ການເຂົ້າສູ່ຊີວິດ 1

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 376)

ເຮົາຕ້ອງການເຕືອນເຈົ້າວ່າ ການສົງໄສ ຫຼື ການປະໝາດແມ່ນແຕ່ໜ້ອຍດຽວກ່ຽວກັບພຣະທໍາຂອງເຮົາແມ່ນບໍ່ສາມາດຮັບໄດ້. ເຈົ້າຕ້ອງໃສ່ໃຈ ແລະ ເຊື່ອຟັງ ແລະ ປະຕິບັດຕາມເຈດຕະນາຂອງເຮົາ. ເຈົ້າຕ້ອງຕື່ນຕົວຢູ່ສະເໝີ ແລະ ຢ່າສະແດງນິໄສອວດດີ ແລະ ຄິດວ່າຕົນເອງຊອບທຳຈັກເທື່ອ: ເຈົ້າຕ້ອງເພິ່ງພາເຮົາເພື່ອກໍາຈັດອຸປະນິໄສເກົ່າ, ອຸປະນິໄສໂດຍທຳມະຊາດທີ່ຕິດຝັງຢູ່ພາຍໃນຕົວເຈົ້ານັ້ນອອກໄປ. ເຈົ້າຄວນມີຄວາມສາມາດຮັກສາສະພາບປົກກະຕິຕໍ່ໜ້າເຮົາ ແລະ ມີອຸປະນິໄສທີ່ໝັ້ນຄົງ. ຄວາມຄິດຂອງເຈົ້າຕ້ອງມີສະຕິ ແລະ ຊັດເຈນ ແລະ ບໍ່ຄວນໄກວ ຫຼື ຖືກຄວບຄຸມໂດຍຄົນໃດຄົນໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດໜຶ່ງ. ເຈົ້າຄວນສາມາດມີຄວາມສະຫງົບຢູ່ຕໍ່ໜ້າເຮົາສະເໝີ ແລະ ຮັກສາຄວາມໃກ້ຊິດ ແລະ ການສົນທະນາກັບເຮົາຢ່າງຕໍ່ເນື່ອງ. ເຈົ້າຕ້ອງສະແດງກໍາລັງ ແລະ ກະດູກສັນຫຼັງຂອງເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າທີ່ມີຕໍ່ເຮົາ; ຈົ່ງລຸກຂຶ້ນ ແລະ ເວົ້າເພື່ອເຮົາ ແລະ ຢ່າຢ້ານສິ່ງທີ່ຄົນອື່ນຈະເວົ້າ. ຈົ່ງຕັ້ງໃຈປະຕິບັດຕາມເຈດຕະນາຂອງເຮົາ ແລະ ຢ່າປ່ອຍໃຫ້ຄົນອື່ນຄວບຄຸມເຈົ້າ. ສິ່ງທີ່ເຮົາເປີດເຜີຍໃຫ້ກັບເຈົ້າຕ້ອງຖືກປະຕິບັດຕາມເຈດຕະນາຂອງເຮົາ ແລະ ບໍ່ສາມາດຊັກຊ້າໄດ້. ໃນສ່ວນເລິກຂອງເຈົ້າ ເຈົ້າຮູ້ສຶກແນວໃດ? ເຈົ້າອຶດອັດ ແມ່ນບໍ່? ເຈົ້າຈະເຂົ້າໃຈ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາ ໃນຂະນະທີ່ຄຳນຶງເຖິງພາລະຂອງເຮົາ? ເຈົ້າສືບຕໍ່ມີສ່ວນຮ່ວມໃນການວາງແຜນທີ່ບໍ່ສຳຄັນ, ແຕ່ເຮົາເຫັນທຸກສິ່ງຢ່າງຊັດເຈນໝົດແລ້ວ. ເຮົາແມ່ນຜູ້ສະໜັບສະໜູນຂອງເຈົ້າ ແລະ ສິ່ງກໍາບັງຂອງເຈົ້າ. ທຸກສິ່ງຢູ່ໃນມືຂອງເຮົາ, ແລ້ວເຈົ້າຢ້ານຫຍັງ? ເຈົ້າບໍ່ແມ່ນຄົນທີ່ອ່ອນໄຫວເກີນໄປບໍ? ເຈົ້າຕ້ອງປະຖິ້ມອາລົມຂອງເຈົ້າໂດຍໄວເທົ່າທີ່ຈະໄວໄດ້; ເຮົາບໍ່ສະແດງອອກດ້ວຍການໃຊ້ອາລົມ ແຕ່ ກົງກັນຂ້າມເຮົາໃຊ້ຄວາມຊອບທຳ. ຖ້າພໍ່ແມ່ຂອງເຈົ້າເຮັດໃນສິ່ງທີ່ບໍ່ມີປະໂຫຍດຫຍັງຕໍ່ຄຣິສຕະຈັກ, ແລ້ວພວກເຂົາກໍຈະບໍ່ສາມາດລອດພົ້ນໄດ້! ເຈດຕະນາຂອງເຮົາໄດ້ຖືກເປີດເຜີຍໃຫ້ກັບເຈົ້າ ແລະ ເຈົ້າຕ້ອງບໍ່ປະຕິເສດສິ່ງເຫຼົ່ານັ້ນ. ກົງກັນຂ້າມ ເຈົ້າຕ້ອງໃສ່ໃຈຂອງເຈົ້າທັງໝົດກັບສິ່ງເຫຼົ່ານັ້ນ ແລະ ປະຖິ້ມທຸກສິ່ງເພື່ອຕິດຕາມຢ່າງໝົດຫົວໃຈ. ເຮົາຈະຮັກສາເຈົ້າໄວ້ໃນມືຂອງເຮົາຢູ່ສະເໝີ. ຢ່າຂີ້ຢ້ານ ແລະ ປ່ອຍໃຫ້ຖືກຄວບຄຸມໂດຍສາມີ ຫຼື ພັນລະຍາຂອງເຈົ້າ; ເຈົ້າຕ້ອງປ່ອຍໃຫ້ຄວາມປະສົງຂອງເຮົາໄດ້ຮັບການປະຕິບັດ.

ຈົ່ງມີຄວາມເຊື່ອ! ຈົ່ງມີຄວາມເຊື່ອ! ເຮົາຄືອົງຊົງລິດທານຸພາບສູງສຸດຂອງເຈົ້າ. ບາງເທື່ອ ເຈົ້າມີຄວາມເຂົ້າໃຈບາງຢ່າງໃນສິ່ງນີ້, ແຕ່ເຈົ້າຍັງຕ້ອງໄດ້ລະມັດລະວັງ. ເພື່ອເຫັນແກ່ຄຣິສຕະຈັກ, ຄວາມປະສົງຂອງເຮົາ ແລະ ການຄຸ້ມຄອງຂອງເຮົາ, ເຈົ້າຕ້ອງອຸທິດທັງໝົດ ແລະ ເຈົ້າຈະຖືກເຮັດໃຫ້ເຫັນຄວາມລຶກລັບ ແລະ ຜົນໄດ້ຮັບທັງໝົດຢ່າງຊັດເຈນ. ຈະບໍ່ມີການຊັກຊ້າອີກຕໍ່ໄປ; ມື້ເຫຼົ່ານັັ້ນກຳລັງມາເຖິງຈຸດສິ້ນສຸດ. ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າຄວນສະແຫວງຫາເພື່ອບັນລຸວຸດທິພາວະໃນຊີວິດຂອງເຈົ້າໃຫ້ໄວຂຶ້ນໄດ້ແນວໃດ? ເຈົ້າຈະສາມາດເຮັດໃຫ້ຕົນເອງເປັນປະໂຫຍດຕໍ່ເຮົາຢ່າງໄວໄດ້ແນວໃດ? ເຈົ້າຈະເຮັດໃຫ້ຄວາມປະສົງຂອງເຮົາຖືກປະຕິບັດໄດ້ແນວໃດ? ຄໍາຖາມເຫຼົ່ານີ້ແມ່ນຈຳເປັນຕ້ອງມີການໄຕ່ຕອງຢ່າງລະອຽດ ແລະ ສົນທະນາກັບເຮົາຢ່າງເລິກເຊິ່ງຫຼາຍຂຶ້ນ. ຈົ່ງເພິ່ງພາເຮົາ, ຈົ່ງເຊື່ອໃນເຮົາ, ຢ່າປະໝາດ ແລະ ຈົ່ງມີຄວາມສາມາດທີ່ຈະເລີ່ມເຮັດສິ່ງຕ່າງໆຕາມການນໍາພາຂອງເຮົາ. ເຈົ້າຕ້ອງປະກອບມີຄວາມຈິງຢ່າງດີ ແລະ ເຈົ້າຕ້ອງກິນ ແລະ ດື່ມຄວາມຈິງນັ້ນໃຫ້ເລື້ອຍຫຼາຍຍິ່ງຂຶ້ນ. ທຸກຄວາມຈິງຕ້ອງຖືກປະຕິບັດກ່ອນທີ່ຈະສາມາດເຂົ້າໃຈມັນໄດ້ຢ່າງຊັດເຈນ.

(ຄັດຈາກ “ບົດທີ 9” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 377)

ເຈົ້າບໍ່ຄວນຢ້ານຫັ້ນໆນີ້ໆ. ບໍ່ວ່າເຈົ້າຈະພະເຊີນກັບຄວາມຫຍຸ້ງຍາກ ແລະ ໄພອັນຕະລາຍຫຼາຍສໍ່າໃດ, ເຈົ້າກໍຈະໝັ້ນຄົງຢູ່ຕໍ່ໜ້າເຮົາ; ຢ່າທໍ້ຖອຍໃນສິ່ງໃດເລີຍ ເພື່ອຄວາມປະສົງຂອງເຮົາຈະໄດ້ຮັບການປະຕິບັດ. ສິ່ງນີ້ຈະເປັນໜ້າທີ່ຂອງເຈົ້າ, ບໍ່ດັ່ງນັ້ນ ເຈົ້າກໍຈະພົບກັບຄວາມໂກດຮ້າຍຂອງເຮົາ ແລະ ມືຂອງເຮົາຈະ...ແລະ ເຈົ້າຈະອົດກັ້ນຕໍ່ຄວາມທຸກທໍລະມານທາງຈິດໃຈຢ່າງບໍ່ຈົບສິ້ນ. ເຈົ້າຕ້ອງອົດກັ້ນຕໍ່ທຸກຢ່າງ; ເພື່ອເຮົາແລ້ວ ເຈົ້າຕ້ອງປ່ອຍຖິ້ມທຸກສິ່ງທີ່ເຈົ້າມີ ແລະ ເຮັດທຸກສິ່ງຢ່າງທີ່ເຈົ້າສາມາດເຮັດໄດ້ ເພື່ອຕິດຕາມເຮົາ, ສະລະທຸກສິ່ງຢ່າງເພື່ອເຮົາ. ນີ້ແມ່ນເວລາທີ່ເຮົາຈະທົດສອບເຈົ້າ, ເຈົ້າຈະມອບຄວາມຊື່ສັດຂອງເຈົ້າໃຫ້ເຮົາບໍ? ເຈົ້າຈະຕິດຕາມເຮົາໄປສູ່ບັ້ນປາຍຂອງຫົນທາງດ້ວຍຄວາມຊື່ສັດບໍ? ຢ່າຢ້ານເລີຍ; ດ້ວຍການຊ່ວຍເຫຼືອຂອງເຮົາ, ແມ່ນໃຜທີ່ຈະສາມາດຂວາງຫົນທາງໄດ້? ຈົ່ງຈື່ສິ່ງນີ້ໄວ້! ຈົ່ງຈື່! ທຸກສິ່ງທີ່ເກີດຂຶ້ນແມ່ນຍ້ອນເຈດຕະນາທີ່ດີຂອງເຮົາ ແລະ ທຸກຢ່າງແມ່ນຢູ່ພາຍໃຕ້ການສັງເກດການຂອງເຮົາ. ຄຳເວົ້າທຸກຄຳ ແລະ ການກະທຳທຸກຢ່າງຂອງເຈົ້າ ຈະສາມາດປະຕິບັດຕາມພຣະທຳຂອງເຮົາໄດ້ບໍ? ເມື່ອການທົດລອງແຫ່ງໄຟໄດ້ມາເຖິງເຈົ້າ, ເຈົ້າຈະຄູກເຂົ່າ ແລະ ຮ້ອງອອກມາບໍ? ຫຼື ເຈົ້າຈະຫົດໝອບ ໂດຍທີ່ບໍ່ສາມາດກ້າວໄປຂ້າງໜ້າບໍ?

ເຈົ້າຕ້ອງມີຄວາມກ້າຫານຂອງເຮົາໃນຕົວເຈົ້າ ແລະ ເຈົ້າຕ້ອງມີຫຼັກການ ເມື່ອພົບກັບຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອ. ແຕ່ເພື່ອເຫັນແກ່ເຮົາ, ເຈົ້າຕ້ອງບໍ່ຍອມແພ້ໃຫ້ກັບກຳລັງແຫ່ງຄວາມມືດເຊັ່ນກັນ. ຈົ່ງເພິ່ງພາສະຕິປັນຍາຂອງເຮົາເພື່ອຍ່າງຕາມເສັ້ນທາງທີ່ສົມບູນ; ຢ່າໃຫ້ແຜນການຂອງຊາຕານເລີ່ມມີຜົນ. ຈົ່ງທຸ້ມເທຄວາມພະຍາຍາມທັງໝົດຂອງເຈົ້າໃສ່ໃນການວາງຫົວໃຈຂອງເຈົ້າຕໍ່ໜ້າເຮົາ ແລະ ເຮົາຈະປອບໃຈເຈົ້າ ແລະ ມອບຄວາມສະຫງົບ ແລະ ຄວາມສຸກເຂົ້າໃນຫົວໃຈຂອງເຈົ້າ. ຈົ່ງຢ່າພະຍາຍາມເປັນຄົນບາງແບບເມື່ອຢູ່ຕໍ່ໜ້າຄົນອື່ນ; ການເຮັດໃຫ້ເຮົາພໍໃຈບໍ່ມີຄຸນຄ່າ ແລະ ນໍ້າໜັກຫຼາຍກວ່າບໍ? ໃນການເຮັດໃຫ້ເຮົາພໍໃຈນັ້ນ, ເຈົ້າຈະບໍ່ຍິ່ງມີຄວາມສະຫງົບ ແລະ ຄວາມສຸກຊົ່ວນິດນິລັນ ແລະ ຕະຫຼອດຊີວິດບໍ? ຄວາມທົນທຸກໃນປັດຈຸບັນເປັນເຄື່ອງສະແດງວ່າ ພຣະພອນໃນອະນາຄົດຂອງເຈົ້າຈະຍິ່ງໃຫຍ່ຫຼາຍສໍ່າໃດ; ມັນບັນລະຍາຍບໍ່ໄດ້ເລີຍ. ເຈົ້າບໍ່ຮູ້ຈັກວ່າເຈົ້າຈະໄດ້ຮັບພຣະພອນທີ່ຍິ່ງໃຫຍ່ຫຼາຍສໍ່າໃດ, ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດຝັນເຖິງມັນໄດ້ເລີຍ. ໃນປັດຈຸບັນ ພວກມັນກາຍເປັນຈິງແລ້ວ, ຊ່າງເປັນຈິງຫຼາຍແທ້ໆ! ສິ່ງນີ້ບໍ່ໄດ້ຢູ່ໄກເລີຍ ເຈົ້າສາມາດເຫັນມັນບໍ? ທຸກຊິ້ນສ່ວນຂອງສິ່ງນີ້ແມ່ນຢູ່ພາຍໃນຕົວເຮົາ ແລະ ມັນຊ່າງສົດໃສຫຼາຍໃນທາງໜ້າ! ຈົ່ງເຊັດນໍ້າຕາຂອງເຈົ້າ, ຢ່າຮູ້ສຶກເຖິງຄວາມເຈັບປວດ ຫຼື ຄວາມໂສກເສົ້າ. ທຸກສິ່ງແມ່ນຖືກຈັດກຽມໂດຍມືຂອງເຮົາ ແລະ ເປົ້າໝາຍຂອງເຮົາກໍເພື່ອເຮັດໃຫ້ພວກເຈົ້າເປັນຜູ້ຊະນະໃນໄວໆນີ້ ແລະ ເພື່ອນໍາພວກເຈົ້າເຂົ້າສູ່ພຣະລັດສະໝີກັບເຮົາ. ສໍາລັບທຸກສິ່ງທີ່ເກີດຂຶ້ນກັບເຈົ້າ, ເຈົ້າຄວນມີຄວາມຍິນດີກັບມັນ ແລະ ມີຄວາມສັນລະເສີນຢ່າງເຕັມທີ່; ສິ່ງນັ້ນຈະເອົາຄວາມພໍໃຈທີ່ເລິກເຊິ່ງມາສູ່ເຮົາ.

ຊີວິດທີ່ດີກວ່າໃນພຣະຄຣິດໄດ້ປະກົດຂຶ້ນແລ້ວ, ບໍ່ມີຫຍັງທີ່ເຈົ້າຕ້ອງຢ້ານ. ຊາຕານຢູ່ກ້ອງລຸ່ມຕີນຂອງພວກເຮົາແລ້ວ ແລະ ເວລາຂອງມັນກໍມີກຳນົດ. ຕື່ນຕົວໄດ້ແລ້ວ! ໃຫ້ປະຖິ້ມໂລກແຫ່ງຄວາມຜິດສິນທຳ, ໃຫ້ເປັນອິດສະຫຼະຈາກເຫວເລິກແຫ່ງຄວາມຕາຍ! ຈົ່ງຊື່ສັດກັບເຮົາບໍ່ວ່າຫຍັງກໍຕາມ ແລະ ຈົ່ງກ້າວໄປທາງໜ້າດ້ວຍຄວາມກ້າຫານ; ເຮົາແມ່ນສິລາທີ່ໝັ້ນຄົງຂອງເຈົ້າ, ຈົ່ງເພິ່ງພາເຮົາ!

(ຄັດຈາກ “ບົດທີ 10” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 379)

ຄົນທຸກມື້ນີ້ບໍ່ສາມາດສະຫຼະຕົນເອງໄດ້; ພວກເຂົາຄິດຢູ່ສະເໝີວ່າພວກເຂົາຖືກ. ພວກເຂົາຕິດຢູ່ໃນໂລກນ້ອຍໆຂອງພວກເຂົາເອງ ແລະ ພວກເຂົາບໍ່ແມ່ນປະເພດຄົນທີ່ຖືກຕ້ອງ. ພວກເຂົາມີເຈດຕະນາ ແລະ ວັດຖຸປະສົງທີ່ຜິດ ແລະ ຖ້າພວກເຂົາຍັງສານຕໍ່ສິ່ງເຫຼົ່ານີ້, ພວກເຂົາກໍຈະຖືກພິພາກສາຢ່າງແນ່ນອນ ແລະ ໃນກໍລະນີຮ້າຍແຮງ ພວກເຂົາຈະຖືກກໍາຈັດ. ເຈົ້າຕ້ອງພະຍາຍາມຫຼາຍຂຶ້ນໃນການຮັກສາການສົນທະນາທີ່ຕໍ່ເນື່ອງກັບເຮົາ ແລະ ບໍ່ແມ່ນພຽງແຕ່ການສົນທະນາກັບໃຜກໍຕາມທີ່ເຈົ້າຕ້ອງການ. ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບຄົນທີ່ເຈົ້າສົນທະນານຳ ແລະ ເຈົ້າຕ້ອງສົນທະນາກ່ຽວກັບເລື່ອງຝ່າຍວິນຍານໃນຊີວິດ; ເມື່ອນັ້ນເທົ່ານັ້ນເຈົ້າຈຶ່ງຈະສາມາດສະໜອງຊີວິດໃຫ້ແກ່ຄົນອື່ນ ແລະ ຕອບສະໜອງຄວາມຂາດເຂີນຂອງພວກເຂົາໄດ້. ເຈົ້າບໍ່ຄວນເວົ້າກັບພວກເຂົາດ້ວຍນ້ຳສຽງການບັນຍາຍ; ໂດຍພື້ນຖານແລ້ວ, ນັ້ນແມ່ນຕຳແໜ່ງທີ່ຜິດທີ່ມີ. ໃນການສົນທະນາ, ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບເລື່ອງຝ່າຍວິນຍານ, ເຈົ້າຕ້ອງມີສະຕິປັນຍາ ແລະ ເຈົ້າຕ້ອງສາມາດເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງຄົນ. ຖ້າເຈົ້າຕ້ອງຮັບໃຊ້ຄົນອື່ນ, ເຈົ້າກໍຕ້ອງເປັນຄົນປະເພດທີ່ຖືກຕ້ອງ ແລະ ເຈົ້າຕ້ອງສົນທະນາດ້ວຍທຸກສິ່ງທີ່ເຈົ້າມີ.

ສິ່ງສຳຄັນໃນຕອນນີ້ແມ່ນໃຫ້ເຈົ້າສາມາດສົນທະນາກັບເຮົາ, ສື່ສານກັບເຮົາຢ່າງໃກ້ຊິດ, ກິນ ແລະ ດື່ມດ້ວຍຕົນເອງ ແລະ ໄດ້ໃກ້ຊິດກັບພຣະເຈົ້າ. ເຈົ້າຕ້ອງເຂົ້າໃຈເລື່ອງຝ່າຍວິນຍານໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເຈົ້າຕ້ອງສາມາດເຂົ້າໃຈສະພາບແວດລ້ອມຂອງເຈົ້າເອງ ແລະ ສິ່ງທີ່ຖືກຈັດຕຽມໄວ້ອ້ອມຮອບຕົວເຈົ້າຢ່າງແຈ່ມແຈ້ງ. ເຈົ້າສາມາດເຂົ້າໃຈສິ່ງທີ່ເຮົາເປັນໄດ້ບໍ? ມັນສຳຄັນທີ່ເຈົ້າກິນ ແລະ ດື່ມອີງຕາມສິ່ງທີ່ເຈົ້າຂາດ ແລະ ດຳລົງຊີວິດໂດຍພຣະທຳຂອງເຮົາ! ຈົ່ງຮັບຮູ້ມືຂອງເຮົາ ແລະ ຢ່າຈົ່ມວ່າ. ຖ້າເຈົ້າຈົ່ມວ່າ ແລະ ໜີໄປ, ເຈົ້າອາດຈະເສຍໂອກາດທີ່ຈະໄດ້ຮັບພຣະຄຸນຂອງພຣະເຈົ້າ. ເລີ່ມດ້ວຍການຫຍັບເຂົ້າໃກ້ເຮົາ: ແມ່ນຫຍັງທີ່ເຈົ້າຂາດຫາຍຢູ່ ແລະ ເຈົ້າຄວນເຂົ້າໃກ້ເຮົາ ແລະ ເຂົ້າໃຈຫົວໃຈຂອງເຮົາແນວໃດ? ມັນເປັນການຍາກສຳລັບຄົນທີ່ຈະເຂົ້າມາໃກ້ເຮົາ ຍ້ອນວ່າພວກເຂົາບໍ່ສາມາດສະຫຼະຕົວເອງ. ນິໄສຂອງພວກເຂົາບໍ່ໝັ້ນຄົງ, ປ່ຽນທັດສະນະຄະນຕິຢູ່ຕະຫຼອດ ແລະ ຄົນເຫຼົ່ານີ້ກາຍເປັນຄົນຫຍິ່ງ ແລະ ພໍໃຈໃນຕົວເອງເມື່ອພວກເຂົາໄດ້ຊິມລົດຊາດຄວາມຫວານເລັກໜ້ອຍ. ບາງຄົນຍັງບໍ່ທັນຕື່ນຕົວເທື່ອ; ສິ່ງທີ່ເຈົ້າເວົ້າສະແດງອອກໃຫ້ເຫັນເຖິງສິ່ງທີ່ເຈົ້າເປັນຫຼາຍປານໃດ? ມັນປ້ອງກັນຕົວເອງຫຼາຍປານໃດ, ມັນຮຽນແບບຄົນອື່ນຫຼາຍປານໃດ ແລະ ມັນປະຕິບັດຕາມກົດຫຼາຍປານໃດ? ເຫດຜົນທີ່ເຈົ້າບໍ່ສາມາດຮູ້ຊຶ້ງ ແລະ ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດແມ່ນເຈົ້າບໍ່ຮູ້ຈັກວິທີເຂົ້າໃກ້ເຮົາ. ພາຍນອກ, ເຈົ້າກໍາລັງຄິດໄຕ່ຕອງສິ່ງຕ່າງໆຢູ່ສະເໝີ, ອີງໃສ່ແນວຄວາມຄິດຂອງຕົນເອງ ແລະ ຈິດໃຈຂອງເຈົ້າ; ເຈົ້າຄົ້ນຄວ້າຢ່າງລັບໆ ແລະ ມີສ່ວນຮ່ວມໃນແຜນການຍ່ອຍ ແລະ ເຈົ້າບໍ່ສາມາດແມ່ນແຕ່ເອົາພວກມັນອອກມາໃນທີ່ໂລ່ງ. ນີ້ສະແດງໃຫ້ເຫັນວ່າເຈົ້າບໍ່ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດແທ້ໆ. ຖ້າເຈົ້າຮູ້ແທ້ໆວ່າບາງສິ່ງບໍ່ໄດ້ມາຈາກພຣະເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງຢ້ານທີ່ຈະລຸກຂຶ້ນ ແລະ ປະຕິເສດມັນ? ມີຈັກຄົນທີ່ສາມາດລຸກຂຶ້ນ ແລະ ເວົ້າເພື່ອເຮົາ? ເຈົ້າຂາດແມ່ນແຕ່ສ່ວນທີ່ໜ້ອຍທີ່ສຸດຂອງຄວາມເຂັ້ມແຂງດ້ານບຸກຄະລິກທີ່ເດັກຊາຍມີ.

ວັດຖຸປະສົງຂອງທຸກສິ່ງທີ່ຖືກຈັດຕຽມໄວ້ໃນປັດຈຸບັນແມ່ນເພື່ອຝຶກຝົນພວກເຈົ້າ ເພື່ອວ່າພວກເຈົ້າອາດຈະເຕີບໃຫຍ່ຂຶ້ນໃນຊີວິດຂອງພວກເຈົ້າ, ເພື່ອເຮັດໃຫ້ວິນຍານຂອງພວກເຈົ້າກະຕືລືລົ້ນ ແລະ ຫຼັກແຫຼມ ແລະ ເພື່ອເປີດດວງຕາຝ່າຍວິນຍານຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະຮັບຮູ້ວ່າສິ່ງໃດມາຈາກພຣະເຈົ້າ. ສິ່ງທີ່ມາຈາກພຣະເຈົ້າເຮັດໃຫ້ເຈົ້າຮັບໃຊ້ດ້ວຍຄວາມສາມາດ ແລະ ພາລະ ແລະ ເພື່ອໃຫ້ໝັ້ນຄົງໃນວິນຍານ. ທຸກສິ່ງທີ່ບໍ່ໄດ້ມາຈາກເຮົາແມ່ນວ່າງເປົ່າ; ພວກມັນບໍ່ໄດ້ໃຫ້ຫຍັງເຈົ້າເລີຍ, ເຮັດໃຫ້ວິນຍານຂອງເຈົ້າຈົມລົງ ແລະ ເຮັດໃຫ້ເຈົ້າເສຍຄວາມສັດທາຂອງເຈົ້າ ແລະ ວາງໄລຍະຫ່າງລະຫວ່າງເຈົ້າ ແລະ ເຮົາ ແລະ ດັກເຈົ້າໄວ້ໃນໃຈຂອງເຈົ້າເອງ. ຕອນນີ້ ເຈົ້າສາມາດກ້າວຂ້າມທຸກສິ່ງໃນໂລກຄາລະວາດເມື່ອເຈົ້າອາໃສຢູ່ໃນວິນຍານ ແຕ່ການມີຊີວິດຢູ່ໃນຄວາມຄິດຂອງເຈົ້າແມ່ນການຖືກຄອບງຳໂດຍຊາຕານ; ນີ້ແມ່ນທາງຕັນແລ້ວ. ດຽວນີ້ ມັນງ່າຍດາຍຫຼາຍ: ຈົ່ງແນມເບິ່ງເຮົາດ້ວຍໃຈຂອງເຈົ້າ ແລ້ວວິນຍານຂອງເຈົ້າຈະເຂັ້ມແຂງຂຶ້ນທັນທີ. ເຈົ້າຈະມີເສັ້ນທາງສູ່ການປະຕິບັດ ແລະ ເຮົາຈະຊີ້ນຳທຸກບາດກ້າວຂອງເຈົ້າ. ພຣະທຳຂອງເຮົາຈະຖືກເປີດເຜີຍແກ່ເຈົ້າທຸກເວລາ ແລະ ທຸກບ່ອນ. ບໍ່ວ່າຢູ່ໃສ ຫຼື ເມື່ອໃດ ຫຼື ສະພາບແວດລ້ອມເປັນອັນຕະລາຍປານໃດ, ເຮົາຈະເຮັດໃຫ້ເຈົ້າເຫັນຢ່າງຊັດເຈນ ແລະ ໃຈຂອງເຮົາຈະຖືກເປີດເຜີຍແກ່ເຈົ້າ ຖ້າເຈົ້າແນມເບິ່ງເຮົາດ້ວຍໃຈຂອງເຈົ້າ; ໃນລັກສະນະນີ້, ເຈົ້າຈະແລ່ນໄປຕາມເສັ້ນທາງຂ້າງໜ້າ ແລະ ຈະບໍ່ຫຼົງທາງ. ບາງຄົນພະຍາຍາມຮູ້ສຶກເຖິງທາງຂອງພວກເຂົາຈາກພາຍນອກ ແຕ່ບໍ່ເຄີຍເຮັດເຊັ່ນນັ້ນຈາກພາຍໃນວິນຍານຂອງພວກເຂົາ. ພວກເຂົາບໍ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດເປັນປະຈໍາ. ເມື່ອພວກເຂົາສົນທະນາກັບຄົນອື່ນ, ພວກເຂົາຍິ່ງສັບສົນຫຼາຍຂຶ້ນ, ບໍ່ມີເສັ້ນທາງທີ່ຈະເດີນຕາມ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ຄົນເຫຼົ່ານີ້ບໍ່ຮູ້ວ່າແມ່ນຫຍັງທີ່ເຮັດໃຫ້ພວກເຂົາປ່ວຍ; ພວກເຂົາອາດຈະມີຫຼາຍສິ່ງ ແລະ ອາດຈະປາກົດວ່າພວກເຂົາຖືກຕື່ມເຕັມຢູ່ພາຍໃນ ແຕ່ມັນມີປະໂຫຍດຫຍັງແດ່? ເຈົ້າມີເສັ້ນທາງໃຫ້ເດີນຕາມແທ້ບໍ? ເຈົ້າມີແສງເຍືອງທາງ ຫຼື ຄວາມສະຫວ່າງບໍ? ເຈົ້າມີຄວາມເຂົ້າໃຈໃໝ່ໃດໆບໍ? ເຈົ້າມີຄວາມຄືບໜ້າ ຫຼື ເຈົ້າຖົດຖອຍບໍ? ເຈົ້າສາມາດຮັກສາແສງສະຫວ່າງໃໝ່ໄດ້ບໍ? ເຈົ້າບໍ່ມີຄວາມນອບນ້ອມ; ຄວາມນອບນ້ອມທີ່ເຈົ້າມັກເວົ້າເຖິງນັ້ນບໍ່ມີຫຍັງເລີຍ ນອກຈາກເປັນພຽງແຕ່ການເວົ້າ. ເຈົ້າໄດ້ດຳເນີນຊີວິດທີ່ເຊື່ອຟັງບໍ?

ອຸປະສັກທີ່ເກີດຈາກຄວາມຊອບທຳຂອງຕົວເອງ, ຄວາມອິມເອມໃຈ, ຄວາມເພິ່ງພໍໃຈໃນຕົວເອງ ແລະ ຄວາມຈອງຫອງນັ້ນໃຫຍ່ຫຼວງພຽງໃດ? ຈະໂທດໃຜເມື່ອເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງໄດ້? ເຈົ້າຄວນກວດສອບຕົວເຈົ້າເອງຢ່າງຮອບຄອບເພື່ອເບິ່ງວ່າເຈົ້າເປັນຄົນທີ່ຖືກຕ້ອງ ຫຼື ບໍ່. ເປົ້າໝາຍ ແລະ ເຈດຕະນາຂອງເຈົ້າຖືກສ້າງຂຶ້ນຮ່ວມກັບເຮົາໃນໃຈບໍ? ຄຳເວົ້າ ແລະ ການກະທຳທັງໝົດຂອງເຈົ້າຖືກເວົ້າ ແລະ ກະທຳຢູ່ຕໍ່ໜ້າເຮົາບໍ? ເຮົາກວດສອບຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ເຈົ້າບໍ່ຮູ້ສຶກຜິດບໍ? ເຈົ້າຕັ້ງໜ້າຜິດໆເພື່ອໃຫ້ຄົນອື່ນເຫັນ ແລະ ເຈົ້າຮັບເອົາອາກາດແຫ່ງຄວາມຊອບທຳໃນຕົວເອງຢ່າງໃຈເຢັນ; ເຈົ້າເຮັດສິ່ງນີ້ເພື່ອປົກປ້ອງຕົວເອງ. ເຈົ້າເຮັດສິ່ງນີ້ເພື່ດປົກປິດຄວາມຊົ່ວຂອງເຈົ້າ ແລະ ເຈົ້າເຖິງຂັ້ນຄິດຫາວິທີທີ່ຈະຜັກດັນຄວາມຊົ່ວຮ້າຍນັ້ນໃຫ້ແກ່ຄົນອື່ນ. ການທໍລະຍົດຈັ່ງແມ່ນມີຢູ່ໃນໃຈເຈົ້າ! ຈົ່ງຄິດເບິ່ງທຸກສິ່ງທີ່ເຈົ້າໄດ້ເວົ້າ. ບໍ່ແມ່ນເພື່ອຜົນປະໂຫຍດຂອງຕົວເຈົ້າເອງບໍທີ່ເຈົ້າປົກປິດຊາຕານ ແລະ ຕໍ່ມາກໍ່ບັງຄັບປຸ້ນອ້າຍເອື້ອຍນ້ອງຂອງເຈົ້າຈາການກິນ ແລະ ດື່ມຂອງເຂົ້າເຈົ້າໂດຍຢ້ານວ່າດວງວິນຍານຂອງເຈົ້າຈະໄດ້ຮັບອັນຕະລາຍແມ່ນບໍ? ແມ່ນຫຍັງທີ່ເຈົ້າຕ້ອງເວົ້າເພື່ອຕົວເອງ? ເຈົ້າຄິດວ່າຄັ້ງຕໍ່ໄປເຈົ້າຈະສາມາດຊົດເຊີຍການກິນ ແລະ ດື່ນທີ່ຊາຕານໄດ້ເອົາໄປເທື່ອນີ້ໄດ້ບໍ? ສະນັ້ນ, ຕອນນີ້ເຈົ້າເຫັນຊັດເຈນແລ້ວ; ນີ້ແມ່ນບາງສິ່ງທີ່ເຈົ້າສາມາດຊົດເຊີຍໄດ້ບໍ? ເຈົ້າສາມາດຊົດເຊີຍເວລາທີ່ເສຍໄປນັ້ນໄດ້ບໍ? ພວກເຈົ້າຕ້ອງໝັ່ນກວດສອບຕົວເອງເພື່ອເບິ່ງວ່າ ເປັນຫຍັງຈຶ່ງບໍ່ມີການກິນ ແລະ ດື່ມເກີດຂຶ້ນໃນການປະຊຸມກັນສອງສາມຄັ້ງທີ່ຜ່ານມາ ແລະ ໃຜເຮັດໃຫ້ເກີດບັນຫານີ້. ເຈົ້າຕ້ອງສົນທະນາເທື່ອລະຄົນຈົນກວ່າມັນຊັດເຈນ. ຖ້າຄົນເຊັ່ນນັ້ນບໍ່ຖືກກຳຈັດຢ່າງຈິງຈັງ, ອ້າຍເອື້ອຍນ້ອງຂອງເຈົ້າກໍຈະບໍ່ເຂົ້າໃຈ ແລະ ມັນກໍຈະເກີດຂຶ້ນອີກ. ດວງຕາຝ່າຍວິນຍານຂອງເຈົ້າປິດຢູ່; ຫຼາຍຄົນໃນພວກເຈົ້າຕາບອດ! ຍິ່ງໄປກວ່ານັ້ນ, ບັນດາຜູ້ທີ່ເຫັນກໍບໍ່ສົນໃຈມັນ. ພວກເຂົາບໍ່ຢືນຢັດ ແລະ ເວົ້າອອກມາ, ພວກເຂົາກໍຕາບອດເຊັ່ນກັນ. ຄົນທີ່ເຫັນແຕ່ບໍ່ເວົ້າແມ່ນເປັນຄົນປາກກືກ. ຈັ່ງແມ່ນມີຄົນພິການຫຼາຍຄົນຢູ່ທີ່ນີ້.

