ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 336)

ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ການປາກົດຕົວຂອງພຣະທໍາໃນເນື້ອໜັງ, ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ, ສິ່ງຕ່າງໆທີ່ຂັດກັບສິ່ງທີ່ພຣະອົງຮຽກຮ້ອງ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ມີຄວາມຢຳເກງພຣະອົງເລີຍ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ, ແຕ່ເຈົ້າບໍ່ປະຕິບັດສິ່ງທີ່ເຈົ້າສາມາດເຮັດ ຫຼື ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ແລ້ວເຖິງແມ່ນເຈົ້າຮັບຮູ້ພຣະອົງ, ທັດສະນະຄະຕິຂອງເຈົ້າກໍພຽງເປັນທັດສະນະຄະຕິທີ່ເຝົ້າເບິ່ງພຣະອົງ, ບໍ່ເຄີຍຢຳເກງຈັກເທື່ອ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ຮູ້ວ່າພຣະອົງແມ່ນພຣະເຈົ້າ, ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ແລ້ວເຈົ້າກໍຈະເປັນຄົນປະເພດທີ່ຍັງບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ແລະ ເຖິງແມ່ນພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ຄວາມຈິງເຫຼົ່ານີ້ອາດນອກເໜືອໄປກວ່າພວກເຂົາ, ຜູ້ຄົນດັ່ງກ່າວກໍເຕັມໃຈທີ່ຈະບັນລຸສິ່ງນີ້. ມັນເປັນຍ້ອນວ່າ ມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດຮັບເອົາ ຈຶ່ງມີຂອບເຂດ ແລະ ຂໍ້ຈຳກັດໃນສິ່ງທີ່ພວກເຂົາສາມາດປະຕິບັດ. ເຖິງຢ່າງໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ແລະ ຖ້າເຈົ້າສາມາດບັນລຸສິ່ງນັ້ນໄດ້, ນີ້ກໍເປັນຜົນທີ່ຖືກບັນລຸ ຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດກ່າວພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວເປັນຜູ້ໃດ?” ການມີຄວາມຄິດດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ. ຖ້າເຈົ້າຮັບຮູ້ພຣະເຈົ້າ ເຈົ້າກໍຕ້ອງສະແດງມັນອອກມາຜ່ານການກະທໍາຕົວຈິງຂອງເຈົ້າ. ຖ້າເຈົ້ານໍາພາຄຣິສຕະຈັກ, ແຕ່ບໍ່ສາມາດປະຕິບັດຄວາມຊອບທຳ, ຖ້າເຈົ້າປາຖະໜາຫາເງິນ ແລະ ຄວາມຮັ່ງມີ ແລະ ກອບໂກຍເອົາເງິນຂອງຄຣິສຕະຈັກເຂົ້າຖົງຕົວເອງຢ່າງລັບໆຕະຫຼອດ, ນີ້ແມ່ນການຮັບຮູ້ວ່າມີພຣະເຈົ້າຢູ່ບໍ? ພຣະເຈົ້າແມ່ນມີລິດທານຸພາບສູງສຸດ ແລະ ພຣະອົງສົມຄວນແກ່ການເຄົາລົບຢຳເກງພຣະອົງ. ເຈົ້າຈະບໍ່ຢ້ານໄດ້ແນວໃດ ວ່າເຈົ້າຮັບຮູ້ວ່າມີພຣະເຈົ້າຢ່າງແທ້ຈິງ ຫຼື ບໍ? ຖ້າເຈົ້າສາມາດເຮັດໃນສິ່ງທີ່ຊົ່ວຊ້າດັ່ງກ່າວ, ເຈົ້າຮັບຮູ້ພຣະອົງຢ່າງແທ້ຈິງບໍ? ແມ່ນພຣະເຈົ້າບໍທີ່ເຈົ້າເຊື່ອ? ສິ່ງທີ່ເຈົ້າເຊື່ອແມ່ນພຣະເຈົ້າທີ່ເລື່ອນລອຍ; ນັ້ນແມ່ນເຫດຜົນທີ່ເຈົ້າບໍ່ຢ້ານ! ຜູ້ທີ່ຮັບຮູ້ຢ່າງແທ້ຈິງ ແລະ ຮູ້ຈັກພຣະເຈົ້າ ແມ່ນລ້ວນແລ້ວແຕ່ຢໍາເກງພຣະອົງ ແລະ ຢ້ານທີ່ຈະເຮັດໃນສິ່ງທີ່ຕໍ່ຕ້ານກັບພຣະອົງ ຫຼື ສິ່ງທີ່ຄັດກັບສາມັນສໍານຶກຂອງພວກເຂົາ; ໂດຍສະເພາະແລ້ວ ພວກເຂົາແມ່ນຢ້ານທີ່ຈະເຮັດໃນສິ່ງທີ່ພວກເຂົາຮູ້ວ່າຂັດກັບຄວາມປະສົງຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງສາມາດຖືໄດ້ວ່າ ເປັນການຮັບຮູ້ເຖິງການເປັນຢູ່ຂອງພຣະເຈົ້າ. ເຈົ້າຄວນເຮັດຫຍັງ ເມື່ອພໍ່ແມ່ຂອງເຈົ້າພະຍາຍາມຢຸດເຈົ້າບໍ່ໃຫ້ເຊື່ອໃນພຣະເຈົ້າ? ເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອຜົວຂອງເຈົ້າທີ່ບໍ່ມີຄວາມເຊື່ອໄດ້ປະຕິບັດກັບເຈົ້າເປັນຢ່າງດີ? ແລ້ວເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອອ້າຍເອື້ອຍນ້ອງກຽດຊັງເຈົ້າ? ຖ້າເຈົ້າຮັບຮູ້ພຣະອົງ, ແລ້ວໃນສິ່ງເຫຼົ່ານີ້ ເຈົ້າກໍຈະປະຕິບັດຢ່າງເໝາະສົມ ແລະ ດໍາລົງຢູ່ໃນຄວາມເປັນຈິງ. ຖ້າເຈົ້າລົ້ມເຫຼວທີ່ຈະປະຕິບັດຢ່າງເປັນຮູບປະທໍາ ມີພຽງແຕ່ເວົ້າວ່າ ເຈົ້າຮັບຮູ້ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແລ້ວເຈົ້າກໍຈະເປັນພຽງແຕ່ນັກເວົ້າ! ເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະອົງ ແລະ ຮັບຮູ້ພຣະອົງ, ແຕ່ເຈົ້າຮັບຮູ້ພຣະອົງໃນລັກສະນະໃດ? ເຈົ້າເຊື່ອໃນພຣະອົງໃນລັກສະນະໃດ? ເຈົ້າຢຳເກງພຣະອົງບໍ? ເຈົ້າເຄົາລົບບູຊາພຣະອົງບໍ? ເຈົ້າຮັກພຣະອົງຢ່າງເລິກເຊິ່ງຢູ່ພາຍໃນບໍ? ເມື່ອເຈົ້າໂສກເສົ້າ ແລະ ບໍ່ມີໃຜໃຫ້ເພິ່ງພາ, ເຈົ້າຈະຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ, ແຕ່ຫຼັງຈາກນັ້ນ ເຈົ້າກໍຈະລືມທຸກຢ່າງກ່ຽວກັບສິ່ງນັ້ນ. ນັ້ນບໍ່ແມ່ນການຮັກພຣະເຈົ້າ ຫຼື ມັນບໍ່ແມ່ນການເຊື່ອໃນພຣະເຈົ້າ! ໃນທີ່ສຸດແລ້ວ ສິ່ງທີ່ພຣະເຈົ້າປາຖະໜາໃຫ້ມະນຸດບັນລຸແມ່ນຫຍັງ? ສະພາວະທັງໝົດທີ່ເຮົາໄດ້ກ່າວມາ ເຊັ່ນການຮູ້ສຶກປະທັບໃຈກັບຄວາມສຳຄັນຂອງເຈົ້າເອງ, ການຮູ້ສຶກວ່າ ເຈົ້າຮັບຮູ້ສິ່ງຕ່າງໆ ແລະ ເຂົ້າໃຈສິ່ງໃໝ່ໆໄດ້ໄວ, ການຄວບຄຸມຄົນອື່ນ, ການດູຖູກຄົນອື່ນ, ການຕັດສິນຄົນອື່ນຕາມຮູບຮ່າງລັກສະນະຂອງພວກເຂົາ, ການຂົ່ມເຫັງຄົນໄຮ້ດຽງສາ, ການຢາກໄດ້ເງິນຂອງຄຣິສຕະຈັກ ແລະ ອື່ນໆອີກ, ມີແຕ່ເມື່ອອຸປະນິໄສທີ່ເສື່ອມຊາມແບບຊາຕານທັງໝົດເຫຼົ່ານີ້ຖືກກໍາຈັດອອກຈາກຕົວເຈົ້າເປັນບາງສ່ວນເທົ່ານັ້ນ ການເອົາຊະນະຂອງເຈົ້າກໍຈະຖືກເຮັດໃຫ້ແຈ່ມແຈ້ງຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 337)

ເຮົາໄດ້ດຳເນີນພາລະກິດ ແລະ ກ່າວແບບນີ້ທ່າມກາງພວກເຈົ້າ, ເຮົາໄດ້ໃຊ້ກຳລັງ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍ ແຕ່ພວກເຈົ້າເຄີຍເຊື່ອຟັງໃນສິ່ງທີ່ເຮົາບອກພວກເຈົ້າຢ່າງແຈ່ມແຈ້ງນີ້ບໍ່? ຢູ່ໃສແດ່ທີ່ພວກເຈົ້າເຄີຍກົ້ມຂາບລົງຕໍ່ເຮົາ ອົງຊົງລິດທານຸພາບສູງສຸດ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເປັນຫຍັງທຸກສິ່ງທີ່ພວກເຈົ້າເວົ້າ ແລະ ກະທຳຈຶ່ງເຮັດໃຫ້ເຮົາໂກດຮ້າຍ? ເປັນຫຍັງຫົວໃຈຂອງພວກເຈົ້າຈຶ່ງແຂງກະດ້າງ? ເຮົາເຄີຍໂຈມຕີພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຫຍັງ ມີແຕ່ເຮັດໃຫ້ເຮົາໂສກເສົ້າ ແລະ ກັງວົນໃຈ? ພວກເຈົ້າກຳລັງລໍຖ້າມື້ແຫ່ງຄວາມໂກດຮ້າຍຂອງເຮົາ ຜູ້ເປັນພຣະເຢໂຮວາ ໃຫ້ມາເຖິງພວກເຈົ້າບໍ? ພວກເຈົ້າກຳລັງລໍຖ້າໃຫ້ເຮົາສຳແດງຄວາມໂກດຮ້າຍທີ່ເກີດຈາກການທີ່ພວກເຈົ້າບໍ່ເຊື່ອຟັງບໍ? ທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອພວກເຈົ້າບໍ? ແຕ່ພວກເຈົ້າກໍປະຕິບັດຕໍ່ເຮົາ ຜູ້ເປັນພຣະເຢໂຮວາ ແບບນີ້ຢູ່ເປັນປະຈຳ: ລັກເອົາເຄື່ອງບູຊາຂອງເຮົາ, ເອົາເຄື່ອງບູຊາເທິງແທ່ນບູຊາຂອງເຮົາກັບບ້ານໄປຫາຖໍ້າໝາປ່າເພື່ອລ້ຽງລູກໝາປ່າ ແລະ ລູກຂອງລູກຂອງໝາປ່າທີ່ຢູ່ໃນຖໍ້າຂອງໝາປ່າ; ຜູ້ຄົນຕໍ່ສູ້ກັນເອງ, ຜະເຊີນໜ້າກັນແລະກັນດ້ວຍດາບ ແລະ ຫອກຢ່າງໂກດແຄ້ນ, ໂຍນພຣະທຳຂອງເຮົາ ອົງຊົງລິດທານຸພາບສູງສຸດຖິ້ມລົງໃນສ້ວມໃຫ້ສົກກະປົກຄືກັບອາຈົມ. ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າໄດ້ກາຍເປັນຄວາມເປັນສັດແລ້ວ! ຫົວໃຈຂອງພວກເຈົ້າໄດ້ກາຍເປັນຫີນຕັ້ງແຕ່ດົນນານມາແລ້ວ. ພວກເຈົ້າບໍ່ຮູ້ບໍວ່າ ເວລາແຫ່ງຄວາມໂກດຮ້າຍຂອງເຮົາມາເຖິງຈະເປັນເວລາທີ່ເຮົາຈະພິພາກສາຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດກັບເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ ໃນມື້ນີ້? ພວກເຈົ້າຄິດບໍວ່າ ໂດຍການຫຼອກລວງເຮົາດ້ວຍວິທີນີ້ ໂດຍການໂຍນພຣະທຳຂອງເຮົາຖິ້ມລົງໃນຕົມ ແລະ ບໍ່ຮັບຟັງພຣະທໍານັ້ນເລີຍ, ພວກເຈົ້າຄິດບໍວ່າ ໂດຍການເຮັດແບບນີ້ລັບຫຼັງເຮົາ ພວກເຈົ້າຈະສາມາດລອດພົ້ນຈາກສາຍຕາແຫ່ງຄວາມໂກດຮ້າຍຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ສາຍຕາຂອງເຮົາ ຜູ້ເປັນພຣະເຢໂຮວາ ເຫັນພວກເຈົ້າແລ້ວ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ ແລະ ອິດສາຢາກໄດ້ສິ່ງທີ່ເປັນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ, ເຈົ້າເຮັດແບບນັ້ນຕໍ່ໜ້າແທ່ນບູຊາທີ່ມີການຖວາຍເຄື່ອງບູຊາ? ພວກເຈົ້າເຊື່ອວ່າຕົນເອງສະຫຼາດພຽງພໍໄດ້ແນວໃດທີ່ຈະຫຼອກລວງເຮົາດ້ວຍວິທີນີ້? ຄວາມໂກດຮ້າຍຂອງເຮົາຈະອອກຫ່າງຈາກຄວາມຜິດບາບທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມໂກດຮ້າຍຂອງເຮົາຈະຂ້າມການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດໃນມື້ນີ້ ບໍ່ມີທາງອອກໃຫ້ກັບພວກເຈົ້າ ແຕ່ສະສົມການລົງໂທດໃຫ້ກັບພວກເຈົ້າໃນມື້ຕໍ່ໄປ; ມັນທ້າທາຍການລົງໂທດຂອງເຮົາອົງຊົງລິດທານຸພາບສູງສຸດທີ່ມີໃຫ້ກັບພວກເຈົ້າ. ການກະທຳທີ່ຊົ່ວຮ້າຍ ແລະ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າຈະສາມາດລອດພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ຄຳອະທິຖານຂອງພວກເຈົ້າຈະສາມາດມາເຖິງຫູຂອງເຮົາໄດ້ແນວໃດ? ເຮົາຈະເປີດທາງອອກໃຫ້ກັບຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ແນວໃດ? ເຮົາຈະປ່ອຍການກະທຳທີ່ຊົ່ວຮ້າຍທີ່ພວກເຈົ້າທ້າທາຍເຮົາໄດ້ແນວໃດ? ເຮົາຈະບໍ່ຕັດລີ້ນຂອງພວກເຈົ້າທີ່ເຕັມໄປດ້ວຍຄວາມກຽດຊັງຄືກັບງູໄດ້ແນວໃດ? ພວກເຈົ້າບໍ່ໄດ້ຂໍຮ້ອງເຮົາເພື່ອເຫັນແກ່ຜົນປະໂຫຍດຂອງຄວາມທ່ຽງທຳຂອງເຮົາ ແຕ່ ກົງກັນຂ້າມ ພວກເຈົ້າສະສົມຄວາມໂກດຮ້າຍຂອງເຮົາທີ່ເປັນຜົນມາຈາກຄວາມບໍ່ທ່ຽງທຳຂອງພວກເຈົ້າ. ເຮົາຈະສາມາດຍົກໂທດໃຫ້ພວກເຈົ້າໄດ້ແນວໃດ? ໃນສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແມ່ນສົກກະປົກ. ສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ ເຫັນຄວາມບໍ່ທ່ຽງທຳຂອງພວກເຈົ້າຄືກັບການລົງໂທດທີ່ບໍ່ລົດລະ. ການລົງໂທດ ແລະ ການພິພາກສາທີ່ທ່ຽງທຳຂອງເຮົາຈະສາມາດອອກຫ່າງຈາກພວກເຈົ້າໄດ້ແນວໃດ? ຍ້ອນພວກເຈົ້າເຮັດສິ່ງນີ້ກັບເຮົາ ເຮັດໃຫ້ເຮົາໂສກເສົ້າ ແລະ ໂກດຮ້າຍ ເຮົາຈະໃຫ້ພວກເຈົ້າລອດພົ້ນຈາກມືຂອງເຮົາ ແລະ ອອກຫ່າງຈາກມື້ທີ່ເຮົາ ຜູ້ເປັນພຣະເຢໂຮວາຈະລົງໂທດ ແລະ ສາບແຊ່ງພວກເຈົ້າໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າ ແລະ ຖ້ອຍຄຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູເຮົາແລ້ວ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ເຮັດໃຫ້ຜ້າຄຸມແຫ່ງຄວາມທ່ຽງທຳອັນສັກສິດຂອງເຮົາເປິເປື້ອນ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ເຊື່ອຟັງຂອງພວກເຈົ້າໄດ້ທ້າທາຍຄວາມໂມໂຫທີ່ແຮງກ້າຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ເຮັດໃຫ້ເຮົາໃຈຮ້າຍຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ທົດສອບຄວາມອົດທົນຂອງເຮົາເປັນເວລາດົນນານມາແລ້ວເຊັ່ນກັນ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ທຳລາຍເນື້ອໜັງຂອງເຮົາ, ບັນທອນມັນຈົນກາຍເປັນຜ້າຂາດ? ເຮົາໄດ້ອົດທົນຈົນຮອດຕອນນີ້, ເຊັ່ນນັ້ນ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາ, ບໍ່ອົດທົນຕໍ່ພວກເຈົ້າອີກຕໍ່ໄປ. ພວກເຈົ້າບໍ່ຮູ້ບໍວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູຂອງເຮົາແລ້ວ ແລະ ສຽງຮ້ອງໄຫ້ຂອງເຮົາກໍໄດ້ໄປເຖິງຫູຂອງພຣະບິດາຂອງເຮົາ? ພຣະອົງຈະອະນຸຍາດໃຫ້ພວກເຈົ້າປະຕິບັດຕໍ່ເຮົາແບບນີ້ໄດ້ແນວໃດ? ມີພາລະກິດໃດແດ່ຂອງເຮົາທີ່ບໍ່ໄດ້ດຳເນີນເພື່ອເຫັນແກ່ຜົນປະໂຫຍດຂອງພວກເຈົ້າ? ແຕ່ມີຜູ້ໃດແດ່ໃນບັນດາພວກເຈົ້າທີ່ຮັກພາລະກິດຂອງເຮົາຫຼາຍຂຶ້ນ ຜູ້ເປັນພຣະເຢໂຮວາຫຼາຍຂຶ້ນ? ເຮົາຈະບໍ່ສັດຊື່ກັບຄວາມປະສົງຂອງພຣະບິດາຂອງເຮົາ ຍ້ອນວ່າເຮົາອ່ອນແອ ແລະ ຍ້ອນຄວາມທຸກທໍລະມານໃຈທີ່ເຮົາໄດ້ຮັບບໍ? ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາບໍ? ເຮົາກ່າວກັບພວກເຈົ້າດັ່ງທີ່ພຣະເຢໂຮວາໄດ້ກ່າວ; ເຮົາບໍ່ໄດ້ອຸທິດຫຼາຍຢ່າງເພື່ອພວກເຈົ້າບໍ? ເຖິງແມ່ນວ່າເຮົາເຕັມໃຈແບກຮັບຄວາມທົນທຸກທໍລະມານນີ້ທັງໝົດເພື່ອເຫັນແກ່ຜົນປະໂຫຍດຂອງພາລະກິດຂອງພຣະບິດາຂອງເຮົາ, ເຮົາຈະປ່ອຍໃຫ້ພວກເຈົ້າເປັນອິດສະຫຼະຈາກການລົງໂທດທີ່ເຮົາຈະນໍາມາຍັງພວກເຈົ້າ ເຊິ່ງເປັນຜົນມາຈາກການທົນທຸກທໍລະມານຂອງເຮົາໄດ້ແນວໃດ? ພວກເຈົ້າບໍ່ໄດ້ຊື່ນຊົມໃນຕົວເຮົາຢ່າງລົ້ນເຫຼືອບໍ? ມື້ນີ້ ພຣະບິດາຂອງເຮົາໄດ້ປະທານເຮົາໃຫ້ພວກເຈົ້າ; ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ຮັບຫຼາຍກວ່າພຣະທຳທີ່ອຸດົມສົມບູນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ຊີວິດຂອງເຮົາຖືກແລກກັບຊີວິດຂອງພວກເຈົ້າ ແລະ ກັບສິ່ງທີ່ພວກເຈົ້າໄດ້ຮັບ? ພວກເຈົ້າບໍ່ຮູ້ບໍວ່າ ພຣະບິດາຂອງເຮົາໃຊ້ຊີວິດຂອງເຮົາເພື່ອເຮັດສົງຄາມກັບຊາຕານ ແລະ ພຣະອົງຍັງໄດ້ປະທານຊີວິດຂອງເຮົາໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ພວກເຈົ້າໄດ້ຮັບຮ້ອຍເທົ່າ ແລະ ເພື່ອໃຫ້ພວກເຈົ້າຫຼີກເວັ້ນຈາກການທົດລອງຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ມີພຽງແຕ່ໂດຍພາລະກິດຂອງເຮົາ ເຈົ້າຈຶ່ງຈະຖືກລະເວັ້ນຈາກການທົດລອງຫຼາຍຢ່າງ ແລະ ຈາກການລົງໂທດທີ່ກຳລັງລຸກໄໝ້ຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ຍ້ອນເຮົາພຽງເທົ່ານັ້ນທີ່ພຣະບິດາຂອງເຮົາເຮັດໃຫ້ພວກເຈົ້າໄດ້ຮັບຄວາມສຸກໃຈຈົນຮອດບັດນີ້? ທຸກມື້ນີ້ ພວກເຈົ້າຍັງແຂງກະດ້າງຢ່າງໜັກ ແລະ ບໍ່ຍອມອ່ອນນ້ອມໄດ້ແນວໃດ, ມັນຄືກັບວ່າ ຄວາມຕາຍດ້ານໄດ້ເກີດຂຶ້ນໃນໃຈຂອງພວກເຈົ້າບໍ? ສິ່ງຊົ່ວຮ້າຍທີ່ພວກເຈົ້າເຮັດໃນມື້ນີ້ຈະເຮັດໃຫ້ພວກເຈົ້າລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍທີ່ຈະເກີດຂຶ້ນຫຼັງຈາກການຈາກລາຂອງເຮົາຈາກແຜ່ນດິນໂລກໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ຄົນເຫຼົ່ານັ້ນທີ່ມີຫົວໃຈທີ່ແຂງກະດ້າງ ແລະ ບໍ່ຍອມອ່ອນນ້ອມລອດພົ້ນຈາກຄວາມໂກດຮ້າຍຂອງພຣະເຢໂຮວາໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 338)

ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ? ເມື່ອໃດທີ່ເຮົາໂຕ້ຖຽງກ່ຽວກັບເລື່ອງເລັກໆນ້ອຍໆກັບພວກເຈົ້າ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຢ່າງບໍ່ສົມເຫດສົມຜົນ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຕໍ່ໜ້າພວກເຈົ້າ? ມັນບໍ່ແມ່ນຍ້ອນເຫັນແກ່ຜົນປະໂຫຍດຂອງພາລະກິດຂອງເຮົາບໍທີ່ເຮົາຂໍໃຫ້ພຣະບິດາຂອງເຮົາຮັກສາພວກເຈົ້າຈາກການທົດລອງທຸກຢ່າງ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເຮົາເຄີຍໃຊ້ອຳນາດຂອງເຮົາເພື່ອໂຈມຕີເນື້ອໜັງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງຕອບແທນເຮົາແບບນີ້? ຫຼັງຈາກທີ່ທຳທ່າສົນໃຈເຮົາ ເຈົ້າກໍຍັງບໍ່ຮ້ອນ ຫຼື ບໍ່ເຢັນ ແລະ ແລ້ວເຈົ້າກໍພະຍາຍາມໂນ້ມນ້າວເຮົາ ແລະ ເຊື່ອງສິ່ງຕ່າງໆຈາກເຮົາ ແລະ ປາກຂອງພວກເຈົ້າກໍເຕັມໄປດ້ວຍນໍ້າລາຍແຫ່ງຄວາມບໍ່ທ່ຽງທຳ. ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຫຼອກລວງພຣະວິນຍານຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າສາມາດລອດພົ້ນຈາກຄວາມໂກດຮ້າຍຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຕັດສິນການກະທຳຂອງເຮົາ ຜູ້ເປັນພຣະເຢໂຮວາ ຕາມທີ່ລີ້ນຂອງພວກເຈົ້າຕ້ອງການໄດ້ບໍ? ເຮົາເປັນພຣະເຈົ້າຜູ້ທີ່ຖືກມະນຸດດຳເນີນການພິພາກສາບໍ? ເຮົາຈະອະນຸຍາດໃຫ້ໜອນນ້ອຍໆມາເວົ້າໝິ່ນປະໝາດເຮົາແບບນີ້ບໍ? ເຮົາຈະຈັດວາງລູກແຫ່ງຄວາມບໍ່ເຊື່ອຟັງດັ່ງກ່າວໄວ້ທ່າມກາງການຮັບພອນທີ່ບໍ່ສິ້ນສຸດຂອງເຮົາໄດ້ແນວໃດ? ຄຳເວົ້າ ແລະ ການກະທຳຂອງພວກເຈົ້າໄດ້ເປີດເຜີຍ ແລະ ກ່າວໂທດພວກເຈົ້າເປັນເວລາດົນນານມາແລ້ວ. ເມື່ອເຮົາກາງທ້ອງຟ້າອອກ ແລະ ສ້າງທຸກສິ່ງຂຶ້ນ ເຮົາບໍ່ອະນຸຍາດໃຫ້ສິ່ງທີ່ມີຊີວິດໃດກໍຕາມມີສ່ວນຮ່ວມຕາມທີ່ພວກເຂົາມັກ, ເຮົາບໍ່ເຄີຍອະນຸຍາດໃຫ້ສິ່ງໃດທຳລາຍພາລະກິດຂອງເຮົາ ແລະ ການຄຸ້ມຄອງຂອງເຮົາຕາມທີ່ມັນຕ້ອງການໃນແບບໃດກໍຕາມ. ເຮົາບໍ່ອົດທົນຕໍ່ມະນຸດ ຫຼື ສິ່ງຂອງ; ເຮົາຈະສາມາດຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ໂຫດຮ້າຍ ແລະ ບໍ່ມີເມດຕາຕໍ່ເຮົາໄດ້ແນວໃດ? ເຮົາຈະສາມາດໃຫ້ອະໄພກັບຄົນເຫຼົ່ານັ້ນທີ່ກະບົດຕໍ່ພຣະທຳຂອງເຮົາໄດ້ແນວໃດ? ເຮົາຈະຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງເຮົາໄດ້ແນວໃດ? ຊະຕາກໍາຂອງມະນຸດບໍ່ໄດ້ຢູ່ໃນມືຂອງເຮົາ ອົງຊົງລິດທານຸພາບສູງສຸດບໍ? ເຮົາຈະພິຈາລະນາໃຫ້ຄວາມບໍ່ທ່ຽງທຳ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້າເປັນສິ່ງທີ່ບໍລິສຸດໄດ້ແນວໃດ? ຄວາມຜິດບາບຂອງເຈົ້າຈະທຳລາຍຄວາມບໍລິສຸດຂອງເຮົາໄດ້ແນວໃດ? ເຮົາບໍ່ຖືກທຳລາຍໂດຍຄວາມບໍ່ບໍລິສຸດຂອງຄົນທີ່ບໍ່ທ່ຽງທຳ ຫຼື ເຮົາບໍ່ຮັບເອົາການຖວາຍບູຊາຂອງຄົນທີ່ບໍ່ທ່ຽງທຳ. ຖ້າເຈົ້າຊື່ສັດກັບເຮົາ ຜູ້ເປັນພຣະເຢໂຮວາ ເຈົ້າສາມາດເອົາເຄື່ອງຖວາຍບູຊາທີ່ແທ່ນບູຊາຂອງເຮົາບໍ? ເຈົ້າສາມາດໃຊ້ລີ້ນທີ່ເປັນພິດຂອງເຈົ້າເວົ້າໝິ່ນປະໝາດນາມສັກສິດຂອງເຮົາໄດ້ບໍ? ເຈົ້າສາມາດກະບົດຕໍ່ພຣະທຳຂອງເຮົາແບບນີ້ໄດ້ບໍ? ເຈົ້າສາມາດປະຕິບັດຕໍ່ລັດສະໝີ ແລະ ນາມສັກສິດຂອງເຮົາຄືກັບເຄື່ອງມືທີ່ຮັບໃຊ້ຊາຕານ ຜູ້ທີ່ຊົ່ວຮ້າຍບໍ? ຊີວິດຂອງເຮົາແມ່ນເພື່ອຄວາມຊື່ນບານຂອງຄົນທີ່ບໍລິສຸດ. ເຮົາສາມາດອະນຸຍາດໃຫ້ເຈົ້າຫຼິ້ນກັບຊີວິດຂອງເຮົາຕາມທີ່ເຈົ້າຕ້ອງການ ແລະ ໃຊ້ມັນເປັນເຄື່ອງມືໃນການສ້າງຂໍ້ຂັດແຍ້ງທ່າມກາງພວກເຈົ້າເອງໄດ້ແນວໃດ? ພວກເຈົ້າບໍ່ມີຄວາມເມດຕາເລີຍ ແລະ ຂາດວິທີທາງແຫ່ງຄວາມດີ ໃນວິທີທີ່ພວກເຈົ້າມີຕໍ່ເຮົາໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາໄດ້ບັນທຶກການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າລົງໃນພຣະທຳແຫ່ງຊີວິດແລ້ວ? ພວກເຈົ້າຈະລອດພົ້ນມື້ແຫ່ງຄວາມໂກດຮ້າຍເມື່ອເຮົາລົງໂທດອີຢິບໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ພວກເຈົ້າຕໍ່ຕ້ານ ແລະ ບໍ່ຍອມເຊື່ອຟັງເຮົາແບບນີ້ ເທື່ອແລ້ວເທື່ອເລົ້າໄດ້ແນວໃດ? ເຮົາບອກເຈົ້າຢ່າງແຈ່ມແຈ້ງ ເມື່ອຮອດມື້ນັ້ນ ການລົງໂທດຂອງພວກເຈົ້າຈະໜັກຫຼາຍກວ່າຂອງອີຢິບ! ພວກເຈົ້າຈະສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍຂອງເຮົາໄດ້ແນວໃດ? ເຮົາບອກພວກເຈົ້າຕາມຄວາມຈິງ: ຄວາມອົດທົນຂອງເຮົາຖືກກຽມໄວ້ສຳລັບການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ ແລະ ມີຢູ່ເພື່ອການລົງໂທດຂອງພວກເຈົ້າໃນມື້ນັ້ນ. ພວກເຈົ້າບໍ່ແມ່ນຄົນທີ່ຈະທໍລະມານຕໍ່ການພິພາກສາທີ່ໂກດຮ້າຍ ເມື່ອເຮົາໝົດຄວາມອົດທົນນັ້ນບໍ? ທຸກສິ່ງທຸກຢ່າງບໍ່ໄດ້ຢູ່ໃນກໍາມືຂອງເຮົາ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ ບໍ? ດັ່ງນັ້ນ ພາຍໃຕ້ທ້ອງຟ້ານີ້ ເຮົາຈະໃຫ້ພວກເຈົ້າບໍ່ເຊື່ອຟັງເຮົາແບບນັ້ນໄດ້ແນວໃດ? ຊີວິດຂອງພວກເຈົ້າຈະຫຍຸ້ງຍາກຫຼາຍ ເພາະພວກເຈົ້າໄດ້ພົບກັບພຣະເມຊີອາ ຕາມທີ່ຖືກກ່າວຂານໄວ້ວ່າ ພຣະອົງຈະສະເດັດມາ ແຕ່ບໍ່ເຄີຍມາຈັກເທື່ອ. ພວກເຈົ້າບໍ່ແມ່ນສັດຕູຂອງພຣະອົງບໍ? ພຣະເຢຊູເປັນເພື່ອນກັບພວກເຈົ້າ ແຕ່ພວກເຈົ້າເປັນສັດຕູກັບພຣະເມຊີອາ. ພວກເຈົ້າບໍ່ຮູ້ບໍວ່າ ເຖິງພວກເຈົ້າເປັນເພື່ອນກັບພຣະເຢຊູ ແຕ່ການກະທຳຊົ່ວຮ້າຍຂອງພວກເຈົ້າແມ່ນຝັງເລິກຢູ່ໃນເສັ້ນເລືອດຂອງຜູ້ຄົນທີ່ໜ້າລັງກຽດທີ່ສຸດ? ເຖິງແມ່ນພວກເຈົ້າຈະໃກ້ຊິດກັບພຣະເຢໂຮວາຫຼາຍ ແຕ່ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ໄປເຖິງຫູຂອງພຣະເຢໂຮວາ ແລະ ທ້າທາຍຄວາມໂກດຮ້າຍຂອງພຣະອົງ? ພຣະອົງຈະໃກ້ຊິດກັບເຈົ້າໄດ້ແນວໃດ ແລະ ພຣະອົງຈະບໍ່ເຜົາເສັ້ນເລືອດຂອງພວກເຈົ້າທີ່ເຕັມໄປດ້ວຍການກະທຳຊົ່ວຮ້າຍໄດ້ແນວໃດ? ພຣະອົງຈະບໍ່ສາມາດເປັນສັດຕູຂອງເຈົ້າໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 339)

ຕອນນີ້ເຮົາກໍາລັງເບິ່ງເນື້ອໜັງທີ່ໝົກມຸ້ນຂອງເຈົ້າ ເຊິ່ງຈະຫຼອກລວງເຮົາ ແລະ ເຮົາກໍມີຄໍາເຕືອນໜ້ອຍໜຶ່ງໃຫ້ກັບເຈົ້າ ເຖິງວ່າເຮົາຈະບໍ່ໃຊ້ການຕີສອນເພື່ອ “ຮັບໃຊ້” ເຈົ້າ. ເຈົ້າກໍຄວນຮູ້ບົດບາດທີ່ເຈົ້າມີໃນພາລະກິດຂອງເຮົາ ແລະ ຫຼັງຈາກນັ້ນ ເຮົາຈິ່ງຈະພໍໃຈ. ນອກເໜືອຈາກເລື່ອງນີ້, ຖ້າເຈົ້າຕໍ່ຕ້ານເຮົາ ຫຼື ໃຊ້ເງິນຂອງເຮົາ ຫຼື ກິນຂອງບູຊາທີ່ມີໄວ້ສໍາລັບເຮົາ ນັ້ນກໍຄືພຣະເຢໂຮວາ ຫຼື ຖ້າໂຕໜອນແບບພວກເຈົ້າຈະກັດກັນເອງ ຫຼື ຖ້າສັບພະສິ່ງທີ່ຄ້າຍຄືໝາຈະມີຂໍ້ຂັດແຍ້ງ ຫຼື ເຮັດຜິດຕໍ່ກັນເອງ, ເຮົາກໍຈະບໍ່ສົນໃຈກັບສິ່ງນັ້ນເລີຍ. ພວກເຈົ້າພຽງແຕ່ຈໍາເປັນຕ້ອງຮູ້ວ່າ ພວກເຈົ້າແມ່ນສິ່ງຫຍັງ ແລະ ເຮົາກໍຈະພໍໃຈແລ້ວ. ນອກຈາກທັງໝົດນີ້ແລ້ວ, ມັນກໍບໍ່ເປັນຫຍັງ ຖ້າເຈົ້າຢາກຈະຊັກອາວຸດໃສ່ກັນ ຫຼື ຕໍ່ສູ້ກັນເອງດ້ວຍຄໍາເວົ້າ; ເຮົາບໍ່ມີຄວາມປາຖະໜາທີ່ຈະໄປຫຍຸ້ງກ່ຽວໃນສິ່ງດັ່ງກ່າວ ແລະ ເຮົາບໍ່ໄດ້ກ່ຽວຂ້ອງກັບເລື່ອງຂອງມະນຸດແມ່ນແຕ່ໜ້ອຍດຽວ. ມັນບໍ່ແມ່ນວ່າ ເຮົາບໍ່ສົນໃຈກ່ຽວກັບຂໍ້ຂັດແຍ້ງລະຫວ່າງພວກເຈົ້າ; ມັນຍ້ອນວ່າ ເຮົາບໍ່ແມ່ນໜຶ່ງໃນບັນດາພວກເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ໄດ້ເຂົ້າຮ່ວມໃນເລື່ອງຕ່າງໆທີ່ເກີດຂຶ້ນລະຫວ່າງພວກເຈົ້າ. ເຮົາເອງບໍ່ແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ແມ່ນສິ່ງຂອງໂລກ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງລັງກຽດຊີວິດທີ່ວຸ້ນວາຍຂອງຜູ້ຄົນ ແລະ ຄວາມສໍາພັນທີ່ບໍ່ເປັນລະບຽບ ແລະ ບໍ່ຖືກຕ້ອງລະຫວ່າງພວກເຂົາ. ໂດຍສະເພາະແມ່ນເຮົາລັງກຽດກຸ່ມຄົນທີ່ຝົດນັນ. ຢ່າງໃດກໍຕາມ, ເຮົາມີຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຄວາມບໍ່ບໍລິສຸດໃນຈິດໃຈຂອງສິ່ງທີ່ຖືກຊົງສ້າງແຕ່ລະຄົນ ແລະ ກ່ອນທີ່ເຮົາໄດ້ສ້າງພວກເຈົ້າ ເຮົາແມ່ນຮູ້ເຖິງຄວາມບໍ່ຊອບທໍາທີ່ຝັງເລິກຢູ່ໃນໃຈມະນຸດມາກ່ອນແລ້ວ ແລະ ເຮົາກໍຮູ້ເຖິງຄວາມຫຼອກລວງ ແລະ ຄວາມຄົດງໍໃນໃຈຂອງມະນຸດ. ດັ່ງນັ້ນ, ເຖິງວ່າຈະບໍ່ມີຮ່ອງຮອຍເລີຍໃນເວລາທີ່ຜູ້ຄົນເຮັດໃນສິ່ງທີ່ບໍ່ຊອບທໍາ, ເຮົາກໍຍັງຮູ້ວ່າ ຄວາມບໍ່ຊອບທໍາທີ່ຢູ່ພາຍໃນໃຈຂອງພວກເຈົ້າແມ່ນມີຫຼາຍກວ່າຄວາມອຸດົມສົມບູນຂອງທຸກສິ່ງທຸກຢ່າງທີ່ເຮົາໄດ້ຊົງສ້າງ. ພວກເຈົ້າທຸກຄົນໄດ້ຂຶ້ນໄປສູ່ຈຸດສູງສຸດຂອງຝູງຊົນ; ພວກເຈົ້າໄດ້ຂຶ້ນໄປເປັນບັນພະບຸລຸດຂອງມວນຊົນ. ພວກເຈົ້າເຮັດຕາມອໍາເພີໃຈທີ່ສຸດ ແລະ ພວກເຈົ້າແລ່ນອາລະວາດໃນທ່າມກາງໂຕໜອນ ໂດຍຊອກຫາບ່ອນທີ່ຈະຜ່ອນຄາຍ ແລະ ພະຍາຍາມກິນໜອນທີ່ນ້ອຍກວ່າພວກເຈົ້າ. ໃນຈິດໃຈຂອງພວກເຈົ້າ ພວກເຈົ້າແມ່ນມີເຈດຕະນາຮ້າຍ ແລະ ເປັນຕາຢ້ານຫຼາຍກວ່າຜີສາດ ທີ່ໄດ້ຈົມລົງໄປກົ້ນທະເລ. ພວກເຈົ້າຢູ່ໃນພື້ນຂອງກອງຂີ້ສັດ, ລົບກວນໂຕໜອນອື່ນໆແຕ່ທາງເທິງຈົນຮອດລຸ່ມ ຈົນກວ່າພວກມັນບໍ່ມີຄວາມສະຫງົບ, ຕໍ່ສູ້ກັນເອງໄລຍະໜຶ່ງ ແລະ ຫຼັງຈາກນັ້ນກໍໃຈເຢັນລົງ. ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ? ພວກເຈົ້າແມ່ນໂຕໜອນນ້ອຍໆທີ່ເໝັນທີ່ລັກເຄື່ອງຖວາຍຈາກແທ່ນບູຊາຂອງເຮົາ ນັ້ນກໍຄືພຣະເຢໂຮວາ; ໃນການເຮັດແບບນັ້ນ, ເຈົ້າສາມາດຊ່ວຍຊື່ສຽງທີ່ເສຍຫາຍ ແລະ ລົ້ມເຫຼວ ແລະ ກາຍເປັນຜູ້ຄົນຂອງອິດສະຣາເອນທີ່ຖືກເລືອກໄດ້ບໍ? ເຈົ້າແມ່ນຄົນຊົ່ວທີ່ບໍ່ມີຢາງອາຍ! ເຄື່ອງບູຊາຢູ່ແທ່ນບູຊາແມ່ນຖືກຖວາຍແກ່ເຮົາໂດຍຜູ້ຄົນ ເພື່ອເປັນການສະແດງອອກເຖິງຄວາມຮູ້ສຶກເມດຕາກະລຸນາຈາກຄົນທີ່ເຄົາລົບບູຊາເຮົາ. ພວກມັນແມ່ນເພື່ອການຄວບຄຸມ ແລະ ການນໍາໃຊ້ຂອງເຮົາ, ສະນັ້ນ ເຈົ້າຈະສາມາດປຸ້ນເອົານົກເຂົາຈາກເຮົາ ເຊິ່ງຜູ້ຄົນໄດ້ມອບໃຫ້ແກ່ເຮົາໄດ້ແນວໃດ? ເຈົ້າບໍ່ຢ້ານກາຍເປັນຄົນຢູດາບໍ? ເຈົ້າບໍ່ຢ້ານວ່າ ດິນແດນຂອງເຈົ້າອາດຈະກາຍເປັນສະໜາມທີ່ເຕັມໄປດ້ວຍເລືອດບໍ? ເຈົ້າແມ່ນສິ່ງທີ່ບໍ່ມີຢາງອາຍ! ເຈົ້າຄິດວ່າ ນົກເຂົາທີ່ຜູ້ຄົນຖວາຍແມ່ນເພື່ອຫຼໍ່ລ້ຽງທ້ອງໃສ້ຂອງໂຕໜອນແບບເຈົ້າບໍ? ສິ່ງທີ່ເຮົາໄດ້ເອົາໃຫ້ເຈົ້າແມ່ນສິ່ງທີ່ເຮົາພໍໃຈ ແລະ ເຕັມໃຈເອົາໃຫ້ເຈົ້າ; ສິ່ງທີ່ເຮົາບໍ່ໄດ້ໃຫ້ເຈົ້າແມ່ນສິ່ງທີ່ເຮົາສາມາດໃຊ້ໄດ້. ເຈົ້າບໍ່ສາມາດລັກເຄື່ອງຖວາຍຂອງເຮົາໄດ້ຢ່າງງ່າຍດາຍ. ຜູ້ທີ່ປະຕິບັດພາລະກິດແມ່ນເຮົາ, ພຣະເຢໂຮວາ ເຊິ່ງກໍຄືພຣະຜູ້ສ້າງ ແລະ ຜູ້ຄົນພາກັນຖວາຍເຄື່ອງບູຊາກໍຍ້ອນເຮົາ. ເຈົ້າຄິດວ່າ ມັນເປັນຄ່າຕອບແທນສໍາລັບການແລ່ນໄປມາທີ່ເຈົ້າເຮັດບໍ? ເຈົ້າຈັງແມ່ນບໍ່ມີຢາງອາຍແທ້ໆ! ເຈົ້າແລ່ນໄປມາເພື່ອຫຍັງ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ? ເປັນຫຍັງເຈົ້າຈຶ່ງລັກເຄື່ອງບູຊາຂອງເຮົາ? ເປັນຫຍັງເຈົ້າຈຶ່ງລັກເງິນຈາກຖົງເງິນຂອງເຮົາ? ເຈົ້າບໍ່ແມ່ນລູກຊາຍຂອງ ຢູດາ ອິສະກາຣີອົດ ບໍ? ເຄື່ອງບູຊາທີ່ມີໃຫ້ເຮົາ ກໍຄືພຣະເຢໂຮວາ ແມ່ນເປັນເຄື່ອງບູຊາເພື່ອໃຫ້ພວກປະໂລຫິດໄດ້ຊື່ນຊົມ. ເຈົ້າແມ່ນພວກປະໂລຫິດບໍ? ເຈົ້າກ້າກິນເຄື່ອງຖວາຍຂອງເຮົາດ້ວຍຄວາມສະບາຍໃຈ ແລະ ເຖິງກັບວາງພວກມັນຢູ່ເທິງໂຕະ; ເຈົ້າບໍ່ມີຄ່າຫຍັງເລີຍ! ຄົນຊົ່ວທີ່ບໍ່ມີຄ່າເອີຍ! ໄຟຂອງເຮົາ ກໍຄືພຣະເຢໂຮວາ ຈະເຜົາເຈົ້າຈົນເປັນຂີ້ເຖົ່າ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 340)

ຄວາມເຊື່ອຂອງພວກເຈົ້າແມ່ນງົດງາມຫຼາຍ; ພວກເຈົ້າເວົ້າວ່າ ພວກເຈົ້າເຕັມໃຈທີ່ຈະສະຫຼະທັງຊີວິດຂອງພວກເຈົ້າໃນນາມພາລະກິດຂອງເຮົາ ແລະ ເຕັມໃຈທີ່ຈະເສຍສະລະຊີວິດຂອງພວກເຈົ້າເພື່ອມັນ, ແຕ່ອຸປະນິໄສຂອງພວກເຈົ້າບໍ່ປ່ຽນແປງຈັກໜ້ອຍເລີຍ. ພວກເຈົ້າມີແຕ່ຄໍາເວົ້າທີ່ອວດດີ ເຖິງວ່າທີ່ຈິງແລ້ວ ການກະທໍາຕົວຈິງຂອງພວກເຈົ້າແມ່ນອະນາດຫຼາຍ. ມັນປະກົດວ່າ ລີ້ນ ແລະ ປາກຂອງຄົນແມ່ນຢູ່ໃນສະຫວັນ ແຕ່ຂາແມ່ນຢູ່ໃນແຜ່ນດິນໂລກ, ດ້ວຍເຫດນັ້ນ ຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ຊື່ສຽງຂອງພວກເຂົາຈິ່ງຍັງຢູ່ໃນສະພາບທີ່ບໍ່ດີ ແລະ ຖືກທໍາລາຍ. ຊື່ສຽງຂອງພວກເຈົ້າແມ່ນຖືກທໍາລາຍ, ກິລິຍາທ່າທາງຂອງພວກເຈົ້າແມ່ນເສື່ອມໂຊມລົງ, ວິທີເວົ້າຂອງພວກເຈົ້າແມ່ນຕໍ່າຕ້ອຍ, ຊີວິດຂອງພວກເຈົ້າແມ່ນເປັນຕາລັງກຽດ; ເຖິງແມ່ນແຕ່ຄວາມເປັນມະນຸດຂອງພວກເຈົ້າກໍຈະຈົມລົງສູ່ຄວາມຕໍ່າຕ້ອຍ. ພວກເຈົ້າແມ່ນມີຄວາມຄິດຄັບແຄບຕໍ່ຜູ້ຄົນ ແລະ ພວກເຈົ້າຜິດຖຽງກັນກ່ຽວກັບທຸກຢ່າງທີ່ເປັນເລື່ອງເລັກນ້ອຍ. ພວກເຈົ້າຜິດຖຽງກັນກ່ຽວກັບຊື່ສຽງ ແລະ ສະຖານະຂອງຕົວເອງ ຈົນເຖິງຂັ້ນທີ່ພວກເຈົ້າເຕັມໃຈທີ່ຈະຕົກລົງນະຮົກ ແລະ ເຂົ້າໄປຢູ່ໃນທະເລສາບແຫ່ງໄຟ. ຄໍາເວົ້າ ແລະ ການກະທໍາໃນປັດຈຸບັນຂອງພວກເຈົ້າແມ່ນພຽງພໍທີ່ເຮັດໃຫ້ເຮົາສາມາດຕັດສິນວ່າ ພວກເຈົ້າເປັນຄົນບາບ. ທັດສະນະຄະຕິຂອງພວກເຈົ້າຕໍ່ພາລະກິດຂອງເຮົາແມ່ນພຽງພໍສໍາລັບເຮົາທີ່ຈະຕັດສິນວ່າ ພວກເຈົ້າແມ່ນຄົນທີ່ບໍ່ຊອບທໍາ ແລະ ນິໄສທັງໝົດຂອງພວກເຈົ້າແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນວິນຍານທີ່ສົກກະປົກ ທີ່ເຕັມໄປດ້ວຍສິ່ງທີ່ໜ້າລັງກຽດ. ການສະແດງອອກຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເປີດເຜີຍ ແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນຜູ້ຄົນທີ່ໄດ້ດື່ມເລືອດຂອງວິນຍານທີ່ສົກກະປົກຢ່າງພຽງພໍ. ເມື່ອມີການກ່າວເຖິງການເຂົ້າສູ່ອານາຈັກ ພວກເຈົ້າກໍຈົ່ງຢ່າທໍລະຍົດຄວາມຮູ້ສຶກຂອງຕົວເອງ. ພວກເຈົ້າເຊື່ອວ່າ ການເປັນຢູ່ຂອງພວກເຈົ້າໃນປັດຈຸບັນແມ່ນດີພໍສໍາລັບເຈົ້າ ໃນການເຂົ້າສູ່ປະຕູແຫ່ງອານາຈັກຂອງສະຫວັນແລ້ວບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດເຂົ້າສູ່ດິນແດນບໍລິສຸດແຫ່ງພາລະກິດ ແລະ ພຣະທໍາຂອງເຮົາ ໂດຍທີ່ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າບໍ່ຕ້ອງຜ່ານການທົດສອບຂອງເຮົາບໍ? ແມ່ນໃຜສາມາດຕົບຕາທັງສອງຂອງເຮົາໄດ້ຢ່າງສໍາເລັດແດ່? ຄວາມຊົ່ວຊ້າ, ຄວາມປະພຶດ ແລະ ການສົນທະນາອັນຕໍ່າຕ້ອຍຂອງພວກເຈົ້າຈະໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ເຮົາໄດ້ກໍານົດຊີວິດຂອງພວກເຈົ້າເປັນຊີວິດທີ່ດື່ມເລືອດ ແລະ ກິນເນື້ອໜັງຂອງວິນຍານທີ່ສົກກະປົກເຫຼົ່ານັ້ນ ເພາະວ່າ ພວກເຈົ້າລອກຮຽນແບບພວກມັນຢູ່ຕໍ່ໜ້າເຮົາທຸກມື້. ໂດຍສະເພາະຢູ່ຕໍ່ໜ້າເຮົາ ພຶດຕິກໍາຂອງພວກເຈົ້າແມ່ນບໍ່ດີ ແລ້ວເຮົາຈະບໍ່ຮູ້ສຶກລັງກຽດພວກເຈົ້າໄດ້ແນວໃດ? ຄໍາເວົ້າຂອງພວກເຈົ້າມີຄວາມບໍ່ບໍລິສຸດຂອງວິນຍານທີ່ສົກກະປົກ: ພວກເຈົ້າອ້ອນວອນ, ປິດບັງ ແລະ ປະຈົບປະແຈງຄືກັບຜູ້ຄົນເຫຼົ່ານັ້ນທີ່ມີສ່ວນຮ່ວມໃນການເຮັດເວດມົນຄາຖາ ແລະ ຄືກັບຜູ້ຄົນເຫຼົ່ານັ້ນທີ່ທໍລະຍົດ ແລະ ດື່ມເລືອດຂອງຜູ້ທີ່ບໍ່ມີຄວາມຊອບທໍາ. ການສະແດງອອກຂອງມະນຸດທຸກຄົນ ແມ່ນບໍ່ມີຄວາມຊອບທໍາຫຼາຍ ແລ້ວຜູ້ຄົນທັງໝົດຈະສາມາດຖືກຈັດໃຫ້ຢູ່ໃນດິນແດນບໍລິສຸດທີ່ມີຄວາມຊອບທໍາໄດ້ແນວໃດ? ເຈົ້າຄິດວ່າ ພຶດຕິກໍາທີ່ຊົ່ວຊ້າຂອງເຈົ້າສາມາດເຮັດໃຫ້ເຈົ້າເປັນຜູ້ບໍລິສຸດທີ່ແຕກຕ່າງຈາກຜູ້ທີ່ບໍ່ຊອບທໍາບໍ? ໃນທີ່ສຸດ ລີ້ນທີ່ຄ້າຍຄືກັບງູໃຫຍ່ຂອງເຈົ້າຈະທໍາລາຍເນື້ອໜັງຂອງເຈົ້າ ໂດຍເຮັດໃຫ້ມີຄວາມພິນາດ ແລະ ເຮັດໃນສິ່ງທີ່ເປັນຕາລັງກຽດ ແລະ ໃນທີ່ສຸດແລ້ວ ມືຂອງເຈົ້າທີ່ເປື້ອນດ້ວຍເລືອດຂອງວິນຍານສົກກະປົກຍັງຈະດຶງວິນຍານຂອງເຈົ້າລົງສູ່ນະຮົກ ແລ້ວເປັນຫຍັງເຈົ້າຄືບໍ່ໂດດເອົາໂອກາດນີ້ ເພື່ອຊໍາລະລ້າງມືຂອງເຈົ້າທີ່ປົກຫຸ້ມດ້ວຍຄວາມສົກກະປົກ? ເປັນຫຍັງເຈົ້າບໍ່ໃຊ້ໂອກາດນີ້ໃຫ້ເປັນປະໂຫຍດເພື່ອຕັດລິ້ນຂອງເຈົ້າທີ່ກ່າວຄໍາເວົ້າບໍ່ຊອບທໍາ? ເປັນໄປໄດ້ບໍ ທີ່ເຈົ້າເຕັມໃຈທົນທຸກພາຍໃຕ້ແປວໄຟຂອງນະຮົກ ຍ້ອນມືທັງສອງ, ລີ້ນ ແລະ ປາກຂອງເຈົ້າ? ເຮົາເຝົ້າເບິ່ງໃຈຂອງທຸກຄົນດ້ວຍຕາທັງສອງ ເພາະວ່າ ແຕ່ດົນນານມາແລ້ວ ກ່ອນທີ່ເຮົາໄດ້ສ້າງມະນຸດ ເຮົາໄດ້ກໍາຫົວໃຈຂອງພວກເຂົາຢູ່ໃນມືຂອງເຮົາ. ເຮົາເບິ່ງໃຈມະນຸດອອກຕັ້ງແຕ່ດົນ, ສະນັ້ນຄວາມຄິດໃນໃຈຂອງມະນຸດຈະສາມາດໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາຈະສາມາດຫຼົບໜີຈາກພຣະວິນຍານທີ່ເຜົາໄໝ້ຂອງເຮົາໃຫ້ທັນເວລາໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 341)

