ການເຂົ້າສູ່ຊີວິດ VI

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 556)

ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດບັນລຸການປ່ຽນແປງໃນອຸປະນິໄສໄດ້: ນີ້ແມ່ນສິ່ງທີ່ຜູ້ຄົນຕ້ອງຢັ່ງເຖິງ ແລະ ເຂົ້າໃຈຢ່າງທົ່ວເຖິງ. ຖ້າເຈົ້າບໍ່ມີຄວາມເຂົ້າໃຈຢ່າງພຽງພໍກ່ຽວກັບຄວາມຈິງ, ເຈົ້າຈະມື່ນລົ້ມ ແລະ ຫຼົງທາງຢ່າງງ່າຍດາຍ. ຖ້າເຈົ້າຕ້ອງການເຕີບໃຫຍ່ໃນຊີວິດ, ເຈົ້າຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນສະແຫວງຫາວິທີການປະພຶດເພື່ອໃຫ້ສອດຄ່ອງກັບຄວາມຈິງ ແລະ ຄົ້ນພົບວ່າມົນທິນໃດທີ່ຢູ່ພາຍໃນຕົວເຈົ້າ ເຊິ່ງລະເມີດຄວາມຈິງນັ້ນ; ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ມັນມີຄຸນຄ່າ ແລະ ຄວາມໝາຍ ຫຼື ບໍ່. ເຈົ້າສາມາດເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງ, ແຕ່ເຈົ້າຕ້ອງບໍ່ເຮັດສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ. ເມື່ອເວົ້າກ່ຽວກັບສິ່ງທີ່ເຈົ້າສາມາດເຮັດ ຫຼື ບໍ່ສາມາດເຮັດ, ຖ້າພວກມັນສາມາດປ່ອຍວາງ, ແລ້ວເຈົ້າກໍ່ຄວນປ່ອຍວາງພວກມັນ. ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າເຮັດສິ່ງເຫຼົ່ານີ້ເປັນບາງຊ່ວງເວລາ ແລະ ຄົ້ນພົບໃນພາຍຫຼັງວ່າເຈົ້າຄວນປ່ອຍວາງພວກມັນ, ແລ້ວໃຫ້ດຳເນີນການຕັດສິນໃຈຢ່າງໄວວາ ແລະ ປ່ອຍພວກມັນໄປຢ່າງວ່ອງໄວ. ນີ້ຄືຫຼັກການທີ່ເຈົ້າຄວນປະຕິບັດຕາມໃນທຸກສິ່ງທີ່ເຈົ້າເຮັດ. ບາງຄົນຍົກຄຳຖາມນີ້ຂຶ້ນມາ: ເປັນຫຍັງການສະແຫວງຫາຄວາມຈິງ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດຈຶ່ງຫຍຸ້ງຍາກຫຼາຍ, ຄືກັບວ່າເຈົ້າກຳລັງພາຍເຮືອຖ່ວງກະແສນໍ້າ ແລະ ຈະໄຫຼກັບຫຼັງ ຖ້າເຈົ້າຢຸດພາຍໄປຂ້າງໜ້າ? ແລ້ວເປັນຫຍັງມັນຈຶ່ງງ່າຍຫຼາຍກວ່າທີ່ຈະເຮັດຊົ່ວ ຫຼື ເຮັດສິ່ງທີ່ບໍ່ມີຄວາມໝາຍ, ງ່າຍຄືກັບການພາຍເຮືອຕາມກະແສນໍ້າ? ເປັນຫຍັງມັນຈຶ່ງເປັນແບບນັ້ນ? ມັນເປັນເພາະທຳມະຊາດຂອງມະນຸດຄືການທໍລະຍົດພຣະເຈົ້າ. ທຳມະຊາດຂອງຊາຕານໄດ້ມີບົດບາດທີ່ສຳຄັນພາຍໃນມະນຸດ ແລະ ນີ້ແມ່ນກອງກຳລັງທີ່ເປັນປໍລະປັກ. ແນ່ນອນ, ມະນຸດທີ່ມີທຳມະຊາດທີ່ທໍລະຍົດພຣະເຈົ້າມີແນວໂນ້ມທີ່ຈະເຮັດສິ່ງຕ່າງໆທີ່ທໍລະຍົດພຣະອົງ ແລະ ໂດຍທຳມະຊາດແລ້ວ ການກະທຳທີ່ດີແມ່ນຍາກທີ່ພວກເຂົາຈະເຮັດໄດ້. ສິ່ງນີ້ຖືກກຳນົດໂດຍທຳມະຊາດ ແລະ ແກ່ນແທ້ ຂອງມະນຸດໂດຍສິ້ນເຊີງ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງແທ້ໆ ແລະ ເລີ່ມຮັກມັນຈາກພາຍໃນຕົວເຈົ້າ, ເຈົ້າຈະພົບວ່າມັນງ່າຍທີ່ຈະເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງ. ເຈົ້າຈະເຮັດໜ້າທີ່ຂອງເຈົ້າ ແລະ ປະຕິບັດຄວາມຈິງຢ່າງເປັນປົກກະຕິ, ເຖິງກັບບໍ່ຕ້ອງໃຊ້ແຮງ ແລະ ຢ່າງປິຕິຍິນດີ ແລະ ເຈົ້າກໍ່ຈະຮູ້ສຶກວ່າການເຮັດສິ່ງທີ່ບໍ່ດີຈຳເປັນຕ້ອງໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ. ນີ້ເປັນເພາະຄວາມຈິງໄດ້ມີບົດບາດທີ່ສຳຄັນໃນຫົວໃຈຂອງເຈົ້າ. ຖ້າເຈົ້າເຂົ້າໃຈຄວາມຈິງກ່ຽວກັບຊີວິດຂອງມະນຸດແທ້ໆ, ແລ້ວເຈົ້າກໍມີເສັ້ນທາງໃຫ້ປະຕິບັດກ່ຽວກັບວ່າຈະເປັນຄົນປະເພດໃດ, ວິທີການເປັນຄົນເປີດເຜີຍ ແລະ ກົງໄປກົງມາ, ຄົນທີ່ຊື່ສັດ ແລະ ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າ ແລະ ຮັບໃຊ້ພຣະອົງ. ແລ້ວຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງເຫຼົ່ານີ້, ເຈົ້າຈະບໍ່ສາມາດເຮັດການຊົ່ວທີ່ທ້າທາຍພຣະອົງອີກຈັກເທື່ອ ຫຼື ເຈົ້າຈະບໍ່ຫຼິ້ນບົດບາດຂອງການເປັນຜູ້ນໍາປອມ, ຜູ້ເຮັດວຽກປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດ. ເຖິງແມ່ນວ່າຊາຕານຫຼອກລວງເຈົ້າ ຫຼື ຄົນທີ່ຊົ່ວຮ້າຍໄດ້ກະຕຸ້ນໃຫ້ເຈົ້າເຮັດຊົ່ວ, ເຈົ້າກໍ່ຈະບໍ່ເຮັດມັນ; ບໍ່ວ່າຜູ້ໃດຈະພະຍາຍາມບັງຄັບເຈົ້າ, ເຈົ້າກໍ່ຍັງຈະບໍ່ເຮັດໃນລັກສະນະນັ້ນ. ຖ້າຜູ້ຄົນໄດ້ຮັບຄວາມຈິງ ແລະ ຄວາມຈິງກາຍມາເປັນຊີວິດຂອງພວກເຂົາ, ພວກເຂົາກໍ່ຈະສາມາດກຽດຊັງຄວາມຊົ່ວຮ້າຍ ແລະ ຮູ້ສຶກເຖິງຄວາມຂີ້ດຽດພາຍໃນສຳລັບສິ່ງທີ່ບໍ່ດີ. ມັນຈະຍາກສຳລັບພວກເຂົາທີ່ຈະເຮັດຊົ່ວ, ເພາະຊີວິດ-ອຸປະນິໄສຂອງພວກເຂົາໄດ້ມີການປ່ຽນແປງ ແລະ ພວກເຂົາຖືກພຣະເຈົ້າເຮັດໃຫ້ສົມບູນ.

ໃນຫົວໃຈຂອງເຈົ້າ ຖ້າເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ, ແລ້ວເຈົ້າກໍຈະຮູ້ວິທີການປະຕິບັດຄວາມຈິງ ແລະ ເຊື່ອຟັງພຣະເຈົ້າ ແລະ ຈະເລີ່ມຍ່າງໃນເສັ້ນທາງການສະແຫວງຫາຄວາມຈິງໂດຍທຳມະຊາດ. ຖ້າເສັ້ນທາງທີ່ເຈົ້າຍ່າງຄືເສັ້ນທາງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ແລ້ວພາລະກິດຂອງພຣະວິນຍານບໍລິສຸດກໍຈະບໍ່ປະຖິ້ມເຈົ້າ ເຊິ່ງໃນກໍລະນັ້ນແມ່ນຈະມີໂອກາດໜ້ອຍລົງເລື້ອຍໆທີ່ເຈົ້າຈະທໍລະຍົດພຣະເຈົ້າ. ປາດສະຈາກຄວາມຈິງແລ້ວ, ມັນງ່າຍທີ່ຈະເຮັດຊົ່ວ ແລະ ເຈົ້າກໍຈະເຮັດມັນ ເຖິງແມ່ນວ່າຈະເປັນຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າມີອຸປະນິໄສທີ່ອວດດີ ແລະ ທະນົງຕົວ, ແລ້ວການຖືກບອກບໍ່ໃຫ້ຕໍ່ຕ້ານພຣະເຈົ້າກໍບໍ່ມີຄວາມແຕກຕ່າງຫຍັງ, ເຈົ້າບໍ່ສາມາດຊ່ວຍເຫຼືອຕົນເອງໄດ້, ມັນຢູ່ເໜືອການຄວບຄຸມຂອງເຈົ້າ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ; ພວກມັນຈະເຮັດໃຫ້ເຈົ້າຮ້າຍດ່າຄົນອື່ນ, ພວກມັນຈະບໍ່ປ່ອຍໃຫ້ມີຜູ້ໃດຢູ່ໃນຫົວໃຈຂອງເຈົ້ານອກຈາກຕົວເຈົ້າເອງ; ພວກມັນຈະລັກເອົາຕຳແໜ່ງຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ໃນທີ່ສຸດແລ້ວກໍຈະເຮັດໃຫ້ເຈົ້ານັ່ງຢູ່ໃນຕຳແໜ່ງຂອງພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍອມຕໍ່ເຈົ້າ ແລະ ເຮັດໃຫ້ເຈົ້າເຄົາລົບຄວາມຄິດ, ແນວຄວາມຄິດ ແລະ ແນວຄິດຂອງເຈົ້າເອງວ່າເປັນຄວາມຈິງ. ຄວາມຊົ່ວຮ້າຍຫຼາຍຢ່າງເກີດຂຶ້ນໂດຍຜູ້ຄົນທີ່ຢູ່ພາຍໃຕ້ອິດທິພົນຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງພວກເຂົາ! ເພື່ອແກ້ໄຂບັນຫາການເຮັດຊົ່ວ, ກ່ອນອື່ນ ພວກເຂົາຕ້ອງແກ້ໄຂທຳມະຊາດຂອງພວກເຂົາເສຍກ່ອນ. ໂດຍບໍ່ມີການປ່ຽນແປງໃນອຸປະນິໄສແລ້ວ, ມັນກໍຈະເປັນໄປບໍ່ໄດ້ທີ່ຈະນຳເອົາວິທີແກ້ໄຂບັນຫາເບື້ອງຕົ້ນມາແກ້ໄຂບັນຫານີ້ໄດ້. ເມື່ອເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະເຈົ້າ, ເມື່ອເຈົ້າສາມາດເຫັນເຖິງຄວາມເສື່ອມຊາມຂອງເຈົ້າເອງ ແລະ ຮັບຮູ້ເຖິງຄວາມໜ້າລັງກຽດ ແລະ ຄວາມຂີ້ຮ້າຍໃນຄວາມອວດດີ ແລະ ຄວາມຫຼອກລວງ, ແລ້ວເຈົ້າຈະຮູ້ສຶກຂີ້ດຽດ, ເຈັບປ່ວຍ ແລະ ທຸກໃຈ. ເຈົ້າຈະສາມາດເຮັດບາງສິ່ງຢ່າງມີສະຕິເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ໃນການເຮັດແບບນີ້ ເຈົ້າຈະຮູ້ສຶກສະບາຍໃຈ. ເຈົ້າຈະສາມາດອ່ານພຣະທໍາຂອງພຣະເຈົ້າ, ຍົກຍ່ອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງມີສະຕິ ແລະ ໃນຫົວໃຈຂອງເຈົ້າ ເຈົ້າຈະຮູ້ສຶກເຖິງຄວາມສຸກ. ເຈົ້າຈະປົດໜ້າກາກຂອງເຈົ້າເອງຢ່າງມີສະຕິ, ເປີດໂປງຄວາມຂີ້ຮ້າຍຂອງເຈົ້າເອງ ແລະ ໂດຍການເຮັດແບບນີ້ ເຈົ້າຈະຮູ້ສຶກດີຢູ່ພາຍໃນ ແລະ ຮູ້ສຶກວ່າຕົນເອງຢູ່ໃນສະພາບຈິດທີ່ປັບປຸງດີຂຶ້ນ. ສະນັ້ນ, ຂັ້ນຕອນທຳອິດໃນການສະແຫວງຫາການປ່ຽນແປງໃນອຸປະນິໄສຄືການສະແຫວງຫາເພື່ອເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງ. ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮັບເອົາຄວາມຢັ່ງຮູ້; ໂດຍມີຄວາມຢັ່ງຮູ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດເຂົ້າໃຈສິ່ງຕ່າງໆຢ່າງທົ່ວເຖິງ; ໂດຍການເຂົ້າໃຈສິ່ງຕ່າງໆຢ່າງທົ່ວເຖິງເທົ່ານັ້ນ, ເຈົ້າຈຶ່ງສາມາດຮູ້ຈັກຕົນເອງຢ່າງແທ້ຈິງ; ຫຼັງຈາກທີ່ເຈົ້າຮູ້ຈັກຕົນເອງຢ່າງແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຖິ້ມເນື້ອໜັງ ແລະ ນໍາຄວາມຈິງໄປປະຕິບັດ, ຄ່ອຍໆນໍາພາເຈົ້າສູ່ຄວາມເຊື່ອຟັງພຣະເຈົ້າ ແລະ ເຈົ້າຈະຢູ່ໃນເສັ້ນທາງທີ່ຖືກຕ້ອງກັບຄວາມເຊື່ອຂອງເຈົ້າໃນພຣະເຈົ້າເທື່ອລະກ້າວ. ສິ່ງນີ້ເຊື່ອມໂຍງກັບວິທີການຄົນທີ່ເດັດດ່ຽວເປັນ ເມື່ອກຳລັງສະແຫວງຫາຄວາມຈິງ. ຖ້າຄົນໃດໜຶ່ງຕັ້ງໃຈຢ່າງແທ້ຈິງ, ແລ້ວຫຼັງຈາກຫົກເດືອນ ຫຼື ໜຶ່ງປີ ພວກເຂົາກໍ່ຈະເລີ່ມຢູ່ໃນເສັ້ນທາງທີ່ຖືກຕ້ອງ. ພາຍໃນສາມ ຫຼື ຫ້າປີ, ພວກເຂົາຈະເຫັນຜົນ ແລະ ຈະຮູ້ສຶກວ່າພວກເຂົາກຳລັງກ້າວໜ້າໃນຊີວິດ. ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເຄີຍໃສ່ໃຈໃນການປະຕິບັດຄວາມຈິງ, ແລ້ວພວກເຂົາສາມາດເຊື່ອເປັນເວລາສິບ ຫຼື ຊາວປີ ໂດຍບໍ່ໄດ້ປະສົບກັບການປ່ຽນແປງໃດໆເລີຍ. ໃນທີ່ສຸດ, ພວກເຂົາກໍຈະຄິດວ່າ ນັ້ນຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ; ພວກເຂົາຈະຄິດວ່າມັນຂ້ອນຂ້າງຄືກັນກັບວິທີທີ່ພວກເຂົາດຳລົງຊີວິດຢູ່ໃນໂລກກ່ອນໜ້ານີ້ ແລະ ການມີຊີວິດແມ່ນບໍ່ມີຄວາມໝາຍຫຍັງເລີຍ. ສິ່ງນີ້ສະແດງໃຫ້ເຫັນຢ່າງແທ້ຈິງວ່າ ຖ້າປາສະຈາກຄວາມຈິງແລ້ວ, ຊີວິດກໍຈະວ່າງເປົ່າ. ພວກເຂົາອາດສາມາດກ່າວຫຼັກຄຳສອນບາງຢ່າງ ແຕ່ພວກເຂົາຍັງຈະຮູ້ສຶກອຶດອັດ ແລະ ບໍ່ສະບາຍໃຈ. ຖ້າຜູ້ຄົນມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ, ຮູ້ວິທີດຳລົງຊີວິດທີ່ມີຄວາມໝາຍ ແລະ ສາມາດເຮັດບາງສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວພວກເຂົາຈະຮູ້ສຶກວ່ານີ້ແມ່ນຊີວິດທີ່ແທ້ຈິງ, ຮູ້ສຶກວ່າມີພຽງການດຳລົງຊີວິດລັກສະນະນີ້ເທົ່ານັ້ນ ຊີວິດຂອງພວກເຂົາຈິ່ງຈະມີຄວາມໝາຍ ແລະ ສາມາດເຮັດບາງສິ່ງເຮັດໃຫ້ພຣະເຈົ້າພໍໃຈ, ຕອບແທນອົງ ແລະ ຮູ້ສຶກສະບາຍໃຈ. ຖ້າພວກເຂົາສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ຢ່າງມີສະຕິ, ນຳຄວາມຈິງເຂົ້າສູ່ການປະຕິບັດ, ປະຖິ້ມຕົນເອງ, ປະຖິ້ມແນວຄິດຂອງພວກເຂົາເອງ, ເຊື່ອຟັງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ຖ້າພວກເຂົາສາມາດເຮັດສິ່ງເຫຼົ່ານີ້ທັງໝົດໄດ້ຢ່າງມີສະຕິ ແລ້ວນີ້ກໍໝາຍເຖິງການນຳຄວາມຈິງໄປປະຕິບັດຢ່າງຖືກຕ້ອງ ແລະ ການນຳຄວາມຈິງໄປປະຕິບັດຢ່າງແທ້ຈິງ. ມັນບໍ່ໄດ້ເປັນຄືກັບແຕ່ກ່ອນ, ພຽງແຕ່ເພິ່ງພາຈິນຕະນາການ ແລະ ປະຕິບັດຕາມກົດລະບຽບເທົ່ານັ້ນ ແລະ ຄິດວ່ານີ້ຄືການປະຕິບັດຄວາມຈິງ. ໃນຄວາມເປັນຈິງແລ້ວ, ການເພິ່ງພາຈິນຕະນາການ ແລະ ການປະຕິບັດຕາມກົດລະບຽບເປັນສິ່ງທີ່ເມື່ອຍຫຼາຍ, ການບໍ່ເຂົ້າໃຈຄວາມຈິງ ແລະ ການເຮັດສິ່ງຕ່າງໆໂດຍບໍ່ມີຫຼັກການກໍຍັງເມື່ອຍຫຼາຍ ແລະ ການເຮັດສິ່ງຕ່າງໆຢ່າງຫຼັບຫູຫຼັບຕາໂດຍບໍ່ມີເປົ້າໝາຍກໍແຮງເມື່ອຍຂຶ້ນໄປອີກ. ເມື່ອເຈົ້າເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ຖືກຈຳກັດໂດຍຄົນໃດໜຶ່ງ ຫຼື ສິ່ງໃດໜຶ່ງ ແລະ ເຈົ້າຈະມີອິດສະຫຼະ ແລະ ການປົດປ່ອຍຢ່າງແທ້ຈິງ. ເຈົ້າຈະເຮັດໃນລັກສະນະທີ່ມີຫຼັກການ ແລະ ຜ່ອນຄາຍ ແລະ ມີຄວາມສຸກ ແລະ ເຈົ້າຈະບໍ່ຮູ້ສຶກວ່າສິ່ງນີ້ໃຊ້ຄວາມພະຍາຍາມຫຼາຍເກີນໄປ ຫຼື ກໍ່ໃຫ້ເກີດການທົນທຸກຫຼາຍເກີນໄປ. ຖ້າເຈົ້າມີສະພາວະປະເພດນີ້, ເຈົ້າກໍມີຄວາມຈິງ ແລະ ຄວາມເປັນມະນຸດ ແລະ ເຈົ້າກໍເປັນຄົນທີ່ມີການປ່ຽນແປງໃນອຸປະນິໄສ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 557)

ໃນຂະບວນການປະສົບການຊີວິດ, ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ, ເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ໄຕ່ຕອງເລື່ອງດັ່ງກ່າວຢ່າງທົ່ວເຖິງຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ເມື່ອເຈົ້າຮູ້ວິທີການເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງສົມບູນ, ເຈົ້າຈະສາມາດປະຖິ້ມສິ່ງຕ່າງໆທີ່ມາຈາກຄວາມປະສົງຂອງເຈົ້າເອງ. ຫຼັງຈາກທີ່ເຈົ້າຮູ້ວິທີການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າຄວນເຮັດສິ່ງເຫຼົ່ານີ້ຢ່າງງ່າຍດາຍ, ຄືກັບວ່າໄຫຼໄປໂດຍທຳມະຊາດ. ການເຮັດສິ່ງຕ່າງໆໃນລັກສະນະນີ້ຮູ້ສຶກຜ່ອນຄາຍ ແລະ ງ່າຍດາຍຫຼາຍ ແລະ ນີ້ແມ່ນວິທີທີ່ຜູ້ຄົນທີ່ເຂົ້າໃຈຄວາມຈິງເຮັດສິ່ງຕ່າງໆ. ຖ້າເຈົ້າສາມາດສະແດງໃຫ້ຜູ້ຄົນເຫັນວ່າເຈົ້າມີປະສິດທິພາບຢ່າງແທ້ຈິງເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ມີຫຼັກການໃນວິທີການທີ່ເຈົ້າເຮັດສິ່ງຕ່າງໆ, ອຸປະນິໄສຊີວິດຂອງເຈົ້າໄດ້ປ່ຽນແປງແທ້ໆ, ເຈົ້າໄດ້ເຮັດສິ່ງດີໆຫຼາຍຢ່າງສຳລັບຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ເຂົ້າໃຈຄວາມຈິງ ແລະ ມີພາບລັກຂອງມະນຸດຢ່າງແນ່ນອນ; ແລະ ແນ່ນອນມັນຈະມີຜົນສະທ້ອນເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຫຼັງຈາກທີ່ຄົນໃດໜຶ່ງເຂົ້າໃຈຄວາມຈິງຢ່າງແທ້ຈິງ, ພວກເຂົາຈຶ່ງຈະສາມາດແຍກແຍະສະພາວະຕ່າງໆຂອງພວກເຂົາ, ພວກເຂົາຈະສາມາດເຫັນເລື່ອງທີ່ຊັບຊ້ອນຢ່າງຊັດເຈນ ແລະ ດ້ວຍເຫດນັ້ນພວກເຂົາຈະຮູ້ວິທີການປະຕິບັດຢ່າງເໝາະສົມ. ຖ້າຄົນໜຶ່ງບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດແຍກແຍະສະພາວຂອງພວກເຂົາເອງ, ແລ້ວຖ້າພວກເຂົາຕ້ອງການປະຖິ້ມຕົນເອງ, ພວກເຂົາຈະບໍ່ຮູ້ວ່າຈະປະຖິ້ມຫຍັງ ຫຼື ຈະປະຖິ້ມແນວໃດ. ຖ້າພວກເຂົາຕ້ອງການປະຖິ້ມຄວາມປະສົງຂອງພວກເຂົາເອງ, ພວກເຂົາຈະບໍ່ຮູ້ວ່າແມ່ນຫຍັງຜິດໃນຄວາມປະສົງຂອງພວກເຂົາເອງ, ພວກເຂົາຈະຄິດວ່າຄວາມປະສົງຂອງພວກເຂົາເອງສອດຄ່ອງກັບຄວາມຈິງ ແລະ ອາດເຖິງກັບຖືວ່າຄວາມປະສົງຂອງພວກເຂົາເອງເປັນແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຊັ່ນນີ້ຈະປະຖິ້ມຄວາມປະສົງຂອງພວກເຂົາເອງໄດ້ແນວໃດ? ພວກເຂົາຈະບໍ່ສາມາດເຮັດໄດ້ ແລະ ແຮງໄກທີ່ພວກເຂົາຈະສາມາດປະຖິ້ມເນື້ອໜັງ. ສະນັ້ນເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າກໍສາມາດເຂົ້າໃຈຜິດໄດ້ຢ່າງງ່າຍດາຍວ່າສິ່ງຕ່າງໆທີ່ມາຈາກຄວາມປະສົງຂອງເຈົ້າເອງ, ສິ່ງຕ່າງທີ່ສອດຄ່ອງກັບແນວຄິດຂອງມະນຸດ, ຄວາມເມດຕາ, ຄວາມຮັກ, ການທົນທຸກ ແລະ ການຈ່າຍລາຄາເປັນສິ່ງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ແລ້ວເຈົ້າຈະສາມາດປະຖິ້ມສິ່ງຕ່າງໆເຫຼົ່ານີ້ຂອງມະນຸດໄດ້ແນວໃດ? ເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ເຈົ້າບໍ່ຮູ້ວ່າການປະຕິບັດຄວາມຈິງໝາຍເຖິງຫຍັງ. ເຈົ້າຢູ່ໃນບ່ອນມືດມົນຢ່າງສົມບູນ ແລະ ເຈົ້າບໍ່ສາມາດຮູ້ໄດ້ວ່າຈະເຮັດຫຍັງ, ສະນັ້ນເຈົ້າຈຶ່ງພຽງແຕ່ສາມາດເຮັດສິ່ງທີ່ເຈົ້າຄິດວ່າດີ ແລະ ຜົນຕາມມາກໍຄືເຈົ້າມີການຫັນເຫໃນບາງສິ່ງ. ບາງສິ່ງເຫຼົ່ານີ້ແມ່ນຍ້ອນການປະຕິບັດຕາມກົດລະບຽບ, ບາງສິ່ງກໍຍ້ອນຄວາມກະຕືລືລົ້ນ ແລະ ບາງສິ່ງກໍຍ້ອນການລົບກວນຈາກຊາຕານ. ນີ້ຄືສິ່ງທີ່ຄົນບໍ່ເຂົ້າໃຈຄວາມຈິງເປັນ. ພວກເຂົາບໍ່ໝັ້ນຄົງຫຼາຍເມື່ອພວກເຂົາເຮັດສິ່ງຕ່າງໆ ແລະ ຫັນເຫຢ່າງບໍ່ຫຼຸດຢ່ອນ, ບໍ່ມີຄວາມຖືກຕ້ອງໃດໆເລີຍ. ຄົນທີ່ບໍ່ເຂົ້າໃຈຄວາມຈິງເຫັນສິ່ງຕ່າງໆໃນລັກສະນະທີ່ບໍ່ສົມເຫດສົມຜົນ, ຄືກັບຜູ້ບໍ່ເຊື່ອ. ພວກເຂົາຈະສາມາດປະຕິບັດຄວາມຈິງໄດ້ແນວໃດ? ພວກເຂົາຈະສາມາດແກ້ໄຂບັນຫາຕ່າງໆໄດ້ແນວໃດ? ການເຂົ້າໃຄວາມຈິງບໍ່ແມ່ນເລື່ອງງ່າຍໆ. ບໍ່ວ່າຄວາມສາມາດຂອງຄົນໃດໜຶ່ງຈະສູງ ຫຼື ຕໍ່າສໍ່າໃດ, ແມ່ນແຕ່ຫຼັງຈາກທີ່ໄດ້ມີປະສົບການຕະຫຼອດຊີວິດ, ຈຳນວນຄວາມຈິງທີ່ພວກເຂົາສາມາດເຂົ້າໃຈໄດ້ກໍມີຢ່າງຈຳກັດ ແລະ ຈຳນວນພຣະທຳຂອງພຣະເຈົ້າທີ່ພວກເຂົາສາມາດເຂົ້າໃຈກໍມີຢ່າງຈຳກັດເຊັ່ນກັນ. ຜູ້ຄົນທີ່ຂ້ອນຂ້າງມີປະສົບການຫຼາຍກວ່າຄືຄົນທີ່ເຂົ້າໃຈຄວາມຈິງບາງຢ່າງ ແລະ ຢ່າງຫຼາຍທີ່ສຸດ ພວກເຂົາກໍສາມາດເຊົາເຮັດສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ແລະ ເຊົາເຮັດສິ່ງທີ່ຊົ່ວຮ້າຍຢ່າງຊັດເຈນ. ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະເຮັດໂດຍບໍ່ມີການເຈືອປົນຈາກເຈດຕະນາຂອງພວກເຂົາເອງ. ເພາະມະນຸດມີຄວາມຄິດປົກກະຕິ ແລະ ຄວາມຄິດຂອງພວກເຂົາອາດບໍ່ໄດ້ສອດຄ່ອງກັບພຣະທຳຂອງພຣະເຈົ້າຢູ່ສະເໝີ, ການເຈືອປົນຈາກຄວາມປະສົງຂອງພວກເຂົາເອງຈຶ່ງເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ສິ່ງທີ່ສຳຄັນກໍຄືການມີຄວາມເຂົ້າໃຈກ່ຽວກັບທຸກສິ່ງທີ່ມາຈາກຄວາມປະສົງຂອງຕົນເອງ ແລະ ຂັດກັບພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ສິ່ງນີ້ີຮຽກຮ້ອງໃຫ້ເຈົ້າເຮັດວຽກໜັກເພື່ອເຂົ້າໃຈພຣະທຳຂອງພຣະເຈົ້າ; ມີແຕ່ເມື່ອເຈົ້າເຂົ້າໃຈຄວາມຈິງເທົ່ານັ້ນ, ເຈົ້າຈຶ່ງຈະມີຄວາມເຂົ້າໃຈ ແລະ ໃນເມື່ອນັ້ນເອງ ເຈົ້າຈຶ່ງຈະສາມາດຮັບປະກັນໄດ້ວ່າເຈົ້າບໍ່ໄດ້ເຮັດສິ່ງຊົ່ວຮ້າຍ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 558)

ເພື່ອຮູ້ຈັກຕົວເຈົ້າເອງ, ເຈົ້າຕ້ອງຮູ້ຈັກການສະແດງອອກເຖິງຄວາມເສື່ອມຊາມຂອງເຈົ້າເອງ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ຈຸດອ່ອນທີ່ສຳຄັນຂອງຕົວເຈົ້າເອງ ແລະ ທຳມະຊາດ ແລະ ແກ່ນແທ້ຂອງເຈົ້າ. ເຈົ້າຍັງຕ້ອງຮູ້ຈັກທຸກລາຍລະອຽດຂອງສິ່ງເຫຼົ່ານີ້ທີ່ໄດ້ຖືກເປີດເຜີຍໃນຊີວິດປະຈຳວັນຂອງເຈົ້າ ນັ້ນກໍຄື ແຮງຈູງໃຈຂອງເຈົ້າ, ທັດສະນະຄະຕິຂອງເຈົ້າ ແລະ ທ່າທີ່ຂອງເຈົ້າກ່ຽວກັບທຸກໆສິ່ງ ບໍ່ວ່າເຈົ້າຢູ່ເຮືອນ ຫຼື ຢູ່ຂ້າງນອກ, ເມື່ອເຈົ້າຢູ່ໃນທີ່ຊຸມນຸມ, ເມື່ອເຈົ້າກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ໃນທຸກບັນຫາທີ່ເຈົ້າພົບ. ຜ່ານລັກສະນະເຫຼົ່ານີ້ ເຈົ້າຕ້ອງຮູ້ຈັກຕົວເຈົ້າເອງ. ແນ່ນອນ ເພື່ອທີ່ຈະຮູ້ຈັກຕົນເອງໃນລະດັບທີ່ເລິກເຊິ່ງຍິ່ງຂຶ້ນ, ເຈົ້າຕ້ອງປະສົມປະສານພຣະທຳຂອງພຣະເຈົ້າ; ມີພຽງໂດຍການຮູ້ຈັກຕົວເຈົ້າເອງໂດຍອີງຕາມພຣະທຳຂອງພຣະອົງເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸຜົນໄດ້. ເມື່ອກຳລັງຍອມຮັບການພິພາກສາຈາກພຣະທຳຂອງພຣະເຈົ້າ, ຢ່າຢ້ານທີ່ຈະທົນທຸກ ຫຼື ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຢ່າຢ້ານວ່າພຣະທຳຂອງພຣະເຈົ້າຈະສຽບແທງຫົວໃຈຂອງພວກເຈົ້າ ແລະ ເປີດໂປງສະພາວະທີ່ຂີ້ຮ້າຍຂອງພວກເຈົ້າ. ມັນເປັນປະໂຫຍດທີ່ຈະທົນທຸກກັບສິ່ງເຫຼົ່ານີ້. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນອ່ານພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ຂ້ຽນຕີຜູ້ຄົນໃຫ້ຫຼາຍຂຶ້ນ, ໂດຍສະເພາະຄົນທີ່ເປີດເຜີຍແກ່ນແທ້ຄວາມເສື່ອມຊາມຂອງມະນຸດຊາດ, ເຈົ້າຄວນປຽບທຽບພວກມັນໃສ່ສະພາວະຕົວຈິງຂອງເຈົ້າໃຫ້ຫຼາຍຂຶ້ນ ແລະ ເຈົ້າຄວນນໍາພວກມັນໄປໃຊ້ກັບຕົນເອງໃຫ້ຫຼາຍຂຶ້ນ ແລະ ໃຊ້ກັບຄົນອື່ນໃຫ້ໜ້ອຍລົງ. ປະເພດຂອງສະພາວະທີ່ພຣະເຈົ້າເປີດເຜີຍມີຢູ່ໃນທຸກຄົນ ແລະ ພວກມັນທັງໝົດແມ່ນສາມາດໃຊ້ໄດ້ກັບເຈົ້າ. ຖ້າເຈົ້າບໍ່ເຊື່ອໃນສິ່ງນີ້, ໃຫ້ລອງມີປະສົບການກັບມັນ. ຍິ່ງເຈົ້າມີປະສົບການຫຼາຍສໍ່າໃດ, ເຈົ້າກໍຈະຮູ້ຈັກຕົນເອງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຮູ້ສຶກວ່າພຣະທຳຂອງພຣະເຈົ້າຖືກຕ້ອງຫຼາຍ. ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ບາງຄົນກໍບໍ່ສາມາດນຳໃຊ້ພຣະທຳເຫຼົ່ານັ້ນກັບຕົວພວກເຂົາເອງ; ພວກເຂົາຄິດວ່າພາກສ່ວນຕ່າງໆຂອງພຣະທຳເຫຼົ່ານີ້ບໍ່ກ່ຽວກັບພວກເຂົາ ແຕ່ກ່ຽວກັບຄົນອື່ນ. ຕົວຢ່າງ: ເມື່ອພຣະເຈົ້າເປີດໂປງຜູ້ຄົນວ່າກະແດະ ແລະ ເປັນຍິງໂສເພນີ, ເອື້ອຍນ້ອງບາງຄົນຮູ້ສຶກວ່າ ຍ້ອນພວກເຂົາໄດ້ຊື່ສັດກັບສາມີຂອງຕົນຢ່າງບໍ່ມີຂໍ້ຜິດພາດ, ຄຳເວົ້າດັ່ງກ່າວຈຶ່ງບໍ່ໄດ້ໝາຍເຖິງພວກເຂົາ; ເອື້ອຍນ້ອງບາງຄົນຮູ້ສຶກວ່າ ເນື່ອງຈາກວ່າພວກເຂົາບໍ່ໄດ້ແຕ່ງດອງ ແລະ ບໍ່ເຄີຍມີເພດສຳພັນ, ຄຳເວົ້າດັ່ງກ່າວແມ່ນບໍ່ກ່ຽວຂ້ອງຫຍັງກັບພວກເຂົາເຊັ່ນກັນ. ອ້າຍນ້ອງບາງຄົນຮູ້ສຶກວ່າຄຳເວົ້າເຫຼົ່ານີ້ແມ່ນແນໃສ່ແມ່ຍິງເທົ່ານັ້ນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ; ບາງຄົນເຊື່ອວ່າພຣະທຳແຫ່ງການເປີດເຜີຍຂອງພຣະເຈົ້າຮຸນແຮງເກີນໄປ, ພວກມັນບໍ່ສອດຄ່ອງກັບຄວາມເປັນຈິງ, ສະນັ້ນພວກເຂົາຈຶ່ງປະຕິເສດພວກມັນ. ໃນບາງກໍລະນີ, ຍັງມີຄົນທີ່ເວົ້າວ່າພຣະທຳຂອງພຣະເຈົ້າບໍ່ຖືກຕ້ອງ. ນີ້ແມ່ນທ່າທີທີ່ຖືກຕ້ອງທີ່ຕ້ອງມີຕໍ່ພຣະທຳຂອງພຣະເຈົ້າບໍ? ມັນບໍ່ຖືກຕ້ອງຢ່າງແນ່ນອນ. ທຸກຄົນເບິ່ງຕົນເອງໂດຍອີງໃສ່ພຶດຕິກຳພາຍນອກຂອງພວກເຂົາ. ພວກເຂົາບໍ່ສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ມາຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາໃນທ່າມກາງພຣະທຳຂອງພຣະເຈົ້າ. ໃນທີ່ນີ້, “ກະຫຼີ່” ແລະ “ໂສເພນີ” ໝາຍເຖິງແກ່ນແທ້ຂອງຄວາມເສື່ອມຊາມ, ຄວາມສົກກະປົກ ແລະ ຄວາມເປັນແພດສະຫຍາຂອງມະນຸດຊາດ. ບໍ່ວ່າຊາຍ ຫຼື ຍິງ, ແຕ່ງງານ ຫຼື ບໍ່ໄດ້ແຕ່ງງານ, ທຸກຄົນມີຄວາມຄິດທີ່ເສື່ອມຊາມຈາກຄວາມມັກມາກ, ສະນັ້ນ ມັນຈະບໍ່ກ່ຽວກັບເຈົ້າໄດ້ແນວໃດ? ພຣະທຳຂອງພຣະເຈົ້າເປີດໂປງນິໄສອັນເສື່ອມຊາມຂອງຜູ້ຄົນ; ບໍ່ວ່າຈະເປັນເພດຍິງ ຫຼື ເພດຊາຍ, ລະດັບຄວາມເສື່ອມຊາມຂອງຄົນໆໜຶ່ງແມ່ນຄືກັນ. ນີ້ບໍ່ແມ່ນຄວາມຈິງບໍ? ກ່ອນເຮັດສິ່ງໃດອື່ນ, ພວກເຮົາຕ້ອງຮັບຮູ້ວ່າທຸກສິ່ງທີ່ພຣະເຈົ້າເວົ້າເປັນຄວາມຈິງ ແລະ ສອດຄ່ອງກັບຂໍ້ແທ້ຈິງ ແລະ ບໍ່ວ່າພຣະທຳຂອງພຣະອົງທີ່ພິພາກສາ ແລະ ເປີດໂປງຜູ້ຄົນຈະຮຸນແຮງສໍ່າໃດກໍຕາມ ຫຼື ພຣະທຳແຫ່ງການໂອ້ລົມກ່ຽວກັບຄວາມຈິງ ຫຼື ການຕັກເຕືອນຜູ້ຄົນຈະອ່ອນໂຍນສໍ່າໃດກໍຕາມ, ບໍ່ວ່າພຣະທຳເຫຼົ່ານີ້ຈະເປັນການພິພາກສາ ຫຼື ພອນ, ບໍ່ວ່າພວກມັນຈະເປັນການປະນາມ ຫຼື ການສາບແຊ່ງ, ບໍ່ວ່າພວກມັນຈະເຮັດໃຫ້ພວກເຮົາຮູ້ສຶກຂົມຂື່ນ ຫຼື ອ່ອນຫວານກໍຕາມ, ຜູ້ຄົນຕ້ອງຍອມຮັບພວກມັນທັງໝົດ. ນັ້ນແມ່ນທ່າທີທີ່ຜູ້ຄົນຄວນມີຕໍ່ພຣະທຳຂອງພຣະເຈົ້າ. ນີ້ແມ່ນທ່າທີແບບໃດ? ມັນເປັນທ່າທີທີ່ຈິງໃຈ, ທ່າທີທີ່ເຫຼື້ອມໃສ, ທ່າທີ່ທີ່ອົດທົນ ຫຼື ທ່າທີແຫ່ງການໂອບກອດການທົນທຸກບໍ? ເຈົ້າຂ້ອນຂ້າງສັບສົນ. ເຮົາບອກພວກເຈົ້າວ່າມັນບໍ່ແມ່ນສິ່ງເຫຼົ່ານັ້ນເລີຍ. ໃນຄວາມເຊື່ອຂອງພວກເຂົາ, ຜູ້ຄົນຕ້ອງຮັກສາຢ່າງໜັກແໜ້ນວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ. ຍ້ອນສິ່ງເຫຼົ່ານີ້ຄືຄວາມຈິງ, ຜູ້ຄົນຄວນຍອມຮັບເອົາພຣະທຳເຫຼົ່ານີ້ຢ່າງມີເຫດຜົນ. ບໍ່ວ່າພວກເຂົາຈະສາມາດຮັບຮູ້ ຫຼື ຍອມຮັບມັນ ຫຼື ບໍ່, ທ່າທີທຳອິດຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້າຄວນເປັນທ່າທີແຫ່ງການຍອມຮັບຢ່າງແທ້ຈິງ. ຖ້າພຣະທຳຂອງພຣະເຈົ້າບໍ່ໄດ້ເປີດໂປງເຈົ້າ, ມັນຈະເປີດໂປງຜູ້ໃດ? ແລ້ວຖ້າມັນບໍ່ແມ່ນເພື່ອເປີດໂປງເຈົ້າ, ເປັນຫຍັງເຈົ້າຈຶ່ງຖືກຮຽກຮ້ອງໃຫ້ຍອມຮັບມັນ? ສິ່ງນີ້ບໍ່ແມ່ນສິ່ງທີ່ຂັດແຍ່ງກັນບໍ? ພຣະເຈົ້າເວົ້າກັບມະນຸດຊາດທັງປວງ, ທຸກປະໂຫຍກທີ່ພຣະເຈົ້າກ່າວອອກໄດ້ເປີດໂປງມະນຸດຊາດທີ່ເສື່ອມຊາມ ແລະ ບໍ່ມີຜູ້ໃດຖືກຍົກເວັ້ນ, ເຊິ່ງໂດຍທຳມະຊາດແລ້ວກໍລວມເຖິງເຈົ້າເຊັ່ນກັນ. ບໍ່ມີວັກໃດໃນຖ້ອຍຄຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບຮູບລັກສະນະພາຍນອກ ຫຼື ສະພາວະປະເພດໜຶ່ງ, ແຮງໄກທີ່ຈະກ່ຽວກັບກົດລະບຽບພາຍນອກ ຫຼື ຮູບແບບພຶດຕິກຳທີ່ທຳມະດາໃນຜູ້ຄົນ. ພວກມັນບໍ່ໄດ້ເປັນແບບນັ້ນ. ຖ້າເຈົ້າຄິດວ່າທຸກວັກທີ່ພຣະເຈົ້າກ່າວອອກເປັນພຽງການເປີດເຜີຍປະເພດທີ່ທຳມະດາຂອງພຶດຕິກຳມະນຸດ ຫຼື ຮູບລັກສະນະພາຍນອກ, ແລ້ວເຈົ້າກໍ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ເຈົ້າບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ. ພຣະທຳຂອງພຣະເຈົ້າເປັນຄວາມຈິງ. ຜູ້ຄົນຈະສາມາດຮູ້ສຶກເຖິງຄວາມເລິກເຊິ່ງໃນພຣະທຳຂອງພຣະເຈົ້າ. ພຣະທຳເຫຼົ່ານີ້ເປັນສິ່ງທີ່ເລິກເຊິ່ງໄດ້ແນວໃດ? ພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວເປີດເຜີຍເຖິງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ສິ່ງທີ່ຈຳເປັນ ແລະ ສິ່ງທີ່ຝັ່ງເລິກຢູ່ພາຍໃນຊີວິດຂອງພວກເຂົາ. ພວກມັນເປັນສິ່ງຈຳເປັນ, ບໍ່ແມ່ນຮູບລັກສະນະພາຍນອກ ແລະ ບໍ່ແມ່ນພຶດຕິກຳພາຍນອກໂດຍສະເພາະ. ການເບິ່ງຜູ້ຄົນຈາກຮູບລັກສະນະພາຍນອກຂອງພວກເຂົາ, ພວກເຂົາທຸກຄົນອາດເບິ່ງຄືກັບວ່າເປັນຄົນດີ. ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າບາງຄົນເປັນວິນຍານທີ່ຊົ່ວຮ້າຍ ແລະ ບາງຄົນເປັນວິນຍານທີ່ສົກກະປົກ? ນີ້ແມ່ນເລື່ອງທີ່ເຈົ້າບໍ່ສາມາດເຫັນໄດ້. ສະນັ້ນ, ຄົນໃດໜຶ່ງຕ້ອງບໍ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຕາມແນວຄິດ ຫຼື ຈິນຕະນາການຂອງມະນຸດ ຫຼື ຕາມຂ່າວລືຂອງມະນຸດ ແລະ ບໍ່ແມ່ນຕາມຖະແຫຼງການຂອງພັກທີ່ປົກຄອງຢ່າງແນ່ນອນ. ພຣະທຳຂອງພຣະເຈົ້າພຽງຢ່າງດຽວກໍເປັນຄວາມຈິງ; ຄຳເວົ້າຂອງມະນຸດລ້ວນແລ້ວແຕ່ເປັນຄວາມຄິດທີ່ບໍ່ຖືກຕ້ອງ. ຫຼັງຈາກໄດ້ສົນທະນາແບບນັ້ນ, ເຈົ້າໄດ້ປະສົບກັບການປ່ຽນແປງໃນທັດສະນະຂອງເຈົ້າທີ່ມີຕໍ່ພຣະທຳຂອງພຣະເຈົ້າແລ້ວບໍ? ບໍ່ວ່າການປ່ຽນແປງຈະໃຫຍ່ ຫຼື ນ້ອຍ, ຄັ້ງຕໍ່ໄປທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ເປີດໂປງຜູ້ຄົນ, ຢ່າງໜ້ອຍເຈົ້າກໍບໍ່ຄວນພະຍາຍາມໃຊ້ເຫດຜົນກັບພຣະເຈົ້າ. ເຈົ້າຄວນເຊົາຕໍ່ວ່າພຣະເຈົ້າ, ໂດຍເວົ້າວ່າ “ພຣະທຳແຫ່ງການເປີດເຜີຍ ແລະ ການພິພາກສາຂອງພຣະເຈົ້າຮຸນແຮງແທ້ໆ; ຂ້ອຍຈະບໍ່ອ່ານໜ້ານີ້. ຂ້ອຍຈະພຽງແຕ່ຂ້າມມັນໄປ. ໃຫ້ຂ້ອຍຊອກຫາບາງສິ່ງເພື່ອອ່ານກ່ຽວກັບພອນ ແລະ ຄຳສັນຍາ, ເພື່ອຈະຊອກຫາຄວາມສະບາຍໃຈບາງຢ່າງ”. ເຈົ້າບໍ່ຄວນອ່ານພຣະທຳຂອງພຣະເຈົ້າໂດຍຊອກຫາ ແລະ ເລືອກຕາມເຈດຕະນາໂລມຂອງເຈົ້າເອງອີກຕໍ່ໄປ. ເຈົ້າຕ້ອງຍອມຮັບຄວາມຈິງ ແລະ ການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ; ໃນຕອນນັ້ນເອງ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈຶ່ງຈະຖືກຊໍາລະລ້າງ, ມີພຽງແຕ່ຕອນນັ້ນ ເຈົ້າຈຶ່ງຈະສາມາດຮັບເອົາຄວາມລອດພົ້ນ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມສຳຄັນໃນການສະແຫວງຫາຄວາມຈິງ ແລະ ເສັ້ນທາງໃນການສະແຫວງຫາມັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 559)