(ຄັດຈາກ “ບົດທີ 13” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 380)

ບາງຄົນບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ, ຊີວິດແມ່ນຫຍັງ ແລະ ເສັ້ນທາງແມ່ນຫຍັງ ແລະ ພວກເຂົາບໍ່ເຂົ້າໃຈວິນຍານ. ພວກເຂົາຖືວ່າພຣະທຳຂອງເຮົາເປັນພຽງແຕ່ສູດ. ນີ້ມັນເຄັ່ງຄັດຫຼາຍເກີນໄປ. ພວກເຂົາບໍ່ເຂົ້າໃຈວ່າແມ່ນຫຍັງຄືຄວາມກະຕັນຍູ ແລະ ການສັນລະເສີນທີ່ແທ້ຈິງ. ບາງຄົນບໍ່ສາມາດເຂົ້າໃຈສິ່ງສຳຄັນ ແລະ ສິ່ງທີ່ເປັນຫຼັກ; ກົງກັນຂ້າມ, ພວກເຂົາເຂົ້າໃຈພຽງແຕ່ສິ່ງສຳຮອງເທົ່ານັ້ນ. ການຂັດຂວາງການຄຸ້ມຄອງຂອງພຣະເຈົ້າໝາຍຄວາມວ່າແນວໃດ? ການຮື້ຖອນການກໍ່ສ້າງພຣະຄຣິສຕະຈັກໝາຍຄວາມວ່າແນວໃດ? ການຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດໝາຍຄວາມວ່າແນວໃດ? ແມ່ນຫຍັງຄືລູກນ້ອງຂອງຊາຕານ? ຄວາມຈິງເຫຼົ່ານີ້ຕ້ອງຖືກເຂົ້າໃຈຢ່າງຈະແຈ້ງ ແລະ ບໍ່ພຽງແຕ່ຖືກປົກປິດຢ່າງເລື່ອນລອຍເທົ່ານັ້ນ. ແມ່ນຫຍັງເຮັດໃຫ້ບໍ່ມີການກິນ ແລະ ດື່ມໃນຄັ້ງນີ້? ບາງຄົນຮູ້ສືກວ່າມື້ນີ້ພວກເຂົາຄວນສັນລະເສີນພຣະເຈົ້າດັງໆ ແຕ່ວ່າພວກເຂົາຄວນສັນລະເສີນພຣະອົງແນວໃດ? ພວກເຂົາຄວນເຮັດເຊັ່ນນັ້ນໂດຍການຮ້ອງບົດເພງສັນເສີນ ແລະ ການຟ້ອນລຳບໍ? ແລ້ວວິທີການອື່ນບໍ່ນັບວ່າເປັນການສັນລະເສີນບໍ? ບາງຄົນມາໃນທີ່ປະຊຸມພ້ອມກັບແນວຄວາມຄິດທີ່ວ່າ ການສັນລະເສີນແບບປິຕິຍິນດີແມ່ນວິທີການສັນລະເສີນພຣະເຈົ້າ. ຄົນມີແນວຄວາມຄິດເຫຼົ່ານີ້ ແລະ ພວກເຂົາບໍ່ໃສ່ໃຈພາລະກິດຂອງພຣະວິນຍານບໍລິສຸດ; ຜົນຮັບສຸດທ້າຍຂອງສິ່ງນີ້ຄືການຂັດຂວາງຍັງເກີດຂຶ້ນຢູ່. ບໍ່ມີການກິນ ແລະ ດື່ມໃນການປະຊຸມນີ້; ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງພຣະຄຣິສຕະຈັກ ແຕ່ທ່າມກາງພວກເຈົ້າມີໃຜທີ່ໄດ້ຄຳນຶງເຖິງພາລະຂອງພຣະເຈົ້າແທ້ໆ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຕັ້ງຄຳຖາມເຫຼົ່ານີ້ກັບຕົວເຈົ້າເອງ ແລະ ຄິດເຖິງພວກມັນເລື້ອຍໆ. ຂອງຂວັນຂອງຊາຕານຢູ່ພາຍໃນຕົວເຈົ້າ ແລະ ຕ້ອງໂທດເຈົ້າ ຍ້ອນວ່າເຈົ້າບໍ່ເຂົ້າໃຈຄົນ ແລະ ເຈົ້າລົ້ມເຫຼວໃນການຮັບຮູ້ພິດຂອງຊາຕານ; ເຈົ້າກຳລັງພາຕົວເອງໄປສູ່ຄວາມຕາຍ. ຊາຕານໄດ້ຫຼອກລວງເຈົ້າຢ່າງຖີ່ຖ້ວນຈົນເຖິງຈຸດທີ່ເຈົ້າສັບສົນຢ່າງສິ້ນເຊີງ; ເຈົ້າເມົາເຫຼົ້າແວັງແຫ່ງຄວາມສຳສ່ອນ ແລະ ເຈົ້າກໍເຊໄປມາ, ບໍ່ສາມາດຢຶດຖືມຸມມອງທີ່ໜັກແໜ້ນໄດ້ ແລະ ບໍ່ມີເສັ້ນທາງສຳລັບການປະຕິບັດຂອງເຈົ້າ. ເຈົ້າບໍ່ໄດ້ກິນ ແລະ ດື່ມຢ່າງຖືກຕ້ອງ, ເຈົ້າເຂົ້າຮ່ວມໃນການຕໍ່ສູ້ ແລະ ການຜິດຖຽງກັນທີ່ປ່າເຖື່ອນ, ເຈົ້າບໍ່ຮູ້ຈັກຜິດຖືກ ແລະ ເຈົ້າຕິດຕາມໃຜກໍຕາມທີ່ນຳພາ. ເຈົ້າມີຄວາມຈິງບໍ? ບາງຄົນປົກປ້ອງຕົວເອງ ແລະ ແມ່ນແຕ່ເຂົ້າຮ່ວມໃນການຫຼອກລວງ. ພວກເຂົາສົນທະນາກັບຄົນອື່ນ ແຕ່ນັ້ນພຽງແຕ່ນຳພວກເຂົາໄປສູ່ທາງຕັນ. ແມ່ນຈາກເຮົາບໍທີ່ຄົນເຫຼົ່ານີ້ໄດ້ຮັບຄວາມຕັ້ງໃຈ, ເປົ້າໝາຍ, ແຮງຈູງໃຈ ແລະ ຕົ້ນກຳເນີດຂອງພວກເຂົາ? ເຈົ້າຄິດວ່າເຈົ້າສາມາດຊົດເຊີຍອ້າຍເອື້ອຍນ້ອງຂອງເຈົ້າຕໍ່ຄວາມຈິງທີ່ວ່າການກິນ ແລະ ດື່ມຂອງພວກເຂົາຖືກເອົາໄປບໍ? ຈົ່ງຊອກຫາສອງສາມຄົນເພື່ອສົນທະນາກັນ ແລະ ຖາມພວກເຂົາ; ປ່ອຍໃຫ້ພວກເຂົາເວົ້າເພື່ອຕົວເອງ: ພວກເຂົາໄດ້ຮັບຫຍັງແດ່? ຫຼື ທ້ອງຂອງພວກເຂົາເຕັມໄປດ້ວຍນ້ຳສົກກະປົກ ແລະ ຂີ້ເຫຍື່ອ ໂດຍປ່ອຍໃຫ້ພວກເຂົາບໍ່ມີເສັ້ນທາງທີ່ຈະປະຕິບັດຕາມບໍ? ນັ້ນຈະບໍ່ຮື້ຖອນພຣະຄຣິສຕະຈັກບໍ? ຄວາມຮັກລະຫວ່າງອ້າຍເອື້ອຍນ້ອງຢູ່ໃສ? ເຈົ້າຄົ້ນຄວ້າຢ່າງລັບໆວ່າໃຜຖືກ ແລະ ໃຜຜິດ ແຕ່ເປັນຫຍັງເຈົ້າຈຶ່ງບໍ່ແບກຮັບພາລະຂອງພຣະຄຣິສຕະຈັກ? ປົກກະຕິແລ້ວ, ເຈົ້າເກັ່ງໃນການຮ້ອງປະໂຫຍກທີ່ໂດດເດັ່ນອອກມາ ແຕ່ເມື່ອສິ່ງຕ່າງໆເກີດຂຶ້ນແທ້ໆ, ເຈົ້າກັບບໍ່ແນ່ໃຈກ່ຽວກັບມັນ. ບາງຄົນເຂົ້າໃຈ ແຕ່ພຽງແຕ່ຈົ່ມຄ່ອຍໆເທົ່ານັ້ນ ໃນຂະນະທີ່ຄົນອື່ນເວົ້າສິ່ງທີ່ພວກເຂົາເຂົ້າໃຈອອກມາ ເມື່ອບໍ່ມີໃຜເວົ້າຫຍັງອີກແລ້ວ. ພວກເຂົາບໍ່ຮູ້ວ່າສິ່ງໃດມາຈາກພຣະເຈົ້າ ແລະ ສິ່ງໃດແມ່ນພາລະກິດຂອງຊາຕານ. ຄວາມຮູ້ສຶກພາຍໃນກ່ຽວກັບຊີວິດຂອງພວກເຈົ້າຢູ່ໃສ? ເຈົ້າພຽງແຕ່ບໍ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຈົ້າກໍບໍ່ສາມາດຮັບຮູ້ມັນ ແລະ ເຈົ້າມີຊ່ວງເວລາທີ່ຫຍຸ້ງຍາກໃນການຍອມຮັບສິ່ງໃໝ່ໆ. ເຈົ້າພຽງແຕ່ຍອມຮັບສິ່ງຕ່າງໆທາງສາສະໜາ ແລະ ທາງໂລກທີ່ສອດຄ່ອງກັບແນວຄວາມຄິດຂອງຄົນເທົ່ານັ້ນ. ຜົນທີ່ໄດ້ຄື ເຈົ້າຕໍ່ສູ້ແບບບໍ່ມີເຫດຜົນ. ມີຈັກຄົນທີ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດໄດ້? ມີຈັກຄົນທີ່ແບກພາລະຂອງພຣະຄຣິສຕະຈັກໄດ້ຢ່າງແທ້ຈິງ? ເຈົ້າເຂົ້າໃຈມັນບໍ? ການຮ້ອງເພງສັນລະເສີນແມ່ນວິທີການໜຶ່ງໃນການສັນລະເສີນພຣະເຈົ້າ ແຕ່ວ່າເຈົ້າບໍ່ເຂົ້າໃຈຄວາມຈິງຂອງການສັນລະເສີນພຣະເຈົ້າຢ່າງແຈ່ມແຈ້ງ. ຍິ່ງໄປກວ່ານັ້ນ, ເຈົ້າເຄັ່ງຄັດໃນວິທີທີ່ເຈົ້າໄປສັນລະເສີນພຣະອົງ. ນັ້ນບໍ່ແມ່ນແນວຄວາມຄິດທີ່ເຈົ້າມີບໍ? ເຈົ້າຢຶດຕິດກັບແນວຄວາມຄິດຂອງຕົວເຈົ້າເອງຢ່າງບໍ່ລົດລະຢູ່ສະເໝີ ແລະ ເຈົ້າບໍ່ສາມາດສຸມໃສ່ສິ່ງທີ່ພຣະວິນຍານບໍລິສຸດຈະກະທຳໃນວັນນີ້, ບໍ່ສາມາດຮູ້ສຶກສິ່ງທີ່ອ້າຍເອື້ອຍນ້ອງຂອງເຈົ້າກຳລັງຮູ້ສຶກຢູ່ ແລະ ບໍ່ສາມາດສະແຫວງຫາຄວາມປະສົງຂອງພຣະເຈົ້າແບບງຽບໆ. ເຈົ້າເຮັດສິ່ງຕ່າງໆແບບສຸ່ມສີ່ສຸ່ມຫ້າ; ເຈົ້າອາດຈະຮ້ອງເພງໄດ້ດີ ແຕ່ຜົນທີ່ໄດ້ແມ່ນຄວາມຫຍຸ້ງເຫຍີງຢ່າງສົມບູນ. ນັ້ນແມ່ນການກິນ ແລະ ດື່ມແທ້ບໍ? ເຈົ້າເຫັນບໍວ່າແທ້ຈິງແລ້ວແມ່ນໃຜເປັນຜູ້ກໍ່ໃຫ້ເກີດການຂັດຂວາງ? ເຈົ້າບໍ່ໄດ້ອາໃສຢູ່ໃນວິນຍານຢ່າງແນ່ນອນ; ກົງກັນຂ້າມ, ເຈົ້າຢຶດໝັ້ນໃນແນວຄວາມຄິດຕ່າງໆ. ຈະມີວິທີແບກຮັບພາລະເພື່ອພຣະຄຣິສຕະຈັກແນວໃດ? ພວກເຈົ້າຕ້ອງເຫັນວ່າ ຕອນນີ້ພາລະກິດຂອງພຣະວິນຍານບໍລິສຸດກຳລັງຄືບໜ້າໄວຍິ່ງຂຶ້ນ. ເພາະສະນັ້ນ, ບໍ່ແມ່ນເຈົ້າຕາບອດບໍຖ້າເຈົ້າກຳລັງກຳແໜ້ນແນວຄວາມຄິດຂອງຕົວເຈົ້າເອງ ແລະ ຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດຢູ່? ນັ້ນບໍ່ຄ້າຍຄືກັບການທີ່ແມງວັນບິນເຂົ້າຕຳກຳແພງ ແລະ ໂຊເຊໄປມາບໍ? ຖ້າເຈົ້າຍັງຢູ່ໃນລັກສະນະນີ້, ເຈົ້າຈະຖືກປະຖິ້ມ.

ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນກ່ອນທີ່ໄພພິບັດຈະຍອມແພ້ຕໍ່ພຣະເຈົ້າ. ພວກເຂົາດຳລົງຊີວິດໂດຍການເພິ່ງພາພຣະຄຣິສ, ພວກເຂົ້າເປັນພະຍານໃຫ້ພຣະອົງ ແລະ ພວກເຂົາເຊີດຊູພຣະອົງ. ພວກເຂົາແມ່ນເດັກຊາຍທີ່ໄດ້ຮັບໄຊຊະນະ ແລະ ເປັນທະຫານທີ່ດີຂອງພຣະຄຣິສ. ມັນສຳຄັນທີ່ຕອນນີ້ເຈົ້າຕ້ອງສະຫງົບຈິດໃຈ, ເຂົ້າໃກ້ພຣະເຈົ້າ ແລະ ສົນທະນາກັບພຣະອົງ. ຖ້າເຈົ້າບໍ່ສາມາດເຂົ້າໃກ້ພຣະເຈົ້າ, ເຈົ້າກໍສ່ຽງທີ່ຈະຖືກຊາຕານຈັບຕົວໄປ. ຖ້າເຈົ້າສາມາດເຂົ້າໃກ້ເຮົາ ແລະ ສົນທະນາກັບເຮົາ, ແລ້ວຄວາມຈິງທັງໝົດກໍຈະຖືກເປີດເຜີຍແກ່ເຈົ້າ ແລະ ເຈົ້າກໍຈະມີມາດຕະຖານໃນການດຳລົງຊີວິດ ແລະ ປະຕິບັດ. ຍ້ອນເຈົ້າແມ່ນຜູ້ໜຶ່ງທີ່ໃກ້ຊິດກັບເຮົາ, ພຣະທຳຂອງເຮົາຈະບໍ່ຢູ່ຫ່າງຈາກເຈົ້າ ແລະ ເຈົ້າຈະບໍ່ຫຼົງທາງຈາກພຣະທຳຂອງເຮົາຕະຫຼອດຊີວິດຂອງເຈົ້າ; ຊາຕານຈະບໍ່ມີທາງເອົາປຽບເຈົ້າໄດ້ ແລະ ໃນທາງກົງກັນຂ້າມ ມັນຈະອັບອາຍ ແລະ ໜີໄປດ້ວຍຄວາມປາໄຊ. ຖ້າເຈົ້າເບິ່ງແຕ່ພາຍນອກຫາສິ່ງທີ່ຂາດຫາຍໄປໃນຕົວເຈົ້າ, ບາງຄັ້ງເຈົ້າອາດຈະພົບມັນບາງສ່ວນ ແຕ່ສິ່ງທີ່ເຈົ້າພົບສ່ວນຫຼາຍຈະເປັນກົດລະບຽບ ແລະ ສິ່ງຕ່າງໆທີ່ເຈົ້າບໍ່ຕ້ອງການ. ເຈົ້າຕ້ອງປ່ອຍວາງຕົວເອງ, ກິນ ແລະ ດື່ມພຣະທຳຂອງເຮົາຫຼາຍຂຶ້ນ ແລະ ຮູ້ວິທີທີ່ຈະໄຕ່ຕອງພວກມັນ. ຖ້າເຈົ້າບໍ່ເຂົ້າໃຈຫຍັງບ່າງຢ່າງ, ຈົ່ງເຂົ້າມາໃກ້ໆເຮົາ ແລະ ສົນທະນາກັບເຮົາເລື້ອຍໆ; ດ້ວຍວິທີນີ້, ສິ່ງຕ່າງໆທີ່ເຈົ້າເຂົ້າໃຈຈະເປັນຈິງ ແລະ ຈິງແທ້. ເຈົ້າຕ້ອງເລີ່ມຕົ້ນດ້ວຍການເຂົ້າໃກ້ເຮົາ. ສິ່ງນີ້ສຳຄັນ! ບໍ່ດັ່ງນັ້ນ, ເຈົ້າຈະບໍ່ຮູ້ວິທີກິນ ແລະ ດື່ມ. ເຈົ້າບໍ່ສາມາດກິນ ແລະ ດື່ມດ້ວຍຕົວເຈົ້າເອງໄດ້; ວຸດທິພາວະຂອງເຈົ້ານັ້ນນ້ອຍເກີນໄປອີຫຼີ.

(ຄັດຈາກ “ບົດທີ 13” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 382)

ຄຣິສຕະຈັກກຳລັງກໍ່ສ້າງ ແລະ ຊາຕານກໍກຳລັງພະຍາຍາມທີ່ສຸດທີ່ຈະທຳລາຍມັນ. ມັນຕ້ອງການທຳລາຍການກໍ່ສ້າງຂອງເຮົາດ້ວຍທຸກວິທີທາງທີ່ເປັນໄປໄດ້; ດ້ວຍເຫດນີ້, ຄຣິສຕະຈັກຕ້ອງຖືກເຮັດໃຫ້ບໍລິສຸດໂດຍໄວ. ຕ້ອງບໍ່ເຫຼືອສິ່ງຊົ່ວຮ້າຍແມ່ນແຕ່ໜ້ອຍດຽວ; ຄຣິສຕະຈັກຕ້ອງຖືກເຮັດໃຫ້ບໍລິສຸດເພື່ອມັນຈະບໍ່ມີຂໍ້ບົກຜ່ອງ ແລະ ສືບຕໍ່ບໍລິສຸດຄືກັບໃນອະດີດ. ພວກເຈົ້າຕ້ອງຕື່ນຕົວ ແລະ ລໍຖ້າຢູ່ຕະຫຼອດເວລາ, ພວກເຈົ້າຕ້ອງອະທິຖານຫາເຮົາຫຼາຍຂຶ້ນ. ພວກເຈົ້າຕ້ອງຮັບຮູ້ແຜນການຕ່າງໆ ແລະ ແຜນການອັນສະຫຼາດຫຼັກແຫຼມຂອງຊາຕານ, ຮັບຮູ້ວິນຍານ, ຮູ້ຈັກຄົນ ແລະ ສາມາດແຍກແຍະຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆ; ພວກເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງເຮົາຫຼາຍຂຶ້ນເຊັ່ນກັນ, ສຳຄັນໄປກວ່ານັ້ນ, ພວກເຈົ້າຕ້ອງສາມາດກິນ ແລະ ດື່ມພວກມັນດ້ວຍຕົວພວກເຈົ້າເອງ. ຈົງຕຽມຕົວໃຫ້ພ້ອມດ້ວຍຄວາມຈິງທັງໝົດ ແລະ ມາຢູ່ຕໍ່ໜ້າເຮົາ ເພື່ອວ່າເຮົາອາດຈະເປີດດວງຕາຝ່າຍຈິດວິນຍານຂອງພວກເຈົ້າ ແລະ ອະນຸຍາດໃຫ້ພວກເຈົ້າເຫັນຄວາມເລິກລັບທັງໝົດທີ່ຢູ່ໃນວິນຍານໄດ້...ເມື່ອຄຣິສຕະຈັກເຂົ້າສູ່ໄລຍະການກໍ່ສ້າງຂອງມັນ, ບັນດາໄພ່ພົນກໍຍ່າງເຂົ້າສູ່ການສູ້ຮົບ. ຄຸນລັກສະນະຕ່າງໆທີ່ໜ້າກຽດຊັງຂອງຊາຕານໄດ້ຖືກຕັ້ງໄວ້ຕໍ່ໜ້າພວກເຈົ້າ: ພວກເຈົ້າຢຸດ ແລະ ເຄື່ອນຖອຍຫຼັງບໍ ຫຼື ໂດຍໄວ້ວາງໃຈໃນເຮົາ, ພວກເຈົ້າລຸກຢືນຂຶ້ນ ແລະ ກ້າວໄປຂ້າງໜ້າ? ຈົ່ງເປີດເຜີຍຄຸນລັກສະນະອັນເສື່ອມຊາມ ແລະ ໜ້າລັງກຽດຂອງຊາຕານຢ່າງລະອຽດ, ຢ່າເຫັນໃຈ ແລະ ສະແດງຄວາມເມດຕາ! ສູ້ກັບຊາຕານຈົນເຖິງຕາຍ! ເຮົາເປັນກອງໜຸນຂອງພວກເຈົ້າ ແລະ ພວກເຈົ້າຕອງມີຈິດວິນຍານຂອງເດັກຊາຍ! ຊາຕານກຳລັງໂຈມຕີຢ່າງດີ້ນຕາຍໃນຄັ້ງສຸດທ້າຍຂອງມັນ ແຕ່ມັນກໍຍັງບໍ່ສາມາດຫຼົບໜີການພິພາກສາຂອງເຮົາໄດ້. ຊາຕານຢູ່ໃຕ້ຕີນເຮົາ ແລະ ມັນກໍກຳລັງຖືກຢຽບຢ່ຳຢູ່ໃຕ້ຕີນຂອງພວກເຈົ້າເອງອີກດ້ວຍ, ນີ້ແມ່ນຄວາມຈິງ!

ບັນດາຜູ້ທີ່ຂັດຂວາງສາສະໜາທັງໝົດ ແລະ ບັນດາຜູ້ທີ່ທຳລາຍການກໍ່ສ້າງຂອງຄຣິສຕະຈັກບໍ່ສາມາດໄດ້ຮັບການອົດກັ້ນແມ່ນແຕ່ໜ້ອຍດຽວ, ແຕ່ຈະຖືກພິພາກສາທັນທີ; ຊາຕານຈະຖືກເປີດເຜີຍ, ຢຽບ, ທຳລາຍຢ່າງສິ້້ນເຊີງ ແລະ ບໍ່ມີບ່ອນໄວ້ໃຫ້ລີ້. ລັກສະນະທັງໝົດຂອງຜີສາດ ແລະ ຜີຕ່າງໆຈະເປີດເຜີຍຮູບແບບທີ່ແທ້ຈິງຂອງພວກມັນຕໍ່ໜ້າເຮົາ ແລະ ເຮົາຈະໂຍນພວກມັນທັງໝົດລົງໃນຂຸມເລິກທີ່ສຸດ ເຊິ່ງພວກມັນຈະບໍ່ມີວັນເປັນອິດສະຫຼະໄດ້; ພວກມັນທັງໝົດຈະຢູ່ໃຕ້ຕີນຂອງພວກເຮົາ. ຖ້າພວກເຈົ້າຕ້ອງການຕໍ່ສູ້ຈົນເຖິງທີ່ສຸດເພື່ອຄວາມຈິງ, ກ່ອນອື່ນໝົດ, ພວກເຈົ້າຕ້ອງບໍ່ເປີດໂອກາດໃຫ້ຊາຕານເຮັດວຽກຂອງມັນ, ດ້ວຍເຫດນີ້, ພວກເຈົ້າຈະຕ້ອງເປັນຈິດໜຶ່ງໃຈດຽວກັນ ແລະ ສາມາດປະຕິບັດດ້ວຍການປະສານງານກັນ, ປະຖິ້ມແນວຄິດທັງໝົດ, ຄຳຄິດເຫັນ, ມຸມມອງ ແລະ ວິທີການເຮັດສິ່ງຕ່າງໆ, ສະຫງົບຫົວໃຈຂອງພວກເຈົ້າຢູ່ໃນເຮົາ, ສຸມໃສ່ສຽງຂອງພຣະວິນຍານບໍລິສຸດ, ເອົາໃຈໃສ່ຕໍ່ພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະສົບກັບພຣະທຳຂອງພຣະເຈົ້າຢ່າງລະອຽດ. ພວກເຈົ້າຕ້ອງມີຄວາມຕັ້ງໃຈຢ່າງດຽວເທົ່ານັ້ນ, ນັ້ນກໍຄືການເຮັດໃຫ້ຄວາມປະສົງຂອງເຮົາສຳເລັດ. ພວກເຈົ້າບໍ່ຄວນມີຄວາມຕັ້ງໃຈອື່ນນອກຈາກນີ້. ພວກເຈົ້າຕ້ອງແນມເບິ່ງເຮົາດ້ວຍສຸດໃຈຂອງພວກເຈົ້າ, ເບິ່ງການກະທຳຂອງເຮົາ ແລະ ວິທີທີ່ເຮົາເຮັດສິ່ງຕ່າງໆຢ່າງໃກ້ຊິດ ແລະ ຢ່າລະເລີຍ. ຈິດວິນຍານຂອງພວກເຈົ້າຕ້ອງແຫຼມຄົມ ແລະ ຈົ່ງເປີດຕາຂອງພວກເຈົ້າ. ປົກກະຕິແລ້ວ, ເມື່ອເວົ້າເຖິງບັນດາຜູ້ທີ່ມີຄວາມຕັ້ງໃຈ ແລະ ຈຸດປະສົງທີ່ບໍ່ຖືກຕ້ອງ, ພ້ອມດ້ວຍບັນດາຜູ້ທີ່ມັກໃຫ້ຄົນອື່ນຍ້ອງຍໍ, ຜູ້ທີ່ກະຕືລືລົ້ນເຮັດສິ່ງຕ່າງໆ, ຜູ້ທີ່ມັກເຮັດໃຫ້ເກີດຄວາມວຸ້ນວາຍ, ຜູ້ທີ່ເກັ່ງໃນການຄຸຍໂມ້ກັບຫຼັກຄຳສອນທາງສາສະໜາ, ຜູ້ທີ່ເປັນລູກນ້ອງຂອງຊາຕານ ແລະ ອື່ນໆອີກ, ເມື່ອຄົນເຫຼົ່ານີ້ຢືນຂຶ້ນ, ພວກເຂົາສ້າງຄວາມຫຍຸ້ງຍາກໃຫ້ກັບຄຣິສຕະຈັກ ແລະ ນີ້ເຮັດໃຫ້ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງອ້າຍເອື້ອຍນ້ອງຂອງພວກເຂົາບໍ່ມີຜົນຫຍັງເລີຍ. ເມື່ອພວກເຈົ້າພົບກັບຄົນທີ່ຫຼິ້ນບົດລະຄອນເຊັ່ນນີ້, ຈົ່ງຫ້າມພວກເຂົາທັນທີ. ຖ້າວ່າໄດ້ມີການຕັກເຕືອນຊ້ຳແລ້ວຊໍ້າອີກ, ແລ້ວພວກເຂົາຍັງບໍ່ປ່ຽນແປງ, ພວກເຂົາກໍຈະທົນທຸກທໍລະມານຢ່າງໃຫຍ່ຫຼວງ. ຖ້າບັນດາຜູ້ທີ່ຢືນຢັນໃນຫົນທາງຂອງພວກເຂົາຢ່າງດື້ດ້ານ ພະຍາຍາມປົກປ້ອງຕົວເອງ ແລະ ພະຍາຍາມປົກປິດບາບຂອງພວກເຂົາ, ຄຣິສຕະຈັກຄວນຕັດພວກເຂົາອອກທັນທີ ແລະ ບໍ່ຕ້ອງປ່ອຍໃຫ້ພວກເຂົາມີບ່ອນໃຫ້ເຄື່ອນໄຫວ. ຢ່າສູນເສຍຄົນສ່ວນຫຼາຍໂດຍການພະຍາຍາມຊ່ວຍຄົນສ່ວນໜ້ອຍ; ຈົ່ງເບິ່ງພາບລວມ.

(ຄັດຈາກ “ບົດທີ 17” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 383)

ໃນຂະນະທີ່ພາລະກິດຂອງພຣະວິນຍານບໍລິສຸດສືບຕໍ່ໄປນັ້ນ ພຣະເຈົ້າໄດ້ນໍາພາພວກເຮົາເຂົ້າສູ່ຫຼັກການໃໝ່ແຫ່ງພາລະກິດຂອງພຣະວິນຍານບໍລິສຸດອີກຄັ້ງ. ຜົນຕາມມາກໍຄື ມັນຫຼີກເວັ້ນບໍ່ໄດ້ທີ່ບາງຄົນໄດ້ເຂົ້າໃຈເຮົາຜິດ ແລະ ໄດ້ຕໍານິເຮົາ. ບາງຄົນຕໍ່ຕ້ານ ແລະ ຄັດຄ້ານເຮົາ ແລະ ວິເຄາະເຮົາຢ່າງຖີ່ຖ້ວນ. ເຖິງຢ່າງໃດກໍຕາມ ເຮົາຍັງລໍຖ້າການກັບໃຈ ແລະ ການປ່ຽນແປງຂອງພວກເຈົ້າດ້ວຍຄວາມເມດຕາ. ການປ່ຽນແປງຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດນັ້ນ ແມ່ນພຣະເຈົ້າປາກົດຕົວດ້ວຍພຣະອົງເອງຢ່າງເປີດເຜີຍ. ແຕ່ພຣະທຳຂອງເຮົາຈະຍັງຄົງບໍ່ປ່ຽນແປງ! ຍ້ອນແມ່ນເຈົ້າທີ່ເຮົາກຳລັງຊ່ວຍເຫຼືອ, ເຮົາຈະບໍ່ປະຖິ້ມເຈົ້າໄວ້ກາງທາງ. ແຕ່ເຖິງປານນັ້ນພວກເຈົ້າກໍຍັງມີຂໍ້ສົງໄສ ແລະ ຕ້ອງການກັບຄືນໄປມືເປົ່າ. ມີພວກເຈົ້າບາງຄົນໄດ້ຢຸດທີ່ຈະກ້າວໄປຂ້າງໜ້າ ໃນຂະນະທີ່ບາງຄົນກໍໄດ້ແຕ່ສັງເກດ ແລະ ລໍຖ້າ. ບາງຄົນຍັງຍອມເຮັດຕາມສະພາບການໂດຍບໍ່ມີຄວາມດີ້ນຮົນ ໃນຂະນະທີ່ບາງຄົນກໍພຽງແຕ່ລອກຮຽນແບບເທົ່ານັ້ນ. ເຈົ້າໄດ້ເຮັດໃຫ້ຫົວໃຈຂອງເຈົ້າແຂງກະດ້າງຫຼາຍ! ເຈົ້າໄດ້ຮັບເອົາສິ່ງທີ່ເຮົາກ່າວຕໍ່ພວກເຈົ້າ ແລະ ນໍາເອົາໄປໃຊ້ໃນທາງທີ່ອວດດີ ແລະ ການໂອ້ອວດຂອງພວກເຈົ້າເອງ. ຈົ່ງຕຶກຕອງສິ່ງນີ້ເພິ່ມເຕີມໃຫ້ດີ, ນີ້ບໍ່ແມ່ນຫຍັງ ນອກຈາກພຣະທຳແຫ່ງຄວາມເມດຕາ ແລະ ການພິພາກສາທີ່ເກີດຂຶ້ນກັບເຈົ້າ. ເມື່ອເຫັນວ່າພວກເຈົ້າກະບົດແທ້ໆ ພຣະວິນຍານບໍລິສຸດກໍເລີ່ມຕົ້ນກ່າວ ແລະ ວິເຄາະໂດຍກົງ. ພວກເຈົ້າຄວນຢໍາເກງ. ຢ່າປະພຶດຢ່າງເລິນເລີ້ ຫຼື ເຮັດຫຍັງກໍຕາມໂດຍບໍ່ຮອບຄອບ. ຢ່າທະນົງຕົວ, ອວດດີ ຫຼື ຫົວດື້! ພພວກເຈົ້າຄວນໃສ່ໃຈກັບການນໍາເອົາພຣະທຳຂອງເຮົາເຂົ້າສູ່ການປະຕິບັດໃຫ້ຫຼາຍຂຶ້ນ ແລະ ດຳລົງຊີວິດຕາມພຣະທຳເຫຼົ່ານີ້ໃນທຸກບ່ອນທີ່ເຈົ້າໄປ ເພື່ອພຣະທຳເຫຼົ່ານັ້ນຈະປ່ຽນແປງພວກເຈົ້າຈາກພາຍໃນຢ່າງແທ້ຈິງ ແລະ ເພື່ອວ່າພວກເຈົ້າຈະມີອຸປະນິໄສຂອງເຮົາ. ມີພຽງແຕ່ຜົນຕາມມາເຊັ່ນນີ້ຈຶ່ງຈະແທ້ຈິງ.

ເພື່ອໃຫ້ຄຣິສຕະຈັກຖືກສ້າງຂຶ້ນ, ເຈົ້າຕ້ອງມີວຸດທິພາວະໂດຍສະເພາະ ແລະ ສະແຫວງຫາຢ່າງເຕັມໃຈ ແລະ ບໍ່ຢຸດຢັ້ງ ພ້ອມທັງຮັບເອົາການເຜົາໄໝ້ ແລະ ການຊໍາລະລ້າງຂອງພຣະວິນຍານບໍລິສຸດ ແລະ ກາຍເປັນຄົນທີ່ໄດ້ຮັບການປ່ຽນແປງ. ຄຣິສຕະຈັກສາມາດຖືກສ້າງໄດ້ໂດຍພາຍໃຕ້ເງື່ອນໄຂດັ່ງກ່າວ. ບັດນີ້ ພາລະກິດຂອງພຣະວິນຍານບໍລິສຸດໄດ້ນໍາພາພວກເຈົ້າໃນການເລີ່ມຕົ້ນສ້າງຄຣິສຕະຈັກ. ຖ້າເຈົ້າສືບຕໍ່ປະພຶດໃນວິທີທີ່ສັບສົນ ແລະ ຂີ້ຄ້ານແບບເກົ່າດັ່ງທີ່ເຈົ້າໄດ້ເຄີຍເຮັດໃນອະດີດ ແລ້ວເຈົ້າກໍໝົດຫວັງ. ເຈົ້າຕ້ອງຈັດຕຽມຕົນເອງດ້ວຍຄວາມຈິງທຸກຢ່າງ ແລະ ມີຄວາມສາມາດແຍກແຍະທາງດ້ານວິນຍານ ແລະ ເດີນໃນຫົນທາງທີ່ສົມບູນແບບຕາມສະຕິປັນຍາຂອງເຮົາ. ເພື່ອໃຫ້ຄຣິສຕະຈັກຖືກສ້າງຂຶ້ນ, ເຈົ້າຕ້ອງຢູ່ໃນວິນຍານແຫ່ງຊີວິດ ແລະ ບໍ່ແມ່ນພຽງແຕ່ຮຽນແບບຈາກພາຍນອກເທົ່ານັ້ນ. ຂະບວນການເຕີບໃຫຍ່ໃນຊີວິດຂອງເຈົ້າແມ່ນຂະບວນການດຽວກັນກັບການທີ່ເຈົ້າຖືກສ້າງຂຶ້ນ. ເຖິງຢ່າງໃດກໍຕາມ, ຈົ່ງສັງເກດວ່າຄົນທີ່ເພິ່ງພາພອນສະຫວັນຝ່າຍວິນຍານ ຫຼື ຄົນທີ່ບໍ່ສາມາດເຂົ້າໃຈບັນຫາຝ່າຍວິນຍານ ຫຼື ປາສະຈາກການປະຕິບັດ ຈະບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ ຫຼື ຄົນທີ່ບໍ່ສາມາດເຂົ້າໃກ້ ແລະ ສື່ສານກັບເຮົາຕະລອດເວລາ ກໍບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ເຊັ່ນກັນ. ຄົນທີ່ສົນລະວົນກັບຄວາມຄິດຂອງພວກເຂົາດ້ວຍແນວຄິດ ຫຼື ດຳລົງຊີວິດດ້ວຍທິດສະດີ ແມ່ນບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ ແລະ ຄົນທີ່ຖືກນໍາພາໂດຍຄວາມຮູ້ສຶກຂອງພວກເຂົາ ກໍບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ເຊັ່ນກັນ. ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດກໍຕາມ, ເຈົ້າຕ້ອງຍອມຢູ່ພາຍໃຕ້ພຣະອົງຢ່າງແທ້ຈິງ. ບໍ່ດັ່ງນັ້ນ ເຈົ້າບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້. ຄົນທີ່ໝົກໝຸ້ນຢູ່ກັບຄວາມທະນົງຕົວ, ຄວາມຄິດວ່າຕົນເອງຊອບທຳ, ຄວາມພາກພູມໃຈ ແລະ ຄວາມພໍໃຈ ແລະ ຄົນທີ່ມັກອວດເກັ່ງ ແລະ ໂອ້ອວດຕົນເອງ ກໍບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້. ຄົນທີ່ບໍ່ສາມາດຮັບໃຊ້ຮ່ວມກັບຄົນອື່ນ ແມ່ນບໍ່ສາມາດຖືກກໍ້ສ້າງຂຶ້ນໄດ້. ຄົນທີ່ບໍ່ມີເຂົ້າໃຈທາງຝ່າຍວິນຍານ ແລະ ຕິດຕາມຄົນອື່ນນໍາພາຢ່າງຫຼັບຫູຫຼັບຕາ ແມ່ນບໍ່ສາມາດຖືກກໍສ້າງຂຶ້ນໄດ້ ແລະ ຄົນທີ່ບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ ແລະ ດຳລົງຊີວິດຢູ່ໃນສະພາບລ້າສະໄໝ ແມ່ນບໍ່ສາມາດຖືກກໍສ້າງຂຶ້ນໄດ້. ຄົນທີ່ຊ້າເກີນໄປໃນການຕິດຕາມແສງສະຫວ່າງໃໝ່ ແລະ ບໍ່ມີນິມິດໃດເລີຍທີ່ເປັນພື້ນຖານຊີ້ນໍາ ແມ່ນບໍ່ສາມາດຖືກກໍສ້າງຂຶ້ນໄດ້.

ຄຣິສຕະຈັກຄວນຖືກສ້າງຂຶ້ນໂດຍໄວ ແລະ ເຮົາມີຄວາມເປັນຫ່ວງຫຼາຍສຳລັບເລື່ອງນີ້. ເຈົ້າຄວນເລີ່ມຕົ້ນດ້ວຍການໃສ່ໃຈກັບຄວາມຄິດບວກ ແລະ ເຂົ້າຮ່ວມກະແສການກໍ່ສ້າງໂດຍຖວາຍຕົນເອງດ້ວຍກຳລັງຂອງເຈົ້າມີທັງໝົດ. ບໍ່ດັ່ງນັ້ນ ເຈົ້າຈະຖືກປະຕິເສດ. ເຈົ້າຄວນປະຖິ້ມສິ່ງທີ່ຄວນປະຖິ້ມທັງໝົດ; ກິນ ແລະ ດື່ມສິ່ງທີ່ຄວນກິນ ແລະ ດື່ມຢ່າງຖືກຕ້ອງ. ເຈົ້າຄວນດຳລົງຊີວິດຕາມຄວາມເປັນຈິງແຫ່ງພຣະທຳຂອງເຮົາ ແລະ ເຈົ້າບໍ່ຄວນໃສ່ໃຈໃນບັນຫາທີ່ຜິວເຜີນ ແລະ ບໍ່ສຳຄັນ. ໃຫ້ຖາມຕົນເອງວ່າ ເຈົ້າໄດ້ຮັບເອົາພຣະທຳຂອງເຮົາຫຼາຍສໍ່າໃດ? ເຈົ້າດຳລົງຊີວິດຕາມພຣະທຳຂອງເຮົາຫຼາຍສໍ່າໃດ? ເຈົ້າບໍ່ຄວນສັບສົນ ແລະ ລະເວັ້ນຈາກການເຮັດສິ່ງໃດກໍຕາມຢ່າງບໍ່ຮອບຄອບ. ບໍ່ດັ່ງນັ້ນ ມັນຈະພຽງແຕ່ທຳຮ້າຍ ແລະ ບໍ່ຊ່ວຍການເຕີບໂຕໃນຊີວິດຂອງເຈົ້າໄດ້ເລີຍ. ເຈົ້າຄວນເຂົ້າໃຈຄວາມຈິງ, ຮູ້ຈັກວິທີການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍອມໃຫ້ພຣະທຳຂອງເຮົາກາຍມາເປັນຊີວິດຂອງເຈົ້າຢ່າງແທ້ຈິງ. ນີ້ແມ່ນຈຸດສຳຄັນທີ່ສຸດຂອງເລື່ອງດັ່ງກ່າວ!

