ່າ ແລະ ໄຮ້ວິນຍານທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ເລີຍ; ຕອນນີ້ແມ່ນຍຸກສຸດທ້າຍແຫ່ງຄວາມລອດພົ້ນຂອງມະນຸດ ແລະ ເຮົາຈະບໍ່ປະຕິບັດພາລະກິດທີ່ໄຮ້ປະໂຫຍດ. ຢ່າກ່າວໂທດສະຫວັນ ແລະ ແຜ່ນດິນໂລກ, ຈຸດຈົບຂອງໂລກໃກ້ເຂົ້າມາແລ້ວ. ມັນຫຼີກເວັ້ນບໍ່ໄດ້. ສິ່ງຕ່າງໆໄດ້ມາເຖິງຈຸດນີ້ ແລະ ບໍ່ມີຫຍັງທີ່ເຈົ້າໃນຖານະມະນຸດຈະສາມາດເຮັດໄດ້ເພື່ອຢຸດພວກມັນ; ເຈົ້າບໍ່ສາມາດປ່ຽນແປງສິ່ງຕ່າງໆຕາມທີ່ເຈົ້າປາຖະໜາ. ມື້ວານ, ເຈົ້າບໍ່ໄດ້ຈ່າຍລາຄາເພື່ອສະແຫວງຫາຄວາມຈິງ ແລະ ເຈົ້າບໍ່ໄດ້ຊື່ສັດ; ມື້ນີ້ ເວລາໄດ້ມາເຖິງ ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ; ແລະ ມື້ອື່ນ ເຈົ້າຈະຖືກກຳຈັດ ແລະ ຈະບໍ່ມີທາງເວັ້ນສຳລັບຄວາມລອດພົ້ນຂອງເຈົ້າ. ເຖິງແມ່ນຫົວໃຈຂອງເຮົາອ່ອນໂຍນ ແລະ ເຮົາກຳລັງເຮັດສຸດຄວາມສາມາດຂອງເຮົາເພື່ອຊ່ວຍເຈົ້າໃຫ້ລອດພົ້ນ, ຖ້າເຈົ້າບໍ່ພະຍາຍາມໃນສ່ວນຂອງເຈົ້າເອງ ຫຼື ຄິດຄຳນຶງເຖິງຕົວເຈົ້າເອງ, ສິ່ງນີ້ຈະກ່ຽວຫຍັງກັບເຮົາ? ຄົນທີ່ຄິດເຖິງພຽງແຕ່ເນື້ອໜັງຂອງພວກເຂົາ ແລະ ຄົນທີ່ມັກຄວາມສະບາຍ; ຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ; ຄົນທີ່ເຂົ້າຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ຄົນທີ່ຜິດສິນທໍາ, ໃຈແຕກ ແລະ ສົກກະປົກ; ຄົນທີ່ລັກເຄື່ອງຖວາຍແກ່ພຣະເຢໂຮວາ ແລະ ສິ່ງຂອງໆພຣະອົງ; ຄົນທີ່ຮັກການຕິດສິນບົນ; ຄົນທີ່ຝັນຢ່າງຂີ້ຄ້ານເຖິງການຂຶ້ນສູ່ສະຫວັນ; ຄົນທີ່ອວດດີ ແລະ ທະນົງຕົວ; ຄົນທີ່ພຽງແຕ່ພະຍາຍາມຫາຊື່ສຽງ ແລະ ໂຊກລາບສ່ວນຕົວ; ຄົນທີ່ເຜີຍແຜ່ຄຳເວົ້າທີ່ບໍ່ສຸພາບ; ຄົນທີ່ໝິ່ນປະໝາດພຣະເຈົ້າເອງ; ຄົນທີ່ບໍ່ເຮັດຫຍັງ ນອກຈາກຕັດສິນ ແລະ ກ່າວຮ້າຍພຣະເຈົ້າເອງ; ຄົນທີ່ກໍ່ຕັ້ງກຸ່ມພັກພວກ ແລະ ສະແຫວງຫາຄວາມເປັນເອກະລາດ; ຄົນທີ່ຍົກຍ້ອງຕົນເອງເໜືອພຣະເຈົ້າ; ຊາຍ ແລະ ຍິງໜຸ່ມ, ໄວກາງຄົນ ແລະ ໄວອາວຸໂສທີ່ໄຮ້ຄ່າ ຜູ້ເຊິ່ງຕິດກັບດັກໃນກິເລດຕັນຫາ; ຊາຍ ແລະ ຍິງທີ່ເພີດເພີນກັບຊື່ສຽງສ່ວນຕົວ ແລະ ໂຊກລາບ ແລະ ສະແຫວງຫາສະຖານະສ່ວນຕົວທ່າມກາງຄົນອື່ນໆ; ຄົນທີ່ບໍ່ສໍານຶກຜິດທີ່ຕິດກັບດັກຢູ່ໃນຄວາມຜິດບາບ, ພວກເຂົາທັງໝົດບໍ່ໄດ້ເກີນຄວາມລອດພົ້ນບໍ? ຄວາມຜິດສິນທໍາ, ຄວາມຜິດບາບ, ຢາທີ່ຊົ່ວຮ້າຍ,​ ເວດມົນ, ຄຳເວົ້າທີ່ຫຍາບຄາຍ ແລະ ຄຳເວົ້າບໍ່ສຸພາບລ້ວນແລ້ວແຕ່ກໍ່ການຈະລາຈົນທ່າມກາງພວກເຈົ້າ; ແລະ ຄວາມໄວ້ວາງໃຈ ແລະ ຄຳເວົ້າແຫ່ງຊີວິດແມ່ນຖືກຢຽບຢໍ່າໃນບັນດາພວກເຈົ້າ ແລະ ພາສາບໍລິສຸດໄດ້ຖືກເຮັກໃຫ້ເປິເປື້ອນໃນບັນດາພວກເຈົ້າ. ພວກເຈົ້າທີ່ເປັນຊາວຕ່າງຊາດ ທີ່ໃຄ່ໄປດ້ວຍຄວາມສົກກະປົກ ແລະ ຄວາມບໍ່ເຊື່ອຟັງ! ຜົນຕາມມາສຸດທ້າຍຂອງພວກເຈົ້າຈະແມ່ນຫຍັງ? ຄົນທີ່ຮັກເນື້ອໜັງ, ຜູ້ທີ່ປະຕິບັດເວດມົນຂອງເນື້ອໜັງ ແລະ ຜູ້ທີ່ຕິດກັບດັກໃນຄວາມຜິດບາບຈາກຕັນຫາຈະສາມາດໜ້າດ້ານສືບຕໍ່ດຳລົງຊີວິດໄດ້ແນວໃດ! ເຈົ້າບໍ່ຮູ້ຈັກບໍວ່າຜູ້ຄົນແບບພວກເຈົ້າແມ່ນໜອນທີ່ເກີນຄວາມລອດພົ້ນ? ເຈົ້າມີສິດຫຍັງທີ່ຈະຮຽກຮ້ອງນີ້ ແລະ ນັ້ນ? ຈົນເຖິງປັດຈຸບັນ, ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຄົນທີ່ບໍ່ຮັກຄວາມຈິງ ແລະ ພຽງແຕ່ຮັກເນື້ອໜັງ, ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ຄົນທີ່ບໍ່ຮັກຫົນທາງແຫ່ງຊີວິດ, ຄົນທີ່ບໍ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ, ຜູ້ທີ່ວາງອຸບາຍເພື່ອເຫັນແກ່ສະຖານະຂອງພວກເຂົາເອງ, ຜູ້ທີ່ຍົກຍໍຕົນເອງ, ພວກເຂົາບໍ່ໄດ້ເປັນຄືເກົ່າບໍ ແມ່ນແຕ່ໃນປັດຈຸບັນ? ແມ່ນຫຍັງຄືຄຸນຄ່າໃນການຊ່ວຍພວກເຂົາໃຫ້ລອດພົ້ນ? ບໍ່ວ່າເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບວ່າຄວາມອາວຸໂສຂອງເຈົ້າມີຫຼາຍສໍ່າໃດ ຫຼື ເຈົ້າໄດ້ປະຕິບັດພາລະກິດຈັກປີແລ້ວ ແລະ ແຮງໄກທີ່ມັນຈະຂຶ້ນກັບວ່າເຈົ້າໄດ້ສ້າງຄວາມໜ້າເຊື່ອຖືຫຼາຍສໍ່າໃດ. ກົງກັນຂ້າມ ມັນຂຶ້ນກັບວ່າ ການສະແຫວງຫາຂອງເຈົ້າໄດ້ເກີດຜົນ ຫຼື ບໍ່. ເຈົ້າຄວນຮູ້ຈັກວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນແມ່ນ “ຕົ້ນໄມ້” ທີ່ອອກໝາກ, ບໍ່ແມ່ນຕົ້ນໄມ້ທີ່ມີໃບຂຽວງາມ ແລະ ເຕັມໄປດ້ວຍດອກ ແຕ່ບໍ່ໄດ້ເກີດໝາກຫຍັງເລີຍ. ເຖິງແມ່ນເຈົ້າໄດ້ໃຊ້ເວລາຫຼາຍປີເພື່ອພະເນຈອນຕາມທ້ອງຖະໜົນ, ມັນສຳຄັນຫຍັງ? ຄຳພະຍານຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນມີໜ້ອຍກວ່າຄວາມຮັກຂອງເຈົ້າທີ່ມີຕໍ່ຕົນເອງ ແລະ ຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາຂອງເຈົ້າ, ບຸກຄົນປະເພດນີ້ບໍ່ແມ່ນຄົນທີ່ເສື່ອມຊາມບໍ? ພວກເຂົາຈະສາມາດເປັນຕົ້ນແບບ ແລະ ແບບຢ່າງສຳລັບຄວາມລອດພົ້ນໄດ້ແນວໃດ? ທຳມະຊາດຂອງເຈົ້າແມ່ນບໍ່ສາມາດແກ້ໄຂໄດ້, ເຈົ້າກະບົດເກີນໄປ, ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ! ຜູ້ຄົນດັ່ງກ່າວບໍ່ແມ່ນຄົນທີ່ຈະຖືກກຳຈັດບໍ? ເວລາທີ່ພາລະກິດຂອງເຮົາສຳເລັດບໍ່ແມ່ນເວລາແຫ່ງການມາເຖິງຂອງວັນສຸດທ້າຍຂອງເຈົ້າບໍ? ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼາຍຂໍ້ທ່າມກາງພວກເຈົ້າ, ມີຈັກຂໍ້ທີ່ໄດ້ເຂົ້າຫູຂອງພວກເຈົ້າແທ້ໆ? ມີຈັກຂໍ້ທີ່ພວກເຈົ້າໄດ້ເຊື່ອຟັງ? ເມື່ອພາລະກິດຂອງເຮົາສິ້ນສຸດລົງ, ນັ້ນຈະເປັນເວລາທີ່ເຈົ້າເຊົາຕໍ່ຕ້ານເຮົາ, ເວລາທີ່ເຈົ້າເຊົາຢືນຂັດຂວາງເຮົາ. ໃນເວລາທີ່ເຮົາປະຕິບັດພາລະກິດ, ພວກເຈົ້າກໍປະພຶດຕໍ່ຕ້ານເຮົາຢ່າງຕໍ່ເນື່ອງ; ພວກເຈົ້າບໍ່ເຄີຍປະຕິບັດຕາມພຣະທຳຂອງເຮົາຈັກເທື່ອ. ເຮົາປະຕິບັດພາລະກິດຂອງເຮົາ ແລະ ເຈົ້າປະຕິບັດ “ພາລະກິດ” ຂອງເຈົ້າເອງ, ສ້າງອານາຈັກນ້ອຍໆຂອງເຈົ້າເອງ. ພວກເຈົ້າບໍ່ໄດ້ເປັນຫຍັງເລີຍນອກຈາກກຸ່ມໝາໄນ ແລະ ໝາ, ເຮັດທຸກສິ່ງເພື່ອຕໍ່ຕ້ານເຮົາ! ເຈົ້າພະຍາຍາມຢູ່ສະເໝີທີ່ຈະນໍາເອົາຄົນທີ່ມອບຄວາມຮັກໃຫ້ເຈົ້າທັງໝົດເຂົ້າສູ່ອ້ອມກອດຂອງເຈົ້າ, ຄວາມເຄົາລົບນັບຖືຂອງເຈົ້າມີຢູ່ໃສ? ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ! ເຈົ້າບໍ່ມີຄວາມເຊື່ອຟັງ ຫຼື ຄວາມເຄົາລົບນັບຖື ແລະ ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ ແລະ ໝິ່ນປະໝາດ! ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ຜູ້ຊາຍທີ່ຜິດສິນທຳ ແລະ ເຕັມໄປດ້ວຍຕັນຫາທາງເພດຕ້ອງການສະເໝີທີ່ຈະດຶງດູດໂສເພນີທີ່ຍົ້ວເຍົ້າມາຫາພວກເຂົາເພື່ອຄວາມສຸກຂອງພວກເຂົາເອງ. ເຮົາຈະບໍ່ຊ່ວຍມານຮ້າຍທີ່ຜິດສິນທຳທາງເພດແບບນັ້ນໃຫ້ລອດພົ້ນຢ່າງເດັດຂາດ. ເຮົາກຽດຊັງພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ຄວາມເຕັມໄປດ້ວຍຕັນຫາ ແລະ ຄວາມຍົ້ວຍວນຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈົມລົງສູ່ນະຮົກ. ພວກເຈົ້າມີຫຍັງໃຫ້ແກ້ຕົວບໍ່? ພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍແມ່ນເປັນຕາລັງກຽດ! ພວກເຈົ້າເປັນຕາຂີ້ດຽດ! ຂີ້ເຫຍື້ອແບບນີ້ຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ພວກເຂົາທີ່ຕິດກັບດັກໃນຄວາມຜິດບາບຈະຍັງສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ມື້ນີ້ ຄວາມຈິງນີ້, ຫົນທາງນີ້ ແລະ ຊີວິດນີ້ບໍ່ໄດ້ດຶງດູດໃຈພວກເຈົ້າ; ກົງກັນຂ້າມ ພວກເຈົ້າຖືກດຶງດູດຫາຄວາມຜິດບາບ; ຫາເງິນ; ຫາຖານະ, ຊື່ສຽງ ແລະ ຜົນປະໂຫຍດ; ຫາຄວາມສຸກທາງເນື້ອໜັງ; ຫາຄວາມເຈົ້າຊູ້ຂອງຜູ້ຊາຍ ແລະ ສະເໜ່ຂອງແມ່ຍິງ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກຂອງເຮົາ? ພາບລັກຂອງພວກເຈົ້າເຖິງກັບຍິ່ງໃຫຍ່ກວ່າພຣະເຈົ້າ, ສະຖານະຂອງພວກເຈົ້າເຖິງກັບສູງສົ່ງກວ່າພຣະເຈົ້າ, ດ້ານກຽດຊື່ສຽງຂອງພວກເຈົ້າໃນທ່າມກາງມະນຸດແມ່ນບໍ່ຕ້ອງເວົ້າເຖິງ, ພວກເຈົ້າໄດ້ກາຍມາເປັນຮູບປັ້ນທີ່ຜູ້ຄົນບູຊາ. ເຈົ້າບໍ່ໄດ້ກາຍມາເປັນອັກຄະເທວະດາບໍ? ເມື່ອຜົນຕາມມາຂອງຜູ້ຄົນຖືກເປີດເຜີຍ ເຊິ່ງຍັງເປັນເວລາທີ່ພາລະກິດແຫ່ງຄວາມລອດພົ້ນໃກ້ຈະເຖິງຈຸດສິ້ນສຸດຂອງມັນ, ຫຼາຍຄົນໃນບັນດາພວກເຈົ້າຈະເປັນຊາກສົບທີ່ເກີນຄວາມລອດພົ້ນ ແລະ ຕ້ອງຖືກກຳຈັດ. ໃນລະຫວ່າງພາລະກິດແຫ່ງຄວາມລອດພົ້ນ, ເຮົາກະລຸນາ ແລະ ດີຕໍ່ທຸກຄົນ. ເມື່ອພາລະກິດສິ້ນສຸດລົງ, ຜົນຕາມມາຂອງຜູ້ຄົນປະເພດທີ່ແຕກຕ່າງກັນກໍຈະຖືກເປີດເຜີຍ ແລະ ໃນເວລານັ້ນ ເຮົາຈະບໍ່ກະລຸນາ ແລະ ດີອີກຕໍ່ໄປ, ຍ້ອນຜົນຕາມມາຂອງຜູ້ຄົນຈະໄດ້ຖືກເປີດເຜີຍອອກ ແລະ ແຕ່ລະຄົນກໍຈະໄດ້ຖືກຈັດອອກຕາມປະເພດຂອງພວກເຂົາ ແລະ ຈະບໍ່ເກີດປະໂຫຍດຫຍັງໃນການປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກ ຍ້ອນຍຸກແຫ່ງຄວາມລອດພົ້ນຈະຜ່ານໄປ ແລະ ເມື່ອຜ່ານໄປແລ້ວ ມັນກໍຈະບໍ່ກັບຄືນມາ.

(ຄັດຈາກບົດ “ການປະຕິບັດ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 317)

ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່ງໂດຍຊາຕານ ມະນຸດກໍຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ມັນສາມາດເວົ້າໄດ້ວ່າ ມະນຸດໄດ້ດຳລົງຊີວິດຢູ່ທ່າມກາງອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງເຂົາຢູ່ສະເໝີ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອເປັນດັ່ງນັ້ນ ຖ້າມະນຸດປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາຕ້ອງປົດຖິ້ມຄວາມຄິດທີ່ວ່າຕົວເອງຊອບທໍາ, ຄວາມຄິດທີ່ວ່າຕົວເອງສຳຄັນ, ຄວາມຈອງຫອງ, ຄວາມອວດດີ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ ເຊິ່ງທຸກສິ່ງນີ້ແມ່ນເປັນອຸປະນິໄສຂອງຊາຕານ. ຖ້າບໍ່ດັ່ງນັ້ນ ຄວາມຮັກຂອງພວກເຂົາກໍເປັນຄວາມຮັກທີ່ບໍ່ບໍລິສຸດ, ຄວາມຮັກທີ່ຊົ່ວຮ້າຍ ແລະ ເປັນຄວາມຮັກທີ່ບໍ່ສາມາດຮັບເອົາການເຫັນດີຂອງພຣະເຈົ້າຢ່າງແນ່ນອນ. ຫາກປາສະຈາກການຖືກເຮັດໃຫ້ສົມບູນ, ຖືກຈັດການ, ແຕກຫັກ, ລິຮານ, ລົງວິໄນ, ຕີສອນ ຫຼື ຫຼໍ່ຫຼອມໂດຍພຣະວິນຍານບໍລິສຸດໂດຍກົງ, ບໍ່ມີໃຜສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ. ຖ້າເຈົ້າເວົ້າວ່າ ສ່ວນໜຶ່ງຂອງອຸປະນິໄສຂອງເຈົ້າເປັນຕົວແທນໃຫ້ກັບພຣະເຈົ້າ ແລະ ດ້ວຍເຫດນ້ັນ ເຈົ້າກໍສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ, ເຈົ້າແມ່ນເປັນຄົນທີ່ກ່າວຄຳເວົ້າແບບຈອງຫອງ ແລະ ເປັນມະນຸດທີ່ໄຮ້ສາລະທີ່ສຸດ. ມະນຸດປະເພດນີ້ຄືອັກຄະເທວະດາ! ທຳມະຊາດທີ່ມີມາແຕ່ເກີດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ມະນຸດຕ້ອງປະຖິ້ມທຳມະຊາດທີ່ມີມາແຕ່ເກີດຂອງເຂົາໂດຍຜ່ານການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ຫຼັງຈາກນັ້ນ ມີພຽງແຕ່ການເອົາໃຈໃສຄວາມປະສົງຂອງພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືການປະສົບພາລະກິດຂອງພຣະວິນຍານບໍລິສຸດ, ການດຳລົງຊີວິດຂອງເຂົາຈຶ່ງສາມາດໄດ້ຮັບການເຫັນດີຈາກພຣະເຈົ້າໄດ້. ບໍ່ມີໃຜຜູ້ເຊິ່ງດຳລົງຊີວິດຢູ່ໃນເນື້ອໜັງສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ ນອກຈາກເຂົາຈະເປັນມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ແມ່ນແຕ່ສຳລັບຄົນປະເພດນີ້, ອຸປະນິໄສຂອງເຂົາ ແລະ ສິ່ງທີ່ເຂົາດຳລົງຊີວິດຕາມກໍບໍ່ສາມາດເວົ້າໄດ້ທັງໝົດວ່າເປັນຕົວແທນໃຫ້ກັບພຣະເຈົ້າ; ຄົນໃດໜຶ່ງສາມາດພຽງແຕ່ເວົ້າໄດ້ວ່າ ສິ່ງທີ່ເຂົາດຳລົງຊີວິດຕາມນັ້ນ ແມ່ນໄດ້ຮັບການຊີ້ນໍາຈາກພຣະວິນຍານບໍລິສຸດເທົ່ານັ້ນ. ອຸປະນິໄສຂອງມະນຸດປະເພດດັ່ງກ່າວບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້.

ເຖິງແມ່ນວ່າ ອຸປະນິໄສຂອງມະນຸດໄດ້ຮັບການດົນບັນດານຈາກພຣະເຈົ້າ ເຊິ່ງນີ້ເປັນສິ່ງທີ່ບໍ່ຕ້ອງສົງໄສ ແລະ ສາມາດຖືໄດ້ວ່າເປັນສິ່ງບວກ ແຕ່ມັນໄດ້ຖືກດໍາເນີນການໂດຍຊາຕານ. ດ້ວຍເຫດນັ້ນ ອຸປະນິໄສທັງໝົດຂອງມະນຸດຈຶ່ງເປັນອຸປະນິໄສຂອງຊາຕານ. ບາງຄົນອາດເວົ້າວ່າ ໂດຍອຸປະນິໄສຂອງພຣະອົງແລ້ວ ພຣະເຈົ້າກົງໄປກົງມາໃນການກະທຳທຸກສິ່ງທຸກຢ່າງ ແລະ ພວກເຂົາກໍປະພຶດຕົວແບບນີ້ເຊັ່ນກັນ, ພວກເຂົາກໍມີລັກສະນະແບບນີ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເວົ້າໄດ້ວ່າ ອຸປະນິໄສແບບນີ້ຂອງພວກເຂົາເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ນີ້ແມ່ນມະນຸດປະເພດໃດ? ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ບໍ? ໃຜກໍຕາມທີ່ປະກາດວ່າ ອຸປະນິໄສຂອງພວກເຂົາເປັນຕົວແທນໃຫ້ກັບພຣະເຈົ້າ, ຄົນນັ້ນແມ່ນໝິ່ນປະໝາດພຣະເຈົ້າ ແລະ ດູຖູກພຣະວິນຍານບໍລິສຸດ! ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດສະແດງໃຫ້ເຫັນວ່າ ພາລະກິດທີ່ພຣະເຈົ້າປະຕິບັດເທິງແຜ່ນດິນໂລກແມ່ນເພື່ອເອົາຊະນະເທົ່ານັ້ນ. ດັ່ງນັ້ນ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງມະນຸດສ່ວນໃຫຍ່ຍັງບໍ່ໄດ້ຮັບການຊໍາລະລ້າງ ແລະ ສິ່ງທີ່ເຂົາດຳລົງຊີວິດຕາມຍັງເປັນພາບລັກຂອງຊາຕານ. ມັນແມ່ນສິ່ງທີ່ມະນຸດເຊື່ອວ່າດີ ແລະ ເປັນຕົວແທນໃຫ້ກັບການກະທຳຂອງເນື້ອໜັງຂອງມະນຸດ ຫຼື ຖ້າຈະເວົ້າໃຫ້ຖືກຕ້ອງຫຼາຍກວ່ານັ້ນກໍຄື ມັນເປັນຕົວແທນໃຫ້ກັບຊາຕານ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງແນ່ນອນ. ເຖິງແມ່ນວ່າ ຄົນໃດໜຶ່ງໄດ້ຮັກພຣະເຈົ້າຈົນເຖິງຂັ້ນທີ່ວ່າພວກເຂົາສາມາດຊື່ນຊົມຊີວິດແຫ່ງສະຫວັນເທິງແຜ່ນດິນໂລກ ທີ່ສາມາດກ່າວຢືນຢັນໄດ້ວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ຢ່າງພຽງພໍ” ແລະ ໄດ້ເຂົ້າເຖິງຂອບເຂດທີ່ສູງສຸດ, ເຈົ້າກໍຍັງບໍ່ສາມາດເວົ້າໄດ້ວ່າ ພວກເຂົາດຳລົງຊີວິດຕາມພຣະເຈົ້າ ຫຼື ເປັນຕົວແທນໃຫ້ກັບພຣະເຈົ້າໄດ້, ຍ້ອນທາດແທ້ຂອງມະນຸດບໍ່ຄືກັບທາດແທ້ຂອງພຣະເຈົ້າ. ມະນຸດບໍ່ສາມາດດຳລົງຊີວິດຕາມພຣະເຈົ້າໄດ້, ຢ່າວ່າແຕ່ກາຍມາເປັນພຣະເຈົ້າເລີຍ. ສິ່ງທີ່ພຣະວິນຍານບໍລິສຸດໄດ້ຊີ້ນໍາໃຫ້ມະນຸດດຳລົງຊີວິດຕາມນັ້ນ ແມ່ນພຽງແຕ່ອີງຕາມສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດເທົ່ານັ້ນ.

ການປະຕິບັດ ແລະ ການກະທຳທຸກຢ່າງຂອງຊາຕານແມ່ນໄດ້ສະແດງອອກໃນມະນຸດ. ໃນປັດຈຸບັນ ການປະຕິບັດ ແລະ ການກະທຳທຸກຢ່າງຂອງມະນຸດແມ່ນການສະແດງອອກຂອງຊາຕານ ແລະ ດ້ວຍເຫດນີ້ ຈຶ່ງບໍ່ສາມາດເປັນຕົວແທນພຣະເຈົ້າໄດ້. ມະນຸດຄືພາບຫຼັກຂອງຊາຕານ ແລະ ອຸປະນິໄສຂອງເຂົາບໍ່ສາມາດເປັນຕົວແທນອຸປະນິໄສຂອງພຣະເຈົ້າໄດ້. ມະນຸດບາງຄົນມີລັກສະນະທີ່ດີ, ພຣະເຈົ້າອາດປະຕິບັດພາລະກິດບາງຢ່າງຜ່ານລັກສະນະດັ່ງກ່າວຂອງມະນຸດ ແລະ ພາລະກິດທີ່ພວກເຂົາປະຕິບັດແມ່ນໄດ້ຮັບການຊີ້ນໍາຈາກພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ອຸປະນິໄສຂອງພວກເຂົາແມ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າປະຕິບັດໃນພວກເຂົາບໍ່ມີຫຍັງຫຼາຍໄປກວ່າການປະຕິບັດພາລະກິດຮ່ວມ ແລະ ຂະຫຍາຍສິ່ງທີ່ມີຢູ່ພາຍໃນພວກເຂົາ. ຈະເປັນພວກປະກາດພຣະທຳໃນຍຸກອະດີດ ຫຼື ມະນຸດທີ່ພຣະເຈົ້າໃຊ້, ບໍ່ມີໃຜສາມາດເປັນຕົວແທນໃຫ້ກັບພຣະອົງໄດ້ໂດຍກົງ. ຜູ້ຄົນມາຮູ້ຈັກຮັກພຣະເຈົ້າພຽງແຕ່ພາຍໃຕ້ສະຖານະການບີບບັງຄັບເທົ່ານັ້ນ ແລະ ບໍ່ມີໃຜພະຍາຍາມທີ່ຈະຮ່ວມມືດ້ວຍຄວາມສະໝັກໃຈຂອງພວກເຂົາເອງ. ສິ່ງທີ່ເປັນດ້ານບວກຄືຫຍັງ? ທຸກໆສິ່ງທີ່ມາຈາກພຣະເຈົ້າໂດຍກົງຄືສິ່ງທີ່ເປັນດ້ານບວກ. ເຖິງຢ່າງໃດກໍຕາມ, ອຸປະນິໄສຂອງມະນຸດແມ່ນຖືກຄອບງໍາໂດຍຊາຕານ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມີພຽງແຕ່ຄວາມຮັກ, ຄວາມປະສົງເພື່ອທົນທຸກທໍລະມານ, ຄວາມຊອບທຳ, ຄວາມຍິນຍອມ, ຄວາມອ່ອນນ້ອມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງ. ນີ້ເປັນເພາະວ່າ ເມື່ອພຣະອົງມາ, ພຣະອົງປາສະຈາກທຳມະຊາດແຫ່ງຄວາມຜິດບາບ ແລະ ມາຈາກພຣະເຈົ້າໂດຍກົງ, ໂດຍບໍ່ໄດ້ຖືກຄອບງໍາໂດຍຊາຕານ. ພຣະເຢຊູພຽງແຕ່ຢູ່ໃນຄວາມຄ້າຍຄືເນື້ອໜັງທີ່ເປັນບາບ ແລະ ບໍ່ແມ່ນຕົວແທນໃຫ້ກັບຄວາມບາບ; ເພາະສະນັ້ນ, ການປະຕິບັດ, ການກະທຳ ແລະ ພຣະທຳຂອງພຣະອົງ ຈົນເຖິງເວລາກ່ອນການສຳເລັດຂອງພາລະກິດຜ່ານການຖືກຄຶງທີ່ໄມ້ກາງແຂນ (ລວມເຖິງຊ່ວງເວລາທີ່ຖືກຄຶງໄວ້ທີ່ໄມ້ກາງແຂນຂອງພຣະອົງ), ທັງໝົດນີ້ລ້ວນແລ້ວແຕ່ເປັນຕົວແທນຂອງພຣະເຈົ້າໂດຍກົງ. ຕົວຢ່າງຂອງພຣະເຢຊູແມ່ນພຽງພໍທີ່ຈະພິສູດວ່າ ມະນຸດຄົນໃດກໍຕາມທີ່ມີຄວາມຜິດບາບໂດຍທໍາມະຊາດບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ແລະ ຄວາມຜິດບາບຂອງມະນຸດນັ້ນ ຄືຕົວແທນໃຫ້ກັບຊາຕານ. ເວົ້າໄດ້ວ່າ ຄວາມຜິດບາບບໍ່ແມ່ນຕົວແທນພຣະເຈົ້າ ແລະ ພຣະເຈົ້າປາສະຈາກຄວາມຜິດບາບ. ແມ່ນແຕ່ພາລະກິດທີ່ກະທຳໃນມະນຸດໂດຍພຣະວິນຍານບໍລິສຸດກໍພຽງແຕ່ສາມາດຖືໄດ້ວ່າເປັນການນໍາພາໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດເວົ້າໄດ້ວ່າ ມະນຸດໄດ້ກະທຳແທນພຣະເຈົ້າ. ແຕ່ເທົ່າທີ່ມະນຸດໄດ້ໄຕ່ຕອງແລ້ວ ບໍ່ວ່າຄວາມຜິດບາບຂອງເຂົາ ຫຼື ອຸປະນິໄສຂອງເຂົາແມ່ນບໍ່ສາມາດແທນພຣະເຈົ້າໄດ້. ຈາກການເບິ່ງພາລະກິດທີ່ພຣະວິນຍານບໍລິສຸດກະທຳໃນມະນຸດຈາກອະດີດຈົນເຖິງປະຈຸບັນ, ຄົນເຮົາຈະເຫັນວ່າ ມະນຸດມີສິ່ງທີ່ເຂົາດຳລົງຊີວິດຕາມ; ທັງໝົດກໍຍ້ອນວ່າ ພຣະວິນຍານບໍລິສຸດໄດ້ເຮັດພາລະກິດໃນຕົວເຂົາ. ມີຄົນໜ້ອຍຫຼາຍທີ່ສາມາດດຳລົງຊີວິດຕາມຄວາມຈິງ ຫຼັງຈາກທີ່ຖືກຈັດການ ແລະ ຖືກລົງວິໄນໂດຍພຣະວິນຍານບໍລິສຸດ. ເວົ້າໄດ້ວ່າ ມີພຽງແຕ່ພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ມີຢູ່ ແລະ ການຮ່ວມມືໃນສ່ວນຂອງມະນຸດແມ່ນຂາດຫາຍໄປ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນແລ້ວບໍ? ເມື່ອເປັນແບບນີ້, ເຈົ້າຄວນເຮັດແນວໃດເພື່ອຮ່ວມກັບພຣະອົງຢ່າງສຸດຄວາມສາມາດ ແລະ ເພື່ອບັນລຸໜ້າທີ່ຂອງເຈົ້າໃນຊະນະທີ່ພຮະວິນຍານບໍລິສຸດປະຕິບັດພາລະກິດ?

