ການເຂົ້າສູ່ຊີວິດ 5

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 520)

ໃນໄລຍະເວລາທີ່ເປໂຕຕິດຕາມພຣະເຢຊູນັ້ນ ລາວໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງອີງຕາມແນວຄິດຂອງຕົນສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານເປັນຢ່າງດີ ແຕ່ຄວາມເຂົ້າໃຈຂອງລາວແມ່ນຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ເຮົາຕ້ອງຕິດຕາມທ່ານ ຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ເຮົາຕ້ອງຍອມຮັບຮູ້ທ່ານ ຜູ້ທີ່ຖືກເລຶອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫລັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງກະທໍາ, ສົນໃຈໃນສິ່ງທີ່ພຣະອົງກ່າວ ແລະ ສົນໃຈໃນຕົວພຣະເຢຊູເອງ. ລາວຮູ້ສຶກວ່າພຣະເຢຊູ ຄືຜູ້ສ້າງແຮງບັນດານໃຈ ທັງຄວາມຮັກ ແລະ ຄວາມເຄົາລົບຮັກ. ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລຶ່ອງການໃຫ້ ແລະ ການຊ່ວຍເຫຼືອ. ຫລັງຈາກຕິດຕາມພຣະເຢຊູໄດ້ໄລຍະໜຶ່ງ ເປໂຕກໍໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ ບໍ່ວ່າຈະເປັນການກະທໍາ, ການເວົ້າຈາ, ການເຄື່ອນຍ້າຍ ຫຼື ການສະແດງອອກ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພຣະເຢຊູທີ່ບໍ່ເໝືອນຜູ້ຊາຍທົ່ວໄປ. ເຖິງແມ່ນວ່າ ຄວາມເປັນມະນຸດຂອງພຣະອົງ ແມ່ນນອກເໜືອປົກກະຕິ ແຕ່ພຣະອົງແມ່ນເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ຄວາມມານະອົດທົນທີ່ມີຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູກະທໍາ ຫຼື ກ່າວ ແມ່ນເພື່ອຊ່ວຍເຫຼືອຄົນອື່ນ. ດ້ວຍວ່າເປໂຕໄດ້ຢູ່ຄຽງຂ້າງພຣະອົງ ລາວຈຶ່ງໄດ້ເຫັນ ແລະ ໄດ້ຮຽນຮູ້ໃນສິ່ງທີ່ລາວບໍ່ເຄີຍເຫັນ ຫຼື ສິ່ງທີ່ບໍ່ເຄີຍມີມາກ່ອນ. ລາວໄດ້ເຫັນ ເຖິງແມ່ນວ່າ ພຣະເຢຊູບໍ່ໄດ້ຍິ່ງໃຫຍ່ ຫຼື ແຕກຕ່າງໄປຈາກມະນຸດທໍາມະດາ ແຕ່ລາວເຫັນພຣະເຢຊູເປັນຄົນບໍ່ທໍາມະດາ ແລະ ແປກປະຫຼາດແນວໃດແນວໜຶ່ງ. ເຖິງແມ່ນວ່າ ເປໂຕຈະບໍ່ສາມາດອະທິບາຍໄດ້ກໍຕາມ ລາວສາມາດເຫັນພຣະເຢຊູປະຕິບັດແຕກຕ່າງຈາກຄົນອື່ນໆ ເພາະວ່າສິ່ງທີ່ພຣະອົງກະທໍາແມ່ນແຕກຕ່າງຈາກການກະທໍາຂອງມະນຸດທໍາມະດາຫຼາຍ. ຈາກການທີ່ເປໂຕໄດ້ສໍາພັດກັບພຣະເຢຊູນັ້ນ ລາວຍັງຮູ້ອີກວ່າອຸປະນິໄສຂອງພຣະອົງແມ່ນແຕກຕ່າງຈາກມະນຸດທໍາມະດາ. ພຣະອົງປະຕິບັດຕົນຢ່າງສະໝໍ່າສະເໝີຕະຫຼອດເວລາ, ບໍ່ເຄີຍເຮ່ງຮ້ອນ ແລະ ບໍ່ເຄີຍອວດໂອ້ ຫຼື ດູຖູກຄົນອື່ນ. ພຣະອົງໃຊ້ຊີວິດຂອງພຣະອົງໃນເສັ້ນທາງທີ່ເປີດເຜີຍເຖິງຮູບລັກສະນະທີ່ເປັນທໍາມາດາ ແລະ ໜ້າຍ້ອງຍໍສັນລະເສີນ. ໃນເລຶ່ອງການສົນທະນາ ພຣະເຢຊູເວົ້າຢ່າງກົງໄປກົງມາ ແລະ ດ້ວຍພຣະຄຸນ ການສື່ສານແມ່ນຢູ່ໃນລັກສະນະທີ່ລ່າເລີງ ແຕ່ກໍງຽບສະຫງົບ ແລະ ພຣະອົງກໍບໍ່ເຄີຍເສຍກຽດ ເມື່ອປະຕິບັດພາລະກິດຂອງພຣະອົງ. ເປໂຕເຫັນພຣະເຢຊູບາງຄັ້ງເປັນຄົນມິດງຽບ ບາງຄັ້ງກໍເວົ້າຫຼາຍ. ບາງຄັ້ງພຣະອົງດີໃຈຫຼາຍ ເບິ່ງຄືກັບວ່າ ພຣະອົງລ້າເລີງ ເຕັ້ນໄປມາເໝືອນກັບນົກເຂົາ ແລະ ບາງຄັ້ງ ພຣະອົງກໍໂສກເສົ້າງຽບເຫງົາບໍ່ເວົ້າບໍ່ຈາຫຍັງເລີຍ ເບິ່ງຄືກັບວ່າວ່າ ພຣະອົງແບກຫາບພາລະດ້ວຍຄວາມເສົ້າໃຈເໝືອນກັບວ່າພຣະອົງເປັນແມ່ທີ່ເມື່ອຍ ແລະ ອ່ອນເພຍ. ບາງຄັ້ງພຣະອົງກໍເຕັມໄປດ້ວຍຄວາມໂກດຮ້າຍ ເໝືອນດັ່ງທະຫານກ້າແລ່ນບຸກຂ້າສັດຕູ ແລະ ບາງຄັ້ງກໍເໝືອນດັ່ງສິງຮ້ອງຫະນາດ. ບາງຄັ້ງພຣະອົງຫົວ ບາງຄັ້ງພຣະອົງອະທິຖານ ແລະ ບາງຄັ້ງກໍຮ້ອງໄຫ້. ບໍ່ວ່າພຣະອົງຈະສະແດງກະລິຍາອອກມາແບບໃດ ເປໂຕກໍແຮງມີຄວາມຮັກ ແລະ ເຄົາລົບຕໍ່ພຣະອົງຫຼາຍຂຶ້ນ. ສຽງຫົວເຫຼາະຂອງພຣະເຢຊູເຮັດໃຫ້ເປໂຕມີຄວາມສຸກ, ຄວາມໂສກເສົ້າຂອງພຣະອົງເຮັດໃຫ້ເປໂຕທຸກໂສກເສຍໃຈ ແລະ ຄວາມໂກດຮ້າຍເຮັດໃຫ້ເປໂຕຢ້ານກົວ. ໃນຂະນະທີ່ຄວາມເມດຕາ, ການໃຫ້ອະໄພ ແລະ ການຮຽກຮ້ອງຢ່າງເຂັ້ມງວດທີ່ພຣະອົງຮຽກຮ້ອງຈາກຜູ້ຄົນເຮັດໃຫ້ເປໂຕມາຮັກພຣະເຢຊູຢ່າງແທ້ຈິງ ແລະ ສ້າງຄວາມເຄົາລົບ ແລະ ຄວາມປາຖະໜາຕໍ່ພຣະອົງຢ່າງແທ້ຈິງ. ແນ່ນອນ ເປໂຕພຽງມາຮູ້ຈັກໃນສິ່ງນີ້ ຫລັງຈາກລາວໄດ້ມາຢູ່ນໍາພຣະເຢຊູໄດ້ສອງສາມປີ.

(ຄັດຈາກບົດ “ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 521)

ມີຄັ້ງໜຶ່ງໃນປະສົບການຂອງເປໂຕທີ່ເຖິງຂັ້ນຮ້າຍແຮງທີ່ສຸດຈົນເຖິງກັບວ່າຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູໄດ້ໃຫ້ກໍາລັງໃຈລາວຜ່ານຈິດວິນຍານ ແລະ ພຣະອົງໄດ້ເຄີຍປາກົດໃຫ້ລາວເຫັນຄັ້ງໜຶ່ງ. ໃນເວລາເປໂຕທົນທຸກທໍລະມານຢ່າງສາຫັດ ແລະ ຈິດໃຈຂອງລາວເຕັມໄປດ້ວຍຄວາມສິ້ນຫວັງ ພຣະເຢຊູໄດ້ກ່າວຕໍ່ລາວວ່າ: “ທ່ານ ເຄີຍຢູ່ກັບເຮົາໃນແຜ່ນດິນໂລກນີ້ ແລະ ເຮົາກໍເຄີຍຢູ່ແຜ່ນດິນໂລກນີ້ກັບທ່ານ. ເຖິງແມ່ນວ່າ ເມື່ອກ່ອນພວກເຮົາໄດ້ຢູ່ນໍາກັນໃນສະຫວັນ ແຕ່ນັ້ນຄວາມຈິງແລ້ວມັນກໍຄືໂລກແຫ່ງວິນຍານ. ດຽວນີ້ ເຮົາໄດ້ກັບມາຍັງໂລກແຫ່ງວິນຍານນີ້ແລ້ວ ແລະ ທ່ານແມ່ນຍັງຢູ່ແຜ່ນດິນໂລກ. ສໍາລັບເຮົາບໍ່ແມ່ນມາຈາກແຜ່ນດິນໂລກ ແລະ ເຖິງແມ່ນວ່າ ທ່ານເອງກໍບໍ່ໄດ້ມາຈາກແຜ່ນດິນໂລກເຊັ່ນກັນ ແຕ່ທ່ານຈໍາເປັນຕ້ອງບັນລຸພາລະໜ້າທີ່ຂອງທ່ານໃນແຜ່ນດິນໂລກນີ້ກ່ອນ ເພາະວ່າທ່ານຄືຜູ້ຮັບໃຊ້ພຣະເຈົ້າ ແລະ ທ່ານຕ້ອງປະຕິບັດຕໍ່ໜ້າທີ່ຂອງທ່ານໃຫ້ດີທີ່ສຸດຕາມຄວາມສາມາດຂອງທ່ານ”. ເມື່ອປະໂຕໄດ້ຍິນວ່າຈະໄດ້ກັບໄປຢູ່ຄຽງຂ້າງກັບພຣະເຈົ້າອີກ ລາວກໍອົບອຸ່ນໃຈຂຶ້ນ. ໃນເວລາທີ່ເປໂຕປະສົບກັບຄວາມທຸກທໍາລະມານດັ່ງກ່າວທີ່ລາວເກືອບຕ້ອງໄດ້ນອນພັກຟືນຢູ່ໃນບ່ອນ, ລາວຮູ້ສຶກເສຍໃຈຫຼາຍຈົນເຖິງຂັ້ນໄດ້ອ້ອນວອນວ່າ: “ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ຂ້ານ້ອຍບໍ່ສາມາດເປັນທີ່ເພິ່ງພໍໃຈພຣະເຈົ້າໄດ້”. ຫລັງຈາກນັ້ນ ພຣະເຢຊູກໍປາກົດຕໍ່ໜ້າລາວ ແລ້ວກ່າວວ່າ: “ເປໂຕ, ບໍ່ແມ່ນເປັນເພາະວ່າທ່ານລືມຄຳໝັ້ນສັນຍາທີ່ທ່ານເຄີຍຕັ້ງໄວ້ກັບເຮົາແລ້ວບໍ? ທ່ານລືມທຸກສິ່ງທີ່ເຮົາໄດ້ກ່າວກັບທ່ານແລ້ວບໍ? ທ່ານລືມເປົ້າໝາຍຂອງທ່ານທີ່ທ່ານຕັ້ງໄວ້ກັບເຮົາແລ້ວບໍ?” ເປໂຕເຫັນວ່ານັ້ນຄືພຣະເຢຊູ ຈຶ່ງລຸກຂຶ້ນຈາກບ່ອນນອນ ແລະ ພຣະເຢຊູກໍປອບໃຈລາວອີກວ່າ: “ເຮົາບໍ່ໄດ້ມາຈາກແຜ່ນດິນໂລກນີ້ ເຮົາໄດ້ບອກທ່ານໄປແລ້ວ ທ່ານຕ້ອງເຂົ້າໃຈໃນເລຶ່ອງນີ້ ທ່ານລືມອີກສິ່ງໜຶ່ງທີ່ເຮົາໄດ້ບອກທ່ານໄປແລ້ວບໍ? ‘ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້ເຊັ່ນກັນ ບໍ່ແມ່ນມາຈາກໂລກໜ່ວຍນີ້’. ຕອນນີ້ຍັງມີພາລະກິດທີ່ທ່ານຈໍາເປັນຕ້ອງເຮັດ ທ່ານຈະໂສກເສົ້າແບບນີ້ບໍ່ໄດ້ ທ່ານຈະທົນທຸກທໍລະມານແບບນີ້ບໍ່ໄດ້. ເຖິງແມ່ນວ່າ ມະນຸດ ແລະ ພຣະເຈົ້າຈະບໍ່ສາມາດຢູ່ຮ່ວມກັນໃນໂລກນີ້ໄດ້ ເຮົາກໍມີພາລະກິດຂອງເຮົາ ທ່ານກໍມີພາລະກິດຂອງທ່ານ ແລະ ມື້ໜຶ່ງ ເມື່ອພາລະກິດຂອງທ່ານສໍາເລັດ ພວກເຮົາກໍຈະໄດ້ຢູ່ຮ່ວມໂລກດຽວກັນ ແລະ ເຮົາຈະນໍາເອົາທ່ານມາຢູ່ກັບເຮົາຕະຫຼອດໄປ”. ຫລັງຈາກໄດ້ຍິນຄໍາກ່າວເຫຼົ່ານີ້ ເປໂຕກໍຮູ້ສຶກສະບາຍໃຈຂຶ້ນ. ລາວຮູ້ວ່າຄວາມທໍລະມານດັ່ງກ່າວແມ່ນສິ່ງທີ່ລາວຕ້ອງໄດ້ອົດທົນ ແລະ ຜະເຊີນກັບມັນ ແລະ ຖືວ່າເປັນສິ່ງທີ່ດົນບັນດານໃຈ. ພຣະເຢຊູປາກົດຕໍ່ໜ້າເປໂຕທຸກຄັ້ງໃນເວລາສໍາຄັນ ເພື່ອໃຫ້ຄວາມສະຫວ່າງ, ໃຫ້ການຊີ້ນໍາ ແລະ ປະຕິບັດວຽກງານເພື່ອຊ່ວຍກະຕູ້ນຈິດວິນຍານຂອງລາວ. ແລ້ວເປໂຕເສຍໃຈກັບສິ່ງໃດຫຼາຍທີ່ສຸດ? ບໍ່ດົນຫລັງຈາກເປໂຕໄດ້ເວົ້າວ່າ: “ທ່ານແມ່ນພຣະບຸດຂອງພຣະເຈົ້າທີ່ຊົງມີຊີວິດ”, ພຣະເຢຊູຖາມຄໍາຖາມຕໍ່ໄປກັບເປໂຕ (ເຖິງແມ່ນວ່າມັນຈະບໍ່ໄດ້ຖືກບັນທຶກໄວ້ໃນພຣະຄໍາພີໃນທາງນີ້). ພຣະເຢຊູຖາມເຂົາວ່າ: “ເປໂຕ! ທ່ານບໍ່ເຄີຍຮັກເຮົາເລີຍບໍ?” ເປໂຕເຂົ້າໃຈຄວາມໝາຍຂອງພຣະເຢຊູດີ ແລະ ຕອບວ່າ: “ພຣະຜູ້ເປັນເຈົ້າ! ເມື່ອກ່ອນຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ ຂ້ານ້ອຍຍອມຮັບວ່າ ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ພຣະເຢຊູເລີຍຕອບວ່າ: “ຖ້າຜູ້ຄົນບໍ່ຮັກພຣະບິດາໃນສະຫວັນແລ້ວ ພວກເຂົາຈະຮັກພຣະບຸດໃນແຜ່ນດິນໂລກນີ້ໄດ້ແນວໃດ? ຖ້າຜູ້ຄົນບໍ່ຮັກພຣະບຸດທີ່ຖືກສົ່ງມາໂດຍພຣະເຈົ້າຜູ້ເປັນພຣະບິດາ ແລ້ວພວກເຂົາຈະຮັກພຣະບິດາໃນສະຫວັນໄດ້ແນວໃດ? ຖ້າຜູ້ຄົນຮັກພຣະບຸດໃນໂລກນີ້ແທ້ຈິງ ພວກເຂົາກໍຕ້ອງຮັກພຣະບິດາໃນສະຫວັນຢ່າງແທ້ຈິງເຊັ່ນກັນ”. ເມື່ອເປໂຕໄດ້ຍິນຄໍາກ່າວເຫຼົ່ານີ້ ລາວຮູ້ສຶກວ່າຕົນເອງຍັງບົກຜ່ອງຫຼາຍ. ລາວຮູ້ສຶກເສຍໃຈສະເໝີຈົນເຖິງກັບຮ້ອງໄຫ້ ພ້ອມທັງເວົ້າວ່າ: “ຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ຫລັງຈາກການຟື້ນຄືນຊີວິດ ແລະ ການສະເດັດໄປຍັງສະຫວັນຂອງພຣະເຟຊູ ເປໂຕແຮງຮູ້ສຶກສໍານຶກຜິດ ແລະ ເສຍໃຈກັບສິ່ງທີ່ຕົນເຄີຍກະທໍາ. ເມື່ອລາວຫວນຄິດຄືນຫລັງເຖິງວຽກງານທີ່ຜ່ານມາ ແລະ ວຽກງານໃນປັດຈຸບັນ ລາວມັກຈະຮຽກຮ້ອງຫາພຣະເຢຊູດ້ວຍຄໍາອະທິຖານສະເໝີ, ລາວຮູ້ສຶກເສຍໃຈ ແລະ ຮູ້ສຶກຕິດໜີ້ພຣະຄຸນພຣະເຈົ້າຍ້ອນວ່າລາວບໍ່ສາມາດສະໜອງຄວາມປາຖະໜາຂອງພຣະອົງ ແລະ ບໍ່ສາມາດປະຕິດຕົນເອງໃຫ້ໄດ້ມາຕະຖານທີ່ພຣະເຈົ້າໄດ້ຕັ້ງໄວ້. ອຸປະສັກເຫຼົ່ານີ້ກາຍເປັນພາລະທີ່ໜັກໜ່ວງ, ລາວກ່າວວ່າ: “ມື້ໜຶ່ງ ຂ້ານ້ອຍຈະ ອຸທິດທຸກຢ່າງ ແລະ ທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ຂ້ານ້ອຍຈະມອບທຸກສິ່ງທີ່ເປັນຄຸນຄ່າໃຫ້ກັບພຣະອົງ”. ລາວກ່າວອີກວ່າ: “ຂ້າແດ່ພຣະເຈົ້າ! ຂ້ານ້ອຍມີພຽງຄວາມສັດທາດຽວ ແລະ ຄວາມຮັກດຽວ. ຊີວິດຂອງຂ້ານ້ອຍບໍ່ມີຄຸນຄ່າຫຍັງ ແລະ ຮ່າງກາຍຂອງຂ້ານ້ອຍກໍບໍ່ມີຄຸນຄ່າຫຍັງ. ຂ້ານ້ອຍມີພຽງຄວາມສັດທາດຽວ ແລະ ຄວາມຮັກດຽວ ນັ້ນກໍຄືສັດທາໃນຕົວພຣະອົງພຽງຜູ້ດຽວ ມີແຕ່ຈິດໃຈ ແລະ ຄວາມຮັກທີ່ຈະມອບໃຫ້ພຣະອົງ ເພາະພຣະອົງແມ່ນຢູ່ໃນໃຈຂອງຂ້ານ້ອຍສະເໝີ. ບໍ່ມີສິ່ງໃດ ມີພຽງສອງສິ່ງນີ້ເທົ່ານັ້ນທີ່ຂ້ານ້ອຍຂໍມອບໃຫ້ພຣະອົງ”. ເປໂຕໄດ້ຮັບກໍາລັງໃຈຢ່າງຫຼວງຫຼາຍຈາກຄໍາກ່າວຂອງພຣະເຢຊູ ເພາະວ່າ ກ່ອນພຣະເຢຊູຈະຖືກຄືງຢູ່ເທິງໄມ້ກາງແຂນ ພຣະອົງໄດ້ກ່າວຕໍ່ປະໂຕວ່າ: “ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້”. ຕໍ່ມາເມື່ອເປໂຕປະສົບກັບຄວາມເຈັບປວດຢ່າງຮ້າຍແຮງ ພຣະເຢຊູກໍໄດ້ເຕືອນລາວອີກວ່າ: “ເປໂຕ, ທ່ານໄດ້ລືມແລ້ວບໍ? ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ຍ້ອນໜ້າທີ່ຂອງເຮົາໆຈິ່ງຕ້ອງຈາກໂລກນີ້ໄປ. ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້ ທ່ານລືມແລ້ວບໍ? ເຮົາໄດ້ບອກທ່ານສອງເທື່ອແລ້ວ ທ່ານບໍ່ຈື່ບໍ່?” ເປໂຕໄດ້ຍິນຄໍາກ່າວຂອງພຣະເຢຊູ ເປັນເຊັ່ນນັ້ນ ກໍຕອບວ່າ: “ຂ້ານ້ອຍບໍ່ໄດ້ລືມ!” ພຣະເຢຊູເລີຍກ່າວຕໍ່ອີກວ່າ: “ຄັ້ງໜຶ່ງທ່ານເຄີຍໃຊ້ເວລາຢູ່ກັບເຮົາ ຢູ່ຄຽງຂ້າງເຮົາໃນສະຫວັນຢ່າງມີຄວາມສຸກ. ທ່ານຄິດຮອດເຮົາ ແລະ ເຮົາກໍຄິດຮອດທ່ານເຊັ່ນກັນ. ເຖິງແມ່ນວ່າ ໃນສາຍຕາເຮົາສິ່ງທີ່ມີຊີວິດທັງຫຼາຍແມ່ນບໍ່ມີຄຸນຄ່າພໍທີ່ເຮົາຈະກ່າວເຖິງ ແຕ່ຈະບໍ່ໃຫ້ເຮົາຮັກບຸກຄົນທີ່ໄຮ້ດຽງສາ ແລະ ມີຈິດໃຈງົດງາມຢ່າງທ່ານໄດ້ແນວໃດ? ທ່ານລືມຄໍາສັນຍາຂອງເຮົາແລ້ວບໍ? ທ່ານຕ້ອງຮັບເອົາຄໍາສັ່ງຂອງເຮົາໃນໂລກນີ້ ທ່ານຕ້ອງບັນລຸໜ້າທີ່ທີເຮົາມອບໝາຍໃຫ້ທ່ານ. ແນ່ນອນ ມື້ໜຶ່ງເຮົາຈະພາທ່ານມາຢືນຢູ່ຄຽງຂ້າງເຮົາ”. ຫລັງຈາກໄດ້ຍິນຄໍາກ່າວເຫຼົ່ານີ້ ເປໂຕຈຶ່ງມີກໍາລັງໃຈຂຶ້ນ ແລະ ໄດ້ຮັບແຮງບັນດານໃຈຢ່າງໃຫຍ່ຫຼວງ, ເມື່ອເວລາທີ່ລາວຖືກຄືງຢູ່ເທິງໄມ້ກາງແຂນນັ້ນ ເປໂຕໄດ້ກ່າວວ່າ: “ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້ານ້ອຍຮັກພຣະອົງຢ່າງສຸດຫົວໃຈ ເຖິງແມ່ນວ່າ ພຣະອົງບອກໃຫ້ຂ້ານ້ອຍຕາຍ ຂ້ານ້ອຍກໍຈະຍັງຮັກພຣະອົງຢ່າງສຸດຫົວໃຈ! ບໍ່ວ່າພຣະອົງຈະສົ່ງວິນຍານຂອງຂ້ານ້ອຍໄປໃນທິດທາງໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດຕາມຄໍາສັນຍາໃນອະດີດຂອງພຣະອົງ ຫຼື ບໍ່, ຈາກນີ້ໄປບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ ຂ້ານ້ອຍຂໍຮັກພຣະອົງ ແລະ ເຊື່ອໃນພຣະອົງຕະຫຼອດໄປ”. ສິ່ງທີ່ເປໂຕຍຶດໝັນກໍຄືຄວາມສັດທາ ແລະ ຄວາມຮັກທີ່ແທ້ຈິງ.

(ຄັດຈາກບົດ “ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 522)

ບັດນີ້ ເຈົ້າຄວນສາມາດເຫັນໄດ້ຢ່າງຈະແຈ້ງໃນທາງເດີນຂອງເປໂຕ. ຖ້າເຈົ້າສາມາດເຫັນທາງເດີນຂອງເປໂຕຢ່າງຈະແຈ້ງ, ແລ້ວເຈົ້າກໍຈະໝັ້ນໃຈກ່ຽວກັບພາລະກິດທີ່ກໍາລັງປະຕິບັດໃນທຸກມື້ນີ້ ເພື່ອເຈົ້າຈະບໍ່ໄດ້ຈົ່ມວ່າ ຫຼື ເປັນຄົນຂີ້ຄ້ານ ຫຼື ຕ້ອງການສິ່ງໃດອີກ. ເຈົ້າຄວນຮັບຮູ້ໄດ້ເຖິງຄວາມຮູ້ສຶກຂອງເປໂຕໃນເວລານັ້ນ: ລາວຢູ່ກັບຄວາມໂສກເສົ້າເສຍໃຈ, ລາວບໍ່ເຄີຍຖາມເຖິງເລຶ່ອງອະນາຄົດ ຫຼື ຕ້ອງການພອນປະເສີດໃດໆ. ລາວບບໍ່ໄດ້ສະແຫວງຫາຜົນກໍາໄລ, ຄວາມສຸກສະບາຍ, ຊື່ສຽງ ຫຼື ໂຊກລາບຂອງໂລກນີ້ ແຕ່ສະແຫວງຫາເພື່ອໃຊ້ຊີວິດທີ່ມີຄຸນຄ່າທີ່ສຸດ ນັ້ນກໍຄືຕອບແທນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລາວ ແລະ ອຸທິດສິ່ງທີ່ມີຄຸນຄ່າທີ່ສຸດສໍາລັບລາວໃຫ້ກັບພຣະອົງ. ນັ້ນຄືສິ່ງທີ່ລາວເພິ່ງພໍໃຈທີ່ສຸດ. ລາວມັກອະທິຖານເຖິງພຣະເຢຊູສະເໝີດ້ວຍຄໍາອະທິຖານດັ່ງນີ້: “ຂ້າແດ່ພຣະເຢຊູຄຣິດເຈົ້າ ຂ້ານ້ອຍເຄີຍຮັກພຣະອົງ ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະອົງຢ່າງຈິງໃຈເລີຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ກ່າວວ່າຂ້ານ້ອຍມີຄວາມສັດທາໃນຕົວພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງ ຫຼື ເຄີຍມີຄວາມສັດທາໃນຕົວພຣະອົງຢ່າງແທ້ຈິງເລີຍ”. ເປໂຕມັກຈະອະທິຖານເພື່ອລຳລຶກເຖິງຄຳໝັ້ນສັນຍາຂອງລາວສະເໝີ, ລາວໄດ້ຮັບກໍາລັງໃຈຈາກພຣະຄໍາຂອງພຣະເຢຊູຕະຫຼອດເວລາ[ກ] ແລະ ນໍາໃຊ້ພຣະຄໍາເຫຼົ່ານັ້ນເພື່ອເປັນແຮງດົນບັນດານໃຈ. ຕໍ່ມາ ຫລັງຈາກມີປະສົບການໄດ້ໄລຍະໜຶ່ງ ພຣະເຢຊູໄດ້ທົດລອງລາວ ໂດຍກະຕຸ້ນຈິດໃຈຂອງລາວໃຫ້ສະແຫວງຫາພຣະອົງເພີ່ມອີກ. ເປໂຕອະທິຖານວ່າ: “ຂ້າແດ່ພຣະເຢຊູຄຣິດເຈົ້າ! ຂ້ານ້ອຍຄິດຮອດພຣະອົງ ແລະ ປາຖະໜາຢາກພົບພຣະອົງ. ຂ້ານ້ອຍມີຄວາມບົກຜ່ອງຫຼາຍ ແລະ ບໍ່ສາມາດຕອບແທນຄວາມຮັກພຣະອົງໄດ້. ຂ້ານ້ອຍອ້ອນວອນໃຫ້ພຣະອົງເອົາຂ້ານ້ອຍໄປໄວໆເທີດ. ເມື່ອໃດພຣະອົງຈະຕ້ອງການຂ້ານ້ອຍ? ເມື່ອໃດພຣະອົງຈະເອົາຂ້ານ້ອຍໄປ? ເມື່ອໃດຂ້ານ້ອຍຈະໄດ້ເຫັນໜ້າພຣະອົງອີກຄັ້ງ? ຂ້ານ້ອຍບໍ່ຕ້ອງການມີຊີວິດຢຸ່ໃນຮ່າງກາຍອັນຊົ່ວຊ້ານີ້ຕໍ່ໄປອີກແລ້ວ ແລະ ຂ້ານ້ອຍບໍ່ຢາກຕໍ່ຕ້ານກັບຮ່າງກາຍອັນຊົ່ວຮ້າຍນີ້ອີກ. ຂ້ານ້ອຍພ້ອມແລ້ວທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ໂດຍໄວທີ່ສຸດທີ່ຂ້ານ້ອຍຈະສະມາດກະທໍາໄດ້ ແລະ ຂ້ານ້ອຍບໍ່ຢາກເຮັດໃຫ້ພຣະອົງເສົ້າໂສກເສຍໃຈຍ້ອນຂ້ານ້ອຍອີກຕໍ່ໄປ”. ນີ້ແມ່ນວິທີທີ່ເປໂຕກ່າວຄໍາອະທິຖານ ແຕ່ໃນເວລານັ້ນລາວບໍ່ຮູ້ວ່າພຣະເຢຊູຈະເຮັດໃຫ້ລາວເປັນຄົນສົມບູນແບບ. ໃນລະຫວ່າງເປໂຕທົນທຸກທໍລະມານກັບການທົດລອງນັ້ນ ພຣະເຢຊູໄດ້ປາກົດຢູ່ຕໍ່ໜ້າລາວອີກຄັ້ງ ແລ້ວກ່າວວ່າ: “ເປໂຕ, ເຮົາຕອ້ງການເຮັດໃຫ້ທ່ານເປັນຄົນສົມບູນແບບ ເພື່ອທ່ານຈະກາຍເປັນໝາກໄມ້ທີ່ເປັນແກ້ວປະເສີດຂອງການເຮັດໃຫ້ທ່ານສົມບູນແບບ ເຊິ່ງນັ້ນຄືສິ່ງທີ່ເຮົາຈະຊື່ນຊົມທີ່ສຸດ. ທ່ານສາມາດເປັນພະຍານຝ່າຍເຮົາຢ່າງຈິງໃຈແທ້ບໍ? ທ່ານໄດ້ເຮັດໃນສິ່ງທີ່ເຮົາຂໍໃຫ້ທ່ານເຮັດແລ້ວບໍ? ທ່ານໄດ້ໃຊ້ຊີວິດທີ່ເປັນຢູ່ຕາມພຣະທໍາທີ່ເຮົາໄດ້ກ່າວແກ່ທ່ານແລ້ວບໍ? ທ່ານເຄີຍຮັກເຮົາ ແລະ ເຖິງແມ່ນວ່າທ່ານໄດ້ຮັກເຮົາ ແຕ່ທ່ານໄດ້ໃຊ້ຊີວິດເພື່ອເຮົາຢູ່ບໍ? ມີສິ່ງໃດແດ່ທີ່ທ່ານເຮັດເພື່ອເຮົາ? ທ່ານຍອມຮັບວ່າທ່ານບໍ່ມີຄຸນຄ່າພໍທີ່ຈະໄດ້ຮັບຄວາມຮັກຈາກເຮົາ ແຕ່ທ່ານໄດ້ເຮັດສິ່ງໃດແດ່ເພື່ອເຮົາ?” ເປໂຕເຫັນວ່າ ຕົນເອງບໍ່ໄດ້ເຮັດຫຍັງເພື່ອພຣະເຢຊູເລີຍ ແລະ ຈື່ໄດ້ວ່າຄໍາປະຕິຍານຂອງຕົນເອງຜ່ານມາແມ່ນມອບຊີວິດໃຫ້ກັບພຣະເຈົ້າ. ສະນັ້ນລາວຈຶ່ງບໍ່ຈົ່ມວ່າອີກຕໍ່ໄປ ແລະ ຄໍາອະທິຖານຂອງລາວໃນເວລາຕໍ່ມາແມ່ນເລິ່ມດີຂຶ້ນ. ດັ່ງທີ່ລາວໄດ້ອະທິຖານວ່າ: “ຂ້າແດ່ພຣະເຢຊູຄຣິດເຈົ້າ! ຂ້ານ້ອຍເຄີຍໜີຈາກພຣະອົງ ແລະ ພຣະອົງກໍເຄີຍໜີຈາກຂ້ານ້ອຍເຊັ່ນກັນ. ພວກເຮົາໄດ້ໃຊ້ຊີວິດຢູ່ຄົນລະແຫ່ງຫົນ ແລະ ພວກເຮົາໄດ້ໃຊ້ຊີວິດຢູ່ຮ່ວມກັນ ແຕ່ພຣະອົງຮັກຂ້ານ້ອຍຫຼາຍກວ່າສິ່ງອື່ນໃດ. ຂ້ານ້ອຍຕໍ່ຕ້ານພຣະອົງຢູ່ຕະຫຼອດ ແລະ ເຮັດໃຫ້ພຣະອົງທຸກໃຈນໍາຂ້ານ້ອຍຕະຫຼອດ. ຂ້ານ້ອຍຈະລືມສິ່ງເຫຼົ່ານີ້ໄດ້ແນວໃດ? ສິ່ງທີ່ພຣະອົງກະທໍາໃນຕົວຂ້ານ້ອຍ ແລະ ສິ່ງທີ່ພຣະອົງໄດ້ມອບໃຫ້ຂ້ານ້ອຍ ເຊິ່ງຂ້ານ້ອຍຈື່ໄດ້ສະເໝີ. ຂ້ານ້ອຍບໍ່ເຄີຍລືມ. ດ້ວຍວຽກງານທີ່ພຣະອົງໄດ້ກະທໍາໃນຕົວຂ້ານ້ອຍ ຂ້ານ້ອຍພະຍາຍາມປະຕິບັດຕາມຢ່າງເຕັມທີ່. ພຣະອົງຮູ້ດີໃນສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ພຣະອົງຮູ້ອີກວ່າຂ້ານ້ອຍສາມາດ ຫຼິ້ນໃນບົດບາດໃດໄດ້. ຄວາມປາຖະໜາຂອງພຣະອົງ ຄືຄໍາສັ່ງສຳລັບຂ້ານ້ອຍ ແລະ ຂ້ານ້ອຍຂໍອຸທິດທຸກສິ່ງຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ມີພຽງພຣະອົງຜູ້ດຽວທີ່ຮູ້ວ່າມີສິ່ງໃດແດ່ທີ່ຂ້ານ້ອຍສາມາດເຮັດເພື່ອພຣະອົງໄດ້. ເຖິງແມ່ນວ່າ ຊາຕານໄດ້ຫຼອກລວງຂ້ານ້ອຍຢ່າງໜັກທີ່ເຮັດໃຫ້ຂ້ານ້ອຍຕໍ່ຕ້ານພຣະອົງ. ຂ້ານ້ອຍເຊື່ອວ່າ ພຣະອົງຈະບໍ່ຈົດຈໍາຂ້ານ້ອຍຈາກການກະທໍາຊົ່ວເຫຼົ່ານັ້ນ ແລະ ຫວັງວ່າພຣະອົງຈະບໍ່ປະຕິບັດກັບຂ້ານ້ອຍຍ້ອນຂ້ານ້ອຍໄດ້ເຮັດໃນສິ່ງບໍ່ດີເຫຼົ່ານັ້ນ. ຂ້ານ້ອຍຂໍອຸທິດຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ຂ້ານ້ອຍບໍຂໍສິ່ງໃດ ບໍ່ຫວັງສິ່ງໃດ ແລະ ບໍ່ມີແຜນການອັນໃດ, ຂ້ານ້ອຍປາຖະໜາພຽງສິ່ງດຽວຄືປະຕິບັດຕາມເຈດຕະນາລົມ ແລະ ຈຸດປະສົງຂອງພຣະອົງ. ຂ້ານ້ອຍຈະດື່ມຈາກຈອກທີ່ຂົມຂື່ນຂອງພຣະອົງ ແລະ ຈະຢູ່ພາຍໃຕ້ຄໍາສັ່ງຂອງພຣະອົງ”.

ພວກເຈົ້າຕ້ອງຊັດເຈນກັບທາງເດີນທີ່ພວກເຈົ້າເດີນ, ພວກເຈົ້າຕ້ອງຊັດເຈນກັບວິທີທາງທີ່ພວກເຈົ້າຈະປະຕິບັດຕາມໃນອະນາຄົດ. ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບ ແລະ ແມ່ນຫຍັງຄືສິ່ງທີ່ໄດ້ມອບໝາຍໃຫ້ກັບພວກເຈົ້າ. ມື້ໜຶ່ງ ບາງເທື່ອ ພວກເຈົ້າຈະໄດ້ຖືກທົດລອງ ແລະ ຖ້າ ເມື່ອໃດພວກເຈົ້າສາມາດໄດ້ຮັບແຮງຈູງໃຈຈາກປະສົບການຂອງເປໂຕ, ກໍຈະສະແດງໃຫ້ເຫັນວ່າ ພວກເຈົ້າແມ່ນເດີນຕາມທາງຂອງເປໂຕຢ່າງແທ້ຈິງ. ເປໂຕແມ່ນບຸກຄົນທີ່ຖືກສັນລະເສີນຈາກພຣະເຈົ້າໃນຄວາມສັດທາ, ຄວາມຮັກ ແລະ ຄວາມຈົງຮັກພັກດີອັນແທ້ຈິງຂອງລາວທີ່ມີຕໍ່ພຣະເຈົ້າ. ດ້ວຍຄວາມສັດຊື່ ແລະ ການສະແຫວງຫາພຣະເຈົ້າຢ່າງແທ້ຈິງຂອງເປໂຕ ພຣະເຈົ້າຈຶ່ງເຮັດໃຫ້ລາວເປັນຄົນສົມບູນແບບ. ຖ້າພວກເຈົ້າມີຄວາມຮັກ ແລະ ຄວາມສັດທາທີ່ແທ້ຈິງເໝືອນເປໂຕ ແນ່ນອນ ພຣະເຢຊູຈະເຮັດໃຫ້ພວກເຈົ້າເປັນຄົນສົມບູນແບບເຊັ່ນກັນ.

(ຄັດຈາກບົດ “ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ໂດຍຖ້ອຍຄໍາເຫຼົ່ານີ້”.

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 523)

ເມື່ອເປໂຕກຳລັງຖືກຕີສອນໂດຍພຣະເຈົ້າ, ເພິ່ນອະທິຖານວ່າ “ໂອ ພຣະເຈົ້າ! ເນື້ອໜັງຂອງຂ້ານ້ອຍບໍ່ເຊື່ອຟັງ ແລະ ພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ. ຂ້ານ້ອຍຊື່ນຊົມຍິນດີໃນການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງບໍ່ຕ້ອງການຂ້ານ້ອຍ, ຂ້ານ້ອຍກໍເຫັນເຖິງອຸປະນິໄສທີ່ສັກສິດ ແລະ ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ. ເມື່ອພຣະອົງພິພາກສາຂ້ານ້ອຍ ເພື່ອຄົນອື່ນຈະໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ, ຂ້ານ້ອຍກໍຮູ້ສຶກພໍໃຈ. ຖ້າມັນສາມາດສຳແດງອຸປະນິໄສຂອງພຣະອົງ ແລະ ປ່ອຍໃຫ້ອຸປະນິໄສອັນຊອບທຳຂອງພຣະອົງໄດ້ເປັນທີ່ປະຈັກໂດຍທຸກສິ່ງທີ່ມີຊີວິດ ແລະ ຖ້າມັນສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍສຳລັບພຣະອົງບໍລິສຸດຍິ່ງຂຶ້ນ, ຈົນຂ້ານ້ອຍສາມາດບັນລຸໃນລັກສະນະຂອງຄົນທີ່ຊອບທຳ, ແລ້ວການພິພາກສາຂອງພຣະອົງນີ້ແມ່ນເໝາະສົມດີ ຍ້ອນສິ່ງດັ່ງກ່າວແມ່ນຄວາມປະສົງທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະອົງ. ຂ້ານ້ອຍຮູ້ວ່າ ຍັງມີຫຼາຍສິ່ງໃນຕົວຂ້ານ້ອຍທີ່ເປັນປໍລະປັກ ແລະ ຂ້ານ້ອຍຍັງບໍ່ສົມຄວນທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຂ້ານ້ອຍປາຖະໜາທີ່ຈະໃຫ້ພຣະອົງພິພາກສາຂ້ານ້ອຍຫຼາຍຍິ່ງຂຶ້ນ, ບໍ່ວ່າຜ່ານທາງສະພາບແວດລ້ອມທີ່ໂຫດຮ້າຍ ຫຼື ຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່; ບໍ່ວ່າພຣະອົງຈະກະທຳຫຍັງກໍຕາມ, ມັນກໍມີຄ່າສຳລັບຂ້ານ້ອຍ. ຄວາມຮັກຂອງພຣະອົງເລິກເຊິ່ງຫຼາຍ ແລະ ຂ້ານ້ອຍເຕັມໃຈທີ່ຈະໃຫ້ຕົນເອງຢູ່ໃນການປັ້ນແຕ່ງຂອງພຣະອົງໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ”. ນີ້ແມ່ນຄວາມຮູ້ຂອງເປໂຕຫຼັງຈາກທີ່ເພິ່ນໄດ້ມີປະສົບການໃນພາລະກິດຂອງພຣະອົງ ແລະ ຍັງເປັນຄຳພະຍານກ່ຽວກັບຄວາມຮັກທີ່ເພິ່ນມີໃຫ້ກັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໄດ້ຖືກເອົາຊະນະແລ້ວ, ແຕ່ໄຊຊະນະນີ້ຈະຖືກສຳແດງອອກໃນຕົວພວກເຈົ້າໄດ້ແນວໃດ? ບາງຄົນເວົ້າວ່າ “ໄຊຊະນະຂອງຂ້ານ້ອຍແມ່ນຄວາມກະລຸນາສູງສຸດ ແລະ ການສັນລະເສີນພຣະເຈົ້າ. ຂ້ານ້ອຍຫາກໍເຂົ້າໃຈວ່າ ຊີວິດຂອງມະນຸດວ່າງເປົ່າ ແລະ ປາສະຈາກຄວາມໝາຍ. ມະນຸດໃຊ້ຊີວິດຂອງເຂົາຫຍຸ້ງກັບຫຼາຍໆຢ່າງ, ໃຫ້ກຳເນີດ ແລະ ລ້ຽງດູເດັກນ້ອຍຈາກລຸ້ນສູ່ລຸ້ນ ແລະ ໃນທີ່ສຸດແລ້ວກໍຖືກປະຖິ້ມກັບຄວາມຫວ່າງເປົ່າ. ໃນປັດຈຸບັນ, ມີແຕ່ຫຼັງຈາກທີ່ຖືກເອົາຊະນະໂດຍພຣະເຈົ້າ ຂ້ານ້ອຍຈຶ່ງໄດ້ເຫັນວ່າ ບໍ່ມີຄຸ່ນຄ່າໃນການດຳລົງຊີວິດແບບນີ້; ມັນເປັນຊີວິດທີ່ບໍ່ມີຄວາມໝາຍຫຍັງແທ້ໆ. ຂ້ານ້ອຍຄວນຈະຕາຍໃຫ້ມັນຮູ້ແລ້ວຮູ້ລອດໄປສະ!” ພຣະເຈົ້າຈະສາມາດຮັບເອົາຄົນປະເພດດັ່ງກ່າວທີ່ຖືກເອົາຊະນະໄດ້ບໍ? ພວກເຂົາສາມາດກາຍມາເປັນຕົວຢ່າງ ແລະ ແບບຢ່າງໄດ້ບໍ? ຄົນປະເພດດັ່ງກ່າວເປັນບົດຮຽນໃນຄວາມບໍ່ດີ້ນລົນ, ພວກເຂົາບໍ່ມີຄວາມປາຖະໜາ ແລະ ບໍ່ພະຍາຍາມທີ່ຈະປັບປຸງຕົວພວກເຂົາເອງ! ເຖິງແມ່ນພວກເຂົາຖືວ່າເປັນຄົນທີ່ຖືກເອົາຊະນະ, ຄົນທີ່ບໍ່ດີ້ນລົນແບບນີ້ກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ເມື່ອໃກ້ເຖິງເວລາສຸດທ້າຍໃນຊີວິດຂອງເປໂຕ, ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ເພິ່ນໄດ້ກ່າວວ່າ “ໂອ ພຣະເຈົ້າ! ຖ້າຂ້ານ້ອຍຕ້ອງມີຊີວິດອີກສອງສາມປີ, ຂ້ານ້ອຍປາຖະໜາທີ່ຈະບັນລຸຄວາມຮັກໃຫ້ພຣະອົງທີ່ບໍລິສຸດຍິ່ງຂຶ້ນ ແລະ ເລິກເຊິ່ງກວ່າເດີມ”. ເມື່ອເພິ່ນກຳລັງຈະຖືກຄຶງເທິງໄມ້ກາງແຂນ, ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ໂອ ພຣະເຈົ້າ! ເວລາຂອງພຣະອົງໄດ້ມາເຖິງແລ້ວ, ເວລາທີ່ພຣະອົງໄດ້ຈັດກຽມໄວ້ໃຫ້ຂ້ານ້ອຍໄດ້ມາເຖິງແລ້ວ. ຂ້ານ້ອຍຕ້ອງຖືກຄຶງທີ່ໄມ້ກາງແຂນເພື່ອພຣະອົງ, ຂ້ານ້ອຍຕ້ອງເປັນພະຍານໃຫ້ກັບພຣະອົງ ແລະ ຂ້ານ້ອຍຫວັງວ່າ ຄວາມຮັກຂອງຂ້ານ້ອຍຈະສາມາດສະໜອງຕາມຄວາມຕ້ອງການຂອງພຣະອົງໄດ້ ແລະ ມັນຈະໄດ້ບໍລິສຸດຫຼາຍຍິ່ງຂຶ້ນ. ໃນປັດຈຸບັນ, ການທີ່ສາມາດຕາຍເພື່ອພຣະອົງ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງນັ້ນ ເປັນສິ່ງທີ່ປອບໃຈ ແລະ ເຮັດໃຫ້ຂ້ານ້ອຍໝັ້ນໃຈ, ຍ້ອນບໍ່ມີຫຍັງທີ່ເປັນຕາຍິນດີໄປກວ່າການທີ່ສາມາດຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງ ແລະ ປະຕິບັດຄາມຄວາມປາຖະໜາຂອງພຣະອົງ ແລະ ການທີ່ສາມາດມອບຕົວຂ້ານ້ອຍເອງໃຫ້ກັບພຣະອົງ, ຖວາຍຊີວິດຂອງຂ້ານ້ອຍໃຫ້ກັບພຣະອົງອີກແລ້ວ. ໂອ ພຣະເຈົ້າ! ພຣະອົງຊ່າງເປັນຕາຮັກຫຼາຍ! ຖ້າພຣະອົງຍອມໃຫ້ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍກໍຍິ່ງເຕັມໃຈທີ່ຈະຮັກພຣະອົງ. ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຮັກພຣະອົງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ພຣະອົງພິພາກສາຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ທົດລອງຂ້ານ້ອຍ ເພາະຂ້ານ້ອຍບໍ່ຊອບທຳ, ເພາະຂ້ານ້ອຍໄດ້ເຮັດບາບ. ແລ້ວອຸປະນິໄສທີ່ຊອບທຳຂອງພຣະອົງກໍຍິ່ງປາກົດແຈ້ງໃຫ້ຂ້ານ້ອຍເຫັນ. ນີ້ຄືພຣະພອນສໍາລັບຂ້ານ້ອຍ ຍ້ອນຂ້ານ້ອຍສາມາດຮັກພຣະອົງໄດ້ເລິກເຊິ່ງຫຼາຍຍິ່ງຂຶ້ນ ແລະ ຂ້ານ້ອຍເຕັມໃຈທີ່ຈະຮັກພຣະອົງແບບນີ້ ເຖິງແມ່ນວ່າພຣະອົງຈະບໍ່ຮັກຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຍ້ອນສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດດຳລົງຊີວິດທີ່ມີຄວາມໝາຍຫຼາຍທີ່ສຸດ. ຂ້ານ້ອຍຮູ້ສຶກວ່າ ບັດນີ້ ຊີວິດຂອງຂ້ານ້ອຍມີຄວາມໝາຍຫຼາຍຍິ່ງຂຶ້ນ, ຍ້ອນຂ້ານ້ອຍຖືກຄຶງເທິງໄມ້ກາງແຂນເພື່ອເຫັນແກ່ພຣະອົງ ແລະ ມັນມີຄວາມໝາຍທີ່ຈະຕາຍເພື່ອພຣະອົງ. ແຕ່ຂ້ານ້ອຍກໍຍັງຮູ້ສຶກບໍ່ພໍໃຈ, ຍ້ອນຂ້ານ້ອຍຮູ້ຈັກກ່ຽວກັບພຣະອົງພຽງແຕ່ໜ້ອຍດຽວ, ຂ້ານ້ອຍຮູ້ຈັກວ່າ ຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງຢ່າງຄົບຖ້ວນ ແລະ ໄດ້ຕອບແທນພຣະອົງພຽງແຕ່ເລັກນ້ອຍ. ໃນຊີວິດຂອງຂ້ານ້ອຍ, ຂ້ານ້ອຍບໍ່ສາມາດຕອບແທນໝົດທັງຕົວຕົນຂອງຂ້ານ້ອຍໃຫ້ກັບພຣະອົງ; ຂ້ານ້ອຍແຮງໄກຈາກສິ່ງນັ້ນ. ເມື່ອຂ້ານ້ອຍຫຼຽວເບິ່ງຄືນໃນຊ່ວງເວລານີ້, ຂ້ານ້ອຍຮູ້ສຶກຕິດໜີ້ບຸນຄຸນພຣະອົງຫຼາຍ ແລະ ຂ້ານ້ອຍມີພຽງແຕ່ຊ່ວງເວລານີ້ທີ່ຈະຊົດເຊີຍຄວາມຜິດພາດທຸກຢ່າງຂອງຂ້ານ້ອຍ ແລະ ຄວາມຮັກທັງໝົດທີ່ຂ້ານ້ອຍຍັງບໍ່ທັນໄດ້ຕອບແທນພຣະອົງເທື່ອ”.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 524)

ມະນຸດຕ້ອງສະແຫວງຫາເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ບໍ່ຄວນພໍໃຈກັບສະຖານະການໃນປັດຈຸບັນຂອງເຂົາ. ເພື່ອດຳລົງຊີວິດຕາມລັກສະນະຂອງເປໂຕ, ເຂົາຕ້ອງປະກອບດ້ວຍຄວາມຮູ້ ແລະ ປະສົບການຂອງເປໂຕ. ມະນຸດຕ້ອງສະແຫວງຫາສິ່ງຕ່າງໆທີ່ສູງສົ່ງກວ່າເກົ່າ ແລະ ເລິກເຊິ່ງຫຼາຍຍິ່ງຂຶ້ນ. ເຂົາຕ້ອງສະແຫວງຫາຄວາມຮັກພຣະເຈົ້າທີ່ເລິກເຊິ່ງຂຶ້ນ ແລະ ບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊີວິດ; ມີແຕ່ເມື່ອນັ້ນ ມະນຸດຈຶ່ງຈະເປັນເໝືອນກັບເປໂຕ. ເຈົ້າຕ້ອງໃຫ້ຄວາມສຳຄັນກັບການມີທ່າທີຕໍ່ການເຂົ້າສູ່ດ້ານບວກຂອງເຈົ້າ ແລະ ຕ້ອງບໍ່ຍອມຈຳນົນໃຫ້ຕົນເອງຖອຍຫຼັງໂດຍເຫັນແກ່ຄວາມສະບາຍຊົ່ວໄລຍະໜຶ່ງ ໃນຂະນະທີ່ບໍ່ຫົວຊາກັບຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ, ເຈາະຈົງຍິ່ງຂຶ້ນ ແລະ ຕາມຄວາມເປັນຈິງຍິ່ງຂຶ້ນ. ຄວາມຮັກຂອງເຈົ້າຕ້ອງຕາມຄວາມເປັນຈິງ ແລະ ເຈົ້າຕ້ອງຄົ້ນຫາຫົນທາງທີ່ຈະປົດປ່ອຍຕົນເອງອອກຈາກຊີວິດທີ່ຊົ່ວຊ້ານີ້ ແລະ ມີຊີວິດທີ່ບໍ່ມີຫຍັງກັງວົນທີ່ບໍ່ແຕກຕ່າງຫຍັງຈາກຊີວິດຂອງສັດ. ເຈົ້າຕ້ອງດຳລົງຊີວິດທີ່ມີຄວາມໝາຍ, ຊີວິດທີ່ມີຄຸນຄ່າ ແລະ ເຈົ້າບໍ່ຕ້ອງຫຼອກລວງຕົນເອງ ຫຼື ປະຕິບັດກັບຊີວິດຂອງເຈົ້າເໝືອນກັບເຄື່ອງຫຼິ້ນສຳລັບຫຼິ້ນໄປມາ. ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນອ່ອນແອທີ່ບໍ່ມີຄວາມກ້າຫານ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ແລ້ວຫຼັງຈາກນັ້ນ ເຈົ້າຈະມີໂອກາດທີ່ຈະຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ. ໃນຖານະທີ່ເປັນມະນຸດ ແລະ ເປັນຄົນທີ່ສະແຫວງຫາພຣະເຈົ້າ, ເຈົ້າຕ້ອງສາມາດພິຈາລະນາຢ່າງລະມັດລະວັງ ວ່າເຈົ້າຈະປະຕິບັດກັບຊີວິດຂອງເຈົ້າແນວໃດ, ເຈົ້າຄວນຖວາຍຕົນເອງໃຫ້ກັບພຣະເຈົ້າແນວໃດ, ເຈົ້າຄວນມີຄວາມເຊື່ອທີ່ມີຄວາມໝາຍຂຶ້ນຕື່ມໃນພຣະເຈົ້າແນວໃດ ແລະ ໃນເມື່ອເຈົ້າຮັກພຣະເຈົ້າ ເຈົ້າຄວນຮັກພຣະອົງໃນວິທີທາງທີ່ບໍລິສຸດຍິ່ງຂຶ້ນ, ສວຍງາມຍິ່ງຂຶ້ນ ແລະ ດີຍິ່ງຂຶ້ນແນວໃດ. ໃນປັດຈຸບັນ, ເຈົ້າບໍ່ສາມາດພໍໃຈແຕ່ກັບວິທີທີ່ເຈົ້າຖືກເອົາຊະນະ, ແຕ່ຕ້ອງພິຈາລະນາເສັ້ນທາງທີ່ເຈົ້າຈະຍ່າງໃນອະນາຄົດເຊັ່ນກັນ. ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມກ້າຫານທີ່ຈະຖືກເຮັດໃຫ້ສົມບູນ ແລະ ບໍ່ຄວນຄິດຢູ່ສະເໝີວ່າ ຕົວເຈົ້າເອງບໍ່ມີຄວາມສາມາດ. ຄວາມຈິງມີຄວາມລໍາອຽງບໍ? ຄວາມຈິງສາມາດຕໍ່ຕ້ານຄົນໂດຍເຈດຕະນາໄດ້ບໍ? ຖ້າເຈົ້າສະແຫວງຫາຄວາມຈິງ, ມັນສາມາດເຮັດໃຫ້ເຈົ້າເກີດຄວາມໜັກໃຈໄດ້ບໍ? ຖ້າເຈົ້າຍຶດໝັ້ນເພື່ອຄວາມຍຸຕິທຳ, ມັນຈະຕີໃຫ້ເຈົ້າລົ້ມລົງບໍ? ຖ້າມັນເປັນຄວາມປາຖະໜາຂອງເຈົ້າແທ້ໆທີ່ຈະສະແຫວງຫາຊີວິດ, ຊີວິດຈະສາມາດຫຼົບຫຼີກເຈົ້າໄດ້ບໍ? ຖ້າເຈົ້າປາສະຈາກຊີວິດ, ນັ້ນບໍ່ແມ່ນຍ້ອນວ່າ ຄວາມຈິງເບິ່ງຂ້າມເຈົ້າ, ແຕ່ຍ້ອນເຈົ້າຢູ່ຫ່າງຈາກຄວາມຈິງ; ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນຄວາມຍຸຕິທຳ, ນັ້ນບໍ່ແມ່ນຍ້ອນວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກັບຄວາມຍຸຕິທຳ, ແຕ່ຍ້ອນເຈົ້າເຊື່ອວ່າ ມັນອອກນອກເສັ້ນແຫ່ງຄວາມຈິງ; ຖ້າເຈົ້າບໍ່ໄດ້ຮັບຊີວິດຫຼັງຈາກທີ່ໄດ້ສະແຫວງຫາມັນເປັນເວລາຫຼາຍປີ, ນັ້ນບໍ່ແມ່ນຍ້ອນວ່າ ຊີວິດບໍ່ມີຄວາມສຳນຶກຕໍ່ເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ມີຄວາມສຳນຶກຕໍ່ຊີວິດ ແລະ ໄດ້ຂັບໄລ່ຊີວິດນັ້ນໃຫ້ອອກໄປ; ຖ້າເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ສາມາດຮັບເອົາແສງສະຫວ່າງ, ນັ້ນບໍ່ແມ່ນຍ້ອນວ່າ ແສງສະຫວ່າງບໍ່ສາມາດເຍືອງທາງໃຫ້ກັບເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ໄດ້ສົນໃຈກັບການມີຢູ່ຈິງຂອງແສງສະຫວ່າງ ແລະ ດ້ວຍເຫດນັ້ນ ແສງສະຫວ່າງຈຶ່ງໄດ້ຈາກເຈົ້າໄປຢ່າງງຽບໆ. ຖ້າເຈົ້າບໍ່ສະແຫວງຫາ, ສາມາດເວົ້າໄດ້ພຽງແຕ່ວ່າ ເຈົ້າເປັນຂີ້ເຫຍື້ອທີ່ບໍ່ມີຄ່າ ແລະ ບໍ່ມີຄວາມກ້າຫານໃນຊີວິດຂອງເຈົ້າ ແລະ ບໍ່ມີຈິດວິນຍານທີ່ຈະຕ້ານທານກຳລັງແຫ່ງຄວາມມືດ. ເຈົ້າອ່ອນແອເກີນໄປ! ເຈົ້າບໍ່ສາມາດຫຼົບໜີຈາກກຳລັງຂອງຊາຕານທີ່ອ້ອມລ້ອມເຈົ້າ ແລະ ເຈົ້າພຽງເຕັມໃຈທີ່ຈະໃຊ້ຊີວິດປະເພດທີ່ປອດໄພ, ໝັ້ນຄົງນີ້ ແລະ ຕາຍໄປກັບຄວາມໂງ່ເທົ່ານັ້ນ. ສິ່ງທີ່ເຈົ້າຄວນບັນລຸແມ່ນການສະແຫວງຫາເພື່ອຖືກເອົາຊະນະ; ນີ້ແມ່ນໜ້າທີ່ໆຈຳເປັນຂອງເຈົ້າ. ຖ້າເຈົ້າພໍໃຈທີ່ຈະຖືກເອົາຊະນະ, ເຈົ້າແມ່ນໄດ້ຂັບໄລ່ການເປັນຢູ່ຂອງຄວາມສະຫວ່າງ. ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ. ເຈົ້າບໍ່ຕ້ອງໂຍນຄວາມຈິງຖິ້ມເພື່ອເຫັນແກ່ຊີວິດຄອບຄົວທີ່ສະຫງົບສຸກ ແລະ ເຈົ້າບໍ່ຕ້ອງສູນເສຍສັກສີ ແລະ ຄວາມໝັ້ນຄົງໃນຊີວິດຂອງເຈົ້າເພື່ອເຫັນແກ່ຄວາມສຸກຊົ່ວໄລຍະໜຶ່ງ. ເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ຄວນສະແຫວງຫາເສັ້ນທາງໃນຊີວິດທີ່ມີຄວາມໝາຍຫຼາຍຍິ່ງຂຶ້ນ. ຖ້າເຈົ້າມີຊີວິດທີ່ຕໍ່າຊ້າແບບນີ້ ແລະ ບໍ່ສະແຫວງຫາຈຸດປະສົງໃດເລີຍ, ເຈົ້າບໍ່ໄດ້ເຮັດໃຫ້ຊີວິດຂອງເຈົ້າເສຍຖິ້ມຊື່ໆບໍ? ເຈົ້າຈະສາມາດຮັບເອົາຫຍັງແດ່ຈາກຊີວິດດັ່ງກ່າວ? ເຈົ້າຄວນປະຖິ້ມຄວາມສຸກທຸກຢ່າງຈາກຝ່າຍເນື້ອໜັງເພື່ອເຫັນແກ່ຄວາມຈິງ ແລະ ບໍ່ຄວນໂຍນຄວາມຈິງທັງໝົດຖິ້ມເພື່ອເຫັນແກ່ຄວາມສຸກເລັກນ້ອຍ. ຄົນແບບນີ້ບໍ່ມີຄວາມໝັ້ນຄົງ ຫຼື ສັກສີ; ຊ່າງບໍ່ມີຄວາມໝາຍໃນການເປັນຢູ່ຂອງພວກເຂົາເລີຍ!