ບັດນີ້ ເມື່ອການສ້າງຄຣິສຕະຈັກໄດ້ໄປເຖິງຊ່ວງເວລາທີ່ສຳຄັນ, ຊາຕານກໍວາງແຜນ ແລະ ເຮັດຕາມຄວາມພະຍາຍາມຢ່າງສຸດຄວາມສາມາດເພື່ອທຳລາຍສິ່ງນັ້ນ. ພວກເຈົ້າບໍ່ຄວນປະໝາດ ແຕ່ດຳເນີນການດ້ວຍຄວາມລະມັດລະວັງ ແລະ ໃຊ້ຄວາມເຂົ້າໃຈທາງດ້ານຈິດວິນຍານ. ຫາກປາສະຈາກຄວາມເຂົ້າໃຈດັ່ງກ່າວ, ເຈົ້າຈະທົນທຸກກັບການສູນເສຍຢ່າງໃຫຍ່ຫຼວງ. ນີ້ບໍ່ແມ່ນເລື່ອງເລັກນ້ອຍ. ເຈົ້າຄວນພິຈາລະນາມັນໃຫ້ເປັນເລື່ອງສຳຄັນ. ຊາຕານສາມາດປອມແປງມາປາກົດຕົວ ແລະ ລັກເລາະຂາຍເຄື່ອງປອມທີ່ມີຄວາມແຕກຕ່າງທາງດ້ານຄຸນນະພາບຂອງເນື້ອຫາຢ່າງຫຼວງຫຼາຍ. ຜູ້ຄົນປະພຶດຢ່າງໂງ່ຈ້າ ແລະ ຢ່າງປະໝາດ ແລະ ຂາດການເຂົ້າໃຈ ເຊິ່ງໝາຍຄວາມວ່າ ເຈົ້າບໍ່ສາມາດຄົງຢູ່ຢ່າງຊັດເຈນ ແລະ ສະຫງົບຕະລອດເວລາ. ຫົວໃຈຂອງພວກເຈົ້າບໍ່ຮູ້ວ່າຢູ່ໃສ. ການບໍລິການແມ່ນມີທັງກຽດສັກສີ ແລະ ເສື່ອມເສຍ. ມັນບໍ່ສາມາດນໍາໄປສູ່ການອວຍພອນ ຫຼື ຄວາມໂຊກຮ້າຍໄດ້. ຈົ່ງສະຫງົບຢູ່ຕໍ່ໜ້າເຮົາ ແລະ ດຳລົງຊີວິດຕາມພຣະທຳຂອງເຮົາ ແລະ ເຈົ້າຈະໄດ້ເຝົ້າລະມັດລະວັງ ແລະ ໃຊ້ການຕັດສິນໃຈທີ່ດີຈາກຈິດວິນຍານຢ່າງແນ່ນອນ. ເມື່ອຊາຕານມາເຖິງ, ເຈົ້າຈະສາມາດປ້ອງກັນຈາກມັນທັນທີ ພ້ອມທັງຮູ້ສຶກເຖິງການມາຂອງມັນ; ເຈົ້າຈະຮູ້ສຶກອຶດອັດຢ່າງແທ້ຈິງໃນຈິດວິນຍານຂອງເຈົ້າ. ພາລະກິດປັດຈຸບັນຂອງຊາຕານປັບຕົວເຂົ້າກັບການປ່ຽນແປງຕາມກະແສ. ເມື່ອຜູ້ຄົນປະພຶດໃນວິທີທີ່ສັບສົນ ແລະ ຂາດການຕື່ນຕົວ, ພວກເຂົາກໍຈະຍັງຄົງຢູ່ກັບການເປັນຊະເລີຍ. ເຈົ້າຄວນຕື່ນຕົວຕະລອດເວລາ ແລະ ສັງເກດເບິ່ງຢ່າງລະມັດລະວັງ. ຢ່າຜິດຖຽງກັນກ່ຽວກັບຜົນປະໂຫຍດ ແລະ ການສູນເສຍຂອງເຈົ້າເອງ ຫຼື ຄຳນວນເພື່ອເຫັນແກ່ຜົນປະໂຫຍດຂອງເຈົ້າເອງ. ກົງກັນຂ້າມ, ຈົ່ງສະແຫວງຫາເພື່ອຄວາມປະສົງຂອງເຮົາທີ່ຈະຖືກເຮັດໃຫ້ສຳເລັດ.

ວັດຖຸອາດຈະເບິ່ງຄ້າຍຄືກັນ ແຕ່ຄຸນນະພາບຂອງພວກມັນອາດແຕກຕ່າງກັນ. ສະນັ້ນ ເຈົ້າຄວນເຂົ້າໃຈມະນຸດ ແລະ ພ້ອມດ້ວຍວິນຍານ. ເຈົ້າຄວນໃຊ້ການຕັດສິນໃຈທີ່ດີ ແລະ ເຂົ້າໃຈຢ່າງແຈ່ມແຈ້ງທາງຝ່າຍວິນຍານ. ເມື່ອພິດຂອງຊາຕານປາກົດຂຶ້ນ, ເຈົ້າກໍຄວນຈະສາມາດເຂົ້າໃຈມັນທັນທີ; ມັນບໍ່ສາມາດຫຼົບໜີແສງສະຫວ່າງແຫ່ງການພິພາກສາຂອງພຣະເຈົ້າໄດ້. ເຈົ້າຄວນໃສ່ໃຈຫຼາຍຂຶ້ນໃນການຟັງສຽງຂອງພຣະວິນຍານບໍລິສຸດທີ່ຢູ່ໃນວິນຍານຂອງເຈົ້າຢ່າງໃກ້ຊິດ; ຢ່າຕິດຕາມຄົນອື່ນຢ່າງຫຼັບຫູຫຼັບຕາ ຫຼື ເຂົ້າໃຈຜິດວ່າ ສິ່ງທີ່ປອມມານັ້ນແມ່ນສິ່ງທີ່ເປັນຈິງ. ຢ່າຕິດຕາມໃຜກໍຕາມທີ່ພຽງແຕ່ນໍາພາເພື່ອເຈົ້າຈະບໍ່ໄດ້ທົນທຸກກັບການສູນເສຍ. ສິ່ງນັ້ນເຮັດໃຫ້ເຈົ້າຮູ້ສຶກເປັນແນວໃດ? ພວກເຈົ້າຮູ້ສຶກເຖິງຜົນຕາມມາບໍ? ເຈົ້າບໍ່ຄວນແຊກແຊງການບໍລິການໂດຍບໍ່ມີຫຼັກການ ຫຼື ປະກອບຄວາມຄິດເຫັນຂອງເຈົ້າກ່ຽວກັບມັນ ຫຼື ບໍ່ດັ່ງນັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ. ຮ້າຍແຮງໄປກວ່ານັ້ນ ຖ້າເຈົ້າປະຕິເສດທີ່ຈະເຊື່ອຟັງ ແລະ ເວົ້າ ແລະ ເຮັດຕາມສິ່ງທີ່ເຈົ້າປາຖະໜາ, ເຮົາຈະຕັດເຈົ້າອອກ! ຄຣິສຕະຈັກບໍ່ຈຳເປັນຕ້ອງມີຄົນຢ່າງຫຼວງຫຼາຍ; ເຮົາຕ້ອງການແຕ່ຄົນທີ່ຮັກພຣະເຈົ້າຢ່າງຈິງໃຈ ແລະ ດຳລົງຊີວິດຕາມພຣະທຳຂອງເຮົາຢ່າງແທ້ຈິງ. ເຈົ້າຄວນຮູ້ກ່ຽວກັບສະພາບການຕົວຈິງຂອງເຈົ້າເອງ. ມັນບໍ່ແມ່ນການຫຼອກລວງຕົນເອງບໍ ເມື່ອຄົນຍາກຈົນຄິດວ່າພວກເຂົາຮັ່ງມີ? ເພື່ອທີ່ຈະໃຫ້ຄຣິສຕະຈັກຖືກສ້າງ, ເຈົ້າຕ້ອງຕິດຕາມພຣະວິນຍານ. ຢ່າດຳເນີນການດ້ວຍການປະພຶດຢ່າງຫຼັບຫູຫຼັບຕາ, ແຕ່ຢູ່ໃນທີ່ຂອບເຂດຂອງເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າເອງ. ເຈົ້າບໍ່ຄວນກ້າວອອກຈາກບົດບາດຂອງເຈົ້າ, ແຕ່ປະຕິບັດໜ້າທີ່ ທີ່ເຈົ້າສາມາດປະຕິບັດໄດ້ດ້ວຍກຳລັງທີ່ເຈົ້າມີ ແລະ ແລ້ວຫົວໃຈຂອງເຮົາຈຶ່ງຈະພໍໃຈ. ບໍ່ແມ່ນວ່າ ພວກເຈົ້າທຸກຄົນຈະຮັບໃຊ້ໜ້າທີ່ດຽວກັນ. ກົງກັນຂ້າມ, ພວກເຈົ້າແຕ່ລະຄົນຄວນເຮັດບົດບາດຂອງຕົນເອງ ແລະ ອຸທິດການຮັບໃຊ້ບໍລິການຂອງເຈົ້າໂດຍຮ່ວມມືກັບຄົນອື່ນໆໃນຄຣິສຕະຈັກ. ການຮັບໃຊ້ບໍລິການຂອງເຈົ້າບໍ່ຄວນອອກນອກທິດນອກທາງ.

(ຄັດຈາກ “ບົດທີ 19” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 384)

ບັດນີ້ ພາລະກິດຂອງພຣະວິນຍານບໍລິສຸດໄດ້ນໍາພວກເຈົ້າເຂົ້າສູ່ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່. ທຸກສິ່ງກຳລັງຖືກຮື້ຟື້ນຂຶ້ນໃໝ່, ທຸກສິ່ງຢູ່ໃນມືຂອງເຮົາ ແລະ ທຸກສິ່ງກຳລັງເລີ່ມຕົ້ນໃໝ່! ດ້ວຍແນວຄິດຂອງພວກເຂົາ, ຜູ້ຄົນບໍ່ສາມາດເຂົ້າໃຈ ແລະ ສຳລັບພວກເຂົາແລ້ວ ມັນກໍບໍ່ມີຄວາມໝາຍຫຍັງ, ແຕ່ແມ່ນເຮົາທີ່ປະຕິບັດພາລະກິດ ແລະ ສະຕິປັນຍາຂອງເຮົາກໍຢູ່ໃນພາລະກິດນັ້ນ. ສະນັ້ນ ພວກເຈົ້າຄວນໃຈຕົນເອງກັບການວາງແນວຄິດ ແລະ ຄວາມຄິດເຫັນທຸກຢ່າງຂອງພວກເຈົ້າລົງ,ກັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຄວາມອ່ອນນ້ອມ ໂດຍບໍ່ມີຄວາມສົງໄສແຕ່ຢ່າງໃດເລີຍ. ເມື່ອເຮົາປະຕິບັດພາລະກິດແບບນີ້, ເຮົາກຳລັງແບກຮັບເອົາໜ້າທີ່ອັນສັກສິດ. ຕາມຄວາມຈິງແລ້ວ ຜູ້ຄົນບໍ່ຈຳເປັນຕ້ອງເປັນລັກສະນະຈຳເພາະ. ກົງກັນຂ້າມ, ແມ່ນພຣະເຈົ້າທີ່ເຮັດສິ່ງອັດສະຈັນຕ່າງໆ, ເຮັດໃຫ້ຄວາມສາມາດຮອບດ້ານຂອງພຣະອົງປະກົດແຈ້ງ. ຜູ້ຄົນບໍ່ອາດໂອ້ອວດ ນອກຈາກພວກເຂົາຈະໂອ້ອວດກ່ຽວກັບພຣະເຈົ້າ. ບໍ່ດັ່ງນັ້ນ ພວກເຂົາຈະທົນທຸກກັບການສູນເສຍ. ພຣະເຈົ້າຍົກຄົນຂັດສົນຈາກຂີ້ຝຸ່ນ ແລະ ຄົນຖ່ອມຕົນຕ້ອງຖືກເຮັດໃຫ້ສູງຂຶ້ນ. ເຮົາຈະໃຊ້ສະຕິປັນຍາຂອງເຮົາປົກຄອງຄຣິສຕະຈັກສາກົນໃນທຸກຮູບແບບ, ປົກຄອງປະຊາຊາດ ແລະ ຜູ້ຄົນທັງປວງ ເພື່ອວ່າພວກເຂົາລ້ວນແລ້ວແຕ່ຢູ່ພາຍໃນເຮົາ ແລະ ເພື່ອວ່າພວກເຈົ້າທຸກຄົນທີ່ຢູ່ໃນຄຣິສຕະຈັກຈະນອບນ້ອມຕໍ່ເຮົາ. ບັດນີ້ ຄົນທີ່ບໍ່ເຊື່ອຟັງກ່ອນໜ້ານີ້ຕ້ອງເຊື່ອຟັງຕໍ່ໜ້າເຮົາ, ຕ້ອງຍອມຮັບກັນ ແລະ ກັນ, ອົດທົນຕໍ່ກັນ ແລະ ກັນ, ມີຊີວິດທີ່ຕິດຕໍ່ກັນ ແລະ ເຈົ້າຕ້ອງຮັກກັນ ແລະ ກັນ, ທຸກຄົນດຶງຈຸດແຂງຂອງຄົນອື່ນເພື່ອລົບລ້າງຈຸດອ່ອນຂອງຕົວເຈົ້າເອງ, ຮັບໃຊ້ໂດຍປະສານງານກັນ. ໃນລັກສະນະນີ້ ຄຣິສຕະຈັກຈຶ່ງສາມາດຖືກສ້າງ ແລະ ຊາຕານຈະບໍ່ມີໂອກາດຂູດຮີດໄດ້. ເມື່ອນັ້ນ ແຜນການຄຸ້ມຄອງຂອງເຮົາຈຶ່ງຈະບໍ່ລົ້ມເຫຼວ. ໃຫ້ເຮົາເອົາຄຳເຕືອນອີກຢ່າງໃຫ້ກັບພວກເຈົ້າໃນທີ່ນີ້. ຢ່າຍອມໃຫ້ຄວາມເຂົ້າໃຈຜິດເກີດຂຶ້ນໃນເຈົ້າ ຍ້ອນຄົນແບບນັ້ນກໍເປັນວິທີການໃດໜຶ່ງ ຫຼື ປະພຶດໃນລັກສະນະນັ້ນ ໂດຍເຮັດໃຫ້ເຈົ້າເລີ່ມເສື່ອມໂຊມໃນວິນຍານ. ຕາມທີ່ເຮົາເຫັນ, ນີ້ບໍ່ແມ່ນສິ່ງທີ່ເໝາະສົມ ແລະ ມັນເປັນສິ່ງທີ່ບໍ່ມີຄ່າ. ຜູ້ທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າບໍ? ນັ້ນບໍ່ແມ່ນຄົນບາງຄົນ. ໜ້າທີ່ກໍບໍ່ຄືກັນ. ມີແຕ່ຮ່າງກາຍດຽວ. ແຕ່ລະຄົນປະຕິບັດໜ້າທີ່ຂອງເຂົາ, ແຕ່ລະຄົນຢູ່ໃນທີ່ຂອງເຂົາ ແລະ ເຮັດດ້ວຍສຸດຄວາມສາມາດຂອງເຂົາ, ຍ້ອນເມັດໄຟນ້ອຍໆແຕ່ລະດວງກໍມີແສງສະຫວ່າງໜຶ່ງດວງທີ່ວາບວາວ ແລະ ສະແຫວງຫາຄວາມເຕີບໃຫຍ່ໃນຊີວິດ. ສະນັ້ນ ເຮົາຈຶ່ງຈະພໍໃຈ.

ພວກເຈົ້າຕ້ອງໃສ່ໃຈແຕ່ກັບການເຮັດໃຫ້ພວກເຈົ້າເອງງຽບສະຫງົບຢູ່ຕໍ່ໜ້າເຮົາ. ຈົ່ງຮັກສາການມີສ່ວນຮ່ວມຢ່າງໃກ້ຊິດກັບເຮົາ, ສະແຫວງຫາຫຼາຍຍິ່ງຂຶ້ນໃນສິ່ງທີ່ເຈົ້າບໍ່ເຂົ້າໃຈ, ຖວາຍຄຳອະທິຖານ ແລະ ລໍຖ້າເວລາຂອງເຮົາ. ຈົ່ງເບິ່ງທຸກຢ່າງໆຊັດເຈນຈາກວິນຍານ. ຢ່າປະພຶດຢ່າງເລິນເລີ້ ເພື່ອປ້ອງກັນບໍ່ໃຫ້ຕົວເຈົ້າຍ່າງໄປຜິດທາງ. ມີແຕ່ໃນລັກສະນະນີ້ເທົ່ານັ້ນ ການກິນ ແລະ ດື່ມພຣະທຳຂອງເຮົາຈຶ່ງຈະອອກໝາກຜົນຢ່າງແທ້ຈິງ. ຈົ່ງກິນ ແລະ ດື່ມພຣະທຳຂອງເຮົາເລື້ອຍໆ, ໄຕ່ຕອງສິ່ງທີ່ເຮົາໄດ້ເວົ້າ, ໃສ່ໃຈກັບການປະຕິບັດພຣະທຳຂອງເຮົາ ແລະ ດຳລົງຊີວິດຕາມຄວາມເປັນຈິງແຫ່ງພຣະທຳຂອງເຮົາ; ນີ້ແມ່ນບັນຫາທີ່ສຳຄັນ. ຂະບວນການໃນການສ້າງຄຣິສຕະຈັກຍັງເປັນຂະບວນການເຕີບໃຫຍ່ຂອງຊີວິດ. ຖ້າຊີວິດຂອງເຈົ້າຢຸດເຕີບໃຫຍ່, ເຈົ້າກໍບໍ່ສາມາດຖືກສ້າງໄດ້. ການເພິ່ງພາຄວາມເປັນທຳມະຊາດ, ເນື້ອໜັງ, ຄວາມກະຕືລືລົ້ນ, ການປະກອບສ່ວນ, ຄຸນວຸທິ, ບໍ່ວ່າເຈົ້າອາດຈະດີສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາສິ່ງເຫຼົ່ານີ້ ເຈົ້າຈະບໍ່ຖືກສ້າງໄດ້. ເຈົ້າຕ້ອງດຳລົງຊີວິດພາຍໃນພຣະທຳແຫ່ງຊີວິດ, ດຳລົງຊີວິດຢູ່ພາຍໃນແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ຮູ້ຈັກສະຖານະການຕົວຈິງຂອງເຈົ້າ ແລະ ເປັນບຸກຄົນທີ່ໄດ້ຮັບການປ່ຽນແປງ. ເຈົ້າຕ້ອງມີຄວາມຮູ້ແບບດຽວກັນໃນວິນຍານ, ມີແສງສະຫວ່າງໃໝ່ ແລະ ສາມາດຕາມໃຫ້ທັນແສງສະຫວ່າງໃໝ່. ເຈົ້າຕ້ອງສາມາດຍັບເຂົ້າໃກ້ເຮົາຢ່າງບໍ່ຢຸດບໍ່ຢ່ອນ ແລະ ສື່ສານກັບເຮົາ, ສາມາດອີງການກະທຳຂອງເຈົ້າໃນຊີວິດປະຈຳວັນບົນພຣະທຳຂອງເຮົາ, ສາມາດຮັບມືກັບຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆອີງຕາມພຣະທຳຂອງເຮົາຢ່າງເໝາະສົມ, ມີພຣະທຳຂອງເຮົາເປັນມາດຕະຖານຂອງເຈົ້າ ແລະ ດຳລົງຊີວິດຕາມອຸປະນິໄສຂອງເຮົາໃນກິດຈະກຳທຸກຢ່າງທີ່ຢູ່ໃນຊີວິດຂອງເຈົ້າ.

ຖ້າເຈົ້າປາຖະໜາທີ່ຈະເຂ້າໃຈ ແລະ ເອົາໃຈໃສ່ຕໍ່ຄວາມປະສົງຂອງເຮົາ, ເຈົ້າຕ້ອງໃສ່ໃຈກັບພຣະທຳຂອງເຮົາ. ຢ່າເຮັດສິ່ງຕ່າງໆດ້ວຍຄວາມໃຈຮ້ອນ. ສິ່ງທີ່ເຮົາບໍ່ເຫັນດີນຳຈະພົບກັບຈຸດຈົບທີ່ບໍ່ດີ. ການອວຍພອນມາໃນສິ່ງທີ່ເຮົາຍົກຍ້ອງເທົ່ານັ້ນ. ຖ້າເຮົາເວົ້າ, ມັນກໍຈະເປັນແບບນັ້ນ. ຖ້າເຮົາສັ່ງ, ມັນກໍຈະຍຶດໝັ້ນ. ພວກເຈົ້າຕ້ອງບໍ່ເຮັດໃນສິ່ງທີ່ເຮົາເກືອດຫ້າມຢ່າງເດັດຂາດ ເພື່ອຫຼີກຫຼ່ຽງບໍ່ເຮັດໃຫ້ເຮົາໂກດຮ້າຍ. ຖ້າເຈົ້າເຮັດເຊັ່ນນັ້ນ, ຈະບໍ່ມີເວລາໃຫ້ເຈົ້າຮູ້ສຶກເສຍໃຈ!

(ຈາກ “ບົດທີ 21” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 385)

ເວລາຂອງການກໍ່ສ້າງຄຣິສຕະຈັກຍັງແມ່ນເວລາທີ່ປ່ວງບ້າທີ່ສຸດຂອງຊາຕານ. ຊາຕານມັກຈະກໍ່ກວນ ແລະ ລົບກວນຜ່ານສອງສາມຄົນ ແລະ ແມ່ນຜູ້ທີ່ບໍ່ຮູ້ຈັກຈິດວິນຍານ ຫຼື ຜູ້ທີ່ຫາກໍເລີ່ມມີຄວາມເຊື່ອ ທີ່ຈະຫຼິ້ນບົດບາດເປັນຊາຕານໄດ້ງ່າຍທີ່ສຸດ. ສ່ວນໃຫຍ່ກໍຍ້ອນວ່າ ຜູ້ຄົນບໍ່ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາຍື່ນມືເຮັດໃນສິ່ງຕ່າງໆຕາມລໍາພັງໃຈ, ຕາມຄວາມມັກ, ຕາມວິທີການເຮັດໃນສິ່ງຕ່າງໆ ແລະ ອີງຕາມແນວຄວາມຄິດຂອງພວກເຂົາ. ຈົ່ງຢູ່ຢ່າງງຽບໆ, ນີ້ແມ່ນເພື່ອຄວາມປອດໄພຂອງເຈົ້າເອງ. ຈົ່ງຮັບຟັງ ແລະ ເຊື່ອຟັງໃຫ້ດີ. ຄຣິສຕະຈັກ ແລະ ສັງຄົມແມ່ນແຕກຕ່າງກັນ. ເຈົ້າບໍ່ສາມາດເວົ້າໃນສິ່ງທີ່ເຈົ້າມັກ ຫຼື ເວົ້າສິ່ງໃດກໍໄດ້ທີ່ເຈົ້າຄິດ. ມັນເຮັດຢູ່ນີ້ບໍ່ໄດ້ ເນື່ອງຈາກນີ້ແມ່ນຄົວເຮືອນຂອງພຣະເຈົ້າ. ພຣະເຈົ້າບໍ່ຍອມຮັບເອົາວິທີທີ່ຜູ້ຄົນເຮັດໃນສິ່ງຕ່າງໆ. ເຈົ້າຕ້ອງເຮັດໃນສິ່ງຕ່າງໆໂດຍການປະຕິບັດຕາມພຣະວິນຍານ, ໃຊ້ຊີວິດຢູ່ກັບພຣະທໍາຂອງພຣະເຈົາ ແລະ ຫຼັງຈາກນັ້ນຜູ້ອື່ນຈະເຫຼື້ອມໃສເຈົ້າ. ກ່ອນອື່ນເຈົ້າຕ້ອງແກ້ໄຂຄວາມຫຍຸ້ງຍາກທັງໝົດພາຍໃນຕົວເຈົ້າໂດຍການອາໄສພຣະເຈົ້າ. ເຮັດໃຫ້ນິໄສທີ່ເສື່ອມຊາມຂອງເຈົ້າສິ້ນສຸດລົງ ແລະ ສາມາດເຂົ້າໃຈສະພາບການຂອງເຈົ້າເອງຢ່າງແທ້ຈິງ ແລະ ຮູ້ວິທີທີ່ເຈົ້າຄວນເຮັດໃນສິ່ງຕ່າງໆ; ໃຫ້ສືບຕໍ່ສົນທະນາກ່ຽວກັບສິ່ງທີ່ເຈົ້າບໍ່ເຂົ້າໃຈ. ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ ຖ້າບຸກຄົນໃດໜຶ່ງບໍ່ຮູ້ຈັກຕົນເອງ. ກ່ອນອື່ນໝົດແມ່ນໃຫ້ຮັກສາອາການເຈັບປ່ວຍຂອງຕົວເຈົ້າເອງ ດ້ວຍວິທີກິນ ແລະ ດື່ມພຣະທໍາຂອງເຮົາຫຼາຍຂຶ້ນ; ຈົ່ງພິຈາລະນາພຣະທໍາຂອງເຮົາ, ດໍາລົງຊີວິດ ແລະ ເຮັດໃນສິ່ງຕ່າງໆຕາມພຣະທໍາຂອງເຮົາ; ບໍ່ວ່າເຈົ້າຈະຢູ້ເຮືອນ ຫຼື ຢູ່ສະຖານທີ່ໃດກໍຕາມ, ເຈົ້າກໍຄວນໃຫ້ພຣະເຈົ້າໃຊ້ອໍານາດພາຍໃນຕົວເຈົ້າ. ຈົ່ງປັດເປົ່າເນື້ອໜັງ ແລະ ຄວາມເປັນທໍາມະຊາດນັ້ນອອກ. ໃຫ້ພຣະທໍາຂອງພຣະເຈົ້າຄຸ້ມຄອງເຈົ້າຕະຫຼອດໄປ. ບໍ່ຈໍາເປັນຕ້ອງກັງວົນວ່າ ຊີວິດຂອງເຈົ້າຈະບໍ່ມີການປ່ຽນແປງ; ເຈົ້າຈະຮູ້ສຶກຢ່າງຊ້າໆວ່າ ນິໄສຂອງເຈົ້າໄດ້ປ່ຽນແປງຫຼາຍ. ເຈົ້າກະຕືລືລົ້ນທີ່ຈະເປັນຄົນໃນສາຍຕາຂອງສັງຄົມ, ເຈົ້າບໍ່ໄດ້ເຊື່ອຟັງຜູ້ໃດ ຫຼື ເຈົ້າມີຄວາມທະເຍີທະຍານ, ຄິດວ່າຕົວເອງເປັນຝ່າຍຖືກຕະຫຼອດ ຫຼື ເຕັມໄປດ້ວຍຄວາມພາກພູມໃຈ ແລະ ເຈົ້າຈະຄ່ອຍໆປັດເປົ່າສິ່ງເຫຼົ່ານີ້ອອກໄປ. ຖ້າເຈົ້າປາດຖະໜາທີ່ຈະປັດເປົ່າສິ່ງເຫຼົ່ານີ້ອອກໄປໃນຕອນນີ້ ແມ່ນເປັນໄປບໍ່ໄດ້! ນີ້ກໍຍ້ອນວ່າ ຄວາມເປັນຕົວຕົນຂອງເຈົ້າແບບດັ່ງເດີມຈະບໍ່ຍອມໃຫ້ຜູ້ໃດແຕະຕ້ອງໄດ້ ຍ້ອນວ່າມັນຖືກຝັງເລິກໃນຕົວເຈົ້າແລ້ວ. ສະນັ້ນ, ເຈົ້າຕ້ອງໃຊ້ຄວາມພະຍາຍາມສ່ວນຕົວ, ເຊື່ອຟັງພາລະກິດຂອງພຣະວິນຍານບໍລິສຸດໃນທາງທີ່ດີ ແລະ ຢ່າງກະຕືລືລົ້ນ, ໃຊ້ຄວາມມຸ້ງໝາຍໃນຕົວເຈົ້າເອງ ເພື່ອຮ່ວມມືກັບພຣະເຈົ້າ ແລະ ເຕັມໃຈນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ. ຖ້າເຈົ້າເຮັດບາບ, ພຣະເຈົ້າຈະໃສ່ວິໄນເຈົ້າ. ເມື່ອເຈົ້າກັບໃຈ ແລະ ມີຄວາມເຂົ້າໃຈ, ທຸກສິ່ງທຸກຢ່າງພາຍໃນຕົວເຈົ້າກໍຈະດີເອງ. ຖ້າເຈົ້າເວົ້າຢ່າງຕາມໃຈ, ເຈົ້າຈະຖືກໃສ່ວິໄນພາຍໃນທັນທີ. ເຈົ້າເຫັນວ່າ ພຣະເຈົ້າບໍ່ຍິນດີກັບສິ່ງແບບນັ້ນ, ສະນັ້ນ ຖ້າເຈົ້າຢຸດທັນທີ ເຈົ້າກໍຈະປະສົບກັບຄວາມສະຫງົບພາຍໃນ. ມີຜູ້ທີ່ມີຄວາມເຊື່ອໃໝ່ບາງຄົນທີ່ບໍ່ເຂົ້າໃຈວ່າ ຄວາມຮູ້ສຶກໃນຊີວິດແມ່ນຫຍັງ ຫຼື ການໃຊ້ຊີວິດຢູ່ພາຍໃນຄວາມຮູ້ສຶກໃນຊີວິດແມ່ນເປັນແນວໃດ. ເຖິງວ່າເຈົ້າຈະບໍ່ໄດ້ເວົ້າຫຍັງເລີຍ ແຕ່ບາງຄັ້ງເຈົ້າຈະປະຫຼາດໃຈວ່າ ເປັນຫຍັງເຈົ້າຈຶ່ງຮູ້ສຶກກະວົນກະວາຍຢູ່ພາຍໃນ? ໃນເວລາດັ່ງກ່າວນີ້, ມັນແມ່ນຄວາມຄິດ ແລະ ຈິດໃຈຂອງເຈົ້າທີ່ຜິດປົກກະຕິ. ບາງຄັ້ງເຈົ້າຈະມີທາງເລືອກຂອງເຈົ້າເອງ, ແນວຄວາມຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງ; ບາງຄັ້ງເຈົ້າຖືວ່າ ຜູ້ອື່ນຕໍ່າຕ້ອຍກວ່າເຈົ້າ; ບາງຄັ້ງເຈົ້າຕີລາຄາຕົນເອງຢ່າງເຫັນແກ່ຕົວ ແລະ ເຈົ້າບໍ່ພາວະນາ ຫຼື ກວດສອບຕົວເຈົ້າເອງ. ນີ້ແມ່ນເຫດຜົນທີ່ເຈົ້າຮູ້ສຶກກະວົນກະວາຍຢູ່ພາຍໃນ. ບາງເທື່ອເຈົ້າຮູ້ວ່າ ບັນຫາແມ່ນຫຍັງ ເຊິ່ງດ້ວຍເຫດນັ້ນ ເຈົ້າຈຶ່ງເອີ້ນພຣະນາມຂອງພຣະເຈົ້າຢູ່ໃນໃຈຂອງເຈົ້າທັນທີ, ເຂົ້າໃກ້ພຣະເຈົ້າ ແລະ ເຈົ້າຈະຖືກຟື້ນຄືນ. ເມື່ອຫົວໃຈຂອງເຈົ້າມີຄວາມສັບສົນ ແລະ ກະວົນກະວາຍຫຼາຍ, ເຈົ້າຕ້ອງບໍ່ຄິດວ່າ ພຣະເຈົ້າອະນຸຍາດໃຫ້ເຈົ້າເວົ້າຢ່າງເດັດຂາດ. ໂດຍສະເພາະຜູ້ຄົນເຫຼົ່ານັ້ນ ທີ່ເປັນຜູ້ທີ່ມີຄວາມເຊື່ອໃໝ່ແມ່ນຕ້ອງເຊື່ອຟັງພຣະເຈົ້າໃຫ້ດີໃນເລື່ອງດັ່ງກ່າວນີ້. ຄວາມຮູ້ສຶກທີ່ພຣະເຈົ້າມອບໃຫ້ມະນຸດແມ່ນຄວາມສະຫງົບ, ຄວາມດີໃຈ, ຄວາມແຈ່ມແຈ້ງ ແລະ ຄວາມແນ່ນອນ. ຜູ້ຄົນມັກຈະບໍ່ເຂົ້າໃຈ ແລະ ຈະສ້າງເລື່ອງຫວຸ້ນຍາຍ ແລະ ເຮັດສິ່ງຕ່າງໆຕາມລໍາພັງໃຈ ເຊິ່ງສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນການລົບກວນ ແລະ ເຈົ້າຕ້ອງເອົາໃຈໃສ່ກັບສິ່ງດັ່ງກ່າວນີ້ຢ່າງແທ້ຈິງ. ຖ້າເຈົ້າມີທ່າອ່ຽງຕໍ່ສະພາບການດັ່ງກ່າວນີ້, ກ່ອນອື່ນໝົດເຈົ້າກໍຄວນນໍາໃຊ້ “ຢາປ້ອງກັນ” ບາງຊະນິດ ບໍ່ດັ່ງນັ້ນ ເຈົ້າກໍຈະກໍ່ກວນ ແລະ ພຣະເຈົ້າກໍຈະໂຈມຕີເຈົ້າ. ຢ່າຄິດວ່າຕົວເອງເປັນຝ່າຍຖືກສະເໝີ; ເອົາຈຸດແຂງຂອງຜູ້ອື່ນ ແລະ ນໍາໃຊ້ສິ່ງເຫຼົ່ານັ້ນເພື່ອລົບລ້າງຄວາມຂາດຕົກບົກຜ່ອງຂອງຕົວເຈົ້າເອງ, ເບິ່ງວິທີຜູ້ອື່ນດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າ ແລະ ເບິ່ງວ່າຊີວິດ, ການກະທໍາ ແລະ ຄໍາເວົ້າຂອງພວກເຂົານັ້ນແມ່ນມີຄ່າທີ່ຈະນໍາເອົາມາສຶກສາໄດ້ ຫຼື ບໍ່. ຖ້າເຈົ້າຖືວ່າ ຜູ້ອື່ນຕໍ່າຕ້ອຍກວ່າເຈົ້າ, ເຈົ້າກໍຈະເປັນຄົນທີ່ຄິດວ່າຕົນເອງທ່ຽງທໍາ, ອວດດີ ແລະ ບໍ່ເປັນປະໂຫຍດໃຫ້ແກ່ຜູ້ໃດ. ປະເດັນສໍາຄັນໃນຕອນນີ້ແມ່ນການສຸມໃສ່ຊີວິດ, ການກິນ ແລະ ດື່ມພຣະທໍາຂອງເຮົາໃຫ້ຫຼາຍຂຶ້ນ, ສໍາພັດກັບພຣະທໍາຂອງເຮົາ, ຮູ້ຈັກພຣະທໍາຂອງເຮົາ, ເຮັດໃຫ້ພຣະທໍາຂອງເຮົາກາຍເປັນຊີວິດຂອງເຈົ້າຢ່າງແທ້ຈິງ ເຊິ່ງນີ້ແມ່ນສິ່ງສໍາຄັນ. ຊີວິດຂອງບາງຄົນທີ່ບໍ່ສາມາດດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າສາມາດຈະເລີນເຕີບໂຕໄດ້ບໍ? ບໍ່ໄດ້. ເຈົ້າຕ້ອງດໍາເນີນຊີວິດຕາມພຣະທໍາຂອງເຮົາຕະຫຼອດເວລາ. ໃນຊີວິດ, ພຣະທໍາຂອງເຮົາຕ້ອງເປັນກົດເກນໃນການປະຕິບັດຂອງເຈົ້າ. ພວກມັນຈະເຮັດໃຫ້ເຈົ້າຮູ້ສຶກວ່າ ການເຮັດໃນສິ່ງຕ່າງໆດ້ວຍບາງວິທີແມ່ນສິ່ງທີ່ພຣະເຈົ້າມີຄວາມສຸກນໍາ ແລະ ການເຮັດສິ່ງຕ່າງໆດ້ວຍວິທີອື່ນແມ່ນສິ່ງທີ່ພຣະເຈົ້າຊັງ; ເຈົ້າຈະຄ່ອຍໆຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ເຈົ້າຕ້ອງເຂົ້າໃຈວ່າ ສິ່ງໃດທີ່ມາຈາກພຣະເຈົ້າ ແລະ ສິ່ງໃດທີ່ມາຈາກຊາຕານ. ສິ່ງຕ່າງໆທີ່ມາຈາກພຣະເຈົ້າຈະເຮັດໃຫ້ເຈົ້າມີຄວາມຊັດເຈນຫຼາຍຂຶ້ນກວ່າເກົ່າກ່ຽວກັບນິມິດ ແລະ ພວກມັນຈະເຮັດໃຫ້ເຈົ້າເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ແບ່ງປັນຄວາມຮັກໃຫ້ກັບອ້າຍເອື້ອຍນ້ອງດ້ວຍຄວາມຈິງໃຈ; ເຈົ້າມີຄວາມສາມາດສະແດງຄວາມເຫັນໃຈຕໍ່ພາລະຂອງພຣະເຈົ້າ ແລະ ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າຈະບໍ່ຈາງຫາຍ; ທາງໜ້າແມ່ນເສັ້ນທາງໃຫ້ເຈົ້າຍ່າງ. ສິ່ງຕ່າງໆທີ່ມາຈາກຊາຕານຈະເຮັດໃຫ້ເຈົ້າສູນເສຍນິມິດ ແລະ ທຸກຢ່າງທີ່ເຈົ້າມີກ່ອນໜ້ານັ້ນກໍຈະຫາຍໄປ; ເຈົ້າກາຍເປັນຄົນທີ່ຫ່າງເຫີນຈາກພຣະເຈົ້າ, ເຈົ້າບໍ່ຮັກອ້າຍເອື້ອຍນ້ອງ ແລະ ເຈົ້າມີຫົວໃຈທີ່ກຽດຊັງ. ເຈົ້າຈະໝົດຫວັງ, ເຈົ້າບໍ່ປາດຖະໜາດໍາເນີນຊີວິດໃນຄຣິສຕະຈັກ ແລະ ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າກໍຈະບໍ່ມີອີກຕໍ່ໄປ. ນີ້ແມ່ນການກະທໍາຂອງຊາຕານ ແລະ ຍັງເປັນຜົນທີ່ໄດ້ຮັບມາຈາກການກະທໍາຂອງວິນຍານທີ່ຊົ່ວຮ້າຍອີກດ້ວຍ.

ຕອນນີ້ແມ່ນຊ່ວງເວລາທີ່ສໍາຄັນ. ເຈົ້າຕ້ອງສືບຕໍ່ເຮັດພາລະກິດຢ່າງໜັກຈົນຮອດນາທີສຸດທ້າຍ, ລ້າງດວງຕາແຫ່ງວິນຍານຂອງເຈົ້າໃຫ້ແຈ່ມໃສ ເພື່ອເຈົ້າຈະສາມາດຈໍາແນກ ລະຫວ່າງ ຄວາມດີ ແລະ ຄວາມຊົ່ວ ແລະ ໃຊ້ຄວາມພະຍາຍາມສຸດຄວາມສາມາດຂອງພວກເຈົ້າ ເພື່ອການກໍ່ສ້າງຄຣິສຕະຈັກ. ກໍາຈັດລູກສະໝຸນຂອງຊາຕານ, ຜູ້ກໍ່ກວນສາສະໜາ ແລະ ການກະທໍາຂອງວິນຍານທີ່ຊົ່ວຮ້າຍ. ຊໍາລະລ້າງຄຣິສຕະຈັກໃຫ້ບໍລິສຸດ, ເຮັດໃຫ້ຄວາມປະສົງຂອງເຮົາຖືກດໍາເນີນໄປໂດຍບໍ່ມີສິ່ງກີດຂວາງ ແລະ ໃນໄລຍະເວລາທີ່ສັ້ນນີ້ ທີ່ກ່ອນຄວາມພິນາດຈະມາເຖິງ, ເຮົາຈະເຮັດໃຫ້ພວກເຈົ້າສົມບູນແບບຢ່າງແທ້ຈິງຢ່າງໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ນໍາເອົາພວກເຈົ້າເຂົ້າສູ່ຄວາມສະຫງ່າລາສີ.

