ການເຂົ້າສູ່ຊີວິດ 2

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 406)

ຜູ້ຄົນທີ່ເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ໂດຍສໍາພັດພຣະວິນຍານຂອງພຣະເຈົ້າດ້ວຍໃຈ ຈິ່ງໄດ້ຮັບຄວາມເພິ່ງພໍໃຈຈາກພຣະອົງ; ເມື່ອສຶກສາພຣະທໍາຂອງພຣະເຈົ້າດ້ວຍໃຈ, ພວກເຂົາກໍໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະເຈົ້າ. ຖ້າເຈົ້າປາຖະໜາຊີວິດທາງຈິດວິນຍານ ແລະ ສ້າງຄວາມສໍາພັນອັນດີກັບພຣະເຈົ້າ ກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈິ່ງສາມາດພັດທະນາຊີວິດທາງຈິດວິນຍານໄດ້ຕາມລໍາດັບ. ຖ້າຄົນບໍ່ມອບຫົວໃຈໃຫ້ກັບພຣະເຈົ້າຜ່ານທາງຄວາມເຊື່ອ ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ຖືເອົາພາລະຂອງພຣະອົງມາເປັນຂອງຕົນເອງ ທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ ແລະ ສິ່ງນີ້ກໍເປັນພຶດຕິກໍາຂອງຄົນທີ່ເຊື່ອຖືສາສະໜາ ເຊິ່ງສິ່ງນີ້ບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ຄົນປະເພດນີ້ບໍ່ມີສິ່ງໃດດີຈະມອບໃຫ້ພຣະເຈົ້າ; ຄົນປະເພດນີ້ມີແຕ່ຈະຂັດຂວາງພາລະກິດຂອງພຣະເຈົ້າ ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ ກິນເນື້ອທີ່ ແລະ ບໍ່ມີຫຍັງດີ; ພຣະເຈົ້າບໍ່ນໍາໃຊ້ຄົນປະເພດນີ້. ຄົນປະເພດນີ້ບໍ່ພຽງແຕ່ບໍ່ມີໂອກາດສໍາລັບພາລະກິດຂອງພຣະວິນຍານບໍລິສຸດ ແຕ່ຍິ່ງໄປກວ່ານັ້ນ ຄົນປະເພດນີ້ບໍ່ມີຄຸນຄ່າໃນການເຮັດໃຫ້ສົມບູນແບບເລີຍ. ຄົນປະເພດນີ້ແມ່ນຄົນ “ຕາຍທັງເປັນ” ຢ່າງແທ້ຈິງ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້; ພວກເຂົາທັງໝົດຖືກຊາຕານນໍາໃຊ້, ເຮັດໃຫ້ເສື່ອມໂຊມຢ່າງໜັກໂດຍຊາຕານ ແລະ ພວກເຂົາກໍເປັນເປົ້າໝາຍການທໍາລາຍຂອງພຣະເຈົ້າ. ໃນປັດຈຸບັນ ໃນການນໍາໃຊ້ຜູ້ຄົນ ພຣະວິນຍານບໍລິສຸດບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງໄດ້ປ່ຽນແປງພາກສ່ວນທີ່ບໍ່ເປັນປະໂຫຍດຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາສົມບູນ. ຖ້າເຈົ້າສາມາດຖອກເທຫົວໃຈໃຫ້ກັບພຣະເຈົ້າ ແລະ ສະຫງົບໃຈຕໍ່ໜ້າພຣະອົງ ເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດພຽງພໍເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ເພື່ອຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍຈະມີໂອກາດໃຫ້ພຣະວິນຍານບໍລິສຸດແກ້ໄຂຄວາມບົກພ່ອງຂອງເຈົ້າ. ເມື່ອເຈົ້າມອບຫົວໃຈໃຫ້ກັບພຣະເຈົ້າ, ໃນທາງບວກ ເຈົ້າສາມາດໄດ້ຮັບທາງເຂົ້າທີ່ດີຂຶ້ນ ແລະ ໄດ້ຮັບຄວາມຢັ່ງຮູ້ສູງຂຶ້ນ; ໃນດ້ານລົບ ເຈົ້າຈະເຂົ້າໃຈຄວາມຜິດ ແລະ ຄວາມບົກພ່ອງຂອງຕົນຫຼາຍຂຶ້ນ, ເຈົ້າຈະຈົດຈໍ່ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຈົ້າຈະບໍ່ຂີ້ຄ້ານ ແຕ່ຈະກ້າວເຂົ້າສູ່ຢ່າງຫ້າວຫັນ. ສິ່ງນີ້ຈະໝາຍຄວາມວ່າເຈົ້າເປັນຄົນຖືກຕ້ອງ. ອີງໃສ່ເງື່ອນໄຂທີ່ວ່າ ໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ, ຈຸດສໍາຄັນບໍ່ວ່າເຈົ້າຈະໄດ້ຮັບຄໍາຍົກຍ້ອງຈາກພຣະວິນຍານບໍລິສຸດ ຫຼື ບໍ ແລະ ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບວ່າ ເຈົ້າກ້າວເຂົ້າສູ່ຢ່າງຫ້າວຫັ້ນ ຫຼື ບໍ. ເມື່ອພຣະວິນຍານບໍລິສຸດມອບແສງສະຫວ່າງໃຫ້ຄົນໃດຄົນໜຶ່ງ ແລະ ນໍາໃຊ້ຄົນນັ້ນ ຄົນນັ້ນບໍ່ເຄີຍຖົດຖອຍລົງ ແຕ່ກ້າວໜ້າຢ່າງຫ້າວຫັນຢູ່ສະເໝີ. ເຖິງວ່າຄົນນັ້ນຈະມີຈຸດອ່ອນກໍຕາມ ລາວກໍຈະສາມາດເອົາຊະນະໄດ້, ສາມາດເຕີບໃຫຍ່ໄດ້ໂດຍບໍ່ຂ້ອງຄາ ແລະ ສາມາດສືບຕໍ່ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ຄືມາດຕະຖານ. ຖ້າເຈົ້າສາມາດບັນລຸສິ່ງນີ້ ມັນກໍພຽງພໍທີ່ຈະພິສູດວ່າ ເຈົ້າໄດ້ຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ. ຖ້າຄົນໃດຄົນໜຶ່ງຢູ່ໃນແງ່ລົບສະເໝີ ແລະ ເຖິງແມ່ນວ່າຫຼັງຈາກຄົນນັ້ນໄດ້ຮັບຄວາມສະຫວ່າງເພື່ອໃຫ້ຮູ້ຈັກຕົນເອງ ແຕ່ຍັງຢູ່ໃນແງ່ລົບ, ຂີ້ຄ້ານ, ບໍ່ສາມາດລຸກຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ, ຖືວ່າຄົນປະເພດນີ້ໄດ້ຮັບພຽງແຕ່ພຣະຄຸນຂອງພຣະເຈົ້າ ແຕ່ພຣະວິນຍານບໍລິສຸດບໍ່ໄດ້ສະຖິດຢູ່ນໍາ. ເມື່ອຄົນໃດ້ຄົນໜຶ່ງຢູ່ໃນແງ່ລົບ ໝາຍຄວາມວ່າ ຈິດໃຈຂອງຄົນນັ້ນຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າ ແລະ ຈິດວິນຍານຂອງລາວກໍບໍ່ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ. ທຸກຄົນຄວນຮັບຮູ້ສິ່ງນີ້.

(ຄັດຈາກບົດ “ມັນສໍາຄັນທີ່ສຸດທີ່ຈະສ້າງຄວາມສໍາພັນກັບພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 407)

ສາມາດສັງເກດຈາກປະສົບການໄດ້ວ່າ ສິ່ງທີ່ສໍາຄັນສິ່ງໜຶ່ງແມ່ນການສະຫງົບໃຈຕໍ່ໜ້າພຣະເຈົ້າ. ມັນເປັນສິ່ງທີ່ກ່ຽວຂ້ອງກັບຊີວິດທາງວິນຍານຂອງຄົນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊີວິດນັ້ນ. ມີແຕ່ເມື່ອໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ການຕາມຫາຄວາມຈິງ ແລະ ການປ່ຽນແປງນິໄສຂອງເຈົ້າຈິ່ງຈະເກີດໝາກຜົນ. ຍ້ອນເຈົ້າເຂົ້າມາຫາພຣະເຈົ້າພ້ອມກັບພາລະໜັກ ແລະ ເຈົ້າຮູ້ສຶກວ່າຕົນເອງຂາດເຂີນຫຼາຍຢູ່ສະເໝີ, ຮູ້ສຶກວ່າຍັງມີຄວາມຈິງຫຼາຍປະການທີ່ເຈົ້າຕ້ອງຮູ້, ຍັງມີຄວາມເປັນຈິງຫຼາຍຢ່າງທີ່ເຈົ້າຕ້ອງໄດ້ສໍາຜັດ ແລະ ເຈົ້າຕ້ອງໄດ້ເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າ; ສິ່ງເຫຼົ່ານີ້ຢູ່ໃນຄວາມຄິດຂອງເຈົ້າຕະຫຼອດ ແລະ ເໝືອນກັບວ່າພວກມັນກໍາລັງເຕັງເຈົ້າລົງຈົນຫາຍໃຈບໍ່ອອກ ສະນັ້ນເຈົ້າຈິ່ງຮູ້ສຶກໜັກໃຈ (ແຕ່ບໍ່ແມ່ນໃນທາງລົບ). ມີແຕ່ຄົນລັກສະນະນີ້ເທົ່ານັ້ນທີ່ເໝາະສົມຈະຮັບເອົາຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ແລະ ການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ຍ້ອນພາລະໜັກຂອງພວກເຂົາ ພວກເຂົາຈິ່ງໜັກໃຈ ແລະ ສາມາດເວົ້າໄດ້ວ່າ ຍ້ອນລາຄາທີ່ພວກເຂົາໄດ້ຈ່າຍ ແລະ ຄວາມທຸກທໍລະມານທີ່ພວກເຂົາໄດ້ຜ່ານຜ່າຕໍ່ໜ້າພຣະເຈົ້າ ພວກເຂົາຈິ່ງໄດ້ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ ເພາະວ່າພຣະເຈົ້າບໍ່ອໍາອຽງຕໍ່ບຸກຄົນໃດ. ພຣະອົງຍຸຕິທໍາຕໍ່ຄົນສະເໝີ ແລະ ພຣະອົງບໍ່ໄດ້ຜະເດັດການໃນການອວຍພອນຄົນ ແລະ ກໍບໍ່ໄດ້ມອບໃຫ້ໂດຍປາສະຈາກເງື່ອນໄຂ. ນີ້ແມ່ນລັກສະນະອຸປະນິໄສໜຶ່ງທີ່ຊອບທໍາຂອງພຣະເຈົ້າ. ໃນຊີວິດຈິງ ຫຼາຍຄົນຍັງບໍ່ທັນໄດ້ບັນລຸສິ່ງນີ້. ຢ່າງໜ້ອຍ ໃຈຂອງພວກເຂົາກໍຍັງບໍ່ທັນຫັນເຂົ້າຫາພຣະເຈົ້າຢ່າງສົມບູນ ສະນັ້ນຈິ່ງບໍ່ມີການປ່ຽນແປງທາງນິໄສໃນຊີວິດຂອງພວກເຂົາ. ສີ່ງນີ້ເປັນຍ້ອນພວກເຂົາອາໄສຢູ່ໃນພຣະຄຸນຂອງພຣະເຈົ້າເທົ່ານັ້ນ ແລະ ຍັງບໍ່ທັນໄດ້ຮັບການປ່ຽນແປງຈາກພຣະວິນຍານບໍລິສຸດ. ພຣະເຈົ້ານໍາໃຊ້ຄົນຕາມເງື່ອນໄຂ ເຊັ່ນ: ຈິດໃຈຂອງພວກເຂົາຕ້ອງຫັນເຂົ້າຫາພຣະເຈົ້າ ແລະ ພວກເຂົາແບກຫາບເອົາພາລະແຫ່ງພຣະທໍາຂອງພຣະເຈົ້າ, ມີຈິດໃຈສະແຫວງຫາ ແລະ ພວກເຂົາຕັ້ງໃຈຄົ້ນຫາຄວາມຈິງ. ມີພຽງຄົນລັກສະນະນີ້ເທົ່ານັ້ນຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ສາມາດຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງໄດ້. ຄົນທີ່ພຣະເຈົ້ານໍາໃຊ້ ເບິ່ງພາຍນອກຄືວ່າຂາດເຫດຜົນ ແລະ ບໍ່ມີຄວາມສໍາພັນທີ່ດີກັບຄົນອື່ນ, ເຖິງວ່າພວກເຂົາເວົ້າຈາຈົບງາມ ບໍ່ເວົ້າສຸມສີ່ສຸມຫ້າ ແລະ ສະຫງົບໃຈຢູ່ຕໍ່ໜ້າພຣະເຈົ້າສະເໝີ. ແຕ່ວ່າແມ່ນຄົນປະເພດນີ້ແຫຼະທີ່ເໝາະສົມໃຫ້ພຣະວິນຍານບໍລິສຸດນໍາໃຊ້. ຄົນ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງນີ້ ເບິ່ງຄືວ່າເປັນຄົນຂາດຄວາມສໍາພັນທີ່ດີກັບຄົນອື່ນ ແລະ ພວກເຂົາບໍ່ຮັກສິ່ງຂອງ ນອກກາຍ ຫຼື ການກະທໍາທີ່ບໍ່ຈິງໃຈ ແຕ່ເມື່ອພວກເຂົາສື່ສານເລື່ອງຈິດວິນຍານ ພວກເຂົາສາມາດຖອກເທຈິດໃຈ ແລະ ຍອມເສຍສະລະເພື່ອສະໜອງຄວາມສະຫວ່າງ ແລະ ແສງເຍືອງທາງໃຫ້ຄົນອື່ນ ເຊິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ພວກເຂົາໄດ້ຮັບຈາກປະສົບການຕົວຈິງຕໍ່ໜ້າພຣະເຈົ້າ. ນີ້ແມ່ນວິທີທີ່ພວກເຂົາສະແດງຄວາມຮັກຕໍ່ພຣະເຈົ້າ ແລະ ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະອົງ. ເມື່ອຄົນອື່ນປ້ອຍດ່າ ແລະ ຫົວຂັວນພວກເຂົາ ພວກເຂົາກໍສາມາດອົດທົນໄດ້ ບໍ່ປ່ອຍໃຫ້ຄົນພາຍນອກ, ເຫດການ ແລະ ສິ່ງຕ່າງໆຄວບຄຸມພວກເຂົາ ແລະ ພວກເຂົາສາມາດສະຫງົບໃຈຕໍ່ໜ້າພະເຈົ້າ. ຄົນປະເພດນີ້ມີຄວາມເຂົ້າໃຈທີ່ພິເສດ. ບໍ່ວ່າຄົນອື່ນຈະເປັນແນວໃດກໍຕາມ ຈິດໃຈຂອງພວກເຂົາບໍ່ເຄີຍປະຖິ້ມພຣະເຈົ້າ. ເມື່ອຄົນອື່ນເວົ້າສະໜຸກສະໜານ ແລະ ຕະຫຼົກເຮຮາ ຈິດໃຈຂອງພວກເຂົາກໍຍັງຢູ່ຕໍ່ໜ້າພຣະເຈົ້າ ໄຕ່ຕອງພຣະທໍາຂອງພຣະເຈົ້າ ຫຼື ອະທິຖານໃນໃຈຫາພຣະເຈົ້າ, ສະແຫວງຫາຄວາມປະສົງຂອງພຣະອົງ. ພວກເຂົາບໍ່ເຄີຍໃຫ້ຄວາມສໍາຄັນຕໍ່ການຮັກສາຄວາມສໍາພັນກັບມະນຸດ. ຄົນລັກສະນະນີ້ເບິ່ງຄືວ່າບໍ່ມີປັດຊະຍາແຫ່ງຊີວິດ. ແຕ່ພາຍນອກຄົນປະເພດນີ້ສົດໄສ, ເປັນຕາຮັກແພງ ແລະ ໄຮ້ດຽງສາ ພ້ອມທັງມີຄວາມສະຫງົບ. ນີ້ແມ່ນລັກສະນະຂອງຄົນທີ່ພຣະເຈົ້ານໍາໃຊ້. ສິ່ງຕ່າງໆເຊັ່ນ ປັດຊະຍາສໍາລັບການດໍາລົງຊີວິດ ຫຼື “ເຫດຜົນທົ່ວໄປ” ບໍ່ສາມາດໃຊ້ໄດ້ກັບຄົນປະເພດນີ້; ຄົນປະເພດນີ້ໄດ້ອຸຖິດໃຈທັງໝົດຂອງພວກເຂົາໃຫ້ພຣະທໍາຂອງພຣະເຈົ້າແລ້ວ ແລະ ພວກເຂົາມີແຕ່ພຣະເຈົ້າຜູ້ດຽວເທົ່ານັ້ນຢູ່ໃນໃຈຂອງພວກເຂົາ. ຄົນປະເພດນີ້ເປັນຄົນທີ່ພຣະເຈົ້າເອີ້ນວ່າ “ຂາດເຫດຜົນ” ແລະ ເປັນຄົນທີ່ພຣະເຈົ້ານໍາໃຊ້. ຄົນທີ່ພຣະເຈົ້ານໍາໃຊ້ມີລັກສະນະຄື: ບໍ່ວ່າຢູ່ສະຖານທີ່ໃດ ຫຼື ກາລະໃດ ໃຈຂອງຄົນນັ້ນກໍຢູ່ຕໍ່ໜ້າພຣະເຈົ້າສະເໝີ ແລະ ເຖິງວ່າຄົນອື່ນຈະໂລເລປານໃດກໍຕາມ ຈະໝົກໝົ້ນໃນກິເລດຕັນຫາຫຼາຍປານໃດກໍຕາມ ນັ້ນກໍຄືໝົກໝົ້ນຝ່າຍເນື້ອໜັງ ແຕ່ຈິດໃຈຂອງຄົນນັ້ນກໍບໍ່ເຄີຍປະຖິ້ມພຣະເຈົ້າ ແລະ ບໍ່ປະຕິບັດຕາມຄົນອ້ອມຂ້າງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນຄົນທີ່ພຣະວິນຍານບໍລິສຸດປ່ຽນແປງໃຫ້ສົມບູນ. ຖ້າເຈົ້າບໍ່ສາມາດບັນລຸຄຸນສົມບັດເຫຼົ່ານີ້ໄດ້ ເຈົ້າກໍຈະເປັນຄົນທີ່ບໍ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ບໍ່ເໝາະສົມໃຫ້ພຣະວິນຍານບໍລິສຸດປ່ຽນແປງໃຫ້ສົມບູນ.

(ຄັດຈາກບົດ “ມັນສໍາຄັນທີ່ສຸດທີ່ຈະສ້າງຄວາມສໍາພັນກັບພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 408)

ຖ້າເຈົ້າຢາກມີຄວາມສໍາພັນທີ່ດີກັບພຣະເຈົ້າ ໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ ແລະ ເມື່ອປະຕິບັດຕາມເງື່ອນໄຂນີ້ ເຈົ້າກໍຈະມີຄວາມສໍາພັນທີ່ດີກັບຄົນອື່ນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ດີກັບພຣະເຈົ້າ ເຖິງວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນກັບຄົນອື່ນ ເຈົ້າຈະພະຍາຍາມ ຫຼື ອອກເຫື່ອເທແຮງປານໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາແຫ່ງຊີວິດຂອງມະນຸດ. ເຈົ້າຮັກສາຕໍາແໜ່ງໜ້າຕາໃນໝູ່ຄົນດ້ວຍວິທີ ແລະ ປັດຊະຍາຂອງມະນຸດ ເພື່ອໃຫ້ພວກເຂົາຍົກຍໍຊົມເຊີຍເຈົ້າ. ເຈົ້າບໍ່ສ້າງຄວາມສໍາພັນທີ່ດີກັບຄົນອື່ນຕາມພຣະທໍາຂອງພຣະເຈົ້າ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຄົນ ແຕ່ຮັກສາຄວາມສໍາພັນທີ່ດີກັບພຣະເຈົ້າ ຖ້າເຈົ້າຍິນດີມອບຫົວໃຈໃຫ້ພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ ຄວາມສໍາພັນລະຫວ່າງເຈົ້າກັບຄົນອື່ນກໍຈະດີຂຶ້ນໂດຍທໍາມະຊາດ. ດ້ວຍວິທີນີ້ ຄວາມສໍາພັນເຫຼົ່ານີ້ຈິ່ງບໍ່ອີງໃສ່ຝ່າຍເນື້ອໜັງ ແຕ່ອີງໃສ່ຄວາມຮັກຂອງພຣະເຈົ້າ. ເກືອບບໍ່ມີຄວາມສໍາພັນໃດອີງໃສ່ຝ່າຍເນື້ອໜັງ ແຕ່ໃນຈິດວິນຍານມີການສາມັກຄີທໍາ ພ້ອມທັງຄວາມຮັກ, ຄວາມປອບໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານຈິດໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍອາໄສປັດຊະຍາແຫ່ງຊີວິດຂອງມະນຸດ ແຕ່ເກີດຂຶ້ນໂດຍຜ່ານພາລະຂອງພຣະເຈົ້າ. ມັນບໍ່ຕ້ອງການເຫື່ອແຮງຂອງມະນຸດ. ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກພຣະທໍາຂອງພຣະເຈົ້າ. ເຈົ້າຍິນດີທີ່ຈະເຊີດຊູຄວາມປະສົງຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ບໍ? ເຈົ້າຍິນດີທີ່ຈະມອບໃຈທັງໝົດໃຫ້ພຣະເຈົ້າບໍ ແລະ ບໍ່ເປັນຫວ່ງນໍາຕໍາແໜ່ງໜ້າຕາໃນໂລກນີ້ບໍ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ດີກັບຄົນອື່ນບໍ? ເຈົ້າປະຕິບັດຕໍ່ທຸກຄົນເທົ່າທຽມກັນບໍ? ຄວາມສໍາພັນທີ່ເຈົ້າມີຕໍ່ຄົນອື່ນອີງໃສ່ປັດຊະຍາແຫ່ງຊີວິດ ຫຼື ວ່າ ອີງໃສ່ຄວາມຮັກຂອງພຣະເຈົ້າ? ເມື່ອຜູ້ໃດຜູ້ໜຶ່ງບໍ່ມອບໃຈໃຫ້ພຣະເຈົ້າ ຊີວິດທາງຈິດວິນຍານຂອງລາວກໍເສົ້າໝອງ, ມຶນຊາ ແລະ ບໍ່ມີສະຕິ. ຄົນປະເພດນີ້ຈະບໍ່ມີວັນເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ຈະບໍ່ມີວັນມີຄວາມສໍາພັນທີ່ດີກັບພຣະເຈົ້າ; ຄົນປະເພດນີ້ຈະບໍ່ມີວັນປ່ຽນແປງນິໄສ. ການປ່ຽນແປງນິໄສຂອງຄົນຜູ້ໜຶ່ງເກີດຂຶ້ນກໍຕໍ່ເມື່ອຄົນນັ້ນມອບໃຈທັງໝົດໃຫ້ພຣະເຈົ້າ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າເປີດໃຫ້ທຸກຄົນເຂົ້າຮ່ວມຢ່າງຫ້າວຫັນ ພ້ອມທັງຊ່ວຍຄົນໃຫ້ສາມາດປະຖິ້ມສິ່ງລົບ ພາຍຫຼັງໄດ້ຮັບຄວາມຮູ້. ເມື່ອເຈົ້າສາມາດມອບໃຈໃຫ້ພຣະເຈົ້າ ເຈົ້າຈະສາມາດສັງເກດເຫັນທຸກການປ່ຽນແປງໃນຊີວິດທາງຈິດວິນຍານຂອງເຈົ້າ ແລະ ເຈົ້າຈະຮູ້ຄວາມສະຫວ່າງ ແລະ ແສງເຍືອງທາງທຸກຢ່າງຈາກພຣະເຈົ້າ. ຍຶດໝັ້ນໃນສິ່ງນີ້ ແລະ ເຈົ້າກໍຈະ ກ້າວເຂົ້າສູ່ຫົນທາງແຫ່ງຄວາມສົມບູນຂອງພຣະວິນຍານບໍລິສຸດໂດຍເທື່ອລະກ້າວ. ຍິ່ງໃຈຂອງເຈົ້າສາມາດສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ ຈິດວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ ແລະ ຈິດວິນຍານຂອງເຈົ້າກໍ່ຈະສາມາດສໍາພັດການເຄື່ອນໄຫວທຸກຢ່າງຂອງພຣະວິນຍານບໍລິສຸດ ແລ້ວຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງດີຂຶ້ນ. ຄວາມສໍາພັນທີ່ດີລະຫວ່າງຜູ້ຄົນແມ່ນເກີດຈາກບົນພື້ນຖານຂອງການມອບຫົວໃຈໃຫ້ກັບພຣະເຈົ້າ ເຊິ່ງບໍ່ໄດ້ເກີດຂຶ້ນຍ້ອນຄວາມພະຍາຍາມຂອງມະນຸດ. ຖ້າພວກເຂົາບໍ່ມີພຣະເຈົ້າໃນຈິດໃຈ ຄວາມສໍາພັນກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງ. ຄວາມສໍາພັນເຫຼົ່ານັ້ນບໍ່ແມ່ນຄວາມສໍາພັນທີ່ເໝາະສົມ ແຕ່ເປັນການໝົກໝົ້ນໃນກິເລດ ເປັນຄວາມສໍາພັນທີ່ພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ. ຖ້າເຈົ້າເວົ້າວ່າຈິດວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າຢາກຄົບຫາແຕ່ຜູ້ທີ່ເຈົ້າຖືກໃຈ ຫຼື ຄົນທີ່ເຈົ້ານັບຖືເທົ່ານັ້ນ ແລະ ເມື່ອມີຜູ້ທີ່ບໍ່ຖືກໃຈເຈົ້າ, ຜູ້ທີ່ເຈົ້າອໍາອຽງໃສ່ ແລ້ວເຈົ້າບໍ່ຢາກຄົບຫາ ນີ້ເປັນຫຼັກຖານບົ່ງບອກວ່າ ເຈົ້າເປັນຄົນເອົາຄວາມຮູ້ສຶກເປັນຫຼັກ ແລະ ເຈົ້າບໍ່ມີຄວາມສໍາພັນຢ່າງແທດເໝາະກັບພຣະເຈົ້າເລີຍ. ເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າ. ເຖິງວ່າເຈົ້າຈະສາມາດແບ່ງປັນຄວາມເຂົ້າໃຈ ແຕ່ເຈົ້າມີເຈຕະນາທີ່ຜິດ ທຸກສິ່ງທີ່ເຈົ້າເຮັດແມ່ນດີສະເພາະມາດຕະຖານຂອງມະນຸດເທົ່ານັ້ນ. ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ ເພາະວ່າເຈົ້າປະຕິບັດຕາມທາງເນື້ອໜັງ ບໍ່ແມ່ນຕາມທາງຂອງພຣະເຈົ້າ. ຖ້າເຈົ້າສາມາດສະຫງົບໃຈຕໍ່ໜ້າພຣະເຈົ້າ ແລະ ມີຄວາມສໍາພັນທີ່ດີຕໍ່ບັນດາຜູ້ທີ່ຮັກພຣະເຈົ້າ ເມື່ອນັ້ນເຈົ້າຈິ່ງເໝາະສົມໃຫ້ພຣະເຈົ້ານໍາໃຊ້. ໂດຍວິທີນີ້ ບໍ່ວ່າເຈົ້າຈະຄົບຫາກັບຄົນອື່ນໃນລັກສະນະໃດກໍຕາມ ກໍຈະບໍ່ຖືວ່າອີງຕາມປັດຊະຍາຂອງມະນຸດ ແຕ່ເປັນການດໍາລົງຢູ່ຕໍ່ໜ້າພຣະເຈົ້າ ແລະ ເອົາໃຈໃສ່ພາລະກິດຂອງພຣະອົງ. ທ່າມກາງພວກເຈົ້າມີຄົນລັກສະນະນີ້ຈັກຄົນ? ເຈົ້າມີຄວາມສໍາພັນທີ່ເໝາະສົມກັບຄົນອື່ນແທ້ບໍ? ຄວາມສໍາພັນເຫຼົ່ານັ້ນສ້າງຂຶ້ນບົນພື້ນຖານຫຍັງ? ໃນໂຕເຈົ້າມີປັດຊະຍາແຫ່ງຊີວິດຈັກປະການ? ເຈົ້າໄດ້ປະຖິ້ມແລ້ວບໍ? ຖ້າໃຈຂອງເຈົ້າບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ ເຈົ້າກໍບໍ່ແມ່ນເກີດຈາກພຣະເຈົ້າ ແຕ່ເກີດຈາກຊາຕານ ແລະ ໃນທີ່ສຸດກໍຈະກັບໄປຫາຊາຕານ. ເຈົ້າບໍ່ສົມຄວນເປັນຄົນຂອງພຣະເຈົ້າ. ສິ່ງທັງໝົດນີ້ເຈົ້າຕ້ອງໄດ້ພິຈາລະນາຢ່າງລະອຽດ.

(ຄັດຈາກບົດ “ມັນສໍາຄັນທີ່ສຸດທີ່ຈະສ້າງຄວາມສໍາພັນກັບພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 409)

ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ປາດສະຈາກການມີຄວາມສຳພັນປົກກະຕິກັບພຣະເຈົ້າ, ຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງໂດຍການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ສົງໃສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ຍອມຮັບມັນ ແລະ ຍິ່ງໄປກວ່ານັ້ນ ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ຄິດເຫັນແກ່ຕົວເຈົ້າເອງ, ມີຄວາມສົນໃຈຕໍ່ຄອບຄົວຂອງພຣະເຈົ້າສະເໝີ ເໝືອນກັບວ່າເປັນສິ່ງທີ່ສຳຄັນທີ່ສຸດ ບໍ່ວ່າເຈົ້າກຳລັງເຮັດຫຍັງຢູ່ກໍ່ຕາມ, ຍອມຮັບການກວດສອບຂອງພຣະເຈົ້າ ແລະ ຍອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າເມື່ອໃດກໍຕາມທີ່ເຈົ້າເຮັດສິ່ງໃດໜຶ່ງ; ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າກໍ່ຕາມ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ ດ້ວຍສຸດຄວາມສາມາດຂອງເຈົ້າ. ມັນຍັງບໍ່ຊ້າເກີນໄປທີ່ຈະຖ້າໃຫ້ຄວາມປະສົງຂອງພຣະເຈົ້າຖືກເປີດເຜີຍໃຫ້ແກ່ເຈົ້າ ແລະ ຈາກນັ້ນນຳເອົາສິ່ງນີ້ໄປປະຕິບັດຕາມ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ທຸກສິ່ງໄດ້ຖືກສ້າງຂຶ້ນມາບົນພຶ້ນຖານແຫ່ງພຣະທຳຂອງພຣະເຈົ້າ. ຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ປະຕິບັດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຂອງພຣະເຈົ້າ, ວາງມຸມມອງຂອງເຈົ້າໃຫ້ຖືກຕ້ອງ ແລະ ບໍ່ເຮັດໃນສິ່ງທີ່ຕໍ່ຕ້ານກັບພຣະເຈົ້າ ຫຼື ລົບກວນຄຣິສຕະຈັກ. ຢ່າເຮັດໃນສິ່ງທີ່ບໍ່ເປັນປະໂຫຍດແກ່ຊີວິດຂອງອ້າຍເອື້ອຍນ້ອງ, ຢ່າເວົ້າໃນສິ່ງທີ່ບໍ່ສ້າງປະໂຫຍດໃຫ້ຄົນອື່ນ ແລະ ຢ່າເຮັດໃນສິ່ງທີ່ໜ້າອັບອາຍ.​ ຈົ່ງມີຄວາມຍຸດຕິທຳ ແລະ ມີກຽດເມື່ອເຮັດສິ່ງຕ່າງໆທັງໝົດ ແລະ ເຮັດໃຫ້ມັນສາມາດນຳສະເໜີໄດ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງອ່ອນແອ, ເຈົ້າກໍ່ສາມາດໃຫ້ຄວາມສຳຄັນຢ່າງສຸດເພື່ອຜົນປະໂຫຍດຂອງຄອບຄົວພຣະເຈົ້າ, ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ແລະ ດຳເນີນຕາມຄວາມຊອບທຳ. ຖ້າເຈົ້າສາມາດປະຕິບັດໃນທາງນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.

ເມື່ອໃດກໍ່ຕາມທີ່ເຈົ້າເຮັດສິ່ງໃດສິ່ງໜຶ່ງ, ເຈົ້າຕ້ອງກວດສອບເບິ່ງວ່າແຮງຈູງໃຈຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ຖ້າເຈົ້າສາມາປະຕິບັດຕາມຄວາມຮຽກຮ້ອງຂອງພຣະເຈົ້າໄດ້, ເມື່ອນັ້ນຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ເປັນປົກກະຕິ. ນີ້ແມ່ນເງື່ອນໄຂຕໍ່າສຸດ. ຖ້າວ່າ, ເມື່ອເຈົ້າກວດສອບແຮງຈູງໃຈຂອງເຈົ້າ, ແລ້ວເກີດມີສິ່ງທີ່ບໍ່ຖືກຕ້ອງ ແລະ ຖ້າເຈົ້າສາມາດຫັນຫຼັງໃສ່ສິ່ງນັ້ນໄດ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຈົ້າກໍ່ຈະກາຍເປັນຄົນທີ່ທ່ຽງທຳຕໍ່ໜ້າພຣະເຈົ້າ ເຊິ່ງຈະສະແດງໃຫ້ເຫັນວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ແລະ ສິ່ງທັງໝົດທີ່ເຈົ້າເຮັດແມ່ນເພື່ອປະໂຫຍດຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຕົວເຈົ້າເອງ.​ ເມື່ອໃດກໍ່ຕາມທີ່ເຈົ້າເຮັດ ຫຼື ເວົ້າສິ່ງໃດໜຶ່ງ, ເຈົ້່າຕ້ອງວາງຫົວໃຈໃຫ້ຖືກຕ້ອງ, ຊອບທຳ ແລະ ຢ່າປ່ອຍໃຫ້ອາລົມຂອງເຈົ້າພາເຈົ້າໄປ ຫຼື ເຮັດຕາມຄວາມປາດຖະໜາຂອງຕົວເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງປະຕິບັດກັບຕົນເອງ. ແຮງຈູງໃຈ ແລະ ວຸດທິພາວະຂອງຄົນໆໜຶ່ງສາມາດຖືກເປີດເຜີຍຈາກສິ່ງເລັກນ້ອຍ, ດັ່ງນັ້ນ, ເພື່ອໃຫ້ຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງການເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ກ່ອນອື່ນໝົດພວກເຂົາຕ້ອງແກ້ໄຂແຮງຈູງໃຈ ແລະ ຄວາມສຳພັນຂອງພວກເຂົາເອງກັບພຣະເຈົ້າເສຍກ່ອນ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິເທົ່ານັ້ນເຈົ້າຈິ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້,​ ເມື່ອນັ້ນການຈັດການ, ລິຮານ, ວິໄນ ແລະ ການເຮັດໃຫ້ບໍລິສຸດຂອງພຣະເຈົ້າໃນຕົວເຈົ້າຈິ່ງຈະສາມາດບັນລຸຜົນໄດ້ດັ່ງປາດຖະໜາ. ເຊິ່ງເວົ້າໄດ້ວ່າ, ຜູ້ຄົນສາມາດມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ, ບໍ່ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວ, ບໍ່ຄິດກ່ຽວກັບອະນາຄົດສ່ວນຕົວຂອງພວກເຂົາເອງ (ໝາຍເຖິງຄວາມຄິດຂອງເນື້ອໜັງ) ແຕ່ກົງກັນຂ້າມ ພວກເຂົາແບກຫາບພາລະຂອງການເຂົ້າສູ່ຊີວິດ, ເຮັດດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ຍອມຮັບພາລະກິດຂອງພຣະເຈົ້າ. ດ້ວຍວິທີນີ້, ຈຸດປະສົງທີ່ເຈົ້າສະແຫວງຫາຈິ່ງຖືກຕ້ອງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈິ່ງເປັນປົກກະຕິ. ສາມາດເວົ້າໄດ້ວ່າ ການປົວແປງຄວາມສຳພັນກັບພຣະເຈົ້າຂອງຜູ້ຄົນແມ່ນບາດກ້າວທຳອິດໃນການເຂົ້າສູ່ການເດີນທາງຝ່າຍຈິດວິນຍານ.​ ເຖິງແມ່ນວ່າຊະຕາກຳຂອງມະນຸດຢູ່ໃນກຳມືຂອງພຣະເຈົ້າ​ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ພວກເຂົາບໍ່ສາມາດປ່ຽນແປງໄດ້, ເຈົ້າສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ຫຼື ເຮັດໃຫ້ໄດ້ຮັບ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ບາງທີອາດມີພາກສ່ວນໃນຕົວເຈົ້າທີ່ອ່ອນແອ ຫຼື ບໍ່ເຊື່ອຟັງ ແຕ່ວາຕາບໃດທີ່ທັດສະນະຂອງເຈົ້ານັ້ນຊອບທໍາ ແລະ ແຮງຈູງໃຈຂອງເຈົ້າຖືກຕ້ອງ ແລະ ຕາບໃດທີ່ເຈົ້າວາງຄວາມສຳພັນຂອງເຈົ້າກັບພຣະເຈົ້າໃຫ້ຖືກຕ້ອງ ແລະ ເຮັດໃຫ້ມັນເປັນປົກກະຕິ, ເມື່ອນັ້ນເຈົ້າຈິ່ງຈະຄູ່ຄວນຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ຖ້າເຈົ້າບໍ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແລະ ປະຕິບັດເພື່ອຜົນປະໂຫຍດຂອງເນື້ອໜັງ ຫຼື ຄອບຄົວຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມຫຼາຍພຽງໃດກໍ່ຕາມ​ ມັນກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ, ແລ້ວສິ່ງອື່ນໆກໍ່ຈະລົງຕົວເອງ.​ ພຣະເຈົ້າບໍ່ແນມເບິ່ງສິ່ງອື່ນໃດອີກ, ແຕ່ພຣະອົງພຽງແນມເບິ່ງວ່າມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່: ເຈົ້າເຊື່ອໃຜ, ເຈົ້າເຊື່ອເພື່ອຜົນປະໂຫຍດຂອງໃຜ ແລະ ເປັນຫຍັງເຈົ້າຈິ່ງເຊື່ອ.​ ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ສາມາດກຳນົດມຸມມອງ ແລະ ການປະຕິບັດຂອງເຈົ້າໃຫ້ຖືກຕ້ອງ,​ ແລ້ວຊີວິດຂອງເຈົ້າກໍ່ຈະກ້າວໜ້າ ແລະ ແນ່ນອນວ່າ ເຈົ້າຈະສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິ ແລະ ມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນບໍ່ປົກກະຕິ ແລ້ວສິ່ງເຫຼົ່ານີ້ຈະເຮັດໃຫ້ທຸກສິ່ງໝົດໂອກາດລົງ.​ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າແບບໃດ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ.​ ພຽງແຕ່ວ່າ ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ ເຈົ້າກໍຈະຖືກຮັບໂດຍພຣະເຈົ້າ ເມື່ອເຈົ້າຫັນຫຼັງໃສ່ເນື້ອໜັງ, ອະທິຖານ, ທົນທຸກທໍລະມານ, ອົດທົນ, ເຊື່ອຟັງ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຈົ້າ, ອຸທິດຄວາມພະຍາຍາມໃຫ້ກັບພຣະເຈົ້າຫຼາຍຂຶ້ນ ແລະ ອື່ນໆ. ສິ່ງທີ່ເຈົ້າເຮັດຈະມີຄຸນຄ່າ ຫຼື ມີຄວາມໝາຍ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ມຸມມອງຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່.​ ທຸກວັນນີ້, ການເຊື່ອໃນພຣະເຈົ້າຂອງຫຼາຍຄົນ ແມ່ນຄ້າຍຄືກັບການງ່ຽງຫົວເບິ່ງໂມງ, ມຸມມອງຂອງພວກເຂົາແມ່ນບໍ່ປົກກະຕິ. ທຸກສິ່ງທຸກຢ່າງຈະດີ ຖ້າມີການພັດທະນາໃຫ້ດີຂຶ້ນໃນນີ້, ທຸກສິ່ງທຸກຢ່າງຈະດີ ຖ້າສິ່ງນີ້ຖືກແກ້ໄຂ, ຖ້າສິ່ງນີ້ບໍ່ໄດ້ຮັບການແກ້ໄຂ ທຸກສິ່ງທຸກຢ່າງກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ບາງຄົນປະພຶດດີຕໍ່ໜ້າເຮົາ, ແຕ່ລັບຫຼັງເຮົາ ທຸກສິ່ງທີ່ພວກເຂົາເຮັດແມ່ນເປັນການຕໍ່ຕ້ານ.​ ສິ່ງເຫຼົ່ານີ້ແມ່ນສະແດງເຖິງຄວາມຄົດໂກງ ແລະ ການຫຼອກລວງ ແລະ ຄົນປະເພດນີ້ແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານໂດຍແທ້ ເພື່ອທົດລອງພຣະເຈົ້າ. ເຈົ້າເປັນພຽງຄົນຊອບທຳຄົນໜຶ່ງຖ້າເຈົ້າສາມາດຍອມຮັບພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາ. ຕາບໃດທີ່ເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຕາບໃດທີ່ທຸກໆສິ່ງທີ່ເຈົ້າເຮັດນັ້ນປາກົດຕໍ່ໜ້າພຣະເຈົ້າ, ທຸກສິ່ງທີ່ເຈົ້າເຮັດນັ້ນຊອບທໍາ ແລະ ມີກຽດ, ຕາບໃດທີ່ເຈົ້າບໍ່ເຮັດໃນສິ່ງທີ່ໜ້າອັບອາຍ, ບໍ່ເຮັດໃນສິ່ງທີ່ເປັນອັນຕະລາຍແກ່ຊີວິດຂອງຜູ້ຄົນ, ຕາບໃດທີ່ເຈົ້າດຳລົງຊີວິດຢູ່ໃນຄວາມສະຫວ່າງ ແລະ ບໍ່ຖືກຊາຕານນຳໃຊ້, ເມື່ອນັ້ນຄວາມສຳພັນຂອງເຈົ້າກັບພຣະເຈົ້າຈິ່ງຈະຖືກຕ້ອງ.

(ຄັດຈາກບົດ “ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 410)

ໃນການເຊື່ອພຣະເຈົ້າ, ເຈດຕະນາ ແລະ ມຸມມອງຂອງເຈົ້າຕ້ອງຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ການປະຕິບັດທີ່ຖືກຕ້ອງຕໍ່ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ສະພາບແວດລ້ອມທີ່ຈັດແຈງໂດຍພຣະເຈົ້າ, ມະນຸດທີ່ພຣະເຈົ້າເປັນພະຍານໃຫ້ ແລະ ຕໍ່ພຣະເຈົ້າອົງແທ້ຈິງ. ເຈົ້າຕ້ອງບໍ່ປະຕິບັດຕາມຄວາມຄິດສ່ວນຕົວຂອງເຈົ້າເອງ ຫຼື ສ້າງແຜນການນ້ອຍໆສໍາລັບຕົນເອງ. ເຈົ້າຕ້ອງສາມາດສະແຫວງຫາຄວາມຈິງໃນທຸກສິ່ງ ແລະ ຢືນຢູ່ຈຸດຂອງເຈົ້າໃນຖານະຜູ້ທີ່ຖືກສ້າງຂອງພຣະເຈົ້າ ແລະ ຍອມຮັບພາລະກິດທັງໝົດຂອງພຣະເຈົ້າ. ຖ້າເຈົ້າຕ້ອງການສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຂົ້າສູ່ເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງ, ຫົວໃຈຂອງເຈົ້າຕ້ອງດຳລົງຢູ່ຕໍ່ໜ້າພຣະເຈົ້າສະເໝີ, ມີສິນທໍາ, ບໍ່ເຮັດຕາມຊາຕານ, ບໍ່ປ່ອຍໂອກາດໃຫ້ຊາຕານເຮັດພາລະກິດຂອງມັນ ແລະ ບໍ່ປ່ອຍໃຫ້ຊາຕານໃຊ້ເຈົ້າ. ເຈົ້າຕ້ອງມອບຕົວເອງໃຫ້ພຣະເຈົ້າຢ່າງສົມບູນ ແລະ ປ່ອຍໃຫ້ພຣະເຈົ້າປົກຄອງເຈົ້າ.

ເຈົ້າເຕັມໃຈທີ່ຈະເປັນຜູ້ຮັບໃຊ້ຂອງຊາຕານບໍ? ເຈົ້າເຕັມໃຈທີ່ຈະຖືກຊາຕານເອົາປຽບບໍ? ເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາພຣະເຈົ້າ ເພື່ອວ່າເຈົ້າຈະໄດ້ຖືກພຣະອົງເຮັດໃຫ້ສົມບູນແບບບໍ ຫຼື ວ່າເຈົ້າຈະກາຍເປັນຜູ້ຂັດຂວາງພາລະກິດຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະຖືກຮັບໂດຍພຣະເຈົ້າ ແລະ ໃຊ້ຊີວິດທີ່ມີຄວາມໝາຍ ຫຼື ວ່າເຈົ້າເຕັມໃຈທີ່ຈະໃຊ້ຊີວິດທີ່ບໍ່ມີຄ່າ ແລະ ຫວ່າງເປົ່າບໍ? ເຈົ້າເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ບໍ ຫຼື ວ່າເຕັມໃຈທີ່ຈະຖືກຊາຕານເອົາປຽບ? ເຈົ້າເຕັມໃຈໃຫ້ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າຕື່ມເຕັມໃນຕົວເຈົ້າ ຫຼື ວ່າປ່ອຍໃຫ້ບາບ ແລະ ຊາຕານຕື່ມເຕັມໃນຕົວເຈົ້າ? ຈົ່ງພິຈາລະນາ ແລະ ຊັ່ງຊາສິ່ງນີ້ເບິ່ງ. ໃນຊີວິດປະຈຳວັນຂອງເຈົ້າ, ເຈົ້່າຕ້ອງເຂົ້າໃຈຄຳເວົ້າເຫຼົ່ານີ້ທີ່ເຈົ້າເວົ້າ ແລະ ສິ່ງເຫຼົ່ານີ້ທີ່ເຈົ້າເຮັດວ່າຈະເຮັດໃຫ້ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນບໍ່ເປັນປົກກະຕິ ຫຼື ບໍ່, ຈາກນັ້ນແກ້ໄຂຕົວຂອງເຈົ້າເອງ ແລະ ເຂົ້າສູ່ວິທີທີ່ຖືກຕ້ອງ. ກວດສອບຄຳເວົ້າຂອງເຈົ້າ, ການກະທຳຂອງເຈົ້າ, ທຸກໆການເຄື່ອນໄຫວຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດຂອງເຈົ້າຕະຫຼອດເວລາ. ເຂົ້າໃຈສະພາບທີ່ແທ້ຈິງຂອງເຈົ້າເອງ ແລະ ເຂົ້າສູ່ສາຍທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ມີພຽງໃນທາງນີ້ເທົ່ານັ້ນເຈົ້າຈິ່ງສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໄດ້. ດ້ວຍການຊັ່ງຊາເບິ່ງວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ, ເຈົ້່າຈິ່ງຈະສາມາດແກ້ໄຂເຈດຕະນາຂອງເຈົ້າໃຫ້ຖືກຕ້ອງໄດ້, ເຂົ້າໃຈທຳມະຊາດ ແລະ ທາດແທ້ຂອງມະນຸດ ແລະ ເຂົ້າໃຈຕົວຕົນຂອງເຈົ້າເອງໄດ້ຢ່າງແທ້ຈິງ; ຜ່ານສິ່ງນີ້,​ ເຈົ້າຈະສາມາດເຂົ້າສູ່ປະສົບການອັນແທ້ຈິງ, ຕໍ່ຕ້ານຕົວເຈົ້າເອງໄດ້ຢ່າງແທ້ຈິງ ແລະ ບັນລຸຄວາມປາດຖະໜາໃນການຍອມຮັບ. ໃນກໍລະນີດັ່ງກ່າວເມື່ອເຈົ້າພົບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ, ເຈົ້າຈະສາມາດຫາໂອກາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້, ເຈົ້າຈະສາມາດເຂົ້າໃຈພາຍໃຕ້ສະຖານະການຕ່າງໆ ເຊິ່ງພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດຢູ່ ແລະ ເຈົ້າຈະສາມາດເຫັນຜ່ານກົນອຸບາຍ ແລະ ການສົມຮູ້ຮ່ວມຄິດຕ່າງໆຂອງຊາຕານ. ມີພຽງຜ່ານທາງນີ້ເທົ່ານັ້ນ ເຈົ້າຈິ່ງສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າເຮັດໃຫ້ຄວາມສຳພັນຂອງເຈົ້າກັບພຣະເຈົ້າຖືກຕ້ອງ ເພື່ອວ່າເຈົ້າຈະໄດ້ຍອມຮັບເອົາການຈັດແຈງທັງໝົດຂອງພຣະເຈົ້າ.​ ດ້ວຍເຫດນັ້ນ ເຈົ້າຈະເຂົ້າສູ່ປະສົບການອັນເລິກເຊິ່ງ ແລະ ແທ້ຈິງຍິ່ງກວ່າເກົ່າ ແລະ ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍຂຶ້ນ. ເມື່ອເຈົ້າປະຕິບັດການມີຄວາມສຳພັນປົກກະຕິກັບພຣະເຈົ້າ ສ່ວນໃຫຍ່ ເຈົ້າຈະບັນລຸຜົນກັບສິ່ງນີ້ໂດຍການປະຖິ້ມເນື້ອໜັງ ແລະ ຜ່ານການຮ່ວມມືທີ່ແທ້ຈິງຂອງເຈົ້າກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າ “ປາດສະຈາກຫົວໃຈທີ່ໃຫ້ການຮ່ວມມື, ມັນເປັນການຍາກທີ່ຈະໄດ້ຮັບພາລະກິດຂອງພຣະເຈົ້າ; ຖ້າເນື້ອໜັງບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ກໍ່ຈະບໍ່ມີການອວຍພອນຈາກພຣະເຈົ້າ; ຫາກວິນຍານບໍ່ສູ້ຊົນ, ຊາຕານກໍ່ຈະບໍ່ລະອາຍໃຈ.” ຖ້າເຈົ້າປະຕິບັດ ແລະ ເຂົ້າໃຈຫຼັກການເຫຼົ່ານີ້ຢ່າງແຈ່ມແຈ້ງແລ້ວ, ມຸມມອງກ່ຽວກັບຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍ່ຈະຖືກຕ້ອງ. ໃນການປະຕິບັດໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າຕ້ອງປະຖິ້ມມຸມມອງຂອງ “ການສະແຫວງຫາເຂົ້າຈີ່ເພື່ອສະໜອງຄວາມຫິວ,” ພວກເຈົ້າຕ້ອງປະຖິ້ມມຸມມອງຂອງ “ທຸກສິ່ງໄດ້ສຳເລັດລົງໂດຍພຣະວິນຍານບໍລິສຸດ ແລະ ຜູ້ຄົນບໍ່ສາມາດແຊກແຊງໄດ້.” ຜູ້ຄົນທີ່ກ່າວໃນທາງນີ້ ທັງໝົດຄິດວ່າ, “ພວກເຂົາສາມາດເຮັດຫຍັງກໍ່ໄດ້ທີ່ພວກເຂົາເຕັມໃຈເຮັດ ແລະ ເມື່ອເວລາມາເຖິງ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດ ແລະ ຜູ້ຄົນບໍ່ຈຳເປັນຕ້ອງເອົາຊະນະເນື້ອໜັງ, ພວກເຂົາບໍ່ຈຳເປັນຕ້ອງຮ່ວມມື ແລະ ພຽງແຕ່ຕ້ອງການໃຫ້ພຣະວິນຍານບໍລິສຸດດົນໃຈພວກເຂົາ.” ມຸມມອງເຫຼົ່ານີ້ແມ່ນບໍ່ມີເຫດຜົນທັງໝົດ. ພາຍໃຕ້ສະຖານະການເຫຼົ່ານີ້, ພຣະວິນຍານບໍລິສຸດບໍ່ສາມາດປະຕິບັດພາລະກິດໄດ້. ມັນແມ່ນມຸມມອງແບບນີ້ທີ່ກາຍເປັນອຸປະສັກອັນໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ສ່ວນໃຫຍ່, ພາລະກິດຂອງພຣະວິນຍານບໍລິສຸດແມ່ນບັນລຸຜ່ານການຮ່ວມມືຈາກຜູ້ຄົນ. ຖ້າຄົນບໍ່ໃຫ້ການຮ່ວມມື ແລະ ຂາດຄວາມຕັ້ງໃຈ ແຕ່ຕ້ອງການປ່ຽນແປງນິໄສຂອງພວກເຂົາ, ຕ້ອງການຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ, ຕ້ອງການຮັບຄວາມສະຫວາງ ແລະ ແສງເຍືອງທາງຈາກພຣະເຈົ້າ, ທັງໝົດນີ້ແມ່ນຄວາມຄິດເກີນເຫດຜົນ. ສິ່ງນີ້ເອີ້ນວ່າ “ການປ່ອຍປະຕົວເອງ ແລະ ການໃຫ້ອະໄພຊາຕານ.” ຄົນແບບນີ້ບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ. ເຈົ້າໄດ້ພົບເຫັນການສະແດງອອກຕ່າງໆຂອງຊາຕານໃນຕົວເຈົ້າ ແລະ ໃນການກະທຳຂອງເຈົ້າໃນອະດີດ, ມີຫຼາຍສິ່ງຫຼາຍຢ່າງທີ່ຂັດແຍ້ງກັບຄວາມຮຽກຮ້ອງຕ້ອງການໃນປັດຈຸບັນຂອງພຣະເຈົ້າ. ເຈົ້າສາມາດປະຖິ້ມພວກມັນຕອນນີ້ໄດ້ບໍ? ບັນລຸຄວາມສຳພັນປົກກະຕິກັບພຣະເຈົ້າ, ເຮັດຕາມຄວາມປະສົງຂອງພຣະເຈົ້າ, ກາຍເປັນຄົນໃໝ່ ແລະ ມີຊີວິດໃໝ່, ຢ່າເບິ່ງການລ່ວງລະເມີດໃນອະດີດ, ຢ່າເສຍໃຈຫຼາຍເກີນໄປ, ສາມາດຢືນຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.