ປາກຂອງເຈົ້າແມ່ນໃຈດີກວ່ານົກເຂົາ ແຕ່ໃຈຂອງເຈົ້າແມ່ນເປັນຕາຢ້ານກວ່າງູເຖົ້າ. ປາກຂອງເຈົ້າແມ່ນງາມປານປາກຂອງຍິງຊາວລີບັງ ແຕ່ຫົວໃຈຂອງເຈົ້າແມ່ນບໍ່ງົດງາມສໍ່າໃຈຂອງພວກເຂົາເລີຍ ແລະ ມັນບໍ່ສາມາດປຽບທຽບກັບຄວາມງາມຂອງຄົນການາອານຢ່າງແນ່ນອນ. ໃຈຂອງເຈົ້າແມ່ນມີຄວາມຫຼອກລວງຫຼາຍ! ສິ່ງທີ່ເຮົາກຽດຊັງແມ່ນປາກແຫ່ງຄວາມບໍ່ຊອບທໍາ ແລະ ໃຈຂອງພວກເຂົາ ແລະ ຄວາມຕ້ອງການຂອງເຮົາຕໍ່ຜູ້ຄົນແມ່ນບໍ່ສູງສົ່ງກວ່າໄພ່ພົນ, ມັນເປັນພຽງແຕ່ວ່າ ເຮົາຮູ້ສຶກກຽດຊັງການກະທໍາທີ່ຊົ່ວຊ້າຂອງຄົນທີ່ບໍ່ມີຄວາມຊອບທໍາ ແລະ ເຮົາຫວັງວ່າ ພວກເຂົາຈະສາມາດປະຖິ້ມຄວາມສົກກະປົກຂອງພວກເຂົາໄດ້ ແລະ ໜີອອກຈາກສະພາບທີ່ລໍາບາກໃນປັດຈຸບັນເຫຼົ່ານັ້ນ ແລະ ດໍາລົງຊີວິດ ແລະ ມີຄວາມບໍລິສຸດຮ່ວມກັບຜູ້ທີ່ມີຄວາມຊອບທໍາ. ພວກເຈົ້າແມ່ນຢູ່ໃນສະຖານະການດຽວກັນກັບເຮົາ ແຕ່ພວກເຈົ້າແມ່ນຖືກປົກຫຸ້ມໄປດ້ວຍຄວາມສົກກະປົກ, ພວກເຈົ້າບໍ່ໄດ້ມີຄວາມຄ້າຍຄືກັບມະນຸດທີ່ຖືກສ້າງຂຶ້ນໃນເບື້ອງຕົ້ນແມ່ນແຕ່ໜ້ອຍດຽວ ແລະ ຍ້ອນວ່າ ທຸກມື້ນີ້ພວກເຈົ້າຮຽນແບບຄວາມຄ້າຍຄືຂອງຈິດວິນຍານທີ່ສົກກະປົກເຫຼົ່ານັ້ນ ແລະ ພວກເຈົ້າເຮັດໃນສິ່ງທີ່ພວກມັນເຮັດ ແລະ ເວົ້າໃນສິ່ງທີ່ພວກມັນເວົ້າ, ທຸກພາກສ່ວນຂອງພວກເຈົ້າ ແມ່ນແຕ່ລີ້ນ ແລະ ປາກຂອງພວກເຈົ້າ ແມ່ນແຊ່ໃນນໍ້າເປື້ອນຂອງພວກວິນຍານເຫຼົ່ານັ້ນ. ມັນເຖິງຈຸດທີ່ວ່າ ພວກເຈົ້າຖືກປົກຫຸ້ມດ້ວຍຮອຍດ່າງເຫຼົ່ານັ້ນຈົນໝົດ ແລະ ບໍ່ມີແມ່ນແຕ່ສ່ວນດຽວທີ່ສາມາດຖືກນໍາໃຊ້ເພື່ອພາລະກິດຂອງເຮົາ. ມັນຊ່າງເປັນເລື່ອງໜ້າເສົ້າໃຈຫຼາຍ! ພວກເຈົ້າດໍາລົງຊີວິດໃນໂລກຂອງຝູງມ້າ ແລະ ງົວ ແຕ່ແທ້ຈິງແລ້ວ ພວກເຈົ້າບໍ່ຮູ້ສຶກເປັນທຸກເລີຍ; ພວກເຈົ້າແມ່ນເຕັມໄປດ້ວຍຄວາມສຸກ ແລະ ພວກເຈົ້າດໍາລົງຊີວິດຢ່າງເສລີ ແລະ ຢ່າງສະບາຍ. ພວກເຈົ້າກໍາລັງລອຍໄປມາຢູ່ໃນນໍ້າເປື້ອນແຫ່ງນີ້ ແຕ່ບໍ່ຮູ້ເລີຍວ່າ ຕົນເອງໄດ້ຕົກຢູ່ໃນສະຖານະການດັ່ງກ່າວ. ທຸກມື້ນີ້ເຈົ້າຄົບຫາກັບວິນຍານທີ່ສົກກະປົກ ແລະ ພົວພັນກັບ “ອຸດຈະລະ”. ຊີວິດຂອງເຈົ້າແມ່ນຕໍ່າຕ້ອຍຫຼາຍ ແຕ່ເຈົ້າບໍ່ຮູ້ວ່າ ເຈົ້າບໍ່ໄດ້ຢູ່ໃນໂລກມະນຸດນີ້ແລ້ວ ແລະ ເຈົ້າບໍ່ໄດ້ເປັນຂອງຕົວເອງ. ເຈົ້າຮູ້ບໍວ່າ ຊີວິດຂອງເຈົ້າແມ່ນຖືກວິນຍານທີ່ສົກກະປົກຢຽບຢ່ຳມາແຕ່ດົນ ແລະ ບຸກຄະລິກຂອງເຈົ້າແມ່ນຖືກນໍ້າສົກກະປົກເຮັດໃຫ້ເປິເປື້ອນແຕ່ດົນນານມາແລ້ວ? ເຈົ້າຄິດວ່າ ເຈົ້າກໍາລັງດໍາລົງຊີວິດຢູ່ໃນວິມານແຫ່ງສະຫວັນບົນດິນ ແລະ ເຈົ້າຢູ່ໃນລະຫວ່າງຄວາມສຸກບໍ? ເຈົ້າບໍ່ຮູ້ບໍວ່າ ເຈົ້າໄດ້ດໍາລົງຊີວິດຢູ່ກັບວິນຍານທີ່ສົກກະປົກ ແລະ ເຈົ້າໄດ້ດໍາເນີນຊີວິດຢູ່ກັບທຸກສິ່ງທີ່ພວກມັນໄດ້ກະກຽມໄວ້ໃຫ້ເຈົ້າ? ການດໍາລົງຊີວິດຂອງເຈົ້າຈະສາມາດມີຄວາມໝາຍໄດ້ແນວໃດ? ຊີວິດຂອງເຈົ້າຈະສາມາດມີຄຸນຄ່າໄດ້ແນວໃດ? ເຈົ້າດີ້ນຮົນແລ່ນໄປມາຈົນເຖິງເພື່ອພໍ່ແມ່ຂອງເຈົ້າທີ່ເປັນວິນຍານທີ່ສົກກະປົກ ແຕ່ເຈົ້າບໍ່ຮູ້ວ່າ ຜູ້ທີ່ເຮັດໃຫ້ເຈົ້າຕິດກັບດັກ ແມ່ນພວກວິນຍານທີ່ສົກກະປົກເຫຼົ່ານັ້ນ ເຊິ່ງກໍຄືພໍ່ແມ່ຂອງເຈົ້າ ຜູ້ທີ່ໃຫ້ກໍາເນີດເຈົ້າ ແລະ ຊຸບລ້ຽງເຈົ້ານັ້ນເອງ. ຍິ່ງໄປກວ່ານັ້ນ, ເຈົ້າບໍ່ຮູ້ວ່າ ຄວາມສົກກະປົກຂອງເຈົ້າທັງໝົດ ທີ່ຈິງແລ້ວ ແມ່ນໄດ້ມາຈາກພວກເຂົາ; ສິ່ງດຽວທີ່ເຈົ້າຮູ້ ແມ່ນພວກເຂົາສາມາດມອບ “ຄວາມສຸກ” ໃຫ້ແກ່ເຈົ້າ, ພວກເຂົາບໍ່ຂ້ຽນຕີເຈົ້າ ຫຼື ພວກເຂົາບໍ່ໄດ້ຕັດສິນເຈົ້າ ແລະ ໂດຍສະເພາະ ພວກເຂົາແມ່ນບໍ່ໄດ້ສາບແຊ່ງເຈົ້າ. ພວກເຂົາບໍ່ເຄີຍໃຈຮ້າຍໃສ່ເຈົ້າ ແຕ່ພວກເຂົາປະຕິບັດກັບເຈົ້າຢ່າງສຸພາບ ແລະ ອ່ອນໂຍນ. ຄໍາເວົ້າຂອງພວກເຂົາຫຼໍ່ລ້ຽງຈິດໃຈຂອງເຈົ້າ ແລະ ເຮັດໃຫ້ເຈົ້າປະທັບໃຈ ດັ່ງນັ້ນ ຈິດໃຈຂອງເຈົ້າຈຶ່ງສັບສົນໂດຍບໍ່ຮູ້ສຶກຕົວ, ເຈົ້າຖືກດູດດຶງເຂົ້າໄປຫາພວກເຂົາ ແລະ ເຕັມໃຈທີ່ຈະຮັບໃຊ້ພວກເຂົາ ເປັນບ່ອນລະບາຍ ພ້ອມກັບເປັນຄົນຮັບໃຊ້ຂອງພວກເຂົາ. ເຈົ້າບໍ່ຕໍ່ວ່າຈັກດີ້, ແຕ່ເຕັມໃຈເຮັດວຽກໃຫ້ພວກເຂົາຄືກັບໝາ, ຄືກັບມ້າ; ເຈົ້າຖືກພວກເຂົາຫຼອກລວງແລ້ວ. ເພາະເຫດຜົນດັ່ງກ່າວນີ້, ເຈົ້າຈິ່ງບໍ່ມີປະຕິກິລິຍາຕໍ່ພາລະກິດທີ່ເຮົາກະທໍາເລີຍ. ສົມພໍເຈົ້າຈິ່ງຕ້ອງການຫຼຸດອອກຈາກມືຂອງເຮົາຢ່າງລັບໆຕະຫຼອດເວລາ ແລະ ສົມພໍເຈົ້າຈິ່ງຕ້ອງການໃຊ້ຄໍາເວົ້າທີ່ອ່ອນຫວານເພື່ອຫຼອກລວງເອົາຄວາມພໍໃຈຈາກເຮົາຕະຫຼອດເວລາ. ແຕ່ຄວາມຈິງແລ້ວ ເຈົ້າມີແຜນການ ແລະ ໄດ້ກະກຽມສິ່ງອື່ນໆໄວ້ຢູ່ແລ້ວ. ເຈົ້າສາມາດເຫັນການກະທໍາເລັກນ້ອຍຂອງເຮົາເປັນດັ່ງອົງຊົງລິດທານຸພາບສູງສຸດ ແຕ່ເຈົ້າບໍ່ຮູ້ເຖິງການພິພາກສາ ແລະ ການລົງໂທດຂອງເຮົາແມ່ນແຕ່ໜ້ອຍດຽວ. ເຈົ້າບໍ່ຮູ້ວ່າ ການຕີສອນຂອງເຮົາໄດ້ເລີ່ມຂຶ້ນຕອນໃດ; ເຈົ້າຮູ້ແຕ່ວິທີຫຼອກລວງເຮົາເທົ່ານັ້ນ ແຕ່ເຈົ້າບໍ່ຮູ້ວ່າ ເຮົາຈະບໍ່ອົດທົນຕໍ່ການເຮັດຜິດຂອງມະນຸດ. ໃນເມື່ອເຈົ້າໄດ້ກໍານົດຄວາມຕັ້ງໃຈຂອງເຈົ້າເພື່ອຮັບໃຊ້ເຮົາແລ້ວ, ເຮົາກໍຈະບໍ່ປ່ອຍໃຫ້ເຈົ້າໄປ. ເຮົາຄືພຣະເຈົ້າທີ່ມີຄວາມອິດສາ ແລະ ເຮົາແມ່ນພຣະເຈົ້າ ຜູ້ທີ່ອິດສາມະນຸດ. ໃນເມື່ອເຈົ້າເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາແລ້ວ, ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະແລ່ນອອກຈາກສາຍຕາຂອງເຮົາ ແລະ ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະຮັບໃຊ້ເຈົ້ານາຍສອງຄົນ. ເຈົ້າຄິດວ່າ ເຈົ້າສາມາດມີຄວາມຮັກອີກ ຫຼັງຈາກທີ່ເຈົ້າໄດ້ເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາຂອງເຮົາ ແລະ ຫຼັງຈາກທີ່ເຈົ້າວາງຄໍາເວົ້າຂອງເຈົ້າໄວ້ຢູ່ຕໍ່ໜ້າຕໍ່ຕາຂອງເຮົາບໍ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ? ເຈົ້າຄິດວ່າ ເຈົ້າສາມາດປະຕິຍານ ແລະ ສາບານຕໍ່ເຮົາດ້ວຍລີ້ນຂອງເຈົ້າບໍ? ເຈົ້າສາມາດສາບານຕໍ່ບັນລັງຂອງເຮົາ ເຊິ່ງແມ່ນສິ່ງທີ່ສູງສຸດໄດ້ແນວໃດ? ເຈົ້າຄິດວ່າ ຄໍາສາບານຂອງເຈົ້າໄດ້ຕາຍໄປແລ້ວບໍ? ເຖິງແມ່ນວ່າ ເນື້ອໜັງຂອງພວກເຈົ້າຈະຕາຍໄປແລ້ວ ແຕ່ເຮົາຂໍບອກພວກເຈົ້າວ່າ ຄໍາສາບານຂອງພວກເຈົ້າບໍ່ສາມາດຕາຍໄດ້. ໃນທີ່ສຸດ, ເຮົາຈະຕັດສິນລົງໂທດພວກເຈົ້າ ໂດຍອີງໃສ່ຄໍາສາບານຂອງພວກເຈົ້າ. ແຕ່ພວກເຈົ້າກໍຍັງຄິດວ່າ ພວກເຈົ້າຈະສາມາດຍົກຄໍາເວົ້າຂອງພວກເຈົ້າຢູ່ຕໍ່ໜ້າເຮົາເພື່ອຮັບມືກັບເຮົາ ແລະ ໃຈຂອງພວກເຈົ້າຍັງສາມາດຮັບໃຊ້ຈິດວິນຍານທີ່ສົກກະປົກ ແລະ ຈິດວິນຍານທີ່ຊົ່ວຮ້າຍ. ຄວາມໂມໂຫຂອງເຮົາຈະສາມາດອົດທົນຕໍ່ຜູ້ຄົນເຫຼົ່ານັ້ນທີ່ຄືໝາ ແລະ ໝູທີ່ຫຼອກລວງເຮົາໄດ້ແນວໃດ? ເຮົາຕ້ອງປະຕິບັດພຣະດໍາລັດຂອງເຮົາ ແລະ ຍາດເອົາຜູ້ທີ່ “ເຊື່ອໃນສາສະໜາ” ຜູ້ທີ່ເຊື່ອໃນຕົວເຮົາມາຈາກກໍາມືຂອງວິນຍານສົກກະປົກ ເພື່ອວ່າພວກເຂົາອາດຈະ “ລໍຖ້າ” ເຮົາໃນລັກສະນະທີ່ມີວິໄນ, ເປັນງົວຂອງເຮົາ, ເປັນມ້າຂອງເຮົາ ແລະ ຢູ່ໃນອໍານາດແຫ່ງການສັງຫານຂອງເຮົາ. ເຮົາຈະເຮັດໃຫ້ເຈົ້າຍົກຄວາມຕັ້ງໃຈທີ່ຜ່ານມາຂອງເຈົ້ານັ້ນສູງຂຶ້ນ ແລະ ມາຮັບໃຊ້ເຮົາອີກຄັ້ງ. ເຮົາຈະບໍ່ອົດທົນຕໍ່ຜູ້ທີ່ຫຼອກລວງເຮົາ. ເຈົ້າຄິດວ່າ ເຈົ້າຈະສາມາດຮ້ອງຂໍ ແລະ ຕົວະແບບໜ້າດ້ານໆຢູ່ຕໍ່ໜ້າເຮົາບໍ? ເຈົ້າຄິດວ່າ ເຮົາບໍ່ໄດ້ຍິນ ຫຼື ເຫັນຄໍາເວົ້າ ແລະ ການກະທໍາຂອງເຈົ້າບໍ? ຄໍາເວົ້າ ແລະ ການກະທໍາຂອງເຈົ້າຈະບໍ່ຢູ່ໃນສາຍຕາຂອງເຮົາໄດ້ແນວໃດ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 342)

ເຮົາໄດ້ຢູ່ທ່າມກາງພວກເຈົ້າ, ພົວພັນກັບພວກເຈົ້າໃນລະດູໃບໄມ້ປົ່ງ ແລະ ໃນລະດູໃບໄມ້ຫຼົ່ນເປັນເວລາຫຼາຍປີ, ເຮົາໄດ້ດໍາລົງຊີວິດຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານ ແລະ ໄດ້ດໍາລົງຊີວິດຢູ່ກັບພວກເຈົ້າ. ແລ້ວຄວາມປະພຶດທີ່ຊົ່ວຊ້າຂອງພວກເຈົ້າຈະຫຼຸດພົ້ນອອກໄປຕໍ່ໜ້າຕໍ່ຕາຂອງເຮົາໄດ້ແນວໃດ? ຄໍາເວົ້າທີ່ປະທັບໃຈເຫຼົ່ານັ້ນຂອງພວກເຈົ້າ ແມ່ນຍັງດັງກ້ອງຢູ່ໃນຫູຂອງເຮົາຢູ່ຕະຫຼອດເວລາ; ຄວາມທະເຍີທະຍານຂອງພວກເຈົ້າເປັນຈໍານວນລ້ານໆ ແມ່ນຖືກວາງຢູ່ແທ່ນບູຊາຂອງເຮົາຈົນບໍ່ສາມາດນັບໄດ້. ເຖິງຢ່າງໃດກໍຕາມ, ໃນສ່ວນການອຸທິດຕົນ ແລະ ສິ່ງທີ່ພວກເຈົ້າໄດ້ໃຊ້ໄປແລ້ວ ແມ່ນບໍ່ມີແມ່ນແຕ່ໜ້ອຍດຽວ. ຄວາມຈິງໃຈຂອງພວກເຈົ້າແມ່ນແຕ່ຢົດນ້ອຍໆຢົດດຽວກໍບໍ່ມີຢູ່ເທິງແທ່ນບູຊາຂອງເຮົາ. ໝາກຜົນແຫ່ງຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນຢູ່ໃສ? ພວກເຈົ້າໄດ້ຮັບຄວາມກະລຸນາທີ່ບໍ່ມີວັນສິ້ນສຸດຈາກເຮົາ ແລະ ພວກເຈົ້າໄດ້ເຫັນຄວາມລຶກລັບທີ່ບໍ່ມີວັນສິ້ນສຸດຈາກສະຫວັນ ແລະ ເຮົາຍັງໄດ້ສະແດງແປວໄຟແຫ່ງສະຫວັນໃຫ້ພວກເຈົ້າເຫັນ ແຕ່ເຮົາບໍ່ມີໃຈທີ່ຈະຈູດເຜົາພວກເຈົ້າ. ຢ່າງໃດກໍຕາມ ພວກເຈົ້າໄດ້ມອບໃຫ້ເຮົາຫຼາຍສໍ່າໃດແລ້ວເພື່ອເປັນການຕອບແທນ? ພວກເຈົ້າເຕັມໃຈມອບໃຫ້ເຮົາຫຼາຍສໍ່າໃດ? ເຈົ້າຖືອາຫານທີ່ເຮົາໄດ້ເອົາໃຫ້ເຈົ້າ ແລ້ວຫັນມາຖວາຍມັນໃຫ້ກັບເຮົາ ໂດຍເວົ້າວ່າ ມັນແມ່ນສິ່ງທີ່ເຈົ້າໄດ້ຮັບເປັນການຕອບແທນ ເຫື່ອແຮງຈາກການເຮັດວຽກໜັກຂອງເຈົ້າ ເຈົ້າຈິ່ງຖວາຍທຸກສິ່ງທີ່ເຈົ້າມີໃຫ້ກັບເຮົາ. ເຈົ້າບໍ່ສາມາດຮູ້ໄດ້ແນວໃດວ່າ “ສິ່ງບໍລິຈາກ” ຂອງເຈົ້າທີ່ມີໃຫ້ເຮົາ ແມ່ນທຸກສິ່ງທີ່ເຈົ້າໄດ້ລັກຈາກແທ່ນບູຊາຂອງເຮົາ ແລ້ວຕອນນີ້ເຈົ້າກໍາລັງຖວາຍສິ່ງນັ້ນໃຫ້ກັບເຮົາ. ເຈົ້າບໍ່ແມ່ນກໍາລັງຫຼອກລວງເຮົາບໍ? ເຈົ້າບໍ່ໄດ້ຮູ້ບໍວ່າ ສິ່ງທີ່ເຮົາເພີດເພີນນໍາໃນປັດຈຸບັນນີ້ ແມ່ນສິ່ງຖວາຍທັງໝົດທີ່ຢູ່ແທ່ນບູຊາຂອງເຮົາ ແລະ ບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບມາ ເພື່ອເປັນການຕອບແທນສໍາລັບການເຮັດວຽກໜັກຂອງເຈົ້າ ແລະ ນໍາສິ່ງນັ້ນມາຖວາຍໃຫ້ເຮົາ? ພວກເຈົ້າຈັ່ງແມ່ນກ້າຫຼອກລວງເຮົາແທ້ໆ ແລ້ວເຮົາຈະສາມາດອະໄພໃຫ້ພວກເຈົ້າໄດ້ແນວໃດ? ເຮົາຈະສາມາດອົດກັ້ນກັບສິ່ງນີ້ໄດ້ດົນປານໃດ? ເຮົາໄດ້ມອບທຸກສິ່ງທຸກຢ່າງໃຫ້ແກ່ພວກເຈົ້າ. ເຮົາໄດ້ເປີດເຜີຍທຸກສິ່ງທຸກຢ່າງເພື່ອພວກເຈົ້າ, ໄດ້ສະໜອງເພື່ອຄວາມຕ້ອງການຂອງພວກເຈົ້າ ແລະ ເປີດຕາຂອງພວກເຈົ້າ ແຕ່ພວກເຈົ້າກໍຍັງຫຼອກລວງເຮົາແບບນີ້ ໂດຍເມີນເສີຍຕໍ່ສາມັນສໍານຶກຂອງພວກເຈົ້າເອງ. ເຮົາໄດ້ປະທານທຸກສິ່ງແກ່ພວກເຈົ້າໂດຍບໍ່ເຫັນແກ່ຕົວ ເພື່ອວ່າ ເຖິງພວກເຈົ້າຈະທົນທຸກ ພວກເຈົ້າກໍຈະໄດ້ຮັບທຸກສິ່ງຈາກເຮົາ ເຊິ່ງເປັນສິ່ງທີ່ເຮົາໄດ້ນໍາມາຈາກສະຫວັນ. ນອກເໜືອຈາກນີ້, ພວກເຈົ້າບໍ່ອຸທິດຕົວຈັກດີ້ ແລະ ເຖິງແມ່ນວ່າ ພວກເຈົ້າຈະໄດ້ບໍລິຈາກພຽງເລັກນ້ອຍກໍຕາມ ພວກເຈົ້າກໍຈະມາ “ສະສາງ” ກັບເຮົາພາຍຫຼັງ. ສິ່ງບໍລິຈາກຂອງເຈົ້າຈະບໍ່ເສຍຖິ້ມບໍ? ສິ່ງທີ່ເຈົ້າໄດ້ມອບໃຫ້ກັບເຮົາແມ່ນບໍ່ມີຫຍັງ ແຕ່ເປັນພຽງເມັດຊາຍໜຶ່ງເມັດ ແຕ່ສິ່ງທີ່ເຈົ້າຂໍຈາກເຮົາແມ່ນເປັນຄໍາໜຶ່ງໂຕນ. ເຈົ້າບໍ່ໄຮ້ເຫດຜົນເກີນໄປໂພດບໍ? ເຮົາເຮັດພາລະກິດໃນທ່າມກາງພວກເຈົ້າ. ອັດຕາສິບສ່ວນຮ້ອຍທີ່ເຮົາຄວນໄດ້ຮັບບໍ່ເຫັນແມ່ນແຕ່ຮ່ອງຮອຍຈັກດີ້ ຢ່າວ່າແຕ່ການເສຍສະຫຼະເພີ່ມເຕີມເລີຍ. ຍິ່ງໄປກວ່ານັ້ນ, ອັດຕາສິບສ່ວນຮ້ອຍທີ່ຄົນເຫຼື້ອມໃສໃນສາສະໜາບໍລິຈາກ ແມ່ນຖືກຄົນຊົ່ວຍຶດເອົາໄປໝົດ. ພວກເຈົ້າທຸກຄົນບໍ່ແມ່ນແຕກກະຈາຍອອກຈາກເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນເປັນປໍລະປັກກັບເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນກໍາລັງທໍາລາຍແທ່ນບູຊາຂອງເຮົາບໍ? ແລ້ວຈະໃຫ້ເຮົາເຫັນບຸກຄົນປະເພດນີ້ເປັນສັບສົມບັດໃນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາບໍ່ແມ່ນໝູ ແລະ ໝາທີ່ເຮົາກຽດຊັງບໍ? ຈະໃຫ້ເຮົາສາມາດເອີ້ນການກະທໍາທີ່ຊົ່ວຮ້າຍຂອງພວກເຈົ້າເປັນສັບສົມບັດໄດ້ແນວໃດ? ພາລະກິດຂອງເຮົາແມ່ນເພື່ອຜູ້ໃດກັນແທ້? ເປັນໄປໄດ້ບໍທີ່ມັນຈະໂຈມຕີພວກເຈົ້າທຸກຄົນ ເພື່ອເປີດເຜີຍອໍານາດຂອງເຮົາ? ຊີວິດຂອງພວກເຈົ້າທຸກຄົນບໍ່ແມ່ນເພິ່ງພາຂໍ້ພຣະທໍາຂອງເຮົາບໍ? ເປັນຫຍັງເຮົາຈຶ່ງໃຊ້ແຕ່ພຣະທໍາເພື່ອແນະນໍາພວກເຈົ້າເທົ່ານັ້ນ ແລະ ເປັນຫຍັງເຮົາຈິ່ງບໍ່ໄດ້ປ່ຽນພຣະທໍາເປັນຂໍ້ມູນຄວາມຈິງ ເພື່ອໂຈມຕີພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້? ພຣະທໍາ ແລະ ພາລະກິດຂອງເຮົາແມ່ນພຽງເພື່ອໂຈມຕີມະນຸດບໍ? ເຮົາແມ່ນພຣະເຈົ້າທີ່ຂ້າຄົນບໍລິສຸດໂດຍບໍ່ມີການຈໍາແນກບໍ? ຕອນນີ້ ມີພວກເຈົ້າຈັກຄົນທີ່ມາຢູ່ຕໍ່ໜ້າເຮົາດ້ວຍຕົວຕົນຂອງພວກເຈົ້າທັງໝົດເພື່ອສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ? ມີແຕ່ຮ່າງກາຍຂອງພວກເຈົ້າທີ່ຢູ່ຕໍ່ໜ້າເຮົາ ແຕ່ໃຈຂອງພວກເຈົ້າແມ່ນຍັງລອຍນວນ ແລະ ຫ່າງເຫີນຈາກເຮົາຫຼາຍ. ຍ້ອນພວກເຈົ້າບໍ່ຮູ້ວ່າ ພາລະກິດທີ່ແທ້ຈິງຂອງເຮົາແມ່ນຫຍັງ, ຈິ່ງມີພວກເຈົ້າບາງຄົນທີ່ຕ້ອງການໜີອອກຈາກເຮົາ ແລະ ຜູ້ທີ່ຕ້ອງການຢູ່ຫ່າງຈາກເຮົາ ແລະ ຕ້ອງການດໍາລົງຊີວິດຢູ່ໃນວິມານສະຫວັນແຫ່ງນັ້ນ ທີ່ບໍ່ມີການຕີສອນ ແລະ ການພິພາກສາ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນປາດຖະໜາໃນໃຈຂອງພວກເຂົາບໍ? ແນ່ນອນ ເຮົາບໍ່ໄດ້ບັງຄັບເຈົ້າ. ເສັ້ນທາງໃດກໍຕາມທີ່ເຈົ້າເລືອກ ແມ່ນການເລືອກຂອງເຈົ້າເອງ ແລະ ເສັ້ນທາງໃນປັດຈຸບັນແມ່ນໄປພ້ອມກັບການພິພາກສາ ແລະ ການສາບແຊ່ງ ແຕ່ພວກເຈົ້າທຸກຄົນຄວນຮູ້ວ່າ ສິ່ງທີ່ເຮົາໄດ້ປະທານໃຫ້ແກ່ພວກເຈົ້າ ບໍ່ວ່າຈະແມ່ນການພິພາກສາ ຫຼື ການຕີສອນລ້ວນແລ້ວແຕ່ແມ່ນຂອງຂວັນທີ່ດີທີ່ສຸດ ທີ່ເຮົາສາມາດມອບແກ່ພວກເຈົ້າ ແລະ ພວກມັນແມ່ນທຸກສິ່ງທີ່ພວກເຈົ້າຕ້ອງການຢ່າງຮີບດ່ວນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 343)

ເຮົາໄດ້ປະຕິບັດພາລະກິດຈຳນວນຫຼວງຫຼາຍເທິງແຜ່ນດິນໂລກ ແລະ ເຮົາໄດ້ຍ່າງທ່າມກາງມະນຸດຊາດເປັນເວລາຫຼາຍປີ, ແຕ່ຫາຍາກທີ່ຜູ້ຄົນຈະມີຄວາມຮູ້ກ່ຽວກັບພາບລັກຂອງເຮົາ ແລະ ອຸປະນິໄສຂອງເຮົາ ແລະ ມີໜ້ອຍຄົນທີ່ສາມາດອະທິບາຍພາລະກິດທີ່ເຮົາເຮັດຢ່າງທົ່ວເຖິງ. ມີຫຼາຍສິ່ງທີ່ຜູ້ຄົນຂາດ, ພວກເຂົາຂາດຄວາມເຂົ້າໃຈໃນສິ່ງທີ່ເຮົາເຮັດຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາກໍເຝົ້າປ້ອງກັນຢູ່ສະເໝີ ຄືກັບວ່າພວກເຂົາຢ້ານຢູ່ເລິກໆວ່າ ເຮົາຈະວາງພວກເຂົາຢູ່ໃນອີກສະຖານະການ ແລະ ຫຼັງຈາກນັ້ນກໍບໍ່ໃສ່ໃຈກັບພວກເຂົາອີກ. ສະນັ້ນ ທ່າທີຂອງຜູ້ຄົນຕໍ່ເຮົາຈຶ່ງບໍ່ຮ້ອນບໍ່ໜາວ ພ້ອມທັງມີຄວາມລະມັດລະວັງຢ່າງສູງ. ນີ້ແມ່ນຍ້ອນຜູ້ຄົນໄດ້ມາເຖິງປັດຈຸບັນໂດຍບໍ່ເຂົ້າໃຈພາລະກິດທີ່ເຮົາປະຕິບັດ ແລະ ໂດຍສະເພາະແລ້ວ ພວກເຂົາແມ່ນສັບສົນກັບພຣະທຳທີ່ເຮົາກ່າວຕໍ່ພວກເຂົາ. ພວກເຂົາຖືພຣະທຳຂອງເຮົາໄວ້ໃນມືຂອງພວກເຂົາ ໂດຍບໍ່ຮູ້ວ່າພວກເຂົາຄວນອຸທິດຕົນເອງໃຫ້ແກ່ຄວາມເຊື່ອທີ່ບໍ່ໝັ້ນຄົງໃນພຣະທໍາເຫຼົ່ານັ້ນ ຫຼື ພວກເຂົາຄວນເລືອກທີ່ຈະບໍ່ຕັດສິນໃຈ ແລະ ລືມພວກມັນໄປ. ພວກເຂົາບໍ່ຮູ້ວ່າພວກເຂົາຄວນນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ຫຼື ລໍຖ້າ ແລະ ເບິ່ງ ຫຼື ພວກເຂົາຄວນປະຖິ້ມທຸກສິ່ງ ແລະ ຕິດຕາມຢ່າງກ້າຫານ ຫຼື ສືບຕໍ່ຍຶດໝັ້ນຕໍ່ມິດຕະພາບທາງໂລກຄືກັບແຕ່ກ່ອນ. ໂລກພາຍໃນຂອງຜູ້ຄົນສັບສົນຫຼາຍ ແລະ ພວກມັນມີເລ່ລ່ຽມຫຼາຍ. ຍ້ອນຜູ້ຄົນບໍ່ສາມາດເຫັນພຣະທຳຂອງເຮົາໄດ້ຢ່າງຊັດເຈນ ຫຼື ຢ່າງຄົບຖ້ວນ, ພວກເຂົາຫຼາຍຄົນຈຶ່ງມີຄວາມຫຍຸ້ງຍາກໃນການປະຕິບັດພຣະທຳເຫຼົ່ານັ້ນ ແລະ ມີຄວາມຫຍຸ້ງຍາກທີ່ຈະວາງຫົວໃຈຂອງພວກເຂົາຕໍ່ໜ້າເຮົາ. ເຮົາເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຫຍຸ້ງຍາກຂອງພວກເຈົ້າ. ຄວາມບົກຜ່ອງຫຼາຍຢ່າງແມ່ນບໍ່ສາມາດຫຼີກເວັ້ນໄດ້ ເມື່ອດຳລົງຊີວິດຢູ່ໃນເນື້ອໜັງ ແລະ ປັດໄຈທີ່ເປັນຈິງຫຼາຍຢ່າງໄດ້ສ້າງຄວາມຫຍຸ້ງຍາກສຳລັບພວກເຈົ້າ. ພວກເຈົ້າລ້ຽງຄອບຄົວຂອງພວກເຈົ້າ, ໃຊ້ເວລາຫຼາຍມື້ເພື່ອເຮັດວຽກໜັກ ແລະ ເດືອນ ແລະ ປີກໍຜ່ານໄປດ້ວຍຄວາມລໍາບາກ. ມີຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດໃນເນື້ອໜັງ, ເຮົາບໍ່ໄດ້ປະຕິເສດສິ່ງນີ້ ແລະ ແນ່ນອນ ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າແມ່ນເກີດຂຶ້ນຕາມຄວາມຫຍຸ້ງຍາກຂອງພວກເຈົ້າ. ເງື່ອນໄຂໃນພາລະກິດທີ່ເຮົາປະຕິບັດແມ່ນລ້ວນແລ້ວແຕ່ອີງໃສ່ວຸດທິພາວະຕົວຈິງຂອງພວກເຈົ້າ. ບາງເທື່ອໃນອະດີດ ເງື່ອນໄຂທີ່ຜູ້ຄົນຮຽກຮ້ອງຈາກພວກເຈົ້າໃນພາລະກິດຂອງພວກເຂົາແມ່ນປະສົມກັບອົງປະກອບທີ່ເກີນຄວາມຈຳເປັນ, ແຕ່ພວກເຈົ້າຄວນຮູ້ວ່າ ເຮົາບໍ່ເຄີຍຮຽກຮ້ອງພວກເຈົ້າໃນສິ່ງທີ່ເຮົາເວົ້າ ແລະ ເຮັດຢ່າງເກີນຄວາມຈຳເປັນ. ເງື່ອນໄຂທັງໝົດແມ່ນອີງຕາມທຳມະຊາດຂອງຜູ້ຄົນ, ເນື້ອໜັງ ແລະ ສິ່ງທີ່ພວກເຂົາຕ້ອງການ. ພວກເຈົ້າຄວນຮູ້ຈັກ ແລະ ເຮົາສາມາດບອກພວກເຈົ້າໄດ້ຢ່າງຊັດເຈນຫຼາຍວ່າ ເຮົາບໍ່ຕໍ່ຕ້ານວິທີການຄິດທີ່ມີເຫດຜົນໃດໜຶ່ງທີ່ຜູ້ຄົນມີ ແລະ ເຮົາບໍ່ຕໍ່ຕ້ານທຳມະຊາດໂດຍກໍາເນີດຂອງມະນຸດຊາດ. ມັນເປັນພຽງແຕ່ຍ້ອນຜູ້ຄົນບໍ່ເຂົ້າໃຈວ່າ ມາດຕະຖານທີ່ເຮົາໄດ້ກຳນົດໃຫ້ແກ່ພວກເຂົາແມ່ນຫຍັງແທ້ ຫຼື ພວກເຂົາບໍ່ເຂົ້າໃຈຄວາມໝາຍເດີມຂອງພຣະທຳຂອງເຮົາ, ເຊິ່ງຜູ້ຄົນຈຶ່ງສົງໄສໃນພຣະທຳຂອງເຮົາຈົນເຖິງປັດຈຸບັນ ແລະ ເຖິງກັບມີຜູ້ຄົນໜ້ອຍກວ່າເຄິ່ງໜຶ່ງທີ່ເຊື່ອໃນພຣະທຳຂອງເຮົາ. ຄົນທີ່ເຫຼືອແມ່ນຜູ້ບໍ່ເຊື່ອ ແລະ ຍິ່ງໄປກວ່ານັ້ນ ຍັງມີຄົນທີ່ມັກຟັງເຮົາ “ເລົ່າເລື່ອງ”. ຍິ່ງໄປກວ່ານັ້ນ, ມີຫຼາຍຄົນທີ່ເພີດເພີນກັບການສະແດງ. ເຮົາເຕື່ອນພວກເຈົ້າວ່າ: ພຣະທຳຂອງເຮົາຫຼາຍຂໍ້ໄດ້ຖືກເປີດເຜີຍໃຫ້ແກ່ຄົນທີ່ເຊື່ອໃນເຮົາແລ້ວ ແລະ ຄົນທີ່ໄດ້ເພີດເພີນກັບພາບທິວທັດທີ່ສວຍງາມຂອງອານາຈັກ ແຕ່ຖືກຂັງໄວ້ຂ້າງນອກປະຕູໂຂງຂອງມັນນັ້ນຖືກເຮົາກຳຈັດອອກແລ້ວ. ພວກເຈົ້າບໍ່ໄດ້ເປັນພຽງເຂົ້ານົກທີ່ຖືກເຮົາລັງກຽດ ແລະ ປະຕິເສດບໍ? ພວກເຈົ້າສາມາດເບິ່ງເຮົາຈາກໄປ ແລະ ຫຼັງຈາກນັ້ນກໍຕ້ອນຮັບການກັບຄືນມາຂອງເຮົາຢ່າງປິຕິຍິນດີໄດ້ແນວໃດ? ເຮົາບອກພວກເຈົ້າວ່າ ຫຼັງຈາກທີ່ປະຊາຊົນເມືອງນີນາເວໄດ້ຍິນພຣະທໍາທີ່ໃຈຮ້າຍຂອງພຣະເຢໂຮວາ, ພວກເຂົາກໍກັບໃຈດ້ວຍຖົງກະສອບ ແລະ ຂີ້ເຖົ່າທັນທີ. ມັນເປັນຍ້ອນພວກເຂົາເຊື່ອພຣະທຳຂອງພຣະອົງ, ພວກເຂົາຈຶ່ງເຕັມໄປດ້ວຍຄວາມຢໍາເກງ ແລະ ຄວາມຢ້ານກົວ ແລະ ດ້ວຍເຫດນັ້ນ ຈຶ່ງກັບໃຈດ້ວຍຖົງກະສອບ ແລະ ຂີ້ເຖົ່າ. ແຕ່ສຳລັບຜູ້ຄົນໃນປັດຈຸບັນ, ເຖິງແມ່ນພວກເຈົ້າເຊື່ອພຣະທຳຂອງເຮົາເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ເຊື່ອວ່າ ພຣະເຢໂຮວາໄດ້ກັບມາຢູ່ທ່າມກາງພວກເຈົ້າອີກຄັ້ງໃນມື້ນີ້, ທ່າທີຂອງພວກເຈົ້າກໍເຕັມໄປດ້ວຍການບໍ່ເຄົາລົບນັບຖື, ຄືກັບວ່າພວກເຈົ້າເຫັນພຣະເຢຊູທີ່ເກີດໃນຢູດາຍເປັນເວລາຫຼາຍພັນປີຜ່ານມາ ແລະ ບັດນີ້ກໍໄດ້ລົງມາຢູ່ທ່າມກາງພວກເຈົ້າ. ເຮົາເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຫຼອກລວງທີ່ມີຢູ່ພາຍໃນຫົວໃຈຂອງພວກເຈົ້າ; ພວກເຈົ້າຫຼາຍຄົນຕິດຕາມເຮົາ ດ້ວຍຄວາມຢາກຮູ້ຢາກເຫັນ ແລະ ມາເພື່ອສະແຫວງຫາເຮົາ ດ້ວຍຄວາມວ່າງເປົ່າ. ເມື່ອຄວາມປາຖະໜາຢ່າງທີສາມຂອງພວກເຈົ້າ ນັ້ນກໍຄື ຄວາມປາຖະໜາຂອງພວກເຈົ້າເພື່ອຊີວິດທີ່ສັນຕິສຸກ ແລະ ມີຄວາມສຸກແຕກສະຫຼາຍ, ແລ້ວຄວາມຢາກຮູ້ຢາກເຫັນຂອງພວກເຈົ້າກໍຫາຍໄປເຊັ່ນກັນ. ຄວາມຫຼອກລວງທີ່ມີຢູ່ພາຍໃນຫົວໃຈຂອງພວກເຈົ້າແຕ່ລະຄົນແມ່ນຖືກເປີດໂປງຜ່ານຄຳເວົ້າ ແລະ ການກະທຳຂອງພວກເຈົ້າ. ວົງແບບກົງໄປກົງມາກໍຄື ພວກເຈົ້າພຽງແຕ່ຢາກຮູ້ຢາກເຫັນກ່ຽວກັບເຮົາ, ແຕ່ບໍ່ຢໍາເກງເຮົາ; ພວກເຈົ້າບໍ່ໃສ່ໃຈລີ້ນຂອງພວກເຈົ້າ ແລ້ວແຮງໄກທີ່ພວກເຈົ້າຈະຢັບຢັ້ງພຶດຕິກຳຂອງພວກເຈົ້າ. ແລ້ວພວກເຈົ້າມີຄວາມເຊື່ອປະເພດໃດກັນແທ້? ມັນເປັນຈິງແທ້ບໍ? ພວກເຈົ້າພຽງແຕ່ໃຊ້ພຣະທຳຂອງເຮົາເພື່ອປັດເປົ່າຄວາມກັງວົນຂອງພວກເຈົ້າ ແລະ ບັນເທົາຄວາມເບື່ອໜ່າຍຂອງພວກເຈົ້າ, ເຕີມເຕັມພື້ນທີ່ວ່າງເປົ່າທີ່ຫຼົງເຫຼືອໃນຊີວິດຂອງເຈົ້າ. ຜູ້ໃດທ່າມກາງພວກເຈົ້າໄດ້ນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດແດ່? ຜູ້ໃດມີຄວາມເຊື່ອທີ່ແທ້ຈິງແດ່? ພວກເຈົ້າສືບຕໍ່ຮ້ອງວ່າ ພຣະເຈົ້າເປັນພຣະເຈົ້າ ຜູ້ທີ່ເຫັນໃນສ່ວນເລິກຫົວໃຈຂອງຜູ້ຄົນ, ແຕ່ພຣະເຈົ້າທີ່ພວກເຈົ້າຮ້ອງຫາໃນຫົວໃຈຂອງພວກເຈົ້າເຂົ້າກັບເຮົາໄດ້ແນວໃດ? ໃນເມື່ອພວກເຈົ້າຮ້ອງແບບນີ້, ແລ້ວເປັນຫຍັງພວກເຈົ້າຈຶ່ງເຮັດແບບນັ້ນ? ມັນເປັນໄປໄດ້ບໍວ່າ ນີ້ແມ່ນຄວາມຮັກທີ່ພວກເຈົ້າຕ້ອງການຕອບແທນເຮົາ? ມີຄວາມອຸທິດຈໍານວນບໍ່ໜ້ອຍໃນຮີມສົບຂອງພວກເຈົ້າ, ແຕ່ຄວາມເສຍສະຫຼະຂອງພວກເຈົ້າຢູ່ໃສ ແລະ ການກະທຳດີຂອງພວກເຈົ້າເດ? ຖ້າມັນບໍ່ແມ່ນຍ້ອນຄຳເວົ້າຂອງພວກເຈົ້າມາເຖິງຫູຂອງເຮົາ, ເຮົາຈະສາມາດກຽດຊັງພວກເຈົ້າຫຼາຍສໍ່ານັ້ນໄດ້ແນວໃດ? ຖ້າພວກເຈົ້າເຊື່ອໃນເຮົາຢ່າງແທ້ຈິງ, ພວກເຈົ້າຈະຕົກລົງໃນສະພາວະທີ່ລຳບາກແບບນີ້ໄດ້ແນວໃດ? ພວກເຈົ້າມີສີໜ້າອຸກໃຈເທິງໃບໜ້າຂອງພວກເຈົ້າ ຄືກັບວ່າພວກເຈົ້າຢູ່ໃນດິນແດນມໍລະນາ ໂດຍກຳລັງຖືກພິຈາລະນາຄະດີ. ພວກເຈົ້າບໍ່ມີກໍາລັງແມ່ນແຕ່ໜ້ອຍດຽວ ແລະ ພວກເຈົ້າເວົ້າກ່ຽວກັບສຽງພາຍໃນຂອງພວກເຈົ້າຢ່າງອ່ອນແຮງ; ພວກເຈົ້າເຖິງກັບເຕັມໄປດ້ວຍການຈົ່ມຕໍ່ວ່າ ແລະ ການສາບແຊ່ງ. ພວກເຈົ້າໄດ້ສູນເສຍຄວາມເຊື່ອໃນສິ່ງທີ່ເຮົາເຮັດແຕ່ດົນມາແລ້ວ ແລະ ແມ່ນແຕ່ຄວາມເຊື່ອເດີມຂອງພວກເຈົ້າກໍຫາຍໄປ, ແລ້ວພວກເຈົ້າຈະສາມາດຕິດຕາມໄປຈົນເຖິງທີ່ສຸດໄດ້ແນວໃດ? ໃນເມື່ອເປັນແນວນີ້, ແລ້ວພວກເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 344)

ເຖິງແມ່ນວ່າພາລະກິດຂອງເຮົາເປັນປະໂຫຍດຫຼາຍສຳລັບພວກເຈົ້າ, ແຕ່ພຣະທຳຂອງເຮົາກໍສູນເສຍໃນພວກເຈົ້າຢູ່ສະເໝີ ແລະ ບໍ່ໄດ້ເກີດຫຍັງເລີຍໃນພວກເຈົ້າ. ມັນຍາກທີ່ຈະຄົ້ນພົບສິ່ງທີ່ເຮົາຈະເຮັດໃຫ້ສົມບູນ ແລະ ໃນປັດຈຸບັນ ເຮົາເກືອບສູນເສຍຄວາມຫວັງໃນພວກເຈົ້າ. ເຮົາໄດ້ຄົ້ນຫາໃນບັນດາພວກເຈົ້າເປັນເວລາຫຼາຍປີ, ແຕ່ມັນຍາກທີ່ຈະຄົ້ນພົບຜູ້ໃດຜູ້ໜຶ່ງທີ່ສາມາດເປັນຜູ້ທີ່ເຮົາໄວ້ເນື້ອເຊື່ອໃຈໄດ້. ເຮົາຮູ້ສຶກຄືກັບວ່າ ເຮົາບໍ່ມີຄວາມໝັ້ນໃຈທີ່ຈະສືບຕໍ່ປະຕິບັດພາລະກິດໃນພວກເຈົ້າ ແລະ ບໍ່ມີຄວາມຮັກທີ່ຈະສືບຕໍ່ຮັກພວກເຈົ້າ. ນີ້ແມ່ນຍ້ອນເຮົາໄດ້ຖືກ “ຄວາມສຳເລັດ” ຂອງພວກເຈົ້າກຽດຊັງຕັ້ງແຕ່ດົນແລ້ວ, ພວກມັນຊ່າງເລັກນ້ອຍ ແລະ ເປັນຕາເວດທະນາ; ມັນເບິ່ງຄືກັບວ່າ ເຮົາບໍ່ເຄີຍເວົ້າໃນທ່າມກາງພວກເຈົ້າຈັກເທື່ອ ແລະ ບໍ່ເຄີຍປະຕິບັດພາລະກິດໃນພວກເຈົ້າຈັກເທື່ອ. ຄວາມສຳເລັດຂອງພວກເຈົ້າເປັນຕາລັງກຽດຫຼາຍ. ພວກເຈົ້ານໍາຫາຍະນະ ແລະ ຄວາມອັບອາຍມາສູ່ຕົນເອງຢູ່ສະເໝີ ແລະ ພວກເຈົ້າເກືອບບໍ່ມີຄຸນຄ່າເລີຍ. ຫາໄດ້ຍາກທີ່ເຮົາຈະຄົ້ນພົບລັກສະນະຂອງມະນຸດໃນພວກເຈົ້າ ຫຼື ໄດ້ກິ່ນຮ່ອງຮອຍຂອງມະນຸດ. ກິ່ນອັນສົດໃສຂອງພວກເຈົ້າມີຢູ່ໃສ? ລາຄາທີ່ພວກເຈົ້າໄດ້ຈ່າຍຫຼາຍປີແມ່ນຢູ່ໃສ ແລະ ຜົນໄດ້ຮັບແມ່ນຢູ່ໃສ? ພວກເຈົ້າບໍ່ເຄີຍຄົ້ນພົບຫຍັງເລີຍບໍ? ບັດນີ້ ພາລະກິດຂອງເຮົາມີການເລີ່ມຕົ້ນໃໝ່ ນັ້ນກໍຄື ການຕັ້ງຕົ້ນໃໝ່. ເຮົາກຳລັງຈະປະຕິບັດແຜນການອັນຍິ່ງໃຫຍ່ ແລະ ເຮົາຕ້ອງການສຳເລັດພາລະກິດທີ່ຍິ່ງໃຫຍ່ຂຶ້ນກວ່າເດີມ, ແຕ່ພວກເຈົ້າຍັງກິ້ງເກືອກໃນຂີ້ຕົມຄືແຕ່ກ່ອນ, ດຳລົງຊີວິດໃນນໍ້າສົກກະປົກແຫ່ງອະດີດ ແລະ ບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນອອກຈາກສະພາວະຫຍຸ້ງຍາກເດີມຂອງພວກເຈົ້າໄດ້ເລີຍ. ສະນັ້ນ ພວກເຈົ້າຍັງບໍ່ໄດ້ຮັບຫຍັງຈາກພຣະທຳຂອງເຮົາ. ພວກເຈົ້າຍັງບໍ່ໄດ້ເຮັດໃຫ້ຕົນເອງເປັນອິດສະຫຼະຈາກບ່ອນຂີ້ຕົມດັ່ງເດີມຂອງພວກເຈົ້າ ແລະ ນໍ້າທີ່ສົກກະປົກ ແລະ ພວກເຈົ້າພຽງແຕ່ຮູ້ຈັກພຣະທຳຂອງເຮົາ, ແຕ່ໃນຄວາມເປັນຈິງແລ້ວ ພວກເຈົ້າບໍ່ໄດ້ເຂົ້າສູ່ອານາເຂດແຫ່ງອິດສະຫຼະພາບຂອງພຣະທຳຂອງເຮົາ, ສະນັ້ນ ພຣະທຳຂອງເຮົາຈຶ່ງບໍ່ໄດ້ຖືກເປີດອອກໃຫ້ແກ່ພວກເຈົ້າ; ພວກມັນເປັນຄືກັບໜັງສືຄຳທຳນາຍທີ່ຖືກປົກປິດໄວ້ເປັນເວລາຫຼາຍພັນປີ. ເຮົາປາກົດຕໍ່ພວກເຈົ້າໃນຊີວິດຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ຮູ້ຈັກສິ່ງນັ້ນຢູ່ສະເໝີ. ພວກເຈົ້າເຖິງກັບບໍ່ຮູ້ຈັກເຮົາ. ເກືອບເຄິ່ງໜຶ່ງຂອງພຣະທຳທີ່ເຮົາກ່າວແມ່ນເພື່ອພິພາກສາພວກເຈົ້າ ແລະ ພວກມັນພຽງແຕ່ບັນລຸເຄິ່ງໜຶ່ງຂອງຜົນທີ່ພວກມັນຄວນບັນລຸ ເຊິ່ງເພື່ອຊຶມຊັບຄວາມຢ້ານຢ່າງຍິ່ງພາຍໃນພວກເຈົ້າ. ອີກເຄິ່ງໜຶ່ງທີ່ຍັງເຫຼືອປະກອບມີພຣະທຳເພື່ອສັ່ງສອນພວກເຈົ້າກ່ຽວກັບຊີວິດ ແລະ ວິທີການປະພຶດຕົນເອງ. ເຖິງຢ່າງໃດກໍຕາມ ມັນຈະເບິ່ງຄືກັບວ່າ ສໍາລັບພວກເຈົ້າແລ້ວ ພຣະທຳເຫຼົ່ານີ້ບໍ່ໄດ້ມີຢູ່ຈິງ ຫຼື ຄືກັບວ່າພວກເຈົ້າກຳລັງຟັງຄຳເວົ້າຂອງເດັກນ້ອຍ, ຄຳເວົ້າທີ່ພວກເຈົ້າຍິ້ມຢູ່ໃນໃຈຢູ່ສະເໝີ, ແຕ່ບໍ່ເຄີຍປະຕິບັດຕໍ່ມັນ. ພວກເຈົ້າບໍ່ເຄີຍໃສ່ໃຈສິ່ງເຫຼົ່ານີ້ເລີຍ; ຫຼັກໆແລ້ວພວກເຈົ້າສັງເກດການກະທໍາຂອງເຮົາໃນນາມຂອງຄວາມຢາກຮູ້ຢາກເຫັນເທົ່ານັ້ນ, ດ້ວຍຜົນຮັບກໍຄືຕອນນີ້ພວກເຈົ້າໄດ້ຕົກລົງສູ່ຄວາມມືດ ແລະ ບໍ່ສາມາດເຫັນແສງສະຫວ່າງ ແລະ ດ້ວຍເຫດນັ້ນ ພວກເຈົ້າຈຶ່ງຮ້ອງໄຫ້ຢ່າງໜ້າສົງສານໃນຄວາມມືດ. ສິ່ງທີ່ເຮົາຕ້ອງການແມ່ນຄວາມເຊື່ອຟັງຂອງພວກເຈົ້າ, ຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຮົາຮຽກຮ້ອງໃຫ້ພວກເຈົ້າໝັ້ນໃຈທັງໝົດໃນທຸກສິ່ງທີ່ເຮົາເວົ້າ. ພວກເຈົ້າບໍ່ຄວນມີທ່າທີເມີນເສີຍ ແລະ ໂດຍສະເພາະແລ້ວ ພວກເຈົ້າບໍ່ຄວນເລືອກປະຕິບັດຕໍ່ສິ່ງຕ່າງໆທີ່ເຮົາເວົ້າ ຫຼື ບໍ່ເອົາໃຈໃສ່ຕໍ່ພຣະທຳຂອງເຮົາ ແລະ ພາລະກິດຂອງເຮົາ ເປັນດັ່ງນິໄສຂອງພວກເຈົ້າ. ພາລະກິດຂອງເຮົາແມ່ນດຳເນີນທ່າມກາງພວກເຈົ້າ ແລະ ເຮົາກໍໄດ້ປະທານພຣະທຳທີ່ຍິ່ງໃຫຍ່ຫຼາຍຂໍ້ຂອງເຮົາໃຫ້ແກ່ພວກເຈົ້າ, ແຕ່ຖ້າພວກເຈົ້າປະຕິບັດຕໍ່ເຮົາໃນລັກສະນະນີ້, ເຮົາກໍຈະໄດ້ແຕ່ເອົາສິ່ງທີ່ພວກເຈົ້າບໍ່ໄດ້ຮັບ ຫຼື ນໍາເຂົ້າສູ່ການປະຕິບັດນັ້ນໃຫ້ແກ່ຄອບຄົວຕ່າງຊາດ. ຜູ້ໃດທ່າມກາງສິ່ງຖືກສ້າງທັງປວງບໍ່ໄດ້ຖືກເຮົາຖືໄວ້ໃນມືຂອງເຮົາ? ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າແມ່ນມີ “ອາຍຸແກ່” ແລະ ພວກເຈົ້າບໍ່ມີກຳລັງທີ່ຈະຍອມຮັບພາລະກິດປະເພດນີ້ທີ່ເຮົາມີ. ເຈົ້າກໍ່ເປັນຄືກັບນົກຮານເຮົາ[ກ] ທີ່ພຽງແຕ່ມີຊີວິດຢູ່ໄປວັນໆເທົ່ານັ້ນ ແລະ ເຈົ້າບໍ່ເຄີຍຈິງຈັງກັບພຣະທຳຂອງເຮົາ. ຄົນໜຸ່ມແມ່ນໄຮ້ປະໂຫຍດຢ່າງສຸດຂີດ ແລະ ໝົກມຸ້ນຫຼາຍເກີນໄປ ແລະ ເຖິງກັບສົນໃຈກັບພາລະກິດຂອງເຮົາແຕ່ໜ້ອຍດຽວ. ພວກເຂົາບໍ່ສົນໃຈທີ່ຈະກິນອາຫານແຊບໃນງານລ້ຽງຂອງເຮົາ; ພວກເຂົາເປັນຄືກັບນົກນ້ອຍທີ່ບິນອອກຈາກກົງຂອງມັນເພື່ອພະຈົນໄພໄປໄກແສນໄກ. ຄົນໜຸ່ມ ແລະ ຄົນເຖົ້າປະເພດເຫຼົ່ານີ້ຈະສາມາດເປັນປະໂຫຍດຕໍ່ເຮົາໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ

ໝາຍເຫດ:

ກ. ເລື່ອງລາວຂອງນົກຮານເຮົານັ້ນແມ່ນຄ້າຍຄືກັນຫຼາຍກັບນິທານອີສົບ (Aesop) ທີ່ກ່ຽວກັບມົດ ແລະ ຕັກກະແຕນ. ນົກຮານເຮົາເລືອກທີ່ຈະນອນຫຼັບ ແທນທີ່ຈະສ້າງຮັງໃນຂະນະທີ່ອາກາດນັ້ນອົບອຸ່ນຢູ່, ເຖິງແມ່ນວ່າ ຈະມີຄໍາຕັກເຕືອນຊໍ້າແລ້ວຊໍ້າອີກຈາກນົກກາງເຂນທີ່ເປັນເພື່ອນບ້ານຂອງມັນ. ເມື່ອລະດູໜາວມາຮອດ ນົກໂຕນັ້ນກໍແຂງກະດ້າງຕາຍ.


ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 345)

ເຖິງແມ່ນພວກເຈົ້າທີ່ເປັນຄົນໜຸ່ມລ້ວນແລ້ວແຕ່ຄືກັບສິງໂຕໜຸ່ມ, ແຕ່ກໍຫາໄດ້ຍາກທີ່ພວກເຈົ້າຈະມີຫົນທາງທີ່ແທ້ຈິງໃນຫົວໃຈຂອງພວກເຈົ້າ. ຄວາມໜຸ່ມຂອງພວກເຈົ້າບໍ່ໄດ້ໃຫ້ສິດເຈົ້າໃນພາລະກິດຂອງເຮົາຫຼາຍຂຶ້ນ; ໃນທາງກົງກັນຂ້າມ ພວກເຈົ້າເຮັດໃຫ້ເຮົາເບື່ອໜ່າຍພວກເຈົ້າຢູ່ສະເໝີ. ເຖິງແມ່ນພວກເຈົ້າຈະໜຸ່ມ, ພວກເຈົ້າກໍຂາດກຳລັງ ຫຼື ຄວາມທະເຍີທະຍານ ແລະ ພວກເຈົ້າບໍ່ອຸທິດຕໍ່ອະນາຄົດຂອງພວກເຈົ້າສະເໝີ; ມັນຄືກັບວ່າພວກເຈົ້າບໍ່ໄດ້ສົນໃຈ ແລະ ກັງວົນໃຈເລີຍ. ມັນສາມາດເວົ້າໄດ້ວ່າ ພະລັງ, ອຸດົມການ ແລະ ຈຸດຢືນທີ່ຄວນມີໃນຄົນໜຸ່ມ ແມ່ນບໍ່ສາມາດຄົ້ນພົບໃນພວກເຈົ້າໄດ້ເລີຍ; ພວກເຈົ້າຄົນໜຸ່ມປະເພດນີ້ແມ່ນປາສະຈາກຈຸດຢືນ ແລະ ບໍ່ມີຄວາມສາມາດໃນການແຍກແຍະລະຫວ່າງຄວາມຖືກຕ້ອງ ແລະ ຄວາມຜິດ, ຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມສວຍງາມ ແລະ ຄວາມຂີ້ຮ້າຍ. ມັນເປັນໄປບໍ່ໄດ້ທີ່ຈະຄົ້ນພົບອົງປະກອບໃດໆທີ່ສົດໃສໃນພວກເຈົ້າ. ພວກເຈົ້າເກືອບຫົວບູຮານທັງສິ້ນ ແລະ ພວກເຈົ້າ ເຊິ່ງເປັນຄົນໜຸ່ມປະເພດນີ້ ຍັງໄດ້ຮຽນຕິດຕາມຝູງຊົນ, ກາຍເປັນຄົນບໍ່ມີເຫດຜົນ. ພວກເຈົ້າບໍ່ສາມາດແຍກແຍະຄວາມດີຈາກຄວາມຊົ່ວໄດ້ຢ່າງຊັດເຈນ, ບໍ່ສາມາດແຍກແຍະລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ, ບໍ່ເຄີຍພະຍາຍາມເພື່ອຄວາມດີເລີດ ແລະ ພວກເຈົ້າບໍ່ສາມາດບອກໄດ້ວ່າແມ່ນຫຍັງຖືກຕ້ອງ ແລະ ແມ່ນຫຍັງຜິດ, ແມ່ນຫຍັງຄືຄວາມຈິງ ແລະ ແມ່ນຫຍັງຄືການຫຼອກລວງ. ພວກເຈົ້າມີກິ່ນເໝັນຂອງສາສະໜາທີ່ໜັກໜ່ວງ ແລະ ຮຸນແຮງຫຼາຍກວ່າຜູ້ເຖົ້າອີກ. ພວກເຈົ້າເຖິງກັບອວດດີ ແລະ ໄຮ້ເຫດຜົນ, ພວກເຈົ້າມັກແຂ່ງຂັນ ແລະ ຄວາມມັກຮັກໃນການຄຸກຄາມຂອງພວກເຈົ້າແມ່ນຮຸນແຮງຫຼາຍ, ຄົນໜຸ່ມປະເພດນີ້ຈະສາມາດມີຄວາມຈິງໄດ້ແນວໃດ? ຄົນທີ່ບໍ່ສາມາດຍຶດໝັ້ນໃນຈຸດຢືນຈະສາມາດເປັນພະຍານໄດ້ແນວໃດ? ຄົນທີ່ບໍ່ມີຄວາມສາມາດແຍກແຍະລະຫວ່າງສິ່ງທີ່ຖືກຕ້ອງ ແລະ ຜິດຈະສາມາດຖືກເອີ້ນວ່າຄົນໜຸ່ມໄດ້ແນວໃດ? ຄົນທີ່ບໍ່ມີກຳລັງ, ຄວາມແຂງແຮງ, ຄວາມສົດໃສ, ຄວາມໃຈເຢັນ ແລະ ຄວາມໝັ້ນຄົງຂອງຄົນໜຸ່ມຈະສາມາດຖືກເອີ້ນວ່າຜູ້ຕິດຕາມຂອງເຮົາໄດ້ແນວໃດ? ຄົນທີ່ບໍ່ມີຄວາມຈິງ, ບໍ່ມີຄວາມຮູ້ສຶກເຖິງຄວາມຍຸຕິທຳ, ແຕ່ມັກຫຼິ້ນ ແລະ ຕົບຕີກັນຈະສົມຄວນເປັນຄົນພະຍານຂອງເຮົາໄດ້ແນວໃດ? ສາຍຕາທີ່ເຕັມໄປດ້ວຍຄວາມຫຼອກລວງ ແລະ ອະຄະຕິຕໍ່ຄົນອື່ນບໍ່ແມ່ນສິ່ງທີ່ຄົນໜຸ່ມຄວນມີ ແລະ ຄົນໜຸ່ມບໍ່ຄວນປະຕິບັດການກະທຳທີ່ບໍ່ດີ ແລະ ຕໍ່າຊ້າ. ພວກເຂົາບໍ່ຄວນປາສະຈາກອຸດົມການ, ຄວາມປະຖະໜາທີ່ທະເຍີທະຍານ ແລະ ກະຕືລືລົ້ນເພື່ອເຮັດໃຫ້ຕົນເອງດີຂຶ້ນ; ພວກເຂົາບໍ່ຄວນໝົດກຳລັງໃຈກ່ຽວກັບຄວາມຄາດຫວັງຂອງພວກເຂົາ ຫຼື ພວກເຂົາບໍ່ຄວນສູນເສຍຄວາມຫວັງໃນຊີວິດ ຫຼື ຄວາມໝັ້ນໃຈໃນອະນາຄົດ; ພວກເຂົາຄວນມີຄວາມພາກພຽນເພື່ອສືບຕໍ່ຕາມເສັ້ນທາງແຫ່ງຄວາມຈິງທີ່ພວກເຂົາໄດ້ເລືອກໃນຕອນນີ້ ນັ້ນກໍຄື ການປະຕິບັດຕາມຄວາມປາຖະໜາຂອງພວກເຂົາເພື່ອສະຫຼະຊີວິດທັງໝົດຂອງພວກເຂົາໃຫ້ແກ່ເຮົາ. ພວກເຂົາບໍ່ຄວນປາສະຈາກຄວາມຈິງ ຫຼື ພວກເຂົາບໍ່ຄວນເຊື່ອງຄວາມຫຼອກລວງ ແລະ ຄວາມບໍ່ຊອບທຳ, ພວກເຂົາຄວນຍຶດໝັ້ນໃນຈຸດຢືນທີ່ຖືກຕ້ອງ. ພວກເຂົາບໍ່ຄວນລ່ອງລອຍໄປມາເທົ່ານັ້ນ, ແຕ່ຄວນມີຈິດໃຈທີ່ຈະກ້າເສຍສະຫຼະ ແລະ ພະຍາຍາມຫາຄວາມຍຸຕິທຳ ແລະ ຄວາມຈິງ. ຄົນໜຸ່ມຄວນມີຄວາມກ້າຫານທີ່ຈະບໍ່ຍອມຈຳນົນຕໍ່ການກົດຂີ່ໂດຍອໍານາດແຫ່ງຄວາມມືດ ແລະ ເພື່ອປ່ຽນແປງຄວາມໝາຍຂອງການເປັນຢູ່ຂອງພວກເຂົາ. ຄົນໜຸ່ມບໍ່ຄວນຍອມຈໍານົນໃຫ້ແກ່ຄວາມລຳບາກຍາກແຄ້ນ, ແຕ່ຄວນເປີດເຜີຍ ແລະ ກົງໄປກົງມາ ດ້ວຍຈິດໃຈແຫ່ງການໃຫ້ອະໄພສຳລັບອ້າຍເອື້ອຍນ້ອງຂອງພວກເຂົາ. ແນ່ນອນ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາຮຽກຮ້ອງຈາກທຸກຄົນ ແລະ ຄຳແນະນໍາຂອງເຮົາສຳລັບທຸກຄົນ. ແຕ່ຍິ່ງໄປກວ່ານັ້ນ ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ປອບໂຍນຂອງເຮົາສຳລັບຄົນໜຸ່ມທຸກຄົນ. ພວກເຈົ້າຄວນປະຕິບັດຕາມພຣະທຳຂອງເຮົາ. ໂດຍສະເພາະແລ້ວ ຄົນໜຸ່ມບໍ່ຄວນປາສະຈາກຄວາມຕັ້ງໃຈທີ່ຈະແຍກແຍະໃນບັນຫາຕ່າງໆ ແລະ ສະແຫວງຫາຄວາມຍຸຕິທຳ ແລະ ຄວາມຈິງ. ພວກເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ພວກເຈົ້າຄວນຮັບເອົາຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ. ພວກເຈົ້າຄວນຮັບຜິດຊອບຊີວິດຂອງພວກເຈົ້າ ແລະ ພວກເຈົ້າຕ້ອງບໍ່ຖືເບົາ. ຜູ້ຄົນມາເທິງໂລກ ແລະ ມັນກໍຫາໄດ້ຍາກທີ່ຈະພົບພໍ້ກັບເຮົາ ແລະ ມັນຍັງຫາໄດ້ຍາກທີ່ຈະມີໂອກາດສະແຫວງຫາ ແລະ ຮັບເອົາຄວາມຈິງ. ເປັນຫຍັງພວກເຈົ້າຈຶ່ງບໍ່ປະເມີນຄ່າເວລາທີ່ສວຍງາມນີ້ວ່າເປັນເສັ້ນທາງທີ່ຖືກຕ້ອງເພື່ອສະແຫວງຫາໃນຊີວິດນີ້? ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ຄວາມສົນໃຈຕໍ່ຄວາມຈິງ ແລະ ຄວາມຍຸຕິທຳ? ເປັນຫຍັງພວກເຈົ້າຈຶ່ງຢຽບຢໍ່າ ແລະ ທຳລາຍຕົນເອງເພື່ອຄວາມບໍ່ຊອບທຳ ແລະ ຄວາມສົກກະປົກທີ່ຫຼິ້ນຕະຫຼົກກັບຜູ້ຄົນຢູ່ສະເໝີ? ແລ້ວເປັນຫຍັງເຈົ້າຈຶ່ງເຮັດຄືກັບຜູ້ເຖົ້າເຫຼົ່ານັ້ນທີ່ເຮັດໃນສິ່ງທີ່ຄົນບໍ່ຊອບທຳເຮັດ? ເປັນຫຍັງເຈົ້າຈຶ່ງຮຽນແບບວິທີເດີມໆຂອງສິ່ງເດີມໆ? ຊີວິດຂອງພວກເຈົ້າຄວນເຕັມໄປດ້ວຍຄວາມຍຸຕິທຳ, ຄວາມຈິງ ແລະ ຄວາມບໍລິສຸດ; ຊີວິດຂອງພວກເຈົ້າບໍ່ຄວນເສື່ອມໂຊມຫຼາຍໃນອາຍຸໜຸ່ມນ້ອຍຂະໜາດນີ້, ເຊິ່ງມັນຈະນໍາພວກເຈົ້າໄປສູ່ແດນມໍລະນາ. ພວກເຈົ້າບໍ່ຮູ້ສຶກວ່າ ສິ່ງນີ້ຈະເປັນຄວາມໂຊກຮ້າຍຢ່າງໃຫຍ່ຫຼວງບໍ? ພວກເຈົ້າບໍ່ຮູ້ສຶກວ່າ ສິ່ງນີ້ບໍ່ຍຸຕິທຳຢ່າງໃຫຍ່ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 346)

ຖ້າພາລະກິດຫຼາຍຢ່າງ ແລະ ພຣະທຳຫຼາຍຂໍ້ບໍ່ມີຜົນກະທົບຫຍັງກັບເຈົ້າເລີຍ, ແລ້ວເມື່ອເວລາແຫ່ງການເຜີຍແຜ່ພາລະກິດຂອງພຣະເຈົ້າມາເຖິງ ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ ແລະ ຈະອັບອາຍ ແລະ ເສຍໜ້າ. ໃນເວລານັ້ນ, ເຈົ້າຈະຮູ້ສຶກວ່າ ເຈົ້າເປັນໜີ້ພຣະເຈົ້າຫຼາຍ, ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າແມ່ນຕື້ນຫຼາຍ. ຖ້າເຈົ້າບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າໃນປັດຈຸບັນ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ແລ້ວຕໍ່ໄປ ມັນກໍຈະຊ້າເກີນໄປ. ໃນເວລາສຸດທ້າຍ, ເຈົ້າຈະບໍ່ມີຄວາມຮູ້ຫຍັງໃຫ້ກ່າວເຖິງເລີຍ, ເຈົ້າຈະມີແຕ່ຄວາມວ່າງເປົ່າ ແລະ ບໍ່ມີຫຍັງເລີຍ. ແລ້ວເຈົ້າຈະໃຊ້ຫຍັງເພື່ອເລົ່າເລື່ອງໃຫ້ກັບພຣະເຈົ້າ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າບໍ? ເຈົ້າຄວນສະແຫວງຫາຢ່າງໜັກໃນຕອນນີ້ ເພື່ອວ່າໃນເວລາສຸດທ້າຍ ເຈົ້າຈະເປັນຄືກັບເປໂຕທີ່ຮູ້ຈັກວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າມີປະໂຫຍດຫຼາຍສໍ່າໃດກັບມະນຸດ ແລະ ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ ມະນຸດກໍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ມີພຽງແຕ່ຈະຈົມລົງເລິກສູ່ດິນແດນທີ່ສົກກະປົກນີ້, ຈົມລົງເລິກສູ່ຂີ້ຕົມຫຼາຍຍິ່ງຂຶ້ນ. ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ, ວາງແຜນຕໍ່ຕ້ານກັນເອງ ແລະ ດູຖູກລັງກຽດກັນເອງ, ສູນເສຍຄວາມຢຳເກງພຣະເຈົ້າ. ການບໍ່ເຊື່ອຟັງຂອງພວກເຂົາກໍໃຫຍ່ຫຼວງເກີນໄປ, ແນວຄິດຂອງພວກເຂົາມີຫຼາຍເກີນໄປ ແລະ ທຸກຢ່າງກໍເປັນຂອງຊາຕານ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງມະນຸດຈະບໍ່ສາມາດຖືກຊໍາລະລ້າງ ແລະ ເຂົາຈະບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ສິ່ງທີ່ຖືກສຳແດງໂດຍພາລະກິດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ ແມ່ນສິ່ງທີ່ຖືກສຳແດງໂດຍພຣະວິນຍານຢ່າງແນ່ນອນ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກປະຕິບັດຕາມສິ່ງທີ່ພຣະວິນຍານບໍລິສຸດກະທຳ. ໃນປັດຈຸບັນ, ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດນີ້, ແລ້ວເຈົ້າກໍໂງ່ຈ້າຫຼາຍ ແລະ ໄດ້ສູນເສຍຫຼາຍຢ່າງ! ຖ້າເຈົ້າບໍ່ໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ, ແລ້ວຄວາມເຊື່ອຂອງເຈົ້າກໍເປັນຄວາມເຊື່ອໃນສາສະໜາ ແລະ ເຈົ້າກໍເປັນຄຣິສຕຽນ ເຊິ່ງເປັນຄົນແຫ່ງສາສະໜາ. ເພາະວ່າເຈົ້າຍຶດໝັ້ນກັບຄຳສັ່ງສອນທີ່ຕາຍແລ້ວ, ເຈົ້າໄດ້ສູນເສຍພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ຄົນອື່ນທີ່ສະແຫວງຫາຄວາມຮັກຕໍ່ພຣະເຈົ້າ ສາມາດໄດ້ຮັບຄວາມຈິງ ແລະ ຊີວິດ, ໃນຂະນະທີ່ຄວາມເຊື່ອຂອງເຈົ້າບໍ່ສາມາດໄດ້ຮັບການເຫັນດີຂອງພຣະເຈົ້າ. ກົງກັນຂ້າມ, ເຈົ້າໄດ້ກາຍມາເປັນຄົນທີ່ເຮັດຊົ່ວ, ເປັນຄົນທີ່ສ້າງຄວາມຈິບຫາຍ ແລະ ເປັນຕາກຽດຊັງ; ເຈົ້າໄດ້ກາຍມາເປັນຕົວຕະຫຼົກຂອງຊາຕານ ແລະ ຊະເລີຍຂອງຊາຕານ. ພຣະເຈົ້າບໍ່ແມ່ນມີໃຫ້ມະນຸດເຊື່ອ, ແຕ່ມີໃຫ້ເຂົາຮັກ, ໃຫ້ເຂົາສະແຫວງຫາ ແລະ ນະມັດສະການ. ຖ້າເຈົ້າບໍ່ສະແຫວງຫາໃນປັດຈຸບັນ, ແລ້ວມື້ນັ້ນກໍຈະມາເຖິງ ມື້ທີ່ເຈົ້າເວົ້າວ່າ “ແຕ່ກ່ອນ ເປັນຫຍັງຂ້ານ້ອຍຈຶ່ງບໍ່ຕິດຕາມພຣະເຈົ້າຢ່າງເໝາະສົມ, ບໍ່ເຮັດໃຫ້ພຣະອົງພໍໃຈໂດຍສົມຄວນ, ບໍ່ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງຂ້ານ້ອຍ? ຂ້ານ້ອຍເສຍດາຍທີ່ບໍ່ສາມາດຍອມຢູ່ພາຍໃຕ້ພຣະເຈົ້າໃນເວລານັ້ນ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ພຣະເຈົ້າກ່າວຫຼາຍສິ່ງໃນຕອນນັ້ນ; ຂ້ານ້ອຍບໍ່ສະແຫວງຫາໄດ້ແນວໃດ? ຂ້ານ້ອຍໂງ່ຫຼາຍ!” ເຈົ້າຈະກຽດຊັງຕົນເອງຈົນຮອດລະດັບໃດໜຶ່ງ. ໃນປັດຈຸບັນ, ເຈົ້າບໍ່ເຊື່ອພຣະທຳທີ່ເຮົາກ່າວ ແລະ ເຈົ້າບໍ່ສົນໃຈກັບພຣະທຳເຫຼົ່ານັ້ນ; ເມື່ອມື້ແຫ່ງການເຜີຍແຜ່ພາລະກິດນີ້ມາເຖິງ ແລະ ເຈົ້າຈະເຫັນຄວາມບໍລິບູນໃນພຣະທຳນີ້, ເຈົ້າຈະເສຍດາຍ ແລະ ໃນເວລານັ້ນ ເຈົ້າກໍຈະຕົກສະເງີ້. ມີການອວຍພອນ, ແຕ່ເຈົ້າບໍ່ຮູ້ຈັກຮັບເອົາພອນເຫຼົ່ານັ້ນ ແລະ ມີຄວາມຈິງ, ແຕ່ເຈົ້າບໍ່ສະແຫວງຫາມັນ. ເຈົ້າບໍ່ໄດ້ນໍາເອົາການດູຖູກມາສູ່ຕົນເອງບໍ? ໃນປັດຈຸບັນ, ເຖິງແມ່ນວ່າ ບາດກ້າວຕໍ່ໄປໃນພາລະກິດຂອງພຣະເຈົ້າຍັງບໍ່ໄດ້ເລີ່ມຕົ້ນເທື່ອ, ບໍ່ມີຫຍັງທີ່ພິເສດກ່ຽວກັບການຮຽກຮ້ອງໃນຕົວເຈົ້າ ແລະ ສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ດຳລົງຊີວິດຕາມ. ມີພາລະກິດຢ່າງຫຼວງຫຼາຍ ແລະ ຄວາມຈິງຫຼາຍຢ່າງ; ແລ້ວສິ່ງເຫຼົ່ານັ້ນບໍ່ສົມຄວນທີ່ຈະໃຫ້ເຈົ້າຮູ້ບໍ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ສາມາດປຸກວິນຍານຂອງເຈົ້າໃຫ້ຕື່ນໄດ້ບໍ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ສາມາດເຮັດໃຫ້ເຈົ້າກຽດຊັງຕົນເອງໄດ້ບໍ? ເຈົ້າພໍໃຈທີ່ຈະດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານຢ່າງສັນຕິສຸກ ແລະ ດ້ວຍຄວາມປິຕິຍິນດີ ແລະ ຄວາມສະບາຍໃຈທາງເນື້ອໜັງທີ່ເລັກນ້ອຍນັ້ນບໍ? ເຈົ້າບໍ່ແມ່ນຄົນທີ່ຕ້ອຍຕໍ່າທີ່ສຸດໃນບັນດາຜູ້ຄົນບໍ? ບໍ່ມີໃຜທີ່ໂງ່ກວ່າຄົນທີ່ໄດ້ເຫັນຄວາມລອດພົ້ນ ແຕ່ບໍ່ສະແຫວງຫາທີ່ຈະຮັບເອົາມັນ; ຜູ້ຄົນເຫຼົ່ານີ້ຍຶດຕິດຢູ່ກັບຝ່າຍເນື້ອໜັງ ແລະ ມີຄວາມສຸກກັບຊາຕານ. ເຈົ້າຫວັງວ່າ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າຈະບໍ່ສົ່ງຜົນໃຫ້ມີການທ້າທາຍ ຫຼື ຄວາມຍາກລໍາບາກ ຫຼື ຄວາມຫຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເຈົ້າສະແຫວງຫາສິ່ງທີ່ບໍ່ມີຄ່າຢູ່ສະເໝີ ແລະ ເຈົ້າບໍ່ໃຫ້ຄຸນຄ່າກັບຊີວິດ, ກົງກັນຂ້າມ ເຈົ້າຖືເອົາຄວາມຄິດທີ່ເກີນເຫດຜົນຂອງເຈົ້າເອງຫຼາຍກວ່າຄວາມຈິງ. ເຈົ້າຊ່າງໄຮ້ຄ່າຫຼາຍ! ເຈົ້າດຳລົງຊີວິດຄືກັບໝູ ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເຈົ້າ, ໝູ ແລະ ໝາ? ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ກົງກັນຂ້າມຄືຮັກເນື້ອໜັງ ບໍ່ແມ່ນສັດບໍ? ຄົນຕາຍແລ້ວທີ່ປາສະຈາກວິນຍານບໍ່ແມ່ນຊາກສົບທີ່ຍ່າງໄດ້ບໍ? ມີພຣະທຳຫຼາຍສໍ່າໃດທີ່ໄດ້ກ່າວໄວ້ທ່າມກາງພວກເຈົ້າ? ມີພຽງແຕ່ພາລະກິດເລັກນ້ອຍບໍທີ່ຖືກປະຕິບັດທ່າມກາງພວກເຈົ້າ? ເຮົາໄດ້ຈັດກຽມທ່າມກາງພວກເຈົ້າຫຼາຍສໍ່າໃດ? ສະນັ້ນ ເປັນຫຍັງເຈົ້າຈຶ່ງຍັງບໍ່ຮັບເອົາມັນ? ເຈົ້າມີຫຍັງທີ່ຕ້ອງຕໍ່ວ່າບໍ? ເຫດຜົນທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍ ບໍ່ແມ່ນເພາະວ່າ ເຈົ້າຮັກເນື້ອໜັງຫຼາຍເກີນໄປບໍ? ແລ້ວບໍ່ແມ່ນຍ້ອນຄວາມຄິດຂອງເຈົ້າເກີນຂອບເຂດຫຼາຍໄປບໍ? ບໍ່ແມ່ນຍ້ອນເຈົ້າໂງ່ເກີນໄປບໍ? ຖ້າເຈົ້າສາມາດໄດ້ຮັບການອວຍພອນເຫຼົ່ານີ້ໄດ້, ແລ້ວເຈົ້າຈະໂທດພຣະເຈົ້າ ຍ້ອນບໍ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນໄດ້ບໍ? ສິ່ງທີ່ເຈົ້າສະແຫວງຫາແມ່ນເພື່ອສາມາດຮັບສັນຕິສຸກຫຼັງຈາກທີ່ເຊື່ອໃນພຣະເຈົ້າ ຄືໃຫ້ລູກຂອງເຈົ້າເປັນອິດສະຫຼະຈາກຄວາມເຈັບປ່ວຍ, ໃຫ້ສາມີຂອງເຈົ້າມີອາຊີບທີ່ດີ, ໃຫ້ລູກຊາຍຂອງເຈົ້າພົບພັນລະຍາທີ່ດີ, ໃຫ້ລູກສາວຂອງເຈົ້າພົບສາມີທີ່ເໝາະສົມ, ໃຫ້ງົວ ແລະ ມ້າຂອງເຈົ້າຄາດດິນໄດ້ດີ, ໃຫ້ປີທີ່ມີສະພາບອາກາດດີສຳລັບຜົນປູກຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າສະແຫວງຫາ. ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ, ເພື່ອໃຫ້ຜົນປູກຂອງຄອບຄົວຂອງເຈົ້າບໍ່ຖືກນໍ້າຖ້ວມ, ເພື່ອໃຫ້ເຈົ້າບໍ່ໄດ້ຜົນກະທົບຈາກໄພພິບັດໃດໆ, ເພື່ອດຳລົງຊີວິດໃນອ້ອມກອດຂອງພຣະເຈົ້າ, ເພື່ອດຳລົງຊີວິດໃນເຮືອນຮັງທີ່ອົບອຸ່ນ ແລະ ສະບາຍ. ຄົນຂີ້ຢ້ານແບບເຈົ້າ ຜູ້ເຊິ່ງສະແຫວງຫາເນື້ອໜັງຢູ່ສະເໝີ ເຈົ້າມີຫົວໃຈບໍ, ເຈົ້າມີວິນຍານບໍ? ເຈົ້າບໍ່ແມ່ນສັດບໍ? ເຮົາມອບຫົນທາງທີ່ແທ້ຈິງໃຫ້ກັບເຈົ້າໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າເປັນໜຶ່ງໃນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາປະທານຊີວິດມະນຸດທີ່ແທ້ຈິງໃຫ້ກັບເຈົ້າ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າບໍ່ໄດ້ແຕກຕ່າງຫຍັງຈາກໝູ ຫຼື ໝາບໍ? ໝູບໍ່ສະແຫວງຫາຊີວິດຂອງມະນຸດ, ພວກມັນບໍ່ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ພວກມັນບໍ່ເຂົ້າໃຈວ່າ ຊີວິດແມ່ນຫຍັງ. ໃນແຕ່ລະມື້ ຫຼັງຈາກທີ່ກິນອີ່ມແລ້ວ, ພວກມັນກໍຈະມີແຕ່ນອນ. ເຮົາມອບຫົນທາງທີ່ແທ້ຈິງ, ແຕ່ເຈົ້າບໍ່ໄດ້ຮັບເອົາມັນ ນັ້ນຄື: ເຈົ້າມີແຕ່ມືເປົ່າ. ເຈົ້າເຕັມໃຈທີ່ຈະສືບຕໍ່ກັບຊີວິດແບບນີ້ບໍ ເຊິ່ງເປັນຊີວິດຂອງໝູ? ແມ່ນຫຍັງຄືຄວາມໝາຍທີ່ຄົນປະເພດນີ້ມີຊີວິດຢູ່? ຊີວິດຂອງເຈົ້າເປັນຕາລັງກຽດ ແລະ ເປັນຕາໜ້າອັບອາຍ, ເຈົ້າດຳລົງຊີວິດທ່າມກາງຄວາມສົກກະປົກ ແລະ ມີຕັນຫາຫຼາຍ ແລະ ເຈົ້າບໍ່ສະແຫວງຫາເປົ້າໝາຍໃດເລີຍ; ຊີວິດຂອງເຈົ້າບໍ່ແມ່ນຊີວິດທີ່ເປັນຕາໜ້າອັບອາຍທີ່ສຸດເລີຍບໍ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າຢູ່ບໍ? ຖ້າເຈົ້າສືບຕໍ່ມີປະສົບການໃນລັກສະນະນີ້, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ? ຫົນທາງທີ່ແທ້ຈິງຖືກມອບໃຫ້ກັບເຈົ້າແລ້ວ, ແຕ່ໃນທີ່ສຸດ ເຈົ້າຈະສາມາດຮັບເອົາມັນໄດ້ ຫຼື ບໍ່ ແມ່ນຂຶ້ນກັບການສະແຫວງຫາສ່ວນຕົວຂອງເຈົ້າເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 347)

ເນື້ອໜັງຂອງພວກເຈົ້າ, ຄວາມປາຖະໜາເກີນໂຕຂອງພວກເຈົ້າ, ຄວາມໂລບຂອງພວກເຈົ້າ ແລະ ຕັນຫາຂອງພວກເຈົ້າແມ່ນຖືກຝັງເລິກໃນພວກເຈົ້າ. ສະນັ້ນ ສິ່ງເຫຼົ່ານີ້ກຳລັງຄວບຄຸມຫົວໃຈຂອງພວກເຈົ້າຢູ່ຕະຫຼອດເວລາຈົນພວກເຈົ້າບໍ່ມີອຳນາດທີ່ຈະປົດແອກແຫ່ງຄວາມຄິດແບບສັກດິນາ ແລະ ເສື່ອມຊາມເຫຼົ່ານັ້ນໄດ້. ພວກເຈົ້າບໍ່ປາຖະໜາທີ່ຈະປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຈົ້າ ຫຼື ຫຼົບໜີຈາກອິດທິພົນແຫ່ງຄວາມມືດ. ພວກເຈົ້າຖືກຜູກມັດກັບສິ່ງເຫຼົ່ານັ້ນແທ້ໆ. ເຖິງແມ່ນພວກເຈົ້າທຸກຄົນຮູ້ຈັກວ່າຊີວິດແບບນີ້ເຈັບປວດຫຼາຍ ແລະ ໂລກຂອງມະນຸດໃບນີ້ມືດມົວຫຼາຍ, ແຕ່ຍັງບໍ່ມີຄົນໃດໃນບັນດາພວກເຈົ້າທີ່ກ້າປ່ຽນແປງຊີວິດຂອງພວກເຈົົ້າ. ພວກເຈົ້າພຽງແຕ່ຕ້ອງການຫຼົບໜີຈາກຄວາມເປັນຈິງຂອງຊີວິດນີ້, ບັນລຸການຢູ່ເໜືອວິນຍານ ແລະ ມີຊີວິດໃນສະພາບແວດລ້ອມທີ່ສະຫງົບສຸກ, ມີຄວາມສຸກ ແລະ ເປັນຄືກັບສະຫວັນ. ພວກເຈົ້າບໍ່ເຕັມໃຈທີ່ຈະອົດທົນກັບຄວາມລຳບາກເພື່ອປ່ຽນແປງຊີວິດໃນປັດຈຸບັນຂອງພວກເຈົ້າ; ພວກເຈົ້າບໍ່ເຕັມໃຈທີ່ຈະຄົ້ນຫາຊີວິດທີ່ພວກເຈົ້າຄວນເຂົ້າໃນການພິພາກສາ ແລະ ການຕີສອນນີ້. ກົງກັນຂ້າມ ພວກເຈົ້າຝັນເຖິງສິ່ງທີ່ບໍ່ເປັນຈິງທັງໝົດກ່ຽວກັບໂລກອັນສວຍງາມທີ່ຢູ່ເໜືອເນື້ອໜັງ. ຊີວິດທີ່ພວກເຈົ້າປາຖະໜາແມ່ນຊີວິດທີ່ພວກເຈົ້າສາມາດໄດ້ຮັບໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມ ເຊິ່ງປາສະຈາກການທົນທຸກກັບຄວາມເຈັບປວດໃດໆ. ນັ້ນບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ! ເພາະສິ່ງທີ່ພວກເຈົ້າຄາດຫວັງນັ້ນບໍ່ແມ່ນການດຳລົງຊີວິດທີ່ມີຄວາມໝາຍໃນເນື້ອໜັງ ແລະ ການຮັບຄວາມຈິງໃນຊ່ວງເວລາຊີວິດ ນັ້ນກໍ່ຄື ການດຳລົງຊີວິດເພື່ອຄວາມຈິງ ແລະ ການລຸກຢືນຂຶ້ນເພື່ອຄວາມຍຸຕິທຳ. ນີ້ບໍ່ແມ່ນຊີວິດທີ່ພວກເຈົ້າຈະພິຈາລະນາເປັນສິ່ງທີ່ສົດໃສ ແລະ ແວວວາວ. ພວກເຈົ້າຮູ້ສຶກວ່າ ນີ້ບໍ່ແມ່ນຊີວິດທີ່ສວຍງາມ ຫຼື ມີຄວາມໝາຍ. ໃນສາຍຕາຂອງພວກເຈົ້າແລ້ວ ການດຳລົງຊີວິດແບບນັ້ນຈະຮູ້ສຶກຄືກັບວ່າບໍ່ຍຸຕິທຳ! ເຖິງແມ່ນວ່າພວກເຈົ້າຍອມຮັບເອົາການຕີສອນນີ້ໃນມື້ນີ້, ເຖິງແມ່ນວ່າສິ່ງທີ່ພວກເຈົ້າກຳລັງສະແຫວງຫາບໍ່ແມ່ນເພື່ອຮັບຄວາມຈິງ ຫຼື ເພື່ອດຳລົງຊີວິດຕາມຄວາມຈິງໃນປັດຈຸບັນ ແຕ່ກົງກັນຂ້າມແມ່ນເພື່ອທີ່ຈະສາມາດເຂົ້າຊີວິດທີ່ມີຄວາມສຸກນອກເໜືອຈາກເນື້ອໜັງໃນພາຍຫຼັງ. ພວກເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຈົ້າບໍ່ລຸກຢືນຂຶ້ນເພື່ອຄວາມຈິງ ແລະ ພວກເຈົ້າບໍ່ໄດ້ມີຊີວິດຢູ່ເພື່ອຄວາມຈິງຢ່າງແນ່ນອນ. ພວກເຈົ້າບໍ່ສະແຫວງຫາທາງເຂົ້າໃນມື້ນີ້ ແຕ່ກົງກັນຂ້າມ ຄວາມຄິດຂອງພວກເຈົ້າຖືກຄອບງຳດ້ວຍອະນາຄົດ ແລະ ດ້ວຍສິ່ງທີ່ອາດກາຍມາເປັນຈິງໃນມື້ໜຶ່ງ: ພວກເຈົ້າຈ້ອງເບິ່ງທ້ອງຟ້າສີຄາມ, ຮ້ອງໄຫ້ຢ່າງຂົມຂື່ນ ແລະ ຄາດຫວັງທີ່ຈະຖືກຮັບຂຶ້ນສູ່ສະຫວັນໃນມື້ໜຶ່ງ. ພວກເຈົ້າບໍ່ຮູ້ຈັກບໍວ່າ ລັກສະນະການຄິດແບບນັ້ນຂອງພວກເຈົ້າແມ່ນອອກຈາກຄວາມເປັນຈິງແລ້ວ? ພວກເຈົ້າຍັງສືບຕໍ່ຄິດວ່າ ພຣະຜູ້ໄຖ່ແຫ່ງຄວາມກະລຸນາ ແລະ ຄວາມເມດຕາທີ່ບໍ່ມີມື້ສິ້ນສຸດຈະມາໃນມື້ໜຶ່ງໂດຍບໍ່ຕ້ອງສົງໄສ ເພື່ອຮັບເອົາເຈົ້າໄປກັບພຣະອົງ, ເຊິ່ງຮັບເອົາພວກເຈົ້າຜູ້ທີ່ໄດ້ອົດທົນຕໍ່ຄວາມລຳບາກ ແລະ ການທົນທຸກໃນໂລກໃບນີ້ ແລະ ພຣະອົງຈະແກ້ໄຂຂໍ້ຂ້ອງໃຈ ແລະ ແກ້ແຄ້ນໃຫ້ກັບເຈົ້າຜູ້ເຊິ່ງຕົກເປັນເຫຍື່ອ ແລະ ຖືກກົດຂີ່. ເຈົ້າບໍ່ໄດ້ເຕັມໄປດ້ວຍຄວາມບາບບໍ? ເຈົ້າເປັນພຽງຄົນດຽວທີ່ໄດ້ທົນທຸກໃນໂລກໃບນີ້ບໍ? ເຈົ້າໄດ້ຕົກຢູ່ໃນອຳນາດຂອງຊາຕານດ້ວຍຕົວເຈົ້າເອງ ແລະ ໄດ້ທົນທຸກລໍາບາກ, ພຣະເຈົ້າຍັງຈຳເປັນຕ້ອງແກ້ໄຂຂໍ້ຂ້ອງໃຈຂອງເຈົ້າບໍ? ຄົນທີ່ບໍ່ສາມາດເຮັດຕາມການຮຽກຮ້ອງຂອງພຣະເຈົ້າ, ພວກເຂົາທຸກຄົນບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຄົນທີ່ບໍ່ເຊື່ອໃນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ, ພວກເຂົາບໍ່ແມ່ນຄົນທີ່ຕໍ່ຕ້ານພຣະຄຣິດບໍ? ແລ້ວການກະທຳດີຂອງເຈົ້າຈະມີຄ່າຫຍັງ? ພວກມັນສາມາດເຂົ້າແທນຫົວໃຈທີ່ນະມັດສະການພຣະເຈົ້າບໍ? ເຈົ້າບໍ່ສາມາດຮັບການອວຍພອນຈາກພຣະເຈົ້າໂດຍການເຮັດດີພຽງບາງຢ່າງເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ແກ້ໄຂຂໍ້ຂ້ອງໃຈຂອງເຈົ້າ ແລະ ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ພຽງແຕ່ຍ້ອນເຈົ້າຕົກເປັນເຫຍື່ອ ແລະ ຖືກກົດຂີ່. ຄົນທີ່ເຊື່ອພຣະເຈົ້າແຕ່ບໍ່ຮູ້ຈັກພຣະເຈົ້າ ແຕ່ເປັນຜູ້ທີ່ເຮັດດີ, ພວກເຂົາທຸກຄົນຍັງບໍ່ໄດ້ຖືກຕີສອນບໍ? ເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ, ພຽງແຕ່ຕ້ອງການໃຫ້ພຣະເຈົ້າແກ້ໄຂ ແລະ ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ແລະ ເຈົ້າຕ້ອງການໃຫ້ພຣະເຈົ້າມອບມື້ຂອງເຈົ້າໃຫ້ແກ່ເຈົ້າ, ເຊິ່ງເປັນມື້ທີ່ເຈົ້າສາມາດເຊີດຊູຄໍຂອງເຈົ້າໄດ້ໃນທີ່ສຸດ. ແຕ່ເຈົ້າປະຕິເສດທີ່ຈະສົນໃຈຄວາມຈິງ ຫຼື ເຈົ້າບໍ່ກະຫາຍທີ່ຈະດຳລົງຊີວິດຕາມຄວາມຈິງ. ແຮງໄກທີ່ເຈົ້າຈະສາມາດຫຼຸດພົ້ນຈາກຊີວິດທີ່ລຳບາກ ແລະ ວ່າງເປົ່ານີ້ໄດ້. ກົງກັນຂ້າມ ໃນຂະນະທີ່ກຳລັງດຳລົງຊີວິດຂອງເຈົ້າໃນເນື້ອໜັງ ແລະ ຊີວິດທີ່ຜິດບາບຂອງເຈົ້າ, ເຈົ້າຫຼຽວເບິ່ງຫາພຣະເຈົ້າດ້ວຍຄວາມຄາດຫວັງເພື່ອໃຫ້ແກ້ໄຂຄວາມທຸກໃຈຂອງເຈົ້າ ແລະ ແຍກໝອກແຫ່ງການມີຊີວິດຢູ່ຂອງເຈົ້າ. ແຕ່ສິ່ງນີ້ເປັນໄປໄດ້ບໍ? ຖ້າເຈົ້າມີຄວາມຈິງ, ເຈົ້າສາມາດຕິດຕາມພຣະເຈົ້າໄດ້. ຖ້າເຈົ້າດໍາລົງຊີວິດຕາມນັ້ນ, ເຈົ້າກໍ່ສາມາດເປັນການສຳແດງອອກເຖິງພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີຊີວິດ, ເຈົ້າກໍ່ສາມາດມີຄວາມສຸກກັບພອນຂອງພຣະເຈົ້າໄດ້. ຄົນທີ່ມີຄວາມຈິງກໍ່ສາມາດມີຄວາມສຸກກັບພອນຂອງພຣະເຈົ້າ. ພຣະເຈົ້າຮັບປະກັນວ່າຈະແກ້ໄຂສຳລັບຄົນທີ່ຮັກພຣະອົງໝົດຫົວໃຈ ແລະ ຄົນທີ່ອົດທົນຕໍ່ຄວາມລຳບາກ ແລະ ການທົນທຸກ, ແຕ່ບໍ່ແມ່ນສຳລັບຄົນທີ່ພຽງແຕ່ຮັກຕົວເອງ ແລະ ໄດ້ຕົກເປັນເຫຍື່ອໃຫ້ກັບການຫຼອກລວງຂອງຊາຕານ. ມັນຈະສາມາດມີຄວາມດີໃນຄົນທີ່ບໍ່ຮັກຄວາມຈິງໄດ້ແນວໃດ? ມັນຈະສາມາດມີຄວາມຊອບທຳໃນຄົນທີ່ພຽງແຕ່ຮັກເນື້ອໜັງໄດ້ແນວໃດ? ຄວາມຊອບທຳ ແລະ ຄວາມດີບໍ່ແມ່ນຖືກເວົ້າເຖິງພຽງແຕ່ອ້າງເຖິງຄວາມຈິງບໍ? ພວກເຂົາບໍ່ໄດ້ຖືກສະຫງວນໄວ້ສຳລັບຄົນທີ່ຮັກພຣະເຈົ້າໝົດໃຈບໍ? ຄົນທີ່ບໍ່ຮັກຄວາມຈິງ ແລະ ຄົນທີ່ເປັນພຽງຊາກສົບທີ່ເນົ່າເປື່ອຍ, ທຸກຄົນເຫຼົ່ານີ້ບໍ່ໄດ້ເຊື່ອງຄວາມຊົ່ວຮ້າຍໄວ້ບໍ? ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງ, ພວກເຂົາທຸກຄົນບໍ່ແມ່ນສັດຕູຂອງຄວາມຈິງບໍ? ແລ້ວພວກເຈົ້າເດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 348)

