ການເຂົ້າສູ່ຊີວິດ 4

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 483)

ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອເຊື່ອຟັງພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງເຊື່ອຟັງ. ການເຊື່ອຟັງຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊາຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການເຊື່ອຟັງພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມເຊື່ອຟັງຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການເຊື່ອຟັງຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອເຊື່ອຟັງພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ ຄໍາອະທິຖານຕໍ່ໜ້າພຣະເຈົ້າ ແລະ ແມ່ນແຕ່ທຸກການກະທໍາຂອງເຈົ້າກໍຈະເປັນສິ່ງທີ່ຕໍ່ຕ້ານພຣະອົງ. ເຈົ້າອາດຈະເປັນຄົນທີ່ເວົ້າອ່ອນໂຍນ ແລະ ມີມາລະຍາດອ່ອນນ້ອມ, ທຸກການກະທໍາ ແລະ ທຸກຖ້ອຍຄໍາຂອງເຈົ້າອາດຈະເບິ່ງຄືຖືກຕ້ອງ ແລະ ເຈົ້າອາດຈະເບິ່ງຄືຄົນທີ່ເຊື່ອຟັງ ແຕ່ເມື່ອເວົ້າເຖິງເຈດຕະນາຂອງເຈົ້າ ແລະ ຄວາມມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອຕໍ່ພຣະເຈົ້າແລ້ວ ທຸກສິ່ງທີ່ເຈົ້າເຮັດແມ່ນເປັນການຕໍ່ຕ້ານພຣະເຈົ້າ; ທຸກສິ່ງທີ່ເຈົ້າເຮັດແມ່ນເປັນສິ່ງທີ່ຊົ່ວຮ້າຍ. ຜູ້ຄົນທີ່ເບິ່ງຄືຄົນເຊື່ອຟັງ ປຽບເໝືອນດັ່ງໂຕແກະ ແຕ່ພັດມີຫົວໃຈທີ່ມີເຈດຕະນາອັນຊົ່ວຮ້າຍ ຜູ້ຄົນເຫຼົ່ານັ້ນກໍເປັນຄືກັບໝາປ່າທີ່ແຕ່ງກາຍເປັນໂຕແກະ. ພວກເຂົາລ່ວງເກີນພຣະເຈົ້າໂດຍກົງ ແລະ ພຣະເຈົ້າຈະບໍ່ລະເວັ້ນພວກເຂົາແມ່ນແຕ່ຄົນດຽວ. ພຣະວິນຍານບໍລິສຸດຈະເປີດເຜີຍພວກເຂົາແຕ່ລະຄົນ ແລະ ສະແດງໃຫ້ທຸກຄົນສາມາດເຫັນວ່າ ພຣະວິນຍານບໍລິສຸດຈະກຽດຊັງ ແລະ ປະຕິເສດຜູ້ຄົນເຫຼົ່ານັ້ນທີ່ໜ້າຊື່ໃຈຄົດຢ່າງແນ່ນອນ. ບໍ່ຕ້ອງກັງວົນ: ພຣະເຈົ້າຈະຈັດການ ແລະ ແກ້ໄຂພວກເຂົາແຕ່ລະຄົນຕາມລໍາດັບ.

(ຄັດຈາກບົດ “ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 484)

ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງໃໝ່ຂອງພຣະເຈົ້າ ແລະ ບໍ່ສາມາດເຂົ້າໃຈທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແລະ ເຈົ້າບໍ່ສະແຫວງຫາແສງສະຫວ່າງນັ້ນ ຫຼື ບໍ່ດັ່ງນັ້ນ ເຈົ້າກໍສົງໄສມັນ, ຕັດສິນມັນ ຫຼື ກວດສອບ ແລະ ວິເຄາະມັນ, ແລ້ວເຈົ້າບໍ່ໄດ້ສົນໃຈທີ່ຈະເຊື່ອຟັງພຣະເຈົ້າ. ເມື່ອແສງສະຫວ່າງຂອງທີ່ນີ້ ແລະ ໃນປັດຈຸບັນນີ້ປາກົດຕົວຂຶ້ນ ຖ້າເຈົ້າຍັງເຊີດຊູແສງສະຫວ່າງຂອງມື້ວານ ແລະ ຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ແມ່ນຫຍັງນອກຈາກແມ່ນຄົນທີ່ໄຮ້ເຫດຜົນ ເຈົ້າກໍເປັນໜຶ່ງໃນຄົນທີ່ມີເຈດຕະນາຕໍ່ຕ້ານພຣະເຈົ້າ. ກະແຈສູ່ການເຊື່ອຟັງພຣະເຈົ້າແມ່ນການຊື່ນຊົມແສງສະຫວ່າງໃໝ່ ການທີ່ສາມາດຍອມຮັບເອົາແສງສະຫວ່າງນັ້ນ ແລະ ການນໍາເອົາແສງສະຫວ່າງນັ້ນມາປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນແມ່ນຄວາມເຊື່ອຟັງທີ່ແທ້ຈິງ. ຜູ້ຄົນທີ່ບໍ່ມີຄວາມປາດຖະໜາຈະສະແຫວງຫາພຣະເຈົ້າແມ່ນບໍ່ສາມາດຍອມຕໍ່ພຣະເຈົ້າໂດຍເຈດຕະນາ ແລະ ສາມາດຕໍ່ຕ້ານພຣະເຈົ້າເທົ່ານັ້ນ ເຊິ່ງເປັນມາຈາກຄວາມບໍ່ພໍໃຈຂອງພວກເຂົາກັບສິ່ງທີ່ເປັນຢູ່. ການທີ່ມະນຸດບໍ່ສາມາດເຊື່ອຟັງພຣະເຈົ້າກໍຍ້ອນວ່າເຂົາຖືກຄອບງໍາໂດຍສິ່ງທີ່ມາກ່ອນໜ້າ. ສິ່ງທີ່ມາກ່ອນໜ້າໄດ້ເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຈິນຕະນາການທຸກຮູບແບບກ່ຽວກັບພຣະເຈົ້າ ແລະ ສິ່ງເຫຼົ່ານີ້ໄດ້ກາຍເປັນລັກສະນະຂອງພຣະເຈົ້າໃນຄວາມຄິດຂອງພວກເຂົາ. ສະນັ້ນ ສິ່ງທີ່ພວກເຂົາເຊື່ອແມ່ນແນວຄວາມຄິດຂອງພວກເຂົາເອງ ແລະ ມາດຕະຖານໃນຈິນຕະນາການຂອງພວກເຂົາເອງ. ຖ້າເຈົ້າສົມທຽບພຣະເຈົ້າທີ່ເຮັດພາລະກິດຕົວຈິງໃນປັດຈຸບັນ ກັບພຣະເຈົ້າຈາກຈິນຕະນາການຂອງເຈົ້າເອງ ແລ້ວຄວາມເຊື່ອຂອງເຈົ້າແມ່ນມາຈາກຊາຕານ ແລະ ເປິະເປື້ອນໄປດ້ວຍຄວາມມັກຂອງເຈົ້າເອງ, ພຣະເຈົ້າບໍ່ໄດ້ຕ້ອງຄວາມເຊື່ອແບບນີ້. ບໍ່ວ່າຄຸນສົມບັດຂອງພວກເຂົາຈະສູງສົ່ງສໍ່າໃດ, ບໍ່ວ່າພວກເຂົາຈະມີການອຸທິດຕົນ, ເຖິງແມ່ນວ່າພວກເຂົາໄດ້ອຸທິດຄວາມພະຍາຍາມຕະຫຼອດຊີວິດຕໍ່ພາລະກິດຂອງພຣະອົງ ແລະ ໄດ້ຍອມເສຍສະລະເພື່ອຄວາມເຊື່ອຂອງພວກເຂົາ, ພຣະເຈົ້າກໍຈະບໍ່ຍອມຮັບເອົາຄົນທີ່ມີຄວາມເຊື່ອແບບນີ້. ພຣະອົງມີແຕ່ມອບຄວາມກະລຸນາພຽງເລັກນ້ອຍໃຫ້ແກ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາມີຄວາມສຸກກັບສິ່ງນັ້ນພຽງຊົ່ວຄາວ. ຜູ້ຄົນແບບນີ້ບໍ່ສາມາດເອົາຄວາມຈິງມາປະຕິບັດໄດ້. ພຣະວິນຍານບໍລິສຸດຈະບໍ່ດໍາເນີນພາລະກິດພາຍໃນຕົວພວກເຂົາ ແລະ ພຣະເຈົ້າກໍຈະກໍາຈັດພວກເຂົາແຕ່ລະຄົນຕາມລຳດັບ. ບໍ່ວ່າພວກເຂົາຈະເຖົ້າ ຫຼື ໜຸ່ມ ຜູ້ຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງພຣະເຈົ້າໃນຄວາມເຊື່ອຂອງພວກເຂົາ ແລະ ມີເຈດຕະນາທີ່ຜິດ ແມ່ນຜູ້ຄົນທີ່ຕໍ່ຕ້ານ ແລະ ຂັດຂວາງ ແລະ ຜູ້ຄົນດັ່ງກ່າວຈະຖືກກຳຈັດໂດຍພຣະເຈົ້າໂດຍບໍ່ຕ້ອງສົງໄສ. ຜູ້ທີ່ບໍ່ມີຄວາມເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ຜູ້ທີ່ຮັບຮູ້ພຽງແຕ່ຊື່ຂອງພຣະອົງ ແລະ ຜູ້ທີ່ມີຄວາມຮູ້ສຶກບາງຢ່າງກ່ຽວກັບຄວາມກະລຸນາ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ ແຕ່ບໍ່ເດີນຕາມບາດກ້າວຂອງພຣະວິນຍານບໍລິສຸດ ແລະ ບໍ່ເຊື່ອຟັງພາລະກິດປັດຈຸບັນ ແລະ ພຣະທໍາຂອງພຣະວິນຍານບໍລິສຸດ, ຜູ້ຄົນດັ່ງກ່າວແມ່ນດໍາລົງຊີວິດຢູ່ທ່າມກາງຄວາມເມດຕາຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ໄດ້ຖືກຮັບ ຫຼື ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບຜ່ານການເຊື່ອຟັງຂອງພວກເຂົາ, ຜ່ານການກິນຂອງພວກເຂົາ, ການດື່ມ ແລະ ຜ່ານການຊື່ນຊົມກັບພຣະທໍາຂອງພຣະເຈົ້າ ແລະ ຜ່ານຄວາມທຸກທໍລະມານ ແລະ ການຫຼໍ່ຫຼອມໃນຊີວິດຂອງພວກເຂົາ. ຜ່ານຄວາມເຊື່ອແບບນີ້ເທົ່ານັ້ນ ອຸປະນິໄສຂອງຜູ້ຄົນຈຶ່ງຈະສາມາດປ່ຽນແປງໄດ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈະສາມາດມີເອົາຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າໄດ້. ການບໍ່ພໍໃຈກັບການມີຊີວິດທ່າມກາງຄວາມກະລຸນາຂອງພຣະເຈົ້າ, ການປາຖະໜາຢ່າງຫ້າວຫັນ ແລະ ການຄົ້ນຫາຄວາມຈິງ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ, ນີ້ຄືຄວາມໝາຍໃນການເຊື່ອຟັງພຣະເຈົ້າຢ່າງມີສະຕິ ແລະ ນີ້ແມ່ນປະເພດຂອງຄວາມເຊື່ອທີ່ພຣະອົງຕ້ອງການແທ້ໆ. ຜູ້ຄົນທີ່ບໍ່ເຮັດຫຍັງນອກຈາກຊື່ນຊົມກັບຄວາມກະລຸນາຂອງພຣະເຈົ້າແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນແບບ ຫຼື ຖືກປ່ຽນແປງໄດ້; ແລະ ຄວາມເຊື່ອຟັງ, ຄວາມກະຕັນຍູ, ຄວາມຮັກ ແລະ ຄວາມອົດທົນຂອງພວກເຂົາແມ່ນລ້ວນແລ້ວແຕ່ຢູ່ໃນຜິວເຜີນເທົ່ານັ້ນ. ຜູ້ທີ່ພຽງແຕ່ຊື່ນຊົມກັບຄວາມເມດຕາຂອງພຣະເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນແຕ່ເມື່ອພວກເຂົາຮູ້ຈັກພຣະເຈົ້າ, ຄວາມຮູ້ຂອງພວກເຂົາກໍຈະມີພຽງຜິວເຜີນ ແລະ ພວກເຂົາຈະເວົ້າປະມານວ່າ “ພຣະເຈົ້າຮັກມະນຸດ” ຫຼື “ພຣະເຈົ້າເຫັນອົກເຫັນໃຈມະນຸດ”. ສິ່ງນີ້ບໍ່ໄດ້ເປັນຕົວແທນໃຫ້ແກ່ຊີວິດຂອງມະນຸດ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເມື່ອພຣະທໍາຂອງພຣະເຈົ້າຫຼໍ່ຫຼອມພວກເຂົາ ຫຼື ເມື່ອການທົດລອງຂອງພຣະອົງມາເຖິງພວກເຂົາ, ຖ້າຜູ້ຄົນຍັງບໍ່ສາມາດເຊື່ອຟັງພຣະເຈົ້າ, ກົງກັນຂ້າມ ຖ້າພວກເຂົາຍັງສົງໄສ ແລະ ຍັງລົ້ມຢູ່, ແລ້ວ ພວກເຂົາບໍ່ໄດ້ເຊື່ອຟັງແມ່ນແຕ່ໜ້ອຍດຽວ. ພາຍໃນພວກເຂົາແມ່ນມີກົດລະບຽບ ແລະ ຂໍ້ຈຳກັດຫຼາຍຢ່າງກ່ຽວກັບຄວາມເຊື່ອໃນພຣະເຈົ້າ; ພວກເຂົາມີປະສົບການເກົ່າໆທີ່ເປັນຜົນມາຈາກຄວາມເຊື່ອເປັນເວລາຫຼາຍປີ ຫຼື ມີຄໍາສອນຕ່າງໆທີ່ອີງໃສ່ພຣະຄໍາພີ. ຜູ້ຄົນແບບນີ້ຈະສາມາດເຊື່ອຟັງພຣະເຈົ້າໄດ້ບໍ? ຜູ້ຄົນເຫຼົ່ານີ້ແມ່ນເຕັມໄປດ້ວຍສິ່ງທີ່ເປັນມະນຸດ, ພວກເຂົາຈະສາມາດເຊື່ອຟັງພຣະເຈົ້າໄດ້ແນວໃດ? “ຄວາມເຊື່ອຟັງ” ຂອງພວກເຂົາແມ່ນອີງຕາມຄວາມມັກສ່ວນຕົວ, ພຣະເຈົ້າຕ້ອງການຄວາມເຊື່ອຟັງແບບນີ້ບໍ? ນີ້ບໍ່ແມ່ນການເຊື່ອຟັງພຣະເຈົ້າ ແຕ່ເປັນການຍຶດຕິດຄໍາສັ່ງສອນ; ມັນເປັນການເຮັດໃຫ້ຕົນເອງພໍໃຈ ແລະ ການເອົາໃຈຕົນເອງ. ຖ້າເຈົ້າເວົ້າວ່າ ນີ້ແມ່ນການເຊື່ອຟັງພຣະເຈົ້າ, ມັນບໍ່ແມ່ນການດູໝິ່ນພຣະອົງບໍ? ເຈົ້າແມ່ນຟາຣາໂອຂອງຊາວອີຢິບ. ເຈົ້າໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍ ແລະ ເຈົ້າໄດ້ຮ່ວມໃນພາລະກິດເພື່ອຕໍ່ຕ້ານພຣະເຈົ້າຢ່າງຊັດເຈນ, ພຣະເຈົ້າຕ້ອງການໃຫ້ເຈົ້າຮັບໃຊ້ແບບນີ້ບໍ? ທາງທີ່ດີທີ່ສຸດ ເຈົ້າຄວນຟ້າວກັບໃຈ ແລະ ພະຍາຍາມມີຄວາມຮູ້ຈັກບາງຢ່າງກ່ຽວກັບຕົນເອງ. ຖ້າເຮັດບໍ່ໄດ້ ເຈົ້າກໍຄວນຍ່າງຈາກໄປໄກໆ; ສິ່ງນັ້ນຈະເປັນຜົນດີຕໍ່ເຈົ້າຫຼາຍກວ່າການທີ່ເຈົ້າຈະມາອ້າງຕົວຮັບໃຊ້ພຣະເຈົ້າ. ເຈົ້າຈະບໍ່ໄດ້ຂັດຂວາງ ແລະ ລົບກວນ; ເຈົ້າຈະຮູ້ຈັກສະຖານະຂອງເຈົ້າ ແລະ ມີຊີວິດຢ່າງສຸກສະບາຍ, ນັ້ນຈະບໍ່ດີກວ່າບໍ? ແລ້ວເຈົ້າກໍຈະບໍ່ຖືກລົງໂທດທີ່ຕໍ່ຕ້ານພຣະເຈົ້າ!

(ຄັດຈາກບົດ “ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 485)

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກປະຖິ້ມໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ເຊື່ອຟັງ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການເຊື່ອຟັງໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ. ທຸກຄົນທີ່ບໍ່ເຊື່ອຟັງໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກປ່ອຍຖິ້ມໄວ້ຢູ່ໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ; ຜູ້ທີ່ເຕັມໃຈເຊື່ອຟັງ ແລະ ຜູ້ທີ່ຍິນດີຖ່ອມຕົນເທົ່ານັ້ນທີ່ຈະສາມາດກ້າວໄປເຖິງຈຸດສຸດທ້າຍຂອງເສັ້ນທາງ. ໃນພາລະກິດແບບນີ້, ພວກເຈົ້າທຸກຄົນຕ້ອງຮຽນຮູ້ວິທີການອ່ອນນ້ອມ ແລະ ວິທີປ່ອຍວາງແນວຄວາມຄິດຂອງພວກເຈົ້າ. ພວກເຈົ້າຄວນລະວັງໃນທຸກຂັ້ນຕອນທີ່ພວກເຈົ້າດໍາເນີນ. ຖ້າຫາກພວກເຈົ້າບໍ່ລະວັງ, ພວກເຈົ້າຈະກາຍເປັນຄົນທີ່ຖືກປະຕິເສດໂດຍພຣະວິນຍານບໍລິສຸດ ແລະ ເປັນຜູ້ທີ່ຄັດຂວາງພາລະກິດຂອງພຣະເຈົ້າ. ກ່ອນທີ່ຈະປະສົບກັບຂັ້ນຕອນຂອງພາລະກິດນີ້, ກົດເກນ ແລະ ກົດໝາຍເກົ່າຂອງມະນຸດແມ່ນມີຫຼາຍຈົນນັບບໍ່ຖ້ວນ ເຊິ່ງເຮັດໃຫ້ພວກເຂົາຫຼົງລືມ ແລະ ຜົນທີ່ໄດ້ຮັບກໍຄືພວກເຂົາກາຍເປັນຄົນອວດດີ ແລະ ຫຼົງລືມຕົວ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນອຸປະສັກທີ່ກີດກັ້ນມະນຸດບໍ່ໃຫ້ຮັບເອົາພາລະກິດໃໝ່ຂອງພຣະເຈົ້າ; ພວກເຂົາກາຍເປັນສັດຕູຕໍ່ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ. ມັນອັນຕະລາຍສໍາລັບຜູ້ຄົນທີ່ຈະບໍ່ມີທັງຄວາມເຊື່ອໃນຈິດໃຈຂອງພວກເຂົາ ແລະ ການປາດຖະໜາຄວາມເປັນຈິງ. ຖ້າເຈົ້າອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາທຳມະດາເທົ່ານັ້ນ ແລະ ບໍ່ສາມາດຮັບເອົາຄວາມເລິກເຊິ່ງໃດໆ, ເຈົ້າກໍເປັນຜູ້ທີ່ຍຶດຕິດກັບແນວທາງເກົ່າ ແລະ ບໍ່ສາມາດນຳທັນພາລະກິດຂອງພຣະວິນຍານບໍລິສຸດໄດ້.

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 486)

ພາລະກິດທີ່ພຣະເຈົ້າກະທໍາແມ່ນແຕກຕ່າງກັນໃນແຕ່ລະໄລຍະ. ຖ້າເຈົ້າມີຄວາມເຊື່ອຟັງຫຼາຍຕໍ່ພາລະກິດຂອງພຣະເຈົ້າໃນໄລຍະໜຶ່ງ ແຕ່ໃນອີກໄລຍະຕໍ່ໄປຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນໜ້ອຍລົງ ຫຼື ເຈົ້າບໍ່ສາມາດມີຄວາມເຊື່ອຟັງເລີຍ, ພຣະເຈົ້າກໍຈະຖິ້ມປະເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ເຈົ້າກໍຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຜູ້ເຊື່ອຟັງໃນພຣະວິນຍານບໍລິສຸດ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງຢ່າງສະໝໍ່າສະເໝີ. ເຈົ້າບໍ່ສາມາດພຽງແຕ່ເຊື່ອຟັງເວລາຄິດຢາກເຊື່ອ ແລະ ບໍ່ເຊື່ອເມື່ອບໍ່ຢາກເຊື່ອ. ພຣະເຈົ້າບໍ່ຍົກຍ້ອງຄວາມເຊື່ອຟັງແບບນີ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າໄດ້ສົນທະນາ ແລະ ສືບຕໍ່ຢຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງໃຫ້ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າເຊື່ອຟັງ ແລະ ຍອມຮັບພຣະທໍາຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາະລກິດໃນຕົວເຈົ້າຢ່າງແນ່ນອນ. ພຣະວິນຍານບໍລິສຸດດຳເນີນໄປຕາມທີ່ເຮົາກ່າວຢ່າງຖືກຕ້ອງ; ຈົ່ງເຮັດຕາມທີ່ເຮົາໄດ້ກ່າວ ແລະ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ, ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ ແລະ ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດພາະລກິດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້ານ້ອຍຈະບໍ່ຍອມເຮັດຕາມທີ່ພຣະອົງບອກ”. ດັ່ງນັ້ນ, ເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ; ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ ແມ່ນບໍ່ມີສິ່ງໃດທີ່ສຳຄັນໄປກວ່າການກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນຈະສໍາເລັດ ແມ່ນໂດຍຜ່ານການເຊື່ອຟັງຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານບໍລິສຸດ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດໄດ້ຮັບ ແລະ ເຫັນສິ່ງຕ່າງໆ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ນັ້ນສະແດງວ່າພໍມີຫວັງທີ່ຍິ່ງໃຫຍ່ສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູບໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບການເປີດເຜີຍໃນທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອປະສົບກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ກໍຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການນີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົມການ; ເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງເຍືອງທາງຂອງຄົນອື່ນ ເຊິ່ງເປັນການເຝິກຝົນກ່ອນທີ່ເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະເຕີບໃຫຍ່. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.

ພຣະວິນຍານບໍລິສຸດໃຫ້ແສງສະຫວ່າງແກ່ເຈົ້າໂດຍຜ່ານປະສົບການຕົວຈິງ ແລະ ເຮັດໃຫ້ເຈົ້າສົມບູບຜ່ານຄວາມສັດທາຂອງເຈົ້າ. ເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນບໍ່? ຖ້າຫາກເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູບໂດຍພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະມີຄວາມກ້າຫານທີ່ຈະປະຖິ້ມເນື້ອໜັງຂອງເຈົ້າ, ເຈົ້າຈະສາມາດດໍາເນີນຕາມພຣະທໍາຂອງພຣະເຈົ້າ ແລະ ເຈົ້າຈະບໍ່ຢູ່ເສີຍ ຫຼື ເປັນຄົນອ່ອນແອ. ເຈົ້າຈະສາມາດເຊື່ອຟັງທຸກຢ່າງທີ່ມາຈາກພຣະເຈົ້າ ແລະ ທຸກໆການກະທຳຂອງພວກເຈົ້າຈະເປັນສິ່ງທີ່ປະເສີດຕໍ່ພຣະເຈົ້າ ບໍ່ວ່າຈະກະທຳໃນທີ່ສາທາລະນະ ຫຼື ໃນສະຖານທີ່ສ່ວນຕົວ. ຖ້າເຈົ້າເປັນຄົນທີ່ສັດຊື່ ແລະ ປະຕິບັດຄວາມເປັນຈິງໃນທຸກໆສິ່ງ ເຈົ້າກໍ່ຈະກາຍເປັນຄົນທີ່ສົມບູບ. ພວກທີ່ໜ້າຫວ້າຍຫຼັງຫຼອກຜູ້ທີ່ຕໍ່ໜ້າເຮັດຈັ່ງໜຶ່ງ ແລະ ລັບຫຼັງເຮັດແບບອື່ນແມ່ນຜູ້ບໍ່ເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ. ພວກເຂົາທຸກຄົນເປັນບຸດແຫ່ງຄວາມພິນາດ ແລະ ການທຳລາຍລ້າງ; ພວກເຂົາບໍ່ແມ່ນຄົນຂອງພຣະເຈົ້າ ແຕ່ເປັນຄົນຂອງຊາຕານ. ພວກເຂົາບໍ່ແມ່ນຄົນປະເພດທີ່ພຣະເຈົ້າຊົງເລືອກເອົາ! ຖ້າການກະທຳ ແລະ ພຶດຕິກຳຂອງເຈົ້າບໍ່ສາມາດສະແດງອອກຢູ່ຕໍ່ໜ້າພຣະເຈົ້າ ຫຼື ບໍ່ສາມາດເຫັນໂດຍພຣະວິນຍານຂອງພຣະເຈົ້າ, ນີ້ກໍພິສູດວ່າມີບາງສິ່ງທີ່ຜິດປົກກະຕິໃນໂຕເຈົ້າ. ຖ້າເຈົ້າຍອມຮັບຄຳພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປ່ຽນແປງຈິດໃຈຂອງເຈົ້າ, ເຈົ້າຈຶ່ງຈະສາມາດເຂົ້າມາສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າກໍຄວນເຊື່ອຟັງພາລະກິດຂອງພຣະເຈົ້າທັງໝົດ ໂດຍປາດສະຈາກສຽງຈົ່ມວ່າແມ່ນແຕ່ຄຳດຽວ, ປາດສະຈາກການຄາດເດົາ ການປະເມີນຜົນ ຫຼື ຕັດສິນພາລະກິດຂອງພຣະເຈົ້າ. ນີ້ແມ່ນຂໍ້ເງື່ອນໄຂຕ່ຳສຸດໃນການທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເງື່ອນໄຂທີ່ຈຳເປັນສຳລັບຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນກໍຄືສິ່ງນີ້: ເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ. “ການເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກການກະທຳ ແລະ ພຶດຕິກຳຂອງເຈົ້າສາມາດສະແດງອອກຕໍ່ໜ້າພຣະເຈົ້າໄດ້. ຍ້ອນເຈົ້າມີເຈດຕະນາທີ່ຖືກຕ້ອງ, ເຈົ້າຈະບໍ່ມີຄວາມຢ້ານກົວທີ່ຈະສະແດງສິ່ງເຫຼົ່ານັ້ນຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າອ້າຍເອື້ອຍນ້ອງຂອງເຈົ້າ ບໍ່ວ່າການກະທຳຂອງເຈົ້າຈະຖືກ ຫຼື ຜິດກໍຕາມ ແລະ ເຈົ້າຈະກ້າປະຕິຍານຕໍ່ໜ້າພຣະເຈົ້າ. ເຈົ້າຕ້ອງສະແດງທຸກຄວາມຕັ້ງໃຈ, ຄວາມນຶກຄິດ ແລະ ແນວຄິດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ເພື່ອການພິຈາລະນາຂອງພຣະອົງ; ຖ້າຫາກເຈົ້າປະຕິບັດ ແລະ ເຂົ້າສູ່ເສັ້ນທາງນີ້, ຄວາມກ້າວໜ້າໃນຊີວິດຂອງເຈົ້າກໍຈະມີຄວາມວ່ອງໄວ.

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 487)

ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມີສັດທາໃນພຣະທໍາທຸກຂໍ້ຂອງພຣະເຈົ້າ ແລະ ໃນພາລະກິດຂອງພຣະອົງທັງໝົດ. ນັ້ນໝາຍຄວາມວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍເຊື່ອຟັງພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດເຊື່ອຟັງພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສະຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ? ກະທັ້ງຜູ້ທີ່ເຊື່ອຟັງພຽງເຄິ່ງດຽວຍັງບໍ່ສາມາດເດີນໄປຈົນເຖິງຈຸດສຸດທ້າຍໄດ້, ແລ້ວແຮງໄກທີ່ພວກທໍຣະລາດເຫຼົ່ານີ້ທີ່ບໍ່ມີຄວາມເຊື່ອຟັງແມ່ນແຕ່ເລັກນ້ອຍຈະມີ! ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ຈະຮັບໄດ້ຢ່າງງ່າຍໂດຍມະນຸດ. ເຖິງວ່າມະນຸດຈະໃຊ້ກໍາລັງທັງໝົດທີ່ພວກເຂົາມີຢູ່ ແຕ່ພວກເຂົາກໍຈະໄດ້ຮັບພຽງສ່ວນນ້ອຍ ເຊິ່ງໃນທີ່ສຸດແລ້ວກໍຈະເຮັດໃຫ້ພວກເຂົາຖືກເຮັດໃຫ້ສົມບູນ. ແລ້ວຜູ້ທີ່ເປັນລູກຂອງທູດສະຫວັນ ທີ່ພະຍາຍາມທຳລາຍພາລະກິດຂອງພຣະເຈົ້າເດ? ພວກເຂົາບໍ່ມີຄວາມຫວັງແມ່ນແຕ່ໜ້ອຍດຽວ ທີ່ຈະຖືກຮັບເອົາໂດຍພຣະເຈົ້າເລີຍແມ່ນບໍ? ຈຸດປະສົງຂອງເຮົາໃນການປະຕິບັດພາລະກິດແຫ່ງການເອົາຊະນະບໍ່ແມ່ນພຽງເພື່ອເອົາຊະນະເພື່ອໃຫ້ໄດ້ໄຊຊະນະເທົ່ານັ້ນ, ແຕ່ເປັນການເອົາຊະນະເພື່ອເປີດເຜີຍຄວາມຊອບທໍາ ແລະ ຄວາມບໍ່ຊອບທຳ ເພື່ອໃຫ້ໄດ້ຫຼັກຖານສໍາລັບການລົງໂທດມະນຸດ, ເພື່ອປະນາມຄົນຊົ່ວ ແລະ ຍິ່ງກວ່ານັ້ນແມ່ນການເອົາຊະນະເພື່ອເຮັດໃຫ້ຄົນທີ່ເຕັມໃຈເຊື່ອຟັງສົມບູນ. ໃນທີ່ສຸດ, ທຸກຄົນຈະຖືກແຍກອອກໄປຕາມປະເພດ ແລະ ຄົນທີ່ຖືກເຮັດໃຫ້ສົມບູບຈະມີຄວາມຄິດ ແລະ ແນວຄວາມຄິດທີ່ເຕັມໄປດ້ວຍການເຊື່ອຟັງ. ນີ້ຄືພາລະກິດທີ່ຕ້ອງເຮັດໃຫ້ສຳເລັດໃນຍຸກທີ່ສຸດ. ໃນຂະນະດຽວກັນນັ້ນ, ຜູ້ທີ່ມີທຸກການກະທໍາທີ່ກະບົດຈະຖືກລົງໂທດ ແລະ ຖືກສົ່ງໄປເຜົາໃນກອງໄຟ ເຊິ່ງເປັນວັດຖຸແຫ່ງການສາບແຊ່ງຕະຫຼອດການ. ເມື່ອເວລານັ້ນມາເຖິງ, ຜູ້ທີ່ເປັນ “ວິລະບູລຸດທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍພ່າຍແພ້” ໃນອາດີດຜ່ານມາຈະກາຍເປັນ “ຄົນຂີ້ຢ້ານທີ່ອ່ອນແອ ແລະ ໄຮ້ສະມັດຕະພາບ” ທີ່ຕໍ່າຊ້າ ແລະ ຖືກຫຼົບຫຼີກທີ່ສຸດ. ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດສະແດງເຖິງຄວາມທ່ຽງທໍາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງໃນທຸກແງ່ມຸມ ທີ່ມະນຸດບໍ່ສາມາດລ່ວງເກີນໄດ້ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ຈະຢຸດຄວາມກຽດຊັງໃນຈິດໃຈຂອງເຮົາ. ພວກເຈົ້າເຫັນດີນໍາບໍວ່າ ນີ້ສົມເຫດສົມຜົນທີ່ສຸດ?

ບໍ່ແມ່ນທຸກຄົນທີ່ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ແມ່ນຜູ້ທີ່ຢູ່ໃນກະແສນີ້ຈະໄດ້ຮັບຊີວິດ. ຊີວິດບໍ່ແມ່ນຊັບສົມບັດລວມ ທີ່ມະນຸດທຸກຄົນໃຊ້ຮ່ວມກັນ ແລະ ການປ່ຽນແປງໃນອຸປະນິໄສກໍບໍ່ແມ່ນສິ່ງທີ່ຈະບັນລຸໄດ້ຢ່າງງາຍດາຍໂດຍທຸກຄົນ. ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຈິງ ແລະ ເປັນ ແລະ ຕ້ອງມີການດໍາລົງຢູ່. ການອ່ອນນ້ອມແບບຜິວເຜີນຈະບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ການເຊື່ອຟັງພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ ໂດຍທີ່ປາດສະຈາກການສະແຫວງຫາຄວາມປ່ຽນແປງຈິດໃຈຕົນເອງນັ້ນບໍ່ແມ່ນການສະແຫວງຫາຈິດໃຈຂອງພຣະເຈົ້າ. ການເຊື່ອຟັງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດແມ່ນບໍ່ສາມາດຖືວ່າເປັນຜູ້ທີ່ເຊື່ອຟັງ ແລ້ວແຮງໄກສໍາລັບຜູ້ທີ່ບໍ່ອ່ອນນ້ອມຢ່າງແທ້ຈິງ ແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ມີແຕ່ຜູ້ຄົນດັ່ງກ່າວທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ ແລະ ປະສົບກັບການປ່ຽນແປງໃໝ່ຈາກພາລະກິດໃໝ່. ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຖືກເຮັດໃຫ້ສົມບູນ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ແມ່ນຜູ້ໄດ້ຮັບການປ່ຽນແປງຈິດໃຈ. ຜູ້ທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພຣະທໍາ ແລະ ພາລະກິດຂອງພຣະອົງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ, ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາພຣະເຈົ້າຢ່າງຈິງໃຈ. ສ່ວນຜູ້ທີ່ພຽງແຕ່ເວົ້າເຖິງຄວາມສັດທາໃນພຣະເຈົ້າຂອງພວກເຂົາດ້ວຍປາກຂອງພວກເຂົາ ແຕ່ໃນຄວາມເປັນຈິງແລ້ວ ພັດສາບແຊ່ງພຣະອົງ, ພວກເຂົາແມ່ນເປັນຜູ້ທີ່ໃສ່ໜ້າກາກໃຫ້ກັບຕົນເອງ ທີ່ມີພິດຂອງໂຕງູ; ພວກເຂົາເປັນຜູ້ທີ່ທໍລະຍົດທີ່ສຸດ. ບໍ່ຊ້າກໍໄວ, ໜ້າກາກຈອມປອມຂອງຄົນຊົ່ວເຫຼົ່ານີ້ຈະຖືກດຶງຈີກອອກ. ນີ້ບໍ່ແມ່ນພາລະກິດທີ່ຈະຕ້ອງເຮັດໃຫ້ແລ້ວໃນມື້ນີ້ບໍ? ຄົນທີ່ຊົ່ວຮ້າຍ ກໍຈະຊົ່ວຮ້າຍສະເໝີ ແລະ ຈະບໍ່ລອດພົ້ນຈາກວັນຂອງການລົງໂທດ. ຄົນດີຈະເປັນຄົນດີສະເໝີ ແລະ ຈະຖືກເປີດເຜີຍເມື່ອພາລະກິດມາຮອດຈຸດສິ້ນສຸດ. ຈະບໍ່ມີການຖືວ່າຄົນຊົ່ວຮ້າຍແມ່ນແຕ່ໜື່ງຄົນເປັນຄົນຊອບທໍາ ແລະ ຈະບໍ່ມີການຖືວ່າຄົນທີ່ຊອບທໍາແມ່ນແຕ່ໜຶ່ງຄົນເປັນຄົນຊົ່ວຮ້າຍ. ເຮົາຈະປ່ອຍໃຫ້ໃຜຜູ້ໜຶ່ງຖືກກ່າວຫາຢ່າງຜິດໆໄດ້ບໍ?

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 488)

ໃນຂະນະທີ່ຊີວິດຂອງເຈົ້າພວມກ້າວໄປ, ເຈົ້າຕ້ອງມີທາງເຂົ້າໃໝ່ ແລະ ຄວາມເຂົ້າທີ່ໃໝ່ ແລະ ສູງສົ່ງກວ່າເກົ່າ ທີ່ເຕີບໃຫຍ່ຂຶ້ນທຸກບາດກ້າວ. ນີ້ຄືສິ່ງທີ່ມະນຸດຊາດຄວນເຂົ້າສູ່. ໂດຍຜ່ານການສົນທະນາກັນ, ການຮັບຟັງການສະແດງທໍາ, ການອ່ານພຣະທໍາຂອງເຈົ້າ ຫຼື ການຈັດການກັບບາງບັນຫາ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃໝ່ ແລະ ແສງສະຫວ່າງໃໝ່ ແລະ ຈະບໍ່ມີຊີວິດຢູ່ໃນກົດເກນເກົ່າ ແລະ ຍຸກເກົ່າ; ເຈົ້າຈະມີຊີວິດໃນແສງສະຫວ່າງໃໝ່ ແລະ ຈະບໍ່ຫຼົງອອກຈາກພຣະທໍາຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ການຈ່າຍໃຫ້ກັບບາງລະດັບທີ່ເປັນຜິວເຜີນແມ່ນໃຊ້ບໍ່ໄດ້; ແຕ່ລະມື້, ພຣະທໍາຂອງພຣະເຈົ້າເຂົ້າສູ່ໂລກທີ່ສູງສົ່ງຂຶ້ນເລື້ອຍໆ ແລະ ສິ່ງໃໝ່ປາກົດຂຶ້ນທຸກວັນ ແລະ ພ້ອມນີ້ ມະນຸດກໍຕ້ອງສ້າງທາງເຂົ້າໃໝ່ເພື່ອເຂົ້າສູ່ພຣະທໍາທຸກວັນ. ຕາມທີ່ພຣະເຈົ້າໄດ້ກ່າວໄວ້, ພຣະເຈົ້າຈະນຳເອົາໝາກຜົນມາສູ່ທຸກສິ່ງທີ່ພຣະອົງໄດ້ກ່າວໄວ້ ແລະ ຖ້າເຈົ້າບໍ່ສາມາດນຳທັນ ເຈົ້າກໍ່ຈະຖືກປະຖິ້ມໄວ້ດ້ານຫຼັງ. ເຈົ້າຕ້ອງລົງເລິກໃນການອະທິຖານຂອງເຈົ້າ; ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າຕ້ອງບໍ່ຂາດວັດຂາດຕອນ. ໃຫ້ລົງເລິກໃນແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າໄດ້ຮັບ ແລະ ແນວຄິດ ແລະ ການຈິນຕະນາການຂອງເຈົ້າຕ້ອງຫຼຸດລົງເທື່ອລະໜ້ອຍ. ເຈົ້າຕ້ອງເຮັດໃຫ້ການຕັດສິນຂອງເຈົ້າໜັກແໜ້ນຂຶ້ນແລະ ບໍ່ວ່າເຈົ້າຈະຜະເຊີນກັບຫຍັງກໍຕາມ ເຈົ້າຕ້ອງມີຄວາມຄິດເປັນຂອງຕົວເອງກ່ຽວກັບສິ່ງນີ້ ແລະ ມີມຸມມອງເປັນຂອງຕົວເອງ. ໃນການເຂົ້າໃຈບາງສິ່ງໃນຈິດວິນຍານ, ເຈົ້າຕ້ອງໄດ້ຮັບຄວາມເຂົ້າໃຈອັນເລິກເຊິ່ງຕໍ່ສິ່ງທີ່ຢູ່ພາຍນອກ ແລະ ເຂົ້າໃຈແກ່ນແທ້ຂອງທຸກບັນຫາ. ຖ້າເຈົ້າບໍ່ກຽມພ້ອມກັບສິ່ງເຫຼົ່ານີ້, ເຈົ້າຈະສາມາດນຳພາຄຣິສຕະຈັກໄດ້ແນວໃດ? ຖ້າເຈົ້າເວົ້າຕາມໂຕ ແລະ ທິດສະດີ ໂດຍປາດສະຈາກຄວາມເປັນຈິງໃດໆ ແລະ ປາດດສະຈາກວິທີປະຕິບັດ, ເຈົ້າຈະສາມາດຢູ່ໄດ້ພຽງໄລຍະເວລາສັ້ນເທົ່ານັ້ນ. ອາດເປັນທີ່ຍອມຮັບໄດ້ເລັກນ້ອຍເມື່ອເວົ້າກັບຜູ້ເຊື່ອໃໝ່ ແຕ່ພາຍຫຼັງເວລາໃດໜຶ່ງ ເມື່ອຜູ້ເຊື່ອໃໝ່ໄດ້ຮັບປະສົບການຕົວຈິງ, ເຈົ້າກໍຈະບໍ່ສາມາດສະໜອງໃຫ້ພວກເຂົາໄດ້ອີກ. ແລ້ວເຈົ້າຈະເໝາະຕໍ່ການຮັບໃຊ້ພຣະເຈົ້າໄດ້ແນວໃດ? ຖ້າປາດສະຈາກແສງສະຫວ່າງໃໝ່, ເຈົ້າຈະບໍ່ສາມາດເຮັດພາລະກິດໄດ້. ຜູ້ທີ່ບໍ່ມີແສງສະຫວ່າງໃໝ່ແມ່ນຜູ້ທີ່ບໍ່ຮູ້ວິທີທີ່ຈະໄດ້ຮັບປະສົບການ ແລະ ຜູ້ຄົນເຫຼົ່ານັ້ນຈະບໍ່ມີວັນໄດ້ຮັບຄວາມຮູ້ ຫຼື ປະສົບການໃໝ່ໄດ້. ໃນເລຶ່ອງຂອງການສະໜອງຊີວິດ, ພວກເຂົາຈະບໍ່ມີວັນສາມາດປະຕິບັດໜ້າທີ່ຂອງຕົນໄດ້ ແລະ ພວກເຂົາຈະບໍ່ສາມາດກາຍເປັນຜູ້ທີ່ເໝາະສົມສໍາລັບການນໍາໃຊ້ຂອງພຣະເຈົ້າ. ມະນຸດປະເພດນີ້ບໍ່ມີຫຍັງດີເລີຍ ນອກຈາກເປັນພຽງຄົນໄຮ້ປະໂຫຍດ. ຄວາມຈິງກໍຄື ຜູ້ຄົນດັ່ງກ່າວບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນໃນພາລະກິດຢ່າງສິ້ນເຊີງ ແລະ ພວກເຂົາທຸກຄົນບໍ່ມີດີຫຍັງເລີຍ. ບໍ່ພຽງແຕ່ພວກເຂົ້າລົ້ມເຫຼວໃນການປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ແຕ່ພວກເຂົາຍັງນໍາເອົາຄວາມເຄັ່ງຕຶງທີ່ບໍ່ຈໍາເປັນມາສູ່ຄຣິສຕະຈັກອີກດ້ວຍ. ເຮົາຂໍເຕືອນ “ຊາຍຊະລາຜູ້ໜ້າເຄົາລົບ” ເຫຼົ່ານີ້ໃຫ້ຮີບຮ້ອນອອກຈາກຄຣິສຕະຈັກ ເພື່ອວ່າຄົນອື່ນຈະບໍ່ຕ້ອງແນມເບິ່ງເຈົ້າອີກຕໍ່ໄປ. ຜູ້ຄົນດັ່ງກ່າວບໍ່ເຂົ້າໃຈພາລະກິດໃໝ່ ແລະ ເຕັມໄປດ້ວຍແນວຄວາມຄິດທີ່ບໍ່ຮູ້ຈົບ. ພວກເຂົາບໍ່ມີປະໂຫຍດຫຍັງທັງສິ້ນຕໍ່ຄຣິສຕະຈັກ; ກົງກັນຂ້າມ, ພວກເຂົາກໍ່ຄວາມເສຍຫາຍ ແລະ ແຜ່ລາມຄວາມບໍ່ດີໄປທົ່ວທຸກບ່ອນ ຈົນເຖິງຂັ້ນຮ່ວມປະພຶດຜິດໃນທຸກຮູບແບບ ແລະ ກໍ່ຄວາມວຸ້ນວາຍໃນຄຣິສຕະຈັກ ເຊິ່ງເຮັດໃຫ້ຜູ້ທີ່ບໍ່ມີການຈໍາແນກມີຄວາມສັບສົນ ແລະ ແຕກຕື່ນ. ຜີສາດຮ້າຍທີ່ມີຊິວິດເຫຼົ່ານີ້ ແລະ ວິນຍານຊົ່ວຊ້າເຫຼົ່ານີ້ຄວນອອກໄປຈາກຄຣິສຕະຈັກໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອບໍ່ໃຫ້ຄຣິສຕະຈັກຖືກທຳລາຍລົງດ້ວຍນ້ຳມືຂອງເຈົ້າ. ເຈົ້າອາດບໍ່ຢ້ານກົວພາລະກິດໃນວັນນີ້ ແຕ່ວ່າ ເຈົ້າບໍ່ຢ້ານການລົງໂທດທີ່ຊອບທໍາຂອງມື້ອື່ນບໍ່? ມີຜູ້ຄົນຈຳນວນຫຼາຍໃນຄຣິສຕະຈັກທີ່ເອົາປຽບຄົນອື່ນ ແລະ ມີໝາປ່າຈໍານວນຫຼວງຫຼາຍທີ່ຕ້ອງການຂັດຂວາງພາລະກິດປົກກະຕິຂອງພຣະເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນຜີສາດທີ່ຖືກສົ່ງມາໂດຍພະຍາມານ ກໍຄືໝາປ່າທີ່ຊົ່ວຮ້າຍ ທີ່ພະຍາຍາມກິນລູກແກະທີ່ບໍ່ຮູ້ຈັກຫຍັງ. ຖ້າຫາກຜູ້ທີ່ຖືກເອີ້ນວ່າມະນຸດເຫຼົ່ານີ້ບໍ່ຖືກຂັບໄລ່ໃຫ້ອອກໄປ, ພວກເຂົາຈະກາຍເປັນແມ່ພະຍາດໃນຄຣິສຕະຈັກ ແລະ ເປັນແມງເມົ່າທີ່ກິນເຄື່ອງຖວາຍ. ບໍ່ໄວກໍຊ້າ, ໂຕໜອນທີ່ໜ້າລັງກຽດ, ໂງ່ຈ້າ, ຕ່ຳຊ້າ ແລະ ທີ່ເປັນຕາອະເຫຍືອງເຫຼົ່ານີ້ຈະຖືກລົງໂທດໃນມື້ໜຶ່ງ!