(ຄັດຈາກບົດ “ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 411)

ຖ້າເຈົ້າພຽງແຕ່ຍອມຮັບພຣະທຳເຫຼົ່ານີ້ດ້ວຍວາຈາຫຼັງຈາກອ່ານພວກມັນ ແຕ່ບໍ່ໄດ້ດົນໃຈໃນຫົວໃຈເຈົ້າ ແລະ ບໍ່ຈິງຈັງກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ, ນັ້ນພິສູດໃຫ້ເຫັນວ່າເຈົ້າບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ມຸມມອງຂອງເຈົ້າຍັງບໍ່ຖືກຕ້ອງເທື່ອ, ເຈດຕະນາຂອງເຈົ້າຍັງບໍ່ທັນແນໃສ່ການອະນຸຍາດໃຫ້ພຣະເຈົ້າຮັບເອົາເຈົ້າ ແລະ ອະນຸຍາດໃຫ້ພຣະເຈົ້າມີສະຫງ່າລາສີ, ແຕ່ກົງກັນຂ້າມ ແມ່ນແນໃສ່ໃຫ້ແຜນການຂອງຊາຕານໄດ້ຮັບໄຊຊະນະ ແລະ ເພື່ອບັນລຸວັດຖຸປະສົງສ່ວນຕົວຂອງເຈົ້າ. ຄົນປະເພດນີ້ມີເຈດຕະນາ ແລະ ມຸມມອງທີ່ບໍ່ຖືກຕ້ອງ. ບໍ່ວ່າພຣະເຈົ້າໄດ້ເວົ້າສິ່ງໃດ ຫຼື ເວົ້າແນວໃດ, ພວກເຂົາກໍບໍ່ສົນໃຈ ແລະ ບໍ່ເຫັນມີການປ່ຽນແປງຫຍັງເລີຍ.​ ຫົວໃຈຂອງພວກເຂົາບໍ່ຮູ້ສຶກຢ້ານກົວໃດໆ ແລະ ພວກເຂົາບໍ່ລະອາຍໃຈ. ຄົນປະເພດນີ້ແມ່ນຄົນສັບສົນທີ່ບໍ່ມີຈິດວິນຍານ. ສຳລັບທຸກໆພຣະທໍາຂອງພຣະເຈົ້າ, ຫລັງຈາກທີ່ເຈົ້າໄດ້ອ່ານມັນ ແລະ ໄດ້ມີຄວາມເຂົ້າໃຈ, ເຈົ້າຄວນນຳເອົາໄປປະຕິບັດຕາມ. ບໍ່ວ່າເຈົ້າເຄີຍປະຕິບັດແບບໃດມາກ່ອນກໍຕາມ, ບາງທີໃນອະດີດເນື້ອໜັງຂອງເຈົ້າອາດອ່ອນແອ, ເຈົ້າເຄີຍເປັນຄົນກະບົດ ແລະ ເຈົ້າເຄີຍຕໍ່ຕ້ານ, ນີ້ບໍ່ແມ່ນເລື່ອງໃຫຍ່ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໂຕໃນວັນນີ້ໄດ້. ປັດຈຸບັນນີ້ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າ, ຖືວ່າຍັງມີຄວາມຫວັງຢູ່. ຖ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ,​ ເຈົ້າມີການປ່ຽນແປງ ແລະ ເຮັດໃຫ້ຄົນອື່ນໄດ້ເຫັນວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ນັ້ນສະແດງໃຫ້ເຫັນວ່າເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າຢ່າງຖືກຕ້ອງແລ້ວ.​ ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຕາບໃດທີ່ເຈົ້າສາມາດບໍ່ກະບົດ ແລະ ບໍ່ຕໍ່ຕ້ານອີກຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈ ແລະ ຕື່ນຕົວ,​ ພຣະເຈົ້າກໍ່ຈະຍັງມີເມດຕາຕໍ່ເຈົ້າຢູ່. ເມື່ອໃດທີ່ເຈົ້າມີຄວາມເຂົ້າໃຈໃນເລື່ອງນີ້ ແລະ ມີຄວາມປະສົງທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ, ເມື່ອນັ້ນເງື່ອນໄຂຂອງເຈົ້າຕໍ່ໜ້າພຣະເຈົ້າກໍ່ຈະເປັນປົກກະຕິ. ບໍ່ວ່າເຈົ້າເຮັດສິ່ງໃດ, ຈົ່ງພິຈາລະນາວ່າ: ພຣະເຈົ້າຈະຄິດແນວໃດຖ້າເຮົາເຮັດສິ່ງນີ້? ມັນຈະເປັນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງບໍ່? ມັນຈະເປັນປະໂຫຍດໃຫ້ແກ່ພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າບໍ? ຈົ່ງກວດສອບຄວາມຕັ້ງໃຈຂອງເຈົ້າໃນຄຳອະທິຖານຂອງເຈົ້າ, ການໂອ້ລົມ, ຄຳປາໄສ, ພາລະກິດ ແລະ ການພົວພັນກັບຜູ້ຄົນ ແລະ ກວດສອບເບິ່ງວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ຖ້າເຈົ້າບໍ່ສາມາດໄຈ້ແຍດຄວາມເຈດຕະນາ ແລະ ຄວາມຄິດຂອງເຈົ້າແລ້ວ, ເຈົ້າກໍ່ບໍ່ມີການແຍກແຍະ,​ ເຊິ່ງພິສູດໃຫ້ເຫັນວ່າເຈົ້າເຂົ້າໃຈກ່ຽວກັບຄວາມຈິງໜ້ອຍຫຼາຍ. ຖ້າເຈົ້າສາມາດມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບທຸກສິ່ງທີ່ພຣະເຈົ້າກະທຳ, ເຫັນສິ່ງຕ່າງງໆຕາມພຣະທຳຂອງພຣະເຈົ້າ ແລະ ເຫັນສິ່ງຕ່າງໆດ້ວຍການຢືນຢູ່ຂ້າງພຣະເຈົ້າ, ເມື່ອນັ້ນມຸມມອງຂອງເຈົ້າກໍຈະຖືກຕ້ອງ. ເພາະສະນັ້ນ, ການສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແມ່ນບຸລິມະສິດສູງສຸດສຳລັບທຸກຄົນທີ່ເຊື່ອໃນພຣະເຈົ້າ; ທຸກຄົນຄວນປະຕິບັດຕໍ່ມັນຄືກັບວ່າເປັນໜ້າທີ່ທີ່ສຳຄັນທີ່ສຸດ ແລະ ເປັນດັ່ງເຫດການສຳຄັນໃນຊີວິດຂອງພວກເຂົາ. ທຸກສິ່ງທຸກຢ່າງທີ່ເຈົ້າເຮັດຄວນຖືກຊັ່ງຊາເບິ່ງວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າ ຫຼື ບໍ່. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ ແລະ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ກໍ່ຈົ່ງເຮັດມັນ. ເພື່ອຮັກສາຄວາມສຳພັນປົກກະຕິກັບພຣະເຈົ້າ, ເຈົ້າບໍ່ສາມາດຢ້ານເສຍຜົນປະໂຫຍດສ່ວນຕົວ, ເຈົ້າບໍ່ສາມາດອະນຸຍາດໃຫ້ຊາຕານມີໄຊຊະນະເໜືອເຈົ້າ, ເຈົ້າບໍ່ສາມາດອະນຸຍາດໃຫ້ຊາຕານຫາສິ່ງໃດສິ່ງໜຶ່ງເພື່ອຕໍ່ຕ້ານກັບເຈົ້າໄດ້ ແລະ ເຈົ້າບໍ່ສາມາດອະນຸຍາດໃຫ້ຊາຕານເຮັດໃຫ້ເຈົ້າກາຍເປັນຕົວຕະຫຼົກ. ເຈດຕະນາເຊັ່ນນັ້ນແມ່ນການປະກາດວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ.​ ມັນບໍ່ແມ່ນເພື່ອເນື້ອໜັງ, ແຕ່ກົງກັນຂ້າມ ມັນແມ່ນເພື່ອຄວາມສະຫງົບສຸກຂອງວິນຍານ, ມັນແມ່ນເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍບິສຸດ ແລະ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າກຳລັງເຂົ້າໄປສູ່ສະຖານະທີ່ຖືກຕ້ອງ, ເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບພຣະເຈົ້າ, ເຈົ້າຕ້ອງຕັ້ງມຸມມອງຂອການເຊື່ອໃນພຣະເຈົ້າຂອງເຈົ້າໃຫ້ຖືກຕ້ອງ. ມັນແມ່ນເພື່ອອະນຸຍາດໃຫ້ພຣະເຈົ້າຮັບເອົາເຈົ້າ, ເພື່ອອະນຸຍາດໃຫ້ພຣະເຈົ້າເປີດເຜີຍໝາກຜົນແຫ່ງພຣະທຳຂອງພຣະອົງໃນຕົວເຈົ້າ ແລະ ເພື່ອໃຫ້ແສງສະຫວາງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຫຼາຍຂຶ້ນ. ໃນທາງນີ້ ເຈົ້າຈະເຂົ້າສູ່ວິທີທີ່ຖືກຕ້ອງ. ກິນ ແລະ ດື່ມພຣະທຳປັດຈຸບັນຂອງພຣະເຈົ້າຢ່າງຕໍ່ເນື່ອງ, ເຂົ້າສູ່ເສັ້ນທາງປັດຈຸບັນແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ປະຕິບັດຕາມຂໍ້ຮຽກຮ້ອງປັດຈຸບັນຂອງພຣະເຈົ້າ, ບໍ່ເຮັດຕາມຮູບແບບການປະຕິບັດແບບເກົ່າ, ບໍ່ຢຶດຕິດກັບວິທີເກົ່າໆໃນການເຮັດສິ່ງຕ່າງໆ ແລະ ເຂົ້າສູ່ລັກສະນະພາລະກິດແບບໃນປັດຈຸບັນຢ່າງໄວວາ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນປົກກະຕິຢ່າງສົມບູນ ແລະ ເຈົ້າຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.

(ຄັດຈາກບົດ “ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 413)

ພວກເຈົ້າໄດ້ຍ່າງຕາມທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າ ພຽງແຕ່ໜ້ອຍດຽວ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ ພວກເຈົ້າຍັງໄກທີ່ຈະບັນລຸຕາມມາດຖານຂອງພຣະເຈົ້າໄດ້. ດຽວນີ້ ການເຕີບໃຫຍ່ຂອງພວກເຈົ້າຍັງບໍ່ພຽງພໍຕາມຄວາມຕ້ອງການຂອງພຣະອົງເທື່ອ. ຍ້ອນຄວາມສາມາດ ແລະ ທໍາມະຊາດອັນເສື່ອມຊາມແຕ່ກໍາເນີດຂອງພວກເຈົ້າ, ພວກເຈົ້າຈິ່ງປະຕິບັດຕໍ່ພາລະກິດຂອງພຣະເຈົ້າຢ່າງບໍ່ລະມັດລະວັງ ແລະ ບໍ່ຈິງຈັງຕໍ່ວຽກງານດັ່ງກ່າວຢູ່ສະເໝີ. ສິ່ງນີ້ແມ່ນຄວາມບົກພ່ອງອັນໃຫຍ່ຫຼວງທີ່ສຸດຂອງພວກເຈົ້າ. ນອກຈາກນີ້ ພວກເຈົ້າຍັງບໍ່ສາມາດພົບເສັ້ນທາງຂອງພຣະວິນຍານບໍລິສຸດ. ພວກເຈົ້າສ່ວນຫຼາຍບໍ່ເຂົ້າໃຈ ແລະ ເບິ່ງບໍ່ເຫັນທາງນັ້ນຢ່າງຈະແຈ້ງ. ນອກຈາກນີ້ ພວກເຈົ້າສ່ວນຫຼາຍຍັງບໍ່ສົນໃຈ ແລະ ຖືເບົາຕໍ່ບັນຫານີ້. ຖ້າພວກເຈົ້າສືບຕໍ່ປະພຶດໃນລັກສະນະນີ້ ແລະ ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ເສັ້ນທາງທີ່ພວກເຈົ້າກໍາລັງຍ່າງຢູ່ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າກໍໄຮ້ປະໂຫຍດ. ນີ້ກໍຍ້ອນວ່າ ພວກເຈົ້າບໍ່ເຮັດທຸກສິ່ງຕາມກໍາລັງຂອງທ່ານ ເພື່ອເຮັດຄວາມປະສົງຂອງພຣະເຈົ້າໃຫ້ສໍາເລັດ ແລະ ຍ້ອນວ່າ ພວກເຈົ້າບໍ່ຮ່ວມມືກັບພຣະເຈົ້າດີເທົ່າທີ່ຄວນ. ມັນບໍ່ແມ່ນຍ້ອນພຣະເຈົ້າບໍ່ໄດ້ເຮັດພາລະກິດໃນຕົວເຈົ້າ ຫຼື ຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ດົນບັນດານໃຈເຈົ້າ. ມັນແມ່ນຍ້ອນເຈົ້າບໍ່ສົນໃຈ ເຈົ້າຈິ່ງບໍ່ຈິງຈັງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ບັດນີ້ ພວກເຈົ້າຕ້ອງໄດ້ຫັນປ່ຽນຢ່າງຮີບດ່ວນ ແລະ ຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ. ນີ້ແມ່ນຫົວຂໍ້ຫຼັກສໍາລັບມື້ນີ້. “ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ” ໝາຍເຖິງ ການທີ່ຄົນໄດ້ຮັບແສງສະຫວ່າງໃນຈິດວິນຍານຂອງຕົນ, ຄົນເຮົາຮູ້ພຣະທໍາຂອງພຣະເຈົ້າ, ຄົນເຮົາເຂົ້າໃຈແຈ້ງກ່ຽວກັບເສັ້ນທາງທີ່ຢູ່ຕໍ່ໜ້າຕົນເອງ ແລະ ຄົນເຮົາສາມາດເຂົ້າສູ່ຄວາມຈິງເທື່ອລະກ້າວ ແລະ ເຂົ້າໃຈພຣະເຈົ້າຫຼາຍຍິ່ງຂຶ້ນ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ ຕົ້ນຕໍແມ່ນໝາຍເຖິງວ່າ ຄົນເຮົາມີຄວາມເຂົ້າໃຈແຈງຂຶ້ນຕໍ່ພຣະທໍາຂອງພຣະເຈົ້າ, ປາດສະຈາກການຫັນເຫ ແລະ ການເຂົ້າໃຈຜິດ ເພື່ອວ່າຄົນເຮົາຈະຍ່າງໃນເສັ້ນທາງນັ້ນ. ເພື່ອໃຫ້ບັນລຸເປົ້າໝາຍນີ້ ພວກເຈົ້າຈໍາເປັນຕ້ອງຮ່ວມມືດ້ວຍຄວາມປອງດອງກັບພຣະເຈົ້າ, ຊອກຫາເສັ້ນທາງທີ່ຖືກຕ້ອງເພື່ອນໍາເອົາພຣະທໍາໄປປະຕິບັດ ແລະ ຍ່າງໃນເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ. ສິ່ງນີ້ຈໍາເປັນຕ້ອງມີການຮ່ວມມືຈາກມະນຸດ ເຊິ່ງໝາຍເຖິງສິ່ງທີ່ພວກເຈົ້າເຮັດເພື່ອບັນລຸຕາມເງື່ອນໄຂຂອງພຣະເຈົ້າສໍາລັບພວກເຈົ້າ ແລະ ວິທີທີ່ພວກເຈົ້າປະຕິບັດ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອພຣະເຈົ້າ.

ຟັງແລ້ວອາດຄືວ່າຊັບຊ້ອນທີ່ຈະຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ ແຕ່ເຈົ້າຈະເຫັນວ່າຂັ້ນຕອນນີ້ງ່າຍກວ່າທີ່ຄິດ ຖ້າເຈົ້າເຂົ້າໃຈເສັ້ນທາງນັ້ນຢ່າງຖ່ອງແທ້. ຄວາມຈິງແມ່ນ ຄົນເຮົາສາມາດປະຕິບັດຕາມຂໍ້ຮຽກຮ້ອງທຸກປະການຂອງພຣະເຈົ້າໄດ້. ພຣະອົງບໍ່ໄດ້ພະຍາຍາມສອນໝູໃຫ້ຮ້ອງເພງ. ໃນທຸກສະຖານະການ ພຣະເຈົ້າພະຍາຍາມແກ້ໄຂບັນຫາ ແລະ ຄວາມກັງວົນຂອງຄົນ. ພວກເຈົ້າທັງໝົດຕ້ອງເຂົ້າໃຈສິ່ງນີ້; ຫ້າມເຂົ້າໃຈພຣະເຈົ້າຜິດ. ເສັ້ນທາງຂອງພຣະວິນຍານບໍລິສຸດແມ່ນການນໍາໃຊ້ພຣະທໍາຂອງພຣະເຈົ້າເພື່ອນໍາພາຄົນ. ດັ່ງທີ່ໄດ້ກ່າວມາແລ້ວ, ພວກເຈົ້າຕ້ອງມອບໃຈໃຫ້ພຣະເຈົ້າ. ນີ້ແມ່ນເງື່ອນໄຂຈໍາເປັນຂອງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ. ພວກເຈົ້າຕ້ອງເຮັດສິ່ງນີ້ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ຄົນຜູ້ໜຶ່ງຈະມອບໃຈໃຫ້ພຣະເຈົ້າຢ່າງຕັ້ງໃຈໄດ້ແນວໃດ? ເມື່ອພວກເຈົ້າສໍາພັດພາລະກິດຂອງພຣະເຈົ້າ ແລະ ອະທິຖານຫາພຣະອົງໃນຊີວິດປະຈໍາວັນຂອງພວກເຈົ້າ, ພວກເຈົ້າກໍເຮັດແບບບໍ່ສົນໃຈ. ພວກເຈົ້າອະທິຖານຫາພຣະເຈົ້າໃນຂະນະທີ່ເຮັດວຽກ. ສາມາດເອີ້ນສິ່ງນີ້ວ່າ ເປັນການມອບໃຈໃຫ້ພຣະເຈົ້າໄດ້ບໍ? ພວກເຈົ້າກໍາລັງພາກັນຄິດເລື່ອງວຽກເຮືອນວຽກຊານ ຫຼື ເລື່ອງເນື້ອໜັງຢູ່; ພວກເຈົ້າສອງຈິດສອງໃຈຢູ່ຕະຫຼອດເວລາ. ສາມາດຖືເອົາສິ່ງນີ້ ເປັນການເຮັດໃຫ້ໃຈສະຫງົບຕໍ່ໜ້າພຣະເຈົ້າໄດ້ບໍ? ນີ້ກໍຍ້ອນວ່າ ໃຈຂອງເຈົ້າຍຶດຕິດຢູ່ກັບເລື່ອງພາຍນອກຕະຫຼອດເວລາ ແລະ ບໍ່ສາມາດຫັນໄປຫາພຣະເຈົ້າ. ຖ້າພວກເຈົ້າປາດຖະໜາທີ່ຈະເຮັດໃຈສະຫງົບຕໍ່ໜ້າພຣະເຈົ້າແທ້ ພວກເຈົ້າກໍຕ້ອງຕັ້ງໃຈໃຫ້ຄວາມຮ່ວມມື. ນັ້ນໝາຍຄວາມວ່າ ພວກເຈົ້າທຸກຄົນຕ້ອງຢຸດອອກຫ່າງຈາກທຸກຄົນ, ຈາກບັນຫາ ແລະ ວັດຖຸ ເພື່ອອຸທິດຈິດວິນຍານຂອງພວກເຈົ້າເປັນການສ່ວນຕົວ ເພື່ອຈິດໃຈຂອງພວກເຈົ້າຈະໄດ້ຮັບຄວາມສະຫງົບສຸກ ແລະ ສະຫງົບງຽບຕໍ່ໜ້າພຣະເຈົ້າ. ພວກເຈົ້າຄວນມີປຶ້ມບັນທຶກການອຸທິດຕົນສ່ວນຕົວ ເພື່ອພວກເຈົ້າຈະສາມາດບັນທຶກຄວາມຮູ້ຂອງຕົນກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ວິທີທີ່ຈິດວິນຍານຂອງພວກເຈົ້າຖືກດົນບັນດານ ບໍ່ວ່າສິ່ງທີ່ພວກເຈົ້າບັນທຶກນັ້ນຈະເລິກເຊິ່ງ ຫຼື ຜິວເຜີນກໍຕາມ. ຈົ່ງຕັ້ງໜ້າສະຫງົບໃຈຂອງຕົນຕໍ່ໜ້າພຣະເຈົ້າ. ຖ້າເຈົ້າສາມາດແບ່ງເວລາໜຶ່ງຊົ່ວໂມງ ຫຼື ສອງຊົ່ວໂມງໃຫ້ກັບເລື່ອງຊີວິດທາງຈິດວິນຍານໃນແຕ່ລະມື້, ຊິວິດຂອງເຈົ້າໃນມື້ນັ້ນກໍຈະສົມບູນ ແລະ ຈິດໃຈຂອງເຈົ້າກໍຈະສົດໃສ ແລະ ປອດໂປ່ງ. ຖ້າເຈົ້າດໍາເນີນຊີວິດທາງຈິດວິນຍານໃນລັກສະນະນີ້ເປັນປະຈໍາ, ເຈົ້າກໍຈະສາມາດມອບໃຈໃຫ້ກັບພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ຈິດວິນຍານຂອງເຈົ້າກໍຈະເຂັ້ມແຂງຂຶ້ນເລື້ອຍໆ, ສະພາບຂອງເຈົ້າກໍຈະດີຂຶ້ນເລື້ອຍໆ, ເຈົ້າຈະສາມາດຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປໄດ້ຫຼາຍຂຶ້ນເລື້ອຍໆ ແລະ ພຣະເຈົ້າກໍມອບພອນໃຫ້ເຈົ້າຫຼາຍຂຶ້ນເລື້ອຍໆ. ເປົ້າໝາຍຂອງຊີວິດທາງຈິດວິນຍານຂອງພວກເຈົ້າແມ່ນການຕັ້ງໃຈສະແຫວງຫາ ແລະ ການຮັບເອົາພຣະພັກຂອງວິນຍານບໍລິສຸດ. ມັນບໍ່ແມ່ນການຖືກົດ ແລະ ປະກອບພິທີຕ່າງໆທາງສາສະໜາ ແຕ່ແມ່ນການຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ແລະ ເຝິກຝົນຮ່າງກາຍຂອງຕົນເອງ. ນີ້ແມ່ນສິ່ງທີ່ມະນຸດຄວນເຮັດ ເພາະສະນັ້ນ ພວກເຈົ້າຕ້ອງທຸ້ມເທໝົດກາຍໝົດໃຈເພື່ອເຮັດສິ່ງນີ້. ຍິ່ງເຈົ້າໃຫ້ຄວາມຮ່ວມມື ແລະ ພະຍາຍາມຫຼາຍເທົ່າໃດ ເຈົ້າກໍຈະຍິ່ງສາມາດຫັນໃຈເຂົ້າຫາພຣະເຈົ້າໄດ້ຫຼາຍເທົ່ານັ້ນ ແລະ ເຈົ້າກໍຈະສາມາດສະຫງົບໃຈຂອງເຈົ້າຕໍ່ໜ້າພຣະອົງຫຼາຍຂຶ້ນເທົ່ານັ້ນ. ເມື່ອເຈົ້າບັນລຸລະດັບໃດໜຶ່ງແລ້ວ ພຣະເຈົ້າກໍຈະໄດ້ໃຈຂອງເຈົ້າຢ່າງສົມບູນ. ຈະບໍ່ມີຜູ້ໃດສາມາດໂນ້ມນ້າວ ຫຼື ຍຶດໃຈຂອງເຈົ້າໄປໄດ້ ແລະ ເຈົ້າກໍຈະເປັນຂອງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າຍ່າງຕາມເສັ້ນທາງນີ້ ພຣະທໍາຂອງພຣະເຈົ້າກໍຈະປະກົດຂຶ້ນໃນໃຈຂອງເຈົ້າທຸກເວລາ ແລະ ໃຫ້ເຈົ້າເຂົ້າໃຈທຸກສິ່ງທີ່ເຈົ້າບໍ່ເຂົ້າໃຈ ເຊິ່ງສິ່ງນີ້ແມ່ນສາມາດບັນລຸໄດ້ກໍຍ້ອນການຮ່ວມມືຂອງເຈົ້າ. ດ້ວຍເຫດຜົນນີ້ ພຣະເຈົ້າຈິ່ງກ່າວສະເໝີວ່າ “ເຮົາຈະໃຫ້ລາງວັນສອງເທົ່າແກ່ທຸກຄົນທີ່ຮ່ວມມືກັບເຮົາ”. ພວກເຈົ້າຕ້ອງເບິ່ງເຫັນເສັ້ນທາງນີ້ຢ່າງແຈ່ມແຈ້ງ. ຖ້າພວກເຈົ້າປາດຖະໜາທີ່ຈະຍ່າງຕາມເສັ້ນທາງທີ່ຖືກຕ້ອງ ພວກເຈົ້າກໍຕ້ອງເຮັດທຸກສິ່ງທີ່ຕົນສາມາດເຮັດໄດ້ເພື່ອໃຫ້ພຣະເຈົ້າພໍໃຈ. ພວກເຈົ້າຕ້ອງເຮັດທຸກສິ່ງທີ່ຕົນສາມາດເຮັດໄດ້ເພື່ອໃຫ້ບັນລຸເປົ້າໝາຍຊີວິດທາງຈິດວິນຍານ. ໃນໄລຍະເລີ່ມຕົ້ນ ເຈົ້າອາດຈະບໍ່ສາມາດບັນລຸໄດ້ຫຼາຍປານໃດ ແຕ່ເຈົ້າຕ້ອງບໍ່ປ່ອຍໃຫ້ຕົນເອງຖົດຖອຍ ຫຼື ຈົມຢູ່ໃນຄວາມຜິດຫວັງ ໂດຍທີ່ເຈົ້າຕ້ອງສືບຕໍ່ພະຍາຍາມໃຫ້ໜັກ! ຍິ່ງເຈົ້າດໍາເນີນຊີວິດທາງຈິດວິນຍານຫຼາຍເທົ່າໃດ ໃຈຂອງເຈົ້າກໍຍິ່ງມີພຣະທໍາຂອງພຣະເຈົ້າຫຼາຍເທົ່ານັ້ນ, ກ່ຽວຂ້ອງກັບສິ່ງເຫຼົ່ານີ້ສະເໝີ ແລະ ຮັບເອົາພາລະນີ້ສະເໝີ. ຫຼັງຈາກນັ້ນ ເຈົ້າກໍຈະສາມາດເປີດເຜີຍຄວາມຈິງພາຍໃນໃຈຕໍ່ພຣະເຈົ້າຜ່ານຊີວິດທາງຈິດວິນຍານຂອງເຈົ້າ, ສາມາດບອກພຣະອົງສິ່ງທີ່ເຈົ້າຕ້ອງການເຮັດ, ສິ່ງທີ່ເຈົ້າໄດ້ຄິດຄໍານຶງ, ຄວາມເຂົ້າໃຈ ແລະ ມຸມມອງຂອງເຈົ້າທີ່ມີຕໍ່ພຣະທໍາຂອງພຣະເຈົ້າ. ຢ່າອົດກັ້ນສິ່ງໃດໄວ້, ແມ່ນແຕ່ໜ້ອຍໜຶ່ງກໍບໍ່ໄດ້! ເຝິກເວົ້າຄວາມໃນໃຈຂອງເຈົ້າໃຫ້ພຣະເຈົ້າຟັງ, ບອກຄວາມຈິງຕໍ່ພຣະອົງ ແລະ ຢ່າລັງເລທີ່ຈະບອກຄວາມໃນໃຈຕໍ່ພຣະອົງ. ຍິ່ງເຈົ້າເຮັດສິ່ງນີ້ຫຼາຍເທົ່າໃດ ເຈົ້າກໍຍິ່ງຈະສໍາພັດໄດ້ເຖິງຄວາມດີງາມຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ ແລະ ຈິດໃຈຂອງເຈົ້າກໍຈະຖືກດຶງເຂົ້າຫາພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ເມື່ອສິ່ງນີ້ເກີດຂຶ້ນ ເຈົ້າຈະຮູ້ສຶກວ່າ ພຣະເຈົ້າມີຄ່າຕໍ່ເຈົ້າຫຼາຍກວ່າຄົນອື່ນ. ເຈົ້າຈະບໍ່ຈາກພຣະອົງໄປຈັກເທື່ອ ເຖິງວ່າຈະເກີດຫຍັງຂຶ້ນກໍຕາມ. ຖ້າເຈົ້າປະຕິບັດການອຸທິດທາງຈິດວິນຍານໃນລັກສະນະນີ້ທຸກມື້ ແລະ ບໍ່ເອົາອອກຈາກໃຈຂອງເຈົ້າ ແຕ່ປະຕິບັດກັບສິ່ງນັ້ນ ຄືດັ່ງວ່າເປັນການຮຽກເອີ້ນຂອງເຈົ້າໃນຊີວິດ, ພຣະທໍາຂອງພຣະເຈົ້າກໍຈະສະຖິດຢູ່ໃນໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການຖືກພຣະວິນຍານບໍລິສຸດສໍາຜັດ. ມັນຈະຄືວ່າ ໃຈຂອງເຈົ້າຖືກພຣະເຈົ້າດົນໃຈຕະຫຼອດເວລາ ແລະ ຄືວ່າ ໃຈຂອງເຈົ້າມີຄວາມຮັກຕະຫຼອດເວລາ. ບໍ່ມີຜູ້ໃດສາມາດເອົາຄວາມຮູ້ສຶກນັ້ນໄປຈາກເຈົ້າໄດ້. ເມື່ອສິ່ງນີ້ເກີດຂຶ້ນ ພຣະເຈົ້າຈະສະຖິດຢູ່ໃນໂຕເຈົ້າ ແລະ ຢູ່ໃນຫົວໃຈຂອງເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ຊີວິດທາງຈິດວິນຍານທໍາມະດາແມ່ນພາຄົນໄປສູ່ທາງທີ່ຖືກຕ້ອງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 414)

ຜູ້ທີ່ເຊື່ອຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ຂໍ້ນີ້ເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ໃນປະຈຸບັນນີ້, ມີສິ່ງໃດແດ່ທີ່ສາມາດບັນລຸມາດຕະຖານຂອງການມີຊີວິດຝ່າຍວິນຍານປົກກະຕິໄດ້ ບໍ່ວ່າຈະເປັນການອະທິຖານ, ການໃກ້ຊິດກັບພຣະເຈົ້າ, ການຮ້ອງເພງ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການພະຍາຍາມຈົດຈຳພຣະທຳຂອງພຣະເຈົ້າ ທີ່ພວກເຈົ້າປະຕິບັດ? ບໍ່ມີໃຜໃນພວກເຈົ້າຊັດເຈນກ່ຽວກັບເລື່ອງນີ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການອະທິຖານ, ສຽງເພງ, ຊີວິດຄຣີສຕະຈັກ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການປະຕິບັດອື່ນໆ, ແຕ່ມັນໝາຍເຖິງການໃຊ້ຊີວິດຝ່າຍວິນຍານທີ່ສົດຊື່ນ ແລະ ຢ່າງມີຊີວິດຊີວາ. ບໍ່ແມ່ນກ່ຽວກັບວິທີການ, ແຕ່ກ່ຽວກັບຜົນຮັບ. ຜູ້ຄົນສ່ວນໃຫຍ່ຄິດວ່າ ເພື່ອໃຫ້ມີຊີວິດຝ່າຍວິນຍານປົກກະຕິ ພວກເຂົາຕ້ອງອະທິຖານ, ຮ້ອງເພງ, ກິນ ແລະ ດື່ມ ພຣະທຳຂອງພຣະເຈົ້າ ຫຼື ພະຍາຍາມຈົດຈຳພຣະທຳຂອງພຣະອົງ. ບໍ່ວ່າຈະໄດ້ຮັບຜົນແບບໃດກໍ່ຕາມ ຫຼື ຈະມີຄວາມເຂົ້າໃຈຢ່າງແທ້ຈິງກໍຕາມ, ຄົນເຫຼົ່ານີ້ແມ່ນພຽງແຕ່ແນໃສ່ການເຄື່ອນໄຫວພາຍນອກ ແລະ ບໍ່ໄດ້ແນໃສ່ຜົນຮັບ ເຊິ່ງພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ ແລະ ບໍ່ໄດ້ດຳລົງຊີວິດຢູ່ໃນຄຣີສຕະຈັກ ແລະ ຍິ່ງໄປກ່ວານັ້ນ ພວກເຂົາບໍ່ແມ່ນໄພ່ພົນຂອງອານາຈັກ. ການອະທິຖານ, ການຮ້ອງເພງ ແລະ ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງຄົນປະເພດນີ້ ແມ່ນເປັນພຽງການເຮັດຕາມກົດເກນເທົ່ານັ້ນ, ພວກເຂົາຖືກບັງຄັບໃຫ້ປະຕິບັດ ແລ້ວກໍພາກັນປະຕິບັດຕາມກະແສ; ບໍ່ໄດ້ປະຕິບັດຢ່າງເຕັມໃຈ ຫຼື ອອກຈາກໃຈ. ບໍ່ວ່າຄົນເຫຼົ່ານີ້ຈະອະທິຖານ ຫຼື ຮ້ອງເພງຫຼາຍສ່ຳໃດກໍ່ຕາມ ກໍຈະບໍ່ມີຜົນໃດໆ, ເພາະວ່າທຸກສິ່ງທີ່ພວກເຂົາປະຕິບັດແມ່ນກົດເກນ ແລະ ພິທີກຳຕ່າງໆທາງສາດສະໜາ ແລະ ພວກເຂົາບໍ່ໄດ້ເຮັດຕາມພຣະທຳຂອງພຣະເຈົ້າ. ພວກເຂົາພຽງແຕ່ແນໃສ່ວິທີການປະຕິບັດ ແລະ ເອົາພຣະທຳຂອງພຣະເຈົ້າມາເປັນກົດເພື່ອຮັກສາເທົ່ານັ້ນ, ຄົນປະເພດນີ້ ແມ່ນບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ, ແຕ່ປະຕິບັດເພື່ອເປັນທີ່ພໍໃຈຝ່າຍເນື້ອໜັງ ແລະ ເພື່ອອວດຄົນອື່ນ. ກົດເກນ ແລະ ພິທີກຳທາງສາດສະໜາເຊັ່ນນີ້ແມ່ນມາຈາກມະນຸດ, ບໍ່ໄດ້ມາຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ຮັກສາກົດ, ບໍ່ໄດ້ຍຶດຖືກົດໝາຍໃດໆ; ພຣະອົງກະທໍາສິ່ງໃໝ່ທຸກວັນ ແລະ ປະຕິບັດພາລະກິດຕົວຈິງ. ສ່ວນຜູ້ຄົນທີ່ຢູ່ໃນຄຣີສຕະຈັກທີ່ຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານຜູ້ທີ່ແຕ່ລະວັນຈຳກັດຕົວເອງຢູ່ກັບພິທີກໍາຍາມເຊົ້າ, ການອະທິຖານໃນຍາມແລງ, ການຂອບພຣະຄຸນກ່ອນອາຫານ, ການສະແດງຄວາມຂອບໃຈໃນທຸກສິ່ງ ແລະ ການປະຕິບັດ ອື່ນໆໃນຮູບແບບດຽວກັນນັ້ນ, ບໍ່ວ່າຜູ້ຄົນເຫຼົ່ານີ້ຈະປະຕິບັດຕົນຫຼາຍສໍ່າໃດ ຫຼື ດົນນານປານໃດກໍ່ຕາມ, ພວກເຂົາກໍຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ຖ້າຜູ້ຄົນດຳລົງຊີວິດຢູ່ໃນກົດເກນຕ່າງໆ ດ້ວຍຖອກເທຫົວໃຈເຂົ້າໃນການປະຕິບັດ, ພຣະວິນຍານບໍລິສຸດກໍບໍ່ມີທາງຈະປະຕິບັດພາລະກິດໄດ້, ເພາະວ່າ ຫົວໃຈຂອງຄົນເຫຼົ່ານັ້ນເຕັມໄປດ້ວຍກົດເກນ ແລະ ແນວຄວາມຄິດຕ່າງໆຂອງມະນຸດ; ດັ່ງນັ້ນ ພຣະເຈົ້າຈຶ່ງບໍ່ມີທາງປະຕິບັດພາລະກິດ; ຜູ້ຄົນກໍຈະໄດ້ແຕ່ດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງກົດໝາຍຕະຫຼອດເວລາ ແລະ ຄົນປະເພດນີ້ ຈະບໍ່ສາມາດຮັບການຍ້ອງຍໍຈາກພຣະເຈົ້າໄດ້.

ການມີຊີວິດຝ່າຍວິນຍານປົກກະຕິຄືການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ເມື່ອອະທິຖານ ມະນຸດສາມາດສະຫງົບຫົວໃຈຂອງຕົນຕໍ່ໜ້າພຣະອົງ ແລະ ຜ່ານການອະທິຖານ ມະນຸດສາມາດສະແຫວງຫາຄວາມສະຫວ່າງ ໂດຍພຣະວິນຍານບໍລິສຸດໄດ້, ຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ສາມາດເຂົ້າໃຈຄວາມປະສົງຂອງພຣະອົງ. ເມື່ອກິນ ແລະ ດື່ມ ພຣະທຳຂອງພຣະເຈົ້າ ມະນຸດສາມາດເຂົ້າໃຈຊັດເຈນ ແລະ ຈະແຈ້ງຂຶ້ນໃນສິ່ງທີ່ພຣະເຈົ້າຕ້ອງການໃຫ້ປະຕິບັດໃນຕອນນີ້ ແລະ ມະນຸດຈະສາມາດມີເສັ້ນທາງໃໝ່ຂອງການປະຕິບັດ ແລະ ບໍ່ເປັນຄົນອະນຸລັກນິຍົມ, ເພື່ອວ່າ ການປະຕິບັດທຸກຢ່າງຂອງມະນຸດຈະໄດ້ບັນລຸຈຸດປະສົງຂອງຄວາມກ້າວໜ້າໃນຊີວິດ. ຕົວຢ່າງ: ການອະທິຖານຂອງມະນຸດບໍ່ແມ່ນເພື່ອຈຸດປະສົງໃນການເວົ້າຖ້ອຍຄໍາທີ່ງົດງາມ ຫຼື ຮ້ອງໂຮ່ຕໍ່ໜ້າພຣະເຈົ້າເພື່ອສະແດງຄວາມເປັນໜີ້ບຸນຄົນ, ແຕ່ກົງກັນຂ້າມ ເພື່ອການປະຕິບັດຝ່າຍວິນຍານຂອງຕົນ, ເພື່ອສະຫງົບຈິດໃຈຕໍ່ໜ້າພຣະເຈົ້າ, ເພື່ອປະຕິບັດຄົ້ນຫາການຊີ້ນໍາຂອງພຣະເຈົ້າໃນທຸກສິ່ງ, ເພື່ອເຮັດໃຫ້ຫົວໃຈຂອງຕົນ ເປັນຫົວໃຈທີ່ສະແຫວງຫາຄວາມສະຫວ່າງໃໝ່ທຸກວັນ, ເພື່ອບໍ່ເປັນຄົນເມີນເສີຍ ຫຼື ກຽດຄ້ານ ແລະ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການປະຕິບັດຕາມພຣະທຳຂອງພຣະເຈົ້າ. ໃນປະຈຸບັນນີ້ ຜູ້ຄົນສ່ວນໃຫຍ່ ແມ່ນສຸມໃສ່ວິທີການປະຕິບັດ ແລະ ບໍ່ພະຍາຍາມສະແຫວງຫາຄວາມຈິງເພື່ອບັນລຸຄວາມກ້າວໜ້າໃນຊີວິດ; ນີ້ຄືສິ່ງທີ່ຜູ້ຄົນເຮັດຢູ່ນອກຫຼັກການ. ຍັງມີຄົນຈຳນວນໜຶ່ງ ເຖິງແມ່ນວ່າພວກເຂົາຈະສາມາດຮັບເອົາຄວາມສະຫວ່າງໃໝ່, ແຕ່ວິທີການປະຕິບັດຂອງພວກເຂົາຍັງຄົງບໍ່ປ່ຽນແປງ; ພວກເຂົານໍາໃຊ້ແນວຄິດທາງສາດສະໜາໃນອາດີດ ເພື່ອຮັບພຣະທຳຂອງພຣະເຈົ້າໃນປະຈຸບັນ ແລະ ສິ່ງທີ່ພວກເຂົາໄດ້ຮັບຍັງຄົງເປັນຫຼັກຄຳສອນ ເຊິ່ງມີຄວາມເຊື່ອທາງສາດສະໜາປະກອບຢູ່ນຳ ແລະ ພວກເຂົາບໍ່ໄດ້ຮັບແສງສະຫວ່າງຂອງທຸກມື້ນີ້ຢ່າງແທ້ຈິງ. ດັ່ງນັ້ນ, ການປະຕິບັດຂອງພວກເຂົາຈຶ່ງບໍ່ບໍລິສຸດ, ພວກເຂົາຍັງປະຕິບັດຄືເກົ່າ ແຕ່ກັບຊື່ໃໝ່ ແລະ ບໍ່ວ່າການປະຕິບັດຂອງພວກເຂົາຈະດີສ່ຳໃດກໍ່ຕາມ, ມັນກໍຍັງຄົງເປັນການຫຼອກລວງ. ພຣະເຈົ້ານຳພາຜູ້ຄົນເຮັດສິ່ງໃໝ່ທຸກວັນ ແລະ ຕ້ອງການໃຫ້ຜູ້ຄົນມີຄວາມເຫັນແຈ້ງ ແລະ ຄວາມເຂົ້າໃຈໃໝ່ທຸກວັນ ແລະ ຈະບໍ່ລ້າສະໃໝ ຫຼື ໜ້າເບື່ອໜ່າຍ. ຖ້າເຈົ້າໄດ້ເຊື່ອພຣະເຈົ້າເປັນເວລາຫຼາຍປີ, ແຕ່ວິທີປະຕິບັດຂອງເຈົ້າບໍ່ມີການປ່ຽນແປງຫຍັງເລີຍ, ຖ້າເຈົ້າຍັງເອົາຈິງເອົາຈັງ ແລະ ຫຍຸ້ງຢູ່ກັບສິ່ງພາຍນອກ ແລະ ບໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຊື່ນຊົມກັບພຣະທຳຂອງພຣະອົງດ້ວຍຫົວໃຈທີ່ສະຫງົບ, ແລ້ວ ເຈົ້າຈະບໍ່ສາມາດໄດ້ຮັບສິ່ງໃດເລີຍ. ເມື່ອເວລາຮັບພາລະກິດໃໝ່ຈາກພຣະເຈົ້າ, ຖ້າເຈົ້າບໍ່ສ້າງແຜນການໃໝ່, ຖ້າເຈົ້າບໍ່ປະຕິບັດໃນທາງໃໝ່, ຖ້າເຈົ້າບໍ່ສະແຫວງຫາຄວາມເຂົ້າໃຈໃໝ່, ແຕ່ກົງກັນຂ້າມເຈົ້າຢຶດຖືກັບສິ່ງເກົ່າຈາກອະດີດ ແລະ ພຽງແຕ່ຮັບເອົາແສງສະຫວ່າງໃໝ່ທີ່ບໍ່ມີການປ່ຽນແປງວິທີການປະຕິບັດ, ສະນັ້ນ ເຖິງແມ່ນວ່າ ບຸກຄົນປະເພດນີ້ແມ່ນຢູ່ໃນກະແສດັ່ງກ່າວພຽງໃນນາມ, ແຕ່ໃນຄວາມເປັນຈິງພວກເຂົາແມ່ນເປັນພຽງແຕ່ຜູ້ທີ່ນັບຖືສາດສະໜາເໝືອນກັບພວກຟາລິຊາຍ ທີ່ຢູ່ນອກເສັ້ນທາງຂອງພຣະວິນຍານບໍລິສຸດເທົ່ານັ້ນ.

(ຄັດຈາກບົດ “ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 415)

ຖ້າເຈົ້າຕ້ອງການຢ່າກມີຊີວິດຝ່າຍວິນຍານປົກກະຕິ, ເຈົ້າຈຳເປັນຕ້ອງຮັບເອົາຄວາມສະຫວ່າງໃໝ່ທຸກວັນ, ສະແຫວງຫາຄວາມເຂົ້າໃຈອັນແທ້ຈິງໃນພຣະທຳຂອງພຣະເຈົ້າ ແລະ ບັນລຸຄວາມກະຈ່າງແຈ້ງໃນເລື່ອງຄວາມຈິງ. ເຈົ້າຈຳເປັນຕ້ອງມີເສັ້ນທາງປະຕິບັດໃນທຸກສິ່ງ ແລະ ຜ່ານການອ່ານພຣະທຳຂອງພຣະເຈົ້າທຸກວັນ ເຈົ້າຈະສາມາດຄົ້ນພົບຄຳຖາມໃໝ່ ແລະ ຂໍ້ບົກພ່ອງຂອງຕົນເອງ. ສິ່ງນີ້ຈະນຳມາເຊິ່ງຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາເພື່ອເຮັດໃຫ້ຊີວິດທັງໝົດຂອງເຈົ້າມີການເຄື່ອນໄຫວ ແລະ ສາມາດເຂົ້າສູ່ຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ທຸກເວລາ ແລະ ມີຄວາມຢ້ານກົວຢ່າງເລິກ ໃນການຕົກຢູ່ກັບຄວາມລ້າຫຼັງ. ຖ້າຜູ້ຄົນສາມາດມີຄວາມກະຫາຍ, ມີຫົວໃຈຄົ້ນຫາ ແລະ ພ້ອມເຕັມໃຈປະຕິບັດຢ່າງຕໍ່ເນື່ອງໃນສິ່ງນີ້, ພວກເຂົາແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງສຳລັບຊີວິດຝ່າຍວິນຍານ. ທຸກຄົນທີ່ສາມາດຮັບເອົາການຖືກດົນໃຈໂດຍພຣະວິນຍານບໍລິສຸດ, ປາຖະໜາຄວາມກ້າວໜ້າ, ເຕັມໃຈສະແຫວງຫາຄວາມສົມບູນແບບໂດຍພຣະເຈົ້າ, ຜູ້ທີ່ຕ້ອງການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງເລິກເຊິ່ງຍິ່ງຂື້ນ ແລະ ຜູ້ທີ່ບໍ່ສະແຫວງຫາສິ່ງທີ່ເໜືອທຳມະຊາດ ແຕ່ເປັນຜູ້ຍອມຈ່າຍຕາມລາຄາຕົວຈິງ, ສະແດງຄວາມເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຂົ້າສູ່ຢ່າງເປັນຈິງ, ສ້າງປະສົບການພວກເຂົາຢ່າງແທ້ຈິງ ແລະ ມີຄວາມເປັນຈິງຍິ່ງຂື້ນ, ບໍ່ສະແຫວງຫາຖ້ອຍຄຳໃນຫຼັກຄໍາສອນທີ່ຫວ່າງເປົ່າ ແລະ ຜູ້ທີ່ບໍ່ສະແຫວງຫາຄວາມຮູ້ສຶກເໜືອທຳມະຊາດ ຫຼືບູຊາບຸກຄົນທີ່ຍິ່ງໃຫຍ່ໃດໆ, ຄົນໃນລັກສະນະນີ້ແມ່ນໄດ້ເຂົ້າສູ່ຊີວິດຝ່າຍວິນຍານປົກກະຕິ. ທຸກສິ່ງທີ່ພວກເຂົາປະຕິບັດແມ່ນມີຈຸດປະສົງ ເພື່ອບັນລຸຄວາມກ້າວໜ້າໃນຊີວິດ, ເພື່ອຮັກສາວິນຍານຂອງຕົນໃຫ້ມີຄວາມສົດຊື່ນ ແລະ ບໍ່ຢຸດນິ້ງ ແລະ ສາມາດເຂົ້າສູ່ທາງບວກໄດ້ສະເໝີ. ຖ້າຜູ້ຄົນ ມີຊີວິດຝ່າຍວິນຍານປົກກະຕິ, ຖ້າພວກເຂົາໄດ້ຮັບຄວາມຫຼຸດພົ້ນ ແລະ ເປັນອິດສະລະໃນວິນຍານຂອງຕົນທຸກໆວັນ, ເຊັ່ນນັ້ນພວກເຂົາກໍໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າຢ່າງເປັນອິດສະລະເພື່ອເຮັດໃຫ້ພຣະອົງພໍໃຈ ແລະ ຍິ່ງໄປກ່ວານັ້ນ ເວລາທີ່ພວກເຂົາກຳລັງອະທິຖານ, ພວກເຂົາຈະບໍ່ພຽງແຕ່ເຮັດຕາມລະບຽບວິທີ ຫຼື ຕາມຂັ້ນຕອນເທົ່ານັ້ນ, ແຕ່ພວກເຂົາຈະສາມາດຮັກສາຄວາມສະຫວ່າງໃໝ່ໃນທຸກໆວັນ. ຕົວຢ່າງ: ເມື່ອພວກເຂົາປະຕິບັດໃຈຕົນໃຫ້ສະຫງົບຕໍ່ໜ້າພຣະເຈົ້າ, ພວກເຂົາກໍຈະສາມາດເຮັດໃຫ້ໃຈຂອງຕົນສະຫງົບຕໍ່ໜ້າພຣະອົງໄດ້ຢ່າງແທ້ຈິງ ແລະ ຈະບໍ່ມີໃຜສາມາດລົບກວນພວກເຂົາໄດ້, ບໍ່ມີຜູ້ຄົນ, ເຫດການ ຫຼື ສິ່ງໃດກໍຕາມທີ່ສາມາດຜູກມັດຊີວິດຝ່າຍວິນຍານປົກກະຕິຂອງພວກເຂົາໄດ້. ການປະຕິບັດລັກສະນະນີ້ແມ່ນມີຈຸດປະສົງເພື່ອບັນລຸຜົນ, ບໍ່ແມ່ນເປັນພຽງການເອົາກົດໃຫ້ຜູ້ຄົນຍຶດຖື. ການປະຕິບັດແບບນີ້ບໍ່ແມ່ນການຍຶດຖືກົດ, ແຕ່ແມ່ນເພື່ອຄວາມກ້າວໜ້າໃນຊີວິດຂອງຜູ້ຄົນ. ຖ້າເຈົ້າເປັນພຽງແຕ່ຜູ້ຮັກສາກົດເທົ່ານັ້ນ, ແລ້ວຊີວິດຂອງເຈົ້າກໍຈະບໍ່ປ່ຽນແປງ; ຄົນອື່ນອາດຈະປະຕິບັດໃນທາງນີ້, ຄືກັນກັບເຈົ້າ, ສຸດທ້າຍ, ພວກເຂົາສາມາດຕິດຕາມບາດກ້າວການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດໄດ້, ສ່ວນເຈົ້າຈະຖືກຕັດອອກຈາກທາງຂອງພຣະວິນຍານບໍລິສຸດ. ແລ້ວເຊັ່ນນີ້ ເຈົ້າບໍ່ໄດ້ຫຼອກລວງຕົວເອງບໍ? ຈຸດປະສົງຂອງພຣະທຳບົດນີ້ແມ່ນເພື່ອເຮັດໃຫ້ໃຈຜູ້ຄົນສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ຫັນເຂົ້າຫາພຣະອົງ, ເພື່ອໃຫ້ພາລະກິດຂອງພຣະເຈົ້າປະຕິບັດໃນຜູ້ຄົນຢ່າງບໍ່ຈຳກັດ ແລະ ເພື່ອໃຫ້ບັນລຸຜົນ.

