ການເຂົ້າສູ່ຊີວິດ III
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 444)
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືການສະແດງອອກ? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ ແລະ ເຈົ້າຄວນເຊື່ອຟັງມັນບໍ ຫຼື ປະຕິເສດມັນ? ໃນການປະຕິບັດຕົວຈິງຂອງຜູ້ຄົນ, ຫຼາຍຢ່າງໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ ຈົນຜູ້ຄົນເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ພວກມັນມາຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ຜູ້ຄົນຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະເຊື່ອຟັງ ເຊິ່ງໃນຄວາມເປັນຈິງແລ້ວ ການນໍາພານັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ນອກຈາກຄົນໆໜຶ່ງນໍາໃຊ້ການແຍກແຍະ, ແລ້ວກໍບໍ່ມີທາງທີ່ຈະໄດ້ຮັບປະສົບການຕົວຈິງຂອງຄົນໆນັ້ນ; ຫາກປາສະຈາກການແຍກແຍະ, ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງມາຈາກຄວາມປະສົງຂອງມະນຸດ? ແລ້ວແມ່ນຫຍັງເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງຮູບແບບພາລະກິດຂອງພຣະວິນຍານບໍລິສຸດພາຍໃນມະນຸດ, ແລ້ວໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ ເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ແຍກແຍະໄດ້; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ; ເຈົ້າຈະບໍ່ສັບສົນໃນການເຊື່ອຟັງ ຫຼື ການສະແຫວງຫາຂອງເຈົ້າ ແລະ ເຈົ້າຈະກາຍເປັນຄົນທີ່ມີຄວາມຄິດທີ່ແຈ່ມແຈ້ງ, ເປັນຄົນທີ່ເຊື່ອຟັງພາລະກິດຂອງພຣະວິນຍານບໍລິສຸດ.
ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຮູບແບບຂອງການນໍາພາຢ່າງຫ້າວຫັນ ແລະ ຄວາມສະຫວ່າງໃນທາງທີ່ດີ. ມັນບໍ່ອະນຸຍາດໃຫ້ຜູ້ຄົນຢູ່ຊື່ໆ. ພາລະກິດດັ່ງກ່າວນໍາສິ່ງປອບໃຈມາສູ່ພວກເຂົາ, ມອບຄວາມເຊື່ອ ແລະ ການຕັດສິນໃຈໃຫ້ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດສະແຫວງຫາການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍສາມາດເຂົ້າຫາຢ່າງຂະຫຍັນຂັນແຂງ; ພວກເຂົາບໍ່ຢູ່ຊື່ໆ ຫຼື ຖືກບັງຄັບ, ແຕ່ປະພຶດຕາມການລິເລີ່ມຂອງພວກເຂົາເອງ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍຍິນດີ ແລະ ເຕັມໃຈ, ເຕັມໃຈທີ່ຈະເຊື່ອຟັງ ແລະ ຍິນດີຖ່ອມຕົວພວກເຂົາເອງ. ເຖິງແມ່ນວ່າ ພວກເຂົາເຈັບປວດ ແລະ ອ່ອນແອຂ້າງໃນ, ພວກເຂົາມີຄວາມຕັ້ງໃຈທີ່ຈະຮ່ວມມື; ພວກເຂົາອົດທົນດ້ວຍຄວາມຍິນດີ, ພວກເຂົາສາມາດເຊື່ອຟັງ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປະສົງຂອງມະນຸດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປາຖະໜາ ແລະ ແຮງບັນດານໃຈຂອງມະນຸດຢ່າງແນ່ນອນ. ເມື່ອມະນຸດມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍບໍລິສຸດຢູ່ພາຍໃນເປັນພິເສດ. ຄົນທີ່ຢູ່ມີພາລະກິດຂອງພຣະວິນຍານບໍລິສຸດກໍດຳລົງຊີວິດດ້ວຍຄວາມຮັກສຳລັບພຣະເຈົ້າ ແລະ ຄວາມຮັກຂອງອ້າຍເອື້ອຍນ້ອງຂອງພວກເຂົາ; ພວກເຂົາຊື່ນຊົມໃນສິ່ງທີ່ພຣະເຈົ້າຊື່ນຊົມ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ຄົນທີ່ຖືກສຳຜັດໂດຍພາລະກິດຂອງພຣະວິນຍານບໍລິສຸດມີຄວາມເປັນມະນຸດທີ່ທຳມະດາ ແລະ ພວກເຂົາສະແຫວງຫາຄວາມຈິງຢ່າງຕໍ່ເນື່ອງ ແລະ ມີຄວາມເປັນມະນຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນມະນຸດ, ສະພາບການຂອງພວກເຂົາກໍເປັນປົກກະຕິຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມເປັນມະນຸດຂອງພວກເຂົາກໍຍິ່ງເປັນປົກກະຕິຫຼາຍຂຶ້ນເລື້ອຍໆ, ແລະ ເຖິງແມ່ນວ່າ ການຮ່ວມມືບາງຢ່າງຂອງພວກເຂົາອາດໂງ່ຈ້າ, ແຮງບັນດານໃຈຂອງພວກເຂົາກໍຖືກຕ້ອງ, ການເຂົ້າຫາຂອງພວກເຂົາກໍເປັນໄປໃນທາງທີ່ດີ, ພວກເຂົາບໍ່ພະຍາຍາມຂັດຂວາງ ແລະ ບໍ່ມີຄວາມຄິດຮ້າຍພາຍໃນພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນທຳມະດາ ແລະ ເປັນຈິງ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດໂດຍອີງຕາມກົດລະບຽບຂອງຊີວິດທຳມະດາຂອງມະນຸດ ແລະ ພຣະອົງປະຕິບັດການສ່ອງແສງສະຫວ່າງ ແລະ ການນໍາພາພາຍໃນຜູ້ຄົນໂດຍອີງຕາມການສະແຫວງຫາທີ່ແທ້ຈິງຂອງມະນຸດປົກກະຕິ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນ, ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງມະນຸດປົກກະຕິ. ພຣະອົງສະໜອງໃຫ້ກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງພວກເຂົາ ແລະ ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໄປໃນທາງທີ່ດີ ໂດຍອີງຕາມສິ່ງທີ່ພວກເຂົາຂາດ ແລະ ຕາມຄວາມບົກຜ່ອງຂອງພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອສ່ອງແສງສະຫວ່າງ ແລະ ນໍາພາຜູ້ຄົນໃນຊີວິດທີ່ເປັນຈິງ; ມີພຽງແຕ່ຖ້າພວກເຂົາຜະເຊີນກັບພຣະທຳຂອງພຣະເຈົ້າໃນຊີວິດຕົວຈິງຂອງພວກເຂົາ, ພວກເຂົາຈຶ່ງສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໄດ້. ໃນຊີວິດປະຈຳວັນຂອງພວກເຂົາ ຖ້າຜູ້ຄົນຢູ່ໃນສະພາວະທີ່ດີ ແລະ ມີຊີວິດຝ່າຍວິນຍານທີ່ປົກກະຕິ, ແລ້ວພວກເຂົາກໍມີພາລະກິດຂອງພຣະວິນຍານບໍລິສຸດ. ໃນສະພາວະດັ່ງກ່າວ, ເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍມີຄວາມເຊື່ອ; ເມື່ອພວກເຂົາອະທິຖານ, ພວກເຂົາຈະໄດ້ຮັບການດົນບັນດານໃຈ; ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ ພວກເຂົາບໍ່ຢູ່ຊື່ໆ; ແລະ ໃນຂະນະທີ່ສິ່ງຕ່າງໆເກີດຂຶ້ນ, ພວກເຂົາກໍສາມາດເຫັນບົດຮຽນພາຍໃນສິ່ງເຫຼົ່ານັ້ນທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາຮຽນຮູ້. ພວກເຂົາກໍບໍ່ຢູ່ຊື່ໆ ຫຼື ອ່ອນແອ ແລະ ເຖິງແມ່ນວ່າ ພວກເຂົາມີຄວາມຫຍຸ້ງຍາກຢ່າງແທ້ຈິງ, ພວກເຂົາກໍເຕັມໃຈທີ່ຈະເຊື່ອຟັງການຈັດແຈງທຸກຢ່າງຂອງພຣະເຈົ້າ.
ແມ່ນຫຍັງຄືຜົນທີ່ຖືກບັນລຸໂດຍພາລະກິດຂອງພຣະວິນຍານບໍລິສຸດ? ເຈົ້າອາດໂງ່ຈ້າ ແລະ ເຈົ້າອາດປາສະຈາກການແຍກແຍະຊົ່ວດີ, ແຕ່ພຣະວິນຍານບໍລິສຸດພຽງແຕ່ຈຳເປັນຕ້ອງປະຕິບັດພາລະກິດ ແລະ ຈະມີຄວາມເຊື່ອໃນເຈົ້າ ແລະ ເຈົ້າຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດຮັກພຣະເຈົ້າໄດ້ຢ່າງພຽງພໍ, ເພື່ອໃຫ້ເຈົ້າເຕັມໃຈທີ່ຈະຮ່ວມມື, ເພື່ອທີ່ຈະເຕັມໃຈຮ່ວມມື ບໍ່ວ່າຄວາມຫຍຸ້ງຍາກຢູ່ຂ້າງໜ້າຈະຍິ່ງໃຫຍ່ພຽງໃດກໍຕາມ. ສິ່ງຕ່າງໆຈະເກີດຂຶ້ນກັບເຈົ້າ ແລະ ມັນຈະບໍ່ຊັດເຈນສໍາລັບເຈົ້າ ບໍ່ວ່າພວກມັນມາຈາກພຣະເຈົ້າ ຫຼື ຈາກຊາຕານ, ແຕ່ເຈົ້າຈະສາມາດລໍຖ້າ ແລະ ເຈົ້າຈະບໍ່ກຽດຄ້ານ ຫຼື ເລິນເລີ້ຕໍ່ໜ້າທີ່. ສິ່ງນີ້ແມ່ນພາລະກິດປົກກະຕິຂອງພຣະວິນຍານບໍລິສຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນເຈົ້າ, ເຈົ້າຈະຍັງຜະເຊີນກັບຄວາມຫຍຸ້ງຍາກທີ່ແທ້ຈິງ: ບາງເທື່ອ ເຈົ້າຈະຖືກເຮັດໃຫ້ຮ້ອງໄຫ້ ແລະ ບາງເທື່ອ ມີສິ່ງຕ່າງໆທີ່ເຈົ້າບໍ່ສາມາດເອົາຊະນະໄດ້, ແຕ່ທຸກສິ່ງລ້ວນແລ້ວແຕ່ເປັນຂັ້ນຕອນຂອງພາລະກິດທຳມະດາຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າເຈົ້າບໍ່ເອົາຊະນະຄວາມຫຍຸ້ງຍາກເຫຼົ່ານັ້ນ ແລະ ເຖິງແມ່ນວ່າ ໃນເວລານັ້ນ ເຈົ້າອ່ອນແອ ແລະ ເຕັມໄປດ້ວຍການຈົ່ມຕໍ່ວ່າ, ຫຼັງຈາກນັ້ນ ເຈົ້າຍັງສາມາດຮັກພຣະເຈົ້າດ້ວຍຄວາມເຊື່ອຢ່າງແທ້ຈິງໄດ້. ຄວາມບໍ່ດີ້ນລົນຂອງເຈົ້າບໍ່ສາມາດຫ້າມເຈົ້າຈາກການມີປະສົບການທີ່ປົກກະຕິ ແລະ ບໍ່ວ່າຄົນອື່ນເວົ້າແນວໃດກໍຕາມ ແລະ ຄົນອື່ນໂຈມຕີແນວໃດກໍຕາມ ເຈົ້າຍັງສາມາດຮັກພຣະເຈົ້າໄດ້. ໃນລະຫວ່າງຄຳອະທິຖານ, ເຈົ້າຮູ້ສຶກຢູ່ສະເໝີວ່າ ໃນອະດີດ ເຈົ້າເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ເຈົ້າຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ປະຖິ້ມເນື້ອໜັງເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງດັ່ງກ່າວນັ້ນອີກ. ຄວາມເຂັ້ມແຂງນີ້ສະແດງວ່າ ພາລະກິດຂອງພຣະວິນຍານບໍລິສຸດຢູ່ພາຍໃນຕົວເຈົ້າ. ສິ່ງນີ້ແມ່ນສະພາວະປົກກະຕິຂອງພາລະກິດຂອງພຣະວິນຍານບໍລິສຸດ.
ແມ່ນຫຍັງຄືພາລະກິດທີ່ມາຈາກຊາຕານ? ໃນພາລະກິດທີ່ມາຈາກຊາຕານ, ນິມິດທີ່ຢູ່ພາຍໃນຜູ້ຄົນບໍ່ຊັດເຈນ; ຜູ້ຄົນປາສະຈາກຄວາມເປັນມະນຸດທີ່ທຳມະດາ, ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາກໍຜິດ ແລະ ເຖິງແມ່ນວ່າ ພວກເຂົາປາຖະໜາທີ່ຈະຮັກພຣະເຈົ້າ ມັນກໍມີຂໍ້ອ້າງພາຍໃນພວກເຂົາຢູ່ສະເໝີ ແລະ ຂໍ້ອ້າງ ແລະ ຄວາມຄິດເຫຼົ່ານີ້ແຊກແຊງພາຍໃນພວກເຂົາຢູ່ສະເໝີ, ໂດຍຈຳກັດການເຕີບໂຕຂອງຊີວິດພວກເຂົາ ແລະ ຫ້າມພວກເຂົາຈາກການມາຢູ່ຕໍ່ໜ້າພຣະເຈົ້າໃນສະພາບການທີ່ປົກກະຕິ. ນີ້ໝາຍຄວາມວ່າ ທັນທີທີ່ພາລະກິດຂອງຊາຕານຢູ່ພາຍໃນຜູ້ຄົນ, ຫົວໃຈຂອງພວກເຂົາກໍບໍ່ສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້. ຜູ້ຄົນດັ່ງກ່າວບໍ່ຮູ້ວ່າຈະເຮັດແນວໃດກັບພວກເຂົາ, ເມື່ອພວກເຂົາເຫັນການຊຸມນຸມຮ່ວມກັນ, ພວກເຂົາຕ້ອງການແລ່ນໜີ ແລະ ພວກເຂົາບໍ່ສາມາດຫຼັບຕາຂອງພວກເຂົາ ໃນເວລາທີ່ຄົນອື່ນອະທິຖານ. ພາລະກິດຂອງວິນຍານຊົ່ວຮ້າຍທຳລາຍຄວາມສຳພັນປົກກະຕິລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ລົບກວນນິມິດຜ່ານມາຂອງຜູ້ຄົນ ຫຼື ຫົນທາງແຫ່ງການເຂົ້າສູ່ຊີວິດທີ່ຜ່ານມາຂອງພວກເຂົາ; ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ ແລະ ສິ່ງຕ່າງໆເກີດຂຶ້ນຢູ່ສະເໝີ ເຊິ່ງລົບກວນພວກເຂົາ ແລະ ເປັນຫ່ວງໂສ້ຜູກມັດພວກເຂົາ. ຫົວໃຈຂອງພວກເຂົາບໍ່ສາມາດຄົ້ນພົບຄວາມສະຫງົບສຸກໄດ້ ແລະ ພວກເຂົາບໍ່ມີກຳລັງໃຈທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ວິນຍານຂອງພວກເຂົາຈົມລົງ. ສິ່ງດັ່ງກ່າວແມ່ນການສະແດງອອກຂອງພາລະກິດຂອງຊາຕານ. ການສະແດງອອກຂອງພາລະກິດຂອງຊາຕານແມ່ນ: ການບໍ່ສາມາດມີຈຸດຢືນຂອງເຈົ້າ ແລະ ຢືນເປັນພະຍານ, ເຮັດໃຫ້ເຈົ້າກາຍເປັນຄົນທີ່ບົກຜ່ອງຕໍ່ໜ້າພຣະເຈົ້າ ແລະ ເປັນຄົນທີ່ບໍ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ເມື່ອຊາຕານແຊກແຊງ, ເຈົ້າສູນເສຍຄວາມຮັກ ແລະ ຄວາມຊື່ສັດໃນຕົວເຈົ້າທີ່ມີຕໍ່ພຣະເຈົ້າ, ຄວາມສຳພັນທີ່ທຳມະດາລະຫວ່າງເຈົ້າກັບພຣະເຈົ້າຖືກຮື້ອອກ, ເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ປັບປຸງຕົວເອງ; ເຈົ້າຖອຍຫຼັງ ແລະ ບໍ່ດີ້ນລົນ, ເຈົ້າເຮັດຕາມໃຈຕົນເອງ, ເຈົ້າໃຫ້ອິດສະຫຼະແກ່ການຂະຫຍາຍຄວາມບາບ ແລະ ບໍ່ໄດ້ກຽດຊັງຄວາມຜິດບາບ; ຍິ່ງໄປກວ່ານັ້ນ ການແຊກແຊງຂອງຊາຕານເຮັດໃຫ້ເຈົ້າຂາດສິນທໍາ; ມັນເຮັດໃຫ້ການສຳຜັດຂອງພຣະເຈົ້າຫາຍໄປຈາກເຈົ້າ ແລະ ເຮັດໃຫ້ເຈົ້າຈົ່ມຕໍ່ວ່າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ພາໃຫ້ເຈົ້າຕັ້ງຄຳຖາມກັບພຣະເຈົ້າ; ເຖິງກັບມີຄວາມສ່ຽງທີ່ເຈົ້າຈະປະຖິ້ມພຣະເຈົ້າ. ທັງໝົດນີ້ແມ່ນມາຈາກຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 445)
ເມື່ອບາງສິ່ງເກີດຂຶ້ນກັບເຈົ້າໃນຊີວິດປະຈຳວັນຂອງເຈົ້າ, ເຈົ້າຄວນຈຳແນກແນວໃດວ່າ ມັນມາຈາພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຈາກພາລະກິດຂອງຊາຕານ? ເມື່ອສະພາບການຂອງມະນຸດເປັນປົກກະຕິ, ແລ້ວຊີວິດຝ່າຍວິນຍານຂອງພວກເຂົາ ແລະ ຊີວິດຂອງພວກເຂົາໃນເນື້ອໜັງກໍປົກກະຕິ ແລະ ເຫດຜົນຂອງພວກເຂົາກໍປົກກະຕິ ແລະ ເປັນລະບຽບ. ເມື່ອພວກເຂົາຢູ່ໃນສະພາບການນີ້, ສິ່ງທີ່ພວກເຂົາຜະເຊີນ ແລະ ມາຮູ້ຈັກພາຍໃນຕົວພວກເຂົາເອງກໍສາມາດເວົ້າໄດ້ໂດຍທົ່ວໄປວ່າ ມາຈາກການສຳຜັດຂອງພຣະວິນຍານບໍລິສຸດ (ມີຄວາມເຂົ້າໃຈ ຫຼື ມີຄວາມຮູ້ບາງຢ່າງທີ່ງ່າຍດາຍ ເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ຊື່ສັດໃນບາງສິ່ງ ຫຼື ມີກຳລັງທີ່ຈະຮັກພຣະເຈົ້າໃນບາງສິ່ງ, ທຸກສິ່ງນີ້ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ). ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດແມ່ນກໍປົກກະຕິເປັນພິເສດ; ມະນຸດບໍ່ສາມາດຮູ້ສຶກໄດ້ ແລະ ຄືກັບວ່າ ພາລະກິດດັ່ງກ່າວຜ່ານຕົວມະນຸດເອງ, ເຖິງແມ່ນວ່າ ໃນຄວາມເປັນຈິງແລ້ວ ມັນຄືພາລະກິດຂອງພຣະວິນຍານບໍລິສຸດ. ໃນຊີວິດປະຈຳວັນ, ພຣະວິນຍານບໍລິສຸດປະຕິບັດພາລະກິດທັງຍິ່ງໃຫຍ່ ແລະ ເລັກນ້ອຍໃນທຸກຄົນ ແລະ ມີພຽງແຕ່ຂອບເຂດຂອງພາລະກິດນີ້ທີ່ແຕກຕ່າງກັນ. ບາງຄົນມີຄວາມສາມາດດີ ແລະ ພວກເຂົາເຂົ້າໃຈສິ່ງຕ່າງໆໄດ້ຢ່າງວ່ອງໄວ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດກໍຍິ່ງໃຫຍ່ເປັນພິເສດໃນຕົວພວກເຂົາ. ໃນຂະນະດຽວກັນ ບາງຄົນມີຄວາມສາມາດຕໍ່າ ແລະ ມັນໃຊ້ເວລາດົນກວ່າທີ່ພວກເຂົາຈະເຂົ້າໃຈສິ່ງຕ່າງໆ, ແຕ່ພຣະວິນຍານສຳຜັດພວກເຂົາຈາກພາຍໃນ ແລະ ພວກເຂົາກໍຈະສາມາດບັນລຸຄວາມຊື່ສັດໃຫ້ກັບພຣະເຈົ້າໄດ້ເຊັ່ນກັນ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນທຸກຄົນທີ່ສະແຫວງຫາພຣະເຈົ້າ. ໃນຊີວິດປະຈຳວັນ ເມື່ອຜູ້ຄົນບໍ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ເຮັດສິ່ງຕ່າງໆທີ່ບໍ່ຖືກກັບການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ແຊກແຊງກັບພາລະກິດຂອງພຣະເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າກໍປະຕິບັດໃນພວກເຂົາແຕ່ລະຄົນ ໃນຂອບເຂດທີ່ຍິ່ງໃຫຍ່ກວ່າ ຫຼື ເລັກນ້ອຍກວ່າ; ພຣະອົງສຳຜັດພວກເຂົາ, ໃຫ້ແສງສະຫວ່າງແກ່ພວກເຂົາ, ມອບຄວາມເຊື່ອໃຫ້ກັບພວກເຂົາ, ມອບໃຫ້ກໍາລັງແກ່ພວກເຂົາ ແລະ ຂັບເຄື່ອນພວກເຂົາໃຫ້ເຂົ້າສູ່ຢ່າງຫ້າວຫັນ, ບໍ່ຂີ້ຄ້ານ ຫຼື ຕ້ອງການຄວາມສຸກທາງເນື້ອໜັງ, ເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ໃຝ່ຫາພຣະທຳຂອງພຣະເຈົ້າ. ທຸກສິ່ງນີ້ແມ່ນພາລະກິດທີ່ມາຈາກພຣະວິນຍານບໍລິສຸດ.
ເມື່ອສະພາວະຂອງມະນຸດບໍ່ປົກກະຕິ, ພວກເຂົາກໍຈະຖືກປະຖິ້ມໂດຍພຣະວິນຍານບໍລິສຸດ; ໃນຄວາມຄິດຂອງພວກເຂົາ ພວກເຂົາມີແນວໂນ້ມທີ່ຈະຈົ່ມ, ແຮງຜັກດັນຂອງພວກເຂົາກໍຜິດ, ພວກເຂົາຂີ້ຄ້ານ, ພວກເຂົາໝົກມຸ້ນກັບເນື້ອໜັງ ແລະ ຫົວໃຈຂອງພວກເຂົາກະບົດຕໍ່ຄວາມຈິງ ແລະ ທຸກສິ່ງນີ້ແມ່ນມາຈາກຊາຕານ. ເມື່ອສະພາບການຂອງຜູ້ຄົນບໍ່ປົກກະຕິ, ເມື່ອພວກເຂົາມືດມົວຢູ່ຂ້າງໃນ ແລະ ໄດ້ສູນເສຍເຫດຜົນທີ່ເປັນປົກກະຕິຂອງພວກເຂົາ, ຖືກພຣະວິນຍານບໍລິສຸດປະຖິ້ມ ແລະ ບໍ່ສາມາດສຳຜັດພຣະເຈົ້າທີ່ຢູ່ພາຍໃນຕົວພວກເຂົາໄດ້, ນີ້ແມ່ນຕອນທີ່ຊາຕານກຳລັງປະຕິບັດພາລະກິດພາຍໃນຕົວພວກເຂົາ. ຖ້າຜູ້ຄົນມີກຳລັງໃນຕົວພວກເຂົາຢູ່ສະເໝີ ແລະ ຮັກພຣະເຈົ້າຢູ່ສະເໝີ ແລ້ວໂດຍທົ່ວໄປ ເມື່ອຫຼາຍສິ່ງເກີດຂຶ້ນກັບພວກເຂົາ ສິ່ງເຫຼົ່ານັ້ນແມ່ນມາຈາກພຣະວິນຍານບໍລິສຸດ ແລະ ໃຜກໍຕາມທີ່ພວກເຂົາພົບປະ, ການພົບປະດັ່ງກ່າວແມ່ນຜົນຂອງການຈັດແຈງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ເມື່ອເຈົ້າຢູ່ໃນສະພາບການທີ່ປົກກະຕິ, ເມື່ອເຈົ້າຢູ່ພາຍໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ແລ້ວມັນເປັນໄປບໍ່ໄດ້ທີ່ຊາຕານຈະເຮັດໃຫ້ເຈົ້າສັ່ນຄ່ອນ. ບົນພື້ນຖານນີ້ ມັນສາມາດເວົ້າໄດ້ວ່າ ທຸກສິ່ງມາຈາກພຣະວິນຍານບໍລິສຸດ ແລະ ເຖິງແມ່ນວ່າ ເຈົ້າອາດມີຄວາມຄິດທີ່ບໍ່ຖືກຕ້ອງ, ເຈົ້າສາມາດປະຖິ້ມພວກມັນໄດ້ ແລະ ເຈົ້າບໍ່ປະຕິບັດຕາມພວກເຂົາ. ທັງໝົດນີ້ມາຈາກພາລະກິດຂອງພຣະວິນຍານບໍລິສຸດ. ຊາຕານແຊກແຊງໃນສະຖານະການໃດ? ມັນງ່າຍທີ່ຊາຕານຈະປະຕິບັດພາລະກິດພາຍໃນເຈົ້າ ເມື່ອສະພາບການຂອງເຈົ້າບໍ່ປົກກະຕິ, ເມື່ອເຈົ້າບໍ່ໄດ້ຮັບການສຳຜັດຈາກພຣະເຈົ້າ, ແລະ ປາສະຈາກພາລະກິດຂອງພຣະເຈົ້າ, ເມື່ອເຈົ້າກໍເຫືອດແຫ້ງ ແລະ ແຫ້ງແລ້ງຢູ່ພາຍໃນ, ເມື່ອເຈົ້າອະທິຖານຫາພຣະເຈົ້າ ແຕ່ບໍ່ເຂົ້າໃຈຫຍັງເລີຍ ແລະ ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ບໍ່ໄດ້ຮັບຄວາມສະຫວ່າງ ຫຼື ແສງເຍືອງທາງ. ເວົ້າອີກແນວໜຶ່ງກໍຄື ເມື່ອພຣະວິນຍານບໍລິສຸດປະຖິ້ມເຈົ້າ ແລະ ເຈົ້າບໍ່ສາມາດສຳຜັດພຣະເຈົ້າໄດ້, ແລ້ວຫຼາຍສິ່ງເກີດຂຶ້ນກັບເຈົ້າ ເຊິ່ງມາຈາກການທົດລອງຂອງຊາຕານ. ໃນຂະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ຊາຕານຍັງປະຕິບັດພາລະກິດໃນເວລາດຽວກັນ. ພຣະວິນຍານບໍລິສຸດສຳຜັດມະນຸດຈາກພາຍໃນ, ໃນຂະນະດຽວກັນທີ່ຊາຕານແຊກແຊງຢູ່ໃນມະນຸດ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ຕໍາແໜ່ງນໍາໜ້າ ແລະ ຜູ້ຄົນທີ່ມີສະພາບການປົກກະຕິສາມາດເອົາຊະນະໄດ້; ນີ້ແມ່ນໄຊຊະນະແຫ່ງພາລະກິດຂອງພຣະວິນຍານບໍລິສຸດເໜືອພາລະກິດຂອງຊາຕານ. ໃນຂະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ອຸປະນິໄສທີ່ເສື່ອມຊາມຍັງມີຢູ່ພາຍໃນຜູ້ຄົນ; ເຖິງຢ່າງໃດກໍຕາມ ໃນລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ, ມັນງ່າຍສຳລັບຜູ້ຄົນທີ່ຈະຄົ້ນພົບ ແລະ ຮັບຮູ້ຄວາມກະບົດ, ແຮງຈູງໃຈ ແລະ ມົນທິນຂອງພວກເຂົາ. ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຮູ້ສຶກໂສກເສົ້າ ແລະ ເລີ່ມເຕັມໃຈເພື່ອກັບໃຈ. ດັ່ງນັ້ນ, ອຸປະນິໄສທີ່ກະບົດ ແລະ ເສື່ອມຊາມຂອງພວກເຂົາກໍຖືກໂຍນຖິ້ມພາຍໃນພາລະກິດຂອງພຣະເຈົ້າເທື່ອລະໜ້ອຍ. ພາລະກິດຂອງພຣະວິນຍານບໍລິສຸດ ແມ່ນໂດຍສະເພາະທຳມະດາ; ໃນຂະນະທີ່ພຣະອົງປະຕິບັດພາລະກິດໃນຜູ້ຄົນ, ພວກເຂົາກໍຍັງມີບັນຫາ, ພວກເຂົາຍັງຮ້ອງໄຫ້, ພວກເຂົາຍັງທົນທານ, ພວກເຂົາຍັງອ່ອນແອ ແລະ ຍັງມີຫຼາຍສິ່ງທີ່ບໍ່ຊັດເຈນກັບພວກເຂົາ, ແຕ່ໃນສະພາວະແບບນັ້ນ ພວກເຂົາສາມາດຫ້າມຕົວເອງຈາກການຖອຍຫຼັງ ແລະ ພວກເຂົາສາມາດຮັກພຣະເຈົ້າໄດ້ ແລະ ເຖິງແມ່ນວ່າ ພວກເຂົາຈະຮ້ອງໄຫ້ ແລະ ໂສກເສົ້າ, ພວກເຂົາຍັງສາມາດສັນລະເສີນພຣະເຈົ້າໄດ້; ພາລະກິດຂອງພຣະວິນຍານບໍລິສຸດແມ່ນໂດຍສະເພາະທຳມະດາ, ບໍ່ແມ່ນສິ່ງທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ. ຄົນສ່ວນຫຼາຍເຊື່ອວ່າ ທັນທີທີ່ພຣະວິນຍານບໍລິສຸດເລີ່ມຕົ້ນປະຕິບັດພາລະກິດ, ການປ່ຽນແປງກໍເກີດຂຶ້ນໃນສະພາວະຂອງຜູ້ຄົນ ແລະ ສິ່ງທີ່ສຳຄັນຕໍ່ພວກເຂົາກໍຖືກກຳຈັດອອກ. ຄວາມເຊື່ອດັ່ງກ່າວແມ່ນຄວາມເຊື່ອທີ່ຜິດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນຜູ້ຄົນ, ຄວາມບໍ່ດີ້ນລົນຂອງມະນຸດກໍຍັງຢູ່ໃນນັ້ນ ແລະ ວຸດທິພາວະຂອງເຂົາກໍສໍ່າເກົ່າ, ແຕ່ເຂົາມີແສງເຍືອງທາງ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ດ້ວຍເຫດນັ້ນ ສະພາວະຂອງເຂົາກໍແຮງກ້າຫຼາຍຂຶ້ນ, ສະພາບການທີ່ຢູ່ໃນຕົວເຂົາກໍເປັນປົກກະຕິ ແລະ ເຂົາປ່ຽນແປງຢ່າງໄວວາ. ໃນປະສົບການທີ່ແທ້ຈິງຂອງມະນຸດ, ພວກເຂົາສ່ວນໃຫຍ່ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຊາຕານ ແລະ ຖ້າພວກເຂົາບໍ່ສາມາດເຂົ້າໃຈສະພາວະເຫຼົ່ານີ້ໄດ້ ແລະ ບໍ່ແຍກແຍະ, ແລ້ວທາງເຂົ້າສູ່ປະສົບການຕົວຈິງກໍບໍ່ຕ້ອງຖາມເຖິງເລີຍ, ບໍ່ຕ້ອງເວົ້າເຖິງການປ່ຽນແປງໃນອຸປະນິໄສ. ດ້ວຍເຫດນັ້ນ ກະແຈສໍາຄັນໃນການມີປະສົບການກັບພາລະກິດຂອງພຣະເຈົ້າແມ່ນການສາມາດເບິ່ງຜ່ານສິ່ງດັ່ງກ່າວ; ດ້ວຍວິທີນີ້ ມັນຈະງ່າຍຂຶ້ນທີ່ພວກເຂົາຈະໄດ້ປະສົບກັບມັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 446)
ພາລະກິດຂອງພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສາມາດພັດທະນາຢ່າງຫ້າວຫັນ, ໃນຂະນະທີ່ພາລະກິດຂອງຊາຕານເຮັດໃຫ້ພວກເຂົາຄິດລົບ ແລະ ຖອຍຫຼັງ, ກະບົດ ແລະ ຕໍ່ຕ້ານພຣະອົງ, ສູນເສຍຄວາມເຊື່ອໃນພຣະອົງ ແລະ ອ່ອນແອທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ທຸກສິ່ງທີ່ມາຈາກຄວາມສະຫວ່າງຂອງພຣະວິນຍານບໍລິສຸດແມ່ນຂ້ອນຂ້າງເປັນທຳມະຊາດ; ມັນບໍ່ໄດ້ບັງຄັບເຈົ້າ. ຖ້າເຈົ້າຍອມຕໍ່ມັນ, ເຈົ້າກໍຈະມີສັນຕິສຸກ; ຖ້າເຈົ້າບໍ່ປະຕິບັດຕາມ, ແລ້ວໃນພາຍຫຼັງ ເຈົ້າຈະຖືກປະນາມ. ດ້ວຍຄວາມສະຫວ່າງຂອງພຣະວິນຍານບໍລິສຸດ, ບໍ່ມີສິ່ງໃດທີ່ເຈົ້າເຮັດຈະຖືກແຊກແຊງ ຫຼື ຖືກຈຳກັດ; ເຈົ້າຈະຖືກເຮັດໃຫ້ເປັນອິດສະຫຼະ, ຈະມີຫົນທາງເພື່ອປະຕິບັດໃນການກະທຳຂອງເຈົ້າ ແລະ ເຈົ້າຈະບໍ່ຖືກບັງຄັບຈາກສິ່ງໃດໆ, ແຕ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງຊາຕານກໍ່ໃຫ້ເກີດການແຊກແຊງໃຫ້ແກ່ເຈົ້າໃນຫຼາຍໆສິ່ງ; ມັນເຮັດໃຫ້ເຈົ້າບໍ່ເຕັມໃຈທີ່ຈະອະທິຖານ, ຂີ້ຄ້ານເກີນໄປທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະດຳເນີນຕາມຊີວິດຂອງຄຣິສຕະຈັກ ແລະ ມັນເຮັດໃຫ້ເຈົ້າຫ່າງເຫີນຈາກຊີວິດຝ່າຍວິນຍານ. ພາລະກິດຂອງພຣະວິນຍານບໍລິສຸດບໍ່ແຊກແຊງກັບຊີວິດປະຈຳວັນຂອງເຈົ້າ ແລະ ບໍ່ແຊກແຊງກັບຊີວິດຝ່າຍວິນຍານທີ່ປົກກະຕິຂອງເຈົ້າ. ເຈົ້າບໍ່ສາມາດແຍກແຍະຫຼາຍໆສິ່ງໃນຊ່ວງເວລາທີ່ພວກມັນເກີດຂຶ້ນ, ແຕ່ຫຼັງຈາກສອງສາມມື້ ຫົວໃຈຂອງເຈົ້າກໍຈະສົດໃສຂຶ້ນ ແລະ ຄວາມຄິດຂອງເຈົ້າກໍຊັດເຈນຂຶ້ນ. ເຈົ້າມີຄວາມຮູ້ສຶກບາງຢ່າງກ່ຽວກັບສິ່ງຕ່າງໆຂອງວິນຍານ ແລະ ເຈົ້າແຍກແຍະຢ່າງຊ້າໆວ່າ ຄວາມຄິດໄດ້ມາຈາກພຣະເຈົ້າ ຫຼື ຈາກຊາຕານ. ບາງຢ່າງເຮັດໃຫ້ເຈົ້າຕໍ່ຕ້ານພຣະເຈົ້າຢ່າງຊັດເຈນ ແລະ ກະບົດຕໍ່ພຣະເຈົ້າ ຫຼື ຫ້າມເຈົ້າຈາກການນໍາໃຊ້ພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຕົວຈິງ; ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ມາຈາກຊາຕານທັງໝົດ. ບາງສິ່ງກໍບໍ່ສາມາດເຫັນໄດ້ກັບຕາ ແລະ ເຈົ້າບໍ່ສາມາດບອກໄດ້ວ່າ ພວກມັນແມ່ນຫຍັງໃນຊ່ວງເວລານັ້ນ; ໃນພາຍຫຼັງ ເຈົ້າກໍສາມາດເຫັນການສະແດງ ແລະ ຫຼັງຈາກນັ້ນກໍໃຊ້ການແຍກແຍະ. ຖ້າເຈົ້າສາມາດເບິ່ງອອກຢ່າງຊັດເຈນວ່າ ສິ່ງໃດມາຈາກຊາຕານ ແລະ ສິ່ງໃດຖືກນໍາພາໂດຍພຣະວິນຍານບໍລິສຸດ, ແລ້ວເຈົ້າຈະບໍ່ຖືກນໍາພາໄປທາງທີ່ຜິດໃນປະສົບການຂອງເຈົ້າຢ່າງງ່າຍດາຍ. ບາງເທື່ອ ເມື່ອສະພາບການຂອງເຈົ້າບໍ່ດີ, ແລ້ວເຈົ້າມີຄວາມຄິດບາງຢ່າງທີ່ນໍາເອົາເຈົ້າອອກຈາກສະພາວະທີ່ບໍ່ດີ້ນລົນ. ສິ່ງນີ້ສະແດງວ່າ ເຖິງແມ່ນເມື່ອສະພາບການຂອງເຈົ້າບໍ່ອຳນວຍ, ຄວາມຄິດບາງຢ່າງຂອງເຈົ້າກໍຍັງສາມາດມາຈາກພຣະວິນຍານບໍລິສຸດ. ມັນບໍ່ເປັນຈິງທີ່ວ່າ ເມື່ອເຈົ້າບໍ່ດີ້ນລົນ, ຄວາມຄິດທັງໝົດຂອງເຈົ້າແມ່ນມາຈາກຊາຕານ; ຖ້ານັ້ນເປັນຄວາມຈິງ ແລ້ວເມື່ອໃດເຈົ້າຈະສາມາດປ່ຽນແປງສູ່ສະພາວະທີ່ດີໄດ້? ເມື່ອບໍ່ໄດ້ດີ້ນລົນມາໃນໄລຍະເວລາໃດໜຶ່ງ, ພຣະວິນຍານບໍລິສຸດກໍຈະໃຫ້ເຈົ້າມີໂອກາດຖືກເຮັດໃຫ້ສົມບູນແບບ; ພຣະອົງສຳຜັດເຈົ້າ, ນໍາເຈົ້າອອກຈາກສະພາວະທີ່ບໍ່ດີ້ນລົນຂອງເຈົ້າ ແລະ ເຈົ້າເຂົ້າສູ່ສະພາວະທີ່ປົກກະຕິ.
ເມື່ອຮູ້ຈັກວ່າ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ ແລະ ພາລະກິດຂອງຊາຕານແມ່ນຫຍັງ, ເຈົ້າສາມາດປຽບທຽບສິ່ງເຫຼົ່ານີ້ກັບສະພາວະຂອງເຈົ້າເອງໃນລະຫວ່າງການປະສົບການຂອງເຈົ້າ ແລະ ກັບປະສົບການຂອງເຈົ້າເອງ ແລະ ດ້ວຍວິທີນີ້ ຈະມີຄວາມຈິງຫຼາຍຢ່າງທີ່ກ່ຽວຂ້ອງກັບຫຼັກການໃນປະສົບການຂອງເຈົ້າ. ເມື່ອເຂົ້າໃຈເຖິງຄວາມຈິງກ່ຽວກັບຫຼັກການເຫຼົ່ານີ້ແລ້ວ ເຈົ້າຈະສາມາດຄວບຄຸມສະພາວະທີ່ແທ້ຈິງຂອງເຈົ້າ, ເຈົ້າຈະສາມາດຈຳແນກໃນທ່າມກາງຜູ້ຄົນ ແລະ ເຫດການ ແລະ ເຈົ້າຈະບໍ່ຕ້ອງໃຊ້ຄວາມພະຍາຍາມຫຼາຍເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ແນ່ນອນ, ສິ່ງນີ້ແມ່ນຂຶ້ນຢູ່ກັບວ່າ ແຮງຜັກດັນຂອງເຈົ້າຈະຖືກຕ້ອງ ແລະ ເຈົ້າຈະເຕັມໃຈສະແຫວງຫາ ແລະ ນໍາໄປປະຕິບັດ. ພາສາເຊັ່ນນີ້, ພາສາທີ່ກ່ຽວຂ້ອງກັບຫຼັກການ ຄວນເປັນຈຸດເດັ່ນໃນປະສົບການຂອງເຈົ້າ. ຫາກປາສະຈາກມັນ, ປະສົບການຂອງເຈົ້າຈະເຕັມໄປດ້ວຍການແຊກແຊງຂອງຊາຕານ ແລະ ຄວາມຮູ້ທີ່ໂງ່ຈ້າ. ຖ້າເຈົ້າບໍ່ສາມາດເຂົ້າໃຈວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າຈະອະທິຖານຫາພຣະເຈົ້າແນວໃດ ຫຼື ເຈົ້າຄວນເຂົ້າແນວໃດ ແລະ ຖ້າເຈົ້າບໍ່ເຂົ້າໃຈວ່າຊາຕານເຮັດແນວໃດເພື່ອຫຼອກລວງ ແລະ ແຊກແຊງກັບຜູ້ຄົນ, ແລ້ວເຈົ້າກໍບໍ່ຮູ້ວ່າຈະປະຕິເສດຊາຕານ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າແນວໃດ. ວິທີທີ່ພຣະວິນຍານບໍລິສຸດເຮັດພາລະກິດ ແລະ ວິທີທີ່ຊາຕານກະທຳແມ່ນສິ່ງທີ່ຜູ້ຄົນຄວນເຂົ້າໃຈ ແລະ ພວກມັນແມ່ນສິ່ງຕ່າງໆທີ່ຕ້ອງໄດ້ປະສົບໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 447)
ຄວາມເປັນມະນຸດປະກອບມີລັກສະນະຫຍັງແດ່? ຄວາມເຂົ້າໃຈເລິກເຊີ່ງ, ຄວາມຮູ້ສຶກ, ສາມັນສໍານຶກ ແລະ ບຸກຄະລິກ. ຖ້າຫາກເຈົ້າສາມາດບັນລຸເຖິງຄວາມເປັນປົກກະຕິໃນແຕ່ລະດ້ານເຫຼົ່ານີ້, ຄວາມເປັນມະນຸດຂອງເຈົ້າກໍຈະມີມາດຕະຖານ. ເຈົ້າຄວນຈະມີຄວາມຄ້າຍຄືກັບມະນຸດແບບປົກກະຕິ ແລະ ເຈົ້າຄວນຄ້າຍຄືກັບຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ. ເຈົ້າບໍ່ຕ້ອງບັນລຸຫຼາຍເກີນໄປ ຫຼື ມີສ່ວນຮ່ວມໃນວຽກການທູດ; ເຈົ້າພຽງແຕ່ຕ້ອງການເປັນມະນຸດທໍາມະດາ ທີ່ມີຄວາມຮູ້ສຶກແບບຄົນປົກກະຕິ, ທີ່ສາມາດເບີ່ງສິ່ງຕ່າງໆອອກ ແລະ ຢ່າງໜ້ອຍກໍເບີ່ງຄ້າຍຄືກັບມະນຸດປົກກະຕິ. ນັ້ນກໍພຽງພໍແລ້ວ. ທຸກສິ່ງທຸກຢ່າງທີ່ຮຽກຮ້ອງຈາກເຈົ້າແມ່ນນອນຢູ່ໃນຄວາມອາດສາມາດຂອງເຈົ້າ; ນີ້ບໍ່ແມ່ນໃນກໍລະນີທີ່ພະຍາຍາມໄລ່ເປັດຂຶ້ນຢອງງ່າໄມ້. ຈະບໍ່ມີການປະຕິບັດພຣະທໍາທີ່ບໍ່ມີປະໂຫຍດ ຫຼື ພາລະກິດທີ່ບໍ່ເປັນປະໂຫຍດໃດໆກັບເຈົ້າ. ຄວາມຂີ້ຮ້າຍທັງໝົດທີ່ຖືກສະແດງອອກ ຫຼື ຖືກເປີດເຜີຍຢູ່ໃນຊີວິດຂອງເຈົ້າຕ້ອງຖືກກຳຈັດຖີ້ມ. ພວກເຈົ້າໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມີພິດຮ້າຍຈາກຊາຕານຫຼາຍເກີນໄປ. ສິ່ງດຽວທີ່ຮຽກຮ້ອງຈາກເຈົ້າກໍຄືການກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານອອກໄປ. ເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ກາຍເປັນຜູ້ມີຍົດສູງສົ່ງ ຫຼື ເປັນຄົນມີຊື່ສຽງ ຫຼື ເປັນຜູ້ຍິ່ງໃຫຍ່. ສິ່ງນັ້ນບໍ່ມີປະໂຫຍດ. ພາລະກິດທີ່ປະຕິບັດກັບພວກເຈົ້າ ແມ່ນຄຳນຶງເຖິງສິ່ງທີ່ມີໃນຕົວພວກເຈົ້າ. ສິ່ງທີ່ເຮົາຂໍຈາກຜູ້ຄົນແມ່ນມີຈຳກັດ. ຖ້າຫາກເຈົ້າປະຕິບັດໃນລັກສະນະ ແລະ ໃນນ້ຳສຽງການເວົ້າຂອງປັນຍາຊົນ, ສິ່ງນີ້ແມ່ນຈະບໍ່ພຽງພໍ; ເຈົ້າຈະບໍ່ສາມາດເຮັດມັນໄດ້. ເນື່ອງຈາກຄວາມສາມາດຂອງພວກເຈົ້າ, ຢ່າງໜ້ອຍພວກເຈົ້າກໍຄວນສາມາດເວົ້າດ້ວຍສະຕິປັນຍາ ແລະ ໄຫວພິບ ແລະ ອະທິບາຍສິ່ງຕ່າງໆໃນລັກສະນະທີ່ຊັດເຈນ ແລະ ເຂົ້າໃຈໄດ້. ນັ້ນແມ່ນສິ່ງທີ່ຕ້ອງມີເພື່ອບັນລຸເງື່ອນໄຂ. ຢ່າງໜ້ອຍສຸດ ຖ້າເຈົ້າໄດ້ຮັບຄວາມຮູ້ທີ່ເລິກເຊິ່ງ ແລະ ມີສາມັນສໍານຶກ, ນັ້ນກໍພຽງພໍແລ້ວ. ສິ່ງທີ່ສໍາຄັນທີ່ສຸດໃນເວລານີ້ແມ່ນການປະຖິ້ມອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າອອກໃຫ້ໝົດ. ເຈົ້າຕ້ອງປະຖິ້ມຄວາມຂີ້ຮ້າຍ ທີ່ເຈົ້າສະແດງອອກໃຫ້ໝົດ. ເຈົ້າຈະສາມາດເວົ້າກ່ຽວກັບຄວາມຮູ້ສຶກສູງສຸດ ແລະ ຄວາມຮູ້ທີ່ເລິກເຊິ່ງທີ່ສຸດໄດ້ແນວໃດ ຖ້າຫາກເຈົ້າບໍ່ປະຖິ້ມສິ່ງເຫຼົ່ານີ້? ເມື່ອໄດ້ເຫັນຍຸກສະໄໝປ່ຽນແປງ, ຫຼາຍຄົນຈຶ່ງຂາດຄວາມຖ່ອມຕົວ ຫຼື ຄວາມອົດທົນ ແລະ ພວກເຂົາບໍ່ມີຄວາມຮັກ ຫຼື ຄຸນສົມບັດແບບນັກບຸນ. ຜູ້ຄົນເຫຼົ່ານີ້ຈັ່ງແມ່ນໄຮ້ສາລະ! ພວກເຂົາມີຄວາມເປັນມະນຸດປົກກະຕິຮອດໜຶ່ງຂີດຢູ່ບໍ? ພວກເຂົາມີຄໍາພະຍານທີ່ຈະເວົ້າເຖິງບໍ? ພວກເຂົາບໍ່ມີຄວາມເຂົ້າໃຈທີ່ເລິກເຊິ່ງ ຫຼື ຄວາມຮູ້ສຶກໃດໆເລີຍ. ແນ່ນອນວ່າ ດ້ານການປະຕິບັດບາງຢ່າງຂອງຜູ້ຄົນທີ່ບິດເບືອນ ແລະ ຜິດພາດນັ້ນຕ້ອງໄດ້ຮັບການແກ້ໄຂ; ຍົກຕົວຢ່າງຄື ຊີວິດທາງຈິດວິນຍານທີ່ແຂງກະດ້າງໃນເມື່ອກ່ອນຂອງພວກເຂົາ ແລະ ຮູບຮ່າງພາຍນອກທີ່ກະດ້າງ ແລະ ບໍ່ສະຫຼາດຂອງພວກເຂົາ ເຊິ່ງທັງໝົດເຫຼົ່ານີ້ຕ້ອງໄດ້ປ່ຽນແປງ. ການປ່ຽນແປງບໍ່ໄດ້ໝາຍເຖິງການປ່ອຍໃຫ້ເຈົ້າເສເພ ຫຼື ເພີດເພີນຢູ່ກັບເນື້ອໜັງ ໂດຍເວົ້າໃນສິ່ງທີ່ເຈົ້າຕ້ອງການເວົ້າ. ເຈົ້າຕ້ອງບໍ່ເວົ້າແບບໂລເລ. ການມີຖ້ອຍຄໍາ ແລະ ການປະພຶດຕົນແບບມະນຸດປົກກະຕິ ແມ່ນການເວົ້າແບບກົງໄປກົງມາ ໂດຍເວົ້າວ່າ “ແມ່ນ” ເມື່ອເຈົ້າໝາຍຄວາມວ່າ “ແມ່ນ” ແລະ “ບໍ່” ເມື່ອເຈົ້າໝາຍຄວາມວ່າ “ບໍ່”. ໃຫ້ຍຶດໝັ້ນໃນຄວາມເປັນຈິງ ແລະ ເວົ້າຢ່າງເໝາະສົມ. ບໍ່ໃຫ້ສໍ້ໂກງ, ບໍ່ຂີ້ຕົວະ. ຕ້ອງເຂົ້າໃຈຂໍ້ຈຳກັດທີ່ຄົນປົກກະຕິສາມາດບັນລຸໄດ້ໃນການປ່ຽນແປງອຸປະນິໄສ. ຖ້າບໍ່ເຊັ່ນນັ້ນ, ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເພີ່ມຄວາມສາມາດແມ່ນເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 448)
ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍ້ອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຫຼິ້ນ ແລະ ເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ “ຄົນທໍາມດາ”; ພວກເຂົາແມ່ນຂີ້ເຫຍື່ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ຖ້າມະນຸດເອີ້ນຕົນເອງວ່າ ພຣະເຈົ້າ ແຕ່ບໍ່ສາມາດສະແດງອອກເຖິງຄວາມເປັນພຣະເຈົ້າໄດ້, ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຫຼື ເປັນຕົວແທນພຣະເຈົ້າໄດ້, ຄົນນັ້ນບໍ່ແມ່ນພຣະເຈົ້າຢ່າງບໍ່ຕ້ອງສົງໄສເລີຍ ເພາະວ່າ ເຂົາບໍ່ມີທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສາມາດບັນລຸຜົນໄດ້ໂດຍທໍາມະຊາດ ແມ່ນບໍ່ມີຢູ່ພາຍໃນຕົວເຂົາ. ຖ້າມະນຸດສູນເສຍສິ່ງທີ່ຕົນເອງສາມາດໄດ້ຮັບໂດຍທໍາມະຊາດ ກໍຈະບໍ່ສາມາດຖືວ່າ ເຂົາເປັນມະນຸດ ແລະ ເຂົາບໍ່ມີຄຸນຄ່າທີ່ຈະຢືນຢູ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຖືກເບິ່ງແຍງ ແລະ ຮັບໃຊ້ພຣະອົງ. ຍິ່ງໄປກວ່ານັ້ນ, ເຂົາບໍ່ມີຄ່າພໍທີ່ຈະໄດ້ຮັບຄວາມກະລຸນາຈາກພຣະເຈົ້າ ຖືກເບິ່ງແຍງດູແລ, ປົກປ້ອງ ແລະ ເຮັດໃຫ້ສົມບູນໂດຍພຣະເຈົ້າ. ຫຼາຍຄົນທີ່ໄດ້ສູນເສຍຄວາມໄວ້ວາງໃຈຈາກພຣະເຈົ້າ ສຸດທ້າຍກໍຈະສູນເສຍຄວາມກະລຸນາຈາກພຣະເຈົ້າ. ພວກເຂົາບໍ່ພຽງກຽດຊັງຄວາມປະພຶດຜິດຂອງຕົນ ແຕ່ພວກເຂົາເຜີຍແຜ່ແນວຄວາມຄິດຢ່າງບໍ່ມີຢາງອາຍວ່າ ວິທີທາງຂອງພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກກະບົດເຫຼົ່ານີ້ຍັງປະຕິເສດວ່າ ພຣະເຈົ້າບໍ່ມີຈິງອີກ. ຜູ້ຄົນດັ່ງກ່າວນີ້ ທີ່ມີກັບຄວາມຕໍ່ຕ້ານແບບນີ້ ຈະມີສິດໄດ້ຮັບຄວາມກະລຸນາຈາກພຣະເຈົ້າໄດ້ແນວໃດ? ຜູ້ທີ່ບໍ່ປະຕິບັດໜ້າທີ່ຂອງຕົນແມ່ນໄດ້ຕໍ່ຕ້ານພຣະເຈົ້າ ແລະ ເປັນໜີ້ພຣະອົງຢ່າງຫຼວງຫຼາຍ ແຕ່ພວກເຂົາຫັນຫລັງໃສ່ພຣະເຈົ້າ ແລ້ວກໍໂຈມຕີພຣະເຈົ້າວ່າຜິດ. ມະນຸດປະເພດນີ້ຈະມີຄຸນຄ່າໃນການເຮັດໃຫ້ສົມບູນແບບໄດ້ແນວໃດ? ນີ້ບໍ່ແມ່ນສິ່ງທີ່ມາກ່ອນການຖືກໂຍນອອກ ແລະ ລົງໂທດບໍ? ຜູ້ຄົນທີ່ບໍ່ປະຕິບັດໜ້າທີ່ຂອງຕົນຕໍ່ໜ້າພຣະເຈົ້າແມ່ນຖືວ່າ ມີຄວາມຜິດຢ່າງຮ້າຍແຮງຢ່າງອາຊະຍາກໍາຢູ່ແລ້ວ ເຊິ່ງແມ່ນແຕ່ຄວາມຕາຍກໍເປັນການລົງໂທດທີ່ບໍ່ພຽງພໍ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາຍັງກ້າໂຕ້ຖຽງກັບພຣະເຈົ້າ ແລະ ຖືເອົາຕົວເອງມາທຽບເທົ່າກັບພຣະອົງ. ການເຮັດໃຫ້ຜູ້ຄົນດັ່ງກ່າວສົມບູນຈະມີຄ່າຫຍັງ? ເມື່ອຜູ້ຄົນບໍ່ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ສໍາເລັດ, ພວກເຂົາຄວນຮູ້ສຶກຜິດ ແລະ ຮູ້ສຶກເປັນໜີ້ບຸນຄຸນ; ພວກເຂົາຄວນກຽດຊັງຄວາມອ່ອນແອ ແລະ ຄວາມໄຮ້ປະໂຫຍດຂອງຕົນ, ຄວາມກະບົດ ແລະ ຄວາມເສື່ອມຊາມຂອງຕົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຄວນເສຍສະຫຼະຊີວິດຂອງຕົນເພື່ອພຣະເຈົ້າ. ເມື່ອນັ້ນເທົ່ານັ້ນ ມະນຸດ ພວກເຂົາຈຶ່ງແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ຮັກພຣະເຈົ້າແທ້ຈິງ ແລະ ມີແຕ່ຜູ້ຄົນດັ່ງກ່າວເທົ່ານັ້ນທີ່ສົມຄວນມີຄວາມສຸກກັບພອນ ແລະ ຄໍາສັນຍາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ. ພວກເຈົ້າສ່ວນຫຼາຍເປັນແນວໃດ? ພວກເຈົ້າປະຕິບັດຕໍ່ພຣະເຈົ້າ ທີ່ດໍາລົງຊີວິດຢູ່ທ່າມກາງພວກເຈົ້າແນວໃດ? ພວກເຈົ້າໄດ້ເຮັດໜ້າທີ່ຕໍ່ໜ້າພຣະອົງແນວໃດ? ພວກເຈົ້າໄດ້ເຮັດທຸກສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ເຮັດ ເຖິງສິ່ງນັ້ນຈະເປັນການສູນເສຍຊີວິດຂອງເຈົ້າເອງແລ້ວບໍ? ພວກເຈົ້າໄດ້ເສຍສະຫຼະຫຍັງແດ່? ພວກເຈົ້າບໍ່ໄດ້ຮັບຫຍັງຫຼາຍຈາກເຮົາບໍ? ພວກເຈົ້າສາມາດຈໍາແນກບໍ່? ພວກເຈົ້າຈົງຮັກພັກດີຕໍ່ເຮົາຫຼາຍພຽງໃດ? ພວກເຈົ້າຮັບໃຊ້ເຮົາແບບໃດ? ມີຫຍັງແດ່ທີ່ເຮົາໄດ້ປະທານໃຫ້ພວກເຈົ້າ ແລະ ເຮັດເພື່ອພວກເຈົ້າ? ພວກເຈົ້າໄດ້ຮັບພິຈາລະນາເອົາສິ່ງນີ້ທັງໝົດແລ້ວບໍ? ພວກເຈົ້າໄດ້ຕັດສິນ ແລະ ປຽບທຽບສິ່ງນີ້ໃສ່ກັບສາມານສໍານຶກອັນເລັກນ້ອຍທີ່ພວກເຈົ້າມີຢູ່ໃນຕົວພວກເຈົ້າແລ້ວບໍ? ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈະມີຄ່າກັບໃຜ? ເປັນໄປໄດ້ບໍວ່າ ການເສຍສະຫຼະອັນເລັກນ້ອຍຂອງພວກເຈົ້ານັ້ນຈະມີຄ່າພໍກັບທຸກສິ່ງທີ່ເຮົາໄດ້ປະທານໃຫ້ພວກເຈົ້າ? ເຮົາບໍ່ມີທາງເລືອກອື່ນ ແລະ ເຮົາໄດ້ອຸທິດຢ່າງເຕັມທີ່ເພື່ອພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງເຊື່ອງເຈດຕະນາທີ່ຊົ່ວຮ້າຍ ແລະ ສອງຈິດສອງໃຈຕໍ່ເຮົາ. ນີ້ຄືຂອບເຂດໜ້າທີ່ ແລະ ວຽກງານດຽວຂອງພວກເຈົ້າ. ບໍ່ແມ່ນບໍ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ? ຈະສາມາດຖືວ່າ ພວກເຈົ້າແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ສິ່ງທີ່ພວກເຈົ້າສະແດງອອກ ແລະ ດໍາລົງຢູ່ນັ້ນບໍ່ຊັດເຈນສໍາລັບພວກເຈົ້າບໍ? ພວກເຈົ້າລົ້ມເຫຼວໃນການປະຕິບັດຕໍ່ໜ້າທີ່ຂອງຕົນ, ແຕ່ພວກເຈົ້າສະແຫວງຫາທີ່ຈະໄດ້ຮັບຄວາມອົດທົນ ແລະ ຄວາມກະລຸນາຈາກພຣະເຈົ້າ. ບໍ່ໄດ້ມີການກຽມຄວາມກະລຸນາດັ່ງກ່າວໄວ້ສໍາລັບຄົນທີ່ບໍ່ມີຄຸນຄ່າ ແລະ ຄົນຕໍ່າຊາມຄືພວກເຈົ້າ, ແຕ່ກຽມໄວ້ສໍາລັບຄົນທີ່ບໍ່ຂໍຫຍັງ ແລະ ເຕັມໃຈຍອມເສຍສະຫລະ. ຄົນຄືພວກເຈົ້າ ທີ່ທໍາມະດາ ແມ່ນບໍ່ສົມຄວນໄດ້ຮັບຄວາມກະລຸນາຈາກສະຫວັນແມ່ນແຕ່ໜ້ອຍດຽວ. ມີແຕ່ຄວາມຍາກລໍາບາກ ແລະ ການລົງໂທດທີ່ບໍ່ມີວັນສິ້ນສຸດຈະຕາມພວກເຈົ້າໄປທຸກມື້! ຖ້າພວກເຈົ້າບໍ່ສາມາດຊື່ສັດຕໍ່ເຮົາ, ຊະຕາກໍາຂອງພວກເຈົ້າເອງຈະພົບແຕ່ຄວາມທຸກທໍລະມານ. ຖ້າພວກເຈົ້າບໍ່ສາມາດມີຄວາມຮັບຜິດຊອບຕໍ່ພຣະທໍາ ແລະ ພາລະກິດຂອງເຮົາ, ຜົນຮັບຂອງພວກເຈົ້າເອງຈະເປັນຜົນຮັບທີ່ຖືກລົງໂທດ. ຄວາມກະລຸນາ, ພອນ ແລະ ຊີວິດທີ່ວິເສດຂອງອານາຈັກຈະບໍ່ກ່ຽວຂ້ອງຫຍັງກັບພວກເຈົ້າ. ນີ້ຄືຈຸດຈົບທີ່ພວກເຈົ້າສົມຄວນຈະໄດ້ຮັບ ແລະ ເປັນຜົນກໍາຂອງການກະທໍາຂອງພວກເຈົ້າເອງ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 449)
ຜູ້ທີ່ໂງ່ຈ້າ ແລະ ຈອງຫອງບໍ່ພຽງແຕ່ບໍ່ພະຍາຍາມສຸດຄວາມສາມາດຂອງຕົນ ຫຼື ປະຕິບັດຕາມໜ້າທີ່ຂອງຕົນ, ແຕ່ພວກເຂົາຍັງແບມືຂໍຄວາມກະລຸນາ ຄືກັບວ່າ ສິ່ງທີ່ພວກເຂົາຂໍເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ຖ້າພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາຂໍ, ພວກເຂົາກໍຈະກາຍເປັນຄົນທີ່ບໍ່ຊື່ສັດຫຼາຍກວ່າເກົ່າ. ມະນຸດເຫຼົ່ານີ້ຈະຖືວ່າ ເປັນຄົນມີເຫດຜົນໄດ້ແນວໃດ? ພວກເຈົ້າມີຄວາມສາມາດຕໍ່າ ແລະ ໄຮ້ເຫດຜົນທີ່ສຸດ ໂດຍທີ່ບໍ່ສາມາດສໍາເລັດໜ້າທີ່ ທີ່ຕົນເອງຄວນສໍາເລັດໃນລະຫວ່າງການດໍາເນີນພາລະກິດຂອງການຄຸ້ມຄອງນັ້ນໄດ້. ຄຸນຄ່າຂອງພວກເຈົ້າໄດ້ຕົກຕໍ່າລົງຢ່າງໄວ. ການທີ່ພວກເຈົ້າບໍ່ສາມາດຕອບແທນເຮົາສຳລັບການສະແດງຄວາມເມດຕາຕໍ່ພວກເຈົ້າ ນັ້ນຖືວ່າ ເປັນການຕໍ່ຕ້ານຢ່າງໃຫຍ່ຫຼວງ ເຊິ່ງພຽງພໍທີ່ຈະປະນາມພວກເຈົ້າ ແລະ ສະແດງເຖິງຄວາມບໍ່ກ້າຫານ, ຄວາມບໍ່ມີປັນຍາ, ຄວາມຕໍ່າຊາມ ແລະ ຄວາມໄຮ້ຄຸນຄ່າ. ແມ່ນຫຍັງໃຫ້ສິດພວກເຈົ້າຍື່ນມືຂອງພວກເຈົ້າອອກ? ການທີ່ພວກເຈົ້າບໍ່ສາມາດເປັນຜູ້ຊ່ວຍພາລະກິດຂອງເຮົາແມ່ນແຕ່ໜ້ອຍດຽວ, ການທີ່ບໍ່ສາມາດຈົງຮັກພັກດີ ແລະ ການທີ່ບໍ່ສາມາດຢືນເປັນພະຍານໃຫ້ກັບເຮົາໄດ້ ແມ່ນການກະທໍາຜິດ ແລະ ຄວາມລົ້ມເຫຼວຂອງພວກເຈົ້າ ແຕ່ພວກເຈົ້າພັດໂຈມຕີເຮົາ, ໃສ່ຮ້າຍປ້າຍສີເຮົາ ແລະ ຈົ່ມວ່າເຮົາບໍ່ຊອບທໍາ. ນີ້ບໍຄືຄວາມຊື່ສັດຂອງພວກເຈົ້າ? ນີ້ບໍຄືຄວາມຮັກຂອງພວກເຈົ້າ? ນອກຈາກສິ່ງນີ້ແລ້ວ ພວກເຈົ້າສາມາດເຮັດພາລະກິດຫຍັງໄດ້ແດ່? ພວກເຈົ້າໄດ້ປະກອບສ່ວນຫຍັງແດ່ເຂົ້າໃນພາລະກິດທີ່ໄດ້ເຮັດໄປທັງໝົດ? ພວກເຈົ້າໄດ້ໃຊ້ເສຍສະຫຼະຫຼາຍປານໃດ? ເຮົາໄດ້ສະແດງຄວາມອົດທົນຫຼາຍແລ້ວ ໂດຍທີ່ເຮົາບໍ່ໄດ້ຕໍານິພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າຍັງມີຂໍ້ແກ້ຕົວກັບເຮົາຢ່າງໜ້າບໍ່ອາຍ ແລະ ຈົ່ມວ່າໃຫ້ເຮົາຢ່າງລັບໆ. ພວກເຈົ້າມີຄວາມເປັນມະນຸດແມ່ນແຕ່ໜ້ອຍຢູ່ບໍ່? ເຖິງແມ່ນວ່າ ໜ້າທີ່ຂອງມະນຸດຈະມີຮອຍດາງຈາກຈິດໃຈ ແລະ ແນວຄວາມຄິດຂອງມະນຸດ ແຕ່ເຈົ້າຕ້ອງປະຕິບັດໜ້າທີ່ຂອງເຈົ້າ ແລະ ສະແດງຄວາມຈົງຮັກພັກດີຂອງເຈົ້າ. ຄວາມບໍ່ບໍລິສຸດໃນວຽກງານຂອງມະນຸດແມ່ນເປັນບັນຫາກ່ຽວກັບຄວາມສາມາດ ແຕ່ຖ້າມະນຸດບໍ່ປະຕິບັດໜ້າທີ່ຂອງຕົນ ນັ້ນກໍສະແດງເຖິງການຕໍ່ຕ້ານຂອງເຂົາ. ລະຫວ່າງໜ້າທີ່ຂອງມະນຸດ ແລະ ເລື່ອງທີ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ວ່າຄໍາສາບແຊ່ງນັ້ນ ແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນແມ່ນເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການຖືກສາບແຊ່ງແມ່ນເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ, ມັນແມ່ນເວລາທີ່ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມບູນ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືຢ່າງໜ້ອຍທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງແຕ່ຢາກໄດ້ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານຖືກສາບແຊ່ງ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າທີ່ຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ. ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ ຜ່ານຂະບວນການນີ້ເທົ່ານັ້ນ ມະນຸດຈຶ່ງຈະສະແດງເຖິງຄວາມສັດຊື່ຂອງຕົນໄດ້. ດັ່ງນັ້ນ, ຍິ່ງເຈົ້າສາມາດປະຕິບັດໜ້າທີ່ຂອງຕົນຫຼາຍເທົ່າໃດ, ເຈົ້າກໍຍິ່ງໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ ແລະ ການສະແດງອອກຂອງເຈົ້າກໍຍິ່ງຈະກາຍເປັນຈິງຫຼາຍຂຶ້ນ. ຜູ້ທີ່ພຽງແຕ່ເຮັດໜ້າທີ່ແບບຜິວເຜີນ ແລະ ບໍ່ສະແຫວງຫາຄວາມຈິງຈະຖືກໂຍນອອກໃນທີ່ສຸດ ເພາະວ່າມະນຸດດັ່ງກ່າວບໍ່ໄດ້ເຮັດໜ້າທີ່ຂອງຕົນໃນການປະຕິບັດຄວາມຈິງ ແລະ ບໍ່ໄດ້ປະຕິບັດຄວາມຈິງເຂົ້າໃນການປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ. ພວກເຂົາແມ່ນຜູ້ຄົນທີ່ຍັງບໍ່ປ່ຽນແປງ ແລະ ຈະຖືກສາບແຊ່ງ. ບໍ່ມີພຽງແຕ່ການສະແດງອອກຂອງພວກເຂົາທີ່ບໍ່ບໍລິສຸດ, ແຕ່ທຸກສິ່ງທີ່ພວກເຂົາສະແດງອອກນັ້ນ ແມ່ນຊົ່ວຮ້າຍໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 450)
ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍຍັງບໍ່ຮູ້ຈັກວິທີການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ຮັບຮູ້ເຖິງວິທີທີ່ຊາຕານປະຕິບັດພາລະກິດໃນມະນຸດ, ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດ. ການສະແຫວງຫາຢ່າງກະຕືລືລົ້ນພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຈົ້າບັນລຸຜົນຕາມທີ່ພຣະເຈົ້າຕ້ອງການ. ວິທີການຮັບປະສົບການດັ່ງກ່າວກໍເໝືອນກັບການຮັບປະສົບການຂອງລໍເຣັນ ນັ້ນກໍຄື: ບໍ່ໄດ້ສ້າງຄວາມແຕກຕ່າງກັນຢ່າງໃດເລີຍ ແລະ ພຽງແຕ່ໃສ່ໃຈກັບປະສົບການຢ່າງດຽວ ໂດຍບໍ່ຮັບຮູ້ວ່າ ພາລະກິດຂອງຊາຕານແມ່ນຫຍັງ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ, ມະນຸດຈະຢູ່ໃນສະພາວະຫຍັງຖ້າບໍ່ມີການສະຖິດຂອງພຣະເຈົ້າ ແລະ ພຣະເຈົ້າຕ້ອງການເຮັດໃຫ້ຄົນປະເພດໃດສົມບູນແບບ. ຄວນນໍາໃຊ້ຫຼັກການໃດເມື່ອຮັບມືກັບຄົນຫຼາຍປະເພດ, ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນໄດ້ແນວໃດ, ຈະຮູ້ຈັກເຖິງອຸປະນິໄສຂອງພຣະເຈົ້າໄດ້ແນວໃດ ແລະ ຄວາມເມດຕາ, ຄວາມສະຫງ່າງາມ ແລະ ຄວາມຊອບທຳຂອງພຣະເຈົ້າຈະຖືກຊີ້ນໍາກັບຄົນແນວໃດ, ໃນສະຖານະການແບບໃດ ແລະ ຍຸກໃດ, ເພິ່ນບໍ່ມີການສັງເກດໃນຄຳຖາມເຫຼົ່ານີ້ເລີຍ. ຖ້າຜູ້ຄົນບໍ່ມີນິມິດຫຼາຍຢ່າງເປັນພື້ນຖານສຳລັບປະສົບການຂອງພວກເຂົາ ແລ້ວຊີວິດກໍບໍ່ຕ້ອງຖາມເຖິງເລີຍ ແລະ ປະສົບການກໍແຮງໄກ; ພວກເຂົາສາມາດສືບຕໍ່ຍອມ ແລະ ອົດທົນກັບທຸກສິ່ງຢ່າງໂງ່ຈ້າ. ຄົນປະເພດດັ່ງກ່າວແມ່ນຍາກທີ່ຈະເຮັດໃຫ້ສົມບູນແບບໄດ້. ສາມາດເວົ້າໄດ້ວ່າ ຖ້າເຈົ້າບໍ່ມີນິມິດຫຍັງເລີຍທີ່ເວົ້າມາຂ້າງເທິງ, ສິ່ງນີ້ກໍເປັນເຄື່ອງພິສູດທີ່ພຽງພໍແລ້ວວ່າ ເຈົ້າເປັນຄົນໂງ່, ເຈົ້າເປັນເໝືອນກັບເສົາເກືອທີ່ຕັ້ງຢູ່ໃນອິດສະຣາເອັນຢູ່ສະເໝີ. ຄົນປະເພດດັ່ງກ່າວແມ່ນໃຊ້ການບໍ່ໄດ້, ບໍ່ມີຫຍັງດີເລີຍ! ບາງຄົນຫຼັບຕາຍອມຕາມຢ່າງດຽວ, ພວກເຂົາຮູ້ຈັກຕົນເອງຢູ່ສະເໝີ ແລະ ນໍາໃຊ້ວິທີການປະພຶດຂອງຕົນເອງເມື່ອຮັບມືກັບບັນຫາໃໝ່ໆ ຫຼື ພວກເຂົານໍາໃຊ້ “ສະຕິປັນຍາ” ເພື່ອຮັບມືກັບບັນຫາທີ່ເລັກໆນ້ອຍໆ ເຊິ່ງບໍ່ສົມຄວນທີ່ຈະກ່າວເຖິງດ້ວຍຊໍ້າ. ຄົນປະເພດດັ່ງກ່າວແມ່ນປາສະຈາກການສັງເກດ ແລະ ມັນຄືກັບວ່າ ຖ້າທຳມະຊາດຂອງພວກເຂົາຄືການຍອມຮັບໃຫ້ຖືກກັ່ນແກ້ງ ແລະ ພວກເຂົາກໍເປັນເໝືອນເດີມຢູ່ສະເໝີ. ພວກເຂົາກໍຈະບໍ່ປ່ຽນແປງຈັກເທື່ອ. ຄົນແບບນີ້ເປັນຄົນໂງ່ທີ່ປາສະຈາກການສັງເກດແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ພະຍາຍາມດຳເນີນມາດຕະການທີ່ເໝາະສົມກັບສະຖານະການຕ່າງໆ ຫຼື ກັບຄົນທີ່ແຕກຕ່າງກັນຈັກເທື່ອ. ເຮົາໄດ້ເຫັນບາງຄົນຜູກມັດກັບຄວາມຮູ້ຂອງພວກເຂົາທີ່ກ່ຽວກັບຕົວພວກເຂົາເອງຫຼາຍ ເຖິງກັບວ່າເມື່ອຜະເຊີນໜ້າກັບຄົນທີ່ຄອບງຳດ້ວຍພາລະກິດຂອງວິນຍານຊົ່ວຮ້າຍ, ພວກເຂົາກໍກົ້ມຫົວຂອງພວກເຂົາລົງ ແລະ ສາລະພາບບາບຂອງພວກເຂົາ ໂດຍບໍ່ກ້າຢືນຂຶ້ນ ແລະ ກ່າວໂທດຄົນເຫຼົ່ານັ້ນ. ແລ້ວເມື່ອຜະເຊີນກັບພາລະກິດທີ່ເຫັນໄດ້ງ່າຍຂອງພຣະວິນຍານບໍລິສຸດ, ພວກເຂົາກໍບໍ່ກ້າທີ່ຈະເຊື່ອຟັງ. ພວກເຂົາເຊື່ອວ່າ ວິນຍານຊົ່ວຮ້າຍຢູ່ໃນກໍາມືຂອງພຣະເຈົ້າເຊັ່ນດຽວກັນ ແລະ ບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະຢືນຂຶ້ນ ແລະ ຕໍ່ຕ້ານພວກມັນ. ຄົນດັ່ງກ່າວນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ບໍ່ສາມາດແບກຮັບພາລະກິດທີ່ໜັກໜ່ວງໃຫ້ກັບພຣະເຈົ້າແທ້ໆ. ຄົນໂງ່ປະເພດນີ້ບໍ່ໄດ້ສ້າງຄວາມແຕກຕ່າງແຕ່ຢ່າງໃດເລີຍ. ສະນັ້ນ ວິທີການຮັບປະສົບການດັ່ງກ່າວຄວນຖືກກໍາຈັດ ຍ້ອນມັນບໍ່ສາມາດປ້ອງກັນໄວ້ໄດ້ໃນສາຍຕາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງປະສົບການ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 451)
ໃນກະແສປັດຈຸບັນ ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າກໍຕາມ ຕາບໃດທີ່ພວກເຂົາໃຫ້ຄວາມເຄົາລົບຕໍ່ພຣະເຈົ້າ ແລະ ເຊື່ອຟັງພຣະອົງ, ພວກເຂົາກໍຈະສາມາດຖືກເຮັດໃຫ້ສົມບູນໂດຍພຣະອົງ. ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ ໂດຍອີງຕາມພາລະໜ້າທີ່ ທີ່ແຕກຕ່າງກັນຂອງພວກເຂົາ. ຕາບໃດທີ່ເຈົ້າໄດ້ປະຕິບັດທຸກສິ່ງທຸກຢ່າງດ້ວຍສຸດກໍາລັງຂອງເຈົ້າ ແລະ ຖວາຍຕົນຕໍ່ພາລະກິດຂອງພຣະເຈົ້າ, ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້ ໂດຍພຣະອົງ. ໃນປັດຈຸບັນ ພວກເຈົ້າຍັງບໍ່ມີໃຜທີ່ສົມບູນແບບ. ບາງຄັ້ງພວກເຈົ້າກໍສາມາດເຮັດໄດ້ໜ້າທີ່ດຽວ ແລະ ບາງຄັ້ງພວກເຈົ້າກໍເຮັດໄດ້ສອງໜ້າທີ່; ຕາບໃດທີ່ພວກເຈົ້າເຮັດສຸດກໍາລັງຂອງຕົນ ເພື່ອທຸ້ມເທໃຫ້ກັບພຣະເຈົ້າ, ສຸດທ້າຍແລ້ວ ພວກເຈົ້າກໍຈະຖືກເຮັດໃຫ້ສົມບູນ ໂດຍພຣະອົງ.
ຄົນໄວໜຸ່ມ ມີປັດຊະຍາຊີວິດໜ້ອຍກວ່າ ແລະ ຂາດສະຕິປັນຍາ ແລະ ຄວາມເຂົ້າໃຈອັນເລິກເຊິ່ງ. ພຣະເຈົ້າມາເພື່ອເຮັດໃຫ້ສະຕິປັນຍາ ແລະ ຄວາມເຂົ້າໃຈອັນເລິກເຊິ່ງຂອງມະນຸດມີຄວາມສົມບູນ ແລະ ພຣະທຳຂອງພຣະເຈົ້າ ທົດແທນສິ່ງເຫຼົ່ານີ້ ທີ່ພວກເຂົາຂາດເຂີນ. ແນວໃດກໍຕາມ, ນິໄສຂອງຄົນໄວໜຸ່ມຍັງບໍ່ສະຖຽນ ແລະ ຍັງຈຳເປັນຕ້ອງມີການປະຕິຮູບໂດຍພຣະເຈົ້າ. ຄົນໄວໜຸ່ມມີຄວາມເຊື່ອທາງສາສະໜາໜ້ອຍລົງ ແລະ ມີປັດຊະຍາຊີວິດໜ້ອຍລົງ. ພວກເຂົາຄິດໃນທາງທີ່ງ່າຍດາຍ ແລະ ການພິຈາລະນາຂອງພວກເຂົາກໍບໍ່ສະລັບຊັບຊ້ອນ. ນີ້ແມ່ນດ້ານທີ່ ຄວາມເປັນມະນຸດຂອງພວກເຂົາຍັງບໍ່ເຂົ້າຮູບເຂົ້າຊົງ ແລະ ມັນເປັນດ້ານທີ່ເພິ່ງປາດຖະໜາ, ແຕ່ຄົນໄວໜຸ່ມພັດປະຕິເສດ ແລະ ຂາດສະຕິປັນຍາ ແລະ ນີ້ກໍແມ່ນຂົງເຂດທີ່ ຈຳເປັນຕ້ອງເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າ, ພວກເຈົ້າອາດຈະພັດທະນາຄວາມເຂົ້າໃຈ ແລະ ສາມາດເຂົ້າໃຈໄດ້ຢ່າງຈະແຈ້ງຕໍ່ຫລາຍໆສິ່ງທາງຈິດວິນຍານໄດ້ ແລະ ຄ່ອຍໆກາຍເປັນຜູ້ທີ່ເໝາະສົມກັບພຣະເຈົ້າທີ່ຈະນຳໃຊ້. ພວກອ້າຍ ແລະ ເອື້ອຍກໍສາມາດປະຕິບັດໜ້າທີ່ບາງຢ່າງ ແລະ ພວກເຂົາກໍບໍ່ຖືກພຣະເຈົ້າປະປ່ອຍ. ໂດຍທີ່ພວກອ້າຍ ແລະ ເອື້ອຍ ກໍລ້ວນແຕ່ມີດ້ານທີ່ເພິ່ງປາດຖະໜາ ແລະ ດ້ານທີ່ບໍ່ເພິ່ງປາດຖະໜາ. ພວກອ້າຍ ແລະ ເອື້ອຍມີປັດຊະຍາຊີວິດຫຼາຍກວ່າ, ພວກເຂົາມີຄວາມເຊື່ອທາງສາສະໜາຫລາຍກວ່າ, ການກະທຳຂອງພວກເຂົາ ລ້ວນຍຶດຕິດຢູ່ໃນກອບ, ພວກເຂົາປະຕິບັດຕາມກົດລະບຽບ ແບບອັດຕະໂນມັດ, ພວກເຂົານຳໃຊ້ຢ່າງເປັນລະບົບ ແລະ ພວກເຂົາບໍ່ຕີລົບທົບໄດ້. ນີ້ບໍ່ແມ່ນດ້ານທີ່ເພິ່ງປາດຖະໜາ. ແນວໃດກໍຕາມ, ພວກອ້າຍ ແລະ ເອື້ອຍເປັນຄົນໃຈເຢັນ ແລະ ເກັບກ່ຽວເອົາທຸກສິ່ງທີ່ປາກົດຂຶ້ນ; ອຸປະນິໄສຂອງພວກເຂົາໝັ້ນທ່ຽງ ແລະ ພວກເຂົາບໍ່ມີອາລົມທີ່ປັ່ນປ່ວນ. ພວກເຂົາຍອມຮັບເອົາສິ່ງຕ່າງໆຢ່າງຊ້າໆ, ແຕ່ນີ້ບໍ່ແມ່ນຂໍ້ຜິດພາດທີ່ໃຫຍ່ຫຼວງ. ຕາບໃດທີ່ພວກເຈົ້າຍັງສາມາດຖວາຍຕົວ ແລະ ຍອມຮັບເອົາພຣະທຳໃນປັດຈຸບັນຂອງພຣະເຈົ້າໄດ້, ຖ້າຫາກພວກເຈົ້າບໍ່ກັ່ນຕອງພຣະທຳຂອງພຣະເຈົ້າ, ຖ້າຫາກພວກເຈົ້າບໍ່ລັງເລທີ່ຈະຖວາຍຕົນ ແລະ ປະຕິບັດຕາມ ແລະ ຈະບໍ່ວ່າດ້ວຍທາງໃດ ຖ້າພວກເຈົ້າຫາກບໍ່ຜ່ານການຕັດສິນ ຫລື ມີຄວາມຄິດອື່ນທີ່ຊົ່ວຊ້າ ແລະ ຖ້າຫາກພວກເຈົ້າຍອມຮັບເອົາພຣະທຳຂອງພຣະອົງ ແລະ ນຳໄປປະຕິບັດໃນຕົວຈິງ, ຖ້າຫາກພວກເຈົ້າປະຕິບັດໄດ້ຕາມເງື່ອນໄຂເຫຼົ່ານີ້ ພວກເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້.
ບໍ່ວ່າພວກເຈົ້າຈະເປັນນ້ອງ ຫລື ເປັນອ້າຍ ຫລື ເປັນເອື້ອຍ, ພວກເຈົ້າຮູ້ໜ້າທີ່ ທີ່ຕົນຄວນປະຕິບັດ. ພວກທີ່ຢູ່ໃນໄວໜຸ່ມຈະບໍ່ອວດດີ; ພວກທີ່ແກ່ກວ່າ ກໍ່ບໍ່ເສີຍເມີຍ ແລະ ຖອຍຫລັງ. ພວກເຂົາສາມາດນຳໃຊ້ຈຸດແຂງຂອງກັນລະກັນ ເພື່ອແກ້ໄຂຈຸດອ່ອນຂອງຕົນ ແລະ ພວກເຂົາສາມາດຮັບໃຊ້ຊຶ່ງກັນແລະກັນ ໂດຍບໍ່ມີອະຄະຕິໃດໆ. ສະພານມິດຕະພາບໄດ້ຖືກສ້າງຂຶ້ນລະຫວ່າງພວກນ້ອງໆ ແລະ ພວກອ້າຍເອື້ອຍ ແລະ ຍ້ອນຄວາມຮັກຂອງພຣະເຈົ້າ ພວກເຈົ້າຈຶ່ງສາມາດເຂົ້າໃຈຊຶ່ງກັນ ແລະ ກັນໄດ້ດີຂຶ້ນ. ນ້ອງຊາຍ ແລະ ນ້ອງສາວບໍ່ດູຖູກພວກອ້າຍໆ ແລະ ເອື້ອຍໆ ແລະ ພວກອ້າຍໆ ແລະ ເອື້ອຍໆກໍບໍ່ຖືວ່າຕົນເອງຊອບທຳ. ສິ່ງນີ້ ບໍ່ມີການຮ່ວມມືທີ່ກົມກຽວກັນບໍ່? ຖ້າພວກເຈົ້າທຸກຄົນມີຄວາມເດັດດ່ຽວເຊັ່ນນັ້ນ, ແລ້ວຄວາມປະສົງຂອງພຣະເຈົ້າກໍຈະສຳເລັດໃນຮຸ່ນຄົນຂອງພວກເຈົ້າຢ່າງແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 452)
ໃນອະນາຄົດ ບໍ່ວ່າເຈົ້າຈະໄດ້ຮັບພອນ ຫລື ຖືກສາບແຊ່ງ ກໍຈະຖືກຕັດສິນຕາມການກະທຳທີ່ພວກເຈົ້າໄດ້ປະຕິບັດໃນມື້ນີ້. ຖ້າຫາກພວກເຈົ້າຕ້ອງຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ມັນກໍຕ້ອງເກີດຂຶ້ນດຽວນີ້ ໃນຍຸກສະໄໝນີ້; ຍັງບໍ່ມີໂອກາດອື່ນອີກ ໃນອະນາຄົດ. ຕອນນີ້, ພຣະເຈົ້າຕ້ອງການເຮັດໃຫ້ພວກເຈົ້າສົມບູນຢ່າງແທ້ຈິງ ແລະ ນີ້ບໍ່ແມ່ນວິທີການເວົ້າ. ໃນອະນາຄົດ, ບໍ່ວ່າຈະເກີດການທົດລອງຢ່າງໃດກັບພວກເຈົ້າ, ຈະເກີດເຫດການຫຍັງຂຶ້ນ ຫຼື ເກີດໄພພິບັດອັນໃດກັບພວກເຈົ້າ ພຣະເຈົ້າຕ້ອງການເຮັດໃຫ້ພວກເຈົ້າສົມບູນ, ນີ້ແມ່ນຄວາມຈິງທີ່ເດັດຂາດ ແລະ ບໍ່ມີຂໍ້ສົ່ງໃສ. ສິ່ງນີ້ຈະເຫັນໄດ້ຈາກໃສ? ຈາກຄວາມຈິງທີ່ວ່າ ພຣະທຳຂອງພຣະເຈົ້າຜ່ານຍຸກ ແລະ ສະໄໝທີ່ບໍ່ເຄີຍບັນລຸໃນລະດັບສູງຫລາຍຄືດັ່ງທີ່ມີໃນທຸກມື້ນີ້ ເຊິ່ງມັນໄດ້ເຂົ້າເຖິງຂອບເຂດສູງສຸດ ແລະ ພາລະກິດຂອງພຣະວິນຍານບໍລິສຸດໃນທ່າມກາງມະນຸດທັງປວງ ປັດຈຸບັນແມ່ນບໍ່ເຄີຍເກີດຂຶ້ນມາກ່ອນ. ຄົນໃນສະໄໝຜ່ານມາບໍ່ມີໃຜທີ່ໄດ້ສຳຜັດກັບສິ່ງນີ້. ແມ່ນແຕ່ຢູ່ໃນຍຸກແຫ່ງພຣະເຢຊູກໍບໍ່ໄດ້ມີການເປີດເຜີຍຄືກັບໃນປັດຈຸບັນ; ພຣະທໍາທີ່ໄດ້ກ່າວຕໍ່ພວກເຈົ້າໄດ້ບັນລຸເຖິງຂັ້ນສູງສຸດ, ທຸກສິ່ງທີ່ພວກເຈົ້າເຂົ້າໃຈ ແລະ ທຸກສິ່ງທີ່ພວກເຈົ້າໄດ້ຜະເຊີນ. ພວກເຈົ້າບໍ່ໄດ້ໜີໄປ ໃນລະຫວ່າງການທົດລອງ ແລະ ການຕີສອນ, ສິ່ງນີ້ ພຽງພໍແລ້ວທີ່ຈະພິສູດວ່າ ພາລະກິດຂອງພຣະເຈົ້າໄດ້ບັນລຸເຖິງຈຸດຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນ. ນີ້ບໍ່ແມ່ນສິ່ງທີ່ມະນຸດຈະສາມາດເຮັດໄດ້ ແລະ ມັນບໍ່ແມ່ນບາງສິ່ງທີ່ມະນຸດຮັກສາໄວ້ໄດ້, ແຕ່ມັນແມ່ນພາລະກິດຂອງພຣະເຈົ້າເອງ. ດັ່ງນັ້ນ, ຈາກຄວາມຈິງຫຼາຍຢ່າງໃນພາລະກິດຂອງພຣະເຈົ້າສາມາດເຫັນໄດ້ວ່າ ພຣະເຈົ້າຕ້ອງການເຮັດໃຫ້ມະນຸດສົມບູນ ແລະ ແນ່ນອນວ່າ ພຣະອົງສາມາດເຮັດໃຫ້ພວກເຈົ້າສົມບູນໄດ້. ຖ້າຫາກພວກເຈົ້າສາມາດເຫັນໃນສິ່ງນີ້ໄດ້, ຖ້າຫາກພວກເຈົ້າສາມາດມີການຄົ້ນພົບສິ່ງໃໝ່ນີ້ໄດ້ ແລ້ວພວກເຈົ້າຈະບໍ່ລໍຖ້າການກັບມາຄັ້ງທີສອງຂອງພຣະເຢຊູ, ແຕ່ພວກເຈົ້າຈະອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ພວກເຈົ້າສົມບູນຢູ່ໃນຍຸກປັດຈຸບັນ. ດັ່ງນັ້ນ, ພວກເຈົ້າແຕ່ລະຄົນຄວນຈະເຮັດຢ່າງສຸດຂີດ ແລະ ສຸດຄວາມສາມາດ ເພື່ອວ່າພວກເຈົ້າອາດຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ.
ທຸກວັນນີ້ ເຈົ້າບໍ່ຕ້ອງໃສ່ໃຈກັບສິ່ງທີ່ເປັນລົບ. ກ່ອນອື່ນເຈົ້າຕ້ອງປະຖິ້ມ ແລະ ບໍ່ສົນໃຈຕໍ່ສິ່ງທີ່ຈະເຮັດໃຫ້ເຈົ້າຮູ້ສຶກໃນທາງລົບ. ເມື່ອເຈົ້າຮັບຜິດຊອບເລື່ອງຕ່າງໆ ເຈົ້າຕ້ອງຮັກສາຫົວໃຈແຫ່ງການສະແຫວງຫາ ແລະ ການໄຄວ່ຄວ້າ ແລະ ເຈົ້າຕ້ອງຮັກສາຫົວໃຈແຫ່ງການເຊື່ອຟັງພຣະເຈົ້າ. ເມື່ອໃດກໍຕາມທີ່ພວກເຈົ້າຄົ້ນພົບຈຸດອ່ອນຢູ່ພາຍໃນຕົວພວກເຈົ້າ, ແຕ່ພວກເຈົ້າບໍ່ໄດ້ຕົກຢູ່ໃນການຄວບຄຸມຂອງມັນ ແລະ ພວກເຈົ້າປະຕິບັດໜ້າທີ່ ທີ່ຕົນຄວນປະຕິບັດ, ສິ່ງນີ້ແມ່ນການກ້າວໄປຂ້າງໜ້າທີ່ເປັນທາງບວກ. ເຊັ່ນຕົວຢ່າງ: ພວກອ້າຍ ແລະ ເອື້ອຍມີຄວາມເຊື່ອທາງສາສະໜາ, ແຕ່ວ່າເຈົ້າກໍສາມາດອະທິຖານ ແລະ ເຈົ້າສາມາດຍອມຮັບ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ ແລະ ຮ້ອງເພງສັນລະເສີນ... ຢູ່ໃນພຣະທຳ, ສິ່ງໃດກໍຕາມທີ່ເຈົ້າສາມາດເຮັດໄດ້, ໜ້າທີ່ໃດກໍຕາມທີ່ເຈົ້າສາມາດປະຕິບັດໄດ້, ໃຫ້ເຈົ້າທຸ້ມເທໃສ່ດ້ວຍກໍາລັງແຮງທັງໝົດທີ່ເຈົ້າສາມາດຮວບຮວມໄດ້. ຈົ່ງຢ່າຄອງຄອຍຢູ່ລ້າໆ. ການທີ່ສາມາດປະຕິບັດໜ້າທີ່ຂອງຕົນຈົນເປັນທີ່ເພິ່ງພໍໃຈຂອງພຣະເຈົ້ານັ້ນຄືບາດກ້າວທຳອິດ. ເມື່ອເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າໄປສູ່ຄວາມເປັນຈິງຂອງພຣະທຳຂອງພຣະເຈົ້າ, ເຈົ້າກໍຈະຖືກເຮັດໃຫ້ສົມບູນ ໂດຍພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 453)
ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ຕ້ອງແມ່ນຄົນທີ່ເອົາໃຈໃສ່ຄວາມປະສົງຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ລອດພົ້ນ ໂດຍເຮັດໃຫ້ພວກເຂົາກັບໃຈ ແລະ ສາລະພາບ. ນອກຈາກນັ້ນຍັງມີເຈົ້າໜ້າທີ່ໆເຄັ່ງສາສະໜາຫຼາຍຄົນທີ່ຄິດວ່າການຮັບໃຊ້ພຣະເຈົ້າປະກອບດ້ວຍການເທດສະໜາໃນໂບດ ຫຼັງຈາກທີ່ໄດ້ສືບຕໍ່ການສຶກສາຂັ້ນສູງ ແລະ ການຝຶກອົບຮົມໃນໂຮງຮຽນສອນສາສະໜາ ແລະ ສັ່ງສອນຜູ້ຄົນຜ່ານການອ່ານພຣະຄໍາພີ. ຍິ່ງໄປກວ່ານັ້ນ, ມີຜູ້ຄົນທີ່ຢູ່ເຂດທຸກຍາກທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າໝາຍເຖິງການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ພວກມານຮ້າຍທີ່ຢູ່ໃນທ່າມກາງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ການອະທິຖານເພື່ອພວກເຂົາ ຫຼື ການຮັບໃຊ້ພວກເຂົາ. ໃນທ່າມກາງພວກເຈົ້າແມ່ນຍັງມີຫຼາຍຄົນທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອະທິຖານຫາພຣະເຈົ້າທຸກມື້ ພ້ອມທັງການຢ້ຽມຢາມ ແລະ ການເຮັດວຽກໃນຄຣິສຕະຈັກຢູ່ທຸກຫົນແຫ່ງ. ມີອ້າຍເອື້ອຍນ້ອງຄົນອື່ນໆທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການບໍ່ແຕ່ງດອງຈັກເທື່ອ ຫຼື ການລ້ຽງດູຄອບຄົວ ແລະ ການອຸທິດການເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ແຕ່ມີໜ້ອຍຄົນທີ່ຮູ້ແທ້ໆວ່າແມ່ນຫຍັງຄືຄວາມໝາຍຂອງການຮັບໃຊ້ພຣະເຈົ້າ. ເຖິງແມ່ນວ່າຄົນທີ່ຮັບໃຊ້ພຣະເຈົ້າຈະມີຫຼາຍຄືກັບດວງດາວໃນທ້ອງຟ້າ, ຈໍານວນຜູ້ຄົນເຫຼົ່ານັ້ນທີ່ສາມາດຮັບໃຊ້ພຣະເຈົ້າໂດຍກົງ ແລະ ຜູ້ທີ່ສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້ານັ້ນແມ່ນມີໜ້ອຍຫຼາຍ, ໜ້ອຍທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເຮົາເວົ້າສິ່ງນີ້ກໍ່ເພາະວ່າພວກເຈົ້າບໍ່ເຂົ້າໃຈແກ່ນແທ້ຂອງວະລີທີ່ວ່າ “ການຮັບໃຊ້ພຣະເຈົ້າ” ແລະ ພວກເຈົ້າເຂົ້າໃຈວິທີການຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າພຽງເລັກນ້ອຍເທົ່ານັ້ນ. ມີຄວາມຈຳເປັນອັນຮີບດ່ວນໃຫ້ຜູ້ຄົນເຂົ້າໃຈວ່າການຮັບໃຊ້ພຣະເຈົ້າປະເພດໃດທີ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະອົງໄດ້ຢ່າງແທ້ຈິງ.
ຖ້າພວກເຈົ້າປາຖະໜາທີ່ຈະຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ພວກເຈົ້າຕ້ອງເຂົ້າໃຈວ່າຄົນປະເພດໃດເປັນທີ່ພໍໃຈຂອງພຣະເຈົ້າກ່ອນ, ຄົນປະເພດໃດທີ່ພຣະເຈົ້າກຽດຊັງ, ຄົນປະເພດໃດທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ຄົນປະເພດໃດທີ່ມີຄຸນສົມບູນໃນການຮັບໃຊ້ພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ພວກເຈົ້າຄວນປະກອບດ້ວຍຄວາມຮູ້ນີ້. ນອກຈາກນີ້, ພວກເຈົ້າຄວນຮູ້ຈັກເປົ້າໝາຍພາລະກິດຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າຈະກະທໍາໃນທີ່ນີ້ ແລະ ໃນປັດຈຸບັນນີ້. ຫຼັງຈາກເຂົ້າໃຈໃນສິ່ງນີ້ ແລະ ຜ່ານການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ພວກເຈົ້າຄວນມີທາງເຂົ້າກ່ອນ ແລະ ຮັບເອົາການຝາກຝັງຈາກພຣະເຈົ້າກ່ອນ. ຫຼັງຈາກທີ່ພວກເຈົ້າໄດ້ມີປະສົບການຕົວຈິງກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ເມື່ອພວກເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍ່ຈະມີຄຸນສົມບັດທີ່ຈະຮັບໃຊ້ພຣະເຈົ້າໄດ້. ແລ້ວເມື່ອຮອດເວລາທີ່ພວກເຈົ້າຮັບໃຊ້ພຣະອົງ, ພຣະເຈົ້າກໍ່ຈະເປີດດວງຕາຝ່າຍວິນຍານຂອງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະອົງ ແລະ ເບິ່ງເຫັນພາລະກິດຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ເມື່ອເຈົ້າເຂົ້າສູ່ຄວາມເປັນຈິງນີ້, ປະສົບການຂອງເຈົ້າກໍ່ຈະເລິກເຊິ່ງ ແລະ ເປັນຈິງຫຼາຍຂຶ້ນ ແລະ ພວກເຈົ້າທຸກຄົນທີ່ມີປະສົບການດັ່ງກ່າວກໍ່ຈະສາມາດຍ່າງທ່າມກາງຄຣິສຕະຈັກ ແລະ ລ້ຽງດູໃຫ້ອ້າຍເອື້ອຍນ້ອງຂອງພວກເຈົ້າ ເພື່ອວ່າພວກເຈົ້າແຕ່ລະຄົນຈະສາມາດດຶງເອົາຈຸດແຂງຂອງກັນ ແລະ ກັນ ເພື່ອທົດແທນຄວາມບົກຜ່ອງຂອງພວກເຈົ້າເອງ ແລະ ຮັບເອົາຄວາມຮູ້ທີ່ອຸດົມສົມບູນຍິ່ງຂຶ້ນໃນຈິດວິນຍານຂອງພວກເຈົ້າ. ຫຼັງຈາກທີ່ໄດ້ບັນລຸຜົນນີ້ແລ້ວ, ພວກເຈົ້າກໍ່ຈະສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນໃນລະຫວ່າງການຮັບໃຊ້ຂອງພວກເຈົ້າ.
ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນມິດສະຫາຍຂອງພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າພໍໃຈ ແລະ ສາມາດຈົງຮັກພັກດີຕໍ່ພຣະເຈົ້າທີ່ສຸດ. ບໍ່ວ່າເຈົ້າຈະເຮັດເປັນການສ່ວນຕົວ ຫຼື ຕໍ່ໜ້າສາທາລະນະຊົນກໍ່ຕາມ, ເຈົ້າສາມາດຮັບຄວາມປິຕິຍິນດີຂອງພຣະເຈົ້າຕໍ່ໜ້າພຣະເຈົ້າໄດ້, ເຈົ້າສາມາດຢຶດໝັ້ນຕໍ່ໜ້າພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍ່ຕາມ ເຈົ້າຈະເດີນຕາມເສັ້ນທາງທີ່ເຈົ້າຄວນຍ່າງຢູ່ສະເໝີ ແລະ ໃສ່ໃຈພາລະຂອງພຣະເຈົ້າຢ່າງຖີ່ຖ້ວນ. ມີພຽງຄົນແບບນີ້ເທົ່ານັ້ນຈຶ່ງເປັນມິດສະຫາຍຂອງພຣະເຈົ້າ. ການທີ່ມິດສະຫາຍຂອງພຣະເຈົ້າສາມາດຮັບໃຊ້ພຣະອົງໂດຍກົງກໍ່ເປັນເພາະວ່າພວກເຂົາໄດ້ຮັບການຝາກຝັງທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພາລະຂອງພຣະເຈົ້າ, ພວກເຂົາສາມາດເຮັດໃຫ້ຫົວໃຈຂອງພຣະເຈົ້າເປັນຫົວໃຈຂອງພວກເຂົາເອງ ແລະ ຮັບເອົາພາລະຂອງພຣະເຈົ້າເປັນພາລະຂອງພວກເຂົາເອງ ແລະ ພວກເຂົາບໍ່ຄຳນຶງເຖິງໂອກາດໃນອະນາຄົດຂອງພວກເຂົາ: ເຖິງແມ່ນເມື່ອພວກເຂົາບໍ່ມີໂອກາດ ແລະ ພວກເຂົາຢືນຢັດໂດຍບໍ່ໄດ້ຮັບຫຍັງເລີຍ, ພວກເຂົາກໍ່ຈະເຊື່ອໃນພຣະເຈົ້າດ້ວຍຫົວໃຈທີ່ມີຄວາມຮັກຢູ່ສະເໝີ. ເພາະສະນັ້ນ, ຄົນປະເພດນີ້ແມ່ນມິດສະຫາຍຂອງພຣະເຈົ້າ. ມິດສະຫາຍຂອງພຣະເຈົ້າຍັງເປັນຄົນສະໜິດພຣະອົງ; ມີພຽງຄົນສະໜິດຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດແບ່ງປັນຄວາມກະວົນກະວາຍຂອງພຣະອົງ ແລະ ຄວາມຄິດຂອງພຣະອົງໄດ້ ແລະ ເຖິງແມ່ນວ່າເນື້ອໜັງຂອງພວກເຂົາຈະເຈັບປວດ ແລະ ອ່ອນແອ, ພວກເຂົາກໍ່ສາມາດອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າມອບພາລະໃຫ້ກັບຜູ້ຄົນດັ່ງກ່າວຫຼາຍຂຶ້ນ ແລະ ສິ່ງທີ່ພຣະເຈົ້າປາຖະໜາຈະເຮັດແມ່ນປາກົດອອກໃນຄຳພະຍານຂອງຜູ້ຄົນດັ່ງກ່າວ. ສະນັ້ນ ຜູ້ຄົນເຫຼົ່ານີ້ຄືຄົນທີ່ພຣະເຈົ້າພໍໃຈ, ພວກເຂົາແມ່ນຄົນຮັບໃຊ້ພຣະເຈົ້າ ເຊິ່ງເປັນທີ່ພໍໃຈພຣະອົງເອງ ແລະ ມີພຽງຜູ້ຄົນແບບນີ້ເທົ່ານັ້ນຈຶ່ງສາມາດປົກຄອງຮ່ວມກັນກັບພຣະເຈົ້າໄດ້. ເວລາທີ່ເຈົ້າກາຍເປັນມິດສະຫາຍຂອງພຣະເຈົ້າຢ່າງແທ້ຈິງແມ່ນເວລາທີ່ເຈົ້າຈະໄດ້ປົກຄອງຮ່ວມກັບພຣະເຈົ້າຢ່າງແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 454)
ພຣະເຢຊູສາມາດສຳເລັດການຝາກຝັງຂອງພຣະເຈົ້າ ນັ້ນກໍ່ຄື ພາລະກິດການໄຖ່ບາບມະນຸດຊາດທັງປວງ ຍ້ອນວ່າພຣະອົງເອົາໃຈໃສ່ຄວາມປະສົງຂອງພຣະເຈົ້າຢ່າງຖີ່ຖ້ວນ ໂດຍບໍ່ໄດ້ມີການວາງແຜນການ ຫຼື ການຈັດແຈງໃດໆສຳລັບພຣະອົງເອງ. ດັ່ງນັ້ນ ພຣະອົງກໍ່ຄືມິດສະຫາຍຂອງພຣະເຈົ້າເຊັ່ນກັນ ນັ້ນກໍ່ຄືພຣະອົງເອງ ເຊິ່ງເປັນສິ່ງທີ່ພວກເຈົ້າທຸກຄົນເຂົ້າໃຈເປັນຢ່າງດີຫຼາຍ. (ໃນຄວາມຈິງແລ້ວ, ພຣະອົງກໍ່ຄືພຣະເຈົ້າເອງທີ່ໄດ້ຖືກພຣະເຈົ້າເປັນພະຍານໃຫ້. ເຮົາເວົ້າເຖິງເລື່ອງນີ້ໃນທີ່ນີ້ເພື່ອໃຊ້ຂໍ້ແທ້ຈິງກ່ຽວກັບພຣະເຢຊູເພື່ອບັນລະຍາຍເຖິງບັນຫານີ້). ພຣະອົງສາມາດວາງແຜນການຄຸ້ມຄອງຂອງພຣະເຈົ້າໃສ່ສູນກາງແທ້ໆ ແລະ ອະທິຖານຫາພຣະບິດາທີ່ຢູ່ໃນສະຫວັນຢູ່ສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ. ພຣະອົງໄດ້ອະທິຖານ ແລະ ກ່າວວ່າ: “ພຣະເຈົ້າພຣະບິດາ! ຂໍໃຫ້ສໍາເລັດຜົນຕາມຄວາມປະສົງຂອງພຣະອົງດ້ວຍ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ ແຕ່ຂໍໃຫ້ເປັນໄປຕາມແຜນການຂອງພຣະອົງ. ມະນຸດອາດອ່ອນແອ, ແຕ່ເປັນຫຍັງພຣະອົງຈຶ່ງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດເຊິ່ງເປັນຄືກັບມົດໃນມືຂອງພຣະອົງຈະຄູ່ຄວນກັບຄວາມຫ່ວງໃຍຂອງພຣະອົງໄດ້ແນວໃດ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະໃຫ້ບັນລຸຕາມຄວາມປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງປະຕິບັດໃນຕົວຂ້ານ້ອຍຕາມຄວາມປາຖະໜາຂອງພຣະອົງເອງດ້ວຍ”. ໃນການເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍ່ບໍ່ເຄີຍມີເຈດຕະນາທີ່ຈະຄືນຄໍາເວົ້າຂອງພຣະອົງແມ່ນແຕ່ໜ້ອຍດຽວ; ມີພະລັງອໍານາດບາງຢ່າງທີ່ກະຕຸ້ນໃຫ້ພຣະອົງເດີນໜ້າໄປຫາບ່ອນທີ່ພຣະອົງຈະຖືກຄຶງໃສ່ເທິງໄມ້ກາງແຂນຢູ່ເລື້ອຍໆ. ໃນທີ່ສຸດ, ພຣະອົງກໍ່ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ, ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ພຣະອົງໄດ້ເປັນອິດສະຫຼະຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນະຮົກ ແລະ ແດນມໍລະນາໄດ້ໝົດອໍານາດຂອງພວກມັນ ແລະ ຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບສາມປີ ເຊິ່ງຕະຫຼອດໄລຍະເວລານັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ, ຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ ໂດຍພຣະອົງບໍ່ເຄີຍຄໍານຶງເຖິງຜົນໄດ້ ຫຼື ຜົນເສຍຂອງພຣະອົງເອງ ແລະ ມີແຕ່ຄິດເຖິງຄວາມປະສົງຂອງພຣະເຈົ້າພຣະບິດາຢູ່ສະເໝີ. ດັ່ງນັ້ນ, ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ, ພຣະເຈົ້າໄດ້ກ່າວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ຍ້ອນການຮັບໃຊ້ຂອງພຣະອົງຕໍ່ໜ້າພຣະເຈົ້າສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າຈຶ່ງໄດ້ມອບພາລະອັນໜັກໜ່ວງໃນການໄຖ່ບາບໃຫ້ແກ່ມະນຸດຊາດທັງໝົດໄວ້ເທິງບ່າໄລ່ຂອງພຣະອົງ ແລະ ເຮັດໃຫ້ພຣະອົງປະຕິບັດມັນຈົນສໍາເລັດ ແລະ ພຣະອົງມີຄຸນສົມບັດ ແລະ ມີສິດທີ່ຈະສຳເລັດໜ້າທີ່ສໍາຄັນນີ້. ຕະຫຼອດຊີວິດຂອງພຣະອົງ, ພຣະອົງອົດທົນກັບການທົນທຸກຫຼາຍຈົນນັບບໍ່ຖ້ວນເພື່ອພຣະເຈົ້າ ແລະ ພຣະອົງໄດ້ຖືກຊາຕານລໍ້ລວງຈົນນັບບໍ່ຖ້ວນ, ແຕ່ພຣະອົງກໍບໍ່ເຄີຍທໍ້ໃຈ. ພຣະເຈົ້າມອບໜ້າທີ່ອັນໃຫຍ່ຫຼວງໃຫ້ກັບພຣະອົງ ເພາະພຣະເຈົ້າໄວ້ໃຈພຣະອົງ ແລະ ຮັກພຣະອົງ ແລະ ດ້ວຍເຫດນີ້, ພຣະເຈົ້າຈຶ່ງໄດ້ກ່າວດ້ວຍຕົນເອງວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ໃນເວລານັ້ນ, ມີພຽງພຣະເຢຊູເທົ່ານັ້ນທີ່ສາມາດປະຕິບັດການຝາກຝັງນີ້ໃຫ້ສໍາເລັດ ແລະ ນີ້ຄືລັກສະນະຕົວຈິງໜຶ່ງຢ່າງທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງໃນການໄຖ່ບາບມະນຸດຊາດທັງໝົດໃນຍຸກແຫ່ງພຣະຄຸນ.