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 525)

ພຣະເຈົ້າຕີສອນ ແລະ ພິພາກສາມະນຸດ ເພາະມັນຈຳເປັນຕໍ່ພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເພາະມັນຈຳເປັນຕໍ່ມະນຸດ. ມະນຸດຕ້ອງຖືກຕີສອນ ແລະ ພິພາກສາ ແລະ ມີພຽງແຕ່ເມື່ອນັ້ນ ເຂົາຈຶ່ງຈະສາມາດບັນລຸຄວາມຮັກສຳລັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໝັ້ນໃຈຫຼາຍ, ແຕ່ເມື່ອພວກເຈົ້າຜະເຊີນກັບຄວາມລົ້ມເຫຼວພຽງເລັກນ້ອຍ ພວກເຈົ້າກໍມີບັນຫາແລ້ວ; ວຸດທິພາວະຂອງພວກເຈົ້າຍັງຕໍ່າຫຼາຍ ແລະ ພວກເຈົ້າຍັງຕ້ອງຜະເຊີນກັບການຕີສອນ ແລະ ການພິພາກສາແບບນີ້ເພີ່ມຂຶ້ນອີກເພື່ອບັນລຸຄວາມຮູ້ທີ່ເລິກເຊິ່ງກວ່າເກົ່າ. ໃນປັດຈຸບັນ, ພວກເຈົ້າມີຄວາມເຄົາລົບນັບຖືບາງສ່ວນໃຫ້ກັບພຣະເຈົ້າ ແລະ ພວກເຈົ້າຢຳເກງພຣະເຈົ້າ ແລະ ພວກເຈົ້າຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ, ແຕ່ພວກເຈົ້າບໍ່ໄດ້ມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະອົງ, ແລ້ວແຮງໄກທີ່ພວກເຈົ້າຈະບັນລຸຄວາມຮັກທີ່ບໍລິສຸດໄດ້; ຄວາມຮູ້ຂອງພວກເຈົ້າຕື້ນເກີນໄປ ແລະ ວຸດທິພາວະຂອງພວກເຈົ້າກໍຍັງບໍ່ພຽງພໍ. ເມື່ອເຈົ້າຜະເຊີນກັບສະພາບແວດລ້ອມທີ່ແທ້ຈິງ, ເຈົ້າກໍຍັງບໍ່ຍອມເປັນພະຍານ, ເຈົ້າມີທ່າທີກັບທາງເຂົ້າສູ່ຂອງເຈົ້າໜ້ອຍເກີນໄປ ແລະ ເຈົ້າບໍ່ຮູ້ຈັກວິທີປະຕິບັດເລີຍ. ຄົນສ່ວນໃຫຍ່ບໍ່ດີ້ນລົນ ແລະ ຂີ້ຄ້ານ; ພວກເຂົາພຽງແຕ່ຮັກພຣະເຈົ້າຢ່າງລັບໆໃນຫົວໃຈຂອງພວກເຂົາ, ແຕ່ບໍ່ມີຫົນທາງໃນການປະຕິບັດ ຫຼື ພວກເຂົາບໍ່ຊັດເຈນໃນເລື່ອງທີ່ວ່າ ເປົ້າໝາຍຂອງພວກເຂົາແມ່ນຫຍັງ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ປະກອບມີຄວາມເປັນມະນຸດທີ່ປົກກະຕິ, ແຕ່ປະກອບມີຄວາມຈິງທີ່ຢູ່ເກີນມາດຕະການຂອງຄວາມສຳນຶກ ແລະ ສູງກວ່າມາດຕະຖານຂອງຄວາມສຳນຶກ; ພວກເຂົາບໍ່ພຽງແຕ່ໃຊ້ຄວາມສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາໄດ້ຮູ້ຈັກພຣະເຈົ້າ ແລະ ໄດ້ເຫັນວ່າພຣະເຈົ້າເປັນຕາຮັກ ແລະ ສົມຄວນແກ່ຄວາມຮັກຂອງມະນຸດ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ຈະຮັກໃນພຣະເຈົ້າ ເຊິ່ງມະນຸດບໍ່ມີທາງເລືອກຫຍັງເລີຍນອກຈາກຮັກພຣະອົງ. ຄວາມຮັກສຳລັບພຣະເຈົ້າຂອງຄົນທີ່ຖືກເຮັດໃຫ້ສົມບູນກໍເພື່ອປະຕິບັດຕາມຄວາມປາຖະໜາສ່ວນຕົວຂອງພວກເຂົາເອງ. ຄວາມຮັກຂອງພວກເຂົາແມ່ນຄວາມຮັກທີ່ສະໝັກໃຈ, ຄວາມຮັກທີ່ບໍ່ຮຽກຮ້ອງຫຍັງເປັນການຕອບແທນ ແລະ ຄວາມຮັກທີ່ບໍ່ແມ່ນການຄ້າຂາຍ. ພວກເຂົາຮັກພຣະເຈົ້າ ຍ້ອນຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະອົງລ້ວນໆ. ຄົນປະເພດດັ່ງກ່າວບໍ່ສົນໃຈວ່າ ພຣະເຈົ້າປະທານຄວາມກະລຸນາມາເຖິງພວກເຂົາ ຫຼື ບໍ່ ແລະ ບໍ່ພໍໃຈກັບສິ່ງໃດນອກຈາກການເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ພວກເຂົາບໍ່ຕໍ່ລອງກັບພຣະເຈົ້າ ຫຼື ພວກເຂົາບໍ່ວັດແທກຄວາມຮັກທີ່ພວກເຂົາມີໃຫ້ກັບພຣະເຈົ້າໂດຍໃຊ້ຄວາມສຳນຶກ ນັ້ນກໍຄື: ພຣະອົງໄດ້ມອບບາງຢ່າງໃຫ້ກັບຂ້ານ້ອຍ ສະນັ້ນ ຂ້ານ້ອຍຈຶ່ງຮັກພຣະອົງເປັນການຕອບແທນ; ຖ້າພຣະອົງບໍ່ມອບຫຍັງໃຫ້ກັບຂ້ານ້ອຍ ແລ້ວຂ້ານ້ອຍກໍບໍ່ມີຫຍັງໃຫ້ເປັນການຕອບແທນ. ຄົນທີ່ຖືກເຮັດໃຫ້ສົມບູນເຊື່ອຢູ່ສະເໝີວ່າ: ພຣະເຈົ້າຊົງເປັນພຣະຜູ້ສ້າງ ແລະ ພຣະອົງປະຕິບັດພາລະກິດຂອງພຣະອົງເທິງພວກເຮົາ. ຍ້ອນຂ້ານ້ອຍໄດ້ຮັບໂອກາດ, ມີເງື່ອນໄຂ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ, ການສະແຫວງຫາຂອງຂ້ານ້ອຍຄວນເປັນການດຳລົງຊີວິດທີ່ມີຄວາມໝາຍ ແລະ ຂ້ານ້ອຍຄວນເຮັດໃຫ້ພຣະອົງພໍພຣະໄທ. ມັນເປັນເໝືອນກັບສິ່ງທີ່ເປໂຕໄດ້ຜະເຊີນ ນັ້ນກໍຄື: ເມື່ອເພິ່ນອ່ອນແອທີ່ສຸດ, ເພິ່ນອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ, ພຣະອົງຮູ້ວ່າ ຂ້ານ້ອຍຈົດຈຳພຣະອົງຢູ່ສະເໝີ. ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ, ພຣະອົງຮູ້ວ່າ ຂ້ານ້ອຍຕ້ອງການຮັກພຣະອົງ, ແຕ່ວຸດທິພາວະຂອງຂ້ານ້ອຍມີຕໍ່າເກີນໄປ, ຂ້ານ້ອຍອ່ອນແອເກີນໄປ ແລະ ບໍ່ມີອຳນາດ, ຄວາມຮັກຂອງຂ້ານ້ອຍກໍມີຈຳກັດຫຼາຍ ແລະ ຄວາມຈິງໃຈທີ່ຂ້ານ້ອຍມີຕໍ່ພຣະອົງກໍມີໜ້ອຍເກີນໄປ. ເມື່ອທຽບກັບຄວາມຮັກຂອງພຣະອົງ, ຂ້ານ້ອຍບໍ່ເໝາະສົມທີ່ຈະມີຊີວິດຢູ່ແທ້ໆ. ຂ້ານ້ອຍປາຖະໜາພຽງແຕ່ວ່າ ຊີວິດຂອງຂ້ານ້ອຍຈະບໍ່ສູນເປົ່າ ແລະ ຂ້ານ້ອຍຈະບໍ່ພຽງແຕ່ສາມາດຕອບແທນຄວາມຮັກຂອງພຣະອົງ ແຕ່ຍິ່ງໄປກວ່ານັ້ນ ຂ້ານ້ອຍສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ຖ້າຂ້ານ້ອຍສາມາດເຮັດໃຫ້ພຣະອົງພໍພຣະໄທ, ແລ້ວໃນຖານະທີ່ເປັນສິ່ງຊົງສ້າງ ຂ້ານ້ອຍກໍຄວນມີຈິດໃຈທີ່ສະຫງົບ ແລະ ບໍ່ຮຽກຮ້ອງຫຍັງອີກເລີຍ. ເຖິງແມ່ນວ່າຂ້ານ້ອຍອ່ອນແອ ແລະ ບໍ່ມີອຳນາດໃນຕອນນີ້, ຂ້ານ້ອຍຈະບໍ່ລືມຄຳຕັກເຕືອນຂອງພຣະອົງ ແລະ ຈະບໍ່ລືມຄວາມຮັກຂອງພຣະອົງ. ບັດນີ້ ຂ້ານ້ອຍບໍ່ໄດ້ເຮັດຫຍັງເລີຍ ນອກຈາກຕອບແທນຄວາມຮັກຂອງພຣະອົງ. ໂອ ພຣະເຈົ້າ! ຂ້ານ້ອຍຮູ້ສຶກບໍ່ດີຫຼາຍ! ຂ້ານ້ອຍຈະມອບຄວາມຮັກທີ່ຢູ່ໃນຫົວໃຈຂອງຂ້ານ້ອຍໃຫ້ກັບພຣະອົງໄດ້ແນວໃດ, ຂ້ານ້ອຍຈະເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ຈະສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ຈະສາມາດຖວາຍທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງໄດ້ແນວໃດ? ພຣະອົງຮູ້ເຖິງຄວາມອ່ອນແອຂອງມະນຸດ; ຂ້ານ້ອຍຈະສົມຄວນແກ່ຄວາມຮັກຂອງພຣະອົງໄດ້ແນວໃດ? ໂອ ພຣະເຈົ້າ! ພຣະອົງຮູ້ວ່າ ຂ້ານ້ອຍມີວຸດທິພາວະຕໍ່າ, ຄວາມຮັກຂອງຂ້ານ້ອຍກໍມີໜ້ອຍເກີນໄປ. ຈະໃຫ້ຂ້ານ້ອຍເຮັດສຸດຄວາມສາມາດຂອງຂ້ານ້ອຍໃນສະພາບແວດລ້ອມແບບນີ້ໄດ້ແນວໃດ? ຂ້ານ້ອຍຮູ້ວ່າ ຂ້ານ້ອຍຄວນຕອບແທນຄວາມຮັກຂອງພຣະອົງ, ຂ້ານ້ອຍຮູ້ວ່າ ຂ້ານ້ອຍຄວນມອບທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ, ແຕ່ໃນປັດຈຸບັນນີ້ ວຸດທິພາວະຂອງຂ້ານ້ອຍມີຢູ່ນັ້ນຕໍ່າຫຼາຍ. ຂ້ານ້ອຍຂໍໃຫ້ພຣະອົງມອບກຳລັງໃຫ້ກັບຂ້ານ້ອຍ ແລະ ມອບຄວາມໝ້ນໃຈໃຫ້ກັບຂ້ານ້ອຍ ເພື່ອຂ້ານ້ອຍຈະສາມາດປະກອບມີຄວາມຮັກທີ່ບໍລິສຸດທີ່ຈະອຸທິດໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ ແລະ ຈະສາມາດອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ; ຂ້ານ້ອຍຈະບໍ່ພຽງແຕ່ສາມາດຕອບແທນຄວາມຮັກຂອງພຣະອົງເທົ່ານັ້ນ, ແຕ່ຈະສາມາດຜະເຊີນກັບການຕີສອນ, ການພິພາກສາ ແລະ ການທົດລອງຂອງພຣະອົງຫຼາຍຍິ່ງຂຶ້ນ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຜະເຊີນກັບການສາບແຊ່ງທີ່ໂຫດຮ້າຍ. ພຣະອົງຊົງຍອມໃຫ້ຂ້ານ້ອຍເຫັນຄວາມຮັກຂອງພຣະອົງ ແລະ ຂ້ານ້ອຍບໍ່ສາມາດທີ່ຈະບໍ່ຮັກພຣະອົງ ແລະ ເຖິງແມ່ນວ່າຂ້ານ້ອຍອ່ອນແອ ແລະ ບໍ່ມີອຳນາດໃນປັດຈຸບັນ, ຂ້ານ້ອຍຈະລືມພຣະອົງໄດ້ແນວໃດ? ຄວາມຮັກ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງ, ແຕ່ຂ້ານ້ອຍກໍຍັງບໍ່ສາມາດສະໜອງຄວາມຮັກຂອງພຣະອົງໄດ້, ຍ້ອນພຣະອົງຊົງຍິ່ງໃຫຍ່ຫຼາຍ. ຂ້ານ້ອຍຈະສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະຜູ້ສ້າງໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳຂໍຮ້ອງຂອງເປໂຕ, ແຕ່ວຸດທິພາວະຂອງເພິ່ນຍັງບໍ່ພຽງພໍຫຼາຍ. ໃນຊ່ວງເວລານີ້, ເພິ່ນຮູ້ສຶກຄືກັບວ່າ ມີມີດກຳລັງສຽບແທງໃນຫົວໃຈຂອງເພິ່ນ ແລະ ເພິ່ນກໍເຈັບປວດທໍລະມານທີ່ສຸດ; ເພິ່ນບໍ່ຮູ້ວ່າຈະເຮັດແນວໃດພາຍໃຕ້ສະພາບການດັ່ງກ່າວ. ແຕ່ເພິ່ນກໍຍັງສືບຕໍ່ອະທິຖານວ່າ “ໂອ ພຣະເຈົ້າ! ມະນຸດມີວຸດທິພາວະທີ່ເປັນເໝືອນກັບເດັກນ້ອຍ, ຄວາມສຳນຶກຂອງເຂົາກໍອ່ອນແອ ແລະ ສິ່ງດຽວທີ່ຂ້ານ້ອຍສາມາດບັນລຸໄດ້ກໍຄືການຕອບແທນຄວາມຮັກຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍບໍ່ຮູ້ວິທີທີ່ຈະປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ຂ້ານ້ອຍພຽງແຕ່ປາຖະໜາເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້, ມອບທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີ ແລະ ອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ບໍ່ວ່າຈະເປັນການພິພາກສາຂອງພຣະອົງ, ບໍ່ວ່າຈະເປັນການຕີສອນຂອງພຣະອົງ, ບໍ່ວ່າຈະເປັນສິ່ງທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍ, ບໍ່ວ່າຈະເປັນສິ່ງທີ່ພຣະອົງຊົງເອົາໄປຈາກຂ້ານ້ອຍ, ຂໍໃຫ້ປົດປ່ອຍຂ້ານ້ອຍຈາກການຕໍ່ວ່າພຣະອົງເລັກໆນ້ອຍໆນີ້ດ້ວຍເທິດ. ຫຼາຍຄັ້ງ ເມື່ອພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍຈົ່ມພຶມພໍາກັບຕົນເອງ ແລະ ບໍ່ສາມາດບັນລຸຄວາມບໍລິສຸດໄດ້ ຫຼື ປະຕິບັດຕາມຄວາມປາຖະໜາຂອງພຣະອົງໄດ້. ການທີ່ຂ້ານ້ອຍຕອບແທນຄວາມຮັກຂອງພຣະອົງແມ່ນເກີດມາຈາກການບັງຄັບ ແລະ ໃນຊ່ວງເວລານີ້ ຂ້ານ້ອຍກຽດຊັງຕົນເອງຫຼາຍຍິ່ງຂຶ້ນ”. ມັນເປັນຍ້ອນ ເພິ່ນສະແຫວງຫາຄວາມຮັກທີ່ບໍລິສຸດຍິ່ງຂຶ້ນສຳລັບພຣະເຈົ້າ ເປໂຕຈຶ່ງອະທິຖານໃນລັກສະນະນີ້. ເພິ່ນກຳລັງສະແຫວງຫາ ແລະ ອ້ອນວອນ ແລະ ຍິ່ງໄປກວ່ານັ້ນກໍຄື ເພິ່ນກຳລັງກ່າວດ່າຕົນເອງ ແລະ ສາລະພາບຄວາມຜິດບາບຂອງເພິ່ນຕໍ່ພຣະເຈົ້າ. ເພິ່ນຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ ແລະ ຮູ້ສຶກກຽດຊັງຕົວເພິ່ນເອງ, ເຖິງຢ່າງນັ້ນກໍຕາມ ເພິ່ນຍັງຂ້ອນຂ້າງໂສກເສົ້າ ແລະ ບໍ່ດີ້ນລົນ. ເພິ່ນຮູ້ສຶກແບບນັ້ນຢູ່ສະເໝີ, ເໝືອນກັບວ່າ ເພິ່ນບໍ່ດີພໍສຳລັບຄວາມປາຖະໜາຂອງພຣະເຈົ້າ ແລະ ບໍ່ສາມາດກະທຳສຸດຄວາມສາມາດຂອງເພິ່ນ. ພາຍໃຕ້ສະພາບການດັ່ງກ່າວ, ເປໂຕຍັງສະແຫວງຫາຄວາມເຊື່ອຂອງໂຢບ. ເພິ່ນເຫັນວ່າ ຄວາມເຊື່ອຂອງໂຢບນັ້ນຍິ່ງໃຫຍ່ຫຼາຍສໍ່າໃດ, ຍ້ອນໂຢບໄດ້ເຫັນທຸກສິ່ງທຸກຢ່າງທີ່ພຣະເຈົ້າຊົງປະທານໃຫ້ກັບເພິ່ນ ແລະ ມັນເປັນເລື່ອງທຳມະຊາດທີ່ພຣະເຈົ້າຈະເອົາທຸກສິ່ງໄປຈາກເພິ່ນ, ພຣະເຈົ້າຈະຊົງມອບໃຫ້ກັບໃຜກໍຕາມທີ່ພຣະອົງຊົງປາຖະໜາ ເພາະສິ່ງນີ້ຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໂຢບບໍ່ມີການຈົ່ມວ່າໃດໆເລີຍ ແລະ ຍັງສັນລະເສີນພຣະເຈົ້າອີກ. ເປໂຕກໍຮູ້ຈັກຕົວເພິ່ນເອງດີ ແລະ ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ມື້ນີ້ ຂ້ານ້ອຍບໍ່ຄວນພໍໃຈກັບການຕອບແທນຄວາມຮັກຂອງພຣະອົງດ້ວຍຄວາມສຳນຶກຜິດ ແລະ ດ້ວຍຄວາມຮັກ ບໍ່ວ່າຈະຫຼາຍສໍ່າໃດກໍຕາມ ທີ່ຂ້ານ້ອຍມອບໃຫ້ກັບພຣະອົງຄືນ, ເພາະວ່າ ຄວາມຄິດຂອງຂ້ານ້ອຍເສື່ອມຊາມເກີນໄປ ແລະ ເພາະວ່າ ຂ້ານ້ອຍບໍ່ສາມາດເຫັນພຣະອົງເປັນພຣະຜູ້ສ້າງເທື່ອ. ເພາະຂ້ານ້ອຍຍັງບໍ່ເໝາະສົມທີ່ຈະຮັກພຣະອົງ, ຂ້ານ້ອຍຕ້ອງສຳເລັດຄວາມສາມາດທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ເຊິ່ງຂ້ານ້ອຍຈະກະທຳມັນຢ່າງເຕັມໃຈ. ຂ້ານ້ອຍຮູ້ເຖິງທຸກສິ່ງຢ່າງທີ່ພຣະອົງໄດ້ຊົງກະທຳ ແລະ ຂ້ານ້ອຍບໍ່ມີທາງເລືອກ ແລະ ຂ້ານ້ອຍຕ້ອງເຫັນເຖິງຄວາມຮັກຂອງພຣະອົງ ແລະ ຂ້ານ້ອຍຈະສາມາດກ່າວສັນລະເສີນພຣະອົງ ແລະ ຍົກຍ້ອງພຣະນາມອັນສັກສິດຂອງພຣະອົງ ເພື່ອພຣະອົງຈະຊົງຮັບພຣະລັດສະໝີທີ່ຍິ່ງໃຫຍ່ຜ່ານທາງຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະຍຶດໝັ້ນໃນຄຳພະຍານນີ້ໃຫ້ກັບພຣະອົງ. ໂອ ພຣະເຈົ້າ! ຄວາມຮັກຂອງພຣະອົງຊ່າງລໍ້າຄ່າ ແລະ ງົດງາມຫຼາຍ; ຈະໃຫ້ຂ້ານ້ອຍປາຖະໜາມີຊີວິດຢູ່ໃນກຳມືຂອງຜູ້ທີ່ຊົ່ວຮ້າຍໄດ້ແນວໃດ? ພຣະອົງບໍ່ໄດ້ສ້າງຂ້ານ້ອຍບໍ? ຈະໃຫ້ຂ້ານ້ອຍດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານໄດ້ແນວໃດ? ຂ້ານ້ອຍຂໍເລືອກໃຫ້ການເປັນຢູ່ທັງໝົດຂອງຂ້ານ້ອຍຢູ່ທ່າມກາງການຕີສອນຂອງພຣະອົງຫຼາຍກວ່າ. ຂ້ານ້ອຍບໍ່ເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຄວບຄຸມຂອງຜູ້ທີ່ຊົ່ວຮ້າຍ. ຖ້າຂ້ານ້ອຍສາມາດຖືກເຮັດໃຫ້ບໍລິສຸດໄດ້ ແລະ ສາມາດອຸທິດທຸກສິ່ງທຸກຢ່າງຂອງຂ້ານ້ອຍໃຫ້ກັບພຣະອົງ, ຂ້ານ້ອຍເຕັມໃຈທີ່ຈະຖວາຍຮ່າງກາຍ ແລະ ຈິດໃຈຂອງຂ້ານ້ອຍເຂົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ, ຍ້ອນຂ້ານ້ອຍກຽດຊັງຊາຕານ ແລະ ບໍ່ເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ຜ່ານການພິພາກສາຂອງພຣະອົງທີ່ມີຕໍ່ຂ້ານ້ອຍ, ພຣະອົງໄດ້ຊົງສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ; ຂ້ານ້ອຍມີຄວາມສູກ ແລະ ບໍ່ມີການຕໍ່ວ່າແມ່ນແຕ່ໜ້ອຍດຽວ. ຖ້າຂ້ານ້ອຍສາມາດປະຕິບັດໜ້າທີ່ຂອງສິ່ງຊົງສ້າງ, ຂ້ານ້ອຍເຕັມໃຈໃຫ້ຊີວິດທັງໝົດຂອງຂ້ານ້ອຍຖືກຕິດຕາມໂດຍການພິພາກສາຂອງພຣະອົງ ໂດຍຜ່ານສິ່ງນັ້ນ ຂ້ານ້ອນຈຶ່ງຈະຮຽນຮູ້ຈັກອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ຈະກຳຈັດຕົນເອງໃຫ້ອອກຈາກອິດທິພົນຂອງຜູ້ທີ່ຊົ່ວຮ້າຍ”. ເປໂຕອະທິຖານແບບນີ້, ສະແຫວງຫາແບບນີ້ຢູ່ສະເໝີ ແລະ ຂ້ອນຂ້າງເວົ້າໄດ້ວ່າ ລາວໄດ້ໄປເຖິງຂອບເຂດທີ່ສູງຫຼາຍ. ບໍ່ພຽງແຕ່ເພິ່ນສາມາດຕອບແທນຄວາມຮັກຂອງພຣະເຈົ້າເທົ່ານັ້ນ, ແຕ່ທີ່ສຳຄັນໄປກວ່ານັ້ນ ເພິ່ນຍັງໄດ້ປະຕິບັດໜ້າທີ່ຂອງເພິ່ນໃນຖານະທີ່ເປັນສິ່ງຊົງສ້າງ. ບໍ່ພຽງແຕ່ເພິ່ນກ່າວໂທດຄວາມສຳນຶກຂອງເພິ່ນເທົ່ານັ້ນ, ແຕ່ເພິ່ນຍັງສາມາດຢູ່ເໜືອມາດຕະຖານຂອງຄວາມສຳນຶກ. ຄຳອະທິຖານຂອງເພິ່ນສືບຕໍ່ເພີ່ມຂຶ້ນຕໍ່ໜ້າພຣະເຈົ້າ ຈົນຄວາມປາຖະໜາຂອງເພິ່ນຍິ່ງສູງຂຶ້ນຫຼາຍກວ່າເກົ່າ ແລະ ຄວາມຮັກທີ່ເພິ່ນມີສຳລັບພຣະເຈົ້າກໍຍິ່ງໃຫຍ່ຂຶ້ນເລື້ອຍໆ. ເຖິງແມ່ນວ່າ ເພິ່ນໄດ້ທົນທຸກກັບຄວາມເຈັບປວດແສນທໍລະມານ, ເພິ່ນກໍຍັງບໍ່ລືມທີ່ຈະຮັກພຣະເຈົ້າ ແລະ ເພິ່ນກໍຍັງສະແຫວງຫາເພື່ອບັນລຸຄວາມສາມາດທີ່ຈະເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ. ໃນຄຳອະທິຖານຂອງເພິ່ນ ໄດ້ກ່າວຄຳເວົ້າດັ່ງຕໍ່ໄປນີ້: ຂ້ານ້ອຍບໍ່ໄດ້ສຳເລັດຫຍັງຫຼາຍໄປກວ່າການຕອບແທນຄວາມຮັກຂອງພຣະອົງ. ຂ້ານ້ອຍບໍ່ໄດ້ເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານ, ບໍ່ໄດ້ປົດປ່ອຍຕົນເອງຈາກອິດທິພົນຂອງຊາຕານ ແລະ ຍັງດຳລົງຊີວິດທ່າມກາງເນື້ອໜັງ. ຂ້ານ້ອຍປາຖະໜາທີ່ຈະໃຊ້ຄວາມຮັກຂອງຂ້ານ້ອຍເພື່ອເອົາຊະນະຊາຕານ ແລະ ເຮັດໃຫ້ມັນອັບອາຍ ແລ້ວປະຕິບັດຕາມຄວາມປາຖະໜາຂອງພຣະອົງ. ຂ້ານ້ອຍປາຖະໜາທີ່ຈະມອບຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ, ບໍ່ມອບແມ່ນແຕ່ສ່ວນເລັກນ້ອຍຂອງຂ້ານ້ອຍໃຫ້ກັບຊາຕານ ຍ້ອນຊາຕານເປັນສັດຕູຂອງພຣະອົງ. ຍິ່ງເພິ່ນສະແຫວງຫາໃນທິດທາງນີ້ຫຼາຍສໍ່າໃດ, ເພິ່ນກໍຍິ່ງໄດ້ຮັບການສຳຜັດຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງເພິ່ນກ່ຽວກັບບັນຫາເຫຼົ່ານີ້ກໍຍິ່ງສູງຂຶ້ນຫຼາຍສໍ່ານັ້ນ. ໂດຍບໍ່ຮູ້ຕົວ ເພິ່ນໄດ້ຮຽນຮູ້ວ່າ ເພິ່ນຄວນປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານ ແລະ ຄວນກັບຄືນມາຫາພຣະເຈົ້າຢ່າງສົມບູນ. ສິ່ງດັ່ງກ່າວແມ່ນຂອບເຂດທີ່ເພິ່ນໄດ້ຮັບ. ເພິ່ນກຳລັງຢູ່ເໜືອອິດທິພົນຂອງຊາຕານ ແລະ ປົດປ່ອຍຕົນເອງອອກຈາກຄວາມສຸກ ແລະ ຄວາມມ່ວນຊື່ນທາງເນື້ອໜັງ ແລະ ເຕັມໃຈທີ່ຈະປະສົບກັບທັງການຕີສອນຂອງພຣະເຈົ້າ ແລະ ການພິພາກສາຂອງພຣະອົງໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ເພິ່ນກ່າວວ່າ “ເຖິງແມ່ນຂ້ານ້ອຍດຳລົງຊີວິດຢູ່ທ່າມກາງການຕີສອນຂອງພຣະອົງ ແລະ ທ່າມກາງການພິພາກສາຂອງພຣະອົງ, ບໍ່ວ່າສິ່ງນັ້ນຈະນໍາມາສູ່ຄວາມຍາກລຳບາກຫຍັງກໍຕາມ, ຂ້ານ້ອຍກໍຍັງບໍ່ເຕັມໃຈທີ່ຈະດຳລົງຊີວິດຢູ່ທ່າມກາງການຄວບຄຸມຂອງຊາຕານ, ຂ້ານ້ອຍກໍຍັງບໍ່ເຕັມໃຈທີ່ຈະທົນທຸກຕໍ່ກົນອຸບາຍຂອງຊາຕານ. ຂ້ານ້ອຍມີຄວາມປິຕິຍິນດີໃນການດຳລົງຊີວິດຢູ່ທ່າມກາງການສາບແຊ່ງຂອງພຣະອົງ ແລະ ເຈັບປວດໂດຍການດຳລົງຊີວິດຢູ່ທ່າມກາງການອວຍພອນຂອງຊາຕານ. ຂ້ານ້ອຍຮັກພຣະອົງໂດຍການດຳລົງຊີວິດຢູ່ທ່າມກາງການພິພາກສາຂອງພຣະອົງ ແລະ ສິ່ງນີ້ກໍນໍາຄວາມປິຕິຍິນດີອັນໃຫຍ່ຫຼວງມາສູ່ຂ້ານ້ອຍ. ການຕີສອນ ແລະ ການພິພາກສາຂອງພຣະອົງຊອບທຳ ແລະ ສັກສິດ; ມັນແມ່ນເພື່ອຊໍາລະລ້າງຂ້ານ້ອຍ ແລະ ຍິ່ງໄປກວ່ານັ້ນກໍຄືຊ່ວຍໃຫ້ຂ້ານ້ອຍລອດພົ້ນ. ຂ້ານ້ອຍເລືອກທີ່ຈະໃຊ້ຊີວິດທັງໝົດຂອງຂ້ານ້ອຍທ່າມກາງການພິພາກສາຂອງພຣະອົງເພື່ອຢູ່ພາຍໃຕ້ການດູແລຂອງພຣະອົງ. ຂ້ານ້ອຍບໍ່ເຕັມໃຈທີ່ຈະດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານແມ່ນແຕ່ຊ່ວງເວລາດຽວ; ຂ້ານ້ອຍປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງຈາກພຣະອົງ; ເຖິງແມ່ນວ່າ ຂ້ານ້ອຍຕ້ອງທົນທຸກກັບຄວາມຍາກລໍາບາກ, ຂ້ານ້ອຍກໍບໍ່ເຕັມໃຈທີ່ຈະຖືກຂູດຮີດ ແລະ ຖືກຫຼອກລວງໂດຍຊາຕານ. ຂ້ານ້ອຍ ເຊິ່ງເປັນສິ່ງຊົງສ້າງນີ້ ຄວນຖືກພຣະອົງໃຊ້, ຖືກພຣະອົງຄອບຄອງ, ຖືກພຣະອົງພິພາກສາ ແລະ ຖືກພຣະອົງຕີສອນ. ຍິ່ງໄປກວ່ານັ້ນ ຂ້ານ້ອຍຄວນຖືກພຣະອົງສາບແຊ່ງ. ຫົວໃຈຂອງຂ້ານ້ອຍຍິນດີເມື່ອພຣະອົງເຕັມໃຈທີ່ຈະອວຍພອນຂ້ານ້ອຍ ຍ້ອນຂ້ານ້ອຍໄດ້ເຫັນເຖິງຄວາມຮັກຂອງພຣະອົງ. ພຣະອົງເປັນພຣະຜູ້ສ້າງ ແລະ ຂ້ານ້ອຍເປັນສິ່ງຊົງສ້າງ ນັ້ນກໍຄື: ຂ້ານ້ອຍບໍ່ຄວນຫັກຫຼັງພຣະອົງ ແລະ ດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ຫຼື ຂ້ານ້ອຍບໍ່ຄວນຖືກຂູດຮີດໂດຍຊາຕານ. ຂ້ານ້ອຍຄວນເປັນມ້າ ຫຼື ງົວຂອງພຣະອົງ ແທນທີ່ຈະດຳລົງຊີວິດເພື່ອຊາຕານ. ຂ້ານ້ອຍຂໍດຳລົງຊີວິດຢູ່ທ່າມກາງການຕີສອນຂອງພຣະອົງໂດຍປາສະຈາກຄວາມສຸກທາງຮ່າງກາຍຈະຫຼາຍກວ່າ ແລະ ສິ່ງນີ້ຈະນໍາຄວາມຊື່ນຊົມມາສູ່ຂ້ານ້ອຍ ເຖິງແມ່ນວ່າຂ້ານ້ອຍຕ້ອງສູນເສຍພຣະຄຸນຂອງພຣະອົງ. ເຖິງແມ່ນພຣະຄຸນຂອງພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍ, ຂ້ານ້ອຍກໍມີຄວາມສຸກກັບການຖືກຕີສອນ ແລະ ຖືກພິພາກສາໂດຍພຣະອົງ; ນີ້ແມ່ນການອວຍພອນທີ່ດີສຸດຂອງພຣະອົງ, ພຣະຄຸນທີ່ດີສຸດຂອງພຣະອົງ. ເຖິງແມ່ນວ່າ ພຣະອົງສະຫງ່າງາມ ແລະ ໂກດຮ້າຍຕໍ່ຂ້ານ້ອຍຢູ່ສະເໝີ, ຂ້ານ້ອຍກໍຍັງບໍ່ສາມາດປະຖິ້ມພຣະອົງໄດ້, ຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ຢ່າງພຽງພໍ. ຂ້ານ້ອຍເລືອກທີ່ຈະດຳລົງຊີວິດຢູ່ໃນເຮືອນຂອງພຣະອົງ, ຂ້ານ້ອຍເລືອກທີ່ຈະຖືກສາບແຊ່ງ, ຕີສອນ ແລະ ຂ້ຽນຕີໂດຍພຣະອົງ ແລະ ບໍ່ເຕັມໃຈທີ່ຈະຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ຫຼື ຂ້ານ້ອຍເຕັມໃຈທີ່ຈະຟ້າວ ແລະ ຫຍຸ້ງເຮັດນັ້ນເຮັດນີ້ໃຫ້ກັບເນື້ອໜັງເທົ່ານັ້ນ ຢ່າວ່າແຕ່ຂ້ານ້ອຍຈະເຕັມໃຈດຳລົງຊີວິດຢຸ່ເພື່ອເນື້ອໜັງເລີຍ”. ຄວາມຮັກຂອງເປໂຕເປັນຄວາມຮັກທີ່ບໍລິສຸດ. ນີ້ແມ່ນປະສົບການຂອງການຖືກເຮັດໃຫ້ສົມບູນ ແລະ ເປັນຂອບເຂດສູງສຸດຂອງການຖືກເຮັດໃຫ້ສົມບູນ ແລະ ບໍ່ມີຊີວິດທີ່ມີຄວາມໝາຍຫຼາຍກວ່ານີ້ອີກແລ້ວ. ເພິ່ນຍອມຮັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ເພິ່ນຖືວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປັນສິ່ງທີ່ມີຄ່າ ແລະ ບໍ່ມີຫຍັງເລີຍກ່ຽວກັບເປໂຕທີ່ຈະມີຄ່າຫຼາຍກວ່ານີ້ອີກ. ເພິ່ນເວົ້າວ່າ “ຊາຕານມອບຄວາມຊື່ນຊົມຍິນດີທາງວັດຖຸໃຫ້ກັບຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ຖືວ່າພວກມັນມີຄ່າ. ການຕີສອນ ແລະ ການພິພາກສາຂອງພຣະເຈົ້າມາເຖິງຂ້ານ້ອຍ, ໃນສິ່ງນີ້ ຂ້ານ້ອຍຮູ້ສຶກໄດ້ຮັບພຣະຄຸນ, ໃນສິ່ງນີ້ ຂ້ານ້ອຍໄດ້ພົບຄວາມຊື່ນຊົມຍິນດີ ແລະ ໃນສິ່ງນີ້ ຂ້ານ້ອຍເປັນສຸກ. ຖ້າບໍ່ແມ່ນຍ້ອນການພິພາກສາຂອງພຣະເຈົ້າ ຂ້ານ້ອຍຈະບໍ່ຮັກພຣະເຈົ້າຈັກເທື່ອ, ຂ້ານ້ອຍຈະຍັງດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານ, ຈະຍັງຖືກມັນຄວບຄຸມ ແລະ ຖືກມັນບັນຊາ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະບໍ່ກາຍມາເປັນມະນຸດຢ່າງແທ້ຈິງໄດ້ຈັກເທື່ອ ຍ້ອນຂ້ານ້ອຍບໍ່ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ ແລະ ບໍ່ໄດ້ອຸທິດຕົວຕົນທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ເຖິງແມ່ນພຣະເຈົ້າຈະບໍ່ອວຍພອນຂ້ານ້ອຍ, ປ່ອຍໃຫ້ຂ້ານ້ອຍປາສະຈາກຄວາມສຸກສະບາຍຢູ່ພາຍໃນ, ເໝືອນກັບວ່າມີໄຟທີ່ກຳລັງໄໝ້ຢູ່ພາຍໃນຕົວຂ້ານ້ອຍ ແລະ ບໍ່ມີສັນຕິສຸກ ແລະ ຄວາມສຸກ ແລະ ເຖິງແມ່ນວ່າ ການຕີສອນ ແລະ ການລົງວິໄນຂອງພຣະເຈົ້າບໍ່ເຄີຍອອກຫ່າງຂ້ານ້ອຍເລີຍ, ໃນການຕີສອນ ແລະ ການພິພາກສາຂອງພຣະອົງນັ້ນ ຂ້ານ້ອຍສາມາດເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ຂ້ານ້ອຍຊື່ນຊົມໃນສິ່ງນີ້; ບໍ່ມີສິ່ງໃດທີ່ມີຄຸນຄ່າ ຫຼື ມີຄວາມໝາຍຫຼາຍກວ່ານີ້ໃນຊີວິດອີກແລ້ວ. ເຖິງແມ່ນການປົກປ້ອງ ແລະ ການດູແລຂອງພຣະອົງກາຍມາເປັນການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການຂ້ຽນຕີທີ່ໂຫດຮ້າຍ, ຂ້ານ້ອຍກໍຍັງຈະຊື່ນຊົມຍິນດີໃນສິ່ງເຫຼົ່ານີ້ ຍ້ອນສິ່ງເຫຼົ່ານີ້ສາມາດຊໍາລະລ້າງຂ້ານ້ອຍ ແລະ ປ່ຽນແປງຂ້ານ້ອຍໄດ້ດີກວ່າ, ສາມາດນໍາຂ້ານ້ອຍເຂົ້າໃກ້ຊິດພຣະເຈົ້າ, ສາມາດເຮັດໃຫ້ຂ້ານ້ອຍຮັກພຣະເຈົ້າຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍຕໍ່ພຣະເຈົ້າບໍລິສຸດຍິ່ງຂຶ້ນ. ສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດປະຕິບັດຕາມໜ້າທີ່ຂອງຂ້ານ້ອຍໃນຖານະທີ່ເປັນສິ່ງຊົງສ້າງ ແລະ ນໍາຂ້ານ້ອຍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອອກຈາກອິດທິພົນຂອງຊາຕານ ເພື່ອຂ້ານ້ອຍຈະບໍ່ຮັບໃຊ້ຊາຕານອີກຕໍ່ໄປ ແລະ ຂ້ານ້ອຍຈະສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີ ແລະ ທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ໃຫ້ກັບພຣະອົງ ໂດຍບໍ່ຢັບຢັ້ງສິ່ງໃດເລີຍ, ນັ້ນຈະເປັນເວລາທີ່ຂ້ານ້ອຍພໍໃຈຢ່າງເຕັມປ່ຽມ. ແມ່ນການຕີສອນ ແລະ ການພິພາກສາຂອງພຣະເຈົ້າທີ່ຊ່ວຍຂ້ານ້ອຍໃຫ້ລອດພົ້ນ ແລະ ຊີວິດຂອງຂ້ານ້ອຍກໍບໍ່ສາມາດແຍກອອກຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າໄດ້. ຊີວິດຂອງຂ້ານ້ອຍເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການຄອບງໍາຂອງຊາຕານ ແລະ ຖ້າບໍ່ແມ່ນຍ້ອນການດູແລ ແລະ ການປົກປ້ອງຂອງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານຢູ່ສະເໝີ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍຈະບໍ່ມີໂອກາດ ຫຼື ວິທີທາງທີ່ຈະດຳລົງຊີວິດທີ່ມີຄວາມໝາຍໄດ້. ມີພຽງແຕ່ການຕີສອນ ແລະ ການພິພາກສາຂອງພຣະເຈົ້າທີ່ບໍ່ເຄີຍໜີປະຂ້ານ້ອຍຈັກເທື່ອ, ຂ້ານ້ອຍຈຶ່ງສາມາດທີ່ຈະໄດ້ຮັບການຊໍາລະລ້າງໂດຍພຣະເຈົ້າ. ມີພຽງແຕ່ດ້ວຍພຣະທຳທີ່ໂຫດຮ້າຍ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງເທົ່ານັ້ນ ແລະ ການພິພາກສາທີ່ສະຫງ່າງາມຂອງພຣະເຈົ້າ, ຂ້ານ້ອຍຈຶ່ງໄດ້ຮັບການປົກປ້ອງທີ່ສູງສຸດ ແລະ ໄດ້ດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ໄດ້ຮັບເອົາການອວຍພອນຂອງພຣະເຈົ້າ. ການທີ່ສາມາດໄດ້ຮັບການຊໍາລະລ້າງ ແລະ ປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງພຣະເຈົ້າ, ນີ້ແມ່ນການອວຍພອນທີ່ຍິ່ງໃຫຍ່ສຸດໃນຊີວິດຂອງຂ້ານ້ອຍໃນປັດຈຸບັນ”. ນີ້ແມ່ນຂອບເຂດສູງສຸດທີ່ເປໂຕໄດ້ຜະເຊີນ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 526)