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 489)

ການມີຄວາມຮູ້ກ່ຽວກັບຄວາມເປັນຈິງ ແລະ ຄວາມສາມາດໃນການເຫັນພາລະກິດຂອງພຣະເຈົ້າຢ່າງຊັດເຈນ, ທຸກສິ່ງເຫຼົ່ານີ້ແມ່ນເຫັນໄດ້ໃນພຣະທຳຂອງພຣະອົງ. ມີພຽງພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເຮັດໃຫ້ເຈົ້າສາມາດຮັບເອົາແສງສະຫວ່າງ, ສະນັ້ນ ເຈົ້າຄວນຈັດກຽມຕົນເອງດ້ວຍພຣະທຳຂອງພຣະອົງໃຫ້ຫຼາຍຂຶ້ນ. ຈົ່ງແບ່ງປັນຄວາມເຂົ້າໃຈຂອງເຈົ້າຈາກພຣະທຳຂອງພຣະເຈົ້າໃນການສົນທະນາ ແລະ ຜ່ານການສົນທະນາຂອງເຈົ້າ ຄົນອື່ນກໍຈະສາມາດຮັບເອົາແສງສະຫວ່າງ ແລະ ແສງສະຫວ່າງນັ້ນກໍຈະສາມາດນໍາພາຜູ້ຄົນໄປສູ່ເສັ້ນທາງເຊິ່ງເສັ້ນທາງນີ້ຄືຄວາມເປັນຈິງ. ກ່ອນທີ່ພຣະເຈົ້າຈະສ້າງສະພາບແວດລ້ອມໃຫ້ກັບພວກເຈົ້າ, ກ່ອນອື່ນໝົດ ພວກເຈົ້າແຕ່ລະຄົນຕ້ອງຈັດກຽມຕົນເອງດ້ວຍພຣະທຳຂອງພຣະອົງ. ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດ, ມັນຄືບຸລິມະສິດທີ່ຮີບດ່ວນ. ສິ່ງທຳອິດທີ່ຕ້ອງເຮັດກໍຄືຄວາມສາມາດໃນການກິນ ແລະ ດື່ມພຣະທຳຂອງພຣະອົງ. ສຳລັບສິ່ງຕ່າງໆທີ່ເຈົ້າບໍ່ສາມາດເຮັດໄດ້ນັ້ນ ຈົ່ງສະແຫວງຫາເສັ້ນທາງແຫ່ງການປະຕິບັດຈາກພຣະທຳຂອງພຣະອົງ ແລະ ເບິ່ງໃນພຣະທໍາຂອງພຣະອົງກ່ຽວກັບບັນຫາໃດກໍຕາມທີ່ພວກເຈົ້າບໍ່ເຂົ້າໃຈ ຫຼື ຄວາມຫຍຸ້ງຍາກໃດກໍຕາມທີ່ເຈົ້າມີ. ຈົ່ງເຮັດໃຫ້ພຣະທຳຂອງພຣະເຈົ້າເປັນການສະໜອງຂອງເຈົ້າ, ຍອມໃຫ້ພຣະທຳເຫຼົ່ານັ້ນຊ່ວຍເຈົ້າແກ້ໄຂຄວາມຫຍຸ້ງຍາກຕົວຈິງ ແລະ ບັນຫາຕົວຈິງ ແລະ ຍອມໃຫ້ພຣະທຳຂອງພຣະອົງກາຍມາເປັນການຊ່ວຍເຫຼືອໃນຊີວິດຂອງເຈົ້າເຊິ່ງສິ່ງນີ້ຮຽກຮ້ອງໃຫ້ເຈົ້າມີຄວາມພະຍາຍາມ. ຕ້ອງບັນລຸຜົນຈາກການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງສາມາດສະຫງົບຈິດໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ເມື່ອເຈົ້າຜະເຊີນກັບບັນຫາ ກໍຈົ່ງປະຕິບັດຕາມພຣະທຳຂອງພຣະອົງ. ເມື່ອເຈົ້າບໍ່ໄດ້ຜະເຊີນກັບບັນຫາຕ່າງໆກໍຈົ່ງກິນ ແລະ ດື່ມເທົ່ານັ້ນ. ບາງເທື່ອ ເຈົ້າສາມາດອະທິຖານ ແລະ ຄິດເຖິງຄວາມຮັກຂອງພຣະເຈົ້າ, ມີການສົນທະນາກ່ຽວກັບຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະອົງ ແລະ ມີການສົນທະນາກ່ຽວກັບແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າຜະເຊີນຢູ່ພາຍໃນ ແລະ ການມີປະຕິກິລິຍາໃນເວລາທີ່ເຈົ້າໄດ້ອ່ານພຣະທຳເຫຼົ່ານັ້ນ ແລະ ການສາມາດນໍາພາຜູ້ຄົນເຂົ້າສູ່ເສັ້ນທາງ, ນີ້ແມ່ນຄວາມເປັນຈິງ. ເປົ້າໝາຍຂອງການເຮັດແບບນີ້ກໍເພື່ອຍອມໃຫ້ພຣະທຳຂອງພຣະເຈົ້າກາຍມາເປັນການສະໜອງຕົວຈິງຂອງເຈົ້າ.

ໃນມື້ໜຶ່ງ, ເຈົ້າໃຊ້ເວລາຈັກຊົ່ວໂມງຢູ່ຕໍ່ໜ້າພຣະເຈົ້າແທ້ໆ? ໃນມື້ຂອງເຈົ້າ ເຈົ້າໄດ້ມອບເວລາຫຼາຍສໍ່າໃດໃຫ້ກັບພຣະເຈົ້າ? ມີຫຼາຍສໍ່າໃດທີ່ມອບໃຫ້ກັບເນື້ອໜັງ? ການມີຫົວໃຈທີ່ຢູ່ໃນທິດທາງຂອງພຣະເຈົ້າຢູ່ສະເໝີ ແມ່ນບາດກ້າວທຳອິດບົນເສັ້ນທາງທີ່ຖືກຕ້ອງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າສາມາດອຸທິດຫົວໃຈ ແລະ ຮ່າງກາຍຂອງເຈົ້າ ແລະ ຄວາມຮັກທີ່ແທ້ຈິງທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ, ວາງສິ່ງເຫຼົ່ານັ້ນຕໍ່ໜ້າພຣະເຈົ້າ, ເຊື່ອຟັງພຣະອົງທັງໝົດ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງຢ່າງແທ້ຈິງ. ບໍ່ແມ່ນເພື່ອເນື້ອໜັງ, ບໍ່ແມ່ນເພື່ອຄອບຄົວ ແລະ ບໍ່ແມ່ນເພື່ອຄວາມປາຖະໜາສ່ວນຕົວ, ແຕ່ເພື່ອຜົນປະໂຫຍດແຫ່ງຄົວເຮືອນຂອງພຣະເຈົ້າ. ເຈົ້າສາມາດນໍາພຣະທຳຂອງພຣະເຈົ້າເປັນຫຼັກການ ແລະ ເປັນພື້ນຖານໃນທຸກສິ່ງ. ດ້ວຍວິທີນີ້, ເຈດຕະນາຂອງເຈົ້າ ແລະ ທັດສະນະຂອງເຈົ້າທັງໝົດຈະຢູ່ໃນສະຖານທີ່ໆຖືກຕ້ອງ ແລະ ເຈົ້າຈະເປັນຄົນທີ່ຮັບເອົາການສັນລະເສີນຂອງພຣະເຈົ້າຕໍ່ໜ້າພຣະອົງ. ຄົນທີ່ພຣະເຈົ້າມັກແມ່ນຄົນທີ່ເດັດຂາດຕໍ່ພຣະອົງ, ຄົນທີ່ອຸທິດຕໍ່ພຣະອົງ ແລະ ບໍ່ແມ່ນຕໍ່ຄົນອື່ນ. ຄົນທີ່ພຣະອົງກຽດຊັງແມ່ນຄົນທີ່ບໍ່ຈິງໃຈກັບພຣະອົງ ແລະ ຄົນທີ່ກະບົດຕໍ່ພຣະອົງ. ພຣະອົງກຽດຊັງຄົນທີ່ເຊື່ອໃນພຣະອົງ ແລະ ຕ້ອງການຮັບຄວາມສຸກຈາກພຣະອົງຢູ່ສະເໝີ, ແຕ່ບໍ່ສາມາດເສຍສະຫຼະຕົນເອງໃຫ້ກັບພຣະອົງຢ່າງແທ້ຈິງ. ພຣະອົງກຽດຊັງຄົນທີ່ເວົ້າວ່າ ພວກເຂົາຮັກພຣະອົງ ແຕ່ໃນຫົວໃຈຂອງພວກເຂົາແມ່ນກະບົດຕໍ່ພຣະອົງ. ພຣະອົງກຽດຊັງຄົນທີ່ໃຊ້ຄຳເວົ້ານິ້ມນວນເພື່ອເຮັດໃນການຫຼອກລ່ວງ. ຄົນທີ່ບໍ່ມີການອຸທິດທີ່ແທ້ຈິງຕໍ່ພຣະເຈົ້າ ຫຼື ມີການເຊື່ອຟັງທີ່ແທ້ຈິງຕໍ່ພຣະອົງ ແມ່ນຄົນທີ່ທໍລະຍົດ; ພວກເຂົາເປັນຄົນທີ່ອວດດີໂດຍທຳມະຊາດເກີນໄປ. ຄົນທີ່ບໍ່ສາມາດເຊື່ອຟັງຢ່າງແທ້ຈິງຢູ່ຕໍ່ໜ້າພຣະເຈົ້າທີ່ທຳມະດາ ແລະ ມີຄວາມເປັນຈິງ ກໍຍິ່ງເປັນຄົນທີ່ອວດດີ ແລະ ໂດຍສະເພາະແລ້ວ ພວກເຂົາເປັນລູກຫຼານທີ່ເຊື່ອຟັງຂອງອັກຄະເທວະດາ. ຜູ້ຄົນທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງແທ້ຈິງ ແມ່ນວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ. ພວກເຂົາເຊື່ອຟັງທຸກຖ້ອຍຄຳຂອງພຣະອົງຢ່າງແທ້ຈິງ ແລະ ພວກເຂົາສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ. ພວກເຂົາເຮັດໃຫ້ພຣະທຳຂອງພຣະເຈົ້າເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ ແລະ ພວກເຂົາສາມາດສະແຫວງຫາສິ້ນສ່ວນຂອງການປະຕິບັດໃນພຣະທຳຂອງພຣະເຈົ້າຢ່າງແທ້ຈິງ. ນີ້ແມ່ນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ຖ້າສິ່ງທີ່ເຈົ້າເຮັດເປັນປະໂຫຍດສຳລັບຊີວິດຂອງເຈົ້າ ແລະ ຜ່ານການກິນ ແລະ ດື່ມພຣະທຳຂອງພຣະອົງ, ເຈົ້າສາມາດບັນລຸຄວາມຕ້ອງການພາຍໃນ ແລະ ຄວາມບໍ່ພຽງພໍຂອງເຈົ້າ ເພື່ອວ່າ ຊີວິດ-ອຸປະນິໄສຂອງເຈົ້າຈະໄດ້ຮັບການປ່ຽນແປງ, ແລ້ວນີ້ກໍຈະເປັນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າປະພຶດຕາມເງື່ອນໄຂຂອງພຣະເຈົ້າ, ຖ້າເຈົ້າບໍ່ເຮັດໃຫ້ເນື້ອໜັງພໍໃຈ ແຕ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ນີ້ກໍແມ່ນການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ເມື່ອເວົ້າກ່ຽວກັບການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າຢ່າງເປັນຈິງຍິ່ງຂຶ້ນ, ນັ້ນໝາຍຄວາມວ່າ ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ. ມີພຽງແຕ່ການກະທຳຕົວຈິງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ ການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ຖ້າເຈົ້າສາມາດເຂົ້າສູ່ຄວາມເປັນຈິງນີ້ໄດ້, ແລ້ວເຈົ້າກໍມີຄວາມຈິງ. ນີ້ແມ່ນການເລີ່ມຕົ້ນຂອງການເຂົ້າສູ່ຄວາມເປັນຈິງ; ເຈົ້າຕ້ອງປະຕິບັດການຝຶກຝົນນີ້ກ່ອນ ແລະ ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ຄວາມເປັນຈິງຢ່າງເລິກເຊິ່ງ. ຈົ່ງຄິດໃສ່ວິທີການຮັກສາພຣະບັນຍັດ ແລະ ວິທີການຈົ່ງຮັກພັກດີຕໍ່ໜ້າພຣະເຈົ້າ. ຢ່າຄິດໃສ່ແຕ່ເວລາທີ່ເຈົ້າສາມາດເຂົ້າສູ່ອານາຈັກສະເໝີ, ຖ້າອຸປະນິໄສຂອງເຈົ້າບໍ່ສາມາດປ່ຽນແປງໄດ້ ບໍ່ວ່າເຈົ້າຈະຄິດຫຍັງກໍຕາມ ມັນກໍຈະບໍ່ມີປະໂຫຍດຫຍັງເລີຍ! ເພື່ອເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງສາມາດເຮັດໃຫ້ແນວຄິດ ແລະ ຄວາມຄິດທັງໝົດຂອງເຈົ້າມີເພື່ອພຣະເຈົ້າ, ນີ້ແມ່ນຄວາມຈຳເປັນຂັ້ນພື້ນຖານທີ່ສຸດ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າແທ້ຈິງແມ່ນຄົນທີ່ສາມາດຍອມຮັບຄວາມເປັນຈິງຂອງພຣະອົງທັງໝົດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 490)

ໃນປັດຈຸບັນ ມີຫຼາຍຄົນທີ່ຢູ່ທ່າມກາງການທົດລອງ; ພວກເຂົາບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ. ແຕ່ເຮົາບອກເຈົ້າວ່າ ຖ້າເຈົ້າບໍ່ເຂົ້າໃຈໃນພາລະກິດນັ້ນ, ເຈົ້າກໍບໍ່ຄວນຕັດສິນກ່ຽວກັບພາລະກິດນັ້ນ. ບາງເທື່ອ ຈະມີມື້ໜຶ່ງທີ່ຄວາມຈິງທຸກຢ່າງຈະປາກົດຂຶ້ນຢ່າງເປີດເຜີຍ ແລະ ແລ້ວເຈົ້າກໍຈະຮູ້ຈັກພາລະກິດນັ້ນ. ການບໍ່ຕັດສິນກໍຈະເປັນຜົນປະໂຫຍດສຳລັບເຈົ້າ, ແຕ່ເຈົ້າກໍບໍ່ສາມາດພຽງແຕ່ລໍຖ້າໂດຍບໍ່ດີ້ນຮົນ. ເຈົ້າຕ້ອງສະແຫວງເພື່ອເຂົ້າຫາຢ່າງຫ້າວຫັນ, ພຽງແບບນີ້ເທົ່ານັ້ນຈຶ່ງຈະເປັນບຸກຄົນທີ່ມີການເຂົ້າສູ່ຢ່າງແທ້ຈິງ. ຍ້ອນຄວາມກະບົດຂອງພວກເຂົາ, ຜູ້ຄົນມີແນວຄິດກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງຢູ່ສະເໝີ. ສິ່ງນີ້ຮຽກຮ້ອງໃຫ້ທຸກຄົນຮຽນຮູ້ວິທີການເຊື່ອຟັງ ເພາະວ່າ ພຣະເຈົ້າແຫ່ງຄວາມເປັນຈິງແມ່ນການທົດລອງທີ່ໃຫຍ່ຫຼວງສຳລັບມະນຸດຊາດ. ຖ້າເຈົ້າບໍ່ສາມາດຍຶດໝັ້ນໄດ້, ແລ້ວທຸກສິ່ງກໍຈະສິ້ນສຸດລົງ; ຖ້າເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງຂອງພຣະເຈົ້າແຫ່ງຄວາມເປັນຈິງ, ເຈົ້າກໍຈະບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້. ບາດກ້າວສຳຄັນທີ່ຜູ້ຄົນສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນການເຂົ້າໃຈຄວາມເປັນຈິງຂອງພຣະເຈົ້າ. ຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທິງແຜ່ນດິນໂລກແມ່ນການທົດລອງສຳລັບທຸກໆຄົນ. ຖ້າເຈົ້າສາມາດຍຶດໝັ້ນໃນດ້ານນີ້ ແລ້ວເຈົ້າກໍເປັນຄົນທີ່ຮູ້ຈັກພຣະເຈົ້າ ແລະ ເຈົ້າກໍເປັນຄົນທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນດ້ານນີ້, ຖ້າເຈົ້າພຽງແຕ່ເຊື່ອໃນພຣະວິນຍານ ແລະ ບໍ່ສາມາດເຊື່ອໃນຄວາມເປັນຈິງຂອງພຣະເຈົ້າ, ແລ້ວບໍ່ວ່າຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດຫຍັງ. ຖ້າເຈົ້າບໍ່ສາມາດເຊື່ອໃນພຣະເຈົ້າທີ່ສາມາດເບິ່ງເຫັນໄດ້, ເຈົ້າຈະສາມາດເຊື່ອໃນພຣະວິນຍານຂອງພຣະເຈົ້າໄດ້ບໍ? ເຈົ້າບໍ່ໄດ້ກຳລັງພະຍາຍາມຫຼອກລວງພຣະເຈົ້າບໍ? ເຈົ້າບໍ່ເຊື່ອຟັງພຣະເຈົ້າທີ່ສາມາດເບິ່ງເຫັນ ແລະ ສາມາດຈັບຕ້ອງໄດ້, ແລ້ວເຈົ້າຈະສາມາດເຊື່ອຟັງພຣະວິນຍານໄດ້ບໍ? ພຣະວິນຍານເປັນສິ່ງທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້, ແລ້ວເມື່ອເຈົ້າເວົ້າວ່າ ເຈົ້າຍອມຮັບພຣະວິນຍານຂອງພຣະເຈົ້າ, ບໍ່ແມ່ນເຈົ້າເວົ້າແບບບໍ່ມີເຫດຜົນບໍ? ກະແຈສູ່ການຮັກສາພຣະບັນຍັດແມ່ນການມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ. ຫຼັງຈາກທີ່ເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ, ເຈົ້າກໍຈະສາມາດຮັກສາພຣະບັນຍັດໄດ້. ການຮັກສາພຣະບັນຍັດປະກອບມີສອງທາງ: ທາງໜຶ່ງແມ່ນການຮັກສາຄວາມເຊື່ອທີ່ໝັ້ນຄົງໃນ ແກ່ນແທ້ຂອງພຣະວິນຍານຂອງພຣະອົງ ແລະ ຄວາມສາມາດໃນການຍອມຮັບເອົາການກວດສອບຂອງພຣະວິນຍານຢູ່ຕໍ່ໜ້າພຣະອົງ. ອີກທາງໜຶ່ງຄືຄວາມສາມາດທີ່ຈະມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບການບັງເກີດເປັນເນື້ອໜັງ ແລະ ການມີຄວາມເຊື່ອຟັງຢ່າງແທ້ຈິງ. ບໍ່ວ່າຈະຢູ່ຕໍ່ໜ້າເນື້ອໜັງ ຫຼື ຢູ່ຕໍ່ໜ້າພຣະວິນຍານ, ຫົວໃຈແຫ່ງການເຊື່ອຟັງ ແລະ ການຢຳເກງພຣະເຈົ້າຄວນຖືກຮັກສາໄວ້ຢູ່ສະເໝີ. ມີພຽງຄົນປະເພດນີ້ເທົ່ານັ້ນມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງຂອງພຣະເຈົ້າແຫ່ງຄວາມເປັນຈິງ ນັ້ນກໍຄື ຖ້າເຈົ້າຕັ້ງໝັ້ນໃນການທົດລອງນີ້, ແລ້ວກໍຈະບໍ່ມີສິ່ງໃດທີ່ໜັກເກີນໄປສໍາລັບເຈົ້າ.

ບາງຄົນເວົ້າວ່າ “ພຣະບັນຍັດແມ່ນງ່າຍທີ່ຈະປະຕິບັດຕາມ. ເຈົ້າພຽງແຕ່ຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ, ເວົ້າຢ່າງກົງໄປກົງມາ ແລະ ອຸທິດຢ່າງແທ້ຈິງ ໂດຍບໍ່ຕ້ອງມີທ່າທີ, ພຽງເທົ່ານີ້ກໍເປັນການປະຕິບັດຕາມພຣະບັນຍັດແລ້ວ”. ນັ້ນຖືກຕ້ອງບໍ? ດັ່ງນັ້ນ ຖ້າເຈົ້າເຮັດບາງສິ່ງລັບຫຼັງພຣະເຈົ້າທີ່ຕໍ່ເປັນການຕ້ານພຣະອົງ, ນັ້ນບໍ່ແມ່ນຖືວ່າເປັນການຮັກສາພຣະບັນຍັດບໍ? ພວກເຈົ້າຕ້ອງເຂົ້າໃຈຢ່າງແທ້ຈິງເຖິງບັນຫາຂອງການປະຕິບັດຕາມພຣະບັນຍັດ. ສິ່ງນີ້ກ່ຽວຂ້ອງກັບການເຂົ້າໃຈຂອງພວກເຈົ້າ ບໍ່ວ່າພວກເຈົ້າເຂົ້າໃຈພຣະເຈົ້າແຫ່ງຄວາມຈິງ ຫຼື ບໍ່; ຖ້າພວກເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງ, ບໍ່ສະດຸດ ແລະ ລົ້ມໃນການທົດລອງນີ້, ສິ່ງນີ້ກໍຖືວ່າເຈົ້າມີຄຳພະຍານທີ່ໜັກແໜ້ນ. ການເປັນພະຍານຢ່າງກຶກກ້ອງໃຫ້ກັບພຣະເຈົ້າ ຕົ້ນຕໍແລ້ວ ແມ່ນກ່ຽວຂ້ອງກັບວ່າ ເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ ຫຼື ບໍ່ ແລະ ເຈົ້າສາມາດເຊື່ອຟັງຢູ່ຕໍ່ໜ້າບຸກຄົນນີ້ທີ່ບໍ່ພຽງແຕ່ເປັນຄົນທຳມະດາ ແຕ່ເປັນບຸກຄົນສາມັນອີກດ້ວຍ ແລະ ເຖິງກັບເຊື່ອຟັງຈົນຕາຍ ຫຼື ບໍ່. ຖ້າເຈົ້າເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຜ່ານຄວາມເຊື່ອຟັງນີ້, ນັ້ນກໍໝາຍຄວາມວ່າ ເຈົ້າໄດ້ຖືກພຣະເຈົ້າຮັບເອົາແລ້ວ. ຄວາມສາມາດໃນການເຊື່ອຟັງຈົນຕາຍ ແລະ ການປາສະຈາກຄຳຕໍ່ວ່າຢູ່ຕໍ່ໜ້າພຣະອົງ, ບໍ່ຕັດສິນ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ມີແນວຄິດ ແລະ ບໍ່ມີເຈດຕະນາອື່ນ, ດ້ວຍວິທີນີ້ ພຣະເຈົ້າກໍຈະໄດ້ຮັບສະຫງ່າລາສີ. ການເຊື່ອຟັງຢູ່ຕໍ່ໜ້າບຸກຄົນທຳມະດາ ຜູ້ທີ່ຖືກມະນຸດດູຖູກ ແລະ ສາມາດເຊື່ອຟັງຈົນຕາຍໂດຍບໍ່ມີແນວຄິດໃດໆ, ນີ້ຄືການເປັນພະຍານຢ່າງແທ້ຈິງ. ຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຂົ້າສູ່ ແມ່ນການທີ່ເຈົ້າສາມາດເຊື່ອຟັງພຣະທຳຂອງພຣະອົງ, ສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ, ສາມາດກົ້ມລົງຕໍ່ໜ້າພຣະເຈົ້າແຫ່ງຄວາມເປັນຈິງ ແລະ ຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ, ສາມາດເປີດຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ໃນທີ່ສຸດກໍຖືກພຣະອົງຮັບເອົາຜ່ານທາງພຣະທຳເຫຼົ່ານີ້ຂອງພຣະອົງ. ພຣະເຈົ້າໄດ້ຮັບສະຫງ່າລາສີເມື່ອພຣະທຳເຫຼົ່ານີ້ເອົາຊະນະເຈົ້າ ແລະ ເຮັດໃຫ້ເຈົ້າເຊື່ອຟັງພຣະອົງໂດຍສົມບູນ; ຜ່ານສິ່ງນີ້ ພຣະອົງເຮັດໃຫ້ຊາຕານອັບອາຍ ແລະ ສຳເລັດພາລະກິດຂອງພຣະອົງ. ເມື່ອເຈົ້າບໍ່ມີແນວຄິດກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ນັ້ນກໍຄື ເມື່ອເຈົ້າຍຶດໝັ້ນໃນການທົດລອງນີ້, ແລ້ວເຈົ້າກໍເປັນພະຍານທີ່ດີ. ຖ້າມື້ໃດທີ່ເຈົ້າມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ ແລະ ເຈົ້າສາມາດເຊື່ອຟັງຈົນຕາຍຄືກັບເປໂຕ, ເຈົ້າກໍຈະຖືກພຣະເຈົ້າຮັບເອົາ ແລະ ຖືກພຣະອົງເຮັດໃຫ້ສົມບູນ. ສິ່ງທີ່ພຣະເຈົ້າກະທໍາທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ກໍຄືການທົດລອງເຈົ້າ. ຖ້າມັນສອດຄ່ອງກັບແນວຄິດຂອງເຈົ້າ, ມັນກໍຈະບໍ່ຮຽກຮ້ອງໃຫ້ເຈົ້າທົນທຸກ ຫຼື ຖືກຫຼໍ່ຫຼອມ. ຍ້ອນພາລະກິດຂອງພຣະອົງມີຄວາມເປັນຈິງ ແລະ ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ມັນຈຶ່ງຮຽກຮ້ອງໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ. ນີ້ຄືເຫດຜົນໃນການທົດລອງເຈົ້າ. ຍ້ອນຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງຢູ່ທ່າມກາງການທົດລອງຕ່າງໆ; ພາລະກິດຂອງພຣະອົງແມ່ນຄວາມເປັນຈິງ, ບໍ່ແມ່ນເໜືອທຳມະຊາດ. ຖ້າເຈົ້າເຂົ້າໃຈພຣະທຳທີ່ເປັນຈິງຂອງພຣະອົງຢ່າງແທ້ຈິງ, ເຂົ້າໃຈຖ້ອຍຄຳທີ່ເປັນຈິງຂອງພຣະອົງໂດຍປາສະຈາກແນວຄິດໃດໆ ແລະ ຍິ່ງພາລະກິດຂອງພຣະອົງເປັນຈິງຫຼາຍສໍ່າໃດ ເຈົ້າມີຄວາມສາມາດຮັກພຣະອົງຢ່າງແທ້ຈິງຍິ່ງຂຶ້ນຫຼາຍສໍ່ານັ້ນ, ແລ້ວເຈົ້າກໍຈະຖືກພຣະອົງຮັບເອົາ. ກຸ່ມຄົນທີ່ພຣະເຈົ້າຈະຮັບເອົາແມ່ນຄົນທີ່ຮູ້ຈັກພຣະເຈົ້າ ນັ້ນກໍຄື ຜູ້ທີ່ຮູ້ຈັກຄວາມເປັນຈິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາແມ່ນຄົນທີ່ສາມາດເຊື່ອຟັງພາລະກິດຕົວຈິງຂອງພຣະເຈົ້າ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າແທ້ຈິງແມ່ນຄົນທີ່ສາມາດຍອມຮັບຄວາມເປັນຈິງຂອງພຣະອົງທັງໝົດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 491)

ໃນລະຫວ່າງທີ່ພຣະເຈົ້າສະຖິດຢູ່ໃນເນື້ອໜັງ, ຄວາມເຊື່ອຟັງທີ່ພຣະອົງຮຽກຮ້ອງຈາກຜູ້ຄົນບໍ່ແມ່ນສິ່ງທີ່ຜູ້ຄົນຈິນຕະນາການນັ້ນກໍຄື ບໍ່ແມ່ນການຕັດສິນ ຫຼື ການຕໍ່ຕ້ານ. ກົງກັນຂ້າມ, ພຣະອົງຮຽກຮ້ອງໃຫ້ຜູ້ຄົນເອົາພຣະທຳຂອງພຣະອົງເປັນຫຼັກການສຳລັບຊີວິດຂອງພວກເຂົາ ແລະ ເປັນພື້ນຖານຂອງການຢູ່ລອດຂອງພວກເຂົາ, ຮຽກຮ້ອງໃຫ້ພວກເຂົານໍາແກ່ນແທ້ແຫ່ງພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຢ່າງແທ້ຈິງ ແລະ ຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມຄວາມປະສົງຂອງພຣະອົງຢ່າງແທ້ຈິງ. ດ້ານໜຶ່ງຂອງການຮຽກຮ້ອງໃຫ້ຜູ້ຄົນເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນໝາຍເຖິງການນໍາເອົາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ ແລະ ອີກດ້ານໜຶ່ງ ແມ່ນໝາຍເຖິງຄວາມສາມາດທີ່ຈະເຊື່ອຟັງຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະອົງ. ທັງສອງສິ່ງນີ້ຕ້ອງເດັດຂາດ. ຄົນທີ່ສາມາດບັນລຸທັງສອງດ້ານເຫຼົ່ານີ້ ລ້ວນແລ້ວແຕ່ເປັນຄົນທີ່ມີຫົວໃຈແຫ່ງຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຖືກພຣະເຈົ້າຮັບເອົາ ແລະ ພວກເຂົາລ້ວນແລ້ວແຕ່ຮັກພຣະເຈົ້າດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ. ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມເປັນມະນຸດທີ່ທຳມະດາ ແລະ ມີຄວາມເປັນຈິງໃນພາລະກິດຂອງພຣະອົງ. ດ້ວຍວິທີນີ້, ເປືອກນອກຂອງພຣະອົງທີ່ກ່ຽວກັບຄວາມເປັນມະນຸດທີ່ທັງທຳມະດາ ແລະ ເປັນຈິງ ແມ່ນໄດ້ກາຍເປັນການທົດລອງຢ່າງໃຫຍ່ຫຼວງສຳລັບຜູ້ຄົນ; ມັນກາຍເປັນຄວາມຫຍຸ້ງຍາກຢ່າງໃຫຍ່ຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະເຈົ້າບໍ່ສາມາດຫຼີກເວັ້ນໄດ້. ພຣະອົງພະຍາຍາມທຸກສິ່ງເພື່ອຄົ້ນພົບທາງອອກ ແຕ່ໃນທີ່ສຸດແລ້ວ ພຣະອົງກໍບໍ່ສາມາດປົດປ່ອຍພຣະອົງເອງອອກຈາກເປືອກນອກຂອງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ເພາະວ່າ ໃນທີ່ສຸດແລ້ວ ພຣະອົງແມ່ນເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ບໍ່ແມ່ນພຣະເຈົ້າແຫ່ງພຣະວິນຍານທີ່ຢູ່ໃນສະຫວັນ. ພຣະອົງບໍ່ແມ່ນພຣະເຈົ້າທີ່ຜູ້ຄົນບໍ່ສາມາດເຫັນໄດ້, ແຕ່ເປັນພຣະເຈົ້າທີ່ສວມເປືອກຂອງສິ່ງແຫ່ງການເນລະມິດສ້າງ. ດ້ວຍເຫນນີ້, ການປົດປ່ອຍພຣະອົງເອງອອກຈາກຮູບຮ່າງການເປັນມະນຸດທີ່ທຳມະດາຂອງພຣະອົງແມ່ນບໍ່ງ່າຍເລີຍ. ສະນັ້ນ ບໍ່ວ່າຫຍັງກໍຕາມ, ພຣະອົງກໍຈະຍັງປະຕິບັດພາລະກິດທີ່ພຣະອົງຕ້ອງການປະຕິບັດຈາກທັດສະນະຂອງເນື້ອໜັງ. ພາລະກິດນີ້ແມ່ນການສະແດງເຖິງພຣະເຈົ້າທີ່ທຳມະດາ ແລະ ເປັນຈິງ, ແລ້ວມັນຈະມີຜົນປະໂຫຍດຫຍັງຖ້າຜູ້ຄົນບໍ່ເຊື່ອຟັງ? ຜູ້ຄົນສາມາດເຮັດຫຍັງໄດ້ແດ່ກ່ຽວກັບການກະທຳຂອງພຣະເຈົ້າ? ພຣະອົງເຮັດສິ່ງໃດກໍຕາມທີ່ພຣະອົງຕ້ອງການເຮັດ; ບໍ່ວ່າພຣະອົງຈະມີຄວາມສຸກກັບສິ່ງໃດກໍຕາມ ນັ້ນກໍຄືວິທີທາງຂອງພຣະອົງ. ຖ້າຜູ້ຄົນບໍ່ເຊື່ອຟັງ, ແລ້ວມີແຜນການທີ່ດີກວ່ານີ້ທີ່ພວກເຂົາມີຢູ່ບໍ? ຈົນມາເຖິງປັດຈຸບັນນີ້, ມັນກໍຍັງເປັນພຽງຄວາມເຊື່ອຟັງທີ່ສາມາດຊ່ວຍເຫຼືອຜູ້ຄົນ; ບໍ່ມີແນວຄິດທີ່ສະຫຼາດກວ່ານີ້ອີກ. ຖ້າພຣະເຈົ້າຕ້ອງການທົດສອບຜູ້ຄົນ, ພວກເຂົາສາມາດເຮັດຫຍັງໄດ້ກ່ຽວກັບສິ່ງນັ້ນ? ທຸກສິ່ງເຫຼົ່ານີ້ບໍ່ແມ່ນແນວຄິດຂອງພຣະເຈົ້າທີ່ຢູ່ໃນສະຫວັນ; ມັນແມ່ນແນວຄິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະອົງຕ້ອງການເຮັດສິ່ງນີ້, ສະນັ້ນບໍ່ມີໃຜສາມາດປ່ຽນແປງມັນໄດ້. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ແຊກແຊງກັບສິ່ງທີ່ພຣະອົງກະທໍາ, ແລ້ວຜູ້ຄົນບໍ່ຄວນເຊື່ອຟັງພຣະອົງຫຼາຍຍິ່ງຂຶ້ນບໍ? ເຖິງແມ່ນວ່າພຣະອົງເປັນທັງພຣະເຈົ້າແຫ່ງຄວາມເປັນຈິງ ແລະ ທຳມະດາ, ພຣະອົງກໍເປັນພຣະເຈົ້າທີ່ກາຍເປັນເນື້ອໜັງໂດຍສົມບູນ. ອີງຕາມແນວຄິດຂອງພຣະອົງເອງ, ພຣະອົງກະທໍາໃນສິ່ງທີ່ພຣະອົງຕ້ອງການກະທໍາ. ພຣະເຈົ້າທີ່ຢູ່ໃນສະຫວັນໄດ້ມອບໜ້າທີ່ທັງໝົດໃຫ້ກັບພຣະອົງ; ພວກເຈົ້າຕ້ອງເຊື່ອຟັງ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ. ເຖິງແມ່ນວ່າພຣະອົງມີຄວາມເປັນມະນຸດ ແລະ ທຳມະດາທີ່ສຸດ, ທຸກສິ່ງເຫຼົ່ານີ້ເປັນສິ່ງທີ່ພຣະອົງໄດ້ຈັດແຈງຢ່າງຮອບຄອບ, ແລ້ວຜູ້ຄົນຫຼຽວເບິ່ງພຣະອົງ ດ້ວຍສາຍຕາທີ່ບໍ່ເຫັນດີໄດ້ແນວໃດ? ພຣະອົງຕ້ອງການເປັນທຳມະດາ, ສະນັ້ນ ພຣະອົງຈິ່ງທຳມະດາ. ພຣະອົງຕ້ອງການດຳລົງຊີວິດພາຍໃນຄວາມເປັນມະນຸດ, ສະນັ້ນ ພຣະອົງຈຶ່ງດຳລົງຊີວິດພາຍໃນຄວາມເປັນມະນຸດ. ພຣະອົງຕ້ອງການດຳລົງຊີວິດພາຍໃນຄວາມເປັນພຣະເຈົ້າ, ສະນັ້ນ ພຣະອົງຈຶ່ງດຳລົງຊີວິດພາຍໃນຄວາມເປັນພຣະເຈົ້າ. ຜູ້ຄົນສາມາດເຫັນສິ່ງນັ້ນໃນຮູບແບບໃດກໍຕາມທີ່ພວກເຂົາຕ້ອງການ. ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ ແລະ ຜູ້ຄົນກໍຈະເປັນຜູ້ຄົນຢູ່ສະເໝີ. ແກ່ນແທ້ຂອງພຣະອົງບໍ່ສາມາດຖືກປະຕິເສດຍ້ອນສິ່ງເລັກນ້ອຍ ຫຼື ພຣະອົງບໍ່ສາມາດຖືກພັກດັນອອກຈາກຄວາມເປັນ “ຕົວຕົນ” ຂອງພຣະເຈົ້າຍ້ອນສິ່ງເລັກນ້ອຍພຽງສິ່ງດຽວ. ຜູ້ຄົນມີອິດສະຫຼະພາບຂອງມະນຸດ ແລະ ພຣະເຈົ້າມີກຽດສັກສີຂອງພຣະເຈົ້າ; ສິ່ງເຫຼົ່ານີ້ບໍ່ໄດ້ແຊກແຊງກັນ. ຜູ້ຄົນສາມາດປະນາມ ຫຼື ເຂົ້າໃຈພຣະເຈົ້າຕາມທີ່ພວກເຂົາປາຖະໜາ. ແຕ່ພວກເຂົາຈະອົດທົນກັບພຣະເຈົ້າທີ່ເປັນຄົນທໍາມະດາແດ່ໜ້ອຍໜຶ່ງກໍບໍ່ໄດ້ບໍ? ຢ່າຈິງຈັງຫຼາຍ! ທຸກຄົນຄວນມີຄວາມອົດທົນໃຫ້ກັນ ແລະ ກັນ, ແລ້ວທຸກສິ່ງຈະບໍ່ຈົບລົງດ້ວຍດີບໍ? ແລ້ວຍັງຈະມີຄວາມແຕກແຍກອີກຢູ່ບໍ? ຖ້າຜູ້ຄົນບໍ່ສາມາດອົດທົນຕໍ່ສິ່ງເລັກນ້ອຍດັ່ງກ່າວໄດ້, ພວກເຂົາຈະສາມາດແມ່ນແຕ່ຈະຄິດເປັນບຸກຄົນທີ່ໃຈບຸນ ແລະ ເປັນມະນຸດທີ່ແທ້ຈິງໄດ້ແນວໃດ? ບໍ່ແມ່ນພຣະເຈົ້າທີ່ມອບຄວາມລຳບາກໃຫ້ກັບມະນຸດຊາດ, ແຕ່ເປັນມະນຸດຊາດທີ່ກຳລັງມອບຄວາມລຳບາກໃຫ້ກັບພຣະເຈົ້າ. ພວກເຂົາຈັດການກັບສິ່ງຕ່າງໆໂດຍສ້າງໂພນປວກໃຫ້ເປັນພູເຂົາຢູ່ສະເໝີ ນັ້ນກໍຄື ພວກເຂົາສ້າງສິ່ງທີ່ບໍ່ເປັນເລື່ອງໃຫ້ກາຍເປັນເລື່ອງໃຫຍ່ ເຊິງມັນບໍ່ຈຳເປັນຫຼາຍ! ເມື່ອພຣະເຈົ້າປະຕິບັດພາລະກິດພາຍໃນຄວາມເປັນມະນຸດທີ່ທຳມະດາ ແລະ ເປັນຈິງ, ສິ່ງທີ່ພຣະອົງປະຕິບັດບໍ່ແມ່ນພາລະກິດຂອງມະນຸດຊາດ, ແຕ່ເປັນພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຄົນບໍ່ເຫັນແກ່ນແທ້ແຫ່ງພາລະກິດຂອງພຣະອົງ, ພວກເຂົາເຫັນເປືອກນອກຂອງຄວາມເປັນມະນຸດຂອງພຣະອົງຢູ່ສະເໝີ. ພວກເຂົາບໍ່ເຫັນພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ, ແຕ່ພວກເຂົາພຽງເຫັນຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ປ່ອຍວາງແນວຄິດດັ່ງກ່າວນັ້ນເລີຍ. ສິ່ງນີ້ສາມາດຖືກເອີ້ນວ່າ ການເຊື່ອຟັງພຣະເຈົ້າໄດ້ແນວໃດ? ພຣະເຈົ້າທີ່ຢູ່ໃນສະຫວັນໄດ້ “ກາຍເປັນ” ພຣະເຈົ້າເທິງແຜ່ນດິນໂລກ ແລະ ບັດນີ້ ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກກໍແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ. ມັນບໍ່ສຳຄັນວ່າລັກສະນະພາຍນອກຂອງພຣະອົງຈະຄ້າຍຄືກັນ ຫຼື ພາລະກິດຂອງພຣະອົງຈະເປັນແບບໃດກໍຕາມ. ໂດຍລວມແລ້ວ, ພຣະອົງທີ່ປະຕິບັດພາລະກິດຂອງພຣະເຈົ້າກໍຄືພຣະເຈົ້າເອງ. ພວກເຈົ້າຕ້ອງເຊື່ອຟັງບໍ່ວ່າພວກເຈົ້າຕ້ອງການ ຫຼື ບໍ, ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າສາມາດເລືອກໄດ້! ພຣະເຈົ້າຕ້ອງການໄດ້ຮັບການເຊື່ອຟັງຈາກຜູ້ຄົນ ແລະ ຜູ້ຄົນຕ້ອງເຊື່ອຟັງພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີມານຍາແມ່ນແຕ່ໜ້ອຍດຽວ.

ກຸ່ມຄົນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດ ຕ້ອງການຮັບເອົາໃນປັດຈຸບັນ ແມ່ນຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະອົງ. ຜູ້ຄົນຕ້ອງເຊື່ອຟັງພາລະກິດຂອງພຣະອົງ, ບໍ່ໃສ່ໃຈກັບແນວຄິດທີ່ກ່ຽວກັບພຣະເຈົ້າຢູ່ໃນສະຫວັນ, ດຳລົງຊີວິດຢູ່ກັບຄວາມມືດມົວ ຫຼື ເຮັດໃຫ້ທຸກສິ່ງລໍາບາກສຳລັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງມະນຸດ. ຄົນທີ່ສາມາດເຊື່ອຟັງພຣະອົງແມ່ນຄົນທີ່ຟັງພຣະທຳຂອງພຣະອົງ ແລະ ເຊື່ອຟັງການຈັດແຈງຂອງພຣະອົງຢ່າງແທ້ຈິງ. ຄົນເຫຼົ່ານີ້ບໍ່ໃສ່ໃຈເລີຍວ່າ ພຣະເຈົ້າທີ່ຢູ່ສະຫວັນເປັນແບບໃດແທ້ ຫຼື ພຣະເຈົ້າທີ່ຢູ່ໃນສະຫວັນປະຕິບັດພາລະກິດແບບໃດກັບມະນຸດຊາດໃນປັດຈຸບັນ, ແຕ່ພວກເຂົາມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພວກເຂົາວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ. ພວກເຂົາບໍ່ເຄີຍຄໍານືງເຖິງຄວາມປອດໄພຂອງພວກເຂົາເອງ ແລະ ພວກເຂົາບໍ່ເຄີຍວິຕົກກັງວົນກັບຄວາມເປັນທໍາມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງມະນຸດ. ຄົນທີ່ເຊື່ອຟັງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງມະນຸດຈະສາມາດຖືກພຣະອົງເຮັດໃຫ້ສົມບູນ. ຄົນທີ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນຈະບໍ່ໄດ້ຮັບຫຍັງເລີຍ. ນີ້ກໍຍ້ອນວ່າ ບໍ່ແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ເປັນພຣະເຈົ້າເທິງແຜ່ນດິນໂລກທີ່ປະທານຄຳໝັ້ນສັນຍາ ແລະ ການອວຍພອນໃຫ້ກັບຜູ້ຄົນ. ຜູ້ຄົນບໍ່ຄວນສັນລະເສີນພຣະເຈົ້າທີ່ຢູ່ໃນສະຫວັນສະເໝີ ແລະ ເຫັນພຣະເຈົ້າເທິງແຜ່ນດິນໂລກເປັນບຸກຄົນທຳມະດາ. ນີ້ບໍ່ຍຸຕິທຳເລີຍ. ພຣະເຈົ້າທີ່ຢູ່ສະຫວັນຍິ່ງໃຫຍ່ ແລະ ມະຫັດສະຈັນດ້ວຍສະຕິປັນຍາທີ່ເປັນເລີດ, ແຕ່ສິ່ງເຫຼົ່ານີ້ບໍ່ມີຄວາມເປັນຈິງເລີຍ. ພຣະເຈົ້າເທິງແຜ່ນດິນໂລກເປັນພຣະເຈົ້າທີ່ທຳມະດາທີ່ສຸດ ແລະ ບໍ່ມີຄວາມຍິ່ງໃຫຍ່ຫຍັງເລີຍ; ພຣະອົງຍັງເປັນຄົນທີ່ທຳມະດາສາມັນ. ພຣະອົງບໍ່ມີຄວາມຄິດທີ່ເໜືອທໍາມະຊາດ ຫຼື ການກະທຳທີ່ສະທ້ານໂລກ. ພຣະອົງພຽງແຕ່ປະຕິບັດພາລະກິດ ແລະ ກ່າວດ້ວຍວິທີທີ່ທຳມະດາ ແລະ ເປັນຈິງທີ່ສຸດ. ພຣະອົງບໍ່ໄດ້ກ່າວຜ່ານສຽງຟ້າຮ້ອງ ຫຼື ເອີ້ນລົມ ແລະ ຝົນ, ແຕ່ພຣະອົງຄືຜູ້ບັງເກີດເປັນມະນຸດຈາກພຣະເຈົ້າທີ່ຢູ່ໃນສະຫວັນໂດຍແທ້ ແລະ ພຣະອົງກໍເປັນພຣະເຈົ້າທີ່ດຳລົງຊີວິດຢູ່ທ່າມກາງມະນຸດຢ່າງແທ້ຈິງ. ຜູ້ຄົນຕ້ອງບໍ່ຍົກຍ້ອງຜູ້ທີ່ພວກເຂົາສາມາດເຂົ້າໃຈ ແລະ ສອດຄ່ອງກັບຈິນຕະນາການຂອງຕົນເອງວ່າເປັນພຣະເຈົ້າ ຫຼື ເຫັນຜູ້ທີ່ພວກເຂົາບໍ່ສາມາດຍອມຮັບ ແລະ ບໍ່ສາມາດຈິນຕະນາການໄດ້ນັ້ນ ເປັນຜູ້ຕໍ່າຕ້ອຍແບບນັ້ນ. ທຸກສິ່ງເຫຼົ່ານີ້ແມ່ນຄວາມຄິດກະບົດຂອງຜູ້ຄົນ; ມັນລ້ວນແລ້ວແຕ່ເປັນແຫຼ່ງກໍາເນີດແຫ່ງການຕໍ່ຕ້ານຂອງມະນຸດຕໍ່ພຣະເຈົ້າ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າແທ້ຈິງແມ່ນຄົນທີ່ສາມາດຍອມຮັບຄວາມເປັນຈິງຂອງພຣະອົງທັງໝົດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 492)

ຜູ້ຄົນຈະບໍ່ສາມາດ ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ຖ້າພວກເຂົາຟັງຄວາມຮູ້ສຶກແຫ່ງຈິດສຳນຶກຂອງພວກເຂົາເທົ່ານັ້ນ, ຖ້າພວກເຂົາພຽງແຕ່ອາໄສຄວາມສຳນຶກຂອງພວກເຂົາຢ່າງດຽວ, ຄວາມຮັກທີ່ພວກເຂົາມີສຳລັບພຣະເຈົ້າກໍຈະບໍ່ໜັກແໜ້ນ. ຖ້າເຈົ້າພຽງແຕ່ເວົ້າເຖິງການຕອບແທນຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ, ເຈົ້າຈະບໍ່ມີການພັກດັນໃດໆເລີຍໃນຄວາມຮັກຂອງເຈົ້າສຳລັບພຣະອົງ; ການຮັກພຣະອົງທີ່ອີງຕາມຄວາມຮູ້ສຶກຈາກຈິດສຳນຶກຂອງເຈົ້າແມ່ນວິທີການທີ່ບໍ່ດີ້ນຮົນ. ເປັນຫຍັງເຮົາຈຶ່ງເວົ້າວ່າ ມັນເປັນວິທີການທີ່ບໍ່ດີ້ນຮົນ? ນີ້ຄືບັນຫາທີ່ອີງຕາມຄວາມເປັນຈິງ. ຄວາມຮັກຂອງພວກເຈົ້າສໍາລັບພຣະເຈົ້າແມ່ນປະເພດໃດ? ມັນບໍ່ແມ່ນການພະຍາຍາມຫຼອກລວງພຣະເຈົ້າ ແລະ ທຳທ່າເຮັດເພື່ອພຣະອົງບໍ? ຫຼາຍຄົນເຊື່ອວ່າ ເມື່ອມັນບໍ່ມີລາງວັນສຳລັບການຮັກພຣະເຈົ້າ ແລະ ທຸກຄົນຈະຖືກຕີສອນຄືກັນໝົດຖ້າບໍ່ຮັກພຣະອົງ, ສະນັ້ນ ໂດຍລວມແລ້ວ ພຽງແຕ່ບໍ່ເຮັດບາບກໍດີພໍແລ້ວ. ດ້ວຍເຫດນັ້ນ ການຮັກພຣະເຈົ້າ ແລະ ການຕອບແທນຄວາມຮັກຂອງພຣະອົງໂດຍອີງຕາມຄວາມຮູ້ສຶກຈາກຄວາມສຳນຶກຂອງຄົນໆໜຶ່ງ ຈຶ່ງເປັນວິທີການທີ່ບໍ່ດີ້ນຮົນ ແລະ ມັນບໍ່ແມ່ນຄວາມຮັກສຳລັບພຣະເຈົ້າທີ່ມາຈາກຫົວໃຈດ້ວຍທໍາມະຊາດ. ຄວາມຮັກສຳລັບພຣະເຈົ້າຄວນເປັນຄວາມຮູ້ສຶກທີ່ແທ້ຈິງຈາກສ່ວນເລິກໃນຫົວໃຈຂອງບຸກຄົນໜຶ່ງ. ບາງຄົນເວົ້າວ່າ “ຂ້ານ້ອຍເອງເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ ແລະ ຕິດຕາມພຣະອົງ. ບັດນີ້ ເຖິງແມ່ນວ່າ ພຣະເຈົ້າຕ້ອງການປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຍັງຕ້ອງຈະຕິດຕາມພຣະອົງ. ບໍ່ວ່າພຣະອົງຕ້ອງການຂ້ານ້ອຍ ຫຼື ບໍ່, ຂ້ານ້ອຍກໍຈະຍັງຮັກພຣະອົງ ແລະ ໃນທີ່ສຸດແລ້ວ ຂ້ານ້ອຍຕ້ອງຮັບເອົາພຣະອົງ. ຂ້ານ້ອຍຖວາຍຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າ ແລະ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ຂ້ານ້ອຍຈະຕິດຕາມພຣະອົງຕະຫຼອດຊົ່ວຊີວິດຂອງຂ້ານ້ອຍ. ບໍ່ວ່າຫຍັງກໍຕາມ, ຂ້ານ້ອຍຕ້ອງຮັກພຣະເຈົ້າ ແລະ ຂ້ານ້ອຍຕ້ອງຮັບເອົາພຣະອົງ; ຂ້ານ້ອຍຈະບໍ່ຍອມພັກເຊົາຈົນກວ່າຂ້ານ້ອຍໄດ້ຮັບເອົາພຣະອົງ”. ເຈົ້າມີຄວາມປະສົງແບບນີ້ແມ່ນບໍ?

ເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າແມ່ນເສັ້ນທາງດຽວ ແລະ ຄືກັນກັບເສັ້ນທາງແຫ່ງການຮັກພຣະອົງ. ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າຕ້ອງຮັກພຣະອົງ; ເຖິງຢ່າງໃດກໍຕາມ ການຮັກພຣະອົງບໍ່ພຽງແຕ່ໝາຍເຖິງການຕອບແທນຄວາມຮັກຂອງພຣະອົງ ຫຼື ການຮັກພຣະອົງໂດຍອີງຕາມຄວາມຮູ້ສຶກຈາກຄວາມສຳນຶກຂອງເຈົ້າເທົ່ານັ້ນ, ມັນເປັນຄວາມຮັກທີ່ບໍລິສຸດສຳລັບພຣະເຈົ້າ. ບາງຄັ້ງ ຜູ້ຄົນບໍ່ສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ອີງຕາມຄວາມສຳນຶກຂອງພວກເຂົາ. ເຈົ້າອາດຈະມີແຮງຜັກດັນໃນເວລານັ້ນເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ “ຂໍໃຫ້ພຣະວິນຍານຂອງພຣະເຈົ້າດົນບັນດານຈິດໃຈຂອງພວກເຮົາ”? ເປັນຫຍັງເຮົາຈຶ່ງບໍ່ເວົ້າເຖິງການດົນບັນດານຈິດສຳນຶກຂອງຜູ້ຄົນໃຫ້ຮັກພຣະເຈົ້າ? ນັ້ນກໍຍ້ອນວ່າ ຄວາມສຳນຶກຂອງເຈົ້າບໍ່ສາມາດຮູ້ສຶກເຖິງຄວາມເປັນຕາແພງຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ເຊື່ອໃນຄຳເວົ້າເຫຼົ່ານັ້ນ, ເຈົ້າຈົ່ງໃຊ້ຄວາມສຳນຶກຂອງເຈົ້າເພື່ອສໍາຜັດເຖິງຄວາມຮັກຂອງພຣະອົງລອງເບິ່ງ, ເຈົ້າອາດຈະມີກໍາລັງໃຈໃນຊ່ວງເວລາໃດໜຶ່ງ ແຕ່ບໍ່ດົນ ມັນກໍຈະຫາຍໄປ. ຖ້າເຈົ້າພຽງແຕ່ໃຊ້ຄວາມສຳນຶກຂອງເຈົ້າເພື່ອສໍາຜັດເຖິງຄວາມເປັນຕາຮັກຂອງພຣະເຈົ້າ, ເຈົ້າກໍພຽງຈະມີກຳລັງໃຈໃນເວລາອະທິຖານ, ແຕ່ຫຼັງຈາກນັ້ນ ກໍາລັງໃຈກໍຈະຈາງໄປ ແລະ ຫາຍໄປເລີຍ. ສິ່ງນັ້ນແມ່ນກ່ຽວກັບຫຍັງ? ຖ້າເຈົ້າພຽງແຕ່ໃຊ້ຄວາມສຳນຶກຂອງເຈົ້າ ເຈົ້າກໍຈະບໍ່ສາມາດກະຕຸ້ນຄວາມຮັກຂອງເຈົ້າສຳລັບພຣະເຈົ້າໄດ້; ເມື່ອເຈົ້າຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ ຈິດໃຈຂອງເຈົ້າກໍຈະຖືກພຣະອົງດົນບັນດານ ແລະ ມີພຽງເມື່ອນັ້ນຄວາມສຳນຶກຂອງເຈົ້າຈະສາມາດເຮັດໜ້າທີ່ເດີມຂອງມັນໄດ້. ນັ້ນໝາຍຄວາມວ່າ ເມື່ອມະນຸດຖືກພຣະເຈົ້າດົນບັນດານໃນຈິດໃຈຂອງພວກເຂົາ ແລະ ເມື່ອຫົວໃຈຂອງພວກເຂົາໄດ້ຮັບເອົາຄວາມຮູ້ ແລະ ໄດ້ຮັບການດົນບັນດານໃນໃຈຂອງເຂົາ ນັ້ນກໍຄື ຫຼັງຈາກທີ່ເຂົາໄດ້ຮັບເອົາປະສົບການ, ຫຼັງຈາກນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮັກພຣະເຈົ້າຢ່າງມີປະສິດທິພາບດ້ວຍຄວາມສຳນຶກຂອງພວກເຂົາ. ການຮັກພຣະເຈົ້າດ້ວຍຄວາມສຳນຶກຂອງເຈົ້າບໍ່ແມ່ນສິ່ງທີ່ຜິດ, ແຕ່ມັນແມ່ນລະດັບຄວາມຮັກທີ່ຕໍ່າສຸດໃນການຮັກພຣະເຈົ້າ. ການຮັກທີ່ ”ພຽງແຕ່ເຮັດຕາມຄວາມຍຸຕິທໍາເພື່ອພຣະຄຸນຂອງພຣະເຈົ້າ” ເທົ່ານັ້ນບໍ່ສາມາດພັກດັນມະນຸດເຂົ້າໄປຢ່າງໝັ້ນໃຈ. ເມື່ອຜູ້ຄົນໄດ້ຮັບເອົາພາລະກິດບາງສ່ວນຂອງພຣະວິນຍານບໍລິສຸດ ນັ້ນກໍຄື ເມື່ອພວກເຂົາເຫັນ ແລະ ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໃນປະສົບການຕົວຈິງຂອງພວກເຂົາ, ເມື່ອພວກເຂົາມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ ແລະ ເຫັນຢ່າງແທ້ຈິງວ່າ ພຣະເຈົ້າສົມຄວນແກ່ຄວາມຮັກຂອງມະນຸດຊາດ ແລະ ພຣະອົງເປັນຕາຮັກຫຼາຍພຽງໃດ, ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດຮັກພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 493)

ເມື່ອຜູ້ຄົນຕິດຕໍ່ພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ, ເມື່ອຫົວໃຈຂອງພວກເຂົາສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ, ນີ້ແມ່ນບາດກ້າວທຳອິດຂອງຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການຮັກພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງສາມາດຫັນຫົວໃຈຂອງເຈົ້າເຂົ້າຫາພຣະອົງ. ແມ່ນຫຍັງຄືການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ? ມັນແມ່ນເມື່ອທຸກສິ່ງທີ່ເຈົ້າສະແຫວງຫາໃນຫົວໃຈຂອງເຈົ້ານັ້ນ ເປັນການສະແຫວງຫາເພື່ອເຫັນແກ່ການຮັກ ແລະ ການຮັບເອົາພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າ ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າຢ່າງສົມບູນ. ນອກຈາກພຣະເຈົ້າ ແລະ ພຣະທຳຂອງພຣະອົງແລ້ວ, ເກືອບຈະບໍ່ມີຫຍັງເລີຍໃນຫົວໃຈຂອງເຈົ້າ (ຄອບຄົວ, ຄວາມຮັ່ງມີ, ສາມີ, ພັນລະຍາ, ລູກ ຫຼື ສິ່ງອື່ນໆ). ເຖິງແມ່ນຈະມີ, ສິ່ງດັ່ງກ່າວກໍບໍ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າກໍຈະບໍ່ຄິດເຖິງຄວາມຫວັງໃນອະນາຄົດຂອງເຈົ້າ ແຕ່ສະແຫວງຫາເພື່ອຮັກພຣະເຈົ້າເທົ່ານັ້ນ. ໃນເວລານັ້ນ ເຈົ້າຈະຫັນຫົວໃຈຂອງເຈົ້າທັງໝົດເຂົ້າຫາພຣະເຈົ້າໄດ້ຢ່າງສົມບູນ. ສົມມຸດວ່າ ເຈົ້າກຳລັງວາງແຜນຢູ່ໃນໃຈເພື່ອຕົວເຈົ້າເອງ ແລະ ສະແຫວງຫາຜົນປະໂຫຍດສ່ວນຕົວຂອງເຈົ້າຕະຫຼອດ ໂດຍຄິດຢູ່ສະເໝີວ່າ “ເມື່ອໃດຂ້ານ້ອຍຈຶ່ງຈະໄດ້ຮຽກຮ້ອງຫາພຣະເຈົ້າ? ເມື່ອໃດຄອບຄົວຂອງຂ້ານ້ອຍຈຶ່ງຈະຮັ່ງມີ? ຂ້ານ້ອຍຈະສາມາດມີເຄື່ອງນຸ່ງທີ່ດີໄດ້ແນວໃດ?...” ຖ້າເຈົ້າດຳລົງຊີວິດໃນສະພາບແບບນັ້ນ ມັນກໍສະແດງວ່າຫົວໃຈຂອງເຈົ້າຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນເທື່ອ. ຖ້າເຈົ້າມີແຕ່ພຣະທຳຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດອະທິຖານຫາພຣະເຈົ້າ ແລະ ໃກ້ຊິດກັບພຣະເຈົ້າຢູ່ຕະຫຼອດເວລາ ຄືກັບວ່າພຣະອົງໃກ້ຊິດກັບເຈົ້າຫຼາຍ, ຄືກັບວ່າພຣະເຈົ້າສະຖິດຢູ່ພາຍໃນເຈົ້າ ແລະ ເຈົ້າຢູ່ພາຍໃນພຣະອົງ, ຖ້າເຈົ້າຢູ່ພາຍໃນສະພາບແບບນັ້ນ, ນັ້ນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າໄດ້ຢູ່ຕໍ່ໜ້າພຣະເຈົ້າແລ້ວ. ຖ້າເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ຄິດເຖິງພາລະກິດໃນຄຣິສຕະຈັກຢູ່ສະເໝີ ແລະ ຖ້າເຈົ້າຄໍານຶງເຖິງຄວາມປະສົງຂອງພຣະເຈົ້າ, ໃຊ້ຫົວໃຈຂອງເຈົ້າເພື່ອຮັກພຣະອົງຢ່າງແທ້ຈິງ ແລະ ເຮັດໃຫ້ຫົວໃຈຂອງພຣະອົງພໍໃຈ, ແລ້ວຫົວໃຈຂອງເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າເຈົ້າມີຫຼາຍສິ່ງຫຼາຍຢ່າງຢູ່ໃນຫົວໃຈ, ກໍແປວ່າຍັງຖືກຊາຕານຄອບຄອງຢູ່ ແລະ ມັນກໍຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ. ເມື່ອຫົວໃຈຂອງຄົນໆໜຶ່ງໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະມີຄວາມຮັກທີ່ແທ້ຈິງ, ເປັນຄວາມຮັກແບບທໍາມະຊາດສໍາລັບພຣະອົງ ແລະ ພວກເຂົາກໍຈະສາມາດພິຈາລະນາພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນພວກເຂົາຍັງມີສະພາບທີ່ໂງ່ຈ້າ ແລະ ໄຮ້ສາລະ, ພວກເຂົາກໍຈະສາມາດພິຈາລະນາເຖິງຜົນປະໂຫຍດຂອງຄົວເຮືອນຂອງພຣະເຈົ້າໄດ້, ຄໍານຶງເຖິງພາລະກິດຂອງພຣະອົງ ແລະ ການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ຫົວໃຈຂອງພວກເຂົາຈະຢູ່ໃນບ່ອນທີ່ຖືກຕ້ອງ. ບາງຄົນກໍອ້າງສະເໝີວ່າ ທຸກສິ່ງທີ່ພວກເຂົາກະທໍາແມ່ນເພື່ອຄຣິສຕະຈັກຕະຫຼອດ ເມື່ອໃນຄວາມຈິງກໍຄື ພວກເຂົາເຮັດພາລະກິດເພື່ອຜົນປະໂຫຍດຂອງພວກເຂົາເອງ. ຄົນປະເພດນີ້ບໍ່ມີແຮງຈູງໃຈທີ່ຖືກຕ້ອງ. ພວກເຂົາບໍ່ຊື່ສັດ ແລະ ເປັນຄົນຫຼອກລວງ ແລະ ສ່ວນໃຫຍ່ທີ່ພວກເຂົາເຮັດ ກໍເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວຂອງພວກເຂົາເອງ. ຄົນປະເພດນີ້ບໍ່ສະແຫວງຫາເພື່ອຮັກພຣະເຈົ້າ; ຫົວໃຈຂອງເຂົາຍັງເປັນຂອງຊາຕານ ແລະ ບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້. ດັ່ງນັ້ນ ພຣະເຈົ້າບໍ່ມີທາງຮັບເອົາຄົນປະເພດນີ້.

ຖ້າເຈົ້າຫວັງທີ່ຈະຮັກພຣະເຈົ້າຢ່າງແທ້ຈິງ ແລະ ຖືກຮັບໂດຍພຣະອົງ, ບາດກ້າວທຳອິດແມ່ນຫັນຫົວໃຈຂອງເຈົ້າໄປເຂົ້າຫາພຣະເຈົ້າຢ່າງສົມບູນ. ທຸກສິ່ງທີ່ເຈົ້າເຮັດ, ຈົ່ງຄົ້ນຫາຕົນເອງ ແລະ ຖາມວ່າ “ຂ້ານ້ອຍກຳລັງເຮັດສິ່ງນີ້ໂດຍອີງຕາມຫົວໃຈແຫ່ງຄວາມຮັກສຳລັບພຣະເຈົ້າຢູ່ບໍ? ມີເຈດຕະນາສ່ວນຕົວໃນສິ່ງນີ້ບໍ? ແມ່ນຫຍັງຄືເປົ້າໝາຍຕົວຈິງຂອງຂ້ານ້ອຍໃນການເຮັດສິ່ງນີ້?” ຖ້າເຈົ້າຕ້ອງການມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເອົາຊະນະຫົວໃຈຂອງເຈົ້າເອງ, ປະຖິ້ມເຈດຕະນາທັງໝົດຂອງເຈົ້າ ແລະ ບັນລຸທຸກສິ່ງເພື່ອພຣະເຈົ້າໂດຍສົມບູນ. ນີ້ແມ່ນເສັ້ນທາງສູ່ການປະຕິບັດເພື່ອມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ການເອົາຊະນະຫົວໃຈຂອງບຸກຄົນໃດໜຶ່ງໝາຍເຖິງຫຍັງ? ມັນແມ່ນການປະຖິ້ມຄວາມປາຖະໜາທີ່ເກີນຂອບເຂດຂອງເນື້ອໜັງຂອງບຸກຄົນນັ້ນ, ບໍ່ປາຖະໜາໄດ້ຮັບຄວາມສະບາຍ ຫຼື ພອນທາງດ້ານຖານະ. ມັນແມ່ນການເຮັດທຸກຢ່າງ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ການເຮັດໃຫ້ຈິດໃຈຂອງຄົນໜຶ່ງເຕັມລົ້ນໄປດ້ວຍພຣະອົງ ບໍ່ແມ່ນເພື່ອຕົວເອງ. ນີ້ແມ່ນພຽງພໍແລ້ວ.

(ຄັດຈາກບົດ “ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 494)

ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນມາຈາກສ່ວນເລິກຢູ່ພາຍໃນຫົວໃຈ: ມັນແມ່ນຄວາມຮັກທີ່ເກີດຂຶ້ນບົນພື້ນຖານແຫ່ງຄວາມຮູ້ຂອງມະນຸດຊາດກ່ຽວກັບພຣະເຈົ້າ. ເມື່ອຫົວໃຈຂອງບາງຄົນຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຂົາກໍມີຄວາມຮັກສຳລັບພຣະເຈົ້າ, ແຕ່ຄວາມຮັກນັ້ນບໍ່ໄດ້ບໍລິສຸດ ແລະ ສົມບູນ ຢ່າງແທ້ຈິງ. ນັ້ນກໍຍ້ອນວ່າມີຄວາມແຕກຕ່າງລະຫວ່າງຫົວໃຈຂອງບຸກຄົນທີ່ຫັນເຂົ້າຫາພຣະເຈົ້າຢ່າງສົມບູນ ແລະ ຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ການບູຊາຢ່າງແທ້ຈິງສຳລັບພຣະອົງ. ຫົນທາງທີ່ມະນຸດບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ມາຮູ້ຈັກອຸປະນິໄສຂອງພຣະເຈົ້າຄືການຫັນຫົວໃຈຂອງພວກເຂົາເຂົ້າຫາພຣະເຈົ້າ. ຫຼັງຈາກທີ່ມະນຸດມອບຫົວໃຈທີ່ແທ້ຈິງຂອງເຂົາໃຫ້ກັບພຣະເຈົ້າແລ້ວ, ເຂົາຈະໄດ້ເຂົ້າສູ່ປະສົບການຂອງຊີວິດ. ດ້ວຍວິທີນີ້ ອຸປະນິໄສຂອງເຂົາກໍຈະເລີ່ມປ່ຽນແປງ, ຄວາມຮັກຂອງເຂົາສຳລັບພຣະເຈົ້າກໍຈະເຕີບໃຫຍ່ເທື່ອລະໜ້ອຍ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຈະເພີ່ມຂຶ້ນເທື່ອລະໜ້ອຍເຊັ່ນກັນ. ສະນັ້ນ ການຫັນຫົວໃຈເຂົ້າຫາພຣະເຈົ້າຄືເງື່ອນໄຂເບື້ອງຕົ້ນກ່ອນທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອຜູ້ຄົນວາງຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ພວກເຂົາມີພຽງແຕ່ຫົວໃຈທີ່ປາຖະໜາຫາພຣະອົງ ແຕ່ບໍ່ມີຄວາມຮັກສຳລັບພຣະອົງເລີຍ, ເພາະພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະອົງ. ເຖິງແມ່ນໃນສະຖານະການເຊັ່ນນີ້ ພວກເຂົາກໍບໍ່ມີຄວາມຮັກບາງສ່ວນສຳລັບພຣະເຈົ້າເລີຍ, ມັນບໍ່ເປັນໄປດ້ວຍທໍາມະຊາດ ແລະ ມັນບໍ່ເປັນຈິງ. ນີ້ກໍຍ້ອນວ່າ ສິ່ງໃດກໍຕາມທີ່ມາຈາກເນື້ອໜັງຂອງມະນຸດແມ່ນຜົນສະທ້ອນທາງດ້ານອາລົມ ແລະ ບໍ່ໄດ້ມາຈາກຄວາມເຂົ້າໃຈທີ່ແທ້ຈິງ. ມັນເປັນພຽງແຕ່ແຮງຈູງໃຈຊົ່ວໄລຍະເວລາໃດໜຶ່ງ ແລະ ມັນບໍ່ສາມາດເປັນການຮັກໄລຍະຍາວ. ເມື່ອຜູ້ຄົນບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ພວກເຂົາພຽງແຕ່ຮັກພຣະອົງໂດຍອີງຕາມຄວາມນິຍົມຂອງພວກເຂົາເອງ ແລະ ແນວຄິດສ່ວນຕົວຂອງພວກເຂົາ; ຄວາມຮັກແບບນັ້ນບໍ່ສາມາດເອີ້ນວ່າຄວາມຮັກທີ່ເປັນໄປຕາມທໍາມະຊາດ ຫຼື ມັນບໍ່ສາມາດເອີ້ນວ່າຄວາມຮັກທີ່ແທ້ຈິງໄດ້. ເມື່ອຫົວໃຈຂອງມະນຸດຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລະ ສາມາດຄິດເຖິງຜົນປະໂຫຍດຂອງພຣະເຈົ້າໃນທຸກສິ່ງ, ແຕ່ຖ້າພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ພວກເຂົາກໍບໍ່ສາມາດມີຄວາມຮັກທີ່ເປັນໄປຕາມທໍາມະຊາດຢ່າງແທ້ຈິງໄດ້. ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍຄືການປະຕິບັດໜ້າທີ່ບາງຢ່າງສຳລັບຄຣິສຕະຈັກ ຫຼື ປະຕິບັດໜ້າທີ່ຂອງພວກເຂົາເລັກນ້ອຍໂດຍປາສະຈາກພື້ນຖານ. ຄົນປະເພດນີ້ມີອຸປະນິໄສຍາກທີ່ຈະປ່ຽນແປງ; ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ເຂົ້າໃຈມັນ. ເຖິງແມ່ນຄົນໜຶ່ງຫັນຫົວໃຈຂອງພວກເຂົາເຂົ້າຫາພຣະເຈົ້າຢ່າງແທ້ຈິງ ມັນກໍບໍ່ໄດ້ໝາຍຄວາມວ່າ ຫົວໃຈແຫ່ງຄວາມຮັກທີ່ພວກເຂົາມີສຳລັບພຣະເຈົ້ານັ້ນບໍລິສຸດທັງໝົດ ເພາະຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົານັ້ນບໍ່ຈຳເປັນຕ້ອງມີຄວາມຮັກໃນຫົວໃຈຂອງພວກເຂົາສຳລັບພຣະເຈົ້າ. ສິ່ງນີ້ກ່ຽວຂ້ອງກັບຄວາມແຕກຕ່າງລະຫວ່າງຄົນທີ່ສະແຫວງຫາ ຫຼື ບໍ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ. ເມື່ອບຸກຄົນໜຶ່ງມີຄວາມເຂົ້າໃຈກ່ຽວກັບພຣະອົງ, ນັ້ນກໍສະແດງວ່າ ຫົວໃຈຂອງພວກເຂົາໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນແລ້ວ, ມັນສະແດງໃຫ້ເຫັນວ່າຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າທີ່ພວກເຂົາມີໃນຫົວໃຈຂອງພວກເຂົານັ້ນເປັນໄປຕາມທໍາມະຊາດ. ມີພຽງແຕ່ຄົນແບບນັ້ນຈຶ່ງເປັນຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ. ການຫັນຫົວໃຈຂອງບຸກຄົນໃດໜຶ່ງເຂົ້າຫາພຣະເຈົ້າແມ່ນເງື່ອນໄຂເບື້ອງຕົນກ່ອນທີ່ຈະໃຫ້ພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ກ່ອນທີ່ຈະເຂົ້າໃຈພຣະເຈົ້າ ແລະ ກ່ອນທີ່ຈະບັນລຸຄວາມຮັກສຳລັບພຣະເຈົ້າ. ມັນບໍ່ແມ່ນຫຼັກໝາຍຂອງການເຮັດໜ້າທີ່ຂອງພວກເຂົາເພື່ອຮັກພຣະເຈົ້າໃຫ້ສຳເລັດ ຫຼື ມັນບໍ່ແມ່ນຫຼັກໝາຍຂອງການມີຄວາມຮັກທີ່ແທ້ຈິງສຳລັບພຣະອົງ. ຫົນທາງດຽວທີ່ຈະເຮັດໃຫ້ບາງຄົນບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າກໍຄືການຫັນຫົວໃຈຂອງພວກເຂົາເຂົ້າຫາພຣະອົງ ເຊິ່ງສິ່ງນັ້ນຍັງເປັນເງື່ອນໄຂທຳອິດທີ່ສິ່ງຊົງສ້າງຂອງພຣະອົງຄວນເຮັດ. ຄົນທີ່ຮັກພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ສະແຫວງຫາຊີວິດ ນັ້ນກໍຄື ຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ; ພວກເຂົາມີແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກດົນບັນດານໂດຍພຣະອົງ. ພວກເຂົາລ້ວນແລ້ວແຕ່ສາມາດທີ່ຈະຖືກນໍາພາໂດຍພຣະເຈົ້າ.

(ຄັດຈາກບົດ “ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 495)

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ ໃນອີກດ້ານໜຶ່ງ ພວກເຈົ້າຕ້ອງຍອມເສຍສະລະ. ບໍ່ມີບົດຮຽນໃດທີ່ເລິກເຊິ່ງໄປກວ່າບົດຮຽນແຫ່ງການຮັກພຣະເຈົ້າ ແລະ ສາມາດເວົ້າໄດ້ວ່າ ບົດຮຽນທີ່ຜູ້ຄົນຮຽນຮູ້ຊົ່ວຊີວີດກ່ຽວກັບຄວາມເຊື່ອແມ່ນວິທີການຮັກພຣະເຈົ້າ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຖ້າເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັກພຣະອົງ, ບໍ່ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍໄດ້ຮັກພຣະເຈົ້າດ້ວຍຄວາມຮັກທີ່ແທ້ຈິງເຊິ່ງມາຈາກພາຍໃນຫົວໃຈຂອງເຈົ້າຈັກເທື່ອ, ແລ້ວຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ມີປະໂຫຍດຫຍັງ; ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວເຈົ້າກໍດຳລົງຊີວິດຢ່າງໄຮ້ຄ່າ ແລະ ຊີວິດທັງໝົດຂອງເຈົ້າກໍຕໍ່າຕ້ອຍທີ່ສຸດໃນບັນດາຊີວິດທັງປວງ. ຕະຫຼອດທັງຊີວິດຂອງເຈົ້າ ຖ້າເຈົ້າບໍ່ເຄີຍຮັກ ຫຼື ເຮັດໃຫ້ພຣະເຈົ້າພໍພຣະໄທເລີຍ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດຂອງເຈົ້າ? ແລ້ວແມ່ນຫຍັງຄືຄວາມໝາຍຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ? ນັ້ນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ? ນັ້ນໝາຍຄວາມວ່າ ຖ້າຜູ້ຄົນຕ້ອງເຊື່ອ ແລະ ຮັກພຣະເຈົ້າ, ແລ້ວພວກເຂົາຕ້ອງຍອມເສຍສະລະ. ແທນທີ່ຈະພະຍາຍາມປະພຶດໃນລັກສະນະໃດໜຶ່ງດ້ານພາຍນອກ, ພວກເຂົາຄວນສະແຫວງຫາຄວາມເຂົ້າໃຈທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຖ້າເຈົ້າກະຕືລືລົ້ນໃນການຮ້ອງເພງ ແລະ ເຕັ້ນລໍາ, ແຕ່ບໍ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ, ຈະສາມາດເວົ້າໄດ້ບໍວ່າ ເຈົ້າຮັກພຣະເຈົ້າ? ການຮັກພຣະເຈົ້າຕ້ອງການໆສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ພະຍາຍາມທີ່ຈະເຫັນວ່າ ແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນບັນຫານີ້, ພຣະອົງປາຖະໜາທີ່ຈະໃຫ້ເຈົ້າບັນລຸຫຍັງ ແລະ ເຈົ້າຄວນຕັ້ງໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ຕົວຢ່າງຄື: ບາງສິ່ງບາງຢ່າງເກີດຂຶ້ນ ໂດຍຮຽກຮ້ອງໃຫ້ເຈົ້າອົດກັ້ນຕໍ່ຄວາມຍາກລຳບາກ ໃນເວລາທີ່ເຈົ້າຄວນເຂົ້າໃຈວ່າ ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ແລະ ເຈົ້າຄວນໃສ່ໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ເຈົ້າບໍ່ຕ້ອງເຮັດໃຫ້ຕົວເຈົ້າເອງພໍໃຈ ນັ້ນກໍຄື ໃຫ້ປະຖິ້ມຕົວເຈົ້າເອງໄວ້. ບໍ່ມີຫຍັງທີ່ເປັນຕາສັງເວດຫຼາຍກວ່າເນື້ອໜັງ. ເຈົ້າຕ້ອງສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕ້ອງປະຕິບັດໜ້າທີ່ຂອງເຈົ້າ. ດ້ວຍຄວາມຄິດດັ່ງກ່າວ, ພຣະເຈົ້າຈະນໍາແສງສະຫວ່າງທີ່ພິເສດມາໃຫ້ເຈົ້າໃນບັນຫານີ້ ແລະ ຫົວໃຈຂອງເຈົ້າກໍຈະຄົ້ນພົບຄວາມສຸກສະບາຍ. ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ເມື່ອບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງປະຖິ້ມຕົວເຈົ້າເອງໄວ້ ແລະ ເບິ່ງເນື້ອໜັງເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງທຸກຢ່າງ. ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈສໍ່າໃດ ມັນກໍຈະມີອິດສະຫຼະຫຼາຍສໍ່ານັ້ນ; ຖ້າເຈົ້າເຮັດໃຫ້ເນື້ອໜັງພໍໃຈໃນເວລານີ້ ຄັ້ງຕໍ່ໄປ ມັນກໍຈະຮຽກຮ້ອງຫຼາຍຂຶ້ນຕື່ມ ເມື່ອສືບຕໍ່ເປັນແບບນີ້, ຜູ້ຄົນກໍຈະຮັກເນື້ອໜັງຫຼາຍຍິ່ງຂຶ້ນ. ເນື້ອໜັງມີຄວາມປາຖະໜາຫຼາຍເກີນຂອບເຂດຢູ່ສະເໝີ, ມັນຮຽກຮ້ອງໃຫ້ເຈົ້າເຮັດໃຫ້ມັນພໍໃຈຢູ່ຕະຫຼອດເວລາ ແລະ ໃຫ້ເຈົ້າສະໜອງຄວາມຕ້ອງການໃຫ້ກັບມັນຢູ່ພາຍໃນ, ບໍ່ວ່າຈະເປັນສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງ ຫຼື ຕອບໂຕ້ດ້ວຍຄວາມໂມໂຫ ຫຼື ຍອມຕາມຄວາມອ່ອນແອ ແລະ ຄວາມຂີ້ຄ້ານຂອງເຈົ້າເອງ... ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈຫຼາຍສໍ່າໃດ, ຄວາມປາຖະໜາຂອງມັນກໍຈະຍິ່ງເພິ່ມຂຶ້ນຫຼາຍສໍ່ານັ້ນ ແລະ ເນື້ອໜັງກໍຍິ່ງເສື່ອມຊາມຫຼາຍສໍ່ານັ້ນ ຈົນເຖິງຈຸດທີ່ວ່າ ເນື້ອໜັງຂອງມະນຸດເຊື່ອງແນວຄິດທີ່ເລິກເຊິ່ງຫຼາຍກວ່າເກົ່າ ແລະ ບໍ່ເຊື່ອຟັງພຣະເຈົ້າ ແລະ ສັນລະເສີນຕົວມັນເອງ ແລະ ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າ. ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈຫຼາຍສໍ່າໃດ, ຄວາມອ່ອນແອຂອງເນື້ອໜັງກໍຈະຍິ່ງເພີ່ມຂຶ້ນຫຼາຍສໍ່ານັ້ນ; ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ບໍ່ມີໃຜເຫັນອົກເຫັນໃຈກັບຄວາມອ່ອນແອຂອງເຈົ້າເລີຍ, ເຈົ້າຈະເຊື່ອຢູ່ສະເໝີວ່າ ພຣະເຈົ້າເຮັດຫຼາຍເກີນໄປ ແລະ ເຈົ້າຈະເວົ້າວ່າ “ພຣະເຈົ້າໂຫດຮ້າຍແບບນີ້ໄດ້ແນວໃດ? ເປັນຫຍັງພຣະອົງຈຶ່ງບໍ່ປ່ອຍໃຫ້ຜູ້ຄົນພັກຜ່ອນແດ່?” ເມື່ອຜູ້ຄົນຕາມໃຈເນື້ອໜັງຫຼາຍເກີນໄປ ແລະ ຖະໜອມມັນຫຼາຍເກີນໄປ, ແລ້ວພວກເຂົາກໍທຳລາຍຕົວພວກເຂົາເອງ. ຖ້າເຈົ້າຮັກພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ເຮັດໃຫ້ເນື້ອໜັງພໍໃຈ, ແລ້ວເຈົ້າກໍຈະເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງຫຼາຍ ແລະ ດີຫຼາຍ ແລະ ການທີ່ພຣະອົງສາບແຊ່ງຄວາມກະບົດຂອງເຈົ້າ ແລະ ພິພາກສາຄວາມບໍ່ຊອບທຳຂອງເຈົ້າກໍຖືກຕ້ອງແລ້ວ. ຈະມີຊ່ວງເວລາທີ່ພຣະເຈົ້າຕີສອນ ແລະ ລົງວິໄນກັບເຈົ້າ ແລະ ຍົກສະພາບແວດລ້ອມຂຶ້ນເພື່ອເຮັດໃຫ້ເຈົ້າເຂັ້ມແຂງໂດຍບັງຄັບໃຫ້ເຈົ້າມາຢູ່ຕໍ່ໜ້າພຣະອົງ ແລະ ເຈົ້າກໍຈະຮູ້ສຶກຢູ່ສະເໝີວ່າ ສິ່ງທີ່ພຣະເຈົ້າກຳລັງກະທຳນັ້ນເປັນສິ່ງທີ່ມະຫັດສະຈັນ. ສະນັ້ນ ເຈົ້າຈະຮູ້ສຶກຄືກັບວ່າ ບໍ່ມີຄວມເຈັບປວດຫຼາຍ ແລະ ພຣະເຈົ້າກໍເປັນຕາຮັກຫຼາຍ. ຖ້າເຈົ້າຍອມຕາມຄວາມອ່ອນແອຂອງເນື້ອໜັງ ແລະ ເວົ້າວ່າ ພຣະເຈົ້າເຮັດຫຼາຍເກີນໄປ ແລ້ວເຈົ້າກໍຈະຮູ້ສຶກເຈັບປວດ ແລະ ເສົ້າໃຈຢູ່ຕະຫຼອດເວລາ ແລະ ເຈົ້າກໍຈະບໍ່ຊັດເຈນກ່ຽວກັບພາລະກິດທັງໝົດຂອງພຮະເຈົ້າ ແລະ ຈະເບິ່ງຄືກັບວ່າພຣະເຈົ້າບໍ່ມີຄວາມເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດເລີຍ ແລະ ບໍ່ຮັບຮູ້ເຖິງຄວາມຫຍຸ້ງຍາກຂອງມະນຸດ. ແລ້ວດ້ວຍເຫດນັ້ນ ເຈົ້າຈຶ່ງຮູ້ສຶກໂສກເສົ້າຫຼາຍ ແລະ ໂດດດ່ຽວ ເໝືອນກັບວ່າເຈົ້າໄດ້ທົນທຸກກັບຄວາມບໍ່ຍຸຕິທຳຫຼາຍແທ້ໆ ແລະ ໃນຊ່ວງເວລານີ້ ເຈົ້າກໍຈະເລີ່ມຕໍ່ວ່າ. ຍິ່ງເຈົ້າຍອມຕາມຄວາມອ່ອນແອຂອງເນື້ອໜັງໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຈະຮູ້ສຶກວ່າ ພຣະເຈົ້າເຮັດເກີນໄປຫຼາຍສໍ່ານັ້ນ, ເຮັດເກີນໄປຈົນເຈົ້າປະຕິເສດພາລະກິດຂອງພຣະເຈົ້າ ແລະ ເລີ່ມຕໍ່ຕ້ານພຣະເຈົ້າ ແລະ ເຕັມໄປດ້ວຍຄວາມບໍ່ເຊື່ອຟັງ. ສະນັ້ນ, ເຈົ້າຕ້ອງຂັດຂືນເນື້ອໜັງ ແລະ ບໍ່ຍອມຕາມໃຈມັນ ໂດຍເວົ້າວ່າ “ສາມີ (ພັນລະຍາ) ຂອງຂ້ານ້ອຍ, ລູກໆ, ໂອກາດ, ການແຕ່ງງານ, ຄອບຄົວຂອງຂ້ານ້ອຍ, ບໍ່ມີຫຍັງທີ່ສຳຄັນເລີຍ! ໃນຫົວໃຈຂອງຂ້ານ້ອຍ ມີພຽງແຕ່ພຣະເຈົ້າເທົ່ານັ້ນ ແລະ ຂ້ານ້ອຍຕ້ອງພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ເຮັດໃຫ້ເນື້ອໜັງພໍໃຈ”. ເຈົ້າຕ້ອງມີຄວາມຕັ້ງໃຈແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈແບບນີ້ຢູ່ສະເໝີ ແລ້ວເມື່ອເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຖິ້ມຕົວເຈົ້າເອງ, ເຈົ້າຈຶ່ງຈະສາມາດກະທຳສິ່ງດັ່ງກ່າວພຽງໃຊ້ຄວາມພະຍາຍາມເລັກນ້ອຍ. ມີເລື່ອງເລົ່າທີ່ວ່າ ກາລະຄັ້ງໜຶ່ງ ໄດ້ມີຊາວນາຄົນໜຶ່ງເຫັນງູໃນຫົນທາງທີ່ແຂງກະດ້າງຍ້ອນຄວາມໜາວ. ຊາວນາຄົນນັ້ນຈຶ່ງຈັບມັນຂຶ້ນມາ ແລ້ວຖືມັນໄວ້ໃກ້ກັບເອິກຂອງລາວ ແລະ ຫຼັງຈາກທີ່ງູໂຕນັ້ນຟື້ນຄືນ, ມັນກໍຕອດຊາວນາຈົນເຖິງແກ່ຄວາມຕາຍ. ເນື້ອໜັງຂອງມະນຸດກໍເໝືອນກັບງູດັ່ງກ່າວ ນັ້ນກໍຄື: ເນື້ອແທ້ຂອງມັນກໍຄືການທຳລາຍຊີວິດຂອງພວກເຂົາ ແລະ ເມື່ອມັນໄດ້ສິ່ງທີ່ມັນຕ້ອງການ, ຊີວິດຂອງເຈົ້າກໍກາຍເປັນສິ່ງທີ່ສູນເສຍໄປ. ເນື້ອໜັງເປັນຂອງຊາຕານ. ມີຄວາມປາຖະໜາເກີນຂອບເຂດຢູ່ພາຍໃນຕົວມັນ, ມັນຄິດພຽງແຕ່ເພື່ອຕົວມັນເອງ, ມັນຕ້ອງການເພີດເພີນກັບຄວາມສະດວກສະບາຍ ແລະ ດີອົກດີໃຈໃນເວລາຫວ່າງ, ຊົມຊື່ນກັບຄວາມຂີ້ຄ້ານ ແລະ ຄວາມເຊື່ອງຊ້າ ແລະ ພໍໃຈກັບມັນຈົນເຖິງຂັ້ນທີ່ວ່າ ເຈົ້າຈະຖືກມັນກືນກິນໄປໃນທີ່ສຸດ. ເວົ້າໄດ້ວ່າ ຖ້າເຈົ້າເຮັດໃຫ້ມັນພໍໃຈໃນເວລານີ້, ຄັ້ງຕໍ່ໄປ ມັນກໍຈະຮຽກຮ້ອງອີກ. ມັນມີຄວາມປາຖະໜາທີ່ເກີນຂອບເຂດ ແລະ ຄວາມຮຽກຮ້ອງໃໝ່ຢູ່ສະເໝີ ແລະ ຖືໂອກາດທີ່ເຈົ້າຍອມຕາມເນື້ອໜັງ ເພື່ອເຮັດໃຫ້ເຈົ້າຖະໜອມມັນຫຼາຍຍິ່ງຂຶ້ນ ແລະ ດຳລົງຊີວິດທ່າມກາງຄວາມສະດວກສະບາຍຂອງມັນ ແລະ ຖ້າເຈົ້າບໍ່ເອົາຊະນະມັນ, ເຈົ້າຈະທຳລາຍຕົວເຈົ້າເອງໄປໃນທີ່ສຸດ. ເຈົ້າຈະສາມາດມີຊີວິດຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່ ແລະ ແມ່ນຫຍັງຈະເປັນຈຸດຈົບຂອງເຈົ້າໃນທີ່ສຸດແມ່ນຂຶ້ນຢູ່ກັບວ່າ ເຈົ້າຈະຕໍ່ຕ້ານກັບເນື້ອໜັງຂອງເຈົ້າແນວໃດ. ພຣະເຈົ້າໄດ້ຊ່ວຍເຈົ້າໃຫ້ລອດພົ້ນ ແລະ ໄດ້ເລືອກ ແລະ ລິຂິດເຈົ້າໄວ້ແລ້ວ, ແຕ່ຖ້າໃນປັດຈຸບັນ ເຈົ້າບໍ່ເຕັມໃຈທີ່ຈະເຮັດໃຫ້ພຣະອົງພໍໃຈ, ເຈົ້າກໍບໍ່ໄດ້ເຕັມໃຈທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າບໍ່ໄດ້ເຕັມໃຈທີ່ຈະກະບົດຕໍ່ເນື້ອໜັງຂອງເຈົ້າເອງ ດ້ວຍຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ໃນທີ່ສຸດແລ້ວ ເຈົ້າກໍຈະທຳລາຍຕົວເຈົ້າເອງ ແລະ ສະນັ້ນກໍຈະໄດ້ທົນຮັບຄວາມເຈັບປວດທີ່ຮຸນແຮງ. ຖ້າເຈົ້າຍອມຕາມເນື້ອໜັງຢູ່ສະເໝີ, ຊາຕານກໍຈະກືນກິນເຈົ້າເທື່ອລະໜ້ອຍ ແລະ ປ່ອຍໃຫ້ເຈົ້າປາສະຈາກຊີວິດ ຫຼື ການສຳພັດຂອງພຣະວິນຍານ ຈົນຮອດມື້ທີ່ເຈົ້າມືດມົນຢ່າງສົມບູນຢູ່ຂ້າງໃນ. ເມື່ອເຈົ້າດຳລົງຊີວິດໃນຄວາມມືດ, ເຈົ້າກໍຈະຕົກເປັນຊະເລີຍຂອງຊາຕານ, ເຈົ້າຈະບໍ່ມີພຣະເຈົ້າໃນຫົວໃຈຂອງເຈົ້າອີກຕໍ່ໄປ ແລະ ໃນເວລານັ້ນ ເຈົ້າຈະປະຕິເສດການມີຕົວຕົນຂອງພຣະເຈົ້າ ແລະ ປະຖິ້ມພຣະອົງ. ສະນັ້ນ ຖ້າຜູ້ຄົນປາຖະໜາທີ່ຈະຮັກພຣະເຈົ້າ, ພວກເຂົາຕ້ອງຈ່າຍລາຄາແຫ່ງຄວາມເຈັບປວດ ແລະ ອົດກັ້ນກັບຄວາມຍາກລຳບາກ. ບໍ່ຈຳເປັນຕ້ອງມີຄວາມກະຕືລືລົ້ນທາງດ້ານພາຍນອກ ແລະ ທົນທຸກກັບຄວາມຍາກລຳບາກ, ບໍ່ຈໍາເປັນຕ້ອງອ່ານ ແລະ ດິ້ນຮົນຫຍັງຫຼາຍ; ກົງກັນຂ້າມ ພວກເຂົາຄວນປະຖິ້ມສິ່ງຕ່າງໆທີ່ຢູ່ພາຍໃນຕົວພວກເຂົາ ນັ້ນກໍຄື: ຄວາມຄິດທີ່ເກີນຂອບເຂດ, ຜົນປະໂຫຍດສ່ວນຕົວ ແລະ ການໄຕ່ຕອງ, ຄວາມຄິດ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ. ນັ້ນແມ່ນຄວາມປະສົງຂອງພຣະເຈົ້ງ.