ຖ້າພວກເຈົ້າສາມາດເອົາໃຈໃສ່ພາລະຂອງພຣະເຈົ້າຢ່າງຖີ່ຖ້ວນຄືກັບພຣະເຢຊູ ແລະ ຫັນຫຼັງໃຫ້ກັບເນື້ອໜັງຂອງພວກເຈົ້າ, ພຣະເຈົ້າຈະມອບໝາຍໜ້າວຽກທີ່ສໍາຄັນຂອງພຣະອົງໃຫ້ແກ່ພວກເຈົ້າ ເພື່ອວ່າພວກເຈົ້າຈະບັນລຸເງື່ອນໄຂທີ່ຈໍາເປັນໃນການຮັບໃຊ້ພຣະເຈົ້າ. ມີແຕ່ພາຍໃຕ້ສະຖານະການດັ່ງກ່າວເທົ່ານັ້ນ, ພວກເຈົ້າຈຶ່ງຈະກ້າເວົ້າວ່າພວກເຈົ້າກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຮັດການຝາກຝັງຂອງພຣະອົງຈົນສໍາເລັດ ແລະ ເມື່ອນັ້ນເອງ ພວກເຈົ້າຈຶ່ງຈະກ້າເວົ້າວ່າ ພວກເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ເມື່ອສົມທຽບໃສ່ຕົວຢ່າງຂອງພຣະເຢຊູແລ້ວ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າເຈົ້າກຳລັງເຮັດຕາມຄວາມປະສົງຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງບໍ? ມື້ນີ້ ເຈົ້າບໍ່ເຂົ້າໃຈວິທີການຮັບໃຊ້ພຣະເຈົ້າ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ຖ້າເຈົ້າເວົ້າວ່າເຈົ້າຮັບໃຊ້ພຣະເຈົ້າ, ເຈົ້າຈະບໍ່ໝິ່ນປະໝາດພຣະອົງບໍ? ໃຫ້ຄິດກ່ຽວກັບມັນເບິ່ງ: ເຈົ້າກໍາລັງຮັບໃຊ້ພຣະເຈົ້າ ຫຼື ຕົວເຈົ້າເອງ? ເຈົ້າຮັບໃຊ້ຊາຕານ, ແຕ່ເຈົ້າເວົ້າຢ່າງດື້ດ້ານວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າ ເຊິ່ງໃນສິ່ງນີ້ແລ້ວ ເຈົ້າບໍ່ໄດ້ໝິ່ນປະໝາດພຣະເຈົ້າບໍ? ຫຼາຍຄົນທີ່ຢູ່ລັບຫຼັງເຮົາປາຖະໜາຢາກໄດ້ຜົນປະໂຫຍດຈາກສະຖານະ, ພວກເຂົາໃສ່ໃຈຕົນເອງແຕ່ເລື່ອງອາຫານ, ພວກເຂົາມັກການຫຼັບນອນ ແລະ ເອົາໃຈໃສ່ກັບເນື້ອໜັງຢ່າງຖີ່ຖ້ວນ, ຢ້ານຢູ່ສະເໝີວ່າຈະບໍ່ມີທາງອອກສຳລັບເນື້ອໜັງໄດ້. ພວກເຂົາບໍ່ປະຕິບັດໜ້າທີ່ທີ່ຖືກຕ້ອງຂອງພວກເຂົາໃນຄຣິສຕະຈັກ ແລະ ໄປຄຣິສະຕະຈັກເພື່ອກິນຂອງຟຣີ ຫຼື ຖ້າບໍ່ດັ່ງນັ້ນ ພວກເຂົາກໍ່ຕັກເຕືອນອ້າຍເອື້ອຍນ້ອງຂອງພວກເຂົາດ້ວຍພຣະທໍາຂອງເຮົາ, ສະແດງເປັນເຈົ້າເປັນນາຍບົງການຄົນອື່ນຈາກຕຳແໜ່ງທີ່ມີມີສິດອຳນາດ. ຜູ້ຄົນເຫຼົ່ານີ້ມັກເວົ້າວ່າພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເວົ້າຢູ່ສະເໝີວ່າພວກເຂົາຄືມິດສະຫາຍຂອງພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ຖ້າເຈົ້າມີເຈດຕະນາທີ່ຖືກຕ້ອງ ແຕ່ບໍ່ສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ແລ້ວເຈົ້າກໍ່ກຳລັງເປັນຄົນທີ່ໂງ່ຈ້າ; ແຕ່ຖ້າເຈດຕະນາຂອງເຈົ້າບໍ່ຖືກຕ້ອງ ແລະ ເຈົ້າຍັງບອກວ່າເຈົ້າຮັບໃຊ້ພຣະເຈົ້າ, ແລ້ວເຈົ້າກໍ່ເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເຈົ້າຄວນຖືກພຣະເຈົ້າລົງໂທດ! ເຮົາບໍ່ມີຄວາມເມດຕາສໍາລັບຜູ້ຄົນດັ່ງກ່າວ! ໃນເຮືອນຂອງພຣະເຈົ້າ, ພວກເຂົາເອົາປຽບຄົນອື່ນ, ຫຼົງໄຫຼກັບຄວາມສຸກສະບາຍທາງເນື້ອໜັງຢູ່ສະເໝີ ແລະ ບໍ່ເຄີຍຄໍານຶງເຖິງຜົນປະໂຫຍດຂອງພຣະເຈົ້າ. ພວກເຂົາມີແຕ່ສະແຫວງຫາສິ່ງທີ່ດີສໍາລັບພວກເຂົາຢູ່ສະເໝີ ແລະ ພວກເຂົາບໍ່ເຄີຍໃສ່ໃຈຄວາມປະສົງຂອງພຣະເຈົ້າເລີຍ. ພວກເຂົາບໍ່ຍອມຮັບການກວດສອບຂອງພຣະວິນຍານຂອງພຣະເຈົ້າໃນສິ່ງໃດກໍ່ຕາມທີ່ພວກເຂົາເຮັດ. ພວກເຂົາວາງແຜນ ແລະ ຫຼອກລວງອ້າຍເອື້ອຍນ້ອງຂອງພວກເຂົາຢູ່ສະເໝີ ແລະ ເປັນຄົນສອງໜ້າຄືກັບໝາຈອກໃນສວນອະງຸ່ນທີ່ລັກກິນໝາກອະງຸ່ນ ແລະ ຢຽບຢ່ຳສວນອະງຸ່ນຢູ່ສະເໝີ. ຜູ້ຄົນດັ່ງກ່າວຈະສາມາດເປັນມິດສະຫາຍຂອງພຣະເຈົ້າໄດ້ບໍ? ເຈົ້າເໝາະສົມທີ່ຈະໄດ້ຮັບພອນຈາກພຣະເຈົ້າບໍ? ເຈົ້າບໍ່ແບກຮັບພາລະສໍາລັບຊີວິດຂອງເຈົ້າ ແລະ ຄຣິສຕະຈັກ, ເຈົ້າເໝາະສົມທີ່ຈະຮັບເອົາການຝາກຝັງຂອງພຣະເຈົ້າບໍ? ຜູ້ໃດຈະກ້າໄວ້ວາງໃຈຄົນຄືເຈົ້າ? ເມື່ອເຈົ້າຮັບໃຊ້ແບບນີ້, ພຣະເຈົ້າຈະມອບໝາຍໜ້າວຽກທີ່ຍິ່ງໃຫຍ່ໃຫ້ກັບເຈົ້າໄດ້ບໍ? ສິ່ງນີ້ຈະບໍ່ເຮັດໃຫ້ພາລະກິດເກີດການຊັກຊ້າບໍ?
ເຮົາເວົ້າແບບນີ້ເພື່ອວ່າພວກເຈົ້າອາດຈະຮູ້ວ່າມີເງື່ອນໄຂຫຍັງແດ່ທີ່ຕ້ອງປະຕິບັດຕາມເພື່ອຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຖ້າພວກເຈົ້າບໍ່ມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະເຈົ້າ, ຖ້າພວກເຈົ້າບໍ່ເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າຢ່າງຖີ່ຖ້ວນເໝືອນດັ່ງພຣະເຢຊູ, ແລ້ວພວກເຈົ້າກໍ່ບໍ່ສາມາດເປັນຄົນທີ່ພຣະເຈົ້າໄວ້ວາງໃຈໄດ້ ແລະ ໃນທ້າຍທີ່ສຸດແລ້ວກໍ່ຈະຖືກພິພາກສາໂດຍພຣະເຈົ້າ. ບາງເທື່ອໃນມື້ນີ້, ໃນການຮັບໃຊ້ພຣະເຈົ້າຂອງເຈົ້າ, ເຈົ້າມີເຈດຕະນາເພື່ອຫຼອກລວງພຣະເຈົ້າຢູ່ສະເໝີ ແລະ ພົວພັນກັບພຣະອົງພໍເປັນພິທີຢູ່ສະເໝີ. ສະຫຼຸບຄື ບໍ່ວ່າຫຍັງກໍ່ຕາມ, ຖ້າເຈົ້າຫຼອກລວງພຣະເຈົ້າ, ການພິພາກສາທີ່ໄຮ້ປານີຈະມາຫາເຈົ້າ. ພວກເຈົ້າຄວນໃຊ້ປະໂຫຍດຈາກການຫາກໍ່ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຮັບໃຊ້ພຣະເຈົ້າເພື່ອມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະອົງກ່ອນ ໂດຍບໍ່ຕ້ອງມີຄວາມຈົງຮັກພັກດີທີ່ເດັດດ່ຽວ. ບໍ່ວ່າເຈົ້າຈະຢູ່ຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າຄົນອື່ນໆ, ຫົວໃຈຂອງເຈົ້າຄວນຫັນເຂົ້າຫາພຣະເຈົ້າຢູ່ສະເໝີ ແລະ ເຈົ້າຄວນເດັດດ່ຽວທີ່ຈະຮັກພຣະເຈົ້າເໝືອນດັ່ງພຣະເຢຊູ. ໃນວິທີນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ, ເພື່ອວ່າເຈົ້າຈະໄດ້ກາຍເປັນຄົນຮັບໃຊ້ພຣະເຈົ້າ ເຊິ່ງເປັນທີ່ພໍໃຈຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຢ່າງແທ້ຈິງ ແລະ ເພື່ອໃຫ້ການຮັບໃຊ້ຂອງເຈົ້າສອດຄ່ອງກັບຄວາມປະສົງຂອງພຣະອົງ, ແລ້ວເຈົ້າຄວນປ່ຽນທັດສະນະກ່ອນໜ້ານັ້ນຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ປ່ຽນວິທີທາງເດີມທີ່ເຈົ້າເຄີຍໃຊ້ເພື່ອຮັບໃຊ້ພຣະເຈົ້າ ເພື່ອວ່າຈະມີພວກເຈົ້າອີກຫຼາຍຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ດ້ວຍວິທີນີ້, ພຣະເຈົ້າຈະບໍ່ປະຖິ້ມເຈົ້າ ແລະ ເໝືອນເປໂຕ ເຈົ້າຈະຖືກຈັດຢູ່ແຖວໜ້າຂອງຄົນທີ່ຮັກພຣະເຈົ້າ. ຖ້າເຈົ້າຍັງບໍ່ຍອມກັບໃຈ, ເຈົ້າຈະພົບຈຸດຈົບເໝືອນດັ່ງຢູດາ. ທຸກຄົນທີ່ເຊື່ອພຣະເຈົ້າຄວນເຂົ້າໃຈໃນສິ່ງນີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 455)
ນັບຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະອົງຕະຫຼອດທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊາຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອເພິ່ງພໍໃຈຄວາມປາຖະໜາຂອງພຣະອົງ ແລະ ເພື່ອເຮັດໃຫ້ພາລະກິດຂອງພຣະອົງໃນໂລກນີ້ສໍາເລັດລົງຢ່າງລາບລື້ນ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈຈຸດປະສົງຂອງພຣະເຈົ້າ. ພາລະກິດນີ້ຂອງພຣະອົງເຮັດໃຫ້ສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າ ແລະ ຫຼັກການແຫ່ງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກນີ້ປະຈັກຕາຕໍ່ຜູ້ຄົນຫຼາຍຂຶ້ນ. ພຣະເຈົ້າໄດ້ສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ພວກເຈົ້າ ນັ້ນກໍຄື ກຸ່ມຄົນເຫຼົ່ານີ້ແມ່ນໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ແທ້ຈິງແລ້ວ, ພວກເຈົ້າແມ່ນຖືກຍົກລະດັບຂຶ້ນໂດຍພຣະເຈົ້າ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າ ມັນບໍ່ແມ່ນເປັນເລື່ອງຂອງການກະຕືລືລົ້ນດັ່ງທີ່ຜູ້ຄົນຈິນຕະນາການ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ຍ້ອນວ່າພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນເງື່ອນໄຂຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າ.
ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ແລ້ວນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່ ເຊິ່ງພິສູດໃຫ້ເຫັນວ່າການທີ່ເຈົ້າຮັບໃຊ້ພຣະເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າເອງ ນັ້ນກໍຄືການຮັບໃຊ້ຂອງເຈົ້າແມ່ນອີງຕາມທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຍັງຄິດສະເໝີວ່າສິ່ງທີ່ເຈົ້າເຕັມໃຈເຮັດຄືສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ສິ່ງທີ່ເຈົ້າບໍ່ປາຖະໜາເຮັດຄືສິ່ງທີ່ພຣະເຈົ້າກຽດຊັງ; ທັງໝົດທີ່ເຈົ້າເຮັດແມ່ນອີງຕາມຄວາມມັກຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ມັນຈະບໍ່ມີການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ການຮັບໃຊ້ຂອງເຈົ້າຈະເຮັດໃຫ້ເຈົ້າດື້ດ້ານຍິ່ງຂຶ້ນກວ່າເກົ່າ, ນີ້ຈະຝັງເລິກເຂົ້າໃນນິໄສອັນເສື່ອມຊາມຂອງເຈົ້າ ແລະ ດ້ວຍເຫດນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນແບບນີ້ສາມາດຈັດຢູ່ໃນກຸ່ມພວກຟາຣີຊາຍ ແລະ ສາວົກຂອງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ແລະ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນຄວາມສ່ຽງທີ່ຈະຖືກຂັບໄລ່ອອກທຸກເວລາ. ຜູ້ທີ່ໃຊ້ປະສົບການສະສົມມາຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອເອົາຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ຄວບຄຸມພວກເຂົາ; ຢືນຢູ່ທີ່ສູງສົ່ງ ແລະ ຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບູນ. ການຮັບໃຊ້ດັ່ງກ່າວນີ້ລົບກວນພາລະກິດຂອງພຣະເຈົ້າ. ຜູ້ຄົນມັກຍຶດຕິດກັບສິ່ງເກົ່າສະເໝີ. ພວກເຂົາຍຶດຕິດກັບແນວຄວາມຄິດໃນອະດີດ, ຍຶດຕິດກັບທຸກສິ່ງຈາກອະດີດ. ນີ້ແມ່ນອຸປະສັກອັນໃຫຍ່ຫຼວງຕໍ່ການຮັບໃຊ້ຂອງພວກເຂົາ. ຖ້າເຈົ້າບໍ່ສາມາດປະຖິ້ມພວກມັນ, ສິ່ງເຫຼົ່ານີ້ຈະບີບຮັດເຈົ້າຕະຫຼອດຊີວິດ. ພຣະເຈົ້າຈະບໍ່ຍົກຍໍເຈົ້າແມ່ນແຕ່ໜ້ອຍດຽວ ບໍ່ວ່າເຈົ້າຈະຫັກຂາແລ່ນ ຫຼື ຫັກຫຼັງເຈົ້າໂດຍໃຊ້ແຮງງານໜັກກໍຕາມ, ບໍ່ວ່າເຈົ້າຈະຖືກຂ້າໃນການຮັບໃຊ້ພຣະເຈົ້າກໍຕາມ. ກົງກັນຂ້າມ, ພຣະອົງຈະບອກວ່າເຈົ້າເປັນຄົນຊົ່ວຊ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍລິການທາງສາສະໜາຕ້ອງຖືກລົບລ້າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 456)
ເລີ່ມແຕ່ມື້ນີ້, ພຣະເຈົ້າຈະເຮັດໃຫ້ຜູ້ທີ່ບໍ່ມີຄວາມເຊື່ອທາງສາສະໜາ, ຜູ້ທີ່ເຕັມໃຈປ່ອຍວາງຄວາມເປັນຕົວຕົນເກົ່າຂອງພວກເຂົາ ແລະ ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍຈິດໃຈທີ່ ສັດຊື່ໃຫ້ເປັນຜູ້ທີ່ສົມບູນແບບຢ່າງເປັນທາງການ. ພຣະອົງຈະເຮັດໃຫ້ຜູ້ທີ່ປາຖະໜາພຣະທຳຂອງພຣະອົງເປັນຜູ້ທີ່ສົມບູນແບບ. ຜູ້ຄົນເຫຼົ່ານີ້ຄວນລຸກຂຶ້ນ ແລະ ຮັບໃຊ້ພຣະເຈົ້າ. ໃນພຣະເຈົ້າມີຄວາມອຸດົມສົມບູນທີ່ບໍ່ມີວັນສິ້ນສຸດ ແລະ ສະຕິປັນຍາທີ່ບໍ່ມີຂອບເຂດ. ພາລະກິດທີ່ໜ້າອັດສະຈັນໃຈ ແລະ ພຣະທຳທີ່ລ້ຳຄ່າຂອງພຣະອົງລໍຖ້າຜູ້ຄົນຈຳນວນຫຼວງຫຼາຍໃຫ້ໄດ້ຊື່ນຊົມ. ດັ່ງທີ່ເປັນຢູ່ໃນປັດຈຸບັນ, ຜູ້ທີ່ມີຄວາມເຊື່ອທາງສາສະໜາ, ຜູ້ທີ່ມີຖານະອາວຸໂສ ແລະ ຜູ້ທີ່ບໍ່ສາມາດປ່ອຍວາງໄດ້ ເຫັນວ່າເປັນການຍາກທີ່ຈະຍອມຮັບເອົາສິ່ງໃໝ່ໆເຫຼົ່ານີ້. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະເຮັດໃຫ້ຜູ້ຄົນເຫຼົ່ານີ້ສົມບູນແບບໄດ້. ຖ້າຫາກວ່າບຸກຄົນນັ້ນບໍ່ຕັ້ງໃຈເຊື່ອຟັງ ແລະ ບໍ່ສະແຫວງຫາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈະບໍ່ມີທາງໄດ້ຮັບສິ່ງໃໝ່ໆເຫຼົ່ານີ້ໄດ້; ພວກເຂົາພຽງຈະກາຍເປັນຄົນຕໍ່ຕ້ານຫຼາຍຂຶ້ນ, ເລ່ຫຼ່ຽມຫຼາຍຂຶ້ນ ແລະ ສຸດທ້າຍກໍຈະຈົບລົງໃນເສັ້ນທາງທີ່ຜິດ. ໃນການກະທໍາພາລະກິດຂອງພຣະອົງໃນປັດຈຸບັນນີ້ ພຣະເຈົ້າຈະຍົກລະດັບຜູ້ທີ່ຮັກພຣະອົງດ້ວຍໃຈຈິງ ແລະ ຜູ້ທີ່ສາມາດຍອມຮັບແສງສະຫວ່າງໃໝ່. ພຣະອົງຈະຕັດສາວົກສາສະໜາຜູ້ທີ່ອ້າງວ່າເປັນຜູ້ອາວຸໂສອອກທັງໝົດ. ພຣະອົງບໍ່ຕ້ອງການຜູ້ທີ່ດື້ດ້ານຕໍ່ຕ້ານການປ່ຽນແປງແມ່ນແຕ່ຄົນດຽວ. ເຈົ້າຢາກເປັນໜຶ່ງໃນບຸກຄົນເຫຼົ່ານີ້ບໍ? ເຈົ້າໃຫ້ການຮັບໃຊ້ໂດຍອີງໃສ່ຄວາມມັກສ່ວນຕົວຂອງເຈົ້າບໍ ຫຼື ເຈົ້າເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງບໍ? ນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ດ້ວຍຕົວຂອງເຈົ້າເອງ. ເຈົ້າເປັນສາວົກສາສະໜາບໍ ຫຼື ເຈົ້າແມ່ນເດັກເກີດໃໝ່ທີ່ຖືກເຮັດໃຫ້ບໍລິສຸດດ້ວຍພຣະເຈົ້າ? ການຮັບໃຊ້ຂອງເຈົ້າໄດ້ຖືກຍົກຍ້ອງໂດຍພຣະວິນຍານບໍລິສຸດຫຼາຍປານໃດ? ໃນນັ້ນມີຫຼາຍປານໃດທີ່ພຣະເຈົ້າຈະບໍ່ສົນໃຈລຳລຶກເຖິງມັນ? ຫຼັງຈາກຫຼາຍປີໃນການຮັບໃຊ້, ຊີວິດຂອງເຈົ້າໄດ້ປ່ຽນແປງຢ່າງໃຫຍ່ຫຼວງປານໃດ? ເຈົ້າຈະແຈ້ງກ່ຽວກັບສິ່ງທັງໝົດເຫຼົ່ານີ້ແລ້ວບໍ? ຖ້າເຈົ້າເຊື່ອຢ່າງແທ້ຈິງ, ເຈົ້າຈະປະຖິ້ມແນວຄວາມຄິດທາງດ້ານສາສະໜາແບບເກົ່າຂອງເຈົ້າໃນເມື່ອກ່ອນ ແລະ ຈະຮັບໃຊ້ພຣະເຈົ້າໃນເສັ້ນທາງໃໝ່ດີຂຶ້ນ. ມັນຍັງບໍ່ຊ້າເກີນໄປທີ່ຈະລຸກຂຶ້ນຕອນນີ້. ຄວາມຄິດທາງສາສະໜາແບບເກົ່າສາມາດເຮັດໃຫ້ຊີວິດທັງຊີວິດຂອງຜູ້ຄົນສູນເສຍ. ປະສົບການທີ່ຜູ້ຄົນໄດ້ຮັບສາມາດເຮັດໃຫ້ພວກເຂົາອອກຫ່າງຈາກພຣະເຈົ້າ ແລະ ເຮັດສິ່ງຕ່າງໆຕາມວິທີທາງຂອງພວກເຂົາເອງ. ຖ້າເຈົ້າບໍ່ປ່ອຍວາງສິ່ງດັ່ງກ່າວ, ມັນກໍຈະກາຍເປັນສິ່ງກີດຂວາງການຈະເລີນເຕີບໂຕໃນຊີວິດຂອງເຈົ້າ. ພຣະເຈົ້າເຮັດໃຫ້ຄົນທີ່ຮັບໃຊ້ພຣະອົງສົມບູນແບບຢູ່ສະເໝີ ແລະ ບໍ່ໄດ້ຂັບໄລ່ພວກເຂົາອອກຢ່າງງ່າຍດາຍ. ຖ້າເຈົ້າຍອມຮັບການຕັດສິນ ແລະ ການລົງໂທດຂອງພຣະທຳຂອງພຣະເຈົ້າຢ່າງຈິງໃຈ. ຖ້າເຈົ້າຍອມປະຖິ້ມແນວທາງປະຕິບັດ ແລະ ກົດທາງສາສະໜາເກົ່າຂອງເຈົ້າ ແລະ ຢຸດຕິໃຊ້ຄວາມເຊື່ອທາງສາສະໜາແບບເກົ່າເປັນເຄື່ອງວັດແທກພຣະທຳຂອງພຣະເຈົ້າໃນວັນນີ້, ພຽງເມື່ອນັ້ນເຈົ້າກໍຈະມີອະນາຄົດໃໝ່. ແຕ່ຖ້າເຈົ້າຍຶດຕິດກັບສິ່ງເກົ່າ, ຖ້າເຈົ້າຍັງຄົງໃຫ້ຄຸນຄ່າສິ່ງເຫຼົ່ານີ້ແລ້ວ ກໍບໍ່ມີທາງທີ່ເຈົ້າຈະສາດມາດຖືກຊ່ວຍໃຫ້ລອດໄດ້. ພຣະເຈົ້າບໍ່ສົນໃຈຄົນເຊັ່ນນັ້ນ. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ ເຈົ້າຕ້ອງຕັ້ງໃຈຍອມປ່ອຍຖິ້ມທຸກສິ່ງຈາກເມືອກ່ອນທັງໝົດ. ເຖິງແມ່ນວ່າສິ່ງທີ່ໄດ້ເຮັດໃນເມື່ອກ່ອນ ນັ້ນເປັນສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າມັນເປັນພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຖິ້ມມັນໄດ້ ແລະ ຢຸດຍຶດຕິດກັບມັນ. ເຖິງແມ່ນວ່າມັນເປັນພາລະກິດຂອງພຣະວິນຍານບໍລິສຸດທີ່ເຫັນໄດ້ຢ່າງຊັດເຈນ ແລະ ສຳເລັດໂດຍກົງໂດຍພຣະວິນຍານບໍລິສຸດກໍຕາມ ມື້ນີ້ເຈົ້າຕ້ອງປະຖິ້ມມັນ. ເຈົ້າຕ້ອງບໍ່ຍຶດຕິດກັບມັນ. ນີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ທຸກສິ່ງຢ່າງຕ້ອງຖືກຟື້ນຟູຄືນໃໝ່. ໃນພາລະກິດ ແລະ ໃນພຣະທຳຂອງພຣະເຈົ້າ, ພຣະອົງບໍ່ໄດ້ອ້າງອີງເຖິງສິ່ງເກົ່າທີ່ຜ່ານມາ ແລະ ບໍ່ໄດ້ຂຸດຄົ້ນຫາປະຕິທີນອັນເກົ່າແກ່. ພຣະເຈົ້າແມ່ນພຣະເຈົ້າທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ບໍ່ໄດ້ຍຶດຕິດແມ່ນແຕ່ກັບພຣະທຳຂອງພຣະອົງເອງຈາກອະດີດ ເຊິ່ງສະແດງໃຫ້ເຫັນວ່າພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ. ດັ່ງນັ້ນ ຖ້າເຈົ້າ ໃນນາມເປັນມະນຸດຍຶດຕິດຢູ່ກັບອະດີດຕະຫຼອດ, ຖ້າເຈົ້າປະຕິເສດທີ່ຈະປ່ອຍວາງ ແລະ ນຳໃຊ້ມັນເຂົ້າໃນການປະຕິບັດໃນຮູບແບບທໍານຽມຢ່າງເຂັ້ມງວດ, ໃນຂະນະທີ່ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃນທາງທີ່ພຣະອົງເຄີຍເຮັດມາກ່ອນ, ແລ້ວຄຳເວົ້າ ແລະ ການກະທຳຂອງເຈົ້າບໍ່ແມ່ນເປັນການຕໍ່ຕ້ານບໍ? ເຈົ້າບໍ່ໄດ້ກາຍເປັນສັດຕູຂອງພຣະເຈົ້າແລ້ວບໍ? ເຈົ້າເຕັມໃຈປ່ອຍໃຫ້ໝົດທັງຊີວິດຂອງເຈົ້າຕົກຢູ່ໃນຄວາມຫາຍະນະ ແລະ ພິນາດໄປກັບສິ່ງເກົ່າເຫຼົ່ານີ້ບໍ? ສິ່ງເກົ່າເຫຼົ່ານີ້ຈະເຮັດໃຫ້ເຈົ້າກາຍເປັນບຸກຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ. ເຈົ້າຢາກເປັນຄົນປະເພດນັ້ນບໍ? ຖ້າເຈົ້າບໍ່ຕ້ອງການເປັນແບບນັ້ນແທ້, ຈົ່ງຢຸດຕິໃນສິ່ງທີ່ເຈົ້າກໍາລັງເຮັດຢູ່ໂດຍໄວ ແລະ ຫັນກັບມາ ເລີ່ມຕົ້ນທຸກສິ່ງທຸກຢ່າງໃໝ່. ພຣະເຈົ້າຈະບໍ່ຈົດຈຳການຮັບໃຊ້ໃນອະດີດຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍລິການທາງສາສະໜາຕ້ອງຖືກລົບລ້າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 457)
ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່. ພາລະກິດບໍ່ໄດ້ໝາຍເຖິງການແລ່ນໄປມາເພື່ອພຣະເຈົ້າ; ແຕ່ມັນໝາຍຄວາມວ່າ ຊີວິດຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມແມ່ນເພື່ອມອບຄວາມສຸກໃຫ້ແກ່ພຣະເຈົ້າ ຫຼື ບໍ່. ພາລະກິດໝາຍເຖິງການທີ່ມະນຸດໃຊ້ຄວາມຊື່ສັດທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ ແລະ ນີ້ແມ່ນສິ່ງທີ່ມະນຸດຄວນເຂົ້າໃຈ. ເວົ້າອີກແບບໜຶ່ງກໍຄື ທາງເຂົ້າຂອງພວກເຈົ້າແມ່ນພາລະກິດຂອງພວກເຈົ້າ ແລະ ພວກເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ລະຫວ່າງເສັ້ນທາງການປະຕິບັດພາລະກິດເພື່ອພຣະເຈົ້າ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງຮູ້ວິທີການເປັນພະຍານກ່ຽວກັບພຣະເຈົ້າ, ສາມາດຮັບໃຊ້ພຣະເຈົ້າ, ສາມາດຄອຍຮັບໃຊ້ ແລະ ຕອບສະໜອງໃຫ້ກັບມະນຸດ. ນີ້ແມ່ນພາລະກິດ ແລະ ຍັງເປັນທາງເຂົ້າຂອງພວກເຈົ້າ; ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດໃຫ້ສຳເລັດ. ມີຫຼາຍຄົນທີ່ພຽງແຕ່ໃສ່ໃຈກັບການເດີນທາງໄປມາເພື່ອພຣະເຈົ້າ ແລະ ເທດສະໜາໃນທຸກບ່ອນ, ແຕ່ພາກັນເບິ່ງຂ້າມປະສົບການສ່ວນຕົວຂອງພວກເຂົາ ແລະ ເບິ່ງຂ້າມທາງເຂົ້າສູ່ຊີວິດຝ່າຍວິນຍານຂອງພວກເຂົາ. ນີ້ແມ່ນສິ່ງທີ່ນໍາພາໃຫ້ຄົນທີ່ຮັບໃຊ້ພຣະເຈົ້າກາຍເປັນຄົນຕໍ່ຕ້ານພຣະເຈົ້າ. ຄົນເລົ່ານີ້ ເຊິ່ງເປັນຄົນທີ່ຮັບໃຊ້ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດເປັນເວລາຫຼາຍປີ ພຽງແຕ່ຖືວ່າການປະຕິບັດພາລະກິດ ແລະ ການເທດສະໜາເປັນທາງເຂົ້າ ແລະ ບໍ່ມີໃຜຖືວ່າ ປະສົບການຝ່າຍວິນຍານຂອງພວກເຂົາເອງເປັນທາງເຂົ້າທີ່ສຳຄັນ. ກົງກັນຂ້າມ, ພວກເຂົາໃຊ້ແສງສະຫວ່າງແຫ່ງພາລະກິດທີ່ສືບມາຈາກພາລະກິດຂອງພຣະວິນຍານບໍລິສຸດເພື່ອເປັນປະໂຫຍດໃນການສັ່ງສອນຄົນອື່ນ. ເມື່ອເວລາເທດສະໜາ, ພວກເຂົາແມ່ນແບກຫາບພາລະຢ່າງຫຼວງຫຼາຍ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ດ້ວຍສິ່ງນີ້ ພວກເຂົາຈຶ່ງໄດ້ປ່ອຍສຽງຂອງພຣະວິນຍານບໍລິສຸດ. ໃນເວລານັ້ນ ຄົນທີ່ປະຕິບັດພາລະກິດກໍເຕັມໄປດ້ວຍຄວາມເພິ່ງພໍໃຈ ຄືກັບວ່າພາລະກິດຂອງພຣະວິນຍານບໍລິສຸດເປັນປະສົບການຝ່າຍວິນຍານຂອງພວກເຂົາເອງ; ພວກເຂົາຮູ້ສຶກວ່າພຣະທຳທຸກຂໍ້ທີ່ພວກເຂົາກ່າວໃນເວລານັ້ນແມ່ນຕົວຕົນຂອງພວກເຂົາເອງ ແຕ່ອີກຄັ້ງໜຶ່ງກໍ ຄືກັບວ່າປະສົບການຂອງພວກເຂົາແມ່ນບໍ່ຊັດເຈນດັ່ງທີ່ພວກເຂົາໄດ້ອະທິບາຍ. ນອກຈາກນັ້ນ ກ່ອນທີ່ຈະເວົ້າ ພວກເຂົາແມ່ນບໍ່ມີວີ່ແວວວ່າຈະເວົ້າຫຍັງເລີຍ, ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ, ຄໍາເວົ້າຂອງພວກເຂົາແມ່ນຫລັ່ງໄຫຼ່ອອກມາຢ່າງບໍ່ຮູ້ຈົບ. ຫຼັງຈາກທີ່ເຈົ້າໄດ້ເທດສະໜາໄປໃນລັກສະນະນັ້ນເທື່ອໜຶ່ງ, ເຈົ້າຈະຮູ້ສຶກວ່າວຸດທິພາວະຕົວຈິງຂອງເຈົ້າບໍ່ໄດ້ຕໍ່າເທົ່າທີ່ເຈົ້າເຊື່ອ ແລະ ໃນສະຖານະການທີ່ພຣະວິນຍານບໍລິສຸດໄດ້ປະຕິບັດພາລະກິດໃນຕົວເຈົ້າເປັນເວລາສອງສາມຄັ້ງ, ແລ້ວເຈົ້າກໍຈະກຳນົດວ່າ ເຈົ້າໄດ້ມີວຸດທິພາວະແລ້ວ ແລະ ເຊື່ອຢ່າງຜິດໆວ່າພາລະກິດຂອງພຣະວິນຍານບໍລິສຸດແມ່ນທາງເຂົ້າ ແລະ ການເປັນຢູ່ຂອງເຈົ້າເອງ. ເມື່ອເຈົ້າມີປະສົບການນີ້ຢ່າງຕໍ່ເນື່ອງ, ເຈົ້າກໍຈະເລີ່ມບໍ່ເຄັ່ງຄັດກ່ຽວກັບທາງເຂົ້າຂອງເຈົ້າເອງ, ແລ້ວເຈົ້າກໍຈະກ້າວເຂົ້າໄປສູ່ຄວາມຂີ້ຄ້ານໂດຍບໍ່ຮູ້ຕົວ ແລະ ເຊົາໃຫ້ຄວາມສຳຄັນຂອງທາງເຂົ້າຂອງເຈົ້າເລີຍ. ດັ່ງນັ້ນ ເມື່ອເຈົ້າຄອຍຮັບໃຊ້ຄົນອື່ນ, ເຈົ້າຕ້ອງແຍກແຍະຢ່າງຊັດເຈນລະຫວ່າງວຸດທິພາວະຂອງເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ. ສິ່ງນີ້ຈະເຮັດໃຫ້ທາງເຂົ້າຂອງເຈົ້າສະດວກຂຶ້ນ ແລະ ເຮັດໃຫ້ປະສົບການຂອງເຈົ້າມີຜົນປະໂຫຍດຫຼາຍຂຶ້ນ. ເມື່ອມະນຸດຖືພາລະກິດຂອງພຣະວິນຍານບໍລິສຸດເປັນດັ່ງປະສົບການຂອງພວກເຂົາເອງ, ສິ່ງນີ້ຈະກາຍມາເປັນຈຸດເລີ່ມຕົ້ນແຫ່ງການເສື່ອມໂຊມຂອງມະນຸດ. ນີ້ຄືເຫດຜົນທີ່ເຮົາບອກວ່າ ໜ້າທີ່ຫຍັງກໍຕາມທີ່ພວກເຈົ້າປະຕິບັດ, ພວກເຈົ້າຄວນຖືວ່າທາງເຂົ້າຂອງພວກເຈົ້າເປັນບົດຮຽນທີ່ສຳຄັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (2)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 458)
ຄົນໃດໜຶ່ງປະຕິບັດພາລະກິດເພື່ອພໍໃຈຄວາມປະສົງຂອງພຣະເຈົ້າ, ເພື່ອນໍາຜູ້ຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າມາຢູ່ຕໍ່ໜ້າພຣະອົງ, ເພື່ອນໍາມະນຸດມາຫາພຣະເຈົ້າ ແລະ ເພື່ອແນະນຳພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄໍາແນະນໍາຂອງພຣະເຈົ້າໃຫ້ກັບມະນຸດ, ແລ້ວສຸດທ້າຍກໍເຮັດໃຫ້ໝາກຜົນຂອງພາລະກິດຂອງພຣະເຈົ້າສົມບູນ. ຍ້ອນເຫດຜົນນີ້, ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະເຂົ້າໃຈແກ່ນແທ້ຂອງພາລະກິດຢ່າງຄົບຖ້ວນ. ດັ່ງທີ່ຄົນໜຶ່ງຖືກພຣະເຈົ້າໃຊ້, ມະນຸດທຸກຄົນກໍສົມຄວນຄ່າໃນການປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ທຸກຄົນມີໂອກາດທີ່ຈະຖືກພຣະວິນຍານບໍລິສຸດໃຊ້. ເຖິງຢ່າງໃດກໍຕາມ ມີປະເດັນໜຶ່ງທີ່ພວກເຈົ້າຕ້ອງເຂົ້າໃຈ: ເມື່ອມະນຸດປະຕິບັດພາລະກິດທີ່ຖືກມອບໝາຍໂດຍພຣະເຈົ້າ, ມະນຸດມີໂອກາດທີ່ຈະຖືກພຣະເຈົ້າໃຊ້ ແຕ່ສິ່ງທີ່ມະນຸດເວົ້າ ແລະ ຮູ້ຈັກບໍ່ແມ່ນວຸດທິພາວະຂອງມະນຸດທັງໝົດ. ພວກເຈົ້າພຽງແຕ່ສາມາດມາຮູ້ຈັກຄວາມບົກຜ່ອງຂອງພວກເຈົ້າໃນລະຫວ່າງການປະຕິບັດພາລະກິດຂອງພວກເຈົ້າ ແລະ ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ກວ່າຈາກພຣະວິນຍານບໍລິສຸດເທົ່ານັ້ນ, ໃນທາງນີ້ ເຈົ້າຈະສາມາດຮັບທາງເຂົ້າທີ່ດີຂຶ້ນໃນພາລະກິດຂອງພວກເຈົ້າ. ຖ້າມະນຸດເຫັນວ່າການນໍາພາຂອງພຣະເຈົ້າເປັນທາງເຂົ້າຂອງມະນຸດເອງ ແລະ ເປັນສິ່ງທີ່ມີໂດຍກໍາເນີດພາຍໃນພວກເຂົາ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ວຸດທິພາວະຂອງມະນຸດເຕີບໃຫຍ່. ແສງສະຫວ່າງທີ່ພຣະວິນຍານບໍລິສຸດປະຕິບັດໃນມະນຸດແທນທີ່ເມື່ອພວກເຂົາຢູ່ໃນສະພາວະປົກກະຕິ; ໃນເວລານັ້ນ, ມະນຸດເຂົ້າໃຈຜິດຢູ່ເລື້ອຍໆວ່າແສງສະຫວ່າງທີ່ພວກເຂົາໄດ້ຮັບແມ່ນວຸດທິພາວະໃນຄວາມເປັນຈິງຂອງພວກເຂົາເອງ, ຍ້ອນທາງທີ່ພຣະວິນຍານບໍລິສຸດສ່ອງແສງສະຫວ່າງແມ່ນທຳມະດາທີ່ສຸດ ແລະ ພຣະອົງກໍນໍາໃຊ້ສິ່ງທີ່ມະນຸດມີໂດຍກໍາເນີດໃຫ້ເກີດຜົນປະໂຫຍດ. ເມື່ອມະນຸດປະຕິບັດພາລະກິດ ແລະ ເວົ້າ ຫຼື ເມື່ອພວກເຂົາອະທິຖານຫຼື ເຮັດການອຸທິດຝ່າຍວິນຍານຂອງພວກເຂົາ, ຄວາມຈິງຈະຍິ່ງຊັດເຈນຂຶ້ນກັບພວກເຂົາທັນທີ. ເຖິງຢ່າງໃດກໍຕາມ ໃນຄວາມເປັນຈິງ ສິ່ງທີ່ມະນຸດເຫັນກໍເປັນພຽງແສງສະຫວ່າງຈາກພຣະວິນຍານບໍລິສຸດເທົ່ານັ້ນ (ໂດຍທຳມະຊາດແລ້ວ ແສງສະຫວ່າງນີ້ແມ່ນກ່ຽວຂ້ອງກັບການຮ່ວມມືຂອງມະນຸດ) ແລະ ບໍ່ໄດ້ແທນວຸດທິພາວະທີ່ແທ້ຈິງຂອງມະນຸດ. ຫຼັງຈາກຊ່ວງເວລາແຫ່ງປະສົບການທີ່ມະນຸດຜະເຊີນກັບຄວາມຫຍຸ້ງຍາກ ແລະ ການທົດລອງບາງຢ່າງ, ວຸດທິພາວະທີ່ແທ້ຈິງຂອງຂອງມະນຸດກໍຈະຖືກເຮັດໃຫ້ຈະແຈ້ງພາຍໃຕ້ສະຖານະການດັ່ງກ່າວ. ຫຼັງຈາກນັ້ນ ມະນຸດຈຶ່ງຈະໄດ້ຄົ້ນພົບວ່າ ວຸດທິພາວະຂອງຕົນເອງບໍ່ໄດ້ຍິ່ງໃຫຍ່ ແລະຄວາມເຫັນແກ່ຕົວ, ການຄຳນຶງເຖິງແຕ່ຕົນເອງ ແລະ ຄວາມໂລບຂອງມະນຸດຈະປະກົດຂຶ້ນທັງໝົດ. ພຽງແຕ່ຫຼັງຈາກໄດ້ຮັບປະສົບການດັ່ງກ່າວສອງສາມຄັ້ງແບບນີ້ ຫຼາຍຄົນທີ່ໄດ້ຕື່ນຂຶ້ນພາຍໃນວິນຍານຂອງພວກເຂົາຈະເຂົ້າໃຈວ່າ ສິ່ງທີ່ພວກເຂົາໄດ້ປະສົບໃນອະດີດບໍ່ແມ່ນຄວາມເປັນຈິງຂອງພວກເຂົາເອງ, ແຕ່ເປັນແສງເຍືອງທາງຊົ່ວຄາວຈາກພຣະວິນຍານບໍລິສຸດ ແລະ ມະນຸດພຽງແຕ່ໄດ້ຮັບແສງສະຫວ່າງນັ້ນ. ເມື່ອພຣະວິນຍານບໍລິສຸດສ່ອງແສງສະຫວ່າງໃສ່ມະນຸດເພື່ອໃຫ້ເຂົ້າໃຈຄວາມຈິງ, ສ່ວນໃຫຍ່ແມ່ນໃນລັກສະນະທີ່ຊັດເຈນ ແລະ ແຕກຕ່າງໂດຍບໍ່ອະທິບາຍວ່າ ສິ່ງຕ່າງໆເກີດຂຶ້ນໄດ້ແນວໃດ ຫຼື ພວກມັນກຳລັງຈະໄປໃສ. ນັ້ນກໍຄື ແທນທີ່ຈະລວມເອົາຄວາມຫຍຸ້ງຍາກຂອງມະນຸດເຂົ້າໃນການເປີດເຜີຍນີ້ ພຣະອົງເປີດເຜີຍຄວາມຈິງໂດຍກົງ. ເມື່ອມະນຸດພົບກັບຄວາມຫຍຸ້ງຍາກໃນທາງເຂົ້າ ແລະ ແລ້ວກໍຮັບເອົາແສງສະຫວ່າງຂອງພຣະວິນຍານບໍລິສຸດ, ສິ່ງນີ້ກໍກາຍມາເປັນປະສົບການຕົວຈິງຂອງມະນຸດ... ສະນັ້ນ ເມື່ອພວກເຈົ້າໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ, ໃນເວລາດຽວກັນ ພວກເຈົ້າກໍຄວນໃຫ້ຄວາມສໍາຄັນແກ່ທາງເຂົ້າຂອງພວກເຈົ້າຂຶ້ນຕື່ມ, ເບິ່ງວ່າພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງແທ້ ແລະ ແມ່ນຫຍັງຄືທາງເຂົ້າຂອງພວກເຈົ້າ ພ້ອມທັງເອົາພາລະກິດຂອງພຣະວິນຍານບໍລິສຸດເຂົ້າໃນທາງເຂົ້າຂອງພວກເຈົ້າ ເພື່ອວ່າພວກເຈົ້າອາດຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນໃນຫຼາຍທາງເພີ່ມຂຶ້ນ ແລະ ເພື່ອວ່າແກ່ນແທ້ຂອງພຣະວິນຍານບໍລິສຸດຈະເກີດຂຶ້ນໃນຕົວພວກເຈົ້າ. ໃນລະຫວ່າງເສັ້ນທາງແຫ່ງປະສົບການຂອງພວກເຈົ້າກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ, ພວກເຈົ້າຈະມາຮູ້ຈັກພຣະວິນຍານບໍລິສຸດ ພ້ອມທັງຕົນເອງ ແລະ ຍິ່ງໄປກວ່ານັ້ນໃນທ່າມກາງຂອງຄົນທີ່ຮູ້ວ່າຊ່ວງເວລາແຫ່ງຄວາມທົນທຸກທໍລະມານມີຫຼາຍປານໃດ, ພວກເຈົ້າຈະພັດທະນາຄວາມສໍາພັນປົກກະຕິກັບພຣະເຈົ້າ ແລະ ຄວາມສຳພັນລະຫວ່າງພວກເຈົ້າ ແລະ ພຣະເຈົ້າກໍເລີ່ມໃກ້ຊິດກັນຫຼາຍຂຶ້ນໃນແຕ່ລະມື້. ຫຼັງຈາກທີ່ຖືກຮານ ແລະ ຫຼໍ່ຫຼອມຈົນນັບບໍ່ຖ້ວນ, ພວກເຈົ້າຈຶ່ງໄດ້ສ້າງຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພວກເຈົ້າຕ້ອງເຂົ້າໃຈຄວາມທົນທຸກ, ການຂ້ຽນຕີ ແລະ ຄວາມລຳບາກຍາກແຄ້ນບໍ່ແມ່ນສິ່ງທີ່ເຮັດໃຫ້ຫວາດຫວັ່ນ; ສິ່ງທີ່ເປັນຕາຢ້ານກໍຄືການມີພຽງແຕ່ພາລະກິດຂອງພຣະວິນຍານບໍລິສຸດ ແຕ່ບໍ່ແມ່ນທາງເຂົ້າຂອງພວກເຈົ້າ. ເມື່ອມື້ນັ້ນມາເຖິງ ເຊິ່ງເປັນມື້ທີ່ພາລະກິດຂອງພຣະເຈົ້າສຳເລັດລົງ, ພວກເຈົ້າກໍຈະປະຕິບັດພາລະກິດໂດຍສູນເປົ່າ; ເຖິງແມ່ນພວກເຈົ້າຜະເຊີນກັບພາລະກິດຂອງພຣະເຈົ້າ, ພວກເຈົ້າກໍຈະບໍ່ໄດ້ມາຮູ້ຈັກພຣະວິນຍານບໍລິສຸດ ຫຼື ມີທາງເຂົ້າຂອງພວກເຈົ້າເອງ. ແສງສະຫວ່າງທີ່ພຣະວິນຍານບໍລິສຸດເຮັດພາລະກິດໃນມະນຸດ ບໍ່ແມ່ນເພື່ອສະໜັບສະໜູນຄວາມຫຼົງໄຫຼຂອງມະນຸດ, ແຕ່ເພື່ອເປີດຫົນທາງສຳລັບທາງເຂົ້າຂອງມະນຸດ ພ້ອມທັງເຮັດໃຫ້ມະນຸດມາຮູ້ຈັກພຣະວິນຍານບໍລິສຸດ ແລະ ຈາກສິ່ງນັ້ນ ມະນຸດກໍຈະເກີດມີຫົວໃຈແຫ່ງຄວາມເຄົາລົບນັບຖື ແລະ ຄວາມຮັກຕໍ່ພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (2)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 459)
ມີການຄາດເຄື່ອນໜ້ອຍລົງໃນພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ, ການພິພາກສາ ແລະ ການຂ້ຽນຕີ ແລະ ການສະແດງອອກຂອງພາລະກິດຂອງພວກເຂົາກໍຖືກຕ້ອງຫຼາຍກວ່າ. ຄົນທີ່ອາໄສຄວາມເປັນທຳມະຊາດຂອງພວກເຂົາເພື່ອປະຕິບັດພາລະກິດແມ່ນເຮັດຜິດພາດຮ້າຍແຮງພໍສົມຄວນ. ພາລະກິດຂອງຜູ້ຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນສະແດງຄວາມເປັນທໍາມະຊາດຂອງພວກເຂົາເອງຫຼາຍເກີນໄປ ເຊິ່ງກໍ່ໃຫ້ເກີດອຸປະສັກໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ວ່າຄວາມສາມາດຂອງບຸກຄົນຈະດີສໍ່າໃດກໍຕາມ, ພວກເຂົາກໍຕ້ອງໄດ້ຜ່ານກັບການລິຮານ, ການຖືກຈັດການ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າໄດ້. ຖ້າພວກເຂົາຍັງບໍ່ໄດ້ຜ່ານການພິພາກສາດັ່ງກ່າວ, ບໍ່ວ່າພວກເຂົາຈະເຮັດໄດ້ດີພຽງໃດ ພາລະກິດຂອງພວກເຂົາກໍບໍ່ສາມາດສອດຄ່ອງກັບຫຼັກການແຫ່ງຄວາມຈິງໄດ້ ແລະ ເປັນຜົນຂອງຄວາມເປັນທຳມະຊາດຂອງພວກເຂົາເອງ ແລະ ຄວາມດີຂອງມະນຸດຢູ່ສະເໝີ. ພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ ແລະ ການພິພາກສາແມ່ນຖືກຕ້ອງຫຼາຍກວ່າພາລະກິດຂອງຄົນທີ່ບໍ່ເຄີຍຖືກລິຮານ, ຈັດການ ແລະ ພິພາກສາ. ຄົນທີ່ບໍ່ໄດ້ຜ່ານການພິພາກສາບໍ່ສະແດງອອກເຖິງຫຍັງນອກຈາກເນື້ອໜັງ ແລະ ຄວາມຄິດຂອງມະນຸດ ທີ່ເຈືອປົນກັບຄວາມສະຫຼາດ ແລະ ຄວາມສາມາດຕັ້ງແຕ່ເກີດຂອງມະນຸດ. ນີ້ບໍ່ແມ່ນການສະແດງອອກຢ່າງຖືກຕ້ອງຂອງມະນຸດກ່ຽວກັບພາລະກິດຂອງພຣະເຈົ້າ. ຄົນທີ່ຕິດຕາມຜູ້ຄົນດັ່ງກ່າວຖືກນໍາມາຢູ່ຕໍ່ໜ້າພວກເຂົາໂດຍຄວາມສາມາດມີມາຕັ້ງແຕ່ເກີດຂອງພວກເຂົາ. ຍ້ອນພວກເຂົາສະແດງອອກເຖິງຄວາມເຂົ້າໃຈ ແລະ ປະສົບການຫຼາຍຢ່າງເກີນໄປຂອງມະນຸດ, ເຊິ່ງເກືອບແຍກອອກຈາກເຈດຕະນາເດີມຂອງພຣະເຈົ້າ ແລະ ຫັນເຫຈາກສິ່ງນັ້ນຫຼາຍເກີນໄປ, ພາລະກິດຂອງຄົນປະເພດນີ້ຈຶ່ງບໍ່ສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້, ແຕ່ກົງກັນຂ້າມແມ່ນນໍາພວກເຂົາມາຢູ່ຕໍ່ໜ້າມະນຸດ. ສະນັ້ນ ຄົນທີ່ບໍ່ໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີແມ່ນບໍ່ມີຄຸນສົມບັດໃນການປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າ. ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ມອບທາງເຂົ້າທີ່ຍິ່ງໃຫຍ່ຂຶ້ນສູ່ຄວາມຈິງໃຫ້ແກ່ພວກເຂົາ. ພາລະກິດຂອງພຣະເຈົ້າສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະຫຼະພາບ ແລະ ຄວາມສາມາດໃນການເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ ແລະ ການມີທາງເຂົ້າທີ່ເລິກເຊິ່ງຫຼາຍຂຶ້ນໃນຄວາມຈິງເທື່ອລະໜ້ອຍ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ. ພາລະກິດຂອງເຂົາໂງ່ຈ້າ. ເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ ແລະ ສິ່ງທີ່ເຂົາຮຽກຮ້ອງຈາກຜູ້ຄົນບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ເຂົາບໍ່ປະຕິບັດພາລະກິດຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຍຶດຖືກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ເຂົານໍາພາເຈົ້າໃຫ້ກາຍເປັນຄືກັບເຂົາ; ເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົາມີ ແລະ ເປັນ. ເພື່ອທີ່ຜູ້ຕິດຕາມຈະແຍກແຍະວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ່, ສິ່ງສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມໄດ້ຮັບຫຼັກການຕາມຄວາມຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຮັບວິທີການປະຕິບັດທີ່ເໝາະສົມສຳລັບການປ່ຽນແປງຂອງພວກເຂົາ ຫຼື ບໍ່. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຂອງຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ. ຖ້າເຈົ້າບໍ່ສາມາດຈຳແນກວ່າ ການເປັນຜູ້ນໍາຂອງໃຜມີເສັ້ນທາງ ແລະ ຂອງໃຜບໍ່ມີ, ເຈົ້າກໍຈະຖືກຫຼອກລວງໄດ້ຢ່າງງ່າຍດາຍ. ທຸກສິ່ງນີ້ມີຄວາມກ່ຽວຂ້ອງໂດຍກົງກັບຊີວິດຂອງເຈົ້າເອງ. ມີຄວາມເປັນທຳມະຊາດຫຼາຍເກີນໄປໃນພາລະກິດຂອງຜູ້ຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ; ມັນປະປົນກັບຄວາມປະສົງຂອງມະນຸດຫຼາຍຢ່າງ. ການເປັນຢູ່ຂອງພວກເຂົາແມ່ນຄວາມເປັນທຳມະຊາດ, ສິ່ງທີ່ພວກເຂົາເກີດມາພ້ອມ. ມັນບໍ່ແມ່ນຊີວິດຫຼັງຈາກທີ່ຖືກຈັດການ ຫຼື ຄວາມເປັນຈິງຫຼັງຈາກທີ່ໄດ້ຮັບການປ່ຽນແປງ. ຄົນປະເພດນີ້ຈະສາມາດສົ່ງເສີມຄົນທີ່ກໍາລັງສະແຫວງຫາຊີວິດໄດ້ແນວໃດ? ຊີວິດດັ້ງເດີມທີ່ມະນຸດເປັນແມ່ນຄວາມສະຫຼາດ ແລະ ພອນສະຫວັນທີ່ມີມາຕັ້ງແຕ່ເກີດຂອງເຂົາ. ຄວາມສະຫຼາດ ຫຼື ພອນສະຫວັນປະເພດນີ້ຫ່າງຈາກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຢ່າງແນ່ນອນຫຼາຍ. ຖ້າມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ຖືກລິຮານ ແລະ ຈັດການ, ຈະມີຊ່ອງວ່າງທີ່ກວ້າງລະຫວ່າງສິ່ງທີ່ພວກເຂົາສະແດງອອກ ແລະ ຄວາມຈິງ; ສິ່ງທີ່ເຂົາສະແດງອອກຈະປະສົມກັບສິ່ງທີ່ບໍ່ແຈ່ມແຈ້ງ ເຊັ່ນ: ຈິນຕະນາການ ແລະ ປະສົບການຝ່າຍດຽວຂອງເຂົາ. ຍິ່ງໄປກວ່ານັ້ນ ບໍ່ວ່າເຂົາຈະປະຕິບັດພາລະກິດແນວໃດກໍຕາມ, ຜູ້ຄົນຮູ້ສຶກວ່າ ບໍ່ມີເປົ້າໝາຍໂດຍລວມ ແລະ ບໍ່ມີຄວາມຈິງທີ່ເໝາະສົມສຳລັບທາງເຂົ້າຂອງທຸກຄົນ. ສິ່ງທີ່ຮຽກຮ້ອງສ່ວນໃຫຍ່ຈາກຜູ້ຄົນແມ່ນຢູ່ນອກເໜືອຄວາມສາມາດຂອງພວກເຂົາ, ຄືກັບວ່າພວກເຂົາເປັນເປັດທີ່ຖືກໄລ່ໃຫ້ປີນງ່າໄມ້. ນີ້ແມ່ນພາລະກິດທີ່ມີຄວາມປະສົງຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຄວາມຄິດຂອງເຂົາ ແລະ ແນວຄິດຂອງເຂົາແຜ່ຄຸມໄປທົ່ວທຸກພາກສ່ວນໃນຮ່າງກາຍຂອງເຂົາ. ມະນຸດບໍ່ໄດ້ເກີດພ້ອມກັບສັນຊາດຕະຍານໃນການປະຕິບັດຄວາມຈິງ ຫຼື ເຂົາບໍ່ມີສັນຊາດຕະຍານທີ່ຈະເຂົ້າໃຈຄວາມຈິງໂດຍກົງ. ຖ້າປະກອບກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ເມື່ອບຸກຄົນທີ່ທຳມະຊາດປະເພດນີ້ປະຕິບັດພາລະກິດ, ມັນຈະບໍ່ກໍ່ໃຫ້ເກີດການລົບກວນບໍ? ແຕ່ວ່າມະນຸດທີ່ຖືກເຮັດໃຫ້ສົມບູນແມ່ນມີປະສົບການແຫ່ງຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອວ່າສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງໃນພາລະກິດຂອງເຂົາຈະຫາຍໄປເທື່ອລະໜ້ອຍ, ມົນທິນຂອງມະນຸດກໍຍິ່ງມີໜ້ອຍລົງ ແລະ ພາລະກິດ ແລະ ການບໍລິການຂອງເຂົາກໍຍິ່ງຫຍັບເຂົ້າໃກ້ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ສະນັ້ນ ພາລະກິດຂອງເຂົາເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ມັນຍັງກາຍມາເປັນຈິງອີກດ້ວຍ. ຄວາມຄິດທີ່ຢູ່ໃນຈິດໃຈຂອງມະນຸດຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດໂດຍສະເພາະ. ມະນຸດມີຈິນຕະນາການທີ່ອຸດົມສົມບູນ ແລະ ເຫດຜົນທີ່ສົມເຫດສົມຜົນ ແລະ ປະສົບການອັນຍາວນານໃນການຈັດການກັບເລື່ອງຕ່າງໆ. ຖ້າລັກສະນະເຫຼົ່ານີ້ບໍ່ຜ່ານການລິຮານ ແລະ ການເຮັດໃຫ້ຖືກຕ້ອງ, ພວກມັນທັງໝົດກໍຈະເປັນອຸປະສັກຕໍ່ພາລະກິດ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດບໍ່ສາມາດຢັ່ງເຖິງລະດັບທີ່ຖືກຕ້ອງທີ່ສຸດໄດ້, ໂດຍສະເພາະພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 460)
ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບສະພາບການຕ່າງໆຂອງຜູ້ຄົນທີ່ຈະຜະເຊີນ ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ. ໂດຍສະເພາະຜູ້ຄົນເຫຼົ່ານັ້ນທີ່ປະສານງານເພື່ອຮັບໃຊ້ພຣະເຈົ້າ ຕ້ອງມີຄວາມເຂົ້າໃຈທີ່ໜັກແໜ້ນຍິ່ງຂຶ້ນກ່ຽວກັບສະພາວະເຫຼົ່ານີ້. ຖ້າເຈົ້າພຽງແຕ່ເວົ້າກ່ຽວກັບປະສົບການ ແລະ ວິທີທາງທັງຫຼາຍໃນການເຂົ້າສູ່, ມັນກໍສະແດງໃຫ້ເຫັນວ່າ ປະສົບການຂອງເຈົ້າແມ່ນມາຈາກມຸມມອງດ້ານດຽວ. ຖ້າບໍ່ຮູ້ຈັກສະພາບການທີ່ແທ້ຈິງຂອງເຈົ້າ ຫຼື ເຂົ້າໃຈບັນດາຫຼັກການຂອງຄວາມຈິງ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ການປ່ຽນແປງອຸປະນິໄສນັ້ນສໍາເລັດ. ຖ້າບໍ່ຮູ້ບັນດາຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຖ້າບໍ່ເຂົ້າໃຈກ່ຽວກັບໝາກຜົນທີ່ເກີດຈາກພາລະກິດນັ້ນ, ມັນກໍຍາກສໍາລັບເຈົ້າທີ່ຈະເບິ່ງເຫັນວຽກງານຂອງວິນຍານຊົ່ວຮ້າຍນັ້ນໄດ້. ເຈົ້າຕ້ອງເປີດເຜີຍວຽກງານຂອງວິນຍານຊົ່ວຮ້າຍ ແລະ ຄວາມຄິດຂອງມະນຸດ ແລະ ເລັ່ງໃສ່ໃຈກາງຂອງບັນຫາ; ພ້ອມນີ້ ເຈົ້າກໍຕ້ອງຊີ້ໃຫ້ເຫັນຄວາມນອກຮູ້ນອກທາງຫຼາຍຢ່າງໃນການປະຕິບັດ ຫຼື ບັນຫາຂອງຜູ້ຄົນທີ່ພວກເຂົາອາດມີ ໃນການເຊື່ອໃນພຣະເຈົ້າ ເພື່ອພວກເຂົາອາດຈະຮັບຮູ້ສິ່ງເຫຼົ່ານັ້ນ. ຢ່າງໜ້ອຍທີ່ສຸດ, ເຈົ້າບໍ່ຕ້ອງເຮັດໃຫ້ພວກເຂົາຮູ້ສຶກບໍ່ດີ ຫຼື ຢູ່ຊື່ໆ. ຢ່າງໃດກໍຕາມ, ເຈົ້າຕ້ອງເຂົ້າໃຈຄວາມລໍາບາກແທ້ຈິງທີ່ຜູ້ຄົນສ່ວນໃຫຍ່ມີ, ເຈົ້າບໍ່ຕ້ອງໄຮ້ເຫດຜົນ ຫຼື “ພະຍາຍາມສອນໝູໃຫ້ຮ້ອງເພງ”; ນັ້ນແມ່ນການປະພຶດຂອງຄົນທີ່ໂງ່ຈ້າ. ເພື່ອແກ້ໄຂບັນຫາທັງຫຼາຍຂອງມະນຸດມີ, ເຈົ້າຕ້ອງເຂົ້າໃຈເຖິງພະລັງຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າຕ້ອງເຂົ້າໃຈວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດທີ່ມີຕໍ່ຜູ້ຄົນທີ່ແຕກຕ່າງກັນ, ເຈົ້າຕ້ອງເຂົ້າໃຈຄວາມລໍາບາກຂອງມະນຸດ, ຂໍ້ບົກຜ່ອງຂອງມະນຸດ, ເບິ່ງເຫັນປະເດັນສໍາຄັນຂອງບັນຫາ ແລະ ເຂົ້າເຖິງຕົ້ນຕໍຂອງບັນຫາ ໂດຍບໍ່ມີຄວາມນອກຮູ້ນອກທາງ ຫຼື ຂໍ້ຜິດພາດ. ມີແຕ່ຄົນປະເພດນີ້ເທົ່ານັ້ນ ທີ່ມີຄຸນນະສົມບັດໃນການປະສານງານເພື່ອຮັບໃຊ້ພຣະເຈົ້າ.