(ຄັດຈາກບົດ “ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 318)

ຄວາມເຊື່ອໃນພຣະເຈົ້າຂອງເຈົ້າ, ການສະແຫວງຫາຄວາມຈິງຂອງເຈົ້າ ແລະ ແມ່ນແຕ່ແນວທາງທີ່ເຈົ້າປະພຶດຕົວແມ່ນຕ້ອງອີງຕາມຄວາມເປັນຈິງທັງໝົດ: ທຸກສິ່ງທີ່ເຈົ້າເຮັດຕ້ອງເປັນຈິງ ແລະ ເຈົ້າບໍ່ຄວນສະແຫວງຫາສິ່ງທີ່ເປັນພາບລວງຕາ ແລະ ເພີ້ຝັນ. ມັນບໍ່ມີຄຸນຄ່າຫຍັງຈາກການປະພຶດຕົວແບບນີ້ ແລະ ນອກຈາກນັ້ນ ກໍບໍ່ມີຄວາມໝາຍຫຍັງກັບຊີວິດ. ຍ້ອນການສະແຫວງຫາ ແລະ ການໃຊ້ຊີວິດຂອງເຈົ້າໃນສິ່ງທີ່ຜິດ ແລະ ຫຼອກຫຼວງ ແລະ ເຈົ້າບໍ່ໄດ້ສະແຫວງຫາສິ່ງທີ່ມີຄຸນຄ່າ ແລະ ມີຄວາມໝາຍ, ສິ່ງດຽວທີ່ເຈົ້າຈະໄດ້ຮັບກໍຄືເຫດຜົນທີ່ໂງ່ຈ້າ ແລະ ທິດສະດີທີ່ບໍ່ໄດ້ມາຈາກຄວາມຈິງ. ສິ່ງເຫຼົ່ານີ້ບໍ່ມີສ່ວນພົວພັນກັບຄວາມໝາຍ ແລະ ຄຸນຄ່າຂອງການມີຕົວຕົນຂອງເຈົ້າ ແລະ ພຽງແຕ່ຈະສາມາດນໍາເຈົ້າເຂົ້າສູ່ອານາຈັກທີ່ເປົ່າວ່າງ. ດ້ວຍວິທີນີ້ ຊີວິດທັງໝົດຂອງເຈົ້າຈະປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ຖ້າເຈົ້າບໍ່ສະແຫວງຫາຊີວິດທີ່ມີຄວາມໝາຍ ແລ້ວເຈົ້າຈະສາມາດມີຊີວິດຢູ່ເປັນເວລາຮ້ອຍປີ ແລະ ຈະບໍ່ໄດ້ຢູ່ເພື່ອຫຍັງເລີຍ. ສິ່ງນັ້ນເອີ້ນວ່າ ຊີວິດມະນຸດໄດ້ແນວໃດ? ມັນບໍ່ແມ່ນຊີວິດຂອງສັດແທ້ໆບໍ? ໃນທຳນອງດຽວກັນ, ຖ້າພວກເຈົ້າພະຍາຍາມຕິດຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ແຕ່ບໍ່ພະຍາຍາມສະແຫວງຫາພຣະເຈົ້າທີ່ສາມາດແນມເຫັນໄດ້ ແລະ ໃນທາງກົງກັນຂ້າມ ໄດ້ນະມັດສະການພຣະເຈົ້າທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ແລ້ວການສະແຫວງຫາດັ່ງກ່າວແຮງຈະບໍ່ມີປະໂຫຍດຂຶ້ນຕື່ມບໍ? ໃນທີ່ສຸດ ການສະແຫວງຫາຂອງເຈົ້າຈະກາຍເປັນກອງຊາກຫັກພັງ. ການສະແຫວງຫາດັ່ງກ່າວຈະນໍາປະໂຫຍດຫຍັງມາສູ່ເຈົ້າ? ບັນຫາທີ່ໃຫຍ່ທີ່ສຸດກັບມະນຸດກໍຄື ເຂົາພຽງແຕ່ຮັກໃນສິ່ງທີ່ເຂົາບໍ່ສາມາດແນມເຫັນ ຫຼື ຈັບຕ້ອງໄດ້, ສິ່ງທີ່ລຶກລັບ ແລະ ອັດສະຈັນທີ່ສຸດ ແລະ ສິ່ງທີ່ມະນຸດຈິນຕະນາການບໍ່ເຖິງ ແລະ ສິ່ງທີ່ມະນຸດທໍາມະດາບໍ່ສາມາດຮັບຮູ້ໄດ້. ເມື່ອສິ່ງເຫຼົ່ານີ້ບໍ່ສົມຈິງຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ກໍຈະຖືກວິເຄາະໂດຍມະນຸດຫຼາຍສໍ່ານັ້ນ ເຊິ່ງເປັນຄົນທີ່ສະແຫວງຫາສິ່ງເຫຼົ່ານີ້ ໂດຍບໍ່ໃສ່ໃຈສິ່ງອື່ນໆ ແລະ ຈະພະຍາຍາມຮັບເອົາສິ່ງເຫຼົ່ານີ້. ຍິ່ງພວກມັນບໍ່ສົມຈິງຫຼາຍສໍ່າໃດ, ມະນຸດກໍຈະພິຈາລະນາຢ່າງຖີ່ຖ້ວນ ແລະ ວິເຄາະພວກມັນຢ່າງໃກ້ຊິດຫຼາຍສໍ່ານັ້ນ ແລະ ອາດເຮັດຫຼາຍກວ່ານັ້ນເຖິງຂັ້ນສ້າງແນວຄວາມຄິດກ່ຽວກັບສິ່ງເຫຼົ່ານັ້ນຢ່າງທົ່ວເຖິງຂຶ້ນມາເອງ. ໃນທາງກົງກັນຂ້າມ, ເມື່ອທຸກສິ່ງເປັນຈິງຫຼາຍສໍ່າໃດ, ມະນຸດກໍຈະບໍ່ສົນໃຈພວກມັນຫຼາຍສໍ່ານັ້ນ; ເຂົາພຽງແຕ່ດູໝິ່ນ ແລະ ຍັງສະແດງຄວາມດູຖູກພວກມັນອີກດ້ວຍ. ນີ້ບໍ່ແມ່ນທ່າທີຢ່າງແທ້ຈິງຂອງພວກເຈົ້າກ່ຽວກັບພາລະກິດທີ່ເປັນຄວາມຈິງທີ່ເຮົາໄດ້ປະຕິບັດໃນປັດຈຸບັນບໍ? ເມື່ອສິ່ງດັ່ງກ່າວເປັນຄວາມຈິງຫຼາຍສໍ່າໃດ ພວກເຈົ້າກໍຈະມີອະຄະຕິກັບພວກມັນຫຼາຍສໍ່ານັ້ນ. ພວກເຈົ້າບໍ່ນໍາໃຊ້ເວລາວ່າງໃນການພິຈາລະນາພວກມັນ ມີພຽງແຕ່ເມີນເສີຍຕໍ່ພວກມັນ; ພວກເຈົ້າດູຖູກເງື່ອນໄຂທີ່ເປັນຄວາມຈິງ ແລະ ມາດຕະຖານຕໍ່າເຫຼົ່ານີ້ ແລະ ຍັງເຊື່ອງແນວຄວາມຄິດຫຼາຍຢ່າງກ່ຽວກັບພຣະເຈົ້າອົງນີ້ທີ່ເປັນຈິງທີ່ສຸດ ແລະ ບໍ່ສາມາດຍອມຮັບຄວາມເປັນຈິງ ແລະ ຄວາມປົກກະຕິຂອງພຣະອົງຢ່າງງ່າຍດາຍ. ດ້ວຍວິທີນີ້, ພວກເຈົ້າບໍ່ໄດ້ເຊື່ອໃນທ່າມກາງຄວາມບໍ່ແຈ່ມແຈ້ງບໍ? ພວກເຈົ້າມີຄວາມເຊື່ອທີ່ບໍ່ຫວັ່ນໄຫວໄດ້ໃນພຣະເຈົ້າທີ່ບໍ່ແຈ່ມແຈ້ງແຫ່ງຍຸກອະດີດ ແລະ ບໍ່ສົນໃຈໃນພຣະເຈົ້າທີ່ແທ້ຈິງແຫ່ງຍຸກປັດຈຸບັນ. ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດ ແລະ ພຣະເຈົ້າແຫ່ງປັດຈຸບັນມາຈາກສອງຍຸກສະໄໝທີ່ແຕກຕ່າງກັນບໍ? ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດແມ່ນພຣະເຈົ້າແຫ່ງສວງສະຫວັນທີ່ຖືກສັນລະເສີນ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນເປັນພຽງມະນຸດນ້ອຍໆເທິງແຜ່ນດິນໂລກບໍ? ນອກຈາກນັ້ນ, ມັນບໍ່ແມ່ນຍ້ອນພຣະເຈົ້າທີ່ມະນຸດນະມັດສະການແມ່ນພຣະເຈົ້າທີ່ມະນຸດສ້າງຂຶ້ນຈາກແນວຄວາມຄິດຂອງເຂົາບໍ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນແມ່ນເນື້ອໜັງຢ່າງແທ້ຈິງທີ່ຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ? ເມື່ອທຸກຢ່າງຖືກກ່າວເຖິງ ແລະ ດຳເນີນຢ່າງສົມບູນ, ມັນບໍ່ແມ່ນຍ້ອນພຣະເຈົ້າແຫ່ງປັດຈຸບັນເປັນຈິງເກີນໄປ ຈົນມະນຸດບໍ່ສະແຫວງຫາພຣະອົງບໍ? ຍ້ອນສິ່ງທີ່ພຣະເຈົ້າແຫ່ງປັດຈຸບັນຂໍຮ້ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ເຕັມໃຈປະຕິບັດຢ່າງແທ້ຈິງ ແລະ ເຮັດໃຫ້ເຂົາຮູ້ສຶກອັບອາຍ. ນີ້ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆຍາກສຳລັບມະນຸດບໍ? ສິ່ງນີ້ບໍ່ໄດ້ເປີດຮອຍບາດແຜຂອງເຂົາບໍ? ດ້ວຍວິທີນີ້, ຄົນເຫຼົ່ານັ້ນຫຼາຍຄົນທີ່ບໍ່ສະແຫວງຫາຄວາມເປັນຈິງຈຶ່ງກາຍມາເປັນສັດຕູຂອງພຣະເຈົ້າໃນຮ່າງຂອງມະນຸດ, ກາຍມາເປັນຜູ້ທີ່ຕໍ່ຕ້ານພຣະຄຣິດ. ນີ້ບໍ່ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນບໍ? ໃນອະດີດ, ເມື່ອພຣະເຈົ້າຍັງບໍ່ໄດ້ມາເປັນເນື້ອໜັງເທື່ອ ເຈົ້າອາດເປັນບຸກຄົນທາງສາສະໜາ ຫຼື ຜູ້ເຊື່ອທີ່ເຫຼື້ອມໃສ. ຫຼັງຈາກທີ່ພຣະເຈົ້າມາເປັນເນື້ອໜັງ, ຜູ້ເຊື່ອທີ່ເຫຼື້ອມໃສເຫຼົ່ານັ້ນຫຼາຍຄົນໄດ້ກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດໂດຍບໍ່ໄດ້ເຈດຕະນາ. ເຈົ້າຮູ້ບໍວ່າ ແມ່ນຫຍັງກຳລັງເກີດຂຶ້ນໃນທີ່ແຫ່ງນີ້? ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ເຈົ້າບໍ່ໄດ້ເອົາໃຈໃສ່ກັບຄວາມເປັນຈິງ ຫຼື ສະແຫວງຫາຄວາມຈິງ ແຕ່ກົງກັນຂ້າມພັດຫຼົງໄຫຼກັບສິ່ງທີ່ຜິດ ແລ້ວນີ້ບໍ່ແມ່ນຕົ້ນຕໍ່ທີ່ຊັດເຈນທີ່ສຸດຂອງການເປັນສັດຕູກັບພຣະເຈົ້າໃນຮ່າງຂອງມະນຸດບໍ? ພຣະເຈົ້າໃນຮ່າງຂອງມະນຸດຖືກເອີ້ນວ່າ ພຣະຄຣິດ, ສະນັ້ນ, ຄົນເຫຼົ່ານັ້ນທຸກຄົນທີ່ບໍ່ເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍແມ່ນຜູ້ຕໍ່ຕ້ານພຣະຄຣິດແມ່ນບໍ? ດ້ວຍເຫດນັ້ນ, ພຣະເຈົ້າທີ່ເຈົ້າເຊື່ອ ແລະ ຮັກຢ່າງແທ້ຈິງແມ່ນພຣະເຈົ້າໃນຮ່າງຂອງມະນຸດນີ້ບໍ? ພຣະເຈົ້າອົງທີ່ມີຊີວິດ ແລະ ມີລົມຫາຍໃຈອົງນີ້ບໍທີ່ເປັນຈິງ ແລະ ປົກກະຕິແບບພິເສດທີ່ສຸດ? ແມ່ນຫຍັງຄືຈຸດປະສົງຂອງການສະແຫວງຫາຂອງເຈົ້າທີ່ແນ່ນອນ? ມັນຢູ່ໃນສວງສະຫວັນ ຫຼື ເທິງແຜ່ນດິນໂລກບໍ? ມັນແມ່ນແນວຄວາມຄິດ ຫຼື ມັນແມ່ນຄວາມຈິງບໍ? ມັນແມ່ນພຣະເຈົ້າ ຫຼື ມັນແມ່ນສິ່ງທີ່ມີຊີວິດທີ່ເໜືອທຳມະຊາດບາງຢ່າງ? ຕາມຄວາມຈິງແລ້ວ, ຄວາມຈິງແມ່ນສິ່ງທີ່ແທ້ຈິງທີ່ສຸດຂອງຄຳພັງເພີຍແຫ່ງຊີວິດ ແລະ ສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍດັ່ງກ່າວຂອງມະນຸດຊາດທັງໝົດ. ຍ້ອນມັນເປັນສິ່ງທີ່ພຣະເຈົ້າຕ້ອງການໃນມະນຸດ ແລະ ເປັນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວເອງ, ສະນັ້ນ, ມັນຈຶ່ງຖືກເອີ້ນວ່າ ຄຳພັງເພີຍຂອງຊີວິດ. ມັນບໍ່ແມ່ນຄຳພັງເພີຍທີ່ສະຫຼຸບມາຈາກບາງສິ່ງ ຫຼື ມັນບໍ່ແມ່ນຄຳເວົ້າທີ່ມີຊື່ສຽງຈາກບຸກຄົນທີ່ຍິ່ງໃຫຍ່; ກົງກັນຂ້າມ, ມັນເປັນຖ້ອຍຄຳເຖິງມະນຸດຈາກຜູ້ເປັນເຈົ້ານາຍຂອງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນຄຳເວົ້າທີ່ມະນຸດສະຫຼຸບ ແຕ່ເປັນຊີວິດໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ມັນຈຶ່ງຖືກເອີ້ນວ່າ ເປັນສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍຂອງຊີວິດທັງໝົດ. ການສະແຫວງຫາຂອງມະນຸດໃນການນໍາຄວາມຈິງໄປປະຕິບັດແມ່ນການປະຕິບັດໜ້າທີ່ຂອງເຂົາ, ເຊິ່ງນັ້ນກໍຄື ການສະແຫວງຫາເພື່ອຕອບສະໜອງຄວາມຕ້ອງການຂອງພຣະເຈົ້າ. ທາດແທ້ຂອງຄວາມຕ້ອງການນີ້ແມ່ນຄວາມຈິງທັງໝົດທີ່ແທ້ຈິງທີ່ສຸດ ແທນທີ່ຈະແມ່ນທິດສະດີວ່າງເປົ່າທີ່ບໍ່ມີມະນຸດຄົນໃດສາມາດເຮັດໃຫ້ສຳເລັດໄດ້. ຖ້າການສະແຫວງຫາຂອງເຈົ້າບໍ່ໄດ້ເປັນຫຍັງເລີຍ ນອກຈາກທິດສະດີ ແລະ ບໍ່ປະກອບມີຄວາມເປັນຈິງເລີຍ, ເຈົ້າກໍບໍ່ໄດ້ຕໍ່ຕ້ານຄວາມຈິງບໍ? ເຈົ້າບໍ່ແມ່ນຄົນທີ່ໂຈມຕີຄວາມຈິງບໍ? ຄົນປະເພດນີ້ຈະສາມາດສະແຫວງຫາເພື່ອຮັກພຣະເຈົ້າໄດ້ແນວໃດ? ຜູ້ຄົນທີ່ປາດສະຈາກຄວາມເປັນຈິງແມ່ນຄົນເຫຼົ່ານັ້ນທີ່ທໍລະຍົດຄວາມຈິງ ແລະ ເປັນຜູ້ຕໍ່ຕ້ານໂດຍທຳມະຊາດທັງໝົດ!

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 319)

ພວກເຈົ້າທຸກຄົນປາຖະໜາທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໂດຍພຣະອົງ; ທຸກຄົນປາຖະໜາຫາສິ່ງດັ່ງກ່າວ ເມື່ອພວກເຂົາເລີ່ມຕົ້ນເຊື່ອໃນພຣະເຈົ້າ ນັ້ນກໍຍ້ອນວ່າມະນຸດດີ້ນຮົນກັບການສະແຫວງຫາສິ່ງທີ່ສູງສົ່ງກວ່າ ແລະ ບໍ່ມີໃຜຕ້ອງການຖືກປະໄວ້ຢູ່ຫຼັງຄົນອື່ນ. ນີ້ຄືສິ່ງທີ່ຜູ້ຄົນເປັນ. ຍ້ອນເຫດຜົນນີ້ແທ້ໆ ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າຈຶ່ງພະຍາຍາມປະຈົບປະແຈງເພື່ອໃຫ້ພຣະເຈົ້າໃນສະຫວັນນິຍົມຊົມຊອບຕະຫຼອດເວລາ, ແຕ່ໃນຄວາມຈິງແລ້ວ ຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້ານັ້ນໜ້ອຍກວ່າຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ຕົນເອງອີກ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະເຮົາບໍ່ຮັບຮູ້ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້າເລີຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນເຮົາປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ພວກເຈົ້ານະມັດສະການ ເຊິ່ງເປັນພຣະເຈົ້າເລື່ອນລອຍທີ່ພວກເຈົ້າສັນລະເສີນນັ້ນ ບໍ່ມີຢູ່ຈິງເລີຍ. ເຫດຜົນທີ່ເຮົາສາມາດເວົ້າສິ່ງນີ້ໄດ້ຢ່າງແນ່ນອນກໍເພາະວ່າ ພວກເຈົ້າຫ່າງໄກຈາກພຣະເຈົ້າທີ່ເປັນຈິງຫຼາຍ. ເຫດຜົນສຳລັບຄວາມຊື່ສັດຂອງພວກເຈົ້າແມ່ນຮູບບູຊາທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ; ແຕ່ໃນຂະນະດຽວກັນ ສຳລັບເຮົາແລ້ວ ພຣະເຈົ້າທີ່ພວກເຈົ້າເບິ່ງຄືວ່າບໍ່ຍິ່ງໃຫຍ່ ຫຼື ເລັກນ້ອຍ, ພວກເຈົ້າພຽງແຕ່ຮັບຮູ້ເຮົາດ້ວຍຄຳເວົ້າເທົ່ານັ້ນ. ເມື່ອເຮົາເວົ້າວ່າພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍນັ້ນ ເຮົາໝາຍຄວາມວ່າພວກເຈົ້າໄດ້ຫ່າງໄກຈາກພຣະເຈົ້າທີ່ແທ້ຈິງ, ໃນຂະນະທີ່ພຣະເຈົ້າທີ່ເລື່ອນລອຍເບິ່ງຄືວ່າໃກ້ໂຕພວກເຈົ້າ. ເມື່ອເຮົາເວົ້າວ່າ “ບໍ່ຍິ່ງໃຫຍ່” ມັນແມ່ນເວົ້າເຖິງວິທີການທີ່ພຣະເຈົ້າທີ່ພວກເຈົ້າເຊື່ອໃນປັດຈຸບັນນີ້ເບິ່ງຄືວ່າເປັນພຽງແຕ່ມະນຸດທີ່ປາສະຈາກຄວາມສາມາດທີ່ຍິ່ງໃຫຍ່, ເປັນມະນຸດທີ່ບໍ່ສູງສົ່ງ. ເມື່ອເຮົາເວົ້າວ່າ “ບໍ່ນ້ອຍ”, ສິ່ງນີ້ໝາຍຄວາມວ່າ ເຖິງແມ່ນວ່າມະນຸດຄົນນີ້ບໍ່ສາມາດເອີ້ນລົມ ແລະ ຄວບຄຸມຝົນ, ເຖິງຢ່າງໃດກໍຕາມ ພຣະອົງສາມາດເອີ້ນຫາພຣະວິນຍານຂອງພຣະເຈົ້າໃຫ້ປະຕິບັດພາລະກິດທີ່ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກໄດ້ ເຊິ່ງເຮັດໃຫ້ມະນຸດອັດສະຈັນໃຈຢ່າງສິ້ນເຊີງ. ຢູ່ພາຍນອກ ພວກເຈົ້າທັງໝົດເບິ່ງຄືກັບວ່າ ເຊື່ອຟັງພຣະຄຣິດນີ້ຢູ່ເທິງແຜ່ນດິນໂລກຢ່າງສູງ ແຕ່ໃນທາດແທ້ແລ້ວ ພວກເຈົ້າບໍ່ໄດ້ມີຄວາມເຊື່ອໃນພຣະອົງ ຫຼື ພວກເຈົ້າບໍ່ໄດ້ຮັກພຣະອົງເລີຍ. ນັ້ນໝາຍຄວາມວ່າ ຄົນທີ່ພວກເຈົ້າເຊື່ອແມ່ນພຣະເຈົ້າເລື່ອນລອຍທີ່ມາຈາກຄວາມຮູ້ສຶກຂອງພວກເຈົ້າເອງ ແລະ ຄົນທີ່ພວກເຈົ້າຮັກຢ່າງແທ້ຈິງແມ່ນພຣະເຈົ້າທີ່ພວກເຈົ້າປາຖະໜາທັງໃນກາງຄືນ ແລະ ກາງເວັນ ແຕ່ບໍ່ເຄີຍເຫັນດ້ວຍຕົນເອງ. ສຳລັບພຣະຄຣິດນີ້ ຄວາມເຊື່ອຂອງພວກເຈົ້າເປັນພຽງແຕ່ເສດສ່ວນເຫຼືອເທົ່ານັ້ນ ແລະ ຄວາມຮັກຂອງພວກເຈົ້າບໍ່ມີເລີຍ. ຄວາມເຊື່ອໝາຍເຖິງຄວາມສັດທາ ແລະ ຄວາມໄວ້ວາງໃຈ; ຄວາມຮັກໝາຍເຖິງຄວາມເຄົາລົບ ແລະ ຄວາມນັບຖືທີ່ຢູ່ໃນຫົວໃຈ ເຊິ່ງບໍ່ເຄີຍຈາງຫາຍ. ແຕ່ຄວາມເຊື່ອ ແລະ ຄວາມຮັກທີ່ພວກເຈົ້າມີຕໍ່ພຣະຄຣິດໃນປັດຈຸບັນແມ່ນບໍ່ເປັນໄປຕາມທີ່ຄາດຫວັງໄວ້ຫຼາຍ. ເມື່ອເວົ້າເຖິງຄວາມເຊື່ອ ພວກເຈົ້າແມ່ນມີຄວາມເຊື່ອແນວໃດໃນພຣະອົງ? ເມື່ອເວົ້າເຖິງຄວາມຮັກ ພວກເຈົ້າຮັກພຣະອົງດ້ວຍວິທີໃດ? ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າເລີຍ, ແຮງໄກທີ່ພວກເຈົ້າຈະຮູ້ຈັກທາດແທ້ຂອງພຣະອົງ, ແລ້ວພວກເຈົ້າຈະມີຄວາມເຊື່ອແນວໃດໃນພຣະອົງ? ຄວາມເປັນຈິງແຫ່ງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນຢູ່ໃສ? ພວກເຈົ້າຮັກພຣະອົງແນວໃດ? ຄວາມເປັນຈິງແຫ່ງຄວາມຮັກທີ່ພວກເຈົ້າມີຕໍ່ພຣະອົງຢູ່ໃສ?

ຫຼາຍຄົນໄດ້ຕິດຕາມເຮົາໂດຍບໍ່ມີຄວາມລັງເລໃຈຈົນຮອດປັດຈຸບັນ. ແລ້ວພວກເຈົ້າໄດ້ທົນທຸກຕໍ່ຄວາມອ່ອນເພຍຢ່າງຫຼວງຫຼາຍໃນຊ່ວງເວລາສອງສາມປີທີ່ຜ່ານມາ. ລັກສະນະທີ່ມີມາຕັ້ງແຕ່ເກີດ ແລະ ນິໄສຂອງພວກເຈົ້າແຕ່ລະຄົນນັ້ນ ເຮົາໄດ້ເຂົ້າໃຈຢ່າງຊັດເຈນ; ການມີປະຕິກິລິຍາກັບພວກເຈົ້າທຸກຄົນເປັນເລື່ອງທີ່ຍາກລຳບາກຫຼາຍ. ເລື່ອງທີ່ເປັນຕາເສຍດາຍກໍຄື ເຖິງແມ່ນວ່າເຮົາໄດ້ຮັບຂໍ້ມູນຫຼາຍຢ່າງກ່ຽວກັບພວກເຈົ້າ, ພວກເຈົ້າກໍບໍ່ມີຄວາມເຂົ້າໃຈຫຍັງກ່ຽວກັບເຮົາ. ບໍ່ແປກໃຈເລີຍທີ່ຜູ້ຄົນເວົ້າວ່າ ພວກເຈົ້າຖືກຄົນຫຼອກຕົ້ມໃນຊ່ວງເວລາແຫ່ງຄວາມສັບສົນ. ແນ່ນອນ ພວກເຈົ້າບໍ່ເຂົ້າໃຈຫຍັງກ່ຽວກັບອຸປະນິໄສຂອງເຮົາ, ແຮງໄກທີ່ພວກເຈົ້າຈະສາມາດຢັ່ງເຖິງສິ່ງທີ່ຢູ່ໃນຈິດໃຈຂອງເຮົາເລີຍ. ມື້ນີ້ ຄວາມເຂົ້າໃຈຜິດຂອງພວກເຈົ້າກ່ຽວກັບເຮົາແມ່ນເພີ່ມທະວີຂຶ້ນເລື້ອຍໆ ແລະ ຄວາມເຊື່ອທີ່ພວກເຈົ້າມີຕໍ່ເຮົາກໍຍັງຄົງເປັນຄວາມເຊື່ອທີ່ສັບສົນ. ແທນທີ່ຈະເວົ້າວ່າ ພວກເຈົ້າມີຄວາມເຊື່ອໃນຕົວເຮົາ, ມັນຈະຊຳນານກວ່າທີ່ຈະເວົ້າວ່າພວກເຈົ້າທຸກຄົນກຳລັງພະຍາຍາມປະຈົບປະແຈງເຮົາ ແລະ ລູບແຂ່ງເລຍຂາເຮົາ. ແຮງຈູງໃຈຂອງພວກເຈົ້າແມ່ນງ່າຍຫຼາຍ: ຂ້ານ້ອຍຈະຕິດຕາມໃຜກໍຕາມທີ່ສາມາດໃຫ້ລາງວັນແກ່ຂ້ານ້ອຍໄດ້ ແລະ ຂ້ານ້ອຍຈະເຊື່ອໃນໃຜກໍຕາມທີ່ສາມາດເຮັດໃຫ້ຂ້ານ້ອຍຫຼົບຫຼີກຄວາມພິນາດທີ່ຍິ່ງໃຫຍ່ໄດ້ ບໍ່ວ່າຜູ້ນັ້ນຈະເປັນພຣະເຈົ້າ ຫຼື ພຣະເຈົ້າອົງໃດກໍຕາມ. ຂ້ານ້ອຍບໍ່ສົນໃນສິ່ງນີ້ເລີຍ. ມີຫຼາຍຄົນແບບນັ້ນທ່າມກາງພວກເຈົ້າມີເຈດຕະນາ ແລະ ສະພາບການແບບນີ້ແມ່ນຮ້າຍແຮງຫຼາຍ. ຖ້າມື້ໜຶ່ງ ມີການທົດລອງຂຶ້ນເພື່ອເບິ່ງວ່າ ຈະມີພວກເຈົ້າເທົ່າໃດຄົນທີ່ມີຄວາມເຊື່ອໃນພຣະຄຣິດຍ້ອນຄວາມເຂົ້າໃຈໃນທາດແທ້ຂອງພຣະອົງ, ແລ້ວເຮົາກໍຢ້ານວ່າ ບໍ່ມີພວກເຈົ້າຈັກຄົນເລີຍທີ່ສາມາດພໍໃຈເຮົາໄດ້. ສະນັ້ນ ມັນກໍຄົງບໍ່ເສຍຫາຍຫຍັງທີ່ພວກເຈົ້າທຸກຄົນຈະພິຈາລະນາຄຳຖາມນີ້: ພຣະເຈົ້າທີ່ພວກເຈົ້າມີຄວາມເຊື່ອນີ້ແມ່ນແຕກຕ່າງຈາກເຮົາຢ່າງໃຫຍ່ຫຼວງ ແລະ ເມື່ອເປັນແບບນີ້ແລ້ວ ແມ່ນຫຍັງຄືແກ່ນແທ້ຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ? ຍິ່ງພວກເຈົ້າເຊື່ອໃນສິ່ງທີ່ເອີ້ນວ່າເປັນພຣະເຈົ້າຂອງພວກເຈົ້າຫຼາຍສໍ່າໃດ ພວກເຈົ້າຍິ່ງຫ່າງເຫີນອອກຈາກເຮົາໄປໄກຫຼາຍສໍ່ານັ້ນ. ແລ້ວແມ່ນຫຍັງຄືແກ່ນແທ້ຂອງບັນຫານີ້? ມັນແນ່ນອນແລ້ວວ່າ ພວກເຈົ້າບໍ່ມີຄົນໃດທີ່ເຄີຍພິຈາລະນາຄຳຖາມດັ່ງກ່າວ, ແຕ່ແຮງໂນ້ມທວງຂອງມັນໄດ້ເກີດຂຶ້ນກັບພວກເຈົ້າບໍ? ພວກເຈົ້າເຄີຍຄິດກ່ຽວກັບຜົນຕາມມາຂອງການສືບຕໍ່ເຊື່ອໃນຮູບແບບນີ້ບໍ?

(ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 320)

ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ຫຼ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົງ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ. ຕະຫຼອດເວລາຫຼາຍປີຂອງການປະຕິບັດພາລະກິດ ພວກເຈົ້າໄດ້ເຫັນຄວາມຈິງຫຼາຍຢ່າງ ແຕ່ພວກເຈົ້າຮູ້ບໍວ່າ ຫູຂອງເຮົາໄດ້ຍິນຫຍັງແດ່? ມີພວກເຈົ້າຈັກຄົນທີ່ເຕັມໃຈຍອມຮັບເອົາຄວາມຈິງ? ພວກເຈົ້າທຸກຄົນເຊື່ອວ່າ ພວກເຈົ້າເຕັມໃຈທີ່ຊໍາລະລາຄາເພື່ອຄວາມຈິງ ແຕ່ມີຈັກຄົນທີ່ໄດ້ທົນທຸກເພື່ອຄວາມຈິງແທ້ໆ? ບໍ່ມີຫຍັງນອກຈາກຄວາມບໍ່ຊອບທຳທີ່ຢູ່ໃນຫົວໃຈຂອງພວກເຈົ້າ ເຊິ່ງເຮັດໃຫ້ພວກເຈົ້າຄິດວ່າ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ ທຸກຄົນຫຼອກລວງ ແລະ ບໍ່ສັດຊື່ສໍ່າໆກັນ ຈົນເຖິງຈຸດທີ່ເຈົ້າເຖິງກັບເຊື່ອວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນປາສະຈາກຫົວໃຈເມດຕາ ຫຼື ຄວາມຮັກກະລຸນາຄືກັບມະນຸດປົກກະຕິ. ຍິ່ງໄປກວ່ານັ້ນ ພວກເຈົ້າເຊື່ອວ່າ ລັກສະນະທີ່ສູງສົ່ງ ແລະ ທຳມະຊາດທີ່ເມດຕາ ແລະ ກະລຸນາມີຢູ່ພຽງແຕ່ພາຍໃນພຣະເຈົ້າທີ່ຢູ່ໃນສະຫວັນເທົ່ານັ້ນ. ພວກເຈົ້າເຊື່ອວ່າ ນັກບຸນດັ່ງກ່າວບໍ່ມີຢູ່ຈິງ ແລະ ມີພຽງແຕ່ຄວາມມືດ ແລະ ການປົກຄອງທີ່ຊົ່ວຮ້າຍທີ່ແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າແມ່ນບາງສິ່ງທີ່ມະນຸດຝາກຝັງຄວາມປາຖະໜາຂອງພວກເຂົາສຳລັບສິ່ງທີ່ດີ ແລະ ສວຍງາມ, ເປັນບຸກຄົນທີ່ມີຊື່ລືຊາທີ່ປັ້ນແຕ່ງຂຶ້ນມາໂດຍມະນຸດ. ໃນຈິດໃຈຂອງພວກເຈົ້າ ພຣະເຈົ້າທີ່ຢູ່ໃນສະຫວັນແມ່ນຊື່ສັດ, ຊອບທຳ ແລະ ຍິ່ງໃຫຍ່ຫຼາຍ ເຊິ່ງສົມຄວນແກ່ການນະມັດສະການ ແລະ ການເຄົາລົບບູຊາ; ແຕ່ໃນຂະນະດຽວກັນ ພຣະເຈົ້ານີ້ທີ່ຢູ່ເທິງແຜ່ນດິນໂລກເປັນພຽງຕົວສຳຮອງ ແລະ ເປັນເຄື່ອງມືຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ສາມາດທຽບເທົ່າກັບພຣະເຈົ້າທີ່ຢູ່ໃນສະຫວັນ ແຮງໄກທີ່ຈະຖືກກ່າວເຖິງໃນລັກສະນະດຽວກັນກັບພຣະອົງ. ເມື່ອເວົ້າເຖິງຄວາມຍິ່ງໃຫຍ່ ແລະ ກຽດສັກສີຂອງພຣະເຈົ້າ, ສິ່ງເຫຼົ່ານີ້ເປັນຂອງສະຫງ່າລາສີຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ເມື່ອເວົ້າເຖິງທຳມະຊາດ ແລະ ຄວາມເສື່ອມຊາມຂອງມະນຸດ ສິ່ງເຫຼົ່ານີ້ແມ່ນຄຸນສົມບັດເຊິ່ງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີສ່ວນ. ພຣະເຈົ້າທີ່ຢູ່ໃນສະຫວັນເປັນຕານັບຖືຕະຫຼອດໄປ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກບໍ່ສຳຄັນ, ອ່ອນແອ ແລະ ບໍ່ມີຄວາມສາມາດຕະຫຼອດໄປ. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມຮູ້ສຶກນຶກຄິດຢ່າງອື່ນ ມີແຕ່ຄວາມຊອບທຳເທົ່ານັ້ນ ໃນຂະນະທີ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີແຮງຈູງໃຈເຫັນແກ່ຕົວ ແລະ ປາສະຈາກຄວາມຍຸຕິທຳ ຫຼື ເຫດຜົນ. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມຄົດໂກງແມ່ນແຕ່ໜ້ອຍດຽວ ແລະ ຊື່ສັດຕະຫຼອດໄປ ໃນຂະນະທີ່ພຣະເຈົ້າຢູ່ເທິງແຜ່ນດິນໂລກມີດ້ານທີ່ບໍ່ຊື່ສັດຢູ່ສະເໝີ. ພຣະເຈົ້າທີ່ຢູ່ໃນສະຫວັນຮັກມະນຸດຫຼາຍ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກສະແດງຄວາມຫ່ວງໃຍຕໍ່ມະນຸດເຊິ່ງກໍບໍ່ພຽງພໍ, ເຖິງກັບເມີນເສີຍຕໍ່ເຂົາຢ່າງສິ້ນເຊີງ. ຄວາມຮູ້ທີ່ຜິດນີ້ຖືກເກັບຮັກສາໄວ້ພາຍໃນຫົວໃຈຂອງພວກເຈົ້າເປັນເວລາດົນນານມາແລ້ວ ແລະ ອາດຝັງຢູ່ໃນຫົວໃຈພວກເຈົ້າໃນອະນາຄົດ. ພວກເຈົ້າເຫັນວ່າທຸກການກະທຳຂອງພຣະຄຣິດແມ່ນມາຈາກຈຸດຢືນຂອງຄົນທີ່ບໍ່ຊອບທຳ ແລະ ປະເມີນພາລະກິດທັງໝົດຂອງພຣະອົງ ພ້ອມທັງຕົວຕົນ ແລະ ທາດແທ້ຂອງພຣະອົງຈາກທັດສະນະຂອງຄົນທີ່ຊົ່ວຮ້າຍ. ພວກເຈົ້າໄດ້ສ້າງຄວາມຜິດພາດຢ່າງຮ້າຍແຮງ ແລະ ເຮັດໃນສິ່ງທີ່ບໍ່ມີຄົນໃດທີ່ມາກ່ອນໜ້າພວກເຈົ້ານັ້ນເຄີຍເຮັດມາກ່ອນເລີຍ. ນັ້ນກໍຄື ພວກເຈົ້າພຽງແຕ່ຮັບໃຊ້ພຣະເຈົ້າທີ່ເປັນຕານັບຖືໃນສະຫວັນທີ່ມີມົງກຸດປະທັບຢູ່ເທິງຫົວຂອງພຣະອົງ ແລະ ບໍ່ສົນໃຈກັບພຣະເຈົ້າທີ່ພວກເຈົ້າເຫັນວ່າບໍ່ສຳຄັນ ຄືກັບວ່າພຣະອົງບໍ່ມີຕົວຕົນຕໍ່ພວກເຈົ້າເລີຍ. ນີ້ບໍ່ແມ່ນຄວາມບາບຂອງພວກເຈົ້າບໍ? ນີ້ບໍ່ແມ່ນຕົວຢ່າງເດັ່ນໃນການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້ານະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຄົາລົບຮູບພາບທີ່ສູງສົ່ງ ແລະ ນັບຖືຄົນທີ່ມີຊື່ສຽງຍ້ອນຄຳເວົ້າທີ່ຈັບໃຈຂອງພວກເຂົາ. ເຈົ້າຍິນດີຖືກບັນຊາໂດຍພຣະເຈົ້າທີ່ເຮັດໃຫ້ມືຂອງເຈົ້າເຕັມໄປດ້ວຍຄວາມລໍ້າລວຍ ແລະ ປາຖະໜາຫາພຣະເຈົ້າທີ່ສາມາດສະໜອງຄວາມປາຖະໜາທຸກຢ່າງຂອງເຈົ້າທຸກຢ່າງ. ພຣະເຈົ້າອົງດຽວທີ່ເຈົ້າບໍ່ນະມັດສະການກໍຄືພຣະເຈົ້າອົງນີ້ທີ່ບໍ່ເປັນຕາສູງສົ່ງ; ສິ່ງດຽວທີ່ເຈົ້າກຽດຊັງກໍຄືການກ່ຽວພັນກັບພຣະເຈົ້າອົງນີ້ ຜູ້ເຊິ່ງບໍ່ມີມະນຸດຄົນໃດເຫັນວ່າສູງສົ່ງ. ສິ່ງດຽວທີ່ເຈົ້າບໍ່ເຕັມໃຈກໍຄືຮັບໃຊ້ພຣະເຈົ້າທີ່ບໍ່ເຄີຍມອບເງິນແມ່ນແຕ່ກີບດຽວໃຫ້ເຈົ້າ ແລະ ພຣະເຈົ້າອົງດຽວທີ່ບໍ່ສາມາດເຮັດໃຫ້ເຈົ້າປາຖະໜາຫາພຣະອົງ ກໍຄືພຣະເຈົ້າທີ່ບໍ່ເປັນຕາຮັກອົງນີ້. ພຣະເຈົ້າແບບນີ້ບໍ່ສາມາດເຮັດໃຫ້ເຈົ້າເປີດມຸມມອງຂອງເຈົ້າອອກຢ່າງກວ້າງຂວາງໄດ້, ບໍ່ສາມາດເຮັດໃຫ້ເຈົ້າຮູ້ສຶກວ່າ ເຈົ້າໄດ້ພົບຊັບສົມບັດ ແຮງໄກທີ່ຈະສະໜອງສິ່ງທີ່ເຈົ້າປາຖະໜາ. ແລ້ວເປັນຫຍັງເຈົ້າຈຶ່ງຕິດຕາມພຣະອົງ? ເຈົ້າເຄີຍຄິດໃນຄຳຖາມແບບນີ້ບໍ? ສິ່ງທີ່ເຈົ້າເຮັດບໍ່ພຽງແຕ່ເຮັດຜິດຕໍ່ພຣະຄຣິດອົງນີ້ເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນ ມັນຍັງເຮັດຜິດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນອີກ. ເຮົາຄິດວ່າ ນີ້ບໍ່ແມ່ນຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ!

(ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 321)

ພວກເຈົ້າປາຖະໜາທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນທີ່ນີ້? ພວກເຈົ້າຍອມຮັບພຽງແຕ່ພຣະທຳຂອງພຣະອົງ ແຕ່ບໍ່ຮັບການຈັດການຂອງພຣະອົງ ຫຼື ການລິຮານຂອງພຣະອົງ; ແຮງໄກທີ່ພວກເຈົ້າບໍ່ສາມາດຍອມຮັບເອົາການຈັດແຈງທຸກຢ່າງຂອງພຣະອົງ, ເພື່ອມີຄວາມເຊື່ອທີ່ສົມບູນໃນພຣະອົງ. ແລ້ວແມ່ນຫຍັງຄືບັນຫາໃນທີ່ນີ້? ໃນການວິເຄາະຄັ້ງສຸດທ້າຍ, ຄວາມເຊື່ອຂອງພວກເຈົ້າແມ່ນເປັນພຽງເປືອກໄຂ່ທີ່ວ່າງເປົ່າ ທີ່ບໍ່ສາມາດໃຫ້ກຳເນີດລູກໄກ່ໄດ້. ຍ້ອນຄວາມເຊື່ອຂອງພວກເຈົ້າຍັງບໍ່ໄດ້ນໍາເອົາຄວາມຈິງມາສູ່ພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຮັບຊີວິດ ແຕ່ກົງກັນຂ້າມ ຄວາມເຊື່ອນັ້ນໄດ້ນໍາຄວາມຮູ້ສຶກລວງຕາເຖິງການບໍາລຸງລ້ຽງ ແລະ ຄວາມຫວັງມາສູ່ຊີວິດຂອງພວກເຈົ້າ. ມັນຄືຄວາມຮູ້ສຶກເຖິງການບໍາລຸງລ້ຽງ ແລະ ຄວາມຫວັງນີ້ທີ່ເປັນຈຸດປະສົງຂອງພວກເຈົ້າໃນການເຊື່ອໃນພຣະເຈົ້າບໍ່ແມ່ນຄວາມຈິງ ແລະ ຊີວິດ. ສະນັ້ນ ເຮົາຈຶ່ງເວົ້າວ່າ ແນວທາງປະຕິບັດໃນຄວາມເຊື່ອຂອງພວກເຈົ້າຕໍ່ພຣະເຈົ້ານັ້ນເປັນພຽງການພະຍາຍາມປະຈົບປະແຈງພຣະເຈົ້າຜ່ານການຍອມຮັບໃຊ້ ແລະ ຄວາມໄຮ້ຢາງອາຍ ແລະ ບໍ່ສາມາດຖືວ່າເປັນຄວາມເຊື່ອທີ່ແທ້ຈິງໄດ້ ບໍ່ວ່າໃນວິທີທາງໃດກໍຕາມ. ລູກໄກ່ຈະສາມາດປາກົດອອກຈາກຄວາມເຊື່ອແບບນີ້ໄດ້ແນວໃດ? ເວົ້າອີກແບບໜຶ່ງກໍຄື ຄວາມເຊື່ອປະເພດນີ້ຈະສາມາດສຳເລັດຫຍັງໄດ້? ຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນເພື່ອໃຊ້ພຣະອົງເພື່ອບັນລຸເປົ້າໝາຍຂອງພວກເຈົ້າເອງ. ແລ້ວນີ້ບໍ່ແມ່ນຂໍ້ແທ້ຈິງແຫ່ງການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ເຖິງຢ່າງໃດກໍຕາມ ເຮົາບໍ່ຮັບຮູ້ມຸມມອງຂອງພວກເຈົ້າ; ເຮົາຍົກຍ້ອງພຽງແຕ່ຄົນທີ່ຕິດດິນ ແລະ ຮັບໃຊ້ພຣະເຈົ້າເທິງແຜ່ນດິນໂລກ, ບໍ່ແມ່ນຄົນທີ່ບໍ່ເຄີຍຮັບຮູ້ພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກຈັກເທື່ອ. ບໍ່ວ່າຜູ້ຄົນດັ່ງກ່າວຈະຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ, ສຸດທ້າຍແລ້ວ ພວກເຂົາຈະບໍ່ພົ້ນຈາກມືຂອງເຮົາທີ່ຈະລົງໂທດຄົນຊົ່ວຮ້າຍເຫຼົ່ານີ້. ມະນຸດເຫຼົ່ານີ້ເປັນຄົນທີ່ຊົ່ວຮ້າຍ; ພວກເຂົາເປັນຄົນຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຄີຍເຊື່ອຟັງພຣະຄຣິດດ້ວຍຄວາມຍິນດີ. ແນ່ນອນ ຈຳນວນຂອງພວກເຂົາລວມເຖິງທຸກຄົນທີ່ບໍ່ຮູ້ຈັກ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ຮັບຮູ້ພຣະຄຣິດ. ເຈົ້າເຊື່ອບໍວ່າ ເຈົ້າສາມາດປະຕິບັດຕໍ່ພຣະຄຣິດຕາມທີ່ເຈົ້າພໍໃຈ ຕາບໃດທີ່ເຈົ້າຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນ? ຜິດແລ້ວ! ຄວາມບໍ່ຮູ້ພຣະຄຣິດຂອງເຈົ້າແມ່ນຄວາມບໍ່ຮູ້ພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ວ່າເຈົ້າຈະສັດຊື່ກັບພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ ມັນກໍເປັນພຽງການເວົ້າ ແລະ ການກະທໍາທີ່ວ່າງເປົ່າ ຍ້ອນວ່າພຣະເຈົ້າເທິງແຜ່ນດິນໂລກບໍ່ໄດ້ເປັນພຽງແຕ່ເຄື່ອງມືທີ່ເຮັດໃຫ້ມະນຸດຮັບເອົາຄວາມຈິງ ແລະ ຄວາມຮູ້ທີ່ເລິກເຊິ່ງຂຶ້ນເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນເຄື່ອງມືໃນການກ່າວໂທດມະນຸດ ແລະ ຫຼັງຈາກນັ້ນກໍຍັງຄວ້າເອົາຂໍ້ແທ້ຈິງເພື່ອລົງໂທດຄົນຊົ່ວຮ້າຍ. ເຈົ້າເຄີຍເຂົ້າໃຈຜົນຕາມມາທີ່ເປັນປະໂຫຍດ ແລະ ເປັນໄພໃນທີ່ນີ້ບໍ? ເຈົ້າເຄີຍມີປະສົບການກັບພວກມັນບໍ? ເຮົາປາຖະໜາວ່າ ມື້ໃດມື້ໜຶ່ງໃນໄວໆນີ້ ພວກເຈົ້າຈະເຂົ້າໃຈຄວາມຈິງນີ້ ນັ້ນກໍຄື ເພື່ອທີ່ຈະຮູ້ຈັກພຣະເຈົ້າ ເຈົ້າຕ້ອງບໍ່ພຽງແຕ່ຮູ້ຈັກພຣະເຈົ້າໃນສະຫວັນ ແຕ່ສຳຄັນໄປກວ່ານັ້ນ ແມ່ນຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກອີກດ້ວຍ. ຢ່າສັບສົນກັບບູລິມະສິດຂອງເຈົ້າ ຫຼື ປ່ອຍໃຫ້ສິ່ງສໍາຮອງມາຢູ່ເໜຶອສິ່ງທີ່ເປັນຫຼັກ. ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສ້າງຄວາມສຳພັນທີ່ດີກັບພຣະເຈົ້າຢ່າງແທ້ຈິງ, ໃກ້ຊິດກັບພຣະເຈົ້າ ແລະ ນໍາຫົວໃຈຂອງເຈົ້າເຂົ້າໃກ້ພຣະອົງຫຼາຍຂຶ້ນ. ຖ້າເຈົ້າມີຄວາມເຊື່ອເປັນເວລາຫຼາຍປີ ແລະ ໄດ້ພົວພັນກັບເຮົາເປັນເວລາດົນນານມາແລ້ວ ແຕ່ຍັງຄົງຫ່າງເຫີນຈາກເຮົາ ແລ້ວເຮົາກໍຈະເວົ້າວ່າ ມັນແມ່ນເຈົ້າທີ່ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຢູ່ເລື້ອຍໆ ແລະ ຈຸດຈົບຂອງເຈົ້າກໍຍາກຫຼາຍທີ່ຈະຄາດຄະເນໄດ້. ຖ້າການພົວພັນກັບເຮົາເປັນເວລາຫຼາຍປີບໍ່ພຽງແຕ່ລົ້ມເຫຼວທີ່ຈະປ່ຽນແປງໃຫ້ເຈົ້າກາຍເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຈິງໄດ້ ແຕ່ຍິ່ງໄປກວ່ານັ້ນ ມັນເຮັດໃຫ້ຝັງແໜ້ນວິທີການທີ່ຊົ່ວຮ້າຍຂອງເຈົ້າເຂົ້າໃນທຳມະຊາດຂອງເຈົ້າ ແລະ ເຈົ້າບໍ່ພຽງແຕ່ມີຄວາມອວດດີສອງເທົ່າກວ່າທີ່ມີແຕ່ກ່ອນ, ແຕ່ຄວາມເຂົ້າໃຈຜິດກ່ຽວກັບເຮົາຍິ່ງເພີ່ມທະວີຂຶ້ນ ຈົນເຈົ້າເຫັນເຮົາເປັນພຽງລູກນ້ອງຊັ້ນຕໍ່າຂອງເຈົ້າ ແລ້ວເຮົາຈະເວົ້າວ່າ ຄວາມເຈັບປວດຂອງເຈົ້າບໍ່ແມ່ນເລິກພຽງແຕ່ຢູ່ຜິວໜັງອີກຕໍ່ໄປ ແຕ່ມັນຈະຊຶມເຂົ້າໄປໃນກະດູກຂອງເຈົ້າ. ສິ່ງທີ່ຍັງເຫຼຸືອຢູ່ສໍາລັບເຈົ້າແມ່ນພຽງລໍຖ້າຈັດງານສົບຂອງເຈົ້າ. ເຈົ້າບໍ່ຕ້ອງອ້ອນວອນຂໍໃຫ້ເຮົາເປັນພຣະເຈົ້າຂອງເຈົ້າ ຍ້ອນເຈົ້າໄດ້ເຮັດບາບທີ່ສົມຄວນຕາຍ ເຊິ່ງເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້. ເຖິງແມ່ນວ່າ ເຮົາມີຄວາມເມດຕາຕໍ່ເຈົ້າ, ພຣະເຈົ້າທີ່ຢູ່ໃນສະຫວັນກໍຈະຢືນຢັນທີ່ຈະເອົາຊີວິດຂອງເຈົ້າ ຍ້ອນຄວາມຜິດຂອງເຈົ້າຕໍ່ອຸປະນິໄສຂອງພຣະເຈົ້ານັ້ນ ບໍ່ແມ່ນບັນຫາທຳມະດາ ແຕ່ເປັນບັນຫາມີທໍາມະຊາດອັນຮ້າຍແຮງຫຼາຍ. ເມື່ອເຖິງເວລານັ້ນ ຢ່າໂທດວ່າເຮົາບໍ່ໄດ້ແຈ້ງໃຫ້ເຈົ້າຮູ້ລ່ວງໜ້າ. ທຸກສິ່ງແມ່ນຈະລົງເອີຍດ້ວຍວິທີນີ້ ນັ້ນກໍຄື ເມື່ອເຈົ້າກ່ຽວພັນກັບພຣະຄຣິດ ຜູ້ເປັນພຣະເຈົ້າເທິງແຜ່ນດິນໂລກ ທີ່ເປັນມະນຸດທຳມະດາ ນັ້ນກໍຄື ເມື່ອເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ໄດ້ເປັນຫຍັງເລີຍນອກຈາກບຸກຄົນໜຶ່ງ ແລ້ວຕອນນັ້ນ ເຈົ້າກໍຈະພົບກັບຄວາມຈິບຫາຍ. ນີ້ເປັນພຽງການຕັກເຕືອນຂອງເຮົາຕໍ່ພວກເຈົ້າທຸກຄົນເທົ່ານັ້ນ.

(ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 322)

ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ. ມະນຸດເຂົ້າໃຈໜ້ອຍເກີນໄປ ແລະ ມະນຸດເອງແມ່ນຂາດແຄນເກີນໄປ; ຄວາມສັດທາຂອງເຂົາຕໍ່ກັບເຮົາ ແມ່ນບໍ່ມີສະຕິ ແລະ ບໍ່ສົນໃຈ. ເຖິງແມ່ນວ່າເຂົາບໍ່ຮູ້ວ່າສັດທາແມ່ນຫຍັງ ຫຼື ຍ້ອນຫຍັງເຂົາຈຶ່ງມີຄວາມສັດທາໃນເຮົາ, ເຂົາຍັງສືບຕໍ່ເຊື່ອໃນເຮົາຢ່າງຫຼົງໄຫຼ. ສິ່ງທີ່ເຮົາຮຽກຮ້ອງກັບມະນຸດບໍ່ແມ່ນພຽງແຕ່ໃຫ້ເຂົາຮ້ອງຫາເຮົາຢ່າງຫຼົງໄຫຼແບບວີທີນີ້ ຫຼື ເຊື່ອໃນເຮົາແບບພໍເປັນພິທີ, ຍ້ອນວ່າພາລະກິດທີ່ເຮົາເຮັດແມ່ນເພື່ອວ່າ ມະນຸດອາດໄດ້ເຫັນເຮົາ ແລະ ຮູ້ຈັກເຮົາ, ບໍ່ແມ່ນເພື່ອໃຫ້ມະນຸດໄດ້ປະທັບໃຈ ແລະ ເບິ່ງເຮົາໃນແສງສະຫວ່າງໃໝ່. ຄັ້ງໜຶ່ງ ເຮົາເຄີຍສຳແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຫຼາຍຢ່າງ ແລະ ສະແດງຫຼາຍສິ່ງທີ່ອັດສະຈັນ ແລະ ບັນດາຊາວອິດສະຣາແອນໃນເວລານັ້ນໄດ້ສະແດງຄວາມເຄົາລົບຕໍ່ເຮົາຢ່າງໃຫຍ່ຫຼວງ ແລະ ເຊີດຊູຕໍ່ຄວາມສາມາດພິເສດຂອງເຮົາຢ່າງສູງ ໃນການຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີສາດຮ້າຍ. ໃນເວລານັ້ນ, ຊາວຢິວຄິດວ່າພະລັງອຳນາດໃນການປິ່ນປົວຂອງເຮົາແມ່ນມີຄວາມຊໍານານ, ພິເສດທີ່ສຸດ ແລະ ຍ້ອນການກະທຳຫຼາຍຢ່າງຂອງເຮົາ, ພວກເຂົ້າທຸກຄົນຈຶ່ງເຄົາລົບບູຊາເຮົາ ແລະ ຮູ້ສຶກເຄົາລົບເຮົາຢ່າງສູງຕໍ່ອໍານາດທັງໝົດຂອງເຮົາ. ດັ່ງນັ້ນ, ຜູ້ຄົນທັງໝົດທີ່ໄດ້ເຫັນເຮົາສະແດງສິ່ງມະຫັດສະຈັນ ໄດ້ຕິດຕາມເຮົາຢ່າງໃກ້ສິດ, ເຊັ່ນວ່າບັນດາຫຼາຍພັນຄົນທີ່ໄດ້ຢູ່ອ້ອມຂ້າງເຮົາ ເພື່ອເບິ່ງເຮົາຮັກສາຄົນເຈັບປ່ວຍ. ເຮົາໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຢ່າງຫຼວງຫຼາຍ, ແຕ່ວ່າ ຜູ້ຄົນພຽງແຕ່ເບິ່ງເຮົາເປັນຜູ້ຊ່ຽວຊານທາງການແພດ; ເຊັ່ນດຽວກັນ, ເຮົາໄດ້ເວົ້າພຣະທໍາຢ່າງຫຼວງຫຼາຍເພື່ອສອນຜູ້ຄົນໃນເວລານັ້ນ, ແຕ່ວ່າພວກເຂົາພຽງແຕ່ເຫັນເຮົາເປັນຄູສອນທີ່ມີຄວາມສາມາດເໜືອກວ່າອັກຄະສາວົກຂອງເຂົາເທົ່ານັ້ນ. ແມ່ນແຕ່ທຸກວັນນີ້, ຫຼັງຈາກທີ່ມະນຸດໄດ້ພົບເຫັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງເຮົາ, ການແປຄວາມໝາຍຂອງພວກເຂົາຍັງສືບຕໍ່ເນື່ອງວ່າເຮົາແມ່ນແພດຜູ້ຍິ່ງໃຫຍ່ ຜູ້ທີ່ຮັກສາຄົນເຈັບປ່ວຍ ແລະ ຄູສອນຕໍ່ຜູ້ທີ່ບໍ່ມີຄວາມຮູ້ ແລະ ພວກເຂົາໄດ້ໃຫ້ນິຍາມເຮົາຄືກັບພຣະເຢຊູຄຣິດເຈົ້າ ຜູ້ທີ່ມີຄວາມເມດຕາ. ຜູ້ຄົນເຫຼົ່ານັ້ນທີ່ແປພຣະຄຳພີ ອາດມີຄວາມເໜືອກວ່າທັກສະຂອງເຮົາໃນການປິ່ນປົວ ຫຼື ອາດແມ່ນແຕ່ເປັນອັກຄະສາວົກຜູ້ທີ່ມີຄວາມເໜຶອກວ່າອາຈານຂອງພວກເຂົາ, ແຕ່ມະນຸດເລົ່ານັ້ນ ຜູ້ທີ່ມີຊື່ສຽງໂດ່ງດັງ, ຜູ້ທີ່ມີຊື່ເປັນທີ່ຮູ້ຈັກກັນທົ່ວໂລກ ຖືວ່າເຮົານັ້ນຕ່ຳຕ້ອຍຫຼາຍໂດຍເປັນພຽງແຕ່ແພດໝໍເທົ່ານັ້ນ. ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ ສະຕິປັນຍາຂອງເຮົາແມ່ນເໜືອກວ່າບັນດາລູກຊາຍທັງໝົດຂອງໂຊໂລໂມນ, ແຕ່ຜູ້ຄົນພຽງແຕ່ຄິດກ່ຽວກັບເຮົາຄືກັບແພດທີ່ບໍ່ມີຄວາມສໍາຄັນຫຍັງເລີຍ ແລະ ອາຈານທີ່ບໍ່ເປັນທີ່ຮັບຮູ້ຂອງມະນຸດ. ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ? ມີຈັກຄົນທີ່ເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ? ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ. ຊາວຢິວເຊື່ອໃນເຮົາ ເນື່ອງຈາກຄວາມກະລຸນາຂອງເຮົາ ແລະ ຕິດຕາມເຮົາທຸກບ່ອນທີ່ເຮົາໄປ. ບັນດາມະນຸດທີ່ໂງ່ຈ້າເຫຼົ່ານີ້ທີ່ມີຄວາມຮູ້ ແລະ ປະສົບການທີ່ຈຳກັດໄດ້ສະແຫວງຫາພຽງແຕ່ເພື່ອໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນທີ່ເຮົາສະແດງອອກມາ. ພວກເຂົາຖືວ່າເຮົາເປັນຫົວໜ້າຄົວເຮືອນຂອງຊາວຢິວ ເຊິ່ງເປັນຜູ້ທີ່ສາມາດສະແດງສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດ. ສະນັ້ນເມື່ອເຮົາໄດ້ຂັບໄລ່ຜີສາດຮ້າຍຈາກມະນຸດ, ມັນກໍເຮັດໃຫ້ເກີດມີການສົນທະນາຫຼາຍຢ່າງໃນບັນດາພວກເຂົາ: ພວກເຂົາເວົ້າວ່າເຮົາແມ່ນເອລີຢາ, ວ່າເຮົາແມ່ນໂມເຊ, ວ່າເຮົາແມ່ນຜູ້ທີ່ເກົ່າແກ່ທີ່ສຸດຈາກຜູ້ທໍານວາຍທັງໝົດ, ວ່າເຮົາມີຄວາມຍິ່ງໃຫຍ່ທີ່ສຸດໃນບັນດາແພດທັງໝົດ. ນອກຈາກຕົວເຮົາເອງແລ້ວທີ່ເວົ້າວ່າເຮົາແມ່ນຊີວິດ, ວີທີທາງ ແລະ ຄວາມຈິງ, ບໍ່ມີໃຜສາມາດຮູ້ການດຳລົງຢູ່ຂອງເຮົາ ຫຼື ຕົວຕົນຂອງເຮົາ. ນອກຈາກຕົວເຮົາເອງແລ້ວທີ່ກ່າວວ່າ ສະຫວັນເປັນສະຖານທີ່ທີ່ພຣະບິດາຂອງເຮົາອາໄສຢູ່, ບໍ່ມີໃຜຮູ້ວ່າເຮົາແມ່ນພຣະບຸດຂອງພຣະເຈົ້າ ແລະ ພ້ອມນັ້ນກໍຍັງເປັນພຣະເຈົ້າອີກດ້ວຍ. ນອກຈາກຕົວເຮົາເອງແລ້ວທີ່ກ່າວວ່າ ເຮົາຈະນຳການໄຖ່ບາບມາສູ່ມະນຸດໂລກທັງໝົດ ແລະ ໄຖ່ບາບມະນຸດໂລກ, ບໍ່ມີໃຜຮູ້ວ່າເຮົາເປັນຜູ້ໄຖ່ບາບຂອງມະນຸດໂລກ ແລະ ມະນຸດພຽງແຕ່ຮູ້ຈັກເຮົາໃນນາມມະນຸດຜູ້ມີນ້ຳໃຈ ແລະ ມີຄວາມເມດຕາກະລຸນາ. ນອກຈາກຕົວເຮົາເອງທີ່ສາມາດອະທິບາຍໄດ້ທັງໝົດກ່ຽວກັບການເປັນຢູ່ຂອງເຮົາ, ບໍ່ມີໃຜຮູ້ຈັກເຮົາ ແລະ ບໍ່ມີໃຜເຊື່ອວ່າເຮົາແມ່ນພຣະບຸດຂອງພຣະເຈົ້າຜູ້ຊົງດໍາລົງຢູ່. ນັ້ນແມ່ນສັດທາຂອງຜູ້ຄົນທີ່ມີຕໍ່ຕົວເຮົາ ແລະ ວິທີທີ່ພວກເຂົາພະຍາຍາມຫຼອກລວງເຮົາ. ພວກເຂົາຈະສາມາດເປັນພະຍານໃຫ້ກັບເຮົາໄດ້ແນວໃດ ໃນເມື່ອພວກເຂົາມີທັດສະນະດັ່ງກ່າວກ່ຽວກັບເຮົາ?