ມະນຸດດຳລົງຊີວິດທ່າມກາງເນື້ອໜັງ ເຊິ່ງໝາຍຄວາມວ່າ ເຂົາດຳລົງຊີວິດໃນນະລົກແຫ່ງມະນຸດ ແລະ ປາສະຈາກການພິພາກສາ ແລະ ການຕີສອນຂອງພຣະເຈົ້າ, ມະນຸດແມ່ນສົກກະປົກຄືກັນກັບຊາຕານ. ແລ້ວມະນຸດຈະບໍລິສຸດໄດ້ແນວໃດ? ເປໂຕເຊື່ອວ່າ ການຕີສອນ ແລະ ການພິພາກສາຈາກພຣະເຈົ້າແມ່ນການປົກປ້ອງທີ່ດີທີ່ສຸດ ແລະ ພຣະຄຸນທີ່ຍິ່ງໃຫຍ່ສຸດຂອງມະນຸດ. ມີແຕ່ຜ່ານການຕີສອນ ແລະ ການພິພາກສາຈາກພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງຈະສາມາດຕື່ນຂຶ້ນ ແລະ ກຽດຊັງເນື້ອໜັງ ແລະ ກຽດຊັງຊາຕານ. ວິໄນທີ່ເຄັ່ງຄັດຂອງພຣະເຈົ້າໄດ້ປົດປ່ອຍມະນຸດໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານ, ມັນປົດປ່ອຍເຂົາໃຫ້ເປັນອິດສະລະຈາກໂລກນ້ອຍໆຂອງເຂົາເອງ ແລະ ເຮັດໃຫ້ເຂົາດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງການສະຖິດຂອງພຣະເຈົ້າ. ບໍ່ມີຄວາມລອດພົ້ນທີ່ດີກວ່າການຕີສອນ ແລະ ການພິພາກສາອີກແລ້ວ! ເປໂຕອະທິຖານວ່າ “ໂອ ພຣະເຈົ້າ! ຕາບໃດທີ່ພຣະອົງຕີສອນ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍກໍຈະຮູ້ວ່າ ພຣະອົງບໍ່ໄດ້ປະຖິ້ມຂ້ານ້ອຍ. ເຖິງແມ່ນວ່າພຣະອົງບໍ່ໄດ້ມອບຄວາມສຸກ ຫຼື ສັນຕິສຸກໃຫ້ກັບຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍມີຊີວິດຢູ່ດ້ວຍຄວາມທົນທຸກ ແລະ ເຮັດໃຫ້ຂ້ານ້ອຍໄດ້ຮັບການຕີສອນທີ່ນັບບໍ່ຖ້ວນ, ແຕ່ຕາບໃດທີ່ພຣະອົງບໍ່ປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຈະສະບາຍໃຈ. ໃນປັດຈຸບັນ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ກາຍມາເປັນການປົກປ້ອງທີ່ດີທີ່ສຸດຂອງຂ້ານ້ອຍ ແລະ ພຣະພອນທີ່ຍິ່ງໃຫຍ່ສຸດຂອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງມອບໃຫ້ກັບຂ້ານ້ອຍປົກປ້ອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍໃນປັດຈຸບັນແມ່ນການສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ເປັນການຕີສອນ ແລະ ການພິພາກສາ; ຍິ່ງໄປກວ່ານັ້ນ, ມັນແມ່ນການທົດລອງ ແລະ ຫຼາຍໄປກວ່ານັ້ນ ມັນແມ່ນຊີວິດແຫ່ງການທົນທຸກ”. ເປໂຕສາມາດປ່ອຍວາງຄວາມສຸກທາງເນື້ອໜັງ ແລະ ສະແຫວງຫາຄວາມຮັກທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ການປົກປ້ອງທີ່ຍິ່ງໃຫຍ່ຂຶ້ນ ເພາະວ່າ ເພິ່ນໄດ້ຮັບພຣະຄຸນຢ່າງຫຼວງຫຼາຍຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າ. ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ຫຼ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ. ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ເປັນຢູ່ໃນເນື້ອໜັງ; ຖ້າເຂົາບໍ່ໄດ້ຮັບການຊໍາລະລ້າງ ແລະ ບໍ່ໄດ້ຮັບເອົາການປົກປ້ອງຂອງພຣະເຈົ້າ, ແລ້ວມະນຸດກໍຈະຊົ່ວຊ້າຫຼາຍຍິ່ງຂຶ້ນ. ຖ້າເຂົາປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາກໍຕ້ອງໄດ້ຮັບການຊໍາລະລ້າງ ແລະ ການຊ່ວຍໃຫ້ລອດພົ້ນ. ເປໂຕໄດ້ອະທິຖານວ່າ “ພຣະເຈົ້າ, ເມື່ອພຣະອົງຊົງປະຕິບັດຕໍ່ຂ້ານ້ອຍດ້ວຍຄວາມເມດຕາ ຂ້ານ້ອຍກໍມີຄວາມສຸກຫຼາຍ ແລະ ຮູ້ສຶກສະບາຍໃຈ; ເມື່ອພຣະອົງຕີສອນຂ້ານ້ອຍ, ຂ້ານ້ອຍຍິ່ງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຍິ່ງຂຶ້ນ. ເຖິງແມ່ນຂ້ານ້ອຍອ່ອນແອ ແລະ ອົດກັ້ນຕໍ່ການທົນທຸກທີ່ນັບບໍ່ຖ້ວນ, ເຖິງແມ່ນມີນໍ້າຕາ ແລະ ຄວາມໂສກເສົ້າ, ພຣະອົງຊົງຮູ້ວ່າ ຄວາມໂສກເສົ້ານີ້ກໍເປັນຍ້ອນການບໍ່ເຊື່ອຟັງຂອງຂ້ານ້ອຍ ແລະ ຍ້ອນຄວາມອ່ອນແອຂອງຂ້ານ້ອຍ. ຂ້ານ້ອຍຮ້ອງໄຫ້ກໍເພາະຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ, ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ເສຍໃຈ ກໍເພາະວ່າ ຂ້ານ້ອຍບໍ່ເໝາະສົມສຳລັບຄວາມຕ້ອງການຂອງພຣະອົງ, ແຕ່ຂ້ານ້ອຍກໍເຕັມໃຈທີ່ຈະບັນລຸຂອບເຂດນີ້, ຂ້ານ້ອຍເຕັມໃຈທີ່ຈະເຮັດທຸກສິ່ງຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອເຮັດໃຫ້ພຣະອົງພໍພຣະໄທ. ການຕີສອນຂອງພຣະອົງໄດ້ນໍາການປົກປ້ອງມາສູ່ຂ້ານ້ອຍ ແລະ ໄດ້ມອບຄວາມລອດພົ້ນທີ່ດີທີ່ສຸດໃຫ້ກັບຂ້ານ້ອຍ; ການພິພາກສາຂອງພຣະອົງດີເລີດກວ່າຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະບໍ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍຍິ່ງເຫັນຫຼາຍຂຶ້ນວ່າ ຄວາມຮັກຂອງພຣະອົງຢູ່ເໜືອສະຫວັນ ແລະ ດີກວ່າທຸກສິ່ງທຸກຢ່າງ. ຄວາມຮັກຂອງພຣະອົງບໍ່ແມ່ນພຽງແຕ່ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ; ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ ແລະ ການພິພາກສາ. ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ມອບຫຼາຍຢ່າງໃຫ້ກັບຂ້ານ້ອຍ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດຜະເຊີນກັບຄວາມຮັກຂອງພຣະຜູ້ສ້າງ. ເຖິງແມ່ນວ່າ ຂ້ານ້ອຍໄດ້ອົດກັ້ນຕໍ່ການທົດລອງ ແລະ ຄວາມລໍາບາກຍາກແຄ້ນຫຼາຍຮ້ອຍຄັ້ງ ແລະ ເຖິງກັບວ່າເກືອບຕາຍ, ພວກມັນໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງຢ່າງແທ້ຈິງ ແລະ ໄດ້ຮັບຄວາມລອດພົ້ນຢ່າງສູງສຸດ. ຖ້າການຕີສອນ, ການພິພາກສາ ແລະ ການລົງວິໄນຂອງພຣະເຈົ້າອອກຫ່າງຈາກຂ້ານ້ອຍ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ໃນຄວາມມືດ ພາຍໃຕ້ການຄອບງໍາຂອງຊາຕານ. ແລ້ວເນື້ອໜັງຂອງມະນຸດຈະມີຜົນປະໂຫຍດຫຍັງ? ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ມັນຈະເປັນເໝືອນກັບວ່າ ພຣະວິນຍານຂອງພຣະອົງໄດ້ປະຖິ້ມຂ້ານ້ອຍ, ເໝືອນກັບວ່າ ພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍອີກຕໍ່ໄປ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະດຳລົງຊີວິດຕໍ່ໄປໄດ້ແນວໃດ? ຖ້າພຣະອົງມອບຄວາມເຈັບປ່ວຍໃຫ້ກັບຂ້ານ້ອຍ ແລະ ເອົາອິດສະລະພາບຂອງຂ້ານ້ອຍໄປ, ຂ້ານ້ອຍສາມາດສືບຕໍ່ດຳລົງຊີວິດໄດ້, ແຕ່ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ຂ້ານ້ອຍກໍຈະບໍ່ມີທາງດຳລົງຊີວິດຕໍ່ໄປໄດ້. ຖ້າຂ້ານ້ອຍປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະສູນເສຍຄວາມຮັກຂອງພຣະອົງ ເຊິ່ງເປັນຄວາມຮັກທີ່ເລິກເຊິ່ງເກີນກວ່າຂ້ານ້ອຍຈະພັນລະນາໄດ້. ຫາກປາສະຈາກຄວາມຮັກຂອງພຣະອົງ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານ ແລະ ຈະບໍ່ສາມາດເຫັນໃບໜ້າອັນສະຫງ່າລາສີຂອງພຣະອົງ. ແລ້ວຂ້ານ້ອຍຈະສາມາດສືບຕໍ່ດຳລົງຊີວິດໄດ້ແນວໃດ? ຄວາມມືດດັ່ງກ່າວ, ຊີວິດດັ່ງກ່າວ, ຂ້ານ້ອຍຈະບໍ່ສາມາດອົດທົນຢູ່ໄດ້. ການທີ່ມີພຣະອົງຢູ່ກັບຂ້ານ້ອຍເປັນເໝືອນກັບການເຫັນພຣະອົງ, ແລ້ວຂ້ານ້ອຍຈະສາມາດປະຖິ້ມພຣະອົງໄດ້ແນວໃດ? ຂ້ານ້ອຍອ້ອນວອນພຣະອົງ, ຂ້ານ້ອຍຂໍຮ້ອງພຣະອົງຂໍຢ່າເອົາຄວາມສຸກສະບາຍທີ່ຍິ່ງໃຫຍ່ທີ່ສຸດຂອງຂ້ານ້ອຍນັ້ນໄປຈາກຂ້ານ້ອຍເທິດ ເຖິງແມ່ນມັນເປັນພຽງຄຳເວົ້າສອງສາມຄຳທີ່ເຮັດໃຫ້ໝັ້ນໃຈກໍຕາມ. ຂ້ານ້ອຍຊື່ນຊົມໃນຄວາມຮັກຂອງພຣະອົງ ແລະ ໃນປັດຈຸບັນ ຂ້ານ້ອຍບໍ່ສາມາດຢູ່ຫ່າງໄກຈາກພຣະອົງໄດ້; ແລ້ວຂ້ານ້ອຍຈະບໍ່ຮັກພຣະອົງໄດ້ແນວໃດ? ຂ້ານ້ອຍໄດ້ຫຼັ່ງນໍ້າຕາແຫ່ງຄວາມໂສກເສົ້າຫຼາຍຄັ້ງ ຍ້ອນຄວາມຮັກຂອງພຣະອົງ, ແຕ່ຂ້ານ້ອຍຮູ້ສຶກຢູ່ສະເໝີວ່າ ຊີວິດແບບນີ້ມີຄວາມໝາຍຍິ່ງກວ່າ, ສາມາດປັບປຸງຂ້ານ້ອຍຫຼາຍຂຶ້ນ, ສາມາດປ່ຽນແປງຂ້ານ້ອຍຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມຈິງທີ່ສິ່ງຊົງສ້າງຄວນໄດ້ຮັບ”.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 527)

ຊີວິດທັງໝົດຂອງມະນຸດໄດ້ດຳລົງຢູ່ພາຍໃຕ້ການຄອບງໍາຂອງຊາຕານ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານດ້ວຍຕົວພວກເຂົາເອງ. ທຸກຄົນດຳລົງຊີວິດຢູ່ໃນໂລກທີ່ສົກກະປົກ, ໃນຄວາມເສື່ອມຊາມ ແລະ ຄວາມວ່າງເປົ່າ, ໂດຍບໍ່ມີຄວາມໝາຍ ຫຼື ຄຸນຄ່າແມ່ນແຕ່ໜ້ອຍດຽວ; ພວກເຂົາດຳລົງຊີວິດໂດຍປາສະຈາກຄວາມກັງວົນເພື່ອເນື້ອໜັງ, ເພື່ອຕັນຫາ ແລະ ເພື່ອຊາຕານ. ບໍ່ມີຄຸນຄ່າແມ່ນແຕ່ໜ້ອຍດຽວໃນການເປັນຢູ່ຂອງພວກເຂົາ. ມະນຸດບໍ່ສາມາດຄົ້ນພົບຄວາມຈິງທີ່ຈະປົດປ່ອຍເຂົາໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານໄດ້. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ ແລະ ອ່ານພຣະຄຳພີ, ເຂົາກໍບໍ່ເຂົ້າໃຈວິທີການປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກການຄວບຄຸມແຫ່ງອິດທິພົນຂອງຊາຕານ. ຕະຫຼອດຍຸກຕ່າງໆ, ມີໜ້ອຍຄົນທີ່ໄດ້ຄົ້ນພົບຄວາມລັບນີ້, ມີໜ້ອຍຄົນທີ່ໄດ້ເຂົ້າໃຈມັນ. ດັ່ງນັ້ນ, ເຖິງແມ່ນວ່າມະນຸດຈະກຽດຊັງຊາຕານ ແລະ ກຽດຊັງເນື້ອໜັງ, ເຂົາກໍບໍ່ຮູ້ຈັກວິທີປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກອິດທິພົນແຫ່ງບ້ວງແຮ້ວຂອງຊາຕານ. ໃນປັດຈຸບັນ, ພວກເຈົ້າຍັງບໍ່ໄດ້ຢູ່ພາຍໃຕ້ການຄອບງໍາຂອງຊາຕານບໍ? ເຈົ້າບໍ່ເສຍໃຈຕໍ່ການກະທຳທີ່ບໍ່ເຊື່ອຟັງຂອງເຈົ້າ, ແລ້ວແຮງໄກທີ່ເຈົ້າຈະຮູ້ວ່າ ເຈົ້າສົກກະປົກ ແລະ ບໍ່ເຊື່ອຟັງ. ຫຼັງຈາກທີ່ຕໍ່ຕ້ານພຣະເຈົ້າ, ເຈົ້າຍິ່ງມີຈິດໃຈທີ່ສະຫງົບສຸກ ແລະ ຮູ້ສຶກມີຄວາມສະຫງົບຢ່າງໃຫຍ່. ຄວາມສະຫງົບຂອງເຈົ້າບໍ່ແມ່ນຍ້ອນເຈົ້າເສື່ອມຊາມບໍ? ຈິດໃຈທີ່ສະຫງົບສຸກນີ້ບໍ່ໄດ້ມາຈາກຄວາມບໍ່ເຊື່ອຟັງຂອງເຈົ້າບໍ? ມະນຸດດຳລົງຊີວິດຢູ່ໃນນະລົກແຫ່ງມະນຸດ, ເຂົາດຳລົງຊີວິດຢູ່ພາຍໃຕ້ອິດທິພົນຄວາມມືດຂອງຊາຕານ; ທົ່ວດິນແດນ, ຜີຮ້າຍດຳລົງຢູ່ກັບມະນຸດ ໂດຍລ່ວງລໍ້າເນື້ອໜັງຂອງມະນຸດ. ເທິງແຜ່ນດິນໂລກ, ເຈົ້າບໍ່ໄດ້ດຳລົງຊີວິດຢູ່ໃນວິມານທີ່ສວຍງາມ. ບ່ອນທີ່ເຈົ້າຢູ່ແມ່ນອານາຈັກຂອງມານຮ້າຍ, ນະລົກຂອງມະນຸດ, ໂລກເບື້ອງລຸ່ມ. ຖ້າມະນຸດບໍ່ຖືກຊໍາລະລ້າງ, ແລ້ວເຂົາກໍຈະມີຄວາມສົກກະປົກ; ຖ້າເຂົາບໍ່ໄດ້ຮັບການປົກປ້ອງ ແລະ ດູແລໂດຍພຣະເຈົ້າ, ແລ້ວເຂົາກໍຍັງເປັນຊະເລີຍຂອງຊາຕານ; ຖ້າເຂົາບໍ່ຖືກພິພາກສາ ແລະ ຕີສອນ, ແລ້ວເຂົາກໍຈະບໍ່ມີຫົນທາງຫຼົບໜີຈາກການກົດຂີ່ຂອງອິດທິພົນມືດຂອງຊາຕານ. ນິໄສເສື່ອມຊາມທີ່ເຈົ້າສະແດງອອກມາ ແລະ ຄວາມປະພຶດທີ່ບໍ່ເຊື່ອຟັງທີ່ເຈົ້າດຳລົງຊີວິດຕາມແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ເຈົ້າຍັງດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານ. ຖ້າຈິດໃຈ ແລະ ຄວາມຄິດຂອງເຈົ້າບໍ່ໄດ້ຮັບການຊໍາລະລ້າງ ແລະ ນິໄສຂອງເຈົ້າບໍ່ໄດ້ຖືກພິພາກສາ ແລະ ຕີສອນ, ແລ້ວການເປັນຢູ່ທັງໝົດຂອງເຈົ້າກໍຈະຍັງຖືກຄວບຄຸມໂດຍການຄອບງໍາຂອງຊາຕານ, ຈິດໃຈຂອງເຈົ້າຖືກຄວບຄຸມໂດຍຊາຕານ, ຄວາມຄິດຂອງເຈົ້າຖືກລໍ້ລວງໂດຍຊາຕານ ແລະ ການເປັນຢູ່ທັງໝົດຂອງເຈົ້າກໍຖືກຄວບຄຸມດ້ວຍກໍາມືຂອງຊາຕານ. ເຈົ້າຮູ້ບໍ່ວ່າ ໃນຕອນນີ້ ເຈົ້າຢູ່ໄກສໍ່າໃດຈາກມາດຕະຖານຂອງເປໂຕ? ເຈົ້າມີຄວາມສາມາດແບບນັ້ນບໍ? ເຈົ້າຮູ້ກ່ຽວກັບການຕີສອນ ແລະ ການພິພາກສາໃນປັດຈຸບັນຫຼາຍສໍ່າໃດ? ເຈົ້າມີສິ່ງທີ່ເປໂຕຮຽນຮູ້ຫຼາຍສໍ່າໃດ? ໃນປັດຈຸບັນ, ຖ້າເຈົ້າບໍ່ສາມາດຮູ້, ເຈົ້າຈະສາມາດບັນລຸຄວາມຮູ້ນີ້ໃນອະນາຄົດໄດ້ບໍ? ຄົນທີ່ຂີ້ຄ້ານ ແລະ ຂີ້ຢ້ານຄືກັບເຈົ້າແມ່ນບໍ່ສາມາດຮູ້ຈັກການຕີສອນ ແລະ ການພິພາກສາເລີຍ. ຖ້າເຈົ້າສະແຫວງຫາສັນຕິສຸກແຫ່ງເນື້ອໜັງ ແລະ ຄວາມສຸກທາງເນື້ອໜັງ, ແລ້ວເຈົ້າກໍຈະບໍ່ມີທາງຖືກຊໍາລະລ້າງໄດ້ ແລະ ໃນທີ່ສຸດ ເຈົ້າກໍຈະກັບຄືນໄປຫາຊາຕານ ຍ້ອນສິ່ງທີ່ເຈົ້າດຳລົງຊີວິດຕາມແມ່ນຊາຕານ ແລະ ເນື້ອໜັງ. ດັ່ງສະພາບໃນປັດຈຸບັນ, ຫຼາຍຄົນບໍ່ສະແຫວງຫາຊີວິດ ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ສົນໃຈກ່ຽວກັບການຖືກຊໍາລະລ້າງ ຫຼື ການເຂົາສູ່ປະສົບການຊີວິດທີ່ເລິກເຊິ່ງກວ່າເດີມ. ແລ້ວພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ແນວໃດ? ຄົນທີ່ບໍ່ສະແຫວງຫາຊີວິດກໍບໍ່ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ກໍບໍ່ສາມາດຫຼົບໜີຈາກອິດທິພົນແຫ່ງຄວາມມືດຂອງຊາຕານໄດ້. ເມື່ອເວົ້າເຖິງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ທາງເຂົ້າຂອງພວກເຂົາຕໍ່ການປ່ຽນແປງໃນນິໄສຂອງພວກເຂົາ, ພວກເຂົາບໍ່ຈິງຈັງກັບສິ່ງເຫຼົ່ານັ້ນ ຄືກັບຄົນທີ່ພຽງແຕ່ເຊື່ອໃນສາສະໜາ ແລະ ຜູ້ເຊິ່ງປະຕິບັດຕາມພິທີກຳ ແລະ ເຂົ້າຮ່ວມງານຮັບໃຊ້ທີ່ເປັນປະຈຳເທົ່ານັ້ນ. ນັ້ນບໍ່ແມ່ນເສຍເວລາໄປຊື່ໆບໍ? ໃນຄວາມເຊື່ອທີ່ເຂົາມີຕໍ່ພຣະເຈົ້າ ຖ້າມະນຸດບໍ່ຈິງໃຈກ່ຽວກັບບັນຫາຊີວິດ, ບໍ່ສະແຫວງຫາທາງເຂົ້າສູ່ຄວາມຈິງ, ບໍ່ສະແຫວງຫາການປ່ຽນແປງຕໍ່ອຸປະນິໄສຂອງເຂົາ ແລ້ວແຮງໄກທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ແລ້ວເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ, ເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ສາເຫດທີ່ພາລະກິດນີ້ໄດ້ຖືກປະຕິບັດຕໍ່ມະນຸດ. ເຈົ້າສາມາດຍອມຮັບບໍ່? ໃນລະຫວ່າງການຕີສອນແບບນີ້, ເຈົ້າສາມາດບັນລຸປະສົບການ ແລະ ຄວາມຮູ້ດຽວກັນກັບເປໂຕບໍ? ຖ້າເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເຈົ້າກໍມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 528)

ສຳລັບຄົນທີ່ຈະຖືກເຮັດໃຫ້ສົມບູນ, ບາດກ້າວນີ້ຂອງພາລະກິດແຫ່ງການເອົາຊະນະແມ່ນຂາດບໍ່ໄດ້; ມີແຕ່ເມື່ອເຂົາຖືກເອົາຊະນະເທົ່ານັ້ນ ມະນຸດຈຶ່ງຈະສາມາດຜະເຊີນກັບພາລະກິດແຫ່ງການຖືກເຮັດໃຫ້ສົມບູນໄດ້. ຈະບໍ່ມີຄຸນຄ່າຍິ່ງໃຫຍ່ຫຍັງ ຖ້າມີພຽງແຕ່ການປະຕິບັດໃນບົດບາດແຫ່ງການຖືກເອົາຊະນະ ເຊິ່ງຈະບໍ່ເຮັດໃຫ້ເຈົ້າເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ. ເຈົ້າຈະບໍ່ມີທາງມີສ່ວນໃນການຂະຫຍາຍຂ່າວປະເສີດ, ຍ້ອນເຈົ້າບໍ່ສະແຫວງຫາຊີວິດ ແລະ ບໍ່ສະແຫວງຫາການປ່ຽນແປງ ແລະ ການຟື້ນຟູຕົວເຈົ້າເອງຄືນໃໝ່ ແລະ ດ້ວຍເຫດນັ້ນ ເຈົ້າກໍບໍ່ມີປະສົບການທີ່ແທ້ຈິງໃນຊີວິດ. ໃນລະຫວ່າງພາລະກິດເທື່ອລະບາດກ້າວນີ້, ຄັ້ງໜຶ່ງ ເຈົ້າເຮັດໜ້າທີ່ເປັນຜູ້ໃຫ້ບໍລິການ ແລະ ຄົນຂັດຂວາງ, ແຕ່ຖ້າໃນທີ່ສຸດແລ້ວ ເຈົ້າບໍ່ສະແຫວງຫາທີ່ຈະເປັນເປໂຕ ແລະ ການສະແຫວງຫາຂອງເຈົ້າກໍບໍ່ແມ່ນຕາມເສັ້ນທາງທີ່ເປໂຕຖືກເຮັດໃຫ້ສົມບູນ, ສະນັ້ນ ໂດຍທຳມະຊາດແລ້ວ ເຈົ້າກໍຈະບໍ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງເຈົ້າ. ຖ້າເຈົ້າເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະມີຄຳພະຍານ ແລະ ເຈົ້າຈະເວົ້າວ່າ “ໃນພາລະກິດເທື່ອລະບາດກ້າວນີ້ຂອງພຣະເຈົ້າ, ຂ້ານ້ອຍໄດ້ຍອມຮັບພາລະກິດແຫ່ງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ເຖິງແມ່ນຂ້ານ້ອຍໄດ້ອົດກັ້ນຕໍ່ການທົນທຸກທີ່ຍິ່ງໃຫຍ່, ຂ້ານ້ອຍໄດ້ຮຽນຮູ້ເຖິງວິທີທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ຂ້ານ້ອຍໄດ້ຮັບພາລະກິດທີ່ພຣະເຈົ້າປະຕິບັດ, ຂ້ານ້ອຍມີຄວາມຮູ້ກ່ຽວກັບຄວາມຊອບທຳຂອງພຣະເຈົ້າ ແລະ ການຕີສອນຂອງພຣະອົງໄດ້ຊ່ວຍຂ້ານ້ອຍໄວ້. ອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ມາເຖິງຂ້ານ້ອຍ ແລະ ນໍາການອວຍພອນ ແລະ ພຣະຄຸນມາສູ່ຂ້ານ້ອຍ; ແມ່ນການພິພາກສາ ແລະ ການຕີສອນຂອງພຣະອົງທີ່ໄດ້ປົກປ້ອງ ແລະ ເຮັດໃຫ້ຂ້ານ້ອຍບໍລິສຸດ. ຖ້າຂ້ານ້ອຍບໍ່ໄດ້ຖືກຕີສອນ ແລະ ພິພາກສາໂດຍພຣະເຈົ້າ ແລະ ຖ້າພຣະທຳທີ່ຮຸນແຮງຂອງພຣະເຈົ້າບໍ່ໄດ້ມາເຖິງຂ້ານ້ອຍ, ຂ້ານ້ອຍກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ຂ້ານ້ອຍກໍຈະບໍ່ສາມາດຮັບການຊ່ວຍເຫຼືອ. ໃນປັດຈຸບັນ, ຂ້ານ້ອຍເຫັນວ່າ ໃນຖານະທີ່ເປັນສິ່ງຊົງສ້າງ, ຄົນໜຶ່ງບໍ່ພຽງແຕ່ຊື່ນຊົມກັບທຸກສິ່ງທີ່ພຣະຜູ້ສ້າງໄດ້ສ້າງຂຶ້ນ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄື ສິ່ງຊົງສ້າງທັງໝົດຄວນຊື່ນຊົມໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ຊື່ນຊົມໃນການພິພາກສາທີ່ຊອບທຳຂອງພຣະອົງ ເພາະອຸປະນິໄສຂອງພຣະເຈົ້າສົມຄວນແກ່ຄວາມຊື່ນຊົມຂອງມະນຸດ. ໃນຖານະທີ່ເປັນສິ່ງຊົງສ້າງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນຄວນຊື່ນຊົມກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໃນອຸປະນິໄສທີ່ຊອບທຳຂອງພຣະອົງ ມີການຕີສອນ ແລະ ການພິພາກສາ ແລະ ຍິ່ງໄປກວ່ານັ້ນ ມີຄວາມຮັກທີ່ຍິ່ງໃຫຍ່. ເຖິງແມ່ນຂ້ານ້ອຍບໍ່ສາມາດໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຄົບຖ້ວນໃນປັດຈຸບັນ, ຂ້ານ້ອຍກໍໂຊກດີທີ່ໄດ້ເຫັນມັນ ແລະ ຍ້ອນສິ່ງນີ້ ຂ້ານ້ອຍຈຶ່ງເປັນສຸກ”. ນີ້ແມ່ນເສັ້ນທາງທີ່ຍ່າງໂດຍຄົນທີ່ປະສົບກັບການຖືກເຮັດໃຫ້ສົມບູນ ແລະ ຄວາມຮູ້ກ່ຽວກັບສິ່ງທີ່ພວກເຂົາເວົ້າ. ຄົນປະເພດດັ່ງກ່າວເປັນເໝືອນກັບເປໂຕ; ພວກເຂົາມີປະສົບດຽວກັນກັບເປໂຕ. ຄົນປະເພດດັ່ງກ່າວຍັງແມ່ນຄົນທີ່ໄດ້ຮັບຊີວິດ ແລະ ຄົນທີ່ປະກອບມີຄວາມຈິງ. ເມື່ອພວກເຂົາມີປະສົບການຈົນເຖິງເວລາສຸດທ້າຍ, ໃນລະຫວ່າງການພິພາກສາຂອງພຣະເຈົ້າ ພວກເຂົາກໍຈະປົດປ່ອຍຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນແນ່ນອນ ແລະ ຖືກພຣະເຈົ້າຮັບເອົາ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 529)

ອາດາມ ແລະ ເອວາທີ່ຖືກສ້າງໂດຍພຣະເຈົ້າໃນຕອນເລີ່ມຕົ້ນນັ້ນ ເປັນຄົນທີ່ບໍລິສຸດ ເຊິ່ງເວົ້າໄດ້ວ່າ ໃນຂະນະທີ່ຢູ່ໃນສວນເອເດັນ ພວກເຂົາບໍລິສຸດ, ບໍ່ໄດ້ມີມົນທິນຈາກຄວາມສົກກະປົກເລີຍ. ພວກເຂົາຊື່ສັດກັບພຣະເຢໂຮວາອີກດ້ວຍ ແລະ ບໍ່ຮູ້ຫຍັງເລີຍກ່ຽວກັບການຫັກຫຼັງພຣະເຢໂຮວາ. ນີ້ກໍຍ້ອນວ່າ ພວກເຂົາປາສະຈາກການລົບກວນຈາກອິດທິພົນຂອງຊາຕານ, ປາສະຈາກພິດຂອງຊາຕານ ແລະ ເປັນຄົນທີ່ບໍລິສຸດທີ່ສຸດໃນບັນດາມະນຸດຊາດ. ພວກເຂົາດຳລົງຊີວິດຢູ່ໃນສວນເອເດັນ, ບໍ່ໄດ້ຖືກເຮັດໃຫ້ເປື້ອນດ້ວຍຄວາມສົກກະປົກໃດເລີຍ, ບໍ່ໄດ້ຖືກຄອບຄອງໂດຍເນື້ອໜັງ ແລະ ເຄົາລົບບູຊາພຣະເຢໂຮວາ. ຕໍ່ມາ ເມື່ອພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງມີພິດຂອງງູ ແລະ ຄວາມປາຖະໜາທີ່ຈະຫັກຫຼັງພຣະເຢໂຮວາ ແລະ ພວກເຂົາຈຶ່ງໄດ້ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ໃນຕອນເລີ່ມຕົ້ນ, ພວກເຂົາບໍລິສຸດ ແລະ ເຄົາລົບພຣະເຢໂຮວາ; ຍ້ອນສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງເປັນມະນຸດ. ຕໍ່ມາ, ຫຼັງຈາກທີ່ພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງກິນໝາກໄມ້ຈາກຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຊົ່ວ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມເທື່ອລະໜ້ອຍ ແລະ ສູນເສຍລັກສະນະດັ້ງເດີມຂອງມະນຸດ. ໃນຕອນເລີ່ມຕົ້ນ, ມະນຸດມີລົມຫາຍໃຈຂອງພຣະເຢໂຮວາ ແລະ ບໍ່ໄດ້ເປັນຄົນບໍ່ເຊື່ອຟັງແມ່ນແຕ່ໜອ້ຍດຽວ ແລະ ບໍ່ມີຄວາມຊົ່ວຮ້າຍຢູ່ໃນຫົວໃຈຂອງເຂົາ. ໃນເວລານັ້ນ, ມະນຸດເປັນມະນຸດຢ່າງແທ້ຈິງ. ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດກໍກາຍມາເປັນສັດ. ຄວາມຄິດຂອງເຂົາເຕັມໄປດ້ວຍຄວາມຊົ່ວ ແລະ ຄວາມສົກກະປົກ, ປາສະຈາກຄວາມດີ ຫຼື ຄວາມບໍລິສຸດ. ນີ້ບໍ່ແມ່ນຊາຕານບໍ? ເຈົ້າໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າຢ່າງຫຼວງຫຼາຍ, ແຕ່ເຈົ້າກໍບໍ່ໄດ້ປ່ຽນແປງ ຫຼື ຖືກຊໍາລະລ້າງ. ເຈົ້າຍັງດຳລົງຊີວິດພາຍໃຕ້ການຄອບງໍາຂອງຊາຕານ ແລະ ຍັງບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ. ນີ້ແມ່ນຄົນທີ່ຖືກເອົາຊະນະ ແຕ່ຍັງບໍ່ໄດ້ຖືກເຮັດໃຫ້ສົມບູນ. ແລ້ວເປັນຫຍັງຈຶ່ງເວົ້າວ່າ ຄົນປະເພດດັ່ງກ່າວຍັງບໍ່ຖືກເຮັດໃຫ້ສົມບູນ? ເພາະຄົນແບບນີ້ບໍ່ໄດ້ສະແຫວງຫາຊີວິດ ຫຼື ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ບໍ່ໄດ້ປາຖະໜາຫຍັງເລີຍ ນອກຈາກຄວາມສຸກທາງເນື້ອໜັງ ແລະ ຄວາມສະບາຍຊົ່ວໄລຍະໜຶ່ງ. ຜົນຕາມມາກໍຄື ບໍ່ມີການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ ແລະ ພວກເຂົາກໍບໍ່ໄດ້ຮັບຮູບຮ່າງດັ້ງເດີມຂອງມະນຸດຕາມທີ່ຖືກສ້າງໂດຍພຣະເຈົ້ານັ້ນຄືນ. ຄົນປະເພດດັ່ງກ່າວແມ່ນຊາກສົບທີ່ຍ່າງໄດ້, ພວກເຂົາເປັນຄົນຕາຍທີ່ບໍ່ມີວິນຍານ! ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບເລື່ອງຝ່າຍວິນຍານ, ຄົນທີ່ບໍ່ສະແຫວງຫາຄວາມບໍລິສຸດ ແລະ ຄົນທີ່ບໍ່ສະແຫວງຫາເພື່ອດຳລົງຊີວິດຕາມຄວາມຈິງ, ຄົນທີ່ພໍໃຈກັບການຖືກເອົາຊະນະໃນດ້ານລົບເທົ່ານັ້ນ ແລະ ຄົນທີ່ບໍ່ສາມາດດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ບໍລິສຸດ, ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ. ຍ້ອນວ່າ ຖ້າເຂົາປາສະຈາກຄວາມຈິງ, ມະນຸດກໍບໍ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າໄດ້; ມີພຽງແຕ່ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າເທົ່ານັ້ນຈຶ່ງເປັນຄົນທີ່ຖືກຊ່ວຍໃຫ້ລອດພົ້ນ. ສິ່ງທີ່ເຮົາຕ້ອງການແມ່ນຄົນທີ່ເໝືອນກັບເປໂຕ, ຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ຄວາມຈິງແຫ່ງປັດຈຸບັນແມ່ນຖືກມອບໄວ້ໃຫ້ກັບຄົນທີ່ກະຫາຍຫາ ແລະ ສະແຫວງຫາມັນ. ຄວາມລອດພົ້ນນີ້ແມ່ນມີໄວ້ໃຫ້ກັບຄົນທີ່ກະຫາຍຫາເພື່ອຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ມີໄວ້ເພື່ອໃຫ້ພວກເຈົ້າຮັບເອົາເທົ່ານັ້ນ, ແຕ່ຍັງມີໄວ້ເພື່ອໃຫ້ພຣະເຈົ້າຮັບເອົາພວກເຈົ້າເຊັ່ນກັນ. ພວກເຈົ້າຮັບເອົາພຣະເຈົ້າເພື່ອວ່າ ພຣະເຈົ້າຈະສາມາດຮັບເອົາພວກເຈົ້າໄດ້. ໃນປັດຈຸບັນ, ເຮົາໄດ້ກ່າວພຣະທຳເຫຼົ່ານີ້ກັບພວກເຈົ້າ ແລະ ພວກເຈົາກໍໄດ້ຍິນກ່ຽວກັບພຣະທຳເຫຼົ່ານັ້ນ ແລະ ພວກເຈົ້າຄວນປະຕິບັດຕາມພຣະທຳເຫຼົ່ານີ້. ໃນເວລາສຸດທ້າຍ ເມື່ອເວລາທີ່ພວກເຈົ້ານໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດຈະເປັນເວລາທີ່ເຮົາໄດ້ຮັບເອົາພວກເຈົ້າຜ່ານທາງພຣະທຳເຫຼົ່ານີ້; ໃນເວລາດຽວກັນ, ພວກເຈົ້າຍັງຈະໄດ້ຮັບເອົາພຣະທຳເຫຼົ່ານີ້ເຊັ່ນກັນ ເຊິ່ງເວົ້າໄດ້ວ່າ ພວກເຈົ້າຈະໄດ້ຮັບເອົາຄວາມລອດພົ້ນທີ່ສູງທີ່ສຸດ. ເມື່ອພວກເຈົ້າຖືກເຮັດໃຫ້ສະອາດ, ພວກເຈົ້າກໍຈະກາຍເປັນມະນຸດທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມຈິງໄດ້ ຫຼື ດຳລົງຊີວິດຄ້າຍຄືກັບຄົນທີ່ຖືກເຮັດໃຫ້ສົມບູນ, ແລ້ວສາມາດເວົ້າໄດ້ວ່າ ເຈົ້າບໍ່ແມ່ນມະນຸດ, ເຈົ້າເປັນຊາກສົບທີ່ຍ່າງໄດ້ ແລະ ເປັນສັດ ເພາະເຈົ້າປາສະຈາກຄວາມຈິງ ເຊິ່ງໝາຍຄວາມວ່າ ເຈົ້າປາສະຈາກລົມຫາຍໃຈຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ເຈົ້າກໍເປັນຄົນຕາຍທີ່ບໍ່ມີວິນຍານ! ເຖິງແມ່ນວ່າ ມັນເປັນໄປໄດ້ທີ່ຈະເປັນພະຍານຫຼັງຈາກທີ່ຖືກເອົາຊະນະ, ສິ່ງທີ່ເຈົ້າຮັບເອົາກໍເປັນພຽງແຕ່ຄວາມລອດພົ້ນທີ່ເລັກນ້ອຍ ແລະ ເຈົ້າກໍບໍ່ໄດ້ກາຍເປັນສິ່ງມີຊີວິດທີ່ປະກອບດ້ວຍວິນຍານ. ເຖິງແມ່ນວ່າ ເຈົ້າໄດ້ປະສົບກັບການຕີສອນ ແລະ ການພິພາກສາ, ຜົນກໍຄື ອຸປະນິໄສຂອງເຈົ້າບໍ່ໄດ້ຖືກຟື້ນຄືນໃໝ່ ຫຼື ຖືກປ່ຽນແປງເລີຍ; ເຈົ້າກໍຍັງເປັນຕົວຕົນເດີມຂອງເຈົ້າຄືເກົ່າ, ເຈົ້າຍັງເປັນຂອງຊາຕານ ແລະ ເຈົ້າບໍ່ໄດ້ເປັນຄົນທີ່ຖືກຊໍາລະລ້າງ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນທີ່ມີຄຸນຄ່າ ແລະ ມີພຽງແຕ່ຄົນປະເພດນີ້ທີ່ໄດ້ຮັບເອົາຊີວິດທີ່ແທ້ຈິງໄດ້.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 530)

ໃນປັດຈຸບັນ, ບາງຄົນສະແຫວງຫາເພື່ອຖືກພຣະເຈົ້າໃຊ້ ແຕ່ຫຼັງຈາກທີ່ຖືກເອົາຊະນະ ພວກເຂົາກໍບໍ່ສາມາດຖືກໃຊ້ໂດຍກົງ. ສຳລັບພຣະທຳທີ່ກ່າວໄວ້ໃນປັດຈຸບັນ ເມື່ອພຣະເຈົ້າໃຊ້ຜູ້ຄົນ, ຖ້າເຈົ້າຍັງບໍ່ສາມາດສຳເລັດພຣະທຳເຫຼົ່ານັ້ນໄດ້, ແລ້ວເຈົ້າກໍຍັງບໍ່ໄດ້ຖືກເຮັດໃຫ້ສົມບູນ. ເວົ້າອີກແບບໜຶ່ງກໍຄື ການມາເຖິງຂອງເວລາສຸດທ້າຍຂອງຊ່ວງໄລຍະທີ່ມະນຸດຖືກເຮັດໃຫ້ສົມບູນຈະກຳນົດວ່າ ມະນຸດຈະຖືກພຣະເຈົ້າກຳຈັດ ຫຼື ຖືກໃຊ້. ຄົນທີ່ຖືກເອົາຊະນະແມ່ນຕົວຢ່າງແຫ່ງຄວາມຂີ້ຄ້ານ ແລະ ຄວາມຄິດລົບ; ພວກເຂົາເປັນແບບຢ່າງ ແລະ ຕົວຢ່າງ, ແຕ່ພວກເຂົາບໍ່ໄດ້ເປັນຫຼາຍໄປກວ່າຄວາມແຕກຕ່າງ. ມີແຕ່ຫຼັງຈາກທີ່ຊີວິດຈິດໃຈຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເຂົາໄດ້ບັນລຸການປ່ຽນແປງພາຍໃນ ແລະ ພາຍນອກ ເຂົາຈຶ່ງຈະຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນ. ໃນປັດຈຸບັນ, ເຈົ້າຕ້ອງການສິ່ງໃດ, ການຖືກເອົາຊະນະ ຫຼື ການຖືກເຮັດໃຫ້ສົມບູນ? ເຈົ້າປາຖະໜາທີ່ຈະບັນລຸສິ່ງໃດ? ເຈົ້າບັນລຸເງື່ອນໄຂໃນການຖືກເຮັດໃຫ້ສົມບູນແລ້ວບໍ? ແມ່ນຫຍັງທີ່ເຈົ້າຍັງຂາດ? ເຈົ້າຄວນຈັດກຽມຕົນເອງແນວໃດ ແລະ ເຈົ້າຄວນທົດແທນຄວາມຂາດເຂີນຂອງເຈົ້າແນວໃດ? ເຈົ້າຄວນເຂົ້າສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນແນວໃດ? ເຈົ້າຄວນຍອມຮັບຢ່າງສົມບູນແນວໃດ? ເຈົ້າຮຽກຮ້ອງທີ່ຈະຖືກເຮັດໃຫ້ສົມບູນ, ສະນັ້ນ ເຈົ້າສະແຫວງຫາຄວາມບໍລິສຸດບໍ? ເຈົ້າເປັນຄົນທີ່ສະແຫວງຫາເພື່ອຜະເຊີນກັບການຕີສອນ ແລະ ການພິພາກສາ ເພື່ອເຈົ້າອາດຈະຖືກພຣະເຈົ້າຊໍາລະໃຫ້ບໍລິສຸດບໍ? ເຈົ້າສະແຫວງຫາທີ່ຈະຖືກຊໍາລະລ້າງ, ສະນັ້ນ ເຈົ້າເຕັມໃຈທີ່ຈະຍອມຮັບການຕີສອນ ແລະ ການພິພາກສາບໍ? ເຈົ້າຮຽກຮ້ອງທີ່ຈະຮູ້ຈັກພຣະເຈົ້າ, ແຕ່ເຈົ້າມີຄວາມຮູ້ກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະອົງບໍ? ໃນປັດຈຸບັນ, ພາລະກິດສ່ວນໃຫຍ່ທີ່ພຣະອົງປະຕິບັດໃນເຈົ້າແມ່ນການຕີສອນ ແລະ ການພິພາກສາ; ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພາລະກິດນີ້ ທີ່ຖືກປະຕິບັດໃນຕົວເຈົ້າ? ການຕີສອນ ແລະ ການພິພາກສາທີ່ເຈົ້າປະສົບແມ່ນໄດ້ຊໍາລະລ້າງເຈົ້າແລ້ວບໍ? ມັນໄດ້ປ່ຽນແປງເຈົ້າແລ້ວບໍ? ມັນມີຜົນສະທ້ອນຫຍັງແດ່ໃນຕົວເຈົ້າ? ເຈົ້າເມື່ອຍກັບພາລະກິດຫຼາຍຢ່າງໃນປັດຈຸບັນນີ້ແລ້ວບໍ ເຊັ່ນ: ການສາບແຊ່ງ, ການພິພາກສາ ແລະ ການເປີດເຜີຍ ຫຼື ເຈົ້າຮູ້ສຶກວ່າ ພວກມັນເປັນປະໂຫຍດກັບເຈົ້າຫຼາຍບໍ? ເຈົ້າຮັກພຣະເຈົ້າ ແຕ່ຍ້ອນຫຍັງເຈົ້າຈຶ່ງຮັກພຣະອົງ? ເຈົ້າຮັກພຣະເຈົ້າ ເພາະເຈົ້າໄດ້ຮັບພຣະຄຸນເລັກນ້ອຍບໍ? ຫຼື ເຈົ້າຮັກພຣະເຈົ້າຫຼັງຈາກທີ່ໄດ້ຮັບສັນຕິສຸກ ແລະ ຄວາມສຸກ? ຫຼື ເຈົ້າຮັກພຣະເຈົ້າຫຼັງຈາກທີ່ຖືກຊໍາລະລ້າງໂດຍການຕີສອນ ແລະ ການພິພາກສາຂອງພຣະອົງ? ແມ່ນຫຍັງກັນແທ້ທີ່ເຮັດໃຫ້ເຈົ້າຮັກພຣະເຈົ້າ? ເປໂຕໄດ້ບັນລຸເງື່ອນໄຂໃດແດ່ເພື່ອທີ່ຈະຖືກເຮັດໃຫ້ສົມບູນ? ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ແມ່ນຫຍັງຄືຫົນທາງທີ່ສຳຄັນທີ່ຖືກສຳແດງອອກ? ເພິ່ນຮັກພຣະເຢຊູເຈົ້າ ເພາະເພິ່ນປາຖະໜາພຣະອົງບໍ ຫຼື ຍ້ອນເພິ່ນບໍ່ສາມາດເຫັນພຣະອົງໄດ້ ຫຼື ຍ້ອນເພິ່ນຖືກຕໍານິຕິເຕືອນ? ຫຼື ເພິ່ນຮັກພຣະເຢຊູເຈົ້າຫຼາຍຂຶ້ນ ເພາະເພິ່ນໄດ້ຮັບການທົນທຸກແຫ່ງຄວາມລຳບາກຍາກແຄ້ນ ແລະ ໄດ້ມາຮູ້ຈັກຄວາມສົກກະປົກ ແລະ ການບໍ່ເຊື່ອຟັງຂອງເພິ່ນເອງ ແລະ ໄດ້ຮຽນຮູ້ຈັກຄວາມບໍລິສຸດຂອງພຣະຜູ້ເປັນເຈົ້າບໍ? ຄວາມຮັກຂອງເພິ່ນຕໍ່ພຣະເຈົ້າຍິ່ງບໍລິສຸດຂຶ້ນ ຍ້ອນການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ຫຼື ຍ້ອນສິ່ງອື່ນ? ມັນແມ່ນສິ່ງໃດ? ເຈົ້າຮັກພຣະເຈົ້າ ຍ້ອນພຣະຄຸນຂອງພຣະເຈົ້າ ແລະ ຍ້ອນໃນປັດຈຸບັນ ພຣະອົງໄດ້ມອບການອວຍພອນໜ້ອຍໜຶ່ງໃຫ້ກັບເຈົ້າ. ນີ້ແມ່ນຄວາມຮັກທີ່ແທ້ຈິງບໍ? ເຈົ້າຄວນຮັກພຣະເຈົ້າແນວໃດ? ເຈົ້າຈະສາມາດຮັກພຣະອົງຢ່າງແທ້ຈິງບໍ ຫຼັງຈາກທີ່ຍອມຮັບການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຈົນວ່າເຈົ້າໝັ້ນໃຈຢ່າງແທ້ຈິງ ແລະ ມີຄວາມຮູ້ກ່ຽວກັບພຣະອົງ? ຄືກັບເປໂຕ, ເຈົ້າສາມາດເວົ້າໄດ້ບໍວ່າ ເຈົ້າບໍ່ສາມາດຮັກພຣະເຈົ້າຢ່າງພຽງພໍ? ສິ່ງທີ່ເຈົ້າສະແຫວງຫາຈະຖືກເອົາຊະນະຫຼັງຈາກການຕີສອນ ແລະ ການພິພາກສາບໍ ຫຼື ຖືກຊໍາລະລ້າງ, ຖືກປົກປ້ອງ ແລະ ຖືກດູແລຫຼັງຈາກການຕີສອນ ແລະ ການພິພາກສາ? ໃນສິ່ງເຫຼົ່ານີ້ ເຈົ້າສະແຫວງຫາສິ່ງໃດ? ຊີວິດຂອງເຈົ້າເປັນຊີວິດທີ່ມີຄວາມໝາຍບໍ ຫຼື ມັນບໍ່ມີຈຸດໝາຍ ແລະ ປາສະຈາກຄຸນຄ່າ? ເຈົ້າຕ້ອງການເນື້ອໜັງບໍ ຫຼື ເຈົ້າຕ້ອງການຄວາມຈິງ? ເຈົ້າປາຖະໜາການພິພາກສາບໍ ຫຼື ຄວາມສະບາຍ? ເມື່ອໄດ້ມີປະສົບການຫຼາຍຢ່າງກັບພາລະກິດຂອງພຣະເຈົ້າ ແລະ ເມື່ອໄດ້ເຫັນເຖິງຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ, ເຈົ້າຄວນສະແຫວງຫາແນວໃດ? ເຈົ້າຄວນເດີນຕາມເສັ້ນທາງນີ້ແນວໃດ? ເຈົ້າຄວນນໍາຄວາມຮັກຂອງເຈົ້າຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດແນວໃດ? ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ບັນລຸຜົນຫຍັງບໍໃນຕົວເຈົ້າ? ບໍ່ວ່າເຈົ້າຈະມີຄວາມຮູ້ກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແມ່ນຂຶ້ນກັບວ່າ ເຈົ້າດຳລົງຊີວິດໃນສິ່ງໃດ ແລະ ເຈົ້າຮັກພຣະເຈົ້າຂະໜາດໃດ! ປາກເຈົ້າບອກວ່າ ເຈົ້າຮັກພຣະເຈົ້າ, ແຕ່ສິ່ງທີ່ເຈົ້າດຳລົງຊີວິດຕາມ ແມ່ນອຸປະນິໄສເດີມ ແລະ ເສື່ອມຊາມ; ເຈົ້າບໍ່ມີຄວາມຢຳເກງພຣະເຈົ້າ, ແລ້ວແຮງໄກທີ່ເຈົ້າຈະມີຄວາມສຳນຶກ. ຄົນປະເພດນີ້ຮັກພຣະເຈົ້າບໍ? ຄົນປະເພດນີ້ຊື່ສັດກັບພຣະເຈົ້າບໍ? ພວກເຂົາເປັນຄົນທີ່ຍອມຮັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ? ເຈົ້າເວົ້າວ່າ ເຈົ້າຮັກພຣະເຈົ້າ ແລະ ເຊື່ອໃນພຣະອົງ, ແຕ່ເຈົ້າບໍ່ໄດ້ປະຖິ້ມແນວຄິດຂອງເຈົ້າ. ໃນວຽກງານຂອງເຈົ້າ, ທາງເຂົ້າເຖິງຂອງເຈົ້າ, ຄຳເວົ້າທີ່ເຈົ້າເວົ້າອອກມາ ແລະ ໃນຊີວິດຂອງເຈົ້າ, ບໍ່ມີການສຳແດງເຖິງຄວາມຮັກຂອງເຈົ້າຕໍ່ພຣະເຈົ້າເລີຍ ແລະ ບໍ່ມີການເຄົາລົບນັບຖືພຣະເຈົ້າ. ນີ້ແມ່ນຄົນທີ່ໄດ້ຮັບການຕີສອນ ແລະ ການພິພາກສາບໍ? ຄົນປະເພດນີ້ຈະສາມາດເປັນເປໂຕໄດ້ບໍ? ຄົນທີ່ເປັນຄືກັບເປໂຕມີພຽງແຕ່ຄວາມຮູ້ ແຕ່ບໍ່ດຳລົງຊີວິດຕາມບໍ? ໃນປັດຈຸບັນ, ແມ່ນຫຍັງຄືເງື່ອນໄຂທີ່ຮຽກຮ້ອງໃຫ້ມະນຸດດຳລົງຊີວິດທີ່ແທ້ຈິງ? ຄຳອະທິຖານຂອງເປໂຕເປັນພຽງຄຳເວົ້າທີ່ອອກມາຈາກປາກຂອງເພິ່ນບໍ? ຄຳເວົ້າເຫຼົ່ານັ້ນບໍ່ໄດ້ອອກມາຈາກສ່ວນເລິກໃນຫົວໃຈຂອງເພິ່ນບໍ? ເປໂຕມີແຕ່ອະທິຖານ ແລະ ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ການສະແຫວງຫາຂອງເຈົ້າແມ່ນເຫັນແກ່ຜູ້ໃດ? ເຈົ້າຄວນເຮັດໃຫ້ຕົນເອງໄດ້ຮັບການປົກປ້ອງ ແລະ ການຊໍາລະລ້າງໃນລະຫວ່າງການຕີສອນ ແລະ ການພິພາກສາຂອງພຣະເຈົ້າແນວໃດ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ເປັນປະໂຫຍດຕໍ່ມະນຸດບໍ? ການພິພາກສາທຸກຢ່າງບໍ່ແມ່ນການລົງໂທດບໍ? ເປັນໄປໄດ້ບໍ່ວ່າ ມີແຕ່ສັນຕິສຸກ ແລະ ຄວາມສຸກເທົ່ານັ້ນ, ມີແຕ່ການອວຍພອນທາງວັດຖຸ ແລະ ຄວາມສະບາຍໃຈຊົ່ວໄລຍະໜຶ່ງເທົ່ານັ້ນທີ່ເປັນປະໂຫຍດກັບຊີວິດຂອງມະນຸດ? ຖ້າມະນຸດດຳລົງຊີວິດໃນສະພາບແວດລ້ອມທີ່ສະບາຍ ແລະ ສະດວກ ໂດຍປາສະຈາກຊີວິດແຫ່ງການພິພາກສາ, ພວກເຂົາຈະສາມາດຖືກຊໍາລະລ້າງໄດ້ບໍ? ຖ້າມະນຸດປາຖະໜາທີ່ຈະປ່ຽນແປງ ແລະ ໄດ້ຮັບການຊໍາລະລ້າງ, ພວກເຂົາຄວນຍອມຮັບການຖືກເຮັດໃຫ້ສົມບູນແນວໃດ? ເຈົ້າຄວນເລືອກເສັ້ນທາງໃດໃນປັດຈຸບັນ?