ເຈົ້າຈະສາມາດເຂົ້າໃຈບັນຫາຫຼັກ ແລະ ເຫັນຫຼາຍສິ່ງຢ່າງຊັດເຈນ ຫຼື ບໍ່ ແມ່ນຂຶ້ນກັບປະສົບການສ່ວນຕົວຂອງເຈົ້າ. ລັກສະນະທີ່ເຈົ້າມີປະສົບການຄືລັກສະນາທີ່ເຈົ້ານໍາພາຜູ້ອື່ນ. ຖ້າເຈົ້າເຂົ້າໃຈໜັງສື ແລະ ທິດສະດີຕ່າງໆ, ເຈົ້າກໍຈະນໍາພາຜູ້ອື່ນໃຫ້ເຂົ້າໃຈໜັງສື ແລະ ທິດສະດີຕ່າງໆ. ວິທີທີ່ເຈົ້າມີປະສົບການກັບໂລກແຫ່ງຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ ແມ່ນວິທີການທີ່ເຈົ້າຈະນໍາພາຜູ້ອື່ນ ເພື່ອໃຫ້ເຂົ້າໄປສູ່ໂລກແຫ່ງຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ. ຖ້າເຈົ້າສາມາດເຂົ້າໃຈຄວາມຈິງທັງຫຼາຍນີ້ ແລະ ແນມເຫັນຫຼາຍສິ່ງໃນພຣະທໍາຂອງພຣະເຈົ້າຢ່າງຊັດເຈນ, ເຈົ້າກໍຈະສາມາດນໍາພາຜູ້ອື່ນໃຫ້ເຂົ້າໃຈຄວາມຈິງທັງຫຼາຍ ແລະ ຄົນເຫຼົ່ານັ້ນທີ່ເຈົ້ານໍາພາກໍຈະມີຄວາມເຂົ້າໃຈຕໍ່ນິມິດຢ່າງຊັດເຈນ. ຖ້າເຈົ້າຕັ້ງໃຈໃສ່ກັບຄວາມຮູ້ສຶກທີ່ເໜືອທໍາມະຊາດ, ຄົນເຫຼົ່ານັ້ນທີ່ເຈົ້ານໍາພາກໍຈະຕັ້ງໃຈໃສ່ກັບຄວາມຮູ້ສຶກທີ່ເໜືອທໍາມະຊາດເຊັ່ນກັນ. ຖ້າເຈົ້າບໍ່ເອົາໃຈໃສ່ກັບການປະຕິບັດ ແລະ ພຽງເນັ້ນໃສ່ແຕ່ການເວົ້າ, ຄົນເຫຼົ່ານັ້ນທີ່ເຈົ້ານໍາພາກໍຈະຕັ້ງໃຈໃສ່ແຕ່ກັບການເວົ້າ ໂດຍບໍ່ມີການປະຕິບັດຫຍັງ, ບໍ່ປ່ຽນແປງນິໄສຂອງພວກເຂົາ ແລະ ພວກເຂົາກໍຈະໄດ້ແຕ່ກະຕືລືລົ້ນກັບສິ່ງທີ່ຢູ່ພາຍນອກເທົ່ານັ້ນ ໂດຍບໍ່ມີການປະຕິບັດຄວາມຈິງເລີຍ. ມະນຸດທັງໝົດແມ່ນສະໜອງສິ່ງທີ່ພວກເຂົາມີໃຫ້ແກ່ຄົນອື່ນ. ປະເພດຂອງຄົນຈະກໍານົດເສັ້ນທາງທີ່ເຂົານໍາພາຄົນອື່ນ ແລະ ປະເພດຂອງຄົນຈະກໍານົດປະເພດຂອງຄົນທີ່ເຂົານໍາພາ. ການທີ່ຈະເປັນຄົນເໝາະສົມຢ່າງແທ້ຈິງເພື່ອໃຫ້ພຣະເຈົ້ານໍາໃຊ້, ພວກເຈົ້າບໍ່ພຽງແຕ່ຈະຕ້ອງມີຄວາມທະເຍີທະຍານ ແຕ່ພວກເຈົ້າຍັງຈໍາເປັນຕ້ອງໄດ້ຮັບຄວາມສະຫວ່າງຢ່າງຫຼາຍຈາກພຣະເຈົ້າ, ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ການຈັດການຈາກພຣະເຈົ້າ ແລະ ການຫຼໍ່ຫຼອມຈາກພຣະທໍາຂອງພຣະອົງ. ດ້ວຍພື້ນຖານດັ່ງກ່າວນີ້, ໃນເວລາປົກກະຕິ ພວກເຈົ້າຄວນເອົາໃຈໃສ່ຕໍ່ການສັງເກດ, ຄວາມຄິດ, ການໄຕ່ຕອງ ແລະ ການສະຫຼຸບ ແລະ ຮັບເອົາການຊຶມຊັບ ຫຼື ການລົບລ້າງຂອງຕົວເຈົ້າເອງອີງຕາມສິ່ງນັ້ນ. ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ແມ່ນເສັ້ນທາງ ສໍາລັບພວກເຈົ້າໃນການເຂົ້າສູ່ໂລກແຫ່ງຄວາມເປັນຈິງ ແລະ ພວກມັນທັງໝົດແມ່ນສິ່ງທີ່ຂາດບໍ່ໄດ້ ເຊິ່ງນີ້ແມ່ນວິທີທາງໃນການປະຕິບັດພາລະກິດຂອງພຣະເຈົ້າ. ຖ້າເຈົ້າເຂົ້າໄປສູ່ວິທີທາງນີ້ຂອງການປະຕິບັດພາລະກິດຂອງພຣະເຈົ້າ, ເຈົ້າກໍຈະໄດ້ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າທຸກມື້. ໃນເວລາໃດໜຶ່ງ, ບໍ່ວ່າຈະຢູ່ໃນສະພາບແວດລ້ອມທີ່ໂຫດຮ້າຍ ຫຼື ສະພາບແວດລ້ອມທີ່ດີ, ບໍ່ວ່າເຈົ້າຈະຖືກທົດສອບ ຫຼື ຖືກລໍ້ລວງ, ບໍ່ວ່າເຈົ້າຈະເຮັດວຽກງານ ຫຼື ບໍ່, ບໍ່ວ່າເຈົ້າຈະດໍາລົງຊີວິດໃນຖານະບຸກຄົນ ຫຼື ເປັນກຸ່ມ, ເຈົ້າຈະຊອກເຫັນໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າສະເໝີ ໂດຍບໍ່ສູນເສຍແມ່ນແຕ່ສິ່ງດຽວ. ເຈົ້າຈະສາມາດຄົ້ນພົບພວກມັນທັງໝົດ ແລະ ດ້ວຍວິທີນີ້ ເຈົ້າກໍຈະພົບເຫັນຄວາມລັບໃນການປະສົບກັບພຣະທໍາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສິ່ງທີ່ຜູ້ນໍາພາທີ່ເໝາະສົມຄວນມີ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 461)
ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ “ພາລະ” ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ການທີ່ພວກເຈົ້າຮັບເອົາສິ່ງຕ່າງໆແມ່ນບ່ຽງເບນ ແລະ ຜິດພາດແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ. ພວກເຈົ້າບໍ່ສື່ສານກັນໃນທາງທີ່ຈະບັນລຸຄວາມເປີດເຜີຍຢ່າງສົມບູນ, ຍົກຕົວຢ່າງ: ພວກເຈົ້າໄດ້ບັນລຸຜົນຈາກພາລະກິດຫຍັງແດ່ໃນຄຣິສຕະຈັກໃດໜຶ່ງ ຫຼື ກ່ຽວກັບສະພາວະພາຍໃນຕົວພວກເຈົ້າໃນປັດຈຸບັນ ແລະ ອື່ນໆ; ພວກເຈົ້າບໍ່ເຄີຍສື່ສານກ່ຽວກັບສິ່ງນີ້ເລີຍ. ແທ້ຈິງແລ້ວ ພວກເຈົ້າບໍ່ມີການປະຕິບັດໃນການລົ້ມເລີກແນວຄິດຂອງພວກເຈົ້າ ຫຼື ປ່ອຍວາງຕົນເອງ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດພຽງແຕ່ຄິດເຖິງວິທີທີ່ຈະຮັກສາອ້າຍເອື້ອຍນ້ອງບໍ່ໃຫ້ເຮັດໃນສິ່ງທີ່ເປັນລົບ ແລະ ວິທີທີ່ຈະເຮັດໃຫ້ພວກເຂົາສາມາດຕິດຕາມຢ່າງຕັ້ງໜ້າ. ຢ່າງໃດກໍຕາມ, ພວກເຈົ້າທຸກຄົນຄິດວ່າພຽງຕິດຕາມຢ່າງຕັ້ງໜ້າກໍພຽງພໍ ແລະ ໂດຍພື້ນຖານແລ້ວ ພວກເຈົ້າບໍ່ເຂົ້າໃຈວ່າ ການຮູ້ຈັກຕົນເອງ ແລະ ການປ່ອຍວາງຕົນເອງໝາຍເຖິງຫຍັງ, ແຮງໄກທີ່ພວກເຈົ້າຈະເຂົ້າໃຈວ່າການຮັບໃຊ້ແບບຮ່ວມມືກັບຄົນອື່ນໝາຍເຖິງຫຍັງ. ພວກເຈົ້າພຽງແຕ່ຄິດກ່ຽວກັບຄວາມປະສົງຂອງຕົນເອງເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ກ່ຽວກັບຄວາມປະສົງຂອງຕົນເອງເພື່ອດຳລົງຊີວິດຕາມຮູບແບບຂອງເປໂຕ. ນອກຈາກສິ່ງເຫຼົ່ານີ້ແລ້ວ ເຈົ້າບໍ່ໄດ້ຄິດກ່ຽວກັບສິ່ງອື່ນເລີຍ. ເຈົ້າເຖິງກັບເວົ້າວ່າ ບໍ່ວ່າຄົນອື່ນຈະເຮັດຫຍັງກໍຕາມ, ເຈົ້າກໍຈະບໍ່ຍອມເຮັດຕາມຢ່າງຫຼັບຫູຫຼັບຕາ ແລະ ບໍ່ວ່າຄົນອື່ນຈະເປັນແບບໃດກໍຕາມ, ເຈົ້າເອງກໍຈະສະແຫວງຫາຄວາມສົມບູນຈາກພຣະເຈົ້າ ແລະ ນັ້ນກໍຈະພຽງພໍແລ້ວ. ຢ່າງໃດກໍຕາມ, ຄວາມຈິງກໍຄື ຄວາມປະສົງຂອງເຈົ້າໃນຄວາມເປັນຈິງແມ່ນບໍ່ມີການສະແດງອອກຢ່າງເປັນຮູບປະທໍາໃດໆ. ສິ່ງທັງໝົດນີ້ບໍ່ແມ່ນຄວາມປະພຶດທີ່ພວກເຈົ້າສະແດງອອກໃນປັດຈຸບັນນີ້ບໍ? ພວກເຈົ້າແຕ່ລະຄົນເຊື່ອໝັ້ນໃນຄວາມເຂົ້າໃຈຂອງພວກເຈົ້າເອງ ແລະ ພວກເຈົ້າທຸກຄົນກໍປາດຖະໜາທີ່ຈະຖືກເຮັດໃຫ້ສົມບູນ. ເຮົາເຫັນວ່າ ພວກເຈົ້າໄດ້ຮັບໃຊ້ເປັນເວລາດົນນານໂດຍບໍ່ມີການກ້າວໜ້າພໍເທົ່າໃດເລີຍ; ໂດຍສະເພາະໃນບົດຮຽນນີ້ທີ່ກ່ຽວກັບການເຮັດວຽກຮ່ວມກັນຢ່າງສາມັກຄີ, ພວກເຈົ້າບໍ່ໄດ້ບັນລຸຫຍັງເລີຍ! ເມື່ອໄປຄຣິສຕະຈັກ ເຈົ້າກໍສື່ສານໃນວິທີຂອງເຈົ້າ ແລະ ຄົນອື່ນກໍສົນທະນາໃນວິທີຂອງພວກເຂົາ. ຫາຍາກທີ່ຈະມີການຮ່ວມມືກັນຢ່າງສາມັກຄີ ແລະ ນີ້ຍິ່ງເປັນຄວາມຈິງສໍາລັບຜູ້ຕິດຕາມທີ່ມີຕໍາແໜ່ງຕໍ່າກວ່າເຈົ້າ. ໝາຍຄວາມວ່າ ຍາກທີ່ຈະມີຜູ້ຄົນທ່າມກາງພວກເຈົ້າເຂົ້າໃຈຄວາມໝາຍຂອງການຮັບໃຊ້ພຣະເຈົ້າ ຫຼື ວິທີທີ່ຄົນໃດໜຶ່ງຄວນຮັບໃຊ້ພຣະເຈົ້າ. ພວກເຈົ້າສັບສົນ ແລະ ຖືວ່າບົດຮຽນແບບນີ້ເປັນເລື່ອງບໍ່ສຳຄັນ. ຍັງມີຫຼາຍຄົນທີ່ບໍ່ພຽງແຕ່ຈະບໍ່ປະຕິບັດຄວາມຈິງໃນລັກສະນະນີ້, ແຕ່ ພວກເຂົາຍັງເຮັດຜິດໂດຍຕັ້ງໃຈອີກດ້ວຍ. ແມ່ນແຕ່ຄົນທີ່ຮັບໃຊ້ເປັນເວລາຫຼາຍປີກໍຍັງຕໍ່ສູ້ ແລະ ເຮັດກົນອຸບາຍໃສ່ກັນ, ອິດສາ ແລະ ແຂ່ງຂັນກັນ; ທຸກຄົນແມ່ນຄິດເຫັນແຕ່ຕົນເອງ ແລະ ພວກເຂົາບໍ່ຮ່ວມມືກັນເລີຍ. ທຸກສິ່ງເຫຼົ່ານີ້ບໍ່ໄດ້ສະແດງເຖິງວຸດທິພາວະແທ້ຈິງຂອງພວກເຈົ້າບໍ? ພວກເຈົ້າທຸກຄົນຮັບໃຊ້ຮ່ວມກັນໃນແຕ່ລະມື້ ຄືກັນກັບຊາວອິດສະຣາເອນທີ່ຮັບໃຊ້ພຣະເຈົ້າເອງໃນພຣະວິຫານໂດຍກົງທຸກມື້. ເປັນໄປໄດ້ແນວໃດທີ່ພວກເຈົ້າທຸກຄົນທີ່ຮັບໃຊ້ພຣະເຈົ້າ ບໍ່ຮູ້ຈັກວິທີການຮ່ວມມື ແລະ ວິທີການຮັບໃຊ້?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 462)
ໃນປັດຈຸບັນ ການຮຽກຮ້ອງໃຫ້ພວກເຈົ້າປະຕິບັດພາລະກິດຮ່ວມກັນຢ່າງປອງດອງແມ່ນຄ້າຍຄືກັບການຮັບໃຊ້ທີ່ພຣະເຢໂຮວາຮຽກຮ້ອງຈາກຊາວອິດສະຣາເອນ: ບໍ່ດັ່ງນັ້ນ ກໍໃຫ້ຢຸດການຮັບໃຊ້. ເພາະພວກເຈົ້າເປັນຄົນທີ່ຮັບໃຊ້ພຣະເຈົ້າໂດຍກົງ, ຢ່າງໜ້ອຍສຸດ ພວກເຈົ້າກໍຕ້ອງສາມາດຊື່ສັດ ແລະ ເຊື່ອຟັງໃນການຮັບໃຊ້ຂອງພວກເຈົ້າ ແລະ ຕ້ອງສາມາດຮຽນຮູ້ບົດຮຽນໃນທາງທີ່ເປັນຈິງ. ໂດຍສະເພາະຄົນທີ່ກຳລັງປະຕິບັດພາລະກິດໃນຄຣິສຕະຈັກ, ອ້າຍເອື້ຍນ້ອງທີ່ຢູ່ໃນລະດັບຕໍ່າກວ່າພວກເຈົ້າຈະກ້າຈັດການກັບພວກເຈົ້າໄດ້ບໍ? ມີໃຜທີ່ກ້າບອກພວກເຈົ້າກ່ຽວກັບຄວາມຜິດພາດຂອງພວກເຈົ້າຕໍ່ໜ້າຕໍ່ຕາບໍ? ພວກເຈົ້າມີຕໍາແໜ່ງສູງກວ່າທຸກຄົນ, ພວກເຈົ້າປົກຄອງດັ່ງກະສັດ! ພວກເຈົ້າບໍ່ໄດ້ສຶກສາ ຫຼື ເຂົ້າສູ່ບົດຮຽນຕົວຈິງດັ່ງກ່າວ ແຕ່ພວກເຈົ້າກໍຍັງເວົ້າເຖິງການຮັບໃຊ້ພຣະເຈົ້າ! ໃນປັດຈຸບັນ ເຈົ້າຖືກຮຽກຮ້ອງໃຫ້ນໍາພາຄຣິສຕະຈັກຈຳນວນໜຶ່ງ ແລະ ບໍ່ພຽງແຕ່ເຈົ້າບໍ່ເສຍສະຫຼະຕົນເອງ, ເຈົ້າຍັງຍຶດຕິດກັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງ, ເຈົ້າເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ານ້ອຍຄິດວ່າ ສິ່ງນີ້ຄວນເຮັດແບບນີ້, ເພາະວ່າພຣະເຈົ້າໄດ້ກ່າວວ່າ ພວກເຮົາບໍ່ຄວນໃຫ້ຄົນອື່ນບັງຄັບ ແລະ ໃນປັດຈຸບັນນີ້ ພວກເຮົາບໍ່ຄວນຍອມຢ່າງຫຼັບຫູຫຼັບຕາ”. ສະນັ້ນ ພວກເຈົ້າແຕ່ລະຄົນກໍເລີຍຍຶດໝັ້ນກັບຄວາມຄິດເຫັນຂອງຕົນເອງ ແລະ ບໍ່ມີໃຜເຊື່ອຟັງເຊິ່ງກັນແລະກັນເລີຍ. ເຖິງແມ່ນເຈົ້າຮູ້ຈັກຢ່າງຊັດເຈນວ່າ ການຮັບໃຊ້ຂອງເຈົ້າມາເຖິງທາງຕັນ, ເຈົ້າກໍຍັງເວົ້າວ່າ “ຕາມທີ່ຂ້າພະເຈົ້າເຫັນ, ຫົນທາງຂອງຂ້າພະເຈົ້າກໍບໍ່ໄດ້ໄກຈາກຄວາມເປັນຈິງ. ຢ່າງໃດກໍຕາມ ພວກເຮົາແຕ່ລະຝ່າຍກໍມີດ້ານຂອງໃຜລາວ: ທ່ານກໍເວົ້າກ່ຽວກັບການຮັບໃຊ້ຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບການຮັບໃຊ້ຂອງຂ້າພະເຈົ້າ; ທ່ານສົນທະນາກ່ຽວກັບນິມິດຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບທາງເຂົ້າຂອງຂ້າພະເຈົ້າ”. ເຈົ້າບໍ່ເຄີຍຮັບຜິດຊອບຕໍ່ຫຼາຍສິ່ງທີ່ຄວນຖືກປະຕິບັດ ຫຼື ເຈົ້າພຽງແຕ່ເຮັດ, ພວກເຈົ້າແຕ່ລະຄົນລະບາຍຄວາມຄິດເຫັນຂອງຕົນເອງ ແລະ ປົກປ້ອງສະຖານະ, ຊື່ສຽງ ແລະ ໜ້າຕາຂອງຕົນເອງຢ່າງລະມັດລະວັງ. ບໍ່ມີໃຜເຕັມໃຈທີ່ຈະຖ່ອມຕົວ ແລະ ບໍ່ມີຝ່າຍໃດລິເລີ່ມຍອມເສຍສະຫຼະຕົນເອງ ແລະ ປັບປຸງຄວາມບົກຜ່ອງເຊິ່ງກັນແລະກັນເພື່ອວ່າຊີວິດຈະໄດ້ຄືບໜ້າໄວຍິ່ງຂຶ້ນ. ເມື່ອພວກເຈົ້າຮ່ວມມືກັນ, ພວກເຈົ້າຄວນຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ. ພວກເຈົ້າຄວນເວົ້າວ່າ “ຂ້າພະເຈົ້າບໍ່ມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບຄວາມຈິງໃນດ້ານນີ້. ທ່ານມີປະສົບການຫຍັງກ່ຽວກັບສິ່ງນີ້ບໍ່?” ຫຼື ພວກເຈົ້າຄວນເວົ້າວ່າ “ທ່ານມີປະສົບການກ່ຽວກັບດ້ານນີ້ຫຼາຍກວ່າຂ້າພະເຈົ້າ; ທ່ານກະລຸນາໃຫ້ຄໍາແນະນໍາແກ່ຂ້າພະເຈົ້າໄດ້ບໍ?” ນີ້ບໍ່ແມ່ນວິທີທີ່ດີໃນການປະຕິບັດສິ່ງນີ້ບໍ? ພວກເຈົ້າໄດ້ຟັງຄໍາເທດສະໜາຢ່າງຫຼວງຫຼາຍ ແລະ ມີປະສົບການບາງຢ່າງກ່າວກັບການຮັບໃຊ້. ຖ້າພວກເຈົ້າບໍ່ຮຽນຮູ້ຈາກກັນແລະກັນ, ຊ່ວຍເຫຼືອກັນ, ທົດແທນຂໍ້ບົກຜ່ອງເຊິ່ງກັນແລະກັນໃນເວລາປະຕິບັດພາລະກິດຢູ່ໃນຄຣິສຕະຈັກ, ແລ້ວພວກເຈົ້າຈະສາມາດຮຽນຮູ້ບົດຮຽນໄດ້ແນວໃດ? ເມື່ອພວກເຈົ້າຜະເຊີນກັບສິ່ງໃດກໍຕາມ, ພວກເຈົ້າກໍຄວນສົນທະນາກັນ ເພື່ອວ່າຊີວິດຂອງພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ຍິ່ງໄປກວ່ານັ້ນ, ພວກເຈົ້າຄວນສົນທະນາກ່ຽວກັບສິ່ງຕ່າງໆຢ່າງລະມັດລະວັງກ່ອນທີ່ຈະຕັດສິນໃຈ. ມີພຽງການເຮັດແບບນັ້ນເທົ່ານັ້ນ ພວກເຈົ້າຈຶ່ງຈະມີຄວາມຮັບຜິດຊອບຕໍ່ຄຣິສຕະຈັກ ແລະ ບໍ່ແມ່ນເປັນການເຮັດພໍເປັນພິທີ. ຫຼັງຈາກທີ່ພວກເຈົ້າຢ້ຽມຢາມຄຣິສຕະຈັກທັງໝົດ, ພວກເຈົ້າຄວນຢູ່ຮ່ວມກັນ ແລະ ສົນທະນາກ່ຽວກັບທຸກບັນຫາທີ່ພວກເຈົ້າຄົ້ນພົບ ແລະ ບັນຫາໃດກໍຕາມທີ່ຜະເຊີນໃນພາລະກິດ ແລະ ພວກເຈົ້າຄວນສື່ສານກ່ຽວກັບແສງສະຫວ່າງ ແລະ ແສງເຍືອງທາງທີ່ພວກເຈົ້າໄດ້ຮັບ, ນີ້ແມ່ນການປະຕິບັດການຮັບໃຊ້ທີ່ຂາດບໍ່ໄດ້. ພວກເຈົ້າຕ້ອງບັນລຸການຮ່ວມມືແບບປອງດອງກັນເພື່ອຈຸດປະສົງຂອງພາລະກິດຂອງພຣະເຈົ້າ, ເພື່ອຜົນປະໂຫຍດຂອງຄຣິສຕະຈັກ ແລະ ເພື່ອກະຕຸ້ນອ້າຍເອື້ອຍນ້ອງຂອງພວກເຈົ້າໃຫ້ກ້າວໄປຂ້າງໜ້າ. ພວກເຈົ້າຄວນປະສານງານກັນ, ແຕ່ລະຄົນຄວນແກ້ໄຂບັນຫາໃຫ້ກັນແລະກັນ ແລະ ບັນລຸຜົນຮັບຂອງພາລະກິດທີ່ດີຂຶ້ນ ເພື່ອໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນການຮ່ວມມືທີ່ແທ້ຈິງ ແລະ ມີພຽງແຕ່ຄົນທີ່ປະຕິບັດໃນສິ່ງນີ້ເທົ່ານັ້ນຈຶ່ງຈະໄດ້ຮັບທາງເຂົ້າທີ່ແທ້ຈິງ. ໃນຂະນະທີ່ຮ່ວມມືກັນ ມີບາງຄໍາເວົ້າທີ່ເຈົ້າເວົ້າອາດຈະບໍ່ເໝາະສົມ, ແຕ່ນັ້ນກໍບໍ່ເປັນຫຍັງ. ໃຫ້ສົນທະນາກ່ຽວກັບສິ່ງນັ້ນໃນມື້ໜ້າ ແລະ ເຂົ້າໃຈມັນຢ່າງຊັດເຈນ; ຢ່າປະລະມັນ. ຫຼັງຈາກການສົນທະນາແບບນີ້ ເຈົ້າຈຶ່ງສາມາດທົດແທນຂໍ້ບົກຜ່ອງສຳລັບອ້າຍເອື້ອຍນ້ອງຂອງເຈົ້າ. ມີພຽງການລົງເລິກຢ່າງບໍ່ຢຸດຢັ້ງແບບນີ້ໃນພາລະກິດຂອງເຈົ້າ, ເຈົ້າຈຶ່ງສາມາດບັນລຸຜົນຕາມມາທີ່ດີຂຶ້ນ. ພວກເຈົ້າແຕ່ລະຄົນ ໃນຖານະທີ່ເປັນຄົນຮັບໃຊ້ ຕ້ອງສາມາດປົກປ້ອງຜົນປະໂຫຍດຂອງຄຣິສຕະຈັກໃນທຸກສິ່ງທີ່ພວກເຈົ້າເຮັດ, ແທນທີ່ຈະຄອຍລະວັງຜົນປະໂຫຍດຂອງພວກເຈົ້າເອງ. ມັນເປັນສິ່ງທີ່ຮັບບໍ່ໄດ້ທີ່ຈະປະຕິບັດພຽງຄົນດຽວ ແລະ ທຳລາຍກັນເອງ. ຄົນປະເພດນີ້ມີອຸປະນິໄສຊົ່ວຮ້າຍຫຼາຍ; ບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວໃນພວກເຂົາ. ພວກເຂົາເປັນຊາຕານຮ້ອຍເປີເຊັນ! ພວກເຂົາເປັນສັດຮ້າຍ! ແມ່ນແຕ່ໃນປັດຈຸບັນ ສິ່ງດັ່ງກ່າວກໍຍັງເກີດຂຶ້ນໃນທ່າມກາງພວກເຈົ້າ; ພວກເຈົ້າເຖິງຂັ້ນໂຈມຕີກັນລະຫວ່າງການສົນທະນາ, ຕັ້ງໃຈຊອກຫາຂໍ້ອ້າງ ແລະ ພາກັນໜ້າແດງໃນຂະນະທີ່ຖົກຖຽງກັນໃນສິ່ງເລັກນ້ອຍ, ບໍ່ມີໃຜເຕັມໃຈທີ່ຈະປ່ອຍວາງຕົນເອງ, ແຕ່ລະຄົນປົກປິດແນວຄິດທີ່ຢູ່ຂ້າງໃນຈາກກັນແລະກັນ, ຈ້ອງເບິ່ງອີກຝ່າຍໜຶ່ງຢ່າງຕັ້ງອົກຕັ້ງໃຈ ແລະ ລະແວງກັນຢູ່ສະເໝີ. ອຸປະນິໄສແບບນີ້ຈະເໝາະສົມແກ່ການຮັບໃຊ້ພຣະເຈົ້າໄດ້ບໍ? ພາລະກິດແບບນີ້ຂອງພວກເຈົ້າຈະສະໜອງໃຫ້ກັບອ້າຍເອື້ອຍນ້ອງໄດ້ບໍ? ບໍ່ແມ່ນພຽງເຈົ້າຈະບໍ່ສາມາດນໍາພາຜູ້ຄົນໄປໃນທາງຊີວິດທີ່ຖືກຕ້ອງເທົ່ານັ້ນ, ແຕ່ທີ່ຈິງແລ້ວ ເຈົ້າຍັງຈະສັກອຸປະນິໄສອັນເສື່ອມຊາມຂອງເຈົ້າໃສ່ອ້າຍເອື້ອຍນ້ອງອີກດ້ວຍ. ເຈົ້າບໍ່ໄດ້ກຳລັງທຳຮ້າຍຄົນອື່ນບໍ? ຄວາມສຳນຶກຂອງເຈົ້າຊົ່ວຫຼາຍ ແລະ ມັນເໜົ່າເປືອຍຈົນເຖິງແກ່ນ! ເຈົ້າບໍ່ໄດ້ເຂົ້າສູ່ຄວາມເປັນຈິງ ແລະ ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ ເຈົ້າເປີດໂປງທຳມະຊາດທີ່ຊົ່ວຮ້າຍຂອງເຈົ້າໂດຍບໍ່ມີຢາງອາຍໃຫ້ກັບຄົນອື່ນເຫັນ, ເຈົ້າຊ່າງບໍ່ມີຄວາມອັບອາຍແທ້ໆ! ອ້າຍເອື້ອຍນ້ອງເຫຼົ່ານີ້ໄດ້ຖືກມອບໝາຍໄວ້ໃຫ້ກັບເຈົ້າ, ແຕ່ເຈົ້ານໍາພາພວກເຂົາໄປສູ່ນະຮົກ. ເຈົ້າບໍ່ແມ່ນບຸກຄົນທີ່ມີຄວາມສຳນຶກທີ່ເໜົ່າເປື່ອຍບໍ? ເຈົ້າຊ່າງບໍ່ມີຢາງອາຍແທ້ໆ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 463)
ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ສື່ເຖິງຄວາມສຳຄັນຂອງຍຸກດັ່ງກ່າວໄດ້ຢ່າງເໝາະສົມບໍ? ເຈົ້າ ຜູ້ທີ່ໄດ້ຜະເຊີນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຈະສາມາດບັນລະຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະຖ່າຍທອດສິ່ງທີ່ເຈົ້າໄດ້ເຫັນ ແລະ ຜະເຊີນໃຫ້ແກ່ຜູ້ເຊື່ອທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ຢ່າງພໍປະມານດັ່ງເຈົ້ານາຍໃນຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍເຖິງນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສິ່ງມີຊີວິດທີ່ຖືກສ້າງທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງສຳລັບຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າເພື່ອເປັນຄົນລ້ຽງດູຂອງພວກເຂົາ? ໜ້າທີ່ຂອງເຈົ້າແມ່ນໜ້າທີ່ໆໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງກໍບໍ່ຖືກ, ຮ້ອງໄຫ້ຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາປາຖະໜາຫາແສງສະຫວ່າງ ຄ້າຍຄືດາວຕົກ ໃຫ້ລົງມາໃນທັນທີ ແລະ ກຳຈັດກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ເຖິງຂອບເຂດສົມບູນທີ່ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ວິທີທີ່ພວກເຂົາປາຖະໜາຫາ ໃນກາງເວັນ ແລະ ກາງຄືນສຳລັບສິ່ງນີ້? ແມ່ນແຕ່ໃນມື້ທີ່ແສງສະຫວ່າງແວວຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກເຊິ່ງຍັງຄົງຖືກຈ່ອງຈຳໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ເມື່ອໃດພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປ? ສິ່ງທີ່ເປັນຕາຢ້ານກໍຄືຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ທີ່ບໍ່ເຄີຍໄດ້ຮັບການພັກຜ່ອນ ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດໄຮ້ປານີ ແລະ ປະຫວັດສາດທີ່ແຂງກະດ້າງ. ແລ້ວໃຜເຄີຍໄດ້ຍິນສຽງຮ້ອງໄຫ້ຂອງພວກເຂົາ? ໃຜເຄີຍເບິ່ງສະພາວະທີ່ເປັນທຸກຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ໄຮ້ດຽງສາ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ? ໃນທີ່ສຸດແລ້ວ, ມະນຸດເປັນຜູ້ເຄາະຮ້າຍທີ່ຖືກໃສ່ພິດ. ແລ້ວເຖິງແມ່ນວ່າ ມະນຸດຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກໃສ່ພິດໂດຍຄົນທີ່ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ຈາກຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມຊ່ວຍຜູ້ລອດຊີວິດເຫຼົ່ານີ້ບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດກຳລັງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເມື່ອທຸກສິ່ງຖືກກ່າວ ແລະ ກະທຳ, ເຈົ້າຈະຕີຄວາມໝາຍການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈທີ່ຈະດຳລົງຊີວິດອັນມີຄວາມໝາຍຂອງບຸກຄົນເຫຼື້ອມໃສທີ່ຮັບໃຊ້ພຣະເຈົ້າແທ້ໆບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 464)
ຜູ້ຄົນເຊື່ອໃນເຮົາ, ແຕ່ພວກເຂົາບໍ່ມີຄວາມສາມາດໃນການເປັນປະຈັກພະຍານຕໍ່ເຮົາ ຫຼື ພວກເຂົາບໍ່ສາມາດສະແດງຕົນເປັນພະຍານໃຫ້ເຮົາ ກ່ອນທີ່ເຮົາຈະເຜີຍຕົວເຮົາເອງໃຫ້ເປັນທີ່ຮູ້ຈັກ. ຜູ້ຄົນເຫັນເຮົາ ພຽງແຕ່ວ່າເຮົາມີຄວາມເໜືອກວ່າສິ່ງມີຊີວິດທັງຫຼາຍ ແລະ ມະນຸດຜູ້ທີ່ມີຄວາມບໍລິສຸດທັງໝົດ ແລະ ເຫັນວ່າພາລະກິດທີ່ເຮົາກະທໍາບໍ່ສາມາດເຮັດໄດ້ໂດຍມະນຸດ. ດັ່ງນັ້ນ, ຈາກຊາວຢີວມາຮອດຜູ້ຄົນໃນຍຸກປັດຈຸບັນ ເຊິ່ງທັງໝົດໄດ້ເຫັນການກະທຳອັນຮຸ່ງເຮືອງຂອງເຮົາທີ່ບໍ່ໄດ້ຮັບການເຕີມເຕັມຫຍັງເລີຍນອກຈາກຄວາມຢາກຮູ້ຢາກເຫັນເຮົາເທົ່ານັ້ນ ແລະ ບໍ່ມີຄຳເວົ້າຈາກປາກສິ່ງທີ່ມີຊີວິດແມ່ນແຕ່ຜູ້ດຽວທີ່ສາມາດເປັນພະຍານໃຫ້ເຮົາ. ມີພຽງພຣະບິດາຂອງເຮົາເທົ່ານັ້ນ ທີ່ຮັບເປັນພະຍານໃຫ້ກັບເຮົາ ແລະ ສ້າງເສັ້ນທາງໃຫ້ເຮົາໃນບັນດາສິ່ງມີຊີວິດທັງຫຼາຍ; ຖ້າຫາກພຣະອົງບໍ່ໄດ້ກະທໍາສິ່ງນັ້ນ, ບໍ່ວ່າເຮົາຈະເຮັດແນວໃດ, ມະນຸດກໍຈະບໍ່ມີມື້ຮູ້ໄດ້ວ່າເຮົາເປັນພຣະເຈົ້າແຫ່ງການຊົງສ້າງ, ສໍາລັບມະນຸດແມ່ນຮູ້ພຽງແຕ່ເອົາຈາກເຮົາ ແລະ ບໍ່ມີຄວາມສັດທາໃນເຮົາຈາກຜົນຂອງພາລະກິດຂອງເຮົາ. ມະນຸດຮູ້ເຮົາພຽງແຕ່ຍ້ອນວ່າ ເຮົານັ້ນມີຄວາມບໍລິສຸດໃຈ ແລະ ບໍ່ມີສ່ວນໃດທີ່ເປັນບາບ, ຍ້ອນເຮົາສາມາດອະທິບາຍຄວາມເລິກລັບໄດ້ຈຳນວນຫຼາຍ, ຍ້ອນເຮົາຢູ່ເໜືອຝູງຊົນ ຫຼື ຍ້ອນມະນຸດໄດ້ຮັບຜົນປະໂຫຍດຫຼາຍຈາກເຮົາ, ແຕ່ວ່າມີພຽງໜ້ອຍຄົນທີ່ເຊື່ອວ່າເຮົາຄືພຣະເຈົ້າແຫ່ງການຊົງສ້າງ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງສັດທາໃນຕົວເຮົາ; ເຂົາບໍ່ຮູ້ຈຸດປະສົງ ຫຼື ຄວາມໝາຍຂອງການມີສັດທາໃນເຮົາ. ມະນຸດຂາດຄວາມເປັນຈິງ, ດ້ວຍເຫດນັ້ນ ເຂົາຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານແກ່ເຮົາ. ພວກເຈົ້າມີຄວາມສັດທາທີ່ແທ້ຈິງໜ້ອຍເກີນໄປ ແລະ ໄດ້ຮັບໜ້ອຍເກີນໄປ, ດ້ວຍເຫດນັ້ນ, ພວກເຈົ້າຈຶ່ງມີຄວາມເປັນປະຈັກພະຍານໜ້ອຍເກີນໄປ. ຍິ່ງໄປກວ່ານັ້ນ, ພວກເຈົ້າມີຄວາມເຂົ້າໃຈໜ້ອຍເກີນໄປ ແລະ ຂາດແຄນຫຼາຍເກີນໄປ, ດ້ວຍເຫດນັ້ນ ພວກເຈົ້າຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານຕໍ່ກັບການກະທຳຂອງເຮົາ. ຄວາມຕັ້ງໃຈຂອງພວກເຈົ້າ ນັ້ນຖືວ່າສຳຄັນຫຼາຍ, ແຕ່ພວກເຈົ້າແນ່ໃຈບໍ່ວ່າ ພວກເຈົ້າຈະສາມາດເປັນພະຍານເຖິງແກ່ນແທ້ຂອງພຣະເຈົ້າໄດ້? ສິ່ງທີ່ພວກເຈົ້າໄດ້ປະສົບ ແລະ ເຫັນແມ່ນເໜືອກວ່າຂອງໄພ່ພົນ ແລະ ຜູ້ທໍານາຍຈາກທຸກຍຸກທຸກສະໄໝ, ແຕ່ວ່າພວກເຈົ້າສາມາດໃຫ້ຄໍາປະຈັກພະຍານທີ່ຍິ່ງໃຫຍ່ກວ່າຄຳເວົ້າຂອງບັນດາໄພ່ພົນ ແລະ ຜູ້ທໍານາຍເຫຼົ່ານີ້ຈາກສະໄໝກ່ອນໄດ້ບໍ? ບັດນີ້ ສິ່ງທີ່ເຮົາປະທານໃຫ້ພວກເຈົ້າ ແມ່ນເໜືອກວ່າໂມເຊ ແລະ ເໜືອກວ່າເດວິດ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍການເປັນປະຈັກພະຍານຂອງພວກເຈົ້າເໜືອກວ່າໂມເຊ ແລະ ຄຳເວົ້າຂອງພວກເຈົ້າຍິ່ງໃຫຍ່ກວ່າເດວິດ. ເຮົາໃຫ້ພວກເຈົ້າເປັນຮ້ອຍເທົ່າ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍໃຫ້ພວກເຈົ້າຕອບແທນເຮົາດັ່ງທີ່ເຮົາໄດ້ກະທຳຕໍ່ພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າເຮົາແມ່ນໜຶ່ງດຽວທີ່ປະທານຊີວິດໃຫ້ແກ່ມະນຸດຊາດ ແລະ ມັນແມ່ນພວກເຈົ້າທີ່ເປັນຜູ້ໄດ້ຮັບຊີວິດຈາກເຮົາ ແລະ ຕ້ອງເປັນພະຍານໃຫ້ກັບເຮົາ. ນີ້ແມ່ນໜ້າທີ່ຂອງພວກເຈົ້າທີ່ເຮົາສົ່ງລົງມາໃຫ້ແກ່ພວກເຈົ້າ ແລະ ເປັນສິ່ງທີ່ພວກເຈົ້າຄວນເຮັດເພື່ອເຮົາ. ເຮົາໄດ້ປະທານສະຫງ່າລາສີຂອງເຮົາທັງໝົດໃຫ້ແກ່ພວກເຈົ້າ, ເຮົາໄດ້ປະທານຊີວິດໃຫ້ແກ່ພວກເຈົ້າ ເຊິ່ງເປັນຊີວິດທີ່ຄົນຖືກເລືອກ ແລະ ຊາວອິດສະຣາເອນບໍ່ເຄີຍໄດ້ຮັບ. ໂດຍຄວາມຖືກຕ້ອງແລ້ວ, ພວກເຈົ້າຄວນຈະເປັນພະຍານຕໍ່ເຮົາ ແລະ ອຸທິດຄວາມໜຸ່ມຕໍ່ເຮົາ ແລະ ປ່ອຍວາງຊີວິດຂອງພວກເຈົ້າ. ຜູ້ໃດກໍຕາມທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ຄວນເປັນພະຍານໃຫ້ເຮົາ ແລະ ມອບຊີວິດຂອງພວກເຂົາໃຫ້ກັບເຮົາ. ເຮົາໄດ້ກຳນົດສິ່ງນີ້ໄວ້ລ່ວງໜ້າເປັນເວລາດົນນານແລ້ວ. ມັນເປັນໂຊກຊະຕາທີ່ດີຂອງພວກເຈົ້າທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ກັບພວກເຈົ້າ ແລະ ໜ້າທີ່ຂອງພວກເຈົ້າກໍຄືການເປັນປະຈັກພະຍານໃຫ້ກັບສະຫງ່າລາສີຂອງເຮົາ. ຖ້າຫາກພວກເຈົ້າພຽງແຕ່ເຊື່ອໃນເຮົາເພື່ອການຮັບພອນ, ແລ້ວພາລະກິດຂອງເຮົາກໍຈະມີຄວາມສຳຄັນໜ້ອຍທີ່ສຸດ ແລະ ພວກເຈົ້າເອງກໍຈະບໍ່ໄດ້ບັນລຸໜ້າທີ່ຂອງພວກເຈົ້າ. ຊາວອິດສະຣາເອນເຫັນພຽງແຕ່ຄວາມເມດຕາ, ຄວາມຮັກ ແລະ ຄວາມຍິ່ງໃຫຍ່ຂອງເຮົາ ແລະ ຊາວຢິວໄດ້ປະຈັກພະຍານພຽງແຕ່ຄວາມອົດທົນ ແລະ ການໄຖ່ບາບຂອງເຮົາ. ພວກເຂົາເຫັນພາລະກິດຂອງພຣະວິນຍານຂອງເຮົາໜ້ອຍຫຼາຍ, ຈົນເຖິງຈຸດທີ່ພວກເຂົາເຂົ້າໃຈພຽງແຕ່ໜຶ່ງໃນສ່ວນສິບພັນຈາກສິ່ງທີ່ພວກເຈົ້າໄດ້ຍິນ ແລະ ເຫັນ. ສິ່ງທີ່ພວກເຈົ້າໄດ້ເຫັນແມ່ນເກີນກວ່າປະໂລຫິດໃຫຍ່ຂອງພວກເຂົາ. ຄວາມຈິງທີ່ພວກເຈົ້າເຂົ້າໃຈໃນປັດຈຸບັນນີ້ແມ່ນເໜືອກວ່າພວກເຂົາ; ສິ່ງທີ່ພວກເຈົ້າໄດ້ເຫັນໃນປັດຈຸບັນນີ້ແມ່ນເກີນກວ່າສິ່ງທີ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ, ພ້ອມດ້ວຍໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພວກເຈົ້າໄດ້ປະສົບແມ່ນເໜືອກວ່າໂມເຊ ແລະ ເອລີຢາ. ເພາະສິ່ງທີ່ຊາວອິດສະຣາເອນເຂົ້າໃຈແມ່ນ ພຽງແຕ່ພຣະບັນຍັດຂອງພຣະເຢໂຮວາ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງພາບທາງຫຼັງຂອງພຣະເຢໂຮວາ; ສິ່ງທີ່ຊາວຢິວເຂົ້າໃຈແມ່ນພຽງແຕ່ການໄຖ່ບາບຂອງພຣະເຢຊູ, ສິ່ງທີ່ພວກເຂົາໄດ້ຮັບແມ່ນພຽງແຕ່ພຣະຄຸນທີ່ໄດ້ປະທານໃຫ້ໂດຍພຣະເຢຊູ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງແຕ່ຮູບພາບຂອງພຣະເຢຊູພາຍໃນເຮືອນຂອງຊາວຢິວເທົ່ານັ້ນ. ສິ່ງທີ່ພວກເຈົ້າເຫັນໃນມື້ນີ້ແມ່ນສະຫງ່າລາສີຂອງພຣະເຢໂຮວາ, ການໄຖ່ບາບຂອງພຣະເຢຊູ ແລະ ການກະທຳທັງໝົດຂອງເຮົາໃນປັດຈຸບັນ. ແລ້ວເຊັ່ນດຽວກັນ, ເຈົ້າກໍໄດ້ຍິນພຣະທໍາຂອງພຣະວິນຍານຂອງເຮົາ, ຮູ້ຈັກຄຸນຄ່າໃນສະຕິປັນຍາຂອງເຮົາ, ຮູ້ຈັກຄວາມມະຫັດສະຈັນຂອງເຮົາ ແລະ ໄດ້ຮຽນຮູ້ເຖິງອຸປະນິໄສຂອງເຮົາ. ເຮົາຍັງໄດ້ບອກພວກເຈົ້າທັງໝົດກ່ຽວກັບແຜນການຄຸ້ມຄອງຂອງເຮົາ. ສິ່ງທີ່ພວກເຈົ້າໄດ້ເຫັນ ບໍ່ແມ່ນພຽງແຕ່ພຣະເຈົ້າທີ່ມີຄວາມສະຫງ່າງາມ ແລະ ມີຄວາມເມດຕາ, ແຕ່ເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຊອບທຳ. ເຈົ້າໄດ້ເຫັນພາລະກິດທີ່ໜ້າອັດສະຈັນໃຈຂອງເຈົ້າ ແລະ ຮູ້ວ່າເຮົາເຕັມໄປດ້ວຍຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍ. ຍິ່ງໄປກວ່ານັ້ນ, ເຈົ້າຮູ້ວ່າ ໃນຄັ້ງໜຶ່ງເຮົາໄດ້ນໍາເອົາຄວາມໂກດຮ້າຍຂອງເຮົາລົງໃສ່ເຮືອນຂອງອິດສະຣາເອນ ແລະ ໃນມື້ນີ້ ມັນໄດ້ເກີດຂຶ້ນກັບພວກເຈົ້າແລ້ວ. ພວກເຈົ້າເຂົ້າໃຈຄວາມເລິກລັບຂອງເຮົາໃນສະຫວັນຫລາຍກວ່າເອຊາຢາ ແລະ ໂຢຮັນ; ພວກເຈົ້າຮູ້ຈັກຄວາມສະຫງ່າງາມຂອງເຮົາ ແລະ ໃຫ້ຄວາມເຄົາລົບບູຊາຫຼາຍກວ່າໄພ່ພົນທຸກຄົນໃນຍຸກສະໄໝກ່ອນ. ສິ່ງທີ່ພວກເຈົ້າໄດ້ຮັບບໍ່ແມ່ນພຽງແຕ່ຄວາມຈິງຂອງເຮົາ, ວິທີທາງຂອງເຮົາ ແລະ ຊີວິດຂອງເຮົາເທົ່ານັ້ນ, ແຕ່ແມ່ນນິມິດ ແລະ ການເປີດເຜີຍທີ່ຍິ່ງໃຫຍ່ກວ່າໂຢຮັນ. ພວກເຈົ້າເຂົ້າໃຈຄວາມເລິກລັບອີກຫຼາຍຢ່າງ ແລະ ຍັງໄດ້ເບິ່ງໃບໜ້າທີ່ແທ້ຈິງຂອງເຮົາ; ພວກເຈົ້າຍອມຮັບເອົາການພິພາກສາຂອງເຮົາຫຼາຍຂຶ້ນ ແລະ ຮູ້ຈັກອຸປະນິໄສອັນຊອບທຳຂອງເຮົາຫຼາຍຂຶ້ນ. ດັ່ງນັ້ນ, ເຖິງແມ່ນວ່າພວກເຈົ້າເກີດໃນຍຸກສຸດທ້າຍ, ຄວາມເຂົ້າໃຈຂອງພວກເຈົ້າແມ່ນເປັນແບບດັ່ງເດີມ ແລະ ແບບໃນອະດີດ ແລະ ພວກເຈົ້າຍັງໄດ້ປະສົບກັບສິ່ງຕ່າງໆໃນປັດຈຸບັນນີ້ ແລະ ສິ່ງທັງໝົດນີ້ແມ່ນກະທໍາດ້ວຍຕົວເຮົາເອງ. ສິ່ງທີ່ເຮົາຂໍຈາກພວກເຈົ້າແມ່ນບໍ່ໄດ້ຫຼາຍເກີນຂອບເຂດ, ເພາະວ່າເຮົາໄດ້ໃຫ້ພວກເຈົ້າຫຼາຍກວ່ານັ້ນ ແລະ ພວກເຈົ້າໄດ້ເຫັນຫຼາຍສິ່ງຫຼາຍຢ່າງໃນຕົວເຮົາ. ສະນັ້ນ, ເຮົາຂໍໃຫ້ພວກເຈົ້າຈົ່ງເປັນພະຍານຕໍ່ເຮົາ, ຕໍ່ໄພ່ພົນໃນສະໄໝກ່ອນ ແລະ ນີ້ຄືຫົວໃຈຂອງເຮົາພຽງປາດຖະໜາເທົ່ານັ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 465)
ບັດນີ້ ເຈົ້າຮູ້ສາຍເຫດທີ່ແທ້ຈິງແລ້ວບໍ່ວ່າ ເປັນຫຍັງພວກເຈົ້າຈຶ່ງເຊື່ອໃນເຮົາ? ພວກເຈົ້າຮູ້ຈຸດປະສົງ ແລະ ຄວາມໝາຍທີ່ແທ້ຈິງຂອງພາລະກິດຂອງເຮົາບໍ່? ເຈົ້າຮູ້ໜ້າທີ່ທີ່ແທ້ຈິງຂອງເຈົ້າແລ້ວບໍ່? ເຈົ້າຮູ້ການເປັນປະຈັກພະຍານຂອງເຮົາຢ່າງແທ້ຈິງບໍ່? ຖ້າຫາກເຈົ້າພຽງແຕ່ເຊື່ອໃນເຮົາ, ແຕ່ຍັງບໍ່ມີວີ່ແວວຄວາມສະຫງ່າລາສີ ຫຼື ປະຈັກພະຍານຂອງເຮົາໃນຕົວເຈົ້າ, ແລ້ວເຮົາກໍໄດ້ກຳຈັດພວກເຈົ້າໄປດົນນານແລ້ວ. ສຳລັບຜູ້ທີ່ຮູ້ຈັກທຸກຢ່າງ, ພວກເຂົາຍິ່ງເປັນສ້ຽນໝາມໃນຕາຂອງເຮົາ ແລະ ໃນເຮືອນຂອງເຮົາ, ພວກເຂົາບໍ່ແມ່ນຫຍັງນອກຈາກເປັນອຸປະສັກທີ່ຂວາງທາງຂອງເຮົາ, ພວກເຂົາເປັນເຂົ້ານົກທີ່ຕ້ອງຖືກຝັດຖິ້ມໃຫ້ໝົດໃນພາລະກິດຂອງເຮົາ, ພວກເຂົາໃຊ້ການບໍ່ໄດ້, ພວກເຂົາບໍ່ມີຄຸນຄ່າຫຍັງເລີຍ ແລະ ເຮົາໄດ້ລັງກຽດພວກເຂົາມາເປັນເວລາດົນແລ້ວ. ຄວາມໂກດຮ້າຍຂອງເຮົາຈະໂຍນລົງໃສ່ກັບທຸກຄົນທີ່ບໍ່ເປັນປະຈັກພະຍານ ແລະ ໄມ້ຄ້ອນເທົ້າຂອງເຮົາຈະບໍ່ເຄີຍຫ່າງຈາກພວກເຂົາ. ເຮົາໄດ້ມອບພວກເຂົາໄວ້ໃນກໍາມືຂອງມານຮ້າຍມາດົນນານແລ້ວ; ພວກເຂົາບໍ່ໄດ້ຮັບພອນຂອງເຮົາ. ເມື່ອມື້ນັ້ນມາເຖິງ, ການຂ້ຽນຕີຂອງພວກເຂົາຈະໂສກເສົ້າຫຼາຍກວ່າຜູ້ຍິງໂງ່. ມື້ນີ້, ເຮົາພຽງແຕ່ປະຕິບັດພາລະກິດຕາມໜ້າທີ່ຂອງເຮົາ; ເຮົາຈະມັດກົກເຂົ້າສາລີທັງໝົດ ພ້ອມກັບເຂົ້ານົກເຫຼົ່ານັ້ນເຂົ້າກັນ. ນີ້ແມ່ນພາລະກິດຂອງເຮົາໃນມື້ນີ້. ເຂົ້ານົກທັງໝົດຈະຖືກຝັດຖິ້ມໃນເວລາຂອງການຝັດເຂົ້າຂອງເຮົາ, ຫຼັງຈາກນັ້ນ ເມັດເຂົ້າສາລີຈະຖືກເກັບຮັກສາໄວ້ໃນສາງ ແລະ ເຂົ້ານົກເຫຼົ່ານັ້ນທີ່ຖືກຝັດອອກຈະຖືກນຳໄປຈູດເຜົາໃນໄຟໃຫ້ໄໝ້ກາຍເປັນຂີ້ຝຸ່ນ. ພາລະກິດຂອງເຮົາໃນຕອນນີ້ແມ່ນພຽງແຕ່ມັດມະນຸດທຸກຄົນເຂົ້າກັນນັ້ນກໍຄືເພື່ອເອົາຊະນະພວກເຂົາຢ່າງສິ້ນເຊີງ. ຫຼັງຈາກນັ້ນ ເຮົາຈະເລີ່ມຝັດເພື່ອເປີດເຜີຍຈຸດຈົບຂອງມະນຸດທັງໝົດ. ບັດນີ້ ເຈົ້າຄວນຈະຮູ້ວ່າເຈົ້າຄວນຈະເຮັດໃຫ້ເຮົາພໍໃຈແນວໃດ ແລະ ເຈົ້າຄວນຈະກຳນົດເສັ້ນທາງທີ່ຖືກຕ້ອງແນວໃດໃນຄວາມສັດທາຂອງເຈົ້າໃນເຮົາ. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອເຊື່ອຟັງຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ເຊື່ອຟັງເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກີດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າ ເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະຫຼະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 466)