ມັນຄືໜ້າທີ່ຂອງເຮົາຢູ່ສະເໝີທີ່ຈະຄຸ້ມຄອງມະນຸດ. ຍິ່ງໄປກວ່ານັ້ນ, ການເອົາຊະນະມະນຸດແມ່ນສິ່ງທີ່ເຮົາກຳນົດໄວ້ລ່ວງໜ້າເມື່ອເຮົາສ້າງໂລກ. ຜູ້ຄົນອາດຈະບໍ່ຮູ້ວ່າ ເຮົາຈະເອົາຊະນະມະນຸດໃນຍຸກສຸດທ້າຍຢ່າງສົມບູນ ຫຼື ການເອົາຊະນະຜູ້ທີ່ກະບົດໃນທ່າມກາງມະນຸດຊາດແມ່ນຫຼັກຖານໃນການເອົາຊະນະຊາຕານຂອງເຮົາ. ແຕ່ເມື່ອເວລາສັດຕູຂອງເຮົາໄດ້ມາສູ້ຮົບກັບເຮົາ, ເຮົາກໍໄດ້ບອກມັນແລ້ວວ່າ ເຮົາຈະເອົາຊະນະຜູ້ທີ່ຊາຕານໄດ້ຈັບກຸມໄປເປັນສະເລີຍ ແລະ ເຮັດໃຫ້ເປັນລູກຂອງມັນ ເຊິ່ງເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີ ທີ່ເຝົ້າເບິ່ງເຮືອນຂອງມັນ. ຄວາມໝາຍດັ້ງເດີມຂອງການເອົາຊະນະກໍຄືການປາບ, ການເຮັດໃຫ້ອັບອາຍ; ໃນພາສາຂອງຊາວອິດສະຣາເອນ, ມັນໝາຍເຖິງການເອົາຊະນະຢ່າງສິ້ນເຊີງ, ການທໍາລາຍ ແລະ ເຮັດໃຫ້ບໍ່ສາມາດຕໍ່ຕ້ານເຮົາໄດ້ອີກຕໍ່ໄປ. ແຕ່ໃນປັດຈຸບັນ ເມື່ອຖືກນໍາໃຊ້ໃນທ່າມກາງພວກເຈົ້າ ແມ່ນໝາຍເຖິງການເອົາຊະນະ. ພວກເຈົ້າຄວນຮູ້ວ່າ ເຈດຕະນາຂອງເຮົາແມ່ນເພື່ອທໍາລາຍ ແລະ ເອົາຊະນະມະນຸດຊາດທີ່ຊົ່ວຮ້າຍຢ່າງສິ້ນເຊີງ ເພື່ອວ່າ ພວມມັນຈະບໍ່ສາມາດກະບົດຕໍ່ເຮົາອີກຕໍ່ໄປ ແລ້ວແຮງໄກທີ່ຈະໃຫ້ມີຮອດລົມຫາຍໃຈທີ່ຈະມາຂັດຂວາງ ຫຼື ລົບກວນພາລະກິດຂອງເຮົາ. ສະນັ້ນ, ເທົ່າທີ່ມະນຸດຮູ້, ຄຳເວົ້ານີ້ແມ່ນໝາຍເຖິງການເອົາຊະນະ. ບໍ່ວ່າຄວາມໝາຍເພີ່ມຂອງຄໍາສັບຈະສື່ເຖິງຫຍັງກໍຕາມ ແຕ່ພາລະກິດຂອງເຮົາແມ່ນເພື່ອເອົາຊະນະມວນມະນຸດ. ໃນຊົ່ວໄລຍະໜຶ່ງ ມັນແມ່ນຄວາມຈິງທີ່ມະນຸດຊາດເປັນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແຕ່ຖ້າໃຫ້ເວົ້າໃຫ້ຖືກຕ້ອງກວ່ານີ້ ມວນມະນຸດກໍບໍ່ໄດ້ເປັນຫຼາຍກວ່າສັດຕູຂອງເຮົາ. ມວນມະນຸດເປັນສິ່ງຊົ່ວຮ້າຍທີ່ຕໍ່ຕ້ານ ແລະ ບໍ່ເຊື່ອຟັງເຮົາ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງສິ່ງຊົ່ວຮ້າຍທີ່ເຮົາໄດ້ສາບແຊ່ງ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງນາຍເທວະດາທີ່ທໍລະຍົດເຮົາ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າມໍລະດົກຂອງພວກມານຮ້າຍທີ່ເຮົາໄດ້ປະຕິເສດມາດົນນານແລ້ວ ແລະ ໄດ້ເປັນສັດຕູອັນຮ້າຍກາດຂອງເຮົາທີ່ບໍ່ສາມາດຄືນດີກັນໄດ້ຈົນເຖິງທຸກວັນນີ້. ເນື່ອງຈາກທ້ອງຟ້າທີ່ຢູ່ເທິງມະນຸດຊາດທຸກຄົນບໍ່ສົດໃສ ແລະ ມືດມົວ ໂດຍທີ່ບໍ່ມີຄວາມແຈ່ມແຈ້ງແມ່ນແຕ່ໜ້ອຍ ແລະ ໂລກມະນຸດຖືກໂຍນລົງສູ່ຄວາມມືດສະນິດ ເພື່ອວ່າ ຈະບໍ່ມີຜູ້ໃດທີ່ໃຊ້ຊີວິດຢູ່ໃນໂລກມະນຸດນັ້ນບໍ່ສາມາດເຫັນມືຂອງເຂົາທີ່ຍື່ນອອກໄປຢູ່ຕໍ່ໜ້າຂອງເຂົາ ຫຼື ເຫັນຕາເວັນເມື່ອເຂົາເງີຍຫົວຂອງເຂົາຂຶ້ນ. ເສັ້ນທາງທີ່ຢູ່ກ້ອງຕີນຂອງພວກເຂົາແມ່ນຂີ້ຕົມ ແລະ ເຕັມໄປດ້ວຍບວກຂຸມ ເຊິ່ງກ້ຽວໄປກ້ຽວມາຢ່າງຄົດລ້ຽວ; ທົ່ວແຜ່ນດິນແມ່ນຮົກໄປດ້ວຍຊາກສົບ. ມຸມມືດແມ່ນເຕັມໄປດ້ວຍຊາກສົບຂອງຄົນຕາຍ ແລະ ໃນມຸມທີ່ເຢັນ ແລະ ມີຮົ່ມແມ່ນມີພວກມານຮ້າຍອາໄສຢູ່. ທົ່ວທຸກແຫ່ງຫົນໃນໂລກມະນຸດແມ່ນມີພວກມານຮ້າຍໄປມາຢ່າງຫຼວງຫຼາຍ. ລູກຫຼານຂອງສັດຮ້າຍທຸກປະເພດ ທີ່ປົກຄຸມໄປດ້ວຍສິ່ງທີ່ສົກກະປົກ ແມ່ນຕິດຢູ່ໃນສົງຄາມທີ່ຈັດກອງກໍາລັງທະຫານຢ່າງເປັນລະບຽບ ໂດຍມີສຽງດັງກ້ອງສະທ້ານຫວັ່ນໄຫວໃນຫົວໃຈ. ໃນເວລາດັ່ງກ່າວນັ້ນ, ໃນໂລກດັ່ງກ່າວ, “ສະຫວັນເທິງແຜ່ນດິນໂລກ” ດັ່ງກ່າວ, ຜູ້ຄົນຈະສະແຫວງຫາຄວາມສຸກແຫ່ງຊີວິດໄດ້ຢູ່ໃສ? ຄົນໆໜຶ່ງຈະຄົ້ນຫາຈຸດໝາຍປາຍທາງຊີວິດຂອງຕົນໄດ້ຢູ່ໃສ? ມະນຸດຊາດໄດ້ຖືກຢຽບຢໍ່າຢູ່ພາຍໃຕ້ຕີນຂອງຊາຕານມາດົນນານ, ໄດ້ເປັນນັກສະແດງໃນຮູບພາບຂອງຊາຕານຕັ້ງແຕ່ທຳອິດ, ຍິ່ງໄປກວ່ານັ້ນ ມະນຸດຊາດທີ່ເປັນຕົວຢ່າງຂອງຊາຕານ ແລະ ເຮັດໜ້າທີ່ເປັນເຄື່ອງພິສູດຢັ້ງຢືນວ່າມະນຸດເປັນພະຍານໃຫ້ກັບຊາຕານຢ່າງຊັດເຈນ. ເມື່ອເປັນເຊັ່ນນັ້ນ ມະນຸດຊາດ ເຊິ່ງເປັນຄົນທີ່ຕໍ່າຊາມ, ເຊື້ອສາຍຂອງຊາດມະນຸດທີ່ຊົ່ວຊ້າເຫຼົ່ານີ້ຈະສາມາດເປັນພະຍານຝ່າຍພຣະເຈົ້າໄດ້ແນວໃດ? ແລ້ວຄວາມສະຫງ່າລາສີຂອງເຮົາມີຢູ່ໃສ? ໃຜສາມາດເລີ່ມກ່າວຄໍາພະຍານຂອງເຮົາ? ເພາະວ່າສັດຕູທີ່ເຮັດໃຫ້ມະນຸດເສື່ອມໂຊມ, ທີ່ຕັ້ງຕົນເປັນປໍລະປັກຕໍ່ເຮົາ ໄດ້ຍຶດເອົາມະນຸດທີ່ເຮົາສ້າງມາແຕ່ດົນນານທີ່ເຕັມໄປດ້ວຍຄວາມສະຫງ່າລາສີຂອງເຮົາ ແລະ ຄວາມເປັນຢູ່ຂອງເຮົາ ທີ່ເຮົາໃຫ້ການດູແລພວກເຂົາ. ມັນໄດ້ຍາດຊີງເອົາຄວາມສະຫງ່າລາສີຂອງເຮົາໄປ ແລະ ສິ່ງດຽວທີ່ມັນເຮັດຄືປູກຝັງຈິດໃຈມະນຸດດ້ວຍຢາພິດທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍຂອງຊາຕານ ແລະ ດ້ວຍນໍ້າໝາກໄມ້ຈາກຕົ້ນໄມ້ແຫ່ງສະຕິປັນຍາຂອງຄົນດີ ແລະ ຄົນຊົ່ວ. ໃນຕົ້ນເດີມນັ້ນ ເຮົາສ້າງມະນຸດ ນັ້ນກໍຄື ເຮົາສ້າງອາດາມຜູ້ທີ່ເປັນບັນພະບຸລຸດຂອງມະນຸດ. ອາດາມມີຮູບຮ່າງ ແລະ ຮູບພາບທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ຊີວິດຊີວາ ແລະ ຍິ່ງໄປກວ່ານັ້ນ ເປັນຄົນທີ່ຢູ່ໃນຄວາມສະຫງ່າລາສີຂອງພຣະເຈົ້າ. ນັ້ນແມ່ນວັນແຫ່ງຄວາມສະຫງ່າລາສີໃນການສ້າງມະນຸດຂອງເຮົາ. ຫລັງຈາກນັ້ນ ເຮົາສ້າງເອວາຈາກຮ່າງກາຍຂອງອາດາມ ແລະ ເຊັ່ນດຽວກັນ ເອວາກໍແມ່ນບັນພະບຸລຸດຂອງມະນຸດ. ດັ່ງນັ້ນຜູ້ຄົນທີ່ເຮົາສ້າງແມ່ນເຕັມໄປດ້ວຍລົມຫາຍໃຈ ແລະ ຄວາມສະຫງ່າລາສີຂອງເຮົາ. ອາດາມແມ່ນເກີດຈາກກໍາມືຂອງເຮົາ ແລະ ເປັນຕົວແທນໜ້າຕາຂອງເຮົາ. ດ້ວຍເຫດນັ້ນ ຄວາມໝາຍດັ່ງເດີມຂອງ “ອາດາມ” ກໍຄືເປັນມະນຸດທີ່ເຮົາເປັນຜູ້ສ້າງທີ່ເຕັມໄປດ້ວຍຊີວິດຈິດໃຈ ແລະ ຄວາມສະຫງ່າລາສີຂອງເຮົາ ທີ່ມີຮູບຮ່າງ, ໜ້າຕາ, ຈິດໃຈ ແລະ ລົມຫາຍໃຈ. ອາດາມຄືຜູ້ດຽວທີ່ມີຈິດໃຈ, ສາມາດເປັນຕົວແທນ, ເປັນໃບໜ້າ ແລະ ເປັນຊີວິດຈິດໃຈຂອງເຮົາ. ເມື່ອຕົ້ນເດີມນັ້ນ ເອວາເປັນມະນຸດຜູ້ທີ່ສອງທີ່ເຮົາສ້າງຂຶ້ນ ສະນັ້ນ ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນຜູ້ທີ່ເຮົາສ້າງເພື່ອສືບຕໍ່ກຽດຕິຍົດຂອງເຮົາ ເຊິ່ງນາງເປັນຜູ້ທີ່ເຕັມໄປດ້ວຍຊີວິດຊີວາຂອງເຮົາ ແລະ ນອກນັ້ນນາງຍັງເປັນຜູ້ໄດ້ຮັບຄວາມສະຫງ່າລາສີຈາກເຮົາ. ເອວາມາຈາກອາດາມ ສະນັ້ນ ນາງເປັນອີກຄົນໜຶ່ງທີ່ເປັນໜ້າຕາຂອງເຮົາ ເພາະວ່ານາງເປັນມະນຸດຜູ້ທີ່ສອງທີ່ຖືກສ້າງຂຶ້ນໃນຮູບພາບຂອງເຮົາ. ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນມະນຸດທີ່ມີຊີວິດ, ມີຈິດໃຈ, ເນື້ອຫນັງ ແລະ ກະດູກທີ່ເປັນພະຍານ ແລະ ໃບໜ້າຄົນທີ່ສອງຂອງເຮົາໃນທ່າມກາງມະນຸດຊາດ. ພວກເຂົາເປັນບັນພະບຸລຸດຂອງມະນຸດ, ເປັນມະນຸດທີ່ບໍລິສຸດ ແລະ ເປັນສົມບັດທີ່ມີຄຸນຄ່າທີ່ສຸດ. ພວກເຂົາເປັນສິ່ງທີ່ມີຊີວິດທໍາອິດທີ່ມີຈິດໃຈ. ແນວໃດກໍຕາມ ມານຮ້າຍໄດ້ຢຽບຢໍ່າ ແລະ ເອົາລູກຫຼານຂອງບັນພະບຸລຸດຂອງມະນຸດເປັນຊະເລີຍ ແລະ ຢຽບຢໍ່າທໍາລາຍ, ນໍາເອົາໂລກມະນຸດໄປສູ່ຄວາມມືດ ແລະ ເຮັດໃຫ້ລູກຫຼານຂອງມະນຸດບໍ່ເຊື່ອໃນຕົວເຮົາ. ຍິ່ງເປັນຕາເບື່ອໜ່າຍໄປກວ່ານັ້ນ ໃນຂະນະມານຮ້າຍໄດ້ເຮັດໃຫ້ຜູ້ຄົນເສື່ອມໂຊມ ແລະ ຢຽບຢໍ່າພວກເຂົາທຸກຫົນທຸກແຫ່ງ, ມັນເປັນການທໍາລາຍກຽດຕິດຍົດ, ຄໍາພະຍານ, ຊີວິດຈິດໃຈທີ່ເຮົາມອບໃຫ້ເຂົາ. ທໍາລາຍລົມຫາຍໃຈ ແລະ ຊີວິດທີ່ເຮົາມອບໃຫ້ເຂົາ. ທໍາລາຍຄວາມສະຫງ່າລາສີຂອງເຮົາໃນໂລກມະນຸດ ແລະ ທໍາລາຍເລືອດເນື້ອເຫື່ອແຮງທີ່ເຮົາສະຫຼະໃຫ້ມະນຸດ. ມະນຸດບໍ່ໄດ້ຢູ່ໃນແສງສະຫວ່າງອີກຕໍ່ໄປ, ຜູ້ຄົນໄດ້ສູນເສຍທຸກຢ່າງທີ່ເຮົາມອບໃຫ້ແກ່ພວກເຂົາ ແລະ ພວກເຂົາໄດ້ໂຍນຖິ້ມຄວາມສະຫງ່າລາສີທີ່ເຮົາມອບໃຫ້. ແລ້ວພວກເຂົາຈະຮັບຮູ້ໄດ້ແນວໃດວ່າເຮົາເປັນພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ສ້າງຂຶ້ນ? ພວກເຂົາຈະສືບຕໍ່ເຊື່ອວ່າເຮົາມີຕົວຕົນໃນສະຫວັນໄດ້ແນວໃດ? ພວກເຂົາຈະຄົ້ນພົບການສະແດງສະຫງ່າລາສີຂອງເຮົາເທິງແຜ່ນດິນໂລກນີ້ໄດ້ແນວໃດ? ພວກຫຼານຊາຍ ຫຼານສາວເຫຼົ່ານີ້ຈະຮັບເອົາພຣະເຈົ້າທີ່ບັນພະບຸລຸດຂອງພວກເຂົາເຄົາລົບບູຊາວ່າເປັນພຣະຜູ້ເປັນເຈົ້າທີ່ສ້າງພວກເຂົາໄດ້ແນວໃດ? ພວກຫຼານຊາຍ ແລະ ຫຼານສາວທີ່ໜ້າອະນາດເຫຼົ່ານີ້ໄດ້ເຕັມໃຈ “ສະເໜີ” ຄວາມສະຫງ່າລາສີ, ໜ້າຕາ ແລະ ຄໍາພະຍານທີ່ເຮົາມອບໃຫ້ແກ່ອາດາມ ແລະ ເອວາ ໃຫ້ກັບມານຮ້າຍໄປໝົດ. ພ້ອມທັງຊີວິດທີ່ເຮົາມອບໃຫ້ແກ່ມະນຸດ ເຊິ່ງພວກເຂົາໄດ້ອາໄສມັນເພື່ອຄວາມຢູ່ລອດ; ແລະ ພວກເຂົາບໍ່ສົນໃຈຕໍ່ການເປັນຢູ່ຂອງສິ່ງຊົ່ວຮ້າຍແທ້ໆ ແລະ ໄດ້ມອບຄວາມສະຫງ່າລາສີຂອງເຮົາທັງໝົດມອບໃຫ້ມັນ. ນີ້ບໍ່ແມ່ນແຫຼ່ງທີ່ມາຂອງຄໍາວ່າ “ຕໍ່າຊາມ” ບໍ? ແລ້ວຈະໃຫ້ພວກມະນຸດ, ພວກມານຊົ່ວຮ້າຍ, ພວກຊາກຜີດິບ, ພວກຕົວຢ່າງຂອງຊາຕານ ແລະ ສັດຕູດັ່ງກ່າວຂອງເຮົາຮັບເອົາຄວາມສະຫງ່າລາສີຂອງເຮົາໄດ້ແນວໃດ? ເຮົາຈະຍຶດຄວາມສະຫງ່າລາສີຂອງເຮົາ, ຍຶດຄໍາພະຍານຂອງເຮົາທີ່ມີໃນບັນດາມະນຸດ ແລະ ທຸກສິ່ງທີ່ເປັນຂອງເຮົາທີ່ເຮົາມອບໃຫ້ມະນຸດໃນເມື່ອກ່ອນນັ້ນຄືນມາ. ເຮົາຈະເອົາຊະນະມະນຸດທັງໝົດ. ແຕ່ວ່າ ເຈົ້າຄວນຮູ້ວ່າ ມະນຸດທີ່ເຮົາສ້າງນັ້ນແມ່ນເປັນຄົນບໍລິສຸດທີ່ເປັນໜ້າຕາ ແລະ ເປັນກຽດຕິຍົດຂອງເຮົາ. ພວກເຂົາບໍ່ແມ່ນຄົນຂອງຊາຕານ ຫຼື ຢູ່ພາຍໃຕ້ການຢຽບຢໍ່າຂອງມັນ ແຕ່ພວກເຂົາເປັນຕົວຢ່າງຂອງເຮົາທີ່ປາສະຈາກພິດຊົ່ວຮ້າຍຂອງຊາຕານ. ສະນັ້ນ ເຮົາແຈ້ງແກ່ມະນຸດຮູ້ວ່າ ເຮົາຕ້ອງການແຕ່ຜູ້ທີ່ເຮົາສ້າງດ້ວຍກໍາມືຂອງເຮົາ ແລະ ຜູ້ທີ່ບໍລິສຸດທີ່ເຮົາຮັກ ແລະ ຜູ້ທີ່ບໍ່ເປັນຄົນຢູ່ພາຍໃຕ້ອໍານາດໃດໆ. ນອກນັ້ນ ເຮົາຈະຊື່ນຊົມໃນຕົວພວກເຂົາ ແລະ ພິຈາລະນາພວກເຂົາໃຫ້ເປັນກຽດຕິຍົດຂອງເຮົາ. ແນວໃດກໍຕາມ ສິ່ງທີ່ເຮົາຕ້ອງການບໍ່ແມ່ນມະນຸດທີ່ຖືກເສື່ອມໂຊມດ້ວຍຊາຕານ, ທີ່ເປັນຄົນຂອງຊາຕານໃນປັດຈຸບັນ ແລະ ເປັນຄົນທີ່ບໍ່ແມ່ນເຮົາສ້າງດັ່ງເດີມ. ເນື່ອງຈາກວ່າເຮົາມີຈຸດປະສົງທີ່ຈະຍຶດເອົາກຽດຕິຍົດຂອງເຮົາໃນໂລກມະນຸດຄືນມາ, ເຮົາຈະເອົາຊະນະຜູ້ຢູ່ລອດພົ້ນໃນບັນດາມະນຸດຊາດ ເພື່ອພິສູດຄວາມຍິ່ງໃຫຍ່ໃນການເອົາຊະນະຊາຕານ. ເຮົາຮັບເອົາແຕ່ຄໍາພະຍານທີ່ເປັນແກ້ວປະເສີດສໍາລັບເຮົາ ແລະ ເປັນສິ່ງທີ່ເຮົາຊື່ນຊົມ. ນີ້ແມ່ນຈຸດປະສົງຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 349)

ປະຫວັດສາດໄດ້ໃຊ້ຫຼາຍສິບຫຼາຍພັນກວ່າປີເພື່ອທີ່ມະນຸດຊາດຈະມາຮອດຈຸດທີ່ຕົນຢູ່ໃນປັດຈຸບັນ ແຕ່ມະນຸດຊາດທີ່ເຮົາໄດ້ສ້າງຂຶ້ນໃນຕອນຕົ້ນໄດ້ຈົມລົງໄປໃນຄວາມເສື່ອມຊາມແຕ່ດົນນານແລ້ວ. ມະນຸດຊາດບໍ່ແມ່ນມະນຸດຊາດທີ່ເຮົາປາຖະໜາອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ໃນສາຍຕາຂອງເຮົາ ຜູ້ຄົນຈຶ່ງບໍ່ຄູ່ຄວນທີ່ຈະໄດ້ຮັບຊື່ຂອງມະນຸດຊາດອີກຕໍ່ໄປ. ກົງກັນຂ້າມ, ພວກເຂົາແມ່ນມະນຸດຊາດຊັ້ນຕໍ່າທີ່ຊາຕານໄດ້ຈັບເປັນຊະເລີຍ, ແມ່ນຊາກສົບເນົ່າເປື່ອຍທີ່ຍ່າງໄດ້ທີ່ຊາຕານອາໄສຢູ່ ແລະ ເປັນສິ່ງທີ່ຊາຕານເອົາມາໃສ່ໃຫ້ຕົວມັນເອງ. ຜູ້ຄົນບໍ່ເຊື່ອໝັ້ນໃນການມີຢູ່ຂອງເຮົາ ແລະ ພວກເຂົາບໍ່ຕ້ອນຮັບການມາຂອງເຮົາ. ມະນຸດຊາດພຽງແຕ່ຕອບສະໜອງຄໍາຮ້ອງຂໍຂອງເຮົາແບບບໍ່ພໍໃຈ ໂດຍທີ່ຍອມເຮັດຕາມສິ່ງເຫຼົ່ານັ້ນຢ່າງຊົ່ວຄາວ ແລະ ບໍ່ແບ່ງປັນຄວາມສຸກ ແລະ ຄວາມເສຍໃຈໃນຊີວິດກັບເຮົາຢ່າງຈິງໃຈ. ເນື່ອງຈາກຜູ້ຄົນເຫັນເຮົາເປັນສິ່ງທີ່ລຶກລັບທີ່ເຂົ້າໃຈຍາກ, ພວກເຂົາຈຶ່ງທໍາທ່າຍິ້ມໃສ່ເຮົາແບບບໍ່ພໍໃຈ, ສ້າງນິໄສປະຈົບປະແຈງກັບຜູ້ມີອໍານາດ ຍ້ອນວ່າ ຜູ້ຄົນບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງເຮົາ ແລ້ວແຮງໄກທີ່ຈະຮູ້ເຖິງຄວາມປະສົງຂອງເຮົາໃນປັດຈຸບັນ. ເຮົາຈະຂໍເວົ້າຢ່າງເປີດເຜີຍກັບພວກເຈົ້າດັ່ງນີ້: ເມື່ອວັນນັ້ນມາເຖິງ ຜູ້ທີ່ນະມັດສະການເຮົາຈະແບກຮັບຄວາມທຸກທໍລະມານໄດ້ງ່າຍກວ່າພວກເຈົ້າ. ໃນຄວາມເປັນຈິງແລ້ວ ລະດັບຄວາມເຊື່ອຂອງພວກເຈົ້າໃນຕົວເຮົາບໍ່ໄດ້ເໜືອຄວາມເຊື່ອຂອງໂຢບໄດ້, ແມ່ນແຕ່ຄວາມເຊື່ອຂອງພວກຟາຣີຊາຍທີ່ເປັນຢິວກໍຍັງຫຼາຍກວ່າຂອງພວກເຈົ້າແລ້ວ, ສະນັ້ນ ຖ້າວັນແຫ່ງການເຜົາໄໝ້ລົງມາ ຄວາມທຸກທໍລະມານຂອງພວກເຈົ້າຈະຮ້າຍແຮງກວ່າພວກຟາຣີຊາຍໃນຕອນພວກເຂົາຖືກຕໍານິຕິຕຽນໂດຍພຣະເຢຊູອີກ, ຮ້າຍແຮງກວ່າພວກຜູ້ນໍາ 250 ຄົນທີ່ຕໍ່ຕ້ານໂມເຊ ແລະ ຮ້າຍແຮງກວ່າເມືອງໂຊໂດມທີ່ຢູ່ພາຍໃຕ້ແປວໄຟເຜົາໄໝ້ທີ່ມັນກຳລັງທຳລາຍລ້າງ. ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວິດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄຶງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ທີ່ເຊື່ອໃນຕົວເຮົາ ແຕ່ຍັງທົນທຸກທໍລະມານຢູ່ກັບຄວາມທຸກຍາກຢູ່ນັ້ນ ພວກເຂົາບໍ່ໄດ້ຖືກປະຕິເສດຈາກໂລກນີ້ເຊັ່ນກັນບໍ? ຜູ້ທີ່ໃຊ້ຊີວິດຢູ່ນອກພຣະທໍາຂອງເຮົາ ໂດຍຫຼົບໜີການທໍລະມານແຫ່ງການທົດລອງ, ພວກເຂົາທຸກຄົນບໍ່ແມ່ນກໍາລັງລ່ອງລອຍທົ່ວໂລກນີ້ບໍ? ພວກເຂົາປຽບເໝືອນໃບໄມ້ຍາມລະດູໃບໄມ້ຫຼົ່ນທີ່ຖືກລົມພັດໄປທົ່ວທຸກແຫ່ງຫົນ ໂດຍທີ່ບໍ່ມີບ່ອນໃຫ້ພັກ ແລ້ວແຮງໄກທີ່ຈະໄດ້ຮັບພຣະທໍາແຫ່ງການປອບໃຈຂອງເຮົາ. ເຖິງແມ່ນວ່າ ການຂ້ຽນຕີ ແລະ ການຫຼໍ່ຫຼອມຂອງເຮົາບໍ່ໄດ້ຕິດຕາມພວກເຂົາ ແຕ່ພວກເຂົາບໍ່ແມ່ນຄົນຂໍທານບໍ ທີ່ລ່ອງລອຍໄປບ່ອນນັ້ນບ່ອນນີ້ ໂດຍຍ່າງໄປມາຕາມຖະໜົນຢູ່ນອກອານາຈັກສະຫວັນ? ໂລກນີ້ເປັນບ່ອນທີ່ເຈົ້າພັກເຊົາແທ້ບໍ? ເຈົ້າສາມາດໄດ້ຮັບຮອຍຍິ້ມທີ່ເລື່ອນລາງທີ່ສຸດແຫ່ງຄວາມພໍໃຈຈາກໂລກນີ້ແທ້ບໍ ໂດຍການຫຼີກຫຼ່ຽງການຂ້ຽນຕີຂອງເຮົາ? ເຈົ້າສາມາດໃຊ້ຄວາມສຸກໄລຍະສັ້ນໆຂອງເຈົ້າເພື່ອປົກປິດຄວາມວ່າງເປົ່າໃນຫົວໃຈຂອງເຈົ້າ ເຊິ່ງເປັນຄວາມວ່າງເປົ່າທີ່ບໍ່ສາມາດປົກປິດໄດ້ແທ້ບໍ? ເຈົ້າອາດຈະສາມາດຫຼອກລວງທຸກຄົນໃນຄອບຄົວຂອງເຈົ້າໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເພາະວ່າຄວາມເຊື່ອຂອງເຈົ້າແມ່ນມີໜ້ອຍເກີນໄປ, ຈົນເຖິງປັດຈຸບັນນີ້ ເຈົ້າຈຶ່ງອ່ອນແອທີ່ຈະຄົ້ນຫາຄວາມສຸກທີ່ຊີວິດມີໃຫ້. ເຮົາຂໍກະຕຸ້ນໃຫ້ເຈົ້າ: ໃຊ້ເຄິ່ງຊີວິດຂອງເຈົ້າເພື່ອເຮົາຢ່າງຈິງໃຈຈະດີກວ່າການໃຊ້ຊີວິດທັງຊີວິດໃນສະພາບທໍາມະດາ ແລະ ວຸ້ນວາຍຢູ່ກັບເນື້ອໜັງ ໂດຍທົນທຸກກັບຄວາມຍາກລໍາບາກທີ່ມະນຸດບໍ່ອາດສາມາດທົນໄດ້. ມັນມີຈຸດປະສົງຫຍັງທີ່ຈະຍົກຄຸນຄ່າຕົນເອງສູງເຖິງຂະໜາດນັ້ນ ແລະ ຫຼົບໜີຈາກການຂ້ຽນຕີຂອງເຮົາ? ມັນມີຈຸດປະສົງຫຍັງທີ່ຈະເຊື່ອງຕົນເອງຈາກການຂ້ຽນຕີຊົ່ວຄາວຂອງເຮົາພຽງແຕ່ໄດ້ຮັບຄວາມອັບອາຍຂາຍໜ້າຊົ່ວນິດນິລັນ ແລະ ການຂ້ຽນຕີຕະຫຼອດໄປເທົ່ານັ້ນ? ໃນຄວາມຈິງແລ້ວ, ເຮົາບໍ່ໄດ້ບັງຄັບໃຫ້ໃຜເຮັດຕາມຄວາມປະສົງຂອງເຮົາ. ຖ້າຜູ້ໃດຜູ້ໜຶ່ງເຕັມໃຈຍອມອ່ອນນ້ອມຕໍ່ແຜນການທັງໝົດຂອງເຮົາຢ່າງແທ້ຈິງ, ເຮົາຈະບໍ່ປະຕິບັດຕໍ່ພວກເຂົາຢ່າງບໍ່ດີ. ແຕ່ເຮົາຕ້ອງການໃຫ້ທຸກຄົນເຊື່ອໃນຕົວເຮົາຄືດັ່ງໂຢບໄດ້ເຊື່ອໃນຕົວເຮົາ ເຊິ່ງນັ້ນກໍຄືພຣະເຢໂຮວາ. ຖ້າຄວາມເຊື່ອຂອງພວກເຈົ້າສູງກວ່າໂທມາ, ແລ້ວຄວາມເຊື່ອຂອງພວກເຈົ້າກໍຈະໄດ້ຮັບການຍ້ອງຍໍຈາກເຮົາ, ພວກເຈົ້າຈະພົບເຫັນຄວາມສຸກໃນຄວາມຈົງຮັກພັກດີຂອງພວກເຈົ້າ ແລະ ພວກເຈົ້າຈະໄດ້ຮັບສະຫງ່າລາສີຂອງເຮົາໃນວັນຂອງພວກເຈົ້າ. ຢ່າງໃດກໍຕາມ, ຜູ້ຄົນທີ່ເຊື່ອໃນໂລກ ແລະ ເຊື່ອໃນມານຮ້າຍ ແມ່ນໄດ້ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງ ຄືກັບຜູ້ຄົນຂອງເມືອງໂຊໂດມ ໂດຍທີ່ມີເມັດຊາຍທີ່ລົມພັດມາເຕັມໃນດວງຕາຂອງພວກເຂົາ ແລະ ມີຂອງຖວາຍຈາກມານຮ້າຍໃນປາກຂອງພວກເຂົາ ແລະ ໃນຈິດໃຈຂອງພວກເຂົາແມ່ນຖືກຄອບງຳໂດຍສິ່ງຊົ່ວຮ້າຍທີ່ໄດ້ຍຶດເອົາໂລກແຕ່ດົນນານແລ້ວ. ຄວາມຄິດຂອງພວກເຂົາໄດ້ຖືກຈັບໃຫ້ເປັນຊະເລີຍໂດຍມານຮ້າຍໃນສະໄໝບູຮານ. ສະນັ້ນ, ຄວາມເຊື່ອຂອງມະນຸດໄດ້ຖືກພັດໄປກັບລົມ ແລະ ພວກເຂົາບໍ່ສາມາດແມ່ນແຕ່ຈະສັງເກດເຫັນພາລະກິດຂອງເຮົາ. ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍພຽງແຕ່ພະຍາຍາມດ້ວຍຄວາມອ່ອນແອໃນການປະຕິບັດຕໍ່ພາລະກິດຂອງເຮົາແບບພໍເປັນພິທີ ຫຼື ວິເຄາະມັນຢ່າງຫຍາບໆ ເພາະວ່າ ພວກເຂົາໄດ້ຖືກພິດຂອງຊາຕານຄອບງຳແຕ່ດົນນານແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 350)

ເຮົາຈະເອົາຊະນະມະນຸດຊາດ ເພາະວ່າ ຜູ້ຄົນຖືກເຮົາສ້າງ ແລະ ຍິ່ງໄປກວ່ານັ້ນ ຜູ້ຄົນໄດ້ມີຄວາມສຸກກັບທຸກສິ່ງທີ່ເຮົາສ້າງຂຶ້ນ. ແຕ່ຜູ້ຄົນໄດ້ປະຕິເສດເຮົາເຊັ່ນກັນ; ເຮົາບໍ່ໄດ້ຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາເຫັນເຮົາຄືເປັນພາລະໃນການດໍາລົງຢູ່ຂອງພວກເຂົາ ຈົນເຖິງກັບວ່າ ເມື່ອໄດ້ເຫັນເຮົາຢ່າງແທ້ຈິງ ພວກເຂົາກໍຍັງປະຕິເສດເຮົາ ແລະ ຄົ້ນຄິດຊອກຫາທຸກວິທີທາງເພື່ອເອົາຊະນະເຮົາ. ຜູ້ຄົນບໍ່ຍອມໃຫ້ເຮົາປະຕິບັດຕໍ່ພວກເຂົາຢ່າງຈິງຈັງ ຫຼື ຮຽກຮ້ອງຈາກພວກເຂົາຢ່າງເຄັ່ງຄັດ ຫຼື ພວກເຂົາບໍ່ອະນຸຍາດໃຫ້ເຮົາພິພາກສາ ຫຼື ຂ້ຽນຕີຄວາມບໍ່ຊອບທໍາຂອງພວກເຂົາ. ແທນທີ່ຈະພົບວ່າສິ່ງນີ້ໜ້າສົນໃຈ ພວກເຂົາພັດເຫັນມັນໜ້າເບື່ອ. ສະນັ້ນ ພາລະກິດຂອງເຮົາແມ່ນເພື່ອຮັບເອົາມະນຸດຊາດຜູ້ທີ່ກິນ, ດື່ມ ແລະ ສັນລະເສີນໃນຕົວເຮົາ ແຕ່ບໍ່ຮູ້ຈັກເຮົາ ແລະ ເຮົາຈະເອົາຊະນະພວກເຂົາ. ເຮົາຈະປົດອາວຸດມະນຸດຊາດ ແລະ ຫຼັງຈາກນັ້ນ ຈະນໍາເອົາທູດສະຫວັນ, ເອົາສະຫງ່າລາສີຂອງເຮົາ ແລ້ວເຮົາຈະກັບຄືນສູ່ສະຖານທີ່ພັກເຊົາຂອງເຮົາ. ເພາະວ່າສິ່ງທີ່ຜູ້ຄົນໄດ້ກະທໍາໄປນັ້ນ ແມ່ນເຮັດໃຫ້ເຮົາເຈັບປວດໃຈ ແລະ ທໍາລາຍພາລະກິດຂອງເຮົາແຕກເປັນຊີ້ນສ່ວນມາດົນນານແລ້ວ. ເຮົາຕັ້ງໃຈຍຶດເອົາສະຫງ່າລາສີທີ່ມານຮ້າຍໄດ້ເອົາໄປ ກ່ອນທີ່ຈະຍ່າງຈາກໄປຢ່າງມີຄວາມສຸກ ໂດຍປ່ອຍໃຫ້ມະນຸດສືບຕໍ່ດໍາລົງຊີວິດຂອງພວກເຂົາ, ສືບຕໍ່ “ໃຊ້ຊີວິດ ແລະ ເຮັດວຽກງານຢ່າງສະຫງົບ ແລະ ມີຄວາມສຸກ”, ສືບຕໍ່ “ປູກຝັງຕາມໄຮ່ນາຂອງພວກເຂົາເອງ” ແລະ ເຮົາຈະບໍ່ໄປແຊກແຊງຊີວິດຂອງພວກເຂົາອີກຕໍ່ໄປ. ແຕ່ຕອນນີ້ ເຮົາເຈດຕະນາທີ່ຈະຍຶດເອົາສະຫງ່າລາສີຂອງເຮົາຄືນຈາກມືຂອງມານຮ້າຍ, ເອົາສະຫງ່າລາສີທັງໝົດທີ່ເຮົາເອົາມາສູ່ມະນຸດໃນຕອນສ້າງໂລກນັ້ນຄືນ. ເຮົາຈະບໍ່ມອບສິ່ງນີ້ໃຫ້ມະນຸດຊາດເທິງແຜ່ນດິນໂລກນີ້ອີກຕໍ່ໄປ. ຍ້ອນວ່າ ມະນຸດບໍ່ພຽງແຕ່ບໍ່ສາມາດຮັກສາສະຫງ່າລາສີຂອງເຮົາເທົ່ານັ້ນ ແຕ່ພວກເຂົາຍັງໄດ້ເອົາມັນໄປແລກປ່ຽນກັບຮູບລັກຂອງຊາຕານ. ຜູ້ຄົນບໍ່ໃຫ້ຄຸນຄ່າໃນການມາຂອງເຮົາ ຫຼື ພວກເຂົາບໍ່ໃຫ້ຄຸນຄ່າວັນແຫ່ງລັດສະໝີຂອງເຮົາ. ພວກເຂົາບໍ່ຍິນດີທີ່ຈະໄດ້ຮັບການຂ້ຽນຕີຈາກເຮົາ ແລ້ວແຮງໄກທີ່ພວກເຂົາຈະເຕັມໃຈທີ່ຈະມອບສະຫງ່າລາສີຂອງເຮົາຄືນໃຫ້ແກ່ເຮົາ ຫຼື ພວກເຂົາບໍ່ເຕັມໃຈທີ່ຈະປະຖິ້ມພິດຂອງຜູ້ທີ່ຊົ່ວຮ້າຍ. ມະນຸດຊາດຍັງສືບຕໍ່ຫຼອກລວງເຮົາຄືເກົ່າ, ຜູ້ຄົນຍັງມີຮອຍຍິ້ມສົດໃສ ແລະ ໃບໜ້າທີ່ມີຄວາມສຸກຄືເກົ່າ. ພວກເຂົາບໍ່ຮູ້ເລິກເຖິງຄວາມມືດມົວທີ່ຈະມາສູ່ມະນຸດຫຼັງຈາກສະຫງ່າລາສີຂອງເຮົາຈາກພວກເຂົາໄປ. ໂດຍສະເພາະແລ້ວ ພວກເຂົາບໍ່ຮູ້ວ່າ ເມື່ອວັນຂອງເຮົາມາຮອດມະນຸດຊາດທຸກຄົນ ມັນຍິ່ງຈະມີຄວາມຍາກສໍາລັບພວກເຂົາຫຼາຍກວ່າຜູ້ຄົນໃນສະໄໝຂອງໂນອາອີກ ຍ້ອນວ່າ ພວກເຂົາບໍ່ຮູ້ວ່າ ອິດສະຣາເອນມືດມົວພຽງໃດເມື່ອສະຫງ່າລາສີຂອງເຮົາໄດ້ຈາກໄປ ເນື່ອງຈາກມະນຸດລືມໄປວ່າ ໃນຍາມຮຸ່ງເຊົ້າມັນຍາກສໍ່າໃດທີ່ຈະຜ່ານຜ່າກາງຄືນທີ່ມືດສະນິດນັ້ນໄດ້. ເມື່ອຕາເວັນລັບຟ້າອີກຄັ້ງ ແລະ ຄວາມມືດລົງມາສູ່ມະນຸດ, ເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງເຂົາໃນຄວາມມືດອີກຄັ້ງ. ພວກເຈົ້າໄດ້ລືມແລ້ວບໍວ່າ ເມື່ອສະຫງ່າລາສີຂອງເຮົາໄດ້ຈາກອິດສະຣາເອນ ມັນຍາກພຽງໃດສໍາລັບຊາວອິດສະຣາເອນທີ່ຈະຜ່ານຜ່າວັນແຫ່ງຄວາມທຸກທໍລະມານເຫຼົ່ານັ້ນ? ບັດນີ້ ເຖິງເວລາແລ້ວທີ່ພວກເຂົາຈະເຫັນສະຫງ່າລາສີຂອງເຮົາ ແລະ ພ້ອມນີ້ ມັນເຖິງເວລາແລ້ວ ທີ່ພວກເຈົ້າຈະແບ່ງປັນວັນແຫ່ງສະຫງ່າລາສີຂອງເຮົາ. ມະນຸດຈະໂສກເສົ້າເສຍໃຈໃນທ່າມກາງຂອງຄວາມມືດ ເມື່ອສະຫງ່າລາສີຂອງເຮົາໜີຈາກແຜ່ນດິນອັນເປິເປື້ອນນີ້. ບັດນີ້ແມ່ນວັນແຫ່ງສະຫງ່າລາສີ ທີ່ເຮົາປະຕິບັດພາລະກິດຂອງເຮົາ ແລະ ມັນແມ່ນວັນທີ່ເຮົາຍົກເວັ້ນມະນຸດຊາດຈາກຄວາມທຸກທໍລະມານ ເນື່ອງຈາກເຮົາຈະບໍ່ໄດ້ແບ່ງປັນເວລາແຫ່ງຄວາມທໍລະມານ ແລະ ຄວາມຍາກລໍາບາກກັບພວກເຂົາ. ເຮົາຕ້ອງການເອົາຊະນະມະນຸດຢ່າງສົມບູນເທົ່ານັ້ນ ແລະ ເອົາຊະນະຜູ້ພວກທີ່ຊົ່ວຮ້າຍຈາກມວນມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 351)

ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ໃນບັນດາຜູ້ຕິດຕາມທຸກຄົນນີ້, ມີຄົນທີ່ຮັບໃຊ້ເປັນນັກບວດ, ຄົນທີ່ນໍາພາ, ຄົນທີ່ເປັນບຸດຂອງພຣະເຈົ້າ, ຄົນທີ່ເປັນຄົນຂອງພຣະເຈົ້າ ແລະ ຄົນທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອທຸກຄົນໄດ້ຖືກຈໍາແນກອອກຕາມປະເພດຂອງພວກເຂົາ ນັ້ນກໍ່ຄື ເມື່ອທໍາມະຊາດຂອງຄົນແຕ່ລະປະເພດໄດ້ຖືກເປີດເຜີຍ, ເຮົາຈະຖືເອົາພວກເຂົາແຕ່ລະຄົນຢູ່ທ່າມກາງປະເພດທີ່ຊອບທຳຂອງພວກເຂົາ ແລະ ຈັດວາງແຕ່ລະປະເພດເຂົ້າໃສ່ບ່ອນທີ່ເໝາະສົມຂອງພວກເຂົາ ເພື່ອບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຕໍ່ມະນຸດຊາດ. ໃນກຸ່ມຕ່າງໆ, ເຮົາເອີ້ນເອົາຄົນທີ່ເຮົາປາຖະໜາຈະຊ່ວຍໃຫ້ເຂົ້າສູ່ເຮືອນຂອງເຮົາ, ແລ້ວຫຼັງຈາກນັ້ນ ເຮົາກໍ່ຈະເຮັດໃຫ້ພວກເຂົາທຸກຄົນຍອມຮັບເອົາພາລະກິດໃນຍຸກສຸດທ້າຍຂອງເຮົາ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກພວກເຂົາຕາມປະເພດ, ແລ້ວໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບເປັນພາລະກິດຂອງເຮົາ.

ມື້ນີ້, ເຮົາດໍາລົງຊີວິດຢູ່ເທິງໂລກ ແລະ ເຮົາດໍາລົງຊີວິດຢູ່ທ່າມກາງມະນຸດ. ຜູ້ຄົນໄດ້ປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງຖ້ອຍຄຳຂອງເຮົາ ແລະ ພ້ອມກັນນີ້ ເຮົາກໍ່ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາອາດຈະໄດ້ຮັບຊີວິດຈາກເຮົາ ແລະ ຮັບເອົາເສັ້ນທາງທີ່ພວກເຂົາກ້າວເດີນ. ຍ້ອນເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນລະຫວ່າງເວລາຫຼາຍປີໃນພາລະກິດຂອງເຮົາ, ຜູ້ຄົນໄດ້ຮັບຫຼາຍຢ່າງ ແລະ ປະຖິ້ມຫຼາຍຢ່າງ, ແຕ່ເຖິງຢ່າງນັ້ນ ເຮົາກໍ່ຍັງເວົ້າໄດ້ວ່າພວກເຂົາບໍ່ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນຜູ້ຄົນພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າເຮົາເປັນພຣະເຈົ້າ, ແຕ່ພວກເຂົາບໍ່ເຫັນດ້ວຍກັບຄວາມຈິງທີ່ເຮົາເວົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຮ້ອງຂໍຈາກພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນຮັບຮູ້ພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ; ຜູ້ຄົນຍອມຮັບພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບຊີວິດ; ຜູ້ຄົນຍອມຮັບພຽງແຕ່ພຣະນາມຂອງພຣະເຈົ້າ, ແຕ່ບໍ່ຍອມຮັບແກ່ນແທ້ຂອງພຣະອົງ. ເຮົາລັງກຽດພວກເຂົາຍ້ອນຄວາມກະຕືລືລົ້ນຂອງພວກເຂົາ, ຍ້ອນພວກເຂົາພຽງແຕ່ໃຊ້ຄໍາເວົ້າທີ່ມ່ວນຫູເພື່ອຫຼອກລວງເຮົາ; ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ນະມັດສະການເຮົາຢ່າງແທ້ຈິງ. ຄໍາເວົ້າຂອງພວກເຈົ້າປະກອບມີການລໍ້ລວງຂອງງູພິດ; ຍິ່ງໄປກວ່ານັ້ນ, ພວກມັນຈອງຫອງຢ່າງສຸດຂີດ, ເປັນຄໍາປະກາດຢ່າງແທ້ຈິງຂອງອັກຄະທູດສະຫວັນ. ຍິ່ງໄປກວ່ານັ້ນ, ການກະທໍາຂອງພວກເຈົ້າຈີກຂາດ ແລະ ແຕກຫັກຈົນເປັນຕາອັບອາຍ; ຄວາມປາດຖະໜາທີ່ເກີນຂອບເຂດ ແລະ ເຈດຕະນາທີ່ໂລບມາກຂອງພວກເຈົ້າເປັນສິ່ງທີ່ບໍ່ເປັນຕາຟັງ. ພວກເຈົ້າທຸກຄົນໄດ້ກາຍເປັນມອດໃນເຮືອນຂອງເຮົາ, ເປັນສິ່ງຂອງທີ່ຈະຖືກກໍາຈັດຖິ້ມພ້ອມກັບຄວາມກຽດຊັງ. ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຮັກຄວາມຈິງ; ກົງກັນຂ້າມ, ພວກເຈົ້າປາດຖະໜາເພື່ອຮັບພອນ, ເພື່ອຂຶ້ນສູ່ສະຫວັນ, ເພື່ອເບິ່ງນິມິດທີ່ສະຫງ່າຜ່າເຜີຍຂອງພຣະຄຣິດທີ່ມີລິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ. ແຕ່ພວກເຈົ້າເຄີຍຄິດບໍວ່າຄົນແບບພວກເຈົ້າ ເຊິ່ງເປັນຄົນທີ່ເສື່ອມຊາມຢ່າງຮ້າຍແຮງ ແລະ ເປັນຄົນທີ່ບໍ່ຮູ້ຈັກເລີຍວ່າພຣະເຈົ້າຄືຫຍັງ, ສົມຄວນທີ່ຈະຕິດຕາມພຣະເຈົ້າໄດ້ແນວໃດ? ພວກເຈົ້າຈະສາມາດຂຶ້ນສູ່ສະຫວັນໄດ້ຢ່າງໃດ? ເຈົ້າສົມຄວນທີ່ຈະເບິ່ງສາກອັນສະຫງ່າຜາເຜີຍແບບນັ້ນ ເຊິ່ງເປັນສາກງົດງາມທີ່ບໍ່ເຄີຍມີມາກ່ອນໄດ້ແນວໃດ? ປາກຂອງພວກເຈົ້າເຕັມໄປດ້ວຍຄຳເວົ້າທີ່ຫຼອກລວງ ແລະ ສົກກະປົກ, ການທໍລະຍົດ ແລະ ຄວາມຍິ່ງຍະໂສ. ພວກເຈົ້າບໍ່ເຄີຍເວົ້າຖ້ອຍຄໍາທີ່ຈິງໃຈຕໍ່ເຮົາ, ບໍ່ມີຖ້ອຍຄໍາໃດທີ່ບໍລິສຸດ, ບໍ່ມີຖ້ອຍຄໍາໃດທີ່ສະແດງເຖິງການຍອມອ່ອນນ້ອມເຮົາເມື່ອຜະເຊີນພຣະທໍາຂອງເຮົາ. ໃນທີ່ສຸດແລ້ວ, ຄວາມເຊື່ອຂອງພວກເຈົ້າເປັນແນວໃດແທ້? ຫົວໃຈຂອງພວກເຈົ້າມີພຽງແຕ່ຄວາມປາຖະໜາ ແລະ ເງິນ, ຄວາມຄິດຂອງພວກເຈົ້າມີພຽງແຕ່ວັດຖຸສິ່ງຂອງ. ແຕ່ລະມື້, ພວກເຈົ້າຄິດໄລ່ເບິ່ງວ່າຈະຮັບສິ່ງຕ່າງໆຈາກເຮົາໄດ້ແນວໃດ. ແຕ່ລະມື້, ພວກເຈົ້ານັບເບິ່ງວ່າໄດ້ຮັບຄວາມຮັ່ງມີ ແລະ ວັດຖຸສິ່ງຂອງຈາກເຮົາຫຼາຍປານໃດ. ແຕ່ລະມື້, ເຈົ້າລໍຄອຍໃຫ້ພອນຖອກເທລົງໃສ່ພວກເຈົ້າ ເພື່ອວ່າພວກເຈົ້າອາດມີຄວາມສຸກກັບສິ່ງຕ່າງໆທີ່ອາດເຮັດໃຫ້ມີຄວາມສຸກໃນປະລິມານທີ່ຫຼາຍຂຶ້ນ ແລະ ມາດຕະຖານທີ່ສູງຂຶ້ນ. ສິ່ງທີ່ຢູ່ໃນຄວາມຄິດຂອງພວກເຈົ້າໃນທຸກຊ່ວງເວລານັ້ນບໍ່ແມ່ນເຮົາ ແລະ ບໍ່ແມ່ນຄວາມຈິງທີ່ມາຈາກເຮົາ, ແຕ່ກົງກັນຂ້າມເປັນສາມີ ຫຼື ພັນລະຍາຂອງພວກເຈົ້າ, ລູກຊາຍ, ລູກສາວ ຫຼື ສິ່ງຕ່າງໆທີ່ພວກເຈົ້າກິນ ແລະ ສວມໃສ່. ພວກເຈົ້າຄິດວ່າເຈົ້າຈະສາມາດຮັບເອົາຄວາມສຸກທີ່ຫຼາຍຂຶ້ນ ແລະ ສູງສົ່ງຂຶ້ນໄດ້ແນວໃດ. ແຕ່ເຖິງແມ່ນເມື່ອພວກເຈົ້າຍັດອາຫານໃສ່ທ້ອງຈົນແໜ້ນ, ພວກເຈົ້າກໍ່ບໍ່ໄດ້ເປັນພຽງຊາກສົບບໍ? ເຖິງແມ່ນເມື່ອພວກເຈົ້າຕົບແຕ່ງຕົນເອງດ້ວຍເຄື່ອງອາພອນທີ່ສວຍງາມໃນພາຍນອກ, ພວກເຈົ້າກໍ່ບໍ່ໄດ້ເປັນພຽງຊາກສົບທີ່ຍ່າງໄດ້ແຕ່ບໍ່ມີຊີວິດບໍ? ພວກເຈົ້າເຮັດວຽກຢ່າງໜັກເພື່ອທ້ອງຂອງຕົນຈົນຜົມຂອງພວກເຈົ້າຫງອກ, ເຖິງປານນັ້ນກໍ່ບໍ່ມີພວກເຈົ້າຄົນໃດທີ່ຍອມສະຫຼະແມ່ນແຕ່ຜົມເສັ້ນດຽວເພື່ອພາລະກິດຂອງເຮົາ. ພວກເຈົ້າຫຍຸ້ງວຸ້ນວາຍຢູ່ຕະຫຼອດ, ໃຊ້ຮ່າງກາຍຢ່າງໜັກ ແລະ ທໍລະມານສະໝອງຕົນເອງເພື່ອເຫັນແກ່ເນື້ອໜັງຂອງເຈົ້າເອງ ແລະ ເພື່ອລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍ່ບໍ່ມີພວກເຈົ້າຄົນໃດທີ່ກັງວົນ ຫຼື ເປັນຫ່ວງຄວາມປະສົງຂອງເຮົາ. ເປັນຫຍັງພວກເຈົ້າຈຶ່ງຍັງຫວັງຈະໄດ້ຮັບສິ່ງຕ່າງໆຈາກເຮົາ?