(ຄັດຈາກ “ບົດທີ 22” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 386)

ເຈົ້າເຫັນວ່າ ເວລານັ້ນສັ້ນຫຼາຍ ແລະ ພາລະກິດຂອງພຣະວິນຍານບໍລິສຸດແມ່ນກ້າວໄປຂ້າງໜ້າ ເຊິ່ງເຮັດໃຫ້ເຈົ້າໄດ້ຮັບພອນທີ່ຍິ່ງໃຫຍ່, ເພື່ອຕ້ອນຮັບກະສັດແຫ່ງຈັກກະວານ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ແມ່ນດວງຕາເວັນທີ່ສ່ອງແສງ ແລະ ກະສັດແຫ່ງອານາຈັກ. ນີ້ແມ່ນຄວາມກະລຸນາ ແລະ ຄວາມເມດຕາທັງໝົດຂອງເຮົາ. ມັນຈະມີສິ່ງໃດທີ່ຈະສາມາດຕັດເຈົ້າອອກຈາກຄວາມຮັກຂອງເຮົາໄດ້? ຈົ່ງໄຕ່ຕອງໃຫ້ລະອຽດ, ຈົ່ງຢ່າພະຍາຍາມທີ່ຈະລົບໜີ, ຈົ່ງລໍຖ້າຢ່າງງຽບໆຢູ່ຕໍ່ໜ້າເຮົາໃນທຸກເວລາ ແລະ ຈົ່ງຢ່າຍ່າງເລື່ອນລອຍໄປມາຢູ່ທາງນອກຕະຫຼອດເວລາ. ໃຈຂອງເຈົ້າຕ້ອງຢູ່ໃກ້ກັບໃຈຂອງເຮົາ ແລະ ບໍ່ວ່າຫຍັງຈະເກີດຂຶ້ນ ກໍຈົ່ງຢ່າຫຼັບຫູຫຼັບຕາເຮັດສິ່ງຕ່າງໆ ຫຼື ເຮັດຕາມອໍາເພີໃຈ. ເຈົ້າຕ້ອງເບິ່ງຄວາມປະສົງຂອງເຮົາ, ເຮັດທຸກສິ່ງຕາມທີ່ເຮົາຕ້ອງການ ແລະ ໃຫ້ມີຄວາມຕັ້ງໃຈທີ່ຈະປະຖິ້ມສິ່ງທີ່ເຮົາບໍ່ຕ້ອງການ. ເຈົ້າຕ້ອງບໍ່ເຮັດຕາມອາລົມຂອງຕົວເອງ ແຕ່ກົງກັນຂ້າມ ໃຫ້ປະຕິບັດຄວາມຊອບທໍາຄືກັນກັບເຮົາ; ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ທີ່ຈະມີຄວາມຮູ້ສຶກອ່ອນໄຫວ ແມ່ນແຕ່ກັບແມ່ ແລະ ພໍ່ຂອງເຈົ້າກໍຕາມ. ເຈົ້າຕ້ອງປະຖິ້ມທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ເຈົ້າຕ້ອງຖວາຍຕົວເອງ ແລະ ເສຍສະຫຼະເພື່ອເຮົາດ້ວຍຫົວໃຈທີ່ຮັກເຮົາຢ່າງບໍລິສຸດ. ຈົ່ງຢ່າທົນທຸກກັບການຍັງຄັບຂອງຄົນ, ເລື່ອງ ຫຼື ວັດຖຸໃດໜຶ່ງ; ຕາບເທົ່າທີ່ມັນສອດຄ່ອງກັບຄວາມປະສົງຂອງເຮົາ ກໍຈົ່ງປະຕິບັດມັນຕາມພຣະທໍາຂອງເຮົາ. ຈົ່ງຢ່າຢ້ານກົວ ເນື່ອງຈາກວ່າ ມືຂອງເຮົາຈະຊຸກຍູ້ເຈົ້າ ແລະ ເຮົາຈະປົກປ້ອງເຈົ້າຈາກຄົນຊົ່ວຮ້າຍທັງໝົດຢ່າງແນ່ນອນ. ເຈົ້າຄວນປົກປ້ອງໃຈຂອງຕົວເອງ ແລະ ຢູ່ພາຍໃນເຮົາຕະຫຼອດເວລາ ເນື່ອງຈາກວ່າ ຊີວິດຂອງເຈົ້າແມ່ນອາໄສຊີວິດຂອງເຮົາ; ຖ້າເຈົ້າໜີປະເຮົາ ເຈົ້າກໍຈະຫ່ຽວແຫ້ງທັນທີ.

ເຈົ້າຄວນຮູ້ວ່າ ດຽວນີ້ແມ່ນຍຸກສຸດທ້າຍ. ຊາຕານທີ່ຊົ່ວຮ້າຍ ທີ່ຄ້າຍຄືກັບສິງໂຕແຜດສຽງ ຍ່າງໄປມາ ເພື່ອຊອກຫາກິນຄົນ. ໂລກລະບາດທຸກປະເພດແມ່ນກໍາລັງລະບາດໃນຕອນນີ້ ແລະ ກໍມີວິນຍານຊົ່ວຮ້າຍຫຼາກຫຼາຍປະເພດ. ມີແຕ່ເຮົາເທົ່ານັ້ນຄືພຣະເຈົ້າແທ້ຈິງ; ມີແຕ່ເຮົາເທົ່ານັ້ນທີ່ເປັນບ່ອນລີ້ໄພຂອງເຈົ້າ. ຕອນນີ້ເຈົ້າສາມາດລີ້ຢູ່ໃນສະຖານທີ່ລັບຂອງເຮົາເທົ່ານັ້ນ, ຢູ່ກັບເຮົາເທົ່ານັ້ນ ແລະ ໄພພິບັດກໍຈະບໍ່ເກີດຂຶ້ນກັບເຈົ້າ ແລະ ຄວາມຫາຍະນະກໍຈະບໍ່ມາໃກ້ເຕັ້ນຂອງເຈົ້າ. ເຈົ້າຕ້ອງເຂົ້າໃກ້ເຮົາໃຫ້ຫຼາຍຂຶ້ນ, ສົນທະນາກັບເຮົາໃນສະຖານທີ່ລັບ; ຢ່າສົນທະນາກັບຄົນອື່ນຕາມອໍາເພີໃຈຕົນເອງ. ເຈົ້າຕ້ອງເຂົ້າໃຈຄວາມໝາຍໃນພຣະທໍາຂອງເຮົາ. ເຮົາບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ເຈົ້າສົນທະນາ, ພຽງແຕ່ໝາຍຄວາມວ່າ ເຈົ້າຍັງບໍ່ມີການຢັ່ງຮູ້ໃນຕອນນີ້ເທື່ອ. ໃນໄລຍະເວລານີ້, ພາລະກິດທີ່ວິນຍານຊົ່ວຮ້າຍໄດ້ເຮັດແມ່ນກໍາລັງແລ່ນອາລະວາດໄປທົ່ວ. ພວກມັນສົນທະນາກັບເຈົ້າຜ່ານຜູ້ຄົນຫຼາຍປະເພດ. ຄໍາເວົ້າຂອງພວກມັນຟັງມ່ວນຫູ ແຕ່ກໍມີພິດຢູ່ດ້ານໃນ. ພວກມັນແມ່ນລູກປືນທີ່ອາບດ້ວຍນໍ້າຕານ ແລະ ກ່ອນທີ່ເຈົ້າຈະຮູ້ຕົວ ພວກມັນກໍຈະຝັງພິດຂອງພວກມັນເຂົ້າໄປໃນຕົວເຈົ້າແລ້ວ. ເຈົ້າຄວນຮູ້ວ່າ ຄົນສ່ວນໃຫຍ່ໃນປະຈຸບັນແມ່ນບໍ່ໝັ້ນຄົງ ເໝືອນກັບວ່າ ພວກເຂົາພວມເມົາຢູ່. ເມື່ອເຈົ້າມີຄວາມລໍາບາກ ແລະ ເຈົ້າສົນທະນາກັບຜູ້ອື່ນ, ສິ່ງທີ່ພວກເຂົາບອກເຈົ້າແມ່ນພຽງແຕ່ກົດລະບຽບ ແລະ ທິດສະດີ ແລະ ມັນກໍບໍ່ດີເທົ່າກັບການສົນທະນາກັບເຮົາໂດຍກົງ. ຈົ່ງມາຢູ່ຕໍ່ໜ້າເຮົາ ແລະ ລະບາຍສິ່ງເກົ່າໆພາຍໃນຕົວເຈົ້າອອກມາໃຫ້ໝົດ, ເປີດໃຈຂອງເຈົ້າຕໍ່ເຮົາ ແລະ ໃຈຂອງເຮົາກໍຈະຖືກເປີດເຜີຍຕໍ່ເຈົ້າຢ່າງແນ່ນອນ. ໃຈຂອງເຈົ້າຕ້ອງພາກພຽນຕໍ່ໜ້າເຮົາ. ຈົ່ງຢ່າຂີ້ຄ້ານ ແຕ່ກົງກັນຂ້າມ ເຈົ້າຕ້ອງເຂົ້າໃກ້ເຮົາຫຼາຍຂຶ້ນ; ນີ້ແມ່ນວິທີທີ່ໄວທີ່ສຸດເພື່ອໃຫ້ຊີວິດຂອງເຈົ້າເຕີບໃຫຍ່. ເຈົ້າຕ້ອງອາໄສຢູ່ພາຍໃນຕົວເຮົາ ແລະ ເຮົາຈະອາໄສຢູ່ພາຍໃນຕົວເຈົ້າ ແລະ ເຮົາຍັງຈະປົກຄອງເປັນກະສັດພາຍໃນຕົວເຈົ້າ, ຊີ້ນໍາເຈົ້າໃນທຸກສິ່ງ ແລະ ເຈົ້າຈະໄດ້ຮັບສ່ວນແບ່ງໃນອານາຈັກ.

ຈົ່ງຢ່າດູຖູກຕົວເອງ ເພາະວ່າ ເຈົ້າຍັງໜຸ່ມຢູ່; ເຈົ້າຄວນຖວາຍຕົວເອງແກ່ເຮົາ. ເຮົາບໍ່ເບິ່ງຜູ້ຄົນພຽງຜິວເຜີນແລ້ວຕັດສິນວ່າພວກເຂົາເປັນແນວໃດ ຫຼື ຕັດສິນວ່າ ອາຍຸຂອງພວກເຂົາແມ່ນເທົ່າໃດ. ເຮົາເບິ່ງພຽງແຕ່ວ່າ ພວກເຂົາຮັກເຮົາດ້ວຍຄວາມຈິງໃຈ ຫຼື ບໍ ແລະ ພວກເຂົາປະຕິບັດຕາມວິທີທາງຂອງເຮົາ ແລະ ປະຕິບັດຄວາມຈິງ ໂດຍບໍ່ຄໍານຶງເຖິງສິ່ງອື່ນໆ ຫຼື ບໍ. ຈົ່ງຢ່າກັງວົນວ່າ ມື້ອື່ນຈະເປັນແນວໃດ ຫຼື ອະນາຄົດຈະເປັນແນວໃດ. ຕາບໃດທີ່ເຈົ້າອາໄສເຮົາເພື່ອດໍາລົງຊີວິດທຸກມື້ ເຮົາກໍຈະນໍາພາເຈົ້າຢ່າງແນ່ນອນ. ຈົ່ງຢ່າທົນຢູ່ກັບຄວາມຄິດທີ່ວ່າ “ຊີວິດຂອງຂ້ອຍຍັງບໍ່ບັນລຸນິຕິພາວະເທື່ອ, ຂ້ອຍບໍ່ເຂົ້າໃຈຫຍັງເລີຍ” ເຊິ່ງນີ້ແມ່ນແນວຄວາມຄິດທີ່ຊາຕານສົ່ງມາໃຫ້. ພຽງແຕ່ໃຊ້ໃຈຂອງເຈົ້າເພື່ອເຂົ້າໃກ້ເຮົາເທື່ອລະໜ້ອຍ ແລະ ຈົ່ງຕິດຕາມບາດກ້າວຂອງເຮົາຈົນຮອດຈຸດສຸດທ່າຍຂອງເສັ້ນທາງ. ເມື່ອເຈົ້າໄດ້ຍິນພຣະທໍາຂອງເຮົາກ່ຽວກັບການຕໍານິ, ຕິເຕືອນ ແລະ ການປຸກໃຫ້ຕື່ນ, ເຈົ້າກໍຕ້ອງແລ່ນໄປທາງໜ້າທັນທີ; ຈົ່ງຢ່າຢຸດເຂົ້າໃກ້ເຮົາ, ຈົ່ງນໍາບາດກ້າວຂອງຝູງແກະໃຫ້ທັນ ແລະ ຈົ່ງເບິ່ງໄປທາງໜ້າຕໍ່ໄປ. ເມື່ອຢູ່ຕໍ່ໜ້າເຮົາ, ເຈົ້າຕ້ອງຮັກພຣະເຈົ້າຂອງເຈົ້າດ້ວຍໃຈ ແລະ ຈິດວິນຍານທັງໝົດ. ພະຍາຍາມຄິດຄໍານວນຫາພຣະທໍາຂອງເຮົາກ່ຽວກັບເສັ້ນທາງຂອງການຮັບໃຊ້ໃຫ້ຫຼາຍຂຶ້ນ. ໃນການປະຕິບັດຄວາມຈິງ ໃຈຂອງເຈົ້າຕ້ອງບໍ່ອ່ອນແອ ແຕ່ຕ້ອງມີໃຈທີ່ເຂັ້ມແຂງ, ມີຄວາມເດັດດ່ຽວ ແລະ ມີກະດຸກສັນຫຼັງຂອງບຸດຊາຍ ແລະ ມີຫົວໃຈທີ່ແຂງແຮງ. ຖ້າເຈົ້າຕ້ອງການທີ່ຈະຮັກເຮົາ ເຈົ້າກໍຕ້ອງເຮັດໃຫ້ເຮົາພໍໃຈ ໂດຍການມີທຸກສິ່ງທີ່ເຮົາຕ້ອງການເຮັດໃຫ້ສໍາເລັດໃນຕົວເຈົ້າ. ຖ້າເຈົ້າຕ້ອງການຕິດຕາມເຮົາ ເຈົ້າກໍຕ້ອງປະຖິ້ມທຸກສິ່ງທີ່ເຈົ້າມີ, ທຸກສິ່ງທີ່ເຈົ້າຮັກ, ເຊື່ອຟັງຢ່າງຖ່ອມຕົວເມື່ອຢູ່ຕໍ່ໜ້າເຮົາ, ມີໃຈທີ່ຊື່ ແລະ ບໍ່ຄົ້ນຄວ້າ ຫຼື ພິຈາລະນາສິ່ງຕ່າງໆ ໂດຍສຸ່ມເຮັດ; ເຈົ້າຕ້ອງນໍາພາລະກິດຂອງພຣະວິນຍານບໍລິສຸດໃຫ້ທັນສະເໝີ.

ເຮົາຂໍແນະນໍາເຈົ້າດັ່ງນີ້: ເຈົ້າຕ້ອງຈັບເອົາທຸກສິ່ງໃຫ້ໄວ ແລະ ປະຕິບັດທຸກສິ່ງທີ່ເຮົາໄດ້ໃຫ້ຄວາມສະຫວ່າງພາຍໃນຕົວເຈົ້າ!

(ຈາກ “ບົດທີ 28” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 387)

ຈົ່ງຕື່ນຂຶ້ນມາ, ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນມາ, ເອື້ອຍນ້ອງເອີຍ! ມື້ຂອງເຮົາຈະບໍ່ຊັກຊ້າ; ເວລາຄືຊີວິດ ແລະ ການຄວ້າເອົາເວລາແມ່ນການຊ່ວຍຊີວິດ! ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ! ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ແລະ ພວກເຈົ້າເສັງບໍ່ຜ່ານ ພວກເຈົ້າກໍສາມາດລອງໃໝ່ ແລະ ເສັງຄືນ. ຢ່າງໃດກໍຕາມ, ມື້ຂອງເຮົາຈະບໍ່ມີຄວາມຊັກຊ້າດັ່ງກ່າວ. ຈົ່ງຈື່ໄວ້! ຈົ່ງຈື່ໄວ້! ເຮົາຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້. ຈຸດຈົບຂອງໂລກຈະຖືກເປີດເຜີຍຕໍ່ສາຍຕາພວກເຈົ້າ, ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ; ຊີວິດຂອງພວກເຈົ້າມີຄວາມສໍາຄັນບໍ ຫຼື ການນອນ, ການກິນ, ການດື່ມ ແລະ ເຄື່ອງນຸ່ງຮົ່ມຂອງພວກເຈົ້າມີຄວາມສໍາຄັນກວ່າ? ມັນເຖິງເລວາແລ້ວທີ່ພວກເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້. ຈົ່ງຢ່າສົງໄສອີກຕໍ່ໄປ ແລະ ຈົ່ງຢ່າຫຼົບໜີຄວາມແນ່ນອນ!

ຈັ່ງແມ່ນເປັນຕາສົງສານແທ້ເດ! ຈັ່ງແມ່ນທຸກຍາກ! ຈັ່ງແມ່ນຕາບອດ! ມະນຸດຈັ່ງແມ່ນໂຫດຮ້າຍ! ເຈົ້າເຮັດຕິບໍ່ໄດ້ຍິນພຣະທໍາຂອງເຮົາ. ເຮົາກໍາລັງເວົ້າກັບພວກເຈົ້າໂດຍບໍ່ມີປະໂຫຍດຫຍັງບໍ? ເປັນຫຍັງພວກເຈົ້າຄືຍັງເມີນເສີຍກັນຢູ່? ເປັນຫຍັງຄືເປັນແນວນັ້ນ? ພວກເຈົ້າບໍ່ເຄີຍຄິດກ່ຽວກັບສິ່ງນັ້ນມາກ່ອນບໍ? ເຮົາກໍາລັງເວົ້າສິ່ງເຫຼົ່ານີ້ເພື່ອໃຜ? ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ຊ່ວຍໃຫ້ພວກເຈົ້າປອດໄພ! ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ! ຈົ່ງເຝົ້າເບິ່ງ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ! ໃນແຜ່ນດິນໂລກນີ້ແມ່ນບໍ່ມີບ່ອນທີ່ຈະໃຫ້ເຈົ້າສາມາດຊື້ຢາທີ່ຈະມາບັນເທົາຄວາມເສຍໃຈໄດ້! ແລ້ວເຮົາຈະເວົ້າສິ່ງດັ່ງກ່າວນີ້ກັບພວກເຈົ້າແນວໃດດີ? ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າພິຈາລະນາຢ່າງຮອບຄອບ ແລະ ໄຕ່ຕອງຢ່າງຊໍ້າໄປຊໍ້າມາເລີຍບໍ? ພວກເຈົ້າຈັ່ງແມ່ນບໍ່ສົນໃຈກັບພຣະທໍາຂອງເຮົາ ແລະ ບໍ່ມີຄວາມຮັບຜິດຊອບກັບຊີວິດຂອງຕົວເອງເລີຍ; ເຮົາຈະສາມາດທົນມັນໄດ້ຈັ່ງໃດ? ເຮົາຈະເຮັດໄດ້ຈັ່ງໃດ?

ເປັນຫຍັງຕະຫຼອດເວລານີ້, ຊີວິດແຫ່ງຄຣິສຕະຈັກທີ່ຖືກຕ້ອງຈຶ່ງບໍ່ສາມາດເກີດຂຶ້ນໃນບັນດາພວກເຈົ້າໄດ້? ນັ້ນກໍເພາະວ່າ ພວກເຈົ້າຂາດຄວາມເຊື່ອ, ພວກເຈົ້າບໍ່ເຕັມໃຈຮັບກໍາ, ພວກເຈົ້າບໍ່ເຕັມໃຈຖວາຍຕົວເອງໃຫ້ແກ່ເຮົາ ແລະ ບໍ່ເຕັມໃຈເສຍສະຫຼະຕົວເອງເມື່ອຢູ່ຕໍ່ໜ້າເຮົາ. ຈົ່ງຕື່ນຂຶ້ນ, ບຸດຂອງເຮົາ! ຈົ່ງເຊື່ອໃນຕົວເຮົາ, ບຸດຂອງເຮົາ! ຜູ້ເປັນທີ່ຮັກຂອງເຮົາເອີຍ, ເປັນຫຍັງເຈົ້າຈິ່ງບໍ່ສາມາດພິຈາລະນາສິ່ງທີ່ຢູ່ໃນໃຈຂອງເຮົາ?

(ຈາກ “ບົດທີ 30” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 388)

ຈົ່ງຢ່າມີຄວາມສົງໄສຫຼາຍ ກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນໃນຄຣິສຕະຈັກ. ໃນເວລາທີ່ຄຣິສຕະຈັກຖືກສ້າງຂຶ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນຂໍ້ຜິດພາດ ແຕ່ບໍ່ຕ້ອງຕົກໃຈເມື່ອເຈົ້າຕ້ອງຜະເຊີນກັບບັນຫາ; ຈົ່ງໃຈເຢັນ ແລະ ບໍ່ສະດຸ້ງສະເທືອນ. ເຮົາບໍ່ໄດ້ບອກພວກເຈົ້າແບບນັ້ນບໍ? ຈົ່ງອະທິຖານເຖິງເຮົາເລື້ອຍໆ ແລະ ເຮົາຈະສະແດງເຈດຕະນາຂອງເຮົາໃຫ້ເຈົ້າເຫັນຢ່າງຊັດເຈນ. ຄຣິສຕະຈັກແມ່ນຫົວໃຈຂອງເຮົາ ແລະ ມັນແມ່ນເປົ້າໝາຍສູງສຸດຂອງເຮົາ ແລ້ວເຮົາຈະບໍ່ຮັກຄຣິສຕະຈັກໄດ້ແນວໃດ? ຈົ່ງຢ່າຢ້ານກົວ ໃນເວລາທີ່ສິ່ງແບບນີ້ເກີດຂຶ້ນໃນຄຣິສຕະຈັກ ເນື່ອງຈາກທັງໝົດແມ່ນໄດ້ຮັບອະນຸຍາດຈາກເຮົາ. ຈົ່ງຢືນຂຶ້ນ ແລະ ເວົ້າໂດຍຕາງໜ້າໃຫ້ແກ່ເຮົາ. ຈົ່ງມີຄວາມເຊື່ອວ່າ ທຸກສິ່ງ ແລະ ທຸກເລື່ອງແມ່ນໄດ້ຮັບອະນຸຍາດຈາກບັນລັງຂອງເຮົາ ແລະ ທຸກຢ່າງແມ່ນມີເຈດຕະນາຂອງເຮົາຢູ່ພາຍໃນພວກມັນ. ຖ້າເຈົ້າສືບຕໍ່ສົນທະນາດ້ວຍຄວາມດື້ດ້ານ ມັນກໍຈະມີບັນຫາ ແລ້ວເຈົ້າບໍ່ໄດ້ຄິດເຖິງຜົນທີ່ຈະຕາມມາບໍ? ນີ້ແມ່ນປະເພດຂອງສິ່ງທີ່ຊາຕານຈະໃຊ້ປະໂຫຍດນໍາ. ຈົ່ງມາຢູ່ຕໍ່ໜ້າເຮົາເປັນປະຈໍາ. ເຮົາຈະເວົ້າແບບທໍາມະດາ: ຖ້າເຈົ້າຈະເຮັດບາງສິ່ງໂດຍບໍ່ໄດ້ມາຢູ່ຕໍ່ໜ້າເຮົາ ແລ້ວຢ່າຄິດວ່າ ເຈົ້າຈະສາມາດເຮັດມັນສໍາເລັດ. ມັນແມ່ນພວກເຈົ້າ ທີ່ຈະຕ້ອງເອົາເຮົາໄປຢູ່ໃນຈຸດນີ້.

ຈົ່ງຢ່າທໍ້ແທ້ ແລະ ມີຄວາມອ່ອນແອ ເພາະເຮົາຈະເປີດເຜີຍເຈົ້າ. ຫົນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາແບບງ່າຍໆບໍ່ແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ ບໍ່ສະນັ້ນ ໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງມັນຈະເປັນພຽງສະຖານະການເລັກນ້ອຍ ແຕ່ທຸກຄົນກໍຕ້ອງຜ່ານພວກມັນໄປໃຫ້ໄດ້ ພຽງແຕ່ວ່າ ພວກເຂົາມີຄວາມແຕກຕ່າງກັນໃນລະດັບໜຶ່ງ. ສະຖານະການແມ່ນສ່ວນໜຶ່ງຂອງພອນຈາກເຮົາ ແລ້ວມີຈັກຄົນທີ່ຄຸເຂົ່າຕໍ່ໜ້າເຮົາເພື່ອຂໍພອນຈາກເຮົາ? ເດັກໂງ່ເອີຍ! ເຈົ້າຮູ້ສຶກສະເໝີວ່າ ພຣະທໍາກ່ຽວກັບຄວາມໂຊກດີບາງຂໍ້ແມ່ນຖືວ່າ ເປັນພອນຂອງເຮົາ ແຕ່ພັດບໍ່ຮູ້ສຶກວ່າ ຄວາມຂົມຂື່ນກໍແມ່ນໜຶ່ງໃນບັນດາພອນຂອງເຮົາຄືກັນ. ຜູ້ທີ່ແບ່ງປັນຄວາມຂົມຂື່ນຂອງເຮົາຈະແບ່ງປັນຄວາມຫວານຊື່ນຂອງເຮົາຢ່າງແນ່ນອນ. ນັ້ນແມ່ນສັນຍາຂອງເຮົາ ແລະ ພອນຂອງເຮົາທີ່ມີໃຫ້ພວກເຈົ້າ. ຈົ່ງຢ່າລັງເລທີ່ຈະກິນ, ດື່ມ ແລະ ມີຄວາມສຸກ. ເມື່ອຄວາມມືດຜ່ານໄປ ກໍຈະມີແສງສະຫວ່າງຂຶ້ນມາແທນ. ມັນແມ່ນຄວາມມືດກ່ອນຮຸ່ງເຊົ້າ; ຫຼັງຈາກເວລານີ້ ມັນກໍຈະແຈ້ງຂຶ້ນເທື່ອລະໜ້ອຍ ແລະ ຫຼັງຈາກນັ້ນ ຕາເວັນກໍຈະຂຶ້ນ. ຈົ່ງຢ່າມີຄວາມຢ້ານກົວ ຫຼື ຂາດຄວາມກ້າ. ມື້ນີ້ເຮົາສະໜັບສະໜູນບຸດຂອງເຮົາ ແລະ ໃຊ້ພະລັງອໍານາດຂອງເຮົາເພື່ອພວກເຂົາ.

ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ ກໍຈົ່ງຢ່າໜີຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້ານໍາເອົາບັນຫາມາຢູ່ຕໍ່ໜ້າເຮົາຢ່າງເອົາໃຈໃສ່ ເຈົ້າກໍຈະພົບເຫັນວິທີທາງ. ເມື່ອສິ່ງເລັກນ້ອຍແບບນີ້ເກີດຂຶ້ນ ເຈົ້າກໍຢ້ານກົວ ແລະ ຕົກໃຈ ໂດຍບໍ່ຮູ້ຈັກເຮັດຫຍັງເລີຍ? ເຮົາມີເວລາຫຼາຍ, “ຈົ່ງເຂົ້າມາໃກ້ໆເຮົາເປັນປະຈໍາ!” ພວກເຈົ້າໄດ້ປະຕິບັດສິ່ງຕ່າງໆ ທີ່ເຮົາໄດ້ຮຽກຮ້ອງໃຫ້ພວກເຈົ້າເຮັດຢ່າງເອົາໃຈໃສ່ຢູ່ບໍ? ພວກເຈົ້າໄດ້ພິຈາລະນາພຣະທໍາຂອງເຮົາຫຼາຍປານໃດແລ້ວ? ສະນັ້ນ, ເຈົ້າຈິ່ງບໍ່ມີຄວາມເຂົ້າໃຈທີ່ຊັດເຈນເລີຍ. ນີ້ບໍ່ແມ່ນສິ່ງທີ່ເຈົ້າເຮັດຂຶ້ນບໍ? ເຈົ້າກ່າວໂທດຜູ້ອື່ນ ແລ້ວເປັນຫຍັງເຈົ້າບໍ່ກຽດຊັງຕົວເອງແນ່? ເຈົ້າໄດ້ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກ ແລະ ຫຼັງຈາກນັ້ນ ເຈົ້າກໍຍັງບໍ່ເອົາໃຈໃສ່ ແລະ ເຈົ້າຍັງເຮັດພໍເປັນພິທີຊື່ໆ; ເຈົ້າຕ້ອງໃສ່ໃຈກັບພຣະທໍາຂອງເຮົາ.

ຜູ້ທີ່ເຊື່ອຟັງ ແລະ ອ່ອນນ້ອມຈະໄດ້ຮັບພອນທີ່ຍິ່ງໃຫຍ່. ໃນຄຣິສຕະຈັກ ເຈົ້າຈະຢືນເປັນພະຍານໃຫ້ເຮົາຢ່າງໝັ້ນຄົງ ໂດຍຢືນຢັນຄວາມຈິງ. ຖືກແມ່ນຖືກ ແລະ ຜິດແມ່ນຜິດ. ຈົ່ງຢ່າໄປສັບສົນວ່າ ດໍາແມ່ນຂາວ. ເຈົ້າຈະຕໍ່ສູ້ກັບຊາຕານ ແລະ ຕ້ອງປາບມັນ ເພື່ອບໍ່ໃຫ້ມັນລຸກຂຶ້ນມາໄດ້ອີກຕໍ່ໄປ. ເຈົ້າຕ້ອງເສຍສະຫຼະທຸກສິ່ງເພື່ອປົກປ້ອງການເປັນພະຍານໃຫ້ແກ່ເຮົາ. ສິ່ງນີ້ຈະເປັນເປົ້າໝາຍຂອງການກະທໍາຂອງພວກເຈົ້າ ແລະ ຈົ່ງຢ່າລືມສິ່ງນີ້. ແຕ່ໃນຕອນນີ້ ພວກເຈົ້າຍັງຂາດຄວາມເຊື່ອ ແລະ ຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແລະ ເຈົ້າບໍ່ສາມາດເຂົ້າໃຈພຣະທໍາ ແລະ ເຈດຕະນາຂອງເຮົາຕະຫຼອດເວລາ. ແນວໃດກໍຕາມ, ຈົ່ງຢ່າຮ້ອນໃຈ; ທຸກສິ່ງທຸກຢ່າງແມ່ນດໍາເນີນຕາມບາດກ້າວຂອງເຮົາ ແລະ ຄວາມຮ້ອນໃຈມີແຕ່ຊິເຮັດໃຫ້ມີບັນຫາເທົ່ານັ້ນ. ໃຊ້ເວລາຢູ່ຕໍ່ໜ້າເຮົາໃຫ້ຫຼາຍຂຶ້ນ ແລະ ຢ່າໄປສົນໃຈກັບອາຫານ ແລະ ເຄື່ອງນຸ່ງຫົ່ມສໍາລັບຮ່າງກາຍທີ່ເປັນພຽງກາຍະພາບ. ຈົ່ງສະແຫວງຫາເຈດຕະນາຂອງເຮົາໃຫ້ເປັນປະຈໍາ ແລະ ເຮົາຈະສະແດງໃຫ້ເຈົ້າເຫັນຢ່າງຊັດເຈນວ່າ ສິ່ງເຫຼົ່ານັ້ນແມ່ນຫຍັງ. ເຈົ້າຈະຄ່ອຍໆພົບເຫັນເຈດຕະນາຂອງເຮົາໃນທຸກສິ່ງທຸກຢ່າງ ເພື່ອວ່າ ເຮົາຈະມີຫົນທາງເຂົ້າເຖິງທຸກຄົນໂດຍບໍ່ມີອຸປະສັກ. ມັນຈະເຮັດໃຫ້ໃຈຂອງເຮົາມີຄວາມເພິ່ງພໍໃຈ ແລະ ພວກເຈົ້າຈະໄດ້ຮັບພອນຈາກເຮົາຕະຫຼອດໄປເປັນນິດນິລັນ!

(ຈາກ “ບົດທີ 41” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 389)

ເປໂຕມີສັດທາຕໍ່ເຮົາເປັນເວລາຫຼາຍປີ ແຕ່ລາວບໍ່ເຄີຍຈົ່ມ ແລະ ບໍ່ເຄີຍມີຄວາມບໍ່ພໍໃຈ; ແມ່ນແຕ່ໂຢບກໍບໍ່ທຽບເທົ່າກັບລາວ ແລະ ຕະຫຼອດຍຸກຕ່າງໆ ພວກນັກບຸນກໍບໍ່ທຽບເທົ່າເປໂຕ. ລາວບໍ່ພຽງແຕ່ສະແຫວງຫາທີ່ຈະຮູ້ຈັກເຮົາ ແຕ່ຍັງມາຮູ້ຈັກເຮົາໃນຊ່ວງເວລາທີ່ຊາຕານສະແດງແຜນການອຸບາຍຂອງມັນ. ສິ່ງນີ້ເຮັດໃຫ້ເປໂຕຮັບໃຊ້ເຮົາເປັນເວລາຫຼາຍປີ ໂດຍສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ຍ້ອນເຫດຜົນນີ້ ລາວຈຶ່ງບໍ່ເຄີຍຖືກຊາຕານຫຼອກໃຊ້. ເປໂຕຖອດເອົາບົດຮຽນຈາກຄວາມເຊື່ອຂອງໂຢບ ແຕ່ກໍຍັງເຂົ້າໃຈຄວາມບົກຜ່ອງຂອງໂຢບໄດ້ຢ່າງຊັດເຈນ. ເຖິງໂຢບຈະມີຄວາມເຊື່ອອັນຍິ່ງໃຫຍ່ ແຕ່ລາວກໍຂາດຄວາມຮູ້ກ່ຽວກັບບັນຫາໃນໂລກແຫ່ງວິນຍານ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງເວົ້າຫຼາຍຄໍາທີ່ບໍ່ສອດຄ່ອງກັບຄວາມເປັນຈິງ; ນິ້ສະແດງໃຫ້ເຫັນວ່າ ຄວາມຮູ້ຂອງໂຢບນັ້ນຕື້ນ ແລະ ບໍ່ສາມາດເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ເປໂຕຈຶ່ງສຸມໃສ່ການຮັບຄວາມຮູ້ສຶກແຫ່ງວິນຍານຕະຫຼອດ ແລະ ເອົາໃຈໃສ່ກັບການສັງເກດເບິ່ງພະລັງຂອງໂລກແຫ່ງວິນຍານ. ດ້ວຍເຫດນັ້ນ, ລາວບໍ່ພຽງແຕ່ສາມາດຄົ້ນຫາບາງສິ່ງທີ່ເຮົາປາດຖະໜາເທົ່ານັ້ນ ແຕ່ຍັງມີຄວາມຮູ້ເລັກໜ້ອຍກ່ຽວກັບແຜນການອຸບາຍຂອງຊາຕານ. ຍ້ອນສິ່ງນີ້ ຄວາມຮູ້ຂອງລາວກ່ຽວກັບເຮົາຈຶ່ງມີຫຼາຍກວ່າຄົນອື່ນຕະຫຼອດຍຸກຕ່າງໆ.

ຈາກປະສົບການຂອງເປໂຕ, ມັນບໍ່ຍາກທີ່ຈະເຫັນວ່າ ຖ້າມະນຸດປາດຖະໜາທີ່ຈະຮູ້ຈັກເຮົາ ພວກເຂົາຕ້ອງສຸມໃສ່ກັບການພິຈາລະນາຢ່າງລະອຽດພາຍໃນຈິດໃຈຂອງພວກເຂົາ. ເຮົາບໍ່ໄດ້ຂໍໃຫ້ເຈົາ “ອຸທິດ” ດ້ານພາຍນອກບາງສ່ວນໃຫ້ກັບເຮົາ; ນີ້ແມ່ນເລື່ອງສໍາຮອງ. ຖ້າເຈົ້າບໍ່ຮູ້ຈັກເຮົາ ແລ້ວຄວາມເຊື່ອ, ຄວາມຮັກ ແລະ ຄວາມຈົງຮັກພັກດີທັງໝົດ ທີ່ເຈົ້າເວົ້າເຖິງກໍຈະເປັນຄວາມເພີ້ຝັນ; ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ບໍ່ມີສາລະ ແລະ ເຈົ້າກໍຈະກາຍເປັນຄົນທີ່ໂອ້ອວດຕໍ່ໜ້າເຮົາ ແຕ່ບໍ່ຮູ້ຈັກຕົວເອງຢ່າງແນ່ນອນ. ແລ້ວເຈົ້າກໍຈະຕິດກັບດັກຂອງຊາຕານອີກຄັ້ງ ແລະ ຈະບໍ່ສາມາດປົດປ່ອຍຕົວເອງໄດ້; ເຈົ້າຈະກາຍເປັນບຸດແຫ່ງອະເວຈີ ແລະ ເປັນສິ່ງທີ່ຕ້ອງຖືກທໍາລາຍ. ຢ່າງໃດກໍຕາມ, ຖ້າເຈົ້າເຢັນຊາ ແລະ ບໍ່ໃສ່ໃຈກັບພຣະທໍາຂອງເຮົາ ເຈົ້າກໍຈະຕໍ່ຕ້ານເຮົາໂດຍທີ່ບໍ່ຕ້ອງສົງໄສເລີຍ. ນີ້ແມ່ນຄວາມຈິງ ແລະ ເຈົ້າຈະເຮັດໄດ້ດີຖ້າເຈົ້າໄດ້ເບິ່ງວິນຍານທັງຫຼາຍ ແລະ ຕ່າງໆນາໆ ທີ່ຖືກເຮົາຂ້ຽນຕີ ຜ່ານປະຕູໂຂງຂອງໂລກແຫ່ງວິນຍານ. ໃນບັນດາພວກເຂົາ ແມ່ນມີວິນຍານໃດທີ່ໄດ້ຜະເຊີນກັບພຣະທໍາຂອງເຮົາ ແລ້ວນິ້ງເສີຍ, ບໍ່ໃສ່ໃຈ ແລະ ບໍ່ຍອມຮັບ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ເຍາະເຍີ້ຍພຣະທໍາຂອງເຮົາ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ໄດ້ພະຍາຍາມທີ່ຈະຊອກຫາບາງສິ່ງເພື່ອໃຊ້ຕໍ່ຕ້ານພຣະທໍາຂອງເຮົາ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ໄດ້ໃຊ້ພຣະທໍາຂອງເຮົາເປັນ “ອາວຸດປ້ອງກັນ” ເພື່ອ “ປົກປ້ອງ” ຕົວເອງ? ພວກເຂົາບໍ່ໄດ້ໃຊ້ເນື້ອຫາຂອງພຣະທໍາຂອງເຮົາເປັນວິທີທາງໃນການຮູ້ຈັກເຮົາ ແຕ່ພຽງເປັນຂອງຫຼິ້ນເພື່ອຫຼິ້ນນໍາ. ໃນສິ່ງນີ້ ພວກເຂົາບໍ່ໄດ້ຂັດຂືນເຮົາໂດຍກົງບໍ? ພຣະທໍາຂອງເຮົາແມ່ນເພື່ອໃຜ? ໃຜຄືພຣະວິນຍານຂອງເຮົາ? ເຮົາໄດ້ຖາມຄໍາຖາມດັ່ງກ່າວກັບພວກເຈົ້າຫຼາຍຄັ້ງ ແຕ່ພວກເຈົ້າເຄີຍປະສົບກັບສິ່ງເຫຼົ່ານັ້ນຢ່າງແທ້ຈິງບໍ? ເຮົາຂໍເຕືອນພວກເຈົ້າອີກຄັ້ງ: ຖ້າພວກເຈົ້າບໍ່ຮູ້ຈັກພຣະທໍາຂອງເຮົາ ແລະ ບໍ່ຍອມຮັບພວກມັນ ແລະ ເອົາພວກມັນມາປະຕິບັດ, ພວກເຈົ້າກໍຈະກາຍເປັນເປົ້າໝາຍແຫ່ງການຂ້ຽນຕີຂອງເຮົາຢ່າງຫຼີກເວັ້ນບໍ່ໄດ້! ພວກເຈົ້າຈະກາຍເປັນເຫຍື່ອຂອງຊາຕານຢ່າງແນ່ນອນ!