ເຖິງແມ່ນວ່າຄວາມເຊື່ອຂອງເຈົ້າຈິງໃຈຫຼາຍ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດອະທິບາຍເຮົາຢ່າງລະອຽດ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດໃຫ້ຄຳພະຍານຢ່າງຄົບຖ້ວນຕໍ່ຂໍ້ແທ້ຈິງທັງໝົດທີ່ເຈົ້າເຫັນ. ໃຫ້ຄິດລອງເບິ່ງ: ມື້ນີ້ ພວກເຈົ້າສ່ວນໃຫຍ່ປະຖິ້ມໜ້າທີ່ຂອງພວກເຈົ້າ ແລ້ວສະແຫວງຫາເນື້ອໜັງແທນ, ເຮັດໃຫ້ເນື້ອໜັງພໍໃຈ ແລະ ເພີດເພີນກັບເນື້ອໜັງຢ່າງໂລບມາກ. ພວກເຈົ້າມີຄວາມຈິງພຽງໜ້ອຍດຽວ. ແລ້ວພວກເຈົ້າຈະສາມາດເປັນພະຍານ ໃນທຸກສິ່ງທີ່ພວກເຈົ້າໄດ້ເຫັນແນວໃດ? ພວກເຈົ້າໝັ້ນໃຈແທ້ບໍວ່າ ພວກເຈົ້າສາມາດເປັນພະຍານໃຫ້ເຮົາໄດ້? ຖ້າມື້ໜຶ່ງມາເຖິງເມື່ອເຈົ້າບໍ່ສາມາດເປັນພະຍານໃຫ້ກັບທຸກສິ່ງທີ່ເຈົ້າເຫັນໃນມື້ນີ້ໄດ້, ແລ້ວເຈົ້າກໍ່ຈະສູນເສຍໜ້າທີ່ຂອງສິ່ງຖືກສ້າງ ແລະ ມັນຈະບໍ່ມີຄວາມໝາຍຫຍັງໃນການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ມີຄຸນຄ່າໃນການເປັນມະນຸດ. ມັນສາມາດເວົ້າໄດ້ວ່າ ເຈົ້າຈະບໍ່ແມ່ນມະນຸດ! ເຮົາໄດ້ເຮັດພາລະກິດໃນຕົວເຈົ້າເປັນຈໍານວນຫຼວງຫຼາຍ, ແຕ່ເພາະວ່າ ໃນປັດຈຸບັນນີ້ ເຈົ້າບໍ່ໄດ້ຮຽນຮູ້ຫຍັງ, ບໍ່ຮູ້ຫຍັງເລີຍ ແລະ ໃຊ້ແຮງງານຂອງເຈົ້າຢ່າງບໍ່ມີປະສິດທິພາບ, ເມື່ອມັນຮອດເວລາທີ່ເຮົາຕ້ອງຂະຫຍາຍພາລະກິດຂອງເຮົາ, ເຈົ້າກໍ່ຈະແນມເບິ່ງດ້ວຍຄວາມວ່າງເປົ່າ, ລີ້ນພັນກັນ ແລະ ບໍ່ມີປະໂຫຍດທີ່ສຸດ. ແລ້ວນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນບາບຕະຫຼອດເວລາບໍ? ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຮູ້ສຶກກິນແໜງທີ່ສຸດບໍ? ເຈົ້າຈະບໍ່ຈົມຢູ່ກັບຄວາມຜິດຫວັງບໍ? ພາລະກິດທັງໝົດຂອງເຮົາໃນປັດຈຸບັນບໍ່ໄດ້ເຮັດຍ້ອນຄວາມຂີ້ຄ້ານ ແລະ ຄວາມເບື່ອໜ່າຍ, ແຕ່ເພື່ອວາງຮາກຖານໃຫ້ແກ່ພາລະກິດຂອງເຮົາໃນອະນາຄົດ. ມັນບໍ່ແມ່ນວ່າເຮົາຈົນຕາແຈ ແລະ ຕ້ອງໄດ້ຄິດຫາສິ່ງໃໝ່ໆ. ເຈົ້າຄວນເຂົ້າໃຈພາລະກິດທີ່ເຮົາເຮັດ; ມັນບໍ່ແມ່ນສິ່ງທີ່ເຮັດໂດຍເດັກນ້ອຍຫຼິ້ນໃນຖະໜົນ, ແຕ່ເປັນພາລະກິດທີ່ເຮັດໃນນາມພຣະບິດາຂອງເຮົາ. ເຈົ້າຄວນຮູ້ວ່າ ບໍ່ແມ່ນມີແຕ່ເຮົາທີ່ກຳລັງເຮັດພາລະກິດນີ້ດ້ວຍຕົນເອງ; ກົງກັນຂ້າມ, ເຮົາເປັນຕົວແທນໃຫ້ແກ່ພຣະບິດາຂອງເຮົາ. ໃນຂະນະດຽວກັນ, ບົດບາດຂອງເຈົ້າແມ່ນການຕິດຕາມ, ເຊື່ອຟັງ, ປ່ຽນແປງ ແລະ ເປັນພະຍານຢ່າງເຄັ່ງຄັດ. ສິ່ງທີ່ເຈົ້າຄວນເຂົ້າໃຈຄືເຫດຜົນທີ່ເຈົ້າຄວນເຊື່ອໃນຕົວເຮົາ; ນີ້ແມ່ນຄຳຖາມທີ່ສຳຄັນທີ່ສຸດສຳລັບພວກເຈົ້າແຕ່ລະຄົນທີ່ຈະຕ້ອງເຂົ້າໃຈ. ໂດຍເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະບິດາຂອງເຮົາໄດ້ກຳນົດເຈົ້າທຸກຄົນໄວ້ລ່ວງໜ້າສຳລັບເຮົາ ນັບແຕ່ເວລາທີ່ພຣະອົງຊົງສ້າງໂລກ. ມັນແມ່ນເພື່ອປະໂຫຍດໃນພາລະກິດຂອງເຮົາ ແລະ ເພື່ອເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະອົງຈຶ່ງໄດ້ກໍານົດເຈົ້າລ່ວງໜ້າ. ມັນເປັນຍ້ອນພຣະບິດາຂອງເຮົາ, ເຈົ້າຈຶ່ງເຊື່ອໃນເຮົາ; ມັນເປັນຍ້ອນການກຳນົດລ່ວງໜ້າຂອງພຣະບິດາຂອງເຮົາ, ເຈົ້າຈຶ່ງຕິດຕາມເຮົາ. ບໍ່ມີສິ່ງໃດທີ່ເຈົ້າເລືອກເຮັດດ້ວຍຕົວເອງ. ສິ່ງທີ່ສຳຄັນໄປກວ່ານັ້ນແມ່ນເຈົ້າຕ້ອງເຂົ້າໃຈວ່າ ເຈົ້າແມ່ນສິ່ງທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາສຳລັບຈຸດປະສົງໃນການເປັນພະຍານໃຫ້ແກ່ເຮົາ. ເພາະພຣະອົງໄດ້ມອບເຈົ້າໃຫ້ແກ່ເຮົາ ພ້ອມທັງລັກສະນະ ແລະ ພຣະທຳທີ່ເຮົາສັ່ງສອນເຈົ້າ, ເພາະມັນແມ່ນໜ້າທີ່ຂອງເຈົ້າທີ່ຈະຕ້ອງປະຕິບັດຕາມແນວທາງຂອງເຮົາ. ນີ້ຄືຈຸດປະສົງເດີມໃນຄວາມເຊື່ອຂອງເຈົ້າໃນເຮົາ. ສະນັ້ນ, ເຮົາຈຶ່ງເວົ້າກັບເຈົ້າແບບນີ້ວ່າ: ເຈົ້າເປັນພຽງຄົນທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາເພື່ອໃຫ້ປະຕິບັດຕາມແນວທາງຂອງເຮົາ. ເຖິງຢ່າງໃດກໍ່ຕາມ, ເຈົ້າພຽງແຕ່ເຊື່ອໃນຕົວເຮົາເທົ່ານັ້ນ; ເຈົ້າບໍ່ໄດ້ມາຈາກເຮົາເພາະເຈົ້າບໍ່ໄດ້ມາຈາກຄອບຄົວອິດສະຣາເອນ ແລະ ເປັນພັກພວກຂອງງູພິດຈາກຍຸກບູຮານແທນ. ສິ່ງທີ່ເຮົາຂໍໃຫ້ເຈົ້າເຮັດແມ່ນການເປັນພະຍານໃຫ້ເຮົາ, ແຕ່ມື້ນີ້ ເຈົ້າຕ້ອງຍ່າງໃນຫົນທາງຂອງເຮົາ. ທັງໝົດນີ້ກໍ່ແມ່ນເພື່ອເຫັນແກ່ຄຳພະຍານໃນອະນາຄົດ. ຖ້າເຈົ້າເຮັດໜ້າທີ່ເປັນພຽງແຕ່ຄົນທີ່ຮັບຟັງແນວທາງຂອງເຮົາເທົ່ານັ້ນ, ແລ້ວເຈົ້າກໍ່ຈະບໍ່ມີຄຸນຄ່າ ແລະ ຄວາມໝາຍໃນການທີ່ພຣະບິດາຂອງເຮົາໄດ້ປະທານເຈົ້າໃຫ້ແກ່ເຮົາກໍ່ຈະສູນເສຍໄປ. ສິ່ງທີ່ເຮົາຢືນຢັນຢາກບອກເຈົ້າກໍ່ຄື: “ເຈົ້າຄວນເດີນຕາມແນວທາງຂອງເຮົາ”.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 467)
ໃນປັດຈຸບັນນີ້ ພຣະວິນຍານບໍລິສຸດປະຕິບັດພາລະກິດຢູ່ໃນແຕ່ລະຄຣິສຕະຈັກແນວໃດ? ເຈົ້າມີຄວາມເຂົ້າໃຈກ່ຽວກັບຄໍາຖາມນີ້ບໍ? ຄວາມຫຍຸ້ງຍາກອັນຍິ່ງໃຫຍ່ທີ່ສຸດຂອງອ້າຍເອື້ອຍນ້ອງແມ່ນຫຍັງ? ພວກເຂົາຂາດເຂີນຫຍັງຫຼາຍທີ່ສຸດ? ປັດຈຸບັນນີ້, ມີບາງຄົນທີ່ຄິດດ້ານລົບ ໃນຂະນະທີ່ພວກເຂົາໄດ້ຮັບການທົດລອງ ແລະ ບາງຄົນໃນພວກເຂົາເຖິງກັບຕໍ່ວ່າ. ບາງຄົນບໍ່ກ້າວໄປຂ້າງໜ້າອີກ ຍ້ອນວ່າພຣະເຈົ້າໄດ້ກ່າວສໍາເລັດແລ້ວ. ຜູ້ຄົນບໍ່ໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອພຣະເຈົ້າ. ພວກເຂົາບໍ່ສາມາດດຳລົງຊີວິດຢູ່ຢ່າງເປັນອິດສະຫຼະ ແລະ ພວກເຂົາບໍ່ສາມາດຮັກສາຊີວິດຝ່າຍວິນຍານຂອງພວກເຂົາໄດ້. ມີບາງຄົນທີ່ປະຕິບັດຕາມ ແລະ ສະແຫວງຫາດ້ວຍຄວາມແຮງກ້າ ແລະ ເຕັມໃຈປະຕິບັດຕາມເມື່ອພຣະເຈົ້າເວົ້າ. ແຕ່ເມື່ອພຣະເຈົ້າບໍ່ເວົ້າ, ພວກເຂົາກໍບໍ່ກ້າວໄປຂ້າງໜ້າອີກຕໍ່ໄປ. ຜູ້ຄົນຍັງບໍ່ເຂົ້າໃຈໃຈຄວາມປະສົງຂອງພຣະເຈົ້າພາຍໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມຮັກທີ່ເກີດຂຶ້ນໂດຍທໍາມະຊາດຕໍ່ພຣະເຈົ້າ; ໃນອະດີດພວກເຂົາໄດ້ຕິດຕາມພຣະເຈົ້າກໍຍ້ອນວ່າພວກເຂົາຖືກບັງຄັບ. ປັດຈຸບັນນີ້ ມີບາງຄົນທີ່ເບື່ອໜ່າຍກັບພາລະກິດຂອງພຣະເຈົ້າ. ແລ້ວຜູ້ຄົນດັ່ງກ່າວບໍ່ໄດ້ຕົກຢູ່ໃນອັນຕະລາຍບໍ? ມີຫຼາຍຄົນທີ່ຢູ່ໃນສະພາວະທີ່ພຽງແຕ່ໃຊ້ຊີວິດຮັບມືກັບບັນຫາ. ເຖິງແມ່ນວ່າພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ, ພວກເຂົາປະຕິບັດຢ່າງບໍ່ເຕັມໃຈ ແລະ ພວກເຂົາກໍບໍ່ມີແຮງຜັກດັນທີ່ພວກເຂົາເຄີຍມີ ແລະ ຄົນສ່ວນຫຼາຍບໍ່ສົນໃຈໃນພາລະກິດແຫ່ງການເຮັດໃຫ້ບໍລິສຸດ ແລະ ການເຮັດໃຫ້ສົມບູນແບບຂອງພຣະເຈົ້າ ແລະ ແນ່ນອນແລ້ວ ມັນຄືກັບວ່າ ພວກເຂົາບໍ່ເຄີຍມີແຮງຜັກດັນໃດເລີຍຈາກພາຍໃນທີ່ສະໝໍ່າສະເໝີ. ເມື່ອພວກເຂົາເອົາຊະນະການຝ່າຝືນ, ພວກເຂົາບໍ່ຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ຫຼື ພວກເຂົາບໍ່ຮູ້ສຶກເສຍໃຈເລີຍ. ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ອອກຫ່າງຈາກຄຣິສຕະຈັກ ແລະ ກົງກັນຂ້າມ ພວກເຂົາສະແຫວງຫາພຽງແຕ່ຄວາມເພິ່ງພໍໃຈຊົ່ວຄາວເທົ່ານັ້ນ. ຄົນເຫຼົ່ານີ້ໂງ່ຈ້າຫຼາຍ ໂງ່ຈ້າທີ່ສຸດ! ເມື່ອເວລາມາເຖິງ, ພວກເຂົາທັງໝົດຈະຖືກໄລ່ອອກ ແລະ ຈະບໍ່ມີໃຜລອດແມ່ນແຕ່ຄົນດຽວ! ເຈົ້າຄິດວ່າ ຖ້າບາງຄົນໄດ້ຖືກຊ່ວຍໃຫ້ລອດພົ້ນຄັ້ງໜຶ່ງແລ້ວ ພວກເຂົາຈະຖືກຊ່ວຍໃຫ້ລອດພົ້ນສະເໝີໄປບໍ? ຄວາມເຊື່ອນີ້ເປັນພຽງການຫຼອກລວງລ້ວນໆ! ບັນດາຜູ້ທີ່ບໍ່ສະແຫວງຫາການເຂົ້າສູ່ຊີວິດທັງໝົດຈະຖືກຕີສອນ. ຫຼາຍຄົນບໍ່ມີຄວາມສົນໃຈຢ່າງແນ່ນອນໃນການເຂົ້າສູ່ຊີວິດ, ໃນນິມິດ ຫຼື ໃນການນຳເອົາຄວາມຈິງເຂົ້າສູ່ການປະຕິບັດ. ພວກເຂົາບໍ່ສະແຫວງຫາການເຂົ້າເຖິງ ແລະ ແນ່ນອນ ພວກເຂົາຈະບໍ່ສະແຫວງຫາການເຂົ້າເຖິງຢ່າງເລິກເຊິ່ງກວ່ານີ້ອີກ. ບໍ່ແມ່ນພວກເຂົາກຳລັງທຳລາຍຕົວເອງບໍ? ປັດຈຸບັນນີ້, ມີຄົນຈໍານວນໜຶ່ງທີ່ມີເງື່ອນໄຂດີຂຶ້ນເລື້ອຍໆ. ຍິ່ງພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍເທົ່າໃດ ພວກເຂົາຍິ່ງມີຄວາມໝັ້ນໃຈຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງພວກເຂົາມີປະສົບການຫຼາຍເທົ່າໃດ ພວກເຂົາຍິ່ງຮູ້ສຶກເຖິງຄວາມເລິກລັບອັນເລິກເຊິ່ງແຫ່ງພາລະກິດຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ຍິ່ງພວກເຂົາເຂົ້າເຖິງເລິກເທົ່າໃດ, ພວກເຂົາຍິ່ງເຂົ້າໃຈຫຼາຍຂຶ້ນເທົ່ານັ້ນ. ພວກເຂົາຮູ້ສຶກວ່າ ຄວາມຮັກຂອງພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍ, ພວກເຂົາຮູ້ສຶກໝັ້ນຄົງ ແລະ ໄດ້ຮັບແສງສະຫວ່າງຢູ່ພາຍໃນພວກເຂົາເອງ. ພວກເຂົາມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ. ຜູ້ຄົນເຫຼົ່ານີ້ຄືຄົນທີ່ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດຕໍ່. ບາງຄົນເວົ້າວ່າ “ເຖິງແມ່ນວ່າບໍ່ມີພຣະທຳໃໝ່ຈາກພຣະເຈົ້າ, ຂ້ານ້ອຍຍັງຕ້ອງໄດ້ສະແຫວງຫາເພື່ອເຂົ້າເຖິງຄວາມຈິງໃຫ້ເລິກເຊິ່ງກວ່າເກົ່າ, ຂ້ານ້ອຍຕ້ອງຈິງຈັງກັບທຸກໆສິ່ງໃນປະສົບການຕົວຈິງຂອງຂ້ານ້ອຍ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ”. ຄົນປະເພດນີ້ມີພາລະກິດຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ສະແດງໃບໜ້າຂອງພຣະອົງ ແລະ ປິດບັງຈາກທຸກຄົນ ແລະ ພຣະອົງບໍ່ໄດ້ກ່າວພຣະທຳໃດໆ ແລະ ມີຫຼາຍຄັ້ງທີ່ຜູ້ຄົນປະສົບກັບການເຮັດໃຫ້ບໍລິສຸດພາຍໃນ, ແຕ່ພຣະເຈົ້າກໍບໍ່ໄດ້ຫຼົບໜີຈາກຜູ້ຄົນໂດຍສິ້ນເຊິ່ງ. ຖ້າຜູ້ຄົນບໍ່ສາມາດຮັກສາຄວາມຈິງທີ່ພວກເຂົາຄວນປະຕິບັດ, ພວກເຂົາກໍຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ໃນຊ່ວງໄລຍະຂອງການເຮັດໃຫ້ບໍລິສຸດ, ໄລຍະທີ່ພຣະເຈົ້າບໍ່ສະແດງຕົວຕົນ, ຖ້າເຈົ້າບໍ່ມີຄວາມໝັ້ນໃຈ ແຕ່ກົງກັນຂ້າມ ທໍ້ຖອຍໄປ, ຖ້າເຈົ້າບໍ່ສຸມໃສ່ການປະສົບພຣະທຳຂອງພຣະອົງ, ເຈົ້າກໍກໍາລັງຫຼົບໜີຈາກພາລະກິດຂອງພຣະເຈົ້າ. ຫຼັງຈາກນັ້ນ, ເຈົ້າກໍຈະເປັນໜຶ່ງໃນຜູ້ຄົນເຫຼົ່ານັ້ນທີ່ຖືກໄລ່ອອກໄປ. ບັນດາຜູ້ທີ່ບໍ່ສະແຫວງຫາເພື່ອເຂົ້າເຖິງພຣະທຳຂອງພຣະເຈົ້າ ບໍ່ສາມາດຢືນເປັນພະຍານໃຫ້ພຣະອົງໄດ້. ຄົນທີ່ສາມາດເປັນພະຍານໃຫ້ພຣະເຈົ້າ ແລະ ເຮັດຕາມຄວາມປະສົງຂອງພຣະອົງນັ້ນລ້ວນແຕ່ຕ້ອງໄດ້ເພິ່ງພາແຮງຜັກດັນຂອງພວກເຂົາເພື່ອສະແຫວງຫາພຣະທຳຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນ ຕົ້ນຕໍແລ້ວແມ່ນເພື່ອໃຫ້ພວກເຂົາໄດ້ຮັບຄວາມຈິງ; ການທີ່ເຈົ້າສະແຫວງຫາຊີວິດ ນັ້ນກໍເພື່ອເຮັດໃຫ້ຕົວເຈົ້າເອງສົມບູນແບບ ແລະ ທັງໝົດນັ້ນແມ່ນເພື່ອເຮັດໃຫ້ເຈົ້າເໝາະສົມສຳລັບການນຳໃຊ້ຂອງພຣະເຈົ້າ. ທັງໝົດທີ່ເຈົ້າກຳລັງສະແຫວງຫາຢູ່ຕອນນີ້ ແມ່ນການໄດ້ຍິນຄວາມເລິກລັບຕ່າງໆ, ການຟັງພຣະທຳຂອງພຣະເຈົ້າ, ການລ້ຽງດວງຕາຂອງເຈົ້າ ແລະ ການແຍງເບິ່ງວ່າມີບາງສິ່ງໃຫມ່ ຫຼື ມີແນວໂນ້ມຫຍັງບໍ ແລະ ດ້ວຍເຫດນັ້ນ ຈຶ່ງສະໜອງຄວາມຢາກຮູ້ຢາກເຫັນຂອງເຈົ້າ. ຖ້ານີ້ແມ່ນຄວາມຕັ້ງໃຈໃນໃຈຂອງເຈົ້າ, ບໍ່ມີທາງທີ່ເຈົ້າຈະບັນລຸຂໍ້ກໍານົດຂອງພຣະເຈົ້າໄດ້. ບັນດາຜູ້ທີ່ບໍ່ສະແຫວງຫາຄວາມຈິງບໍ່ສາມາດປະຕິບັດຕາມຈົນເຖິງທີ່ສຸດໄດ້. ປັດຈຸບັນນີ້, ບໍ່ແມ່ນວ່າພຣະເຈົ້າບໍ່ກະທຳບາງສິ່ງ ແຕ່ກົງກັນຂ້າມແມ່ນຜູ້ຄົນທີ່ບໍ່ຮ່ວມມືກັບພຣະອົງ, ຍ້ອນວ່າພວກເຂົາເບື່ອໜ່າຍກັບພາລະກິດຂອງພຣະເຈົ້າ. ພວກເຂົາຢາກໄດ້ຍິນພຣະທຳແຫ່ງການອວຍພອນຂອງພຣະອົງເທົ່ານັ້ນ ແລະ ພວກເຂົາບໍ່ປາດຖະໜາທີ່ຈະໄດ້ຍິນພຣະທຳແຫ່ງການພິພາກສາ ແລະ ການຕີສອນ. ແມ່ນຫຍັງຄືເຫດຜົນສຳລັບເລື່ອງນີ້? ກໍເຫດຜົນກໍຄືຄວາມປາດຖະໜາຂອງຄົນເພື່ອໄດ້ຮັບການອວຍພອນນັ້ນຍັງບໍ່ທັນໄດ້ຖືກບັນລຸ ແລະ ດັ່ງນັ້ນ ພວກເຂົາຈຶ່ງມີແນວຄິດລົບ ແລະ ອ່ອນແອອີກດ້ວຍ. ມັນບໍ່ແມ່ນວ່າພຣະເຈົ້າຕັ້ງໃຈບໍ່ອະນຸຍາດໃຫ້ຄົນຕິດຕາມພຣະອົງ ຫຼື ບໍ່ແມ່ນວ່າພຣະອົງຕັ້ງໃຈສົ່ງເຫດຮ້າຍມາສູ່ມະນຸດຊາດ. ຜູ້ຄົນມີແນວຄິດລົບ ແລະ ອ່ອນແອກໍຍ້ອນຄວາມຕັ້ງໃຈຂອງພວກເຂົາບໍ່ເໝາະສົມເທົ່ານັ້ນ. ພຣະເຈົ້າແມ່ນພຣະເຈົ້າທີ່ໃຫ້ຊີວິດແກ່ມະນຸດ ແລະ ພຣະອົງບໍ່ສາມາດນຳມະນຸດໄປສູ່ຄວາມຕາຍໄດ້. ການມີແນວຄິດລົບ, ຄວາມອ່ອນແອ ແລະ ການທໍ້ຖອຍຂອງຄົນ ທັງໝົດນັ້ນລ້ວນແລ້ວແຕ່ເກີດຈາກການປະຕິບັດຂອງພວກເຂົາເອງ.
ພາລະກິດປັດຈຸບັນຂອງພຣະເຈົ້ານຳເອົາການຫຼໍ່ຫຼອມບາງຢ່າງມາສູ່ຜູ້ຄົນ ແລະ ມີພຽງບັນດາຜູ້ທີ່ສາມາດຕັ້ງໝັ້ນຢູ່ໃນການເຮັດໃຫ້ບໍລິສຸດນີ້ເທົ່ານັ້ນທີ່ຈະໄດ້ຮັບການຍອມຮັບຈາກພຣະເຈົ້າ. ບໍ່ວ່າພຣະອົງຈະປົກປິດຕົວພຣະອົງເອງແນວໃດກໍຕາມ, ບໍ່ວ່າຈະບໍ່ເວົ້າ ຫຼື ບໍ່ປະຕິບັດພາລະກິດ, ເຈົ້າຍັງສາມາດສະແຫວງຫາດ້ວຍຄວາມແຮງກ້າ. ເຖິງແມ່ນວ່າພຣະເຈົ້າໄດ້ເວົ້າວ່າພຣະອົງຈະປະຕິເສດເຈົ້າ, ເຈົ້າກໍຍັງຈະຕິດຕາມພຣະອົງຢູ່. ນີ້ແມ່ນການຢືນເປັນພະຍານໃຫ້ກັບພຣະເຈົ້າ. ຖ້າພຣະເຈົ້າປົກປິດພຣະອົງເອງຈາກເຈົ້າ ແລະ ເຈົ້າກໍຢຸດຕິດຕາມພຣະອົງ, ແລ້ວນີ້ແມ່ນການຢືນເປັນພະຍານໃຫ້ກັບພຣະເຈົ້າບໍ? ຖ້າຄົນບໍ່ເຂົ້າເຖິງຢ່າງແທ້ຈິງ, ພວກເຂົາກໍຈະບໍ່ມີວຸດທິພາວະທີ່ແທ້ຈິງ ແລະ ເມື່ອພວກເຂົາພົບກັບການທົດລອງຄັ້ງໃຫຍ່ຢ່າງແທ້ຈິງ, ພວກເຂົາກໍຈະສະດຸດ. ເມື່ອພຣະເຈົ້າບໍ່ໄດ້ກ່າວ ຫຼື ປະຕິບັດໃນສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍຈະບໍ່ເຫັນດີນຳ. ຖ້າພຣະເຈົ້າປະຕິບັດຕາມແນວຄິດຂອງເຈົ້າໃນປັດຈຸບັນ, ຖ້າພຣະອົງເຮັດຕາມຄວາມປະສົງຂອງເຈົ້າ ແລະ ເຈົ້າສາມາດຢືນຂຶ້ນ ແລະ ສະແຫວງຫາດ້ວຍຄວາມແຮງກ້າ, ແລ້ວແມ່ນຫຍັງຈະເປັນພື້ນຖານທີ່ເຈົ້າດໍາລົງຊີວິດຢູ່? ເຮົາເວົ້າວ່າ ມີຫຼາຍຄົນທີ່ດໍາລົງຊີວິດຢູ່ດ້ວຍການອາໄສຄວາມຢາກຮູ້ຢາກເຫັນຂອງມະນຸດທັງໝົດ. ພວກເຂົາບໍ່ມີມັນໃນຫົວໃຈອັນແທ້ຈິງແຫ່ງການສະແຫວງຫາຢ່າງແນ່ນອນ. ບັນດາຜູ້ທີ່ບໍ່ສະແຫວງຫາການເຂົ້າສູ່ຄວາມຈິງ ແຕ່ອາໄສຄວາມຢາກຮູ້ຢາກເຫັນໃນຊີວິດຂອງພວກເຂົາ ແມ່ນເປັນຄົນໜ້າລັງກຽດ ແລະ ພວກເຂົາກໍຕົກຢູ່ໃນອັນຕະລາຍ! ພາລະກິດຫຼາກຫຼາຍປະເພດຂອງພຣະເຈົ້າຖືກປະຕິບັດທັງໝົດແມ່ນເພື່ອເຮັດໃຫ້ມະນຸດຊາດສົມບູນແບບ. ແນວໃດກໍຕາມ, ຄົນກໍຢາກຮູ້ຢາກເຫັນຢູ່ສະເໝີ, ພວກເຂົາມັກສອບຖາມກ່ຽວກັບຂ່າວລື, ພວກເຂົາກັງວົນກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນໃນຕ່າງແດນ, ຍົກຕົວຢ່າງ: ມີຫຍັງກຳລັງເກີດຂຶ້ນຢູ່ປະເທດອິດສະລາເອັນ ຫຼື ຖ້າມີແຜ່ນດິນໄຫວເກີດຂຶ້ນຢູ່ປະເທດອີຢິບ ພວກເຂົາກໍຈະຊອກຫາສິ່ງແປກໃຫມ່ຢູ່ສະເໝີ ເພື່ອຕອບສະໜອງຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາ. ພວກເຂົາບໍ່ໄດ້ສະແຫວງຫາຊີວິດ ຫຼື ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງສະແຫວງຫາໃຫ້ວັນຂອງພຣະເຈົ້າມາເຖິງໄວໆ ເພື່ອວ່າຄວາມຝັນອັນງົດງາມຂອງພວກເຂົາອາດຈະກາຍເປັນຈິງ ແລະ ຄວາມປາດຖະໜາເກີນເຫດຜົນຂອງພວກເຂົາຈະໄດ້ບັນລຸຜົນ. ຄົນປະເພດນັ້ນບໍ່ແມ່ນຄົນທີ່ມີເຫດຜົນ, ພວກເຂົາເປັນຄົນທີ່ມີມຸມມອງທີ່ບໍ່ເໝາະສົມ. ມີພຽງການສະແຫວງຫາຄວາມຈິງແມ່ນຮາກຖານຂອງການເຊື່ອໃນພຣະເຈົ້າຂອງມວນມະນຸດ ແລະ ຖ້າຄົນບໍ່ສະແຫວງຫາການເຂົ້າສູ່ຊີວິດ, ຖ້າພວກເຂົາບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈແລ້ວ, ພວກເຂົາກໍຈະຖືກລົງໂທດ. ບັນດາຜູ້ທີ່ຖືກລົງໂທດແມ່ນບັນດາຜູ້ທີ່ບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນຊ່ວງເວລາແຫ່ງການປະຕິບັດພາລະກິດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 468)
ຜູ້ຄົນຄວນຮ່ວມມືກັບພຣະເຈົ້າໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງແນວໃດ? ປັດຈຸບັນນີ້ ພຣະເຈົ້າກຳລັງທົດສອບມະນຸດຢູ່. ພຣະອົງບໍ່ໄດ້ກ່າວພຣະທຳໃດໆ ແຕ່ກໍາລັງປົກປິດພຣະອົງເອງຢູ່ ແລະ ບໍ່ໄດ້ຕິດຕໍ່ກັບຄົນໂດຍກົງ. ຈາກພາຍນອກ, ເບິ່ງຄືກັບວ່າພຣະອົງບໍ່ໄດ້ປະຕິບັດພາລະກິດ, ແຕ່ຄວາມຈິງຄື ພຣະອົງກຳລັງປະຕິບັດພາລະກິດໃນຕົວມະນຸດຢູ່. ທຸກຄົນທີ່ກຳລັງສະແຫວງຫາການເຂົ້າສູ່ຊີວິດແມ່ນມີນິມິດສຳລັບການສະແຫວງຫາຊີວິດຂອງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາບໍ່ທັນເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບພາລະກິດຂອງພຣະເຈົ້າ ພວກເຂົາກໍບໍ່ມີຄວາມສົງໄສ. ເມື່ອໄດ້ຮັບການທົດລອງ, ເຖິງແມ່ນວ່າ ເມື່ອເຈົ້າບໍ່ຮູ້ວ່າພຣະເຈົ້າຕ້ອງການກະທຳສິ່ງໃດ ແລະ ພາລະກິດໃດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ເຈົ້າຄວນຮູ້ວ່າຄວາມຕັ້ງໃຈຂອງພຣະເຈົ້າເພື່ອມວນມະນຸດນັ້ນດີສະເໝີ. ຖ້າເຈົ້າສະແຫວງຫາພຣະອົງດ້ວຍໃຈຈິງ, ພຣະອົງກໍຈະບໍ່ມີວັນປະຖິ້ມເຈົ້າ ແລະ ໃນທີ່ສຸດ ພຣະອົງຈະເຮັດໃຫ້ເຈົ້າສົມບູນແບບຢ່າງແນ່ນອນ ແລະ ນຳຜູ້ຄົນໄປຍັງຈຸດໝາຍປາຍທາງທີ່ເໝາະສົມ. ປັດຈຸບັນນີ້ ບໍ່ວ່າພຣະເຈົ້າກຳລັງທົດສອບມະນຸດແນວໃດກໍຕາມ, ຈະມີວັນໜຶ່ງເມື່ອພຣະອົງສະໜອງຜົນໄດ້ຮັບທີ່ເໝາະສົມໃຫ້ແກ່ຄົນ ແລະ ໃຫ້ການຕອບແທນທີ່ເໝາະສົມແກ່ພວກເຂົາຕາມສິ່ງທີ່ພວກເຂົາໄດ້ເຮັດ. ພຣະເຈົ້າຈະບໍ່ນຳພາຄົນໄປເຖິງຈຸດໃດໜຶ່ງ ແລະ ຈາກນັ້ນກໍໄລ່ເຂົາອອກໄປທາງຂ້າງ ແລະ ບໍ່ຮັບຮູ້ພວກເຂົາ. ນີ້ກໍຍ້ອນວ່າພຣະອົງແມ່ນພຣະເຈົ້າອົງຊື່ສັດ. ໃນຂັ້ນຕອນນີ້, ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດແຫ່ງການເຮັດໃຫ້ບໍລິສຸດຢູ່. ພຣະອົງກຳລັງເຮັດໃຫ້ທຸກຄົນບໍລິສຸດ. ໃນບາດກ້າວແຫ່ງພາລະກິດຂອງການທົດລອງກ່ຽວກັບຄວາມຕາຍ ແລະ ການທົດລອງກ່ຽວກັບການຕີສອນ, ການເຮັດໃຫ້ບໍລິສຸດຖືກປະຕິບັດຜ່ານທາງພຣະທຳ. ເພື່ອໃຫ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ກ່ອນອື່ນໝົດ ພວກເຂົາຕ້ອງເຂົ້າໃຈພາລະກິດປັດຈຸບັນຂອງພຣະອົງ ແລະ ເຂົ້າໃຈວ່າມະນຸດຊາດຄວນຮ່ວມມືແນວໃດ. ແທ້ທີ່ຈິງແລ້ວ ນີ້ແມ່ນສິ່ງທີ່ທຸກຄົນຄວນເຂົ້າໃຈ. ບໍ່ວ່າພຣະເຈົ້າກະທຳສິ່ງໃດ, ບໍ່ວ່າເປັນການເຮັດໃຫ້ບໍລິສຸດ ຫຼື ການທີ່ພຣະອົງບໍ່ໄດ້ກ່າວ, ທຸກໆບາດກ້າວແຫ່ງພາລະກິດຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບແນວຄວາມຄິດຂອງມະນຸດ. ແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກແບ່ງອອກເປັນຫຼາຍພາກສ່ວນ ແລະ ທະລຸແນວຄວາມຄິດຂອງຄົນ. ນີ້ແມ່ນພາລະກິດຂອງພຣະອົງ. ແຕ່ເຈົ້າຕ້ອງເຊື່ອວ່າ ຍ້ອນພາລະກິດຂອງພຣະເຈົ້າມາເຖິງຂັ້ນຕອນໃດໜຶ່ງ, ບໍ່ວ່າສິ່ງໃດກໍຕາມ ພຣະອົງຈະບໍ່ຂ້າມະນຸດທັງໝົດໃຫ້ຕາຍ. ພຣະອົງມອບທັງຄຳສັນຍາ ແລະ ພອນໃຫ້ແກ່ມະນຸດຊາດ ແລະ ບັນດາຜູ້ທີ່ສະແຫວງຫາພຣະອົງທັງໝົດຈະສາມາດໄດ້ຮັບພອນຂອງພຣະອົງ ແລະ ສໍາລັບບັນດາຜູ້ທີ່ບໍ່ສະແຫວງຫາພຣະອົງຈະຖືກພຣະເຈົ້າໂຍນອອກ. ສິ່ງນີ້ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າ. ບໍ່ວ່າສິ່ງໃດກໍຕາມ, ເຈົ້າຕ້ອງເຊື່ອວ່າເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ, ທຸກຄົນກໍຈະມີຈຸດໝາຍປາຍທາງທີ່ເໝາະສົມ. ພຣະເຈົ້າໄດ້ສະໜອງແຮງບັນດານໃຈອັນງົດງາມໃຫ້ແກ່ມວນມະນຸດ, ແຕ່ຖ້າພວກເຂົາບໍ່ສະແຫວງຫາ, ພວກເຂົາກໍບໍ່ສາມາດບັນລຸພວກມັນໄດ້. ຕອນນີ້ ເຈົ້າຄວນສາມາດເຫັນສິ່ງນີ້ໄດ້ແລ້ວ, ການເຮັດໃຫ້ບໍລິສຸດຂອງພຣະເຈົ້າ ແລະ ການຕີສອນຜູ້ຄົນແມ່ນພາລະກິດຂອງພຣະອົງ. ແຕ່ສຳລັບຜູ້ຄົນ, ຕ້ອງສະແຫວງຫາການປ່ຽນແປງອຸປະນິໄສຕະຫຼອດເວລາ. ໃນປະສົບການຕົວຈິງຂອງເຈົ້າ, ກ່ອນອື່ນໝົດ ເຈົ້າຕ້ອງຮູ້ວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເຈົ້າຕ້ອງຊອກຫາພາຍໃນພຣະທໍາຂອງພຣະອົງວ່າເຈົ້າຄວນເຂົ້າຫາສິ່ງໃດ ແລະ ຂໍ້ບົກຜ່ອງຂອງເຈົ້າເອງ, ເຈົ້າຄວນສະແຫວງຫາການເຂົ້າສູ່ປະສົບການຕົວຈິງຂອງເຈົ້າ ແລະ ນໍາເອົາສ່ວນຂອງພຣະທຳຂອງພຣະເຈົ້າທີ່ຄວນນຳເອົາໄປປະຕິບັດ ແລະ ພະຍາຍາມປະຕິບັດຕາມນັ້ນ. ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າແມ່ນດ້ານໜຶ່ງ. ນອກຈາກນັ້ນ ຊີວິດຂອງຄຣິສຕະຈັກກໍຕ້ອງໄດ້ຖືກຮັກສາໄວ້, ເຈົ້າຕ້ອງມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ເຈົ້າຕ້ອງສາມາດມອບສະຖານະປັດຈຸບັນທັງໝົດຂອງເຈົ້າໃຫ້ແກ່ພຣະເຈົ້າ. ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງແນວໃດ, ຊີວິດຝ່າຍວິນຍານຂອງເຈົ້າຄວນຢູ່ໃນສະພາວະປົກກະຕິ. ຊີວິດຝ່າຍວິນຍານສາມາດຮັກສາການເຂົ້າເຖິງທີ່ເໝາະສົມຂອງເຈົ້າໄດ້. ບໍ່ວ່າພຣະເຈົ້າຈະກະທຳສິ່ງໃດ, ເຈົ້າຍັງຈະສາມາດດຳເນີນຊີວິດຝ່າຍວິນຍານຂອງເຈົ້າໄດ້ຢ່າງຕໍ່ເນື່ອງ ແລະ ບັນລຸໜ້າທີ່ຂອງເຈົ້າໄດ້. ນີ້ແມ່ນສິ່ງທີ່ຄົນຄວນປະຕິບັດ. ມັນແມ່ນພາລະກິດທັງໝົດຂອງພຣະວິນຍານບໍລິສຸດ, ແຕ່ສຳລັບບັນດາຜູ້ທີ່ມີເງື່ອນໄຂປົກກະຕິ ມັນແມ່ນການຖືກເຮັດໃຫ້ສົມບູນແບບ. ສຳລັບບັນດາຜູ້ທີ່ມີເງື່ອນໄຂບໍ່ປົກກະຕິ ມັນແມ່ນການທົດລອງ. ໃນຂັ້ນຕອນປັດຈຸບັນແຫ່ງພາລະກິດການເຮັດໃຫ້ບໍລິສຸດຂອງພຣະວິນຍານບໍລິສຸດ, ບາງຄົນເວົ້າວ່າພາລະກິດຂອງພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍ ແລະ ຜູ້ຄົນຕ້ອງການການເຮັດໃຫ້ບໍລິສຸດຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ວຸດທິພາວະຂອງພວກເຂົາກໍຈະຕໍ່າຫຼາຍ ແລະ ພວກເຂົາຈະບໍ່ມີທາງທີ່ຈະບັນລຸຄວາມປະສົງຂອງພຣະເຈົ້າໄດ້. ແນວໃດກໍຕາມ, ສຳລັບບັນດາຜູ້ມີເງື່ອນໄຂທີ່ບໍ່ດີ, ມັນກາຍເປັນເຫດຜົນທີ່ຈະບໍ່ສະແຫວງຫາພຣະເຈົ້າ ແລະ ເປັນເຫດຜົນທີ່ຈະບໍ່ເຂົ້າຮ່ວມການຊຸມນຸມ ຫຼື ກິນ ແລະ ດື່ມ ພຣະທຳຂອງພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ບໍ່ວ່າພຣະອົງກະທຳສິ່ງໃດ ຫຼື ການປ່ຽນແປງໃດທີ່ພຣະອົງສົ່ງຜົນກະທົບ, ຜູ້ ຄົນຕ້ອງຮັກສາພື້ນຖານຂອງຊີວິດຝ່າຍວິນຍານປົກກະຕິໄວ້. ບາງທີເຈົ້າອາດບໍ່ເຄີຍຜ່ອນຜັນໃນຊ່ວງເວລາປັດຈຸບັນນີ້ຂອງຊີວິດຝ່າຍວິນຍານຂອງເຈົ້າ, ແຕ່ເຈົ້າຍັງບໍ່ທັນໄດ້ຮັບຫຼາຍເທື່ອ ແລະ ຍັງບໍ່ທັນໄດ້ເກັບກ່ຽວຜົນປະໂຫຍດຫຼາຍປານໃດ. ພາຍໃຕ້ສະຖານະການເຫຼົ່ານີ້ ເຈົ້າຍັງຕ້ອງປະຕິບັດຕາມກົດ; ເຈົ້າຕ້ອງປະຕິບັດຕາມກົດເຫຼົ່ານີ້ເພື່ອທີ່ຈະບໍ່ຕ້ອງທົນທຸກກັບຄວາມສູນເສຍໃນຊີວິດຂອງເຈົ້າ ແລະ ເພື່ອວ່າເຈົ້າຈະໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າ. ຖ້າຊີວິດຝ່າຍຈິດວິນຍານຂອງເຈົ້າບໍ່ປົກກະຕິ, ເຈົ້າກໍບໍ່ສາມາດເຂົ້າໃຈພາລະກິດປັດຈຸບັນຂອງພຣະເຈົ້າໄດ້ ແລະ ກົງກັນຂ້າມ ເຈົ້າຈະຮູ້ສຶກໄດ້ສະເໝີວ່າມັນເຂົ້າກັນບໍ່ໄດ້ກັບແນວຄິດຂອງຕົວເຈົ້າເອງ ແລະ ເຖິງແມ່ນວ່າເຈົ້າເຕັມໃຈທີ່ຈະຕິດຕາມພຣະອົງ, ແຕ່ເຈົ້າຂາດແຮງຜັກດັນພາຍໃນ. ດັ່ງນັ້ນ ບໍ່ວ່າພຣະເຈົ້າກຳລັງກະທຳສິ່ງໃດ, ຄົນກໍຕ້ອງຮ່ວມມື. ຖ້າຄົນບໍ່ຮ່ວມມື ພຣະວິນຍານບໍລິສຸດກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ຖ້າຄົນບໍ່ມີຫົວໃຈທີ່ຈະຮ່ວມມື ແລ້ວພວກເຂົາກໍຍາກທີ່ຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າເຈົ້າຕ້ອງການໃຫ້ມີພາລະກິດຂອງພຣະວິນຍານບໍລິສຸດຢູ່ໃນຕົວເຈົ້າ ແລະ ຕ້ອງການໄດ້ຮັບການເຫັນດີຈາກພຣະເຈົ້າແລ້ວ, ເຈົ້າຕ້ອງຮັກສາຄວາມຈົງຮັກພັກດີດັ່ງເດີມຂອງເຈົ້າໄວ້ຢູ່ຕໍ່ໜ້າພຣະເຈົ້າ. ປັດຈຸບັນນີ້, ເຈົ້າບໍ່ຈຳເປັນຕ້ອງມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນ, ທິດສະດີທີ່ສູງຂຶ້ນ ຫຼື ສິ່ງອື່ນໆດັ່ງກ່າວ, ທັງໝົດທີ່ຕ້ອງການຄືໃຫ້ເຈົ້າຮັກສາພຣະທຳຂອງພຣະເຈົ້າໄວ້ບົນຮາກຖານເດີມ. ຖ້າຄົນບໍ່ຮ່ວມມືກັບພຣະເຈົ້າ ແລະ ບໍ່ສະແຫວງຫາການເຂົ້າເຖິງທີ່ເລິກເຊິ່ງຂຶ້ນກວ່າເກົ່າ, ພຣະເຈົ້າຈະເອົາສິ່ງທີ່ເຂົາເຄີຍມີນັ້ນໄປ. ຢູ່ພາຍໃນ, ຜູ້ຄົນມັກຈະໂລບມາກໂລພາຢູ່ສະເໝີເພື່ອຄວາມສະບາຍ ແລະ ຢາກຈະຊື່ນຊົມກັບສິ່ງທີ່ມີຢູ່ແລ້ວ. ພວກເຂົາຕ້ອງການໄດ້ຮັບຄຳສັນຍາຂອງພຣະເຈົ້າໂດຍບໍ່ຕ້ອງຈ່າຍຄ່າໃດໆເລີຍ. ສິ່ງເຫຼົ່ານີ້ແມ່ນຄວາມຄິດທີ່ເກີນຂອບເຂດທີ່ມະນຸດຊາດເຮັດໃຫ້ບັນເທິງ. ການໄດ້ຮັບຊີວິດໂດຍບໍ່ຕ້ອງຈ່າຍຄ່າຫຍັງເລີຍ, ມີຫຍັງທີ່ເຄີຍງ່າຍປານນີ້ບໍ? ເມື່ອບາງຄົນເຊື່ອໃນພຣະເຈົ້າ ແລະ ສະແຫວງຫາເພື່ອເຂົ້າສູ່ຊີວິດ ແລະ ສະແຫວງຫາການປ່ຽນແປງອຸປະນິໄສຂອງພວກເຂົາ, ພວກເຂົາຕ້ອງຊົດໃຊ້ ແລະ ບັນລຸສະຖານະທີ່ພວກເຂົາຈະຕິດຕາມພຣະເຈົ້າສະເໝີ ບໍ່ວ່າພຣະອົງກະທຳສິ່ງໃດກໍຕາມ. ນີ້ແມ່ນສິ່ງທີ່ຄົນຕ້ອງປະຕິບັດ. ເຖິງແມ່ນວ່າເຈົ້າປະຕິບັດຕາມທັງໝົດນີ້ຄືກັບກົດລະບຽບ, ເຈົ້າຕ້ອງຕັ້ງໝັ້ນຢູ່ກັບມັນ ແລະ ບໍ່ວ່າການທົດລອງນັ້ນຍິ່ງໃຫຍ່ພຽງໃດ, ເຈົ້າຈະບໍ່ສາມາດປ່ອຍປະລະເລີຍຄວາມສຳພັນປົກກະຕິຂອງເຈົ້າກັບພຣະເຈົ້າໄດ້. ເຈົ້າຄວນສາມາດອະທິຖານ, ຮັກສາຊີວິດຄຣິສຕະຈັກຂອງເຈົ້າ ແລະ ບໍ່ປະຖິ້ມອ້າຍເອື້ອຍນ້ອງຂອງເຈົ້າ. ເມື່ອພຣະເຈົ້າທົດສອບເຈົ້າ, ເຈົ້າຄວນສືບຕໍ່ສະແຫວງຫາຄວາມຈິງ. ນີ້ແມ່ນຂໍ້ກໍານົດຂັ້ນຕ່ຳສຸດສຳລັບຊີວິດຝ່າຍວິນຍານ. ມີຫົວໃຈທີ່ສະແຫວງຫາ ແລະ ພະຍາຍາມຮ່ວມມືຢູ່ສະເໝີ, ໃຊ້ກຳລັງທັງໝົດຂອງເຈົ້າ, ສາມາດເຮັດສິ່ງນີ້ໄດ້ບໍ? ຖ້າຜູ້ຄົນນໍາສິ່ງນີ້ເປັນພື້ນຖານ, ພວກເຂົາຈະສາມາດບັນລຸຄວາມສາມາດໃນການຕັດສິນທີ່ດີ ແລະ ການເຂົ້າສູ່ຄວາມເປັນຈິງ. ມັນງ່າຍທີ່ຈະຍອມຮັບພຣະທຳຂອງພຣະເຈົ້າເມື່ອສະຖານະຂອງຕົວເຈົ້ານັ້ນປົກກະຕິ; ໃນສະຖານະການເຫຼົ່ານີ້ ມັນບໍ່ໄດ້ຮູ້ສຶກຍາກທີ່ຈະປະຕິບັດຄວາມຈິງ ແລະ ເຈົ້າຮູ້ສຶກໄດ້ວ່າພາລະກິດຂອງພຣະເຈົ້ານັ້ນຍິ່ງໃຫຍ່. ແຕ່ຖ້າເງື່ອນໄຂຂອງເຈົ້ານັ້ນບໍ່ດີ, ບໍ່ວ່າພາລະກິດຂອງພຣະເຈົ້າຍິ່ງໃຫຍ່ພຽງໃດ ແລະ ບໍ່ວ່າບາງຄົນເວົ້າມ່ວນພຽງໃດ, ເຈົ້າກໍຈະບໍ່ຫົວຊາ. ເມື່ອເງື່ອນໄຂຂອງຄົນໆໜຶ່ງບໍ່ປົກກະຕິ, ພຣະເຈົ້າບໍ່ສາມາດປະຕິບັດພາລະກິດໃນຕົວພວກເຂົາໄດ້ ແລະ ພວກເຂົາກໍບໍ່ສາມາດບັນລຸການປ່ຽນແປງອຸປະນິໄສຂອງພວກເຂົາໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 469)
ຖ້າຄົນບໍ່ມີຄວາມໝັ້ນໃຈໃດໆ, ມັນບໍ່ງ່າຍເລີຍສໍາລັບພວກເຂົາທີ່ຈະຍ່າງໄປຕາມເສັ້ນທາງນີ້. ປັດຈຸບັນນີ້ ທຸກຄົນສາມາດເຫັນໄດ້ວ່າພາລະກິດຂອງພຣະເຈົ້າບໍ່ໄດ້ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຄົນແມ່ນແຕ່ໜ້ອຍ. ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ເຖິງວ່າຜູ້ຄົນຈະຮັບຮູ້ວ່າ ພວກມັນແມ່ນຄວາມຈິງ, ແຕ່ແນວຄິດກ່ຽວກັບພຣະເຈົ້າຍັງຈະປາກົດຂຶ້ນໃນພວກມັນ. ຖ້າຜູ້ຄົນປາດຖະໜາທີ່ຈະເຂົ້າໃຈຄວາມຈິງ ແລະ ຮັບເອົາມັນ, ພວກເຂົາຕ້ອງມີຄວາມໝັ້ນໃຈ ແລະ ຄວາມມຸ່ງໝັ້ນປາດຖະໜາເພື່ອສາມາດຍຶດໝັ້ນໃນສິ່ງທີ່ພວກເຂົາໄດ້ເຫັນ ແລະ ສິ່ງທີ່ພວກເຂົາໄດ້ຮັບຈາກປະສົບການຂອງພວກເຂົາ. ບໍ່ວ່າພຣະເຈົ້າກະທຳສິ່ງໃດໃນຄົນ, ພວກເຂົາຕ້ອງຮັກສາສິ່ງທີ່ຕົວພວກເຂົາເອງມີຢູ່ນັ້ນໄວ້, ມີຄວາມຈິງໃຈຕໍ່ໜ້າພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ນີ້ແມ່ນໜ້າທີ່ຂອງມະນຸດຊາດ. ຜູ້ຄົນຕ້ອງສະໜັບສະໜູນສິ່ງທີ່ພວກເຂົາຕ້ອງເຮັດ. ການເຊື່ອໃນພຣະເຈົ້າຈໍາເປັນຕ້ອງມີ ການເຊື່ອຟັງຕໍ່ພຣະອົງ ແລະ ປະສົບກັບພາລະກິດຂອງພຣະອົງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນສາມາດເວົ້າໄດ້ວ່າ ສຳລັບມະນຸດ ທັງໝົດແມ່ນຄວາມສົມບູນແບບ, ການເຮັດໃຫ້ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ. ບໍ່ເຄີຍມີແມ່ນແຕ່ຂັ້ນຕອນດຽວແຫ່ງພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງມະນຸດ; ສິ່ງທີ່ມະນຸດໄດ້ຊື່ນຊົມແມ່ນພຣະທຳທີ່ຮຸນແຮງຂອງພຣະເຈົ້າ. ເມື່ອພຣະເຈົ້າມາເຖິງ, ຄົນຄວນຊື່ນຊົມຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພຣະທຳຂອງພຣະອົງນັ້ນຮຸນແຮງພຽງໃດ, ພຣະອົງກໍມາເພື່ອຊ່ວຍມວນມະນຸດໃຫ້ລອດ ແລະ ເຮັດໃຫ້ມະນຸດສົມບູນແບບ. ໃນຖານະເປັນສິ່ງຊົງສ້າງ, ຜູ້ຄົນຄວນປະຕິບັດໃຫ້ສໍາເລັດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າຢູ່ທ່າມກາງການເຮັດໃຫ້ບໍລິສຸດ. ໃນທຸກໆການທົດລອງ ພວກເຂົາຄວນຮັກສາພະຍານທີ່ພວກເຂົາຄວນເປັນ ແລະ ເປັນພະຍານທີ່ດັງກ້ອງສະນັນໃຫ້ແກ່ພຣະເຈົ້າ. ບຸກຄົນທີ່ເຮັດສິ່ງນີ້ ແມ່ນຜູ້ມີໄຊ. ບໍ່ວ່າພຣະເຈົ້າເຮັດໃຫ້ເຈົ້າບໍລິສຸດແນວໃດ, ເຈົ້າຍັງຄົງມີຄວາມໝັ້ນໃຈທີ່ເຕັມປ່ຽມ ແລະ ບໍ່ເຄີຍສູນເສຍຄວາມໝັ້ນໃຈໃນພຣະເຈົ້າ. ເຈົ້າປະຕິບັດສິ່ງທີ່ມະນຸດຄວນປະຕິບັດ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ຫົວໃຈຂອງມະນຸດຄວນສາມາດກັບມາຫາພຣະອົງໄດ້ຢ່າງເຕັມທີ່ ແລະ ກັບມາຫາພຣະອົງໃນທຸກຊ່ວງເວລາ ນີ້ແມ່ນຜູ້ມີໄຊ. ບັນດາຜູ້ທີ່ພຣະເຈົ້າອ້າງອີງເຖິງວ່າເປັນ “ຜູ້ມີໄຊ” ແມ່ນບັນດາຜູ້ທີ່ຍັງສາມາດຢືນຢັດເປັນພະຍານ ແລະ ຮັກສາຄວາມໝັ້ນໃຈ ແລະ ຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າເມື່ອຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຄອບງຳໂດຍຊາຕານ, ນັ້ນຄື ເມື່ອຕົກຢູ່ໃນອຳນາດຂອງຄວາມມືດ. ເມື່ອເຈົ້າຍັງສາມາດຮັກສາຫົວໃຈທີ່ບໍລິສຸດ ແລະ ຄວາມຮັກແທ້ທີ່ມີຕໍ່ພຣະເຈົ້າໄດ້ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ເຈົ້າຢືນຢັດເປັນພະຍານຢູ່ຕໍ່ໜ້າພຣະເຈົ້າ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າອ້າງອີງເຖິງວ່າ ເປັນ “ຜູ້ມີໄຊ”. ຖ້າການສະແຫວງຫາຂອງເຈົ້ານັ້ນດີເລີດເມື່ອພຣະເຈົ້າອວຍພອນເຈົ້າ, ແຕ່ເຈົ້າທໍ້ຖອຍໂດຍບໍ່ໄດ້ຮັບພອນພຣະອົງ, ນີ້ແມ່ນຄວາມບໍລິສຸດບໍ? ໃນເມື່ອເຈົ້າແນ່ໃຈວ່າ ເສັ້ນທາງນີ້ເປັນຈິງ, ເຈົ້າຕ້ອງຕິດຕາມມັນຈົນເຖິງທີ່ສຸດ; ເຈົ້າຄວນຮັກສາໄວ້ເຊິ່ງຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ. ໃນເມື່ອເຈົ້າໄດ້ເຫັນວ່າ ພຣະເຈົ້າເອງໄດ້ມາໃນໂລກເພື່ອເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຄວນມອບຫົວໃຈທັງໝົດໃຫ້ພຣະອົງ. ຖ້າເຈົ້າຍັງສາມາດຕິດຕາມພຣະອົງບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຖິງແມ່ນວ່າພຣະອົງກຳນົດຜົນໄດ້ຮັບທີ່ບໍ່ພໍໃຈສຳລັບເຈົ້າໃນຕອນສຸດທ້າຍ, ກໍນີ້ແມ່ນການຮັກສາຄວາມບໍລິສຸດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖວາຍຮ່າງກາຍຝ່າຍວິນຍານອັນບໍລິສຸດ ແລະ ພົມມະຈັນອັນບໍລິສຸດໃຫ້ແກ່ພຣະເຈົ້າ ໝາຍເຖິງການຮັກສາຫົວໃຈແຫ່ງຄວາມຈິງໃຈຕໍ່ໜ້າພຣະເຈົ້າ. ສຳລັບມວນມະນຸດ, ຄວາມຈິງໃຈແມ່ນຄວາມບໍລິສຸດ ແລະ ການສາມາດມີຄວາມຈິງໃຈຕໍ່ພຣະເຈົ້ານັ້ນ ແມ່ນການຮັກສາຄວາມບໍລິສຸດ. ນີ້ແມ່ນສິ່ງທີ່ເຈົ້າຄວນນຳເອົາໄປປະຕິບັດ. ເມື່ອເຈົ້າຄວນອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າຄວນຊຸມນຸມເພື່ອໂອ້ລົມກັນ ກໍຈົ່ງເຮັດເຊັ່ນນັ້ນ; ເມື່ອເຈົ້າຄວນຮ້ອງເພງສັນລະເສີນ ກໍຈົ່ງຮ້ອງເພງສັນລະເສີນ ແລະ ເມື່ອເຈົ້າຄວນປະຖິ້ມເນື້ອໜັງ ກໍຈົ່ງປະຖິ້ມເນື້ອໜັງ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຈະບໍ່ເບິ່ງຂ້າມມັນ; ເມື່ອເຈົ້າຜະເຊີນກັບການທົດລອງ ກໍຈົ່ງໝັ້ນຄົງ. ນີ້ແມ່ນຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ຖ້າເຈົ້າບໍ່ຮັກສາໃນສິ່ງທີ່ຄົນຄວນປະຕິບັດໄວ້, ຄວາມທຸກທໍລະມານ ແລະ ການແກ້ໄຂບັນຫາຕ່າງໆທັງໝົດໃນອະດີດຂອງເຈົ້າກໍບໍ່ມີປະໂຫຍດຫຍັງເລີຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 470)