ເຈົ້າເຂົ້າໃຈທຳມະຊາດຂອງມະນຸດໄດ້ແນວໃດ? ການເຂົ້າໃຈທຳມະຊາດຂອງເຈົ້າໝາຍເຖິງການໄຈ້ແຍກສິ່ງຕ່າງໆເລິກໆຢູ່ພາຍໃນວິນຍານຂອງເຈົ້າແທ້ໆ ນັ້ນກໍຄື ສິ່ງຕ່າງໆທີ່ຢູ່ພາຍໃນຊີວິດຂອງເຈົ້າ ແລະ ເຫດຜົນ ແລະ ປັດຊະຍາທັງໝົດຂອງຊາຕານທີ່ເຈົ້າດຳລົງຊີວິດຕາມ, ເຊິ່ງເປັນຊີວິດຂອງຊາຕານທີ່ເຈົ້າດຳລົງຊີວິດຕາມ. ໂດຍການຂຸດຄົ້ນເຂົ້າໃນສ່ວນເລິກຂອງຈິດວິນຍານຂອງເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະສາມາດເຂົ້າໃຈທຳມະຊາດຂອງເຈົ້າ. ສິ່ງເຫຼົ່ານີ້ຈະສາມາດຖືກຂຸດຄົ້ນໄດ້ແນວໃດ? ພວກມັນບໍ່ສາມາດຖືກຂຸດຄົ້ນ ຫຼື ຖືກກວດສອບໄດ້ຜ່ານໜຶ່ງ ຫຼື ສອງເລື່ອງເທົ່ານັ້ນ. ເປັນເວລາຫຼາຍຄັ້ງ ຫຼັງຈາກທີ່ເຈົ້າໄດ້ສຳເລັດໃນການເຮັດສິ່ງໃດສິ່ງໜຶ່ງ, ເຈົ້າກໍຍັງບໍ່ໄດ້ເຂົ້າໃຈ. ມັນສາມາດໃຊ້ເວລາສາມ ຫຼື ຫ້າປີກ່ອນທີ່ເຈົ້າຈະສາມາດຮັບຮູ້ ຫຼື ເຂົ້າໃຈແມ່ນແຕ່ໜ້ອຍດຽວ. ສະນັ້ນ, ໃນຫຼາຍສະຖານະການ, ເຈົ້າຕ້ອງໄຕ່ຕອງຕົນເອງ ແລະ ມາຮູ້ຈັກຕົນເອງ. ເຈົ້າຕ້ອງຂຸດເລິກ ແລະ ໄຈ້ແຍກຕົນເອງຢ່າງຖີ່ຖ້ວນຕາມພຣະທຳຂອງພຣະເຈົ້າ ເພື່ອທີ່ຈະເຫັນຜົນໄດ້ຮັບໃດໜຶ່ງ. ເມື່ອຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງເຕີບໃຫຍ່ຂຶ້ນ ແລະ ເລິກເຊິ່ງຂຶ້ນ, ເຈົ້າຈະມາຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າເອງເທື່ອລະໜ້ອຍ ຜ່ານການໄຕ່ຕອງຕົນເອງ ແລະ ການຮູ້ຈັກຕົນເອງ.

ເພື່ອຮູ້ຈັກທຳມະຊາດຂອງເຈົ້າ, ເຈົ້າຕ້ອງຮັບຄວາມເຂົ້າໃຈກ່ຽວກັບມັນຜ່ານສອງສາມຢ່າງ. ກ່ອນອື່ນ, ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງທີ່ເຈົ້າມັກ. ສິ່ງນີ້ບໍ່ໄດ້ໝາຍເຖິງສິ່ງທີ່ເຈົ້າມັກກິນ ຫຼື ນຸ່ງຫົ່ມ: ກົງກັນຂ້າມ ມັນໝາຍເຖິງປະເພດຂອງສິ່ງຕ່າງໆທີ່ເຈົ້າເພີດເພີນ, ສິ່ງຕ່າງໆທີ່ເຈົ້າອິດສາ, ສິ່ງຕ່າງໆທີ່ເຈົ້ານະມັດສະການ, ສິ່ງຕ່າງໆທີ່ເຈົ້າສະແຫວງຫາ ແລະ ສິ່ງຕ່າງໆທີ່ຫົວໃຈຂອງເຈົ້າໃຫ້ຄວາມສົນໃຈ, ປະເພດຂອງຄົນທີ່ເຈົ້າມັກພົວພັນນໍາ, ປະເພດຂອງສິ່ງຕ່າງໆທີ່ເຈົ້າມັກເຮັດ ແລະ ປະເພດຂອງຄົນທີ່ເຈົ້າຊື່ນຊົມ ແລະ ບູຊາໃນຫົວໃຈຂອງເຈົ້າ. ຕົວຢ່າງເຊັ່ນ: ຄົນສ່ວນໃຫຍ່ມັກຜູ້ຄົນທີ່ມີຖານະສູງ, ຜູ້ຄົນທີ່ມີຄຳເວົ້າ ແລະ ພຶດຕິກຳຢ່າງສວຍງາມ ຫຼື ມັກຄົນທີ່ເວົ້າແບບປະຈົບປະແຈງ ຫຼື ຄົນທີ່ທໍາທ່າສະແດງ. ສິ່ງທີ່ກ່າວມານັ້ນແມ່ນກ່ຽວກັບຄົນທີ່ພວກເຂົາມັກພົວພັນນໍາ. ແຕ່ສຳລັບສິ່ງທີ່ຜູ້ຄົນເພີດເພີນ, ສິ່ງເຫຼົ່ານີ້ແມ່ນລວມເຖິງການເຕັມໃຈເຮັດສິ່ງໃດໜຶ່ງທີ່ເຮັດໄດ້ງ່າຍ, ເພີດເພີນກັບການເຮັດສິ່ງຕ່າງໆທີ່ຄົນອື່ນຄິດວ່າດີ ແລະ ຈະເຮັດໃຫ້ຜູ້ຄົນຮ້ອງເພງສັນລະເສີນ ແລະ ຍົກຍ້ອງ. ໃນທຳມະຊາດຂອງຜູ້ຄົນ, ມີລັກສະນະທົ່ວໄປຂອງສິ່ງທີ່ພວກເຂົາມັກ. ນັ້ນກໍຄື ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄົນອື່ນອິດສາຍ້ອນລັກສະນະພາຍນອກ, ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເບິ່ງສວຍງາມ ແລະ ຫຼູຫຼາ ແລະ ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຮັດໃຫ້ຄົນອື່ນນະມັດສະການພວກເຂົາ. ສິ່ງຕ່າງເຫຼົ່ານີ້ທີ່ຜູ້ຄົນມັກແມ່ນຍິ່ງໃຫຍ່, ແວວວາວ, ງົດງາມ ແລະ ສະຫງ່າງາມ. ທຸກຄົນບູຊາສິ່ງເຫຼົ່ານີ້. ມັນສາມາດເຫັນໄດ້ວ່າ ຜູ້ຄົນບໍ່ມີຄວາມຈິງເລີຍ ຫຼື ພວກເຂົາບໍ່ມີລັກສະນະຂອງການເປັນຢູ່ທີ່ແທ້ຈິງຂອງມະນຸດ. ການບູຊາສິ່ງເຫຼົ່ານີ້ແມ່ນບໍ່ມີຄວາມສຳຄັນແມ່ນແຕ່ໜ້ອຍດຽວ, ແຕ່ຜູ້ຄົນກໍຍັງມັກສິ່ງເຫຼົ່ານີ້. ສິ່ງຕ່າງໆເຫຼົ່ານີ້ທີ່ຜູ້ຄົນມັກເບິ່ງຄືວ່າດີເປັນພິເສດຕໍ່ຄົນທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ຜູ້ຄົນເຕັມໃຈທີ່ຈະສະແຫວງຫາເປັນຢ່າງຍິ່ງ... ສິ່ງຕ່າງໆທີ່ຜູ້ຄົນສະແຫວງຫາ ແລະ ປາດຖະໜາຫາແມ່ນເປັນຂອງແນວໂນ້ມທາງໂລກ, ສິ່ງເຫຼົ່ານີ້ເປັນຂອງຊາຕານ ແລະ ມານຮ້າຍ, ພວກມັນເປັນທີ່ລັງກຽດໂດຍພຣະເຈົ້າ ແລະ ປາສະຈາກຄວາມຈິງໃດໆ. ສິ່ງຕ່າງໆທີ່ຜູ້ຄົນມີແນວໂນ້ມທີ່ຈະປາດຖະໜາຫາເຮັດໃຫ້ສາມາດຂຸດຄົ້ນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ຄວາມມັກຂອງຜູ້ຄົນສາມາດເຫັນໄດ້ໃນລັກສະນະທີ່ພວກເຂົາແຕ່ງຕົວ: ບາງຄົນເຕັມໃຈທີ່ຈະສວມໃສ່ເສື້ອຜ້າທີ່ດຶງດູດຄວາມສົນໃຈ, ມີສີສັນ ຫຼື ລວດລາຍແປກປະຫຼາດ. ພວກເຂົາເຕັມໃຈທີ່ຈະສວມໃສ່ສິ່ງປະດັບທີ່ບໍ່ມີຜູ້ໃດເຄີຍສວມໃສ່ມາກ່ອນ ແລະ ພວກເຂົາຮັກສິ່ງຕ່າງໆທີ່ສາມາດດຶງດູດເພດກົງຂ້າມ. ການທີ່ພວກເຂົາສວມໃສ່ເສື້ອຜ້າ ແລະ ສິ່ງປະດັບກໍ່ສະແດງເຖິງຄວາມມັກທີ່ພວກເຂົາມີສຳລັບສິ່ງຕ່າງໆເຫຼົ່ານີ້ໃນຊີວິດຂອງພວກເຂົາ ແລະ ເລິກຢູ່ພາຍໃນຫົວໃຈຂອງພວກເຂົາ. ສິ່ງຕ່າງໆທີ່ພວກເຂົາມັກບໍ່ມີສັກສີ ຫຼື ບໍ່ເປັນທີ່ຍອມຮັບ. ພວກມັນບໍ່ແມ່ນສິ່ງຂອງທີ່ຄົນປົກກະຕິຄວນສະແຫວງຫາ. ໃນຄວາມຫຼົງໄຫຼຂອງພວກເຂົາສຳລັບສິ່ງເຫຼົ່ານັ້ນ, ມີຄວາມບໍ່ຊອບທຳ. ທັດສະນະຄະຕິຂອງພວກເຂົາເປັນຄືກັນກັບຄົນທາງໂລກຢ່າງແທ້ໆ. ຄົນໆໜຶ່ງບໍ່ສາມາດເຫັນສ່ວນໃດສ່ວນໜຶ່ງທີ່ສອດຄ່ອງກັບຄວາມຈິງ. ສະນັ້ນ, ສິ່ງທີ່ເຈົ້າມັກ, ສິ່ງທີ່ເຈົ້າໃຫ້ຄວາມສຳຄັນ, ສິ່ງທີ່ເຈົ້າບູຊາ, ສິ່ງທີ່ເຈົ້າອິດສາ ແລະ ສິ່ງທີ່ເຈົ້າຄິດເຖິງໃນຫົວໃຈຂອງເຈົ້າທຸກມື້ ແມ່ນລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ທຳມະຊາດຂອງເຈົ້າ. ຄວາມຫຼົງໄຫຼສຳລັບສິ່ງທາງໂລກເຫຼົ່ານີ້ແມ່ນພຽງພໍທີ່ຈະພິສູດວ່າທຳມະຊາດຂອງເຈົ້າມັກຄວາມບໍ່ຊອບທຳ ແລະ ໃນສະຖານະການທີ່ຮ້າຍແຮງ ທຳມະຊາດຂອງເຈົ້າແມ່ນຊົ່ວຮ້າຍ ແລະ ບໍ່ສາມາດປິ່ນປົວໄດ້. ເຈົ້າຄວນໄຈ້ແຍກທຳມະຊາດຂອງເຈົ້າໃນລັກສະນະນີ້: ກວດສອບສິ່ງທີ່ເຈົ້າມັກ ແລະ ສິ່ງທີ່ເຈົ້າປະຖິ້ມໃນຊີວິດຂອງເຈົ້າ. ເຈົ້າອາດດີກັບບາງຄົນໃນຊ່ວງເວລາໃດໜຶ່ງ, ແຕ່ສິ່ງນີ້ກໍບໍ່ໄດ້ພິສູດວ່າ ເຈົ້າມັກພວກເຂົາ. ສິ່ງທີ່ເຈົ້າມັກຢ່າງແທ້ຈິງແມ່ນສິ່ງທີ່ຢູ່ໃນທຳມະຊາດຂອງເຈົ້າ; ເຖິງແມ່ນວ່າກະດູກຂອງເຈົ້າຫັກ, ເຈົ້າກໍຍັງຈະເພີດເພີນກັບມັນ ແລະ ບໍ່ສາມາດປະຖິ້ມມັນໄດ້ຈັກເທື່ອ. ສິ່ງນີ້ບໍ່ໄດ້ງ່າຍທີ່ຈະປ່ຽນແປງ. ຕົວຢ່າງເຊັ່ນ: ການຊອກຫາຄູ່ຄອງ, ຜູ້ຄົນສະແຫວງຫາຄົນປະເພດດຽວກັນກັບພວກເຂົາເອງ. ຖ້າແມ່ຍິງຕົກຂຸມຮັກຜູ້ໃດຜູ້ໜຶ່ງແທ້ໆ, ແລ້ວບໍ່ມີຜູ້ໃດຈະສາມາດຢຸດນາງໄດ້. ເຖິງແມ່ນວ່າຂາຂອງນາງຫັກ, ນາງກໍຍັງຈະຕ້ອງການຢູ່ກັບຊາຍຄົນນັ້ນ; ນາງຈະຕ້ອງຢາກແຕ່ງດອງກັບເຂົາ ເຖິງແມ່ນມັນໝາຍຄວາມວ່າ ນາງຈະຕ້ອງຕາຍ. ເປັນແບບນີ້ໄດ້ແນວໃດ? ມັນເປັນຍ້ອນ ບໍ່ມີຜູ້ໃດສາມາດປ່ຽນແປງສິ່ງທີ່ຝັງເລິກຢູ່ພາຍໃນກະດູກຂອງຜູ້ຄົນ, ຝັງເລິກຢູ່ພາຍໃນຫົວໃຈຂອງພວກເຂົາ. ເຖິງແມ່ນວ່າບຸກຄົນໃດໜຶ່ງຕາຍ, ວິນຍານຂອງພວກເຂົາກໍຍັງຈະມັກສິ່ງນັ້ນຄືເກົ່າ; ສິ່ງເຫຼົ່ານີ້ແມ່ນທຳມະຊາດຂອງມະນຸດ ແລະ ພວກມັນສະແດງເຖິງທາດແທ້ຂອງບຸກຄົນໃດໜຶ່ງ. ສິ່ງຕ່າງໆທີ່ຜູ້ຄົນມັກຈະມີຄວາມບໍ່ຊອບທຳບາງຢ່າງ. ບາງຄົນກໍ່ເຫັນໄດ້ຊັດເຈນໃນຄວາມຫຼົງມັກຂອງພວກເຂົາສຳລັບສິ່ງເຫຼົ່ານັ້ນ, ໃນຂະນະທີ່ບາງຄົນບໍ່ສາມາດເຫັນໄດ້ຊັດເຈນ; ບາງຄົນມີຄວາມມັກຢ່າງຫຼາຍຕໍ່ສິ່ງເຫຼົ່ານັ້ນ, ໃນຂະນະຄົນອື່ນໆບໍ່ໄດ້ເປັນແບບນັ້ນ; ບາງຄົນສາມາດຄວບຄຸມຕົນເອງ, ໃນຂະນະທີ່ຄົນອື່ນໆບໍ່ສາມາດຄວບຄຸມຕົນເອງໄດ້. ບາງຄົນມີແນວໂນ້ມທີ່ຈະຈົມລົງສູ່ສິ່ງທີ່ມືດມົນ ແລະ ຊົ່ວຮ້າຍ, ເຊິ່ງພິສູດວ່າພວກເຂົາບໍ່ມີຊີວິດ. ບາງຄົນສາມາດເອົາຊະນະການລໍ້ລວງຈາກເນື້ອໜັງ ແລະ ບໍ່ຖືກຄອບງວໍາ ຫຼື ຈຳກັດໂດຍສິ່ງເຫຼົ່ານັ້ນ, ເຊິ່ງພິສູດວ່າພວກເຂົາມີວຸດທິພາວະໜ້ອຍດຽວ ແລະ ອຸປະນິໄສຂອງພວກເຂົາມີການປ່ຽນແປງໜ້ອຍດຽວ. ບາງຄົນເຂົ້າໃຈຄວາມຈິງບາງຢ່າງ ແລະ ຮູ້ສຶກວ່າພວກເຂົາມີຊີວິດ ແລະ ພວກເຂົາຮັກພຣະເຈົ້າ, ແຕ່ໃນຄວາມເປັນຈິງ, ມັນກໍ່ຍັງໄວເກີນໄປ ແລະ ການປ່ຽນແປງທີ່ກຳລັງເກີດຂຶ້ນໃນອຸປະນິໄສຂອງຄົນໆໜຶ່ງກໍ່ບໍ່ແມ່ນເລື່ອງງ່າຍ. ທຳມະຊາດ ແລະ ແກ່ນແທ້ຂອງຄົນໆໜຶ່ງງ່າຍທີ່ຈະເຂົ້າໃຈບໍ? ເຖິງແມ່ນບາງຄົນເຂົ້າໃຈໜ້ອຍໜຶ່ງ, ພວກເຂົາກໍຕ້ອງຜ່ານຄວາມຫຍຸ້ງຍາກລຳບາກຫຼາຍຢ່າງເພື່ອບັນລຸຄວາມເຂົ້າໃຈນັ້ນ ແລະ ເຖິງແມ່ນມີຄວາມເຂົ້າໃຈເລັກນ້ອຍ, ການປ່ຽນແປງກໍບໍ່ໄດ້ງ່າຍ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຫຍຸ້ງຍາກທີ່ຜູ້ຄົນຜະເຊີນ ແລະ ຜູ້ຄົນບໍ່ສາມາດຮູ້ຈັກຕົນເອງໂດຍທີ່ບໍ່ມີຄວາມປະສົງທີ່ຈະສະແຫວງຫາຄວາມຈິງ. ບໍ່ວ່າຜູ້ຄົນ, ເລື່ອງຕ່າງໆ ຫຼື ສິ່ງຕ່າງໆທີ່ຢູ່ອ້ອມຂ້າງເຈົ້າອາດປ່ຽນແປງແນວໃດກໍ່ຕາມ ແລະ ບໍ່ວ່າໂລກອາດປີ້ນກັບດ້ານແນວໃດກໍ່ຕາມ, ຖ້າຄວາມຈິງກຳລັງຊີ້ນໍາເຈົ້າຈາກພາຍໃນ, ຖ້າມັນຢັ່ງຮາກພາຍໃນເຈົ້າ ແລະ ພຣະທຳຂອງພຣະເຈົ້າຊີ້ນໍາຊີວິດຂອງເຈົ້າ, ຄວາມມັກ, ປະສົບການ ແລະ ການເປັນຢູ່, ໃນຈຸດນັ້ນ ເຈົ້າຈະມີການປ່ຽນແປງຢ່າງແທ້ຈິງ. ໃນຕອນນີ້, ສິ່ງທີ່ເອີ້ນວ່າການປ່ຽນແປງຂອງຜູ້ຄົນເປັນພຽງການຮ່ວມມືເລັກນ້ອຍ, ການທີ່ສາມາດຍອມຮັບການຖືກລິຮານ ແລະ ການຖືກຈັດການຢ່າງລັງເລ, ການປະຕິບັດໜ້າທີ່ຂອງພວກເຂົາຢ່າງຫ້າວຫັນ ແລະ ການມີຄວາມກະຕືລືລົ້ນ ແລະ ຄວາມເຊື່ອເລັກນ້ອຍ, ແຕ່ສິ່ງນີ້ກໍ່ບໍ່ສາມາດຖືວ່າເປັນການປ່ຽນແປງໃນອຸປະນິໄສໄດ້ ແລະ ມັນບໍ່ໄດ້ພິສູດວ່າຜູ້ຄົນມີຊີວິດ. ນີ້ເປັນພຽງຄວາມມັກ ແລະ ຄວາມນິຍົມຂອງຜູ້ຄົນ, ບໍ່ມີຫຍັງຫຼາຍໄປກວ່ານັ້ນ.

ເພື່ອໃຫ້ເຂົ້າໃຈທໍາມະຊາດ, ນອກຈາກການຄົ້ນພົບສິ່ງຕ່າງໆທີ່ຜູ້ຄົນຫຼົງມັກໃນທຳມະຊາດຂອງພວກເຂົາ, ລັກສະນະຫຼາຍຢ່າງທີ່ສຳຄັນທີ່ສຸດທີ່ກ່ຽວຂ້ອງກັບທຳມະຊາດຂອງພວກເຂົາກໍ່ຍັງຈຳເປັນຕ້ອງຖືກຂຸດອອກ. ຕົວຢ່າງເຊັ່ນ: ມຸມມອງຂອງຜູ້ຄົນໃນສິ່ງຕ່າງໆ, ວິທີການ ແລະ ເປົ້າໝາຍຂອງຜູ້ຄົນໃນຊີວິດ, ຄຸນຄ່າໃນຊີວິດຂອງຜູ້ຄົນ ແລະ ທັດສະນະຄະຕິຕໍ່ຊີວິດ ແລະ ແນວຄິດຕໍ່ທຸກສິ່ງທີ່ກ່ຽວຂ້ອງກັບຄວາມຈິງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຝັງເລິກຢູ່ພາຍໃນຈິດວິນຍານຂອງຜູ້ຄົນ ແລະ ພວກມັນມີຄວາມສຳພັນໂດຍກົງກັບການປ່ຽນແປງອຸປະນິໄສ. ແລ້ວແມ່ນຫຍັງຄືທັດສະນະຄະຕິຂອງມະນຸດຊາດທີ່ເສື່ອມຊາມກ່ຽວກັບຊີວິດ? ສາມາດເວົ້າໄດ້ວ່າມັນເປັນແບບນີ້: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ຜູ້ຄົນລ້ວນແລ້ວແຕ່ມີຊີວິດຢູ່ເພື່ອຕົນເອງ; ຖ້າຈະເວົ້າຢ່າງກົງໄປກົງມາ, ພວກເຂົາກຳລັງດຳລົງຊີວິດສຳລັບເນື້ອໜັງ. ພວກເຂົາພຽງແຕ່ດຳລົງຊີວິດເພື່ອໃສ່ອາຫານເຂົ້າໃນປາກຂອງພວກເຂົາ. ການເປັນຢູ່ນີ້ແຕກຕ່າງແນວໃດຈາກການເປັນຢູ່ຂອງສັດ? ບໍ່ມີຄຸນຄ່າຫຍັງເລີຍໃນການດຳລົງຊີວິດແບບນີ້, ບໍ່ຕ້ອງກ່າວເຖິງເລີຍວ່າມັນຈະມີຄວາມໝາຍຫຍັງ. ທັດສະນະຄະຕິຂອງຄົນໆໜຶ່ງຕໍ່ຊີວິດແມ່ນກ່ຽວກັບສິ່ງທີ່ເຈົ້າອາໄສໃນການດຳລົງຊີວິດເທິງໂລກ, ສິ່ງທີ່ເຈົ້າມີຊີວິດເພື່ອ ແລະ ວິທີການໃຊ້ຊີວິດຂອງເຈົ້າ ແລະ ສິ່ງເຫຼົ່ານີ້ກໍ່ລ້ວນແລ້ວແຕ່ເປັນສິ່ງທີ່ກ່ຽວຂ້ອງກັບແກ່ນແທ້ຂອງທຳມະຊາດຂອງມະນຸດ. ຜ່ານການໄຈ້ແຍກທຳມະຊາດຂອງມະນຸດ, ເຈົ້າຈະເຫັນວ່າຜູ້ຄົນລ້ວນແລ້ວແຕ່ຕໍ່ຕ້ານພຣະເຈົ້າ. ພວກເຂົາທຸກຄົນເປັນມານຮ້າຍ ແລະ ບໍ່ມີຄົນດີທີ່ແທ້ຈິງ. ໂດຍການໄຈ້ແຍກທຳມະຊາດຂອງຜູ້ຄົນເທົ່ານັ້ນ, ເຈົ້າຈຶ່ງຮູ້ຈັກເຖິງຄວາມເສື່ອມຊາມ ແລະ ແກ່ນແທ້ຂອງມະນຸດໄດ້ຢ່າງແທ້ຈິງ ແລະ ເຂົ້າໃຈວ່າຜູ້ຄົນເປັນຂອງຫຍັງແທ້ໆ, ພວກເຂົາຂາດຫຍັງແທ້ໆ, ພວກເຂົາຄວນປະກອບຕົນເອງດ້ວຍຫຍັງ ແລະ ພວກເຂົາຄວນດຳລົງຊີວິດແນວໃດຈາກລັກສະນະຂອງມະນຸດ. ການໄຈ້ແຍກທຳມະຊາດຂອງບຸກຄົນໜຶ່ງຢ່າງແທ້ຈິງບໍ່ແມ່ນເລື່ອງງ່າຍ ແລະ ບໍ່ສາມາດດຳເນີນໄດ້ໂດຍບໍ່ມີການປະສົບກັບພຣະທຳຂອງພຣະເຈົ້າ ຫຼື ການມີປະສົບການທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 560)

ຈະຮູ້ຈັກທຳມະຊາດຂອງຄົນໆໜຶ່ງໄດ້ແນວໃດ? ແມ່ນຫຍັງປະກອບເປັນທຳມະຊາດຂອງບຸກຄົນໜຶ່ງ? ເຈົ້າພຽງແຕ່ຮູ້ຈັກຂໍ້ຜິດພາດ, ຂໍ້ບົກຜ່ອງ, ເຈດຕະນາ, ແນວຄິດ, ແງ່ລົບ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ, ແຕ່ເຈົ້າບໍ່ສາມາດຄົ້ນພົບສິ່ງຕ່າງໆທີ່ຢູ່ພາຍໃນທຳມະຊາດຂອງມະນຸດ. ເຈົ້າພຽງແຕ່ຮູ້ຈັກເປືອກນອກ ໂດຍບໍ່ມີຄວາມສາມາດຄົ້ນພົບຕົ້ນກຳເນີດຂອງມັນ ແລະ ສິ່ງນີ້ບໍ່ໄດ້ສະແດງເຖິງຄວາມຮູ້ກ່ຽວກັບທຳມະຊາດຂອງມະນຸດ. ບາງຄົນຍອມຮັບຂໍ້ບົກຜ່ອງ ແລະ ຄວາມຄິດລົບຕ່າງໆຂອງພວກເຂົາ ໂດຍກ່າວວ່າ “ຂ້ານ້ອຍເຂົ້າໃຈທຳມະຊາດຂອງຂ້ານ້ອຍ. ເບິ່ງແມ, ຂ້ານ້ອຍຮັບຮູ້ຄວາມອວດດີຂອງຂ້ານ້ອຍ. ນັ້ນບໍ່ແມ່ນການຮູ້ຈັກທຳມະຊາດຂອງຂ້ານ້ອຍບໍ?” ຄວາມອວດດີແມ່ນສ່ວນໜຶ່ງໃນທຳມະຊາດຂອງມະນຸດ, ສິ່ງນັ້ນແມ່ນເປັນຈິງ. ເຖິງຢ່າງໃດກໍຕາມ ມັນບໍ່ພຽງພໍທີ່ຈະຮັບຮູ້ສິ່ງນີ້ໃນດ້ານທິດສະດີ. ການຮູ້ຈັກທຳມະຊາດຂອງຕົນເອງແມ່ນຫຍັງ? ມັນສາມາດເປັນທີ່ຮູ້ຈັກໄດ້ແນວໃດ? ມັນເປັນທີ່ຮູ້ຈັກຈາກລັກສະນະໃດ? ໂດຍສະເພາະແລ້ວ ທຳມະຊາດຂອງຄົນໃດໜຶ່ງຄວນຖືກເບິ່ງຈາກສິ່ງຕ່າງໆທີ່ຄົນໆນັ້ນເປີດເຜີຍອອກມາແນວໃດ? ກ່ອນອື່ນໝົດ ເຈົ້າສາມາດເຫັນທຳມະຊາດຂອງບຸກຄົນໜຶ່ງຜ່ານຄວາມສົນໃຈຂອງເຂົາ. ຕົວຢ່າງເຊັ່ນ: ບາງຄົນມີການເຊີດຊູຄົນທີ່ມີຊື່ສຽງ ແລະ ໂດດເດັ່ນເປັນຢ່າງຍິ່ງ, ບາງຄົນມັກເຕັ້ນ, ບາງຄົນມັກນັກຮ້ອງ ຫຼື ດາລາຮູບເງົາເປັນພິເສດ ແລະ ບາງຄົນມີຄວາມມັກຫຼິ້ນເກມເປັນພິເສດ. ຈາກຄວາມມັກເຫຼົ່ານີ້, ພວກເຮົາສາມາດເຫັນໄດ້ວ່າແມ່ນຫຍັງຄືທຳມະຊາດຂອງຜູ້ຄົນເຫຼົ່ານີ້. ນີ້ຄືຕົວຢ່າງງ່າຍໆ: ບາງຄົນອາດເຫຼື້ອມໃສນັກຮ້ອງຄົນໃດໜຶ່ງແທ້ໆ ພວກເຂົາເຄົາລົບບູຊາຕົນເອງຈົນຮອດຂັ້ນໃດ? ຈົນຮອດຂັ້ນທີ່ວ່າພວກເຂົາພາກັນໝົກມຸ້ນກັບການເຄື່ອນໄຫວທຸກຢ່າງ, ຮອຍຍິ້ມ ແລະ ຄຳເວົ້າຂອງນັກຮ້ອງຄົນນີ້. ພວກເຂົາຕິດພັນກັບນັກຮ້ອງຄົນນີ້ ແລະ ເຖິງກັບຖ່າຍຮູບທຸກສິ່ງທີ່ພວກເຂົານຸ່ງ ແລະ ຫຼັງຈາກນັ້ນ ພວກເຂົາກໍໄປຮຽນແບບກັບສິ່ງນັ້ນ. ຄວາມເທີດທູນລະດັບນີ້ຕໍ່ບຸກຄົນໜຶ່ງສະແດງເຖິງບັນຫາຫຍັງ? ມັນສະແດງວ່າ ບຸກຄົນດັ່ງກ່າວມີພຽງແຕ່ສິ່ງຕ່າງໆທີ່ເປັນຂອງຜູ້ບໍ່ເຊື່ອຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມຈິງ, ພວກເຂົາບໍ່ມີສິ່ງດີໆ ແລະ ແຮງໄກທີ່ພວກເຂົາຈະມີພຣະເຈົ້າໃນຫົວໃຈຂອງພວກເຂົາ. ທຸກສິ່ງທີ່ບຸກຄົນນີ້ຄິດເຖິງ, ຮັກ ແລະ ສະແຫວງຫາແມ່ນກ່ຽວກັບຊາຕານ. ສິ່ງເຫຼົ່ານີ້ຄອບງໍາຫົວໃຈຂອງບຸກຄົນນີ້ ເຊິ່ງກຳລັງຈະຖືກມອບໃຫ້ກັບສິ່ງເຫຼົ່ານັ້ນ. ພວກເຈົ້າສາມາດເວົ້າໄດ້ບໍວ່າແມ່ນຫຍັງຄືແກ່ນແທ້ ແລະ ທຳມະຊາດຂອງພວກເຂົາ? ຖ້າສິ່ງໃດສິ່ງໜຶ່ງຖືກຮັກຈົນເຖິງຂັ້ນໃດໜຶ່ງ, ແລ້ວສິ່ງນັ້ນກໍຈະສາມາດກາຍມາເປັນຊີວິດຂອງຄົນໃດຄົນໜຶ່ງ ແລະ ຄອບງໍາຫົວໃຈຂອງພວກເຂົາ, ພິສູດຢ່າງສົມບູນວ່າ ບຸກຄົນດັ່ງກ່າວເປັນຄົນບູຊາພະທຽມ ເຊິ່ງບໍ່ຕ້ອງການພຣະເຈົ້າ ແລະ ຮັກມານຮ້າຍແທນ. ສະນັ້ນ ຈຶ່ງສາມາດສະຫຼຸບໄດ້ວ່າ ທຳມະຊາດຂອງບຸກຄົນດັ່ງກ່າວແມ່ນທຳມະຊາດທີ່ຮັກ ແລະ ບູຊາມານຮ້າຍ, ບໍ່ຮັກຄວາມຈິງ ແລະ ບໍ່ຕ້ອງການພຣະເຈົ້າ. ນີ້ບໍ່ແມ່ນວິທີທີ່ຖືກຕ້ອງໃນການເບິ່ງທຳມະຊາດຂອງຄົນໃດຄົນໜຶ່ງບໍ? ມັນຖືກຕ້ອງທັງໝົດ. ນີ້ແມ່ນວິທີທີ່ຄວນກວດສອບທຳມະຊາດຂອງມະນຸດ. ຕົວຢ່າງເຊັ່ນ: ໂດຍສະເພາະແລ້ວ ບາງຄົນເຫຼື້ອມໃສໂປໂລ. ພວກເຂົາມັກອອກໄປ ແລະ ກ່າວປາໄສ ແລະ ປະຕິບັດພາລະກິດ, ພວກເຂົາມັກເຂົ້າຮ່ວມການເຕົ້າໂຮມ ແລະ ເທດສະໜາ ແລະ ພວກເຂົາມັກໃຫ້ຜູ້ຄົນຟັງຄວາມພວກເຂົາ, ບູຊາພວກເຂົາ ແລະ ພົວພັນຢູ່ກັບພວກເຂົາ. ພວກເຂົາມັກທີ່ຈະຢູ່ໃນໃຈຂອງຄົນອື່ນ ແລະ ພວກເຂົາຊື່ນຊົມມັນ ເມື່ອຄົນອື່ນໃຫ້ຄຸນຄ່າແກ່ພາບລັບທີ່ພວກເຂົາສະແດງອອກ. ໃຫ້ພວກເຮົາມາວິເຄາະທຳມະຊາດຂອງພວກເຂົາຈາກພຶດຕິກຳເຫຼົ່ານີ້. ແມ່ນຫຍັງຄືທຳມະຊາດຂອງພວກເຂົາ? ຖ້າພວກເຂົາປະພຶດແບບນີ້ແທ້ໆ, ແລ້ວມັນກໍພຽງພໍແລ້ວທີ່ຈະສະແດງໃຫ້ເຫັນວ່າ ພວກເຂົາອວດດີ ແລະ ທະນົງຕົວ. ພວກເຂົາບໍ່ນະມັດສະການພຣະເຈົ້າເລີຍ; ພວກເຂົາສະແຫວງຫາສະຖານະທີ່ສູງສົ່ງ ແລະ ປາຖະໜາທີ່ຈະມີສິດອຳນາດເໜືອຄົນອື່ນ, ຄອບຄອງພວກເຂົາ ແລະ ດຳລົງຕຳແໜ່ງຢູ່ໃຈໃຈຂອງພວກເຂົາ. ນີ້ແມ່ນພາບລັກຂອງຊາຕານຢ່າງແທ້ຈິງ. ລັກສະນະຂອງທຳມະຊາດຂອງພວກເຂົາທີ່ໂດດເດັ່ນຄືຄວາມອວດດີ ແລະ ຄວາມທະນົງຕົວ, ຄວາມບໍ່ເຕັມໃຈທີ່ຈະນະມັດສະການພຣະເຈົ້າ ແລະ ຄວາມປາຖະໜາຢາກໃຫ້ຄົນອື່ນບູຊາ. ພືດຕິກຳດັ່ງກ່າວສາມາດເຮັດໃຫ້ເຈົ້າເຫັນຢ່າງຊັດເຈນຫຼາຍໃນທຳມະຊາດຂອງພວກເຂົາ. ຕົວຢ່າງ: ບາງຄົນຮັກທີ່ຈະເອົາປຽບຈາກສິ່ງຕ່າງໆຢ່າງບໍ່ຍຸຕິທຳໂດຍທີ່ຄົນອື່ນເສຍຫາຍ ແລະ ຄົນເຫຼົ່ານີ້ກໍໍພະຍາຍາມບັນລຸຜົນປະໂຫຍດຂອງພວກເຂົາເອງໃນທຸກເລື່ອງ. ແມ່ນຫຍັງກໍຕາມທີ່ພວກເຮົາເຮັດຕ້ອງສ້າງປະໂຫຍດໃຫ້ແກ່ພວກເຂົາ ຫຼື ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະບໍ່ເຮັດມັນ. ພວກເຂົາບໍ່ສົນໃຈກັບຫຍັງເວັ້ນເສຍແຕ່ມັນຈະມອບຂໍ້ໄດ້ປຽບບາງຢ່າງໃຫ້ກັບພວກເຂົາ ແລະ ມີແຮງຈູງໃຈແອບແຝງຢູ່ເບື້ອງຫຼັງການກະທຳຂອງພວກເຂົາຢູ່ສະເໝີ. ພວກເຂົາເວົ້າດີກັບຜູ້ໃດກໍຕາມທີ່ສ້າງປະໂຫຍດໃຫ້ແກ່ພວກເຂົາ ແລະ ພວກເຂົາສົ່ງເສີມຜູ້ໃດກໍຕາມທີ່ປະຈົບປະແຈງພວກເຂົາ. ແມ່ນແຕ່ເມື່ອຄົນທີ່ພວກເຂົາໂປດປານມີບັນຫາ, ພວກເຂົາກໍຈະເວົ້າວ່າຄົນເຫຼົ່ານີ້ຖືກຕ້ອງ ແລະ ພະຍາຍາມຢ່າງໜັກປົກປ້ອງພວກເຂົາ ແລະ ປົກປິດໃຫ້ພວກເຂົາ. ຄົນເຊັ່ນນັ້ນມີທຳມະຊາດຫຍັງ? ເຈົ້າສາມາດເຫັນເຖິງທຳມະຊາດຂອງພວກເຂົາຢ່າງຊັດເຈນຈາກພຶດຕິກຳເຫຼົ່ານີ້. ພວກເຂົາພະຍາຍາມເພື່ອເອົາປຽບຢ່າງບໍ່ຍຸຕິທຳຜ່ານການກະທຳຂອງພວກເຂົາ, ມີສ່ວນຮ່ວມໃນພຶດຕິກຳທີ່ເປັນການຄ້າຂາຍໃນທຸກສະຖານະການຢູ່ສະເໝີ ແລະ ເຈົ້າສາມາດແນ່ໃຈໄດ້ເລີຍວ່າທຳມະຊາດຂອງພວກເຂົາເປັນທຳມະຊາດທີ່ປາດຖະໜາຫາຜົນກຳໄລຢູ່ໝົດໃຈ. ພວກເຂົາກະຕືລືລົ້ນໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາຈະບໍ່ລຸກເຊົ້າເວັ້ນເສຍແຕ່ມັນຈະສ້າງປະໂຫຍດຕໍ່ພວກເຂົາໃນການເຮັດແບບນັ້ນ. ພວກເຂົາເປັນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາບໍ່ຮູ້ຈັກພໍທີ່ສຸດ. ທຳມະຊາດຂອງພວກເຂົາຖືກສະແດງອອກຜ່ານການທີ່ພວກເຂົາຮັກຜົນກຳໄລ ແລະ ການຂາດຄວາມຮັກສຳລັບຄວາມຈິງ. ຜູ້ຊາຍບາງຄົນຫຼົງໄຫຼໃນແມ່ຍິງ, ຍອກຫຼິ້ນໄປມາກັບພວກເຂົາຢູ່ສະເໝີຢູ່ບ່ອນໃດກໍຕາມທີ່ພວກເຂົາໄປ. ແມ່ຍິງງາມແມ່ນເປົ້າໝາຍຂອງຄວາມສະເໜ່ຫາຂອງຄົນເຊັ່ນນັ້ນ ແລະ ຖືເປັນຄວາມພາກພູມໃຈສູງສຸດໃນຫົວໃຈຂອງພວກເຂົາ. ພວກເຂົາເຕັມໃຈທີ່ຈະມອບຊີວິດຂອງພວກເຂົາ ແລະ ເສຍສະລະທຸກຄົນສຳລັບແມ່ຍິງງາມໆ; ແມ່ຍິງຄືສິ່ງທີ່ເຕີມເຕັມຫົວໃຈຂອງພວກເຂົາ. ແມ່ນຫຍັງຄືທຳມະຊາດຂອງຜູ້ຊາຍເຫຼົ່ານີ້? ທຳມະຊາດຂອງພວກເຂົາຄືການຮັກແມ່ຍິງງາມໆ ແລະ ນະມັດສະການພວກເຂົາ ແລະ ຮັກສິ່ງຊົ່ວຮ້າຍ. ພວກເຂົາຄືຜູ້ມັກຕັນຫາທີ່ມີທຳມະຊາດທີ່ຊົ່ວຮ້າຍ ແລະ ໂລບມາກ. ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ຄືທຳມະຊາດຂອງພວກເຂົາ? ການກະທຳຂອງພວກເຂົາເປີດເຜີຍທຳມະຊາດທີ່ໂລບມາກ. ພຶດຕິກຳເຫຼົ່ານີ້ບໍ່ແມ່ນພຽງການເຮັດຜິດໃນບາງຄັ້ງບາງຄາວ ຫຼື ຜູ້ຄົນເຊັ່ນນັ້ນບໍ່ໄດ້ຮ້າຍແຮງກວ່າຄົນປົກກະຕິແຕ່ໜ້ອຍດຽວ, ໃນທາງກົງກັນຂ້າມ ພວກເຂົາເຕີບໃຫຍ່ເພື່ອເຕີມເຕັມໄປດ້ວຍສິ່ງເຫຼົ່ານີ້ຢ່າງສົມບູນ, ເຊິ່ງໄດ້ກາຍມາເປັນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາແທ້ໆ. ສະນັ້ນ, ສິ່ງເຫຼົ່ານີ້ຈະກາຍມາເປັນການສຳແດງອອກເຖິງທຳມະຊາດຂອງພວກເຂົາ. ອົງປະກອບໃນທຳມະຊາດຂອງບຸກຄົນໜຶ່ງກຳລັງເປີດເຜີຍຕົວມັນເອງຢູ່ເລື້ອຍໆ. ບໍ່ວ່າມັນຈະແມ່ນຫຍັງກໍຕາມ, ສິ່ງໃດກໍຕາມທີ່ບຸກຄົນໜຶ່ງເຮັດສາມາດເປີດເຜີຍທຳມະຊາດຂອງບຸກຄົນນັ້ນ. ຜູ້ຄົນມີແຮງຈູງໃຈ ແລະ ຈຸດປະສົງຂອງພວກເຂົາເອງສຳລັບທຸກສິ່ງທີ່ພວກເຂົາເຮັດ ແລະ ບໍ່ວ່າມັນຈະເປັນການໃຫ້ການຕ້ອນຮັບແຂກ, ການເທດສະໜາຂ່າວປະເສີດ ຫຼື ວຽກງານປະເພດໃດໜຶ່ງ, ພວກເຂົາສາມາດເປີດເຜີຍສ່ວນຕ່າງໆໃນທຳມະຊາດຂອງພວກເຂົາໂດຍບໍ່ສຳນຶກເຖິງມັນເລີຍ, ເພາະທຳມະຊາດຂອງບຸກຄົນໜຶ່ງຄືຊີວິດຂອງພວກເຂົາ ແລະ ຜູ້ຄົນຖືກຂັບເຄື່ອນໂດຍທຳມະຊາດຂອງພວກເຂົາຕາບໃດທີ່ພວກເຂົາດຳລົງຊີວິດ. ທຳມະຊາດຂອງບຸກຄົນໜຶ່ງບໍ່ໄດ້ຖືກເປີດໂປງພຽງແຕ່ໃນບາງຄັ້ງບາງຄາວ ຫຼື ໂດຍບັງເອີນ; ໃນທາງກົງກັນຂ້າມ, ມັນສາມາດເປັນຕົວແທນໃຫ້ກັບແກ່ນແທ້ຂອງບຸກຄົນໜຶ່ງຢ່າງສົມບູນ. ທຸກສິ່ງທີ່ໄຫຼອອກມາຈາກພາຍໃນກະດູກ ແລະ ເລືອດຂອງຜູ້ຄົນ ເປັນຕົວແທນໃຫ້ກັບທຳມະຊາດ ແລະ ຊີວິດຂອງພວກເຂົາ. ບາງຄົນຮັກແມ່ຍິງງາມໆ. ຄົນອື່ນກໍຮັກເງິນ. ບາງຄົນກໍມີຄວາມຮັກສະຖານະໂດຍສະເພາະ. ບາງຄົນເຊີດຊູຊື່ສຽງ ແລະ ພາບລັກສ່ວນຕົວຂອງພວກເຂົາເປັນຢ່າງຍິ່ງ. ບາງຄົນຮັກ ຫຼື ນະມັດສະການຄົນທີ່ພວກເຂົາຫຼົງໄຫຼໂດຍສະເພາະ. ແລ້ວບາງຄົນກໍອວດດີ ແລະ ທະນົງຕົວເປັນຢ່າງຍິ່ງ, ບໍ່ຍອມຜູ້ໃດໃນຫົວໃຈຂອງພວກເຂົາ ແລະ ພະຍາຍາມຢາກໄດ້ສະຖານະ, ພວກເຂົາມັກທີ່ຈະໂດດເດັ່ນຈາກຄົນອື່ນ ແລະ ມີສິດອຳນາດເໜືອພວກເຂົາ. ມີຫຼາກຫຼາຍທຳມະຊາດທີ່ແຕກຕ່າງກັນ. ພວກມັນສາມາດແຕກຕ່າງກັນໃນບັນດາຜູ້ຄົນ, ແຕ່ອົງປະກອບທົ່ວໄປຂອງພວກມັນຄືການຕໍ່ຕ້ານ ແລະ ການທໍລະຍົດພຣະເຈົ້າ. ໃນວິທີນັ້ນ, ພວກມັນລ້ວນແລ້ວແຕ່ຄ້າຍຄືກັນ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 561)

ມະນຸດຊາດທັງໝົດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ທຳມະຊາດຂອງມະນຸດຄືການທໍລະຍົດພຣະເຈົ້າ. ເຖິງຢ່າງໃດກໍ່ຕາມ, ໃນບັນດາມະນຸດທັງປວງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມີບາງຄົນທີ່ສາມາດຍອມອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ ແລະ ຍອມຮັບຄວາມຈິງ. ຄົນເຫຼົ່ານີ້ແມ່ນຄົນທີ່ສາມາດຮັບຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ. ບາງຄົນບໍ່ໄດ້ສະແຫວງຫາຄວາມຈິງ ແລະ ພຽງແຕ່ເຮັດຕາມກະແສແທນ. ພວກເຂົາຈະເຊື່ອຟັງ ແລະ ເຮັດແມ່ນຫຍັງກໍຕາມທີ່ເຈົ້າບອກໃຫ້ພວກເຂົາເຮັດ, ພວກເຂົາສາມາດປະຖິ້ມສິ່ງຕ່າງໆ ແລະ ເສຍສະລະຕົນເອງ ແລະ ພວກເຂົາສາມາດອົດກັ້ນກັບການທົນທຸກໃດໜຶ່ງ. ຄົນເຊັ່ນນັ້ນມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ ແລະ ພວກເຂົາມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເອົາຕົວລອດ, ແຕ່ອຸປະນິໄສຂອງພວກເຂົາແມ່ນບໍ່ສາມາດປ່ຽນແປງໄດ້ ເພາະພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາພຽງແຕ່ພໍໃຈກັບການເຂົ້າໃຈຫຼັກຄຳສອນ. ພວກເຂົາບໍ່ເວົ້າ ຫຼື ເຮັດສິ່ງຕ່າງໆທີ່ລະເມີດຄວາມສຳນຶກ, ພວກເົຂາສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ ແລະ ພວກເຂົາສາມາດຍອມຮັບການໂອ້ລົມຄວາມຈິງທີ່ກ່ຽວຂ້ອງກັບບັນຫາໃດໜຶ່ງ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ໄດ້ພະຍາຍາມຢ່າງຈິງຈັງເພື່ອສະແຫວງຫາຄວາມຈິງ, ຄວາມຄິດຂອງພວກເຂົາສັບສົນ ແລະ ພວກເຂົາບໍ່ສາມາດເຂົ້າໃຈແກ່ນແທ້ຂອງຄວາມຈິງໄດ້ຈັກເທື່ອ. ມັນເປັນໄປບໍ່ໄດ້ທີ່ອຸປະນິໄສຂອງພວກເຂົາຈະປ່ຽນແປງ. ຖ້າເຈົ້າປາຖະໜາທີ່ຈະຖືກຊໍາລະລ້າງຈາກຄວາມເສື່ອມຊາມ ແລະ ຜະເຊີນກັບການປ່ຽນແປງໃນຊີວິດ ອຸປະນິໄສຂອງເຈົ້າ, ແລ້ວເຈົ້າຕ້ອງມີຄວາມຮັກສຳລັບຄວາມຈິງ ແລະ ຄວາມສາມາດທີ່ຈະຍອມຮັບຄວາມຈິງ. ການຍອມຮັບຄວາມຈິງໝາຍເຖິງຫຍັງ? ການຍອມຮັບຄວາມຈິງໝາຍຄວາມວ່າ ບໍ່ວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມແບບໃດກໍຕາມ ຫຼື ພິດອັນໃດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືພິດຂອງຊາຕານຢູ່ໃນທຳມະຊາດຂອງເຈົ້າ, ເມື່ອພຣະທຳຂອງພຣະເຈົ້າເປີດເຜີຍສິ່ງເຫຼົ່ານີ້, ເຈົ້າຄວນຍອມຮັບພວກມັນ ແລະ ຍອມອ່ອນນ້ອມ, ເຈົ້າບໍ່ສາມາດຕັດສິນໃຈແບບອື່ນໄດ້ ແລະ ເຈົ້າຄວນຮູ້ຈັກຕົນເອງຕາມພຣະທຳຂອງພຣະເຈົ້າ. ສິ່ງນີ້ໝາຍຄວາມເຖິງການທີ່ສາມາດຍອມຮັບພຣະທຳຂອງພຣະເຈົ້າ ແລະ ຍອມຮັບຄວາມຈິງ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະຄຳຂອງພຣະອົງຮຸນແຮງສໍ່າໃດກໍຕາມ ແລະ ບໍ່ວ່າພຣະອົງຈະໃຊ້ພຣະທຳຫຍັງກໍຕາມ, ເຈົ້າກໍສາມາດຍອມຮັບພວກມັນໄດ້ ຕາບໃດທີ່ສິ່ງທີ່ພຣະອົງກ່າວແມ່ນຄວາມຈິງ ແລະ ເຈົ້າສາມາດຮັບຮູ້ພວກມັນ ຕາບໃດທີ່ພວກມັນສອດຄ່ອງກັບຄວາມເປັນຈິງ. ເຈົ້າສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຂົ້າໃຈພວກມັນໄດ້ເລິກເຊິ່ງພຽງໃດກໍຕາມ ແລະ ເຈົ້າຍອມຮັບ ແລະ ອ່ອນນ້ອມຕໍ່ແສງສະຫວ່າງທີ່ຖືກເປີດເຜີຍໂດຍພຣະວິນຍານບໍລິສຸດ ແລະ ຖືກສົນທະນາໂດຍອ້າຍເອື້ອຍນ້ອງຂອງເຈົ້າ. ເມື່ອບຸກຄົນດັ່ງກ່າວໄດ້ສະແຫວງຫາຄວາມຈິງຈົນເຖິງຈຸດໃດໜຶ່ງ, ພວກເຂົາກໍສາມາດຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ເຖິງແມ່ນວ່າຜູ້ຄົນທີ່ບໍ່ຮັກຄວາມຈິງມີຄວາມເປັນມະນຸດໜ້ອຍໜຶ່ງ, ສາມາດເຮັດຄຸນງາມຄວາມດີບາງຢ່າງ ແລະ ສາມາດປະຖິ້ມ ແລະ ເສຍສະລະໃຫ້ກັບພຣະເຈົ້າ, ພວກເຂົາກໍສັບສົນກ່ຽວກັບຄວາມຈິງ ແລະ ບໍ່ປະຕິບັດຕໍ່ມັນຢ່າງຈິງຈັງ, ສະນັ້ນອຸປະນິໄສຊີວິດຂອງພວກເຂົາຈຶ່ງບໍ່ປ່ຽນແປງຈັກເທື່ອ. ເຈົ້າສາມາດເຫັນໄດ້ວ່າເປໂຕມີຄວາມເປັນມະນຸດແບບດຽວກັນກັບສາວົກຄົນອື່ນໆ, ແຕ່ລາວໂດດເດັ່ນໃນການທີ່ລາວສະແຫວງຫາຄວາມຈິງຢ່າງກະຕືລືລົ້ນ. ບໍ່ວ່າພຣະເຢຊູເຈົ້າຈະເວົ້າຫຍັງກໍຕາມ, ລາວໄດ້ຕຶກຕອງມັນຢ່າງຈິງໃຈ. ພຣະເຢຊູກ່າວວ່າ “ຊີໂມນ ບາໂຈນາ, ເຈົ້າຮັກເຮົາບໍ?” ເປໂຕຕອບຢ່າງຊື່ສັດວ່າ “ຂ້ານ້ອຍພຽງແຕ່ຮັກພຣະບິດາທີ່ຢູ່ໃນສະຫວັນ, ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະຜູ້ເປັນເຈົ້າທີ່ຢູ່ເທິງແຜ່ນດິນໂລກ”. ຕໍ່ມາ ລາວກໍ່ເຂົ້າໃຈ ໂດຍຄິດວ່າ “ສິ່ງນີ້ບໍ່ຖືກຕ້ອງ, ພຣະເຈົ້າຢູ່ເທິງແຜ່ນດິນໂລກແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ແມ່ນພຣະເຈົ້າຜູ້ດຽວກັນທີ່ທັງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກບໍ? ຖ້າຂ້ອຍພຽງແຕ່ຮັກພຣະເຈົ້າທີ່ຢູ່ໃນສະຫວັນ, ແລ້ວຄວາມຮັກຂອງຂ້ອຍກໍ່ບໍ່ເປັນຈິງ. ຂ້ອຍຕ້ອງຮັກພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ມີພຽງແຕ່ຕອນນີ້ເທົ່ານັ້ນ ຄວາມຮັກຂອງຂ້ອຍຈຶ່ງຈະເປັນຈິງ”. ສະນັ້ນ, ເປໂຕຈຶ່ງມາເຂົ້າໃຈຄວາມໝາຍທີ່ແທ້ຈິງໃນພຣະທຳຂອງພຣະເຈົ້າຈາກສິ່ງທີ່ພຣະເຢຊູໄດ້ຖາມ. ເພື່ອທີ່ຈະຮັກພຣະເຈົ້າ ແລະ ເພື່ອໃຫ້ຄວາມຮັກນີ້ກາຍເປັນຈິງ, ຄົນໆໜຶ່ງຕ້ອງຮັກພຣະເຈົ້າທີ່ບັງເກີດເປັນມະນຸດເທິງແຜ່ນດິນໂລກ. ການຮັກພຣະເຈົ້າທີ່ເລື່ອນລອຍ ແລະ ບໍ່ສາມາດເຫັນໄດ້ບໍ່ແມ່ນສິ່ງທີ່ເປັນຈິງ ຫຼື ຕົວຈິງ, ໃນຂະນະທີ່ການຮັກພຣະເຈົ້າທີ່ເປັນຈິງ ແລະ ສາມາດເຫັນໄດ້ແມ່ນເປັນຄວາມຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕໄດ້ຮັບຄວາມເຊື່ອ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າ. ເຫັນໄດ້ຢ່າງຊັດເຈນວ່າ ຄວາມເຊື່ອຂອງເປໂຕໃນພຣະເຈົ້າໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງເທົ່ານັ້ນ. ໃນທີ່ສຸດແລ້ວ, ລາວໄດ້ບັນລຸຄວາມຮັກຂອງພຣະເຈົ້າທີ່ເປັນຈິງ ນັ້ນກໍ່ຄື ພຣະເຈົ້າເທິງແຜ່ນດິນໂລກ. ເປໂຕຈິງໃຈເປັນພິເສດໃນການທີ່ລາວສະແຫວງຫາຄວາມຈິງ. ແຕ່ລະຄັ້ງທີ່ພຣະເຢຊູໃຫ້ຄຳແນະນໍາແກ່ລາວ, ລາວກໍ່ໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງຈິງໃຈ. ບາງທີ ລາວໄຕ່ຕອງເປັນເວລາຫຼາຍເດືອນ, ໜຶ່ງປີ ຫຼື ແມ່ນແຕ່ຫຼາຍປີກ່ອນທີ່ພຣະວິນຍານບໍລິສຸດຈະສ່ອງແສງໃຫ້ກັບລາວ ແລະ ລາວເຂົ້າໃຈແກ່ນແທ້ໃນພຣະທຳຂອງພຣະເຈົ້າ. ໃນລັກສະນະນີ້, ເປໂຕໄດ້ເຂົ້າສູ່ຄວາມຈິງ ແລະ ເມື່ອລາວເຮັດເຊັ່ນນັ້ນ, ຊີວິດ-ອຸປະນິໄສຂອງລາວກໍ່ປ່ຽນແປງ ແລະ ເກີດໃໝ່. ຖ້າບຸກຄົນໜຶ່ງບໍ່ສະແຫວງຫາຄວາມຈິງ, ພວກເຂົາຈະບໍ່ເຂົ້າໃຈມັນຈັກເທື່ອ. ເຈົ້າສາມາດເວົ້າກ່ຽວກັບຕົວອັກສອນ ແລະ ຫຼັກຄຳສອນໄດ້ເປັນໝື່ນຄັ້ງ, ແຕ່ພວກມັນຍັງຈະເປັນພຽງຕົວອັກສອນ ແລະ ຫຼັກຄຳສອນ. ບາງຄົນກໍພຽງເວົ້າວ່າ “ພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ”. ເຖິງແມ່ນວ່າເຈົ້າເວົ້າພຣະທຳເຫຼົ່ານີ້ຊ້ຳໄປຊໍ້າມາເປັນໝື່ນຄັ້ງ, ມັນກໍຈະຍັງໄຮ້ປະໂຫຍດ; ເຈົ້າບໍ່ມີຄວາມເຂົ້າໃຈເຖິງຄວາມໝາຍຂອງພວກມັນ. ເປັນຫຍັງຈິ່ງເວົ້າວ່າພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ? ເຈົ້າສາມາດຖ່າຍທອດຄວາມຮູ້ທີ່ເຈົ້າໄດ້ຮັບກ່ຽວກັບເລື່ອງນີ້ຈາກປະສົບການໄດ້ບໍ? ເຈົ້າໄດ້ເຂົາສູ່ຄວາມເປັນຈິງຂອງຄວາມຈິງ, ຫົນທາງ ແລະ ຊີວິດບໍ? ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ເພື່ອໃຫ້ພວກເຈົ້າສາມາດປະສົບກັບພວກມັນ ແລະ ໄດ້ຮັບຄວາມຮູ້. ການພຽງແຕ່ເວົ້າເຖິງຕົວອັກສອນ ແລະ ຫຼັກຄຳສອນນັ້ນແມ່ນໄຮ້ປະໂຫຍດ. ເຈົ້າສາມາດຮູ້ຕົວເອງໄດ້ກໍຕໍ່ເມື່ອເຈົ້າໄດ້ເຂົ້າໃຈ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ແລ້ວເຈົ້າກໍຈະບໍ່ສາມາດຮູ້ຈັກຕົວເອງໄດ້. ເຈົ້າສາມາດໄດ້ຮັບການແຍກແຍະໄດ້ກໍຕໍ່ເມື່ອເຈົ້າເຂົ້າໃຈຄວາມຈິງ. ຖ້າປາສະຈາກການເຂົ້າໃຈຄວາມຈິງແລ້ວ ເຈົ້າແມ່ນບໍ່ສາມາດທີ່ຈະແຍກແຍະໄດ້. ເຈົ້າສາມາດເຫັນເລື່ອງຕ່າງໆຢ່າງຊັດເຈນໄດ້ກໍຕໍ່ເມື່ອເຈົ້າເຂົ້າໃຈຄວາມຈິງ. ຖ້າປາສະຈາກການເຂົ້າໃຈຄວາມຈິງແລ້ວ ເຈົ້າກໍຈະບໍ່ສາມາດເຫັນເລື່ອງຕ່າງໆໄດ້ຢ່າງຊັດເຈນ. ເຈົ້າສາມາດຮູ້ຕົວເອງໄດ້ກໍຕໍ່ເມື່ອເຈົ້າເຂົ້າໃຈຄວາມຈິງ. ຖ້າປາສະຈາກການເຂົ້າໃຈຄວາມຈິງແລ້ວ ເຈົ້າກໍຈະບໍ່ສາມາດຮູ້ຈັກຕົວເອງໄດ້. ອຸປະນິໄສຂອງເຈົ້າສາມາດປ່ຽນແປງໄດ້ກໍຕໍ່ເມື່ອເຈົ້າໄດ້ຮັບຄວາມຈິງ. ຖ້າປາສະຈາກຄວາມຈິງແລ້ວ ອຸປະນິໄສຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ພາຍຫຼັງທີ່ເຈົ້າໄດ້ຮັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າໄດ້. ຖ້າປາສະຈາກຄວາມຈິງແລ້ວ ເຈົ້າບໍ່ສາມາດຮັບໃຊ້ຢ່າງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ພາຍຫຼັງທີ່ເຈົ້າໄດ້ຮັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດນະມັດສະການພຣະເຈົ້າໄດ້. ຖ້າປາສະຈາກການເຂົ້າໃຈຄວາມຈິງ, ເຖິງແມ່ນວ່າເຈົ້ານະມັດສະການພຣະອົງ, ການນະມັດສະການຂອງເຈົ້າຈະບໍ່ເປັນຫຍັງທີ່ຫຼາຍໄປກວ່າການປະຕິບັດພິທີກຳທາງສາສະໜາ. ຖ້າບໍ່ມີຄວາມຈິງ, ບໍ່ມີຫຍັງທີ່ເຈົ້າເຮັດຈະເປັນຈິງ. ໂດຍການຮັບເອົາຄວາມຈິງ, ທຸກສິ່ງທີ່ເຈົ້າເຮັດກໍ່ເປັນຈິງ. ສິ່ງທັງໝົດເຫຼົ່ານີ້ຂຶ້ນຢູ່ກັບການໄດ້ຮັບຄວາມຈິງຈາກພຣະທຳຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 562)

ການມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍເລີຍ. ຢ່າຄິດໃນລັກສະນະນີ້: “ຂ້ານ້ອຍສາມາດຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວອັກສອນ ແລະ ທຸກຄົນເວົ້າວ່າ ການຕີຄວາມໝາຍຂອງຂ້ານ້ອຍແມ່ນດີ ແລະ ຍົກໂປ້ໃຫ້ກັບຂ້ານ້ອຍ, ສະນັ້ນ ສິ່ງນີ້ຈຶ່ງໝາຍຄວາມວ່າ ຂ້ານ້ອຍເຂົ້າໃຈພຣະທຳຂອງພຣະເຈົ້າ”. ນັ້ນບໍ່ໄດ້ຄືກັນກັບຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າໄດ້ຮັບແສງສະຫວ່າງບາງຢ່າງຈາກພາຍໃນພຣະຄຳຂອງພຣະເຈົ້າ ແລະ ເຈົ້າໄດ້ຮັບຄວາມຮູ້ສຶກກ່ຽວກັບຄວາມໝາຍໃນພຣະທຳຂອງພຣະອົງ; ແລະ ຖ້າເຈົ້າສາມາດສະແດງເຈດຕະນາທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ແລະ ພວກມັນຈະບັນລຸຜົນຫຍັງໃນທີ່ສຸດ, ຖ້າເຈົ້າມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຖືວ່າມີຄວາມເຂົ້າໃຈໃນລະດັບໃດໜຶ່ງກ່ຽວກັບພຣະທຳຂອງພຣະເຈົ້າ. ສະນັ້ນ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນບໍ່ໄດ້ງ່າຍເລີຍ. ພຽງແຕ່ຍ້ອນເຈົ້າສາມາດອະທິບາຍຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວຢ່າງສວຍງາມໄດ້ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈພຣະທຳເຫຼົ່ານັ້ນ. ບໍ່ວ່າເຈົ້າຈະສາມາດອະທິບາຍຄວາມໝາຍຕາມຕົວຂອງພຣະທຳເຫຼົ່ານັ້ນໄດ້ຫຼາຍສໍ່າໃດກໍຕາມ, ການອະທິບາຍຂອງເຈົ້າກໍຍັງອີງໃສ່ຈິນຕະນາການຂອງມະນຸດ ແລະ ວິທີການຄິດຂອງມະນຸດ. ມັນບໍ່ມີປະໂຫຍດຫຍັງເລີຍ! ເຈົ້າຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ແນວໃດ? ກະແຈສໍາຄັນກໍຄືການສະແຫວງຫາຄວາມຈິງຈາກພາຍໃນພຣະທຳເຫຼົ່ານັ້ນ. ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງ. ພຣະເຈົ້າບໍ່ເຄີຍກ່າວຄຳພຣະທຳທີ່ວ່າງເປົ່າ. ເມື່ອໃດກໍຕາມທີ່ພຣະເຈົ້າກ່າວ, ແນ່ນອນ ພຣະອົງບໍ່ໄດ້ກ່າວດ້ວຍພຽງຫຼັກການທົ່ວໄປເທົ່ານັ້ນ. ແຕ່ລະປະໂຫຍກທີ່ພຣະອົງກ່າວອອກມາແມ່ນມີລາຍລະອຽດທີ່ຈະຖືກເປີດເຜີຍເພີ່ມເຕີ່ມໃນພຣະທຳຂອງພຣະອົງຢ່າງແນ່ນອນ ແລະ ພວກມັນອາດຖືກກ່າວອອກຢ່າງແຕກຕ່າງກັນ. ມະນຸດບໍ່ສາມາດຢັ່ງເຖິງວິທີທີ່ພຣະເຈົ້າສະແດງຄວາມຈິງ. ພຣະຄຳຂອງພຣະເຈົ້າແມ່ນເລິກເຊິ່ງຫຼາຍ ແລະ ບໍ່ສາມາດຖືກຢັ່ງເຖິງຢ່າງງ່າຍດາຍດ້ວຍຄວາມຄິດຂອງມະນຸດ. ຜູ້ຄົນສາມາດຄົ້ນພົບເກືອບຄວາມໝາຍທັງໝົດຂອງທຸກດ້ານຂອງຄວາມຈິງ ຕາບໃດທີ່ພວກເຂົາພະຍາຍາມ. ລາຍລະອຽດທີ່ຍັງເຫຼືອຈະຖືກເຕີມເຕັມໃຫ້ພວກເຂົາຢ່າງຄົບຖ້ວນໃນລະຫວ່າງປະສົບການທີ່ຈະຕາມມາ, ໂດຍການສ່ອງສະຫວ່າງຈາກພຣະວິນຍານບໍລິສຸດ. ສ່ວນໜຶ່ງແມ່ນການໄຕ່ຕອງ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການສະແຫວງຫາເນື້ອຫາສະເພາະຂອງພວກມັນ ໂດຍການອ່ານພຣະທຳເຫຼົ່ານັ້ນ. ອີກສ່ວນແມ່ນການເຂົ້າໃຈຄວາມໝາຍພຣະທຳຂອງພຣະເຈົ້າໂດຍການປະສົບກັບພຣະທຳຂອງພຣະເຈົ້າ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ. ຜ່ານຄວາມຄືບໜ້າຢ່າງສະໝໍ່າສະເໝີໃນສອງລັກສະນະເຫຼົ່ານີ້, ເຈົ້າສາມາດເລີ່ມເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າຕີຄວາມໝາຍມັນໃນລະດັບຕາມຕົວອັກສອນ ແລະ ຕາມໃຈຄວາມ ຫຼື ຈາກຄວາມຄິດ ແລະ ຈິນຕະນາການຂອງເຈົ້າເອງ, ແລ້ວເຖິງແມ່ນວ່າເຈົ້າອະທິບາຍມັນຢ່າງຫຼູຫຼາ ແລະ ຢ່າງຄ່ອງແຄ້ວ, ເຈົ້າກໍຍັງບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ມັນຍັງລ້ວນແລ້ວແຕ່ອີງໃສ່ຄວາມຄິດ ແລະ ຈິນຕະນາການຂອງມະນຸດ. ມັນບໍ່ໄດ້ຖືກຮັບເອົາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຜູ້ຄົນມີແນວໂນ້ມທີ່ຈະຕີຄວາມໝາຍພຣະທຳຂອງພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາອາດເຖິງກັບຕີຄວາມໝາຍພຣະທຳຂອງພຣະເຈົ້າອອກຈາກບໍລິບົດຢ່າງຜິດໆ, ເຮັດໃຫ້ພວກເຂົາມີແນວໂນ້ມທີ່ຈະເຂົ້າໃຈຜິດ ແລະ ຕັດສິນພຣະເຈົ້າ ແລະ ນີ້ຄືບັນຫາ. ເພາະສະນັ້ນ, ຄວາມຈິງແມ່ນໄດ້ຮັບໂດຍການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເປັນຫຼັກ. ການທີ່ສາມາດເຂົ້າໃຈ ແລະ ອະທິບາຍຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ ບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບຄວາມຈິງ. ຖ້າການເຂົ້າໃຈຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າໝາຍຄວາມວ່າເຈົ້າໄດ້ເຂົ້າໃຈຄວາມຈິງ, ແລ້ວເຈົ້າກໍຈະພຽງແຕ່ຈຳເປັນຕ້ອງມີການສຶກສາ ແລະ ຄວາມຮູ້ໜ້ອຍໜຶ່ງ, ສະນັ້ນເປັນຫຍັງເຈົ້າຈຶ່ງຈຳເປັນຕ້ອງມີແສງສະຫວ່າງຂອງພຣະວິນຍານບໍລິສຸດ? ພາລະກິດຂອງພຣະເຈົ້າເປັນສິ່ງທີ່ຄວາມຄິດຂອງມະນຸດສາມາດຢັ່ງຮູ້ໄດ້ບໍ? ສະນັ້ນ, ການເຂົ້າໃຈຄວາມຈິງຈຶ່ງບໍ່ໄດ້ອີງໃສ່ແນວຄິດ ຫຼື ຈິນຕະນາການຂອງມະນຸດ. ເຈົ້າຕ້ອງການແສງສະຫວ່າງ, ແສງເຍືອງທາງ ແລະ ການຊີ້ນໍາຈາກພຣະວິນຍານບໍລິສຸດເພື່ອມີປະສົບການ ແລະ ຄວາມຮູ້ຢ່າງແທ້ຈິງ. ນີ້ຄືຂະບວນການເຂົ້າໃຈ ແລະ ຮັບເອົາຄວາມຈິງ ແລະ ມັນຍັງເປັນເງື່ອນໄຂທີ່ຈຳເປັນອີກດ້ວຍ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 563)

ເຈົ້າເຂົ້າໃຈທໍາມະຊາດຂອງມະນຸດແນວໃດ? ສິ່ງທີ່ສໍາຄັນທີ່ສຸດແມ່ນການແຍກແຍະມັນຈາກທັດສະນະຄະຕິມຸມມອງທາງໂລກຂອງມະນຸດ, ມຸມມອງຊີວິດ ແລະ ຄຸນຄ່າ. ຜູ້ທີ່ເປັນຂອງຜີຮ້າຍແມ່ນລ້ວນແລ້ວແຕ່ດໍາລົງຊີວິດເພື່ອພວກເຂົາເອງ. ໂດຍຕົ້ນຕໍ່ແລ້ວ ມຸມມອງຊີວິດ ແລະ ຄະຕິຊີວິດຂອງພວກເຂົາແມ່ນມາຈາກຄໍາເວົ້າຂອງຊາຕານ ເຊັ່ນ: “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ມະນຸດຈະເຮັດຫຍັງກໍຕາມເພື່ອໃຫ້ລໍ້າລວຍ” ແລະ ຄວາມເຊື່ອຜິດໆອື່ນໆ. ທຸກຄຳເວົ້ານີ້ທີ່ກ່າວໂດຍພວກກະສັດຂອງກະສັດຜີຮ້າຍ, ຜູ້ທີ່ຍິ່ງໃຫຍ່ ແລະ ນັກປັດຊະຍາໄດ້ກາຍເປັນຊີວິດຂອງມະນຸດແທ້ໆ. ໂດຍສະເພາະແລ້ວ ຄໍາເວົ້າສ່ວນໃຫຍ່ຂອງຂົງຈື້ ເຊິ່ງເປັນຜູ້ທີ່ປະຊາຊົນຊາວຈີນຍົກຍ້ອງໃນຖານະເປັນ “ນັກປາດ” ໄດ້ກາຍເປັນຊີວິດຂອງມະນຸດ. ຍັງມີຄໍາສຸພາສິດທີ່ມີຊື່ສຽງຂອງສາສະໜາພຸດ ແລະ ລັດທິເຕົ໋າ ແລະ ຄໍາເວົ້າອໍາມະຕະທີ່ຖືກອ້າງເຖິງເປັນປະຈໍາຂອງບຸກຄົນທີ່ມີຊື່ສຽງຕ່າງໆ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ແມ່ນການສັງລວມປັດຊະຍາຂອງຊາຕານ ແລະ ທໍາມະຊາດຂອງຊາຕານ. ພວກມັນຍັງແມ່ນຮູບອະທິບາຍ ແລະ ຄໍາອະທິບາຍທີ່ດີທີ່ສຸດກ່ຽວກັບທໍາມະຊາດຂອງຊາຕານ. ພິດເຫຼົ່ານີ້ທີ່ຖືກສີດເຂົ້າໃນຫົວໃຈຂອງມະນຸດແມ່ນລ້ວນແລ້ວແຕ່ມາຈາກຊາຕານ ແລະ ສິ່ງເຫຼົ່ານັ້ນແມ່ນບໍ່ໄດ້ມາຈາກພຣະເຈົ້າແມ່ນແຕ່ໜ້ອຍ. ຄຳເວົ້າຊົ່ວຮ້າຍດັ່ງກ່າວຍັງຢູ່ຝ່າຍກົງກັນຂ້າມກັບພຣະທໍາຂອງພຣະເຈົ້າໂດຍກົງ. ມັນຊັດເຈນຢ່າງແນ່ນອນວ່າ ຄວາມເປັນຈິງຂອງທຸກສິ່ງທີ່ດີແມ່ນມາຈາກພຣະເຈົ້າ ແລະ ສິ່ງບໍ່ດີທັງໝົດນັ້ນເປັນພິດຕໍ່ມະນຸດແມ່ນມາຈາກຊາຕານ. ດັ່ງນັ້ນ, ເຈົ້າສາມາດຢັ່ງຮູ້ເຖິງທໍາມະຊາດຂອງບຸກຄົນ ແລະ ພວກເຂົາເປັນຄົນຂອງໃຜໂດຍການເບິ່ງມຸມມອງ ແລະ ຄຸນຄ່າຊີວິດຂອງພວກເຂົາ. ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນຊີວິດ ແລະ ທໍາມະຊາດຂອງມະນຸດ. “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ສິ່ງນີ້ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ. ບາງຄົນຮັບໃຊ້ເປັນເຈົ້າໜ້າທີ່ລັດໃນສັງຄົມເປັນເວລາຫຼາຍທົດສະວັດ. ຈົ່ງຈິນຕະນາການວ່າ ກໍາລັງຖາມຄໍາຖາມດັ່ງຕໍ່ໄປນີ້: “ເຈົ້າເຮັດໄດ້ດີຫຼາຍດ້ວຍຄວາມສາມາດນີ້, ຄໍາເວົ້າຫຼັກໆທີ່ມີຊື່ສຽງທີ່ເຈົ້າດໍາລົງຕາມແມ່ນຫຍັງ?” ພວກເຂົາອາດເວົ້າວ່າ “ສິ່ງໜຶ່ງທີ່ຂ້ອຍເຂົ້າໃຈກໍຄື: ‘ເຈົ້າໜ້າທີ່ຈະບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຜູ້ທີ່ມີຂອງປະທານ ແລະ ຜູ້ຄົນທີ່ບໍ່ປະສົບຄວາມສຳເລັດ’”. ນີ້ຄືປັດຊະຍາຂອງຊາຕານທີ່ອາຊີບຂອງພວກເຂົາອີງໃສ່. ຄຳເວົ້າເຫຼົ່ານີ້ບໍ່ແມ່ນຕົວແທນຂອງທໍາມະຊາດຂອງຜູ້ຄົນດັ່ງກ່າວບໍ? ການໃຊ້ວິທີການໃດກໍຕາມທີ່ໄຮ້ສິນທຳເພື່ອຮັບເອົາຕໍາແໜ່ງໄດ້ກາຍມາເປັນທໍາມະຊາດຂອງເຂົາ, ຂ້າລາຊະການ ແລະ ຄວາມສຳເລັດທາງດ້ານອາຊີບແມ່ນເປົ້າໝາຍຂອງພວກເຂົາ. ຍັງມີພິດຂອງຊາຕານຫຼາຍໃນຊີວິດ, ການປະພຶດ ແລະ ພຶດຕິກຳຂອງຜູ້ຄົນ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ສິ່ງເຫຼົ່ານີ້ທັງໝົດແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນເປັນຂອງຊາຕານ. ເຈົ້າໜ້າທີ່ທັງໝົດເຫຼົ່ານັ້ນ ເຊິ່ງແມ່ນຜູ້ທີ່ມີອໍານາດ ແລະ ຜູ້ທີ່ມີຄວາມສໍາເລັດທາງສັງຄົມຫຼາຍ ແມ່ນມີເສັ້ນທາງ ແລະ ຄວາມລັບແຫ່ງຄວາມສໍາເລັດຂອງພວກເຂົາເອງ. ຄວາມລັບດັ່ງກ່າວບໍ່ແມ່ນສິ່ງຕາງໜ້າຂອງທໍາມະຊາດຂອງພວກເຂົາຢ່າງຄົບຖ້ວນບໍ? ພວກເຂົາໄດ້ເຮັດສິ່ງຍິ່ງໃຫຍ່ດັ່ງກ່າວໃນໂລກ ແລະ ບໍ່ມີໃຜສາມາດເຫັນທະລຸແຜນການ ແລະ ກົນອຸບາຍທີ່ຖືກວາງຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນເລີຍ. ນີ້ສະແດງໃຫ້ເຫັນວ່າ ທໍາມະຊາດຂອງພວກເຂົາມີເງື່ອນງໍາ ແລະ ເປັນພິດຮ້າຍແຮງສໍ່າໃດ. ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເວົ້າໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ, ເປັນປໍລະປັກ ແລະ ຕໍ່ສູ້ກັບພຣະເຈົ້າ, ເຕັມ ແລະ ຈົມຢູ່ໃນປັດຊະຍາ ແລະ ພິດຂອງຊາຕານ. ທັງໝົດໄດ້ກາຍມາເປັນທຳມະຊາດ ແລະ ແກ່ນແທ້ຂອງຊາຕານ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ມະນຸດສາມາດເລີ່ມຮູ້ຈັກຕົນເອງໄດ້ຢ່າງງ່າຍດາຍ ຖ້າສາມາດໄຈ້ແຍກທຳມະຊາດຂອງພວກເຂົາໃນລັກສະນະນີ້.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 564)