(ຈາກ “ບົດທີ 8” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 390)

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງພວກເຂົາຈະລຶ້ງເຄີຍກັບຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຈຶ່ງຂາດຄຸນສົມບັດທີ່ພຣະເຈົ້າຕ້ອງການ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມຄວາມປະສົງຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ອີກຢ່າງ ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເນັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງຜະເຊີນກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ລົບລ້າງອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າໃນລັກສະນະນີ້ແມ່ນໄດ້ສູນເສຍຄວາມໝາຍຂອງການເຊື່ອໃນພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາອາດສືບຕໍ່ເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ, ນັ້ນກໍຍ້ອນວ່າ ພວກເຂົາຍ່າງໃນເສັ້ນທາງທີ່ຜິດ. ປັດຈຸບັນນີ້, ຍັງມີຜູ້ຄົນທີ່ເຊື່ອໃນພຣະເຈົ້າຕາມຕົວໜັງສື ແລະ ໃນທິດສະດີທີ່ວ່າງເປົ່າ. ພວກເຂົາບໍ່ຮູ້ວ່າ ພວກເຂົາຂາດແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະເຈົ້າ. ແຕ່ພວກເຂົາກໍຍັງອະທິຖານຂໍພອນເພື່ອຄວາມປອດໄພ ແລະ ຄວາມກະລຸນາຢ່າງພຽງພໍຈາກພຣະເຈົ້າ. ໃຫ້ພວກເຮົາຢຸດ, ເຮັດໃຫ້ຫົວໃຈຂອງພວກເຮົາສະຫງົບ ແລະ ຖາມຕົນເອງວ່າ: ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າເປັນເລື່ອງທີ່ງ່າຍທີ່ສຸດແທ້ໃນໂລກນີ້? ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າບໍ່ມີຄວາມໝາຍຫຍັງນອກຈາກເປັນການຮັບເອົາຄວາມກະລຸນາຢ່າງໃຫຍ່ຫຼວງຈາກພຣະເຈົ້າ? ຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ຫຼື ເຊື່ອໃນພຣະອົງ ແຕ່ຕໍ່ຕ້ານພຣະອົງ ຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ແທ້ບໍ?

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 391)

ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ ຍ້ອນຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າ? ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ຄວາມຜາສຸກຂອງເນື້ອໜັງ ຫຼື ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພີ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພີ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປະຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້ ຫຼື ບໍ່ສາມາດຝັງຮາກລົງໃນມະນຸດໄດ້. ຄວາມຮັກແບບນີ້ ແມ່ນຄືດອກໄມ້ທີ່ເບັ່ງບານ ແລະ ຫ່ຽວແຫ້ງລົງໂດຍທີບໍ່ອອກໝາກ. ເວົ້າອີກຢ່າງໜຶ່ງວ່າ ພາຍຫຼັງທີ່ເຈົ້າໄດ້ຮັກພຣະເຈົ້າຄັ້ງໜຶ່ງໃນແບບດັ່ງກ່າວແລ້ວ ແລະ ບໍ່ມີຜູ້ໃດນຳພາເຈົ້າໄປຕາມເສັ້ນທາງຂ້າງໜ້າ, ເຈົ້າກໍຈະລົ້ມລົງ. ຖ້າວ່າ ເຈົ້າສາມາດຮັກພຣະເຈົ້າໄດ້ ສະເພາະໃນເວລາທີ່ຮັກພຣະເຈົ້າ ແລະ ຫຼັງຈາກນັ້ນ ນິໄສໃນຊີວິດຂອງເຈົ້າຍັງບໍ່ປ່ຽນແປງ, ເຈົ້າກໍຈະສືບຕໍ່ບໍ່ສາມາດຫຼົບໜີຈາກພາຍໃຕ້ການຫໍ່ຫຸ້ມຂອງອິດທິພົນແຫ່ງຄວາມມືດ, ເຈົ້າຈະສືບຕໍ່ບໍ່ສາມາດຫຼຸດພົ້ນຈາກການຜູກມັດຂອງຊາຕານ ແລະ ການຫຼອກລວງຂອງມັນ. ບໍ່ມີບຸກຄົນໃດເຊັ່ນນີ້ສາມາດຖືກເລືອກໂດຍພຣະເຈົ້າຢ່າງສົມບູນ; ໃນທ້າຍທີ່ສຸດແລ້ວ, ວິນຍານ, ຈິດສຳນຶກ ແລະ ຮ່າງກາຍຂອງພວກເຂົາ ກໍຍັງຈະເປັນຂອງຊາຕານ. ສິ່ງດັ່ງກ່າວນີ້ບໍ່ແມ່ນເລື່ອງທີ່ຕ້ອງສົງໃສ. ມະນຸດທັງໝົດທີ່ບໍ່ໄດ້ຖືກເລືອກໂດຍພຣະເຈົ້າຢ່າງສົມບູນ ກໍຈະກັບຄືນໄປສູ່ສະຖານທີ່ເດີມຂອງຕົນ ຊຶ່ງນັ້ນກໍແມ່ນການກັບໄປຫາຊາຕານ ແລະ ພວກເຂົາກໍຈະລົງໄປໃນບຶງໄຟນະລົກ ແລະ ກຳມະຖັນເຜົາໄໝ້ ເພື່ອຮັບເອົາການລົງໂທດໃນຂັ້ນຕໍ່ໄປຈາກພຣະເຈົ້າ. ຜູ້ທີ່ຖືກພຣະເຈົ້າເລືອກ ແມ່ນຜູ້ທີ່ປະຖິ້ມຊາຕານ ແລະ ໂຕນໜີອອກຈາກອານາເຂດຂອງຊາຕານ. ພວກເຂົາຈະຖືກນັບທ່າມກາງປະຊາຊົນຂອງອານາຈັກຢ່າງເປັນທາງການ. ນີ້ແມ່ນວິທີການເຂົ້າເປັນປະຊາຊົນຂອງອານາຈັກ. ເຈົ້າຍິນດີທີ່ຈະກາຍມາເປັນຄົນປະເພດນີ້ບໍ? ເຈົ້າຍິນດີທີ່ຖືກເລືອກໂດຍພຣະເຈົ້າບໍ? ເຈົ້າຍິນດີຈະໂຕນໜີຈາກອານາເຂດຂອງຊາຕານ ແລ້ວກັບຄືນໄປຫາພຣະເຈົ້າບໍ? ຕອນນີ້ ເຈົ້າເປັນຂອງຊາຕານ ຫຼື ເຈົ້າຖືກນັບເປັນປະຊາຊົນຂອງອານາຈັກ? ສິ່ງທັງຫຼາຍນີ້ ຄວນຈະແຈ້ງແລ້ວ ແລະ ບໍ່ຈຳເປັນຕ້ອງມີຄຳອະທິບາຍໃດໆຕື່ມອີກ.

(ຄັດຈາກບົດ “ຜູ້ເຊື່ອຄວນມີມຸມມອງແບບໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 392)

ໃນອະດີດຜ່ານມາ, ຫຼາຍຄົນໄດ້ສະແຫວງຫາຄວາມທະເຍີທະຍານ ແລະ ຄວາມຄິດທີ່ຕື່ນເຕັ້ນ, ພວກເຂົາສະແຫວງຫາ ເນື່ອງຈາກມັນເປັນຄວາມຫວັງຂອງພວກເຂົາເອງ. ໃຫ້ເຮົາວາງບັນຫາດັ່ງກ່າວໄວ້ກ່ອນໃນຂະນະນີ້. ໃນປັດຈຸບັນ, ສິ່ງສຳຄັນຫຼັກແມ່ນການຊອກຫາວິທີທາງປະຕິບັດ ເພື່ອຊ່ວຍພວກເຈົ້າແຕ່ລະຄົນ ໃຫ້ສາມາດຮັກສາສະພາບອັນປົກກະຕິຕອນຢູ່ຕໍ່ໜ້າພຣະເຈົ້າ ແລ້ວຈຶ່ງຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ ເພື່ອວ່າ ພວກເຈົ້າຈະໄດ້ຖືກເລືອກໂດຍພຣະເຈົ້າ ແລະ ດຳລົງຊີວິດຢູ່ໃນໂລກ ຕາມທີ່ພຣະເຈົ້າຮ້ອງຂໍຈາກເຈົ້າ. ພຽງທາງນີ້ເທົ່ານັ້ນທີ່ເຈົ້າຈະສາມາດເຕີມເຕັມພຣະປະສົງຂອງພຣະເຈົ້າໄດ້. ຫຼາຍຄົນເຊື່ອໃນພຣະເຈົ້າ, ແຕ່ກໍຍັງບໍ່ທັນຮູ້ວ່າ ພຣະເຈົ້າປະສົງສິ່ງໃດ ຫຼື ຊາຕານຕ້ອງການຫຍັງ. ພວກເຂົາເຊື່ອຢ່າງໂງ່ຈ້າ ແລະ ສັບສົນ, ພຽງແຕ່ໄຫຼໄປຕາມກະແສ ແລະ ຈຶ່ງບໍ່ເຄີຍໄດ້ມີຊີວິດປົກກະຕິແບບຊາວຄຣິສຕຽນ; ມີສິ່ງໃດເພີ່ມເຕີມອີກ, ພວກເຂົາບໍ່ເຄີຍໄດ້ມີຄວາມສຳພັນສ່ວນຕົວແບບປົກກະຕິ, ຍິ່ງໄກທີ່ຈະມີຄວາມສຳພັນກັບພຣະເຈົ້າ. ຈາກນີ້ ມັນສາມາດເຫັນໄດ້ວ່າ ບັນຫາ ແລະ ຄວາມຜິດພາດຂອງມະນຸດ ແລະ ປັດໃຈອື່ນໆ ທີ່ຂັດຂວາງຕໍ່ຄວາມປະສົງຂອງພຣະເຈົ້ານັ້ນແມ່ນມີຫຼາຍ. ນີ້ແມ່ນພຽງພໍແລ້ວ ທີ່ຈະພິສູດວ່າ ມະນຸດຍັງບໍ່ໄດ້ຢູ່ໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າທີ່ຖືກຕ້ອງ ຫຼື ຍັງບໍ່ໄດ້ເຂົ້າໄປໃນປະສົບການທີ່ແທ້ຈິງຂອງຊີວິດມະນຸດ. ດັ່ງນັ້ນ, ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງແມ່ນຫຍັງ? ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງ ໝາຍຄວາມວ່າ ເຈົ້າສາມາດເຮັດໃຫ້ຈິດໃຈສະຫງົບເວລາຢູ່ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ແລະ ເພີດເພີນໃນການສົນທະນາກັບພຣະເຈົ້າປົກກະຕິ, ແລ້ວຄ່ອຍໆເຂົ້າມາຮູ້ຈັກວ່າ ມະນຸດຍັງຂາດຫຍັງ ແລະ ຮັບເອົາຄວາມຮູ້ອັນເລິກເຊີ່ງຂອງພຣະເຈົ້າຢ່າງຊ້າໆ. ຈາກນີ້ໄປ, ວິນຍານຂອງເຈົ້າຈະໄດ້ຮັບຄວາມຮູ້ໃໝ່ ແລະ ແສງສະຫວ່າງໃໝ່ທຸກມື້. ກໍຈະເຫັນສິ່ງໃໝ່ໆໃນແຕ່ລະວັນ ແລະ ຮູ້ແຈ້ງຕໍ່ວິນຍານຂອງເຈົ້າ; ເຈົ້າສະແຫວງຫາຫຼາຍຍິ່ງຂຶ້ນ ແລະ ຫຼາຍຍິ່ງຂຶ້ນ ເພື່ອເຂົ້າເຖິງຄວາມຈິງ. ໃນແຕ່ລະວັນ, ຈະມີແສງສະຫວ່າງໃໝ່ ແລະ ຄວາມເຂົ້າໃຈອັນໃໝ່. ຜ່ານເສັ້ນທາງນີ້, ເຈົ້າກໍຈະຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ ແລະ ຊີວິດຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນກວ່າເກົ່າ. ມະນຸດຜູ້ທີ່ເປັນດັ່ງນີ້ແມ່ນໄດ້ເຂົ້າມາສູ່ເສັ້ນທາງທີ່ຖືກຕ້ອງ. ປະເມີນປະສົບການຕົວຈິງຂອງເຈົ້າ ແລະ ພິຈາລະນາເສັ້ນທາງທີ່ເຈົ້າໄດ້ເລືອກໃນຄວາມເຊື່ອຂອງເຈົ້າ. ດຶງສະຕິຂອງຕົວເຈົ້າເອງຕໍ່ສິ່ງເຫຼົ່ານີ້: ເຈົ້າຢູ່ເທິງເສັ້ນທາງທີ່ຖືກຕ້ອງແລ້ວບໍ? ໃນກໍລະນີໃດທີ່ເຈົ້າໄດ້ຫຼຸດພົ້ນອອກຈາກໂສ້ຂອງຊາຕານ ແລະ ຈາກອິດທິພົນຂອງຊາຕານ? ຖ້າຫາກເຈົ້າຍັງບໍ່ທັນໄດ້ວາງຕົນໃຫ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ, ສາຍພົວພັນຂອງເຈົ້າກັບຊາຕານກໍ່ຍັງບໍ່ໄດ້ຖືກຕັດຂາດ. ດັ່ງນັ້ນ, ການສະແຫວງຫາຄວາມຮັກຕໍ່ພຣະເຈົ້າ ຈະສາມາດສົ່ງຜົນໃຫ້ເກີດຄວາມຮັກທີ່ແທ້ຈິງ, ມີການທຸ້ມເທ ແລະ ບໍລິສຸດໄດ້ບໍ? ເຈົ້າບອກວ່າ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້ານັ້ນ ບໍ່ປ່ຽນແປງ ແລະ ຈິງໃຈ, ແຕ່ເຈົ້າກໍຍັງບໍ່ທັນຫຼຸດພົ້ນອອກຈາກໂສ້ຂອງຊາຕານ. ບໍ່ແມ່ນວ່າ ເຈົ້າກຳລັງຫຼອກລວງພຣະເຈົ້າບໍ? ຖ້າຫາກເຈົ້າປະສົງທີ່ຈະບັນລຸສະຖານະທີ່ຄວາມຮັກຂອງເຈົ້າສໍາລັບພຣະເຈົ້າປາສະຈາກສິ່ງປົນເປື້ອນ ແລະ ເຈົ້າກໍຫວັງທີ່ຈະຖືກເລືອກໂດຍພຣະເຈົ້າຢ່າງສົມບູນ ແລະ ກາຍມາເປັນປະຊາຊົນຢູ່ໃນອານາຈັກ, ເຈົ້າກໍຕ້ອງວາງຕົນເອງໃຫ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ.

(ຄັດຈາກບົດ “ຜູ້ເຊື່ອຄວນມີມຸມມອງແບບໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 393)

ບັນຫາທົ່ວໄປທີ່ເກີດຂຶ້ນກັບມະນຸດທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ສາມາດເຮັດຕາມໄດ້. ປັດໄຈຢ່າງໜຶ່ງແມ່ນຍ້ອນມະນຸດບໍ່ເຕັມໃຈທີ່ຈະຮັບຜົນຕາມມາ ແລະ ອີກຢ່າງກໍຍ້ອນມະນຸດບໍ່ມີຄວາມສະຫຼາດພຽງພໍ; ເຂົາບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງທີ່ເກີດຂຶ້ນໃນຊີວິດຈິງ ແລະ ບໍ່ຮູ້ວິທີປະຕິບັດທີ່ເໝາະສົມ. ຍ້ອນວ່າມະນຸດມີປະສົບການໜ້ອຍ, ຄວາມສາມາດຕໍ່າ ແລະ ຄວາມເຂົ້າໃຈເຖິງຄວາມຈິງທີ່ຈຳກັດ ເຂົາຈຶ່ງບໍ່ສາມາດແກ້ໄຂຄວາມຍາກລຳບາກທີ່ເຂົາຜະເຊີນໃນຊີວິດໄດ້. ເຂົາສາມາດພຽງແຕ່ກ່າວສະໜັບສະໜູນຄວາມເຊື່ອໃນພຣະເຈົ້າຂອງເຂົາແບບບໍ່ຈິງໃຈເທົ່ານັ້ນ, ແຕ່ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດຂອງເຂົາໃນແຕ່ລະມື້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ ແລະ ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ມະນຸດບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືຄວາມເຊື່ອຂອງມະນຸດທຸກຄົນ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ມະນຸດຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ສົມບູນ ແຕ່ເປັນຍ້ອນຄວາມສາມາດຂອງມະນຸດບໍ່ພຽງພໍໃນການຮັບເອົາພຣະທໍາຂອງພຣະອົງ. ສາມາດເວົ້າໄດ້ວ່າ ເກືອບບໍ່ມີມະນຸດຄົນໃດເລີຍທີ່ເຮັດຕາມຈຸດປະສົງຂອງພຣະເຈົ້າ. ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບເຈດຕະນາ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາສ້າງຂຶ້ນ ແລະ ປະເພນີຂອງພວກເຂົາເອງ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມຈຸດປະສົງຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອມະນຸດເລີ່ມຕົ້ນເຊື່ອໃນພຣະເຈົ້າ ເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາດສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິກິລິຍາຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຢາແຫ່ງຊີວິດຂອງພວກເຂົາເອງ. ກໍລະນີເຊັ່ນນັ້ນແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ ແລະ ເລີ່ມຕົ້ນຊີວິດໃໝ່ຫຼັງຈາກທີ່ເລີ່ມຕົ້ນເຊື່ອໃນພຣະເຈົ້າ. ບໍ່ມີໃຜສົນໃຈ ຫຼື ເຮັດຕາມພຣະທໍາຂອງພຣະເຈົ້າທີ່ເປັນຄວາມຈິງ.

ຕົວຢ່າງ ການເຊື່ອໃນພຣະເຢຊູ. ບໍ່ວ່າມະນຸດຜູ້ທີ່ເຊື່ອໃໝ່ ຫຼື ເປັນຜູ້ທີ່ເຊື່ອມາເປັນເວລາດົນແລ້ວກໍຕາມ ທຸກຄົນພຽງແຕ່ນໍາໃຊ້ “ພອນສະຫວັນ” ທີ່ພວກເຂົາມີ ແລະ ສະແດງໃຫ້ເຫັນເຖິງ “ທັກສະ” ທີ່ພວກເຂົາມີ. ມະນຸດພຽງແຕ່ເພີ່ມ “ຄວາມເຊື່ອໃນພຣະເຈົ້າ”, ເຊິ່ງເປັນຄຳສັບຫ້າຄຳ ເຂົ້າໃນຊີວິດປະຈຳວັນຂອງພວກເຂົາ, ແຕ່ບໍ່ໄດ້ສ້າງຄວາມປ່ຽນແປງຫຍັງໃຫ້ກັບຈິດໃຈຂອງພວກເຂົາ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເຕີບໂຕແມ່ນແຕ່ໜ້ອຍດຽວ. ການສະແຫວງຫາຂອງມະນຸດບໍ່ເຢັນບໍ່ຮ້ອນ. ເຂົາບໍ່ໄດ້ເວົ້າວ່າ ເຂົາບໍ່ເຊື່ອ ແຕ່ເຂົາບໍ່ໄດ້ມອບຕົນໃຫ້ກັບພຣະເຈົ້າຢ່າງບໍລິບູນ. ເຂົາບໍ່ເຄີຍຮັກພຣະເຈົ້າຢ່າງແທ້ຈິງ ຫຼື ເຊື່ອຟັງພຣະເຈົ້າ. ຄວາມເຊື່ອຂອງເຂົາໃນພຣະເຈົ້າແມ່ນທັງຈິງໃຈ ແລະ ແກ້ງເຮັດໄປພ້ອມໆກັນ; ເຂົາເຮັດຄືບໍ່ເຫັນ ແລະ ບໍ່ຈິງຈັງໃນການປະຕິບັດຄວາມເຊື່ອຂອງເຂົາ. ເຂົາສືບຕໍ່ຢູ່ໃນສະພາວະສັບສົນເຊັ່ນນີ້ຕັ້ງແຕ່ຕອນເລີ່ມຕົ້ນຈົນຮອດເວລາການຕາຍຂອງເຂົາ. ແລ້ວນີ້ຈະມີຄວາມໝາຍຫຍັງ? ວັນນີ້ ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງ, ເຈົ້າຕ້ອງເລີ່ມຕົ້ນຈາກເສັ້ນທາງທີ່ຖືກຕ້ອງ. ເມື່ອມີຄວາມເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນສະແຫວງຫາພຽງໄດ້ຮັບພອນເທົ່ານັ້ນ ແຕ່ພະຍາຍາມຮັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜ່ານການນໍາໄປສູ່ຄວາມສະຫວ່າງຂອງພຣະອົງ ແລະ ການສະແຫວງຫາຂອງເຈົ້າເອງ ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະອົງ, ສ້າງຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າເຊິ່ງມາຈາກຫົວໃຈຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະເຈົ້າແມ່ນແທ້ຈິງທີ່ສຸດ ເຊິ່ງບໍ່ມີໃຜສາມາດທຳລາຍ ຫຼື ຂວາງທາງຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະອົງໄດ້. ເມື່ອນັ້ນ ເຈົ້າຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ. ມັນພິສູດໃຫ້ເຫັນວ່າ ເຈົ້າເປັນຄົນຂອງພຣະເຈົ້າ ຍ້ອນຫົວໃຈຂອງເຈົ້າຖືກຄອບຄອງໂດຍພຣະເຈົ້າ ແລະ ເຈົ້າບໍ່ສາມາດຖືກຄອບຄອງໂດຍສິ່ງອື່ນອີກ. ຍ້ອນປະສົບການຂອງເຈົ້າ, ຜົນຕາມມາທີ່ເຈົ້າໄດ້ຮັບ ແລະ ພາລະກິດຂອງພຣະເຈົ້າ, ເຈົ້າຈຶ່ງສາມາດສ້າງຄວາມຮັກທີ່ບໍ່ມີເງື່ອນໄຂໃຫ້ກັບພຣະເຈົ້າ. ເມື່ອນັ້ນ ເຈົ້າຈະເປັນອິດສະຫຼະຈາກການຊັກນໍາຂອງຊາຕານ ແລະ ດຳລົງຊີວິດໃນແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ. ພຽງເມື່ອເຈົ້າໄດ້ຮັບອິດສະຫຼະຈາກອິດທິພົນແຫ່ງຄວາມມືດເທົ່ານັ້ນ ເຈົ້າຈຶ່ງສາມາດຖືວ່າໄດ້ຮັບເອົາພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ເຈົ້າຕ້ອງສະແຫວງຫາເປົ້າໝາຍນີ້. ນີ້ແມ່ນໜ້າທີ່ຂອງພວກເຈົ້າແຕ່ລະຄົນ. ບໍ່ມີໃຜທີ່ຄວນພໍໃຈໃນສິ່ງທີ່ພວກເຂົາເປັນ. ພວກເຈົ້າບໍ່ສາມາດສອງຈິດສອງໃຈໃນພາລະກິດຂອງພຣະເຈົ້າ ຫຼື ຖືເບົາໃນສິ່ງນັ້ນ. ພວກເຈົ້າຄວນຄິດເຖິງພຣະເຈົ້າຢູ່ທຸກປະການ ແລະ ຕະຫຼອດເວລາ ແລະ ເຮັດທຸກຢ່າງໂດຍເຫັນແກ່ຜົນປະໂຫຍດຂອງພຣະອົງ. ເມື່ອພວກເຈົ້າກ່າວ ຫຼື ເຮັດທຸກໆຢ່າງ ພວກເຈົ້າຄວນເຫັນແກ່ປະໂຫຍດຂອງຄົວເຮືອນຂອງພຣະເຈົ້າກ່ອນ. ມີພຽງແຕ່ສິ່ງນີ້ທີ່ເປັນການດຳເນີນຊີວິດຕາມຄວາມປະສົງຂອງພຣະເຈົ້າ.

(ຄັດຈາກບົດ “ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 394)

ຄວາມຜິດທີ່ໃຫຍ່ຫຼວງຂອງມະນຸດທີ່ເຊື່ອໃນພຣະເຈົ້າຄືການມີຄວາມເຊື່ອໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າບໍ່ມີຢູ່ຈິງໃນຊີວິດແທ້ຈິງຂອງເຂົາ. ແນ່ນອນ ມະນຸດທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງແມ່ນມາຈາກປາກຂອງມະນຸດ ແຕ່ພຣະເຈົ້າບໍ່ໄດ້ຢູ່ໃນຫົວໃຈຂອງເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງມະນຸດຊໍ້າແລ້ວຊໍ້າອີກ. ຍ້ອນມະນຸດບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງມະນຸດ ເພື່ອເຂົາຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕເຂົາເອງໃນການທົດລອງນັ້ນ. ຖ້າບໍ່ດັ່ງນັ້ນ ມະນຸດທັງໝົດຈະກາຍເປັນລູກຂອງອັກຄະເທວະດາ ແລະ ເລີ່ມເຮັດຜິດຫຼາຍຂຶ້ນເລື້ອຍໆ. ໃນຂະນະທີ່ມະນຸດເຊື່ອໃນພຣະເຈົ້າ ຄວາມຄາດໝາຍ ແລະ ເປົ້າໝາຍສ່ວນຕົວຈະຖືກປົດອອກໃນຂະນະທີ່ພຣະເຈົ້າຊຳລະເຂົາຢ່າງບໍ່ຢຸດຢັ້ງ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນມະນຸດຄົນນັ້ນ. ກ່ອນອື່ນ ພຣະເຈົ້າຊຳລະລ້າງມະນຸດໃຫ້ບໍລິສຸດ. ໃນຂະບວນການນີ້ ມະນຸດອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງມະນຸດ. ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາມະນຸດໄດ້ ແລະ ດ້ວຍວິທີນີ້ ຫົວໃຈຂອງມະນຸດຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ມະນຸດກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ; ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈແຫ່ງຄວາມຮັກໃຫ້ກັບພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ການມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ; ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ມະນຸດຄວນສະແຫວງຫາ. ເຈົ້າຄວນອຸທິດຄວາມພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະໄດ້ບັນລຸຜົນສຳເລັດໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າຈະສູນເປົ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງ ຄວາມເຊື່ອຂອງເຈົ້າກໍຈະຖືວ່າສົມບູນ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ໃນເສັ້ນທາງນີ້ ມະນຸດຫຼາຍຄົນສາມາດເວົ້າເຖິງຄວາມຮູ້ຕ່າງໆນາໆ ແຕ່ໃນເວລາແຫ່ງຄວາມຕາຍຂອງພວກເຂົາ ດວງຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ແລະ ພວກເຂົາຊັງໂຕເອງທີ່ໃຊ້ເວລາທັງຊີວິດຢ່າງສິ້ນເປືອງ ແລະ ດຳເນີນຊີວິດຢ່າງສູນເປົ່າ. ພວກເຂົາພຽງແຕ່ເຂົ້າໃຈທິດສະດີ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ ແລະ ເປັນພະຍານໃຫ້ກັບພຣະເຈົ້າໄດ້ ໂດຍທີ່ແລ່ນໄປນີ້ແດ່ຫັ້ນແດ່ຄືກັບເຜິ້ງທີ່ຫຍຸ້ງວຽກ; ເມື່ອພວກເຂົາໃກ້ຕາຍ ພວກເຂົາຈຶ່ງຮູ້ໃນຕອນສຸດທ້າຍວ່າ ພວກເຂົາຂາດຄຳພະຍານທີ່ແທ້ຈິງ ເຊິ່ງພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ ນີ້ບໍ່ແມ່ນເປັນສິ່ງທີ່ຊ້າເກີນໄປບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖືໂອກາດເວລາທີ່ມີຢູ່ ແລະ ສະແຫວງຫາຄວາມຈິງທີ່ເຈົ້າຮັກ? ເປັນຫຍັງຕ້ອງຖ້າໃຫ້ຮອດມື້ອື່ນ? ຖ້າໃນຊີວິດ ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ສະແຫວງຫາເພື່ອໄດ້ຮັບມັນມາ, ເປັນໄປໄດ້ບໍ່ວ່າ ເຈົ້າຕ້ອງການຄວາມຮູ້ສຶກເສຍໃຈໃນເວລາທີ່ກຳລັງຈະຕາຍ? ຖ້າເປັນດັ່ງນັ້ນ ເປັນຫຍັງຈຶ່ງຕ້ອງເຊື່ອໃນພຣະເຈົ້າ? ໃນຄວາມເປັນຈິງແລ້ວ ມີຫຼາຍຢ່າງທີ່ມະນຸດສາມາດເຮັດໄດ້ ພຽງແຕ່ເຂົາອຸທິດຄວາມພະຍາຍາມພຽງໜ້ອຍດຽວກໍສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ເປັນທີ່ພໍໃຈພຣະເຈົ້າໄດ້. ຫົວໃຈຂອງມະນຸດຖືກຄອບງໍາໂດຍຜີຮ້າຍ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສາມາດປະຕິບັດເພື່ອຜົນປະໂຫຍດຂອງພຣະເຈົ້າໄດ້. ກົງກັນຂ້າມ ເຂົາເດີນທາງໄປມາເພື່ອເນື້ອໜັງຂອງຕົນຢູ່ເລື້ອຍໆ ແລະ ບໍ່ໄດ້ຮັບຜົນປະໂຫຍດຫຍັງໃນທີ່ສຸດ. ຍ້ອນເຫດຜົນເຫຼົ່ານີ້ທີ່ມະນຸດມີບັນຫາ ແລະ ຄວາມທຸກທໍລະມານຢູ່ເລື້ອຍໆ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທໍລະມານຂອງຊາຕານບໍ? ນີ້ບໍ່ແມ່ນການເສື່ອມໂຊມຂອງເນື້ອໜັງບໍ? ເຈົ້າບໍ່ຄວນຫຼອກລວງພຣະເຈົ້າໂດຍການຮັບໃຊ້ແຕ່ປາກ. ກົງກັນຂ້າມ ເຈົ້າຕ້ອງເລີ່ມປະຕິບັດໃຫ້ມັນຈັບຕ້ອງໄດ້. ຢ່າຫຼອກລວງໂຕເອງ; ແບບນັ້ນຈະໄດ້ປະໂຫຍດຫຍັງ? ເຈົ້າຈະໄດ້ຮັບຫຍັງຈາກການດຳເນີນຊີວິດໂດຍເຫັນແກ່ເນື້ອໜັງຂອງໂຕເຈົ້າເອງ ແລະ ເຮັດວຽກໜັກເພື່ອຊື່ສຽງ ແລະ ຊັບສິນ?

(ຄັດຈາກບົດ “ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 395)

ບັດນີ້ ພວກເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງອານາຈັກ. ໃນປັດຈຸບັນ ພວກເຈົ້າເລີ່ມຕົ້ນເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງພວກເຈົ້າກໍຈະບໍ່ໂລເລ ແລະ ບໍ່ເປັນລະບົບລະບຽບແບບທີ່ພວກເຂົາເປັນກ່ອນໜ້ານີ້; ຊີວິດເຊັ່ນນັ້ນບໍ່ສາມາດບັນລຸຕາມມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈຍອມຮັບການຝຶກຝົນດັ່ງກ່າວນີ້ບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມໝາຍຂອງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕິສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະປະຕິບັດຫຍັງແດ່ ໃນເວລາທີ່ພົບກັບຄວາມເປັນຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ໃນປັດຈຸບັນ, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງຊີວິດ ແລະ ສະແຫວງຫາການປ່ຽນແປງທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນແຫ່ງອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນຈາກອານາຈັກ ແລະ ສະແຫວງຫາການປ່ຽນແປງທັດສະນະຄະຕິກ່ຽວກັບຊີວິດຂອງພວກເຂົາ. ນີ້ຄືສຶ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນຂອງອານາຈັກ.

ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນຂອງອານາຈັກມີດັ່ງລຸ່ມນີ້:

1. ພວກເຂົາຕ້ອງຍອມຮັບໜ້າທີ່ມອບໝາຍຂອງພຣະເຈົ້າ ເຊິ່ງເວົ້າໄດ້ວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໃນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ.

2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ.

3. ພວກເຂົາຕ້ອງສະແຫວງຫາເພື່ອໃຫ້ຫົວໃຈໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທຳມະດາ ເຈົ້າຈະມີຊີວິດຢູ່ໃນອານາຈັກແຫ່ງອິດສະລະພາບ, ເຊິ່ງໝາຍຄວາມວ່າ ເຈົ້າຈະມີຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງແຫ່ງຄວາມຮັກຂອງພຣະເຈົ້າ. ມີພຽງແຕ່ເວລາທີ່ເຈົ້າມີຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ເຈົ້າຈຶ່ງຈະເປັນຄົນຂອງພຣະເຈົ້າ.

4. ພວກເຂົາຕ້ອງຖືກຮັບໂດຍພຮະເຈົ້າ.

5. ພວກເຂົາຕ້ອງສະແດງເຖິງລັດສະໝີຂອງພຣະເຈົ້າເທິງແຜ່ນດິນໂລກ.

ຫ້າຫົວຂໍ້ນີ້ແມ່ນໜ້າທີ່ເຮົາມອບໝາຍໃຫ້ກັບພວກເຈົ້າ. ພຣະທຳຂອງເຮົາໄດ້ກ່າວຕໍ່ປະຊາຊົນຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຕັມໃຈຍອມຮັບເອົາໜ້າທີ່ເຫຼົ່ານີ້, ເຮົາຈະບໍ່ບັງຄັບເຈົ້າ ແຕ່ຖ້າເຈົ້າຍອມຮັບສິ່ງເຫຼົ່ານັ້ນຢ່າງແທ້ຈິງ ເຈົ້າກໍຈະສາມາດປະຕິບັດຄວາມປະສົງຂອງພຣະເຈົ້າໄດ້. ໃນປັດຈຸບັນ ພວກເຈົ້າເລີ່ມຍອມຮັບໜ້າທີ່ມອບໝາຍຂອງພຣະເຈົ້າ ແລະ ສະແຫວງຫາເພື່ອກາຍເປັນປະຊາຊົນຂອງອານາຈັກ ແລະ ບັນລຸຕາມມາດຕະຖານທີ່ຈຳເປັນສຳລັບປະຊາຊົນຂອງອານາຈັກ. ນີ້ຄືບາດກ້າວທຳອິດຂອງການເຂົ້າສູ່. ຖ້າເຈົ້າປາດຖະໜາປະຕິບັດຄວາມປະສົງຂອງພຣະເຈົ້າຢ່າງສົມບູນ ແລ້ວເຈົ້າຕ້ອງຍອມຮັບາໜ້າທີ່ມອບໝາຍທັງຫ້າເຫຼົ່ານີ້ ແລະ ຖ້າເຈົ້າສາມາດເຮັດສຳເລັດຫ້າຂໍ້ນັ້ນໄດ້ ເຈົ້າຈະເປັນຄົນທີ່ຕາມໃຈພຣະເຈົ້າ ແລະ ຖືກພຣະເຈົ້າໃຊ້ໄປໃນທາງທີ່ດີຢ່າງແນ່ນອນ. ສິ່ງທີ່ສຳຄັນໃນປັດຈຸບັນຄືການເຂົ້າສູ່ການຝຶກຝົນແຫ່ງອານາຈັກ. ການເຂົ້າສູ່ການຝຶກຝົນແຫ່ງອານາຈັກກ່ຽວພັນກັບຊີວິດທາງຝ່າຍວິນຍານ. ຜ່ານມາ ບໍ່ມີການສົນທະນາກ່ຽວກັບຊີວິດຝ່າຍວິນຍານ ແຕ່ໃນປັດຈຸບັນ ເມື່ອເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກ ເຈົ້າກໍເຂົ້າສູ່ຊີວິດຝ່າຍວິນຍານຢ່າງເປັນທາງການ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 396)

ຊີວິດຝ່າຍວິນຍານໝາຍເຖິງຊີວິດແບບໃດ? ຊີວິດຝ່າຍວິນຍານແມ່ນຊີວິດທີ່ຫົວໃຈຂອງພວກເຈົ້າໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນ ແລະ ສາມາດໃສ່ໃຈໃນຄວາມຮັກຂອງພຣະເຈົ້າ. ມັນເປັນການໃຊ້ຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ບໍ່ມີສິ່ງໃດສາມາດເຂົ້າຍຶດຄອງຫົວໃຈຂອງພວກເຈົ້າ ແລະ ພວກເຈົ້າສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ ແລະ ຖືກນໍາພາໂດຍແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນເພື່ອເຮັດໜ້າທີ່ຂອງພວກເຈົ້າໃຫ້ສຳເລັດ. ຊີວິດດັ່ງກ່າວລະຫວ່າງມະນຸດກັບພຣະເຈົ້າແມ່ນຊີວິດຝ່າຍວິນຍານ. ຖ້າພວກເຈົ້າບໍ່ສາມາດປະຕິບັດຕາມແສງສະຫວ່າງຂອງປັດຈຸບັນ, ຄວາມສຳພັນຂອງພວກເຈົ້າກັບພຣະເຈົ້າກໍຈະເກີດມີຄວາມຫ່າງເຫີນກັນຫຼາຍຂຶ້ນ. ຄວາມຫ່າງເຫີນນັ້ນອາດຈະຮ້າຍແຮງໄດ້ ແລະ ພວກເຈົ້າຈະບໍ່ມີຊີວິດຝ່າຍວິນຍານທຳມະດາ. ຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າແມ່ນສ້າງຂຶ້ນບົນພື້ນຖານຂອງການຍອມຮັບເອົາພຣະທຳຂອງພຣະເຈົ້າໃນປັດຈຸບັນ. ພວກເຈົ້າມີຊີວິດຝ່າຍວິນຍານທຳມະດາບໍ? ພວກເຈົ້າມີຄວາມສຳພັນກັບພຣະເຈົ້າເປັນປົກກະຕິບໍ? ພວກເຈົ້າເປັນຄົນທີ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ? ຖ້າພວກເຈົ້າສາມາດປະຕິບັດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແລະ ສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າພາຍໃນພຣະທຳຂອງພຣະອົງ ແລະ ເຂົ້າສູ່ພຣະທຳເຫຼົ່ານີ້ໄດ້ ແລ້ວພວກເຈົ້າກໍເປັນຄົນທີ່ປະຕິບັດຕາມກະແສແຫ່ງພຣະວິນຍານບໍລິສຸດ. ຖ້າພວກເຈົ້າບໍ່ປະຕິບັດຕາມກະແສແຫ່ງພຣະວິນຍານບໍລິສຸດ ແລ້ວພວກເຈົ້າກໍເປັນຄົນທີ່ບໍ່ສະແຫວງຫາຄວາມຈິງໂດຍບໍ່ຕ້ອງສົງໄສ. ພຣະວິນຍານບໍລິສຸດບໍ່ມີໂອກາດປະຕິບັດພາລະກິດໃນຄົນທີ່ບໍ່ມີຄວາມປາດຖະໜາຢາກປັບປຸງຕົນເອງ ແລະ ຜົນຕາມມາກໍຄື ຄົນເຫຼົ່ານັ້ນບໍ່ສາມາດຮວບຮວມກຳລັງຂອງພວກເຂົາ ແລະ ເປັນຄົນກຽດຄ້ານສະເໝີ. ໃນປັດຈຸບັນ ພວກເຈົ້າປະຕິບັດຕາມກະແສແຫ່ງພຣະວິນຍານບໍລິສຸດບໍ? ພວກເຈົ້າຢູ່ໃນກະແສແຫ່ງພຣະວິນຍານບໍລິສຸດບໍ? ພວກເຈົ້າພົ້ນຈາກສະພາວະຄວາມກຽດຄ້ານແລ້ວບໍ? ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ຮັບເອົາພຣະທຳຂອງພຣະເຈົ້າເປັນພື້ນຖານ ແລະ ປະຕິບັດຕາມແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນ; ພວກເຂົາທັງໝົດຢູ່ໃນກະແສແຫ່ງພຣະວິນຍານບໍລິສຸດ. ຖ້າພວກເຈົ້າເຊື່ອວ່າ ພຣະທຳຂອງພຣະເຈົ້ານັ້ນເປັນຈິງ ແລະ ຖືກຕ້ອງໂດຍບໍ່ມີຂໍ້ສົງໄສ ແລະ ຖ້າພວກເຈົ້າເຊື່ອພຣະທຳຂອງພຣະເຈົ້າ ບໍ່ວ່າພຣະອົງຈະກ່າວຫຍັງກໍຕາມ ແລ້ວພວກເຈົ້າກໍເປັນຄົນທີ່ສະແຫວງຫາການເຂົ້າສູ່ພາລະກິດຂອງພຣະເຈົ້າ ແລະ ດ້ວຍວິທີນີ້ ພວກເຈົ້າຈຶ່ງເຮັດສໍາເລັດຄວາມປະສົງຂອງພຣະເຈົ້າ.