ສຳລັບທຸກໆບາດກ້າວແຫ່ງພາລະກິດຂອງພຣະເຈົ້າ, ມີວິທີທາງທີ່ຄົນຄວນໃຫ້ການຮ່ວມມື. ພຣະເຈົ້າເຮັດໃຫ້ຄົນບໍລິສຸດເພື່ອວ່າພວກເຂົາຈະມີຄວາມໝັ້ນໃຈເມື່ອໄດ້ຮັບການເຮັດໃຫ້ບໍລິສຸດ. ພຣະເຈົ້າເຮັດໃຫ້ຄົນບໍລິສຸດເພື່ອວ່າ ພວກເຂົາຈະມີຄວາມໝັ້ນໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເຕັມໃຈຍອມຮັບການເຮັດໃຫ້ບໍລິສຸດຂອງພຣະອົງ ແລະ ຖືກຈັດການ ແລະ ລິຮານໂດຍພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດຢູ່ພາຍໃນຄົນເພື່ອນຳເອົາຄວາມສະຫວ່າງ ແລະ ແສງເຍືອງທາງມາສູ່ພວກເຂົາ ແລະ ເພື່ອໃຫ້ພວກເຂົາຮ່ວມມືກັບພຣະອົງ ແລະ ປະຕິບັດຕາມ. ພຣະເຈົ້າບໍ່ກ່າວໃນລະຫວ່າງການເຮັດໃຫ້ບໍລິສຸດ, ພຣະອົງບໍ່ເປັ່ງສຽງຂອງພຣະອົງອອກມາ, ແຕ່ກໍຍັງມີພາລະກິດທີ່ຜູ້ຄົນຄວນປະຕິບັດ. ເຈົ້າຄວນຮັກສາສິ່ງທີ່ເຈົ້າມີຢູ່ແລ້ວ, ເຈົ້າຄວນຍັງສາມາດອະທິຖານຫາພຣະເຈົ້າ, ໃກ້ຊິດກັບພຣະເຈົ້າ ແລະ ຢືນເປັນພະຍານຢູ່ຕໍ່ໜ້າພຣະເຈົ້າໄດ້; ດ້ວຍວິທີນີ້ເຈົ້າຈຶ່ງຈະສາມາດເຮັດສຳເລັດໜ້າທີ່ຂອງເຈົ້າໄດ້. ພວກເຈົ້າທັງໝົດຄວນເຫັນຢ່າງຊັດເຈນຈາກພາລະກິດຂອງພຣະເຈົ້າວ່າ ການທົດລອງຂອງພຣະອົງກ່ຽວກັບຄວາມໝັ້ນໃຈ ແລະ ຄວາມຮັກຂອງຄົນຮຽກຮ້ອງໃຫ້ພວກເຂົາອະທິຖານຫາພຣະເຈົ້າຫຼາຍຂຶ້ນ ແລະ ໃຫ້ພວກເຂົາຊິມພຣະທຳຂອງພຣະເຈົ້າຕໍ່ໜ້າພຣະອົງຫຼາຍຂຶ້ນ. ຖ້າພຣະເຈົ້າໃຫ້ແສງສະຫວ່າງເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງ ແຕ່ເຈົ້າບໍ່ໄດ້ເອົາສິ່ງໃດໃນນີ້ໄປປະຕິບັດຕາມ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເມື່ອເຈົ້ານຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດ, ເຈົ້າຄວນສາມາດອະທິຖານຫາພຣະອົງໄດ້ ແລະ ເມື່ອເຈົ້າຊິມພຣະທຳຂອງພຣະອົງ ເຈົ້າຄວນເຂົ້າມາຢູ່ຕໍ່ໜ້າພຣະອົງສະເໝີ ແລະ ສະແຫວງຫາ ແລະ ເຕັມໄປດ້ວຍຄວາມໝັ້ນໃຈໃນພຣະອົງ ໂດຍບໍ່ຮູ້ສຶກທໍ້ແທ້ ຫຼື ເຢັນຊາ. ບັນດາຜູ້ທີ່ບໍ່ນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມແມ່ນເຕັມໄປດ້ວຍກຳລັງໃນລະຫວ່າງການຊຸມນຸມ, ແຕ່ຕົກຢູ່ໃນຄວາມມືດເມື່ອພວກເຂົາກັບເມືອເຮືອນ. ມີບາງຄົນທີ່ບໍ່ຕ້ອງການແມ່ນແຕ່ຊຸມນຸມກັນ. ດັ່ງນັ້ນ, ເຈົ້າຕ້ອງເຫັນຢ່າງຊັດເຈນວ່າໜ້າທີ່ໃດທີ່ຄົນເຊັ່ນນີ້ຄວນປະຕິບັດ. ເຈົ້າອາດບໍ່ຮູ້ວ່າຄວາມປະສົງຂອງພຣະເຈົ້າແມ່ນຫຍັງກັນແທ້, ແຕ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້, ເຈົ້າສາມາດອະທິຖານເມື່ອເຈົ້າຄວນອະທິຖານ, ເຈົ້າສາມາດນຳເອົາຄວາມຈິງໄປປະຕິບັດເມື່ອເຈົ້າຄວນປະຕິບັດ ແລະ ເຈົ້າສາມາດປະຕິບັດສິ່ງທີ່ຜູ້ຄົນຄວນປະຕິບັດ. ເຈົ້າສາມາດຮັກສານິມິດເດີມຂອງເຈົ້າໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດຍອມຮັບບາດກ້າວຕໍ່ໄປແຫ່ງພາລະກິດຂອງພຣະເຈົ້າໄດ້ຫຼາຍຂຶ້ນ. ມັນເປັນບັນຫາ ຖ້າເຈົ້າບໍ່ສະແຫວງຫາເມື່ອພຣະເຈົ້າປະຕິບັດພາລະກິດໃນທາງທີ່ລີ້ລັບ. ເມື່ອພຣະອົງກ່າວ ແລະ ເທດສະໜາໃນລະຫວ່າງການຊຸມນຸມ, ເຈົ້າຟັງດ້ວຍຄວາມກະຕືລືລົ້ນ, ແຕ່ເມື່ອພຣະອົງບໍ່ກ່າວ ເຈົ້າກໍຂາດກຳລັງ ແລະ ທໍ້ຖອຍ. ຄົນປະເພດໃດປະພຶດເຊັ່ນນີ້? ນີ້ແມ່ນຜູ້ຄົນທີ່ເລື່ອນລອຍໄປຕາມກະແສ. ພວກເຂົາບໍ່ມີທ່າທາງ, ບໍ່ມີປະຈັກພະຍານ ແລະ ບໍ່ມີນິມິດ! ຄົນສ່ວນຫຼາຍຈະເປັນແບບນີ້. ຖ້າເຈົ້າຍັງສືບຕໍ່ໃນທາງນີ້, ມື້ໜຶ່ງເມື່ອເຈົ້າພົບກັບການທົດລອງອັນຍິ່ງໃຫຍ່, ເຈົ້າກໍຈະຖືກລົງໂທດ. ການມີທ່າທາງແມ່ນສຳຄັນຫຼາຍໃນຂະບວນການເຮັດໃຫ້ຄົນສົມບູນແບບຂອງພຣະເຈົ້າ. ຖ້າເຈົ້າບໍ່ສົງໄສແມ່ນແຕ່ບາດກ້າວດຽວໃນພາລະກິດຂອງພຣະເຈົ້າ, ຖ້າເຈົ້າປະຕິບັດໜ້າທີ່ຂອງມະນຸດໄດ້ສຳເລັດ, ຖ້າເຈົ້າຮັກສາສິ່ງທີ່ພຣະເຈົ້າມີ ແລ້ວນໍາໄປປະຕິບັດດ້ວຍໃຈຈິງ, ນັ້ນໝາຍຄວາມວ່າ ເຈົ້າຈື່ຄຳແນະນຳຂອງພຣະເຈົ້າ ແລະ ບໍ່ວ່າພຣະອົງກະທຳສິ່ງໃດໃນຕອນນີ້ ພວກເຈົ້າບໍ່ໄດ້ລືມຄຳແນະນຳຂອງພຣະອົງ, ຖ້າເຈົ້າ ບໍ່ມີຄວາມສົງໄສໃນພາລະກິດຂອງພຣະອົງ, ຮັກສາທ່າທາງຂອງເຈົ້າ, ຮັກສາຄໍາພະຍານຂອງເຈົ້າ ແລະ ໄດ້ຮັບໄຊຊະນະໃນທຸກບາດກ້າວ, ທ້າຍທີ່ສຸດ ເຈົ້າຈະຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ ແລະ ກາຍເປັນຜູ້ມີໄຊ. ຖ້າພວກເຈົ້າສາມາດຕັ້ງໝັ້ນຜ່ານທຸກບາດກ້າວຂອງການທົດລອງຂອງພຣະເຈົ້າ ແລະ ຖ້າເຈົ້າຍັງສາມາດຍຶດໝັ້ນຈົນເຖິງທີ່ສຸດ, ເຈົ້າກໍແມ່ນຜູ້ມີໄຊ, ເຈົ້າແມ່ນຄົນທີ່ຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ. ຖ້າເຈົ້າບໍ່ສາມາດຕັ້ງໝັ້ນຢູ່ໃນການທົດລອງປັດຈຸບັນຂອງເຈົ້າ, ໃນອະນາຄົດ ມັນຈະຍິ່ງຍາກຂຶ້ນກວ່າອີກ. ຖ້າເຈົ້າປະສົບກັບຄວາມທຸກທໍລະມານພຽງເລັກນ້ອຍ ແລະ ເຈົ້າບໍ່ສະແຫວງຫາຄວາມຈິງ, ທ້າຍທີ່ສຸດເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຈະມີແຕ່ມືເປົ່າ. ມີບາງຄົນທີ່ທໍ້ຖອຍກັບການສະແຫວງຫາຂອງພວກເຂົາເມື່ອພວກເຂົາເຫັນວ່າພຣະເຈົ້າບໍ່ໄດ້ກ່າວຫຍັງເລີຍ ແລະ ຫົວໃຈຂອງພວກເຂົາກໍກະແຈກກະຈາຍໄປ. ນີ້ບໍ່ແມ່ນຄົນໂງ່ບໍ? ຄົນປະເພດເຫຼົ່ານີ້ບໍ່ມີຄວາມເປັນຈິງ. ເມື່ອພຣະເຈົ້າກ່າວ, ພວກເຂົາກໍແລ່ນໄປແລ່ນມາ, ຫຍຸ້ງໆ ແລະ ກະຕືລືລົ້ນຢູ່ຂ້າງນອກສະເໝີ, ແຕ່ຕ່ອນນີ້ເມື່ອພຣະອົງບໍ່ໄດ້ກ່າວ, ພວກເຂົາກໍບໍ່ສະແຫວງຫາອີກຕໍ່ໄປ. ຄົນແບບນີ້ບໍ່ມີອະນາຄົດ. ໃນລະຫວ່າງການເຮັດໃຫ້ບໍລິສຸດ, ເຈົ້າຕ້ອງເຂົ້າສູ່ຈາກມຸມມອງດ້ານບວກ ແລະ ຮຽນຮູ້ບົດຮຽນທີ່ເຈົ້າຄວນຮຽນຮູ້; ເມື່ອເຈົ້າອະທິຖານຫາພຣະເຈົ້າ ແລະ ອ່ານພຣະທຳຂອງພຣະອົງ, ເຈົ້າຄວນສົມທຽບສະຖານະປັດຈຸບັນຂອງເຈົ້າກັບມັນ, ຄົ້ນພົບຄວາມບົກຜ່ອງຂອງເຈົ້າ ແລະ ພົບວ່າເຈົ້າມີບົດຮຽນຢ່າງຫຼວງຫຼາຍທີ່ຕ້ອງຮຽນຮູ້. ຍິ່ງເຈົ້າສະແຫວງຫາເມື່ອໄດ້ຮັບການເຮັດໃຫບໍລິສຸດດ້ວຍໃຈຈິງຫຼາຍເທົ່າໃດ, ເຈົ້າຍິ່ງຈະພົບວ່າຕົວເຈົ້າເອງບໍ່ພຽງພໍຫຼາຍຂຶ້ນເທົ່ານັ້ນ. ເມື່ອເຈົ້າກຳລັງປະສົບກັບການເຮັດໃຫ້ບໍລິສຸດ ຈະມີຫຼາຍບັນຫາທີ່ເຈົ້າຜະເຊີນ; ເຈົ້າບໍ່ສາມາດເຫັນພວກມັນໄດ້ຢ່າງຊັດເຈນ, ເຈົ້າຕໍ່ວ່າ, ເຈົ້າເປີດເຜີຍເນື້ອໜັງຂອງເຈົ້າເອງ, ມີພຽງຜ່ານທາງນີ້ເທົ່ານັ້ນເຈົ້າຈິ່ງຄົ້ນພົບວ່າອຸປະນິໄສອັນເສື່ອມຊາມຂອງເຈົ້ານັ້ນຮ້າຍແຮງພຽງໃດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 471)
ພາລະກິດໃນວັນສຸດທ້າຍຂອງພຣະເຈົ້າຮຽກຮ້ອງໃຫ້ມີຄວາມໝັ້ນໃຈອັນມະຫາສານ, ມັນຮຽກຮ້ອງໃຫ້ມີຄວາມໝັ້ນໃຈທີ່ຍິ່ງໃຫຍ່ກວ່າຂອງໂຢບອີກ. ປາສະຈາກຄວາມໝັ້ນໃຈແລ້ວ, ຄົນຈະບໍ່ສາມາດສືບຕໍ່ໄດ້ຮັບປະສົບການ ແລະ ຈະບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເມື່ອວັນແຫ່ງການທົດລອງອັນຍິ່ງໃຫຍ່ມາເຖິງ, ຈະມີບາງຄົນຈະອອກຈາກຄຣິສຕະຈັກນີ້ ແລະ ບາງຄົນຈະອອກຈາກຄຣິສຕະຈັກນັ້ນ. ຈະມີບາງຄົນທີ່ເຮັດໄດ້ຂ້ອນຂ້າງດີໃນການສະແຫວງຫາຂອງພວກເຂົາໃນວັນທີ່ຜ່ານມາ ແລະ ບໍ່ຊັດເຈນວ່າເປັນຫຍັງພວກເຂົາຈຶ່ງບໍ່ເຊື່ອອີກຕໍ່ໄປ. ມີຫຼາຍໆສິ່ງທີ່ຈະເກີດຂຶ້ນ ແລະ ເຈົ້າຈະບໍ່ເຂົ້າໃຈ ແລະ ພຣະເຈົ້າຈະບໍ່ເປີດເຜີຍໝາຍສໍາຄັນ ຫຼື ສິ່ງມະຫັດສະຈັນໃດໆ ຫຼື ບໍ່ກະທຳສິ່ງທີ່ເໜືອທຳມະຊາດໃດໆ. ນີ້ແມ່ນເພື່ອໃຫ້ເຫັນວ່າ ເຈົ້າສາມາດຕັ້ງໝັ້ນໄດ້, ພຣະເຈົ້າໃຊ້ຂໍ້ເທັດຈິງເພື່ອເຮັດໃຫ້ຄົນບໍລິສຸດ. ເຈົ້າຍັງບໍ່ທັນໄດ້ທົນທຸກທໍລະມານຫຼາຍເທື່ອ. ໃນອະນາຄົດ ເມື່ອການທົດລອງອັນຍິ່ງໃຫຍ່ມາເຖິງ, ໃນບາງບ່ອນ ທຸກຄົນໃນຄຣິສຕະຈັກຈະໜີອອກໄປ, ບັນດາຜູ້ທີ່ເຈົ້າເຄີຍຮູ້ຈັກດີກໍຈະໜີໄປ ແລະ ປະຖິ້ມຄວາມເຊື່ອຂອງພວກເຂົາ. ແລ້ວເຈົ້າຍັງຈະສາມາດຕັ້ງໝັ້ນໄດ້ຢູ່ບໍ? ປັດຈຸບັນນີ້, ການທົດລອງຕ່າງໆທີ່ເຈົ້າໄດ້ຜະເຊີນແມ່ນການທົດລອງເລັກນ້ອຍ ແລະ ເຈົ້າເກືອບຈະບໍ່ສາມາດຕ້ານທານພວກມັນໄດ້. ບາດກ້າວນີ້ລວມມີການເຮັດໃຫ້ບໍລິສຸດ ແລະ ການເຮັດໃຫ້ສົມບູນແບບຜ່ານທາງພຣະທຳເທົ່ານັ້ນ. ໃນບາດກ້າວຕໍ່ໄປ, ຂໍ້ເທັດຈິງຈະມາຢູ່ຕໍ່ໜ້າເຈົ້າເພື່ອເຮັດໃຫ້ເຈົ້າບໍລິສຸດ ແລະ ຈາກນັ້ນ ເຈົ້າກໍຈະຢູ່ທ່າມກາງອັນຕະລາຍ. ເມື່ອມັນເຖິງຍາມເອົາຈິງເອົາຈັງແທ້ໆ, ພຣະເຈົ້າຈະແນະນຳພວກເຈົ້າໃຫ້ຟ້າວໜີອອກໄປ ແລະ ຄົນໃນສາສະໜາຈະພະຍາຍາມຜູກມັດພວກເຈົ້າໄວ້. ນີ້ແມ່ນເພື່ອໃຫ້ເຫັນວ່າເຈົ້າສາມາດສືບຕໍ່ໃນເສັ້ນທາງນີ້. ນີ້ແມ່ນການທົດລອງທັງໝົດ. ການທົດລອງໃນປັດຈຸບັນແມ່ນການທົດລອງເລັກນ້ອຍ, ແຕ່ຈະມີວັນນັ້ນມາເຖິງເມື່ອພໍ່ແມ່ໃນເຮືອນຈະບໍ່ເຊື່ອອີກຕໍ່ໄປ ແລະ ລູກໆໃນເຮືອນຈະບໍ່ເຊື່ອອີກຕໍ່ໄປ. ເຈົ້າຍັງຈະສາມາດສືບຕໍ່ໄດ້ບໍ? ຍິ່ງເຈົ້າກ້າວໄປຂ້າງໜ້າຫຼາຍເທົ່າໃດ, ການທົດລອງຂອງເຈົ້າກໍຍິ່ງໃຫຍ່ຂຶ້ນເທົ່ານັ້ນ. ພຣະເຈົ້າດຳເນີນພາລະກິດແຫ່ງການເຮັດໃຫ້ຄົນບໍລິສຸດຂອງພຣະອົງ ອີງຕາມຄວາມຕ້ອງການ ແລະ ວຸດທິພາວະຂອງພວກເຂົາ. ໃນຊ່ວງເວລາທີ່ພຣະເຈົ້າເຮັດໃຫ້ມະນຸດຊາດສົມບູນແບບນັ້ນ, ມັນເປັນໄປບໍ່ໄດ້ທີ່ຈຳນວນຄົນຈະເພີ່ມຂຶ້ນເລື້ອຍໆ, ມີແຕ່ມັນຈະຫຼຸດລົງເທົ່ານັ້ນ. ມີພຽງຜ່ານການເຮັດໃຫ້ບໍລິສຸດເທົ່ານັ້ນທີ່ຄົນສາມາດຖືກເຮັດໃຫ້ສົມບູນແບບໄດ້. ຖືກຈັດການ, ຖືກລົງວິໃນ, ຖືກທົດສອບ, ຖືກຕີສອນ ແລະ ຖືກສາບແຊ່ງ ເຈົ້າຈະສາມາດຕ້ານທານທັງໝົດນີ້ໄດ້ບໍ? ເມື່ອເຈົ້າເຫັນຄຣິສຕະຈັກທີ່ມີສະຖານະພາບທີ່ດີເປັນພິເສດ, ບ່ອນທີ່ອ້າຍເອື້ອຍນ້ອງທັງໝົດກຳລັງສະແຫວງຫາດ້ວຍພະລັງແຮງກ້າອັນໃຫຍ່ຫຼວງ, ເຈົ້າເອງກໍຈະຮູ້ສຶກມີກຳລັງໃຈ. ເມື່ອວັນທີ່ພວກເຂົາທັງໝົດໄດ້ໜີອອກໄປມາເຖິງ, ບາງຄົນໃນພວກເຂົາບໍ່ເຊື່ອອີກຕໍ່ໄປ, ບາງຄົນອອກໄປເພື່ອເຮັດທຸລະກິດ ຫຼື ແຕ່ງງານ ແລະ ບາງຄົນເຂົ້າສາດສະໜາ, ແລ້ວເຈົ້າຍັງຈະສາມາດຕັ້ງໝັ້ນໄດ້ຢູ່ບໍ? ເຈົ້າຍັງຈະສາມາດຄົງຢູ່ໂດຍທີ່ບໍ່ໄດ້ຮັບຜົນກະທົບພາຍໃນໄດ້ຢູ່ບໍ? ການເຮັດໃຫ້ມະນຸດຊາດສົມບູນແບບຂອງພຣະເຈົ້າບໍ່ແມ່ນສິ່ງທີ່ງ່າຍປານນັ້ນ! ພຣະອົງຊົງໃຊ້ຫຼາຍສິ່ງເພື່ອເຮັດໃຫ້ຄົນບໍລິສຸດ. ຄົນເຫັນວ່າສິ່ງເຫຼົ່ານີ້ເປັນວິທີການ, ແຕ່ໃນຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າແລ້ວ ສິ່ງເຫຼົ່ານີ້ບໍ່ແມ່ນວິທີການແມ່ນແຕ່ໜ້ອຍດຽວເລີຍ, ແຕ່ມັນແມ່ນຂໍ້ເທັດຈິງ. ທ້າຍທີ່ສຸດ, ເມື່ອພຣະອົງໄດ້ເຮັດໃຫ້ຄົນບໍລິສຸດໃນຂັ້ນໃດໜຶ່ງ ແລະ ພວກເຂົາບໍ່ມີການຈົ່ມວ່າອີກຕໍ່ໄປ, ຂັ້ນຕອນນີ້ແຫ່ງພາລະກິດຂອງພຣະອົງກໍຈະສຳເລັດລົງ. ພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດແມ່ນການເຮັດໃຫ້ເຈົ້າສົມບູນແບບ ແລະ ເມື່ອພຣະອົງບໍ່ໄດ້ປະຕິບັດພາລະກິດ ແລະ ລີ້ລັບຢູ່, ນັ້ນແມ່ນຍິ່ງເພື່ອວັດຖຸປະສົງແຫ່ງການເຮັດໃຫ້ເຈົ້າສົມບູນແບບ. ດ້ວຍວິທີນີ້ຈະສາມາດເຮັດໃຫ້ເຫັນຢ່າງຊັດເຈນວ່າ ຜູ້ຄົນມີຄວາມຮັກຕໍ່ພຣະເຈົ້າ ຫຼື ບໍ່ ແລະ ເບິ່ງວ່າເຂົາມີຄວາມໝັ້ນໃຈຢ່າງແທ້ຈິງໃນພຣະອົງ ຫຼື ບໍ່. ເມື່ອພຣະເຈົ້າກ່າວຢ່າງຊັດເຈນ, ເຈົ້າບໍ່ຈຳເປັນຕ້ອງຄົ້ນຫາ; ເມື່ອພຣະອົງປົກປິດເທົ່ານັ້ນທີ່ເຈົ້າຕ້ອງຄົ້ນຫາ ແລະ ສໍາຜັດເຖິງເສັ້ນທາງຂອງເຈົ້າດ້ວຍຕົນເອງ. ເຈົ້າຄວນທີ່ຈະສາມາດປະຕິບັດໜ້າທີ່ຂອງສິ່ງຖືກສ້າງໃຫ້ສໍາເລັດ ແລະ ບໍ່ວ່າຜົນໄດ້ຮັບໃນອະນາຄົດຂອງເຈົ້າ ແລະ ຈຸດໝາຍປາຍທາງຂອງເຈົ້າຈະເປັນແນວໃດ, ເຈົ້າກໍຄວນທີ່ຈະສາມາດສະແຫວງຫາຄວາມຮູ້ ແລະ ຄວາມຮັກສຳລັບພຣະເຈົ້າ ໃນລະຫວ່າງຫຼາຍປີທີ່ເຈົ້າມີຊີວິດຢູ່ ແລະ ບໍ່ວ່າພຣະເຈົ້າປະຕິບັດຕໍ່ເຈົ້າແນວໃດ, ເຈົ້າຄວນທີ່ຈະຫຼີກຫຼ່ຽງການຈົ່ມວ່າໄດ້. ມີເງື່ອນໄຂດຽວສຳລັບພາລະກິດຂອງພຣະວິນຍານບໍລິສຸດຢູ່ພາຍໃນຜູ້ຄົນ. ພວກເຂົາຄວນກະຫາຍ ແລະ ສະແຫວງຫາ ແລະ ບໍ່ສອງຈິດສອງໃຈ ຫຼື ສົງໄສກ່ຽວກັບການກະທຳຂອງພຣະເຈົ້າ ແລະ ພວກເຂົາສາມາດປະຕິບັດໜ້າທີ່ໄດ້ຕະຫຼອດເວລາ, ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ໃນແຕ່ລະບາດກ້າວແຫ່ງພາລະກິດຂອງພຣະເຈົ້າ, ສິ່ງທີ່ຮຽກຮ້ອງຈາກມະນຸດແມ່ນຄວາມໝັ້ນໃຈອັນມະຫາສານ ແລະ ເຂົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອການສະແຫວງຫາ, ມີພຽງຜ່ານປະສົບການເທົ່ານັ້ນຜູ້ຄົນຈຶ່ງຈະສາມາດຄົ້ນພົບວ່າ ພຣະເຈົ້ານັ້ນໜ້າຮັກພຽງໃດ ແລະ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນແນວໃດ. ຖ້າເຈົ້າບໍ່ມີປະສົບການ, ຖ້າເຈົ້າບໍ່ສໍາຜັດເຖິງເສັ້ນທາງຂອງເຈົ້າດ້ວຍຕົນເອງ, ຖ້າເຈົ້າບໍ່ສະແຫວງຫາ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຕ້ອງສໍາຜັດເຖິງເສັ້ນທາງຂອງເຈົ້າຜ່ານທາງປະສົບການຂອງເຈົ້າເອງ ແລະ ມີພຽງຜ່ານປະສົບການຂອງເຈົ້າເທົ່ານັ້ນ, ເຈົ້່າຈຶ່ງຈະສາມາດເບິ່ງເຫັນການກະທໍາຂອງພຣະເຈົ້າໄດ້ ແລະ ຮັບຮູ້ເຖິງຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 472)
ພຣະເຈົ້າອະນຸຍາດໃຫ້ເຈົ້າຜ່ານຜ່າສະພາວະຂຶ້ນໆລົງໆ, ຄວາມຜິດຫວັງ, ຄວາມລຳບາກຍາກແຄ້ນທຸກປະເພດ ແລະ ຄວາມລົ້ມເຫຼວ ແລະ ຂໍ້ຜິດພາດຫຼາຍຢ່າງ. ໃນທີ່ສຸດ, ໃນຂະບວນການທີ່ອະນຸຍາດໃຫ້ເຈົ້າຜ່ານຜ່າສິ່ງຕ່າງໆເຫຼົ່ານີ້ ພຣະເຈົ້າຈະສະແດງໃຫ້ເຈົ້າເຫັນວ່າທຸກສິ່ງທີ່ພຣະອົງໄດ້ເວົ້າຄືສິ່ງທີ່ຖືກຕ້ອງ ແລະ ຄວາມຈິງ. ໃນເວລາດຽວກັນ, ພຣະອົງຈະສະແດງໃຫ້ເຈົ້າເຫັນວ່າຄວາມເຊື່ອ, ແນວຄິດ, ຈິນຕະນາການ, ຄວາມຮູ້, ທິດສະດີ, ປັດຊະຍາຂອງເຈົ້າເອງ ແລະ ສິ່ງຕ່າງໆທີ່ເຈົ້າໄດ້ຮຽນຮູ້ໃນໂລກ ແລະ ຖືກສັ່ງສອນໂດຍພໍ່ແມ່ຂອງເຈົ້າລ້ວນແລ້ວແຕ່ບໍ່ຖືກຕ້ອງ, ສິ່ງເຫຼົ່ານີ້ບໍ່ສາມາດຊີ້ນໍາເຈົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ ແລະ ພວກມັນບໍ່ສາມາດນໍາພາເຈົ້າໃຫ້ເຂົ້າໃຈຄວາມຈິງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າຍັງດຳລົງຊີວິດຕາມສິ່ງເຫຼົ່ານີ້, ແລ້ວເຈົ້າກໍກຳລັງຍ່າງໃນເສັ້ນທາງແຫ່ງຄວາມລົ້ມເຫຼວ, ພ້ອມທັງເສັ້ນທາງທີ່ຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ. ໃນທີ່ສຸດແລ້ວ, ພຣະເຈົ້າຈະເຮັດໃຫ້ເຈົ້າເຫັນສິ່ງນີ້ຢ່າງຊັດເຈນ. ຂະບວນການນີ້ຄືສິ່ງທີ່ເຈົ້າຕ້ອງຜະເຊີນ ແລະ ມັນຢູ່ໃນເສັ້ນທາງນີ້ເທົ່ານັ້ນທີ່ຜົນຕ່າງໆຈຶ່ງສາມາດບັນລຸໄດ້, ແຕ່ມັນຍັງເປັນສິ່ງເຈັບປວດໃຫ້ພຣະເຈົ້າໄດ້ເບິ່ງເຫັນ. ຜູ້ຄົນກະບົດ ແລະ ມີອຸປະນິໄສທີ່ເສື່ອມຊາມ, ສະນັ້ນພວກເຂົາຕ້ອງທົນທຸກກັບຄວາມລຳບາກບາງຢ່າງ ແລະ ພວກເຂົາຕ້ອງຜ່ານຜ່າຄວາມລົ້ມເຫຼວເຫຼົ່ານີ້. ຖ້າບໍ່ມີຄວາມລຳບາກເຫຼົ່ານີ້, ພວກເຂົາກໍຈະບໍ່ມີທາງຖືກເຮັດໃຫ້ບໍລິສຸດ. ຖ້າບຸກຄົນໜຶ່ງຮັກຄວາມຈິງຢ່າງແທ້ຈິງ ແລະ ເຕັມໃຈທີ່ຈະຍອມຮັບຄວາມລອດພົ້ນຫຼາກຫຼາຍປະເພດຂອງພຣະເຈົ້າ ແລະ ຈ່າຍລາຄາ, ແລ້ວມັນກໍບໍ່ຈຳເປັນທີ່ພວກເຂົາຈະທົນທຸກຫຼາຍ. ພຣະເຈົ້າບໍ່ຕ້ອງການໃຫ້ຜູ້ຄົນທົນທຸກຫຼາຍ ແລະ ບໍ່ຕ້ອງການໃຫ້ພວກເຂົາຜ່ານຜ່າຂໍ້ຜິດພາດ ແລະ ຄວາມລົ້ມເຫຼວຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ຜູ້ຄົນກໍກະບົດເກີນໄປ, ບໍ່ເຕັມໃຈທີ່ຈະເຮັດຕາມທີ່ພວກເຂົາໄດ້ຮັບສັ່ງ ແລະ ຍອມອ່ອນນ້ອມ, ບໍ່ສາມາດຍ່າງໃນເສັ້ນທາງທີ່ຖືກຕ້ອງ ຫຼື ເລືອກທາງລັດ; ພວກເຂົາພຽງແຕ່ສາມາດເໄປຕາມທາງຂອງພວກເຂົາເອງ, ກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ. ຜູ້ຄົນເປັນສິ່ງທີ່ເສື່ອມຊາມ. ພຣະເຈົ້າພຽງແຕ່ສາມາດສົ່ງມອບຜູ້ຄົນໃຫ້ກັບຊາຕານ ແລະ ຈັດວາງຜູ້ຄົນໃນສະພາບແວດລ້ອມທີ່ຫຼາກຫຼາຍເພື່ອເຮັດໃຫ້ພວກເຂົາເຂັ້ມແຂງຢູ່ສະເໝີ, ອະນຸຍາດໃຫ້ຜູ້ຄົນໄດ້ຮັບປະສົບການ ແລະ ບົດຮຽນທຸກປະເພດຈາກພວກມັນ ແລະ ມາຮູ້ຈັກເຖິງແກ່ນແທ້ຂອງສິ່ງຊົ່ວຮ້າຍທຸກຮູບແບບ. ຫຼັງຈາກນັ້ນ, ເມື່ອຜູ້ຄົນຫັນກັບ, ພວກເຂົາກໍຄົ້ນພົບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ພຣະເຈົ້າຄືຄວາມເປັນຈິງຂອງສິ່ງດີໆທັງປວງ ແລະ ພຣະເຈົ້າຄືຜູ້ທີ່ຮັກ, ເປັນຫ່ວງ ແລະ ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນຢ່າງແທ້ຈິງ. ພຣະເຈົ້າບໍ່ຕ້ອງການໃຫ້ຜູ້ຄົນທົນທຸກຫຼາຍ, ແຕ່ມະນຸດກະບົດເກີນໄປ, ຕ້ອງການໃຊ້ທາງອ້ອມ ແລະ ຕ້ອງການທົນທຸກກັບຄວາມລຳບາກເຫຼົ່ານີ້. ພຣະເຈົ້າບໍ່ມີທາງເລືອກອື່ນນອກຈາກຈັດວາງຜູ້ຄົນໃສ່ສະພາບແວດລ້ອມທີ່ຫຼາກຫຼາຍເພື່ອເຮັດໃຫ້ພວກເຂົາມີຄວາມຮ້ອນຮົນຢູ່ສະເໝີ. ໃນທີ່ສຸດແລ້ວ, ຜູ້ຄົນຈະຖືກເຮັດໃຫ້ເຂັ້ມແຂງຈົນຮອດຈຸດໃດ? ຈົນຮອດຈຸດທີ່ເຈົ້າຈະເວົ້າວ່າ “ຂ້ອຍໄດ້ຜະເຊີນກັບສະຖານະການທຸກຮູບແບບ. ບັດນີ້, ຂ້ອຍເຂົ້າໃຈແລ້ວ. ນອກເໜືອຈາກພຣະເຈົ້າ, ບໍ່ມີໃຜ, ເລື່ອງໃດ ຫຼື ສິ່ງໃດທີ່ສາມາດເຮັດໃຫ້ຂ້ອຍເຂົ້າໃຈຄວາມຈິງ, ທີ່ສາມາດເຮັດໃຫ້ຂ້ອຍມີຄວາມສຸກກັບຄວາມຈິງ, ທີ່ສາມາດເຮັດໃຫ້ຂ້ອຍເຂົ້າໄປສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າຂ້ອຍພຽງແຕ່ປະຕິບັດຕາມພຣະທຳຂອງພຣະເຈົ້າຢ່າງເຊື່ອຟັງ, ຢູ່ໃນຕໍາແໜ່ງຂອງມະນຸດຢ່າງເຊື່ອຟັງ, ດຳລົງໂດຍສະຖານະ ແລະ ໜ້າທີ່ຂອງສິ່ງຖືກສ້າງ, ຍອມຮັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າຢ່າງເຊື່ອຟັງ, ບໍ່ມີການຈົ່ມຕໍ່ວ່າ ຫຼື ຄວາມປາຖະໜາຟຸ້ມເຟືອຍໃນພຣະເຈົ້າ ແລະ ຍອມຈໍານົນຕໍ່ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງຢ່າງແທ້ຈິງ, ໃນຕອນນັ້ນເອງຂ້ອຍຈຶ່ງຈະເປັນຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງ”. ເມື່ອພວກເຂົາໄດ້ໄປເຖິງລະດັບນີ້, ຜູ້ຄົນກົ້ມລົງຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລະ ພຣະເຈົ້າບໍ່ຈຳເປັນຕ້ອງສ້າງສະພາບແວດລ້ອມໃດອີກເພື່ອໃຫ້ພວກເຂົາໄດ້ຜະເຊີນ. ແລ້ວພວກເຈົ້າປາຖະໜາທີ່ຈະຍ່າງຕາມເສັ້ນທາງໃດ? ໃນຄວາມປາຖະໜາສ່ວນຕົວຂອງພວກເຂົາ, ບໍ່ມີຜູ້ໃດປາຖະໜາທີ່ຈະທົນທຸກກັບຄວາມລຳບາກ ແລະ ບໍ່ມີຜູ້ໃດຕ້ອງການຜະເຊີນໜ້າກັບຄວາມເສື່ອມຖອຍ, ຄວາມລົ້ມເຫຼວ, ຄວາມຫຍຸ້ງຍາກ, ຄວາມຜິດຫວັງ ແລະ ຄວາມວຸ້ນວາຍ. ແຕ່ບໍ່ມີທາງອື່ນ. ຜູ້ຄົນມີທໍາມະຊາດທີ່ຊົ່ວຮ້າຍ, ພວກເຂົາກະບົດຫຼາຍເກີນໄປ, ຄວາມຄິດ ແລະ ທັດສະນະຂອງເຂົາຊັບຊ້ອນຫຼາຍເກີນໄປ. ທຸກມື້, ຫົວໃຈຂອງເຈົ້າວຸ້ນວາຍຢູ່ສະເໝີ, ຂັດແຍ່ງຢູ່ສະເໝີ, ນອນກິ້ງໄປກິ້ງມາ. ເຈົ້າເຂົ້າໃຈຄວາມຈິງໄດ້ໜ້ອຍດຽວ, ທາງເຂົ້າສູ່ຊີວິດຂອງເຈົ້າແມ່ນຕື້ນ ແລະ ເຈົ້າຂາດລິດອຳນາດທີ່ຈະເອົາຊະນະແນວຄິດ, ຈິນຕະນາການຂອງເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງເນື້ອໜັງ. ເຈົ້າພຽງແຕ່ສາມາດດຳເນີນຕາມເສັ້ນທາງໂດຍປົກກະຕິ: ການຜະເຊີນກັບຄວາມລົ້ມເຫຼວ ແລະ ຄວາມຜິດຫວັງຢ່າງສະໝໍ່າສະເໝີ ແລະ ລົ້ມລົງຢ່າງສະໝໍ່າສະເໝີ, ຖືກໂຍນໄປມາໂດຍຄວາມລຳບາກ, ສັບສົນໃນສະພາວະທີ່ວຸ້ນວາຍຢ່າງສະໝ່ຳສະເໝີ, ຈົນມື້ໜຶ່ງມາເຖິງ ເຊິ່ງເປັນມື້ທີ່ເຈົ້າຈະເວົ້າວ່າ “ຂ້ອຍເມື່ອຍ, ຂ້ອຍພໍແລ້ວ, ຂ້ອຍບໍ່ຕ້ອງການດຳລົງຊີວິດແບບນີ້. ຂ້ອຍບໍ່ຕ້ອງການຜ່ານຄວາມລົ້ມເຫຼວເຫຼົ່ານີ້, ຂ້ອຍຕ້ອງການມາຢູ່ຕໍ່ໜ້າພຣະຜູ້ສ້າງດ້ວຍຄວາມເຊື່ອຟັງ. ຂ້ອຍຈະຮັບຟັງພຣະທຳຂອງພຣະເຈົ້າ, ຂ້ອຍຈະເຮັດສິ່ງທີີ່ພຣະອົງເວົ້າ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນເສັ້ນທາງທີ່ຖືກຕ້ອງໃນຊີວິດ”. ມີພຽງແຕ່ໃນມື້ທີ່ເຈົ້າເຊື່ອໝັ້ນ ແລະ ຍອມຮັບຄວາມຜ່າຍແພ້ຢ່າງສົມບູນເທົ່ານັ້ນ, ເຈົ້າຈຶ່ງຈະມາຢູ່ຕໍ່ໜ້າພຣະເຈົ້າ. ເຈົ້າມາຮູ້ຈັກບາງສິ່ງກ່ຽວກັບອຸປະນິໄສຂອງພຣະເຈົ້າຈາກສິ່ງນີ້ບໍ? ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ມະນຸດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງ, ພຣະອົງປາຖະໜາສິ່ງທີ່ດີທີ່ສຸດໃຫ້ກັບມະນຸດ. ບໍ່ວ່າພຣະອົງກຳນົດສະພາບແວດລ້ອມຫຍັງ ຫຼື ພຣະອົງຂໍໃຫ້ເຈົ້າເຮັດຫຍັງກໍ່ຕາມ, ພຣະອົງປາຖະໜາທີ່ຈະເຫັນຜົນໄດ້ຮັບທີ່ດີທີ່ສຸດຢູ່ສະເໝີ. ສົມມຸດວ່າເຈົ້າຜ່ານຜ່າບາງສິ່ງ ແລະ ຜະເຊີນກັບຄວາມຜ່າຍແພ້ ແລະ ຄວາມລົ້ມເຫຼວ. ພຣະເຈົ້າບໍ່ປາຖະໜາທີ່ຈະເຫັນເຈົ້າທໍ້ແທ້ ເມື່ອເຈົ້າລົ້ມເຫຼວ ແລະ ຫຼັງຈາກນັ້ນກໍຄິດວ່າຕົວເຈົ້າເອງຈົບແລ້ວ, ບໍ່ປາຖະໜາທີ່ຈະເຫັນເຈົ້າຖືກຊາຕານຍາດເອົາໄປ ແລ້ວປະຖິ້ມຕົນເອງ, ບໍ່ສາມາດລຸກຢືນຂຶ້ນອີກ ແລະ ຈົມຢູ່ກັບຄວາມຜິດຫວັງ, ພຣະເຈົ້າບໍ່ປາຖະໜາທີ່ຈະເຫັນຜົນຕາມມານີ້. ພຣະເຈົ້າປາຖະໜາທີ່ຢາກເຫັນຫຍັງ? ເຈົ້າອາດລົ້ມເຫຼວໃນເລື່ອງນີ້ ແຕ່ເຈົ້າກໍ່ສາມາດສະແຫວງຫາຄວາມຈິງ ແລະ ໄຕ່ຕອງກ່ຽວກັບຕົນເອງ, ຄົ້ນຫາເຫດຜົນສຳລັບຄວາມລົ້ມເຫຼວຂອງເຈົ້າ; ເຈົ້າຍອມຮັບບົດຮຽນໃນຄວາມລົ້ມເຫຼວນີ້ ແລະ ເຕີບໃຫຍ່ຈາກມັນ, ເຈົ້າຮູ້ວ່າມັນຜິດທີ່ຈະເຮັດໃນລັກສະນະນັ້ນ, ມີພຽງແຕ່ການປະຕິບັດຕາມພຣະທຳຂອງພຣະເຈົ້າເທົ່ານັ້ນເປັນສິ່ງທີ່ຖືກຕ້ອງ. ເຈົ້າຮູ້ຕົວວ່າ “ຂ້ອຍຊົ່ວ ແລະ ຂ້ອຍມີອຸປະນິໄສຊາຕານທີ່ເສື່ອມຊາມ. ມີຄວາມກະບົດໃນຕົວຂ້ອຍ, ຂ້ອຍຫ່າງໄກຈາກການເປັນຄົນຊອບທຳທີ່ພຣະເຈົ້າເວົ້າເຖິງ ແລະ ຂ້ອຍບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ”. ເຈົ້າໄດ້ເຫັນຂໍ້ແທ້ຈິງນີ້ຢ່າງຊັດເຈນ, ເຈົ້າໄດ້ມາຮູ້ຈັກຄວາມຈິງໃນເລື່ອງນີ້ ແລະ ຜ່ານຂໍ້ຜິດພາດນີ້, ຄວາມລົ້ມເຫຼວນີ້, ເຈົ້າໄດ້ເລີ່ມມີເຫດຜົນ ແລະ ຄວາມເປັນຜູ້ໃຫຍ່. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການເຫັນ. ການເປັນຜູ້ໃຫຍ່ເປັນຕົວແທນໃຫ້ກັບຫຍັງ? ມັນໝາຍຄວາມວ່າພຣະເຈົ້າສາມາດຮັບເອົາເຈົ້າ, ເຈົ້າສາມາດໄດ້ຮັບຄວາມລອດພົ້ນ, ເຈົ້າສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ເຈົ້າໄດ້ເລີ່ມຕົ້ນໃນເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ. ພຣະເຈົ້າຫວັງທີ່ຈະເຫັນຜູ້ຄົນຍ່າງໃນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າເຮັດສິ່ງຕ່າງໆດ້ວຍເຈດຕະນາທີ່ພາກພຽນ ແລະ ທຸກສິ່ງນີ້ຄືຄວາມຮັກທີ່ເຊື່ອງໄວ້ຂອງພຣະອົງ, ແຕ່ຜູ້ຄົນມັກບໍ່ຮູ້ສິ່ງນີ້. ຜູ້ຄົນມີຄວາມຄິດແຄບ ແລະ ເຕັມໄປດ້ວຍຄວາມໃຈແຄບ. ຊ່ວງເວລາທີ່ພວກເຂົາບໍ່ສາມາດໄດ້ຮັບຄວາມກະລຸນາ ແລະ ພອນຂອງພຣະເຈົ້າ, ພວກເຂົາກໍກ່າວໂທດພຣະເຈົ້າ, ເລີ່ມຄິດລົບ ແລະ ໃຈຮ້າຍ. ແຕ່ພຣະເຈົ້າບໍ່ໂຕ້ຖຽງກັບຜູ້ຄົນ, ພຣະອົງພຽງແຕ່ປະຕິບັດຕໍ່ພວກເຂົາຄືກັບເດັກນ້ອຍທີ່ບໍ່ມີຄວາມຮູ້ ແລະ ບໍ່ໄດ້ຈິງຈັງກັບພວກເຂົາ. ພຣະອົງຈັດວາງສະພາບແວດລ້ອມທີ່ເຮັດໃຫ້ມະນຸດຮູ້ວ່າຈະຮັບເອົາຄວາມກະລຸນາ ແລະ ພອນໄດ້ແນວໃດ ແລະ ເຂົ້າໃຈວ່າຄວາມກະລຸນາໝາຍຄວາມວ່າແນວໃດກັບມະນຸດ ແລະ ມະນຸດສາມາດຖອດຖອນຫຍັງໄດ້ຈາກມັນ. ສົມມຸດວ່າເຈົ້າມັກກິນບາງສິ່ງທີ່ແຊບ ເຊິ່ງພຣະເຈົ້າເວົ້າວ່າມັນບໍ່ດີສຳລັບສຸຂະພາບຂອງເຈົ້າ ເມື່ອກິນຫຼາຍເກີນໄປ. ເຈົ້າບໍ່ຟັງ, ແຕ່ຢຶນຢັນສືບຕໍ່ກິນມັນ ແລະ ພຣະເຈົ້າປ່ອຍໃຫ້ເຈົ້າເລືອກທາງນັ້ນຢ່າງເປັນອິດສະລະ. ຜົນຕາມມາກໍ່ຄື ເຈົ້າເຈັບປ່ວຍ. ຫຼັງຈາກທີ່ຜະເຊີນກັບສິ່ງນີ້ຫຼາຍຄັ້ງ, ເຈົ້າກໍ່ມາເຂົ້າໃຈວ່າມັນແມ່ນພຣະທຳຂອງພຣະເຈົ້າທີ່ຖືກຕ້ອງ, ທຸກສິ່ງທີ່ພຣະອົງເວົ້າແມ່ນເປັນຈິງ ແລະ ເຈົ້າຕ້ອງປະຕິບັດຕາມພຣະທຳຂອງພຣະເຈົ້າ. ນີ້ແມ່ນເສັ້ນທາງທີ່ຖືກຕ້ອງ. ແລ້ວຄວາມເສື່ອມຖອຍ, ຄວາມລົ້ມເຫຼວ ແລະ ຄວາມທົນທຸກເຫຼົ່ານີ້ທີ່ຜູ້ຄົນຜ່ານຜ່າໄດ້ກາຍມາເປັນຫຍັງ? ເຈົ້າເຫັນຄຸນຄ່າເຈດຕະນາອັນພາກພຽນຂອງພຣະເຈົ້າ ແລະ ເຈົ້າຍັງເຊື່ອ ແລະ ໝັ້ນໃຈວ່າພຣະທຳຂອງພຣະເຈົ້າຖືກຕ້ອງ, ພຣະທໍາຂອງພຣະເຈົ້າລ້ວນແລ້ວແຕ່ເປັນຈິງ; ຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ເຕີບໃຫຍ່ຂຶ້ນ. ມີອີກບາງສິ່ງເຊັ່ນກັນ: ຜ່ານການຜະເຊີນໜ້າກັບຊ່ວງເວລາທີ່ລົ້ມເຫຼວນີ້, ເຈົ້າໄດ້ມາຮັບຮູ້ເຖິງຄວາມຊື່ກົງ ແລະ ຄວາມຖືກຕ້ອງໃນພຣະທຳຂອງພຣະເຈົ້າ, ເຈົ້າໄດ້ເຫັນວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ເຈົ້າເຂົ້າໃຈຫຼັກການໃນການປະຕິບັດຄວາມຈິງ. ແລ້ວມັນເປັນສິ່ງທີ່ດີທີ່ຜູ້ຄົນຈະຜະເຊີນໜ້າກັບຄວາມລົ້ມເຫຼວ, ເຖິງແມ່ນວ່າມັນຍັງເປັນສິ່ງທີ່ເຈັບປວດ, ສິ່ງທີ່ເຮັດໃຫ້ພວກເຂົາອາລົມເສຍ. ແຕ່ຖ້າການຖືກເຮັດໃຫ້ອາລົມເສຍແບບນັ້ນໄດ້ເຮັດໃຫ້ເຈົ້າກັບຄືນມາຢູ່ຕໍ່ໜ້າພຣະເຈົ້າໃນທີ່ສຸດ, ເຂົ້າໃຈພຣະທຳຂອງພຣະອົງ ແລະ ຍອມຮັບພວກມັນເຂົ້າໃນຫົວໃຈຂອງເຈົ້າຄືກັບເປັນຄວາມຈິງ, ຈົນເຈົ້າໄດ້ມາຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນການເຮັດໃຫ້ອາລົມເສຍ, ຄວາມເສື່ອມຖອຍ ແລະ ຄວາມລົ້ມເຫຼວນັ້ນຈະບໍ່ໄດ້ເກີດຂຶ້ນຢ່າງໄຮ້ປະໂຫຍດ. ນີ້ແມ່ນຜົນທີ່ພຣະເຈົ້າປາຖະໜາຢາກຈະເຫັນ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີການລະບຸທຳມະຊາດ ແລະ ແກ່ນແທ້ຂອງໂປໂລ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 473)
ພວກເຈົ້າຕ້ອງຈື່ວ່າ ໃນຕອນນີ້ ພຣະທຳເຫຼົ່ານີ້ຖືກກ່າວອອກມາແລ້ວ ຄື ຫຼັງຈາກນີ້ ເຈົ້າຈະຜະເຊີນກັບຄວາມຍາກລໍາບາກທີ່ຍິ່ງໃຫຍ່ກວ່າເກົ່າ ແລະ ການທົນທຸກທີ່ໜັກກວ່າເກົ່າ! ການທີ່ຈະຖືກເຮັດໃຫ້ສົມບູນບໍ່ແມ່ນສິ່ງທີ່ງ່າຍ ຫຼື ທຳມະດາ. ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງມີຄວາມເຊື່ອຂອງໂຢບ ຫຼື ບາງເທື່ອ ເຊື່ອຫຼາຍກວ່າລາວອີກ. ເຈົ້າຄວນຮູ້ຈັກວ່າ ການທົດລອງໃນອະນາຄົດຈະໃຫຍ່ກວ່າການທົດລອງຂອງໂຢບ ແລະ ເຈົ້າຍັງຕ້ອງຜະເຊີນກັບການຕີສອນໃນໄລຍະເວລາຍາວ. ສິ່ງນີ້ເປັນສິ່ງທີ່ງ່າຍບໍ? ຖ້າຄວາມສາມາດຂອງເຈົ້າບໍ່ສາມາດໄດ້ຮັບການປັບປຸງ, ແລ້ວຄວາມສາມາດໃນການເຂົ້າໃຈຂອງເຈົ້າກໍຈະຂາດເຂີນ ແລະ ເຈົ້າຈະມີຄວາມຮູ້ໜ້ອຍເກີນໄປ, ແລ້ວໃນເວລານັ້ນ ເຈົ້າກໍຈະບໍ່ມີຄຳພະຍານໃດໆເລີຍ, ເຈົ້າຈະກາຍເປັນຕົວຕະຫຼົກ ແລະ ເປັນເຄື່ອງຫຼິ້ນໃຫ້ກັບຊາຕານ. ຖ້າເຈົ້າບໍ່ສາມາດຖືເອົານິມິດໃນຕອນນີ້, ແລ້ວເຈົ້າກໍຈະບໍ່ມີພື້ນຖານຫຍັງເລີຍ ແລະ ເຈົ້າຈະຖືກໂຍນຖິ້ມໃນອະນາຄົດ! ທຸກສ່ວນຂອງເສັ້ນທາງບໍ່ແມ່ນຈະຍ່າງໄດ້ແບບງ່າຍດາຍ, ດັ່ງນັ້ນ ຢ່າຖືເບົາກັບສິ່ງນີ້. ໃນຕອນນີ້ ໃຫ້ໄຕ່ຕອງເຖິງສິ່ງນີ້ຢ່າງລະມັດລະວັງ ແລະ ຈັດກຽມວິທີເພື່ອຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງຢ່າງຖືກຕ້ອງ. ນີ້ແມ່ນເສັ້ນທາງທີ່ຕ້ອງເດີນຕາມໃນອະນາຄົດ ແລະ ທຸກຄົນກໍຕ້ອງເດີນຕາມມັນ. ເຈົ້າບໍ່ສາມາດປ່ອຍໃຫ້ຄວາມເຂົ້າໃຈໃນປັດຈຸບັນນີ້ເຂົ້າຫູຊ້າຍອອກຫູຂວາ ແລະ ຢ່າຄິດວ່າສິ່ງທີ່ເຮົາເວົ້າຕໍ່ເຈົ້າລ້ວນແລ້ວແຕ່ເປັນການເສຍລົມຫາຍໃຈລ້າໆ. ມື້ນັ້ນຈະມາເຖິງ ມື້ທີ່ເຈົ້ານໍາໃຊ້ທຸກສິ່ງໃຫ້ເກີດຜົນປະໂຫຍດ; ພຣະທຳຈະບໍ່ຖືກກ່າວໂດຍສູນເປົ່າ. ນີ້ແມ່ນເວລາທີ່ເຈົ້າຕ້ອງຕຽມພ້ອມ; ມັນແມ່ນເວລາທີ່ຈະປູທາງສຳລັບອະນາຄົດ. ເຈົ້າຄວນຈັດກຽມເສັ້ນທາງທີ່ເຈົ້າຄວນຍ່າງໃນອະນາຄົດ; ເຈົ້າຄວນເປັນຫ່ວງ ແລະ ກັງວົນກ່ຽວກັບວິທີທີ່ເຈົ້າຈະສາມາດຍຶດໝັ້ນໃນເບື້ອງໜ້າ ແລະ ກຽມສຳລັບເສັ້ນທາງໃນອະນາຄົດຂອງເຈົ້າເປັນຢ່າງດີ. ຢ່າໂລພາ ແລະ ຂີ້ຄ້ານ! ເຈົ້າຕ້ອງເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອໃຊ້ເວລາຂອງເຈົ້າໃຫ້ເກີດປະໂຫຍດສູງສຸດໃນການຮັບເອົາທຸກສິ່ງທີ່ເຈົ້າຕ້ອງການ. ເຮົາກຳລັງມອບທຸກສິ່ງໃຫ້ກັບເຈົ້າເພື່ອເຈົ້າຈະສາມາດເຂົ້າໃຈໄດ້. ພວກເຈົ້າໄດ້ເຫັນດ້ວຍຕາຂອງພວກເຈົ້າເອງແລ້ວວ່າ ພາຍໃນເວລາໜ້ອຍກວ່າສາມປີ, ເຮົາໄດ້ເວົ້າຫຼາຍສິ່ງຢ່າງ ແລະ ປະຕິບັດພາລະກິດຫຼາຍຢ່າງ. ໜຶ່ງເຫດຜົນທີ່ເຮົາປະຕິບັດພາລະກິດແບບນີ້ກໍຍ້ອນຜູ້ຄົນຂາດເຂີນຫຼາຍ ແລະ ອີກເຫດຜົນໜຶ່ງກໍຍ້ອນເວລາສັ້ນເກີນໄປ ແລະ ບໍ່ສາມາດຊັກຊ້າອີກຕໍ່ໄປ. ເຈົ້າຈິນຕະນາການວ່າ ຜູ້ຄົນຕ້ອງບັນລຸຄວາມເຂົ້າໃຈພາຍໃນໂດຍສົມບູນ ກ່ອນທີ່ພວກເຂົາຈະສາມາດເປັນພະຍານ ແລະ ຖືກໃຊ້ໃຫ້ເປັນປະໂຫຍດໄດ້, ແບບນັ້ນບໍ່ຊ້າເກີນໄປບໍ? ແລ້ວເຮົາຕ້ອງຕິດຕາມເຈົ້າອີກດົນສໍ່າໃດ? ຖ້າເຈົ້າຈະໃຫ້ເຮົາຕິດຕາມເຈົ້າຈົນເຮົາແກ່ເຖົ້າ, ມັນເປັນໄປບໍ່ໄດ້! ໂດຍຜ່ານຄວາມຍາກລໍາບາກທີ່ຍິ່ງໃຫຍ່ກວ່າເກົ່າ, ຄວາມເຂົ້າໃຈທີ່ແທ້ຈິງພາຍໃນທຸກຄົນຈຶ່ງຈະຖືກບັນລຸ. ສິ່ງເຫຼົ່ານີ້ແມ່ນບາດກ້າວຂອງພາລະກິດ. ຫຼັງຈາກທີ່ເຈົ້າເຂົ້າໃຈນິມິດທີ່ສົນທະນາກັນໃນປັດຈຸບັນຢ່າງສົມບູນ ແລະ ເຈົ້າບັນລຸວຸດທິພາວະທີ່ແທ້ຈິງ, ບໍ່ວ່າເຈົ້າຈະຜະເຊີນກັບຄວາມລໍາບາກແບບໃດກໍຕາມໃນອະນາຄົດ ສິ່ງນັ້ນກໍຈະເອົາຊະນະເຈົ້າບໍ່ໄດ້, ເຈົ້າຈະສາມາດຕ້ານທານກັບສິ່ງເຫຼົ່ານັ້ນໄດ້. ເມື່ອເຮົາໄດ້ສຳເລັດພາລະກິດໃນບາດກ້າວສຸດທ້າຍນີ້ ແລະ ເຮົາສຳເລັດໃນການກ່າວພຣະທຳສຸດທ້າຍ, ໃນອະນາຄົດ ຜູ້ຄົນຈະຕ້ອງຍ່າງໃນເສັ້ນທາງຂອງພວກເຂົາເອງ. ສິ່ງນີ້ຈະສຳເລັດຕາມພຣະທຳທີ່ກ່າວໄວ້ກ່ອນໜ້ານີ້: ພຣະວິນຍານບໍລິສຸດໄດ້ມອບໝາຍໜ້າທີ່ໃຫ້ກັບທຸກຄົນ ແລະ ພາລະກິດທີ່ຕ້ອງປະຕິບັດໃຫ້ກັບທຸກຄົນ. ໃນອະນາຄົດ, ທຸກຄົນຈະຍ່າງຕາມເສັ້ນທາງທີ່ພວກເຂົາຄວນຍ່າງ ເຊິ່ງນໍາພາໂດຍພຣະວິນຍານບໍລິສຸດ. ແມ່ນໃຜຈະສາມາດໃສ່ໃຈຄົນອື່ນເມື່ອຜ່ານຄວາມຍາກລໍາບາກ? ແຕ່ລະຄົນມີການທົນທຸກຂອງພວກເຂົາເອງ ແລະ ແຕ່ລະຄົນມີວຸດທິພາວະຂອງພວກເຂົາເອງ. ບໍ່ມີໃຜມີວຸດທິພາວະຄືກັນ. ສາມີຈະບໍ່ດູແລພັນລະຍາຂອງພວກເຂົາ ແລະ ພໍ່ແມ່ຈະບໍ່ດູແລລູກຂອງພວກເຂົາ; ບໍ່ມີໃຜທີ່ສາມາດດູແລຄົນອື່ນໄດ້. ມັນບໍ່ຄືກັບຕອນນີ້, ການດູແລ ແລະ ການສະໜັບສະໜູນຮ່ວມກັນແມ່ນຍັງເປັນໄປໄດ້ຢູ່. ນັ້ນຈະເປັນເວລາແຫ່ງການເປີດໂປງຂອງຄົນທຸກປະເພດ. ນັ້ນກໍຄື ເມື່ອພຣະເຈົ້າຂ້ຽນຕີຄົນລ້ຽງແກະ, ຝູງແກະກໍຈະແຕກກະຈັກກະຈາຍ ແລະ ໃນເວລານັ້ນ ພວກເຈົ້າຈະບໍ່ມີຜູ້ນໍາທີ່ແທ້ຈິງເລີຍ. ຜູ້ຄົນຈະຖືກແບ່ງອອກ ເຊິ່ງຈະບໍ່ເປັນຄືກັບປັດຈຸບັນ ທີ່ພວກເຈົ້າສາມາດມາເຕົ້າໂຮມຢູ່ຮ່ວມກັນ. ຫຼັງຈາກນັ້ນ, ຄົນທີ່ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດຈະສະແດງທາດແທ້ຂອງພວກເຂົາເອງ. ສາມີຈະຂາຍພັນລະຍາຂອງພວກເຂົາ, ພັນລະຍາຈະຂາຍສາມີຂອງພວກເຂົາ, ລູກໆຈະຂາຍພໍ່ແມ່ຂອງພວກເຂົາ, ພໍ່ແມ່ຈະຂົ່ມເຫັງລູກໆຂອງພວກເຂົາ, ຫົວໃຈຂອງມະນຸດບໍ່ສາມາດທຳນາຍໄດ້! ສິ່ງທີ່ສາມາດເຮັດໄດ້ແມ່ນໃຫ້ຄົນໜຶ່ງຍຶດຕິດກັບສິ່ງທີ່ຄົນໜຶ່ງມີ ແລະ ຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງເປັນຢ່າງດີ. ໃນຕອນນີ້ ພວກເຈົ້າບໍ່ເຫັນສິ່ງນີ້ຢ່າງຊັດເຈນ ແລະ ພວກເຈົ້າກໍລ້ວນແລ້ວແຕ່ສາຍຕາສັ້ນ. ການຜ່ານພາລະກິດບາດກ້າວນີ້ຢ່າງປະສົບຜົນສຳເລັດບໍ່ແມ່ນສິ່ງທີ່ງ່າຍເລີຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເຈົ້າຄວນຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 474)
ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການຈັດການຫຍັງເລີຍ, ພວກເຂົາເຊື່ອໃນພຣະເຈົ້າແມ່ນເພື່ອເຂົ້າສູ່ສະຫວັນ, ເພື່ອຮັບເອົາລາງວັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອຖືກເຮັດໃຫ້ສົມບູນ ຫຼື ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄັ້ງທີ່ຜູ້ຄົນເຊື່ອໃນພຣະເຈົ້າເພື່ອມີຊີວິດຢ່າງມີຄວາມໝາຍ ຫຼື ມີໜ້ອຍຄັ້ງທີ່ຈະມີຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່ ເຂົາຈຶ່ງສົມຄວນຮັກພຣະເຈົ້າ ເພາະມັນຖືກກຳນົດໄວ້ໂດຍສະຫວັນ ແລະ ຮັບຮູ້ເທິງແຜ່ນດິນໂລກທີ່ຕ້ອງເຮັດແບບນັ້ນ ແລະ ມັນຄືວິຊາຊີບຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝາຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສະແຫວງຫາເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ ຈຳນວນຄົນທີ່ມີໄຊຊະນະແມ່ນມີໜ້ອຍຫຼາຍ. ຈົນເຖິງປັດຈຸບັນ, ສາເຫດທີ່ວ່າເປັນຫຍັງຜູ້ຄົນຈຶ່ງລົ້ມເຫຼວ ຫຼື ຄວາມລັບກ່ຽວກັບໄຊຊະນະຂອງພວກເຂົາກໍຍັງບໍ່ມີໃຜຮູ້. ຄົນທີ່ໝົກໝູ້ນກັບການສະແຫວງຫາພຣະຄຣິດ ກໍຍັງບໍ່ໄດ້ພົບການເຂົ້າໃຈໂດຍທັນທີ, ພວກເຂົາຍັງບໍ່ໄດ້ລົງເລິກເຖິງຕົ້ນເຫດຂອງຄວາມເລິກລັບເຫຼົ່ານີ້, ເພາະພວກເຂົາບໍ່ຮູ້ຫຍັງເລີຍ. ເຖິງແມ່ນວ່າ ພວກເຂົາພຽນພະຍາຍາມຢ່າງເຈັບປວດໃນການສະແຫວງຫາຂອງພວກເຂົາ, ເສັ້ນທາງທີ່ພວກເຂົາຍ່າງກໍເປັນເສັ້ນທາງແຫ່ງຄວາມລົ້ມເຫຼວທີ່ບັນພະບຸລຸດຂອງພວກເຂົາເຄີຍຍ່າງມາກ່ອນ ແລະ ບໍ່ແມ່ນເສັ້ນທາງແຫ່ງຄວາມສຳເລັດ. ໃນກໍລະນີນີ້, ບໍ່ວ່າພວກເຂົາຈະສະແຫວງຫາແນວໃດກໍຕາມ, ພວກເຂົາບໍ່ແມ່ນຍ່າງຕາມເສັ້ນທາງທີ່ນໍາໄປສູ່ຄວາມມືດບໍ? ສິ່ງທີ່ພວກເຂົາໄດ້ຮັບບໍ່ແມ່ນໝາກຜົນທີ່ຂົມຂື່ນບໍ? ມັນຍາກພໍສົມຄວນທີ່ຈະຄາດຄະເນວ່າ ໃນທີ່ສຸດແລ້ວ ຜູ້ຄົນທີ່ຮຽນແບບຄົນທີ່ໄດ້ປະສົບຄວາມສຳເລັດໃນອະດີດນັ້ນ ຈະມີຄວາມໂຊກດີ ຫຼື ຄວາມຈິບຫາຍ. ແລ້ວຈະມີໂອກາດເປັນໄປໄດ້ຫຼາຍສໍ່າໃດສຳລັບຄົນທີ່ສະແຫວງຫາໂດຍຕິດຕາມບາດກ້າວຂອງຄົນທີ່ລົ້ມເຫຼວ? ພວກເຂົາຈະຍິ່ງບໍ່ມີໂອກາດທີ່ຈະລົ້ມເຫຼວຫຼາຍກວ່າເກົ່າບໍ? ແມ່ນຫຍັງຄືຄຸນຄ່າໃນເສັ້ນທາງທີ່ພວກເຂົາຍ່າງ? ພວກເຂົາບໍ່ໄດ້ເສຍເວລາຂອງພວກເຂົາບໍ? ສະຫຼຸບ ບໍ່ວ່າຜູ້ຄົນຈະປະສົບຄວາມສຳເລັດ ຫຼື ລົ້ມເຫຼວໃນການສະແຫວງຫາຂອງພວກເຂົາ, ທຸກການກະທໍາແມ່ນມີເຫດຜົນ ແລະ ມັນບໍ່ເປັນຈິງທີ່ວ່າຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງພວກເຂົາແມ່ນຖືກກຳນົດໂດຍການສະແຫວງຕາມແບບທີ່ພວກເຂົາມັກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 475)
ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ເຊື່ອຟັງຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ນີ້ແມ່ນສິ່ງທີ່ຄົນລົ້ມເຫຼວບໍ່ສາມາດບັນລຸໄດ້ ແລະ ຄົນທີ່ບໍ່ສາມາດຄົ້ນພົບພຣະຄຣິດກໍແຮງບໍ່ສາມາດບັນລຸມັນໄດ້. ຍ້ອນມະນຸດບໍ່ເກັ່ງໃນການອຸທິດຕົນເອງທັງໝົດໃຫ້ກັບພຣະເຈົ້າ, ຍ້ອນມະນຸດບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຂົາຕໍ່ພຣະຜູ້ສ້າງ, ຍ້ອນມະນຸດໄດ້ເຫັນຄວາມຈິງ ແຕ່ຫຼີກເວັ້ນຄວາມຈິງນັ້ນ ແລະ ຍ່າງຕາມເສັ້ນທາງຂອງເຂົາເອງ, ຍ້ອນມະນຸດສະແຫວງຫາໂດຍຕິດຕາມເສັ້ນທາງຂອງຄົນທີ່ລົ້ມເຫຼວຢູ່ສະເໝີ, ຍ້ອນມະນຸດຝ່າຝືນສະຫວັນຢູ່ສະເໝີ ສະນັ້ນ ມະນຸດຈຶ່ງລົ້ມເຫຼວຢູ່ສະເໝີ, ຕົກຢູ່ໃນກົນອຸບາຍຂອງຊາຕານຢູ່ຕະຫຼອດເວລາ ແລະ ຕິດດາງແຫຂອງຕົນເອງ. ຍ້ອນມະນຸດບໍ່ຮູ້ຈັກພຣະຄຣິດ, ຍ້ອນມະນຸດບໍ່ເກັ່ງໃນການເຂົ້າໃຈ ແລະ ຜະເຊີນກັບຄວາມຈິງ, ຍ້ອນມະນຸດນະມັດສະການໂປໂລຫຼາຍເກີນໄປ ແລະ ປາຖະໜາຢາກໄປສະຫວັນຫຼາຍເກີນໄປ, ຍ້ອນມະນຸດຮຽກຮ້ອງໃຫ້ພຣະຄຣິດເຊື່ອຟັງເຂົາຢູ່ສະເໝີ ແລະ ສັ່ງພຣະເຈົ້າໃຫ້ເຮັດແບບນັ້ນແບບນີ້, ສະນັ້ນ ບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ຄົນທີ່ໄດ້ຜະເຊີນກັບຄວາມລຳບາກເທິງແຜ່ນດິນໂລກ ກໍຍັງຕ້ອງຕາຍ ແລະ ຍັງຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າອີກດ້ວຍ. ສິ່ງທີ່ເຮົາເວົ້າໄດ້ ກ່ຽວກັບຄົນປະເພດດັ່ງກ່າວກໍຄື ພວກເຂົາຕາຍຢ່າງອະນາດ ແລະ ຜົນຕາມມາສຳລັບພວກເຂົາກໍຄືຄວາມຕາຍຂອງພວກເຂົາແມ່ນບໍ່ໄດ້ປາສະຈາກເຫດຜົນ. ຄວາມລົ້ມເຫຼວຂອງພວກເຂົາບໍ່ແມ່ນຍິ່ງບໍ່ທົນຕໍ່ກົດເກນແຫ່ງສະຫວັນບໍ? ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ ນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ ພຣະຄຣິດສະໜອງພຽງຄວາມຈິງ; ພຣະອົງບໍ່ໄດ້ມາເພື່ອຕັດສິນວ່າ ມະນຸດຈະປະສົບຄວາມສຳເລັດໃນການສະແຫວງຫາຄວາມຈິງຂອງເຂົາ ຫຼື ບໍ່. ສະນັ້ນ ຄວາມຈິງຈຶ່ງເປັນໄປດັ່ງນີ້, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມຈິງແມ່ນລ້ວນແລ້ວແຕ່ຂຶ້ນກັບການສະແຫວງຫາຂອງມະນຸດ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງມະນຸດທີ່ຢູ່ໃນຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບພຣະຄຣິດ, ແຕ່ກົງກັນຂ້າມ ມັນຖືກກຳນົດໂດຍການສະແຫວງຫາຂອງພວກເຂົາເອງ. ຈຸດໝາຍປາຍທາງຂອງມະນຸດ ແລະ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງເຂົາບໍ່ສາມາດເອົາມາຢອງຢູ່ເທິງຫົວຂອງພຣະເຈົ້າໄດ້ ເພື່ອໃຫ້ພຣະເຈົ້າແບກຮັບເອົາມັນ, ເພາະວ່າ ນີ້ບໍ່ແມ່ນບັນຫາຂອງພຣະເຈົ້າເອງ, ແຕ່ກ່ຽວຂ້ອງກັບໜ້າທີ່ໆສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດໂດຍກົງ. ຄົນສ່ວນໃຫຍ່ມີຄວາມຮູ້ເລັກນ້ອຍກ່ຽວກັບການສະແຫວງຫາ ແລະ ຈຸດໝາຍປາຍທາງຂອງໂປໂລ ແລະ ເປໂຕ, ແຕ່ຜູ້ຄົນບໍ່ຮູ້ຫຍັງເລີຍ ນອກຈາກຜົນໄດ້ຮັບຂອງເປໂຕ ແລະ ໂປໂລ ແລະ ບໍ່ຮູ້ເຖິງຄວາມລັບທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງເປໂຕ ຫຼື ຄວາມບົກຜ່ອງທີ່ນໍາໄປສູ່ຄວາມລົ້ມເຫຼວຂອງໂປໂລ. ດ້ວຍເຫດນັ້ນ ຖ້າພວກເຈົ້າບໍ່ສາມາດເບິ່ງເຫັນແກ່ນແທ້ຂອງການສະແຫວງຫາຂອງພວກເຂົາຢ່າງສົມບູນ, ແລ້ວການສະແຫວງຫາຂອງພວກເຈົ້າສ່ວນໃຫຍ່ກໍຍັງຈະລົ້ມເຫຼວ ແລະ ເຖິງແມ່ນວ່າ ພວກເຈົ້າຈຳນວນໜ້ອຍຄົນຈະປະສົບຄວາມສຳເລັດ, ພວກເຈົ້າກໍຍັງບໍ່ເທົ່າກັບເປໂຕ. ຖ້າເສັ້ນທາງຂອງການສະແຫວງຫາຂອງເຈົ້າເປັນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າຈະກໍມີຄວາມຫວັງແຫ່ງຄວາມສຳເລັດ; ຖ້າເສັ້ນທາງທີ່ເຈົ້າຍ່າງໃນການສະແຫວງຫາຄວາມຈິງນັ້ນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າຈະບໍ່ສາມາດມີຄວາມສຳເລັດຕະຫຼອດໄປ ແລະ ຈະພົບກັບຈຸດຈົບຄືກັນກັບໂປໂລ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 476)
ເປໂຕເປັນມະນຸດທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກທີ່ໄດ້ຜະເຊີນກັບການຕີສອນ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນກໍ່ໄດ້ຮັບຄວາມຮັກທີ່ບໍລິສຸດສຳລັບພຣະເຈົ້າ, ລາວຈຶ່ງໄດ້ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ; ເສັ້ນທາງທີ່ລາວຍ່າງເປັນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ. ນັ້ນໝາຍຄວາມວ່າ ຕັ້ງແຕ່ເລີ່ມຕົ້ນແລ້ວ, ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ແຮງຜັກດັນຂອງລາວສຳລັບການເຊື່ອໃນພຣະເຈົ້າກໍເປັນສິ່ງທີ່ຖືກຕ້ອງ ແລະ ດ້ວຍເຫດນັ້ນ ລາວຈຶ່ງກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຍ່າງໃນເສັ້ນທາງໃໝ່ທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນໜ້ານັ້ນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ໂປໂລຍ່າງຕັ້ງແຕ່ຕອນເລີ່ມຕົ້ນແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະຄຣິດ ແລະ ເປັນພຽງຍ້ອນວ່າ ພຣະວິນຍານບໍລິສຸດປາຖະໜາໃຊ້ລາວ ແລະ ສວຍໂອກາດໃຊ້ພອນສະຫວັນຂອງລາວ ແລະ ຄຸນຄວາມດີທັງໝົດຂອງລາວສຳລັບພາລະກິດຂອງພຣະອົງ, ສະນັ້ນ ລາວຈຶ່ງປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາສອງສາມທົດສະວັດ. ລາວພຽງແຕ່ເປັນຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ ແລະ ລາວບໍ່ໄດ້ຖືກໃຊ້ຍ້ອນພຣະເຢຊູຊື່ນຊົມຄວາມເປັນມະນຸດຂອງລາວ ແຕ່ຍ້ອນພອນສະຫວັນຂອງລາວ. ລາວສາມາດປະຕິບັດພາລະກິດເພື່ອພຣະເຢຊູ ຍ້ອນວ່າລາວຖືກໂຈມຕີ, ບໍ່ແມ່ນຍ້ອນລາວພໍໃຈທີ່ຈະເຮັດແບບນັ້ນ. ລາວສາມາດປະຕິບັດພາລະກິດດັ່ງກ່າວ ຍ້ອນແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ລາວປະຕິບັດແມ່ນບໍ່ມີທາງເປັນຕົວແທນໃຫ້ກັບການສະແຫວງຫາຂອງລາວ ຫຼື ຄວາມເປັນມະນຸດຂອງລາວໄດ້. ພາລະກິດຂອງໂປໂລເປັນຕົວແທນໃຫ້ກັບພາລະກິດຂອງຜູ້ຮັບໃຊ້ ເຊິ່ງໝາຍຄວາມວ່າ ລາວປະຕິບັດພາລະກິດຂອງອັກຄະສາວົກ. ແຕ່ສໍາລັບເປໂຕແມ່ນແຕກຕ່າງ, ລາວໄດ້ປະຕິບັດພາລະກິດບາງຢ່າງເຊັ່ນກັນ; ແລະ ເຖິງແມ່ນວ່າພາລະກິດນັ້ນບໍ່ໄດ້ຍິ່ງໃຫຍ່ສໍ່າພາລະກິດຂອງໂປໂລ, ແຕ່ລາວປະຕິບັດພາລະກິດໃນຂະນະທີ່ກຳລັງສະແຫວງຫາທາງເຂົ້າຂອງລາວເອງ ແລະ ພາລະກິດຂອງລາວແມ່ນແຕກຕ່າງຈາກພາລະກິດຂອງໂປໂລ. ພາລະກິດຂອງເປໂຕແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ລາວບໍ່ໄດ້ປະຕິບັດພາລະກິດໃນບົດບາດຂອງອັກຄະສາວົກ, ແຕ່ເຮັດພາລະກິດໃນຂະນະທີ່ກຳລັງສະແຫວງຫາຄວາມຮັກສໍາລັບພຣະເຈົ້າ. ເສັ້ນທາງແຫ່ງພາລະກິດຂອງໂປໂລແມ່ນປະກອບດ້ວຍການສະແຫວງຫາເພື່ອຜົນປະໂຫຍດສ່ວນຕົວຂອງລາວ: ການສະແຫວງຫາຂອງລາວແມ່ນບໍ່ໄດ້ເຫັນແກ່ຫຍັງເລີຍ ນອກຈາກຄວາມຫວັງສຳລັບອະນາຄົດຂອງລາວ ແລະ ຄວາມປາຖະໜາສຳລັບຈຸດໝາຍປາຍທາງທີ່ດີ. ລາວບໍ່ຍອມຮັບເອົາການຫຼໍ່ຫຼອມໃນລະຫວ່າງປະຕິບັດພາລະກິດຂອງລາວ ຫຼື ລາວບໍ່ຍອມຮັບເອົາການລິຮານ ແລະ ການຈັດການ. ລາວເຊື່ອວ່າ ຕາບໃດທີ່ພາລະກິດທີ່ລາວເຮັດນັ້ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ທຸກສິ່ງທີ່ລາວເຮັດນັ້ນເປັນທີ່ພໍໃຈພຣະເຈົ້າ, ແລ້ວໃນທີ່ສຸດ ລາງວັນກໍຈະເປັນຂອງລາວ. ບໍ່ມີປະສົບການສ່ວນຕົວໃນພາລະກິດຂອງລາວ, ພາລະກິດນັ້ນແມ່ນລ້ວນແລ້ວແຕ່ເພື່ອຕົວມັນເອງ ແລະ ບໍ່ໄດ້ປະຕິບັດໃນທ່າມກາງການສະແຫວງຫາເພື່ອປ່ຽນແປງ. ທຸກສິ່ງທີ່ຢູ່ໃນພາລະກິດຂອງລາວແມ່ນປະຕິບັດໃນຮູບແບບທຸລະກິດ, ມັນບໍ່ໄດ້ປະຕິບັດໃນຮູບແບບໜ້າທີ່ ຫຼື ການຍິນຍອມຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ໃນລະຫວ່າງເສັ້ນທາງແຫ່ງພາລະກິດຂອງໂປໂລນັ້ນ, ບໍ່ມີການປ່ຽນແປງໃນອຸປະນິໄສເດີມຂອງລາວ. ພາລະກິດຂອງລາວແມ່ນເປັນການບໍລິການຄົນອື່ນເທົ່ານັ້ນ ແລະ ບໍ່ສາມາດນໍາການປ່ຽນແປງມາສູ່ອຸປະນິໄສຂອງລາວໄດ້. ໂປໂລປະຕິບັດພາລະກິດຂອງລາວໂດຍກົງ ໂດຍບໍ່ໄດ້ຖືກເຮັດໃຫ້ສົມບູນ ຫຼື ຖືກຈັດການ ແຕ່ລາວຖືກຜັກດັນໂດຍລາງວັນ. ເປໂຕແມ່ນແຕກຕ່າງ: ລາວເປັນຄົນທີ່ຜະເຊີນກັບການລິຮານ ແລະ ການຈັດການ ແລະ ໄດ້ຜະເຊີນກັບການຫຼໍ່ຫຼອມ. ໂດຍພື້ນຖານແລ້ວ ຈຸດປະສົງ ແລະ ແຮງຜັກດັນຂອງພາລະກິດຂອງເປໂຕແຕກຕ່າງຈາກໂປໂລ. ເຖິງແມ່ນເປໂຕບໍ່ໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ອຸປະນິໄສຂອງລາວແມ່ນໄດ້ຮັບການປ່ຽນແປງຫຼາຍຢ່າງ ແລະ ສິ່ງທີ່ລາວສະແຫວງຫາຄືຄວາມຈິງ ແລະ ການປ່ຽນແປງທີ່ແທ້ຈິງ. ພາລະກິດຂອງລາວບໍ່ໄດ້ຖືກປະຕິບັດໂດຍເຫັນແກ່ພາລະກິດເອງ. ເຖິງແມ່ນວ່າ ໂປໂລປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນກໍລ້ວນແລ້ວແຕ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຖິງແມ່ນວ່າ ໂປໂລຮ່ວມມືໃນພາລະກິດນີ້, ລາວກໍບໍ່ໄດ້ປະສົບກັບມັນ. ສິ່ງທີ່ເຮັດໃຫ້ເປໂຕປະຕິບັດພາລະກິດໜ້ອຍກວ່າກໍຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດຜ່ານທາງລາວຢ່າງຫຼວງຫຼາຍ. ຈຳນວນຂອງພາລະກິດຂອງພວກເຂົາບໍ່ໄດ້ກຳນົດວ່າ ພວກເຂົາຖືກເຮັດໃຫ້ສົມບູນ ຫຼື ບໍ່; ການສະແຫວງຫາຂອງຄົນໜຶ່ງແມ່ນເພື່ອຮັບເອົາລາງວັນ ແລະ ອີກຄົນໜຶ່ງແມ່ນເພື່ອບັນລຸຄວາມຮັກທີ່ສູງສຸດສຳລັບພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ຈົນເຖິງຂັ້ນທີ່ວ່າ ເຂົາສາມາດດຳລົງຊີວິດຕາມລັກສະນະທີ່ເປັນຕາຮັກເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ພວກເຂົາແຕກຕ່າງກັນຢູ່ພາຍນອກ ແລະ ດ້ວຍເຫດນັ້ນ ແກ່ນແທ້ຂອງພວກເຂົາກໍຈຶ່ງແຕກຕ່າງກັນ. ເຈົ້າບໍ່ສາມາດກຳນົດໄດ້ວ່າ ແມ່ນໃຜໃນພວກເຂົາທີ່ຖືກເຮັດໃຫ້ສົມບູນ ໂດຍອີງຕາມຈຳນວນຂອງພາລະກິດທີ່ພວກເຂົາປະຕິບັດ. ເປໂຕສະແຫວງຫາເພື່ອດຳລົງຊີວິດຕາມລັກສະນະຂອງຄົນທີ່ຮັກພຣະເຈົ້າ, ເພື່ອເປັນຄົນທີ່ເຊື່ອຟັງພຣະເຈົ້າ, ເພື່ອເປັນຄົນທີ່ຮັບເອົາການຈັດການ ແລະ ການລິຮານ ແລະ ເພື່ອເປັນຄົນທີ່ປະຕິບັດໜ້າທີ່ຂອງລາວໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ລາວສາມາດອຸທິດຕົນເອງໃຫ້ກັບພຣະເຈົ້າ, ນໍາທັງໝົດຂອງລາວເອງມາຢູ່ໃນມືຂອງພຣະເຈົ້າ ແລະ ເຊື່ອຟັງພຣະອົງຈົນຕາຍ. ນັ້ນຄືສິ່ງທີ່ລາວຕັດສິນໃຈທີ່ຈະເຮັດ ແລະ ຍິ່ງໄປກວ່ານັ້ນ ນັ້ນຄືສິ່ງທີ່ລາວໄດ້ບັນລຸ. ນີ້ຄືເຫດຜົນພື້ນຖານທີ່ວ່າ ໃນທີ່ສຸດແລ້ວ ເປັນຫຍັງຜົນໄດ້ຮັບຂອງລາວຈຶ່ງແຕກຕ່າງຈາກຜົນໄດ້ຮັບຂອງໂປໂລ. ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເປໂຕແມ່ນເພື່ອເຮັດໃຫ້ລາວສົມບູນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນໂປໂລແມ່ນເພື່ອນໍາໃຊ້ລາວ. ນັ້ນກໍເພາະທຳມະຊາດຂອງພວກເຂົາ ແລະ ມຸມມອງຂອງພວກເຂົາຕໍ່ການສະແຫວງຫາແມ່ນບໍ່ຄືກັນ. ທັງສອງມີພາລະກິດຂອງພຣະວິນຍານບໍລິສຸດ. ເປໂຕນໍາໃຊ້ພາລະກິດນີ້ກັບຕົວລາວເອງ ແລະ ຍັງສະໜອງພາລະກິດນັ້ນໃຫ້ກັບຄົນອື່ນ; ໃນຂະນະດຽວກັນ ໂປໂລພຽງແຕ່ສະໜອງທັງໝົດຂອງພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບຄົນອື່ນ ແລະ ລາວເອງກໍບໍ່ໄດ້ຮັບຜົນຫຍັງເລີຍຈາກພາລະກິດນັ້ນ. ດ້ວຍເຫດນີ້, ຫຼັງຈາກທີ່ລາວໄດ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີ, ການປ່ຽນແປງໃນໂປໂລຈຶ່ງເກືອບບໍ່ມີເລີຍ. ລາວຍັງຢູ່ໃນສະພາວະທຳມະຊາດຂອງລາວ ແລະ ມັນຍັງເປັນໂປໂລໃນເມື່ອກ່ອນຄືເກົ່າ. ມັນເປັນພຽງຍ້ອນ ຫຼັງຈາກການອົດທົນຕໍ່ຄວາມລໍາບາກຈາກພາລະກິດເປັນເວລາຫຼາຍປີ, ລາວຈຶ່ງຮຽນຮູ້ວິທີ “ປະຕິບັດພາລະກິດ” ແລະ ຮຽນຮູ້ເຖິງຄວາມອົດກັ້ນ, ແຕ່ທຳມະຊາດດັ່ງເດີມຂອງລາວທີ່ເປັນທຳມະຊາດທີ່ມັກໃນການແຂ່ງຂັນສູງ ແລະ ມັກຄ້າຂາຍ ກໍຍັງຄົງຢູ່ຄືເກົ່າ. ຫຼັງຈາກປະຕິບັດພາລະກິດເປັນເວລາຫຼາຍປີ, ລາວບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ຫຼື ລາວບໍ່ປະຖິ້ມອຸປະນິໄສເກົ່າອອກຈາກຕົນເອງ ແລະ ອຸປະນິໄສນັ້ນກໍຍັງສາມາດເຫັນໄດ້ໃນພາລະກິດຂອງລາວ. ໃນຕົວລາວນັ້ນ ມີພຽງປະສົບການກ່ຽວກັບພາລະກິດ, ແຕ່ປະສົບການເລັກນ້ອຍພຽງຢ່າງດຽວແມ່ນບໍ່ສາມາດປ່ຽນແປງລາວໄດ້ ແລະ ບໍ່ສາມາດປ່ຽນແປງມຸມມອງຂອງລາວກ່ຽວກັບການເປັນຢູ່ ຫຼື ຄວາມສຳຄັນຂອງການສະແຫວງຫາຂອງລາວໄດ້. ເຖິງແມ່ນວ່າ ລາວປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາຫຼາຍປີ ແລະ ບໍ່ເຄີຍຂົ່ມເຫັງພຣະເຢຊູເຈົ້າຈັກເທື່ອ, ໃນຫົວໃຈຂອງລາວນັ້ນ ບໍ່ມີການປ່ຽນແປງໃນຄວາມຮູ້ທີ່ລາວມີກ່ຽວກັບພຣະເຈົ້າເລີຍ. ນີ້ໝາຍຄວາມວ່າ ລາວບໍ່ໄດ້ປະຕິບັດພາລະກິດເພື່ອອຸທິດຕົນໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ລາວຖືກບັງຄັບໃຫ້ປະຕິບັດພາລະກິດໂດຍເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງລາວ. ຍ້ອນວ່າໃນຕອນເລີ່ມຕົ້ນນັ້ນ ລາວໄດ້ຂົ່ມເຫັງພຣະຄຣິດ ແລະ ບໍ່ຍອມອ່ອນນ້ອມຕໍ່ພຣະຄຣິດ; ລາວເປັນກະບົດໂດຍທຳມະຊາດ ຜູ້ເຊິ່ງຕໍ່ຕ້ານພຣະຄຣິດໂດຍເຈດຕະນາ ແລະ ເປັນຄົນທີ່ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອພາລະກິດຂອງລາວເກືອບຈະສິ້ນສຸດລົງ, ລາວຍັງບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ພຽງແຕ່ປະພຶດຕາມຄວາມຕ້ອງການຂອງລາວເອງ ອີງຕາມລັກສະນະຂອງລາວເອງ ໂດຍບໍ່ສົນໃຈຄວາມປະສົງຂອງພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ແລ້ວດ້ວຍເຫດນັ້ນ ທຳມະຊາດຂອງລາວຈຶ່ງເປັນສັດຕູກັບພຣະຄຣິດ ແລະ ບໍ່ເຊື່ອຟັງຄວາມຈິງ. ຄົນແບບນີ້ ຜູ້ເຊິ່ງຖືກພາລະກິດຂອງພຣະວິນຍານບໍລິສຸດປະຖິ້ມ, ຜູ້ເຊິ່ງບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຜູ້ທີ່ຍັງຕໍ່ຕ້ານພຣະຄຣິດ, ຄົນປະເພດນີ້ຈະຮັບຄວາມລອດພົ້ນໄດ້ແນວໃດ? ບໍ່ວ່າມະນຸດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບຈຳນວນພາລະກິດທີ່ເຂົາປະຕິບັດ ຫຼື ເຂົາອຸທິດຕົນຫຼາຍສໍ່າໃດ, ແຕ່ກົງກັນຂ້າມ ມັນຖືກກຳນົດດ້ວຍຄຳຖາມທີ່ວ່າ ເຂົາຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່, ເຂົາສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ບໍ່ ແລະ ມຸມມອງຂອງເຂົາທີ່ມີຕໍ່ການສະແຫວງຫານັ້ນ ສອດຄ່ອງກັບຄວາມຈິງ ຫຼື ບໍ່.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 477)
ເຖິງແມ່ນວ່າການເປີດເຜີຍໂດຍທຳມະຊາດໄດ້ເກີດຂຶ້ນຫຼັງຈາກທີ່ເປໂຕເລີ່ມຕິດຕາມພຣະເຢຊູ ແຕ່ໃນທຳມະຊາດແລ້ວ ຕັ້ງແຕ່ຕົ້ນມາ ລາວເປັນຄົນທີ່ເຕັມໃຈຍອມອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ ແລະ ສະແຫວງຫາພຣະຄຣິດ. ການເຊື່ອຂອງລາວທີ່ມີຕໍ່ພຣະວິນຍານບໍລິສຸດ ນັ້ນກໍຄື ລາວບໍ່ໄດ້ສະແຫວງຫາຊື່ສຽງ ແລະ ຊັບສິນ, ແຕ່ກົງກັນຂ້າມ ລາວໄດ້ຮັບການດົນບັນດານໃຈຈາກການເຊື່ອຟັງຄວາມຈິງ. ເຖິງແມ່ນວ່າ ມີສາມຄັ້ງທີ່ເປໂຕປະຕິເສດບໍ່ຮູ້ຈັກພຣະຄຣິດ ແລະ ເຖິງແມ່ນວ່າ ລາວທົດລອງອົງພຣະເຢຊູເຈົ້າ, ຄວາມບົກຜ່ອງເລັກນ້ອຍແບບນັ້ນຂອງມະນຸດບໍ່ກ່ຽວຂ້ອງກັບທຳມະຊາດຂອງລາວ, ມັນບໍ່ມີຜົນກະທົບຕໍ່ການສະແຫວງຫາໃນອະນາຄົດຂອງລາວ ແລະ ມັນບໍ່ສາມາດພິສູດຢ່າງພຽງພໍວ່າ ການທົດລອງນັ້ນເປັນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດ. ຄວາມບົກຜ່ອງຂອງມະນຸດແມ່ນສິ່ງທີ່ທຸກຄົນໃນແຜ່ນດິນໂລກມີ, ເຈົ້າຄາດຫວັງໃຫ້ເປໂຕແຕກຕ່າງບໍ? ຜູ້ຄົນບໍ່ໄດ້ມີມຸມມອງບາງຢ່າງກ່ຽວກັບເປໂຕ ຍ້ອນວ່າລາວເຮັດຜິດພາດຢ່າງໂງ່ຈ້າຫຼາຍຄັ້ງບໍ? ແລ້ວຜູ້ຄົນບໍ່ໄດ້ເຄົາລົບໂປໂລ ຍ້ອນພາລະກິດທຸກຢ່າງທີ່ລາວເຮັດ ແລະ ຈົດໝາຍທຸກສະບັບທີ່ລາວຂຽນບໍ? ມະນຸດຈະສາມາດເຫັນທາດແທ້ຂອງມະນຸດໄດ້ແນວໃດ? ແນ່ນອນ ຄົນທີ່ມີສະຕິແທ້ຈິງຈະສາມາດເຫັນສິ່ງທີ່ບໍ່ມີຄວາມສຳຄັນແບບນັ້ນບໍ? ເຖິງແມ່ນປະສົບການທີ່ເຈັບປວດຫຼາຍປີຂອງເປໂຕບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ, ນີ້ກໍບໍ່ໄດ້ພິສູດວ່າ ເປໂຕບໍ່ມີປະສົບການທີ່ແທ້ຈິງເລີຍ ຫຼື ເປໂຕບໍ່ໄດ້ຖືກເຮັດໃຫ້ສົມບູນ. ມະນຸດຈະສາມາດຢັ່ງຮູ້ພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ການບັນທຶກໃນພຣະຄຳພີບໍ່ໄດ້ຖືກຄັດເລືອກໂດຍພຣະເຢຊູເອງ, ແຕ່ຖືກຮວບຮວມໂດຍຄົນລຸ້ນຕໍ່ມາ. ເມື່ອເວົ້າແບບນັ້ນ, ທຸກສິ່ງທີ່ບັນທຶກໃນພຣະຄຳພີບໍ່ແມ່ນຖືກເລືອກເອົາຕາມແນວຄິດຂອງມະນຸດບໍ? ຍິ່ງໄປກວ່ານັ້ນ, ຜົນໄດ້ຮັບຂອງເປໂຕ ແລະ ໂປໂລແມ່ນບໍ່ໄດ້ຖືກລະບຸໄວ້ໃນຈົດໝາຍຢ່າງຈະແຈ້ງ ສະນັ້ນ ມະນຸດຈຶ່ງຕັດສິນເປໂຕ ແລະ ໂປໂລຕາມຄວາມເຂົ້າໃຈຂອງພວກເຂົາເອງ ແລະ ຕາມຄວາມພຶງພໍໃຈຂອງພວກເຂົາເອງ. ແລ້ວຍ້ອນໂປໂລປະຕິບັດພາລະກິດຫຼາຍຢ່າງ, ຍ້ອນ “ການປະກອບສ່ວນ” ຂອງລາວຍິ່ງໃຫຍ່ຫຼາຍ, ລາວຈຶ່ງໄດ້ເອົາຊະນະຄວາມໄວ້ໃຈຂອງຝູງຊົນ. ມະນຸດບໍ່ໄດ້ຕັ້ງໃຈໃສ່ແຕ່ໃນເລື່ອງຜິວເພີນເທົ່ານັ້ນບໍ? ມະນຸດຈະສາມາດເຫັນທາດແທ້ຂອງມະນຸດໄດ້ແນວໃດ? ນອກຈາກນັ້ນ, ໃນເມື່ອໂປໂລເປັນເປົ້າໝາຍແຫ່ງການນະມັດສະການເປັນເວລາຫຼາຍພັນປີ, ແມ່ນໃຜກ້າທີ່ຈະປະຕິເສດພາລະກິດຂອງລາວໂດຍບໍ່ມີເຫດຜົນ? ເປໂຕເປັນພຽງຄົນຫາປາ, ແລ້ວການປະກອບສ່ວນຂອງລາວຈະຍິ່ງໃຫຍ່ສໍ່າກັບໂປໂລໄດ້ແນວໃດ? ໃນເລື່ອງການປະກອບສ່ວນທີ່ພວກເຂົາມີ, ໂປໂລຄວນໄດ້ຮັບລາງວັນກ່ອນເປໂຕ ແລະ ລາວຄວນເປັນຄົນທີ່ມີຄຸນສົມບັດຫຼາຍກວ່າທີ່ຈະຮັບເອົາການເຫັນດີຈາກພຣະເຈົ້າ. ແມ່ນຜູ້ໃດຈະສາມາດຈິນຕະນາການໄດ້ວ່າ ການທີ່ພຣະອົງປະຕິບັດຕໍ່ໂປໂລນັ້ນ ພຣະເຈົ້າພຽງແຕ່ເຮັດໃຫ້ລາວປະຕິບັດພາລະກິດຜ່ານພອນສະຫວັນຂອງລາວເທົ່ານັ້ນ ແຕ່ສໍາລັບເປໂຕພຣະເຈົ້າເຮັດໃຫ້ລາວສົມບູນ. ມັນບໍ່ແມ່ນໃນກໍລະນີທີ່ພຣະເຢຊູເຈົ້າໄດ້ວາງແຜນສຳລັບເປໂຕ ແລະ ໂປໂລຕັ້ງແຕ່ຕອນເລີ່ມຕົ້ນ, ກົງກັນຂ້າມ ພວກເຂົາຖືກເຮັດໃຫ້ສົມບູນ ຫຼື ນໍາເຂົ້າສູ່ພາລະກິດຕາມທຳມະຊາດທີ່ມີມາແຕ່ເກີດຂອງພວກເຂົາ. ດ້ວຍເຫດນັ້ນ ສິ່ງທີ່ຜູ້ຄົນເຫັນແມ່ນເປັນພຽງການປະກອບສ່ວນພາຍນອກຂອງມະນຸດເທົ່ານັ້ນ ໃນຂະນະທີ່ສິ່ງທີ່ພຣະເຈົ້າເຫັນແມ່ນທາດແທ້ຂອງມະນຸດ ພ້ອມທັງເສັ້ນທາງທີ່ມະນຸດສະແຫວງຫາຕັ້ງແຕ່ຕອນເລີ່ມຕົ້ນ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງມະນຸດ. ຜູ້ຄົນວັດແທກມະນຸດຕາມແນວຄິດຂອງພວກເຂົາ ແລະ ອີງຕາມຄວາມເຂົ້າໃຈຂອງພວກເຂົາເອງ, ແຕ່ຜົນໄດ້ຮັບຂັ້ນສຸດທ້າຍຂອງມະນຸດແມ່ນບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງກ່າວວ່າ ຖ້າເສັ້ນທາງທີ່ເຈົ້າຍ່າງຕັ້ງແຕ່ຕົ້ນແມ່ນເສັ້ນທາງແຫ່ງຄວາມສຳເລັດ ແລະ ທັດສະນະມຸມມອງຂອງເຈົ້າທີ່ມີຕໍ່ການສະແຫວງຫານັ້ນເປັນສິ່ງທີ່ຖືກຕ້ອງຕັ້ງແຕ່ຕົ້ນ, ແລ້ວເຈົ້າກໍເປັນຄືກັບເປໂຕ; ຖ້າເສັ້ນທາງທີ່ເຈົ້າຍ່າງແມ່ນເສັ້ນທາງແຫ່ງຄວາມລົ້ມເຫຼວ, ແລ້ວບໍ່ວ່າເຈົ້າຈະຈ່າຍລາຄາດ້ວຍຫຍັງກໍຕາມ, ຜົນໄດ້ຮັບຂອງເຈົ້າກໍຈະເປັນຄືກັບໂປໂລ. ບໍ່ວ່າໃນກໍລະນີໃດກໍຕາມ, ຈຸດໝາຍປາຍທາງຂອງເຈົ້າ ແລະ ບໍ່ວ່າເຈົ້າຈະສຳເລັດ ຫຼື ລົ້ມເຫຼວ ທັງສອງຢ່າງແມ່ນຖືກກຳນົດໂດຍເສັ້ນທາງທີ່ເຈົ້າສະແຫວງຫານັ້ນ ຖືກຕ້ອງ ຫຼື ບໍ່, ແທນທີ່ຈະເປັນການອຸທິດຂອງພວກເຈົ້າ ຫຼື ລາຄາທີ່ພວກເຈົ້າຈ່າຍ. ແກ່ນແທ້ຂອງເປໂຕ ແລະ ໂປໂລ ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫານັ້ນ ແມ່ນແຕກຕ່າງກັນ; ມະນຸດບໍ່ສາມາດຄົ້ນພົບສິ່ງເຫຼົ່ານີ້ໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຮູ້ຈັກພວກເຂົາຢ່າງຄົບຖ້ວນໄດ້. ຍ້ອນສິ່ງທີ່ພຣະເຈົ້າເຫັນແມ່ນທາດແທ້ຂອງມະນຸດ ໃນຂະນະທີ່ມະນຸດບໍ່ຮູ້ຫຍັງເລີຍກ່ຽວກັບແກ່ນແທ້ຂອງເຂົາເອງ. ມະນຸດບໍ່ສາມາດເຫັນແກ່ນແທ້ທີ່ຢູ່ພາຍໃນມະນຸດ ຫຼື ວຸດທິພາວະທີ່ແທ້ຈິງຂອງເຂົາໄດ້ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດຄົ້ນພົບເຫດຜົນຄວາມລົ້ມເຫຼວ ແລະ ຄວາມສຳເລັດຂອງໂປໂລ ແລະ ເປໂຕໄດ້. ເຫດຜົນທີ່ວ່າ ເປັນຫຍັງຄົນສ່ວນໃຫຍ່ຈຶ່ງນະມັດສະການໂປໂລ ແລະ ບໍ່ແມ່ນເປໂຕນັ້ນແມ່ນຍ້ອນວ່າໂປໂລຖືກໃຊ້ສຳລັບພາລະກິດທີ່ເປີດເຜີຍສູ່ປວງຊົນທົ່ວໄປ ແລະ ມະນຸດສາມາດເຂົ້າໃຈພາລະກິດນີ້ໄດ້ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງຮັບຮູ້ “ຜົນສຳເລັດ” ຂອງໂປໂລ. ໃນຂະນະດຽວກັນ ມະນຸດບໍ່ສາມາດເຫັນປະສົບການຂອງເປໂຕໄດ້ ແລະ ມະນຸດບໍ່ສາມາດເບິ່ງເຫັນສິ່ງທີ່ລາວສະແຫວງຫາໄດ້, ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສົນໃຈເປໂຕ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 478)
ເປໂຕຖືກເຮັດໃຫ້ສົມບູນຜ່ານການຜະເຊີນກັບການຈັດການ ແລະ ການຫຼໍ່ຫຼອມ. ລາວເວົ້າວ່າ “ຂ້ານ້ອຍຕ້ອງປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າຢູ່ຕະລອດເວລາ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ຂ້ານ້ອຍຕ້ອງສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ວ່າຂ້ານ້ອຍຈະຖືກຕີສອນ ຫຼື ຖືກພິພາກສາ, ຂ້ານ້ອຍກໍຍັງມີຄວາມສຸກທີ່ຈະເຮັດແບບນັ້ນ”. ເປໂຕມອບທັງໝົດຂອງລາວໃຫ້ກັບພຣະເຈົ້າ; ພາລະກິດ, ຄຳເວົ້າ ແລະ ຊີວິດທັງໝົດຂອງລາວກໍລ້ວນແລ້ວແຕ່ເພື່ອເຫັນແກ່ການຮັກພຣະເຈົ້າ. ລາວເປັນຄົນທີ່ສະແຫວງຫາຄວາມບໍລິສຸດ ແລະ ຍິ່ງລາວມີປະສົບການຫຼາຍສໍ່າໃດ, ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າໃນສ່ວນເລິກທີ່ຢູ່ພາຍໃນຫົວໃຈຂອງລາວກໍຍິ່ງມີຫຼາຍສໍ່ານັ້ນ. ໃນຂະນະດຽວກັນ ໂປໂລປະຕິບັດພຽງແຕ່ພາລະກິດພາຍນອກເທົ່ານັ້ນ ແລະ ເຖິງແມ່ນລາວປະຕິບັດພາລະກິດຢ່າງໜັກເຊັ່ນກັນ, ຄວາມພະຍາຍາມຂອງລາວແມ່ນເຫັນແກ່ການປະຕິບັດພາລະກິດໃຫ້ຖືກຕ້ອງ ແລະ ເພື່ອການຮັບເອົາລາງວັນ. ຖ້າລາວຮູ້ວ່າ ລາວຈະບໍ່ໄດ້ຮັບລາງວັນຫຍັງເລີຍ, ລາວກໍຈະສະລະພາລະກິດຂອງລາວ. ສິ່ງທີ່ເປໂຕສົນໃຈແມ່ນຄວາມຮັກແທ້ຈິງທີ່ຢູ່ພາຍໃນຫົວໃຈຂອງລາວ ແລະ ສິ່ງທີ່ເປັນຈິງ ແລະ ສາມາດບັນລຸໄດ້. ລາວບໍ່ສົນໃຈວ່າ ລາວຈະໄດ້ຮັບລາງວັນ ຫຼື ບໍ່, ແຕ່ສົນໃຈວ່າ ອຸປະນິໄສຂອງລາວຈະສາມາດປ່ຽນແປງໄດ້ ຫຼື ບໍ່. ໂປໂລສົນໃຈໃນການປະຕິບັດພາລະກິດໃຫ້ຫຼາຍຂຶ້ນກວ່າເກົ່າ, ລາວສົນໃຈກັບພາລະກິດພາຍນອກ ແລະ ການອຸທິດຕົນ ແລະ ກ່ຽວກັບຄຳສັ່ງສອນທີ່ຜູ້ຄົນທຳມະດາບໍ່ໄດ້ຜະເຊີນ. ລາວບໍ່ໄດ້ສົນໃຈໃນການປ່ຽນແປງທີ່ຢູ່ໃນສ່ວນເລິກພາຍໃນລາວ ຫຼື ສົນໃຈໃນຄວາມຮັກແທ້ຈິງທີ່ມີຕໍ່ພຣະເຈົ້າ. ປະສົບການຂອງເປໂຕແມ່ນເພື່ອບັນລຸຄວາມຮັກແທ້ຈິງ ແລະ ຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າ. ປະສົບການຂອງລາວແມ່ນເພື່ອຮັບເອົາຄວາມສຳພັນທີ່ໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນ ແລະ ເພື່ອມີການດຳລົງຊີວິດຕາມຄວາມເປັນຈິງ. ພາລະກິດຂອງໂປໂລແມ່ນຖືກປະຕິບັດຍ້ອນສິ່ງທີ່ພຣະເຢຊູຝາກຝັງໄວ້ກັບລາວ ແລະ ເພື່ອຮັບເອົາສິ່ງທີ່ລາວປາຖະໜາ, ແຕ່ສິ່ງເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັບຄວາມຮູ້ທີ່ລາວມີກ່ຽວກັບຕົນເອງ ແລະ ພຣະເຈົ້າ. ພາລະກິດຂອງລາວແມ່ນເຫັນແກ່ການຫຼີກເວັ້ນການຕີສອນ ແລະ ການພິພາກສາເທົ່ານັ້ນ. ສິ່ງທີ່ເປໂຕສະແຫວງຫາແມ່ນຄວາມຮັກທີ່ບໍລິສຸດ ແລະ ສິ່ງທີ່ໂປໂລສະແຫວງຫາແມ່ນມົງກຸດແຫ່ງຄວາມຊອບທຳ. ເປໂຕຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະຄຣິດ ພ້ອມທັງຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຕົນເອງ. ດ້ວຍເຫດນີ້ ຄວາມຮັກທີ່ລາວມີຕໍ່ພຣະເຈົ້າຈຶ່ງບໍລິສຸດ. ການຫຼໍ່ຫຼອມເປັນເວລາຫຼາຍປີໄດ້ຍົກລະດັບຄວາມຮູ້ຂອງລາວກ່ຽວກັບພຣະເຢຊູ ແລະ ຊີວິດ ແລະ ຄວາມຮັກຂອງລາວແມ່ນເປັນຄວາມຮັກທີ່ບໍ່ມີເງື່ອນໄຂ, ມັນເປັນຄວາມຮັກໂດຍທຳມະຊາດ ແລະ ລາວບໍ່ໄດ້ຮຽກຮ້ອງຫຍັງເປັນການຕອບແທນ ຫຼື ລາວບໍ່ໄດ້ຄາດຫວັງເອົາຜົນປະໂຫຍດໃດໆ. ໂປໂລປະຕິບັດພາລະກິດເປັນເວລາຫຼາຍປີ ແຕ່ລາວກໍບໍ່ມີຄວາມຮູ້ຫຍັງຫຼາຍກ່ຽວກັບພຣະຄຣິດ ແລະ ຄວາມຮູ້ທີ່ລາວມີກ່ຽວກັບຕົນເອງກໍໜ້ອຍຫຼາຍ. ລາວບໍ່ມີຄວາມຮັກສຳລັບພຣະຄຣິດ ແລະ ພາລະກິດຂອງລາວ ແລະ ເສັ້ນທາງທີ່ລາວແລ່ນກໍແມ່ນເພື່ອຮັບເອົາພວງມາໄລສຸດທ້າຍ. ສິ່ງທີ່ລາວສະແຫວງຫາແມ່ນມົງກຸດທີ່ດີທີ່ສຸດ ບໍ່ແມ່ນຄວາມຮັກທີ່ບໍລິສຸດທີ່ສຸດ. ລາວບໍ່ໄດ້ສະແຫວງຫາຢ່າງຫ້າວຫັນ ແຕ່ເປັນການສະແຫວງຫາແບບຂີ້ຄ້ານ; ລາວບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ, ແຕ່ຖືກບັງຄັບໃຫ້ລາວສະແຫວງຫາຫຼັງຈາກທີ່ຖືກຄອບຄອງໂດຍພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້ ການສະແຫວງຫາຂອງລາວຈຶ່ງບໍ່ໄດ້ພິສູດວ່າ ລາວເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ; ມັນແມ່ນເປໂຕທີ່ເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ຜູ້ເຊິ່ງປະຕິບັດພາລະກິດຂອງລາວ. ມະນຸດຄິດວ່າ ທຸກຄົນທີ່ປະກອບສ່ວນຮ່ວມກັບພຣະເຈົ້າ ຄວນໄດ້ຮັບລາງວັນ ແລະ ຍິ່ງມີການປະກອບສ່ວນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍນຶກເອົາເອງວ່າພວກເຂົາຄວນໄດ້ຮັບຄວາມກະລຸນາຂອງພຣະເຈົ້າຫຼາຍສໍ່ານັ້ນ. ແກ່ນແທ້ໃນມຸມມອງຂອງມະນຸດແມ່ນກ່ຽວກັບການເຮັດທຸລະກິດ ແລະ ເຂົາບໍ່ສະແຫວງຫາເພື່ອປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າຢ່າງຫ້າວຫັນ. ສຳລັບພຣະເຈົ້າແລ້ວ ຍິ່ງຜູ້ຄົນສະແຫວງຫາຄວາມຮັກແທ້ຈິງສຳລັບພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າຢ່າງສົມບູນຫຼາຍສໍ່າໃດ ເຊິ່ງໝາຍຄວາມວ່າ ການສະແຫວງຫາເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ພວກເຂົາກໍຍິ່ງສາມາດຮັບເອົາການເຫັນດີຈາກພຣະເຈົ້າຫຼາຍສໍ່ານັ້ນ. ມຸມມອງຂອງພຣະເຈົ້າຄືການຮຽກຮ້ອງໃຫ້ມະນຸດຟື້ນຟູໜ້າທີ່ ແລະ ສະຖານະດັ້ງເດີມຂອງພວກເຂົາ. ມະນຸດເປັນສິ່ງຖືກສ້າງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຄວນກ້າວລ່ວງຕົນເອງໂດຍຮຽກຮ້ອງຈາກພຣະເຈົ້າ ແລະ ບໍ່ຄວນເຮັດຫຍັງ ນອກຈາກປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ຈຸດໝາຍປາຍທາງຂອງໂປໂລ ແລະ ເປໂຕແມ່ນຖືກວັດແທກຕາມຄຳຖາມທີ່ວ່າ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງຖືກສ້າງຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ແມ່ນຕາມຂະໜາດຂອງການປະກອບສ່ວນຂອງພວກເຂົາ; ຈຸດໝາຍປາຍທາງຂອງພວກເຂົາແມ່ນຖືກກຳນົດຕາມສິ່ງທີ່ພວກເຂົາສະແຫວງຫາຕັ້ງແຕ່ຕົ້ນ, ບໍ່ແມ່ນຕາມຈຳນວນພາລະກິດທີ່ພວກເຂົາເຮັດ ຫຼື ຕາມການທີ່ຄົນອື່ນປະເມີນຄ່າຂອງພວກເຂົາ. ດ້ວຍເຫດນັ້ນ ການສະແຫວງຫາເພື່ອປະຕິບັດໜ້າທີ່ຂອງຕົນໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ ຈຶ່ງເປັນເສັ້ນທາງສູ່ຄວາມສຳເລັດ; ການສະແຫວງຫາເສັ້ນທາງເພື່ອຮັກພຣະເຈົ້າຢ່າງແທ້ຈິງຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງທີ່ສຸດ; ການສະແຫວງຫາການປ່ຽນແປງໃນອຸປະນິໄສເກົ່າຂອງຕົນ ແລະ ການສະແຫວງຫາຄວາມຮັກບໍລິສຸດສຳລັບພຣະເຈົ້າ ແມ່ນເສັ້ນທາງສູ່ຄວາມສຳເລັດ. ເສັ້ນທາງສູ່ຄວາມສຳເລັດດັ່ງກ່າວແມ່ນເສັ້ນທາງແຫ່ງການຟື້ນຟູໜ້າທີ່ດັ້ງເດີມ ພ້ອມທັງລັກສະນະດັ້ງເດີມຂອງສິ່ງຖືກສ້າງຂອງພຣະເຈົ້າ. ມັນຄືເສັ້ນທາງແຫ່ງການຟື້ນຟູ ແລະ ມັນຍັງເປັນຈຸດປະສົງຂອງພາລະກິດທັງໝົດຂອງພຣະເຈົ້າມາຕັ້ງແຕ່ຕົ້ນຈົນຈົບ. ຖ້າການສະແຫວງຫາຂອງມະນຸດຖືກເປິເປື້ອນດ້ວຍຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດ ແລະ ຄວາມປາຖະໜາທີ່ບໍ່ມີເຫດຜົນ, ແລ້ວຜົນທີ່ໄດ້ຮັບກໍຈະບໍ່ແມ່ນການປ່ຽນແປງໃນອຸປະນິໄສຂອງມະນຸດ. ສິ່ງນີ້ບໍ່ສອດຄ່ອງກັບພາລະກິດແຫ່ງການຟື້ນຟູ. ແນ່ນອນ ມັນບໍ່ແມ່ນພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ແລະ ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງພິສູດວ່າ ພຣະເຈົ້າບໍ່ເຫັນດ້ວຍກັບການສະແຫວງຫາປະເພດນີ້. ແລ້ວການສະແຫວງຫາທີ່ພຣະເຈົ້າບໍ່ເຫັນດີດ້ວຍຈະມີຄວາມໝາຍຫຍັງ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 479)