(ຄັດຈາກບົດ “ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 416)

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ, ມະນຸດພຽງແຕ່ເຮັດໄປໂດຍບໍ່ມີຄວາມຮູ້ສຶກຫຍັງຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາທັງໝົດຕໍ່ໜ້າພຣະເຈົ້າ ແລະ ຮ່ວມອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນພຽງແຕ່ອະທິຖານເຖິງພຣະເຈົ້າເມື່ອເວລາມີບາງສິ່ງເກີດຂຶ້ນກັບພວກເຂົາ. ຕະຫຼອດເວລາຜ່ານມານີ້ ເຈົ້າເຄີຍອະທິຖານເຖິງພຣະເຈົ້າຢ່າງແທ້ຈິງບໍ່? ເຈົ້າເຄີຍຮ້ອງໄຫ້ນໍ້າຕາໄຫຼກັບຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ່? ເຈົ້າເຄີຍຮູ້ຈັກຕົນເອງຕໍ່ໜ້າພຣະເຈົ້າບໍ? ເຈົ້າເຄີຍເປີດອົກເປີດໃຈອະທິຖານເຖິງພຣະເຈົ້າບໍ່? ການອະທິຖານຕ້ອງຜ່ານການປະຕິບັດ: ຖ້າເຈົ້າອະທິຖານຢູ່ເຮືອນເປັນປະຈໍາ, ເຈົ້າບໍ່ມີທາງທີ່ຈະອະທິຖານຢູ່ໃນໂບດ ແລະ ຖ້າເຈົ້າບໍ່ອະທິຖານໃນເວລາມີການປະຊຸມຫມວດນ້ອຍ, ແລ້ວເຈົ້າຈະບໍ່ສາມາດອະທິຖານໃນເວລາມີການປະຊຸມໝວດໃຫຍ່. ຖ້າເຈົ້າບໍ່ເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ນຶກເຖິງພຣະທໍາຂອງພຣະເຈົ້າ ແລ້ວເຈົ້າຈະບໍ່ມີຫຍັງຈະກ່າວເມື່ອເຖິງເວລາອະທິຖານ ແລະ ເຖິງແມ່ນວ່າຖ້າ ເຈົ້າອະທິຖານ, ເຈົ້າກໍຈະພຽງແຕ່ອະຖິຖານແຕ່ປາກ; ເຈົ້າບໍ່ໄດ້ອະທິຖານຢ່າງແທ້ຈິງ.

ການອະທິຖານໂດຍແທ້ຈິງໝາຍຄວາມວ່າແນວໃດ? ໝາຍເຖິງການກ່າວຄໍາໃນໃຈຂອງ ເຈົ້າຕໍ່ພຣະເຈົ້າ ແລະ ການສື່ສານກັບພຣະເຈົ້າເພື່ອຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ປະສົງຂອງພຣະອົງ ແລະ ໂດຍອີງຕາມພຣະທໍາຂອງພຣະເຈົ້າ. ໝາຍເຖິງການມີຄວາມຮູ້ສຶກພິເສດໃກ້ຊິດຕິດພັນກັບພຣະເຈົ້າ, ການມີຄວາມຮູ້ສຶກວ່າພຣະອົງຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າມີບາງສິ່ງຈະກ່າວຕໍ່ພຣະອົງ. ໝາຍຄວາມວ່າຈິດໃຈຂ້ອງເຈົ້າເຕັມໄປດ້ວຍຄວາມແຈ່ມໃສເປັນພິເສດ ແລະ ໝາຍຄວາມວ່າການມີຄວາມຮູ້ສຶກວ່າພຣະເຈົ້າຄືສິ່ງທີ່ພິເສດສະງ່າງາມ. ເຈົ້າຈະມີຄວາມຮູ້ສຶກດົນບັນດານໃຈເປັນພິເສດ ແລະ ຫລັງຈາກໄດ້ຍິນຄໍາກ່າວອະທິຖານຂອງເຈົ້າ ເພື່ອນມິດ ແລະ ຍາດຕິພີ່ນ້ອງຂອງເຈົ້າກໍຈະມີຄວາມຮູ້ສຶກປິຕິຍິນດີ, ພວກເຂົາຈະມີຄວາມຮູ້ສຶກວ່າຄໍາກ່າວອະທິຖານຂອງເຈົ້າຄືຄໍາກ່າວອະທິຖານໃນໃຈຂອງພວກເຂົາ ທີ່ຕ້ອງການກ່າວເຊັ່ນກັນ. ສະນັ້ນ ຄໍາອະທິຖານທີ່ເຈົ້າກ່າວກໍຄືສິ່ງທີ່ພວກເຂົາຕ້ອງການກ່າວ. ນີ້ຄືຄວາມໝາຍຂອງການອະທິຖານທີ່ແທ້ຈິງ. ຫລັງຈາກເຈົ້າໄດ້ອະທິຖານຢ່າງແທ້ຈິງແລ້ວ, ຈິດໃຈຂອງເຈົ້າກໍຈະມີຄວາມສະຫງົບ ແລະ ມີຄວາມສຸກ. ພະລັງຄວາມຮັກທີ່ມີຕໍ່ພຣະເຈົ້າກໍຈະເພີ່ມທະວີຂຶ້ນ ແລະ ເຈົ້າກໍຈະຮູ້ສຶກວ່າໃນຊີວິດນີ້ບໍ່ມີຫຍັງອີກແລ້ວທີ່ມີຄຸນຄ່າ ຫຼື ສໍາຄັນໄປກວ່າຄວາມຮັກທີ່ມີໃຫ້ແກ່ພຣະເຈົ້າ ແລະ ທັງໝົດນີ້ຈະພິສູດວ່າຄໍາອະທິຖານຂອງເຈົ້າແມ່ນມີປະສິດທິຜົນ. ເຈົ້າເຄີຍໄດ້ອະທິຖານແນວນັ້ນແລ້ວບໍ່?

ເນື້ອໃນຂອງຄໍາອະທິຖານມີຫຍັງແດ່? ເຈົ້າຄວນອະທິຖານຕາມຂັ້ນຕອນອີງຕາມສະພາບຄວາມເປັນຈິງຂອງເຈົ້າ ແລະ ພຣະວິນຍານບໍລິສຸດຈະເປັນຜູ້ນໍາພາເຈົ້າເອງ. ເຈົ້າຄວນສື່ສານກັບພຣະເຈົ້າຕາມຄວາມປະສົງຂອງພຣະອົງ ແລະ ຕາມຂໍ້ຮຽກຮ້ອງຂອງພຣະອົງທີ່ີມີຕໍ່ມະນຸດ. ເມື່ອ ເຈົ້າເລິ່ມປະຕິບັດກ່າວຄໍາອະທິຖານຂອງເຈົ້າ ກ່ອນອື່ນໝົດຕ້ອງມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າກ່ອນ. ຢ່າໄດ້ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ພຽງແຕ່ພະຍາຍາມກ່າວຄໍາທີ່ຢູ່ໃນໃຈຂອງເຈົ້ານັ້ນຕໍ່ພຣະເຈົ້າ. ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າແລ້ວ, ກ່າວດັ່ງນີ້: “ໂອ້ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້ານ້ອຍຫາກຫາກໍຮູ້ມື້ນີ້ວ່າຂ້ານ້ອຍບໍ່ເຄີຍເຊື່ອຟັງພຣະອົງເຈົ້າເລີຍ. ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ແລະເປັນຄົນເສື່ອມຊາມໜ້າລັງກຽດທີ່ສຸດ. ຜ່ານມາ ຂ້ານ້ອຍໄດ້ເສຍເວລາຂອງຂ້ານ້ອຍ ແລະ ເລິ່ມແຕ່ມື້ນີ້ເປັນຕົ້ນໄປ ຂ້ານ້ອຍຈະຂໍດໍາລົງຊີວິດຢູ່ເພື່ອພຣະອົງເຈົ້າ. ຂ້ານ້ອຍຈະຂໍໃຊ້ຊີວິດຢ່າງມີຄວາມໝາຍ ແລະ ຢ່າງເພິງພໍພຣະໄທຕາມພຣະປະສົງຂອງພຣະອົງເຈົ້າ. ຂ້ານ້ອຍຂໍໃຫ້ພຣະວິນຍານຂອງພຣະອົງຈົງປະຕິບັດຢູ່ໃນຕົວຂ້ານ້ອຍຕະຫຼອດໄປດ້ວຍເທີ້ນ ແລະ ຊ່ວຍເຍືອງທາງໃຫ້ຄວາມສະຫວ່າງແກ່ຂ້ານ້ອຍເພື່ອຂ້ານ້ອຍຈະສາມາດປະຈັກພະຍານດ້ວຍຄວາມແຂງກ້າ ແລະ ຄວາມໜັກແໜ້ນຕໍ່ພຣະອົງເຈົ້າ, ສະແດງໃຫ້ຊາຕານເຫັນລັດສະໝີພາບຂອງພຣະອົງເຈົ້າ, ໃຫ້ເຫັນປະຈັກພະຍານຂອງພຣະອົງເຈົ້າ ແລະ ພິສູດໃຫ້ເຫັນວ່າພຣະອົງເຈົ້າໄດ້ເອົາໄຊຊະນະໃນຕົວພວກຂ້ານ້ອຍແລ້ວ”. ເມື່ອເຈົ້າອະທິຖານດ້ວຍວິທີນີ້ ຫົວໃຈຂອງເຈົ້າຈະຖືກປ່ອຍເປັນອິສະລະຢ່າງແທ້ຈິງ. ການອະທິຖານດ້ວຍວິທີນີ້ຫົວໃຈຂອງເຈົ້າກໍຈະໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນ ແລະ ດ້ວຍການອະທິຖານແບບນີ້ຕະຫຼອດ ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວ ເຈົ້າຢ່າງຫຼິກເວັ້ນບໍ່ໄດ້. ຖ້າຫາກເຈົ້າເອີ້ນເຖິງພຣະເຈົ້າດ້ວຍວິທີນີ້ຕະຫຼອດ ແລະ ຕັ້ງເປົ້າໝາຍຂອງເຈົ້າຕໍ່ໜ້າພຣະເຈົ້າ ກໍຈະມີມື້ໜຶ່ງທີ່ເປົ້າໝາຍຂອງເຈົ້າຈະຖືກຮັບເອົາຕໍ່ໜ້າພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າ ແລະ ຊີວິດຈິດໃຈຂອງເຈົ້າທັງໝົດຖືກຮັບເອົາໂດຍພຣະເຈົ້າແລ້ວ ສຸດທ້າຍພຣະເຈົ້າກໍຈະເຮັດໃຫ້ ເຈົ້າກາຍເປັນຜູ້ບໍລິສຸດ. ການອະທິຖານແມ່ນສໍາຄັນທີ່ສຸດສໍາລັບພວກເຈົ້າ. ເມື່ອເຈົ້າອະທິຖານ ເຈົ້າຮັບເອົາພາລະກິດຈາກພຣະວິນຍານບໍລິສຸດ ດ້ວຍເຫດນັ້ນຫົວໃຈຂອງເຈົ້າຈຶ່ງຖືກສໍາພັດໂດຍພຣະເຈົ້າ ແລະ ພະລັງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຈະເກີດຂຶ້ນ. ຖ້າຫາກເຈົ້າບໍ່ອະທິຖານດ້ວຍໃຈຂອງເຈົ້າ ແລະ ບໍ່ເປີດອົກເປີດໃຈຂອງເຈົ້າສື່ສານກັບພຣະເຈົ້າ, ພຣະອົງຈະບໍ່ມີວິທີທາງປະຕິບັດພາລະກິດໃນຕົວເຈົ້າໄດ້. ຖ້າຫາກໃນລະຫວ່າງການອະທິຖານ ເຈົ້າໄດ້ກ່າວທຸກຄໍາອອກຈາກຫົວໃຈຂອງເຈົ້າໄປແລ້ວ ແລະ ພຣະວິນຍານຂອງພຣະເຈົ້າຍັງບໍ່ໄດ້ປະຕິບັດ ແລະ ຖ້າຫາກເຈົ້າບໍ່ຮູ້ສຶກດົນໃຈຫຍັງເລີຍ, ນີ້ກໍສະແດງວ່າຫົວໃຈຂອງເຈົ້າຍັງບໍ່ທັນຈິງຈັງ ແລະ ຄໍາກ່າວອະທິຖານຂອງເຈົ້າຍັງບໍ່ເປັນຄວາມຈິງ ແລະ ຍັງບໍ່ບໍລິສຸດເທື່ອ. ຖ້າຫາກໃນລະຫວ່າງການອະທິຖານ ເຈົ້າມີຄວາມເພິ່ງພໍໃຈ ກໍແປວ່າຄໍາອະທິຖານຂອງເຈົ້າໄດ້ຖືກຮັບເອົາໂດຍພຣະເຈົ້າແລ້ວ ແລະ ພຣະວິນຍານຂອງພຣະເຈົ້າແມ່ນໄດ້ຢູ່ໃນຕົວເຈົ້າແລ້ວ. ໃນຖານະເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງພຣະເຈົ້າໄດ້ຖ້າຫາກເຈົ້າບໍ່ມີການອະທິຖານ. ຖ້າຫາກເຈົ້າເຫັນວ່າການມີມິດຕະພາບຕໍ່ພຣະເຈົ້າແທ້ຈິງເປັນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າ ເຈົ້າຈະປະຖິ້ມການອະທິຖານໄດ້ບໍ? ບໍ່ມີຜູ້ໃດສາມາດເປັນຜູ້ຮັບໃຊ້ພຣະເຈົ້າໄດ້ໂດຍຂາດການສື່ສານຕໍ່ພຣະເຈົ້າ. ບໍ່ມີການອະທິຖານ ເຈົ້າກໍພຽງແຕ່ດໍາລົງຊີວິດຢູ່ໃນຮ່າງກາຍແຫ່ງເນື້ອຫນັງທີ່ຂາດຈິດວິນຍານ ທິ່ດໍາລົງຊີວິດຢູ່ໃນການເປັນທາດຂອງຊາຕານ. ບໍ່ມີການອະທິຖານຢ່າງແທ້ຈິງ ເຈົ້າກໍພຽງແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ເຮົາຫວັງວ່າເຈົ້າທັງຫຼາຍຈະສາມາດອະທິຖານທຸກມື້່ຢ່າງແທ້ຈິງ. ນີ້ບໍ່ແມ່ນການຍຶດຖືໃນພຣະທໍາ ແຕ່ເປັນເຫດຜົນທີ່ຕ້ອງກະທໍາໃຫ້ສໍາເລັດ. ເຈົ້າເຕັມໃຈທີ່ຈະເສຍສະລະການຫຼັບນອນ ແລະ ຄວາມສຸກເລັກນ້ອຍເພື່ອລຸກຂຶ້ນມາກ່າວຄໍາອະທິຖານໃນຕອນເຊົ້າ ແລ້ວມີຄວາມປິຕິຍິນດີກັບພຣະທໍາຂອງພຣະເຈົ້າບໍ່? ຖ້າຫາກເຈົ້າອະທິຖານດ້ວຍໃຈບໍລິສຸດ, ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າແບບນີ້, ເຈົ້າກໍຈະເໝາະສົມທີ່ຈະຖືກຮັບເອົາໂດຍພຣະອົງ. ຖ້າເຈົ້າເຮັດແບບນີ້ທຸກເຊົ້າ, ຖ້າແຕ່ລະມື້ ເຈົ້າປະຕິບັດເພື່ອມອບຫົວໃຈໃຫ້ກັບພຣະອົງ, ສື່ສານ ແລະ ປະຕິບັດຮ່ວມກັບພຣະອົງ, ແລ້ວແນ່ນອນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຈະເພິ່ມທະວີຂຶ້ນ ແລະ ເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະອົງດີຂຶ້ນ. ເຈົ້າຄວນກ່າວຄໍາອະທິຖານວ່າ: “ໂອ້ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້ານ້ອຍປະສົງບັນລຸໜ້າທີ່ຂອງຂ້ານ້ອຍ ເພື່ອວ່າພຣະອົງເຈົ້າອາດສັນລະເສີນໃນຕົວພວກຂ້ານ້ອຍ ແລະ ອາດຊື່ນຊົມຄວາມປະຈັກພະຍານໃນຕົວພວກຂ້ານ້ອຍ, ພ້ອມຜູ້ຄົນເຫຼົ່ານີ້ ແລະ ຂ້ານ້ອຍຂໍອຸທິດທັງກາຍ ແລະ ໃຈໃຫ້ກັບພຣະອົງ. ຂ້ານ້ອຍຂໍອ້ອນວອນພຣະອົງເຈົ້າຂໍໃຫ້ປະຕິບັດພາລະກິດໃນຕົວຂ້ານ້ອຍເພື່ອວ່າຂ້ານ້ອຍຈະສາມາດຮັກ ແລະ ເປັນທີ່ເພິ່ງພໍໃຈພຣະອົງເຈົ້າຢ່າງແທ້ຈິງ ແລະ ຂໍຮັບເອົາພຣະອົງເຈົ້າໃຫ້ເປັນຈຸດປະສົງທີ່ຂ້ານ້ອຍຕ້ອງສະແຫວງຫາ”. ເມື່ອເຈົ້າໄດ້ອະທິຖານ ແລະ ປະຕິບັດຕາມຄໍາອະທິຖານຂອງເຈົ້າຢ່າງແທ້ຈິງ ແນ່ນອນພຣະເຈົ້າກໍຈະເຮັດໃຫ້ເຈົ້າເປັນຜູ້ບໍລິສຸດ. ເຈົ້າບໍ່ຄວນພຽງແຕ່ອະທິຖານເພື່ອຜົນປະໂຫຍດສ່ວນຕົວຂອງເຈົ້າເທົ່ານັ້ນ ແຕ່ອະທິຖານເພື່ອການປະຕິບັດຕໍ່ຈູດປະສົງຂອງພຣະເຈົ້ານໍາດ້ວຍ ແລະ ເພື່ອຄວາມຮັກທີ່ມີຕໍ່ພຣະອົງ. ນັ້້ນຄືວິທີການອະທິຖານຢ່າງແທ້ຈິງ. ແລ້ວ ເຈົ້າອະທິຖານເພື່ອປະຕິບັດຕໍ່ຄວາມປະສົງຂອງພຣະເຈົ້າບໍ່?

ຜ່ານມາພວກເຈົ້າບໍ່ຮູ້ຈັກວິທີອະທິຖານ ແລະ ເບິ່ງຂ້າມການອະທິຖານ. ມື້ນີ້ພວກເຈົ້າຕ້ອງປະຕິບັດໃຫ້ດີທີ່ສຸດທີ່ພວກເຈົ້າຈະເຮັດໄດ້ເພື່ອຝຶກຝົນຕົນເອງກັບການອະທິຖານ. ຖ້າຫາກເຈົ້າບໍ່ສາມາດລວບລວມກໍາລັງໃຈໃນຕົວເຈົ້າໃຫ້ຮັກພຣະເຈົ້າໄດ້ ແລ້ວເຈົ້າຈະສາມາດອະທິຖ່ານໄດ້ແນວໃດ? ເຈົ້າຄວນກ່າວຄໍາອະທິຖານວ່າ: “ໂອ້ ຂ້າແດ່ພຣະຜູ້ເປັນເຈົ້າ! ຫົວໃຈຂ້ອງຂ້ານ້ອຍບໍ່ສາມາດຮັກພຣະອົງເຈົ້າໄດ້ໂດຍແທ້ຈິງ, ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງເຈົ້າ ແຕ່ຂ້ານ້ອຍຂາດກໍາລັງໃຈ. ຂ້ານ້ອຍຄວນປະຕິບັດຕົນແນວໃດດີ? ຂ້ານ້ອຍຂໍໃຫ້ພຣະອົງເຈົ້າຈົ່ງໃຫ້ຄວາມສະຫວ່າງແດ່ວິນຍານຂອງຂ້ານ້ອຍດ້ວຍເທິດ, ຂ້ານ້ອຍຂໍໃຫ້ພຣະວິນຍານຂອງພຣະອົງເຈົ້າສໍາພັດຈິດໃຈຂອງຂ້ານ້ອຍດ້ວຍເທິດ ເພາະວ່າຕໍ່ໜ້າພຣະອົງເຈົ້າຂ້ານ້ອຍໄດ້ປົດຕົວເອງອອກຈາກສະພາບການອ່ອນແອທັງໝົດແລ້ວ ແລະ ບໍ່ໄດ້ຖືກບັງຄັບໂດຍຜູ້ໃດ, ບໍ່ວ່າເລື່ອງໃດ ຫຼື ສິ່ງໃດທັງສິ້ນ, ຈິດໃຈຂອງຂ້ານ້ອຍໄດ້ເປີດເຜີຍອອກໝົດແລ້ວຕໍ່ໜ້າພຣະອົງເຈົ້າ, ດັ່ງນັ້ນຊີວິດຈິດໃຈຂ້ອງຂ້ານ້ອຍທັງໝົດທັງສິ້ນແມ່ນໄດ້ອຸທິດຕົນໃຫ້ກັບພຣະອົງເຈົ້າໄປໝົດແລ້ວ ແລະ ຂໍໃຫ້ພຣະອົງເຈົ້າຊົງທົດລອງຂ້ານ້ອຍດ້ວຍວິທີໃດກໍແລ້ວແຕ່ທີ່ພຣະອົງຊົງເຫັນຊອບ. ດຽວນີ້ ຂ້ານ້ອຍບໍ່ໄດ້ຄິດນໍາອະນາຄົດ ຫຼື ມີຄວາມຜູກພັນກັບຄວາມຕາຍອີກແລ້ວ. ດ້ວຍມີຈິດໃຈທີ່ຮັກພຣະອົງເຈົ້າ ຂ້ານ້ອຍຂໍສະແຫວງຫາແຕ່ແນວທາງຊີວິດ. ທຸກສິ່ງຢ່າງ ແລະ ທຸກເຫດການແມ່ນຂຶ້ນຢູ່ກັບພຣະອົງເຈົ້າ, ຄວາມສັດທາແມ່ນຢູ່ໃນກໍາມືຂອງພຣະອົງເຈົ້າ. ດຽວນີ້ຂ້ານ້ອຍຂໍສະແຫວງຫາຄວາມຮັກຂອງພຣະອົງ ແລະ ເຖິງຢ່າງໃດກໍດີບໍ່ວ່າພຣະອົງເຈົ້າຈະຊົງອະນຸຍາດ ຫຼື ບໍ່ອະນຸຍາດໃຫ້ຂ້ານ້ອຍຮັກພຣະອົງເຈົ້າກໍດີ, ຫຼືບໍ່ວ່າຊາຕານຈະກີດກັ້ນແນວໃດກໍຕາມ, ຂ້ານ້ອຍຈະຂໍຮັກພຣະອົງເຈົ້າເປັນນິດ”. ເມື່ອເຈົ້າພະເຊີນກັບສິ່ງດັ່ງກ່າວ ເຈົ້າກໍອະທິຖານດ້ວຍວິທີນີ້. ຖ້າຫາກເຈົ້າເຮັດດ້ວຍວິທີນີ້ທຸກມື້ ພະລັງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຈະຄ່ອຍໆທະວິຂຶ້ນ.

(ຄັດຈາກບົດ “ກ່ຽວກັບການປະຕິບັດຂອງການອະທິຖານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 417)

ເຮົາຈະເຂົ້າຫາການອະທິຖານຢ່າງແທ້ຈິງດ້ວຍວິທີໃດ?

ເວລາອະທິຖານ ຈິດໃຈຂອງເຈົ້າຕ້ອງມີຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ຕ້ອງມີຄວາມຈິງໃຈ. ເຈົ້າຕ້ອງສື່ສານ ແລະ ອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ເຈົ້າຕ້ອງບໍ່ຫຼອກລວງພຣະເຈົ້າດ້ວຍການໃຊ້ຄໍາເວົ້າທີ່ຈົບງາມ. ຄໍາອະທິຖານຕ້ອງແນໃສ່ໃຈຄວາມທີ່ພຣະເຈົ້າປາດຖະໜາຈະບັນລຸຜົນໃນປັດຈຸບັນ. ຈົ່ງອະທິຖານຂໍໃຫ້ພຣະເຈົ້ານໍາເອົາຄວາມສະຫວ່າງອັນລໍ້າເລີດ ແລະ ແສງເຍືອງທາງມາສູ່ເຈົ້າ ແລະ ນໍາເອົາສະພາບການທີ່ແທ້ຈິງ ແລະ ຄວາມຫຍຸ້ງຍາກລໍາບາກຂອງເຈົ້າມາໃຫ້ພຣະເຈົ້າຊ່ວຍອະທິຖານ ແລະ ຈົ່ງຕັ້ງເປົ້າໝາຍຕໍ່ພຣະອົງ. ການອະທິຖານບໍ່ແມ່ນການປະຕິບັດຕາມວິທີການ ແຕ່ເປັນການໃຊ້ຫົວໃຈຂອງເຈົ້າຄົ້ນຫາພຣະເຈົ້າຢ່າງແທ້ຈິງ. ຈົ່ງອະທິຖານຂໍພຣະເຈົ້າໃຫ້ປົກປ້ອງຈິດໃຈເຈົ້າ, ເຮັດໃຫ້ຫົວໃຈຂອງເຈົ້າສາມາດມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ, ເຮັດໃຫ້ເຈົ້າສາມາດຮູ້ຈັກຕົວເອງ ແລະ ກຽດຊັງຕົວເອງ ແລະ ປ່ອຍປະຕົວເອງໃນສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕັ້ງໄວ້ໃຫ້ເຈົ້າເພື່ອໃຫ້ເຈົ້າໄດ້ມີຄວາມສໍາພັນແບບປົກກະຕິກັບພຣະເຈົ້າ ແລະ ເຮັດໃຫ້ເຈົ້າເປັນຄົນທີ່ຮັກພຣະເຈົ້າໂດຍແທ້ຈິງ.

ແມ່ນຫຍັງຄືຄວາມສໍາຄັນຂອງການອະທິຖານ?

ການອະທິຖານແມ່ນໜຶ່ງໃນວິທີທາງທີ່ມະນຸດຕິດຕໍ່ກັບພຣະເຈົ້າ, ມັນເປັນວິທີທີ່ມະນຸດເອີ້ນຫາພຣະເຈົ້າ ແລະ ເປັນຂັ້ນຕອນທີ່ມະນຸດຈະຖືກສໍາພັດໂດຍພຣະວິນຍານຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າຜູ້ໃດທີ່ບໍ່ໄດ້ອະທິຖານຄືບຸກຄົນທີ່ຕາຍດ້ວຍປາດສະຈາກວິນຍາ ແລະ ພິສູດໄດ້ວ່າພວກເຂົາຂາດຄວາມສາມາດທີ່ຈະສໍາພັດກັບພຣະເຈົ້າໄດ້. ຂາດການອະທິຖານ ຜູ້ຄົນຈະບໍ່ສາມາດມີຊີວິດທາງວິນຍານແບບປົກກະຕິ ແມ່ນແຕ່ການປະຕິບັດຕາມວຽກງານຂອງພຣະວິນຍານບໍລິສຸດ ພວກເຂົາກໍຈະບໍ່ສາມາດປະຕິບັດໄດ້. ຂາດການອະທິຖານ ພວກເຂົາແມ່ນຕັດຄວາມສໍາພັນກັບພຣະເຈົ້າ ແລະ ບໍ່ສາມາດຮັບຄວາມປິຕິຍິນດີຈາກພຣະເຈົ້າໄດ້. ເປັນຜູ້ທີ່ເຊື່ອໃນພຣະເຈົ້າ, ເຈົ້າອະທິຖານຫຼາຍເທົ່າໃດ ເຈົ້າກໍຈະໄດ້ສໍາພັດກັບພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນດັ່ງກ່າວຈະມີຄວາມຕັ້ງໃຈສູງ ແລະ ມີຄວາມສາມາດຫຼາຍທີ່ຈະຮັບເອົາຄວາມສະຫວ່າງອັນໃໝ່ຈາກພຣະເຈົ້າ. ຜົນກໍຄື ມີແຕ່ຜູ້ຄົນດັ່ງກ່າວນີ້ເທົ່ານ້ັນທີ່ຈະຖືກພຣະວິນຍານບໍລິສຸດເຮັດໃຫ້ເປັນຄົນສົມບູນແບບໂດຍໄວທີ່ສຸດເທົ່າທີ່ຈະໄວ້ໄດ້.

ຜົນທີ່ຈະໄດ້ຮັບຈາກການອະທິຖານຄືຫຍັງ?

ຜູ້ຄົນອາດສາມາດດໍາເນີນການປະຕິບັດຂອງການອະທິຖານ ແລະ ເຂົ້າໃຈຄວາມສໍາຄັນຂອງການອະທິຖານ ແຕ່ຜົນທີ່ຈະໄດ້ຮັບຈາກການອະທິຖານບໍ່ແມນເປັນເລື່ອງງ່າຍ. ການອະທິຖານບໍ່ແມ່ນເປັນເລື່ອງທີ່ຕ້ອງເຮັດຜ່ານທາງພິທີກໍາ ຫຼື ເຮັດຕາມວິທີການ ຫຼື ດ້ວຍການທ່ອງຂຶ້ນໃຈຕາມພຣະທໍາຂອງພຣະເຈົ້າ ເຊິ່ງໝາຍເຖິງການອະທິຖານບໍ່ແມ່ນແປວ່າ ຕ້ອງຮຽນແບບເອົາຄໍາເວົ້າ ແລະ ເກາະກ່າຍຄົນອື່ນ. ແຕ່ໃນການອະທິຖານ ເຈົ້າຕ້ອງມອບຫົວໃຈໃຫ້ກັບພຣະເຈົ້າ ສື່ຄໍາເວົ້າໃນຫົວໃຈຂອງເຈົ້າກັບພຣະເຈົ້າເພື່ອວ່າເຈົ້າຈະໄດ້ສໍາພັດ ໂດຍພຣະເຈົ້າ. ຖ້າຢາກໃຫ້ການອະທິຖານຂອງເຈົ້າມີປະສິດທິພາບ, ເຈົ້າກໍຕ້ອງອະທິຖານອີງຕາມການອ່ານພຣະທໍາຂອງພຣະເຈົ້າ. ມີແຕ່ການອະທິຖານໃນທ່າມກາງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ເຈົ້າຈະສາມາດໄດ້ຮັບຄວາມສະຫວ່າງ ແລະ ແສງເຍື່ອງທາງເພີ່ມຂຶ້ນ. ການອະທິຖານແທ້ຈິງແມ່ນສະແດງອອກດ້ວຍການຕັ້ງໃຈປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງພຣະເຈົ້າ ແລະ ເຕັມໃຈພ້ອມທີ່ຈະປະຕິບັດຕາມຄວາມຕ້ອງການເຫຼົ່ານີ້ໃຫ້ສໍາເລັດ. ເຈົ້າຈະສາມາດກຽດຊັງໃນທຸກສິ່ງທີ່ພຣະເຈົ້າກຽດຊັງ ແລະ ບົນພື້ນຖານດັ່ງກ່າວນີ້ ເຈົ້າຈະໄດ້ຮັບສະຕິປັນຍາ ແລະ ເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຄວາມຈິງທີ່ພຣະເຈົ້າໄດ້ອະທິບາຍໄວ້. ຫລັງຈາກອະທິຖານ ເຈົ້າກໍຈະມີຄວາມຕັ້ງໃຈ, ສັດທາ, ສະຕິປັນຍາ ແລະ ແນວທາງການປະຕິບັດຢ່າງຈະແຈ້ງ. ນີ້ຄືການອະທິຖານຢ່າງແທ້ຈິງ. ມີພຽງແຕ່ການອະທິຖານແບບນີ້ເທົ່ານັ້ນທີ່ສາມາດບັນລຸຜົນໄດ້. ສະນັ້ນການອະທິຖານຕ້ອງເຮັດຢູ່ບົນພື້ນຖານຄວາມຊີືນຊົມຍິນດີຕໍ່ພຣະທໍາຂອງພຣະເຈົ້າ ແລະ ສື່ສານກັບພຣະເຈົ້າໃນພຣະທໍາຂອງພຣະອົງ. ຫົວໃຈຂອງເຈົ້າຈະສາມາດສະແຫວງຫາພຣະເຈົ້າໄດ້ ແລະ ກໍຈະມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການອະທິຖານແບບນັ້ນແມ່ນໄດ້ບັນລຸຜົນເຖິງຈຸດຂອງການພົວພັນຢ່າງແທ້ຈິງກັບພຣະເຈົ້າແລ້ວ.

(ຄັດຈາກບົດ “ກ່ຽວກັບການປະຕິບັດຂອງການອະທິຖານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 418)

ຄວາມຮູ້ພື້ນຖານກ່ຽວກັບການອະທິຖານ:

1. ຢາຫຼັບຫູຫຼັບຕາເວົ້າອອກມາຕາມລໍາພັງໃຈ. ຕ້ອງມີໃຈຄວາມຢູ່ໃນໃຈຂອງເຈົ້າເຊິ່ງໝາຍຄວາມວ່າເຈົ້າຕ້ອງມີເປົ້າໝາຍເມື່ອເວລາອະທິຖານ.

2. ການອະທິຖານຂອງເຈົ້າຕ້ອງປະກອບດ້ວຍພຣະທໍາຂອງພຣະເຈົ້າ ແລະ ການອະທິຖານດັ່ງກ່າວຕ້ອງອີງຕາມພຣະທໍາຂອງພຣະອົງ.

3. ເມື່ອເວລາອະທິຖານ ເຈົ້າບໍ່ຕ້ອງທົບທວນບັນຫາທີ່ຫຼ້າສະໄໝຄືນໃໝ່. ເຈົ້າຄວນເອົາໃຈໃສ່ໃນພຣະທໍາໃນປັດຈຸບັນຂອງພຣະເຈົ້າ ແລ້ວເມື່ອເຈົ້າອະທິຖານ, ໃຫ້ບອກພຣະເຈົ້າເຖິງຄວາມຄິດທີ່ຢູ່ຂ້າງໃນສຸດຂອງເຈົ້າ.

4. ການອະທິຖານຮ່ວມກຸ່ມຕ້ອງແນໃສ່ເນື້ອຄວາມທີ່ເປັນຈຸດສູນລວມເຊິ່ງຕ້ອງເປັນພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນເທົ່ານັ້ນ.

5. ທຸກຄົນຕ້ອງຮູ້ຈັກຮຽນຮູ້ອະທິຖານເພື່ອບາງສິ່ງ. ນີ້ຍັງເປັນວິທີການສະແດງເຖິງຄວາມຄຳນຶງສຳລັບຄວາມປະສົງຂອງພຣະເຈົ້າ.

ການອະທິຖານເພື່ອຊີວິດສ່ວນຕົວແມ່ນອີງເຖິງຄວາມເຂົ້າໃຈຄວາມສໍາຄັນຂອງການອະທິຖານ ແລະ ຄວາມຮູ້ພືນຖານຂອງການອະທິຖານ. ໃນຊີວິດປະຈໍາວັນ, ອະທິຖານເພື່ອຂໍ້ບົກຜ່ອງຂອງເຈົ້າເອງຢູ່ເລື້ອຍໆ, ອະທິຖານເພື່ອຜົນການປ່ຽນແປງອຸປະນິໄສໃນຊີວິດຂອງເຈົ້າ ແລະ ອະທິຖານບົນພື້ນຖານຄວາມຮູ້ພຣະທໍາຂອງພຣະເຈົ້າ. ທຸກຄົນຄວນກໍານົດຊິວິດການອະທິຖານຂອງຕົນເອງ, ທຸກຄົນຄວນອະທິຖານເພື່ອຄວາມຮູ້ບົນພື້ນຖານຂອງພຣະທໍາຂອງພຣະເຈົ້າ, ຄວນອະທິຖານເພື່ອສະແຫວງຫາຄວາມຮູ້ຂອງພຣະທໍາຂອງພຣະເຈົ້າ. ເປີດເຜີຍສະຖານະການອັນແທ້ຈິງຂອງເຈົ້າຕໍ່ພຣະເຈົ້າ ແລະ ເປັນຄົນມີເຫດຜົນບົນຄວາມຈິງ ແລະ ຈົ່ງຢ່າໃສ່ໃຈກັບວິທີການ. ກະແຈສໍາຄັນແມ່ນເພື່ອບັນລຸສະຕິປັນຍາຢ່າງແທ້ຈິງ ແລະ ເພື່ອມີປະສົບການຕົວຈິງກັບພຣະທໍາຂອງພຣະເຈົ້າ. ຜູ້ໃດທີ່ສະແຫວງຫາຫົນທາງເຂົ້າສູ່ຊີວິດທາງວິນຍານຕ້ອງສາມາດອະທິຖານໄດ້ຫຼາຍວິທີທາງ. ຜູ້ທີ່ອະທິຖານງຽບໆຢູ່ໃນໃຈ, ໄຕ່ຕອງເຖິງພຣະທໍາຂອງພຣະເຈົ້າ, ສຶກສາຮຽນຮູ້ພາລະກິດຂອງພຣະເຈົ້າ ແລະ ອື່ນໆ ເຊິ່ງການອະທິຖານທີ່ມີເປົ້າໝາຍແບບນີ້ແມ່ນເພື່ອບັນລຸການເຂົ້າສູ່ຊິວິດທາງວິນຍານທີ່ເປັນປົກກະຕິ, ສ້າງສະຖານະຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຊີວິດຂອງເຈົ້າກ້າວໜ້າຍິ່ງຂຶ້ນເລື້ອຍໆ. ສະຫຼຸບແລ້ວທຸກໆສິ່ງທີ່ເຈົ້າເຮັດ ບໍ່ວ່າຈະເປັນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ຫຼື ອະທິຖານໃນໃຈງຽບໆ ຫຼື ປ່າວປະກາດດັງໆແມ່ນເພື່ອຄວາມເຂົ້າໃຈພຣະທໍາ ແລະ ພາລະກິດຂອງພຣະອົງຢ່າງແຈ່ມແຈ້ງ ເຊິ່ງພຣະອົງປາດຖະໜາບັນລຸໃນຕົວເຈົ້າ. ສໍາຄັນໄປກວ່ານັ້ນ ແມ່ນເພື່ອບັນລຸບັນທັດຖານທີ່ພຣະເຈົ້າຕ້ອງການ ແລະ ໃຊ້ຊີວິດຂອງເຈົ້າໃຫ້ດີຂຶ້ນ. ບັນທັດຖານທີ່ພຣະເຈົ້າຕ້ອງການກໍບໍ່ມີຫຍັງຫຼາຍ ພຽງແຕ່ຕ້ອງການໃຫ້ມະນຸດທຸກຄົນສາມາດເປີດໃຈໃຫ້ກັບພຣະອົງ. ຖ້າຫາກມະນຸດມອບໃຈຢ່າງແທ້ຈິງໃຫ້ກັບພຣະເຈົ້າ ແລະ ກ່າວແຕ່ສິ່ງທີ່ຢູ່ໃນໃຈຂອງຕົນຢ່າງແທ້ຈິງຕໍ່ພຣະອົງ ແລ້ວພຣະເຈົ້າກໍພ້ອມທີ່ຈະປະຕິບັດພາລະກິດຕໍ່ມະນຸດ. ພຣະເຈົ້າບໍ່ຕ້ອງການຈິດໃຈອັນຄົດໂກງຂອງມະນຸດ ພຣະອົງຕ້ອງການແຕ່ຈິດໃຈອັນບໍລິສຸດ ແລະ ຊື່ສັດຂອງມະນຸດ. ຖ້າຫາກມະນຸດບໍ່ເວົ້າຄວາມຈິງອອກມາຈາກໃຈ ແລ້ວພຣະເຈົ້າກໍຈະບໍ່ສໍາພັດຈິດໃຈມະນຸດ ຫຼື ປະຕິບັດພາລະກິດຕໍ່ມະນຸດ. ດັ່ງນັ້ນ ສິ່ງສໍາຄັນທີ່ສຸດກ່ຽວກັບການອະທິຖານຄືກ່າວແຕ່ຄໍາທີ່ອອກມາຈາກໃຈຂອງເຈົ້າຕໍ່ພຣະເຈົ້າເທົ່ານັ້ນ. ຈົ່ງບອກພຣະເຈົ້າກ່ຽວກັບແນວຄິດບໍ່ດີ ແລະ ນິໄສກະບົດຂອງເຈົ້າ ແລະ ເປີດອົກເປີດໃຈຂອງເຈົ້າທັງໝົດໃຫ້ກັບພຣະເຈົ້າ. ແລ້ວເມື່ອນັ້ນພຣະເຈົ້າກໍຈະສົນໃຈໃນການອະທິຖານຂອງເຈົ້າ. ຖ້າບໍ່ດັ່ງນັ້ນແລ້ວພຣະເຈົ້າກໍຈະຫັ້ນໜ້າໜີຈາກເຈົ້າ. ເງື່ອນໄຂຕໍ່າສຸດສໍາລັບການອະທິຖານກໍຄື ເຈົ້າຕ້ອງສາມາດຮັກສາຈິດໃຈຂອງເຈົ້າໃຫ້ສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕ້ອງບໍ່ຕັດຂາດຈາກພຣະເຈົ້າ. ບາງເທື່ອໃນໄລຍະເວລານີ້ ເຈົ້າຍັງບໍ່ທັນມີທັດສະນະທີ່ໃໝ່ກວ່າ ຫຼື ດີກວ່າ ແຕ່ເຈົ້າຕ້ອງໃຊ້ການອະທິຖານເພື່ອຮັກສາສິ່ງທີ່ເປັນຢູ່ນັ້ນໄວ້, ເຈົ້າບໍ່ສາມາດອ່ອນແອ. ຢ່າງນ້ອຍ ນີ້ຄືສິ່ງທີ່ເຈົ້າຕ້ອງບັນລຸ. ຖ້າຫາກເຈົ້າບໍ່ສາມາດຈະເຮັດສໍາເລັດແມ່ນແຕ່ສິ່ງນີ້ສິ່ງດຽວ, ມັນກໍຈະພິສູດໃຫ້ເຫັນວ່າຊີວິດທາງວິນຍານຂອງເຈົ້າຍັງບໍ່ທັນເຂົ້າເຖິງວິທີທາງທີ່ຖຶກຕ້ອງເທື່ອ. ຜົນກໍຄືເຈົ້າຈະບໍ່ສາມາດຍຶດໝັ້ນໃນຄວາມເຊື່ອດັ່ງເດີມຂອງເຈົ້າໄດ້; ເຈົ້າຈະໝົດສັດທາໃນພຣະເຈົ້າ ແລະ ໃນທີ່ສຸດຄວາມຕັ້ງໃຈຂອງເຈົ້າກໍຈະຫາຍໄປ. ການເຂົ້າສູ່ຊີວິດທາງວິນຍານຂອງເຈົ້າຈະໄດ້ເຂົ້າເຖິງວິທີທາງທີ່ຖືກຕ້ອງນັ້ນ ຫຼື ບໍ ແມ່ນຂຶ້ນຢູ່ກັບການອະທິຖານຂອງເຈົ້າ. ມະນຸດທຸກຄົນຕ້ອງເຂົ້າສູ່ຄວາມເປັນຈິງນີ້, ທຸກຄົນຕ້ອງຝຶກຝົນຕົນເອງໃນການອະທິຖານຢ່າງຕໍ່ເນື່ອງ, ບໍ່ແມ່ນລໍຖ້າລ້າໆ ແຕ່ສະແຫວງຫາເພື່ອຈະຖືກສໍາພັດໂດຍພຣະວິນຍານບໍລິສຸດຢ່າງຕໍ່ເນື່ອງ. ແລ້ວເມື່ອນັ້ນມະນຸດທຸກຄົນກໍຈະເປັນຜູ້ທີ່ສະແຫວງຫາພຣະເຈົາຢ່າງແທ້ຈິງ.

ເມື່ອເວລາເຈົ້າເລິ່ມອະທິຖານ, ເຈົ້າຕ້ອງເບິ່ງຄວາມເປັນຈິງ ແລະ ບໍ່ຕ້ອງຫຼອກລວງຕົນເອງ. ເຈົ້າບໍ່ສາມາດຮຽກຮ້ອງເກີນຄວາມເປັນຈິງ, ຫວັງທັນທີທັນໃດທີ່ເຈົ້າເອີ່ຍປາກອອກມາແລ້ວເຈົ້າຈະໄດ້ສໍາພັດໂດຍພຣະວິນຍານບໍລິສຸດ, ໄດ້ຮັບຄວາມສະຫວ່າງ, ແສງເຍືອງທາງ ແລະ ຮັບພອນດ້ວຍຄວາມກະລຸນາຢ່າງຫຼວງຫຼາຍ. ນັ້ນເປັນໄປບໍ່ໄດ້, ພຣະເຈົ້າບໍ່ໄດ້ກະທໍາໃນສິ່ງທີ່ເໜືອທໍາມະຊາດ. ພຣະເຈົ້າຈະປະຕິບັດຕໍ່ຄໍາອະທິຖານຂອງມະນຸດຕາມເວລາຂອງພຣະອົງເອງ ແລະ ບາງຄັ້ງພຣະອົງກໍຈະທົດສອບຄວາມສັດທາຂອງເຈົ້າເພື່ອເບິ່ງວ່າເຈົ້າຈະມີຄວາມຊື່ສັດຕໍ່ພຣະອົງ ຫຼື ບໍ່. ເມື່ອເວລາເຈົ້າອະທິຖານເຈົ້າຕ້ອງມີຄວາມສັດທາ, ອົດທົນ ແລະ ຕັ້ງໃຈ. ເມື່ອເວລາພວກເຂົາເລີ່ມຝືກຝົນຕົນເອງໃນການອະທິຖານ, ຫຼາຍຄົນບໍ່ຮູ້ສຶກວ່າພວກເຂົາຖືກສໍາພັດໂດຍພຣະວິນຍານບໍລິສຸດ ແລະ ດ້ວຍເຫດນັ້ນພວກເຂົາຈຶ່ງບໍ່ມີກະຈິດກະໃຈ. ແບບນີ້ແມ່ນບໍ່ໄດ້. ເຈົ້າຕ້ອງມີຄວາມອົດທົນ, ເຈົ້າຕ້ອງເອົາໃຈໃສ່ເຖິງຄວາມຮູ້ສຶກການສໍາພັດຂອງພຣະວິນຍານບໍລິສຸດ ແລະ ຕ້ອງສະແຫວງຫາ ແລະ ຄົ້ນຫາ. ບາງຄັ້ງແນວທາງທີ່ເຈົ້າປະຕິບັດຕາມ ຄືແນວທາງທີ່ຜິດ. ບາງຄັ້ງແຮງຈູງໃຈຂອງເຈົ້າ ແລະ ແນວຄວາມຄິດຂອງເຈົ້າແມ່ນບໍ່ສາມາດຍຶດໝັ້ນຕໍ່ພຣະເຈົ້າເທື່ອ ຫຼື ພຣະວິນຍານຂອງພຣະເຈົ້າຍັງບໍ່ທັນສະຖິດຢູ່ໃນໃຈເຈົ້າເທື່ອ, ພ້ອມທັງຈະມີບາງຄັ້ງທີ່ພຣະເຈົ້າເຫັນວ່າເຈົ້າມີຄວາມສັດຊື່ ຫຼື ບໍ່. ສະຫຼຸບສັ້ນໆຄື ເຈົ້າຕ້ອງອຸທິດຕົນໃນຄວາມພະຍາຍາມເພື່ອຝຶກຝົນຕົນເອງ. ຖ້າຫາກເຈົ້າຄົ້ນພົບວິທີທາງທີ່ເຈົ້າປະຕິບັດຕາມ ທີ່ເປັນວິທີທາງທີ່ບໍ່ຖືກຕ້ອງ ເຈົ້າສາມາດປ່ຽນແປງວິທີອະທິຖານໃໝ່ໄດ້. ເມື່ອໃດທີ່ເຈົ້າຍັງຢາກສະແຫວງຫາຢ່າງແທ້ຈິງ ແລະ ປາຖະໜາຢາກກຸືກຮັບ, ແນ່ນອນ ເມື່ອນັ້ນພຣະວິນຍານບໍລິສຸດກໍຈະນໍາພາເຈົ້າເຂົ້າໄປສູ່ຄວາມເປັນຈິງດັ່ງກ່າວນີ້. ບາງຄັ້ງເຈົ້າອະທິຖານດ້ວຍຈິງໃຈ ແຕ່ບໍ່ຮູ້ສຶກວ່າເຈົ້າໄດ້ຮັບຄວາມສໍາພັດ ຫຼື ຜົນຈາກການອະທິຖານ. ໃນຊ່ວງເວລາແບບນີ້ເຈົ້າຕ້ອງອາໄສຄວາມສັດທາຂອງເຈົ້າ ແລະ ເຊື່ອວ່າພຣະເຈົ້າຈະຕ້ອງເຫັນການອະທິຖານຂອງເຈົ້າຢ່າງແນ່ນອນ. ເຈົ້າຕ້ອງມີຄວາມພາກພຽນໃນການອະທິຖານຂອງເຈົ້າ.

ເຈົ້າຕ້ອງສັດຊື່ ແລະ ຕ້ອງອະທິຖານເພື່ອກໍາຈັດຕົວເຈົ້າອອກຈາກຈິດໃຈອັນເລ່ຫຼ່ຽມຂອງເຈົ້າ. ເມື່ອເຈົ້ານໍາໃຊ້ການອະທິຖານເພື່ອຊໍາລະລ້າງຕົວເຈົ້າໃຫ້ບໍລິສຸດທຸກຄັ້ງທີ່ຈໍາເປັນ ແລະ ນໍາໃຊ້ມັນເພື່ອຈະໄດ້ສໍາພັດໂດຍພຣະວິນຍານຂອງພຣະເຈົ້າ, ຄວາມປະພຶດຊົ່ວດີຂອງເຈົ້າກໍຈະຄ່ອຍໆປ່ຽນແປງ. ຊິວິດທາງວິນຍານຢ່າງແທ້ຈິງກໍຄື ຊິວິດຂອງການອະທິຖານ ແລະ ມັນຄືຊິວິດທີ່ຖືກສໍາພັດໂດຍພຣະວິນຍານບໍລິສຸດ. ວິທີທາງສໍາພັດໂດຍພຣະວິນຍານບໍລິສຸດແມ່ນວິທີທາງຂອງການປ່ຽນແປງຈິດໃຈຂອງມະນຸດ. ຊິວິດທີ່ບໍ່ໄດ້ຖືກສໍາພັດໂດຍພຣະວິນຍານບໍລິສຸດບໍ່ແມ່ນຊີວິດທາງວິນຍານ ແຕ່ເປັນຊີວິດທາງພິທີກໍາຂອງສາສາໜາ. ມີພຽງຜູ້ທີ່ຖືກສໍາພັດໂດຍພຣະວິນຍານບໍລິສຸດ, ຜູ້ທີ່ໄດ້ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດເທົ່ານັ້ນ ແມ່ນຜູ້ທີ່ໄດ້ເຂົ້າສູ່ຊີວິດທາງວິນຍານຢ່າງແທ້ຈິງ. ເມື່ອເວລາມະນຸດອະທິຖານ ແນວຄິດຈິດໃຈຂອງພວກເຂົາກໍຈະປ່ຽນແປງຢູ່ຕະຫຼອດ ແລະ ເມື່ອຖືກດົນໃຈໂດຍພຣະວິນບໍລິສຸດຫຼາຍເທົ່າໃດມະນຸດກໍຈະເອົາໃຈໃສ່ ແລະ ເຊື່ອຟັງພຣະເຈົ້າຫຼາຍເທົ່ານັ້ນ. ເຊັ່ນດຽວກັນນັ້ນ ຫົວໃຈຂອງພວກເຂົາກໍຈະຄ່ອຍໆຖືກຊໍາລະລ້າງໃຫ້ບໍລິສຸດ ແລະ ໃນທີ່ສຸດ ຈິດໃຈຂອງພວກເຂົາກໍຈະຄ່ອຍໆປ່ຽນແປງ. ນັ້ນຄືຜົນຂອງການອະທິຖານທີ່ແທ່ຈິງ.

(ຄັດຈາກບົດ “ກ່ຽວກັບການປະຕິບັດຂອງການອະທິຖານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 419)

ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້:

1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ.

2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ.

3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ.

ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປະຈຳ, ສິ່ງທີ່ເກີດຂຶ້ນຢູ່ພາບນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ ແລະ ເຂົ້າໃຈພຣະທໍາດັ່ງກ່າວໂດຍບໍ່ມີການປ່ຽນແປງ. ຕາມທໍາມະດາແລ້ວ ມັນຄວນເປັນເລື່ອງປົກກະຕິສຳລັບເຈົ້າທີ່ຈະສາມາດຫຍັບເຂົ້າໃກ້ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ, ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໂດຍບໍ່ຮັບການລົບກວນຕໍ່ສິ່ງພາຍນອກ. ເມື່ອຫົວໃຈຂອງເຈົ້າໄດ້ຮັບຄວາມສະຫງົບສຸກໃນລະດັບໃດໜຶ່ງແລ້ວ, ເຈົ້າຈະສາມາດຮໍ່າເພິງຢູ່ໃນໃຈຢ່າງງຽບໆ ແລະ ຕຶກຕອງເຖິງຄວາມຮັກຂອງພຣະເຈົ້າ ແລະ ບໍ່ວ່າສະພາບອ້ອມຂ້າງຈະເປັນແນວໃດກໍຕາມ ຈົ່ງຫຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ ຈົນກວ່າເຈົ້າຈະໄປເຖິງຈຸດທີ່ເຕັມໄປດ້ວຍຄໍາສັນລະເສີນລັ່ງໄຫຼເຂົ້າໃນຫົວໃຈຂອງເຈົ້າ ເຊິ່ງສິ່ງເຫຼົ່ານັ້ນແມ່ນດີກວ່າການອະທິຖານຫຼ່າຍເທົ່າ. ແນ່ນັ້ນ ຖ້າເຈົ້າປະສົບຜົນສໍາເລັດດ້ວຍວີທີດັ່ງກ່າວ, ເຈົ້າກໍຈະມີວຸດທິພາວະຢ່າງສົມບູນ. ຖ້າເຈົ້າສາມາດຮັບສະພາວະທີ່ໄດ້ກ່າວມາຂ້າງເທິງນັ້ນກໍພິສຸດໃຫ້ເຫັນແລ້ວວ່າ ຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ນີ້ຄືບົດຮຽນພື້ນຖານຢ່າງທຳອິດ. ພຽງແຕ່ຫຼັງຈາກທີ່ມະນຸດສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງສາມາດໄດ້ຮັບການສຳຜັດໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງສາມາດສື່ສານກັບພຣະເຈົ້າໄດ້ຢ່າງແທ້ຈິງ, ລວມທັງການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການນໍາພາຂອງພຣະວິນຍານບໍລິສຸດ. ຫລັງຈາກນັ້ນ ພວກເຂົາກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດຝ່າຍວິນຍານຂອງພວກເຂົາ. ເມື່ອການຝຶກຝົນຂອງພວກເຂົາເພື່ອໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້ເຂົ້າເຖິງຈຸດໃດໜຶ່ງ ແລະ ເມື່ອພວກເຂົາສາມາດປະຖິ້ມຕົວພວກເຂົາເອງ, ກຽດຊັງພວກເຂົາເອງ ແລະ ໃຊ້ຊີວິດຢູ່ກັບພຣະທຳຂອງພຣະເຈົ້າ ເມື່ອນັ້ນຫົວໃຈຂອງພວກເຂົາກໍຈະຢູ່ໃນຄວາມສະຫງົບຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ. ການທີ່ສາມາດກຽດຊັງຕົນເອງ, ສາບແຊ່ງຕົນເອງ ແລະ ປະຖິ້ມຕົນເອງແມ່ນຜົນສຳເລັດມາຈາກພາລະກິດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດສຳເລັດໄດ້ດ້ວຍຕົນເອງ. ດ້ວຍເຫດນັ້ນ ການປະຕິບັດເຮັດໃຫ້ຫົວໃຈສະຫງົບຕໍ່ໜ້າພຣະເຈົ້າແມ່ນບົດຮຽນທີ່ມະນຸດຄວນເຂົ້າສູ່ໂດຍທັນທີທັນໃດ. ສໍາລັບບາງຄົນ ພວກເຂົາບໍ່ພຽງແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຢ່າງປົກກະຕິເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ສາມາດເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບຕໍ່ໜ້າພຣະເຈົ້າແມ່ນແຕ່ໃນເວລາທີ່ອະທິຖານ. ການກະທໍາແບບນີ້ແມ່ນຕໍ່າກວ່າລະດັບມາດຕະຖານຂອງພຣະເຈົ້າ! ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າສາມາດຖືກດົນໃຈໂດຍພຣະວິນຍານບໍລິສຸດໄດ້ບໍ? ຖ້າເຈົ້າເປັນຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍອາດຈະຖືກລົບກວນເມື່ອມີບາງຄົນມາຫາ ຫຼື ເມື່ອມີຄົນອື່ນລົມກັນ ແລະ ຈິດໃຈຂອງເຈົ້າກໍອາດຈະເລື່ອນລອຍຢູ່ກັບສິ່ງທີ່ຄົນອື່ນກຳລັງເຮັດຢູ່ ເຊິ່ງໃນກໍລະນີນີ້ເຈົ້າແມ່ນບໍ່ໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າເລີຍ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າຈະບໍ່ຖືກລົບກວນໂດຍສິ່ງໃດໆທີ່ເກີດຂຶ້ນໃນໂລກພາຍນອກ ຫຼື ຖືກຄອບຄອງໂດຍຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ຖ້າເຈົ້າໄດ້ເຂົ້າສູ່ສິ່ງນີ້ ແລ້ວສະພາວະດ້ານລົບເຫຼົ່ານັ້ນ ແລະ ສິ່ງທີ່ເປັນດ້ານລົບທັງໝົດເຊັ່ນ: ແນວຄວາມຄິດຂອງມະນຸດ, ປັດຊະຍາແຫ່ງຊີວິດ, ຄວາມສຳພັນທີ່ບໍ່ປົກກະຕິລະຫວ່າງມະນຸດ, ຄວາມຄິດ-ຄວາມເຫັນ ແລະ ອື່ນໆ ຈະຫາຍໄປຕາມທຳມະຊາດ. ຍ້ອນເຈົ້າໄຕ່ຕອງເຖິງພຣະທຳຂອງພຣະເຈົ້າຢູ່ເປັນປະຈຳ ແລະ ຫົວໃຈຂອງເຈົ້າຢູ່ໃກ້ພຣະເຈົ້າສະເໝີ ແລະ ຖືກຄອບຄອງໂດຍພຣະທຳຂອງພຣະເຈົ້າໃນປັດຈຸບັນຕະຫຼອດ, ສິ່ງທີ່ເປັນລົບເຫຼົ່ານັ້ນກໍຈະອອກໄປຈາກເຈົ້າໂດຍທີ່ເຈົ້າບໍ່ຮູ້ສຶກຕົວເລີຍ. ເມື່ອມີສິ່ງໃໝ່ ແລະ ສິ່ງທີ່ເປັນບວກຢູ່ກັບເຈົ້າ, ສິ່ງເກົ່າທີ່ເປັນລົບກໍຈະຫາຍໄປ, ສະນັ້ນ ຢ່າສົນໃຈກັບສິ່ງເກົ່າທີ່ເປັນລົບເຫຼົ່ານັ້ນເລີຍ. ເຈົ້າບໍ່ຕ້ອງພະຍາຍາມຄວບຄຸມພວກມັນ. ເຈົ້າຄວນໃສ່ໃຈໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າຈະສາມາດເຮັດໄດ້; ຮ້ອງເພງສັນລະເສີນພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າສາມາດເຮັດໄດ້ ແລະ ຈັ່ງປ່ອຍໃຫ້ພຣະເຈົ້າມີໂອກາດໄດ້ປະຕິບັດພາລະກິດໃນຕົວເຈົ້າ; ເພາະວ່າ ໃນປັດຈຸບັນ ພຣະເຈົ້າຕ້ອງການເຮັດໃຫ້ມະນຸດສົມບູນແບບດ້ວຍພຣະອົງເອງ ແລະ ພຣະອົງຕ້ອງການໄດ້ຮັບຫົວໃຈຂອງເຈົ້າ; ພຣະວິນຍານຂອງພຣະອົງດົນໃຈເຈົ້າ ແລະ ຖ້າເຈົ້າປະຕິບັດຕາມການນໍາພາຂອງພຣະວິນຍານບໍລິສຸດມາໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າສົນໃຈໃຊ້ຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ເຂົ້າຮ່ວມພົວພັນສົນທະນາກ່ຽວກັບຄວາມຈິງຫຼາຍຂຶ້ນເພື່ອຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ແລ້ວແນວຄວາມຄິດຕ່າງໆນາໆກ່ຽວກັບສາສະໜາເຫຼົ່ານັ້ນ ແລະ ຄວາມໂອ້ອວດວ່າຕົນເອງຖືກສະເໝີ ແລະ ການໃຫ້ຄວາມສຳຄັນແກ່ຕົນເອງກໍຈະຫາຍໄປໝົດສິ້ນ; ເຈົ້າຈະຮູ້ຈັກວິທີສະລະຕົນເອງເພື່ອພຣະເຈົ້າ, ວິທີຮັກພຣະເຈົ້າ ແລະ ວິທີເຮັດໃຫ້ພຣະເຈົ້າພໍໃຈ. ນອກຈາກນັ້ນ, ສິ່ງທີ່ບໍ່ກ່ຽວຂ້ອງກັບພຣະເຈົ້າເຫຼົ່ານັ້ນຈະຫາຍໄປຈາກຈິດສຳນຶກຂອງເຈົ້າໂດຍບໍ່ຮູ້ຕົວ.

(ຄັດຈາກບົດ “ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 420)

ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້. ຖ້າເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລ້ວແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ. ຊີວິດຝ່າຍວິນຍານທັງໝົດບັນລຸຜົນດ້ວຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ການອະທິຖານ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ. ເມື່ອເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ສາມາດໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອໃນກິດຈະກຳປົກກະຕິຂອງການຕັ້ງສະມາທິ, ການສໍາພັນ ແລະ ການເຂົ້າມາຢູ່ໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ແລ້ວເຈົ້າກໍຈະມີຄວາມສະຫງົບຢູ່ກັບການສະຖິດຂອງພຣະເຈົ້າ, ເຈົ້າຈະສາມາດຊື່ນຊົມຄວາມໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຮັກຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ສະແດງຄວາມນຶກຄິດ ແລະ ຄວາມໃສ່ໃຈຢ່າງແທ້ຈິງຕໍ່ຄວາມປະສົງຂອງພຣະເຈົ້າ. ຍີ່ງເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເປັນປົກກະຕິຫຼາຍເທົ່າໃດ ເຈົ້າກໍຈະໄດ້ຮັບແສງເຍືອງທາງ ແລະ ເຂົ້າໃຈເຖິງອຸປະນິໄສທີ່ເສື່ອມໂຊມຂອງຕົນເອງຫຼາຍເທົ່ານັ້ນ. ແມ່ນຫຍັງຄືສິ່ງທີ່ເຈົ້າຂາດ, ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຂົ້າສູ່, ໜ້າທີ່ຫຍັງທີ່ເຈົ້າຄວນຮັບໃຊ້ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ບ່ອນໃດ. ທຸກສິ່ງນີ້ສາມາດບັນລຸຜົນໄດ້ໂດຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ຖ້າເຈົ້າບັນລຸສ່ວນເລິກໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສາມາດເຂົ້າໃຈສິ່ງລຶກລັບບາງຢ່າງຂອງວິນຍານ, ເຂົ້າໃຈສິ່ງທີ່ພຣະເຈົ້າໃນປັດຈຸບັນຕ້ອງການປະຕິບັດໃນຕົວເຈົ້າ, ເຂົ້າໃຈຢ່າງເລິກເຊິ່ງໃນພຣະທຳຂອງພຣະເຈົ້າ, ເຂົ້າໃຈແກ່ນແທ້ຂອງພຣະທຳຂອງພຣະເຈົ້າ, ໃຈຄວາມຂອງພຣະທຳຂອງພຣະເຈົ້າ, ການເປັນຢູ່ຂອງພຣະທຳ ແລະ ເຈົ້າຈະສາມາດເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ. ຖ້າເຈົ້າບໍ່ປະສົບຄວາມສໍາເລັດຢ່າງເຕັມທີ່ກັບການມີຄວາມສະຫງົບໃນຈິດວິນຍານຂອງເຈົ້າ, ເຈົ້າຈະໄດ້ຮັບການດົນໃຈພຽງເລັກນ້ອຍ; ເຈົ້າຈະຮູ້ສຶກມີກຳລັງຢູ່ພາຍໃນ ແລະ ຈະຮູ້ສຶກມີຄວາມສຸກ ແລະ ຄວາມສະຫງົບໃນລະດັບໃດໜຶ່ງ, ແຕ່ເຈົ້າຈະບໍ່ເຂົ້າໃຈສິ່ງທີ່ເລິກເຊິ່ງໄປກວ່ານັ້ນ. ເຮົາໄດ້ກ່າວກ່ອນໜ້ານີ້ແລ້ວ: ຖ້າມະນຸດບໍ່ນໍາໃຊ້ກຳລັງທຸກສ່ວນຂອງພວກເຂົາ, ມັນຈະຍາກສຳລັບພວກເຂົາທີ່ຈະຍິນສຽງຂອງເຮົາ ຫຼື ເຫັນໜ້າເຮົາ. ສິ່ງນີ້ໝາຍເຖິງການບັນລຸໃນສ່ວນເລິກຂອງການມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນພະຍາຍາມພຽງແຕ່ເຮັດແບບຜີວເຜີນເທົ່ານັ້ນ. ຄົນທີ່ສາມາດຢູ່ໃນຄວາມສະຫງົບໃນການສະຖິດຂອງພຣະເຈົ້າແມ່ນສາມາດເຮັດໃຫ້ຕົນເອງເປັນອິດສະລະຈາກການຜູກມັດທັງໝົດຂອງໂລກ ແລະ ຈະໄດ້ຮັບຊັບສິນຈາກພຣະເຈົ້າ. ທຸກຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນຄົນທີ່ດື້ດ້ານ ແລະ ໃຈແຕກທີ່ໂງ່ຈ້າທີ່ສຸດ. ທຸກຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນຄົນທີ່ມີຄວາມສັດທາຕໍ່ໜ້າພຣະເຈົ້າ ແລະ ຄົນທີ່ປາດຖະໜາຫາພຣະເຈົ້າ. ມີພຽງແຕ່ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນທີ່ຮູ້ຄຸນຄ່າຂອງຊີວິດ, ຮູ້ຄຸນຄ່າຂອງຄວາມສຳພັນທາງວິນຍານ, ມີຄວາມຫິວກະຫາຍຫາພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃຜກໍຕາມທີ່ບໍ່ຮູ້ຄຸນຄ່າຂອງການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ບໍ່ປະຕິບັດເພື່ອໃຫ້ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄຮ້ປະໂຫຍດ ແລະ ບໍ່ສຳຄັນເລີຍ, ເຊິ່ງເປັນຄົນທີ່ຍຶດຕິດຢູ່ກັບຝ່າຍໂລກ ແລະ ປາດສະຈາກຊີວິດ; ເຖິງແມ່ນວ່າ ພວກເຂົາຈະເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍພຽງເວົ້າແຕ່ປາກ. ຄົນທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ບໍລິບູນໃນທີ່ສຸດ ແມ່ນຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງ. ດ້ວຍເຫດນັ້ນ ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄດ້ຮັບຄວາມກະລຸນາທີ່ເຕັມໄປດ້ວຍພອນອັນໃຫຍ່ຫຼວງ. ຄົນທີ່ຂີ້ຄ້ານໃຊ້ເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າໝົດມື້, ຄົນທີ່ຫຍຸ້ງຢູ່ກັບບັນຫາພາຍນອກ ແລະ ໃຫ້ຄວາມສຳຄັນພຽງເລັກນ້ອຍໃນການເຂົ້າສູ່ຊີວິດ, ຜູ້ຄົນເຫຼົ່ານີ້ແມ່ນຄົນໜ້າຊື່ໃຈຄົດທີ່ບໍ່ມີຄວາມຫວັງສຳລັບການເຕີບໂຕໃນອະນາຄົດ. ຜູ້ທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ຜູ້ທີ່ສາມາດສື່ສານກັບພຣະເຈົ້າຢ່າງແທ້ຈິງແມ່ນປະຊາຊົນຂອງພຣະເຈົ້າ.

(ຄັດຈາກບົດ “ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 421)

ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ ແລະ ມອບຄວາມຮູ້ໃຫ້ກັບເຈົ້າ. ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າຫຼາຍຂື້ນເທົ່ານັ້ນ. ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ ແລະ ຄວາມເຊື່ອ; ດ້ວຍວີທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ. ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ ການຝຶກຝົນຝ່າຍວິນຍານຂອງເຈົ້າທັງໝົດກໍຈະມີປະສິດຕິພາບ. ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເຈົ້າກໍຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍຈະເປັນຄົນທີ່ໃຊ້ຊີວິດຢູ່ກັບພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ເຂົ້າມາໃກ້ພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ສິ່ງນີ້ພິສູດໃຫ້ເຫັນແລ້ວວ່າ ເຈົ້າເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອເຈົ້າກຳລັງສົນທະນາກັບຄົນອື່ນ ຫຼື ກຳລັງຍ່າງ, ຖ້າເຈົ້າສາມາດເວົ້າວ່າ, “ຫົວໃຈຂອງຂ້ານ້ອຍກຳລັງເຂົ້າໃກ້ພຣະເຈົ້າ ແລະ ຂ້ານ້ອຍບໍ່ສົນໃຈໃນສິ່ງພາຍນອກ ແລະ ຂ້ານ້ອຍສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ”, ເຈົ້າກໍເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແລ້ວ. ຢ່າເຂົ້າຮ່ວມສິ່ງໃດກໍຕາມທີ່ດຶງຫົວໃຈຂອງເຈົ້າສູ່ບັນຫາພາຍນອກ ຫຼື ກັບຄົນທີ່ດຶງຫົວໃຈຂອງເຈົ້າອອກຈາກພຣະເຈົ້າ. ບໍ່ວ່າສິ່ງໃດກໍຕາມທີ່ສາມາດດຶງຫົວໃຈຂອງເຈົ້າອອກຈາກການເຂົ້າໃກ້ຊິດກັບພຣະເຈົ້າ, ຈົ່ງປະຖີ້ມສິ່ງນັ້ນ ແລະ ຢູ່ຫ່າງໆຈາກມັນ. ນີ້ຄືຜົນປະໂຫຍດອັນຍິ່ງໃຫຍ່ສໍາລັບຊີວິດຂອງເຈົ້າ. ແນ່ນອນ ນີ້ຄືເວລາແຫ່ງພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ເປັນເວລາທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍຕົວພຣະອົງເອງ. ໃນເວລານີ້ ຖ້າເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍບໍ່ແມ່ນຄົນທີ່ໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ຖ້າເຈົ້າສະແຫວງຫາສິ່ງທີ່ນອກເໜືອຈາກພຣະເຈົ້າ, ເຈົ້າຈະບໍ່ມີຫົນທາງທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ຄົນທີ່ສາມາດໄດ້ຍິນຂໍ້ຄວາມພຣະທໍາດັ່ງກ່າວຈາກພຣະເຈົ້າ ແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງໃນປັດຈຸບັນໄດ້ ແມ່ນຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ຮັກພຣະເຈົ້າ. ຖ້າເຈົ້າບໍ່ຖວາຍຕົນເອງໃນເວລານີ້ ແລ້ວເຈົ້າກຳລັງລໍຖ້າຫຍັງຢູ່? ການຖວາຍຕົນເອງແມ່ນການເຮັດໃຫ້ຫົວໃຈຂອງຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ນັ້ນແມ່ນເປັນການຖວາຍຢ່າງແທ້ຈິງ. ໃຜກໍຕາມທີ່ມອບຫົວໃຈໃຫ້ກັບພຣະເຈົ້າໃນຕອນນີ້ຢ່າງແທ້ຈິງ ແມ່ນໃຫ້ໝັ້ນໃຈໄດ້ເລີຍວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ບໍ່ມີສິ່ງໃດ, ບໍ່ວ່າມັນຈະເປັນສິ່ງໃດກໍຕາມ ທີ່ຈະສາມາດລົບກວນເຈົ້າໄດ້; ບໍ່ວ່າເຈົ້າຈະຖືກລິຮານແນວໃດກໍຕາມ ຫຼື ຖືກຈັດການ ຫຼື ບໍ່ວ່າເຈົ້າຈະພົບກັບຄວາມຜິດຫວັງ ຫຼື ຄວາມລົ້ມເຫຼວ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ. ບໍ່ວ່າຄົນຈະປະຕິບັດຕໍ່ເຈົ້າແນວໃດ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ບໍ່ວ່າເຈົ້າຈະພົບກັບສະຖານະການຫຍັງກໍຕາມເຊັ່ນ: ພະເຊີນກັບຄວາມຍາກລຳບາກ, ຄວາມທົນທຸກທໍລະມານ, ການຂົ່ມເຫັງ ຫຼື ການທົດລອງຕ່າງໆ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ; ສິ່ງນັ້ນຄືເສັ້ນທາງສູ່ການຖືກເຮັດໃຫ້ສົມບູນແບບ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ; ເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ, ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ, ເຂົ້າໃຈການເຄື່ອນໄຫວ ແລະ ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ເມື່ອມະນຸດບໍ່ຊັດເຈນກ່ຽວກັບພຣະທຳຂອງພຣະເຈົ້າ, ບໍ່ມີເສັ້ນທາງສູ່ການປະຕິບັດຕົວຈິງ, ບໍ່ສາມາດທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ປາດສະຈາກຫຼັກການການປະຕິບັດຕົວຈິງ, ສິ່ງນີ້ເກີດຂຶ້ນກໍຍ້ອນຫົວໃຈຂອງພວກເຂົາບໍ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ຈຸດປະສົງຂອງການມີຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນເພື່ອຄວາມສັດຊື່ ແລະ ຄວາມເປັນຈິງ, ການສະແຫວງຫາຄວາມຖືກຕ້ອງ ແລະ ຄວາມໂປ່ງໃສໃນພຣະທຳຂອງພຣະເຈົ້າ ແລະ ໃນທີ່ສຸດກໍຄື ການມາເຖິງຄວາມເຂົ້າໃຈໃນຄວາມຈິງ ແລະ ການຮູ້ຈັກພຣະເຈົ້າ.

ຖ້າຫົວໃຈຂອງເຈົ້າບໍ່ມັກຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ພຣະເຈົ້າກໍບໍ່ມີວິທີທີ່ຈະເຮັດໃຫ້ເຈົ້າສົມບູນ. ການຂາດຄວາມຕັດສິນໃຈແມ່ນເທົ່າກັບການບໍ່ມີຫົວໃຈ ແລະ ຄົນທີ່ບໍ່ມີຫົວໃຈບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້; ຄົນປະເພດດັ່ງກ່າວບໍ່ຮູ້ວ່າ ພຣະເຈົ້າປະຕິບັດພາລະກິດຫຼາຍພຽງໃດ ຫຼື ພຣະອົງກ່າວຂໍ້ພຣະທໍາໜ້ອຍຫຼາຍພຽງໃດ ຫຼື ພວກເຂົາບໍ່ຮູ້ວີທີຈະປະຕິບັດຕົວຈິງແນວໃດ. ນີ້ບໍ່ແມ່ນຄົນທີ່ປາດສະຈາກຫົວໃຈບໍ? ຄົນທີ່ບໍ່ມີຫົວໃຈສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ບໍ? ພຣະເຈົ້າບໍ່ມີຈຸດປະສົງທີ່ຈະເຮັດໃຫ້ຄົນບໍ່ມີຫົວໃຈສົມບູນ ເຊິ່ງພວກເຂົາບໍ່ແຕກຕ່າງຈາກສັດເດຍລະສານທີ່ເປັນພາລະໃຫ້ກັບພຣະອົງ. ພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນ ແລະ ແຈ່ມແຈ້ງຫຼາຍແລ້ວ, ແຕ່ຫົວໃຈຂອງເຈົ້າບໍ່ມີຄວາມຮູ້ສຶກຫຍັງເລີຍ ແລະ ເຈົ້າຍັງບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ອີກ. ເຈົ້າບໍ່ແມ່ນສັດເດຍລະສານນັ້ນບໍ? ບາງຄົນຫຼົງທາງໃນການປະຕິບັດເພື່ອຫວັງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອຮອດເວລາຄົວກິນ, ພວກເຂົາບໍ່ຄົວກິນ ແລະ ເມື່ອຮອດເວລາເຮັດວຽກເຮືອນ, ພວກເຂົາກໍບໍ່ເຮັດ ພຽງແຕ່ພາກັນອະທິຖານ ແລະ ຕຶກຕອງເທົ່ານັ້ນ. ການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າບໍ່ໄດ້ໝາຍເຖິງການຄົວກິນ ຫຼື ການເຮັດວຽກເຮືອນ ຫຼື ການມີຊີວິດຂອງຄົນໃດໜຶ່ງ; ກົງກັນຂ້າມ ມັນຄືຄວາມສາມາດໃນການເຮັດໃຫ້ຫົວໃຈຂອງຄົນໜຶ່ງສະຫງົບຕໍ່ໜ້າພຣະເຈົ້າແບບສະພາວະປົກກະຕິ ແລະ ການເຮັດໃຫ້ຫົວໃຈຄົນໃດໜຶ່ງມີບ່ອນຫວ່າງສໍາລັບພຣະເຈົ້າ. ເມື່ອເຈົ້າອະທິຖານ, ເຈົ້າຄວນຄຸເຂົ່າລົງໃຫ້ເໝາະສົມຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ; ເມື່ອເຈົ້າເຮັດວຽກເຮືອນ ຫຼື ຈັດກຽມອາຫານ, ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ, ໄຕ່ຕອງພຣະທຳຂອງພຣະເຈົ້າ ຫຼື ຮ້ອງເພງສັນລະເສີນພຣະອົງ. ບໍ່ວ່າເຈົ້າຈະຢູ່ໃນສະຖານະການໃດໆກໍຕາມ, ເຈົ້າຄວນມີວິທີການປະຕິບັດຂອງເຈົ້າເອງ, ເຈົ້າຄວນເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອເຂົ້າໃກ້ຊິດພຣະເຈົ້າ ແລະ ເຈົ້າຄວນພະຍາຍາມດ້ວຍກຳລັງທັງໝົດຂອງເຈົ້າເພື່ອເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອສະຖານະການເອື້ອອຳນວຍ, ຈົ່ງອະທິຖານຢ່າງເດັດດ່ຽວ; ເມື່ອສະຖານະການບໍ່ເອື້ອອຳນວຍ, ຈົ່ງເຂົ້າໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ໃນຂະນະທີ່ເຮັດໜ້າທີ່ຂອງຕົນ. ເມື່ອເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ກໍຈົ່ງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າສາມາດອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າສາມາດຕຶກຕອງກ່ຽວກັບພຣະເຈົ້າ ກໍຈົ່ງຕຶກຕອງກ່ຽວກັບພຣະອົງ. ຖ້າຈະເວົ້າອີກແບບໜຶ່ງກໍຄື ຈົ່ງເຮັດໃຫ້ເຖິງທີ່ສຸດເພື່ອຝຶກຝົນຕົວເຈົ້າເອງໃນການເຂົ້າສູ່ຊີວິດ ໂດຍອີງຕາມສະພາບແວດລ້ອມຂອງເຈົ້າ. ບາງຄົນສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເມື່ອບໍ່ມີບັນຫາຫຍັງ, ແຕ່ເມື່ອມີບາງສິ່ງເກີດຂຶ້ນ, ຄວາມຄິດຂອງພວກເຂົາກໍເລື່ອນລອຍ. ນັ້ນບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ວິທີທາງທີ່ຈະມີປະສົບການຢ່າງຖືກຕ້ອງຄື: ຫົວໃຈຂອງຄົນຕ້ອງບໍ່ອອກຫ່າງຈາກພຣະເຈົ້າ ບໍ່ວ່າຢູ່ພາຍໃຕ້ສະຖານະການໃດໆກໍຕາມ ຫຼື ຮູ້ສຶກຖືກລົບກວນໂດຍຄົນພາຍນອກ, ເຫດການ ຫຼື ສິ່ງໃດກໍຕາມ, ດ້ວຍວິທີນີ້ເທົ່ານັ້ນຜູ້ຄົນຈຶ່ງຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງໄດ້. ບາງຄົນເວົ້າວ່າ ເມື່ອພວກເຂົາອະທິຖານຢູ່ໃນການຊຸມນຸມ, ຫົວໃຈຂອງພວກເຂົາສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ແຕ່ໃນເວລາພົບປະສົນທະນາກັບຄົນອື່ນ ພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ ແລະ ຄວາມຄິດຂອງພວກເຂົາກໍວຸ້ນວາຍ. ນີ້ບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ໃນປັດຈຸບັນນີ້ ຄົນສ່ວນຫຼາຍແມ່ນຕົກຢູ່ໃນສະພາວະນີ້, ຫົວໃຈຂອງພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຕະຫຼອດເວລາ. ດ້ວຍເຫດນັ້ນ ພວກເຈົ້າຕ້ອງພະຍາຍາມຫຼາຍຂຶ້ນກວ່າເກົ່າເພື່ອຝຶກຝົນຕົນເອງໃຫ້ຢູ່ໃນຈຸດນີ້, ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງປະສົບການຂອງຊີວິດເທື່ອລະຂັ້ນຕອນ ແລະ ເລີ່ມລົງມືປະຕິບັດຕາມເສັ້ນທາງແຫ່ງການສົມບູນແບບຂອງພຣະເຈົ້າ.

(ຄັດຈາກບົດ “ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 425)

ຕາມຄວາມເປັນຈິງແລ້ວ ການຮັກສາພຣະບັນຍັດຄວນກ່ຽວພັນກັບການປະຕິບັດຄວາມຈິງ. ໃນຂະນະທີ່ຮັກສາພຣະບັນຍັດ, ຜູ້ຄົນຄວນປະຕິບັດຄວາມຈິງ. ເມື່ອປະຕິບັດຄວາມຈິງ, ຜູ້ຄົນບໍ່ຄວນລະເມີດຫຼັກການແຫ່ງພຣະບັນຍັດ ຫຼື ຂັດກັບພຣະບັນຍັດ. ເຈົ້າຕ້ອງເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າເຮັດ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງແມ່ນກ່ຽວພັນກັນ ແລະ ບໍ່ໄດ້ຂັດຈາກກັນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າຍິ່ງຮັກສາເນື້ອຄວາມສຳຄັນຂອງພຣະບັນຍັດຫຼາຍສໍ່ານັ້ນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າຍິ່ງຈະເຂົ້າໃຈພຣະທຳຂອງພຣະເຈົ້າທີ່ກ່າວໃນພຣະບັນຍັດຫຼາຍສໍ່ານັ້ນ. ການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດບໍ່ແມ່ນການກະທຳທີ່ຂັດກັນ ແຕ່ກົງກັນຂ້າມ ພວກມັນເປັນສິ່ງທີ່ກ່ຽວພັນກັນ. ໃນເບື້ອງຕົ້ນນັ້ນ, ມີພຽງຫຼັງຈາກທີ່ມະນຸດໄດ້ຮັກສາພຣະບັນຍັດເທົ່ານັ້ນ ເຂົາຈຶ່ງຈະສາມາດປະຕິບັດຄວາມຈິງ ແລະ ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໄດ້. ແຕ່ສິ່ງນີ້ບໍ່ແມ່ນເຈດຕະນາດັ່ງເດີມຂອງພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ເຈົ້ານະມັດສະການພຣະອົງດ້ວຍຫົວໃຈ, ບໍ່ແມ່ນພຽງແຕ່ປະພຶດດີຢ່າງດຽວ. ແຕ່ເຈົ້າຕ້ອງຮັກສາພຣະບັນຍັດຢ່າງໜ້ອຍໃຫ້ຢູ່ໃນລະດັບຜີວເຜີນ. ເມື່ອຜ່ານປະສົບການເທື່ອລະໜ້ອຍ, ມະນຸດກໍຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ພວກເຂົາຈະເຊົາກະບົດ ແລະ ເຊົາຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາກໍຈະບໍ່ມີຂໍ້ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າອີກຕໍ່ໄປ. ນີ້ຄີຫົນທາງດຽວທີ່ມະນຸດສາມາດປະຕິບັດຕາມເນື້ອຄວາມຂອງພຣະບັນຍັດໄດ້. ສະນັ້ນ, ການຮັກສາພຣະບັນຍັດແຕ່ຢ່າງດຽວ ໂດຍປາສະຈາກການປະຕິບັດຄວາມຈິງແມ່ນບໍ່ມີປະສິດທິພາບ ແລະ ບໍ່ໄດ້ເຮັດໃຫ້ການນະມັດສະການພຣະເຈົ້ານັ້ນເປັນຈິງ ເພາະເຈົ້າຍັງບໍ່ໄດ້ບັນລຸວຸດທິພາວະທີ່ແທ້ຈິງ. ຖ້າເຈົ້າຮັກສາພຣະບັນຍັດໂດຍປາສະຈາກຄວາມຈິງ, ສິ່ງນີ້ກໍເທົ່າກັບການຍຶດຕິດຕໍ່ກົດລະບຽບຢ່າງໜຽວແໜ້ນ. ການເຮັດແບບນັ້ນ, ພຣະບັນຍັດກໍຈະກາຍມາເປັນກົດໝາຍຂອງເຈົ້າ ເຊິ່ງຈະບໍ່ຊ່ວຍໃຫ້ເຈົ້າເຕີບໃຫຍ່ໃນຊີວິດ. ໃນທາງກົງກັນຂ້າມ, ພວກມັນຈະກາຍມາເປັນພາລະຂອງເຈົ້າ ແລະ ຈະຜູກມັດເຈົ້າຢ່າງແໜ້ນເໝືອນກັບກົດໝາຍແຫ່ງພຣະສັນຍາເດີມ ເຊິ່ງເຮັດໃຫ້ເຈົ້າສູນເສຍການສະຖິດຂອງພຣະວິນຍານບໍລິສຸດ. ສະນັ້ນ, ມີແຕ່ການປະຕິບັດຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັກສາພຣະບັນຍັດໄດ້ຢ່າງມີປະສິດທິພາບ ແລະ ເຈົ້າກໍຈະສາມາດຮັກສາພຣະບັນຍັດເພື່ອປະຕິບັດຄວາມຈິງໄດ້. ໃນລະຫວ່າງການຮັກສາພຣະບັນຍັດ ເຈົ້າຈະໄດ້ປະຕິບັດຄວາມຈິງຫຼາຍຍິ່ງຂຶ້ນ. ເມື່ອປະຕິບັດຄວາມຈິງ ເຈົ້າຈະໄດ້ຮັບຄວາມເຂົ້າໃຈຫຼາຍຍິ່ງຂຶ້ນກ່ຽວກັບຄວາມໝາຍແທ້ຈິງຂອງພຣະບັນຍັດ. ເປົ້າໝາຍ ແລະ ຄວາມໝາຍທີ່ຢູ່ເບື້ອງຫຼັງຄຳສັ່ງຂອງພຣະເຈົ້າທີ່ສັ່ງໃຫ້ມະນຸດຮັກສາພຣະບັນຍັດບໍ່ແມ່ນເພື່ອປະຕິບັດຕາມຄຳສັ່ງດັ່ງທີ່ມະນຸດຈິນຕະນາການ, ແຕ່ກົງກັນຂ້າມ ມັນກ່ຽວຂ້ອງກັບທາງເຂົ້າສູ່ຊີວິດຂອງມະນຸດ. ຂອບເຂດການເຕີບໃຫຍ່ໃນຊີວິດຂອງເຈົ້າກໍານົດລະດັບທີ່ເຈົ້າຈະສາມາດຮັກສາພຣະບັນຍັດໄດ້. ເຖິງແມ່ນວ່າພຣະບັນຍັດມີໄວ້ໃຫ້ມະນຸດຮັກສາ, ໃຈຄວາມສຳຄັນຂອງພຣະບັນຍັດແມ່ນຊັດແຈ້ງຂຶ້ນຜ່ານປະສົບການຊີວິດຂອງມະນຸດເທົ່ານັ້ນ. ຄົນສ່ວນໃຫຍ່ຄິດວ່າ ການຮັກສາພຣະບັນຍັດເປັນຢ່າງດີໝາຍຄວາມວ່າ ພວກເຂົາແມ່ນ “ກຽມພ້ອມໝົດແລ້ວ ແລະ ສິ່ງທີ່ຍັງເຫຼືອໃຫ້ເຮັດກໍຄືຕ້ອງຕາມໃຫ້ທັນ”. ສິ່ງນີ້ແມ່ນແນວຄິດທີ່ເກີນຂອບເຂດ ແລະ ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຄົນທີ່ເວົ້າສິ່ງດັ່ງກ່າວບໍ່ປາຖະໜາທີ່ຈະກ້າວໜ້າ ແລະ ພວກເຂົາຝັກໄຝ່ເນື້ອໜັງ. ສິ່ງນີ້ແມ່ນເລື່ອງໄຮ້ສາລະ! ສິ່ງນີ້ບໍ່ສອດຄ່ອງກັບຄວາມເປັນຈິງເລີຍ! ການປະຕິບັດຄວາມຈິງແຕ່ຢ່າງດຽວ ໂດຍປາສະຈາກການຮັກສາພຣະບັນຍັດ ບໍ່ແມ່ນຄວາມປະສົງຂອງພຣະເຈົ້າ. ຄົນທີ່ເຮັດແບບນີ້ແມ່ນຄົນພິການ ແລະ ພວກເຂົາຄືກັບຄົນທີ່ຂາດຂາຂ້າງໜຶ່ງ. ການຮັກສາພຣະບັນຍັດແຕ່ຢ່າງດຽວ ແລະ ຍຶດຕິດກັບພຣະບັນຍັດຢ່າງໜຽວແໜ້ນ ໂດຍບໍ່ມີຄວາມຈິງ ກໍບໍ່ແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າເຊັ່ນກັນ, ຄືກັບຄົນທີ່ຕາບອດເບື້ອງໜຶ່ງ, ຄົນທີ່ເຮັດແບບນີ້ແມ່ນເປັນຄົນພິການປະເພດໃດໜຶ່ງເຊັ່ນກັນ. ສາມາດເວົ້າໄດ້ວ່າ ຖ້າເຈົ້າຮັກສາພຣະບັນຍັດເປັນຢ່າງດີ ແລະ ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບພຣະເຈົ້າທີ່ເປັນຈິງ, ແລ້ວເຈົ້າກໍຈະມີຄວາມຈິງ. ເວົ້າອີກຢ່າງໜຶ່ງກໍຄື, ເຈົ້າຈະໄດ້ຮັບວຸດທິພາວະທີ່ແທ້ຈິງ. ຖ້າເຈົ້າປະຕິບັດຄວາມຈິງທີ່ເຈົ້າຄວນປະຕິບັດ, ເຈົ້າແມ່ນຈະໄດ້ຮັກສາພຣະບັນຍັດອີກດ້ວຍ ແລະ ສອງສິ່ງເຫຼົ່ານີ້ແມ່ນບໍ່ໄດ້ຂັດແຍ້ງກັນ. ການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດແມ່ນສອງລະບົບ ເຊິ່ງທັງສອງຢ່າງເປັນສ່ວນທີ່ສຳຄັນໃນປະສົບການຊີວິດຂອງຜູ້ຄົນ. ປະສົບການຂອງຜູ້ຄົນຄວນປະກອບດ້ວຍການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງໃຫ້ເປັນອັນໜຶ່ງອັນດຽວກັນ, ບໍ່ແມ່ນແບ່ງແຍກອອກຈາກກັນ. ເຖິງຢ່າງໃດກໍຕາມ, ມີທັງຄວາມແຕກຕ່າງ ແລະ ຄວາມເຊື່ອມໂຍງກັນລະຫວ່າງສອງສິ່ງນີ້.

(ຄັດຈາກບົດ “ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 426)

ການປະກາດໃຊ້ພຣະບັນຍັດໃນຍຸກໃໝ່ແມ່ນຄຳພະຍານເຖິງຄວາມຈິງທີ່ວ່າ ມະນຸດທຸກຄົນໃນກະແສນີ້ ແລະ ທຸກຄົນທີ່ໄດ້ຍິນສຽງຂອງພຣະເຈົ້າໃນປັດຈຸບັນ ໄດ້ເຂົ້າສູ່ຍຸກໃໝ່ແລ້ວ. ນີ້ແມ່ນການເລີ່ມຕົ້ນໃໝ່ສຳລັບພາລະກິດຂອງພຣະເຈົ້າ ແລະ ເປັນຈຸດເລີ່ມຕົ້ນຂອງຂັ້ນຕອນສຸດທ້າຍຂອງພາລະກິດໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ. ພຣະບັນຍັດແຫ່ງຍຸກໃໝ່ເປັນສັນຍາລັກບົ່ງບອກວ່າ ພຣະເຈົ້າ ແລະ ມະນຸດໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ ແລະ ພຣະເຈົ້າຈະປະຕິບັດພາລະກິດທີ່ເປັນຈິງຫຼາຍຂຶ້ນ ແລະ ປະຕິບັດພາລະກິດຢ່າງຍິ່ງໃຫຍ່ຂຶ້ນເລື້ອຍໆເທິງແຜ່ນດິນໂລກ ເໝືອນກັບທີ່ພຣະເຢໂຮວາໄດ້ປະຕິບັດພາລະກິດທ່າມກາງຊາວອິດສະຣາເອັນ ແລະ ພຣະເຢຊູປະຕິບັດພາລະກິດທ່າມກາງຊາວຢິວ. ມັນຍັງເປັນສັນຍາລັກບົ່ງບອກວ່າ ມະນຸດກຸ່ມນີ້ຈະໄດ້ຮັບການມອບໝາຍທີ່ຍິ່ງໃຫຍ່ຂຶ້ນເລື້ອຍໆຈາກພຣະເຈົ້າ ແລະ ຈະໄດ້ຮັບການສະໜອງ, ການລ້ຽງດູ, ການສະໜັບສະໜູນ, ການດູແລ ແລະ ການປົກປ້ອງຈາກພຣະເຈົ້າໃນລັກສະນະທີ່ເປັນຈິງ. ຍິ່ງໄປກວ່ານັ້ນ ພວກເຂົາຈະໄດ້ຮັບການຝຶກຝົນທາງພາກປະຕິບັດຫຼາຍຂຶ້ນກວ່າເກົ່າ ພ້ອມທັງຖືກຈັດການ, ເຮັດໃຫ້ແຕກຫັກ ແລະ ຫຼໍ່ຫຼອມໂດຍພຣະທຳຂອງພຣະເຈົ້າ. ຄວາມໝາຍຂອງພຣະບັນຍັດແຫ່ງຍຸກໃໝ່ແມ່ນເລິກເຊິ່ງພໍສົມຄວນ. ພຣະບັນຍັດເຫຼົ່ານັ້ນລະບຸວ່າ ພຣະເຈົ້າຈະປາກົດເທິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພຣະເຈົ້າຈະເອົາຊະນະຈັກກະວານທັງປວງເທິງແຜ່ນດິນໂລກ ໂດຍເປີດເຜີຍຄວາມສະຫງ່າລາສີທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງ. ພຣະບັນຍັດເຫຼົ່ານັ້ນຍັງລະບຸວ່າ ພຣະເຈົ້າທີ່ເປັນຈິງຈະປະຕິບັດພາລະກິດທີ່ເປັນຈິງຫຼາຍຂຶ້ນເທິງແຜ່ນດິນໂລກ ເພື່ອເຮັດໃຫ້ທຸກຄົນທີ່ພຣະອົງໄດ້ເລືອກນັ້ນສົມບູນ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະເຮັດສຳເລັດທຸກສິ່ງດ້ວຍພຣະທຳເທິງແຜ່ນດິນໂລກ ແລະ ສະແດງໃຫ້ເຫັນເຖິງພຣະບັນຍັດທີ່ວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດຈະລຸກຂຶ້ນຈົນເຖິງຈຸດສູງສຸດ ແລະ ຖືກເຊີດຊູຢ່າງໃຫຍ່ຫຼວງ ແລະ ທຸກຄົນ ແລະ ທຸກຊົນຊາດຈະຄຸເຂົ່າລົງເພື່ອນະມັດສະການພຣະເຈົ້າຜູ້ຍິ່ງໃຫຍ່”. ເຖິງແມ່ນວ່າ ພຣະບັນຍັດແຫ່ງຍຸກໃໝ່ແມ່ນມີໄວ້ໃຫ້ມະນຸດຮັກສາ ເຊິ່ງເປັນໜ້າທີ່ຂອງມະນຸດ ແລະ ເປັນພັນທະຂອງເຂົາ, ແຕ່ຄວາມໝາຍທີ່ມັນນໍາສະເໜີແມ່ນເລິກເຊິ່ງເກີນໄປທີ່ຈະອະທິບາຍໄດ້ຢ່າງຄົບຖ້ວນຈາກຄຳເວົ້າຄໍາໜຶ່ງ ຫຼື ສອງຄຳ. ພຣະບັນຍັດແຫ່ງຍຸກໃໝ່ແທນກົດໝາຍແຫ່ງພຣະສັນຍາເດີມ ແລະ ກົດເກນແຫ່ງພຣະສັນຍາໃໝ່ ທີ່ພຣະເຢໂຮວາ ແລະ ພຣະເຢຊູໄດ້ປະກາດໃຊ້. ນີ້ແມ່ນບົດຮຽນທີ່ເລິກເຊິ່ງທີ່ສຸດ, ບໍ່ແມ່ນເລື່ອງງ່າຍດັ່ງທີ່ມະນຸດຈິນຕະນາການ. ພຣະບັນຍັດແຫ່ງຍຸກໃໝ່ມີຄວາມໝາຍທີ່ເປັນຈິງ ນັ້ນກໍຄື: ພຣະບັນຍັດເຫຼົ່ານັ້ນຮັບໃຊ້ເປັນຕົວປະສານງານລະຫວ່າງຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພຣະບັນຍັດແຫ່ງຍຸກໃໝ່ໄດ້ສິ້ນສຸດທຸກການປະຕິບັດ ແລະ ທຸກກົດເກນໃນຍຸກເກົ່າ ແລະ ຍັງໄດ້ສິ້ນສຸດການປະຕິບັດທຸກຢ່າງໃນຍຸກຂອງພຣະເຢຊູ ແລະ ການປະຕິບັດອື່ນໆຢູ່ກ່ອນໜ້ານັ້ນ. ພຣະບັນຍັດເຫຼົ່ານັ້ນນໍາມະນຸດມາຢູ່ຕໍ່ໜ້າພຣະເຈົ້າທີ່ເປັນຈິງຫຼາຍຂຶ້ນ ແລະ ເຮັດໃຫ້ມະນຸດເລີ່ມໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າເອງ ເຊິ່ງເປັນຈຸດເລີ່ມຕົ້ນຂອງເສັ້ນທາງສູ່ການຖືກເຮັດໃຫ້ສົມບູນ. ສະນັ້ນ, ພວກເຈົ້າຄວນມີທັດສະນະຄະຕິຢ່າງຖືກຕ້ອງຕໍ່ພຣະບັນຍັດແຫ່ງຍຸກໃໝ່ ແລະ ບໍ່ຄວນຕິດຕາມພຣະບັນຍັດເຫຼົ່ານັ້ນຢ່າງເລິນເລີ້ ຫຼື ດູຖູກພຣະບັນຍັດເຫຼົ່ານັ້ນ. ພຣະບັນຍັດແຫ່ງຍຸກໃໝ່ໄດ້ເນັ້ນໜັກໃສ່ໜຶ່ງປະເດັນ ນັ້ນກໍຄື: ມະນຸດຄວນນະມັດສະການພຣະເຈົ້າທີ່ເປັນຈິງແຫ່ງປັດຈຸບັນ ເຊິ່ງເປັນການຍອມຢູ່ພາຍໃຕ້ເນື້ອຄວາມສຳຄັນຂອງພຣະວິນຍານຕາມຄວາມເປັນຈິງຫຼາຍຂຶ້ນ. ພຣະບັນຍັດເຫຼົ່ານັ້ນຍັງເນັ້ນໜັກຫຼັກການທີ່ພຣະເຈົ້າຈະຕັດສິນມະນຸດໃຫ້ມີຄວາມຜິດ ຫຼື ໃຫ້ເປັນຄົນຊອບທຳຫຼັງຈາກທີ່ພຣະອົງໄດ້ປາກົດເປັນດວງອາທິດແຫ່ງຄວາມຊອບທຳ. ພຣະບັນຍັດແມ່ນງ່າຍທີ່ຈະເຂົ້າໃຈຫຼາຍກວ່າການນໍາໃຊ້ປະຕິບັດ. ຈາກສິ່ງນີ້ ມັນສາມາດເຫັນໄດ້ວ່າ, ຖ້າພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ມະນຸດສົມບູນ, ພຣະອົງຕ້ອງກະທໍາຜ່ານທາງພຣະທຳ ແລະ ຜ່ານການນໍາພາຂອງພຣະອົງເອງ, ມະນຸດບໍ່ສາມາດບັນລຸຄວາມສົມບູນຜ່ານສະຕິປັນຍາໂດຍທຳມະຊາດຂອງເຂົາເອງໄດ້. ມະນຸດຈະສາມາດຮັກສາພຣະບັນຍັດແຫ່ງຍຸກໃໝ່ໄດ້ ຫຼື ບໍ່ ຂຶ້ນຢູ່ກັບຄວາມຮູ້ຂອງມະນຸດທີ່ກ່ຽວກັບພຣະເຈົ້າທີ່ເປັນຈິງ. ເພາະສະນັ້ນ, ເຈົ້າຈະສາມາດຮັກສາພຣະບັນຍັດໄດ້ ຫຼື ບໍ່ນັ້ນ ບໍ່ແມ່ນຄຳຖາມທີ່ຈະຕອບໄດ້ພາຍໃນມື້ສອງມື້. ນີ້ແມ່ນບົດຮຽນທີ່ເລິກເຊິ່ງທີ່ສຸດ.