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 531)

ເມື່ອກ່າວເຖິງເປໂຕ, ຜູ້ຄົນແມ່ນມີແຕ່ສິ່ງດີໆທີ່ຈະເວົ້າກ່ຽວກັບລາວໂດຍບໍ່ມີວັນສິ້ນສຸດ. ພວກເຂົາສາມາດຈື່ໄດ້ເຖິງສາມຄັ້ງທີ່ລາວບໍ່ຍອມຮັບພຣະເຈົ້າ, ວິທີທີ່ລາວທົດສອບພຣະເຈົ້າໂດຍການໃຫ້ບໍລິການແກ່ຊາຕານ ແລະ ໃນທີ່ສຸດ ກໍຄືການຖືກຄຶງປີ້ນຫົວລົງຢູ່ເທິງໄມ້ກາງແຂນເພື່ອພຣະເຈົ້າ ແລະ ອື່ນໆ. ບັດນີ້ ເຮົາຈະສຸມໃສ່ການອະທິບາຍໃຫ້ພວກເຈົ້າຮູ້ວ່າ ເປໂຕຮູ້ຈັກເຮົາແນວໃດ ແລະ ຈຸດຈົບຂອງລາວເປັນແບບໃດ. ເປໂຕມີຄວາມສາມາດດີ ແຕ່ສະຖານະການຂອງລາວບໍ່ຄືກັນກັບໂປໂລ: ພໍ່ແມ່ຂອງລາວຂົ່ມເຫັງເຮົາ, ພວກເຂົາເປັນຜີສາດທີ່ຖືກຊາຕານຄອບງໍາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ສອນຫຍັງກ່ຽວກັບພຣະເຈົ້າໃຫ້ເປໂຕ. ເປໂຕສະຫຼາດ, ມີພອນສະຫວັນ ແລະ ໄດ້ຮັບຄວາມຮັກຫຼາຍຈາກພໍ່ແມ່ຂອງລາວໃນຕອນອາຍຸຍັງນ້ອຍ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນທີ່ເປັນຜູ້ໃຫຍ່ ລາວໄດ້ກາຍເປັນສັດຕູຂອງພວກເຂົາ ຍ້ອນລາວບໍ່ເຄີຍຢຸດທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບເຮົາ ແລະ ຕໍ່ມາກໍໄດ້ຫັນຫຼັງຂອງລາວໃຫ້ກັບພວກເຂົາ. ສໍາຄັນໄປກວ່ານັ້ນ ກໍຍ້ອນລາວເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຢູ່ໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ແລະ ທຸກສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ອອກຈາກພຣະອົງໂດຍກົງ ໂດຍບໍ່ຖືກຄອບງໍາໂດຍຊາຕານ. ຄວາມຂັດແຍ້ງຂອງພໍ່ແມ່ຂອງເປໂຕໄດ້ມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາໃຫ້ແກ່ລາວ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງສະແຫວງຫາເຮົາຫຼາຍຂຶ້ນ. ພຣະອົງບໍ່ໄດ້ສຸມໃສ່ແຕ່ການກິນ ແລະ ການດື່ມພຣະທໍາ ແຕ່ຍິ່ງໄປກວ່ານັ້ນ ແມ່ນການເຂົ້າໃຈຄວາມປະສົງຂອງເຮົາ ແລະ ລະມັດລະວັງໃນໃຈຂອງພຣະອົງຕະຫຼອດເວລາ. ດ້ວຍເຫດນັ້ນ, ລາວຈຶ່ງມີຄວາມອ່ອນໄຫວໃນຈິດໃຈຂອງລາວສະເໝີ ແລະ ສະນັ້ນ ລາວຈຶ່ງປະຕິບັດຕາມໃຈເຮົາໃນທຸກສິ່ງທີ່ລາວເຮັດ. ລາວຕັ້ງໃຈຢ່າງໝັ້ນຄົງ ກ່ຽວກັບຄວາມລົ້ມເຫຼວຂອງຜູ້ຄົນໃນອະດີດ ເພື່ອກະຕຸ້ນຕົວເອງ ໂດຍມີຄວາມຢ້ານກົວຢູ່ເລິກໆວ່າຈະຕົກຢູ່ໃນຄວາມລົ້ມເຫຼວ. ພ້ອມນັ້ນ ລາວຍັງໄດ້ຕັ້ງໃຈກັບການຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນ ທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆເຊັ່ນກັນ. ບໍ່ພຽງແຕ່ໃນດ້ານລົບ ແຕ່ສໍາຄັນຫຼາຍໄປກວ່ານັ້ນ ແມ່ນໃນດ້ານບວກ, ລາວໄດ້ເຕີບໃຫຍ່ໄວຂຶ້ນ ຈົນຄວາມຮູ້ຂອງລາວໄດ້ກາຍເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດເວລາຢູ່ຕໍ່ໜ້າເຮົາ. ໃນຕອນນັ້ນ ມັນບໍ່ຍາກທີ່ຈະຈິນຕະນາການເຖິງວິທີທີ່ລາວເອົາທຸກສິ່ງທີ່ລາວມີມາຢູ່ໃນມືຂອງເຮົາ, ແມ່ນແຕ່ວິທີທີ່ລາວຍອມສະຫຼະສິດໃນການຕັດສິນໃຈ ກ່ຽວກັບອາຫານ, ເຄື່ອງໜຸ່ງ, ການນອນ ແລະ ບ່ອນທີ່ລາວອາໄສຢູ່ ແລະ ກົງກັນຂ້າມ ມາມີຄວາມສຸກກັບຄວາມອຸດົມສົມບູນຂອງເຮົາ ບົນພື້ນຖານຂອງການເຮັດໃຫ້ເຮົາພໍໃຈໃນທຸກສິ່ງ. ເຮົາເຮັດໃຫ້ລາວໄດ້ຮັບການທົດລອງຈົນນັບບໍ່ຖ້ວນ ເຊິ່ງໂດຍທໍາມະຊາດແລ້ວ ແມ່ນການທົດລອງທີ່ເຮັດໃຫ້ລາວຕາຍໄປເຄີ່ງໜຶ່ງ ແຕ່ໃນທ່າມກາງການທົດລອງເປັນຮ້ອຍເຫຼົ່ານີ້ ລາວບໍ່ເຄີຍເສຍຄວາມເຊື່ອ ທີ່ມີໃນຕົວເຮົາ ຫຼື ຮູ້ສຶກຜິດຫວັງໃນຕົວເຮົາແມ່ນແຕ່ໜຶ່ງຄັ້ງ. ແມ່ນແຕ່ໃນເວລາທີ່ເຮົາໄດ້ເວົ້າວ່າ ເຮົາໄດ້ປະຖິ້ມລາວ, ລາວກໍຍັງບໍ່ໄດ້ໝົດກໍາລັງໃຈ ແລະ ໄດ້ສືບຕໍ່ຮັກເຮົາໃນທາງທີ່ເປັນຈິງ ແລະ ຕາມຫຼັກການຂອງການປະຕິບັດໃນອະດີດ. ເຮົາໄດ້ບອກລາວວ່າ ເຮົາຈະບໍ່ສັນລະເສີນລາວ ເຖິງແມ່ນວ່າ ລາວຈະໄດ້ຮັກເຮົາກໍຕາມ ແລະ ໃນທີ່ສຸດແລ້ວ ເຮົາຈະຂັບໄລ່ລາວໃຫ້ໄປຢູ່ໃນມືຂອງຊາຕານ. ແຕ່ໃນທ່າມກາງການທົດລອງດັ່ງກ່າວ ເຊິ່ງເປັນການທົດລອງທີ່ບໍ່ແມ່ນກັບເນື້ອໜັງຂອງລາວ ແຕ່ແມ່ນທາງພຣະທໍາ, ລາວຍັງອະທິຖານເຖິງເຮົາ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ໃນທ່າມກາງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ ແມ່ນມີມະນຸດໃດໜຶ່ງ, ສິ່ງຊົງສ້າງໃດໜຶ່ງ ຫຼື ສິ່ງໃດໜຶ່ງບໍ ທີ່ບໍ່ໄດ້ຢູ່ໃນກໍາມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ? ເມື່ອພຣະອົງມີຄວາມເມດຕາຕໍ່ຂ້ານ້ອຍ, ຫົວໃຈຂອງຂ້ານ້ອຍກໍດີໃຈຫຼາຍກັບຄວາມເມດຕາຂອງພຣະອົງ. ໃນເວລາທີ່ພຣະອົງພິພາກສາຂ້ານ້ອຍ, ເຖິງວ່າ ຂ້ານ້ອຍຈະບໍ່ຄູ່ຄວນ ແຕ່ຂ້ານ້ອຍກໍໄດ້ຮັບຄວາມຮູ້ສຶກທີ່ຍິ່ງໃຫຍ່ ເຖິງຄວາມບໍ່ສາມາດຍັ່ງເຖິງການກະທໍາຂອງພຣະອົງ ຍ້ອນພຣະອົງແມ່ນເຕັມໄປດ້ວຍອໍານາດ ແລະ ສະຕິປັນຍາ. ເຖິງວ່າ ເນື້ອໜັງຂອງຂ້ານ້ອຍຈະທົນທຸກກັບຄວາມລໍາບາກ ແຕ່ຈິດວິນຍານຂອງຂ້ານ້ອຍກໍຢູ່ສຸກສະບາຍ. ຂ້ານ້ອຍຈະບໍ່ມອບຄໍາສັນລະເສີນໃຫ້ແກ່ສະຕິປັນຍາ ແລະ ການກະທໍາຂອງພຣະອົງໄດ້ແນວໃດ? ຖ້າວ່າ ຂ້ານ້ອຍຈະຕາຍຫຼັງຈາກຮູ້ຈັກພຣະອົງ ແລ້ວຂ້ານ້ອຍຈະບໍ່ຕາຍດ້ວຍຄວາມພໍໃຈ ແລະ ຍິນດີໄດ້ແນວໃດ? ພຣະອົງຜູ້ຊົງລິດທານຸພາບສູງສຸດ! ພຣະອົງບໍ່ປາດຖະໜາທີ່ຈະໃຫ້ຂ້ານ້ອຍເຫັນພຣະອົງແທ້ບໍ? ຂ້ານ້ອຍບໍ່ເໝາະສົມທີ່ຈະໄດ້ຮັບການພິພາກສາຂອງພຣະອົງແທ້ບໍ? ເປັນໄປໄດ້ບໍ ທີ່ມີບາງຢ່າງໃນຕົວຂ້ານ້ອຍ ທີ່ພຣະອົງບໍ່ປາດຖະໜາທີ່ຈະເຫັນ?” ໃນລະຫວ່າງການທົດລອງດັ່ງກ່າວ, ເຖິງວ່າ ເປໂຕບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາຢ່າງຖືກຕ້ອງ ແຕ່ມັນກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລາວພາກພູມໃຈ ແລະ ຮູ້ສຶກມີກຽດ ທີ່ຖືກເຮົາໃຊ້ (ເຖິງແມ່ນວ່າ ລາວຈະໄດ້ຮັບການພິພາກສາຈາກເຮົາ ເພື່ອວ່າ ມວນມະນຸດອາດຈະໄດ້ເຫັນລິດທານຸພາບ ແລະ ຄວາມໂກດຮ້າຍຂອງເຮົາ) ແລະ ລາວບໍ່ໂສກເສົ້າຈາກການທົດລອງເຫຼົ່ານີ້. ຍ້ອນຄວາມຈົງຮັກພັກດີຂອງລາວ ທີ່ມີຢູ່ຕໍ່ໜ້າເຮົາ ແລະ ຍ້ອນພອນຂອງເຮົາທີ່ມີໃຫ້ລາວ, ລາວຈຶ່ງເປັນຕົວຢ່າງ ແລະ ແບບຢ່າງໃຫ້ແກ່ມະນຸດເປັນພັນໆປີ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເອົາເປັນແບບຢ່າງບໍ? ຈົ່ງຄິດຢ່າງລະອຽດ ແລະ ຄິດໃຫ້ດີ ກ່ຽວກັບວ່າ ເປັນຫຍັງເຮົາຈຶ່ງໃຫ້ການບັນຍາຍຢ່າງຍາວກ່ຽວກັບເປໂຕ; ສິ່ງເຫຼົ່ານີ້ຄວນເປັນຫຼັກການໃນການກະທໍາຂອງພວກເຈົ້າ.

(ຄັດຈາກ “ບົດທີ 6” ຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 533)

ອິດທິພົນຂອງຄວາມມືດແມ່ນຫຍັງ? “ອິດທິພົນຂອງຄວາມມືດ” ແມ່ນອິດທິພົນຂອງຊານຕານທີ່ຫຼອກລວງ, ເຮັດໃຫ້ເສື່ອມໂຊມ, ຜູກມັດ ແລະ ຄວບຄຸມຜູ້ຄົນ; ອິດທິພົນຂອງຊາຕານແມ່ນອິດທິພົນທີ່ມີກິ່ນອາຍຂອງຄວາມຕາຍ. ທຸກຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານຈະຈິບຫາຍ.

ເຈົ້າຈະໜີຈາກອິດທິພົນແຫ່ງຄວາມມືດໄດ້ແນວໃດ ຫຼັງຈາກຮັບເອົາຄວາມເຊື່ອໃນພຣະເຈົ້າແລ້ວ? ຫຼັງຈາກເຈົ້າໄດ້ອະທິຖານຢ່າງຈິງຈັງຕໍ່ພຣະເຈົ້າ ແລ້ວເຈົ້າກໍຫັນຫົວໃຈເຂົ້າຫາພຣະອົງຢ່າງສົມບູນ. ໃນຈຸດນີ້ ຈິດໃຈຂອງເຈົ້າໄດ້ຮັບການດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ, ເຈົ້າຍິນດີມອບກາຍໃຈທັງໝົດໃຫ້ກັບພຣະເຈົ້າ ແລະ ໃນເວລາດັ່ງກ່າວ ເຈົ້າໄດ້ໜີພົ້ນຈາກອິດທິພົນຂອງຄວາມມືດແລ້ວ. ຖ້າທຸກສິ່ງທີ່ມະນຸດຄົນໜຶ່ງກະທໍາເປັນສິ່ງທີ່ພໍໃຈພຣະເຈົ້າ ແລະ ຖືກຕ້ອງຕາມຂໍ້ຮຽກຮ້ອງຂອງພຣະອົງ, ມະນຸດຄົນນັ້ນກໍແມ່ນຄົນທີ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ແລະ ແມ່ນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການເບິ່ງແຍງ ແລະ ປົກປ້ອງຂອງພຣະເຈົ້າ. ຖ້າຄົນບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າໄດ້, ຫຼອກລວງພຣະອົງຢູ່ສະເໝີ, ປະຕິບັດຕໍ່ພຣະອົງແບບບໍ່ຈິງໃຈ ແລະ ບໍ່ເຊື່ອໃນການມີຊີວິດຢູ່ຂອງພຣະອົງ, ຄົນລັກສະນະນີ້ທຸກຄົນແມ່ນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ທຸກຄົນທີ່ບໍ່ໄດ້ຮັບຄວາມພົ້ນຈາກພຣະເຈົ້າແມ່ນດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ໝາຍຄວາມວ່າ ພວກເຂົາທັງໝົດດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ບັນດາຄົນທີ່ບໍ່ເຊື່ອໃນພຣະເຈົ້າກໍດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ. ແມ່ນແຕ່ບັນດາຜູ້ທີ່ເຊື່ອໃນການມີຊີວິດຢູ່ຂອງພຣະເຈົ້າກໍອາດຈະບໍ່ໄດ້ດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ເພາະວ່າຄົນທີ່ເຊື່ອພຣະອົງອາດຈະບໍ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າສະເໝີໄປ ແລະ ພວກເຂົາອາດຈະບໍ່ແມ່ນຜູ້ທີ່ສາມາດເຊື່ອຟັງພຣະເຈົ້າສະເໝີໄປ. ມະນຸດພຽງແຕ່ເຊື່ອໃນພຣະເຈົ້າ ແລະ ຍ້ອນບໍ່ຮູ້ຈັກພຣະເຈົ້າ ມະນຸດຈິ່ງຍັງດໍາລົງຊີວິດຢູ່ໃນກົດເກນເກົ່າ, ດໍາລົງຊີວິດຢູ່ໃນຖ້ອຍຄໍາທີ່ຕາຍແລ້ວ, ດໍາລົງຊີວິດຢູ່ໃນຊີວິດທີ່ມືດມົວ ແລະ ບໍ່ແນ່ນອນ, ບໍ່ໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດໂດຍພຣະເຈົ້າ ຫຼື ຖືກຮັບເອົາໂດຍພຣະອົງຢ່າງສົມບູນ. ເພາະສະນັ້ນ ມັນຊັດເຈນຢູ່ແລ້ວວ່າ ຜູ້ບໍ່ເຊື່ອໃນພຣະເຈົ້າດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ຜູ້ທີ່ເຊື່ອໃນພຣະເຈົ້າກໍອາດສາມາດດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດໄດ້ເຊັ່ນກັນ ເພາະວ່າພຣະວິນຍານບໍລິສຸດຍັງບໍ່ໄດ້ດໍາເນີນພາລະກິດໃນພວກເຂົາ. ຜູ້ທີ່ບໍ່ໄດ້ຮັບພຣະຄຸນ ຫຼື ຄວາມເມດຕາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເບິ່ງເຫັນພາລະກິດຂອງພຣະວິນຍານບໍລິສຸດ ລ້ວນແລ້ວແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ; ຜູ້ທີ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ເວລາສ່ວນໃຫຍ໋ແລ້ວ ແມ່ນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຖ້າຄົນໃດໜຶ່ງເຊື່ອໃນພຣະເຈົ້າ ແຕ່ໃຊ້ຊີວິດສ່ວນຫຼາຍຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ສະແດງວ່າການມີຊີວິດຢູ່ຂອງບຸກຄົນນັ້ນໄດ້ສູນເສຍຄວາມໝາຍແລ້ວ, ຢ່າວ່າແຕ່ຜູ້ທີ່ບໍ່ເຊື່ອໃນການມີຊີວິດຂອງພຣະເຈົ້າເລີຍ.

ທຸກຄົນທີ່ບໍ່ສາມາດຍອມຮັບພາລະກິດຂອງພຣະເຈົ້າ ຫຼື ຜູ້ທີ່ຍອມແລ້ວ ແຕ່ຍັງບໍ່ສາມາດປະຕິບັດຕາມຄໍາຮຽກຮ້ອງຂອງພຣະອົງໄດ້ ລ້ວນແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ; ມີແຕ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດປະຕິບັດຕາມຄໍາຮຽກຮ້ອງຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດໄດ້ຮັບພອນຈາກພຣະອົງ, ແລະ ມີແຕ່ພວກເຂົາເທົ່ານັ້ນທີ່ຈະໜີພົ້ນຈາກອິດທິພົນຂອງຄວາມມືດໄດ້. ຄົນທີ່ຍັງບໍ່ຖືກປ່ອຍວາງ, ຜູ້ທີ່ຖືກສິ່ງໃດໜຶ່ງຄວບຄຸມຢູ່ຕະຫຼອດເວລາ ແລະ ບໍ່ສາມາດມອບໃຈໃຫ້ພຣະເຈົ້າ ແມ່ນເປັນຜູ້ທີ່ຕົກເປັນທາດຂອງຊາຕານ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ກິ່ນອາຍຂອງຄວາມຕາຍ. ບັນດາຜູ້ທີ່ບໍ່ສັດຊື່ຕໍ່ໜ້າທີ່ຂອງຕົນ ບໍ່ສັດຊື່ຕໍ່ການມອບໝາຍຂອງພຣະເຈົ້າ ແລະ ບັນດາຜູ້ທີ່ບໍ່ປະຕິບັດໜ້າທີ່ຂອງຕົນໃນຄຣິສຕະຈັກແມ່ນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ບັນດາຜູ້ທີ່ມີເຈດຕະນາປັ່ນປ່ວນຊີວິດຄຣິສຕະຈັກ, ຜູ້ທີ່ມີເຈດຕະນາທໍາລາຍຄວາມສໍາພັນລະຫວ່າງອ້າຍເອື້ອຍນ້ອງ ຫຼື ສ້າງຕັ້ງພັກພວກຂອງຕົນເອງ ຍິ່ງດໍາລົງຊີວິດເລິກພາຍໃຕ້ອິດທິພົນຂອງຄວາມມືດ; ພວກເຂົາຕົກເປັນທາດຂອງຊາຕານ. ບັນດາຜູ້ທີ່ມີຄວາມສໍາພັນບໍ່ດີກັບພຣະເຈົ້າ, ຜູ້ທີ່ມັກປາຖະໜາໃນສິ່ງຫຼຼຫຼາ, ຜູ້ທີ່ມັກເອົາປຽບຄົນອື່ນ ແລະ ຜູ້ທີ່ບໍ່ເຄີຍສະແຫວງຫາການປ່ຽນແປງນິໄສຂອງຕົນ ແມ່ນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ບັນດາຜູ້ທີ່ບໍ່ໃສ່ໃຈ, ບໍ່ຈິງຈັງຕໍ່ການປະຕິບັດຕາມຄວາມຈິງ ແລະ ບໍ່ສະແຫວງຫາເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ ແຕ່ພຽງສະໜອງຝ່າຍເນື້ອໜັງຂອງຕົນ ແມ່ນເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດເຊັ່ນກັນ ແລະ ປົກຫຸ້ມດ້ວຍຄວາມຕາຍ. ບັນດາຜູ້ທີ່ກະທໍາການທຸຈະລິດ ແລະ ຫຼອກລວງ ໃນເວລາຮັບໃຊ້ພຣະເຈົ້າ, ຜູ້ທີ່ປະຕິບັດຕໍ່ພຣະເຈົ້າແບບບໍ່ຈິງໃຈ, ສໍ້ໂກງພຣະເຈົ້າ ແລະ ຜູ້ທີ່ຄິດເພື່ອຕົນເອງສະເໝີ ແມ່ນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າຢ່າງຈິງໃຈ, ຜູ້ທີ່ບໍ່ສະແຫວງຫາຄວາມຈິງ ແລະ ຜູ້ທີ່ບໍ່ຕັ້ງໃຈປ່ຽນແປງນິໄສຕົນເອງ ແມ່ນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ.

(ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 534)

ຖ້າເຈົ້າຢາກໃຫ້ພຣະເຈົ້າຍົກຍ້ອງ ກ່ອນອື່ນໝົດເຈົ້າຕ້ອງໜີຈາກອິດທິພົນແຫ່ງຄວາມມືດຂອງຊາຕານ, ເປີດໃຈໃຫ້ກັບພຣະເຈົ້າ ແລະ ຫັນເຂົ້າຫາພຣະອົງຈົນໝົດຫົວໃຈ. ສິ່ງທີ່ເຈົ້າກໍາລັງເຮັດຢູ່ນັ້ນໄດ້ຮັບການຍົກຍ້ອງຈາກພຣະເຈົ້າແລ້ວບໍ່? ເຈົ້າໄດ້ຫັນຫົວໃຈເຂົ້າຫາພຣະເຈົ້າແລ້ວບໍ? ສິ່ງທີ່ເຈົ້າໄດ້ກະທໍານັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການຈາກເຈົ້າບໍ? ສິ່ງເຫຼົ່ານັ້ນສອດຄ່ອງກັບຄວາມຈິງບໍ? ເຈົ້າຕ້ອງສໍາຫຼວດຕົນເອງຕະຫຼອດເວລາ, ຕັ້ງໃຈກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ເປີດໃຈຢູ່ຕໍ່ໜ້າພຣະອົງ, ຮັກພຣະອົງດ້ວຍຄວາມຈິງໃຈ ແລະ ສະຫຼະຕົນເພື່ອຮັບໃຊ້ພຣະອົງຢ່າງຊື່ສັດ. ຜູ້ຄົນທີ່ປະຕິບັດດັ່ງນີ້ ຈະໄດ້ຮັບການຍົກຍ້ອງຈາກພຣະເຈົ້າຢ່າງແນ່ນອນ.

ທຸກຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ບໍ່ມີທາງທີ່ຈະໜີຈາກອິດທິພົນຂອງຊາຕານໄດ້. ທຸກຄົນທີ່ບໍ່ດໍາລົງຊີວິດຢ່າງສັດຊື່, ຜູ້ທີ່ຕໍ່ໜ້າຄົນອື່ນກະທໍາຢ່າງໜຶ່ງ ແຕ່ລັບຫຼັງກະທໍາອີກຢ່າງໜຶ່ງ, ຜູ້ທີ່ສ້າງພາບຖ່ອມຕົນ, ອົດທົນ ແລະ ມີຄວາມຮັກ ແຕ່ທີ່ຈິງແລ້ວເປັນຄົນຮ້າຍກາດ ມີເລ່ລ່ຽມ ແລະ ບໍ່ຈົງຮັກພັກດີຕໍ່ພຣະເຈົ້າ; ຄົນເຫຼົ່ານີ້ເປັນຕົວຢ່າງຂອງຄົນທີ່ດໍາລົງຊີວິດຢູ່າພາຍໃຕ້ອິດທິພົນຂອງຄວາມມືດ. ພວກເຂົາເປັນພວກງູດັ່ງກ່າວນັ້ນ. ບັນດາຜູ້ທີ່ເຊື່ອພຣະເຈົ້າເພື່ອຜົນປະໂຫຍດ, ຜູ້ທີ່ໝັ້ນໃຈວ່າຕົນເອງເປັນຝ່າຍຖືກ ແລະ ຈອງຫອງ, ຜູ້ທີ່ອວດໂອ້ ແລະ ປົກປ້ອງສະຖານະພາບຂອງຕົນເອງ ແມ່ນຜູ້ທີ່ຮັກຊາຕານ ແລະ ຄັດຄ້ານຄວາມຈິງ. ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານໂດຍສົມບູນ. ບັນດາຜູ້ທີ່ບໍ່ເອົາໃຈໃສ່ພາລະຂອງພຣະເຈົ້າ, ຜູ້ທີ່ບໍ່ຮັບໃຊ້ພຣະເຈົ້າຢ່າງໝົດໃຈ, ຜູ້ທີ່ເປັນຫວ່ງຜົນປະໂຫຍດຂອງຕົນເອງ ແລະ ຂອງຄອບຄົວຢູ່ສະເໝີ, ຜູ້ທີ່ບໍ່ຍອມປະຖິ້ມທຸກຢ່າງເພື່ອສະລະຕົນເອງໃຫ້ກັບພຣະເຈົ້າ ແລະ ບໍ່ເຄີຍດໍາລົງຊີວິດຕາມພຣະທໍາຂອງພຣະອົງ ແມ່ນຜູ້ທີ່ດໍາລົງຊີວິດຢູ່ນອກພຣະທໍາຂອງພຣະເຈົ້າ. ຄົນປະເພດນີ້ຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ.

ພຣະເຈົ້າຊົງສ້າງມະນຸດຂຶ້ນມາ ເພື່ອໃຫ້ມະນຸດໄດ້ຮັບຄວາມອຸດົມສົມບູນຂອງພຣະອົງ ແລະ ຮັກພຣະອົງຢ່າງແທ້ຈິງ; ດ້ວຍວິທີນີ້ ມະນຸດຈະດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ. ໃນທຸກມື້ນີ້ ທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າ, ບໍ່ເອົາໃຈໃສ່ພາລະຂອງພຣະອົງ, ບໍ່ສາມາດມອບຫົວໃຈທັງໝົດໃຫ້ກັບພຣະອົງ, ບໍ່ສາມາດເອົາໃຈຂອງພຣະເຈົ້າມາໃສ່ໃຈຂອງຕົນເອງ, ບໍ່ສາມາດເອົາພາລະຂອງພຣະເຈົ້າມາເປັນພາລະຂອງຕົນເອງ; ແສງສະຫວ່າງຂອງພຣະເຈົ້າບໍ່ສ່ອງໃສ່ຄົນປະເພດນີ້ ສະນັ້ນພວກເຂົາຈິ່ງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ພວກເຂົາກໍາລັງຢູ່ໃນເສັ້ນທາງທີ່ກົງກັນຂ້າມກັບຄວາມປະສົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ທຸກສິ່ງທີ່ພວກເຂົາກະທໍາບໍ່ມີແມ່ນແຕ່ເສດຄວາມຈິງ. ພວກເຂົາກິ້ງເກືອກຢູ່ໃນຕົມຮ່ວມກັບຊາຕານ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຖ້າເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າສະເໝີ ທັງເອົາໃຈໃສ່ຄວາມປະສົງ ແລະ ປະຕິບັດຕາມພຣະທໍາຂອງພຣະອົງ ເຈົ້າກໍເປັນຄົນຂອງພຣະເຈົ້າ ແລະ ເຈົ້າກໍເປັນຜູ້ທີ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະອົງ. ເຈົ້າຢາກໜີອອກຈາກການຄວບຄຸມຂອງຊາຕານ ແລະ ດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າບໍ? ຖ້າເຈົ້າດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ພຣະວິນຍານບໍລິສຸດກໍຈະມີໂອກາດປະຕິບັດພາລະກິດຂອງພຣະອົງ; ຖ້າເຈົ້າດໍາລົງຊີວິດຢູ່ໃຕ້ອິດທິພົນຂອງຊາຕານ ພຣະວິນຍານບໍລິສຸດກໍຈະບໍ່ມີໂອກາດປະຕິບັດພາລະກິດໃດໆ. ພາລະກິດທີ່ພຣະວິນຍານບໍລິສຸດກະທໍາໃນມະນຸດ, ແສງສະຫວ່າງທີ່ພຣະອົງສ່ອງໃຫ້ແກ່ມະນຸດ ແລະ ຄວາມໝັ້ນໃຈທີ່ພຣະອົງມອບໃຫ້ມະນຸດ ຢູ່ໄດ້ພຽງໄລຍະສັ້ນ; ຖ້າມະນຸດບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່ ພາລະກິດທີ່ພຣະວິນຍານບໍລິສຸດກະທໍາກໍຈະຜ່ານພວກເຂົາໄປ. ຖ້າມະນຸດດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ພຣະວິນຍານບໍລິສຸດກໍຈະຢູ່ກັບພວກເຂົາ ແລະ ປະຕິບັດພາລະກິດໃນພວກເຂົາ; ຖ້າມະນຸດບໍ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ພວກເຂົາກໍຕົກເປັນທາດຂອງຊາຕານ. ມະນຸດທີ່ໃຊ້ຊີວິດຢູ່ກັບນິໄສເສື່ອມໂຊມ ຈະບໍ່ໄດ້ຮັບການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າດໍາລົງຊີວິດຢູ່ໃນຂອບເຂດພຣະທໍາຂອງພຣະເຈົ້າ ຖ້າເຈົ້າດໍາລົງຊີວິດຢູ່ໃນສະພາບທີ່ພຣະເຈົ້າຕ້ອງການ ເຈົ້າກໍເປັນຄົນຂອງພຣະອົງ ແລະ ພາລະກິດຂອງພຣະອົງກໍຈະຖືກປະຕິບັດໃນຕົວເຈົ້າ; ຖ້າເຈົ້າບໍ່ດໍາລົງຕາມຂອບເຂດຄວາມຕ້ອງການຂອງພຣະອົງ ແຕ່ດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ເຈົ້າແມ່ນດໍາລົງຊີວິດຢູ່ພາຍໃຕ້ຄວາມເສື່ອມຊາມຂອງຊາຕານຢ່າງແນ່ນອນ. ມີພຽງເມື່ອເຈົ້າດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ແລະ ມອບໃຈຂອງເຈົ້າໃຫ້ກັບພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສະມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້; ເຈົ້າຕ້ອງປະຕິບັດຕາມພຣະເຈົ້າສັ່ງ, ເຈົ້າຕ້ອງເອົາພຣະທໍາຂອງພຣະເຈົ້າເປັນພື້ນຖານການມີຊີວິດ ແລະ ການດໍາລົງຊີວິດຢູ່ຂອງເຈົ້າ ແລະ ເມື່ອນັ້ນ ເຈົ້າຈິ່ງຈະເປັນຄົນຂອງພຣະເຈົ້າ. ຖ້າເຈົ້າປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງຈິງໃຈ ພຣະອົງກໍຈະປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍຈະດໍາລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະເຈົ້າ, ດໍາລົງຊີວິດຢູ່ໃນແສງສະຫວ່າງຈາກໃບໜ້າຂອງພຣະເຈົ້າ, ເຂົ້າໃຈພາລະກິດທີ່ພຣະວິນຍານບໍລິສຸດກະທໍາ ພ້ອມທັງປິຕິຍິນດີກັບການສະຖິດຂອງພຣະເຈົ້າ.

(ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 535)

ເພື່ອໜີຈາກອິດທິພົນຂອງຄວາມມືດ ທໍາອິດເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າ ແລະ ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ເມື່ອນັ້ນ ເຈົ້າຈິ່ງມີສະພາບທີ່ຖືກຕ້ອງ. ການດໍາລົງຊີວິດຢູ່ໃນສະພາບທີ່ຖືກຕ້ອງເປັນເງື່ອນໄຂເບື້ອງຕົ້ນສໍາລັບການໜີຈາກອິດທິພົນຂອງຄວາມມືດ. ການບໍ່ມີສະພາບທີ່ຖືກຕ້ອງໝາຍຄວາມວ່າ ເຈົ້າບໍ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ເຈົ້າບໍ່ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມຈິງ. ຖ້າເປັນດັ່ງນັ້ນ ການໜີອອກຈາກອິດທິພົນຂອງຄວາມມືດກໍຈະເປັນໄປບໍ່ໄດ້. ການທີ່ມະນຸດຈະຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແມ່ນຂຶ້ນຢູ່ກັບພຣະທໍາຂອງເຮົາ ແລະ ຖ້າມະນຸດບໍ່ສາມາດປະຕິບັດຕາມພຣະທໍາຂອງເຮົາໄດ້ ພວກເຂົາກໍຈະບໍ່ສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້. ການດໍາລົງຊີວິດຢູ່ໃນສະພາບທີ່ຖືກຕ້ອງໝາຍເຖິງການດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ສະແຫວງຫາຄວາມຈິງ, ດໍາລົງຊີວິດຢູ່ໃນຄວາມເປັນຈິງທີ່ຍອມເສຍສະລະເພື່ອພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບັນດາຜູ້ທີ່ດໍາລົງຊີວິດຢູ່ໃນສະພາບເຫຼົ່ານີ້ ແລະ ຢູ່ໃນຄວາມເປັນຈິງນີ້ຈະຄ່ອຍໆປ່ຽນແປງ ເມື່ອພວກເຂົາເຂົ້າສູ່ຄວາມຈິງເລິກເຊິ່ງກວ່າເກົ່າ ແລະ ພວກເຂົາຈະປ່ຽນແປງດ້ວຍພາລະກິດທີ່ເລິກເຊິ່ງກວ່າເກົ່າ ຈົນໃນທີ່ສຸດພວກເຂົາຈະຖືກຮັບເອົາໂດຍພຣະເຈົ້າ ແລະ ພວກເຂົາຈະຮັກພຣະເຈົ້າຢ່າງແທ້ຈິງ. ບັນດາຜູ້ທີ່ໄດ້ຫຼົບໜີຈາກອິດທິພົນຂອງຄວາມມືດຈະສາມາດຮູ້ຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນຕາມລໍາດັບ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນຕາມລໍາດັບ ແລະ ໃນທີ່ສຸດກາຍເປັນມິດສະຫາຍຂອງພຣະເຈົ້າ. ບໍ່ພຽງແຕ່ພວກເຂົາຈະບໍ່ມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ຈະບໍ່ກະບົດຕໍ່ພຣະອົງເທົ່ານັ້ນ ພວກເຂົາຍັງຈະລັງກຽດແນວຄິດດັ່ງກ່າວ ແລະ ການກະບົດທີ່ພວກເຂົາເຄີຍມີໃນເມື່ອກອນອີກດ້ວຍ ເຊິ່ງສິ່ງນີ້ຈະນໍາພາໄປສູ່ການມີຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າຢູ່ໃນຈິດໃຈຂອງພວກເຂົາ. ບັນດາຜູ້ທີ່ບໍ່ສາມາດໜີອອກຈາກອິດທິພົນຂອງຄວາມມືດກໍຈະໝົກໝຸ້ນຢູ່ກັບຝ່າຍເນື້ອໜັງຂອງຕົນເອງ ແລະ ພວກເຂົາເຕັມໄປດ້ວຍຄວາມກະບົດ; ຈິດໃຈຂອງພວກເຂົາເຕັມໄປດ້ວຍແນວຄິດຂອງມະນຸດ ແລະ ປັດສະຍາຊີວິດ ລວມທັງຄວາມຕ້ອງການ ແລະ ແນວຄິດຂອງພວກເຂົາເອງ. ພຣະເຈົ້າຕ້ອງການຄວາມຮັກຢ່າງດຽວຈາກມະນຸດ ແລະ ພຣະອົງຕ້ອງການໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ ແລະ ຄວາມຮັກຕໍ່ພຣະອົງ. ການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ການຄົ້ນພົບສິ່ງທີ່ມະນຸດຄວນສະແຫວງຫາໃນພຣະທໍາຂອງພຣະອົງ, ການຮັກພຣະເຈົ້າເນື່ອງຈາກພຣະທໍາຂອງພຣະອົງ, ການເດີນທາງໄປມາເພື່ອພຣະທໍາຂອງພຣະເຈົ້າ ແລະ ການມີຊີວິດຢູ່ເພື່ອພຣະທໍາຂອງພຣະເຈົ້າ ທັງໝົດນີ້ເປັນສິ່ງທີ່ມະນຸດຕ້ອງບັນລຸໃຫ້ໄດ້. ທຸກສິ່ງຕ້ອງຕັ້ງຢູ່ບົນພື້ນຖານພຣະທໍາຂອງພຣະເຈົ້າ ແລະ ເມື່ອນັ້ນ ມະນຸດຈິ່ງຈະສາມາດປະຕິບັດຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ຖ້າມະນຸດບໍ່ກຽມພ້ອມດ້ວຍພຣະທໍາຂອງພຣະເຈົ້າ ມະນຸດກໍບໍ່ມີຫຍັງ ແຕ່ເປັນພຽງໜອນທີ່ຖືກຊາຕານຄວບຄຸມ. ຈົ່ງຊັ່ງຊາເບິ່ງວ່າ ຢູ່ໃນໃຈຂອງເຈົ້າມີພຣະທໍາຂອງພຣະເຈົ້າຈັກຂໍ້ທີ່ຝັງເລິກຢູ່ໃນຕົວເຈົ້າ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊີວິດທີ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊິວິດທີ່ບໍ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ຖ້າສິ່ງເຫຼົ່ານັ້ນຍັງບໍ່ຍຶດຄອງຕົວເຈົ້າໄດ້ຢ່າງສົມບູນ ພວກມັນຍຶດຄອງເຈົ້າໄດ້ສໍ່າໃດແລ້ວ? ໃນຊີວິດປະຈໍາວັນຂອງເຈົ້າ ເຈົ້າຖືກຊາຕານຄວບຄຸມ ຫຼື ເຈົ້າໄດ້ຮັບການຊີ້ນໍາໂດຍພຣະທໍາຂອງພຣະເຈົ້າ? ຄໍາອະທິຖານຂອງເຈົ້າອອກມາຈາກພຣະທໍາຂອງພຣະອົງບໍ? ເຈົ້າໄດ້ອອກມາຈາກສະພາບທີ່ບໍ່ດີ ຜ່ານແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າບໍ? ຈົ່ງຍຶດເອົາພຣະທໍາຂອງພຣະເຈົ້າເປັນຮາກຖານຊີວິດ; ນີ້ແມ່ນສິ່ງທີ່ທຸກຄົນຄວນກະທໍາ. ຖ້າພຣະທໍາຂອງພຣະເຈົ້າບໍ່ຢູ່ໃນຊີວິດຂອງເຈົ້າ ສະແດງວ່າເຈົ້າກໍາລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ, ເຈົ້າກະບົດຕໍ່ພຣະເຈົ້າ, ເຈົ້າຕໍ່ຕ້ານພຣະເຈົ້າ ແລະ ເຈົ້າໝິ່ນປະໝາດພຣະນາມຂອງພຣະອົງ; ຄວາມເຊື່ອຂອງຄົນລັກສະນະນີ້ຖືວ່າຊົ່ວຮ້າຍ ແລະ ສ້າງຄວາມວຸ້ນວາຍ. ເຈົ້າດໍາລົງຊີວິດສອດຄ່ອງກັບພຣະທໍາຂອງພຣະອົງຫຼາຍປານໃດ? ເຈົ້າດໍາລົງຊີວິດບໍ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າຫຼາຍປານໃດ? ພຣະທໍາຂອງພຣະເຈົ້າໄດ້ສໍາເລັດໃນເຈົ້າຫຼາຍປານໃດ? ພຣະທໍາຂອງພຣະເຈົ້າໄດ້ສູນເສຍໃນເຈົ້າຫຼາຍປານໃດ? ເຈົ້າໄດ້ພິຈາລະນາສິ່ງເຫຼົ່ານີ້ຢ່າງລະອຽດແລ້ວບໍ?

ການໜີອອກຈາກອິດທິພົນຂອງຄວາມມືດ ໃນແງ່ມຸມໜຶ່ງແມ່ນຮຽກຮ້ອງໃຫ້ມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ອີກແງ່ມຸນໜຶ່ງແມ່ນຕ້ອງມີການຮ່ວມມືຢ່າງຈິງຈັງຈາກມະນຸດ. ເປັນຫຍັງເຮົາຈິ່ງເວົ້າວ່າມະນຸດບໍ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ? ໃນເບື້ອງຕົ້ນ ຖ້າມະນຸດຢູ່ໃນເສັ້ນທາງທີ່ຖືກຕ້ອງ ມະນຸດກໍຈະສາມາດມອບຈິດໃຈໃຫ້ພຣະເຈົ້າໄດ້ ເຊິ່ງເປັນໜ້າທີ່ທີ່ຕ້ອງໃຊ້ເວລາຍາວນານຈິ່ງເຮັດໄດ້ ເພາະວ່າມະນຸດໄດ້ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແລະ ຕົກເປັນທາດຂອງຊາຕານເປັນເວລາຫຼາຍພັນປີແລ້ວ. ເພາະສະນັ້ນ ການເຂົ້າສູ່ທາງທີ່ຖືກຕ້ອງນັ້ນບໍ່ແມ່ນປະຕິບັດໄດ້ພາຍໃນມື້ໜຶ່ງ ຫຼື ສອງມື້. ເຮົາຍົກປະເດັນນີ້ຂຶ້ນມາເວົ້າໃນມື້ນີ້ກໍເພື່ອໃຫ້ມະນຸດຮູ້ສະພາບຂອງຕົນເອງ; ການເຂົ້າສູ່ທາງທີ່ຖືກຕ້ອງເປັນໄປໄດ້ກໍຕໍ່ເມື່ອມະນຸດສາມາດເຂົ້າໃຈອິດທິພົນຂອງຄວາມມືດ ແລະ ການດໍາລົງຊີວິດຢູ່ໃນແສງສະຫວ່າງ. ເຈົ້າຕ້ອງຮູ້ວ່າອິດທິພົນຂອງຊາຕານແມ່ນຫຍັງ ກ່ອນທີ່ເຈົ້າຈະສາມາດຫຼົບໜີຈາກມັນໄດ້ ແລະ ຫຼັງຈາກນັ້ນ ເຈົ້າຈິ່ງຈະກ້າວເຂົ້າສູ່ການກໍາຈັດມັນໃຫ້ໝົດໄປຈາກເຈົ້າຕາມລໍາດັບ. ສໍາລັບສິ່ງທີ່ຄວານເຮັດຕໍ່ຈາກນັ້ນ ແມ່ນເປັນເລື່ອງຂອງມະນຸດ. ເຈົ້າຕ້ອງເຂົ້າສູ່ຢ່າງຫ້າວຫັນ ແລະ ເຈົ້າຕ້ອງບໍ່ລໍຖ້າຢູ່ເສີຍໆ. ມີແຕ່ວິທີນີ້ເທົ່ານັ້ນທີ່ເຈົ້າຈະສາມາດຖືກຮັບເອົາໂດຍພຣະເຈົ້າ.

(ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 536)

ພຣະທຳແຕ່ລະຂໍ້ໂຈມຕີຈຸດຕາຍຈຸດໃດຈຸດໜຶ່ງຂອງພວກເຮົາ, ເຮັດໃຫ້ພວກເຮົາເຈັບປວດ ແລະ ເຕັມໄປດ້ວຍຄວາມຢ້ານກົວ. ພຣະອົງເປີດເຜີຍຄວາມຄິດຂອງພວກເຮົາ, ຈິນຕະນາການຂອງພວກເຮົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ຈາກທຸກສິ່ງທີ່ພວກເຮົາເວົ້າ ແລະ ເຮັດ ຈົນເຖິງຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຮົາ, ທຳມະຊາດ ແລະ ທາດແທ້ຂອງພວກເຮົາຖືກເປີດເຜີຍໃນພຣະທຳຂອງພຣະອົງ, ເຮັດໃຫ້ພວກເຮົາຢູ່ໃນສະພາບຢ້ານກົວ, ເປັນສັ່ນເຊັນ ແລະ ບໍ່ມີບ່ອນທີ່ຈະປິດບັງຄວາມອັບອາຍຂອງພວກເຮົາໄດ້. ພຣະອົງບອກເຮົາແຕ່ລະຢ່າງກ່ຽວກັບທຸກການກະທຳຂອງພວກເຮົາ, ຈຸດປະສົງ ແລະ ເຈດຕະນາຂອງພວກເຮົາ, ແມ່ນແຕ່ອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາບໍ່ເຄີຍຄົ້ນພົບດ້ວຍຕົວເອງຈັກເທື່ອ ເຮັດໃຫ້ພວກເຮົາຮູ້ສຶກວ່າພວກເຮົາເປີດເຜີຍຄວາມບໍ່ສົມບູນແບບທີ່ເປັນຕາສົມເພດຂອງຕົນເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ເອົາຊະນະພວກເຮົາຢ່າງສົມບູນ. ພຣະອົງພິພາກສາພວກເຮົາທີ່ຕໍ່ຕ້ານພຣະອົງ, ຕີສອນພວກເຮົາທີ່ໝິ່ນປະໝາດ ແລະ ກ່າວໂທດພຣະອົງ ແລະ ເຮັດໃຫ້ພວກເຮົາຮູ້ສຶກວ່າ ໃນສາຍຕາຂອງພຣະອົງ ພວກເຮົາບໍ່ມີຈຸດເດັ່ນແຫ່ງການໄຖ່ບາບແມ່ນແຕ່ຢ່າງດຽວ, ຮູ້ສຶກວ່າ ພວກເຮົາແມ່ນຊາຕານທີ່ມີຊີວິດຢູ່. ຄວາມຫວັງຂອງພວກເຮົາຖືກທຳລາຍ, ພວກເຮົາບໍ່ກ້າຮຽກຮ້ອງໂດຍບໍ່ມີເຫດຜົນ ຫຼື ຮັບຄວາມຫວັງຈາກພຣະອົງອີກຕໍ່ໄປ ແລະ ແມ່ນແຕ່ຄວາມຝັນຂອງພວກເຮົາກໍຫາຍໄປຂ້າມຄືນ. ນີ້ຄືຄວາມຈິງທີ່ບໍ່ມີໃຜໃນພວກເຮົາສາມາດຈິນຕະນາການໄດ້ ແລະ ບໍ່ມີໃຜໃນພວກເຮົາສາມາດຍອມຮັບໄດ້. ພາຍໃນໄລຍະຊ່ວງເວລາດຽວ, ພວກເຮົາສູນເສຍຄວາມສົມດຸນພາຍໃນຕົວພວກເຮົາ ແລະ ບໍ່ຮູ້ຈັກວ່າ ຈະສືບຕໍ່ໃນຫົນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ ຫຼື ຈະສືບຕໍ່ໃນຄວາມເຊື່ອຂອງພວກເຮົາໄດ້ແນວໃດ. ເບິ່ງຄືກັບວ່າ ຄວາມເຊື່ອຂອງພວກເຮົາໄດ້ກັບຄືນໄປຢູ່ທີ່ຈຸດເລີ່ມຕົ້ນ ແລະ ເບິ່ງຄືກັບວ່າ ພວກເຮົາບໍ່ເຄີຍພົບພຣະເຢຊູເຈົ້າຈັກເທື່ອ ຫຼື ໄດ້ຮູ້ຈັກພຣະອົງເລີຍ. ທຸກສິ່ງທີ່ຢູ່ຕໍ່ຕາຂອງພວກເຮົາຈະເຮັດໃຫ້ພວກເຮົາເຕັມໄປດ້ວຍຄວາມມຶນງົງ ແລະ ເຮັດໃຫ້ພວກເຮົາ ສອງຈິດສອງໃຈທີ່ບໍ່ເດັດຂາດ. ພວກເຮົາຕົກຕະລຶງ, ພວກເຮົາຜິດຫວັງ ແລະ ສ່ວນເລິກໃນຫົວໃຈຂອງພວກເຮົາກໍມີຄວາມໂມໂຫ ແລະ ຄວາມອັບປະຍົດທີ່ອົດກັ້ນບໍ່ໄດ້. ພວກເຮົາພະຍາຍາມລະບາຍ, ຫາທາງອອກ ແລະ ຍິ່ງໄປກວ່ານັ້ນກໍຄື ສຶບຕໍ່ລໍຖ້າພຣະຜູ້ຊ່ວຍໃຫ້ພົ້ນພຣະເຢຊູເຈົ້າຂອງພວກເຮົາ, ເພື່ອພວກເຮົາອາດຖອກເທຫົວໃຈຂອງພວກເຮົາຮັບເອົາພຣະອົງ. ເຖິງແມ່ນວ່າ ມີຫຼາຍຄັ້ງທີ່ພວກເຮົາເບິ່ງພາຍນອກຄືກັບວ່າທຸ່ນທ່ຽງ, ບໍ່ອວດດີ ຫຼື ຖ່ອມຕົວ, ແຕ່ໃນຫົວໃຈຂອງພວກເຮົາ, ພວກເຮົາເປັນທຸກໃຈກັບຄວາມຮູ້ສຶກແຫ່ງການສູນເສຍທີ່ພວກເຮົາບໍ່ເຄີຍຮູ້ສຶກມາກ່ອນເລີຍ. ເຖິງວ່າບາງຄັ້ງ ພວກເຮົາອາດໃຈເຢັນແບບຜິດປົກກະຕິຢູ່ພາຍນອກ, ຈິດໃຈຂອງພວກເຮົາກໍຟົດຍ້ອນຄວາມທໍລະມານຄືກັບທະເລທີ່ມີພາຍຸຮ້າຍແຮງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ລົບລ້າງຄວາມຫວັງ ແລະ ຄວາມຝັນທັງໝົດຂອງພວກເຮົາ, ນໍາຈຸດສິ້ນສຸດມາສູ່ຄວາມປາຖະໜາທີ່ສິ້ນເປືອງຂອງພວກເຮົາ ແລະ ເຮັດໃຫ້ວພກເຮົາບໍ່ເຕັມໃຈທີ່ຈະເຊື່ອວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ສາມາດຊ່ວຍພວກເຮົາໃຫ້ລອດພົ້ນໄດ້. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເປີດອ່າວທະເລທີ່ເລິກຫຼາຍລະຫວ່າງພວກເຮົາ ແລະ ພຣະອົງເຊິ່ງແຮງເຮັດໃຫ້ບໍ່ມີໃຜເຕັມໃຈທີ່ຈະພະຍາຍາມຂ້າມໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງແມ່ນຄັ້ງທຳອິດທີ່ພວກເຮົາໄດ້ທົນທຸກກັບຄວາມຍາກລໍາບາກຢ່າງໃຫຍ່ຫຼວງ ເຊິ່ງເປັນຄວາມອັບອາຍຂາຍໜ້າທີ່ຍິ່ງໃຫຍ່ໃນຊີວິດຂອງພວກເຮົາ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍົກຍ້ອງກຽດຂອງພຣະອົງ ແລະ ຄວາມບໍ່ທົນຂອງພຣະອົງຕໍ່ການກະທໍາຜິດຂອງມະນຸດຢ່າງແທ້ຈິງ, ດ້ວຍວ່າເມື່ອປຽບທຽບກັບຄວາມຕໍ່າຊ້າ ແລະ ຄວາມບໍ່ບໍລິສຸດຂອງພວກເຮົາແລ້ວແມ່ນຍິ່ງໃຫຍ່ເຫຼືອເກີນ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຮັບຮູ້ເປັນຄັ້ງທໍາອິດວ່າ ພວກເຮົາອວດດີ ແລະ ໂອ້ອວດຫຼາຍພຽງໃດ, ແລະ ຮູ້ວ່າມະນຸດຈະບໍ່ມີທາງເທົ່າທຽມກັບພຣະເຈົ້າ ຫຼື ເທົ່າກັບພຣະເຈົ້າໄດ້ແນວໃດ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາປາຖະໜາທີ່ຈະບໍ່ມີຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມດັ່ງກ່າວ, ເພື່ອກຳຈັດທຳມະຊາດ ແລະ ທາດແທ້ນີ້ຈາກຕົວພວກເຮົາເອງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເພື່ອຢຸດຄວາມຊົ່ວຊ້າ ແລະ ສິ່ງທີ່ເປັນຕາຊັງຕໍ່ພຣະອົງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍິນດີທີ່ຈະເຊື່ອຟັງພຣະທຳຂອງພຣະອົງ, ບໍ່ກະບົດຕໍ່ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງອີກຕໍ່ໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງມອບຄວາມປາຖະໜາເພື່ອການຢູ່ລອດໃຫ້ກັບພວກເຮົາອີກຄັ້ງ ແລະ ເຮັດໃຫ້ພວກເຮົາຍິນດີທີ່ຈະຍອມຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນ... ພວກເຮົາໄດ້ອອກຈາກພາລະກິດແຫ່ງການເອົາຊະນະ, ອອກຈາກນະລົກ, ອອກຈາກເຫວແຫ່ງຄວາມມືດຂອງຄວາມຕາຍ... ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບເອົາພວກເຮົາ, ເຊິ່ງເປັນຄົນກຸ່ມນີ້! ພຣະອົງໄດ້ຮັບໄຊຊະນະເໜືອຊາຕານ ແລະ ໄດ້ເອົາຊະນະສັດຕູຈຳນວນຫຼວງຫຼາຍຂອງພຣະອົງແລ້ວ!