ພາລະກິດທີ່ໂປໂລປະຕິບັດແມ່ນການສະແດງຕໍ່ໜ້າມະນຸດ, ແຕ່ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າບໍລິສຸດຫຼາຍສໍ່າໃດ ແລະ ລາວຮັກພຣະເຈົ້າຫຼາຍສໍ່າໃດເລິກໆໃນຫົວໃຈຂອງລາວນັ້ນ, ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເບິ່ງເຫັນໄດ້. ມະນຸດສາມາດເຫັນພຽງແຕ່ພາລະກິດທີ່ລາວປະຕິບັດ ເຊິ່ງມະນຸດຮູ້ວ່າ ລາວຖືກໃຊ້ໂດຍພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຄິດວ່າ ໂປໂລດີກວ່າເປໂຕ, ເຊິ່ງພາລະກິດຂອງລາວຍິ່ງໃຫຍ່ກວ່າ ກໍຍ້ອນວ່າ ລາວສາມາດຕອບສະໜອງຄຣິດຕະຈັກໄດ້. ສ່ວນເປໂຕແມ່ນພຽງແຕ່ສົນໃຈກັບປະສົບການສ່ວນຕົວຂອງລາວ ແລະ ໄດ້ຮັບຜູ້ຄົນຈຳນວນໜ້ອຍໃນທ່າມກາງພາລະກິດຊົ່ວຄາວຂອງລາວ. ມີຈົດໝາຍພຽງໜ້ອຍດຽວທີ່ເປັນທີ່ຮູ້ຈັກຈາກລາວ, ແຕ່ມີໃຜຮູ້ແດ່ວ່າ ຄວາມຮັກທີ່ລາວມີຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍສໍ່າໃດ ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ມື້ແລ້ວມື້ເລົ່າ ໂປໂລປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ຕາບໃດທີ່ມີພາລະກິດໃຫ້ປະຕິບັດ ລາວກໍປະຕິບັດ. ລາວຮູ້ສຶກວ່າ ດ້ວຍລັກສະນະນີ້ ລາວຈະສາມາດຮັບເອົາມົງກຸດ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແຕ່ລາວບໍ່ຍອມສະແຫວງຫາຫົນທາງທີ່ຈະປ່ຽນແປງຕົນເອງຜ່ານທາງພາລະກິດຂອງລາວ. ແມ່ນຫຍັງກໍຕາມທີ່ຢູ່ໃນຊີວິດຂອງເປໂຕເຊິ່ງບໍ່ສອດຄ່ອງຕາມຄວາມປາຖະໜາຂອງພຣະເຈົ້າແມ່ນຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ. ຖ້າມັນບໍ່ປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ, ລາວກໍຮູ້ສຶກສຳນຶກຜິດ ແລະ ຈະຊອກຫາຫົນທາງທີ່ເໝາະສົມທີ່ລາວສາມາດພະຍາຍາມເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້. ແມ່ນແຕ່ໃນດ້ານຊີວິດຂອງລາວຈະເລັກນ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍຫຍັງ, ລາວກໍຍັງຮຽກຮ້ອງໃຫ້ຕົນເອງປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ລາວເຂັ້ມງວດຫຼາຍ ເມື່ອເວົ້າເຖິງອຸປະນິໄສເກົ່າຂອງລາວ, ເຄັ່ງຄັດໃນເງື່ອນໄຂທີ່ລາວມີຕໍ່ຕົນເອງເພື່ອພັດທະນາເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ໂປໂລສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະແບບຜິວເຜີນເທົ່ານັ້ນ. ລາວສະແຫວງຫາເພື່ອໂອ້ອວດຕົນເອງຕໍ່ໜ້າມະນຸດ ແລະ ບໍ່ໄດ້ສະແຫວງຫາເພື່ອພັດທະນາການເຂົ້າສູ່ຊີວິດໃຫ້ເລິກເຊິ່ງຍິ່ງກວ່າເກົ່າ. ສິ່ງທີ່ລາວໃສ່ໃຈແມ່ນຄຳສັ່ງສອນ ບໍ່ແມ່ນຄວາມເປັນຈິງ. ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຫຼາຍຢ່າງສຳລັບພຣະເຈົ້າ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຈົດຈຳລາວ? ເປໂຕປະຕິບັດພາລະກິດພຽງແຕ່ໜ້ອຍດຽວສຳລັບພຣະເຈົ້າ ແລະ ບໍ່ໄດ້ປະກອບສ່ວນຫຍັງຫຼາຍໃນຄຣິສຕະຈັກ, ແລ້ວເປັນຫຍັງລາວຈຶ່ງຖືກເຮັດໃຫ້ສົມບູນ?” ເປໂຕຮັກພຣະເຈົ້າຈົນເຖິງຈຸດໃດໜຶ່ງ ເຊິ່ງເປັນຈຸດທີ່ພຣະເຈົ້າຮຽກຮ້ອງ; ມີແຕ່ຄົນປະເພດນີ້ເທົ່ານັ້ນຈຶ່ງມີຄຳພະຍານໄດ້. ແລ້ວໂປໂລເດ? ໂປໂລຮັກພຣະເຈົ້າຫຼາຍສໍ່າໃດ? ເຈົ້າຮູ້ບໍ? ພາລະກິດຂອງໂປໂລແມ່ນຖືກປະຕິບັດໂດຍເຫັນແກ່ຫຍັງ? ແລ້ວພາລະກິດຂອງເປໂຕແມ່ນຖືກປະຕິບັດໂດຍເຫັນແກ່ຫຍັງ? ເປໂຕບໍ່ໄດ້ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເຈົ້າຮູ້ບໍວ່າ ແມ່ນຫຍັງທີ່ຢູ່ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ພາລະກິດຂອງໂປໂລແມ່ນກ່ຽວກັບການຕອບສະໜອງຄຣິສຕະຈັກ ແລະ ການສະໜັບສະໜູນຄຣິສຕະຈັກ. ສິ່ງທີ່ເປໂຕຜະເຊີນແມ່ນການປ່ຽນແປງໃນຊີວິດ-ອຸປະນິໄສຂອງລາວ; ລາວຜະເຊີນກັບການຮັກພຣະເຈົ້າ. ຕອນນີ້ ເຈົ້າຮູ້ເຖິງຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງພວກເຂົາ, ເຈົ້າສາມາດເຫັນໄດ້ວ່າ ໃນທີ່ສຸດແລ້ວ ແມ່ນໃຜທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນໃຜທີ່ບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຄົນໜຶ່ງແມ່ນຮັກພຣະເຈົ້າຢ່າງແທ້ຈິງ ແລະ ອີກຄົນໜຶ່ງບໍ່ໄດ້ຮັກພຣະເຈົ້າຢ່າງແທ້ຈິງ; ຄົນໜຶ່ງໄດ້ຮັບການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ອີກຄົນໜຶ່ງແມ່ນບໍ່ໄດ້ຮັບ; ຄົນໜຶ່ງຮັບໃຊ້ຢ່າງຖ່ອມຕົນ ແລະ ບໍ່ມີໃຜສັງເກດເຫັນຢ່າງງ່າຍດາຍ ແລະ ອີກຄົນແມ່ນຖືກຄົນອື່ນນະມັດສະການ ແລະ ມີລັກສະນະທີ່ຍິ່ງໃຫຍ່; ຄົນໜຶ່ງສະແຫວງຫາຄວາມບໍລິສຸດ ແລະ ອີກຄົນໜຶ່ງບໍ່ໄດ້ສະແຫວງຫາ ແລະ ເຖິງແມ່ນວ່າ ເຂົາຈະບໍລິສຸດ, ເຂົາກໍບໍ່ໄດ້ມີຄວາມຮັກທີ່ບໍລິສຸດ; ຄົນໜຶ່ງມີຄວາມເປັນມະນຸດທີ່ແທ້ຈິງ ແລະ ອີກຄົນໜຶ່ງບໍ່ມີຄວາມເປັນມະນຸດ; ຄົນໜຶ່ງມີຄວາມຮູ້ສຶກເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ອີກຄົນໜຶ່ງບໍ່ມີ. ສິ່ງດັ່ງກ່າວແມ່ນຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງໂປໂລ ແລະ ເປໂຕ. ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງແຫ່ງຄວາມສຳເລັດ ເຊິ່ງຍັງເປັນເສັ້ນທາງແຫ່ງການບັນລຸການຟື້ນຄືນຂອງຄວາມເປັນມະນຸດທຳມະດາ ແລະ ການຟື້ນຟູຫໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ເປໂຕເປັນຕົວແທນໃຫ້ກັບທຸກຄົນທີ່ປະສົບຜົນສຳເລັດ. ເສັ້ນທາງທີ່ໂປໂລຍ່າງແມ່ນເສັ້ນທາງແຫ່ງຄວາມລົ້ມເຫຼວ ແລະ ລາວເປັນຕົວແທນໃຫ້ກັບທຸກຄົນທີ່ພຽງແຕ່ອ່ອນນ້ອມ ແລະ ເສຍສະຫຼະຕົນເອງໃນລະດັບຜິວເຜີນ ແລະ ບໍ່ໄດ້ຮັກພຣະເຈົ້າຢ່າງແທ້ຈິງ. ໂປໂລເປັນຕົວແທນໃຫ້ກັບທຸກຄົນທີ່ບໍ່ມີຄວາມຈິງ. ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ການຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຄວາມຮັກທີ່ລາວມີໃຫ້ກັບພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມເຊື່ອຟັງຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ປະຕິບັດຕາມຄວາມປາຖະໜາຂອງພຣະຜູ້ສ້າງໄດ້ດີກວ່ານີ້. ໃຫ້ຈິນຕະນາການເບິ່ງວ່າ ເຈົ້າສາມາດປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ເຈົ້າບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງໄດ້. ໃນລັກສະນະນີ້ບໍ່ພຽງແຕ່ເຈົ້າບໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າເທົ່ານັ້ນ ແຕ່ເຈົ້າຍັງຈະຖືກພຣະເຈົ້າຕຳນິ ຍ້ອນເຈົ້າເປັນຄົນທີ່ບໍ່ມີຄວາມຈິງ, ຄົນທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າເລີຍ. ເຈົ້າພຽງແຕ່ສົນໃຈກັບການປະຕິບັດພາລະກິດເພື່ອພຣະເຈົ້າ ແລະ ບໍ່ສົນໃຈກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ການຮູ້ຈັກຕົນເອງ. ເຈົ້າບໍ່ເຂົ້າໃຈ ຫຼື ຮູ້ຈັກພຣະຜູ້ສ້າງ ແລະ ບໍ່ເຊື່ອຟັງ ຫຼື ຮັກພຣະຜູ້ສ້າງ. ເຈົ້າເປັນຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຕັ້ງແຕ່ເກີດ, ແລ້ວດ້ວຍເຫດນັ້ນຜູ້ຄົນດັ່ງກ່າວຈຶ່ງບໍ່ເປັນທີ່ຮັກຂອງພຣະຜູ້ສ້າງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 480)
ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ລາວກໍແບກຮັບເອົາພາລະກິດສຳລັບຄຣິດຕະຈັກ ແລະ ປະກອບສ່ວນຢ່າງຫຼວງຫຼາຍໃນຄຣິສຕະຈັກເຫຼົ່ານັ້ນ. ຈົດໝາຍສິບສາມສະບັບຂອງໂປໂລຢືນຢັນເຖິງເວລາ 2.000 ປີຂອງຍຸກແຫ່ງພຣະຄຸນ ແລະ ເປັນພຽງອັນດັບທີສອງຮອງຈາກພຣະກິດຕິຄຸນທັງສີ່. ແມ່ນໃຜສາມາດປຽບທຽບກັບລາວໄດ້? ບໍ່ມີໃຜສາມາດຖອດຄວາມໝາຍຂອງພຣະນິມິດຂອງໂຢຮັນ, ໃນຂະນະທີ່ຈົດໝາຍຂອງໂປໂລສະໜອງຊີວິດ ແລະ ພາລະກິດທີ່ລາວປະຕິບັດແມ່ນເປັນປະໂຫຍດຕໍ່ຄຣິສຕະຈັກ. ແມ່ນໃຜແນ່ທີ່ສາມາດບັນລຸສິ່ງດັ່ງກ່າວນີ້ໄດ້? ແລ້ວແມ່ນຫຍັງຄືພາລະກິດທີ່ເປໂຕປະຕິບັດ?” ເມື່ອມະນຸດວັດແທກຄົນອື່ນ, ເຂົາກໍ່ເຮັດແບບນັ້ນໂດຍອີງຕາມການປະກອບສ່ວນຂອງພວກເຂົາ. ເມື່ອພຣະເຈົ້າວັດແທກມະນຸດ, ພຣະອົງກໍ່ເຮັດໂດຍອີງຕາມທຳມະຊາດຂອງເຂົາ. ທ່າມກາງຄົນທີ່ສະແຫວງຫາຊີວິດ, ໂປໂລເປັນຄົນທີ່ບໍ່ຮູ້ຈັກທາດແທ້ຂອງຕົນເອງ. ລາວບໍ່ມີທາງຖ່ອມຕົນ ຫຼື ເຊື່ອຟັງ ຫຼື ລາວບໍ່ຮູ້ຈັກແກ່ນແທ້ຂອງລາວເອງ ເຊິ່ງກົງກັນຂ້າມກັບພຣະເຈົ້າ. ແລ້ວດ້ວຍເຫດນັ້ນ ລາວຈຶ່ງເປັນຄົນທີ່ບໍ່ໄດ້ຜ່ານປະສົບການຢ່າງລະອຽດ ແລະ ເປັນຄົນທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ເປໂຕແມ່ນແຕກຕ່າງ. ລາວຮູ້ຈັກຄວາມບໍ່ສົມບູນ ແລະ ຄວາມບົກຜ່ອງຂອງຕົນເອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງຕົງເອງໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ລາວຈຶ່ງມີເສັ້ນທາງແຫ່ງການປະຕິບັດເພື່ອປ່ຽນແປງອຸປະນິໄສຂອງລາວ; ລາວບໍ່ແມ່ນຄົນທີ່ມີພຽງແຕ່ທິດສະດີ ແຕ່ບໍ່ມີຄວາມຈິງ. ຄົນທີ່ປ່ຽນແປງແມ່ນຄົນໃໝ່ທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາເປັນຄົນທີ່ມີຄຸນສົມບັດໃນການສະແຫວງຫາຄວາມຈິງ. ຄົນທີ່ບໍ່ປ່ຽນແປງແມ່ນເປັນສ່ວນໜຶ່ງຂອງຄົນທີ່ຫຼ້າສະໄໝໂດຍທຳມະຊາດ; ພວກເຂົາເປັນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ນັ້ນກໍຄື ຄົນທີ່ຖືກພຣະເຈົ້າກຽດຊັງ ແລະ ປະຕິເສດ. ພຣະເຈົ້າຈະບໍ່ຈົດຈຳພວກເຂົາ ບໍ່ວ່າພາລະກິດຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ. ເມື່ອເຈົ້າປຽບທຽບສິ່ງນີ້ກັບການສະແຫວງຫາຂອງເຈົ້າເອງ, ໃນທີ່ສຸດແລ້ວ ບໍ່ວ່າເຈົ້າຈະເປັນຄົນປະເພດດຽວກັນກັບເປໂຕ ຫຼື ໂປໂລ ກໍຄວນຊັດເຈນໃນຕົວເອງ. ຖ້າຍັງບໍ່ມີຄວາມຈິງໃນສິ່ງທີ່ເຈົ້າສະແຫວງຫາ ແລະ ເຖິງແມ່ນໃນປັດຈຸບັນ ເຈົ້າຍັງອວດດີ ແລະ ຈອງຫອງຄືກັບໂປໂລ ແລະ ເວົ້າໄປມົ້ວ ແລະ ໂອ້ອວດຕົນເອງຄືກັບລາວ, ແລ້ວເຈົ້າກໍເປັນຄົນເສື່ອມຊາມທີ່ລົ້ມເຫຼວໂດຍບໍ່ຕ້ອງສົງໄສເລີຍ. ຖ້າເຈົ້າສະແຫວງຫາສິ່ງດຽວກັນກັບເປໂຕ, ຖ້າເຈົ້າສະແຫວງຫາການປະຕິບັດ ແລະ ການປ່ຽນແປງຢ່າງແທ້ຈິງ ແລະ ບໍ່ອວດດີ ຫຼື ຈົງໃຈ, ແຕ່ສະແຫວງຫາເພື່ອປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍເປັນສິ່ງຖືກສ້າງຂອງພຣະເຈົ້າທີ່ສາມາດບັນລຸໄຊຊະນະໄດ້. ໂປໂລບໍ່ຮູ້ຈັກແກ່ນແທ້ ຫຼື ຄວາມເສື່ອມຊາມຂອງຕົວເອງ, ແຮງໄກທີ່ລາວຈະຮູ້ຈັກຄວາມບໍ່ເຊື່ອຟັງຂອງຕົນເອງ. ລາວບໍ່ເຄີຍກ່າວເຖິງການຂັດຂືນຄຳສັ່ງຂອງພຣະຄຣິດຢ່າງຊົ່ວຊ້າຂອງລາວ ຫຼື ລາວບໍ່ເຄີຍຮູ້ສຶກເສຍໃຈຫຍັງເລີຍ. ລາວພຽງແຕ່ອະທິບາຍແບບສັ້ນໆ ແລະ ສ່ວນເລິກໃນຫົວໃຈຂອງລາວ, ລາວບໍ່ຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນເລີຍ. ເຖິງແມ່ນວ່າ ລາວລົ້ມເຫຼວບົນເສັ້ນທາງໄປດາມັສກັດ, ລາວກໍບໍ່ໄດ້ເບິ່ງລົງເລິກພາຍໃນຕົວລາວເອງ. ລາວພໍໃຈທີ່ຈະສືບຕໍ່ປະຕິບັດພາລະກິດເທົ່ານັ້ນ ແລະ ລາວບໍ່ພິຈາລະນາວ່າ ການຮູ້ຈັກຕົນເອງ ແລະ ການປ່ຽນແປງອຸປະນິໄສເກົ່າຂອງລາວເປັນບັນຫາທີ່ສຳຄັນທີ່ສຸດ. ລາວພໍໃຈກັບການເວົ້າຄວາມຈິງເທົ່ານັ້ນ ໂດຍຕອບສະໜອງໃຫ້ກັບຄົນອື່ນເພື່ອເປັນການບັນເທົາຈິດໃຈຂອງລາວເອງ ແລະ ໂດຍການບໍ່ຂົ່ມເຫັງສາວົກຂອງພຣະເຢຊູເພື່ອເຮັດໃຫ້ຕົນເອງສະບາຍໃຈ ແລະ ເປັນການຍົກໂທດໃຫ້ກັບຕົນເອງສຳລັບຄວາມຜິດບາບໃນອະດີດ. ເປົ້າໝາຍທີ່ລາວສະແຫວງຫາບໍ່ມີຫຍັງເລີຍ ນອກຈາກມົງກຸດໃນອະນາຄົດ ແລະ ພາລະກິດຊົ່ວຄາວ, ເປົ້າໝາຍທີ່ລາວສະແຫວງຫາຄືຄວາມເມດຕາຢ່າງໃຫຍ່ຫຼວງ. ລາວບໍ່ໄດ້ສະແຫວງຫາຄວາມຈິງທີ່ເໝາະສົມ ຫຼື ລາວບໍ່ໄດ້ສະແຫວງຫາເພື່ອພັດທະນາຢ່າງເລິກເຊິ່ງເຂົ້າໃນຄວາມຈິງທີ່ລາວບໍ່ເຂົ້າໃຈກ່ອນໜ້ານັ້ນ. ສະນັ້ນ ຄວາມຮູ້ຂອງລາວທີ່ມີກ່ຽວກັບຕົນເອງ ຈຶ່ງສາມາດເວົ້າໄດ້ວ່າເປັນຄວາມຮູ້ທີ່ຜິດ ແລະ ລາວບໍ່ຍອມຮັບເອົາການຕີສອນ ຫຼື ການພິພາກສາ. ການທີ່ລາວສາມາດປະຕິບັດພາລະກິດ ບໍ່ໄດ້ໝາຍຄວາມວ່າລາວມີຄວາມຮູ້ກ່ຽວກັບທຳມະຊາດ ຫຼື ແກ່ນແທ້ຂອງຕົນເອງ; ຈຸດສົນໃຈຂອງລາວແມ່ນຢູ່ທີ່ການປະຕິບັດແຕ່ພາຍນອກເທົ່ານັ້ນ. ຍິ່ງໄປກວ່ານັ້ນ ສິ່ງທີ່ລາວພະຍາຍາມຄົ້ນຫາບໍ່ແມ່ນການປ່ຽນແປງ ແຕ່ເປັນຄວາມຮູ້. ພາລະກິດຂອງລາວເປັນຜົນມາຈາກການປາກົດຕົວຂອງພຣະເຢຊູໃນຫົນທາງສູ່ດາມັສກັດໂດຍສິ້ນເຊີງ. ມັນບໍ່ແມ່ນສິ່ງທີ່ລາວຕັດສິນໃຈປະຕິບັດຕັ້ງແຕ່ຕົ້ນ ຫຼື ມັນບໍ່ແມ່ນພາລະກິດທີ່ເກີດຂຶ້ນຫຼັງຈາກທີ່ລາວໄດ້ຍອມຮັບການລິຮານອຸປະນິໄສເກົ່າຂອງລາວ. ບໍ່ວ່າລາວປະຕິບັດພາລະກິດແນວໃດກໍຕາມ, ອຸປະນິໄສເກົ່າຂອງລາວກໍບໍ່ໄດ້ປ່ຽນແປງ ແລະ ດ້ວຍເຫດນັ້ນ ພາລະກິດຂອງລາວຈຶ່ງບໍ່ໄດ້ຊົດເຊີຍຄວາມບາບໃນອະດີດຂອງລາວ, ພຽງແຕ່ເຮັດບົດບາດໃດໜຶ່ງທ່າມກາງຄຣິສຕະຈັກໃນເວລານັ້ນເທົ່ານັ້ນ. ສຳລັບຄົນປະເພດນີ້ ຜູ້ທີ່ບໍ່ໄດ້ປ່ຽນແປງອຸປະນິໄສເກົ່າ ນັ້ນໝາຍຄວາມວ່າ ຄົນທີ່ບໍ່ຍອມຮັບເອົາຄວາມລອດພົ້ນ ແລະ ປາສະຈາກຄວາມຈິງ, ລາວແມ່ນບໍ່ສາມາດກາຍເປັນໜຶ່ງໃນກຸ່ມຄົນທີ່ພຣະເຢຊູເຈົ້າຍອມຮັບເອົາຢ່າງແນ່ນອນ. ລາວບໍ່ແມ່ນຄົນທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເຄົາລົບນັບຖືສຳລັບພຣະເຢຊູຄຣິດ ຫຼື ລາວບໍ່ແມ່ນຄົນທີ່ເກັ່ງໃນການສະແຫວງຫາຄວາມຈິງ ແຮງໄກທີ່ລາວຈະເປັນຄົນທີ່ສະແຫວງຫາຄວາມເລິກລັບຂອງການບັງເກີດເປັນມະນຸດ. ລາວເປັນພຽງຄົນທີ່ເກັ່ງໃນການອ້າງເຫດຜົນແບບຜິດໆເທົ່ານັ້ນ ແລະ ຄົນທີ່ບໍ່ຍອມຢູ່ພາຍໃຕ້ບຸກຄົນທີ່ສູງສົ່ງກວ່າລາວ ຫຼື ພາຍໃຕ້ຄົນທີ່ມີຄວາມຈິງ. ລາວອິດສາຄົນອື່ນ ຫຼື ຄວາມຈິງທີ່ຢູ່ກົງກັນຂ້າມກັບລາວ ຫຼື ເປັນສັດຕູກັບລາວ ໂດຍເພິ່ງພໍໃຈຄົນທີ່ມີພອນສະຫວັນ ຜູ້ເຊິ່ງມີຮູບລັກສະນະທີ່ຍິ່ງໃຫຍ່ ຫຼື ມີຄວາມຮູ້ທີ່ເລິກເຊິ່ງ. ລາວບໍ່ມັກພົວພັນກັບຄົນທຸກຍາກທີ່ສະແຫວງຫາຫົນທາງທີ່ຖືກຕ້ອງ ແລະ ບໍ່ສົນໃຈຫຍັງເລີຍນອກຈາກຄວາມຈິງ ແລະ ກົງກັນຂ້າມ ລາວມີຄວາມສຳພັນກັບບຸກຄົນອາວຸໂສຈາກອົງກອນສາສະໜາທີ່ເວົ້າແຕ່ທິດສະດີເທົ່ານັ້ນ ແລະ ມີຄວາມຮູ້ທີ່ອຸດົມສົມບູນ. ລາວບໍ່ມີຄວາມຮັກໃນພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແລະ ບໍ່ສົນໃຈຕໍ່ການເຄື່ອນໄຫວໃນພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ກົງກັນຂ້າມ, ລາວເຂົ້າຂ້າງລະບຽບ ແລະ ທິດສະດີເຫຼົ່ານັ້ນທີ່ສູງສົ່ງກວ່າຄວາມຈິງທົ່ວໄປ. ໃນທາດແທ້ໂດຍກຳເນີດຂອງລາວ ແລະ ສິ່ງທີ່ລາວສະແຫວງຫາທັງໝົດນັ້ນ, ລາວບໍ່ສົມຄວນຖືກເອີ້ນວ່າ ເປັນຄົນຄຣິສຕຽນ ຜູ້ທີ່ສະແຫວງຫາຄວາມຈິງ ແຮງໄກທີ່ຈະເປັນຜູ້ຮັບໃຊ້ທີ່ຊື່ສັດໃນຄົວເຮືອນຂອງພຣະເຈົ້າ ເພາະຍ້ອນຄວາມໜ້າຊື່ໃຈຄົດຂອງລາວແມ່ນມີຫຼາຍເກີນໄປ ແລະ ຄວາມບໍ່ເຊື່ອຟັງຂອງລາວກໍມີຫຼາຍເກີນໄປ. ເຖິງແມ່ນລາວເປັນທີ່ຮູ້ຈັກໃນຖານະຜູ້ຮັບໃຊ້ຂອງພຣະເຢຊູເຈົ້າ, ລາວກໍບໍ່ເໝາະສົມທີ່ຈະເຂົ້າສູ່ປະຕູແຫ່ງອານາຈັກສະຫວັນ ຍ້ອນການກະທຳຂອງລາວຕັ້ງແຕ່ຕົ້ນຈົນຈົບນັ້ນແມ່ນບໍ່ສາມາດເອີ້ນວ່າ ຄວາມຊອບທຳໄດ້. ພຽງແຕ່ເຫັນວ່າລາວເປັນຄົນທີ່ໜ້າຊື່ໃຈຄົດ ແລະ ເຮັດສິ່ງບໍ່ຊອບທຳ ແຕ່ກໍຍັງປະຕິບັດພາລະກິດເພື່ອພຣະຄຣິດ. ເຖິງແມ່ນລາວບໍ່ສາມາດເອີ້ນວ່າຄົນຊົ່ວຮ້າຍໄດ້, ລາວກໍສົມຄວນທີ່ຈະຖືກເອີ້ນວ່າ ມະນຸດທີ່ເຮັດສິ່ງບໍ່ຊອບທຳ. ລາວປະຕິບັດພາລະກິດຫຼາຍຢ່າງ ແຕ່ລາວຕ້ອງບໍ່ຖືກຕັດສິນອີງຕາມຈຳນວນພາລະກິດທີ່ລາວປະຕິບັດ ແຕ່ຕ້ອງອີງຕາມຄຸນນະພາບ ແລະ ແກ່ນແທ້ຂອງພາລະກິດເທົ່ານັ້ນ. ດ້ວຍວິທີນີ້ເທົ່ານັ້ນ ມັນຈຶ່ງຈະສາມາດເຂົ້າເຖິງຕົ້ນເຫດຂອງບັນຫາ. ລາວເຊື່ອຢູ່ສະເໝີວ່າ “ຂ້ານ້ອຍສາມາດປະຕິບັດພາລະກິດ, ຂ້ານ້ອຍດີກວ່າຄົນສ່ວນໃຫຍ່; ຂ້ານ້ອຍຄຳນຶງເຖິງພາລະຂອງພຣະຜູ້ເປັນເຈົ້າ ບໍ່ຄືກັບຄົນອື່ນ ແລະ ບໍ່ມີໃຜກັບໃຈໄດ້ຢ່າງເລິກເຊິ່ງກວ່າຂ້ານ້ອຍອີກແລ້ວ, ຍ້ອນແສງສະຫວ່າງທີ່ຍິ່ງໃຫຍ່ໄດ້ສ່ອງແສງລົງມາໃສ່ຕົວຂ້ານ້ອຍ ແລະ ຂ້ານ້ອຍໄດ້ເຫັນແສງສະຫວ່າງທີ່ຍິ່ງໃຫຍ່ນັ້ນ ແລະ ດ້ວຍເຫດນັ້ນ ການກັບໃຈຂອງຂ້ານ້ອຍຈຶ່ງເລິກເຊິ່ງກວ່າຄົນອື່ນໆ”. ໃນເວລານັ້ນ, ນີ້ແມ່ນສິ່ງທີ່ລາວຄິດຢູ່ພາຍໃນຫົວໃຈຂອງລາວ. ໃນເວລາສຸດທ້າຍຂອງພາລະກິດຂອງລາວ, ໂປໂລກ່າວວ່າ “ຂ້ານ້ອຍໄດ້ຕໍ່ສູ້, ຂ້ານ້ອຍໄດ້ສໍາເລັດເສັ້ນທາງຂອງຂ້ານ້ອຍແລ້ວ ແລະ ມີມົງກຸດແຫ່ງຄວາມຊອບທຳລໍຖ້າຢູ່ສຳລັບຂ້ານ້ອຍ”. ການຕໍ່ສູ້, ພາລະກິດ ແລະ ເສັ້ນທາງຂອງລາວແມ່ນເຫັນແກ່ມົງກຸດແຫ່ງຄວາມຊອບທຳໂດຍສິ້ນເຊີງ ແລະ ລາວບໍ່ໄດ້ກ້າວໄປຂ້າງໜ້າຢ່າງຫ້າວຫັນ. ເຖິງແມ່ນວ່າ ລາວບໍ່ໄດ້ປະຕິບັດພາລະກິດຂອງລາວພໍເປັນພິທີ, ມັນສາມາດເວົ້າໄດ້ວ່າ ພາລະກິດຂອງລາວແມ່ນຖືກປະຕິບັດເພື່ອຊົດເຊີຍຄວາມຜິດພາດຂອງລາວ ແລະ ທົດແທນການສຳນຶກຜິດຂອງລາວເທົ່ານັ້ນ. ລາວພຽງແຕ່ຫວັງທີ່ຈະເຮັດໃຫ້ພາລະກິດຂອງລາວສຳເລັດ, ເຮັດໃຫ້ເສັ້ນທາງຂອງລາວສຳເລັດ ແລະ ສໍາເລັດກັບການຕໍ່ສູ້ຂອງລາວໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອວ່າລາວຈະໄດ້ຮັບເອົາມົງກຸດແຫ່ງຄວາມຊອບທຳໄວຂຶ້ນ ເຊິ່ງເປັນສິ່ງທີ່ລາວປາຖະໜາມາແຕ່ດົນນານແລ້ວ. ສິ່ງທີ່ລາວປາຖະໜາບໍ່ແມ່ນການພົບກັບພຣະເຢຊູເຈົ້າດ້ວຍປະສົບການຂອງລາວ ແລະ ຄວາມຮູ້ທີ່ແທ້ຈິງ, ແຕ່ເພື່ອເຮັດໃຫ້ພາລະກິດຂອງລາວສຳເລັດໄວເທົ່າທີ່ຈະໄວໄດ້ ເພື່ອວ່າລາວຈະໄດ້ຮັບເອົາລາງວັນຈາກພາລະກິດຂອງລາວ ໃນເວລາທີ່ລາວພົບກັບພຣະເຢຊູເຈົ້າ. ລາວໃຊ້ພາລະກິດຂອງລາວເພື່ອປອບໃຈລາວເອງ ແລະ ເພື່ອແລກປ່ຽນກັບມົງກຸດໃນອະນາຄົດ. ສິ່ງທີ່ລາວສະແຫວງຫາບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ, ແຕ່ເປັນມົງກຸດເທົ່ານັ້ນ. ການສະແຫວງຫາແບບນີ້ຈະເປັນໄປຕາມມາດຕະຖານໄດ້ແນວໃດ? ແຮງຜັກດັນຂອງລາວ, ພາລະກິດຂອງລາວ, ລາຄາທີ່ລາວຈ່າຍ ແລະ ຄວາມພະຍາຍາມທັງໝົດຂອງລາວ, ຄວາມເພີ້ຝັນຢ່າງງົດງາມຂອງລາວແຜ່ຄຸມສິ່ງເຫຼົ່ານັ້ນທັງໝົດ ແລະ ລາວກໍປະຕິບັດພາລະກິດຕາມຄວາມປາຖະໜາຂອງລາວເອງເທົ່ານັ້ນ. ໃນພາລະກິດທັງໝົດຂອງລາວ, ບໍ່ມີຄວາມເຕັມໃຈ ແລະ ຄວາມພະຍາຍາມແມ່ນແຕ່ໜ້ອຍດຽວໃນການກະທໍາຂອງລາວ; ລາວພຽງແຕ່ພົວພັນກັບການຄ້າຂາຍເທົ່ານັ້ນ. ຄວາມພະຍາຍາມຂອງລາວບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງລາວຢ່າງເຕັມໃຈ, ແຕ່ເພື່ອບັນລຸຈຸດປະສົງຂອງການຄ້າຂາຍດ້ວຍຄວາມເຕັມໃຈ. ແລ້ວຄວາມພະຍາຍາມດັ່ງກ່າວມີຄ່າຫຍັງບໍ? ແມ່ນໃຜທີ່ຈະຊົມເຊີຍຄວາມພະຍາຍາມທີ່ບໍ່ບໍລິສຸດຂອງລາວ? ແມ່ນໃຜທີ່ຈະສົນໃຈຄວາມພະຍາຍາມດັ່ງກ່າວ? ພາລະກິດຂອງລາວເຕັມໄປດ້ວຍຄວາມຝັນໃນອະນາຄົດ, ເຕັມໄປດ້ວຍແຜນການທີ່ງົດງາມ ແລະ ບໍ່ມີເສັ້ນທາງຫຍັງເລີຍທີ່ຈະປ່ຽນແປງອຸປະນິໄສຂອງມະນຸດໄດ້. ຄວາມເມດຕາກະລຸນາຢ່າງຫຼວງຫຼາຍຂອງລາວເປັນພຽງການທຳທ່າ; ພາລະກິດຂອງລາວບໍ່ໄດ້ສະໜອງຊີວິດ, ແຕ່ເປັນສະແດງຄວາມສຸພາບ ແລະ ກຽດຕິຍົດແບບຈອມປອມ; ມັນເປັນການກະທຳເພື່ອການຄ້າຂາຍ. ພາລະກິດແບບນີ້ຈະສາມາດນໍາພາມະນຸດໄປສູ່ເສັ້ນທາງແຫ່ງການຟື້ນຟູໜ້າທີ່ດັ້ງເດີມຂອງເຂົາໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 481)
ສິ່ງທີ່ເປໂຕສະແຫວງຫາແມ່ນສອດຄ່ອງກັບຫົວໃຈຂອງພຣະເຈົ້າເທົ່ານັ້ນ. ລາວສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ ແລະ ໂດຍບໍ່ຄຳນຶງເຖິງການທົນທຸກ ແລະ ຄວາມລຳບາກຍາກແຄ້ນ, ລາວຍັງເຕັມໃຈທີ່ຈະປະຕິບັດຄວາມປາຖະໜາຂອງພຣະເຈົ້າ. ຜູ້ເຊື່ອໃນພຣະເຈົ້າບໍ່ມີການສະແຫວງຫາທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ. ສິ່ງທີ່ໂປໂລສະແຫວງຫາແມ່ນຖືກເຮັດໃຫ້ເປິເປື້ອນດ້ວຍເນື້ອໜັງຂອງລາວເອງ, ດ້ວຍແນວຄິດຂອງລາວເອງ ແລະ ດ້ວຍແຜນການ ແລະ ໂຄງການຂອງລາວເອງ. ລາວບໍ່ສາມາດເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າໄດ້ ແລະ ບໍ່ແມ່ນຄົນທີ່ສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ເປໂຕສະແຫວງຫາເພື່ອຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພາລະກິດທີ່ລາວປະຕິບັດນັ້ນບໍ່ໄດ້ຍິ່ງໃຫຍ່, ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງລາວ ແລະ ເສັ້ນທາງທີ່ລາວຍ່າງແມ່ນຖືກຕ້ອງ; ເຖິງແມ່ນວ່າ ລາວບໍ່ສາມາດເຮັດໃຫ້ຫຼາຍຄົນຍອມຮັບລາວ, ລາວສາມາດສະແຫວງຫາຫົນທາງແຫ່ງຄວາມຈິງໄດ້. ຍ້ອນເຫດນີ້ ຈຶ່ງສາມາດເວົ້າໄດ້ວ່າ ລາວເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ. ໃນປັດຈຸບັນ, ເຖິງແມ່ນວ່າ ເຈົ້າບໍ່ແມ່ນຜູ້ປະຕິບັດພາລະກິດ, ເຈົ້າກໍ່ຄວນສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອຍອມຢູ່ພາຍໃຕ້ການປັ້ນແຕ່ງທຸກຢ່າງຂອງພຣະເຈົ້າ. ເຈົ້າຄວນສາມາດເຊື່ອຟັງທຸກສິ່ງທີ່ພຣະເຈົ້າກ່າວ ແລະ ຜະເຊີນກັບຄວາມລໍາບາກຍາກແຄ້ນ ແລະ ການຫຼໍ່ຫຼອມໃນທຸກຮູບແບບ ແລະ ເຖິງແມ່ນເຈົ້າອ່ອນແອ, ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຄົນທີ່ຮັບຜິດຊອບຊີວິດຂອງພວກເຂົາເອງແມ່ນຄົນທີ່ເຕັມໃຈປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ມຸມມອງຂອງຄົນປະເພດດັ່ງກ່າວຕໍ່ການສະແຫວງຫາກໍ່ເປັນມຸມມອງທີ່ຖືກຕ້ອງ. ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າປະຕິບັດພາລະກິດຫຼາຍຢ່າງ ແລະ ຄົນອື່ນຮັບເອົາຄຳສັ່ງສອນຂອງເຈົ້າ, ແຕ່ເຈົ້າເອງບໍ່ໄດ້ປ່ຽນແປງ ແລະ ບໍ່ໄດ້ເປັນພະຍານຫຍັງເລີຍ ຫຼື ບໍ່ມີປະສົບການທີ່ແທ້ຈິງເລີຍ, ຈົນເຖິງກັບວ່າ ໃນຕອນສຸດທ້າຍຂອງຊີວິດເຈົ້າ ສິ່ງທີ່ເຈົ້າໄດ້ເຮັດນັ້ນກໍຍັງບໍ່ມີຫຍັງທີ່ເປັນພະຍານໄດ້, ແລ້ວເຈົ້າເປັນຄົນທີ່ໄດ້ປ່ຽນແປງແລ້ວບໍ? ເຈົ້າເປັນຄົນທີ່ສະແຫວງຫາຄວາມຈິງບໍ? ໃນເວລານັ້ນ ພຣະວິນຍານບໍລິສຸດໃຊ້ເຈົ້າ ແຕ່ເມື່ອພຣະອົງໃຊ້ເຈົ້າ, ພຣະອົງໃຊ້ສ່ວນຂອງເຈົ້າທີ່ສາມາດຖືກໃຊ້ເພື່ອປະຕິບັດພາລະກິດໄດ້ ແລະ ພຣະອົງບໍ່ໄດ້ໃຊ້ສ່ວນຂອງເຈົ້າທີ່ບໍ່ສາມາດຖືກໃຊ້ເພື່ອປະຕິບັດພາລະກິດ. ຖ້າເຈົ້າສະແຫວງຫາເພື່ອປ່ຽນແປງ, ແລ້ວເຈົ້າກໍຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍໃນທ່າມກາງຂະບວນການຮັບໃຊ້. ເຖິງຢ່າງໃດກໍຕາມ ພຣະວິນຍານບໍລິສຸດຈະບໍ່ຮັບຜິດຊອບ ບໍ່ວ່າເຈົ້າຈະຖືກຮັບເອົາ ຫຼື ບໍ່ ແມ່ນຂຶ້ນຢູ່ກັບລັກສະນະຂອງການສະແຫວງຫາຂອງເຈົ້າ. ຖ້າບໍ່ມີການປ່ຽນແປງໃນອຸປະນິໄສສ່ວນຕົວຂອງເຈົ້າ, ແລ້ວນັ້ນກໍຍ້ອນວ່າ ມຸມມອງຂອງເຈົ້າໃນການສະແຫວງຫາແມ່ນບໍ່ຖືກຕ້ອງ. ຖ້າເຈົ້າບໍ່ໄດ້ຮັບລາງວັນ, ນັ້ນກໍແມ່ນບັນຫາຂອງເຈົ້າເອງ ແລະ ເປັນຍ້ອນເຈົ້າເອງທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າໄດ້. ສະນັ້ນ ບໍ່ມີຫຍັງທີ່ສຳຄັນໄປກວ່າປະສົບການສ່ວນຕົວຂອງເຈົ້າ ແລະ ບໍ່ມີຫຍັງທີ່ສຳຄັນຫຼາຍກວ່າທາງເຂົ້າສ່ວນຕົວຂອງເຈົ້າ! ບາງຄົນອາດຈະລົງເອີຍດ້ວຍຄໍາເວົ້າທີ່ວ່າ “ຂ້ານ້ອຍໄດ້ປະຕິບັດພາລະກິດຫຼາຍຢ່າງເພື່ອພຣະອົງ ແລະ ເຖິງແມ່ນຂ້ານ້ອຍອາດບໍ່ມີຜົນສຳເລັດທີ່ມີຊື່ສຽງ, ຂ້ານ້ອຍກໍຍັງດຸໝັ່ນໃນຄວາມພະຍາຍາມຂອງຂ້ານ້ອຍ. ພຣະອົງໃຫ້ຂ້ານ້ອຍເຂົ້າໄປໃນສະຫວັນເພື່ອກິນໝາກໄມ້ແຫ່ງຊີວິດໄດ້ບໍ?” ເຈົ້າຕ້ອງຮູ້ຈັກວ່າ ເຮົາປາຖະໜາຄົນປະເພດໃດ; ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໃນອານາຈັກ, ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຮັດພື້ນດິນທີ່ສັກສິດຂອງເຮົາເປິເປື້ອນ. ເຖິງແມ່ນວ່າ ເຈົ້າອາດຈະປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ປະຕິບັດພາລະກິດຫຼາຍປີ, ໃນທີ່ສຸດແລ້ວ ຖ້າເຈົ້າຍັງເປິເປື້ອນຢ່າງໜ້າລັງກຽດ, ແລ້ວມັນກໍ່ຈະເຫຼືອທົນຕໍ່ກົດເກນແຫ່ງສະຫວັນທີ່ຈະປ່ອຍໃຫ້ເຈົ້າເຂົ້າສູ່ອານາຈັກຂອງເຮົາ! ຕັ້ງແຕ່ປະຖົມມະການຂອງໂລກຈົນເຖິງປັດຈຸບັນ, ເຮົາບໍ່ເຄີຍເຮັດໃຫ້ຄົນທີ່ປະຈົບປະແຈງເຮົາເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍຈັກເທື່ອ. ນີ້ຄືກົດເກນແຫ່ງສະຫວັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້! ເຈົ້າຕ້ອງສະແຫວງຫາຊີວິດ. ໃນປັດຈຸບັນ, ຄົນທີ່ຈະຖືກເຮັດໃຫ້ສົມບູນກໍເປັນຄົນປະເພດດຽວກັນກັບເປໂຕ: ພວກເຂົາເປັນຄົນທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ຄົນທີ່ເຕັມໃຈຈະເປັນພະຍານໃຫ້ກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນຖານະເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າພຽງແຕ່ຄົ້ນຫາລາງວັນ ແລະ ບໍ່ສະແຫວງຫາເພື່ອປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າເອງ, ແລ້ວຄວາມພະຍາຍາມທັງໝົດຂອງເຈົ້າກໍຈະສູນເປົ່າ, ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 482)
ຈາກຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງເປໂຕ ແລະ ໂປໂລ ເຈົ້າຄວນເຂົ້າໃຈວ່າ ທຸກຄົນທີ່ບໍ່ສະແຫວງຫາຊີວິດ ແມ່ນພະຍາຍາມດ້ວຍຄວາມສູນເປົ່າ! ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າຕ້ອງສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນເຊື່ອຟັງພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າເອງ. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ເຈົ້າຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ກົງກັນຂ້າມ ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ມັນສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າປຽບທຽບແກ່ນແທ້ຂອງເປໂຕ ແລະ ໂປໂລ, ແລ້ວເຈົ້າກໍຈະຮູ້ຈັກວິທີທີ່ເຈົ້າຄວນສະແຫວງຫາ. ໃນລະຫວ່າງເສັ້ນທາງຂອງເປໂຕ ແລະ ໂປໂລໄດ້ຍ່າງນັ້ນ, ໜຶ່ງໃນນັ້ນແມ່ນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ ແລະ ອີກໜຶ່ງເສັ້ນທາງແມ່ນເສັ້ນທາງແຫ່ງການຖືກໂຍນອອກ; ເປໂຕ ແລະ ໂປໂລເປັນຕົວແທນໃຫ້ກັບສອງເສັ້ນທາງທີ່ແຕກຕ່າງກັນ. ເຖິງແມ່ນວ່າ ແຕ່ລະຄົນໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ແຕ່ລະຄົນໄດ້ຮັບເອົາແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ແຕ່ລະຄົນຍອມຮັບສິ່ງທີ່ພຣະເຢຊູເຈົ້າມອບໝາຍໃຫ້ກັບພວກເຂົາ, ໝາກຜົນທີ່ເກີດໃນແຕ່ລະຄົນກໍບໍ່ຄືກັນ: ຄົນໜຶ່ງເກີດຜົນຢ່າງແທ້ຈິງ ແລະ ອີກຄົນບໍ່ເກີດຜົນຢ່າງແທ້ຈິງ. ຈາກແກ່ນແທ້ຂອງພວກເຂົາ, ພາລະກິດທີ່ພວກເຂົາປະຕິບັດ, ສິ່ງທີ່ພວກເຂົາສະແດງອອກພາຍນອກ ແລະ ຜົນໄດ້ຮັບສຸດທ້າຍຂອງພວກເຂົານັ້ນ, ເຈົ້າຄວນເຂົ້າໃຈວ່າ ເສັ້ນທາງໃດທີ່ເຈົ້າຄວນຍ່າງ, ເສັ້ນທາງທີ່ເຈົ້າຄວນເລືອກທີ່ຈະຍ່າງ. ພວກເຂົາຍ່າງໃນສອງເສັ້ນທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ໂປໂລ ແລະ ເປໂຕ, ພວກເຂົາເປັນຕົວຢ່າງຂອງແຕ່ລະເສັ້ນທາງ ແລະ ດ້ວຍເຫດນັ້ນ ຕັ້ງແຕ່ຕົ້ນມາ ພວກເຂົາຈຶ່ງຖືກຈັດຂຶ້ນໃຫ້ເປັນແບບຢ່າງຂອງສອງເສັ້ນທາງເຫຼົ່ານີ້. ແມ່ນຫຍັງຄືຈຸດສຳຄັນໃນປະສົບການຂອງໂປໂລ ແລະ ເປັນຫຍັງລາວຈຶ່ງສຳເລັດບໍ່ໄດ້? ແມ່ນຫຍັງຄືຈຸດສຳຄັນໃນປະສົບການຂອງເປໂຕ ແລະ ລາວປະສົບກັບການຖືກເຮັດໃຫ້ສົມບູນໄດ້ແນວໃດ? ຖ້າເຈົ້າປຽບທຽບສິ່ງທີ່ພວກເຂົາແຕ່ລະຄົນໃສ່ໃຈ, ແລ້ວເຈົ້າກໍ່ຈະຮູ້ວ່າ ພຣະເຈົ້າຕ້ອງການຄົນປະເພດໃດກັນແທ້, ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ, ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ, ຄົນປະເພດໃດທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ ແລະ ຍັງຮູ້ວ່າຄົນປະເພດໃດທີ່ບໍ່ຖືກເຮັດໃຫ້ສົມບູນ; ເຈົ້າຈະຮູ້ວ່າແມ່ນຫຍັງຄືອຸປະນິໄສຂອງຄົນທີ່ຈະຖືກເຮັດໃຫ້ສົມບູນ ແລະ ແມ່ນຫຍັງຄືອຸປະນິໄສຂອງຄົນທີ່ຈະບໍ່ຖືກເຮັດໃຫ້ສົມບູນ, ບັນຫາເຫຼົ່ານີ້ທີ່ຢູ່ໃນແກ່ນແທ້ກໍ່ສາມາດເຫັນໄດ້ໃນປະສົບການຂອງເປໂຕ ແລະ ໂປໂລ. ພຣະເຈົ້າສ້າງສັບພະສິ່ງທັງປວງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ຊັບພະທຸກສິ່ງມາຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງ; ພຣະອົງຈະບັນຊາສິ່ງທັງປວງ, ເພື່ອວ່າສິ່ງທັງປວງຈະຢູ່ໃນກໍາມືຂອງພຣະອົງ. ທຸກສິ່ງໃນການເນລະມິດສ້າງຂອງພຣະເຈົ້າ ລວມເຖິງສັດ, ພືດ, ມະນຸດຊາດ, ພູເຂົາ ແລະ ແມ່ນໍ້າ ແລະ ທະເລສາບ, ທຸກສິ່ງຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ທຸກສິ່ງທີ່ຢູ່ເທິງທ້ອງຟ້າ ແລະ ເທິງແຜ່ນດິນໂລກຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ພວກເຂົາບໍ່ມີທາງເລືອກອື່ນ ແລະ ລ້ວນແລ້ວແຕ່ຕ້ອງຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ. ສິ່ງນີ້ຖືກບັນຍັດໂດຍພຣະເຈົ້າ ແລະ ມັນເປັນສິດອຳນາດຂອງພຣະເຈົ້າ. ພຣະເຈົ້າບັນຊາທຸກສິ່ງ ແລະ ສັ່ງ ແລະ ຈັດຕໍາແໜ່ງໃຫ້ສັບພະສິ່ງທັງປວງ ໂດຍທີ່ແຕ່ລະຢ່າງນັ້ນແມ່ນຖືກຈັດແຈງຕາມປະເພດຂອງໃຜມັນ ແລະ ຈັດແບ່ງຕາມຕໍາແໜ່ງຂອງພວກເຂົາເອງ ຕາມຄວາມປະສົງຂອງພຣະເຈົ້າ. ບໍ່ວ່າມັນຈະຍິ່ງໃຫຍ່ສໍ່າໃດກໍຕາມ, ບໍ່ມີຫຍັງສາມາດລື່ນພຣະເຈົ້າໄດ້, ທຸກສິ່ງຮັບໃຊ້ມະນຸດຊາດທີ່ພຣະເຈົ້າສ້າງ ແລະ ບໍ່ມີສິ່ງໃດກ້າທີ່ຈະບໍ່ເຊື່ອຟັງພຣະເຈົ້າ ຫຼື ທີ່ຈະຮຽກຮ້ອງຫຍັງຈາກພຣະເຈົ້າໄດ້. ດ້ວຍເຫດນັ້ນ ມະນຸດ ໃນຖານະທີ່ເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ກໍຕ້ອງປະຕິບັດໜ້າທີ່ຂອງມະນຸດເຊັ່ນກັນ. ບໍ່ວ່າມະນຸດຈະເປັນເຈົ້ານາຍ ຫຼື ຜູ້ດູແລຂອງບັນດາສິ່ງທັງປວງ, ບໍ່ວ່າສະຖານະຂອງມະນຸດຈະສູງສົ່ງສໍ່າໃດກໍຕາມທ່າມກາງສິ່ງທັງປວງ, ຢ່າງໃດກໍຕາມ ພວກເຂົາກໍຍັງເປັນພຽງມະນຸດເລັກນ້ອຍທີ່ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຫຼາຍໄປກວ່າມະນຸດທີ່ບໍ່ສຳຄັນ ຫຼື ຫຼາຍກວ່າສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ຢູ່ເໜືອພຣະເຈົ້າໄດ້ຈັກເທື່ອ. ໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ມະນຸດຄວນສະແຫວງຫາເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອຮັກພຣະເຈົ້າໂດຍບໍ່ຕັດສິນໃຈເປັນຢ່າງອື່ນ ຍ້ອນພຣະເຈົ້າສົມຄວນໄດ້ຮັບຄວາມຮັກຂອງມະນຸດ. ຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າບໍ່ຄວນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ສະແຫວງຫາສິ່ງທີ່ພວກເຂົາປາຖະໜາເປັນການສ່ວນຕົວ; ນີ້ຄືວິທີການສະແຫວງຫາທີ່ຖືກຕ້ອງທີ່ສຸດ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນຄວາມຈິງ, ຖ້າສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດກໍແມ່ນຄວາມຈິງ ແລະ ຖ້າສິ່ງທີ່ເຈົ້າບັນລຸກໍຄືການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເສັ້ນທາງທີ່ເຈົ້າຍ່າງກໍເປັນເສັ້ນທາງທີ່ຖືກຕ້ອງ. ຖ້າສິ່ງທີ່ເຈົ້າສະແຫວງຫາຄືຄວາມສຸກທາງເນື້ອໜັງ ແລະ ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດແມ່ນຄວາມຈິງຈາກແນວຄິດຂອງເຈົ້າເອງ ແລະ ຖ້າບໍ່ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ແລະ ເຈົ້າບໍ່ເຊື່ອຟັງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງເລີຍ ແລະ ເຈົ້າຍັງດຳລົງຊີວິດຢູ່ກັບຄວາມເລື່ອນລອຍ, ແລ້ວສິ່ງທີ່ເຈົ້າສະແຫວງຫາກໍຈະນໍາພາເຈົ້າໄປສູ່ນະຮົກຢ່າງແນ່ນອນ, ຍ້ອນວ່າເສັ້ນທາງທີ່ເຈົ້າຍ່າງນັ້ນເປັນເສັ້ນທາງແຫ່ງຄວາມລົ້ມເຫຼວ. ບໍ່ວ່າເຈົ້າຈະຖືກເຮັດໃຫ້ສົມບູນ ຫຼື ຖືກໂຍນອອກແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ ເຊິ່ງໝາຍຄວາມວ່າ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນຢູ່ກັບເສັ້ນທາງທີ່ມະນຸດຍ່າງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