(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 496)

ການທີ່ພຣະເຈົ້າຈັດການກັບອຸປະນິໄສພາຍນອກຂອງຜູ້ຄົນຍັງເປັນສ່ວນໜຶ່ງໃນການປະຕິບັດພາລະກິດຂອງພຣະອົງອີກດ້ວຍ ຕົວຢ່າງເຊັ່ນ: ການຈັດການກັບດ້ານພາຍນອກຂອງຜູ້ຄົນ ແລະ ຄວາມເປັນມະນຸດທີ່ບໍ່ປົກກະຕິ ຫຼື ຮູບແບບຊີວິດ ແລະ ນິໄສຂອງພວກເຂົາ, ວິທີທາງ ແລະ ປະເພນີຂອງພວກເຂົາ ລວມເຖິງພາກປະຕິບັດພາຍນອກຂອງພວກເຂົາ ແລະ ຄວາມກະຕືລືລົ້ນຂອງພວກເຂົາ. ແຕ່ເມື່ອພຣະອົງຮຽກຮ້ອງໃຫ້ ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ, ສິ່ງທີ່ຖືກຈັດການຫຼັກໆແມ່ນແຮງຈຸງໃຈ ແລະ ແນວຄິດທີ່ຢູ່ພາຍໃນພວກເຂົາ. ຖ້າພຽງແຕ່ຈັດການກັບອຸປະນິໄສພາຍນອກຂອງເຈົ້າເທົ່ານັ້ນແມ່ນບໍ່ຍາກ; ມັນເໝືອນກັບການຮຽກຮ້ອງບໍ່ໃຫ້ເຈົ້າກິນສິ່ງທີ່ເຈົ້າຮັກ ເຊິ່ງເປັນເລື່ອງງ່າຍດາຍ. ແຕ່ສິ່ງທີ່ແຕະຕ້ອງເຖິງແນວຄິດພາຍໃນຕົວເຈົ້ານັ້ນ ແມ່ນຍາກທີ່ຈະປະຖິ້ມໄດ້ ນັ້ນກໍຄື: ມັນຮຽກຮ້ອງໃຫ້ຜູ້ຄົນກໍ່ການກະບົດຕໍ່ເນື້ອໜັງ, ຍອມເສຍສະລະ ແລະ ທົນທຸກທໍລະມານຕໍ່ໜ້າພຣະເຈົ້າ. ສິ່ງນີ້ແມ່ນຖືກທີ່ສຸດ ໂດຍສະເພາະກ່ຽວກັບແຮງຈູງໃຈຂອງຜູ້ຄົນ. ຈາກເວລາທີ່ພວກເຂົາເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເຊື່ອງຊ້ອນແຮງຈູງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ແຮງຈຸງໃຈທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ມີແຮງຈຸງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີແນວຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ແຮງຈູງໃຈຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມແນວຄິດ ແລະ ແຮງຈຸງໃຈຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ ເຈົ້າໄດ້ກໍ່ການກະບົດຕໍ່ເນື້ອໜັງແລ້ວ. ເມື່ອເຈົ້າກໍ່ການກະບົດຕໍ່ເນື້ອໜັງ ກໍຈະມີສົງຄາມເກີດຂຶ້ນພາຍໃນຕົວເຈົ້າໂດຍຫຼີກເວັ້ນບໍ່ໄດ້. ຊາຕານຈະພະຍາຍາມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕາມມັນ, ຈະພະຍາຍາມ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມແນວຄິດແຫ່ງເນື້ອໜັງ ແລະ ປ້ອງກັນຜົນປະໂຫຍດຂອງເນື້ອໜັງ, ແຕ່ພຣະທຳຂອງພຣະເຈົ້າຈະໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນຢູ່ພາຍໃນ ແລະ ໃນເວລານີ້ ມັນກໍຂຶ້ນຢູ່ກັບເຈົ້າແລ້ວວ່າ ເຈົ້າຈະຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆກໍແມ່ນເພື່ອຈັດການກັບສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອຈັດການກັບຄວາມຄິດ ແລະ ແນວຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳພັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ ເບື້ອງຫຼັງທຸກສິ່ງຢ່າງທີ່ເກີດຂຶ້ນແມ່ນມີການຕໍ່ສູ້ ນັ້ນກໍຄື: ທຸກຄັ້ງທີ່ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ນໍາຄວາມຮັກທີ່ມີຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດກໍຈະມີການຕໍ່ສູ້ຢ່າງຍິ່ງໃຫຍ່ ແລະ ເຖິງແມ່ນວ່າທຸກສິ່ງທຸກຢ່າງຈະເບິ່ງຄືປົກກະຕິກັບເນື້ອໜັງຂອງພວກເຂົາ, ໃນຄວາມຈິງແລ້ວ ການຕໍ່ສູ້ເອົາເປັນເອົາຕາຍໄດ້ດໍາເນີນຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ພຽງແຕ່ຫຼັງຈາກການຕໍ່ສູ້ທີ່ຮຸນແຮງນີ້, ຫຼັງຈາກການໄຕ່ຕອງຢ່າງໜັກຈຶ່ງຈະສາມາດຕັດສິນໄຊຊະນະ ຫຼື ຄວາມພ່າຍແພ້ໄດ້. ຄົນໃດໜຶ່ງບໍ່ຮູ້ຈັກວ່າຈະຫົວ ຫຼື ຈະໄຫ້ດີ. ເພາະແຮງຈູງໃຈຫຼາຍຢ່າງທີ່ຢູ່ພາຍໃນຜູ້ຄົນແມ່ນບໍ່ຖືກຕ້ອງ ຫຼື ບໍ່ດັ່ງນັ້ນກໍຍ້ອນວ່າ ພາລະກິດສ່ວນຫຼາຍຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ການຕໍ່ສູ້ຢ່າງຍິ່ງໃຫຍ່ແມ່ນເກີດຂຶ້ນຢູ່ເບື້ອງຫຼັງ. ເມື່ອເວລານໍາຄວາມຈິງນີ້ເຂົ້າສູ່ການປະຕິບັດ ແລະກ່ອນທີ່ຈະຕັດສິນໃຈເຮັດໃຫ້ພຣະເຈົ້າພໍໃຈໃນທີ່ສຸດ ຢູ່ເບື້ອງຫຼັງຈະມີຜູ້ຄົນລັ່ງນໍ້າຕາແຫ່ງຄວາມໂສກເສົ້າຢ່າງນັບບໍ່ຖ້ວນ. ເປັນຍ້ອນການຕໍ່ສູ້ນີ້, ຜູ້ຄົນຈຶ່ງອົດກັ້ນຕໍ່ການທົນທຸກທໍລະມານ ແລະ ການຫຼໍ່ຫຼອມ; ນີ້ແມ່ນການທົນທຸກທໍລະມານທີ່ແທ້ຈິງ. ເມື່ອການຕໍ່ສູ້ມາເຖິງເຈົ້າ, ຖ້າເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າຢ່າງແທ້ຈິງໄດ້, ເຈົ້າກໍຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ໃນລະຫວ່າງການປະຕິບັດຄວາມຈິງ ມັນບໍ່ສາມາດຫຼີກເວັ້ນໄດ້ທີ່ຄົນໜຶ່ງຈະທົນທຸກທໍລະມານພາຍໃນ; ເມື່ອພວກເຂົານໍາຄວາມຈິງເຂົ້າໃນການປະຕິບັດ ຖ້າທຸກສິ່ງທຸກຢ່າງຢູ່ພາຍໃນພວກເຂົານັ້ນຖືກຕ້ອງ, ພວກເຂົາຈະບໍ່ຈຳເປັນຕ້ອງຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ກໍຈະບໍ່ມີການຕໍ່ສູ້ ແລະ ພວກເຂົາກໍຈະບໍ່ທົນທຸກທໍລະມານ. ຍ້ອນວ່າ ມີຫຼາຍສິ່ງທີ່ຢູ່ພາຍໃນຜູ້ຄົນເຊິ່ງບໍ່ເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ ແລະ ມີອຸປະນິໄສຂອງເນື້ອໜັງຫຼາຍຢ່າງທີ່ເປັນປໍລະປັກ, ຜູ້ຄົນຈຳເປັນຕ້ອງຮຽນຮູ້ບົດຮຽນແຫ່ງການກໍ່ການກະບົດຕໍ່ເນື້ອໜັງໃຫ້ເລິກເຊິ່ງຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ພຣະເຈົ້າເອີ້ນວ່າ ການທົນທຸກທໍລະມານ ທີ່ພຣະອົງຮຽກຮ້ອງໃຫ້ມະນຸດປະສົບກັບພຣະອົງ. ເມື່ອເຈົ້າຜະເຊີນກັບຄວາມຫຍຸ້ງຍາກ ໃຫ້ຟ້າວ ແລະ ອະທິຖານຫາພຣະເຈົ້າວ່າ “ໂອ ຂ້າແດ່ພຣະອົງເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍພຣະໄທ, ຂ້ານ້ອຍປາຖະໜາທີ່ຈະອົດທົນຕໍ່ຄວາມຍາກລໍາບາກຂັ້ນສຸດທ້າຍເພື່ອເຮັດໃຫ້ພຣະອົງພໍພຣະໄທ ແລະ ບໍ່ວ່າຂ້ານ້ອຍຈະຜະເຊີນກັບຄວາມລົ້ມເຫຼວທີ່ຍິ່ງໃຫຍພຽງໃດກໍຕາມ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ. ເຖິງແມ່ນວ່າ ຂ້ານ້ອຍຕ້ອງເສຍສະລະຊີວິດທັງໝົດຂອງຂ້ານ້ອຍ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ!” ດ້ວຍຄວາມຕັ້ງໃຈແບບນີ້, ເມື່ອເຈົ້າອະທິຖານແບບນັ້ນ ເຈົ້າກໍຈະສາມາດຍຶດໝັ້ນໃນຄໍາພະຍານຂອງເຈົ້າ. ທຸກເທື່ອທີ່ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ, ທຸກເທື່ອທີ່ພວກເຂົາປະສົບກັບການຫຼໍ່ຫຼອມ, ທຸກເທື່ອທີ່ພວກເຂົາຖືກທົດລອງ ແລະ ທຸກເທື່ອທີ່ພາລະກິດຂອງພຣະເຈົ້າມາເຖິງພວກເຂົາ, ຜູ້ຄົນກໍຈະອົດທົນຕໍ່ຄວາມເຈັບປວດຢ່າງຫຼວງຫຼາຍ. ທຸກສິ່ງນີ້ແມ່ນເປັນການທົດສອບສຳລັບຜູ້ຄົນ ແລະ ດ້ວຍເຫດນັ້ນ ຈຶ່ງມີການຕໍ່ສຸ້ພາຍໃນພວກເຂົາໝົດທຸກຄົນ. ນີ້ແມ່ນລາຄາແທ້ຈິງທີ່ພວກເຂົາຈ່າຍ. ການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ການດິ້ນຮົນຫຼາຍຂຶ້ນແມ່ນລາຄາທີ່ພວກເຂົາຕ້ອງຈ່າຍພຽງໜ້ອຍດຽວ. ແຕ່ມັນແມ່ນສິ່ງທີ່ຜູ້ຄົນຄວນເຮັດ, ມັນຄືໜ້າທີ່ຂອງພວກເຂົາ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ, ແຕ່ຜູ້ຄົນຕ້ອງປະຖິ້ມສິ່ງທີ່ຢູ່ພາຍໃນພວກເຂົາທີ່ຈຳເປັນຕ້ອງປະຖິ້ມ. ຖ້າເຈົ້າບໍ່ປະຖິ້ມ, ບໍ່ວ່າການທົນທຸກພາຍນອກຂອງເຈົ້າຈະຫຼາຍສໍ່າໃດ ແລະ ເຈົ້າຈະດິ້ນຮົນຫຼາຍພຽງໃດກໍຕາມ, ທຸກສິ່ງກໍຈະສູນເປົ່າ! ເຊິ່ງເວົ້າໄດ້ວ່າ ມີພຽງແຕ່ການປ່ຽນແປງພາຍໃນເຈົ້າເທົ່ານັ້ນທີ່ສາມາດກຳນົດວ່າ ຄວາມຍາກລຳບາກພາຍນອກຂອງເຈົ້າມີຄຸນຄ່າ ຫຼື ບໍ່. ເມື່ອອຸປະນິໄສພາຍໃນຂອງເຈົ້າໄດ້ຮັບການປ່ຽນແປງ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ, ການທົນທຸກພາຍນອກທັງໝົດຂອງເຈົ້າກໍຈະໄດ້ຮັບການເຫັນດີຈາກພຣະເຈົ້າ; ຖ້າບໍ່ມີການປ່ຽນແປງໃນອຸປະນິໄສພາຍໃນຂອງເຈົ້າ, ບໍ່ວ່າເຈົ້າຈະອົດທົນກັບການທົນທຸກຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະດິ້ນຮົນດ້ານພາຍນອກພຽງໃດກໍຕາມ, ກໍຈະບໍ່ມີການເຫັນດີຈາກພຣະເຈົ້າ ແລະ ຄວາມຍາກລຳບາກທີ່ພຣະເຈົ້າບໍ່ຮອງຮັບກໍສູນເປົ່າ. ສະນັ້ນ, ບໍ່ວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນໄດ້ຮັບການເຫັນດີຈາກພຣະເຈົ້າ ຫຼື ບໍ່ ແມ່ນຖືກກຳນົດໂດຍເງື່ອນໄຂທີ່ວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ກະບົດຕໍ່ແຮງຈູງໃຈ ແລະ ແນວຄິດຂອງເຈົ້າເອງເພື່ອຮັບເອົາຄວາມພໍໃຈຕາມຄວາມປະສົງຂອງພຣະເຈົ້າ, ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ຫຼື ບໍ່. ບໍ່ວ່າເຈົ້າຈະດິ້ນຮົນສໍ່າໃດກໍຕາມ, ຖ້າເຈົ້າບໍ່ຮູ້ຈັກທີ່ຈະກະບົດຕໍ່ແຮງຈູງໃຈຂອງເຈົ້າເອງ, ມີພຽງແຕ່ສະແຫວງຫາການກະທຳພາຍນອກ ແລະ ຄວາມກະຕືລືລົ້ນ ແລະ ບໍ່ເຄີຍສົນໃຈຊີວິດຂອງເຈົ້າ, ແລ້ວຄວາມຍາກລຳບາກຂອງເຈົ້າກໍຈະສູນເປົ່າ. ຖ້າໃນສະພາບແວດລ້ອມໃດໜຶ່ງ ເຈົ້າມີບາງສິ່ງທີ່ເຈົ້າຕ້ອງການເວົ້າ, ແຕ່ໃນໃຈເຈົ້າ ເຈົ້າຮູ້ສຶກວ່າ ການເວົ້າສິ່ງນັ້ນແມ່ນບໍ່ຖືກຕ້ອງ, ການເວົ້າສິ່ງນັ້ນແມ່ນບໍ່ມີຜົນປະໂຫຍດຫຍັງໃຫ້ກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ອາດທຳຮ້າຍພວກເຂົາ, ແລ້ວເຈົ້າກໍບໍ່ຄວນເວົ້າມັນອອກໄປ ໂດຍເລືອກທີ່ຈະຮັບຄວາມເຈັບປວດຢູ່ພາຍໃນ, ຍ້ອນຄຳເວົ້າເຫຼົ່ານີ້ບໍ່ສາມາດເປັນທີ່ພໍໃຈຕາມຄວາມປະສົງຂອງພຣະເຈົ້າໄດ້. ໃນເວລານີ້ ຈະມີການຕໍ່ສູ້ເກີດຂຶ້ນພາຍໃນຕົວເຈົ້າ, ແຕ່ເຈົ້າກໍຈະເຕັມໃຈທົນທຸກກັບຄວາມເຈັບປວດ ແລະ ເສຍສະລະໃນສິ່ງທີ່ເຈົ້າຮັກ, ເຈົ້າຈະເຕັມໃຈອົດກັ້ນຕໍ່ຄວາມຍາກລໍາບາກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າເຈົ້າທົນທຸກກັບຄວາມເຈັບປວດຢູ່ພາຍໃນ, ເຈົ້າກໍຈະບໍ່ຍອມເຮັດຕາມເນື້ອໜັງ ແລະ ພຣະເຈົ້າກໍຈະພໍໃຈ ແລະ ດ້ວຍເຫດນັ້ນ ເຈົ້າກໍຍັງຈະໄດ້ຮັບການປອບໃຈຢູ່ພາຍໃນອີກດ້ວຍ. ນີ້ແມ່ນການຈ່າຍລາຄາທີ່ແທ້ຈິງ ແລະ ເປັນລາຄາທີ່ພຣະເຈົ້າປາຖະໜາ. ຖ້າເຈົ້າປະຕິບັດໃນລັກສະນະນີ້, ພຣະເຈົ້າກໍຈະອວຍພອນເຈົ້າຢ່າງແນ່ນອນ; ຖ້າເຈົ້າບໍ່ສາມາດບັນລຸຕາມນີ້ໄດ້, ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກໍຕາມ ຫຼື ເຈົ້າສາມາດກ່າວໄດ້ດີພຽງໃດກໍຕາມ, ມັນກໍຈະບໍ່ເປັນປະໂຫຍດຫຍັງເລີຍ! ຖ້າໃນລະຫວ່າງເສັ້ນທາງໄປສູ່ການຮັກພຣະເຈົ້າ ເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າ ເມື່ອພຣະອົງຕໍ່ສູ້ກັບຊາຕານ ແລະ ເຈົ້າບໍ່ກັບຄືນໄປຫາຊາຕານ, ເຈົ້າກໍຈະບັນລຸຄວາມຮັກຕໍ່ພຣະເຈົ້າ ແລະ ເຈົ້າກໍຈະຍຶດໝັ້ນໃນຄຳພະຍານຂອງເຈົ້າ.

(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 497)

ໃນທຸກບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນນັ້ນ, ເບິ່ງຈາກພາຍນອກ ມັນຄືກັບວ່າເປັນການປະຕິບັດຕໍ່ກັນລະຫວ່າງຜູ້ຄົນ ເໝືອນກັບວ່າມັນເກີດຈາກການຈັດແຈງຂອງມະນຸດ ຫຼື ການແຊກແຊງຂອງມະນຸດ. ແຕ່ໃນເບື້ອງຫຼັງແລ້ວ ທຸກບາດກ້າວຂອງພາລະກິດ ແລະ ທຸກສິ່ງທີ່ເກີດຂຶ້ນ ແມ່ນການເດີມພັນທີ່ຊາຕານສ້າງຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ໃຫ້ສັງເກດເບິ່ງຕອນທີ່ໂຢບຖືກທົດລອງ ຕົວຢ່າງ: ໃນເບື້ອງຫຼັງແລ້ວ ຊາຕານກຳລັງເດີມພັນກັບພຣະເຈົ້າ ແລະ ສິ່ງທີ່ເກີດຂຶ້ນກັບໂຢບແມ່ນການກະທຳຂອງມະນຸດ ແລະ ການແຊກແຊງຂອງມະນຸດ. ເບື້ອງຫຼັງທຸກໆບາດກ້າວທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້. ຕົວຢ່າງ: ຖ້າເຈົ້າມີອະຄະຕິຕໍ່ອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍຈະມີຄຳເວົ້າທີ່ເຈົ້າຕ້ອງການເວົ້າອອກໄປ ເຊິ່ງເປັນຄຳເວົ້າທີ່ເຈົ້າຮູ້ສຶກວ່າອາດບໍ່ພໍໃຈພຣະເຈົ້າ ແຕ່ຖ້າເຈົ້າບໍ່ເວົ້າອອກໄປ ເຈົ້າກໍຈະຮູ້ສຶກອຶດອັດຢູ່ຂ້າງໃນ ແລະ ໃນຊ່ວງເວລານີ້ ການຂັດແຍ້ງກໍຈະເກີດຂຶ້ນພາຍໃນຕົວເຈົ້າ ນັ້ນກໍຄື “ຂ້ານ້ອຍຄວນເວົ້າ ຫຼື ບໍ?” ນີ້ແມ່ນການຕໍ່ສູ້. ສະນັ້ນ, ໃນທຸກສິ່ງທີ່ເຈົ້າຜະເຊີນແມ່ນມີການຕໍ່ສູ້ ແລະ ເມື່ອມີການຕໍ່ສູ້ພາຍໃນຕົວເຈົ້າ ພຣະເຈົ້າຈຶ່ງປະຕິບັດພາລະກິດພາຍໃນຕົວເຈົ້າ ຍ້ອນການຮ່ວມມືທີ່ແທ້ຈິງ ແລະ ການທົນທຸກທີ່ແທ້ຈິງຂອງເຈົ້າ. ໃນທີ່ສຸດແລ້ວ ຢູ່ຂ້າງໃນຕົວເຈົ້າ ເຈົ້າກໍສາມາດປະຖິ້ມບັນຫານັ້ນໄວ້ ແລະ ຄວາມໂມໂຫກໍຈະສູນສະຫຼາຍໄປຢ່າງທຳມະຊາດ. ສິ່ງດັ່ງກ່າວແມ່ນຜົນກະທົບຂອງການທີ່ເຈົ້າຮ່ວມມືກັບພຣະເຈົ້າ. ທຸກສິ່ງທີ່ຜູ້ຄົນກະທຳຮຽກຮ້ອງໃຫ້ພວກເຂົາຍອມເສຍສະລະສິ່ງໃດໜຶ່ງໃນຄວາມພະຍາຍາມຂອງພວກເຂົາ. ຫາກປາສະຈາກຄວາມຍາກລຳບາກທີ່ແທ້ຈິງ ພວກເຂົາກໍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາບໍ່ໄດ້ເຂົ້າໃກ້ການເຮັດໃຫ້ພຣະເຈົ້າພໍໃຈເລີຍ ແລະ ພວກເຂົາກໍພຽງແຕ່ຄຸຍໂມ້ຄຳໂຄສະນາທີ່ວ່າງເປົ່າ! ຄຳໂຄສະນາທີ່ວ່າງເປົ່າເຫຼົ່ານີ້ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ບໍ? ເມື່ອພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນໃນຂອບເຂດຝ່າຍວິນຍານ ເຈົ້າຄວນເຮັດແນວໃດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຄວນເຮັດແນວໃດເພື່ອຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ? ເຈົ້າຄວນຮູ້ຈັກວ່າ ທຸກສິ່ງທີ່ເກີດຂຶ້ນກັບເຈົ້າແມ່ນການທົດລອງທີ່ຍິ່ງໃຫຍ່ ແລະ ເປັນເວລາທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າເປັນພະຍານ. ເບິ່ງຈາກພາຍນອກ ສິ່ງເຫຼົ່ານີ້ອາດເບິ່ງຄືກັບວ່າ ບໍ່ແມ່ນເລື່ອງໃຫຍ່, ແຕ່ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ ພວກມັນສະແດງວ່າ ເຈົ້າຮັກພຣະເຈົ້າ ຫຼື ບໍ. ຖ້າເຈົ້າຮັກ, ເຈົ້າຈະສາມາດຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ ແລະ ຖ້າເຈົ້າບໍ່ໄດ້ນໍາເອົາຄວາມຮັກພຣະເຈົ້າເຂົ້າສູ່ການປະຕິບັດແລ້ວ ສິ່ງນີ້ກໍສະແດງວ່າ ເຈົ້າບໍ່ແມ່ນຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າປາສະຈາກຄວາມຈິງ ແລະ ປາສະຈາກຊີວິດ, ເຈົ້າເປັນຄືກັບເຂົ້າແກບ! ທຸກສິ່ງທີ່ເກີດຂຶ້ນກັບມະນຸດແມ່ນຕອນທີ່ພຣະເຈົ້າໃຫ້ພວກເຂົາຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະອົງ. ໃນຊ່ວງເວລານີ້ ບໍ່ມີສິ່ງຮ້າຍແຮງເກີດຂຶ້ນກັບເຈົ້າ ແລະ ເຈົ້າກໍບໍ່ໄດ້ເປັນພະຍານທີ່ຍິ່ງໃຫຍ່, ແຕ່ລາຍລະອຽດທຸກຢ່າງໃນການດຳລົງຊີວິດປະຈຳວັນຂອງເຈົ້າກ່ຽວພັນກັບຄຳພະຍານທີ່ໃຫ້ກັບພຣະເຈົ້າ. ຖ້າເຈົ້າສາມາດເອົາຊະນະການຍົກຍ້ອງຈາກອ້າຍເອື້ອຍນ້ອງຂອງເຈົ້າ, ສະມາຊິກຄອບຄົວຂອງເຈົ້າ ແລະ ທຸກຄົນທີ່ຢູ່ອ້ອມຮອບຕົວເຈົ້າ; ຖ້າມື້ໜຶ່ງ ຄົນທີ່ບໍ່ເຊື່ອມາ ແລະ ຍົກຍ້ອງທຸກສິ່ງທີ່ເຈົ້າເຮັດ ແລະ ເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເປັນສິ່ງທີ່ມະຫັດສະຈັນ, ແລ້ວເຈົ້າກໍໄດ້ເປັນພະຍານແລ້ວ. ເຖິງແມ່ນວ່າ ເຈົ້າບໍ່ມີຄວາມເຂົ້າໃຈ ແລະ ຄວາມສາມາດຂອງເຈົ້າກໍຕໍ່າ, ໂດຍຜ່ານການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ແລະ ຄວາມຕັ້ງໃຈໃນຄວາມປະສົງຂອງພຣະອົງ ເຮັດໃຫ້ຄົນອື່ນເຫັນວ່າ ພຣະອົງໄດ້ປະຕິບັດພາລະກິດຍິ່ງໃຫຍ່ຫຍັງແດ່ໃນຜູ້ຄົນທີ່ມີຄວາມສາມາດໜ້ອຍທີ່ສຸດ. ເມື່ອຜູ້ຄົນຮຽນຮູ້ຈັກພຣະເຈົ້າ ແລະ ກາຍມາເປັນຜູ້ຊະນະຕໍ່ໜ້າຊາຕານ, ຊື່ສັດກັບພຣະເຈົ້າໃນລະດັບທີ່ດີ. ແລ້ວກໍບໍ່ມີໃຜທີ່ມີຄວາມກ້າຫານຫຼາຍກວ່າຄົນກຸ່ມນີ້ ແລະ ນີ້ກໍຈະເປັນຄຳພະຍານທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນວ່າ ເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຄົນອື່ນບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາ ແຕ່ເຈົ້າເຮັດໄດ້; ຄົນອື່ນບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໃນລະຫວ່າງປະສົບການທີ່ແທ້ຈິງຂອງພວກເຂົາ, ແຕ່ເຈົ້າສາມານໍາໃຊ້ວຸດທິພາວະ ແລະ ການກະທຳຂອງເຈົ້າເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແລະ ເປັນພະຍານທີ່ກ້ອງກັງວານໃຫ້ກັບພຣະອົງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການຮັກພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ ແລ້ວເຈົ້າກໍບໍ່ໄດ້ເປັນພະຍານທ່າມກາງສະມາຊິກຄອບຄົວຂອງເຈົ້າ, ທ່າມກາງອ້າຍເອື້ອຍນ້ອງຂອງເຈົ້າ ຫຼື ຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ. ຖ້າເຈົ້າບໍ່ສາມາດເປັນພະຍານຕໍ່ໜ້າຊາຕານໄດ້, ຊາຕານກໍຈະຫົວຂວັນເຈົ້າ, ມັນກໍຈະປະຕິບັດຕໍ່ເຈົ້າເໝືອນກັບວ່າເປັນເລື່ອງຕະລົກ, ເປັນຂອງຫຼິ້ນ, ມັນຈະເຮັດໃຫ້ເຈົ້າເປັນຕົວຕະລົກຢູ່ເລື້ອຍໆ ແລະ ເຮັດໃຫ້ເຈົ້າເປັນບ້າ. ໃນອະນາຄົດ, ການທົດລອງທີ່ຍິ່ງໃຫຍ່ອາດເກີດຂຶ້ນກັບເຈົ້າ, ແຕ່ໃນປັດຈຸບັນ ຖ້າເຈົ້າຮັກພຣະເຈົ້າດ້ວຍໃຈຈິງ ແລະ ບໍ່ວ່າຈະມີການທົດລອງທີ່ຍິ່ງໃຫຍ່ສໍ່າໃດກໍຕາມຢູ່ຂ້າງໜ້າ ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຖ້າເຈົ້າສາມາດຍຶດໝັ້ນໃນຄຳພະຍານຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແລ້ວຫົວໃຈຂອງເຈົ້າກໍຈະໄດ້ຮັບການປອບໂຍນ ແລະ ເຈົ້າຈະບໍ່ຢ້ານການທົດລອງ ບໍ່ວ່າຈະຮ້າຍແຮງສໍ່າໃດກໍຕາມ ທີ່ເຈົ້າຜະເຊີນໃນອະນາຄົດ. ພວກເຈົ້າບໍ່ສາມາດເຫັນວ່າແມ່ນຫຍັງຈະເກີດຂຶ້ນໃນອະນາຄົດ; ພວກເຈົ້າພຽງແຕ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນລະຫວ່າງສະຖານະການໃນປັດຈຸບັນ. ພວກເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ໃດກໍຕາມ ແລະ ຄວນເອົາໃຈໃສ່ໃນການເຮັດໃຫ້ພຣະເຈົ້າພໍໃຈ ໂດຍການຜະເຊິນກັບພຣະທຳຂອງພຣະອົງໃນຊີວິດຈິງ ແລະ ເປັນພະຍານທີ່ໜັກແໜ້ນ ແລະ ກ້ອງກັງວານ ເຊິ່ງຈະນໍາຄວາມອັບອາຍມາສູ່ຊາຕານ. ເຖິງແມ່ນວ່າ ເນື້ອໜັງຂອງເຈົ້າຍັງບໍ່ຖືກເຮັດໃຫ້ພໍໃຈ ແລະ ຍັງທົນທຸກຢູ່, ເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າພໍໃຈແລ້ວ ແລະ ນໍາຄວາມອັບອາຍມາສູ່ຊາຕານ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ພຣະເຈົ້າກໍຈະເປີດເຜີຍເສັ້ນທາງທີ່ຢູ່ຕໍ່ໜ້າເຈົ້າ. ມື້ໜຶ່ງເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງ, ຄົນອື່ນຈະລົ້ມລົງ, ແຕ່ເຈົ້າຍັງສາມາດຍຶດໝັ້ນ ນັ້ນກໍຄື ຍ້ອນລາຄາທີ່ເຈົ້າໄດ້ຈ່າຍ ພຣະເຈົ້າຈະປົກປ້ອງເຈົ້າ ເພື່ອເຈົ້າຈະສາມາດຍຶດໝັ້ນ ແລະ ບໍ່ລົ້ມລົງ. ໂດຍທົ່ວໄປແລ້ວ ຖ້າເຈົ້າສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຫົວໃຈທີ່ຮັກພຣະອົງຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະປົກປ້ອງເຈົ້າຢ່າງແນ່ນອນໃນລະຫວ່າງການທົດລອງໃນອະນາຄົດ. ເຖິງແມ່ນວ່າ ເຈົ້າໂງ່ຈ້າ ແລະ ມີວຸດທິພາວະໜ້ອຍ ແລະ ຄວາມສາມາດຕໍ່າ, ພຣະເຈົ້າກໍຈະບໍ່ຈຳແນກເຈົ້າອອກ. ມັນຂຶ້ນກັບວ່າ ແຮງຈູງໃຈຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ເຊິ່ງເຈົ້າໃສ່ໃຈກັບລາຍລະອຽດເລັກນ້ອຍທີ່ສຸດ, ເຈົ້າເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ, ເຈົ້າມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເຈົ້າມອບຫົວໃຈທີ່ແທ້ຈິງໃຫ້ກັບພຣະເຈົ້າ ແລະ ເຖິງແມ່ນວ່າມີບາງສິ່ງທີ່ເຈົ້າຍັງບໍ່ເຂົ້າໃຈ, ເຈົ້າກໍສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອແກ້ໄຂບັນຫາຄ້າງຄາຢູ່ໃນໃຈຂອງເຈົ້າ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ບາງເທື່ອ ອ້າຍເອື້ອຍນ້ອງຂອງເຈົ້າຈະປະຖິ້ມເຈົ້າ, ແຕ່ຫົວໃຈຂອງເຈົ້າກໍຈະຍັງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະບໍ່ປາຖະໜາຄວາມສຸກທາງເນື້ອໜັງ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ເຈົ້າກໍຈະໄດ້ຮັບການປົກປ້ອງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງເຈົ້າ.

(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 498)

ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງເຫຼົ່ານີ້ແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ພວກເຂົາໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ, ແຕ່ຖ້າໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະເປັນການເຮັດໃຫ້ເຈົ້າສົມບູນແບບ. ຖ້າໃນປັດຈຸບັນ ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະລໍ້ລວງເຈົ້າ ແລະ ເຈົ້າກໍຈະລົ້ມລົງໂດຍບໍ່ໄດ້ເຈດຕະນາ ແລະ ໃນເວລານັ້ນ ເຈົ້າກໍຈະບໍ່ສາມາດຊ່ວຍຕົນເອງໄດ້ ຍ້ອນເຈົ້າບໍ່ສາມາດນໍາທັນພາລະກິດຂອງພຣະເຈົ້າ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະສາມາດຍຶດໝັ້ນໃນອະນາຄົດ ກໍຈົ່ງເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕິດຕາມພຣະອົງໄປຈົນເຖິງຈຸດສິ້ນສຸດ, ໃນປັດຈຸບັນ ເຈົ້າຕ້ອງສ້າງພື້ນຖານທີ່ເຂັ້ມແຂງ, ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ໂດຍການນໍາຄວາມຈິງເຂົ້າສູ່ການປະຕິບັດໃນທຸກສິ່ງທຸກຢ່າງ ແລະ ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ ກໍຈະມີພື້ນຖານຢູ່ພາຍໃນຕົວເຈົ້າ ແລະ ພຣະເຈົ້າຈະດົນບັນດານຫົວໃຈ ທີ່ຮັກພຣະອົງພາຍໃນຕົວເຈົ້າ ແລະ ພຣະອົງກໍຈະມອບຄວາມເຊື່ອໃຫ້ກັບເຈົ້າ. ມື້ໜຶ່ງ ເມື່ອການທົດລອງເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າອາດທົນທຸກກັບຄວາມເຈັບປວດບາງຢ່າງ ແລະ ຮູ້ສຶກເສົ້າເສຍໃຈຈົນເຖິງທີ່ສຸດ ແລະ ທົນທຸກກັບຄວາມໂສກເສົ້າຢ່າງຮຸນແຮງ ເໝືອນກັບວ່າເຈົ້າຈະຕາຍ, ແຕ່ຄວາມຮັກພຣະເຈົ້າຂອງເຈົ້າຈະບໍ່ປ່ຽນແປງ ແລະ ຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ສິ່ງດັ່ງກ່າວແມ່ນການອວຍພອນຂອງພຣະເຈົ້າ. ຖ້າເຈົ້າສາມາດຍອມຮັບທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳໃນປັດຈຸບັນດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວເຈົ້າກໍຈະໄດ້ຮັບການອວຍພອນໂດຍພຣະເຈົ້າຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະກາຍເປັນຄົນທີ່ໄດ້ຮັບການອວຍພອນໂດຍພຣະເຈົ້າ ແລະ ຮັບພຣະສັນຍາຂອງພຣະອົງ. ຖ້າໃນປັດຈຸບັນ ເຈົ້າບໍ່ປະຕິບັດ, ເມື່ອການທົດລອງເກີດຂຶ້ນກັບເຈົ້າໃນມື້ໜຶ່ງ ເຈົ້າກໍຈະປາສະຈາກຄວາມເຊື່ອ ຫຼື ຫົວໃຈແຫ່ງຄວາມຮັກ ແລະ ໃນເວລານັ້ນ ການທົດລອງກໍຈະກາຍມາເປັນການລໍ້ລວງ; ເຈົ້າກໍຈະຕົກລົງທ່າມກາງການລໍ້ລວງຂອງຊາຕານ ແລະ ຈະບໍ່ມີວິທີຫຼົບໜີໄດ້. ໃນປັດຈຸບັນ, ເຈົ້າອາດຍຶດໝັ້ນ ເມື່ອການທົດລອງເລັກໆນ້ອຍໆເກີດຂຶ້ນກັບເຈົ້າ, ແຕ່ເຈົ້າອາດຈະບໍ່ສາມາດຍຶດໝັ້ນກັບການທົດລອງອັນຍິ່ງໃຫຍ່ໆເກີດຂຶ້ນກັບເຈົ້າໃນມື້ໜຶ່ງ. ບາງຄົນອວດດີ ແລະ ຄິດວ່າ ພວກເຂົາໃກ້ຈະສົມບູນແລ້ວ. ຖ້າເຈົ້າບໍ່ຈິງໃຈຫຼາຍຂຶ້ນໃນເວລາດັ່ງກ່າວ ແລະ ຍັງຄົງພໍໃຈໃນຕົນເອງ, ແລ້ວເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດແຫ່ງການທົດລອງທີ່ຍິ່ງໃຫຍ່, ໃນລັກສະນະພາຍນອກ ທຸກສິ່ງເບິ່ງຄືປົກກະຕິ, ແຕ່ເມື່ອພຣະເຈົ້າທົດລອງເຈົ້າ, ເຈົ້າຈະຄົ້ນພົບວ່າ ເຈົ້າຍັງຂາດເຂີນຫຼາຍ, ຍ້ອນວຸດທິພາວະຂອງເຈົ້າຕໍ່າເກີນໄປ ແລະ ເຈົ້າບໍ່ສາມາດອົດກັ້ນຕໍ່ການທົດລອງທີ່ຍິ່ງໃຫຍ່ນັ້ນໄດ້. ຖ້າເຈົ້າຍັງຢູ່ບ່ອນເກົ່າໃນແບບທີ່ເຈົ້າເປັນ ແລະ ຢູ່ໃນສະຖານະຂອງຄວາມເຊື່ອງຊ້າ, ແລ້ວເມື່ອມີການທົດມາ ເຈົ້າກໍຈະລົ້ມ. ພວກເຈົ້າຄວນເບິ່ງສະເໝີວ່າ ວຸດທິພາວະຂອງພວກເຈົ້າຕໍ່າສໍ່າໃດ; ມີແຕ່ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະກ້າວໜ້າ. ຖ້າມີພຽງແຕ່ໃນລະຫວ່າງການທົດລອງເທົ່ານັ້ນ ທີ່ເຮັດໃຫ້ເຈົ້າເຫັນວ່າ ວຸດທິພາວະຂອງເຈົ້າຕໍ່າຫຼາຍ, ກຳລັງໃຈກໍອ່ອນແອຫຼາຍ, ຄວາມຈິງໃນຕົວເຈົ້າກໍມີພຽງໜ້ອຍດຽວ ແລະ ເຈົ້າຂາດຄວາມບົກພ່ອງຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຖ້າເຈົ້າພຽງແຕ່ເຂົ້າໃຈສິ່ງເຫຼົ່ານີ້ໃນຕອນນັ້ນ, ມັນກໍຈະຊ້າເກີນໄປແລ້ວ.

ຖ້າເຈົ້າບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລ້ວເຈົ້າກໍຈະພ່າຍແພ້ໃນລະຫວ່າງການທົດລອງຢ່າງຫຼີກເວັ້ນບໍ່ໄດ້, ຍ້ອນເຈົ້າບໍ່ຮັບຮູ້ວ່າ ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບໄດ້ແນວໃດ ແລະ ພຣະອົງເຮັດໃຫ້ພວກເຂົາສົມບູນແບບດ້ວຍວິທີໃດ ແລະ ເມື່ອການທົດລອງຂອງພຣະເຈົ້າມາເຖິງເຈົ້າ ແລະ ການທົດລອງເຫຼົ່ານັ້ນບໍ່ເຂົ້າກັນກັບແນວຄິດຂອງເຈົ້າ, ເຈົ້າກໍຈະບໍ່ສາມາດຍຶດໝັ້ນໄດ້. ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າແມ່ນອຸປະນິໄສທັງໝົດຂອງພຣະອົງ ແລະ ເມື່ອອຸປະນິໄສທັງໝົດຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ມັນຈະເກີດຫຍັງຂຶ້ນກັບເນື້ອໜັງຂອງເຈົ້າ? ເມື່ອອຸປະນິໄສທີ່ຊອບທຳຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ເນື້ອໜັງຂອງພວກເຂົາກໍຈະທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງໂດຍຫຼີກເວັ້ນບໍ່ໄດ້. ຖ້າເຈົ້າບໍ່ທົນທຸກຕໍ່ຄວາມເຈັບປວດນີ້ ແລ້ວເຈົ້າກໍບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ຫຼື ເຈົ້າຈະບໍ່ສາມາດອຸທິດຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າໄດ້. ຖ້າພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ພຣະອົງກໍຈະສຳແດງອຸປະນິໄສທັງໝົດຂອງພຣະອົງໃຫ້ກັບເຈົ້າຢ່າງແນ່ນອນ. ຕັ້ງແຕ່ເວລາແຫ່ງການຊົງສ້າງຈົນເຖິງປັດຈຸບັນ, ພຣະເຈົ້າບໍ່ເຄີຍສຳແດງອຸປະນິໄສທັງໝົດຂອງພຣະອົງຕໍ່ມະນຸດຈັກເທື່ອ, ແຕ່ໃນລະຫວ່າງຍຸກສຸດທ້າຍນີ້ ພຣະອົງໄດ້ເປີດເຜີຍອຸປະນິໄສນັ້ນໃຫ້ກັບກຸ່ມຄົນທີ່ພຣະອົງໄດ້ລິຂິດ ແລະ ໄດ້ເລືອກໄວ້ແລ້ວ ແລະ ໂດຍການເຮັດໃຫ້ຜູ້ຄົນສົມບູນ ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ, ຜ່ານທາງທີ່ພຣະອົງເຮັດໃຫ້ກຸ່ມຄົນສົມບຸນ. ສິ່ງດັ່ງກ່າວແມ່ນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບຜູ້ຄົນ. ການຜະເຊີນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບພວກເຂົານັ້ນ ແມ່ນຮຽກຮ້ອງໃຫ້ຜູ້ຄົນທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຈ່າຍລາຄາທີ່ສູງ. ມີແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກຮັບໂດຍພຣະເຈົ້າ ແລະ ຈະສາມາດມອບຄວາມຮັກທີ່ແທ້ຈິງຄືນໃຫ້ກັບພຣະເຈົ້າໄດ້ ແລະ ມີພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະພໍໃຈ. ຖ້າຜູ້ຄົນປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຖ້າພວກເຂົາປາຖະໜາທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງເຕັມທີ່, ພວກເຂົາກໍຕ້ອງຜະເຊີນກັບການທົນທຸກຢ່າງໃຫຍ່ຫຼວງ ແລະ ການທໍລະມານຫຼາຍຢ່າງຈາກສະພາບການຕ່າງໆ, ເພື່ອທົນທຸກກັບຄວາມເຈັບປວດທີ່ຮ້າຍແຮງກວ່າຄວາມຕາຍ, ໃນທີ່ສຸດແລ້ວ ພວກເຂົາກໍຈະຖືກບັງຄັບໃຫ້ມອບຫົວໃຈທີ່ແທ້ຈິງຂອງພວກເຂົາຄືນໃຫ້ກັບພຣະເຈົ້າ. ບໍ່ວ່າຜູ້ໃດຜູ້ໜຶ່ງຈະຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ມັນໄດ້ຖືກເປີດເຜີຍຢູ່ໃນລະຫວ່າງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ. ພຣະເຈົ້າເຮັດໃຫ້ຄວາມຮັກຂອງຜູ້ຄົນບໍລິສຸດ ແລະ ສິ່ງນີ້ບັນລຸຜົນຈາກທ່າມກາງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ.