ກະແຈສຳຄັນໃນການສະທ້ອນຕົນເອງ ແລະ ຮູ້ຈັກຕົວເຈົ້າເອງຄືສິ່ງນີ້: ຍິ່ງເຈົ້າຮູ້ສຶກວ່າເຈົ້າໄດ້ເຮັດດີໃນບາງຢ່າງ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍິ່ງເຈົ້າຄິດວ່າເຈົ້າສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ສາມາດໂອ້ອວດໃນຂອບເຂດໃດໜຶ່ງ, ແລ້ວມັນກໍຍິ່ງຄຸ້ມຄ່າທີ່ເຈົ້າຈະຮູ້ຈັກຕົວເອງໃນຂອບເຂດເຫຼົ່ານັ້ນ ແລະ ມັນຍິ່ງຄຸ້ມຄ່າສຳລັບເຈົ້າທີ່ຈະຂຸດເລິກລົງໄປໃນພວກມັນເພື່ອເບິ່ງວ່າມີຄວາມບໍ່ບໍລິສຸດໃດທີ່ມີຢູ່ໃນຕົວເຈົ້າ ລວມເຖິງມີສິ່ງໃດໃນຕົວເຈົ້າທີ່ບໍ່ສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ. ໃຫ້ພວກເຮົາຖືເອົາໂປໂລເປັນຕົວຢ່າງ. ໂປໂລເປັນຄົນທີ່ມີຄວາມຮູ້ເປັນພິເສດ ແລະ ເພິ່ນໄດ້ທົນທຸກຫຼາຍໃນການເທດສະໜາຂອງເພິ່ນ. ເພິ່ນຖືກຊື່ນຊົມເປັນພິິເສດໂດຍຫຼາຍຄົນ. ຜົນທີ່ຕາມມາກໍຄື ຫຼັງຈາກທີ່ສຳເລັດພາລະກິດຫຼາຍຢ່າງ, ເພິ່ນຄິດວ່າຈະມີມົງກຸດຕັ້ງໄວ້ສຳລັບເພິ່ນ. ນີ້ເຮັດໃຫ້ເພິ່ນກ້າວໄປໄກແສນໄກໃນເສັ້ນທາງທີ່ຜິດ ຈົນໃນທີ່ສຸດ ເພິ່ນກໍຖືກພຣະເຈົ້າລົງໂທດ. ຖ້າໃນເວລານັ້ນ ເພິ່ນໄດ້ໄຕ່ຕອງຕົວເອງ ແລະ ວິເຄາະຕົວເອງ, ແລ້ວເພິ່ນກໍຈະບໍ່ຄິດແບບນັ້ນ. ເວົ້າອີກຢ່າງໜຶ່ງກໍຄື ໂປໂລບໍ່ໄດ້ແນໃສ່ການສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຢຊູເຈົ້າ; ເພິ່ນເຊື່ອແຕ່ໃນແນວຄິດ ແລະ ຈິນຕະນາການຂອງເພິ່ນເອງເທົ່ານັ້ນ. ເພິ່ນໄດ້ຄິດວ່າ ຕາບໃດທີ່ເພິ່ນເຮັດສິ່ງທີ່ດີບາງຢ່າງ ແລະ ສະແດງພຶດຕິກຳທີ່ດີບາງຢ່າງ, ເພິ່ນກໍຈະຖືກສັນລະເສີນ ແລະ ໄດ້ຮັບລາງວັນຈາກພຣະເຈົ້າ. ໃນທີ່ສຸດແລ້ວ ແນວຄິດ ແລະ ຈິນຕະນາການຂອງເພິ່ນເອງໄດ້ເຮັດໃຫ້ວິນຍານຂອງເພິ່ນບອດ ແລະ ປົກປິດຄວາມເສື່ອມຊາມທີ່ແທ້ຈິງຂອງເພິ່ນ. ແຕ່ຜູ້ຄົນບໍ່ສາມາດແຍກແຍະສິ່ງນີ້, ພວກເຂົາບໍ່ມີຄວາມຮູ້ກ່ຽວກັບສິ່ງເຫຼົ່ານີ້ ແລະ ສະນັ້ນ ກ່ອນທີ່ພຣະເຈົ້າຈະເປີດເຜີຍສິ່ງນີ້, ພວກເຂົາກໍສືບຕໍ່ຕັ້ງເອົາໂປໂລເປັນມາດຕະຖານທີ່ຕ້ອງບັນລຸຢູ່ສະເໝີ, ເປັນຕົວຢ່າງການດຳລົງຊີວິດ ແລະ ຖືເອົາເພິ່ນເປັນຄົນທີ່ພວກເຂົາຢາກເປັນຄືກັນ ແລະ ເປັນຄົນມີອິດທິພົນສຳລັບການສະແຫວງຫາຂອງພວກເຂົາ. ກໍລະນີຂອງໂປໂລເປັນການເຕືອນຕໍ່ຜູ້ຄົນຖືກເລືອກທຸກຄົນຂອງພຣະເຈົ້າ. ໂດຍສະເພາະເມື່ອພວກເຮົາທີ່ຕິດຕາມພຣະເຈົ້າສາມາດທົນທຸກ ແລະ ຈ່າຍລາຄາໃນໜ້າທີ່ຂອງພວກເຮົາ ແລະ ເມື່ອພວກເຮົາຮັບໃຊ້ພຣະເຈົ້າ, ພວກເຮົາຮູ້ສຶກວ່າພວກເຮົາມີຄວາມເຊື່ອ ແລະ ຮັກພຣະເຈົ້າ, ສະນັ້ນໃນເວລາແບບນີ້ ພວກເຮົາຄວນໄຕ່ຕອງກ່ຽວກັບຕົນເອງ ແລະ ເຂົ້າໃຈພວກເຮົາເອງຫຼາຍຍິ່ງຂຶ້ນກ່ຽວກັບເສັ້ນທາງທີ່ພວກເຮົາຍ່າງ ເຊິ່ງຈຳເປັນຫຼາຍ. ນີ້ກໍເພາະສິ່ງທີ່ເຈົ້າຄິດວ່າດີແມ່ນສິ່ງທີ່ເຈົ້າຈະຕັດສິນວ່າຖືກຕ້ອງ ແລະ ເຈົ້າຈະບໍ່ສົງໄສມັນ, ໄຕ່ຕອງກ່ຽວກັບມັນ ຫຼື ວິເຄາະວ່າມີຫຍັງໃນສິ່ງນັ້ນທີ່ຕໍ່ຕ້ານພຣະເຈົ້າ ຫຼື ບໍ່. ຕົວຢ່າງ: ມີຄົນທີ່ເຊື່ອວ່າຕົນເອງໃຈດີຫຼາຍແທ້ໆ. ພວກເຂົາບໍ່ເຄີຍກຽດຊັງ ຫຼື ທຳຮ້າຍຄົນອື່ນ ແລະ ພວກເຂົາຍື່ນມືເຂົ້າຊ່ວຍອ້າຍເອື້ອຍນ້ອງທີ່ຄອບຄົວຂອງພວກເຂົາມີຄວາມຕ້ອງການຢູ່ສະເໝີ, ເພື່ອບໍ່ໃຫ້ບັນຫາຂອງພວກເຂົາບໍ່ໄດ້ຮັບການແກ້ໄຂ; ພວກເຂົາມີເຈດຕະນາດີ ແລະ ເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອຊ່ວຍທຸກຄົນທີ່ພວກເຂົາສາມາດຊ່ວຍໄດ້. ແຕ່ພວກເຂົາບໍ່ເຄີຍເອົາໃຈໃສ່ໃນການປະຕິບັດຄວາມຈິງ ແລະ ພວກເຂົາບໍ່ມີການເຂົ້າສູ່ຊີວິດ. ແມ່ນຫຍັງຄືຜົນໄດ້ຮັບຂອງຄວາມຊ່ວຍເຫຼືອດັ່ງກ່າວ? ພວກເຂົາຢຸດຊີວິດຂອງພວກເຂົາເອງ, ຂ້ອນຂ້າງພໍໃຈກັບຕົນເອງ ແລະ ພໍໃຈກັບທຸກສິ່ງທີ່ພວກເຂົາໄດ້ເຮັດຫຼາຍ. ນອກຈາກນັ້ນ ພວກເຂົາພູມໃຈໃນສິ່ງນັ້ນຫຼາຍ, ເຊື່ອວ່າໃນທຸກສິ່ງທີ່ພວກເຂົາເຮັດແມ່ນບໍ່ມີຫຍັງທີ່ຂັດກັບຄວາມຈິງ ແລະ ທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າຢ່າງແນ່ນອນ ແລະ ພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າ. ພວກເຂົາເຫັນວ່າຄວາມເມດຕາໂດຍທຳມະຊາດຂອງພວກເຂົາເປັນສິ່ງທີ່ສາມາດໃຊ້ເປັນທຶນ ແລະ ທັນທີທີ່ພວກເຂົາຖືເຮັດແນວນັ້ນ ພວກເຂົາກໍ່ເຫັນວ່າມັນເປັນຄວາມຈິງຢ່າງຫຼົບຫຼີກບໍ່ໄດ້. ໃນຄວາມເປັນຈິງແລ້ວ, ທຸກສິ່ງທີ່ພວກເຂົາເຮັດເປັນຄວາມດີຂອງມະນຸດ. ພວກເຂົາບໍ່ປະຕິບັດຄວາມຈິງເລີຍ, ຍ້ອນພວກເຂົາປະຕິບັດມັນຕໍ່ໜ້າມະນຸດ ແລະ ບໍ່ແມ່ນຕໍ່ໜ້າພຣະເຈົ້າ ແລະ ແຮງໄກທີ່ພວກເຂົາຈະປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຄວາມຈິງ. ສະນັ້ນ, ການກະທຳທັງໝົດຂອງພວກເຂົາຈຶ່ງໄຮ້ປະໂຫຍດ. ບໍ່ມີຫຍັງທີ່ພວກເຮົາເຮັດທີ່ເປັນການປະຕິບັດຄວາມຈິງ ແລະ ບໍ່ມີຫຍັງເປັນການປະຕິບັດພຣະທຳຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະປະຕິບັດຕາມຄວາມປະສົງຂອງພຣະອົງ; ກົງກັນຂ້າມ, ພວກເຂົາໃຊ້ຄວາມເມດຕາຂອງມະນຸດ ແລະ ພຶດຕິກຳທີ່ດີເພື່ອຊ່ວຍເຫຼືອຄົນອື່ນ. ສະຫຼຸບແລ້ວ ພວກເຂົາບໍ່ໄດ້ສະແຫວງຫາຄວາມປະສົງຂອງພຣະເຈົ້າໃນສິ່ງທີ່ພວກເຂົາເຮັດ ຫຼື ພວກເຂົາບໍ່ເຮັດຕາມຂໍ້ກຳນົດຂອງພຣະອົງ. ພຣະເຈົ້າບໍ່ໄດ້ສັນລະເສີນພຶດຕິກຳດີໆປະເພດນີ້ຂອງມະນຸດ; ສໍາລັບພຣະເຈົ້າ, ມັນສົມຄວນຖືກປະນາມ ແລະ ບໍ່ສົມຄວນໄດ້ຮັບການລະລຶກເຖິງຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການຮັບຮູ້ມຸມມອງທີ່ຖືກຊີ້ນໍາຢ່າງຜິດໆຂອງຕົນເອງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດປ່ຽນແປງໄດ້ຢ່າງແທ້ຈິງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 565)

ກະແຈສໍາຄັນເພື່ອບັນລຸການປ່ຽນແປງໃນອຸປະນິໄສແມ່ນການຮູ້ຈັກທຳມະຊາດຂອງຕົນເອງ ແລະ ສິ່ງນີ້ຕ້ອງເກີດຂຶ້ນຕາມການເປີດເຜີຍຈາກພຣະເຈົ້າ. ມີແຕ່ໃນພຣະທຳຂອງພຣະເຈົ້າເທົ່ານັ້ນ ຄົນໆໜຶ່ງຈຶ່ງຈະຮູ້ຈັກທຳມະຊາດທີ່ຊົ່ວຮ້າຍຂອງຕົນເອງ, ຮັບຮູ້ພິດຕ່າງໆຂອງຊາຕານທີ່ຢູ່ໃນທຳມະຊາດຂອງຕົນເອງ, ຮູ້ຈັກວ່າຕົນເອງໂງ່ຈ້າ ແລະ ບໍ່ມີຄວາມຮູ້ ແລະ ຮັບຮູ້ເຖິງອົງປະກອບທີ່ອ່ອນແອ ແລະ ເປັນລົບໃນທຳມະຊາດຂອງຕົນເອງ. ຫຼັງຈາກສິ່ງເຫຼົ່ານີ້ເປັນທີ່ຮູ້ຈັກຢ່າງສົມບູນ ແລະ ເຈົ້າສາມາດກຽດຊັງຕົນເອງ ແລະ ປະຖິ້ມເນື້ອໜັງຢ່າງແທ້ຈິງ, ປະຕິບັດພຣະທຳຂອງພຣະເຈົ້າຢ່າງສະໝໍ່າສະເໝີ, ສະແຫວງຫາຄວາມຈິງຢ່າງສະໝໍ່າສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ ແລະ ກາຍເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເລີ່ມຕົ້ນໃນເສັ້ນທາງຂອງເປໂຕ. ໂດຍປາສະຈາກຄວາມກາລຸນາຂອງພຣະເຈົ້າ ແລະ ປາສະຈາກແສງສະຫວ່າງ ແລະ ການນຳພາຈາກພຣະວິນຍານບໍລິສຸດ, ມັນກໍຈະເປັນການຍາກທີ່ຈະຍ່າງບົນເສັ້ນທາງນີ້ໄດ້, ຍ້ອນວ່າ ຜູ້ຄົນບໍ່ມີຄວາມຈິງ ແລະ ບໍ່ສາມາດທໍລະຍົດຕົນເອງໄດ້. ການຍ່າງບົນເສັ້ນທາງຄວາມສົມບູນຂອງເປໂຕ ໂດຍຕົ້ນຕໍແລ້ວແມ່ນຂຶ້ນຢູ່ກັບການຖືກແກ້ໄຂ, ການມີຄວາມເຊື່ອ ແລະ ການເພິ່ງພາພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຄົນໆໜຶ່ງຕ້ອງຍອມຕໍ່ພາລະກິດຂອງພຣະວິນຍານບໍລິສຸດ; ໃນທຸກສິ່ງ, ຄົນໆໜຶ່ງບໍ່ສາມາດເຮັດໂດຍປາສະຈາກພຣະທຳຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນລັກສະນະສຳຄັນ ເຊິ່ງບໍ່ສາມາດຖືກລະເມີດໄດ້. ການໄດ້ຮູ້ຈັກຕົນເອງຜ່ານປະສົບການນັ້ນຍາກຫຼາຍ; ຫາກປາສະຈາກພາລະກິດຂອງພຣະວິນຍານບໍລິສຸດແລ້ວ, ມັນບໍ່ເກີດຜົນ. ເພື່ອຍ່າງຕາມເສັ້ນທາງຂອງເປໂຕ, ຄົນໆໜຶ່ງຕ້ອງເອົາໃຈໃສ່ໃນການຮູ້ຈັກຕົນເອງ ແລະ ໃນການປ່ຽນແປງອຸປະນິໄສຂອງຕົນເອງ. ເສັ້ນທາງຂອງໂປໂລບໍ່ແມ່ນເສັ້ນທາງແຫ່ງການສະແຫວງຫາຊີວິດ ຫຼື ການໃຫ້ຄວາມສຳຄັນກັບການຮູ້ຈັກຕົນເອງ; ລາວໃຫ້ຄວາມສຳຄັນກັບການເຮັດວຽກ ແລະ ອິດທິພົນ ແລະ ແຮງກະຕຸ້ນຂອງວຽກນັ້ນໂດຍສະເພາະ. ແຮງຈູງໃຈຂອງລາວແມ່ນເພື່ອຮັບເອົາພອນຂອງພຣະເຈົ້າເພື່ອແລກປ່ຽນກັບວຽກ ແລະ ການທົນທຸກຂອງລາວ ແລະ ເພື່ອຮັບລາງວັນຈາກພຣະເຈົ້າ. ແຮງຈູງໃຈແບບນີ້ເປັນສິ່ງທີ່ຜິດ. ໂປໂລບໍ່ໄດ້ໃຫ້ຄວາມສຳຄັນກັບຊີວິດ ຫຼື ລາວບໍ່ໄດ້ໃຫ້ຄວາມສຳຄັນຫຍັງຕໍ່ການບັນລຸການປ່ຽນແປງໃນອຸປະນິໄສເລີຍ; ລາວໃຫ້ຄວາມສຳຄັນກັບລາງວັນເທົ່ານັ້ນ. ເພາະລາວມີເປົ້າໝາຍທີ່ຜິດ, ເສັ້ນທາງທີ່ລາວຍ່າງຈຶ່ງຜິດເຊັ່ນດຽວກັນຢ່າງແນ່ນອນ. ສິ່ງນີ້ເກີດຂຶ້ນຈາກທຳມະຊາດທີ່ອວດດີ ແລະ ຍິ່ງຍະໂສຂອງລາວ. ເຫັນໄດ້ຢ່າງຊັດເຈນວ່າ ໂປໂລບໍ່ໄດ້ມີຄວາມຈິງໃດເລີຍ ຫຼື ລາວບໍ່ມີຄວາມສຳນຶກ ຫຼື ເຫດຜົນໃດໆ. ໃນການຊ່ວຍເຫຼືອ ແລະ ການປ່ຽນແປງຜູ້ຄົນ, ພຣະເຈົ້າປ່ຽນອຸປະນິໄສຂອງພວກເຂົາເປັນຫຼັກ. ຈຸດປະສົງຂອງພຣະທຳຂອງພຣະອົງແມ່ນເພື່ອບັນລຸຜົນໃນການມີອຸປະນິໄສທີ່ໄດ້ຮັບການປ່ຽນແປງໃນຜູ້ຄົນ ແລະ ຄວາມສາມາດໃນການຮູ້ຈັກພຣະເຈົ້າ, ຍອມຕໍ່ພຣະອົງ ແລະ ນະມັດສະການພຣະອົງໃນລັກສະນະທີ່ທຳມະດາ. ນີ້ແມ່ນຈຸດປະສົງຂອງພຣະທຳຂອງພຣະເຈົ້າ ແລະ ຂອງພາລະກິດຂອງພຣະອົງ. ວິທີການສະແຫວງຫາຂອງໂປໂລໄດ້ລະເມີດ ແລະ ຂັດແຍ່ງກັບຄວາມປະສົງຂອງພຣະເຈົ້າໂດຍກົງ; ມັນສ່ວນທາງກັນຢ່າງສິ້ນເຊີງ. ເຖິງຢ່າງໃດກໍ່ຕາມ, ວິທີການສະແຫວງຫາຂອງເປໂຕແມ່ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງສົມບູນ: ລາວໄດ້ເອົາໃສ່ໃຈກັບຊີວິດ ແລະ ການປ່ຽນແປງໃນອຸປະນິໄສ, ເຊິ່ງເປັນຜົນໄດ້ຮັບທີ່ພຣະເຈົ້າປາຖະໜາຢາກບັນລຸໃນມະນຸດດ້ວຍພາລະກິດຂອງພຣະອົງ. ສະນັ້ນ ເສັ້ນທາງຂອງເປໂຕຈຶ່ງໄດ້ຮັບພອນ ແລະ ໄດ້ຮັບຄຳຍົກຍ້ອງຈາກພຣະເຈົ້າ. ເພາະເສັ້ນທາງຂອງໂປໂລລະເມີດຄວາມປະສົງຂອງພຣະເຈົ້າ, ເພາະສະນັ້ນ ພຣະເຈົ້າຈຶ່ງກຽດຊັງ ແລະ ສາບແຊ່ງມັນ. ເພື່ອທີ່ຈະຍ່າງໃນເສັ້ນທາງຂອງເປໂຕ, ຄົນໆໜຶ່ງຕ້ອງຮູ້ຈັກຄວາມປະສົງຂອງພຣະເຈົ້າ. ຖ້າຄົນໆໜຶ່ງສາມາດເຂົ້າໃຈຄວາມປະສົງຂອງພຣະອົງຢ່າງຄົບຖ້ວນຜ່ານພຣະທຳຂອງພຣະອົງ ເຊິ່ງໝາຍຄວາມເຖິງການເຂົ້າໃຈສິ່ງທີ່ພຣະເຈົ້າຕ້ອງການເຮັດໃຫ້ມະນຸດເຂົ້າໃຈ ແລະ ໃນທີ່ສຸດກໍ່ເປັນຜົນໄດ້ຮັບທີ່ພຣະອົງປາຖະໜາຈະບັນລຸ, ມີແຕ່ເມື່ອນັ້ນ ຄົນໆໜຶ່ງຈຶ່ງຈະສາມາດມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບເສັ້ນທາງທີ່ຕ້ອງຍ່າງຕາມ. ຖ້າເຈົ້າບໍ່ເຂົ້າໃຈເສັ້ນທາງຂອງເປໂຕຢ່າງສົມບູນ ແລະ ພຽງແຕ່ມີຄວາມປາຖະໜາທີ່ຈະຍ່າງຕາມມັນ, ແລ້ວເຈົ້າກໍ່ຈະບໍ່ສາມາດເລີ່ມຍ່າງໃນເສັ້ນທາງນັ້ນໄດ້. ເວົ້າອີກຢ່າງກໍ່ຄື ເຈົ້າອາດຮູ້ຈັກຄຳສັ່ງສອນຫຼາຍຢ່າງ, ແຕ່ໃນທີ່ສຸດແລ້ວ ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງໄດ້. ເຖິງແມ່ນເຈົ້າອາດດຳເນີນຕາມເສັ້ນທາງເຂົ້າພໍເປັນພິທີ, ເຈົ້າກໍ່ຈະບໍ່ສາມາດບັນລຸຜົນໄດ້ຮັບຫຍັງທີ່ເປັນຈິງໄດ້ເລີຍ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 566)

ໃນປັດຈຸບັນ ຜູ້ຄົນສ່ວນໃຫຍ່ແມ່ນມີຄວາມເຂົ້າໃຈແບບຜິວເຜີນກ່ຽວກັບຕົວເອງ. ພວກເຂົາບໍ່ໄດ້ຮູ້ຈັກສິ່ງຕ່າງໆຢ່າງຊັດເຈນທີ່ເປັນສ່ວນຂອງທໍາມະຊາດຂອງພວກເຂົາເລີຍ. ພວກເຂົາມີແຕ່ຄວາມຮູ້ໜ້ອຍໜຶ່ງກ່ຽວກັບສະພາວະທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມາເທົ່ານັ້ນ ເຊິ່ງເປັນສິ່ງທີ່ພວກເຂົາອາດເຮັດ ຫຼື ເປັນຂໍ້ບົກຜ່ອງເລັກນ້ອຍຂອງພວກເຂົາ ແລະ ນີ້ເຮັດໃຫ້ພວກເຂົາເຊື່ອວ່າ ພວກເຂົາຮູ້ຈັກຕົວເອງ. ນອກຈາກນັ້ນ, ຖ້າພວກເຂົາປະຕິບັດຕາມກົດເກນໜ້ອຍໜຶ່ງ, ຮັບປະກັນວ່າ ພວກເຂົາບໍ່ເຮັດຜິດໃນບາງຂົງເຂດ ແລະ ສາມາດຫຼີກຫຼ່ຽງການເຮັດຜິດບ່າງຢ່າງ, ພວກເຂົາກໍຈະຖືວ່າ ຕົວເອງມີຄວາມເປັນຈິງໃນຄວາມເຊື່ອຂອງເຂົາທີ່ມີຕໍ່ພຣະເຈົ້າ ແລະ ຄິດວ່າ ຕົວເອງຈະຖືກຊ່ວຍໃຫ້ລອດພົ້ນ. ນີ້ແມ່ນການຈິນຕະນາການຂອງມະນຸດຢ່າງສິ້ນເຊີງ. ຖ້າເຈົ້າປະຕິບັດຕາມສິ່ງເຫຼົ່ານັ້ນ, ເຈົ້າຈະສາມາດຍັບຍັ້ງຈາກການເຮັດຜິດແທ້ບໍ? ເຈົ້າຈະສາມາດບັນລຸການປ່ຽນແປງອຸປະນິໄສຢ່າງແທ້ຈິງບໍ? ເຈົ້າຈະດໍາລົງຊີວິດທີ່ຄ້າຍຄືກັບມະນຸດແທ້ບໍ? ເຈົ້າຈະສາມາດເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງດ້ວຍວິທີນັ້ນບໍ? ຮັບປະກັນວ່າ ບໍ່ໄດ້ຢ່າງແນ່ນອນ. ການເຊື່ອໃນພຣະເຈົ້າແມ່ນໃຊ້ການໄດ້ກໍຕໍ່ເມື່ອຄົນເຮົາມີມາດຕະຖານສູງສຸດ ແລະ ໄດ້ບັນລຸຄວາມຈິງ ແລະ ການປ່ຽນແປງບາງຢ່າງໃນຊີວິດ-ອຸປະນິໄສຂອງຄົນເຮົາເທົ່ານັ້ນ. ສິ່ງນີ້ໄດ້ຮຽກຮ້ອງໃຫ້ມີການອຸທິດຕົນທີ່ຈະຮູ້ຈັກຕົນເອງກ່ອນ. ຖ້າຄວາມຮູ້ຂອງຜູ້ຄົນກ່ຽວກັບຕົວພວກເຂົາເອງແມ່ນຕື້ນຫຼາຍ, ພວກເຂົາຈະພົບເຫັນວ່າ ມັນເປັນໄປບໍ່ໄດ້ທີ່ຈະແກ້ໄຂບັນຫາ ແລະ ຊີວິດ-ອຸປະນິໄສຂອງພວກເຂົາກໍຈະບໍ່ປ່ຽນແປງແທ້ໆ. ມັນຈໍາເປັນທີ່ຈະຕ້ອງຮູ້ຈັກຕົວເອງໃນລະດັບທີ່ເລິກເຊິ່ງ ເຊິ່ງໝາຍເຖິງການຮູ້ຈັກທໍາມະຊາດຂອງຕົວເອງ: ອົງປະກອບຫຍັງທີ່ມີຢູ່ໃນທໍາມະຊາດນັ້ນ, ສິ່ງເຫຼົ່ານີ້ກໍາເນີດຂຶ້ນແນວໃດ ແລະ ພວກມັນມາແຕ່ໃສ. ຍິ່ງໄປກວ່ານັ້ນ, ເຈົ້າສາມາດກຽດຊັງສິ່ງເຫຼົ່ານີ້ໄດ້ແທ້ບໍ? ເຈົ້າໄດ້ເຫັນຈິດວິນຍານທີ່ຂີ້ຮ້າຍຂອງຕົວເອງ ແລະ ທໍາມະຊາດທີ່ຊົ່ວຮ້າຍຂອງຕົວເອງແລ້ວບໍ? ຖ້າເຈົ້າສາມາດເຫັນຄວາມຈິງກ່ຽວກັບຕົວເຈົ້າເອງ, ເຈົ້າກໍຈະກຽດຊັງຕົວເອງ. ເມື່ອເຈົ້າກຽດຊັງຕົວເອງ ແລ້ວປະຕິດບັດພຣະທໍາຂອງພຣະເຈົ້າ, ເຈົ້າຈະສາມາດປະຖິ້ມເນື້ອໜັງ ແລະ ມີກໍາລັງທີ່ຈະປະຕິບັດຄວາມຈິງໂດຍປາສະຈາກຄວາມເຊື່ອວ່າມັນຈະຕ້ອງໃຊ້ຄວາມພາກພຽນ. ເປັນຫຍັງຫຼາຍຄົນຈຶ່ງເຮັດຕາມຄວາມມັກທາງເນື້ອໜັງຂອງພວກເຂົາ? ເພາະພວກເຂົາຖືວ່າ ຕົວເອງດີຫຼາຍ, ຮູ້ສຶກວ່າ ການກະທໍາຂອງພວກເຂົາຖືກຕ້ອງ ແລະ ມີເຫດຜົນ, ຖືວ່າ ພວກເຂົາບໍ່ມີຂໍ້ບົກຜ່ອງ ແລະ ແມ່ນແຕ່ຖືວ່າ ພວກເຂົາຖືກຕ້ອງໂດຍສິ້ນເຊີງ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດກະທໍາການດ້ວຍການສົມມຸດວ່າ ຄວາມຍຸຕິທໍາແມ່ນຢູ່ຂ້າງພວກເຂົາ. ເມື່ອຄົນເຮົາຮູ້ວ່າ ທໍາມະຊາດທີ່ແທ້ຈິງຂອງຄົນເຮົາແມ່ນຫຍັງ, ຂີ້ຮ້າຍສໍ່າໃດ, ເປັນຕາໜ້າລັງກຽດສໍ່າໃດ ແລະ ເປັນຕາສົມເພດສໍ່າໃດ, ຄົນເຮົາກໍຈະບໍ່ພາກພູມໃຈໃນຕົວເອງຫຼາຍເກີນໄປ, ບໍ່ອວດດີຫຼາຍ ແລະ ບໍ່ພໍໃຈກັບຕົວເອງຄືແຕ່ກ່ອນ. ຄົນດັ່ງກ່າວຮູ້ສຶກວ່າ: “ຂ້ານ້ອຍຕ້ອງຈິງໃຈ ແລະ ຖ່ອມຕົນໃນການປະຕິບັດພຣະທໍາບາງຂໍ້ຂອງພຣະເຈົ້າ. ຖ້າບໍ່ສະນັ້ນ, ຂ້ານ້ອຍກໍຈະບໍ່ທຽບເທົ່າກັບມາດຕະຖານຂອງມະນຸດ ແລະ ຈະມີຄວາມອັບອາຍໃນການດໍາລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ”. ແລ້ວຄົນເຮົາກໍຈະເຫັນຕົວເອງບໍ່ມີຄ່າ ແລະ ບໍ່ສໍາຄັນແທ້ໆ. ໃນເວລານີ້, ມັນງ່າຍທີ່ຄົນເຮົາຈະປະຕິບັດຄວາມຈິງ ແລະ ຈະປາກົດວ່າ ຄົນເຮົາຂ້ອນຂ້າງຄ້າຍຄືກັບສິ່ງທີ່ມະນຸດຄວນເປັນ. ເມື່ອຜູ້ຄົນກຽດຊັງຕົວເອງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດປະຖິ້ມເນື້ອໜັງໄດ້. ຖ້າພວກເຂົາບໍ່ກຽດຊັງຕົວເອງ ພວກເຂົາກໍຈະບໍ່ສາມາດປະຖິ້ມເນື້ອໜັງ. ການກຽດຊັງຕົວເອງຢ່າງແທ້ຈິງບໍ່ແມ່ນເລື່ອງງ່າຍ. ມີສອງສາມສິ່ງທີ່ຕ້ອງຖືກຄົ້ນພົບໃນພວກເຂົາ: ສິ່ງທໍາອິດແມ່ນການຮູ້ຈັກທໍາມະຊາດຂອງຕົວເອງ; ແລະ ສິ່ງທີສອງແມ່ນການເຫັນຕົວເອງເປັນຄົນທຸກຍາກ ແລະ ເປັນຕາສົມເພດ, ການເຫັນຕົວເອງນ້ອຍ ແລະ ບໍ່ມີຄວາມສໍາຄັນຫຼາຍ ແລະ ການເຫັນຈິດວິນຍານທີ່ເປັນຕາສົມເພດ ແລະ ສົກກະປົກຂອງຕົວເອງ. ເມື່ອຄົນເຮົາເຫັນຢ່າງສົມບູນເຖິງສິ່ງທີ່ຕົນເປັນຢ່າງແທ້ຈິງ ແລະ ໄດ້ມີການບັນລຸຜົນດັ່ງກ່າວນີ້, ຄົນເຮົາກໍຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບຕົວເອງ ແລະ ສາມາດເວົ້າໄດ້ວ່າ ຄົນເຮົາໄດ້ຮູ້ຈັກຕົວເອງຢ່າງສົມບູນ. ຫຼັງຈາກນັ້ນເທົ່ານັ້ນ ຄົນເຮົາຈຶ່ງສາມາດກຽດຊັງຕົວເອງຢ່າງແທ້ຈິງ ຈົນເຖິງຂັ້ນສາບແຊ່ງຕົວເອງ ແລະ ຮູ້ສືກຢ່າງແທ້ຈິງວ່າ ຄົນເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ຈົນແມ່ນແຕ່ຄົນເຮົາບໍ່ຄ້າຍຄືກັນກັບມະນຸດ. ຫຼັງຈາກນັ້ນໃນມື້ໜຶ່ງ ເມື່ອໄພອັນຕະລາຍຈາກຄວາມຕາຍປາກົດຂຶ້ນ, ຄົນດັ່ງກ່າວກໍຈະຄິດວ່າ: “ນີ້ແມ່ນການລົງໂທດທີ່ຊອບທໍາຂອງພຣະເຈົ້າ. ພຣະເຈົ້າຊອບທໍາຢ່າງແນ່ນອນ; ຂ້ານ້ອຍຄວນຕາຍແທ້ໆ!” ໃນຈຸດນີ້, ເຂົາຈະບໍ່ຈົ່ມວ່າຫຍັງ ແລ້ວແຮ່ງໄກທີ່ຈະກ່າວໂທດພຣະເຈົ້າ ໂດຍພຽງແຕ່ຮູ້ສຶກວ່າ ເຂົາເປັນຄົນຂັດສົນ ແລະ ເປັນຕາສົມເພດຫຼາຍ, ສົກກະປົກ ແລະ ເສື່ອມຊາມຫຼາຍຈົນເຂົາຄວນຖືກຂັບໄລ່ ແລະ ທໍາລາຍໂດຍພຣະເຈົ້າ ແລະ ຈິດວິນຍານຄືຂອງເຂົາແມ່ນບໍ່ເໝາະສົມທີ່ຈະມີຊີວິດຢູ່ເທິງແຜ່ນດິນໂລກ. ດັ່ງນັ້ນ, ບຸກຄົນນີ້ຈະບໍ່ຕໍ່ວ່າ ຫຼື ຕໍ່ຕ້ານພຣະເຈົ້າ ແລ້ວແຮ່ງໄກທີ່ຈະທໍລະຍົດພຣະເຈົ້າ. ຖ້າຄົນໆໜຶ່ງບໍ່ຮູ້ຈັກຕົນເອງ ແລະ ຍັງຖືວ່າຕົນເອງເປັນຄົນດີຍິ່ງ, ແລ້ວເມື່ອຄວາມຕາຍມາເຖິງ, ຄົນນີ້ຈະຄິດວ່າ “ຂ້ານ້ອຍປະຕິບັດໄດ້ດີຫຼາຍໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍໄດ້ສະແຫວງຫາຢ່າງຍາກລຳບາກແທ້! ຂ້ານ້ອຍໄດ້ທຸ້ມເທຫຼາຍ, ຂ້ານ້ອຍໄດ້ທົນທຸກຫຼາຍ, ແຕ່ໃນທີ່ສຸດ, ຕອນນີ້ພຣະເຈົ້າກຳລັງຂໍໃຫ້ຂ້ານ້ອຍຕາຍ, ຂ້ານ້ອຍບໍ່ຮູ້ວ່າຄວາມຊອບທຳຂອງພຣະເຈົ້າຢູ່ໃສ, ເປັນຫຍັງພຣະອົງຈິ່ງຂໍໃຫ້ຂ້ານ້ອຍຕາຍ? ຖ້າຂ້ານ້ອຍຕ້ອງຕາຍ, ແລ້ວໃຜຈະຖືກຊ່ວຍໃຫ້ລອດພົ້ນໄດ້? ເຜົ່າພັນຂອງມະນຸດຈະບໍ່ມາເຖິງຈຸດຈົບບໍ?” ກ່ອນອື່ນໝົດ, ຄົນໆນີ້ມີແນວຄິດກ່ຽວກັບພຣະເຈົ້າ. ປະການທີສອງ, ຄົນໆນີ້ກຳລັງຈົ່ມວ່າ ແລະ ບໍ່ສະແດງການຍິນຍອມໃດໆເລີຍ. ນີ້ແມ່ນຄືກັນກັບໂປໂລ: ເມື່ອລາວກໍາລັງຈະຕາຍ, ລາວບໍ່ໄດ້ຮູ້ຈັກຕົນເອງ ແລະ ເມື່ອເວລາທີ່ການລົງໂທດຂອງພຣະເຈົ້າໃກ້ຈະມາເຖິງ, ມັນກໍຊ້າເກີນໄປແລ້ວ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 567)

ຖ້າຈະເວົ້າໃຫ້ຊັດເຈນ, ການທີ່ຄົນໜຶ່ງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຂອງເປໂຕໝາຍເຖິງການຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງຍັງເປັນເສັ້ນທາງແຫ່ງການຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ການປ່ຽນແປງອຸປະນິໄສຂອງຄົນໆນັ້ນ. ມີພຽງແຕ່ການຍ່າງໃນເສັ້ນຂອງເປໂຕເທົ່ານັ້ນ, ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜູ້ຄົນຕ້ອງຊັດເຈນກ່ຽວກັບວິທີການຍ່າງໃນເສັ້ນທາງຂອງເປໂຕແທ້ຈິງ, ພ້ອມທັງວິທີການນໍາສິ່ງນັ້ນເຂົ້າສູ່ການປະຕິບັດ. ຢ່າງທຳອິດ, ຜູ້ຄົນຕ້ອງປ່ອຍວາງເຈດຕະນາຂອງຕົນເອງ, ປະວາງການສະແຫວງຫາທີ່ບໍ່ເໝາະສົມ ແລະ ແມ່ນແຕ່ຄອບຄົວ ແລະ ທຸກສິ່ງທີ່ຢູ່ໃນເນື້ອໜັງຂອງຕົນເອງ. ມະນຸດຕ້ອງອຸທິດໝົດຫົວໃຈ; ນັ້ນໝາຍຄວາມວ່າ ຜູ້ຄົນຕ້ອງອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າຢ່າງສົມບູນ, ຕັ້ງໃຈໃສ່ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ໃນການຊອກຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ. ນີ້ແມ່ນວິທີການປະຕິບັດທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ນີ້ຄືສິ່ງທີ່ເປໂຕເຮັດຫຼັງຈາກທີ່ໄດ້ເຫັນພຣະເຢຊູ ແລະ ມີພຽງການປະຕິບັດໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້. ການອຸທິດຢ່າງເຕັມໃຈຕໍ່ພຣະທຳຂອງພຣະເຈົ້າ ຫຼັກໆແລ້ວແມ່ນກ່ຽວພັນກັບການສະແຫວງຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າທີ່ຢູ່ພາຍໃນພຣະທຳຂອງພຣະອົງ, ການຕັ້ງໃຈໃສ່ໃນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ. ໃນກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ, ພ້ອມທັງທຳມະຊາດ, ແກ່ນແທ້ ແລະ ຂໍ້ຜົດພາດຕົວຈິງຂອງມະນຸດ ແລ້ວຈຶ່ງບັນລຸຕາມເງື່ອນໄຂຂອງພຣະເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ເປໂຕມີການປະຕິບັດທີ່ຖືກຕ້ອງຫຼາຍຢ່າງທີ່ເພິ່ນປະຕິບັດຕາມພຣະທຳຂອງພຣະເຈົ້າ. ສິ່ງນີ້ແມ່ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າທີ່ສຸດ ແລະ ມັນເປັນວິທີທີ່ດີທີ່ສຸດສໍາລັບບຸກຄົນໃດໜຶ່ງສາມາດປະຕິບັດ ໃນຂະນະທີ່ກຳລັງຜະເຊີນກັບພາລະກິດຂອງພຣະເຈົ້າ. ເມື່ອຜະເຊີນກັບການທົດລອງຫຼາຍຮ້ອຍປະການທີ່ສົ່ງໂດຍພຣະເຈົ້າ, ເປໂຕກໍກວດສອບຕົນເອງໃສ່ພຣະທຳທຸກຂໍ້ທີ່ພຣະເຈົ້າພິພາກສາ ແລະ ເປີດໂປງມະນຸດ ແລະ ພຣະທຳທຸກຂໍ້ທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ພະຍາຍາມຢັ່ງເຖິງຄວາມໝາຍຂອງພຣະທຳເຫຼົ່ານັ້ນຢ່າງຖືກຕ້ອງ. ເພິ່ນພະຍາຍາມຢ່າງຕັ້ງໃຈເພື່ອໄຕ່ຕອງ ແລະ ທ່ອງຈໍາພຣະທຳທຸກຂໍ້ທີ່ພຣະເຢຊູໄດ້ເວົ້າຕໍ່ເພິ່ນ ແລະ ເພິ່ນໄດ້ຮັບຜົນເປັນຢ່າງດີຫຼາຍ. ໂດຍການປະຕິບັດດ້ວຍວິທີນີ້, ເພິ່ນຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຈາກພຣະທຳຂອງພຣະເຈົ້າ ແລະ ເພິ່ນບໍ່ພຽງແຕ່ໄດ້ເຂົ້າໃຈສະພາວະອັນເສື່ອມຊາມຕ່າງໆ ແລະ ຂໍ້ບົກຜ່ອງຂອງມະນຸດ, ແຕ່ເພິ່ນຍັງໄດ້ເຂົ້າໃຈແກ່ນແທ້ ແລະ ທຳມະຊາດຂອງມະນຸດອີກດ້ວຍ. ນີ້ແມ່ນຄວາມໝາຍຂອງການເຂົ້າໃຈຕົນເອງຢ່າງແທ້ຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕບໍ່ພຽງແຕ່ບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຢ່າງແທ້ຈິງ, ແຕ່ເພິ່ນຍັງເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຄວາມປະສົງຂອງພຣະເຈົ້າສຳລັບພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ. ຈາກພຣະທຳເຫຼົ່ານີ້ ເພິ່ນມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເພິ່ນມາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ; ເພິ່ນມາຮູ້ຈັກ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພ້ອມທັງຄວາມສະຫງ່າງາມຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າໃນຕອນນັ້ນຫຼາຍສໍ່າທີ່ພຣະອົງເວົ້າໃນມື້ນີ້, ເຖິງຢ່າງນັ້ນກໍຕາມ ຜົນຮັບໃນສິ່ງເຫຼົ່ານີ້ກໍຖືກບັນລຸໃນເປໂຕ. ນີ້ແມ່ນສິ່ງທີ່ຫາໄດ້ຍາກ ແລະ ມີຄຸນຄ່າທີ່ສຸດ. ເປໂຕໄດ້ຜ່ານການທົດລອງຮ້ອຍປະການ, ແຕ່ເພິ່ນບໍ່ໄດ້ທົນທຸກຢ່າງສູນເປົ່າ. ເພິ່ນບໍ່ພຽງແຕ່ເຂົ້າໃຈຕົນເອງຈາກພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ແຕ່ເພິ່ນຍັງໄດ້ຮູ້ຈັກພຣະເຈົ້າ. ອີກຢ່າງ, ເພິ່ນໄດ້ຕັ້ງໃຈໂດຍມີຄວາມສົນໃຈເປັນພິເສດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດເຊິ່ງມີຢູ່ພາຍໃນພຣະທຳຂອງພຣະອົງ. ໃນລັກສະນະໃດກໍຕາມທີ່ມະນຸດຄວນເຮັດໃຫ້ພຣະເຈົ້າພໍໃຈເພື່ອສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເປໂຕກໍສາມາດໃຊ້ຄວາມພະຍາຍາມຢ່າງຫຼາຍໃນລັກສະນະເຫຼົ່ານີ້ ແລະ ໄດ້ຮັບຄວາມຊັດເຈນຢ່າງສົມບູນ. ສິ່ງນີ້ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງເພິ່ນ. ບໍ່ວ່າພຣະເຈົ້າໄດ້ເວົ້າຫຍັງກໍຕາມ, ຕາບໃດທີ່ພຣະທຳເຫຼົ່ານີ້ສາມາດກາຍມາເປັນຊີວິດ ແລະ ເປັນຄວາມຈິງ, ເປໂຕກໍສາມາດສະລັກພຣະທຳເຫຼົ່ານີ້ໃສ່ໃນຫົວໃຈຂອງເພິ່ນເພື່ອໄຕ່ຕອງ ແລະ ເຂົ້າໃຈຢູ່ເລື້ອຍໆ. ເມື່ອໄດ້ຍິນພຣະທຳຂອງພຣະເຢຊູ, ເພິ່ນກໍສາມາດນໍາພຣະທຳເຫຼົ່ານີ້ເຂົ້າສູ່ຫົວໃຈ ເຊິ່ງສະແດງໃຫ້ເຫັນວ່າ ເພິ່ນຕັ້ງໃຈໃສ່ໃນພຣະທຳຂອງພຣະເຈົ້າເປັນພິເສດ ແລະ ໃນທີ່ສຸດເພິ່ນກໍບັນລຸຜົນຢ່າງແທ້ຈິງ. ນັ້ນກໍຄື ເພິ່ນສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຢ່າງເຕັມໃຈ, ປະຕິບັດຄວາມຈິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ປະຕິບັດໂດຍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ປະຖິ້ມຄວາມຄິດເຫັນ ແລະ ຈິນຕະນາການສ່ວນຕົວຂອງເພິ່ນເອງ. ໃນລັກສະນະນີ້, ເປໂຕເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ການຮັບໃຊ້ຂອງເປໂຕເລີ່ມສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຕົ້ນຕໍແລ້ວ ກໍແມ່ນຍ້ອນເພິ່ນໄດ້ປະຕິບັດໃນສິ່ງນີ້.