ເມື່ອເຮົາເຮັດພາລະກິດ, ເຮົາບໍ່ເຄີຍຮີບຮ້ອນ. ບໍ່ວ່າຜູ້ຄົນຈະຕິດຕາມເຮົາແນວໃດກໍ່ຕາມ, ເຮົາເຮັດພາລະກິດຂອງເຮົາຕາມຂັ້ນຕອນແຕ່ລະຂັ້ນ, ຕາມແຜນການຂອງເຮົາ. ສະນັ້ນ, ເຖິງແມ່ນວ່າພວກເຈົ້າທຸກຄົນຈະກະບົດຕໍ່ເຮົາ, ເຮົາກໍ່ຍັງເຮັດພາລະກິດໂດຍບໍ່ຢຸດເຊົາ ແລະ ເຮົາຍັງຄົງສືບຕໍ່ກ່າວພຣະທໍາທີ່ເຮົາຕ້ອງກ່າວ. ເຮົາເອີ້ນເອົາຜູ້ຄົນທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າມາສູ່ເຮືອນຂອງເຮົາ ເພື່ອວ່າພວກເຂົາອາດກາຍເປັນຜູ້ຮັບຟັງພຣະທໍາຂອງເຮົາ. ເຮົາຈະນໍາເອົາທຸກຄົນທີ່ຍອມອ່ອນນ້ອມຕໍ່ພຣະທຳຂອງເຮົາ, ຄົນທີ່ປາຖະໜາຫາພຣະທໍາຂອງເຮົາມາຢູ່ຕໍ່ໜ້າບັນລັງຂອງເຮົາ; ທຸກຄົນທີ່ຫັນຫຼັງໃສ່ພຣະທໍາຂອງເຮົາ, ຄົນທີ່ບໍ່ເຊື່ອຟັງເຮົາ ແລະ ຄົນທີ່ທ້າທາຍເຮົາຢ່າງເປີດເຜີຍ, ເຮົາຈະໂຍນລົງໄປອີກຂ້າງໜຶ່ງເພື່ອລໍຖ້າຮັບການລົງໂທດຄັ້ງສຸດທ້າຍຂອງພວກເຂົາ. ທຸກຄົນອາໄສຢູ່ທ່າມກາງຄວາມເສື່ອມຊາມ ແລະ ຢູ່ພາຍໃຕ້ມືຂອງສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ບໍ່ມີຫຼາຍຄົນໃນບັນດາຄົນທີ່ຕິດຕາມເຮົາຈະປາດຖະໜາຫາຄວາມຈິງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ນະມັດສະການເຮົາຢ່າງແທ້ຈິງ; ພວກເຂົາບໍ່ໄດ້ນະມັດສະການເຮົາດ້ວຍຄວາມຈິງ, ແຕ່ພະຍາຍາມຮັບເອົາຄວາມໄວ້ໃຈຂອງເຮົາຜ່ານຄວາມເສື່ອມຊາມ ແລະ ຄວາມກະບົດ, ດ້ວຍວິທີການທີ່ຫຼອກລວງ. ມັນເປັນຍ້ອນເຫດຜົນນີ້ເອງ, ເຮົາຈຶ່ງເວົ້າວ່າ: ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນທີ່ຈະຖືກເລືອກ. ຄົນທີ່ຖືກເອີ້ນມາແມ່ນເສື່ອມຊາມຢ່າງສຸດໆ ແລະ ລ້ວນແລ້ວແຕ່ຢູ່ໃນຍຸກສະໄໝດຽວກັນ, ແຕ່ຜູ້ຄົນທີ່ຖືກເລືອກເປັນພຽງສ່ວນໜຶ່ງໃນພວກເຂົາ, ພວກເຂົາແມ່ນຄົນທີ່ເຊື່ອ ແລະ ຮັບຮູ້ໃນຄວາມຈິງ ແລະ ເປັນຄົນທີ່ປະຕິບັດຄວາມຈິງ. ຄົນເຫຼົ່ານີ້ເປັນພຽງຄົນສ່ວນໜ້ອຍຈາກກຸ່ມຄົນທັງໝົດ ແລະ ເຮົາຈະໄດ້ຮັບສະຫງ່າລາສີຫຼາຍຂຶ້ນຈາກພວກເຂົາ. ໂດຍວັດແທກຈາກຄໍາເວົ້າເຫຼົ່ານີ້, ພວກເຈົ້າຮູ້ບໍວ່າພວກເຈົ້າເປັນຄົນທີ່ໄດ້ຖືກເລືອກ ຫຼື ບໍ່? ຈຸດຈົບຂອງພວກເຈົ້າຈະເປັນແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 352)

ດັ່ງທີ່ເຮົາໄດ້ກ່າວແລ້ວວ່າ ຄົນທີ່ຕິດຕາມເຮົາກໍ່ມີຫຼາຍ ແຕ່ຄົນທີ່ຮັກເຮົາຢ່າງແທ້ຈິງກໍ່ມີໜ້ອຍ. ບາງເທື່ອ ບາງຄົນອາດເວົ້າວ່າ: “ຂ້ານ້ອຍຈຳເປັນຕ້ອງຈ່າຍລາຄາທີ່ຍິ່ງໃຫຍ່ບໍ ຖ້າຂ້ານ້ອຍບໍ່ຮັກພຣະອົງ? ຂ້ານ້ອຍຈະຕິດຕາມມາຮອດຈຸດນີ້ບໍ ຖ້າຂ້ານ້ອຍບໍ່ຮັກພຣະອົງ?” ແນ່ນອນຢູ່ແລ້ວ, ພວກເຈົ້າມີເຫດຜົນຫຼາຍຢ່າງ ແລະ ແນ່ນອນຢູ່ແລ້ວ ຄວາມຮັກຂອງພວກເຈົ້າເປັນສິ່ງທີ່ດີຫຼາຍ, ແຕ່ແມ່ນຫຍັງຄືແກ່ນແທ້ແຫ່ງຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາ? ສິ່ງທີ່ເອີ້ນວ່າ “ຄວາມຮັກ” ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍານິ, ເຊິ່ງພວກເຈົ້າໃຊ້ຫົວໃຈຂອງພວກເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອກລວງ ແລະ ບໍ່ມີເລ່ລ່ຽມ. ໃນຄວາມຮັກແມ່ນບໍ່ມີການຄ້າຂາຍ ແລະ ບໍ່ມີສິ່ງທີ່ບໍ່ບໍລິສຸດ. ຖ້າເຈົ້າຮັກ, ແລ້ວເຈົ້າຈະບໍ່ຫຼອກລວງ, ຈົ່ມຕໍ່ວ່າ, ທໍລະຍົດ, ກະບົດ, ບີບບັງຄັບ ຫຼື ສະແຫວງຫາເພື່ອຮັບເອົາບາງສິ່ງບາງຢ່າງ ຫຼື ເພື່ອຮັບເອົາໃນຈໍານວນໃດໜຶ່ງ. ຖ້າເຈົ້າຮັກ, ແລ້ວເຈົ້າກໍ່ຈະອຸທິດຕົນເອງຢ່າງຍິນດີ, ທົນທຸກກັບຄວາມຍາກລໍາບາກຢ່າງຍິນດີ, ເຈົ້າຈະສາມາດເຂົ້າກັບເຮົາໄດ້, ເຈົ້າຈະປະຖິ້ມທຸກສິ່ງທີ່ເຈົ້າມີສຳລັບເຮົາ, ເຈົ້າຈະປະຖິ້ມຄອບຄົວຂອງເຈົ້າ, ອະນາຄົດຂອງເຈົ້າ, ໄວໜຸ່ມຂອງເຈົ້າ ແລະ ການແຕ່ງດອງຂອງເຈົ້າ. ຖ້າບໍ່ດັ່ງນັ້ນ, ຄວາມຮັກຂອງເຈົ້າກໍ່ຈະບໍ່ແມ່ນຄວາມຮັກເລີຍ, ແຕ່ເປັນການຫຼອກລວງ ແລະ ການທໍລະຍົດ! ຄວາມຮັກຂອງເຈົ້ານັ້ນເປັນຄວາມຮັກແບບໃດ? ມັນເປັນຄວາມຮັກທີ່ແທ້ຈິງບໍ? ຫຼື ບໍ່ເປັນຈິງ? ເຈົ້າໄດ້ປະຖິ້ມຫຼາຍສໍ່າໃດແລ້ວ? ເຈົ້າໄດ້ຖວາຍຫຼາຍສໍ່າໃດແລ້ວ? ເຮົາໄດ້ຮັບຄວາມຮັກຈາກເຈົ້າຫຼາຍສໍ່າໃດແລ້ວ? ເຈົ້າຮູ້ບໍ? ຫົວໃຈຂອງພວກເຈົ້າເຕັມໄປດ້ວຍສິ່ງຊົ່ວຮ້າຍ, ຄວາມທໍລະຍົດ ແລະ ການຫຼອກລວງ ແລະ ເມື່ອເປັນແນວນັ້ນ, ມີຄວາມຮັກຂອງພວກເຈົ້າຫຼາຍສໍ່າໃດທີ່ບໍ່ບໍລິສຸດ? ພວກເຈົ້າຄິດວ່າ ພວກເຈົ້າໄດ້ຍອມສະຫຼະຢ່າງພຽງພໍໃຫ້ກັບເຮົາແລ້ວ; ພວກເຈົ້າຄິດວ່າ ຄວາມຮັກຂອງພວກເຈົ້າສຳລັບເຮົາກໍ່ພຽງພໍແລ້ວ. ແຕ່ເປັນຫຍັງຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈຶ່ງມີການຕໍ່ຕ້ານ ແລະ ການຫຼອກລວງຢູ່ສະເໝີ? ພວກເຈົ້າຕິດຕາມເຮົາ ແຕ່ບໍ່ຮັບຮູ້ພຣະທໍາຂອງເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ ແລ້ວກໍ່ປະຖິ້ມເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ບໍ່ໄວ້ວາງໃຈເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າບໍ່ສາມາດຍອມຮັບການເປັນຢູ່ຂອງເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າບໍ່ໄດ້ປະຕິບັດຢ່າງເໝາະສົມກັບຜູ້ທີ່ເຮົາເປັນເຮົາ ແລະ ພວກເຈົ້າສ້າງຄວາມລໍາບາກໃຫ້ເຮົາທຸກຄັ້ງ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າພະຍາຍາມຕົວະ ແລະ ຫຼອກລວງເຮົາໃນທຸກໆເລື່ອງ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຮັບໃຊ້ເຮົາ, ແຕ່ພວກເຈົ້າບໍ່ຢໍາເກງເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕໍ່ຕ້ານເຮົາໃນທຸກໆເລື່ອງ ແລະ ທຸກໆສິ່ງ. ທັງໝົດນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າໄດ້ອຸທິດຫຼາຍຢ່າງ, ມັນເປັນຄວາມຈິງ ແຕ່ພວກເຈົ້າບໍ່ໄດ້ປະຕິບັດສິ່ງທີ່ເຮົາຕ້ອງການຈາກພວກເຈົ້າເລີຍ. ສິ່ງນີ້ຈະສາມາດເອີ້ນວ່າຄວາມຮັກໄດ້ບໍ? ເມື່ອພິຈາລະນາຢ່າງຖີ່ຖ້ວນແລ້ວ, ມັນກໍ່ສະແດງໃຫ້ເຫັນວ່າບໍ່ມີຄວາມຮັກແມ່ນແຕ່ເສດສ່ວນດຽວສຳລັບເຮົາພາຍໃນຕົວພວກເຈົ້າ. ຫຼັງຈາກທີ່ໄດ້ເຮັດພາລະກິດມາເປັນເວລາຫຼາຍປີ ແລະ ພຣະທໍາທັງໝົດທີ່ເຮົາໄດ້ສະໜອງໃຫ້, ພວກເຈົ້າໄດ້ຮັບຫຼາຍສໍ່າໃດແທ້ໆ? ສິ່ງນີ້ບໍ່ຄຸ້ມຄ່າໃຫ້ພວກເຈົ້າກັບໄປທົບທວນເບິ່ງບໍ? ເຮົາຂໍເຕືອນພວກເຈົ້າວ່າ: ຄົນທີ່ເຮົາເອີ້ນມາຫາເຮົາບໍ່ແມ່ນຄົນທີ່ບໍ່ເຄີຍເສື່ອມຊາມ; ໃນທາງກັບກັນ, ຄົນທີ່ເຮົາເລືອກແມ່ນຜູ້ທີ່ຮັກເຮົາຢ່າງແທ້ຈິງ. ສະນັ້ນ, ພວກເຈົ້າຕ້ອງລະມັດລະວັງໃນຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ ແລະ ໃຫ້ກວດສອບເບິ່ງເຈດຈໍານົງ ແລະ ຄວາມຄິດຂອງພວກເຈົ້າເພື່ອວ່າພວກມັນຈະບໍ່ລໍ້າເສັ້ນ. ໃນເວລາຂອງຍຸກສຸດທ້າຍ, ໃຫ້ມອບຄວາມຮັກຂອງພວກເຈົ້າຕໍ່ໜ້າເຮົາໃຫ້ຫຼາຍທີ່ສຸດ, ຖ້າບໍ່ດັ່ງນັ້ນ ຄວາມໂກດຮ້າຍຂອງເຮົາຈະບໍ່ອອກໄປຈາກພວກເຈົ້າຈັກເທື່ອ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 353)

ໃນແຕ່ລະມື້, ການກະທຳ ແລະ ຄວາມຄິດຂອງທຸກຄົນແມ່ນໄດ້ຖືກເບິ່ງເຫັນໂດຍສາຍຕາຂອງຜູ້ໜຶ່ງ ແລະ ໃນເວລາດຽວກັນນັ້ນ ກໍຢູ່ໃນການກະກຽມສຳລັບອະນາຄົດຂອງພວກເຂົາເອງ. ນີ້ແມ່ນເສັ້ນທາງທີ່ທຸກສິ່ງທີ່ມີຊີວິດຕ້ອງຍ່າງຕາມ; ມັນຄືເສັ້ນທາງທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າສຳລັບທຸກຄົນແລ້ວ ແລະ ບໍ່ມີໃຜສາມາດຫຼົບໜີຈາກມັນ ຫຼື ໄດ້ຮັບການຍົກເວັ້ນເລີຍ. ພຣະທຳທີ່ເຮົາໄດ້ກ່າວແມ່ນມີຈຳນວນນັບບໍ່ຖ້ວນ ແລະ ຍິ່ງໄປກວ່ານັ້ນ ພາລະກິດທີ່ເຮົາໄດ້ປະຕິບັດແມ່ນບໍ່ສາມາດວັດແທກໄດ້. ທຸກໆມື້ ເຮົາເບິ່ງແຕ່ລະຄົນປະຕິບັດທຸກສິ່ງທີ່ພວກເຂົາຕ້ອງປະຕິບັດໂດຍທໍາມະຊາດຕາມທຳມະຊາດທີ່ຕິດຝັງໃນຕົວຂອງພວກເຂົາ ແລະ ການພັດທະນາທຳມະຊາດຂອງພວກເຂົາ. ຫຼາຍຄົນໄດ້ເຂົ້າສູ້ “ເສັ້ນທາງທີ່ຖືກຕ້ອງ” ໂດຍບໍ່ຮູ້ຕົວ ເຊິ່ງເຮົາໄດ້ຈັດວາງໄວ້ເພື່ອເປີດເຜີຍມະນຸດປະເພດທີ່ແຕກຕ່າງກັນ. ເຮົາໄດ້ວາງມະນຸດປະເພດທີ່ແຕກຕ່າງກັນເຫຼົ່ານີ້ໃນສະພາບແວດລ້ອມທີ່ແຕກຕ່າງກັນຕັ້ງແຕ່ດົນມາແລ້ວ ແລະ ໃນສະຖານທີ່ໃຜລາວຂອງພວກເຂົາ ແຕ່ລະຄົນກໍໄດ້ສະແດງລັກສະນະຕາມທຳມະຊາດຂອງພວກເຂົາ. ບໍ່ມີໃຜທີ່ຈະຜູກມັດພວກເຂົາ, ບໍ່ມີໃຜທີ່ລໍ້ລວງພວກເຂົາ. ພວກເຂົາມີອິດສະຫຼະທັງໝົດ ແລະ ສິ່ງທີ່ພວກເຂົາສະແດງກໍອອກມາຢ່າງທຳມະຊາດ. ມີພຽງສິ່ງດຽວທີ່ຕິດຕາມພວກເຂົາ: ພຣະທຳຂອງເຮົາ. ດ້ວຍເຫດນັ້ນ ບາງຄົນຈຶ່ງອ່ານພຣະທຳຂອງເຮົາແບບບໍ່ເຕັມໃຈ, ບໍ່ເຄີຍປະຕິບັດພຣະທໍາເຫຼົ່ານັ້ນຈັກເທື່ອ ໂດຍເຮັດຢ່າງນັ້ນກໍພຽງແຕ່ເພື່ອຫຼີກຫຼ່ຽງຄວາມຕາຍ; ໃນຂະນະດຽວກັນ ຄົນອື່ນພັດພົບວ່າ ມັນເປັນເລື່ອງຍາກທີ່ຈະອົດທົນຕໍ່ມື້ຕ່າງໆໂດຍບໍ່ມີພຣະທຳຂອງເຮົານໍາພາ ແລະ ກະກຽມໃຫ້ແກ່ພວກເຂົາ ແລະ ສະນັ້ນ ພວກເຂົາຈຶ່ງຍຶດໝັ້ນກັບພຣະທຳຂອງເຮົາຢ່າງເປັນທຳມະຊາດຢູ່ຕະຫຼອດເວລາ. ເມື່ອເວລາຜ່ານໄປ, ພວກເຂົາກໍຄົ້ນພົບຄວາມລັບຂອງຊີວິດມະນຸດ, ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຄຸນຄ່າຂອງການເປັນມະນຸດ. ນີ້ເປັນພຽງການທີ່ມະນຸດຊາດຢູ່ໃນການສະຖິດຂອງເຮົາ ແລະ ເຮົາພຽງແຕ່ປ່ອຍໃຫ້ເລື່ອງລາວຕ່າງໆເປັນໄປຕາມທຳມະຊາດຂອງພວກມັນ. ເຮົາບໍ່ປະຕິບັດພາລະກິດຫຍັງທີ່ບັງຄັບໃຫ້ຜູ້ຄົນເອົາພຣະທຳຂອງເຮົາໄປເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ. ດ້ວຍເຫດນັ້ນ ຄົນທີ່ບໍ່ເຄີຍມີຄວາມສຳນຶກ ຫຼື ຄົນທີ່ມີການເປັນຢູ່ເຊິ່ງບໍ່ເຄີຍມີຄຸນຄ່າ, ປະຖິ້ມພຣະທຳຂອງເຮົາຢ່າງໜ້າດ້ານ ແລະ ເຮັດຕາມທີ່ພວກເຂົາປາຖະໜາຫຼັງຈາກທີ່ສັງເກດວິທີທີ່ສິ່ງຕ່າງໆດຳເນີນໄປຢ່າງງຽບໆ. ພວກເຂົາເລີ່ມກຽດຊັງຄວາມຈິງ ແລະ ທຸກສິ່ງທີ່ມາຈາກເຮົາ. ຍິ່ງໄປກວ່ານັ້ນ ພວກເຂົາກຽດຊັງໃນການຢູ່ໃນເຮືອນຂອງເຮົາ. ເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຂົາ ແລະ ເພື່ອຫຼົບໜີການລົງໂທດ, ຜູ້ຄົນເຫຼົ່ານີ້ອາໄສຢູ່ພາຍໃນເຮືອນຂອງເຮົາຊົ່ວຄາວ ເຖິງແມ່ນວ່າພວກເຂົາຈະໃຫ້ບໍລິການ. ເຖິງຢ່າງໃດກໍຕາມ ເຈດຕະນາ ແລະ ການປະຕິບັດຂອງພວກເຂົາແມ່ນບໍ່ເຄີຍປ່ຽນແປງ. ສິ່ງນີ້ເພີ່ມຄວາມປາຖະໜາຂອງພວກເຂົາເພື່ອໃຫ້ໄດ້ຮັບພອນ ແລະ ເພີ່ມຄວາມປາຖະໜາຂອງພວກເຂົາເພື່ອເຂົ້າສູ່ອານາຈັກເປັນຄັ້ງດຽວ ແລະ ຫຼັງຈາກນັ້ນແມ່ນຄົງຢູ່ໃນນັ້ນຕະຫຼອດໄປ ແມ່ນແຕ່ເພື່ອເຂົ້າສູ່ສະຫວັນຊົ່ວນິດນິລັນ. ຍິ່ງພວກເຂົາປາຖະໜາໃຫ້ມື້ຂອງເຮົາມາເຖິງໄວໆ, ພວກເຂົາຍິ່ງຮູ້ສຶກວ່າ ຄວາມຈິງກາຍເປັນອຸປະສັກ ເຊິ່ງເປັນສິ່ງກີດຂວາງໃນເສັ້ນທາງຂອງພວກເຂົາ. ພວກເຂົາເກືອບຈະບໍ່ສາມາດອົດໃຈລໍຖ້າທີ່ຈະກ້າວຂາເຂົ້າໄປໃນອານາຈັກເພື່ອຮັບພອນຈາກອານາຈັກແຫ່ງສະຫວັນຕະຫຼອດໄປ ໂດຍບໍ່ຈໍາເປັນຕ້ອງສະແຫວງຫາຄວາມຈິງ ຫຼື ຍອມຮັບການພິພາກສາ ແລະ ການຂ້ຽນຕີ ແລະ ນອກເໜືອໄປກວ່ານັ້ນ ແມ່ນໂດຍບໍ່ຈໍາເປັນຕ້ອງກິ້ງເກືອກໃນເຮືອນຂອງເຮົາ ແລະ ເຮັດຕາມທີ່ເຮົາສັ່ງ. ຄົນເຫຼົ່ານີ້ເຂົ້າສູ່ເຮືອນຂອງເຮົາບໍ່ແມ່ນເພື່ອປະຕິບັດຕາມຄວາມປາຖະໜາຂອງພວກເຂົາທີ່ສະແຫວງຫາຄວາມຈິງ ຫຼື ຮ່ວມມືກັບການຄຸ້ມຄອງຂອງເຮົາ; ເປົ້າໝາຍຂອງພວກເຂົາແມ່ນພຽງເພື່ອຢູ່ທ່າມກາງຜູ້ຄົນທີ່ບໍ່ຖືກທຳລາຍໃນຍຸກຕໍ່ໄປ. ດ້ວຍເຫດນັ້ນ ຫົວໃຈຂອງພວກເຂົາຈຶ່ງບໍ່ເຄີຍຮູ້ຈັກວ່າ ຄວາມຈິງແມ່ນຫຍັງ ຫຼື ຈະຮັບເອົາຄວາມຈິງໄດ້ແນວໃດ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງຜູ້ຄົນດັ່ງກ່າວຈຶ່ງບໍ່ເຄີຍປະຕິບັດຄວາມຈິງ ຫຼື ຮັບຮູ້ເຖິງຄວາມຮ້າຍແຮງຂອງການເສື່ອມຊາມຂອງພວກເຂົາ ແຕ່ໄດ້ອາໄສຢູ່ໃນເຮືອນຂອງເຮົາດັ່ງ “ຄົນຮັບໃຊ້” ໂດຍຕະຫຼອດມາ. ພວກເຂົາລໍຖ້າການມາຂອງມື້ຂອງເຮົາ “ຢ່າງອົດທົນ” ແລະ ບໍ່ຮູ້ຈັກອິດເມື່ອຍໃນຂະນະທີ່ພວກເຂົາຖືກໂຍນໄປມາດ້ວຍວິທີການຂອງພາລະກິດຂອງເຮົາ. ແຕ່ບໍ່ວ່າພວກເຂົາຈະພະຍາຍາມຫຼາຍພຽງໃດກໍຕາມ ຫຼື ພວກເຂົາໄດ້ຈ່າຍໃນລາຄາຫຍັງກໍຕາມ, ບໍ່ມີຜູ້ໃດເຄີຍເຫັນ ພວກເຂົາທົນທຸກເພື່ອຄວາມຈິງ ຫຼື ມອບສິ່ງໃດສິ່ງໜຶ່ງເພື່ອເຮົາ. ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ສາມາດລໍຖ້າທີ່ຈະເຫັນມື້ທີ່ເຮົານໍາຈຸດສິ້ນສຸດມາສູ່ຍຸກເກົ່າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດລໍຖ້າທີ່ຈະຄົ້ນພົບວ່າ ລິດອຳນາດ ແລະ ສິດອຳນາດຂອງເຮົາຍິ່ງໃຫຍ່ພຽງໃດ. ສິ່ງທີ່ພວກເຂົາບໍ່ເຄີຍຟ້າວເຮັດກໍຄືການປ່ຽນແປງຕົນເອງ ແລະ ການສະແຫວງຫາຄວາມຈິງ. ພວກເຂົາຮັກສິ່ງທີ່ເຮົາເບື່ອໜ່າຍ ແລະ ເບື່ອໜ່າຍໃນສິ່ງທີ່ເຮົາຮັກ. ພວກເຂົາປາຖະໜາໃນສິ່ງທີ່ເຮົາຊັງ ແຕ່ກໍຢ້ານສູນເສຍສິ່ງທີ່ເຮົາລັງກຽດ. ພວກເຂົາໃຊ້ຊີວິດຢູ່ໃນໂລກທີ່ຊົ່ວຮ້າຍນີ້ ໂດຍບໍ່ເຄີຍກຽດຊັງມັນເລີຍ ແລະ ຍັງຢ້ານຢູ່ເລິກໆວ່າເຮົາຈະທຳລາຍມັນອີກ. ໃນທ່າມກາງເຈດຕະນາທີ່ຂັດແຍ້ງກັນຂອງພວກເຂົາ, ພວກເຂົາຮັກໂລກນີ້ທີ່ເຮົາລັງກຽດ ແຕ່ກໍຍັງປາຖະໜາໃຫ້ເຮົາທຳລາຍມັນທັງໝົດຢ່າງຮີບດ່ວນ ເພື່ອພວກເຂົາຈະໄດ້ລອດພົ້ນຈາກຄວາມທົນທຸກແຫ່ງຄວາມພິນາດ ແລະ ປ່ຽນແປງໃຫ້ກາຍເປັນເຈົ້ານາຍໃນຍຸກຕໍ່ໄປ ກ່ອນທີ່ພວກເຂົາຈະຫັນເຫຈາກຫົນທາງທີ່ຖືກຕ້ອງ. ນີ້ກໍຍ້ອນວ່າ ພວກເຂົາບໍ່ໄດ້ຮັກຄວາມຈິງ ແລະ ເບື່ອໜ່າຍກັບທຸກສິ່ງທີ່ມາຈາກເຮົາ. ພວກເຂົາອາດກາຍເປັນ “ຄົນທີ່ເຊື່ອຟັງ” ໃນເວລາສັ້ນໆ ເພື່ອເຫັນແກ່ການບໍ່ສູນເສຍພອນ ແຕ່ຄວາມກະຕືລືລົ້ນຂອງພວກເຂົາເພື່ອຮັບພອນ ແລະ ຄວາມຢ້ານທີ່ຈະຈິບຫາຍ ແລະ ການເຂົ້າສູ່ທະເລສາບແຫ່ງໄຟທີ່ເຜົາຜານ ບໍ່ສາມາດຖືກປິດບັງໄດ້ຈັກເທື່ອ. ເມື່ອມື້ຂອງເຮົາໃກ້ເຂົ້າມາ ຄວາມປາຖະໜາຂອງພວກເຂົາກໍຄ່ອຍໆແຮງກ້າຂຶ້ນຢ່າງຕໍ່ເນື່ອງ. ແລ້ວຍິ່ງໄພພິບັດຍິ່ງໃຫຍ່ຫຼາຍເທົ່າໃດ ມັນກໍຍິ່ງເຮັດໃຫ້ພວກເຂົາຂາດທີ່ເພິ່ງຫຼາຍສໍ່ານັ້ນ ໂດຍບໍ່ຮູ້ວ່າ ຈະເລີ່ມຕົ້ນຈາກໃສເພື່ອເຮັດໃຫ້ເຮົາຍິນດີ ແລະ ຫຼີກເວັ້ນຈາກການສູນເສຍພອນທີ່ພວກເຂົາປາຖະໜາມາເປັນເວລາດົນນານ. ຜູ້ຄົນດັ່ງກ່າວຮ້ອນຮົນທີ່ຈະລົງມືປະຕິບັດຮັບໃຊ້ເປັນແຖວໜ້າ ທັນທີທີ່ມືຂອງເຮົາເລີ່ມຕົ້ນພາລະກິດ. ພວກເຂົາຄິດພຽງແຕ່ທີ່ຈະຫຼັ່ງໄຫຼໄປຢູ່ແນວໜ້າສຸດຂອງກອງທັບ ໂດຍຢ້ານຢ່າງເລິກໆວ່າເຮົາຈະບໍ່ເຫັນພວກເຂົາ. ພວກເຂົາເຮັດ ແລະ ເວົ້າໃນສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ໂດຍບໍ່ເຄີຍຮູ້ວ່າການກະທຳ ແລະ ການປະຕິບັດຂອງພວກເຂົາບໍ່ເຄີຍກ່ຽວຂ້ອງກັບຄວາມຈິງເລີຍ ແລະ ການກະທຳຂອງພວກເຂົາພຽງແຕ່ລົບກວນ ແລະ ແຊກແຊງແຜນການຂອງເຮົາ. ພວກເຂົາອາດພະຍາຍາມຢ່າງເຕັມທີ່ ແລະ ອາດເປັນຈິງໃນຄວາມປະສົງ ແລະ ເຈດຕະນາຂອງພວກເຂົາທີ່ຈະອົດທົນກັບຄວາມຍາກລຳບາກ ແຕ່ໃນສິ່ງທີ່ພວກເຂົາເຮັດແມ່ນບໍ່ມີຫຍັງທີ່ກ່ຽວຂ້ອງກັບເຮົາເລີຍ ຍ້ອນເຮົາບໍ່ເຄີຍເຫັນວ່າ ການກະທຳຂອງພວກເຂົາມາຈາກເຈດຕະນາທີ່ດີ ແລ້ວແຮງໄກທີ່ເຮົາຈະໄດ້ເຫັນພວກເຂົາວາງສິ່ງໃດກໍຕາມເທິງແທ່ນບູຊາຂອງເຮົາ. ສິ່ງດັ່ງກ່າວແມ່ນການກະທຳທີ່ພວກເຂົາໄດ້ເຮັດຢູ່ຕໍ່ໜ້າເຮົາຕະຫຼອດເວລາຫຼາຍປີເຫຼົ່ານີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 354)

ໃນຕອນທຳອິດ ເຮົາປາຖະໜາທີ່ຈະສະໜອງຄວາມຈິງຫຼາຍຂຶ້ນໃຫ້ແກ່ພວກເຈົ້າ ແຕ່ເຮົາຕ້ອງຢັບຢັ້ງຈາກການເຮັດເຊັ່ນນີ້ ເພາະທ່າທີຂອງພວກເຈົ້າທີ່ມີຕໍ່ຄວາມຈິງນັ້ນເຢັນຊາ ແລະ ເມີນເສີຍຫຼາຍເກີນໄປ; ເຮົາບໍ່ປາຖະໜາໃຫ້ຄວາມພະຍາຍາມຂອງເຮົາເສຍໄປລ້າໆ ຫຼື ເຮົາບໍ່ປາຖະໜາທີ່ຈະເຫັນຜູ້ຄົນຍຶດຖືໃນພຣະທຳຂອງເຮົາ ແຕ່ເຮັດທຸກສິ່ງທີ່ຕໍ່ຕ້ານເຮົາ, ເວົ້າຮ້າຍໃສ່ເຮົາ ແລະ ໝິ່ນປະໝາດເຮົາ. ຍ້ອນທ່າທີຂອງພວກເຈົ້າ ແລະ ຄວາມເປັນມະນຸດຂອງພວກເຈົ້າ, ເຮົາຈຶ່ງພຽງແຕ່ສະໜອງໃຫ້ແກ່ພວກເຈົ້າດ້ວຍສ່ວນທີ່ເລັກນ້ອຍ ແລະ ທີ່ສຳຄັນຫຼາຍໃນພຣະທຳຂອງເຮົາ ເຊິ່ງເຮັດໜ້າທີ່ເປັນພາລະກິດທົດລອງຂອງເຮົາທ່າມກາງມະນຸດຊາດ. ມີແຕ່ຕອນນີ້ ເຮົາຈຶ່ງໄດ້ຢຶນຢັນວ່າ ການຕັດສິນໃຈ ແລະ ແຜນການທີ່ເຮົາໄດ້ສ້າງຂຶ້ນນັ້ນແມ່ນເໝາະສົມກັບຄວາມຕ້ອງການຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ທ່າທີຂອງເຮົາຕໍ່ມະນຸດຊາດແມ່ນທ່າທີທີ່ຖືກຕ້ອງ. ພຶດຕິກຳເປັນເວລາຫຼາຍປີຂອງພວກເຈົ້າຕໍ່ໜ້າເຮົາໄດ້ມອບຄຳຕອບທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ເຮົາ ແລະ ຄຳຖາມສຳລັບຄຳຕອບນີ້ກໍຄື: “ແມ່ນຫຍັງຄືທ່າທີຂອງມະນຸດຕໍ່ໜ້າຄວາມຈິງ ແລະ ພຣະເຈົ້າທີ່ແທ້ຈິງ?” ຄວາມພະຍາຍາມທີ່ເຮົາທຸ້ມເທໃສ່ມະນຸດໄດ້ພິສູດໃຫ້ເຫັນເຖິງແກ່ນແທ້ຂອງເຮົາໃນການຮັກມະນຸດ ແລະ ການກະທຳທຸກຢ່າງຂອງມະນຸດຕໍ່ໜ້າເຮົາໄດ້ພິສູດໃຫ້ເຫັນເຖິງແກ່ນແທ້ຂອງເຂົາທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານເຮົາ. ຕະຫຼອດເວລາ ເຮົາເປັນຫ່ວງທຸກຄົນທີ່ຕິດຕາມເຮົາ ແຕ່ບໍ່ມີເວລາໃດເລີຍທີ່ຜູ້ຄົນທີ່ຕິດຕາມເຮົານັ້ນຈະສາມາດຮັບພຣະທຳຂອງເຮົາໄດ້; ພວກເຂົາບໍ່ສາມາດຮັບແມ່ນແຕ່ຂໍ້ສະເໜີຕ່າງໆຂອງເຮົາ. ສິ່ງນີ້ເຮັດໃຫ້ເຮົາເສົ້າໃຈຕະຫຼອດເວລາ. ບໍ່ມີຜູ້ໃດສາມາດເຂົ້າໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດສາມາດຍອມຮັບເຮົາໄດ້ ເຖິງແມ່ນວ່າທ່າທີຂອງເຮົາຈະຈິງໃຈ ແລະ ພຣະທຳຂອງເຮົາຈະອ່ອນໂຍນ. ທຸກຄົນພະຍາຍາມປະຕິບັດພາລະກິດທີ່ເຮົາໄດ້ຝາກຝັງໃຫ້ກັບພວກເຂົາຕາມແນວຄວາມຄິດຂອງພວກເຂົາເອງ; ພວກເຂົາບໍ່ໄດ້ສະແຫວງຫາເຈດຕະນາຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະຖາມເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຂົາ. ພວກເຂົາຍັງອ້າງວ່າພວກເຂົາຮັບໃຊ້ເຮົາຢ່າງຊື່ສັດ ໃນຂະນະທີ່ພວກເຂົາພາກັນກະບົດຕໍ່ເຮົາ. ຫຼາຍຄົນເຊື່ອວ່າ ຄວາມຈິງທີ່ພວກເຂົາບໍ່ສາມາດຮັບໄດ້ ຫຼື ສິ່ງທີ່ພວກເຂົາບໍ່ສາມາດນໍາໄປປະຕິບັດຕົວຈິງໄດ້ນັ້ນບໍ່ແມ່ນຄວາມຈິງ. ໃນຜູ້ຄົນດັ່ງກ່າວ, ຄວາມຈິງຂອງເຮົາກາຍເປັນສິ່ງທີ່ຖືກປະຕິເສດ ແລະ ຖືກປະຖິ້ມ. ໃນເວລາດຽວກັນ ຜູ້ຄົນຮັບຮູ້ວ່າເຮົາເປັນພຣະເຈົ້າໃນຄຳເວົ້າ ແຕ່ຍັງເຊື່ອວ່າເຮົາເປັນຄົນນອກທີ່ບໍ່ແມ່ນຄວາມຈິງ, ແນວທາງ ຫຼື ຊີວິດ. ບໍ່ມີຜູ້ໃດຮູ້ຈັກຄວາມຈິງນີ້: ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເລັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 355)

ນັບຕັ້ງແຕ່ການກຳເນີດວິທະຍາສາດສັງຄົມຂອງມວນມະນຸດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກໍກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ບ່ອນໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຂັດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ໄດ້ຕາຍໄປແລ້ວ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະຫຼະຈາກຄວາມວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະຫຼະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການປອບໃຈມະນຸດພຽງຊົ່ວຄາວເທົ່ານັ້ນ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຍັງເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຢັບຢັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ນີ້ກໍ່ຍ້ອນວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ການເສຍສະຫຼະ ແລະ ການຄົ້ນຫາທີ່ປາສະຈາກຄວາມຄິດຂອງມະນຸດຈຶ່ງພຽງແຕ່ສາມາດນໍາພາໄປສູ່ຄວາມທຸກທໍລະມານຫຼາຍຂຶ້ນ ແລະ ພຽງແຕ່ເຮັດໃຫ້ມະນຸດດໍາລົງຢູ່ໃນສະພາວະແຫ່ງຄວາມຢ້ານກົວຢູ່ຕະຫຼອດເວລາ, ບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກວ່າງເປົ່າ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກສັບສົນກັບຄວາມວ່າງເປົ່າ. ປະກົດການດັ່ງກ່າວ ເຊິ່ງເປັນປົກກະຕິກັບມະນຸດຊາດທັງໝົດ ແມ່ນຖືກເອີ້ນໂດຍນັກສັງຄົມສາດວ່າເປັນ ປະກົດການທາງສັງຄົມ, ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້. ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດຖືກແທນທີ່ໂດຍມະນຸດຄົນໃດໄດ້. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ສະເໝີພາບກັນ ແລະ ເປັນອິດສະຫຼະ, ແຕ່ສິ່ງທີ່ມະນຸດຕ້ອງການແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບການຈັດກຽມຊີວິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມວ່າງເປົ່າຝ່າຍວິນຍານຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ. ຖ້າປະຊາຊົນຂອງປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດຮັບເອົາຄວາມລອດພົ້ນ ແລະ ການເບິ່ງແຍງຈາກພຣະເຈົ້າ, ແລ້ວປະເທດ ຫຼື ຊົນຊາດດັ່ງກ່າວກໍຈະເດີນຢູ່ບົນເສັ້ນທາງຄວາມຊຸດໂຊມ, ເສັ້ນທາງສູ່ຄວາມມືດ ແລະ ຈະຖືກທຳລາຍລ້າງໂດຍພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 356)

ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກມານຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນແສງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອັດດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງແຫ່ງສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີກຳລັງທີ່ຈະຊ່ວຍເຈົ້າເອງໃຫ້ລອດພົ້ນ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ... ແລ້ວຈາກນາທີນັ້ນເປັນຕົ້ນມາ ເຈົ້າກໍຖືກທໍລະມານໂດຍມານຊົ່ວຮ້າຍ, ຢູ່ຮ່າງໄກຈາກພອນຂອງອົງຊົງລິດທານຸພາບສູງສຸດ, ໄກຈາກການດູແລຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັ້ນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍບໍ່ສາມາດປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບສະບາຍໃນກໍາມືຂອງມານຊົ່ວຮ້າຍ ຜູ້ທີ່ໄດ້ຫຼອກລວງເຈົ້າເຂົ້າສູ່ອານາຈັກທີ່ໄຮ້ພົມແດນ ໂດຍຂາດທິດທາງ ຫຼື ສິ່ງໝາຍບອກທາງ. ດ້ວຍເຫດນັ້ນ ເຈົ້າຈຶ່ງສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ ມານຊົ່ວຮ້າຍນໍາພາເຈົ້າໃນທຸກເລື່ອງ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເລີ່ມບູຊາ ແລະ ນະມັດສະການເຂົາ ແລະ ພວກເຈົ້າທັງສອງໄດ້ກາຍມາເປັນຮ່າງກາຍ ແລະ ເງົາທີ່ບໍ່ສາມາດແຍກອອກຈາກກັນໄດ້ ໂດຍຍຶດໝັ້ນຕໍ່ກັນວ່າຈະເປັນ ແລະ ຕາຍນໍາກັນ. ເຈົ້າບໍ່ຮູ້ວ່າເຈົ້າມາຈາກໃສ, ສາເຫດໃດເຈົ້າຈຶ່ງເກີດມາ ຫຼື ເປັນຫຍັງເຈົ້າຈຶ່ງຕາຍ. ເຈົ້າເບິ່ງອົງຊົງລິດທານຸພາບສູງສຸດຄືດັ່ງຄົນແປກໜ້າ; ເຈົ້າບໍ່ຮູ້ຈັກຕົ້ນກໍາເນີດຂອງພຣະອົງ ແລ້ວແຮງໄກທີ່ຈະຮູ້ຈັກທຸກສິ່ງຢ່າງທີ່ພຣະອົງໄດ້ກະທໍາເພື່ອເຈົ້າ. ທຸກສິ່ງທີ່ມາຈາກພຣະອົງໄດ້ກາຍເປັນຄວາມກຽດຊັງສໍາລັບເຈົ້າ; ເຈົ້າບໍ່ຖະໜຸຖະໜອມມັນ ຫຼື ຮູ້ຈັກຄຸນຄ່າຂອງມັນເລີຍ. ເຈົ້າຍ່າງຄຽງຂ້າງມານຊົ່ວຮ້າຍເລີ່ມຕັ້ງແຕ່ມື້ທີ່ເຈົ້າໄດ້ຮັບການດູແລຂອງອົງຊົງລິດທານຸພາບສູງສຸດ. ເຈົ້າໄດ້ຜ່ານຜ່າຟ້າລົມ ແລະ ພາຍຸກັບມານຊົ່ວຮ້າຍມາເປັນເວລາຫຼາຍພັນປີ ແລະ ເຈົ້າຢືນຮ່ວມກັບມັນເພື່ອຕໍ່ຕ້ານພຣະເຈົ້າຜູ້ຊົງເປັນແຫຼ່ງຊີວິດຂອງເຈົ້າ. ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບການສໍານຶກຜິດ ຢ່າວ່າແຕ່ເຈົ້າໃກ້ເຖິງຂອບເຂດແຫ່ງຄວາມຕາຍເລີຍ. ເຈົ້າໄດ້ລືມໄປວ່າ ມານຊົ່ວຮ້າຍໄດ້ລໍ້ລວງ ແລະ ທໍລະມານເຈົ້າ; ເຈົ້າໄດ້ລືມຈຸດເລີ່ມຕົ້ນຂອງເຈົ້າ. ດັ່ງນັ້ນ ມານຊົ່ວຮ້າຍຈຶ່ງໄດ້ທໍລະມານເຈົ້າທຸກບາດກ້າວເດີນຈົນເຖິງປັດຈຸບັນນີ້. ຫົວໃຈ ແລະ ຈິດວິນຍານຂອງເຈົ້າແມ່ນມືນຊາ ແລະ ເນົ່າເປື່ອຍ. ເຈົ້າໄດ້ເຊົາຕໍ່ວ່າກ່ຽວກັບຄວາມວຸ້ນວາຍຂອງໂລກມະນຸດ; ເຈົ້າບໍ່ເຊື່ອວ່າ ໂລກນີ້ບໍ່ຍຸຕິທໍາອີກຕໍ່ໄປ ແລ້ວແຮງໄກທີ່ເຈົ້າຈະສົນໃຈວ່າ ອົງຊົງລິດທານຸພາບສູງສຸດນັ້ນມີຢູ່ຈິງ ຫຼື ບໍ່. ນີ້ກໍຍ້ອນວ່າ ແຕ່ໃດມາ ເຈົ້າຄິດວ່າມານຊົ່ວຮ້າຍຄືບິດາແທ້ຈິງຂອງເຈົ້າ ແລະ ບໍ່ສາມາດໜີຫ່າງຈາກມັນໄດ້. ນີ້ຄືຄວາມລຶກລັບພາຍໃນຫົວໃຈເຈົ້າ.

ເມື່ອຮອດຍາມຮຸ່ງເຊົ້າ ດວງດາວຍາມຮຸ່ງເຊົ້າກໍເລີ່ມທໍແສງຈາກທິດຕາເວັນອອກ. ນີ້ແມ່ນດວງດາວທີ່ບໍ່ເຄີຍມີມາກ່ອນ, ມັນເຍືອງທ້ອງຟ້າທີ່ແວວວາວ ແລະ ງຽບສະຫງັດ ແລະ ໄຕ້ແສງໄຟທີ່ດັບມອດຢູ່ໃນຫົວໃຈຂອງມະນຸດນັ້ນໃຫ້ຮຸ່ງຄືນໃໝ່. ມະນຸດບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປກໍຍ້ອນແສງສະຫວ່າງນີ້ ເຊິ່ງສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ຄົນອື່ນ. ແຕ່ເຈົ້າກໍຍັງຫຼັບນອນຢູ່ໃນຄວາມມືດຂອງກາງຄືນ. ເຈົ້າບໍ່ໄດ້ຍິນສຽງ ແລະ ເຫັນແສງສະຫວ່າງນັ້ນເລີຍ; ເຈົ້າບໍ່ຮູ້ກ່ຽວກັບການກໍາເນີດແຫ່ງສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ການກໍາເນີດແຫ່ງຍຸກໃໝ່ ຍ້ອນວ່າ ບິດາຂອງເຈົ້າບອກເຈົ້າວ່າ “ລູກເຮົາເອີຍ, ຢ່າຕື່ນຂຶ້ນເລີຍ ມັນຍັງເຊົ້າຢູ່. ອາກາດກໍໜາວ ດັ່ງນັ້ນຢ່າໄດ້ອອກໄປຂ້າງນອກ ບໍ່ດັ່ງນັ້ນ ດວງຕາຂອງເຈົ້າຈະຖືກແທງດ້ວຍດາບ ແລະ ຫອກ”. ເຈົ້າເຊື່ອແຕ່ຄໍາໂອວາດຂອງບິດາຂອງເຈົ້າ ຍ້ອນເຈົ້າເຊື່ອວ່າ ມີພຽງບິດາຂອງເຈົ້າເທົ່ານັ້ນທີ່ຖືກຕ້ອງ ເພາະບິດາຂອງເຈົ້າເຖົ້າກວ່າເຈົ້າ ແລະ ລາວກໍຮັກເຈົ້າສຸດຫົວໃຈ. ຄໍາໂອວາດ ແລະ ຄວາມຮັກດັ່ງກ່າວເຮັດໃຫ້ເຈົ້າເຊົາເຊື່ອໃນຕໍານານທີ່ວ່າ ມີແສງສະຫວ່າງໃນໂລກ; ພວກມັນເຮັດໃຫ້ເຈົ້າບໍ່ສົນໃຈວ່າຄວາມຈິງຍັງມີຢູ່ໃນໂລກນີ້. ເຈົ້າບໍ່ກ້າທີ່ຈະຄາດຫວັງໃຫ້ອົງຊົງລິດທານຸພາບສູງສຸດຊ່ວຍເຫຼືອຊີວິດອີກຕໍ່ໄປ. ເຈົ້າພໍໃຈກັບສະຖານະພາບທີ່ເປັນຢູ່, ເຈົ້າບໍ່ຄາດຫວັງໃນການມາຂອງແສງສະຫວ່າງອີກຕໍ່ໄປ, ເຈົ້າບໍ່ສະແຫວງຫາການສະເດັດມາຂອງອົງຊົງລິດທານຸພາບສູງສຸດຕາມທີ່ຖືກກ່າວໄວ້ໃນຕໍານານອີກຕໍ່ໄປ. ສໍາລັບແນວຄິດຂອງເຈົ້າແລ້ວ ທຸກສິ່ງຢ່າງທີ່ສະຫງ່າງາມແມ່ນບໍ່ສາມາດຟື້ນຟູໄດ້ ເພາະວ່າ ມັນບໍ່ສາມາດດໍາລົງຢູ່ໄດ້. ໃນສາຍຕາຂອງເຈົ້າ ມື້ອື່ນຂອງມະນຸດຊາດ ແລະ ອະນາຄົດຂອງມະນຸດຊາດຈະສາບສູນ ແລະ ຖືກທໍາລາຍ. ເຈົ້າຈ່ອງດຶງເສື້ອຜ້າຂອງບິດາຂອງເຈົ້າໄວ້ດ້ວຍກໍາລັງທັງໝົດທີ່ເຈົ້າມີ, ເຕັມໃຈທີ່ຈະແບ່ງປັນຄວາມຍາກລໍາບາກ ໂດຍຢ້ານຢ່າງເລິກໆວ່າຈະສູນເສຍເພື່ອນຮ່ວມເດີນທາງຂອງເຈົ້າ ແລະ ສູນເສຍທິດທາງແຫ່ງການເດີນທາງໄກຂອງເຈົ້າ. ໂລກແຫ່ງມະນຸດທີ່ກວ້າງໃຫຍ່ໄພສານ ແລະ ມືດມົວນີ້ໄດ້ສ້າງພວກເຈົ້າຫຼາຍຄົນບໍ່ໃຫ້ຢ້ານກົວ ແລະ ມີຄວາມກ້າຫານໃນການປະກອບມີບົດບາດຕ່າງໆໃນໂລກນີ້. ມັນໄດ້ສ້າງ “ນັກຮົບ” ທີ່ບໍ່ຢ້ານກົວຕໍ່ຄວາມຕາຍ. ຍິ່ງໄປກວ່ານັ້ນ ມັນໄດ້ສ້າງກຸ່ມມະນຸດທີ່ເປັນອໍາມະພາດ ແລະ ມືນຊາຫຼາຍກຸ່ມ ທີ່ບໍ່ຮູ້ຈັກຈຸດປະສົງໃນການຊົງສ້າງຂອງຕົນເອງ. ສາຍຕາຂອງອົງຊົງລິດທານຸພາບສູງສຸດສໍາຫຼວດທຸກເຜົ່າພັນຂອງມະນຸດຊາດທີ່ໄດ້ຮັບຄວາມທຸກທໍລະມານຢ່າງໜັກ. ສິ່ງທີ່ພຣະອົງໄດ້ຍິນຄືສຽງຮ້ອງໄຫ້ຂອງຜູ້ທີ່ທົນທຸກ, ສິ່ງທີ່ພຣະອົງເຫັນຄືຄວາມບໍ່ລະອາຍໃຈຂອງຜູ້ທີ່ໄດ້ຮັບຄວາມທຸກທໍລະມານ ແລະ ສິ່ງທີ່ພຣະອົງສໍາຜັດແມ່ນຄວາມສິ້ນຫວັງ ແລະ ຄວາມກັງວົນຂອງມະນຸດຊາດທີ່ໄດ້ສູນເສຍພຣະຄຸນແຫ່ງຄວາມລອດພົ້ນ. ມະນຸດຊາດປະຕິເສດການດູແລຂອງພຣະອົງ ໂດຍເລືອກເດີນຕາມທາງຂອງພວກເຂົາ ແລະ ພະຍາຍາມຫຼີກເວັ້ນການສໍາຫຼວດຈາກສາຍຕາຂອງພຣະອົງ, ເລືອກທີ່ຈະຊີມລົດຊາດຂອງຄວາມຂົມຂື່ນແຫ່ງທະເລເລິກກັບສັດຕູຈົນເຖິງຢົດສຸດທ້າຍ. ມະນຸດຈະບໍ່ໄດ້ຍິນສຽງຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດອີກຕໍ່ໄປ; ອົງຊົງລິດທານຸພາບສູງສຸດຈະບໍ່ເຕັມໃຈດູແລມະນຸດທີ່ໂສກອະນາດຕະກໍານີ້ດ້ວຍມືຂອງພຣະອົງອີກຕໍ່ໄປ. ທຸກຄັ້ງທີ່ພຣະອົງຍຶດຄືນໄດ້ ແລະ ທຸກຄັ້ງພຣະອົງກໍເສຍຄືນໄປ ແລະ ແລ້ວ ແຕ່ລະຄັ້ງ ພຣະອົງກໍຕ້ອງໄດ້ກະທໍາພາລະກິດຂອງພຣະອົງຄືນໃໝ່. ຈາກນາທີນັ້ນເປັນຕົ້ນມາ ພຣະອົງເລີ່ມອິດເມື່ອຍ ແລະ ຮູ້ສຶກເບື່ອໜ່າຍ ດັ່ງນັ້ນພຣະອົງຈຶ່ງປ່ອຍວາງພາລະກິດໃນມືຂອງພຣະອົງ ແລະ ເຊົາຍ່າງທ່າມກາງມະນຸດຊາດ... ມະນຸດບໍ່ຮູ້ເຖິງການປ່ຽນແປງເຫຼົ່ານີ້ທັງສິ້ນ, ບໍ່ຮູ້ກ່ຽວກັບການສະເດັດມາ ແລະ ສະເດັດໄປ, ບໍ່ຮູ້ເຖິງຄວາມເສົ້າໃຈ ແລະ ຄວາມໂສກເສົ້າຂອງອົງຊົງລິດທານຸພາບສູງສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 357)

ເຖິງແມ່ນວ່າ ການຄຸ້ມຄອງຂອງພຣະເຈົ້າເລິກເຊິ່ງ, ມັນກໍບໍ່ໄດ້ເກີນຄວາມເຂົ້າໃຈຂອງມະນຸດ. ນີ້ກໍຍ້ອນວ່າພາລະກິດທັງໝົດຂອງພຣະເຈົ້າເຊື່ອມໂຍງກັບການຄຸ້ມຄອງຂອງພຣະອົງ ແລະ ພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ກ່ຽວຂ້ອງກັບຊີວິດ, ການດຳລົງຊີວິດ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ. ພາລະກິດທີ່ພຣະເຈົ້າກະທໍາໃນທ່າມກາງມະນຸດ ແລະ ຕໍ່ມະນຸດ ແມ່ນສາມາດເວົ້າໄດ້ວ່າ ມີຄວາມເປັນຈິງ ແລະ ມີຄວາມໝາຍຫຼາຍ. ມະນຸດສາມາດເບິ່ງເຫັນ ແລະ ຜະເຊີນກັບພາລະກິດນັ້ນໄດ້ ແລະ ມັນຢູ່ຫ່າງໄກຈາກສິ່ງທີ່ເປັນທິດສະດີ. ຖ້າມະນຸດບໍ່ສາມາດຮັບເອົາທຸກພາລະກິດທີ່ພຣະເຈົ້າກະທໍາ ແລ້ວແມ່ນຫຍັງຄືຄວາມໝາຍຂອງພາລະກິດຂອງພຣະອົງ? ແລ້ວການຄຸ້ມຄອງດັ່ງກ່າວຈະສາມາດນໍາພາໄປສູ່ຄວາມລອດພົ້ນຂອງມະນຸດໄດ້ແນວໃດ? ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ກຳຈັດໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາກໍສົນໃຈມັນພຽງໜ້ອຍດຽວ. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະຮັບເອົາມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຜູ້ຄົນດັ່ງກ່າວມີພຽງຈຸດປະສົງໜຶ່ງດຽວໃນການຕິດຕາມພຣະເຈົ້າ ແລະ ຈຸດປະສົງນັ້ນກໍຄືການຮັບພອນ. ຜູ້ຄົນດັ່ງກ່າວບໍ່ສາມາດໃສ່ໃຈກັບສິ່ງອື່ນໃດທີ່ບໍ່ພົວພັນກັບຈຸດປະສົງນີ້ໂດຍກົງ. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍຈະບໍ່ໄດ້ຮັບການດົນບັນດານຈາກມັນທັງສິ້ນ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະຫຼະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະລະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນເພື່ອເຮັດໃຫ້ຕົນເອງຫຍຸ້ງ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາວຸ້ນວາຍຫາການຄຸ້ມຄອງອຸດົມຄະຕິຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ມັນແມ່ນຄວາມຊື່ສັດຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ມອບຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນ ໄດ້ຂ້ອນຂ້າງງ່າຍ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາກັນກ່ຽວກັບວິທີທີ່ຜູ້ຄົນເຫຼົ່ານີ້ໄດ້ມອບ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ໄດ້ຊົ່ວຮ້າຍຫຼາຍສໍ່າໃດ? ເຮົາເຊື່ອວ່າເມື່ອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າເປັນຕາອັບອາຍ ແລະ ເປັນຕາລັງກຽດພຽງໃດ.