(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 499)

ທາດແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດສະແຫວງຫາພຣະເຈົ້າ ຫຼື ເຄົາລົບພຣະອົງໄດ້. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ບູຊາ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການບູຊາ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງູຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ພວກເຂົາຕຶກປາໃນນໍ້າຂຸ່ນພຽງແຕ່ເພື່ອໄດ້ຮັບການອວຍພອນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ເຊື່ອຟັງພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບຄວາມປາຖະໜາຂອງພຣະເຈົ້າ ຫຼື ບໍ. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ທາດແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ມີໃຫ້ມະນຸດຮັກ. ແຕ່ຫຼາຍຄົນທີ່ເຊື່ອໃນພຣະເຈົ້າບໍ່ສາມາດຄົ້ນພົບ “ຄວາມລັບ” ນີ້. ຜູ້ຄົນບໍ່ກ້າຮັກພຣະເຈົ້າ ຫຼື ພວກເຂົາບໍ່ພະຍາຍາມທີ່ຈະຮັກພຣະອົງ. ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ, ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າ ພຣະເຈົ້າເປັນພຣະເຈົ້າທີ່ຮັກມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ມີໃຫ້ມະນຸດຮັກ. ຄວາມເປັນຕາຮັກຂອງພຣະເຈົ້າຖືກສະແດງອອກໃນພາລະກິດຂອງພຣະອົງ ນັ້ນກໍຄື ມີພຽງແຕ່ ເມື່ອພວກເຂົາມີປະສົບການກັບພາລະກິດຂອງພຣະອົງ ຜູ້ຄົນຈຶ່ງສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງໄດ້, ມີພຽງແຕ່ໃນປະສົບການຕາມຄວາມຈິງຂອງພວກເຂົາເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈເຖິງຄວາມເປັນຕາຮັກຂອງພຣະເຈົ້າໄດ້ ແລະ ຫາກປາສະຈາກການເຝົ້າເບິ່ງໃນຊີວິດທີ່ເປັນຈິງ ບໍ່ມີໃຜສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າໄດ້. ມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ ແຕ່ຫາກປາສະຈາກການມີສ່ວນຮ່ວມກັບພຣະເຈົ້າຢ່າງແທ້ຈິງ ຜູ້ຄົນບໍ່ສາມາດຄົ້ນພົບສິ່ງນັ້ນໄດ້. ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ກາຍມາເປັນມະນຸດ ຜູ້ຄົນກໍຈະບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າພວກເຂົາບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ພວກເຂົາກໍຈະບໍ່ສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຈະເປິເປື້ອນໄປດ້ວຍຄວາມເທັດ ແລະ ຈິນຕະນາການຫຼາຍຢ່າງ. ຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງສະຫວັນບໍ່ເປັນຈິງເທົ່າຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ຍ້ອນຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ຢູ່ໃນສະຫວັນແມ່ນສ້າງຂຶ້ນຈາກຈິນຕະນາການຂອງພວກເຂົາ ແທນທີ່ຈະສ້າງຂຶ້ນຈາກສິ່ງພວກເຂົາເຫັນດ້ວຍຕາຂອງຕົນເອງ ແລະ ສິ່ງທີ່ພວກເຂົາມີປະສົບການດ້ວຍຕົວເອງ. ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ຜູ້ຄົນສາມາດເຫັນການກະທຳຢ່າງແທ້ຈິງຂອງພຣະອົງ ແລະ ຄວາມເປັນຕາຮັກຂອງພຣະອົງ ແລະ ພວກເຂົາສາມາດເຫັນທຸກສິ່ງທີ່ມາຈາກອຸປະນິໄສຈິງ ແລະ ປົກກະຕິຂອງພຣະອົງ, ເຊິ່ງທຸກສິ່ງແມ່ນມີຄວາມເປັນຈິງຫຼາຍກວ່າຄວາມຮູ້ກ່ຽວກັບພຣະເຈົ້າໃນສະຫວັນເປັນພັນໆເທົ່າ. ບໍ່ວ່າມະນຸດຈະຮັກພຣະເຈົ້າທີ່ຢູ່ໃນສະຫວັນຫຼາຍສໍ່າໃດ ກໍບໍ່ມີຄວາມຈິງກ່ຽວກັບຄວາມຮັກນີ້ ແລະ ມັນເຕັມໄປດ້ວຍແນວຄິດຂອງມະນຸດ. ບໍ່ວ່າຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າເທິງແຜ່ນດິນໂລກນັ້ນມີໜ້ອຍສໍ່າໃດ ຄວາມຮັກນີ້ແມ່ນເປັນຈິງ; ເຖິງແມ່ນຈະມີພຽງເລັກນ້ອຍ ແຕ່ມັນກໍຍັງເປັນຈິງ. ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກພຣະອົງຜ່ານພາລະກິດທີ່ແທ້ຈິງຂອງພຣະອົງ ແລະ ຜ່ານຄວາມຮູ້ນີ້ ພຣະອົງໄດ້ຮັບຄວາມຮັກຈາກພວກເຂົາ. ຄືກັບເປໂຕ ຖ້າເພິ່ນບໍ່ດຳລົງຊີວິດກັບພຣະເຢຊູ, ມັນກໍຈະເປັນໄປບໍ່ໄດ້ທີ່ເພິ່ນຈະເຄົາລົບພຣະເຢຊູ. ສະນັ້ນ ຄວາມຊື່ສັດທີ່ເພິ່ນມີຕໍ່ພຣະເຢຊູແມ່ນຖືກສ້າງຂຶ້ນບົນຄວາມມີສ່ວນຮ່ວມກັບພຣະເຢຊູເຊັ່ນດຽວກັນ. ເພື່ອເຮັດໃຫ້ມະນຸດຮັກພຣະອົງ ພຣະເຈົ້າໄດ້ລົງມາທ່າມກາງມະນຸດ ແລະ ດຳລົງຊີວິດຮ່ວມກັບມະນຸດ ແລະ ທຸກສິ່ງທີ່ພຣະອົງເຮັດໃຫ້ມະນຸດເຫັນ ແລະ ສຳພັດ ແມ່ນຄວາມເປັນຈິງຂອງພຣະເຈົ້າ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 500)

ພຣະເຈົ້ານໍາໃຊ້ຄວາມເປັນຈິງ ແລະ ການມາເຖິງຂອງຄວາມຈິງເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳຂອງພຣະເຈົ້າສໍາເລັດສ່ວນໜຶ່ງຂອງການເຮັດໃຫ້ຜູ້ຄົນສົມບູນ ແລະ ນີ້ແມ່ນພາລະກິດແຫ່ງການນໍາພາ ແລະ ການເປີດຫົນທາງ. ໝາຍຄວາມວ່າ ໃນພຣະທຳຂອງພຣະເຈົ້າ ເຈົ້າຕ້ອງພົບເສັ້ນທາງສູ່ການປະຕິບັດ ແລະ ຕ້ອງພົບຄວາມຮູ້ກ່ຽວກັບນິມິດ. ໂດຍການເຂົ້າໃຈສິ່ງເຫຼົ່ານີ້ ມະນຸດຈະມີເສັ້ນທາງ ແລະ ນິມິດເມື່ອພວກເຂົາປະຕິບັດຕົວຈິງ ແລະ ຈະສາມາດເຮັດໃຫ້ສະຫວ່າງຜ່ານພຣະທຳຂອງພຣະເຈົ້າ, ພວກເຂົາຈະສາມາດເຂົ້າໃຈວ່າ ສິ່ງເຫຼົ່ານີ້ມາຈາກພຣະເຈົ້າ ແລະ ສາມາດສັງເກດເຫັນຫຼາຍສິ່ງຫຼາຍຢ່າງ. ຫຼັງຈາກການເຂົ້າໃຈແລ້ວ ພວກເຂົາຕ້ອງເຂົ້າສູ່ຄວາມເປັນຈິງນີ້ທັນທີ ແລະ ຕ້ອງນໍາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນຊີວິດຄວາມເປັນຈິງຂອງພວກເຂົາ. ພຣະເຈົ້າຈະນໍາພາເຈົ້າທຸກສິ່ງ ແລະ ຈະມອບເສັ້ນທາງສູ່ການປະຕິບັດໃຫ້ກັບພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍ ແລະ ເຮັດໃຫ້ພວກເຈົ້າເຫັນວ່າ ທຸກບາດກ້າວໃນການດໍາເນີນພາລະກິດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ພວກເຈົ້າສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ ຖ້າເຈົ້າປາຖະໜາທີ່ຈະມີປະສົບການກັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຈົ້າກໍຕ້ອງລົງເລິກສູ່ຄວາມເປັນຈິງ, ເຈົ້າຕ້ອງລົງເລິກສູ່ຊີວິດທີ່ແທ້ຈິງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງປະຕິບັດນັ້ນແມ່ນຄວາມຮັກ ແລະ ຄວາມລອດພົ້ນ ແລະ ດ້ວຍເຫດນັ້ນ ຜູ້ຄົນຈະປະຖິ້ມສິ່ງທີ່ບໍ່ເປັນມົນທິນ ແລະ ເພື່ອຫຼໍ່ຫຼອມສິ່ງທີ່ຢູ່ພາຍໃນພວກເຂົາເຊິ່ງບໍ່ສາມາດເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະເຈົ້າໄດ້. ພຣະເຈົ້ານໍາໃຊ້ພຣະທຳເພື່ອຈັດກຽມໃຫ້ກັບມະນຸດ ໃນຂະນະທີ່ສ້າງສະພາບແວດລ້ອມໃນຊີວິດທີ່ເປັນຈິງເຊັ່ນກັນ ເພື່ອເຮັດໃຫ້ຜູ້ຄົນມີປະສົບການ ແລະ ຖ້າຜູ້ຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂໍ້ ແລ້ວເມື່ອພວກເຂົາໄດ້ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຕົວຈິງ, ພວກເຂົາສາມາດແກ້ໄຂອຸປະສັກທຸກຢ່າງທີ່ຢູ່ໃນຊີວິດຂອງພວກເຂົາໄດ້ ໂດຍໃຊ້ພຣະທຳຫຼາຍຂໍ້ຂອງພຣະເຈົ້າ. ໝາຍຄວາມວ່າ ເຈົ້າຕ້ອງມີພຣະທຳຂອງພຣະເຈົ້າເພື່ອທີ່ຈະລົງເລິກສູ່ຄວາມເປັນຈິງ; ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ປາສະຈາກພາລະກິດຂອງພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມີເສັ້ນທາງໃນຊີວິດທີ່ແທ້ຈິງ. ຖ້າເຈົ້າບໍ່ເຄີຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສັບສົນເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ. ເຈົ້າພຽງແຕ່ຮູ້ຈັກວ່າ ເຈົ້າຄວນຮັກພຣະເຈົ້າ ແຕ່ເຈົ້າບໍ່ສາມາດຈຳແນກຄວາມແຕກຕ່າງຫຍັງເລີຍ ແລະ ບໍ່ມີເສັ້ນທາງສູ່ການປະຕິບັດ; ເຈົ້າສັບສົນ ແລະ ວຸ້ນວາຍ ແລະ ບາງເທື່ອ ເຈົ້າຍິ່ງເຊື່ອວ່າ ການເຮັດໃຫ້ເນື້ອໜັງພໍໃຈນັ້ນ ເຈົ້າກຳລັງເຮັດໃຫ້ພຣະເຈົ້າພໍໃຈ, ທຸກສິ່ງເປັນຜົນຕາມມາຂອງການບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ໝາຍຄວາມວ່າ ຖ້າເຈົ້າປາສະຈາກຄວາມຊ່ວຍເຫຼືອຈາກພຣະທຳຂອງພຣະເຈົ້າ ແລະ ງົມຫາພາຍໃນຄວາມເປັນຈິງ ແລ້ວເຈົ້າກໍບໍ່ສາມາດພົບເສັ້ນທາງສູ່ການປະຕິບັດຢ່າງແທ້ຈິງ. ຜູ້ຄົນປະເພດນີ້ບໍ່ເຂົ້າໃຈວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າຫຍັງກັນແທ້ ຢ່າວ່າແຕ່ພວກເຂົາເຂົ້າໃຈວ່າ ການຮັກພຣະເຈົ້າໝາຍຄວາມວ່າຫຍັງເລີຍ. ຖ້າເຈົ້າອະທິຖານ, ຄົ້ນຫາ ແລະ ສະແຫວງຫາເລື້ອຍໆໂດຍນໍາໃຊ້ແສງສະຫວ່າງ ແລະ ການນໍາພາແຫ່ງພຣະທຳຂອງພຣະເຈົ້າ, ແລ້ວເມື່ອເຈົ້າຄົ້ນພົບສິ່ງນັ້ນ ເຈົ້າກໍຄວນນໍາສິ່ງທີ່ເຈົ້າຄົ້ນພົບນັ້ນເຂົ້າສູ່ການປະຕິບັດຕົວຈິງ, ຊອກຫາໂອກາດສຳລັບພາລະກິດຂອງພຣະວິນຍານບໍລິສຸດ, ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ສັບສົນ ແລະ ວຸ້ນວາຍ, ແລ້ວເຈົ້າກໍຈະມີເສັ້ນທາງໃນຊີວິດ ແລະ ຈະເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ. ເມື່ອເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ກໍຈະເກີດມີການນຳພາຂອງພຣະເຈົ້າພາຍໃນຕົວເຈົ້າ ແລະ ເຈົ້າຈະໄດ້ຮັບການອວຍພອນເປັນພິເສດຈາກພຣະເຈົ້າ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກມີຄວາມສຸກ ນັ້ນກໍຄື ເຈົ້າຈະຮູ້ສຶກມີກຽດເປັນພິເສດທີ່ເຈົ້າເຮັດໃຫ້ພຣະເຈົ້າພໍໃຈ, ເຈົ້າຈະຮູ້ສຶກເບີກບານຢູ່ພາຍໃນ ແລະ ໃນຫົວໃຈຂອງເຈົ້າ ເຈົ້າຈະຊັດເຈນ ແລະ ສະຫງົບສຸກ, ຄວາມສຳນຶກຂອງເຈົ້າຈະໄດ້ຮັບການປອບໃຈ ແລະ ປາສະຈາກຄຳກ່າວຫາໃດໆ ແລະ ເຈົ້າຈະຮູ້ສຶກສະບາຍໃຈໃນຂ້າງໃນເມື່ອເວລາທີ່ເຈົ້າເຫັນອ້າຍເອື້ອຍນ້ອງຂອງເຈົ້າ. ນີ້ຄືຄວາມໝາຍຂອງການຮັບຄວາມຮັກຈາກພຣະເຈົ້າ ແລະ ມີພຽງແຕ່ສິ່ງນີ້ເທົ່ານັ້ນຄືການຮັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນທີ່ຮັບເອົາຄວາມຮັກຂອງພຣະເຈົ້າແມ່ນໄດ້ຮັບປະສົບການ ນັ້ນກໍຄື ໄດ້ພະເຊີນກັບຄວາມລຳບາກ ແລະ ມີປະສົບການກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ, ພວກເຂົາຈຶ່ງໄດ້ຮັບການອວຍພອນຈາກພຣະເຈົ້າ. ຖ້າເຈົ້າພຽງແຕ່ກ່າວວ່າ ພຣະເຈົ້າຮັກເຈົ້າຢ່າງແທ້ຈິງ, ພຣະເຈົ້າໄດ້ຈ່າຍດ້ວຍລາຄາທີ່ໃຫຍ່ຫຼວງໃຫ້ກັບຜູ້ຄົນ, ພຣະອົງໄດ້ກ່າວພຣະທຳຫຼາຍຂໍ້ຢ່າງອົດທົນ ແລະ ຈິງໃຈ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນຢູ່ສະເໝີ, ການທີ່ເຈົ້າເວົ້າເຖິງພຣະທຳເຫຼົ່ານີ້ກໍເປັນພຽງດ້ານໜຶ່ງໃນການຮັບເອົາພຣະເຈົ້າ. ແຕ່ການຮັບທີ່ຍິ່ງໃຫຍ່ກວ່ານັ້ນ ນັ້ນກໍຄື ການຮັບທີ່ແທ້ຈິງແມ່ນເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດຈິງຂອງພວກເຂົາ, ຫຼັງຈາກນັ້ນ ພວກເຂົາກໍຈະສະຫງົບສຸກ ແລະ ຊັດເຈນໃນຫົວໃຈຂອງພວກເຂົາ, ພວກເຂົາຈະຮູ້ສຶກຊື່ນຊົມ ແລະ ຈະຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍ. ເຈົ້າຈະຮູ້ສຶກວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນຄຸ້ມຄ່າຫຼາຍ. ເມື່ອໄດ້ອົດທົນຢ່າງໃຫຍ່ຫຼວງໃນຄວາມພະຍາຍາມຂອງເຈົ້າ ເຈົ້າຈະເບີກບານເປັນພິເສດໃນຂ້າງໃນ ນັ້ນກໍຄື ເຈົ້າຈະຮູ້ສຶກວ່າ ເຈົ້າກຳລັງໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຂົ້າໃຈວ່າ ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນຜູ້ຄົນ, ການຫຼໍ່ຫຼອມຜູ້ຄົນຂອງພຣະເຈົ້າກໍແມ່ນເພື່ອເຮັດໃຫ້ພວກເຂົາບໍລິສຸດ ແລະ ພຣະເຈົ້າທົດລອງຜູ້ຄົນເພື່ອທົດສອບວ່າ ພວກເຂົາຮັກພຣະອົງຢ່າງແທ້ຈິງ ຫຼື ບໍ. ຖ້າເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງເປັນປະຈຳ ແລ້ວເຈົ້າກໍຈະພັດທະນາຄວາມຮູ້ທີ່ຊັດເຈນເທື່ອລະໜ້ອຍກ່ຽວກັບພາລະກິດສ່ວນຫຼາຍຂອງພຣະເຈົ້າ ແລະ ໃນເວລານັ້ນ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ພຣະທຳຂອງພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າໃສຄືກັບແກ້ວຜະລຶກ. ຖ້າເຈົ້າສາມາດເຂົ້າໃຈຄວາມຈິງຫຼາຍຢ່າງທີ່ຊັດເຈນ ເຈົ້າຈະຮູ້ສຶກວ່າ ບັນຫາທຸກຢ່າງແມ່ນງ່າຍທີ່ຈະນໍາເຂົ້າສູ່ການປະຕິບັດ, ເຈົ້າສາມາດເອົາຊະນະບັນຫານີ້ໄດ້ ແລະ ເອົາຊະນະການທົດລອງນັ້ນໄດ້ ແລະ ເຈົ້າຈະບໍ່ເຫັນຫຍັງເປັນບັນຫາສຳລັບເຈົ້າເລີຍ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກເປັນອິດສະລະ ແລະ ຖືກປົດປ່ອຍ. ໃນຊ່ວງເວລານີ້ ເຈົ້າຈະຮັບຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າກໍຈະມາຫາເຈົ້າ. ພຣະເຈົ້າອວຍພອນຄົນທີ່ມີນິມິດ, ຄົນທີ່ມີຄວາມຈິງ, ຄົນທີ່ມີຄວາມຮູ້ ແລະ ຄົນທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າຜູ້ຄົນປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ, ພວກເຂົາຕ້ອງນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດທີ່ແທ້ຈິງ, ພວກເຂົາຕ້ອງເຕັມໃຈທີ່ຈະອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າຈະມີນໍ້າຕາໃນດວງຕາຂອງພວກເຂົາ ພວກເຂົາຍັງຕ້ອງສາມາດເປັນທີ່ພໍໃຈໃນຫົວໃຈຂອງພຣະເຈົ້າໄດ້. ດ້ວຍວິທີນີ້ ພຣະເຈົ້າຈະອວຍພອນເຈົ້າຢ່າງແນ່ນອນ ແລະ ຖ້າເຈົ້າອົດທົນຕໍ່ຄວາມລໍາບາກແບບນີ້, ພາລະກິດຂອງພຣະວິນຍານບໍລິສຸດກໍຈະຕາມມາ. ຜ່ານຊີວິດທີ່ແທ້ຈິງ ແລະ ຜ່ານການມີປະສົບການກັບພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ພຽງແຕ່ເມື່ອພວກເຂົາໄດ້ຊີມລົດຊາດແຫ່ງຄວາມຮັກຂອງພຣະເຈົ້າ ພວກເຂົາຈຶ່ງຈະຮັກພຣະອົງຢ່າງແທ້ຈິງ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 501)

ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບການອວຍພອນຈາກພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ພຣະອົງບໍ່ສົມຄວນແກ່ຄວາມຮັກຂອງຜູ້ຄົນຍ້ອນເຫດຜົນທີ່ຫຼາຍກວ່າການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳພັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ ສະແຫວງຫາໃນຊີວິດທີ່ແທ້ຈິງ ແລະ ຕ້ອງເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງເຈົ້າເອງ. ເຈົ້າຕ້ອງຕັດສິນໃຈແບບນີ້. ເຈົ້າຕ້ອງເປັນຄົນທີ່ມີຄວາມເດັດດ່ຽວ ເຊິ່ງເປັນຄົນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ ໂດຍບໍ່ຂີ້ຄ້ານ ຫຼື ອິດສາຢາກໄດ້ຄວາມສຸກທາງເນື້ອໜັງ, ບໍ່ແມ່ນການມີຊິວິດຢູ່ເພື່ອເນື້ອໜັງ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າ. ມີຫຼາຍຄັ້ງທີ່ເຈົ້າເຮັດໃຫ້ພຣະເຈົ້າບໍພໍໃຈ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈຄວາມປາຖະໜາຂອງພຣະເຈົ້າ; ສຳລັບຄັ້ງຕໍ່ໄປ ເຖິງແມ່ນມັນຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ, ເຈົ້າກໍຕ້ອງເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງບໍ່ເປັນທີ່ພໍໃຈຂອງເນື້ອໜັງ. ເມື່ອເຈົ້າມີປະສົບການໃນວິທີນີ້ ເຈົ້າຈະຮຽນຮູ້ຈັກພຣະເຈົ້າ. ເຈົ້າຈະເຫັນວ່າ ພຣະເຈົ້າສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ, ພຣະອົງໄດ້ກາຍມາເປັນເນື້ອໜັງເພື່ອຜູ້ຄົນຈະສາມາດເຫັນພຣະອົງຢ່າງແທ້ຈິງ ແລະ ແທ້ໆ ແລະ ມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງ ແລະ ແທ້ໆ, ພຣະອົງສາມາດຍ່າງທ່າມກາງມະນຸດໄດ້, ພຣະວິນຍານຂອງພຣະອົງສາມາດເຮັດໃຫ້ຜູ້ຄົນສົມບູນໃນຊີວິດທີ່ແທ້ຈິງ ໂດຍເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກ ແລະ ມີປະສົບການກັບການລົງວິໄນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການອວຍພອນຂອງພຣະອົງ. ຖ້າເຈົ້າມີປະສົບການໃນວິທີນີ້ຢູ່ສະເໝີ ເຈົ້າຈະບໍ່ສາມາດແຍກອອກຈາກພຣະເຈົ້າໃນຊີວິດທີ່ແທ້ຈິງໄດ້ ແລະ ຖ້າມື້ໜຶ່ງ ຄວາມສຳພັນຂອງເຈົ້າກັບພຣະເຈົ້າເຊົາຈາກປົກກະຕິ ເຈົ້າກໍຈະໄດ້ຮັບການຕຳນິຕິເຕືອນ ແລະ ສາມາດຮູ້ສຶກເຖິງຄວາມສຳນຶກຜິດ. ເມື່ອເຈົ້າມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ເຈົ້າຈະບໍ່ປາຖະໜາທີ່ຈະອອກຈາກພຣະອົງຈັກເທື່ອ ແລະ ຖ້າມື້ໜື່ງ ພຣະເຈົ້າເວົ້າວ່າ ພຣະອົງຈະປະຖິ້ມເຈົ້າ, ເຈົ້າຈະຢ້ານກົວ ແລະ ຈະເວົ້າວ່າ ເຈົ້າຈະຕາຍດີກວ່າທີ່ຈະຖືກພຣະເຈົ້າປະຖິ້ມ. ທັນທີທີ່ເຈົ້າມີອາລົມເຫຼົ່ານີ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້ ແລະ ດ້ວຍວິທີທາງນີ້ ເຈົ້າຈະມີພື້ນຖານ ແລະ ຈະຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 502)

ຜູ້ຄົນມັກເວົ້າເຖິງການໃຫ້ພຣະເຈົ້າເປັນຊີວິດຂອງພວກເຂົາ ແຕ່ພວກເຂົາຍັງບໍ່ໄດ້ມີປະສົບການເຖິງຈຸດນັ້ນເທື່ອ. ເຈົ້າພຽງແຕ່ເວົ້າວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ພຣະອົງນໍາພາເຈົ້າໃນແຕ່ລະມື້, ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້ ແລະ ເຈົ້າອະທິຖານຫາພຣະເຈົ້າໃນແຕ່ລະມື້ ແລະ ດ້ວຍເຫດນັ້ນ ພຣະອົງໄດ້ກາຍມາເປັນຊີວິດຂອງເຈົ້າແລ້ວ. ຄວາມຮູ້ຂອງຄົນທີ່ເວົ້າສິ່ງນີ້ແມ່ນຕື້ນຫຼາຍ. ຫຼາຍຄົນແມ່ນບໍ່ມີພື້ນຖານ; ພຣະທຳຂອງພຣະເຈົ້າຖືກປູກຝັງພາຍໃນພວກເຂົາ ແຕ່ພວກເຂົາຍັງບໍ່ທັນແຕກໜໍ່ເທື່ອ ຢ່າວ່າແຕ່ພວກເຂົາຈະເກີດໝາກຜົນເລີຍ. ໃນປັດຈຸບັນ ເຈົ້າໄດ້ມີປະສົບການຮອດຂັ້ນໃດແລ້ວ? ມີພຽງແຕ່ໃນປັດຈຸບັນນີ້ ຫຼັງຈາກທີ່ພຣະອົງໄດ້ບັງຄັບໃຫ້ເຈົ້າມາໄກສໍ່ານີ້ ເຈົ້າຈຶ່ງຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້. ມື້ໜຶ່ງ ເມື່ອເຈົ້າມີປະສົບການໃນລະດັບໃດໜຶ່ງ ຖ້າພຣະເຈົ້າຕ້ອງເຮັດໃຫ້ເຈົ້າອອກຈາກພຣະອົງ ເຈົ້າກໍຈະບໍ່ສາມາດເຮັດໄດ້. ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດມີຊີວິດຢູ່ຫາກປາສະຈາກພຣະເຈົ້າຢູ່ຂ້າງໃນເຈົ້າ; ເຈົ້າສາມາດມີຊີວິດໂດຍປາສະຈາກສາມີ, ພັນລະຍາ ຫື ລູກໆ ຫຼື ປາສະຈາກຄອບຄົວ, ປາສະຈາກມານດາ ຫຼື ບິດາ, ປາສະຈາກຄວາມສຸກທາງເນື້ອໜັງ ແຕ່ເຈົ້າບໍ່ສາມາດມີຊີວິດໂດຍປາສະຈາກພຣະເຈົ້າໄດ້. ການປາສະຈາກພຣະເຈົ້າກໍເປັນຄືກັບການສູນເສຍຊີວິດຂອງເຈົ້າ, ເຈົ້າຈະບໍ່ສາມາດມີຊີວິດຢູ່ ຫາກປາສະຈາກພຣະເຈົ້າ. ເມື່ອເຈົ້າໄດ້ມີປະສົບການຈົນຮອດຈຸດນີ້ແລ້ວ ເຈົ້າກໍຈະສຳເລັດໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ດ້ວຍວິທີນີ້ ພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າ, ພຣະອົງຈະກາຍມາເປັນພື້ນຖານຂອງການເປັນຢູ່ຂອງເຈົ້າ ແລະ ເຈົ້າຈະບໍ່ສາມາດອອກຈາກພຣະເຈົ້າໄດ້ອີກຈັກເທື່ອ. ເມື່ອເຈົ້າມີປະສົບການຈົນຮອດຂັ້ນນີ້ ເຈົ້າຈະໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະໃກ້ຊິດກັນຫຼາຍ, ພຣະເຈົ້າຈະເປັນຊີວິດຂອງເຈົ້າ, ຄວາມຮັກຂອງເຈົ້າ ແລະ ໃນເວລານັ້ນ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດອອກຈາກພຣະອົງໄດ້, ພຣະອົງຄືຊີວິດຂອງຂ້ານ້ອຍ, ຂ້ານ້ອຍສາມາດໄປໂດຍປາສະຈາກສິ່ງອື່ນ ແຕ່ຫາກປາສະຈາກພຣະອົງ ຂ້ານ້ອຍບໍ່ສາມາດມີຊີວິດຢູ່ຕໍ່ໄປໄດ້”. ນີ້ຄືວຸດທິພາວະທີ່ແທ້ຈິງຂອງຜູ້ຄົນ; ມັນຄືຊີວິດທີ່ແທ້ຈິງ. ບາງຄົນຖືກບັງຄັບໃຫ້ມາໄກຈົນຮອດບ່ອນທີ່ພວກເຂົາຢູ່ໃນປັດຈຸບັນ ນັ້ນກໍຄື ພວກເຂົາຕ້ອງຍ່າງໄປຂ້າງໜ້າບໍ່ວ່າພວກເຂົາຕ້ອງການ ຫຼື ບໍ ແລະ ພວກເຂົາຮູ້ສຶກຄືກັບວ່າ ພວກເຂົາຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກ. ເຈົ້າຕ້ອງມີປະສົບການໃນສິ່ງດັ່ງກ່າວທີ່ວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ໃນສິ່ງດັ່ງກ່າວທີ່ວ່າ ຖ້າພຣະເຈົ້າຖືກນໍາອອກໄປຈາກຫົວໃຈຂອງເຈົ້າ ມັນກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ; ພຣະເຈົ້າຕ້ອງເປັນຊີວິດຂອງເຈົ້າ ແລະ ເຈົ້າຕ້ອງບໍ່ສາມາດອອກຈາກພຣະອົງໄດ້. ດ້ວຍວິທີນີ້ ເຈົ້າຈະມີປະສົບການກັບພຣະເຈົ້າຢ່າງແທ້ຈິງ ແລະ ໃນເວລານີ້ ເມື່ອເຈົ້າຮັກພຣະເຈົ້າ ເຈົ້າກໍຈະຮັກພຣະເຈົ້າຢ່າງແທ້ຈິງ ແລະ ມັນຈະເປັນຄວາມຮັກໜຶ່ງດຽວທີ່ບໍລິສຸດ. ມື້ໜຶ່ງ ເມື່ອປະສົບການດັ່ງກ່າວຂອງພວກເຈົ້າໄດ້ບັນລຸຈຸດໃດໜຶ່ງແລ້ວ ເມື່ອເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະບໍ່ສາມາດອອກຈາກພຣະອົງທີ່ຢູ່ຂ້າງໃນໄດ້ ຫຼື ເຖິງແມ່ນວ່າເຈົ້າຕ້ອງການ ເຈົ້າກໍຈະບໍ່ສາມາດລືມພຣະອົງໄດ້. ພຣະເຈົ້າຈະກາຍມາເປັນຊີວິດຂອງເຈົ້າ; ເຈົ້າສາມາດລືມໂລກໄດ້, ເຈົ້າສາມາດລືມພັນລະຍາ, ສາມີ ຫຼື ລູກໆຂອງເຈົ້າ ແຕ່ເຈົ້າຈະມີບັນຫາໃນການລືມພຣະເຈົ້າ. ມັນເປັນໄປບໍ່ໄດ້ເລີຍ, ນີ້ຄືຊີວິດທີ່ແທ້ຈິງຂອງເຈົ້າ ແລະ ຄວາມຮັກແທ້ຈິງທີ່ເຈົ້າມີໃຫ້ພຣະເຈົ້າ. ເມື່ອຄວາມຮັກທີ່ຜູ້ຄົນມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໃດໜຶ່ງ ບໍ່ມີສິ່ງໃດອື່ນໃນຄວາມຮັກຂອງພວກເຂົາທີ່ຈະທຽບເທົ່າກັບຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າ; ຄວາມຮັກຂອງພວກເຂົາສຳລັບພຣະເຈົ້າມາກ່ອນ. ດ້ວຍວິທີນີ້ ພວກເຂົາສາມາດສະລະສິ່ງອື່ນໆ ແລະ ເຕັມໃຈທີ່ຈະຍອມຮັບການຈັດການ ແລະ ການລິຮານທຸກຢ່າງຈາກພຣະເຈົ້າ. ເມື່ອເຈົ້າໄດ້ບັນລຸຄວາມຮັກທີ່ມີຕໍ່ພຣະເຈົ້າທີ່ຢູ່ເໜືອທຸກສິ່ງທຸກຢ່າງ ເຈົ້າຈະມີຊີວິດໃນຄວາມຈິງ ແລະ ໃນຄວາມຮັກຂອງພຣະເຈົ້າ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 503)

ທັນທີທີ່ພຣະເຈົ້າກາຍມາເປັນຊີວິດພາຍໃນຜູ້ຄົນ ພວກເຂົາກໍບໍ່ສາມາດອອກຈາກພຣະເຈົ້າໄດ້. ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າບໍ? ບໍ່ມີຄຳພະຍານທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ! ພຣະເຈົ້າໄດ້ປະຕິບັດພາລະກິດຈົນຮອດຈຸດໃດໜຶ່ງ; ພຣະອົງໄດ້ກ່າວບອກໃຫ້ຜູ້ຄົນປະຕິບັດຮັບໃຊ້ ແລະ ຖືກຕີສອນ ຫຼື ຕາຍ ແລະ ຜູ້ຄົນກໍຍັງບໍ່ຍອມຖອຍກັບ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາໄດ້ຖືກພຣະເຈົ້າເອົາຊະນະ. ຄົນທີ່ມີຄວາມຈິງແມ່ນຄົນທີ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນປະສົບການທີ່ແທ້ຈິງຂອງພວກເຂົາ, ຍຶດໝັ້ນໃນຕໍາແໜ່ງຂອງພວກເຂົາ, ຢືນຢູ່ຂ້າງພຣະເຈົ້າ ໂດຍບໍ່ຖອຍຈັກເທື່ອ ແລະ ຄົນທີ່ມີຄວາມສຳພັນທີ່ປົກກະຕິກັບຄົນທີ່ຮັກພຣະເຈົ້າ ເຊິ່ງເປັນຄົນທີ່ເວລາມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດເຊື່ອຟັງພຣະເຈົ້າຢ່າງສົມບູນ ແລະ ສາມາດເຊື່ອຟັງພຣະເຈົ້າຈົນເຖິງແກ່ຄວາມຕາຍ. ການປະຕິບັດ ແລະ ການເປີດເຜີຍຂອງພວກເຈົ້າໃນຊີວິດທີ່ແທ້ຈິງແມ່ນຄຳພະຍານຂອງພຣະເຈົ້າ, ມັນຄືການດຳລົງຊີວິດຂອງມະນຸດ ແລະ ຄຳພະຍານຂອງພຣະເຈົ້າ ແລະ ສິ່ງນີ້ແມ່ນການຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ເມື່ອເຈົ້າມີປະສົບການຈົນຮອດຈຸດນີ້ ຜົນຮັບທີ່ເໝາະສົມກໍຈະຖືກບັນລຸຜົນ. ເຈົ້າມີການດຳລົງຊີວິດທີ່ແທ້ຈິງ ແລະ ຄົນອື່ນຈະເຝົ້າເບິ່ງທຸກການກະທຳຂອງເຈົ້າດ້ວຍຄວາມຊົມຊື່ນຍິນດີ. ລັກສະນະພາຍນອກ ແລະ ການນຸ່ງຖືຂອງເຈົ້າແມ່ນທຳມະດາ ແຕ່ເຈົ້າດຳລົງຊີວິດຕາມຊີວິດທີ່ມີຄວາມສັດທາສູງທີ່ສຸດ ແລະ ເມື່ອເຈົ້າສື່ສານດ້ວຍພຣະທຳຂອງພຣະເຈົ້າ ເຈົ້າກໍຈະຖືກພຣະອົງນໍາພາ ແລະ ເຮັດໃຫ້ສະຫວ່າງ. ເຈົ້າສາມາດກ່າວຄວາມປະສົງຂອງພຣະເຈົ້າຜ່ານຄຳເວົ້າຂອງເຈົ້າ, ສື່ສານດ້ວຍຄວາມເປັນຈິງ ແລະ ເຈົ້າເຂົ້າໃຈຫຼາຍຢ່າງກ່ຽວກັບການຮັບໃຊ້ໃນຝ່າຍວິນຍານ. ເຈົ້າກົງໄປກົງມາໃນບົດສົນທະນາຂອງເຈົ້າ, ເຈົ້າເປັນຕານັບຖື ແລະ ຊື່ຕົງ, ບໍ່ປະທະກັນ ແລະ ມີກາລະເທສະ, ສາມາດເຊື່ອຟັງການຈັດແຈງຂອງພຣະເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າເມື່ອມີຫຍັງເກີດຂຶ້ນກັບເຈົ້າ ແລະ ເຈົ້າໃຈເຢັນ ແລະ ສະຫງົບບໍ່ວ່າເຈົ້າກຳລັງຮັບມືກັບຫຍັງກໍຕາມ. ຄົນປະເພດນີ້ໄດ້ເຫັນຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ. ບາງຄົນຍັງໜຸ່ມຢູ່ ແຕ່ພວກເຂົາປະພຶດຕົວຄືກັບຄົນທີ່ຢູ່ໃນໄວກາງຄົນ; ພວກເຂົາເປັນຜູ້ໃຫຍ່, ມີຄວາມຈິງ ແລະ ຖືກຄົນອື່ນເຄົາລົບ ແລະ ນີ້ແມ່ນຄົນທີ່ມີຄຳພະຍານ ແລະ ເປັນການສະແດງອອກຂອງພຮະເຈົ້າ. ໝາຍຄວາມວ່າ ເມື່ອພວກເຂົາມີປະສົບການໃນຈຸດໃດໜຶ່ງ ພວກເຂົາຈະມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ຂ້າງໃນ ແລະ ດ້ວຍເຫດນັ້ນ ອຸປະນິໄສພາຍນອກຂອງພວກເຂົາກໍຈະສະໝໍ່າສະເໝີເຊັ່ນດຽວກັນ. ຫຼາຍຄົນບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ບໍ່ຍຶດໝັ້ນໃນຄຳພະຍານຂອງພວກເຂົາ. ບໍ່ມີຄວາມຮັກຕໍ່ພຣະເຈົ້າໃນຄົນປະເພດນີ້ ຫຼື ບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າກຽດຊັງທີ່ສຸດ. ພວກເຂົາອ່ານພຣະທຳຂອງພຣະເຈົ້າໃນການຊຸມນຸມ ແຕ່ສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ ແລະ ນີ້ຄືການບໍ່ໃຫ້ກຽດພຣະເຈົ້າ, ການປະນາມພຣະເຈົ້າ ແລະ ການໝິ່ນປະໝາດພຣະເຈົ້າ. ໃນຜູ້ຄົນດັ່ງກ່າວ, ບໍ່ມີສັນຍານແຫ່ງຄວາມຮັກຂອງພຣະເຈົ້າ ແລະ ພວກເຂົາບໍ່ມີພາລະກິດຂອງພຣະວິນຍານບໍລິສຸດເລີຍ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງຜູ້ຄົນຈຶ່ງເປັນຕົວແທນໃຫ້ແກ່ຊາຕານ. ບໍ່ມີໝາຍສຳຄັນແຫ່ງຄວາມຮັກຂອງພຣະເຈົ້າໃນຄົນປະເພດນີ້; ທຸກສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ. ຖ້າຫົວໃຈຂອງເຈົ້າມີຄວາມສະຫງົບສຸກຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ເຈົ້າໃຫ້ຄວາມໃສ່ໃຈກັບຜູ້ຄົນ ແລະ ສິ່ງທີ່ຢູ່ອ້ອມຂ້າງຕົວເຈົ້າ ແລະ ສິ່ງທີ່ກຳລັງເກີດຂຶ້ນອ້ອມຂ້າງຕົວເຈົ້າ ແລະ ຖ້າເຈົ້າສົນໃຈກັບພາລະຂອງພຣະເຈົ້າ ແລະ ມີຫົວໃຈທີ່ບູຊາພຣະເຈົ້າຢູ່ຕະຫຼອດເວລາ ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສະຫວ່າງຂຶ້ນເລື້ອຍໆຢູ່ພາຍໃນ. ໃນຄຣິດສະຕະຈັກທີ່ມີ “ຜູ້ຄວບຄຸມດູແລ”, ພວກເຂົາຄອຍເບິ່ງຄວາມລົ້ມເຫຼວຂອງຄົນອື່ນໂດຍສະເພາະ ແລ້ວກໍຮຽນແບບ ແລະ ເຮັດຄືກັບພວກເຂົາ. ພວກເຂົາບໍ່ສາມາດຈໍາແນກຄວາມແຕກຕ່າງໄດ້, ພວກເຂົາບໍ່ກຽດຊັງຄວາມບາບ ແລະ ບໍ່ລັງກຽດ ຫຼື ຮູ້ສຶກເບື່ອໜ່າຍໃນສິ່ງຕ່າງໆຂອງຊາຕານ. ຄົນປະເພດດັ່ງກ່າວເຕັມໄປດ້ວຍສິ່ງຕ່າງໆຂອງຊາຕານ ແລະ ພວກເຂົາຈະຖືກພຣະເຈົ້າປະຖິ້ມຢ່າງສິ້ນເຊີງໄປໃນທີ່ສຸດ. ຫົວໃຈຂອງເຈົ້າຄວນສະແດງຄວາມເຄົາລົບຕໍ່ໜ້າພຣະເຈົ້າສະເໝີ, ເຈົ້າຄວນຫຼຸດຜ່ອນຄຳເວົ້າ ແລະ ການກະທຳຂອງເຈົ້າ ແລະ ບໍ່ປາຖະໜາທີ່ຈະຕໍ່ຕ້ານ ຫຼື ເຮັດໃຫ້ພຣະເຈົ້າເສຍໃຈຈັກເທື່ອ. ເຈົ້າບໍ່ຄວນເຕັມໃຈທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້ານັ້ນເສຍລ້າ ຫຼື ເຮັດໃຫ້ຄວາມລຳບາກທຸກຢ່າງທີ່ເຈົ້າໄດ້ອົດທົນມາ ແລະ ທຸກສິ່ງທີ່ເຈົ້າໄດ້ນໍາເຂົ້າສູ່ການປະຕິບັດນັ້ນລົ້ມເຫຼວ. ເຈົ້າຕ້ອງເຕັມໃຈທີ່ຈະປະຕິບັດພາລະກິດໜັກຂຶ້ນ ແລະ ຮັກພຣະເຈົ້າຫຼາຍຂຶ້ນໃນເສັ້ນທາງທີ່ຢູ່ເບື້ອງໜ້າ. ນີ້ແມ່ນຄົນທີ່ມີນິມິດເປັນພື້ນຖານຂອງພວກເຂົາ. ນີ້ແມ່ນຄົນທີ່ສະແຫວງຫາຄວາມກ້າວໜ້າ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 504)

ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ບູຊາພຣະເຈົ້າ ກໍຈະສາມາດເຫັນຄວາມລອດພົ້ນ ແລະ ຄວາມຮັກຂອງພຣະເຈົ້າໄດ້. ຄົນເຫຼົ່ານີ້ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້, ພວກເຂົາດຳລົງຊີວິດຕາມຄວາມຈິງ ແລະ ສິ່ງທີ່ພວກເຂົາເປັນພະຍານຕໍ່ກໍແມ່ນຄວາມຈິງ, ແມ່ນສິ່ງທີ່ພຣະເຈົ້າເປັນ ແລະ ແມ່ນອຸປະນິໄສຂອງພຣະເຈົ້າເຊັ່ນດຽວກັນ ແລະ ພວກເຂົາດຳລົງຊີວິດທ່າມກາງຄວາມຮັກຂອງພຣະເຈົ້າ ແລະ ໄດ້ເຫັນຄວາມຮັກຂອງພຣະເຈົ້າ. ຖ້າຄົນທີ່ປາຖະໜາຮັກພຣະເຈົ້າ ພວກເຂົາຕ້ອງຊີມລົດຊາດແຫ່ງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນຄວາມເປັນຕາຮັກຂອງພຣະເຈົ້າ; ມີພຽງແຕ່ຕອນນີ້ຈຶ່ງຈະມີການປຸກຫົວໃຈທີ່ຮັກພຣະເຈົ້າໃນຕົວພວກເຂົາ ເຊິ່ງເປັນຫົວໃຈທີ່ເຕັມໃຈເສຍສະລະເພື່ອພຣະເຈົ້າຢ່າງຊື່ສັດ. ພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນຮັກພຣະອົງໂດຍຜ່ານຄຳເວົ້າ ແລະ ການສະແດງອອກ ຫຼື ຈິນຕະນາການຂອງພວກເຂົາ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນຮັກພຣະອົງ. ກົງກັນຂ້າມ ພຣະອົງເຮັດໃຫ້ພວກເຂົາຮັກພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພຣະອົງເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກຂອງພຣະອົງໃນພາລະກິດ ແລະ ຖ້ອຍຄຳຂອງພຣະອົງ ຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຮັກຕໍ່ພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນບໍ່ຮັກພຣະເຈົ້າຍ້ອນພວກເຂົາຖືກຄົນອື່ນຍົວະໃຫ້ຮັກພຣະອົງ ຫຼື ຍ້ອນແຮງດົນໃຈທາງອາລົມຊົ່ວຄາວ. ພວກເຂົາຮັກພຣະເຈົ້າຍ້ອນພວກເຂົາໄດ້ເຫັນຄວາມເປັນຕາຮັກຂອງພຣະອົງ, ພວກເຂົາໄດ້ເຫັນວ່າ ມີຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພວກເຂົາໄດ້ເຫັນຄວາມລອດພົ້ນ, ສະຕິປັນຍາ ແລະ ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ; ຜົນຕາມມາກໍຄືພວກເຂົາສັນລະເສິນພຣະເຈົ້າຢ່າງແທ້ຈິງ ແລະ ປາຖະໜາຫາພຣະອົງຢ່າງແທ້ຈິງ ແລະ ມີການກະຕຸ້ນຄວາມຫຼົງໄຫຼດັ່ງກ່າວໃນພວກເຂົາຈົນວ່າພວກເຂົາບໍ່ສາມາດຢູ່ລອດໄດ້ ຫາກປາສະຈາກການໄດ້ຮັບຈາກພຣະເຈົ້າ. ເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດເປັນພະຍານຢ່າງໜັກແໜ້ນໃຫ້ກັບພຣະອົງໄດ້ກໍຍ້ອນຄຳພະຍານຂອງພວກເຂົາແມ່ນຢູ່ເທິງພື້ນຖານແຫ່ງຄວາມຮູ້ທີ່ແທ້ຈິງ ແລະ ຄວາມປາຖະໜາຫາພຣະເຈົ້າຢ່າງແທ້ຈິງ. ມັນບໍ່ແມ່ນຕາມແຮງກະຕຸ້ນທາງອາລົມ ແຕ່ຕາມຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງ. ເພາະພວກເຂົາໄດ້ຮຽນຮູ້ຈັກພຣະເຈົ້າ, ພວກເຂົາຈຶ່ງຮູ້ສຶກວ່າ ພວກເຂົາຕ້ອງເປັນພະຍານໃຫ້ກັບພຣະເຈົ້າຢ່າງແນ່ນອນ ແລະ ເຮັດໃຫ້ທຸກຄົນທີ່ປາຖະໜາຫາພຣະເຈົ້ານັ້ນຮູ້ຈັກພຣະເຈົ້າ ແລະ ຮູ້ຕົວກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄວາມເປັນຈິງຂອງພຣະອົງ. ຄືກັບຄວາມຮັກທີ່ຜູ້ຄົນມີໃຫ້ພຣະເຈົ້າ ຄຳພະຍານຂອງພວກເຂົາກໍບໍ່ໄດ້ຖືກບັງຄັບ, ມັນເປັນຈິງ ແລະ ມີຄວາມສຳຄັນ ແລະ ຄຸນຄ່າທີ່ແທ້ຈິງ. ມັນບໍ່ໄດ້ຢູ່ຊື່ໆ ຫຼື ເປົ່າຫວ່າງ ແລະ ບໍ່ມີຄວາມໝາຍ. ເຫດຜົນທີ່ວ່າ ເປັນຫຍັງມີພຽງແຕ່ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດໃນຊີວິດຂອງພວກເຂົາ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ກໍຍ້ອນຄົນເຫຼົ່ານີ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ, ພວກເຂົາສາມາດດຳລົງຊີວິດເພື່ອພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນຄວາມມືດ, ແຕ່ດຳລົງຊີວິດໃນແສງສະຫວ່າງ; ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງບໍ່ມີຄວາມໝາຍ ແຕ່ເປັນຊີວິດທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ. ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນມິດສະຫາຍຂອງພຣະເຈົ້າ, ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຮະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າມີໄວ້ເພື່ອໃຫ້ຜູ້ຄົນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກທັງໝົດຂອງທຸກຄົນ ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຖືລິດອຳນາດກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງທຸກປະຊາຊົນຂອງພຣະເຈົ້າທຸກຄົນ. ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ, ພວກເຂົາເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ການເປັນຢູ່ຂອງພວກເຂົາແມ່ນມີຄວາມໝາຍດຽວກັນ, ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ, ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 505)

ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວດຽວນີ້ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນເປັນໄປ ເພື່ອວ່າມະນຸດຈະຮັກພຣະອົງ ແລະ ຮູ້ຈັກພຣະອົງແທ້ໆ. ໃນປະເດັນໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ມາໄດ້ໄກສໍ່ານີ້ແມ່ນເພາະຄວາມຮັກຂອງພຣະເຈົ້າ ແລະ ໃນອີກປະເດັນໜຶ່ງແມ່ນເພາະຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຕີສອນທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຕີສອນ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຖ້າຈະເວົ້າຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ໆ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດມີຫຼາຍສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສາມາດສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນຄວາມເມດຕາ, ຄວາມຮັກ ແລະ ຄວາມກະລຸນາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນແງ່ໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ ຕໍ່າຕ້ອຍ, ເຂົາບໍ່ມີຫຍັງເລີຍ ແລະ ບໍ່ໄດ້ເປັນຫຍັງເລີຍ; ໃນອີກແງ່ໜຶ່ງ, ໃນລະຫວ່າງການທົດລອງຂອງພຣະອົງ ພຣະເຈົ້າສ້າງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ກັບມະນຸດ ເພື່ອເຮັດໃຫ້ມະນຸດສາມາດຜະເຊີນກັບຄວາມເປັນຕາຮັກຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍ ແລະ ບາງເທື່ອກໍບໍ່ສາມາດຈັດການໄດ້ ແລະ ມັນຍັງໄປເຖິງຄວາມໂສກເສົ້າລະດັບຮຸນແຮງ, ເມື່ອໄດ້ຜະເຊີນກັບມັນ, ມະນຸດກໍເຫັນວ່າພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຂົານັ້ນເປັນຕາຮັກຫຼາຍສໍ່າໃດ ແລະ ບົນພື້ນຖານນີ້ເທົ່ານັ້ນ ຈຶ່ງເກີດມີຄວາມຮັກແທ້ຈິງທີ່ມະນຸດມີໃຫ້ກັບພຣະເຈົ້າ. ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍຄວາມເມດຕາ, ຄວາມຮັກ ແລະ ຄວາມກະລຸນາຂອງພຣະເຈົ້າເທົ່ານັ້ນ, ເຂົາບໍ່ສາມາດຮູ້ຈັກຕົນເອງແທ້ໆ, ແຮງແລ້ວເລີຍທີ່ເຂົາຈະສາມາດຮູ້ຈັກໃຈຄວາມສຳຄັນຂອງມະນຸດ. ຜ່ານທາງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ, ໃນລະຫວ່າງການຫຼໍ່ຫຼອມດັ່ງກ່າວເທົ່ານັ້ນ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ. ສະນັ້ນ, ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຖືກສ້າງຂຶ້ນບົນພື້ນຖານຂອງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າ. ຖ້າເຈົ້າພຽງແຕ່ມີຄວາມສຸກກັບຄວາມເມດຕາຂອງພຣະເຈົ້າ, ມີຊີວິດຄອບຄົວທີ່ສະຫງົບສຸກ ຫຼື ການອວຍພອນທາງວັດຖຸ, ແລ້ວເຈົ້າກໍບໍ່ໄດ້ຮັບເອົາພຣະເຈົ້າ ແລະ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ສາມາດຖືໄດ້ວ່າເປັນຜົນສໍາເລັດ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງພຣະຄຸນຂັ້ນຕອນໜຶ່ງໃນເນື້ອໜັງ ແລະ ໄດ້ປະທານການອວຍພອນທາງວັດຖຸໃຫ້ກັບມະນຸດແລ້ວ, ແຕ່ມະນຸດບໍ່ສາມາດຖືກເຮັດໃຫ້ສົມບູນດ້ວຍຄວາມເມດຕາ, ຄວາມຮັກ ແລະ ຄວາມກະລຸນາແຕ່ເທົ່ານັ້ນ. ໃນປະສົບການຂອງມະນຸດ ເຂົ້າຜະເຊີນກັບຄວາມຮັກບາງຢ່າງຂອງພຣະເຈົ້າ ແລະ ເຫັນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ, ແຕ່ເມື່ອໄດ້ຜະເຊີນເປັນໄລຍະເວລາໜຶ່ງ, ເຂົາເຫັນວ່າ ຄວາມເມດຕາຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງ ແລະ ຄວາມກະລຸນາ ບໍ່ສາມາດເຮັດໃຫ້ມະນຸດສົມບູນ ແລະ ບໍ່ສາມາດເປີດເຜີຍສິ່ງທີ່ເສື່ອມຊາມຢູ່ພາຍໃນມະນຸດ ຫຼື ສິ່ງເຫຼົ່ານັ້ນບໍ່ສາມາດເຮັດກຳຈັດອຸປະນິໄສທີ່ເສື່ອມຊາມອອກຈາກມະນຸດ ຫຼື ເຮັດໃຫ້ຄວາມຮັກ ແລະ ຄວາມເຊື່ອຂອງເຂົາສົມບູນ. ພາລະກິດແຫ່ງພຣະຄຸນຂອງພຣະເຈົ້າແມ່ນພາລະກິດຂອງໄລຍະໜຶ່ງ ແລະ ມະນຸດບໍ່ສາມາດເພິ່ງການມີຄວາມສຸກກັບຄວາມເມດຕາຂອງພຣະເຈົ້າເພື່ອຮູ້ຈັກພຣະເຈົ້າ.