(ຄັດຈາກບົດ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 323)

ຄົນເຮົາເຊື່ອໃນພຣະເຈົ້າເປັນເວລາດົນນານມາແລ້ວ, ແຕ່ເຖິງຢ່າງນັ້ນ ຄົນສ່ວນໃຫຍ່ກໍ່ຍັງບໍ່ເຂົ້າໃຈຄຳວ່າ “ພຣະເຈົ້າ”. ພວກເຂົາພຽງແຕ່ເຝົ້າຕິດຕາມດ້ວຍຄວາມສັບສົນ. ພວກເຂົາບໍ່ຮູ້ຫຍັງເລີຍວ່າ ຍ້ອນຫຍັງແທ້ ມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ ຫຼື ພຣະເຈົ້າແມ່ນຫຍັງກັນແທ້. ຖ້າຫາກມະນຸດຮູ້ແຕ່ເຊື່ອ ແລະ ຕິດຕາມພຣະເຈົ້າເທົ່ານັ້ນ, ແຕ່ບໍ່ຮູ້ວ່າ ພຣະເຈົ້າແມ່ນຫຍັງ ຫຼື ພວກເຂົາບໍ່ເຂົ້າໃຈພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງທີ່ຕາຫຼົກທີ່ສຸດໃນໂລກບໍ່? ເຖິງແມ່ນວ່າ ຈົນເຖິງປະຈຸບັນນີ້ ຄົນເຮົາໄດ້ພົບເຫັນຄວາມລຶກລັບຈາກສວງສະຫວັນຢ່າງຫຼວງຫຼາຍ ແລະ ໄດ້ຮັບຄວາມຮູ້ຢ່າງເລິກເຊິ່ງທີ່ມະນຸດບໍ່ເຄີຍເຂົ້າໃຈມາກ່ອນ ແຕ່ພວກເຂົາບໍ່ເຂົ້າໃຈເຖິງຄວາມເປັນຈິງທີ່ສ່ວນໃຫຍ່ເປັນຂັ້ນພື້ນຖານ ທີ່ບໍ່ໄດ້ຮັບການຕຶກຕອງ. ບາງຄົນອາດເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແລ້ວ. ພວກເຮົາຈະບໍ່ຮູ້ວ່າ ພຣະເຈົ້າແມ່ນຫຍັງໄດ້ແນວໃດ? ແລ້ວນີ້ບໍ່ໄດ້ເຮັດໃຫ້ພວກເຮົາມີຄວາມສໍາຄັນໜ້ອຍລົງບໍ?” ແຕ່ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າໃນປັດຈຸບັນທຸກຄົນຈະຕິດຕາມເຮົາ, ແຕ່ບໍ່ມີໃຜທີ່ມີຄວາມເຂົ້າໃຈກ່ຽວກັບພາລະກິດທັງໝົດນີ້. ພວກເຂົາປະຖິ້ມແມ່ນແຕ່ຄຳຖາມທີ່ທຳມະດາ ແລະ ງ່າຍດາຍທີ່ສຸດ, ແຮງໄກສໍາລັບເລື່ອງສັບຊ້ອນຢ່າງສູງກ່ຽວກັບພຣະເຈົ້າ. ຮູ້ວ່າຄໍາຖາມທີ່ເຈົ້າບໍ່ສົນໃຈ ທີ່ເຈົ້າບໍ່ສາມາດຄົ້ນພົບເປັນຄຳຖາມສໍາຄັນທີ່ສຸດທີ່ເຈົ້າຄວນເຂົ້າໃຈ ເພາະພວກເຈົ້າຮູ້ພຽງແຕ່ເຮັດຕາມຄົນອື່ນໆ ໂດຍບໍ່ໃສ່ໃຈ ແລະ ບໍ່ສົນໃຈຕໍ່ສິ່ງທີ່ເຈົ້າຄວນກຽມພ້ອມໃຫ້ແກ່ຕົນເອງ. ເຈົ້າຮູ້ແທ້ບໍ່ວ່າ ເປັນຫຍັງເຈົ້າຈຶ່ງຄວນມີສັດທາໃນພຣະເຈົ້າ? ເຈົ້າຮູ້ແທ້ບໍ່ວ່າ ພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ແທ້ບໍ່ວ່າ ມະນຸດແມ່ນຫຍັງ? ໃນຖານະເປັນຜູ້ທີ່ມີສັດທາໃນພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຈະບໍ່ສູນເສຍສັກສີຂອງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພາລະກິດຂອງເຮົາໃນປັດຈຸບັນແມ່ນມີດັ່ງນີ້: ເພື່ອໃຫ້ຜູ້ຄົນເຂົ້າໃຈທາດແທ້ຂອງພວກເຂົາ, ເຂົ້າໃຈທຸກສິ່ງທີ່ເຮົາປະຕິບັດ ແລະ ຮູ້ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ນີ້ຄືການກະທໍາຂັ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ, ເປັນຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາ. ດ້ວຍເຫດນັ້ນ, ເຮົາຈຶ່ງຈະບອກພວກເຈົ້າຮູ້ລ່ວງໜ້າ ກ່ຽວກັບຄວາມລີ້ລັບທັງໝົດຂອງຊີວິດ ເພື່ອວ່າ ພວກເຈົ້າທຸກຄົນຈະສາມາດຮັບເອົາຄວາມລີ້ລັບນີ້ຈາກເຮົາໄດ້. ເນື່ອງຈາກວ່າ ນີ້ຄືພາລະກິດໃນຍຸກສຸດທ້າຍ, ເຮົາຈຶ່ງຕ້ອງໄດ້ບອກພວກເຈົ້າຄວາມຈິງທັງໝົດ ກ່ຽວກັບຊີວິດທີ່ພວກເຈົ້າບໍ່ເຄີຍໄດ້ຮູ້ມາກ່ອນ, ເຖິງແມ່ນວ່າ ພວກເຈົ້າຈະບໍ່ສາມາດເຊື່ອມຊຶມເອົາໄດ້ທັງໝົດ ແລະ ບໍ່ສາມາດຮັບເອົາໄດ້ທັງໝົດ ຍ້ອນວ່າ ພວກເຈົ້າອ່ອນແອເກີນໄປ ແລະ ບໍ່ມີຄວາມກຽມພ້ອມໃຫ້ດີ. ເຮົາຕ້ອງການສະຫຼຸບພາລະກິດຂອງເຮົາ ເພື່ອໃຫ້ພາລະກິດນັ້ນສໍາເລັດລົງ ແລະ ເພື່ອແຈ້ງໃຫ້ພວກເຈົ້າຮູ້ທຸກຢ່າງ ກ່ຽວກັບສິ່ງທີ່ເຮົາມອບໝາຍໃຫ້ພວກເຈົ້າເຮັດ ເພື່ອບໍ່ໃຫ້ພວກເຈົ້າຫຼົງທາງອີກ ແລະ ຫຼົງເຊື່ອຄຳຫຼອກລວງຂອງຄົນຊົ່ວຮ້າຍ ເມື່ອມີຄວາມມືດລົງມາຄອບງຳ. ຍັງມີຫຼາຍວິທີທີ່ນອກເໜືອໄປກວ່າຄວາມເຂົ້າໃຈຂອງພວກເຈົ້າ ແລະ ຫຼາຍເລື່ອງທີ່ພວກເຈົ້າບໍ່ເຂົ້າໃຈ. ພວກເຈົ້າຈັ່ງແມ່ນບໍ່ຮູ້ຫຍັງເລີຍ. ເຮົາຮູ້ຄວາມສາມາດ ແລະ ຂໍ້ບົກຜ່ອງຂອງພວກເຈົ້າດີ. ສະນັ້ນ, ເຖິງແມ່ນວ່າ ຈະມີພຣະທໍາຫຼາຍຄໍາ ທີ່ພວກເຈົ້າບໍ່ສາມາດເຊື່ອມຊືມໄດ້ ແຕ່ເຮົາຍັງຕ້ອງການທີ່ຈະບອກຄວາມຈິງເຫຼົ່ານີ້ ທີ່ພວກເຈົ້າບໍ່ເຄີຍໄດ້ຮັບຮູ້ມາກ່ອນ, ຍ້ອນວ່າເຮົາເປັນຫ່ວງຢູ່ສະເໝີວ່າ ພວກເຈົ້າຈະສາມາດຢືນເປັນພະຍານໃຫ້ເຮົາໄດ້ ຫຼື ບໍ່ ຕາມຄວາມສາມາດທີ່ພວກເຈົ້າມີໃນຕອນນີ້. ບໍ່ແມ່ນວ່າ ເຮົາດູຖູກພວກເຈົ້າ. ພວກເຈົ້າທຸກຄົນແມ່ນເປັນສັດຮ້າຍ ທີ່ຍັງບໍ່ໄດ້ຜ່ານການເຝິກຝົນຢ່າງເປັນທາງການຈາກເຮົາ ແລະ ຍັງມີຂໍ້ສົງໃສຢູ່ວ່າ ພວກເຈົ້າມີກຽດສັກສີຫຼາຍປານໃດໃນຕົວພວກເຈົ້າ. ເຖິງວ່າ ເຮົາໄດ້ໃຊ້ເຮື່ອແຮງຢ່າງຫຼວງຫຼາຍ ໃນການເຮັດພາລະກິດໃນຕົວພວກເຈົ້າ, ແຕ່ປາກົດວ່າ ອົງປະກອບດ້ານບວກໃນຕົວພວກເຈົ້າແມ່ນບໍ່ມີເລີຍ ແລະ ອົງປະກອບດ້ານລົບສາມາດນັບດ້ວຍນິ້ວມືນິ້ວດຽວໄດ້ ແລະ ພຽງໃຊ້ເປັນພະຍານເພື່ອເຮັດໃຫ້ຊາຕານອັບອາຍເທົ່ານັ້ນ. ສິ່ງທີ່ຢູ່ໃນຕົວພວກເຈົ້າເກືອບທັງໝົດແມ່ນພິດຂອງຊາຕານ. ເຮົາເບິ່ງພວກເຈົ້າ ຄ້າຍຄືວ່າ ພວກເຈົ້າຈະບໍ່ສາມາດໄດ້ຮັບການໄຖ່ບາບໄດ້. ໃນຂະນະທີ່ບັນຫາຍັງຢູ່ທີ່ນັ້ນ, ເຮົາເບິ່ງການສະແດງອອກ ແລະ ການປະພຶດທີ່ຫຼາກຫຼາຍຂອງພວກເຈົ້າ ແລະ ໃນທີ່ສຸດ ເຮົາກໍ່ຮູ້ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າ. ດ້ວຍເຫດນີ້ ເຮົາຈຶ່ງເປັນຫ່ວງພວກເຈົ້າຢູ່ສະເໝີວ່າ: ຖ້າຖືກປະປ່ອຍໃຫ້ດຳລົງຊີວິດຕາມລຳພັງ, ມະນຸດຈະໄດ້ດີກວ່າ ຫຼື ໄດ້ເທົ່າທຽມ ກັບສິ່ງທີ່ເຂົາເປັນຢູ່ໃນປັດຈຸບັນນີ້ ຫຼື ບໍ່? ພວກເຈົ້າບໍ່ກັງວົນກັບຄວາມສາມາດລະດັບເດັກນ້ອຍຂອງພວກເຈົ້າບໍ? ພວກເຈົ້າສາມາດເປັນຄືຄົນອິດສະຣາເອນທີ່ຖືກເລືອກໄດ້ແທ້ບໍ ທີ່ຈົງຮັກພັກດີຕໍ່ເຮົາ ແລະ ເຮົາຜູ້ດຽວພາຍໃຕ້ທຸກສະຖານະການເທົ່ານັ້ນບໍ? ສິ່ງທີ່ເປີດເຜີຍໃນຕົວພວກເຈົ້າ ບໍ່ແມ່ນຄວາມດື້ຂອງເດັກນ້ອຍ ຜູ້ທີ່ລ້ອນເລ້ໜີຈາກພໍ່ແມ່ຂອງພວກເຂົາ, ແຕ່ແມ່ນຄວາມໂຫດຮ້າຍທີ່ອອກມາຈາກສັດ ທີ່ຢູ່ໄກຈາກແສ້ຂອງເຈົ້ານາຍຂອງພວກມັນ. ພວກເຈົ້າຄວນຮູ້ທຳມະຊາດຂອງພວກເຈົ້າເອງ, ເຊິ່ງເປັນຈຸດອ່ອນ ທີ່ພວກເຈົ້າທຸກຄົນມີ, ຈຸດບົກຜ່ອງທົ່ວໄປຂອງພວກເຈົ້າ. ສະນັ້ນ, ຄໍາແນະນໍາພຽງຢ່າງດຽວຂອງເຮົາ ທີ່ຈະໃຫ້ກັບພວກເຈົ້າ ແມ່ນຈົ່ງໃຫ້ຢືນເປັນພະຍານໃຫ້ແກ່ເຮົາ. ຈົ່ງຢ່າປ່ອຍໃຫ້ຄວາມອ່ອນແອໃນເມື່ອກ່ອນກັບຄືນມາອີກຄັ້ງ. ສິ່ງທີ່ສຳຄັນທີ່ສຸດກໍ່ຄືການຢືນເປັນພະຍານ. ນັ້ນແມ່ນຫົວໃຈສຳຄັນໃນພາລະກິດຂອງເຮົາ. ພວກເຈົ້າຄວນຍອມຮັບພຣະທໍາຂອງເຮົາ ຄືດັ່ງພຣະແມ່ແມຣີໄດ້ຍອມຮັບການເປີດເຜີຍຂອງພຣະເຢໂຮວາ ທີ່ມາປາກົດໃນຄວາມຝັນຂອງພຣະນາງ ໂດຍທີ່ພຣະນາງໄດ້ເຊື່ອ ແລະ ປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນ ທີ່ມີຄຸນນະສົມບັດເປັນຄວາມບໍລິສຸດທີ່ແທ້ຈິງ. ເນື່ອງຈາກວ່າ ພວກເຈົ້າເປັນຜູ້ທີ່ໄດ້ຍິນພຣະທໍາຂອງເຮົາຫຼາຍທີ່ສຸດ, ເປັນຜູ້ທີ່ໄດ້ຮັບພອນຈາກເຮົາຫຼາຍທີ່ສຸດ. ເຮົາໄດ້ມອບສິ່ງທີ່ມີຄຸນຄ່າທີ່ສຸດທີ່ເຮົາມີໃຫ້ພວກເຈົ້າ ໂດຍມອບທຸກສິ່ງທຸກຢ່າງໃຫ້ພວກເຈົ້າ. ຢ່າງໃດກໍ່ຕາມ, ສະຖານະຂອງພວກເຈົ້າ ແລະ ສະຖານະຂອງຜູ້ຄົນຂອງອິດສະຣາເອນແມ່ນມີຄວາມແຕກຕ່າງກັນຫຼາຍ ຄືວ່າຢູ່ຄົນລະໂລກ. ແຕ່ເມື່ອທຽບກັບພວກເຂົາແລ້ວ, ພວກເຈົ້າແມ່ນໄດ້ຮັບຫຼາຍກວ່າພວກເຂົາຫຼາຍເທົ່າ. ໃນຂະນະທີ່ພວກເຂົາລໍຖ້າຢ່າງໝົດຫວັງ ຕໍ່ການປາກົດຕົວຂອງເຮົາ, ພວກເຈົ້າພັດໃຊ້ເວລາຢ່າງມີຄວາມສຸກກັບເຮົາ ໂດຍແບ່ງປັນຄວາມອຸດົມສົມບູນຈາກເຮົາ. ຖ້າທຽບກັນແລ້ວ, ພວກເຈົ້າມີສິດຫຍັງ ທີ່ຈະມາຈົ່ມ ແລະ ຖຽງກັນກັບເຮົາ ແລະ ຮຽກຮ້ອງເອົາສ່ວນແບ່ງຈາກຊັບສິນຂອງເຮົາ? ພວກເຈົ້າຍັງໄດ້ບໍ່ພໍອີກບໍ? ເຮົາເອົາໃຫ້ພວກເຈົ້າຫຼາຍແລ້ວ ແຕ່ສິ່ງທີ່ພວກເຈົ້າໃຫ້ເຮົາເພື່ອເປັນການຕອບແທນຄືຄວາມໂສກເສົ້່າເສຍໃຈ ແລະ ຄວາມວິຕົກກັງວົນ ແລະ ຄວາມແຄ້ນໃຈ ແລະ ຄວາມບໍ່ພໍໃຈ ທີ່ບໍ່ສາມາດທົນໄດ້. ພວກເຈົ້າໜ້າລັງກຽດຫຼາຍ, ນອກນັ້ນພວກເຈົ້າຍັງໜ້າສົມເພດອີກ. ສະນັ້ນ, ເຮົາບໍ່ມີທາງເລືອກ ນອກຈາກອົນທົນກັບຄວາມແຄ້ນໃຈ ແລະ ສະແດງຄວາມຄັດຄ້ານຂອງເຮົາຕໍ່ພວກເຈົ້າຊໍ້າແລ້ວຊໍ້າອີກ. ຫຼາຍພັນປີກັບການດໍາເນີນພາລະກິດ, ເຮົາບໍ່ເຄີຍຄັດຄ້ານມະນຸດມາກ່ອນ ຍ້ອນວ່າ ເຮົາໄດ້ຄົ້ນພົບວ່າ ໃນປະຫວັດສາດຂອງການພັດທະນາຂອງມະນຸດຊາດ, ມີແຕ່ຄົນຫຼອກລວງໃນບັນດາພວກເຈົ້າເທົ່ານັ້ນ ທີ່ເປັນຄົນມີຊື່ສຽງຫຼາຍທີ່ສຸດ. ການຫຼອກລວງປຽບເໝືອນມໍລະດົກທີ່ລ້ຳຄ່າ ທີ່ບັນພະບູລຸດທີ່ມີຊື່ສຽງໃນຍຸກບູຮານ ໄດ້ປະໄວ້ໃຫ້ພວກເຈົ້າ. ຈັ່ງແມ່ນເຮົາກຽດຊັງພວກໝູ ແລະ ໝາ ທີ່ບໍ່ມີຄວາມເປັນມະນຸດນີ້ເດ. ພວກເຈົ້າຂາດຈິດສຳນຶກຫຼາຍ! ນິດໃສຂອງພວກເຈົ້າຕ່ຳຊາມເກີນໄປ! ຫົວໃຈຂອງພວກເຈົ້າແຂງກະດ້າງເກີນໄປ! ຖ້າເຮົາຕ້ອງເອົາພຣະທໍາຂອງເຮົາ ແລະ ພາລະກິດດັ່ງກ່າວນີ້ຂອງເຮົາໄປອິດສະຣາເອນ, ເຮົາຄືຊິໄດ້ຮັບຄວາມສະຫງ່າລາສີແຕ່ດົນນານແລ້ວ. ແຕ່ວ່າກັບບັນດາພວກເຈົ້າພັດບໍ່ເປັນແບບນັ້ນ. ໃນບັນດາພວກເຈົ້າແມ່ນມີແຕ່ຄວາມບໍ່ສົນໃຈທີ່ໂຫດຮ້າຍ, ຫົວໃຈທີ່ເຢັນຊາ ແລະ ຄຳແກ້ໂຕ. ພວກເຈົ້າຂາດຄວາມຮູ້ສຶກ ແລະ ບໍ່ມີຄຸນຄ່າຫຍັງເລີຍ!

(ຄັດຈາກບົດ “ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແດ່?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 324)

ຕອນນີ້ ພວກເຈົ້າທຸກຄົນຄວນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ. ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າດ້ານບວກຂອງພວກເຈົ້າ. ມື້ນີ້ແມ່ນແຕກຕ່າງ: ມື້ນີ້ ເຮົາຈະວິເຄາະເຖິງແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ນີ້ແມ່ນການຊີ້ນຳພວກເຈົ້າຈາກດ້ານລົບ; ຖ້າເຮົາບໍ່ເຮັດດັ່ງນີ້, ພວກເຈົ້າກໍ່ຈະບໍ່ຮູ້ຈັກໃບໜ້າທີ່ແທ້ຈິງຂອງພວກເຈົ້າ ແລະ ຈະອວດອ້າງຄວາມສັດທາ ແລະ ຄວາມຊື່ສັດຂອງພວກເຈົ້າຕະຫຼອດໄປ. ມັນຖືກຕ້ອງທີ່ຈະເວົ້າວ່າ ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ. ທຳມະຊາດຄວາມອວດດີ ແລະ ຄວາມຈອງຫອງຂອງພວກເຈົ້າເຮັດໃຫ້ພວກເຈົ້າທໍລະຍົດຄວາມສຳນຶກຂອງພວກເຈົ້າເອງ, ກະບົດ ແລະ ຕໍ່ຕ້ານພຣະຄຣິດ ແລະ ເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າ, ດັ່ງນັ້ນຈຶ່ງເປີດເຜີຍໃຫ້ເຫັນເຈດຕະນາ, ຄວາມຄິດ, ຄວາມປາຖະໜາເກີນຄວນ ແລະ ຕາທີ່ເຕັມໄປດ້ວຍຄວາມໂລບມາກໂລພາຂອງພວກເຈົ້າສູ່ສາທາລະນະ. ແລ້ວເຖິງຢ່າງໃດກໍຕາມ ພວກເຈົ້າຍັງສືບຕໍ່ເວົ້າແບບໂງ່ໆກ່ຽວກັບຄວາມຫຼົງໄຫຼຕະຫຼອດຊີວິດຂອງພວກເຈົ້າສຳລັບພາລະກິດຂອງພຣະຄຣິດ ແລະ ເວົ້າແລ້ວເວົ້າອີກເຖິງຄວາມຈິງທີ່ພຣະຄຣິດໄດ້ກ່າວແຕ່ດົນນານມາແລ້ວ. ນີ້ແມ່ນ “ຄວາມເຊື່ອ” ຂອງພວກເຈົ້າ, “ຄວາມເຊື່ອທີ່ບໍ່ບໍລິສຸດ” ຂອງພວກເຈົ້າ. ຕະຫຼອດຜ່ານມາ ເຮົາໄດ້ຍຶດຕິດມະນຸດກັບມາດຕະຖານທີ່ເຂັ້ມງວດຫຼາຍ. ຖ້າຄວາມຈົງຮັກພັກດີຂອງເຈົ້າມາພ້ອມກັບເຈດຕະນາ ແລະ ເງື່ອນໄຂ, ແລ້ວເຮົາກໍຈະບໍ່ຂໍມີສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ເພາະວ່າເຮົາກຽດຊັງຄົນທີ່ຫຼອກລວງເຮົາຜ່ານເຈດຕະນາຂອງພວກເຂົາ ແລະ ຂູດຮີດເຮົາດ້ວຍເງື່ອນໄຂຕ່າງໆ. ເຮົາພຽງປາຖະໜາໃຫ້ມະນຸດຈົງຮັກພັກດີຕໍ່ເຮົາຢ່າງທີ່ສຸດ ແລະ ເຮັດທຸກສິ່ງເພື່ອເຫັນແກ່ ແລະ ເພື່ອພິສູດໜຶ່ງຄຳຄື: ຄວາມເຊື່ອ. ເຮົາກຽດຊັງການໃຊ້ຄຳເວົ້າທີ່ອ່ອນຫວານຂອງພວກເຈົ້າເພື່ອເຮັດໃຫ້ເຮົາຍິນດີ, ເພາະວ່າເຮົາປະຕິບັດຕໍ່ພວກເຈົ້າດ້ວຍຄວາມຈິງໃຈຢູ່ສະເໝີ ແລະ ສະນັ້ນ ເຮົາກໍປາຖະໜາຢາກໃຫ້ພວກເຈົ້າປະຕິບັດຕໍ່ເຮົາດ້ວຍຄວາມເຊື່ອທີ່ແທ້ຈິງເຊັ່ນກັນ. ເມື່ອເວົ້າເຖິງຄວາມເຊື່ອ, ຫຼາຍຄົນອາດຄິດວ່າພວກເຂົາຕິດຕາມພຣະເຈົ້າຍ້ອນວ່າພວກເຂົາມີຄວາມເຊື່ອ ແລະ ບໍ່ດັ່ງນັ້ນກໍຈະບໍທົນຕໍ່ຄວາມທຸກທໍລະມານດັ່ງກ່າວ. ແລ້ວເຮົາຂໍຖາມເຈົ້າດັ່ງນີ້: ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ເຄີຍເຄົາລົບນັບຖືພຣະອົງ? ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງຈຶ່ງບໍ່ມີຄວາມຢຳເກງຕໍ່ພຣະອົງແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ? ເຈົ້າຍອມຮັບວ່າພຣະຄຣິດແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງດູຖູກພຣະອົງ? ເປັນຫຍັງເຈົ້າຈຶ່ງປະຕິບັດຕໍ່ພຣະອົງຢ່າງບໍ່ເຄົາລົບ? ເປັນຫຍັງເຈົ້າຈຶ່ງຕັດສິນພຣະອົງຢ່າງເປີດເຜີຍ? ເປັນຫຍັງເຈົ້າຈຶ່ງເບິ່ງການເຄື່ອນໄຫວຂອງພຣະອົງຢູ່ສະເໝີ? ເປັນຫຍັງເຈົ້າຈຶ່ງບໍ່ຍອມຮັບເອົາການຈັດແຈງຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຕາມພຣະທໍາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງຂູດຮີດ ແລະ ປຸ້ນພຣະອົງຈາກເຄື່ອງບູຊາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງເວົ້າຈາກສະຖານະຂອງພຣະຄຣິດ? ເປັນຫຍັງເຈົ້າຈຶ່ງຕັດສິນວ່າພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງນັ້ນຖືກຕ້ອງ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງກ້າໝິ່ນປະໝາດລັບຫຼັງພຣະອົງ? ສິ່ງເຫຼົ່ານີ້ ແລະ ອື່ນໆ ບໍ່ໄດ້ປະກອບເປັນຄວາມເຊື່ອຂອງພວກເຈົ້າບໍ?