ເພື່ອເຂົ້າສູ່ກະແສແຫ່ງພຣະວິນຍານບໍລິສຸດ ເຈົ້າຕ້ອງມີຄວາມສຳພັນເປັນປົກກະຕິກັບພຣະເຈົ້າ ແລະ ເຈົ້າຕ້ອງກຳຈັດສະພາວະທີ່ບໍ່ດີ້ນລົນໃຫ້ອອກຈາກຕົວເຈົ້າກ່ອນ. ບາງຄົນປະຕິບັດຕາມຄົນສ່ວນຫຼາຍຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ; ຄົນເຊັ່ນນັ້ນບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ ແລະ ມາດຕະຖານທີ່ພວກເຂົາສະແຫວງຫາກໍຕໍ່າເກີນໄປ. ມີພຽງແຕ່ການສະແຫວງຫາເພື່ອຮັກພຣະເຈົ້າ ແລະ ເພື່ອໃຫ້ພຣະເຈົ້າຮັບເອົາຈຶ່ງແມ່ນຄວາມປະສົງຂອງພຣະເຈົ້າ. ມີຫຼາຍຄົນພຽງແຕ່ໃຊ້ຈິດສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ສາມາດສະໜອງຕໍ່ຄວາມປະສົງຂອງພຣະເຈົ້າໄດ້; ຍິ່ງມາດຕະຖານທີ່ເຈົ້າສະແຫວງຫາສູງພຽງໃດ ມັນກໍຈະຍິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍພຽງນັ້ນ. ສໍາລັບບາງຄົນທີ່ເປັນຄົນທຳມະດາ ແລະ ຄົນທີ່ສະແຫວງຫາຄວາມຮັກສໍາລັບພຣະເຈົ້າ, ການເຂົ້າສູ່ອານາຈັກເພື່ອກາຍເປັນປະຊາຊົນຂອງພຣະເຈົ້າແມ່ນອະນາຄົດຢ່າງແທ້ຈິງຂອງພວກເຈົ້າ ແລະ ເປັນຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ; ບໍ່ມີໃຜທີ່ໄດ້ຮັບການອວຍພອນຫຼາຍໄປກວ່າພວກເຈົ້າອີກແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຍ້ອນວ່າຄົນທີ່ບໍ່ເຊື່ອພຣະເຈົ້າມີຊີວິດເພື່ອເນື້ອໜັງ ແລະ ພວກເຂົາມີຊີວິດເພື່ອຊາຕານ, ແຕ່ໃນປັດຈຸບັນ ພວກເຈົ້າມີຊີວິດຢູ່ເພື່ອພຣະເຈົ້າ ແລະ ມີຊີວິດຢູ່ເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຮົາກ່າວວ່າ ຊີວິດຂອງພວກເຈົ້າແມ່ນມີຄວາມໝາຍທີ່ສຸດ. ມີພຽງແຕ່ຄົນກຸ່ມນີ້ ເຊິ່ງເປັນຄົນທີ່ຖືກຄັດເລືອກໂດຍພຣະເຈົ້າຈຶ່ງສາມາດດໍາລົງຊີວິດທີ່ມີຄວາມໝາຍທີ່ສຸດໄດ້: ບໍ່ມີໃຜທີ່ຢູ່ເທິງແຜ່ນດິນໂລກສາມາດດຳລົງຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍດັ່ງກ່າວນັ້ນໄດ້. ຍ້ອນພວກເຈົ້າຖືກຄັດເລືອກໂດຍພຣະເຈົ້າ ແລະ ຖືກພຣະເຈົ້າຍົກຖານະຂຶ້ນ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມຮັກທີ່ພຣະເຈົ້າມີໃຫ້ກັບພວກເຈົ້າ, ພວກເຈົ້າຈຶ່ງໄດ້ເຂົ້າໃຈຊີວິດຢ່າງແທ້ຈິງ ແລະ ຮູ້ຈັກໃຊ້ຊີວິດທີ່ມີຄຸນຄ່າທີ່ສຸດ. ນີ້ບໍ່ແມ່ນຍ້ອນການສະແຫວງຫາຂອງພວກເຈົ້ານັ້ນດີ ແຕ່ຍ້ອນພຣະຄຸນຂອງພຣະເຈົ້າ; ຍ້ອນພຣະເຈົ້າເປັນຜູ້ທີ່ເປີດຕາແຫ່ງຈິດວິນຍານຂອງພວກເຈົ້າ ແລະ ຍ້ອນພຣະວິນຍານຂອງພຣະເຈົ້າທີ່ສຳຜັດຫົວໃຈຂອງພວກເຈົ້າ ໂດຍມອບໂອກາດທີ່ດີໃຫ້ພວກເຈົ້າໄດ້ມາຢູ່ຕໍ່ໜ້າພຣະອົງ. ຖ້າພຣະວິນຍານຂອງພຣະເຈົ້າບໍ່ໃຫ້ແສງສະຫວ່າງແກ່ເຈົ້າ, ແລ້ວເຈົ້າຈະບໍ່ສາມາດເຫັນໃນສິ່ງທີ່ງົດງາມກ່ຽວກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເຈົ້າຈະຮັກພຣະເຈົ້າ. ທັງໝົດນີ້ກໍຍ້ອນພຣະວິນຍານຂອງພຣະເຈົ້າໄດ້ສຳຜັດຫົວໃຈຂອງຄົນ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຫັນມາຫາພຣະເຈົ້າ. ບາງເທື່ອ ເມື່ອເຈົ້າກໍາລັງຊື່ນຊົມກັບພຣະທຳຂອງພຣະເຈົ້າ ຈິດວິນຍານຂອງເຈົ້າໄດ້ສຳຜັດ ແລະ ເຈົ້າຮູ້ສຶກວ່າ ເຈົ້າບໍ່ສາມາດຊ່ວຍໄດ້ນອກຈາກຮັກພຣະເຈົ້າ, ມີແຮງກ້າຢ່າງໃຫຍ່ຫຼວງພາຍໃນຕົວເຈົ້າ ແລະ ບໍ່ມີສິ່ງໃດທີ່ເຈົ້າບໍ່ສາມາດປ່ອຍວາງໄດ້. ຖ້າເຈົ້າຮູ້ສຶກແບບນີ້, ເຈົ້າແມ່ນໄດ້ຖືກພຣະວິນຍານຂອງພຣະເຈົ້າສຳຜັດ ແລະ ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ກ່າວວ່າ: “ໂອ ພຣະເຈົ້າ! ພວກຂ້ານ້ອຍໄດ້ຖືກກຳນົດຊະຕາໄວ້ລ່ວງໜ້າ ແລະ ຖືກເລືອກໂດຍພຣະອົງແລ້ວ. ລັດສະໝີຂອງພຣະອົງມອບຄວາມພາກພູມໃຈໃຫ້ແກ່ຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກມີກຽດຢ່າງຍິ່ງທີ່ໄດ້ເປັນປະຊາຊົນຄົນໜຶ່ງຂອງພຣະອົງ. ຂ້ານ້ອຍຈະສະລະທຸກສິ່ງ ແລະ ມອບທຸກຢ່າງເພື່ອປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ຈະພະຍາຍາມອຸທິດເວລາທັງໝົດຂອງຂ້ານ້ອຍ ແລະ ຕະຫຼອດທັງຊີວິດໃຫ້ກັບພຣະອົງ”. ເມື່ອເຈົ້າອະທິຖານແບບນີ້ ກໍຈະມີຄວາມຮັກທີ່ບໍ່ສິ້ນສຸດ ແລະ ຄວາມເຊື່ອຟັງທີ່ແທ້ຈິງໃນຫົວໃຈຂອງເຈົ້າຕໍ່ພຣະເຈົ້າ. ເຈົ້າເຄີຍມີປະສົບການດັ່ງກ່າວນີ້ບໍ? ຖ້າຄົນມັກໄດ້ຮັບການສຳຜັດໂດຍພຣະວິນຍານຂອງພຣະເຈົ້າຢູ່ຕະຫຼອດ, ພວກເຂົາແມ່ນເຕັມໃຈເປັນພິເສດເພື່ອອຸທິດຕົນເອງໃນຄຳອະທິຖານຂອງພວກເຂົາທີ່ມີຕໍ່ພຣະເຈົ້າ: “ໂອ ພຣະເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຫັນມື້ແຫ່ງລັດສະໝີພາບຂອງພຣະອົງ ແລະ ຂ້ານ້ອຍປາຖະໜາທີ່ຈະມີຊີວິດຢູ່ເພື່ອພຣະອົງ, ບໍ່ມີສິ່ງໃດທີ່ມີຄ່າ ຫຼື ມີຄວາມໝາຍໄປກວ່າການມີຊີວິດຢູ່ເພື່ອພຣະອົງອີກແລ້ວ ແລະ ຂ້ານ້ອຍບໍ່ມີຄວາມປາຖະໜາແມ່ນແຕ່ໜ້ອຍດຽວທີ່ຈະມີຊິວິດຢູ່ເພື່ອຊາຕານ ແລະ ເນື້ອໜັງ. ພຣະອົງຍົກຖານະຂ້ານ້ອຍຂຶ້ນໂດຍເຮັດໃຫ້ຂ້ານ້ອຍສາມາດມີຊີວິດຢູ່ເພື່ອພຣະອົງໄດ້ໃນທຸກມື້ນີ້”. ເມື່ອເຈົ້າໄດ້ອະທິຖານໃນລັກສະນະນີ້ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດຊ່ວຍໄດ້ ນອກຈາກມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ເຊິ່ງເຈົ້າຕ້ອງຮັບເອົາພຣະເຈົ້າ ແລະ ໃນຂະນະທີ່ເຈົ້າມີຊີວິດຢູ່ນັ້ນ ເຈົ້າຈະບໍ່ຢາກຕາຍຫາກບໍ່ໄດ້ຮັບເອົາພຣະເຈົ້າເທື່ອ. ເມື່ອກ່າວຄຳອະທິຖານແບບນັ້ນ ກໍຈະມີກໍາລັງໃຈທີ່ບໍ່ຮູ້ຈັກໝົດໃນຕົວເຈົ້າ ແລະ ເຈົ້າຈະບໍ່ຮູ້ວ່າ ມັນມາຈາກໃສ; ໃນຫົວໃຈຂອງເຈົ້າຈະມີພະລັງທີ່ບໍ່ມີຂີດຈຳກັດ ແລະ ເຈົ້າຈະມີຄວາມຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍແລະ ພຣະອົງເໝາະສົມທີ່ຈະຮັກ. ນີ້ແມ່ນເວລາທີ່ເຈົ້າຈະໄດ້ຮັບການສຳຜັດຈາກພຣະເຈົ້າ. ທຸກຄົນທີ່ມີປະສົບການດັ່ງກ່າວແມ່ນໄດ້ຮັບການສຳຜັດຈາກພຣະເຈົ້າ. ສຳລັບຄົນທີ່ມັກໄດ້ຮັບການສຳຜັດຈາກພຣະເຈົ້າ ກໍຈະມີການປ່ຽນແປງເກີດຂຶ້ນໃນຊີວິດຂອງພວກເຂົາ, ພວກເຂົາສາມາດຕັ້ງຄໍາໝັ້ນສັນຍາ ແລະ ເຕັມໃຈຮັບພຣະເຈົ້າຢ່າງສົມບູນ; ຄວາມຮັກຕໍ່ພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຂົາກໍແຂງແກ່ນ ແລະ ຫົວໃຈຂອງພວກເຂົາກໍຈະຫັນມາຫາພຣະເຈົ້າຢ່າງສົມບູນ; ພວກເຂົາບໍ່ສົນໃຈຕໍ່ຄອບຄົວ, ໂລກ, ຄວາມຫຍຸ້ງຍາກ ຫຼື ອະນາຄົດຂອງພວກເຂົາ ແລະ ພວກເຂົາເຕັມໃຈເພື່ອພະຍາຍາມອຸທິດເວລາທັງຊີວິດໃຫ້ກັບພຣະເຈົ້າ. ທຸກຄົນທີ່ໄດ້ຮັບການສຳຜັດໂດຍພຣະວິນຍານຂອງພຣະເຈົ້າແມ່ນຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ມີຄວາມຫວັງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 397)

ຄວາມສຳຄັນຫຼັກໃນການປະຕິບັດຕາມພຣະເຈົ້າກໍຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ການບັນລຸເຮັດສໍາເລັດຄວາມປະສົງຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າພົວພັນ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ປະຕິບັດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍຕາມ, ພຣະເຈົ້າກໍບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດຮັກສາສິ່ງເຫຼົ່ານັ້ນໄວ້ໄດ້ ແລ້ວພວກມັນກໍຈະເປັນອຸປະສັກທີ່ໃຫຍ່ຫຼວງໃນການເຂົ້າຫາຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາກໍປະຕິບັດຕາມບາດກ້າວຂອງພຣະເຈົ້າເຊັ່ນດຽວກັນ ແຕ່ພວກເຂົາບໍ່ສາມາດປະຕິບັດຕາມພຣະອົງຈົນຮອດປັດຈຸບັນ; ນີ້ຄືການໄດ້ຮັບພອນຂອງປະຊາຊົນແຫ່ງຍຸກສຸດທ້າຍ. ຄົນທີ່ສາມາດປະຕິບັດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າ ທີ່ພວກເຂົາຍອມປະຕິບັດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປທາງໃດກໍຕາມ ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແມ່ນບໍ່ໄດ້ເຂົ້າສູ່ພາລະກິດຂອງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍຕາມ ຫຼື ພວກເຂົາທົນທຸກທໍລະມານຫຼາຍພຽງໃດ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍຕາມ ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສແຫ່ງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ຂ້າງນອກຂອງກະແສແຫ່ງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ບໍ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍບໍ່ສາມາດເຮັດສິ່ງໃດໆທີ່ເໝາະສົມກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ອີງຕາມຄວາມປະສົງຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະອົງໄດ້. ພຣະເຈົ້າຕ້ອງການ ການຮັບໃຊ້ທີ່ເປັນໄປຕາມຫົວໃຈຂອງພຣະອົງເອງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດປະຕິບັດຕາມບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍມີຊີວິດຢູ່ທ່າມກາງແນວຄວາມຄິດຕ່າງໆນາໆ. ການຮັບໃຊ້ຂອງຄົນດັ່ງກ່າວແມ່ນຂັດຂວາງ ແລະ ລົບກວນ ແລະ ເປັນການຮັບໃຊ້ທີ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວພຣະເຈົ້າໄດ້ ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຮະເຈົ້າໄດ້. “ການປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ຄວາມສາມາດປະຕິບັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າໃນປັດຈຸບັນ, ມີຄວາມສາມາດໃນການເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ໃຫ້ສອດຄ່ອງກັບຖ້ອຍຄຳໃໝ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຖືວ່າຄົນນັ້ນໄດ້ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການເຫັນພຣະເຈົ້າ, ແຕ່ສາມາດຮູ້ຈັກຈິດໃຈຂອງພຣະເຈົ້າໂດຍຜ່ານພາລະກິດລ້າສຸດຂອງພຣະອົງໄດ້ເຊັ່ນກັນ ແລະ ສາມາດຮູ້ຈັກແນວຄວາມຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ທາດແທ້ຂອງມະນຸດຈາກພາລະກິດລ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດຮັບການປ່ຽນແປງອຸປະນິໄສເທື່ອລະໜ້ອຍໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ. ຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານແມ່ນຄົນທີ່ບໍ່ສາມາດປະຕິບັດພາລະກິດລ້າສຸດຂອງພຣະເຈົ້າໄດ້ ແລະ ຄົນທີ່ກະບົດຕໍ່ພາລະກິດລ້າສຸດຂອງພຣະເຈົ້າ. ເຫດຜົນທີ່ຄົນດັ່ງກ່າວຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍກໍຍ້ອນພຣະເຈົ້າໄດ້ສຳເລັດພາລະກິດໃໝ່ ແລະ ຍ້ອນພາບລັກຂອງພຣະເຈົ້າບໍ່ຄືກັນກັບສິ່ງທີ່ຢູ່ໃນແນວຄວາມຄິດຂອງພວກເຂົາ ເຊິ່ງຜົນຕາມມາກໍຄື ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ພິພາກສາພຣະອົງ, ເຊິ່ງການກະທໍາດັ່ງກ່າວໄດ້ນໍາໄປສູ່ຄວາມກຽດຊັງ ແລະ ການປະຕິເສດຈາກພຣະເຈົ້າ. ການມີຄວາມຮູ້ກ່ຽວກັບພາລະກິດລ້າສຸດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ, ແຕ່ຖ້າຄົນມີຈິດໃຈເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ສະແຫວງຫາພາລະກິດຂອງພຣະເຈົ້າ, ແລ້ວພວກເຂົາກໍຈະມີໂອກາດເຫັນພຣະເຈົ້າ ແລະ ຈະມີໂອກາດໄດ້ຮັບການນໍາພາໃໝ່ສຸດຂອງພຣະວິນຍານບໍລິສຸດ. ຄົນທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ່ສາມາດຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໄດ້ ຫຼື ການນໍາພາຈາກພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າຄົນສາມາດຮັບພາລະກິດລ້າສຸດຂອງພຣະເຈົ້າ ຫຼື ບໍ ແມ່ນຂຶ້ນຢູ່ກັບພຣະຄຸນຂອງພຣະເຈົ້າ, ມັນຂຶ້ນຢູ່ກັບການສະແຫວງຫາຂອງພວກເຂົາ ແລະ ມັນຂຶ້ນຢູ່ກັບເຈດຕະນາຂອງພວກເຂົາ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 398)

ທຸກຄົນທີ່ສາມາດເຊື່ອຟັງພຣະທໍາຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດວຽກໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດລ້າສຸດແມ່ນໄດ້ຮັບພອນຢ່າງຫຼວງຫຼາຍ ແລະ ຄົນທີ່ບໍ່ສາມາດປະຕິບັດພາລະກິດລ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດລ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການກ່າວວ່າ ພວກເຈົ້າຕ້ອງເປັນຍິງພົມມະຈັນ? ຍິງພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນ ສາມາດນໍາສິ່ງທີ່ເປັນແນວຄວາມຄິດເກົ່າໆອອກໄປ ແລະ ປະຕິບັດພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດຂອງປັດຈຸບັນ ແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບການອວຍພອນຫຼາຍທີ່ສຸດ. ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເຫັນການປາກົດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວທຸກຍຸກ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າ, ເຊິ່ງເປັນຄົນກຸ່ມນີ້. ທັງໝົດນີ້ແມ່ນຍ້ອນພາລະກິດຂອງພຣະເຈົ້າ, ຍ້ອນການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງພຣະເຈົ້າ ແລະ ຍ້ອນພຣະຄຸນຂອງພຣະເຈົ້າ; ຖ້າພຣະເຈົ້າບໍ່ເວົ້າ ແລະ ກ່າວພຣະທຳຂອງພຣະອົງ, ສະຖານະການຂອງພວກເຈົ້າຈະເປັນຄືດັ່ງທີ່ເປັນຢູ່ໃນປັດຈຸບັນນີ້ບໍ? ດ້ວຍເຫດນັ້ນ ຈົ່ງຂໍໃຫ້ລັດສະໝີ ແລະ ການສັນລະເສີນທັງໝົດຈົ່ງເປັນຂອງພຣະເຈົ້າ, ເພາະທຸກສິ່ງທຸກຢ່າງເກີດຂຶ້ນກໍຍ້ອນພຣະເຈົ້າຍົກສະຖານະຂອງພວກເຈົ້າຂຶ້ນ. ເມື່ອມີສິ່ງເຫຼົ່ານີ້ຢູ່ໃນຄວາມຄິດແລ້ວ, ເຈົ້າຍັງຈະກຽດຄ້ານຢູ່ອີກບໍ? ເຈົ້າຈະຍັງຂາດແຮງຈູງໃຈອີກຢູ່ບໍ?

ເຫດຜົນທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຊໍາລະລ້າງຂອງພຣະທຳຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄື ເຈົ້າສາມາດຮັບໜ້າທີ່ມອບໝາຍຈາກພຣະເຈົ້າ ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າໃນເວລາເບື້ອງຕົ້ນແລ້ວ, ດ້ວຍເຫດນັ້ນ ເຈົ້າບໍ່ຕ້ອງກັງວົນເກີນໄປເວລາທີ່ເຈົ້າຖືກຕີສອນ. ບໍ່ມີໃຜທີ່ສາມາດນໍາພາລະກິດທີ່ຖືກເຮັດໃຫ້ສຳເລັດໃນຕົວພວກເຈົ້າໄປໃສໄດ້ ແລະ ພອນທີ່ໄດ້ມອບໃຫ້ກັບພວກເຈົ້າ ແລະ ບໍ່ມີໃຜສາມາດນໍາທຸກສິ່ງທີ່ມອບໃຫ້ກັບພວກເຈົ້າໄປໃສໄດ້. ຄົນແຫ່ງສາສະໜາບໍ່ມີທາງທຽບກັບພວກເຈົ້າໄດ້. ພວກເຈົ້າບໍ່ມີຄວາມຊ່ຽວຊານທີ່ຍິ່ງໃຫຍ່ໃນພຣະຄຳພີ ແລະ ບໍ່ມີຄວາມຮູ້ກ່ຽວກັບທິດສະດີທາງສາສະໜາດ, ແຕ່ຍ້ອນພຣະເຈົ້າໄດ້ປະຕິບັດພາລະກິດໃນຕົວພວກເຈົ້າ, ພວກເຈົ້າຈຶ່ງໄດ້ຮັບຫຼາຍກວ່າຄົນອື່ນໆໃນທົ່ວທຸກຍຸກ ແລະ ດັ່ງນັ້ນ, ນີ້ຄືການໄດ້ຮັບພອນທີ່ຍິ່ງໃຫຍ່ຂອງພວກເຈົ້າ. ຍ້ອນສິ່ງນີ້, ພວກເຈົ້າຈຶ່ງຕ້ອງອຸທິດຕົນໃຫ້ກັບພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ຊື່ສັດກັບພຣະເຈົ້າຫຼາຍຂຶ້ນ. ຍ້ອນພຣະເຈົ້າຍົກສະຖານະເຈົ້າຂຶ້ນ, ເຈົ້າຕ້ອງເພີ່ມຄວາມພະຍາຍາມຂອງເຈົ້າ ແລະ ກຽມພ້ອມວຸທິພາວະຂອງເຈົ້າເພື່ອຍອມຮັບເອົາໜ້າທີ່ມອບໝາຍຈາກພຣະເຈົ້າ. ເຈົ້າຕ້ອງຍຶດໝັ້ນໃນບ່ອນທີ່ພຣະເຈົ້າໄດ້ມອບໃຫ້ກັບເຈົ້າ, ສະແຫວງຫາເພື່ອກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ຍອມຮັບການຝຶກຝົນແຫ່ງອານາຈັກ, ຍອມຖືກຮັບໂດຍພຣະເຈົ້າ ແລະ ໃນທີ່ສຸດກໍກາຍເປັນພະຍານທີ່ຍິ່ງໃຫຍ່ໃຫ້ກັບພຣະເຈົ້າ. ເຈົ້າມີຄວາມຕັ້ງໃຈເຫຼົ່ານີ້ບໍ? ຖ້າເຈົ້າມີຄວາມຕັ້ງໃຈຕໍ່ສິ່ງດັ່ງກ່າວ ແລ້ວໃນທີ່ສຸດ ເຈົ້າກໍຈະຖືກຮັບໂດຍພຣະເຈົ້າຢ່າງແນ່ນອນ ແລະ ຈະກາຍເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າ ໜ້າທີ່ຫຼັກກໍຄືການຖືກຮັບໂດຍພຣະເຈົ້າ ແລະ ການເປັນພະຍານຢ່າງສະຫງ່າລາສີໃຫ້ກັບພຣະເຈົ້າ. ນີ້ຄືຄວາມປະສົງຂອງພຣະເຈົ້າ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 399)

ພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນພະລັງຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ການສືບຕໍ່ເນື່ອງໃຫ້ຄວາມສະຫວ່າງແກ່ມະນຸດຂອງພຣະວິນຍານບໍລິສຸດໃນໄລຍະເວລານີ້ແມ່ນແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ແລ້ວແມ່ນຫຍັງຄືແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ? ມັນຄືການນຳພາປະຊາຊົນເຂົ້າສູ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຊີວິດຝ່າຍວິນຍານແບບທຳມະດາ. ມີຫຼາຍຂັ້ນຕອນທີ່ນໍາເຂົ້າສູ່ຊີວິດຝ່າຍວິນຍານແບບທຳມະດາ:

1. ຢ່າງທໍາອິດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃຫ້ກັບພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງບໍ່ສະແຫວງຫາພຣະທຳຂອງພຣະເຈົ້າໃນອະດີດ ແລະ ຕ້ອງບໍ່ສຶກສາພຣະທຳເຫຼົ່ານັ້ນ ຫຼື ປຽບທຽບກັບພຣະທຳໃນປັດຈຸບັນ. ກົງກັນຂ້າມ ເຈົ້າຕ້ອງເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າມີຄົນທີ່ຍັງປາດຖະໜາອ່ານພຣະທຳຂອງພຣະເຈົ້າ, ໜັງສືຝ່າຍວິນຍານ ຫຼື ບົດຄວາມເທດສະໜາອື່ນໆໃນອະດີດ ແລະ ເປັນຄົນທີ່ບໍ່ປະຕິບັດຕາມພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ພວກເຂົາກໍເປັນຄົນໂງ່ຈ້າທີ່ສຸດ; ພຣະເຈົ້າກຽດຊັງຄົນແບບນີ້. ຖ້າເຈົ້າເຕັມໃຈຍອມຮັບແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນ ແລ້ວຈົ່ງເທຫົວໃຈຂອງເຈົ້າໃຫ້ກັບພຣະທໍາຂອງພຣະເຈົ້າໃນປັດຈຸບັນຢ່າງສົມບູນ. ນີ້ຄືສິ່ງທໍາອີດທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ.

2. ເຈົ້າຕ້ອງອະທິຖານໂດຍອີງຕາມພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ຕ້ອງເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ພົວພັນກັບພຣະເຈົ້າ ແລະ ຕັ້ງຄໍາໝັ້ນສັນຍາຕໍ່ໜ້າພຣະເຈົ້າ, ສ້າງຕັ້ງມາດຕະຖານທີ່ເຈົ້າປາດຖະໜາເພື່ອສະແຫວງຫາຄວາມສຳເລັດ.

3. ເຈົ້າຕ້ອງສະແຫວງຫາການເຂົ້າສູ່ຄວາມຈິງບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນຢ່າງເລິກເຊິ່ງ. ຢ່າຍຶດຕິດກັບພຣະທໍາທີ່ລ້າສະໄໝ ແລະ ທິດສະດີຈາກອະດີດ.

4. ເຈົ້າຕ້ອງສະແຫວງຫາເພື່ອໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ.

5. ເຈົ້າຕ້ອງສະແຫວງຫາເພື່ອເຂົ້າສູ່ເສັ້ນທາງເດີນຂອງພຣະວິນຍານບໍລິສຸດໃນປັດຈຸບັນ.

ແລ້ວເຈົ້າສະແຫວງຫາເພື່ອໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດໄດ້ແນວໃດ? ສິ່ງທີ່ສຳຄັນກໍຄືການມີຊີວິດຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລະ ອະທິຖານບົນພື້ນຖານຄວາມຕ້ອງການຂອງພຣະເຈົ້າ. ເມື່ອໄດ້ອະທິຖານໃນລັກສະນະນີ້, ພຣະວິນຍານບໍລິສຸດຈະສຳຜັດເຈົ້າຢ່າງແນ່ນອນ. ຖ້າເຈົ້າບໍ່ສະແຫວງຫາໂດຍອີງຕາມພື້ນຖານແຫ່ງພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ມັນກໍຈະບໍ່ເກີດໝາກຜົນຫຍັງເລີຍ. ເຈົ້າຄວນອະທິຖານ ແລະ ເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍຕິດໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ; ຂ້ານ້ອຍບໍ່ເຊື່ອຟັງຫຼາຍ ແລະ ບໍ່ເຄີຍເຮັດໃຫ້ພຣະອົງພໍໃຈ. ໂອ ພຣະເຈົ້າ, ຂ້ານ້ອຍປາດຖະໜາຂໍໃຫ້ພຣະອົງຊ່ວຍຂ້ານ້ອຍໃຫ້ລອດພົ້ນ, ຂ້ານ້ອຍປາດຖະໜາຮັບໃຊ້ພຣະອົງຈົນເຖິງທີ່ສຸດ, ຂ້ານ້ອຍປາດຖະໜາທີ່ຈະຕາຍເພື່ອພຣະອົງ. ພຣະອົງຕັດສິນຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ຂ້ານ້ອຍບໍ່ມີຄວາມຕໍ່ວ່າໃດໆ; ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍສົມຄວນຕາຍ ເພື່ອວ່າທຸກຄົນອາດເຫັນຈິດໃຈອັນທ່ຽງທຳຂອງພຣະອົງໃນຄວາມຕາຍຂອງຂ້ານ້ອຍ”. ເມື່ອເຈົ້າອະທິຖານຈາກຫົວໃຈຂອງເຈົ້າໃນລັກສະນະນີ້ ພຣະເຈົ້າຈະໄດ້ຍິນເຈົ້າ ແລະ ຈະນຳພາເຈົ້າ; ຖ້າເຈົ້າບໍ່ອະທິຖານບົນພື້ນຖານພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ກໍບໍ່ມີຄວາມເປັນໄປໄດ້ທີ່ພຣະວິນຍານບໍລິສຸດຈະສຳຜັດເຈົ້າ. ຖ້າເຈົ້າອະທິຖານຕາມຄວາມປະສົງຂອງພຣະອົງ ແລະ ຕາມສິ່ງທີ່ພຣະເຈົ້າປາດຖະໜາຢາກເຮັດໃນປັດຈຸບັນ, ເຈົ້າຈະເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍປາດຖະໜາທີ່ຈະຍອມຮັບໜ້າທີ່ມອບໝາຍຂອງພຣະອົງ ແລະ ຊື່ສັດກັບໜ້າທີ່ມອບໝາຍຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງຂ້ານ້ອຍເພື່ອລັດສະໝີຂອງພຣະເຈົ້າ, ເພື່ອວ່າທຸກສິ່ງທີ່ຂ້ານ້ອຍເຮັດຈະສາມາດບັນລຸຕາມມາດຕະຖານຂອງປະຊາຊົນຂອງພຣະເຈົ້າ. ຂໍໃຫ້ຫົວໃຈຂອງຂ້ານ້ອຍໄດ້ຮັບການສຳຜັດຈາກພຣະອົງ. ຂ້ານ້ອຍປາດຖະໜາທີ່ຈະໃຫ້ພຣະວິນຍານຂອງພຣະອົງໃຫ້ແສງສະຫວ່າງແກ່ຕົວຂ້ານ້ອຍ, ເຮັດໃຫ້ສິ່ງທີ່ຂ້ານ້ອຍປະຕິບັດທັງໝົດນໍາຄວາມອັບອາຍມາສູ່ຊາຕານ, ເພື່ອໃນທີ່ສຸດ ຂ້ານ້ອຍຈະຖືກຮັບໂດຍພຣະອົງ”. ຖ້າເຈົ້າອະທິຖານໃນລັກສະນະນີ້, ໂດຍເນັ້ນໃສ່ຄວາມປະສົງຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ມັນບໍ່ກ່ຽວກັບວ່າ ໃນຄໍາອະທິຖານຂອງເຈົ້າມີພຣະທຳຫຼາຍພຽງໃດ, ສິ່ງທີ່ສໍາຄັນຄືເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ບໍ. ພວກເຈົ້າທຸກຄົນອາດມີປະສົບການດັ່ງຕໍ່ໄປນີ້: ບາງເທື່ອ ໃນເວລາອະທິຖານຢູ່ໃນບ່ອນຊຸມນຸມ, ພະລັງຂອງພາລະກິດຂອງພຣະວິນຍານບໍລິສຸດແຂງກ້າເຖິງຈຸດສູງສຸດ ເຮັດໃຫ້ທຸກຄົນມີກໍາລັງລຸກຂຶ້ນ. ບາງຄົນຮ້ອງໄຫ້ຢ່າງຂົມຂື່ນ, ສະອື້ນດ້ວຍນໍ້າຕາໃນເວລາອະທິຖານ ແລະ ເອົາຊະນະຄວາມສຳນຶກຜິດຕໍ່ໜ້າພຣະເຈົ້າ; ບາງຄົນສະແດງຄວາມຕັ້ງໃຈຂອງພວກເຂົາ ແລະ ກ່າວຄຳໝັ້ນສັນຍາ. ສິ່ງດັ່ງກ່າວແມ່ນຜົນໄດ້ຮັບຈາກພາລະກິດຂອງພຣະວິນຍານບໍລິສຸດ. ໃນປັດຈຸບັນນີ້ ມັນສຳຄັນທີ່ທຸກຄົນເທຫົວໃຈຂອງພວກເຂົາທັງໝົດໃຫ້ກັບພຣະທຳຂອງພຣະເຈົ້າ. ຢ່າໃສ່ໃຈກັບພຣະທຳທີ່ຖືກກ່າວກ່ອນໜ້ານີ້; ຖ້າເຈົ້າຍັງຍຶດຕິດກັບສິ່ງທີ່ມາກ່ອນໜ້ານີ້, ແລ້ວພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ເຈົ້າເຫັນບໍວ່າ ສິ່ງນີ້ສຳຄັນພຽງໃດ?

ພວກເຈົ້າຮູ້ຈັກເສັ້ນທາງເດີນຂອງພຣະວິນຍານບໍລິສຸດໃນປັດຈຸບັນບໍ? ຫົວຂໍ້ຫຼາຍຫົວຂໍ້ຂ້າງເທິງແມ່ນສິ່ງທີ່ພຣະວິນຍານບໍລິສຸດຈະເຮັດໃຫ້ສຳເລັດໃນປັດຈຸບັນ ແລະ ໃນອະນາຄົດ; ຫົວຂໍ້ເຫຼົ່ານັ້ນແມ່ນເສັ້ນທາງເດີນຂອງພຣະວິນຍານບໍລິສຸດ ແລະ ການເຂົ້າສູ່ທີ່ມະນຸດຄວນສະແຫວງຫາ. ໃນການເຂົ້າສູ່ຊີວິດຂອງເຈົ້າ ຢ່າງໜ້ອຍ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃຫ້ກັບພຣະທຳຂອງພຣະເຈົ້າ ແລະ ສາມາດຍອມຮັບການພິພາກສາ ແລະ ການຕີສອນແຫ່ງພຣະທຳຂອງພຣະເຈົ້າ; ຫົວໃຈຂອງເຈົ້າຕ້ອງປາດຖະໜາຫາພຣະເຈົ້າ, ເຈົ້າຕ້ອງສະແຫວງຫາການເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງ ແລະ ຈຸດປະສົງທີ່ພຣະເຈົ້າຕ້ອງການ. ເມື່ອເຈົ້າມີກຳລັງເຊັ່ນນີ້ ແລ້ວສິ່ງນັ້ນສະແດງໃຫ້ເຫັນວ່າ ເຈົ້າໄດ້ຮັບການສຳຜັດໂດຍພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍເລີ່ມຫັນມາຫາພຣະເຈົ້າແລ້ວ.