ຖ້າຄົນໆໜຶ່ງສາມາດເຮັດໃຫ້ພຣະເຈົ້າພໍໃຈ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງຕົນ ແມ່ນມີຫຼັກການໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ສາມາດເຂົ້າສູ່ຄວາມເປັນຈິງໃນທຸກດ້ານຂອງຄວາມຈິງ, ແລ້ວພວກເຂົາກໍເປັນຄົນທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີປະສິດທິພາບສຳລັບພວກເຂົາຢ່າງສົມບູນ, ພຣະທຳຂອງພຣະເຈົ້າໄດ້ກາຍມາເປັນຊີວິດຂອງພວກເຂົາ, ພວກເຂົາໄດ້ຮັບເອົາຄວາມຈິງ ແລະ ພວກເຂົາສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ຫຼັງຈາກນີ້, ທຳມະຊາດແຫ່ງເນື້ອໜັງຂອງພວກເຂົາ ນັ້ນກໍຄື ພື້ນຖານແທ້ໆແຫ່ງການເປັນຢູ່ເດີມຂອງພວກເຂົາ ຈະສັ່ນຄອນອອກຈາກກັນ ແລະ ພັງທະລາຍ. ຫຼັງຈາກທີ່ຜູ້ຄົນມີພຣະທຳຂອງພຣະເຈົ້າເປັນດັ່ງຊີວິດຂອງພວກເຂົາເທົ່ານັ້ນ, ພວກເຂົາກໍຈະກາຍມາເປັນຄົນໃໝ່. ຖ້າພຣະທຳຂອງພຣະເຈົ້າກາຍມາເປັນຊີວິດຂອງຜູ້ຄົນ, ຖ້ານິມິດແຫ່ງພາລະກິດຂອງພຣະເຈົ້າ, ການເປີດເຜີຍ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ມາດຕະຖານສຳລັບຊີວິດມະນຸດທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນບັນລຸເພື່ອກາຍມາເປັນຊີວິດຂອງພວກເຂົາ, ຖ້າຜູ້ຄົນດຳລົງຊີວິດຕາມພຣະທຳ ແລະ ຄວາມຈິງເຫຼົ່ານີ້, ແລ້ວພວກເຂົາກໍຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະເຈົ້າ. ຜູ້ຄົນດັ່ງກ່າວໄດ້ເກີດໃໝ່ ແລະ ໄດ້ກາຍມາເປັນຄົນໃໝ່ຜ່ານພຣະທຳຂອງພຣະເຈົ້າ. ນີ້ແມ່ນເສັ້ນທາງທີ່ເປໂຕສະແຫວງຫາຄວາມຈິງ. ນີ້ແມ່ນເສັ້ນທາງຂອງການຖືກເຮັດໃຫ້ສົມບູນ. ເປໂຕຖືກພຣະທຳຂອງພຣະເຈົ້າເຮັດໃຫ້ສົມບູນ, ເພິ່ນໄດ້ຮັບຊີວິດຈາກພຣະທຳຂອງພຣະເຈົ້າ, ຄວາມຈິງທີ່ກ່າວອອກໂດຍພຣະເຈົ້າໄດ້ກາຍມາເປັນຊີວິດຂອງເພິ່ນ ແລະ ເພິ່ນກາຍມາເປັນຄົນທີ່ໄດ້ຮັບຄວາມຈິງ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 568)

ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າທຸກຄົນກໍໄດ້ມາເຂົ້າໃຈວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນມະນຸດ. ສະນັ້ນແມ່ນຫຍັງຄືພິດຂອງຊາຕານ? ມັນສາມາດຖືກສະແດງອອກແນວໃດ? ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ “ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ” ຜູ້ຄົນຈະຕອບວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາ ແລະ ເຫດຜົນຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດເຊັ່ນນັ້ນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, ນີ້ແມ່ນຊີວິດ-ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ໄດ້ກາຍມາເປັນທຳມະຊາດຂອງມະນຸດຊາດທີ່ເສື່ອມຊາມ ແລະ ພວກມັນເປັນພາບວາດທີ່ແທ້ຈິງຂອງທຳມະຊາດແບບຊາຕານຂອງມະນຸດຊາດທີ່ເສື່ອມຊາມ. ສິ່ງນີ້ໄດ້ກາຍມາເປັນພື້ນຖານສຳລັບການເປັນຢູ່ຂອງມະນຸດຊາດທີ່ເສື່ອມຊາມ. ເປັນເວລາຫຼາຍພັນປີ, ມະນຸດຊາດທີ່ເສື່ອມຊາມໄດ້ດຳລົງຊີວິດຕາມພິດນີ້ຂອງຊາຕານ, ຈົນມາເຖິງທຸກມື້ນີ້. ທຸກສິ່ງທີ່ຊາຕານເຮັດແມ່ນເພື່ອຄວາມກະຫາຍ, ຄວາມທະເຍີທະຍານ ແລະ ຈຸດປະສົງຂອງມັນເອງ. ມັນປາດຖະໜາທີ່ຈະຢູ່ລື່ນພຣະເຈົ້າ, ເປັນອິດສະຫຼະຈາກພຣະເຈົ້າ ແລະ ເຂົ້າຍຶດທຸກສິ່ງທີ່ພຣະເຈົ້າໄດ້ສ້າງ. ໃນປັດຈຸບັນ, ສິ່ງດັ່ງກ່າວຄືຂອບເຂດທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ: ພວກເຂົາທຸກຄົນມີທຳມະຊາດຂອງຊາຕານ, ພວກເຂົາທຸກຄົນພະຍາຍາມປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຕ້ອງການຄວບຄຸມໂຊກຊະຕາຂອງພວກເຂົາເອງ ແລະ ພະຍາຍາມຕໍ່ຕ້ານການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ຄວາມທະເຍີທະຍານ ແລະ ຄວາມກະຫາຍຂອງພວກເຂົາເປັນແບບດຽວກັນກັບຂອງຊາຕານແທ້ໆ. ສະນັ້ນ, ທຳມະຊາດຂອງມະນຸດຄືທຳມະຊາດຂອງຊາຕານ. ໃນຄວາມເປັນຈິງແລ້ວ, ຄຳຂວັນ ແລະ ຄຳພັງເພີຍຂອງຫຼາຍຄົນສື່ເຖິງທຳມະຊາດຂອງມະນຸດ ແລະ ສະທ້ອນເຖິງຄວາມເສື່ອມຊາມຂອງມະນຸດ. ສິ່ງຕ່າງໆທີ່ຜູ້ຄົນເລືອກແມ່ນຄວາມມັກຂອງພວກເຂົາເອງ ແລະ ພວກມັນທັງໝົດກໍເປັນຕົວແທນໃຫ້ກັບອຸປະນິໄສ ແລະ ການສະແຫວງຫາຂອງຜູ້ຄົນ. ໃນທຸກຄຳເວົ້າທີ່ບຸກຄົນໜຶ່ງເວົ້າ ແລະ ໃນທຸກສິ່ງທີ່ພວກເຂົາເຮັດ, ບໍ່ວ່າມັນຈະຖືກປິດບັງແນວໃດກໍຕາມ, ມັນບໍ່ສາມາດປົກປິດທຳມະຊາດຂອງພວກເຂົາ. ຕົວຢ່າງ: ໂດຍປົກກະຕິແລ້ວ ພວກຟາຣີຊາຍເທດສະໜາໄດ້ຂ້ອນຂ້າງດີ, ແຕ່ເມື່ອພວກເຂົາໄດ້ຍິນຄຳເທດສະໜາ ແລະ ຄວາມຈິງທີ່ພຣະເຢຊູກ່າວອອກ, ແທນທີ່ຈະຍອມຮັບພວກມັນ, ພວກເຂົາໄດ້ປະນາມສິ່ງເຫຼົ່ານັ້ນ. ສິ່ງນີ້ໄດ້ເປີດໂປງເຖິງທຳມະຊາດ ແລະ ແກ່ນແທ້ຂອງພວກຟາຣີຊາຍທີ່ເບື່ອໜ່າຍ ແລະ ກຽດຊັງຄວາມຈິງ. ບາງຄົນເວົ້າໄດ້ຂ້ອນຂ້າງດີ ແລະ ເກັ່ງໃນການປິດບັງຕົນເອງ, ແຕ່ຫຼັງຈາກທີ່ຄົນອື່ນພົວພັນກັບພວກເຂົາໄດ້ຊົ່ວໄລຍະໜຶ່ງ, ຄົນອື່ນກໍຄົ້ນພົບວ່າທຳມະຊາດຂອງພວກເຂົາມີເລ່ຫຼ່ຽມ ແລະ ບໍ່ຊື່ສັດຢ່າງຮ້າຍແຮງ. ຫຼັງຈາກທີ່ໄດ້ພົວພັນກັບພວກເຂົາເປັນເວລາດົນນານ, ທຸກຄົນກໍຄົ້ນພົບແກ່ນແທ້ ແລະ ທຳມະຊາດຂອງພວກເຂົາ. ໃນທີ່ສຸດ, ຄົນອື່ນກໍ່ໄດ້ຂໍ້ສະຫຼຸບດັ່ງຕໍ່ໄປນີ້: ພວກເຂົາບໍ່ເຄີຍກ່າວຄຳເວົ້າແຫ່ງຄວາມຈິງ ແລະ ເປັນຄົນທີ່ຫຼອກລວງ. ຖ້ອຍຄຳນີ້ສະແດງເຖິງທຳມະຊາດຂອງຜູ້ຄົນດັ່ງກ່າວ ແລະ ມັນຄືພາບປະກອບ ແລະ ຂໍ້ພິສູດທີ່ດີທີ່ສຸດຂອງທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ປັດຊະຍາແຫ່ງການດຳລົງຊີວິດຂອງພວກເຂົາຄືການບໍ່ບອກຄວາມຈິງແກ່ຜູ້ໃດຜູ້ໜຶ່ງ ລວມເຖິງການບໍ່ເຊື່ອໃຈຜູ້ໃດຜູ້ໜຶ່ງ. ທຳມະຊາດແບບຊາຕານຂອງມະນຸດປະກອບມີປັດຊະຍາ ແລະ ພິດຂອງຊາຕານຈຳນວນຫຼວງຫຼາຍ. ບາງເທື່ອ ເຈົ້າເອງກໍເຖິງກັບບໍ່ຮູ້ຈັກກ່ຽວກັບສິ່ງນັ້ນ ແລະ ບໍ່ເຂົ້າໃຈພວກມັນ; ເຖິງຢ່າງໃດກໍ່ຕາມ, ທຸກຊ່ວງເວລາໃນຊີວິດຂອງເຈົ້າກໍອີງຕາມສິ່ງເຫຼົ່ານີ້. ຍິ່ງໄປກວ່ານັ້ນ, ເຈົ້າກໍຄິດວ່າສິ່ງເຫຼົ່ານີ້ຂ້ອນຂ້າງຖືກຕ້ອງ ແລະ ສົມເຫດສົມຜົນ ແລະ ບໍ່ຜິດພາດເລີຍ. ສິ່ງນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ປັດຊະຍາຂອງຊາຕານໄດ້ກາຍມາເປັນທຳມະຊາດຂອງຜູ້ຄົນ ແລະ ພວກເຂົາກໍດຳລົງຊີວິດຕາມພວກມັນຢ່າງສົມບູນ, ຄິດວ່າວິທີການດຳລົງຊີວິດນີ້ເປັນສິ່ງທີ່ດີ ແລະ ບໍ່ມີຄວາມສຳນຶກທີ່ຢາກກັບໃຈເລີຍ. ສະນັ້ນ ພວກເຂົາກຳລັງເປີດເຜີຍທຳມະຊາດແບບຊາຕານຂອງພວກເຂົາຢ່າງສະໝໍ່າສະເໝີ ແລະ ພວກເຂົາດຳລົງຊີວິດໂດຍປັດຊະຍາຂອງຊາຕານຢ່າງສະໝໍ່າສະເໝີ. ທຳມະຊາດຂອງຊາຕານຄືຊີວິດຂອງມະນຸດ ແລະ ມັນແມ່ນທຳມະຊາດ ແລະ ແກ່ນແທ້ຂອງມະນຸດຊາດ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 569)

ຕອນນີ້ ພວກເຈົ້າຂ້ອນຂ້າງສາມາດທີ່ຈະຮັບຮູ້ອຸປະນິໄສທີ່ເສື່ອມຊາມທີ່ເຈົ້າເປີດເຜີຍອອກ. ຫຼັງຈາກທີ່ສິ່ງເສື່ອມຊາມອັນໃດທີ່ເຈົ້າຍັງມີແນວໂນ້ມທີ່ຈະເປີດເຜີຍອອກ ແລະ ສິ່ງໃດທີ່ເຈົ້າຍັງມີແນວໂນ້ມທີ່ຈະເຮັດເຊິ່ງບໍ່ສອດຄ່ອງກັບຄວາມຈິງໄດ້ເລີ່ມຊັດເຈນກັບເຈົ້າ, ການຊໍາລະລ້າງອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະງ່າຍ. ໃນຫຼາຍເລື່ອງ, ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຄວບຄຸມຕົນເອງໄດ້? ເພາະໃນທຸກເວລາ ແລະ ໃນທຸກເລື່ອງ, ພວກເຂົາກຳລັງຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຊິ່ງຈຳກັດ ແລະ ແຊກແຊງກັບພວກເຂົາໃນທຸກສິ່ງ. ເມື່ອພວກເຂົາບໍ່ໄດ້ຢູ່ໃນບັນຫາ ແລະ ບໍ່ໄດ້ລົ້ມລົງ ຫຼື ເລີ່ມຄິດລົບ, ບາງຄົນກໍຮູ້ສຶກຢ່າງສະໝໍ່າສະເໝີວ່າຕົນເອງມີວຸດທິພາວະ ແລະ ບໍ່ຄິດຫຍັງກ່ຽວກັບມັນເລີຍເມື່ອຄົນໃດໜຶ່ງທີ່ຊົ່ວຮ້າຍ, ຜູ້ນໍາຈອມປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດຖືກເປີດໂປງ ແລະ ຖືກຂັບໄລ່. ພວກເຂົາເຖິງກັບມີແນວໂນ້ມທີ່ຈະໂອ້ອວດກັບທຸກຄົນວ່າ “ທຸກຄົນສາມາດລົ້ມລົງໄດ້, ແຕ່ບໍ່ແມ່ນຂ້ອຍ. ທຸກຄົນອາດບໍ່ຮັກພຣະເຈົ້າ, ແຕ່ຂ້ອຍຮັກ”. ພວກເຂົາຄິດວ່າພວກເຂົາສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນສະຖານະການ ຫຼື ບໍລິບົດໃດໜຶ່ງ. ແລ້ວຜົນຕາມມາຄື? ມື້ທີ່ພວກເຂົາຖືກທົດສອບໄດ້ມາເຖິງ ແລະ ພວກເຂົາຈົ່ມຕໍ່ວ່າກ່ຽວກັບພຣະເຈົ້າ. ສິ່ງນີ້ບໍ່ແມ່ນການລົ້ມເຫຼວບໍ, ມັນບໍ່ແມ່ນການລົ້ມລົງບໍ? ບໍ່ມີຫຍັງທີ່ເປີດໂປງຜູ້ຄົນໄດ້ດີກວ່າເມື່ອພວກເຂົາຖືກທົດສອບ. ພຣະເຈົ້າສຳຫຼວດຫົວໃຈເລິກສຸດຂອງມະນຸດ ແລະ ຜູ້ຄົນຕ້ອງບໍ່ໂອ້ອວດທຸກເວລາ. ບໍ່ວ່າພວກເຂົາຈະໂອ້ກວດກ່ຽວກັບຫຍັງກໍຕາມ, ນັ້ນຄືບ່ອນທີ່ພວກເຂົາຈະລົ້ມລົງບໍ່ໄວກໍຊ້າ. ເມື່ອເຫັນຄົນອື່ນລົ້ມລົງ ແລະ ລົ້ມເຫຼວໃນບໍລິບົດໃດໜຶ່ງ, ພວກເຂົາກໍບໍ່ຄິດຫຍັງກ່ຽວກັບມັນ ແລະ ເຖິງກັບຄິດວ່າພວກເຂົາເອງບໍ່ສາມາດເຮັດຜິດໄດ້, ພວກເຂົາຈະສາມາດຍຶດໝັ້ນ ແຕ່ພວກເຂົາກໍຈົບລົງດ້ວຍການລົ້ມລົງ ແລະ ການລົ້ມເຫຼວໃນບໍລິບົດດຽວກັນ. ມັນເປັນໄປໄດ້ແນວໃດ? ນັ້ນກໍຍ້ອນວ່າຜູ້ຄົນບໍ່ເຂົ້າໃຈທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາຢ່າງຖີ່ຖ້ວນ, ຄວາມຮູ້ຂອງພວກເຂົາກ່ຽວກັບບັນຫາໃນທໍາມະຊາດ ແລະ ແກ່ນແທ້ຂອງພວກເຂົາເອງແມ່ນຍັງບໍ່ເລິກພໍ, ດັ່ງນັ້ນ ການນຳຄວາມຈິງໄປປະຕິບັດຈິ່ງເປັນເລື່ອງຍາກຫຼາຍສຳລັບພວກເຂົາ. ຕົວຢ່າງ: ບາງຄົນຫຼອກລວງຫຼາຍ, ບໍ່ຊື່ສັດໃນຄຳເວົ້າ ແລະ ການກະທຳ, ແຕ່ຖ້າເຈົ້າຖາມພວກເຂົາວ່າໃນເລື່ອງໃດທີ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຮ້າຍແຮງທີ່ສຸດ, ພວກເຂົາຈະເວົ້າວ່າ “ຂ້ານ້ອຍເປັນຄົນຫຼອກລວງເລັກນ້ອຍ”. ພວກເຂົາຈະພຽງແຕ່ເວົ້າວ່າ ພວກເຂົາເປັນຄົນຫຼອກລວງເລັກນ້ອຍ, ແຕ່ພວກເຂົາບໍ່ເວົ້າວ່າທຳມະຊາດຂອງພວກເຂົານັ້ນແມ່ນການຫຼອກລວງ ແລະ ພວກເຂົາບໍ່ເວົ້າວ່າພວກເຂົາເປັນຄົນຫຼອກລວງ. ຄວາມຮູ້ຂອງພວກເຂົາກ່ຽວກັບສະພາວະທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ເລິກຂະໜາດນັ້ນ ແລະ ພວກເຂົາບໍ່ໄດ້ເຫັນວ່າມັນເປັນສິ່ງທີ່ຮ້າຍແຮງ ຫຼື ຢ່າງລະອຽດຖີ່ຖ້ວນຄືກັບຄົນອື່ນໆ. ຄົນອື່ນໆເຫັນວ່າບຸກຄົນນີ້ຫຼອກລວງຫຼາຍ ແລະ ຄົດໂກງຫຼາຍ, ເຫັນວ່າມີການສໍ້ໂກງໃນທຸກຄຳເວົ້າຂອງພວກເຂົາ, ເຫັນວ່າຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ເຄີຍຊື່ສັດ, ແຕ່ພວກເຂົາບໍ່ສາມາດເຫັນໄດ້ຢ່າງເລິກເຊິ່ງໃນຕົວພວກເຂົາເອງໄດ້. ຄວາມຮູ້ໃດໆທີ່ພວກເຂົາມີກໍພຽງແຕ່ຜິວເຜີນເທົ່ານັ້ນ. ເມື່ອໃດກໍຕາມທີ່ພວກເຂົາເວົ້າ ຫຼື ກະທຳ, ພວກເຂົາແມ່ນໄດ້ເປີດເຜີຍບາງສິ່ງໃນທຳມະຊາດຂອງພວກເຂົາ, ແຕ່ພວກເຂົາຍັງບໍ່ຮູ້ເລື່ອງນີ້. ພວກເຂົາເຊື່ອວ່າການທີ່ພວກເຂົາເຮັດເຊັ່ນນັ້ນບໍ່ແມ່ນການເປີດເຜີຍເຖິງຄວາມເສື່ອມຊາມ, ພວກເຂົາຄິດວ່າພວກເຂົາໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດແລ້ວ, ແຕ່ສຳລັບຜູ້ຄົນທີ່ກຳລັງເຝົ້າເບິ່ງ ບຸກຄົນນີ້ຂ້ອນຂ້າງທໍລະຍົດ ແລະ ມີເລ່ຫຼ່ຽມ, ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ຊື່ສັດຫຼາຍ. ນັ້ນກໍຄື ຜູ້ຄົນມີຄວາມເຂົ້າໃຈແບບຜິວເຜີນເກີນໄປກ່ຽວກັບທຳມະຊາດຂອງພວກເຂົາເອງ ແລະ ມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍລະຫວ່າງສິ່ງນີ້ ແລະ ພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ເປີດໂປງພວກເຂົາ. ສິ່ງນີ້ບໍ່ແມ່ນຄວາມຜິດພາດໃນສິ່ງທີ່ພຣະເຈົ້າເປີດເຜີຍ, ແຕ່ກົງກັນຂ້າມ ມັນຄືການທີ່ມະນຸດຂາດຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບທຳມະຊາດຂອງພວກເຂົາເອງ. ຜູ້ຄົນບໍ່ມີຄວາມເຂົ້າໃຈພື້ນຖານ ຫຼື ເປັນຈິງກ່ຽວກັບຕົນເອງ; ກົງກັນຂ້າມ ພວກເຂົາໃຫ້ຄວາມສຳຄັນ ແລະ ອຸທິດພະລັງງານຂອງພວກເຂົາໃສ່ການກະທຳ ແລະ ການສຳແດງອອກທາງພາຍນອກຂອງພວກເຂົາ. ເຖິງແມ່ນວ່າຜູ້ໃດຜູ້ໜຶ່ງເວົ້າສິ່ງໃດສິ່ງໜຶ່ງໃນບາງຄັ້ງບາງຄາວກ່ຽວກັບການເຂົ້າໃຈຕົວພວກເຂົາເອງ, ມັນກໍຈະບໍ່ເລິກເຊິ່ງຫຼາຍ. ບໍ່ມີຜູ້ໃດເຄີຍຄິດວ່າ ພວກເຂົາເປັນຄົນປະເພດໜຶ່ງ ຫຼື ມີທຳມະຊາດປະເພດໜຶ່ງ ເນື່ອງຈາກໄດ້ເຮັດສິ່ງໜຶ່ງ ຫຼື ໄດ້ເປີດເຜີຍບາງສິ່ງບາງຢ່າງ. ພຣະເຈົ້າໄດ້ເປີດເຜີຍທຳມະຊາດ ແລະ ແກ່ນແທ້ຂອງມະນຸດຊາດ, ແຕ່ມະນຸດເຂົ້າໃຈວ່າ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ ແລະ ວິທີການເວົ້າຂອງພວກເຂົາແມ່ນມີຂໍ້ບົກຜ່ອງ ແລະ ມີຕໍານິ; ສະນັ້ນ ມັນຄືໜ້າທີ່ໆຍາກລຳບາກເພື່ອໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ. ຜູ້ຄົນຄິດວ່າ ຄວາມຜິດພາດຂອງພວກເຂົາເປັນພຽງການສະແດງອອກໃນຊົ່ວຂະນະເທົ່ານັ້ນ ເຊິ່ງຖືກເປີດເຜີຍຢ່າງບໍ່ລະມັດລະວັງ ແທນທີ່ຈະເປັນການເປີດເຜີຍເຖິງທຳມະຊາດຂອງພວກເຂົາ. ເມື່ອຜູ້ຄົນຄິດໃນລັກສະນະນີ້, ມັນຍາກຫຼາຍສໍາລັບພວກເຂົາທີ່ຈະຮູ້ຈັກຕົນເອງ ແລະ ຍາກຫຼາຍສໍາລັບພວກເຂົາທີ່ຈະເຂົ້າໃຈ ແລະ ປະຕິບັດຄວາມຈິງ. ເພາະພວກເຂົາບໍ່ຮູ້ຄວາມຈິງ ແລະ ບໍ່ໄດ້ກະຫາຍຫາຄວາມຈິງ, ເມື່ອນໍາຄວາມຈິງເຂົ້າສູ່ການປະຕິບັດ, ພວກເຂົາກໍພຽງແຕ່ປະຕິບັດຕາມກົດລະບຽບພໍເປັນພິທີເທົ່ານັ້ນ. ຜູ້ຄົນບໍ່ໄດ້ເບິ່ງວ່າທຳມະຊາດຂອງພວກເຂົາເອງເສື່ອມຊາມເກີນໄປ ແລະ ເຊື່ອວ່າພວກເຂົາບໍ່ໄດ້ຊົ່ວຈົນພວກເຂົາຄວນຖືກທຳລາຍ ຫຼື ຖືກລົງໂທດ. ແຕ່ຕາມມາດຕະຖານຂອງພຣະເຈົ້າແລ້ວ, ຄວາມເສື່ອມຊາມຂອງຜູ້ຄົນຮຸນແຮງເກີນໄປ, ພວກເຂົາຍັງຫ່າງໄກຈາກມາດຕະຖານຂອງຄວາມລອດພົ້ນ, ເພາະຜູ້ຄົນພຽງແຕ່ມີການກະທຳບາງຢ່າງທີ່ບໍ່ລະເມີດຄວາມຈິງໃນພາຍນອກ, ໃນຂະນະທີ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ປະຕິບັດຄວາມຈິງ ແລະ ບໍ່ເຊື່ອຟັງພຣະເຈົ້າ.

ການປ່ຽນແປງໃນພຶດຕິກຳ ຫຼື ຄວາມປະພຶດຂອງບຸກຄົນບໍ່ໄດ້ໝາຍເຖິງການປ່ຽນແປງໃນທຳມະຊາດຂອງພວກເຂົາ. ເຫດຜົນທີ່ສິ່ງນີ້ເປັນຈິງກໍ່ຄືການປ່ຽນແປງໃນຄວາມປະພຶດຂອງຄົນໆໜຶ່ງບໍ່ສາມາດປ່ຽນແປງຮູບລັກສະນະເດີມຂອງພວກເຂົາໂດຍພື້ນຖານ, ແຮງໄກທີ່ມັນບໍ່ສາມາດປ່ຽນແປງທຳມະຊາດຂອງພວກເຂົາໄດ້. ເມື່ອຜູ້ຄົນເຂົ້າໃຈຄວາມຈິງເທົ່ານັ້ນ ແລະ ມີຄວາມຮູ້ກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາເອງ ແລະ ສາມາດນໍາຄວາມຈິງໄປປະຕິບັດ, ການປະຕິບັດຂອງພວກເຂົາຈຶ່ງສາມາດເລິກເຊິ່ງ ແລະ ເປັນເປັນສິ່ງອື່ນທີ່ນອກເໜືອຈາກການຍຶດຕິດກັບຊຸດກົດລະບຽບ. ລັກສະນະທີ່ຜູ້ຄົນປະຕິບັດຄວາມຈິງໃນມື້ນີ້ຍັງບໍ່ບັນລຸມາດຕະຖານ ແລະ ບໍ່ສາມາດບັນລຸທຸກສິ່ງທີ່ຄວາມຈິງຕ້ອງການໄດ້ຢ່າງສົມບູນ. ຜູ້ຄົນປະຕິບັດພຽງແຕ່ສ່ວນໜຶ່ງຂອງຄວາມຈິງ ແລະ ມີແຕ່ເມື່ອພວກເຂົາຢູ່ໃນສະພາວະ ແລະ ສະຖານະການໃດໜຶ່ງເທົ່ານັ້ນ, ພວກເຂົາຈຶ່ງສາມາດນໍາຄວາມຈິງເລັກນ້ອຍເຂົ້າສູ່ການປະຕິບັດ; ມັນບໍ່ເປັນຈິງທີ່ພວກເຂົາສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດໃນທຸກສະຖານະການ ແລະ ທຸກສະພາບການ. ໃນບາງກໍລະນີ ເມື່ອບຸກຄົນໜຶ່ງມີຄວາມສຸກ ແລະ ສະພາວະຂອງພວກເຂົາດີ ຫຼື ເມື່ອພວກເຂົາກຳລັງໂອ້ລົມກັບຄົນອື່ນ ແລະ ພວກເຂົາມີເສັ້ນທາງທີ່ຈະປະຕິບັດໃນຫົວໃຈຂອງພວກເຂົາ, ສຳລັບຊ່ວງເວລານີ້ ພວກເຂົາສາມາດເຮັດບາງສິ່ງທີ່ສອດຄ່ອງກັບຄວາມຈິງໄດ້. ແຕ່ເມື່ອພວກເຂົາດຳລົງຊີວິດກັບຜູ້ຄົນທີ່ຄິດລົບ ແລະ ຄົນທີ່ບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍໄດ້ຮັບອິດທິພົນຈາກຄົນເຫຼົ່ານີ້ ແລະ ໃນຫົວໃຈຂອງພວກເຂົາ, ພວກເຂົາສູນເສຍເສັ້ນທາງ ແລະ ບໍ່ສາມາດປະຕິບັດຄວາມຈິງ. ສິ່ງນີ້ສະແດງໃຫ້ເຫັນວ່າວຸດທິພາວະຂອງພວກເຂົາມີໜ້ອຍເກີນໄປ, ພວກເຂົາຍັງບໍ່ເຂົ້າໃຈຄວາມຈິງແທ້ໆ. ມີບາງຄົນທີ່ສາມາດນໍາຄວາມຈິງໄປປະຕິບັດ ຖ້າພວກເຂົາຖືກຊີ້ນໍາ ແລະ ນໍາພາໂດຍຜູ້ຄົນທີ່ເໝາະສົມ; ແຕ່ຖ້າພວກເຂົາຖືກຫຼອກລວງ ແລະ ຖືກລົບກວນໂດຍຜູ້ນໍາຈອມປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດ, ພວກເຂົາບໍ່ພຽງແຕ່ບໍ່ສາມາດປະຕິບັດຄວາມຈິງ ແຕ່ຍັງມີແນວໂນ້ມທີ່ຈະຖືກຫຼອກລວງໃຫ້ຕິດຕາມຄົນອື່ນ. ຄົນເຊັ່ນນັ້ນຍັງມີຄວາມສ່ຽງ, ບໍ່ແມ່ນບໍ? ຜູ້ຄົນເຊັ່ນນີ້ທີ່ມີວຸດທິພາວະປະເພດນີ້ບໍ່ສາມາດປະຕິບັດຄວາມຈິງໃນທຸກເລື່ອງ ແລະ ທຸກບໍລິບົດ. ເຖິງແມ່ນວ່າພວກເຂົາປະຕິບັດຄວາມຈິງ, ມັນຈະເປັນເມື່ອພວກເຂົາຢູ່ໃນກອບຄວາມຄິດທີ່ດີເທົ່ານັ້ນ ຫຼື ຖືກຊີ້ນໍາໂດຍຄົນອື່ນ; ຖ້າບໍ່ມີຄົນດີໆທີ່ນໍາພາພວກເຂົາ, ມັນກໍຈະມີບາງຄັ້ງທີ່ພວກເຂົາຍັງມີແນວໂນ້ມທີ່ຈະເຮັດສິ່ງຕ່າງໆທີ່ລະເມີດຄວາມຈິງ, ເມື່ອພວກເຂົາຈະຍັງຄົງຫຼົງທາງໄປຈາກພຣະທຳຂອງພຣະເຈົ້າ. ແລ້ວແມ່ນຫຍັງຄືເຫດຜົນຂອງສິ່ງນີ້? ມັນເປັນເພາະເຈົ້າຮູ້ສະພາວະຂອງເຈົ້າພຽງແຕ່ສອງສາມຢ່າງເທົ່ານັ້ນ ແລະ ບໍ່ມີຄວາມຮູ້ກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງເຈົ້າເອງ ແລະ ຍັງບໍ່ທັນໄດ້ບັນລຸວຸດທິພາວະໃນການປະຖິ້ມເນື້ອໜັງ ແລະ ການປະຕິບັດຄວາມຈິງ; ເມື່ອເປັນດັ່ງນັ້ນ, ເຈົ້າບໍ່ມີການຄວບຄຸມເໜືອສິ່ງທີ່ເຈົ້າຈະເຮັດໃນອະນາຄົດ ແລະ ບໍ່ສາມາດຮັບປະກັນວ່າເຈົ້າຈະສາມາດຍຶດໝັ້ນໃນສະຖານະການ ຫຼື ການທົດສອບໃດໜຶ່ງ. ມີເວລາທີ່ເຈົ້າຢູ່ໃນສະພາວະໜຶ່ງ ແລະ ເຈົ້າສາມາດນໍາຄວາມຈິງໄປປະຕິບັດ ແລະ ເຈົ້າເບິ່ງຄືວ່າໄດ້ເຮັດໃຫ້ເຫັນເຖິງການປ່ຽນແປງບາງຢ່າງ, ແຕ່ໃນສະພາບແວດລ້ອມທີ່ແຕກຕ່າງກັນ, ເຈົ້າບໍ່ສາມາດນໍາມັນໄປປະຕິບັດໄດ້. ສິ່ງນີ້ແມ່ນຢູ່ນອກການຄວບຄຸມຂອງເຈົ້າ. ບາງຄັ້ງເຈົ້າສາມາດປະຕິບັດຄວາມຈິງ ແລະ ບາງຄັ້ງເຈົ້າກໍບໍ່ສາມາດປະຕິບັດໄດ້. ໃນຊ່ວງເວລາໜຶ່ງ, ເຈົ້າເຂົ້າໃຈ ແລະ ໃນຊ່ວງເວລາຖັດໄປ ເຈົ້າສັບສົນ. ໃນປັດຈຸບັນ, ເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ດີ, ແຕ່ບາງທີເຈົ້າຈະເຮັດໃນອີກຊົ່ວໄລຍະໜຶ່ງ. ສິ່ງນີ້ພິສູດວ່າສິ່ງເສື່ອມຊາມຕ່າງໆຍັງຢູ່ພາຍໃນຕົວເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮູ້ຈັກຕົນເອງຢ່າງແທ້ຈິງ, ພວກມັນຈະບໍ່ສາມາດແກ້ໄຂໄດ້ງ່າຍໆ. ຖ້າເຈົ້າບໍ່ສາມາດບັນລຸຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ສາມາດເຮັດສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າໃນທີ່ສຸດ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍ. ຖ້າເຈົ້າສາມາດບັນລຸຄວາມເຂົ້າໃຈທີ່ແຫຼມຄົມໃນທຳມະຊາດຂອງເຈົ້າ ແລະ ກຽດຊັງມັນ, ແລ້ວເຈົ້າກໍຈະສາມາດຄວບຄຸມຕົນເອງ, ປະຖິ້ມຕົນເອງ ແລະ ນໍາຄວາມຈິງໄປປະຕິບັດ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 570)

ຈຸດປະສົງໃນການສົນທະນາກ່ຽວກັບຄວາມຈິງຢ່າງຊັດເຈນແມ່ນການເຮັດໃຫ້ຜູ້ຄົນສາມາດເຂົ້າໃຈ ແລະ ປະຕິບັດຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ມັນບໍ່ແມ່ນພຽງເພື່ອນໍາແສງສະຫວ່າງ ແລະ ຄວາມສຸກເລັກໆນ້ອຍມາສູ່ຫົວໃຈຂອງພວກເຂົາຫຼັງຈາກທີ່ພວກເຂົາເຂົ້າໃຈຄວາມຈິງ. ຖ້າເຈົ້າເຂົ້າໃຈຄວາມຈິງແຕ່ບໍ່ປະຕິບັດຄວາມຈິງ, ແລ້ວບໍ່ມີຄວາມໝາຍຫຍັງໃນການສົນທະນາ ແລະ ການເຂົ້າໃຈຄວາມຈິງ. ແມ່ນຫຍັງຄືບັນຫາເມື່ອຜູ້ຄົນເຂົ້າໃຈຄວາມຈິງແຕ່ບໍ່ໄດ້ນໍາມັນເຂົ້າສູ່ການປະຕິບັດ? ນີ້ຄືເຄື່ອງພິສູດວ່າພວກເຂົາບໍ່ໄດ້ຮັກຄວາມຈິງ, ໃນຫົວໃຈຂອງພວກເຂົາ ພວກເຂົາບໍ່ໄດ້ຍອມຮັບຄວາມຈິງ, ເຊິ່ງໃນກໍລະນີນັ້ນ ພວກເຂົາຈະພາດທີ່ຈະຮັບພອນຂອງພຣະເຈົ້າ ແລະ ໂອກາດສຳລັບຄວາມລອດພົ້ນ. ບໍ່ວ່າຜູ້ຄົນຈະສາມາດຮັບເອົາຄວາມລອດພ້ົນ ຫຼື ບໍ່, ສິ່ງທີ່ຈຳເປັນກໍຄືພວກເຂົາສາມາດຍອມຮັບ ແລະ ປະຕິບັດຄວາມຈິງ ຫຼື ບໍ່. ຖ້າເຈົ້ານໍາມັນເຂົ້າຄວາມຈິງທັງໝົດທີ່ເຈົ້າເຂົ້າໃຈໄປສູ່ການປະຕິບັດ, ເຈົ້າຈະໄດ້ຮັບແສງສະຫວ່າງ, ແສງເຍືອງທາງ ແລະ ການຊີ້ນໍາຈາກພຣະວິນຍານບໍລິສຸດ ແລະ ຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຈະບັນລຸຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງຂຶ້ນກ່ຽວກັບຄວາມຈິງ ແລະ ຈະຮັບຄວາມຈິງ ແລະ ຈະຮັບຄວາມລອດພົ້ນຂອງພຣະເຈົ້າ. ບາງຄົນບໍ່ສາມາດປະຕິບັດຄວາມຈິງ, ພວກເຂົາຈົ່ມຢູ່ສະເໝີວ່າພຣະວິນຍານບໍລິສຸດບໍ່ໃຫ້ແສງສະຫວ່າງ ຫຼື ແສງເຍືອງທາງແກ່ພວກເຂົາ, ພຣະເຈົ້າບໍ່ມອບກຳລັງໃຫ້ກັບພວກເຂົາ. ນີ້ຄືສິ່ງທີ່ຜິດ; ນີ້ຄືການເຂົ້າໃຈພຣະເຈົ້າຜິດ. ແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດຖືກສ້າງຂຶ້ນບົນພື້ນຖານການຮ່ວມມືຂອງຜູ້ຄົນ. ຜູ້ຄົນຕ້ອງຈິງໃຈ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ບໍ່ວ່າຄວາມເຂົ້າໃຈຂອງພວກເຂົາຈະເລິກເຊິ່ງ ຫຼື ພຽງແຕ່ຜິວເຜີນ, ພວກເຂົາຕ້ອງສາມາດນໍາຄວາມຈິງໄປປະຕິບັດ. ມີແຕ່ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ. ຖ້າຜູ້ຄົນເຂົ້າໃຈຄວາມຈິງ ແຕ່ບໍ່ນໍາມັນເຂົ້າສູ່ການປະຕິບັດ, ຖ້າພວກເຂົາພຽງແຕ່ລໍຖ້າໃຫ້ພຣະວິນຍານບໍລິສຸດກະທຳ ແລະ ບັງຄັບໃຫ້ພວກເຂົານໍາມັນເຂົ້າສູ່ການປະຕິບັດ, ພວກເຂົາບໍ່ຂີ້ຄ້ານທີ່ສຸດບໍ? ພຣະເຈົ້າບໍ່ເຄີຍບັງຄັບໃຫ້ຜູ້ຄົນເຮັດຫຍັງ. ຖ້າຜູ້ຄົນເຂົ້າໃຈຄວາມຈິງ ແຕ່ບໍ່ເຕັມໃຈທີ່ຈະນໍາມັນໄປປະຕິບັດ, ສິ່ງນີ້ກໍສະແດງວ່າພວກເຂົາບໍ່ມີຄວາມຈິງ ຫຼື ສະພາວະຂອງພວກເຂົາຜິດປົກກະຕິ ແລະ ມີສິ່ງກີດຂວາງບາງປະເພດ. ແຕ່ຖ້າຜູ້ຄົນສາມາດອະທິຖານຫາພຣະເຈົ້າ, ພຣະເຈົ້າຈະກະທຳເຊັ່ນກັນ; ພຽງແຕ່ຖ້າພວກເຂົາບໍ່ເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ຍັງບໍ່ອະທິຖານຫາພຣະເຈົ້າ, ພຣະວິນຍານບໍລິສຸດກໍຈະບໍ່ມີວິທີການເຮັດພາລະກິດໃນພວກເຂົາ. ໃນຄວາມເປັນຈິງແລ້ວ, ບໍ່ວ່າຜູ້ຄົນຈະມີຄວາມຫຍຸ້ງຍາກແບບໃດກໍຕາມ, ມັນສາມາດໄດ້ຮັບການແກ້ໄຂຢູ່ສະເໝີ; ສິ່ງທີ່ສຳຄັນກໍຄືພວກເຂົາສາມາດປະຕິບັດຕາມຄວາມຈິງໄດ້ ຫຼື ບໍ່. ໃນປະຈຸບັນ, ບັນຫາຄວາມເສື່ອມຊາມໃນພວກເຈົ້າບໍ່ແມ່ນໂລກມະເຮັງ, ພວກມັນບໍ່ແມ່ນພະຍາດທີ່ບໍ່ສາມາດຮັກສາໄດ້. ຖ້າພວກເຈົ້າສາມາດຕັ້ງໃຈປະຕິບັດຄວາມຈິງ, ພວກເຈົ້າຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມັນຈະເປັນໄປໄດ້ທີ່ຈະປ່ຽນແປງອຸປະນິໄສເສື່ອມຊາມເຫຼົ່ານີ້. ມັນລ້ວນແລ້ວແຕ່ຂຶ້ນກັບວ່າເຈົ້າສາມາດຕັ້ງໃຈປະຕິບັດຄວາມຈິງ ຫຼື ບໍ່, ນີ້ຄືສິ່ງທີ່ສຳຄັນ. ຖ້າເຈົ້າປະຕິບັດຄວາມຈິງ, ຖ້າເຈົ້າຍ່າງຕາມເສັ້ນທາງໃນການສະແຫວງຫາຄວາມຈິງ, ເຈົ້າກໍຈະສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ສາມາດໄດ້ຮັບເອົາຄວາມລອດພົ້ນຢ່າງແນ່ນອນ. ຖ້າເສັ້ນທາງທີ່ເຈົ້າຍ່າງຄືເສັ້ນທາງທີ່ບໍ່ຖືກຕ້ອງ, ເຈົ້າກໍຈະສູນເສຍພາລະກິດຂອງພຣະວິນຍານບໍລິສຸດ, ກ້າວຜິດໜຶ່ງກ້າວຈະເຮັດໃຫ້ເກີດອີກກ້າວທີ່ຜິດ ແລະ ມັນຈະຈົບລົງຢ່າງສົມບູນສຳລັບເຈົ້າ ແລະ ບໍ່ວ່າເຈົ້າສືບຕໍ່ເຊື່ອເປັນເວລາຈັກປີກໍຕາມ, ເຈົ້າຈະບໍ່ສາມາດຮັບເອົາຄວາມລອດພົ້ນ. ຕົວຢ່າງ: ເມື່ອພວກເຂົາເຮັດວຽກ, ບາງຄົນບໍ່ເຄີຍຄິດຫາວິທີການເຮັດວຽກໃນລັກສະນະທີ່ເປັນປະໂຫຍດຕໍ່ເຮືອນຂອງພຣະເຈົ້າ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ດ້ວຍຜົນທີ່ພວກເຂົາເຮັດຫຼາຍຢ່າງທີ່ເຫັນແກ່ຕົວ ແລະ ຊົ່ວຮ້າຍ, ສິ່ງທີ່ເປັນຕາເບື່ອໜ່າຍ ແລະ ເປັນຕາລັງກຽດສຳລັບພຣະເຈົ້າ; ແລ້ວໃນການເຮັດແບບນັ້ນ ພວກເຂົາກໍຖືກເປີດໂປງ ແລະ ຂັບໄລ່. ໃນທຸກສິ່ງ, ຖ້າຜູ້ຄົນສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຄວາມຈິງ, ພວກເຂົາກໍໄດ້ເຂົ້າສູ່ເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າແລ້ວ ແລະ ດ້ວຍເຫດນັ້ນ ພວກເຂົາກໍມີຄວາມຫວັງທີ່ຈະກາຍມາເປັນຄົນທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າ. ບາງຄົນເຂົ້າໃຈຄວາມຈິງແຕ່ບໍ່ນໍາມັນເຂົ້າສູ່ການປະຕິບັດ. ໃນທາງກົງກັນຂ້າມ, ພວກເຂົາເຊື່ອວ່າຄວາມຈິງບໍ່ມີຫຍັງຫຼາຍໄປກວ່ານີ້ ແລະ ບໍ່ສາມາດແກ້ໄຂແນວໂນ້ມ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ຄົນເຊັ່ນນັ້ນບໍ່ເປັນຕາຫົວບໍ? ພວກເຂົາບໍ່ເປັນຕາຕະຫຼົກບໍ? ພວກເຂົາບໍ່ແມ່ນຄົນທີ່ຮູ້ໄປໝົດທຸກຢ່າງບໍ? ຖ້າຜູ້ຄົນສາມາດປະຕິບັດຕາມຄວາມຈິງ, ແລ້ວອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍສາມາດປ່ຽນແປງໄດ້. ຖ້າຄວາມເຊື່ອຂອງພວກເຂົາ ແລະ ການບໍລິການຕໍ່ພຣະເຈົ້າແມ່ນເຮັດຕາມບຸກຄະລິກທຳມະຊາດຂອງພວກເຂົາເອງ, ກໍບໍ່ມີພວກເຂົາຄົນໃດເລີຍທີ່ຈະສາມາດບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ມີບາງຄົນທີ່ໃຊ້ເວລາໝົດມື້ເພື່ອກັງວົນໃນຄວາມເສົ້າໃຈກັບທາງເລືອກທີ່ບໍ່ຖືກຕ້ອງຂອງພວກເຂົາເອງ. ໂດຍມີຄວາມຈິງທີ່ເຂົ້າໃຈໄດ້ງ່າຍ, ພວກເຂົາບໍ່ໄດ້ຄິດພິຈາລະນາກ່ຽວກັບມັນ ຫຼື ພະຍາຍາມນໍາມັນໄປປະຕິບັດເລີຍ, ແຕ່ຢືນຢັນທີ່ຈະເລືອກເສັ້ນທາງຂອງພວກເຂົາເອງ. ການປະພຶດແບບນີ້ຊ່າງເປັນລັກສະນະທີ່ແປກປະຫຼາດ; ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ຮູ້ສິ່ງດີໆເມື່ອພວກເຂົາເຫັນມັນ ແລະ ຖືກກຳນົດໂຊກຊະຕາໃຫ້ປະສົບກັບຄວາມຫຍຸ້ງຍາກໃນຊີວິດ. ການປະຕິບັດຄວາມຈິງແມ່ນງ່າຍແບບນັ້ນ; ເຈົ້າປະຕິບັດ ຫຼື ບໍ່ ຄືສິ່ງດຽວທີ່ສຳຄັນ. ຖ້າເຈົ້າເປັນຄົນທີ່ຕັ້ງໃຈປະຕິບັດຄວາມຈິງ, ສະພາວະລົບໆ, ຄວາມອ່ອນແອ ແລະ ອຸປະນິໄສເສື່ອມຊາມຂອງເຈົ້າກໍຈະຄ່ອຍໆໄດ້ຮັບການແກ້ໄຂ ແລະ ການປ່ຽນແປງ; ສິ່ງນີ້ແມ່ນຂຶ້ນກັບວ່າຫົວໃຈຂອງເຈົ້າຮັກຄວາມຈິງ ຫຼື ບໍ່, ເຈົ້າສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່, ເຈົ້າສາມາດທົນທຸກ ແລະ ຈ່າຍລາຄາເພື່ອຮັບເອົາຄວາມຈິງໄດ້ ຫຼື ບໍ່. ຖ້າເຈົ້າຮັກຄວາມຈິງແທ້ໆ, ເຈົ້າຈະສາມາດທົນທຸກກັບຄວາມເຈັບປວດທຸກຮູບແບບເພື່ອຮັບເອົາຄວາມຈິງ, ບໍ່ວ່າສິ່ງນີ້ຈະຖືກຜູ້ຄົນໃສ່ຮ້າຍ, ຕັດສິນ ຫຼື ປະຖິ້ມ. ເຈົ້າຄວນແບກຮັບທຸກສິ່ງນີ້ດ້ວຍຄວາມອົດທົນ ແລະ ຄວາມອົດກັ້ນ; ແລະ ພຣະເຈົ້າຈະໃຫ້ພອນ ແລະ ປົກປ້ອງເຈົ້າ, ພຣະອົງຈະບໍ່ປະຖິ້ມ ຫຼື ເມີນເສີຍກັບເຈົ້າ, ນີ້ຄືສິ່ງທີ່ແນ່ນອນ. ຖ້າເຈົ້າອະທິຖານຫາພຣະເຈົ້າດ້ວຍຫົວໃຈທີ່ຢຳເກງພຣະອົງ, ອາໄສພຣະເຈົ້າ ແລະ ເທີດທູນພຣະເຈົ້າ, ມັນຈະບໍ່ມີຫຍັງທີ່ເຈົ້າບໍ່ສາມາດຜ່ານມັນໄປໄດ້. ເຈົ້າອາດມີອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າອາດເຮັດຜິດ, ແຕ່ຖ້າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຖ້າເຈົ້າຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງຢ່າງຮອບຄອບ, ເຈົ້າກໍຈະສາມາດຍຶດໝັ້ນໄດ້ໂດຍບໍ່ຕ້ອງສົງໄສ ແລະ ຈະຖືກພຣະເຈົ້ານໍາພາ ແລະ ປົກປ້ອງໂດຍບໍ່ຕ້ອງສົງໄສ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 571)

ຖ້າເຈົ້າປາຖະໜາທີ່ຈະບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ, ມັນກໍ່ສຳຄັນຢ່າງຍິ່ງທີ່ເຈົ້າຈະຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າອ່ານພຣະທຳຂອງພຣະເຈົ້າໜ້ອຍເກີນໄປ, ຢ່າອ່ານພວກມັນຢ່າງຈິງຈັງ ແລະ ຢ່າຕຶກຕອງພວກມັນດ້ວຍຫົວໃຈຂອງເຈົ້າ, ແລ້ວເຈົ້າກໍຈະບໍ່ສາມາດເຂົ້າໃຈຄວາມຈິງ. ສິ່ງດຽວທີ່ເຈົ້າຈະສາມາດເຂົ້າໃຈໄດ້ຄືຫຼັກຄຳສອນເລັກນ້ອຍ ແລະ ດ້ວຍເຫດນັ້ນ ມັນຈະຫຍຸ້ງຍາກຫຼາຍສຳລັບເຈົ້າທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຈຸດປະສົງຂອງພຣະເຈົ້າໃນພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າໃຈເປົ້າໝາຍ ແລະ ຜົນທີ່ພຣະທຳຂອງພຣະອົງເຈດຕະນາຈະບັນລຸ, ຖ້າເຈົ້າບໍ່ເຂົ້າໃຈສິ່ງທີ່ພຣະທຳຂອງພຣະອົງສະແຫວງຫາເພື່ອເຮັດໃຫ້ສຳເລັດ ແລະ ເຮັດໃຫ້ສົມບູນໃນມະນຸດ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ແລ້ວມັນກໍພິສູດວ່າ ເຈົ້າຍັງບໍ່ໄດ້ຢັ່ງເຖິງຄວາມຈິງເທື່ອ. ເປັນຫຍັງພຣະເຈົ້າຈຶ່ງເວົ້າໃນສິ່ງທີ່ພຣະອົງເວົ້າ? ເປັນຫຍັງພຣະອົງຈຶ່ງເວົ້າໃນນໍ້າສຽງນັ້ນ? ເປັນຫຍັງພຣະອົງຈຶ່ງຈິງຈັງ ແລະ ຈິງໃຈໃນພຣະທຳທຸກຂໍ້ທີ່ພຣະອົງກ່າວ? ເປັນຫຍັງພຣະອົງຈຶ່ງເລືອກທີ່ຈະໃຊ້ພຣະທຳຂໍ້ໃດໜຶ່ງ? ເຈົ້າຮູ້ບໍ? ຖ້າເຈົ້າບໍ່ສາມາດເວົ້າໄດ້ຢ່າງໝັ້ນໃຈ, ມັນກໍໝາຍຄວາມວ່າ ເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າໃຈບໍລິບົດທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະອົງ, ແລ້ວເຈົ້າຈະສາມາດເຂົ້າໃຈ ຫຼື ປະຕິບັດຄວາມຈິງໄດ້ແນວໃດ? ເພື່ອຮັບເອົາຄວາມຈິງ, ເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງພຣະເຈົ້າໃນພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາກ່ອນ ແລະ ຫຼັງຈາກນັ້ນກໍ່ນໍາເຂົ້າສູ່ການປະຕິບັດ ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈ, ເຮັດໃຫ້ເຈົ້າດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນຄວາມເປັນຈິງຂອງເຈົ້າ. ໂດຍການເຮັດສິ່ງນີ້, ເຈົ້າຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ມີແຕ່ເມື່ອເຈົ້າມີຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບພຣະທຳຂອງພຣະເຈົ້າ ເຈົ້າຈຶ່ງສາມາດເຂົ້າໃຈຄວາມຈິງໄດ້ຢ່າງແທ້ຈິງ. ຫຼັງຈາກທີ່ພຽງເຂົ້າໃຈສອງສາມຕົວອັກສອນ ແລະ ຄຳສັ່ງສອນບາງຢ່າງ, ເຈົ້າກໍຄິດວ່າຕົນເອງເຂົ້າໃຈຄວາມຈິງ ແລະ ມີຄວາມເປັນຈິງ. ນີ້ຄືການຫຼອກລວງຕົນເອງ. ເຈົ້າບໍ່ໄດ້ເຂົ້າໃຈເລີຍວ່າເປັນຫຍັງພຣະເຈົ້າຈຶ່ງຮຽກຮ້ອງໃຫ້ຜູ້ຄົນປະຕິບັດຄວາມຈິງ. ສິ່ງນີ້ພິສູດວ່າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າຍັງບໍ່ເຂົ້າໃຈຄວາມຈິງ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າສ້າງຂໍ້ກຳນົດນີ້ສຳລັບຜູ້ຄົນເພື່ອຊໍາລະລ້າງ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ, ເພື່ອວ່າຜູ້ຄົນຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ກາຍມາເປັນຄົນທີ່ເຊື່ອຟັງ ແລະ ຮູ້ຈັກພຣະເຈົ້າ. ນີ້ຄືເປົ້າໝາຍທີ່ພຣະເຈົ້າຕ້ອງການບັນລຸໂດຍການຮຽກຮ້ອງໃຫ້ຜູ້ຄົນປະຕິບັດຄວາມຈິງ.