ໃນຄຳເວົ້າ ແລະ ພຶດຕິກຳຂອງພວກເຈົ້າແມ່ນສະແດງໃຫ້ເຫັນອົງປະກອບຂອງການບໍ່ເຊື່ອໃນພຣະຄຣິດ. ຄວາມບໍ່ເຊື່ອແຜ່ກະຈາຍໄປທົ່ວແຮງຈູງໃຈ ແລະ ເປົ້າໝາຍຂອງທຸກສິ່ງທີ່ພວກເຈົ້າເຮັດ; ເຖິງແມ່ນລັກສະນະສາຍຕາຂອງພວກເຈົ້າມີຄວາມບໍ່ເຊື່ອໃນພຣະຄຣິດ. ມັນສາມາດເວົ້າໄດ້ວ່າ ທຸກນາທີ ພວກເຈົ້າແຕ່ລະຄົນມີອົງປະກອບຂອງຄວາມບໍ່ເຊື່ອຢູ່. ນີ້ໝາຍຄວາມວ່າ, ທຸກໆຊ່ວງເວລາ ພວກເຈົ້າແມ່ນຢູ່ໃນອັນຕະລາຍທີ່ຈະທໍລະຍົດພຣະຄຣິດ, ເພາະເລືອດທີ່ໄຫຼຢູ່ໃນຮ່າງກາຍຂອງພວກເຈົ້ານັ້ນຖືກສີດໄປດ້ວຍຄວາມບໍ່ເຊື່ອໃນພຣະເຈົ້າຜູ້ບັງເກີດເປັນມະນຸດ. ສະນັ້ນ, ເຮົາຈຶ່ງເວົ້າວ່າຮອຍຕີນທີ່ພວກເຈົ້າປະໄວ້ບົນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້ານັ້ນບໍ່ເປັນຈິງເລີຍ; ໃນຂະນະທີ່ພວກເຈົ້າຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ, ພວກເຈົ້າບໍ່ໄດ້ວາງຕີນຂອງພວກເຈົ້າລົງພື້ນດິນຢ່າງໜັກແໜ້ນ, ພວກເຈົ້າພຽງກໍາລັງທຳທ່າເຮັດ. ພວກເຈົ້າບໍ່ເຄີຍເຊື່ອພຣະທຳຂອງພຣະຄຣິດຢ່າງສົມບູນ ແລະ ບໍ່ສາມາດນໍາເອົາພຣະທຳໄປປະຕິບັດໂດຍທັນທີທັນໃດ. ນີ້ແມ່ນເຫດຜົນທີ່ພວກເຈົ້າບໍ່ມີຄວາມເຊື່ອໃນພຣະຄຣິດ. ການມີແນວຄິດຕ່າງໆກ່ຽວກັບພຣະອົງຢູ່ສະເໝີຄືອີກເຫດຜົນໜຶ່ງທີ່ພວກເຈົ້າບໍ່ມີຄວາມເຊື່ອໃນພຣະອົງ. ການມີຄວາມສົງໄສກ່ຽວກັບພາລະກິດຂອງພຣະຄຣິດຢູ່ຕະຫຼອດໄປ, ການປ່ອຍໃຫ້ພຣະທຳຂອງພຣະຄຣິດຕົກລົງສູ່ຫູທີ່ໜວກ, ການມີຄວາມຄິດເຫັນກ່ຽວກັບພາລະກິດກໍຕາມທີ່ພຣະຄຣິດປະຕິບັດ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້ຢ່າງຖືກຕ້ອງ, ການດີ້ນລົນເພື່ອປະວາງແນວຄິດຂອງພວກເຈົ້າ ບໍ່ວ່າພວກເຈົ້າຈະໄດ້ຮັບການອະທິບາຍແນວໃດກໍຕາມ ແລະ ອື່ນໆອີກ, ທັງໝົດນີ້ແມ່ນອົງປະກອບຂອງຄວາມບໍ່ເຊື່ອທີ່ປະປົນຢູ່ພາຍໃນຫົວໃຈຂອງພວກເຈົ້າ. ເຖິງແມ່ນວ່າພວກເຈົ້າຕິດຕາມພາລະກິດຂອງພຣະຄຣິດ ແລະ ບໍ່ເຄີຍຢູ່ຕາມຫຼັງຢູ່, ມີຄວາມກະບົດຫຼາຍເກີນໄປທີ່ປະປົນຢູ່ໃນໃຈຂອງພວກເຈົ້າ. ຄວາມກະບົດນີ້ ຄືຄວາມບໍ່ບໍລິສຸດໃນຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ບາງເທື່ອ ພວກເຈົ້າບໍ່ຄິດວ່າສິ່ງນີ້ຖືກຕ້ອງ, ແຕ່ຖ້າເຈົ້າບໍ່ສາມາດຮັບຮູ້ເຈດຕະນາຂອງເຈົ້າຈາກສິ່ງນີ້ໄດ້, ແລ້ວເຈົ້າກໍຖືກຜູກມັດໃຫ້ຢູ່ທ່າມກາງຄົນທີ່ຈະພິນາດ, ຍ້ອນພຣະເຈົ້າເຮັດໃຫ້ຜູ້ທີ່ເຊື່ອໃນພຣະເອົງຢ່າງແທ້ຈິງເທົ່ານັ້ນສົມບູນ, ບໍ່ແມ່ນບັນດາຜູ້ທີ່ສົງໄສໃນພຣະອົງ ແລະ ແຮງໜ້ອຍທີ່ສຸດທີ່ຈະເປັນຄົນທີ່ຕິດຕາມພຣະອົງຢ່າງບໍ່ເຕັມໃຈ ເຖິງແມ່ນບໍ່ເຄີຍເຊື່ອວ່າພຣະອົງເປັນພຣະເຈົ້າກໍຕາມ.

(ຄັດຈາກບົດ “ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 325)

ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະລະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຫຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຊາຍທີ່ຈ່ອຍບາງຄົນນີ້ຈະສາມາດເອົາຊະນະຄົນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິະເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ ແລະ ໃຫ້ຊີວິດ.

ສິ່ງທີ່ເຈົ້າເຊີດຊູນັ້ນບໍ່ແມ່ນຄວາມຖ່ອມຕົນຂອງພຣະຄຣິດ, ແຕ່ແມ່ນຜູ້ລ້ຽງແກະຈອມປອມທີ່ມີສະຖານະໂດດເດັ່ນ. ເຈົ້າບໍ່ໄດ້ບູຊາຄວາມໜ້າຮັກ ຫຼື ສະຕິປັນຍາຂອງພຣະຄຣິດ, ແຕ່ບູຊາພວກຄົນໄຮ້ສິນທຳເຫຼົ່ານັ້ນທີ່ກິ້ງເກືອກໃນຄວາມສົກກະປົກຂອງໂລກ. ເຈົ້າຫົວຂວັນຄວາມເຈັບປວດຂອງພຣະຄຣິດຜູ້ທີ່ບໍ່ມີແມ່ນແຕ່ບ່ອນຈະວາງຫົວຂອງພຣະອົງ, ແຕ່ເຈົ້າເຊີດຊູຊາກສົບເຫຼົ່ານັ້ນທີ່ລ່າເອົາເຄື່ອງຖວາຍບູຊາ ແລະ ໃຊ້ຊີວິດຢູ່ກັບການມືນເມົາ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກຄຽງຂ້າງກັບພຣະຄຣິດ, ແຕ່ເຈົ້າຍິນດີເຂົ້າໄປໃນອ້ອມແຂນຂອງພວກຕໍ່ຕ້ານພຣະຄຣິດທີ່ບໍ່ຮອບຄອບເຫຼົ່ານັ້ນ ເຖິງແມ່ນວ່າພວກເຂົາພຽງແຕ່ສະໜອງໃຫ້ເຈົ້າດ້ວຍເນື້ອໜັງ, ຄຳເວົ້າ ແລະ ການຄວບຄຸມ. ແມ່ນແຕ່ດຽວນີ້ຫົວໃຈຂອງເຈົ້າກໍຍັງຫັນໄປຫາພວກເຂົາຢູ່, ໄປຫາຊື່ສຽງຂອງພວກເຂົາ, ໄປຫາສະຖານະຂອງພວກເຂົາ ແລະ ໄປຫາອິດທິພົນພວກເຂົາ. ແລ້ວເຈົ້າສືບຕໍ່ມີທ່າທີ່ເຈົ້າພົບວ່າພາລະກິດຂອງພຣະຄຣິດຍາກທີ່ຈະກືນ ແລະ ເຈົ້າບໍ່ເຕັມໃຈທີ່ຈະຍອມຮັບມັນ. ນີ້ຄືເຫດຜົນທີ່ເຮົາບອກເຈົ້າວ່າ ເຈົ້າຂາດຄວາມເຊື່ອທີ່ຈະຍອມຮັບພຣະຄຣິດ. ເຫດຜົນທີ່ເຈົ້າໄດ້ຕິດຕາມພຣະອົງຈົນຮອດທຸກວັນນີ້ກໍພຽງແຕ່ຍ້ອນວ່າເຈົ້າບໍ່ມີທາງເລືອກອື່ນ. ກຸ່ມບຸກຄົນທີ່ສູງສົ່ງຢືນຢູ່ໃນຫົວໃຈຂອງເຈົ້າຕະຫຼອດໄປ; ເຈົ້າບໍ່ສາມາດຫຼົງລືມທຸກໆຄຳເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ຄໍາເວົ້າ ແລະ ມືທີ່ມີອິດທິພົນຂອງພວກເຂົາ. ຢູ່ໃນຫົວໃຈພວກເຈົ້າ, ພວກເຂົາສູງສຸດ ແລະ ເປັນວິລະບຸລຸດຕະຫຼອດການ. ແຕ່ບໍ່ເປັນເຊັ່ນນັ້ນສຳລັບພຣະຄຣິດໃນທຸກວັນນີ້. ພຣະອົງບໍ່ມີຄວາມສຳຄັນໃນຫົວໃຈຂອງເຈົ້າຕະຫຼອດໄປ ແລະ ບໍ່ສົມຄວນໄດ້ຮັບຄວາມເຄົາລົບນັບຖືຕະຫຼອດໄປ. ເພາະວ່າພຣະອົງທຳມະດາເກີນໄປ, ມີອິດທິພົນໜ້ອຍເກີນໄປ ແລະ ບໍ່ມີຄວາມສູງສົ່ງຫຍັງທັງສິ້ນ.

ໃນກໍລະນີໃດກໍຕາມ, ເຮົາຂໍບອກວ່າທຸກຄົນທີ່ບໍ່ຊື່ນຊົມຄວາມຈິງແມ່ນຜູ້ທີ່ບໍ່ເຊື່ອ ແລະ ເປັນຜູ້ທໍລະຍົດຕໍ່ຄວາມຈິງ. ຄົນເຊັ່ນນັ້ນຈະບໍ່ມີວັນໄດ້ຮັບການຍອມຮັບຈາກພຣະຄຣິດ. ຕອນນີ້ເຈົ້າໄດ້ຮູ້ແລ້ວບໍວ່າຄວາມບໍ່ເຊື່ອຢູ່ພາຍໃນຕົວເຈົ້ານັ້ນມີຫຼາຍສໍ່າໃດ ແລະ ມີເຈົ້າມີຄວາມທໍລະຍົດຕໍ່ພຣະຄຣິດຫຼາຍສໍ່າໃດ? ເຮົາຂໍເຕືອນເຈົ້າດັ່ງນີ້: ຍ້ອນເຈົ້າໄດ້ເລືອກເສັ້ນທາງແຫ່ງຄວາມຈິງແລ້ວ, ເຈົ້າກໍ່ຄວນອຸທິດຕົນເອງ ຢ່າງສຸດໃຈ; ຢ່າສອງຈິດສອງໃຈ ແລະ ລັງເລໃຈ. ເຈົ້າຄວນເຂົ້າໃຈວ່າພຣະເຈົ້າບໍ່ໄດ້ເປັນຂອງໂລກ ຫຼື ຂອງບຸກຄົນໃດໜຶ່ງ, ແຕ່ເປັນຂອງທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງ, ເປັນຂອງທຸກຄົນທີ່ນະມັດສະການພຣະອົງ ແລະ ທຸກຄົນທີ່ໄດ້ອຸທິດຕົນ ແລະ ຊື່ສັດຕໍ່ພຣະອົງ.

(ຄັດຈາກບົດ “ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 326)

ໃນຄວາມເຊື່ອຂອງພວກເຂົາ ຜູ້ຄົນສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າປະທານຈຸດໝາຍປາຍທາງທີ່ເໝາະສົມໃຫ້ແກ່ພວກເຂົາ ແລະ ພຣະຄຸນທັງໝົດທີ່ພວກເຂົາຕ້ອງການ ເພື່ອເຮັດໃຫ້ພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ເພື່ອໃຫ້ພຣະອົງຮັກສາຄວາມສຳພັນຢ່າງຜາສຸກ ແລະ ເປັນກັນເອງກັບພວກເຂົາ ເພື່ອວ່າ ບໍ່ວ່າຈະຢູ່ໃນເວລາໃດກໍຕາມ ຈະບໍ່ເຄີຍມີຂໍ້ຂັດແຍ້ງໃດໆລະຫວ່າງພວກເຂົາ. ນັ້ນກໍຄື ການເຊື່ອໃນພຣະເຈົ້າຂອງພວກເຂົາຮຽກຮ້ອງໃຫ້ພຣະອົງສັນຍາທີ່ຈະປະຕິບັດຕາມເງື່ອນໄຂຂອງພວກເຂົາ ແລະ ເພື່ອປະທານໃຫ້ພວກເຂົາທຸກສິ່ງທີ່ພວກເຂົາອະທິຖານຫາ, ເພື່ອໃຫ້ສອດຄ່ອງກັບພຣະທໍາທີ່ພວກເຂົາອ່ານໃນພຣະຄຳພີ “ເຮົາຈະຮັບຟັງທຸກຄຳອະທິຖານຂອງພວກເຈົ້າ”. ພວກເຂົາຄາດຫວັງວ່າພຣະເຈົ້າຈະບໍ່ຕັດສິນໃຜ ຫຼື ຈັດການກັບໃຜ, ຍ້ອນວ່າພຣະອົງເປັນພຣະເຢຊູ ພຣະຜູ້ຊ່ວຍໃຫ້ພົ້ນທີ່ມີຄວາມເມດຕາສະເໝີ, ເປັນຜູ້ທີ່ຮັກສາຄວາມສຳພັນທີ່ດີກັບມະນຸດຢູ່ທຸກເວລາ ແລະ ທຸກບ່ອນ. ນີ້ຄືວິທີທາງທີ່ພວກເຂົາເຊື່ອໃນພຣະເຈົ້າ: ພວກເຂົາຮຽກຮ້ອງທຸກສິ່ງຈາກພຣະເຈົ້າຢ່າງບໍ່ອັບອາຍ, ໂດຍເຊື່ອວ່າບໍ່ວ່າພວກເຂົາຈະກະບົດ ຫຼື ເຊື່ອຟັງກໍ່ຕາມ ພຣະອົງຈະປະທານທຸກສິ່ງໃຫ້ກັບພວກເຂົາຢ່າງຕາບອດ. ພວກເຂົາໄດ້ແຕ່ “ທວງໜີ້” ຈາກພຣະເຈົ້າຢ່າງບໍ່ຢຸດຢັ້ງ, ໂດຍເຊື່ອວ່າພຣະອົງຕ້ອງ “ໃຊ້ໜີ້” ພວກເຂົາໂດຍບໍ່ມີການຕໍ່ວ່າຕໍ່ຂານ ແລະ ຫຼາຍໄປກວ່ານັ້ນ, ໃຫ້ໃຊ້ຄືນເປັນສອງເທົ່າ, ພວກເຂົາຄິດວ່າ ບໍ່ວ່າພຣະເຈົ້າຈະເຄີຍໄດ້ຫຍັງຈາກພວກເຂົາ ຫຼື ບໍ່ກໍ່ຕາມ, ພຣະອົງພຽງແຕ່ສາມາດຢູ່ໃນການຄວບຄຸມຂອງພວກເຂົາເທົ່ານັ້ນ ແລະ ພຣະອົງບໍ່ສາມາດປັ້ນແຕ່ງຜູ້ຄົນໄດ້ຕາມໃຈມັກ, ແຮງໄກທີ່ຈະສາມາດເປີດເຜີຍສະຕິປັນຍາ ແລະ ອຸປະນິໄສອັນຊອບທໍາຂອງພຣະອົງໃຫ້ກັບຜູ້ຄົນ ທີ່ໄດ້ຖືກປິດລັບເປັນເວລາຫຼາຍປີ ຕາມຄວາມຕ້ອງການຂອງພຣະອົງ ແລະ ປາດສະຈາກການອະນຸຍາດຈາກພວກເຂົາ. ພວກເຂົາພຽງແຕ່ສາລະພາບບາບຂອງພວກເຂົາກັບພຣະເຈົ້າ ໂດຍເຊື່ອວ່າພຣະເຈົ້າຈະໃຫ້ອະໄພພວກເຂົາ ແລະ ບໍ່ສາມາດເບື່ອໜ່າຍກັບການເຮັດແບບນັ້ນ ແລະ ສິ່ງນີ້ກໍຈະດຳເນີນໄປແບບນີ້ຕະຫຼອດການ. ພວກເຂົາໄດ້ແຕ່ສັ່ງພຣະເຈົ້າ ໂດຍເຊື່ອວ່າ ພຣະອົງຈະເຊື່ອຟັງພວກເຂົາ, ຍ້ອນວ່າມັນຖືກບັນທຶກໄວ້ໃນພຣະຄຳພີແລ້ວວ່າ ພຣະເຈົ້າບໍ່ໄດ້ມາເພື່ອໃຫ້ມະນຸດຮັບໃຊ້, ແຕ່ມາເພື່ອຮັບໃຊ້ມະນຸດ ແລະ ທີ່ພຣະອົງມາກໍ່ເພື່ອມາເປັນຄົນຮັບໃຊ້ມະນຸດ. ບໍ່ແມ່ນພວກເຈົ້າເຊື່ອແບບນີ້ສະເໝີມາບໍ? ເມື່ອພວກເຈົ້າບໍ່ໄດ້ຫຍັງຈາກພຣະເຈົ້າ ພວກເຈົ້າກໍ່ປາດຖະໜາຢາກແລ່ນໜີ. ເມື່ອພວກເຈົ້າບໍ່ເຂົ້າໃຈສິ່ງໃດໜຶ່ງ ພວກເຈົ້າກໍ່ບໍ່ພໍໃຈ ແລະ ເຖິງກັບຮ້ອງດ່າພຣະອົງສາລະພັດສິ່ງ. ພວກເຈົ້າບໍ່ຍອມໃຫ້ພຣະເຈົ້າເອງສະແດງສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງໄດ້ຢ່າງເຕັມທີ່ເລີຍ, ກົງກັນຂ້າມ ພວກເຈົ້າພຽງແຕ່ຕ້ອງການຄວາມສະບາຍໃຈ ແລະ ຄວາມສະດວກສະບາຍຊົ່ວຄາວເທົ່ານັ້ນ. ຈົນເຖິງປັດຈຸບັນນີ້, ທັດສະນະຄະຕິໃນການເຊື່ອພຣະເຈົ້າຂອງພວກເຈົ້າກໍຍັງເປັນຄືກັບທັດສະນະແບບເກົ່າຢູ່. ຖ້າພຣະເຈົ້າສະແດງໃຫ້ພວກເຈົ້າເຫັນຄວາມສະຫງ່າງາມພຽງເລັກນ້ອຍ ພວກເຈົ້າກໍ່ບໍ່ພໍໃຈ. ຕອນນີ້ ພວກເຈົ້າເຫັນຄັກແລ້ວບໍວ່າ ວຸດທິພາວະຂອງພວກເຈົ້ານັ້ນເປັນແນວໃດ? ຢ່າຄິດວ່າພວກເຈົ້າທຸກຄົນພັກດີກັບພຣະເຈົ້າໃນເມື່ອຄວາມຈິງແລ້ວທັດສະນະແບບເກົ່າຂອງພວກເຈົ້ານັ້ນແມ່ນຍັງບໍ່ໄດ້ປ່ຽນແປງ. ເມື່ອບໍ່ມີຫຍັງເກີດຂຶ້ນກັບເຈົ້າ, ເຈົ້າກໍເຊື່ອວ່າທຸກສິ່ງດຳເນີນໄປຢ່າງລາບລື້ນ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍເຖິງຈຸດສູງສຸດ. ເມື່ອມີບາງສິ່ງເລັກນ້ອຍເກີດຂຶ້ນກັບເຈົ້າ, ເຈົ້າກໍ່ຕົກລົງສູ່ແດນມໍລະນະ. ນີ້ແມ່ນເຈົ້າພັກດີຕໍ່ພຣະເຈົ້າບໍ?

(ຄັດຈາກບົດ “ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 327)

ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນ ທັງໝົດກໍຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢູ່ສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ຂອງຊາຕານໄດ້ຕະຫຼອດເວລາ. ພວກເຂົາກໍາລັງດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນຄືຄວາມບາບ ແລະ ພວກເຂົາຍັງຄິດວ່າ: “ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດແຈງທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ”. ເປັນເວລາຫຼາຍປີ, ຄວາມຄິດທີ່ຜູ້ຄົນເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາຈົນເຖິງຈຸດທີ່ວ່າພວກເຂົາທໍລະຍົດ, ຂີ້ຢ້ານ ແລະ ຊົ່ວຊ້າ. ບໍ່ພຽງແຕ່ພວກເຂົາຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວເທົ່ານັ້ນ, ແຕ່ພວກເຂົາຍັງກາຍເປັນຄົນໂລບ, ອວດດີ ແລະ ດື້ດານອີກດ້ວຍ. ພວກເຂົາຂາດຄວາມຕັ້ງໃຈທີ່ຢູ່ເໜືອຕົນເອງຢ່າງສິ້ນເຊີງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະກຳຈັດການຄວບຄຸມຂອງອິດທິພົນດ້ານມືດເຫຼົ່ານີ້. ຄວາມຄິດ ແລະ ຊີວິດຂອງຜູ້ຄົນແມ່ນເນົ່າເປື່ອຍຫຼາຍຈົນທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າເປັນຕາລັງກຽດຢ່າງເຫຼືອທົນ ແລະ ແມ່ນແຕ່ເມື່ອພວກເຂົາເວົ້າກ່ຽວກັບທັດສະນະຂອງພວກເຂົາໃນຄວາມເຊື່ອທີ່ມີຕໍ່ພຣະເຈົ້າ ກໍເປັນສິ່ງທີ່ທົນຟັງບໍ່ໄດ້ແທ້ໆ. ຜູ້ຄົນລ້ວນແລ້ວແຕ່ຂີ້ຢ້ານ, ບໍ່ມີຄວາມສາມາດ, ຊົ່ວຊ້າ ແລະ ອ່ອນແອຫຼາຍ. ພວກເຂົາບໍ່ຮູ້ສຶກກຽດຊັງອຳນາດມືດ ແລະ ພວກເຂົາບໍ່ຮູ້ສຶກຮັກແສງສະຫວ່າງ ແລະ ຄວາມຈິງ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຂັບໄລ່ສິ່ງເຫຼົ່ານັ້ນ. ຄວາມຄິດ ແລະ ທັດສະນະໃນປັດຈຸບັນຂອງພວກເຈົ້າບໍ່ແມ່ນແບບນີ້ບໍ? “ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ ຂ້ານ້ອຍຄວນໄດ້ອາບດ້ວຍພອນຢ່າງຫຼວງຫຼາຍ ແລະ ຄວນໄດ້ຮັບປະກັນວ່າ ສະຖານະຂອງຂ້ານ້ອຍຈະບໍ່ສູນເສຍໄປຈັກເທື່ອ ແລະ ມັນຈະສູງສົ່ງກວ່າຄົນທີ່ບໍ່ເຊື່ອ”. ເຈົ້າບໍ່ໄດ້ມີທັດສະນະແບບນັ້ນພາຍໃນພວກເຈົ້າພຽງແຕ່ໜຶ່ງ ຫຼື ສອງປີ, ແຕ່ເປັນເວລາຫຼາຍປີ. ແນວຄິດໃນການດຳເນີນງານຂອງພວກເຈົ້າພັດທະນາຫຼາຍເກີນໄປ. ເຖິງແມ່ນພວກເຈົ້າໄດ້ມາເຖິງຂັ້ນຕອນນີ້ໃນປັດຈຸບັນ, ພວກເຈົ້າກໍຍັງບໍ່ປະຖິ້ມສະຖານະ, ແຕ່ດີ້ນຮົນທີ່ຈະສອບຖາມກ່ຽວກັບມັນ ແລະ ສັງເກດມັນທຸກໆມື້ຢູ່ສະເໝີ ໂດຍມີຄວາມຢ້ານຢູ່ໃນສ່ວນເລິກວ່າ ມື້ໜຶ່ງ ສະຖານະຂອງພວກເຈົ້າຈະສູນເສຍໄປ ແລະ ຊື່ສຽງຂອງພວກເຈົ້າຈະຖືກທຳລາຍ. ຜູ້ຄົນບໍ່ເຄີຍປ່ອຍວາງຄວາມປາຖະໜາເພື່ອຄວາມສຸກສະບາຍຂອງພວກເຂົາ. ສະນັ້ນ ໃນຂະນະທີ່ ເຮົາພິພາກສາພວກເຈົ້າແບບນີ້ໃນປັດຈຸບັນ, ພວກເຈົ້າຈະມີຄວາມເຂົ້າໃຈໃນລະດັບໃດໃນທີ່ສຸດ? ພວກເຈົ້າຈະເວົ້າວ່າ ເຖິງແມ່ນ ສະຖານະຂອງພວກເຈົ້າຈະບໍ່ໄດ້ສູງ, ໃນທີ່ສຸດ ພວກເຈົ້າກໍຈະໄດ້ຮັບການຍົກຂຶ້ນຈາກພຣະເຈົ້າ. ພວກເຈົ້າບໍ່ມີສະຖານະ ເພາະພວກເຈົ້າເກີດມາຢ່າງຕໍ່າຕ້ອຍ, ແຕ່ພວກເຈົ້າໄດ້ຮັບສະຖານະກໍຍ້ອນການຍົກຂຶ້ນຂອງພຣະເຈົ້າ, ນີ້ແມ່ນສິ່ງທີ່ພຣະອົງປະທານໃຫ້ພວກເຈົ້າ. ໃນປັດຈຸບັນ ພວກເຈົ້າສາມາດຮັບເອົາການຝຶກຝົນຂອງພຣະອົງ, ການຂ້ຽນຕີຂອງພຣະອົງ ແລະ ການພິພາກສາຂອງພຣະອົງເປັນການສ່ວນຕົວ. ສິ່ງນີ້ຍິ່ງເປັນການຍົກຂຶ້ນຂອງພຣະອົງ. ພວກເຈົ້າສາມາດຮັບເອົາການຊໍາລະລ້າງ ແລະ ການເຜົາໄໝ້ຂອງພຣະອົງເປັນການສ່ວນຕົວ. ນີ້ຄືຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ຕະຫຼອດຍຸກຕ່າງໆ ຍັງບໍ່ມີແມ່ນແຕ່ຄົນດຽວທີ່ເຄີຍຮັບການຊໍາລະລ້າງ ແລະ ການເຜົາໄໝ້ຂອງພຣະອົງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ເຄີຍສາມາດຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະອົງ. ບັດນີ້ ພຣະເຈົ້າກຳລັງເວົ້າກັບພວກເຈົ້າຕໍ່ໜ້າ, ຊໍາລະລ້າງພວກເຈົ້າ, ເປີດເຜີຍຄວາມກະບົດທີ່ຢູ່ພາຍໃນພວກເຈົ້າ, ນີ້ແມ່ນການຍົກຂຶ້ນຂອງພຣະອົງທີ່ແທ້ຈິງ. ຜູ້ຄົນມີຄວາມສາມາດຫຍັງແດ່? ສະຫຼຸບກໍຄື ບໍ່ວ່າພວກເຂົາເປັນລູກຊາຍຂອງເດວິດ ຫຼື ເຊື້ອສາຍຂອງໂມອາບ, ຜູ້ຄົນກໍເປັນສິ່ງຖືກສ້າງທີ່ບໍ່ມີຫຍັງຄູ່ຄວນໃຫ້ໂອ້ອວດເຖິງ. ຍ້ອນພວກເຈົ້າເປັນສິ່ງຖືກສ້າງຂອງພຣະເຈົ້າ, ພວກເຈົ້າຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ບໍ່ມີເງື່ອນໄຂອື່ນອີກສຳລັບພວກເຈົ້າ. ນີ້ຄືວິທີທີ່ພວກເຈົ້າຄວນອະທິຖານ: “ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ ມັນກໍຍ້ອນການຍົກຂຶ້ນຂອງພຣະອົງ ແລະ ຖ້າມັນຕໍ່າຕ້ອຍ ມັນກໍຍ້ອນການແຕ່ງຕັ້ງຂອງພຣະອົງ. ທຸກສິ່ງຢູ່ໃນມືຂອງພຣະອົງ. ຂ້ານ້ອຍບໍ່ມີທາງເລືອກ ຫຼື ການຕໍ່ວ່າໃດເລີຍ. ພຣະອົງກຳນົດວ່າ ຂ້ານ້ອຍຈະເກີດໃນປະເທດນີ້ ແລະ ທ່າມກາງຄົນເຫຼົ່ານີ້ ແລະ ສິ່ງດຽວທີ່ຂ້ານ້ອຍຄວນເຮັດກໍຄືເຊື່ອຟັງພາຍໃຕ້ອຳນາດຂອງພຣະອົງທັງໝົດ ເພາະທຸກສິ່ງຢູ່ພາຍໃນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ຂ້ານ້ອຍບໍ່ໄດ້ຄິດກັບສະຖານະ; ໃນທີ່ສຸດແລ້ວ ຂ້ານ້ອຍກໍເປັນພຽງສິ່ງຖືກສ້າງ. ຖ້າພຣະອົງວາງຂ້ານ້ອຍໄວ້ໃນຂຸມເລິກທີ່ສຸດ, ໃນທະເລສາບແຫ່ງໄຟ ແລະ ມາດ, ຂ້ານ້ອຍກໍບໍ່ແມ່ນຫຍັງ ນອກຈາກສິ່ງຖືກສ້າງ. ຖ້າພຣະອົງໃຊ້ຂ້ານ້ອຍ, ຂ້ານ້ອຍກໍເປັນສິ່ງຖືກສ້າງ. ຖ້າພຣະອົງເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງເປັນສິ່ງຖືກສ້າງ. ຖ້າພຣະອົງບໍ່ເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງຈະຮັກພຣະອົງ ເພາະຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງ. ຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງເລັກນ້ອຍທີ່ຖືກເນລະມິດສ້າງຂຶ້ນໂດຍພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ, ເປັນພຽງຄົນໜຶ່ງທ່າມກາງມະນຸດທີ່ຖືກສ້າງທັງປວງ. ພຣະອົງເປັນຜູ້ສ້າງຂ້ານ້ອຍ ແລະ ບັດນີ້ ພຣະອົງໄດ້ວາງຂ້ານ້ອຍໄວ້ໃນມືຂອງພຣະອົງອີກຄັ້ງເພື່ອຈັດການກັບຂ້ານ້ອຍຕາມຄວາມປະສົງຂອງພຣະອົງ. ຂ້ານ້ອຍເຕັມໃຈທີ່ຈະເປັນເຄື່ອງມືຂອງພຣະອົງ ແລະ ຕົວປະກອບຂອງພຣະອົງ ເພາະທຸກສິ່ງແມ່ນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ບໍ່ມີໃຜສາມາດປ່ຽນແປງມັນໄດ້. ທຸກສິ່ງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ”. ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຄິດກັບສະຖານະອີກຕໍ່ໄປ, ແລ້ວເຈົ້າກໍຈະຫຼຸດພົ້ນຈາກມັນ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງສາມາດສະແຫວງຫາຢ່າງໝັ້ນໃຈ ແລະ ຢ່າງກ້າຫານ ແລະ ມີແຕ່ເມື່ອນັ້ນ ຫົວໃຈຂອງເຈົ້າຈຶ່ງສາມາດເປັນອິດສະຫຼະຈາກຂໍ້ຈຳກັດຕ່າງໆ. ຫຼັງຈາກທີ່ຜູ້ຄົນຫຼຸດພົ້ນຈາກສິ່ງນັ້ນ, ພວກເຂົາກໍຈະບໍ່ສົນໃຈສິ່ງນັ້ນອີກຕໍ່ໄປ. ແມ່ນຫຍັງຄືຄວາມສົນໃຈສໍາລັບພວກເຈົ້າສ່ວນໃຫຍ່ໃນຕອນນີ້? ພວກເຈົ້າຖືກຈຳກັດໂດຍສະຖານະຢູ່ສະເໝີ ແລະ ສົນໃຈຄວາມຄາດຫວັງຂອງພວກເຈົ້າເອງຢູ່ສະເໝີ. ພວກເຈົ້າເປີດໜ້າປື້ມແຫ່ງພຣະຄໍາຂອງພຣະເຈົ້າຢູ່ສະເໝີ, ປາຖະໜາທີ່ຈະອ່ານຖ້ອຍຄໍາກ່ຽວກັບຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຕ້ອງການຮູ້ວ່າແມ່ນຫຍັງຄືຄວາມຄາດຫວັງຂອງພວກເຈົ້າ ແລະ ຈຸດໝາຍປາຍທາງຂອງພວກເຈົ້າຈະເປັນແນວໃດ. ພວກເຈົ້າຄິດສົງໄສວ່າ: “ຂ້ານ້ອຍມີຄວາມຄາດຫວັງແທ້ບໍ? ພຣະເຈົ້າໄດ້ລົບລ້າງຄວາມຄາດຫວັງເຫຼົ່ານັ້ນອອກແລ້ວບໍ? ພຣະເຈົ້າພຽງກ່າວວ່າຂ້ານ້ອຍເປັນຕົວປະກອບ; ແລ້ວແມ່ນຫຍັງຄືຄວາມຄາດຫວັງຂອງຂ້ານ້ອຍ?” ມັນຍາກສໍາລັບພວກເຈົ້າທີ່ຈະປ່ອຍວາງຄວາມຄາດຫວັງ ແລະ ໂຊກຊະຕາຂອງພວກເຈົ້າ. ບັດນີ້ ພວກເຈົ້າເປັນຜູ້ຕິດຕາມ ແລະ ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພາລະກິດຂັ້ນຕອນນີ້. ເຖິງຢ່າງໃດກໍຕາມ, ພວກເຈົ້າກໍຍັງບໍ່ໄດ້ປະຖິ້ມຄວາມປາຖະໜາສຳລັບສະຖານະຂອງພວກເຈົ້າ. ເມື່ອສະຖານະຂອງພວກເຈົ້າສູງ ພວກເຈົ້າກໍສະແຫວງຫາເປັນຢ່າງດີ, ແຕ່ເມື່ອສະຖານະຂອງພວກເຈົ້າຕໍ່າ ພວກເຈົ້າກໍບໍ່ສະແຫວງຫາອີກຕໍ່ໄປ. ການໃຫ້ພອນທາງດ້ານສະຖານະແມ່ນຢູ່ໃນຄວາມຄິດຂອງພວກເຈົ້າສະເໝີ. ເປັນຫຍັງຜູ້ຄົນສ່ວນໃຫຍ່ຈຶ່ງບໍ່ສາມາດເຮັດໃຫ້ຕົນເອງໜີອອກຈາກຄວາມຄິດດ້ານລົບນີ້ໄດ້? ຄໍາຕອບທີ່ປະຕິເສດບໍ່ໄດ້ກໍຄື ມັນບໍ່ແມ່ນຍ້ອນຄວາມຄາດຫວັງທີ່ວ່າງເປົ່າບໍ? ທັນທີທີ່ຖ້ອຍຄຳຂອງພຣະເຈົ້າຖືກກ່າວອອກມາ ພວກເຈົ້າກໍຮີບໄປເບິ່ງວ່າ ສະຖານະ ແລະ ຕົວຕົນຂອງພວກເຈົ້າແມ່ນຫຍັງແທ້. ພວກເຈົ້າວາງສະຖານະ ແລະ ຕົວຕົນເປັນສິ່ງສຳຄັນທຳອິດ ແລະ ນິມິດເປັນສິ່ງທີສອງ. ສິ່ງທີສາມແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່ ແລະ ສິ່ງທີສີ່ແມ່ນຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ກ່ອນອື່ນ ພວກເຈົ້າເບິ່ງວ່າ ຕໍາແໜ່ງຂອງ “ຕົວປະກອບ” ທີ່ພຣະເຈົ້າໃຫ້ກັບພວກເຈົ້ານັ້ນໄດ້ປ່ຽນແປງ ຫຼື ບໍ່. ພວກເຈົ້າອ່ານ ແລະ ອ່ານ ແລະ ເມື່ອພວກເຈົ້າເຫັນວ່າຕໍາແໜ່ງຂອງ “ຕົວປະກອບ” ໄດ້ຖືກລົບລ້າງ ພວກເຈົ້າກໍດີໃຈ ແລະ ຂອບຄຸນພຣະເຈົ້າຢ່າງຕໍ່ເນື່ອງ ແລະ ສັນລະເສີນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ແຕ່ຖ້າພວກເຈົ້າເຫັນວ່າພວກເຈົ້າຍັງເປັນຕົວປະກອບ, ພວກເຈົ້າກໍເສຍໃຈ ແລະ ແຮງພັກດັນໃນຫົວໃຈຂອງພວກເຈົ້າກໍຫາຍໄປທັນທີ. ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພຽງພໍ ເພື່ອພວກເຂົາຈະປະຖິ້ມສິ່ງເຫຼົ່ານີ້ໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ? ຖ້າເປົ້າໝາຍຂອງການສະແຫວງຫາຂອງເຈົ້າບໍ່ແມ່ນເພື່ອສະແຫວງຫາຄວາມຈິງ, ແລ້ວເຈົ້າກໍຄວນສວາຍໃຊ້ໂອກາດນີ້ ແລະ ກັບຄືນສູ່ໂລກໃຫ້ຈົບສິ້ນໄປ. ການເສຍເວລາຂອງເຈົ້າແບບນີ້ບໍ່ຄຸ້ມຄ່າເລີຍແທ້ໆ, ເປັນຫຍັງຕ້ອງທໍລະມານຕົນເອງ? ມັນບໍ່ແມ່ນຄວາມຈິງບໍ່ທີ່ເຈົ້າສາມາດເພີດເພີນກັບທຸກສິ່ງຈາກໂລກທີ່ສວຍງາມນັ້ນ? ເງິນທອງ, ແມ່ຍິງທີ່ສວຍງາມ, ສະຖານະ, ຄວາມທະນົງຕົວ, ຄອບຄົວ, ລູກຫຼານ ແລະ ອື່ນໆອີກ, ຜົນຜະລິດເຫຼົ່ານີ້ຂອງໂລກບໍ່ແມ່ນສິ່ງທີ່ດີທີ່ສຸດທີ່ເຈົ້າສາມາດໄດ້ຮັບບໍ? ມັນຈະມີປະໂຫຍດຫຍັງທີ່ຕ້ອງພະເນຈອນໄປມາໃນນີ້ເພື່ອຊອກຫາສະຖານທີ່ໆເຈົ້າສາມາດມີຄວາມສຸກໄດ້? ຂະໜາດບຸດມະນຸດຍັງບໍ່ມີບ່ອນໃຫ້ວາງຫົວຂອງພຣະອົງລົງ, ແລ້ວເຈົ້າຈະສາມາດມີພື້ນທີ່ເພື່ອຄວາມສະບາຍໃຈໄດ້ແນວໃດ? ພຣະອົງຈະສ້າງສະຖານທີ່ສວຍງາມເພື່ອຄວາມສຸກສະບາຍໃຫ້ກັບເຈົ້າໄດ້ແນວໃດ? ນັ້ນເປັນໄປໄດ້ບໍ? ນອກຈາກການພິພາກສາຂອງເຮົາ, ມື້ນີ້ ເຈົ້າພຽງແຕ່ຮັບຄໍາສັ່ງສອນກ່ຽວກັບຄວາມຈິງ. ເຈົ້າບໍ່ສາມາດຮັບຄວາມສຸກສະບາຍຈາກເຮົາ ແລະ ເຈົ້າບໍ່ສາມາດໄດ້ຮັບຕຽງນອນແຫ່ງດອກກຸຫຼາບທີ່ເຈົ້າສະແຫວງຫາທັງເວັນ ແລະ ຄືນ. ເຮົາຈະບໍ່ປະທານຄວາມຮັ່ງມີຂອງແຜ່ນດິນໂລກໃຫ້ກັບເຈົ້າ. ຖ້າເຈົ້າສະແຫວງຫາຢ່າງແທ້ຈິງ, ແລ້ວ ເຮົາກໍເຕັມໃຈທີ່ຈະມອບຫົນທານແຫ່ງຊີວິດທັງໝົດໃຫ້ກັບເຈົ້າ, ເຮັດໃຫ້ເຈົ້າເປັນຄືກັບປາທີ່ກັບຄືນສູ່ແມ່ນໍ້າ. ຖ້າເຈົ້າບໍ່ສະແຫວງຫາຢ່າງແທ້ຈິງ, ເຮົາກໍຈະເອົາທຸກສິ່ງຄືນ. ເຮົາບໍ່ເຕັມໃຈທີ່ຈະມອບພຣະທຳຈາກປາກຂອງເຮົາໃຫ້ກັບຄົນເຫຼົ່ານັ້ນທີ່ໂລບມາກໂລພາເພື່ອຄວາມສຸກສະບາຍ, ຜູ້ ທີ່ເປັນຄືກັບໝູ ແລະ ໝາ!

(ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ? ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 328)

ການສໍາຫຼວດເບິ່ງວ່າເຈົ້າຢຶດຖືຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່ ແມ່ນຫຼັກການທາງດ້ານພຶດຕິກໍາຂອງຄົນທີ່ເຊື່ອໃນພຣະເຈົ້າ. ພວກເຈົ້າຈະຖືກເອີ້ນວ່າເປັນຄົນທ່ຽງທໍາ ຍ້ອນວ່າພວກເຈົ້າສາມາດເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ແລະ ຍ້ອນວ່າພວກເຈົ້າໄດ້ຍອມຮັບເອົາການເບິ່ງແຍງດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຍອມຮັບເອົາການເບິ່ງແຍງດູແລ, ການປົກປ້ອງ ແລະ ຄວາມສົມບູນແບບຂອງພຣະເຈົ້າ ແລະ ຜູ້ທີ່ພຣະອົງຊົງເລືອກແມ່ນຄົນສິນທໍາ ແລະ ພຣະເຈົ້າຈະຄອຍເຝົ້າເບິ່ງດ້ວຍຄວາມທະນຸຖະໜອມ. ຍິ່ງເຈົ້າຍອມຮັບພຣະທໍາຂອງພຣະເຈົ້າຫຼາຍເທົ່າໃດໃນມື້ນີ້ ແລະ ໃນປັດຈຸບັນນີ້ ເຈົ້າກໍຍິ່ງສາມາດໄດ້ຮັບ ແລະ ເຂົ້າໃຈຄວາມປາດຖະໜາຂອງພຣະເຈົ້າຫຼາຍເທົ່ານັ້ນ ແລະ ດ້ວຍເຫດນີ້ ເຈົ້າຍິ່ງສາມາດດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພຣະອົງ. ນີ້ຄືພາລະກິດຂອງພຣະເຈົ້າ ທີ່ໄດ້ມອບໝາຍໃຫ້ພວກເຈົ້າ ແລະ ແມ່ນສິ່ງທີ່ພວກເຈົ້າຄວນເຮັດໃຫ້ສໍາເລັດ. ຖ້າເຈົ້າໃຊ້ແນວຄວາມຄິດ ວັດແທກ ແລະ ວາດພາບພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າຈໍາກັດພຣະເຈົ້າຢູ່ພາຍໃນພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ນັ້ນກໍໝາຍຄວາມວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າໃນໃຈຂອງພວກເຂົາ ຄົນຍິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ໄດ້ຫຼໍ່ປັ້ນພຣະເຈົ້າເປັນຮູບປັ້ນບູຊາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊິອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊິອາເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ (ທີ່ບໍ່ມີຊີວິດ). ພວກເຂົາຈຶ່ງຕອກພຣະເຍຊູຂອງຍຸກນັ້ນໃສ່ໄມ້ກາງເເຂນ ແລະ ຕັດສິນພຣະອົງໃຫ້ໄປສູ່ຄວາມຕາຍ ໂດຍການປະນາມພຣະເຍຊູທີ່ບໍລິສຸດຈົນເຮັດໃຫ້ເຖິງແກ່ຄວາມຕາຍ. ພຣະເຈົ້າບໍ່ໄດ້ກະທໍາຄວາມຜິດ ແຕ່ມະນຸດກໍຍັງບໍ່ໄດ້ລະເວັ້ນພຣະເຈົ້າ ແລະ ຕັດສິນໃຫ້ພຣະເຈົ້າໄປສູ່ຄວາມຕາຍໂດຍບໍ່ລັງເລໃຈເລີຍ. ດ້ວຍເຫດນີ້, ພຣະເຍຊູຈຶ່ງຖືກຄຶງໄວ້ທີ່ໄມ້ກາງແຂນ. ມະນຸດມິຄວາມເຊື່ອມາຕະຫຼອດວ່າ ພຣະເຈົ້າບໍ່ມີການປ່ຽນແປງ ແລະ ໄດ້ນິຍາມພຣະອົງຕາມພຣະຄໍາພີ ຄືດັ່ງວ່າມະນຸດໄດ້ແນມເຫັນເຖິງການຄຸ້ມຄອງຂອງພຣະເຈົ້າ ແລະ ຄືດັ່ງວ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ກະທໍາແມ່ນຢູ່ໃນກໍາມືຂອງມະນຸດ. ມະນຸດແມ່ນໄຮ້ສາລະທີ່ສຸດ, ພວກເຂົາມີຄວາມອວດດີຢ່າງສຸດຂີດ ແລະ ພວກເຂົາທຸກຄົນມີພອນສະຫວັນດ້ານຄາລົມໂອ້ອວດຫຼາຍທີ່ສຸດ. ເຖິງແມ່ນວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຈະມີຫຼາຍ ແຕ່ເຮົາຂໍເວົ້າວ່າເຈົ້າບໍ່ຮູ້ຈັກພຣະເຈົ້າເລີຍ; ບໍ່ມີໃຜຕໍ່ຕ້ານພຣະເຈົ້າຫຼາຍກວ່ານີ້ ແລະ ເຈົ້າໄດ້ປະນາມພຣະເຈົ້າ ເນື່ອງຈາກເຈົ້າບໍ່ມີຄວາມສາມາດໃດໆ ທີ່ຈະເຊື່ອຟັງໃນພາລະກິດຂອງພຣະເຈົ້າ ແລະ ທີ່ຈະເດີນຕາມເສັ້ນທາງບໍລິສຸດທີ່ພຣະເຈົ້າຊົງສ້າງໄວ້. ເປັນຫຍັງພຣະເຈົ້າຈຶ່ງບໍ່ເຄີຍເພິ່ງພໍໃຈກັບການກະທໍາຂອງມະນຸດ? ຍ້ອນວ່າມະນຸດບໍ່ຮູ້ຈັກພຣະເຈົ້າ, ຍ້ອນວ່າມະນຸດມີແນວຄວາມຄິດຫຼາຍເກີນໄປ ແລະ ຍ້ອນວ່າຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າແມ່ນບໍ່ກົງກັບຄວາມເປັນຈິງ ແຕ່ກົງກັນຂ້າມ ເປັນທໍານອງດຽວກັນຊໍ້າແລ້ວຊໍ້າເລົ່າຢ່າງໜ້າເບື່ອໜ່າຍໂດຍບໍ່ມີການປ່ຽນແປງຫຍັງ ແລະ ນໍາໃຊ້ວິທີການແບບເກົ່າໃນທຸກສະຖານະການ. ສະນັ້ນ, ຫຼັງຈາກໄດ້ສະເດັດລົງມາແຜ່ນດິນໂລກໃນປັດຈຸບັນ, ພຣະເຈົ້າກໍຍັງຖືກຕອກໃສ່ໄມ້ກາງແຂນອີກຄັ້ງ. ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຕໍ່ສູ້ກັນເອງ, ການຍາດແຍ່ງຊື່ສຽງ-ໂຊກລາບ ແລະ ການຂ້າຟັນກັນເອງ. ມື້ໃດມັນຈະໝົດສິ້ນໄປ? ພຣະເຈົ້າໄດ້ເວົ້າອອກມາເປັນຮ້ອຍພັນຄໍາ ແຕ່ກໍບໍ່ມີໃຜມີສະຕິ. ພວກເຂົາກະທໍາການເພື່ອປະໂຫຍດຂອງຄອບຄົວຂອງພວກເຂົາ, ລູກຊາຍ-ລູກສາວ, ເພື່ອອາຊີບວຽກງານ, ໂອກາດ, ສະຖານະ, ຄວາມທະນົງຕົວ ແລະ ເງິນຄໍາຂອງພວກເຂົາ; ເພື່ອເຄື່ອງນູ່ງຮົ່ມ, ເພື່ອອາຫານ ແລະ ຮ່າງກາຍ. ມີການກະທໍາຂອງຜູ້ໃດທີ່ເຮັດເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງແດ່? ແມ່ນແຕ່ໃນຈໍານວນຄົນທີ່ກະທໍາເພື່ອປະໂຫຍດຂອງພຣະເຈົ້າ ກໍຍັງມີຄົນຈໍານວນໜ້ອຍທີ່ຮູ້ຈັກພຣະເຈົ້າ. ມີຈັກຄົນທີ່ບໍ່ກະທໍາເພື່ອປະໂຫຍດຂອງຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ແລະ ເລືອກປະຕິບັດກັບຄົນອື່ນ ເພື່ອປະໂຫຍດໃນການຮັກສາສະຖານະຂອງພວກເຂົາເຈົ້າເອງ? ດ້ວຍເຫດນີ້, ພຣະເຈົ້າຈຶ່ງຖືກບັງຄັບໃຫ້ຕົກຢູ່ໃນສະພາບຂອງຄວາມຕາຍທີ່ນັບຈໍານວນຄັ້ງບໍ່ໄດ້ ເຊິ່ງເປັນການຕັດສິນຢ່າງປ່າເຖື່ອນທີ່ນັບບໍ່ຖ້ວນ; ປະນາມພຣະເຈົ້າ ແລະ ເຮັດໃຫ້ພຣະອົງຖືກຕອກໃສ່ໄມ້ກາງເເຂນອີກຄັ້ງ. ມີຈັກຄົນທີ່ສາມາດເອີ້ນໄດ້ວ່າເປັນຄົນຊອບທໍາ ຍ້ອນວ່າພວກເຂົາກະທໍາການເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງ?

ມັນງ່າຍບໍທີ່ຈະເຮັດໃຫ້ເປັນຄົນບໍລິສຸດ ສົມບູນແບບ ຫຼື ຄົນຊອບທຳຢູ່ຕໍ່ໜ້າພຣະເຈົ້າ? ມັນແມ່ນຄວາມຈິງທີ່ຊັດເຈນທີ່ວ່າ “ບໍ່ມີຄົນຊອບທຳໃນໂລກນີ້ ຄົນຊອບທຳແມ່ນບໍ່ໄດ້ຢູ່ໃນໂລກນີ້”. ເວລາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ຈົ່ງພິຈາລະນາສິ່ງທີ່ພວກເຈົ້ານຸ່ງຮົ່ມ, ພິຈາລະນາທຸກຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ; ຄວາມນຶກຄິດ ແລະ ຄວາມຄິດເຫັນຂອງພວກເຈົ້າ ແລະ ແມ່ນແຕ່ຄວາມຝັນທີ່ພວກເຈົ້າຝັນເຫັນທຸກມື້. ສິ່ງເຫຼົ່ານີ້ແມ່ນເພື່ອປະໂຫຍດຂອງພວກເຈົ້າ. ນີ້ບໍ່ແມ່ນສະພາບການທີ່ແທ້ຈິງບໍ? “ຄວາມທ່ຽງທໍາ” ບໍ່ໄດ້ໝາຍເຖິງການໃຫ້ທານ, ມັນບໍ່ໄດ້ໝາຍເຖິງການຮັກເພື່ອນບ້ານຄືດັ່ງຮັກຕົວເຈົ້າເອງ ແລະ ມັນບໍ່ໄດ້ໝາຍເຖິງການຕໍ່ສູ້, ການຖົກຖຽງ, ການປຸ້ນຈີ້ ຫຼື ການລັກຂະໂມຍ. ຄວາມຊອບທຳໝາຍເຖິງການຮັບເອົາວຽກງານຂອງພຣະເຈົ້າມາເປັນໜ້າທີ່ຂອງເຈົ້າ ແລະ ການເຊື່ອໃນສິ່ງທີ່ພຣະເຈົ້າປັ້ນແຕ່ງ ແລະ ລິຂິດໄວ້ ຄືກັບວ່າເປັນພາລະໜ້າທີ່ທີ່ສະຫວັນສົ່ງມາໃຫ້ ໂດຍບໍ່ຄໍານຶງເຖິງເວລາ ຫຼື ສະຖານທີ່ ຄືກັບທຸກຢ່າງທີ່ພຣະເຍຊູໄດ້ກະທໍາຜ່ນມາ. ນີ້ຄືຄວາມຊອບທຳທີ່ແທ້ຈິງທີ່ພຣະເຈົ້າກ່າວເຖິງ. ການທີ່ສາມາດເອີ້ນລ໋ອດວ່າ ເປັນຄົນທີ່ມີ ຄວາມຊອບທຳ ກໍຍ້ອນວ່າລາວໄດ້ຊ່ວຍຊີວິດເທວະດາສອງຕົນທີ່ພຣະເຈົ້າໄດ້ສົ່ງມາ ໂດຍລາວບໍ່ໄດ້ຫ່ວງວ່າລາວຈະໄດ້ ຫຼື ເສຍຫຍັງ. ສະນັ້ນ, ຈຶ່ງສາມາດເອີ້ນສິ່ງທີ່ລາວກະທໍາໃນເວລານັ້ນວ່າແມ່ນຄວາມຊອບທຳ, ແຕ່ບໍ່ສາມາດເອີ້ນລາວວ່າເປັນຄົນທີ່ມີຄວາມຊອບທຳໄດ້. ນີ້ກໍຍ້ອນວ່າລ໋ອດໄດ້ເຫັນພຣະເຈົ້າ ຈົນລາວໄດ້ມອບລູກສາວຂອງລາວສອງຄົນ ເພື່ອເປັນການແລກປ່ຽນກັບເທວະດາສອງຕົນ. ແຕ່ພຶດຕິກໍາຂອງລາວທັງໝົດໃນອະດີດບໍ່ໄດ້ສະແດງເຖິງຄວາມຊອບທຳ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍເວົ້າວ່າ “ບໍ່ມີຄວາມຊອບທຳຢູ່ໃນແຜ່ນດິນໂລກນີ້”. ແມ່ນແຕ່ຢຸ່ໃນທ່າມກາງຜູ້ຄົນທີ່ຢູ່ໃນສາຍນໍ້າແຫ່ງການຟື້ນຟູ ກໍຍັງບໍ່ສາມາດເອີ້ນຜູ້ໃດໄດ້ວ່າມີຄວາມຊອບທຳ. ເຖິງການກະທໍາຂອງເຈົ້າຈະດີປານໃດກໍຕາມ, ເຖິງຈະປາກົດວ່າ ເຈົ້າສັນລະເສີນພຣະນາມຂອງພຣະເຈົ້າ, ບໍ່ໄດ້ຕົບຕີ ແລະ ສາບແຊ່ງຄົນອື່ນ ຫຼື ປຸ້ນຈີ້ ແລະ ລັກຂະໂມຍຈາກພວກເຂົາ ແຕ່ກໍຍັງບໍ່ສາມາດເອີ້ນເຈົ້າວ່າເປັນຄົນຊອບທຳ ເນື່ອງຈາກວ່າຄົນທໍາມະດາກໍສາມາດເຮັດໃນສິ່ງດັ່ງກ່າວນັ້ນໄດ້ຄືກັນ. ປັດຈຸບັນນີ້ ສິ່ງສໍາຄັນກໍຄືການທີ່ເຈົ້າບໍ່ຮູ້ຈັກພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ໃນປັດຈຸບັນ ເຈົ້າມີຄວາມເປັນມະນຸດປົກກະຕິພຽງໜ້ອຍດຽວ ແຕ່ບໍ່ມີອົງປະກອບຂອງຄວາມຊອບທຳທີ່ພຣະເຈົ້າໄດ້ກ່າວເຖິງ ແລະ ດ້ວຍເຫດນີ້ ສິ່ງທີ່ເຈົ້າກະທໍາຈຶ່ງບໍ່ແມ່ນສິ່ງທີ່ພິສູດເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ.

(ຄັດຈາກບົດ “ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 329)

ໃນເມື່ອກ່ອນ, ເວລາທີ່ພຣະເຈົ້າຍັງຊົງປະທັບຢູ່ເທິງສະຫວັນນັ້ນ ມະນຸດໄດ້ພະຍາຍາມຫຼອກລວງພຣະເຈົ້າດ້ວຍການກະທໍາຂອງຕົນ; ປັດຈຸບັນ ພຣະເຈົ້າແມ່ນໄດ້ສະເດັດລົງມາທ່າມກາງມະນຸດ. ບໍ່ມີໃຜຮູ້ວ່າດົນປານໃດແລ້ວ. ແຕ່ຍັງມີຄົນທໍາທ່າເຮັດເພື່ອພຣະເຈົ້າ ແລະ ພະຍາຍາມຫຼອກລວງພຣະເຈົ້າ. ຄວາມຄິດຂອງມະນຸດບໍ່ແມ່ນລ້າຫຼັງທີ່ສຸດບໍ? ມັນຄືກັນກັບຄົນຢູດາ; ກ່ອນທີ່ພຣະເຍຊູຈະສະເດັດລົງມາ, ຄົນຢູດາຈະຕົວະອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ພາຍຫຼັງທີ່ພຣະເຍຊູໄດ້ສະເດັດລົງມາ ພວກເຂົາກໍຍັງບໍ່ໄດ້ມີການປ່ຽນແປງ; ພວກເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຍຊູ ແລະ ໃນທີ່ສຸດພວກເຂົາກໍໄດ້ທໍລະຍົດຕໍ່ພຣະອົງ. ມັນເປັນຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າບໍ? ໃນປັດຈຸບັນນີ້, ຖ້າພວກເຈົ້າຍັງບໍ່ຮູ້ຈັກພຣະເຈົ້າ, ພວກເຈົ້າກໍຈະກາຍເປັນຄົນຢູດາ ແລະ ເຫດການທີ່ເສົ້າສະຫຼົດໃຈຂອງການໄຖ່ບາບດ້ວຍການຄຶ່ງໃສ່ໄມ້ກາງແຂນຂອງພຣະເຍຊູໃນຍຸກແຫ່ງພຣະກະລຸນາເມື່ອຫຼາຍພັນປີກ່ອນນັ້ນ ກໍຈະເກີດຂຶ້ນອີກ. ພວກເຈົ້າບໍ່ເຊື່ອໃນສິ່ງນີ້ບໍ? ນີ້ແມ່ນຄວາມຈິງ! ປັດຈຸບັນນີ້, ເຮົາອາດຈະເວົ້າສິ່ງດັ່ງກ່າວນີ້ໄວເກີນໄປ ແຕ່ຄົນສ່ວນໃຫຍ່ແມ່ນຢູ່ໃນສະພາບດັ່ງກ່າວ ແລະ ຄົນດັ່ງກ່າວແມ່ນສະແດງບົດບາດເປັນຄົນຢູດາ. ເຮົາບໍ່ໄດ້ເວົ້າໂດຍບໍ່ໄດ້ໄຕ່ຕອງ, ແຕ່ເວົ້າຕາມຄວາມຈິງ ແລະ ເຈົ້າຕ້ອງເຊື່ອ. ເຖິງວ່າຫຼາຍຄົນຈະທໍາທ່າເປັນຄົນຖ່ອມຕົນ, ແຕ່ໃນຈິດໃຈຂອງພວກເຂົາແມ່ນບໍ່ມີຫຍັງນອກຈາກນໍ້າຂັງທີ່ເປິເປື້ອນ ແລະ ເໝັນ. ປັດຈຸບັນນີ້ ຫຼາຍຄົນທີ່ຢູ່ໃນຄຣິສຕະຈັກແມ່ນເປັນແບບນີ້ ແລະ ພວກເຈົ້າຄິດວ່າເຮົາບໍ່ຮູ້ຫຍັງທັງສິ້ນບໍ? ທຸກມື້ນີ້ ພຣະວິນຍານຂອງເຮົາແມ່ນໄດ້ຕັດສິນໃຈເພື່ອເຮົາ ແລະ ເປັນພະຍານໃຫ້ແກ່ເຮົາແລ້ວ. ເຈົ້າຄິດວ່າເຮົາບໍ່ຮູ້ຫຍັງບໍ? ເຈົ້າຄິດວ່າເຮົາບໍ່ເຂົ້າໃຈຄວາມຄິດທີ່ບໍ່ຊື່ສັດພາຍໃນຈິດໃຈຂອງພວກເຈົ້າ ແລະ ຄວາມໃນໃຈຂອງພວກເຈົ້າບໍ? ພຣະເຈົ້າຈະຖືກຫຼອກລວງໄດ້ຢ່າງງ່າຍດາຍບໍ? ເຈົ້າຄິດວ່າເຈົ້າສາມາດປະຕິບັດແນວໃດກໍໄດ້ຕໍ່ພຣະອົງຕາມທີ່ເຈົ້າຕ້ອງການບໍ? ໃນອະດີດນັ້ນ ເຮົາເປັນຫ່ວງ ຢ້ານວ່າພວກເຈົ້າຖືກຄວບຄຸມ ແລະ ດ້ວຍເຫດນີ້ ເຮົາຈຶ່ງໄດ້ປ່ອຍໃຫ້ພວກເຈົ້າເປັນອິດສະລະ ແຕ່ມະນຸດບໍ່ສາມາດບອກໄດ້ເລີຍວ່າເຮົາພຽງແຕ່ກະທໍາດີກັບພວກເຂົາ. ເຮົາເອົາຄືບໃຫ້ພວກເຂົາ ແລະ ພວກເຂົາພັດເອົາສອກ. ໃຫ້ຖາມກັນເອງເບິ່ງ: ເຮົາເກືອບຈະບໍ່ໄດ້ຈັດການຜູ້ໃດ ແລະ ບໍ່ໄດ້ຟ້າວທີ່ຈະຕໍານິຜູ້ໃດ. ແຕ່ເຮົາຮູ້ຢ່າງຈະແຈ້ງແລ້ວ ກ່ຽວກັບແຮງຈູງໃຈ ແລະ ແນວຄວາມຄິດຂອງມະນຸດ. ເຈົ້າຄິດວ່າພຣະເຈົ້າ ທີ່ເປັນພະຍານ ແມ່ນພຣະເຈົ້າທີ່ໂງ່ຈ້າບໍ? ໃນກໍລະນີນັ້ນ ເຮົາກໍ່ຂໍເວົ້າວ່າເຈົ້າຕາບອດຫຼາຍ! ເຮົາຈະບໍ່ເປີດໂປງເຈົ້າ, ແຕ່ພຽງແຕ່ເບິ່ງວ່າເຈົ້າຈະຊົ່ວຊ້າຊໍ່າໃດ. ລອງເບິ່ງວ່າກົນອຸບາຍຂອງເຈົ້າຈະສາມາດຊ່ວຍເຈົ້າໄດ້ ຫຼື ບໍ່ ຫຼື ວ່າການທີ່ເຈົ້າພະຍາຍາມຢ່າງສຸດຄວາມສາມາດເພື່ອທີ່ຈະຮັກພຣະເຈົ້າຈະສາມາດຊ່ວຍເຈົ້າໄດ້ ຫຼື ບໍ່. ຕອນນີ້, ເຮົາຈະບໍ່ປະນາມເຈົ້າ ແຕ່ຈະລໍຖ້າຈົນເຖິງເວລາຂອງພຣະເຈົ້າ ເພື່ອເບິ່ງວ່າພຣະອົງຈະມອບຜົນກໍາຕາມສະໜອງໃຫ້ແກ່ເຈົ້າແນວໃດ. ເຮົາບໍ່ມີເວລາມາໂອ້ລົມໂດຍບໍ່ມີປະໂຫຍດກັບເຈົ້າໃນເວລານີ້ ແລະ ເຮົາບໍ່ເຕັມໃຈທີ່ຈະເຮັດໃຫ້ພາລະກິດອັນຍິ່ງໃຫຍ່ຂອງເຮົາຕ້ອງມີຄວາມຊັກຊ້າເພື່ອປະໂຫຍດຂອງເຈົ້າ. ໂຕໜອນຄືເຈົ້າບໍ່ເໝາະທີ່ຈະໃຫ້ພຣະເຈົ້າເສຍເວລາຂອງພຣະອົງ ເພື່ອມາຈັດການກັບເຈົ້າ. ສະນັ້ນ, ໃຫ້ເບິ່ງວ່າເຈົ້າຈະຕາມໃຈຕົວເຈົ້າເອງໄດ້ຊໍ່າໃດ. ຄົນດັ່ງກ່າວບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາບໍ່ມີຄວາມ ຮັກໃຫ້ແກ່ພຣະເຈົ້າ, ແຕ່ພວກເຂົາກໍຍັງປາດຖະໜາທີ່ຈະໃຫ້ພຣະເຈົ້າເອີ້ນພວກເຂົາວ່າເປັນຄົນທີ່ມີຄວາມຊອບທຳ. ນີ້ບໍ່ແມ່ນເລື່ອງຕະຫຼົກບໍ? ເຖິງຢ່າງນັ້ນກໍຕາມ, ເນື່ອງຈາກວ່າ ທີ່ຈິງແລ້ວ ຍັງມີຄົນຈໍານວນໜຶ່ງທີ່ຊື່ສັດ, ສະນັ້ນ ເຮົາຈຶ່ງບໍ່ສົນໃຈກັບສິ່ງໃດ ນອກຈາກການມອບຊີວິດໃຫ້ກັບມະນຸດ. ເຮົາຈະເຮັດສິ່ງນີ້ໃຫ້ສໍາເລັດເທົ່ານັ້ນ ເຊິ່ງເປັນສິ່ງທີ່ຄວນເຮັດໃນປັດຈຸບັນ ແລະ ຫຼັງຈາກນັ້ນ ແຕ່ລະຄົນກໍຈະໄດ້ຮັບຜົນກໍາຕາມສະໜອງຕາມພຶດຕິກໍາຂອງພວກເຂົາ. ເຮົາໄດ້ເວົ້າໃນສິ່ງທີ່ເຮົາຄວນເວົ້າ ເນື່ອງຈາກວ່າ ນີ້ແມ່ນພາລະກິດທີ່ເຮົາກະທໍາ. ເຮົາຈະເຮັດແຕ່ໃນສິ່ງທີ່ເຮົາຄວນເຮັດ ແລະ ບໍ່ເຮັດໃນສິ່ງທີ່ບໍ່ຄວນເຮັດ, ແຕ່ເຮົາກໍຍັງຫວັງວ່າພວກເຈົ້າຈະໃຊ້ເວລາຫຼາຍກວ່າທີ່ຜ່ານມາເພື່ອໄຕ່ຕອງວ່າ: ຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າແມ່ນແທ້ຈິງຫຼາຍຊໍ່າໃດ? ເຈົ້າແມ່ນໜຶ່ງໃນບັນດາຄົນທີ່ຈະຕອກພຣະເຈົ້າໃສ້ໄມ້ກາງແຂນອີກຄັ້ງບໍ? ສຸດທ້າຍນີ້, ເຮົາຂໍເວົ້າສິ່ງນີ້: ຈົ່ງໃຫ້ຜູ້ຄົນທີ່ຈະຄຶງພຣະເຈົ້າໃສ່ໄມ້ກາງແຂນພົບແຕ່ຄວາມວິບັດ.