ຂັ້ນຕອນທຳອິດຂອງການເຂົ້າສູ່ຊີວິດແມ່ນເທຫົວໃຈໃຫ້ກັບພຣະທຳຂອງພຣະເຈົ້າຢ່າງສົມບູນ ແລະ ຂັ້ນຕອນທີສອງແມ່ນຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ. ແມ່ນຫຍັງຄືຜົນທີ່ຈະໄດ້ຮັບຈາກການຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ? ຜົນຈະໄດ້ຮັບກໍຄື ຄວາມສາມາດໃນການປາດຖະໜາ, ຄວາມສະແຫວງຫາ ແລະ ການຄົ້ນຫາຄວາມຈິງທີ່ເລິກເຊິ່ງຫຼາຍຂຶ້ນ ແລະ ຄວາມສາມາດໃນການຮ່ວມມືກັບພຣະເຈົ້າໃນທາງທີ່ດີ. ໃນປັດຈຸບັນ ເຈົ້າຮ່ວມມືກັບພຣະເຈົ້າ ເຊິ່ງເວົ້າໄດ້ວ່າ ມີຈຸດປະສົງໃນການສະແຫວງຫາຂອງເຈົ້າ, ຄຳອະທິຖານຂອງເຈົ້າ ແລະ ການທີ່ເຈົ້າພົວພັນກັບພຣະທຳຂອງພຣະເຈົ້າ ແລະ ເຈົ້າປະຕິບັດໜ້າທີ່ຂອງເຈົ້າໃຫ້ສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າ, ມີແຕ່ການປະຕິບັດແບບນີ້ເທົ່ານັ້ນຄືການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າພຽງແຕ່ເວົ້າ ແລະ ປ່ອຍໃຫ້ພຣະເຈົ້າເຮັດ, ແຕ່ບໍ່ໄດ້ລົງມືປະຕິບັດ ຫຼື ອະທິຖານ ຫຼື ສະແຫວງຫາ, ແລ້ວສິ່ງນີ້ແມ່ນການຮ່ວມມືບໍ? ຖ້າເຈົ້າບໍ່ມີການຮ່ວມມືໃດໆໃນຕົວເຈົ້າ ແລະ ປາດສະຈາກການຝຶກຝົນເພື່ອການເຂົ້າສູ່ຢ່າງມີຈຸດໝາຍປາຍທາງ, ເຈົ້າກໍບໍ່ໄດ້ໃຫ້ຄວາມຮ່ວມມື. ບາງຄົນກ່າວວ່າ: “ທຸກສິ່ງຂຶ້ນຢູ່ກັບການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ, ພຣະເຈົ້າເລີຍເປັນຜູ້ປະຕິບັດທຸກສິ່ງໂດຍພຣະອົງເອງ; ຖ້າພຣະເຈົ້າບໍ່ປະຕິບັດ, ແລ້ວມະນຸດຈະປະຕິບັດໄດ້ແນວໃດ?” ພາລະກິດຂອງພຣະເຈົ້າແມ່ນທຳມະດາ ແລະ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ ແລະ ມີພຽງແຕ່ຜ່ານການສະແຫວງຫາຢ່າງກະຕືລືລົ້ນຂອງເຈົ້າເທົ່ານັ້ນທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ຍ້ອນພຣະເຈົ້າບໍ່ບັງຄັບມະນຸດ; ເຈົ້າຕ້ອງມອບໂອກາດໃຫ້ພຣະເຈົ້າປະຕິບັດພາລະກິດ ແລະ ຖ້າເຈົ້າບໍ່ສະແຫວງຫາ ຫຼື ເຂົ້າສູ່ ແລະ ຖ້າບໍ່ມີຄວາມປາດຖະໜາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ, ພຣະເຈົ້າກໍຈະບໍ່ມີໂອກາດປະຕິບັດພາລະກິດນັ້ນໄດ້. ເຈົ້າສາມາດສະແຫວງຫາການສຳຜັດຈາກພຣະເຈົ້າດ້ວຍວິທີໃດ? ຜ່ານຄຳອະທິຖານ ແລະ ການເຂົ້າໃກ້ຊິດພຣະເຈົ້າ. ແຕ່ສິ່ງທີ່ສຳຄັນທີ່ສຸດ, ຈົ່ງຈື່ວ່າ ສິ່ງນັ້ນຕ້ອງຢູ່ບົນພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວເທົ່ານັ້ນ. ເມື່ອເຈົ້າຖືກສຳຜັດໂດຍພຣະວິນຍານຢູ່ຕະຫຼອດ, ເຈົ້າກໍບໍ່ຕົກເປັນທາດຂອງເນື້ອໜັງ: ສາມີ, ພັນລະຍາ, ລູກ ແລະ ເງິນ; ສິ່ງເຫຼົ່ານີ້ບໍ່ສາມາດຜູກມັດເຈົ້າໄດ້ ແລະ ເຈົ້າກໍຈະມີແຕ່ຄວາມປາດຖະໜາເພື່ອສະແຫວງຫາຄວາມຈິງ ແລະ ເພື່ອມີຊີວິດຢູ່ຕໍ່ໜ້າພຣະເຈົ້າ. ເມື່ອນັ້ນ, ເຈົ້າກໍຈະເປັນຄົນທີ່ມີຊີວິດຢູ່ໃນອານາຈັກແຫ່ງອິດສະລະພາບຢ່າງແທ້ຈິງ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 400)

ພຣະເຈົ້າຕັ້ງໃຈເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍຕາມ, ທັງໝົດກໍເພື່ອຜົນປະໂຫຍດໃນການສ້າງໃຫ້ຜູ້ຄົນເຫຼົ່ານີ້ສົມບູນແບບ. ພຣະທໍາທີ່ກ່າວຈາກມຸມມອງຂອງພຣະວິນຍານແມ່ນຍາກສໍາລັບມະນຸດທີ່ຈະເຂົ້າໃຈ ແລະ ມະນຸດບໍ່ສາມາດຊອກຫາເສັ້ນທາງໃນການປະຕິບັດຂອງພວກເຂົາໄດ້ ເພາະວ່າລະດັບຄວາມສາມາດໃນການເຂົ້າໃຈຂອງພວກເຂົາແມ່ນມີຄວາມຈໍາກັດ. ພາລະກິດຂອງພຣະເຈົ້າແມ່ນບັນລຸຜົນທີ່ແຕກຕ່າງກັນ ແລະ ພຣະອົງມີເປົ້າໝາຍໃນການປະຕິບັດພາລະກິດທຸກຂັ້ນຕອນຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະອົງຈໍາເປັນຕ້ອງກ່າວຈາກມຸມມອງທີ່ແຕກຕ່າງກັນ ເພາະມີພຽງການກະທໍາແບບນີ້ເທົ່ານັ້ນ ທີ່ພຣະອົງຈຶ່ງຈະສາມາດເຮັດໃຫ້ມະນຸດສົມບູນແບບໄດ້. ຖ້າພຣະອົງພຽງແຕ່ກ່າວຈາກມຸມມອງຂອງພຣະວິນຍານເທົ່ານັ້ນ, ຂັ້ນຕອນພາລະກິດນີ້ຂອງພຣະອົງກໍຈະບໍ່ມີທາງສໍາເລັດໄດ້. ຈາກນໍ້າສຽງທີ່ພຣະອົງກ່າວ, ເຈົ້າສາມາດເຫັນໄດ້ວ່າ ພຣະອົງຕັ້ງໃຈເພື່ອສ້າງໃຫ້ຄົນກຸ່ມນີ້ສົມບຸນແບບ. ສໍາລັບທຸກຄົນທີ່ປາຖະໜາຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ຂັ້ນຕອນທໍາອິດທີ່ເຈົ້າຄວນເຮັດຄືຫຍັງ? ທໍາອິດ ພວກເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ເນື່ອງຈາກວ່າ ວິທິການໃໝ່ຖືກນໍາໃຊ້ ແລະ ຍຸກສະໄໝໄດ້ປ່ຽນແປງ, ວິທີປະຕິບັດພາລະກິດ ແລະ ການກ່າວຂອງພຣະເຈົ້າໄດ້ປ່ຽນແປງເຊັ່ນກັນ. ປັດຈຸບັນ ບໍ່ແມ່ນພຽງແຕ່ວິທີການຂອງພາລະກິດຂອງພຣະອົງເທົ່ານັ້ນທີ່ປ່ຽນແປງ ແຕ່ຍຸກກໍໄດ້ປ່ຽນແປງເຊັ່ນກັນ. ປັດຈຸບັນແມ່ນຍຸກແຫ່ງອານາຈັກ. ມັນຍັງເປັນຍຸກແຫ່ງການຮັກພຣະເຈົ້າ. ມັນແມ່ນຕົວຢ່າງຂອງຍຸກແຫ່ງອານາຈັກພັນປີ ເຊິ່ງຍັງເປັນຍຸກແຫ່ງພຣະທໍາອີກດ້ວຍ ແລະ ເປັນຍຸກທີ່ພຣະເຈົ້າໃຊ້ຫຼາຍວິທີໃນການກ່າວເພື່ອເຮັດໃຫ້ມະນຸດສົມບູນ ແລະ ກ່າວຈາກມຸມມອງທີ່ແຕກຕ່າງກັນເພື່ອສະໜອງໃຫ້ແກ່ມະນຸດ. ພໍກ້າວເຂົ້າຍຸກແຫ່ງອານາຈັກພັນປີ, ພຣະເຈົ້າກໍເລິ່ມໃຊ້ພຣະທໍາເພື່ອສ້າງໃຫ້ມະນຸດສົມບູນແບບ, ເຮັດໃຫ້ມະນຸດສາມາດເຂົ້າສູ່ຊີວິດຂອງຄວາມເປັນຈິງ ແລະ ນໍາພາມະນຸດໄປສູ່ເສັ້ນທາງທີ່ຖືກຕ້ອງ. ມະນຸດໄດ້ປະສົບກັບຫຼາຍຂັ້ນຕອນຂອງພາລະກິດຂອງພຣະອົງ ແລະ ເຫັນພາລະກິດຂອງພຣະອົງບໍ່ໄດ້ມີການປ່ຽນແປງ. ແຕ່ກົງກັນຂ້າມ, ພາລະກິດດັ່ງກ່າວໄດ້ວິວັດ ແລະ ລົງເລິກຢ່າງຕໍ່ເນື່ອງ. ຫຼັງຈາກທີ່ຜູ້ຄົນຜະເຊີນກັບມັນເປັນເວລາດົນ, ພາລະກິດຂອງພຣະອົງໄດ້ຜັນປ່ຽນຫຼາຍຄັ້ງ ແລະ ມີການປ່ຽນແປງຢູ່ຕະຫຼອດ. ແຕ່ເຖິງແມ່ນວ່າ ຈະມີການປ່ຽນແປງຫຼາຍຄັ້ງກໍຕາມ ພາລະກິດດັ່ງກ່າວແມ່ນບໍ່ເຄີຍອອກນອກຈຸດປະສົງຂອງພຣະເຈົ້າໃນການນໍາຄວາມລອດພົ້ນມາສູ່ມະນຸດຊາດ. ເຖິງແມ່ນວ່າຈະມີການປ່ຽນແປງສິບພັນເທື່ອກໍຕາມ, ມັນກໍບໍ່ເຄີຍຫັນເຫອອກຈາກຈຸດປະສົງເດີມຂອງມັນ. ບໍ່ວ່າວິທີການແຫ່ງພາລະກິດຂອງພຣະເຈົ້າອາດປ່ຽນແປງແນວໃດກໍຕາມ, ພາລະກິດນີ້ກໍບໍ່ເຄີຍຈາກຄວາມຈິງ ຫຼື ຈາກຊີວິດໄປຈັກເທື່ອ. ການປ່ຽນແປງວິທີການປະຕິບັດພາລະກິດ ແມ່ນພຽງເປັນການປ່ຽນແປງຮູບແບບຂອງພາລະກິດ ແລະ ມຸມມອງຂອງການກ່າວເທົ່ານັ້ນ, ບໍ່ແມ່ນເປັນການປ່ຽນແປງເປົ້າໝາຍຫຼັກຂອງພາລະກິດຂອງພຣະອົງ. ການປ່ຽນແປງນໍ້າສຽງ ແລະ ວິທີການຂອງພາລະກິດ ແມ່ນເພື່ອປະສົບຜົນສໍາເລັດ. ການປ່ຽນນໍ້າສຽງ ບໍ່ໄດ້ໝາຍຄວາມວ່າ ເປັນການປ່ຽນຈຸດປະສົງ ຫຼື ຫຼັກການທີ່ຢູ່ເບື້ອງຫຼັງຂອງພາລະກິດ. ຈຸດປະສົງຫຼັກທີ່ມະນຸດເຊື່ອໃນພຣະເຈົ້າກໍເພື່ອການສະແຫວງຫາຊີວິດ. ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຊີວິດ ຫຼື ຄົ້ນຫາຄວາມຈິງ ຫຼື ຄວາມຮູ້ຈາກພຣະເຈົ້າ, ນີ້ກໍບໍ່ແມ່ນການເຊື່ອພຣະເຈົ້າ! ເຈົ້າຍັງຕ້ອງໄດ້ຊອກຫາທາງເຂົ້າສູ່ອານາຈັກເພື່ອເປັນກະສັດ, ແລ້ວນີ້ແມ່ນຄວາມເປັນຈິງບໍ່? ການໄດ້ມອບຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າໂດຍຜ່ານການຄົ້ນຫາຊີວິດ, ນີ້ຄືຄວາມເປັນຈິງ; ການສະແຫວງຫາ ແລະ ການປະຕິບັດຄວາມຈິງ, ສິ່ງເຫຼົ່ານີ້ຄືຄວາມເປັນຈິງ. ການສໍາພັດພຣະທໍາຂອງພຣະເຈົ້າດ້ວຍການອ່ານພຣະທໍາຂອງພຣະອົງ ແລະ ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະເຂົ້າໃຈພຣະເຈົ້າ ໂດຍຜ່ານປະສົບການຕົວຈິງ. ນີ້ແມ່ນຮູບແບບຂອງການສະແຫວງຫາຢ່າງແທ້ຈິງ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 401)

ປັດຈຸບັນຄືຍຸກແຫ່ງອານາຈັກ, ການທີ່ເຈົ້າຈະໄດ້ເຂົ້າສູ່ຍຸກໃໝ່ນີ້ໄດ້ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຄວາມເປັນຈິງແຫ່ງຊີວິດຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ເປີດເຜີຍຕໍ່ມະນຸດຢ່າງທົ່ວເຖິງ ເພື່ອວ່າໃນທີ່ສຸດ ມະນຸດທຸກຄົນຈະໄດ້ດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາ ແລະ ພຣະທໍາຂອງພຣະເຈົ້າ ຈະໃຫ້ຄວາມຮູ້ແຈ້ງ ແລະ ແສງສະຫວ່າງແກ່ຈິດໃຈມະນຸດທຸກຄົນ. ຖ້າໃນໄລຍະເວລານີ້ ເຈົ້າຍັງລັ່ງເລໃຈ ແລະ ບໍ່ສົນໃຈອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈພຣະທໍາຂອງພຣະອົງ ນັ້ນກໍສະແດງວ່າ ສະພາບຈິດໃຈຂອງເຈົ້າຜິດປົກກະຕິ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດໃນຕົວເຈົ້າ. ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ໃນຕອນນີ້, ຕອນທີ່ຍຸກແຫ່ງພຣະທໍາໄດ້ເລິ່ມຂຶ້ນ ເພື່ອສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ພຣະເຈົ້າຈະນໍາເອົາຄວາມເປັນຈິງມາສູ່ບັນດາພວກເຈົ້າ ເຊິ່ງມະນຸດທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ. ມະນຸດທຸກຄົນຕ້ອງໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນໂລກແຫ່ງຄວາມຈິງຂອງພວກເຂົາ ແລະ ມີຫົວໃຈທີ່ເຄົາລົບບູຊາຕໍ່ພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບອໍານາດແບບກະສັດ ຮ່ວມກັບພຣະເຈົ້າ. ນີ້ແມ່ນພາະລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດຢູ່ໄດ້ໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ປັດຈຸບັນນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ຖ້າບໍ່ໄດ້ອ່ານພຣະທໍາຂອງພຣະເຈົ້າ ພວກເຂົາຈະບໍ່ສາມາດຢູ່ໄດ້ແມ່ນແຕ່ໜຶ່ງ ຫຼື ສອງມື້. ພວກເຂົາຕ້ອງອ່ານພຣະທໍາຂອງພຣະອົງທຸກມື້ ແລະ ຖ້າບໍ່ມີເວລາອ່ານ ຂໍໃຫ້ໄດ້ຟັງກໍພໍໃຈແລ້ວ. ນີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ມະນຸດ ແລະ ນີ້ຄືວິທີທີ່ພຣະອົງເລີ່ມຕົ້ນເຮັດໃຫ້ມະນຸດເຊື່ອໃນພຣະອົງ. ນັ້ນກໍຄື ພຣະອົງປົກຄອງມະນຸດໂດຍຜ່ານພຣະທໍາ ເພື່ອມະນຸດຈະໄດ້ເຂົ້າສູ່ໂລກຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ. ຖ້າວ່າ ຫຼັງຈາກພຽງແຕ່ມື້ດຽວ ທີ່ເຈົ້າບໍ່ໄດ້ກິນ ແລະ ດຶ່ມພຣະທໍາຂອງພຣະເຈົ້າ ແລ້ວເຈົ້າຮູ້ສຶກມືດມົນ, ໃຝ່ຫາ ແລະ ເຈົ້າຮູ້ສຶກວ່າມັນເປັນສິ່ງທີ່ຮັບບໍ່ໄດ້, ນີ້ສະແດງວ່າເຈົ້າຖືກດົນໃຈໂດຍພຣະວິນຍານບໍລິສຸດ ແລະ ພຣະອົງບໍ່ໄດ້ຫັນໜ້າໜີຈາກເຈົ້າເລີຍ. ສະນັ້ນ ເຈົ້າຄືຄົນໜຶ່ງທີ່ຢຸໃນກະແສນີ້. ເຖິງຢ່າງໃດກໍຕາມ, ຖ້າວ່າ ພາຍຫຼັງໜຶ່ງ ຫຼື ສອງມື້ທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລ້ວເຈົ້າບໍ່ຮູ້ສຶກຫຍັງ ແລະ ບໍ່ໄດ້ໃຝ່ຫາ ຫຼື ບໍ່ໄດ້ດົນໃຈຫຍັງຈັກຢ່າງ, ນີ້ກໍສະແດງວ່າ ພຣະວິນຍານບໍລິສຸດໄດ້ຫັນໜີ້ຈາກເຈົ້າແລ້ວ. ນີ້ໝາຍຄວາມວ່າ ມີບາງສິ່ງທີ່ຜິດປົກກະຕິຢູ່ໃນສະພາບພາຍໃນຂອງເຂົ້າ; ເຈົ້າບໍ່ໄດ້ເຂົ້າສູ່ຍຸກແຫ່ງພຣະທໍາ ແລະ ເຈົ້າເປັນຄົນທີ່ລ້າຫຼັງ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງມະນຸດ, ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າກາຍເປັນອາຫານຂອງມະນຸດ ແລະ ພະລັງທີ່ພັກດັນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ”. ນີ້ຄືພາລະກິດທີ່ພຣະເຈົ້າຈະນໍາມາສູ່ຄວາມສໍາເລັດໃນມື້ນີ້. ພຣະອົງຈະບັນລຸຜົນຄວາມຈິງນີ້ໃນພວກເຈົ້າ. ດ້ວຍເຫດໃດມະນຸດໃນອະດີດຈຶ່ງສາມາດຢູ່ໄດ້ຫຼາຍມື້ໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າ ແຕ່ສາມາດກິນ ແລະ ເຮັດວຽກງານໄດ້ແບບປົກກະຕິ? ເຫດໃດໃນປັດຈຸບັນຄືບໍ່ແມ່ນແນວນັ້ນ? ໃນຍຸກນີ້, ພຣະເຈົ້າ ສ່ວນໃຫຍ່ແມ່ນໃຊ້ພຣະທໍາເພື່ອປົກຄອງທຸກສິ່ງ. ມະນຸດຖືກພິພາກສາ ແລະ ເຮັດໃຫ້ສົມບູນແບບໂດຍຜ່ານພຣະທໍາຂອງພຣະເຈົ້າ ແລ້ວສຸດທ້າຍກໍຖືກນໍາເຂົ້າສູ່ອານາຈັກ. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະໜອງຊີວິດຂອງມະນຸດ ແລະ ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ແສງສະຫວ່າງແກ່ມະນຸດ ແລະ ເສັ້ນທາງເພື່ອປະຕິບັດ ໂດຍສະເພາະໃນຍຸກແຫ່ງອານາຈັກ. ພຽງແຕ່ເຈົ້າກິນ ແລະ ດື່ມພຣະທໍາຂອງພຣະອົງທຸກມື້ ໂດຍບໍ່ອອກຈາກໂລກແຫ່ງຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ, ພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນແບບໄດ້.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 402)

ບໍ່ມີໃຜສາມາດປະສົບຄວາມສໍາເລັດໃນການສະແຫວງຫາຊີວິດໄດ້ຢ່າງກະທັນຫັນ. ການຈະເລີນເຕີບໂຕໃນຊີວິດບໍ່ໄດ້ເກີດຂຶ້ນໃນມື້ໜຶ່ງ ຫຼື ສອງມື້ໄດ້. ພາລະກິດຂອງພຣະເຈົ້າແມ່ນປົກກະຕິ, ມີເຫດຜົນ ແລະ ມີວິທີການທີ່ຈໍາເປັນຕ້ອງປະຕິບັດຕາມ. ພຣະເຢຊູຜູ້ບັງເກີດເປັນມະນຸດໃຊ້ເວລາເຖິງສາມສິບສາມປີເຄິ່ງຈຶ່ງສໍາເລັດພາລະກິດຂອງພຣະອົງໃນການໄຖ່ບາບໂດຍຖືກຄຶງໃສ່ໄມ້ກາງແຂນ. ຊີວິດມະນຸດຈະເປັນຈິງໄປຫຼາຍຫວ່ານີ້ບໍ່ມີອີກແລ້ວ! ມັນບໍ່ແມ່ນເລຶ່ອງງ່າຍທີ່ຈະເຮັດໃຫ້ມະນຸດທໍາມະດາຄົນໜຶ່ງສະແດງອອກເຖິງພຣະເຈົ້າ. ໂດຍສະເພາະຜູ້ຄົນແຫ່ງຊາດມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງຄວາມສາມາດຍັງຕໍ່າຢູ່ ແລະ ຕ້ອງໄດ້ໃຊ້ເວລາດົນສໍາລັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນຢ່າໄດ້ຟ້າວຟັ່ງເຫັນຜົນສໍາເລັດ. ເຈົ້າຕ້ອງມັ່ນກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ພະຍາຍາມໃສ່ໃຈຕໍ່ພຣະທໍາຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ເມື່ອເຈົ້າອ່ານພຣະທໍາຂອງພຣະເຈົ້າສໍາເລັດ, ເຈົ້າຕ້ອງສາມາດນໍາໃຊ້ພຣະທໍາເຂົ້າໃນການປະຕິບັດຕົວຈິງ, ເພິ່ມທະວີຄວາມຮູ້, ຄວາມເຂົ້າໃຈ, ການເຫັນແຈ້ງ ແລະ ສະຕິປັນຍາໃນພຣະທໍາຂອງພຣະເຈົ້າ. ຜ່ານສິ່ງນີ້ ແລ້ວເຈົ້າຈະປ່ຽນແປງໂດຍບໍ່ຮູ້ສຶກຕົວ. ຖ້າເຈົ້າສາມາດຍຶດຖືເອົາການກິນ ການດື່ມພຣະທໍາຂອງພຣະເຈົ້າ, ການອ່ານ, ການຮູ້ຈັກ, ປະສົບການ ແລະ ການປະຕິບັດຕໍ່ພຣະທໍາເປັນຫຼັກການຂອງເຈົ້າ, ເຈົ້າຈະມີວຸດທິພາວະໂດຍບໍ່ຮູ້ສຶກຕົວ. ມີຜູ້ຄົນທີ່ເວົ້າວ່າ ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າແລ້ວ ພວກເຂົາຍັງບໍ່ສາມາດນໍາໃຊ້ພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້. ເຈົ້າຈະຟ້າວໄປໃສ? ເມື່ອເຈົ້າມີວຸດທິພາວະພໍ ເຈົ້າຈະສາມາດນໍາໃຊ້ພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້. ເດັກນ້ອຍສີ່ ຫຼື ຫ້າປີຈະບອກວ່າ ລາວບໍ່ສາມາດສະໜັບສະໜູນ ຫຼື ຕອບສະໜອງພໍ່ແມ່ຂອງລາວໄດ້ບໍ? ເຈົ້າຕ້ອງສາມາດຮູ້ສະພາບວຸດທິພາວະປັດຈຸບັນຂອງຕົນເອງ. ນໍາໃຊ້ປະຕິບັດແຕ່ສິ່ງທີ່ເຈົ້າສາມາດປະຕິບັດໄດ້ ແລະ ຫຼີກເວັ້ນການເປັນຄົນທີ່ຄັດຂວາງການຄຸ້ມຄອງຂອງພຣະເຈົ້າ. ເຈົ້າຈົ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຮັບເອົາສິ່ງນັ້ນເປັນຫຼັກການນັບແຕ່ນີ້ໄປ. ຕອນນີ້ ຢ່າໄດ້ເປັນຫ່ວງກ່ຽວກັບວ່າພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນແບບ ຫຼື ບໍ່. ຢ່າໄດ້ຄິດໃສ່ເລຶ່ອງນັ້ນເທື່ອ. ຈົ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າທີ່ມອບໃຫ້ເຈົ້າ ແລະ ແນ່ນອນ ພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນແບບ. ແຕ່ວ່າເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຕາມຫຼັກການ. ຢ່າໄດ້ຫຼັບຕາເຮັດ. ແຕ່ຄວນຄົ້ນຫາພຣະທໍາທີ່ເຈົ້າຄວນຮູ້ຈັກ ນັ້ນກໍຄື ພຣະທໍາທີ່ກ່ຽວຂ້ອງກັບນິມິດ. ອີກດ້ານໜຶ່ງທີ່ເຈົ້າຕ້ອງຄົ້ນຫາກໍຄືການປະຕິບັດຕົວຈິງ ນັ້ນກໍຄື ເຈົ້າຕ້ອງເຂົ້າສູ່ການປະຕິບັດຕົວຈິງ. ດ້ານໜຶ່ງກ່ຽວຂ້ອງກັບຄວາມຮູ້ ແລະ ອີກດ້ານແມ່ນກ່ຽວກັບການປະຕິບັດຕົວຈິງ. ເມື່ອເຈົ້າເຂົ້າໃຈທັງສອງດ້ານນີ້ແລ້ວ ເຊິ່ງນັ້ນກໍຄື ເມື່ອເຈົ້າເຂົ້າໃຈໃນສິ່ງທີ່ເຈົ້າຄວນຮູ້ ແລະ ສິ່ງທີ່ເຈົ້າຄວນປະຕິບັດ, ເຈົ້າກໍຈະຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 403)

ກ້າວໄປຂ້າງໜ້າ, ການເວົ້າເຖິງພຣະທໍາຂອງພຣະເຈົ້າຄືຫຼັກການທີ່ເຈົ້າຄວນເວົ້າ. ຕາມທໍາມະດາແລ້ວ ເມື່ອພວກເຈົ້າຊຸມນຸມກັນ ພວກເຈົ້າຄວນສາມາດສົນທະນາກັນກ່ຽວກັບພຣະທໍາຂອງພຣະເຈົ້າ, ຍົກເອົາພຣະທໍາຂອງພຣະເຈົ້າເປັນເນື້ອຄວາມໃນການສົນທະນາ, ເວົ້າກ່ຽວກັບສິ່ງທີ່ພວກເຈົ້າຮູ້ກ່ຽວກັບພຣະທໍາຂອງຣະເຈົ້າ, ວິທີທີ່ພວກເຈົ້າຈະນໍາເອົາພຣະທໍາຂອງພຣະອົງເຂົ້ານໍາໃຊ້ໃນການປະຕິບັດ ແລະ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ. ສິ່ງທີ່ເຈົ້າຕ້ອງການເຮັດກໍຄື ເຂົ້າຮ່ວມພົບປະສົນທະນາກັບເພື່ອນມິດກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ພຣະວິນຍານບໍລິສຸດຈະໃຫ້ຄວາມສະຫວ່າງແກ່ເຈົ້າເອງ. ການນໍາໄປສູ່ໂລກແຫ່ງພຣະທໍາຂອງພຣະເຈົ້າ ແມ່ນຕ້ອງໄດ້ອາໄສຄວາມຮ່ວມມືຈາກມະນຸດ. ຖ້າເຈົ້າບໍ່ເຂົ້າສູ່ສິ່ງນີ້, ພຣະເຈົ້າກໍຈະບໍ່ມີທາງປະຕິບັດພາລະກິດໄດ້. ຖ້າເຈົ້າປິດປາກເຈົ້າໄວ້ ແລະ ບໍ່ເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ກໍຈະບໍ່ມີທາງທີ່ພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ເຈົ້າ. ເມື່ອໃດທີ່ເຈົ້າບໍ່ຄາວຽກ ກໍຈົ່ງເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ຢ່າເວົ້າລ້າໆ! ຈົ່ງເຮັດໃຫ້ຊີວິດຂອງເຈົ້າເຕັມໄປດ້ວຍພຣະທໍາຂອງພຣະເຈົ້າ ແລ້ວເມື່ອນັ້ນເຈົ້າຈະເປັນຄົນທີ່ເຊື່ອຢ່າງຈິງຈັງ. ເຖິງແມ່ນວ່າ ການພົບປະສົນທະນາກັບເພື່ອນມິດຂອງເຈົ້າຈະເປັນພຽງຜິວເຜີນ ກໍບໍ່ເປັນຫຍັງ. ຖ້າບໍ່ມີຄວາມຜີວເຜີນ ກໍຈະບໍ່ມີຄວາມເລິກເຊິ່ງ. ທຸກວິທີການຕ້ອງຜ່ານຂະບວນການຂອງມັນ. ຜ່ານການຝຶກຝົນຂອງເຈົ້າ, ເຈົ້າໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສະຫວ່າງຂອງພຣະວິນຍານບໍລິສຸດທີ່ສະຖິດໃນຕົວເຈົ້າ ແລະ ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດ້ວຍປະສິດທິຜົນ. ຫຼັງຈາກໄລຍະເວລາຂອງການກວດສອບ, ເຈົ້າຈະໄດ້ເຂົ້າສູ່ໂລກແຫ່ງຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ. ພຽງແຕ່ເຈົ້າມີຄວາມຕັ້ງໃຈຮ່ວມມື ເຈົ້າກໍຈະໄດ້ຮັບພອນຈາກພຣະວິນຍານບໍລິສຸດ.

ຫຼັກການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າມີສອງດ້ານຄື: ດ້ານໜຶ່ງແມ່ນກ່ຽວກັບຄວາມຮູ້ ແລະ ອີກດ້ານແມ່ນການເຂົ້າສູ່ການປະຕິບັດ. ແລ້ວເຈົ້າຄວນຮູ້ດ້ານໃດຂອງພຣະທໍາ? ເຈົ້າຄວນມາຮູ້ຈັກພຣະທໍາທີ່ກ່ຽວຂ້ອງກັບວິໄສທັດ (ນັ້ນໝາຍຄວາມວ່າ ທຸກສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະເຈົ້າໄດ້ເຂົ້າສູ່ໃນຕອນນີ້, ສິ່ງທີ່ພຣະເຈົ້າຕ້ອງການບັນລຸຜົນ ແລະ ແມ່ນຫຍັງຄືການບັງເກີດເປັນມະນຸດ ແລະ ອື່ນໆ. ທັງໝົດນີ້ແມ່ນກ່ຽວກັບວິໄສທັດ). ເສັ້ນທາງທີ່ມະນຸດຄວນເຂົ້າສູ່ໝາຍເຖິງຫຍັງ? ນີ້ໝາຍເຖິງພຣະທໍາຂອງພຣະເຈົ້າ ທີ່ມະນຸດຄວນປະຕິບັດຕາມ ແລະ ເຂົ້າສູ່ພຣະທໍາ. ສິ່ງທີ່ໄດ້ກ່າວມາຂ້າງເທິງຄືສອງດ້ານຂອງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ. ຈາກນີ້ໄປ, ຈົ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດ້ວຍວິທີນີ້. ຖ້າເຈົ້າມີຄວາມເຂົ້າໃຈພຣະທໍາກ່ຽວກັບວິໄສທັດຢ່າງຈະແຈ້ງ, ເຈົ້າກໍບໍ່ຈໍາເປັນຕ້ອງອ່ານອີກຕໍ່ໄປ. ສໍາຄັນຄື ໃຫ້ກິນ ແລະ ດື່ມພຣະທໍາກ່ຽວກັບການເຂົ້າສູ່ພຣະທໍາໃຫ້ເລິກເຊິ່ງກວ່າເກົ່າ ເພາະນັ້ນຄືວິທີຫັນຫົວໃຈໄປຫາພຣະເຈົ້າ, ວິທີສະງົບຈິດໃຈເວລາຢູ່ຕໍ່ໜ້າພຣະເຈົ້າ ແລະ ວິທີລະຖິ້ມຮ່າງກາຍ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນນໍາໃຊ້ເຂົ້າໃນການປະຕິບັດ. ຖ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ການພົບປະສົນທະນາກັບເພື່ອນມິດຢ່າງແທ້ຈິງ ກໍຈະເປັນໄປບໍ່ໄດ້. ເມື່ອເຈົ້າຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ເຂົ້າໃຈກຸນແຈສໍາຄັນໃນສິ່ງນີ້, ການພົບປະສົນທະນາກັບເພື່ອນມິດກໍຈະໄດ້ຖືກເປີດກວ້າງອອກ. ບໍ່ວ່າບັນຫາຫຍັງທີ່ຖືກຍົກຂຶ້ນມາສົນທະນາ ເຈົ້າກໍຈະສາມາດຮ່ວມພົບປະສົນທະນາກ່ຽວກັບພຣະທໍາ ແລະ ເຂົ້າໃຈເລິກເຊິ່ງເຖິງໂລກແຫ່ງຄວາມເປັນຈິງນັ້ນໄດ້. ການພົບປະສົນທະນາກັບເພື່ອນມິດກ່ຽວກັບພຣະທໍາຂອງພຣະເຈົ້າໂດຍບໍ່ເຂົ້າໃຈເຖິງຄວາມເປັນຈິງ ແມ່ນແປວ່າເຈົ້າບໍ່ສາມາດເຂົ້າໃຈຂໍ້ສໍາຄັນໃນພຣະທໍາຄືຫຍັງ ແລະ ນີ້ສະແດງວ່າ ເຈົ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ. ບາງຄົນອາດຮູ້ສຶກເບື່ອ ໃນເວລາອ່ານພຣະທໍາຂອງພຣະເຈົ້າ ເຊິ່ງນັ້ນແມ່ນສະພາບບໍ່ປົກກະຕິ. ສິ່ງທີ່ປົກກະຕິກໍຄືການທີ່ບໍ່ເຄີຍຮູ້ສຶກເມື່ອຍໃນການອ່ານພຣະທໍາຂອງພຣະເຈົ້າ, ໄຝ່ຫາຢາກອ່ານຢູ່ຕະຫຼອດ ແລະ ເຫັນພຣະທໍາຂອງພຣະເຈົ້າເປັນສິ່ງທີ່ດີສະເໝີ. ນີ້ແມ່ນວິທີການທີ່ຄົນທີ່ໄດ້ເຂົ້າສູ່ພຣະທໍາໄດ້ກິນ ແລະ ດື່ມພຣະທໍາ. ເມື່ອເຈົ້າຮູ້ສຶກວ່າ ພຣະທໍາຂອງພຣະເຈົ້າແທດເໝາະກັບຄວາມເປັນຈິງຢ່າງຍິ່ງ ແລະ ເປັນສິ່ງທີ່ມະນຸດຄວນເຂົ້າສູ່ຢ່າງເຖິງຖອງ; ເມື່ອເຈົ້າຮູ້ສຶກວ່າ ພຣະທໍາຂອງພຣະອົງເປັນປະໂຫຍດຢ່າງຍິ່ງສໍາລັບມະນຸດ ແລະ ເປັນສິ່ງທີ່ສະໜອງຊີວິດມະນຸດ ນັ້ນກໍແປວ່າ ພຣະວິນຍານບໍລິສຸດໄດ້ມອບຄວາມຮູ້ສຶກນັ້ນໃຫ້ກັບເຈົ້າ ແລະ ພຣະອົງໄດ້ດົນໃຈເຈົ້າ. ນີ້ພິສູດໃຫ້ເຫັນວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດໃນຕົວເຈົ້າ ແລະ ພຣະເຈົ້າບໍ່ໄດ້ຫັນໜ້າໜີຈາກເຈົ້າ. ບາງຄົນເຫັນວ່າພຣະເຈົ້າມີແຕ່ກ່າວພຣະທໍາຕະຫຼອດ ເຊິ່ງເຮັດໃຫ້ພວກເຂົາເບື່ອພຣະທໍາຂອງພຣະອົງ ແລະ ຄິດວ່າບໍ່ມີຜົນສະທ້ອນຫຍັງທີ່ພວກເຂົາຈະອ່ານ ຫຼື ບໍ່ອ່ານພຣະທໍາຂອງພຣະອົງ. ນີ້ແມ່ນສະພາບບໍ່ປົກກະຕິ. ພວກເຂົາບໍ່ມີຫົວໃຈສະແຫວງຫາການເຂົ້າສູ່ໂລກແຫ່ງຄວາມເປັນຈິງ ແລະ ມະນຸດດັ່ງກ່າວນັ້ນບໍ່ມີຄວາມສະແຫວງຫາ ຫຼື ໃຫ້ຄວາມສໍາຄັນແກ່ການເປັນຄົນທີ່ສົມບູນແບບ. ເມື່ອໃດທີ່ເຈົ້າເຫັນວ່າເຈົ້າບໍ່ສະແຫວງຫາພຣະທໍາຂອງພຣະເຈົ້າ, ນັ້ນກໍສະແດງວ່າເຈົ້າບໍ່ໄດ້ຢູ່ໃນສະພາບປົກກະຕິ. ໃນເມື່ອກ່ອນ ການທີ່ພຣະເຈົ້າໄດ້ຫັນໜ້າໜີຈາກເຈົ້າ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າເຈົ້າມີຄວາມສະງົບພາຍໃນ ແລະ ເຈົ້າໄດ້ປະສົບກັບຄວາມສຸກ ຫຼື ບໍ່. ແຕ່ໃນປັດຈຸບັນນີ້ ສິ່ງສໍາຄັນຄື ເຈົ້າສະແຫວງຫາພຣະທໍາຂອງພຣະເຈົ້າ ຫຼື ບໍ່, ພຣະທໍາຂອງພຣະອົງຄືໂລກແຫ່ງຄວາມເປັນຈິງຂອງເຈົ້າ ຫຼື ບໍ່, ເຈົ້າສັດທາ ຫຼື ບໍ່ ແລະ ເຈົ້າສາມາດເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອພຣະເຈົ້າ ຫຼື ບໍ່. ເວົ້າອີກຢ່າງໜຶ່ງກໍຄື ມະນຸດຖືກຕັດສິນໂດຍໂລກແຫ່ງຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ. ພຣະເຈົ້າເປັນຜູ້ຊີ້ນໍາພຣະທໍາຂອງພຣະອົງຕໍ່ມວນມະນຸດຊາດທັງປວງ. ຖ້າເຈົ້າເຕັມໃຈອ່ານພຣະທໍາ, ພຣະອົງຈະໃຫ້ຄວາມສະຫວ່າງແກ່ເຈົ້າ, ແຕ່ຖ້າເຈົ້າບໍ່ເຕັມໃຈ ພຣະອົງກໍຈະບໍ່ໃຫ້ຄວາມສະຫວ່າງນັ້ນແກ່ເຈົ້າ. ພຣະເຈົ້າໃຫ້ຄວາມສະຫວ່າງແກ່ຜູ້ທີ່ໄຝ່ຫາ ແລະ ກະຫາຍຄວາມຊອບທໍາ ແລະ ຜູ້ທີ່ສະແຫວງຫາພຣະອົງ. ບາງຄົນເວົ້າວ່າ ພຣະອົງບໍ່ໄດ້ໃຫ້ຄວາມສະຫວ່າງແກ່ພວກເຂົາ ເຖິງແມ່ນວ່າ ພວກເຂົາໄດ້ອ່ານພຣະທໍາຂອງພຣະອົງແລ້ວກໍຕາມ. ແລ້ວເຈົ້າອ່ານພຣະທໍາດ້ວຍວິທີໃດ? ຖ້າເຈົ້າອ່ານພຣະທໍາຂອງພຣະອົງ ແບບຄົນທີ່ນັ່ງຢູ່ຫຼັງມ້າແນມເບິ່ງດອກໄມ້ລ້າໆ ແລະ ບໍ່ໃຫ້ຄວາມສໍາຄັນແກ່ໂລກແຫ່ງຄວາມເປັນຈິງ, ແລ້ວພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ເຈົ້າໄດ້ແນວໃດ? ຄົນທີ່ບໍ່ໃຫ້ຄວາມສໍາຄັນຕໍ່ພຣະທໍາຂອງພຣະເຈົ້າ ຈະຖືກສ້າງໃຫ້ເປັນຄົນສົມບູນແບບໂດຍພຣະອົງໄດ້ແນວໃດ? ຖ້າເຈົ້າບໍ່ໃຫ້ຄວາມສໍາຄັນຕໍ່ພຣະທໍາຂອງພຣະເຈົ້າ, ເຈົ້າຈະບໍ່ມີຄວາມຈິງ ແລະ ຄວາມເປັນຈິງ. ຖ້າເຈົ້າໃຫ້ຄວາມສໍາຄັນຕໍ່ພຣະທໍາຂອງພຣະອົງ, ເຈົ້າຈະສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ເມື່ອນັ້ນເຈົາຈະມີຄວາມເປັນຈິງ. ນີ້ຄືເຫດຜົນທີ່ ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ບໍ່ວ່າເຈົ້າຈະຄາວຽກ ຫຼື ບໍ່ກໍຕາມ, ບໍ່ວ່າສະຖານະການບໍ່ດີ ຫຼື ດີກໍຕາມ ແລະ ບໍ່ວ່າເຈົ້າກໍາລັງຖືກທົດລອງ ຫຼື້ ບໍ່ກໍຕາມ. ສະຫຼຸບຄື ພຣະທໍາຂອງພຣະເຈົ້າຄືພື້ນຖານຂອງການດໍາລົງຢູ່ຂອງມະນຸດ. ບໍ່ມີໃຜສາມາດຫຼີກເວັ້ນຈາກພຣະທໍາຂອງພຣະອົງໄດ້. ທຸກຄົນຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງຄືກັນກັບການທີ່ພວກເຂົາກິນເຂົ້າສາມຄາບຕໍ່ມື້. ການເປັນຄົນສົມບູນແບບ ແລະ ຖືກເລືອກໂດຍພຣະເຈົ້າເປັນເລຶ່ອງທີ່ງ່າຍແທ້ບໍ? ບໍ່ວ່າເຈົ້າເຂົ້າໃຈໃນຕອນນີ້ ຫຼື ບໍ່ກໍຕາມ ແລະ ບໍ່ວ່າເຈົ້າມີຄວາມຮູ້ຢ່າງເລິກເຊິ່ງໃນພາລະກິດຂອງພຣະເຈົ້າ ຫຼື ບໍ່ກໍຕາມ, ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ຫຼາຍທີ່ສຸດ. ນີ້ແມ່ນການເຂົ້າສູ່ວິທີທາງທີ່ຫ້າວຫັ້ນ. ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າ, ເຈົ້າຈະສາມາດເລີ່ມປະຕິບັດໃນສິ່ງທີ່ເຈົ້າສາມາດເຂົ້າຫາ ໂດຍຢຸດໃນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈນັ້ນໄປກ່ອນ. ໃນເບື້ອງຕົ້ນ ອາດຈະມີພຣະທໍາຂອງພຣະເຈົ້າບາງຂໍ້ຄວາມທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້, ແຕ່ຫຼັງຈາກສອງສາມເດືອນ ແລະ ບາງເທື່ອອາດເປັນປີເພື່ອເຈົ້າຈະເຂົ້າໃຈໄດ້. ເຫດໃດຈຶ່ງເປັນແນວນີ້? ນີ້ກໍເພາະວ່າ ພຣະເຈົ້າບໍ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້ພຽງມື້ໜຶ່ງ ຫຼື ສອງມື້. ສ່ວນໃຫຍ່ ເມື່ອເຈົ້າອ່ານພຣະທໍາຂອງພຣະອົງ, ເຈົ້າອາດບໍ່ເຂົ້າໃຈໂດຍທັນທີ. ໃນຕອນນັ້ນ ມັນອາດເບິ່ງຄືກັບວ່າເປັນໜັງສືທໍາມະດາ ແລະ ຫຼັງຈາກຜ່ານປະສົບການໄດ້ໄລຍະໜຶ່ງ ເຈົ້າກໍຈະສາມາດເຂົ້າໃຈໄດ້. ພຣະເຈົ້າໄດ້ກ່າວພຣະທໍາໄວ້ຢ່າງຫຼວງຫຼາຍ, ເຈົ້າຄວນພະຍາຍາມຢ່າງສຸດຄວາມສາມາດເພື່ອກິນ ແລະ ດື່ມພຣະທໍາຂອງພຣະອົງ ແລ້ວຫຼັງຈາກນັ້ນ ເຈົ້າຈະເຂົ້າໃຈໂດຍທີ່ບໍ່ຮູ້ຕົວ ແລະ ພຣະວິນຍານບໍລິສຸດຈະໃຫ້ຄວາມສະຫວ່າງແກ່ເຈົ້າໂດຍບໍ່ຮູ້ຕົວ. ເມື່ອເວລາພຣະວິນຍານບໍລິສຸດໃຫ້ຄວາມສະຫວ່າງແກ່ມະນຸດ, ສ່ວນໃຫຍ່ແມ່ນປາດສະຈາກການຮັບຮູ້ຂອງມະນຸດ. ພຣະອົງໃຫ້ຄວາມສະຫວ່າງ ແລະ ຊີ້ນໍາເຈົ້າ ເມື່ອເຈົ້າກະຫາຍ ແລະ ສະແຫວງຫາ. ຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດແມ່ນອີງໃສ່ພຣະທໍາຂອງພຣະເຈົ້າທີ່ເຈົ້າກິນ ແລະ ດື່ມ. ຜູ້ທີ່ບໍ່ໃຫ້ຄວາມສໍາຄັນຕໍ່ພຣະທໍາຂອງພຣະເຈົ້າ ແລະ ມີທັດສະນະທີ່ແຕກຕ່າງຕໍ່ພຣະທໍາຂອງພຣະອົງ. ໃນແນວຄິດອັນສັບສົນຂອງພວກເຂົານັ້ນ ພວກເຂົາຄິດວ່າການອ່ານພຣະທໍາ ຫຼື ບໍ່ອ່ານ ກໍບໍ່ມີຄວາມແຕກຕ່າງຫຍັງ, ຜູ້ຄົນເຫຼົ່ານີ້ບໍ່ມີຄວາມເປັນຈິງ. ຜູ້ຄົນດັ່ງກ່າວຈະບໍ່ສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ພົບຄວາມສະຫວ່າງຂອງພຣະອົງໄດ້. ຄົນແບບນີ້ເປັນພຽງຜູ້ທີ່ໃຊ້ຊີວິດຢ່າງໄຮ້ຄ່າ ແລະ ສະແດງຕົນວ່າເປັນຄົນດີ ມີຄຸນສົມບັດຢ່າງແທ້ຈິງ ຄືກັນກັບ ທ່ານ ນັ່ງກາວຂອງຄໍາອຸປະມາ.[ກ]