(ຄັດຈາກບົດ “ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 427)

ການປະຕິບັດຄວາມຈິງແມ່ນເສັ້ນທາງແຫ່ງການເຕີບໃຫຍ່ຂອງຊີວິດມະນຸດ. ຖ້າພວກເຈົ້າບໍ່ປະຕິບັດຄວາມຈິງ, ພວກເຈົ້າກໍຈະເຫຼືອພຽງແຕ່ທິດສະດີ ແລະ ພວກເຈົ້າກໍຈະບໍ່ມີຊີວິດທີ່ເປັນຈິງ. ຄວາມຈິງແມ່ນສັນຍາລັກແຫ່ງວຸດທິພາວະຂອງມະນຸດ ແລະ ເຈົ້າຈະປະຕິບັດຄວາມຈິງໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບການໄດ້ຮັບວຸດທິພາວະທີ່ເປັນຈິງ. ຖ້າເຈົ້າບໍ່ປະຕິບັດຄວາມຈິງ, ບໍ່ປະພຶດຢ່າງຊອບທຳ ຫຼື ຫວັ່ນໄຫວໄປມາຕາມອາລົມ ແລະ ສົນໃຈແຕ່ເນື້ອໜັງ, ເຈົ້າແມ່ນຍັງໄກຫຼາຍໃນເລື່ອງການຮັກສາພຣະບັນຍັດ. ນີ້ແມ່ນບົດຮຽນທີ່ເລິກເຊິ່ງທີ່ສູດ. ມີຄວາມຈິງຫຼາຍປະການທີ່ຈະໃຫ້ມະນຸດເຂົ້າສູ່ ແລະ ໃຫ້ມະນຸດເຂົ້າໃຈໃນແຕ່ລະຍຸກ. ແຕ່ພຣະບັນຍັດທີ່ຕິດຕາມຄວາມຈິງໃນແຕ່ລະຍຸກແມ່ນແຕກຕ່າງກັນ. ຄວາມຈິງທີ່ມະນຸດປະຕິບັດແມ່ນກ່ຽວຂ້ອງກັບຍຸກນັ້ນໆ ແລະ ພຣະບັນຍັດທີ່ມະນຸດຮັກສາກໍກ່ຽວຂ້ອງກັບຍຸກນັ້ນໆ. ແຕ່ລະຍຸກມີຄວາມຈິງຂອງມັນເອງໃຫ້ປະຕິບັດຕາມ ແລະ ມີພຣະບັນຍັດໃຫ້ຮັກສາ. ເຖິງຢ່າງໃດກໍຕາມ, ອີງຕາມພຣະບັນຍັດຕ່າງໆທີ່ພຣະເຈົ້າປະກາດໃຊ້ ນັ້ນກໍຄື ອີງຕາມຍຸກຕ່າງໆ, ເປົ້າໝາຍ ແລະ ຜົນສະທ້ອນຂອງການປະຕິບັດຄວາມຈິງຂອງມະນຸດແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ສາມາດເວົ້າໄດ້ວ່າ ພຣະບັນຍັດຮັບໃຊ້ຄວາມຈິງ ແລະ ຄວາມຈິງກໍເກີດຂຶ້ນເພື່ອຮັກສາພຣະບັນຍັດ. ຖ້າມີພຽງແຕ່ຄວາມຈິງ ກໍຈະບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າໃຫ້ກ່າວເຖິງເລີຍ. ເຖິງຢ່າງໃດກໍຕາມ, ການອ້າງອີງເຖິງພຣະບັນຍັດ, ມະນຸດສາມາດບົ່ງບອກເຖິງຂອບເຂດກະແສຂອງພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ແລະ ມະນຸດສາມາດຮູ້ຈັກຍຸກທີ່ພຣະເຈົ້າປະຕິບັດພາລະກິດ. ໃນທາງສາສະໜາ, ມີຫຼາຍຄົນທີ່ສາມາດປະຕິບັດຄວາມຈິງ ທີ່ເຄີຍຖືກປະຕິບັດໂດຍມະນຸດໃນຍຸກແຫ່ງພຣະບັນຍັດ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ມີພຣະບັນຍັດແຫ່ງຍຸກໃໝ່ ແລະ ບໍ່ສາມາດຮັກສາພຣະບັນຍັດແຫ່ງຍຸກໃໝ່ໄດ້. ພວກເຂົາຮັກສາຫົນທາງເກົ່າ ແລະ ຍັງຄົງເປັນມະນຸດໃນສະໄໝດັ່ງເດີມ. ພວກເຂົາບໍ່ໄດ້ຮັບວິທີການໃໝ່ຂອງພາລະກິດ ແລະ ບໍ່ສາມາດເຫັນພຣະບັນຍັດແຫ່ງຍຸກໃໝ່. ເມື່ອເປັນດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີພາລະກິດຂອງພຣະເຈົ້າ. ມັນຄືກັບວ່າ ພວກເຂົາມີພຽງແຕ່ເປືອກໄຂ່ເປົ່າ; ຖ້າບໍ່ມີລູກໄກ່ຢູ່ຂ້າງໃນ ກໍຈະບໍ່ມີຈິດວິນຍານ. ຖ້າຈະເວົ້າໃຫ້ຖືກກວ່ານີ້ກໍຄື ພວກເຂົາບໍ່ມີຊີວິດ. ມະນຸດປະເພດດັ່ງກ່າວບໍ່ໄດ້ເຂົ້າສູ່ຍຸກໃໝ່ ແລະ ລ້າຫຼັງໃນຫຼາຍຂັ້ນຕອນ. ສະນັ້ນ, ມັນບໍ່ມີປະໂຫຍດຫຍັງ ຖ້າຜູ້ຄົນມີຄວາມຈິງແຫ່ງຍຸກເກົ່າໆ ແຕ່ບໍ່ມີພຣະບັນຍັດແຫ່ງຍຸກໃໝ່. ພວກເຈົ້າຫຼາຍຄົນປະຕິບັດຄວາມຈິງໃນປັດຈຸບັນ ແຕ່ບໍ່ໄດ້ຮັກສາພຣະບັນຍັດໃນປັດຈຸບັນ. ພວກເຈົ້າຈະບໍ່ໄດ້ຮັບຫຍັງເລີຍ, ຄວາມຈິງທີ່ພວກເຈົ້າປະຕິບັດຈະບໍ່ມີຄ່າຫຍັງ ແລະ ບໍ່ມີຄວາມໝາຍ ແລະ ພຣະເຈົ້າຈະບໍ່ຍ້ອງຍໍສິ່ງດັ່ງກ່າວ. ການປະຕິບັດຄວາມຈິງຕ້ອງຖືກເຮັດໃຫ້ສຳເລັດພາຍໃນຂອບເຂດລັກສະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນປັດຈຸບັນ; ມັນຕ້ອງຖືກເຮັດໃຫ້ສຳເລັດຕາມສຽງຂອງພຣະເຈົ້າທີ່ເປັນຈິງໃນປັດຈຸບັນ. ຫາກປາສະຈາກສິ່ງນີ້, ທຸກສິ່ງກໍຈະສູນເປົ່າ ຄືກັບການຕັກນໍ້າດ້ວຍກະຕ່າໄມ້ໄຜ່. ນີ້ແມ່ນຄວາມໝາຍຕາມຄວາມເປັນຈິງຂອງການປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່. ຖ້າຜູ້ຄົນສາມາດປະຕິບັດຕາມພຣະບັນຍັດ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຄວນຈະຮູ້ຈັກພຣະເຈົ້າທີ່ແທ້ຈິງ ຜູ້ເຊິ່ງປາກົດໃນເນື້ອໜັງ, ໂດຍບໍ່ສັບສົນ. ເວົ້າອີກຢ່າງໜຶ່ງກໍຄື ຜູ້ຄົນຄວນຈະເຂົ້າໃຈຫຼັກການແຫ່ງການປະຕິບັດຕາມພຣະບັນຍັດ. ການປະຕິບັດຕາມພຣະບັນຍັດບໍ່ໄດ້ໝາຍວ່າປະຕິບັດຕາມພຣະບັນຍັດຕາມບຸນຕາມກຳ ຫຼື ຕາມອຳເພີໃຈ, ແຕ່ໝາຍເຖິງການປະຕິບັດຕາມພຣະບັນຍັດໂດຍມີພື້ນຖານ, ມີຈຸດປະສົງ ແລະ ຫຼັກການ. ສິ່ງທຳອິດທີ່ຈະຖືກບັນລຸກໍຄືໃຫ້ນິມິດຂອງເຈົ້າຊັດເຈນ. ຖ້າເຈົ້າມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດຢ່າງທົ່ວເຖິງໃນເວລາປັດຈຸບັນ ແລະ ເຂົ້າສູ່ລັກສະນະໃໝ່ຂອງພາລະກິດໃນປັດຈຸບັນ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບການຮັກສາພຣະບັນຍັດໂດຍທຳມະຊາດ. ຖ້າຮອດມື້ທີ່ເຈົ້າເບິ່ງເນື້ອຄວາມຂອງພຣະບັນຍັດແຫ່ງຍຸກໃໝ່ອອກ ແລະ ເຈົ້າສາມາດຮັກສາພຣະບັນຍັດນັ້ນໄວ້ໄດ້, ແລ້ວໃນເວລານັ້ນ ເຈົ້າກໍຈະຖືກເຮັດໃຫ້ສົມບູນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດ. ເຈົ້າຈະສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວິທີທີ່ເຈົ້າຮັບເອົາເນື້ອຄວາມຂອງພຣະບັນຍັດແຫ່ງຍຸກໃໝ່. ພາລະກິດຂອງພຣະວິນຍານບໍລິສຸດຈະປາກົດຕໍ່ມະນຸດຢ່າງຕໍ່ເນື່ອງ ແລະ ພຣະເຈົ້າຈະຮຽກຮ້ອງຈາກມະນຸດຫຼາຍຂຶ້ນໄປເລື້ອຍໆ. ສະນັ້ນ, ຄວາມຈິງທີ່ມະນຸດນໍາໃຊ້ປະຕິບັດຢ່າງແທ້ຈິງກໍຈະຍິ່ງໃຫຍ່ຂຶ້ນກວ່າເກົ່າ ແລະ ຜົນສະທ້ອນຂອງການຮັກສາພຣະບັນຍັດກໍຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ດ້ວຍເຫດນີ້, ພວກເຈົ້າຕ້ອງປະຕິບັດຄວາມຈິງ ແລະ ຮັກສາພຣະບັນຍັດໃນເວລາດຽວກັນ. ທຸກຄົນບໍ່ຄວນລະເລີຍຕໍ່ບັນຫານີ້; ຈົ່ງປ່ອຍໃຫ້ຄວາມຈິງ ແລະ ພຣະບັນຍັດໃໝ່ເລີ່ມຕົ້ນໄປພ້ອມກັນໃນຍຸກໃໝ່ນີ້.

(ຄັດຈາກບົດ “ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 428)

ຫຼາຍຄົນສາມາດເວົ້າກ່ຽວກັບການປະຕິບັດໄດ້ເລັກນ້ອຍ ແລະ ພວກເຂົາສາມາດເວົ້າກ່ຽວກັບຄວາມປະທັບໃຈສ່ວນຕົວຂອງພວກເຂົາ ແຕ່ສ່ວນຫຼາຍແມ່ນແສງສະຫວ່າງທີ່ໄດ້ຮັບຈາກຖ້ອຍຄໍາຂອງຄົນອື່ນ. ມັນບໍ່ໄດ້ລວມເອົາສິ່ງທີ່ມາຈາກການປະຕິບັດສ່ວນຕົວຂອງພວກເຂົາເລີຍ ທັງບໍ່ໄດ້ລວມເອົາສິ່ງທີ່ພວກເຂົາເຫັນຜ່ານປະສົບການຂອງພວກເຂົາ. ເຮົາໄດ້ວິເຄາະປະເດັນນີ້ຢ່າງລະອຽດມາກ່ອນແລ້ວ; ຢ່າຄິດວ່າເຮົາບໍ່ຮູ້ຫຍັງ. ເຈົ້າເປັນພຽງເສືອເຈັ້ຍ ແຕ່ເຈົ້າເວົ້າເລື່ອງເອົາຊະນະຊາຕານ, ເລື່ອງຄໍາພະຍານແຫ່ງໄຊຊະນະ ແລະ ເລື່ອງການສະທ້ອນລັກສະນະຂອງພຣະເຈົ້າ? ທັງໝົດນີ້ໄຮ້ສາລະ! ເຈົ້າຄິດວ່າພຣະທໍາທັງໝົດທີ່ພຣະເຈົ້າກ່າວໃນທຸກມື້ນີ້ແມ່ນເພື່ອໃຫ້ເຈົ້າຊື່ນຊົມບໍ? ປາກຂອງເຈົ້າເວົ້າເລື່ອງການປະຖິ້ມຕົວຕົນເກົ່າຂອງຕົວເອງ ແລະ ການປະຕິບັດຕາມຄວາມຈິງ ແຕ່ມືຂອງເຈົ້າກໍາລັງກະທໍາສິ່ງອື່ນ ແລະ ຈິດໃຈຂອງເຈົ້າກໍກໍາລັງຄິດແຜນການອື່ນຢູ່ ແລ້ວເຈົ້າເປັນຄົນປະເພດໃດ? ເປັນຫຍັງຈິດໃຈ ແລະ ມືຂອງເຈົ້າຈຶ່ງບໍ່ຄືກັນ ແລະ ເປັນອັນໜຶ່ງອັນດຽວກັນ? ການເທດສະໜາຫຼາຍຄັ້ງກາຍເປັນພຽງຄໍາເວົ້າທີ່ວ່າງເປົ່າ; ສິ່ງນີ້ບໍ່ໜ້າເສົ້າບໍ? ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ມັນກໍສະແດງໃຫ້ເຫັນວ່າເຈົ້າຍັງບໍ່ທັນໄດ້ເຂົ້າສູ່ທາງທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ເຈົ້າຍັງບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນໂຕເຈົ້າ ແລະ ເຈົ້າຍັງບໍ່ໄດ້ຮັບການນໍາທາງຈາກພຣະອົງເທື່ອ. ຖ້າເຈົ້າເວົ້າວ່າ ເຈົ້າສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າເທົ່ານັ້ນ ແຕ່ບໍ່ສາມາດປະຕິບັດຕາມ ເຈົ້າກໍເປັນຄົນທີ່ບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ໄດ້ສະເດັດມາເພື່ອຊ່ວຍຄົນປະເພດນີ້ໃຫ້ພົ້ນ. ພຣະເຢຊູທົນທຸກກັບຄວາມເຈັບປວດແສນສາຫັດ ເມື່ອພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຊ່ວຍຄົນບາບ, ເພື່ອຊ່ວຍຄົນທຸກຍາກ ແລະ ເພື່ອຊ່ວຍທຸກຄົນທີ່ຖ່ອມຕົນໃຫ້ລອດພົ້ນ. ການຖືກຄຶງຂອງພຣະອົງເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບ. ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ເຈົ້າກໍຄວນອອກໄປໃຫ້ໄວເທົ່າທີ່ຈະໄວໄດ້; ຢ່າຢູ່ລ້າໆໃນເຮືອນຂອງພຣະເຈົ້າ ຄືຄົນເອົາປຽບຄົນອື່ນ. ຫຼາຍຄົນເຖິງກັບເຫັນວ່າ ມັນເປັນເລື່ອງຍາກທີ່ຈະຢຸດກະທໍາສິ່ງທີ່ເຫັນຢ່າງຊັດເຈັນວ່າເປັນການຕໍ່ຕ້ານພຣະເຈົ້າ. ບໍ່ແມ່ນພວກເຂົາຢາກຕາຍບໍ? ພວກເຂົາສາມາດເວົ້າເຖິງການເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ຢ່າງໃດ? ພວກເຂົາຈະກ້າສູ້ໜ້າພຣະອົງບໍ? ເຈົ້າກິນອາຫານທີ່ພຣະອົງຈັດກຽມໃຫ້, ກະທໍາສິ່ງຜິດບາບທີ່ຕໍ່ຕ້ານພຣະອົງ, ປອງຮ້າຍ, ຫຼອກລວງ, ແລະ ໃຊ້ກົນອຸບາຍ ໃນຂະນະທີ່ພຣະເຈົ້າອະນຸຍາດໃຫ້ເຈົ້າໄດ້ຮັບພອນທີ່ພຣະອົງປະທານໃຫ້ເຈົ້າ. ເຈົ້າບໍ່ຮູ້ສຶກບໍວ່າ ພອນເຫຼົ່ານັ້ນໄໝ້ມືຂອງເຈົ້າ ເມື່ອເຈົ້າຮັບເອົາພວກມັນ? ເຈົ້າບໍ່ຮູ້ສຶກໜ້າແດງບໍ? ເຈົ້າກະທໍາບາງສິ່ງທີ່ຕໍ່ຕ້ານພຣະເຈົ້າ, ໃຊ້ກົນອຸບາຍເພື່ອ “ຫຼອກລວງ”, ເຈົ້າບໍ່ຮູ້ສຶກຢ້ານບໍ? ຖ້າເຈົ້າບໍ່ຮູ້ສຶກຫຍັງ ເຈົ້າຈະເວົ້າກ່ຽວກັບອະນາຄົດໄດ້ແນວໃດ? ບໍ່ມີອະນາຄົດສໍາລັບເຈົ້າຕັ້ງແຕ່ດົນແລ້ວ, ເຈົ້າຍັງຈະຄາດຫວັງອັນໃດອີກ? ຖ້າເຈົ້າເວົ້າໃນສິ່ງທີ່ໜ້າອັບອາຍ ແຕ່ເຈົ້າບໍ່ຮູ້ສຶກຜິດ ແລະ ໃຈຂອງເຈົ້າບໍ່ຮູ້ຈັກສໍານຶກ, ຖ້າເປັນດັ່ງນັ້ນ ມັນບໍ່ໝາຍຄວາມວ່າ ເຈົ້າຖືກພຣະເຈົ້າປະຖິ້ມແລ້ວບໍ? ເຈົ້າກາຍເປັນຄົນທີ່ເວົ້າ ແລະ ກະທໍາຕາມໃຈ ແລະ ຂາດວິໄນໂດຍທໍາມະຊາດ; ເຈົ້າຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນສະພາບນີ້ໄດ້ແນວໃດ? ເຈົ້າຈະສາມາດເອົາຊະນະໂລກໄດ້ບໍ? ຜູ້ໃດຈະເຊື່ອເຈົ້າ? ຜູ້ທີ່ຮູ້ທາດແທ້ຂອງເຈົ້າຈະໜີຫ່າງຈາກເຈົ້າ. ນີ້ບໍ່ແມ່ນການລົງໂທດຂອງພຣະເຈົ້າບໍ? ເວົ້າລວມແລ້ວ ຖ້າມີແຕ່ຄໍາເວົ້າ ແລະ ບໍ່ມີການປະຕິບັດ ກໍຈະບໍ່ມີການເຕີບໃຫຍ່. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະດໍາເນີນພາລະກິດໃນຕົວເຈົ້າໃນຂະນະທີ່ເຈົ້າເວົ້າ ແຕ່ຖ້າເຈົ້າບໍ່ປະຕິບັດຕາມ, ພຣະວິນຍານບໍລິສຸດກໍຈະຢຸດປະຕິບັດໃນຕົວເຈົ້າ. ຖ້າເຈົ້າສືບຕໍ່ເປັນແບບນີ້ ເຈົ້າຈະເວົ້າກ່ຽວກັບອະນາຄົດ ຫຼື ມອບຊີວິດທັງໝົດໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ຢ່າງໃດ? ເຈົ້າສາມາດເວົ້າເຖິງການມອບການເປັນຢູ່ທັງໝົດຂອງເຈົ້າເທົ່ານັ້ນ ແຕ່ເຈົ້າບໍ່ໄດ້ມອບຄວາມຮັກທີ່ແທ້ຈິງຂອງເຈົ້າໃຫ້ກັບພຣະເຈົ້າ. ທຸກສິ່ງທີ່ພຣະອົງໄດ້ຮັບຈາກເຈົ້າຄືຄວາມອຸທິດດ້ວຍຄຳເວົ້າ; ພຣະອົງບໍ່ໄດ້ຮັບເຈດຕະນາໃນການປະຕິບັດຄວາມຈິງຂອງເຈົ້າ. ສິ່ງນີ້ແມ່ນວຸດທິພາວະທີ່ແທ້ຈິງຂອງເຈົ້າບໍ? ຖ້າເຈົ້າຍັງສືບຕໍ່ເປັນແບບນີ້ ແລ້ວເມື່ອໃດເຈົ້າຈະໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າ? ເຈົ້າບໍ່ກັງວົນກ່ຽວກັບອະນາຄົດທີ່ມືດມົນ ແລະ ເສົ້າໝອງຂອງເຈົ້າບໍ? ເຈົ້າບໍ່ຮູ້ສຶກບໍວ່າ ພຣະເຈົ້າໝົດຫວັງໃນໂຕເຈົ້າແລ້ວ? ເຈົ້າບໍ່ຮູ້ບໍວ່າພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ຄົນໃໝ່ຫຼາຍຄົນສົມບູນ? ແລ້ວສິ່ງເກົ່າຈະສາມາດດໍາລົງຢູ່ໄດ້ດ້ວຍຕົວພວກມັນເອງບໍ? ເຈົ້າບໍ່ເອົາໃຈໃສ່ພຣະທໍາຂອງພຣະເຈົ້າໃນມື້ນີ້: ແລ້ວເຈົ້າກໍາລັງລໍຖ້າມື້ອື່ນບໍ?

(ຄັດຈາກບົດ “ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 429)

ການສາມາດອົດທົນຕໍ່ພຣະທໍາຂອງພຣະເຈົ້າ ແລະ ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າຄອບຄອງຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຢູ່. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄໍາແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຢູ່ຕາມພາບຫຼັກຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈິ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈິ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຢູ່ຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈິ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ກວາຍໄປມາ ແລະ ກໍາລັງຈະເພພັງລົງ. ມະນຸດແມ່ນມີຄວາມເປັນຈິງໜ້ອຍເກີນໄປ; ມັນເກືອບເປັນໄປບໍ່ໄດ້ ທີ່ຈະຊອກຫາຄວາມເປັນຈິງໃດໆໃນມະນຸດ. ຄວາມເປັນຈິງ ທີ່ໄຫຼອອກຈາກມະນຸດໂດຍທໍາມະຊາດແມ່ນມີໜ້ອຍເກີນໄປ ແລະ ຄວາມເປັນຈິງທັງໝົດທີ່ພວກເຂົາດໍາລົງຢູ່ແມ່ນຖືກບັງຄັບ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ມີຄວາມເປັນຈິງ. ເຖິງແມ່ນວ່າ ຜູ້ຄົນອ້າງວ່າ ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າບໍ່ເຄີຍປ່ຽນແປງຈັກເທື່ອ, ນີ້ເປັນພຽງສິ່ງທີ່ພວກເຂົາເວົ້າກ່ອນທີ່ພວກເຂົາຈະຜະເຊີນກັບການທົດລອງ. ເມື່ອພວກເຂົາຜະເຊີນກັບການທົດລອງໃນມື້ໃດມື້ໜຶ່ງຢ່າງກະທັນຫັນ, ສິ່ງທີ່ພວກເຂົາເວົ້າເຖິງກໍຈະຕົກອອກຈາກບາດກ້າວຂອງຄວາມເປັນຈິງອີກຄັ້ງ ແລະ ນີ້ຈະພິສູດໃຫ້ເຫັນອີກຄັ້ງວ່າ ມະນຸດບໍ່ມີຄວາມເປັນຈິງ. ສາມາດເວົ້າໄດ້ວ່າ ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງທີ່ບໍ່ເຂົ້າກັບຄວາມຄິດຂອງເຈົ້າ ແລະ ຕ້ອງການໃຫ້ເຈົ້າປ່ອຍປະຕົນເອງ, ສິ່ງເຫຼົ່ານັ້ນແມ່ນການທົດລອງຂອງເຈົ້າ. ກ່ອນຄວາມປະສົງຂອງພຣະເຈົ້າຈະຖືກເປີດເຜີຍ, ທຸກຄົນແມ່ນຜ່ານການທົດສອບຢ່າງຮຸນແຮງ ແລະ ການທົດລອງຢ່າງໜັກ. ເຈົ້າສາມາດເຂົ້າໃຈສິ່ງນີ້ບໍ? ໃນເວລາທີ່ພຣະເຈົ້າຕ້ອງການທົດລອງມະນຸດ, ພຣະອົງປ່ອຍໃຫ້ພວກເຂົາເລືອກດ້ວຍຕົວເອງສະເໝີ ກ່ອນທີ່ຄວາມຈິງຈະຖືກເປີດເຜີຍ. ນີ້ໝາຍຄວາມວ່າ ເມື່ອພຣະເຈົ້າທົດລອງມະນຸດ, ພຣະອົງຈະບໍ່ບອກເຈົ້າຄວາມຈິງຈັກເທື່ອ; ນີ້ແມ່ນວິທີທີ່ຜູ້ຄົນຖືກເປີດເຜີຍ. ນີ້ແມ່ນວິທີໜຶ່ງ ທີ່ພຣະເຈົ້າດໍາເນີນພາລະກິດຂອງພຣະອົງ ເພື່ອເບິ່ງວ່າ ເຈົ້າເຂົ້າໃຈພຣະເຈົ້າໃນປະຈຸບັນ ຫຼື ບໍ່ ແລະ ເພື່ອເບິ່ງວ່າ ເຈົ້າມີຄວາມເປັນຈິງ ຫຼື ບໍ່. ເຈົ້າປາດສະຈາກຂໍ້ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າຈະສາມາດຢືນຢ່າງໝັ້ນຄົງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາຮອດເຈົ້າໄດ້ບໍ? ໃຜກ້າເວົ້າວ່າ “ຂ້ານ້ອຍຮັບປະກັນວ່າ ຈະບໍ່ມີບັນຫາ?” ໃຜກ້າເວົ້າວ່າ “ຄົນອື່ນອາດຈະສົງໄສ ແຕ່ຂ້ານ້ອຍຈະບໍ່ມີວັນສົງໄສ?” ມັນຄ້າຍຄືກັບເມື່ອເປໂຕຖືກທົດລອງ: ລາວເວົ້າໃຫຍ່ສະເໝີກ່ອນຄວາມຈິງຈະຖືກເປີດເຜີຍ. ນີ້ບໍ່ແມ່ນຂໍ້ຜິດພາດສະເພາະສ່ວນຕົວຂອງເປໂຕ; ນີ້ແມ່ນຄວາມລໍາບາກທີ່ຍິ່ງໃຫຍ່ທີ່ມະນຸດທຸກຄົນໃນປະຈຸບັນຕ້ອງຜະເຊີນ. ຖ້າເຮົາໄປຢ້ຽມຢາມຫຼາຍບ່ອນ ຫຼື ຖ້າເຮົາໄປຢ້ຽມຢາມອ້າຍເອື້້ອຍນ້ອງຫຼາຍຄົນ ເພື່ອເບິ່ງວ່າ ແມ່ນຫຍັງຄືຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພາລະກິດໃນປະຈຸບັນຂອງພຣະເຈົ້າ, ພວກເຈົ້າຈະສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າຢ່າງແນ່ນອນ ແລະ ມັນກໍຈະປາກົດວ່າ ພວກເຈົ້າບໍ່ມີຂໍ້ສົງໄສຫຍັງເລີຍ. ຖ້າເຮົາຕ້ອງຖາມເຈົ້າວ່າ: “ເຈົ້າສາມາດຕັດສິນວ່າ ພຣະເຈົ້າເປັນຜູ້ປະຕິບັດພາລະກິດໃນປະຈຸບັນດ້ວຍພຣະອົງເອງແທ້ບໍ? ບໍ່ມີຂໍ້ສົງໄສຫຍັງບໍ?” ແນ່ນອນຢູ່ແລ້ວ ເຈົ້າກໍຈະຕອບວ່າ: “ບໍ່ມີຂໍ້ສົງໄສຫຍັງເລີຍ, ມັນແມ່ນພາລະກິດທີ່ປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ”. ເມື່ອເຈົ້າໄດ້ຕອບຄໍາຖາມດ້ວຍວິທີດັ່ງກ່າວນີ້, ແນ່ນອນ ເຈົ້າຈະບໍ່ສົງໄສອີກ ແລະ ເຈົ້າອາດຈະຍັງຮູ້ສຶກມີຄວາມສຸກຫຼາຍ, ຄິດວ່າຕົນເອງໄດ້ຮັບຄວາມເປັນຈິງຢ່າງຫຼວງຫຼາຍ. ຜູ້ທີ່ມັກເຂົ້າໃຈສິ່ງຕ່າງໆໃນລັກສະນະນີ້ ແມ່ນຜູ້ທີ່ມີຄວາມເປັນຈິງໜ້ອຍຫຼາຍ; ຍິ່ງຄົນໆໜຶ່ງຄິດວ່າຕົນເອງໄດ້ຮັບມັນ ຄົນໆນັ້ນກໍຍິ່ງບໍ່ສາມາດຢືນຢ່າງໝັ້ນຄົງເມື່ອຜະເຊີນກັບການທົດລອງ. ຂໍໃຫ້ຄົນທີ່ອວດດີ ແລະ ຈອງຫອງພົບແຕ່ຄວາມໂສກເສົ້າ ແລະ ຂໍໃຫ້ຜູ້ທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງພົບແຕ່ຄວາມໂສກເສົ້າ; ເພາະຄົນດັ່ງກ່າວແມ່ນເກັ່ງແຕ່ເວົ້າ ແຕ່ຂີ້ຮ້າຍທີ່ສຸດໃນການນໍາເອົາຄໍາເວົ້າຂອງເຂົາໄປປະຕິບັດ. ເມື່ອມີຄວາມຫຍຸ້ງຍາກພຽງເລັກນ້ອຍ, ຄົນເຫຼົ່ານີ້ກໍຈະເລີ່ມມີຂໍ້ສົງໄສ ແລະ ຄວາມຄິດລົ້ມເລີກກໍເລືອເຂົ້າສູ່ສະໝອງຂອງພວກເຂົາ. ພວກເຂົາບໍ່ມີຄວາມເປັນຈິງໃດໆເລີຍ; ພວກເຂົາມີພຽງທິດສະດີທີ່ນອກເໜືອສາສະໜາ ໂດຍປາດສະຈາກຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງຕ້ອງການໃນປັດຈຸບັນ. ເຮົາລັງກຽດຄົນທີ່ເວົ້າແຕ່ທິດສະດີ ແລະ ບໍ່ມີຄວາມເປັນຈິງທີ່ສຸດ. ພວກເຂົາຮ້ອງສຽງດັງທີ່ສຸດໃນເວລາດໍາເນີນພາລະກິດຂອງພວກເຂົາ ແຕ່ທັນທີໃດທີ່ພວກເຂົາຜະເຊີນກັບຄວາມເປັນຈິງ ພວກເຂົາກໍລົ້ມເຫຼວ. ນີ້ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນເຫຼົ່ານີ້ບໍ່ມີຄວາມເປັນຈິງບໍ? ບໍ່ວ່າລົມ ແລະ ຄື້ນທະເລຈະຮຸນແຮງຊໍ່າໃດກໍຕາມ, ຖ້າເຈົ້າຍັງສາມາດຢືນຢູ່ໂດຍບໍ່ມີຂໍ້ສົງໄສໃດໆໃນສະໝອງຂອງເຈົ້າ ແລະ ເຈົ້າສາມາດຢືນຢ່າງໝັ້ນຄົງ ແລະ ບໍ່ມີການປະຕິເສດ ເຖິງແມ່ນວ່າຈະບໍ່ມີໃຜຍັງຄົງເຫຼືອຢູ່ກໍຕາມ, ແລ້ວເຈົ້າກໍຈະຖືວ່າມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ມີຄວາມເປັນຈິງທີ່ແທ້ຈິງ. ຖ້າເຈົ້າຫັນຕາມທິດທາງຂອງລົມ, ຖ້າເຈົ້າເດີນຕາມຄົນສ່ວນໃຫຍ່ ແລະ ຮຽນເວົ້າຕາມຄວາມເວົ້າຂອງຜູ້ອື່ນ, ບໍ່ວ່າເຈົ້າຈະອວດດີຊໍ່າໃດກໍຕາມ, ມັນກໍຈະບໍ່ໄດ້ພິສູດວ່າ ເຈົ້າມີຄວາມເປັນຈິງ. ດັ່ງນັ້ນ, ເຮົາຂໍແນະນໍາວ່າ ເຈົ້າຈົ່ງຢ່າຟ້າວຮ້ອງດ້ວຍຄໍາເວົ້າທີ່ວ່າງເປົ່າໄວເກີນໄປ. ເຈົ້າຮູ້ຈັກສິ່ງທີ່ພຣະເຈົ້າຈະປະຕິບັດບໍ? ຢ່າປະພຶດຕົນຄືກັບເປໂຕອີກຄົນ ເພາະຢ້ານວ່າ ເຈົ້າຈະນໍາເອົາຄວາມອັບອາຍມາສູ່ຕົວເອງ ແລະ ເຈົ້າຈະບໍ່ສາມາດເງີຍຫົວຂຶ້ນສູງໄດ້; ສິ່ງນີ້ຈະບໍ່ເປັນປະໂຫຍດໃຫ້ກັບໃຜເລີຍ. ມະນຸດສ່ວນໃຫຍ່ບໍ່ມີວຸດທິພາວະທີ່ແທ້ຈິງ. ເຖິງແມ່ນວ່າ ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແຕ່ພຣະອົງບໍ່ໄດ້ນໍາຄວາມເປັນຈິງມາສູ່ຜູ້ຄົນ; ໃຫ້ຖືກວ່ານີ້ກໍຄື ພຣະອົງບໍ່ເຄີຍຂ້ຽນຕີຜູ້ໃດດ້ວຍຕົວພຣະອົງເອງຈັກເທື່ອ. ບາງຄົນຖືກເປີດເຜີຍໂດຍການທົດລອງດັ່ງກ່າວ, ດ້ວຍມືແຫ່ງຄວາມບາບຂອງພວກເຂົາຍື້ໄກອອກ ແລະ ໄກອອກ ໂດຍຄິດວ່າມັນງ່າຍທີ່ຈະເອົາຊະນະພຣະເຈົ້າ ແລະ ຄິດວ່າ ພວກເຂົາສາມາດເຮັດສິ່ງໃດກໍຕາມທີ່ພວກເຂົາຕ້ອງການ. ໃນເມື່ອພວກເຂົາບໍ່ສາມາດທົນແມ່ນແຕ່ກັບການທົດລອງປະເພດນີ້, ການທົດລອງທີ່ທ້າທາຍກວ່ານີ້ແມ່ນບໍ່ມີທາງທີ່ພວກເຂົາຈະທົນໄດ້ ແລະ ການມີຄວາມເປັນຈິງກໍເຊັ່ນກັນ. ພວກເຂົາບໍ່ແມ່ນພະຍາຍາມຫຼອກລວງພຣະເຈົ້າເທົ່ານັ້ນບໍ? ການມີຄວາມເປັນຈິງບໍ່ແມ່ນສິ່ງທີ່ສາມາດປອມແປງໄດ້ ຫຼື ຄວາມເປັນຈິງບໍ່ແມ່ນສິ່ງທີ່ເຈົ້າສາມາດໄດ້ຮັບໂດຍການຮູ້ຈັກມັນ. ມັນອີງຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ອີງຕາມວ່າ ເຈົ້າສາມາດທົນຕໍ່ການທົດລອງທັງໝົດໄດ້ ຫຼື ບໍ່. ເຈົ້າເຂົ້າໃຈບໍ່?

(ຄັດຈາກບົດ “ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 430)

ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອະນາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຢູ່ໃນພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຢູ່ຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາດສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຜູ້ທີ່ມະນຸດຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນສັດຮ້າຍໃນສາຍຕາຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນຜູ້ທີ່ບໍ່ມີພຣະທໍາຂອງພຣະເຈົ້າໃນຊີວິດຂອງພວກເຂົາ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຜູ້ທີ່ບໍ່ມີຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ເຈດຕະນາຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ ທຸກຄົນດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ວ່າໃຫ້ ທຸກຄົນສາມາດເວົ້າກ່ຽວກັບຄວາມເປັນຈິງໄດ້ເທົ່ານັ້ນ, ແຕ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ທຸກຄົນສາມາດດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຄວາມເປັນຈິງທີ່ມະນຸດເຫັນແມ່ນຜີວເຜີນເກີນໄປ, ມັນບໍ່ມີຄຸນຄ່າ ແລະ ບໍ່ສາມາດບັນລຸຄວາມປະສົງຂອງພຣະເຈົ້າໄດ້. ມັນຕໍ່າຕ້ອຍຫຼາຍ ແລະ ບໍ່ມີຄ່າແມ່ນແຕ່ໃຫ້ກ່າວເຖິງ. ມັນຂາດແຄນຫຼາຍ ແລະ ຫ່າງໄກຫຼາຍຈາກມາດຕະຖານຂອງຄວາມຕ້ອງການຂອງພຣະເຈົ້າ. ພວກເຈົ້າແຕ່ລະຄົນຈະຖືກກວດກາຢ່າງໃຫຍ່ ເພື່ອເບິ່ງວ່າ ຜູ້ໃດທ່າມກາງພວກເຈົ້າທີ່ຮູ້ພຽງແຕ່ເວົ້າກ່ຽວກັບຄວາມເຂົ້າໃຈຂອງເຈົ້າເທົ່ານັ້ນ ແຕ່ບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງ ແລະ ພ້ອມນັ້ນ ກໍເພື່ອຄົ້ນເບິ່ງວ່າ ຜູ້ໃດໃນພວກເຈົ້າທີ່ເປັນຄົນບໍ່ມີຄ່າຄືກັບຂີ້ເຫຍື້ອ. ນັບຕັ້ງແຕ່ນີ້ໄປ ຈົ່ງຈົດຈໍາສິ່ງນີ້ໄວ້! ຢ່າເວົ້າກ່ຽວກັບຄວາມຮູ້ທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບເສັ້ນທາງໃນການປະຕິບັດ ແລະ ກ່ຽວກັບຄວາມເປັນຈິງເທົ່ານັ້ນ. ການປ່ຽນແປງຈາກຄວາມຮູ້ທີ່ແທ້ຈິງໄປເປັນການປະຕິບັດທີ່ແທ້ຈິງ ແລະ ຫຼັງຈາກນັ້ນ ກໍປ່ຽນແປງຈາກການປະຕິບັດໄປເປັນການດໍາລົງຊີວິດຢູ່ກັບຄວາມເປັນຈິງ. ຢ່າໄປສັ່ງສອນຄົນອື່ນ ແລະ ຢ່າເວົ້າກ່ຽວກັບຄວາມຮູ້ທີ່ແທ້ຈິງ. ຖ້າຄວາມເຂົ້າໃຈຂອງເຈົ້າແມ່ນເສັ້ນທາງ, ແລ້ວຈົ່ງປ່ອຍຄໍາເວົ້າຂອງເຈົ້າອອກມາຕາມສະບາຍ; ຖ້າມັນບໍ່ແມ່ນເສັ້ນທາງ ກໍຈົ່ງກະລຸນາມິດງຽບ ແລະ ຢຸດເວົ້າ. ສິ່ງທີ່ເຈົ້າເວົ້າແມ່ນບໍ່ມີປະໂຫຍດ. ເຈົ້າເວົ້າກ່ຽວກັບຄວາມເຂົ້າໃຈເພື່ອຫຼອກລວງພຣະເຈົ້າ ແລະ ເພື່ອເຮັດໃຫ້ຄົນອື່ນອິດສາເຈົ້າ. ນັ້ນບໍ່ແມ່ນຄວາມທະເຍີທະຍານຂອງເຈົ້າບໍ? ນີ້ບໍ່ແມ່ນການຕັ້ງໃຈລໍ້ຫຼິ້ນກັບຜູ້ອື່ນບໍ? ແລ້ວມັນມີຄຸນຄ່າໃນສິ່ງນີ້ບໍ່? ຖ້າເຈົ້າເວົ້າກ່ຽວກັບຄວາມເຂົ້າໃຈ ຫຼັງຈາກທີ່ເຈົ້າໄດ້ປະສົບກັບມັນ, ເຈົ້າຈະບໍ່ເວົ້າໂອ້ອວດອີກຕໍ່ໄປ. ບໍ່ສະນັ້ນ ເຈົ້າຈະເປັນຄົນທີ່ເວົ້າດ້ວຍຄໍາເວົ້າທີ່ໂອ້ອວດ. ມີຫຼາຍສິ່ງໃນປະສົບການຕົວຈິງຂອງເຈົ້າທີ່ເຈົ້າບໍ່ສາມາດເອົາຊະນະໄດ້ ແລະ ເຈົ້າບໍ່ສາມາດ ຕໍ່ຕ້ານເນື້ອໜັງຂອງຕົວເອງໄດ້; ເຈົ້າເຮັດໃນສິ່ງທີ່ເຈົ້າຕ້ອງການສະເໝີ ໂດຍບໍ່ເຄີຍເຮັດຕາມຄວາມປະສົງຂອງພຣະເຈົ້າ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງມີຄວາມໜ້າດ້ານທີ່ຈະເວົ້າກ່ຽວກັບຄວາມເຂົ້າໃຈທາງທິດສະດີ. ຈັ່ງແມ່ນເຈົ້າບໍ່ມີຢາງອາຍ! ເຈົ້າຍັງໜ້າດ້ານທີ່ຈະເວົ້າກ່ຽວກັບຄວາມເຂົ້າໃຈຂອງເຈົ້າໃນພຣະທໍາຂອງພຣະເຈົ້າ. ຈັ່ງແມ່ນເຈົ້າບໍ່ອາຍແທ້ໆ! ການກ່າວປາໄສ ແລະ ການເວົ້າໂອ້ອວດໄດ້ກາຍເປັນທໍາມະຊາດຂອງເຈົ້າ ແລະ ເຈົ້າໄດ້ຄຸ້ນເຄີຍກັບການເຮັດສິ່ງນີ້. ເມື່ອໃດກໍຕາມທີ່ເຈົ້າຕ້ອງການຢາກເວົ້າ, ເຈົ້າກໍເວົ້າຢ່າງສະບາຍໃຈ, ນິ້ມນວນ ແລະ ໃນລັກສະນະທີ່ບໍ່ກັງເວົນຫຍັງເລີຍ ແຕ່ເມື່ອເຖິງເວລາປະຕິບັດ ເຈົ້າກໍເອົາໃຈໃສ່ແຕ່ກັບເຄື່ອງປະດັບປະດາ. ນີ້ບໍ່ແມ່ນວິທີການຫຼອກລວງຄົນອື່ນບໍ? ເຈົ້າອາດຈະສາມາດຫຼອກລວງມະນຸດໄດ້ ແຕ່ບໍ່ສາມາດຫຼອກລວງພຣະເຈົ້າໄດ້. ມະນຸດບໍ່ຮູ້ ແລະ ບໍ່ມີການຢັ່ງຮູ້ ແຕ່ພຣະເຈົ້າຈິງຈັງກ່ຽວກັບບັນຫາດັ່ງກ່າວ ແລະ ພຣະອົງຈະບໍ່ລະເວັ້ນເຈົ້າ. ອ້າຍເອື້ອຍນ້ອງຂອງເຈົ້າອາດຈະສົ່ງເສີມເຈົ້າ, ຍົກຍ້ອງຄວາມເຂົ້າໃຈຂອງເຈົ້າ, ຊົມເຊີຍເຈົ້າ ແຕ່ຖ້າເຈົ້າບໍ່ມີຄວາມເປັນຈິງ, ພຣະວິນຍານບໍລິສຸດກໍຈະບໍ່ລະເວັ້ນເຈົ້າ. ບາງເທື່ອພຣະເຈົ້າທີ່ແທ້ຈິງຈະບໍ່ຊອກຫາຂໍ້ບົກຜ່ອງຂອງເຈົ້າ ແຕ່ພຣະວິນຍານຂອງພຣະເຈົ້າຈະເບິ່ງຂ້າມເຈົ້າ ແລະ ນັ້ນກໍພຽງພໍທີ່ຈະເຮັດໃຫ້ເຈົ້າຍາກທີ່ຈະທົນຮັບໄດ້. ເຈົ້າເຊື່ອໃນສິ່ງນີ້ບໍ? ຈົ່ງເວົ້າຫຼາຍໆກ່ຽວກັບຄວາມເປັນຈິງໃນການປະຕິບັດ; ເຈົ້າລືມມັນແລ້ວບໍ? ຈົ່ງເວົ້າຫຼາຍໆກ່ຽວກັບເສັ້ນທາງທີ່ແທ້ຈິງ; ເຈົ້າລືມມັນແລ້ວບໍ? “ຈົ່ງເວົ້າກ່ຽວກັບທິດສະດີທີ່ສູງສົ່ງ, ຄໍາເວົ້າໃຫຍ່ ແລະ ບໍ່ມີຄ່າໃຫ້ໜ້ອຍລົງ; ທາງທີ່ດີຈົ່ງເລີ່ມປະຕິບັດແຕ່ດຽວນີ້ເລີຍ”. ເຈົ້າລືມພຣະທໍາເຫຼົ່ານີ້ແລ້ວບໍ? ເຈົ້າບໍ່ເຂົ້າໃຈເລີຍບໍ? ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າບໍ?

(ຄັດຈາກບົດ “ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 431)

ພວກເຈົ້າຄວນສຶກສາບົດຮຽນຕາມຄວາມເປັນຈິງຂຶ້ນກວ່າເກົ່າ. ບໍ່ຈໍາເປັນຕ້ອງມີຄໍາເວົ້າທີ່ຟັງຄືໃຫຍ່ໂຕແຕ່ເປົ່າວ່າງຄືກັບທີ່ຜູ້ຄົນຊົມເຊີຍ. ເມື່ອມາເຖິງການສົນທະນາກ່ຽວກັບຄວາມຮູ້, ຄວາມຮູ້ຂອງແຕ່ລະຄົນແມ່ນສູງສົ່ງກວ່າຄວາມຮູ້ກ່ອນໜ້ານັ້ນ ແຕ່ພວກເຂົາກໍຍັງບໍ່ມີເສັ້ນທາງເພື່ອປະຕິບັດ. ມີຈັກຄົນທີ່ເຂົ້າໃຈຫຼັກການຂອງການປະຕິບັດ? ມີຈັກຄົນທີ່ໄດ້ຮຽນຮູ້ບົດຮຽນຕົວຈິງ? ໃຜສາມາດສົນທະນາກ່ຽວກັບຄວາມເປັນຈິງ? ການທີ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງພຣະທໍາຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຈະມີວຸດທິພາວະທີ່ແທ້ຈິງ; ມັນພຽງແຕ່ສະແດງໃຫ້ເຫັນວ່າ ເຈົ້າເກີດມາພ້ອມກັບຄວາມສະຫຼາດ ແລະ ພອນສະຫວັນ. ມັນບໍ່ໄດ້ສະແດງຫຍັງເລີຍຖ້າເຈົ້າບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງໄດ້; ເຈົ້າຈະເປັນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ! ເຈົ້າບໍ່ໄດ້ເສແສ້ງບໍ ຖ້າເຈົ້າບໍ່ສາມາດເວົ້າສິ່ງໃດໜຶ່ງກ່ຽວກັບເສັ້ນທາງຕົວຈິງໃນການປະຕິບັດ? ເຈົ້າຈະບໍ່ເສແສ້ງບໍ ຖ້າເຈົ້າບໍ່ສາມາດສະໜອງປະສົບການຕົວຈິງຂອງເຈົ້າເອງໃຫ້ແກ່ຄົນອື່ນ ເຊິ່ງເປັນການໃຫ້ບົດຮຽນທີ່ພວກເຂົາສາມາດຮຽນຮູ້ ຫຼື ເປັນເສັ້ນທາງທີ່ພວກເຂົາສາມາດຕິດຕາມ? ເຈົ້າບໍ່ແມ່ນຄົນຫຼອກລວງບໍ? ເຈົ້າມີຄຸນຄ່າຫຍັງ? ຄົນດັ່ງກ່າວພຽງແຕ່ມີສ່ວນເປັນ “ຜູ້ຄິດຄົ້ນທິດສະດີຂອງສັງຄົມນິຍົມ” ແລະ ບໍ່ແມ່ນ “ຜູ້ປະກອບສ່ວນທີ່ເຮັດໃຫ້ເກີດມີສັງຄົມນິຍົມ”. ການບໍ່ມີຄວາມເປັນຈິງແມ່ນການບໍ່ມີຄວາມຈິງ. ການບໍ່ມີຄວາມເປັນຈິງແມ່ນບໍ່ມີປະໂຫຍດຫຍັງເລີຍ. ການບໍ່ມີຄວາມເປັນຈິງແມ່ນການເປັນຊາກສົບທີ່ຍ່າງໄດ້. ການບໍ່ມີຄວາມເປັນຈິງແມ່ນການເປັນ “ນັກຄິດທິດສະດີມາກ-ເລນິນ” ທີ່ບໍ່ມີຄ່າອ້າງອີງ. ເຮົາຂໍຊຸກຍູ້ໃຫ້ພວກເຈົ້າແຕ່ລະຄົນຫຸບປາກກ່ຽວກັບທິດສະດີ ແລະ ໃຫ້ເວົ້າກ່ຽວກັບບາງສິ່ງບ່າງຢ່າງທີ່ເປັນຈິງ, ບາງສິ່ງບາງຢ່າງທີ່ແທ້ຈິງ ແລະ ມີຄວາມຈິງ; ສຶກສາ “ສິລະປະທັນສະໄໝ” ບາງຢ່າງ, ເວົ້າບາງສິ່ງຕາມຄວາມເປັນຈິງ, ປະກອບສ່ວນບາງສິ່ງຕາມຄວາມເປັນຈິງ ແລະ ການມີຈິດວິນຍານແຫ່ງການອຸທິດຕົນໃນບາງລະດັບ. ຈົ່ງຜະເຊີນໜ້າກັບຄວາມເປັນຈິງໃນເວລາທີ່ເວົ້າ ແລະ ບໍ່ໃຫ້ໝົກມຸ່ນກັບຄໍາເວົ້າທີ່ບໍ່ມີຄວາມເປັນຈິງ ແລະ ເກີນຄວາມຈິງເພື່ອເຮັດໃຫ້ຜູ້ຄົນຮູ້ສຶກມີຄວາມສຸກ ຫຼື ຄິດກັບເຈົ້າໃນທາງທີ່ແຕກຕ່າງ. ມັນມີຄ່າຢູ່ບ່ອນໃດ? ເຈົ້າມີຈຸດປະສົງຫຍັງທີ່ຈະກະຕຸ້ນຄວາມກະຕືລືລົ້ນຂອງຜູ້ຄົນ? ໃຫ້ຄໍາເວົ້າຂອງທ່ານ “ມີສິລະປະ”, ປະພຶດຕົນຢ່າງຍຸຕິທໍາຫຼາຍຂຶ້ນ, ສົມເຫດສົມຜົນຫຼາຍຂຶ້ນໃນວຽກງານຂອງເຈົ້າ, ໃຫ້ເວົ້າກັບຄົນອື່ນຕາມຄວາມເປັນຈິງ; ໃຫ້ຈື່ໄວ້ວ່າ ທຸກການກະທໍາຂອງເຈົ້າຕ້ອງນໍາຜົນປະໂຫຍດມາສູ່ຄົວເຮືອນຂອງພຣະເຈົ້າ, ໃຫ້ຟັງຄວາມສຳນຶກຂອງເຈົ້າເອງເມື່ອເຈົ້າອາລົມຂຶ້ນ, ຢ່າຕອບແທນຄວາມເມດຕາດ້ວຍຄວາມກຽດຊັງ ຫຼື ອັກກະຕັນຍູຕໍ່ຄວາມເມດຕາ ແລະ ຢ່າເປັນຄົນໜ້າຊື່ໃຈຄົດ ເພື່ອບໍ່ໃຫ້ເຈົ້າມີອິດທິພົນທີ່ບໍ່ດີ. ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໃຫ້ເຊື່ອມໂຍງສິ່ງເຫຼົ່ານັ້ນໃກ້ກັບຄວາມເປັນຈິງຍິ່ງຂຶ້ນ ແລະ ເມື່ອເຈົ້າສົນທະນາ ກໍຂໍໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ. ຢ່າຍົກສູງຕົວເອງ; ສິ່ງດັ່ງກ່າວນີ້ຈະບໍ່ເຮັດໃຫ້ພຣະເຈົ້າພໍໃຈ. ໃຫ້ອົດທົນ ແລະ ອົດກັ້ນກວ່າເກົ່າ, ໃຫ້ອ່ອນໂຍນກວ່າເກົ່າ, ໃຫ້ມີໃຈເອື້ອເຟື້ອເພື່ອແພ່ກວ່າເກົ່າ ແລະ ໃຫ້ຮຽນຮູ້ຈາກ “ຈິດວິນຍານຂອງນາຍົກລັດຖະມົນຕີ”.[ກ] ເມື່ອເຈົ້າມີຄວາມຄິດທີ່ບໍ່ດີ ກໍຂໍໃຫ້ປະຖິ້ມເນື້ອໜັງຫຼາຍກວ່າເກົ່າ. ເມື່ອເຈົ້າກໍາລັງເຮັດວຽກ, ໃຫ້ເວົ້າເຖິງເສັ້ນທາງທີ່ເປັນຈິງຫຼາຍກວ່າເກົ່າ ແລະ ບໍ່ໃຫ້ຫຍິ່ງຍະໂສ ຫຼື ບໍ່ສະນັ້ນ ຄໍາເວົ້າຂອງເຈົ້າກໍຈະເຮັດໃຫ້ຄົນອື່ນເຂົ້າໃຈຍາກ. ມ່ວນຊື່ນໃຫ້ໜ້ອຍລົງ, ປະກອບສ່ວນໃຫ້ຫຼາຍຂຶ້ນ ເພື່ອສະແດງໃຫ້ເຫັນຈິດວິນຍານທີ່ເສຍສະຫຼະຕົນເອງເພື່ອອຸທິດຕົນຂອງເຈົ້າ. ໃຫ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ເຊື່ອຄວາມສຳນຶກຂອງເຈົ້າໃຫ້ຫຼາຍຂຶ້ນ ແລະ ໃຫ້ຈື່ຈໍາໄວ້ຫຼາຍຂຶ້ນ ໂດຍທີ່ບໍ່ໃຫ້ລືມວິທີທີ່ພຣະເຈົ້າເວົ້າກັບພວກເຈົ້າຢ່າງອົດທົນ ແລະ ຢ່າງຈິງຈັງໃນທຸກໆມື້. ໃຫ້ອ່ານ “ປະຕິທິນຮ້ອຍປີສະບັບເກົ່າ” ເລື້ອຍກວ່າເກົ່າ. ໃຫ້ອະທິຖານຫຼາຍກວ່າເກົ່າ ແລະ ສົນທະນາເປັນປະຈໍາຫຼາຍກວ່າເກົ່າ. ຢຸດສັບສົນ; ສະແດງຄວາມຮູ້ສຶກ ແລະ ຮັບຄວາມເຂົ້າໃຈບາງຢ່າງ. ເມື່ອຍື່ນມືທີ່ມີບາບຂອງເຈົ້າອອກໄປ, ໃຫ້ດຶງມັນກັບຄືນມາ ແລະ ບໍ່ໃຫ້ມັນຍືດອອກໄປໄກຫຼາຍ. ມັນບໍ່ມີປະໂຫຍດ ແລະ ສິ່ງທີ່ເຈົ້າໄດ້ຮັບຈາກພຣະເຈົ້າຈະບໍ່ມີຫຍັງ ນອກຈາກຄໍາສາບແຊ່ງ; ຈົ່ງໃຫ້ລະວັງ. ໃຫ້ຫົວໃຈຂອງເຈົ້າເຫັນໃຈຜູ້ອື່ນ ແລະ ບໍ່ໃຫ້ຊົກຕີໂດຍມີອາວຸດຢູ່ໃນມືສະເໝີ. ໃຫ້ສົນທະນາກ່ຽວກັບຄວາມຮູ້ດ້ານຄວາມຈິງໃຫ້ຫຼາຍຍິ່ງຂຶ້ນ ແລະ ເວົ້າກ່ຽວກັບຊີວິດໃຫ້ຫຼາຍກວ່າເກົ່າ ໂດຍຮັກສາວິນຍານໃນການຊ່ວຍເຫຼືອຜູ້ອື່ນ. ໃຫ້ເຮັດຫຼາຍຂຶ້ນ ແລະ ເວົ້າໜ້ອຍລົງ. ໃຫ້ປະຕິບັດຫຼາຍຂຶ້ນ ແລະ ຄົ້ນຄວ້າ ແລະ ວິເຄາະໜ້ອຍລົງ. ໃຫ້ພຣະວິນຍານບໍລິສຸດປຸກໃຈຕົວເຈົ້າຫຼາຍຂຶ້ນ ແລະ ໃຫ້ໂອກາດກັບພຣະເຈົ້າເພື່ອເຮັດໃຫ້ເຈົ້າສົມບູນ. ກໍາຈັດອົງປະກອບຂອງມະນຸດໃຫ້ຫຼາຍຂຶ້ນ; ເຈົ້າຍັງມີວິທີທາງປະຕິບັດສິ່ງຕ່າງໆແບບມະນຸດຫຼາຍຢູ່ ແລະ ວິທີການປະຕິບັດສິ່ງຕ່າງໆແບບຜິວເຜີນ ແລະ ພຶດຕິກໍາຂອງເຈົ້າຍັງເປັນສິ່ງທີ່ຜູ້ອື່ນລັງກຽດ: ຈົ່ງກໍາຈັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ສະພາບທາງຈິດຂອງເຈົ້າຍັງເປັນຕາຊັງຫຼາຍ; ໃຊ້ເວລາໃຫ້ຫຼາຍຂຶ້ນໃນການແກ້ໄຂມັນ. ເຈົ້າຍັງມອບຕໍາແໜ່ງໃຫ້ຜູ້ຄົນຫຼາຍເກີນໄປ; ມອບຕໍາແໜ່ງໃຫ້ພຣະເຈົ້າຫຼາຍຂຶ້ນ ແລະ ບໍ່ໃຫ້ຂາດເຫດຜົນ. “ວິຫານ” ເປັນຂອງພຣະເຈົ້າມາແຕ່ຕົ້ນ ແລະ ຜູ້ຄົນບໍ່ຄວນເຂົ້າໄປຄອບຄອງ. ກ່າວໂດຍສະຫຼຸບກໍຄື ໃຫ້ຕັ້ງໃຈກັບຄວາມຊອບທໍາຫຼາຍຂຶ້ນ ແລະ ອາລົມໜ້ອຍລົງ ແລະ ມັນຈະດີທີ່ສຸດທີ່ຈະກໍາຈັດເນື້ອໜັງ; ສົນທະນາໃຫ້ຫຼາຍຂຶ້ນກ່ຽວກັບຄວາມທີ່ເປັນຈິງ ແລະ ໃຫ້ໜ້ອຍລົງກ່ຽວກັບຄວາມຮູ້ ແລະ ມັນຈະດີທີ່ສຸດທີ່ຈະມິດງຽບ; ເວົ້າກ່ຽວກັບເສັ້ນທາງຂອງການປະຕິບັດໃຫ້ຫຼາຍຂຶ້ນ ແລະ ໃຫ້ເວົ້າໂອ້ອວດໃນການສົນທະນາທີ່ບໍ່ມີຄ່າໜ້ອຍລົງ ແລະ ມັນຈະດີທີ່ສຸດທີ່ຈະເລີ່ມປະຕິບັດແຕ່ດຽວນີ້ເລີຍ.