(ຄັດຈາກບົດ “ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 332)

ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ. ເພາະສະນັ້ນ ພວກເຈົ້າຈໍາເປັນຕ້ອງຖະໜອມທຸກສິ່ງທີ່ພວກເຈົ້າມີໃນມື້ນີ້ ແລະ ເຫັນຄຸນຄ່າໃນທຸກນາທີທີ່ຜ່ານໄປ. ເຈົ້າຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າເພື່ອໃຫ້ຕົວຂອງເຈົ້າເອງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ເພື່ອວ່າເຈົ້າຈະບໍ່ໄດ້ໃຊ້ຊີວິດນີ້ຢ່າງສູນເປົ່າ. ພວກເຈົ້າອາດຈະຮູ້ສຶກສັບສົນວ່າ ເປັນຫຍັງເຮົາຈຶ່ງເວົ້າຄຳເຫຼົ່ານີ້ອອກມາ. ເວົ້າກົງໆກໍຄື ເຮົາເອງກໍບໍ່ພໍໃຈກັບພຶດຕິກຳຂອງພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ ເພາະຄວາມຫວັງທີ່ເຮົາມີຕໍ່ພວກເຈົ້າບໍ່ແມ່ນສິ່ງທີ່ພວກເຈົ້າເປັນຢູ່ໃນທຸກມື້ນີ້. ສະນັ້ນ ເຮົາຈຶ່ງສາມາດເວົ້າໄດ້ເລີຍວ່າ: ພວກເຈົ້າແຕ່ລະຄົນແມ່ນຢູ່ໃກ້ກັບອັນຕະລາຍ ແລະ ການຮ້ອງໄຫ້ໃນອະດີດເພື່ອຂໍຄວາມຊ່ວຍເຫຼືອ ແລະ ຄວາມປາຖະໜາໃນແຕ່ກ່ອນທີ່ຈະສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມສະຫວ່າງແມ່ນໃກ້ຈະສິ້ນສຸດລົງແລ້ວ. ນີ້ຄືການສະແດງເຖິງການຕອບແທນຄັ້ງສຸດທ້າຍຂອງພວກເຈົ້າ ແລະ ມັນເປັນສິ່ງທີ່ເຮົາບໍ່ເຄີຍຄາດຫວັງເລີຍ. ເຮົາບໍ່ປາຖະໜາທີ່ຈະເວົ້າໃນສິ່ງທີ່ຂັດກັບຂໍ້ແທ້ຈິງ, ຍ້ອນພວກເຈົ້າໄດ້ເຮັດໃຫ້ເຮົາຜິດຫວັງຫຼາຍ. ບາງເທື່ອ ພວກເຈົ້າປາຖະໜາທີ່ຍອມຮັບເອົາສິ່ງນີ້ໂດຍບໍ່ຕໍ່ສູ້, ບໍ່ຕ້ອງການຜະເຊີນກັບຄວາມເປັນຈິງ, ແຕ່ເຮົາກໍຕ້ອງຖາມເຈົ້າເຖິງສິ່ງນີ້ຢ່າງຈິງຈັງ: ໃນຫຼາຍປີເຫຼົ່ານີ້, ຫົວໃຈຂອງພວກເຈົ້າແມ່ນເຕັມໄປດ້ວຍຫຍັງ? ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ? ຢ່າເວົ້າວ່າຄຳຖາມເຫຼົ່ານີ້ແມ່ນກະທັນຫັນເກີນໄປ ແລະ ຢ່າ ຖາມເຮົາວ່າເປັນຫຍັງເຮົາຈຶ່ງຕັ້ງຄຳຖາມແບບນີ້. ໃຫ້ຮູ້ວ່າ: ມັນເປັນເພາະເຮົາຮູ້ຈັກພວກເຈົ້າດີຫຼາຍ, ເປັນຫ່ວງເປັນໄຍພວກເຈົ້າຫຼາຍ ແລະ ທຸ້ມເທຫຼາຍຢ່າງໃນຫົວໃຈຂອງເຮົາເຂົ້າໃນພຶດຕິກຳ ແລະ ການກະທຳຂອງພວກເຈົ້າ, ເຮົາຈຶ່ງຕັ້ງຄໍາຖາມກັບພວກເຈົ້າຢ່າງບໍ່ຢຸດຢັ້ງ ແລະ ທົນທຸກຕໍ່ຄວາມຍາກລຳບາກອັນຂົມຂື່ນ. ແຕ່ປານນັ້ນ ເຈົ້າກໍບໍ່ໄດ້ຕອບແທນເຮົາດ້ວຍຫຍັງ ນອກຈາກຄວາມເສີຍເມີຍ ແລະ ການຈາກໄປທີ່ທົນຮັບບໍ່ໄດ້. ພວກເຈົ້າບໍ່ລະມັດລະວັງຕໍ່ເຮົາ; ມັນເປັນໄປໄດ້ບໍວ່າເຮົາຮູ້ຈັກຫຍັງເລີຍ? ຖ້ານີ້ຄືສິ່ງທີ່ພວກເຈົ້າເຊື່ອ, ມັນກໍຍິ່ງພິສູດຂໍ້ແທ້ຈິງທີ່ວ່າ ພວກເຈົ້າບໍ່ໄດ້ປະຕິບັດຕໍ່ເຮົາດ້ວຍຄວາມເມດຕາຢ່າງແທ້ຈິງ. ແລ້ວສະນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າກໍາລັງຝັງຫົວຂອງພວກເຈົ້າໃນດິນຊາຍ. ພວກເຈົ້າທຸກຄົນແມ່ນສະຫຼາດຫຼາຍ ຈົນພວກເຈົ້າເຖິງກັບບໍ່ຮູ້ວ່າຕົນເອງກຳລັງເຮັດຫຍັງຢູ່, ແລ້ວພວກເຈົ້າຈະໃຊ້ຫຍັງເພື່ອເລົ່າເລື່ອງໃຫ້ແກ່ເຮົາ?

ຄຳຖາມທີ່ເຮົາສົນໃຈທີ່ສຸດກໍຄື ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດແທ້ໆ. ເຮົາຫວັງເຊັ່ນກັນວ່າໃຫ້ພວກເຈົ້າແຕ່ລະຄົນພະຍາຍາມລະດົມຄວາມຄິດຂອງພວກເຈົ້າ ແລະ ຖາມຕົນເອງວ່າ ພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ ແລະ ພວກເຈົ້າມີຊີວິດຢູ່ເພື່ອຜູ້ໃດ. ບາງເທື່ອ ພວກເຈົ້າບໍ່ເຄີຍຄິດຄຳນຶງເຖິງຄໍາຖາມເຫຼົ່ານີ້ຢ່າງຖີ່ຖ້ວນ, ສະນັ້ນ ເຮົາຂໍເປີດເຜີຍຄໍາຕອບໃຫ້ແກ່ພວກເຈົ້າ ດີບໍ?

ຜູ້ໃດກໍຕາມທີ່ມີຄວາມຊົງຈຳກໍຈະຮັບຮູ້ຂໍ້ແທ້ຈິງນີ້: ມະນຸດແມ່ນດຳລົງຊີວິດເພື່ອຕົນເອງ ແລະ ຈົງຮັກພັກດີຕໍ່ຕົນເອງ. ເຮົາບໍ່ເຊື່ອວ່າຄຳຕອບຂອງພວກເຈົ້ານັ້ນຈະຖືກທັງໝົດ ເພາະພວກເຈົ້າແຕ່ລະຄົນຢູ່ເພື່ອຊີວິດຂອງໃຜລາວ ແຕ່ລະຄົນດີ້ນລົນກັບຄວາມທຸກຂອງພວກເຈົ້າເອງ. ດັ່ງນັ້ນ ພວກເຈົ້າຈົງຮັກພັກດີຕໍ່ຜູ້ຄົນທີ່ພວກເຈົ້າຮັກ ແລະ ສິ່ງທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ; ພວກເຈົ້າບໍ່ໄດ້ຈົງຮັກພັກດີຕໍ່ຕົນເອງແທ້ໆ. ເພາະພວກເຈົ້າແຕ່ລະຄົນໄດ້ຮັບອິດທິພົນມາຈາກຜູ້ຄົນ, ເຫດການ ແລະ ວັດຖຸທີ່ຢູ່ອ້ອມຂ້າງພວກເຈົ້າ, ພວກເຈົ້າຈຶ່ງບໍ່ໄດ້ຈົງຮັກພັກດີຕໍ່ຕົນເອງຢ່າງແທ້ຈິງ. ເຮົາກ່າວພຣະທຳເຫຼົ່ານີ້ ບໍ່ແມ່ນເພື່ອສົ່ງເສີມໃຫ້ພວກເຈົ້າຈົງຮັກພັກດີຕໍ່ຕົນເອງ, ແຕ່ເພື່ອເປີດໂປງຄວາມຈົງຮັກພັກດີຂອງພວກເຈົ້າຕໍ່ສິ່ງໃດສິ່ງໜຶ່ງ, ເພາະວ່າຕະຫຼອດໄລຍະເວລາຫຼາຍປີນີ້, ເຮົາບໍ່ເຄີຍໄດ້ຮັບຄວາມຈົງຮັກພັກດີຈາກພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ. ພວກເຈົ້າໄດ້ຕິດຕາມເຮົາມາເປັນເວລາຫຼາຍປີ ແຕ່ບໍ່ເຄີຍໄດ້ມອບຄວາມຈົງຮັກພັກດີໃຫ້ແກ່ເຮົາແມ່ນແຕ່ພຽງເລັກໜ້ອຍ. ໃນທາງກົງກັນຂ້າມ ພວກເຈົ້າແມ່ນຕິດພັນອ້ອມຂ້າງຄົນທີ່ພວກເຈົ້າຮັກ ແລະ ສິ່ງຕ່າງໆທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ, ຫຼາຍຈົນເກືອບທຸກເວລາ ແລະ ບໍ່ວ່າຈະຢູ່ໃສກໍຕາມທີ່ເຈົ້າໄປ, ເຈົ້າກໍຮັກສາພວກເຂົາໄວ້ໃກ້ຫົວໃຈຂອງພວກເຈົ້າ ແລະ ບໍ່ເຄີຍປະຖິ້ມພວກເຂົາ. ໃນເວລາໃດກໍຕາມທີ່ພວກເຈົ້າມີຄວາມກະຕືລືລົ້ນ ຫຼື ຫຼົງໄຫຼກັບສິ່ງໃດສິ່ງໜຶ່ງທີ່ພວກເຈົ້າຮັກ, ມັນກໍເກີດຂຶ້ນໃນຂະນະທີ່ພວກເຈົ້າກຳລັງຕິດຕາມເຮົາ ຫຼື ແມ່ນແຕ່ໃນຂະນະທີ່ພວກເຈົ້າຟັງພຣະທໍາຂອງເຮົາ. ສະນັ້ນ ເຮົາຈຶ່ງເວົ້າໄດ້ວ່າ ພວກເຈົ້າກຳລັງໃຊ້ຄວາມຈົງຮັກພັກດີ ທີ່ເຮົາຮຽກຮ້ອງຈາກພວກເຈົ້າ ເພື່ອຈົງຮັກພັກດີ ແລະ ຖະໜອມໃນ “ສັດລ້ຽງ” ຂອງພວກເຈົ້າແທນ. ເຖິງແມ່ນວ່າພວກເຈົ້າອາດຈະເສຍສະຫຼະສິ່ງໜຶ່ງ ຫຼື ສອງສິ່ງໃຫ້ແກ່ເຮົາ, ມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ພວກເຈົ້າທຸກຄົນ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າເຮົາຄືຜູ້ທີ່ພວກເຈົ້າມີຄວາມຈົງຮັກພັກດີຕໍ່ຢ່າງແທ້ຈິງ. ພວກເຈົ້າເຮັດໃຫ້ຕົນເອງຕິດພັນກັບພາລະໜ້າທີ່ທີ່ພວກເຈົ້າຫຼົງໄຫຼ: ບາງຄົນຈົງຮັກພັກດີຕໍ່ລູກຊາຍ ແລະ ລູກສາວ, ຄົນອື່ນກໍຈົງຮັກພັກດີຕໍ່ຜົວ, ເມຍ, ຄວາມຮັ່ງມີ, ວຽກງານ, ຫົວໜ້າ, ສະຖານະ ຫຼື ແມ່ຍິງ. ພວກເຈົ້າບໍ່ເຄີຍຮູ້ສຶກເມື່ອຍ ຫຼື ເບື່ອຕໍ່ສິ່ງຕ່າງໆທີ່ເຈົ້າຈົງຮັກພັກດີ; ແຕ່ໃນທາງກົງກັນຂ້າມ ພວກເຈົ້າຍິ່ງມີຄວາມຕ້ອງການຫຼາຍຂຶ້ນທີ່ຈະມີສິ່ງເຫຼົ່ານີ້ໃນປະລິມານຫຼາຍຂຶ້ນ ຫຼື ຄຸນນະພາບສູງຂຶ້ນ ແລະ ເຈົ້າກໍບໍ່ເຄີຍຍອມແພ້. ເຮົາ ແລະ ພຣະທໍາຂອງເຮົາຖືກດັນໃຫ້ຢູ່ເບື້ອງຫຼັງສິ່ງຕ່າງໆທີ່ພວກເຈົ້າຫຼົງໄຫຼ. ແລ້ວພວກເຈົ້າບໍ່ມີທາງເລືອກ ນອກຈາກຈະຈັດລຳດັບເຮົາ ແລະ ພຣະທຳໃຫ້ເປັນສິ່ງສຸດທ້າຍ. ເຖິງກັບມີຄົນທີ່ປ່ອຍຕໍາແໜ່ງສຸດທ້າຍນີ້ໄວ້ສຳລັບສິ່ງຕ່າງໆທີ່ພວກເຂົາຈົງຮັກພັກດີ ເຊິ່ງພວກເຂົາບໍ່ທັນໄດ້ຄົ້ນພົບເທື່ອ. ບໍ່ເຄີຍມີຮ່ອງຮອຍຂອງເຮົາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງພວກເຂົາ. ພວກເຈົ້າອາດຄິດວ່າເຮົາຮຽກຮ້ອງຈາກພວກເຈົ້າຫຼາຍເກີນໄປ ຫຼື ກ່າວຫາພວກເຈົ້າຢ່າງບໍ່ຖືກຕ້ອງ, ແຕ່ພວກເຈົ້າເຄີຍຄິດເຖິງຂໍ້ແທ້ຈິງທີ່ວ່າ ໃນຂະນະທີ່ພວກເຈົ້າໃຊ້ເວລາຢ່າງມີຄວາມສຸກກັບຄອບຄົວຂອງພວກເຈົ້ານັ້ນ, ພວກເຈົ້າບໍ່ເຄີຍຈົງຮັກພັກດີຕໍ່ເຮົາຈັກເທື່ອບໍ? ໃນເວລາແບບນີ້, ມັນບໍ່ໄດ້ເຮັດໃຫ້ພວກເຈົ້າເຈັບປວດບໍ? ເມື່ອຫົວໃຈຂອງພວກເຈົ້າເຕັມໄປດ້ວຍຄວາມປິຕິຍິນດີ ແລະ ພວກເຈົ້າໄດ້ຮັບລາງວັນສຳລັບການເຮັດວຽກໜັກຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ສຶກທໍ້ໃຈບໍ ທີ່ພວກເຈົ້າບໍ່ໄດ້ຮັບເອົາຄວາມຈິງຢ່າງພຽງພໍ? ມີຄັ້ງໃດແດ່ທີ່ພວກເຈົ້າຮ້ອງໄຫ້ເສຍໃຈທີ່ບໍ່ໄດ້ຮັບການເຫັນດີຈາກເຮົາ? ພວກເຈົ້າພະຍາຍາມຄິດຢ່າງໜັກ ແລະ ມີຄວາມເຈັບປວດອັນໃຫຍ່ຫຼວງເພື່ອເຫັນແກ່ລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ພວກເຈົ້າກໍຍັງບໍ່ພໍໃຈ; ພວກເຈົ້າຍັງເຊື່ອວ່າຕົນເອງບໍ່ໄດ້ດຸໝັ່ນແທນພວກເຂົາ, ພວກເຈົ້າບໍ່ໄດ້ເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອພວກເຂົາ. ເຖິງຢ່າງໃດກໍຕາມ ສໍາລັບເຮົາແລ້ວ ພວກເຈົ້າແມ່ນບໍ່ລະມັດລະວັງ ແລະ ບໍ່ໄດ້ເອົາໃຈໃສ່ຢູ່ສະເໝີ; ເຮົາພຽງແຕ່ຢູ່ໃນຄວາມຊົງຈຳຂອງພວກເຈົ້າ, ແຕ່ເຮົາບໍ່ເຄີຍໄດ້ທົນຢູ່ໃນຫົວໃຈຂອງພວກເຈົ້າເລີຍ. ພວກເຈົ້າບໍ່ເຄີຍຮູ້ສຶກເຖິງການອຸທິດ ແລະ ຄວາມພະຍາຍາມຂອງເຮົາຢູ່ຕະຫຼອດໄປ ແລະ ພວກເຈົ້າບໍ່ເຄີຍຊື່ນຊົມພວກມັນເລີຍ. ພວກເຈົ້າພຽງແຕ່ໄຕ່ຕອງສັ້ນໆ ແລະ ເຊື່ອວ່າສິ່ງນີ້ພຽງພໍແລ້ວ. “ຄວາມຈົງຮັກພັກດີ” ດັ່ງກ່າວບໍ່ແມ່ນສິ່ງທີ່ເຮົາປາຖະໜາ, ແຕ່ເປັນສິ່ງທີ່ເຮົາກຽດຊັງຕະຫຼອດມາ. ຢ່າງໃດກໍຕາມ ບໍ່ວ່າເຮົາຈະເວົ້າຫຍັງໄປ ພວກເຈົ້າກໍຈະສືບຕໍ່ຮັບເອົາແຕ່ໜຶ່ງ ຫຼື ສອງສິ່ງ; ພວກເຈົ້າບໍ່ສາມາດຮັບເອົາສິ່ງນີ້ໄດ້ທັງໝົດ, ຍ້ອນພວກເຈົ້າທຸກຄົນ “ໝັ້ນໃຈ” ຫຼາຍ ແລະ ພວກເຈົ້າເລືອກ ແລະ ຮັບເອົາສິ່ງທີ່ຍອມຮັບຈາກພຣະທໍາທີ່ເຮົາໄດ້ກ່າວອອກໄປຢູ່ສະເໝີ. ຖ້າພວກເຈົ້າຍັງເປັນແບບນີ້ຢູ່ໃນປັດຈຸບັນ, ເຮົາກໍມີວິທີການບາງຢ່າງເພື່ອຈັດການກັບຄວາມໝັ້ນໃຈໃນຕົນເອງຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຮົາຈະເຮັດໃຫ້ພວກເຈົ້າຮັບຮູ້ວ່າ ພຣະທໍາທັງໝົດຂອງເຮົາແມ່ນເປັນຈິງ ແລະ ບໍ່ພຣະທຳອັນໃດທີ່ບິດເບືອນຄວາມຈິງເລີຍ.

(ຄັດຈາກບົດ “ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 333)

ຖ້າຕອນນີ້ເຮົາເອົາເງິນຈໍານວນໜຶ່ງມາວາງໄວ້ຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ໃຫ້ພວກເຈົ້າມີອິດສະຫຼະທີ່ຈະເລືອກ ແລະ ຖ້າເຮົາບໍ່ໄດ້ກ່າວໂທດພວກເຈົ້າສຳລັບການຕັດສິນໃຈຂອງພວກເຈົ້າ, ແລ້ວຄົນສ່ວນໃຫຍ່ກໍຈະເລືອກເງິນ ແລະ ປະຖິ້ມຄວາມຈິງ. ຜູ້ທີ່ມດີແດ່ໃນບັນດາພວກເຈົ້າກໍອາດຈະສະຫຼະເງິນ ແລະ ເລືອກຄວາມຈິງຢ່າງບໍ່ເຕັມໃຈ, ໃນຂະນະທີ່ ຜູ້ທີ່ຢູ່ໃນລະຫວ່າງກາງກໍຈະຄວ້າເອົາເງິນໄວ້ໃນມືຂ້າງໜຶ່ງ ແລະ ຄວາມຈິງໄວ້ອີກຂ້າງ. ເມື່ອເປັນເຊັ່ນນີ້ ທາດແທ້ຂອງພວກເຈົ້າຈະບໍ່ຊັດເຈນໃນຕົວມັນເອງບໍ? ເມື່ອກຳລັງເລືອກລະຫວ່າງຄວາມຈິງ ແລະ ສິ່ງໃດໜຶ່ງທີ່ພວກເຈົ້າຕ້ອງຈົງຮັກພັກດີ, ພວກເຈົ້າທຸກຄົນກໍຈະຕັດສິນໃຈໄປໃນທໍານອງນັ້ນ ແລະ ທ່າທີ່ຂອງພວກເຈົ້າກໍຈະຍັງຄືເກົ່າ. ມັນບໍ່ແມ່ນແບບນັ້ນບໍ? ບໍ່ໄດ້ມີຫຼາຍ ຄົນໃນບັນດາພວກເຈົ້າບໍທີ່ສັບໄປສັບມາລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ? ໃນການແຂ່ງຂັນລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ, ສີດໍາ ແລະ ສີຂາວ, ແນ່ນອນ ພວກເຈົ້າຈະຮູ້ຈັກເຖິງທາງເລືອກທີ່ພວກເຈົ້າໄດ້ຕັດສິນໃຈລະຫວ່າງຄອບຄົວ ແລະ ພຣະເຈົ້າ, ລູກໆ ແລະ ພຣະເຈົ້າ, ສັນຕິສຸກ ແລະ ຄວາມແຕກແຍກ, ຄວາມຮັ່ງມີ ແລະ ຄວາມທຸກຍາກ, ສະຖານະ ແລະ ຄວາມສາມັນທຳມະດາ, ການຖືກສະໜັບສະໜູນ ແລະ ການຖືກປະຖິ້ມ ແລະ ອື່ນໆ. ລະຫວ່າງຄອບຄົວທີ່ມີສັນຕິສຸດ ແລະ ຄອບຄົວທີ່ແຕກແຍກ, ພວກເຈົ້າກໍເລືອກອັນທີ່ຢູ່ກ່ອນໜ້າ ແລະ ເຈົ້າເລືອກໂດຍບໍ່ລັ່ງເລໃຈ; ລະຫວ່າງຄວາມຮັ່ງມີ ແລະ ໜ້າທີ່, ພວກເຈົ້າກໍເລືອກສິ່ງທີ່ມາກ່ອນໜ້າ ເຖິງກັບຂາດຄວາມເຕັມໃຈທີ່ຈະກັບຄືນຝັ່ງ;[ກ] ລະຫວ່າງຄວາມຫຼູຫຼາ ແລະ ຄວາມທຸກຍາກ, ພວກເຈົ້າກໍເລືອກອັນກ່ອນໜ້າ; ແລະ ລະຫວ່າງລູກຊາຍ, ລູກສາວ, ເມຍ ແລະ ຜົວ ແລະ ເຮົາ, ພວກເຈົ້າກໍເລືອກສິ່ງທີ່ຢູ່ກ່ອນໜ້າ; ແລະ ລະຫວ່າງແນວຄິດ ແລະ ຄວາມຈິງ, ພວກເຈົ້າກໍຈະເລືອກອັນກ່ອນໜ້າອີກ. ເມື່ອພົບພໍ້ກັບການກະທໍາອັນຊົ່ວຮ້າຍທຸກຮູບແບບຂອງພວກເຈົ້າ, ເຮົາພຽງແຕ່ແມ່ນໝົດສັດທາໃນຕົວຂອງພວກເຈົ້າ. ມັນພຽງແຕ່ເຮັດໃຫ້ເຮົາປະຫຼາດໃຈວ່າ ຫົວໃຈຂອງພວກເຈົ້ານັ້ນຕໍ່ຕ້ານທີ່ຈະຖືກເຮັດໃຫ້ອ່ອນໂຍນ. ການອຸທິດ ແລະ ຄວາມພະຍາຍາມເປັນເວລາຫຼາຍປີບໍ່ໄດ້ນໍາຫຍັງເລີຍມາເຖິງເຮົາ ນອກຈາກການປະຖິ້ມ ແລະ ຄວາມສິ້ນຫວັງຂອງພວກເຈົ້າ, ແຕ່ຄວາມຫວັງຂອງເຮົາທີ່ມີຕໍ່ພວກເຈົ້າກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ ເພາະມື້ຂອງເຮົາໄດ້ຖືກເປີດເຜີຍຕໍ່ໜ້າທຸກຄົນໝົດແລ້ວ. ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງສືບຕໍ່ສະແຫວງຫາສິ່ງທີ່ມືດມົວ ແລະ ຊົ່ວຮ້າຍ ແລະ ປະຕິເສດທີ່ຈະປ່ອຍວາງພວກມັນ. ດັ່ງນັ້ນ ຜົນໄດ້ຮັບຂອງພວກເຈົ້າຈະເປັນແນວໃດ? ພວກເຈົ້າໄດ້ພິຈາລະນາສິ່ງນີ້ຢ່າງລະອຽດກ່ອນແລ້ວບໍ? ຖ້າໃຫ້ພວກເຈົ້າເລືອກອີກຄັ້ງ, ແລ້ວຕໍາແໜ່ງຂອງພວກເຈົ້າຈະແມ່ນຫຍັງ? ພວກເຈົ້າຍັງຈະເລືອກອັນກ່ອນໜ້າຢູ່ບໍ? ພວກເຈົ້າຍັງຈະນໍາຄວາມຜິດຫວັງ ແລະ ຄວາມເສົ້າເສຍໃຈທີ່ເປັນຕາໜ້າສົມເພດມາສູ່ເຮົາຢູ່ບໍ? ຫົວໃຈຂອງພວກເຈົ້າຍັງຈະມີຄວາມອົບອຸ່ນພຽງເລັກນ້ອຍຢູ່ບໍ? ພວກເຈົ້າຈະຍັງບໍ່ຮູ້ຈັກສິ່ງທີ່ຈະຕ້ອງເຮັດເພື່ອເຮັດໃຫ້ເຮົາສະບາຍໃຈຢູ່ບໍ? ໃນຊ່ວງເວລານີ້ ພວກເຈົ້າຈະເລືອກຫຍັງ? ພວກເຈົ້າຈະຍອມຕໍ່ພຣະທໍາຂອງເຮົາ ຫຼື ຈະໝົດຄວາມສົນໃຈກັບມັນ? ມື້ຂອງເຮົາໄດ້ຖືກວາງອອກຕໍ່ສາຍຕາຂອງພວກເຈົ້າທຸກຄົນແລ້ວ ແລະ ສິ່ງທີ່ພວກເຈົ້າເຫັນກໍຄືຊີວິດໃໝ່ ແລະ ຈຸດເລີ່ມຕົ້ນໃໝ່. ຢ່າງໃດກໍຕາມ ເຮົາຕ້ອງບອກພວກເຈົ້າວ່າ ຈຸດເລີ່ມຕົ້ນໃໝ່ນີ້ບໍ່ແມ່ນການເລີ່ມຕົ້ນຂອງພາລະກິດໃໝ່ຈາກອະດີດ ແຕ່ເປັນການສິ້ນສຸດພາລະກິດເກົ່າ. ນັ້ນໝາຍຄວາມວ່າ ນີ້ແມ່ນການກະທຳຄັ້ງສຸດທ້າຍ. ເຮົາຄິດວ່າ ພວກເຈົ້າທຸກຄົນຈະເຂົ້າໃຈໃນສິ່ງທີ່ບໍ່ເປັນປົກກະຕິກ່ຽວກັບຈຸດເລີ່ມຕົ້ນນີ້. ເຖິງຢ່າງໃດກໍຕາມ ໃນມື້ໜຶ່ງອີກບໍ່ດົນ ພວກເຈົ້າຈະເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຈຸດເລີ່ມຕົ້ນນີ້, ສະນັ້ນ ພວກເຮົາຜ່ານຜ່າມັນໄປຮ່ວມກັນ ແລະ ຕ້ອນຮັບຕອນສຸດທ້າຍທີ່ຈະມາເຖິງ! ແນວໃດກໍຕາມ ສິ່ງທີ່ສືບຕໍ່ເຮັດໃຫ້ເຮົາເປັນກັງວົນກ່ຽວກັບພວກເຈົ້າກໍຄື ເມື່ອຜະເຊີນກັບກັບຄວາມບໍ່ຍຸຕິທໍາ ແລະ ຄວາມຍຸຕິທໍາ, ພວກເຈົ້າເລືອກອັນກ່ອນໜ້າຢູ່ສະເໝີ. ເຖິງແນວໃດກໍຕາມ ສິ່ງນັ້ນລ້ວນແລ້ວແຕ່ຢູ່ໃນອະດີດຂອງພວກເຈົ້າ. ເຮົາກໍຫວັງເຊັ່ນກັນວ່າ ຈະລືມທຸກສິ່ງໃນອະດີດຂອງພວກເຈົ້າ, ເຖິງວ່າສິ່ງນີ້ຈະເຮັດໄດ້ຍາກ. ເຖິງຢ່າງໃດກໍຕາມ ເຮົາກໍມີວິທີການທີ່ດີທີ່ຈະເຮັດໃຫ້ມັນສໍາເລັດ: ໃຫ້ອະນາຄົດມາທົດແທນອະດີດ ແລະ ປ່ອຍໃຫ້ເງົາມືດໃນອະດີດຂອງພວກເຈົ້າຖືກປັດເປົ່າອອກໄປເພື່ອແລກປ່ຽນກັບຕົວຕົນທີ່ແທ້ຈິງຂອງພວກເຈົ້າໃນມື້ນີ້. ດັ່ງນັ້ນ ເຮົາຕ້ອງລົບກວນໃຫ້ພວກເຈົ້າຕັດສິນໃຈອີກຄັ້ງ ແລະ ພວກເຮົາຈະເບິ່ງວ່າພວກເຈົ້າຈະຈົງຮັກພັກດີຕໍ່ໃຜແທ້ໆ.