(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 506)

ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນບ້ານຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍມີຫວັງເລີຍ. ການທົນທຸກຂອງບາງຄົນໄປເຖິງຈຸດໃດໜຶ່ງ ແລະ ຄວາມຄິດຂອງພວກເຂົາກໍຫັນໄປທາງຄວາມຕາຍ. ນີ້ບໍ່ມີການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຫຼາຍຂຶ້ນສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍຂຶ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງຄ່ອງສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດທີ່ຈະເອົາຊະນະໄດ້ ແລະ ເພາະວຸດທິພາວະຂອງເຈົ້ານ້ອຍເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລພ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ຄວາມປະສົງຂອງພຣະເຈົ້າສູງສົ່ງເຫຼືອເກີນ, ມັນຢູ່ນອກເໜືອຂອບເຂດທີ່ມະນຸດຈະໄປເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ ນັ້ນກໍຄື ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຄວາມປະສົງຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະໃຫ້ບໍລະສຸດແມ່ນເກີດຂຶ້ນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ດັງຊັດເຈນ. ເມື່ອເຈົ້າຖືກຊາຕານລໍ້ລວງ, ເຈົ້າຄວນເວົ້າວ່າ “ຫົວໃຈຂອງຂ້ານ້ອຍເປັນຂອງພຣະເຈົ້າ ແລະ ພຣະເຈົ້າໄດ້ຮັບເອົາຂ້ານ້ອຍແລ້ວ. ຂ້ານ້ອຍບໍ່ສາມາດເຮັດໃຫ້ເຈົ້າພໍໃຈໄດ້ ເພາະຂ້ານ້ອຍຕ້ອງອຸທິດທຸກຢ່າງຂອງຂ້ານ້ອຍເພື່ອເຮັດໃຫ້ພຣະເຈົ້າພໍໃຈ”. ຍິ່ງເຈົ້າເຮັດໃຫ້ພຣະເຈົ້າພໍໃຈຫຼາຍສໍ່າໃດ, ພຣະເຈົ້າຈະຍິ່ງອວຍພອນເຈົ້າຫຼາຍສໍ່ານັ້ນ ແລະ ພະລັງແຫ່ງຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ; ສະນັ້ນ ເຈົ້າກໍຈະມີຄວາມເຊື່ອ ແລະ ຄວາມເດັດດ່ຽວເຊັ່ນກັນ ແລະ ຈະຮູ້ສຶກວ່າ ບໍ່ມີຫຍັງທີ່ສົມຄວນໄປກວ່ານີ້ ຫຼື ສຳຄັນຫຼາຍກວ່າຊີວິດທີ່ໃຊ້ເພື່ອຮັກພຣະເຈົ້າ. ສາມາດເວົ້າໄດ້ວ່າ ຕາບໃດທີ່ມະນຸດຮັກພຣະເຈົ້າກໍຈະປາສະຈາກຄວາມໂສກເສົ້າ. ເຖິງແມ່ນວ່າມີຫຼາຍຄັ້ງທີ່ເນື້ອໜັງຂອງເຈົ້າອ່ອນແອ ແລະ ເຈົ້າເຕັມໄປດ້ວຍບັນຫາແທ້ຈິງຫຼາຍຢ່າງ, ໃນລະຫວ່າງເວລານີ້ ເຈົ້າຈະເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະສະບາຍໃຈຂຶ້ນໃນວິນຍານຂອງເຈົ້າ ແລະ ເຈົ້າຈະຮູ້ສຶກໝັ້ນໃຈ ແລະ ເຈົ້າມີບາງສິ່ງທີ່ເພິ່ງພາໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດເອົາຊະນະສະພາບແວດລ້ອມຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ເຈົ້າຈະບໍ່ຕໍ່ວ່າພຣະເຈົ້າຍ້ອນຄວາມທຸກທໍລະມານໃຈທີ່ເຈົ້າໄດ້ຮັບ; ເຈົ້າຈະຕ້ອງການຮ້ອງເພງ, ເຕັ້ນລຳ ແລະ ອະທິຖານ, ຊຸມນຸມ ແລະ ສົນທະນາ, ມອບຄວາມຄິດໃຫ້ກັບພຣະເຈົ້າ ແລະ ເຈົ້າຈະຮູ້ສຶກວ່າ ທຸກຄົນ, ທຸກບັນຫາ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າທີ່ພຣະເຈົ້າຈັດຕັ້ງຂຶ້ນແມ່ນເໝາະສົມແລ້ວ. ຖ້າເຈົ້າບໍ່ຮັກພຣະເຈົ້າ, ທຸກສິ່ງທີ່ເຈົ້າຫຼຽວເບິ່ງຈະເປັນຕາລຳຄານສຳລັບເຈົ້າ, ບໍ່ມີຫຍັງທີ່ຈະງາມຕາເຈົ້າ; ເຈົ້າຈະບໍ່ເປັນອິດສະລະໃນວິນຍານຂອງເຈົ້າ ແຕ່ຈະຖືກບີບບັງຄັບ, ຫົວໃຈຂອງເຈົ້າຈະຕໍ່ວ່າພຣະເຈົ້າຢູ່ສະເໝີ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າທົນທຸກກັບຄວາມທໍລະມານຫຼາຍຢ່າງ ແລະ ມັນກໍບໍ່ຍຸຕິທຳເລີຍ. ຖ້າເຈົ້າບໍ່ສະແຫວງຫາເພື່ອເຫັນແກ່ຄວາມສຸກ, ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ຖືກຊາຕານກ່າວໂທດ, ແລ້ວການສະແຫວງດັ່ງກ່າວຈະມອບກຳລັງທີ່ຍິ່ງໃຫຍ່ໃຫ້ເຈົ້າຮັກພຣະເຈົ້າ. ມະນຸດສາມາດປະຕິບັດທຸກສິ່ງທີ່ພຣະເຈົ້າກ່າວໄວ້ ແລະ ທຸກສິ່ງທີ່ເຂົາເຮັດກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ນີ້ແມ່ນຄວາມໝາຍຂອງການປະກອບດ້ວຍຄວາມຈິງ. ການສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈແມ່ນການໃຊ້ຄວາມຮັກພຣະເຈົ້າເພື່ອນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ; ບໍ່ວ່າເວລາໃດກໍຕາມ ແມ່ນແຕ່ເມື່ອຄົນອື່ນບໍ່ມີກຳລັງ ເຈົ້າຈະຍັງມີຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນເຈົ້າ ເຊິ່ງປາຖະໜາຫາພຣະເຈົ້າຢ່າງເລິກເຊິ່ງ ແລະ ຄິດຮອດພຣະເຈົ້າ. ນີ້ແມ່ນວຸດທິພາວະທີ່ເປັນຈິງ. ວຸດທິພາວະຂອງເຈົ້າຈະໃຫຍ່ສໍ່າໃດແມ່ນຂຶ້ນກັບວ່າ ຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ, ຂຶ້ນກັບວ່າເຈົ້າສາມາດຍຶດໝັ້ນໃນເວລາທີ່ຖືກທົດສອບ ຫຼື ບໍ່, ເຈົ້າອ່ອນແອໃນເວລາທີ່ສະພາບແລດລ້ອມໃດໜຶ່ງເກີດຂຶ້ນກັບເຈົ້າ ຫຼື ບໍ່ ແລະ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ ໃນເວລາທີ່ອ້າຍເອື້ອຍນ້ອງຂອງເຈົ້າປະຕິເສດເຈົ້າ ຫຼື ບໍ່; ການມາເຖິງຂອງຄວາມຈິງເຫຼົ່ານີ້ຈະສະແດງໃຫ້ເຫັນວ່າ ຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າເປັນແບບໃດ. ສາມາດເຫັນໄດ້ຈາກພາລະກິດຫຼາຍຢ່າງຂອງພຣະເຈົ້າວ່າ ພຣະເຈົ້າຮັກມະນຸດແທ້ໆ, ເປັນຍ້ອນວ່າຕາຝ່າຍວິນຍານຂອງມະນຸດຍັງບໍ່ຖືກເປີດອອກຢ່າງສົມບູນ ແລະ ເຂົາບໍ່ສາມາດເບິ່ງຜ່ານພາລະກິດຫຼາຍຢ່າງຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າ ແລະ ຫຼາຍໆສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ; ມະນຸດມີຄວາມຮັກທີ່ແທ້ຈິງພຽງແຕ່ເລັກນ້ອຍໃຫ້ກັບພຣະເຈົ້າ. ເຈົ້າເຊື່ອໃນພຣະເຈົ້າຕະລອດເວລານີ້ ແລະ ໃນປັດຈຸບັນ ພຣະເຈົ້າໄດ້ຕັດການໜີທຸກຮູບແບບ. ເມື່ອເວົ້າຕາມຄວາມເປັນຈິງແລ້ວ ເຈົ້າບໍ່ມີທາງເລືອກ ນອກຈາກຈະເລືອກເສັ້ນທາງທີ່ຖືກຕ້ອງ, ເສັ້ນທາງທີ່ຖືກຕ້ອງ ທີ່ເຈົ້າຖືກນໍາພາໂດຍການພິພາກສາທີ່ໂຫດຮ້າຍ ແລະ ຄວາມລອດພົ້ນສູງສຸດຂອງພຣະເຈົ້າ. ຫຼັງຈາກການຜະເຊີນກັບຄວາມລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງຮູ້ຈັກວ່າ ພຣະເຈົ້າເປັນຕາຮັກ. ເມື່ອໄດ້ຜະເຊີນຈົນເຖິງປັດຈຸບັນນີ້, ສາມາດເວົ້າໄດ້ວ່າ ມະນຸດໄດ້ຮຽນຮູ້ສ່ວນໜຶ່ງຂອງຄວາມເປັນຕາຮັກຂອງພຣະເຈົ້າ, ສິ່ງນີ້ກໍຍັງບໍ່ພຽງພໍ, ເພາະມະນຸດຂາດເຂີນຫຼາຍ. ເຂົາຕ້ອງຜະເຊີນກັບພາລະກິດທີ່ມະຫັດສະຈັນຂອງພຣະເຈົ້າຫຼາຍຂຶ້ນ ແລະ ການຫຼໍ່ຫຼອມທຸກຢ່າງແຫ່ງການທົນທຸກທີ່ພຣະເຈົ້າວາງອອກຫຼາຍຂຶ້ນ. ມີແຕ່ເມື່ອນັ້ນ ອຸປະນິໄສໃນຊີວິດຂອງມະນຸດຈຶ່ງຈະໄດ້ຮັບການປ່ຽນແປງ.

(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 507)

ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດມອບການສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ທ່າມກາງການຫຼໍ່ຫຼອມ ພວກເຂົາສາມາດເຫັນວ່າ ພວກເຂົາກຳລັງຂາດເຂີນຢ່າງຫຼວງຫຼາຍ. ຍິ່ງການຫຼໍ່ຫຼອມຍິ່ງໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດປະຖິ້ມເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍສໍ່ານັ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າຢ່າງແທ້ຈິງ, ແລ້ວການໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍຂໍຮ້ອງໃຫ້ພຣະອົງມອບຄວາມຮັກຂອງພຣະອົງໃນຕົວຂ້ານ້ອຍຫຼາຍຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມອບຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າຖວາຍ ແລະ ວາງຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ, ແລ້ວໃນລະຫວ່າງການຫຼໍ່ຫຼອມ ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິເສດພຣະເຈົ້າ ຫຼື ໜີຈາກພຣະເຈົ້າໄປ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຍິ່ງໃກ້ຊິດຂຶ້ນກວ່າເກົ່າ ແລະ ຍິ່ງເປັນປົກກະຕິຫຼາຍຂຶ້ນ ແລະ ຄວາມສະໜິດຂອງເຈົ້າກັບພຣະເຈົ້າກໍຈະຫຼາຍຂຶ້ນ. ຖ້າເຈົ້າປະຕິບັດແບບນີ້ຢູ່ສະເໝີ, ແລ້ວເຈົ້າກໍຈະໃຊ້ເວລາຫຼາຍຍິ່ງຂຶ້ນໃນແສງສະຫວ່າງຂອງພຣະເຈົ້າ ແລະ ໃຊ້ເວລາຢູ່ພາຍໃຕ້ການນໍາພາຂອງພຣະທຳຂອງພຣະອົງຫຼາຍຂຶ້ນ. ມີການປ່ຽນແປງຫຼາຍຂຶ້ນເລື້ອຍໆໃນອຸປະນິໄສຂອງເຈົ້າ ແລະ ຄວາມຮູ້ຂອງເຈົ້າກໍຈະເພີ່ມຂຶ້ນໃນແຕ່ລະມື້. ເມື່ອມື້ນັ້ນມາເຖິງ ມື້ທີ່ການທົດລອງຂອງພຣະເຈົ້າເກີດຂຶ້ນກັບເຈົ້າທັນທີ, ເຈົ້າຈະບໍ່ພຽງແຕ່ສາມາດຢືນຢູ່ຂ້າງພຣະເຈົ້າເທົ່ານັ້ນ, ແຕ່ຈະສາມາດເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ. ໃນເວລານັ້ນ, ເຈົ້າຈະເປັນຄືກັບໂຢບ ແລະ ເປໂຕ. ເມື່ອໄດ້ເປັນພະຍານໃຫ້ກັບພຣະເຈົ້າ ເຈົ້າຈະຮັກພຣະອົງຢ່ງແທ້ຈິງ ແລະ ຍິນດີທີ່ຈະມອບຊີວິດຂອງເຈົ້າໃຫ້ກັບພຣະອົງ; ເຈົ້າຈະເປັນພະຍານຂອງພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າຮັກ. ຄວາມຮັກທີ່ໄດ້ຜ່ານການຫຼໍ່ຫຼອມເປັນສິ່ງໝັ້ນຄົງ ແລະ ບໍ່ອ່ອນແອ. ບໍ່ວ່າພຣະເຈົ້າຈະວາງເຈົ້າໄວ້ໃນການທົດລອງຂອງພຣະອົງເມື່ອໃດ ຫຼື ແນວໃດກໍຕາມ, ເຈົ້າກໍຈະສາມາດປ່ອຍວາງຄວາມກັງວົນຂອງເຈົ້າ ບໍ່ວ່າເຈົ້າຈະເປັນ ຫຼື ຕາຍ, ປະຖິ້ມທຸກສິ່ງເພື່ອພຣະເຈົ້າດ້ວຍຄວາມຍິນດີ ແລະ ອົດກັ້ນຕໍ່ທຸກສິ່ງຢ່າງມີຄວາມສຸກເພື່ອພຣະເຈົ້າ, ສະນັ້ນ ຄວາມຮັກຂອງເຈົ້າກໍຈະບໍລິສຸດ ແລະ ຄວາມເຊື່ອຂອງເຈົ້າກໍຈະເປັນຈິງ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຄົນທີ່ພຣະເຈົ້າຮັກແທ້ຈິງ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ.

(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 508)

ຖ້າຜູ້ຄົນຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວພາຍໃນຕົວພວກເຂົາກໍຈະບໍ່ມີຄວາມຮັກສຳລັບພຣະເຈົ້າ ແລະ ນິມິດ, ຄວາມຮັກ ແລະ ການຕັດສິນໃຈທີ່ຜ່ານມາຂອງພວກເຂົາກໍຫາຍໄປ. ຜູ້ຄົນເຄີຍຮູ້ສຶກວ່າ ພວກເຂົາຕ້ອງທົນທຸກເພື່ອພຣະເຈົ້າ, ແຕ່ໃນປັດຈຸບັນ ພວກເຂົາຄິດວ່າ ການເຮັດແບບນັ້ນເປັນເລື່ອງອັບອາຍ ແລະ ພວກເຂົາມີແຕ່ຄຳຕໍ່ວ່າຢູ່ບໍ່ຂາດ. ນີ້ແມ່ນພາລະກິດຂອງຊາຕານ; ເປັນສັນຍານບອກວ່າ ມະນຸດໄດ້ຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ຖ້າເຈົ້າຜະເຊີນກັບສະພາບນີ້ ເຈົ້າຕ້ອງອະທິຖານ ແລະ ຫັນກັບຄືນໃຫ້ໄວເທົ່າທີ່ຈະໄວໄດ້, ສິ່ງນີ້ຈະປົກປ້ອງເຈົ້າຈາກການໂຈມຕີຂອງຊາຕານ. ໃນລະຫວ່າງການຫຼໍ່ຫຼອມຢ່າງຂົມຂື່ນ ມະນຸດສາມາດຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານຢ່າງງ່າຍດາຍທີ່ສຸດ, ສະນັ້ນ ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມນັ້ນ? ເຈົ້າຄວນໂຮບໂຮມຄວາມຕັ້ງໃຈຂອງເຈົ້າ, ວາງຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ແລະ ອຸທິດເວລາສຸດທ້າຍຂອງເຈົ້າໃຫ້ກັບພຣະອົງ. ບໍ່ວ່າພຣະເຈົ້າຈະຫຼໍ່ຫຼອມເຈົ້າແນວໃດກໍຕາມ, ເຈົ້າຄວນສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າຄວນສະໝັກໃຈໃນການສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຄວາມສະໜິດກັບພຣະເຈົ້າ. ໃນເວລາແບບນີ້, ຍິ່ງເຈົ້າຂີ້ຄ້ານຫຼາຍສໍ່າໃດ, ເຈົ້າຍິ່ງມີຄວາມຄິດລົບຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍສໍາລັບເຈົ້າຈະທໍ້ຖອຍໃຈ. ເມື່ອມັນຈຳເປັນທີ່ເຈົ້າຕ້ອງຮັບໃຊ້ໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າ ເຈົ້າບໍ່ໄດ້ຮັບໃຊ້ຢ່າງດີ, ເຈົ້າກໍຈົ່ງເຮັດດ້ວຍຄວາມສາມາດຂອງເຈົ້າ ແລະ ເຮັດດ້ວຍຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າ; ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ບໍ່ວ່າພວກເຂົາຈະເວົ້າວ່າເຈົ້າໄດ້ເຮັດດີ ຫຼື ເຈົ້າເຮັດບໍ່ດີ, ເຈດຕະນາຂອງເຈົ້າແມ່ນຖືກຕ້ອງແລ້ວ ແລະ ເຈົ້າກໍບໍ່ແມ່ນຄົນທີ່ຄິດວ່າຕົນເອງຊອບທຳ ຍ້ອນວ່າ ເຈົ້າກຳລັງປະຕິບັດແທນພຣະເຈົ້າ. ເມື່ອຄົນອື່ນຕີຄວາມໝາຍເຈົ້າຜິດ, ເຈົ້າກໍສາມາດອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນອົດທົນກັບຂ້ານ້ອຍ ຫຼື ປະຕິບັດຕໍ່ຂ້ານ້ອຍຢ່າງດີ ຫຼື ໃຫ້ພວກເຂົາເຂົ້າໃຈ ຫຼື ເຫັນດ້ວຍກັບຂ້ານ້ອຍ. ຂ້ານ້ອຍພຽງແຕ່ຂໍໃຫ້ຂ້ານ້ອຍສາມາດຮັກພຣະອົງໃນຫົວໃຈຂອງຂ້ານ້ອຍ, ໃຫ້ຂ້ານ້ອຍສະບາຍໃຈໃນຫົວໃຈຂອງຂ້ານ້ອຍ ແລະ ໃຫ້ສະຕິຂອງຂ້ານ້ອຍຊັດເຈນ. ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນຍ້ອງຍໍຂ້ານ້ອຍ ຫຼື ນັບຖືຂ້ານ້ອຍຢ່າງສູງສົ່ງ; ຂ້ານ້ອຍພຽງແຕ່ສະແຫວງຫາເພື່ອເຮັດໃຫ້ພຣະອົງພໍໃຈ ຈາກຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍເຮັດບົດບາດຂອງຂ້ານ້ອຍໂດຍການເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ເຖິງແມ່ນວ່າ ຂ້ານ້ອຍໂງ່ຈ້າ, ເຂົ້າໃຈໄດ້ຍາກ, ມີຄວາມສາມາດທີ່ຕໍ່າ ແລະ ຕາບອດ, ຂ້ານ້ອຍຮູ້ວ່າ ພຣະອົງເປັນຕາຮັກ ແລະ ຂ້ານ້ອຍກໍເຕັມໃຈອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ”. ຫລັງຈາກທີ່ເຈົ້າອະທິຖານແບບນີ້, ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າກໍຈະປາກົດຂຶ້ນ ແລະ ເຈົ້າກໍຈະຮູ້ສຶກສະບາຍໃຈຫຼາຍຂຶ້ນໃນຫົວໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກທີ່ມີຕໍ່ພຣະເຈົ້າ. ໃນຂະນະທີ່ເຈົ້າກໍາລັງປະສົບກັບສິ່ງນີ້, ເຈົ້າຈະລົ້ມເຫຼວສອງຄັ້ງ ແລະ ສຳເລັດໜຶ່ງຄັ້ງ ຫຼື ບໍ່ດັ່ງນັ້ນກໍລົ້ມເຫຼວຫ້າຄັ້ງ ແລະ ສຳເລັດສອງຄັ້ງ ແລະ ໃນຂະນະທີ່ເຈົ້າກໍາລັງປະສົບແບບນີ້, ມີແຕ່ໃນຄວາມລົ້ມເຫຼວເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄົ້ນພົບສິ່ງທີ່ຂາດຢູ່ພາຍໃນເຈົ້າໄດ້. ເມື່ອເຈົ້າຜະເຊີນກັບສະຖານະການເຊັ່ນນີ້ໃນຄັ້ງໜ້າ, ເຈົ້າຄວນເຕືອນຕົນເອງ, ເຮັດໃຫ້ບາດກ້າວຂອງເຈົ້າເບົາລົງ ແລະ ອະທິຖານຫຼາຍຂຶ້ນກວ່າເກົ່າ. ເຈົ້າຈະພັດທະນາຄວາມສາມາດເອົາຊະນະສະຖານະການດັ່ງກ່າວເທື່ອລະໜ້ອຍ. ເມື່ອສິ່ງນັ້ນເກີດຂຶ້ນ, ຄຳອະທິຖານຂອງເຈົ້າກໍຈະມີປະສິດທິພາບ. ເມື່ອເຈົ້າເຫັນວ່າ ເຈົ້າປະສົບຜົນສຳເລັດໃນຄັ້ງນີ້, ເຈົ້າກໍຈະພໍໃຈຢູ່ຂ້າງໃນ ແລະ ເມື່ອເຈົ້າອະທິຖານ ເຈົ້າກໍຈະສາມາດຮູ້ສຶກເຖິງພຣະເຈົ້າ ແລະ ການສະຖິດຂອງພຣະວິນຍານບໍລິສຸດກໍບໍ່ໄດ້ຈາກເຈົ້າໄປໃສ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຮູ້ຈັກວິທີທີ່ພຣະເຈົ້າປະຕິບັດພາລະກິດພາຍໃນຕົວເຈົ້າ. ການປະຕິບັດໃນລັກສະນະນີ້ຈະມອບເສັ້ນທາງສູ່ປະສົບການໃຫ້ກັບເຈົ້າ. ຖ້າເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດພາຍໃນເຈົ້າ. ແຕ່ຖ້າເຈົ້ານໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ເມື່ອເຈົ້າພົບກັບສິ່ງທີ່ພວກເຂົາເປັນ, ແລ້ວເຖິງແມ່ນວ່າເຈົ້າຈະເຈັບປວດຢູ່ຂ້າງໃນ, ໃນທີ່ສຸດ ພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າຫຼັງຈາກນັ້ນ, ເຈົ້າຈະສາມາດຮູ້ສຶກເຖິງການສະຖິດຂອງພຣະເຈົ້າ ເມື່ອເຈົ້າອະທິຖານ, ເຈົ້າຈະມີກຳລັງປະຕິບັດພຣະທຳຂອງພຣະເຈົ້າ ແລະ ໃນລະຫວ່າງການສາມັກຄີທຳກັບອ້າຍເອື້ອຍນ້ອງຂອງເຈົ້າ ເຈົ້າຈະບໍ່ມີຫຍັງປົກຄຸມສະຕິຂອງເຈົ້າ ແລະ ເຈົ້າຈະຮູ້ສຶກສະຫງົບສຸກ ແລະ ດ້ວຍວິທີນີ້ ເຈົ້າຈະສາມາດນໍາສິ່ງທີ່ເຈົ້າໄດ້ເຮັດໄປສູ່ແສງສະຫວ່າງ. ບໍ່ວ່າຄົນອື່ນຈະເວົ້າແນວໃດກໍຕາມ, ເຈົ້າຈະສາມາດມີຄວາມສຳພັນກັບພຣະເຈົ້າຢ່າງເໝາະສົມ, ເຈົ້າຈະບໍ່ຖືກຄົນອື່ນຈຳກັດ, ເຈົ້າຈະລຸກຂຶ້ນເໜືອທຸກສິ່ງ ແລະ ດ້ວຍສິ່ງນີ້ ເຈົ້າຈະສະແດງໃຫ້ເຫັນວ່າ ການທີ່ເຈົ້າປະຕິບັດພຣະທຳຂອງພຣະເຈົ້າ ແມ່ນມີປະສິດທິພາບແລ້ວ.

(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 509)

ຍິ່ງການຫຼໍ່ຫຼອມຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຫົວໃຈຂອງຜູ້ຄົນກໍສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາສາມາດສະຫງົບສຸກຢູ່ຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບກັບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ; ມີພຽງແຕ່ພວກເຈົ້າຜ່ານຂະບວນການນີ້ ແລະ ເພິ່ງພາບາດກ້າວນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກຄວາມລໍາບາກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ. ຢູ່ໃນລະຫວ່າງການທົດລອງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດລອງເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ.

ໃນລະຫວ່າງເວລາຊົ່ວຊິວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານປະສົບການຢ່າງທາລຸນຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ເປັນປະສົບການທີ່ສຳຄັນທີ່ສຸດຕະຫຼອດທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ເຖິງຢ່າງໃດກໍຕາມ ສໍາຄັນໄປກວ່ານັ້ນ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ ການທົນທຸກທີ່ເພິ່ນໄດ້ປະສົບ. ການທົນທຸກນີ້ໄດ້ກາຍເປັນເຄື່ອງນໍາທາງໃນເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເປັນສິ່ງທີ່ໜ້າຈົດຈໍາທີ່ສຸດສຳລັບເພິ່ນ. ຖ້າຜູ້ຄົນບໍ່ໄດ້ປະສົບກັບຄວາມເຈັບປວດໃນການຫຼໍ່ຫຼອມ ໃນເວລາທີ່ຮັກພຣະເຈົ້າ, ແລ້ວຄວາມຮັກຂອງພວກເຂົາກໍຈະເຕັມໄປດ້ວຍຄວາມເປັນທຳມະຊາດ ແລະ ອີງຕາມຄວາມມັກຂອງພວກເຂົາເອງ; ຄວາມຮັກແບບນີ້ແມ່ນເຕັມໄປດ້ວຍແນວຄິດຂອງຊາຕານ ແລະ ໂດຍພື້ນຖານແລ້ວ ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າເລີຍ. ການມີຄວາມຕັ້ງໃຈຮັກພຣະເຈົ້່າບໍ່ຄືກັບການຮັກພຣະເຈົ້າແທ້ຈິງ. ເຖິງແມ່ນວ່າ ທຸກສິ່ງທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາແມ່ນເພື່ອເຫັນແກ່ການຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ຄວາມຄິດຂອງພວກເຂົາ ຄືກັບວ່າ ອຸທິດໃຫ້ກັບພຣະເຈົ້າທັງໝົດ ແລະ ປາສະຈາກຄວາມຄິດຕ່າງໆຂອງມະນຸດ, ແຕ່ເມື່ອຄວາມຄິດຂອງພວກເຂົາຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງກໍບໍ່ໄດ້ຍົກຍ້ອງ ຫຼື ໃຫ້ພອນຄວາມຄິດດັ່ງກ່າວນັ້ນ. ແມ່ນແຕ່ເມື່ອຜູ້ຄົນໄດ້ເຂົ້າໃຈຄວາມຈິງທັງໝົດ, ເມື່ອພວກເຂົາໄດ້ຮຽນຮູ້ຈັກຄວາມຈິງທັງໝົດ ນີ້ກໍບໍ່ສາມາດເວົ້າໄດ້ວ່າ ມັນເປັນເຄື່ອງໝາຍສະແດງໃຫ້ເຫັນເຖິງການຮັກພຣະເຈົ້າ, ມັນບໍ່ສາມາດເວົ້າໄດ້ວ່າ ຄົນເຫຼົ່ານີ້ຮັກພຣະເຈົ້າແທ້ຈິງ. ເຖິງແມ່ນຜູ້ຄົນຈະເຂົ້າໃຈຄວາມຈິງຫຼາຍຢ່າງໂດຍບໍ່ໄດ້ຜ່ານປະສົບການຫຼໍ່ຫຼອມກໍຕາມ, ພວກເຂົາກໍບໍ່ສາມາດນໍາຄວາມຈິງເຫຼົ່ານັ້ນເຂົ້າສູ່ການປະຕິບັດໄດ້; ມີພຽງໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຜູ້ຄົນຈຶ່ງສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງຄວາມຈິງເຫຼົ່ານີ້, ມີພຽງເມື່ອນັ້ນ ຜູ້ຄົນຈຶ່ງສາມາດເຫັນຄຸນຄ່າຄວາມໝາຍພາຍໃນຂອງພວກເຂົາຢ່າງແທ້ຈິງ. ໃນເວລານັ້ນ, ເມື່ອພວກເຂົາພະຍາຍາມອີກຄັ້ງ, ພວກເຂົາກໍຈະສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ; ໃນເວລານັ້ນ, ແນວຄິດມະນຸດຂອງພວກເຂົາກໍຈະມີໜ້ອຍລົງ, ຄວາມເປັນທຳມະຊາດຂອງມະນຸດຂອງພວກເຂົາໄດ້ຫຼຸດລົງ ແລະ ຄວາມຮູ້ສຶກແບບມະນຸດຂອງພວກເຂົາກໍຫຼຸດລົງ; ມີແຕ່ໃນເວລານັ້ນ ການປະຕິບັດຂອງພວກເຂົາຈຶ່ງຈະເປັນການສະແດງອອກເຖິງຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ. ຜົນຂອງຄວາມຈິງກ່ຽວກັບຄວາມຮັກທີ່ມີຕໍ່ພຣະເຈົ້າ ບໍ່ໄດ້ຖືກບັນລຸດ້ວຍຄວາມຮູ້ທີ່ເວົ້າອອກມາ ຫຼື ທາງດ້ານຄວາມຄິດ ຫຼື ມັນບໍ່ສາມາດບັນລຸໄດ້ໂດຍການເຂົ້າໃຈຄວາມຈິງດັ່ງກ່າວພຽງຢ່າງດຽວ. ມັນຮຽກຮ້ອງໃຫ້ຜູ້ຄົນຈ່າຍລາຄາ ແລະ ພວກເຂົາຕ້ອງປະສົບກັບຄວາມຂົມຂື່ນຫຼາຍຢ່າງໃນລະຫວ່າງການຫຼໍ່ຫຼອມ ແລະ ມີແຕ່ເມື່ອນັ້ນ ຄວາມຮັກຂອງພວກເຂົາຈຶ່ງຈະບໍລິສຸດ ແລະ ເປັນໄປຕາມໃຈຂອງພຣະເຈົ້າ.

(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 510)

ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມເຊື່ອຟັງຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ, ການຈັດການ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ເຂົ້າໃຈໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວຄວາມຕັ້ງໃຈຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ.

(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 511)

ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງເຊື່ອຟັງພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກຈັດການ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ຈັດການກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນຕົວຢ່າງຂອງການຫຼໍ່ຫຼອມແບບນີ້ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍມີໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃພໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິ່ງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງຫຼາຍໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກຈັດການ ແລະ ຖືກລົງວິໄນຢ່າງຫຼາຍ ແລະ ເຈົ້າຈະເຫັນວ່າ ມັນແມ່ນຄົນເຫຼົ່ານີ້ທີ່ມີຄວາມຮັກຢ່າງເລິກເຊິ່ງສຳລັບພຣະເຈົ້າ ແລະ ຄວາມຮູ້ທີ່ເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຄົນທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ກໍມີພຽງຄວາມຮູ້ຕື້ນໆ ແລະ ພວກເຂົາພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດມີຄວາມສຸກກັບພຣະອົງໄດ້”. ຖ້າຜູ້ຄົນໄດ້ຜະເຊີນກັບການຖືກຈັດການ ແລະ ການຖືກລົງວິໄນ, ແລ້ວພວກເຂົາສາມາດເວົ້າດ້ວຍຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດໃນລັກສະນະນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ມັນຖືກເວົ້າໃນອະດີດວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້ ແລະ ເຮັດໃຫ້ພວກເຂົາສົມບູນໃນຍຸກສຸດທ້າຍ; ໃນນີ້, ມີຄວາມໝາຍທີ່ພິເສດ. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດເຂົ້າໃຈເຖິງບາງສິ່ງກ່ຽວກັບສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ. ໃນລະຫວ່າງຍຸກສຸດທ້າຍ, ແຜນການສຳລັບການຄຸ້ມຄອງຫົກພັນປີຂອງພຣະເຈົ້າຈະມາເຖິງຈຸດສິ້ນສຸດ. ເປັນໄປໄດ້ບໍທີ່ມັນຈະຈົບແບບງ່າຍໆແທ້ໆ? ຫຼັງຈາກພຣະອົງເອົາຊະນະມະນຸດຊາດ, ພາລະກິດຂອງພຣະອົງກໍຈະຢຸດໄປເລີຍບໍ? ມັນງ່າຍແບບນັ້ນເລີຍບໍ? ຜູ້ຄົນຈິນຕະນາການວ່າມັນງ່າຍແບບນີ້, ແຕ່ສິ່ງທີ່ພຣະເຈົ້າກະທຳບໍ່ໄດ້ງ່າຍແບບນັ້ນ. ບໍ່ວ່າເຈົ້າຈະເວົ້າເຖິງສ່ວນໃດກໍຕາມຂອງພາລະກິດຂອງພຣະເຈົ້າ, ມະນຸດກໍບໍ່ສາມາດຢັ່ງເຖິງທຸກຢ່າງໄດ້. ຖ້າເຈົ້າສາມາດຢັ່ງເຖິງພາລະກິດນັ້ນໄດ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີຄວາມໝາຍ ຫຼື ບໍ່ມີຄ່າເລີຍ. ພາລະກິດທີ່ພຣະເຈົ້າກະທຳແມ່ນບໍ່ສາມາດຢັ່ງເຖິງໄດ້; ມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າທັງສິ້ນ ແລະ ຍິ່ງມັນບໍ່ເຂົ້າກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ; ຖ້າມັນເຂົ້າກັນກັບແນວຄິດຂອງເຈົ້າ, ແລ້ວມັນກໍຈະບໍ່ມີຄວາມໝາຍເລີຍ. ໃນປັດຈຸບັນ, ເຈົ້າຮູ້ສຶກວ່າພາລະກິດຂອງພຣະເຈົ້າມະຫັດສະຈັນຫຼາຍ ແລະ ຍິ່ງມັນມະຫັດສະຈັນຫຼາຍສໍ່າໃດ, ເຈົ້າຍິ່ງຈະຮູ້ສຶກວ່າພຣະເຈົ້າບໍ່ສາມາດຢັ່ງເຖິງຫຼາຍສໍ່ານັ້ນ ແລະ ເຈົ້າຈະເຫັນວ່າການກະທຳຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ. ຖ້າພຣະອົງພຽງແຕ່ປະຕິບັດພາລະກິດບາງຢ່າງທີ່ຜີວເຜີນ ແລະ ພໍເປັນພິທີເພື່ອເອົາຊະນະມະນຸດ ແລະ ບໍ່ເຮັດຫຍັງເລີຍຫຼັງຈາກນັ້ນ, ແລ້ວມະນຸດກໍຈະບໍ່ສາມາດເຫັນເຖິງຄວາມໝາຍຂອງພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າເຈົ້າກຳລັງຮັບການຫຼໍ່ຫຼອມພຽງເລັກນ້ອຍໃນຕອນນີ້, ມັນກໍເປັນປະໂຫຍດຢ່າງໃຫຍ່ຕໍ່ການເຕີບໃຫຍ່ໃນຊີວິດຂອງເຈົ້າ; ດັ່ງນັ້ນ ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະຜ່ານຄວາມລໍາບາກດັ່ງກ່າວ. ໃນປັດຈຸບັນ, ເຈົ້າກຳລັງຮັບການຫຼໍ່ຫຼອມທີ່ເລັກນ້ອຍ, ແຕ່ຫຼັງຈາກນັ້ນ ເຈົ້າຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ໃນທີ່ສຸດ ເຈົ້າຈະເວົ້າວ່າ “ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ!” ສິ່ງເຫຼົ່ານີ້ຈະເປັນຄຳເວົ້າໃນຫົວໃຈຂອງເຈົ້າ. ເມື່ອໄດ້ຜະເຊີນກັບການຫຼໍ່ຫຼອມຂອງພຣະເຈົ້າຊົ່ວໄລຍະໜຶ່ງ (ການທົດລອງຂອງຜູ້ບໍລິການ ແລະ ເວລາແຫ່ງການຂ້ຽນຕີ), ໃນທີ່ສຸດ ບາງຄົນກໍເວົ້າວ່າ “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ຫຍຸ້ງຍາກແທ້ໆ!” ຂໍ້ແທ້ຈິງທີ່ພວກເຂົາໃຊ້ຄຳວ່າ “ຫຍຸ້ງຍາກແທ້ໆ” ສະແດງໃຫ້ເຫັນວ່າ ການກະທຳຂອງພຣະເຈົ້າບໍ່ສາມາດຢັ່ງເຖິງໄດ້, ພາລະກິດຂອງພຣະເຈົ້າປະກອບດ້ວຍຄວາມໝາຍ ແລະ ຄຸ່ນຄ່າຢ່າງໃຫຍ່ຫຼວງ ແລະ ພາລະກິດຂອງພຣະອົງສົມຄວນຢ່າງສູງແກ່ການທີ່ມະນຸດເຊີດຊູບູຊາ. ຫຼັງຈາກທີ່ເຮົາໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ຖ້າເຈົ້າຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວ, ແລ້ວພາລະກິດຂອງເຮົາຈະຍັງມີຄຸນຄ່າບໍ? ມັນຈະເຮັດໃຫ້ເຈົ້າເວົ້າວ່າ “ການຮັບໃຊ້ພຣະເຈົ້າແມ່ນຫຍຸ້ງຍາກແທ້ໆ, ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ ແລະ ພຣະເຈົ້າມີສະຕິປັນຍາແທ້ໆ! ພຣະອົງເປັນຕາຮັກຫຼາຍ!” ຫຼັງຈາກທີ່ໄດ້ຜ່ານໄລຍະເວລາແຫ່ງປະສົບການໃດໜຶ່ງ, ຖ້າເຈົ້າສາມາດກ່າວຄຳເວົ້າດັ່ງກ່າວ, ແລ້ວສິ່ງນີ້ກໍພິສູດວ່າ ເຈົ້າໄດ້ຮັບເອົາພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ. ມື້ໜຶ່ງ, ເມື່ອເຈົ້າເດີນທາງເພື່ອເຜີຍແຜ່ຂ່າວປະເສີດຢູ່ຕ່າງປະເທດ ແລະ ບາງຄົນຖາມເຈົ້າວ່າ “ຄວາມເຊື່ອຂອງເຈົ້າໃນພຣະເຈົ້າເປັນແນວໃດ?” ເຈົ້າຈະສາມາດເວົ້າໄດ້ວ່າ “ການກະທຳຂອງພຣະເຈົ້າໜ້າປະຫຼາດໃຈຫຼາຍ!” ພວກເຂົາຈະຮູ້ສຶກວ່າ ຄຳເວົ້າຂອງເຈົ້າແມ່ນເວົ້າຈາກປະສົບການທີ່ເປັນຈິງ. ນີ້ແມ່ນການເປັນພະຍານຢ່າງແທ້ຈິງ. ເຈົ້າຈະເວົ້າວ່າ ພາລະກິດຂອງພຣະເຈົ້າເຕັມໄປດ້ວຍສະຕິປັນຍາ ແລະ ພາລະກິດຂອງພຣະອົງທີ່ຢູ່ໃນຕົວເຈົ້າກໍໄດ້ເຮັດໃຫ້ເຈົ້າເຊື່ອຢ່າງແທ້ຈິງ ແລະ ເອົາຊະນະຫົວໃຈຂອງເຈົ້າໄດ້. ເຈົ້າຈະຮັກພຣະອົງຢູ່ສະເໝີ ເພາະວ່າ ພຣະອົງສົມຄວນເກີນກວ່າທີ່ຈະໄດ້ຮັບຄວາມຮັກຂອງມະນຸດຊາດ! ຖ້າເຈົ້າສາມາດເວົ້າສິ່ງເຫຼົ່ານີ້ໄດ້, ແລ້ວເຈົ້າກໍສາມາດດົນໃຈຜູ້ຄົນໄດ້. ທຸກສິ່ງເຫຼົ່ານີ້ແມ່ນການເປັນພະຍານ. ຖ້າເຈົ້າສາມາດເປັນພະຍານໄດ້ຢ່າງດັງກ້ອງ, ດົນໃຈຜູ້ຄົນໃຫ້ຫຼັ່ງນໍ້າຕາ, ນັ້ນກໍສະແດງໃຫ້ເຫັນວ່າ ເຈົ້າເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ຍ້ອນເຈົ້າສາມາດເປັນພະຍານເຖິງການຮັກພຣະເຈົ້າ ແລະ ຜ່ານເຈົ້າ ການກະທຳຂອງພຣະເຈົ້າກໍສາມາດເກີດຂຶ້ນໃນຄຳພະຍານ. ໂດຍຄຳພະຍານຂອງເຈົ້າ, ຄົນອື່ນກໍຕ້ອງບັງຄັບໃຫ້ສະແຫວງຫາພາລະກິດຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ໃນສະພາບແວດລ້ອມໃດກໍຕາມທີ່ພວກເຂົາຜະເຊີນ, ພວກເຂົາກໍຈະສາມາດຍຶດໝັ້ນ. ນີ້ແມ່ນພຽງຫົນທາງດຽວທີ່ແທ້ຈິງໃນການເປັນພະຍານ ແລະ ນີ້ແມ່ນສິ່ງທີ່ຮຽກຮ້ອງຈາກເຈົ້າຢ່າງແທ້ຈິງໃນຕອນນີ້. ເຈົ້າຄວນເຫັນວ່າ ພາລະກິດຂອງພຣະເຈົ້າມີຄ່າຫຼາຍທີ່ສຸດ ແລະ ສົມຄວນແກ່ການເຊີດຊູບູຊາໂດຍຜູ້ຄົນ, ພຣະເຈົ້າມີຄ່າຫຼາຍ ແລະ ບໍລິບູນຫຼາຍ; ພຣະອົງບໍ່ພຽງແຕ່ສາມາດເວົ້າ, ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງສາມາດພິພາກສາຜູ້ຄົນ, ຫຼໍ່ຫຼອມຫົວໃຈຂອງພວກເຂົາ, ນໍາຄວາມສຸກມາສູ່ພວກເຂົາ, ຮັບເອົາພວກເຂົາ, ເອົາຊະນະພວກເຂົາ ແລະ ເຮັດໃຫ້ພວກເຂົາສົມບູນ. ຈາກປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ພຣະເຈົ້າເປັນຕາຮັກຫຼາຍ. ແລ້ວປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເວົ້າສິ່ງເຫຼົ່ານີ້ຈາກຫົວໃຈຂອງເຈົ້າຢ່າງແທ້ຈິງບໍ? ເມື່ອເຈົ້າສາມາດກ່າວຄຳເວົ້າເຫຼົ່ານີ້ອອກຈາກສ່ວນເລິກຂອງຫົວໃຈຂອງເຈົ້າ, ແລ້ວເຈົ້າກໍຈະສາມາດເປັນພະຍານໄດ້. ຫຼັງຈາກທີ່ປະສົບການຂອງເຈົ້າໄດ້ບັນລຸເຖິງລະດັບນີ້ ເຈົ້າກໍຈະສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ເຈົ້າຈະມີຄຸນສົມບັດ. ຖ້າເຈົ້າບໍ່ໄປເຖິງລະດັບນີ້ໃນປະສົບການຂອງເຈົ້າ, ແລ້ວເຈົ້າກໍຍັງຈະຫ່າງໄກຫຼາຍ. ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະສະແດງຄວາມອ່ອນແອໃນລະຫວ່າງຂະບວນການຫຼໍ່ຫຼອມ, ແຕ່ຫຼັງຈາກການຫຼໍ່ຫຼອມ ເຈົ້າຄວນສາມາດເວົ້າໄດ້ວ່າ “ພຣະເຈົ້າມີສະຕິປັນຍາໃນພາລະກິດຂອງພຣະອົງ!” ຖ້າເຈົ້າສາມາດຍອມບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້ຢ່າງແທ້ຈິງ, ແລ້ວມັນກໍຈະເປັນສິ່ງທີ່ເຈົ້າເຊີດຊູ ແລະ ປະສົບການຂອງເຈົ້າກໍຈະມີຄຸນຄ່າ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 512)

ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ ການສຳແດງອອກຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າເໝາະສົມທີ່ຈະຖືກພຣະອົງໃຊ້ ຫຼື ບໍ່, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນສະແຫວງຫາ. ພຣະເຈົ້າໄດ້ກະທຳພາລະກິດຫຼາຍສໍ່າໃດແທ້ໃນຕົວເຈົ້າ? ເຈົ້າໄດ້ເຫັນຫຼາຍສໍ່າໃດ, ເຈົ້າໄດ້ສຳຜັດຫຼາຍສໍ່າໃດ? ເຈົ້າໄດ້ຜະເຊີນ ແລະ ຊີມລົດຊາດຫຼາຍສໍ່າໃດ? ບໍ່ວ່າພຣະເຈົ້າໄດ້ທົດສອບເຈົ້າ, ຈັດການກັບເຈົ້າ ຫຼື ລົງວິໄນເຈົ້າ ຫຼື ບໍ່, ການກະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນຕົວເຈົ້າ, ແຕ່ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເປັນຄົນທີ່ເຕັມໃຈສະແຫວງຫາເພື່ອຖືກພຣະອົງເຮັດໃຫ້ສົມບູນ, ເຈົ້າສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບົນພື້ນຖານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າຜ່ານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດສະໜອງໃຫ້ກັບຄົນອື່ນໆຜ່ານປະສົບການຕົວຈິງຂອງເຈົ້າເອງ ແລະ ເສຍສະຫຼະຊີວິດທັງໝົດຂອງເຈົ້າເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ບໍ? ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມປາຖະໜານີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້? ເຈົ້າເປັນພະຍານໂດຍການສະແຫວງຫາ ແລະ ການປາຖະໜາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການເປັນພະຍານຜ່ານຄຳເວົ້າຂອງເຈົ້າ, ການເຮັດໃຫ້ຜູ້ຄົນຮູ້ຈັກພາລະກິດຂອງພຣະອົງ ແລະ ເຫັນການກະທຳຂອງພຣະອົງ. ຖ້າເຈົ້າສະແຫວງຫາທຸກສິ່ງເຫຼົ່ານີ້ຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນພຽງການຖືກພຣະເຈົ້າເຮັດໃຫ້ສົມບູນເທົ່ານັ້ນ ແລະ ໄດ້ຮັບພອນໃນທີ່ສຸດ, ແລ້ວທັດສະນະຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ບໍລິສຸດ. ເຈົ້າຄວນສະແຫວງຫາວິທີທີ່ຈະເຫັນການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງ, ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ ເມື່ອພຣະອົງເປີດເຜີຍຄວາມປະສົງຂອງພຣະອົງໃຫ້ກັບເຈົ້າ ແລະ ສະແຫວງຫາວິທີທີ່ຈະເປັນພະຍານເຖິງຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງພຣະອົງ ແລະ ວິທີທີ່ຈະເປັນພະຍານເຖິງວິທີທີ່ພຣະອົງລົງວິໄນ ແລະ ຈັດການກັບເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນພະຍາຍາມໄຕ່ຕອງໃນຕອນນີ້. ຖ້າຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນພຽງແຕ່ເພື່ອ ເຈົ້າຈະໄດ້ມີສ່ວນຮ່ວມໃນສະຫງ່າລາສີຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງເຮັດໃຫ້ເຈົ້າສົມບູນ, ແລ້ວມັນກໍຍັງບໍ່ພຽງພໍ ແລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ເຈົ້າຕ້ອງສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ປະຕິບັດຕາມຄວາມຮຽກຮ້ອງຂອງພຣະອົງ ແລະ ມີປະສົບການກັບພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນດ້ວຍວິທີທີ່ເປັນຈິງ. ບໍ່ວ່າມັນຈະເປັນຄວາມເຈັບປວດ, ນໍ້າຕາ ຫຼື ຄວາມໂສກເສົ້າ, ເຈົ້າກໍຕ້ອງຜະເຊີນກັບມັນທັງໝົດໃນການປະຕິບັດຂອງເຈົ້າ. ພວກມັນແມ່ນເພື່ອເຮັດໃຫ້ເຈົ້າສົມບຸນດັ່ງຄົນໜຶ່ງທີ່ເປັນພະຍານໃຫ້ແກ່ພຣະເຈົ້າ. ແມ່ນຫຍັງກັນແທ້ທີ່ບັງຄັບໃຫ້ເຈົ້າທົນທຸກ ແລະ ສະແຫວງຫາຄວາມສົມບູນໃນຕອນນີ້? ການທົນທຸກໃນປັດຈຸບັນຂອງເຈົ້າແມ່ນເຫັນແກ່ການຮັກພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງແທ້ໆບໍ? ຫຼື ມັນແມ່ນເຫັນແກ່ພອນຂອງເນື້ອໜັງ, ສຳລັບຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາຂອງເຈົ້າ? ເຈດຕະນາທຸກໝົດຂອງເຈົ້າ, ແຮງຈູງໃຈ ແລະ ເປົ້າໝາຍສ່ວນຕົວທີ່ເຈົ້າສະແຫວງຫາຕ້ອງຖືກແກ້ໄຂໃຫ້ຖືກຕ້ອງ ແລະ ບໍ່ສາມາດຖືກນໍາພາໂດຍຄວາມປະສົງຂອງເຈົ້າເອງ. ຖ້າຄົນໜຶ່ງສະແຫວງຫາຄວາມສົມບູນເພື່ອຮັບເອົາພອນ ແລະ ເພື່ອປົກຄອງດ້ວຍລິດອຳນາດ, ໃນຂະນະທີ່ຄົນອື່ນສະແຫວງຫາຄວາມສົມບູນເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ເພື່ອເປັນພະຍານເຖິງພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະເລືອກການສະແຫວງຫາວິທີໃດຈາກສອງຢ່າງທີ່ກ່າວມາ? ຖ້າເຈົ້າເລືອກຢ່າງທຳອິດ, ແລ້ວເຈົ້າກໍຍັງຫ່າງໄກຈາກມາດຕະຖານຂອງພຣະເຈົ້າຫຼາຍ. ເຮົາໄດ້ເວົ້າຄັ້ງໜຶ່ງກ່ອນໜ້ານີ້ແລ້ວວ່າ ການກະທຳຂອງເຮົາເປັນທີ່ຮູ້ຈັກຢ່າງເປີດເຜີຍທົ່ວຈັກກະວານທັງປວງ ແລະ ເຮົາຈະປົກຄອງໃນຖານະກະສັດໃນຈັກກະວານ. ໃນອີກດ້ານໜຶ່ງ, ສິ່ງທີ່ພວກເຈົ້າໄດ້ຖືກຝາກຝັງໄວ້ແມ່ນການອອກໄປເປັນພະຍານໃຫ້ກັບພາລະກິດຂອງພຣະເຈົ້າ, ບໍ່ແມ່ນເປັນກະສັດ ແລະ ປາກົດຕົວຕໍ່ຈັກກະວານທັງປວງ. ໃຫ້ການກະທຳຂອງພຣະເຈົ້າເຕັມໄປທົ່ວຈັກກະວານ ແລະ ທ້ອງຟ້າ. ໃຫ້ທຸກຄົນໄດ້ເຫັນເຖິງການກະທຳເຫຼົ່ານັ້ນ ແລະ ຮັບຮູ້ພວກມັນ. ພຣະທຳເຫຼົ່ານີ້ເວົ້າກ່ຽວກັບພຣະເຈົ້າເອງ ແລະ ສິ່ງທີ່ມະນຸດຄວນເຮັດກໍຄືເປັນພະຍານໃຫ້ກັບພຣະເຈົ້າ. ໃນຕອນນີ້, ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າຫຼາຍສໍ່າໃດ? ແມ່ນຫຍັງຄືເປົ້າໝາຍຂອງການທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ? ເມື່ອເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວເຈົ້າຄວນພິຈາລະນາເຖິງຄວາມປະສົງຂອງພຣະອົງແນວໃດ? ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ ແລະ ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າຜ່ານສິ່ງທີ່ເຈົ້າດຳລົງຊີວິດຕາມ, ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວບໍ່ມີສິ່ງໃດທີ່ຍາກເກີນໄປ. ສິ່ງທີ່ຜູ້ຄົນຕ້ອງການໃນຕອນນີ້ແມ່ນຄວາມເຊື່ອ. ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວມັນກໍງ່າຍທີ່ຈະປະຖິ້ມຄວາມຄິດລົບ, ຄວາມບໍ່ດີ້ນລົນ, ຄວາມຂີ້ຄ້ານ ແລະ ແນວຄິດທາງເນື້ອໜັງ, ປັດຊະຍາສຳລັບການດຳລົງຊີວິດ, ອຸປະນິໄສທີ່ກະບົດ, ຄວາມຮູ້ສຶກ ແລະ ອື່ນໆ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 513)

ໃນຂະນະທີ່ກຳລັງປະສົບກັບການທົດລອງ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະອ່ອນແອ ຫຼື ມີຄວາມຄິດລົບຢູ່ພາຍໃນຕົວພວກເຂົາ ຫຼື ຂາດຄວາມຊັດເຈນກ່ຽວກັບຄວາມປະສົງຂອງພຣະເຈົ້າ ຫຼື ເສັ້ນທາງໃນການປະຕິບັດຂອງພວກເຂົາ. ແຕ່ໃນກໍລະນີໃດກໍຕາມ, ເຈົ້າຕ້ອງມີຄວາມເຊື່ອໃນພາລະກິດຂອງພຣະເຈົ້າ ແລະ ບໍ່ປະຕິເສດພຣະເຈົ້າ ຄືກັນກັບໂຢບ. ເຖິງແມ່ນວ່າ ໂຢບອ່ອນແອ ແລະ ໄດ້ສາບແຊ່ງມື້ເກີດຂອງເພິ່ນເອງ, ເພິ່ນກໍບໍ່ໄດ້ປະຕິເສດວ່າ ທຸກສິ່ງໃນຊີວິດຂອງມະນຸດແມ່ນຖືກປະທານໃຫ້ໂດຍພຣະເຢໂຮວາ ແລະ ພຣະເຢໂຮວາຍັງເປັນຜູ້ທີ່ນໍາທຸກສິ່ງໄປຈາກເພິ່ນ. ບໍ່ວ່າເພິ່ນຈະຖືກທົດສອບຢ່າງໃດກໍຕາມ, ເພິ່ນກໍຮັກສາຄວາມເຊື່ອນີ້. ໃນປະສົບການຂອງເຈົ້າ, ບໍ່ວ່າເຈົ້າປະສົບກັບການຫຼໍ່ຫຼອມແບບໃດກໍຕາມຜ່ານພຣະທຳຂອງພຣະເຈົ້າ, ເວົ້າສັ້ນໆກໍຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດແມ່ນຄວາມເຊື່ອຂອງພວກເຂົາ ແລະ ຄວາມຮັກຂອງພວກເຂົາສຳລັບພຣະອົງ. ສິ່ງພຣະອົງໄດ້ເຮັດໃຫ້ສົມບູນໂດຍການປະຕິບັດພາລະກິດໃນລັກສະນະນີ້ແມ່ນຄວາມເຊື່ອ, ຄວາມຮັກ ແລະ ຄວາມປາຖະໜາຂອງຜູ້ຄົນ. ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນຜູ້ຄົນ ແລະ ພວກເຂົາບໍ່ສາມາດເຫັນມັນໄດ້, ບໍ່ສາມາດສຳຜັດມັນໄດ້; ພາຍໃນສະຖານະການດັ່ງກ່າວ, ຄວາມເຊື່ອຂອງເຈົ້າກໍຈຳເປັນ. ຄວາມເຊື່ອຂອງຜູ້ຄົນຈຳເປັນຕ້ອງມີ ເມື່ອບາງສິ່ງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ຄວາມເຊື່ອຂອງເຈົ້າຈໍາເປັນຕ້ອມມີ ເມື່ອເຈົ້າບໍ່ສາມາດປະຖິ້ມແນວຄິດຂອງເຈົ້າເອງໄດ້. ເມື່ອເຈົ້າບໍ່ມີຄວາມຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ສິ່ງທ່ີ່ຈຳເປັນສຳລັບເຈົ້າກໍຄືການມີຄວາມເຊື່ອ ແລະ ຍຶດໝັ້ນ ແລະ ຢືນເປັນພະຍານ. ເມື່ອໂຢບໄປເຖິງຈຸດນີ້, ພຣະເຈົ້າກໍປາກົດກັບເພິ່ນ ແລະ ກ່າວຕໍ່ເພິ່ນ. ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້ ແລະ ເມື່ອເຈົ້າມີຄວາມເຊື່ອ ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຫາກປາສະຈາກຄວາມເຊື່ອ, ພຣະອົງບໍ່ສາມາດເຮັດສິ່ງນີ້ໄດ້. ພຣະເຈົ້າຈະປະທານສິ່ງໃດກໍຕາມທີ່ເຈົ້າຫວັງຈະໄດ້ຮັບໃຫ້ກັບເຈົ້າ. ຖ້າເຈົ້າບໍ່ມີຄວາມເຊື່ອ, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ເຈົ້າຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າໄດ້, ແຮງໄກທີ່ຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ເມື່ອເຈົ້າມີຄວາມເຊື່ອວ່າເຈົ້າຈະເຫັນການກະທຳຂອງພຣະອົງໃນປະສົບການຕົວຈິງຂອງເຈົ້າ, ແລ້ວພຣະເຈົ້າຈະປາກົດຕໍ່ເຈົ້າ ແລະ ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຫາກປາສະຈາກຄວາມເຊື່ອນັ້ນ, ພຣະເຈົ້າຈະບໍ່ສາມາດເຮັດສິ່ງນັ້ນໄດ້. ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ແນວໃດ? ສະນັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າບໍ່ມີຄວາມສົງໄສຕໍ່ພຣະເຈົ້າເທົ່ານັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ພຣະອົງຈຶ່ງຈະໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຜ່ານປະສົບການຂອງເຈົ້າ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຫັນການກະທຳຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ຖືກບັນລຸຜ່ານຄວາມເຊື່ອ. ຄວາມເຊື່ອມາຜ່ານການຫຼໍ່ຫຼອມເທົ່ານັ້ນ ແລະ ຫານບໍ່ມີການຫຼໍ່ຫຼອມ ຄວາມເຊື່ອບໍ່ສາມາດພັດທະນາໄດ້. ຄຳນີ້ “ຄວາມເຊື່ອ” ໝາຍເຖິງຫຍັງ? ຄວາມເຊື່ອແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈທີ່ຈິງໃຈທີ່ມະນຸດຄວນມີ ເມື່ອພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດບາງສິ່ງບາງຢ່າງ, ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ເມື່ອພາລະກິດນັ້ນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ນີ້ແມ່ນຄວາມເຊື່ອທີ່ເຮົາເວົ້າເຖິງ. ຜູ້ຄົນຕ້ອງການຄວາມເຊື່ອໃນເວລາແຫ່ງຄວາມລຳບາກ ແລະ ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນສິ່ງທີ່ຕາມມາດ້ວຍການຫຼໍ່ຫຼອມ; ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນບໍ່ສາມາດແຍກອອກຈາກກັນໄດ້. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ແລະ ບໍ່ວ່າເຈົ້າຢູ່ໃນສະພາບແວດລ້ອມແບບໃດກໍຕາມ, ເຈົ້າສາມາດສະແຫວງຫາຊີວິດ ແລະ ສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈກ່ຽວກັບການກະທຳຂອງພຣະອົງ ແລະ ເຈົ້າສາມາດປະຕິບັດຕາມຄວາມຈິງ. ການເຮັດແບບນັ້ນຄືການມີຄວາມເຊື່ອທີ່ແທ້ຈິງ ແລະ ການເຮັດແບບນັ້ນສະແດງໃຫ້ເຫັນວ່າ ເຈົ້າບໍ່ໄດ້ສູນເສຍຄວາມເຊື່ອໃນພຣະເຈົ້າ. ເຈົ້າພຽງແຕ່ສາມາດມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້ ຖ້າເຈົ້າສາມາດຍັງຄົງສະແຫວງຫາຄວາມຈິງຜ່ານການຫຼໍ່ຫຼອມ, ຖ້າເຈົ້າສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ບໍ່ມີຄວາມສົງໄສກ່ຽວກັບພຣະອົງ, ຖ້າບໍ່ວ່າພຣະອົງຈະກະທຳສິ່ງໃດກໍຕາມ ເຈົ້າຍັງປະຕິບັດຄວາມຈິງເພື່ອເຮັດໃຫ້ພຣະອົງພໍໃຈ ແລະ ຖ້າເຈົ້າສາມາດສະແຫວງຫາຄວາມປະສົງຂອງພຣະອົງຢ່າງເລິກເຊິ່ງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ. ໃນອະດີດ ເມື່ອພຣະເຈົ້າເວົ້າວ່າ ເຈົ້າຈະປົກຄອງເໝືອນດັ່ງກະສັດ, ເຈົ້າຮັກພຣະອົງ ແລະ ເມື່ອພຣະອົງສຳແດງຕົວພຣະອົງເອງໃຫ້ກັບເຈົ້າຢ່າງເປີດເຜີຍ, ເຈົ້າກໍສະແຫວງຫາພຣະອົງ. ແຕ່ບັດນີ້ ພຣະເຈົ້າໄດ້ລີ້ລັບ, ເຈົ້າບໍ່ສາມາດເຫັນພຣະອົງໄດ້ ແລະ ບັນຫາກໍໄດ້ມາຫາເຈົ້າ, ແລ້ວເຈົ້າບໍ່ໄດ້ສູນເສຍຄວາມຫວັງໃນພຣະເຈົ້າບໍ? ສະນັ້ນ ເຈົ້າຕ້ອງສະແຫວງຊີວິດ ແລະ ສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢູ່ຕະຫຼອດເວລາ. ສິ່ງນີ້ຈຶ່ງເອີ້ນວ່າ ຄວາມເຊື່ອທີ່ແທ້ຈິງ ແລະ ສິ່ງນີ້ຈຶ່ງເປັນຮູບແບບຂອງຄວາມຮັກທີ່ແທ້ຈິງ ແລະ ສວຍງາມທີ່ສຸດ.

ໃນອະດີດ, ທຸກຄົນຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອ ຕັ້ງຄໍາໝັ້ນສັນຍາຂອງພວກເຂົາ ແລະ ພວກເຂົາຈະເວົ້າວ່າ “ເຖິງແມ່ນວ່າຈະບໍ່ຜູ້ໃດຮັກພຣະເຈົ້າ, ຂ້ານ້ອຍຕ້ອງຮັກພຣະອົງ”. ແຕ່ຕອນນີ້, ການຫຼໍ່ຫຼອມໄດ້ມາຫາເຈົ້າ ແລະ ຍ້ອນສິ່ງນີ້ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍສູນເສຍຄວາມເຊື່ອໃນພຣະເຈົ້າ. ສິ່ງນີ້ແມ່ນຄວາມຮັກທີ່ແທ້ຈິງບໍ? ເຈົ້າໄດ້ອ່ານຫຼາຍຄັ້ງກ່ຽວກັບການກະທຳຂອງໂຢບ, ເຈົ້າລືມກ່ຽວກັບສິ່ງເຫຼົ່ານັ້ນແລ້ວບໍ? ຄວາມຮັກທີ່ແທ້ຈິງເທົ່ານັ້ນທີ່ສາມາດເປັນຮູບຮ່າງຈາກພາຍໃນຄວາມເຊື່ອໄດ້. ເຈົ້າພັດທະນາຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າຜ່ານການຫຼໍ່ຫຼອມທີ່ເຈົ້າໄດ້ຜ່ານ ແລະ ມັນແມ່ນຜ່ານຄວາມເຊື່ອຂອງເຈົ້າ ເຈົ້າຈຶ່ງສາມາດຄຳນຶງເຖິງຄວາມປະສົງຂອງພຣະເຈົ້າໃນປະສົບການຕົວຈິງຂອງເຈົ້າ ແລະ ມັນຍັງຜ່ານຄວາມເຊື່ອ ເຈົ້າຈຶ່ງປະຖິ້ມເນື້ອໜັງຂອງເຈົ້າເອງ ແລະ ສະແຫວງຫາຊີວິດ; ນີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດ. ຖ້າເຈົ້າເຮັດສິ່ງນີ້ ແລ້ວເຈົ້າກໍຈະສາມາດເຫັນການກະທຳຂອງພຣະເຈົ້າ, ແຕ່ຖ້າເຈົ້າຂາດຄວາມເຊື່ອ ແລ້ວເຈົ້າກໍຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າ ຫຼື ມີປະສົບການກັບພາລະກິດຂອງພຣະອົງ. ຖ້າເຈົ້າຕ້ອງການຖືກໃຊ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວເຈົ້າຕ້ອງມີທຸກຢ່າງ: ຄວາມຕັ້ງໃຈໃນການທົນທຸກ, ຄວາມເຊື່ອ, ຄວາມອົດທົນ, ຄວາມເຊື່ອຟັງ ແລະ ຄວາມສາມາດທີ່ຈະມີປະສົບການກັບພາລະກິດຂອງພຣະເຈົ້າ, ຄວາມເຂົ້າໃຈໃນຄວາມປະສົງຂອງພຣະອົງ, ຄວາມຄຳນຶງເຖິງຄວາມໂສກເສົ້າຂອງພຣະອົງ ແລະ ອື່ນໆອີກ. ການເຮັດໃຫ້ຄົນໜຶ່ງສົມບູນບໍ່ແມ່ນເລື່ອງງ່າຍ ແລະ ທຸກການຫຼໍ່ຫຼອມທີ່ເຈົ້າຜະເຊີນຈຳເປັນຕ້ອງມີຄວາມເຊື່ອ ແລະ ຄວາມຮັກຂອງເຈົ້າ. ຖ້າເຈົ້າຕ້ອງການທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ມັນບໍ່ພຽງພໍທີ່ຈະອອກໄປຄົ້ນຫາຕາມທ້ອງຖະໜົນເທົ່ານັ້ນ ຫຼື ມັນບໍ່ພຽງພໍທີ່ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າ. ເຈົ້າຕ້ອງປະກອບມີຫຼາຍສິ່ງເພື່ອທີ່ຈະສາມາດກາຍມາເປັນຄົນທີ່ພຣະເຈົ້າເຮັດໃຫ້ສົມບູນໄດ້. ເມື່ອເຈົ້າພົບກັບການທົນທຸກ ເຈົ້າຕ້ອງສາມາດປະຖິ້ມຄວາມກັງວົນຫາເນື້ອໜັງ ແລະ ບໍ່ຕໍ່ວ່າພຣະເຈົ້າ. ເມື່ອພຣະເຈົ້າເຊື່ອງພຣະອົງເອງຈາກເຈົ້າ, ເຈົ້າຕ້ອງສາມາດມີຄວາມເຊື່ອທີ່ຈະຕິດຕາມພຣະອົງ, ຮັກສາຄວາມຮັກທີ່ຜ່ານມາຂອງເຈົ້າ ໂດຍບໍ່ເຮັດໃຫ້ຄວາມຮັກນັ້ນສະດຸດ ຫຼື ຫາຍໄປ. ບໍ່ວ່າພຣະເຈົ້າຈະກະທຳຫຍັງກໍຕາມ, ເຈົ້າຕ້ອງຍອມຢູ່ພາຍໃຕ້ແບບແຜນຂອງພຣະອົງ ແລະ ກຽມພ້ອມທີ່ຈະສາບແຊ່ງເນື້ອໜັງຂອງເຈົ້າເອງ ແທນທີ່ຈະຕໍ່ວ່າພຣະອົງ. ເມື່ອເຈົ້າຜະເຊີນກັບການທົດລອງ ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ເຖິງແມ່ນວ່າເຈົ້າອາດຮ້ອງໄຫ້ຢ່າງຂົມຂືນ ຫຼື ຮູ້ສຶກລັງເລທີ່ຈະຈາກບາງສິ່ງທີ່ຮັກ. ສິ່ງນີ້ເທົ່ານັ້ນຈຶ່ງຈະເອີ້ນວ່າ ຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງ. ບໍ່ວ່າວຸດທິພາວະຕົວຈິງຂອງເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລໍາບາກນີ້ກ່ອນ ແລະ ຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະປະຖິ້ມເນື້ອໜັງ. ເຈົ້າຄວນເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລໍາບາກສ່ວນຕົວ ແລະ ທົນທຸກຕໍ່ການສູນເສຍຜົນປະໂຫຍດສ່ວນຕົວຂອງເຈົ້າ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເຈົ້າຍັງຕ້ອງສາມາດຮູ້ສຶກສຳນຶກຜິດກ່ຽວກັບຕົນເອງໃນຫົວໃຈຂອງເຈົ້າ: ໃນອະດີດ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອນນີ້ ເຈົ້າສາມາດສໍານຶກຜິດຕົນເອງ. ເຈົ້າຕ້ອງບໍ່ຂາດໃນສິ່ງໃດໜຶ່ງ, ມັນແມ່ນຜ່ານສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ. ຖ້າເຈົ້າບໍ່ສາມາດບັນລຸເງື່ອນໄຂເຫຼົ່ານີ້, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 514)

ຄົນທີ່ຮັບໃຊ້ພຣະເຈົ້າບໍ່ຄວນແຕ່ຮູ້ຈັກວິທີທົນທຸກເພື່ອພຣະອົງເທົ່ານັ້ນ; ຍິ່ງໄປກວ່ານັ້ນ ພວກເຂົາຄວນເຂົ້າໃຈວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນການສະແຫວງຫາຄວາມຮັກພຣະເຈົ້າ. ພຣະເຈົ້າໃຊ້ເຈົ້າບໍ່ແມ່ນພຽງແຕ່ເພື່ອຫຼໍ່ຫຼອມເຈົ້າ ຫຼື ເຫັນແກ່ການເຮັດໃຫ້ເຈົ້າທົນທຸກເທົ່ານັ້ນ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຈົ້າ ເພື່ອວ່າເຈົ້າອາດຮູ້ຈັກການກະທຳຂອງພຣະອົງ, ຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຊີວິດມະນຸດ ແລະ ໂດຍສະເພາະແລ້ວ ເພື່ອວ່າເຈົ້າອາດຮູ້ຈັກວ່າ ການຮັບໃຊ້ພຣະເຈົ້າບໍ່ແມ່ນວຽກງານທີ່ງ່າຍ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ແມ່ນກ່ຽວກັບການໄດ້ຮັບຄວາມເມດຕາ, ແຕ່ກົງກັນຂ້າມແມ່ນການທົນທຸກຍ້ອນຄວາມຮັກທີ່ເຈົ້າມີຕໍ່ພຣະອົງ. ຍ້ອນເຈົ້າໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ເຈົ້າຍັງຕ້ອງໄດ້ຮັບການຂ້ຽນຕີຂອງພຣະອົງ; ເຈົ້າຕ້ອງຜະເຊີນກັບທຸກສິ່ງເຫຼົ່ານີ້. ເຈົ້າສາມາດຜະເຊີນກັບແສງສະຫວ່າງຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ ແລະ ເຈົ້າຍັງສາມາດຜະເຊີນກັບວິທີການທີ່ພຣະອົງຈັດການກັບເຈົ້າ ແລະ ພິພາກສາເຈົ້າ. ໃນລັກສະນະນີ້, ປະສົບການຂອງເຈົ້າຈະຄອບຄຸມ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີໃນຕົວເຈົ້າ. ພຣະທຳຂອງພຣະເຈົ້າໄດ້ຈັດການກັບເຈົ້າ, ບໍ່ພຽງແຕ່ສໍ່ານັ້ນ; ມັນຍັງໄດ້ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ແກ່ເຈົ້າ. ເມື່ອເຈົ້າຄິດລົບ ແລະ ອ່ອນແອ, ພຣະເຈົ້າກັງວົນກ່ຽວກັບເຈົ້າ. ທັງໝົດຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ເຈົ້າຮູ້ວ່າ ທຸກສິ່ງກ່ຽວກັບມະນຸດແມ່ນຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຖ້າເຈົ້າເຊື່ອຍ້ອນເປົ້າໝາຍເຫຼົ່ານີ້, ແລ້ວທັດສະນະຂອງເຈົ້າກໍບໍ່ຖືກຕ້ອງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ເຈົ້າຈະບໍ່ຖືກເຮັດໃຫ້ສົມບູນ. ການກະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສະຕິປັນຍາຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງແມ່ນທຸກສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ການມີຄວາມເຂົ້າໃຈແບບນີ້, ເຈົ້າຄວນໃຊ້ມັນເພື່ອກຳຈັດຄວາມຮຽກຮ້ອງ, ຄວາມຫວັງ ແລະ ແນວຄິດສ່ວນຕົວທຸກຢ່າງທີ່ຢູ່ໃນຫົວໃຈຂອງເຈົ້າອອກໄປ. ໂດຍການກຳຈັດສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ ແລະ ໂດຍການເຮັດແບບນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້. ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ພຣະອົງພໍໃຈ ແລະ ດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ, ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງອາດຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ນີ້ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ເຈົ້າຄວນສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າຕ້ອງສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາໄດ້ແນວໃດ ແລະ ແມ່ນຫຍັງຄືຄວາມປະສົງຂອງພຣະອົງທີ່ມີຕໍ່ພວກເຂົາ. ເປົ້າໝາຍຂອງທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ. ການປະຖິ້ມສິ່ງທີ່ບໍ່ສະອາດ ແລະ ຄວາມບໍ່ຊອບທຳທັງໝົດທີ່ຢູ່ໃນຕົວເຈົ້າ ແລະ ການປະຖິ້ມເຈດຕະນາທີ່ຜິດຂອງເຈົ້າ ແລະ ການພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ດ້ວຍຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຮັກພຣະເຈົ້າຢ່າງແທ້ຈິງໄດ້. ເຈົ້າສາມາດຮັກພຣະເຈົ້າຢ່າງແທ້ຈິງບົນພື້ນຖານຂອງຄວາມເຊື່ອທີ່ເຈົ້າມີໃນພຣະອົງເທົ່ານັ້ນ. ເຈົ້າສາມາດບັນລຸການຮັກພຣະເຈົ້າ ໂດຍບໍ່ເຊື່ອໃນພຣະອົງໄດ້ບໍ? ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດສັນສົນກ່ຽວກັບສິ່ງນັ້ນ. ບາງຄົນເຕັມໄປດ້ວຍຄວາມຫ້າວຫັນທັນທີທີ່ພວກເຂົາເຫັນວ່າ ຄວາມເຊື່ອໃນພຣະເຈົ້າຈະນໍາເອົາພອນມາສູ່ພວກເຂົາ, ແຕ່ແລ້ວກໍສູນເສຍກຳລັງທັນທີທີ່ພວກເຂົາຕ້ອງທົນທຸກໃນການຫຼໍ່ຫຼອມ. ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າຕ້ອງບັນລຸການເຊື່ອຟັງຢ່າງຄົບຖ້ວນ ແລະ ເດັດຂາດຕໍ່ໜ້າພຣະເຈົ້າໃນຄວາມເຊື່ອຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ຕ້ອງຍັງຮຽກຮ້ອງຈາກພຣະອົງ, ມີແນວຄິດຫຼາຍຢ່າງກ່ຽວກັບສາສະໜາທີ່ເຈົ້າບໍ່ສາມາດປະຖິ້ມໄດ້ ແລະ ເຈົ້າຍັງສະແຫວງຫາພອນທາງເນື້ອໜັງ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເນື້ອໜັງຂອງເຈົ້າ, ຊ່ວຍວິນຍານຂອງເຈົ້າໃຫ້ລອດພົ້ນ, ທຸກສິ່ງເຫຼົ່ານີ້ແມ່ນພຶດຕິກຳຂອງຜູ້ຄົນທີ່ມີທັດສະນະທີ່ຜິດ. ເຖິງແມ່ນວ່າ ຜູ້ຄົນທີ່ມີຄວາມເຊື່ອທາງສາສະໜາ ມີຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ກົງກັນຂ້າມຄືສະແຫວງຫາ ຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເທົ່ານັ້ນ. ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າມີຄວາມເຊື່ອທີ່ຈັດຢູ່ໃນປະເພດຄວາມເຊື່ອທາງສາສະໜາ; ນີ້ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ, ຜູ້ຄົນຕ້ອງມີຫົວໃຈທີ່ກຽມພ້ອມທົນທຸກເພື່ອພຣະອົງ ແລະ ຄວາມຕັ້ງໃຈທີ່ຈະຖວາຍຕົນເອງ. ນອກຈາກຜູ້ຄົນຈະບັນລຸເງື່ອນໄຂສອງຢ່າງນີ້, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກເຂົາຈະບໍ່ສາມາດບັນລຸການປ່ຽນແປງດ້ານອຸປະນິໄສໄດ້. ມີແຕ່ຄົນທີ່ສະແຫວງຫາຄວາມຈິງໂດຍແທ້, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ສະແຫວງຫາຊີວິດເທົ່ານັ້ນ ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 515)

ເປົ້າໝາຍຂອງພາລະກິດແຫ່ງການຫຼໍ່ຫຼອມຫຼັກໆແລ້ວແມ່ນເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນສົມບູນ ແລະ ໃນທີ່ສຸດກໍເພື່ອເຮັດໃຫ້ເຈົ້າໄປເຖິງສະພາວະທີ່ເຈົ້າຕ້ອງການໜີຈາກ ແຕ່ເຈົ້າບໍ່ສາມາດໜີຈາກໄດ້ ເຊິ່ງບາງຄົນບໍ່ມີຄວາມຫວັງແມ່ນແຕ່ເລັກນ້ອຍ ແຕ່ພວກເຂົາຍັງມີຄວາມເຊື່ອຂອງພວກເຂົາ, ເຊິ່ງຜູ້ຄົນບໍ່ຍຶດຖືຄວາມຫວັງສຳລັບອານາຄົດຂອງພວກເຂົາເອງອີກຕໍ່ໄປ. ໃນເວລານີ້ເທົ່ານັ້ນ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງ. ມະນຸດຍັງບໍ່ໄດ້ໄປເຖິງຂັ້ນຕອນຂອງການໝູນວຽນລະຫວ່າງຊີວິດ ແລະ ຄວາມຕາຍ ແລະ ພວກເຂົາຍັງບໍ່ໄດ້ຊີມລົດຊາດແຫ່ງຄວາມຕາຍ, ສະນັ້ນ ຂະບວນການຫຼໍ່ຫຼອມຈຶ່ງຍັງບໍ່ເຖິງຈຸດສິ້ນສຸດເທື່ອ. ແມ່ນແຕ່ຄົນທີ່ຢູ່ໃນບາດກ້າວຂອງຜູ້ບໍລິການກໍບໍ່ໄດ້ຖືກຫຼໍ່ຫຼອມຈົນເຖິງທີ່ສຸດ. ໂຢບໄດ້ຜ່ານການຫຼໍ່ຫຼອມຈົນເຖິງທີ່ສຸດແລ້ວ ແລະ ເພິ່ນບໍ່ມີຫຍັງໃຫ້ເພິ່ງພາເລີຍ. ຜູ້ຄົນຕ້ອງປະສົບກັບການຫຼໍ່ຫຼອມຈົນເຖິງຈຸດທີ່ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ເພິ່ງພາເລີຍ, ມີແຕ່ສິ່ງນີ້ທີ່ເປັນການຫຼໍ່ຫຼອມທີ່ແທ້ຈິງ. ໃນລະຫວ່າງເວລາຂອງຜູ້ບໍລິການ, ຖ້າຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ຖ້າ ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ບໍ່ວ່າຄວາມປະສົງຂອງພຣະເຈົ້າສຳລັບເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າເຊື່ອຟັງການຈັດແຈງຂອງພຣະອົງຢູ່ສະເໝີ, ແລ້ວໃນປາຍທາງ ເຈົ້າກໍຈະເຂົ້າໃຈທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ເຈົ້າຜະເຊີນກັບການທົດລອງຂອງໂຢບ ແລະ ໃນເວລານັ້ນ ເຈົ້າໄດ້ຜ່ານການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ, ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ “ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ?” ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີສັກສີທີ່ຈະເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ, ເຈົ້າກໍບໍ່ມີສັກສີທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າຖອຍ ຫຼື ຕໍ່ວ່າພຣະເຈົ້າເມື່ອຜະເຊີນກັບການຫຼໍ່ຫຼອມ, ແລ້ວລົ້ມເຫຼວທີ່ຈະຢືນເປັນພະຍານໃຫ້ກັບພຣະອົງໄດ້ ແລະ ເປັນຕົວຕະລົກຂອງຊາຕານ, ແລ້ວເຈົ້າກໍຈະບໍ່ໄດ້ຮັບເອົາການປາກົດຂອງພຣະເຈົ້າ. ຖ້າເຈົ້າເປັນເໝືອນກັບໂຢບ ຜູ້ທີ່ສາບແຊ່ງເນື້ອໜັງຂອງເພິ່ນເອງໃນທ່າມກາງການທົດລອງ ແລະ ບໍ່ໄດ້ຕໍ່ວ່າພຣະເຈົ້າເລີຍ ແລະ ສາມາດກຽດຊັງເນື້ອໜັງຂອງເພິ່ນເອງ ໂດຍບໍ່ຕໍ່ວ່າ ຫຼື ເຮັດບາບຜ່ານຄຳເວົ້າຂອງເພິ່ນ, ແລ້ວເຈົ້າກໍກຳລັງຢືນເປັນພະຍານ. ເມື່ອເຈົ້າປະສົບກັບການຫຼໍ່ຫຼອມຈົນເຖິງລະດັບໃດໜຶ່ງ ແລະ ຍັງສາມາດເປັນເໝືອນກັບໂຢບ ໂດຍເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າຢ່າງເຕັມທີ່ ແລະ ບໍ່ມີການຮຽກຮ້ອງໃດເລີຍກ່ຽວກັບພຣະອົງ ຫຼື ແນວຄິດຂອງເຈົ້າເອງ, ແລ້ວພຣະເຈົ້າກໍຈະປາກົດຕໍ່ເຈົ້າ. ຕອນນີ້ ພຣະເຈົ້າຈະບໍ່ປາກົດຕໍ່ເຈົ້າ ເພາະວ່າ ເຈົ້າມີແນວຄິດຫຼາຍຢ່າງຂອງເຈົ້າເອງ, ຄວາມອະຄະຕິສ່ວນຕົວ, ຄວາມຄິດເຫັນແກ່ຕົວ, ຄວາມຕ້ອງການສ່ວນຕົວ ແລະ ຜົນປະໂຫຍດທາງເນື້ອໜັງ ແລະ ເຈົ້າບໍ່ເໝາະສົມທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າເຫັນພຣະເຈົ້າ, ເຈົ້າກໍຈະວັດແທກພຣະອົງດ້ວຍແນວຄິດຂອງເຈົ້າເອງ, ໂດຍການເຮັດແບບນັ້ນ, ພຣະອົງຈະຖືກເຈົ້າຄຶງໃສ່ໄມ້ກາງແຂນ. ຖ້າຫຼາຍສິ່ງເກີດຂຶ້ນກັບເຈົ້າ ໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ແຕ່ເຈົ້າສາມາດປະຖິ້ມສິ່ງເຫຼົ່ານີ້ ແລະ ຮັບຄວາມຮູ້ກ່ຽວກັບການກະທຳຂອງພຣະເຈົ້າຈາກສິ່ງເຫຼົ່ານີ້ ແລະ ຖ້າໃນລະຫວ່າງການຫຼໍ່ຫຼອມ ເຈົ້າເປີດເຜີຍຫົວໃຈແຫ່ງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ແລ້ວນີ້ແມ່ນການຢືນເປັນພະຍານ. ຖ້າເຮືອນຂອງເຈົ້າສະຫງົບສຸກ, ເຈົ້າໄດ້ຮັບຄວາມສຸກສະບາຍທາງເນື້ອໜັງ, ບໍ່ມີໃຜຂົ່ມເຫັງເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າທີ່ຢູ່ໃນຄຣິສຕະຈັກກໍເຊື່ອຟັງເຈົ້າ, ເຈົ້າຈະສາມາດສຳແດງຫົວໃຈແຫ່ງຄວາມຮັກຂອງເຈົ້າສຳລັບພຣະເຈົ້າໄດ້ບໍ? ສະຖານະການນີ້ຈະສາມາດຫຼໍ່ຫຼອມເຈົ້າໄດ້ບໍ? ມັນແມ່ນຜ່ານການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າຈຶ່ງຈະຖືກສະແດງອອກໄດ້ ແລະ ມັນແມ່ນຜ່ານສິ່ງທີ່ເກີດຂຶ້ນໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດຖືກເຮັດໃຫ້ສົມບູນໄດ້. ດ້ວຍບໍລິການຂອງຫຼາຍສິ່ງທີ່ຂັດກັນ ແລະ ເປັນລົບ ແລະ ໂດຍການນໍາໃຊ້ການສຳແດງອອກທຸກຮູບແບບຂອງຊາຕານ, ການກະທຳຂອງມັນ, ການກ່າວໂທດຂອງມັນ, ການລົບກວນ ແລະ ການຫຼອກລວງຂອງມັນ, ພຣະເຈົ້າສະແດງໃບໜ້າທີ່ຊົ່ວຮ້າຍຂອງຊາຕານຢ່າງຊັດເຈນ ແລະ ດ້ວຍເຫດນັ້ນກໍເຮັດໃຫ້ຄວາມສາມາດຂອງເຈົ້າສົມບູນເພື່ອຈຳແນກຊາຕານ, ເພື່ອເຈົ້າອາດກຽດຊັງຊາຕານ ແລະ ປະຖິ້ມມັນ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 516)

ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທົດລອງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດ ຫຼື ບໍ່, ມັນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກທັດສະນະຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວາສອງປະເພດທີ່ຜູ້ຄົນຄວນຮັບຮູ້: ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ແຫຼ່ງທີ່ມາທີ່ເປັນໄປໄດ້ຂອງອີກຢ່າງແມ່ນຊາຕານ. ໜຶ່ງຢ່າງແມ່ນສະພາວະທີ່ພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ຮູ້ສຶກເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ສະພາວະທີ່ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ມັນສາມາດເວົ້າໄດ້ວ່າ ສະພາວະນີ້ແມ່ນການຫຼໍ່ຫຼອມຂອງພຣະເຈົ້າ ແລະ ນັ້ນຍັງແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຖ້າເຈົ້າຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ ຕັ້ງແຕ່ນີ້ຕໍ່ໄປ ຖ້າເຈົ້າພະຍາຍາມທີ່ຈະຕອບແທນພຣະອົງ ແລະ ບໍ່ຕົກຢູ່ໃນຄວາມຊົ່ວຊ້າດັ່ງກ່າວອີກຕໍ່ໄປ, ຖ້າເຈົ້າໃຊ້ຄວາມພະຍາຍາມເພື່ອກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ຖ້າເຈົ້າຄິດວ່າຕົນເອງຂາດເຂີນຢູ່ສະເໝີ ແລະ ມີຫົວໃຈແຫ່ງຄວາມປາຖະໜາ, ແລ້ວນີ້ກໍແມ່ນການທົດລອງຂອງພຣະເຈົ້າ. ຫຼັງຈາກທີ່ການທົນທຸກໄດ້ສິ້ນສຸດລົງ ແລະ ເຈົ້າໄດ້ກ້າວໄປຂ້າງໜ້າອີກຄັ້ງ, ພຣະເຈົ້າກໍຈະຍັງນໍາພາ, ເຍືອງທາງ, ໃຫ້ແສງສະຫວ່າງ ແລະ ລ້ຽງບໍາລຸງເຈົ້າ. ແຕ່ຖ້າເຈົ້າບໍ່ຮັບຮູ້ສິ່ງນັ້ນ ແລະ ເຈົ້າມີຄວາມຄິດລົບ ໂດຍປະຖິ້ມຕົນເອງໃຫ້ຢູ່ກັບຄວາມໝົດຫວັງເທົ່ານັ້ນ, ຖ້າເຈົ້າຄິດໃນລັກສະນະນີ້, ແລ້ວການລໍ້ລວງຂອງຊາຕານກໍມາເຖິງເຈົ້າແລ້ວ. ເມື່ອໂຢບປະສົບກັບການທົດລອງ, ພຣະເຈົ້າ ແລະ ຊາຕານກຳລັງເດີມພັນກັນ ແລະ ພຣະເຈົ້າອະນຸຍາດໃຫ້ຊາຕານເຮັດໃຫ້ໂຢບເຈັບປວດ. ເຖິງແມ່ນວ່າ ພຣະເຈົ້າເອງທີ່ກຳລັງທົດສອບໂຢບ, ໃນຄວາມຈິງແລ້ວ ມັນແມ່ນຊາຕານທີ່ມາຫາເພິ່ນ. ສຳລັບຊາຕານແລ້ວ ມັນກຳລັງລໍ້ລວງໂຢບ, ແຕ່ໂຢບຢູ່ຂ້າງພຣະເຈົ້າ. ຖ້າບໍ່ເປັນແບບນັ້ນ ແລ້ວເພິ່ນກໍຄົງຈະຕົກລົງສູ່ການລໍ້ລວງ. ທັນທີທີ່ຜູ້ຄົນຕົກລົງສູ່ການລໍ້ລວງ, ພວກເຂົາກໍຕົກລົງສູ່ໄພອັນຕະລາຍ. ສາມາດເວົ້າໄດ້ວ່າ ການປະສົບກັບການຫຼໍ່ຫຼອມແມ່ນການທົດລອງຈາກພຣະເຈົ້າ, ແຕ່ຖ້າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ ມັນກໍສາມາດເວົ້າໄດ້ວ່າ ເປັນການລໍ້ລວງຈາກຊາຕານ. ຖ້າເຈົ້າບໍ່ຊັດເຈນກ່ຽວກັບນິມິດ, ຊາຕານກໍຈະກ່າວຫາເຈົ້າ ແລະ ປິດບັງເຈົ້າໃນນິມິດລັກສະນະດັ່ງກ່າວ. ກ່ອນທີ່ເຈົ້າຈະຮູ້ຕົວ, ເຈົ້າແມ່ນຕົກລົງສູ່ການລໍ້ລວງແລ້ວ.