(ຄັດຈາກບົດ “ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຈິດວິນຍານຂອງນາຍົກລັດຖະມົນຕີ: ສຸພາສິດດັ່ງເດີມຂອງປະເທດຈີນທີ່ໃຊ້ໃນການພັນລະນາຄົນ ຜູ້ທີ່ໃຈກວ້າງ ແລະ ເອື້ອເຟື້ອເພື່ອແຜ່.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 432)

ເງື່ອນໄຂຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນບໍ່ສູງປານນັ້ນ. ເຖິງພວກເຂົາຈະໃຊ້ຄວາມພະຍາຍາມໜ້ອຍດຽວ ພວກເຂົາກໍຈະໄດ້ຮັບ “ຄະແນນຜ່ານ”. ທີ່ຈິງແລ້ວ, ຄວາມເຂົ້າໃຈ, ການຮູ້ຈັກ ແລະ ການເຂົ້າໃຈຄວາມຈິງແມ່ນຊັບຊ້ອນຫຼາຍກວ່າການປະຕິບັດຄວາມຈິງ. ການຮູ້ຈັກ ແລະ ການເຂົ້າໃຈຄວາມຈິງແມ່ນມາຫຼັງຈາກການປະຕິບັດຄວາມຈິງເປັນຄັ້ງທຳອິດ; ສິ່ງເຫຼົ່ານີ້ແມ່ນບາດກ້າວ ແລະ ວິທີການຂອງການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າຈະບໍ່ເຊື່ອຟັງໄດ້ແນວໃດ? ເຈົ້າຈະສາມາດມີພາລະກິດຂອງພຣະວິນຍານບໍລິສຸດໂດຍເຮັດສິ່ງຕ່າງໆຕາມວິທີທາງຂອງເຈົ້າບໍ? ພຣະວິນຍານບໍລິສຸດເຮັດພາລະກິດຕາມຄວາມເພິ່ງພໍໃຈຂອງເຈົ້າ ຫຼື ຕາມຄວາມຂາດຕົກບົກຜ່ອງຂອງເຈົ້າຕາມພຣະທໍາຂອງພຣະເຈົ້າບໍ? ມັນຈະບໍ່ມີປະໂຫຍດຫຍັງຖ້າເຈົ້າບໍ່ສາມາດແນມເຫັນສິ່ງນີ້ຢ່າງຊັດເຈນ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງພະຍາຍາມອ່ານພຣະທໍາຂອງພຣະເຈົ້າ ມີພຽງແຕ່ຄວາມຮູ້ ແລະ ຫຼັງຈາກນັ້ນ ບໍ່ສາມາດເວົ້າສິ່ງໃດໆເລີຍກ່ຽວກັບເສັ້ນທາງທີ່ແທ້ຈິງ? ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງຄືກັນກັບທີ່ມີຊາຍຢູ່ຫາດຊາຍ ແຕ່ເຖິງຢ່າງນັ້ນ ກໍບໍ່ມີເສັ້ນທາງທີ່ແທ້ຈິງ. ໃນເລື່ອງດັ່ງກ່າວນີ້, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ເປົ່າວ່າງໂດຍບໍ່ມີຄວາມໝາຍທີ່ແທ້ຈິງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງຊໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍຊໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງຫຼາຍສໍ່ານັ້ນ; ຍິ່ງທິດສະດີສູງຊໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າຂັດຂືນ ແລະ ຕໍ່ຕ້ານພຣະເຈົ້າ. ຢາຖືເອົາທິດສະດີທີ່ສູງສົ່ງເປັນສົມບັດທີ່ມີຄ່າ; ພວກມັນເປັນອັນຕະລາຍ ແລະ ບໍ່ມີປະໂຫຍດຫຍັງ! ບາງເທື່ອບາງຄົນສາມາດເວົ້າກ່ຽວກັບທິດສະດີທີ່ສູງສົ່ງ ແຕ່ສິ່ງເຫຼົ່ານີ້ແມ່ນບໍ່ມີຫຍັງທີ່ເປັນຄວາມຈິງເລີຍ ເນື່ອງຈາກວ່າ ຄົນເຫຼົ່ານີ້ບໍ່ໄດ້ປະສົບກັບພວກມັນດ້ວຍຕົວເອງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີເສັ້ນທາງໃນການປະຕິບັດ. ຄົນປະເພດດັ່ງກ່າວບໍ່ສາມາດນໍາເອົາມ່ວນມະນຸດເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ມີແຕ່ຈະນໍາພາຜູ້ຄົນໃຫ້ຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນໄພຕໍ່ຜູ້ຄົນບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາໃນປັດຈຸບັນຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດບັນລຸທາງເຂົ້າສູ່ຄວາມເປັນຈິງ; ສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການອຸທິດ ແລະ ເມື່ອເປັນເຊັ່ນນັ້ນເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະປະຕິບັດພາລະກິດເພື່ອພຣະເຈົ້າ. ຢ່າເວົ້າດ້ວຍຄໍາເວົ້າທີ່ຫຼູຫຼາ ແລະ ເຕັມໄປດ້ວຍຄວາມເພີ້ຝັນ ແລະ ຢ່າໃຊ້ວິທີການປະຕິບັດທີ່ບໍ່ເໝາະສົມເພື່ອຜູກມັດຜູ້ອື່ນໃຫ້ເຊື່ອຟັງເຈົ້າ. ການເຮັດສິ່ງດັ່ງກ່າວຈະບໍ່ມີຜົນຫຍັງ ແລະ ພຽງແຕ່ສາມາດເພີ່ມຄວາມສັບສົນຂອງພວກເຂົາເທົ່ານັ້ນ. ການນໍາພາຜູ້ຄົນດ້ວຍວິທີການນີ້ຈະສົ່ງຜົນໃຫ້ມີລະບຽບການຫຼາຍໆຢ່າງ ເຊິ່ງຈະເຮັດໃຫ້ຄົນລັງກຽດເຈົ້າ. ນີ້ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແລະ ມັນເປັນຕາອັບອາຍຂາຍໜ້າແທ້ໆ. ສະນັ້ນ, ໃຫ້ເວົ້າຫຼາຍຂຶ້ນກ່ຽວກັບບັນຫາທີ່ມີຢູ່ໃນປັດຈຸບັນ. ຢ່າຖືເອົາປະສົບການຂອງຄົນອື່ນເປັນຊັບສິນສ່ວນຕົວໂດຍການກ່າວເຖິງພວກເຂົາເພື່ອໃຫ້ຜູ້ອື່ນຍ້ອງຍໍ; ເຈົ້າຕ້ອງຄົ້ນຫາທາງອອກຂອງຕົວເອງ. ນີ້ແມ່ນສິ່ງທີ່ແຕ່ລະຄົນຄວນນໍາເຂົ້າສູ່ການປະຕິບັດ.

ຖ້າສິ່ງທີ່ເຈົ້າສົນທະນາສາມາດມອບເສັ້ນທາງໃຫ້ຜູ້ຄົນຍ່າງໄດ້ ນັ້ນກໍທຽບເທົ່າກັບຄວາມເປັນຈິງທີ່ເຈົ້າມີ. ບໍ່ວ່າເຈົ້າຈະເວົ້າຫຍັງ, ເຈົ້າຕ້ອງນໍາເອົາຜູ້ຄົນມາສູ່ການປະຕິບັດ ແລະ ມອບເສັ້ນທາງໃຫ້ພວກເຂົາທັງໝົດເພື່ອພວກເຂົາຈະສາມາດຍ່າງຕາມ. ມັນບໍ່ກ່ຽວກັບວ່າ ເຮັດສິ່ງນັ້ນເພື່ອໃຫ້ຄົນມີຄວາມຮູ້ເທົ່ານັ້ນ ແຕ່ທີ່ສໍາຄັນກວ່າກໍຄືມັນກ່ຽວກັບເສັ້ນທາງທີ່ຈະຍ່າງ. ສໍາລັບຄົນທີ່ເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຍ່າງເທິງເສັ້ນທາງທີ່ນໍາພາໂດຍພຣະເຈົ້າໃນພາລະກິດຂອງພຣະອົງ. ນັ້ນກໍຄືຂະບວນການແຫ່ງການເຊື່ອໃນພຣະເຈົ້າ ແມ່ນຂະບວນການໃນການຍ່າງຕາມເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເຈົ້າຕ້ອງມີເສັ້ນທາງທີ່ເຈົ້າສາມາດຍ່າງບໍ່ວ່າຫຍັງກໍຕາມ ແລະ ເຈົ້າຕ້ອງຍ່າງຢູ່ເສັ້ນທາງແຫ່ງການຖືກພຣະເຈົ້າເຮັດໃຫ້ສົມບູນ. ຢ່າຕົກໄປຢູ່ຂ້າງຫຼັງຫຼາຍ ແລະ ບໍ່ໃຫ້ມີສ່ວນກ່ຽວຂ້ອງກັບຫຼາຍສິ່ງຫຼາຍເກີນໄປ. ຖ້າເຈົ້າຍ່າງຢູ່ເສັ້ນທາງທີ່ນໍາພາໂດຍພຣະເຈົ້າໂດຍບໍ່ສ້າງການລົບກວນ, ເຈົ້າກໍຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີເສັ້ນທາງເຂົ້າສູ່ຄວາມເປັນຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດນັບໄດ້ວ່າ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເປັນການເຮັດໜ້າທີ່ຂອງຄວາມເປັນມະນຸດໃຫ້ສໍາເລັດ. ໃນຖານະເປັນຄົນຜູ້ໜຶ່ງໃນກະແສດັ່ງກ່າວນີ້, ແຕ່ລະຄົນຄວນເຮັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດຢ່າງເໝາະສົມ, ເຮັດໃນສິ່ງທີ່ຄົນຄວນເຮັດໃຫ້ຫຼາຍຂຶ້ນ ແລະ ບໍ່ໃຫ້ປະຕິບັດດ້ວຍຄວາມຫົວແຂງ. ຄົນທີ່ປະຕິບັດພາລະກິດຕ້ອງເຮັດໃຫ້ຄໍາເວົ້າຂອງພວກເຂົາຊັດເຈນ, ຄົນທີ່ຕິດຕາມຕ້ອງຕັ້ງໃຈກັບການອົດທົນຕໍ່ຄວາມລໍາບາກ ແລະ ການເຊື່ອຟັງໃຫ້ຫຼາຍຂຶ້ນ ແລະ ທຸກຄົນຕ້ອງຮັກສາບ່ອນຂອງພວກເຂົາ ແລະ ບໍ່ໃຫ້ອອກນອກເສັ້ນທາງ. ໃນໃຈຂອງທຸກໆຄົນຕ້ອງຊັດເຈນກ່ຽວກັບວິທີທີ່ພວກເຂົາຄວນປະຕິບັດ ແລະ ໜ້າທີ່ໆພວກເຂົາຄວນເຮັດໃຫ້ສໍາເລັດ. ໃຫ້ເລືອກເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ; ບໍ່ໃຫ້ຫຼົງທາງ ຫຼື ມີຂໍ້ຜິດພາດ. ເຈົ້າຕ້ອງເຫັນພາລະກິດໃນປັດຈຸບັນໃຫ້ຊັດເຈນ. ການເຂົ້າສູ່ວິທີການປະຕິບັດພາລະກິດໃນປະຈຸບັນແມ່ນສິ່ງທີ່ພວກເຈົ້າຄວນປະຕິບັດ. ມັນແມ່ນສິ່ງທໍາອິດທີ່ພວກເຈົ້າຕ້ອງເຂົ້າສູ່. ຈົ່ງຢ່າໃຊ້ຄໍາເວົ້າໃຫ້ສິ້ນເປືອງກັບສິ່ງອື່ນໆໄປຫຼາຍກວ່ານີ້. ການເຮັດພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າໃນປັດຈຸບັນແມ່ນຄວາມຮັບຜິດຊອບຂອງພວກເຈົ້າ, ການເຂົ້າສູ່ວິທີການປະຕິບັດພາລະກິດໃນປະຈຸບັນແມ່ນໜ້າທີ່ຂອງພວກເຈົ້າ ແລະ ການປະຕິບັດຄວາມຈິງໃນປັດຈຸບັນກໍແມ່ນພາລະຂອງພວກເຈົ້າ.

(ຄັດຈາກບົດ “ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 433)

ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນຕາມຄວາມເປັນຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງເປັນສິ່ງທີ່ບໍ່ມີຄວາມໝາຍ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດບອກວ່າ ຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍຫຼາຍສໍ່ານັ້ນ; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໃນທາງທີ່ຜິດໜ້ອຍລົງ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າໃນຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະລະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືຢ່າງແທ້ຈິງກັບພຣະເຈົ້າ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນ ແລະ ເຈົ້າກໍຈະສາມາດແຍກຕົວເອງອອກຈາກແນວຄິດທາງສາສະໜາ ແລະ ການປະຕິບັດທີ່ເກົ່າແກ່ຈາກອະດີດໄດ້ຫຼາຍຂຶ້ນ. ໃນປັດຈຸບັນ ຄວາມເປັນຈິງແມ່ນສຸມໃສ່ສິ່ງນີ້: ຍິ່ງຜູ້ຄົນມີຄວາມເປັນຈິງຫຼາຍສໍ່າໃດ ຄວາມຮູ້ກ່ຽວກັບຄວາມຈິງຂອງພວກເຂົາກໍຈະຊັດເຈນຫຼາຍສໍ່ານັ້ນ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄວາມເປັນຈິງສາມາດເອົາຊະນະຕົວອັກສອນ ແລະ ຄຳສັ່ງສອນທຸກຢ່າງ, ມັນສາມາດເອົາຊະນະທິດສະດີ ແລະ ຄວາມຊຳນານທັງໝົດ ແລະ ຍິ່ງຜູ້ຄົນເອົາໃຈໃສ່ຄວາມເປັນຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮັກພຣະເຈົ້າຢ່າງແທ້ຈິງ, ຫິວ ແລະ ກະຫາຍຫາພຣະທຳຂອງພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າເອົາໃຈໃສ່ຄວາມເປັນຈິງ, ປັດຊະຍາແຫ່ງຊີວິດຂອງເຈົ້າ, ແນວຄິດທາງສາສະໜາ ແລະ ລັກສະນະທາງທຳມະຊາດຈະຖືກລຶບອອກໂດຍທຳມະຊາດຫຼັງຈາກຜ່ານພາລະກິດຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງ ມັກຈະສະແຫວງຫາສິ່ງທີ່ເໜືອທຳມະຊາດ ແລະ ພວກເຂົາກໍຈະຖືກຫຼອກລວງໄດ້ງ່າຍ. ພຣະວິນຍານບໍລິສຸດບໍ່ມີທາງປະຕິບັດພາລະກິດໃນຄົນປະເພດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກຫວ່າງເປົ່າ ແລະ ຊີວິດຂອງພວກເຂົາກໍຈະບໍ່ມີຄວາມໝາຍຫຍັງເລີຍ.

ພຣະວິນຍານບໍລິສຸດພຽງແຕ່ສາມາດປະຕິບັດພາລະກິດໃນຕົວເຈົ້າ ເມື່ອເຈົ້າຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ, ອະທິຖານຢ່າງແທ້ຈິງ ແລະ ເຕັມໃຈທີ່ຈະທົນທຸກໂດຍເຫັນແກ່ການສະແຫວງຫາຄວາມຈິງ. ຄົນທີ່ບໍ່ສະແຫວງຫາຄວາມຈິງບໍ່ມີຫຍັງເລີຍ ນອກຈາກຕົວອັກສອນ ແລະ ຄຳສັ່ງສອນ ແລະ ທິດສະດີທີ່ຫວ່າງເປົ່າ ແລະ ຄົນທີ່ປາສະຈາກຄວາມຈິງກໍຈະມີແນວຄິດຫຼາຍຢ່າງກ່ຽວກັບພຣະເຈົ້າໂດຍທຳມະຊາດ. ຄົນປະເພດນີ້ປາຖະໜາພຽງແຕ່ໃຫ້ພຣະເຈົ້າປ່ຽນຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາໃຫ້ເປັນຮ່າງກາຍຝ່າຍວິນຍານເທົ່ານັ້ນ ເພື່ອພວກເຂົາຈະໄດ້ຂຶ້ນສູ່ສະຫວັນຊັ້ນທີສາມ. ຜູ້ຄົນເຫຼົ່ານີ້ຊ່າງໂງ່ຈ້າແທ້ໆ! ທຸກຄົນທີ່ເວົ້າສິ່ງດັ່ງກ່າວບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ກ່ຽວກັບຄວາມເປັນຈິງ; ຜູ້ຄົນປະເພດນີ້ບໍ່ມີທາງສາມາດຮ່ວມມືກັບພຣະເຈົ້າໄດ້ ແລະ ພຽງແຕ່ສາມາດລໍຖ້າຢູ່ຊື່ໆ. ຖ້າຜູ້ຄົນຕ້ອງເຂົ້າໃຈຄວາມຈິງ ແລະ ເຫັນຄວາມຈິງຢ່າງຊັດເຈນ ແລະ ຍິ່ງໄປກວ່ານັ້ນ ຖ້າພວກເຂົາຕ້ອງເຂົ້າສູ່ຄວາມຈິງ ແລະ ນໍາເຂົ້າສູ່ການປະຕິບັດ, ພວກເຂົາກໍຕ້ອງຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ ແລະ ຫິວ ແລະ ກະຫາຍຢ່າງແທ້ຈິງ. ເມື່ອເຈົ້າຫິວ ແລະ ກະຫາຍ ແລະ ເມື່ອເຈົ້າຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ, ພຣະວິນຍານຂອງພຣະເຈົ້າຈະສຳຜັດເຈົ້າຢ່າງແນ່ນອນ ແລະ ປະຕິບັດພາລະກິດພາຍໃນຕົວເຈົ້າ ເຊິ່ງຈະນໍາແສງສະຫວ່າງມາສູ່ຕົວເຈົ້າຫຼາຍຂຶ້ນ, ມອບຄວາມຮູ້ກ່ຽວກັບຄວາມຈິງໃຫ້ກັບເຈົ້າຫຼາຍຂຶ້ນ ແລະ ໃຫ້ການຊ່ວຍເຫຼືອກັບຊີວິດຂອງເຈົ້າຫຼາຍຍິ່ງຂຶ້ນ.

(ຄັດຈາກບົດ “ວິທີການຮູ້ຈັກຄວາມເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 434)

ຖ້າຜູ້ຄົນຕ້ອງຮູ້ຈັກພຣະເຈົ້າ ພວກເຂົາຕ້ອງຮູ້ຈັກວ່າພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງກ່ອນ ແລະ ຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ການປາກົດກາຍຂອງພຣະເຈົ້າໃນເນື້ອໜັງ ແລະ ພາລະກິດຕາມຄວາມເປັນຈິງຂອງພຣະເຈົ້າ. ພຽງແຕ່ຫຼັງຈາກການຮູ້ຈັກວ່າ ພາລະກິດທຸກຢ່າງຂອງພຣະເຈົ້າແມ່ນຕາມຄວາມເປັນຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງໄດ້ ແລະ ພຽງແຕ່ດ້ວຍເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເຕີບໂຕໃນຊີວິດຂອງເຈົ້າໄດ້. ທຸກຄົນທີ່ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງບໍ່ມີທາງຈະມີປະສົບການກັບພຣະທຳຂອງພຣະເຈົ້າໄດ້, ພວກເຂົາຕິດບ້ວງແຮ້ວໃນແນວຄິດຂອງພວກເຂົາ, ພວກເຂົາດຳລົງຊີວິດຢູ່ໃນຈິນຕະນາການຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຍິ່ງຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງຍິ່ງໃຫຍ່ສໍ່າໃດ ເຈົ້າກໍຍິ່ງໃກ້ກັບພຣະເຈົ້າຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງໃກ້ຊິດກັບພຣະອົງຫຼາຍສໍ່ານັ້ນ; ຍິ່ງເຈົ້າສະແຫວງຫາຄວາມບໍ່ແຈ່ມແຈ້ງ ແລະ ຄວາມບໍ່ມີຕົວຕົນ ແລະ ຄຳສັ່ງສອນຫຼາຍສໍ່າໃດ, ເຈົ້າກໍຍິ່ງຫ່າງເຫີນຈາກພຣະເຈົ້າສໍ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າກໍຍິ່ງຈະຮູ້ສຶກວ່າ ການມີປະສົບການກັບພຣະທຳຂອງພຣະເຈົ້າເປັນສິ່ງທີ່ລຳບາກ ແລະ ຫຍຸ້ງຍາກຫຼາຍສໍ່ານັ້ນ ແລະ ເຈົ້າກໍຍັງຮູ້ສຶກວ່າ ເຈົ້າຂາດຄວາມສາມາດສຳລັບທາງເຂົ້າສູ່ພຣະທໍາ. ຖ້າເຈົ້າປາຖະໜາທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານຂອງເຈົ້າ, ເຈົ້າຕ້ອງຮູ້ຈັກຄວາມເປັນຈິງກ່ອນ ແລະ ແຍກຕົວເຈົ້າເອງອອກຈາກສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງເວົ້າໄດ້ວ່າ ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າ ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຢ່າງແທ້ຈິງ ແລະ ນໍາພາເຈົ້າຈາກພາຍໃນໄດ້ແນວໃດ. ດ້ວຍວິທີນີ້ ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ແທ້ຈິງຂອງພຣະວິນຍານບໍລິສຸດພາຍໃນຕົວເຈົ້າຢ່າງແທ້ຈິງ, ເຈົ້າກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແນ່ນອນ.

ໃນປັດຈຸບັນ ທຸກສິ່ງເລີ່ມຕົ້ນຈາກຄວາມເປັນຈິງ. ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເປັນຈິງທີ່ສຸດ ແລະ ຜູ້ຄົນກໍສາມາດສຳຜັດໄດ້; ມັນເປັນສິ່ງທີ່ຜູ້ຄົນສາມາດປະສົບ ແລະ ບັນລຸໄດ້. ໃນຜູ້ຄົນ ມີຫຼາຍສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງຢຸດພວກເຂົາຈາກການຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າ. ສະນັ້ນ ໃນປະສົບການຂອງພວກເຂົາ, ພວກເຂົາອອກນອກທິດນອກທາງຢູ່ສະເໝີ ແລະ ຮູ້ສຶກຫຍຸ້ງຍາກຢູ່ສະເໝີ ເຊິ່ງທຸກຢ່າງແມ່ນເກີດຂຶ້ນຈາກແນວຄິດຂອງພວກເຂົາ. ຜູ້ຄົນບໍ່ສາມາດເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາບໍ່ຮູ້ຈັກຄວາມເປັນຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມີຄວາມຄິດລົບໃນເສັ້ນທາງເຂົ້າສູ່ຂອງພວກເຂົາຢູ່ສະເໝີ. ພວກເຂົາເບິ່ງເງື່ອນໄຂຈຳເປັນຂອງພຣະເຈົ້າຈາກທາງໄກ ໂດຍບໍ່ສາມາດບັນລຸສິ່ງເຫຼົ່ານັ້ນໄດ້; ພວກເຂົາພຽງແຕ່ເຫັນວ່າ ພຣະທຳຂອງພຣະເຈົ້າດີແທ້ ແຕ່ບໍ່ສາມາດຄົ້ນພົບເສັ້ນທາງເຂົ້າຫາໄດ້ເລີຍ. ພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼັກການນີ້: ຜ່ານການຮ່ວມມືຂອງຜູ້ຄົນ, ຜ່ານການອະທິຖານຢ່າງຫ້າວຫັນຂອງພວກເຂົາ, ຜ່ານການຄົ້ນຫາ ແລະ ການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ເຊິ່ງຖ້າສາມາດບັນລຸຜົນສິ່ງນີ້ໄດ້ ພວກເຂົາກໍຈະໄດ້ຮັບການເຮັດໃຫ້ສະຫວ່າງ ແລະ ແສງເຍື່ອງທາງຈາກພຣະວິນຍານບໍລິສຸດ. ມັນບໍ່ແມ່ນເລື່ອງທີ່ພຣະວິນຍານບໍລິສຸດກະທຳແຕ່ຝ່າຍດຽວ ຫຼື ມະນຸດກະທຳແຕ່ຝ່າຍດຽວ. ທັງສອງຝ່າຍຈຳເປັນຢ່າງຍິ່ງ ແລະ ຍິ່ງຜູ້ຄົນຮ່ວມມືກັນຫຼາຍສໍ່າໃດ ແລະ ຍິ່ງພວກເຂົາສະແຫວງຫາເພື່ອເຂົ້າເຖິງມາດຕະຖານແຫ່ງເງື່ອນໄຂຈຳເປັນຂອງພຣະເຈົ້າຫຼາຍສໍ່າໃດ ພາລະກິດຂອງພຣະວິນຍານບໍລິສຸດກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ. ມີພຽງແຕ່ການຮ່ວມມືທີ່ແທ້ຈິງຂອງຜູ້ຄົນເທົ່ານັ້ນ ບວກກັບພາລະກິດຂອງພຣະວິນຍານບໍລິສຸດ ຈຶ່ງສາມາດກໍ່ໃຫ້ເກີດປະສົບການທີ່ແທ້ຈິງ ແລະ ຄວາມຮູ້ທີ່ເປັນຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຜ່ານປະສົບການໃນລັກສະນະນີ້ເທື່ອລະເລັກເທື່ອນ້ອຍກໍຈະເກີດມີບຸກຄົນສົມບູນໃນທີ່ສຸດ. ພຣະເຈົ້າບໍ່ກະທຳສິ່ງທີ່ເໜືອທຳມະຊາດ; ໃນແນວຄິດຂອງຜູ້ຄົນ ຄິດວ່າ ພຣະເຈົ້າລິດທານຸພາບສູງສຸດ ແລະ ພຣະອົງເຮັດທຸກສິ່ງຢ່າງ, ຜົນຕາມມາກໍຄືຜູ້ຄົນລໍຖ້າຢູ່ຊື່ໆ, ບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານ ແລະ ພຽງແຕ່ລໍຖ້າການສຳຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ ຄົນທີ່ມີຄວາມເຂົ້າໃຈຢ່າງຖືກຕ້ອງແມ່ນເຊື່ອໃນສິ່ງນີ້ ແລະ ມັກເວົ້າວ່າ: ການກະທຳຂອງພຣະເຈົ້າສາມາດບັນລຸໄດ້ຈາກການຮ່ວມມືຂອງຂ້ານ້ອຍເທົ່ານັ້ນ ແລະ ຜົນກະທົບທີ່ພາລະກິດຂອງພຣະເຈົ້າມີຢູ່ໃນຕົວຂ້ານ້ອຍກໍຂຶ້ນກັບວ່າ ຂ້ານ້ອຍຮ່ວມມືແນວໃດ. ເມື່ອພຣະເຈົ້າກ່າວ ຂ້ານ້ອຍຄວນເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອສະແຫວງຫາ ແລະ ພະຍາຍາມໃຫ້ບັນລຸຕາມພຣະທຳຂອງພຣະເຈົ້າ; ນີ້ຄືສິ່ງທີ່ຂ້ານ້ອຍຄວນເຮັດໃຫ້ສໍາເລັດ.

(ຄັດຈາກບົດ “ວິທີການຮູ້ຈັກຄວາມເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 435)

ມີຈັກທໍານຽມຂອງສາສະໜາທີ່ເຈົ້າໄດ້ສັງເກດເຫັນ? ແລ້ວມີຈັກເທື່ອທີ່ເຈົ້າໄດ້ຂັດຂືນຕໍ່ພຣະທໍາຂອງພຣະເຈົ້າ ແລະ ເດີນຕາມແນວທາງຂອງເຈົ້າເອງ? ມີຈັກເທື່ອທີ່ເຈົ້າທັງຫຼາຍເຮັດຕາມພຣະທໍາຂອງພຣະເຈົ້າຍ້ອນເຈົ້າຖືວ່າເປັນພາລະຂອງພຣະອົງ ແລະ ສະແຫວງຫາເພື່ອບັນລຸຕາມຄວາມປາຖະໜາຂອງພຣະອົງ? ຈົ່ງເຂົ້າໃຈໃນພຣະທໍາຂອງພຣະເຈົ້າ ແລະ ນໍາເອົາໄປປະຕິບັດຕາມນັ້ນ. ຈົ່ງຍຶດຖືຫຼັກການໃນການປະຕິບັດ ແລະ ການກະທໍາຂອງພວກເຈົ້າ. ນີ້ບໍ່ແມ່ນການປະຕິບັດຕາມກົດລະບຽບ ຫຼື ຝືນໃຈເຮັດພຽງເປັນການສະແດງອອກເທົ່ານັ້ນ. ນີ້ຄືການປະຕິບັດຄວາມຈິງ ແລະ ການດໍາເນີນຊີວິດໂດຍພຣະທໍາຂອງພຣະເຈົ້າ. ມີພຽງການປະຕິບັດດັ່ງນີ້ເທົ່ານັ້ນທີ່ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ທໍານຽມໃດໆກໍຕາມທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ທໍານຽມນັ້ນບໍ່ແມ່ນກົດລະບຽບ ແຕ່ເປັນວິທີການປະຕິບັດຄວາມຈິງ. ບາງຄົນມັກດຶງດູດຄວາມສົນໃຈໃຫ້ກັບຕົນເອງ. ຢູ່ຕໍ່ໜ້າໝູ່ເພື່ອນ ແລະ ອ້າຍເອື້ອຍນ້ອງ, ພວກເຂົາກໍອ້າງວ່າພວກເຂົາຕິດໜີ້ບຸນຄຸນພຣະເຈົ້າ, ແຕ່ລັບຫລັງພວກເຂົາກໍບໍ່ປະຕິບັດຕາມຄວາມຈິງ ແລະ ເຮັດທຸກສິ່ງໄປໃນທາງທີ່ກົງກັນຂ້າມ. ແບບນີ້ມັນບໍ່ແມ່ນເປັນແບບພວກຟາຣີຊາຍທີ່ບູຊາສາສະໜານແລ້ວບໍ? ບຸກຄົນໃດທີ່ຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຈິງໃຈແມ່ນບຸກຄົນທີ່ມີຄວາມຈົ່ງຮັກພັກດີຕໍ່ພຣະເຈົ້າ, ພຽງແຕ່ບໍ່ເປີດເຜີຍອອກສູ່ພາຍນອກ. ບຸກຄົນນັ້ນຈະຍອມປະຕິບັດຄວາມຈິງເມື່ອເກີດມີບັນຫາ ແລະ ຈະບໍ່ເວົ້າ ຫຼື ເຮັດໄປໃນທໍານອງທີ່ຄັດກັບຄວາມຮູ້ສຶກຜິດຊອບຂອງຕົນ. ບຸກຄົນດັ່ງກ່າວຈະສະແດງອອກສະຕິປັນຍາ ເມື່ອເກີດມີບັນຫາ ແລະ ບໍ່ວ່າຢູ່ໃນສະຖານະການໃດໆກໍຕາມຈະຍຶດໝັ້ນຕໍ່ຫຼັກການໃນການກະທໍາຂອງຕົນສະເໝີ. ບຸກຄົນແບບນີ້ແມ່ນບຸກຄົນທີ່ຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ມີບາງຄົນກໍມັກເວົ້າແຕ່ປາກເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາມີຕໍ່ພຣະເຈົ້າ. ພວກເຂົາເຫຼົ່ານີ້ແຕ່ລະມື້ແມ່ນຢູ່ກັບຄວາມເປັນຫ່ວງກັງວົນ, ໂອ້ອວດວ່າໂຕເອງດີເດັ່ນ ແລະ ທໍາທ່າເຮັດສີໜ້າໂສກເສົ້າ. ຈັ່ງແມ່ນເປັນຕາໜ້າລັງກຽດແທ້ໆ! ຖ້າເຈົ້າຖາມພວກເຂົາວ່າ “ພວກເຈົ້າຕິດໜີ້ບຸນຄຸນພຣະເຈົ້າແບບໃດ? ກະລຸນາບອກຂ້ອຍໄດ້ບໍ່!” ພວກເຂົາກໍຈະປາກບໍ່ອອກຈັກຄໍາ. ຖ້າເຈົ້າຈົ່ງຮັກພັກດີຕໍ່ພຣະເຈົ້າ ກໍຢ່າເວົ້າເຖິງພຣະອົງແຕ່ໃນທີ່ສາທາລະນະເທົ້ານັ້ນ, ແຕ່ຈົ່ງນໍາໃຊ້ພາກປະຕິບັດອັນແທ້ຈິງຂອງເຈົ້າເພື່ອສະແດງຄວາມຮັກຂອງເຈົ້າມີຕໍ່ພຣະເຈົ້າ ແລະ ຈົ່ງອະທິຖານຫາພຣະອົງດ້ວຍຈິດໃຈທີ່ບໍລິສຸດ. ຄົນໃດທີ່ໃຊ້ແຕ່ຄໍາເວົ້າໃນທາງປະຕິບັດຕໍ່ພຣະເຈົ້າ ພວກເຂົາເຫຼົ່ານັ້ນລ້ວນແລ້ວແຕ່ເປັນຄົນໜ້າຊື່ໃຈຄົດທັງນັ້ນ. ບາງຄົນເວລາອະທິຖານແຕ່ລະເທື່ອກໍເວົ້າເຖິງການຕິດໜີ້ບຸນຄຸນຕໍ່ພຣະເຈົ້າ ແລະ ກໍຈະພາກັນຮ້ອງໄຫ້ແຕ່ລະເທື່ອທີ່ພວກເຂົາອະທິຖານ ເຖິງແມ່ນວ່າຈະບໍ່ມີພຣະວິນຍານບໍລິສຸດປະກົດຢູ່ກໍຕາມ. ຄົນພວກນີ້ແມ່ນຖືກຄອບງໍາໂດຍພິທິກໍາທາງດ້ານສາສະໜາ ແລະ ຄວາມເຊື່ອ. ພວກເຂົາດໍາເນີນຊີວິດຢູ່ດ້ວຍພິທິກໍາ ແລະ ແນວຄວາມຄິດ ທີ່ເຊື່ອສະເໝີວ່າການກະທໍາດັ່ງກ່າວນັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ການເຊື່ອໃນພຣະເຈົ້າແບບຜິວເຜີນ ຫຼື ການສະແດງນໍ້າຕາໂສກເສົ້າເສຍໃຈເຫຼົ່ານັ້ນຄືສິ່ງທີ່ພຣະເຈົ້າພໍໃຈ. ມັນຈະໄດ້ຜົນຫຍັງຈາກການກະທໍາຂອງຄົນທີ່ໄຮ້ເຫດຜົນເຫຼົ່ານີ້? ເພື່ອສະແດງເຖິງຄວາມຖ່ອມຕົວຂອງພວກເຂົາ, ບາງຄົນຕໍ່ໜ້າຄົນອື່ນກໍທໍາທ່າເຮັດເປັນສຸພາບອ່ອນໂຍນ. ບາງຄົນຕໍ່ໜ້າຄົນອື່ນກໍຈົງໃຈເປັນທາດຮັບໃຊ້ເໝືອນລູກແກະທີ່ຂາດແຮງບັນດານໃຈໃດໆທັງສິ້ນ. ເປັນແບບນີ້ບໍ ຄົນຂອງລາຊະອານາຈັກ? ຄົນຂອງລາຊະອານາຈັກຄວນຈະມີຊີວິດຊີວາ ແລະ ເປັນໂຕຂອງໂຕເອງ, ມີຈິດໃຈບໍລິສຸດ ແລະ ມີຄວາມເປີດເຜີຍ; ມີຄວາມຊື່ສັດ, ຄວາມຈົບງາມ ແລະ ເປັນຄົນທີ່ຢູ່ໃນສະພາບເສລີ. ເປັນຄົນມີກຽດ, ສັກສີ ແລະ ສາມາດທົນກັບການປະນາມທຸກຮູບແບບການ. ຄົນເຫຼົ່ານັ້ນຄືຄົນສຸດທີ່ຮັກຂອງພຣະເຈົ້າ ແລະ ສັງຄົມ. ຄົນໃດທີ່ສັດທາແບບຜິວເຜີນຈະມີການປະຕິບັດອອກນອກທິດທາງຫຼາຍຢ່າງ; ພວກເຂົາຕ້ອງໄດ້ຜ່ານໄລຍະເວລາຂອງການຈັດການແກ້ໄຂ ແລະ ດັດສ້າງ. ຄົນໃດທີ່ມີສັດທາໃນພຣະເຈົ້າແບບຢູ່ໃນໃຈຂອງພວກເຂົາທີ່ບໍ່ໄດ້ສະແດງອອກໃຫ້ຄົນອື່ນເຫັນ ແຕ່ການປະພຶດ ແລະ ການກະທໍາຂອງພວກເຂົາແມ່ນຈະຖືກຄົນອື່ນຍ້ອງຍໍສັນລະເສີນ. ມີພຽງຜູ້ຄົນເຫຼົ່ານີ້ທີ່ສາມາດຖືວ່າດໍາເນີນຊີວິດໂດຍອາໄສພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າເທສະໜາກ່ຽວກັບຂ່າວປະເສີດທຸກວັນໃຫ້ກັບບຸກຄົນເຫຼົ່ານີ້ ແລະ ນໍາພາພວກເຂົາໄປສູ່ການໄຖ່ບາບ ແຕ່ສຸດທ້າຍເຈົ້າຍັງຍຶດຕິດຢູ່ກັບກົດລະບຽບ ແລະ ທິດສະດີ ເຈົ້າກໍບໍ່ສາມາດນໍາຄວາມສະຫງ່າລາສີມາສູ່ພຣະເຈົ້າໄດ້. ເພາະເຈົ້າກໍບໍ່ຕ່າງຫຍັງກັບຄົນທີ່ບູຊາສາສະໜາ ແລະ ເປັນຄົນທີ່ໜ້າຊື່ໃຈຄົດອີກດ້ວຍ.

ການກະທໍາດີແບບຜິວເຜີນຂອງມະນຸດແມ່ນສະແດງເຖິງຫຍັງ? ມັນສະແດງເຖິງຮ່າງກາຍພາຍນອກ. ການປະຕິບັດພາຍນອກທີ່ດີທີສຸດ ບໍ່ແມ່ນຕົວແທນຂອງຊີວິດ ມີແຕ່ຄຸນສົມບັດພາຍໃນຕົວຂອງເຈົ້າເທົ່ານັ້ນທີ່ເປັນຕົວແທນຊີວິດຂອງເຈົ້າທີ່ແທ້ຈິງ. ການປະຕິບັດພາຍນອກຂອງມະນຸດບໍ່ສາມາດບັນລຸຄວາມປາຖະໜາຂອງພຣະເຈົ້າໄດ້. ເຈົ້າເວົ້າເຖິງການຕິດໜີ້ບຸນຄຸນຕໍ່ພຣະເຈົ້າຕະຫຼອດເວລາ ແຕ່ເຈົ້າບໍ່ສາມາດຈັດຕຽມຊີວິດຂອງຄົນອື່ນ ຫຼື ປຸກຈິດສໍານຶກຄົນອື່ນໃຫ້ຮັກພຣະເຈົ້າໄດ້, ແລ້ວເຈົ້າເຊື່ອວ່າການກະທໍາດັ່ງກ່າວນັ້ນເປັນທີ່ພໍໃຈຂອງພຣະເຈົ້າບໍ? ເຈົ້າເຊື່ອວ່ານີ້ຄືຄວາມຕ້ອງການຂອງພຣະເຈົ້າ, ນີ້ຄືແນວທາງທີ່ຖືກຕ້ອງ ແຕ່ໃນຄວາມເປັນຈິງແລ້ວນີ້ຄືເລື່ອງທີ່ໄຮ້ເຫດຜົນທີ່ສຸດ. ເຈົ້າເຊື່ອວ່າສິ່ງໃດທີ່ເຈົ້າພໍໃຈ ແລະ ສິ່ງໃດທີ່ເຈົ້າປາຖະໜາແມ່ນສິ່ງທີ່ພຣະເຈົ້າສັນລະເສີນຍິນດີ. ສິ່ງທີ່ເຈົ້າພໍໃຈສາມາດເປັນຕົວແທນຂອງພຣະເຈົ້າໄດ້ບໍ່? ບຸກຄະລິກຂອງມະນຸດ ສາມາດເປັນຕົວແທນພຣະເຈົ້າໄດ້ບໍ່? ສິ່ງທີ່ເຈົ້າພໍໃຈ ແທ້ຈິງແລ້ວກໍຄືສິ່ງທີ່ພຣະເຈົ້າກຽດຊັງ ແລະ ນິໄສຂອງເຈົ້າກໍຄືສິ່ງທີ່ພຣະເຈົ້າບໍ່ມັກ ແລະ ບໍ່ຍອມຮັບ. ຖ້າເຈົ້າບໍ່ອະທິຖານຫາພຣະເຈົ້າ ແລະ ຍັງດຶງຄວາມສົນໃຈໃຫ້ກັບຕົນເອງຢູ່ຕໍ່ໜ້າຄົນອື່ນແບບນີ້ຕະຫຼອດເວລາ, ເຈົ້າຈະສາມາດບັນລຸຄວາມປາດຖະໜາຂອງພຣະເຈົ້າໄດ້ແນວໃດ? ຖ້າການກະທໍາຂອງເຈົ້າແມ່ນຍັງຢູ່ໃນຮູບແບບພາຍນອກເທົ່ານັ້ນ, ນີ້ກໍໝາຍຄວາມວ່າເຈົ້າຄືຄົນທີ່ໄຮ້ປະໂຫຍດທີ່ສຸດ. ຜູ້ທີ່ພຽງກະທໍາດີແບບຜິວເຜີນ ແຕ່ຂາດຄວາມເປັນຈິງແມ່ນຄົນແບບໃດ? ຄົນແບບນັ້ນກໍຄືພວກຟາຣິຊາຍທີ່ໜ້າຊື່ໃຈຄົດ ແລະ ພວກທີ່ບູຊາສາສະໜາ. ຖ້າພວກເຈົ້າຍັງບໍ່ເຊົາໃນການປະຕິບັດພຽງພາຍນອກ ແລະ ບໍ່ຍອມປ່ຽນແປງ, ຄວາມໜ້າຊື່ໃຈຄົດທີ່ມີຢູ່ໃນຕົວພວກເຈົ້າກໍຈະເພິ່ມທະວີຂຶ້ນເລື່ອຍໆ. ຍິ່ງຄວາມໜ້າຊື່ໃຈຄົດເພີ່ມຂຶ້ນຫຼາຍເທົ່າໃດ, ການຕໍ່ຕ້ານຕໍ່ພຣະເຈົ້າກໍຍິ້ງເພີ່ມຂຶ້ນຫຼາຍເທົ່ານັ້ນ ແລະ ໃນທີ່ສຸດຄົນປະເພດນີ້ກໍຈະຖືກປະປ່ອຍຖິ້ມ!

(ຄັດຈາກບົດ “ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 436)

ເພື່ອຟື້ນຟູລັກສະນະຂອງຄົນປົກກະຕິ ນັ້ນກໍຄື ເພື່ອບັນລຸການມີຄວາມເປັນມະນຸດປົກກະຕິ, ຜູ້ຄົນບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄຳເວົ້າຂອງພວກເຂົາເທົ່ານັ້ນ. ພວກເຂົາກຳລັງທຳຮ້າຍຕົນເອງໂດຍການເຮັດແບບນັ້ນ ແລະ ມັນກໍບໍ່ໄດ້ນໍາຜົນປະໂຫຍດຫຍັງມາສູ່ທາງເຂົ້າ ແລະ ການປ່ຽນແປງຂອງພວກເຂົາ. ສະນັ້ນ, ເພື່ອບັນລຸການປ່ຽນແປງ, ຜູ້ຄົນຕ້ອງປະຕິບັດເທື່ອລະໜ້ອຍ, ເຂົ້າສູ່ຢ່າງຊ້າໆ, ສະແຫວງຫາ ແລະ ຄົ້ນຫາເທື່ອລະໜ້ອຍ, ເຂົ້າໄປຂ້າງໃນດ້ວຍຄວາມຄິດບວກ ແລະ ດຳລົງຊີວິດຕາມຄວາມເປັນຈິງ ແລະ ອີງຕາມຊີວິດຂອງໄພ່ພົນຂອງພຣະເຈົ້າ. ຕັ້ງແຕ່ນີ້ຕໍ່ໄປ, ມັນກ່ຽວຂ້ອງກັບບັນຫາທີ່ແທ້ຈິງ, ສິ່ງທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງ ໂດຍປ່ອຍໃຫ້ຜູ້ຄົນມີການຝຶກຝົນຕາມຄວາມເປັນຈິງ. ມັນບໍ່ໄດ້ຮຽກຮ້ອງໃຫ້ພວກເຂົາເວົ້າແຕ່ປາກ; ກົງກັນຂ້າມ, ມັນຮຽກຮ້ອງການຝຶກຝົນໃນສະພາບແວດລ້ອມທີ່ເປັນຈິງ. ເມື່ອຜູ້ຄົນໄດ້ຮູ້ວ່າ ພວກເຂົາມີຄວາມສາມາດຕໍ່າ ແລະ ຫຼັງຈາກນັ້ນ ພວກເຂົາກໍກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ, ເຂົ້າສູ່ຢ່າງຖືກຕ້ອງ ແລະ ປະຕິບັດຢ່າງຖືກຕ້ອງ; ນີ້ແມ່ນວິທີທີ່ພວກເຂົາໄດ້ຮັບຄວາມເປັນຈິງ ແລະ ສິ່ງນີ້ແມ່ນວິທີທີ່ເຮັດໃຫ້ການເຂົ້າສູ່ເກີດຂຶ້ນຢ່າງໄວວາຫຼາຍຍິ່ງຂຶ້ນ. ເພື່ອປ່ຽນແປງຜູ້ຄົນ, ຕ້ອງມີການປະຕິບັດຕົວຈິງບາງຢ່າງ, ພວກເຂົາຕ້ອງປະຕິບັດກັບບັນຫາທີ່ເປັນຈິງ, ສິ່ງທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງ. ຖ້າພຽງແຕ່ເພິ່ງພາຊີວິດຄຣິສຕະຈັກຢ່າງດຽວ, ມັນເປັນໄປໄດ້ບໍທີ່ຈະບັນລຸການຝຶກຝົນຢາງແທ້ຈິງໄດ້? ມະນຸດສາມາດເຂົ້າສູ່ຄວາມເປັນຈິງໄດ້ບໍ? ບໍ່. ຖ້າມະນຸດບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ, ແລ້ວພວກເຂົາກໍບໍ່ສາມາດປ່ຽນແປງວິທີເຮັດສິ່ງຕ່າງໆ ແລະ ການດຳລົງຊີວິດແບບດັ່ງເດີມຂອງພວກເຂົາ. ມັນບໍ່ແມ່ນຍ້ອນຄວາມຂີ້ຄ້ານຂອງມະນຸດ ຫຼື ການເພິ່ງພາອາໄສທີ່ແຂງແກ່ນຂອງພວກເຂົາທັງໝົດ, ແຕ່ກົງກັນຂ້າມ ມັນແມ່ນຍ້ອນມະນຸດບໍ່ມີຄວາມສາມາດໃນການດຳລົງຊີວິດເລີຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບມາດຕະຖານຂອງການເປັນມະນຸດປົກກະຕິທີ່ພຣະເຈົ້າຮຽກຮ້ອງ. ໃນອະດີດ, ຜູ້ຄົນລົມ, ເວົ້າ ແລະ ມີການສົນທະນາກັນຢູ່ສະເໝີ ແລະ ພວກເຂົາເຖິງກັບກາຍເປັນ “ຜູ້ກ່າວຄຳປາໄສ” ແຕ່ບໍ່ມີພວກເຂົາຈັກຄົນທີ່ສະແຫວງຫາການປ່ຽນແປງຊິວິດຈິດໃຈຂອງພວກເຂົາເລີຍ; ພວກເຂົາພຽງແຕ່ຢືນຢັນທີ່ຈະສະແຫວງຫາທິດສະດີທີ່ເລິກເຊິ່ງເທົ່ານັ້ນ. ສະນັ້ນ, ໃນປັດຈຸບັນ ເຈົ້າຕ້ອງປ່ຽນແປງຊີວິດແຫ່ງສາສະໜານີ້ທີ່ກ່ຽວກັບການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງເຂົ້າສູ່ ແລະ ປະຕິບັດໂດຍແນໃສ່ສິ່ງດຽວ, ບັນຫາດຽວ ແລະ ຄົນດຽວ. ເຈົ້າຕ້ອງເຮັດສິ່ງຕ່າງໆດ້ວຍຄວາມເອົາໃຈໃສ່, ແລ້ວເມື່ອນັ້ນ ເຈົ້າຈຶ່ງຈະສາມາດບັນລຸຜົນໄດ້. ເພື່ອປ່ຽນແປງຜູ້ຄົນ, ຕ້ອງເລີ່ມຕົ້ນດ້ວຍທາດແທ້ຂອງພວກເຂົາ. ພາລະກິດຕ້ອງແນໃສ່ທາດແທ້ຂອງຜູ້ຄົນ, ແນໃສ່ຊີວິດຂອງພວກເຂົາ, ແນໃສ່ຄວາມຂີ້ຄ້ານ, ການເພິ່ງພາອາໄສ ແລະ ຄວາມເປັນທາດຂອງຜູ້ຄົນ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງໄດ້.