(ຄັດຈາກບົດ “ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ກັບຄືນຝັ່ງ: ເປັນສໍານວນຂອງພາສາຈີ, ເຊິ່ງໝາຍເຖິງ “ກັບຕົວຈາກຫົນທາງທີ່ຊົ່ວຮ້າຍຂອງຜູ້ໃດຜູ້ໜຶ່ງ”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 334)

ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ພວກເຈົ້າທຸກຄົນອ່ອນໄຫວເປັນພິເສດໃນບັນຫານີ້. ບາງຄົນບໍ່ສາມາດລໍຖ້າທີ່ຈະຄຸເຂົ່າໃຫ້ກັບພຣະເຈົ້າເພື່ອລົງເອີຍດ້ວຍຈຸດໝາຍປາຍທາງທີ່ດີ. ເຮົາສາມາດພິສູດຄວາມກະຕືລືລົ້ນຂອງພວກເຈົ້າ ເຊິ່ງບໍ່ຈຳເປັນຕ້ອງສະແດງອອກເປັນຄຳເວົ້າກໍໄດ້. ພວກເຈົ້າບໍ່ຕ້ອງການໃຫ້ເນື້ອໜັງຂອງພວກເຈົ້າຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຕ້ອງການຖືກລົງໂທດຢ່າງຍາວນານໃນອະນາຄົດ. ພວກເຈົ້າພຽງແຕ່ຫວັງທີ່ຈະດຳລົງຊີວິດຢ່າງລຽບງ່າຍ ແລະ ເປັນອິດສະລະຫຼາຍຂຶ້ນ. ສະນັ້ນ ພວກເຈົ້າຈຶ່ງຮູ້ສຶກກັງວົນໃຈເປັນພິເສດ ເມື່ອເວລາເວົ້າເຖິງຈຸດໝາຍປາຍທາງ ໂດຍຢ້ານຢູ່ໃນໃຈວ່າ ຖ້າພວກເຈົ້າບໍ່ຕັ້ງໃຈພໍ ພວກເຈົ້າອາດຈະລ່ວງເກີນພຣະເຈົ້າ ແລະ ຈະປະສົບກັບຜົນກຳສະໜອງທີ່ສົມຄວນ. ພວກເຈົ້າບໍ່ລັ່ງເລທີ່ຈະອ່ອນນ້ອມເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ພວກເຈົ້າທັງຫຼາຍທີ່ເຄີຍຄົດໂກງ ແລະ ບໍ່ຈິງຈັງມາກ່ອນ ກໍກາຍເປັນຄົນທີ່ອ່ອນໂຍນເປັນພິເສດ ແລະ ມີຄວາມຈິງໃຈໃນທັນທີທັນໃດ; ຍິ່ງໄປກວ່ານັ້ນ ຄວາມຈິງໃຈຂອງພວກເຈົ້າແມ່ນເປັນຕາຢ້ານກົວຫຼາຍ. ບໍ່ວ່າຫຍັງກໍຕາມ, ພວກເຈົ້າທຸກຄົນມີຫົວໃຈທີ່ “ສັດຊື່” ແລະ ຕັ້ງແຕ່ຕົ້ນຈົນຈົບ ພວກເຈົ້າໄດ້ເປີດໃຈກັບເຮົາ ໂດຍບໍ່ໄດ້ເຊື່ອງຄວາມລັບຫຍັງໄວ້ໃນຫົວໃຈຂອງພວກເຈົ້າເລີຍ, ບໍ່ວ່າຈະເປັນການກ່າວໂທດ, ການຫຼອກລວງ ຫຼື ການອຸທິດຕົນ. ໂດຍລວມແລ້ວ ພວກເຈົ້າໄດ້ “ສາລະພາບ” ຕໍ່ເຮົາຈາກສ່ວນເລິກຫົວໃຈຂອງພວກເຈົາ ແບບກົງໄປກົງມາກ່ຽວກັບສິ່ງທີ່ສໍາຄັນເຫຼົ່ານັ້ນ. ແນ່ນອນ, ເຮົາບໍ່ເຄີຍຫຼີກເວັ້ນສິ່ງດັ່ງກ່າວ ເພາະພວກມັນໄດ້ກາຍມາເປັນເລື່ອງທຳມະດາສຳລັບເຮົາ. ພວກເຈົ້າແມ່ນຍອມລົງສູ່ທະເລໄຟເພື່ອຈຸດໝາຍປາຍທາງຂອງພວກເຈົ້າ ແຕ່ບໍ່ຍອມສູນເສຍເສັ້ນຜົມແມ່ນແຕ່ເສັ້ນດຽວເພື່ອຮັບເອົາການເຫັນດີຂອງພຣະເຈົ້າ. ບໍ່ແມ່ນວ່າເຮົາແຂງກະດ້າງກັບພວກເຈົ້າຫຼາຍເກີນໄປ; ມັນເປັນຍ້ອນວ່າ ຫົວໃຈແຫ່ງການອຸທິດຕົນຂອງພວກເຈົ້ານັ້ນບໍ່ພຽງພໍຫຼາຍເກີນໄປທີ່ຈະຜະເຊີນກັບທຸກສິ່ງທຸກຢ່າງທີ່ເຮົາກະທຳ. ພວກເຈົ້າອາດບໍ່ເຂົ້າໃຈເຖິງສິ່ງທີ່ເຮົາໝາຍເຖິງ ສະນັ້ນ ເຮົາຂໍອະທິບາຍແບບງ່າຍໆໃຫ້ພວກເຈົ້າເຂົ້າໃຈ ນັ້ນກໍຄື ສິ່ງທີ່ພວກເຈົ້າຕ້ອງການບໍ່ແມ່ນຄວາມຈິງ ແລະ ຊີວິດ; ມັນບໍ່ແມ່ນຫຼັກການແຫ່ງການປະພຶດຕົວຂອງພວກເຈົ້າ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນພາລະກິດທີ່ເຮົາປາຖະໜາ. ສິ່ງທີ່ພວກເຈົ້າຕ້ອງການແມ່ນທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃນເນື້ອໜັງ ນັ້ນກໍຄື ຄວາມຮັ່ງມີ, ຖານະ, ຄອບຄົວ, ການແຕ່ງດອງ ຯລຯ. ພວກເຈົ້າບໍ່ພິຈາລະນາເຖິງພຣະທຳ ແລະ ພາລະກິດຂອງເຮົາຢ່າງແທ້ຈິງ, ສະນັ້ນ ເຮົາຈຶ່ງສາມາດສະຫຼຸບຄວາມເຊື່ອຂອງພວກເຈົ້າເປັນຄຳດຽວວ່າ ຄວາມບໍ່ຈິງຈັງ. ພວກເຈົ້າຈະເຮັດທຸກສິ່ງເພື່ອບັນລຸສິ່ງຕ່າງໆທີ່ພວກເຈົ້າອຸທິດຕົວໃຫ້ຢ່າງເຕັມທີ່, ແຕ່ເຮົາຄົ້ນພົບວ່າ ພວກເຈົ້າບໍ່ເອົາໃຈໃສ່ໃນທຸກຢ່າງ ເພື່ອເຫັນແກ່ຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ. ກົງກັນຂ້າມ, ພວກເຈົ້າຊື່ສັດພໍປະມານ ແລະ ຈິງຈັງພໍປະມານ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ຄົນທີ່ຂາດຫົວໃຈທີ່ຈິງໃຈທີ່ສຸດກໍຄືຄົນທີ່ລົ້ມເຫຼວໃນຄວາມເຊື່ອຕໍ່ພຣະເຈົ້າ. ໃຫ້ຄິດຢ່າງຖີ່ຖ້ວນວ່າ ມີຄວາມລົ້ມເຫຼວທ່າມກາງພວກເຈົ້າຫຼາຍບໍ?

ພວກເຈົ້າຄວນຮຸ້ວ່າ ຄວາມສຳເລັດໃນການເຊື່ອພຣະເຈົ້ານັ້ນ ແມ່ນສໍາເລັດໂດຍຈາກການກະທຳຂອງພວກເຈົ້າເອງ; ເມື່ອຜູ້ຄົນລົ້ມເຫຼວ, ນັ້ນກໍຍ້ອນການກະທຳຂອງພວກເຈົ້າເອງ, ບໍ່ແມ່ນຜົນມາຈາກປັດໄຈໃດໆ. ເຮົາເຊື່ອວ່າ ພວກເຈົ້າຕ້ອງເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ບາງສິ່ງສຳເລັດ ເຖິງແມ່ນວ່າ ສິ່ງນັ້ນຈະຫຍຸ້ງຍາກກວ່າ ແລະ ທົນທຸກທໍລະມານຫຼາຍກວ່າການເຊື່ອໃນພຣະເຈົ້າ ແລະ ພວກເຈົ້າກໍຈະເຮັດກັບມັນຢ່າງຈິງຈັງ. ຍິ່ງໄປກວ່ານັ້ນ ພວກເຈົ້າກໍຈະຕັ້ງໃຈເຮັດໂດຍປາດສະຈາກຂໍ້ຜິດພາດໃດໆເລີຍ; ສິ່ງເຫຼົ່ານີ້ແມ່ນຄວາມພະຍາຍາມຢ່າງບໍ່ທໍ້ຖອຍ ທີ່ພວກເຈົ້າທຸກຄົນໄດ້ນໍາເຂົ້າສູ່ຊີວິດຂອງພວກເຈົ້າເອງ. ນອກຈາກນັ້ນ ພວກເຈົ້າຍັງສາມາດຫຼອກລວງເຮົາທາງຝ່າຍເນື້ອໜັງ ແຕ່ບໍ່ສາມາດຫຼອກລວງຄົນໃນຄອບຄົວຂອງພວກເຈົ້າເອງ. ນີ້ແມ່ນການປະພຶດທີ່ບໍ່ປ່ຽນແປງຂອງພວກເຈົ້າ ແລະ ຫຼັກການທີ່ພວກເຈົ້ານໍາໄປໃຊ້ໃນຊີວິດຂອງພວກເຈົ້າ. ພວກເຈົ້າບໍ່ໄດ້ສ້າງພາບຈອມປອມເພື່ອຫຼອກລວງເຮົາບໍ ໂດຍເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ເພື່ອຈະໄດ້ມີຈຸດໝາຍປາຍທາງທີ່ສວຍງາມ ແລະ ຢ່າງມີຄວາມສຸກ? ເຮົາຮູ້ວ່າ ການອຸທິດຕົນຂອງພວກເຈົ້າ ແລະ ຄວາມຈິງໃຈຂອງພວກເຈົ້າເປັນສິ່ງຊົ່ວຄາວ; ຄວາມທະເຍີທະຍານຂອງພວກເຈົ້າ ແລະ ລາຄາທີ່ພວກເຈົ້າຈ່າຍນັ້ນແມ່ນພຽງແຕ່ເພື່ອປັດຈຸບັນ ແລະ ບໍ່ແມ່ນສຳລັບອະນາຄົດບໍ່ແມ່ນບໍ? ພວກເຈົ້າພຽງແຕ່ຕ້ອງການໃຊ້ຄວາມພະຍາຍາມຄັ້ງສຸດທ້າຍເພື່ອຮັກສາຈຸດໝາຍປາຍທາງທີ່ສວຍງາມ. ເປົ້າໝາຍຂອງພວກເຈົ້າກໍເປັນພຽງການຄ້າຂາຍເທົ່ານັ້ນ; ມັນບໍ່ແມ່ນຍ້ອນພວກເຈົ້າເປັນໜີ້ກັບຄວາມຈິງ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນການຕອບແທນເຮົາສຳລັບລາຄາທີ່ເຮົາໄດ້ຈ່າຍ. ສະຫຼຸບກໍຄືພວກເຈົ້າພຽງແຕ່ເຕັມໃຈທີ່ຈະໃຊ້ຄວາມສະຫຼາດຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ເຕັມໃຈທີ່ຈະຕໍ່ສູ້ເພື່ອສິ່ງນັ້ນ. ນີ້ບໍໍ່ແມ່ນຄວາມປາຖະໜາທີ່ແທ້ຈິງຂອງພວກເຈົ້າບໍ? ພວກເຈົ້າຕ້ອງບໍ່ປິດບັງຕົວພວກເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ຕ້ອງບໍ່ຄິດໜັກເກີນໄປກ່ຽວກັບຈຸດໝາຍປາຍທາງຂອງພວກເຈົ້າ ຈົນເຖິງຈຸດທີ່ວ່າ ພວກເຈົ້າບໍ່ສາມາດກິນ ແລະ ນອນຫຼັບໄດ້. ເພາະວ່າ ຄວາມຈິງແລ້ວຈຸດໝາຍປາຍທາງຂອງພວກເຈົ້າແມ່ນຈະຖືກກຳນົດໃນເວລາສຸດທ້າຍຢູ່ດີບໍ່ແມ່ນບໍ? ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າເອງດ້ວຍຄວາມສາມາດ ແລະ ດ້ວຍຫົວໃຈທີ່ເປີດເຜີຍ, ຊື່ສັດ ແລະ ເຕັມໃຈເຮັດທຸກຢ່າງ. ດັ່ງທີ່ພວກເຈົ້າໄດ້ເວົ້າ ເມື່ອມື້ນັ້ນມາເຖິງ ພຣະເຈົ້າຈະບໍ່ລະເລີຍກັບໃຜກໍຕາມທີ່ໄດ້ທົນທຸກ ຫຼື ເສຍສະລະເພື່ອພຣະອົງ. ຄວາມເຊື່ອໝັ້ນແບບນີ້ແມ່ນສົມຄວນແກ່ການຍຶດໝັ້ນ ແລະ ພວກເຈົ້າບໍ່ຄວນລືມມັນຈັກເທື່ອ. ດ້ວຍວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈກ່ຽວກັບພວກເຈົ້າ. ບໍ່ດັ່ງນັ້ນ ເຮົາຈະບໍ່ສະບາຍໃຈກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຈະເປັນສິ່ງທີ່ເຮົາເບື່ອໜ່າຍຕະຫຼອດໄປ. ຖ້າພວກເຈົ້າທຸກຄົນສາມາດປະຕິບັດຕາມຄວາມສຳນຶກຂອງພວກເຈົ້າ ແລະ ມອບທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃຫ້ກັບເຮົາ, ທຸ້ມເທຄວາມພະຍາຍາມໃຫ້ກັບພາລະກິດຂອງເຮົາ ແລະ ອຸທິດທັງຊີວິດເພື່ອພາລະກິດຂ່າວປະເສີດຂອງເຮົາ, ຖ້າພວກເຈົ້າເຮັດໄດ້ແບບນັ້ນ ແລ້ວຫົວໃຈຂອງເຮົາຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີໃຫ້ກັບພວກເຈົ້າຢູ່ຕະຫຼອດເວລາບໍ? ເຮົາຈະບໍ່ສາມາດສະບາຍໃຈກັບພວກເຈົ້າໄດ້ແທ້ບໍ? ມັນເປັນຕາອັບອາຍແທ້ໆ ເພາະສິ່ງທີ່ພວກເຈົ້າສາມາດເຮັດໄດ້ກໍມີພຽງແຕ່ສ່ວນທີ່ເປັນຕາສົມເພດ ແລະ ມີພຽງສິ່ງເລັກນ້ອຍທີ່ເຮົາຄາດຫວັງເທົ່ານັ້ນ; ໃນກໍລະນີນີ້, ພວກເຈົ້າຍັງຈະໜ້າດ້ານສະແຫວງຫາຈາກເຮົາໃນສິ່ງທີ່ພວກເຈົ້າຄາດຫວັງໄດ້ແນວໃດ?

(ຄັດຈາກບົດ “ວ່າດ້ວຍເລື່ອງຈຸດໝາຍປາຍທາງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 335)

ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ ຖ້າພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ, ມັນກໍຈະເທົ່າກັບວ່າ ພວກເຈົ້າຂາດຈຸດໝາຍປາຍທາງ ແລະ ໂຊກຊະຕາກໍາຂອງພວກເຈົ້າກໍຈະພົບແຕ່ຄວາມພິນາດ. ແຕ່ພວກເຈົ້າເຄີຍຄິດຢູ່ບໍວ່າ ຖ້າຄົນໜຶ່ງພະຍາຍາມເສຍສະລະ ເພື່ອພຽງເຫັນແກ່ຈຸດໝາຍປາຍທາງຂອງຕົນ, ຄວາມພະຍາຍາມຂອງເຂົາແມ່ນຈະບໍ່ເກີດຜົນປະໂຫຍດຫຍັງ? ຄວາມພະຍາຍາມດັ່ງກ່າວແມ່ນບໍ່ຈິງໃຈ ນັ້ນກໍຄື ພວກມັນຈອມປອມ ແລະ ຫຼອກລວງ. ຖ້າເປັນແນວນັ້ນ ຄົນທີ່ປະຕິບັດພາລະກິດເພື່ອຈຸດໝາຍປາຍທາງຂອງພວກເຂົາກໍຈະໄດ້ຮັບຄວາມຜ່າຍແພ້ຢ່າງແນ່ນອນ ຍ້ອນວ່າ ຄວາມລົ້ມເຫຼວໃນຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າເກີດຂຶ້ນຍ້ອນການຫຼອກລວງ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ມັກທີ່ຜູ້ຄົນມາປະຈົບປະແຈງ ຫຼື ລູບແຂ່ງເລຍຂາ ຫຼື ປະຕິບັດຕໍ່ເຮົາດ້ວຍຄວາມຕື່ນເຕັ້ນດີໃຈຊື່ໆ. ເຮົາມັກຄົນທີ່ຊື່ສັດເພື່ອຕໍ່ສູ້ກັບຄວາມຈິງ ແລະ ຄວາມຄາດຫວັງຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາມັກເວລາທີ່ຄົນສາມາດສະແດງຄວາມລະອຽດອ່ອນທີ່ສຸດ ແລະ ຄຳນຶງເຖິງຫົວໃຈຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍຄື ເຮົາມັກເວລາທີ່ພວກເຂົາສາມາດເສຍສະລະທຸກສິ່ງທຸກຢ່າງເພື່ອເຫັນແກ່ເຮົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈ. ໃນປັດຈຸບັນນີ້ ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາບໍ່ມັກຫຼາຍສໍ່າໃດ? ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາມັກຫຼາຍສໍ່າໃດ? ໃນບັນດາພວກເຈົ້າບໍ່ມີໃຜເລີຍບໍ ທີ່ສຳນຶກເຖິງຄວາມໜ້າລັງກຽດທີ່ພວກເຈົ້າສຳແດງອອກມາເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ?

ໃນຫົວໃຈຂອງເຮົາ, ເຮົາບໍ່ປາຖະໜາທີ່ຈະທໍາລາຍຫົວໃຈຂອງຜູ້ຄົນທີ່ເປັນບວກ ແລະ ໄດ້ຮັບແຮງຈູງໃຈ, ໂດຍສະເພາະແລ້ວ ເຮົາບໍ່ປາຖະໜາທີ່ຈະເຮັດໃຫ້ຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຊື່ສັດນັ້ນໝົດກໍາລັງໃຈ; ຢ່າງໃດກໍຕາມ ເຮົາຕ້ອງເຕືອນພວກເຈົ້າແຕ່ລະຄົນໄວ້ກ່ອນກ່ຽວກັບຄວາມບົກຜ່ອງຂອງພວກເຈົ້າ ແລະ ຈິດວິນຍານສົກກະປົກທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ. ຈຸດປະສົງໃນການເຮັດແບບນີ້ກໍຫວັງວ່າ ພວກເຈົ້າຈະສາມາດຖວາຍຫົວໃຈທີ່ແທ້ຈິງເພື່ອຜະເຊີນກັບພຣະທຳຂອງເຮົາ ເພາະວ່າ ສິ່ງທີ່ເຮົາກຽດຊັງທີ່ສຸດກໍຄືການຫຼອກລວງຂອງຜູ້ຄົນ. ເຮົາພຽງແຕ່ຫວັງວ່າ ໃນພາລະກິດຂັ້ນຕອນສຸດທ້າຍຂອງເຮົານັ້ນ ພວກເຈົ້າຈະສາມາດປະຕິບັດໄດ້ຢ່າງໂດດເດັ່ນ, ອຸທິດຕົນຢ່າງເຕັມທີ່ ແລະ ບໍ່ເປັນຄົນທີ່ບໍ່ຈິງໃຈອີກຕໍ່ໄປ. ແນ່ນອນ ເຮົາຍັງຫວັງໃຫ້ພວກເຈົ້າທຸກຄົນມີຈຸດໝາຍປາຍທາງທີ່ດີ. ຢ່າງໃດກໍຕາມ ເຮົາຍັງມີເງື່ອນໄຂຂອງເຮົາ ເຊິ່ງນັ້ນກໍຄື ການໃຫ້ພວກເຈົ້າຕັດສິນໃຈຢ່າງດີທີ່ສຸດທີ່ຈະຖວາຍການອຸທິດຕົນຄັ້ງດຽວ ແລະ ຄັ້ງສຸດທ້າຍ. ຖ້າບາງຄົນບໍ່ມີການອຸທິດໃນຄັ້ງນີ້, ຄົນນັ້ນກໍຈະເປັນຊັບສົມບັດຂອງຊາຕານຢ່າງແນ່ນອນ ແລະ ເຮົາກໍຈະບໍ່ສືບຕໍ່ນໍາໃຊ້ເຂົາ. ເຮົາຈະສົ່ງເຂົາກັບເຮືອນເພື່ອໃຫ້ພໍ່ແມ່ຂອງເຂົາດູແລ. ພາລະກິດຂອງເຮົາເປັນປະໂຫຍດໃຫ້ກັບພວກເຈົ້າຫຼາຍ; ສິ່ງທີ່ເຮົາຫວັງໄດ້ຮັບຈາກພວກເຈົ້າກໍຄືຫົວໃຈທີ່ຊື່ສັດ ແລະ ມີຄວາມປາຖະໜ້າສູງ, ແຕ່ຈົນຮອດປັດຈຸບັນນີ້ ມືຂອງເຮົາກໍຍັງວ່າງເປົ່າເໝືອນເດີມ. ໃຫ້ລອງຄິດກ່ຽວກັບສິ່ງນີ້ເບິ່ງ: ຖ້າມື້ໜຶ່ງ ເຮົາຍັງຄົງເສຍໃຈເໜືອຄຳບັນຍາຍແບບນີ້ ທ່າທີຂອງເຮົາທີ່ມີຕໍ່ພວກເຈົ້າຈະເປັນແນວໃດ? ເຮົາຈະຍັງເປັນມິດຢູ່ບໍ່? ຫົວໃຈຂອງເຮົາຈະມີສັນຕິສຸກຢູ່ບໍ? ພວກເຈົ້າເຂົ້າໃຈເຖິງຄວາມຮູ້ສຶກຂອງຄົນທີ່ປູກເຂົ້າຢ່າງພາກພຽນ ແຕ່ບໍ່ໄດ້ເກັບກ່ຽວເມັດເຂົ້າແມ່ນແຕ່ເມັດດຽວບໍ່? ພວກເຈົ້າເຂົ້າໃຈບໍ່ວ່າ ຄວາມເຈັບປວດຂອງບາງຄົນທີ່ຖືກຕີຢ່າງໜັກເປັນແນວໃດ? ພວກເຈົ້າສາມາດຊີມລົດຊາດແຫ່ງຄວາມເຈັບປວດຂອງຄົນທີ່ເຕັມໄປດ້ວຍຄວາມຫວັງ ຜູ້ເຊິ່ງຕ້ອງຈາກບາງຄົນໄປບົນເງື່ອນໄຂທີ່ບໍ່ຈົບງາມບໍ? ພວກເຈົ້າເຄີຍເຫັນຄວາມໂກດຮ້າຍຂອງຄົນທີ່ຖືກເຮັດໃຫ້ໃຈຮ້າຍບໍ? ພວກເຈົ້າສາມາດຮູ້ຈັກເຖິງຄວາມຮູ້ສຶກຮີບດ່ວນໃນການຕ້ອງການແກ້ແຄ້ນຂອງຄົນທີ່ຖືກປະຕິບັດນໍາດ້ວຍຄວາມໂຫດຮ້າຍ ແລະ ຫຼອກລວງບໍ? ຖ້າພວກເຈົ້າເຂົ້າໃຈເຖິງຄວາມຄິດຂອງຄົນເຫຼົ່ານີ້, ເຮົາຄິດວ່າ ມັນກໍບໍ່ຍາກທີ່ພວກເຈົ້າຈະຈິນຕະນາການເຖິງທ່າທີຂອງພຣະເຈົ້າໃນເວລາແຫ່ງການແກ້ແຄ້ນຂອງພຣະອົງ. ສຸດທ້າຍນີ້ ເຮົາຫວັງໃຫ້ພວກເຈົ້າທຸກຄົນພະຍາຍາມຢ່າງຈິງຈັງເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າເອງ; ຢ່າງໃດກໍຕາມ, ພວກເຈົ້າບໍ່ຄວນນໍາໃຊ້ວິທີທີ່ຫຼອກລວງເຂົ້າໃນຄວາມພະຍາຍາມຂອງພວກເຈົ້າ ຫຼື ບໍ່ດັ່ງນັ້ນ ໃນຫົວໃຈຂອງເຮົາກໍຍັງຄົງຜິດຫວັງກັບພວກເຈົ້າ. ຄວາມຜິດຫວັງດັ່ງກ່າວຈະນໍາໄປສູ່ສິ່ງໃດ? ພວກເຈົ້າບໍ່ໄດ້ກຳລັງຫຼອກລວງຕົນເອງບໍ? ຄົນທີ່ຄິດເພື່ອຈຸດໝາຍປາຍທາງຂອງພວກເຂົາ ແຕ່ທຳລາຍມັນ ຄືຄົນຢ່າງໜ້ອຍແມ່ນບໍ່ສາມາດໄດ້ຮັບຄວາມລອດພົ້ນ. ເຖິງແມ່ນຜູ້ຄົນດັ່ງກ່າວຈະໂກດຮ້າຍພຽງໃດ, ແລ້ວມີໃຜຈະເຫັນອົກເຫັນໃຈພວກເຂົາ? ສະຫຼຸບແລ້ວ ເຮົາຍັງເຕັມໃຈທີ່ຈະປາຖະໜາໃຫ້ພວກເຈົ້າມີຈຸດໝາຍປາຍທາງທີ່ເໝາະສົມ ແລະ ດີ. ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ຈະບໍ່ມີຜູ້ໃດໃນພວກເຈົ້າປະສົບກັບຄວາມພິນາດ.

(ຄັດຈາກບົດ “ວ່າດ້ວຍເລື່ອງຈຸດໝາຍປາຍທາງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: IX. ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ

ຕໍ່ໄປ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ 2

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພຣະໂອວາດສາມຂໍ້

ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນ ຈົງຮັກພັກດີຕໍ່ຜູ້ໃດ ນອກຈາກຕໍ່ພຣະອົງໃນທຸກສິ່ງ ທຸກຢ່າງ ແລະ...

ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ກ້າວເຂົ້າມາ. ໃນແຕ່ລະປີ ແລະ ແຕ່ລະວັນ ພຣະເຈົ້າໄດ້ກະທໍາການຫຼາຍຢ່າງ. ພຣະອົງໄດ້ສະເດັດມາຍັງໂລກ ແລະ ຈາກໄປ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້