ສິ່ງທີ່ໜ້າເສົ້າໃຈທີ່ສຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າກໍຄື ມະນຸດດໍາເນີນການຄຸ້ມຄອງຂອງເຂົາເອງໃນທ່າມກາງພາລະກິດຂອງພຣະເຈົ້າ ແລະ ບໍ່ສົນໃຈກັບການຄຸ້ມຄອງຂອງພຣະເຈົ້າ. ຄວາມລົ້ມເຫຼວຢ່າງໃຫຍ່ຫຼວງຂອງມະນຸດແມ່ນນອນຢູ່ກັບວິທີທີ່ມະນຸດສ້າງຈຸດໝາຍປາຍທາງຕາມອຸດົມຄະຕິຂອງເຂົາເອງ ແລະ ວາງແຜນຫາວິທີທີ່ຈະຮັບພອນອັນຍິ່ງໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງທີ່ດີທີ່ສຸດ ໃນເວລາດຽວກັນກັບທີ່ສະແຫວງຫາເພື່ອຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະອົງ. ເຖິງແມ່ນຄົນໆໜຶ່ງຈະເຂົ້າໃຈວ່າ ພວກເຂົາເປັນຕາສັງເວດ, ໜ້າລັງກຽດ ແລະ ໜ້າເວດທະນາພຽງໃດ, ມີຈັກຄົນພ້ອມທີ່ຈະສາມາດປະຖິ້ມອຸດົມຄະຕິ ແລະ ຄວາມຫວັງຂອງຂອງພວກເຂົາ? ແລ້ວຜູ້ໃດສາມາດຢຸດບາດກ້າວຂອງພວກເຂົາເອງ ແລະ ຢຸດຄິດພຽງແຕ່ຜົນປະໂຫຍດຂອງຕົນເອງ? ພຣະເຈົ້າຕ້ອງການຜູ້ຄົນທີ່ຈະຮ່ວມມືກັບພຣະອົງຢ່າງໃກ້ຊິດເພື່ອສໍາເລັດການຄຸ້ມຄອງຂອງພຣະອົງ. ພຣະອົງຕ້ອງການຄົນທີ່ຈະຍອມຕໍ່ພຣະອົງໂດຍການອຸທິດຄວາມຄິດ ແລະ ຮ່າງກາຍທັງໝົດຂອງພວກເຂົາໃຫ້ກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພຣະອົງບໍ່ຕ້ອງການຜູ້ຄົນທີ່ແບມືຂໍທານຈາກພຣະອົງທຸກວັນ, ແຮງໄກທີ່ຈະຕ້ອງການຄົນທີ່ໃຫ້ໜ້ອຍດຽວ ແລະ ຫຼັງຈາກນັ້ນກໍລໍຖ້າຮັບເອົາລາງວັນ. ພຣະເຈົ້າກຽດຊັງຄົນທີ່ປະກອບສ່ວນພຽງໜ້ອຍດຽວ ແລະ ຫຼັງຈາກນັ້ນກໍນອນຢູ່ກັບກຽດຕິຍົດຂອງພວກເຂົາ. ພຣະເຈົ້າກຽດຊັງຜູ້ຄົນເລືອດເຢັນເຫຼົ່ານີ້ທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ມີແຕ່ຢາກເວົ້າກ່ຽວກັບການໄປສະຫວັນ ແລະ ການຮັບພອນ. ພຣະອົງມີຄວາມກຽດຊັງທີ່ຫຼາຍຂຶ້ນສຳລັບຄົນທີ່ສວຍໂອກາດທີ່ຖືກນຳສະເໜີໂດຍພາລະກິດທີ່ພຣະອົງປະຕິບັດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ນັ້ນກໍຍ້ອນວ່າ ຜູ້ຄົນເຫຼົ່ານີ້ບໍ່ເຄີຍສົນໃຈໃນສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸ ແລະ ໄດ້ຮັບຜ່ານພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພວກເຂົາພຽງເປັນຫ່ວງກັບວິທີທີ່ພວກເຂົາສາມາດໃຊ້ໂອກາດທີ່ສະໜອງໃຫ້ໂດຍພາລະກິດຂອງພຣະເຈົ້າເພື່ອການຮັບພອນ. ພວກເຂົາບໍ່ສົນໃຈຫົວໃຈຂອງພຣະເຈົ້າ, ໝົກມຸ້ນຢູ່ກັບເລື່ອງອະນາຄົດ ແລະ ຊະຕາກໍາຂອງພວກເຂົາເອງທັງສິ້ນ. ຄົນທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງເຈົ້າ ແລະ ບໍ່ເຄີຍສົນໃຈແມ່ນແຕ່ໜ້ອຍດຽວໃນວິທີທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມປະສົງຂອງພຣະອົງ ແມ່ນລ້ວນແລ້ວແຕ່ເຮັດໃນສິ່ງທີ່ເຮັດໃຫ້ພວກເຂົາເອງພໍໃຈ ໃນລັກສະນະທີ່ບໍ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ພຶດຕິກຳຂອງພວກເຂົາບໍ່ໄດ້ຖືກຈົດຈໍາ ຫຼື ເຫັນດີເຫັນພ້ອມໂດຍພຣະເຈົ້າ, ແຮງໄກທີ່ພຣະອົງຈະເບິ່ງພຶດຕິກຳນັ້ນຢ່າງເພິ່ງພໍໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 358)

ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ມາຍພາລະກິດໃຫມ່ຂອງເຮົາຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມເຈັບປວດທີ່ເຮົາໄດ້ຮັບຕ້ອງເສຍເປົ່າ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງຄວາມຫ່ວງໃຍເຫັນອົກເຫັນໃຈທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາໃຈຮ້າຍຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຮູ້ຈັກພຣະທຳເຫຼົ່ານັ້ນດ້ວຍໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ຄວາມຄາດຫວັງຂອງເຮົາສຳລັບພວກເຈົ້າລົ້ມເຫຼວໄດ້. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນໝົກມຸ້ນຢູ່ກັບຊີວິດທີ່ມຶນເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າໃຊ້ພຣະທໍາຂອງເຮົາເພື່ອເພີ່ມພູນຫົວໃຈ ແລະ ວິນຍານຂອງພວກເຈົ້າ. ຍ້ອນເຫດຜົນນີ້ ເຮົາຈຶ່ງໄດ້ມາເຖິງຂໍ້ສະຫຼຸບກ່ຽວກັບໃບໜ້າແທ້ຈິງຂອງມະນຸດຊາດວ່າ: ມະນຸດສາມາດທໍລະຍົດຕໍ່ເຮົາໄດ້ທຸກເວລາ ແລະ ບໍ່ມີຜູ້ໃດສາມາດຊື່ສັດກັບພຣະທໍາຂອງເຮົາໄດ້ຢ່າງແນ່ນອນ.

“ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍຈົນເຂົາບໍ່ມີຮູບລັກສະນະຂອງມະນຸດອີກຕໍ່ໄປ”. ບັດນີ້ ຄົນສ່ວນໃຫຍ່ຮັບຮູ້ວະລີນີ້ຈົນເຖິງລະດັບໃດໜຶ່ງ. ເຮົາເວົ້າສິ່ງນີ້ ກໍຍ້ອນວ່າ “ການຍອມຮັບ” ທີ່ເຮົາໝາຍເຖິງເປັນພຽງການຮັບຮູ້ແບບຜິວເຜີນ ເຊິ່ງຂັດກັບຄວາມຮູ້ທີ່ແທ້ຈິງ. ເນື່ອງຈາກວ່າ ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າສາມາດປະເມີນຕົນເອງຢ່າງຖືກຕ້ອງ ຫຼື ວິເຄາະຕົວເອງຢ່າງທົ່ວເຖິງ, ພວກເຈົ້າຈຶ່ງຍັງບໍ່ແນ່ນອນກ່ຽວກັບພຣະທໍາຂອງເຮົາ. ແຕ່ຄັ້ງນີ້ ເຮົາກໍາລັງໃຊ້ຄວາມຈິງເພື່ອອະທິບາຍບັນຫາທີ່ຮ້າຍແຮງທີ່ສຸດທີ່ມີຢູ່ພາຍໃນພວກເຈົ້າມີ. ບັນຫານັ້ນກໍຄືການທໍລະຍົດ. ພວກເຈົ້າທຸກຄົນແມ່ນຄຸ້ນເຄີຍກັບຄໍາວ່າ “ການທໍລະຍົດ” ຍ້ອນຜູ້ຄົນສ່ວນໃຫຍ່ໄດ້ເຮັດບາງສິ່ງທີ່ທໍລະຍົດຄົນອື່ນ, ເຊັ່ນ: ຜົວທໍລະຍົດເມຍຂອງລາວ, ເມຍທໍລະຍົດຜົວຂອງນາງ, ລູກຊາຍທໍລະຍົດພໍ່ຂອງລາວ, ລູກສາວທໍລະຍົດແມ່ຂອງນາງ, ທາດທໍລະຍົດເຈົ້ານາຍຂອງເຂົາ, ໝູ່ເພື່ອທໍລະຍົດກັນເອງ, ຍາດຕິພີ່ນ້ອງທໍລະຍົດກັນເອງ, ຜູ້ຂາຍທໍລະຍົດຜູ້ຊື້ ແລະ ອື່ນໆອີກ. ຕົວຢ່າງທັງໝົດນີ້ປະກອບມີແກ່ນແທ້ຂອງການທໍລະຍົດ. ເວົ້າສັ້ນໆກໍຄື ການທໍລະຍົດແມ່ນພຶດຕິກໍາຮູບແບບໜຶ່ງທີ່ຜິດຄຳສັນຍາ, ລະເມີດຫຼັກສິນທໍາ ຫຼື ປະພຶດໂດຍຂັດກັບຈັນຍາບັນຂອງມະນຸດ ເຊິ່ງສະແດງໃຫ້ເຫັນເຖິງການສູນເສຍຂອງຄວາມເປັນມະນຸດ. ເວົ້າໂດຍລວມແລ້ວ ໃນຖານະເປັນມະນຸດ ຜູ້ທີ່ເກີດໃນໂລກນີ້, ເຈົ້າຈະໄດ້ເຮັດບາງສິ່ງທີ່ປະກອບເປັນການທໍລະຍົດຄວາມຈິງ, ບໍ່ວ່າເຈົ້າຈະຈື່ວ່າເຄີຍເຮັດບາງສິ່ງທີ່ທໍລະຍົດຄົນອື່ນ ຫຼື ບໍ່ ຫຼື ເຈົ້າໄດ້ທໍລະຍົດຄົນອື່ນຫຼາຍຄັ້ງກ່ອນໜ້ານີ້. ຍ້ອນເຈົ້າສາມາດທໍລະຍົດພໍ່ແມ່ ຫຼື ໝູ່ເພື່ອນຂອງເຈົ້າ, ແລ້ວເຈົ້າກໍສາມາດທໍລະຍົດຜູ້ອື່ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດທໍລະຍົດເຮົາ ແລະ ເຮັດສິ່ງຕ່າງໆທີ່ເຮົາກຽດຊັງ. ເວົ້າອີກແບບໜຶ່ງກໍຄື ການທໍລະຍົດບໍ່ພຽງແຕ່ເປັນພຶດຕິກຳທີ່ໄຮ້ສິນທຳແບບຜິວເຜີນ, ແຕ່ເປັນສິ່ງທີ່ຂັດແຍ້ງກັບຄວາມຈິງ. ນີ້ແມ່ນແຫຼ່ງທີ່ມາຂອງການທີ່ມະນຸດຊາດຕໍ່ຕ້ານ ແລະ ບໍ່ເຊື່ອຟັງເຮົາຢ່າງແທ້ຈິງ. ນີ້ແມ່ນເຫດຜົນທີ່ ເຮົາໄດ້ສະຫຼຸບມັນຕາມຖ້ອຍຄໍາດັ່ງຕໍ່ໄປນີ້: ການທໍລະຍົດແມ່ນທໍາມະຊາດຂອງມະນຸດ ແລະ ທໍາມະຊາດນີ້ແມ່ນສັດຕູທີ່ຍິ່ງໃຫຍ່ຂອງຄວາມສອດຄ່ອງຂອງແຕ່ລະຄົນກັບເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 359)

ພຶດຕິກໍາທີ່ບໍ່ສາມາດເຊື່ອຟັງເຮົາຢ່າງແທ້ຈິງແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການສໍ້ໂກງເຮົາ ແລະ ການໃຊ້ຄວາມຂີ້ຕົວະເພື່ອຫຼອກລວງເຮົາແມ່ນການທໍລະຍົດ. ການມີແນວຄິດຫຼາຍຢ່າງ ແລະ ການເຜີຍແຜ່ແນວຄິດເຫຼົ່ານັ້ນໄປທຸກບ່ອນແມ່ນການທໍລະຍົດ. ການບໍ່ສາມາດຢືນຢັດຄຳພະຍານ ແລະ ຜົນປະໂຫຍດຂອງເຮົາແມ່ນການທໍລະຍົດ. ການທໍາທ່າຍິ້ມແບບປອມໆໃນຫົວໃຈ ໃນເວລາທີ່ຢູ່ຫ່າງໄກເຮົາແມ່ນການທໍລະຍົດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການກະທຳທີ່ທໍລະຍົດ ເຊິ່ງພວກເຈົ້າສາມາດເຮັດໄດ້ຢູ່ສະເໝີ ແລະ ພວກມັນກໍຍັງແມ່ນເລື່ອງທໍາມະດາໃນບັນດາພວກເຈົ້າ. ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າທີ່ຄິດວ່າສິ່ງນີ້ແມ່ນບັນຫາ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຄິດ. ເຮົາບໍ່ສາມາດຖືເອົາການທີ່ບຸກຄົນໃດໜຶ່ງທໍລະຍົດເຮົາເປັນເລື່ອງທີ່ບໍ່ສຳຄັນ ແລະ ເຮົາບໍ່ສາມາດເມີນເສີຍກັບມັນໄດ້ຢ່າງແນ່ນອນ. ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດແຫ່ງພູເຂົານ້ອຍໆຂອງພວກເຂົາບໍ? ເມື່ອສິ່ງນັ້ນເກີດຂຶ້ນ ແລະ ພວກເຈົ້າໄດ້ສ້າງໄພພິບັດ, ຜູ້ໃດຈະຢູ່ທີ່ນັ້ນເພື່ອທຳຄວາມສະອາດຫຼັງຈາກພວກເຈົ້າ? ພວກເຈົ້າຄິດວ່າ ການກະທຳທີ່ທໍລະຍົດບາງຄັ້ງກໍເປັນພຽງແຕ່ເຫດການຊົ່ວຄາວເທົ່ານັ້ນ, ບໍ່ແມ່ນພຶດຕິກໍາຢ່າງຕໍ່ເນື່ອງຂອງພວກເຈົ້າ ແລະ ບໍ່ໄດ້ເກີດປະໂຫຍດຫຍັງຈາກການສົນທະນາດ້ວຍຄວາມຮຸນແຮງດັ່ງກ່າວ, ໃນລັກສະນະທີ່ທຳຮ້າຍຄວາມທະນົງຕົນຂອງພວກເຈົ້າ. ຖ້າພວກເຈົ້າຄິດແບບນັ້ນແທ້ໆ, ແລ້ວພວກເຈົ້າກໍຂາດຄວາມຮູ້ສຶກ. ການຄິດແບບນັ້ນເປັນຕົວຢ່າງ ແລະ ແມ່ພິມຂອງຄວາມກະບົດ. ທໍາມະຊາດຂອງມະນຸດແມ່ນຊີວິດຂອງເຂົາ; ມັນແມ່ນຫຼັກການທີ່ເຂົາເພິ່ງພາເພື່ອຢູ່ລອດ ແລະ ເຂົາບໍ່ສາມາດປ່ຽນແປງມັນໄດ້. ຍົກຕົວຢ່າງແມ່ນທຳມະຊາດແຫ່ງຄວາມທໍລະຍົດ. ຖ້າຫາກເຈົ້າສາມາດເຮັດບາງຢ່າງເພື່ອທໍລະຍົດຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນ, ມັນກໍພິສູດວ່າ ມັນເປັນສ່ວນໜຶ່ງຂອງຊີວິດຂອງເຈົ້າ ແລະ ທໍາມະຊາດທີ່ເຈົ້າເກີດມາພ້ອມ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້. ຕົວຢ່າງເຊັ່ນ: ຖ້າບຸກຄົນໃດໜຶ່ງມັກລັກຂະໂມຍເຄື່ອງຂອງຄົນອື່ນ, ແລ້ວການມັກລັກຂະໂມຍ ນີ້ກໍແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ, ເຖິງແມ່ນພວກເຂົາອາດລັກໃນບາງຄັ້ງ ແລະ ບາງຄັ້ງພວກເຂົາກໍບໍ່ລັກ. ບໍ່ວ່າພວກເຂົາຈະລັກ ຫຼື ບໍ່, ມັນບໍ່ສາມາດພິສູດວ່າ ການລັກຂະໂມຍຂອງພວກເຂົາເປັນພຽງເປັນພຶດຕິກຳປະເພດໜຶ່ງ. ກົງກັນຂ້າມ, ມັນພິສູດວ່າ ການລັກຂະໂມຍຂອງພວກເຂົາແມ່ນສ່ວນໜຶ່ງໃນຊີວິດຂອງພວກເຂົາ ນັ້ນກໍຄື ທໍາມະຊາດຂອງພວກເຂົາ. ບາງຄົນຈະຖາມວ່າ: ຍ້ອນມັນເປັນທໍາມະຊາດຂອງພວກເຂົາ, ແລ້ວເປັນຫຍັງເມື່ອພວກເຂົາເຫັນສິ່ງທີ່ສວຍງາມ, ບາງຄັ້ງພວກເຂົາກໍບໍ່ລັກເອົາສິ່ງເຫຼົ່ານັ້ນ? ຄໍາຕອບແມ່ນງ່າຍຫຼາຍ. ມີຫຼາຍເຫດຜົນທີ່ພວກເຂົາບໍ່ລັກ. ພວກເຂົາອາດບໍ່ລັກບາງສິ່ງ ຍ້ອນມັນໃຫຍ່ເກີນໄປທີ່ຈະຍາດເອົາພາຍໃຕ້ສາຍຕາທີ່ຄອຍເຝົ້າເບິ່ງຢູ່ ຫຼື ຍ້ອນບໍ່ມີເວລາທີ່ເໝາະສົມທີ່ຈະເຮັດ ຫຼື ບາງສິ່ງມີລາຄາແພງເກີນໄປ, ມີການເຝົ້າຍາມຢ່າງເຂັ້ມງວດເກີນໄປ ຫຼື ບາງຄັ້ງ ພວກເຂົາບໍ່ມີຄວາມສົນໃຈເປັນພິເສດໃນສິ່ງນັ້ນ ຫຼື ບໍ່ສາມາດເຫັນວ່າມັນອາດມີປະໂຫຍດຫຍັງຕໍ່ພວກເຂົາ ແລະ ອື່ນໆອີກ. ເຫດຜົນທັງໝົດເຫຼົ່ານີ້ແມ່ນເປັນໄປໄດ້. ແຕ່ບໍ່ວ່າຫຍັງກໍຕາມ, ບໍ່ວ່າພວກເຂົາຈະລັກບາງສິ່ງ ຫຼື ບໍ່, ມັນກໍບໍ່ສາມາດພິສູດໄດ້ວ່າ ຄວາມຄິດນີ້ພຽງແຕ່ມີຢູ່ຊົ່ວຂະນະເທົ່ານັ້ນ ເຊິ່ງຜ່ານໄປຢ່າງໄວວາ. ໃນທາງກົງກັນຂ້າມ, ມັນແມ່ນສ່ວນໜຶ່ງຂອງທໍາມະຊາດຂອງພວກເຂົາ ເຊິ່ງຍາກທີ່ຈະປ່ຽນແປງໃຫ້ດີຂຶ້ນໄດ້. ຄົນດັ່ງກ່າວແມ່ນບໍ່ພໍໃຈກັບການລັກຂະໂມຍແຕ່ຄັ້ງດຽວ; ຄວາມຄິດດັ່ງກ່າວທີ່ຈະເອົາເຄື່ອງຂອງຄົນອື່ນມາເປັນຂອງຕົນເອງເກີດຂຶ້ນເມື່ອໃດກໍຕາມທີ່ພວກເຂົາພົບກັບບາງສິ່ງທີ່ສວຍງາມ ຫຼື ຢູ່ໃນສະຖານະການທີ່ເໝາະສົມ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ແຫຼ່ງທີ່ມາຂອງຄວາມຄິດນີ້ບໍ່ແມ່ນສິ່ງທີ່ທີ່ເກີດຂຶ້ນເປັນຄັ້ງຄາວ ແຕ່ແມ່ນຢູ່ໃນທໍາມະຊາດຂອງບຸກຄົນນີ້ເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 360)

ຜູ້ໃດກໍຕາມທີ່ສາມາດນໍາໃຊ້ຄໍາເວົ້າ ແລະ ການກະທໍາຂອງພວກເຂົາເອງ ເພື່ອສະແດງເຖິງໃບໜ້າທີ່ແທ້ຈິງຂອງພວກເຂົາ. ແນ່ນອນ ໃບໜ້າທີ່ແທ້ຈິງນີ້ແມ່ນທໍາມະຊາດຂອງພວກເຂົາ. ຖ້າເຈົ້າແມ່ນຄົນທີ່ເວົ້າໃນລັກສະນະທີ່ຫຼອກລວງ, ແລ້ວເຈົ້າກໍກະທຳໃນລັກສະນະທີ່ມີເລ່ລ່ຽມ ແລະ ເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍຫຼາຍທີ່ຈະໃຫ້ຄົນອື່ນຖືກເຈົ້າຫຼອກລວງ. ຖ້າທໍາມະຊາດຂອງເຈົ້າຊົ່ວຮ້າຍ, ຄໍາເວົ້າຂອງເຈົ້າອາດຈະຟັງມ່ວນ, ແຕ່ການກະທໍາຂອງເຈົ້າບໍ່ສາມາດປິດບັງກົນລວງທີ່ຊົ່ວຮ້າຍຂອງເຈົ້າໄດ້. ຖ້າທໍາມະຊາດຂອງເຈົ້າຂີ້ຄ້ານ, ແລ້ວທຸກຢ່າງທີ່ເຈົ້າເວົ້າກໍຈະແມ່ນເພື່ອຫຼີກເວັ້ນຄວາມຮັບຜິດຊອບສຳລັບຄວາມເຮັດພໍເປັນພິທີ ແລະ ຄວາມຂີ້ຄ້ານຂອງເຈົ້າ ແລະ ການກະທໍາຂອງເຈົ້າຈະຊ້າ ແລະ ພໍເປັນພິທີ ແລະ ຂ້ອນຂ້າງເກັ່ງໃນການປິດບັງຄວາມຈິງ. ຖ້າທໍາມະຊາດຂອງເຈົ້າແມ່ນມີຄວາມເອົາໃຈໃສ່, ແລ້ວຄໍາເວົ້າຂອງເຈົ້າກໍຈະມີເຫດຜົນ ແລະ ການກະທໍາຂອງເຈົ້າກໍຍັງຈະສອດຄ່ອງກັບຄວາມຈິງເປັນຢ່າງດີເຊັ່ນກັນ. ຖ້າທໍາມະຊາດຂອງເຈົ້າຄືຄວາມຈົງຮັກພັກດີ, ແລ້ວຄໍາເວົ້າຂອງເຈົ້າຈິງໃຈຢ່າງແນ່ນອນ ແລະ ວິທີເຈົ້າເຮັດສິ່ງຕ່າງໆກໍມີເຫດຜົນ, ປາສະຈາກສິ່ງທີ່ອາດເຮັດໃຫ້ເຈົ້ານາຍຂອງເຈົ້າອຶດອັດ. ຖ້າທໍາມະຊາດຂອງເຈົ້າແມ່ນເຕັມໄປດ້ວຍຕັນຫາ ຫຼື ໂລບມາເພື່ອເງິນ, ແລ້ວຫົວໃຈຂອງເຈົ້າກໍມັກຈະເຕັມໄປດ້ວຍສິ່ງເຫຼົ່ານີ້ ແລະ ເຈົ້າຈະເຮັດການກະທຳທີ່ຜິດປົກກະຕິ ແລະ ໄຮ້ສິນທຳ ເຊິ່ງຜູ້ຄົນຈະບໍ່ລືມໄດ້ຢ່າງງ່າຍດາຍ ແລະ ຈະເຮັດໃຫ້ຜູ້ຄົນລັງກຽດ. ດັ່ງທີ່ເຮົາໄດ້ເວົ້າມາ, ຖ້າເຈົ້າມີທໍາມະຊາດຂອງການທໍລະຍົດ ແລ້ວເຈົ້າກໍສາມາດປົດປ່ອຍຕົນເອງອອກຈາກມັນໄດ້ຍາກ. ຢ່າໄວ້ໃຈໃນໂຊກຊະຕາທີ່ວ່າ ຖ້າເຈົ້າບໍ່ໄດ້ຜິດຕໍ່ຄົນອື່ນ, ແລ້ວເຈົ້າກໍຈະບໍ່ມີທໍາມະຊາດຂອງການທໍລະຍົດ. ຖ້ານັ້ນແມ່ນສິ່ງທີ່ເຈົ້າຄິດ ແລ້ວເຈົ້າກໍເປັນຄົນທີ່ໜ້າລັງກຽດ. ພຣະທໍາທັງໝົດຂອງເຮົາໃນແຕ່ລະຄັ້ງທີ່ເຮົາໄດ້ກ່າວແມ່ນແນໃສ່ທຸກຄົນ, ບໍ່ແມ່ນພຽງແຕ່ໜຶ່ງຄົນ ຫຼື ຄົນປະເພດໃດໜຶ່ງ. ພຽງແຕ່ຍ້ອນເຈົ້າບໍ່ໄດ້ທໍລະຍົດເຮົາໃນເລື່ອງໜຶ່ງ ບໍ່ໄດ້ພິສູດວ່າ ເຈົ້າບໍ່ສາມາດທໍລະຍົດເຮົາໃນເລື່ອງໃດໜຶ່ງ. ໃນລະຫວ່າງຄວາມຜິດພາດໃນການແຕ່ງດອງຂອງພວກເຂົາ, ບາງຄົນສູນເສຍຄວາມໝັ້ນໃຈຂອງພວກເຂົາໃນການສະແຫວງຫາຄວາມຈິງ. ບາງຄົນປະຖິ້ມພັນທະຂອງພວກເຂົາທີ່ຈະຈົງຮັກພັກດີຕໍ່ເຮົາໃນລະຫວ່າງທີ່ຄອບຄົວແຕກແຍກ. ບາງຄົນປະຖິ້ມເຮົາເພື່ອສະແຫວງຫາຊ່ວງເວລາແຫ່ງຄວາມສຸກ ແລະ ຄວາມຕື່ນເຕັ້ນ. ບາງຄົນຍອມຕົກຢູ່ໃນຮ່ອມພູທີ່ມືດແທນທີ່ຈະອາໄສຢູ່ໃນແສງສະຫວ່າງ ແລະ ຮັບຄວາມສຸກຈາກພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເມີນເສີຍຄໍາແນະນໍາຂອງໝູ່ເພື່ອນ ເພື່ອເຫັນແກ່ການຕອບສະໜອງຕັນຫາພວກເຂົາສໍາລັບຄວາມຮັ່ງມີ ແລະ ແມ່ນແຕ່ດຽວນີ້ກໍບໍ່ສາມາດຮັບຮູ້ເຖິງຄວາມຜິດພາດຂອງພວກເຂົາ ແລະ ປ່ຽງເສັ້ນທາງຂອງພວກເຂົາໄດ້. ບາງຄົນພຽງແຕ່ດໍາເນີນຊີວິດຊົ່ວຄາວພາຍໃຕ້ຊື່ຂອງເຮົາເທົ່ານັ້ນ ເພື່ອໄດ້ຮັບການປົກປ້ອງຈາກເຮົາ, ໃນຂະນະທີ່ຄົນອື່ນພຽງແຕ່ອຸທິດເລັກນ້ອຍຕໍ່ເຮົາພາຍໃຕ້ການຖືກບີບບັງຄັບ ຍ້ອນວ່າພວກເຂົາຍຶດຕິດກັບຊີວິດ ແລະ ຢ້ານກົວຄວາມຕາຍ. ການກະທໍາເຫຼົ່ານີ້ ແລະ ການກະທໍາອື່ນໆທີ່ຜິດສິນທໍາ ເຊິ່ງຍິ່ງໄປກວ່ານັ້ນແມ່ນການກະທຳທີ່ບໍ່ມີຄວາມຊື່ສັດ ບໍ່ແມ່ນພຶດຕິກໍາທີ່ຜູ້ຄົນໄດ້ທໍລະຍົດເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາແຕ່ດົນແລ້ວບໍ? ແນ່ນອນຢູ່, ເຮົາຮູ້ຈັກວ່າ ຜູ້ຄົນບໍ່ໄດ້ວາງແຜນລ່ວງໜ້າທີ່ຈະທໍລະຍົດເຮົາ; ການທໍລະຍົດຂອງພວກເຂົາແມ່ນການເປີດເຜີຍໂດຍທຳມະຊາດເຖິງທຳມະຊາດຂອງພວກເຂົາ. ບໍ່ມີໃຜຕ້ອງການຈະທໍລະຍົດຕໍ່ເຮົາ ແລະ ບໍ່ມີໃຜມີຄວາມສຸກ ຍ້ອນພວກເຂົາໄດ້ເຮັດບາງສິ່ງເພື່ອທໍລະຍົດເຮົາ. ໃນທາງກົງກັນຂ້າມ, ພວກເຂົາກໍາລັງສັ່ນເຊັນດ້ວຍຄວາມຢ້ານກົວ ບໍ່ແມ່ນບໍ? ສະນັ້ນ ພວກເຈົ້າກໍາລັງຄິດ ກ່ຽວກັບວິທີທີ່ຈະໄຖ່ການທໍລະຍົດເຫຼົ່ານີ້ ແລະ ວິທີທີ່ຈະປ່ຽນແປງສະຖານະການໃນປັດຈຸບັນບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 361)

ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດແມ່ນຖືກຊາຕານຈັດການ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ເຊື່ອຟັງພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ.

ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດຂຶ້ນມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ ວິນຍານຂອງມະນຸດສະໜັບສະໜູນການມີຢູ່ຂອງເນື້ອໜັງຂອງມະນຸດ. ນັ້ນໝາຍຄວາມວ່າ ຊີວິດຂອງແຕ່ລະຄົນແມ່ນມາຈາກວິນຍານຂອງພວກເຂົາ ແລະ ຊີວິດບໍ່ເນື້ອແທ້ຂອງເນື້ອໜັງ. ດັ່ງນັ້ນ, ທໍາມະຊາດຂອງມະນຸດແມ່ນມາຈາກວິນຍານ, ບໍ່ແມ່ນມາຈາກເນື້ອໜັງ. ມີພຽງແຕ່ວິນຍານຂອງແຕ່ລະຄົນເທົ່ານັ້ນ ທີ່ຮູ້ຈັກວ່າ ພວກເຂົາໄດ້ປະສົບກັບການລໍ້ລວງ, ຄວາມເຈັບປວດ ແລະ ຄວາມເສື່ອມຊາມຂອງຊາຕານແນວໃດ. ສິ່ງເຫຼົ່ານີ້ແມ່ນບໍ່ສາມາດຮູ້ຈັກໄດ້ຕໍ່ເນື້ອໜັງຂອງມະນຸດ. ດັ່ງນັ້ນ, ມະນຸດຊາດຈຶ່ງມືດມົວຍິ່ງຂຶ້ນ, ສົກກະປົກຍິ່ງຂຶ້ນ ແລະ ຊົ່ວຮ້າຍຍິ່ງຂຶ້ນໂດຍບໍ່ຮູ້ຕົວ, ໃນຂະນະທີ່ໄລຍະຫ່າງລະຫວ່າງມະນຸດ ແລະ ເຮົາເອງແມ່ນເລີ່ມໄກອອກເລື້ອຍໆ ແລະ ຊີວິດຍິ່ງມືດມົວຂຶ້ນສຳລັບມະນຸດຊາດ. ຊາຕານຈັບວິນຍານຂອງມະນຸດໄວ້ໃນກຳມືຂອງມັນ, ສະນັ້ນ ເນື້ອໜັງຂອງມະນຸດແມ່ນຍັງຖືກຊາຕານຄອບງຳຢູ່ຢ່າງແນ່ນອນ. ເນື້ອໜັງດັ່ງກ່າວ ແລະ ມະນຸດດັ່ງກ່າວສາມາດທີ່ຈະບໍ່ຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດເຂົ້າກັບພຣະອົງໂດຍກຳເນີດໄດ້ແນວໃດ? ເຫດຜົນທີ່ເຮົາໂຍນຊາຕານລົງສູ່ກາງອາກາດກໍຍ້ອນວ່າ ມັນທໍລະຍົດເຮົາ. ແລ້ວມະນຸດຈະຫຼຸດພົ້ນຈາກການມີສ່ວນຮ່ວມຂອງພວກເຂົາໄດ້ແນວໃດ? ນີ້ແມ່ນເຫດຜົນທີ່ວ່າ ການທໍລະຍົດແມ່ນທໍາມະຊາດຂອງມະນຸດ. ເຮົາໄວ້ວາງໃຈວ່າ ຫຼັງຈາກທີ່ພວກເຈົ້າເຂົ້າໃຈເຫດຜົນນີ້ແລ້ວ, ພວກເຈົ້າກໍຄວນມີມາດຕະການຄວາມເຊື່ອໃນລະດັບໃດໜຶ່ງໃນແກ່ນແທ້ຂອງພຣະຄຣິດເຊັ່ນກັນ. ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ຖືກຊາຕານຄອບງຳ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່ຄວາມເສື່ອມຊາມຂອງຊາຕານຢູ່ຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ສາມາດຂຶ້ນໄປຢູ່ບ່ອນທີ່ສູງທີ່ສຸດຈັກເທື່ອ ແລະ ຈະບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ. ມື້ນີ້, ພວກເຈົ້າທຸກຄົນຄວນເຂົ້າໃຈວ່າ ມີແຕ່ມະນຸດເທົ່ານັ້ນ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ທີ່ທໍລະຍົດເຮົາ. ການທໍລະຍົດຈະບໍ່ເປັນບັນຫາທີ່ກ່ຽວຂ້ອງກັບພຣະຄຣິດແມ່ນແຕ່ໜ້ອຍດຽວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 362)

ວິນຍານທຸກດວງທີ່ຖືກຊາຕານເຮັດໃຫ້ເປັນທາດຢູ່ໃນ ອຳນາດຂອງຊາຕານ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະຄຣິດເທົ່ານັ້ນ ທີ່ຖືກແຍກອອກມາ, ຊ່ວຍໃຫ້ລອດພົ້ນຈາກຄ້າຍຂອງຊາຕານ ແລະ ຖືກນໍາເຂົ້າມາສູ່ອານາຈັກໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ໄດ້ດໍາລົງຊີວິດພາຍໃຕ້ອິດທິພົນຂອງຊາຕານອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ທໍາມະຊາດຂອງມະນຸດກໍຍັງຝັງເລິກຢູ່ໃນເນື້ອໜັງຂອງມະນຸດ. ເຖິງໝາຍຄວາມວ່າ ເຖິງແມ່ນວິນຍານຂອງພວກເຈົ້າໄດ້ຖືກຊ່ວຍໃຫ້ລອດພົ້ນ, ທໍາມະຊາດຂອງພວກເຈົ້າກໍຍັງເປັນຄືກັບທີ່ມັນເປັນໃນເມື່ອກ່ອນ ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີຢູ່ໜຶ່ງຮ້ອຍເປີເຊັນ. ນັ້ນກໍຄືເຫດຜົນທີ່ພາລະກິດຂອງເຮົາໃຊ້ເວລາຍາວນານຫຼາຍ ຍ້ອນວ່າ ທໍາມະຊາດຂອງພວກເຈົ້າແມ່ນຍາກທີ່ຈະຮັກສາ. ຕອນນີ້ ພວກເຈົ້າທຸກຄົນແມ່ນກໍາລັງຜະເຊີນກັບຄວາມລຳບາກດ້ວຍສຸດຄວາມສາມາດຂອງພວກເຈົ້າ ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ພວກເຈົ້າແຕ່ລະຄົນບໍ່ສາມາດທໍລະຍົດເຮົາ ແລະ ກັບຄືນສູ່ອຳນາດຂອງຊາຕານ, ສູ່ຄ້າຍຂອງມັນ ແລະ ກັບໄປສູ່ຊີວິດເດີມຂອງພວກເຈົ້າ, ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ທີ່ພວກເຈົ້າຈະນໍາສະເໜີຄວາມເປັນມະນຸດ ຫຼື ຮູບລັກສະນະຂອງມະນຸດແມ່ນແຕ່ໜ້ອຍດຽວ ດັ່ງທີ່ພວກເຈົ້າເຮັດໃນປັດຈຸບັນ. ໃນກໍລະນີທີ່ຮ້າຍແຮງ ພວກເຈົ້າຈະຖືກທໍາລາຍ ແລະ ຍິ່ງໄປກວ່ານັ້ນ ກໍຈະພິນາດຕະຫຼອດການ, ຖືກລົງໂທດຢ່າງຮຸນແຮງ, ບໍ່ໄດ້ເກີດໃໝ່ອີກຈັກເທື່ອ. ນີ້ແມ່ນບັນຫາທີ່ຖືກວາງຢູ່ຕໍ່ໜ້າພວກເຈົ້າ. ເຮົາກໍາລັງເຕືອນພວກເຈົ້າດ້ວຍວິທີນີ້ ເພື່ອວ່າ ຢ່າງທີໜຶ່ງ, ພາລະກິດຂອງເຮົາຈະບໍ່ສູນເປົ່າ ແລະ ຢ່າງທີສອງ ພວກເຈົ້າທຸກຄົນອາດດໍາລົງຊີວິດໃນມື້ແຫ່ງແສງສະຫວ່າງ. ໃນຄວາມເປັນຈິງແລ້ວ, ເລື່ອງທີ່ ບໍ່ວ່າພາລະກິດຂອງເຮົາສູນເປົ່າ ຫຼື ບໍ່ນັ້ນບໍ່ແມ່ນບັນຫາທີ່ສຳຄັນ. ສິ່ງທີ່ສໍາຄັນແມ່ນພວກເຈົ້າສາມາດມີຊີວິດທີ່ມີຄວາມສຸກ ແລະ ອະນາຄົດທີ່ອັດສະຈັນ. ພາລະກິດຂອງເຮົາແມ່ນພາລະກິດຂອງການຊ່ວຍວິນຍານຂອງຜູ້ຄົນໃຫ້ລອດພົ້ນ. ຖ້າວິນຍານຂອງເຈົ້າຕົກໄປຢູ່ໃນມືຂອງຊາຕານ, ຮ່າງກາຍຂອງເຈົ້າກໍຈະບໍ່ດຳລົງຊີວິດຢ່າງສະຫງົບສຸກ. ຖ້າເຮົາປົກປ້ອງຮ່າງກາຍຂອງເຈົ້າ, ວິນຍານຂອງເຈົ້າກໍຈະຢູ່ພາຍໃຕ້ການເບິ່ງແຍງຂອງເຮົາຢ່າງແນ່ນອນ. ຖ້າເຮົາລັງກຽດເຈົ້າ, ຮ່າງກາຍ ແລະ ວິນຍານຂອງເຈົ້າກໍຈະຕົກໄປຢູ່ໃນມືຂອງຊາຕານທັນທີ. ແລ້ວເຈົ້າສາມາດຈິນຕະນາການເຖິງສະຖານະການຂອງເຈົ້າໄດ້ບໍ? ຖ້າມື້ໜຶ່ງພຣະທໍາຂອງເຮົາສູນເສຍໃນຕົວພວກເຈົ້າ, ແລ້ວເຮົາກໍຈະມອບພວກເຈົ້າທຸກຄົນໃຫ້ແກ່ຊາຕານ ເຊິ່ງຈະເຮັດໃຫ້ພວກເຈົ້າຕົກລົງສູ່ການທໍລະມານທີ່ແສນເຈັບປວດຈົນຄວາມໃຈຮ້າຍຂອງເຮົາຫາຍໄປຈົນໝົດ ຫຼື ເຮົາເອງຈະເປັນຜູ້ລົງໂທດພວກເຈົ້າ ເຊິ່ງເປັນມະນຸດທີ່ບໍ່ສາມາດໄຖ່ຄືນໄດ້ ຍ້ອນວ່າ ຫົວໃຈຂອງພວກເຈົ້າທີ່ທໍລະຍົດເຮົາບໍ່ເຄີຍປ່ຽນແປງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 363)

ຕອນນີ້ ພວກເຈົ້າທຸກຄົນຄວນເບິ່ງຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ. ເຮົາກຳລັງລໍຖ້າການຕອບໂຕ້ຂອງພວກເຈົ້າຢ່າງກະຕືລືລົ້ນ. ຢ່າປະຕິບັດຕໍ່ເຮົາພໍເປັນພິທີ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າວ່າເຮົາຈະເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າແຕ່ລະຄົນຈະເປັນຄົນທີ່ຮັບເອົາພຣະທໍາຂອງເຮົາຢ່າງຈິງຈັງ ແລະ ບໍ່ຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນະວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຂອງເຮົາ ເຊິ່ງມີດັ່ງຕໍ່ໄປນີ້:

1. ຖ້າເຈົ້າແມ່ນຜູ້ໃຫ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດໃຫ້ບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ?

2. ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ໃຫ້ບໍລິການເຮົາຕະຫຼອດຊີວິດບໍ?

3. ຖ້າເຮົາຍັງເຢືອກເຢັນຫຼາຍຕໍ່ເຈົ້າ ເຖິງແມ່ນເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາຢ່າງສັບສົນໃຈຢູ່ບໍ?

4. ພາຍຫຼັງເຈົ້າໄດ້ເສຍສະຫຼະເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການອັນເລັກນ້ອຍຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍ ແລະ ຮ້ອງດ່າບໍ?

5. ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກກັບຄວາມເຈັບເປັນ, ຄວາມທຸກຍາກ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ ຫຼື ຖ້າເຈົ້າອົດກັ້ນກັບຄວາມໂຊກຮ້າຍອື່ນໆໃນຊີວິດ, ຄວາມຈົງຮັກພັກດີ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາຍັງຈະສືບຕໍ່ຢູ່ບໍ?

6. ຖ້າສິ່ງທີ່ເຈົ້າຈິນຕະນາການໄວ້ໃນຫົວໃຈຂອງເຈົ້າບໍ່ກົງກັບສິ່ງທີ່ເຮົາໄດ້ເຮັດ, ເຈົ້າຈະຍ່າງຢູ່ເສັ້ນທາງໃນອະນາຄົດຂອງເຈົ້າໄດ້ແນວໃດ?

7. ຖ້າເຈົ້າບໍ່ໄດ້ຮັບສິ່ງທີ່ເຈົ້າຫວັງຈະໄດ້ຮັບ, ເຈົ້າຈະສາມາດສືບຕໍ່ເປັນຜູ້ຕິດຕາມເຮົາຢູ່ບໍ?

8. ຖ້າເຈົ້າບໍ່ເຄີຍເຂົ້າໃຈຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງເຮົາ, ເຈົ້າຈະສາມາດເປັນຄົນທີ່ເຊື່ອຟັງ ທີ່ບໍ່ຕັດສິນ ແລະ ສະຫຼຸບຕາມອໍາເພີໃຈໄດ້ບໍ?

9. ເຈົ້າສາມາດເຊີດຊູຂອງພຣະທໍາທຸກຂໍ້ທີ່ເຮົາໄດ້ເວົ້າ ແລະ ພາລະກິດທັງໝົດທີ່ເຮົາໄດ້ເຮັດບໍ ໃນຂະນະທີ່ເຮົາຢູ່ຮ່ວມກັບມະນຸດຊາດ?

10. ເຈົ້າສາມາດເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງເຮົາບໍ ທີ່ເຕັມໃຈທົນທຸກຕະຫຼອດຊີວິດເພື່ອເຮົາ ເຖິງແມ່ນວ່າ ເຈົ້າຈະບໍ່ໄດ້ຮັບຫຍັງກໍຕາມ?

11. ເພື່ອເຫັນແກ່ເຮົາ ເຈົ້າສາມາດທີ່ຈະປະຖິ້ມການພິຈາລະນາ, ການວາງແຜນ ຫຼື ການກະກຽມສຳລັບເສັ້ນທາງແຫ່ງຄວາມຢູ່ລອດໃນອະນາຄົດຂອງເຈົ້າບໍ?

ຄໍາຖາມເຫຼົ່ານີ້ສະແດງເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າເປັນຄັ້ງສຸດທ້າຍ ແລະ ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດຕອບເຮົາໄດ້. ຖ້າເຈົ້າຕອບໜຶ່ງ ຫຼື ສອງສິ່ງທີ່ຄໍາຖາມເຫຼົ່ານີ້ຖາມພວກເຈົ້າ, ແລ້ວເຈົ້າກໍຕ້ອງສືບຕໍ່ພະຍາຍາມ. ຖ້າເຈົ້າບໍ່ສາມາດເຮັດຕາມເງື່ອນໄຂແມ່ນແຕ່ຂໍ້ດຽວ, ເຈົ້າກໍເປັນຄົນປະເພດທີ່ຈະຖືກໂຍນເຂົ້າສູ່ນະຮົກຢ່າງແນ່ນອນ. ສຳລັບບຸກຄົນດັ່ງກ່າວ ເຮົາບໍ່ຈໍາເປັນຕ້ອງເວົ້າຫຍັງເພີ່ມອີກ, ຍ້ອນວ່າ ພວກເຂົາບໍ່ແມ່ນຄົນທີ່ເຮັດຕາມເຮົາຢ່າງແນ່ນອນ. ເຮົາຈະສາມາດຮັກສາຜູ້ໃດຜູ້ໜຶ່ງທີ່ສາມາດທໍລະຍົດເຮົາໃຫ້ຢູ່ໃນເຮືອນຂອງເຮົາ ພາຍໃຕ້ສະຖານະການໃດກໍຕາມໄດ້ແນວໃດ? ສໍາລັບຄົນທີ່ຍັງສາມາດທໍລະຍົດເຮົາໃນສະຖານະການສ່ວນໃຫຍ່, ເຮົາຈະສັງເກດເບິ່ງການປະຕິບັດຂອງພວກເຂົາກ່ອນເຮັດການຈັດແຈງອື່ນໆ. ຢ່າງໃດກໍຕາມ, ທຸກຄົນທີ່ສາມາດທໍລະຍົດເຮົາ, ບໍ່ວ່າຈະຢູ່ພາຍໃຕ້ສະພາບການໃດກໍຕາມ, ເຮົາຈະບໍ່ລືມຈັກເທື່ອ; ເຮົາຈະຈື່ພວກເຂົາໄວ້ໃນໃຈຂອງເຮົາ ແລະ ລໍຖ້າໂອກາດທີ່ຈະຕອບແທນການກະທໍາອັນຊົ່ວຮ້າຍຂອງພວກເຂົາ. ຄວາມຮຽກຮ້ອງທີ່ເຮົາໄດ້ຍົກຂຶ້ນແມ່ນບັນຫາທັງໝົດທີ່ພວກເຈົ້າຕ້ອງກວດສອບໃນຕົນເອງ. ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດພິຈາລະນາບັນຫາເຫຼົ່ານັ້ນຢ່າງຈິງຈັງ ແລະ ບໍ່ປະຕິບັດຕໍ່ເຮົາແບບພໍເປັນພິທີ. ໃນອະນາຄົດອັນໃກ້, ເຮົາຈະກວດຄໍາຕອບທີ່ພວກເຈົ້າໄດ້ໃຫ້ແກ່ເຮົາ ໂດຍທຽບໃສ່ກັບສິ່ງທີ່ເຮົາຮຽກຮ້ອງ. ເມື່ອເຖິງເວລານັ້ນ, ເຮົາຈະບໍ່ຮຽກຮ້ອງຫຍັງເພີ່ມຈາກພວກເຈົ້າ ແລະ ຈະບໍ່ໃຫ້ການຕັກເຕືອນທີ່ຈິງຈັງເພີ່ມເຕີມແກ່ພວກເຈົ້າອີກ. ກົງກັນຂ້າມ, ເຮົາຈະນໍາໃຊ້ສິດອໍານາດຂອງເຮົາ. ຄົນທີ່ຄວນຖືກເກັບຮັກສາໄວ້ກໍຈະຖືກເກັບຮັກສາໄວ້, ຄົນທີ່ຄວນໄດ້ຮັບລາງວັນກໍຈະໄດ້ຮັບລາງວັນ, ຄົນທີ່ຄວນຖືກມອບໃຫ້ຊາຕານກໍຈະຖືກມອບໃຫ້ຊາຕານ, ຄົນທີ່ຄວນໄດ້ຮັບການລົງໂທດຢ່າງໜັກກໍຈະໄດ້ຮັບການລົງໂທດຢ່າງໜັກ ແລະ ຄົນທີ່ຄວນຈິບຫາຍຈະຖືກທໍາລາຍ. ສະນັ້ນ ມັນກໍຈະບໍ່ມີຜູ້ໃດລົບກວນເຮົາໃນມື້ຂອງເຮົາອີກຕໍ່ໄປ. ເຈົ້າເຊື່ອພຣະທໍາຂອງເຮົາບໍ? ເຈົ້າເຊື່ອໃນຜົນກໍາບໍ? ເຈົ້າເຊື່ອບໍ່ວ່າ ເຮົາຈະລົງໂທດຜູ້ທີ່ຊົ່ວຮ້າຍທຸກຄົນທີ່ໄດ້ຫຼອກລວງ ແລະ ທໍລະຍົດເຮົາ? ເຈົ້າຫວັງໃຫ້ມື້ນັ້ນມາຮອດໄວໆ ຫຼື ໃຫ້ມັນນານມາຮອດ? ເຈົ້າເປັນຄົນທີ່ຢ້ານກົວການລົງໂທດບໍ ຫຼື ເປັນຄົນທີ່ຈະຕໍ່ຕ້ານເຮົາແທນ ເຖິງແມ່ນວ່າ ພວກເຂົາຈະຕ້ອງທົນທຸກກັບການລົງໂທດກໍຕາມ? ເມື່ອມື້ນັ້ນມາຮອດ, ເຈົ້າຈະສາມາດຈິນຕະນາການໄດ້ບໍວ່າ ເຈົ້າຈະດໍາລົງຊີວິດໃນທ່າມກາງສຽງໂຮ່ຮ້ອງດີໃຈ ແລະ ສຽງຫົວ ຫຼື ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າ? ເຈົ້າຫວັງວ່າຢາກພົບກັບຈຸດຈົບແບບໃດ? ເຈົ້າເຄີຍພິຈາລະນາຢ່າງຈິງຈັງບໍວ່າ ເຈົ້າເຊື່ອໃນຕົວເຮົາໜຶ່ງຮ້ອຍເປີເຊັນ ຫຼື ສົງໄສໃນຕົວເຮົາໜຶ່ງຮ້ອຍເປີເຊັນ? ເຈົ້າເຄີຍພິຈາລະນາຢ່າງລະມັດລະວັງບໍວ່າ ການກະທຳ ແລະ ພຶດຕິກຳຂອງເຈົ້າຈະນໍາຜົນໄດ້ຮັບ ແລະ ຜົນຕາມມາແບບໃດມາສູ່ເຈົ້າ? ເຈົ້າຫວັງຢ່າງແທ້ຈິງບໍວ່າ ພຣະທໍາທັງໝົດຂອງເຮົາຈະຖືກເຮັດໃຫ້ສຳເລັດເທື່ອລະຂໍ້ ຫຼື ເຈົ້າຢ້ານກົວວ່າ ພຣະທໍາຂອງເຮົາຈະຖືກເຮັດໃຫ້ສໍາເລັດເທື່ອລະຂໍ້? ຖ້າເຈົ້າຫວັງໃຫ້ເຮົາຈາກໄປໂດຍໄວເພື່ອສຳເລັດພຣະທໍາຂອງເຮົາ, ເຈົ້າຄວນປະຕິບັດແນວໃດຕໍ່ຄຳເວົ້າ ແລະ ການກະທຳຂອງເຈົ້າເອງ? ຖ້າເຈົ້າບໍ່ຫວັງໃຫ້ເຮົາຈາກໄປ ແລະ ບໍ່ຫວັງໃຫ້ພຣະທໍາທັງໝົດຂອງເຮົາຖືກເຮັດໃຫ້ສຳເລັດໃນທັນທີ, ເປັນຫຍັງເຈົ້າຈຶ່ງເຊື່ອໃນຕົວເຮົາເລີຍ? ເຈົ້າຮູ້ແທ້ໆບໍວ່າ ເປັນຫຍັງເຈົ້າຈຶ່ງຕິດຕາມເຮົາ? ຖ້າເຫດຜົນຂອງເຈົ້າເປັນພຽງເພື່ອຂະຫຍາຍຂອບເຂດຄວາມຮູ້ຂອງເຈົ້າໃຫ້ກວ້າງຂຶ້ນ, ມັນກໍບໍ່ຈຳເປັນທີ່ຈະລົບກວນເຈົ້າເອງແບບນັ້ນ. ຖ້າມັນເປັນການໄດ້ຮັບພອນ ແລະ ຫຼີກເວັ້ນໄພພິບັດທີ່ກຳລັງຈະມາຮອດ, ເປັນຫຍັງເຈົ້າຈຶ່ງບໍ່ກັງວົນກ່ຽວກັບການປະພຶດຂອງເຈົ້າເອງ? ເປັນຫຍັງເຈົ້າຈຶ່ງບໍ່ຖາມຕົວເອງວ່າ ເຈົ້າສາມາດບັນລຸຄວາມຮຽກຮ້ອງຂອງເຮົາໄດ້ ຫຼື ບໍ່? ເປັນຫຍັງເຈົ້າຍັງບໍ່ຖາມຕົນເອງວ່າ ເຈົ້າມີຄຸນສົມບັດທີ່ຈະໄດ້ຮັບພອນທີ່ມາເຖິງ ຫຼື ບໍ່?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 364)

ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ດ້ວຍຄວາມເຕັມໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ? ເຮົາໄດ້ເຕີມເຕັມຫົວໃຈຂອງພວກເຈົ້າທັງໝົດບໍ? ພຣະທໍາຂອງເຮົາໄດ້ບັນລຸຜົນພາຍໃນພວກເຈົ້າຫຼາຍສໍ່າໃດ? ຢ່າຄິດວ່າເຮົາໂງ່! ສິ່ງເຫຼົ່ານີ້ແມ່ນຊັດເຈນສໍາລັບເຮົາໝົດແລ້ວ! ປັດຈຸບັນ ໃນຂະນະທີ່ສຽງຂອງຄວາມລອດພົ້ນຂອງເຮົາໄດ້ດັງອອກ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນໄດ້ເພີ່ມຂຶ້ນບໍ? ມີສ່ວນໃດຂອງຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາໄດ້ມີຄວາມເລິກເຊິ່ງບໍ? ການສັນລະເສີນທີ່ມອບໃຫ້ໃນອະດີດໄດ້ປູພື້ນຖານຢ່າງໜາແໜ້ນໃຫ້ແກ່ຄວາມຮູ້ຂອງພວກເຈົ້າໃນປັດຈຸບັນບໍ? ພຣະວິນຍານຂອງເຮົາຄອບຄອງພວກເຈົ້າຫຼາຍສໍ່າໃດ? ພາບລັກຂອງເຮົາມີຢູ່ພາຍໃນພວກເຈົ້າຈັກບ່ອນ? ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ? ພວກເຈົ້າຮູ້ສຶກວ່າ ພວກເຈົ້າບໍ່ມີບ່ອນເຊື່ອງຄວາມອັບອາຍຂອງຕົວເອງແທ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ? ຖ້າພວກເຈົ້າບໍ່ສົນໃຈຕໍ່ຄໍາຖາມຂ້າງເທິງ, ແລ້ວນີ້ກໍສະແດງໃຫ້ເຫັນວ່າ ພວກເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ພວກເຈົ້າພຽງມີຢູ່ເພື່ອເພີ່ມຈໍານວນຄົນເທົ່ານັ້ນ ແລະ ເມື່ອເຖິງເວລາທີ່ເຮົາກໍານົດລ່ວງໜ້າ ພວກເຈົ້າກໍຈະຖືກໂຍນອອກ ແລະ ຖືກຖິ້ມລົງໃນຂຸມເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຜະເຊີນດ້ວຍໄພພິບັດຕາມເວລາທີ່ໄດ້ກໍານົດໄວ້. ແລ້ວມັນບໍ່ແມ່ນແບບນີ້ບໍ? ເຮົາຍັງຈໍາເປັນຕ້ອງຍົກຕົວຢ່າງເພື່ອອະທິບາຍສິ່ງນີ້ອີກບໍ? ເຮົາຕ້ອງເວົ້າໃຫ້ແຈ້ງຂຶ້ນກວ່ານີ້ບໍ ເພື່ອຍົກເປັນຕົວຢ່າງແກ່ພວກເຈົ້າ? ຕັ້ງແຕ່ເວລາຂອງການຊົງສ້າງຈົນເຖິງປັດຈຸບັນ, ຫຼາຍຄົນບໍ່ໄດ້ເຊື່ອຟັງພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກຂັບໄລ່ ແລະ ໂຍນອອກຈາກກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ ພວກເຂົາກໍຍັງຈະຢູ່ພາຍໃຕ້ການລົງໂທດຢ່າງທຸກທໍລະມານ. ຫຼາຍຄົນໄດ້ຕິດຕາມພຣະທໍາຂອງເຮົາ ແຕ່ພວກເຂົາໄດ້ຕໍ່ຕ້ານແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກເຮົາເຕະອອກໄປທາງຂ້າງ ແລ້ວຕົກໄປຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ກາຍເປັນບຸກຄົນເຫຼົ່ານັ້ນທີ່ຕໍ່ຕ້ານເຮົາ. (ໃນປັດຈຸບັນ ທຸກຄົນທີ່ຕໍ່ຕ້ານເຮົາໂດຍກົງ ແມ່ນເຊື່ອຟັງພຣະທໍາຂອງເຮົາແບບຜິວເຜີນເທົ່ານັ້ນ ແລະ ບໍ່ໄດ້ເຊື່ອຟັງແກ່ນແທ້ຂອງພຣະທໍາຂອງເຮົາ). ເຊັ່ນດຽວກັນ ຍັງມີຫຼາຍຄົນທີ່ຟັງແຕ່ພຣະທໍາທີ່ເຮົາກ່າວໃນມື້ວານ, ຜູ້ທີ່ຍຶດຕິດຢູ່ກັບ “ຂີ້ເຫຍື້ອ” ຈາກອະດີດ ແລະ ບໍ່ເຫັນຄຸນຄ່າຂອງ “ຜົນຜະລິດ” ໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ພຽງແຕ່ຖືກຊາຕານຈັບກຸມຕົວເທົ່ານັ້ນ ແຕ່ໄດ້ກາຍເປັນຄົນບາບຕະຫຼອດການ ແລະ ກາຍເປັນສັດຕູຂອງເຮົາ ແລະ ພວກເຂົາແມ່ນຕໍ່ຕ້ານເຮົາໂດຍກົງ. ຜູ້ຄົນດັ່ງກ່າວແມ່ນເປົ້າໝາຍຂອງການພິພາກສາໃນຂັ້ນດຸເດືອດແຫ່ງການໂກດຮ້າຍຂອງເຮົາ ແລະ ໃນປັດຈຸບັນ ພວກເຂົາຍັງຕາບອດຢູ່, ຍັງຢູ່ໃນຄຸກມືດໃຕ້ດິນ (ໝາຍຄວາມວ່າ ຜູ້ຄົນດັ່ງກ່າວແມ່ນເນົ່າເປື່ອຍ, ເປັນຊາກສົບທີ່ບໍ່ມີຄວາມຮູ້ສຶກ ທີ່ຖືກຄວບຄຸມໂດຍຊາຕານ; ຍ້ອນດວງຕາຂອງພວກເຂົາຖືກເຮົາປິດບັງ ເຮົາຈຶ່ງເວົ້າວ່າ ພວກເຂົາຕາບອດ). ມັນຈະເປັນການດີທີ່ຈະຍົກຕົວຢ່າງເພື່ອເປັນບ່ອນອ້າງອີງໃຫ້ແກ່ພວກເຈົ້າ ເພື່ອວ່າ ພວກເຈົ້າຈະສາມາດຮຽນຮູ້ຈາກມັນ:

ເມື່ອກ່າວເຖິງໂປໂລ, ພວກເຈົ້າຈະຄິດເຖິງປະຫວັດຂອງລາວ ແລະ ບາງເລື່ອງກ່ຽວກັບລາວທີ່ບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບຄວາມເປັນຈິງ. ລາວຖືກສອນໂດຍພໍ່ແມ່ຂອງລາວແຕ່ອາຍຸຍັງນ້ອຍ ແລະ ໄດ້ຮັບຊີວິດຂອງເຮົາ ແລະ ເນື່ອງຈາກການກໍານົດລ່ວງໜ້າຂອງເຮົາ ລາວຈຶ່ງມີຄວາມສາມາດທີ່ເຮົາຕ້ອງການ. ຕອນອາຍຸ 19 ປີ, ລາວໄດ້ອ່ານໜັງສືຫຼາຍເຫຼັ້ມກ່ຽວກັບຊີວິດ; ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ຈໍາເປັນຕ້ອງເຂົ້າສູ່ລາຍລະອຽດ ກ່ຽວກັບວິທີທີ່ລາວບໍ່ພຽງແຕ່ສາມາດເວົ້າດ້ວຍຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບເລື່ອງຝ່າຍວິນຍານ ແຕ່ຍັງສາມາດເຂົ້າໃຈເຈດຕະນາຂອງເຮົາອີກດ້ວຍ ນັ້ນກໍຍ້ອນຄວາມສາມາດຂອງລາວ ແລະ ຍ້ອນແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາ. ແນ່ນອນ ນີ້ບໍ່ໄດ້ຍົກເວັ້ນປັດໄຈທີ່ປະກອບທັງພາຍໃນ ແລະ ພາຍນອກ. ຢ່າງໃດກໍຕາມ, ຄວາມບົກຜ່ອງຂອງລາວກໍຄື ຍ້ອນພອນສະຫວັນຂອງລາວ ລາວຈຶ່ງມັກເວົ້າໂວຫານ ແລະ ໂອ້ອວດ. ຜົນຕາມມາກໍຄື, ເນື່ອງຈາກຄວາມບໍ່ເຊື່ອຟັງຂອງລາວ ເຊິ່ງບາງສ່ວນແມ່ນເປັນຕົວແທນໃຫ້ແກ່ເທວະທູດໂດຍກົງ, ເມື່ອເຮົາກາຍເປັນເນື້ອໜັງເປັນຄັ້ງທໍາອິດ ລາວຈຶ່ງໃຊ້ທຸກຄວາມພະຍາຍາມເພື່ອຕໍ່ຕ້ານເຮົາ. ລາວແມ່ນໜຶ່ງໃນບັນດາຜູ້ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະທໍາຂອງເຮົາ ແລະ ຫ້ອງວ່າງສໍາລັບເຮົາໃນຫົວໃຈຂອງລາວແມ່ນໄດ້ຫາຍໄປແລ້ວ. ຜູ້ຄົນດັ່ງກ່າວຕໍ່ຕ້ານຄວາມເປັນພຣະເຈົ້າຂອງເຮົາ ໂດຍກົງ ແລະ ຖືກເຮົາໂຈມຕີ ແລະ ໃນທີ່ສຸດກໍໄດ້ແຕ່ກົ້ມຂາບລົງ ແລະ ສາລະພາບບາບຂອງພວກເຂົາເທົ່ານັ້ນ. ສະນັ້ນ, ພາຍຫຼັງທີ່ເຮົາໄດ້ໃຊ້ຈຸດແຂງຂອງລາວ ເຊິ່ງໝາຍຄວາມວ່າ ຫຼັງຈາກທີ່ລາວໄດ້ເຮັດພາລະກິດໃຫ້ເຮົາໃນໄລຍະເວລາໃດໜຶ່ງ ລາວກໍກັບໄປສູ່ວິທີທາງເກົ່າຂອງລາວອີກຄັ້ງ ແລະ ເຖິງແມ່ນວ່າ ລາວບໍ່ໄດ້ເປັນຄົນທີ່ບໍ່ເຊື່ອຟັງພຣະທໍາຂອງເຮົາໂດຍກົງ ແຕ່ລາວກໍບໍ່ໄດ້ເຊື່ອຟັງການຊີ້ນໍາພາຍໃນ ແລະ ແສງສະຫວ່າງຂອງເຮົາ ແລະ ດ້ວຍເຫດນັ້ນ ທຸກສິ່ງທີ່ລາວໄດ້ເຮັດໃນອະດີດຈຶ່ງບໍ່ມີປະໂຫຍດຫຍັງ; ເວົ້າອີກຢ່າງໜຶ່ງກໍຄື ມົງກຸດແຫ່ງຄວາມສະຫງ່າລາສີທີ່ລາວເວົ້າເຖິງແມ່ນໄດ້ກາຍເປັນຄໍາເວົ້າທີ່ວ່າງເປົ່າ ແລະ ເປັນຜົນຜະລິດຈາກຈິນຕະນາການຂອງລາວເອງ ເນື່ອງຈາກວ່າ ແມ່ນແຕ່ໃນປັດຈຸບັນລາວກໍຍັງຢູ່ພາຍໃຕ້ການພິພາກສາພາຍໃນຂອບເຂດຂໍ້ຜູກມັດຂອງເຮົາ.

ຈາກຕົວຢ່າງຂ້າງເທິງ ສາມາດເຫັນໄດ້ວ່າ ໃຜກໍຕາມທີ່ຕໍ່ຕ້ານເຮົາ (ໂດຍບໍ່ພຽງແຕ່ຕໍ່ຕ້ານຕົວຕົນຂອງເຮົາທີ່ເປັນເນື້ອໜັງເທົ່ານັ້ນ ແຕ່ສໍາຄັນໄປກວ່ານັ້ນ ແມ່ນຕໍ່ຕ້ານພຣະທໍາ ແລະ ພຣະວິນຍານຂອງເຮົາ ນັ້ນກໍຄື ຄວາມເປັນພຣະເຈົ້າຂອງເຮົາ) ແມ່ນໄດ້ຮັບການພິພາກສາຈາກເຮົາໃນເນື້ອໜັງຂອງພວກເຂົາ. ເມື່ອພຣະວິນຍານຂອງເຮົາອອກຈາກເຈົ້າ, ເຈົ້າກໍຕົກຕໍ່າລົງສູ່ແດນມໍລະນາໂດຍກົງ. ເຖິງແມ່ນວ່າ ຮ່າງກາຍທີ່ເປັນເນື້ອໜັງຂອງເຈົ້າແມ່ນຢູ່ເທິງແຜ່ນດິນໂລກ, ເຈົ້າກໍຄືກັບບາງຄົນທີ່ທົນທຸກຈາກອາການເຈັບປ່ວຍທາງຈິດ: ເຈົ້າໄດ້ສູນເສຍເຫດຜົນຂອງເຈົ້າ ແລະ ຮູ້ສຶກທັນທີ ຄືກັບວ່າ ເຈົ້າເປັນຊາກສົບ ຈົນເຈົ້າຕ້ອງໄດ້ອ້ອນວອນໃຫ້ເຮົາກໍາຈັດເນື້ອໜັງຂອງເຈົ້າໂດຍໄວ. ພວກເຈົ້າສ່ວນຫຼາຍທີ່ມີຈິດວິວານແມ່ນມີຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ສະຖານະການເຫຼົ່ານີ້ ແລະ ເຮົາບໍ່ຈໍາເປັນຕ້ອງເຂົ້າສູ່ລາຍລະອຽດເພີ່ມເຕີມອີກ. ໃນອະດີດ, ເມື່ອເຮົາປະຕິບັດພາລະກິດໃນຄວາມເປັນມະນຸດທໍາມະດາ, ຜູ້ຄົນສ່ວນໃຫຍ່ແມ່ນໄດ້ປະເມີນພວກເຂົາເອງຕໍ່ຄວາມໂກດຮ້າຍ ແລະ ລິດທານຸພາບຂອງເຮົາ ແລະ ໄດ້ຮູ້ຈັກກ່ຽວກັບສະຕິປັນຍາ ແລະ ອຸປະນິໄສຂອງເຮົາເລັກນ້ອຍແລ້ວ. ໃນປັດຈຸບັນ, ເຮົາເວົ້າ ແລະ ກະທໍາໃນຄວາມເປັນພຣະເຈົ້າໂດຍກົງ ແລະ ຍັງມີບາງຄົນທີ່ຈະເຫັນຄວາມໂກດຮ້າຍ ແລະ ການພິພາກສາຂອງເຮົາດ້ວຍສາຍຕາຂອງພວກເຂົາເອງ; ຍິ່ງໄປກວ່ານັ້ນ, ພາລະກິດຫຼັກໃນຂັ້ນຕອນທີສອງຂອງຍຸກແຫ່ງການພິພາກສາ ແມ່ນເພື່ອເຮັດໃຫ້ປະຊາຊົນຂອງເຮົາທຸກຄົນຮູ້ຈັກການກະທໍາຂອງເຮົາໃນເນື້ອໜັງໂດຍກົງ ແລະ ເພື່ອເຮັດໃຫ້ພວກເຈົ້າທຸກຄົນເຫັນອຸປະນິໄສຂອງເຮົາໂດຍກົງ. ແຕ່ຍ້ອນວ່າ ເຮົາຢູ່ໃນເນື້ອໜັງ, ເຮົາຈຶ່ງໃສ່ໃຈຄວາມອ່ອນແອຂອງພວກເຈົ້າ. ຄວາມຫວັງຂອງເຮົາກໍຄື ພວກເຈົ້າຈະບໍ່ປະຕິບັດຕໍ່ຈິດໃຈ, ຈິດວິນຍານ ແລະ ຮ່າງກາຍຂອງພວກເຈົ້າຄືຂອງຫຼິ້ນ ໂດຍອຸທິດສິ່ງເຫຼົ່ານັ້ນໃຫ້ກັບຊາຕານຢ່າງບໍ່ຄິດ. ມັນດີກວ່າ ທີ່ຈະຖະໜອມທຸກສິ່ງທີ່ພວກເຈົ້າມີ ແລະ ບໍ່ໃຫ້ປະຕິບັດຕໍ່ມັນເປັນຄືກັບເກມ ເນື່ອງຈາກສິ່ງດັ່ງກ່າວນີ້ແມ່ນກ່ຽວພັນກັບຊະຕາກໍາຂອງພວກເຈົ້າ. ພວກເຈົ້າສາມາດເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງເຮົາແທ້ບໍ? ພວກເຈົ້າສາມາດໃສ່ໃຈຄວາມຮູ້ສຶກທີ່ແທ້ຈິງຂອງເຮົາແທ້ບໍ?

ພວກເຈົ້າເຕັມໃຈຮັບເອົາພອນຂອງເຮົາຢູ່ເທິງແຜ່ນດິນໂລກບໍ ເຊິ່ງເປັນພອນດຽວກັນກັບພອນໃນສະຫວັນ? ພວກເຈົ້າເຕັມໃຈທີ່ຈະຖະໜອມຄວາມເຂົ້າໃຈກ່ຽວກັບເຮົາ, ຄວາມສຸກຈາກພຣະທໍາຂອງເຮົາ ແລະ ຄວາມຮູ້ກ່ຽວກັບເຮົາດັ່ງສິ່ງທີ່ມີຄ່າ ແລະ ມີຄວາມໝາຍທີ່ສຸດໃນຊີວິດຂອງພວກເຈົ້າບໍ? ພວກເຈົ້າສາມາດອ່ອນນ້ອມຕໍ່ເຮົາຢ່າງສົມບູນໄດ້ຢ່າງແທ້ຈິງບໍ ໂດຍທີ່ບໍ່ຄິດໃສ່ຄວາມຄາດຫວັງຂອງພວກເຈົ້າເອງ? ພວກເຈົ້າສາມາດຍອມໃຫ້ຕົວເອງຖືກເຮົາເຮັດໃຫ້ຕາຍ ແລະ ຖືກເຮົານໍາພາຄືກັນກັບໂຕແກະໄດ້ແທ້ບໍ? ມີໃຜແດ່ໃນບັນດາພວກເຈົ້າທີ່ສາມາດເຮັດສໍາເລັດສິ່ງດັ່ງກ່າວນີ້ໄດ້? ເປັນໄປໄດ້ບໍ ທີ່ທຸກຄົນຖືກເຮົາຮັບເອົາ ແລະ ໄດ້ຮັບຄໍາໝັ້ນສັນຍາຈາກເຮົາ ແມ່ນຜູ້ທີ່ໄດ້ຮັບພອນຂອງເຮົາ? ພວກເຈົ້າໄດ້ເຂົ້າໃຈຫຍັງບໍຈາກພຣະທໍາເຫຼົ່ານີ້? ຖ້າເຮົາທົດສອບພວກເຈົ້າ, ພວກເຈົ້າຈະສາມາດເອົາພວກເຈົ້າເອງໄປຢູ່ໃນການປັ້ນແຕ່ງຂອງເຮົາໄດ້ບໍ ແລະ ໃນທ່າມກາງຂອກການທົດລອງເຫຼົ່ານີ້ ພວກເຈົ້າຈະສາມາດຄົ້ນຫາຈຸດປະສົງ ແລະ ເຂົ້າໃຈຫົວໃຈຂອງເຮົາໄດ້ບໍ? ເຮົາບໍ່ໄດ້ຕ້ອງການໃຫ້ເຈົ້າສາມາດເວົ້າດ້ວຍຄໍາເວົ້າທີ່ປະທັບໃຈ ຫຼື ເລົ່າເລື່ອງຕ່າງໆທີ່ໜ້າຕື່ນເຕັ້ນ; ກົງກັນຂ້າມ, ເຮົາຮຽກຮ້ອງໃຫ້ເຈົ້າສາມາດເປັນພະຍານທີ່ດີໃຫ້ແກ່ເຮົາ ແລະ ເພື່ອວ່າ ເຈົ້າຈະໄດ້ເຂົ້າສູ່ຄວາມເປັນຈິງຢ່າງສົມບູນ ແລະ ຢ່າງເລິກເຊິ່ງ. ຖ້າເຮົາບໍ່ເວົ້າໂດຍກົງ ແລ້ວເຈົ້າຈະສາມາດປະຖິ້ມທຸກຢ່າງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຍອມໃຫ້ເຮົາໃຊ້ເຈົ້າຢູ່ບໍ? ນີ້ບໍ່ແມ່ນຄວາມເປັນຈິງທີ່ເຮົາຕ້ອງການບໍ? ໃຜສາມາດເຂົ້າໃຈຄວາມໝາຍໃນພຣະທໍາຂອງເຮົາແດ່? ເຖິງຢ່າງໃດກໍຕາມ ເຮົາຮຽກຮ້ອງບໍ່ໃຫ້ພວກເຈົ້າຊັ່ງຊາດ້ວຍຄວາມສົງໄສອີກຕໍ່ໄປ ແລະ ຂໍໃຫ້ພວກເຈົ້າເອົາໃຈໃສ່ໃນການເຂົ້າສູ່ຂອງພວກເຈົ້າ ແລະ ເຂົ້າໃຈແກ່ນແທ້ຂອງພຣະທໍາຂອງເຮົາ. ສິ່ງນີ້ຈະປ້ອງກັນບໍ່ໃຫ້ເຈົ້າເຂົ້າໃຈພຣະທໍາຂອງເຮົາຜິດ ແລະ ບໍ່ໃຫ້ມີຄວາມບໍ່ຊັດເຈນຕໍ່ຄວາມໝາຍຂອງເຮົາ ເຊິ່ງມັນຈະເຮັດໃຫ້ເຈົ້າລະເມີດຕໍ່ບົດບັນຍັດແຫ່ງການປົກຄອງຂອງເຮົາ. ເຮົາຫວັງວ່າ ພວກເຈົ້າຈະເຂົ້າໃຈເຈດຕະນາໃນພຣະທໍາຂອງເຮົາສໍາລັບພວກເຈົ້າ. ບໍ່ໃຫ້ຄິດເຖິງຄວາມຄາດຫວັງຂອງພວກເຈົ້າເອງອີກຕໍ່ໄປ ແລະ ຈົ່ງປະຕິບັດຕາມທີ່ພວກເຈົ້າໄດ້ຕັ້ງໝັ້ນຢູ່ຕໍ່ໜ້າເຮົາ ເພື່ອຍອມຮັບເອົາການປັ້ນແຕ່ງຂອງພຣະເຈົ້າໃນທຸກສິ່ງ. ທຸກຄົນທີ່ຢືນຢູ່ພາຍໃນຄົວເຮືອນຂອງເຮົາຄວນເຮັດເທົ່າທີ່ພວກເຂົາສາມາດເຮັດໄດ້; ເຈົ້າຄວນຖວາຍສິ່ງທີ່ດີທີ່ສຸດຂອງເຈົ້າເອງໃຫ້ແກ່ຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ເຈົ້າເຕັມໃຈທີ່ຈະນໍາເອົາສິ່ງດັ່ງກ່າວໄປປະຕິບັດຢ່າງແທ້ຈິງບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 4

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 365)

ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ. ປະຊາຊົນຂອງເຮົາເອີຍ! ພວກເຈົ້າຕ້ອງຄົງຢູ່ພາຍໃນການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ. ຈົ່ງຢ່າໄຮ້ສິນທໍາເດັດຂາດ! ຈົ່ງຢ່າປະພຶດຕົນໂດຍບໍ່ລະວັງ! ເຈົ້າຄວນຖວາຍຄວາມຈົງຮັກພັກດີຂອງເຈົ້າໃນເຮືອນຂອງເຮົາ ແລະ ດ້ວຍຄວາມຈົງຮັກພັກດີເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕອບໂຕ້ຕໍ່ກົນອຸບາຍຂອງຜີຮ້າຍໄດ້. ພວກເຈົ້າບໍ່ຄວນປະພຶດດັ່ງທີ່ພວກເຈົ້າເຮັດໃນອະດີດ ບໍ່ວ່າ ຈະຢູ່ພາຍໃຕ້ສະຖານະການໃດກໍຕາມ ໂດຍເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລ້ວເຮັດອີກສິ່ງລັບຫຼັງເຮົາ; ຖ້າພວກເຈົ້າເຮັດເຊັ່ນນີ້, ພວກເຈົ້າກໍເກີນທີ່ຈະໄດ້ຮັບການໄຖ່ບາບແລ້ວ. ເຮົາບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຢ່າງພຽງພໍບໍ? ມັນເປັນຍ້ອນວ່າ ທໍາມະຊາດເດີມໆຂອງມະນຸດແກ້ໄຂບໍ່ໄດ້, ເຮົາຈຶ່ງຕ້ອງໄດ້ເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກ. ຈົ່ງຢ່າເບື່ອໜ່າຍ! ທຸກສິ່ງທີ່ເຮົາເວົ້າແມ່ນເພື່ອຮັບປະກັນຊາຕາກໍາຂອງພວກເຈົ້າ! ບ່ອນທີ່ເປິເປື້ອນ ແລະ ສົກກະປົກແມ່ນສິ່ງທີ່ຊາຕານຕ້ອງການຢ່າງແທ້ຈິງ; ຍິ່ງພວກເຈົ້າບໍ່ສາມາດໄຖ່ບາບຢ່າງສິ້ນຫວັງ ແລະ ຍິ່ງພວກເຈົ້າໄຮ້ສິນທໍາ ໂດຍປະຕິເສດທີ່ຈະຍອມຢັບຢັ້ງໃຈ, ວິນຍານທີ່ສົກກະປົກເຫຼົ່ານັ້ນຍິ່ງຈະສວຍໂອກາດໃນການແຊກຊຶມເຂົ້າໄປໃນພວກເຈົ້າ. ຖ້າພວກເຈົ້າໄດ້ມາຮອດຈຸດນີ້, ຄວາມຈົງຮັກພັກດີຂອງພວກເຈົ້າກໍຈະບໍ່ມີຫຍັງ ນອກຈາກເປັນການເວົ້າຫຼິ້ນລ້າໆ ໂດຍບໍ່ມີຄວາມເປັນຈິງໃດໆ ແລະ ວິນຍານທີ່ສົກກະປົກກໍຈະກືນກິນຄວາມຕັ້ງໃຈຂອງພວກເຈົ້າ ແລະ ປະຕິຮູບມັນໃຫ້ເປັນຄວາມບໍ່ເຊື່ອຟັງ ແລະ ເປັນ ແຜນການຊົ່ວຮ້າຍ ເພື່ອໃຊ້ທໍາລາຍພາລະກິດຂອງເຮົາ. ຈາກນັ້ນ, ພວກເຈົ້າກໍຈະສາມາດຖືກເຮົາຂ້ຽນຕີໃນເວລາໃດກໍໄດ້. ບໍ່ມີໃຜເຂົ້າໃຈຄວາມຮ້າຍແຮງຂອງສະຖານະການນີ້; ທຸກຄົນພຽງແຕ່ເຮັດທໍາທ່າບໍ່ໄດ້ຍິນໃນສິ່ງທີ່ພວກເຂົາໄດ້ຍິນ ແລະ ບໍ່ໄດ້ລະວັງຕົວແມ່ນແຕ່ໜ້ອຍດຽວ. ເຮົາບໍ່ໄດ້ຈື່ໃນສິ່ງທີ່ຖືກເຮັດໃນອະດີດ; ເຈົ້າຍັງລໍຖ້າໃຫ້ເຮົາຜ່ອນຜັນຕໍ່ເຈົ້າໃນການ “ລືມ” ອີກຄັ້ງແທ້ບໍ? ເຖິງວ່າ ມະນຸດໄດ້ຕໍ່ຕ້ານເຮົາ ແຕ່ເຮົາກໍຈະບໍ່ຕໍານິພວກເຂົາ ເນື່ອງຈາກພວກເຂົາມີວຸດທິພາວະທີ່ຕໍ່າຫຼາຍ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ໄດ້ຮຽກຮ້ອງຫຼາຍເກີນໄປຈາກພວກເຂົາ. ສິ່ງດຽວທີ່ເຮົາຕ້ອງການກໍຄືບໍ່ໃຫ້ພວກເຂົາເສເພ ແລະ ໃຫ້ພວກເຂົາຍອມຕໍ່ເງື່ອນໄຂ. ແນ່ນອນ ມັນບໍ່ເກີນຄວາມສາມາດຂອງພວກເຈົ້າໃນການຕອບສະໜອງເງື່ອນໄຂຂໍ້ດຽວນີ້, ແມ່ນບໍ? ຄົນສ່ວນໃຫຍ່ແມ່ນລໍຖ້າໃຫ້ເຮົາເປີດເຜີຍຄວາມລຶກລັບຍິ່ງຂຶ້ນ ເພື່ອພວກເຂົາຈະໄດ້ລ້ຽງສາຍຕາຂອງພວກເຂົາ. ຢ່າງໃດກໍຕາມ, ເຖິງວ່າ ເຈົ້າຈະເຂົ້າໃຈຄວາມລຶກລັບທັງໝົດຂອງສະຫວັນ ແຕ່ເຈົ້າຈະສາມາດເຮັດຫຍັງໄດ້ດ້ວຍຄວາມຮູ້ນັ້ນ? ມັນຈະເພີ່ມຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ? ມັນຈະປຸກຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ? ເຮົາບໍ່ປະໝາດມະນຸດ ຫຼື ຕັດສິນພວກເຂົາຢ່າງເບົາໆ. ຖ້າສິ່ງເຫຼົ່ານີ້ບໍ່ແມ່ນສະຖານະການຕົວຈິງຂອງມະນຸດ, ເຮົາກໍຈະບໍ່ມີວັນສວມເຄື່ອງໝາຍດັ່ງກ່າວໃຫ້ພວກເຂົາຢ່າງງ່າຍດາຍ. ຈົ່ງຄິດຄືນເຖິງອະດີດ: ຈັກເທື່ອແລ້ວທີ່ເຮົາໄດ້ກ່າວຮ້າຍພວກເຈົ້າ? ຈັກເທື່ອແລ້ວທີ່ເຮົາໄດ້ປະໝາດພວກເຈົ້າ? ຈັກເທື່ອແລ້ວທີ່ເຮົາໄດ້ແນມເບິ່ງພວກເຈົ້າໂດຍບໍ່ຄໍານຶງເຖິງສະຖານະການຕົວຈິງຂອງພວກເຈົ້າ? ຈັກເທື່ອແລ້ວທີ່ພຣະວັດຈະນະຂອງເຮົາບໍ່ສາມາດເອົາຊະນະພວກເຈົ້າຢ່າງໝົດໃຈ? ຈັກເທື່ອແລ້ວທີ່ເຮົາໄດ້ເວົ້າ ໂດຍບໍ່ໄດ້ດີດສາຍສົ່ງສຽງສະທ້ອນດັງກັງວານພາຍໃນພວກເຈົ້າ? ມີຜູ້ໃດໃນບັນດາພວກເຈົ້າທີ່ໄດ້ອ່ານພຣະທໍາຂອງເຮົາ ໂດຍທີ່ບໍ່ຢ້ານກົວ ແລະ ມີອາການສັ່ນເຊັນ ໂດຍຢ້ານຢູ່ເລິກໆວ່າ ເຮົາຈະໂຈມຕີພວກເຈົ້າໃຫ້ຕົກລົງສູ່ຂຸມເລິກທີ່ສຸດ? ເປັນຫຍັງຈຶ່ງບໍ່ອົດທົນກັບການທົດລອງຈາກພຣະທໍາຂອງເຮົາ? ພາຍໃນຖ້ອຍຄຳຂອງເຮົາມີສິດອໍານາດ ແຕ່ນີ້ບໍ່ແມ່ນເພື່ອການພິພາກສາມະນຸດແບບງ່າຍໆ; ກົງກັນຂ້າມ, ເຮົາໄດ້ສະແດງຄວາມໝາຍທີ່ມີຢູ່ໃນພຣະທໍາຂອງເຮົາຕໍ່ພວກເຂົາຢູ່ສະເໝີ ໂດຍໃສ່ໃຈກັບສະຖານະການຕົວຈິງຂອງພວກເຂົາ. ແທ້ຈິງແລ້ວ ມີຜູ້ໃດ ທີ່ສາມາດຮູ້ເຖິງອໍານາດອັນຍິ່ງໃຫຍ່ຂອງເຮົາທີ່ຢູ່ໃນພຣະທໍາຂອງເຮົາບໍ່? ມີຜູ້ໃດ ທີ່ສາມາດຮັບກ້ອນຄໍາທີ່ບໍລິສຸດທີ່ສຸດທີ່ໄດ້ສ້າງພຣະທໍາຂອງເຮົາບໍ? ເຮົາໄດ້ກ່າວພຣະທໍາຫຼາຍສໍ່າໃດແລ້ວ? ມີຜູ້ໃດເຄີຍເຫັນຄຸນຄ່າພຣະທໍາເຫຼົ່ານັ້ນບໍ່?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 10

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 366)

ທຸກໆມື້ເຮົາຢືນສັງເກດເບິ່ງຈັກກະວານ ແລະ ເຮົາປົກປິດໂຕເອງໄວ້ຢ່າງງຽບໆໃນສະຖານທີ່ຢູ່ອາໄສຂອງເຮົາ, ປະສົບກັບຊີວິດຂອງມະນຸດ ແລະ ຮຽນຮູ້ທຸກການກະທຳຂອງຄວາມເປັນມະນຸດຢ່າງໃກ້ຊິດ. ບໍ່ມີໃຜເຄີຍຖວາຍໂຕເອງໃຫ້ກັບເຮົາຢ່າງແທ້ຈິງ; ບໍ່ມີໃຜເຄີຍສະແຫວງຫາຄວາມຈິງ. ບໍ່ມີໃຜເຄີຍເອົາໃຈໃສ່ເຮົາ ຫຼື ຕັດສິນໃຈຢ່າງເດັດດ່ຽວຕໍ່ໜ້າເຮົາ ແລະ ຫຼັງຈາກນັ້ນກໍຮັກສາໜ້າທີ່ຂອງພວກເຂົາ. ບໍ່ມີໃຜເຄີຍອະນຸຍາດໃຫ້ເຮົາອາໄສຢູ່ພາຍໃນເຂົາເຈົ້າ ຫຼື ມອບຄຸນຄ່າໃຫ້ເຮົາຄືກັນກັບທີ່ເຂົາຈະມອບໃຫ້ແກ່ຊີວິດຂອງໂຕເອງ. ບໍ່ມີໃຜເຄີຍເຫັນຄວາມເປັນພຣະເຈົ້າທັງໝົດຂອງເຮົາໃນຄວາມເປັນຈິງທີ່ແທ້ຈິງ; ບໍ່ມີໃຜເຄີຍເຕັມໃຈທີ່ຈະຕິດຕໍ່ກັບພຣະເຈົ້າທີ່ແທ້ຈິງ. ເມື່ອນໍ້າໄດ້ກືນກິນມະນຸດທັງໝົດ, ເຮົາຈະຊ່ວຍພວກເຂົາຈາກນໍ້າທີ່ສົກກະປົກ ແລະ ໃຫ້ໂອກາດພວກເຂົາໃຫ້ມີຊີວິດໃໝ່. ເມື່ອຜູ້ຄົນສູນເສຍຄວາມໝັ້ນໃຈໃນການດຳລົງຊີວິດ, ເຮົາຈະດຶງພວກເຂົາອອກຈາກຂອບເຫວແຫ່ງຄວາມຕາຍ ໂດຍມອບຄວາມກ້າຫານໃຫ້ແກ່ພວກເຂົາໃນການທີ່ຈະມີຊີວິດຢູ່ຕໍ່ໄປ ເພື່ອພວກເຂົາຈະສາມາດໃຊ້ເຮົາເປັນພື້ນຖານຂອງການມີຕົວຕົນຂອງພວກເຂົາ. ເມື່ອຜູ້ຄົນບໍ່ເຊື່ອຟັງເຮົາ, ເຮົາກໍຈະເຮັດໃຫ້ພວກເຂົາຮູ້ຈັກເຮົາຈາກພາຍໃນບໍ່ເຊື່ອຟັງຂອງພວກເຂົາ. ເນື່ອງຈາກທຳມະຊາດເກົ່າຂອງມະນຸດ ແລະ ເນື່ອງຈາກຄວາມເມດຕາຂອງເຮົາ, ແທນທີ່ຈະເຮັດໃຫ້ມະນຸດຕາຍ, ເຮົາອະນຸຍາດໃຫ້ພວກເຂົາກັບໃຈ ແລະ ເລີ່ມຕົ້ນຊີວິດໃໝ່ທີ່ສົດໃສ. ເມື່ອພວກເຂົາຕ້ອງປະສົບກັບຄວາມອຶດຢາກ, ເຮົາໄດ້ຊ່ວຍພວກເຂົາຈາກຄວາມຕາຍ ເຖິງວ່າພວກເຂົາຈະຍັງມີລົມຫາຍໃຈເຫຼືອຢູ່ພຽງຄັ້ງດຽວ ເພື່ອບໍ່ໃຫ້ພວກເຂົາຕົກເປັນເຫຍື່ອຂອງກົນລ່ວງຂອງຊາຕານ. ມີຈັກຄັ້ງແດ່ທີ່ຜູ້ຄົນເຫັນມືຂອງເຮົາ, ມີຈັກຄັ້ງທີ່ພວກເຂົາເຫັນສີໜ້າທີ່ເມດຕາຂອງເຮົາ ແລະ ໃບໜ້າທີ່ຍິ້ມແຍ້ມຂອງເຮົາ ແລະ ມີຈັກຄັ້ງທີ່ພວກເຂົາເຫັນຄວາມສະຫງ່າຜ່າເຜີຍ ແລະ ຄວາມໂມໂຫຂອງເຮົາ. ເຖິງມະນຸດບໍ່ເຄີຍຮູ້ຈັກເຮົາມາກ່ອນ, ເຮົາກໍບໍ່ສວຍໂອກາດໃຊ້ຄວາມອ່ອນແອຂອງພວກເຂົາ ເພື່ອສ້າງບັນຫາໂດຍຕັ້ງໃຈ. ການໄດ້ປະສົບກັບຄວາມລຳບາກຂອງມະນຸດໄດ້ເຮັດໃຫ້ເຮົາເຫັນອົກເຫັນໃຈໃນຄວາມອ່ອນແອຂອງມະນຸດ. ມັນພຽງແຕ່ເປັນການຕອບໂຕຕໍ່ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ຄວາມອັກກະຕັນຍູຂອງພວກເຂົາ ທີ່ເຮັດໃຫ້ເຮົາຕັດສິນໃຈຂ້ຽນຕີພວກເຂົາໃນລະດັບທີ່ແຕກຕ່າງກັນໄປ.

ເຮົາປິດບັງໂຕເອງໃນເວລາທີ່ມະນຸດຫຍຸ້ງ ແລະ ເປີດເຜີຍໂຕເອງໃນເວລາຫວ່າງຂອງພວກເຂົາ. ຜູ້ຄົນຈິນຕະນາການວ່າເຮົາຮອບຮູ້ທຸກຢ່າງ; ພວກເຂົາຖືວ່າເຮົາເປັນພຣະເຈົ້າເອງ ທີ່ຍອມຕາມຄຳຮ້ອງຂໍທັງໝົດ. ສະນັ້ນ, ຄົນສ່ວນໃຫຍ່ຈຶ່ງມາຢູ່ຕໍ່ໜ້າເຮົາເພື່ອຮ້ອງຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ ໂດຍທີ່ບໍ່ໄດ້ມີຄວາມຕ້ອງການທີ່ຢາກຮູ້ຈັກເຮົາ. ເມື່ອຕົກຢູ່ໃນສະພາບຄວາມເຈັບໄຂ້, ຜູ້ຄົນຈະຮ້ອງຂໍຄວາມຊ່ວຍເຫຼືອຈາກເຮົາຢ່າງຮີບດ່ວນ. ເມື່ອຢູ່ໃນຄວາມລຳບາກຍາກແຄ້ນ, ພວກເຂົາຈະບອກເຮົາເຖິງຄວາມຫຍຸ້ງຍາກຂອງພວກເຂົາຢ່າງໝົດກຳລັງ ເພື່ອກໍາຈັດຄວາມທຸກທໍລະມານຂອງພວກເຂົາເອງ. ຢ່າງໃດກໍຕາມ, ບໍ່ມີມະນຸດແມ່ນແຕ່ຄົນໜຶ່ງ ທີ່ຈະສາມາດຮັກເຮົາໃນເວລາທີ່ພວກເຂົາຢູ່ໃນສະພາບທີ່ສຸກສະບາຍ; ບໍ່ມີແມ່ນແຕ່ຄົນໜຶ່ງໄດ້ຍື່ນມືຫາເຮົາໃນເວລາທີ່ພວກເຂົາມີຄວາມສະຫງົບສຸກ ແລະ ມີຄວາມສຸກ ເພື່ອໃຫ້ເຮົາໄດ້ເປັນສ່ວນໜຶ່ງໃນຄວາມສຸກຂອງພວກເຂົາ. ເມື່ອຄອບຄົວນ້ອຍໆຂອງພວກເຂົາມີຄວາມສຸກ ແລະ ສະບາຍດີ, ຜູ້ຄົນໄດ້ໂຍນເຮົາຖິ້ມ ຫຼື ປິດປະຕູໃສ່ເຮົາແຕ່ດົນນານແລ້ວ ໂດຍທີ່ຫ້າມບໍ່ໃຫ້ເຮົາເຂົ້າໄປທາງໃນ ເພື່ອວ່າພວກເຂົາຈະສາມາດເພີດເພີນກັບຄວາມສຸກກັບຄວາມສຸກທີ່ໄດ້ຈາກພອນຂອງຄອບຄົວພວກເຂົາ. ຄວາມຄິດຂອງມະນຸດແຄບຫຼາຍ; ມັນແຄບຫຼາຍຈົນບໍ່ສາມາດຍອມຮັບວ່າພຣະເຈົ້ານັ້ນເປັນທີ່ຮັກ, ມີຄວາມເມດຕາ ແລະ ສາມາດເຂົ້າຫາໄດ້ຄືດັ່ງເຮົາ. ເຮົາຖືກມະນຸດປະຕິເສດຫຼາຍຄັ້ງໃນເວລາທີ່ພວກເຂົາຫົວດ້ວຍຄວາມມ່ວນຊື່ນ; ມະນຸດໄດ້ມາອີງໃສ່ເຮົາຄືດັ່ງໄມ້ຄໍ້າ ໃນເວລາທີ່ພວກເຂົາສະດຸດລົ້ມຫຼາຍຄັ້ງ; ເຮົາຖືກບັງຄັບໃຫ້ເຮັດໜ້າທີ່ເປັນທ່ານໝໍໂດຍຜູ້ຄົນທີ່ທໍລະມານຈາກຄວາມເຈັບໄຂ້. ມະນຸດຈັ່ງແມ່ນໂຫດຮ້າຍຫຼາຍ! ພວກເຂົາບໍ່ມີເຫດຜົນ ແລະ ຊົ່ວຊ້າທີ່ສຸດ. ບໍ່ສາມາດຮັບຮູ້ແມ່ນແຕ່ຄວາມຮູ້ສຶກທີ່ມະນຸດຄວນມີ; ພວກເຂົາເກືອບປາສະຈາກຮ່ອງຮອຍຂອງຄວາມເປັນມະນຸດ. ໃຫ້ຄິດເຖິງອະດີດ ແລະ ປຽບທຽບມັນກັບປັດຈຸບັນ: ພາຍໃນໂຕພວກເຈົ້າແມ່ນມີການປ່ຽນແປງເກີດຂຶ້ນບໍ? ມີສິ່ງໃດແດ່ໃນອະດີດທີ່ຍັງຄົງຢູ່ໃນປັດຈຸບັນ? ຫຼື ສິ່ງທີ່ຢູ່ໃນອະດີດນັ້ນຍັງບໍ່ມີສິ່ງມາທົດແທນເທື່ອ?

ເຮົາໄດ້ຂ້າມຜ່ານເນີນພູສູງ ແລະ ຮ່ອມພູແມ່ນໍ້າ, ໄດ້ປະສົບກັບຈຸດຂຶ້ນ ແລະ ຈຸດລົງຂອງໂລກຂອງມະນຸດ. ເຮົາໄດ້ທ່ອງທ່ຽວໄປໃນທ່າມກາງພວກເຂົາ ແລະ ເຮົາໄດ້ອາໄສຢູ່ເປັນເວລາຫຼາຍປີທ່າມກາງພວກເຂົາ, ແຕ່ມັນກໍປະກົດວ່າ ນິໄສຂອງມະນຸດໄດ້ປ່ຽນແປງພຽງແຕ່ເລັກນ້ອຍ. ມັນເບິ່ງຄືວ່າ ທຳມະຊາດເກົ່າຂອງຜູ້ຄົນໄດ້ວາງຮາກ ແລະ ແຕກໜໍ່ໃນພວກເຂົາ. ພວກເຂົາບໍ່ມີວັນສາມາດປ່ຽນແປງທຳມະຊາດເກົ່າໆນັ້ນໄດ້; ພວກເຂົາພຽງແຕ່ປັບປຸງມັນຈາກພື້ນຖານດັ່ງເດີມຂອງມັນ. ດັ່ງທີ່ຜູ້ຄົນໄດ້ກ່າວໄວ້, ທາດແທ້ບໍ່ເຄີຍປ່ຽນແປງ ແຕ່ຮູບຮ່າງໄດ້ປ່ຽນແປງໄປຫຼາຍ. ມັນເບິ່ງຄືວ່າ ທຸກຄົນພະຍາຍາມຫຼອກລວງເຮົາ ແລະ ເຮັດໃຫ້ເຮົາສັບສົນ ເພື່ອເຂົາຈະລອດໂຕໄປ ແລະ ຮັບການຂອບໃຈຈາກເຮົາ. ເຮົາບໍ່ຊົມເຊີຍ ຫຼື ໃສ່ໃຈກົນລວງຂອງມະນຸດ. ແທນທີ່ຈະໂມໂຫຂຶ້ນ, ເຮົາໄດ້ນໍາໃຊ້ທັດສະນະຄະຕິໃນການເບິ່ງ ແຕ່ບໍ່ໃຫ້ເຫັນ. ເຮົາວາງແຜນທີ່ຈະມອບອິດສະຫຼະພາບໃນລະດັບໜຶ່ງໃຫ້ກັບມະນຸດ ແລະ ຫຼັງຈາກນັ້ນ ກໍຈັດການກັບມະນຸດທັງໝົດພ້ອມກັນ. ເນື່ອງຈາກມະນຸດທຸກຄົນເປັນຄົນຊົ່ວທີ່ບໍ່ມີຄ່າທີ່ບໍ່ຮັກໂຕເອງ ແລະ ທີ່ບໍ່ຖະໜອມໂຕເອງ, ແລ້ວເປັນຫຍັງພວກເຂົາຈະຕ້ອງການໃຫ້ເຮົາສະແດງຄວາມເມດຕາ ແລະ ຄວາມຮັກອີກຄັ້ງ? ໂດຍບໍ່ມີຂໍ້ຍົກເວັ້ນ, ມະນຸດບໍ່ຮູ້ຈັກໂຕເອງ ແລະ ພວກເຂົາບໍ່ຮູ້ວ່າພວກເຂົາມີຄ່າສໍ່າໃດ. ພວກເຂົາຄວນນໍາໂຕເອງໃສ່ໃນຊິງເພື່ອຊັ່ງນໍ້າໜັກ. ມະນຸດບໍ່ສົນໃຈເຮົາ ເຊິ່ງດ້ວຍເຫດນັ້ນ ເຮົາກໍບໍ່ຈິງຈັງກັບເຂົາເຊັ່ນດຽວກັນ. ພວກເຂົາບໍ່ສົນໃຈເຮົາ, ສະນັ້ນ ເຮົາກໍບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມກັບພວກເຂົາຫຼາຍ. ສິ່ງນີ້ບໍ່ໄດ້ດີທີ່ສຸດສຳລັບທັງສອງໂລກບໍ? ສິ່ງນີ້ບໍ່ໄດ້ພັນລະນາເຖິງພວກເຈົ້າບໍ, ປະຊາຊົນຂອງເຮົາເອີຍ? ຜູ້ໃດໃນທ່າມກາງພວກເຈົ້າທີ່ເຮັດປະນິທານຕໍ່ໜ້າເຮົາ ແລ້ວບໍ່ໄດ້ໂຍນມັນຖິ້ມຫຼັງຈາກນັ້ນ? ຜູ້ໃດທີ່ເຄີຍເຮັດປະນິທານໄລຍະຍາວຕໍ່ໜ້າເຮົາ ແທນທີ່ຈະຕັ້ງໃຈໃສ່ກັບສິ່ງຕ່າງໆເປັນປະຈໍາ? ຕະຫຼອດເວລາ ມະນຸດເຮັດປະນິທານຕໍ່ໜ້າເຮົາໃນເວລາທີ່ສະບາຍ ແລະ ຫຼັງຈາກນັ້ນກໍປະຖິ້ມມັນໃນເວລາທີ່ຫຍຸ້ງຍາກລຳບາກ; ຫຼັງຈາກນັ້ນ ພວກເຂົາຈະນໍາເອົາປະນິທານຂອງພວກເຂົາກັບມາ ແລະ ວາງມັນຢູ່ຕໍ່ໜ້າເຮົາ. ເຮົາບໍ່ເປັນຕາເຄົາລົບຂະໜາດນັ້ນບໍ ທີ່ຈະຍອມຮັບຂອງເສຍນີ້ທີ່ມະນຸດເກັບຂຶ້ນມາຈາກກອງຂີ້ເຫຍື່ອຢ່າງສະບາຍ? ມະນຸດຈຳນວນໜ້ອຍທີ່ຈະຮັກສາປະນິທານຂອງພວກເຂົາ, ມີພຽງຈຳນວນໜ້ອຍທີ່ຈະບໍລິສຸດ ແລະ ມີພຽງຈຳນວນໜ້ອຍທີ່ຈະຖວາຍສິ່ງທີ່ມີຄ່າທີ່ສຸດຂອງພວກເຂົາເພື່ອເສຍສະຫຼະໃຫ້ກັບເຮົາ. ພວກເຈົ້າທຸກຄົນບໍ່ໄດ້ເປັນຄືກັນບໍ? ໃນຖານະເປັນຄົນຂອງເຮົາໃນອານາຈັກ, ຖ້າພວກເຈົ້າບໍ່ສາມາດຮັກສາໜ້າທີ່ຂອງໂຕເອງໄດ້, ເຮົາກໍຈະກຽດຊັງ ແລະ ປະຕິເສດພວກເຈົ້າ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 14

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 367)