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບຕັດອອກ “ຂອງຄໍາອຸປະມາ”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 404)

ທັນທີທີ່ພຣະທໍາຂອງພຣະເຈົ້າປາກົດ ເຈົ້າຄວນຮັບເອົາ ແລ້ວກິນພຣະທໍານັ້ນທັນທີ. ບໍ່ວ່າເຈົ້າເຂົ້າໃຈພຣະທໍານັ້ນໜ້ອຍຫຼາຍປານໃດ, ວິທີໜຶ່ງທີ່ເຈົ້າຄວນເຮັດຕອນນີ້ຄື ຮັບເອົາພຣະທໍາ, ຮຽນຮູ້ເຖິງພຣະທໍາ ແລະ ປະຕິບັດຕາມພຣະທໍາຂອງພຣະອົງ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດໄດ້. ບໍ່ຕ້ອງເປັນຫ່ວງກ່ຽວກັບສະຖານະຂອງເຈົ້າຈະເປັນແນວໃດ; ຈົ່ງໃສ່ໃຈໃນການຮັບເອົາພຣະທໍາຂອງພຣະອົງ. ນີ້ຄືສິ່ງທີ່ມະນຸດຄວນໃຫ້ການຮ່ວມມືກັບພຣະອົງ. ຊີວິດແຫ່ງວິນຍານຂອງເຈົ້າ ສ່ວນໃຫຍ່ແມ່ນພະຍາຍານເຂົ້າສູ່ໂລກແຫ່ງຄວາມເປັນຈິງຂອງການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ນໍາໃຊ້ພຣະທໍານັ້ນເຂົ້າໃນການປະຕິບັດ. ມັນບໍ່ແມ່ນເລຶ່ອງຂອງເຈົ້າທີ່ຈະໄປໃສ່ໃຈກັບສິ່ງອື່ນ. ຜູ້ນໍາຄຣິສະຕັກຈັກຫຼາຍຄົນຄວນສາມາດຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາທຸກຄົນ ເພື່ອພວກເຂົາຈະໄດ້ຮູ້ຈັກວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກທຸກຄົນ. ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ ທຸກຄົນຄວນເຫັນການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເປັນສິ່ງທີ່ສໍາຄັນ ແລະ ຄວນຮັກສາພຣະທໍານັ້ນໄວ້ໃນຫົວໃຈຂອງພວກເຂົາ. ການເຂົ້າສູ່ໂລກແຫ່ງຄວາມເປັນຈິງ ໝາຍເຖິງການເຂົ້າສູ່ຍຸກແຫ່ງອານາຈັກ. ທຸກວັນນີ້ ຜູ້ຄົນສ່ວນຫຼາຍຮູ້ສຶກວ່າ ພວກເຂົາບໍ່ສາມາດຢູ່ໄດ້ ຖ້າບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ພວກເຂົາຮູ້ສຶກວ່າພຣະທໍາຂອງພຣະອົງແມ່ນບໍລິສຸດ. ນີ້ໝາຍຄວາມວ່າ ມະນຸດໄດ້ເລິ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າໄດ້ໃຊ້ພຣະທໍາຂອງພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ສະໜອງໃຫ້ແກ່ມະນຸດ. ເມື່ອທຸກຄົນສະແຫວງຫາ ແລະ ໄຝ່ຫາພຣະທໍາຂອງພຣະເຈົ້າ, ເມື່ອນັ້ນມະນຸດຊາດຈະໄດ້ເຂົ້າສູ່ໂລກແຫ່ງພຣະທໍາຂອງພຣະອົງ.

ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ. ເຈົ້າມີຄວາມຮູ້ກ່ຽວກັບພຣະທໍາຫຼາຍປານໃດແລ້ວ? ເຈົ້າໄດ້ເຂົ້າສູ່ພຣະທໍາຫຼາຍປານໃດແລ້ວ? ຖ້າຜູ້ນໍາຄຣິສຕະຈັກທີ່ບໍ່ໄດ້ຊີ້ນໍາສະມາຊິກອ້າຍເອື້ອຍນ້ອງຂອງຕົນເຂົ້າສູ່ໂລກແຫ່ງຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ, ຄົນນັ້ນແມ່ນໄດ້ປະລະໜ້າທີ່ ແລະ ລົ້ມເຫຼວໃນການປະຕິບັດຕໍ່ໜ້າທີ່ຂອງຕົນ! ບໍ່ວ່າຄວາມເຂົ້າໃຈຂອງເຈົ້າເລິກເຊິ່ງ ຫຼື ມີພຽງຜິວເຜີນສໍ່າໃດກໍຕາມ, ບໍ່ວ່າ ລະດັບຄວາມເຂົ້າໃຈຂອງເຈົ້າຈະສໍ່າໃດກໍຕາມ, ເຈົ້າຕ້ອງຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ. ເຈົ້າຕ້ອງເຫັນຄວາມສໍາຄັນຂອງພຣະທໍາຂອງພຣະອົງ ແລະ ເຂົ້າໃຈຄວາມສໍາຄັນ ແລະ ຄວາມຈໍາເປັນຂອງການກິນ ແລະ ການດື່ມພຣະທໍາ. ພຣະເຈົ້າໄດ້ກ່າວມາຫຼາຍແລ້ວ, ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ຫຼື ອອກໄປສະແຫວງຫາ ຫຼື ນໍາເອົາພຣະທໍາຂອງພຣະອົງໄປປະຕິບັດ, ນີ້ກໍບໍ່ສາມາດເອີ້ນວ່າ ເປັນການເຊື່ອໃນພຣະເຈົ້າ. ໃນເມື່ອເຈົ້າເຊືອໃນພຣະເຈົ້າ, ເຈົ້າກໍຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ, ສໍາພັດພຣະທໍາຂອງພຣະອົງ ແລະ ໃຊ້ຊີວິດຕາມພຣະທໍາຂອງພຣະອົງ. ພຽງແບບນີ້ເທົ່ານັ້ນຈຶ່ງສາມາດເອີ້ນໄດ້ວ່າ ເປັນການເຊື່ອໃນພຣະເຈົ້າ! ຖ້າເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະເຈົ້າດ້ວຍປາກຂອງເຈົ້າ ແຕ່ບໍ່ສາມາດກ່າວຂໍ້ຄວາມຂອງພຣະທໍາຂອງພຣະອົງ ຫຼື ປະຕິບັດຕາມພຣະທໍານັ້ນໄດ້, ນີ້ບໍ່ເອີ້ນວ່າ ເປັນການເຊື່ອໃນພຣະເຈົ້າ. ກົງກັນຂ້າມ, ນີ້ແມ່ນ “ການຊອກຫາເຂົ້າຈີ່ເພື່ອສະໜອງຄວາມອຶດຫິວ”. ການເວົ້າເຖິງການເປັນພະຍານຢ່າງບໍ່ຈິງຈັງ, ສິ່ງທີ່ບໍ່ມີປະໂຫຍດ ແລະ ເລຶ່ອງຜີວເຜີນເທົ່ານັ້ນ ໂດຍບໍ່ມີຄວາມເປັນຈິງແມ່ນແຕ່ໜ້ອຍດຽວ; ສິ່ງເຫຼົ່ານີ້ບໍ່ແມ່ນການເຊື່ອໃນພຣະເຈົ້າ ແລະ ເຈົ້າບໍ່ມີຄວາມເຂົ້າໃຈວິທີທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ໄດ້ຫຼາຍທີ່ສຸດ? ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ແຕ່ ສະແຫວງຫາພຽງແຕ່ຢາກຂຶ້ນສະຫວັນ, ແລ້ວນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ຂັ້ນຕອນທໍາອິດທີ່ຜູ້ເຊື່ອໃນພຣະເຈົ້າຄວນເຮັດແມ່ນຫຍັງ? ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍວິທີໃດ? ເຈົ້າສາມາດສົມບູນແບບ ໂດຍບໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໄດ້ບໍ? ເຈົ້າຖືວ່າເປັນຄົນຂອງອານາຈັກ ໂດຍປາດສະຈາກພຣະທໍາຂອງພຣະເຈົ້າທີ່ໃຊ້ເປັນໂລກແຫ່ງຄວາມຈິງຂອງເຈົ້າໄດ້ບໍ? ການເຊື່ອໃນພຣະເຈົ້າແມ່ນໝາຍເຖິງຫຍັງແທ້? ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງໜ້ອຍຄວນມີພຶດຕິກໍາພາຍນອກທີ່ດີ; ສໍາຄັນທີ່ສຸດຄື ທຸກຄົນຕ້ອງຮັບເອົາພຣະທໍາຂອງພຣະເຈົ້າ. ບໍ່ວ່າດ້ວຍເຫດໃດກໍຕາມ ເຈົ້າບໍ່ສາມາດລົບໜີຈາກພຣະທໍາຂອງພຣະເຈົ້າໄດ້. ການຮູ້ຈັກພຣະເຈົ້າ ແລະ ການປະຕິບັດຕາມຈຸດປະສົງຂອງພຣະອົງ ທັງໝົດແມ່ນບັນລຸຜົນຜ່ານພຣະທໍາຂອງພຣະອົງ. ໃນອະນາຄົດ ພຣະທໍາຈະເອົາຊະນະທຸກຊາດ, ສາສະໜາຄຣິດ, ສາສະໜາ ແລະ ທຸກພາກສ່ວນ. ພຣະເຈົ້າຈະກ່າວໂດຍກົງ ແລະ ທຸກຄົນຈະຮັບເອົາພຣະທໍາຂອງພຣະອົງໄວ້ໃນກໍາມືຂອງພວກເຂົາ; ດ້ວຍວິທີນີ້, ມະນຸດຊາດກໍຈະສົມບູນ. ພຣະທໍາຂອງພຣະເຈົ້າຈະເຜີຍແຜ່ໄປທົ່ວ ທັງພາຍໃນ ແລະ ພາຍນອກ; ມະນຸດຈະເວົ້າເຖິງພຣະທໍາຂອງພຣະເຈົ້າດ້ວຍປາກຂອງພວກເຂົ້າ, ປະຕິບັດຕາມພຣະທໍາຂອງພຣະເຈົ້າ, ເກັບຮັກສາພຣະທໍາຂອງພຣະອົງໄວ້ໃນໃຈ ແລະ ສືບຕໍ່ຮັບເອົາພຣະທໍາຂອງພຣະອົງທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ມະນຸດຈຶ່ງຈະສົມບຸນແບບ. ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສາມາດເປັນພະຍານຝ່າຍພຣະອົງ, ຜູ້ຄົນເຫຼົ່ານີ້ຄືຄົນທີ່ມີພຣະທໍາຂອງພຣະເຈົ້າເປັນໂລກແຫ່ງຄວາມຈິງຂອງພວກເຂົາ.

ການເຂົ້າສູ່ຍຸກແຫ່ງພຣະທໍາ ນັ້ນກໍຄື ຍຸກແຫ່ງອານາຈັກພັນປີ ຄືພາລະກິດທີ່ກໍາລັງສໍາເລັດໃນປັດຈຸບັນ. ຕໍ່ແຕ່ນີ້ໄປ ຈົ່ງຝຶກຝົນໃນການພົບປະສົນທະນາກັບເພື່ອນມິດກ່ຽວກັບພຣະທໍາຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີການກິນ ແລະ ດື່ມ ພ້ອມດ້ວຍການປະສົບພຣະທໍາຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດສະແດງອອກເຖິງພຣະທໍາຂອງພຣະອົງ. ມີພຽງແຕ່ຜ່ານປະສົບການດ້ານຄໍາເວົ້າຂອງເຈົ້າເທົ່ານັ້ນ ຄົນອື່ນຈຶ່ງຈະສາມາດເຊື່ອຖືເຈົ້າໄດ້. ຖ້າເຈົ້າບໍ່ມີພຣະທໍາຂອງພຣະເຈົ້າ ກໍຈະບໍ່ມີໃຜເຊື່ອເຈົ້າ! ຜູ້ທີ່ຮັບໃຊ້ພຣະເຈົ້າທຸກຄົນສາມາດດໍາລົງຊີວິດຕາມຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ສາມາດສ້າງຄວາມເປັນຈິງນີ້ໄດ້ ແລະ ເປັນພະຍານໃຫ້ກັບພຣະເຈົ້າ, ນີ້ກໍສະແດງວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍບໍ່ໄດ້ຖືກເຮັດໃຫ້ສົມບູນ. ນີ້ຄືຄວາມສໍາຄັນຂອງພຣະທໍາຂອງພຣະເຈົ້າ. ເຈົ້າມີຫົວໃຈທີ່ສະແຫວງຫາພຣະທໍາຂອງພຣະເຈົ້າບໍ? ຜູ້ທີ່ສະແຫວງຫາພຣະທໍາຂອງພຣະເຈົ້າ ຄືຜູ້ທີ່ສະແຫວງຫາຄວາມຈິງ ແລະ ມີພງຽແຕ່ຜູ້ຄົນດັ່ງກ່າວເທົ່ານັ້ນທີ່ໄດ້ຮັບພອນຈາກພຣະເຈົ້າ. ໃນອະນາຄົດ, ຈະມີພຣະທໍາຫຼາຍຂໍ້ທີ່ພຣະເຈົ້າກ່າວຕໍ່ທຸກສາສະໜາ ແລະ ສາສະໜາຄຣິດຕ່າງໆ. ກ່ອນອື່ນ ພຣະອົງຈະກ່າວ ແລະ ເອີ່ຍພຣະທໍາໃນບັນດາພວກເຈົ້າເພື່ອເຮັດໃຫ້ພວກເຈົ້າສົມບູນແບບ ແລ້ວຫຼັງຈາກນັ້ນພຣະອົງຈະສືບຕໍ່ກ່າວຕໍ່ບັນດາຜູ້ຄົນທີ່ບໍ່ແມ່ນຊາວຍິ່ວເພື່ອເອົາຊະນະພວກເຂົາ. ຜ່ານພຣະທໍາ, ທຸກຄົນຈະເຊື່ອຢ່າງເຕັມທີ່ ແລະ ຈິງໃຈ. ຜ່ານພຣະທໍາຂອງພຣະເຈົ້າ ແລະ ການເປີດເຜີຍຂອງພຣະອົງ ຈິດໃຈທີ່ເສື່ອມຊາມຂອງມະນຸດຈະຫຼຸດລົງ. ພວກເຂົາຈະມີຮູບລັກຂອງມະນຸດ ແລະ ນິໄສຕໍ່ຕ້ານຂອງພວກເຂົາກໍຈະຫຼຸດລົງເຊັ່ນກັນ. ພຣະທໍາປະຕິບັດຕໍ່ມະນຸດດ້ວຍອໍານາດ ແລະ ເອົາຊະນະມະນຸດດ້ວຍແສງສະຫວ່າງຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າຈະກະທໍາໃນຍຸກປັດຈຸບັນ ພ້ອມດ້ວຍຈຸດປ່ຽນແປງຂອງພາລະກິດຂອງພຣະອົງ, ທັງໝົດນີ້ສາມາດພົບເຫັນໃນພຣະທໍາຂອງພຣະອົງ. ຖ້າເຈົ້າບໍ່ອ່ານພຣະທໍາຂອງພຣະອົງ ເຈົ້າກໍຈະບໍ່ເຂົ້າໃຈຫຍັງ. ຜ່ານການກິນ ແລະ ການດື່ມພຣະທໍາຂອງພຣະອົງ ແລະ ຜ່ານການພົບປະສົນທະນາກັບອ້າຍເອື້ອຍນ້ອງຂອງເຈົ້າ ພ້ອມດ້ວຍປະສົບການຕົວຈິງຂອງເຈົ້າ ຄວາມຮູ້ຂອງເຈົ້າກ່ຽວກັບພຣະທໍາຂອງພຣະເຈົ້າຈະເພິ່ມທະວິຢ່າງສູງ. ພຽງເມື່ອນັ້ນເຈົ້າຈະສາມາດໃຊ້ຊີວິດຕາມຄວາມເປັນຈິງໄດ້ຢ່າງແທ້ຈິງ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 405)

ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ “ທຸກຄົນທີ່ເນັ້ນໃສ່ເພື່ອຫວັງເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ຈະຖືກປະຖິ້ມ; ພວກເຂົາບໍ່ແມ່ນບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນ”. ເຮົາໄດ້ກ່າວຂໍ້ພຣະທໍາຫຼາຍຂໍ້ໄປແລ້ວ, ແຕ່ມະນຸດຍັງບໍ່ມີຄວາມຮູ້ພຽງເລັກນ້ອຍກ່ຽວກັບພາລະກິດນີ້ ແລະ ມາເຖິງຈຸດນີ້ແລ້ວ ມະນຸດຍັງຮ້ອງຂໍໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຢູ່. ຄວາມເຊື່ອໃນພຣະເຈົ້າຂອງເຈົ້າແມ່ນການແຫວງຫາເພື່ອຢາກເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນບໍ ຫຼື ເພື່ອໄດ້ຮັບຊີວິດ? ພຣະເຢຊູກໍໄດ້ກ່າວຂໍ້ພຣະທໍາໄວ້ຫຼາຍຂໍ້ເຊັ່ນກັນ ແລະ ຈົນເຖິງທຸກວັນນີ້ບາງຂໍ້ພຣະທໍາກໍຍັງບໍ່ໄດ້ຖືກບັນລຸເທື່ອ. ເຈົ້າສາມາດເວົ້າໄດ້ບໍ່ວ່າພຣະເຢຊູບໍ່ແມ່ນພຣະເຈົ້າ? ພຣະເຈົ້າໃຫ້ພະຍານວ່າພຣະອົງແມ່ນພຣະຄຣິດ ແລະ ແມ່ນພຣະບຸດສຸດທີ່ຮັກຂອງພຣະເຈົ້າ. ເຈົ້າສາມາດປະຕິເສດສິ່ງນີ້ໄດ້ບໍ່? ໃນປັດຈຸບັນ, ພຣະເຈົ້າພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ຖ້າເຈົ້າບໍ່ສາມາດຮູ້ໄດ້ຢ່າງລະອຽດ, ເຈົ້າກໍບໍ່ສາມາດຕັ້ງໝັ້ນໃນສິ່ງນີ້ໄດ້. ເຈົ້າເຊື່ອໃນພຣະອົງຍ້ອນວ່າພຣະອົງເປັນພຣະເຈົ້າ ຫຼື ເຈົ້າເຊື່ອໃນພຣະອົງອີງຕາມພຣະທໍາຂອງພຣະອົງໄດ້ຖືກບັນລຸ ຫຼື ບໍ່? ເຈົ້າເຊື່ອໃນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນບໍ ຫຼື ເຈົ້າເຊື່ອໃນພຣະເຈົ້າ? ທຸກວັນນີ້ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ພຣະອົງບໍ່ແມ່ນພຣະເຈົ້າແທ້ບໍ? ຖ້າພຣະທໍາທີ່ພຣະອົງກ່າວບໍ່ໄດ້ຖືກບັນລຸ, ພຣະອົງບໍ່ແມ່ນພຣະເຈົ້າແທ້ບໍ? ທາດແທ້ຂອງພຣະເຈົ້າຖືກຕັດສິນຈາກການສໍາເລັດ ຫຼື ບໍ່ສໍາເລັດຂອງພຣະທໍາຂອງພຣະອົງແທ້ບໍ? ເປັນຫຍັງບາງຄົນຈຶ່ງມັກລໍຖ້າການບັນລຸພຣະທໍາຂອງພຣະເຈົ້າກ່ອນຈະເຊື່ອໃນພຣະອົງ? ນີ້ໝາຍຄວາມວ່າພວກເຂົາບໍ່ຮູ້ຈັກພຣະອົງແມ່ນບໍ່? ບັນດາຜູ້ທີ່ມີແນວຄິດເຊັ່ນນັ້ນລ້ວນແຕ່ປະຕິເສດພຣະເຈົ້າ. ພວກເຂົາໃຊ້ແນວຄວາມຄິດເພື່ອວັດແທກພຣະເຈົ້າ; ຖ້າພຣະທໍາຂອງພຣະເຈົ້າຖືກບັນລຸຜົນ ພວກເຂົາກໍຈະເຊື່ອໃນພຣະເຈົ້າ ແລະ ຖ້າພຣະທໍາບໍ່ໄດ້ຖືກບັນລຸຜົນພວກເຂົາກໍຈະບໍ່ເຊື່ອໃນພຣະເຈົ້າ; ພວກເຂົາມັກສະແຫວງຫາເພື່ອເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ. ແບບນີ້ແລ້ວ ພວກເຂົາບໍ່ແມ່ນພວກຟາຣີຊາຍໃນຍຸກປັດຈຸບັນບໍ? ເຈົ້າຈະສາມາດຕັ້ງໝັ້ນໄດ້ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າເຈົ້າຮູ້ຈັກພຣະເຈົ້າແທ້ຈິງ ຫຼື ບໍ່, ນີ້ແມ່ນສຳຄັນ! ຍິ່ງຄວາມເປັນຈິງຂອງພຣະເຈົ້າໃນຕົວເຈົ້າຫຼາຍຂຶ້ນເທົ່າໃດ ຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງຂອງພຣະເຈົ້າກໍ່ຍິງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າຈະສາມາດຕັ້ງໝັ້ນຢູ່ໃນໄລຍະການທົດລອງໄດ້ຫຼາຍຂຶ້ນ. ຍິ່ງເຈົ້າສຸມໃສ່ເພື່ອຢາກເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ເຈົ້າຍິ່ງບໍ່ສາມາດຕັ້ງໝັ້ນໄດ້ ແລະ ເຈົ້າຈະຕົກຢູ່ທ່າມກາງການທົດລອງ. ໝາຍສໍາຄັນ ແລະ ສິ່ງມະຫັດສະຈັນບໍ່ແມ່ນຮາກຖານ; ມີພຽງຄວາມເປັນຈິງຂອງພຣະເຈົ້າເທົ່ານັ້ນຄືຮາກຖານຊີວິດ. ບາງຄົນບໍ່ຮູ້ຜົນກະທົບທີ່ຈະໄດ້ຮັບຈາກພຣະທໍາຂອງພຣະເຈົ້າ. ພວກເຂົາໃຊ້ເວລາຂອງພວກເຂົາຢູ່ກັບຄວາມງົມງວາຍ, ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ການສະແຫວງຫາຂອງພວກເຂົາແມ່ນເພື່ອໃຫ້ພຣະເຈົ້າປະຕິບັດຕາມຄວາມປາຖະໜາຂອງພວກເຂົາ ແລະ ຫຼັງຈາກນັ້ນພວກເຂົາຈິ່ງຈະຈິງຈັງໃນຄວາມເຊື່ອຂອງພວກເຂົາ. ພວກເຂົາເວົ້າວ່າ ພວກເຂົາຈະສະແຫວງຫາຊີວິດຖ້າພຣະທໍາຂອງພຣະເຈົ້າໄດ້ຖືກບັນລຸ, ແຕ່ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ຖືກບັນລຸ, ພວກເຂົາກໍຈະບໍ່ສະແຫວງຫາຊີວິດຢ່າງແນ່ນອນ. ມະນຸດເຊື່ອວ່າຄວາມເຊື່ອໃນພຣະເຈົ້າຄືການສະແຫວງຫາໝາຍສໍາຄັນ ແລະ ສິ່ງມະຫັດສະຈັນທີ່ເບິ່ງເຫັນໄດ້ ແລະ ການສະແຫວງຫາເພື່ອຂຶ້ນສະຫວັນຊັ້ນທີສາມ. ບໍ່ມີໃຜທີ່ເວົ້າວ່າຄວາມເຊື່ອໃນພຣະເຈົ້າຄືການສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງ, ການສະແຫວງຫາຊີວິດ ແລະ ການສະແຫວງຫາເພື່ອຖືກຮັບໂດຍພຣະເຈົ້າ. ການສະແຫວງຫາເຊັ່ນນີ້ຈະມີຄຸນຄ່າຫຍັງ? ຜູ້ທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມເພິ່ງພໍ່ໃຈຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ, ພວກເຂົາແມ່ນຜູ້ທີ່ໝິ່ນປະໝາດພຣະເຈົ້າ!

ດຽວນີ້ເຈົ້າເຂົ້າໃຈແລ້ວບໍວ່າຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອໃນພຣະເຈົ້າແມ່ນການເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນບໍ? ແມ່ນການຂຶ້ນສະຫວັນບໍ? ການເຊື່ອໃນພຣະເຈົ້ານ້ນ ບໍ່ແມ່ນເລື່ອງງ່າຍເລີຍ. ການປະຕິບັດທາງສາສະໜາເຫຼົ່ານັ້ນຄວນຖືກລົບລ້າງອອກ; ການສະແຫວງຫາການປິ່ນປົວຄົນເຈັບປ່ວຍ, ການຂັບໄລ່ຜີມານຮ້າຍ, ໃສ່ໃຈໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ການປາດຖະໜາເພື່ອຫວັງຮັບພຣະຄຸນຂອງພຣະເຈົ້າ, ຄວາມສະຫງົບສຸກ ແລະ ຄວາມສຸກໃຈ; ການສະແຫວງຫາຄວາມຄາດຫວັງ ແລະ ຄວາມສຸກສະບາຍທາງຝ່າຍເນື້ອໜັງ ເຊິ່ງສິ່ງເຫຼົ່ານີ້ແມ່ນການປະຕິບັດທາງສາສະໜາ ແລະ ການປະຕິບັດທາງສາສະໜາເຊັ່ນນັ້ນແມ່ນຮູບແບບຂອງຄວາມເຊື່ອທີ່ມືດມົວ. ແລ້ວໃນປັດຈຸບັນນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອແທ້ຈິງກໍຄື ການຮັບເອົາພຣະທໍາຂອງພຣະເຈົ້າເປັນຄວາມຈິງຂອງຊີວິດເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຈາກພຣະທໍາຂອງພຣະອົງເພື່ອຈະໄດ້ຮັບຄວາມຮັກທີ່ແທ້ຈິງຈາກພຣະອົງ. ກ່າວຢ່າງຈະແຈ້ງກໍຄື: ການເຊື່ອໃນພຣະເຈົ້າກໍເພື່ອວ່າເຈົ້າຈະໄດ້ເຊື່ອຟັງພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ມະນຸດຄວນປະຕິບັດ. ນີ້ແມ່ນຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມໜ້າຮັກຂອງພຣະເຈົ້າ, ຮູ້ຈັກຄຸນຄ່າຂອງພຣະເຈົ້າທີ່ຄວນເຄົາລົບນັບຖື ແລະ ວິທີທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ. ເຈົ້າຕ້ອງຮູ້ຈັກວິທີທີ່ພຣະເຈົ້າເຮັດໃຫ້ສິ່ງທີ່ມີຊີວິດທັງຫຼາຍຂອງພຣະອົງສົມບູນແບບ ເຊິ່ງນີ້ຄືພື້ນຖານໃນການເຊື່ອທີ່ເຈົ້າສົມຄວນມີ. ການເຊື່ອໃນພຣະເຈົ້າ ຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າ ແລະ ປ່ຽນຈາກການດໍາລົງຊີວິດພາຍໃນຄວາມເຊື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດຂອງພຣະທໍາພຣະເຈົ້າ. ການເຊື່ອໃນພຣະເຈົ້າຄືການໜີອອກຈາກພາຍໃຕ້ການຄວບຄຸມຂອງຊາຕານ, ໃຊ້ຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ການເຊື່ອໃນພຣະເຈົ້າຄືການຮັບເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ເຊື່ອຟັງຕໍ່ເນື້ອໜັງ; ການເຊື່ອພຣະເຈົ້າຄືການອະນຸຍາດໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກນິໄສຊາຕານ. ການເຊື່ອໃນພຣະເຈົ້າ ຕົ້ນຕໍແລ້ວກໍເພື່ອວ່າລິດອຳນາດ ແລະ ລັດສະໝີພາບຂອງພຣະເຈົ້າຈະໄດ້ປາກົດໃນຕົວເຈົ້າ ເພື່ອວ່າເຈົ້າຈະໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າ, ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ການເຊື່ອໃນພຣະເຈົ້າບໍ່ຄວນເພື່ອເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ຫຼື ເພື່ອເຫັນແກ່ຜົນປະໂຫຍດສ່ວນຕົວຂອງຮ່າງກາຍຕົນເອງ. ການເຊື່ອໃນພຣະເຈົ້າ ຄວນເຊື່ອເພື່ອສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ເພື່ອສາມາດເຊື່ອຟັງພຣະເຈົ້າ ແລະ ເປັນເໝືອນດັ່ງເປໂຕທີ່ເຊື່ອຟັງພຣະອົງຈົນເຖິງແກ່ຄວາມຕາຍ. ນີ້ແມ່ນສິ່ງຕົ້ນຕໍທີ່ຕ້ອງໄດ້ບັນລຸຜົນ. ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າກໍ່ເພື່ອຮູ້ຈັກພຣະເຈົ້າ ແລະ ເພື່ອເຮັດໃຫ້ເປັນທີ່ພໍໃຈພຣະເຈົ້າ. ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນ, ພຽງວິທີນີ້ເທົ່ານັ້ນເຈົ້າຈິ່ງສາມາດເຊື່ອຟັງພຣະເຈົ້າໄດ້. ພຽງແຕ່ເຈົ້າຮູ້ຈັກພຣະເຈົ້າເທົ່ານັ້ນ ເຈົ້າກໍສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍດຽວທີ່ມະນຸດຄວນມີໃນການເຊື່ອຕໍ່ພຣະເຈົ້າ. ຖ້າໃນການເຊື່ອຂອງເຈົ້າ, ເຈົ້າພະຍາຍາມຫວັງເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ຄວາມເຊື່ອຂອງເຈົ້າແມ່ນບໍ່ຖືກຕ້ອງ. ການເຊື່ອໃນພຣະເຈົ້າ ຕົ້ນຕໍແລ້ວ ແມ່ນການຍອມຮັບພຣະທໍາຂອງພຣະເຈົ້າເປັນຄວາມຈິງແຫ່ງຊີວິດ. ມີພຽງການເອົາພຣະທໍາຂອງພຣະເຈົ້າທີ່ອອກຈາກປາກຂອງພຣະອົງໄປປະຕິບັດ ແລະ ເຮັດຕາມພຣະທໍາດ້ວຍຕົວເຈົ້າເອງເທົ່ານັ້ນ ຈິ່ງຖືວ່າເຈົ້າໄດ້ບັນລຸຕາມຄວາມປະສົງຂອງພຣະເຈົ້າ. ໃນການເຊື່ອໃນພຣະເຈົ້າ, ມະນຸດຄວນສະແຫວງຫາການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເຊື່ອຟັງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດເຊື່ອຟັງພຣະເຈົ້າໂດຍບໍ່ມີການຈົ່ມວ່າໃດໆ, ໃສ່ໃຈຕໍ່ຄວາມປະສົງຂອງພຣະເຈົ້າ, ບັນລຸຕາມວຸດທິພາວະຂອງເປໂຕ, ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວໄວ້ ແລ້ວນັ້ນກໍແມ່ນເວລາທີ່ເຈົ້າໄດ້ບັນລຸຜົນສຳເລັດໃນການເຊື່ອໃນພຣະເຈົ້າ ແລະ ເປັນການສະແດງໃຫ້ເຫັນວ່າ ເຈົ້າໄດ້ຖືກຮັບໂດຍພຣະເຈົ້າແລ້ວ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: X. ການເຂົ້າສູ່ຊີວິດ

ຕໍ່ໄປ: ການເຂົ້າສູ່ຊີວິດ 2

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ໃນຍຸກແຫ່ງພຣະຄຸນໄດ້ມີການເທດສະໜາເຖິງຂ່າວປະເສີດແຫ່ງການກັບໃຈ ແລະ ຕັ້ງເງື່ອນໄຂວ່າ ຖ້າມະນຸດເຊື່ອ ແລ້ວເຂົາກໍຈະລອດພົ້ນ. ໃນປັດຈຸບັນ...

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າ ແລະ ເຖິງແມ່ນວ່າຄວາມປະສົງຂອງພາລະກິດຂອງພຣະເຈົ້າຍັງຄົງຄືເກົ່າ,...

ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນ ເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້