ພຣະເຈົ້າສະແດງຄວາມຈິງຕໍ່ຜູ້ຄົນ ທີ່ຮັກຄວາມຈິງ, ກະຫາຍຫາຄວາມຈິງ ແລະ ສະແຫວງຫາຄວາມຈິງ. ແຕ່ສຳລັບຄົນທີ່ວຸ້ນວາຍຕົນເອງກັບຕົວອັກສອນ ແລະ ຄຳສັ່ງສອນ ແລະ ມັກກ່າວຄຳເວົ້າທີ່ຍືດຍາວ, ໂອ້ອວດ, ພວກເຂົາກໍຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ; ພວກເຂົາກຳລັງຫຼອກຕົນເອງ. ທັດສະນະຂອງພວກເຂົາກ່ຽວກັບຄວາມຈິງ ແລະ ພຣະທຳຂອງພຣະເຈົ້າເປັນສິ່ງທີ່ບໍ່ຖືກຕ້ອງ, ພວກເຂົາຫງ່ຽງຄໍຂອງພວກເຂົາເພື່ອອ່ານສິ່ງທີ່ທ່ຽງກົງ, ທັດສະນະຂອງພວກເຂົາແມ່ນຜິດທັງໝົດ. ບາງຄົນເລືອກທີ່ຈະສຶກສາພຣະທຳຂອງພຣະເຈົ້າ. ພວກເຂົາສຶກສາຢູ່ສະເໝີວ່າພຣະທຳຂອງພຣະເຈົ້າເວົ້າແນວໃດກ່ຽວກັບຈຸດໝາຍປາຍທາງ ຫຼື ກ່ຽວກັບວິທີການໄດ້ຮັບພອນ. ພວກເຂົາສົນໃຈທີ່ສຸດໃນພຣະທຳປະເພດເຫຼົ່ານີ້. ຖ້າພຣະທຳຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ບໍ່ບັນລຸຄວາມປາດຖະໜາຂອງພວກເຂົາທີ່ຢາກໄດ້ພອນ, ພວກເຂົາກໍຈະຄິດລົບ, ບໍ່ສະແຫວງຫາຄວາມຈິງອີກຕໍ່ໄປ ແລະ ບໍ່ຕ້ອງການເສຍສະລະໃຫ້ກັບພຣະເຈົ້າ. ສິ່ງນີ້ສະແດງວ່າ ພວກເຂົາບໍ່ໄດ້ສົນໃຈໃນຄວາມຈິງ. ຜົນຕາມມາກໍຄື ພວກເຂົາບໍ່ຈິງຈັງກັບຄວາມຈິງ; ພວກເຂົາພຽງແຕ່ສາມາດຍອມຮັບຄວາມຈິງທີ່ສອດຄ່ອງແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ເຖິງແມ່ນຜູ້ຄົນດັ່ງກ່າວກະຕືລືລົ້ນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ພະຍາຍາມທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ເພື່ອເຮັດຄວາມດີບາງຢ່າງ ແລະ ນໍາສະເໜີຕົນເອງຕໍ່ຄົນອື່ນເປັນຢ່າງດີ, ພວກເຂົາກໍພຽງແຕ່ເຮັດມັນເພື່ອມີຈຸດໝາຍປາຍທາງທີ່ດີໃນອະນາຄົດ. ເຖິງແມ່ນວ່າ ຄວາມຈິງແລ້ວ ພວກເຂົາຍັງມີສ່ວນຮ່ວມໃນຊີວິດຄຣິສຕະຈັກ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາຈະບໍ່ປະຕິບັດຄວາມຈິງ ຫຼື ມີໄດ້ຮັບມັນ. ມີບາງຄົນທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ແຕ່ພຽງທໍາທ່າເຮັດ; ພວກເຂົາຄິດວ່າ ພວກເຂົາໄດ້ຮັບຄວາມຈິງ ໂດຍການເຂົ້າໃຈສອງສາມຕົວອັກສອນ ແລະ ຄຳສັ່ງສອນບາງຢ່າງເທົ່ານັ້ນ. ພວກເຂົາຊ່າງເປັນຄົນໂງ່ຈ້າແທ້ໆ! ພຣະທຳຂອງພຣະເຈົ້າຄືຄວາມຈິງ. ເຖິງຢ່າງໃດກໍຕາມ, ຄົນໆໜຶ່ງຈະບໍ່ຈຳເປັນຕ້ອງເຂົ້າໃຈ ແລະ ໄດ້ຮັບຄວາມຈິງ ຫຼັງຈາກທີ່ພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ຮັບຄວາມຈິງຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ແລ້ວສິ່ງທີ່ເຈົ້າໄດ້ຮັບກໍຈະແມ່ນຕົວອັກສອນ ແລະ ຄຳສັ່ງສອນ. ຖ້າເຈົ້າບໍ່ຮູ້ຈັກວິທີການປະຕິບັດຄວາມຈິງ ຫຼື ວິທີການປະຕິບັດຕາມຫຼັກການ, ແລ້ວເຈົ້າກໍຍັງຄົງປາສະຈາກຄວາມເປັນຈິງແຫ່ງຄວາມຈິງ. ເຈົ້າອາດອ່ານພຣະທຳຂອງພຣະເຈົ້າເລື້ອຍໆ, ແຕ່ຫຼັງຈາກນັ້ນ, ເຈົ້າຍັງບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ພຽງແຕ່ໄດ້ຮັບຕົວອັກສອນ ແລະ ຄຳສັ່ງສອນບາງຢ່າງເທົ່ານັ້ນ. ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າແນວໃດເພື່ອເຂົ້າໃຈຄວາມຈິງ? ກ່ອນອື່ນໝົດ, ເຈົ້າຄວນຮັບຮູ້ວ່າ ພຣະທຳຂອງພຣະເຈົ້າບໍ່ໄດ້ກົງໄປກົງມາແບບນັ້ນ; ພຣະທຳຂອງພຣະເຈົ້າເລິກເຊິ່ງຫຼາຍ. ແມ່ນແຕ່ໜຶ່ງປະໂຫຍກໃນພຣະທຳຂອງພຣະເຈົ້າກໍຈຳເປັນຕ້ອງໃຊ້ເວລາທັງຊີວິດເພື່ອມີປະສົບການ. ຖ້າບໍ່ມີປະສົບການຫຼາຍປີ, ເຈົ້າຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ແນວໃດ? ພຽງໜຶ່ງປະໂຫຍກໃນພຣະທຳຂອງພຣະເຈົ້າກໍຮຽກຮ້ອງທັງຊົ່ວຊີວິດຂອງເຈົ້າໃຫ້ມີປະສົບການຢ່າງສົມບູນແລ້ວ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈເຈດຕະນາໃນພຣະທຳຂອງພຣະອົງ, ຈຸດກຳເນີດຂອງພຣະທຳເຫຼົ່ານັ້ນ, ຜົນທີ່ພວກມັນສະແຫວງຫາເພື່ອບັນລຸ ຫຼື ສິ່ງທີ່ພວກເຂົາສະແຫວງຫາ, ແລ້ວມັນໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງບໍ? ເຈົ້າອາດໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຄັ້ງ ແລະ ບາງເທື່ອ ເຈົ້າສາມາດທ່ອງຂຶ້ນໃຈຂໍ້ຄວາມຫຼາຍຂໍ້, ແຕ່ເຈົ້າບໍ່ສາມາດປະຕິບັດຄວາມຈິງ ແລະ ບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າພຽງແຕ່ຢູ່ຫ່າງໄກ ແລະ ຫຍຸ້ງຍາກຄືກັບແຕ່ກ່ອນ. ເມື່ອກຳລັງຜະເຊີນໜ້າກັບບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍຍັງຄົງສົງໄສພຣະອົງ ແລະ ເຈົ້າບໍ່ເຂົ້າໃຈພຣະອົງ, ແຕ່ໃຊ້ເຫດຜົນກັບພຣະອົງ ແລະ ມີແນວຄິດກ່ຽວກັບພຣະອົງ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະອົງ, ຕໍ່ຕ້ານພຣະອົງ ແລະ ເຖິງກັບໝິ່ນປະໝາດພຣະອົງ. ນີ້ຄືອຸປະນິໄສປະເພດໃດ? ອຸປະນິໄສນີ້ເປັນອຸປະນິໄສທີ່ອວດດີ, ອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ຜູ້ຄົນທີ່ອວດດີຫຼາຍ ແລະ ເບື່ອໜ່າຍຄວາມຈິງຫຼາຍຈະສາມາດຍອມຮັບ ຫຼື ປະຕິບັດມັນໄດ້ແນວໃດ? ຄົນເຊັ່ນນັ້ນຈະບໍ່ສາມາດໄດ້ຮັບຄວາມຈິງ ຫຼື ພຣະເຈົ້າຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 572)

ມັນມີການເວົ້າວ່າ “ເຂົາທີ່ຕິດຕາມຈົນເຖິງທີ່ສຸດແມ່ນຈະໄດ້ຮັບຄວາມລອດພົ້ນ”, ແຕ່ສິ່ງນີ້ນໍາໄປປະຕິບັດໄດ້ງ່າຍບໍ? ມັນບໍ່ງ່າຍ ແລະ ຫຼາຍຄົນທີ່ຖືກຕາມລ່າ ແລະ ຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່ກໍຫວາດຫວັ່ນ ແລະ ຢ້ານທີ່ຈະຕິດຕາມພຣະເຈົ້າ. ເປັນຫຍັງພວກເຂົາຈຶ່ງລົ້ມລົງ? ເພາະພວກເຂົາຂາດຄວາມເຊື່ອທີ່ແທ້ຈິງ. ບາງຄົນສາມາດຍອມຮັບຄວາມຈິງ, ອະທິຖານຫາພຣະເຈົ້າ, ເພິ່ງພາພຣະເຈົ້າ ແລະ ພວກເຂົາຍຶດໝັ້ນໃນການທົດສອບ ແລະ ຄວາມລຳບາກຍາກແຄ້ນ, ໃນຂະນະທີ່ຄົນອື່ນບໍ່ສາມາດຕິດຕາມຈົນເຖິງທີ່ສຸດ. ໃນຈຸດໃດໜຶ່ງໃນລະຫວ່າງການທົດສອບ ແລະ ຄວາມລຳບາກຍາກແຄ້ນ, ພວກເຂົາຈະລົ້ມລົງ, ສູນເສຍຄຳພະຍານຂອງພວກເຂົາ ແລະ ບໍ່ສາມາດເຮັດໃຫ້ຕົນເອງລຸກຂຶ້ນມາ ແລະ ດຳເນີນຕໍ່ໄປໄດ້. ທຸກສິ່ງທີ່ເກີດຂຶ້ນໃນແຕ່ລະມື້, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ເຊິ່ງສາມາດສັ່ນຄອນຄວາມເດັດດ່ຽວຂອງເຈົ້າ, ຄອບງຳຫົວໃຈຂອງເຈົ້າ ຫຼື ຈຳກັດຄວາມສາມາດຂອງເຈົ້າໃນການເຮັດໜ້າທີ່ຂອງເຈົ້າ ແລະ ຄວາມກ້າວໜ້າໃນຕໍ່ໜ້າຂອງເຈົ້າ ແມ່ນຈຳເປັນຕ້ອງມີການປະຕິບັດຢ່າງດຸໝັ່ນ; ເຈົ້າຄວນກວດສອບພວກມັນຢ່າງລະມັດລະວັງ ແລະ ສະແຫວງຫາຄວາມຈິງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບັນຫາທີ່ຕ້ອງແກ້ໄຂຕາມທີ່ເຈົ້າມີປະສົບການ. ບາງຄົນຄິດລົບ, ຈົ່ມຕໍ່ວ່າ ແລະ ອອກຈາກໜ້າທີ່ຂອງພວກເຂົາ ເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກ ແລະ ພວກເຂົາບໍ່ສາມາດຄານກັບມາຢືນດ້ວຍຕີນຂອງພວກເຂົາໄດ້ຫຼັງຈາກຄວາມລົ້ມເຫຼວແຕ່ລະຄັ້ງ. ທຸກຄົນເຫຼົ່ານີ້ເປັນຄົນໂງ່ທີ່ບໍ່ຮັກຄວາມຈິງ ແລະ ພວກເຂົາຈະບໍ່ໄດ້ຮັບຄວາມຈິງ ແມ່ນແຕ່ມີຄວາມເຊື່ອຕະຫຼອດຊີວິດ. ຄົນໂງ່ແບບນັ້ນຈະສາມາດຕິດຕາມຈົນເຖິງທີ່ສຸດໄດ້ແນວໃດ? ຖ້າສິ່ງດຽວກັນເກີດຂຶ້ນກັບເຈົ້າສິບຄັ້ງ, ແຕ່ເຈົ້າບໍ່ໄດ້ຮັບຫຍັງຈາກມັນເລີຍ ແລ້ວເຈົ້າກໍ່ເປັນຄົນທີ່ທຳມະດາ ແລະ ໄຮ້ປະໂຫຍດ. ຄົນທີ່ຫຼັກແຫຼມ ແລະ ຄົນທີ່ມີຄວາມສາມາດຢ່າງແທ້ຈິງທີ່ເຂົ້າໃຈເລື່ອງຝ່າຍວິນຍານແມ່ນຜູ້ສະແຫວງຫາຄວາມຈິງ; ຖ້າມີບາງສິ່ງເກີດຂຶ້ນກັບພວກເຂົາເປັນສິບຄັ້ງ, ແລ້ວບາງເທື່ອ ໃນແປດຄັ້ງຂອງກໍລະນີເຫຼົ່ານີ້ ພວກເຂົາຈະສາມາດຮັບເອົາແສງສະຫວ່າງບາງຢ່າງ, ຮຽນຮູ້ບົດຮຽນບາງຢ່າງ, ເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄວາມກ້າວໜ້າບາງຢ່າງ. ເມື່ອສິ່ງຕ່າງໆເກີດຂຶ້ນກັບຄົນໂງ່ສິບຄັ້ງ ເຊິ່ງເປັນຄົນທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານ, ມັນຈະບໍ່ສົ່ງຜົນປະໂຫຍດຕໍ່ຊີວິດຂອງພວກເຂົາແມ່ນແຕ່ຄັ້ງດຽວ, ມັນຈະບໍ່ປ່ຽນແປງພວກເຂົາແມ່ນແຕ່ຄັ້ງດຽວ ແລະ ມັນຈະບໍ່ເຮັດໃຫ້ພວກເຂົາເຮັດໃຫ້ພວກເຂົາຮູ້ຈັກເຖິງໃບໜ້າທີ່ຂີ້ຮ້າຍຂອງພວກເຂົາ, ເຊິ່ງໃນກໍລະນີນັ້ນ ມັນກໍ່ຈົບແລ້ວສຳລັບພວກເຂົາ. ແຕ່ລະຄັ້ງທີ່ບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາລົ້ມລົງ ແລະ ແຕ່ລະຄັ້ງທີ່ພວກເຂົາລົ້ມລົງ, ພວກເຂົາຕ້ອງການໃຫ້ບາງຄົນສະໜັບສະໜູນພວກເຂົາ ແລະ ຊັກຈູງພວກເຂົາ; ຫາກບໍ່ມີການສະໜັບສະໜູນ ແລະ ການຊັກຈູງ, ພວກເຂົາຈະບໍ່ສາມາດລຸກຂຶ້ນໄດ້. ແຕ່ລະຄັ້ງທີ່ບາງສິ່ງເກີດຂຶ້ນ, ຖ້າພວກເຂົາສ່ຽງທີ່ຈະລົ້ມລົງ ແລະ ໃນແຕ່ລະຄັ້ງ ຖ້າພວກເຂົາສ່ຽງທີ່ຈະຖືກເຮັດໃຫ້ເສື່ອມໂຊມ, ນີ້ບໍ່ແມ່ນຈຸດຈົບສຳລັບພວກເຂົາບໍ? ມີເຫດຜົນອື່ນໆທີ່ຄົນທີ່ໄຮ້ປະໂຫຍດແບບນັ້ນຈະຖືກຊ່ວຍໃຫ້ລອດພົ້ນບໍ? ຄວາມລອດພົ້ນຂອງພຣະເຈົ້າຕໍ່ມວນມະນຸດ ແມ່ນຄວາມລອດພົ້ນຂອບບັນດາຜູ້ທີ່ຮັກຄວາມຈິງ, ຄວາມລອດພົ້ນຈາກພາກສ່ວນຂອງພວກເຂົາດ້ວຍເຈດຈຳນົງ ແລະ ຄວາມຕັ້ງໃຈ, ພາກສ່ວນຂອງພວກເຂົາ ນັ້ນຄືການປາຖະໜາຄວາມຈິງ ແລະ ຄວາມຊອບທຳໃນຫົວໃຈຂອງພວກເຂົາ. ຄວາມຕັ້ງໃຈຂອງຄົນໆໜຶ່ງແມ່ນພາກສ່ວນໜຶ່ງໃນໃຈຂອງພວກເຂົາທີ່ປາຖະໜາຄວາມຊອບທຳ, ຄວາມດີ ແລະ ຄວາມຈິງ ແລະ ມີຄວາມຮູ້ສຶກຮັບຜິດຊອບຊົ່ວດີ. ພຣະເຈົ້າຊ່ວຍພາກສ່ວນນີ້ຂອງຄົນ ແລະ ພຣະອົງປ່ຽນແປງນິໄສອັນເສື່ອມຊາມຂອງພວກເຂົາຜ່ານທາງດັ່ງກ່າວ ເພື່ອວ່າພວກເຂົາອາດຈະເຂົ້າໃຈ ແລະ ໄດ້ຮັບຄວາມຈິງ, ເພື່ອວ່າຄວາມເສື່ອມຊາມຂອງພວກເຂົາອາດຖືກຊຳລະລ້າງໃຫ້ສະອາດ ແລະ ຊິວິດຈິດໃຈຂອງພວກເຂົາອາດຖືກປ່ຽນແປງ. ຖ້າເຈົ້າບໍ່ມີສິ່ງເຫຼົ່ານີ້ພາຍໃນຕົວເຈົ້າ, ເຈົ້າກໍຈະບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພາຍໃນຕົວເຈົ້າບໍ່ມີຄວາມຮັກຕໍ່ຄວາມຈິງ ຫຼື ຄວາມປາຖະໜາຄວາມຊອບທຳ ແລະ ແສງສະຫວ່າງ; ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບຄວາມຊົ່ວຮ້າຍ, ຖ້າເຈົ້າບໍ່ມີຄວາມປະສົງທີ່ຈະປະຖິ້ມສິ່ງຊົ່ວຮ້າຍ ຫຼື ຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມຍາກລຳບາກ; ຍິ່ງໄປກວ່ານັ້ນ, ຖ້າຄວາມຮູ້ສຶກຜິດຖືກຊົ່ວດີຂອງເຈົ້າມຶນຊາ; ຖ້າຄວາມສາມາດຮັບຄວາມຈິງຂອງເຈົ້າຕໍ່າ ແລະ ເຈົ້າບໍ່ຄຸ້ນເຄີຍກັບຄວາມຈິງ ແລະ ກັບເຫດການທີ່ເກີດຂຶ້ນ; ແລ້ວຖ້າເຈົ້າບໍ່ແຍກແຍະໃນທຸກເລື່ອງ ແລະ ເມື່ອຜະເຊີນໜ້າກັບແມ່ນຫຍັງກໍຕາມທີ່ເກີດຂຶ້ນກັບເຈົ້າ, ເຈົ້າບໍ່ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ຄິດລົບຢູ່ເລື້ອຍໆ, ແລ້ວບໍ່ມີທາງທີ່ເຈົ້າຈະໄດ້ຮັບຄວາມລອດພົ້ນ. ຄົນເຊັ່ນນີ້ບໍ່ມີຫຍັງທີ່ຈະແນະນຳພວກເຂົາ, ບໍ່ມີຫຍັງທີ່ຄຸ້ມຄ່າໃຫ້ພຣະເຈົ້າເຮັດພາລະກິດ. ຄວາມຮູ້ສຶກຜິດຊອບຊົ່ວດີຂອງພວກເຂົາດ້ານຊາ, ຈິດໃຈຂອງພວກເຂົາໝົ່ນໝອງ ແລະ ພວກເຂົາບໍ່ຮັກຄວາມຈິງ ຫຼື ປາຖະໜາຄວາມຊອບທຳຢ່າງເລິກເຊິ່ງໃນຫົວໃຈຂອງພວກເຂົາ ແລະ ບໍ່ວ່າພຣະເຈົ້າກ່າວເຖິງຄວາມຈິງຢ່າງຊັດເຈນ ຫຼື ໂປ່ງໄສພຽງໃດກໍຕາມ, ພວກເຂົາບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ; ມັນຄືກັບວ່າຫົວໃຈຂອງພວກເຂົາຕາຍແລ້ວ. ສິ່ງຕ່າງໆແມ່ນບໍ່ຈົບສຳລັບພວກເຂົາບໍ? ຄົນທີ່ຍັງມີລົມຫາຍໃຈຢູ່ໃນພວກເຂົາອາດຖືກຊ່ວຍຊີວິດດ້ວຍເຄື່ອງຊ່ວຍຫາຍໃຈ, ແຕ່ຖ້າພວກເຂົາໄດ້ຕາຍໄປແລ້ວ ແລະ ວິນຍານຂອງພວກເຂົາກໍໄດ້ຈາກໄປແລ້ວ, ເຄື່ອງຊ່ວຍຫາຍໃຈກໍຈະບໍ່ມີປະໂຫຍດຫຍັງ. ເມື່ອຜະເຊີນໜ້າກັບບັນຫາ ແລະ ຄວາມຫຍຸ້ງຍາກ, ຖ້າຄົນໃດໜຶ່ງຖອຍກັບ ແລະ ຫຼົບຫຼີກຈາກພວກມັນ, ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ ແລະ ພວກເຂົາເລືອກທີ່ຈະຄິດລົບ ແລະ ຂີ້ຄ້ານໃນວຽກງານຂອງພວກເຂົາ, ພວກເຂົາກໍຈະຖືກເປີດໂປງໃນສິ່ງທີ່ພວກເຂົາເປັນແທ້ໆ. ຄົນເຊັ່ນນັ້ນບໍ່ມີປະສົບການ ຫຼື ຄຳພະຍານເລີຍ. ພວກເຂົາເປັນພຽງຄົນທີ່ຫາຜົນປະໂຫຍດຈາກຄວາມໃຈກວ້າງຂອງຄົນອື່ນ, ເປັນພາລະທີ່ໃຊ້ການບໍ່ໄດ້, ພວກເຂົາໄຮ້ປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາຈິບຫາຍຢ່າງແນ່ນອນ. ມີພຽງແຕ່ຄົນທີ່ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຈຶ່ງເປັນຄົນທີ່ມີວຸດທິພາວະ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ສາມາດຍຶດໝັ້ນໃນຄຳພະຍານ. ເມື່ອເຈົ້າປະສົບກັບບັນຫາ ແລະ ຄວາມຫຍຸ້ງຍາກ, ເຈົ້າຕ້ອງຜະເຊີນໜ້າກັບພວກມັນດ້ວຍຄວາມໃຈເຢັນ ແລະ ໂຕ້ຕອບພວກມັນໃນວິທີທີ່ຖືກຕ້ອງ ແລະ ເຈົ້າຕ້ອງເລືອກ. ເຈົ້າຄວນຮຽນຮູ້ທີ່ຈະໃຊ້ຄວາມຈິງເພື່ອແກ້ໄຂບັນຫາ. ບໍ່ວ່າຄວາມຈິງທີ່ເຈົ້າເຂົ້າໃຈໂດຍປົກກະຕິຈະເລິກເຊິ່ງ ຫຼື ຕື້ນ, ເຈົ້າກໍຄວນໃຊ້ປະໂຫຍດຈາກພວກມັນ. ຄວາມຈິງບໍ່ແມ່ນພຽງຄຳເວົ້າທີ່ອອກມາຈາກປາກຂອງເຈົ້າເມື່ອບາງສິ່ງເກີດຂຶ້ນກັບເຈົ້າ ຫຼື ພວກມັນບໍ່ໄດ້ຖືກໃຊ້ເພື່ອແກ້ໄຂບັນຫາຂອງຄົນອື່ນຢ່າງຈະແຈ້ງ; ໃນທາງກົງກັນຂ້າມ, ພວກມັນຖືກໃຊ້ເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກທີ່ເຈົ້າມີ. ນັ້ນຄືສິ່ງທີ່ສຳຄັນທີ່ສຸດ. ແລ້ວເມື່ອເຈົ້າແກ້ໄຂບັນຫາຂອງເຈົ້າເອງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດແກ້ໄຂບັນຫາຂອງຄົນອື່ນໄດ້. ເປັນຫຍັງຈຶ່ງມີການເວົ້າວ່າເປໂຕເປັນໝາກໄມ້? ເພາະມີຫຼາຍສິ່ງທີ່ມີຄຸນຄ່າໃນຕົວລາວ, ສິ່ງຕ່າງໆທີ່ຄຸ້ມຄ່າແກ່ການຖືກເຮັດໃຫ້ສົມບູນ. ລາວສະແຫວງຫາຄວາມຈິງໃນທຸກສິ່ງ, ມີຄວາມເດັດດ່ຽວ ແລະ ມີຄວາມຕັ້ງໃຈທີ່ຍຶດໝັ້ນ; ລາວມີເຫດຜົນ, ເຕັມໃຈທີ່ຈະທົນທຸກກັບຄວາມລຳບາກ ແລະ ຮັກຄວາມຈິງໃນຫົວໃຈຂອງລາວ; ລາວບໍ່ໄດ້ປະຖິ້ມສິ່ງທີ່ຜ່ານມາ ແລະ ລາວສາມາດຮຽນຮູ້ບົດຮຽນຈາກທຸກສິ່ງ. ສິ່ງເຫຼົ່ານີ້ຄືຈຸດແຂງທັງໝົດ. ຖ້າເຈົ້າບໍ່ມີຈຸດແຂງໃດໆເຫຼົ່ານີ້, ມັນກໍໝາຍຄວາມເຖິງບັນຫາ. ມັນຈະບໍ່ງ່າຍສຳລັບເຈົ້າທີ່ຈະຮັບເອົາຄວາມຈິງ ແລະ ຖືກຊ່ວຍໃຫ້ລອດພົ້ນ. ຖ້າເຈົ້າບໍ່ຮູ້ວິທີການມີປະສົບການ ຫຼື ບໍ່ມີປະສົບການ, ເຈົ້າຈະບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກຂອງຄົນອື່ນ. ເພາະເຈົ້າບໍ່ສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ບໍ່ມີແນວຄິດວ່າຈະເຮັດແນວໃດເມື່ອເກີດສິ່ງຕ່າງໆຂຶ້ນກັບເຈົ້າ ແລະ ໃຈຮ້າຍ, ຮ້ອງໄຫ້, ເມື່ອເຈົ້າຜະເຊີນກັບບັນຫາ ແລະ ເລີ່ມຄິດລົບ ແລະ ແລ່ນໜີເມື່ອເຈົ້າທົນທຸກກັບຄວາມລົ້ມເຫຼວເລັກນ້ອຍບາງຢ່າງ ແລະ ບໍ່ສາມາດໂຕ້ຕອບໃນວິທີທີ່ຖືກຕ້ອງຕະຫຼອດການ, ຍ້ອນທັງໝົດນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ເຈົ້າຈະເຂົ້າສູ່ຊີວິດ. ເຈົ້າຈະສາມາດສະໜອງໃຫ້ຄົນອື່ນໂດຍບໍ່ມີການເຂົ້າສູ່ຊີວິດໄດ້ແນວໃດ? ເພື່ອສະໜອງໃຫ້ແກ່ຊີວິດຂອງຜູ້ຄົນ, ເຈົ້າຕ້ອງສົນທະນາກ່ຽວກັບຄວາມຈິງຢ່າງຊັດເຈນ ແລະ ສາມາດສົນທະນາກ່ຽວກັບຫຼັກການແຫ່ງການປະຕິບັດຢ່າງຊັດເຈນເພື່ອແກ້ໄຂບັນຫາ. ສຳລັບຄົນທີ່ມີຫົວໃຈ ແລະ ວິນຍານ, ເຈົ້າຈຳເປັນຕ້ອງເວົ້າໜ້ອຍໆເທົ່ານັ້ນ ແລະ ພວກເຂົາຈະເຂົ້າໃຈມັນ. ແຕ່ການເຂົ້າໃຈຄວາມຈິງພຽງເລັກນ້ອຍແມ່ນຈະໃຊ້ການບໍ່ໄດ້. ພວກເຂົາຍັງຕ້ອງມີເສັ້ນທາງ ແລະ ຫຼັກການແຫ່ງການປະຕິບັດ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ຈະຊ່ວຍໃຫ້ພວກເຂົາປະຕິບັດຄວາມຈິງ. ແມ່ນແຕ່ໃນເວລາທີ່ຄົນເຂົ້າໃຈສິ່ງຕ່າງໆໃນຝ່າຍວິນຍານ ແລະ ມັນໃຊ້ສອງສາມຄຳເວົ້າເທົ່ານັ້ນເພື່ອໃຫ້ພວກເຂົາເຂົ້າໃຈພວກມັນ, ຖ້າພວກເຂົາບໍ່ປະຕິບັດຄວາມຈິງ ມັນກໍຈະບໍ່ມີທາງເຂົ້າສູ່ຊີວິດ. ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງ, ມັນກໍຈົບແລ້ວສຳລັບພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຈັກເທື່ອ. ເຈົ້າສາມາດຈັບມືຂອງຄົນໃດໜຶ່ງເມື່ອເຈົ້າສັ່ງສອນພວກເຂົາ ແລະ ພວກເຂົາຈະເບິ່ງຄືວ່າເຂົ້າໃຈໃນເວລານັ້ນ, ແຕ່ທັນທີທີ່ເຈົ້າປ່ອຍໄປ ພວກເຂົາຈະເລີ່ມສັບສົນອີກຄັ້ງ. ນີ້ບໍ່ແມ່ນຄົນທີ່ເຂົ້າໃຈເລື່ອງຝ່າຍວິນຍານ. ບໍ່ວ່າເຈົ້າຈະປະສົບກັບບັນຫາຫຍັງກໍຕາມ, ຖ້າເຈົ້າຄິດລົບ ແລະ ອ່ອນແອ, ເຈົ້າບໍ່ມີຄຳພະຍານເລີຍ ແລະ ເຈົ້າບໍ່ຮ່ວມມືກັບສິ່ງທີ່ເຈົ້າຄວນເຮັດ ແລະ ສິ່ງທີ່ເຈົ້າຄວນຮ່ວມມື, ສິ່ງນີ້ກໍພິສູດວ່າເຈົ້າບໍ່ມີພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າບໍ່ແມ່ນຄົນທີ່ຮັກຄວາມຈິງ. ບໍ່ຕ້ອງສົນໃຈວິທີການທີ່ພາລະກິດຂອງພຣະວິນຍານບໍລິສຸດຂັບເຄື່ອນຜູ້ຄົນ, ໂດຍການມີປະສົບການກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີເທົ່ານັ້ນ, ການຮັບຟັງຄວາມຈິງຈໍານວນຫຼາຍ, ການມີຄວາມສຳນຶກໜ້ອຍໜຶ່ງ ແລະ ການອາໄສແຕ່ການຈຳກັດຕົນເອງ, ຢ່າງໜ້ອຍຜູ້ຄົນກໍຄວນທີ່ຈະສາມາດບັນລຸມາດຕະຖານຂັ້ນຕໍ່າ ແລະ ບໍ່ຖືກຕຳນິໂດຍຄວາມສຳນຶກຂອງພວກເຂົາ. ຜູ້ຄົນບໍ່ຄວນມຶນຊາ ແລະ ອ່ອນແອດັ່ງທີ່ພວກເຂົາເປັນໃນຕອນນີ້ ແລະ ບໍ່ສາມາດຄິດໄດ້ເລີຍວ່າພວກເຂົາຈະຢູ່ໃນສະພາວະນີ້. ບາງເທື່ອພວກເຈົ້າໄດ້ຜ່ານຜ່າສອງສາມປີທີ່ຜ່ານມາດ້ວຍຄວາມມຶນງົງ, ບໍ່ສະແຫວງຫາຄວາມຈິງເລີຍ ຫຼື ມີຄວາມກ້າວໜ້າໃດໆເລີຍ. ຖ້າມັນບໍ່ແມ່ນແບບນີ້, ເຈົ້າຈະສາມາດມຶນຊາ ແລະ ໂງ່ແບບນັ້ນໄດ້ແນວໃດ? ເມື່ອເຈົ້າເປັນແບບນີ້, ມັນລ້ວນແລ້ວແຕ່ເນື່ອງຈາກຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງເຈົ້າເອງ ແລະ ເຈົ້າບໍ່ສາມາດໂທດຜູ້ໃດໄດ້. ຄວາມຈິງບໍ່ໄດ້ລໍາອຽງຕໍ່ບາງຄົນຫຼາຍກວ່າຄົນອື່ນ. ຖ້າເຈົ້າບໍ່ຍອມຮັບຄວາມຈິງ ແລະ ເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ເຈົ້າຈະສາມາດປ່ຽນແປງໄດ້ແນວໃດ? ບາງຄົນຮູ້ສຶກວ່າຄວາມສາມາດຂອງພວກເຂົາຕຳ່ເກີນໄປ ແລະ ພວກເຂົາຂາດຄວາມສາມາດທີ່ຈະຮັບ, ສະນັ້ນພວກເຂົາຈຶ່ງຈຳກັດຕົນເອງອອກ ແລະ ພວກເຂົາຮູ້ສຶກວ່າ ບໍ່ວ່າພວກເຂົາຈະສະແຫວງຫາຫຼາຍສໍ່າໃດ, ພວກເຂົາຈະບໍ່ສາມາດບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າ. ພວກເຂົາຄິດວ່າ ບໍ່ວ່າພວກເຂົາຈະພະຍາຍາມໜັກສໍ່າໃດ, ມັນກໍໄຮ້ປະໂຫຍດ ແລະ ມັນກໍມີທັງໝົດສໍ່ານັ້ນ, ສະນັ້ນພວກເຂົາຈຶ່ງຄິດລົບຢູ່ສະເໝີ ແລະ ຜົນຕາມມາກໍຄື ແມ່ນແຕ່ຫຼັງຈາກຫຼາຍປີທີ່ເຊື່ອໃນພຣະເຈົ້າ, ພວກເຂົາບໍ່ໄດ້ຮັບເອົາຄວາມຈິງໃດໆເລີຍ. ໂດຍປາສະຈາກການເຮັດວຽກໜັກເພື່ອສະແຫວງຫາຄວາມຈິງ, ຖ້າເຈົ້າເວົ້າວ່າຄວາມສາມາດຂອງເຈົ້າມີໜ້ອຍເກີນໄປ, ເຈົ້າກໍຍອມຜ່າຍແພ້ຕໍ່ຕົນເອງ ແລະ ເຈົ້າດຳລົງຊີວີດຢູ່ໃນສະພາວະລົບໆຢູ່ສະເໝີ ແລະ ຜົນຕາມມາກໍຄື ເຈົ້າບໍ່ເຂົ້າໃຈຄວາມຈິງທີ່ເຈົ້າຄວນເຂົ້າໃຈ ຫຼື ປະຕິບັດຄວາມຈິງພາຍໃນຄວາມສາມາດຂອງເຈົ້າ, ແລ້ວເຈົ້າບໍ່ໄດ້ກຳລັງຂັດຂວາງຕົນເອງບໍ? ຖ້າເຈົ້າເວົ້າຢູ່ສະເໝີວ່າຄວາມສາມາດຂອງເຈົ້າບໍ່ດີພໍ, ສິ່ງນີ້ບໍ່ແມ່ນການຫຼົບຫຼີກ ແລະ ການປະລະຄວາມຮັບຜິດຊອບບໍ? ຖ້າເຈົ້າສາມາດທົນທຸກ, ຈ່າຍລາຄາ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າກໍຈະສາມາດເຂົ້າໃຈຄວາມຈິງບາງຢ່າງ ແລະ ເຂົ້າສູ່ຄວາມເປັນຈິງບາງຢ່າງຢ່າງແນ່ນອນ. ຖ້າເຈົ້າບໍ່ຫວັງເພິ່ງ ຫຼື ອາໄສພຣະເຈົ້າ ແລະ ເຈົ້າຍອມຜ່າຍແພ້ຕໍ່ຕົນເອງໂດຍບໍ່ພະຍາຍາມຫຍັງ ຫຼື ຈ່າຍລາຄາ ແລະ ພຽງແຕ່ຍອມຈຳນົນ, ເຈົ້າກໍໄຮ້ປະໂຫຍດ ແລະ ບໍ່ມີຄວາມສຳນຶກ ແລະ ເຫດຜົນແມ່ນແຕ່ໜ້ອຍເລີຍ. ບໍ່ວ່າຄວາມສາມາດຂອງເຈົ້າຈະມີໜ້ອຍ ຫຼື ໂດດເດັ່ນ, ຖ້າເຈົ້າມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ, ເຈົ້າກໍຄວນເຮັດສິ່ງທີ່ເຈົ້າຄວນເຮັດ ແລະ ເຮັດພາລະກິດຂອງເຈົ້າໃຫ້ສຳເລັດຢ່າງເໝາະສົມ; ການເປັນຄົນປະລະໜ້າທີ່ເປັນສິ່ງໂຫດຮ້າຍ ແລະ ເປັນການທໍລະຍົດພຣະເຈົ້າ. ສິ່ງນີ້ແມ່ນບໍ່ສາມາດແກ້ໄຂປັບປຸງໄດ້. ການສະແຫວງຫາຄວາມຈິງຈຳເປັນຕ້ອງມີຄວາມຕັ້ງໃຈທີ່ໜັກແໜ້ນ ແລະ ຄົນທີ່ຄິດລົບ ຫຼື ອ່ອນແອເກີນໄປຈະບໍ່ສຳເລັດຫຍັງເລີຍ. ພວກເຂົາຈະບໍ່ສາມາດເຊື່ອໃນພຣະເຈົ້າຈົນເຖິງທີ່ສຸດ ແລະ ຖ້າພວກເຂົາປາດຖະໜາທີ່ຈະຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນນິໄສ, ພວກເຂົາຈະຍັງມີຄວາມຫວັງເຫຼືອຢູ່ໜ້ອຍໜຶ່ງ. ມີພຽງແຕ່ຄົນທີ່ຕັ້ງໃຈ ແລະ ທີ່ສະແຫວງຫາຄວາມຈິງເທົ່ານັ້ນຈຶ່ງສາມາດຮັບເອົາມັນໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 573)