ຖ້າເຈົ້າບໍ່ມີປະສົບການກັບພາລະກິດຂອງພຣະເຈົ້າ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ຈັກເທື່ອ. ໃນປະສົບການຂອງເຈົ້າ, ເຈົ້າຕ້ອງຍັງເຂົ້າສູ່ລາຍລະອຽດຕ່າງໆ. ຕົວຢ່າງເຊັ່ນ ແມ່ນຫຍັງຄືສິ່ງທີ່ນໍາພາໃຫ້ເຈົ້າພັດທະນາແນວຄິດ ແລະ ແຮງຈູງໃຈທີ່ຫຼາຍເກີນໄປ ແລະ ເຈົ້າຕ້ອງແກ້ໄຂບັນຫາເຫຼົ່ານີ້ດ້ວຍການປະຕິບັດທີ່ເໝາະສົມຫຍັງແດ່? ຖ້າເຈົ້າສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ, ນີ້ກໍໝາຍຄວາມວ່າ ເຈົ້າມີວຸດທິພາວະ. ຖ້າເຈົ້າພຽງແຕ່ເບິ່ງຄືວ່າມີຄວາມຫ້າວຫັນ, ນີ້ກໍບໍ່ແມ່ນວຸດທິພາວະທີ່ແທ້ຈິງ ແລະ ເຈົ້າຈະບໍ່ສາມາດຍຶດໝັ້ນໄດ້ຢ່າງແນ່ນອນ. ມີແຕ່ເມື່ອພວກເຈົ້າສາມາດຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ເຈົ້າສາມາດຜະເຊີນ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນເວລາໃດກໍຕາມ ແລະ ສະຖານທີ່ໃດກໍຕາມ, ເມື່ອພວກເຈົ້າຈຶ່ງສາມາດອອກຈາກຄົນລ້ຽງແກະ, ດຳລົງຊີວິດຢ່າງເປັນອິດສະຫຼະໂດຍເພິ່ງພາພຣະເຈົ້າ ແລະ ພວກເຈົ້າສາມາດເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ຄວາມປະສົງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ. ໃນຕອນນີ້, ຄົນສ່ວນໃຫຍ່ບໍ່ຮູ້ຈັກວິທີຜະເຊີນກັບພາລະກິດນັ້ນ ແລະ ເມື່ອພວກເຂົາພົບກັບບັນຫາ, ພວກເຂົາກໍບໍ່ຮູ້ວິທີຈັດການກັບບັນຫານັ້ນ; ພວກເຂົາບໍ່ສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດນໍາພາຊີວິດຝ່າຍວິນຍານໄດ້. ເຈົ້າຕ້ອງນໍາພຣະທຳ ແລະ ພາລະກິດຂອງພຣະເຈົ້າເຂົ້າສູ່ຊີວິດຕົວຈິງຂອງເຈົ້າ.

ບາງເທື່ອ ພຣະເຈົ້າມອບຄວາມຮູ້ສຶກປະເພດໃດໜຶ່ງໃຫ້ກັບເຈົ້າ, ຄວາມຮູ້ສຶກທີ່ເຮັດໃຫ້ເຈົ້າສູນເສຍຄວາມສຸກພາຍໃນຂອງເຈົ້າ ແລະ ສູນເສຍການສະຖິດຂອງພຣະເຈົ້າ ຈົນເຈົ້າຕົກລົງສູ່ຄວາມມືດມົວ. ນີ້ແມ່ນການຫຼໍ່ຫຼອມຊະນິດໜຶ່ງ. ເມື່ອໃດກໍຕາມທີ່ເຈົ້າເຮັດບາງສິ່ງບາງຢ່າງ ມັນກໍຈະມີການຜິດພາດຢູ່ສະເໝີ ຫຼື ເຈົ້າຊົນຝາ. ນີ້ແມ່ນການລົງວິໄນຂອງພຣະເຈົ້າ. ບາງເທື່ອ ເມື່ອເຈົ້າເຮັດບາງສິ່ງທີ່ບໍ່ເຊື່ອຟັງ ແລະ ກະບົດຕໍ່ພຣະເຈົ້າ, ບໍ່ມີຜູ້ໃດອາດຮູ້ຈັກມັນໄດ້, ແຕ່ພຣະເຈົ້າຮູ້. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າໄປ ແລະ ພຣະອົງຈະລົງວິໄນເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດມີລາຍລະອຽດຫຼາຍ. ພຣະອົງສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງຜູ້ຄົນຢ່າງລະມັດລະວັງ, ການປະພຶດ ແລະ ການເຄື່ອນໄຫວທຸກຢ່າງຂອງພວກເຂົາ ແລະ ຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຂົາ ເພື່ອວ່າຜູ້ຄົນຈະສາມາດໄດ້ຮັບເອົາຄວາມສຳນຶກພາຍໃນກ່ຽວກັບສິ່ງເຫຼົ່ານີ້. ເຈົ້າເຮັດບາງສິ່ງບາງຢ່າງຄັ້ງໜຶ່ງ ແລະ ມັນກໍຜິດພາດ, ເຈົ້າເຮັດສິ່ງນັ້ນອີກຄັ້ງ ແລະ ມັນກໍຍັງຜິດພາດ ແລະ ເຈົ້າຈະມາເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດເທື່ອລະໜ້ອຍ. ຜ່ານການລົງວິໄນຫຼາຍຄັ້ງ, ເຈົ້າຈະຮູ້ວ່າ ຕ້ອງເຮັດແບບໃດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ແມ່ນຫຍັງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ. ໃນທີ່ສຸດແລ້ວ, ເຈົ້າຈະມີການຕອບສະໜອງທີ່ຖືກຕ້ອງຕໍ່ການນໍາພາຂອງພຣະວິນຍານບໍລິສຸດຈາກຂ້າງໃນຕົວເຈົ້າ. ບາງຄັ້ງ ເຈົ້າຈະກະບົດ ແລະ ເຈົ້າຈະຖືກພຣະເຈົ້າຕໍານິຕິຕຽນຈາກຂ້າງໃນ. ທຸກສິ່ງເຫຼົ່ານີ້ແມ່ນມາຈາກການລົງວິໄນຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊີດຊູບູຊາພຣະທຳຂອງພຣະເຈົ້າ, ຖ້າເຈົ້າດູຖູກພາລະກິດຂອງພຣະອົງ, ແລ້ວພຣະອົງຈະບໍ່ສົນໃຈເຈົ້າເລີຍ. ຍິ່ງເຈົ້າຈິງຈັງກັບພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ພຣະອົງຈະຍິ່ງໃຫ້ແສງສະຫວ່າງກັບເຈົ້າຫຼາຍສໍ່ານັ້ນ. ໃນຕອນນີ້, ມີບາງຄົນໃນຄຣິສຕະຈັກທີ່ມີຄວາມເຊື່ອທີ່ວຸ້ນວາຍ ແລະ ສັບສົນ ແລະ ພວກເຂົາເຮັດຫຼາຍໆສິ່ງທີ່ບໍ່ເໝາະສົມ ແລະ ປະພຶດຢ່າງບໍ່ມີວິໄນ ແລະ ດ້ວຍເຫດນີ້ ພາລະກິດຂອງພຣະວິນຍານບໍລິສຸດກໍບໍ່ສາມາດເຫັນໄດ້ຢ່າງຊັດເຈນໃນຕົວພວກເຂົາ. ບາງຄົນປະຖິ້ມໜ້າທີ່ຂອງພວກເຂົາຢູ່ເບື້ອງຫຼັງເພື່ອເຫັນແກ່ການຫາເງິນ, ອອກໄປດຳເນີນທຸລະກິດໂດຍບໍ່ຖືກລົງວິໄນ; ຄົນປະເພດນັ້ນຍິ່ງຕົກຢູ່ໃນອັນຕະລາຍຫຼາຍຂຶ້ນ. ບໍ່ແມ່ນວ່າ ພວກເຂົາຈະບໍ່ມີພາລະກິດຂອງພຣະວິນຍານໃນປັດຈຸບັນເທົ່ານັ້ນ, ແຕ່ໃນອະນາຄົດ ພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ຍາກ. ມີຫຼາຍຄົນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ ແລະ ບໍ່ເຫັນການລົງວິໄນໃນຕົວພວກເຂົາ. ພວກເຂົາເປັນຄົນທີ່ບໍ່ຊັດເຈນໃນຄວາມປະສົງຂອງພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ. ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການຫຼໍ່ຫຼອມ, ຄົນທີ່ຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ຢ່າງໜ້ອຍສຸດຄືບໍ່ສາມາດຈາກໄປໄດ້ ຫຼື ບັນລຸ 0,1% ຂອງສິ່ງທີ່ເປໂຕບັນລຸແມ່ນຖືວ່າກຳລັງເຮັດດີ, ແຕ່ພວກເຂົາບໍ່ມີຄຸນຄ່າໃນເລື່ອງການທີ່ພຣະເຈົ້າໃຊ້ພວກເຂົາ. ຫຼາຍຄົນເຂົ້າໃຈສິ່ງຕ່າງໆຢ່າງໄວວາ, ມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ສາມາດລື່ນລະດັບຂອງເປໂຕ ແລະ ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນພວກເຂົາ. ການລົງວິໄນ ແລະ ການສ່ອງແສງສະຫວ່າງມາຫາຜູ້ຄົນດັ່ງກ່າວ ແລະ ຖ້າມີສິ່ງໃດໜຶ່ງໃນພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ພວກເຂົາກໍສາມາດໂຍນມັນຖິ້ມໄດ້ທັນທີ. ຄົນປະເພດນີ້ເປັນຄືກັບທອງຄຳ, ເງິນ ແລະ ຫີນທີ່ມີຄ່າ, ຄຸນຄ່າຂອງພວກເຂົາແມ່ນສູງທີ່ສຸດ! ຖ້າພຣະເຈົ້າໄດ້ກະທຳພາລະກິດຫຼາຍປະເພດ ແຕ່ເຈົ້າຍັງເປັນຄືກັບດິນຊາຍ ຫຼື ກ້ອນຫີນ, ແລ້ວເຈົ້າກໍບໍ່ມີຄ່າຫຍັງເລີຍ!

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 517)

ພາລະກິດຂອງພຣະເຈົ້າໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນເປັນຕາປະຫຼາດໃຈ ແລະ ບໍ່ສາມາດຢັ່ງເຖິງໄດ້. ພຣະອົງຈະເຮັດໃຫ້ຄົນກຸ່ມໜຶ່ງສົມບູນ ແລະ ກຳຈັດຄົນອື່ນ, ຍ້ອນມີຄົນທຸກປະເພດໃນຄຣິສຕະຈັກ, ມີຄົນທີ່ຮັກຄວາມຈິງ ແລະ ຄົນທີ່ບໍ່ຮັກ; ມີຄົນທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ຄົນທີ່ບໍ່ໄດ້ຜະເຊີນ; ມີຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄົນທີ່ບໍ່ປະຕິບັດ; ມີຄົນທີ່ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄົນທີ່ບໍ່ເປັນພະຍານ ແລະ ພວກເຂົາສ່ວນໜຶ່ງແມ່ນຜູ້ບໍ່ເຊື່ອ ແລພ ມະນຸດທີ່ຊົ່ວຮ້າຍ ແລະ ພວກເຂົາຈະຖືກກຳຈັດຢ່າງແນ່ນອນ. ຖ້າເຈົ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າຢ່າງຊັດເຈນ ແລ້ວເຈົ້າກໍຈະມີຄວາມຄິດລົບ; ນີ້ກໍເພາະວ່າພາລະກິດຂອງພຣະເຈົ້າສາມາດເຫັນໄດ້ໃນຄົນກຸ່ມນ້ອຍເທົ່ານັ້ນ. ໃນເວລານີ້ ມັນກໍຈະຊັດເຈນວ່າ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນມີພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ຄົນທີ່ບໍ່ຮັກພຣະອົງຢ່າງແທ້ຈິງແມ່ນຈະຖືກເປີດເຜີຍຜ່ານແຕ່ລະບາດກ້າວຂອງພາລະກິດຂອງພຣະອົງ. ພວກເຂົາຈະກາຍມາເປັນສິ່ງທີ່ຈະຖືກກຳຈັດ. ຄົນເຫຼົ່ານີ້ຈະຖືກເປີດໂປ່ງຕະຫຼອດເສັ້ນທາງແຫ່ງພາລະກິດຂອງການເອົາຊະນະ ແລະ ພວກເຂົາເປັນຄົນທີ່ບໍ່ມີຄຸນຄ່າທີ່ຈະຖືກເຮັດໃຫ້ສົມບູນເລີຍ. ຄົນທີ່ຖືກເຮັດໃຫ້ສົມບູນກໍຖືກພຣະເຈົ້າຮັບເອົາຢ່າງຄົບຖ້ວນສົມບູນ ແລະ ສາມາດຮັກພຣະເຈົ້າຄືກັບເປໂຕ. ຄົນທີ່ຖືກເອົາຊະນະກໍບໍ່ມີຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈ, ມີແຕ່ຄວາມຮັກທີ່ບໍ່ດີ້ນລົນ ແລະ ພວກເຂົາແມ່ນຖືກບັງຄັບໃຫ້ຮັກພຣະເຈົ້າ. ຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈຖືກພັດທະນາຜ່ານຄວາມເຂົ້າໃຈທີ່ໄດ້ຮັບຜ່ານປະສົບການຕົວຈິງ. ຄວາມຮັກນີ້ຄອບຄອງຫົວໃຈຂອງບຸກຄົນໃດໜຶ່ງ ແລະ ເຮັດໃຫ້ພວກເຂົາອຸທິດຕົນໃຫ້ກັບພຣະເຈົ້າຢ່າງສະໝັກໃຈ; ພຣະທຳຂອງພຣະເຈົ້າກາຍມາເປັນພື້ນຖານຂອງພວກເຂົາ ແລະ ພວກເຂົາສາມາດທົນທຸກເພື່ອພຣະເຈົ້າໄດ້. ແນ່ນອນ ນີ້ແມ່ນສິ່ງທີ່ຄົນຜູ້ເຊິ່ງຖືກພຣະເຈົ້າເຮັດໃຫ້ສົມບູນມີ. ຖ້າເຈົ້າພຽງແຕ່ສະແຫວງຫາເພື່ອຖືກເອົາຊະນະ, ແລ້ວເຈົ້າກໍບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້; ຖ້າພຣະເຈົ້າພຽງແຕ່ບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງຜ່ານການເອົາຊະນະຜູ້ຄົນ, ແລ້ວບາດກ້າວຂອງຜູ້ບໍລິການກໍຈະສຳເລັດໜ້າທີ່ດັ່ງກ່າວ. ເຖິງຢ່າງໃດກໍຕາມ, ການເອົາຊະນະຜູ້ຄົນບໍ່ແມ່ນເປົ້າໝາຍສຸດທ້າຍຂອງພຣະເຈົ້າ ເຊິ່ງແມ່ນການເຮັດໃຫ້ຜູ້ຄົນສົມບູນ. ສະນັ້ນ ແທນທີ່ຈະເວົ້າວ່າ ຂັ້ນຕອນນີ້ແມ່ນພາລະກິດແຫ່ງການເອົາຊະນະ, ໃຫ້ເວົ້າວ່າ ມັນແມ່ນພາລະກິດແຫ່ງການເຮັດໃຫ້ສົມບູນ ແລະ ການກຳຈັດ. ບາງຄົນຍັງບໍ່ຖືກເອົາຊະນະຢ່າງສົມບູນ ແລະ ໃນເສັ້ນທາງແຫ່ງການເອົາຊະນະພວກເຂົາ, ກຸ່ມຄົນໜຶ່ງຈະຖືກເຮັດໃຫ້ສົມບູນ. ພາລະກິດສອງສ່ວນນີ້ໄດ້ຖືກປະຕິບັດຄຽງຄູ່ກັນໄປ. ຜູ້ຄົນຍັງບໍ່ໄດ້ອອກເດີນທາງ ແມ່ນແຕ່ໃນຕະຫຼອດໄລຍະເວລາທີ່ຍາວນານຂອງພາລະກິດດັ່ງກ່າວ ແລະ ສິ່ງນີ້ກໍສະແດງວ່າ ເປົ້າໝາຍຂອງການເອົາຊະນະແມ່ນຖືກບັນລຸແລ້ວ, ນີ້ແມ່ນຄວາມຈິງຂອງການຖືກເອົາຊະນະ. ການຫຼໍ່ຫຼອມບໍ່ແມ່ນເພື່ອເຫັນແກ່ການເອົາຊະນະ, ແມ່ນເພື່ອເຫັນແກ່ການຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຫຼໍ່ຫຼອມ, ຜູ້ຄົນຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ ການຫຼໍ່ຫຼອມກໍມີຄ່າແທ້ໆ! ໃນປັດຈຸບັນ, ຄົນກຸ່ມໜຶ່ງກຳລັງຖືກເຮັດໃຫ້ສົມບູ ແລະ ໄດ້ຮັບ. ພອນສິບຢ່າງທີ່ກ່າວເຖິງກ່ອນໜ້ານີ້ ແມ່ນລ້ວນແລ້ວແຕ່ແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ທຸກສິ່ງທີ່ກ່ຽວກັບການປ່ຽນແປງພາບລັກຂອງພວກເຂົາເທິງແຜ່ນດິນໂລກ ແມ່ນເພື່ອແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ຖືກເຮັດໃຫ້ສົມບູນແມ່ນບໍ່ມີຄຸນສົມບັດທີ່ຈະໄດ້ຮັບສັນຍາຂອງພຣະເຈົ້າໄດ້.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 518)

ມັນເປັນກົດຂອງສະຫວັນ ແລະ ຫຼັກການຂອງໂລກທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ແລະ ໃນມື້ນີ້ ເຊິ່ງຢູ່ໃນຍຸກທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເຊິ່ງເປັນເວລາທີ່ດີ ໂດຍສະເພາະໃນການທີ່ຈະຮູ້ຈັກພຣະເຈົ້າ. ການເຮັດໃຫ້ພຣະເຈົ້າພໍພຣະໄທແມ່ນບາງສິ່ງທີ່ສາມາດເຮັດໄດ້ ໂດຍການສ້າງຮາກຖານໃນການເຂົ້າໃຈນ້ຳພຣະໄທຂອງພຣະເຈົ້າ ແລະ ເພື່ອທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ມັນກໍ່ມີຄວາມຈຳເປັນທີ່ຈະຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ຄວາມຮູ້ດັ່ງກ່າວນີ້ກ່ຽວກັບພຣະເຈົ້າ ແມ່ນນິມິດທີ່ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງມີ; ມັນແມ່ນພື້ນຖານຂອງຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ. ໃນກໍລະນີທີ່ບໍ່ມີຄວາມຮູ້ດັ່ງກ່າວນີ້, ຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຢູ່ໃນສະພາບທີ່ຄຸມເຄືອ ແລະ ໃນທ່າມກາງທິດສະດີທີ່ວ່າງເປົ່າ. ເຖິງແມ່ນວ່າມັນຈະເປັນປະນິທານຂອງຄົນແບບນີ້ທີ່ຕິດຕາມພຣະເຈົ້າ, ພວກເຂົາກໍ່ຈະບໍ່ໄດ້ຮັບຫຍັງເລີຍ. ບັນດາຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກສາຍທານນີ້ແມ່ນຜູ້ທີ່ຈະຖືກກໍາຈັດ ເຊິ່ງພວກເຂົາທຸກຄົນແມ່ນຄົນທີ່ເອົາປຽບຜູ້ອື່ນ. ບໍ່ວ່າເຈົ້າພົບກັບພາລະກິດຂອງພຣະເຈົ້າໃນຂັ້ນຕອນໃດກໍຕາມ, ເຈົ້າກໍຄວນໄດ້ຮັບການນຳພາໂດຍນິມິດທີ່ຫຍິ່ງໃຫຍ່. ບໍ່ສະນັ້ນ, ມັນກໍຈະເປັນສິ່ງທີ່ລໍາບາກສຳລັບເຈົ້າທີ່ຈະຍອມຮັບເອົາພາລະກິດໃໝ່ໃນແຕ່ລະຂັ້ນຕອນ, ຍ້ອນວ່າພາລະກິດໃໝ່ຂອງພະເຈົ້ານັ້ນເກີນຂີດຄວາມສາມາດຂອງມະນຸດທີ່ຈິດຕະນາການໄດ້ ແລະ ຢູ່ນອກຂອບເຂດຂອງຄວາມຄິດຂອງພວກເຂົາ. ສະນັ້ນ, ຖ້າບໍ່ມີຜູ້ດູແລທີ່ຄອຍມານໍາພາມະນຸດ, ຖ້າບໍ່ມີຜູ້ດູແລທີ່ມາພົວພັນກັນກ່ຽວກັບເລື່ອງຂອງນິມິດ, ມະນຸດກໍບໍ່ສາມາດທີ່ຈະຮັບເອົາພາລະກິດໃໝ່ນີ້. ຖ້າມະນຸດບໍ່ສາມາດຮັບນິມິດຕ່າງໆໄດ້, ເຂົາກໍບໍ່ສາມາດຮັບພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ຖ້າມະນຸດບໍ່ເຊື່ອຟັງພາລະກິດໃໝ່ຂອງພຣະເຈົ້າ, ເຂົາກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ກ່ອນທີ່ມະນຸດຈະປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ເຊິ່ງນັ້ນກໍຄື ເຂົາຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ດ້ວຍວິທີນີ້ເທົ່ານັ້ນ ຈິ່ງຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ຄືສິ່ງທີ່ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງມີ ແລະ ມັນກໍຍັງເປັນຂະບວນການທີ່ທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າຕ້ອງປະສົບ. ຂະບວນການໃນການມາຮູ້ຈັກພຣະທໍາຂອງພຣະເຈົ້າແມ່ນຂະບວນການໃນການມາຮູ້ຈັກພາລະກິດຂອງພຣະເຈົ້າ. ສະນັ້ນ, ການຮູ້ຈັກນິມິດຕ່າງໆບໍ່ພຽງແຕ່ອ້າງອີງເຖິງການຮູ້ຈັກມວນມະນຸດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ, ແຕ່ຍັງລວມເຖິງການຮູ້ຈັກພຣະທໍາ ແລະ ພາລະກິດຂອງພຣະເຈົ້າອີກດ້ວຍ. ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າຈາກພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າເປັນຈາກພາລະກິດຂອງພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າແມ່ນບາດກ້າວທໍາອິດໃນການຮູ້ຈັກພຣະເຈົ້າ. ຂະບວນການໃນການກ້າວຈາກຄວາມເຊື່ອໃນເບື້ອງຕົ້ນທີ່ມີຕໍ່ພຣະເຈົ້ານີ້ ໄປຫາຄວາມເຊື່ອທີ່ເລິກເຊິ່ງທີ່ສຸດໃນພຣະເຈົ້າ ແມ່ນຂະບວນການຂອງການຮູ້ຈັກພຣະເຈົ້າ ແລະ ຂະບວນການໃນການປະສົບກັບພາລະກິດຂອງພຣະເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ ພຽງເພື່ອໃຫ້ມີຄວາມເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ບໍ່ແມ່ນເພື່ອຮູ້ຈັກພຣະອົງ, ຄວາມເຊື່ອຂອງເຈົ້າກໍຈະບໍ່ມີຄວາມຈິງ ແລະ ສັດທາຂອງເຈົ້າກໍຈະບໍ່ສາມາດເປັນສັດທາທີ່ບໍລິສຸດໄດ້ ເຊິ່ງນີ້ເຮັດໃຫ້ບໍ່ມີຂໍ້ສົງໄສໃດໆເລີຍ. ຖ້າໃນຊ່ວງໄລຍະທີ່ເຂົາໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ມະນຸດຈະຄ່ອຍໆຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນອຸປະນິໄສຂອງເຂົາກໍຈະຄ່ອຍໆປ່ຽນໄປ ແລະ ຄວາມເຊື່ອຂອງເຂົາກໍຈະກາຍເປັນຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ເມື່ອມະນຸດໄດ້ປະສົບຜົນສຳເລັດໃນຄວາມເຊື່ອຂອງເຂົາທີ່ມີຕໍ່ພຣະເຈົ້າ, ເຂົາຈະໄດ້ຮັບພຣະເຈົ້າຢ່າງສົມບູນແບບ. ເຫດຜົນທີ່ເຮັດໃຫ້ພຣະເຈົ້າເຮັດຂະໜາດນັ້ນກໍເພື່ອກາຍເປັນເນື້ອໜັງເປັນຄັ້ງທີສອງ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເພື່ອວ່າ ມະນຸດຈະສາມາດຮູ້ຈັກພຣະອົງ ແລະ ແນມເຫັນພຣະອົງ. ການຮູ້ຈັກພຣະເຈົ້າ[ກ] ແມ່ນຜົນສຸດທ້າຍທີ່ຈະເຮັດສຳເລັດໃນຕອນສະຫຼຸບພາລະກິດຂອງພຣະເຈົ້າ; ມັນແມ່ນເງື່ອນໄຂສຸດທ້າຍທີ່ພຣະເຈົ້າສ້າງຂຶ້ນໃຫ້ມວນມະນຸດ. ເຫດຜົນເປັນຫຍັງພຣະອົງຈິ່ງເຮັດສິ່ງນີ້ ແມ່ນເພື່ອການເປັນພະຍານຄັ້ງສຸດທ້າຍຂອງພຣະອົງ; ນັ້ນກໍເພື່ອວ່າ ໃນທີ່ສຸດແລ້ວ ມະນຸດອາດຈະຫັນມາຫາພຣະອົງຢ່າງສົມບູນແບບ ໃນເມື່ອພຣະອົງໄດ້ຊົງປະຕິບັດພາລະກິດນີ້. ມະນຸດສາມາດຮັກພຣະເຈົ້າໄດ້ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ແລະ ເພື່ອທີ່ຈະຮັກພຣະເຈົ້າ ເຂົາຕ້ອງຮູ້ຈັກພຣະເຈົ້າ. ບໍ່ວ່າເຂົາຈະສະແຫວງຫາດ້ວຍວິທີໃດ ຫຼື ສິ່ງທີ່ເຂົາສະແຫວງຫາເພື່ອທີ່ຈະໄດ້ມາຈະແມ່ນສິ່ງຫຍັງກໍຕາມ, ເຂົາຕ້ອງມີຄວາມສາມາດທີ່ຈະຮັບຮູ້ກ່ຽວກັບພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈິ່ງຈະສາມາດເປັນທີ່ພໍພຣະໄທຂອງພຣະເຈົ້າ. ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີສັດທາທີ່ແທ້ຈິງຕໍ່ພຣະເຈົ້າ ແລະໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ເຂົາຈິ່ງຈະສາມາດເຄົາລົບບູຊາ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຈະບໍ່ສາມາດເຊື່ອຟັງ ແລະ ເຄົາລົບບູຊາພຣະເຈົ້າໄດ້ຢ່າງແທ້ຈີງ. ການຮູ້ຈັກພຣະເຈົ້າແມ່ນປະກອບມີການຮູ້ຈັກອຸປະນິໄສຂອງພຣະອົງ, ການເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ການຮູ້ຈັກສິ່ງທີ່ພຣະອົງເປັນ. ເຖິງວ່າໃຜຈະຮູ້ຈັກໃນແງ່ມຸມໃດກໍຕາມ, ແຕ່ລະຄົນຕ້ອງຮັບຜົນກໍາ ແລະ ຈໍາເປັນຕ້ອງມີຄວາມປະສົງທີ່ຈະເຊື່ອຟັງ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜທີ່ຈະສາມາດສືບຕໍ່ປະຕິບັດຕາມໄດ້ຈົນເຖິງທີ່ສຸດ. ພາລະກິດຂອງພຣະເຈົ້ານັ້ນຂັດກັນເກີນໄປກັບແນວຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ ແມ່ນຍາກເກີນໄປສຳລັບມະນຸດທີ່ຈະຮູ້ຈັກ ແລະ ທຸກສິ່ງທຸກຢ່າງທີ່ພຣະເຈົ້າກ່າວ ແລະ ກະທຳແມ່ນເປັນສິ່ງທີ່ຍາກເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້: ຖ້າວ່າມະນຸດປາດຖະໜາທີ່ຈະຕິດຕາມພຣະເຈົ້າ ແຕ່ຍັງບໍ່ເຕັມໃຈທີ່ຈະເຊື່ອຟັງພຣະອົງ, ມະນຸດກໍຈະບໍ່ໄດ້ຮັບຫຍັງເລີຍ. ນັບແຕ່ການສ້າງໂລກຈົນມາຮອດປັດຈະບັນນີ້, ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍ ທີ່ເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້ ແລະ ມະນຸດນັ້ນໄດ້ເຫັນວ່າ ມັນເປັນສິ່ງທີ່ຍາກທີ່ຈະຍອມຮັບໄດ້ ແລະ ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ ຈົນເຮັດໃຫ້ແນວຄວາມຄິດຂອງມະນຸດນັ້ນຍາກທີ່ຈະແກ້ໄຂໄດ້. ແຕ່ພຣະອົງບໍ່ເຄີຍຢຸດຕິພາລະກິດຂອງພຣະອົງຍ້ອນວ່າມະນຸດມີຂໍ້ຫຍຸ້ງຍາກຫຼາຍເກີນໄປ; ໃນທາງກົງກັນຂ້າມ, ພຣະອົງໄດ້ສືບຕໍ່ເຮັດພາລະກິດ ແລະ ກ່າວພຣະທໍາ ແລະ ເຖິງແມ່ນວ່າ “ນັກຮົບ” ຈຳນວນຫຼາຍໄດ້ລົ້ມຕາຍໄປໃນລະຫວ່າງທາງ, ພຣະອົງກໍຍັງຊົງປະຕິບັດພາລະກິດຂອງພຣະອົງຢູ່ ແລະ ຍັງຄົງສືບຕໍ່ໂດຍບໍ່ຢຸດພັກ ເພື່ອເລືອກເອົາກຸ່ມຄົນໜຶ່ງກຸ່ມ ທີ່ເປັນຄົນທີ່ເຕັມໃຈຍອມຮັບພາລະກິດໃໝ່ຂອງພຣະອົງ. ພຣະອົງບໍ່ມີຄວາມສົ່ງສານຕໍ່ “ວິລະບຸລຸດ” ທີ່ໄດ້ຕາຍໄປ ແລະ ໄດ້ທະນຸຖະໜອມຜູ້ທີ່ຍອມຮັບພາລະກິດໃໝ່ ແລະ ພຣະທໍາຂອງພຣະອົງແທນ. ແຕ່ພຣະອົງປະຕິບັດພາລະກິດດ້ວຍວິທີການແບບນີ້ເພື່ອຫຍັງ, ເພື່ອເປັນໄປຕາມແຕ່ລະຂັ້ນຕອນບໍ? ເປັນຫຍັງພຣະອົງຊົງກຳຈັດຄົນບາງຄົນ ແລະ ເລືອກເອົາຄົນອື່ນໆສະເໝີ? ເປັນຫຍັງພຣະອົງຊົງໃຊ້ວິທີການແບບນັ້ນເລື້ອຍໆ? ຈຸດປະສົງຂອງພາລະກິດຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນ ຈິ່ງເຮັດພຣະອົງເລືອກ. ຫຼັກການຂອງພາລະກິດຂອງພຣະອົງຄືການເຮັດພາລະກິດໃນຜູ້ທີ່ສາມາດຍອມຮັບພາລະກິດທີ່ພຣະອົງກະທຳໃນປັດຈຸບັນນີ້ ແລະ ບໍ່ແມ່ນເຮັດພາລະກິດໃນຜູ້ທີ່ຍອມຮັບພາລະກິດທີ່ພຣະອົງໄດ້ເຮັດໃນອາດີດ ໃນຂະນະທີ່ຍັງຕໍ່ຕ້ານພາລະກິດທີ່ພຣະອົງເຮັດໃນປັດຈຸບັນ. ນີ້ແມ່ນເຫດຜົນວ່າ ເປັນຫຍັງພຣະອົງໄດ້ຊົງກຳຈັດຜູ້ຄົນຢ່າງຫຼວງຫຼາຍ.

ບົດຮຽນໃນການຮູ້ຈັກພຣະເຈົ້າແມ່ນບໍ່ສາມາດບັນລຸຜົນໄດ້ໃນໜຶ່ງ ຫຼື ສອງມື້: ມະນຸດຕ້ອງໄດ້ສະສົມປະສົບການ, ປະເຊີນກັບຄວາມທຸກທໍລະມານ ແລະ ຍອມຮັບຢ່າງແທ້ຈິ່ງ. ກ່ອນອື່ນໝົດ, ໃຫ້ເລີ່ມຈາກພາລະກິດ ແລະ ພຣະທໍາຂອງພຣະເຈົ້າ. ມັນຈໍາເປັນທີ່ເຈົ້າຈະຕ້ອງເຂົ້າໃຈສິ່ງທີ່ມີຢູ່ໃນຄວາມຮູ້ກ່ຽວກັບພຣະເຈົ້າ, ວິທີໄດ້ຮັບຄວາມຮູ້ນີ້ ແລະ ວິທີແນມເຫັນພຣະເຈົ້າໃນປະສົບການຂອງເຈົ້າ. ນີ້ແມ່ນສິ່ງທີ່ທຸກຄົນຕ້ອງປະຕິບັດເມື່ອພວກເຂົາຍັງບໍ່ທັນໄດ້ຮູ້ຈັກພຣະເຈົ້າເທື່ອ. ບໍ່ມີໃຜສາມາດເຂົ້າໃຈພາລະກິດ ແລະ ພຣະທໍາຂອງພຣະເຈົ້າໄດ້ໃນຄາວດຽວ ແລະ ບໍ່ມີໃຜສາມາດໄດ້ຮັບຄວາມຮູ້ທັງໝົດ ກ່ຽວກັບພຣະເຈົ້າ ພາຍໃນເວລາອັນສັ້ນ. ມັນມີຂະບວນການດ້ານປະສົບການທີ່ຈຳເປັນ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜສາມາດຮູ້ຈັກພຣະເຈົ້າ ແລະ ຕິດຕາມພຣະອົງໄດ້ຢ່າງຈິງໃຈ. ຍິ່ງພຣະເຈົ້າເຮັດພາລະກິດຂອງພຣະອົງຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ຈັກພຣະອົງຫຼາຍຂຶ້ນເທົ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຂັດແຍ່ງກັບແນວຄວາມຄິດຂອງມະນຸດຫຼາຍເທົ່າໃດ, ຄວາມຮູ້ຂອງມະນຸດທີ່ມີຕໍ່ພຣະອົງກໍຍິ່ງໄດ້ຮັບການຟຶ້ນຟູ ແລະ ມີຄວາມເລິກເຊິ່ງຂຶ້ນເທົ່ານັ້ນ. ຖ້າພາລະກິດຂອງພຣະເຈົ້າແມ່ນເພື່ອໃຫ້ຄົງຢູ່ຕະຫຼອດໄປ ແລະ ບໍ່ສາມາດປ່ຽນແປງໄດ້, ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ມີຫຼາຍ. ໃນລະຫວ່າງໄລຍະຂອງການສ້າງ ແລະ ປັດຈຸບັນ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະບັນຍັດ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພະອົງໄດ້ກະທຳໃນຍຸກແຫ່ງອານາຈັກ: ພວກເຈົ້າຕ້ອງມີຄວາມຊັດເຈນກ່ຽວກັບນິມິດເຫຼົ່ານີ້. ພວກເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ພາລະກິດແຫ່ງການຮູ້ຈັກພຣະເຈົ້າ”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 519)

ມະນຸດປະສົບກັບພາລະກິດຂອງພຣະເຈົ້າ, ໄດ້ມາຮູ້ຈັກໂຕເອງ, ລົບລ້າງອຸປະນິໄສທີ່ບໍ່ດີຂອງຕົນ ແລະ ສະແຫວງຫາການຈະເລີນເຕີບໂຕໃນຊີວິດ, ທັງໝົດນີ້ແມ່ນເພື່ອການຮູ້ຈັກພຣະເຈົ້າ. ຖ້າເຈົ້າພຽງແຕ່ສະແຫວງຫາ ເພື່ອຮູ້ຈັກຕົວເອງ ແລະ ເພື່ອຈັດການກັບອຸປະນິໄສທີ່ບໍ່ດີຂອງຕົວເອງ, ແຕ່ບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ພຣະເຈົ້າກະທຳຕໍ່ມະນຸດ, ກ່ຽວກັບການໄຖ່ບາບຂອງພຣະອົງນັ້ນຫຍິ່ງໃຫຍ່ພຽງໃດ ຫຼື ກ່ຽວກັບວິທີທີ່ເຈົ້າປະສົບກັບພາລະກິດຂອງພຣະເຈົ້າ ແລະ ເປັນປະຈັກພະຍານຕໍ່ສິ່ງທີ່ພຣະອົງໄດ້ຊົງກະທຳແລ້ວ, ປະສົບການຂອງເຈົ້ານັ້ນກໍໄຮ້ຄ່າ. ຫາກເຈົ້າຄິດວ່າຊີວິດຂອງຄົນໆໜຶ່ງໄດ້ບັນລຸຄວາມເປັນຜູ້ໃຫຍ່ພຽງຍ້ອນວ່າ ຄົນໆນັ້ນສາມາດນຳເອົາຄວາມຈິງໄປປະຕິບັດ ແລະ ເພື່ອອົດທົນ, ນີ້ກໍໝາຍຄວາມວ່າເຈົ້າຍັງບໍ່ທັນເຂົ້າໃຈຄວາມໝາຍແທ້ຈິງຂອງຊີວິດ ຫຼື ຈຸດປະສົງຂອງພຣະເຈົ້າໃນການເຮັດໃຫ້ມະນຸດສົມບູນ. ໃນມື້ໜຶ່ງ, ເມື່ອເຈົ້າຢູ່ໃນຄຣິດຕະຈັກຕ່າງໆທາງສາສະໜາ, ຢູ່ທ່າມກາງສະມາຊິກຂອງຄຣິດຕະຈັກແຫ່ງການກັບໃຈ ຫຼື ຄຣິດຕະຈັກແຫ່ງຊີວິດ, ເຈົ້າຈະພົບກັບຫຼາຍໆຄົນທີ່ມີສັດທາ ເຊິ່ງເປັນຜູ້ທີ່ມີຄຳອະທິຖານທີ່ມີ “ນິມິດ” ແລະ ແມ່ນຜູ້ທີ່ຮູ້ສືຶກປະທັບໃຈ ແລະ ມີພຣະທໍາຊົງນຳພາ ໃນການສະແຫວງຫາຊີວິດຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາສາມາດອົດທົນ ແລະ ປະຖິ້ມຕົວພວກເຂົາເອງໄດ້ໃນຫຼາຍໆເລື່ອງ ແລະ ບໍ່ໄດ້ໃຫ້ເນື້ອໜັງເປັນສິ່ງນໍາພາ. ໃນເວລານັ້ນ, ເຈົ້າຈະບໍ່ສາມາດບອກຄວາມແຕກຕ່າງໄດ້: ເຈົ້າຈະເຊື່ອວ່າ ທຸກສິ່ງທຸກຢ່າງທີ່ພວກເຂົາປະຕິບັດນັ້ນຖືກຕ້ອງ, ແມ່ນການສະແດງອອກຕາມທຳມະຊາດຂອງຊີວິດ ແລະ ມັນກໍເປັນສິ່ງທີ່ໜ້າເສຍດາຍ ທີ່ພຣະນາມທີ່ພວກເຂົາເຊື່ອເຖິງນັ້ນບໍ່ຖືກຕ້ອງ. ມຸມມອງແບບນັ້ນມັນບໍ່ໂງ່ງາວບໍ? ເປັນຫຍັງຈິ່ງເວົ້າວ່າ ຫຼາຍໆຄົນບໍ່ມີຊີວິດ? ຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈິ່ງມີການເວົ້າວ່າ ພວກເຂົາບໍ່ມີພຣະເຈົ້າຢູ່ໃນຫົວໃຈ ແລະ ບໍ່ມີຊີວິດ. ຖ້າວ່າຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໃດໜຶ່ງ ເຊິ່ງເປັນບ່ອນທີ່ເຈົ້າສາມາດຮູ້ເຖິງການກະທຳຂອງພຣະເຈົ້າໄດ້ຢ່າງຖີ່ຖ້ວນ, ຄວາມເປັນຈິງຂອງພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ແລ້ວຫຼັງຈາກນັ້ນເຈົ້າກໍຈະມີຄວາມຈິງ. ຖ້າເຈົ້າບໍ່ຮູ້ຈັກພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ, ນັ້ນສະແດງວ່າ ຍັງມີບ່າງຢ່າງທີ່ຜິດພາດໃນປະສົບການຂອງເຈົ້າ. ພຣະເຢຊູປະຕິບັດຂັ້ນຕອນນັ້ນໃນພາລະກິດຂອງພຣະອົງແນວໃດ, ຂັ້ນຕອນນັ້ນໄດ້ຖືກປະຕິບັດແນວໃດ, ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນແນວໃດ ແລະ ພາລະກິດໃດທີ່ສຳເລັດ, ພາລະກິດໃດທີ່ກຳລັງຖືກເຮັດໃຫ້ສຳເລັດໃນຂັ້ນຕອນນີ້ ເຊິ່ງຖ້າຫາກວ່າ ເຈົ້າບໍ່ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າຈະບໍ່ຮູ້ສຶກໝັ້ນໃຈ ແລະ ເຈົ້າຈະບໍ່ຮູ້ສຶກປອດໄພຢູ່ຕະຫຼອດ. ພາຍຫຼັງໄດ້ປະສົບໃນໄລຍະໜື່ງ, ຖ້າເຈົ້າສາມາດຮູ້ຈັກພາລະກິດທີ່ເຮັດສໍາເລັດໂດຍພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດພຣະອົງແລ້ວ ແລະ ຖ້າເຈົ້າໄດ້ຮັບຄວາມຮູ້ອັນເລິກເຊິ່ງກ່ຽວກັບເປົ້າໝາຍຂອງພຣະເຈົ້າໃນການກ່າວພຣະທໍາຂອງພຣະອົງ ແລະ ເປັນຫຍັງຫຼາຍໆພຣະທໍາທີ່ພຣະອົງໄດ້ກ່າວບໍ່ໄດ້ຖືກເຮັດໃຫ້ສໍາເລັດ, ນັ້ນກໍຈະໝາຍຄວາມວ່າ ເຈົ້າອາດຈະສະແຫວງຫາເສັ້ນທາງຂ້າງໜ້າດ້ວຍຄວາມກ້າຫານ ແລະ ໂດຍທີ່ບໍ່ມີສິ່ງໃດທ່ວງດຶງໄວ້ ໂດຍປາສະຈາກຄວາມກັງວົນ ແລະ ການປັບແຕ່ງໃດໆ. ພວກເຈົ້າຄວນເຫັນວ່າ ພຣະເຈົ້າໃຊ້ວິທີການໃດ ເພື່ອບັນລຸພາລະກິດຂອງພຣະອົງໄດ້ຫຼາຍປານນີ້. ພຣະອົງໃຊ້ພຣະທໍາທີ່ພຣະອົງກ່າວ, ເຮັດໃຫ້ມະນຸດບໍລິສຸດ ແລະ ປ່ຽນແນວຄວາມຄິດຂອງເຂົາດ້ວຍພຣະທໍາທີ່ຫຼາກຫຼາຍ. ຄວາມທຸກທໍລະມານທັງໝົດທີ່ພວກເຈົ້າໄດ້ອົດທົນອົດກັ້ນ, ການເຮັດໃຫ້ເຈົ້າມີຄວາມບໍລິສຸດ, ການຈັດການທີ່ເຈົ້າຍອມຮັບໃນຕົວເຈົ້າເອງ, ການເຫັນແຈ້ງທີ່ເຈົ້າໄດ້ປະສົບກັບ ເຊິ່ງສິ່ງເຫຼົ່ານີ້ແມ່ນໄດ້ເຮັດສຳເລັດໂດຍພຣະທໍາທີ່ພຣະເຈົ້າໄດ້ກ່າວ. ມະນຸດຕິດຕາມພຣະເຈົ້າໃນເລື່ອງໃດ? ຍ້ອນພຣະທໍາຂອງພຣະເຈົ້າ! ພຣະທໍາຂອງພຣະເຈົ້ານັ້ນແມ່ນລຶກລັບຢ່າງເລິກເຊິ່ງ ແລະ ພວກມັນສາມາດຫັນປ່ຽນຈິດໃຈຂອງມະນຸດ, ເປີດເຜີຍສິ່ງທີ່ຖືກຝັງຢູ່ເລິກພາຍໃນ, ເຮັດໃຫ້ເຂົາຮູ້ຈັກສິ່ງທີ່ເກີດຂຶ້ນໃນອະດີດ ແລະ ເຮັດໃຫ້ເຂົາເຈາະເຂົ້າໄປໃນອະນາຄົດໄດ້. ສະນັ້ນ, ມະນຸດຕ້ອງອົດທົນກັບຄວາມທຸກທໍລະມານ ຍ້ອນພຣະທໍາຂອງພຣະເຈົ້າ ແລະ ຍັງຖືກເຮັດໃຫ້ສົມບູນແບບດ້ວຍພຣະທໍາຂອງພຣະເຈົ້າເຊັ່ນກັນ: ໃນເວລານີ້ເທົ່ານັ້ນ ທີ່ມະນຸດຕິດຕາມພຣະເຈົ້າ. ສິ່ງທີ່ມະນຸດຄວນເຮັດໃນຂ້ນຕອນນີ້ຄືການຍອມຮັບພຣະທໍາຂອງພຣະເຈົ້າ ແລະ ບໍ່ວ່າເຂົາຈະຖືກເຮັດໃຫ້ສົມບູນແບບ ຫຼື ຕ້ອງຖືກເຮັດໃຫ້ບໍລິສຸດກໍ່ຕາມ, ພຣະທໍາຂອງພຣະເຈົ້າແມ່ນມີຄວາມສໍາຄັນ. ນີ້ແມ່ນພາລະກິດຂອງພຣະເຈົ້າ ແລະ ນີ້ກໍ່ແມ່ນນິມິດທີ່ເຮັດໃຫ້ມະນຸດຮູ້ຈັກປັດຈຸບັນ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ການເຂົ້າສູ່ຊີວິດ 3

ຕໍ່ໄປ: ການເຂົ້າສູ່ຊີວິດ 5

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງເປັນເພດຊາຍ ແລະ...

ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ...

ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ທຸກຄົນຮູ້ສຶກວ່າການຄຸ້ມຄອງຂອງພຣະເຈົ້າແມ່ນແປກທີ່ສຸດ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ກ່ຽວຂ້ອງກັບມະນຸດ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້