(ຄັດຈາກບົດ “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 537)

ມີແຕ່ເມື່ອເຈົ້າໄດ້ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິແລ້ວ ເຈົ້າຈຶ່ງຈະຖືກເຮັດສົມບູນ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດບອກການທຳນາຍ ຫຼື ຄວາມລຶກລັບໃດໆໄດ້, ເຈົ້າກໍຈະດຳເນີນຊີວິດ ແລະ ເປີດເຜີຍລັກສະນະຂອງມະນຸດ. ພຣະເຈົ້າໄດ້ສ້າງມະນຸດ ແຕ່ຫຼັງຈາກນັ້ນ ມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນຜູ້ຄົນໄດ້ກາຍເປັນ “ຄົນຕາຍ”. ດ້ວຍເຫດນີ້ ຫຼັງຈາກທີ່ເຈົ້າໄດ້ປ່ຽນແປງດ ເຈົ້າຈະບໍ່ເປັນຄືກັບ “ຄົນຕາຍ” ເຫຼົ່ານີ້ອີກຕໍ່ໄປ. ມັນແມ່ນພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ວິນຍານຂອງຜູ້ຄົນລຸກສະຫວ່າງ ແລະ ເຮັດໃຫ້ພວກເຂົາໄດ້ເກີດໃໝ່ ແລະ ເມື່ອວິນຍານຂອງຜູ້ຄົນໄດ້ເກີດໃໝ່, ແລ້ວພວກເຂົາກໍຈະມີຊີວິດ. ເມື່ອເຮົາເວົ້າເຖິງ “ຄົນຕາຍ”, ເຮົາໝາຍເຖິງຊາກສົບທີ່ບໍ່ມີວິນຍານ, ຜູ້ຄົນທີ່ວິນຍານຂອງພວກເຂົາໄດ້ຕາຍຢູ່ພາຍໃນພວກເຂົາ. ເມື່ອປະກາຍໄຟຊີວິດຖືກຈູດຂຶ້ນໃນວິນຍານຂອງຜູ້ຄົນ, ແລ້ວຜູ້ຄົນກໍມີຊີວິດໃໝ່. ນັກບຸນທີ່ກ່າວເຖິງໃນເມື່ອກ່ອນ ໝາຍເຖິງຜູ້ຄົນທີ່ໄດ້ມີຊີວິດ, ຜູ້ທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ ແຕ່ເອົາຊະນະຊາຕານໄດ້. ປະຊາຊົນທີ່ຖືກເລືອກໃນປະເທດຈີນໄດ້ອົດທົນກັບການຂົ່ມເຫັງທີ່ໂຫດຮ້າຍ ແລະ ໄຮ້ມະນຸດສະທຳ ແລະ ການຫຼອກລວງຂອງມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງໄດ້ປ່ອຍໃຫ້ພວກເຂົາຖືກທຳລາຍດ້ານຈິດໃຈ ແລະ ບໍ່ມີຄວາມກ້າແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່. ສະນັ້ນ, ການປຸກວິນຍານຂອງພວກເຂົາຕ້ອງເລີ່ມດ້ວຍທາດແທ້ຂອງພວກເຂົາ: ໃນທາດແທ້ຂອງພວກເຂົາ, ວິນຍານຂອງພວກເຂົາຕ້ອງຖືກປຸກຂຶ້ນມາ ເທື່ອລະໜ້ອຍ. ເມື່ອມື້ໜຶ່ງ ພວກເຂົາມີຊີວິດແລ້ວ, ກໍຈະບໍ່ມີສິ່ງກີດຂວາງອີກຕໍ່ໄປ ແລະ ທຸກຢ່າງຈະດຳເນີນໄປຢ່າງລຽບງ່າຍ. ໃນເວລານີ້, ສິ່ງນີ້ກໍຍັງຄົງບໍ່ສາມາດບັນລຸໄດ້. ຄົນສ່ວນໃຫຍ່ດຳລົງຊີວິດໃນລັກສະນະທີ່ກໍ່ໃຫ້ເກີດກະແສນໍ້າທີ່ອັນຕະລາຍເຖິງຕາຍຫຼາຍຢ່າງ; ພວກເຂົາຖືກອ້ອມຮອບດ້ວຍບັນຍາກາດແຫ່ງຄວາມຕາຍ ແລະ ມີຫຼາຍຢ່າງທີ່ພວກເຂົາຂາດແຄນ. ຄຳເວົ້າຂອງບາງຄົນແບກຄວາມຕາຍ, ການກະທຳຂອງພວກເຂົາແບກຄວາມຕາຍ ແລະ ເກືອບໝົດທຸກສິ່ງທີ່ພວກເຂົານໍາອອກມາໃນລັກສະນະທີ່ພວກເຂົາດຳລົງຊີວິດແມ່ນປະກອບມີຄວາມຕາຍ. ໃນມື້ນີ້, ຖ້າຜູ້ຄົນເປັນພະຍານໃຫ້ແກ່ພຣະເຈົ້າຢ່າງເປີດເຜີຍ, ແລ້ວພວກເຂົາກໍຈະລົ້ມເຫຼວໃນໜ້າທີ່ນີ້, ຍ້ອນພວກເຂົາຍັງບໍ່ທັນມີຊີວິດຢ່າງສົມບູນເທື່ອ ແລະ ມີຄົນຕາຍຫຼາຍເກີນໄປໃນທ່າມກາງພວກເຈົ້າ. ໃນມື້ນີ້, ບາງຄົນຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງບໍ່ສະແດງສັນຍານ ແລະ ສິ່ງອັດສະຈັນບາງຢ່າງ ເພື່ອວ່າພຣະອົງຈະສາມາດເຜີຍແຜ່ພາລະກິດຂອງພຣະອົງຢ່າງວ່ອງໄວໃນບັນດາຊົນຕ່າງຊາດ. ຄົນຕາຍບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້; ນັ້ນຄືສິ່ງທີ່ມີພຽງຄົນມີຊີວິດເທົ່ານັ້ນສາມາດເຮັດໄດ້ ແລະ ເຖິງຢ່າງໃດກໍຕາມ ຄົນສ່ວນໃຫຍ່ໃນທຸກມື້ນີ້ກໍເປັນ “ຄົນຕາຍ”; ມີຫຼາຍຄົນເກີນໄປທີ່ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມແຫ່ງຄວາມຕາຍ, ພາຍໃຕ້ອິດທິພົນຂອງຊາຕານ ແລະ ບໍ່ສາມາດໄດ້ຮັບໄຊຊະນະໄດ້. ເມື່ອເປັນແບບນີ້, ພວກເຂົາຈະສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນໄດ້ແນວໃດ?

ທຸກຄົນທີ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແມ່ນຄົນທີ່ດຳລົງຊີວິດທ່າມກາງຄວາມຕາຍ, ຄົນທີ່ຖືກຊາຕາຄອບງວໍາ. ຖ້າບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ແລະ ຖືກພິພາກສາ ແລະ ຖືກຂ້ຽນຕີໂດຍພຣະເຈົ້າ, ຜູ້ຄົນກໍຈະບໍ່ສາມາດໜີຈາກອິດທິພົນຂອງຄວາມຕາຍໄດ້; ພວກເຂົາບໍ່ສາມາດກາຍເປັນຄົນທີ່ມີຊີວິດໄດ້. “ຄົນຕາຍ” ເຫຼົ່ານີ້ບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ ແລະ ພຣະເຈົ້າບໍ່ສາມາດໃຊ້ພວກເຂົາໄດ້, ແຮງໄກທີ່ຈະເຂົ້າສູ່ອານາຈັກ. ພຣະເຈົ້າຕ້ອງການຄຳພະຍານຂອງຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ແລະ ພຣະອົງຂໍໃຫ້ຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ປະຕິບັດພາລະກິດສຳລັບພຣະອົງ. “ຄົນຕາຍ” ແມ່ນຄົນທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ບໍ່ເສີຍຊາໃນວິນຍານ ແລະ ບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ ບໍ່ໄດ້ນໍາເອົາຄວາມຈິງໄປປະຕິບັດ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວຕໍ່ພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຂູດຮີດໂດຍຊາຕານ. ຄົນຕາຍສະແດງຕົນເອງໂດຍການຢືນຢູ່ກົງກັນຂ້າມກັບຄວາມຈິງ, ໂດຍການກະບົດຕໍ່ພຣະເຈົ້າ ແລະ ໂດຍການເປັນຜູ້ຕໍ່າຕ້ອຍ, ໜ້າລັງກຽດ, ຊົ່ວຮ້າຍ, ໂຫດຮ້າຍ, ບໍ່ຈິງໃຈ ແລະ ຫຼອກລວງ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໄດ້; ເຖິງແມ່ນພວກເຂົາມີຊີວິດ, ພວກເຂົາກໍພຽງແຕ່ເປັນຊາກສົບທີ່ຍ່າງ, ຫາຍໃຈ. ຄົນຕາຍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ຢ່າງສິ້ນເຊີງ, ແຮງໄກທີ່ຈະໃຫ້ເຊື່ອຟັງພຣະອົງທັງໝົດ. ພວກເຂົາພຽງແຕ່ຫຼອກລວງພຣະອົງ, ໝິ່ນປະໝາດພຣະອົງ ແລະ ທໍລະຍົດພຣະອົງເທົ່ານັ້ນ ແລະ ທຸກສິ່ງທີ່ພວກເຂົາສະແດງອອກຈາກລັກສະນະທີ່ພວກເຂົາດຳລົງຊີວິດກໍເປີດເຜີຍເຖິງທຳມະຊາດຂອງຊາຕານ. ຖ້າຜູ້ຄົນປາຖະໜາທີ່ຈະເປັນສິ່ງທີ່ມີຊີວິດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບການເຫັນດີເຫັນພ້ອມຈາກພຣະເຈົ້າ, ແລ້ວພວກເຂົາກໍ່ຕ້ອງຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາຕ້ອງເຕັມໃຈຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ຕ້ອງເຕັມໃຈຮັບເອົາການລິຮານຂອງພຣະເຈົ້າ ແລະ ຖືກຈັດການໂດຍພຣະອົງ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດປະຕິບັດຄວາມຈິງທັງໝົດທີ່ພຣະເຈົ້າຮຽກຮ້ອງໄວ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ກາຍເປັນຜູ້ທີ່ມີຊີວິດຢ່າງແທ້ຈິງ. ຄົນທີ່ມີຊີວິດແມ່ນຖືກຊ່ວຍໃຫ້ລອດພົ້ນໂດຍຣະເຈົ້າ; ພວກເຂົາໄດ້ຖືກພິພາກສາ ແລະ ຂ້ຽນຕີໂດຍພຣະເຈົ້າ, ພວກເຂົາເຕັມໃຈອຸທິດຕົນເອງ ແລະ ມີຄວາມສຸກທີ່ຈະວາງຊີວິດຂອງພວກເຂົາລົງໃຫ້ແກ່ພຣະເຈົ້າ ແລະ ພວກເຂົາຈະເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ມີແຕ່ເມື່ອຄົນທີ່ມີຊີວິດເປັນພະຍານໃຫ້ແກ່ພຣະເຈົ້າເທົ່ານັ້ນ, ຊາຕານຈຶ່ງຈະຖືກເຮັດໃຫ້ອັບອາຍ; ມີແຕ່ຄົນທີ່ມີຊີວິດເທົ່ານັ້ນ ທີ່ສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນຂອງພຣະເຈົ້າໄດ້, ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ພໍໃຈພຣະເຈົ້າ ແລະ ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ເປັນຄົນແທ້ຈິງ. ໃນເບື້ອງຕົ້ນ ມະນຸດທີ່ພຣະເຈົ້າສ້າງຂຶ້ນແມ່ນມີຊີວິດ, ແຕ່ຍ້ອນຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງດຳລົງຊີວິດທ່າມກາງຄວາມຕາຍ ແລະ ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ໃນລັກສະນະນີ້ ຜູ້ຄົນຈຶ່ງໄດ້ກາຍເປັນຄົນຕາຍທີ່ບໍ່ມີວິນຍານ, ພວກເຂົາໄດ້ກາຍເປັນສັດຕູຜູ້ທີ່ຕໍ່ຕ້ານພຣະເຈົ້າ, ພວກເຂົາໄດ້ກາຍເປັນເຄື່ອງມືຂອງຊາຕານ ແລະ ພວກເຂົາໄດ້ກາຍເປັນຊະເລີຍຂອງຊາຕານ. ຄົນທີ່ມີຊີວິດທຸກຄົນທີ່ພຣະເຈົ້າສ້າງຂຶ້ນໄດ້ກາຍເປັນຄົນຕາຍ ແລະ ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສູນເສຍຄຳພະຍານຂອງພຣະອົງ ແລະ ພຣະອົງກໍໄດ້ສູນເສຍມະນຸດຊາດ ທີ່ພຣະອົງສ້າງຂຶ້ນມາ ແລະ ເຊິ່ງເປັນສິ່ງໜຶ່ງດຽວທີ່ມີລົມຫາຍໃຈຂອງພຣະອົງ. ຖ້າພຣະເຈົ້າຈະເອົາຄຳພະຍານຂອງພຣະອົງກັບຄືນມາ ແລະ ເອົາຄົນເຫຼົ່ານັ້ນທີ່ຖືກສ້າງດ້ວຍມືຂອງພຣະອົງ ແຕ່ຖືກຈັບເປັນຊະເລີຍໂດຍຊາຕານນັ້ນຄືນມາ, ແລ້ວພຣະອົງກໍຈະຕ້ອງເຮັດໃຫ້ພວກເຂົາຟື້ນຄືນຊີບ ເພື່ອໃຫ້ພວກເຂົາກາຍເປັນຄົນທີ່ມີຊີວິດ ແລະ ພຣະອົງຕ້ອງເອົາພວກເຂົາກັບຄືນມາ ເພື່ອໃຫ້ພວກເຂົາດຳລົງຊີວິດໃນແສງສະຫວ່າງຂອງພຣະອົງ. ຄົນຕາຍແມ່ນຄົນທີ່ບໍ່ມີວິນຍານ, ຄົນທີ່ເສີຍຊາທີ່ສຸດ ແລະ ຄົນທີ່ຕໍ່ຕ້ານພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ບໍ່ມີເຈດຕະນາທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ພວກເຂົາພຽງແຕ່ກະບົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວ. ຄົນທີ່ມີຊີວິດແມ່ນຄົນທີ່ວິນຍານຂອງພວກເຂົາໄດ້ເກີດໃໝ່, ຄົນທີ່ຮູ້ຈັກເຊື່ອຟັງພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ພວກເຂົາມີຄວາມຈິງ ແລະ ຄຳພະຍານ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢູ່ໃນເຮືອນຂອງພຣະອົງ. ພຣະເຈົ້າຊ່ວຍຄົນເຫຼົ່ານັ້ນທີ່ສາມາດມີຊີວິດໃຫ້ລອດພົ້ນ, ຄົນທີ່ສາມາດແນມເຫັນຄວາມລອດພົ້ນຂອງພຣະເຈົ້າ, ຄົນທີ່ສາມາດຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ເຕັມໃຈສະແຫວງຫາພຣະເຈົ້າ. ພຣະອົງຊ່ວຍເຫຼືອຄົນທີ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະອົງ ແລະ ໃນການປາກົດຕົວຂອງພຣະອົງ. ບາງຄົນສາມາດມີຊີວິດ ແລະ ບາງຄົນກໍບໍ່ສາມາດມີ; ສິ່ງນີ້ຂຶ້ນກັບວ່າ ທຳມະຊາດຂອງພວກເຂົາສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່. ຫຼາຍຄົນໄດ້ຍິນພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ ແຕ່ກໍຍັງບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຍັງບໍ່ສາມາດນໍາສິ່ງເຫຼົ່ານັ້ນໄປປະຕິບັດໄດ້. ຜູ້ຄົນດັ່ງກ່າວບໍ່ສາມາດດຳລົງຊີວິດຕາມຄວາມຈິງໃດໆ ແລະ ຍັງຕັ້ງໃຈແຊກແຊງພາລະກິດຂອງພຣະເຈົ້ານຳອີກ. ພວກເຂົາບໍ່ສາມາດປະຕິບັດພາລະກິດໃດໆສຳລັບພຣະເຈົ້າ, ພວກເຂົາບໍ່ສາມາດອຸທິດສິ່ງໃດໜຶ່ງໃຫ້ແກ່ພຣະອົງໄດ້ ແລະ ພວກເຂົາຍັງໃຊ້ເງິນຂອງຄຣິສຕະຈັກຢ່າງລັບໆ ແລະ ກິນລ້າໆຢູ່ໃນເຮືອນຂອງພຣະເຈົ້ານຳອີກ. ຄົນເຫຼົ່ານີ້ຕາຍແລ້ວ ແລະ ພວກເຂົາຈະບໍ່ໄດ້ຖືກຊ່ວຍເຫຼືອໃຫ້ລອດພົ້ນ. ພຣະເຈົ້າຊ່ວຍເຫຼືອທຸກຄົນ ທີ່ຢູ່ທ່າມກາງພາລະກິດຂອງພຣະອົງ, ແຕ່ມີສ່ວນໜຶ່ງ ທີ່ບໍ່ສາມາດໄດ້ຮັບເອົາຄວາມລອດພົ້ນຂອງພຣະອົງ; ມີແຕ່ຈຳນວນໜ້ອຍໜຶ່ງເທົ່ານັ້ນ ທີ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ນີ້ກໍຍ້ອນເພາະຄົນສ່ວນໃຫຍ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງເກີນໄປ ແລະ ໄດ້ກາຍມາເປັນຄົນຕາຍ ແລະ ພວກເຂົາເກີນຄວາມລອດພົ້ນ; ພວກເຂົາຖືກຂູດຮີດໂດຍຊາຕານຈົນໝົດກ້ຽງ ແລະ ພວກເຂົາຊົ່ວຮ້າຍເກີນໄປໃນທຳມະຊາດຂອງພວກເຂົາ. ຄົນຈຳນວນໜ້ອຍຍັງບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ພວກເຂົາບໍ່ແມ່ນຄົນທີ່ຊື່ສັດຕໍ່ພຣະເຈົ້າຢ່າງແທ້ຈິງ ຕັ້ງແຕ່ຕອນເລີ່ມຕົ້ນ ຫຼື ຄົນທີ່ມີຄວາມຮັກສຸດຂີດສຳລັບພຣະເຈົ້າ ຕັ້ງແຕ່ຕອນເລີ່ມຕົ້ນ; ກົງກັນຂ້າມ, ພວກເຂົາເຊື່ອຟັງພຣະເຈົ້າ ຍ້ອນພາລະກິດແຫ່ງການເອົາຊະນະຂອງພຣະອົງ, ພວກເຂົາເຫັນພຣະເຈົ້າ ຍ້ອນຄວາມຮັກອັນສູງສຸດຂອງພຣະອົງ, ມີການປ່ຽນແປງໃນອຸປະນິໄສຂອງພວກເຂົາ ຍ້ອນອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ພວກເຂົາຮູ້ພຣະເຈົ້າຍ້ອນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ທັງເປັນຈິງ ແລະ ທຳມະດາ. ຖ້າບໍ່ມີພາລະກິດນີ້ຂອງພຣະເຈົ້າ, ບໍ່ວ່າຄົນເຫຼົ່ານີ້ຈະດີພຽງໃດ ພວກເຂົາກໍຍັງເປັນຂອງຊາຕານ, ພວກເຂົາຈະຍັງເປັນຂອງຄວາມຕາຍແລະ ພວກເຂົາຍັງຈະຕາຍຢູ່. ຂໍ້ແທ້ຈິງທີ່ຄົນເຫຼົ່ານີ້ສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າໃນມື້ນີ້ ກໍຍ້ອນວ່າ ພວກເຂົາເຕັມໃຈຮ່ວມມືກັບພຣະເຈົ້າ.

ຍ້ອນຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າ, ຄົນທີ່ມີຊີວິດຈະຖືກພຣະເຈົ້າຮັບເອົາໂດຍພຣະເຈົ້າ ແລະ ດຳລົງຊີວິດຢູ່ທ່າມກາງຄຳສັນຍາຂອງພຣະອົງ ແລະ ຍ້ອນການທີ່ພວກເດຂົາຕໍ່ຕ້ານພຣະເຈົ້າ, ຄົນຕາຍຈະຖືກພຣະເຈົ້າກຽດຊັງ ແລະ ປະຕິເສດ ແລະ ດໍາລົງຊີວິດຢູ່ທ່າມກາງການລົງໂທດ ແລະ ການສາບແຊ່ງຂອງພຣະອົງ. ສິ່ງດັ່ງກ່າວແມ່ນອຸປະນິໄສອົນຊອບທຳຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດປ່ຽນແປງໄດ້. ຍ້ອນວ່າການສະແຫວງຫາຂອງພວກເຂົາເອງ, ຜູ້ຄົນຈຶ່ງໄດ້ຮັບການເຫັນດີເຫັນພ້ອມຂອງພຣະເຈົ້າ ແລະ ດຳລົງຊີວິດໃນແສງສະຫວ່າງ; ຍ້ອນກົນອຸບາຍທີ່ເລ່ຫຼ່ຽມຂອງພວກເຂົາ, ຜູ້ຄົນຈຶ່ງຖືກພຣະເຈົ້າສາບແຊ່ງ ແລະ ລົງສູ່ການລົງໂທດ; ຍ້ອນການກະທຳຊົ່ວຂອງພວກເຂົາ, ຜູ້ຄົນຈຶ່ງຖືກພຣະເຈົ້າລົງໂທດ ແລະ ຍ້ອນຄວາມປາດຖະໜາ ແລະ ຄວາມຈົງຮັກພັກດີຂອງພວກເຂົາ, ຜູ້ຄົນຈຶ່ງໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຊອບທຳ: ພຣະອົງອວຍພອນແກ່ຄົນທີ່ມີຊີວິດ ແລະ ສາບແຊ່ງຄົນຕາຍ ເພື່ອໃຫ້ພວກເຂົາຢູ່ທ່າມກາງຄວາມຕາຍຢູ່ສະເໝີ ແລະ ຈະບໍ່ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າຈັກເທື່ອ. ພຣະເຈົ້າຈະນຳເອົາຄົນທີ່ມີຊີວິດໄປສູ່ອານາຈັກຂອງພຣະອົງ, ສູ່ພອນຂອງພຣະອົງ, ເພື່ອໃຫ້ຢູ່ກັບພຣະອົງຕະຫຼອດໄປ. ແຕ່ສຳລັບຄົນຕາຍ, ພຣະອົງຈະຕີພວກເຂົາ ແລະ ສົ່ງພວກເຂົາໄປສູ່ຄວາມຕາຍຢ່າງນິລັນດອນ; ພວກເຂົາແມ່ນເປົ້າໝາຍແຫ່ງການທຳລາຍຂອງພຣະອົງ ແລະ ຈະເປັນຂອງຊາຕານຢູ່ສະເໝີໄປ. ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳ. ທຸກຄົນທີ່ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ ແລະ ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດເຂົ້າກັບພຣະອົງໄດ້ແມ່ນຈະດຳລົງຊີວິດຢູ່ທ່າມກາງການລົງໂທດຂອງພຣະອົງຢ່າງແນ່ນອນ. ບາງເທື່ອ ເຈົ້າອາດຈະບໍ່ທັນແນ່ໃຈກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ ແຕ່ໃນມື້ໜຶ່ງ ເນື້ອໜັງຂອງພຣະເຈົ້າຈະບໍ່ຈັດແຈງຈຸດຈົບຂອງມະນຸດໂດຍກົງ; ກົງກັນຂ້າມ, ພຣະວິນຍານຂອງພຣະອົງຈະຈັດແຈງຈຸດໝາຍປາຍທາງຂອງມະນຸດ ແລະ ໃນເວລານັ້ນ ຜູ້ຄົນຈະຮູ້ວ່າ ເນື້ອໜັງຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະອົງແມ່ນສິ່ງດຽວກັນ, ເນື້ອໜັງຂອງພຣະອົງບໍ່ສາມາດເຮັດຜິດພາດໄດ້ ແລະ ພຣະວິນຍານຂອງພຣະອົງຍິ່ງບໍ່ມີສາມາດທີ່ຈະເຮັດຜິດພາດໄດ້. ໃນທີ່ສຸດ, ພຣະອົງຈະນຳເອົາຜູ້ທີ່ມີຊີວິດໄປສູ່ອານາຈັກຂອງພຣະອົງຢ່າງແນ່ນອນ; ໂດຍທີ່ບໍ່ຫຼາຍເກີນໄປແມ່ນແຕ່ຄົນດຽວ ແລະ ບໍ່ໜ້ອຍເກີນໄປແມ່ນແຕ່ຄົນດຽວ. ສຳລັບຄົນຕາຍ ຜູ້ທີ່ບໍ່ມີຊີວິດ, ພວກເຂົາຈະຖືກໂຍນເຂົ້າສູ່ຖໍ້າຂອງຊາຕານ.

(ຄັດຈາກບົດ “ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 538)

ກ່ອນອື່ນໝົດ ບາດກ້າວທຳອິດຂອງເສັ້ນທາງແຫ່ງພຣະວິນຍານບໍລິສຸດກ່ຽວກັບມະນຸດແມ່ນເພື່ອເຮັດໃຫ້ຫົວໃຈຂອງມະນຸດຫ່າງອອກຈາກຜູ້ຄົນ, ເຫດການ ແລະ ສິ່ງຂອງ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ, ເຮັດໃຫ້ຫົວໃຈຂອງມະນຸດເຊື່ອວ່າ ພຣະທຳຂອງພຣະເຈົ້າຢູ່ເໜືອຂໍ້ສົງໄສທຸກປະການ ແລະ ເປັນຈິງທັງໝົດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຕ້ອງເຊື່ອໃນພຣະທຳຂອງພຣະອົງ; ຫຼັງຈາກເວລາຫຼາຍປີທີ່ໄດ້ເຊື່ອໃນພຣະເຈົ້າ ຖ້າເຈົ້າຍັງບໍ່ຮູ້ເສັ້ນທາງທີ່ພຣະວິນຍານບໍລິສຸດເດີນ, ແລ້ວເຈົ້າເປັນຜູ້ເຊື່ອແທ້ບໍ? ເພື່ອບັນລຸຊີວິດຂອງມະນຸດປົກກະຕິ, ຊີວິດທຳມະດາຂອງມະນຸດທີ່ມີຄວາມສໍາພັນປົກກະຕິກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເຊື່ອໃນພຣະທຳຂອງພຣະອົງ. ຖ້າເຈົ້າຍັງບໍ່ໄດ້ບັນລຸບາດກ້າວທຳອິດໃນພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນຜູ້ຄົນ, ແລ້ວເຈົ້າກໍບໍ່ມີຮາກຖານ. ຖ້າແມ່ນແຕ່ຫຼັກການທີ່ເລັກນ້ອຍທີ່ສຸດຍັງຢູ່ເໜືອເຈົ້າ, ເຈົ້າຈະຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ? ການຍ່າງຕາມເສັ້ນທາງທີ່ຖືກຕ້ອງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ ໝາຍເຖິງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນໝາຍເຖິງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ຕອນນີ້ ເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງແມ່ນຕາມພຣະທຳໃນປັດຈຸບັນຂອງພຣະເຈົ້າ. ດັ່ງນັ້ນ ຖ້າຜູ້ຄົນຕ້ອງຍ່າງຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ພວກເຂົາຕ້ອງເຊື່ອຟັງ ແລະ ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດແມ່ນພາລະກິດແຫ່ງພຣະທຳ; ທຸກສິ່ງເລີ່ມຕົ້ນຈາກພຣະທຳຂອງພຣະອົງ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນບົນພຣະທຳຂອງພຣະອົງ, ບົນພຣະທຳໃນປັດຈຸບັນຂອງພຣະອົງ. ບໍ່ວ່າຈະເປັນການໝັ້ນໃຈໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ການຮູ້ຈັກກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະຢ່າງແມ່ນຈຳເປັນຕ້ອງໃຊ້ເວລາຫຼາຍໃນພຣະທຳຂອງພຣະອົງ. ຖ້າບໍ່ດັ່ງນັ້ນ ຜູ້ຄົນກໍບໍ່ສາມາດສຳເລັດຫຍັງໄດ້ ແລະ ຈະບໍ່ເຫຼືອຫຍັງເລີຍ. ມີພຽງບົນຮາກຖານແຫ່ງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ການມາຮູ້ຈັກພຣະອົງ ແລະ ເຮັດໃຫ້ພຣະອົງພໍໃຈ, ຜູ້ຄົນຈຶ່ງຈະເລີ່ມມີຄວາມສຳພັນປົກກະຕິກັບພຣະເຈົ້າ. ສຳລັບມະນຸດແລ້ວ, ບໍ່ມີການຮ່ວມມືກັບພຣະເຈົ້າແບບໃດທີ່ດີກວ່າການກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ການນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ. ຜ່ານການປະຕິບັດດັ່ງກ່າວ ພວກເຂົາຈຶ່ງສາມາດຍືດໝັ້ນໄດ້ດີທີ່ສຸດໃນຄຳພະຍານຂອງພວກເຂົາກ່ຽວກັບປະຊາຊົນຂອງພຣະເຈົ້າ. ເມື່ອຜູ້ຄົນເຂົ້າໃຈ ແລະ ສາມາດເຊື່ອຝັງເນື້ອແທ້ຂອງພາລະກິດໃນປັດຈຸບັນຂອງພຣະເຈົ້າ, ພວກເຂົາກໍຈະດຳລົງຊີວິດໃນເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ ແລະ ຍ່າງຕາມເສັ້ນທາງທີ່ຖືກຕ້ອງແຫ່ງການເຮັດໃຫ້ມະນຸດສົມບູນຂອງພຣະເຈົ້າ. ກ່ອນໜ້ານີ້ ຜູ້ຄົນສາມາດຮັບເອົາພາລະກິດຂອງພຣະເຈົ້າໂດຍການສະແຫວງຫາຄວາມກະລຸນາຂອງພຣະເຈົ້າເທົ່ານັ້ນ ຫຼື ໂດຍການສະແຫວງຫາສັນຕິສຸກ ແລະ ຄວາມປິຕິຍິນດີ, ແຕ່ສິ່ງຕ່າງໆແມ່ນບໍ່ຄືເກົ່າແລ້ວໃນຕອນນີ້. ຫາກປາສະຈາກພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ຫາກປາສະຈາກຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ຜູ້ຄົນບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະເຈົ້າ ແລະ ຈະຖືກພຣະເຈົ້າກຳຈັດຖິ້ມໝົດທຸກຄົນ. ເພື່ອບັນລຸຊີວິດຝ່າຍວິນຍານທຳມະດາ, ກ່ອນອື່ນ ຜູ້ຄົນຄວນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ ແລະ ຫຼັງຈາກນັ້ນ ບົນພື້ນຖານດັ່ງກ່າວນີ້ ຈຶ່ງຈະເກີດມີຄວາມສຳພັນປົກກະຕິກັບພຣະເຈົ້າ. ແລ້ວເຈົ້າຈະຮ່ວມມືແນວໃດ? ເຈົ້າຈະຍຶດໝັ້ນໃນຄຳພະຍານກ່ຽວກັບປະຊາຊົນຂອງພຣະເຈົ້າແນວໃດ? ເຈົ້າຈະສ້າງຄວາມສຳພັນປົກກະຕິກັບພຣະເຈົ້າແນວໃດ?

ວິທີທີ່ຈະຮູ້ຈັກວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າໃນຊີວິດປະຈຳວັນຂອງເຈົ້າ ຫຼື ບໍ່ນັ້ນ:

1. ເຈົ້າເຊື່ອໃນຄຳພະຍານຂອງພຣະເຈົ້າເອງບໍ?

2. ເຈົ້າເຊື່ອດ້ວຍໃຈຂອງເຈົ້າບໍວ່າ ພຣະທຳຂອງພຣະເຈົ້າເປັນຈິງ ແລະ ສົມບູນ?

3. ເຈົ້າເປັນຄົນທີ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດບໍ?

4. ເຈົ້າຊື່ສັດຕໍ່ການມອບໝາຍຂອງພຣະອົງບໍ? ເຈົ້າຈະເຮັດຫຍັງເພື່ອຊື່ສັດຕໍ່ການມອບໝາຍຂອງພຣະອົງ?

5. ທຸກສິ່ງທີ່ເຈົ້າເຮັດແມ່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເປັນການຊື່ສັດຕໍ່ພຣະອົງບໍ?

ອີງຕາມແຕ່ລະຂໍ້ທີ່ກ່າວມາຂ້າງເທິງນັ້ນ, ເຈົ້າສາມາດປະເມີນໄດ້ວ່າເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າໃນຂັ້ນຕອນປັດຈຸບັນ ຫຼື ບໍ່.

ຖ້າເຈົ້າສາມາດຮັບເອົາການມອບໝາຍຂອງພຣະເຈົ້າໄດ້, ຮັບເອົາສັນຍາຂອງພຣະອົງ ແລະ ຕິດຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າແມ່ນກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເສັ້ນທາງຂອງພຣະວິນຍານບໍລິສຸດຊັດເຈນໃນຕົວເຈົ້າຢູ່ບໍ? ຕອນນີ້ ເຈົ້າປະຕິບັດຕາມເສັ້ນທາງຂອງພຣະວິນຍານບໍລິສຸດບໍ? ຫົວໃຈຂອງເຈົ້າຍັບເຂົ້າໃກ້ພຣະເຈົ້າບໍ? ເຈົ້າປາຖະໜາທີ່ຈະນໍາໃຫ້ທັນແສງສະຫວ່າງໃໝ່ສຸດຂອງພຣະວິນຍານບໍລິສຸດບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າຮັບເອົາຢູ່ບໍ? ເຈົ້າປາຖະໜາທີ່ຈະກາຍເປັນຄົນສະແດງເຖິງຄວາມສະຫງ່າລາສີຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢູ່ບໍ? ເຈົ້າມີຄວາມຕັ້ງໝັ້ນທີ່ຈະບັນລຸສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ່? ເມື່ອພຣະທຳຂອງພຣະເຈົ້າຖືກກ່າວອອກ ຖ້າພາຍໃນຕົວເຈົ້າມີຄວາມຕັ້ງໝັ້ນທີ່ຈະຮ່ວມມື ແລະ ຄວາມເດັດດ່ຽວທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ຖ້ານີ້ແມ່ນຄວາມຄິດຂອງເຈົ້າ ມັນກໍໝາຍຄວາມວ່າ ພຣະທຳຂອງພຣະເຈົ້າໄດ້ເກີດໝາກຜົນຢູ່ໃນຫົວໃຈຂອງເຈົ້າແລ້ວ. ຖ້າເຈົ້າຂາດຄວາມຕັ້ງໝັ້ນດັ່ງກ່າວ, ຖ້າເຈົ້າບໍ່ມີເປົ້າໝາຍໃນການສະແຫວງຫາ, ມັນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າບໍ່ໄດ້ຖືກສຳຜັດໂດຍພຣະເຈົ້າ.

(ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 539)

ໃນການສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ, ເສັ້ນທາງແຫ່ງການປະຕິບັດແມ່ນງ່າຍ. ຖ້າຫາກໃນປະສົບການຕົວຈິງຂອງເຈົ້າ ເຈົ້າສາມາດປະຕິບັດຕາມພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ປະສົບການໃນພາລະກິດຂອງພຣະເຈົ້າ, ແລ້ວອຸປະນິໄສຂອງເຈົ້າກໍສາມາດປ່ຽນແປງໄດ້. ຖ້າເຈົ້າປະຕິບັດຕາມທຸກສິ່່ງທີ່ພຣະວິນຍານບໍລິສຸດກ່າວ ແລະ ສະແຫວງຫາໃນທຸກສິ່ງທີ່ພຣະວິນຍານບໍລິສຸດກ່າວ, ແລ້ວເຈົ້າກໍເປັນຄົນທີ່ເຊື່ອຟັງພຣະອົງ ແລະ ຈະມີການປ່ຽນແປງໃນອຸປະນິໄສຂອງເຈົ້າ. ອຸປະນິໄສຂອງຜູ້ຄົນປ່ຽນແປງພ້ອມກັບພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ; ຖ້າເຈົ້າຍຶດຕິດກັບປະສົບການເດີມຂອງເຈົ້າ ແລະ ຍຶດຕິດຢູ່ກັບກົດເກນໃນອະດີດຢູ່ສະເໝີ, ແລ້ວອຸປະນິໄສຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ຖ້າພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນຮຽກຮ້ອງໃຫ້ທຸກຄົນເຂົ້າສູ່ຊີວິດຂອງຄວາມເປັນມະນຸດທຳມະດາ ແຕ່ເຈົ້າຍັງຕັ້ງໝັ້ນກັບສິ່ງຕ່າງໆທີ່ຢູ່ພາຍນອກ ແລະ ສັບສົນກ່ຽວກັບຄວາມເປັນຈິງ ແລະ ບໍ່ຈິງຈັງກັບສິ່ງນັ້ນ, ແລ້ວເຈົ້າກໍເປັນຄົນທີ່ບໍ່ສາມາດນໍາທັນພາລະກິດຂອງພຣະວິນຍານບໍລິສຸດ, ເປັນຄົນທີ່ບໍ່ໄດ້ເຂົ້າສູ່ເສັ້ນທາງແຫ່ງການນໍາພາຂອງພຣະວິນຍານບໍລິສຸດ. ບໍ່ວ່າອຸປະນິໄສຂອງເຈົ້າຈະປ່ຽນແປງ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້ານໍາທັນພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າ ເຈົ້າມີຄວາມຮູ້ທີ່ແທ້ຈິງ ຫຼື ບໍ່. ສິ່ງນີ້ແມ່ນບໍ່ຄືກັນກັບສິ່ງທີ່ພວກເຈົ້າເຂົ້າໃຈກ່ອນໜ້ານັ້ນ. ການປ່ຽນແປງໃນອຸປະນິໄສຂອງເຈົ້າທີ່ເຈົ້າເຂົ້າໃຈກ່ອນໜ້ານັ້ນແມ່ນ ເຈົ້າຜູ້ທີ່ຕັດສິນຢ່າງໄວ ຜ່ານການລົງວິໄນຂອງພຣະເຈົ້າ ໄດ້ເຊົາເວົ້າໂດຍບໍ່ຄິດ; ແຕ່ນີ້ເປັນພຽງການປ່ຽນແປງໜຶ່ງດ້ານເທົ່ານັ້ນ. ໃນຕອນນີ້ ຈຸດສຳຄັນທີ່ສຸດຄືການຕິດຕາມການນໍາພາຂອງພຣະວິນຍານບໍລິສຸດ: ປະຕິບັດຕາມທຸກສິ່ງທີ່ພຣະເຈົ້າກ່າວ ແລະ ເຊື່ອຟັງທຸກສິ່ງທີ່ພຣະອົງກ່າວ. ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ. ໃນອະດີດ, ການເວົ້າເຖິງການປ່ຽນແປງໃນອຸປະນິໄສ ສ່ວນໃຫຍ່ ແມ່ນໝາຍເຖິງການສາມາດປະຖິ້ມຕົນເອງ, ເພື່ອຍອມໃຫ້ເນື້ອໜັງທົນທຸກ, ເພື່ອລົງວິໄນຮ່າງກາຍຂອງຄົນໆໜຶ່ງ ແລະ ເພື່ອກຳຈັດຄວາມສຸກດ້ານເນື້ອໜັງອອກຈາກຕົນເອງ ເຊິ່ງເປັນການປ່ຽນແປງໃນອຸປະນິໄສອີກແບບໜຶ່ງ. ໃນປັດຈຸບັນ, ທຸກຄົນຮູ້ວ່າ ການສະແດງເຖິງການປ່ຽນແປງໃນອຸປະນິໄສຢ່າງແທ້ຈິງແມ່ນການເຊື່ອຟັງພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ການຮູ້ຈັກພາລະກິດໃໝ່ຂອງພຣະອົງຢ່າງແທ້ຈິງ. ດ້ວຍວິທີນີ້, ຄວາມຮູ້ກ່ຽວກັບແນວຄິດຜ່ານມາທີ່ຜູ້ຄົນມີກ່ຽວກັບພຣະເຈົ້າຈະສາມາດຖືກລຶບອອກ ແລະ ພວກເຂົາຈະສາມາດບັນລຸຄວາມຮູ້ ແລະ ຄວາມເຊື່ອຟັງພຣະເຈົ້າຢ່າງແທ້ຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການສະແດງເຖິງການປ່ຽນແປງອຸປະນິໄສຢ່າງແທ້ຈິງ.

(ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 540)

ຜູ້ຄົນສະແຫວງຫາເພື່ອເຂົ້າສູ່ຊີວິດແມ່ນອີງຕາມພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ໄດ້ເວົ້າວ່າ ທຸກສິ່ງຖືກເຮັດໃຫ້ສຳເລັດ ຍ້ອນພຣະທຳຂອງພຣະອົງ, ແຕ່ບໍ່ມີໃຜເຫັນຄວາມຈິງນີ້. ຖ້າເຈົ້າເຂົ້າສູ່ປະສົບການຂອງຂັ້ນຕອນໃນປັດຈຸບັນ, ທຸກສິ່ງກໍຈະຊັດເຈນຕໍ່ເຈົ້າ ແລະ ເຈົ້າຈະສ້າງພື້ນຖານທີ່ດີສຳລັບການທົດລອງໃນອະນາຄົດ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າກ່າວວ່າ ພຣະອົງຈະເລີ່ມຂ້ຽນຕີຜູ້ຄົນ, ໃຫ້ຍອມຮັບການຂ້ຽນຕີຂອງພຣະອົງ. ເມື່ອພຣະເຈົ້າບອກໃຫ້ຜູ້ຄົນຕາຍ, ໃຫ້ຍອມຮັບການທົດລອງນັ້ນ. ຖ້າເຈົ້າດຳລົງຊີວິດຢູ່ພາຍໃນຖ້ອຍຄໍາໃໝ່ທີ່ສຸດຂອງພຣະອົງຕະຫຼອດເວລາ, ພຣະທຳຂອງພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນໃນທີ່ສຸດ. ຍິ່ງເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງຈະຖືກເຮັດໃຫ້ສົມບູນໄວສໍ່ານັ້ນ. ເປັນຫຍັງ ການສົນທະນາຄັ້ງແລ້ວຄັ້ງເລົ່າ ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າຮູ້ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ? ມີແຕ່ເມື່ອເຈົ້າສະແຫວງຫາ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ພຣະວິນຍານບໍລິສຸດຈຶ່ງຈະມີໂອກາດປະຕິບັດພາລະກິດໃນຕົວເຈົ້າ. ສະນັ້ນ, ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ເຂົ້າຮ່ວມໃນທຸກວິທີການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ບໍ່ວ່າການທົນທຸກຂອງພວກເຈົ້າຈະຢູ່ໃນລະດັບໃດກໍຕາມ, ໃນທີ່ສຸດແລ້ວ ພວກເຈົ້າກໍຈະຮັບເອົາ “ຂອງທີ່ລະລຶກ” ທຸກຄົນ. ເພື່ອບັນລຸຄວາມສົມບູນສຸດທ້າຍຂອງພວກເຈົ້າ, ພວກເຈົ້າຕ້ອງເຂົ້າສູ່ພຣະທຳທຸກຂໍ້ຂອງພຣະເຈົ້າ. ການທີ່ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນບໍ່ແມ່ນເປັນການກະທຳຂອງພຣະອົງແຕ່ຝ່າຍດຽວ; ພຣະອົງຕ້ອງການຄວາມຮ່ວມມືຈາກຜູ້ຄົນ, ພຣະອົງຕ້ອງການໃຫ້ທຸກຄົນຮ່ວມມືກັບພຣະອົງຢ່າງຕັ້ງໃຈ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ, ສິ່ງນີ້ຈະເປັນປະໂຫຍດໃຫ້ກັບຊີວິດຂອງພວກເຈົ້າຫຼາຍກວ່າ. ທຸກສິ່ງແມ່ນເພື່ອປະສົບຄວາມສໍາເລັດໃນການປ່ຽນແປງອຸປະນິໄສຂອງພວກເຈົ້າ. ເມື່ອເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າ, ພຣະອົງຈະສຳຜັດຫົວໃຈຂອງເຈົ້າ ແລະ ເຈົ້າຈະສາມາດຮູ້ຈັກທຸກສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ ແລະ ເຈົ້າມີຄວາມມຸ້ງໝັ້ນທີ່ຈະບັນລຸສິ່ງນັ້ນໄດ້. ໃນລະຫວ່າງເວລາແຫ່ງການຂ້ຽນຕີ, ມີຄົນທີ່ເຊື່ອວ່າ ນີ້ແມ່ນວິທີການຂອງພາລະກິດ ແລະ ບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາບໍ່ໄດ້ຜ່ານການຫຼໍ່ຫຼອມ ແລະ ອອກມາຈາກຊ່ວງເວລາແຫ່ງການຂ້ຽນຕີໂດຍບໍ່ໄດ້ຖືກຮັບ ຫຼື ເຂົ້າໃຈຫຍັງເລີຍ. ມີບາງຄົນທີ່ເຂົ້າສູ່ພຣະທຳເຫຼົ່ານີ້ຢ່າງແທ້ຈິງ ໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ, ມີຄົນທີ່ເວົ້າວ່າພຣະທຳຂອງພຣະເຈົ້າສົມບູນຢ່າງແທ້ຈິງ ແລະ ມະນຸດຄວນຖືກຂ້ຽນຕີ. ພວກເຂົາພະຍາຍາມຢູ່ໃນນັ້ນເປັນໄລຍະເວລາໃດໜຶ່ງ, ປ່ອຍຖິ້ມອະນາຄົດຂອງພວກເຂົາ ແລະ ຊະຕາກໍາຂອງພວກເຂົາ ແລະ ເມື່ອພວກເຂົາປາກົດຕົວ, ອຸປະນິໄສຂອງພວກເຂົາໄດ້ຜ່ານການປ່ຽນແປງບາງຢ່າງ ແລະ ພວກເຂົາຍິ່ງໄດ້ຮັບເອົາຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢ່າງເລິກເຊິ່ງກວ່າເດີມ. ຄົນທີ່ປາກົດອອກມາຈາກການຂ້ຽນຕີລ້ວນແລ້ວແຕ່ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຂົ້າໃຈວ່າ ບາດກ້າວນີ້ຂອງພາລະກິດສະແດງເຖິງຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ ທີ່ມີຕໍ່ພວກເຂົາ, ມັນເປັນການເອົາຊະນະ ແລະ ຄວາມລອດພົ້ນແຫ່ງຄວາມຮັກຂອງພຣະເຈົ້າ. ພວກເຂົາຍັງເວົ້າວ່າ ຄວາມຄິດຂອງພຣະເຈົ້າແມ່ນດີສະເໝີ ແລະ ທຸກສິ່ງທີ່ພຣະເຈົ້າກະທໍາຕໍ່ມະນຸດມາແມ່ນມາຈາກຄວາມຮັກ ບໍ່ແມ່ນຄວາມກຽດຊັງ. ຄົນທີ່ບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ສະແຫວງຫາພຣະທຳຂອງພຣະອົງ, ບໍ່ໄດ້ຜ່ານການຫຼໍ່ຫຼອມໃນລະຫວ່າງຊ່ວງເວລາແຫ່ງຫານຂ້ຽນຕີ ແລະ ຜົນຕາມມາກໍຄື ພຣະວິນຍານບໍລິສຸດບໍ່ໄດ້ຢູ່ກັບພວກເຂົາ ແລະ ພວກເຂົາບໍ່ໄດ້ຮັບຫຍັງເລີຍ. ສຳລັບຄົນທີ່ໄດ້ເຂົ້າສູ່ຊ່ວງເວລາແຫ່ງການຂ້ຽນຕີ, ເຖິງແມ່ນພວກເຂົາໄດ້ຜ່ານການຫຼໍ່ຫຼອມ, ພຣະວິນຍານບໍລິສຸດກໍຍັງປະຕິບັດພາລະກິດຢ່າງລັບໆຢູ່ພາຍໃນພວກເຂົາ ແລະ ຜົນຕາມມາກໍຄື ຊີວິດ-ອຸປະນິໄສຂອງພວກເຂົາແມ່ນຖືກປ່ຽນແປງ. ໃນລັກສະນະພາຍນອກ, ບາງຄົນເບິ່ງຄືວ່າ ດີໄປໝົດ, ເຕັມໄປດ້ວຍຄວາມເບີກບານຕະຫຼອດເວລາ, ແຕ່ພວກເຂົາບໍ່ໄດ້ເຂົ້າສູ່ສະພາວະແຫ່ງການຫຼໍ່ຫຼອມດ້ວຍພຣະທຳຂອງພຣະເຈົ້າ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ປ່ຽນແປງຫຍັງເລີຍ ນັ້ນກໍຍ້ອນວ່າ ພວກເຂົາບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະເຈົ້າປາກົດຕໍ່ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະອົງ ແລະ ຄົນທີ່ເຊື່ອ ແລະ ຮັບເອົາພຣະທຳຂອງພຣະອົງກໍຈະໄດ້ຮັບເອົາຄວາມຮັກຂອງພຣະອົງ!

ຈົ່ງເຂົ້າສູ່ພຣະທຳຂອງພຣະເຈົ້າໃນສະພາບທີ່ກ່າວເຖິງ, ຈົ່ງໃສ່ໃຈໃນການເຂົ້າສູ່ທາງບວກ ແລະ ຈົ່ງຊອກຫາສິ່ງທີ່ຄວນຖືກນໍາເຂົ້າສູ່ການປະຕິບັດ, ມີພຽງແຕ່ລັກສະນະນີ້ຈຶ່ງຈະມີການປ່ຽນແປງໃນອຸປະນິໄສຂອງເຈົ້າ, ມີພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ແລະ ມີພຽງແຕ່ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສອດຄ່ອງກັບຄວາມປະສົງຂອງພຣະອົງ. ເພື່ອຮັບແສງສະຫວ່າງໃໝ່, ເຈົ້າຕ້ອງດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ. ການໄດ້ຖືກສຳຜັດໂດຍພຣະວິນຍານບໍລິສຸດ ພຽງຄັ້ງດຽວຈະບໍ່ໄດ້ຜົນຫຍັງ, ເຈົ້າຕ້ອງລົງເລິກໄປກວ່ານັ້ນ. ສຳລັບຄົນທີ່ຖືກສຳຜັດແຕ່ຄັ້ງດຽວ, ຄວາມກະຕືລືລົ້ນທີ່ຢູ່ພາຍໃນຂອງພວກເຂົາໄດ້ຖືກດົນໃຈ ແລະ ພວກເຂົາປາຖະໜາທີ່ຈະສະແຫວງຫາ, ແຕ່ສິ່ງນີ້ຈະບໍ່ຍືນຍົງ; ພວກເຂົາຕ້ອງໄດ້ສຳຜັດໂດຍພຣະວິນຍານບໍລິສຸດຢ່າງຕໍ່ເນື່ອງ. ມີຫຼາຍຄັ້ງໃນອະດີດທີ່ເຮົາໄດ້ເອີ່ຍເຖິງຄວາມຫວັງຂອງເຮົາວ່າ ພຣະວິນຍານຂອງພຣະເຈົ້າອາດສຳຜັດວິນຍານຂອງຜູ້ຄົນ ເພື່ອວ່າພວກເຂົາຈະສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ ແລະ ໃນຂະນະທີ່ສະແຫວງຫາເພື່ອຖືກສຳຜັດໂດຍພຣະເຈົ້ານັ້ນ ພວກເຂົາອາດເຂົ້າໃຈຄວາມບໍ່ພຽງພໍຂອງພວກເຂົາ ແລະ ໃນຂະນະທີ່ກຳລັງຜະເຊີນ ພຣະທຳຂອງພຣະອົງນັ້ນ ພວກເຂົາອາດປະຖິ້ມຄວາມບໍ່ບໍລິສຸດໃນພວກເຂົາເອງ (ຄວາມຄິດວ່າຕົນເອງຊອບທຳ, ຄວາມອວດດີ, ແນວຄິດ ແລະ ອື່ນໆອີກ). ຢ່າຄິດວ່າການຮັບເອົາແສງສະຫວ່າງໃໝ່ຢ່າງຫ້າວຫັນຈະໄດ້ຜົນ, ເຈົ້າຕ້ອງປະຖິ້ມທຸກສິ່ງທີ່ຢູ່ໃນດ້ານລົບ. ໃນດ້ານໜຶ່ງ, ພວກເຈົ້າຈຳເປັນຕ້ອງເຂົ້າຈາກດ້ານບວກ ແລະ ອີກດ້ານໜຶ່ງ ພວກເຈົ້າຈໍາເປັນຕ້ອງກໍາຈັດຕົນເອງໃຫ້ອອກຈາກຄວາມບໍ່ບໍລິສຸດທັງໝົດທີ່ມາຈາກດ້ານລົບ. ເຈົ້າຕ້ອງກວດສອບຕົນເອງຢ່າງຕໍ່ເນື່ອງເພື່ອເບິ່ງວ່າ ຄວາມບໍ່ບໍລິສຸດໃດແດ່ທີ່ຍັງຢູ່ພາຍໃນຕົວເຈົ້າ. ແນວຄິດສາສະໜາ, ເຈດຕະນາ, ຄວາມຫວັງ, ຄວາມຄິດວ່າຕົນເອງຊອບທຳ ແລະ ຄວາມອວດດີຂອງມະນຸດເປັນສິ່ງທີ່ບໍ່ສະອາດທັງໝົດ. ໃຫ້ເບິ່ງພາຍໃນຕົນເອງ ແລະ ປຽບທຽບຕົນເອງກັບພຣະທຳແຫ່ງການເປີດເຜີຍທັງໝົດຂອງພຣະເຈົ້າ, ເພື່ອເບິ່ງວ່າເຈົ້າມີແນວຄິດສາສະໜາຢ່າງໃດແດ່. ເມື່ອເຈົ້າເຂົ້າໃຈສິ່ງເຫຼົ່ານັ້ນຢ່າງແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດກຳຈັດພວກມັນອອກໄດ້. ບາງຄົນເວົ້າວ່າ: “ຕອນນີ້ພຽງແຕ່ຕິດຕາມແສງສະຫວ່າງແຫ່ງພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍພຽງພໍແລ້ວ. ບໍ່ຈຳເປັນຕ້ອງເປັນຫ່ວງສິ່ງອື່ນອີກ”. ແຕ່ວ່າ ເມື່ອແນວຄິດທາງສາສະໜາຂອງເຈົ້າເກີດຂຶ້ນ, ເຈົ້າຈະກຳຈັດພວກມັນຖິ້ມໄດ້ແນວໃດ? ເຈົ້າຄິດວ່າການປະຕິບັດຕາມພຣະທຳຂອງພຣະເຈົ້າທຸກມື້ນີ້ເປັນສິ່ງທີ່ງ່າຍທີ່ຈະເຮັດບໍ? ຖ້າເຈົ້າເປັນຄົນໜຶ່ງຂອງສາສະໜາ, ການຂັດຂວາງແມ່ນສາມາດເກີດຂຶ້ນໄດ້ຈາກແນວຄິດທາງສາສະໜາຂອງເຈົ້າ ແລະ ທິດສະດີທາງສາສະໜາສາດຕາມຮີດຄອງປະເພນີທີ່ຢູ່ໃນຫົວໃຈຂອງເຈົ້າ, ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ມັນແຊກແຊງຄວາມສາມາດໃນການຍອມຮັບເອົາສິ່ງໃໝ່ຂອງເຈົ້າ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນບັນຫາທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ສະແຫວງຫາພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ໃນເວລາດຽວກັນ, ໃນຂະນະທີ່ເຈົ້າສະແຫວງຫາແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດນັ້ນ, ເຈົ້າຄວນເຂົ້າໃຈເຖິງແນວຄິດ ແລະ ເຈດຕະນາທີ່ເຈົ້າມີ ແລະ ຄວາມຄິດມະນຸດທີ່ວ່າຕົນເອງຊອບທຳທີ່ເຈົ້າມີ ແລະ ການປະພຶດທີ່ບໍ່ເຊື່ອຟັງຕໍ່ພຣະເຈົ້າ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈທຸກສິ່ງເຫຼົ່ານີ້, ເຈົ້າຕ້ອງປະຖິ້ມພວກມັນທັງໝົດ. ການທີ່ໃຫ້ເຈົ້າປະຖິ້ມການກະທຳ ແລະ ການປະພຶດທີ່ຜ່ານມາຂອງເຈົ້າລ້ວນແລ້ວແຕ່ແມ່ນເພື່ອເຮັດໃຫ້ເຈົ້າໄດ້ປະຕິບັດຕາມພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວເຖິງໃນປັດຈຸບັນ. ການປ່ຽນແປງອຸປະນິໄສ ໃນດ້ານໜຶ່ງ ແມ່ນໄດ້ບັນລຸຜ່ານພຣະທຳຂອງພຣະເຈົ້າ ແລະ ອີກດ້ານໜຶ່ງ ແມ່ນຕ້ອງການຄວາມຮ່ວມມືຈາກສ່ວນຂອງມະນຸດ. ມີພາລະກິດຂອງພຣະເຈົ້າ ແລະ ກໍມີການປະຕິບັດຂອງມະນຸດ ແລະ ທັງສອງສິ່ງນີ້ແມ່ນບໍ່ສາມາດຕັດອອກຈາກກັນໄດ້.

(ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 541)

ໃນເສັ້ນທາງການຮັບໃຊ້ໃນອະນາຄົດຂອງເຈົ້າ, ເຈົ້າຈະປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ແນວໃດ? ໜຶ່ງປະເດັນທີ່ສຳຄັນຄືການສະແຫວງຫາເພື່ອເຂົ້າສູ່ຊີວິດ, ສະແຫວງຫາເພື່ອການປ່ຽນແປງໃນອຸປະນິໄສ ແລະ ສະແຫວງຫາເພື່ອເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ, ນີ້ແມ່ນເສັ້ນທາງເພື່ອບັນລຸການຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ໄດ້ຮັບການມອບໝາຍຂອງພຣະເຈົ້າ, ແຕ່ເປັນການມອບໝາຍປະເພດໃດ? ສິ່ງນີ້ແມ່ນກ່ຽວພັນກັບຂັ້ນຕອນຕໍ່ໄປຂອງພາລະກິດ; ຂັ້ນຕອນຕໍ່ໄປຂອງພາລະກິດຈະເປັນພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າເຊິ່ງປະຕິບັດທົ່ວທັງຈັກກະວານທັງປວງ, ສະນັ້ນ ໃນປັດຈຸບັນ ພວກເຈົ້າຄວນສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ, ໃນອະນາຄົດ ພວກເຈົ້າອາດກາຍເປັນເຄື່ອງພິສູດທີ່ເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີຜ່ານພາລະກິດຂອງພຣະອົງ, ເຮັດໃຫ້ພວກເຈົ້າກາຍເປັນຕົວຢ່າງສຳລັບພາລະກິດໃນອະນາຄົດ. ການສະແຫວງຫາໃນປັດຈຸບັນແມ່ນເພື່ອວາງພື້ນຖານສຳລັບພາລະກິດໃນອະນາຄົດ, ເພື່ອວ່າ ເຈົ້າຈະໄດ້ຖືກພຣະເຈົ້າໃຊ້ ແລະ ສາມາດເປັນພະຍານໃຫ້ກັບພຣະອົງ. ຖ້າເຈົ້າເຮັດໃຫ້ສິ່ງນີ້ເປັນເປົ້າໝາຍຂອງການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດຮັບເອົາການສະຖິດຂອງພຣະວິນຍານບໍລິສຸດ. ຍິ່ງເຈົ້າວາງເປົ້າໝາຍໃນການສະແຫວງຫາຂອງເຈົ້າສູງສໍ່າໃດ, ເຈົ້າຍິ່ງສາມາດຖືກເຮັດໃຫ້ສົມບູນໄດ້ຫຼາຍສໍ່ານັ້ນ. ຍິ່ງເຈົ້າສະແຫວງຫາຄວາມຈິງຫຼາຍສໍ່າໃດ, ພຣະວິນຍານບໍລິສຸດຍິ່ງປະຕິບັດພາລະກິດຫຼາຍສໍ່ານັ້ນ. ຍິ່ງເຈົ້າໃສ່ກຳລັງຫຼາຍສໍ່າໃດເຂົ້າໃນການສະແຫວງຫາຂອງເຈົ້າ, ເຈົ້າຍິ່ງຈະໄດ້ຮັບຫຼາຍສໍ່ານັ້ນ. ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນຕາມສະພາວະທີ່ຢູ່ພາຍໃນຂອງພວກເຂົາ. ບາງຄົນເວົ້າວ່າ ພວກເຂົາບໍ່ເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ ຫຼື ຖືກພຣະອົງເຮັດໃຫ້ສົມບູນ, ພວກເຂົາພຽງແຕ່ຕ້ອງການໃຫ້ເນື້ອໜັງຂອງພວກເຂົາຢູ່ປອດໄພ ແລະ ບໍ່ທົນທຸກຕໍ່ຄວາມໂຊກຮ້າຍຕ່າງໆ. ບາງຄົນບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກ ແຕ່ເຕັມໃຈທີ່ຈະລົງສູ່ຂຸມເລິກທີ່ສຸດ. ໃນກໍລະນີນັ້ນ, ພຣະເຈົ້າກໍຈະປະທານດັ່ງທີ່ເຈົ້າປາຖະໜາເຊັ່ນກັນ. ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດກໍຕາມ, ພຣະເຈົ້ກໍຈະເຮັດໃຫ້ມັນເກີດຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ເຈົ້າກຳລັງສະແຫວງຫາໃນປັດຈຸບັນນີ້? ມັນແມ່ນການຖືກເຮັດໃຫ້ສົມບູນບໍ? ການກະທຳ ແລະ ຄວາມປະພຶດໃນປັດຈຸບັນຂອງເຈົ້າແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເພື່ອຖືກຮັບເອົາໂດຍພຣະອົງບໍ? ເຈົ້າຕ້ອງວັດແທກຕົນເອງແບບນັ້ນໃນຊີວິດປະຈຳວັນຂອງເຈົ້າຢ່າງຕໍ່ເນື່ອງ. ຖ້າເຈົ້າໃສ່ໃຈທັງໝົດຂອງເຈົ້າເຂົ້າໃສການສະແຫວງຫາເປົ້າໝາຍດຽວ, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ສິ່ງດັ່ງກ່າວແມ່ນເສັ້ນທາງຂອງພຣະວິນຍານບໍລິສຸດ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນແມ່ນຖືກເຮັດໃຫ້ບັນລຸໂດຍວິທີການສະແຫວງຫາຂອງພວກເຂົາ. ຍິ່ງເຈົ້າກະຫາຍເພື່ອຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ, ພຣະວິນຍານບໍລິສຸດຍິ່ງຈະປະຕິບັດພາລະກິດພາຍໃນຕົວເຈົ້າຫຼາຍສໍ່ານັ້ນ. ຍິ່ງເຈົ້າບໍ່ສາມາດສະແຫວງຫາໄດ້ຫຼາຍສໍ່າໃດ ແລະ ຍິ່ງເຈົ້າຄິດລົບ ແລະ ເສື່ອມຖອຍຫຼາຍສໍ່າໃດ, ເຈົ້າຍິ່ງຕັດໂອກາດບໍ່ໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍສໍ່ານັ້ນ; ເມື່ອເວລາຜ່ານໄປ ພຣະວິນຍານບໍລິສຸດຈະປະຖິ້ມເຈົ້າ. ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າຮັບເອົາບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າໃຊ້ບໍ? ພວກເຈົ້າຄວນສະແຫວງຫາເພື່ອເຮັດທຸກສິ່ງໂດຍເຫັນແກ່ການຖືກເຮັດໃຫ້ສົມບູນ, ຖືກຮັບເອົາ ແລະ ຖຶກໃຊ້ໂດຍພຣະເຈົ້າ, ເພື່ອວ່າທຸກສິ່ງທີ່ຢູ່ໃນຈັກກະວານຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າທີ່ສະແດງອອກໃນຕົວຂອງພວກເຈົ້າ. ພວກເຈົ້າເປັນເຈົ້ານາຍຂອງບັນດາສິ່ງທັງປວງ ແລະ ໃນທ່າມກາງທຸກສິ່ງ ພວກເຈົ້າຈະເຮັດໃຫ້ພຣະເຈົ້າໄດ້ຮັບຄຳພະຍານ ແລະ ຄວາມສະຫງ່າລາສີຜ່ານພວກເຈົ້າ, ສິ່ງນີ້ພິສູດໃຫ້ເຫັນວ່າ ພວກເຈົ້າເປັນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດໃນທຸກລຸ້ນ!

(ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 542)

ຍິ່ງເຈົ້າຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ, ປະສົບການຂອງເຈົ້າຍິ່ງເພີ່ມພູນຂຶ້ນສໍ່ານັ້ນ. ເມື່ອເຈົ້າຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າຈະມອບພາລະນີ້ໃຫ້ກັບເຈົ້າ ແລະ ພຣະເຈົ້າຈະສ່ອງສະຫວ່າງໃຫ້ກັບເຈົ້າກ່ຽວກັບສິ່ງຕ່າງໆທີ່ພຣະອົງໄດ້ຝາກຝັງໄວ້ໃຫ້ກັບເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ມອບພາລະນີ້ໃຫ້ກັບເຈົ້າ, ເຈົ້າຈະໃສ່ໃຈຄວາມຈິງໃນລັກສະນະນີ້ ເມື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີພາລະທີ່ກ່ຽວຂ້ອງກັບສະພາວະໃນຊີວິດຂອງອ້າຍເອື້ອຍນ້ອງ, ນີ້ແມ່ນພາລະທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ກັບເຈົ້າ ແລະ ຄຳອະທິຖານປະຈຳວັນຂອງເຈົ້າຈະແບກຮັບພາລະນີ້ຢູ່ສະເໝີ. ສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຝາກຝັງໃຫ້ກັບເຈົ້າແລ້ວ, ເຈົ້າເຕັມໃຈທີ່ຈະປະຕິບັດສິ່ງທີ່ພຣະເຈົ້າຕ້ອງການເຮັດ ແລະ ນີ້ແມ່ນຄວາມໝາຍຂອງການຮັບພາລະຂອງພຣະເຈົ້າເໝືອນຂອງເຈົ້າເອງ. ໃນຈຸດນີ້, ການທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າຈະແນໃສ່ບັນຫາໃນລັກສະນະເຫຼົ່ານີ້ ແລະ ເຈົ້າຈະຄິດວ່າ ຂ້ານ້ອຍຈະແກ້ໄຂບັນຫານີ້ໄດ້ແນວໃດ? ຂ້ານ້ອຍຈະເຮັດໃຫ້ອ້າຍເອື້ອຍນ້ອງຖືກປົດປ່ອຍໃຫ້ເປັນອິດສະລະ, ໃຫ້ມີຄວາມສຸກໃນວິນຍານຂອງພວກເຂົາໄດ້ແນວໃດ? ເຈົ້າຈະໃສ່ໃຈກັບການແກ້ໄຂບັນຫາເຫຼົ່ານີ້ ເມື່ອເຈົ້າຢູ່ໃນການສົນທະນາ, ເຈົ້າຈະໃສ່ໃຈກັບການກິນ ແລະ ດື່ມພຣະທຳທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້ ເມື່ອເຈົ້າກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນຂະນະທີ່ກຳລັງແບກຮັບພາລະນີ້ ແລະ ເຈົ້າຈະເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າ. ໃນຈຸດນີ້, ເຈົ້າຈະຊັດເຈນຂຶ້ນກ່ຽວກັບເສັ້ນທາງທີ່ຈະຍ່າງ. ນີ້ແມ່ນແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດທີ່ເກີດຂຶ້ນຈາກພາລະຂອງເຈົ້າ ແລະ ນີ້ແມ່ນການທີ່ພຣະເຈົ້າຈັດກຽມການນໍາພາຂອງພຣະອົງໃຫ້ກັບເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າບໍ່ມີພາລະ, ແລ້ວເຈົ້າກໍບໍ່ໃສ່ໃຈ ເມື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າກຳລັງກິນ ແລະ ດື່ມພຣະທຳໃນຂະນະທີ່ກຳລັງແບກຮັບພາລະ, ເຈົ້າກໍສາມາດທີ່ຈະເຂົ້າໃຈເຖິງໃຈຄວາມສຳຄັນຂອງພຣະທຳຂອງພຣະເຈົ້າ, ຄົ້ນພົບຫົນທາງຂອງເຈົ້າ ແລະ ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ. ສະນັ້ນ, ເຈົ້າຄວນຂໍຮ້ອງພຣະເຈົ້າຜ່ານຄຳອະທິຖານຂອງເຈົ້າເພື່ອມອບພາລະໃຫ້ກັບເຈົ້າຫຼາຍຂຶ້ນ ເພື່ອວ່າພຣະອົງຈະຝາກຝັງສິ່ງທີ່ໃຫຍ່ຂຶ້ນໃຫ້ກັບເຈົ້າ, ເຈົ້າຈຶ່ງຈະສາມາດຄົ້ນພົບເສັ້ນທາງແຫ່ງການປະຕິບັດລ່ວງໜ້າ, ເຈົ້າຈຶ່ງຈະມີປະສິດທິພາບຫຼາຍຂຶ້ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈຶ່ງສາມາດເຂົ້າໃຈເຖິງໃຈຄວາມສຳຄັນຂອງພຣະທຳຂອງພຣະອົງ ແລະ ເຈົ້າຈຶ່ງສາມາດຍອມໃຫ້ພຣະວິນຍານບໍລິສຸດເຄື່ອນໄຫວໃນຕົວເຈົ້າຫຼາຍຂຶ້ນ.

ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຝຶກອະທິຖານ, ການຍອມຮັບພາລະຂອງພຣະເຈົ້າ, ການຍອມຮັບແມ່ນຫຍັງກໍຕາມທີ່ພຣະອົງຝາກຝັງໄວ້ກັບເຈົ້າ, ທຸກສິ່ງແມ່ນມີເພື່ອຈຸດປະສົງຂອງການມີເສັ້ນທາງຢູ່ຕໍ່ໜ້າເຈົ້າ. ຍິ່ງເຈົ້າມີພາລະສຳລັບການຝາກຝັງຂອງພຣະເຈົ້າຫຼາຍສໍ່າໃດ, ມັນກໍຈະງ່າຍຂຶ້ນສຳລັບເຈົ້າທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ. ບາງຄົນບໍ່ເຕັມໃຈທີ່ຈະຮ່ວມມືໃນການຮັບໃຊ້ພຣະເຈົ້າ ແມ່ນແຕ່ໃນເວລາທີ່ພວກເຂົາຖືກເອີ້ນ; ຄົນເຫຼົ່ານີ້ເປັນຄົນທີ່ຂີ້ຄ້ານ ທີ່ປາຖະໜາຈະດີອົກດີໃຈກັບຄວາມສຸກສະບາຍ. ຍິ່ງເຈົ້າຖືກຮຽກຮ້ອງໃຫ້ຮ່ວມມືໃນການຮັບໃຊ້ພຣະເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງຈະໄດ້ຮັບປະສົບການຫຼາຍສໍ່ານັ້ນ. ເພາະເຈົ້າມີພາລະທີ່ຫຼາຍຂຶ້ນ ແລະ ເຈົ້າກໍມີປະສົບການຫຼາຍຂຶ້ນ, ເຈົ້າຈະມີໂອກາດຫຼາຍຂຶ້ນທີ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ຖ້າເຈົ້າສາມາດຮັບໃຊ້ພຣະເຈົ້າດ້ວຍຄວາມຈິງໃຈ ເຈົ້າຈະຕັ້ງໃຈໃນພາລະຂອງພຣະເຈົ້າ ແລະ ດ້ວຍວິທີນີ້ ເຈົ້າຈະມີໂອກາດຫຼາຍຂຶ້ນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ກຸ່ມຄົນດັ່ງກ່າວກຳລັງຖືກເຮັດໃຫ້ສົມບູນໃນເວລານີ້. ຍິ່ງພຣະວິນຍານບໍລິສຸດເຄື່ອນໄຫວໃນຕົວເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງຈະອຸທິດເວລາເພື່ອຕັ້ງໃຈໃນພາລະຂອງພຣະເຈົ້າຫຼາຍສໍ່ານັ້ນ, ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ, ເຈົ້າຍິ່ງຈະຖືກພຣະເຈົ້າຮັບເອົາຫຼາຍສໍ່ານັ້ນ ແລະ ໃນທີ່ສຸດແລ້ວ ເຈົ້າຈະກາຍມາເປັນຄົນທີ່ພຣະເຈົ້າໃຊ້. ໃນປັດຈຸບັນນີ້, ມີບາງຄົນທີ່ບໍ່ແບກຮັບພາລະຫຍັງເລີຍສຳລັບຄຣິສຕະຈັກ. ຄົນເຫຼົ່ານີ້ຂີ້ຄ້ານ ແລະ ບໍ່ເອົາໃຈໃສ່ ແລະ ພວກເຂົາພຽງແຕ່ສົນໃຈກັບເນື້ອໜັງຂອງພວກເຂົາເອງ. ພວກເຂົາເຫັນແກ່ຕົວເກີນໄປ ແລະ ຍັງຕາບອດ. ເຈົ້າຈະບໍ່ມີພາລະເລີຍ ຖ້າເຈົ້າບໍ່ສາມາດເຫັນບັນຫານີ້ຢ່າງຊັດເຈນ. ຍິ່ງເຈົ້າຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່າໃດ, ພາລະທີ່ພຣະເຈົ້າຈະຝາກຝັງໄວ້ກັບເຈົ້າກໍຈະຫຼາຍຂຶ້ນສໍ່ານັ້ນ. ຄົນເຫັນແກ່ຕົວບໍ່ເຕັມໃຈທີ່ຈະທົນທຸກກັບສິ່ງເຫຼົ່ານັ້ນ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຜົນຕາມມາກໍຄື ພວກເຂົາຈະພາດໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສິ່ງນີ້ບໍ່ແມ່ນການທຳຮ້າຍຕົນເອງບໍ? ຖ້າເຈົ້າເປັນຄົນທີ່ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ, ເຈົ້າຈະມີພາລະທີ່ແທ້ຈິງສຳລັບຄຣິສຕະຈັກ. ຕາມຄວາມເປັນຈິງແລ້ວ, ແທນທີ່ຈະເອີ້ນສິ່ງນີ້ວ່າພາລະສຳລັບຄຣິສຕະຈັກ, ກົງກັນຂ້າມ ມັນເປັນພາລະສຳລັບຊີວິດຂອງເຈົ້າເອງ, ເພາະພາລະທີ່ເຈົ້າມີສຳລັບຄຣິສຕະຈັກແມ່ນເພື່ອເຈົ້າຈະຖືກພຣະເຈົ້າເຮັດໃຫ້ສົມບູນຜ່ານປະສົບການເຫຼົ່ານັ້ນ. ສະນັ້ນ, ໃຜກໍຕາມທີ່ແບກຮັບພາລະທີ່ໜັກທີ່ສຸດສຳລັບຄຣິສຕະຈັກ ແລະ ໃຜກໍຕາມທີ່ແບກຮັບພາລະຂອງການເຂົ້າສູ່ຊີວິດ ກໍຈະເປັນຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນບໍ? ຖ້າຄຣິສຕະຈັກທີ່ເຈົ້າຢູ່ນັ້ນແຕກກະຈາຍຄືດິນຊາຍ ແຕ່ເຈົ້າບໍ່ໄດ້ກັງວົນ ຫຼື ເປັນຫ່ວງ ແລະ ເຈົ້າເຖິງກັບບໍ່ສົນໃຈເມື່ອອ້າຍເອື້ອຍນ້ອງຂອງເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ, ແລ້ວເຈົ້າກໍບໍ່ໄດ້ແບກຮັບພາລະໃດເລີຍ. ພຣະເຈົ້າບໍ່ມັກຄົນປະເພດດັ່ງກ່າວ. ຄົນທີ່ພຣະເຈົ້າມັກ ແມ່ນຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ພວກເຂົາຕັ້ງໃຈໃນຄວາມປະສົງຂອງພຣະອົງ. ສະນັ້ນ ພວກເຈົ້າຄວນຕັ້ງໃຈໃນພາລະຂອງພຣະເຈົ້າໃນຕອນນີ້. ເຈົ້າບໍ່ຄວນລໍຖ້າໃຫ້ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປີດເຜີຍອອກໃຫ້ມະນຸດທຸກຄົນໄດ້ເຫັນ ກ່ອນທີ່ເຈົ້າຈະເລີ່ມຕັ້ງໃຈໃນພາລະຂອງພຣະເຈົ້າ. ແລ້ວມັນຈະບໍ່ຊ້າເກີນໄປບໍ? ຕອນນີ້ແມ່ນໂອກາດດີທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປ່ອຍໃຫ້ໂອກາດນີ້ຫຼຸດມືເຈົ້າໄປ, ເຈົ້າຈະເສຍດາຍຕະລອດຊີວິດເລີຍ, ຄືກັບທີ່ໂມເຊບໍ່ສາມາດເຂົ້າສູ່ດິນແດນແຫ່ງການາອານທີ່ອຸດົມສົມບູນ ແລະ ເພິ່ນກໍເສຍດາຍຕະລອດຊີວິດຂອງເພິ່ນ ແລ້ວຕາຍດ້ວຍຄວາມເສຍໃຈ. ທັນທີທີ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າຖືກເປີດເຜີຍໃຫ້ກັບທຸກຄົນ, ເຈົ້າຈະເສຍດາຍ. ເຖິງແມ່ນວ່າ ພຣະເຈົ້າບໍ່ຕີສອນເຈົ້າ, ເຈົ້າກໍຈະຕີສອນຕົນເອງເນື່ອງຈາກຄວາມເສຍໃຈຂອງຕົນເອງ. ບາງຄົນບໍ່ເຊື່ອໃນສິ່ງນີ້. ຖ້າເຈົ້າບໍ່ເຊື່ອ, ມີແຕ່ລໍຖ້າ ແລະ ເບິ່ງ. ບາງຄົນຈະຮັບໃຊ້ ເມື່ອພຣະທຳເຫຼົ່ານີ້ສຳເລັດລົງ. ເຈົ້າເຕັມໃຈທີ່ຈະກາຍເປັນເຄື່ອງຖວາຍບູຊາໃຫ້ກັບພຣະທຳເຫຼົ່ານີ້ບໍ?

ຖ້າເຈົ້າບໍ່ສະແຫວງຫາໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ຖ້າເຈົ້າບໍ່ພະຍາຍາມຢູ່ແຖວໜ້າຝູງຊົນໃນການສະແຫວງຫາການເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈໃນທີ່ສຸດ. ຕອນນີ້ແມ່ນໂອກາດດີທີ່ສຸດທີ່ຈະຖືກເຮັດໃຫ້ສົມບູນ, ນີ້ແມ່ນເວລາທີ່ດີສຸດ. ຖ້າເຈົ້າບໍ່ສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງຈິງຈັງ, ທັນທີທີ່ພາລະກິດຂອງພຣະອົງໄດ້ສິ້ນສຸດລົງ ມັນກໍຈະຊ້າເກີນໄປແລ້ວ, ເຈົ້າຈະພາດໂອກາດນີ້. ບໍ່ວ່າຄວາມປາຖະໜາຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຖ້າພຣະເຈົ້າບໍ່ປະຕິບັດພາລະກິດອີກຕໍ່ໄປ, ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມແນວໃດກໍຕາມ, ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນຈັກເທື່ອ. ເຈົ້າຕ້ອງຄວ້າໂອກາດນີ້ ແລະ ຮ່ວມມືຜ່ານທາງພາລະກິດທີ່ຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ. ຖ້າເຈົ້າພາດໂອກາດນີ້, ເຈົ້າຈະບໍ່ໄດ້ຮັບໂອກາດອີກຄັ້ງ ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມຫຼາຍສໍ່າໃດກໍຕາມ. ບາງຄົນຮ້ອງໄຫ້ວ່າ “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະຕັ້ງໃຈໃນພາລະຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະປະຕິບັດຄວາມປະສົງຂອງພຣະອົງ”. ແຕ່ພວກເຂົາບໍ່ມີເສັ້ນທາງໃນການປະຕິບັດ, ສະນັ້ນ ພາລະຂອງພວກເຂົາກໍຈະທົນຢູ່ໄດ້ບໍ່ດົນ. ຖ້າມີເສັ້ນທາງ, ເຈົ້າຈະຮັບເອົາປະສົບເທື່ອລະບາດກ້າວ ແລະ ມັນຈະຖືກປະກອບ ແລະ ຈັດຕັ້ງຂຶ້ນ. ຫຼັງຈາກທີ່ພາລະໜຶ່ງຖືກເຮັດໃຫ້ສຳເລັດແລ້ວ, ອີກພາລະໜຶ່ງຈະຖືກມອບໃຫ້ກັບເຈົ້າ. ດ້ວຍການລົງເລິກຂອງປະສົບການຊີວິດຂອງເຈົ້າ, ພາລະຂອງເຈົ້າກໍຈະລົງເລິກເຊັ່ນດຽວກັນ. ບາງຄົນພຽງແຕ່ແບກຮັບພາລະໃນເວລາທີ່ພຣະວິນຍານບໍລິສຸດເຄື່ອນໄຫວໃນຕົວພວກເຂົາ ແລະ ຫຼັງຈາກໄລຍະເວລາສັ້ນໆ ພວກເຂົາກໍບໍ່ແບກຮັບພາລະໃດເລີຍ ເມື່ອບໍ່ມີເສັ້ນທາງໃນການປະຕິບັດ. ເຈົ້າບໍ່ສາມາດມີພາລະດ້ວຍການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ. ໂດຍການເຂົ້າໃຈຄວາມຈິງຫຼາຍຢ່າງ, ເຈົ້າຈະໄດ້ຮັບການເຂົ້າໃຈ, ເຈົ້າຈະສາມາດແກ້ໄຂບັນຫາໂດຍໃຊ້ຄວາມຈິງ ແລະ ເຈົ້າຈະມີຄວາມເຂົ້າໃຈທີ່ຖືກຕ້ອງຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າ. ດ້ວຍສິ່ງເຫຼົ່ານີ້, ເຈົ້າຈະມີພາລະ ແລະ ເຈົ້າຈະສາມາດປະຕິບັດພາລະກິດເປັນຢ່າງດີທັນທີທີ່ເຈົ້າມີພາລະເທົ່ານັ້ນ. ຖ້າເຈົ້າມີພຽງແຕ່ພາລະ ແຕ່ເຈົ້າບໍ່ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງ, ສິ່ງນັ້ນກໍໃຊ້ການບໍ່ໄດ້ເຊັ່ນກັນ. ເຈົ້າຕ້ອງມີປະສົບການກ່ຽວກັບພຣະທຳຂອງພຣະເຈົ້າດ້ວຍຕົນເອງ ແລະ ຮູ້ຈັກວິທີປະຕິບັດພຣະທຳເຫຼົ່ານັ້ນ ແລະ ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງດ້ວຍຕົນເອງກ່ອນທີ່ເຈົ້າຈະສາມາດຈັດກຽມໃຫ້ກັບຄົນອື່ນ, ນໍາພາຄົນອື່ນ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ.

(ຄັດຈາກບົດ “ໃຫ້ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 543)

ໃນຊ່ວງເວລານີ້, ພາລະກິດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ທຸກຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ປະສົບການທີ່ແທ້ຈິງ, ໄດ້ຮັບການເຄື່ອໄຫວຈາກພຣະວິນຍານບໍລິສຸດ ແລະ ອີງຕາມພື້ນຖານນີ້ ໃຫ້ຍອມຮັບສິ່ງທີ່ພຣະເຈົ້າຝາກຝັງໄວ້. ຈຸດປະສົງຂອງການເຂົ້າສູ່ການຝຶກຝົນແຫ່ງອານາຈັກແມ່ນເພື່ອເຮັດໃຫ້ຄຳເວົ້າທຸກຄຳຂອງພວກເຈົ້າ, ການກະທຳທຸກຢ່າງ, ການເຄື່ອນໄຫວທຸກຢ່າງ ແລະ ຄວາມຄິດ ແລະ ແນວຄິດທຸກຢ່າງເຂົ້າສູ່ພຣະທຳຂອງພຣະເຈົ້າ, ເພື່ອເຮັດພຣະເຈົ້າເຄື່ອນໄຫວໃນພວກເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ມີຄວາມຮັກສຳລັບພຣະເຈົ້າ ແລະ ພາລະທີ່ໜັກຂຶ້ນສຳລັບຄວາມປະສົງຂອງພຣະເຈົ້າ, ເພື່ອວ່າທຸກຄົນຈະຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ທຸກຄົນຈະຢູ່ໃນເສັ້ນທາງທີ່ຖືກຕ້ອງ. ທັນທີທີ່ເຈົ້າຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອຄວາມຄິດ ແລະ ແນວຄິດຂອງເຈົ້າ ພ້ອມທັງເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ ຖືກເຮັດໃຫ້ຖືກຕ້ອງ ແລະ ເຈົ້າສາມາດຫັນຈາກການຕັ້ງໃຈໃນເນື້ອໜັງຂອງເຈົ້າມາເປັນການຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ເມື່ອເຈດຕະນາທີ່ບໍ່ຖືກຕ້ອງສະແດງໂຕມັນເອງ ແລະ ເຈົ້າບໍ່ຖືກສິ່ງເຫຼົ່ານັ້ນລົບກວນ ແລະ ປະພຶດໂດຍສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ຖ້າເຈົ້າສາມາດບັນລຸການປ່ຽນແປງດັ່ງກ່າວ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອການຝຶກຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ, ນີ້ແມ່ນຕອນທີ່ເຈົ້າຈະຖືກພຣະວິນຍານບໍລິສຸດເຄື່ອນໄຫວໃນຄຳອະທິຖານຂອງເຈົ້າ. ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະຖືກພຣະວິນຍານບໍລິສຸດເຄື່ອນໄຫວໃນຕົວເຈົ້າ; ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ. ທຸກຄັ້ງທີ່ເຈົ້າກິນ ແລະ ດື່ມຂໍ້ພຣະທຳຂອງພຣະເຈົ້າ, ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ພຣະອົງກຳລັງປະຕິບັດໃນປັດຈຸບັນ ແລະ ສາມາດຮູ້ຈັກວິທີອະທິຖານ, ວິທີຮ່ວມມື ແລະ ວິທີການເຂົ້າສູ່, ມີແຕ່ສິ່ງນີ້ເທົ່ານັ້ນ ຈຶ່ງແມ່ນການບັນລຸຜົນຈາກການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ເມື່ອເຈົ້າສາມາດຄົ້ນພົບເສ້ັນທາງເຂົ້າຈາກພຣະທຳຂອງພຣະເຈົ້າ ແລະ ສາມາດເຂົ້າໃຈເຖິງພະລັງໃນປັດຈຸບັນຂອງພາລະກິດຂອງພຣະເຈົ້າ ແລະ ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດໃນພຣະທຳຂອງພຣະອົງ, ສິ່ງນີ້ກໍສະແດງໃຫ້ເຫັນວ່າ ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າບໍ່ເຂົ້າໃຈປະເດັນສຳຄັນເມື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມັນກໍສະແດງໃຫ້ເຫັນວ່າ ເຈົ້າຍັງບໍ່ເຂົ້າໃຈວິທີກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ເຈົ້າຍັງບໍ່ໄດ້ຄົ້ນພົບວິທີ ຫຼື ຫຼັກການສຳລັບການກິນ ແລະ ດື່ມພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນ, ເຈົ້າກໍບໍ່ສາມາດຮັບເອົາການຝາກຝັງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນແມ່ນສິ່ງທີ່ມະນຸດຕ້ອງເຂົ້າສູ່ ແລະ ມີຄວາມຮູ້ໃນປັດຈຸບັນ. ພວກເຈົ້າເຂົ້າໃຈກ່ຽວກັບສິ່ງເຫຼົ່ານີ້ບໍ?

ທັນທີທີ່ເຈົ້າໄດ້ບັນລຸຜົນຈາກການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຊີວິດຝ່າຍວິນຍານຂອງເຈົ້າກາຍມາເປັນປົກກະຕິ ແລະ ເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າເປັນປົກກະຕິ, ອະທິຖານເປັນປົກກະຕິ, ດຳເນີນຊີວິດໃນຄຣິສຕະຈັກຂອງເຈົ້າເປັນປົກກະຕິ, ໂດຍບໍ່ຄຳນຶງເຖິງການທົດລອງທີ່ເຈົ້າອາດຜະເຊີນ, ສະຖານະການທີ່ເຈົ້າອາດຜະເຊີນ, ຄວາມເຈັບປ່ວຍທາງເນື້ອໜັງທີ່ເຈົ້າອາດອົດກັ້ນ, ຄວາມແຕກແຍກຂອງອ້າຍເອື້ອຍນ້ອງ ຫຼື ຄວາມຫຍຸ້ງຍາກໃນຄອບຄົວຂອງເຈົ້າ, ຖ້າເຈົ້າສາມາດໄປເຖິງຈຸດນີ້ໄດ້, ແລ້ວມັນກໍສະແດງໃຫ້ເຫັນວ່າ ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ. ບາງຄົນອ່ອນແອເກີນໄປ ແລະ ພວກເຂົາຂາດຄວາມບາກບັ່ນ. ພວກເຂົາຈົ່ມຄ່ອຍໆເວລາທີ່ຜະເຊີນກັບອຸປະສັກເລັກນ້ອຍ; ພວກເຂົາເລີ່ມອ່ອນແອ. ການສະແຫວງຫາຄວາມຈິງຈຳເປັນຕ້ອງມີຄວາມບາກບັ່ນ ແລະ ຄວາມກະຕືລືລົ້ນ. ຖ້າເຈົ້າບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນເວລານີ້, ເຈົ້າຕ້ອງກຽດຊັງຕົນເອງໃຫ້ໄດ້, ຕັດສິນໃຈຢ່າງງຽບໆວ່າ ເຈົ້າຈະປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນຄັ້ງຕໍ່ໄປ. ຖ້າໃນເວລານີ້ ເຈົ້າບໍ່ຕັ້ງໃຈໃນພາລະຂອງພຣະເຈົ້າ, ເຈົ້າຄວນຕັດສິນໃຈທີ່ຈະກະບົດຕໍ່ເນື້ອໜັງ ໃນເວລາທີ່ຜະເຊີນກັບອຸປະສັກແບບດຽວກັນໃນອະນາຄົດ ແລະ ຕັດສິນໃຈທີ່ຈະປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນວິທີທີ່ເຈົ້າຈະເປັນຕາສັນລະເສີນ. ບາງຄົນບໍ່ຮູ້ຈັກເລີຍວ່າ ຄວາມຄິດ ແລະ ແນວຄິດຂອງພວກເຂົາເອງຖືກຕ້ອງ ຫຼື ບໍ່, ຄົນປະເພດນັ້ນແມ່ນຄົນໂງ່! ຖ້າເຈົ້າຕ້ອງການເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງ, ເຈົ້າຕ້ອງຮູ້ຈັກກ່ອນວ່າ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງສາມາດເອົາຊະນະຫົວໃຈຂອງເຈົ້າໄດ້. ຖ້າເຈົ້າບໍ່ຮູ້ຈັກວ່າ ເຈດຕະນາຂອງເຈົ້າຖືກຕ້ອງ ຫຼື ບໍ່, ເຈົ້າຈະສາມາດເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງໄດ້ແນວໃດ? ເຖິງແມ່ນວ່າເຈົ້າກະບົດ, ເຈົ້າກໍເຮັດໃນລັກສະນະທີ່ສັບສົນ. ເຈົ້າຄວນຮູ້ວິທີກະບົດຕໍ່ເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ; ນີ້ຄືຄວາມໝາຍໃນການກະບົດຕໍ່ເນື້ອໜັງ. ເມື່ອເຈົ້າຮູ້ວ່າ ເຈດຕະນາຂອງເຈົ້າ, ຄວາມຄິດ ແລະ ແນວຄິດຂອງເຈົ້າບໍ່ຖືກຕ້ອງ, ເຈົ້າຄວນຟ້າວກັບຄືນ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ແກ້ໄຂບັນຫານີ້ກ່ອນ ແລະ ຝຶກຝົນຕົນເອງເພື່ອທາງເຂົ້າໃນເລື່ອງນີ້, ເພາະເຈົ້າຮູ້ດີທີ່ສຸດວ່າ ເຈົ້າມີເຈດຕະນາທີ່ຖືກຕ້ອງ ຫຼື ບໍ່. ເມື່ອເຈດຕະນາທີ່ບໍ່ຖືກຕ້ອງ ຖືກເຮັດໃຫ້ຖືກຕ້ອງ ແລະ ເພື່ອເຫັນແກ່ພຣະເຈົ້າ, ແລ້ວເຈົ້າກໍໄດ້ບັນລຸເປົ້າໝາຍແຫ່ງການເອົາຊະນະຫົວໃຈຂອງເຈົ້າແລ້ວ.

ກະແຈສຳລັບພວກເຈົ້າໃນຕອນນີ້ແມ່ນການມີຄວາມຮູ້ກ່ຽວກັບພຣະເຈົ້າ, ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ເຈົ້າຕ້ອງຮູ້ຈັກວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງໃນມະນຸດ; ນີ້ແມ່ນກະແຈສຳລັບການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ມັນຈະງ່າຍສຳລັບເຈົ້າທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ຫຼັງຈາກທີ່ເຈົ້າເຂົ້າໃຈກະແຈນີ້. ເຈົ້າເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ເຊິ່ງສະແດງໃຫ້ເຫັນວ່າ ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນເປັນຂອງແທ້. ຖ້າເຈົ້າສືບຕໍ່ຜະເຊີນຈົນເຖິງເວລາສຸດທ້າຍ ແຕ່ຍັງບໍ່ສາມາດຮູ້ຈັກພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ. ຄົນທີ່ເຊື່ອໃນພຣະເຢຊູຄຣິດເທົ່ານັ້ນ ແຕ່ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ ແມ່ນຖືກກ່າວໂທດທັງໝົດ. ພວກເຂົາເປັນພວກຟາຣິຊາຍສະໄໝໃໝ່ ເພາະພວກເຂົາບໍ່ຮັບຮູ້ພຣະເຈົ້າແຫ່ງປັດຈຸບັນ; ພວກເຂົາທຸກຄົນຢູ່ຝ່າຍກົງກັນຂ້າມພຣະເຈົ້າ. ບໍ່ວ່າພວກເຂົາຈະອຸທິດຄວາມເຊື່ອແນວໃດກໍຕາມໃນພຣະເຢຊູ, ມັນຈະສູນເປົ່າທັງໝົດ; ພວກເຂົາຈະບໍ່ໄດ້ຮັບຄຳສັນລະເສີນຈາກພຣະເຈົ້າ. ທຸກຄົນທີ່ເວົ້າວ່າ ພວກເຂົາເຊື່ອໃນພຣະເຈົ້າ ແຕ່ບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແມ່ນເປັນພວກໜ້າຊື່ໃຈຄົດ!

(ຄັດຈາກບົດ “ໃຫ້ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 544)

ເພື່ອສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນ, ຄົນໜຶ່ງຕ້ອງເຂົ້າໃຈກ່ອນວ່າ ການຖືກພຣະອົງເຮັດໃຫ້ສົມບູນໝາຍເຖິງຫຍັງ, ຄົນໜຶ່ງຕ້ອງປະກອບມີຫຍັງແດ່ເພື່ອຖືກເຮັດໃຫ້ສົມບູນ ແລະ ຫຼັງຈາກນັ້ນ ໃຫ້ສະແຫວງຫາເສັ້ນທາງໃນການປະຕິບັດ ຫຼັງຈາກທີ່ຄົນໜຶ່ງເຂົ້າໃຈບັນຫາດັ່ງກ່າວແລ້ວ. ຄົນໜຶ່ງຕ້ອງປະກອບມີຄວາມສາມາດໃດໜຶ່ງເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າຫຼາຍຄົນບໍ່ປະກອບມີຄວາມສາມາດທີ່ຈຳເປັນນັ້ນ ເຊິ່ງຮຽກຮ້ອງໃຫ້ເຈົ້າຈ່າຍລາຄາທີ່ແນ່ນອນ ແລະ ໃຊ້ຄວາມພະຍາຍາມສ່ວນຕົວຂອງເຈົ້າ. ຍິ່ງຄວາມສາມາດຂອງເຈົ້າມີໜ້ອຍສໍ່າໃດ, ເຈົ້າຕ້ອງໃຊ້ຄວາມພະຍາຍາມສ່ວນຕົວຫຼາຍຂຶ້ນ. ຍິ່ງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງເຈົ້ານໍາໃຊ້ພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຫຼາຍສໍ່າໃດ, ເຈົ້າຍິ່ງສາມາດເຂົ້າສູ່ເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ໄວຍິ່ງຂຶ້ນ. ຜ່ານການອະທິຖານ, ເຈົ້າສາມາດຖືກເຮັດໃຫ້ສົມບູນໃນຂອບເຂດການອະທິຖານ; ເຈົ້າຍັງສາມາດຖືກເຮັດໃຫ້ສົມບູນຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານການເຂົ້າໃຈທາດແທ້ຂອງພຣະທໍາ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງພຣະທຳ. ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າໃນພື້ນຖານປະຈຳວັນ, ເຈົ້າຄວນຮຽນຮູ້ສິ່ງທີ່ຂາດໃນຕົວເຈົ້າເອງ; ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກຂໍ້ບົກຜ່ອງທີ່ເປັນອັນຕະລາຍ ແລະ ຈຸດອ່ອນອື່ນໆ ແລະ ອະທິຖານແລະ ອ້ອນວອນຕໍ່ພຣະເຈົ້າ. ການເຮັດແບບນີ້ ເຈົ້າຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ເສັ້ນທາງສູ່ການຖືກເຮັດໃຫ້ສົມບູນຄື: ການອະທິຖານ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈເຖິງໃຈຄວາມສຳຄັນແຫ່ງພຣະທຳຂອງພຣະເຈົ້າ, ການເຂົ້າສູ່ປະສົບການຂອງພຣະທຳຂອງພຣະເຈົ້າ, ການຮຽນຮູ້ຈັກສິ່ງທີ່ຂາດຢູ່ໃນຕົວເຈົ້າ, ການເຊື່ອຟັງພາລະກິດຂອງພຣະເຈົ້າ, ການຕັ້ງໃຈໃນພາລະຂອງພຣະເຈົ້າ ແລະ ປະຖິ້ມເນື້ອໜັງຜ່ານຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າ ແລະ ການມີການສົນທະນາເລື້ອຍໆກັບອ້າຍເອື້ອຍນ້ອງ ເຊິ່ງຈະເຮັດໃຫ້ປະສົບການຂອງເຈົ້າເພີ່ມພູນຂຶ້ນ. ບໍ່ວ່າຈະເປັນຊີວິດສ່ວນລວມ ຫຼື ຊີວິດສ່ວນຕົວຂອງເຈົ້າ ແລະ ບໍ່ວ່າຈະເປັນການຊຸມນຸມທີ່ໃຫຍ່ ຫຼື ການຊຸມນຸມທີ່ນ້ອຍ, ທຸກສິ່ງສາມາດເຮັດໃຫ້ເຈົ້າໄດ້ຮັບປະສົບການ ແລະ ໄດ້ຮັບການຝຶກຝົນ ເພື່ອວ່າຫົວໃຈຂອງເຈົ້າຈະສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ກັບຄືນມາຫາພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນຂະບວນການຂອງການຖືກເຮັດໃຫ້ສົມບູນ. ການມີປະສົບການກັບພຣະທຳຂອງພຣະເຈົ້າທີ່ກ່າວເຖິງ ແມ່ນໝາຍເຖິງການທີ່ສາມາດຊີມລົດຊາດແຫ່ງພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍອມໃຫ້ພຣະທຳເຫຼົ່ານັ້ນສະແດງອອກໃນຕົວເຈົ້າ ເພື່ອເຈົ້າຈະມີຄວາມເຊື່ອ ແລະ ຄວາມຮັກທີ່ຍິ່ງໃຫຍ່ຂຶ້ນຕໍ່ພຣະເຈົ້າ. ຜ່ານວິທີນີ້, ເຈົ້າຈະປົດອຸປະນິໄສຊົ່ວຊ້າທີ່ເສື່ອມຊາມຂອງເຈົ້າອອກເທື່ອລະໜ້ອຍ, ເຈົ້າຈະຖອນແຮງຈູງໃຈທີ່ບໍ່ເໝາະສົມອອກຈາກຕົນເອງເທື່ອລະໜ້ອຍ ແລະ ດຳລົງຊີວິດຕາມລັກສະນະຂອງຄົນປົກກະຕິ. ຍິ່ງຄວາມຮັກສຳລັບພຣະເຈົ້າທີ່ຢູ່ຂ້າງໃນເຈົ້າໃຫຍ່ສໍ່າໃດ ເຊິ່ງເວົ້າໄດ້ວ່າ ຍິ່ງເຈົ້າຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່າໃດ, ເຈົ້າຍິ່ງຖືກຊາຕານເຮັດໃຫ້ເສື່ອມຊາມໜ້ອຍລົງສໍ່ານັ້ນ. ຜ່ານປະສົບການຕົວຈິງຂອງເຈົ້າ, ເຈົ້າຈະເຂົ້າສູ່ເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ສະນັ້ນ, ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ການຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ການມີປະສົບການກັບພຣະທຳຂອງພຣະເຈົ້າແມ່ນສຳຄັນເປັນພິເສດ.

(ຄັດຈາກບົດ “ໃຫ້ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 545)

ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດເຊື່ອຟັງພາລະກິດຂອງພຣະອົງ, ຄົນທີ່ເຊື່ອພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ຄົນທີ່ສາມາດນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ; ພວກເຂົາແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາແມ່ນຄົນທີ່ສາມາດຖືກເຮັດໃຫ້ສົມບູນແບບ ແລະ ພວກເຂົາຈະສາມາດເດີນຕາມເສັ້ນທາງແຫ່ງຄວາມສົມບູນແບບຢ່າງຫຼີກເວັ້ນບໍ່ໄດ້. ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ປາສະຈາກຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ຄົນທີ່ບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ມີຄວາມຮັກໃດໆຕໍ່ພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ຄົນທີ່ສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນບໍ່ແນ່ໃຈກ່ຽວກັບພຣະອົງ, ບໍ່ເຄີຍຖອນພຣະທຳຂອງພຣະອົງຢ່າງຈິງຈັງ ແລະ ຫຼອກລວງພຣະອົງຢູ່ສະເມີ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ; ບໍ່ມີທາງທີ່ຈະເຮັດໃຫ້ຄົນດັ່ງກ່າວສົມບູນແບບໄດ້.

ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ພຣະອົງພໍໃຈເອງສົມບູນແບບ. ຖ້າເຈົ້າປາຖະໜາທີ່ເປັນທີ່ພໍໃຈຂອງພຣະເຈົ້າເອງ, ແລ້ວເຈົ້າຕ້ອງມີຫົວໃຈທີ່ເຊື່ອຟັງພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້່ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ ມັນແມ່ນທັງເຮົາເອງ ແລະ ພຣະວິນຍານຂອງພຣະເຈົ້າທີ່ເຈົ້າອະທິຖານຫາ. ເປັນຫຍັງເຈົ້າຈຶ່ງເຊື່ອໃນເນື້ອໜັງນີ້? ເຈົ້າເຊື່ອກໍຍ້ອນວ່າພຣະອົງມີພຣະວິນຍານຂອງພຣະເຈົ້າ. ເຈົ້າຈະເຊື່ອໃນຄົນນີ້ບໍ ຖ້າພຣະອົງປາສະຈາກພຣະວິນຍານຂອງພຣະເຈົ້າ? ເມື່ອເຈົ້າເຊື່ອໃນບຸກຄົນນີ້, ເຈົ້າເຊື່ອໃນພຣະວິນຍານຂອງພຣະເຈົ້າ. ເມື່ອເຈົ້າຢໍາເກງບຸກຄົນນີ້, ເຈົ້າຢໍາເກງພຣະວິນຍານຂອງພຣະເຈົ້າ. ຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າແມ່ນຄວາມເຊື່ອໃນບຸກຄົນນີ້ ແລະ ຄວາມເຊື່ອໃນບຸກຄົນນີ້ກໍ່ແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າເຊັ່ນກັນ. ເມື່ອເຈົ້າອະທິຖານ, ເຈົ້າຮູ້ສຶກໄດ້ວ່າພຣະວິນຍານຂອງພຣະເຈົ້າຢູ່ກັບເຈົ້າ ແລະ ພຣະເຈົ້າຢູ່ຕໍ່ໜ້າເຈົ້າ ແລະ ສະນັ້ນ ເຈົ້າຈຶ່ງອະທິຖານຫາພຣະວິນຍານຂອງພຣະອົງ. ມື້ນີ້, ຜູ້ຄົນສ່ວນຫຼາຍຢ້ານຫຼາຍເກີນໄປທີ່ຈະນຳເອົາການກະທຳຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ; ໃນຂະນະທີ່ເຈົ້າອາດຈະຫຼອກລວງເນື້ອນັງຂອງພຣະອົງ, ເຈົ້າບໍ່ສາມາດຫຼອກລວງພຣະວິນຍານຂອງພຣະອົງໄດ້. ເລື່ອງໃດກໍ່ຕາມທີ່ບໍ່ສາມາດທົນຕໍ່ການກວດສອບຂອງພຣະເຈົ້າໄດ້ ກໍບໍ່ສອດຄ່ອງກັບຄວາມຈິງ ແລະ ຄວນຖືກໂຍນຖິ້ມ; ບໍ່ດັ່ງນັ້ນມັນກໍຈະເປັນບາບຕໍ່ພຣະເຈົ້າ. ດັ່ງນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າໄວ້ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ເມື່ອເຈົ້າອະທິຖານ, ເມື່ອເຈົ້າເວົ້າ ແລະ ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງເຈົ້າ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການທຸລະກິດຂອງເຈົ້າ,. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ຕາບໃດທີ່ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ສຳລັບພາລະກິດໃນເຮືອນຂອງພຣະເຈົ້າ, ພຣະອົງຈະຍອມຮັບທຸກສິ່ງທີ່ເຈົ້າເຮັດ; ເຈົ້າຄວນອຸທິດຕົນເອງຢ່າງຈິງຈັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ. ເມື່ອເຈົ້າອະທິຖານ, ຖ້າເຈົ້າມີຄວາມຮັກຢູ່ໃນໃຈຂອງເຈົ້າຕໍ່ພຣະເຈົ້າ ແລະ ສະແຫວງຫາການເບິ່ງແຍງ, ການປົກປ້ອງ ແລະ ການກວດສອບ, ຖ້າສິ່ງເຫຼົ່ານີ້ແມ່ນເຈດຕະນາຂອງເຈົ້າ, ຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບ. ຕົວຢ່າງເຊັ່ນ ເມື່ອເຈົ້າອະທິຖານໃນທີ່ປະຊຸມ, ຖ້າເຈົ້າເປີດໃຈຂອງເຈົ້າ ແລະ ອະທິຖານຫາພຣະເຈົ້າ ແລະ ບອກກັບພຣະອົງສິ່ງທີ່ຢູ່ໃນໃຈຂອງເຈົ້າໂດຍບໍ່ມີການເວົ້າຕົວະ ແລ້ວຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບຢ່າງແນ່ນອນ. ຖ້າເຈົ້າຮັກພຣະເຈົ້າຢ່າງຈິງຈັງຢູ່ໃນຫົວໃຈເຈົ້າ, ແລ້ວເຈົ້າກໍຄວນສາບານກັບພຣະເຈົ້າວ່າ: “ພຣະເຈົ້າ, ຜູ້ຢູ່ໃນສະຫວັນ ແລະ ເທິງແຜ່ນດິນ ແລະ ທ່າມກາງທຸກສິ່ງ, ຂ້ານ້ອຍຂໍສາບານຕໍ່ພຣະອົງວ່າ: ຂໍໃຫ້ພຣະວິນຍານຂອງພຣະອົງກວດສອບທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ປົກປ້ອງ ແລະ ເບິ່ງແຍງຂ້ານ້ອຍຕະຫຼອດເວລາ ແລະ ເຮັດໃຫ້ທຸກສິ່ງທີ່ຂ້ານ້ອຍເຮັດເປັນໄປຕາມຄວາມປະສົງເພື່ອຢືນຢູ່ຕໍ່ໜ້າພຣະອົງ. ຫາກຫົວໃຈຂອງຂ້ານ້ອຍຢຸດຮັກພຣະອົງ ຫຼື ມັນທໍລະຍົດຕໍ່ພຣະອົງ, ຂໍໃຫ້ພຣະອົງຂ້ຽນຕີ ແລະ ສາບແຊ່ງຂ້ານ້ອຍຢ່າງສາຫັດດ້ວຍ. ຢ່າຍົກໂທດໃຫ້ຂ້ານ້ອຍບໍ່ວ່າໃນໂລກນີ້ ຫຼື ໂລກໜ້າ!” ເຈົ້າກ້າສາບານແບບນັ້ນບໍ? ຖ້າເຈົ້າບໍ່ກ້າ, ນັ້ນກໍສະແດງວ່າ ເຈົ້າເປັນຄົນຂີ້ຢ້ານ ແລະ ເຈົ້າຍັງຮັກຕົວເຈົ້າເອງຢູ່. ພວກເຈົ້າມີວິທີການແກ້ໄຂບັນຫານີ້ບໍ? ຖ້ານີ້ແມ່ນວິທີການແກ້ໄຂບັນຫາຂອງເຈົ້າແທ້ໆ, ເຈົ້າຄວນສາບານແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈທີ່ຈະສາບານແບບນັ້ນ, ແລ້ວພຣະເຈົ້າຈະເຮັດໃຫ້ຄວາມຕັ້ງໃຈຂອງເຈົ້າສຳເລັກ. ເມື່ອເຈົ້າສາບານກັບພຣະເຈົ້າ, ພຣະອົງກໍຟັງ. ພຣະເຈົ້າກຳນົດວ່າເຈົ້າເປັນຄົນບາບ ຫຼື ເປັນຄົນຊອບທຳໂດຍການວັດແທກແຫ່ງຄຳອະທິຖານຂອງເຈົ້າ ແລະ ການປະຕິບັດຂອງເຈົ້າ. ປັດຈຸບັນນີ້, ນີ້ແມ່ນຂະບວນການຂອງການເຮັດໃຫ້ພວກເຈົ້າສົມບູນແບບ ແລະ ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນການຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະນຳເອົາທຸກສິ່ງທີ່ເຈົ້າເຮັດມາໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບເອົາການກວດສອບຂອງພຣະອົງ; ຖ້າເຈົ້າເຮັດບາງສິ່ງບາງຢ່າງທີ່ເປັນກະບົດຢ່າງຮ້າຍແຮງ ຫຼື ຖ້າເຈົ້າທໍລະຍົດພຣະເຈົ້າ, ແລ້ວພຣະອົງກໍຈະເຮັດໃຫ້ຄໍາສາບານຂອງເຈົ້າເປັນຈິງ ແລະ ສະນັ້ນ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ບໍ່ວ່າມັນຈະເປັນການລົງໂທດສູ່ອະເວຈີ ຫຼື ການຂ້ຽນຕີ, ນີ້ກໍເປັນການກະທຳຂອງເຈົ້າເອງ. ເຈົ້າໃຫ້ຄຳສາບານແລ້ວ, ດັ່ງນັ້ນ, ເຈົ້າກໍຄວນປະຕິບັດຕາມຄຳສາບານນັ້ນ. ຖ້າເຈົ້າໃຫ້ຄຳສາບານ, ແຕ່ບໍ່ປະຕິບັດຕາມຄຳສາບານນັ້ນ, ເຈົ້າກໍຈະພົບກັບການລົງໂທດສູ່ອະເວຈີ. ຍ້ອນຄໍາສາບານເປັນຂອງເຈົ້າ, ພຣະເຈົ້າກໍຈະເຮັດໃຫ້ຄໍາສາບານຂອງເຈົ້ານັ້ນບັນລຸຜົນ. ບາງຄົນຢ້ານ ຫຼັງຈາກທີ່ພວກເຂົາອະທິຖານ ແລະ ອາໄລອາວອນວ່າ, “ທຸກຢ່າງຜ່ານໄປແລ້ວ! ໂອກາດຂອງຂ້ານ້ອຍໃນການມຶນເມົາໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍໃນການເຮັດສິ່ງຊົ່ວຮ້າຍໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍທີ່ຈະໝົກມຸ່ນກັບຄວາມປາຖະໜາທາງໂລກຂອງຂ້ານ້ອຍໄດ້ຫາຍໄປແລ້ວ!” ຜູ້ຄົນເຫຼົ່ານີ້ຍັງຄົງຮັກໂລກ ແລະ ຄວາມບາບຢູ່ ແລະ ພວກເຂົາຈະພົບກັບການລົງໂທດສູ່ອະເວຈີຢ່າງແນ່ນອນ.