ເຖິງແມ່ນວ່າຊີວິດແຫ່ງຄຣິສຕະຈັກຈະສາມາດໄດ້ຮັບຜົນໃນບາງຂອບເຂດ, ກະແຈສຳຄັນຍັງແມ່ນຊີວິດທີ່ເປັນຈິງທີ່ສາມາດປ່ຽນແປງຜູ້ຄົນໄດ້ ແລະ ທຳມະຊາດເດີມຂອງພວກເຂົາບໍ່ສາມາດໄດ້ຮັບການປ່ຽນແປງໂດຍປາສະຈາກຊີວິດທີ່ເປັນຈິງ. ໃຫ້ພວກເຮົາເວົ້າເຖິງພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ. ເມື່ອພຣະເຢຊູລົບລ້າງກົດໝາຍກ່ອນໜ້ານັ້ນ ແລະ ສ້າງຕັ້ງພຣະບັນຍັດແຫ່ງຍຸກໃໝ່, ພຣະອົງກ່າວໂດຍຜ່ານຕົວຢ່າງແຫ່ງຊີວິດທີ່ເປັນຈິງ. ເມື່ອພຣະເຢຊູນໍາພາສາວົກຂອງພຣະອົງຜ່ານທົ່ງນາໃນວັນຊະບາໂຕ, ເມື່ອສາວົກເຫຼົ່ານັ້ນຫິວເຂົ້າ ແລະ ພວກເຂົາໄດ້ເດັດ ແລະ ກິນຮວງເຂົ້າ ພວກຟາລິຊາຍເຫັນສິ່ງນີ້ ແລະ ເວົ້າວ່າ ພວກເຂົາບໍ່ໄດ້ຮັກສາວັນຊະບາໂຕເລີຍ. ພວກເຂົາຍັງເວົ້າວ່າ ຜູ້ຄົນບໍ່ໄດ້ຮັບອະນຸຍາດໃຫ້ຊ່ວຍລູກງົວທີ່ຕົກລົງຂຸມໃນວັນຊະບາໂຕ ໂດຍກ່າວວ່າ ບໍ່ມີການປະຕິບັດວຽກງານໃດໆໃນລະຫວ່າງວັນຊະບາໂຕ. ພຣະເຢຊູນໍາໃຊ້ເຫດການເຫຼົ່ານີ້ເພື່ອປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່ເທື່ອລະໜ້ອຍ. ໃນເວລານັ້ນ, ພຣະອົງໃຊ້ສິ່ງທີ່ເປັນປະໂຫຍດຫຼາຍຢ່າງເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈ ແລະ ປ່ຽນແປງ. ນີ້ແມ່ນຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ ແລະ ມັນເປັນວິທີດຽວທີ່ສາມາດປ່ຽນແປງຜູ້ຄົນໄດ້. ເມື່ອຂາດສິ່ງທີ່ເປັນຈິງແລ້ວ, ຜູ້ຄົນພຽງແຕ່ສາມາດໄດ້ຮັບຄວາມເຂົ້າໃຈໃນທິດສະດີ ແລະ ພວກເຂົາພຽງແຕ່ສາມາດເຂົ້າໃຈສິ່ງຕ່າງໆດ້ວຍປັນຍາ, ນີ້ບໍ່ແມ່ນວິທີທີ່ມີປະສິດຕິພາບໃນການປ່ຽນແປງຜູ້ຄົນ. ເມື່ອເວົ້າເຖິງການໄດ້ຮັບສະຕິປັນຍາ ແລະ ຄວາມເຂົ້າໃຈຜ່ານການຝຶກຝົນແລ້ວ, ສິ່ງນີ້ຈະສາມາດບັນລຸຜົນໄດ້ແນວໃດ? ມະນຸດຈະສາມາດໄດ້ຮັບສະຕິປັນຍາ ແລະ ຄວາມເຂົ້າໃຈຈາກການຟັງ, ການອ່ານ ແລະ ການພັດທະນາຄວາມຮູ້ຂອງເຂົາໄດ້ບໍ? ສິ່ງນີ້ຈະນໍາໄປສູ່ການໄດ້ຮັບສະຕິປັນຍາ ແລະ ຄວາມເຂົ້າໃຈໄດ້ແນວໃດ? ມະນຸດຕ້ອງພະຍາຍາມເຂົ້າໃຈ ແລະ ຜະເຊີນຜ່ານທາງຊີວິດທີ່ເປັນຈິງ. ສະນັ້ນ, ບໍ່ສາມາດຂາດການຝຶກຝົນໄດ້ ແລະ ຜູ້ຄົນກໍບໍ່ສາມາດອອກຈາກຊິວິດທີ່ເປັນຈິງໄດ້. ມະນຸດຕ້ອງເອົາໃຈໃສ່ກັບລັກສະນະທີ່ແຕກຕ່າງກັນ ແລະ ມີການເຂົ້າສູ່ຫຼາຍດ້ານທີ່ແຕກຕ່າງ ເຊັ່ນ: ລະດັບການສຶກສາ, ການສະແດງອອກ, ຄວາມສາມາດເບິ່ງເຫັນສິ່ງຕ່າງໆ, ການແຍກແຍະ, ຄວາມສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ສາມັນສຳນຶກ ແລະ ກົດເກນຂອງຄວາມເປັນມະນຸດ ແລະ ສິ່ງອື່ນໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ມະນຸດຕ້ອງມີ. ຫຼັງຈາກທີ່ໄດ້ບັນລຸຄວາມເຂົ້າໃຈໃນສິ່ງເຫຼົ່ານີ້ແລ້ວ, ມະນຸດຕ້ອງເອົາໃຈໃສ່ໃນການເຂົ້າສູ່ ແລະ ພຽງເມື່ອນັ້ນ ການປ່ຽນແປງຈຶ່ງຈະສາມາດບັນລຸຜົນໄດ້. ຖ້າມະນຸດໄດ້ຮັບຄວາມເຂົ້າໃຈ ແຕ່ເບິ່ງຂ້າມການປະຕິບັດ, ການປ່ຽນແປງຈະເກີດຂຶ້ນໄດ້ແນວໃດ? ປັດຈຸບັນນີ້, ມະນຸດໄດ້ເຂົ້າໃຈຫຼາຍສິ່ງ, ແຕ່ພວກເຂົາບໍ່ໄດ້ໃຊ້ຊີວິດຕາມຄວາມເປັນຈິງ, ສະນັ້ນ ພວກເຂົາຈຶ່ງສາມາດມີຄວາມເຂົ້າໃຈຢ່າງແທ້ຈິງພຽງເລັກນ້ອຍກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າໄດ້ຮັບແສງສະຫວ່າງພຽງເລັກນ້ອຍ; ເຈົ້າໄດ້ຮັບແສງເຍືອງທາງພຽງເລັກນ້ອຍຈາກພຣະວິນຍານບໍລິສຸດ, ແຕ່ເຈົ້າບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ຫຼື ເຈົ້າອາດຈະບໍ່ສົນໃຈໃນການເຂົ້າສູ່, ສະນັ້ນເຈົ້າຈະໄດ້ຮັບການປ່ຽນແປງພຽງເລັກນ້ອຍເທົ່ານັ້ນ. ຫຼັງຈາກເວລາອັນຍາວນານດັ່ງກ່າວ, ຜູ້ຄົນເຂົ້າໃຈຫຼາຍຢ່າງ ແລະ ພວກເຂົາສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມຮູ້ໃນທິດສະດີຂອງພວກເຂົາ, ແຕ່ອຸປະນິໄສພາຍນອກຂອງພວກເຂົາຍັງຄົງເປັນຄືເກົ່າ ແລະ ຄວາມສາມາດດັ່ງເດີມຂອງພວກເຂົາກໍຍັງຄ້າງຢູ່ບ່ອນເກົ່າ ໂດຍບໍ່ມີການຍົກລະດັບແມ່ນແຕ່ໜ້ອຍດຽວ. ຖ້າເປັນເຊັ່ນນີ້, ແລ້ວເມື່ອໃດເຈົ້າຈຶ່ງຈະໄດ້ເຂົ້າສູ່ຢ່າງແທ້ຈິງ?

(ຄັດຈາກບົດ “ສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 437)

ຊີວິດຄຣິສຕະຈັກເປັນພຽງຊີວິດແບບໜຶ່ງທີ່ມະນຸດພາກັນຮ່ວມຊຸມນຸມກັນເພື່ອຊີມລົດຊາດພຣະທຳຂອງພຣະເຈົ້າ ແລະ ມັນເປັນພຽງເສດສ່ວນເລັກນ້ອຍໃນຊີວິດຂອງບຸກຄົນໜຶ່ງ. ຖ້າຊີວິດທີ່ເປັນຈິງຂອງບຸກຄົນໜຶ່ງສາມາດເປັນເໝືອນກັບຊີວິດຄຣິສຕະຈັກຂອງເຂົາ ລວມເຖິງຊີວິດຝ່າຍວິນຍານທີ່ຖືກຕ້ອງ, ການຊີມລົດຊາດພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ, ການອະທິຖານ ແລະ ໃກ້ຊິດກັບພຣະເຈົ້າຢ່າງຖືກຕ້ອງ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງໄດ້ຮັບການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງໄດ້ຮັບການປະຕິບັດຕາມຄວາມຈິງ, ການດຳລົງຊີວິດທີ່ເປັນຈິງແຫ່ງການປະຕິບັດຄຳອະທິຖານ ແລະ ການສະຫງົບຕໍ່ໜ້າພຣະເຈົ້າ, ການຮ້ອງເພງສັນລະເສີນ ແລະ ການເຕັ້ນລຳ, ມີພຽງຊີວິດດັ່ງກ່າວນັ້ນຈຶ່ງຈະນໍາພາມະນຸດເຂົ້າສູ່ຊີວິດແຫ່ງພຣະທຳຂອງພຣະເຈົ້າໄດ້. ຄົນສ່ວນໃຫຍ່ພຽງແຕ່ໃສ່ໃຈກັບຊີວິດຄຣິສຕະຈັກຂອງພວກເຂົາ ໂດຍບໍ່ມີ “ການໃສ່ໃຈ” ກັບຊີວິດທີ່ຢູ່ນອກຊົ່ວໂມງເຫຼົ່ານັ້ນ, ເໝືອນກັບວ່າພວກເຂົາບໍ່ສົນໃຈມັນເລີຍ. ຍັງມີຫຼາຍຄົນທີ່ເຂົ້າສູ່ຊີວິດຂອງໄພ່ພົນ ໃນເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຮ້ອງເພງສັນລະເສີນ ຫຼື ອະທິຖານ ແລະ ຫຼັງຈາກນັ້ນ ພວກເຂົາກໍກັບຄືນສູ່ສະພາບເດີມຂອງຕົວພວກເຂົາເອງທີ່ຢູ່ນອກເວລາເຫຼົ່ານັ້ນ. ຊີວິດດັ່ງກ່າວບໍ່ສາມາດປ່ຽນແປງຜູ້ຄົນໄດ້ ແລະ ຊີວິດດັ່ງກ່າວຈະບໍ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າໄດ້. ໃນການເຊື່ອໃນພຣະເຈົ້າ, ຖ້າມະນຸດປາຖະໜາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລ້ວພວກເຂົາຕ້ອງບໍ່ແຍກຕົນເອງອອກຈາກຊີວິດທີ່ເປັນຈິງ. ໃນຊີວິດທີ່ເປັນຈິງ, ກ່ອນເຈົ້າຈະສາມາດບັນລຸການປ່ຽນແປງໄດ້ເທື່ອລະໜ້ອຍ ເຈົ້າຕ້ອງຮູ້ຈັກຕົນເອງ, ຕໍ່ຕ້ານກັບຕົນເອງ, ປະຕິບັດຄວາມຈິງ ພ້ອມທັງຮຽນຮູ້ຫຼັກການ, ສາມັນສຳນຶກ ແລະ ກົດເກນແຫ່ງການປະພຶດຕົນໃນທຸກສິ່ງ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມຮູ້ໃນທາງທິດສະດີ ແລະ ພຽງແຕ່ດຳລົງຊີວິດທ່າມກາງພິທີກຳທາງສາສະໜາ ໂດຍບໍ່ເຂົ້າສູ່ຄວາມເປັນຈິງຢ່າງເລິກເຊິ່ງ, ໂດຍບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ແລ້ວເຈົ້າຈະບໍ່ໄດ້ເຂົ້າສູ່ຄວາມເປັນຈິງຈັກເທື່ອ, ເຈົ້າຈະບໍ່ຮູ້ຈັກຕົນເອງ, ບໍ່ຮູ້ຈັກຄວາມຈິງ ຫຼື ພຣະເຈົ້າຈັກເທື່ອ ແລະ ເຈົ້າຈະເປັນຄົນຕາບອດ ແລະ ໂງ່ຈ້າຢູ່ສະເໝີ. ພາລະກິດແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນຂອງພຣະເຈົ້າບໍ່ແມ່ນເພື່ອໃຫ້ພວກເຂົາດຳລົງຊີວິດມະນຸດທີ່ປົກກະຕິຫຼັງຈາກຊ່ວງເວລາໄລຍະສັ້ນ ຫຼື ມັນບໍ່ແມ່ນເພື່ອປ່ຽນແປງແນວຄິດ ແລະ ທິດສະດີທີ່ຜິດພາດຂອງພວກເຂົາ. ກົງກັນຂ້າມ ຈຸດປະສົງຂອງພຣະອົງແມ່ນເພື່ອປ່ຽນແປງອຸປະນິໄສເດີມຂອງຜູ້ຄົນ, ປ່ຽນແປງວິທີການທັງໝົດທີ່ເດີມໆໃນຊີວິດຂອງພວກເຂົາ ແລະ ປ່ຽນແປງວິທີການຄິດທີ່ລ້າສະໄໝ ແລະ ທັດສະນະທາງຄວາມຄິດຂອງເຂົາ. ການໃສ່ໃຈກັບຊີວິດຄຣິສຕະຈັກແຕ່ພຽງຢ່າງດຽວ ຈະບໍ່ປ່ຽນແປງນິໄສເດີມໃນຊີວິດຂອງມະນຸດ ຫຼື ປ່ຽນແປງວິທີທີ່ເຂົາດຳລົງຊີວິດເປັນເວລາດົນນານມາແລ້ວ. ບໍ່ວ່າຫຍັງກໍຕາມ, ມະນຸດຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດຢູ່ໃນຊີວິດທີ່ເປັນຈິງດ້ວຍຄວາມເປັນມະນຸດປົກກະຕິ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາດຳລົງຊີວິດຢູ່ໃນຊີວິດທີ່ເປັນຈິງດ້ວຍຄວາມຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ. ເພື່ອເຂົ້າສູ່ຄວາມເປັນຈິງ, ຜູ້ຄົນຕ້ອງຫັນທຸກສິ່ງມາທາງຊີວິດທີ່ເປັນຈິງ. ຖ້າການເຊື່ອໃນພຣະເຈົ້າ, ຜູ້ຄົນບໍ່ສາມາດມາຮູ້ຈັກຕົວເອງຜ່ານຫົນທາງເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຖ້າພວກເຂົາບໍ່ສາມາດດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິໃນຊີວິດຈິງ, ພວກເຂົາກໍຈະກາຍເປັນຄົນລົ້ມເຫຼວ. ຄົນທີ່ບໍ່ເຊື່ອຟັງພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ ແຕ່ດຳລົງຊີວິດຕາມທິດສະດີແທນ. ຄົນທີ່ບໍ່ສາມາດຳລົງຊີວິດໃນຊີວິດທີ່ເປັນຈິງດ້ວຍຄວາມຈິງ ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ ແລະ ປະຕິເສດ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມບໍ່ເຊື່ອຟັງ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ນໍາໃຊ້ເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນ ທີ່ເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ.

ບັດນີ້ ເມື່ອການເຮັດໃຫ້ມະນຸດຊາດສົມບູນໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ, ຜູ້ຄົນຕ້ອງເຂົ້າສູ່ຊີວິດທີ່ເປັນຈິງ. ສະນັ້ນ, ເພື່ອທີ່ຈະບັນລຸການປ່ຽນແປງ, ຜູ້ຄົນຕ້ອງເລີ່ມຕົ້ນຈາກການເຂົ້າສູ່ຊີວິດທີ່ເປັນຈິງ ແລະ ປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າຫຼີກເວັ້ນຊີວິດປົກກະຕິຂອງມະນຸດ ແລະ ມີແຕ່ເວົ້າກ່ຽວກັບບັນຫາຝ່າຍວິນຍານເທົ່ານັ້ນ, ແລ້ວສິ່ງຕ່າງໆກໍຈະເປັນຕາໜ້າເບື່ອ ແລະ ບໍ່ເປັນຕາສົນໃຈ, ພວກມັນກໍກາຍເປັນສິ່ງທີ່ບໍ່ເປັນຈິງ ແລະ ມະນຸດຈະສາມາດປ່ຽນແປງໄດ້ແນວໃດ? ບັດນີ້ ເຈົ້າຖືກສັ່ງໃຫ້ເຂົ້າສູ່ຊີວິດທີ່ເປັນຈິງເພື່ອການປະຕິບັດ ແລະ ເພື່ອສ້າງຕັ້ງພື້ນຖານໃນການເຂົ້າສູ່ປະສົບການທີ່ແທ້ຈິງ. ນີ້ແມ່ນໜຶ່ງໃນສິ່ງທີ່ມະນຸດຄວນເຮັດ. ສ່ວນໃຫຍ່ແລ້ວ ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອການນໍາພາ, ສ່ວນສໍາລັບສິ່ງອື່ນໆແມ່ນຂຶ້ນຢູ່ກັບການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດ. ທຸກຄົນອາດບັນລຸການເຂົ້າສູ່ຊີວິດທີ່ເປັນຈິງຜ່ານເສັ້ນທາງຕ່າງໆ ຈົນພວກເຂົາສາມາດນໍາພຣະເຈົ້າເຂົ້າສູ່ຊິວິດທີ່ເປັນຈິງໄດ້ ແລະ ດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິຢ່າງແທ້ຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊິວິດທີ່ມີຄວາມໝາຍ!

(ຄັດຈາກບົດ “ສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 438)

ກ່ອນໜ້ານີ້, ມີການເວົ້າວ່າ ການສະຖິດຂອງພຣະວິນຍານບໍລິສຸດ ແລະ ການມີພາລະກິດຂອງພຣະວິນຍານບໍໍລິສຸດແມ່ນແຕກຕ່າງກັນ. ສະພາວະປົກກະຕິຂອງການມີພຣະວິນຍານບໍລິສຸດສະຖິດຢູ່ແມ່ນສະແດງອອກຢູ່ໃນການມີຄວາມຄິດທີ່ປົກກະຕິ, ການມີເຫດຜົນທີ່ປົກກະຕິ ແລະ ຄວາມເປັນມະນຸດປົກກະຕິ. ບຸກຄະລິກຂອງຄົນອາດຈະເປັນດັ່ງທີ່ເຄີຍເປັນ, ແຕ່ພາຍໃນຕົວພວກເຂົາແມ່ນຈະມີສັນຕິສຸກ ແລະ ດ້ານພາຍນອກ ພວກເຂົາກໍຈະມີຄຸນສົມບັດຂອງໄພ່ພົນ. ນີ້ແມ່ນສິ່ງທີ່ພວກເຂົາຈະເປັນ ເມື່ອພຣະວິນຍານບໍລິສຸດຢູ່ກັບພວກເຂົາ. ເມື່ອບາງຄົນມີການສະຖິດຂອງພຣະວິນຍານບໍລິສຸດ, ແນວຄວາມຄິດຂອງພວກເຂົາກໍປົກກະຕິ. ເມື່ອພວກເຂົາຫິວ ພວກເຂົາກໍຕ້ອງການກິນ, ເມື່ອພວກເຂົາກະຫາຍ ພວກເຂົາກໍຕ້ອງການດື່ມນໍ້າ... ການສະແດງອອກດັ່ງກ່າວຂອງການເປັນມະນຸດປົກກະຕິບໍ່ແມ່ນການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ; ມັນແມ່ນການຄິດແບບປົກກະຕິຂອງຜູ້ຄົນ ແລະ ສະພາວະທຳມະດາໃນການມີພຣະວິນຍານບໍລິສຸດສະຖິດຢູ່. ບາງຄົນເຊື່ອຢ່າງຜິດໆວ່າ ຄົນທີ່ມີການສະຖິດຂອງພຣະວິນຍານບໍລິສຸດແມ່ນບໍ່ຮູ້ຈັກອຶດຫິວອີກຕໍ່ໄປ, ພວກເຂົາບໍ່ຮູ້ສຶກອິດເມື່ອຍ ແລະ ເບິ່ງຄືກັບວ່າ ພວກເຂົາບໍ່ຄິດກັບຄອບຄົວ ແລະ ເກືອບແຍກຕົນເອງອອກຈາກເນື້ອໜັງຢ່າງສົມບູນ. ໃນຄວາມເປັນຈິງແລ້ວ ຍິ່ງພຣະວິນຍານຢູ່ກັບຜູ້ຄົນຫຼາຍສໍ່າໃດ, ພວກເຂົາກໍປົກກະຕິຫຼາຍສໍ່ານັ້ນ. ພວກເຂົາຮູ້ຈັກທົນທຸກ ແລະ ສະຫຼະສິ່ງຕ່າງໆເພື່ອພຣະເຈົ້າ, ເສຍສະຫຼະຕົນເອງໃຫ້ກັບພຣະເຈົ້າ ແລະ ຊື່ສັດຕໍ່ພຣະເຈົ້າ; ຍິ່ງໄປກວ່ານັ້ນ ພວກເຂົາຄິດກ່ຽວກັບອາຫານ ແລະ ເຄື່ອງນຸ່ງຫົ່ມ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ໄດ້ສູນເສຍຫຍັງຈາກຄວາມເປັນມະນຸດປົກກະຕິທີ່ຜູ້ຄົນຄວນມີ ແລະ ເປັນ, ກົງກັນຂ້າມ ພວກເຂົາມີເຫດຜົນໂດຍສະເພາະ. ບາງຄັ້ງ ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າ; ມີຄວາມເຊື່ອຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະສະແຫວງຫາຄວາມຈິງ. ແນ່ນອນ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນອີງຕາມພື້ນຖານນີ້. ຖ້າຜູ້ຄົນປາສະຈາກການຄິດແບບປົກກະຕິ, ແລ້ວພວກເຂົາກໍຈະບໍ່ມີເຫດຜົນ, ນີ້ບໍ່ແມ່ນສະພາວະປົກກະຕິ. ເມື່ອຜູ້ຄົນມີການຄິດແບບປົກກະຕິ ແລະ ພຣະວິນຍານບໍລິສຸດກໍຢູ່ກັບພວກເຂົາ, ພວກເຂົາຈະມີເຫດຜົນແບບຄົນປົກກະຕິຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ພວກເຂົາແມ່ນໄດ້ມີສະພາວະທີ່ປົກກະຕິ. ການຜະເຊີນກັບພາລະກິດຂອງພຣະເຈົ້າ, ການມີພາລະກິດຂອງພຣະວິນຍານບໍລິສຸດແມ່ນເກີດຂຶ້ນເປັນບາງຄັ້ງບາງຄາວ, ໃນຂະນະທີ່ການມີພຣະວິນຍານບໍລິສຸດສະຖິດຢູ່ແມ່ນເກີດຂຶ້ນເກືອບຕະຫຼອດເວລາ. ຕາບໃດທີ່ເຫດຜົນ ແລະ ແນວຄິດຂອງຜູ້ຄົນເປັນປົກກະຕິ ແລະ ຕາບໃດທີ່ສະພາວະຂອງພວກເຂົາເປັນປົກກະຕິ, ແລ້ວພຣະວິນຍານບໍລິສຸດກໍຢູ່ກັບພວກເຂົາຢ່າງແນ່ນອນ. ເມື່ອເຫດຜົນ ແລະ ແນວຄິດຂອງຜູ້ຄົນບໍ່ປົກກະຕິ, ຄວາມເປັນມະນຸດຂອງພວກເຂົາກໍບໍ່ປົກກະຕິ. ຖ້າໃນຊ່ວງເວລານີ້, ພາລະກິດຂອງພຣະວິນຍານບໍລິສຸດຢູ່ໃນເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າຢ່າງແນ່ນອນ. ແຕ່ຖ້າພຣະວິນຍານບໍລິສຸດຢູ່ກັບເຈົ້າ, ນັ້ນບໍ່ໄດ້ໝາຍຄວາມວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນຕົວເຈົ້າຢ່າງແນ່ນອນ, ຍ້ອນວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລາພິເສດ. ການສະຖິດຂອງພຣະວິນຍານບໍລິສຸດພຽງແຕ່ສາມາດຮັກສາການເປັນຢູ່ປົກກະຕິຂອງຜູ້ຄົນ, ແຕ່ພຣະວິນຍານບໍລິສຸດແມ່ນປະຕິບັດພາລະກິດໃນເວລາຕ່າງຫາກ. ຕົວຢ່າງ ເຊັ່ນ: ຖ້າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເມື່ອເຈົ້າຫົດນໍ້າ ແລະ ຈັດການລ້ຽງດູໃຫ້ກັບຄຣິສຕະຈັກ, ແລ້ວພຣະວິນຍານບໍລິສຸດກໍຈະໃຫ້ແສງສະຫວ່າງກັບເຈົ້າດ້ວຍພຣະທຳບາງຂໍ້ເພື່ອສັ່ງສອນຄົນອື່ນ ແລະ ສາມາດແກ້ໄຂບັນຫາຕົວຈິງບາງຢ່າງຂອງອ້າຍເອື້ອຍນ້ອງຂອງເຈົ້າ, ໃນເວລາດັ່ງກ່າວ ພຣະວິນຍານບໍລິສຸດແມ່ນກຳລັງປະຕິບັດພາລະກິດ. ບາງຄັ້ງ ເມື່ອເຈົ້າກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດແມ່ນໃຫ້ແສງສະຫວ່າງກັບເຈົ້າດ້ວຍພຣະທຳບາງຂໍ້ທີ່ກ່ຽວຂ້ອງກັບປະສົບການຂອງເຈົ້າເອງໂດຍສະເພາະ, ເຮັດໃຫ້ເຈົ້າໄດ້ຮັບເອົາຄວາມຮູ້ກ່ຽວກັບສະພາວະຂອງເຈົ້າເອງຫຼາຍຂຶ້ນ; ສິ່ງນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນກັນ. ບາງຄັ້ງ ເມື່ອເຮົາເວົ້າ ພວກເຈົ້າກໍຟັງ ແລະ ສາມາດວັດແທກສະພາວະຂອງພວກເຈົ້າເອງໃສ່ພຣະທຳຂອງເຮົາ ແລະ ບາງຄັ້ງ ພວກເຈົ້າກໍຖືກສຳຜັດ ແລະ ດົນໃຈ; ສິ່ງນີ້ລ້ວນແລ້ວແຕ່ເປັນພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເວົ້າວ່າ ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດໃນພວກເຂົາຕະຫຼອດເວລາ. ສິ່ງນີ້ແມ່ນເປັນໄປບໍ່ໄດ້. ຖ້າພວກເຂົາເວົ້າວ່າພຣະວິນຍານບໍລິສຸດຢູ່ກັບພວກເຂົາສະເໝີ, ສິ່ງນັ້ນກໍຈະເປັນຄວາມຈິງ. ຖ້າພວກເຂົາເວົ້າວ່າການຄິດ ແລະ ຄວາມຮູ້ສຶກຂອງພວກເຂົາປົກກະຕິຢູ່ຕະຫຼອດເວລາ, ສິ່ງນັ້ນກໍຈະເປັນຈິງເຊັ່ນກັນ ແລະ ສະແດງວ່າພຣະວິນຍານບໍລິສຸດແມ່ນຢູ່ກັບພວກເຂົາ. ຖ້າພວກເຂົາເວົ້າວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນພວກເຂົາຢູ່ສະເໝີ, ພວກເຂົາໄດ້ຮັບແສງສະຫວ່າງຈາກພຣະເຈົ້າ ແລະ ຖືກສຳຜັດໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບຄວາມຮູ້ໃໝ່ຕະຫຼອດເວລາ, ສິ່ງນີ້ແມ່ນບໍ່ມີທາງເປັນປົກກະຕິແນ່ນອນ! ມັນເປັນສິ່ງທີ່ເໜືອທຳມະຊາດທັງໝົດ! ຄົນປະເພດດັ່ງກ່າວເປັນວິນຍານຊົ່ວຮ້າຍໂດຍບໍ່ຕ້ອງສົງໄສເລີຍ! ແມ່ນແຕ່ເມື່ອພຣະວິນຍານຂອງພຣະເຈົ້າມາເປັນເນື້ອໜັງກໍຈະມີເວລາທີ່ພຣະອົງຕ້ອງກິນ ແລະ ຕ້ອງພັກຜ່ອນ, ສໍາລັບມະນຸດແມ່ນບໍ່ຕ້ອງເວົ້າເຖິງເລິຍ. ຄົນທີ່ຖືກຄອບຄອງໂດຍວິນຍານຊົ່ວຮ້າຍເບິ່ງຄືກັບວ່າ ປາສະຈາກຄວາມຮູ້ສຶກ ແລະ ຄວາມອ່ອນແອຂອງເນື້ອໜັງ. ພວກເຂົາສາມາດປະຖິ້ມ ແລະ ສະຫຼະທຸກສິ່ງ, ພວກເຂົາເປັນອິດສະຫຼະຈາກຄວາມຮູ້ສຶກ, ສາມາດອົດກັ້ນຕໍ່ການທໍລະມານ ແລະ ບໍ່ຮູ້ສຶກເຖິງຄວາມອິດເມື່ອຍແມ່ນແຕ່ໜ້ອຍດຽວ, ຄືກັບວ່າ ພວກເຂົາໄດ້ຢູ່ເໜືອເນື້ອໜັງ. ສິ່ງນີ້ບໍ່ແມ່ນຢູ່ເໜືອທຳມະຊາດທີ່ສຸດບໍ? ພາລະກິດຂອງວິນຍານຊົ່ວຮ້າຍແມ່ນຢູ່ເໜືອທຳມະຊາດ, ບໍ່ມີມະນຸດຄົນໃດສາມາດບັນລຸສິ່ງດັ່ງກ່າວໄດ້! ຄົນທີ່ປາສະຈາກການແຍກແຍະແມ່ນອິດສາເມື່ອພວກເຂົາເຫັນຄົນປະເພດດັ່ງກ່າວ: ພວກເຂົາເວົ້າວ່າພວກເຂົາມີພະລັງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ມີຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍສະແດງທ່າທີອ່ອນແອແມ່ນແຕ່ໜ້ອຍດຽວ! ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກຂອງພາລະກິດແຫ່ງວິນຍານຊົ່ວຮ້າຍ. ຍ້ອນຜູ້ຄົນທຳມະດາມີຄວາມອ່ອນແອຂອງມະນຸດຢ່າງຫຼີກເວັ້ນບໍ່ໄດ້; ສິ່ງນີ້ແມ່ນສະພາວະປົກກະຕິຂອງຄົນທີ່ມີການສະຖິດຂອງພຣະວິນຍານບໍລິສຸດ.

(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 439)

ການຍຶດໝັ້ນໃນຄຳພະຍານຂອງຕົນເອງໝາຍເຖິງຫຍັງ? ບາງຄົນເວົ້າວ່າພວກເຂົາພຽງແຕ່ຕິດຕາມດັ່ງທີ່ພວກເຂົາເຮັດໃນຕອນນີ້ ແລະ ບໍ່ໄດ້ກັງວົນໃຈວ່າພວກເຂົາຈະສາມາດໄດ້ຮັບຊີວິດ ຫຼື ບໍ່; ພວກເຂົາບໍ່ສະແຫວງຫາຊີວິດ, ແຕ່ພວກເຂົາກໍບໍ່ຖອຍເຊັ່ນດຽວກັນ. ພວກເຂົາພຽງແຕ່ຮັບຮູ້ວ່າຂັ້ນຕອນນີ້ຂອງພາລະກິດແມ່ນຖືກປະຕິບັດໂດຍພຣະເຈົ້າ. ສິ່ງນີ້ບໍ່ແມ່ນການລົ້ມເຫຼວໃນຄຳພະຍານຂອງພວກເຂົາບໍ? ຄົນປະເພດດັ່ງກ່າວບໍ່ໄດ້ເປັນພະຍານເຖິງການຖືກເອົາຊະນະ. ຄົນທີ່ຖືກເອົາຊະນະຈະຕິດຕາມໂດຍບໍ່ສົນໃຈສິ່ງອື່ນໃດທັງໝົດ ແລະ ສາມາດສະແຫວງຫາຊີວິດ. ພວກເຂົາບໍ່ພຽງແຕ່ເຊື່ອໃນພຣະເຈົ້າທີ່ເປັນຈິງ, ແຕ່ຍັງຮູ້ຈັກປະຕິບັດຕາມການຈັດແຈງທັງໝົດຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ເປັນພະຍານ. ຄົນທີ່ບໍ່ເປັນພະຍານບໍ່ເຄີຍສະແຫວງຫາຊີວິດຈັກເທື່ອ ແລະ ຍັງຕິດຕາມແບບບໍ່ມີຈຸດໝາຍ. ເຈົ້າອາດຕິດຕາມ, ແຕ່ສິ່ງນີ້ບໍ່ໄດ້ໝາຍຄວາມວ່າເຈົ້າຖືກເອົາຊະນະແລ້ວ, ຍ້ອນເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ. ເງື່ອນໄຂບາງຂໍ້ຕ້ອງຖືກບັນລຸເພື່ອຈະຖືກເອົາຊະນະ. ບໍ່ແມ່ນທຸກຄົນທີ່ຕິດຕາມຈະຖືກເອົາຊະນະ, ຍ້ອນໃນຫົວໃຈຂອງເຈົ້າ ເຈົ້າບໍ່ເຂົ້າໃຈຫຍັງເລີຍວ່າ ເປັນຫຍັງເຈົ້າຕ້ອງຕິດຕາມພຣະເຈົ້າແຫ່ງປັດຈຸບັນ ຫຼື ເຈົ້າບໍ່ຮູ້ຈັກວ່າ ເຈົ້າໄດ້ມາຮອດປັດຈຸບັນນີ້ດ້ວຍວິທີໃດ, ຜູ້ໃດສະໜັບສະໜູນເຈົ້າຈົນເຖິງປັດຈຸບັນ. ການປະຕິບັດຕໍ່ຄວາມເຊື່ອໃນພຣະເຈົ້າຂອງບາງຄົນແມ່ນໂງ່ຈ້າ ແລະ ສັບສົນຢູ່ສະເໝີ; ສະນັ້ນ ການຕິດຕາມບໍ່ຈຳເປັນຕ້ອງໝາຍຄວາມວ່າເຈົ້າມີຄຳພະຍານ. ແມ່ນຫຍັງຄືຄຳພະຍານທີ່ແທ້ຈິງ? ຄຳພະຍານທີ່ກ່າວເຖິງໃນນີ້ມີສອງສ່ວນ: ສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເອົາຊະນະ ແລະ ອີກສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເຮັດໃຫ້ສົມບູນ (ເຊິ່ງຈະເປັນຄຳພະຍານຫຼັງຈາກການທົດລອງທີ່ຍິ່ງໃຫຍ່ ແລະ ຄວາມລຳບາກຍາກແຄ້ນໃນອະນາຄົດຢ່າງແນ່ນອນ). ເວົ້າອີກຢ່າງໜຶ່ງກໍຄື ຖ້າເຈົ້າສາມາດຍຶດໝັ້ນໃນລະຫວ່າງຄວາມລຳບາກຍາກແຄ້ນ ແລະ ການທົດລອງ, ແລ້ວເຈົ້າກໍຈະມີຂັ້ນຕອນທີສອງຂອງການເປັນພະຍານ. ສິ່ງທີ່ສຳຄັນໃນປັດຈຸບັນແມ່ນຂັ້ນຕອນທໍາອິດຂອງກັນເປັນພະຍານ: ນັ້ນກໍຄື ການສາມາດຍຶດໝັ້ນທຸກສະຖານະການຂອງການທົດລອງແຫ່ງການຂ້ຽນຕີ ແລະ ການພິພາກສາ. ນີ້ແມ່ນການເປັນພະຍານໃນການຖືກເອົາຊະນະ. ນັ້ນກໍຍ້ອນວ່າ ປັດຈຸບັນນີ້ແມ່ນເວລາແຫ່ງການເອົາຊະນະ. (ເຈົ້າຄວນຮູ້ຈັກວ່າ ປັດຈຸບັນນີ້ແມ່ນເວລາແຫ່ງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກ; ພາລະກິດຫຼັກຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ເທິງແຜ່ນດິນໂລກແມ່ນການເອົາຊະນະຄົນກຸ່ມນີ້ຢູ່ເທິງແຜ່ນດິນໂລກ ຜູ້ເຊິ່ງຕິດຕາມພຣະອົງຜ່ານການພິພາກສາ ແລະ ການຂ້ຽນຕີ). ບໍ່ວ່າເຈົ້າຈະສາມາດເປັນພະຍານເຖິງການຖືກເອົາຊະນະ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນຢູ່ກັບວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດ ຫຼື ບໍ່, ແຕ່ສຳຄັນໄປກວ່ານັ້ນກໍຄື ເຈົ້າໄດ້ຜະເຊີນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຫຼື ບໍ່, ເຈົ້າສາມາດເຂົ້າໃຈເຖິງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າຮັບຮູ້ພາລະກິດທັງໝົດນີ້ຢ່າງແທ້ຈິງ ຫຼື ບໍ່. ເຈົ້າຈະບໍ່ສາມາດຜ່ານໄປໄດ້ຢ່າງງຽບໆໂດຍການຕິດຕາມຈົນເຖິງທີ່ສຸດເທົ່ານັ້ນ. ເຈົ້າຕ້ອງສາມາດເຕັມໃຈທີ່ຈະຍອມທຸກສະຖານະການຂອງການຂ້ຽນຕີ ແລະ ການພິພາກສາ, ຕ້ອງສາມາດເຂົ້າໃຈແຕ່ລະຂັ້ນຕອນຂອງພາລະກິດທີ່ເຈົ້າໄດ້ຜະເຊີນຢ່າງແທ້ຈິງ ແລະ ຕ້ອງສາມາດຮັບເອົາຄວາມຮູ້ ແລະ ຄວາມເຊື່ອຟັງອຸປະນິໄສຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງຂອງການຖືກເອົາຊະນະ ເຊິ່ງເຈົ້າຈຳເປັນຕ້ອງແບກຮັບ. ການເປັນພະຍານໃນການຖືກເອົາຊະນະ ຕົ້ນຕໍແລ້ວ ແມ່ນໝາຍເຖິງຄວາມຮູ້ຂອງເຈົ້າກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ. ສິ່ງທີ່ສຳຄັນກໍຄື ຂັ້ນຕອນນີ້ຂອງການເປັນພະຍານແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນບໍ່ສຳຄັນວ່າເຈົ້າເຮັດຫຍັງ ຫຼື ເວົ້າຫຍັງຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ ຫຼື ຄົນທີ່ມີອຳນາດ; ສິ່ງທີ່ສຳຄັນເໜືອສິ່ງອື່ນໃດກໍຄືເຈົ້າສາມາດເຊື່ອຟັງພຣະທຳທຸກຂໍ້ທີ່ມາຈາກປາກຂອງພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ ຫຼື ບໍ່. ສະນັ້ນ ຂັ້ນຕອນນີ້ຂອງການເປັນພະຍານຈຶ່ງແນໃສ່ຊາຕານ ແລະ ສັດຕູຂອງພຣະເຈົ້າທັງໝົດ ນັ້ນກໍຄື ມານຮ້າຍ ແລະ ສັດຕູທີ່ບໍ່ເຊື່ອວ່າພຣະເຈົ້າຈະກາຍມາເປັນເນື້ອໜັງຄັ້ງທີສອງ ແລະ ມາເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າເດີມ ແລະ ຍິ່ງໄປກວ່ານັ້ນ ບໍ່ເຊື່ອໃນຄວາມຈິງຂອງການກັບມາສູ່ເນື້ອໜັງຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ແມ່ນແນໃສ່ຜູ້ຕໍ່ຕ້ານພຣະຄຣິດທັງໝົດ, ສັດຕູທັງໝົດທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ.

ການຄິດເຖິງພຣະເຈົ້າ ແລະ ການປາຖະໜາຫາພຣະເຈົ້າບໍ່ໄດ້ພິສູດວ່າເຈົ້າຖືກພຣະເຈົ້າເອົາຊະນະ; ສິ່ງນີ້ຂຶ້ນກັບວ່າ ເຈົ້າເຊື່ອວ່າພຣະອົງເປັນພຣະທຳທີ່ກາຍເປັນເນື້ອໜັງ ຫຼື ບໍ່, ເຈົ້າເຊື່ອວ່າພຣະທຳໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ ແລະ ເຈົ້າເຊື່ອວ່າພຣະວິນຍານໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ ຫຼື ບໍ່. ນີ້ແມ່ນການເປັນພະຍານທີ່ສຳຄັນ. ມັນບໍ່ສຳຄັນວ່າເຈົ້າຕິດຕາມແນວໃດ ຫຼື ເຈົ້າເສຍສະຫຼະຕົນເອງແບບໃດ; ສິ່ງທີ່ສຳຄັນກໍຄື ຈາກຄວາມເປັນມະນຸດທີ່ປົກກະຕິນີ້ ເຈົ້າສາມາດຄົ້ນພົບວ່າພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະວິນຍານແຫ່ງຄວາມຈິງໄດ້ບັງເກີດໃນເນື້ອໜັງ ນັ້ນກໍຄື ຄວາມຈິງ, ຫົນທາງ ແລະ ຊີວິດທັງໝົດໄດ້ກາຍມາເປັນເນື້ອໜັງ, ໄດ້ຄົ້ນພົບວ່າ ພຣະວິນຍານຂອງພຣະເຈົ້າໄດ້ມາເຖິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພຣະວິນຍານໄດ້ກາຍມາເປັນເນື້ອໜັງ. ເຖິງແມ່ນວ່າໃນດ້ານຜິວເຜີນ ເບິ່ງຄືກັບວ່າ ສິ່ງນີ້ແມ່ນແຕກຕ່າງຈາກແນວຄວາມຄິດຂອງພຣະວິນຍານບໍລິສຸດ, ໃນພາລະກິດນີ້ ເຈົ້າຈະສາມາດເຫັນຢ່າງຊັດເຈນຍິ່ງຂຶ້ນວ່າ ພຣະວິນຍານຖືກເຮັດໃຫ້ເປັນຈິງໃນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ. ເຈົ້າສາມາດເຂົ້າໃຈຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ: “ໃນຕົ້ນເດີມນັ້ນຊົງມີພຣະທໍາຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ”. ຍິ່ງໄປກວ່ານັ້ນ ເຈົ້າຕ້ອງເຂົ້າໃຈວ່າພຣະທຳໃນປັດຈຸບັນແມ່ນພຣະເຈົ້າ ແລະ ເບິ່ງເຫັນວ່າພຣະທຳກາຍມາເປັນເນື້ອໜັງ. ສິ່ງນີ້ແມ່ນການເປັນພະຍານທີ່ດີທີ່ສຸດທີ່ເຈົ້າສາມາດເປັນໄດ້. ສິ່ງນີ້ພິສຸດວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ເຈົ້າບໍ່ພຽງແຕ່ສາມາດຮູ້ຈັກພຣະເຈົ້າ, ແຕ່ຍັງຮູ້ຈັກວ່າຫົນທາງທີ່ເຈົ້າຍ່າງໃນປັດຈຸບັນແມ່ນຫົນທາງແຫ່ງຊີວິດ ແລະ ຫົນທາງແຫ່ງຄວາມຈິງ. ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມເນື້ອຄວາມທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ພຣະອົງຄືການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ໃນຍຸກສຸດທ້າຍ, ພຣະອົງຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງຫົນທາງທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈກັບສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນຄຳພະຍານທີ່ເຈົ້າຕ້ອງເປັນ ເຊິ່ງທຸກຄົນຕ້ອງຮູ້. ຍ້ອນນີ້ແມ່ນພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງ ແລະ ຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ມັນເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດຢ່າງສົມບູນ, ໄດ້ຖືກປະຕິບັດຢ່າງທົ່ວເຖິງ ແລະ ກໍ່ໃຫ້ເກີດພາລະກິດທັງໝົດຂອງພຣະເຈົ້າໃນເນື້ອໜັງ ແລະ ນໍາຍຸກຂອງການເປັນຢູ່ຂອງພຣະເຈົ້າໃນເນື້ອໜັງມາສູ່ຈຸດສູດທ້າຍ. ສະນັ້ນ ເຈົ້າຕ້ອງຮູ້ຈັກເຖິງຄວາມໝາຍຂອງການບັງເກີດເປັນມະນຸດ. ມັນບໍ່ສຳຄັນວ່າເຈົ້າແລ່ນໄປມາຫຼາຍສໍ່າໃດ ຫຼື ເຈົ້າປະຕິບັດບັນກັບສິ່ງພາຍນອກໄດ້ດີສໍ່າໃດ; ສິ່ງທີ່ສຳຄັນກໍຄື ເຈົ້າສາມາດຍອມຢູ່ຕໍ່ໜ້າພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແທ້ຈິງ ແລະ ອຸທິດການເປັນຢູ່ທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ເຊື່ອຟັງພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະອົງ ຫຼື ບໍ່. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ ແລະ ສິ່ງທີ່ເຈົ້າຄວນປະຕິບັດຕາມ.

ຂັ້ນຕອນສຸດທ້າຍໃນການເປັນພະຍານກໍຄື ເຈົ້າສາມາດຖືກເຮັດໃຫ້ສົມບູນ ຫຼື ບໍ່ ເຊິ່ງໝາຍຄວາມວ່າ ເມື່ອເຂົ້າໃຈພຣະທຳທັງໝົດທີ່ກ່າວອອກມາຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແລ້ວ ເຈົ້າກໍຈະມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຍິ່ງໝັ້ນໃຈກ່ຽວກັບພຣະອົງ, ເຈົ້າປະຕິບັດຕາມພຣະທຳທຸກຂໍ້ທີ່ມາກຈາກປາກຂອງພຣະເຈົ້າ ແລະ ບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າຄືກັບລັກສະນະຂອງເປໂຕ ແລະ ຄວາມເຊື່ອຂອງໂຢບ, ນັ້ນກໍຄື ເຈົ້າຕ້ອງສາມາດເຊື່ອຟັງຈົນຕາຍ, ມອບຕົນເອງໃຫ້ກັບພຣະອົງທັງໝົດ ແລະ ໃນທີ່ສຸດ ກໍບັນລຸໃນຮູບແບບຂອງຄົນທີ່ມີມາດຕະຖານ ເຊິ່ງໝາຍຄວາມວ່າ ໃນຮູບລັກສະນະຂອງຄົນທີ່ຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນຫຼັງຈາກທີ່ໄດ້ຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງ, ມັນແມ່ນການເປັນພະຍານທີ່ຄວນມີໃນຜູ້ຄົນທີ່ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ. ສິ່ງເຫຼົ່ານີ້ແມ່ນການເປັນພະຍານສອງຂັ້ນຕອນທີ່ເຈົ້າຄວນມີ ແລະ ທັງສອງຢ່າງແມ່ນກ່ຽວພັນກັນ ເຊິ່ງແຕ່ລະຢ່າງແມ່ນບໍ່ສາມາດຕັດອອກຈາກກັນໄດ້. ແຕ່ມີສິ່ງໜຶ່ງທີ່ເຈົ້າຕ້ອງຮູ້: ການເປັນພະຍານທີ່ເຮົາຮຽກຮ້ອງຈາກເຈົ້າໃນປັດຈຸບັນນີ້ ບໍ່ໄດ້ແນໃສ່ຜູ້ຄົນເທິງແຜ່ນດິນໂລກ ຫຼື ບຸກຄົນໃດຄົນໜຶ່ງ, ແຕ່ແນໃສ່ສິ່ງທີ່ເຮົາຮຽກຮ້ອງຈາກເຈົ້າ. ມັນວັດແທກໂດຍຄວາມສາມາດຂອງເຈົ້າ ວ່າເຈົ້າຈະສາມາດເຮັດໃຫ້ເຮົາພໍໃຈ ຫຼື ບໍ່ ແລະ ເຈົ້າຈະສາມາດບັນລຸຕາມມາດຕະຖານຂອງເງື່ອນໄຂທີ່ເຮົາຮຽກຮ້ອງຈາກພວກເຈົ້າແຕ່ລະຄົນໄດ້ ຫຼື ບໍ່. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ.

(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 440)

ສະນັ້ນ ເມື່ອພວກເຈົ້າທົນທຸກກັບຂໍ້ຈຳກັດ ຫຼື ຄວາມລໍາບາກເລັກນ້ອຍ, ມັນກໍດີສຳລັບພວກເຈົ້າ; ຖ້າພວກເຈົ້າໄດ້ຮັບຄວາມສະບາຍ ພວກເຈົ້າກໍຈະຖືກທຳລາຍ ແລະ ແລ້ວພວກເຈົ້າຈະສາມາດຖືກປົກປ້ອງໄດ້ແນວໃດ? ໃນປັດຈຸບັນ, ມັນເປັນຍ້ອນພວກເຈົ້າຖືກຂ້ຽນຕີ, ພິພາກສາ ແລະ ສາບແຊ່ງ, ພວກເຈົ້າຈຶ່ງໄດ້ຮັບການປົກປ້ອງ. ມັນເປັນຍ້ອນພວກເຈົ້າໄດ້ທົນທຸກຫຼາຍຢ່າງ, ພວກເຈົ້າຈຶ່ງຖືກປົກປ້ອງ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະຕົກລົງສູ່ຄວາມເສື່ອມຊາມຕັ້ງແຕ່ດົນແລ້ວ. ນີ້ບໍ່ແມ່ນເຈດຕະນາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຈົ້າ, ທຳມະຊາດຂອງມະນຸດແມ່ນປ່ຽນແປງໄດ້ຍາກ ແລະ ມັນຕ້ອງເຮັດແບບນີ້ເພື່ອເຮັດໃຫ້ອຸປະນິໄສຂອງພວກເຂົາປ່ຽນແປງ. ໃນປັດຈຸບັນ, ພວກເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກ ຫຼື ຄວາມຮູ້ສຶກທີ່ໂປໂລມີ ຫຼື ພວກເຈົ້າບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງເພິ່ນ. ພວກເຈົ້າຕ້ອງຖືກກົດດັນຢູ່ສະເໝີ ແລະ ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ພິພາກສາຢູ່ສະເໝີເພື່ອປຸກວິນຍານຂອງພວກເຈົ້າ. ການຂ້ຽນຕີ ແລະ ການພິພາກສາແມ່ນສິ່ງທີ່ດີທີ່ສຸດສຳລັບຊີວິດຂອງພວກເຈົ້າ. ແລ້ວເມື່ອຈຳເປັນ, ພວກເຈົ້າກໍຍັງຕ້ອງໄດ້ຮັບການຂ້ຽນຕີແຫ່ງຄວາມຈິງອີກດ້ວຍ; ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະຍອມຢ່າງສົມບູນ. ທຳມະຊາດຂອງພວກເຈົ້າເປັນແບບຄືກັບວ່າ ຖ້າບໍ່ມີການຂ້ຽນຕີ ແລະ ການສາບແຊ່ງ, ພວກເຈົ້າຈະບໍ່ເຕັມໃຈກົ້ມຫົວຂອງພວກເຈົ້າ, ບໍ່ເຕັມໃຈທີ່ຈະຍອມຮັບ. ຫາກບໍ່ມີຄວາມຈິງຢູ່ຕໍ່ຕາຂອງພວກເຈົ້າ, ມັນກໍຈະບໍ່ມີຜົນຫຍັງ. ພວກເຈົ້າມີລັກສະນະທີ່ຕໍ່າຕ້ອຍ ແລະ ໄຮ້ຄ່າເກີນໄປ! ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາ, ມັນກໍຈະຍາກສຳລັບພວກເຈົ້າທີ່ຈະຖືກເອົາຊະນະ ແລະ ຍາກທີ່ຈະເອົາຊະນະຄວາມບໍ່ຊອບທຳ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ. ທຳມະຊາດດັ່ງເດີມຂອງພວກເຈົ້າແມ່ນຖືກຝັງເລິກຫຼາຍ. ຖ້າພວກເຈົ້າຖືກວາງຢູ່ເທິງບັນລັງ, ພວກເຈົ້າກໍຈະບໍ່ຮູ້ຈັກເຖິງຄວາມສູງຂອງສະຫວັນ ແລະ ຄວາມເລິກຂອງແຜ່ນດິນໂລກ, ແຮງໄກທີ່ຈະຮູ້ຈັກເຖິງບ່ອນທີ່ພວກເຈົ້າກໍາລັງໄປ. ພວກເຈົ້າບໍ່ຮູ້ຈັກແມ່ນແຕ່ວ່າພວກເຈົ້າມາຈາກໃສ, ແລ້ວພວກເຈົ້າຈະຮູ້ຈັກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງໄດ້ແນວໃດ? ຖ້າປາສະຈາກການຂ້ຽນຕີ ແລະ ການສາບແຊ່ງຕາມການເວລາໃນປັດຈຸບັນ, ມື້ສຸດທ້າຍຂອງພວກເຈົ້າກໍຈະມາເຖິງຕັ້ງແຕ່ດົນແລ້ວ. ນັ້ນບໍ່ໄດ້ເວົ້າເຖິງໂຊກຊະຕາຂອງພວກເຈົ້າເລີຍ, ແລ້ວມັນຈະບໍ່ຢູ່ໃນອັນຕະລາຍຫຼາຍກວ່າເກົ່າບໍ? ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາຕາມການເວລາດັ່ງກ່າວນີ້, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າອວດດີຫຼາຍສໍ່າໃດ ຫຼື ພວກເຈົ້າຈະຊົ່ວຊ້າຫຼາຍສໍ່າໃດ. ການຂ້ຽນຕີ ແລະ ການພິພາກສານີ້ໄດ້ນໍາພາພວກເຈົ້າມາເຖິງປັດຈຸບັນ ແລະ ສິ່ງເຫຼົ່ານັ້ນໄດ້ຮັກສາການເປັນຢູ່ຂອງພວກເຈົ້າ. ຖ້າພວກເຈົ້າຍັງມີ “ການສຶກສາ” ແລ້ວໃຊ້ວິທີການດຽວກັນກັບ “ພໍ່” ຂອງພວກເຈົ້າ, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າຈະເຂົ້າສູ່ຂອບເຂດໃດ! ພວກເຈົ້າບໍ່ມີຄວາມສາມາດທີ່ຈະຄວບຄຸມ ແລະ ໄຕ່ຕອງກ່ຽວກັບຕົນເອງເລີຍ. ສຳລັບຄົນຄືພວກເຈົ້າແລ້ວ, ຖ້າພວກເຈົ້າພຽງແຕ່ຕິດຕາມ ແລະ ເຊື່ອຟັງໂດຍບໍ່ມີການແຊກແຊງ ຫຼື ການຂັດຂວາງໃດໆ, ຈຸດປະສົງຂອງເຮົາກໍຈະຖືກບັນລຸແລ້ວ. ມັນຈະບໍ່ດີກວ່າບໍ ທີ່ພວກເຈົ້າຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງປັດຈຸບັນ? ພວກເຈົ້າມີທາງເລືອກຫຍັງອີກ?