ມີຫຼາຍຄົນທີ່ບໍ່ສາມາດມີປະສົບການ ແລະ ບໍ່ສາມາດຮັກສາສະພາວະທີ່ເປັນປົກກະຕິໃນທັນທີທີ່ພວກເຂົາຫຍຸ້ງໃນໜ້າທີ່ຂອງພວກເຂົາ ແລະ ຜົນຕາມມາກໍຄືພວກເຂົາຮ້ອງຂໍການຊຸມນຸມຢູ່ສະເໝີ ແລະ ຂໍໃຫ້ສົນທະນາຄວາມຈິງກັບພວກເຂົາ. ເກີດຫຍັງຂຶ້ນຢູ່ບ່ອນນີ້? ພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາຂາດພື້ນຖານໃນຫົນທາງທີ່ແທ້ຈິງ, ຄົນເຊັ່ນນັ້ນຖືກຂັບເຄື່ອນດ້ວຍຄວາມກະຕືລືລົ້ນເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ສາມາດອົດທົນໄດ້ດົນ. ເມື່ອຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ມັນກໍບໍ່ມີຫຼັກການໃນສິ່ງທີ່ພວກເຂົາເຮັດ. ຖ້າມີການຈັດແຈງໃຫ້ພວກເຂົາເຮັດບາງສິ່ງ, ພວກເຂົາຈະເຮັດໃຫ້ມັນວຸ້ນວາຍ, ພວກເຂົາຈະບໍ່ເອົາໃຈໃສ່ໃນສິ່ງທີ່ພວກເຂົາເຮັດ ຫຼື ຊອກຫາຫຼັກການ, ບໍ່ມີຄວາມເຊື່ອຟັງໃນຫົວໃຈຂອງພວກເຂົາ, ເຊິ່ງພິສູດວ່າພວກເຂົາບໍ່ໄດ້ຮັກຄວາມຈິງ ແລະ ບໍ່ສາມາດຜະເຊີນໜ້າກັບພາລະກິດຂອງພຣະເຈົ້າ. ບໍ່ວ່າເຈົ້າເຮັດຫຍັງກໍຕາມ, ເຈົ້າຄວນເຂົ້າໃຈກ່ອນວ່າເປັນຫຍັງເຈົ້າຈຶ່ງກຳລັງເຮັດສິ່ງນັ້ນ, ແມ່ນຫຍັງຄືເຈດຕະນາທີ່ຊີ້ນໍາໃຫ້ເຈົ້າເຮັດສິ່ງນີ້, ແມ່ນຫຍັງຄືຄວາມສຳຄັນໃນສິ່ງທີ່ເຈົ້າກຳລັງເຮັດ, ແມ່ນຫຍັງຄືທຳມະຊາດຂອງເລື່ອງດັ່ງກ່າວ ແລະ ສິ່ງທີ່ເຈົ້າກຳລັງເຮັດນັ້ນເປັນສິ່ງໃນດ້ານບວກ ຫຼື ສິ່ງໃນດ້ານລົບ. ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງເຫຼົ່ານີ້ທັງໝົດ; ສິ່ງນີ້ແມ່ນຂ້ອນຂ້າງຈຳເປັນເພື່ອທີ່ຈະສາມາດເຮັດໂດຍມີຫຼັກການ. ຖ້າເຈົ້າກຳລັງເຮັດສິ່ງໃດສິ່ງໜຶ່ງເພື່ອປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຄວນໄຕ່ຕອງວ່າ: ຂ້ານ້ອຍຄວນປະຕິບັດໜ້າທີ່ຂອງຂ້ອຍໄດ້ດີແນວໃດເພື່ອວ່າຂ້ອຍຈະບໍ່ເຮັດມັນພໍເປັນພິທີ? ເຈົ້າຄວນອະທິຖານ ແລະ ຍັບເຂົ້າໃກ້ພຣະເຈົ້າໃນເລື່ອງນີ້. ການອະທິຖານຫາພຣະເຈົ້າແມ່ນເພື່ອສະແຫວງຫາຄວາມຈິງ, ຫົນທາງເພື່ອປະຕິບັດ, ຄວາມປະສົງຂອງພຣະເຈົ້າ ແລະ ວິທີການເຮັດໃຫ້ພຣະເຈົ້າພໍໃຈ. ການອະທິຖານແມ່ນເພື່ອບັນລຸຜົນເຫຼົ່ານີ້; ມັນບໍ່ແມ່ນພິທີທາງສາສະໜາບາງຢ່າງ. ນີ້ແມ່ນວິທີການຍັບເຂົ້າໃກ້ພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ມັນບໍ່ກ່ຽວຂ້ອງກັບການປະຕິບັດພິທີກຳທາງສາສະໜາ ຫຼື ການກະທຳພາຍນອກ. ການອະທິຖານຫາພຣະເຈົ້າ, ການຍັບເຂົ້າໃກ້ພຣະເຈົ້າ ແລະ ການອ່ານພຣະທຳຂອງພຣະເຈົ້າບໍ່ແມ່ນພິທີກຳທາງສາສະໜາ ຫຼື ການກະທຳພາຍນອກ. ມັນຖືກປະຕິບັດເພື່ອຈຸດປະສົງຂອງການປະຕິບັດຕາມຄວາມຈິງ ຫຼັງຈາກທີ່ໄດ້ສະແຫວງຫາຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າເວົ້າຢູ່ສະເໝີວ່າ “ຂອບໃຈພຣະເຈົ້າ” ເມື່ອເຈົ້າບໍ່ໄດ້ເຮັດຫຍັງ ແລະ ເຈົ້າອາດເບິ່ງຄືກັບວ່າເຄັ່ງສາສະໜາ ແລະ ມີຄວາມເຂົ້າໃຈຫຼາຍ, ແຕ່ຖ້າເມື່ອມັນຮອດເວລາທີ່ຈະປະຕິບັດ, ເຈົ້າກໍ່ຍັງເຮັດຕາມທີ່ເຈົ້າຕ້ອງການ, ໂດຍບໍ່ສະແຫວງຫາຄວາມຈິງເລີຍ, ແລ້ວຄຳວ່າ “ຂອບໃຈພຣະເຈົ້າ” ນີ້ກໍ່ເປັນພຽງບົດສວດເທົ່ານັ້ນ, ມັນຄືຄວາມເຊື່ອທາງຈິດວິນຍານທີ່ບໍ່ຖືກຕ້ອງ. ເມື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຄວນຄິດຢູ່ສະເໝີວ່າ: ຂ້ານ້ອຍຄວນປະຕິບັດໜ້າທີ່ນີ້ໄດ້ແນວໃດ? ແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າ? ການອະທິຖານຫາພຣະເຈົ້າ ແລະ ການຍັບເຂົ້າໃກ້ພຣະເຈົ້າເພື່ອສະແຫວງຫາຫຼັກການ ແລະ ຄວາມຈິງສຳລັບການກະທຳຂອງເຈົ້າ, ການສະແຫວງຫາຄວາມປະສົງຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ບໍ່ອອກຈາກພຣະທຳຂອງພຣະເຈົ້າ ຫຼື ຫຼັກການແຫ່ງຄວາມຈິງໃນສິ່ງໃດກໍຕາມທີ່ເຈົ້າເຮັດ, ມີພຽງແຕ່ຄົນແບບນີ້ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ທັງໝົດນີ້ບໍ່ສາມາດບັນລຸໄດ້ໂດຍຄົນທີ່ບໍ່ຮັກຄວາມຈິງ. ມີຫຼາຍຄົນທີ່ຕິດຕາມແນວຄິດຂອງພວກເຂົາເອງບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ແລະ ພິຈາລະນາວ່າສິ່ງຕ່າງໆເປັນເລື່ອງງ່າຍໆເປັນຢ່າງຍິ່ງ ແລະ ບໍ່ສະແຫວງຫາຄວາມຈິງເຊັ່ນກັນ. ບໍ່ມີຫຼັກການຫຍັງທັງສິ້ນ ແລະ ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ຄິດຫາວິທີການເຮັດຕາມສິ່ງທີ່ພຣະເຈົ້າຮ້ອງຂໍ ຫຼື ໃນລັກສະນະທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ພວກເຂົາພຽງແຕ່ຮູ້ທີ່ຈະປະຕິບັດຕາມຄວາມຕ້ອງການຂອງພວກເຂົາເອງຢ່າງດື້ດ້ານ. ພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງຜູ້ຄົນດັ່ງກ່າວ. ບາງຄົນເວົ້າວ່າ “ຂ້ອຍພຽງແຕ່ອະທິຖານຫາພຣະເຈົ້າເມື່ອຂ້ອຍພົບພໍ້ກັບຄວາມຫຍຸ້ງຍາກ, ແຕ່ຍັງບໍ່ຮູ້ສຶກວ່າສິ່ງນີ້ມີຜົນສະທ້ອນຫຍັງເລີຍ, ສະນັ້ນໂດຍທົ່ວໄປແລ້ວ ເມື່ອສິ່ງຕ່າງໆເກີດຂຶ້ນກັບຂ້ອຍໃນຕອນນີ້ ຂ້ອຍຈຶ່ງບໍ່ອະທິຖານຫາພຣະເຈົ້າ ເພາະການອະທິຖານຫາພຣະເຈົ້າບໍ່ເກີດປະໂຫຍດຫຍັງ”. ບໍ່ມີພຣະເຈົ້າໃນຫົວໃຈຂອງຜູ້ຄົນເຊັ່ນນັ້ນແທ້ໆ. ພວກເຂົາບໍ່ສະແຫວງຫາຄວາມຈິງບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ; ພວກເຂົາພຽງແຕ່ຕິດຕາມແນວຄິດຂອງພວກເຂົາເອງ. ສະນັ້ນມີຫຼັກການໃນການກະທຳຂອງພວກເຂົາບໍ? ບໍ່ມີຢ່າງແນ່ນອນ. ພວກເຂົາເຫັນທຸກສິ່ງເປັນເລື່ອງທີ່ງ່າຍໆ. ແມ່ນແຕ່ເມື່ອຜູ້ຄົນສົນທະນາກ່ຽວກັບຫຼັກການແຫ່ງຄວາມຈິງກັບພວກເຂົາ, ພວກເຂົາກໍບໍ່ສາມາດຍອມຮັບພວກມັນໄດ້ ເພາະບໍ່ມີຫຼັກການໃດໆໃນການກະທຳຂອງພວກເຂົາ, ພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ມີຜູ້ໃດນອກຈາກພວກເຂົາໃນຫົວໃຈຂອງພວກເຂົາ. ພວກເຂົາຮູ້ສຶກວ່າເຈດຕະນາຂອງພວກເຂົາດີ, ພວກເຂົາບໍ່ໄດ້ກຳລັງເຮັດສິ່ງຊົ່ວຮ້າຍ, ບໍ່ສາມາດພິຈາລະນາໄດ້ວ່າພວກເຂົາລະເມີດຄວາມຈິງ, ພວກເຂົາຄິດວ່າການເຮັດຕາມເຈດຕະນາຂອງພວກເຂົາເອງຄວນເປັນການປະຕິບັດຄວາມຈິງ, ການປະຕິບັດເຊັ່ນນັ້ນຄືການເຊື່ອຟັງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ໄດ້ສະແຫວງຫາ ຫຼື ອະທິຖານຫາພຣະເຈົ້າໃນເລື່ອງນີ້ຢ່າງແທ້ຈິງ, ແຕ່ເຮັດຕາມແຮງຈູງໃຈ, ຕາມເຈດຕະນາທີ່ກະຕືລືລົ້ນຂອງພວກເຂົາເອງ, ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາດັ່ງທີ່ພຣະເຈົ້າຮ້ອງຂໍ, ພວກເຂົາບໍ່ມີຫົວໃຈທີ່ເຊື່ອຟັງພຣະເຈົ້າ, ພວກເຂົາປາສະຈາກຄວາມປາດຖະໜານີ້. ນີ້ຄືຂໍ້ຜິດພາດທີ່ຍິ່ງໃຫຍ່ທີ່ສຸດໃນການປະຕິບັດຂອງຜູ້ຄົນ. ຖ້າເຈົ້າເຊື່ອໃນພຣະເຈົ້າແຕ່ພຣະອົງບໍ່ໄດ້ຢູ່ໃນຫົວໃຈຂອງເຈົ້າ, ເຈົ້າບໍ່ໄດ້ພະຍາຍາມຫຼອກລວງພຣະເຈົ້າບໍ? ແລ້ວຄວາມເຊື່ອເຊັ່ນນັ້ນໃນພຣະເຈົ້າຈະມີຜົນສະທ້ອນຫຍັງ? ເຈົ້າຈະສາມາດຮັບຫຍັງ? ແລ້ວແມ່ນຫຍັງຄືຈຸດປະສົງຂອງຄວາມເຊື່ອເຊັ່ນນັ້ນໃນພຣະເຈົ້າ?

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 574)

ເຈົ້າຄວນໄຕ່ຕອງແນວໃດກ່ຽວກັບຕົນເອງ ແລະ ພະຍາຍາມຮູ້ຈັກຕົນເອງ, ເມື່ອເຈົ້າໄດ້ເຮັດສິ່ງທີ່ລະເມີດຫຼັກການແຫ່ງຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າບໍ່ພໍໃຈ? ເມື່ອເຈົ້າກຳລັງຈະເຮັດສິ່ງນັ້ນ, ເຈົ້າໄດ້ອະທິຖານຫາພຣະອົງບໍ? ເຈົ້າໄດ້ພິຈາລະນາບໍວ່າ “ການເຮັດສິ່ງຕ່າງໆໃນລັກສະນະນີ້ສອດຄ່ອງກັບຄວາມຈິງບໍ? ພຣະເຈົ້າຈະເບິ່ງເລື່ອງນີ້ແນວໃດຖ້າມັນຖືກນໍາມາຢູ່ຕໍ່ໜ້າພຣະອົງ? ພຣະອົງຈະມີຄວາມສຸກ ຫຼື ລຳຄານຖ້າພຣະອົງຮູ້ກ່ຽວກັບສິ່ງນັ້ນ? ພຣະອົງຈະລັງກຽດ ຫຼື ເບື່ອໜ່າຍມັນບໍ?” ເຈົ້າບໍ່ໄດ້ສະແຫວງຫາ, ແມ່ນບໍ? ເຖິງແມ່ນວ່າຄົນອື່ນເຕືອນເຈົ້າ, ເຈົ້າຍັງຄິດວ່າເລື່ອງດັ່ງກ່າວບໍ່ໄດ້ເປັນເລື່ອງໃຫຍ່ ແລະ ມັນບໍ່ໄດ້ຂັດກັບຫຼັກການໃດໜຶ່ງ ແລະ ບໍ່ແມ່ນການເຮັດຜິດບາບ. ຜົນຕາມມາກໍຄື ເຈົ້າໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ກະຕຸ້ນໃຫ້ພຣະອົງໃຈຮ້າຍ, ຈົນເຖິງຈຸດທີ່ພຣະອົງລັງກຽດເຈົ້າ. ສິ່ງນີ້ເກີດຂຶ້ນຈາກຄວາມກະບົດຂອງຜູ້ຄົນ. ສະນັ້ນ, ເຈົ້າຄວນສະແຫວງຫາຄວາມຈິງໃນທຸກສິ່ງ. ນີ້ຄືສິ່ງທີ່ເຈົ້າຕ້ອງປະຕິບັດຕາມ. ຖ້າເຈົ້າສາມາດມາຢູ່ຕໍ່ໜ້າພຣະເຈົ້າຢ່າງຈິງໃຈເພື່ອອະທິຖານກ່ອນ ແລະ ຫຼັງຈາກນັ້ນກໍສະແຫວງຫາຄວາມຈິງຕາມພຣະທຳຂອງພຣະເຈົ້າ, ເຈົ້າຈະບໍ່ເຮັດຜິດ. ເຈົ້າອາດມີການຫັນເຫບາງຢ່າງໃນການທີ່ເຈົ້າປະຕິບັດຄວາມຈິງ, ແຕ່ສິ່ງນີ້ແມ່ນຍາກທີ່ຈະຫຼົບຫຼີກໄດ້ ແລະ ເຈົ້າຈະສາມາດປະຕິບັດຢ່າງຖືກຕ້ອງຫຼັງຈາກທີ່ເຈົ້າໄດ້ຮັບປະສົບການບາງຢ່າງ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຮູ້ຈັກວິທີການເຮັດຕາມຄວາມຈິງ, ແຕ່ບໍ່ປະຕິບັດຄວາມຈິງ, ບັນຫາກໍຄືເຈົ້າບໍ່ມັກຄວາມຈິງ. ຄົນທີ່ບໍ່ຮັກຄວາມຈິງຈະບໍ່ສະແຫວງຫາມັນ, ບໍ່ວ່າແມ່ນຫຍັງກໍຕາມອາດເກີດຂຶ້ນກັບພວກເຂົາ. ມີພຽງແຕ່ຄົນທີ່ຮັກຄວາມຈິງເທົ່ານັ້ນຈຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ເມື່ອສິ່ງຕ່າງໆເກີດຂຶ້ນເຊິ່ງພວກເຂົາບໍ່ເຂົ້າໃຈ, ພວກເຂົາກໍສາມາດສະແຫວງຫາຄວາມຈິງ. ຖ້າເຈົ້າບໍ່ສາມາດຢັ່ງຮູ້ເຖິງຄວາມປະສົງຂອງພຣະເຈົ້າ ແລະ ບໍ່ຮູ້ວິທີການປະຕິບັດ, ແລ້ວເຈົ້າຄວນໂອ້ລົມກັບບາງຄົນທີ່ເຂົ້າໃຈຄວາມຈິງ. ຖ້າເຈົ້າບໍ່ສາມາດຊອກຫາຄົນທີ່ເຂົ້າໃຈຄວາມຈິງ, ເຈົ້າກໍຄວນຊອກຫາສອງສາມຄົນທີ່ມີຄວາມເຂົ້າໃຈທີ່ບໍລິສຸດເພື່ອອະທິຖານຕໍ່ພຣະເຈົ້າຮ່ວມກັນໂດຍມີຄວາມຄິດດຽວກັນ ແລະ ຫົວໃຈດຽວກັນ, ສະແຫວງຫາຈາກພຣະເຈົ້າ, ລໍຖ້າເວລາຂອງພຣະເຈົ້າ ແລະ ລໍຖ້າໃຫ້ພຣະເຈົ້າເປີດຫົນທາງໃຫ້ກັບເຈົ້າ. ຕາບໃດທີ່ພວກເຈົ້າທຸກຄົນປາດຖະໜາຫາຄວາມຈິງ, ສະແຫວງຫາຄວາມຈິງ ແລະ ສົນທະນາກ່ຽວກັບຄວາມຈິງຮ່ວມກັນ, ມັນອາດຮອດເວລາທີ່ໜຶ່ງໃນພວກເຈົ້າຈະຄິດວິທີແກ້ບັນຫາດີໆອອກ. ຖ້າພວກເຈົ້າທຸກຄົນຊອກຫາວິທີແກ້ບັນຫາທີ່ເໝາະສົມ ແລະ ມັນເປັນຫົນທາງທີ່ດີ, ນີ້ກໍອາດເນື່ອງຈາກແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ. ແລ້ວຖ້າເຈົ້າສືບຕໍ່ສົນທະນາກັນເພື່ອຄິດຫາເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງຍິ່ງຂຶ້ນ, ມັນຈະສອດຄ່ອງກັບຫຼັກການແຫ່ງຄວາມຈິງຢ່າງແນ່ນອນ. ໃນການປະຕິບັດຂອງເຈົ້າ, ຖ້າເຈົ້າຄົ້ນພົບວ່າຫົນທາງແຫ່ງການປະຕິບັດຂອງເຈົ້າຍັງຂ້ອນຂ້າງບໍ່ເໝາະສົມ, ແລ້ວເຈົ້າຈຳເປັນຕ້ອງແກ້ໄຂມັນໂດຍໄວ. ຖ້າເຈົ້າເຮັດຜິດໜ້ອຍໜຶ່ງ, ພຣະເຈົ້າຈະບໍ່ປະນາມເຈົ້າ ເພາະເຈດຕະນາຂອງເຈົ້າໃນສິ່ງທີ່ເຈົ້າເຮັດນັ້ນຖືກຕ້ອງ ແລະ ເຈົ້າປະຕິບັດຕາມຄວາມຈິງ. ເຈົ້າສັບສົນໜ້ອຍໜຶ່ງກ່ຽວກັບຫຼັກການ ແລະ ເຮັດຜິດໃນການປະຕິບັດຂອງເຈົ້າ, ເຊິ່ງສາມາດເປັນຂໍ້ອ້າງໄດ້. ແຕ່ເມື່ອຄົນສ່ວນໃຫຍ່ເຮັດສິ່ງຕ່າງໆ, ພວກເຂົາເຮັດສິ່ງເຫຼົ່ານັ້ນບົນພື້ນຖານຂອງວິທີການທີ່ພວກເຂົາຈິນຕະນາການໃຫ້ເປັນ. ພວກເຂົາບໍ່ໃຊ້ພຣະທຳຂອງພຣະເຈົ້າເພື່ອເປັນພື້ນຖານໃນການຕຶກຕອງວິທີການປະຕິບັດຕາມຄວາມຈິງ ຫຼື ວິທີການຮັບເອົາການຮອງຮັບຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພວກເຂົາພຽງແຕ່ຄິດກ່ຽວກັບວິທີການສ້າງຜົນປະໂຫຍດໃຫ້ກັບຕົນເອງ, ວິທີການເຮັດໃຫ້ຄົນອື່ນເທີດທູນພວກເຂົາ ແລະ ວິທີການເຮັດໃຫ້ຄົນອື່ນຊື່ນຊົມພວກເຂົາ. ພວກເຂົາເຮັດສິ່ງຕ່າງໆໂດຍອີງໃສ່ແນວຄິດຂອງພວກເຂົາເອງທັງສິ້ນ ແລະ ເຮັດໃຫ້ຕົນເອງພໍໃຈແທ້ໆ, ເຊິ່ງເປັນບັນຫາ. ຄົນເຊັ່ນນັ້ນຈະບໍ່ເຮັດສິ່ງຕ່າງໆຕາມຄວາມຈິງຈັກເທື່ອ ແລະ ພຣະເຈົ້າຈະກຽດຊັງພວກເຂົາຢູ່ສະເໝີ. ຖ້າເຈົ້າເປັນຄົນທີ່ມີຄວາມສຳນຶກ ແລະ ເຫດຜົນຢ່າງແທ້ຈິງ, ແລ້ວບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ເຈົ້າຄວນທີ່ຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາ, ສາມາດກວດສອບແຮງຈູງໃຈ ແລະ ການເຈືອປົນໃນການກະທຳຂອງເຈົ້າຢ່າງຈິງຈັງ, ສາມາດກຳນົດວ່າແມ່ນຫຍັງເໝາະສົມທີ່ຈະເຮັດຕາມພຣະທຳ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ຊັ່ງຊາ ແລະ ຕຶກຕອງການກະທຳທີ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງຊໍ້າໄປຊໍ້າມາ, ການກະທຳທີ່ເຮັດໃຫ້ພຣະເຈົ້າກຽດຊັງ ແລະ ການກະທຳທີ່ເຮັດໃຫ້ໄດ້ຮັບການຮອງຮັບຂອງພຣະເຈົ້າ. ເຈົ້າຕ້ອງທົບທວນເລື່ອງເຫຼົ່ານີ້ຄັ້ງແລ້ວຄັ້ງເລົ່າໃນຄວາມຄິດຂອງເຈົ້າຈົນກວ່າເຈົ້າໄດ້ເຂົ້າໃຈພວກມັນຢ່າງຊັດເຈນ. ຖ້າເຈົ້າຮູ້ວ່າເຈົ້າມີແຮງຈູງໃຈຂອງເຈົ້າເອງສຳລັບການເຮັດບາງສິ່ງ, ເຈົ້າກໍຕ້ອງໄຕ່ຕອງສິ່ງທີ່ເປັນແຮງຈູງໃຈຂອງເຈົ້າ, ມັນເຮັດໃຫ້ເຈົ້າເອງພໍໃຈ ຫຼື ເຮັດໃຫ້ພຣະເຈົ້າພໍໃຈ, ມັນເປັນປະໂຫຍດຕໍ່ເຈົ້າເອງ ຫຼື ຕໍ່ຜູ້ຄົນຖືກເລືອກຂອງພຣະເຈົ້າ ແລະ ມັນຈະກໍ່ໃຫ້ເກີດຜົນສະທ້ອນຫຍັງ... ຖ້າເຈົ້າສະແຫວງຫາ ແລະ ຕຶກຕອງຫຼາຍຂຶ້ນແບບນີ້ໃນຄຳອະທິຖານຂອງເຈົ້າ ແລະ ຖາມເຈົ້າເອງດ້ວຍອີກຫຼາຍຄຳຖາມເພື່ອສະແຫວງຫາຄວາມຈິງ, ແລ້ວການຫັນເຫໃນການກະທຳຂອງເຈົ້າກໍຈະມີໜ້ອຍລົງເລື້ອຍໆ. ມີພຽງແຕ່ຄົນທີ່ສະແຫວງຫາຄວາມຈິງໃນລັກສະນະນີ້ຈຶ່ງເປັນຄົນທີ່ຄຳນຶງຫາຄວາມປະສົງຂອງພຣະເຈົ້າ ແລະ ຢຳເກງພຣະເຈົ້າ, ເພາະເຈົ້າກຳລັງສະແຫວງຫາຕາມຂໍ້ຮຽກຮ້ອງໃນພຣະທຳຂອງພຣະເຈົ້າ ແລະ ມີຫົວໃຈທີ່ເຊື່ອຟັງ ແລະ ຂໍ້ສະຫຼຸບທີ່ເຈົ້າໄດ້ຮັບຈາກການສະແຫວງຫາໃນລັກສະນະນີ້ຈະສອດຄ່ອງກັບຫຼັກການແຫ່ງຄວາມຈິງ.

ຖ້າການກະທຳຂອງຜູ້ເຊື່ອບໍ່ໄດ້ຢູ່ໃນຄວາມຈິງເລີຍ, ແລ້ວພວກເຂົາກໍສໍ່າກັບເປັນຄົນທີ່ບໍ່ເຊື່ອ. ນີ້ແມ່ນປະເພດຂອງຄົນທີ່ບໍ່ມີພຣະເຈົ້າໃນຫົວໃຈຂອງເຂົາ ແລະ ຄົນທີ່ອອກຈາກພຣະເຈົ້າ ແລະ ຄົນເຊັ່ນນັ້ນເປັນຄືກັບພະນັກງານທີ່ຖືກຈ້າງໃນເຮືອນຂອງພຣະເຈົ້າ ເຊິ່ງເປັນຜູ້ທີ່ເຮັດວຽກເລັກໆນ້ອຍໆສຳລັບເຈົ້ານາຍຂອງພວກເຂົາ, ໄດ້ຮັບເງິນຕອບແທນເລັກນ້ອຍ ແລະ ຫຼັງຈາກນັ້ນກໍ່ຈາກໄປ. ນີ້ບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຄວນເຮັດຢ່າງໃດເພື່ອຮັບເອົາຄວາມເຫັນດີຂອງພຣະເຈົ້າ. ເປັນສິ່ງທຳອິດທີ່ເຈົ້າຄວນຄິດຫາ ແລະ ເຮັດວຽກເພື່ອໃຫ້ໄດ້ມາເມື່ອເຈົ້າເຮັດບາງສິ່ງ; ມັນຄວນເປັນຫຼັກການ ແລະ ຂອບເຂດການປະຕິບັດຂອງເຈົ້າ. ເຫດຜົນທີ່ເຈົ້າຄວນຕັດສິນວ່າສິ່ງທີ່ເຈົ້າກຳລັງເຮັດແມ່ນສອດຄ່ອງກັບຄວາມຈິງ ຫຼື ບໍ່ ກໍ່ຄື ຖ້າມັນສອດຄ່ອງກັບຄວາມຈິງ, ແລ້ວມັນຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງແນ່ນອນ. ມັນບໍ່ແມ່ນວ່າເຈົ້າຄວນວັດແທກວ່າເລື່ອງດັ່ງກ່າວຖືກຕ້ອງ ຫຼື ຜິດ ຫຼື ມັນສອດຄ່ອງກັບລົດຊະນິຍົມຂອງທຸກຄົນ ຫຼື ບໍ່ ຫຼື ມັນສອດຄ່ອງກັບຄວາມປາຖະໜາຂອງເຈົ້າເອງ ຫຼື ບໍ່; ກົງກັນຂ້າມ, ເຈົ້າຄວນຕັດສິນວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ມັນເປັນປະໂຫຍດໃຫ້ກັບວຽກງານ ແລະ ຜົນປະໂຫຍດໃນຄຣິດຕະຈັກ ຫຼື ບໍ່. ຖ້າເຈົ້າຄຳນຶງເຖິງສິ່ງເຫຼົ່ານີ້, ແລ້ວເຈົ້າກໍ່ຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ເມື່ອເຈົ້າເຮັດສິ່ງຕ່າງໆ. ຖ້າເຈົ້າບໍ່ພິຈາລະນາລັກສະນະເຫຼົ່ານີ້ ແລະ ພຽງແຕ່ອາໄສຄວາມປະສົງຂອງເຈົ້າເອງ ເມື່ອກຳລັງເຮັດສິ່ງຕ່າງໆ, ແລ້ວເຈົ້າກໍ່ແນ່ໃຈໄດ້ເລີຍວ່າບໍ່ໄດ້ເຮັດພວກມັນຢ່າງຖືກຕ້ອງ, ເພາະຄວາມປະສົງຂອງມະນຸດບໍ່ແມ່ນຄວາມຈິງ ແລະ ເຂົ້າກັບພຣະເຈົ້າບໍ່ໄດ້ຢ່າງແນ່ນອນ. ຖ້າເຈົ້າປາຖະໜາທີ່ຈະໄດ້ຮັບຄວາມເຫັນດີຈາກພຣະເຈົ້າ, ແລ້ວເຈົ້າຕ້ອງປະຕິບັດຕາມຄວາມຈິງ ແທນທີ່ຈະປະຕິບັດຕາມຄວາມປະສົງຂອງເຈົ້າເອງ. ບາງຄົນມີສ່ວນຮ່ວມໃນເລື່ອງສ່ວນຕົວໃດໜຶ່ງໃນນາມທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ແລ້ວອ້າຍເອື້ອຍນ້ອງຂອງພວກເຂົາເຫັນວ່ານີ້ເປັນສິ່ງທີ່ບໍ່ເໝາະສົມ ແລະ ຕຳນິພວກເຂົາຍ້ອນສິ່ງນັ້ນ, ແຕ່ຜູ້ຄົນເຫຼົ່ານີ້ບໍ່ຍອມຮັບການກ່າວໂທດ. ພວກເຂົາຄິດວ່າ ເພາະມັນເປັນເລື່ອງສ່ວນຕົວທີ່ບໍ່ກ່ຽວຂ້ອງກັບວຽກງານ, ການເງິນ ຫຼື ຜູ້ຄົນຂອງຄຣິດຕະຈັກ ແລະ ມັນບໍ່ແມ່ນການເຮັດຊົ່ວ, ສະນັ້ນ ພຣະເຈົ້າບໍ່ຄວນແຊກແຊງ. ບາງສິ່ງອາດເບິ່ງຄືກັບເປັນເລື່ອງສ່ວນຕົວສຳລັບເຈົ້າ ເຊິ່ງບໍ່ກ່ຽວຂ້ອງກັບຫຼັກການ ຫຼື ຄວາມຈິງໃດເລີຍ. ເຖິງຢ່າງໃດກໍ່ຕາມ ເມື່ອຫຼຽວເບິ່ງສິ່ງທີ່ເຈົ້າເຮັດ, ເຈົ້າເຫັນແກ່ຕົວຫຼາຍ. ເຈົ້າບໍ່ຄຳນຶງເຖິງວຽກງານໃນຄຣິສຕະຈັກ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ຫຼື ສິ່ງນີ້ຈະບໍ່ເປັນທີ່ພໍໃຈສຳລັບພຣະເຈົ້າ; ເຈົ້າພຽງແຕ່ຄຳນຶງເຖິງຜົນປະໂຫຍດຂອງເຈົ້າເອງເທົ່ານັ້ນ. ສິ່ງນີ້ກໍ່ກ່ຽວຂ້ອງກັບຄຸນສົມບັດການເປັນໄພ່ພົນແລ້ວ ພ້ອມທັງຄວາມເປັນມະນຸດຂອງບຸກຄົນ. ເຖິງແມ່ນວ່າສິ່ງທີ່ເຈົ້າກຳລັງເຮັດບໍ່ກ່ຽວຂ້ອງກັບຜົນປະໂຫຍດຂອງຄຣິດຕະຈັກ ຫຼື ມັນບໍ່ກ່ຽວຂ້ອງກັບຄວາມຈິງ, ການມີສ່ວນຮ່ວມໃນເລື່ອງສ່ວນຕົວໃນຂະນະທີ່ອ້າງວ່າກຳລັງປະຕິບັດໜ້າທີ່ຂອງເຈົ້າກໍ່ບໍ່ສອດຄ່ອງກັບຄວາມຈິງ. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍຕາມ, ບໍ່ວ່າເລື່ອງໃດໜຶ່ງຈະໃຫຍ່ ຫຼື ນ້ອຍກໍຕາມ ແລະ ບໍ່ວ່າມັນເປັນໜ້າທີ່ຂອງເຈົ້າໃນຄອບຄົວຂອງພຣະເຈົ້າ ຫຼື ເລື່ອງສ່ວນຕົວຂອງເຈົ້າເອງ, ເຈົ້າຕ້ອງພິຈາລະນາວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຫຼື ບໍ່, ພ້ອມທັງມັນແມ່ນສິ່ງທີ່ບຸກຄົນໃດໜຶ່ງທີ່ມີຄວາມເປັນມະນຸດຄວນເຮັດ ຫຼື ບໍ່. ຖ້າເຈົ້າສະແຫວງຫາຄວາມຈິງແບບນັ້ນໃນທຸກສິ່ງທີ່ເຈົ້າເຮັດ, ແລ້ວເຈົ້າກໍເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າປະຕິບັດກັບທຸກເລື່ອງ ແລະ ຄວາມຈິງທຸກປະການໃນລັກສະນະນີ້ຢ່າງເຄັ່ງຄັດ, ແລ້ວເຈົ້າກໍ່ຈະສາມາດບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ. ມີຄົນທີ່ຄິດວ່າ “ການໃຫ້ຂ້ອຍປະຕິບັດຄວາມຈິງເມື່ອຂ້ອຍປະຕິບັດໜ້າທີ່ຂອງຂ້ອຍກໍພຽງພໍແລ້ວ, ແຕ່ເມື່ອຂ້ອຍກຳລັງຈັດການກັບເລື່ອງສ່ວນຕົວຂອງຂ້ອຍ, ຂ້ອຍບໍ່ສົນໃຈວ່າຄວາມຈິງຈະວ່າແນວໃດ, ຂ້ອຍຈະເຮັດສິ່ງທີ່ຂ້ອຍມັກ, ເຮັດຫຍັງກໍຕາມທີີ່ກໍ່ໃຫ້ເກີດຜົນປະໂຫຍດກັບຂ້ອຍເອງ”. ໃນຄຳເວົ້າເຫຼົ່ານີ້, ເຈົ້າສາມາດເຫັນໄດ້ວ່າພວກເຂົາບໍ່ມີຜູ້ຮັກຄວາມຈິງ. ບໍ່ມີຫຼັກການໃນສິ່ງທີ່ພວກເຂົາເຮັດ. ພວກເຂົາຈະເຮັດຫຍັງກໍຕາມທີ່ກໍ່ໃຫ້ເກີດຜົນປະໂຫຍດກັບພວກເຂົາ, ໂດຍບໍ່ໄດ້ຄຳນຶງເຖິງແມ່ນແຕ່ຜົນສະທ້ອນທີ່ມັນຈະມີຕໍ່ເຮືອນຂອງພຣະເຈົ້າເລີຍ. ຜົນຕາມມາກໍຄືເມື່ອພວກເຂົາໄດ້ເຮັດບາງສິ່ງ, ພຣະເຈົ້າບໍ່ໄດ້ຢູ່ໃນພວກເຂົາ ແລະ ພວກເຂົາຮູ້ສຶກມືດມົວ ແລະ ເສົ້າໃຈ ແລະ ບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນ. ນີ້ບໍ່ແມ່ນສິ່ງທີ່ພວກເຂົາສົມຄວນໄດ້ຮັບບໍ? ຖ້າເຈົ້າບໍ່ປະຕິບັດຄວາມຈິງໃນການກະທຳຂອງເຈົ້າ ແລະ ບໍ່ໃຫ້ກຽດພຣະເຈົ້າ, ເຈົ້າກໍກຳລັງເຮັດບາບຕໍ່ພຣະອົງ. ຖ້າຄົນໜຶ່ງບໍ່ຮັກຄວາມຈິງ ແລະ ປະຕິບັດຕາມຄວາມປະສົງຂອງພວກເຂົາເອງຢູ່ເລື້ອຍໆ, ພວກເຂົາກໍຈະເຮັດຜິດຕໍ່ພຣະເຈົ້າຢູ່ເລື້ອຍໆ. ພຣະອົງຈະກຽດຊັງ ແລະ ປະຕິເສດພວກເຂົາ ແລະ ປະຖິ້ມພວກເຂົາໄວ້. ສິ່ງທີ່ຄົນເຊັ່ນນັ້ນເຮັດມັກລົ້ມເຫຼວທີ່ຈະໄດ້ຮັບການຮອງຮັບຂອງພຣະເຈ້ົາ ແລະ ຖ້າພວກເຂົາບໍ່ຮູ້ຈັກກັບໃຈ, ການລົງໂທດກໍບໍ່ໄດ້ຢູ່ໄກ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 575)

ທຸກໜ້າທີ່ທີ່ເຈົ້າປະຕິບັດແມ່ນກ່ຽວຂ້ອງກັບການເຂົ້າສູ່ຊີວິດ. ບໍ່ວ່າໜ້າທີ່ຂອງເຈົ້ານັ້ນເປັນປົກກະຕິ ຫຼື ເອົາແນ່ເອົານອນບໍ່ໄດ້, ໜ້າເບື່ອ ຫຼື ມີຊີວິດຊີວາກໍຕາມ, ເຈົ້າຕ້ອງບັນລຸການເຂົ້າສູ່ຊີວິດຢູ່ສະເໝີ. ໜ້າທີ່ທີ່ບາງຄົນປະຕິບັດນັ້ນຂ້ອນຂ້າງໜ້າເບື່ອ; ພວກເຂົາເຮັດສິ່ງດຽວກັນທຸກໆວັນ. ແນວໃດກໍຕາມ, ເມື່ອປະຕິບັດພວກມັນ, ສະພາບທີ່ຄົນເຫຼົ່ານີ້ເປີດເຜີຍອອກມາບໍ່ໄດ້ຄືກັນທັງໝົດ. ບາງຄັ້ງ, ເມື່ອອາລົມດີ ຄົນກໍດຸໝັ່ນຂຶ້ນ ແລະ ເຮັດວຽກໄດ້ດີຂຶ້ນ. ບາງຄັ້ງ ເນື່ອງມາຈາກບາງອິດທິພົນທີ່ບໍ່ຮູ້ຈັກ, ອຸປະນິໄສອັນເສື່ອມຊາມແບບຊາຕານຂອງພວກເຂົາກໍຈະກະຕຸ້ນບັນຫາໃນຕົວພວກເຂົາ, ເຮັດໃຫ້ພວກເຂົາມີມຸມມອງທີ່ບໍ່ຖືກຕ້ອງ ແລະ ຢູ່ໃນສະພາບທີ່ບໍ່ດີ ແລະ ອາລົມບໍ່ດີ; ນີ້ສົ່ງຜົນໃຫ້ພວກເຂົາປະຕິບັດໜ້າທີ່ໃນລັກສະນະພໍເປັນພິທີ. ສະພາບພາຍໃນຂອງຄົນນັ້ນປ່ຽນແປງຕະຫຼອດ; ພວກມັນສາມາດປ່ຽນແປງໄດ້ທຸກບ່ອນ ແລະ ທຸກເວລາ. ບໍ່ວ່າສະພາບຂອງເຈົ້າປ່ຽນແປງແບບໃດ, ມັນຜິດສະເໝີທີ່ຈະເຮັດຕາມອາລົມຂອງເຈົ້າ. ສົມມຸດວ່າເຈົ້າເຮັດດີຂຶ້ນເລັກໜ້ອຍເມື່ອເຈົ້າອາລົມດີ ແລະ ຮ້າຍແຮງກວ່າເກົ່າເມື່ອເຈົ້າອາລົມບໍ່ດີ, ນີ້ແມ່ນວິທີການທີ່ເປັນຫຼັກການຂອງການເຮັດສິ່ງຕ່າງໆບໍ? ສິ່ງນີ້ຈະເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນມາດຕະຖານທີ່ສາມາດຍອມຮັບໄດ້ບໍ? ບໍ່ວ່າອາລົມຂອງພວກເຂົາຈະເປັນແນວໃດ, ຄົນຕ້ອງຮູ້ຈັກອະທິຖານ ແລະ ປັບຕົວຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ; ໃນລັກສະນະນີ້ເທົ່ານັ້ນ, ພວກເຂົາຈຶ່ງຈະສາມາດຫຼີກເວັ້ນຈາກການຖືກຄວບຄຸມ ແລະ ຖືກປັ່ນປ່ວນໄປມາໂດຍອາລົມຂອງພວກເຂົາໄດ້. ເມື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຄວນກວດສອບຕົວເຈົ້າເອງສະເໝີ ເພື່ອເບິ່ງວ່າເຈົ້າກຳລັງເຮັດສິ່ງຕ່າງໆຕາມຫຼັກການບໍ, ການປະຕິບັດໜ້າທີ່ຂອງເຈົ້ານັ້ນໄດ້ຕາມມາດຕະຖານບໍ, ເຈົ້າພຽງແຕ່ເຮັດມັນໃນລັກສະນະພໍເປັນພິທີ ຫຼື ບໍ່, ເຈົ້າໄດ້ພະຍາຍາມປັດຄວາມຮັບຜິດຊອບຂອງເຈົ້າ ຫຼື ບໍ່ ແລະ ມີບັນຫາໃດໆກັບທັດສະນະຂອງເຈົ້າ ແລະ ວິທີທີ່ເຈົ້າຄິດ ຫຼື ບໍ່. ເມື່ອເຈົ້າໄດ້ໄຕ່ຕອງຕົນເອງ ແລະ ສິ່ງເຫຼົ່ານີ້ກໍຊັດເຈນກັບເຈົ້າ, ເຈົ້າຈະມີເວລາທີ່ງ່າຍຂຶ້ນໃນການປະຕິບັດໜ້າທີ່ຂອງເຈົ້າ. ບໍ່ວ່າເຈົ້າຈະຜະເຊີນຫຍັງກໍຕາມໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ຄວາມຄິດລົບ ແລະ ຄວາມອ່ອນແອ ຫຼື ການມີອາລົມບໍ່ດີຫຼັງຈາກທີ່ຖືກຈັດການ, ເຈົ້າຄວນປະຕິບັດຕໍ່ມັນຢ່າງເໝາະສົມ ແລະ ເຈົ້າຍັງຕ້ອງສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າອີກດ້ວຍ. ການເຮັດສິ່ງເຫຼົ່ານີ້ ເຈົ້າຈະມີເສັ້ນທາງສູ່ການປະຕິບັດ. ຖ້າເຈົ້າຢາກປະຕິບັດໜ້າທີ່ຂອງເຈົ້າໃຫ້ໄດ້ດີ, ເຈົ້າກໍຕ້ອງບໍ່ຮັບຜົນກະທົບຫຍັງຈາກອາລົມຂອງເຈົ້າ. ບໍ່ວ່າເຈົ້າກຳລັງຮູ້ສຶກເປັນລົບ ຫຼື ອ່ອນແອແນວໃດກໍຕາມ, ເຈົ້າຄວນປະຕິບັດຄວາມຈິງໃນທຸກສິ່ງທີ່ເຈົ້າເຮັດ ດ້ວຍຄວາມເຂັ້ມງວດແທ້ໆ ແລະ ຍຶດໝັ້ນໃນຫຼັກການ. ຖ້າເຈົ້າເຮັດແບບນີ້, ບໍ່ພຽງແຕ່ຄົນອື່ນຈະເຫັນດີກັບເຈົ້າ ແຕ່ພຣະເຈົ້າກໍຈະມັກເຈົ້າເຊັ່ນກັນ. ແລ້ວເຈົ້າກໍຈະເປັນຄົນທີ່ມີຄວາມຮັບຜິດຊອບ ແລະ ຄົນທີ່ແບກຮັບພາລະ; ເຈົ້າຈະເປັນຄົນດີຢ່າງແທ້ຈິງທີ່ປະຕິບັດໜ້າທີ່ຂອງເຈົ້າຕາມມາດຕະຖານແທ້ໆ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ຕາມຄວາມເປັນຄົນຢ່າງແທ້ຈິງ. ຄົນດັ່ງກ່າວໄດ້ຖືກເຮັດໃຫ້ບໍລິສຸດ ແລະ ບັນລຸການປ່ຽນແປງທີ່ແທ້ຈິງເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດຖືກເອີ້ນໄດ້ວ່າເປັນຄົນສັດຊື່ໃນສາຍຕາຂອງພຣະເຈົ້າ. ມີພຽງຄົນຊື່ສັດເທົ່ານັ້ນທີ່ສາມາດອົດທົນຕໍ່ການປະຕິບັດຄວາມຈິງ ແລະ ປະສົບຄວາມສຳເລັດໃນການກະທຳຕາມຫຼັກການ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ຕາມມາດຕະຖານ. ຄົນທີ່ເຮັດຕາມຫຼັກການຈະປະຕິບັດໜ້າທີ່ຂອງຕົນໄດ້ຢ່າງລະອຽດເມື່ອພວກເຂົາມີອາລົມດີ; ພວກເຂົາບໍ່ເຮັດໃນລັກສະນະແບບພໍເປັນພິທີ, ພວກເຂົາບໍ່ໂອ້ອວດຕົວເອງ ແລະ ພວກເຂົາບໍ່ສະແດງຕົວເອງເພື່ອເຮັດໃຫ້ຄົນອື່ນຄິດວ່າພວກເຂົາຢ່າງສູງສົ່ງ. ເມື່ອພວກເຂົາອາລົມບໍ່ດີ, ພວກເຂົາສາມາດເຮັດສຳເລັດໜ້າທີ່ປະຈຳວັນຂອງພວກເຂົາຢ່າງຈິງຈັງ ແລະ ມີຄວາມຮັບຜິດຊອບ ແລະ ເຖິງແມ່ນວ່າພວກເຂົາພົບກັບບາງສິ່ງທີ່ເປັນອັນຕະລາຍຕໍ່ການເຮັດສໍາເລັດໜ້າທີ່ຂອງພວກເຂົາ ຫຼື ກົດດັນພວກເຂົາເລັກໜ້ອຍ ຫຼື ເຮັດໃຫ້ເກີດຄວາມວຸ້ນວາຍໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຍັງສາມາດສະຫງົບຫົວໃຈຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ ວ່າ “ບໍ່ວ່າຂ້ານ້ອຍຈະຜະເຊີນກັບບັນຫາໜັກພຽງໃດກໍຕາມ, ເຖິງແມ່ນວ່າທ້ອງຟ້າຈະພັງທະລາຍຈະຕົກລົງມາ, ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຕັ້ງໃຈເຮັດໃຫ້ດີທີ່ສຸດເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍ. ທຸກມື້ທີ່ຂ້ານ້ອຍດຳລົງຊີວິດຢູ່ແມ່ນມື້ທີ່ຂ້ານ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີ, ເພື່ອວ່າຂ້ານ້ອຍຈະຄູ່ຄວນກັບໜ້າທີ່ນີ້ທີ່ພຣະເຈົ້າປະທານໃຫ້ຂ້ານ້ອຍ ພ້ອມທັງລົມຫາຍໃຈນີ້ທີ່ພຣະອົງຊົງວາງໃສ່ໃນຮ່າງກາຍຂອງຂ້ານ້ອຍ. ບໍ່ວ່າຂ້ານ້ອຍຈະມີຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ, ຂ້ານ້ອຍກໍຈະປ່ອຍວາງມັນທັງໝົດໄວ້ທາງຂ້າງ ເພາະການປະຕິບັດໜ້າທີ່ຂອງຂ້ານ້ອຍແມ່ນສຳຄັນທີ່ສຸດ!” ບັນດາຜູ້ທີ່ບໍ່ໄດ້ຮັບຜົນກະທົບຈາກຄົນ, ເຫດການ, ສິ່ງຕ່າງໆ ລື ສະພາບແວດລ້ອມ, ຜູ້ທີ່ບໍ່ຖືກຈຳກັດໂດຍອາລົມ ຫຼື ສະພາບການພາຍນອກ ແລະ ຜູ້ທີ່ຖືເອົາໜ້າທີ່ຂອງພວກເຂົາ ແລະ ການມອບໝາຍທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາມາກ່ອນ ແລະ ສຳຄັນທີ່ສຸດ, ພວກເຂົາແມ່ນຄົນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ເປັນຜູ້ທີ່ນອບນ້ອມຕໍ່ພຣະອົງຢ່າງແທ້ຈິງ. ຄົນແບບນີ້ໄດ້ບັນລຸການເຂົ້າສູ່ຊີວິດ ແລະ ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ແມ່ນໜຶ່ງໃນການສະແດງອອກທີ່ເປັນຈິງ ແລະ ແທ້ຈິງທີ່ສຸດຂອງການດຳລົງຊີວິດຕາມຄວາມຈິງ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການເຂົ້າສູ່ຊີວິດເລີ່ມດ້ວຍການປະຕິບັດໜ້າທີ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 576)