ມະນຸດລ້ວນແລ້ວແຕ່ເປັນສິ່ງມີຊີວິດທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງ ແລະ ພວກເຂົາບໍ່ສາມາດຮູ້ຈັກຕົວເອງໄດ້. ເຖິງຢ່າງໃດກໍຕາມ, ພວກເຂົາຮູ້ຈັກຄົນອື່ນໆຄືກັບຫຼັງມືຂອງພວກເຂົາ ຄືກັບວ່າທຸກສິ່ງທີ່ຄົນອື່ນໄດ້ເຮັດ ແລະ ໄດ້ເວົ້າໄດ້ຖືກ “ກວດສອບ” ໂດຍພວກເຂົາ, ຢູ່ຕໍ່ໜ້າພວກເຂົາ ແລະ ໄດ້ຮັບການອະນຸມັດຈາກພວກເຂົາກ່ອນທີ່ຈະເຮັດ. ດ້ວຍເຫດນັ້ນ, ມັນຈຶ່ງຄືກັບວ່າພວກເຂົາໄດ້ໃຊ້ມາດຕະການເຕັມກັບທຸກຄົນຕະຫຼອດເຖິງສະພາບທາງຈິດໃຈຂອງພວກເຂົາ. ມະນຸດລ້ວນແລ້ວແຕ່ເປັນແບບນີ້. ເຖິງວ່າໃນປັດຈຸບັນ ມະນຸດໄດ້ເຂົ້າສູ່ຍຸກແຫ່ງອານາຈັກ, ແຕ່ທຳມະຊາດຂອງເຂົາກໍຍັງບໍ່ໄດ້ປ່ຽນແປງ. ພວກເຂົາຍັງເຮັດແບບທີ່ເຮົາເຮັດເມື່ອຢູ່ຕໍ່ໜ້າເຮົາ, ແຕ່ເມື່ອລັບຫຼັງເຮົາ ພວກເຂົາກໍເລີ່ມລຸກຂຶ້ນເຮັດ “ທຸລະກິດ” ພິເສດຂອງເຂົາເອງ. ຢ່າງໃດກໍຕາມ, ຫຼັງຈາກນັ້ນ ເມື່ອພວກເຂົາມາຢູ່ຕໍ່ໜ້າເຮົາ, ພວກເຂົາກໍເປັນຄົນທີ່ແຕກຕ່າງຈາກເດີມ, ເຊິ່ງເບິ່ງຄືໃຈເຢັນ ແລະ ບໍ່ຢ້ານ, ໃບໜ້າສະຫງົບ ແລະ ໃຈເຕັ້ນປົກກະຕິ. ສິ່ງນີ້ບໍ່ແມ່ນສິ່ງທີ່ເຮັດໃຫ້ມະນຸດຊົ່ວຊ້າຫຼາຍແທ້ບໍ? ມີຈັກຄົນທີ່ມີສອງໜ້າທີ່ແຕກຕ່າງກັນຢ່າງສິ້ນເຊີງ, ໜ້າໜຶ່ງເມື່ອຢູ່ຕໍ່ໜ້າເຮົາ ແລະ ອີກໜ້າເມື່ອຢູ່ລັບຫຼັງເຮົາ? ມີພວກເຂົາຫຼາຍຄົນທີ່ເຮັດຄືກັບແກະນ້ອຍເກີດໃໝ່ເມື່ອຢູ່ຕໍ່ໜ້າເຮົາ ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍກາຍເປັນເສືອທີ່ດຸຮ້າຍ ແລະ ຫຼັງຈາກນັ້ນກໍເຮັດຄືກັນກັບນົກນ້ອຍທີ່ບິນໄປມາໃນພູເຂົາຢ່າງລ່າເລີງ. ມີຈັກຄົນທີ່ສະແດງຈຸດປະສົງ ແລະ ປະນິທານເມື່ອຢູ່ຕໍ່ໜ້າເຮົາ? ມີຫຼາຍຄົນທີ່ມາຢູ່ຕໍ່ໜ້າເຮົາໂດຍສະແຫວງຫາພຣະທຳຂອງເຮົາດ້ວຍຄວາມກະຫາຍ ແລະ ຄວາມປາຖະໜາ, ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍເມື່ອຍກັບພຣະທຳເຫຼົ່ານັ້ນ ແລະ ປະຖິ້ມ ຄືກັບວ່າພຣະວັດຈະນະຂອງເຮົາເປັນພາລະ. ມີຫຼາຍຄັ້ງ ເມື່ອເຫັນວ່າເຜົ່າພັນມະນຸດຖືກສັດຕູຂອງເຮົາເຮັດໃຫ້ເສື່ອມຊາມ, ເຮົາກໍປະຖິ້ມຄວາມຄາດຫວັງຂອງເຮົາໃນມະນຸດ. ມີຫຼາຍຄັ້ງ ເມື່ອເຫັນພວກເຂົາມາຢູ່ຕໍ່ໜ້າເຮົາດ້ວຍນໍ້າຕາເພື່ອຮຽກຮ້ອງການອະໄພໂທດ, ແຕ່ຍ້ອນຄວາມທີ່ເຂົາຂາດການເຄົາລົບຕົນເອງ ແລະ ຄວາມດື້ດຶງຂອງພວກເຂົາທີ່ແກ້ໄຂບໍ່ໄດ້, ເຮົາໄດ້ປິດຕາຂອງເຮົາຕໍ່ການກະທຳຂອງພວກເຂົາດ້ວຍຄວາມໂກດຮ້າຍ, ເຖິງແມ່ນວ່າຫົວໃຈຂອງພວກເຂົາແມ່ນຂອງແທ້ ແລະ ເຈດຕະນາຂອງພວກເຂົາແມ່ນຈິງໃຈກໍຕາມ. ມີຫຼາຍຄັ້ງ ເຮົາເຫັນຜູ້ຄົນມີຄວາມເຊື່ອໝັ້ນພໍທີ່ຈະຮ່ວມມືກັບເຮົາ ເຊິ່ງເມື່ອຢູ່ຕໍ່ໜ້າເຮົາ ຜູ້ຄົນກໍເບິ່ງຄືວ່າ ຢູ່ໃນອ້ອມກອດຂອງເຮົາ ແລະ ຊິມຄວາມອົບອຸ່ນຂອງມັນ. ມີຫຼາຍຄັ້ງທີ່ໄດ້ເຫັນຄວາມໄຮ້ດຽງສາ, ຄວາມມີຊີວິດຊີວາ ແລະ ຄວາມເປັນຕາຮັກຂອງຜູ້ຄົນທີ່ຖືກເລືອກຂອງເຮົາ, ແລ້ວເຮົາຈະບໍ່ມີຄວາມສຸກກັບສິ່ງເຫຼົ່າໄດ້ແນວໃດ? ມະນຸດບໍ່ຮູ້ວິທີການເພີດເພີນກັບພອນຂອງພວກເຂົາທີ່ຖືກກຳນົດລ່ວງໜ້າດ້ວຍມືຂອງເຮົາ, ເພາະພວກເຂົາບໍ່ຮູ້ຈັກວ່າ ແມ່ນຫຍັງໝາຍເຖິງ “ພອນ” ແລະ “ການທົນທຸກ” ກັນແທ້. ຍ້ອນເຫດຜົນນີ້, ມະນຸດຊາດຈຶ່ງຍັງຢູ່ໄກຫຼາຍໃນການສະແຫວງຫາເຮົາ. ຖ້າບໍ່ມີສິ່ງທີ່ເອີ້ນວ່າມື້ອື່ນ, ຜູ້ໃດໃນບັນດາພວກເຈົ້າທີ່ກໍາລັງຢືນຢູ່ຕໍ່ໜ້າເຮົາ ທີ່ກຳລັງຢືນຢູ່ຕໍ່ໜ້າເຮົາທີ່ຂາວດັ່ງຫິມະບໍລິສຸດ ແລະ ບໍ່ມີມົນທິນດັ່ງແກ້ວຢົກ? ເປັນໄປໄດ້ບໍ ທີ່ ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາບໍ່ແມ່ນສິ່ງທີ່ສາມາດແລກປ່ຽນດ້ວຍອາຫານທີ່ແຊບ, ຊຸດເສື້ອຜ້າທີ່ຫຼູຫຼາ ຫຼື ຕໍາແໜ່ງທີ່ມີເງິນເດືອນສູງ? ມັນສາມາດຖືກແລກປ່ຽນກັບຄວາມຮັກທີ່ຄົນອື່ນມີໃຫ້ກັບເຈົ້າບໍ? ມັນແມ່ນບໍ ທີ່ການຜະເຊີນກັບການທົດສອບຈະບໍ່ເຮັດໃຫ້ຜູ້ຄົນປະຖິ້ມຄວາມຮັກຂອງພວກເຂົາທີ່ມີຕໍ່ເຮົາ? ການທົນທຸກ ແລະ ຄວາມລຳບາກຍາກແຄ້ນຈະບໍ່ເຮັດໃຫ້ພວກເຂົາຕໍ່ວ່າສິ່ງທີ່ເຮົາໄດ້ຈັດແຈງໄວ້ບໍ? ບໍ່ມີໃຜທີ່ເຂົ້າໃຈດາບທີ່ແຫຼມຄົມທີ່ຢູ່ໃນປາກຂອງເຮົາ: ພວກເຂົາຮູ້ພຽງແຕ່ຄວາມໝາຍພາຍນອກ ໂດຍບໍ່ເຂົ້າໃຈຄວາມໝາຍພາຍໃນຂອງມັນຢ່າງແທ້ຈິງ. ຖ້າມະນຸດສາມາດເຫັນຄວາມຄົມຂອງດາບຂອງເຮົາຢ່າງແທ້ຈິງ, ພວກເຂົາຈະແລ່ນໜີສູ່ຮູຂອງພວກເຂົາຄືກັບໜູ. ຍ້ອນຄວາມມຶນຊາຂອງພວກເຂົາ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ເລີຍວ່າ ພຣະວັດຈະນະຂອງເຮົາເປັນຕາຢໍາເກງພຽງໃດ ຫຼື ພວກມັນເປີດເຜີຍທຳມະຊາດຂອງພວກມະນຸດຫຼາຍສໍ່າໃດ ແລະ ຄວາມເສື່ອມຊາມຂອງພວກເຂົາຖືກພິພາກສາໂດຍພຣະທໍາເຫຼົ່ານັ້ນຫຼາຍສໍ່າໃດ. ດ້ວຍເຫດຜົນນີ້, ເນື່ອງຈາກແນວຄວາມຄິດເກິ່ງໆກາງໆທີ່ພວກເຂົາມີກ່ຽວກັບສິ່ງທີ່ເຮົາກ່າວ, ຄົນສ່ວນໃຫຍ່ຈຶ່ງມີທັດສະນະທີ່ບໍ່ເຕັມໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 15

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 368)

ທົ່ວທັງຍຸກຕ່າງໆ, ຫຼາຍຄົນໄດ້ຈາກໂລກນີ້ໄປດ້ວຍຄວາມຜິດຫວັງ ແລະ ດ້ວຍຄວາມບໍ່ເຕັມໃຈ ແລະ ຫຼາຍຄົນມາສູ່ໂລກນີ້ດ້ວຍຄວາມຫວັງ ແລະ ຄວາມເຊື່ອ. ເຮົາໄດ້ຈັດກຽມໃຫ້ກັບຫຼາຍຄົນທີ່ຈະມາ ແລະ ໄດ້ສົ່ງຫຼາຍຄົນໃຫ້ຈາກໄປ. ຄົນຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ຜ່ານມືຂອງເຮົາໄປ. ວິນຍານຫຼາຍຕົນໄດ້ຖືກໂຍນຖິ້ມລົງສູ່ແດນມໍລະນາ, ຫຼາຍຄົນໄດ້ດຳລົງຊີວິດໃນເນື້ອໜັງ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດໃໝ່ເທິງແຜ່ນດິນໂລກ. ແຕ່ບໍ່ເຄີຍມີໃຜທີ່ໄດ້ມີໂອກາດຮັບເອົາພອນແຫ່ງອານາຈັກໃນປັດຈຸບັນ. ເຮົາໄດ້ມອບຫຼາຍສິ່ງໃຫ້ກັບມະນຸດ, ແຕ່ເຂົາໄດ້ຮັບພຽງໜ້ອຍດຽວ, ຍ້ອນການໂຈມຕີຈາກກໍາລັງຂອງຊາຕານໄດ້ເຮັດໃຫ້ເຂົາບໍ່ສາມາດຮັບເອົາຄວາມຮັ່ງມີທັງໝົດຂອງເຮົາໄດ້. ເຂົາມີພຽງແຕ່ໂຊກດີທີ່ໄດ້ຮັບການເຝົ້າເບິ່ງ, ແຕ່ບໍ່ເຄີຍທີ່ຈະສາມາດຊື່ນຊົມຢ່າງສົມບູນຈັກເທື່ອ. ມະນຸດບໍ່ເຄີຍຄົ້ນພົບຄັງສົມບັດໃນຮ່າງກາຍຂອງເຂົາເພື່ອຮັບເອົາຄວາມຮັ່ງມີຂອງສະຫວັນຈັກເທື່ອ ແລະ ສະນັ້ນ ເຂົາກໍໄດ້ສູນເສຍພອນຕ່າງໆທີ່ເຮົາໄດ້ປະທານໃຫ້ກັບເຂົາ. ວິນຍານຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຊື່ອມໂຍງມະນຸດກັບພຣະວິນຍານຂອງເຮົາແທ້ບໍ? ເປັນຫຍັງມະນຸດຈຶ່ງບໍ່ເຄີຍພົວພົນເຮົາດ້ວຍວິນຍານຂອງເຂົາຈັກເທື່ອ? ເປັນຫຍັງເຂົາຈຶ່ງສາມາດຫຍັບເຂົ້າໃກ້ເຮົາດ້ວຍເນື້ອໜັງ, ແຕ່ບໍ່ສາມາດເຮັດແບບນັ້ນກັບຝ່າຍວິນຍານ? ໃບໜ້າທີ່ແທ້ຈິງຂອງເຮົາແມ່ນມາຈາກເນື້ອໜັງບໍ? ເປັນຫຍັງມະນຸດຈຶ່ງບໍ່ຮູ້ຈັກແກ່ນແທ້ຂອງເຮົາ? ບໍ່ເຄີຍມີຮ່ອງຮອຍກ່ຽວກັບເຮົາໃນວິນຍານຂອງມະນຸດແທ້ບໍ? ເຮົາໄດ້ຫາຍໄປຈາກວິນຍານຂອງມະນຸດໂດຍສົມບູນແລ້ວບໍ? ຖ້າມະນຸດບໍ່ເຂົ້າສູ່ອານາຈັກຝ່າຍວິນຍານ, ເຂົາຈະສາມາດເຂົ້າໃຈເຈດຕະນາຂອງເຮົາໄດ້ແນວໃດ? ໃນສາຍຕາຂອງມະນຸດ ມີຫຍັງບໍທີ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້ໂດຍກົງ? ມີຫຼາຍຄັ້ງທີ່ເຮົາໄດ້ເອີ້ນຫາມະນຸດດ້ວຍພຣະວິນຍານຂອງເຮົາ, ແຕ່ມະນຸດກໍເຮັດຄືກັບວ່າເຂົາຖືກເຮົາແທງ, ຈ້ອງເບິ່ງເຮົາຢູ່ຫ່າງໆ ຍ້ອນຢ້ານຢ່າງໃຫຍ່ວ່າເຮົາຈະນໍາພາເຂົາໄປສູ່ໂລກອີກໃບໜຶ່ງ. ມີຫຼາຍຄັ້ງທີ່ເຮົາໄດ້ສອບຖາມໃນວິນຍານຂອງມະນຸດ, ແຕ່ເຂົາກໍຍັງຄົງບໍ່ຮູ້ເມື່ອ ໂດຍຢ້ານຢ່າງແຮງວ່າເຮົາຈະເຂົ້າໄປໃນເຮືອນຂອງເຂົາ ແລະ ສວຍໂອກາດຍຶດສິ່ງຂອງທັງໝົດຂອງເຂົາ. ສະນັ້ນ ເຂົາຈຶ່ງອັດປະຕູຕັນເຮົາໄວ້ຂ້າງນອກ ໂດຍປ່ອຍໃຫ້ເຮົາບໍ່ພົບຫຍັງເລີຍນອກຈາກປະຕູເຢືອກເຢັນທີ່ອັດແຈບຢ່າງແໜ້ນ. ມີຫຼາຍຄັ້ງທີ່ມະນຸດໄດ້ລົ້ມລົງ ແລະ ເຮົາໄດ້ຊ່ວຍເຫຼືອເຂົາໄວ້, ແຕ່ຫຼັງຈາກຕື່ນຂຶ້ນ ເຂົາກໍຈາກເຮົາໄປທັນທີ ແລະ ຫຼຽວເບິ່ງເຮົາຢ່າງລະແວງ ໂດຍທີ່ຍັງບໍ່ໄດ້ຖືກສຳຜັດກັບຄວາມຮັກຂອງເຮົາເທື່ອ; ເຮົາບໍ່ເຄີຍເຮັດໃຫ້ຫົວໃຈຂອງມະນຸດອົບອຸ່ນເລີຍ. ມະນຸດເປັນສັດທີ່ໄຮ້ຄວາມຮູ້ສຶກ ແລະ ເລືອດເຢັນທີ່ສຸດ. ເຖິງແມ່ນເຂົາໄດ້ຮັບຄວາມອົບອຸ່ນຈາກອ້ອມກອດຂອງເຮົາ, ເຂົາກໍບໍ່ເຄີຍຕື່ນຕັນໃຈຍ້ອນສິ່ງນັ້ນຈັກເທື່ອ. ມະນຸດເໝືອນຄົນປ່າເຖື່ອນທີ່ຢູ່ເທິງພູເຂົາ. ເຂົາບໍ່ເຄີຍເຫັນຄຸນຄ່າຂອງຄວາມຮັກທີ່ເຮົາມີຕໍ່ມະນຸດຊາດ. ເຂົາບໍ່ເຕັມໃຈທີ່ຈະເຂົ້າຫາເຮົາ, ເລືອກທີ່ຈະອາໄສຢູ່ເທິງພູເຂົາ ເຊິ່ງເປັນບ່ອນທີ່ເຂົາອົດກັ້ນຕໍ່ການຂົ່ມຂູ່ຂອງສັດຮ້າຍ, ແຕ່ເຂົາກໍຍັງບໍ່ເຕັມໃຈທີ່ຈະລີ້ໄພໃນຕົວເຮົາ. ເຮົາບໍ່ໄດ້ບັງຄັບມະນຸດຄົນໃດ, ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາ. ແລ້ວມື້ນັ້ນຈະມາເຖິງ ມື້ທີ່ມະນຸດລອຍຂ້າມມະຫາສະໝຸດທີ່ກວ້າງໃຫຍ່ມາຫາເຮົາ ເພື່ອວ່າ ເຂົາອາດຈະໄດ້ຮັບຄວາມຮັ່ງມີເທິງແຜ່ນດິນໂລກ ແລະ ປະຖິ້ມຄວາມສ່ຽງທີ່ຈະຖືກກືນໂດຍທະເລ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 20

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 369)

ຫຼາຍຄົນປາຖະໜາທີ່ຈະຮັກເຮົາແທ້ຈິງ, ແຕ່ຍ້ອນຫົວໃຈຂອງພວກເຂົາບໍ່ແມ່ນຂອງພວກເຂົາເອງ, ພວກເຂົາຈຶ່ງບໍ່ສາມາດຄວບຄຸມເໜືອຕົນເອງ; ຫຼາຍຄົນຮັກເຮົາແທ້ຈິງໃນຂະນະທີ່ພວກເຂົາປະສົບກັບການທົດລອງທີ່ເຮົາໄດ້ມອບໃຫ້, ແຕ່ພວກເຂົາກໍບໍ່ສາມາດເຂົ້າໃຈວ່າເຮົາມີຊີວິດຢູ່ຢ່າງແທ້ຈິງ ແລະ ພຽງແຕ່ຮັກເຮົາໃນຄວາມວ່າງເປົ່າ ແລະ ບໍ່ແມ່ນຍ້ອນການເປັນຢູ່ທີ່ແທ້ຈິງຂອງເຮົາ; ຫຼາຍຄົນວາງຫົວໃຈຂອງພວກເຂົາຢູ່ຕໍ່ໜ້າເຮົາ ແລະ ກໍບໍ່ສົນໃຈຫົວໃຈຂອງພວກເຂົາ ແລະ ສະນັ້ນ ຫົວໃຈຂອງພວກເຂົາຈຶ່ງຖືກຊາຕານຍາດເອົາໄປ ເມື່ອໃດກໍຕາມທີ່ມັນມີໂອກາດ ແລະ ຫຼັງຈາກນັ້ນ ພວກເຂົາກໍປະຖິ້ມເຮົາ; ຫຼາຍຄົນຮັກເຮົາຢ່າງແທ້ຈິງ ເມື່ອເຮົາສະໜອງພຣະທຳຂອງເຮົາໃຫ້, ແຕ່ບໍ່ຖະໜຸຖະໜອມພຣະທຳຂອງເຮົາໃນຈິດວິນຍານຂອງພວກເຂົາ, ກົງກັນຂ້າມ ພວກເຂົາໃຊ້ພຣະທຳເຫຼົ່ານັ້ນແບບຊົ່ວຄາວຄືກັນກັບຊັບສິນສາທາລະນະ ແລະ ໂຍນພຣະທຳເຫຼົ່ານັ້ນກັບຄືນບ່ອນເກົ່າເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຢາກເຮັດ. ມະນຸດຄົ້ນຫາເຮົາໃນທ່າມກາງຄວາມເຈັບປວດ ແລະ ເຂົາຫຼຽວເບິ່ງເຮົາທ່າມກາງການທົດລອງ. ໃນເວລາມີຄວາມສະຫງົບສຸກ ເຂົາກໍຊື່ນຊົມໃນຕົວເຮົາ, ເມື່ອຢູ່ໃນອັນຕະລາຍ ເຂົາກໍປະຕິເສດເຮົາ, ເມື່ອເຂົາຫຍຸ້ງ ເຂົາກໍລືມເຮົາ ແລະ ເມື່ອເຂົາຂີ້ຄ້ານ ເຂົາກໍທຳທ່າປະຕິບັດຕໍ່ເຮົາ, ແຕ່ບໍ່ເຄີຍມີໃຜຮັກເຮົາຕະຫຼອດທັງຊີວິດຂອງພວກເຂົາເລີຍ. ເຮົາປາຖະໜາໃຫ້ມະນຸດຈິງໃຈຕໍ່ໜ້າເຮົາ: ເຮົາບໍ່ຂໍໃຫ້ເຂົາມອບສິ່ງໃດສິ່ງໜຶ່ງໃຫ້ກັບເຮົາ, ຂໍພຽງແຕ່ໃຫ້ທຸກຄົນຈິງຈັງກັບເຮົາ, ແທນທີ່ຈະໂນ້ມນ້າວເຮົາ, ພວກເຂົາຍອມໃຫ້ເຮົານໍາຄວາມຈິງໃຈຂອງມະນຸດກັບຄືນມາ. ແສງສະຫວ່າງ, ແສງເຍືອງທາງ ແລະ ຄ່າຄວາມພະຍາຍາມຂອງເຮົາປົກຄຸມໄປທົ່ວທຸກຄົນ, ເຊັ່ນດຽວກັນ ຄວາມເປັນຈິງໃນການກະທຳທຸກຢ່າງຂອງມະນຸດກໍແຜ່ລາມໄປທົ່ວທຸກຄົນ ພ້ອມກັບການຫຼອກລວງຂອງພວກເຂົາທີ່ມີຕໍ່ເຮົາ. ມັນເປັນຄືກັບວ່າ ສ່ວນປະກອບໃນການຫຼອກລວງຂອງມະນຸດຕິດຢູ່ກັບເຂົາຕັ້ງແຕ່ຢູ່ໃນທ້ອງ, ຄືກັບວ່າ ເຂົາມີທັກສະພິເສດໃນການຫຼອກລວງຕັ້ງແຕ່ເກີດ. ຍິ່ງໄປກວ່ານັ້ນ ເຂົາບໍ່ເຄີຍເປີດເຜີຍຄວາມລັບ; ບໍ່ມີໃຜເຄີຍເຫັນຜ່ານແຫຼ່ງກໍາເນີດຂອງທັກສະທີ່ຫຼອກລວງເຫຼົ່ານີ້. ຜົນຕາມມາກໍຄື ມະນຸດດຳລົງຊີວິດຢູ່ທ່າມກາງການຫຼອກລວງໂດຍບໍ່ຮູ້ຕົວ ແລະ ມັນເປັນຄືກັບວ່າເຂົາໄດ້ໃຫ້ອະໄພຕົນເອງ, ຄືກັບວ່າ ມັນເປັນການປັ້ນແຕ່ງຂອງພຣະເຈົ້າແທນທີ່ຈະເປັນການຫຼອກລວງເຮົາຢ່າງຕັ້ງໃຈ. ສິ່ງນີ້ບໍ່ແມ່ນແຫຼ່ງທີ່ມາຂອງການຫຼອກລວງຂອງມະນຸດທີ່ມີຕໍ່ເຮົາຢ່າງແທ້ຈິງບໍ? ສິ່ງນີ້ບໍ່ແມ່ນກົນອຸບາຍທີ່ມີເລ່ຫຼຽມຂອງເຂົາບໍ? ເຮົາບໍ່ເຄີຍສັບສົນຍ້ອນການຍົກຍໍ ແລະ ກົນອຸບາຍຂອງມະນຸດຈັກເທື່ອ, ຍ້ອນເຮົາເຂົ້າໃຈທາດແທ້ຂອງເຂົາຕັ້ງແຕ່ດົນແລ້ວ. ຜູ້ໃດຮູ້ຈັກຄວາມບໍ່ບໍລິສຸດໃນເລືອດຂອງເຂົາມີຫຼາຍປານໃດ ແລະ ມີພິດຂອງຊາຕານຫຼາຍສໍ່າໃດໃນກະດູກຂອງເຂົາ? ມະນຸດເລີ່ມລຶ້ງເຄີຍກັບສິ່ງນັ້ນໃນແຕ່ລະມື້ ຈົນວ່າເຂົາບໍ່ມີຄວາມຮູ້ສຶກເຖິງອັນຕະລາຍຈາກຊາຕານ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສົນໃຈໃນການຄົ້ນຫາ “ສິລະປະແຫ່ງການເປັນຢູ່ທີ່ສົມບູນ”.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 21

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 370)

ມະນຸດດຳລົງຊີວິດທ່າມກາງແສງສະຫວ່າງ ແຕ່ເຂົາກໍບໍ່ຮູ້ເຖິງຄວາມລໍ້າຄ່າຂອງແສງສະຫວ່າງນັ້ນ. ເຂົາບໍ່ໃສ່ໃຈຕໍ່ແກ່ນແທ້ຂອງແສງສະຫວ່າງ ແລະ ແຫຼ່ງກຳເນີດແສງສະຫວ່າງ ແລະ ຍິ່ງໄປກວ່ານັ້ນ ເຂົາບໍ່ໃສ່ໃຈວ່າ ແສງສະຫວ່າງນັ້ນເປັນຂອງໃຜ. ເມື່ອເຮົາມອບແສງສະຫວ່າງທ່າມກາງມະນຸດ, ເຮົາກວດສອບສະພາບການຕ່າງໆໃນທ່າມກາງມະນຸດທັນທີ: ຍ້ອນແສງສະຫວ່າງ, ທຸກຄົນໄດ້ປ່ຽນແປງ ແລະ ເຕີບໃຫຍ່ ແລະ ໄດ້ອອກຈາກຄວາມມືດ. ເຮົາເຝົ້າເບິ່ງຈັກກະວານໃນທຸກມຸມ ແລະ ເຫັນວ່າໝອກໄດ້ປົກຫຸ້ມພູເຂົາ, ແມ່ນໍ້າກາຍເປັນນໍ້າກ້ອນໃນຄວາມເຢືອກເຢັນ ແລະ ຍ້ອນການກັບມາຂອງແສງສະຫວ່າງ, ຜູ້ຄົນຈຶ່ງເບິ່ງໄປທາງທິດຕະເວັນອອກເພື່ອວ່າພວກເຂົາອາດຈະຄົ້ນພົບບາງສິ່ງທີ່ມີຄ່າ, ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເບິ່ງເຫັນທິດທາງຢ່າງຈະແຈ້ງໃນຄວາມມືດມົວໄດ້. ເພາະໂລກທັງໝົດຖືກປົກຄຸມດ້ວຍໝອກ, ເມື່ອເຮົາຫຼຽວເບິ່ງຈາກກ້ອນເມກ, ບໍ່ເຄີຍມີມະນຸດຄົນໃດທີ່ຄົ້ນພົບການເປັນຢູ່ຂອງເຮົາຈັກເທື່ອ. ມະນຸດຊອກຫາບາງສິ່ງຢູ່ເທິງແຜ່ນດິນໂລກ; ເບິ່ງຄືກັບວ່າ ເຂົາກຳລັງຫາອາຫານ; ເບິ່ງຄືກັບວ່າ ເຂົາເຈດຕະນາທີ່ຈະລໍຖ້າການມາເຖິງຂອງເຮົາ, ແຕ່ເຂົາບໍ່ຮູ້ມື້ຂອງເຮົາ ແລະ ພຽງແຕ່ສາມາດຫຼຽວເບິ່ງແສງຮິບຮີ່ທີ່ຢູ່ທາງທິດຕະເວັນອອກເລື້ອຍໆເທົ່ານັ້ນ. ໃນບັນດາຜູ້ຄົນທັງປວງ, ເຮົາສະແຫວງຫາຄົນທີ່ສອດຄ່ອງກັບຫົວໃຈເຮົາຢ່າງແທ້ຈິງ. ເຮົາຍ່າງທ່າມກາງບັນດາຜູ້ຄົນ ແລະ ດຳລົງຊີວິດຢູ່ທ່າມກາງຜູ້ຄົນທັງປວງ, ແຕ່ມະນຸດເທິງແຜ່ນດິນໂລກມີຄວາມປອດໄພ ແລະ ໝັ້ນຄົງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ສອດຄ່ອງກັບຫົວໃຈເຮົາຢ່າງແທ້ຈິງ. ຜູ້ຄົນບໍ່ຮູ້ຈັກວິທີເອົາໃຈໃສ່ຄວາມປະສົງຂອງເຮົາ, ພວກເຂົາບໍ່ສາມາດເຫັນການກະທຳຂອງເຮົາ ແລະ ພວກເຂົາບໍ່ສາມາດເຄື່ອນໄຫວຢູ່ໃນແສງສະຫວ່າງ ແລະ ຖືກແສງສະຫວ່າງສ່ອງລົງໃສ່. ເຖິງແມ່ນມະນຸດເຊີດຊູພຣະທຳຂອງເຮົາ, ເຂົາກໍບໍ່ສາມາດເບິ່ງຜ່ານກົນອຸບາຍທີ່ລໍ້ລວງຂອງຊາຕານໄດ້; ເພາະວ່າ ວຸດທິພາວະຂອງມະນຸດແມ່ນມີຕໍ່າເກີນໄປ, ເຂົາຈຶ່ງບໍ່ສາມາດເຮັດຕາມໃຈປາຖະໜາຂອງເຂົາ. ມະນຸດບໍ່ເຄີຍຮັກເຮົາຢ່າງຈິງໃຈຈັກເທື່ອ. ເມື່ອເຮົາຍົກຍ້ອງເຂົາ, ເຂົາກໍຮູ້ສຶກວ່າຕົນເອງບໍ່ສົມຄວນ, ແຕ່ສິ່ງນີ້ບໍ່ເຮັດໃຫ້ເຂົາພະຍາຍາມເຮັດໃຫ້ເຮົາພໍໃຈ. ເຂົາພຽງແຕ່ຍຶດເອົາ “ຕໍາແໜ່ງ” ທີ່ເຮົາມອບໃຫ້ເຂົານັ້ນໄວ້ຢູ່ໃນກໍາມືຂອງເຂົາ ແລະ ກວດເບິ່ງມັນຢ່າງໃກ້ຊິດ; ເຂົາເສີຍເມີຍຕໍ່ຄວາມເປັນຕາຮັກຂອງເຮົາ, ກົງກັນຂ້າມ ເຂົາສືບຕໍ່ມົກມຸ້ນຢູ່ກັບຜົນປະໂຫຍດຈາກຕໍາແໜ່ງຂອງເຂົາ. ນີ້ບໍ່ແມ່ນຄວາມບົກຜ່ອງຂອງມະນຸດບໍ? ເມື່ອພູເຂົາເໜັງຕີງ, ພວກມັນສາມາດລ້ຽວຫຼົບໜີຍ້ອນເຫັນແກ່ຕໍາແໜ່ງຂອງເຈົ້າບໍ? ເມື່ອແມ່ນໍ້າໄຫຼ, ພວກມັນສາມາດເຊົາໄຫຼເມື່ອຢູ່ຕໍ່ໜ້າຕໍາແໜ່ງຂອງມະນຸດບໍ? ສະຫວັນ ແລະ ແຜ່ນດິນໂລກສາມາດຖອຍຫຼັງກັບຍ້ອນຕໍາແໜ່ງຂອງມະນຸດບໍ? ຄັ້ງໜຶ່ງ ເຮົາເຄີຍເມດຕາຕໍ່ມະນຸດ ຄັ້ງແລ້ວຄັ້ງເລົ່າ, ແຕ່ບໍ່ມີໃຜຊື່ນຊົມ ຫຼື ເຊີດຊູສິ່ງນີ້ເລີຍ. ພວກເຂົາພຽງແຕ່ຟັງສິ່ງນັ້ນຄືກັບວ່າເປັນເລື່ອງເລົ່າ ຫຼື ອ່ານມັນຄືກັບວ່າເປັນນິຍາຍ. ພຣະທຳຂອງເຮົາບໍ່ໄດ້ດົນໃຈມະນຸດແທ້ບໍ? ຖ້ອຍຄຳຂອງເຮົາບໍ່ມີຜົນຫຍັງແທ້ບໍ? ເປັນໄປໄດ້ບໍວ່າ ບໍ່ມີໃຜເຊື່ອໃນການເປັນຢູ່ຂອງເຮົາເລີຍ? ມະນຸດບໍ່ຮັກຕົນເອງ; ກົງກັນຂ້າມ ເຂົາເຂົ້າຮ່ວມກັບຊາຕານເພື່ອໂຈມຕີເຮົາ ແລະ ໃຊ້ຊາຕານເປັນ “ເຄື່ອງມື” ເພື່ອຮັບໃຊ້ເຮົາ. ເຮົາຈະແຊກຊຶມເຂົ້າໄປໃນກົນອຸບາຍທີ່ຫຼອກລວງທຸກຢ່າງຂອງຊາຕານ ແລະ ຢຸດຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກຈາກການຮັບເອົາການລໍ້ລວງຂອງຊາຕານອີກຕໍ່ໄປ ເພື່ອວ່າ ພວກເຂົາຈະບໍ່ຕໍ່ຕ້ານເຮົາ ຍ້ອນການເປັນຢູ່ຂອງມັນອີກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 22

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 371)

ໃນສາຍຕາຂອງເຮົາ, ມະນຸດເປັນຜູ້ປົກຄອງເໜືອສັບພະສິ່ງທັງປວງ. ເຮົາມອບສິດອຳນາດຢ່າງໃຫຍ່ຫຼວງໃຫ້ກັບເຂົາ ເຊິ່ງເຮັດໃຫ້ເຂົາສາມາດຈັດການກັບສັບພະທຸກສິ່ງເທິງແຜ່ນດິນໂລກ: ໃບຫຍ້າທີ່ຢູ່ເທິງພູເຂົາ, ສັດຕ່າງໆທີ່ຢູ່ທ່າມກາງປ່າໄມ້ ແລະ ປາທີ່ຢູ່ໃນນໍ້າ. ແຕ່ແທນທີ່ຈະມີຄວາມສຸກຍ້ອນສິ່ງນີ້, ມະນຸດແມ່ນເຕັມໄປດ້ວຍຄວາມກະວົນກະວາຍໃຈ. ຊົ່ວຊີວິດຂອງເຂົາແມ່ນຊີວິດແຫ່ງຄວາມທຸກທໍລະມານ, ຄວາມດີ້ນຮົນ, ຄວາມສຸກທີ່ຖືກເພີ່ມເຂົ້າກັບຄວາມວ່າງເປົ່າ; ໃນຊີວິດທັງໝົດຂອງເຂົາ ບໍ່ມີການປະດິດ ແລະ ການສ້າງສິ່ງໃໝ່ໆ. ບໍ່ມີໃຜສາມາດປົດປ່ອຍຕົນເອງອອກຈາກຊີວິດທີ່ວ່າງເປົ່ານີ້ໄດ້, ບໍ່ມີໃຜເຄີຍຄົ້ນພົບຊີວິດທີ່ມີຄວາມໝາຍ ແລະ ບໍ່ມີໃຜເຄີຍຜະເຊີນກັບຊີວິດທີ່ແທ້ຈິງ. ເຖິງແມ່ນຜູ້ຄົນໃນປັດຈຸບັນລ້ວນແລ້ວແຕ່ດຳລົງຊີວິພາຍໃຕ້ແສງສະຫວ່າງຂອງເຮົາ, ພວກເຂົາກໍບໍ່ຮູ້ຫຍັງກ່ຽວກັບຊີວິດທີ່ຢູ່ໃນສະຫວັນ. ຖ້າເຮົາບໍ່ເມດຕາຕໍ່ມະນຸດ ແລະ ບໍ່ຊ່ວຍມະນຸດຊາດໃຫ້ລອດພົ້ນ, ແລ້ວທຸກຄົນແມ່ນເກີດມາຢ່າງໄຮ້ປະໂຫຍດ, ຊີວິດຂອງພວກເຂົາທີ່ຢູ່ເທິງແຜ່ນດິນໂລກແມ່ນປາສະຈາກຄວາມໝາຍ ແລະ ພວກເຂົາກໍຈະຈາກໄປຢ່າງໄຮ້ປະໂຫຍດ ໂດຍບໍ່ມີຫຍັງໃຫ້ພາກພູມໃຈເລີຍ. ຜູ້ຄົນໃນທຸກສາສະໜາ, ທຸກຂະແໜງການໃນສັງຄົມ, ທຸກຊາດ ແລະ ທຸກນິກາຍລ້ວນແລ້ວແຕ່ຮູ້ເຖິງຄວາມວ່າງເປົ່າທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກເຂົາລ້ວນແລ້ວແຕ່ສະແຫວງຫາເຮົາ ແລະ ລໍຖ້າການກັບມາຂອງເຮົາ, ແຕ່ມີຜູ້ໃດບໍທີ່ສາມາດຮູ້ຈັກເຮົາເມື່ອເຮົາມາເຖິງ? ເຮົາສ້າງສັບພະທຸກສິ່ງ, ເຮົາສ້າງມະນຸດຊາດ ແລະ ໃນປັດຈຸບັນນີ້ ເຮົາໄດ້ລົງມາຢູ່ທ່າມກາງມະນຸດ. ແຕ່ມະນຸດໂຈມຕີເຮົາຄືນ ແລະ ແກ້ແຄ້ນເຮົາ. ພາລະກິດທີ່ເຮົາປະຕິບັດໃນມະນຸດບໍ່ໄດ້ມີຜົນປະໂຫຍດຫຍັງກັບເຂົາເລີຍບໍ? ເຮົາບໍ່ສາມາດເຮັດໃຫ້ມະນຸດພໍໃຈແທ້ບໍ? ເປັນຫຍັງມະນຸດຈຶ່ງປະຕິເສດເຮົາ? ເປັນຫຍັງມະນຸດຈຶ່ງເຢັນຊາ ແລະ ບໍ່ສົນໃຈເຮົາ? ເປັນຫຍັງແຜ່ນດິນໂລກຈຶ່ງຖືກປົກຄຸມໄປດ້ວຍຊາກສົບ? ນີ້ແມ່ນສະພາວະຂອງແຜ່ນດິນໂລກທີ່ເຮົາໄດ້ສ້າງສຳລັບມະນຸດແທ້ບໍ? ເຮົາໄດ້ມອບຊັບສິນມະຫາສານທີ່ບໍ່ສາມາດປຽບທຽບໄດ້ໃຫ້ກັບມະນຸດ ແຕ່ເປັນຫຍັງເຂົາຈຶ່ງຖວາຍມືເປົ່າຄືນໃຫ້ກັບເຮົາ? ເປັນຫຍັງມະນຸດຈຶ່ງບໍ່ຮັກເຮົາຢ່າງແທ້ຈິງ? ເປັນຫຍັງເຂົາຈຶ່ງບໍ່ມາຢູ່ຕໍ່ໜ້າເຮົາຈັກເທື່ອ? ພຣະທຳທຸກຂໍ້ຂອງເຮົາແມ່ນບໍ່ມີຜົນປະໂຫຍດຫຍັງແທ້ບໍ? ພຣະທຳຂອງເຮົາຫາຍໄປຄືກັບອາຍຮ້ອນທີ່ອອກຈາກນໍ້າແທ້ບໍ? ເປັນຫຍັງມະນຸດຈຶ່ງບໍ່ເຕັມໃຈຮ່ວມມືກັບເຮົາ? ການມາຂອງມື້ເຮົາເປັນຊ່ວງເວລາແຫ່ງຄວາມຕາຍຂອງມະນຸດແທ້ບໍ? ເຮົາສາມາດທຳລາຍມະນຸດໃນເວລາທີ່ອານາຈັກຂອງເຮົາຖືກສ້າງຂຶ້ນແທ້ບໍ? ໃນລະຫວ່າງແຜນການຄຸ້ມຄອງທັງໝົດຂອງເຮົາ, ເປັນຫຍັງຈຶ່ງບໍ່ມີໃຜເຂົ້າໃຈເຈດຕະນາຂອງເຮົາ? ເປັນຫຍັງມະນຸດຈຶ່ງກຽດຊັງ ແລະ ປະຕິເສດຖ້ອຍຄໍາທີ່ອອກຈາກປາກຂອງເຮົາ ແທນທີ່ຈະຊື່ນຊົມສິ່ງເຫຼົ່ານັ້ນ? ເຮົາບໍ່ໄດ້ກ່າວຮ້າຍໃຜ, ເຮົາພຽງແຕ່ເຮັດໃຫ້ທຸກຄົນກັບຄືນສູ່ຄວາມສະຫງົບ ແລະ ປະຕິບັດພາລະກິດເພື່ອການພິຈາລະນາຕົນເອງເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 25

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 372)

ມະນຸດໄດ້ຜະເຊີນກັບຄວາມອົບອຸ່ນຂອງເຮົາ, ມະນຸດຮັບໃຊ້ເຮົາຢ່າງຈິງໃຈ ແລະ ມະນຸດກໍເຊື່ອຟັງເຮົາຢ່າງຈິງໃຈ, ເຮັດທຸກສິ່ງເພື່ອເຮົາເມື່ອຢູ່ຕໍ່ໜ້າເຮົາ. ແຕ່ນີ້ກໍບໍ່ສາມາດບັນລຸໄດ້ໂດຍຜູ້ຄົນໃນປັດຈຸບັນ; ພວກເຂົາບໍ່ໄດ້ເຮັດຫຍັງ ພຽງແຕ່ຮ້ອງໄຫ້ໃນວິນຍານຂອງພວກເຂົາຄືກັບວ່າຖືກຍາດຊິງໂດຍໝາປ່າທີ່ຫິວໂຫຍ. ພວກເຂົາພຽງແຕ່ສາມາດຫຼຽວເບິ່ງເຮົາຢ່າງໝົດຫົນທາງ, ຮ້ອງໄຫ້ເພື່ອໃຫ້ເຮົາຊ່ວຍຢ່າງບໍ່ຢຸດຢັ້ງ, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດຫຼົບໜີສະຖານະການທີ່ລຳບາກຂອງພວກເຂົາໄດ້. ເຮົາຫວນຄິດເຖິງວິທີທີ່ຜູ້ຄົນໃນອະດີດສັນຍາຕໍ່ໜ້າເຮົາ, ສາບານຕໍ່ສະຫວັນ ແລະ ແຜ່ນດິນໂລກຕໍ່ໜ້າເຮົາເພື່ອຕອບແທນຄວາມເມດຕາຂອງເຮົາດ້ວຍຄວາມຮັກຂອງພວກເຂົາ. ພວກເຂົາຮ້ອງໄຫ້ຢ່າງໂສກເສົ້າຕໍ່ໜ້າເຮົາ ແລະ ສຽງຮ້ອງໄຫ້ຂອງພວກເຂົາກໍເປັນຕາໂສກເສົ້າຫຼາຍ ແລະ ຮັບໄດ້ຍາກ. ຍ້ອນການຕັດສິນໃຈຂອງພວກເຂົາ ເຮົາຈຶ່ງມັກໃຫ້ຄວາມຊ່ວຍເຫຼືອກັບມະນຸດຢູ່ເລື້ອຍໆ. ຫຼາຍຄັ້ງ ຜູ້ຄົນໄດ້ມາຢູ່ຕໍ່ໜ້າເຮົາເພື່ອຍິນຍອມຕໍ່ເຮົາ ໃນຮູບແບບທີ່ເປັນຕາຮັກຫຼາຍຈົນລືມໄດ້ຍາກ. ຫຼາຍຄັ້ງ ພວກເຂົາຮັກເຮົາ ບໍ່ປ່ຽນແປງໃນຄວາມຊື່ສັດຂອງພວກເຂົາ, ຄວາມຮູ້ສຶກທີ່ຈິງໃຈຂອງພວກເຂົາກໍເປັນຕາຊື່ນຊົມ. ຫຼາຍຄັ້ງ ພວກເຂົາຮັກເຮົາຈົນເຖິງຈຸດທີ່ພວກເຂົາເສຍສະຫຼະຊີວິດຂອງຕົນເອງ. ພວກເຂົາຮັກເຮົາຫຼາຍກວ່າຕົວພວກເຂົາເອງ ແລະ ເຫັນເຖິງຄວາມຈິງໃຈຂອງພວກເຂົາ ເຮົາກໍເລີຍຮັບເອົາຄວາມຮັກຂອງພວກເຂົາ. ຫຼາຍຄັ້ງ ພວກເຂົາຖວາຍຕົນເອງຕໍ່ໜ້າເຮົາ ເພື່ອເຫັນແກ່ເຮົາ ເຖິງກັບບໍ່ສົນໃຈໃນເວລາຜະເຊີນກັບຄວາມຕາຍ ແລະ ເຮົາໄດ້ເຮັດໃຫ້ຄວາມກັງວົນຫາຍໄປຈາກຄິ້ວຂອງພວກເຂົາ ແລະ ສໍາຫຼວດໃບໜ້າຂອງພວກເຂົາຢ່າງລະອຽດ. ຫຼາຍຄັ້ງຈົນນັບບໍ່ຖ້ວນທີ່ເຮົາຮັກພວກເຂົາເໝືອນກັບຊັບສົມບັດທີ່ມີຄ່າ ແລະ ຫຼາຍຄັ້ງຈົນນັບບໍ່ຖ້ວນທີ່ເຮົາກຽດຊັງພວກເຂົາຄືກັບສັດຕູຂອງເຮົາເອງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ຢູ່ໃນຈິດໃຈຂອງເຮົາແມ່ນເກີນກວ່າທີ່ມະນຸດຈະເຂົ້າໃຈໄດ້. ເມື່ອຜູ້ຄົນໂສກເສົ້າ, ເຮົາມາເພື່ອປອບໃຈພວກເຂົາ ແລະ ເມື່ອພວກເຂົາອ່ອນແອ ເຮົາມາເພື່ອຊ່ວຍພວກເຂົາ. ເມື່ອພວກເຂົາຫຼົງທາງ ເຮົາໃຫ້ທິດທາງກັບພວກເຂົາ. ເມື່ອພວກເຂົາຮ້ອງໄຫ້ ເຮົາເຊັດນໍ້າຕາຂອງພວກເຂົາ. ເຖິງຢ່າງໃດກໍຕາມ ເມື່ອເຮົາໂສກເສົ້າ ແມ່ນໃຜສາມາດປອບໃຈເຮົາດ້ວຍຫົວໃຈຂອງພວກເຂົາໄດ້? ເມື່ອເຮົາເຈັບປ່ວຍ, ແມ່ນໃຜຄຳນຶງເຖິງຄວາມຮູ້ສຶກຂອງເຮົາ? ເມື່ອເຮົາໂສກເສົ້າ, ແມ່ນໃຜສາມາດຮັກສາບາດແຜທີ່ຢູ່ໃນຫົວໃຈຂອງເຮົາ? ເມື່ອເຮົາຕ້ອງການບາງຄົນ, ແມ່ນໃຜເຕັມໃຈທີ່ຈະສະເໜີເພື່ອປະຕິບັດໃຫ້ສອດຄ່ອງກັບເຮົາ? ເປັນໄປໄດ້ບໍວ່າ ບັດນີ້ ທ່າທີຜ່ານມາຂອງຜູ້ຄົນທີ່ມີຕໍ່ເຮົາໄດ້ສູນເສຍໄປແລ້ວ, ບໍ່ກັບຄືນມາອີກ? ເປັນຫຍັງພວກເຂົາຈຶ່ງບໍ່ມີຄວາມຊົງຈຳແມ່ນແຕ່ໜ້ອຍດຽວ? ເປັນໄປໄດ້ແນວໃດທີ່ຜູ້ຄົນຫຼົງລືມທຸກສິ່ງເຫຼົ່ານີ້ແລ້ວ? ສິ່ງນີ້ບໍ່ແມ່ນຍ້ອນມະນຸດຊາດໄດ້ຖືກສັດຕູຂອງພວກເຂົາເຮັດໃຫ້ເສື່ອມຊາມບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 27

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 373)

ພຣະເຈົ້າໄດ້ສ້າງມະນຸດ ແຕ່ເມື່ອພຣະອົງມາໂລກມະນຸດ ຜູ້ຄົນກໍສະແຫວງຫາທີ່ຈະຕໍ່ຕ້ານພຣະອົງ ແລະ ຂັບໄລ່ພຣະອົງຈາກອະນາເຂດຂອງພວກເຂົາ ຄືກັບວ່າ ພຣະອົງເປັນຄືເດັກກໍາພ້າທີ່ລ່ອງລອຍໄປທົ່ວໂລກ ຫຼື ຄືກັບມະນຸດໂລກທີ່ບໍ່ມີປະເທດ. ບໍ່ມີຜູ້ໃດມີຄວາມຮູ້ສຶກຍຶດຕິດກັບພຣະເຈົ້າ, ບໍ່ມີຜູ້ໃດຮັກພຣະອົງຢ່າງແທ້ຈິງ ແລະ ບໍ່ມີຜູ້ໃດເຄີຍຕ້ອນຮັບການມາຂອງພຣະອົງ. ກົງກັນຂ້າມ, ເມື່ອເຫັນການມາຂອງພຣະເຈົ້າ, ກ້ອນເມກກໍເປັນເງົາປົກຄຸມໃບໜ້າອັນເບີກບານໃນກະພິບຕາ ຄືກັບວ່າ ພາຍຸກໍາລັງມາຢ່າງກະທັນຫັນ ຫຼື ຄືກັບວ່າ ພຣະເຈົ້າອາດຈະເອົາຄວາມສຸກຂອງຄອບຄົວຂອງພວກເຂົາໄປ ແລະ ຄືກັບວ່າ ພຣະເຈົ້າບໍ່ເຄີຍໃຫ້ພອນແກ່ມະນຸດເລີຍ, ແຕ່ກົງກັນຂ້າມ ພັດມີແຕ່ເອົາຄວາມໂຊກຮ້າຍມາໃຫ້ພວກເຂົາ. ສະນັ້ນ, ໃນແນວຄິດຂອງມະນຸດແລ້ວ ພຣະເຈົ້າບໍ່ມີປະໂຫຍດຫຍັງ ແຕ່ເປັນຜູ້ທີ່ສາບແຊ່ງພວກເຂົາຕະຫຼອດ. ຍ້ອນສິ່ງນີ້ ຜູ້ຄົນຈຶ່ງບໍ່ສົນໃຈພຣະອົງ ຫຼື ຕ້ອນຮັບພຣະອົງ; ພວກເຂົາເຢັນຊາຕໍ່ພຣະອົງຕະຫຼອດ ແລະ ເປັນແບບນີ້ຕະຫຼອດ. ຍ້ອນມະນຸດມີສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ, ພຣະເຈົ້າຈຶ່ງກ່າວວ່າ ມວນມະນຸດແມ່ນບໍ່ມີເຫດຜົນ ແລະ ຊົ່ວຊ້າ ແລະ ບໍ່ສາມາດຮັບຮູ້ແມ່ນແຕ່ຄວາມຮູ້ສຶກທີ່ມະນຸດຄວນມີ. ມະນຸດບໍ່ສະແດງໃຫ້ເຫັນເຖິງຄວາມເຫັນໃຈ ທີ່ມີຕໍ່ຄວາມຮູ້ສຶກຂອງພຣະເຈົ້າ ແຕ່ກົງກັນຂ້າມ ມະນຸດໃຊ້ສິ່ງທີ່ເອີ້ນວ່າ “ຄວາມຊອບທໍາ” ເພື່ອຈັດການກັບພຣະເຈົ້າ. ພວກເຂົາເປັນແບບນີ້ເປັນເວລາຫຼາຍປີ ແລະ ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກ່າວວ່າ ອຸປະນິໄສຂອງພວກເຂົາບໍ່ໄດ້ປ່ຽນແປງ. ນີ້ສະແດງໃຫ້ເຫັນວ່າ ພວກເຂົາບໍ່ມີແກ່ນສານຫຼາຍໄປກວ່າຂົນນົກໃນກໍາມືໜຶ່ງ. ສາມາດເວົ້າໄດ້ວ່າ ມະນຸດແມ່ນຄົນຊົ່ວທີ່ບໍ່ມີຄ່າ ຍ້ອນພວກເຂົາບໍ່ໃຫ້ຄຸນຄ່າກັບຕົວເອງ. ຖ້າພວກເຂົາບໍ່ຮັກແມ່ນແຕ່ຕົວເອງ ແລະ ກົງກັນຂ້າມ ຢຽບຢ່ຳຕົວເອງ ແລ້ວນີ້ບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມບໍ່ມີຄ່າຂອງພວກເຂົາບໍ? ມະນຸດແມ່ນຄືກັນກັບຍິງຊົ່ວທີ່ຫຼິ້ນເກມກັບຕົວເອງ ແລະ ມອບຕົວເອງດ້ວຍຄວາມເຕັມໃຈໃຫ້ຄົນອື່ນລ່ວງເກີນ. ເຖິງດັ່ງນັ້ນ, ຜູ້ຄົນກໍຍັງບໍ່ຮູ້ວ່າ ພວກເຂົາຕໍ່າຕ້ອຍພຽງໃດ. ພວກເຂົາມີຄວາມສຸກໃນການເຮັດວຽກເພື່ອຜູ້ອື່ນ ຫຼື ໂອ້ລົມກັບຜູ້ອື່ນ ໂດຍເອົາຕົວເອງໄປຢູ່ພາຍໃຕ້ການຄວບຄຸມຂອງຜູ້ອື່ນ; ນີ້ບໍ່ແມ່ນຄວາມສົກກະປົກທີ່ແທ້ຈິງຂອງມະນຸດບໍ? ເຖິງແມ່ນວ່າ ເຮົາບໍ່ໄດ້ປະສົບກັບຊີວິດໃນທ່າມກາງມະນຸດ ແລະ ບໍ່ໄດ້ປະສົບກັບຊີວິດຂອງມະນຸດຢ່າງແທ້ຈິງ ແຕ່ເຮົາມີຄວາມເຂົ້າໃຈທີ່ຊັດເຈນຫຼາຍກ່ຽວກັບທຸກການເຄື່ອນໄຫວ, ທຸກການປະຕິບັດ, ທຸກຖ້ອຍຄໍາ ແລະ ທຸກການກະທໍາຂອງມະນຸດ. ເຮົາເຖິງກັບສາມາດເປີດໂປງຄວາມອັບອາຍທີ່ສຸດຂອງມະນຸດ ຈົນເຖິງຂັ້ນທີ່ພວກເຂົາບໍ່ກ້າທີ່ຈະເປີດເຜີຍການເຮັດຜິດຢ່າງລັບໆຂອງພວກເຂົາເອງ ຫຼື ຍອມຕໍ່ຕັນຫາຂອງພວກເຂົາ. ພວກເຂົາບໍ່ກ້າທີ່ຈະເປີດເຜີຍສະພາບທີ່ຂີ້ຮ້າຍຂອງພວກເຂົາອີກຕໍ່ໄປຄືກັນກັບຫອຍທີ່ຖອຍເຂົ້າເປືອກຂອງພວກມັນ. ຍ້ອນມະນຸດບໍ່ຮູ້ຈັກຕົວເອງ, ຂໍ້ຜິດພາດອັນໃຫຍ່ຫຼວງທີ່ສຸດຂອງພວກເຂົາຈຶ່ງແມ່ນຄວາມເຕັມໃຈທີ່ຈະອວດອ້າງສະເໜ່ຂອງພວກເຂົາຕໍ່ໜ້າຄົນອື່ນ ໂດຍອວດໃບໜ້າທີ່ຂີ້ຮ້າຍຂອງພວກເຂົາ; ນີ້ແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ. ນີ້ກໍຍ້ອນວ່າ ຄວາມສໍາພັນລະຫວ່າງຜູ້ຄົນແມ່ນຜິດປົກກະຕິ ແລະ ຄວາມສໍາພັນລະຫວ່າງບຸກຄົນແບບປົກກະຕິຂອງຜູ້ຄົນກໍຂາດຫາຍໄປ, ແລ້ວນັບພາສາຫຍັງກັບຄວາມສໍາພັນແບບປົກກະຕິລະຫວ່າງພວກເຂົາ ແລະ ພຣະເຈົ້າ. ພຣະເຈົ້າໄດ້ກ່າວຫຼາຍຢ່າງ ແລະ ໃນການເຮັດເຊັ່ນນັ້ນ ວັດຖຸປະສົງຫຼັກຂອງພຣະອົງກໍເພື່ອໃຫ້ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ ເພື່ອວ່າ ພວກເຂົາຈະສາມາດກໍາຈັດພະທຽມທີ່ຢູ່ໃນຫົວໃຈຂອງພວກເຂົາ. ຫຼັງຈາກນັ້ນ, ພຣະເຈົ້າກໍຈະສາມາດໃຊ້ອໍານາດເໜືອມະນຸດທຸກຄົນ ແລະ ບັນລຸຈຸດປະສົງຂອງການມີຢູ່ຂອງພຣະອົງຢູ່ເທິງແຜ່ນດິນໂລກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 14

ກ່ອນນີ້: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ I

ຕໍ່ໄປ: ການເຂົ້າສູ່ຊີວິດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້