(ຄັດຈາກບົດ “ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 546)

ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ. ຖ້າສິ່ງທີ່ເຈົ້າເຮັດສາມາດນຳມາໄວ້ຕໍ່ໜ້າພຣະວິນຍານຂອງພຣະເຈົ້າ ແຕ່ບໍ່ແມ່ນຕໍ່ໜ້າເນື້ອໜັງຂອງພຣະເຈົ້າແລ້ວ, ນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ມາຢູ່ໃນການກວດສອບຂອງພຣະວິນຍານຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າແມ່ນໃຜ? ໃຜແມ່ນບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້? ພຣະອົງບໍ່ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນສ່ວນໃຫຍ່ເຫັນພຣະອົງເປັນສອງສິ່ງທີ່ແຍກອອກຈາກກັນ, ໂດຍເຊື່ອວ່າ ພຣະວິນຍານຂອງພຣະເຈົ້າແມ່ນພຣະວິນຍານຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ກໍພຽງແຕ່ເປັນມະນຸດ. ແຕ່ເຈົ້າບໍ່ໄດ້ເຂົ້າໃຈຜິດບໍ? ບຸກຄົນນີ້ປະຕິບັດພາລະກິດແທນຜູ້ໃດ? ບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເຂົ້າໃຈຝ່າຍຈິດວິນຍານ. ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງແມ່ນໜຶ່ງດຽວກັນ, ຍ້ອນວ່າພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວໃນເນື້ອໜັງ. ຖ້າບຸກຄົນນີ້ບໍ່ເມດຕາຕໍ່ເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າຈະເມດຕາບໍ? ເຈົ້າບໍ່ສັບສົນບໍ? ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ ການຮັບໃຊ້ຂອງເຈົ້າຢ່າງຮ່ວມມືກັນແມ່ນສາມາດນຳມາວາງໄວ້ຕໍ່ໜ້າພຣະເຈົ້າໃຫ້ຖືກກວດສອບໂດຍພຣະອົງ. ມັນຄືການປະຕິບັດດັ່ງກ່າວທີ່ຈະຊ່ວຍໃຫ້ເຈົ້າບັນລຸການເຕີບໂຕຂຶ້ນໃນຊີວິດ. ຂະບວນການຍອມຮັບການກວດສອບຂອງພຣະເຈົ້າແມ່ນຂະບວນການຂອງການເຮັດໃຫ້ບໍລິສຸດ. ຍິ່ງເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຍິ່ງຖືກເຮັດໃຫ້ບໍລິສຸດຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍສໍ່າເທົ່ານັ້ນ, ເພື່ອວ່າເຈົ້າຈະບໍ່ຖືກດຶງເຂົ້າສູ່ຄວາມເສື່ອມຊາມ ແລະ ຫົວໃຈຂອງເຈົ້າກໍຈະດຳລົງຢູ່ຕໍ່ໜ້າຂອງພຣະອົງ. ຍິ່ງເຈົ້າຍອມຮັບການກວດສອບຂອງພຣະອົງຫຼາຍເທົ່າໃດ, ຄວາມອັບອາຍຂອງຊາຕານ ແລະ ຄວາມສາມາດຂອງເຈົ້າທີ່ຈະປະຖິ້ມເນື້ອໜັງກໍຍິ່ງຫຼາຍສໍ່ານັ້ນ. ດັ່ງນັ້ນ, ການຍອມຮັບການກວດສອບຂອງພຣະເຈົ້າແມ່ນເສັ້ນທາງການປະຕິບັດທີ່ທຸກຄົນຄວນປະຕິບັດ. ບໍ່ວ່າເຈົ້າເຮັດສິ່ງໃດ, ແມ່ນແຕ່ໃນເວລາທີ່ສື່ສານກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍສາມາດນຳເອົາການກະທຳຂອງເຈົ້າວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາການກວດສອບຂອງພຣະອົງ ແລະ ຕັ້ງໃຈທີ່ຈະເຊື່ອຟັງພຣະອົງເອງ; ສິ່ງນີ້ຈະເຮັດໃຫ້ສິ່ງທີ່ເຈົ້າປະຕິບັດຍິ່ງຈະຖືກຕ້ອງກວ່າເກົ່າຫຼາຍ. ພຽງແຕ່ຖ້າເຈົ້ານຳເອົາທຸກສິ່ງທີ່ເຈົ້າເຮັດມາວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນໜຶ່ງທີ່ດຳລົງຢູ່ຕໍ່ໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 547)

ຜູ້ທີ່ປາສະຈາກຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ຈະບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ຄົນເຊັ່ນນີ້ແມ່ນລູກຫຼານຂອງຄວາມບໍ່ເຊື່ອຟັງ. ພວກເຂົາໃຝ່ສູງເກີນໄປ ແລະ ມີການກະບົດຫຼາຍເກີນໄປຢູ່ໃນຕົວພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງເຮັດໂຕຫ່າງເຫີນຈາກພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ. ຄົນເຊັ່ນນີ້ບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້ໂດຍງ່າຍ. ບາງຄົນເລືອກວິທີການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາເລືອກການຍອມຮັບພຣະທຳເຫຼົ່ານັ້ນ. ພວກເຂົາຍອມຮັບບາງໃດໜຶ່ງຂອງພຣະທຳຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງພວກເຂົາ ໃນຂະນະທີ່ ປະຕິເສດພຣະທຳທີ່ບໍ່ສອດຄ່ອງ. ນີ້ບໍ່ແມ່ນການກະບົດ ແລະ ການຕໍ່ຕ້ານພຣະເຈົ້າທີ່ຈະແຈ້ງທີ່ສຸດບໍ? ຖ້າຜູ້ໃດຜູ້ໜຶ່ງເຊື່ອໃນພຣະເຈົ້າມາເປັນເວລາຫຼາຍໆປີ ໂດຍບໍ່ໄດ້ຮັບຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພຣະອົງ, ແລ້ວພວກເຂົາແມ່ນເປັນຄົນບໍ່ເຊື່ອ. ບັນດາຜູ້ທີ່ເຕັມໃຈຍອມຮັບການກວດສອບຂອງພຣະເຈົ້າ ແມ່ນບັນດາຜູ້ທີ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະອົງ, ຜູ້ທີ່ເຕັມໃຈຍອມຮັບພຣະທຳຂອງພຣະອົງ. ພວກເຂົາແມ່ນຜູ້ທີ່ຈະໄດ້ຮັບມໍລະດົກ ແລະ ພອນຂອງພຣະເຈົ້າ ແລະ ພວກເຂົາແມ່ນຜູ້ທີ່ໄດ້ຮັບພອນຫຼາຍທີ່ສຸດ. ພຣະເຈົ້າສາບແຊ່ງຜູ້ຄົນທີ່ບໍ່ມີບ່ອນວ່າງໃນໃຈຂອງພວກເຂົາໃຫ້ກັບພຣະອົງ ແລະ ພຣະອົງຂ້ຽນຕີ ແລະ ປະຖິ້ມຄົນດັ່ງກ່າວ. ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວພຣະອົງກໍຈະປະຖິ້ມເຈົ້າ ແລະ ຖ້າເຈົ້າບໍ່ຟັງສິ່ງທີ່ເຮົາເວົ້າ, ແລ້ວເຮົາກໍສັນຍາວ່າພຣະວິນຍານຂອງພຣະເຈົ້າຈະປະຖິ້ມເຈົ້າ. ລອງເບິ່ງ ຖ້າເຈົ້າບໍ່ເຊື່ອ! ມື້ນີ້ ເຮົາຊີ້ແຈງເສັ້ນທາງແຫ່ງການປະຕິບັດໃຫ້ແກ່ເຈົ້າ, ແຕ່ເຈົ້າຈະເອົາໄປປະຕິບັດຕາມ ຫຼື ບໍ່ນັ້ນ ມັນກໍສຸດແລ້ວແຕ່ເຈົ້າ. ຖ້າເຈົ້າບໍ່ເຊື່ອ, ຖ້າເຈົາບໍ່ປະຕິບັດ, ເຈົ້າຈະເຫັນດ້ວຍຕົນເອງ ວ່າພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວເຈົ້າ ຫຼື ບໍ່! ຖ້າເຈົ້າບໍ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນທີ່ສະແຫວງຫາ ແລະ ເຊີດຊູພຣະທຳຂອງພຣະອົງ. ຍິ່ງເຈົ້າເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ພຣະວິນຍານຂອງພຣະອົງຍິ່ງຈະປະຕິບັດພາລະກິດຂອງພຣະອົງໃນຕົວເຈົ້າຫຼາຍເທົ່ານັ້ນ. ຍິ່ງຄົນໜຶ່ງເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ໂອກາດທີ່ພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບກໍມີຫຼາຍຂຶ້ນເທົ່ານັ້ນ. ພຣະເຈົ້າເຮັດໃຫ້ຜູ້ຮັກພຣະອົງຢ່າງແທ້ຈິງສົມບູນແບບ ແລະ ພຣະອົງເຮັດໃຫ້ຜູ້ທີ່ມີຫົວໃຈສະຫງົບສຸກຕໍ່ໜ້າພຣະອົງນັ້ນສົມບູນແບບ. ເພື່ອທີ່ຈະເຊີດຊູພາລະກິດທັງໝົດຂອງພຣະອົງ, ເພື່ອທີ່ຈະເຊີດຊູຄວາມສະຫວ່າງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການສະຖິດຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູວິທີທີ່ພຣະທຳຂອງພຣະເຈົ້າກາຍເປັນຄວາມເປັນຈິງ ແລະ ສະໜອງໃຫ້ກັບຊີວິດຂອງເຈົ້າ, ທຸກຢ່າງນີ້ແມ່ນສອດຄ່ອງກັບຫົວໃຈຂອງພຣະເຈົ້າໄດ້ດີທີ່ສຸດ. ຖ້າເຈົ້າເຊີດຊູພາລະກິດຂອງພຣະເຈົ້າ ນັ້ນກໍຄື ຖ້າເຈົ້າເຊີດຊູພາລະກິດທັງໝົດທີ່ພຣະອົງໄດ້ກະທຳຕໍ່ເຈົ້າ, ແລ້ວພຣະອົງກໍຈະອວຍພອນເຈົ້າ ແລະ ເຮັດໃຫ້ທຸກສິ່ງທີ່ເປັນຂອງເຈົ້າເພີ່ມທະວີຂຶ້ນ. ຖ້າເຈົ້າບໍ່ເຊີດຊູພຣະທຳຂອງພຣະເຈົ້າ, ພຣະອົງຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ, ແຕ່ພຣະອົງຈະມອບພຣະຄຸນພຽງເລັກໜ້ອຍສຳລັບຄວາມເຊື່ອຂອງເຈົ້າ ຫຼື ອວຍພອນເຈົ້າດ້ວຍຄວາມຮັ່ງມີເລັກໆນ້ອຍໆ ຫຼື ຄວາມປອດໄພເລັກໆນ້ອຍໆສຳລັບຄອບຄົວຂອງເຈົ້າ. ເຈົ້າຄວນພະຍາຍາມເຮັດໃຫ້ພຣະທຳຂອງພຣະເຈົ້າກາຍເປັນຄວາມຈິງຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະອົງພໍໃຈ ແລະ ເປັນທີ່ພໍໃຈພຣະອົງເອງ; ເຈົ້າບໍ່ຄວນພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງເທົ່ານັ້ນ. ບໍ່ມີຫຍັງຈະສຳຄັນສຳລັບຜູ້ເຊື່ອ ໄປກວ່າການໄດ້ຮັບພາລະກິດຂອງພຣະເຈົ້າ, ໄດ້ຮັບຄວາມສົມບູນແບບ ແລະ ກາຍເປັນຜູ້ທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ.

ທັງໝົດທີ່ມະນຸດໄດ້ສະແຫວງຫາໃນຍຸກແຫ່ງພຣະຄຸນແມ່ນລ້າສະໄໝແລ້ວໃນຕອນນີ້, ຍ້ອນວ່າ ໃນຕອນນີ້ ມີມາດຕະຖານການສະແຫວງຫາທີ່ສູງກວ່າ; ສິ່ງທີ່ສະແຫວງຫາແມ່ນທັງສູງສົ່ງກວ່າ ແລະ ເປັນຈິງຫຼາຍກວ່າ, ສິ່ງທີ່ສະແຫວງຫາສາມາດຕອບສະໜອງສິ່ງທີ່ມະນຸດຕ້ອງການຢູ່ພາຍໃນໄດ້ດີກວ່າ. ໃນຍຸກອະດີດ, ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃນຜູ້ຄົນດັ່ງທີ່ພຣະອົງເຮັດໃນປັດຈຸບັນ; ພຣະອົງບໍ່ໄດ້ກ່າວກັບພວກເຂົາຫຼາຍດັ່ງທີ່ພຣະອົງໄດ້ກ່າວໃນທຸກວັນນີ້ ຫຼື ຄວາມຕ້ອງການຂອງພຣະອົງຕໍ່ພວກເຂົາກໍ່ບໍ່ໄດ້ສູງຄືທຸກວັນນີ້. ການທີ່ພຣະເຈົ້າເວົ້າເຖິງສິ່ງເຫຼົ່ານີ້ກັບພວກເຈົ້າໃນຕອນນີ້ກໍສະແດງວ່າ ເຈດຕະນາສູງສຸດຂອງພຣະເຈົ້າແມ່ນແນໃສ່ພວກເຈົ້າ, ໃສ່ຄົນກຸ່ມນີ້. ຖ້າເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບຢ່າງແທ້ຈິງ, ແລ້ວຈົ່ງສະແຫວງຫາມັນຄືດັ່ງເປົ້າໝາຍຫຼັກຂອງເຈົ້າ. ບໍ່ວ່າເຈົ້າກຳລັງແລ່ນໄປມາ, ກຳລັງເສຍສະຫຼະຕົວເຈົ້າເອງ, ກຳລັງປະຕິບັດໜ້າທີ່ ຫຼື ບໍ່ວ່າເຈົ້າໄດ້ຮັບການຝາກຝັງຈາກພຣະເຈົ້າກໍຕາມ, ຈຸດປະສົງກໍເພື່ອຖືກເຮັດໃຫ້ສົມບູນ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າສະເໝີ ແລະ ເພື່ອບັນລຸເປົ້າໝາຍເຫຼົ່ານີ້. ຖ້າບາງຄົນເວົ້າວ່າພວກເຂົາບໍ່ໄດ້ສະແຫວງຫາຄວາມສົມບູນແບບຈາກພຣະເຈົ້າ ຫຼື ທາງເຂົ້າສູ່ຊີວິດ, ແຕ່ສະແຫວງຫາຄວາມສະຫງົບສຸກ ແລະ ປິຕິຍິນດີທາງເນື້ອໜັງເທົ່ານັ້ນ, ແລ້ວພວກເຂົາແມ່ນເປັນຄົນທີ່ຕາບອດທີ່ສຸດໃນບັນດາຄົນທັງປວງ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງແຫ່ງຊີວິດ, ແຕ່ສະແຫວງຫາພຽງແຕ່ຊີວິດນິລັນດອນໃນໂລກທີ່ຈະມາເຖິງ ແລະ ຄວາມປອດໄພໃນໂລກນີ້ເທົ່ານັ້ນ ແມ່ນເປັນຄົນຕາບອດທີ່ສຸດໃນບັນດາຄົນທັງປວງ. ດັ່ງນັ້ນ, ທັງໝົດທີ່ເຈົ້າເຮັດຄວນຖືກເຮັດເພື່ອຈຸດປະສົງຂອງການຖືກເຮັດໃຫ້ສົມບູນແບບ ແລະ ການຖືກຮັບໂດຍພຣະເຈົ້າ.

ພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນແມ່ນເພື່ອສະໜອງໃຫ້ພວກເຂົາອີງຕາມຄວາມຕ້ອງການທີ່ແຕກຕ່າງກັນຂອງພວກເຂົາ. ຍິ່ງຊີວິດຂອງມະນຸດໃຫຍ່ໂຕຂຶ້ນເທົ່າໃດ, ພວກເຂົາກໍ່ຍິ່ງຕ້ອງການຫຼາຍສໍ່ານັ້ນ ແລະ ພວກເຂົາຍິ່ງສະແຫວງຫາຫຼາຍຂຶ້ນສໍ່ານັ້ນ. ຖ້າໃນໄລຍະນີ້ ເຈົ້າບໍ່ມີການສະແຫວງຫາ, ສິ່ງນີ້ກໍພິສູດໃຫ້ເຫັນວ່າພຣະວິນຍານບໍລິສຸດໄດ້ປະຖິ້ມເຈົ້າແລ້ວ. ທຸກຄົນທີ່ສະແຫວງຫາຊີວິດຈະບໍ່ຖືກພຣະວິນຍານບໍລິສຸດປະຖິ້ມເລີຍ; ຜູ້ຄົນດັ່ງກ່າວສະແຫວງຫາຢູ່ສະເໝີ ແລະ ໂຫຍຫາໃນຫົວໃຈຂອງພວກເຂົາຢູ່ສະເໝີ. ຄົນດັ່ງກ່າວບໍ່ເຄີຍພໍໃຈກັບສິ່ງຕ່າງໆດັ່ງທີ່ພວກເຂົາເປັນໃນປັດຈຸບັນກ ແຕ່ລະໄລຍະຂອງພາລະກິດຂອງພຣະວິນຍານບໍລິສຸດແນເພື່ອບັນລຸຜົນໃນຕົວເຈົ້າ, ແຕ່ຖ້າເຈົ້າພໍໃຈໃນຕົນເອງ, ຖ້າເຈົ້າບໍ່ມີຄວາມຕ້ອງການອີກຕໍ່ໄປ, ຖ້າເຈົ້າບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດອີກຕໍ່ໄປ, ແລ້ງພຣະອົງກໍຈະປະຖິ້ມເຈົ້າ. ຜູ້ຄົນຕ້ອງການການກວດສອບຂອງພຣະເຈົ້າໃນແຕ່ລະມື້; ພວກເຂົາຕ້ອງການການຈັດຕຽມຢ່າງຫຼວງຫຼາຍຈາກພຣະເຈົ້າໃນແຕ່ລະມື້. ຜູ້ຄົນສາມາດເຮັດໂດຍບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນແຕ່ລະມື້ໄດ້ບໍ? ຖ້າບາງຄົນຮູ້ສຶກຄືກັບວ່າພວກເຂົາບໍ່ສາມາດກິນ ຫຼື ດື່ມພຣະທຳຂອງພຣະເຈົ້າໄດ້ຢ່າງພຽງພໍຢູ່ສະເໝີ, ຖ້າພວກເຂົາສະແຫວງຫາມັນຢູ່ສະເໝີ ແລະ ຫິວ ແລະ ກະຫາຍຫາມັນຢູ່ສະເໝີ, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວພວກເຂົາຢູ່ຕະຫຼອດເວລາ. ຍິ່ງຜູ້ໃດຜູ້ໜຶ່ງໂຫຍຫາຫຼາຍເທົ່າໃດ, ສິ່ງຕ່າງໆທີ່ເປັນຈິງຍິ່ງຈະສາມາດອອກມາຈາກການສົນທະນາຂອງເຂົາຫຼາຍເທົ່ານັ້ນ. ຍິ່ງຜູ້ໃດຜູ້ໜຶ່ງສະແຫວງຫາຄວາມຈິງຫຼາຍເທົ່າໃດ, ພວກເຂົາກໍຍິ່ງບັນລຸການເຕີບໂຕໃນຊີວິດຂອງພວກເຂົາໄດ້ໄວຫຼາຍສໍ່ານັ້ນ, ເຮັດໃຫ້ພວກເຂົາມີອຸດົມສົມບູນໃນປະສົບການ ແລະ ເປັນຜູ້ອາໄສທີ່ຮັ່ງມີໃນເຮືອນຂອງພຣະເຈົ້າ.

(ຄັດຈາກບົດ “ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 548)

ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ, ແລະມອບໂອກາດທີ່ຈະຖືກເຮັດໃຫ້ສົມບູນແບບໃຫ້ແຕ່ລະຄົນ. ຜ່ານການປະຕິເສດຂອງເຈົ້າ ເຈົ້າໄດ້ຖືກສ້າງຂຶ້ນມາເພື່ອໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ, ແລະຈາກນັ້ນ ຜ່ານການໂຍນການປະຕິເສດຖິ້ມ ເຈົ້າຈະພົບເສັ້ນທາງທີ່ຕ້ອງປະຕິບັດ, ແລະນີ້ແມ່ນຄວາມສົມບູນແບບຂອງເຈົ້າ. ຫຼາຍໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການສ່ອງສະຫວ່າງຂອງສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ ແລະ ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ຮັບຄວາມຮອບຮູ້. ເມື່ອເງື່ອນໄຂຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ, ແລະເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ, ແລະສາມາດເຊື່ອມໂຍງຄຳເທດສອນທີ່ເຈົ້າໄດ້ຍິນເຂົ້າກັບສະຖານະຂອງຕົວເຈົ້າເອງໄດ້. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງ ແລະ ສ່ອງສະຫວ່າງເຈົ້າຢູ່ພາຍໃນ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ແມ່ນຄວາມສົມບູນແບບຂອງເຈົ້າໃນດ້ານບວກ. ໃນສະຖານະດ້ານລົບ, ເຈົ້່າອ່ອນແອ ແລະ ເປັນລົບ, ແລະຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍ່ຊົງສ່ອງສະຫວ່າງເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງທີ່ຕ້ອງປະຕິບັດ. ການອອກມາຈາກນີ້ ແມ່ນການບັນລຸຄວາມສົມບູນແບບໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນແບບໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ບໍ, ແລະ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບບໍ. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບຢ່າງແທ້ຈິງ, ແລ້ວສິ່ງບໍ່ດີກໍ່ບໍ່ສາມາດເຮັດໃຫ້ເຈົ້າທົນທຸກກັບຄວາມສູນເສຍໄດ້, ແຕ່ສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ,​ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດຫາຍໄປຢູ່ໃນຕົວເຈົ້າ, ສາມາດເຂົ້າໃຈສະຖານະທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ, ແລະ ເຫັນວ່າມະນຸດບໍ່ມີຫຍັງເລີຍ, ແລະ ກໍ່ບໍ່ມີຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍ່ບໍ່ຮູ້, ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທັງໝົດທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ.​ ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາດສະຈາກຄວາມຮັກ ຫຼື ຄວາມສັດທາ, ເຈົ້າຂາດການອະທິຖານ, ບໍ່ສາມາດຮ້ອງເພງສວດພາວະນາ-ແລະ, ໂດຍປາດສະຈາກການເຂົ້າໃຈມັນ, ຢູ່ທ່າມກາງນີ້ ເຈົ້າໄດ້ຮູ້ຈັກຕົວຕົນຂອງເຈົ້າເອງ.​ ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນແບບ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບສຳລັບຈັດການກັບນິໄສອັນເສື່ອມຊາມຂອງມະນຸດ, ແລະໃຊ້ຫຼາກຫຼາຍສິ່ງເພື່ອເປີດໂປງມະນຸດ; ໃນແງ່ໜຶ່ງ ພຣະອົງຈັດການກັບມະນຸດ, ອີກແງ່ມຸມນຶ່ງແມ່ນພຣະອົງເປີດໂປງມະນຸດ, ແລະ ອີກແງ່ໜຶ່ງແມ່ນພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ“ຂໍ້ເລິກລັບຕ່າງໆ”ໃນສ່ວນເລິກຂອງຫົວໃຈມະນຸດ, ແລະສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍຫຼາຍໆສະຖານະຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບຜ່ານຫຼາກຫຼາຍວິທີການ-ຜ່ານການເປີດເຜີຍ, ການຈັດການ, ການເຮັດໃຫ້ບໍລິສຸດ, ແລະ ການຕິສອນ-ເພື່ອວ່າມະນຸດອາດຮູ້ວ່າພຣະເຈົ້ານັ້ນແມ່ນພຣະເຈົ້າທີ່ແທ້ຈິງ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ເນັ້ນໃສ່ການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນແບບໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 549)

ແມ່ນຫຍັງຄືສິ່ງທີ່ພວກເຈົ້າສະແຫວງຫາຢູ່ໃນຕອນນີ້? ບາງທີມັນແມ່ນການຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ຮູ້ຈັກພຣະເຈົ້າ, ໄດ້ຮັບພຣະເຈົ້າ, ຫຼື ເປັນຮູບແບບຂອງຍຸກປີເຕີ້, ຫຼືເພື່ອມີຄວາມສັດທາທີ່ຫຍິ່ງໃຫຍ່ກວ່າຂອງຈັອບອີກ. ພວກເຈົ້າອາດສະແຫວງຫາຫຼາຍ, ບໍ່ວ່າຈະເປັນການສະແຫວງຫາເພື່ອຖືກພຣະເຈົ້າເອີ້ນວ່າເປັນຜູ້ຊອບທຳ ແລະມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ, ຫຼື ເພື່ອສາມາດເຮັດໃຫ້ພຣະເຈົ້າປະກົດຕົວໃນແຜ່ນດິນໂລກ ແລະ ເພື່ອເປັນປະຈັກພະຍາຍານທີ່ເຂັ້ມແຂງ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ບໍ່ວ່າພວກເຈົ້າສະແຫວງຫາສິ່ງໃດ, ໂດຍລວມແລ້ວ ແມ່ນເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ. ບໍ່ສຳຄັນວ່າເຈົ້າສະແຫວງຫາເພື່ອເປັນຜູ້ຊອບທຳ, ຫຼື ເຈົ້າສະແຫວງຫາຮູບແບບຂອງປີເຕີ້, ຫຼື ຄວາມເຊື່ອຂອງຈັອບ, ຫຼື ເພື່ອຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ບໍ່ວ່າເຈົ້າສະແຫວງຫາສິ່ງໃດ, ລວມໆແລ້ວ, ທັງໝົດແມ່ນພາລະກິດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງ, ບໍ່ວ່າເຈົ້າສະແຫວງຫາສິ່ງໃດ, ທັງໝົດກໍ່ແມ່ນເພື່ອຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ,​ ທັງໝົດແມ່ນເພື່ອປະສົບກັບພຣະທຳຂອງພຣະເຈົ້າ, ເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າພໍໃຈ; ທັງໝົດແມ່ນເພື່ອຄົ້ນພົບຄວາມໜ້າຮັກຂອງພຣະເຈົ້າ, ທັງໝົດແມ່ນເພື່ອຊອກຫາເສັ້ນທາງສູ່ການປະຕິບັດໃນປະສົບການຈິງ ໂດຍມີຈຸດມຸ້ງໝາຍໃນການສາມາດທີ່ຈະໂຍນນິໄສກໍ່ກະບົດຂອງເຈົ້າຖິ້ມ, ບັນລຸສະຖານະປົກກະຕິໃນຕົວເຈົ້າເອງ, ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ, ເພື່ອກາຍເປັນຄົນດີ, ແລະເພື່ອມີແຮງຈູງໃຈທີ່ຖືກຕ້ອງໃນທຸກໆສິ່ງທີ່ເຈົ້າປະຕິບັດ. ເຫດຜົນທີ່ເຈົ້າປະສົບກັບສິ່ງຕ່າງໆເຫຼົ່ານີ້ທັງໝົດແມ່ນເພື່ອໄດ້ມາຮູ້ຈັກພຣະເຈົ້າ ແລະ ບັນລຸການຈະເລີນເຕີບໂຕຂອງຊີວິດ. ແມ່ນວ່າສິ່ງທີ່ເຈົ້າປະສົບແມ່ນພຣະທຳຂອງພຣະເຈົ້າ, ແລະ ສິ່ງທີ່ເຈົ້າປະສົບແມ່ນເຫດການຈິງ, ຄົນ, ເລື່ອງຕ່າງໆ, ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບຕົວເຈົ້າ, ໃນທີ່ສຸດເຈົ້າກໍ່ສາມາດຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ເພື່ອສະແຫວງຫາທີ່ຈະຍ່າງຕາມທາງຂອງຄົນຊອບທຳ ຫຼື ສະແຫວງຫາເພື່ອນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ, ນີ້ແມ່ນທາງດ່ວນ. ຈຸດໝາຍປາຍທາງແມ່ນການຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ບໍ່ວ່າຕອນນີ້ເຈົ້າສະແຫວງຫາຄວາມສົມບູນແບບຈາກພຣະເຈົ້າ, ຫຼື ເພື່ອເປັນພະຍານໃຫ້ພຣະເຈົ້າ, ທັງໝົດນັ້ນ, ທ້າຍທີ່ສຸດແລ້ວກໍ່ແມ່ນເພື່ອໄດ້ຮູ້ຈັກພຣະເຈົ້າ; ກໍ່ເພື່ອວ່າພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້ານັ້ນຈະບໍ່ໄຮ້ຜົນ, ເພື່ອວ່າທ້າຍທີ່ສຸດແລ້ວເຈົ້າຈະໄດ້ຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ, ຮູ້ຈັກຄວາມຫຍິ່ງໃຫຍ່ຂອງພຣະອົງ, ເພື່ອຮູ້ຈັກຄວາມອ່ອນນ້ອມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຈົ້າ, ແລະ ເພື່ອຮູ້ຈັກຫຼາກຫຼາຍພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ, ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້, ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນແບບ.​ ພຣະເຈົ້າບໍ່ໄດ້ພຽງແຕ່ກາຍເປັນມະນຸດເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຄົນ, ເພື່ອນຳພາຄົນ, ເພື່ອຕອບສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ທີ່ສຳຄັນໄປກວ່ານັ້ນຄືພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການໄຖ່ບາບຂອງພຣະອົງ ແລະ ເອົາຊະນະຕໍ່ຄົນຊົ່ວຊາມອັນເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງຜູ້ຫຍິ່ງໃຫຍ່ເພື່ອຊ່ວຍຄົນທີ່ແສນຈະຊົ່ວຊາມເຫຼົ່ານີ້ໃຫ້ຮອດ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມຍາກລຳບາກອັນຫຍິ່ງໃຫຍ່ທີ່ພຣະເຈົ້າຮັບທົນນັ້ນບໍ່ແມ່ນມີແຕ່ຄວາມຍາກລຳບາກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຮັບທົນເທົ່ານັ້ນ, ແຕ່ສ່ວນໃຫຍ່ແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກທໍລະມານກັບການເສຍກຽດຢ່າງໜັກ-ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາສະພາບຂອງເນື້ອໜັງ ເພື່ອທີ່ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ, ແລະ ພຣະອົງມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ກໍ່ພຽງພໍແລ້ວທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າຖືກຮັບຮູ້ໃນສະພາບເປັນມະນຸດ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຫຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບແບບຂອງມະນຸດທົ່ວໄປຄົນໜຶ່ງ, ຂອງມະນຸດທີ່ບໍ່ສຳຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານພຣະອົງ. ຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ຄວາມຮູ້ສຶກ, ຄວາມເປັນມະນຸດ, ແລະ ຊີວິດຂອງພວກເຈົ້າແຕ່ລະຄົນສະແດງໃຫ້ເຫັນວ່າພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ. ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນກັບຄວາມຍາກລຳບາກເຊັ່ນນັ້ນເພື່ອຄວາມຮອດຂອງພວກເຈົ້າ. ພຣະເຈົ້າຫຍິ່ງໃຫຍ່ຫຼາຍ. ພຣະອົງແມ່ນຜູ້ສູງສຸດ, ສ່ວນຄົນນັ້ນຊົ່ວຊ້າ ແລະ ຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍ່ັຍັງປະຕິບັດພາລະກິດກັບພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອຕອບສະໜອງໃຫ້ແກ່ຄົນ, ເພື່ອປາກເວົ້າກັບຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ນຳກັນກັບຄົນອີກດ້ວຍ. ພຣະເຈົ້ານັ້ນຖ່ອມຕົວຫຼາຍ, ໜ້າຮັກຫຼາຍ. ຖ້າທັນທີທີ່ມີການກ່າວເຖິງຄວາມຮັກຂອງພຣະເຈົ້າ, ທັນທີທີ່ມີການກ່າວເຖິງພຣະຄຸນຂອງພຣະເຈົ້າ, ເຈົ້າຫຼັ່ງນ້ຳຕາເມື່ອເຈົ້າເອີ່ຍຄຳສັນເສີນອັນຫຍິ່ງໃຫຍ່, ຖ້າເຈົ້າມາເຖິງຂັ້ນນີ້, ສະແດງວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ເນັ້ນໃສ່ການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນແບບໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 550)

ມີການບ່ຽງເບນໃນການສະແຫວງຫາຂອງຄົນທຸກມື້ນີ້; ພວກເຂົາພຽງສະແຫວງຫາທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈເທົ່ານັັນ, ແຕ່ພວກເຂົາບໍ່ມີຄວາມຮູ້ໃດໆກ່ຽວກັບພຣະອົງ ແລະ ໄດ້ລະເລີຍຕໍ່ການສ່ອງແສງ ແລະ ການສ່ອງສະຫວ່າງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າເປັນຮາກຖານ. ໃນທາງນີ້ ພວກເຂົາຈະສູນເສຍພາລະກຳລັງ ເມື່ອປະສົບການຂອງພວກເຂົາກ້າວໜ້າຂຶ້ນ. ບັນດາຜູ້ທີ່ສະແຫວງຫາເພື່ອມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າທັງໝົດ, ປະເພດຂອງຄົນທີ່ໃນອາດີດຢູ່ໃນສະຖານະທີ່ບໍ່ດີ, ຜູ້ມີແນວໂນ້ມເອນອ່ຽງໄປຫາການປະຕິເສດ ແລະ ຄວາມອ່ອນແອ, ຜູ້ທີ່ຫຼັ່ງນ້ຳຕາເລື້ອຍໆ, ຮູ້ສຶກທໍ້ແທ້, ແລະ ຜິດຫວັງ; ຕອນນີ້ຄົນເຫຼົ່ານີ້ຢູ່ໃນສະຖານະທີ່ດີຂຶ້ນເລື້ອຍໆ ເນື່ອງຈາກວ່າພວກເຂົາມີປະສົບການຫຼາຍຂຶ້ນ. ຫຼັງຈາກປະສົບການແຫ່ງການຖືກຈັດການ, ຖືກເຮັດໃຫ້ແຕກຫັກ, ຫຼື ຂ້າມຜ່ານໄລຍະເວລາແຫ່ງການຖືກເຮັດໃຫ້ບໍລິສຸດ, ພວກເຂົາໄດ້ສ້າງຄວາມກ້າວໜ້າອັນຫຍິ່ງໃຫຍ່. ສະຖານະດັ່ງກ່າວບໍ່ເຫັນວ່າຈະເກີດຂຶ້ນກັບພວກເຂົາອີກ, ນິໄສຂອງພວກເຂົາໄດ້ປ່ຽນໄປແລ້ວ, ແລະ ຄວາມຮັກຂອງພຣະເຈົ້າກໍ່ດຳລົງຢູ່ໃນຕົວພວກເຂົາ. ມີກົດສຳລັບການເຮັດໃຫ້ຄົນສົມບູນແບບຂອງພຣະເຈົ້າ, ເຊິ່ງພຣະອົງສ່ອງແສງເຈົ້າໂດຍໃຊ້ພາກສ່ວນທີ່ເພິ່ງປາດຖະໜາຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະຖານະດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ, ແລະເຮັດໃຫ້ຕົວເຈົ້າເອງຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈິ່ງຈະສາມາດໂຍນນິໄສອັນເສື່ອມຊາມຂອງຊາຕານອອກໄດ້. ເຈົ້າເປັນຄົນຊື່ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ, ແລະເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ. ພຣະເຈົ້າເຫັນວ່າເຈົ້າເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ, ດັ່ງນັ້ນ ເມື່ອເຈົ້າອ່ອນແອ ແລະ ທໍ້ຖອຍ, ພຣະອົງກໍ່ສ່ອງແສງເຈົ້າເປັນເທົ່າຕົວ, ຊ່ວຍເຈົ້າໃຫ້ຮູ້ຈັກຕົວເຈົ້າເອງຫຼາຍຂຶ້ນ, ເຕັມໃຈກັບໃຈດ້ວຍຕົວເອງຫຼາຍຂຶ້ນ, ແລະ ສາມາດປະຕິບັດສິ່ງທີ່ເຈົ້າຄວນປະຕິບັດໄດ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນຫົວໃຈຂອງເຈົ້າຈິ່ງຈະສະຫງົບ ແລະ ສະບາຍໃຈ. ຄົນທີ່ໃຫ້ຄວາມສົນໃຈກັບການຮູ້ຈັກພຣະເຈົ້າເປັນປົກກະຕິ, ຜູ້ທີ່ໃຫ້ຄວາມສົນໃຈກັບການຮູ້ຈັກຕົນເອງ, ຜູ້ທີ່ໃຫ້ຄວາມສົນໃຈໃນການປະຕິບັດຂອງຕົນເອງເພື່ອວ່າຈະສາມາດໄດ້ຮັບພາລະກິດຂອງພຣະເຈົ້າຖີ່ຂຶ້ນເລື້ອຍໆ, ໄດ້ຮັບການແນະນຳ ແລະ ການສ່ອງສະຫວ່າງຈາກພຣະເຈົ້າຖີ່ຂຶ້ນເລື້ອຍໆ. ເຖິງແມ່ນວ່າຈະຢູ່ໃນສະຖານະດ້ານລົບ, ເຂົາກໍ່ສາມາດຫັນຫຼັງກັບທັນທີ, ບໍ່ວ່າຈະເກີດຈາກກິດຈະການແຫ່ງມະໂນທຳ ຫຼື ເກີດຈາກການສ່ອງສະຫວ່າງຈາກພຣະທຳຂອງພຣະເຈົ້າກໍ່ຕາມ. ການປ່ຽນແປງນິໄສຂອງຄົນໆໜຶ່ງຈະບັນລຸຜົນສະເໝີເມື່ອເຂົາຮູ້ສະຖານະປັດຈຸບັນຂອງຕົວເອງ ພ້ອມຮູ້ນິໄສ ແລະ ພາລະກິດຂອງພຣະເຈົ້າດ້ວຍ. ຄົນທີ່ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເຕັມໃຈທີ່ຈະເປີດຕົວເອງຈະສາມາດດຳເນີນຕາມຄວາມຈິງໄດ້. ຄົນແບບນີ້ແມ່ນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ແລະຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ບໍ່ວ່າຈະເລິກ ຫຼື ຕື້ນ, ໜ້ອຍ ຫຼື ຫຼາຍກໍ່ຕາມ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ, ແລະແມ່ນບາງສິ່ງທີ່ຄົນເຮັດບັນລຸ, ມັນແມ່ນຜົນປະໂຫຍດຂອງພວກເຂົາເອງ. ຄົນທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຄົນທີ່ມີພື້ນຖານ, ມີວິໃສທັດ. ຄົນແບບນີ້ແນ່ໃຈກ່ຽວກັບການເກີດເປັນມະນຸດຂອງພຣະເຈົ້າ, ແລະ ແນ່ໃຈກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າດ້ວຍ. ບໍວ່າພຣະເຈົ້າປະຕິບັດ ຫຼື ປາກເວົ້າແນວໃດ, ຫຼື ຄົນອື່ນໆເຮັດໃຫ້ເກີດການລົບກວນພຽງໃດ, ເຂົາກໍ່ສາມາດຢຶດໝັ້ນ, ແລະ ຢືນຢັດເປັນພະຍານໃຫ້ພຣະເຈົ້າໄດ້. ຍິ່ງຄົນໆໜຶ່ງປະຕິບັດແບບນີ້ຫຼາຍເທົ່າໃດ ເຂົາຍິ່ງສາມາດດຳເນີນຕາມຄວາມຈິງທີ່ເຂົາເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນວ່າເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ສະເໝີ, ເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ, ແລະມີຄວາມເດັດດ່ຽວທີ່ຈະເປັນພະຍານໃຫ້ພຣະເຈົ້າຕະຫຼອດໄປ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ເນັ້ນໃສ່ການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນແບບໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 551)

ເພື່ອມີຄວາມຮອບຮູ້ ແລະ ມີຄວາມນອບນ້ອມ, ແລະ ເພື່ອມີຄວາມສາມາດທີ່ຈະເຫັນເລິກເຂົ້າໄປໃນສິ່ງຕ່າງໆ ເພື່ອວ່າເຈົ້າຈະມີຄວາມກະຕືລືລົ້ນໃນວິນຍານ ໝາຍຄວາມວ່າເຈົ້າມີພຣະທຳຂອງພຣະເຈົ້າທີ່ສ່ອງແສງ ແລະ ສ່ອງສະຫວ່າງເຈົ້າຢູ່ທາງໃນທັນທີເມື່ອເຈົ້າປະເຊີນກັບສິ່ງໃດໜຶ່ງ. ນີ້ແມ່ນການມີຄວາມກະຕືລືລົ້ນໃນວິນຍານ. ທຸກສິ່ງທີ່ພຣະເຈົ້າປະຕິບັດກໍ່ແມ່ນເພື່ອຊ່ວຍຟື້ນຟູວິນຍານຂອງຄົນ. ເປັນຫຍັງພຣະເຈົ້າຈິ່ງເວົ້າຢູ່ສະເໝີວ່າຄົນໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າ? ກໍ່ຍ້ອນວ່າວິນຍານຂອງຄົນໄດ້ຕາຍໄປແລ້ວ, ແລະ ພວກເຂົາກໍ່ໄຮ້ຄວາມຮູ້ສຶກໄປຈົນເຖິງຂັ້ນວ່າພວກເຂົາບໍ່ຮູ້ສຶກຕົວເຖິງສິ່ງຕ່າງໆຂອງວິນຍານ. ພາລະກິດຂອງພຣະເຈົ້າແມ່ນການເຮັດໃຫ້ຊີວິດຂອງຄົນກ້າວໜ້າ ແລະ ເພື່ອຊ່ວຍໃຫ້ວິນຍານຂອງຄົນກັບມາມີຊິວິດ, ເພື່ອວ່າພວກເຂົາຈະສາມາດເຫັນເລິກເຂົ້າໄປໃນສິ່ງຕ່າງໆຂອງວິນຍານ, ແລະ ພວກເຂົາສາມາດທີ່ຈະຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈຢູ່ສະເໝີ. ການມາເຖິງບ່ອນນີ້ ສະແດງໃຫ້ເຫັນວ່າວິນຍານຂອງຄົນໄດ້ຖືກຟື້ນຟູແລ້ວ, ແລະເທື່ອໜ້າທີ່ເຂົາປະເຊີນກັບບາງສິ່ງ, ເຂົາກໍ່ສາມາດຕອບສະໜອງໄດ້ທັນທີ. ເຂົາຕອບສະໜອງຕໍ່ຄຳເທດສອນ, ແລະ ຕອບສະໜອງກັບສະຖານະການຕ່າງໆໄດ້ໂດຍໄວ. ນີ້ແມ່ນສິ່ງທີ່ບັນລຸຄວາມກະຕືລືລົ້ນຂອງວິນຍານ.​ ມີຫຼາຍຄົນທີ່ມີປະຕິກິລິຍາຕອບສະໜອງໂດຍໄວຕໍ່ເຫດການທາງນອກ, ແຕ່ທັນທີເມື່ອເວົ້າເຖິງການເຂົ້າສູ່ຄວາມເປັນຈິງ ຫຼື ສິ່ງຕ່າງໆທີ່ມີລາຍລະອຽດໃນວິນຍານ, ພວກເຂົາກໍ່ກາຍເປັນຄົນໄຮ້ຄວາມຮູສຶກ ແລະ ໂງ່ຈ້າ. ພວກເຂົາເຂົ້າໃຈບາງສິ່ງກໍ່ເມື່ອມັນເຂົ້າໃຈໄດ້ງ່າຍເທົ່ານັ້ນ. ທັງໝົດນີ້ແມ່ນສັນຍານຂອງຄວາມມຶນງົງ ແລະ ຄວາມໂງ່ຈ້າທາງດ້ານວິນຍານ, ຂອງການມີປະສົບການໜ້ອຍກ່ຽວກັບສິ່ງຕ່າງໆດ້ານວິນຍານ. ບາງຄົນມີຄວາມກະຕືລືລົ້ນຂອງວິນຍານ ແລະ ມີຄວາມຮອບຮູ້ດ້ວຍ. ທັນທີທີ່ພວກເຂົາໄດ້ຍິນບາງສິ່ງທີ່ກົງກັບສະຖານະຂອງພວກເຂົາ ພວກເຂົາບໍ່ເສຍເວລາໃນການຂຽນມັນລົງໄປ. ພວກເຂົານຳໃຊ້ມັນກັບປະສົບການຕໍ່ໄປຂອງພວກເຂົາ, ແລະ ໃຊ້ເພື່ອປ່ຽນແປງຕົວພວກເຂົາເອງ. ນີ້ແມ່ນຄົນທີ່ມີຄວາມກະຕືລືລົ້ນໃນວິນຍານ. ແລະເປັນຫຍັງເຂົາຈິ່ງສາມາດມີປະຕິກິລິຍາຕອບສະໜອງໄດ້ໄວປານນີ້? ກໍ່້ຍ້ອນວ່າເຂົາເນັ້ນໃສ່ປະເດັນຕ່າງໆເຫຼົ່ານີ້ໃນຊີວິດປະຈຳວັນ, ແລະ ທັນທີເມື່ອເວົ້າເຖິງໜຶ່ງໃນປະເດັນເຫຼົ່ານີ້, ມັນເກີດຂຶ້ນເຊິ່ງກົງກັບເງື່ອນໄຂພາຍໃນຂອງເຂົາ, ແລະ ເຂົາກໍ່ສາມາດຮັບມັນໄດ້ທັນທີ. ມັນຄ້າຍຄືກັບການໃຫ້ອາການແກ່ຄົນທີ່ຫິວເຂົ້າ; ພວກເຂົາສາມາດກິນໄດ້ທັນທີ. ຖ້າເຈົ້າໃຫ້ອາຫານແກ່ບາງຄົນທີ່ບໍ່ຫົວເຂົ້າ, ພວກເຂົາກໍ່ຈະບໍ່ຕອບສະໜອງໂດຍໄວ. ເຈົ້າອະທິຖານຫາພຣະເຈົ້າເລື້ອຍໆ, ແລະເຈົ້າກໍ່ສາມາດຕອບສະໜອງໄດ້ທັນທີເມື່ອເຈົ້າປະເຊີນກັບບາງສິ່ງ: ພຣະເຈົ້າຮຽກຮ້ອງຫຍັງໃນເລື່ອງນີ້, ແລະເຈົ້າຄວນປະຕິບັດແນວໃດ. ພຣະເຈົ້າໄດ້ນຳທາງເຈົ້າແລ້ວໃນເລື່ອງນີ້ໃນຄັ້ງກ່ອນ; ແລະມື້ນີ້ເມື່ອເຈົ້າປະເຊີນກັບສິ່ງດຽວກັນນີ້ ເຈົ້າກໍ່ຮູ້ວ່າຈະເຂົ້າໄປໃນສະຖານະການນີ້ແນວໃດເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າເພິ່ງພໍໃຈ. ຖ້າເຈົ້າປະຕິບັດໃນທາງນີ້ຢູ່ສະເໝີ ແລະ ປະສົບໃນທາງນີ້ຢູ່ສະເໝີ, ໃນບາງຈຸດ ເຈົ້າຈະກາຍເປັນຜູ້ຊ່ຽວຊານກ່ຽວກັບມັນ. ເມື່ອອ່ານພຣະທຳຂອງພຣະເຈົ້າ ເຈົ້າຮູ້ວ່າຄົນແບບໃດທີ່ພຣະເຈົ້າກຳລັງອ້າງອີງເຖິງ, ເຈົ້າຮູ້ວ່າແມ່ນເງື່ອນໄຂຂອງວິນຍານແບບໃດທີ່ພຣະອົງກຳລັງເວົ້າເຖິງ, ແລະ ເຈົ້າກໍ່ສາມາດກຳຈຸດສຳຄັນໄດ້ ແລະ ນຳເອົາໄປປະຕິບັດຕາມ; ນີ້ສະແດງໃຫ້ເຫັນວ່າເຈົ້າສາມາດປະສົບໄດ້. ເປັນຫຍັງບາງຄົນຈິ່ງຂາດໃນດ້ານນີ້? ກໍ່ຍ້ອນວ່າພວກເຂົາບໍ່ໄດ້ໃຊ້ຄວາມພະຍາຍາມຫຼວງຫຼາຍເຂົ້າໃນພາກປະຕິບັດ. ເຖິງແມ່ນວ່າພວກເຂົາເຕັມໃຈທີ່ຈະນຳເອົາຄວາມຈິງໄປປະຕິບັດຕາມ, ແຕ່ພວກເຂົາບໍ່ມີຄວາມເຂົ້າໃຈທີ່ເລິກເຊິງອັນແທ້ຈິງໃນລາຍລະອຽດຂອງການຮັບໃຊ້, ໃນລາຍລະອຽດຂອງຄວາມຈິງໃນຊີວິດຂອງພວກເຂົາ. ພວກເຂົາສັບສົນເມື່ອບາງສິ່ງເກີດຂຶ້ນ. ໃນທາງນີ້, ເຈົ້າອາດຫຼົງທາງເມື່ອມີຜູ້ເຜີຍພຣະທຳເທັດທຽມ ຫຼື ສາວົກເທັດທຽມມານຳ. ມັນຮັບບໍ່ໄດ້ທີ່ຈະເມີນເສີຍຕໍ່ຄວາມຮອບຮູ້. ເຈົ້າຕ້ອງເອົາໃຈໃສ່ຕໍ່ສິ່ງຕ່າງໆຂອງວິນຍານຢູ່ສະເໝີ: ພຣະເຈົ້າກ່າວຫຍັງ, ພຣະເຈົ້າປະຕິບັດພາລະກິດແນວໃດ, ຄວາມຕ້ອງການຂອງພຣະອົງຕໍ່ຄົນແມ່ນຫຍັງ, ຄົນແບບໃດທີ່ເຈົ້າຄວນຄົບຄ້າສະມາຄົມນຳ, ແລະ ຄົນແບບໃດທີ່ເຈົ້າຄວນຫຼີກລ່ຽງ. ເຈົ້າຕ້ອງໃຫ້ຄວາມສຳຄັນໃນສິ່ງເຫຼົ່ານີ້ເມື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃນຊ່ວງເວລາແຫ່ງປະສົບການຈິງ. ຖ້າເຈົ້າປະສົບກັບພຣະທຳຂອງພຣະເຈົ້າໃນທາງນີ້ສະເໝີ, ເຈົ້າຈະເຂົ້າໃຈຄວາມຈິງ ແລະ ເຂົ້າໃຈຫຼາຍໆສິ່ງຢູ່ຕະຫຼອດ, ແລະຈະມີຄວາມຮອບຮູ້ດ້ວຍ. ແມ່ນຫຍັງຄືກົດເກນຂອງພຣະວິນຍານບໍລິສຸດ, ແມ່ນຫຍັງຄືໂທດກຳເນີດຈາກຄວາມຕັ້ງໃຈຂອງມະນຸດ, ແມ່ນຫຍັງຄືການແນະນຳຈາກພຣະວິນຍານບໍລິສຸດ, ແມ່ນຫຍັງຄືການຈັດສັນສະພາບແວດລ້ອມ, ແມ່ນຫຍັງຄືການສ່ອງສະຫວ່າງພາຍໃນແຫ່ງພຣະທຳຂອງພຣະເຈົ້າ, ຖ້າເຈົ້າບໍ່ຈະແຈ້ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າກໍ່ຈະບໍ່ມີຄວາມຮອບຮູ້. ເຈົ້າຄວນຮູ້ວ່າແມ່ນຫຍັງທີ່ມາຈາກພຣະວິນຍານບໍລິດສຸດ, ແມ່ນຫຍັງຄືນິໄສກໍ່ກະບົດ, ວິທີເຊື່ອຟັງພຣະທຳຂອງພຣະເຈົ້າ, ແລະ ວິທີໂຍນຄວາມກະບົດຂອງຕົວເຈົ້າເອງຖິ້ມ; ເຈົ້າຄວນເຂົ້າໃຈລາຍລະອຽດຂອງຄວາມຈິງເຫຼົ່ານີ້ທັງໝົດ, ເພື່ອວ່າເມື່ອບາງສິ່ງເກີດຂຶ້ນ, ເຈົ້າຈິ່ງມີຄວາມຈິງອັນເໝາະສົມທີ່ຈະປຽບທຽບກັບມັນໄດ້, ເຈົ້າມີວິໄສທັດທີ່ເໝາະສົມເປັນຮາກຖານ,​ ມີຫຼັກການໃນທຸກໆເລື່ອງທີ່ເຈົ້າປະຕິບັດ ແລະ ສາມາດປະຕິບັດຕາມຄວາມຈິງ. ແລ້ວຊີວິດຂອງເຈົ້າກໍ່ຈະເຕັມໄປດ້ວຍການສ່ອງແສງຂອງພຣະເຈົ້າ, ເຕັມໄປດ້ວຍພຣະພອນຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດບໍ່ດີຕໍ່ຄົນທີ່ສະແຫວງຫາພຣະອົງດ້ວຍໃຈຈິງ. ພຣະອົງຈະບໍ່ປະຕິບັດບໍ່ດີຕໍ່ຄົນທີ່ຢູ່ກັບພຣະອົງ ແລະ ເປັນພະຍານໃຫ້ພຣະອົງ, ແລະ ພຣະອົງຈະບໍ່ສາບແຊ່ງຄົນທີ່ສາມາດກະຫາຍຄວາມຈິງຢ່າງຈິງໃຈດ້ວຍ. ຖ້າວ່າ, ໃນຂະນະທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາດເອົາໃຈໃສ່ຕໍ່ສະພາບຕົວຈິງຂອງຕົວເຈົ້າເອງ, ເອົາໃຈໃສ່ຕໍ່ການປະຕິບັດຂອງຕົວເຈົ້າເອງ, ແລະ ເອົາໃຈໃສ່ຕໍ່ຄວາມເຂົ້າໃຈຂອງຕົວເຈົ້າເອງ, ຈາກນັ້ນ, ເມື່ອເຈົ້າພົບກັບບັນຫາ, ເຈົ້າຈະໄດ້ຮັບການສ່ອງແສງ ແລະ ຈະໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງ. ແລ້ວເຈົ້າກໍ່ຈະມີເສັ້ນທາງແຫ່ງການປະຕິບັດ ແລະ ໄດ້ຮັບຄວາມຮອບຮູ້ສຳລັບທຸກສິ່ງ. ຄົນທີ່ມີຄວາມຈິງບໍ່ໜ້າເປັນໄປໄດ້ທີ່ຈະຖືກຫຼອກລວງ, ແລະ ບໍ່ໜ້າເປັນໄປໄດ້ທີ່ຈະປະພຶດຕົນແບບບໍ່ເໝາະສົມ ຫຼື ປະຕິບັດແບບເກີນຄວນ. ຍ້ອນຄວາມຈິງເຂົາຈິ່ງຖືກປົກປ້ອງ, ແລະກໍ່ຍ້ອນຄວາມຈິງ ເຂົາຈິ່ງໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນ. ຍ້ອນຄວາມຈິງເຂົາຈິ່ງມີເສັ້ນທາງປະຕິບັດຫຼາຍຂຶ້ນ, ມີໂອກາດໃຫ້ພຣະວິນຍາບໍລິສຸດປະຕິບັດພາລະກິດໃນຕົວເຂົາຫຼາຍຂຶ້ນ, ແລະມີໂອກາດທີ່ຈະຖືກເຮັດໃຫ້ສົມບູນແບບຫຼາຍຂຶ້ນດ້ວຍ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ເນັ້ນໃສ່ການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນແບບໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 552)