ສຳລັບບາງຄົນ, ບໍ່ວ່າພວກເຂົາອາດຈະພົບກັບບັນຫາໃດກໍຕາມໃນເວລາທີ່ປະຕິບັດໜ້າທີ່ຂອງພວກເຂົາຢູ່, ພວກເຂົາກໍບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາກໍເຮັດໄປຕາມຄວາມຄິດ, ຄວາມເຊື່ອ, ຈິນຕະນາການ ແລະ ຄວາມປາຖະໜາຂອງພວກເຂົາເອງຢູ່ສະເໝີ. ພວກເຂົາກຳລັງຕອບສະໜອງຕໍ່ຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງຢູ່ສະເໝີ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຄວບຄຸມການກະທຳຂອງພວກເຂົາຢູ່ສະເໝີ. ພວກເຂົາອາດຈະປາກົດຄືກັບວ່າໄດ້ປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ, ແຕ່ເພາະພວກເຂົາບໍ່ໄດ້ຍອມຮັບຄວາມຈິງ ແລະ ບໍ່ສາມາດເຮັດສິ່ງຕ່າງໆຕາມຫຼັກການແຫ່ງຄວາມຈິງ, ພວກເຂົາຈະລົ້ມເຫຼວໃນທີ່ສຸດໃນການຮັບເອົາຄວາມຈິງ ແລະ ຊີວິດ ແລະ ຈະກາຍມາເປັນຜູ້ໃຫ້ບໍລິການທີ່ຄູ່ຄວນກັບຊື່ສຽງ. ດັ່ງນັ້ນ, ຜູ້ຄົນດັ່ງກ່າວກຳລັງເພິ່ງພາຫຍັງ ເມື່ອກຳລັງປະຕິບັດໜ້າທີ່ຂອງພວກເຂົາ? ພວກເຂົາບໍ່ໄດ້ເພິ່ງພາຄວາມຈິງ ຫຼື ພຣະເຈົ້າ. ຄວາມຈິງເລັກນ້ອຍນັ້ນທີ່ພວກເຂົາເຂົ້າໃຈ ບໍ່ໄດ້ມີອຳນາດອະທິປະໄຕໃນຫົວໃຈຂອງພວກເຂົາ; ພວກເຂົາກຳລັງເພິ່ງພາຂອງປະທານ ແລະ ພອນສະຫວັນຂອງພວກເຂົາເອງ, ເພິ່ງພາຄວາມຮູ້ໃດກໍຕາມທີ່ພວກເຂົາໄດ້ຮັບມາ ພ້ອມທັງກຳລັງໃຈ ຫຼື ເຈດຕະນາທີ່ດີຂອງພວກເຂົາເອງເພື່ອປະຕິບັດໜ້າທີ່ເຫຼົ່ານີ້. ແລ້ວເມື່ອເປັນເຊັ່ນນີ້, ພວກເຂົາຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໃນມາດຕະຖານທີ່ສາມາດຍອມຮັບໄດ້ບໍ? ເມື່ອຜູ້ຄົນອາໄສສະພາວະທຳມະຊາດຂອງພວກເຂົາ, ແນວຄິດ, ຈິນຕະນາການ, ຄວາມຊຳນານ ແລະ ການຮຽນຮູ້ເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ເຖິງວ່າມັນອາດຈະເບິ່ງຄືກັບວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ໄດ້ເຮັດຄວາມຊົ່ວ, ພວກເຂົາກໍບໍ່ໄດ້ປະຕິບັດຄວາມຈິງ ແລະ ບໍ່ໄດ້ເຮັດຫຍັງທີ່ເປັນທີ່ພໍໃຈພຣະເຈົ້າ. ຍັງມີອີກໜຶ່ງບັນຫາທີ່ບໍ່ສາມາດເບິ່ງຂ້າມໄດ້: ໃນລະຫວ່າງຂັ້ນຕອນຂອງການປະຕິບັດໜ້າທີ່ຂອງເຈົ້າ, ຖ້າຄວາມເຊື່ອ, ຈິນຕະນາການ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າບໍ່ເຄີຍປ່ຽນ ແລະ ບໍ່ເຄີຍຖືກແທນທີ່ດ້ວຍຄວາມຈິງ ແລະ ຖ້າການປະຕິບັດ ແລະ ການກະທຳຂອງເຈົ້າບໍ່ເຄີຍເປັນໄປຕາມຫຼັກການແຫ່ງຄວາມຈິງ, ແລ້ວຜົນໄດ້ຮັບສຸດທ້າຍຈະເປັນແນວໃດ? ເຈົ້າຈະບໍ່ມີທາງເຂົ້າສູ່ຊີວິດ, ເຈົ້າຈະກາຍມາເປັນຜູ້ໃຫ້ບໍລິການ, ແລ້ວສຳເລັດຕາມພຣະທຳຂອງອົງພຣະເຢຊູເຈົ້າທີ່ວ່າ: “ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ, ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ, ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ” (ມັດທາຍ 7:22-23). ເປັນຫຍັງພຣະເຈົ້າຈຶ່ງຮ້ອງຄົນເຫຼົ່ານີ້ທີ່ອອກແຮງພະຍາຍາມ ແລະ ໃຫ້ການບໍລິການວ່າເປັນຜູ້ເຮັດການຊົ່ວ? ມີຈຸດໜຶ່ງທີ່ພວກເຮົາສາມາດໝັ້ນໃຈໄດ້ ແລະ ນັ້ນກໍແມ່ນ ບໍ່ວ່າຜູ້ຄົນເຫຼົ່ານີ້ປະຕິບັດໜ້າທີ່ ຫຼື ພາລະກິດໃດກໍຕາມ, ແຮງຈູງໃຈ, ແຮງບັນດານໃຈ, ເຈດຕະນາ ແລະ ຄວາມຄິດເກີດຂຶ້ນຈາກຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາຢ່າງສິ້ນເຊີງ ແລະ ພວກມັນລ້ວນແລ້ວແຕ່ແມ່ນເພື່ອປົກປ້ອງຜົນປະໂຫຍດ ແລະ ຄວາມຄາດຫວັງຂອງພວກເຂົາເອງ ແລະ ເພື່ອເຮັດໃຫ້ເປັນໄປຕາມຄວາມທະນົງຕົວ, ຄວາມໂອຫັງ ແລະ ສະຖານະຂອງພວກເຂົາເອງ. ມັນລ້ວນແລ້ວແຕ່ສຸ່ມໃສ່ການພິຈາລະນາ ແລະ ການຄຳນວນເຫຼົ່ານີ້, ບໍ່ມີຄວາມຈິງໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ມີຫົວໃຈທີ່ຢຳເກງ ແລະ ເຊື່ອຟັງພຣະເຈົ້າ, ນີ້ຄືຮາກຂອງບັນຫາ. ມື້ນີ້, ສິ່ງທີ່ຈຳເປັນໃຫ້ພວກເຈົ້າສະແຫວງຫາແມ່ນຫຍັງ? ໃນທຸກສິ່ງ, ເຈົ້າຕ້ອງສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງຕາມຄວາມປະສົງຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງ. ຖ້າເຈົ້າເຮັດ, ເຈົ້າຈະໄດ້ຮັບການຍົກຍ້ອງຂອງພຣະເຈົ້າ. ສະນັ້ນໂດຍສະເພາະແລ້ວ ແມ່ນຫຍັງກ່ຽວຂ້ອງໃນການປະຕິບັດໜ້າທີ່ຂອງເຈົ້າຕາມສິ່ງທີ່ພຣະເຈົ້າຮ້ອງຂໍ? ໃນທຸກສິ່ງທີ່ເຈົ້າເຮັດ, ເຈົ້າຕ້ອງຮຽນຮູ້ທີ່ຈະອະທິຖານຫາພຣະເຈົ້າ, ເຈົ້າຕ້ອງໄຕ່ຕອງກ່ຽວກັບແຮງຈູງໃຈທີ່ເຈົ້າມີ, ຄວາມຄິດທີ່ເຈົ້າມີ ແລະ ແຮງຈູງໃຈ ແລະ ຄວາມຄິດເຫຼົ່ານີ້ສອດຄ່ອງກັບຄວາມຈິງ ຫຼື ບໍ່; ຖ້າພວກມັນບໍ່ສອດຄ່ອງ, ພວກມັນຄວນຖືກປະຖິ້ມ, ຫຼັງຈາກນັ້ນ ເຈົ້າກໍຄວນປະຕິບັດຕາມຫຼັກການແຫ່ງຄວາມຈິງ ແລະ ຍອມຮັບການກວດສອບວິເຄາະຂອງພຣະເຈົ້າ. ສິ່ງນີ້ຈະຮັບປະກັນວ່າເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຖ້າເຈົ້າມີແຮງຈູງໃຈ ແລະ ຈຸດປະສົງຂອງເຈົ້າເອງ ແລະ ຮັບຮູ້ເປັນຢ່າງດີວ່າພວກມັນລະເມີດຄວາມຈິງ ແລະ ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແຕ່ຍັງບໍ່ອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອຊອກຫາວິທີແກ້ບັນຫາ, ແລ້ວນີ້ກໍເປັນສິ່ງທີ່ອັນຕະລາຍ, ມັນງ່າຍທີ່ເຈົ້າຈະເຮັດຜິດ ແລະ ເຮັດສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າເຮັດໜຶ່ງຄັ້ງ ຫຼື ສອງຄັ້ງ ແລະ ກັບໃຈ, ເຈົ້າກໍຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າສືບຕໍ່ເຮັດຜິດ, ຖ້າເຈົ້າເຮັດການກະທໍາທີ່ຊົ່ວຮ້າຍທຸກຮູບແບບ ແລະ ຍັງບໍ່ກັບໃຈ, ເຈົ້າກໍຈະມີບັນຫາ: ພຣະເຈົ້າຈະໂຍນເຈົ້າຖິ້ມ ຫຼື ປະຖິ້ມເຈົ້າ, ເຊິ່ງໝາຍຄວາມວ່າເຈົ້າສ່ຽງທີ່ຈະຖືກຂັບໄລ່; ຜູ້ຄົນທີ່ເຮັດການກະທໍາທີ່ຊົ່ວຮ້າຍທຸກຮູບແບບຈະຖືກລົງໂທດ ແລະ ຂັບໄລ່ຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 577)

ຜູ້ຄົນຕ້ອງເຂົ້າໃຈວ່າມີຫຼັກການພື້ນຖານໃນການທີ່ພຣະຜູ້ສ້າງປະຕິບັດຕໍ່ສິ່ງຖືກສ້າງ, ເຊິ່ງເປັນຫຼັກການສູງສຸດອີກດ້ວຍ. ວິທີທີ່ພຣະຜູ້ສ້າງປະຕິບັດຕໍ່ສິ່ງຖືກສ້າງກໍອີງໃສ່ແຜນການຄຸ້ມຄອງຂອງພຣະອົງຢ່າງສົມບູນ ແລະ ຂໍ້ກຳນົດໃນພາລະກິດຂອງຂອງພຣະອົງ; ພຣະອົງບໍ່ຈຳເປັນຕ້ອງປຶກສາກັບໃຜ ແລະ ພຣະອົງບໍ່ຈຳເປັນຕ້ອງໃຫ້ໃຜເຫັນດີກັບພຣະອົງ. ສິ່ງໃດກໍຕາມທີ່ພຣະອົງຄວນເຮັດ ແລະ ບໍ່ວ່າພຣະອົງຈະປະຕິບັດຕໍ່ຜູ້ຄົນແນວໃດກໍຕາມ, ພຣະອົງກໍຊົງກະທຳ ແລະ ບໍ່ວ່າພຣະອົງເຮັດສິ່ງໃດ ຫຼື ພຣະອົງປະຕິບັດແນວໃດຕໍ່ຜູ້ຄົນ, ມັນລ້ວນແລ້ວແຕ່ສອດຄ່ອງກັບຫຼັກການແຫ່ງຄວາມຈິງ ແລະ ຫຼັກການທີ່ພຣະຜູ້ສ້າງປະຕິບັດພາລະກິດ. ສ່ວນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ສິ່ງດຽວທີ່ຕ້ອງເຮັດຄືຍອມອ່ອນນ້ອມຕໍ່ພຣະຜູ້ສ້າງ; ຄົນໃດໜຶ່ງບໍ່ຄວນຕັດສິນໃຈດ້ວຍຕົນເອງ. ນີ້ຄືເຫດຜົນທີ່ສິ່ງຖືກສ້າງຄວນມີ ແລະ ຖ້າຄົນໃດໜຶ່ງບໍ່ມີມັນ, ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະຖືກເອີ້ນວ່າຄົນ. ຜູ້ຄົນຕ້ອງເຂົ້າໃຈວ່າພຣະຜູ້ສ້າງຈະເປັນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງຢູ່ສະເໝີ; ພຣະອົງຊົງມີລິດອຳນາດ ແລະ ຄຸນສົມບັດໃນການປັ້ນແຕ່ງ ແລະ ປົກຄອງເໜືອສິ່ງມີຊີວິດໃດໆທີ່ຖືກສ້າງຂຶ້ນຕາມທີ່ພຣະອົງພໍໃຈ ແລະ ບໍ່ຈຳເປັນຕ້ອງມີເຫດຜົນທີ່ຈະເຮັດແບບນັ້ນ. ນີ້ແມ່ນສິດອຳນາດຂອງພຣະອົງ. ບໍ່ມີສິ່ງໃດໃນບັນດາສິ່ງມີຊີວິດແຫ່ງການຊົງສ້າງທີ່ມີສິດ ຫຼື ມີຄຸນສົມບັດທີ່ຈະຕັດສິນວ່າສິ່ງທີ່ພຣະຜູ້ສ້າງປະຕິບັດນັ້ນຖືກຕ້ອງ ຫຼື ຜິດ ຫຼື ພຣະອົງຄວນເຮັດແນວໃດ. ບໍ່ມີສິ່ງຖືກສ້າງໃດທີ່ໄດ້ຮັບສິດເພື່ອເລືອກວ່າຈະຍອມຮັບການປົກຄອງ ແລະ ການຈັດແຈງຂອງພຣະຜູ້ສ້າງ; ແລະ ບໍ່ມີສິ່ງຖືກສ້າງໃດທີ່ໄດ້ຮັບສິດເພື່ອຮຽກຮ້ອງກ່ຽວກັບວິທີການທີ່ພຣະຜູ້ສ້າງຕ້ອງປົກຄອງ ແລະ ຈັດແຈງໂຊກຊະຕາຂອງພວກເຂົາ. ນີ້ແມ່ນຄວາມຈິງສູງສຸດ. ບໍ່ວ່າພຣະຜູ້ສ້າງໄດ້ກະທຳສິ່ງໃດແກ່ສິ່ງມີຊີວິດທີ່ຖືກສ້າງຂອງພຣະອົງ ແລະ ບໍ່ວ່າພຣະອົງໄດ້ເຮັດມັນແນວໃດ, ມະນຸດທີ່ພຣະອົງສ້າງຂຶ້ນຄວນເຮັດພຽງແຕ່ສິ່ງດຽວຄື: ສະແຫວງຫາ, ຍອມ, ຮູ້ຈັກ ແລະ ຍອມຮັບທຸກສິ່ງທີ່ພຣະຜູ້ສ້າງໄດ້ຈັດວາງ. ຜົນສຸດທ້າຍຄື ພຣະຜູ້ສ້າງຈະໄດ້ສຳເລັດແຜນການຄຸ້ມຄອງຂອງພຣະອົງ ແລະ ສຳເລັດພາລະກິດຂອງພຣະອົງ, ໄດ້ເຮັດໃຫ້ແຜນການຄຸ້ມຄອງຂອງພຣະອົງກ້າວໜ້າໄປໂດຍປາສະຈາກສິ່ງກີດຂວາງໃດໆ; ໃນຂະນະດຽວກັນ, ຍ້ອນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ຍອມຮັບກົດ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງ ແລະ ຍອມຕໍ່ກົດ ແລະ ການຈັດແຈງຂອງພຣະອົງ, ພວກເຂົາຈະໄດ້ຮັບຄວາມຈິງ, ເຂົ້າໃຈຄວາມປະສົງຂອງພຣະຜູ້ຊົງສ້າງ ແລະ ໄດ້ຮູ້ຈັກນິໄສຂອງພຣະອົງ. ຍັງມີຫຼັກການອື່ນທີ່ເຮົາຕ້ອງບອກພວກເຈົ້າ: ບໍ່ວ່າພຣະຜູ້ຊົງສ້າງກະທຳສິ່ງໃດ, ບໍ່ວ່າພຣະອົງສຳແດງອອກແນວໃດ ແລະ ບໍ່ວ່າສິ່ງທີ່ພຣະອົງກະທຳນັ້ນເປັນການກະທຳທີ່ຍິ່ງໃຫຍ່ ຫຼື ນ້ອຍ, ພຣະອົງກໍຍັງເປັນພຣະຜູ້ຊົງສ້າງ; ໃນຂະນະທີ່ມວນມະນຸດຊາດທີ່ຖືກພຣະອົງສ້າງຂຶ້ນ, ບໍ່ວ່າພວກເຂົາໄດ້ກະທຳສິ່ງໃດ ແລະ ບໍ່ວ່າພວກເຂົາອາດມີພອນສະຫວັນ ຫຼື ມີຂອງປະທານສໍ່າໃດ, ພວກເຂົາກໍຍັງເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢູ່. ສ່ວນມະນຸດທີ່ຖືກສ້າງຂຶ້ນ, ບໍ່ວ່າພວກເຂົາໄດ້ຮັບພຣະຄຸນ ແລະ ພອນຈາກພຣະຜູ້ຊົງສ້າງຫຼາຍປານໃດກໍຕາມ ຫຼື ຄວາມເມດຕາ, ຄວາມເມດຕາກາລຸນາ ຫຼື ຄວາມປານີພຽງໃດ, ພວກເຂົາກໍບໍ່ຄວນເຊື່ອຕົນເອງວ່າຢືນຢູ່ເໜືອຄົນອື່ນ ຫຼື ຄິດວ່າພວກເຂົາສາມາດເທົ່າທຽມກັບພຣະເຈົ້າໄດ້ ແລະ ວ່າພວກເຂົາໄດ້ຮັບຕໍາແໜ່ງສູງກວ່າບັນດາສິ່ງມີຊີວິດທີ່ຖືກສ້າງຂຶ້ນ. ບໍ່ວ່າພຣະເຈົ້າໄດ້ປະທານຂອງຂວັນໃຫ້ແກ່ເຈົ້າຫຼາຍປານໃດ ຫຼື ພຣະອົງໄດ້ປະທານພຣະຄຸນໃຫ້ເຈົ້າຫຼາຍປານໃດ ຫຼື ພຣະອົງໄດ້ປະຕິບັດຕໍ່ເຈົ້າຢ່າງໃຈດີປານໃດ ຫຼື ບໍວ່າພຣະອົງໄດ້ປະທານພອນສະຫວັນພິເສດບາງຢ່າງໃຫ້ແກ່ເຈົ້າກໍຕາມ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເປັນຊັບສິນຂອງເຈົ້າ. ເຈົ້າເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ເຈົ້າຈະເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຕະຫຼອດໄປ. ເຈົ້າຕ້ອງບໍ່ຄິດວ່າ “ຂ້ານ້ອຍເປັນທີ່ຮັກໂຕນ້ອຍໆໃນກໍາມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຖິ້ມຂ້ານ້ອຍ, ທັດສະນະຂອງພຣະເຈົ້າຕໍ່ຂ້ານ້ອຍຈະເປັນທັດສະນະແຫ່ງຄວາມຮັກ, ການເອົາໃຈໃສ່ ແລະ ການໂອບກອດຢ່າງອ່ອນໂຍນຢູ່ສະເໝີ, ດ້ວຍສຽງກະຊິບປອບໂຍນອັນອົບອຸ່ນ ແລະ ການໃຫ້ກຳລັງໃຈສະເໝີ”. ກົງກັນຂ້າມ, ໃນສາຍຕາຂອງພຣະຜູ້ຊົງສ້າງ, ເຈົ້າເປັນຄືກັນກັບສິ່ງມີຊີວິດທີ່ຖືກສ້າງຂຶ້ນອື່ນໆທັງໝົດ; ພຣະເຈົ້າສາມາດໃຊ້ເຈົ້າຕາມທີ່ພຣະອົງປາດຖະໜາ ແລະ ຍັງສາມາດປັ້ນແຕ່ງເຈົ້າຕາມທີ່ພຣະອົງປາຖະໜາດ້ວຍ ແລະ ພຣະອົງສາມາດຈັດແຈງຕາມທີ່ພຣະອົງປາດຖະໜາເພື່ອໃຫ້ເຈົ້າເຮັດບົດບາດໃດໜຶ່ງທ່າມກາງຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆທຸກຮູບແບບ. ນີ້ແມ່ນຄວາມຮູ້ທີ່ຜູ້ຄົນຄວນມີ ແລະ ຈິດສຳນຶກທີ່ດີທີ່ພວກເຂົາຄວນມີ. ຖ້າຄົນໆໜຶ່ງສາມາດເຂົ້າໃຈ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ໄດ້, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າຈະເຕີບໃຫຍ່ຂຶ້ນກວ່າປົກກະຕິ ແລະ ພວກເຂົາຈະສ້າງຄວາມສຳພັນທີ່ຖືກຕ້ອງທີ່ສຸດກັບພຣະອົງ; ຖ້າຄົນໆໜຶ່ງສາມາດເຂົ້າໃຈ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ໄດ້, ພວກເຂົາຈະວາງຕຳແໜ່ງຂອງຕົນຢ່າງຖືກຕ້ອງ, ເຂົ້າຮັບຕຳແໜ່ງຂອງພວກເຂົາຢູ່ທີ່ນັ້ນ ແລະ ປະຕິບັດໜ້າທີ່ຂອງຕົນ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດຮູ້ຈັກການກະທຳຂອງພຣະເຈົ້າໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 578)

ການຮູ້ຈັກພຣະເຈົ້າຕ້ອງຜ່ານການອ່ານພຣະທຳຂອງພຣະເຈົ້າ ແລະ ການປະຕິບັດ ແລະ ການມີປະສົບການກັບພຣະທຳຂອງພຣະເຈົ້າ, ພ້ອມທັງການຜະເຊີນກັບການທົດສອບ, ການຫຼໍ່ຫຼອມ, ການລິຮານ ແລະ ການຈັດການຫຼາຍຢ່າງ; ໃນຕອນນັ້ນເທົ່ານັ້ນ ມັນຈຶ່ງເປັນໄປໄດ້ທີ່ຈະມີຄວາມຮູ້ແທ້ຈິງກ່ຽວກັບພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ. ບາງຄົນເວົ້າວ່າ: “ຂ້ານ້ອຍບໍ່ໄດ້ເຫັນພຣະເຈົ້າທີ່ບັງເກີດເປັນມະນຸດ, ແລ້ວຂ້ານ້ອຍຈະຮູ້ຈັກພຣະອົງໄດ້ແນວໃດ?” ຄວາມຈິງແລ້ວ, ພຣະທຳຂອງພຣະເຈົ້າແມ່ນການສະແດງອອກຂອງອຸປະນິໄສຂອງພຣະອົງ. ຈາກພຣະທຳຂອງພຣະເຈົ້າ, ເຈົ້າສາມາດເຫັນຄວາມຮັກຂອງພຣະອົງ ແລະ ຄວາມລອດພົ້ນສຳລັບມະນຸດ ລວມເຖິງວິທີການຂອງພຣະອົງສໍາລັບການຊ່ວຍພວກເຂົາໃຫ້ລອດພົ້ນ... ນີ້ກໍຍ້ອນວ່າພຣະທຳຂອງພຣະອົງໄດ້ຖືກສະແດງອອກໂດຍພຣະເຈົ້າເອງ, ບໍ່ໄດ້ຖືກຂຽນໂດຍມະນຸດ. ພວກມັນໄດ້ຖືກສະແດງອອກໂດຍພຣະເຈົ້າເປັນການສ່ວນຕົວ; ພຣະເຈົ້າເອງກຳລັງກ່າວພຣະທຳຂອງພຣະອົງເອງ ແລະ ສຽງໃນຫົວໃຈຂອງພຣະອົງ, ເຊິ່ງຍັງສາມາດຖືກເອີ້ນວ່າພຣະທຳຈາກຫົວໃຈຂອງພຣະອົງ. ເປັນຫຍັງພວກມັນຈຶ່ງຖືກເອີ້ນວ່າພຣະທຳຈາກຫົວໃຈຂອງພຣະອົງ? ກໍຍ້ອນວ່າພວກມັນອອກມາຈາກສ່ວນເລິກ ແລະ ສະແດງອຸປະນິໄສຂອງພຣະອົງ, ຄວາມປະສົງຂອງພຣະອົງ, ແນວຄິດ ແລະ ຄວາມຄິດຂອງພຣະອົງ, ຄວາມຮັກຂອງພຣະອົງຕໍ່ມວນມະນຸດ, ຄວາມລອດພົ້ນຂອງພຣະອົງຕໍ່ມວນມະນຸດ ແລະ ຄວາມຄາດຫວັງຂອງພຣະອົງຈາກມວນມະນຸດ... ພຣະຄຳຂອງພຣະເຈົ້າປະກອບມີພຣະທຳທີ່ໂຫດຮ້າຍ, ພຣະທຳທີ່ອ່ອນໂຍນ ແລະ ມີນ້ຳໃຈ ພ້ອມທັງພຣະທຳທີ່ເປີດເຜີຍບາງຄຳທີ່ບໍ່ສອດຄ່ອງກັບຄວາມປາຖະໜາຂອງມະນຸດ. ຖ້າເຈົ້າເບິ່ງພຽງພຣະທຳທີ່ເປີດເຜີຍເທົ່ານັ້ນ, ເຈົ້າຈະຮູ້ສຶກວ່າພຣະເຈົ້າຂ້ອນຂ້າງເຂັ້ມງວດ. ຖ້າເຈົ້າເບິ່ງພຽງພຣະທຳທີ່ອ່ອນໂຍນ, ເຈົ້າອາດຮູ້ສຶກວ່າພຣະເຈົ້າບໍ່ມີສິດອຳນາດຫຼາຍ. ສະນັ້ນ ເຈົ້າຈິ່ງບໍ່ຄວນເບິ່ງພວກມັນອອກນອກບໍລິບົດ; ກົງກັນຂ້າມ, ຈົ່ງເບິ່ງພວກມັນຈາກທຸກໆມູມ. ບາງເທື່ອ ພຣະເຈົ້າກ່າວຈາກມຸມມອງທີ່ເຫັນອົກເຫັນໃຈ ແລະ ຈາກນັ້ນຜູ້ຄົນກໍເຫັນຄວາມຮັກຂອງພຣະອົງທີ່ມີຕໍ່ມວນມະນຸດ; ບາງເທື່ອພຣະອົງກ່າວຈາກມຸມມອງທີ່ເຂັ້ມງວດຫຼາຍ ແລະ ຈາກນັ້ນ ຜູ້ຄົນກໍເຫັນອຸປະນິໄສຂອງພຣະອົງທີ່ຈະບໍ່ອົດທົນຕໍ່ການເຮັດຜິດ, ມະນຸດສົກກະປົກຢ່າງໜ້າເວດທະນາ ແລະ ບໍ່ຄູ່ຄວນທີ່ຈະເຫັນໜ້າພຣະເຈົ້າ ຫຼື ມາຢູ່ຕໍ່ໜ້າພຣະອົງ ແລະ ໃນຕອນນີ້ ພວກເຂົາໄດ້ຮັບອະນຸຍາດໃຫ້ມາຢູ່ຕໍ່ໜ້າພຣະອົງ ເພາະພຣະຄຸນຂອງພຣະອົງລ້ວນໆ. ສະຕິປັນຍາຂອງພຣະເຈົ້າສາມາດເບິ່ງເຫັນໄດ້ຈາກວິທີທີ່ພຣະອົງປະຕິບັດພາລະກິດ ແລະ ໃນຄວາມໝາຍຂອງພາລະກິດຂອງພຣະອົງ. ຜູ້ຄົນຍັງສາມາດເຫັນສິ່ງເຫຼົ່ານີ້ໃນພຣະທຳຂອງພຣະເຈົ້າ ເຖິງແມ່ນວ່າບໍ່ມີການຕິດຕໍ່ໃດໆໂດຍກົງກັບພຣະອົງກໍຕາມ. ເມື່ອຄົນໃດໜຶ່ງທີ່ຮູ້ຈັກພຣະເຈົ້າຢ່າງແທ້ຈິງເຂົ້າມາພົວພັນກັບພຣະຄຣິດ, ການຜະເຊີນໜ້າຂອງພວກເຂົາກັບພຣະຄຣິດສາມາດສອດຄ່ອງກັບຄວາມຮູ້ທີ່ພວກເຂົາມີຢູ່ກ່ຽວກັບພຣະເຈົ້າ; ແນວໃດກໍຕາມ, ເມື່ອຄົນໆໜຶ່ງທີ່ມີຄວາມເຂົ້າໃຈພຽງທາງດ້ານທິດສະດີເທົ່ານັ້ນຜະເຊີນໜ້າກັບພຣະຄຣິດ, ພວກເຂົາແມ່ນບໍ່ສາມາດເຫັນຄວາມສຳພັນກັນໄດ້. ຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຄວາມລຶກລັບທີ່ເລິກເຊິ່ງທີ່ສຸດ; ມັນຍາກທີ່ມະນຸດຈະເຂົ້າໃຈໄດ້. ໃຫ້ສະຫຼຸບພຣະທຳຂອງພຣະເຈົ້າກ່ຽວກັບຄວາມລຶກລັບຂອງການບັງເກີດເປັນມະນຸດ, ຈົ່ງເບິ່ງສິ່ງເຫຼົ່ານັ້ນຈາກທຸກແງ່ມຸມ ແລະ ຈາກນັ້ນກໍອະທິຖານພ້ອມກັນ, ໄຕ່ຕອງ ແລະ ສົນທະນາເພີ່ມເຕີມກ່ຽວກັບຄວາມຈິງໃນດ້ານນີ້. ໃນການເຮັດເຊັ່ນນັ້ນ, ເຈົ້າຈະສາມາດໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ໄດ້ຮັບຄວາມເຂົ້າໃຈ. ຍ້ອນມະນຸດບໍ່ມີໂອກາດຕິດຕໍ່ໂດຍກົງກັບພຣະເຈົ້າ, ພວກເຂົາຕ້ອງອາໄສປະສົບການແບບນີ້ເພື່ອຮູ້ສຶກເຖິງເສັ້ນທາງຂອງພວກເຂົາ ແລະ ຄ່ອຍໆເຂົ້າມາເທື່ອລະເລັກລະນ້ອຍ ຖ້າພວກເຂົາຕ້ອງບັນລຸຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 579)

ການຮູ້ຈັກພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍເຖິງ ການທີ່ສາມາດຢັ່ງເຖິງຄວາມປິຕິຍິນດີ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ, ດ້ວຍເຫດນີ້ຈຶ່ງຮູ້ຈັກອຸປະນິໄສຂອງພຣະອົງ, ນີ້ແມ່ນສິ່ງທີ່ເປັນການຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເຈົ້າອ້າງວ່າ ເຈົ້າໄດ້ເຫັນພຣະອົງ, ແຕ່ເຈົ້າກໍບໍ່ເຂົ້າໃຈຄວາມປິຕິຍິນດີ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ແລະ ເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະອົງ. ເຈົ້າຍັງບໍ່ເຂົ້າໃຈເຖິງຄວາມຊອບທຳຂອງພຣະອົງ ຫຼື ຄວາມເມດຕາກະລຸນາຂອງພຣະອົງ ຫຼື ເຈົ້າບໍ່ຮູ້ຈັກເຖິງສິ່ງທີ່ພຣະອົງມັກ ຫຼື ສິ່ງທີ່ພຣະອົງກຽດຊັງ. ນີ້ບໍ່ແມ່ນຄວາມຮູ້ກ່ຽວກັບພຣະເຈົ້າ. ບາງຄົນສາມາດຕິດຕາມພຣະເຈົ້າ, ແຕ່ບໍ່ຈຳເປັນຕ້ອງເຊື່ອຢ່າງແທ້ຈິງໃນພຣະເຈົ້າ. ການເຊື່ອຢ່າງແທ້ຈິງໃນພຣະເຈົ້າຄືການເຊື່ອຟັງພຮະເຈົ້າ. ຄົນທີ່ບໍ່ເຊື່ອຟັງພຣະເຈົ້າກໍບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ນີ້ຄືບ່ອນທີ່ມີຄວາມແຕກຕ່າງ. ເມື່ອເຈົ້າໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີ ແລະ ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ເມື່ອເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະເຈົ້າ ແລະ ຢັ່ງຮູ້ເຖິງຄວາມປະສົງຂອງພຣະເຈົ້າ, ເມື່ອເຈົ້າຮູ້ເຖິງເຈດຕະນາທີ່ພາກພຽນຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ: ນັ້ນກໍເປັນຕອນທີ່ເຈົ້າເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ, ຮັກພຣະເຈົ້າຢ່າງແທ້ຈິງ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ເຈົ້າກໍເປັນພຽງແຕ່ຜູ້ຕິດຕາມທີ່ແລ່ນຕາມພຣະເຈົ້າ ແລະ ຕິດຕາມສິ່ງໃດກໍຕາມທີ່ຄົນສ່ວນໃຫຍ່ເຮັດ. ສິ່ງນັ້ນບໍ່ສາມາດຖືກເອີ້ນໄດ້ວ່າ ການອ່ອນນ້ອມທີ່ແທ້ຈິງ, ແຮງໄກທີ່ຈະເອີ້ນວ່າການນະມັດສະການທີ່ແທ້ຈິງ. ການນະມັດສະການທີ່ແທ້ຈິງເກີດຂຶ້ນໄດ້ແນວໃດ? ໂດຍບໍ່ມີການຍົກເວັ້ນ, ທຸກຄົນທີ່ເຫັນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າຢ່າງແທ້ຈິງຈະນະມັດສະການ ແລະ ເຄົາລົບນັບຖືພຣະອົງ; ພວກເຂົາທຸກຄົນຖືກບັງຄັບໃຫ້ກົ້ມລົງ ແລະ ນະມັດສະການພຣະອົງ. ໃນປັດຈຸບັນ, ໃນຂະນະທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດ, ຍິ່ງຜູ້ຄົນມີຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະເຊີດຊູສິ່ງເຫຼົ່ານີ້ຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະເຄົາລົບນັບຖືພຣະອົງຫຼາຍສໍ່ານັ້ນ. ໂດຍທົ່ວໄປແລ້ວ ຍິ່ງຜູ້ຄົນມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າໜ້ອຍສໍ່າໃດ, ພວກເຂົາກໍຍິ່ງບໍ່ລະມັດລະວັງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງປະຕິບັດຕໍ່ພຣະເຈົ້າດັ່ງມະນຸດ. ຖ້າຜູ້ຄົນຮູ້ຈັກ ແລະ ເຫັນພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະສັ່ນດ້ວຍຄວາມຢ້ານກົວ ແລະ ກົ້ມລົງພື້ນດິນ. “ພຣະອົງທີ່ມາພາຍຫຼັງເຮົາແມ່ນຍິ່ງໃຫຍ່ກວ່າເຮົາ ຜູ້ທີ່ເຮົາບໍ່ສົມຄວນທີ່ຈະຖືເກີບຂອງພຣະອົງຊ້ຳ” (ມັດທາຍ 3:11), ເປັນຫຍັງໂຢຮັນຈຶ່ງເວົ້າແບບນີ້? ເຖິງແມ່ນຢູ່ໃນສ່ວນເລິກ ລາວບໍ່ໄດ້ມີຄວາມຮູ້ຢ່າງເລິກເຊິ່ງຫຼາຍກ່ຽວກັບພຣະເຈົ້າ, ລາວກໍຮູ້ວ່າພຣະເຈົ້າຊົງໜ້າເກງຂາມ. ໃນທຸກມື້ນີ້ ມີເທົ່າໃດຄົນ ທີ່ສາມາດເຄົາລົບນັບຖືພຣະເຈົ້າ? ຖ້າຜູ້ຄົນບໍ່ຮູ້ຈັກແກ່ນແທ້ຂອງພຣະຄຣິດ ຫຼື ບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະສາມາດນະມັດສະການພຣະເຈົ້າຢ່າງແທ້ຈິງ. ຖ້າພວກເຂົາເຫັນພຽງຮູບລັກສະນະພາຍນອກທີ່ທຳມະດາ ແລະ ປົກກະຕິຂອງພຣະຄຣິດ, ແຕ່ບໍ່ຮູ້ຈັກແກ່ນແທ້ຂອງພຣະອົງ, ແລ້ວມັນກໍງ່າຍສຳລັບພວກເຂົາທີ່ຈະປະຕິບັດຕໍ່ພຣະຄຣິດດັ່ງມະນຸດທຳມະດາເທົ່ານັ້ນ. ພວກເຂົາອາດນໍາໃຊ້ທ່າທີ່ໆບໍ່ເຄົາລົບຕໍ່ພຣະອົງ ແລະ ສາມາດຫຼອກລວງພຣະອົງ, ຕໍ່ຕ້ານພຣະອົງ, ບໍ່ເຊື່ອຟັງພຣະອົງ ແລະ ຕັດສິນພຣະອົງ. ພວກເຂົາສາມາດຖືວ່າຕົນຊອບທຳ ແລະ ບໍ່ຈິງຈັງກັບພຣະທຳຂອງພຣະອົງ; ພວກເຂົາເຖິງກັບສາມາດກໍ່ໃຫ້ເກີດແນວຄິດ, ການກ່າວຮ້າຍ ແລະ ການໝິ່ນປະໝາດພຣະເຈົ້າ. ເພື່ອທີ່ຈະແກ້ໄຂບັນຫາເຫຼົ່ານີ້, ຄົນໆໜຶ່ງຕ້ອງຮູ້ຈັກແກ່ນແທ້ ແລະ ຄວາມເປັນພຣະເຈົ້າຂອງພຣະຄຣິດ. ນີ້ແມ່ນລັກສະນະຫຼັກຂອງການຮູ້ຈັກພຣະເຈົ້າ; ມັນແມ່ນສິ່ງທີ່ທຸກຄົນທີ່ເຊື່ອໃນພຣະເຈົ້າຕົວຈິງ ຕ້ອງເຂົ້າສູ່ ແລະ ບັນລຸ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ກ່ອນນີ້: ການເຂົ້າສູ່ຊີວິດ V

ຕໍ່ໄປ: ປາຍທາງ ແລະ ຜົນໄດ້ຮັບ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້