(ຄັດຈາກບົດ “ການປະຕິບັດ (6)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 441)

ເມື່ອຈັດຕຽມຕົນເອງເພື່ອຊີວິດ, ເຈົ້າຕ້ອງໃສ່ໃຈໃນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດເວົ້າເຖິງຄວາມຮູ້ກ່ຽວກັບພຣະເຈົ້າ, ມຸມມອງຂອງເຈົ້າກ່ຽວກັບຊີວິດມະນຸດ ແລະ ໂດຍສະເພາະແມ່ນຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກສຸດທ້າຍ. ຍ້ອນເຈົ້າສະແຫວງຫາຊີວິດ, ເຈົ້າຕ້ອງປະກອບຕົນເອງດ້ວຍສິ່ງຕ່າງໆເຫຼົ່ານີ້. ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງວັດແທກຄວາມເປັນຈິງໃນສະພາວະຂອງເຈົ້າເອງໃສ່ສິ່ງເຫຼົ່ານັ້ນ. ນັ້ນກໍຄື ເມື່ອເຈົ້າຄົ້ນພົບຂໍ້ບົກຜ່ອງຂອງເຈົ້າໃນຊ່ວງເວລາປະສົບການຕົວຈິງຂອງເຈົ້າ, ເຈົ້າຕ້ອງສາມາດຄົ້ນພົບເສັ້ນທາງເພື່ອປະຕິບັດ, ສາມາດຫັນຫຼັງຂອງເຈົ້າໃສ່ແຮງຈູງໃຈ ແລະ ແນວຄິດທີ່ບໍ່ຖືກຕ້ອງຂອງເຈົ້າ. ຖ້າເຈົ້າພະຍາຍາມຫາສິ່ງເຫຼົ່ານີ້ ແລະ ຖອກເທຫົວໃຈຂອງເຈົ້າເພື່ອບັນລຸພວກມັນຢູ່ສະເໝີ, ແລ້ວເຈົ້າກໍຈະມີເສັ້ນທາງໃຫ້ຕິດຕາມ, ເຈົ້າຈະບໍ່ຮູ້ສຶກວ່າງເປົ່າ ແລະ ດ້ວຍເຫດນັ້ນ ເຈົ້າຈະສາມາດຮັກສາສະພາວະທີ່ປົກກະຕິໄດ້. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເປັນຄົນທີ່ແບກພາລະໃນຊີວິດຂອງເຈົ້າເອງໃນຖານະທີ່ເປັນຜູ້ມີຄວາມເຊື່ອ. ເປັນຫຍັງບາງຄົນຈຶ່ງບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ຫຼັງຈາກທີ່ໄດ້ອ່ານພຣະທຳເຫຼົ່ານັ້ນ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ສຳຄັນທີ່ສຸດບໍ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ຈິງຈັງກັບຊີວິດບໍ? ເຫດຜົນທີ່ພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ສຳຄັນ ແລະ ບໍ່ມີເສັ້ນທາງໃຫ້ປະຕິບັດກໍຄືເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ສາມາດເຊື່ອມໂຍງສະພາວະຂອງພວກເຂົາເອງໃສ່ສິ່ງເຫຼົ່ານັ້ນໄດ້ ຫຼື ພວກເຂົາບໍ່ສາມາດຄວບຄຸມສະພາວະຂອງພວກເຂົາເອງ. ບາງຄົນເວົ້າວ່າ: “ຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ເຊື່ອມໂຍງສະພາວະຂອງຂ້ານ້ອຍໃສ່ສິ່ງເຫຼົ່ານັ້ນ ແລະ ຂ້ານ້ອຍຮູ້ວ່າ ຂ້ານ້ອຍເສື່ອມຊາມ ແລະ ມີຄວາມສາມາດຕໍ່າ, ແຕ່ຂ້ານ້ອຍບໍ່ສາມາດເຮັດໃຫ້ພໍໃຈຕາມຄວາມປະສົງຂອງພຣະເຈົ້າໄດ້”. ເຈົ້າພຽງແຕ່ໄດ້ເຫັນສິ່ງທີ່ຢູ່ພາຍນອກເທົ່ານັ້ນ; ມີຫຼາຍສິ່ງທີ່ເປັນຈິງທີ່ເຈົ້າບໍ່ຮູ້: ວິທີການປ່ອຍວາງຄວາມສຸກທາງເນື້ອໜັງ, ວິທີການປ່ອຍວາງການໂອ້ອວດຕົນເອງວ່າເປັນຄົນຊອບທຳ, ວິທີການປ່ຽນແປງຕົນເອງ, ວິທີການເຂົ້າສູ່ສິ່ງເຫຼົ່ານີ້, ວິທີການປັບປຸງຄວາມສາມາດຂອງເຈົ້າ ແລະ ຈະເລີ່ມຕົ້ນຈາກດ້ານໃດ. ເຈົ້າພຽງເຂົ້າໃຈສິ່ງເລັກນ້ອຍໃນຜິວເຜີນເທົ່ານັນ ແລະ ທຸກສິ່ງທີ່ເຈົ້າຮູ້ກໍຄືເຈົ້າເສື່ອມຊາມຫຼາຍແທ້ໆ. ເມື່ອເຈົ້າພົບກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍເວົ້າວ່າເຈົ້າເສື່ອມຊາມສໍ່າໃດ ແລະ ມັນເບິ່ງຄືກັບວ່າເຈົ້າຮູ້ຈັກຕົນເອງ ແລະ ແບກພາລະອັນໜັກໜ່ວງສຳລັບຊີວິດຂອງເຈົ້າ. ໃນຄວາມເປັນຈິງແລ້ວ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ປ່ຽນແປງ ເຊິ່ງພິສູດວ່າເຈົ້າບໍ່ໄດ້ຄົ້ນພົບເສັ້ນທາງສູ່ການປະຕິບັດ. ຖ້າເຈົ້າກຳລັງນໍາພາຄຣິສຕະຈັກ, ເຈົ້າຕ້ອງສາມາດເຂົ້າໃຈສະພາວະຂອງອ້າຍເອື້ອຍນ້ອງ ແລະ ຊີ້ແຈງສິ່ງເຫຼົ່ານັ້ນ. ມັນຈະເກີດຜົນບໍ ຖ້າເຈົ້າພຽງແຕ່ເວົ້າວ່າ: “ພວກເຈົ້າຄືຄົນທີ່ບໍ່ເຊື່ອຟັງ ແລະ ຫຼ້າຫຼັງ?” ບໍ່, ເຈົ້າຕ້ອງເວົ້າຢ່າງລະອຽດເຖິງວິທີການສະແດງຄວາມບໍ່ເຊື່ອຟັງ ແລະ ຄວາມຫຼັງຫຼັງຂອງພວກເຂົາ. ເຈົ້າຕ້ອງເວົ້າເຖິງສະພາວະທີ່ບໍ່ເຊື່ອຟັງຂອງພວກເຂົາ, ພຶດຕິກຳທີ່ບໍ່ເຊື່ອຟັງຂອງພວກເຂົາ ແລະ ອຸປະນິໄສແບບຊາຕານຂອງພວກເຂົາ ແລະ ເຈົ້າຕ້ອງເວົ້າເຖິງສິ່ງເຫຼົ່ານີ້ໃນລັກສະນະທີ່ເຮັດໃຫ້ພວກເຂົາເຊື່ອທີ່ສຸດໃນຄວາມຈິງທີ່ຢູ່ໃນຄຳເວົ້າຂອງເຈົ້າ. ໃຫ້ໃຊ້ຂໍ້ແທ້ຈິງ ແລະ ຕົວຢ່າງເພື່ອອ້າງເຫດຜົນຂອງເຈົ້າ ແລະ ເວົ້າຢ່າງຖືກຕ້ອງເຖິງວິທີທີ່ພວກເຂົາສາມາດເປັນອິດສະຫຼະຈາກພຶດຕິກຳທີ່ເປັນປໍລະປັກ ແລະ ຊີ້ນໍາເສັ້ນທາງສູ່ການປະຕິບັດ, ນີ້ແມ່ນວິທີທີ່ຈະເຮັດໃຫ້ຜູ້ຄົນເຊື່ອ. ມີພຽງແຕ່ຄົນທີ່ເຮັດແບບນີ້ເທົ່ານັ້ນຈຶ່ງສາມາດນໍາພາຄົນອື່ນໄດ້; ມີພຽງເມື່ອນັ້ນພວກເຂົາຈຶ່ງຈະມີຄວາມເປັນຈິງແຫ່ງຄວາມຈິງ.

(ຄັດຈາກບົດ “ການປະຕິບັດ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 442)

ການເປັນພະຍານໃຫ້ແກ່ພຣະເຈົ້າຫຼັກໆແມ່ນເລື່ອງການເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າ, ວິທີທີ່ພຣະເຈົ້າເອົາຊະນະຜູ້ຄົນ, ວິທີທີ່ພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີທີ່ພຣະອົງປ່ຽນແປງຜູ້ຄົນ; ມັນແມ່ນການເວົ້າເຖິງວິທີທີ່ພຣະອົງນໍາພາຜູ້ຄົນໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຮັດໃຫ້ພວກເຂົາຖືກເອົາຊະນະ, ຖືກເຮັດໃຫ້ສົມບູນ ແລະ ຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງ. ການເປັນພະຍານໝາຍເຖິງການເວົ້າເຖິງພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ເຈົ້າໄດ້ຜະເຊີນ. ມີພຽງແຕ່ພາລະກິດຂອງພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະອົງ ແລະ ມີພຽງແຕ່ພາລະກິດຂອງພຣະອົງທີ່ສາມາດເປີດເຜີຍພຣະອົງສູ່ສາທາລະນະ, ໃນຄວາມເປັນພຣະອົງທັງໝົດ; ພາລະກິດຂອງພຣະອົງເປັນພະຍານໃຫ້ແກ່ພຣະອົງ. ພາລະກິດຂອງພຣະອົງ ແລະ ພຣະຄໍາຂອງພຣະອົງເປັນຕົວແທນໃຫ້ແກ່ພຣະວິນຍານໂດຍກົງ; ພາລະກິດທີ່ພຣະອົງເຮັດແມ່ນຖືກປະຕິບັດໂດຍພຣະວິນຍານ ແລະ ພຣະທຳທີ່ພຣະອົງກ່າວແມ່ນຖືກກ່າວໂດຍພຣະວິນຍານ. ສິ່ງເຫຼົ່ານີ້ພຽງແຕ່ຖືກກ່າວອອກຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງ ພວກມັນແມ່ນການສະແດງອອກຂອງພຣະວິນຍານ. ພາລະກິດທຸກຢ່າງທີ່ພຣະອົງເຮັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວເປັນຕົວແທນໃຫ້ແກ່ທາດແທ້ຂອງພຣະອົງ. ຫຼັງຈາກທີ່ພຣະອົງສວມໃສ່ເນື້ອໜັງ ແລະ ມາຢູ່ທ່າມກາງມະນຸດ, ຖ້າພຣະເຈົ້າບໍ່ໄດ້ກ່າວ ຫຼື ປະຕິບັດພາລະກິດ ແລະ ຂໍໃຫ້ພວກເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ, ຄວາມເປັນປົກກະຕິຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ, ເຈົ້າຈະສາມາດຮູ້ຈັກບໍ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ທາດແທ້ຂອງພຣະວິນຍານແມ່ນຫຍັງ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ຄຸນລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຫຍັງ? ມັນເປັນພຽງຍ້ອນພວກເຈົ້າໄດ້ຜະເຊີນແຕ່ລະບາດກ້າວໃນພາລະກິດຂອງພຣະອົງ, ພຣະອົງຈຶ່ງຂໍໃຫ້ພວກເຈົ້າເປັນພະຍານໃຫ້ແກ່ພຣະອົງ. ຖ້າພວກເຈົ້າປາສະຈາກປະສົບການດັ່ງກ່າວ, ແລ້ວພຣະອົງຈະບໍ່ຂໍໃຫ້ພວກເຈົ້າເປັນພະຍານ. ສະນັ້ນ ເມື່ອເຈົ້າເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າບໍ່ພຽງແຕ່ເປັນພະຍານເຖິງລັກສະນະພາຍນອກຂອງຄວາມເປັນມະນຸດປົກກະຕິຂອງພຣະອົງ, ແຕ່ຍັງເປັນພະຍານເຖິງພາລະກິດທີ່ພຣະອົງເຮັດ ແລະ ເສັ້ນທາງທີ່ພຣະອົງນໍາພາ; ເຈົ້າຕ້ອງເປັນພະຍານເຖິງວິທີທາງທີ່ເຈົ້າຖືກເອົາຊະນະໂດຍພຣະອົງ ແລະ ໃນດ້ານໃດທີ່ເຈົ້າຖືກເຮັດໃຫ້ສົມບູນ. ນີ້ແມ່ນປະເພດຂອງການເປັນພະຍານທີ່ເຈົ້າຄວນມີ. ບ່ອນໃດກໍຕາມທີ່ເຈົ້າໄປ, ຖ້າເຈົ້າຮ້ອງອອກມາວ່າ: “ພຣະເຈົ້າຂອງຂ້ານ້ອຍໄດ້ມາເພື່ອປະຕິບັດພາລະກິດ ແລະ ພາລະກິດຂອງພຣະອົງແມ່ນເປັນຈິງແທ້ໆ! ພຣະອົງໄດ້ຮັບເອົາພວກຂ້ານ້ອຍໂດຍບໍ່ມີການກະທຳທີ່ເໜືອທຳມະຊາດ, ໂດຍປາສະຈາກການອິດທິລິດ ແລະ ການອັດສະຈັນໃດໆເລີຍ!” ຄົນອື່ນຈະຖາມວ່າ: “ເຈົ້າໝາຍຄວາມວ່າແນວໃດ ເມື່ອເຈົ້າເວົ້າວ່າ ພຣະອົງບໍ່ໄດ້ປະຕິບັດການອິດທິລິດ ແລະ ການອັດສະຈັນ? ພຣະອົງຈະສາມາດເອົາຊະນະເຈົ້າໂດຍບໍ່ປະຕິບັດການອິດທິລິດ ແລະ ການອັດສະຈັນໄດ້ແນວໃດ?” ແລ້ວເຈົ້າກໍຈະເວົ້າວ່າ: “ພຣະອົງກ່າວ ແລະ ໂດຍບໍ່ໄດ້ມີການສະແດງການອັດສະຈັນ ຫຼື ການອິດທິລິດເລີຍ, ພຣະອົງໄດ້ເອົາຊະນະພວກຂ້ານ້ອຍ. ພາລະກິດຂອງພຣະອົງໄດ້ເອົາຊະນະພວກຂ້ານ້ອຍ”. ໃນທີ່ສຸດແລ້ວ ຖ້າເຈົ້າບໍ່ສາມາດເວົ້າຫຍັງກ່ຽວກັບທາດແທ້, ຖ້າເຈົ້າບໍ່ສາມາດເວົ້າເຖິງສິ່ງທີ່ສະເພາະເຈາະຈົງ, ແລ້ວນີ້ແມ່ນຄຳພະຍານທີ່ແທ້ຈິງບໍ? ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເອົາຊະນະຜູ້ຄົນ, ມັນຄືພຣະທຳອັນສັກສິດຂອງພຣະອົງທີ່ເຮັດແບບນັ້ນ. ຄວາມເປັນມະນຸດບໍ່ສາມາດເຮັດສິ່ງນີ້ໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດບັນລຸໄດ້ ແລະ ແມ່ນແຕ່ຄົນທີ່ມີຄວາມສາມາດສູງທີ່ສຸດໃນບັນດາຄົນທີ່ປົກກະຕິກໍບໍ່ສາມາດເຮັດສິ່ງນີ້ໄດ້, ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສູງສົ່ງກວ່າສິ່ງຖືກສ້າງໃດໆ. ສິ່ງນີ້ແມ່ນພິເສດຕໍ່ຜູ້ຄົນ; ເໜືອສິ່ງໃດທັງໝົດ, ພຣະຜູ້ສ້າງແມ່ນສູງສົ່ງກວ່າສິ່ງທີ່ຖືກສ້າງ. ສິ່ງທີ່ຖືກສ້າງບໍ່ສາມາດສູງສົ່ງກວ່າພຣະຜູ້ສ້າງ; ຖ້າເຈົ້າສູງສົ່ງກວ່າພຣະອົງ, ພຣະອົງກໍຈະບໍ່ສາມາດເອົາຊະນະເຈົ້າໄດ້ ແລະ ພຣະອົງພຽງສາມາດເອົາຊະນະເຈົ້າໄດ້ ກໍຍ້ອນພຣະອົງສູງສົ່ງກວ່າເຈົ້າເທົ່ານັ້ນ. ພຣະອົງທີ່ເອົາຊະນະມະນຸດຊາດທັງປວງແມ່ນພຣະຜູ້ສ້າງ ແລະ ບໍ່ມີຜູ້ໃດນອກຈາກພຣະອົງທີ່ສາມາດປະຕິບັດພາລະກິດນີ້ໄດ້. ຄຳເວົ້າເຫຼົ່ານີ້ແມ່ນ “ຄຳພະຍານ”, ຄຳພະຍານປະເພດທີ່ເຈົ້າຄວນມີ. ເຈົ້າໄດ້ຜະເຊີນກັບການຂ້ຽນຕີ, ການພິພາກສາ, ການຫຼໍ່ຫຼອມ, ການທົດລອງ, ຄວາມລົ້ມເຫຼວ ແລະ ຄວາມລໍາບາກຍາກແຄ້ນ ເທື່ອລະບາດກ້າວ ແລະ ເຈົ້າໄດ້ຖືກເອົາຊະນະ; ເຈົ້າໄດ້ປະວາງຄວາມຄາດຫວັງຈາກເນື້ອໜັງ, ແຮງຈູງໃຈສ່ວນຕົວຂອງເຈົ້າ ແລະ ຜົນປະໂຫຍດສ່ວນຕົວທາງເນື້ອໜັງ. ເວົ້າອີກຢ່າງໜຶ່ງກໍຄື ພຣະທຳຂອງພຣະເຈົ້າໄດ້ເອົາຊະນະຫົວໃຈຂອງເຈົ້າຢ່າງສິ້ນເຊີງ. ເຖິງແມ່ນເຈົ້າບໍ່ໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້ຫຼາຍສໍ່າທີ່ພຣະອົງຮຽກຮ້ອງ, ແຕ່ເຈົ້າກໍຮູ້ທຸກສິ່ງເຫຼົ່ານີ້ ແລະ ເຈົ້າກໍເຊື່ອຢ່າງສິ້ນເຊີງໃນສິ່ງທີ່ພຣະອົງເຮັດ. ສະນັ້ນ ນີ້ຈຶ່ງອາດຖືກເອີ້ນໄດ້ວ່າຄຳພະຍານ, ຄຳພະຍານທີ່ເປັນຈິງ ແລະ ແທ້ຈິງ. ພາລະກິດທີ່ພຣະເຈົ້າໄດ້ມາປະຕິບັດ, ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແມ່ນເພື່ອເອົາຊະນະມະນຸດ, ແຕ່ພຣະອົງຍັງຕ້ອງເຮັດສຳເລັດພາລະກິດຂອງພຣະອົງ, ສິ້ນສຸດຍຸກ ແລະ ປະຕິບັດພາລະກິດແຫ່ງການສິ້ນສຸດ. ພຣະອົງກຳລັງສິ້ນສຸດຍຸກທັງໝົດ, ຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ໄຖ່ມະນຸດຊາດອອກຈາກຄວາມຜິດບາບເປັນຄັ້ງສຸດທ້າຍ; ພຣະອົງກຳລັງຮັບເອົາມະນຸດຊາດທີ່ພຣະອົງສ້າງຂຶ້ນຢ່າງສົມບູນ. ເຈົ້າຄວນເປັນພະຍານເຖິງທຸກສິ່ງນີ້. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະເຈົ້າ, ເຈົ້າໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ຜະເຊີນມັນຢ່າງເປັນສ່ວນຕົວ; ເມື່ອເຈົ້າໄດ້ໄປເຖິງຈຸດຈົບຢ່າງແທ້ຈິງ, ເຈົ້າກໍຕ້ອງບໍ່ເປັນຄົນທີ່ບໍ່ສາມາດປະຕິບັດໜ້າທີ່ໆຖືກມອບໝາຍໃຫ້ແກ່ເຈົ້າ. ສິ່ງນັ້ນຊ່າງເປັນຕາສົມເພດແທ້ໆ! ໃນອະນາຄົດ, ເມື່ອຂ່າວປະເສີດຖືກເຜີຍແຜ່, ເຈົ້າກໍຄວນທີ່ຈະສາມາດເວົ້າເຖິງຄວາມຮູ້ຂອງເຈົ້າເອງ, ເປັນພະຍານເຖິງທຸກສິ່ງທີ່ເຈົ້າໄດ້ຮັບໃນຫົວໃຈຂອງເຈົ້າ ແລະ ທຸ້ມເທສຸດກຳລັງ. ນີ້ຄືສິ່ງທີ່ສິ່ງຖືກສ້າງຄວນບັນລຸ. ແມ່ນຫຍັງຄືຄວາມໝາຍທີ່ແທ້ຈິງຂອງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າ? ແມ່ນຫຍັງຄືຜົນສະທ້ອນຂອງມັນ? ແລ້ວມັນຖືກປະຕິບັດໃນມະນຸດໄດ້ຫຼາຍສໍ່າໃດ? ຜູ້ຄົນຄວນເຮັດຫຍັງ? ເມື່ອພວກເຈົ້າສາມາດເວົ້າຢ່າງຊັດເຈນເຖິງພາລະກິດທັງໝົດທີ່ພຣະເຈົ້າທີ່ບັງເກີດເປັນນະມຸດໄດ້ປະຕິບັດຕັ້ງແຕ່ພຣະອົງມາເຖິງແຜ່ນດິນໂລກ, ແລ້ວຄຳພະຍານຂອງເຈົ້າກໍຈະສົມບູນ. ເມື່ອເຈົ້າສາມາດເວົ້າຢ່າງຊັດເຈນເຖິງຫ້າສິ່ງເຫຼົ່ານີ້: ຄວາມໝາຍຂອງພາລະກິດຂອງພຣະອົງ; ເນື້ອຫາຂອງພາລະກິດນັ້ນ; ທາດແທ້ຂອງພາລະກິດນັ້ນ; ອຸປະນິໄສທີ່ພາລະກິດເປັນຕົວແທນໃຫ້; ແລະ ຫຼັກການຂອງພາລະກິດນັ້ນ, ແລ້ວສິ່ງນີ້ກໍຈະພິສູດວ່າ ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້, ເຈົ້າມີຄວາມຮູ້ຢ່າງແທ້ຈິງ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າບໍ່ໄດ້ສູງຂະໜາດນັ້ນ ແລະ ສາມາດບັນລຸໄດ້ໂດຍທຸກຄົນທີ່ສະແຫວງຫາຢ່າງແທ້ຈິງ. ຖ້າເຈົ້າຕັ້ງໃຈທີ່ຈະເປັນໜຶ່ງໃນພະຍານຂອງພຣະເຈົ້າ, ເຈົ້າກໍຕ້ອງເຂົ້າໃຈສິ່ງທີ່ພຣະເຈົ້າກຽດຊັງ ແລະ ສິ່ງທີ່ພຣະເຈົ້າຮັກ. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ; ຜ່ານທາງພາລະກິດນີ້, ເຈົ້າຕ້ອງມາຮູ້ຈັກອຸປະນິໄສຂອງພຣະອົງ, ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ໃຊ້ຄວາມຮູ້ນີ້ເພື່ອເປັນພະຍານກ່ຽວກັບພຣະອົງ ແລະ ປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າອາດເວົ້າພຽງແຕ່ວ່າ: “ພວກຂ້ານ້ອຍຮູ້ຈັກພຣະເຈົ້າ. ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງແມ່ນຮຸນແຮງຫຼາຍ. ພຣະທຳຂອງພຣະອົງເຄັ່ງຄັດຫຼາຍ; ພຣະທຳເຫຼົ່ານັ້ນຊອບທຳ ແລະ ສະຫງ່າຜາເຜີຍ ແລະ ພວກມັນບໍ່ສາມາດຖືກທ້າທາຍໄດ້ໂດຍມະນຸດຄົນໃດໜຶ່ງ”, ແຕ່ໃນທີ່ສຸດແລ້ວ ຄຳເວົ້າເຫຼົ່ານີ້ສະໜອງໃຫ້ແກ່ມະນຸດໄດ້ບໍ? ແມ່ນຫຍັງຄືຜົນສະທ້ອນຂອງຄໍາເວົ້າເຫຼົ່ານີ້ໃນຜູ້ຄົນ? ເຈົ້າຮູ້ຈັກຢ່າງແທ້ຈິງບໍວ່າ ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້ມີປະໂຫຍດທີ່ສຸດຕໍ່ເຈົ້າ? ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າກຳລັງເປີດໂປງຄວາມກະບົດ ແລະ ຄວາມເສື່ອມຊາມຂອງເຈົ້າ, ບໍ່ແມ່ນບໍ? ພວກມັນສາມາດຊໍາລະລ້າງ ແລະ ກຳຈັດສິ່ງທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານັ້ນທີ່ຢູ່ພາຍໃນເຈົ້າ, ບໍ່ແມ່ນບໍ? ຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີ, ເຈົ້າຈະກາຍເປັນຫຍັງ? ເຈົ້າຈະຮັບຮູ້ເຖິງຂໍ້ແທ້ຈິງທີ່ຊາຕານໄດ້ເຮັດໃຫ້ເຈົ້າເສື່ອມຊາມຈົນເຖິງລະດັບທີ່ຮຸນແຮງທີ່ສຸດບໍ? ມື້ນີ້ ພວກເຈົ້າຄວນປະກອບຕົນເອງດ້ວຍສິ່ງຕ່າງໆເຫຼົ່ານີ້ ແລະ ຮູ້ຈັກພວກມັນເປັນຢ່າງດີ.

(ຄັດຈາກບົດ “ການປະຕິບັດ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 443)

ຕອນນີ້ພວກເຈົ້າຮູ້ສິ່ງທີ່ພວກເຈົ້າຕ້ອງມີຢູ່ບໍ? ດ້ານໜຶ່ງແມ່ນວິໄສທັດກ່ຽວກັບພາລະກິດ ແລະ ດ້ານອື່ນແມ່ນການປະຕິບັດຂອງເຈົ້າ. ເຈົ້າຕ້ອງເຂົ້າໃຈທັງສອງດ້ານ. ຫາກເຈົ້າບໍ່ມີວິໄສທັດໃນການຄົ້ນຫາເພື່ອສ້າງຄວາມກ້າວໜ້າໃນຊີວິດ, ເຈົ້າກໍ່ບໍ່ມີຮາກຖານ. ຖ້າເຈົ້າມີພຽງເສັ້ນທາງປະຕິບັດເທົ່ານັ້ນ ແລະ ບໍ່ມີວິໄສທັດແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມເຂົ້າໃຈພາລະກິດໃດໆຂອງແຜນການຄຸ້ມຄອງທັງໝົດ, ເຈົ້າກໍ່ຈະບໍ່ມີດີຫຍັງເລີຍ. ເຈົ້າຕ້ອງເຂົ້າໃຈຄວາມຈິງທາງດ້ານນິມິດ ແລະ ໃນສ່ວນຄວາມຈິງທາງດ້ານປະຕິບັດນັ້ນ, ເຈົ້າກໍຕ້ອງຊອກຫາເສັ້ນທາງປະຕິບັດທີ່ເໝາະສົມເມື່ອເຈົ້າເຂົ້າໃຈພວກມັນແລ້ວ; ເຈົ້າຕ້ອງປະຕິບັດຕາມພຣະທຳ ແລະ ເຂົ້າສູ່ຕາມເງື່ອນໄຂຂອງເຈົ້າ. ວິໄສທັດຕ່າງໆເປັນຮາກຖານ ແລະ ຖ້າເຈົ້າບໍ່ໃສ່ໃຈກັບເລື່ອງນີ້, ເຈົ້າຈະບໍ່ສາມາດຕິດຕາມໄດ້ຈົນເຖິງທີ່ສຸດ. ເມື່ອເຈົ້າປະສົບກັບເສັ້ນທາງນີ້, ເຈົ້າກໍຈະທັງຫຼົງທາງ ຫຼື ລົ້ມລົງ ແລະ ລົ້ມເຫຼວ. ຈະບໍ່ມີທາງປະສົບຜົນສຳເລັດໄດ້ເລີຍ! ຄົນທີ່ບໍ່ມີວິໄສທັດອັນຍິ່ງໃຫຍ່ເປັນດັ່ງຮາກຖານຂອງພວກເຂົາ ກໍຈະມີແຕ່ລົ້ມເຫຼວ ແລະ ບໍ່ປະສົບຜົນສຳເລັດ. ເຈົ້າບໍ່ສາມາດຕັ້ງໝັ້ນໄດ້! ເຈົ້າຮູ້ບໍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ບໍວ່າການຕິດຕາມພຣະເຈົ້າແມ່ນຫຍັງ? ຖ້າປາສະຈາກວິໄສທັດແລ້ວ, ເຈົ້າຈະຍ່າງຕາມເສັ້ນທາງໃດ? ໃນພາລະກິດຂອງປັດຈຸບັນນີ້, ຖ້າເຈົ້າບໍ່ມີວິໄສທັດ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້ເລີຍ. ແລ້ວເຈົ້າເຊື່ອໃຜ? ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະອົງ? ເປັນຫຍັງເຈົ້າຈິ່ງຕິດຕາມພຣະອົງ? ເຈົ້າເຊື່ອວ່າເປັນເກມຊະນິດໜຶ່ງຊັ້ນບໍ? ເຈົ້າຈັດການກັບຊີວິດຂອງເຈົ້າຄືກັບຂອງຫຼິ້ນບໍ? ພຣະເຈົ້າຂອງວັນນີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດ. ເຈົ້າຮູ້ກ່ຽວກັບພຣະອົງຫຼາຍປານໃດ? ເຈົ້າໄດ້ເຫັນພຣະອົງຫຼາຍປານໃດ? ພື້ນຖານຂອງການເຊື່ອໃນພຣະເຈົ້າຂອງເຈົ້າໝັ້ນຄົງບໍ ເມື່ອໄດ້ເຫັນພຣະເຈົ້າຂອງວັນນີ້? ເຈົ້າຄິດວ່າ ຕາບໃດທີ່ເຈົ້າຕິດຕາມໃນເສັ້ນທາງທີ່ສັບສົນນີ້, ເຈົ້າຈະໄດ້ຮັບການຊ່ວຍໃຫ້ພົ້ນບາບບໍ? ເຈົ້າຄິດວ່າ ເຈົ້າສາມາດຈັບປາໃນນໍ້າຂຸ່ນໄດ້ບໍ? ມັນງ່າຍບໍ? ມີຈັກຄວາມຄິດທີ່ກ່ຽວກັບສິ່ງທີ່ພຣະເຈົ້າຂອງວັນນີ້ກ່າວເຖິງ ທີ່ເຈົ້າໄດ້ປ່ອຍວາງລົງແດ່? ເຈົ້າມີວິໄສທັດກ່ຽວກັບພຣະເຈົ້າຂອງວັນນີ້ບໍ? ຄວາມເຊື່ອຂອງເຈົ້າກ່ຽວກັບພຣະເຈົ້າຂອງວັນນີ້ແມ່ນຢູ່ໃສ? ເຈົ້າເຊື່ອຢູ່ສະເໝີວ່າ ເຈົ້າຈະສາມາດຮັບເອົາພຣະອົງ[ກ] ໂດຍການຕິດຕາມພຣະອົງເທົ່ານັ້ນ ຫຼື ພຽງແຕ່ໂດຍການເຫັນພຣະອົງ ແລະ ຈະບໍ່ມີໃຜທີ່ສາມາດຂັບໄລ່ເຈົ້າໄດ້. ຢ່າຄິດວ່າການຕິດຕາມພຣະເຈົ້າງ່າຍປານນັ້ນ. ສິ່ງສຳຄັນຄືວ່າເຈົ້າຕ້ອງຮູ້ຈັກພຣະອົງ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງ ແລະ ເຈົ້າຕ້ອງມີຄວາມປະສົງທີ່ຈະທົນກັບຄວາມຍາກລຳບາກເພື່ອພຣະອົງ, ມີຄວາມປະສົງທີ່ຈະສະຫຼະຊີວິດຂອງເຈົ້າເພື່ອພຣະອົງ ແລະ ມີຄວາມປະສົງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ນີ້ຄືວິໄສທັດທີ່ເຈົ້າຄວນມີ. ມັນຈະບໍ່ໄດ້ຜົນຖ້າເຈົ້າຄິດໃສ່ແຕ່ການໄດ້ຮັບພຣະຄຸນຕະຫຼອດ. ຢ່າໄດ້ສົມມຸດວ່າ ພຣະເຈົ້າສະຖິດພຽງເພື່ອຄວາມສຸກຂອງຄົນ ແລະ ເພື່ອປະທານພຣະຄຸນໃຫ້ແກ່ຜູ້ຄົນ. ເຈົ້າຄິດຜິດແລ້ວ! ຖ້າຜູ້ຄົນບໍ່ສາມາດສ່ຽງຊີວິດຂອງພວກເຂົາເພື່ອຕິດຕາມ, ຖ້າຜູ້ຄົນບໍ່ສາມາດປະຖິ້ມທຸກຢ່າງທີ່ມີຢູ່ໃນໂລກເພື່ອຕິດຕາມແລ້ວ, ພວກເຂົາກໍ່ຈະບໍ່ສາມາດຕິດຕາມຈົນເຖິງທີ່ສຸດໄດ້ຢ່າງແນ່ນອນ! ເຈົ້າຕ້ອງມີວິໄສທັດເປັນດັ່ງຮາກຖານຂອງເຈົ້າ. ຖ້າມື້ຂອງການທົນທຸກທໍລະມານກັບໄພພິບັດຂອງເຈົ້າມາເຖິງ, ເຈົ້າຄວນເຮັດແນວໃດ? ເຈົ້າຍັງຈະສາມາດຕິດຕາມໄດ້ຢູ່ບໍ? ຢ່າເວົ້າແບບບໍ່ຈິງຈັງບໍ່ວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດກໍ່ຕາມ. ກ່ອນອື່ນ ເຈົ້າຄວນຈະມືນຕາຂອງເຈົ້າອອກໃຫ້ກວ້າງເພື່ອເບິ່ງວ່າ ເວລາປັດຈຸບັນນີ້ຄືຫຍັງ. ເຖິງແມ່ນວ່າປັດຈຸບັນນີ້ພວກເຈົ້າອາດເປັນຄືກັບເສົາຂອງວິຫານ, ວັນເວລາຈະມາເຖິງເມື່ອເສົາເຫຼົ່ານີ້ທັງໝົດຈະຖືກດ້ວງເຈາະເຮັດໃຫ້ວິຫານພັງທະລາຍລົງ ຍ້ອນວ່າປັດຈຸບັນນີ້ ມີຫຼາຍວິໄສທັດທີ່ເຈົ້າຍັງຂາດຢູ່. ສິ່ງທີ່ພວກເຈົ້າເອົາໃຈໃສ່ ມີພຽງແຕ່ໂລກນ້ອຍໆຂອງພວກເຈົ້າເອງເທົ່ານັ້ນ ແລະ ພວກເຈົ້າບໍ່ຮູ້ວ່າ ແມ່ນຫຍັງຄືສິ່ງທີ່ເຊື່ອຖືໄດ້ທີ່ສຸດ ແລະ ແມ່ນຫຍັງຄືເສັ້ນທາງຂອງການສະແຫວງຫາທີ່ເໝາະສົມທີ່ສຸດ. ພວກເຈົ້າບໍ່ໄດ້ໃສ່ໃຈກັບວິໄສທັດຂອງພາລະກິດໃນວັນນີ້ ແລະ ພວກເຈົ້າບໍ່ໄດ້ຍຶດຖືເອົາສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຈົ້າ. ພວກເຈົ້າເຄີຍຄິດບໍວ່າ ມື້ໜຶ່ງພຣະເຈົ້າຂອງພວກເຈົ້າຈະເອົາພວກເຈົ້າໄປໄວ້ໃນສະຖານທີ່ທີ່ພວກເຈົ້າບໍ່ຄຸ້ນເຄີຍທີ່ສຸດ? ພວກເຈົ້າສາມາດຈິນຕະນາການເຖິງວັນທີ່ເຮົາອາດຈະຍາດຊິງເອົາທຸກສິ່ງໄປຈາກພວກເຈົ້າ ແລ້ວພວກເຈົ້າຈະກາຍເປັນຫຍັງ? ພະລັງງານຂອງພວກເຈົ້າໃນມື້ນັ້ນຍັງຈະເປັນຄືຕອນນີ້ຢູ່ບໍ? ຄວາມເຊື່ອຂອງພວກເຈົ້າຈະມີອີກບໍ? ໃນການຕິດຕາມພຣະເຈົ້າ, ພວກເຈົ້າຕ້ອງຮູ້ນິມິດທີ່ຍິ່ງໃຫຍ່ທີ່ສຸດ ນັ້ນກໍຄື “ພຣະເຈົ້າ”. ນີ້ແມ່ນເລື່ອງທີ່ສຳຄັນທີ່ສຸດ. ພ້ອມນີ້, ຈົ່ງຢ່າຄິດວ່າການແຍກອອກຈາກຜູ້ຄົນທາງຝ່າຍໂລກເພື່ອກາຍເປັນຜູ້ທີ່ຖືກເຮັດໃຫ້ສັກສິດ ແລ້ວພວກເຈົ້າຈະໄດ້ເປັນຄົນໃນຄອບຄົວຂອງພຣະເຈົ້າ. ທຸກມື້ນີ້ ພຣະເຈົ້າເອງຄືຜູ້ປະຕິບັດພາລະກິດທ່າມກາງສິ່ງຊົງສ້າງ. ພຣະເຈົ້າໄດ້ສະເດັດມາຢູ່ທ່າມກາງຜູ້ຄົນເພື່ອປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ແມ່ນເພື່ອມາດຳເນີນການເຜີຍແຜ່. ໃນກຸ່ມພວກເຈົ້າ, ບໍ່ມີຜູ້ຄົນແມ່ນແຕ່ໜ້ອຍດຽວທີ່ສາມາດຮູ້ວ່າພາລະກິດໃນປັດຈຸບັນນີ້ແມ່ນພາລະກິດຂອງພຣະເຈົ້າແຫ່ງສະຫວັນຜູ້ທີ່ກາຍເປັນເນື້ອໜັງ. ມັນບໍ່ກ່ຽວກັບການເຮັດໃຫ້ພວກເຈົ້າເປັນຄົນທີ່ມີພອນສະຫວັນ. ກົງກັນຂ້າມ, ມັນແມ່ນເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກຄວາມໝາຍຂອງຊີວິດມະນຸດ, ຮູ້ຈັກຈຸດໝາຍປາຍທາງຂອງມະນຸດຊາດ ແລະ ເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກພຣະເຈົ້າ ແລະ ຄວາມສົມບູນຂອງພຣະອົງ. ເຈົ້າຄວນຮູ້ວ່າ ເຈົ້າແມ່ນສິ່ງຖືກສ້າງທີ່ຢູ່ໃນກໍາມືຂອງພຣະຜູ້ສ້າງ. ສິ່ງທີ່ເຈົ້າຄວນເຂົ້າໃຈ, ສິ່ງທີ່ເຈົ້າຄວນປະຕິບັດ ແລະ ວິທີທີ່ເຈົ້າຄວນຕິດຕາມພຣະເຈົ້າ; ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງທີ່ເຈົ້າຄວນເຂົ້າໃຈບໍ? ພວກມັນບໍ່ແມ່ນນິມິດທີ່ເຈົ້າຄວນເຫັນບໍ?

ເມື່ອຄົນມີນິມິດ ເຂົາກໍຈະມີພື້ນຖານ. ເມື່ອເຈົ້າປະຕິບັດຢູ່ບົນພຶ້ນຖານນີ້, ການເຂົ້າເຖິງກໍຈະງ່າຍ. ດ້ວຍວິທີນີ້ ເຈົ້າຈະບໍ່ມີຄວາມກັງວົນບົນພື້ນຖານຂອງການເຂົ້າເຖິງ ແລະ ມັນຈະງ່າຍຫຼາຍສຳລັບເຈົ້າທີ່ຈະເຂົ້າເຖິງ. ການເຂົ້າໃຈນິມິດໃນລັກສະນະນີ້ ແລະ ການເຂົ້າໃຈພາລະກິດໃນລັກສະນະນີ້ຄືກະແຈສໍາຄັນ. ພວກເຈົ້າຕ້ອງປະກອບດ້ວຍລັກສະນະນີ້. ຖ້າເຈົ້າບໍ່ປະກອບດ້ວຍຄວາມຈິງໃນດ້ານນີ້ ແລະ ກ່າວເຖິງພຽງເສັ້ນທາງຂອງການປະຕິບັດເທົ່ານັ້ນ, ສິ່ງນີ້ກໍຈະແມ່ນຂໍ້ບົກຜ່ອງອັນໃຫຍ່ຫຼວງ. ເຮົາໄດ້ຄົ້ນພົບວ່າພວກເຈົ້າຫຼາຍຄົນບໍ່ໄດ້ເນັ້ນໜັກໃນດ້ານນີ້ ແລະ ເມື່ອພວກເຈົ້າຟັງຄວາມຈິງດ້ານນີ້ ມັນຄືກັບວ່າເປັນພຽງການຟັງຄຳສອນເທົ່ານັ້ນ. ມື້ໜຶ່ງເຈົ້າຈະພະເຊີນກັບການສູນເສຍ. ຕອນນີ້ມີພຣະທຳບາງຂໍ້ທີ່ເຈົ້າບໍ່ເຂົ້າໃຈ ແລະ ບໍ່ໄດ້ຊືມຊັບກັບຂໍ້ພຣະທໍາດັ່ງກ່າວ; ໃນກໍລະນີນີ້ ເຈົ້າຄວນສະແຫວງຫາຢ່າງອົດທົນ ແລະ ວັນທີ່ເຈົ້າຈະເຂົ້າໃຈກໍຈະມາເຖິງ. ຈົ່ງປະກອບມີຄວາມຈິງເທື່ອລະໜ້ອຍ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈ ຄຳສອນທາງຝ່າຍວິນຍານພຽງແຕ່ສອງສາມຂໍ້, ມັນກໍ່ຍັງດີກວ່າບໍ່ເອົາໃຈໃສ່ຕໍ່ພວກມັນເລີຍ. ມັນຍັງດີກວ່າບໍ່ເຂົ້າໃຈຫຍັງເລີຍ. ທັງໝົດນີ້ເປັນປະໂຫຍດຕໍ່ການເຂົ້າສູ່ຂອງເຈົ້າ ແລະ ຈະກຳຈັດຄວາມສົງໄສຂອງເຈົ້າອອກໄປ. ມັນດີກວ່າການທີ່ເຈົ້າເຕັມໄປດ້ວຍຄວາມຄິດຕ່າງໆ. ມັນດີກວ່າຫຼາຍທີ່ຈະມີນິມິດເຫຼົ່ານີ້ເປັນພື້ນຖານ. ໂດຍບໍ່ມີຄວາມວິຕົກກັງວົນໃດໆ, ເຂົ້າເຖິງດ້ວຍຄວາມພາກພູມໃຈ ແລະ ດ້ວຍທ່າທາງທີ່ໝັ້ນໃຈ. ເປັນຫຍັງຈິ່ງໄປສົນໃຈຕິດຕາມຢ່າງສັບສົນໃນທາງທີ່ເຕັມໄປດ້ວຍຄວາມສົງໄສຢູ່ຕະຫຼອດ? ນັ້ນຈະບໍ່ເປັນການອັດຫູເຈົ້າໄວ້ໃນຂະນະທີ່ລັກເອົາລະຄັງບໍ? ມັນງົດງາມພຽງໃດທີ່ຈະເຂົ້າໄປໃນອານາຈັກດ້ວຍຄວາມພາກພູມໃຈ ແລະ ດ້ວຍທ່າທາງທີ່ໝັ້ນໃຈ! ເປັນຫຍັງຈິ່ງເຕັມໄປດ້ວຍຄວາມວິຕົກກັງວົນ? ນີ້ຈະບໍ່ເປັນພຽງການທົນທຸກກັບຄວາມຍາກລຳບາກເທົ່ານັ້ນບໍ? ເມື່ອເຈົ້າມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຢໂຮວາ, ກ່ຽວກັບພາລະກິດຂອງພຣະເຢຊູ ແລະ ກ່ຽວກັບຂັ້ນຕອນນີ້ຂອງພາລະກິດ, ເມື່ອນັ້ນເຈົ້າກໍ່ຈະມີພື້ນຖານ. ຕອນນີ້ ເຈົ້າອາດຈິນຕະນາການວ່າມັນງ່າຍຫຼາຍ. ບາງຄົນເວົ້າວ່າ “ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດອັນຍິ່ງໃຫຍ່, ຂ້ານ້ອຍຈະມີພຣະທຳທັງໝົດ. ຄວາມຈິງແລ້ວ ຂ້ານອຍບໍ່ເຂົ້າໃຈຢ່າງແທ້ຈິງໃນຕອນນີ້ກໍ່ຍ້ອນວ່າພຣະວິນຍານບໍລິສຸດຍັງບໍ່ໄດ້ໃຫ້ຄວາມສະຫວ່າງແກ່ຂ້ານ້ອຍຫຼາຍເທື່ອ”. ມັນບໍ່ແມ່ນເລື່ອງງ່າຍເລີຍ; ມັນບໍ່ຄືກັບວ່າ ເຈົ້າເຕັມໃຈຍອມຮັບຄວາມຈິງ[ຂ] ໃນຕອນນີ້ ແລະ ຫຼັງຈາກນັ້ນ ເມື່ອເວລານັ້ນມາເຖິງ ເຈົ້າຈະໃຊ້ມັນໄດ້ຢ່າງຊຳນານ. ມັນບໍ່ແມ່ນແບບນັ້ນ! ເຈົ້າເຊື່ອວ່າຕອນນີ້ເຈົ້າມີຄວາມເຂົ້າໃຈທຸກຢ່າງ ແລະ ຄົງຈະບໍ່ມີບັນຫາທີ່ຈະຕອບຄົນຂອງສາສະໜາ ແລະ ນັກທິດສະດີຜູ້ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ແມ່ນແຕ່ໂຕ້ຖຽງເພື່ອພິສູດວ່າພວກເຂົາຜິດ. ເຈົ້າຈະເຮັດສິ່ງນັ້ນໄດ້ແທ້ບໍ? ເຈົ້າສາມາດເວົ້າເຖິງຄວາມເຂົ້າໃຈອັນໃດໄດ້ແດ່ຈາກປະສົບການພຽງຜິວເຜີນຂອງເຈົ້າ? ການປະກອບມີຄວາມຈິງ, ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງ ແລະ ການເປັນພະຍານໃຫ້ແກ່ພຣະນາມຂອງພຣະເຈົ້າບໍ່ແມ່ນແບບທີ່ເຈົ້າຄິດ ເຊິ່ງຕາບໃດທີ່ພຣະເຈົ້າຍັງປະຕິບັດພາລະກິດຢູ່ ທຸກສິ່ງກໍຈະສຳເລັດລົງ. ໃນເວລານັ້ນ ບາງເທື່ອເຈົ້າອາດຈະຖືກເຮັດໃຫ້ສົບສົນດ້ວຍບາງຄຳຖາມ ແລະ ເຈົ້າອາດຈະຕົກຕະລຶງ. ສິ່ງສຳຄັນຄື ເຈົ້າມີຄວາມຊັດເຈນກ່ຽວກັບຂັ້ນຕອນນີ້ຂອງພາລະກິດ ຫຼື ບໍ່ ແລະ ເຈົ້າເຂົ້າໃຈມັນຢ່າງແທ້ຈິງຫຼາຍປານໃດ. ຖ້າເຈົ້າບໍ່ສາມາດເອົາຊະນະກຳລັງຂອງສັດຕູໄດ້ ແລະ ບໍ່ສາມາດເອົາຊະນະກອງກໍາລັງຂອງສາສະໜາໄດ້, ເຈົ້າຈະບໍ່ກາຍເປັນຄົນທີ່ໄຮ້ປະໂຫຍດບໍ? ຖ້າເຈົ້າໄດ້ປະສົບກັບພາລະກິດຂອງວັນນີ້, ໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ໄດ້ຍິນມັນດ້ວຍຫູຂອງເຈົ້າເອງ, ແຕ່ສຸດທ້າຍແລ້ວເຈົ້າບໍ່ສາມາດເປັນພະຍານໄດ້, ເຈົ້າຍັງຈະມີໜ້າໃຊ້ຊີວິດຢູ່ຕໍ່ໄປອີກບໍ? ເຈົ້າຈະສາມາດພົບໜ້າໃຜໄດ້ຢູ່ບໍ? ບັດນີ້ ຢ່າໄດ້ຄິດງ່າຍໆແບບນັ້ນອີກ. ພາລະກິດໃນອະນາຄົດຈະບໍ່ງ່າຍແບບທີ່ເຈົ້າຄິດ. ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງນັ້ນ ມັນບໍ່ໄດ້ງ່າຍ ຫຼື ງ່າຍດາຍປານນັ້ນ. ຕອນນີ້ ເຈົ້າຕ້ອງປະກອບມີຄວາມຈິງ. ຖ້າບໍ່ປະກອບມີຄວາມຈິງໃນຕອນນີ້, ເມື່ອເວລານັ້ນມາເຖິງ ແລະ ເມື່ອພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຮູບແບບເໜືອທຳມະຊາດອີກຕໍ່ໄປ, ເມື່ອນັ້ນເຈົ້າກໍ່ຈະສັບສົນ ແລະ ເຮັດຫຍັງບໍ່ຖືກ.

(ຄັດຈາກບົດ “ພວກເຈົ້າຕ້ອງເຂົ້າໃຈພາລະກິດ, ຢ່າປະຕິບັດຕາມຢ່າງສັບສົນ!” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີຄຳວ່າ “ພຣະອົງ”.

ຂ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຄວາມຈິງ”.

ກ່ອນນີ້: ການເຂົ້າສູ່ຊີວິດ 1

ຕໍ່ໄປ: ການເຂົ້າສູ່ຊີວິດ 3

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ

ເມື່ອຕັດສິນຈາກການປະຕິບັດ ແລະ ການກະທຳໃນຊີວິດຂອງພວກເຈົ້າ, ພວກເຈົ້າທັງໝົດຕ້ອງການຂໍ້ພຣະທຳໃນທຸກມື້ເພື່ອຈັດຕຽມ ແລະ ເສີມກຳລັງໃຫ້ກັບພວກເຈົ້າ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້