ມີເງື່ອນໄຂທີ່ຕ້ອງບັນລຸຖ້າເຈົ້າຕ້ອງການທີ່ຈະຖືກເຮັດໃຫ້ສົມບູນ. ຜ່ານການຕັດສິນໃຈຂອງເຈົ້າ, ການພາກພຽນຂອງເຈົ້າ ແລະ ຄວາມສຳນຶກຂອງເຈົ້າ ແລະ ຜ່ານການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດມີປະສົບການກັບຊີວິດ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ສິ່ງເຫຼົ່ານີ້ຄືທາງເຂົ້າສູ່ຂອງເຈົ້າ ແລະ ສິ່ງຈຳເປັນໃນເສັ້ນທາງສູ່ຄວາມສົມບູນ. ພາລະກິດແຫ່ງຄວາມສົມບູນສາມາດເຮັດໃຫ້ສຳເລັດໃນທຸກຄົນ. ຄົນໃດກໍຕາມທີ່ສະແຫວງຫາພຣະເຈົ້າສາມາດຖືກເຮັດໃຫ້ສົມບູນໄດ້ ແລະ ພວກເຂົາມີໂອກາດ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ບໍ່ມີກົດລະບຽບທີ່ຍຸ້ງຍາກ ແລະ ຮີບດ່ວນໃດໆ. ຄົນໃດໜຶ່ງກໍສາມາດຖືກເຮັດໃຫ້ສົມບູນແບບໄດ້, ຕົ້ນຕໍແມ່ນຂຶ້ນຢູ່ກັບການສະແຫວງຫາຂອງຄົນໆນັ້ນ. ຄົນທີ່ຮັກຄວາມຈິງ ແລະ ສາມາດດຳລົງຊີວິດໃນຄວາມຈິງແມ່ນສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າແມ່ນບໍ່ມີຊີວິດທີ່ພຣະເຈົ້າຕ້ອງການ. ຄົນເຫຼົ່ານີ້ບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ພາລະກິດແຫ່ງຄວາມສົມບູນແມ່ນເພື່ອຜົນປະໂຫຍດແຫ່ງການຮັບເອົາຜູ້ຄົນເທົ່ານັ້ນ ບໍ່ມີບາດກ້າວໃນການຕໍ່ສູ້ກັບຊາຕານ, ພາລະກິດແຫ່ງການເອົາຊະນະແມ່ນເພື່ອຜົນປະໂຫຍດແຫ່ງການຕໍ່ສູ້ກັບຊາຕານ ເຊິ່ງໝາຍຄວາມວ່າ ນໍາໃຊ້ການເອົາຊະນະມະນຸດເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດແຫ່ງການເອົາຊະນະແມ່ນພາລະກິດຫຼັກ ເຊິ່ງເປັນພາລະກິດໃໝ່ທີ່ສຸດທີ່ບໍ່ເຄີຍປະຕິບັດໃນຍຸກໃດມາກ່ອນ. ສາມາດເວົ້າໄດ້ວ່າ ເປົ້າໝາຍຂອງຂັ້ນຕອນນີ້ຂອງພາລະກິດ ຕົ້ນຕໍແມ່ນເພື່ອເອົາຊະນະທຸກຄົນ ແລະ ເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນນັ້ນບໍ່ແມ່ນພາລະກິດໃໝ່. ທຸກພາລະກິດໃນຊ່ວງໄລຍະທີ່ພຣະເຈົ້າກຳລັງປະຕິບັດພາລະກິດຜ່ານເນື້ອໜັງນັ້ນ ເປົ້າໝາຍຫຼັກຄືການເອົາຊະນະຜູ້ຄົນ. ນີ້ແມ່ນຄືກັບຍຸກແຫ່ງພຣະຄຸນ. ການໄຖ່ບາບຂອງມວນມະນຸດຊາດຜ່ານການຖືກຄຶງໃສ່ໄມ້ກາງແຂນແມ່ນພາລະກິດຫຼັກ. “ການຮັບຜູ້ຄົນ” ເປັນສິ່ງທີ່ເພີ່ມເຕີ່ມເຂົ້າໃສ່ພາລະກິດໃນເນື້ອໜັງ ແລະ ຖືກປະຕິບັດຫຼັງຈາກການຖືກຄຶງທີ່ໄມ້ກາງແຂນເທົ່ານັ້ນ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂອງພຣະອົງ ເປົ້າໝາຍຂອງພຣະອົງ ຕົ້ນຕໍແມ່ນເພື່ອນໍາໃຊ້ການຖືກຄຶງທີ່ໄມ້ກາງແຂນຂອງພຣະອົງເພື່ອເອົາຊະນະການເປັນທາດແຫ່ງຄວາມຕາຍ ແລະ ແດນມໍລະນາ, ເພື່ອເອົາຊະນະອິດທິພົນຂອງຊາຕານ ເຊິ່ງໝາຍຄວາມວ່າ ເຮັດໃຫ້ຊາຕານພ່າຍແພ້. ພຽງແຕ່ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ ເປໂຕຈຶ່ງເລີ່ມດຳເນີນການເທື່ອລະບາດກ້າວໃນເສັ້ນທາງສູ່ຄວາມສົມບູນແບບ. ແນ່ນອນ ເປໂຕແມ່ນໜຶ່ງໃນບັນດາຜູ້ຄົນທີ່ຕິດຕາມພຣະເຢຊູໃນຂະນະທີ່ພຣະເຢຊູກຳລັງປະຕິບັດພາລະກິດ ແຕ່ລາວບໍ່ໄດ້ຖືກເຮັດໃຫ້ສົມບູນໃນເວລານັ້ນ. ກົງກັນຂ້າມ ຫຼັງຈາກທີ່ພຣະເຢຊູສຳເລັດພາລະກິດຂອງພຣະອົງ ເປໂຕຈຶ່ງຄ່ອຍເຂົ້າໃຈຄວາມຈິງ ແລ້ວສຸດທ້າຍກໍກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນແບບ. ພຣະເຈົ້າທີ່ບັງເກີດເປັນມະນຸດມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດສໍາເລັດຈຸດສໍາຄັນ ເຊິ່ງເປັນຂັ້ນຕອນສຳຄັນຂອງພາລະກິດໃນໄລຍະເວລາຊົ່ວຄາວ ບໍ່ແມ່ນເພື່ອດຳລົງຊີວິດເປັນໄລຍະເວລາຍາວນານທ່າມກາງຜູ້ຄົນເທິງແຜ່ນດິນໂລກ ແລະ ບໍ່ມີເຈດຕະນາເຮັດໃຫ້ພວກເຂົາສົມບູນ. ພຣະອົງບໍ່ໄດ້ປະຕິບັດພາລະກິດນັ້ນ. ພຣະອົງບໍ່ລໍຖ້າຈົນເຖິງເວລາທີ່ມະນຸດຖືກເຮັດໃຫ້ສົມບູນຢ່າງບໍລິບູນຈຶ່ງຈະສິ້ນສຸດພາລະກິດຂອງພຣະອົງ. ນັ້ນບໍ່ແມ່ນເປົ້າໝາຍ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງ. ພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດໄລຍະສັ້ນເພື່ອຊ່ວຍມະນຸດໃຫ້ລອດພົ້ນເທົ່ານັ້ນ ບໍ່ແມ່ນເພື່ອປະຕິບັດພາລະກິດໄລຍະຍາວເພື່ອເຮັດໃຫ້ມະນຸດສົມບູນ. ພາລະກິດແຫ່ງການຊ່ວຍມະນຸດຄືຕົວແທນໃນການເລີ່ມຕົ້ນຍຸກໃໝ່ ແລະ ສາມາດບັນລຸຜົນສຳເລັດໃນໄລຍະເວລາສັ້ນໆໄດ້. ແຕ່ການເຮັດໃຫ້ມະນຸດສົມບູນນ້ນ ຈຳເປັນຕ້ອງນໍາເອົາມະນຸດຂຶ້ນສູ່ລະດັບໃດໜຶ່ງ ແລະ ເປັນພາລະກິດທີ່ໃຊ້ເວລາຍາວນານ. ພາລະກິດນີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍພຣະວິນຍານຂອງພຣະເຈົ້າ ແຕ່ປະຕິບັດບົນພື້ນຖານຂອງຄວາມຈິງທີ່ຖືກກ່າວລະຫວ່າງພາລະກິດໃນເນື້ອໜັງ ຫຼື ຍິ່ງໄປກວ່ານັ້ນ ພຣະອົງຍົກພວກສາວົກຂຶ້ນເພື່ອປະຕິບັດພາລະກິດໃນການດູແລໃນໄລຍະເວລາຍາວເພື່ອບັນລຸເປົ້າໝາຍຂອງພຣະອົງໃນການເຮັດໃຫ້ມະນຸດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ປະຕິບັດພາລະກິດນີ້. ແທນທີ່ພຣະອົງຈະສືບຕໍ່ຢູ່ກັບມະນຸດເພື່ອປະຕິບັດຄວາມຈິງຢ່າງຕໍ່ເນື່ອງ ພຣະອົງມາເພື່ອພຽງກ່າວພຣະທໍາກ່ຽວກັບຫົນທາງແຫ່ງຊີວິດໃຫ້ຜູ້ຄົນເຂົ້າໃຈ ແລະ ພຽງມອບຄວາມຈິງໃຫ້ກັບມະນຸດເທົ່ານັ້ນ ເພາະວ່າສິ່ງນັ້ນບໍ່ໄດ້ຢູ່ໃນພັນທະກິດຂອງພຣະອົງ. ສະນັ້ນ ພຣະອົງຈະບໍ່ຢູ່ກັບມະນຸດຈົນເຖິງມື້ທີ່ມະນຸດເຂົ້າໃຈຄວາມຈິງຢ່າງສົມບູນ ແລະ ໄດ້ຮັບຄວາມຈິງຢ່າງຄົບຖ້ວນ. ພາລະກິດຂອງພຣະອົງໃນເນື້ອໜັງຈະສິ້ນສຸດລົງຢ່າງເປັນທາງການເມື່ອມະນຸດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າຢ່າງເປັນທາງການ ແລະ ເມື່ອມະນຸດກ້າວຂາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກເຮັດໃຫ້ສົມບູນແບບ. ແນ່ນອນ ນີ້ຄືເວລາທີ່ພຣະອົງຈະໄດ້ເອົາຊະນະຊາຕານຢ່າງແທ້ຈິງ ແລະ ເອົາຊະນະເໜືອແຜ່ນດິນໂລກ. ພຣະອົງບໍ່ສົນໃຈວ່າ ໃນທີ່ສຸດແລ້ວ ມະນຸດໄດ້ເຂົ້າສູ່ຄວາມຈິງໃນເວລານັ້ນ ຫຼື ບໍ ຫຼື ພຣະອົງບໍ່ສົນໃຈກ່ຽວກັບວ່າ ຊີວິດຂອງມະນຸດຈະສູງສົ່ງ ຫຼື ຕໍ່າຕ້ອຍ. ນັ້ນບໍ່ແມ່ນສິ່ງທີ່ພຣະອົງສະຖິດຢູ່ໃນເນື້ອໜັງຄວນຄຸ້ມຄອງ, ແລ້ວສິ່ງດັ່ງກ່າວບໍ່ໄດ້ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ເມື່ອພຣະອົງສຳເລັດພາລະກິດທີ່ພຣະອົງມຸ້ງໝາຍໄວ້ ພຣະອົງກໍສິ້ນສຸດພາລະກິດຂອງພຣະອົງໃນຝ່າຍເນື້ອໜັງ. ສະນັ້ນ ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດແມ່ນເປັນພຽງພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້ເທົ່ານັ້ນ. ຍິ່ງໄປກວ່ານັ້ນ ມັນເປັນພາລະກິດໄລຍະສັ້ນໆແຫ່ງຄວາມລອດພົ້ນ ບໍ່ແມ່ນພາລະກິດໄລຍະຍາວເທິງແຜ່ນດິນໂລກ.

(ຄັດຈາກບົດ “ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 553)

ພາລະກິດທ່າມກາງພວກເຈົ້າແມ່ນການປະຕິບັດພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດໃນພວກເຈົ້າ. ຫຼັງຈາກເອົາຊະນະຄົນໃດໜຶ່ງ ຄົນທັງກຸ່ມກໍຈະຖືກເຮັດໃຫ້ສົມບູນ. ສະນັ້ນ ພາລະກິດສ່ວນຫຼາຍໃນປັດຈຸບັນກໍຍັງແມ່ນການຈັດກຽມເພື່ອເປົ້າໝາຍໃນການເຮັດໃຫ້ພວກເຈົ້າສົມບູນ ຍ້ອນມີຫຼາຍຄົນທີ່ກຳລັງສະແຫວງຫາຄວາມຈິງ ຜູ້ທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າພາລະກິດແຫ່ງການເອົາຊະນະຕ້ອງຖືກປະຕິບັດໃນພວກເຈົ້າ ແລະ ຫຼັງຈາກນັ້ນກໍບໍ່ມີພາລະກິດຕໍ່ໄປອີກທີ່ຈະຖືກເຮັດໃຫ້ສຳເລັດ ແລ້ວນັ້ນຈະບໍ່ແມ່ນເຫດຜົນຂອງບາງຄົນທີ່ປາຖະໜາຫາຄວາມຈິງຈະໄດ້ຮັບມັນບໍ? ພາລະກິດໃນປັດຈຸບັນມຸ່ງໝາຍໃສ່ການເປີດເສັ້ນທາງສູ່ການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ເຖິງແມ່ນວ່າ ພາລະກິດຂອງເຮົາເປັນພຽງການເອົາຊະນະເທົ່ານັ້ນ ເຖິງຢ່າງໃດກໍຕາມ ຫົນທາງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນເພື່ອຈັດກຽມໃນການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ພາລະກິດທີ່ມາພາຍຫຼັງການເອົາຊະນະແມ່ນມຸ່ງໄປທີ່ການເຮັດໃຫ້ຜູ້ຄົນສົມບູນ ແລະ ດ້ວຍເຫດນັ້ນ ການເອົາຊະນະຈຶ່ງໄດ້ປະຕິບັດເພື່ອວາງພື້ນຖານໃນການເຮັດໃຫ້ສົມບູນ. ມະນຸດສາມາດຖືກເຮັດໃຫ້ສົມບູນພຽງແຕ່ຫຼັງຈາກທີ່ຖືກເອົາຊະນະ. ໃນປັດຈຸບັນນີ້ ໜ້າທີ່ຫຼັກກໍຄືການເອົາຊະນະ, ຫລັງຈາກນັ້ນ ສໍາລັບຜູ້ທີ່ສະແຫວງຫາ ແລະ ປາຖະໜາຫາຄວາມຈິງກໍຈະຖືກເຮັດໃຫ້ສົມບູນ. ການຖືກເຮັດໃຫ້ສົມບູນກ່ຽວພັນເຖິງດ້ານບວກໃນການເຂົ້າຫາຂອງຜູ້ຄົນ. ເຈົ້າມີຫົວໃຈທີ່ຮັກພຣະເຈົ້າບໍ? ແມ່ນຫຍັງຄືສ່ວນເລິກໃນປະສົບການຂອງເຈົ້າເມື່ອເຈົ້າຍ່າງຕາມເສັ້ນທາງນີ້? ແລ້ວຄວາມຮັກພຣະເຈົ້າຂອງເຈົ້າບໍລິສຸດພຽງໃດ? ການປະຕິບັດຄວາມຈິງຂອງເຈົ້າຖືກຕ້ອງພຽງໃດ? ໃນການຖືກເຮັດໃຫ້ສົມບູນ ຄົນໃດໜຶ່ງຕ້ອງມີຄວາມຮູ້ພື້ນຖານກ່ຽວກັບທຸກຢ່າງຂອງຄວາມເປັນມະນຸດ. ນີ້ຄືເງື່ອນໄຂທີ່ເປັນບັນທັດຖານ. ທຸກຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນຫຼັງຈາກຖືກເອົາຊະນະຈະກາຍມາເປັນວັດຖຸຮັບໃຊ້ ແລະ ຍັງຈະຖືໂຍນລົງບຶງໄຟ ແລະ ມາດໃນທີ່ສຸດ ແລະ ຍັງຈະຕົກລົງໃນເຫວທີ່ບໍ່ມີຈຸດສິ້ນສຸດ ຍ້ອນອຸປະນິໄສຂອງພວກເຂົາບໍ່ໄດ້ຮັບການປ່ຽນແປງ ແລະ ພວກເຂົາຍັງເປັນຄົນຂອງຊາຕານ. ຖ້າມະນຸດຂາດຄຸນສົມບັດສຳລັບຄວາມສົມບູນ ແລ້ວເຂົາກໍບໍ່ມີປະໂຫຍດຫຍັງເລີຍ ເຂົາຈະເປັນຂອງເສດເຫຼືອ, ເປັນເຄື່ອງມື ແລະ ເປັນສິ່ງທີ່ບໍ່ສາມາດທົນຕໍ່ການທົດລອງແຫ່ງໄຟໄດ້! ບັດນີ້ ຄວາມຮັກພຣະເຈົ້າຂອງເຈົ້າຈະຍິ່ງໃຫຍ່ພຽງໃດ? ຄວາມກຽດຊັງຕົວເອງຂອງເຈົ້າຈະຍິ່ງໃຫຍ່ພຽງໃດ? ເຈົ້າຮູ້ຈັກຊາຕານເລິກເຊິ່ງພຽງໃດ? ພວກເຈົ້າໄດ້ໝັ້ນໃຈໃນການຕັດສິນໃຈຂອງພວກເຈົ້າບໍ? ຊີວິດໃນຄວາມເປັນມະນຸດຂອງເຈົ້າຖືກຄວບຄຸມຢ່າງດີບໍ? ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ເຈົ້າກຳລັງດຳລົງຊີວິດໃໝ່ບໍ? ທັດສະນະກ່ຽວກັບຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ຖ້າສິ່ງເຫຼົ່ານີ້ຍັງບໍ່ປ່ຽນແປງ ເຈົ້າບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນເຈົ້າບໍ່ໄດ້ຖອຍກໍຕາມ, ກົງກັນຂ້າມ ເຈົ້າພຽງແຕ່ຖືກເອົາຊະນະ. ເມື່ອເຖິງເວລາທົດສອບເຈົ້າ ເຈົ້າກໍຂາດຄວາມຈິງ, ຄວາມເປັນມະນຸດຂອງເຈົ້າບໍ່ປົກກະຕິ ແລະ ເຈົ້າຕໍ່າຕ້ອຍຄືກັບສັດຮ້າຍ. ເຈົ້າພຽງແຕ່ຖືກເອົາຊະນະ ເປັນພຽງແຕ່ຄົນທີ່ຖືກເຮົາເອົາຊະນະ. ຄືກັບໂຕລາເມື່ອມັນຜະເຊີນກັບແສ້ຂອງເຈົ້ານາຍ ມັນຈຶ່ງຢ້ານ ແລະ ບໍ່ກ້າສະແດງອອກທຸກຄັ້ງທີ່ມັນເຫັນເຈົ້ານາຍ ແລ້ວໃນທຳນອງດຽວກັນ ເຈົ້າກໍເປັນຄືກັບສະພາບຂອງໂຕລາ. ຖ້າຄົນໃດໜຶ່ງຂາດດ້ານບວກເຫຼົ່ານັ້ນ ແຕ່ກົງກັນຂ້າມ ເຂົາບໍ່ດີ້ນລົນ ແລະ ຢ້ານກົວ, ບໍ່ກ້າ ແລະ ລັ່ງເລກັບທຸກສິ່ງ, ບໍ່ສາມາດເບິ່ງເຫັນສິ່ງໃດກໍຕາມຢ່າງຊັດເຈນ, ບໍ່ສາມາດຍອມຮັບຄວາມຈິງ, ຍັງປາສະຈາກເສັ້ນທາງສູ່ການປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກຫົວໃຈທີ່ຮັກພຣະເຈົ້າ ນັ້ນກໍຄື ຖ້າຄົນໃດໜຶ່ງບໍ່ມີຄວາມເຂົ້າໃຈກ່ຽວກັບວິທີການຮັກພຣະເຈົ້າ, ວິທີການດຳລົງຊີວິດທີ່ມີຄວາມໝາຍ ຫຼື ວິທີການເປັນຄົນແທ້ ແລ້ວຄົນແບບນັ້ນຈະສາມາດເປັນພະຍານໃຫ້ພຣະເຈົ້າໄດ້ແນວໃດ? ສິ່ງນີ້ສະແດງໃຫ້ເຫັນວ່າ ຊີວິດຂອງເຈົ້າມີຄຸນຄ່າພຽງແຕ່ໜ້ອຍດຽວ ແລະ ເຈົ້າກໍເປັນພຽງແຕ່ໂຕລາທີ່ທາດເຈົ້ານາຍຂອງມັນ. ເຈົ້າຖືກເອົາຊະນະ ແຕ່ນັ້ນກໍພຽງແຕ່ໝາຍຄວາມວ່າ ເຈົ້າໄດ້ປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ ແລະ ປະຕິເສດທີ່ຈະຍອມຢູ່ພາຍໃຕ້ອຳນາດຂອງມັນ; ໝາຍຄວາມວ່າ ເຈົ້າເຊື່ອວ່າມີພຣະເຈົ້າແທ້, ຕ້ອງການເຊື່ອຟັງແຜນການທຸກຢ່າງຂອງພຣະເຈົ້າ ແລະ ບໍ່ມີການຕໍ່ວ່າໃດໆ. ແຕ່ໃນລັກສະນະດ້ານບວກ ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ສະແດງອອກເຖິງພຣະເຈົ້າແລ້ວບໍ? ຖ້າເຈົ້າບໍ່ມີສິ່ງໃດເລີຍ ກໍໝາຍຄວາມວ່າ ເຈົ້າຍັງບໍ່ໄດ້ຖືກຮັບໂດຍພຣະເຈົ້າ ແລະ ເຈົ້າກໍເປັນພຽງແຕ່ໂຕລາທີ່ເປັນທາດເຈົ້ານາຍຂອງມັນ. ບໍ່ມີຫຍັງເປັນທີ່ປາຖະໜາໃນຕົວເຈົ້າ ແລະ ພຣະວິນຍານບໍລິສຸດກໍບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ. ຄວາມເປັນມະນຸດຂອງເຈົ້າຂາດແຄນຫຼາຍ ແລະ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະນໍາໃຊ້ເຈົ້າ. ເຈົ້າຕ້ອງຖືກເຫັນດີຈາກພຣະເຈົ້າ ແລະ ຕ້ອງດີກວ່າສັດຮ້າຍທີ່ບໍ່ເຊື່ອຟັງ ແລະ ດີກວ່າຄົນຕາຍທີ່ຍ່າງໄດ້ເຖິງຮ້ອຍເທົ່າ ມີພຽງແຕ່ຄົນທີ່ມາເຖິງລະດັບນີ້ຈຶ່ງມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ມີພຽງຜູ້ທີ່ມີຄວາມເປັນມະນຸດ ແລະ ຄວາມສຳນຶກ ຈຶ່ງເໝາະສົມທີ່ຈະຖືກພຣະເຈົ້ານໍາໃຊ້. ມີພຽງແຕ່ເມື່ອພວກເຈົ້າຖືກເຮັດໃຫ້ສົມບູນ ພວກເຈົ້າຈຶ່ງຈະຖືວ່າເປັນມະນຸດ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນຈຶ່ງເປັນຄົນດຳລົງຊີວິດທີ່ມີຄວາມໝາຍ. ມີພຽງແຕ່ຄົນປະເພດດັ່ງກ່າວຈຶ່ງຈະສາມາດເປັນພະຍານໃຫ້ກັບພຣະເຈົ້າດ້ວຍຄວາມຈິງໃຈຢ່າງຍິ່ງ.

(ຄັດຈາກບົດ “ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 554)

ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີລັກສະນະໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະເຈົ້າບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບຄວາມຮູ້ເຊັ່ນນີ້, ແລ້ວສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ຄົນເຊັ່ນນີ້ບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ພວກເຂົາສາມາດຮັບພຣະຄຸນພຽງແຕ່ຈຳນວນໜ້ອຍເພື່ອຊື່ນຊົມມັນໃນເວລາສັ້ນໆເທົ່ານັ້ນ ແລະ ບໍ່ສາມາດຮັກສາມັນໄວ້ເປັນໄລຍະຍາວໄດ້. ຖ້າຄົນໆໜຶ່ງພຽງແຕ່ຊື່ນຊົມພຣະຄຸນຂອງພຣະເຈົ້າ, ເຂົາບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ບາງຄົນອາດພໍໃຈກັບຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງ, ຊີວິດທີ່ສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ດຳລົງຊີວິດຢູ່ໃນຄວາມສະຫງົບສຸກກັບຄອບຄົວຂອງພວກເຂົາໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ່ງ. ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ສາມາດເປັນທີ່ພໍໃຈໂດຍການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າເກີນໄປ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີ ແລະ ຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ເຈົ້າກໍ່ບໍ່ສາມາດເວົ້າເຖິງຄວາມຮູ້ໃດໆກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ຫຼື ບໍ່ມີປະສົບການກ່ຽວກັບເລື່ອງທີ່ກ່າວມານັ້ນເລີຍ, ແລະ ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍ່ຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການອັນແທ້ຈິງ ແລະ ບໍ່ມີຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າຈະໄດ້ຮັບຫຍັງຈາກຄວາມສັດທາເຊັ່ນນີ້ໃນພຣະເຈົ້າ? ຖ້າເຈົ້າບໍ່ສາມາດດຳເນີນຊີວິດຕາມແກ່ນແທ້ຂອງພຣະທໍາພຣະເຈົ້າແລ້ວ, ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຄຳພາວະນາຂອງເຈົ້າແມ່ນກ່ຽວຂ້ອງກັບສາດສະໜາທັງໝົດ. ພຣະເຈົ້າບໍ່ສາມາດເຮັດຄົນເຊັ່ນນີ້ໃຫ້ສົມບູນແບບ ແລະ ບໍ່ສາມາດໄດ້ຮັບຄົນເຊັ່ນນີ້ໄດ້. ຄົນທີ່ໄດ້ຮັບໂດຍພຣະເຈົ້າທຸກຄົນແມ່ນບັນດາຜູ້ທີ່ສະແຫວງຫາຄວາມຈິງ. ສິ່ງທີ່ພຣະເຈົ້າໄດ້ມາບໍ່ແມ່ນເນື້ອໜັງຂອງມະນຸດ ຫຼື ຊັບສິນຂອງເຂົາ, ແຕ່ແມ່ນສ່ວນໜຶ່ງທີ່ຢູ່ພາຍໃນຕົວເຂົາເຊິ່ງເປັນຂອງພຣະເຈົ້າ. ສະນັ້ນແລ້ວ, ພຣະເຈົ້າບໍ່ໄດ້ເຮັດໃຫ້ເນື້ອໜັງຂອງມະນຸດສົມບູນແບບ ແຕ່ແມ່ນຫົວໃຈ ເພື່ອວ່າຫົວໃຈຂອງມະນຸດນັ້ນ ຈະໄດ້ຖືກຮັບໂດຍພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍ່ຄື, ແກ່ນແທ້ຂອງການເວົ້າວ່າພຣະເຈົ້າເຮັດໃຫ້ມະນຸດສົມບູນແບບນັ້ນແມ່ນພຣະເຈົ້າເຮັດໃຫ້ຫົວໃຈຂອງມະນຸດສົມບູນແບບ ເພື່ອວ່າມະນຸດຈະຫັນມາຫາພຣະເຈົ້າ ແລະ ຮັກພຣະອົງ.

ເນື້ອໜັງຂອງມະນຸດນັ້ນຕາຍເປັນ. ມັນບໍ່ມີຈຸດປະສົງຫຍັງສໍາລັບພຣະເຈົ້າທີ່ຈະຮັບເອົາເນື້ອໜັງຂອງມະນຸດ, ເພາະມັນເປັນສິ່ງທີ່ເນົ່າເປື່ອຍຢ່າງບໍ່ມີທາງຫຼີກລ່ຽງໄດ້. ມັນບໍ່ສາມາດຮັບເອົາມໍລະດົກ ຫຼື ພຣະພອນຂອງພຣະເຈົ້າໄດ້. ຖ້າພຣະເຈົ້າຮັບເອົາພຽງແຕ່ເນື້ອໜັງຂອງມະນຸດມາ ແລະ ຮັກສາເນື້ອໜັງຂອງມະນຸດໄວ້ໃນກະແສນີ້, ມະນຸດຈະຢູ່ໃນກະແສນີ້ພຽງແຕ່ຊື່, ແຕ່ຫົວໃຈຂອງພວກເຂົາຈະເປັນຂອງຊາຕານ. ຈາກນັ້ນ ບໍ່ພຽງແຕ່ມະນຸດບໍ່ສາມາດເປັນທີ່ປະຈັກຂອງພຣະເຈົ້າເທົ່ານັ້ນ, ແຕ່ເຂົາຈະກາຍເປັນພາລະຂອງພຣະເຈົ້າແທນ. ດັ່ງນັ້ນ ການຄັດເລືອກມະນຸດຂອງພຣະເຈົ້າກໍ່ຈະບໍ່ມີຄວາມໝາຍຫຍັງເລີຍ. ບັນດາຜູ້ທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບແມ່ນບັນດາຜູ້ທີ່ຈະໄດ້ຮັບພອນ ແລະ ມໍລະດົກຂອງພຣະອົງ. ນັ້ນໝາຍເຖິງ ພວກເຂົາຈະໄດ້ໃນສິ່ງທີ່ພຣະເຈົ້າມີແລະເປັນ, ເພື່ອວ່າມັນຈະກາຍເປັນສິ່ງທີ່ພວກເຂົາມີຢູ່ພາຍໃນໂຕ; ພວກເຂົາມີພຣະທໍາທັງໝົດຂອງພຣະເຈົ້າທີ່ຖືກສ້າງຂຶ້ນໃນຕົວເຂົາ; ບໍ່ວ່າພຣະເຈົ້າຈະເປັນຫຍັງ, ພວກເຈົ້າສາມາດຮັບເອົາທຸກສິ່ງທີ່ເປັນ, ດ້ວຍເຫດນັ້ນ ຈຶ່ງດຳເນີນຊີວິດຕາມຄວາມຈິງ. ນີ້ແມ່ນປະເພດຄົນທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ໄດ້ຮັບ. ມີພຽງຄົນປະເພດນີ້ເທົ່ານັ້ນທີ່ມີສິດໄດ້ຮັບພອນທີ່ພຣະເຈົ້າປະທານໃຫ້:

1. ໄດ້ຮັບຄວາມຮັກທັງໝົດຂອງພຣະເຈົ້າ.

2. ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ.

3. ໄດ້ຮັບການນຳພາຂອງພຣະເຈົ້າ, ດຳລົງຊີວິດຢູ່ພາຍໃຕ້ແສງສະຫວ່າງຂອງພຣະເຈົ້າ ແລະ ໄດ້ຮັບແສງສະຫວ່າງຈາກພຣະເຈົ້າ.

4. ໃຊ້ຊີວິດຕາມພາບລັກສະນະທີ່ພຣະເຈົ້າຮັກຢູ່ເທິງໂລກ; ຮັກພຣະເຈົ້າຢ່າງແທ້ຈິງແບບທີ່ເປໂຕຮັກ, ຖືກຄຶງກາງແຂນເພື່ອພຣະເຈົ້າ ແລະ ສົມຄວນຕາຍເພື່ອຕອບແທນຄວາມຮັກຂອງພຣະເຈົ້າ; ໄດ້ຮັບລັດສະໝີດຽວກັນກັບເປໂຕ.

5. ເປັນທີ່ຮັກ, ນັບຖື ແລະ ຊົມເຊີຍຂອງຜູ້ຄົນທັງໝົດທີ່ຢູ່ເທິງໂລກ.

6. ເອົາຊະນະການເປັນທາດຂອງຄວາມຕາຍ ແລະ ຮາເດສ, ບໍ່ເປີດໂອກາດໃຫ້ຊາຕານເຮັດວຽກງານຂອງມັນ, ຖືກພຣະເຈົ້າຄອບຄອງ, ອາໃສຢູ່ໃນວິນຍານທີ່ສົດຊື່ນ ແລະ ມີຊີວິດຊີວາ ແລະ ບໍ່ມີຄວາມຮູ້ສຶກອິດເມື່ອຍ.

7. ມີຄວາມຮູ້ສຶກທີ່ບໍ່ອາດເວົ້າໄດ້ກ່ຽວກັບຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນຕະຫຼອດເວລາຕະຫຼອດຊີວິດ, ຄືກັບວ່າເຂົາໄດ້ເຫັນວັນແຫ່ງລັດສະໝີຂອງພຣະເຈົ້າມາເຖິງແລ້ວ.

8. ໄດ້ຮັບລັດສະໝີຮ່ວມກັບພຣະເຈົ້າ ແລະ ມີສີໜ້າຄ້າຍຄືບັນດານັກບຸນຜູ້ເປັນທີ່ຮັກຂອງພຣະເຈົ້າ.

9. ກາຍເປັນຜູ້ທີ່ພຣະເຈົ້າຮັກຢູ່ເທິງໂລກ, ນັ້ນກໍຄື ເປັນບຸດຊາຍສຸດທີ່ຮັກຂອງພຣະເຈົ້າ.

10. ປ່ຽນແປງຮູບລັກສະນະ ແລະ ຂຶ້ນໄປສະຫວັນຊັ້ນສາມຮ່ວມກັບພຣະເຈົ້າ, ເອົາຊະນະເນື້ອໜັງ.

ມີພຽງບັນດາຜູ້ທີ່ສາມາດສືບທອດພຣະພອນຂອງພຣະເຈົ້າເທົ່ານັ້ນແມ່ນຜູ້ທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ໄດ້ຮັບ. ເຈົ້າໄດ້ຮັບຫຍັງແດ່ແລ້ວ? ພຣະເຈົ້າໄດ້ເຮັດໃຫ້ເຈົ້າສົມບູນແບບໄດ້ຮອດຈຸດໃດແລ້ວ? ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍບັງເອີນ. ມີເງື່ອນໄຂ ແລະ ຜົນໄດ້ຮັບທີ່ຊັດເຈນເຊິ່ງມະນຸດສາມາດເບິ່ງເຫັນໄດ້. ມັນບໍ່ເປັນຢ່າງທີ່ມະນຸດເຊື່ອ, ເມື່ອໃດທີ່ເຂົາມີສັດທາໃນພຣະເຈົ້າ, ເຂົາສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ຖືກຮັບໄດ້ ແລະ ສາມາດໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະເຈົ້າຢູ່ໃນໂລກນີ້ໄດ້. ບັນຫາດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫຼາຍ ແລະ ຍິ່ງຍາກໄປກວ່ານັ້ນແມ່ນການປ່ຽນແປງຮູບລັກສະນະ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຄວນສະແຫວງຫາໃນຂັ້ນຕົ້ນແມ່ນການຖືກພຣະເຈົ້າເຮັດໃຫ້ສົມບູນໃນທຸກສິ່ງທຸກຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບຜ່ານທຸກຄົນ, ທຸກເລື່ອງ ແລະ ທຸກໆສິ່ງທີ່ເຈົ້າໄດ້ພະເຊີນ, ດັ່ງນັ້ນ ສິ່ງທີ່ພຣະເຈົ້າເປັນຈະຖືກຮ່ວມເຂົ້າໃນຕົວພວກເຈົ້າຫຼາຍຂຶ້ນ. ກ່ອນອື່ນໝົດ ເຈົ້າຕ້ອງຮັບມໍລະດົກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກນີ້ເສຍກ່ອນ ກ່ອນເຈົ້າຈະມີສິດສືບທອດພຣະພອນອັນຫຼວງຫຼາຍ ແລະ ຫຍິ່ງໃຫຍ່ຈາກພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນສະແຫວງຫາ ແລະ ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈກ່ອນສິ່ງອື່ນໃດ. ຍິ່ງເຈົ້າສະແຫວງຫາເພື່ອໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບເທົ່າໃດ, ເຈົ້າຍິ່ງຈະສາມາດເຫັນມືຂອງພຣະເຈົ້າໃນທຸກສິ່ງຫຼາຍຂຶ້ນເທົ່ານັ້ນ, ດັ່ງນັ້ນ ຈົ່ງສະແຫວງຫາຄວາມເປັນຢູ່ຂອງພຣະທໍາພຣະເຈົ້າຢ່າງຂະຫຍັນຂັນແຂງ ແລະ ຄວາມເປັນຈິງຂອງພຣະທໍາພຣະອົງໂດຍຜ່ານມຸມມອງທີ່ແຕກຕ່າງກັນ ແລະ ໃນເລື່ອງທີ່ແຕກຕ່າງກັນ. ເຈົ້າບໍ່ສາມາດເປັນທີ່ພໍໃຈກັບສະຖານະທີ່ຢູ່ຊື່ໆເຊັ່ນນີ້ ພຽງແຕ່ບໍ່ໄດ້ເຮັດບາບ ຫຼື ບໍ່ມີແນວຄວາມຄິດໃດໆ, ບໍ່ມີປັດຊະຍາສໍາລັບການດໍາລົງຊີວິດ ແລະ ບໍ່ມີຄວາມປາຖະໜາຂອງມະນຸດ. ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບໃນຫຼາກຫຼາຍວິທີ ແລະ ຜົນໄດ້ຮັບສຳລັບເຈົ້າແມ່ນອາດເປັນໄປໄດ້ທີ່ຈະຖືກເຮັດໃຫ້ສົມບູນແບບໃນທຸກເລື່ອງ. ເຈົ້າບໍ່ພຽງແຕ່ສາມາດຖືກເຮັດໃຫ້ສົມບູນແບບໃນດ້ານບວກເທົ່ານັ້ນ, ແຕ່ຍັງແມ່ນດ້ານລົບອີກດ້ວຍ, ດັ່ງນັ້ນ ຈົ່ງເຮັດໃຫ້ສິ່ງທີ່ເຈົ້າໄດ້ຮັບເພີ່ມພູນຂຶ້ນ. ທຸກໆມື້ແມ່ນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ເວລາທີ່ຈະຖືກພຣະເຈົ້າຮັບ. ຫຼັງຈາກຊ່ວງເວລາແຫ່ງປະສົບການເຊັ່ນນີ້, ເຈົ້າຈະຖືກປ່ຽນແປງຢ່າງໃຫຍ່ຫຼວງ. ຕອນນີ້ ເຈົ້າຈະສາມາດຮັບຄວາມເຂົ້າໃຈໃນຫຼາຍສິ່ງຫຼາຍຢ່າງໂດຍທຳມະຊາດ ເຊິ່ງເປັນສິ່ງທີ່ເຈົ້າບໍ່ເຂົ້າໃຈເລີຍກ່ອນໜ້ານີ້; ໂດຍບໍ່ຕ້ອງໃຫ້ໃຜມາສອນເຈົ້າ, ໂດຍບໍ່ຮູ້ຕົວ, ເຈົ້າຈະໄດ້ຮັບຄວາມສະຫວ່າງຈາກພຣະເຈົ້າເພື່ອເຈົ້າຈະໄດ້ຢັ່ງຮູ້ໃນທຸກໆສິ່ງ ແລະ ປະສົບການທັງໝົດຂອງເຈົ້າຈະລົງໄປສູ່ລາຍລະອຽດເພີ່ມຂື້ນ. ພຣະເຈົ້າຈະນຳທາງເຈົ້າ ເພື່ອເຈົ້າຈະບໍ່ໄດ້ຫັນໄປທາງໃດອື່ນອີກ. ແລ້ວເຈົ້າຈະຖືກຕັ້ງຢູ່ເທິງເສັ້ນທາງສູ່ຄວາມສົມບູນແບບໂດຍພຣະອົງ.

(ຄັດຈາກບົດ “ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 555)

ການຖືກພຣະເຈົ້າເຮັດໃຫ້ສົມບູນແບບບໍ່ສາມາດຈຳກັດໃນການສົມບູນແບບໄດ້ໂດຍການກິນແລະ ດື່ມພຣະທໍາຂອງພຣະເຈົ້າ. ປະສົບການລັກສະນະນີ້ແມ່ນເປັນປະສົບການດ້ານດຽວຫຼາຍເກີນໄປ ແລະ ບໍ່ໄດ້ຄວບຄຸມຢ່າງພຽງພໍ; ມັນເປັນພຽງການຈຳກັດມະນຸດໃຫ້ຢູ່ໃນຂອບເຂດນ້ອຍໆເທົ່ານັ້ນ. ໃນກໍລະນີນີ້, ມະນຸດຂາດການບຳລຸງທາງຈິດວິນຍານທີ່ຈຳເປັນຫຼາຍ. ຖ້າເຈົ້າປາດຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະພະເຊີນກັບທຸກໆສິ່ງ ແລະ ໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເຈົ້າພະເຊີນ. ເມື່ອໃດກໍ່ຕາມທີ່ເຈົ້າພະເຊີນກັບບາງສິ່ງບາງຢ່າງ, ດີ ຫຼື ບໍ່ດີ, ເຈົ້າກໍ່ຄວນໃຊ້ປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນເມີນເສີຍ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາມັນໂດຍການຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ແມ່ນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້ານີ້ແມ່ນລັກສະນະຂອງປະສົບການເຈົ້າ, ແລ້ວຫົວໃຈຂອງເຈົ້າຈະຖືກຄອບງຳໂດຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ຢ່າງເໝາະສົມພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີໂອກາດດີ ແລະ ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງຫຼືບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບຫຼືບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງຫຼືບໍ. ມັນຈະເກີດຂຶ້ນບໍ່ໄດ້ຖ້າຫາກພວກເຈົ້າພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນ, ພວກເຈົ້າຕ້ອງມີຄວາມຮູ້ຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຕະຫລອດ. ພຣະເຈົ້າຕັ້ງໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ, ພວກເຂົາໄດ້ຈຳກັດໂຕເອງພຽງເພື່ອຊື່ນຊົມໃນພຣະຄຸນຂອງພຣະເຈົ້າ ແລະ ພຽງແຕ່ເຕັມໃຈຮັບຄວາມສະບາຍທາງເນື້ອໜັງຈາກພຣະອົງເທົ່ານັ້ນ. ພວກເຂົາບໍ່ໄດ້ປາດຖະໜາທີ່ຈະໄດ້ຮັບການເປີດເຜີຍຫຼາຍຂຶ້ນ ຫຼື ສູງຂຶ້ນ, ສະແດງໃຫ້ເຫັນວ່າຫົວໃຈຂອງມະນຸດຍັງຄົງຢູ່ຂ້າງນອກຢູ່ສະເໝີ. ເຖິງແມ່ນວ່າພາລະກິດຂອງມະນຸດ, ການຮັບໃຊ້ຂອງເຂົາ ແລະ ຫົວໃຈແຫ່ງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້ານັ້ນມີຄວາມບໍ່ບໍລິສຸດໜ້ອຍລົງ, ຕາບໃດທີ່ແກ່ນແທ້ພາຍໃນມະນຸດ ແລະ ຄວາມຄິດທີ່ບໍ່ໄດ້ຮັບແສງສະຫວ່າງຂອງເຂົາຍັງເປັນກັງວົນຢູ່, ມະນຸດກໍ່ຍັງສະແຫວງຫາຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງຢູ່ ແລະ ບໍ່ໃສ່ໃຈວ່າເງື່ອນໄຂ ແລະ ວັດຖຸປະສົງຂອງການຖືກພຣະເຈົ້າເຮັດໃຫ້ສົມບູນນັ້ນມີຫຍັງແດ່. ດັ່ງນັ້ນ ຊີວິດຂອງຄົນສ່ວນໃຫຍ່ແມ່ນຍັງຫຍາບຊ້າ ແລະ ເສື່ອມໂຊມ, ໂດຍບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ພຽງຄຳນຶງເຖິງຄວາມສັດທາໃນພຣະເຈົ້ານັ້ນວ່າເປັນເລື່ອງສຳຄັນ. ກົງກັນຂ້າມ ມັນເປັນຄືກັບວ່າພວກເຂົາພຽງມີຄວາມສັດທາເພື່ອປະໂຫຍດຂອງຄົນອື່ນ, ໂດຍບໍ່ໄດ້ສະແດງຄວາມຈິງໃຈ ຫຼື ການອຸທິດຕົນ ແລະ ໃຊ້ຊີວິດຢູ່ກັບຄວາມວ່າງເປົ່າ, ດຳລົງຢູ່ຢ່າງບໍ່ມີຈຸດໝາຍ. ມີພຽງໜ້ອຍຄົນທີ່ສະແຫວງຫາເພື່ອເຂົ້າສູ່ພຣະທໍາຂອງພຣະເຈົ້າໃນທຸກສິ່ງ, ໄດ້ຮັບສິ່ງຕ່າງໆຢ່າງເພີ່ມພູນ, ໃນວັນນີ້ກາຍເປັນຜູ້ທີ່ມີຄວາມ ຮັ່ງມີຫຼາຍຂຶ້ນຢູ່ໃນເຮືອນຂອງພຣະເຈົ້າ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າຫຼາຍຂຶ້ນ. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໃນທຸກສິ່ງ ແລະ ໄດ້ຮັບຄຳສັນຍາຂອງພຣະເຈົ້າຢູ່ໃນໂລກນີ້; ຖ້າເຈົ້າສະແຫວງຫາໃຫ້ພຣະເຈົ້າເປີດແສງສະຫວ່າງໃຫ້ເຈົ້າໃນທຸກສິ່ງ ແລະ ບໍ່ປ່ອຍໃຫ້ການເວລາຜ່ານພົ້ນໄປລ້າໆ, ນີ້ແມ່ນເສັ້ນທາງທີ່ເໝາະສົມທີ່ຈະເຂົ້າສູ່ຢ່າງຈິງຈັງ. ມີພຽງວິທີທາງນີ້ເທົ່ານັ້ນທີ່ເຈົ້າຈະສົມຄວນ ແລະ ມີສິດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າແມ່ນຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບແທ້ບໍ? ເຈົ້າແມ່ນຄົນທີ່ຈິງຈັງກັບທຸກສິ່ງແທ້ບໍ? ເຈົ້າມີຈິດວິນຍານແຫ່ງຄວາມຮັກຕໍ່ພຣະເຈົ້າແບບດຽວກັບທີ່ເປໂຕມີບໍ? ເຈົ້າມີຄວາມຕັ້ງໃຈທີ່ຈະຮັກພຣະເຈົ້າແບບພຣະເຢຊູຮັກບໍ? ເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີ; ເຈົ້າໄດ້ເຫັນບໍວ່າພຣະເຢຊູຮັກພຣະເຈົ້າແນວໃດ?ພຣະເຢຊູແມ່ນຜູ້ທີ່ເຈົ້າເຊື່ອແທ້ບໍ? ມື້ນີ້ ເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງບໍ; ເຈົ້າເຫັນບໍວ່າພຣະເຈົ້າທີ່ແທ້ຈິງທີ່ເປັນມະນຸດຮັກພຣະເຈົ້າທີ່ຢູ່ເທິງສະຫວັນແນວໃດ? ເຈົ້າມີຄວາມເຊື່ອໃນພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ; ນັ້ນກໍ່ຍ້ອນການຖືກຄຶງກາງແຂນຂອງພຣະເຢຊູເພື່ອໄຖ່ບາບມະນຸດຊາດ ແລະ ສິ່ງອັດສະຈັນຕ່າງໆທີ່ພຣະອົງໄດ້ເຮັດນັ້ນເປັນຄວາມຈິງທີ່ຍອມຮັບກັນໂດຍທົ່ວໄປ. ແນວໃດກໍ່ຕາມ, ຄວາມເຊື່ອຂອງມະນຸດບໍ່ໄດ້ມາຈາກຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຢຊູຄຣິດ. ເຈົ້າເຊື່ອພຽງໃນນາມຂອງພຣະເຢຊູເທົ່ານັ້ນ ແຕ່ເຈົ້າບໍ່ເຊື່ອໃນພຣະວິນຍານຂອງພຣະອົງ, ເພາະວ່າເຈົ້າບໍ່ໄດ້ຄຳນຶງເຖິງວ່າພຣະເຢຊູໄດ້ຮັກພຣະເຈົ້າແນວໃດ. ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນຍັງເປັນເດັກນ້ອຍເກີນໄປ. ເຖິງແມ່ນວ່າເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີແລ້ວກໍ່ຕາມ, ແຕ່ເຈົ້າບໍ່ຮູ້ວ່າຈະຮັກພຣະເຈົ້າແນວໃດ. ນີ້ຈະບໍ່ເຮັດໃຫ້ເຈົ້າເປັນຄົນທີ່ໂງ່ຈ້າທີ່ສຸດໃນໂລກບໍ? ສິ່ງນີ້ສະແດງໃຫ້ເຫັນວ່າຫຼາຍໆປີທີ່ເຈົ້າໄດ້ກິນອາຫານຂອງພຣະຜູ້ເປັນເຈົ້າພຣະເຢຊູຄຣິດ ນັນບໍ່ມີຄ່າຫຍັງເລີຍ. ບໍ່ພຽງແຕ່ເຮົາບໍ່ມັກຄົນປະເພດນີ້, ເຮົາເຊື່ອວ່າພຣະຜູ້ເປັນເຈົ້າພຣະເຢຊູຄຣິດ ຜູ້ເຈົ້ານະມັດສະການກໍ່ບໍ່ມັກເຊັ່ນດຽວກັນ. ຄົນເຊັ່ນນີ້ຈະຖືກເຮັດໃຫ້ສົມບູນໄດ້ຢ່າງໃດ? ເຈົ້າບໍ່ອາຍບໍ? ເຈົ້າບໍ່ຮູ້ສຶກລະອາຍໃຈແດ່ບໍ? ເຈົ້າຍັງມີໜ້າທີ່ຈະພົບພຣະຜູ້ເປັນເຈົ້າພຣະເຢຊູຄຣິດຂອງເຈົ້າຢູ່ບໍ? ພວກເຈົ້າທັງໝົດເຂົ້າໃຈພຣະທໍາຂອງເຮົາບໍ?

(ຄັດຈາກບົດ “ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ການເຂົ້າສູ່ຊີວິດ 4

ຕໍ່ໄປ: XI. ປາຍທາງ ແລະ ຜົນໄດ້ຮັບ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

ບັນຫາທົ່ວໄປທີ່ເກີດຂຶ້ນກັບມະນຸດທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ສາມາດເຮັດຕາມໄດ້. ປັດໄຈຢ່າງໜຶ່ງແມ່ນຍ້ອນມະນຸດບໍ່ເຕັມໃຈທີ່ຈະຮັບຜົນຕາມມາ...

ພາລະກິດ ແລະ ທາງເຂົ້າ (1)

ຕັ້ງແຕ່ຜູ້ຄົນເລີ່ມເດີນຕາມເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດ ໄດ້ມີຫຼາຍສິ່ງທີ່ພວກເຂົາຍັງບໍ່ຊັດເຈນ....

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າ ແລະ ເຖິງແມ່ນວ່າຄວາມປະສົງຂອງພາລະກິດຂອງພຣະເຈົ້າຍັງຄົງຄືເກົ່າ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້